ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 5

ເມື່ອພຣະເຈົ້າຮຽກຮ້ອງຈາກມະນຸດທີ່ຍາກສໍາລັບພວກເຂົາຈະອະທິບາຍໄດ້ ແລະ ເມື່ອພຣະທຳຂອງພຣະອົງໂຈມຕີເຂົ້າໄປໃນຫົວໃຈຂອງມະນຸດໂດຍກົງ ແລະ ຜູ້ຄົນມອບຫົວໃຈທີ່ຈິງໃຈຂອງພວກເຂົາໃຫ້ພຣະອົງໄດ້ຊີ່ນຊົມ, ພຣະເຈົ້າກໍຈຶ່ງມອບໂອກາດໃຫ້ພວກເຂົາໄດ້ໄຕ່ຕອງ, ຕັດສິນໃຈຢ່າງເດັດດ່ຽວ ແລະ ສະແຫວງຫາເສັ້ນທາງເພື່ອການປະຕິບັດ. ໃນລັກສະນະນີ້, ທຸກຄົນທີ່ເປັນປະຊາຊົນຂອງພຣະອົງກໍຈະຖວາຍຄວາມເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າດ້ວຍຄວາມຕັ້ງໃຈອີກຄັ້ງ. ບາງເທື່ອ ບາງຄົນອາດວາງແຜນ ແລະ ສ້າງຕາຕະລາງປະຈຳວັນ ໃນຂະນະທີ່ພວກເຂົາກຽມຕົວລະດົມກຳລັງເພື່ອເຮັດວຽກໜັກ, ອຸທິດກຳລັງຂອງພວກເຂົາຕໍ່ແຜນການຄຸ້ມຄອງຂອງພຣະເຈົ້າ ເພື່ອນໍາເອົາຄວາມສະຫງ່າລາສີມາສູ່ແຜນການນັ້ນ ແລະ ເລັ່ງໃຫ້ແຜນການນັ້ນໄປສູ່ຄວາມສໍາເລັດໂດຍໄວ. ພຽງເມື່ອຜູ້ຄົນເລີ່ມເຊື່ອງຊ້ອນແນວຄິດແບບນີ້, ຍຶດຖືສິ່ງເຫຼົ່ານີ້ໄວ້ໃນຄວາມຄິດຂອງພວກເຂົາຢ່າງໃກ້ຊິດ ໃນຂະນະທີ່ພວກເຂົາເຮັດວຽກເຮືອນຂອງພວກເຂົາ, ໃນຂະນະທີ່ພວກເຂົາເວົ້າ ແລະ ໃນຂະນະນທີ່ພວກເຂົາເຮັດວຽກ, ພຣະເຈົ້າກໍເລີ່ມເວົ້າອີກຄັ້ງວ່າ “ສຽງແຫ່ງພຣະວິນຍານຂອງເຮົາແມ່ນການສະແດງອອກຂອງອຸປະນິໄສທັງໝົດຂອງເຮົາ. ພວກເຈົ້າເຂົ້າໃຈບໍ?” ຍິ່ງມະນຸດຕັ້ງໝັ້ນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຕ້ອງການປາຖະໜາທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງປາຖະໜາໃຫ້ພຣະເຈົ້າຮຽກຮ້ອງຈາກພວກເຂົາຢ່າງຈິງຈັງຫຼາຍສໍ່ານັ້ນ. ຍ້ອນເຫດຜົນນີ້ ແລະ ສວຍເອົາໂອກາດນີ້ເພື່ອບອກກ່າວເຖິງພຣະທຳຂອງພຣະອົງ ພຣະເຈົ້າຈຶ່ງໃຫ້ສິ່ງທີ່ຜູ້ຄົນຕ້ອງການແກ່ພວກເຂົາ ເຊິ່ງໄດ້ຖືກກຽມພ້ອມເປັນເວລາດົນນານໂດຍເຂົ້າສູ່ຈຸດເລິກສຸດໃນຕົວຕົນຂອງພວກເຂົາ. ເຖິງແມ່ນພຣະທຳເຫຼົ່ານີ້ອາດເບິ່ງຄືຂ້ອນຂ້າງຮຸນແຮງ ຫຼື ກະດ້າງ, ສຳລັບມະນຸດຊາດແລ້ວ ພວກມັນຟັງເບິ່ງຄືວ່າມ່ວນຫູເກີນຄໍາບັນລະຍາຍ. ທັນໃດນັ້ນ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມປິຕິຍິນດີ, ຄືກັບວ່າພວກເຂົາຢູ່ໃນສະຫວັນ ຫຼື ຖືກສົ່ງໄປອີກໂລກໜຶ່ງ ເຊິ່ງເປັນສະຫວັນວິມານແຫ່ງຈິນຕະນາການທີ່ເປັນຈິງ ແລະ ເປັນບ່ອນທີ່ເລື່ອງຕ່າງໆຂອງໂລກພາຍນອກຈະບໍ່ມີຜົນກະທົບຕໍ່ມະນຸດຊາດອີກຕໍ່ໄປ. ເພື່ອຫຼີກເວັ້ນເຫດການທີ່ຜູ້ຄົນຈະເວົ້າຈາກພາຍນອກ ແລະ ປະພຶດຈາກພາຍນອກ ດັ່ງທີ່ພວກເຂົາເຮັດໃນອະດີດຈົນກາຍເປັນນິໄສ ແລະ ໃນທີ່ສຸດ ພວກເຂົາກໍລົ້ມເຫຼວທີ່ຈະວາງຮາກຖານຢ່າງເໝາະສົມ, ຫຼັງຈາກສິ່ງທີ່ພວກເຂົາປາຖະໜາໃນຫົວໃຈຂອງພວກເຂົາຖືກບັນລຸ ແລະ ຍິ່ງໄປກວ່ານັ້ນກໍຄືຫຼັງຈາກທີ່ພວກເຂົາກຽມຕົວໄປເຮັດວຽກພ້ອມກັບຄວາມກະຕືລືລົ້ນຢ່າງຮ້ອນຮົນໃຈ, ພຣະເຈົ້າກໍຍັງຈະປັບປ່ຽນວິທີການເວົ້າຂອງພຣະອົງເຂົ້າໄປໃນຄວາມຄິດຂອງພວກເຂົາ ແລະ ໂຕ້ແຍ້ງຄວາມກະຕືລືລົ້ນ ແລະ ພິທີກຳທາງສາສະໜາທັງໝົດທີ່ພວກເຂົາຍຶດໄວ້ພາຍໃນຫົວໃຈຂອງພວກເຂົາ ໂດຍບໍ່ມີການຢັບຢັ້ງໃຈທັງສິ້ນ. ດັ່ງທີ່ພຣະເຈົ້າເວົ້າວ່າ “ພວກເຈົ້າໄດ້ເຫັນເຖິງຄວາມສຳຄັນທີ່ນອນຢູ່ໃນນີ້ຢ່າງແທ້ຈິງບໍ?” ບໍ່ວ່າມະນຸດຈະເດັດດ່ຽວໃນບາງສິ່ງບາງຢ່າງກ່ອນ ຫຼື ຫຼັງ, ພວກເຂົາກໍບໍ່ໄດ້ໃຫ້ຄວາມສຳຄັນຫຼາຍໃນການຮູ້ຈັກພຣະເຈົ້າຈາກການປະຕິບັດຂອງພຣະອົງ ຫຼື ຈາກພຣະທຳຂອງພຣະອົງ, ແຕ່ກົງກັນຂ້າມ ພວກເຂົາສືບຕໍ່ໄຕ່ຕອງໃນຄຳຖາມທີ່ວ່າ “ຂ້ານ້ອຍສາມາດເຮັດຫຍັງໄດ້ແດ່ໃຫ້ກັບພຣະເຈົ້າ? ນັ້ນຄືບັນຫາທີ່ສຳຄັນ!” ນີ້ຄືເຫດຜົນທີ່ພຣະເຈົ້າເວົ້າວ່າ “ແລ້ວພວກເຈົ້າບັງອາດເອີ້ນຕົນເອງວ່າເປັນປະຊາຊົນຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ, ພວກເຈົ້າບໍ່ມີຢາງອາຍ, ແຮງໄກທີ່ຈະມີຄວາມຮູ້ສຶກ!” ທັນທີທີ່ພຣະເຈົ້າໄດ້ກ່າວພຣະທຳເຫຼົ່ານີ້, ຜູ້ຄົນກໍມາເຂົ້າໃຈທັນທີ ແລະ ຄືກັບວ່າກຳລັງຖືກໄຟຟ້າຊັອດ, ພວກເຂົາຮີບຖົກມືຂອງພວກເຂົາມາໄວ້ເທິງໜ້າເອິກທີ່ປອດໄພຂອງພວກເຂົາ, ໂດຍຢ້ານໄປທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າເປັນຄັ້ງທີສອງ. ນອກຈາກສິ່ງນີ້ແລ້ວ ພຣະເຈົ້າຍັງໄດ້ເວົ້າວ່າ “ບໍ່ໄວກໍຊ້າ ຄົນແບບພວກເຈົ້າຈະຖືກຂັບໄລ່ອອກຈາກເຮືອນຂອງເຮົາ! ຢ່າໃຊ້ປະສົບການຂອງພວກເຈົ້າເພື່ອຫຼອກລວງເຮົາ ໂດຍເຮັດທຳທ່າວ່າພວກເຈົ້າໄດ້ຢືນເປັນພະຍານໃຫ້ແກ່ເຮົາ!” ເມື່ອໄດ້ຍິນພຣະທຳເຫຼົ່ານີ້, ຜູ້ຄົນກໍຢ້ານຫຼາຍຍິ່ງຂຶ້ນ, ຄືກັບວ່າພວກເຂົາໄດ້ເຫັນສິງໂຕ. ພວກເຂົາຮູ້ຢູ່ໃນໃຈຂອງພວກເຂົາເປັນຢ່າງດີ. ພວກເຂົາບໍ່ປາຖະໜາທີ່ຈະຖືກກິນໂດຍສິງໂຕ, ແຕ່ໃນອີກດ້ານໜຶ່ງ ພວກເຂົາກໍບໍ່ຮູ້ວິທີຫຼົບໜີ. ໃນຊ່ວງເວລານີ້, ແຜນການທີ່ຢູ່ໃນຫົວໃຈຂອງພວກເຂົາກໍຫາຍໄປຢ່າງບໍ່ມີຮ່ອງຮອຍ, ຢ່າງໝົດສິ້ນ ແລະ ສົມບູນ. ຜ່ານທາງພຣະທຳຂອງພຣະເຈົ້າ, ເຮົາຮູ້ສຶກຄືກັບວ່າເຮົາສາມາດເຫັນທຸກດ້ານຂອງຄວາມອັບອາຍຂອງມະນຸດຊາດ: ເຮັດຄໍຕົກ ແລະ ທ່າທາງລະອາຍໃຈ ຄືກັບຄົນທີ່ເສັງເຂົ້າວິທະຍາໄລບໍ່ຜ່ານ, ດ້ວຍອຸດົມການທີ່ສູງສົ່ງ, ຄອບຄົວທີ່ມີຄວາມສຸກ, ອະນາຄົດທີ່ສົດໃສ ແລະ ອື່ນໆອີກຫຼາຍຢ່າງ, ພ້ອມກັບນະໂຍບາຍສີ່ທັນສະໄໝພາຍໃນປີ 2000, ທຸກສິ່ງກາຍເປັນການເວົ້າທີ່ວ່າງເປົ່າ, ເປັນການສ້າງສາກຈິນຕະນາການໃນຮູບເງົານິຍາຍວິທະຍາສາດ. ນີ້ແມ່ນເພື່ອແລກປ່ຽນອົງປະກອບທີ່ຂີ້ຄ້ານກັບອົງປະກອບທີ່ຫ້າວຫັນ, ເຮັດໃຫ້ຜູ້ຄົນ ໃນທ່າມກາງຄວາມຂີ້ຄ້ານຂອງພວກເຂົາ ລຸກຂຶ້ນຕ້ານຕໍ່ຕໍາແໜ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບພວກເຂົາ. ທີ່ສຳຄັນເປັນພິເສດກໍຄື ຄວາມຈິງແລ້ວມະນຸດຢ້ານທີ່ຈະສູນເສຍລາບຍົດນີ້ຫຼາຍ; ດັ່ງນັ້ນ, ພວກເຂົາຈຶ່ງຍຶດຕິດຢ່າງສິ້ນຫວັງກັບຕໍາແໜ່ງຫ້ອງການຂອງພວກເຂົາເອງ, ໂດຍຢ້ານວ່າບາງຄົນອາດຈະພະຍາຍາມຍາດຊິງເອົາມັນໄປ. ເມື່ອມະນຸດຊາດຢູ່ໃນຂອບຄວາມຄິດນີ້, ພຣະເຈົ້າກໍບໍ່ກັງວົນວ່າຜູ້ຄົນຈະຂີ້ຄ້ານອີກ, ສະນັ້ນ ພຣະອົງຈຶ່ງປ່ຽນແປງພຣະທຳແຫ່ງການພິພາກສາຂອງພຣະອົງເປັນພຣະທຳແຫ່ງການສອບຖາມ. ບໍ່ແມ່ນພຽງແຕ່ພຣະອົງຈະໃຫ້ໂອກາດມະນຸດໄດ້ຫາຍໃຈ, ແຕ່ພຣະອົງຍັງໃຫ້ໂອກາດພວກເຂົານໍາເອົາຄວາມຫວັງທີ່ພວກເຂົາມີກ່ອນໜ້ານີ້ ແລະ ຄັດເລືອກພວກມັນອອກເພື່ອເປັນຂໍ້ອ້າງອີງໃນອະນາຄົດ: ສິ່ງໃດກໍຕາມທີ່ບໍ່ເໝາະສົມແມ່ນສາມາດປ່ຽນແປງໄດ້. ນີ້ເປັນຍ້ອນພຣະເຈົ້າຍັງບໍ່ທັນໄດ້ເລີ່ມຕົ້ນພາລະກິດຂອງພຣະອົງ, ນີ້ແມ່ນຄວາມໂຊກດີສ່ວນໜຶ່ງທີ່ຢູ່ໃນທ່າມກາງຄວາມໂຊກຮ້າຍທີ່ຍິ່ງໃຫຍ່ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ໄດ້ກ່າວໂທດພວກເຂົາ. ສະນັ້ນ ໃຫ້ເຮົາສືບຕໍ່ມອບຄວາມອຸທິດທັງໝົດຂອງເຮົາໃຫ້ແກ່ພຣະອົງ!

ຕໍ່ໄປ, ເຈົ້າຕ້ອງບໍ່ປະຖິ້ມພຣະທຳຂອງພຣະເຈົ້າຍ້ອນຄວາມຢ້ານຂອງເຈົ້າ. ໃຫ້ລອງເບິ່ງວ່າພຣະເຈົ້າມີຄວາມຮຽກຮ້ອງໃໝ່ ຫຼື ບໍ່. ແນ່ນອນ, ເຈົ້າຈະຄົ້ນພົບຄວາມສິ່ງນີ້: “ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ໃນບັນດາທຸກສິ່ງ, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງການປະຕິບັດ; ຖ້າມີແຕ່ເວົ້າເລື້ອຍເປື່ອຍຄືກັບທີ່ເຈົ້າໄດ້ເຮັດໃນອະດີດ, ມັນຈະບໍ່ພາໃຫ້ເຈົ້າໄປຮອດໃສເລີຍ”. ໃນນີ້ກໍຍັງສະແດງເຖິງສະຕິປັນຍາຂອງພຣະເຈົ້າເຊັ່ນກັນ. ພຣະເຈົ້າປົກປ້ອງພະຍານຂອງພຣະອົງເອງຢູ່ສະເໝີ ແລະ ເມື່ອຄວາມເປັນຈິງແຫ່ງພຣະທຳໃນອະດີດໄດ້ໄປເຖິງຈຸດສິ້ນສຸດ, ບໍ່ມີຜູ້ໃດສາມາດຢັ່ງເຖິງຄວາມຮູ້ກ່ຽວກັບ “ຄວາມເປັນຈິງແຫ່ງການປະຕິບັດ” ໄດ້. ສິ່ງນີ້ກໍພຽງພໍທີ່ຈະພິສູດໃຫ້ເຫັນຄວາມຈິງໃນສິ່ງທີ່ພຣະເຈົ້າເວົ້າວ່າ “ເຮົາຮັບໜ້າທີ່ເພື່ອປະຕິບັດພາລະກິດດ້ວຍຕົນເອງ”. ມັນກ່ຽວຂ້ອງກັບຄວາມໝາຍທີ່ແທ້ຈິງຂອງພາລະກິດໃນຄວາມເປັນພຣະເຈົ້າ ແລະ ອີກຢ່າງ ດ້ວຍເຫດຜົນທີ່ວ່າ ຫຼັງຈາກທີ່ໄດ້ໄປເຖິງຈຸດເລີ່ມຕົ້ນໃໝ່ແລ້ວ ບໍ່ວ່າຢ່າງໃດກໍຕາມ ມະນຸດຊາດກໍຍັງບໍ່ສາມາດຢັ່ງເຖິງຄວາມໝາຍທີ່ແທ້ຈິງແຫ່ງພຣະທຳຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນອະດີດ ຄົນສ່ວນໃຫຍ່ຕິດກັບຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ໃນຂະນະທີ່ປັດຈຸບັນ ພວກເຂົາບໍ່ຮູ້ຫຍັງໝົດກ່ຽວກັບຄວາມເປັນຈິງແຫ່ງການປະຕິບັດ, ເຊິ່ງພວກເຂົາເຂົ້າໃຈພຽງແຕ່ດ້ານນອກຂອງພຣະທຳເຫຼົ່ານີ້ເທົ່ານັ້ນ ແຕ່ບໍ່ແມ່ນແກ່ນແທ້ຂອງພວກມັນ. ສຳຄັນໄປກວ່ານັ້ນ, ມັນເປັນຍ້ອນ ໃນປັດຈຸບັນ ໃນການສ້າງອານາຈັກ ບໍ່ມີຜູ້ໃດໄດ້ຮັບອະນຸຍາດໃຫ້ແຊກແຊງ, ພຽງແຕ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຄືກັບຫຸ່ນຍົນ. ຈົ່ງຈົດຈໍາສິ່ງນີ້ໄວ້ໃຫ້ດີ! ທຸກຄັ້ງທີ່ພຣະເຈົ້າກ່າວເຖິງອະດີດ, ພຣະອົງເລີ່ມຕົ້ນເວົ້າກ່ຽວກັບສະຖານະການແທ້ຈິງໃນປັດຈຸບັນ; ນີ້ແມ່ນຮູບແບບຂອງການເວົ້າເພື່ອສ້າງຄວາມແຕກຕ່າງລະຫວ່າງສິ່ງທີ່ມາກ່ອນ ແລະ ສິ່ງທີ່ມານໍາຫຼັງ ແລະ ຍ້ອນເຫດຜົນນີ້ຈຶ່ງສາມາດບັນລຸໝາກຜົນໄດ້ດີຍິ່ງຂຶ້ນ, ເຮັດໃຫ້ຜູ້ຄົນສາມາດປຽບທຽບປັດຈຸບັນກັບອະດີດ ແລະ ໃນລັກສະນະນີ້ຈຶ່ງຫຼີກເວົ້ນການສັບສົນທັງສອງຢ່າງ. ນີ້ແມ່ນດ້ານໜຶ່ງຂອງສະຕິປັນຍາຂອງພຣະເຈົ້າ ແລະ ເປົ້າໝາຍຂອງມັນກໍເພື່ອບັນລຸຜົນຂອງພາລະກິດ. ຫຼັງຈາກນີ້, ພຣະເຈົ້າກໍຈະເປີດເຜີຍຄວາມຂີ້ຮ້າຍຂອງມະນຸດຊາດອີກຄັ້ງ, ເພື່ອວ່າມະນຸດຊາດຈະບໍ່ລືມກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ສຳຄັນໄປກວ່ານັ້ນ ກໍເພື່ອວ່າພວກເຂົາຈະຮູ້ຈັກກ່ຽວກັບຕົນເອງ ແລະ ນໍາເອົາສິ່ງນີ້ເປັນບົດຮຽນທີ່ພວກເຂົາຕ້ອງຮຽນຮູ້ໃນແຕ່ລະມື້.

ຫຼັງຈາກທີ່ໄດ້ກ່າວພຣະທຳເຫຼົ່ານີ້, ພຣະເຈົ້າກໍໄດ້ບັນລຸຜົນທີ່ເປັນຈຸດປະສົງເດີມຂອງພຣະອົງ. ດ້ວຍເຫດນັ້ນ ພຣະອົງຈຶ່ງປັດຜ່ານສິ່ງນີ້ດ້ວຍສອງສາມປະໂຫຍກ ໂດຍບໍ່ໃສ່ໃຈວ່າມະນຸດຊາດຈະເຂົ້າໃຈພຣະອົງ ຫຼື ບໍ່, ຍ້ອນພາລະກິດຂອງຊາຕານບໍ່ກ່ຽວຂ້ອງກັບມະນຸດຊາດ, ແລ້ວມະນຸດກໍບໍ່ຮູ້ຈັກຫຍັງໝົດກ່ຽວກັບສິ່ງນີ້. ບັດນີ້ ເມື່ອປະໂລກແຫ່ງວິນຍານໄວ້ເບື້ອງຫຼັງແລ້ວ, ກໍຈົ່ງເບິ່ງເພີ່ມເຕີມວ່າພຣະເຈົ້າຮຽກຮ້ອງຈາກມະນຸດຊາດແນວໃດ: “ເມື່ອພັກຜ່ອນຢູ່ໃນເຮືອນຂອງເຮົາ, ເຮົາໄດ້ສັງເກດທຸກສິ່ງຢ່າງໃກ້ຊິດ: ທຸກຄົນເທິງແຜ່ນດິນໂລກແມ່ນວຸ້ນວາຍກ່ຽວກັບ “ການເດີນທາງໄປທົ່ວແຜ່ນດິນໂລກ” ແລະ ຟ້າວໄປໆມາໆລ້ວນແລ້ວແຕ່ຍ້ອນເຫັນແກ່ໂຊກຊະຕາຂອງພວກເຂົາ ແລະ ອະນາຄົດຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດເລີຍທີ່ມີກຳລັງເຫຼືອໄວ້ສຳລັບການສ້າງອານາຈັກຂອງເຮົາ, ບໍ່ມີແມ່ນແຕ່ຄວາມພະຍາຍາມທີ່ຈະຫາຍໃຈ”. ຫຼັງຈາກທີ່ແລກປ່ຽນຄໍາເວົ້າຫຼິ້ນໆກັບມະນຸດ, ພຣະເຈົ້າຍັງບໍ່ສົນໃຈພວກເຂົາ, ແຕ່ສືບຕໍ່ເວົ້າຈາກທັດສະນະຂອງພຣະວິນຍານ ແລະ ເປີດເຜີຍສະຖານະການທົ່ວໄປຂອງມະນຸດທັງໝົດຜ່ານທາງພຣະທຳເຫຼົ່ານີ້. ມັນເຫັນໄດ້ຢ່າງຊັດເຈນຈາກ “ການເດີນທາງໄປທົ່ວແຜ່ນດິນໂລກ” ແລະ “ຟ້າວໄປໆມາໆ” ວ່າຊີວິດຂອງມະນຸດປາສະຈາກເນື້ອຫາທັງສິ້ນ. ຖ້າບໍ່ແມ່ນຍ້ອນຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໂດຍສະເພາະແມ່ນຍ້ອນຄົນທີ່ເກີດໃນຄອບຄົວທີ່ໄດ້ເສື່ອມຖອຍລົງ ເຊິ່ງເຄີຍເປັນຄອບຄົວທີ່ຍິ່ງໃຫຍ່ຂອງເຊື້ອສາຍລາຊະວົງຂອງຈີນ, ຜູ້ຄົນກໍຍິ່ງຈະດຳລົງຊີວິດທັງໝົດຢ່າງສູນເປົ່າ ແລະ ພວກເຂົາຄວນຈະຕົກລົງສູ່ດິນແດນມໍລະນາ ຫຼື ນະຮົກດີກວ່າທີ່ຈະເກີດມາຢູ່ໃນໂລກນີ້. ພາຍໃຕ້ອຳນາດຂອງມັງກອນແດງທີ່ຍິ່ງໃຫຍ່ ພວກເຂົາໄດ້ລ່ວງເກີນພຣະເຈົ້າໂດຍບໍ່ຮູ້ຕົວ ແລະ ສະນັ້ນ ພວກເຂົາຈຶ່ງຕົກລົງຢູ່ພາຍໃຕ້ການຂ້ຽນຕີຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຍ້ອນເຫດຜົນນີ້, ພຣະເຈົ້າຈຶ່ງໄດ້ “ຊ່ວຍເຫຼືອພວກເຂົາຈາກຄວາມລຳບາກຍາກແຄ້ນເປັນເວລາຫຼາຍຄັ້ງ” ແລະ “ຄົນເນລະຄຸນ”, ແລ້ວວາງພວກເຂົາໄວ້ກົງກັນຂ້າມກັນເພື່ອວ່າມະນຸດອາດຮູ້ຈັກຕົນເອງຫຼາຍຂຶ້ນ, ສິ່ງນີ້ເຮັດໃຫ້ຄວາມເມດຕາຂອງພຣະອົງຊັດເຈນຂຶ້ນ. ສິ່ງນີ້ບໍ່ໄດ້ເຮັດໃຫ້ມີປະສິດທິພາບຫຼາຍຍິ່ງຂຶ້ນບໍ? ແນ່ນອນ ມັນເຫັນໄດ້ຢ່າງຊັດເຈນແລ້ວວ່າ ຈາກໃຈຄວາມຂອງພຣະທໍາຂອງພຣະເຈົ້າ ຜູ້ຄົນສາມາດສະຫຼຸບຄວາມກ່ຽວກັບອົງປະກອບໃນການຕໍານິ, ອົງປະກອບແຫ່ງຄວາມລອດພົ້ນ ແລະ ການອຸທອນ ແລະ ການຂົ່ມຂູ່ເລັກນ້ອຍຂອງຄວາມໂສກເສົ້າເສຍໃຈ. ເມື່ອອ່ານພຣະທຳເຫຼົ່ານີ້, ຜູ້ຄົນເລີ່ມຮູ້ສຶກເສຍໃຈຢ່າງບໍ່ມີສະຕິ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກຮ້ອງໄຫ້… ເຖິງຢ່າງໃດກໍຕາມ ພຣະເຈົ້າຈະບໍ່ຖືກຈຳກັດດ້ວຍຄວາມຮູ້ສຶກໂສກເສົ້າພຽງສອງສາມປະານ ຫຼື ພຣະອົງຈະປະຖິ້ມພາລະກິດຂອງພຣະອົງໃນການລົງວິໄນປະຊາຊົນຂອງພຣະອົງ ແລະ ການຮຽກຮ້ອງຈາກພວກເຂົາ ຍ້ອນຄວາມເສື່ອມຊາມຂອງມະນຸດຊາດທັງປວງ. ຍ້ອນສິ່ງນີ້, ຫົວຂໍ້ຂອງພຣະອົງຈຶ່ງແຕະຕ້ອງເຖິງສະຖານະການໃນປັດຈຸບັນທັນທີ ແລະ ຍິ່ງໄປກວ່ານັ້ນ ພຣະອົງປະກາດຕໍ່ມະນຸດຊາດເຖິງຄວາມສະຫງ່າຜາເຜີຍຂອງບົດບັນຍັດແຫ່ງການບໍລິຫານຂອງພຣະອົງ ເພື່ອວ່າແຜນການຂອງພຣະອົງຈະສືບຕໍ່ຄືບໜ້າ. ນີ້ຄືເຫດຜົນທີ່ວ່າເປັນຫຍັງ ຫຼັງຈາກສິ່ງນີ້ ດ້ວຍຄວາມໄວ ແລະ ການໂຈມຕີທີ່ເໝາະສົມ ໃນຂະນະທີ່ເຫຼັກກຳລັງຮ້ອນ ໃນຈຸດສໍາຄັນນີ້ ພຣະເຈົ້າຈຶ່ງປະກາດ ນໍາໃຊ້ລັດຖະທຳມະນູນໃນເວລານີ້ ເຊິ່ງເປັນລັດຖະທຳມະນູນທີ່ມະນຸດຕ້ອງອ່ານ ແລະ ໃສ່ໃຈກັບທຸກມາດຕາຢ່າງລະມັດລະວັງ ກ່ອນທີ່ພວກເຂົາຈະສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ. ບໍ່ຈຳເປັນຕ້ອງລົງເລິກກ່ຽວກັບສິ່ງນີ້ໃນຕອນນີ້; ຜູ້ຄົນພຽງແຕ່ຕ້ອງການອ່ານຢ່າງຕັ້ງໃຈເທົ່ານັ້ນ.

ໃນປັດຈຸບັນ ພວກເຈົ້າ ເຊິ່ງເປັນຄົນກຸ່ມນີ້ທີ່ຢູ່ໃນນີ້ ແມ່ນເປັນຄົນທີ່ສາມາດເຫັນພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ເຖິງຢ່າງນັ້ນກໍຕາມ ໃນການຮູ້ຈັກພຣະເຈົ້າ ຜູ້ຄົນໃນປັດຈຸບັນແມ່ນລ້າຫຼັງກວ່າຜູ້ຄົນທີ່ຢູ່ໃນຍຸກອະດີດຫຼາຍ. ສິ່ງນີ້ພຽງພໍທີ່ຈະເຮັດໃຫ້ເຫັນຢ່າງຊັດເຈນວ່າ ຊາຕານໄດ້ລົງທຶນຄວາມພະຍາຍາມຫຼາຍສໍ່າໃດໃນຜູ້ຄົນຕະຫຼອດເວລາສອງສາມພັນປີຜ່ານມາ, ພ້ອມກັບຂອບເຂດທີ່ມັນເຮັດໃຫ້ມະນຸດຊາດເສື່ອມຊາມ, ໃນລະດັບທີ່ຍິ່ງໃຫຍ່ຫຼາຍ ຈົນເຖິງກັບວ່າ ຂະໜາດພຣະເຈົ້າໄດ້ກ່າວພຣະທຳຫຼາຍຂໍ້, ມະນຸດຊາດກໍຍັງບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະອົງ, ແຕ່ກົງກັນຂ້າມ ພວກເຂົາກ້າທີ່ຈະລຸກຂຶ້ນ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍ. ແລ້ວດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຍົກຄົນໃນຍຸກອະດີດມາປຽບທຽບກັບຄົນໃນປັດຈຸບັນຢູ່ເລື້ອຍໆ, ເພື່ອເປັນຂໍ້ອ້າງອີງຢ່າງແທ້ຈິງຕໍ່ຄົນໃນປັດຈຸບັນວ່າພວກເຂົາໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ. ຍ້ອນມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຍ້ອນພວກເຂົາຂາດຄວາມເຊື່ອທີ່ແທ້ຈິງໃນພຣະອົງ, ພຣະເຈົ້າຈຶ່ງຕັດສິນມະນຸດຊາດວ່າ ບໍ່ມີຄຸນສົມບັດ ແລະ ເຫດຜົນ; ສະນັ້ນ ພຣະອົງຈຶ່ງສະແດງໃຫ້ຜູ້ຄົນເຫັນເຖິງຄວາມອົດທົນ ແລະ ມອບຄວາມລອດພົ້ນໃຫ້ກັບພວກເຂົາຄັ້ງແລ້ວຄັ້ງເລົ່າ. ບັ້ນຮົບແມ່ນຖືກຕໍ່ສູ້ກັນຕາມເສັ້ນທາງເຫຼົ່ານີ້ໃນອານາຈັກແຫ່ງວິນຍານ: ມັນເປັນຄວາມຫວັງທີ່ສູນເປົ່າຂອງຊາຕານທີ່ຈະເຮັດໃຫ້ມະນຸດຊາດເສື່ອມຊາມຈົນເຖິງລະດັບໃດໜຶ່ງ, ເຮັດໃຫ້ໂລກສົກກະປົກ ແລະ ຊົ່ວຮ້າຍ ແລະ ແລ້ວກໍລາກດຶງຜູ້ຄົນລົງໄປສູ່ບຶງໜອງພ້ອມກັບມັນ ແລະ ທຳລາຍແຜນການຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ແຜນການຂອງພຣະເຈົ້າບໍ່ແມ່ນເພື່ອເຮັດໃຫ້ມະນຸດຊາດທັງໝົດກາຍເປັນຄົນທີ່ຮູ້ຈັກພຣະອົງ, ແຕ່ກົງກັນຂ້າມແມ່ນເພື່ອເລືອກເອົາສ່ວນໜຶ່ງເພື່ອເປັນຕົວແທນໃຫ້ກັບທັງໝົດ, ປ່ອຍສ່ວນທີ່ເຫຼືອໃຫ້ເປັນຂອງເສຍ, ເປັນສິນຄ້າໝົດຄຸນນະພາບທີ່ຈະຖືກໂຍນຖິ້ມລົງກອງຂີ້ເຫຍື້ອ. ສະນັ້ນ ເຖິງແມ່ນວ່າ ຈາກມຸມມອງຂອງຊາຕານ ການຄອບຄອງຄົນສອງສາມຄົນອາດເປັນໂອກາດດີທີ່ຈະທຳລາຍແຜນການຂອງພຣະເຈົ້າ, ຄົນໂງ່ແບບຊາຕານຈະສາມາດຮູ້ຈັກເຈດຕະນາຂອງພຣະເຈົ້າໄດ້ແນວໃດ? ນີ້ແມ່ນເຫດຜົນທີ່ພຣະເຈົ້າເວົ້າດົນນານມາແລ້ວວ່າ “ເຮົາໄດ້ປົກປິດໃບໜ້າຂອງເຮົາເພື່ອຫຼີກເວັ້ນທີ່ຈະເບິ່ງໂລກນີ້”. ພວກເຮົາຮູ້ຈັກໜ້ອຍດຽວກ່ຽວກັບສິ່ງນີ້ ແລະ ພຣະເຈົ້າບໍ່ໄດ້ຂໍໃຫ້ມະນຸດສາມາດເຮັດສິ່ງໃດໜຶ່ງ; ກົງກັນຂ້າມ ພຣະອົງຕ້ອງການໃຫ້ພວກເຂົາເຂົ້າໃຈວ່າ ສິ່ງທີ່ພຣະເຈົ້າເຮັດນັ້ນອັດສະຈັນ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ເຄົາລົບບູຊາພຣະອົງໃນຫົວໃຈຂອງພວກເຂົາ. ຕາມທີ່ມະນຸດຈິນຕະນາການ, ຖ້າພຣະເຈົ້າຕ້ອງຂ້ຽນຕີພວກເຂົາໂດຍບໍ່ຄຳນຶງເຖິງສະຖານະການຕ່າງໆ, ແລ້ວໂລກທັງໝົດກໍຈະຈິບຫາຍໄປແຕ່ດົນແລ້ວ. ສິ່ງນີ້ຈະບໍ່ເທົ່າກັບການຕົກລົງສູ່ກັບດັກຂອງຊາຕານບໍ? ດ້ວຍເຫດນັ້ນ ພຣະເຈົ້າພຽງແຕ່ໃຊ້ພຣະທຳຂອງພຣະອົງເພື່ອບັນລຸຜົນທີ່ພຣະອົງມີຢູ່ໃນຈິດໃຈເທົ່ານັ້ນ, ແຕ່ມັນບໍ່ເຄີຍເກີດເປັນຈິງ. ນີ້ບໍ່ແມ່ນຕົວຢ່າງຂອງພຣະທຳຂອງພຣະອົງທີ່ວ່າ “ຖ້າເຮົາບໍ່ສົງສານທີ່ພວກເຈົ້າຂາດຄຸນສົມບັດ, ຂາດເຫດຜົນ ແລະ ຄວາມເຂົ້າໃຈ, ແລ້ວພວກເຈົ້າທຸກຄົງກໍຈະຈິບຫາຍໃນທ່າມກາງການຂ້ຽນຕີຂອງເຮົາ ແລະ ຖືກກວາດລ້າງອອກຈາກການມີຊີວິດຢູ່. ເຖິງຢ່າງໃດກໍຕາມ ຈົນກວ່າພາລະກິດຂອງເຮົາເທິງແຜ່ນດິນໂລກຈະສຳເລັດລົງ, ເຮົາຈະຍັງຄົງຜ່ອນຜັນຕໍ່ມະນຸດຊາດຕໍ່ໄປບໍ?”

​ກ່ອນ​ນີ້ :ບົດທີ 4

ຕໍ່​ໄປ:ບົດທີ 6

ເນື່ອຫາທີ່ກ່ຽວຂ້ອງ