ບົດທີ 27
ໃນປັດຈຸບັນ ພຣະທໍາຂອງພຣະເຈົ້າແມ່ນໄດ້ເຖິງຈຸດສູງສຸດ ເຊິ່ງເວົ້າໄດ້ວ່າ ພາກສ່ວນທີສອງຂອງຍຸກແຫ່ງການພິພາກສາແມ່ນໄດ້ເຖິງຈຸດສູງຂອງມັນແລ້ວ. ແຕ່ນັ້ນບໍ່ແມ່ນຈຸດທີ່ສູງທີ່ສຸດ. ໃນເວລານີ້ ນໍ້າສຽງຂອງພຣະເຈົ້າໄດ້ປ່ຽນໄປ, ມັນບໍ່ແມ່ນການເຍາະເຍີ້ຍ ຫຼື ຕະຫຼົກ ແລະ ມັນບໍ່ແມ່ນການຂ້ຽນຕີ ຫຼື ສາບແຊ່ງ; ພຣະເຈົ້າໄດ້ຜ່ອນນໍ້າສຽງຂອງພຣະທໍາຂອງພຣະອົງລົງ. ດຽວນີ້ ພຣະເຈົ້າເລີ່ມ “ແລກປ່ຽນຄວາມຮູ້ສຶກ” ກັບມະນຸດ. ພຣະເຈົ້າທັງສືບຕໍ່ພາລະກິດຂອງຍຸກແຫ່ງການພິພາກສາ ແລະ ໃນເວລາດຽວກັນກໍເປີດເສັ້ນທາງຂອງພາກສ່ວນຕໍ່ໄປຂອງພາລະກິດ ເພື່ອວ່າ ທຸກພາກສ່ວນຂອງພາລະກິດຂອງພຣະອົງຈະໄດ້ກ່ຽວພັນກັນ. ໃນດ້ານໜຶ່ງ, ພຣະອົງກ່າວກ່ຽວກັບ “ຄວາມດື້ດ້ານ ແລະ ຄວາມຜິດຊໍ້າຊາກ” ຂອງມະນຸດ ແລະ ໃນອີກດ້ານ ພຣະອົງກ່າວກ່ຽວກັບ “ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ” ເຊິ່ງທັງໝົດໄດ້ກະຕຸ້ນປະຕິກິລິຍາໃນໃຈຂອງຜູ້ຄົນ ແລະ ດົນໃຈແມ່ນແຕ່ຜູ້ທີ່ໃຈເຢັນຊາທີ່ສຸດໃນບັນດາມະນຸດ. ເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາເຫຼົ່ານີ້ ໂດຍຕົ້ນຕໍແລ້ວໃນທີ່ສຸດແມ່ນເພື່ອເຮັດໃຫ້ທຸກຄົນລົ້ມລົງຢ່າງໄຮ້ສຽງຢູ່ຕໍ່ໜ້າພຣະເຈົ້າ ແລະ ພຽງຫຼັງຈາກນັ້ນ “ເຮົາຈຶ່ງເຮັດໃຫ້ການກະທຳຂອງເຮົາເປັນທີ່ປະຈັກ, ເຮັດໃຫ້ທຸກຄົນຮູ້ຈັກເຮົາຜ່ານຄວາມລົ້ມເຫຼວຂອງພວກເຂົາເອງ”. ຄວາມຮູ້ກ່ຽວກັບພຣະເຈົ້າຂອງຜູ້ຄົນໃນຍຸກນີ້ລ້ວນແລ້ວແຕ່ຍັງຢູ່ໃນຜິວເຜີນ; ມັນບໍ່ແມ່ນຄວາມຮູ້ທີ່ແທ້ຈິງ. ເຖິງແມ່ນວ່າ ພວກເຂົາຈະພະຍາຍາມຢ່າງໜັກເທົ່າທີ່ພວກເຂົາຈະສາມາດ ແຕ່ພວກເຂົາກໍບໍ່ສາມາດບັນລຸຄວາມປະສົງຂອງພຣະເຈົ້າໄດ້; ໃນປັດຈຸບັນ ພຣະທໍາຂອງພຣະເຈົ້າແມ່ນໄດ້ເຖິງຈຸດສູງສຸດແລ້ວ ແຕ່ຜູ້ຄົນຍັງຢູ່ໃນຂັ້ນຕອນເບື້ອງຕົ້ນ ແລະ ດ້ວຍເຫດນີ້ ຈຶ່ງບໍ່ສາມາດເຂົ້າສູ່ພຣະວັດຈະນະແຫ່ງປັດຈຸບັນໄດ້ ເຊິ່ງສະແດງໃຫ້ເຫັນວ່າ ພຣະເຈົ້າ ແລະ ມະນຸດແມ່ນແຕກຕ່າງກັນຫຼາຍເທົ່າທີ່ຈະສາມາດເປັນໄປໄດ້. ບົນພື້ນຖານຂອງການປຽບທຽບນີ້, ເມື່ອພຣະທໍາຂອງພຣະເຈົ້າສິ້ນສຸດລົງ ຜູ້ຄົນກໍຈະສາມາດພຽງແຕ່ບັນລຸມາດຕະຖານຕໍ່າສຸດຂອງພຣະເຈົ້າເທົ່ານັ້ນ. ນີ້ແມ່ນວິທີການທີ່ພຣະເຈົ້າເຮັດພາລະກິດໃນຜູ້ຄົນເຫຼົ່ານີ້ ທີ່ຖືກມັງກອນແດງທີ່ຍິ່ງໃຫຍ່ເຮັດໃຫ້ເສື່ອມຊາມຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຕ້ອງເຮັດພາລະກິດ ເພື່ອໃຫ້ບັນລຸຜົນໄດ້ດີທີ່ສຸດ. ຜູ້ຄົນຂອງຄຣິສຕະຈັກໃຫ້ຄວາມສົນໃຈໜ້ອຍດຽວຕໍ່ພຣະທໍາຂອງພຣະເຈົ້າ ແຕ່ເຈດຕະນາຂອງພຣະເຈົ້າກໍຄື ພວກເຂົາຈະໄດ້ຮູ້ຈັກພຣະເຈົ້າໃນພຣະທໍາຂອງພຣະອົງ; ມັນບໍ່ແຕກຕ່າງກັນບໍ? ຢ່າງໃດກໍຕາມ, ສະຖານະການໃນປັດຈຸບັນ ພຣະເຈົ້າແມ່ນບໍ່ໄດ້ສົນໃຈຄວາມອ່ອນແອຂອງມະນຸດອີກຕໍ່ໄປ ແລະ ສືບຕໍ່ກ່າວໂດຍບໍ່ສົນໃຈວ່າ ຜູ້ຄົນຈະສາມາດຮັບເອົາພຣະທໍາຂອງພຣະອົງໄດ້ ຫຼື ບໍ່. ອີງຕາມເຈດຕະນາຂອງພຣະອົງ, ເມື່ອເວລາພຣະທໍາຂອງພຣະອົງສິ້ນສຸດລົງກໍຈະເປັນເວລາທີ່ພາລະກິດຂອງພຣະອົງເທິງແຜ່ນດິນໂລກສໍາເລັດລົງ. ແຕ່ພາລະກິດໃນຕອນນີ້ແມ່ນບໍ່ຄືກັບໃນອະດີດ. ເມື່ອພຣະວັດຈະນະຂອງພຣະເຈົ້າສິ້ນສຸດລົງກໍຈະບໍ່ມີໃຜຮູ້; ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງກໍຈະບໍ່ມີໃຜຮູ້; ແລະ ເມື່ອຮູບຮ່າງຂອງພຣະເຈົ້າປ່ຽນໄປກໍຈະບໍ່ມີໃຜຮູ້. ສິ່ງດັ່ງກ່າວແມ່ນສະຕິປັນຍາຂອງພຣະເຈົ້າ. ເພື່ອຫຼີກເວັ້ນການກ່າວຫາໃດໜຶ່ງຈາກຊາຕານ ແລະ ການແຊກແຊງໃດໜຶ່ງຈາກກອງກໍາລັງທີ່ບໍ່ເປັນມິດ, ພຣະເຈົ້າປະຕິບັດພາລະກິດໂດຍບໍ່ໃຫ້ໃຜຮູ້ ແລະ ໃນເວລານີ້ກໍຈະບໍ່ມີປະຕິກິລິຍາໃນທ່າມກາງມະນຸດເທິງແຜ່ນດິນໂລກ. ເຖິງແມ່ນວ່າ ສັນຍານຂອງການປ່ຽນຮູບຮ່າງຂອງພຣະເຈົ້າແມ່ນຄັ້ງໜຶ່ງເຄີຍຖືກກ່າວເຖິງ ແຕ່ບໍ່ມີໃຜສາມາດເຫັນສິ່ງນີ້ ເນື່ອງຈາກມະນຸດໄດ້ລືມ ແລະ ເຂົາກໍບໍ່ໄດ້ສົນໃຈໃນສິ່ງນີ້. ຍ້ອນການໂຈມຕີຈາກທັງພາຍໃນ ແລະ ພາຍນອກ ນັ້ນກໍຄື ຄວາມພິນາດຂອງໂລກພາຍນອກ ແລະ ການເຜົາໄໝ້ ແລະ ຊໍາລະລ້າງຈາກພຣະທໍາຂອງພຣະເຈົ້າ ຜູ້ຄົນຈຶ່ງບໍ່ເຕັມໃຈເຮັດວຽກໜັກເພື່ອພຣະເຈົ້າອີກຕໍ່ໄປ ເພາະພວກເຂົາຫຍຸ້ງຢູ່ກັບວຽກງານຂອງຕົວເອງຫຼາຍ. ເມື່ອທຸກຄົນເຖິງຂັ້ນທີ່ຕ້ອງປະຕິເສດຄວາມຮູ້ ແລະ ສະແຫວງຫາອະດີດ, ເມື່ອທຸກຄົນໄດ້ເຫັນຕົວເອງຢ່າງຊັດເຈນ, ພວກເຂົາກໍຈະລົ້ມເຫຼວ ແລະ ພວກເຂົາເອງກໍຈະບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາອີກຕໍ່ໄປ. ພຽງຫຼັງຈາກນັ້ນ ຜູ້ຄົນຈຶ່ງຈະປາດຖະໜາເຖິງພຣະທໍາຂອງພຣະເຈົ້າຢ່າງຈິງໃຈ, ພຽງຫຼັງຈາກນັ້ນ ພຣະທໍາຂອງພຣະເຈົ້າຈຶ່ງຈະມີພື້ນທີ່ໃນຫົວໃຈຂອງພວກເຂົາຢ່າງແທ້ຈິງ ແລະ ພຽງຫຼັງຈາກນັ້ນ ພຣະທໍາຂອງພຣະເຈົ້າຈຶ່ງຈະກາຍເປັນແຫຼ່ງທີ່ມາຂອງການມີຢູ່ຂອງພວກເຂົາ ແລະ ໃນຊ່ວງເວລານີ້ ຄວາມປະສົງຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ແຕ່ຜູ້ຄົນໃນປັດຈຸບັນແມ່ນຫ່າງໄກຈາກສິ່ງນັ້ນຫຼາຍ. ພວກເຂົາບາງຄົນບໍ່ໄດ້ເຄື່ອນໄຫວແມ່ນແຕ່ນິ້ວດຽວ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ ນີ້ຄື: “ຄວາມຜິດຊໍ້າຊາກ”.
ພຣະທໍາທັງໝົດຂອງພຣະເຈົ້າປະກອບມີຫຼາຍຄໍາຖາມ. ເປັນຫຍັງພຣະເຈົ້າຈຶ່ງມີແຕ່ຖາມຄໍາຖາມດັ່ງກ່າວ? “ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກັບໃຈ ແລະ ເກີດໃໝ່ໄດ້? ເປັນຫຍັງຜູ້ຄົນຈຶ່ງເຕັມໃຈທີ່ຈະດຳລົງຊີວິດຢູ່ໃນບຶງຕະຫຼອດໄປ ແທນທີ່ຈະຢູ່ໃນບ່ອນທີ່ປາສະຈາກຂີ້ຕົມ? ...” ໃນອະດີດ ພຣະເຈົ້າໄດ້ເຮັດພາລະກິດດ້ວຍວິທີການຊີ້ໃຫ້ເຫັນສິ່ງຕ່າງໆໂດຍກົງ ຫຼື ການເປີດເຜີຍໂດຍກົງ. ແຕ່ຫຼັງຈາກຜູ້ຄົນໄດ້ທົນທຸກກັບຄວາມເຈັບປວດຢ່າງຫຼວງຫຼາຍ ພຣະເຈົ້າຈຶ່ງບໍ່ໄດ້ເວົ້າໃນລັກສະນະນີ້ໂດຍກົງ. ພາຍໃນຄໍາຖາມເຫຼົ່ານີ້, ຜູ້ຄົນແມ່ນເຫັນຄວາມບົກຜ່ອງຂອງຕົວເອງ ແລະ ພວກເຂົາແມ່ນເຂົ້າໃຈເຖິງເສັ້ນທາງໃນການປະຕິບັດ. ຍ້ອນທຸກຄົນມັກທີ່ຈະກິນສິ່ງທີ່ມີຢູ່ແລ້ວ ພຣະເຈົ້າຈຶ່ງເວົ້າໃຫ້ເໝາະກັບຄວາມຕ້ອງການຂອງພວກເຂົາ ໂດຍໃຫ້ຫົວຂໍ້ພວກເຂົາໄດ້ໄຕ່ຕອງ ເພື່ອວ່າ ພວກເຂົາຈະສາມາດໄຕ່ຕອງພວກມັນ. ນີ້ແມ່ນດ້ານໜຶ່ງຂອງຄວາມໝາຍຂອງຄໍາຖາມຂອງພຣະເຈົ້າ. ໂດຍທໍາມະຊາດແລ້ວ ນີ້ບໍ່ແມ່ນຄວາມໝາຍຂອງຄໍາຖາມອື່ນຂອງພຣະອົງ, ຍົກຕົວຢ່າງ: ເປັນໄປໄດ້ບໍວ່າ ຍ້ອນເຮົາປະຕິບັດຕໍ່ພວກເຂົາຢ່າງໂຫດຮ້າຍ? ເປັນໄປໄດ້ບໍວ່າ ຍ້ອນເຮົາຊີ້ນໍາພວກເຂົາໄປໃນທິດທາງທີ່ຜິດ? ເປັນໄປໄດ້ບໍວ່າ ຍ້ອນເຮົາກຳລັງນໍາພາພວກເຂົາໄປສູ່ນະຮົກ? ຄໍາຖາມແບບນີ້ສະແດງໃຫ້ເຫັນແນວຄວາມຄິດຢູ່ໃນສ່ວນເລິກຂອງຫົວໃຈຂອງຜູ້ຄົນ. ເຖິງແມ່ນວ່າ ປາກຂອງພວກເຂົາຈະບໍ່ເວົ້າເຖິງແນວຄວາມຄິດເຫຼົ່ານີ້ ແຕ່ຫົວໃຈຂອງພວກເຂົາກໍມີຂໍ້ສົງໄສ ແລະ ພວກເຂົາເຊື່ອວ່າ ພຣະທໍາຂອງພຣະເຈົ້າໄດ້ສະແດງເຖິງພວກເຂົາໃນລັກສະນະທີ່ບໍ່ມີປະໂຫຍດຫຍັງ. ໂດຍທໍາມະຊາດແລ້ວ ຜູ້ຄົນດັ່ງກ່າວບໍ່ຮູ້ຈັກຕົວເອງ ແຕ່ໃນທີ່ສຸດ ພວກເຂົາກໍຈະຍອມຮັບຄວາມພ່າຍແພ້ຈາກພຣະທໍາຂອງພຣະເຈົ້າ ເຊິ່ງນີ້ແມ່ນສິ່ງທີ່ຫຼີກເວັ້ນບໍ່ໄດ້. ຫຼັງຈາກຄໍາຖາມເຫຼົ່ານີ້ ພຣະເຈົ້າຍັງເວົ້າວ່າ: “ເຮົາຈະທຳລາຍບັນດາປະຊາຊາດໃຫ້ກາຍເປັນເສດສ່ວນນ້ອຍໆ, ຍິ່ງໄປກວ່ານັ້ນ ສໍາລັບຄອບຄົວຂອງມະນຸດແມ່ນບໍ່ຕ້ອງເອີ່ຍເຖິງເລີຍ”. ເມື່ອຜູ້ຄົນຍອມຮັບຊື່ຂອງພຣະເຈົ້າ, ຜົນຕາມມາກໍຄື ທຸກຊາດຈະສັ່ນສະເທືອນ, ຜູ້ຄົນຈະປ່ຽນຄວາມຄິດຂອງພວກເຂົາເທື່ອລະໜ້ອຍ ແລະ ໃນຄອບຄົວ ຄວາມສໍາພັນລະຫວ່າງພໍ່ ແລະ ລູກຊາຍ, ແມ່ ແລະ ລູກສາວ ແລະ ຜົວ ແລະ ເມຍກໍຈະໝົດໄປ. ຍິ່ງໄປກວ່ານັ້ນ ຄວາມສໍາພັນລະຫວ່າງຜູ້ຄົນໃນຄອບຄົວຍິ່ງຈະຫ່າງເຫີນ; ພວກເຂົາຈະຮ່ວມກັບຄອບຄົວທີ່ຍິ່ງໃຫຍ່ ແລະ ການດໍາລົງຊີວິດຢູ່ປົກກະຕິຄອບຄົວສ່ວນໃຫຍ່ຈະຖືກທໍາລາຍ. ຍ້ອນສິ່ງນີ້ ແນວຄວາມຄິດຂອງ “ຄອບຄົວ” ໃນຫົວໃຈຂອງຜູ້ຄົນກໍຈະມືດມົວຍິ່ງຂຶ້ນ.
ໃນພຣະທໍາຂອງພຣະເຈົ້າແຫ່ງປັດຈຸບັນ ເປັນຫຍັງຫຼາຍຢ່າງຈຶ່ງຖືກອຸທິດຕໍ່ “ການແລກປ່ຽນທັດສະນະ” ກັບຜູ້ຄົນ? ໂດຍທໍາມະຊາດແລ້ວ ນີ້ແມ່ນເພື່ອບັນລຸຜົນໃດໜຶ່ງ ເຊິ່ງຈາກສິ່ງນັ້ນ ມັນອາດຈະເຫັນວ່າຫົວໃຈຂອງພຣະເຈົ້າເຕັມໄປດ້ວຍຄວາມກັງວົນໃຈ. ພຣະເຈົ້າເວົ້າວ່າ: “ເມື່ອເຮົາໂສກເສົ້າ ແມ່ນໃຜສາມາດປອບໃຈເຮົາດ້ວຍຫົວໃຈຂອງພວກເຂົາໄດ້?” ພຣະເຈົ້າເວົ້າພຣະທໍາເຫຼົ່ານີ້ຍ້ອນໃຈຂອງພຣະອົງແມ່ນເຕັມໄປດ້ວຍຄວາມໂສກເສົ້າ. ຜູ້ຄົນບໍ່ສາມາດໃຫ້ຄວາມເອົາໃຈໃສ່ທັງໝົດແກ່ຄວາມປະສົງຂອງພຣະເຈົ້າ ແລະ ພວກເຂົາໄຮ້ສິນທໍາຕະຫຼອດ, ພວກເຂົາບໍ່ສາມາດຄວບຄຸມຕົວເອງ ແລະ ພວກເຂົາເຮັດຕາມທີ່ພວກເຂົາພໍໃຈ; ພວກເຂົາຊ້າເກີນໄປ ແລະ ພວກເຂົາໃຫ້ອະໄພຕົວເອງຕະຫຼອດ ແລະ ບໍ່ເອົາໃຈໃສ່ຄວາມປະສົງຂອງພຣະເຈົ້າ. ແຕ່ຍ້ອນວ່າ ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຈົນຮອດປັດຈຸບັນ ແລະ ບໍ່ສາມາດປົດປ່ອຍຕົວເອງ ພຣະເຈົ້າຈຶ່ງເວົ້າວ່າ: “ພວກເຂົາຈະສາມາດຫຼົບໜີຈາກປາກຂອງໝາປ່າທີ່ຫິວໂຫຍໄດ້ແນວໃດ? ພວກເຂົາຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໄພອັນຕະລາຍຂອງມັນ ແລະ ການລໍ້ລວງຂອງມັນໄດ້ແນວໃດ?” ຜູ້ຄົນດໍາລົງຊີວິດໃນເນື້ອໜັງ ເຊິ່ງນັ້ນກໍຄືດໍາລົງຊີວິດໃນປາກຂອງໝາປ່າທີ່ຫິວໂຫຍ. ຍ້ອນສິ່ງນີ້ ແລະ ຍ້ອນຜູ້ຄົນບໍ່ມີການປຸກຈິດສໍານຶກຕົວເອງ ແລະ ຍອມຕາມໃຈຕົວເອງຕະຫຼອດ ແລະ ຍອມຈໍານົນຕໍ່ສິ່ງມຶນເມົາ ພຣະເຈົ້າຈຶ່ງບໍ່ສາມາດຊ່ວຍໄດ້ ນອກຈາກກັງວົນໃຈ. ດ້ວຍເຫດນັ້ນ ຍິ່ງພຣະເຈົ້າເຕືອນຜູ້ຄົນ ພວກເຂົາກໍຍິ່ງຮູ້ສຶກດີໃຈ ແລະ ຍິ່ງເຕັມໃຈໃນການພົວພັນກັບພຣະເຈົ້າຫຼາຍຂຶ້ນ. ພຽງຫຼັງຈາກນັ້ນ ມະນຸດ ແລະ ພຣະເຈົ້າຈຶ່ງມີຄວາມພົວພັນກັນຢ່າງສັນຕິສຸກໂດຍບໍ່ມີການແບ່ງແຍກ ຫຼື ຄວາມຫ່າງເຫີນລະຫວ່າງພວກເຂົາ. ໃນປັດຈຸບັນ ມວນມະນຸດທັງໝົດແມ່ນລໍຖ້າການມາເຖິງຂອງມື້ຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມວນມະນຸດຈຶ່ງບໍ່ເຄີຍເຄື່ອນຍ້າຍໄປທາງໜ້າ. ແຕ່ພຣະເຈົ້າກໍເວົ້າວ່າ: “ເມື່ອດວງຕາເວັນແຫ່ງຄວາມຊອບທຳປະກົດຂຶ້ນ, ພາກຕະເວັນອອກຈະຖືກສ່ອງແສງ ແລະ ຫຼັງຈາກນັ້ນ ມັນກໍຈະສ່ອງແສງໃຫ້ກັບຈັກກະວານທັງປວງ, ສ່ອງແສງໄປເຖິງທຸກຄົນ”. ເວົ້າອີກຢ່າງໜຶ່ງກໍຄື ເມື່ອພຣະເຈົ້າປ່ຽນຮູບຮ່າງຂອງພຣະອົງ, ທິດຕາເວັນອອກຈະໄດ້ຮັບແສງສະຫວ່າງກ່ອນ ແລະ ປະເທດຈາກທິດຕາເວັນອອກຈະເປັນປະເທດທໍາອິດທີ່ຖືກກໍາຈັດ ເຊິ່ງຫຼັງຈາກນັ້ນ ປະເທດທີ່ເຫຼືອກໍຈະຖືກສ້າງໃໝ່ຈາກທິດໃຕ້ຫາທິດເໜືອ. ນີ້ແມ່ນລໍາດັບ ແລະ ທຸກສິ່ງຈະເປັນໄປຕາມພຣະທໍາຂອງພຣະເຈົ້າ ແລະ ເມື່ອໄລຍະນີ້ສິ້ນສຸດລົງ ທຸກຄົນກໍຈະເຫັນ. ພຣະເຈົ້າປະຕິບັດພາລະກິດຕາມລໍາດັບນີ້. ເມື່ອພວກເຂົາເຫັນມື້ນີ້ ຜູ້ຄົນກໍຈະດີໃຈຫຼາຍ. ມັນສາມາດເຫັນໄດ້ຈາກເຈດຕະນາອັນຮີບດ່ວນຂອງພຣະເຈົ້າວ່າ ມື້ນີ້ແມ່ນບໍ່ໄດ້ຢູ່ຫ່າງໄກເລີຍ.
ໃນພຣະທໍາທີ່ກ່າວໃນມື້ນີ້, ພາກສ່ວນທີສອງ ແລະ ທີສາມແມ່ນເຮັດໃຫ້ທຸກຄົນທີ່ຮັກພຣະເຈົ້າມີນໍ້າຕາແຫ່ງຄວາມເຈັບປວດ. ຫົວໃຈຂອງພວກເຂົາແມ່ນຖືກປິດບັງດ້ວຍເງົາມືດທັນທີ ແລະ ນັບແຕ່ເວລານີ້ເປັນຕົ້ນໄປ ທຸກຄົນຈະເຕັມໄປດ້ວຍຄວາມໂສກເສົ້າຢ່າງມະຫາສານຍ້ອນຫົວໃຈຂອງພຣະເຈົ້າ. ພວກເຂົາຈະບໍ່ຮູ້ສຶກສະບາຍໃຈຈົນກວ່າພຣະເຈົ້າໄດ້ສໍາເລັດພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກ. ນີ້ແມ່ນກະແສທົ່ວໄປ. “ຄວາມໂມໂຫເກີດຂຶ້ນພາຍໃນຫົວໃຈຂອງເຮົາ ຕາມດ້ວຍຄວາມຮູ້ສຶກໂສກເສົ້າຢ່າງໜັກ. ເມື່ອຕາຂອງເຮົາເຫັນການກະທໍາຂອງຜູ້ຄົນ ແລະ ທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົານັ້ນສົກກະປົກ, ຄວາມໂກດຮ້າຍຂອງເຮົາກໍຮ້າຍແຮງຂຶ້ນ ແລະ ໃນຫົວໃຈຂອງເຮົາກໍຮູ້ສຶກເຖິງຄວາມບໍ່ຍຸຕິທໍາຂອງໂລກມະນຸດຢ່າງໃຫຍ່ ເຊິ່ງເຮັດໃຫ້ເຮົາເສົ້າໃຈຍິ່ງຂຶ້ນ; ເຮົາປາດຖະໜາທີ່ຈົບສິ້ນເນື້ອໜັງຂອງມະນຸດທັນທີ. ເຮົາບໍ່ຮູ້ວ່າ ເປັນຫຍັງມະນຸດຈຶ່ງບໍ່ສາມາດຊໍາລະລ້າງຕົວເອງໃນເນື້ອໜັງ ແລະ ເປັນຫຍັງມະນຸດຈຶ່ງບໍ່ສາມາດຮັກຕົວເອງໃນເນື້ອໜັງ. ເປັນໄປໄດ້ບໍທີ່ ‘ພາລະໜ້າທີ່’ ຂອງເນື້ອໜັງແມ່ນຍິ່ງໃຫຍ່ຫຼາຍ?” ໃນພຣະທໍາຂອງພຣະເຈົ້າໃນປັດຈຸບັນ ພຣະເຈົ້າໄດ້ເປີດເຜີຍຄວາມກັງວົນໃຈທັງໝົດພາຍໃນຫົວໃຈຂອງພຣະອົງຕໍ່ມະນຸດຢ່າງເປີດເຜີຍ ໂດຍບໍ່ໄດ້ອົດກັ້ນສິ່ງໃດໄວ້. ເມື່ອທູດສະຫວັນຂອງສະຫວັນຊັ້ນສາມຫຼິ້ນດົນຕີເພື່ອພຣະອົງ, ພຣະເຈົ້າກໍຍັງປາດຖະໜາເຖິງຜູ້ຄົນເທິງແຜ່ນດິນໂລກ ແລະ ເປັນຍ້ອນສິ່ງນີ້ ພຣະອົງຈຶ່ງເວົ້າວ່າ: “ເມື່ອທູດສະຫວັນຫຼິ້ນດົນຕີເພື່ອສັນລະເສີນເຮົາ, ສິ່ງນີ້ໄດ້ບັນດານຄວາມເມດຕາທີ່ເຮົາມີສຳລັບມະນຸດ. ບາງຄັ້ງ ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະກຳຈັດຄວາມຮູ້ສຶກທີ່ເຈັບປວດນີ້ອອກໄປຈາກຕົວເຮົາເອງ”. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງເວົ້າວ່າ: “ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ”. ຄວາມໂສກເສົ້າຂອງພຣະເຈົ້າເພີ່ມຄວາມກຽດຊັງຂອງພຣະອົງຕໍ່ຜີຮ້າຍ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເປີດເຜີຍຕໍ່ມວນຊົນລ່ວງໜ້າວ່າຜີຮ້າຍຈະຈົບລົງດ້ວຍວິທີໃດ. ນີ້ແມ່ນພາລະກິດຂອງພຣະເຈົ້າ. ພຣະເຈົ້າປາດຖະໜາຕະຫຼອດທີ່ຈະຢູ່ຮ່ວມກັບທຸກຄົນອີກຄັ້ງ ແລະ ນໍາເອົາຍຸກເກົ່າໄປສູ່ການສິ້ນສຸດ. ທຸກຄົນໃນທົ່ວຈັກກະວານກໍາລັງເລີ່ມເຄື່ອນໄຫວ ເຊິ່ງເວົ້າໄດ້ວ່າ ທຸກຄົນທີ່ຢູ່ໃນຈັກກະວານກໍາລັງເຂົ້າສູ່ການນໍາພາຂອງພຣະເຈົ້າ. ດ້ວຍເຫດນັ້ນ, ຄວາມຄິດຂອງພວກເຂົາຈຶ່ງປ່ຽນເປັນແນວຄິດຕໍ່ຕ້ານຕໍ່ຈັກກະພັດຂອງພວກເຂົາ. ອີກບໍ່ດົນ ຜູ້ຄົນຂອງໂລກຈະມີຄວາມສັບສົນວຸ້ນວາຍ ແລະ ຜູ້ນໍາຂອງທຸກປະເທດຈະຫຼົບໜີໄປທຸກທິດທາງ ເຊິ່ງໃນທີ່ສຸດ ກໍຈະຖືກປະຊາຊົນຂອງພວກເຂົາເອງດຶງໄປມັດໃສ່ເຄື່ອງປະຫານຊີວິດ. ນີ້ແມ່ນຈຸດຈົບບັ້ນສຸດທ້າຍຂອງກະສັດຂອງຜີຮ້າຍ; ໃນທີ່ສຸດແລ້ວ ບໍ່ມີໃຜຈະສາມາດຫຼົບໜີໄດ້, ທຸກຄົນຈະຕ້ອງໄດ້ຜ່ານມັນ. ໃນປັດຈຸບັນ, ຜູ້ທີ່ “ສະຫຼາດ” ແມ່ນໄດ້ເລີ່ມຖອຍຄືນ. ເມື່ອເຫັນວ່າ ສະຖານະການບໍ່ຄ່ອຍດີ ພວກເຂົາກໍໃຊ້ໂອກາດນີ້ເພື່ອຢຸດເຊົາ ແລະ ຫຼົບໜີຈາກຄວາມລໍາບາກຂອງໄພພິບັດ. ແຕ່ເຮົາຂໍເວົ້າຢ່າງແຈ່ມແຈ້ງວ່າ ພາລະກິດທີ່ພຣະເຈົ້າເຮັດໃນລະຫວ່າງຍຸກສຸດທ້າຍ ຕົ້ນຕໍແມ່ນການຂ້ຽນຕີມະນຸດ ແລ້ວຜູ້ຄົນເຫຼົ່ານີ້ຈະສາມາດຫຼົບໜີໄດ້ແນວໃດ? ປັດຈຸບັນແມ່ນຂັ້ນຕອນທໍາອິດ. ມື້ໜຶ່ງ ທຸກຢ່າງທົ່ວຈັກກະວານກໍຈະຕົກຢູ່ໃນຄວາມວຸ້ນວາຍຈາກສົງຄາມ, ຜູ້ຄົນແຫ່ງແຜ່ນດິນໂລກຈະບໍ່ມີຜູ້ນໍາອີກຕໍ່ໄປ, ໂລກທັງໝົດຈະຄືກັບກອງດິນຊາຍມຸ່ນ, ບໍ່ມີໃຜປົກຄອງ ແລະ ຜູ້ຄົນຈະສົນໃຈແຕ່ຊີວິດຂອງພວກເຂົາເທົ່ານັ້ນ ໂດຍບໍ່ສົນໃຈຜູ້ໃດ ເນື່ອງຈາກທຸກສິ່ງແມ່ນຖືກຄວບຄຸມໂດຍມືຂອງພຣະເຈົ້າ ເຊິ່ງນີ້ກໍຄືເຫດຜົນທີ່ພຣະເຈົ້າເວົ້າວ່າ: “ມະນຸດທຸກຄົນ ກຳລັງແຍກປະຊາຊາດຕ່າງໆເທິງແຜ່ນດິນໂລກຕາມຄວາມປະສົງຂອງເຮົາ”. ຕອນນີ້ ສຽງແກຂອງທູດສະຫວັນທີ່ພຣະເຈົ້າກ່າວເຖິງຄືສັນຍານ, ມັນກໍາລັງສົ່ງສຽງດັງເພື່ອເຕືອນມະນຸດ ແລະ ເມື່ອສຽງແກດັງອີກຄັ້ງ ວັນສຸດທ້າຍຂອງໂລກກໍຈະມາເຖິງ. ໃນເວລານັ້ນ ການຂ້ຽນຕີທັງໝົດຂອງພຣະເຈົ້າຈະເກີດຂຶ້ນຢູ່ແຜ່ນດິນໂລກທັງໝົດ; ນີ້ຈະເປັນການພິພາກສາທີ່ໄຮ້ຄວາມເມດຕາ ແລະ ເປັນການເລີ່ມຕົ້ນຍຸກແຫ່ງການຂ້ຽນຕີຢ່າງເປັນທາງການ. ໃນທ່າມກາງຊາວອິດສະຣາເອນຈະມີສຽງຂອງພຣະເຈົ້າເປັນປະຈໍາ ເພື່ອນໍາພາພວກເຂົາໃຫ້ຜ່ານສະພາບແວດລ້ອມຕ່າງໆ ແລະ ເຊັ່ນດຽວກັນນັ້ນ ທູດສະຫວັນກໍຈະປາກົດຢູ່ຕໍ່ໜ້າພວກເຂົາ. ຊາວອິດສະຣາເອນຈະຖືກເຮັດໃຫ້ສົມບູນໃນເວລາພຽງສອງສາມເດືອນເທົ່ານັ້ນ ຍ້ອນວ່າ ພວກເຂົາຈະບໍ່ໄດ້ຜ່ານຂັ້ນຕອນຂອງການກໍາຈັດພິດຂອງມັງກອນແດງທີ່ຍິ່ງໃຫຍ່ອອກຈາກຕົວພວກເຂົາ, ມັນງ່າຍສໍາລັບພວກເຂົາທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ພາຍໃຕ້ການຊີ້ນໍາທີ່ຫຼາກຫຼາຍປະເພດ. ຈາກການພັດທະນາໃນອິດສະຣາເອນ ສາມາດເຫັນສະພາບຂອງຈັກກະວານທັງໝົດ ແລະ ນີ້ສະແດງໃຫ້ເຫັນວ່າ ຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນໄວສໍ່າໃດ. “ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ!” ໃນອະດີດ ພຣະເຈົ້າປົກຄອງຢູ່ໃນສະຫວັນເທົ່ານັ້ນ. ໃນປັດຈຸບັນ, ພຣະອົງແມ່ນປົກຄອງແຜ່ນດິນໂລກ; ພຣະເຈົ້າໄດ້ເອົາອໍານາດທັງໝົດຂອງພຣະອົງກັບຄືນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກທໍານາຍວ່າ ມະນຸດທຸກຄົນຈະບໍ່ມີຊີວິດມະນຸດແບບປົກກະຕິອີກຕໍ່ໄປ ເນື່ອງຈາກພຣະເຈົ້າຈະຈັດລະບຽບສະຫວັນ ແລະ ແຜ່ນດິນໂລກຄືນໃໝ່ ແລະ ບໍ່ມີມະນຸດຄົນໃດໄດ້ຮັບອະນຸຍາດໃຫ້ແຊກແຊງ. ສະນັ້ນ, ພຣະເຈົ້າຈຶ່ງເຕືອນມະນຸດເປັນປະຈໍາວ່າ: “ເຖິງເວລາແລ້ວ!” ເມື່ອຊາວອິດສະຣາເອນທຸກຄົນໄດ້ກັບຄືນສູ່ປະເທດຂອງພວກເຂົາ ນັ້ນກໍຄືເມື່ອມື້ທີ່ປະເທດອິດສະຣາເອນທັງໝົດໄດ້ຖືກຟື້ນຟູ ພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າກໍຈະສິ້ນສຸດລົງ. ຜູ້ຄົນທົ່ວຈັກກະວານຈະກະບົດ ແລະ ປະເທດຕ່າງໆທົ່ວຈັກກະວານຈະຕົກລົງຄືກັບດວງດາວໃນສະຫວັນໂດຍບໍ່ຮູ້ຕົວ; ທັນທີທັນໃດ ພວກເຂົາກໍຈະລົ້ມລະລາຍ. ຫຼັງຈາກຈັດການກັບພວກເຂົາແລ້ວ ພຣະເຈົ້າກໍຈະສ້າງອານາຈັກທີ່ເປັນທີ່ຮັກຂອງຫົວໃຈຂອງພຣະອົງ.