​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຄົນເຮົາຕ້ອງມີມາດຕະຖານແນວໃດເພື່ອຖືກເອົາຊະນະ? ຄົນເຮົາຕ້ອງມີມາດຕະຖານແນວໃດເພື່ອຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການປັ້ນມະນຸດເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ສະພາບດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອໍານາດຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ ເຊິ່ງໝາຍຄວາມວ່າ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ພາລະກິດພາກສະຫຼຸບ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ; ບໍ່ສະນັ້ນ ເຂົາຈະບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນກໍຄື ເຂົາຈະບໍ່ສາມາດຮັບຮູ້ພຣະເຈົ້າ. ຖ້າບຸກຄົນໜຶ່ງບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ເພາະວ່າ ເຂົາຈະບໍ່ບັນລຸເງື່ອນໄຂສໍາລັບການເຮັດໃຫ້ສົມບູນນີ້. ຖ້າເຈົ້າບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມ ທີ່ຕ້ອງຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ບໍ່ວ່າຈະເປັນການເອົາຊະນະ ຫຼື ການເຮັດໃຫ້ສົມບູນ, ແຕ່ລະຢ່າງແມ່ນເພື່ອເປົ້າໝາຍໃນການປັ້ນມະນຸດ ແລະ ເພື່ອປ່ຽນແປງເຂົາ ແລະ ແຕ່ລະຢ່າງແມ່ນຢູ່ໃນພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງເຫຼົ່ານີ້ ແມ່ນສິ່ງທີ່ຈໍາເປັນ ໃນການປ່ຽນບາງຄົນໃຫ້ເປັນຄົນທີ່ສົມບູນ; ບໍ່ສາມາດຂ້າມຂັ້ນຕອນໃດໜຶ່ງໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ແມ່ນຟັງເບິ່ງຄືວ່າ ບໍ່ງາມປານໃດ ແຕ່ທີ່ຈິງແລ້ວ ຂັ້ນຕອນໃນການເອົາຊະນະຜູ້ຄົນ ແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ. ຫຼັງຈາກຖືກເອົາຊະນະ, ເຈົ້າອາດຈະບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມຂອງເຈົ້າໃຫ້ຫຼຸດພົ້ນຢ່າງສົມບູນ ແຕ່ເຈົ້າຈະເຂົ້າໃຈກ່ຽວກັບມັນ. ຜ່ານພາລະກິດຂອງການເອົາຊະນະ ເຈົ້າຈະຮູ້ຈັກຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງເຈົ້າ ແລະ ຍັງຈະຮູ້ຈັກຄວາມບໍ່ເຊື່ອຟັງຂອງເຈົ້າອີກດ້ວຍ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດກໍາຈັດ ຫຼື ປ່ຽນແປງພວກມັນພາຍໃນໄລຍະເວລາສັ້ນໆຂອງພາລະກິດແຫ່ງການເອົາຊະນະ ແຕ່ເຈົ້າກໍຈະຮູ້ຈັກພວກມັນເປັນຢ່າງດີ. ສິ່ງນີ້ຈະປູພື້ນຖານໃນການເຂົ້າສູ່ຄວາມສົມບູນຂອງເຈົ້າ. ສະນັ້ນ ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນຖືກເຮັດ ເພື່ອປ່ຽນແປງມະນຸດ, ທັງສອງຖືກເຮັດເພື່ອກໍາຈັດອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງມະນຸດ ເພື່ອເຂົາຈະສາມາດຖວາຍຕົວເອງໃຫ້ກັບພຣະເຈົ້າຢ່າງສົມບູນ. ການຖືກເອົາຊະນະເປັນພຽງແຕ່ຂັ້ນຕອນທໍາອິດໃນການປ່ຽນແປງອຸປະນິໄສຂອງມະນຸດ ແລະ ຍັງເປັນຂັ້ນຕອນທໍາອິດທີ່ມະນຸດມອບຕົວເອງໃຫ້ແກ່ພຣະເຈົ້າຢ່າງສົມບູນ ເຊິ່ງເປັນຂັ້ນຕອນທີ່ຕໍ່າກວ່າການຖືກເຮັດໃຫ້ສົມບູນ. ອຸປະນິໄສ-ຊີວິດຂອງຄົນທີ່ຖືກເອົາຊະນະແມ່ນປ່ຽນແປງໜ້ອຍກວ່າບຸກຄົນທີ່ຖືກເຮັດໃຫ້ສົມບູນຫຼາຍ. ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນແຕ່ກຕ່າງກັນໃນດ້ານຄວາມຄິດ ເພາະວ່າ ສິ່ງເຫຼົ່ານັ້ນແມ່ນຢູ່ໃນໄລຍະຂອງພາລະກິດທີ່ແຕກຕ່າງກັນ ແລະ ເພາະວ່າ ສິ່ງເຫຼົ່ານັ້ນກໍານົດໃຫ້ຜູ້ຄົນມີມາດຕະຖານທີ່ແຕກຕ່າງກັນ ໂດຍທີ່ການເອົາຊະນະແມ່ນກໍານົດໃຫ້ພວກເຂົາມີມາດຕະຖານທີ່ຕໍ່າກວ່າ ແລະ ຄວາມສົມບູນແມ່ນກໍານົດໃຫ້ພວກເຂົາມີມາດຕະຖານທີ່ສູງກວ່າ. ຜູ້ທີ່ສົມບູນແມ່ນຜູ້ຄົນທີ່ຊອບທໍາ, ແມ່ນຜູ້ຄົນທີ່ຖືກເຮັດໃຫ້ບໍລິສຸດ ແລະ ສະອາດ; ພວກເຂົາແມ່ນແກ້ວພະລຶກແຫ່ງພາລະກິດຂອງການຄຸ້ມຄອງມວນມະນຸດ ຫຼື ຜົນໄດ້ຮັບສຸດທ້າຍ. ເຖິງແມ່ນວ່າ ພວກເຂົາບໍ່ແມ່ນມະນຸດທີ່ສົມບູນ ແຕ່ພວກເຂົາກໍແມ່ນຜູ້ຄົນທີ່ສະແຫວງຫາການດໍາລົງຊີວິດທີ່ມີຄວາມໝາຍ. ແຕ່ຜູ້ທີ່ຖືກເອົາຊະນະມີແຕ່ຮັບຮູ້ດ້ວຍຄໍາເວົ້າເທົ່ານັ້ນວ່າ ພຣະເຈົ້າມີຢູ່ຈິງ; ພວກເຂົາຮັບຮູ້ວ່າ ພຣະເຈົ້າໄດ້ນໍາຕົວພຣະອົງເອງມາບັງເກີດເປັນມະນຸດ, ວ່າພຣະທໍາປາກົດໃນຮ່າງກາຍ ແລະ ພຣະເຈົ້າໄດ້ສະເດັດມາເທິງແຜ່ນດິນໂລກ ເພື່ອປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຕີສອນ. ພວກເຂົາຍັງຮັບຮູ້ວ່າ ການພິພາກສາ ແລະ ການຕີສອນຂອງພຣະເຈົ້າ ແລະ ການຂ້ຽນຕີ ແລະ ການເຮັດໃຫ້ບໍລິສຸດຂອງພຣະອົງ ແມ່ນລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ມະນຸດ. ນັ້ນກໍຄື ພວກເຂົາພວມເລີ່ມມີຄວາມຄ້າຍຄືມະນຸດ ແລະ ພວກເຂົາມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຊີວິດ ແຕ່ກໍຍັງບໍ່ຊັດເຈນກ່ຽວກັບຊີວິດນັ້ນ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຫາກໍເລີ່ມມີຄວາມເປັນມະນຸດ. ສິ່ງເຫຼົ່ານີ້ແມ່ນຜົນຂອງການຖືກເອົາຊະນະ. ເມື່ອຜູ້ຄົນກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມສົມບູນ ອຸປະນິໄສເກົ່າຂອງພວກເຂົາກໍສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກນີ້ ແລະ ກຽດຊັງທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາແມ່ນຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈດໍາລົງຊີວິດໃນຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດ ທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຖືກຕ້ອງ, ຄວາມຖືຕົວ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຍັ່ງຮູ້ ແລະ ສະຕິປັນຍາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງພຣະເຈົ້າ. ຖ້າພວກເຂົາປະສົບກັບການຕີສອນ ແລະ ການພິພາກສາແບບກະທັນຫັນ ພວກເຂົາຈະບໍ່ພຽງແຕ່ບໍ່ຢູ່ຊື່ໆ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຕີສອນ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຕີສອນ ແລະ ການພິພາກສາຂອງພຣະເຈົ້າ; ພວກເຂົາສາມາດໄດ້ຮັບການປົກປ້ອງຈາກພຣະອົງຜ່ານສິ່ງນີ້. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສະແຫວງຫາເຂົ້າຈີ່ເພື່ອເຮັດໃຫ້ເຊົາຫິວ. ພວກເຂົາບໍ່ໄປຕາມຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ຄົນສົມບູນມີ. ຫຼັງຈາກຜູ້ຄົນຖືກເອົາຊະນະ ພວກເຂົາຈະຮັບຮູ້ວ່າ ມີພຣະເຈົ້າຈິງ. ແຕ່ບໍ່ວ່າ ການກະທໍາຫຍັງກໍຕາມ ທີ່ມາພ້ອມກັບການຮັບຮູ້ເຖິງການມີຢູ່ຂອງພຣະເຈົ້າ, ສິ່ງເຫຼົ່ານີ້ກໍຈໍາກັດຕໍ່ພວກເຂົາ. ພຣະທໍາປາກົດໃນຮ່າງກາຍ ແມ່ນມີຄວາມໝາຍຫຍັງກັນແທ້? ການບັງເກີດເປັນມະນຸດໝາຍເຖິງຫຍັງ? ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເຮັດຫຍັງ? ເປົ້າໝາຍ ແລະ ຄວາມສໍາຄັນຂອງພາລະກິດຂອງພຣະອົງແມ່ນຫຍັງ? ເຈົ້າໄດ້ຮັບຫຍັງແນ່ ຫຼັງຈາກປະສົບກັບພາລະກິດຂອງພຣະອົງຢ່າງຫຼວງຫຼາຍ ແລະ ປະສົບກັບການກະທໍາຂອງພຣະອົງໃນເນື້ອໜັງ? ຫຼັງຈາກທີ່ໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈິ່ງຈະເປັນຄົນທີ່ຖືກເອົາຊະນະ. ຖ້າເຈົ້າພຽງເວົ້າວ່າ ເຈົ້າຮັບຮູ້ວ່າມີພຣະເຈົ້າຢູ່ຈິງ ແຕ່ບໍ່ປະຖິ້ມສິ່ງທີ່ເຈົ້າຄວນປະຖິ້ມ ແລະ ບໍ່ສາມາດສະຫຼະຄວາມສຸກທາງເນື້ອໜັງທີ່ເຈົ້າຄວນສະຫຼະຖິ້ມ ແລະ ໃນທາງກົງກັນຂ້າມ ເຈົ້າພັດປາດຖະໜາເຖິງຄວາມສະບາຍທາງເນື້ອໜັງຄືດັ່ງທີ່ເຈົ້າເປັນມາຕະຫຼອດ, ເຈົ້າບໍ່ສາມາດປ່ອຍວາງອະຄະຕິທີ່ມີຕໍ່ອ້າຍເອື້ອຍນ້ອງ ແລະ ແມ່ນແຕ່ການປະຕິບັດສິ່ງງ່າຍໆຫຼາຍຢ່າງ ເຈົ້າກໍບໍ່ສາມາດອົດທົນເຮັດໃຫ້ສໍາເລັດ ແລ້ວນັ້ນກໍພິສູດໃຫ້ເຫັນວ່າ ເຈົ້າຍັງບໍ່ຖືກເອົາຊະນະເທື່ອ. ໃນກໍລະນີນັ້ນ, ເຖິງວ່າ ເຈົ້າຈະເຂົ້າໃຈຫຼາຍ ແຕ່ມັນກໍຈະບໍ່ມີປະໂຫຍດຫຍັງ. ຜູ້ທີ່ຖືກເອົາຊະນະແມ່ນຜູ້ທີ່ມີການປ່ຽນແປງໃນເບື້ອງຕົ້ນ ແລະ ມີການເຂົ້າສູ່ໃນເບື້ອງຕົ້ນທີ່ສໍາເລັດ. ການປະສົບກັບການພິພາກສາ ແລະ ການຕີສອນຂອງພຣະເຈົ້າເຮັດໃຫ້ພວກເຂົາມີຄວາມຮູ້ເບື້ອງຕົ້ນກ່ຽວກັບພຣະເຈົ້າ ແລະ ເຂົ້າໃຈເບື້ອງຕົ້ນກ່ຽວກັບຄວາມຈິງ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງຢ່າງເລິກເຊິ່ງ ແລະ ຂໍ້ປິກຍ່ອຍທັງຫຼາຍຢ່າງສົມບູນ, ແຕ່ເຈົ້າກໍສາມາດນໍາເອົາຄວາມຈິງຂັ້ນພື້ນຖານມາປະຕິບັດໃນຊີວິດຕົວຈິງຂອງເຈົ້າໄດ້ ເຊັ່ນສິ່ງທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ ຫຼື ສະຖານະສ່ວນຕົວຂອງເຈົ້າ. ແນ່ນອນ ທັງໝົດນີ້ ແມ່ນສິ່ງທີ່ເຮັດສໍາເລັດໃນຜູ້ຄົນທີ່ຜ່ານຂັ້ນຕອນການເອົາຊະນະ. ແລ້ວຍັງສາມາດເຫັນການປ່ຽນແປງບາງຢ່າງໃນອຸປະນິໄສຂອງຜູ້ທີ່ຖືກເອົາຊະນະອີກດ້ວຍ. ຍົກຕົວຢ່າງ: ເຄື່ອງນຸ່ງ ແລະ ການແຕ່ງກາຍຂອງພວກເຂົາ ແລະ ຊີວິດຂອງພວກເຂົາ ແມ່ນສາມາດປ່ຽນແປງໄດ້. ທັດສະນະຕໍ່ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນປ່ຽນແປງ, ພວກເຂົາໄດ້ຮັບຄວາມແຈ່ມແຈ້ງ ກ່ຽວກັບວັດຖຸທີ່ພວກເຂົາສະແຫວງຫາ ແລະ ຄວາມທະເຍີທະຍານຂອງພວກເຂົາກໍເພີ່ມຂຶ້ນ. ໃນຊ່ວງໄລຍະຂອງການຖືກເອົາຊະນະ ອຸປະນິໄສ-ຊີວິດຂອງພວກເຂົາຍັງສາມາດປ່ຽນແປງໄປພ້ອມກັນ. ບໍ່ແມ່ນວ່າ ພວກເຂົາບໍ່ໄດ້ປ່ຽນແປງເລີຍ. ພຽງແຕ່ວ່າ ການປ່ຽນແປງຂອງພວກເຂົາແມ່ນບໍ່ເລິກເຊິ່ງ, ເປັນການປ່ຽນແປງຢູ່ໃນຂັ້ນຕອນທໍາອິດ ເຊິ່ງໜ້ອຍກວ່າການປ່ຽນແປງໃນອຸປະນິໄສ ແລະ ເປົ້າໝາຍໃນການສະແຫວງຫາທີ່ສາມາດເຫັນໄດ້ຢ່າງຊັດເຈນພາຍຫຼັງຖືກເຮັດໃຫ້ສົມບູນ. ຖ້າໃນຊ່ວງໄລຍະຂອງການຖືກເອົາຊະນະ ອຸປະນິໄສຂອງຄົນບໍ່ໄດ້ມີການປ່ຽນແປງ ແລະ ເຂົາບໍ່ໄດ້ຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ຄົນປະເພດນີ້ກໍຈະກາຍເປັນເສດເຫຼືອ ແລະ ບໍ່ມີປະໂຫຍດຫຍັງເລີຍ! ຜູ້ຄົນທີ່ບໍ່ຖືກເອົາຊະນະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້! ຖ້າຄົນພຽງແຕ່ສະແຫວງຫາການຖືກເອົາຊະນະເທົ່ານັ້ນ ເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າ ອຸປະນິໄສຂອງເຂົາຈະສະແດງໃຫ້ເຫັນເຖິງການປ່ຽນແປງໃນຊ່ວງພາລະກິດຂອງການເອົາຊະນະ. ເຂົາຍັງຈະສູນເສຍຄວາມຈິງເບື້ອງຕົນທີ່ເຂົາໄດ້ຮັບ. ມີຄວາມແຕກຕ່າງຢ່າງຫຼວງຫຼາຍ ລະຫວ່າງ ການປ່ຽນແປງໃນອຸປະນິໄສໃນຜູ້ທີ່ຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ການຖືກເອົາຊະນະແມ່ນຂັ້ນຕອນທໍາອິດໃນການປ່ຽນແປງ; ມັນແມ່ນພື້ນຖານ. ຖ້າຂາດການປ່ຽນແປງເບື້ອງຕົ້ນນີ້ ກໍຈະພິສູດໃຫ້ເຫັນວ່າ ຜູ້ຄົນບໍ່ຮູ້ຈັກພຣະເຈົ້າເລີຍ ເພາະວ່າ ຄວາມຮູ້ດັ່ງກ່າວນີ້ແມ່ນມາຈາກການພິພາກສາ ແລະ ການພິພາກສາດັ່ງກ່າວນີ້ແມ່ນສິ່ງຫຼັກໆຂອງພາລະກິດແຫ່ງການເອົາຊະນະ. ສະນັ້ນ ທຸກຄົນທີ່ຖືກເຮັດໃຫ້ສົມບູນ ແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ບໍ່ສະນັ້ນ ພວກເຂົາຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.

ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ພຣະທໍາທີ່ປາກົດໃນຮ່າງກາຍ ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ ແລະ ເຈົ້າບໍ່ປະຕິບັດຕາມຄວາມຕ້ອງການຂອງພຣະອົງ ແລະ ບໍ່ຍໍາເກງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ ແຕ່ເຈົ້າປະຕິເສດທີ່ຈະປະຕິບັດສິ່ງເຫຼົ່ານັ້ນທີ່ເຈົ້າສາມາດເຮັດໄດ້ ແລະ ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ບໍ? ເຈົ້າຮັບຮູ້ພຣະອົງ ແຕ່ທັດສະນະຄະຕິດຽວທີ່ເຈົ້າມີແມ່ນເພື່ອຕ້ານພຣະອົງ ແລະ ບໍ່ເຄີຍເຄົາລົບຕໍ່ພຣະອົງ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ເຈົ້າຮູ້ວ່າ ພຣະອົງແມ່ນພຣະເຈົ້າ ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ເຈົ້າກໍຈະເປັນຄົນບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້; ເຂົາຕ້ອງການເຂົ້າສູ່ ແລະ ໄປເຖິງຄວາມຈິງທີ່ສູງກວ່າ ເຖິງແມ່ນວ່າ ເຂົາຍັງບໍ່ສາມາດເຮັດໄດ້ເທື່ອ. ມັນເປັນພຽງຍ້ອນວ່າ ເຂົາມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດຮັບເອົາ ເຊິ່ງໃນການປະຕິບັດຂອງເຂົາແມ່ນຖືກຜູກມັດ ແລະ ຈໍາກັດ. ແຕ່ຢ່າງໜ້ອຍສຸດ ເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງຕາມຄວາມສາມາດຂອງເຂົາ. ຖ້າເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ ມັນກໍຈະເປັນຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດສະເໜີພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວແມ່ນໃຜຄືພຣະເຈົ້າ?” ການມີຄວາມຄິດແບບນີ້ບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ການນໍາພາຄຣິສຕະຈັກ ແຕ່ບໍ່ສາມາດເຮັດໃນສິ່ງຊອບທໍາ ແລະ ປາຖະໜາຫາເງິນ ແລະ ກອບໂກຍເອົາເງິນຂອງຄຣິສຕະຈັກເຂົ້າຖົງຕົວເອງຢ່າງລັບໆຕະຫຼອດ ແລ້ວນີ້ແມ່ນການຮັບຮູ້ວ່າ ມີພຣະເຈົ້າຢູ່ບໍ? ພຣະເຈົ້າແມ່ນມີລິດທານຸພາບສູງສຸດ ແລະ ຕ້ອງມີການຍໍາເກງພຣະອົງ. ເຈົ້າຈະບໍ່ຍໍາເກງໄດ້ແນວໃດ ຖ້າເຈົ້າຮັບຮູ້ຢ່າງແທ້ຈິງວ່າ ມີພຣະເຈົ້າຢູ່ຈິງ? ຖ້າເຈົ້າສາມາດເຮັດໃນສິ່ງທີ່ຊົ່ວຊ້າດັ່ງກ່າວ ແລ້ວນີ້ເປັນການຮັບຮູ້ພຣະເຈົ້າແທ້ບໍ? ພຣະເຈົ້າແມ່ນຜູ້ທີ່ເຈົ້າເຊື່ອບໍ? ສິ່ງທີ່ເຈົ້າເຊື່ອແມ່ນພຣະເຈົ້າທີ່ເລື່ອນລອຍ; ນັ້ນແມ່ນເຫດຜົນທີ່ເຈົ້າບໍ່ຍໍາເກງ! ຜູ້ທີ່ຮັບຮູ້ຢ່າງແທ້ຈິງ ແລະ ຮູ້ຈັກພຣະເຈົ້າ ແມ່ນລ້ວນແລ້ວແຕ່ຍໍາເກງພຣະອົງ ແລະ ຢ້ານທີ່ຈະເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະອົງ ຫຼື ສິ່ງທີ່ຄັດກັບສາມັນສໍານຶກຂອງພວກເຂົາ; ໂດຍສະເພາະແລ້ວ ພວກເຂົາແມ່ນຢ້ານທີ່ຈະເຮັດໃນສິ່ງທີ່ພວກເຂົາຮູ້ວ່າ ຄັດກັບຄວາມປະສົງຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນ ທີ່ສາມາດຖືໄດ້ວ່າ ເປັນການຮັບຮູ້ເຖິງການເປັນຢູ່ຂອງພຣະເຈົ້າ. ເຈົ້າຄວນເຮັດຫຍັງ ໃນເມື່ອພໍ່ແມ່ຂອງເຈົ້າກີດຂວາງເຈົ້າຈາກການເຊື່ອພຣະເຈົ້າ? ເຈົ້າຄວນຮັກພຣະເຈົ້າແນວໃດ ໃນເມື່ອຜົວຂອງເຈົ້າທີ່ບໍ່ມີຄວາມເຊື່ອໄດ້ປະຕິບັດກັບເຈົ້າເປັນຢ່າງດີ? ເຈົ້າຄວນຮັກພຣະເຈົ້າແນວໃດ ໃນເມື່ອອ້າຍເອື້ອຍນ້ອງກຽດຊັງເຈົ້າ? ຖ້າເຈົ້າຮັບຮູ້ພຣະອົງ ເຈົ້າກໍຈະປະຕິບັດຢ່າງເໝາະສົມ ແລະ ດໍາລົງຢູ່ໃນຄວາມເປັນຈິງຕາມສະພາບທັງໝົດເຫຼົ່ານີ້. ຖ້າເຈົ້າບໍ່ສາມາດປະຕິບັດຢ່າງເປັນຮູບປະທໍາ ແຕ່ພຽງແຕ່ເວົ້າວ່າ ເຈົ້າຮັບຮູ້ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ ເຈົ້າກໍຈະເປັນພຽງແຕ່ນັກເວົ້າ! ເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະອົງ ແລະ ຮັບຮູ້ພຣະອົງ. ແຕ່ເຈົ້າຮັບຮູ້ພຣະອົງດ້ວຍວິທີໃດ? ເຈົ້າເຊື່ອໃນພຣະອົງດ້ວຍວິທີໃດ? ເຈົ້າຍໍາເກງພຣະອົງບໍ? ເຈົ້າເຄົາລົບບູຊາພຣະອົງບໍ? ເຈົ້າຮັກພຣະອົງຢ່າງເລິກເຊິ່ງບໍ? ໃນເວລາທີ່ເຈົ້າໂສກເສົ້າ ແລະ ບໍ່ມີໃຜໃຫ້ເພິ່ງພາ ເຈົ້າຈະຮູ້ສຶກວ່າ ຕ້ອງຮັກພຣະເຈົ້າ ແລະ ຫຼັງຈາກນັ້ນ ເຈົ້າກໍຈະລືມທຸກຢ່າງກ່ຽວກັບສິ່ງນີ້. ນັ້ນບໍ່ແມ່ນການຮັກພຣະເຈົ້າ ຫຼື ການເຊື່ອໃນພຣະເຈົ້າ! ໃນຄວາມເປັນຈິງແລ້ວ ພຣະເຈົ້າຕ້ອງການໃຫ້ມະນຸດເຮັດຫຍັງໃຫ້ສໍາເລັດ? ທຸກສະພາບທີ່ເຮົາໄດ້ກ່າວມາ ເຊັ່ນການຄິດວ່າ ເຈົ້າເປັນຜູ້ທີ່ຍິ່ງໃຫຍ່, ການຮູ້ສຶກວ່າ ເຈົ້າຮັບຮູ້ສິ່ງຕ່າງໆໄດ້ໄວ, ການຄວບຄຸມຄົນອື່ນ, ການດູຖູກຄົນອື່ນ, ການຕັດສິນຄົນອື່ນຕາມຮູບລັກສະນະ, ການຂົ່ມເຫັງຄົນຊື່ສັດ, ການຢາກໄດ້ເງິນຂອງຄຣິສຕະຈັກ ແລະ ອື່ນໆ. ການກໍາຈັດສ່ວນໃດໜຶ່ງຂອງອຸປະນິໄສແບບຊາຕານທີ່ເສື່ອມຊາມ ແມ່ນສິ່ງທີ່ຄວນເຫັນໃນຕົວເຈົ້າພາຍຫຼັງຖືກເອົາຊະນະ.

ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ. ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນກໍຄືເພື່ອເຮັດໃຫ່ພວກເຂົາສົມບູນ ເປັນກຸ່ມທີ່ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ແມ່ນເພື່ອໃຫ້ສິ່ງຊົງສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຢ່າງສົມບູນ ເພື່ອໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມເມດຕາເທົ່ານັ້ນ ແຕ່ທີ່ສໍາຄັນກວ່ານັ້ນ ແມ່ນເພື່ອການຕີສອນ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນເພື່ອຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຕີສອນ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ ນັ້ນກໍຄືຄວາມຮັກທີ່ຖືກຕ້ອງທີ່ສຸດ ແລະ ແທ້ຈິງທີ່ສຸດ; ຄວາມຮັກນີ້ຈະນໍາພາຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງຊີວິດມະນຸດທີ່ຖືກຕ້ອງ. ໃນດ້ານທີສາມ, ແມ່ນເພື່ອການເປັນພະຍານຕໍ່ໜ້າຊາຕານ. ໃນດ້ານທີສີ່, ແມ່ນເພື່ອວາງຮາກຖານ ສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາ ແມ່ນເພື່ອນໍາພາຜູ້ຄົນໄປສູ່ເສັ້ນທາງແຫ່ງຊີວິດມະນຸດທີ່ຖືກຕ້ອງ ເພື່ອວ່າ ພວກເຂົາຈະສາມາດມີຊີວິດມະນຸດທີ່ປົກກະຕິ ເພາະວ່າ ມະນຸດບໍ່ຮູ້ວິທີດໍາລົງຊີວິດ. ຖ້າບໍ່ມີການນໍາພາດັ່ງກ່າວ, ເຈົ້າຈະສາມາດດໍາລົງຊີວິດຢູ່ກັບຄວາມວ່າງເປົ່າເທົ່ານັ້ນ, ຈະສາມາດດໍາລົງຊີວິດທີ່ບໍ່ມີຄຸນຄ່າ ແລະ ບໍ່ມີຄວາມໝາຍເທົ່ານັ້ນ ແລະ ຈະບໍ່ຮູ້ຈັກວິທີເປັນຄົນທໍາມະດາເລີຍ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງຂອງພາລະກິດແຫ່ງການເອົາຊະນະ. ພວກເຈົ້າທຸກຄົນແມ່ນລູກຫຼານຂອງໂມອາບ. ການເຮັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ ແມ່ນການຊ່ວຍໃຫ້ພວກເຈົ້າລອດພົ້ນທີ່ຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນສະຖານທີ່ແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ; ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຫັນພຣະເຈົ້າ ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຕີສອນ ແລະ ການພິພາກສາ, ໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງ ນັ້ນກໍຄື ໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ສິ່ງດຽວທີ່ພຣະອົງກະທໍາແມ່ນຮັກເຈົ້າຢ່າງແທ້ຈິງ; ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ພຣະອົງພິພາກສາພວກເຈົ້າຍ້ອນບາບຂອງພວກເຈົ້າ ເພື່ອວ່າ ພວກເຈົ້າຈະກວດສອບຕົວເອງ ແລະ ໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່. ທັງໝົດນີ້ກໍເພື່ອປະຕິບັດພາລະກິດໃນມະນຸດ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ແນ່ນອນ ພຣະອົງແມ່ນບໍ່ເຕັມໃຈທີ່ຈະທໍາລາຍມະນຸດ ທີ່ພຣະອົງຊົງສ້າງຂຶ້ນດ້ວຍມືຂອງພຣະອົງເອງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ສະເດັດມາຢູ່ທ່າມກາງພວກເຈົ້າ ເພື່ອປະຕິບັດພາລະກິດ; ນີ້ຍິ່ງບໍ່ແມ່ນຄວາມລອດພົ້ນຫຼາຍກວ່າເກົ່າບໍ? ຖ້າພຣະອົງກຽດຊັງພວກເຈົ້າ ແລ້ວພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດ້ວຍຕົວພຣະອົງເອງ ເພື່ອນໍາພາພວກເຈົ້າບໍ? ເປັນຫຍັງພຣະອົງຈິ່ງຕ້ອງທົນທຸກ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຄວາມບໍ່ເຊື່ອຟັງຂອງຜູ້ຄົນ ພຣະອົງຈິ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ບໍ່ສະນັ້ນ, ພວກເຂົາຈະບໍ່ຖືກຊ່ວຍໃຫ້ພົ້ນ. ເນື່ອງຈາກພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ຫຼື ວິທີມີຊີວິດ ແລະ ພວກເຈົ້າດໍາລົງຊີວິດຢູ່ບ່ອນທີ່ຜິດສິນທໍາ ແລະ ເປັນບາບ ແລະ ເປັນຜີຮ້າຍທີ່ຊົ່ວຊ້າ ແລະ ສົກກະປົກ, ພຣະອົງຈິ່ງບໍ່ມີໃຈທີ່ຈະປ່ອຍໃຫ້ພວກເຈົ້າເສື່ອມຊາມລົງກວ່າເກົ່າ; ພຣະອົງບໍ່ມີໃຈທີ່ຈະເຫັນພວກເຈົ້າດໍາລົງຊີວິດໃນສະຖານທີ່ສົກກະປົກແບບນີ້, ຖືກຊາຕານຢຽບຍໍ່າຢ່າງຕາມໃຈ ຫຼື ມີໃຈທີ່ຈະປ່ອຍໃຫ້ພວກເຈົ້າຕົກລົງສູ່ແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາກຸ່ມພວກເຈົ້າເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ. ນັ້ນກໍຄື ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ນີ້ເປັນພຽງວິທີການ, ເປັນວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້ ມັນກໍຈະດີກວ່າທີ່ເຈົ້າຈະກັບໄປໂລກຂອງເຈົ້າ ເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ມີຄວາມສຸກກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ມີຄວາມສຸກກັບພອນທັງໝົດນີ້ ທີ່ບໍ່ສາມາດພົບເຫັນໄດ້ຢູ່ໃນໂລກມະນຸດ ແລະ ມີຄວາມສຸກກັບຄວາມຮັກນີ້ ແລ້ວກໍຈົ່ງຢູ່ຢ່າງອ່ອນນ້ອມໃນກະແສນີ້ ເພື່ອຍອມຮັບເອົາພາລະກິດແຫ່ງການເອົາຊະນະ ເພື່ອເຈົ້າຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຖິງແມ່ນວ່າ ໃນປັດຈຸບັນນີ້ ເຈົ້າກໍາລັງທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການເຮັດໃຫ້ບໍລິສຸດ ຍ້ອນການພິພາກສາ ແຕ່ຄວາມເຈັບປວດນີ້ແມ່ນມີຄ່າ ແລະ ມີຄວາມໝາຍ. ເຖິງແມ່ນວ່າ ການຕີສອນ ແລະ ການພິພາກສາ ແມ່ນການເຮັດໃຫ້ມະນຸດບໍລິສຸດ ແລະ ການເປີດເຜີຍມະນຸດຢ່າງບໍ່ມີຄວາມປານີ, ມີຈຸດປະສົງທີ່ຈະລົງໂທດຄວາມຜິດບາບຂອງເຂົາ ແລະ ລົງໂທດເນື້ອໜັງຂອງເຂົາ ແຕ່ບໍ່ມີພາລະກິດໃດ ທີ່ມີເຈດຕະນາປະນາມ ແລະ ທໍາລາຍເນື້ອໜັງຂອງເຂົາ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາ ແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິ; ທັງໝົດນີ້ແມ່ນສິ່ງທີ່ຄວາມເປັນມະນຸດປົກກະຕິຂອງເຈົ້າສາມາດບັນລຸໄດ້. ທຸກຂັ້ນຕອນຂອງພາລະກິດ ແມ່ນຖືກປະຕິບັດໂດຍອີງໃສ່ຄວາມຕ້ອງການຂອງເຈົ້າ, ຕາມຄວາມບົກພ່ອງຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ແມ່ນການມອບພາລະທີ່ບໍ່ສາມາດແບກຫາບໄດ້ໃຫ້ແກ່ພວກເຈົ້າ. ເຖິງແມ່ນວ່າ ເຈົ້າບໍ່ສາມາດເຫັນສິ່ງນີ້ຢ່າງຊັດເຈນໃນຕອນນີ້ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ, ເຖິງແມ່ນວ່າ ເຈົ້າຈະຄິດວ່າ ເຫດຜົນທີ່ເຮົາຕີສອນ ແລະ ພິພາກສາເຈົ້າທຸກມື້ ແລະ ຕໍານິຕິເຕືອນເຈົ້າທຸກມື້ ແມ່ນຍ້ອນວ່າ ເຮົາກຽດຊັງເຈົ້າ ແລະ ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ຮັບແມ່ນການຕີສອນ ແລະ ການພິພາກສາ ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນຄວາມຮັກສໍາລັບເຈົ້າ ແລະ ຍັງເປັນການປົກປ້ອງອັນຍິ່ງໃຫຍ່ສໍາລັບເຈົ້າ. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍຂອງພາລິກິດຢ່າງເລິກເຊິ່ງກວ່ານີ້ ແລ້ວມັນກໍບໍ່ມີທາງທີ່ເຈົ້າຈະສືບຕໍ່ໃນປະສົບການຂອງເຈົ້າອີກຕໍ່ໄປ. ເຈົ້າຄວນສະບາຍໃຈຕໍ່ຄວາມລອດພົ້ນດັ່ງກ່າວ. ຈົ່ງຢ່າປະຕິເສດໃນການມີສະຕິ. ໃນເມື່ອໄດ້ມາໄກປານນີ້ແລ້ວ ເຈົ້າກໍຄວນເຫັນຢ່າງຊັດເຈນເຖິງຄວາມສໍາຄັນຂອງພາລະກິດແຫ່ງການເອົາຊະນະນີ້. ເຈົ້າບໍ່ຄວນຍຶດຖືທັດສະນະດັ່ງກ່າວນັ້ນອີກຕໍ່ໄປ!

​ກ່ອນ​ນີ້ :ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)

ຕໍ່​ໄປ:ຮັບໃຊ້ດັ່ງທີ່ຊາວອິດສະຣາເອັນເຮັດ

ເນື່ອຫາທີ່ກ່ຽວຂ້ອງ