​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 28

ສະພາວະຂອງຜູ້ຄົນກໍຄື ຍິ່ງພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າໜ້ອຍສໍ່າໃດ, ພວກເຂົາກໍຍິ່ງສົງໄສກ່ຽວກັບວິທີການປະຕິບັດພາລະກິດໃນປັດຈຸບັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ແຕ່ສິ່ງນີ້ບໍ່ມີຜົນຕໍ່ພາລະກິດຂອງພຣະເຈົ້າ; ເມື່ອພຣະທຳຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຫົວໃຈຂອງຜູ້ຄົນຈະປ່ຽນແປງໂດຍທຳມະຊາດ. ໃນຊີວິດຂອງພວກເຂົາ, ທຸກຄົນຕັ້ງຈິດຕັ້ງໃຈໃສ່ພຣະທຳຂອງພຣະເຈົ້າ ແລະ ພວກເຂົາຍັງໄດ້ເລີ່ມຕົ້ນປາຖະໜາຫາພຣະທຳຂອງພຣະອົງ ແລະ ຍ້ອນການເປີດໂປງຢ່າງຕໍ່ເນື່ອງຂອງພຣະເຈົ້າ, ພວກເຂົາກໍເລີ່ມກຽດຊັງຕົນເອງ. ແຕ່ພຣະເຈົ້າຍັງໄດ້ກ່າວພຣະທຳຫຼາຍຂໍ້ດັ່ງຕໍ່ໄປນີ້: “ເມື່ອເຂົາເຂົ້າໃຈພຣະທຳທັງໝົດຂອງເຮົາຢ່າງທົ່ວເຖິງ, ວຸດທິພາວະຂອງມະນຸດກໍຖືກຕ້ອງເໝາະສົມກັບຄວາມປາຖະໜາຂອງເຮົາ ແລະ ຄຳຮ້ອງຂໍຂອງເຂົາກໍມີຜົນ ແລະ ບໍ່ໄດ້ສູນເປົ່າ ຫຼື ໄຮ້ປະໂຫຍດ; ເຮົາອວຍພອນຄຳຮ້ອງຂໍຂອງມະນຸດຊາດທີ່ຈິງໃຈ ແລະ ບໍ່ແມ່ນການທຳທ່າເຮັດ.” ຕາມຄວາມຈິງແລ້ວ, ຜູ້ຄົນບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ຢ່າງສົມບູນ, ພວກເຂົາພຽງແຕ່ສາມາດເຂົ້າໃຈແບບຜິວເຜີນ. ພຣະເຈົ້າພຽງແຕ່ໃຊ້ພຣະທຳເຫຼົ່ານີ້ເພື່ອໃຫ້ຈຸດປະສົງກັບພວກເຂົາໃນການສະແຫວງຫາ, ເພື່ອເຮັດໃຫ້ພວກເຂົາຮູ້ສຶກວ່າພຣະເຈົ້າບໍ່ໄດ້ຖືເບົາໃນສິ່ງຕ່າງໆ, ແຕ່ພຣະອົງຈິງໃຈກ່ຽວກັບພາລະກິດຂອງພຣະອົງ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະມີຄວາມເຊື່ອໃນການສະແຫວງຫາ. ຍ້ອນທຸກຄົນພຽງແຕ່ອ້ອນວອນເພື່ອພວກເຂົາເອງ, ບໍ່ແມ່ນເພື່ອຄວາມປະສົງຂອງພຣະເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ຮ້ອນ ແລະ ໜາວ, ພຣະທຳຂອງພຣະອົງແມ່ນແນໃສ່ທຳມະຊາດຂອງມະນຸດ. ເຖິງແມ່ນຄົນສ່ວນໃຫຍ່ໃນປັດຈຸບັນອ້ອນວອນ, ພວກເຂົາກໍບໍ່ໄດ້ຈິງໃຈ, ມັນເປັນພຽງການທໍາທ່າ. ສະພາວະຂອງທຸກຄົນກໍຄື ພວກເຂົາ “ພິຈາລະນາວ່າປາກຂອງເຮົາຄືຄວາມອຸດົມສົມບູນ. ທຸກຄົນປາຖະໜາທີ່ຈະໄດ້ຮັບບາງສິ່ງຈາກປາກຂອງເຮົາ. ບໍ່ວ່າມັນຈະເປັນຄວາມລັບຂອງລັດ ຫຼື ຄວາມເລິກລັບແຫ່ງສະຫວັນ ຫຼື ພະລັງຂອງໂລກຝ່າຍວິນຍານ ຫຼື ຈຸດໝາຍປາຍທາງຂອງມະນຸດຊາດ.” ຍ້ອນຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ຜູ້ຄົນຈຶ່ງລ້ວນແລ້ວແຕ່ເຕັມໃຈທີ່ຈະຄົ້ນຫາສິ່ງເຫຼົ່ານີ້ ແລະ ບໍ່ປາຖະໜາທີ່ຈະຮັບເອົາຫຍັງເລີຍທີ່ເປັນການສະໜອງຊີວິດຈາກພຣະທຳຂອງພຣະເຈົ້າ. ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ມີຫຼາຍສິ່ງເກີນໄປທີ່ຂາດໃນມະນຸດ: ເຂົາບໍ່ພຽງແຕ່ຕ້ອງການ ‘ອາຫານເສີມທາງໂພສະນາການ’, ແຕ່ຍັງຕ້ອງການ ‘ການສະໜັບສະໜູນທາງຄວາມຄິດ’ ແລະ ‘ການສະໜອງທາງຝ່າຍວິນຍານ’”. ມັນຄືແນວຄິດໃນຜູ້ຄົນທີ່ໄດ້ນໍາພາໄປສູ່ຄວາມຄິດລົບໃນປັດຈຸບັນ ແລະ ມັນເປັນຍ້ອນສາຍຕາດ້ານກາຍະພາບຂອງພວກເຂົາທີ່ “ມີຄວາມເປັນສັກດີນາ” ຫຼາຍເກີນໄປ ຈຶ່ງບໍ່ມີຄວາມຫ້າວຫັນໃນສິ່ງທີ່ພວກເຂົາເວົ້າ ແລະ ເຮັດ ແລະ ພວກເຂົາຈຶ່ງເຮັດພໍເປັນພິທີ ແລະ ບໍ່ຮອບຄອບໃນທຸກໆສິ່ງ. ສິ່ງເຫຼົ່ານີ້ບໍ່ແມ່ນສະພາບຂອງຜູ້ຄົນບໍ? ຜູ້ຄົນບໍ່ຄວນຟ້າວ ແລະ ແກ້ໄຂສິ່ງນີ້ບໍ ແທນທີ່ຈະສືບຕໍ່ເຮັດສິ່ງທີ່ພວກເຂົາກຳລັງເຮັດຢູ່? ແມ່ນຫຍັງຄືຜົນປະໂຫຍດສຳລັບມະນຸດໃນການຮູ້ຈັກອະນາຄົດ? ເປັນຫຍັງຜູ້ຄົນຈຶ່ງມີປະຕິກິລິຍາຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າບາງສ່ວນ, ແຕ່ສ່ວນທີ່ເຫຼືອຂອງພຣະທຳຂອງພຣະອົງນັ້ນແມ່ນບໍ່ມີຜົນກະທົບຫຍັງເລີຍ? ເມື່ອພຣະເຈົ້າເວົ້າ, ຕົວຢ່າງເຊັ່ນ “ເຮົາສະໜອງການປິ່ນປົວຄວາມເຈັບປ່ວຍໃຫ້ກັບມະນຸດເພື່ອວ່າຈະບັນລຸຜົນທີ່ດີຂຶ້ນ, ເພື່ອວ່າທຸກຄົນຈະຖືກຟື້ນຟູສູ່ສຸຂະພາບທີ່ດີ ແລະ ເພື່ອວ່າພວກເຂົາຈະກັບຄືນສູ່ປົກກະຕິຍ້ອນການປິ່ນປົວຂອງເຮົາ,” ພຣະທຳເຫຼົ່ານີ້ຈະບໍ່ມີຜົນໃນຜູ້ຄົນໄດ້ແນວໃດ? ທຸກສິ່ງທີ່ພຣະເຈົ້າເຮັດບໍ່ແມ່ນສິ່ງທີ່ມະນຸດຄວນບັນລຸບໍ? ພຣະເຈົ້າມີພາລະກິດໃຫ້ປະຕິບັດ, ເປັນຫຍັງຜູ້ຄົນຈຶ່ງບໍ່ມີເສັ້ນທາງໃຫ້ຍ່າງ? ໃນສິ່ງນີ້, ພວກເຂົາບໍ່ໄດ້ອອກນອກຮູ້ນອກທາງຈາກພຣະເຈົ້າບໍ? ຕາມຄວາມຈິງແລ້ວ ມີພາລະກິດຫຼາຍຢ່າງທີ່ຜູ້ຄົນຄວນປະຕິບັດ, ຕົວຢ່າງເຊັ່ນ ພວກເຂົາຮູ້ຈັກກ່ຽວກັບ “ມັງກອນແດງໃຫຍ່” ຫຼາຍສໍ່າໃດໃນພຣະທຳທີ່ວ່າ “ພວກເຈົ້າຊັງມັງກອນແດງໃຫຍ່ແທ້ບໍ?” ພຣະທຳຂອງພຣະເຈົ້າທີ່ວ່າ “ເປັນຫຍັງເຮົາຈຶ່ງຖາມພວກເຈົ້າຫຼາຍຄັ້ງ?” ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນຍັງບໍ່ຮູ້ຈັກເຖິງທຳມະຊາດຂອງມັງກອນແດງໃຫຍ່, ພວກເຂົາຍັງບໍ່ສາມາດລົງເລິກໄດ້ຫຼາຍກວ່ານີ້. ນີ້ບໍ່ແມ່ນພາລະກິດທີ່ມະນຸດຄວນປະຕິບັດຢ່າງແທ້ຈິງບໍ? ຈະສາມາດເວົ້າວ່າມະນຸດບໍ່ມີພາລະກິດໄດ້ແນວໃດ? ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວແມ່ນຫຍັງຄືຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ? ພຣະເຈົ້າບໍ່ຮອບຄອບ ແລະ ເຮັດພໍເປັນພິທີຊື່ໆບໍ? ມັງກອນແດງໃຫຍ່ຈະສາມາດຖືກເອົາຊະນະໄດ້ດ້ວຍວິທີນີ້ບໍ?

ພຣະເຈົ້າເວົ້າວ່າ “ເຮົາໄດ້ເລີ່ມຕົ້ນແລ້ວ ແລະ ເຮົາຈະເລີ່ມຕົ້ນຂັ້ນຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງເຮົາໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່.” ພຣະທຳເຫຼົ່ານີ້ແມ່ນແນໃສ່ພາລະກິດທີ່ຢູ່ໃນຄວາມເປັນພຣະເຈົ້າ; ຜູ້ຄົນໃນປັດຈຸບັນໄດ້ເຂົ້າສູ່ການຂ້ຽນຕີລ່ວງໜ້າແລ້ວ ແລະ ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ ນີ້ແມ່ນຂັ້ນຕອນທຳອິດຂອງພາລະກິດຂອງພຣະອົງ. ພຣະອົງບໍ່ໄດ້ກຳລັງເຮັດໃຫ້ຜູ້ຄົນອົດກັ້ນຕໍ່ການຂ້ຽນຕີແຫ່ງໄພພິບັດ, ແຕ່ເປັນການຂ້ຽນຕີແຫ່ງພຣະທຳ. ຍ້ອນວ່າ ເມື່ອນໍ້າສຽງແຫ່ງພຣະທຳຂອງພຣະເຈົ້າປ່ຽນ, ຜູ້ຄົນກໍຈະໂງ່ຈ້າໄປໝົດ, ຫຼັງຈາກນັ້ນ ພວກເຂົາກໍຈະເຂົ້າສູ່ການຂ້ຽນຕີໝົດທຸກຄົນ. ແລ້ວຫຼັງຈາກທີ່ພວກເຂົາໄດ້ຜ່ານການຂ້ຽນຕີ, ມັນກໍເປັນດັ່ງທີ່ພຣະເຈົ້າເວົ້າວ່າ[ກ] “ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າທີ່ຂອງພວກເຈົ້າຢ່າງເປັນທາງການ ແລະ ຈົ່ງສັນລະເສີນເຮົາທົ່ວທັງແຜ່ນດິນຢ່າງເປັນທາງການ ຕະຫຼອດໄປເປັນນິດ!” ນີ້ແມ່ນຂັ້ນຕອນທຳອິດແຫ່ງພາລະກິດຂອງພຣະເຈົ້າ, ມັນຄືແຜນການຂອງພຣະອົງ. ຍິ່ງໄປກວ່ານັ້ນ, ປະຊາຊົນເຫຼົ່ານີ້ຂອງພຣະເຈົ້າຈະໄດ້ເຫັນເຖິງວິທີການທີ່ມັງກອນແດງໃຫຍ່ຖືກຂ້ຽນຕີດ້ວຍພວກເຂົາເອງ, ແລ້ວໄພອັນຮ້າຍແຮງກໍຈະເລີ່ມຕົ້ນຂຶ້ນໃນໂລກຂ້າງນອກຂອງພວກເຂົາຢ່າງເປັນທາງການ. ນີ້ແມ່ນໜຶ່ງໃນວິທີທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ: ພວກເຂົາຖືກຂ້ຽນຕີຢູ່ພາຍໃນ ແລະ ໄພອັນຮ້າຍແຮງເກີດຂຶ້ນຢູ່ພາຍນອກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ. ສະນັ້ນ ຜູ້ຄົນຈະເລືອກທີ່ຈະຜ່ານການຂ້ຽນຕີຫຼາຍກວ່າໄພອັນຮ້າຍແຮງ ແລະ ມັນກໍຍ້ອນສິ່ງນີ້ ພວກເຂົາຈະຍັງຄົງຢູ່. ໃນມຸມໜຶ່ງ ນີ້ແມ່ນຈຸດທີ່ພາລະກິດຂອງພຣະເຈົ້າໄດ້ມາເຖິງ; ໃນອີກມຸມໜຶ່ງ ມັນເປັນຢ່າງນັ້ນກໍເພື່ອທຸກຄົນຈະຮູ້ຈັກອຸປະນິໄສຂອງພຣະເຈົ້າ. ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ເວລາທີ່ປະຊາຊົນຂອງເຮົາມີຄວາມສຸກກັບເຮົາກໍເປັນເວລາທີ່ມັງກອນແດງໃຫຍ່ຖືກຂ້ຽນຕີ. ການເຮັດໃຫ້ປະຊາຊົນຂອງມັງກອນແດງໃຫຍ່ລຸກຂຶ້ນ ແລະ ກະບົດຕໍ່ມັນແມ່ນແຜນການຂອງເຮົາ ແລະ ເປັນວິທີທີ່ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາສົມບູນ ແລະ ເປັນໂອກາດທີ່ຍິ່ງໃຫຍ່ສຳລັບປະຊາຊົນຂອງເຮົາທຸກຄົນທີ່ຈະເຕີບໃຫຍ່ໃນຊີວິດ.” ເປັນຫຍັງພຣະເຈົ້າຈຶ່ງເວົ້າພຣະທຳເຫຼົ່ານີ້ ແຕ່ພຣະທຳເຫຼົ່ານີ້ກໍບໍ່ໄດ້ດຶງດູດຄວາມສົນໃຈຂອງຜູ້ຄົນ?

ຫຼາຍປະເທດແມ່ນຢູ່ໃນຄວາມບໍ່ເປັນລະບຽບ, ເພາະວ່າ ໄມ້ຄ້ອນຂອງພຣະເຈົ້າໄດ້ເລີ່ມເຮັດໜ້າທີ່ຂອງມັນເທິງແຜ່ນດິນໂລກ. ພາລະກິດຂອງພຣະເຈົ້າສາມາດເຫັນໄດ້ຢູ່ໃນສະພາບຂອງແຜ່ນດິນໂລກ. ເມື່ອພຣະເຈົ້າເວົ້າວ່າ “ນໍ້າຈະແຜດສຽງດັງກ້ອງ, ພູເຂົາຈະພັງທະລາຍລົງ, ແມ່ນໍ້າທີ່ຍິ່ງໃຫຍ່ຈະແຕກສະຫຼາຍ”, ນີ້ແມ່ນພາລະກິດເບື້ອງຕົ້ນຂອງໄມ້ຄ້ອນເທິງແຜ່ນດິນໂລກ, ດ້ວຍຜົນຕາມມາກໍຄື “ທຸກຄົວເຮືອນເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກອອກຈາກກັນ ແລະ ປະຊາຊາດທັງປວງເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກຂາດສະບັ້ນ; ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ທຸກສິ່ງທີ່ເຄີຍຢູ່ເທິງແຜ່ນດິນໂລກຈະຖືກເຮົາເຮັດໃຫ້ແຕກຫັກ.” ສິ່ງດັ່ງກ່າວຈະເປັນສະພາວະທົ່ວໄປຂອງຄອບຄົວເທິງແຜ່ນດິນໂລກ. ໂດຍທຳມະຊາດແລ້ວ, ມັນບໍ່ສາມາດເປັນສະພາວະຂອງພວກເຂົາທຸກຄົນ, ແຕ່ເປັນສະພາວະຂອງພວກເຂົາສ່ວນໃຫຍ່. ໃນມຸມໜຶ່ງ, ມັນກໍາລັງໝາຍເຖິງສະຖານະການທີ່ຜູ້ຄົນໃນກະແສນີ້ຈະຜະເຊີນໃນອະນາຄົດ. ມັນໄດ້ທຳນວາຍໄວ້ລ່ວງໜ້າວ່າ ຫຼັງຈາກທີ່ພວກເຂົາໄດ້ຜ່ານການຂ້ຽນຕີແຫ່ງພຣະທຳ ແລະ ຜູ້ທີ່ບໍ່ເຊື່ອໄດ້ຕົກຢູ່ໃນໄພອັນຮ້າຍແຮງ, ມັນຈະບໍ່ມີຄວາມສຳພັນໃນຄອບຄົວທ່າມກາງຜູ້ຄົນເທິງແຜ່ນດິນໂລກອີກຕໍ່ໄປ; ພວກເຂົາທຸກຄົນຈະເປັນປະຊາຊົນແຫ່ງຊິນິມ ແລະ ທຸກຄົນຈະຊື່ສັດໃນອານາຈັກຂອງພຣະເຈົ້າ. ສະນັ້ນ ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ສະນັ້ນ ຄອບຄົວຂອງຜູ້ຄົນເທິງແຜ່ນດິນໂລກຈະແຕກຂາດອອກຈາກກັນ, ແຕກຂາດອອກເປັນເສດສ່ວນນ້ອຍໆ ແລະ ນີ້ຈະເປັນພາລະກິດສຸດທ້າຍທີ່ພຣະເຈົ້າປະຕິບັດໃນມະນຸດ. ຍ້ອນພຣະເຈົ້າຈະເຜີຍແຜ່ພາລະກິດນີ້ທົ່ວທັງຈັກກະວານ, ພຣະອົງຈຶ່ງຖືເອົາໂອກາດນີ້ອະທິບາຍຄຳວ່າ “ຄວາມຮູ້ສຶກ” ໃຫ້ຜູ້ຄົນເຂົ້າໃຈ, ເພື່ອເຮັດໃຫ້ພວກເຂົາເຫັນວ່າ ຄວາມປະສົງຂອງພຣະເຈົ້າແມ່ນການເຮັດໃຫ້ຄອບຄົວຂອງທຸກຄົນແຕກຂາດອອກຈາກກັນ ແລະ ສະແດງໃຫ້ເຫັນວ່າພຣະເຈົ້າໃຊ້ການຂ້ຽນຕີເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆໃນຄອບຄົວທ່າມກາງມະນຸດຊາດ. ຖ້າບໍ່ດັ່ງນັ້ນ ມັນກໍຈະບໍ່ມີທາງທີ່ຈະນໍາສ່ວນສຸດທ້າຍຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄປສູ່ຈຸດຈົບ. ສ່ວນສຸດທ້າຍຂອງພຣະທຳຂອງພຣະເຈົ້າເປີດເຜີຍຈຸດອ່ອນທີ່ໃຫຍ່ທີ່ສຸດຂອງມະນຸດຊາດ, ພວກເຂົາທຸກຄົນດຳລົງຊີວິດໃນຄວາມຮູ້ສຶກ ແລະ ສະນັ້ນ ພຣະເຈົ້າຈຶ່ງບໍ່ຫຼີກເວັ້ນພວກເຂົາແມ່ນແຕ່ຄົນດຽວ ແລະ ເປີດໂປງຄວາມລັບທີ່ລີ້ຢູ່ໃນຫົວໃຈຂອງມະນຸດຊາດທັງປວງ. ເປັນຫຍັງມັນຈຶ່ງຍາກທີ່ຈະໃຫ້ຜູ້ຄົນແຍກຕົນເອງອອກຈາກຄວາມຮູ້ສຶກ? ມັນສູງກວ່າມາດຕະຖານຂອງຄວາມສຳນຶກບໍ? ຄວາມສຳນຶກສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດບໍ? ຄວາມຮູ້ສຶກສາມາດຊ່ວຍໃຫ້ຜູ້ຄົນຜ່ານຄວາມຍາກລຳບາກໄປໄດ້ບໍ? ໃນສາຍຕາຂອງພຣະເຈົ້າ, ຄວາມຮູ້ສຶກແມ່ນສັດຕູຂອງພຣະອົງ, ສິ່ງນີ້ບໍ່ໄດ້ຖືກລະບຸຢ່າງຊັດເຈນໃນພຣະທຳຂອງພຣະເຈົ້າບໍ?

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ມັນກໍເປັນດັ່ງທີ່ພຣະເຈົ້າເວົ້າວ່າ”.

​ກ່ອນ​ນີ້ :ບົດທີ 46

ຕໍ່​ໄປ:ບົດທີ 20

ເນື່ອຫາທີ່ກ່ຽວຂ້ອງ