ບົດທີ 30
ບາງຄົນອາດຈະມີການຢັ່ງຮູ້ໜ້ອຍໜຶ່ງໃນພຣະທໍາຂອງພຣະເຈົ້າ ແຕ່ບໍ່ມີຜູ້ໃດເຊື່ອໃຈຄວາມຮູ້ສຶກຂອງພວກເຂົາ; ພວກເຂົາຢ້ານທີ່ຈະຕົກໄປສູ່ຄວາມເປັນລົບຫຼາຍ. ສະນັ້ນ, ພວກເຂົາຈຶ່ງມີຄວາມສຸກ ແລະ ຄວາມເສົ້າສະຫຼັບກັນຢູ່ຕະຫຼອດ. ມັນຍຸຕິທໍາທີ່ຈະເວົ້າວ່າ ຊີວິດຂອງຜູ້ຄົນແມ່ນເຕັມໄປດ້ວຍຄວາມໂສກເສົ້າ; ເພື່ອເພີ່ມເຕີມໃນສິ່ງນີ້, ມັນໄດ້ມີການເຮັດໃຫ້ ຊີວິດປະຈໍາວັນຂອງທຸກຄົນບໍລິສຸດ ແຕ່ເຮົາກໍສາມາດເວົ້າໄດ້ວ່າ ບໍ່ມີໃຜໄດ້ຮັບການປົດປ່ອຍໃດໆໃນຈິດໃຈຂອງພວກເຂົາໃນແຕ່ລະມື້ ແລະ ມັນເປັນຄືກັບວ່າ ພູເຂົາໃຫຍ່ທັງສາມກໍາລັງເຕັງຫົວຂອງພວກເຂົາ. ບໍ່ມີແມ່ນແຕ່ໜຶ່ງຊີວິດຂອງພວກເຂົາທີ່ຈະມີຄວາມສຸກ ແລະ ຄວາມເບີກບານຕະຫຼອດເວລາ ແລະ ແມ່ນແຕ່ໃນເວລາທີ່ພວກເຂົາມີຄວາມສຸກເລັກນ້ອຍ ພວກເຂົາກໍພຽງແຕ່ພະຍາຍາມທໍາທ່າເຮັດ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນມີຄວາມຮູ້ສຶກສະເໝີວ່າ ມີບາງຢ່າງທີ່ຍັງບໍ່ສໍາເລັດ. ສະນັ້ນ, ພວກເຂົາບໍ່ມີຄວາມໝັ້ນໃຈໃນຫົວໃຈຂອງພວກເຂົາ; ການໃຊ້ຊີວິດແບບນີ້, ຮູ້ສຶກວ່າ ສິ່ງຕ່າງໆເປົ່າວ່າງ ແລະ ບໍ່ຍຸຕິທໍາ ແລະ ເມື່ອເວົ້າເຖິງຄວາມເຊື່ອໃນພຣະເຈົ້າ ພວກເຂົາກໍຫຍຸ້ງ ແລະ ບໍ່ມີເວລາ ຫຼື ພວກເຂົາບໍ່ມີເວລາກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຫຼື ບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງຖືກຕ້ອງ. ບໍ່ມີບຸກຄົນໃດໃນພວກເຂົາມີຄວາມສະຫງົບ, ຄວາມແຈ່ມແຈ້ງ ແລະ ຄວາມໝັ້ນໃຈໃນພວກເຂົາ. ມັນເປັນຄືກັບວ່າ ພວກເຂົາໄດ້ອາໄສຢູ່ໃຕ້ທ້ອງຟ້າທີ່ມືດຄື້ມຕະຫຼອດເວລາ, ຄືກັບວ່າ ພວກເຂົາອາໄສຢູ່ໃນອາວະກາດທີ່ບໍ່ມີອາກາດ ແລະ ສິ່ງນີ້ໄດ້ເຮັດໃຫ້ມີຄວາມສັບສົນໃນຊີວິດຂອງພວກເຂົາ. ພຣະເຈົ້າເວົ້າກົງໄປກົງມາກ່ຽວກັບຄວາມອ່ອນແອຂອງຜູ້ຄົນສະເໝີ, ພຣະອົງໂຈມຕີໃສ່ຈຸດອ່ອນຂອງພວກເຂົາ, ແລ້ວພວກເຈົ້າບໍ່ໄດ້ເຫັນນໍ້າສຽງຂອງການເວົ້າຂອງພຣະເຈົ້າຢ່າງຊັດເຈນບໍ? ພຣະເຈົ້າບໍ່ເຄີຍໃຫ້ໂອກາດຜູ້ຄົນໄດ້ສໍານຶກ ແລະ ພຣະອົງເຮັດໃຫ້ທຸກຄົນອາໄສຢູ່ “ດວງຈັນ” ໂດຍທີ່ບໍ່ມີອ໋ອກຊີ. ນັບຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ, ພຣະທໍາດ້ານພາຍນອກຂອງພຣະເຈົ້າໄດ້ເປີດເຜີຍທໍາມະຊາດຂອງມະນຸດ ແຕ່ບໍ່ມີຜູ້ໃດເຫັນແກ່ນແທ້ຂອງພຣະທໍາເຫຼົ່ານີ້ຢ່າງຊັດເຈນ. ມັນປາກົດວ່າ ໃນການເປີດເຜີຍທາດແທ້ຂອງມະນຸດ, ຜູ້ຄົນໄດ້ຮູ້ຈັກຕົວເອງ ແລະ ດ້ວຍເຫດນັ້ນ ກໍຮູ້ຈັກພຣະເຈົ້າ ແຕ່ນີ້ບໍ່ແມ່ນເສັ້ນທາງໃນແກ່ນແທ້. ນໍ້າສຽງ ແລະ ຄວາມເລິກເຊິ່ງຂອງພຣະທໍາຂອງພຣະເຈົ້າແມ່ນສະແດງໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງ ພຣະເຈົ້າ ແລະ ມະນຸດຢ່າງຊັດເຈນ. ໃນຄວາມຮູ້ສຶກຂອງພວກເຂົາ, ສິ່ງນີ້ເຮັດໃຫ້ຜູ້ຄົນເຊື່ອຢ່າງບໍ່ຮູ້ສຶກຕົວວ່າ ພຣະເຈົ້າແມ່ນບໍ່ສາມາດເອື້ອມເຖິງ ແລະ ເຂົ້າເຖິງໄດ້; ພຣະເຈົ້າເປີດເຜີຍທຸກສິ່ງ ແລະ ເບິ່ງຄືວ່າ ບໍ່ມີໃຜສາມາດເຮັດໃຫ້ສາຍສໍາພັນລະຫວ່າງ ພຣະເຈົ້າ ແລະ ມະນຸດກັບຄືນໄປເປັນຄືເກົ່າຕາມທີ່ເຄີຍເປັນ. ມັນບໍ່ຍາກເລີຍທີ່ຈະເຫັນວ່າ ເປົ້າໝາຍຂອງພຣະວັດຈະນະຂອງພຣະເຈົ້າທັງໝົດ ແມ່ນເພື່ອໃຊ້ພຣະທໍາເພື່ອ “ໂຄ່ນລົ້ມ” ທຸກຄົນ ເຊິ່ງໂດຍວິທີນີ້ ກໍເປັນການບັນລຸພາລະກິດຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືຂັ້ນຕອນພາລະກິດຂອງພຣະເຈົ້າ. ແຕ່ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນເຊື່ອໃນຈິດໃຈຂອງພວກເຂົາ. ພວກເຂົາເຊື່ອວ່າ ພາລະກິດຂອງພຣະເຈົ້າແມ່ນກໍາລັງໃກ້ເຂົ້າສູ່ຈຸດສູງສຸດ ນັ້ນກໍຄື ພາລະກິດນັ້ນກໍາລັງເຂົ້າໃກ້ຈຸດທີ່ເປັນຜົນເຫັນໄດ້ຢ່າງຊັດເຈນ ເພື່ອເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງໝາຍຄວາມວ່າ ເປັນການເຮັດໃຫ້ຄຣິສຕະຈັກຈະເລີນກ້າວໜ້າດ້ວຍປາສະຈາກແນວຄວາມຄິດຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່ດັ່ງນັ້ນກໍເຮັດໃຫ້ທຸກຄົນຮູ້ຈັກພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃຫ້ພວກເຮົາອ່ານໃນສິ່ງທີ່ພຣະເຈົ້າກ່າວ: “ໃນຄວາມຄິດຂອງຜູ້ຄົນ, ພຣະເຈົ້າແມ່ນພຣະເຈົ້າ ແລະ ມັນກໍບໍ່ງ່າຍທີ່ຈະພົວພັນນໍາ ໃນຂະນະທີ່ມະນຸດແມ່ນມະນຸດ ແລະ ບໍ່ຄວນກາຍເປັນຄົນໄຮ້ສິນທໍາ... ດ້ວຍເຫດນັ້ນ ພວກເຂົາຈຶ່ງຖ່ອມຕົວ ແລະ ອົດທົນຕະຫຼອດເວລາຢູ່ຕໍ່ໜ້າເຮົາ; ພວກເຂົາບໍ່ສາມາດເຂົ້າກັບເຮົາໄດ້ ຍ້ອນວ່າ ພວກເຂົາມີແນວຄວາມຄິດຫຼາຍ”. ຈາກສິ່ງນີ້ສາມາດເຫັນໄດ້ວ່າ ບໍ່ວ່າພຣະເຈົ້າຈະເວົ້າຫຍັງ ຫຼື ມະນຸດຈະເຮັດຫຍັງ, ຜູ້ຄົນແມ່ນບໍ່ສາມາດຮູ້ຈັກພຣະເຈົ້າໄດ້ຢ່າງແທ້ຈິງ; ຍ້ອນບົດບາດທີ່ຫຼິ້ນໂດຍທາດແທ້ຂອງພວກເຂົາ, ບໍ່ວ່າໃນກໍລະນີໃດກໍຕາມ ສຸດທ້າຍແລ້ວ ພວກເຂົາກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ. ສະນັ້ນ, ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງເມື່ອຜູ້ຄົນເຫັນຕົວເອງເປັນບຸດແຫ່ງນະຮົກ. ບໍ່ຈໍາເປັນຕ້ອງໃຫ້ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ຜູ້ຄົນ ຫຼື ປະນາມພວກເຂົາໂດຍກົງ ຫຼື ສຸດທ້າຍ ຕັດສິນໃຫ້ພວກເຂົາໄປສູ່ຄວາມຕາຍ ເພື່ອເຮັດໃຫ້ການຄຸ້ມຄອງທັງໝົດຂອງພຣະອົງສໍາເລັດລົງ. ພຣະອົງພຽງແຕ່ເວົ້າເລັກນ້ອຍຕາມອາລົມຂອງພຣະອົງເອງ ເຮັດຄືກັບວ່າ ການສໍາເລັດພາລະກິດຂອງພຣະອົງແມ່ນເກີດຂຶ້ນໂດຍບັງເອີນ, ເປັນສິ່ງທີ່ເຮັດສໍາເລັດໃນເວລາວ່າງຂອງພຣະອົງ ໂດຍບໍ່ມີການພະຍາຍາມແມ່ນແຕ່ໜ້ອຍດຽວ. ຈາກພາຍນອກ, ປາກົດຄືກັບວ່າ ມີຄວາມຮີບດ່ວນເລັກນ້ອຍກ່ຽວກັບພາລະກິດຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນ ພຣະເຈົ້າກໍບໍ່ໄດ້ເຮັດຫຍັງ, ພຣະອົງບໍ່ໄດ້ເຮັດຫຍັງ ນອກຈາກເວົ້າ. ພາລະກິດໃນທ່າມກາງຄຣິສຕະຈັກແມ່ນບໍ່ໄດ້ມີຂະໜາດໃຫຍ່ຄືເກົ່າ ຄືກັບໃນອະດີດຜ່ານມາ: ພຣະເຈົ້າບໍ່ເພີ່ມຜູ້ຄົນ ຫຼື ຂັບໄລ່ພວກເຂົາອອກ ຫຼື ເປີດເຜີຍພວກເຂົາ. ພາລະກິດດັ່ງກ່າວແມ່ນບໍ່ສໍາຄັນຫຼາຍ. ເບິ່ງຄືວ່າ ພຣະເຈົ້າບໍ່ໄດ້ສົນໃຈພາລະກິດດັ່ງກ່າວ. ພຣະອົງພຽງແຕ່ເວົ້າເລັກນ້ອຍກ່ຽວກັບສິ່ງທີ່ພຣະອົງຄວນເວົ້າ ເຊິ່ງຫຼັງຈາກນັ້ນ ພຣະອົງກໍຫັນກັບ ແລ້ວຫາຍໄປໂດຍບໍ່ມີຮ່ອງຮອຍ ເຊິ່ງໂດຍທໍາມະຊາດແລ້ວ ນັ້ນແມ່ນຖືວ່າສໍາເລັດໃນການກ່າວພຣະວັດຈະນະຂອງພຣະອົງ. ເມື່ອເວລານີ້ມາເຖິງ, ທຸກຄົນຈະຕື່ນຈາກການນອນຫຼັບຂອງພວກເຂົາ. ມະນຸດໄດ້ນອນຫຼັບຢ່າງບໍ່ມີຊີວິດເປັນເວລາຫຼາຍພັນປີ, ເຂົາໄດ້ນອນຫຼັບຕະຫຼອດ. ເປັນເວລາຫຼາຍປີ, ຜູ້ຄົນພາກັນຟ້າວໄປບ່ອນນັ້ນ ແລະ ບ່ອນນີ້ໃນຄວາມຝັນຂອງພວກເຂົາ ແລະ ພວກເຂົາເຖິງກັບຮ້ອງເປັນສຽງດັງໃນຄວາມຝັນຂອງພວກເຂົາ, ບໍ່ສາມາດເວົ້າເຖິງຄວາມຍຸຕິທໍາຢູ່ພາຍໃນໃຈຂອງພວກເຂົາໄດ້. ສະນັ້ນ, ພວກເຂົາຈຶ່ງ “ຮູ້ສຶກໂສກເສົ້າເລັກນ້ອຍໃນໃຈຂອງພວກເຂົາ” ແຕ່ເມື່ອພວກເຂົາຕື່ນ ພວກເຂົາກໍຈະຄົ້ນພົບຄວາມຈິງ ແລະ ຮ້ອງອຸທານວ່າ: “ແລ້ວນີ້ຄືສິ່ງທີ່ເກີດຂຶ້ນ!” ສະນັ້ນ, ຈຶ່ງມີການເວົ້າວ່າ: “ໃນປັດຈຸບັນ, ຜູ້ຄົນສ່ວນໃຫຍ່ຍັງນອນຫຼັບສະນິດຢູ່. ເມື່ອມີສຽງເພງແຫ່ງອານາຈັກດັງຂຶ້ນເທົ່ານັ້ນ ພວກເຂົາຈຶ່ງຈະມືນຕາທີ່ຍັງເຫງົານອນຂອງເຂົາ ແລະ ຮູ້ສຶກໂສກເສົ້າເລັກນ້ອຍໃນໃຈຂອງພວກເຂົາ”.
ບໍ່ມີຈິດວິນຍານຂອງຜູ້ໃດເຄີຍຖືກປົດປ່ອຍ, ບໍ່ເຄີຍມີຈິດວິນຍານຂອງຜູ້ໃດທີ່ເປັນອິດສະຫຼະ ແລະ ມີຄວາມສຸກ. ເມື່ອພາລະກິດຂອງພຣະເຈົ້າຖືກເຮັດສໍາເລັດຢ່າງສົມບູນ, ຈິດວິນຍານຂອງຜູ້ຄົນກໍຈະຖືກປົດປ່ອຍ ເນື່ອງຈາກແຕ່ລະຄົນຈະຖືກຈັດຕາມປະເພດ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະມີຄວາມໝັ້ນໃຈໃນຕົວພວກເຂົາ. ມັນຄືກັບວ່າ ຜູ້ຄົນກໍາລັງເດີນທາງໄປສະຖານທີ່ຫ່າງໄກ ແລະ ຫົວໃຈຂອງພວກເຂົາໄດ້ມີຄວາມໝັ້ນໃຈ ໃນເວລາທີ່ພວກເຂົາກັບຄືນເມືອເຮືອນ. ເມື່ອໄດ້ກັບມາຮອດເຮືອນ, ຜູ້ຄົນຈະບໍ່ຮູ້ສຶກວ່າ ໂລກນີ້ວ່າງເປົ່າ ແລະ ບໍ່ຍຸຕິທໍາອີກຕໍ່ໄປ ແຕ່ຈະດໍາລົງຊີວິດຢ່າງງຽບສະຫງົບໃນເຮືອນຊານຂອງພວກເຂົາ. ສິ່ງດັ່ງກ່າວນັ້ນຈະເປັນສະຖານະການໃນທ່າມກາງມະນຸດທຸກຄົນ. ສະນັ້ນ, ພຣະເຈົ້າຈຶ່ງກ່າວວ່າ “ຜູ້ຄົນ “ຈຶ່ງບໍ່ເຄີຍສາມາດປົດປ່ອຍຕົນເອງອອກຈາກການເປັນທາດຂອງຊາຕານໄດ້”. ບໍ່ມີໃຜສາມາດເຮັດໃຫ້ພວກເຂົາເອງຫຼຸດພົ້ນຈາກສະພາບດັ່ງກ່າວນີ້ໃນຂະນະທີ່ຢູ່ໃນເນື້ອໜັງ. ໃນຕອນນີ້ ໃຫ້ພວກເຮົາປະສິ່ງທີ່ພຣະເຈົ້າກ່າວ ກ່ຽວກັບສະພາບຈິງຂອງມະນຸດນັ້ນໄວ້ທາງຂ້າງກ່ອນ ແລ້ວມາເວົ້າເຖິງຄວາມເລິກລັບທີ່ພຣະເຈົ້າຍັງບໍ່ທັນໄດ້ເປີດເຜີຍຕໍ່ມະນຸດ. “ຜູ້ຄົນເບິ່ງເຮົາດ້ວຍສາຍຕາທີ່ເຍາະເຍີ້ຍຫຼາຍຄັ້ງຈົນນັບບໍ່ຖ້ວນ ຄືກັບວ່າ ຮ່າງກາຍຂອງເຮົາແມ່ນຖືກປົກຫຸ້ມດ້ວຍໜາມ ແລະ ເປັນສິ່ງທີ່ພວກເຂົາກຽດຊັງ ແລະ ດ້ວຍເຫດນັ້ນ ຈຶ່ງກຽດຊັງເຮົາ ແລະ ເຊື່ອວ່າ ເຮົາບໍ່ມີຄ່າ”. ໃນທາງກົງກັນຂ້າມ, ໂດຍພື້ນຖານແລ້ວ ແກ່ນແທ້ຂອງມະນຸດແມ່ນຖືກເປີດເຜີຍໃນພຣະທໍາຂອງພຣະເຈົ້າ: ມະນຸດຖືກປົກຫຸ້ມດ້ວຍຂົນເໝັ້ນ ເຊິ່ງບໍ່ມີຫຍັງງາມໃນຕົວເຂົາ ແລະ ດ້ວຍເຫດນັ້ນ ຄວາມກຽດຊັງຂອງພຣະເຈົ້າທີ່ມີຕໍ່ມະນຸດຈຶ່ງເພີ່ມຂຶ້ນ ເນື່ອງຈາກມະນຸດບໍ່ແມ່ນຫຍັງ ນອກຈາກໂຕເໝັ້ນທີ່ຖືກປົກຫຸ້ມດ້ວຍໜາມ ທີ່ບໍ່ມີສິ່ງໃດທີ່ເປັນຕາຊື່ນຊົມນໍາເລີຍ. ໃນດ້ານຜິວເຜີນແລ້ວ, ປາກົດຄືວ່າ ພຣະທໍາເຫຼົ່ານີ້ອະທິບາຍເຖິງແນວຄວາມຄິດຂອງມະນຸດທີ່ມີຕໍ່ພຣະເຈົ້າ ແຕ່ໃນຄວາມເປັນຈິງແລ້ວ ພຣະເຈົ້າກໍາລັງແຕ້ມຮູບຂອງມະນຸດໂດຍອີງໃສ່ຮູບພາບ ຂອງເຂົາ. ພຣະທໍາເຫຼົ່ານີ້ແມ່ນການພັນລະນາຂອງພຣະເຈົ້າກ່ຽວກັບມະນຸດ ແລະ ມັນເປັນຄືກັບວ່າ ພຣະເຈົ້າໄດ້ສີດແນວຕິດໃສ່ຮູບຂອງມະນຸດ; ສະນັ້ນ, ຮູບຂອງມະນຸດຈຶ່ງຕິດຢູ່ສູງທົ່ວຈັກກະວານ ແລະ ເຖິງກັບເຮັດໃຫ້ຜູ້ຄົນຕົກຕະລຶງ. ນັບຕັ້ງແຕ່ເວລາທີ່ພຣະອົງເລີ່ມກ່າວ, ພຣະເຈົ້າໄດ້ຈັດວາງກໍາລັງຂອງພຣະອົງເພື່ອການຕໍ່ສູ້ຢ່າງຍິ່ງໃຫຍ່ກັບມະນຸດ. ພຣະອົງເປັນຄືກັບສາສະດາຈານວິຊາພຶດຊາຄະນິດຂອງມະຫາວິທະຍາໄລ ທີ່ເປີດເຜີຍຄວາມຈິງຕໍ່ມະນຸດ ແລະ ສິ່ງທີ່ຖືກພິສູດດ້ວຍຄວາມຈິງທີ່ພຣະອົງໄດ້ນໍາສະເໜີ ເຊັ່ນ: ຫຼັກຖານ ແລະ ຫຼັກຖານຈາກຝ່າຍຕ່າງໆ ໄດ້ເຮັດໃຫ້ທຸກຄົນເຊື່ອຢ່າງສິ້ນເຊີງ. ນີ້ແມ່ນເປົ້າໝາຍຂອງພຣະທໍາຂອງພຣະເຈົ້າ ແລະ ຍ້ອນສິ່ງນີ້ ພຣະເຈົ້າຈຶ່ງໂຍນພຣະທໍາເລິກລັບເຫຼົ່ານີ້ໃສ່ມະນຸດ: “ຈຶ່ງສະຫຼຸບໄດ້ວ່າ ເຮົາບໍ່ມີຄຸນຄ່າໃນຫົວໃຈຂອງມະນຸດເລີຍ ແລະ ເຮົາເປັນພຽງເຄື່ອງເຮືອນທີ່ບໍ່ຈໍາເປັນ”. ຫຼັງຈາກອ່ານພຣະທໍາເຫຼົ່ານີ້, ຜູ້ຄົນບໍ່ສາມາດຊ່ວຍໄດ້ ນອກຈາກກ່າວຄໍາອະທິຖານໃນຫົວໃຈຂອງພວກເຂົາ ແລະ ພວກເຂົາໄດ້ຮູ້ຈັກເຖິງຄວາມເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາປະນາມຕົວເອງ, ເຮັດໃຫ້ພວກເຂົາເຊື່ອວ່າ ມະນຸດຄວນຕາຍ ແລະ ບໍ່ມີຄ່າແມ່ນແຕ່ໜ້ອຍດຽວ. ພຣະເຈົ້າກ່າວວ່າ “ຍ້ອນສິ່ງນີ້ ເຮົາຈຶ່ງພົບເຫັນຕົວເອງຢູ່ໃນສະພາບປັດຈຸບັນຂອງເຮົາ” ເຊິ່ງເມື່ອມາປຽບທຽບກັບສະຖານະການຕົວຈິງໃນປັດຈຸບັນແລ້ວ ເຮັດໃຫ້ຜູ້ຄົນປະນາມຕົວເອງ. ນີ້ບໍ່ແມ່ນຄວາມຈິງບໍ? ຖ້າເຈົ້າຖືກເຮັດໃຫ້ຮູ້ຈັກຕົວເອງ ແລ້ວຄໍາເວົ້າທີ່ວ່າ “ຂ້ອຍຄວນຕາຍແທ້ໆ!” ຈະສາມາດອອກມາຈາກປາກຂອງເຈົ້າໄດ້ບໍ? ສິ່ງດັ່ງກ່າວແມ່ນສະຖານະການຂອງມະນຸດທີ່ແທ້ຈິງ ແລະ ສິ່ງນີ້ບໍ່ຄູ່ຄວນທີ່ຈະໄດ້ຮັບການໃສ່ໃຈຫຼາຍເກີນໄປ. ມັນເປັນພຽງຕົວຢ່າງເທົ່ານັ້ນ.
ໃນດ້ານໜຶ່ງ, ເມື່ອພຣະເຈົ້າຮຽກຮ້ອງການໃຫ້ອະໄພ ແລະ ການອົດທົນຈາກມະນຸດ, ຜູ້ຄົນເຫັນວ່າ ພຣະເຈົ້າກໍາລັງລໍ້ຫຼິ້ນກັບພວກເຂົາ ແລະ ໃນອີກດ້ານໜຶ່ງ ພວກເຂົາຍັງໄດ້ເຫັນການກະບົດຂອງພວກເຂົາ. ພວກເຂົາພຽງແຕ່ລໍຖ້າໃຫ້ພຣະເຈົ້າໃຊ້ຄວາມພະຍາຍາມຢ່າງສຸດຄວາມສາມາດຂອງພຣະອົງເອງເພື່ອມະນຸດ. ນອກຈາກນັ້ນ, ກ່ຽວກັບແນວຄວາມຄິດຂອງຜູ້ຄົນແລ້ວ, ພຣະເຈົ້າເວົ້າວ່າ ພຣະອົງບໍ່ຊໍານານໃນປັດຊະຍາຂອງມະນຸດສໍາລັບການດໍາລົງຊີວິດ ຫຼື ພາສາຂອງມະນຸດ. ສະນັ້ນ, ໃນແງ່ໜຶ່ງ ສິ່ງນີ້ເຮັດໃຫ້ຜູ້ຄົນປຽບທຽບພຣະທໍາເຫຼົ່ານີ້ກັບພຣະເຈົ້າທີ່ແທ້ຈິງ ແລະ ໃນອີກແງ່ໜຶ່ງ ພວກເຂົາເຫັນເຈດຕະນາຂອງພຣະເຈົ້າໃນພຣະທໍາຂອງພຣະອົງ. ພຣະເຈົ້າກໍາລັງເຍາະເຍີ້ຍພວກເຂົາ ເນື່ອງຈາກພວກເຂົາເຂົ້າໃຈວ່າ ພຣະເຈົ້າກໍາລັງເປີດເຜີຍໃບໜ້າທີ່ແທ້ຈິງຂອງມະນຸດ ແລະ ພຣະອົງບໍ່ບອກຜູ້ຄົນກ່ຽວກັບສະຖານະການແທ້ຈິງຂອງພຣະເຈົ້າ. ຄວາມໝາຍດັ່ງເດີມຂອງພຣະທໍາຂອງພຣະເຈົ້າ ແມ່ນເຕັມໄປດ້ວຍການລໍ້ລຽນ, ການສຽດສີ, ການເຍາະເຍີ້ຍ ແລະ ການກຽດຊັງທີ່ມີຕໍ່ມະນຸດ. ໃນທຸກສິ່ງທີ່ເຂົາເຮັດ ມັນຄືກັບວ່າ ມະນຸດກໍາລັງເຮັດຜິດກົດ ແລະ ຮັບສິນບົນ; ຜູ້ຄົນແມ່ນເປັນໂສເພນີ ແລະ ເມື່ອພຣະເຈົ້າເປີດປາກຂອງພຣະອົງເພື່ອເວົ້າ, ພວກເຂົາກໍຈະສັ່ນດ້ວຍຄວາມຢ້ານກົວ, ຢ້ານຢູ່ເລິກໆວ່າ ຄວາມຈິງກ່ຽວກັບພວກເຂົາຈະຖືກເປີດເຜີຍຢ່າງລະອຽດ ເຊິ່ງເຮັດໃຫ້ພວກເຂົາອັບອາຍທີ່ຈະພົບກັບຄົນອື່ນ. ແຕ່ຄວາມຈິງກໍຄືຄວາມຈິງ. ພຣະເຈົ້າບໍ່ຢຸດກ່າວພຣະວັດຈະນະຂອງພຣະອົງຍ້ອນ “ຄວາມສໍານຶກຜິດ” ຂອງມະນຸດ; ຍິ່ງຜູ້ຄົນມີຄວາມລະອາຍໃຈ ແລະ ຄວາມອັບອາຍຈົນບໍ່ສາມາດບັນລະຍາຍໄດ້, ພຣະເຈົ້າກໍຍິ່ງຈ້ອງສາຍຕາອັນເຜົາໄໝ້ຂອງພຣະອົງໃສ່ໃບໜ້າຂອງພວກເຂົາ. ພຣະທໍາທີ່ມາຈາກປາກຂອງພຣະອົງໄດ້ວາງການກະທໍາອັນຂີ້ຮ້າຍຂອງມະນຸດຢູ່ເທິງໂຕະ. ສິ່ງນີ້ແມ່ນຖືກຕ້ອງ ແລະ ຍຸຕິທໍາ, ສິ່ງນີ້ແມ່ນເອີ້ນວ່າ ຈິງຕຽນ[ກ] ແລະ ນີ້ຄືການພິພາກສາທີ່ມາຈາກສານປະຊາຊົນສູງສຸດ. ສະນັ້ນ, ເມື່ອຜູ້ຄົນອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາກໍເກີດຫົວໃຈວາຍຢ່າງກະທັນຫັນ, ຄວາມດັນເລືອດຂອງພວກເຂົາກໍສູງຂຶ້ນ, ມັນເປັນຄືກັບວ່າ ພວກເຂົາທົນທຸກກັບໂລກຫົວໃຈ, ຄືກັບວ່າ ໂລກບ້າໝູຈະສົ່ງພວກເຂົາກັບຄືນໄປສູ່ສະຫວັນແຫ່ງທິດຕາເວັນຕົກ ເພື່ອໄປພົບກັບບັນພະບຸລຸດຂອງພວກເຂົາ. ນີ້ແມ່ນປະຕິກິລິຍາເມື່ອພວກເຂົາໄດ້ອ່ານພຣະທໍາຂອງພຣະເຈົ້າ. ມະນຸດແມ່ນບໍ່ແຂງແຮງຍ້ອນການເຮັດວຽກໜັກເປັນເວລາຫຼາຍປີ, ເຂົາບໍ່ສະບາຍຢູ່ພາຍໃນ ແລະ ພາຍນອກ, ທຸກສິ່ງໃນຕົວເຂົາແມ່ນບໍ່ສະບາຍ, ນັບແຕ່ຫົວໃຈໄປຫາເສັ້ນເລືອດ, ລໍາໄສ້ໃຫຍ່, ລໍາໄສ້ນ້ອຍ, ທ້ອງ, ປອດ, ໝາກໄຂ່ຫຼັງ ແລະ ອື່ນໆ. ບໍ່ມີສິ່ງໃດໃນຮ່າງກາຍທັງໝົດຂອງເຂົາທີ່ແຂງແຮງ. ສະນັ້ນ, ພາລະກິດຂອງພຣະເຈົ້າຈຶ່ງໄປບໍ່ຮອດລະດັບທີ່ມະນຸດບໍ່ສາມາດບັນລຸໄດ້ ແຕ່ເຮັດໃຫ້ຜູ້ຄົນຮູ້ຈັກຕົວເອງ. ຍ້ອນຮ່າງກາຍຂອງມະນຸດຖືກທໍາລາຍດ້ວຍໄວຣັດ ແລະ ຍ້ອນເຂົາໄດ້ເຖົ້າແກ່ລົງ, ມື້ແຫ່ງຄວາມຕາຍຂອງເຂົາກໍຫຍັບໃກ້ເຂົ້າມາ ແລະ ບໍ່ມີທາງຈະຫວນກັບຄືນໄດ້. ແຕ່ສິ່ງນີ້ເປັນພຽງສ່ວນໜຶ່ງຂອງເລື່ອງລາວເທົ່ານັ້ນ; ຄວາມໝາຍແທ້ຈິງແມ່ນຍັງບໍ່ທັນໄດ້ຖືກເປີດເຜີຍ ເນື່ອງຈາກວ່າ ແຫຼ່ງທີ່ມາຂອງຄວາມເຈັບປ່ວຍຂອງມະນຸດແມ່ນກໍາລັງຖືກຄົ້ນຄວ້າຢູ່. ໃນຄວາມເປັນຈິງແລ້ວ, ເວລາທີ່ພາລະກິດທັງໝົດຂອງພຣະເຈົ້າສໍາເລັດບໍ່ແມ່ນເວລາທີ່ພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກສໍາເລັດ ເນື່ອງຈາກວ່າ ເມື່ອຂັ້ນຕອນນີ້ຂອງພາລະກິດໄດ້ສໍາເລັດລົງ ກໍຈະບໍ່ມີທາງທີ່ຈະດໍາເນີນພາລະກິດອະນາຄົດໃນເນື້ອໜັງໄດ້ ແລະ ພຣະວິນຍານຂອງພຣະເຈົ້າກໍຈໍາເປັນຕ້ອງປະຕິບັດມັນໃຫ້ສໍາເລັດ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ “ເມື່ອເຮົາມາຍໜັງສືມ້ວນຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ເວລາທີ່ພາລະກິດຂອງເຮົາເຖິງຈຸດສູງສຸດ, ເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ”. ເວລາທີ່ພາລະກິດໃນເນື້ອໜັງສໍາເລັດບໍ່ແມ່ນເວລາທີ່ພາລະກິດຂອງພຣະເຈົ້າເຖິງຈຸດສູງສຸດ. ຈຸດສູງສຸດຂອງເວລານີ້ແມ່ນພຽງອ້າງອີງເຖິງພາລະກິດໃນຂັ້ນຕອນນີ້ ແລະ ບໍ່ແມ່ນຈຸດສູງສຸດຂອງແຜນການຄຸ້ມຄອງທັງໝົດ. ສະນັ້ນ, ຄວາມຕ້ອງການຂອງພຣະເຈົ້າຈຶ່ງບໍ່ສູງ. ພຣະອົງພຽງແຕ່ຂໍໃຫ້ຜູ້ຄົນຮູ້ຈັກຕົວເອງ ເພື່ອຮັບໃຊ້ຂັ້ນຕອນຕໍ່ໄປຂອງພາລະກິດ ແລະ ເພື່ອ ຄວາມປະສົງຂອງພຣະເຈົ້າຈະໄດ້ບັນລຸຜົນ. ເມື່ອພາລະກິດຂອງພຣະເຈົ້າປ່ຽນ, “ໜ່ວຍງານເຮັດວຽກ” ຂອງຜູ້ຄົນກໍປ່ຽນ. ປັດຈຸບັນຄືຂັ້ນຕອນພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງເຮັດພາລະກິດໃນລະດັບຂັ້ນຮາກຖານ. ໃນອະນາຄົດ, ມັນອາດຈໍາເປັນຕ້ອງບໍລິຫານໃນລະດັບຊາດ ແລະ ເມື່ອນັ້ນ ພວກເຂົາຈະຕ້ອງໄດ້ມອບໝາຍໜ້າທີ່ໃໝ່ໃຫ້ເປັນ “ຄະນະກໍາມະການສູນກາງ”. ຖ້າພວກເຂົາໄປຢ້ຽມຢາມຕ່າງປະເທດ, ພວກເຂົາກໍຈະຕ້ອງໄດ້ຈັດການກັບຂັ້ນຕອນຕ່າງໆສໍາລັບການໄປຕ່າງປະເທດ. ໃນເວລາດັ່ງກ່າວ ພວກເຂົາຈະຢູ່ຕ່າງປະເທດ ເຊິ່ງໄກຈາກບ້ານເກີດເມືອງນອນຂອງພວກເຂົາ, ສິ່ງນີ້ຄືຄວາມຕ້ອງການໃນພາລະກິດຂອງພຣະເຈົ້າ. ດັ່ງທີ່ຜູ້ຄົນໄດ້ກ່າວໄວ້ວ່າ: “ພວກເຮົາຈະວາງຊີວິດຂອງພວກເຮົາລົງເພື່ອພຣະເຈົ້າເມື່ອຈໍາເປັນ”. ນີ້ບໍ່ແມ່ນເສັ້ນທາງທີ່ຈະຍ່າງໃນອະນາຄົດບໍ? ແມ່ນໃຜເຄີຍມີຄວາມສຸກກັບຊີວິດດັ່ງກ່າວແດ່? ຜູ້ຄົນສາມາດເດີນທາງໄປທົ່ວທຸກແຫ່ງຫົນ, ໄປຕ່າງປະເທດ, ໃຫ້ການຊີ້ນໍາໃນເຂດຊົນນະບົດ, ປັບຕົວເອງເຂົ້າກັບຄົນທົ່ວໄປ ແລະ ພວກເຂົາຍັງສາມາດໂອ້ລົມກ່ຽວກັບບັນຫາສໍາຄັນຂອງປະເທດຊາດກັບສະມາຊິກຂອງອົງກອນລະດັບສູງ; ແລະ ເມື່ອມີຄວາມຈໍາເປັນ ພວກເຂົາສາມາດຊີມລົດຊາດຊີວິດໃນນະຮົກດ້ວຍຕົວເອງໄດ້ ເຊິ່ງຫຼັງຈາກນັ້ນ ພວກເຂົາກໍສາມາດກັບຄືນ ແລະ ມີຄວາມສຸກກັບພອນຈາກສະຫວັນໄດ້ເຊັ່ນກັນ. ສິ່ງເຫຼົ່ານີ້ບໍ່ແມ່ນພອນຂອງມະນຸດບໍ? ແມ່ນໃຜເຄີຍຖືກປຽບທຽບກັບພຣະເຈົ້າແດ່? ແມ່ນໃຜເຄີຍເດີນທາງໄປທົ່ວທຸກປະເທດແດ່? ທີ່ຈິງແລ້ວ, ຜູ້ຄົນຈະສາມາດເຂົ້າໃຈເລັກນ້ອຍກ່ຽວກັບພຣະທໍາບາງຂໍ້ຂອງພຣະເຈົ້າ ໂດຍບໍ່ມີການບົ່ງຊີ້ ຫຼື ຄໍາອະທິບາຍ. ມັນເປັນພຽງແຕ່ວ່າ ພວກເຂົາບໍ່ມີຄວາມເຊື່ອໃນຕົວເອງ ເຊິ່ງມັນຄືສິ່ງທີ່ຂະຫຍາຍພາລະກິດຂອງພຣະເຈົ້າຈົນຮອດປັດຈຸບັນ. ຍ້ອນຜູ້ຄົນຂາດເຂີນຫຼາຍ, ດັ່ງທີ່ພຣະເຈົ້າກ່າວວ່າ: “ພວກເຂົາບໍ່ມີຫຍັງ”, ພາລະກິດໃນປັດຈຸບັນຈຶ່ງມີຄວາມຫຍຸ້ງຍາກຫຼາຍສໍາລັບພວກເຂົາ; ຍິ່ງໄປກວ່ານັ້ນ, ໂດຍທໍາມະຊາດແລ້ວ ຄວາມອ່ອນແອຂອງພວກເຂົາໄດ້ຈໍາກັດປາກຂອງພຣະເຈົ້າ ແລະ ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດຂວາງພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າຍັງບໍ່ສາມາດເຫັນໃນສິ່ງນີ້ບໍ? ມັນມີຄວາມໝາຍເລິກລັບໃນທຸກສິ່ງທີ່ພຣະເຈົ້າກ່າວ. ເມື່ອພຣະເຈົ້າກ່າວ, ພຣະອົງເນັ້ນບັນຫາທີ່ຢູ່ໃນມື ແລະ ພຣະທໍາທັງໝົດທີ່ພຣະເຈົ້າກ່າວແມ່ນມີຂໍ້ຄວາມຢ່າງເລິກເຊິ່ງຄ້າຍຄືກັບນິທານຄະຕິເຕືອນໃຈ. ພຣະທໍາທໍາມະດາເຫຼົ່ານີ້ແມ່ນມີຄວາມໝາຍທີ່ເລິກເຊິ່ງ ເພື່ອອະທິບາຍບັນຫາທີ່ສໍາຄັນ. ແລ້ວນີ້ບໍ່ແມ່ນສິ່ງທີ່ດີທີ່ສຸດໃນພຣະທໍາຂອງພຣະເຈົ້າບໍ? ເຈົ້າຮູ້ຈັກສິ່ງນີ້ບໍ?
ໝາຍເຫດ:
ກ. ຈິງຕຽນ: ຄໍາສັບນີ້ແມ່ນຖືກໃຊ້ເພື່ອອ້າງອີງເຖິງຜູ້ພິພາກສາທີ່ຊອບທໍາໃນຍຸກແຫ່ງຈັກກະພັດຂອງປະເທດຈີນ.