ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

ນອກເໜືອສິ່ງອື່ນໃດ ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດເຊື່ອຟັງພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດຕ້ອງການຢູ່ເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະແລ້ວ ເມື່ອອາລົມ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງເຈົ້າ, ສະຕິຂອງເຈົ້າ, ຄວາມຮູ້ສຶກຂອງເຈົ້າ ແລະ ທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນຕອນທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັດສິນໃຈທີ່ຈະເຊື່ອຟັງ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ເກືອບຕາຍແທ້ໆ! ບາງຄົນຍັງອົດອາຫານໃນຕອນເຊົ້າທີ່ພວກເຂົາຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີໃຫ້ແກ່ຕົວພວກເຂົາເອງ, ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຊົມເຊີຍ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີ່ທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມກ່ຽວກັບພຣະເຈົ້າທີ່ບໍ່ມີຕົວຕົນ ແລະ ເລືອນລອຍ. ຄວາມເດັດດ່ຽວຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າແມ່ນມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ທຳມະຊາດດ້ານບວກຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ສາມາດເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງໄດ້. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງໃນການເຮັດດ້ວຍສະຕິປັນຍາ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການຮັບໃຊ້ຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າແທ້ໆ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະເດີມຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ເຊື່ອງໃນເລື່ອງເລົ່າລື, ຜະລິດຕະຜົນຂອງຈິນຕະນາການຂອງພວກເຂົາເອງ, ພຣະເຈົ້າທີ່ພວກເຂົາໄດ້ຍິນ ຫຼື ຄົ້ນພົບໃນບົດຂຽນເທົ່ານັ້ນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຄັ່ງສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ພວກເຂົາກໍບໍ່ແນ່ນອນເກີນໄປ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ບໍ່ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູ ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນຊ່ວງທີ່ລາວອາຍຸເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຜູ້ທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງທີ່ພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ສາມາດຖືກເອົາຊະນະໄດ້. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກໜ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ພວກເຂົາໃຊ້ຊີວິດຂອງພວກເຂົາໃນການທົນທຸກ ແລະ ນັ່ງໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍວາງໄມ້ກາງແຂນທີ່ພວກເຂົາແບກນັ້ນລົງຈັກເທື່ອ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງຫຼວງຫຼາຍ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ຈຳນວນໜ້ອຍໜຶ່ງໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າບໍ່ຖືກຕ້ອງ ຫຼື ທ່ຽງກົງແມ່ນແຕ່ເລັກນ້ອຍ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນເປັນເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ໂດຍບໍ່ສົນວ່າພຣະເຈົ້າເຮັດຫຍັງກໍຕາມ, ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງມາຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ເຮົາເວົ້າພຣະທຳທັງໝົດເຫຼົ່ານີ້ຕໍ່ເຈົ້າໃນປັດຈຸບັນ ເພື່ອວ່າເຈົ້າອາດຮູ້, ເພື່ອວ່າຄວາມຮູ້ນີ້ອາດນໍາພາເຈົ້າໄປສູ່ຄວາມຮູ້ໃໝ່ກວ່າທີ່ຖືກຕ້ອງ; ເຮົາຍັງເວົ້າພຣະທຳເຫຼົ່ານີ້ເພື່ອກຳຈັດແນວຄິດເດີມ ແລະ ວິທີການຮູ້ຈັກແບບເດີມໆໃນຕົວເຈົ້າ, ເພື່ອວ່າເຈົ້າຈະມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາແທ້ໆ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະປ່ຽນເປັນກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຊໍ້າໆ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດມະນຸດຂອງເຈົ້າ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ສິ່ງອື່ນທີ່ຫຼາຍປະມານນີ້ແມ່ນຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ,​ ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າສິ່ງທີ່ເຈົ້າຮູ້ມີແຕ່ການເອົາຊະນະຮ່າງກາຍຂອງເຈົ້າ ແລະ ການອົດກັ້ນ ແລະ ການທົນທຸກ ແລະ ເຈົ້າບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ຖືກຕ້ອງ ຫຼື ຜິດ, ແຮງໄກທີ່ຮູ້ຈັກວ່າເຮັດເພື່ອຜູ້ໃດ, ແລ້ວການປະຕິບັດດັ່ງກ່າວຈະນໍາໄປສູ່ການປ່ຽນແປງໄດ້ແນວໃດ?

ໃຫ້ເຂົ້າໃຈວ່າ ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ແມ່ນເພື່ອໃຫ້ພວກເຈົ້າຂົ່ມເນື້ອໜັງຂອງເຈົ້າ ຫຼື ຢຸດສະໝອງຂອງເຈົ້າບໍ່ໃຫ້ມີຄວາມຄິດຕາມອຳເພີໃຈ. ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດ ຫຼື ພາລະກິດທີ່ຈຳເປັນຕ້ອງຖືກປະຕິບັດໃນຕອນນີ້. ໃນປັດຈຸບັນ, ພວກເຈົ້າຕ້ອງມີຄວາມຮູ້ຈາກດ້ານບວກ ເພື່ອວ່າເຈົ້າຈະປ່ຽນແປງຕົນເອງ. ການປະຕິບັດທີ່ຈຳເປັນທີ່ສຸດກໍຄືໃຫ້ພວກເຈົ້າປະກອບຕົນເອງດ້ວຍພຣະທຳຂອງພຣະເຈົ້າ, ໝາຍເຖິງປະກອບຕົນເອງຢ່າງຄົບຖ້ວນດ້ວຍຄວາມຈິງ ແລະ ນິມິດທີ່ຢູ່ຕໍ່ໜ້າພວກເຈົ້າໃນຕອນນີ້ ແລະ ຫຼັງຈາກນັ້ນ ກໍອອກໄປ ແລະ ນໍາສິ່ງເຫຼົ່ານັ້ນເຂົ້າສູ່ການປະຕິບັດ. ນີ້ແມ່ນຄວາມຮັບຜິດຊອບຂອງພວກເຈົ້າ. ເຮົາບໍ່ໄດ້ຂໍໃຫ້ພວກເຈົ້າສະແຫວງຫາ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ຂຶ້ນ. ໃນປັດຈຸບັນ, ພວກເຈົ້າບໍ່ມີວຸດທິພາວະສຳລັບສິ່ງນັ້ນແທ້ໆ. ສິ່ງທີ່ຖືກຮຽກຮ້ອງຈາກພວກເຈົ້າກໍຄືໃຫ້ເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ ແລະ ຮູ້ຈັກທຳມະຊາດຂອງພວກເຈົ້າ, ທາດແທ້ຂອງພວກເຈົ້າ ແລະ ຊີວິດເກົ່າຂອງພວກເຈົ້າ. ໂດຍສະເພາະແລ້ວ ເຈົ້າຈຳເປັນຕ້ອງຮູ້ຈັກການປະຕິບັດເຫຼົ່ານັ້ນທີ່ຜິດພາດໃນອະດີດ ແລະ ການກະທຳເຫຼົ່ານັ້ນຂອງມະນຸດທີ່ເຈົ້າມີສ່ວນຮ່ວມ. ເພື່ອທີ່ຈະປ່ຽນແປງໄດ້, ເຈົ້າຕ້ອງເລີ່ມຕົ້ນດ້ວຍການປ່ຽນແປງຄວາມຄິດຂອງເຈົ້າ. ກ່ອນອື່ນ ໃຫ້ແທນຄວາມຄິດເດີມຂອງພວກເຈົ້າດ້ວຍຄວາມຄິດໃໝ່ ແລະ ໃຫ້ຄວາມຄິດໃໝ່ຂອງພວກເຈົ້າປົກຄອງຄຳເວົ້າ ແລະ ການກະທຳຂອງພວກເຈົ້າ ແລະ ຊີວິດຂອງພວກເຈົ້າ. ນີ້ແມ່ນສິ່ງທີ່ຖືກຮຽກຮ້ອງຈາກພວກເຈົ້າແຕ່ລະຄົນໃນປັດຈຸບັນ. ຢ່າປະຕິບັດຢ່າງຕາບອດ ຫຼື ຕິດຕາມຢ່າງຕາບອດ. ເຈົ້າຄວນມີຫຼັກເກນ ແລະ ເປົ້າໝາຍ. ຢ່າຫຼອກລວງຕົນເອງ. ພວກເຈົ້າຄວນຮູ້ວ່າຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າແມ່ນເພື່ອຫຍັງແທ້ໆ, ແມ່ນຫຍັງທີ່ຈະໄດ້ຮັບຈາກມັນ ແລະ ພວກເຈົ້າຄວນເຂົ້າສູ່ຫຍັງໃນຕອນນີ້. ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະຮູ້ຈັກທຸກສິ່ງນີ້.

ສິ່ງທີ່ພວກເຈົ້າຄວນເຂົ້າສູ່ໃນປັດຈຸບັນແມ່ນການຍົກຊີວິດຂອງພວກເຈົ້າຂຶ້ນ ແລະ ຍົກລະດັບຄວາມສາມາດຂອງພວກເຈົ້າ. ນອກຈາກນັ້ນ ເຈົ້າຈຳເປັນຕ້ອງປ່ຽນປ່ຽນແປງທັດສະນະເດີມເຫຼົ່ານັ້ນຈາກອະດີດຂອງພວກເຈົ້າ,​ ປ່ຽນແປງຄວາມຄິດຂອງພວກເຈົ້າ ແລະ ປ່ຽນແປງແນວຄິດຂອງພວກເຈົ້າ. ທັງຊີວິດຂອງພວກເຈົ້າຕ້ອງການໆຟື້ນຟູ. ເມື່ອຄວາມຮູ້ຂອງເຈົ້າກ່ຽວກັບການກະທຳຂອງພຣະເຈົ້າປ່ຽນແປງ, ເມື່ອເຈົ້າມີຄວາມຮູ້ໃໝ່ກ່ຽວກັບຄວາມຈິງໃນທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ເມື່ອຄວາມຮູ້ທີ່ຢູ່ພາຍໃນຕົວເຈົ້າຖືກຍົກຂຶ້ນ, ແລ້ວຊີວິດຂອງເຈົ້າກໍຈະເລີ່ມດີຂຶ້ນ. ທຸກສິ່ງທີ່ຜູ້ຄົນເຮັດ ແລະ ເວົ້າໃນຕອນນີ້ແມ່ນພາກປະຕິບັດ. ສິ່ງເຫຼົ່ານີ້ບໍ່ແມ່ນທິດສະດີ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ຜູ້ຄົນຈຳເປັນສຳລັບຊີວິດຂອງພວກເຂົາ ແລະ ພວກມັນກໍເປັນສິ່ງທີ່ພວກເຂົາຄວນມີ. ນີ້ຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນໃນລະຫວ່າງພາລະກິດແຫ່ງການເອົາຊະນະ, ການປ່ຽນແປງທີ່ຜູ້ຄົນຄວນຜະເຊີນ ແລະ ມັນເປັນຜົນສະທ້ອນຫຼັງຈາກທີ່ພວກເຂົາຖືກເອົາຊະນະ. ເມື່ອເຈົ້າໄດ້ປ່ຽນແປງຄວາມຄິດຂອງເຈົ້າ, ນໍາໃຊ້ທ່າທີໃນຄວາມຄິດແບບໃໝ່, ລົບລ້າງແນວຄິດ ແລະ ເຈດຕະນາຂອງເຈົ້າ ແລະ ການໃຫ້ເຫດຜົນຕາມຕັກກະທີ່ຢູ່ອະດີດຂອງເຈົ້າ, ປະຖິ້ມສິ່ງຕ່າງໆທີ່ຝັ່ງເລິກຢູ່ພາຍໃນຕົວເຈົ້າ ແລະ ຮັບເອົາຄວາມຮູ້ໃໝ່ກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ແລ້ວຄຳພະຍານທີ່ເຈົ້າໃຫ້ກໍຈະຖືກຍົກຂຶ້ນ ແລະ ການເປັນຢູ່ທັງໝົດຂອງເຈົ້າກໍຈະຖືກປ່ຽນແປງແທ້ໆ. ທຸກສິ່ງເຫຼົ່ານີ້ເປັນສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ສຳຄັນຫຼາຍທີ່ສຸດ, ເປັນສິ່ງທີ່ຍາກແກ່ການເຂົ້າໃຈຂອງຜູ້ຄົນໃນອະດີດ ແລະ ສິ່ງທີ່ພວກເຂົາບໍ່ສາມາດເຂົ້າຮ່ວມໄດ້. ພວກມັນແມ່ນພາລະກິດທີ່ແທ້ຈິງຂອງພຣະວິນຍານ. ໃນອະດີດ ເຈົ້າເຂົ້າໃຈພຣະຄຳພີແນວໃດແທ້ໆ? ການປຽບທຽບຢ່າງໄວໃນປັດຈຸບັນຈະບອກເຈົ້າ. ໃນອະດີດ ໃນທາງຈິດໃຈນັ້ນ ເຈົ້າຍົກໂມເຊ, ເປໂຕ, ໂປໂລ ຫຼື ຄຳເວົ້າ ແລະ ທັດສະນະອື່ນໆໃນພຣະຄຳພີຂຶ້ນ ແລະ ວາງພວກເຂົາໄວ້ເທິງແທ່ນຮູບປັ້ນ. ບັດນີ້ ຖ້າເຈົ້າຖືກຮຽກຮ້ອງໃຫ້ວາງພຣະຄຳພີເທິງແທ່ນຮູບປັ້ນ, ເຈົ້າຈະເຮັດບໍ? ເຈົ້າຈະເຫັນວ່າ ພຣະຄຳພີມີການບັນທຶກຫຼາຍຢ່າງທີ່ຂຽນຂຶ້ນໂດຍມະນຸດ ແລະ ພຣະຄຳພີເປັນພຽງການບັນທຶກຂອງມະນຸດກ່ຽວກັບສອງຂັ້ນຕອນຂອງພາລະກິດຂອງພຣະເຈົ້າ. ມັນຄືໜັງສືປະຫວັດສາດ. ນີ້ບໍ່ໄດ້ໝາຍຄວາມວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະຄຳພີປ່ຽນແປງແລ້ວບໍ? ຖ້າເຈົ້າຫຼຽວເບິ່ງປະຫວັດວົງຕະກູນຂອງພຣະເຢຊູທີ່ມີໃນພຣະກິດຕິຄຸນມັດທາຍໃນປັດຈຸບັນ, ເຈົ້າຈະເວົ້າວ່າປະຫວັດວົງຕະກູນຂອງພຣະເຢຊູບໍ? ໄຮ້ສາລະ! ນີ້ແມ່ນປະຫວັດວົງຕະກູນຂອງໂຢເຊບ, ບໍ່ແມ່ນຂອງພຣະເຢຊູ. ບໍ່ມີຄວາມສຳພັນລະຫວ່າງພຣະເຢຊູ ແລະ ໂຢເຊບ.” ເມື່ອເຈົ້າຫຼຽວເບິ່ງພຣະຄຳພີໃນຕອນນີ້, ຄວາມຮູ້ຂອງເຈົ້າກ່ຽວກັບພຣະຄຳພີກໍແຕກຕ່າງ, ໝານຄວາມວ່າ ທັດສະນະຂອງເຈົ້າໄດ້ປ່ຽນໄປ ແລະ ເຈົ້ານໍາເອົາຄວາມຮູ້ໃນລະດັບທີ່ສູງຂຶ້ນເຂົ້າໃນພຣະຄຳພີ ເຊິ່ງສູງກວ່າຜູ້ຊ່ຽວຊານທາງສາສະໜາທີ່ເກົ່າແກ່. ຖ້າບາງຄົນເວົ້າວ່າມີບາງສິ່ງທີ່ຖືກຕ້ອງກ່ຽວກັບປະຫວັດວົງຕະກູນນີ້, ເຈົ້າກໍຈະຕອບກັບວ່າແມ່ນຫຍັງຖືກຕ້ອງກ່ຽວກັບປະຫວັດວົງຕະກູນນີ້? ເລີ່ມຕົ້ນ ແລະ ອະທິບາຍເລີຍ. ພຣະເຢຊູ ແລະ ໂຢເຊບບໍ່ໄດ້ກ່ຽວຂ້ອງກັນ. ເຈົ້າບໍ່ຮູ້ເຖິງສິ່ງນັ້ນບໍ? ພຣະເຢຊູສາມາດມີປະຫວັດວົງຕະກູນບໍ? ພຣະເຢຊູຈະມີບັນພະບຸລຸດໄດ້ແນວໃດ? ພຣະອົງຈະສາມາດເປັນເຊື້ອສາຍຂອງມະນຸດໄດ້ແນວໃດ? ເນື້ອໜັງຂອງພຣະອົງເກີດມາຈາກມາຣິອາ; ພຣະວິນຍານຂອງພຣະອົງແມ່ນພຣະວິນຍານຂອງພຣະເຈົ້າ, ບໍ່ແມ່ນວິນຍານຂອງມະນຸດ. ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ແລ້ວພຣະອົງຈະມີປະຫວັດວົງຕະກູນໄດ້ແນວໃດ? ໃນຂະນະທີ່ຢູ່ເທິງແຜ່ນດິນໂລກ, ພຣະອົງບໍ່ແມ່ນສະມາຊິກຂອງມະນຸດຊາດ, ແລ້ວພຣະອົງຈະມີປະຫວັດວົງຕະກູນໄດ້ແນວໃດ?” ເມື່ອເຈົ້າວິເຄາະປະຫວັດວົງຕະກູນ ແລະ ອະທິບາຍຄວາມຈິງຢ່າງຊັດເຈນ, ແບ່ງປັນໃນສິ່ງທີ່ເຈົ້າເຂົ້າໃຈ, ບຸກຄົນທີ່ເຈົ້າກຳລັງອະທິບາຍສິ່ງນີ້ໃຫ້ຟັງກໍຈະຖືກປ່ອຍໃຫ້ເວົ້າບໍ່ອອກ. ບາງຄົນຈະອ້າງອີງເຖິງພຣະຄຳພີ ແລະ ຖາມເຈົ້າວ່າພຣະເຢຊູມີປະຫວັດວົງຕະກູນ. ພຣະເຈົ້າຂອງເຈົ້າໃນປັດຈຸບັນມີປະຫວັດວົງຕະກູນບໍ?” ແລ້ວເຈົ້າກໍຈະບອກພວກເຂົາເຖິງຄວາມຮູ້ຂອງເຈົ້າ ເຊິ່ງເປັນຈິງທີ່ສຸດ ແລະ ໃນລັກສະນະນີ້ ຄວາມຮູ້ຂອງເຈົ້າກໍຈະບັນລຸຜົນ. ໃນຄວາມຈິງແລ້ວ, ພຣະເຢຊູບໍ່ກ່ຽວຂ້ອງກັບໂຢເຊບ, ແຮງໄກທີ່ຈະກ່ຽວຂ້ອງກັບອັບຣາຮາມ; ພຣະອົງພຽງແຕ່ເກີດໃນອິດສະຣາເອນ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ແມ່ນຊາວອິດສະຣາເອນ ຫຼື ເຊື້ອສາຍຂອງຊາວອິດສະຣາເອນ. ພຽງແຕ່ຍ້ອນພຣະເຢຊູເກີດໃນອິດສະຣາເອນ, ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ. ມັນເພື່ອພາລະກິດຂອງພຣະອົງເທົ່ານັ້ນ, ພຣະອົງຈຶ່ງປະຕິບັດພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າເປັນພຣະເຈົ້າຂອງທຸກສິ່ງທີ່ຖືກສ້າງທົ່ວຈັກກະວານ. ພຣະອົງພຽງແຕ່ປະຕິບັດໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງໃນອິດສະຣາເອນກ່ອນ, ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນປະຕິບັດພາລະກິດທ່າມກາງຊົນຕ່າງຊາດ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຖືວ່າພຣະເຢຊູເປັນພຣະເຈົ້າຂອງຊາວອິດສະຣາເອນ ແລະ ຍິ່ງໄປກວ່ານັ້ນແມ່ນວາງພຣະອົງທ່າມກາງຊາວອິດສະຣາເອນ ແລະ ທ່າມກາງເຊື້ອສາຍຂອງເດວິດ. ພຣະຄຳພີເວົ້າວ່າ ເມື່ອພິຈາລະນາທຸກຢ່າງແລ້ວ ຊື່ຂອງພຣະເຢໂຮວາຈະຍິ່ງໃຫຍ່ທ່າມກາງຊົນຕ່າງຊາດ, ໝາຍຄວາມວ່າ ພຣະເຈົ້າຈະປະຕິບັດພາລະກິດທ່າມກາງຊົນຕ່າງຊາດໃນລະຫວ່າງຍຸກສຸດທ້າຍ. ການທີ່ພຣະອົງບັງເກີດໃນຢູດາຍບໍ່ໄດ້ບົ່ງບອກວ່າພຣະເຈົ້າຮັກແຕ່ຊາວຢິວເທົ່ານັ້ນ. ພຣະອົງເກີດໃນທີ່ນັ້ນພຽງແຕ່ຍ້ອນພາລະກິດຮຽກຮ້ອງໃຫ້ເປັນແບບນັ້ນ; ມັນບໍ່ເປັນຄວາມຈິງທີ່ພຣະເຈົ້າພຽງແຕ່ສາມາດບັງເກີດໄດ້ໃນອິດສະຣາເອນເທົ່ານັ້ນ (ຍ້ອນຊາວອິດສະຣາເອນເປັນຄົນທີ່ຖືກເລືອກຂອງພຣະອົງ). ຄົນທີ່ຖືກເລືອກຂອງພຣະອົງບໍ່ໄດ້ພົບຢູ່ທ່າມກາງຊົນຕ່າງຊາດເຊັ່ນກັນບໍ? ຫຼັງຈາກທີ່ພຣະເຢຊູສຳເລັດການປະຕິບັດພາລະກິດໃນຢູດາຍ, ພາລະກິດຈຶ່ງຂະຫຍາຍໄປຊົນຕ່າງຊາດ. (ໂດຍທົ່ວໄປແລ້ວ ຊົນຊາດຕ່າງໆທີ່ຢູ່ນອກອິດສະຣາເອນແມ່ນຖືກເອີ້ນວ່າຊົນຕ່າງຊາດ; “ຊົນຕ່າງຊາດບໍ່ແມ່ນການບົ່ງຊີ້ວ່າໃນສະຖານທີ່ເຫຼົ່ານັ້ນບໍ່ມີຜູ້ຄົນທີ່ຖືກເລືອກ; ກົງກັນຂ້າມ ຊົນຊາດຕ່າງໆທີ່ຢູ່ນອກອິດສະຣາເອນແມ່ນຖືກເອີ້ນລວມກັນວ່າຊົນຕ່າງຊາດ.) ໃນຄວາມຈິງແລ້ວ, ຊົນຕ່າງຊາດເຫຼົ່ານັ້ນແມ່ນຖືກຕັ້ງຖິ່ນຖານໂດຍຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າເຊັ່ນກັນ; ພຽງແຕ່ວ່າບໍ່ມີພາລະກິດໃດຖືກປະຕິບັດໃນທີ່ນັ້ນເທື່ອໃນເວລານັ້ນ. ຜູ້ຄົນໃຫ້ຄວາມສຳຄັນກັບອິດສະຣາເອນແບບນັ້ນ ກໍເພາະສອງຂັ້ນຕອນທຳອິດຂອງພາລະກິດເກີດຂຶ້ນໃນອິດສະຣາເອນ ໃນຂະນະທີ່ບໍ່ມີພາລະກິດໃດຖືກປະຕິບັດໃນຊົນຕ່າງຊາດ. ພາລະກິດທ່າມກາງຊົນຕ່າງຊາດຫາກໍເລີ່ມຕົ້ນຂຶ້ນໃນປັດຈຸບັນ, ນັ້ນຄືເຫດຜົນທີ່ວ່າເປັນຫຍັງຜູ້ຄົນຈຶ່ງຍອມຮັບໄດ້ຍາກຫຼາຍ. ຖ້າເຈົ້າສາມາດເຂົ້າທຸກສິ່ງນີ້ຢ່າງຊັດເຈນ, ຖ້າເຈົ້າສາມາດເຂົ້າໃຈທຸກສິ່ງນີ້ຢ່າງຊັດເຈນ, ຖ້າເຈົ້າສາມາດຮັບເອົາ ແລະ ເບິ່ງມັນຢ່າງຖືກຕ້ອງ, ແລ້ວເຈົ້າກໍຈະມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບພຣະເຈົ້າໃນປັດຈຸບັນ ແລະ ໃນອະດີດ ແລະ ຄວາມຮູ້ໃໝ່ນີ້ກໍຈະສູງກວ່າຄວາມຮູ້ກ່ຽວກັບພຣະເຈົ້າທີ່ໄພ່ພົນທັງປວງທົ່ວປະຫວັດສາດມີ. ຖ້າເຈົ້າຜະເຊີນກັບພາລະກິດໃນປັດຈຸບັນ ແລະ ໄດ້ຍິນຖ້ອຍຄຳສ່ວນຕົວຂອງພຣະເຈົ້າໃນປັດຈຸບັນ, ແຕ່ເຈົ້າບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າທັງໝົດ; ຖ້າການສະແຫວງຫາຂອງເຈົ້າຍັງຄົງເປັນຄືກັບທີ່ມັນເປັນຢູ່ຕະຫຼອດ ແລະ ບໍ່ໄດ້ຖືກທົດແທນດ້ວຍສິ່ງໃໝ່; ແລະ ໂດຍສະເພາະແລ້ວ ຖ້າເຈົ້າຜະເຊີນກັບພາລະກິດແຫ່ງການເອົາຊະນະນີ້ທັງໝົດ, ແຕ່ໃນທີ່ສຸດແລ້ວ ບໍ່ສາມາດເຫັນການປ່ຽນແປງຫຍັງໃນຕົວເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ເປັນຄືກັບຄົນທີ່ພຽງແຕ່ສະແຫວງຫາເຂົ້າຈີ່ເພື່ອຕອບສະໜອງຄວາມຫິວໂຫຍຂອງພວກເຂົາບໍ? ໃນກໍລະນີນັ້ນ, ພາລະກິດແຫ່ງການເອົາຊະນະກໍຈະບໍ່ຖືກບັນລຸຜົນໃນຕົວເຈົ້າ. ແລ້ວເຈົ້າຈະບໍ່ກາຍເປັນໜຶ່ງໃນບັນດາຄົນທີ່ຈະຖືກກຳຈັດບໍ?

ເມື່ອພາລະກິດທັງໝົດແຫ່ງການເອົາຊະນະມາເຖິງຈຸດຈົບ, ມັນຈຳເປັນທີ່ສຸດທີ່ພວກເຈົ້າທຸກຄົນຈະເຂົ້າໃຈວ່າພຣະເຈົ້າບໍ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ແຕ່ເປັນພຣະເຈົ້າຂອງການເນລະມິດສ້າງທັງປວງ. ພຣະອົງສ້າງມະນຸດຊາດທັງປວງ, ບໍ່ແມ່ນແຕ່ຊາວອິດສະຣາເອນ. ຖ້າເຈົ້າເວົ້າວ່າ ພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ຫຼື ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະບັງເກີດໃນຊົນຊາດໃດໜຶ່ງນອກຈາກອິດສະຣາເອນ, ແລ້ວເຈົ້າກໍຍັງບໍ່ໄດ້ຮັບເອົາຄວາມຮູ້ໃດເລີຍໃນລະຫວ່າງຊ່ວງເວລາຂອງພາລະກິດແຫ່ງການຖືກເອົາຊະນະ ແລະ ເຈົ້າບໍ່ຮັບຮູ້ແມ່ນແຕ່ໃນລັກສະນະທີ່ເລັກນ້ອຍທີ່ສຸດວ່າພຣະເຈົ້າເປັນພຣະເຈົ້າຂອງເຈົ້າ; ເຈົ້າພຽງແຕ່ເຂົ້າໃຈວ່າ ພຣະເຈົ້າເຄື່ອນຍ້າຍຈາກອິດສະຣາເອນໄປຈີນ ແລະ ກຳລັງຖືກບັງຄັບໃຫ້ເປັນພຣະເຈົ້າຂອງເຈົ້າ. ຖ້າສິ່ງນີ້ຍັງເປັນວິທີທີ່ເຈົ້າເບິ່ງສິ່ງຕ່າງໆ, ແລ້ວພາລະກິດຂອງເຮົາກໍບໍ່ເກີດຜົນຫຍັງໃນຕົວເຈົ້າ ແລະ ເຈົ້າກໍບໍ່ໄດ້ເຂົ້າໃຈແມ່ນແຕ່ສິ່ງດຽວທີ່ເຮົາໄດ້ກ່າວໄປ. ໃນທີ່ສຸດແລ້ວ ຖ້າເຈົ້າຂຽນປະຫວັດວົງຕະກູນອີກອັນໃຫ້ກັບເຮົາຄືກັບທີ່ມັດທາຍເຮັດ, ຊອກຫາບັນພະບຸລຸດທີ່ເໝາະສົມໃຫ້ກັບເຮົາ, ຄົ້ນຫາຜູ້ໃຫ້ກຳເນີດທີ່ຖືກຕ້ອງຂອງເຮົາ, ຈົນເຖິງກັບວ່າພຣະເຈົ້າມີປະຫວັດຕະກູນສອງອັນສຳລັບການບັງເກີດເປັນມະນຸດສອງຄັ້ງຂອງພຣະອົງ, ແລ້ວນັ້ນຈະບໍ່ແມ່ນເລື່ອງຕະລົກທີ່ດີທີ່ສຸດໃນໂລກບໍ? ໃນຖານະທີ່ເປັນບຸກຄົນຜູ້ເຈດຕະນາດີນີ້ທີ່ຄົ້ນພົບປະຫວັດວົງຕະກູນໃຫ້ກັບເຮົາ, ເຈົ້າຈະບໍ່ແມ່ນຄົນທີ່ແບ່ງພຣະເຈົ້າບໍ? ເຈົ້າສາທາດແບກຮັບພາລະຂອງຄວາມບາບນີ້ບໍ? ຫຼັງຈາກພາລະກິດແຫ່ງການເອົາຊະນະນີ້ທັງໝົດແລ້ວ, ຖ້າເຈົ້າຍັງບໍ່ເຊື່ອວ່າ ພຣະເຈົ້າເປັນພຣະເຈົ້າຂອງການເນລະມິດສ້າງທັງປວງ, ຖ້າເຈົ້າຍັງຄິດວ່າພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ເຈົ້າຈະບໍ່ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍບໍ? ຈຸດປະສົງຂອງການເອົາຊະນະເຈົ້າໃນປັດຈຸບັນກໍຄືໃຫ້ເຈົ້າຮັບຮູ້ວ່າ ພຣະເຈົ້າເປັນພຣະເຈົ້າຂອງເຈົ້າ ແລະ ຍັງເປັນພຣະເຈົ້າຂອງຄົນອື່ນອີກດ້ວຍ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄື ພຣະອົງເປັນພຣະເຈົ້າຂອງທຸກຄົນທີ່ຮັກພຣະອົງ ແລະ ພຣະເຈົ້າແຫ່ງການເນລະມິດສ້າງທັງປວງ. ພຣະອົງເປັນພຣະເຈົ້າຂອງຊາວອິດສະຣາເອນ ແລະ ພຣະເຈົ້າຂອງປະຊາຊົນແຫ່ງອີຢິບ. ພຣະອົງເປັນພຣະເຈົ້າຂອງຄົນອັງກິດ ແລະ ພຣະເຈົ້າຂອງຄົນອາເມຣິກາ. ພຣະອົງບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງອາດາມ ແລະ ເອວາ, ແຕ່ຍັງເປັນພຣະເຈົ້າຂອງເຊື້ອສາຍທັງໝົດຂອງພວກເຂົາ. ພຣະອົງເປັນພຣະເຈົ້າຂອງທຸກສິ່ງໃນສະຫວັນ ແລະ ທຸກສິ່ງເທິງແຜ່ນດິນໂລ. ທຸກຄອບຄົວ ບໍ່ວ່າພວກເຂົາຈະເປັນຊາວອິດສະຣາເອນ ຫຼື ຊາວຕ່າງຊາດ ກໍລ້ວນແລ້ວແຕ່ຢູ່ໃນມືຂອງພຣະເຈົ້າໜຶ່ງດຽວ. ບໍ່ພຽງແຕ່ພຣະອົງປະຕິບັດພາລະກິດໃນອິດສະຣາເອນເປັນເວລາສອງສາມພັນປີ ແລະ ເກີດອີກຄັ້ງໃນຢູດາຍ, ແຕ່ໃນປັດຈຸບັນ ພຣະອົງລົງມາໃນປະເທດຈີນ, ໃນສະຖານທີ່ນີ້ເຊິ່ງເປັນບ່ອນທີ່ມັງກອນແດງໃຫຍ່ນອນຂົດຢູ່. ຖ້າການເກີດໃນຢູດາຍເຮັດໃຫ້ພຣະອົງເປັນກະສັດຂອງຊາວຢິວ, ແລ້ວການລົງມາທ່າມກາງພວກເຈົ້າທັງໝົດຈະບໍ່ໄດ້ເຮັດໃຫ້ພຣະອົງເປັນພຣະເຈົ້າຂອງພວກເຈົ້າທຸກຄົນບໍ? ພຣະອົງນໍາພາຊາວອິດສະຣາເອນ ແລະ ເກີດໃນຢູດາຍ ແລະ ພຣະອົງຍັງເກິດໃນດິນແດນຕ່າງຊາດ. ພາລະກິດທັງໝົດທີ່ພຣະອົງປະຕິບັດບໍ່ແມ່ນເພື່ອມະນຸດຊາດທັງປວງທີ່ພຣະອົງໄດ້ສ້າງຂຶ້ນບໍ? ພຣະອົງຮັກຊາວອິດສະຣາເອນຮ້ອຍເທົ່າ ແລະ ກຽດຊັງຊາວຕ່າງຊາດພັນເທົ່າບໍ? ນັ້ນບໍ່ແມ່ນແນວຄິດຂອງພວກເຈົ້າບໍ? ມັນບໍ່ເປັນຈິງທີ່ວ່າພຣະເຈົ້າບໍ່ເຄີຍເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງວ່າພວກເຈົ້າບໍ່ຮັບຮູ້ພຣະອົງ; ມັນບໍ່ເປັນຈິງທີ່ວ່າ ພຣະເຈົ້າບໍ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງວ່າພວກເຈົ້າປະຕິເສດພຣະອົງ. ຜູ້ໃດທ່າມກາງສິ່ງຖືກສ້າງທີ່ບໍ່ໄດ້ຢູ່ໃນມືຂອງຜູ້ຊົງລິດທານຸພາບສູງສຸດ? ໃນການເອົາຊະນະພວກເຈົ້າໃນປັດຈຸບັນ, ເປົ້າໝາຍບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າຮັບຮູ້ວ່າພຣະເຈົ້າບໍ່ໄດ້ແມ່ນຜູ້ໃດນອກເໜືອຈາກພຣະເຈົ້າຂອງພວກເຈົ້າບໍ? ຖ້າພວກເຈົ້າຍັງຢືນຢັນວ່າພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ຍັງຢືນຢັນວ່າ ຄົວເຮືອນຂອງເດວິດໃນອິດສະຣາເອນແມ່ນບ່ອນກຳເນີດຂອງພຣະເຈົ້າ ແລະ ບໍ່ມີຊົນຊາດອື່ນນອກເໜືອຈາກອິດສະຣາເອນທີ່ມີຄຸນສົມບັດຜະລິດພຣະເຈົ້າ, ແຮງໄກທີ່ຄອບຄົວຕ່າງຊາດຈະສາມາດຮັບເອົາພາລະກິດຂອງພຣະເຢໂຮວາເປັນການສ່ວນໄດ້, ຖ້າເຈົ້າຍັງຄິດແບບນີ້, ແລ້ວສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນຕໍ່ຕ້ານທີ່ດື້ດຶງບໍ? ຢ່າໃຈຈົດໃຈຈໍ່ໃສ່ອິດສະຣາເອນຢູ່ສະເໝີ. ພຣະເຈົ້າຢູ່ທີ່ນີ້ທ່າມກາງພວກເຈົ້າໃນປັດຈຸບັນ. ເຈົ້າບໍ່ຄວນສືບຕໍ່ຫຼຽວເບິ່ງຂຶ້ນສູ່ສະຫວັນ. ຢຸດປາຖະໜາພຣະເຈົ້າຂອງເຈົ້າທີ່ຢູ່ໃນສະຫວັນ! ພຣະເຈົ້າໄດ້ມາຢູ່ທ່າມກາງພວກເຈົ້າ, ແລ້ວພຣະອົງຈະສາມາດຢູ່ໃນສະຫວັນໄດ້ແນວໃດ? ເຈົ້າບໍ່ເຊື່ອໃນພຣະເຈົ້າເປັນເວລາດົນ, ແຕ່ເຈົ້າກໍມີແນວຄິດຫຼາຍຢ່າງກ່ຽວກັບພຣະອົງ, ຈົນເຖິງຈຸດທີ່ເຈົ້າບໍ່ກ້າຄິດແມ່ນແຕ່ວິນາທີດຽວວ່າ ພຣະເຈົ້າຂອງຊາວອິດສະຣາເອນຈະຍອມຫຼຸດກຽດເພື່ອເປັນກຽດໃຫ້ກັບພວກເຈົ້າດ້ວຍການສະຖິດຂອງພຣະອົງ. ແຮງໄກທີ່ພວກເຈົ້າຈະກ້າຄິດກ່ຽວກັບເຈົ້າຈະສາມາດເຫັນໄດ້ແນວໃດວ່າພຣະເຈົ້າປະກົດຕົວເປັນການສ່ວນຕົວ ໃນເມື່ອວ່າພວກເຈົ້າສົກກະປົກແບບເຫຼືອທົນຫຼາຍ. ພວກເຈົ້າບໍ່ເຄີຍຄິດວ່າພຣະເຈົ້າຈະລົງມາໃນດິນແດນຕ່າງຊາດເປັນການສ່ວນຕົວໄດ້ແນວໃດ. ພຣະອົງຄວນລົງມາເທິງພູເຂົາຊີນາຍ ຫຼື ພູເຂົາໝາກກອກເທດ ແລະ ປະກົດຕໍ່ຊາວອິດສະຣາເອນ. ຊາວຕ່າງຊາດ (ນັ້ນກໍຄື ຜູ້ຄົນທີ່ຢູ່ນອກອິດສະຣາເອນ) ບໍ່ລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການກຽດຊັງຂອງພຣະອົງບໍ? ພຣະອົງຈະສາມາດປະຕິບັດພາລະກິດເປັນການສ່ວນຕົວທ່າມກາງພວກເຂົາໄດ້ແນວໃດ? ທຸກສິ່ງເຫຼົ່ານີ້ແມ່ນແນວຄິດຝັງເລິກທີ່ພວກເຈົ້າໄດ້ມີເປັນເວລາຫຼາຍປີແລ້ວ. ຈຸດປະສົງຂອງການເອົາຊະນະພວກເຈົ້າໃນປັດຈຸບັນແມ່ນເພື່ອພັງທະລາຍແນວຄິດເຫຼົ່ານີ້ຂອງພວກເຈົ້າ. ສະນັ້ນ ພວກເຈົ້າຈຶ່ງເຫັນເຖິງການປະກົດຕົວຂອງພຣະເຈົ້າເປັນການສ່ວນຕົວທ່າມກາງພວກເຈົ້າ, ບໍ່ແມ່ນເທິງພູເຂົາຊີນາຍ ຫຼື ເທິງພູເຂົາໝາກກອກເທດ, ແຕ່ທ່າມກາງຜູ້ຄົນທີ່ພຣະອົງບໍ່ເຄີຍນໍາພາມາກ່ອນ. ຫຼັງຈາກທີ່ພຣະເຈົ້າປະຕິບັດສອງຂັ້ນຕອນຂອງພາລະກິດໃນອິດສະຣາເອນ, ຊາວອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນຈຶ່ງມາມີແນວຄິດແບບດຽວກັນວ່າ ໃນຂະນະທີ່ມັນເປັນຄວາມຈິງທີ່ພຣະເຈົ້າໄດ້ສ້າງສິ່ງທັງປວງ, ພຣະອົງພຽງແຕ່ເຕັມໃຈເປັນພຣະເຈົ້າຂອງຊາວອິດສະຣາເອນ, ບໍ່ແມ່ນພຣະເຈົ້າຂອງຊາວຕ່າງຊາດ. ຊາວອິດສະຣາເອນເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຈົ້າພຽງແຕ່ສາມາດເປັນພຣະເຈົ້າຂອງພວກເຮົາ, ບໍ່ແມ່ນພຣະເຈົ້າຂອງພວກເຈົ້າທີ່ເປັນຊາວຕ່າງຊາດ ແລະ ຍ້ອນພວກເຈົ້າບໍ່ເຄົາລົບບູຊາພຣະເຢໂຮວາ, ສະນັ້ນ ພຣະເຢໂຮວາທີ່ເປັນພຣະເຈົ້າຂອງພວກເຮົາຈຶ່ງກຽດຊັງພວກເຈົ້າ. ຄົນຢິວເຫຼົ່ານັ້ນຍັງເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຢຊູເຈົ້າຮັບເອົາລັກສະນະຂອງພວກເຂົາທີ່ເປັນຄົນຢິວ ແລະ ເປັນພຣະເຈົ້າທີ່ມີເຄື່ອງໝາຍຂອງຄົນຢິວ. ພຣະເຈົ້າປະຕິບັດພາລະກິດທ່າມກາງພວກເຮົາ. ລັກສະນະຂອງພຣະເຈົ້າ ແລະ ລັກສະນະຂອງພວກເຮົາກໍຄ້າຍຄືກັນ; ລັກສະນະຂອງພວກເຮົາໃກ້ຄຽງກັບຂອງພຣະເຈົ້າ. ພຣະເຢຊູເຈົ້າເປັນກະສັດຂອງພວກເຮົາ ຊາວຢິວ; ຊາວຕ່າງຊາດບໍ່ມີຄຸນສົມບັດທີ່ຈະຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ແບບນັ້ນ. ພຣະເຢຊູເຈົ້າເປັນເຄື່ອງບູຊາແທນຄວາມຜິດບາບສຳລັບພວກເຮົາ ຊາວຢິວ. ມັນຢູ່ບົນພື້ນຖານຂອງສອງຂັ້ນຕອນເຫຼົ່ານັ້ນຂອງພາລະກິດເທົ່ານັ້ນ, ຊາວອິດສະຣາເອນ ແລະ ຄົນຢິວຈຶ່ງກໍ່ຕັ້ງແນວຄິດເຫຼົ່ານີ້ທັງໝົດ. ພວກເຂົາອ້າງສິດພຣະເຈົ້າສຳລັບພວກເຂົາເອງ, ບໍ່ໃຫ້ພຣະເຈົ້າເປັນພຣະເຈົ້າຊາວຕ່າງຊາດເຊັ່ນກັນ. ໃນລັກສະນະນີ້, ພຣະເຈົ້າຈຶ່ງກາຍເປັນຊ່ອງວ່າງໃນຫົວໃຈຂອງຊາວຕ່າງຊາດ. ນີ້ກໍຍ້ອນທຸກຄົນມາເຊື່ອວ່າ ພຣະເຈົ້າບໍ່ຕ້ອງການເປັນພຣະເຈົ້າຂອງຊາວຕ່າງຊາດ ແລະ ພຣະອົງພຽງແຕ່ມັກຊາວອິດສະຣາເອນ, ຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ຄົນຢິວ, ໂດຍສະເພາະແມ່ນສາວົກທີ່ຕິດຕາມພຣະອົງ. ເຈົ້າຮູ້ບໍວ່າພາລະກິດທີ່ພຣະເຢໂຮວາ ແລະ ພຣະເຢຊູປະຕິບັດແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດທັງປວງ? ບັດນີ້ ເຈົ້າຮັບຮູ້ບໍວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຈົ້າທຸກຄົນທີ່ເກີດນອກອິດສະຣາເອນ? ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ສິ່ງນີ້ບໍ່ສາມາດເປັນຄວາມຝັນໄດ້ ແມ່ນບໍ? ພວກເຈົ້າຍອມຮັບເອົາຄວາມເປັນຈິງນີ້ບໍ? ພວກເຈົ້າກ້າທີ່ຈະບໍ່ເຊື່ອ ຫຼື ຄິດກ່ຽວກັບສິ່ງນັ້ນ. ບໍ່ວ່າພວກເຈົ້າຈະເຫັນແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ພວກເຈົ້າຍັງຢ້ານທີ່ຈະເຊື່ອໃນພຣະທຳເຫຼົ່ານີ້ບໍ? ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນ ທີ່ຖືກເອົາຊະນະ ແລະ ທຸກຄົນທີ່ປາຖະໜາເປັນຜູ້ຕິດຕາມຂອງພຣະເຈົ້າບໍ່ແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ? ພວກເຈົ້າທຸກຄົນທີ່ເປັນຜູ້ຕິດຕາມໃນມື້ນີ້ບໍ່ແມ່ນຜູ້ຄົນຖືກເລືອກທີ່ຢູ່ນອກອິດສະຣາເອນບໍ? ສະຖານະຂອງພວກເຈົ້າບໍ່ຄືກັບຂອງຊາວອິດສະຣາເອນບໍ? ທຸກສິ່ງນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນຮູ້ຈັກບໍ? ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະພວກເຈົ້າບໍ? ຍ້ອນພວກເຈົ້າສາມາດເຫັນພຣະເຈົ້າ, ພຣະອົງຈະເປັນພຣະເຈົ້າຂອງພວກເຈົ້າຕະຫຼອດໄປ, ນັບຕັ້ງແຕ່ການເລີ່ມຕົ້ນ ແລະ ສູ່ອະນາຄົດ. ພຣະອົງຈະບໍ່ປະຖິ້ມພວກເຈົ້າ ຕາບໃດທີ່ພວກເຈົ້າທຸກຄົນເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ເປັນສິ່ງຖືກສ້າງທີ່ຊື່ສັດ ແລະ ເຊື່ອຟັງຂອງພຣະອົງ.

ບໍ່ວ່າຜູ້ຄົນປາຖະໜາທີ່ຈະຮັກພຣະເຈົ້າຫຼາຍສໍ່າໃດກໍຕາມ, ໂດຍທົ່ວໄປແລ້ວ ພວກເຂົາເຊື່ອຟັງໃນການຕິດຕາມພຣະອົງຈົນເຖິງປັດຈຸບັນ. ບໍ່ແມ່ນຈົນເຖິງຈຸດຈົບ ເມື່ອຂັ້ນຕອນນີ້ຂອງພາລະກິດສິ້ນສຸດລົງ, ພວກເຂົາຈະກັບໃຈທັງໝົດ. ນັ້ນເປັນເວລາທີ່ຜູ້ຄົນຈະຖືກເອົາຊະນະຢ່າງແທ້ຈິງ. ໃນຕອນນີ້ ພວກເຂົາພຽງແຕ່ຢູ່ໃນຂະບວນການຖືກເອົາຊະນະ. ຊ່ວງເວລາທີ່ພາລະກິດສິ້ນສຸດລົງ, ພວກເຂົາຈະຖືກເອົາຊະນະທັງໝົດ, ແຕ່ນັ້ນຈະບໍ່ເປັນຈິງໃນຕອນນີ້! ເຖິງແມ່ນທຸກຄົນເຊື່ອ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຖືກເອົາຊະນະໂດຍສິ້ນເຊີງ. ນີ້ກໍຍ້ອນໃນປັດຈຸບັນ ຜູ້ຄົນໄດ້ເຫັນພຽງແຕ່ພຣະທຳ ແລະ ບໍ່ແມ່ນເຫດການຕົວຈິງ ແລະ ພວກເຂົາຍັງບໍ່ແນ່ໃຈ, ບໍ່ວ່າພວກເຂົາຈະເຊື່ອຢ່າງເລິກເຊິ່ງຫຼາຍສໍ່າໃດກໍຕາມ. ນັ້ນກໍຍ້ອນດ້ວຍເຫດການຕົວຈິງສຸດທ້າຍເທົ່ານັ້ນ, ພຣະທຳຈຶ່ງຈະກາຍເປັນຈິງ, ຜູ້ຄົນຈຶ່ງຈະຖືກເອົາຊະນະໂດຍສິ້ນເຊີງ. ໃນຕອນນີ້, ຄົນເຫຼົ່ານີ້ຖືກເອົາຊະນະຍ້ອນພວກເຂົາໄດ້ຍິນຄວາມເລິກລັບຫຼາຍຢ່າງທີ່ພວກເຂົາບໍ່ເຄີຍໄດ້ຍິນມາກ່ອນ. ແຕ່ຂ້າງໃນພວກເຂົາແຕ່ລະຄົນ,​ ພວກເຂົາຍັງຊອກຫາ ແລະ ລໍຖ້າເຫດການຕົວຈິງບາງຢ່າງ ທີ່ເຮັດໃຫ້ພວກເຂົາເຫັນວ່າພຣະທຳທຸກຂໍ້ຂອງພຣະເຈົ້າກຳລັງກາຍເປັນຈິງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ເຊື່ອຢ່າງສົມບູນ. ມີແຕ່ໃນຕອນທີ່ທຸກຄົນໄດ້ເຫັນເຖິງຄວາມເປັນຈິງທີ່ເກີດຂຶ້ນຈິງໃນທີ່ສຸດ ແລະ ຄວາມເປັນຈິງເຫຼົ່ານີ້ໄດ້ເຮັດໃຫ້ພວກເຂົາຮູ້ສຶກແນ່ໃຈ, ພວກເຂົາຈຶ່ງຈະສະແດງຄວາມເຊື່ອໝັ້ນໃນຫົວໃຈຂອງພວກເຂົາ, ຄຳເວົ້າຂອງພວກເຂົາ ແລະ ສາຍຕາຂອງພວກເຂົາ ແລະ ຖືກເຮັດໃຫ້ເຊື່ອແທ້ໆຈາກກົ້ນບຶ້ງຂອງຫົວໃຈຂອງພວກເຂົາ. ສິ່ງດັ່ງກ່າວແມ່ນທຳມະຊາດຂອງມະນຸດ: ເຈົ້າຈຳເປັນຕ້ອງເຫັນພຣະທຳທຸກຂໍ້ທີ່ກາຍເປັນຈິງ, ເຈົ້າຈຳເປັນຕ້ອງເຫັນເຫດການຕົວຈິງບາງຢ່າງທີ່ເກີດຂຶ້ນ ແລະ ເຫັນໄພພິບັດເກີດຂຶ້ນກັບບາງຄົນ ແລະ ຫຼັງຈາກນັ້ນພວກເຈົ້າຈຶ່ງຈະຖືກເຮັດໃຫ້ເຊື່ອຢ່າງສົມບູນເລິກລົງຈົນເຖິງພາຍໃນ. ຄືກັບຊາວຢິວ, ພວກເຈົ້າໝົກມູ່ນກັບການເຫັນໝາຍສຳຄັນ ແລະ ການອັດສະຈັນ. ແຕ່ພວກເຈົ້າກໍລົ້ມເຫຼວຢ່າງຕໍ່ເນື່ອງທີ່ຈະເຫັນວ່າມີໝາຍສຳຄັນ ແລະ ການອັດສະຈັນ ແລະ ຄວາມເປັນຈິງກຳລັງເກີດຂຶ້ນ ເຊິ່ງຖືກກຳນົດໃຫ້ເປີດຕາຂອງພວກເຈົ້າຢ່າງຫຼາຍ. ບໍ່ວ່າຈະເປັນຄົນທີ່ມາຈາກທ້ອງຟ້າ ຫຼື ເສົາເມກທີ່ກຳລັງເວົ້າກັບພວກເຈົ້າ ຫຼື ການທີ່ເຮົາປະຕິບັດການຂັບໄລ່ຜີໃນພວກເຈົ້າຄົນໃດໜຶ່ງ ຫຼື ສຽງຂອງເຮົາດັງສະນັ່ນຄືກັບສຽງຟ້າຮ້ອງທ່າມກາງພວກເຈົ້າ,​ ພວກເຈົ້າກໍຕ້ອງການຢູ່ສະເໝີ ແລະ ຈະຕ້ອງການເຫັນເຫດການແບບນີ້ຢູ່ສະເໝີ. ຄົນໜຶ່ງສາມາດເວົ້າໄດ້ວ່າ ໃນການເຊື່ອໃນພຣະເຈົ້າ ຄວາມປາຖະໜາທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຈົ້າແມ່ນເພື່ອເຫັນພຣະເຈົ້າມາ ແລະ ສະແດງໝາຍສຳຄັນໃຫ້ກັບພວກເຈົ້າເປັນການສ່ວນຕົວ.​ ແລ້ວພວກເຈົ້າຈຶ່ງຈະພໍໃຈ. ເພື່ອທີ່ຈະເອົາຊະນະພວກເຈົ້າ, ເຮົາຕ້ອງປະຕິບັດພາລະກິດຄ້າຍຄືກັບການເນລະມິດສ້າງໂລກ ແລະ ແລ້ວນອກຈາກນັ້ນກໍສະແດງ “ໝາຍສຳຄັນ” ບາງຢ່າງໃຫ້ກັບເຈົ້າ. ແລ້ວຫົວໃຈຂອງພວກເຈົ້າກໍຈະຖືກເອົາຊະນະຢ່າງຄົບຖ້ວນ.

​ກ່ອນ​ນີ້ :ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)

ຕໍ່​ໄປ:ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ເນື່ອຫາທີ່ກ່ຽວຂ້ອງ