ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)
ພວກເຈົ້າເຄີຍສະແຫວງຫາເພື່ອປົກຄອງດັ່ງກະສັດ ແລະ ໃນປັດຈຸບັນພວກເຈົ້າກໍຍັງບໍ່ໄດ້ປະຖິ້ມສິ່ງນີ້ຢ່າງສິ້ນເຊີງເທື່ອ; ເຈົ້າຍັງປາດຖະໜາທີ່ຈະປົກຄອງດັ່ງກະສັດ, ຍົກສະຫວັນຂຶ້ນ ແລະ ຄໍ້າຊູແຜ່ນດິນໂລກ. ຕອນນີ້ ໃຫ້ພິຈາລະນາຄຳຖາມນີ້: ເຈົ້າມີຄຸນສົມບັດດັ່ງກ່າວຢູ່ບໍ? ເຈົ້າບໍ່ໄດ້ໄຮ້ຄວາມຮູ້ສຶກໂດຍສິ້ນເຊີງບໍ? ເຈົ້າບໍ່ມີເຫດຜົນຫຍັງເລີຍບໍ? ສິ່ງທີ່ພວກເຈົ້າສະແຫວງຫາ ແລະ ອຸທິດຄວາມເອົາໃຈໃສ່ຂອງພວກເຈົ້າແມ່ນມີຄວາມເປັນຈິງຢູ່ບໍ? ພວກເຈົ້າບໍ່ມີແມ່ນແຕ່ຄວາມເປັນມະນຸດປົກກະຕິ, ມັນບໍ່ເປັນຕາເວດທະນາບໍ? ດັ່ງນັ້ນ, ມື້ນີ້ ເຮົາຈຶ່ງເວົ້າແຕ່ກ່ຽວກັບການຖືກເອົາຊະນະ, ການເປັນພະຍານ, ການພັດທະນາຄວາມສາມາດຂອງເຈົ້າ ແລະ ການເຂົ້າສູ່ເສັ້ນທາງຂອງການຖືກເຮັດໃຫ້ສົມບູນ ແລະ ຈະບໍ່ໄດ້ເວົ້າກ່ຽວກັບສິ່ງອື່ນເລີຍ. ບາງຄົນແມ່ນເບື່ອໜ່າຍກັບຄວາມຈິງທີ່ບໍ່ໄດ້ຖືກເຈືອປົນ ແລະ ເມື່ອພວກເຂົາເຫັນມີແຕ່ເວົ້າກ່ຽວກັບຄວາມເປັນມະນຸດທີ່ທໍາມະດາ ແລະ ການປັບປຸງຄວາມສາມາດຂອງຜູ້ຄົນ ພວກເຂົາກໍລັງເລໃຈແລ້ວ. ຜູ້ທີ່ບໍ່ຮັກຄວາມຈິງຈະເຮັດໃຫ້ສົມບູນບໍ່ແມ່ນງ່າຍ. ຕາບໃດທີ່ພວກເຈົ້າເຂົ້າສູ່ປັດຈຸບັນ ແລະ ກະທໍາຕາມຄວາມປະສົງຂອງພຣະເຈົ້າເທື່ອລະບາດກ້າວ ເຈົ້າຈະສາມາດຖືກກໍາຈັດຢູ່ບໍ? ພາຍຫຼັງທີ່ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍໃນປະເທດຈີນແຜ່ນດິນໃຫຍ່ ເຊິ່ງເປັນພາລະກິດທີ່ມີຂອບເຂດຢ່າງໃຫຍ່ຫຼວງດັ່ງກ່າວ ແລະ ພາຍຫຼັງທີ່ພຣະອົງໄດ້ກ່າວພຣະທໍາຫຼາຍຂໍ້ ພຣະອົງຈະສາມາດຍົກເລີກກາງທາງໄດ້ບໍ? ພຣະເຈົ້າຈະສາມາດນໍາພາຜູ້ຄົນລົງໄປສູ່ຂຸມເລິກຈົນຢັ່ງບໍ່ເຖິງໄດ້ບໍ? ໃນປັດຈຸບັນ ສິ່ງທີ່ສໍາຄັນແມ່ນພວກເຈົ້າຕ້ອງຮູ້ຈັກທາດແທ້ຂອງມະນຸດ ແລະ ຕ້ອງຮູ້ຈັກສິ່ງທີ່ພວກເຈົ້າຄວນເຂົ້າສູ່; ພວກເຈົ້າຕ້ອງເວົ້າກ່ຽວກັບການເຂົ້າສູ່ຊີວິດ ແລະ ການປ່ຽນແປງໃນອຸປະນິໄສ, ວິທີທີ່ຈະຖືກເອົາຊະນະຢ່າງແທ້ຈິງ ແລະ ວິທີເຊື່ອຟັງພຣະເຈົ້າຢ່າງທັງໝົດ, ວິທີເປັນພະຍານສຸດທ້າຍໃຫ້ແກ່ພຣະເຈົ້າ ແລະ ວິທີການບັນລຸຄວາມເຊື່ອຟັງຈົນຕາຍ. ເຈົ້າຕ້ອງເອົາໃຈໃສ່ສິ່ງເຫຼົ່ານີ້ ແລະ ສິ່ງທີ່ບໍ່ເປັນຈິງ ຫຼື ບໍ່ສໍາຄັນຕ້ອງຖືກປະຖິ້ມ ແລະ ເບິ່ງຂ້າມ. ໃນປັດຈຸບັນ, ເຈົ້າຄວນຮັບຮູ້ເຖິງວິທີທີ່ຈະຖືກເອົາຊະນະ ແລະ ວິທີທີ່ຜູ້ຄົນປະພຶດຕົນຫຼັງຈາກທີ່ພວກເຂົາຖືກເອົາຊະນະ. ເຈົ້າອາດເວົ້າວ່າ ເຈົ້າຖືກເອົາຊະນະ, ແຕ່ເຈົ້າສາມາດເຊື່ອຟັງຈົນຕາຍໄດ້ບໍ? ເຈົ້າຕ້ອງສາມາດຕິດຕາມຈົນເຖິງທີ່ສຸດ ບໍ່ວ່າຈະມີຄວາມຄາດຫວັງ ຫຼື ບໍ່ກໍຕາມ ແລະ ເຈົ້າຕ້ອງບໍ່ສູນເສຍຄວາມເຊື່ອທີ່ມີໃນພຣະເຈົ້າ ບໍ່ວ່າຈະມີສະພາບແວດລ້ອມແບບໃດກໍຕາມ. ໃນທີ່ສຸດ, ເຈົ້າຕ້ອງບັນລຸສອງດ້ານຂອງຄຳພະຍານ: ຄຳພະຍານຂອງໂຢບ ນັ້ນກໍຄືຄວາມເຊື່ອຟັງຈົນຕາຍ; ແລະ ຄຳພະຍານຂອງເປໂຕ ນັ້ນກໍຄືຄວາມຮັກອັນຍິ່ງໃຫຍ່ຕໍ່ພຣະເຈົ້າ. ໃນແງ່ໜຶ່ງ, ເຈົ້າຕ້ອງເປັນຄືໂຢບ: ລາວສູນເສຍຊັບສົມບັດທາງວັດຖຸທັງໝົດ ແລະ ອ້ອມລ້ອມໄປດ້ວຍຄວາມເຈັບປວດຂອງເນື້ອໜັງ ແຕ່ລາວບໍ່ເຄີຍປະຖິ້ມຊື່ຂອງພຣະເຢໂຮວາ. ນີ້ແມ່ນຄຳພະຍານຂອງໂຢບ. ເປໂຕສາມາດຮັກພຣະເຈົ້າຈົນຕາຍ. ເມື່ອລາວຖືກຄຶງໃສ່ໄມ້ກາງແຂນ ແລະ ພົບກັບຄວາມຕາຍ, ລາວກໍຍັງຮັກພຣະເຈົ້າ; ລາວບໍ່ໄດ້ຄິດເຖິງຄວາມຄາດຫວັງຂອງລາວເອງ ຫຼື ສະແຫວງຫາຄວາມຫວັງອັນສວຍງາມ ຫຼື ຄວາມຄິດທີ່ຫຼາຍເກີນຄວນ ແລະ ລາວສະແຫວງຫາພຽງແຕ່ເພື່ອຮັກພຣະເຈົ້າ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າເທົ່ານັ້ນ. ສິ່ງດັ່ງກ່າວແມ່ນມາດຕະຖານທີ່ເຈົ້າຕ້ອງບັນລຸກ່ອນເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນພະຍານ, ກ່ອນເຈົ້າຈະກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນພາຍຫຼັງທີ່ຖືກເອົາຊະນະ. ໃນປັດຈຸບັນ ຖ້າຜູ້ຄົນຮູ້ຈັກທາດແທ້ ແລະ ສະຖານະຂອງພວກເຂົາເອງຢ່າງແທ້ຈິງ ພວກເຂົາຍັງຈະສະແຫວງຫາຄວາມຄາດຫວັງ ແລະ ຄວາມຫວັງບໍ? ສິ່ງທີ່ເຈົ້າຄວນຮູ້ກໍຄືສິ່ງນີ້: ບໍ່ວ່າພຣະເຈົ້າຈະເຮັດໃຫ້ຂ້ານ້ອຍສົມບູນ ຫຼື ບໍ່ກໍຕາມ, ຂ້ານ້ອຍຕ້ອງຕິດຕາມພຣະເຈົ້າ; ທຸກສິ່ງທີ່ພຣະອົງປະຕິບັດໃນປັດຈຸບັນນີ້ແມ່ນສິ່ງທີ່ດີ ແລະ ກໍເພື່ອເຫັນແກ່ຂ້ານ້ອຍ ແລະ ເພື່ອວ່າ ອຸປະນິໄສຂອງພວກຂ້ານ້ອຍຈະສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍຈະສາມາດກໍາຈັດອິດທິພົນຂອງຊາຕານໃນຕົວເຮົາ, ເຮັດໃຫ້ເຮົາກຳເນີດຢູ່ໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດກໍາຈັດຄວາມບໍ່ບໍລິສຸດອອກຈາກຕົວເຮົາໄດ້, ສັ່ນຄວາມສົກກະປົກ ແລະ ອິດທິພົນຂອງຊາຕານອອກ, ປະມັນໄວ້ເບື້ອງຫຼັງ. ແນ່ນອນຢູ່ແລ້ວວ່າ ນີ້ຄືສິ່ງທີ່ຮຽກຮ້ອງຈາກເຈົ້າ, ແຕ່ສໍາລັບພຣະເຈົ້າແລ້ວ ມັນແມ່ນເປັນພຽງການເອົາຊະນະ, ຖືກດຳເນີນເພື່ອວ່າຜູ້ຄົນຈະເດັດດ່ຽວເຊື່ອຟັງ ແລະ ສາມາດຍອມປະຕິບັດຕາມການປັ້ນແຕ່ງທັງໝົດຂອງພຣະເຈົ້າ. ດ້ວຍວິທີນີ້ ສິ່ງຕ່າງໆຈຶ່ງຈະຖືກເຮັດໃຫ້ສໍາເລັດ. ໃນປັດຈຸບັນ ຄົນສ່ວນໃຫຍ່ແມ່ນໄດ້ຖືກເອົາຊະນະຮຽບຮ້ອຍແລ້ວ ແຕ່ພາຍໃນພວກເຂົາຍັງມີຫຼາຍຢ່າງທີ່ກະບົດ ແລະ ບໍ່ເຊື່ອຟັງ. ວຸດທິພາວະທີ່ແທ້ຈິງຂອງຜູ້ຄົນກໍຍັງຕໍ່າເກີນໄປ ແລະ ພວກເຂົາຈະສາມາດເຕັມໄປດ້ວຍຄວາມຫ້າວຫັນ ຖ້າມີຄວາມຫວັງ ແລະ ຄວາມຄາດຫວັງເທົ່ານັ້ນ; ຫາກປາສະຈາກຄວາມຫວັງ ແລະ ຄວາມຄາດຫວັງ, ພວກເຂົາກໍຈະຄິດລົບ ແລະ ເຖິງກັບຄິດທີ່ຈະຈາກພຣະເຈົ້າໄປ. ຍິ່ງໄປກວ່ານັ້ນ ຜູ້ຄົນບໍ່ມີຄວາມປາດຖະໜາທີ່ຍິ່ງໃຫຍ່ເພື່ອສະແຫວງຫາການດໍາລົງຢູ່ຕາມຄວາມເປັນມະນຸດແບບປົກກະຕິ. ນີ້ແມ່ນຍອມຮັບບໍ່ໄດ້. ດ້ວຍເຫດນັ້ນ, ເຮົາຕ້ອງຍັງເວົ້າກ່ຽວກັບການເອົາຊະນະ. ທີ່ຈິງແລ້ວ ການເຮັດໃຫ້ສົມບູນແມ່ນເກີດຂຶ້ນໃນເວລາດຽວກັນກັບການເອົາຊະນະ: ໃນຂະນະທີ່ເຈົ້າຖືກເອົາຊະນະ, ຜົນໄດ້ຮັບທໍາອິດຂອງການຖືກເຮັດໃຫ້ສົມບູນກໍຖືກບັນລຸອີກດ້ວຍ. ຖ້າວ່າມີຄວາມແຕກຕ່າງລະຫວ່າງ ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນ, ນັ້ນແມ່ນອີງຕາມລະດັບຂອງການປ່ຽນແປງໃນຜູ້ຄົນ. ການຖືກເອົາຊະນະແມ່ນບາດກ້າວທໍາອິດຂອງການຖືກເຮັດໃຫ້ສົມບູນ ແລະ ບໍ່ໄດ້ໝາຍຄວາມວ່າ ພວກເຂົາຖືກເຮັດໃຫ້ສົມບູນຈົນໝົດ ຫຼື ບໍ່ໄດ້ພິສູດວ່າ ພວກເຂົາຖືກຮັບເອົາຢ່າງສົມບູນໂດຍພຣະເຈົ້າ. ພາຍຫຼັງທີ່ຜູ້ຄົນຖືກເອົາຊະນະ, ກໍມີການປ່ຽນແປງບາງຢ່າງໃນອຸປະນິໄສຂອງພວກເຂົາ ແຕ່ການປ່ຽນແປງດັ່ງກ່າວແມ່ນບໍ່ພຽງພໍຫຼາຍຖ້າທຽບໃສ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ໃນປັດຈຸບັນ ສິ່ງທີ່ຖືກປະຕິບັດແມ່ນພາລະກິດເບື້ອງຕົ້ນຂອງການເຮັດໃຫ້ຜູ້ຄົນສົມບູນ ນັ້ນກໍຄືການເອົາຊະນະພວກເຂົາ ແລະ ຖ້າເຈົ້າບໍ່ສາມາດຖືກເອົາຊະນະໄດ້, ແລ້ວເຈົ້າກໍຈະບໍ່ມີວິທີທາງໃນການເຮັດໃຫ້ສົມບູນ ແລະ ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ເຈົ້າພຽງຈະໄດ້ຮັບພຣະທໍາບາງຂໍ້ກ່ຽວກັບການຂ້ຽນຕີ ແລະ ການພິພາກສາ ແຕ່ສິ່ງເຫຼົ່ານັ້ນຈະບໍ່ສາມາດປ່ຽນແປງຫົວໃຈຂອງເຈົ້າໄດ້ຢ່າງສົມບູນ. ສະນັ້ນ ເຈົ້າຈະເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ຖືກກໍາຈັດ; ມັນຈະບໍ່ແຕກຕ່າງຈາກການແນມເບິ່ງພາເຂົ້າທີ່ເຕັມໄປດ້ວຍອາຫານຫຼູຫຼາຢູ່ເທິງໂຕະ ແຕ່ບໍ່ໄດ້ກິນມັນ. ນັ້ນບໍ່ແມ່ນສາກທີ່ເປັນຕາເສົ້າໃຈສຳລັບເຈົ້າບໍ? ແລ້ວສະນັ້ນ ເຈົ້າຕ້ອງສະແຫວງຫາການປ່ຽນແປງ: ບໍ່ວ່າມັນຈະເປັນການຖືກເອົາຊະນະ ຫຼື ການຖືກເຮັດໃຫ້ສົມບູນກໍຕາມ, ທັງສອງຢ່າງແມ່ນກ່ຽວພັນຢູ່ບ່ອນວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງ ຫຼື ບໍ່ ແລະ ສິ່ງນີ້ຈະກໍານົດວ່າ ເຈົ້າສາມາດຖືກຮັບເອົາໂດຍພຣະເຈົ້າ ຫຼື ບໍ່. ຈົ່ງຮູ້ໄວ້ວ່າ “ການຖືກເອົາຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນພຽງອີງຕາມຂອບເຂດຂອງການປ່ຽນແປງ ແລະ ການເຊື່ອຟັງ ພ້ອມທັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນແມ່ນບໍລິສຸດສໍ່າໃດ. ສິ່ງທີ່ຈໍາເປັນໃນປັດຈຸບັນກໍຄື ການທີ່ເຈົ້າສາມາດຖືກເຮັດໃຫ້ສູມບູນຢ່າງແທ້ຈິງ ແຕ່ໃນເບື້ອງຕົ້ນ ເຈົ້າຕ້ອງຖືກເອົາຊະນະກ່ອນ, ເຈົ້າຕ້ອງມີຄວາມຮູ້ທີ່ພຽງພໍກ່ຽວກັບການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ຕ້ອງມີຄວາມເຊື່ອໃນການຕິດຕາມ ແລະ ເປັນຄົນໜຶ່ງທີ່ສະແຫວງຫາການປ່ຽນແປງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ພວກເຈົ້າຄວນເຂົ້າໃຈວ່າ ໃນໄລຍະຂອງການຖືກເຮັດໃຫ້ສົມບູນ ພວກເຈົ້າຈະຖືກເອົາຊະນະ ແລະ ໃນໄລຍະຂອງການຖືກເອົາຊະນະ ພວກເຈົ້າຈະຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ເຈົ້າສາມາດສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ ຫຼື ສະແຫວງຫາການປ່ຽນແປງໃນຄວາມເປັນມະນຸດທາງພາຍນອກຂອງເຈົ້າ ແລະ ການປັບປຸງຄວາມສາມາດຂອງເຈົ້າ ແຕ່ຕາມຫຼັກການທີ່ສໍາຄັນກໍຄື ເຈົ້າຈະສາມາດເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແມ່ນມີຄວາມໝາຍ ແລະ ມີຜົນປະໂຫຍດ: ມັນເຮັດໃຫ້ເຈົ້າທີ່ເກີດໃນດິນແດນແຫ່ງສົກກະປົກສາມາດຫຼົບໜີຈາກຄວາມສົກກະປົກ ແລະ ສັ່ນຖິ້ມສິ່ງນັ້ນ, ມັນເຮັດໃຫ້ເຈົ້າສາມາດເອົາຊະນະອິດທິພົນຂອງຊາຕານ ແລະ ປະຖິ້ມອິດທິພົນມືດຂອງຊາຕານ. ໂດຍການເອົາໃຈໃສ່ກັບສິ່ງເຫຼົ່ານີ້ ເຈົ້າຈະຖືກປົກປ້ອງໃນດິນແດນແຫ່ງຄວາມສົກກະປົກນີ້. ໃນທີ່ສຸດ, ເຈົ້າຈະຖືກຂໍໃຫ້ເປັນພະຍານຫຍັງ? ເຈົ້າເກີດໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດ, ບໍ່ເຈືອປົນດ້ວຍຄວາມສົກກະປົກອີກຄັ້ງ, ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແຕ່ເອົາຕົວເອງອອກຈາກອິດທິພົນຂອງຊາຕານ ແລະ ບໍ່ຖືກຄອບງຳ ຫຼື ຂົ່ມຂູ່ໂດຍຊາຕານ ແລະ ດໍາລົງຊີວິດໃນມືຂອງອົງຊົງລິດທານຸພາບສູງສຸດ. ນີ້ແມ່ນການເປັນພະຍານ ແລະ ຫຼັກຖານຂອງໄຊຊະນະໃນການຕໍ່ສູ້ກັບຊາຕານ. ເຈົ້າສາມາດປະຖິ້ມຊາຕານ, ເຈົ້າບໍ່ເປີດເຜີຍອຸປະນິໄສແບບຊາຕານໃນສິ່ງທີ່ເຈົ້າດໍາລົງຢູ່ອີກຕໍ່ໄປ, ແຕ່ກົງກັນຂ້າມແມ່ນດຳລົງຊີວິດຕາມສິ່ງທີ່ພຣະເຈົ້າຕ້ອງການໃຫ້ມະນຸດບັນລຸເມື່ອພຣະອົງສ້າງມະນຸດຂຶ້ນມາ: ຄວາມເປັນມະນຸດປົກກະຕິ, ການຮູ້ສຶກທີ່ປົກກະຕິ, ການເຂົ້າໃຈທີ່ປົກກະຕິ, ການຕັ້ງໃຈແບບປົກກະຕິເພື່ອຮັກພຣະເຈົ້າ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ສິ່ງດັ່ງກ່າວແມ່ນຄຳພະຍານທີ່ເກີດຂຶ້ນໂດຍສິ່ງຖືກສ້າງຂອງພຣະເຈົ້າ. ເຈົ້າເວົ້າວ່າ “ພວກຂ້ານ້ອຍເກີດໃນດິນແດນແຫ່ງຄວາມສົກກະປົກ ແຕ່ຍ້ອນການປົກປ້ອງຂອງພຣະເຈົ້າ, ຍ້ອນການເປັນຜູ້ນໍາຂອງພຣະອົງ ແລະ ຍ້ອນພຣະອົງໄດ້ເອົາຊະນະພວກຂ້ານ້ອຍ, ພວກຂ້ານ້ອຍຈຶ່ງໄດ້ກໍາຈັດອິດທິພົນຂອງຊາຕານອອກຈາກຕົວເອງ. ການທີ່ພວກຂ້ານ້ອຍສາມາດເຊື່ອຟັງໃນປັດຈຸບັນແມ່ນເປັນຜົນມາຈາກການຖືກພຣະເຈົ້າເອົາຊະນະອີກດ້ວຍ ແລະ ມັນບໍ່ແມ່ນຍ້ອນວ່າ ພວກຂ້ານ້ອຍດີ ຫຼື ຍ້ອນວ່າ ພວກຂ້ານ້ອຍຮັກພຣະເຈົ້າໂດຍທໍາມະຊາດ. ມັນເປັນຍ້ອນວ່າ ພຣະເຈົ້າໄດ້ເລືອກພວກຂ້ານ້ອຍ ແລະ ກໍານົດພວກຂ້ານ້ອຍໄວ້ລ່ວງໜ້າ, ພວກຂ້ານ້ອຍຈຶ່ງຖືກເອົາຊະນະໃນປັດຈຸບັນ, ສາມາດເປັນພະຍານໃຫ້ແກ່ພຣະອົງ ແລະ ສາມາດຮັບໃຊ້ພຣະອົງ; ພ້ອມນີ້ ມັນເປັນຍ້ອນວ່າ ພຣະອົງໄດ້ເລືອກພວກຂ້ານ້ອຍ ແລະ ປົກປ້ອງພວກຂ້ານ້ອຍ, ພວກຂ້ານ້ອຍຈຶ່ງຖືກຊ່ວຍໃຫ້ລອດພົ້ນ ແລະ ລອດພົ້ນອອກຈາກອຳນາດຂອງຊາຕານ ແລະ ສາມາດປະຖິ້ມຄວາມສົກກະປົກ ແລະ ຖືກເຮັດໃຫ້ບໍລິສຸດໃນປະເທດແຫ່ງມັງກອນແດງທີ່ຍິ່ງໃຫຍ່”. ນອກຈາກນັ້ນ, ສິ່ງທີ່ເຈົ້າດໍາລົງຢູ່ພາຍນອກຈະສະແດງວ່າເຈົ້າມີຄວາມເປັນມະນຸດແບບປົກກະຕິ, ມີເຫດຜົນໃນສິ່ງທີ່ເຈົ້າເວົ້າ ແລະ ເຈົ້າດໍາລົງຊີວິດຕາມລັກສະນະຂອງບຸກຄົນທໍາມະດາ. ເວລາຄົນອື່ນເຫັນເຈົ້າ ເຈົ້າກໍບໍ່ຄວນເຮັດໃຫ້ພວກເຂົາເວົ້າວ່າ “ນີ້ບໍ່ແມ່ນພາບລັກຂອງມັງກອນແດງທີ່ຍິ່ງໃຫຍ່ບໍ?” ການປະພຶດຂອງບັນດາເອື້ອຍນ້ອງແມ່ນບໍ່ເໝາະສົມກັບເອື້ອຍນ້ອງ, ການປະພຶດຂອງອ້າຍນ້ອງກໍບໍ່ເໝາະສົມກັບອ້າຍນ້ອງ ແລະ ເຈົ້າບໍ່ມີຄຸນສົມບັດຂອງໄພ່ພົນເລີຍ. ຫຼັງຈາກນັ້ນ ຜູ້ຄົນກໍຈະເວົ້າວ່າ “ສົມພໍພຣະເຈົ້າຈຶ່ງເວົ້າວ່າ ພວກເຂົາແມ່ນເຊື້ອສາຍຂອງໂມອາບ, ພຣະອົງເວົ້າຖືກທີ່ສຸດ!” ຖ້າຜູ້ຄົນເບິ່ງພວກເຈົ້າ ແລະ ເວົ້າວ່າ “ເຖິງພຣະເຈົ້າຈະເວົ້າວ່າ ພວກເຈົ້າແມ່ນເຊື້ອສາຍຂອງໂມອາບ, ສິ່ງທີ່ເຈົ້າດໍາລົງຕາມກໍໄດ້ພິສູດແລ້ວວ່າ ເຈົ້າໄດ້ປະຖິ້ມອິດທິພົນຂອງຊາຕານ; ເຖິງວ່າສິ່ງເຫຼົ່ານັ້ນຍັງມີຢູ່ໃນຕົວເຈົ້າ, ເຈົ້າກໍສາມາດຫັນຫຼັງຂອງພວກເຈົ້າໃສ່ພວກມັນໄດ້, ນີ້ກໍສະແດງວ່າ ພວກເຈົ້າຖືກເອົາຊະນະຢ່າງສົມບູນ”, ພວກເຈົ້າ ຜູ້ທີ່ຖືກເອົາຊະນະ ແລະ ຖືກຊ່ວຍໃຫ້ລອດພົ້ນຈະເວົ້າວ່າ “ມັນແມ່ນຄວາມຈິງທີ່ພວກຂ້ານ້ອຍແມ່ນເຊື້ອສາຍຂອງໂມອາບ ແຕ່ພວກຂ້ານ້ອຍກໍຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ເຖິງວ່າເຊື້ອສາຍຂອງໂມອາບໃນອະດີດຈະເຄີຍຖືກປະຖິ້ມ ແລະ ຖືກສາບແຊ່ງ ແລະ ຖືກເນລະເທດໂດຍປະຊາຊົນຂອງອິດສະຣາເອນໄປຍັງຊົນຕ່າງຊາດ, ໃນປັດຈຸບັນ ພຣະເຈົ້າໄດ້ຊ່ວຍໃຫ້ພວກຂ້ານ້ອຍລອດພົ້ນ. ມັນແມ່ນຄວາມຈິງທີ່ພວກຂ້ານ້ອຍແມ່ນຄົນທີ່ເສື່ອມຊາມທີ່ສຸດໃນບັນດາຜູ້ຄົນທັງປວງ, ນີ້ແມ່ນບັນຊາໂດຍພຣະເຈົ້າ, ນີ້ແມ່ນຄວາມຈິງ ແລະ ທຸກຄົນບໍ່ສາມາດປະຕິເສດສິ່ງນີ້ໄດ້. ແຕ່ໃນປັດຈຸບັນ ພວກຂ້ານ້ອຍໄດ້ຫຼົບໜີອອກຈາກອິດທິພົນນັ້ນແລ້ວ. ພວກຂ້ານ້ອຍກຽດຊັງບັນພະບຸລຸດຂອງພວກຂ້ານ້ອຍ, ພວກຂ້ານ້ອຍເຕັມໃຈທີ່ຈະຫັນຫຼັງໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍ, ປະຖິ້ມພວກເຂົາຢ່າງສິ້ນເຊີງ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ບັນລຸສິ່ງທີ່ພຣະອົງຮຽກຮ້ອງຈາກພວກຂ້ານ້ອຍ ແລະ ບັນລຸຄວາມເພິ່ງພໍໃຈຕາມຄວາມປະສົງຂອງພຣະເຈົ້າ. ໂມອາບໄດ້ທໍລະຍົດຕໍ່ພຣະເຈົ້າ, ລາວບໍ່ໄດ້ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະເຈົ້າກໍກຽດຊັງລາວ. ແຕ່ພວກຂ້ານ້ອຍຄວນເອົາໃຈໃສ່ຫົວໃຈຂອງພຣະເຈົ້າ ແລະ ໃນປັດຈຸບັນ ຍ້ອນພວກຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ ພວກຂ້ານ້ອຍກໍບໍ່ສາມາດທໍລະຍົດພຣະເຈົ້າໄດ້ ແລະ ຕ້ອງປະຖິ້ມບັນພະບຸລຸດເດີມຂອງພວກຂ້ານ້ອຍ!” ທີ່ຜ່ານມາ ເຮົາໄດ້ເວົ້າກ່ຽວກັບການປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ໃນປັດຈຸບັນ ຫຼັກໆແມ່ນການປະຖິ້ມບັນພະບຸລຸດເດີມຂອງຜູ້ຄົນ. ນີ້ແມ່ນການເປັນພະຍານໜຶ່ງແບບຂອງການເອົາຊະນະຜູ້ຄົນ ແລະ ບໍ່ວ່າເຈົ້າຈະເຂົ້າສູ່ເສັ້ນທາງປັດຈຸບັນດ້ວຍວິທີໃດກໍຕາມ, ຄຳພະຍານຂອງເຈົ້າໃນຂະແໜງການນີ້ຕ້ອງບໍ່ຂາດເຂີນ.
ຄວາມສາມາດຂອງຜູ້ຄົນແມ່ນອ່ອນເກີນໄປ, ພວກເຂົາຂາດຄວາມເປັນມະນຸດແບບປົກກະຕິຫຼາຍເກີນໄປ, ປະຕິກິລິຍາຂອງພວກເຂົາຊ້າຫຼາຍເກີນໄປ, ຂີ້ຄ້ານເກີນໄປ, ຄວາມເສື່ອມຊາມຂອງຊາຕານໄດ້ເຮັດໃຫ້ພວກເຂົາຕາຍດ້ານ ແລະ ມີສະຕິປັນຍາທີ່ໂງ່ ແລະ ເຖິງວ່າພວກເຂົາຈະບໍ່ສາມາດປ່ຽນແປງໄດ້ທັງໝົດໃນໜຶ່ງປີ ຫຼື ສອງປີ, ພວກເຂົາກໍຕ້ອງມີຄວາມຕັ້ງໃຈທີ່ຈະຮ່ວມມື. ມັນສາມາດເວົ້າໄດ້ວ່າ ນີ້ແມ່ນຄຳພະຍານຕໍ່ໜ້າຊາຕານເຊັ່ນກັນ. ຄຳພະຍານໃນປັດຈຸບັນແມ່ນຜົນທີ່ຖືກບັນລຸໂດຍພາລະກິດແຫ່ງການເອົາຊະນະໃນປັດຈຸບັນ ພ້ອມດ້ວຍຕົວຢ່າງ ແລະ ແບບຢ່າງສໍາລັບຜູ້ຕິດຕາມໃນອະນາຄົດ. ໃນອະນາຄົດ, ມັນຈະແຜ່ຂະຫຍາຍໄປທຸກປະເທດ; ພາລະກິດທີ່ຖືກປະຕິບັດໃນປະເທດຈີນຈະເຜີຍແຜ່ໄປຍັງທຸກປະເທດ. ເຊື້ອສາຍຂອງໂມອາບແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຜູ້ຄົນທັງໝົດໃນໂລກ. ບາງຄົນຖາມວ່າ “ເຊື້ອສາຍຂອງຮາມບໍ່ແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຄົນທັງປວງບໍ?” ຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຊື້ອສາຍຂອງຮາມແມ່ນມີຄວາມສຳຄັນເຊິ່ງເປັນຕົວແທນທີ່ແຕກຕ່າງກັນ ແລະ ເຊື້ອສາຍຂອງຮາມກໍເປັນເລື່ອງທີ່ແຕກຕ່າງ: ບໍ່ວ່າພວກເຂົາຈະຖືກສາບແຊ່ງແບບໃດກໍຕາມ, ພວກເຂົາກໍຍັງເປັນເຊື້ອສາຍຂອງໂນອາ; ໃນຂະນະດຽວກັນ, ຕົ້ນກໍາເນີດຂອງໂມອາບບໍ່ໄດ້ບໍລິສຸດ: ໂມອາບມາຈາກພຶດຕິກໍາທີ່ຜິດສິນທໍາ ແລະ ໃນທີ່ນີ້ກໍໄດ້ມີຄວາມແຕກຕ່າງ. ເຖິງວ່າທັງສອງຈະຖືກສາບແຊ່ງ, ສະຖານະຂອງພວກເຂົາແມ່ນບໍ່ຄືກັນ ແລະ ດ້ວຍເຫດນັ້ນ ເຊື້ອສາຍຂອງໂມອາບຈຶ່ງຕໍ່າຕ້ອຍທີ່ສຸດໃນບັນດາຜູ້ຄົນທັງປວງ ແລະ ຈຶ່ງບໍ່ມີຂໍ້ແທ້ຈິງໃດທີ່ຈະເປັນຕາເຊື່ອໄປຫຼາຍກວ່າການເອົາຊະນະຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຜູ້ຄົນທັງປວງ. ພາລະກິດແຫ່ງຍຸກສຸດທ້າຍທໍາລາຍກົດລະບຽບທັງໝົດ ແລະ ບໍ່ວ່າເຈົ້າຈະຖືກສາບແຊ່ງ ຫຼື ລົງໂທດກໍຕາມ, ຕາບໃດທີ່ເຈົ້າຊ່ວຍພາລະກິດຂອງເຮົາ ແລະ ເປັນປະໂຫຍດໃຫ້ແກ່ພາລະກິດແຫ່ງການເອົາຊະນະໃນປັດຈຸບັນ ແລະ ບໍ່ວ່າເຈົ້າຈະແມ່ນເຊື້ອສາຍຂອງໂມອາບ ຫຼື ຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ກໍຕາມ, ຕາບໃດທີ່ເຈົ້າປະຕິບັດໜ້າທີ່ຂອງສິ່ງຖືກສ້າງຂອງພຣະເຈົ້າຕາມຂັ້ນຕອນນີ້ຂອງພາລະກິດ ແລະ ເຮັດໃຫ້ດີທີ່ສຸດເທົ່າທີ່ເຈົ້າຈະສາມາດເຮັດໄດ້, ແລ້ວຜົນທີ່ສົມຄວນໄດ້ຮັບກໍຈະຖືກບັນລຸ. ເຈົ້າແມ່ນຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຈົ້າແມ່ນເຊື້ອສາຍຂອງໂມອາບ; ສະຫຼຸບກໍຄື ຜູ້ທີ່ມີເນື້ອໜັງ ແລະ ເລືອດແມ່ນສິ່ງຖືກສ້າງຂອງພຣະເຈົ້າ ແລະ ຖືກສ້າງໂດຍພຣະຜູ້ສ້າງ. ເຈົ້າແມ່ນສິ່ງຖືກສ້າງຂອງພຣະເຈົ້າ, ເຈົ້າບໍ່ຄວນມີທາງເລືອກໃດໆ ແລະ ນີ້ແມ່ນໜ້າທີ່ຂອງເຈົ້າ. ແນ່ນອນຢູ່ແລ້ວ ໃນປັດຈຸບັນ ພາລະກິດຂອງພຣະຜູ້ສ້າງແມ່ນແນໃສ່ຈັກກະວານທັງປວງ. ບໍ່ວ່າເຈົ້າຈະສືບເຊື້ອສາຍມາຈາກຜູ້ໃດກໍຕາມ, ນອກເໜືອທຸກສິ່ງ ເຈົ້າແມ່ນໜຶ່ງຂອງບັນດາສິ່ງຖືກສ້າງຂອງພຣະເຈົ້າ, ພວກເຈົ້າທີ່ເປັນເຊື້ອສາຍຂອງໂມອາບ ແມ່ນສ່ວນໜຶ່ງຂອງສິ່ງຖືກສ້າງຂອງພຣະເຈົ້າ, ໂດຍມີຄວາມແຕກຕ່າງພຽງ ພວກເຈົ້າມີຄຸນຄ່າທີ່ຕໍ່າກວ່າເທົ່ານັ້ນ. ໃນປັດຈຸບັນ ຍ້ອນພາລະກິດຂອງພຣະເຈົ້າຖືກປະຕິບັດໃນທ່າມກາງສິ່ງຖືກສ້າງ ແລະ ແນໃສ່ຈັກກະວານທັງປວງ, ພຣະຜູ້ສ້າງແມ່ນມີອິດສະຫຼະໃນການເລືອກຜູ້ຄົນ, ເລື່ອງ ຫຼື ສິ່ງຕ່າງໆເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະອົງບໍ່ສົນໃຈວ່າ ເຈົ້າເຄີຍສືບເຊື້ອສາຍມາຈາກຜູ້ໃດ; ຕາບໃດທີ່ເຈົ້າແມ່ນໜຶ່ງໃນສິ່ງຖືກສ້າງຂອງພຣະອົງ ແລະ ຕາບໃດທີ່ເຈົ້າເປັນປະໂຫຍດແກ່ພາລະກິດຂອງພຣະອົງ ນັ້ນກໍຄືພາລະກິດແຫ່ງການເອົາຊະນະ ແລະ ການເປັນພະຍານ ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າ ໂດຍບໍ່ມີການລັງເລໃຈໃດໆ. ສິ່ງນີ້ໄດ້ທໍາລາຍແນວຄວາມຄິດດັ່ງເດີມຂອງຜູ້ຄົນ ເຊິ່ງນັ້ນກໍຄື ພຣະເຈົ້າຈະບໍ່ປະຕິບັດພາລະກິດໃນທ່າມກາງຊົນຕ່າງຊາດຈັກເທື່ອ, ໂດຍສະເພາະແມ່ນຜູ້ທີ່ຖືກສາບແຊ່ງ ແລະ ຕໍ່າຕ້ອຍ; ສໍາລັບຜູ້ທີ່ຖືກສາບແຊ່ງ, ຄົນຮຸ່ນໃນອະນາຄົດທັງໝົດທີ່ມາຈາກພວກເຂົາກໍຍັງຈະຖືກສາບແຊ່ງຕະຫຼອດການ ໂດຍບໍ່ໄດ້ຮັບໂອກາດແຫ່ງຄວາມລອດພົ້ນໃດໆເລີຍ; ພຣະເຈົ້າຈະບໍ່ລົງມາ ແລະ ປະຕິບັດພາລະກິດໃນດິນແດນຕ່າງຊາດຈັກເທື່ອ ແລະ ຈະບໍ່ຢຽບໃນດິນແດນແຫ່ງຄວາມສົກກະປົກ ຍ້ອນພຣະອົງບໍລິສຸດ. ແນວຄິດເຫຼົ່ານີ້ທັງໝົດແມ່ນຖືກທໍາລາຍລົງໂດຍພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ຈົ່ງຮູ້ໄວ້ວ່າ ພຣະເຈົ້າແມ່ນພຣະເຈົ້າຂອງສິ່ງຖືກສ້າງທັງປວງ, ພຣະອົງມີອຳນາດເໜືອສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ. ດ້ວຍເຫດນັ້ນ, ພາລະກິດໃນປະເທດຈີນຈິ່ງມີຄວາມສໍາຄັນທີ່ສຸດ ແລະ ມັນຈະບໍ່ຖືກແຜ່ຂະຫຍາຍທ່າມກາງປະຊາຊາດທັງປວງບໍ? ຄຳພະຍານທີ່ຍິ່ງໃຫຍ່ຂອງອະນາຄົດຈະບໍ່ຖືກຈໍາກັດໃນປະເທດຈີນ; ຖ້າພຣະເຈົ້າມີແຕ່ເອົາຊະນະພວກເຈົ້າເທົ່ານັ້ນ, ພວກມານຮ້າຍຈະເຊື່ອຢູ່ບໍ? ພວກເຂົາບໍ່ເຂົ້າໃຈເຖິງການຖືກເອົາຊະນະ ຫຼື ລິດອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ມີແຕ່ເມື່ອຄົນທີ່ຖືກເລືອກຂອງພຣະເຈົ້າໃນທົ່ວຈັກກະວານທັງໝົດໄດ້ເຫັນຜົນສຸດທ້າຍຂອງພາລະກິດນີ້ເທົ່ານັ້ນ ສິ່ງຖືກສ້າງທັງປວງຈິ່ງຈະຖືກເອົາຊະນະ. ບໍ່ມີໃຜທີ່ຫຼ້າຫຼັງ ຫຼື ເສື່ອມຊາມຫຼາຍກວ່າເຊື້ອສາຍຂອງໂມອາບ. ມີແຕ່ຖ້າຜູ້ຄົນເຫຼົ່ານີ້ສາມາດຖືກເອົາຊະນະ ນັ້ນກໍຄື ພວກເຂົາຜູ້ທີ່ເສື່ອມຊາມທີ່ສຸດ, ຜູ້ທີ່ບໍ່ຮັບຮູ້ເຖິງພຣະເຈົ້າ ຫຼື ເຊື່ອວ່າມີພຣະເຈົ້າ ໄດ້ຖືກເອົາຊະນະ ແລະ ຮັບຮູ້ພຣະເຈົ້າດ້ວຍປາກຂອງພວກເຂົາ, ສັນລະເສີນພຣະອົງ ແລະ ສາມາດຮັກພຣະອົງ, ສິ່ງນີ້ຈິ່ງຈະເປັນຄໍາພະຍານແຫ່ງການເອົາຊະນະ. ເຖິງແມ່ນວ່າພວກເຈົ້າຈະບໍ່ແມ່ນເປໂຕ, ພວກເຈົ້າກໍດໍາລົງຊີວິດຕາມພາບລັກຂອງເປໂຕ, ພວກເຈົ້າສາມາດມີຄໍາພະຍານຂອງເປໂຕ ແລະ ຂອງໂຢບ ແລະ ນີ້ກໍເປັນຄຳພະຍານທີ່ຍິ່ງໃຫຍ່ທີ່ສຸດແລ້ວ. ໃນທີ່ສຸດ ເຈົ້າຈະເວົ້າວ່າ: “ພວກຂ້ານ້ອຍບໍ່ແມ່ນຊາວອິດສະຣາເອນ, ແຕ່ແມ່ນເຊື້ອສາຍຂອງໂມອາບທີ່ຖືກປະຖິ້ມ, ພວກຂ້ານ້ອຍບໍ່ແມ່ນເປໂຕ ຜູ້ທີ່ມີຄວາມສາມາດທີ່ພວກຂ້ານ້ອຍບໍ່ສາມາດມີ ຫຼື ບໍ່ແມ່ນໂຢບ ແລະ ພວກຂ້ານ້ອຍບໍ່ສາມາດແມ່ນແຕ່ຈະໄປປຽບທຽບກັບຄວາມຕັ້ງໃຈຂອງໂປໂລໃນການທົນທຸກເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ແກ່ພຣະເຈົ້າ ແລະ ພວກຂ້ານ້ອຍກໍຫຼ້າຫຼັງຫຼາຍ ແລະ ດ້ວຍເຫດນັ້ນ ພວກຂ້ານ້ອຍຈຶ່ງບໍ່ມີຄຸນສົມບັດທີ່ຈະໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຍັງໄດ້ຍົກພວກຂ້ານ້ອຍຂຶ້ນໃນປັດຈຸບັນ; ສະນັ້ນ ພວກຂ້ານ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ພວກຂ້ານ້ອຍຈະມີຄວາມສາມາດ ຫຼື ຄຸນສົມບັດທີ່ບໍ່ພຽງພໍ, ພວກຂ້ານ້ອຍກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ພວກຂ້ານ້ອຍມີຄວາມຕັ້ງໃຈນີ້. ພວກຂ້ານ້ອຍແມ່ນເຊື້ອສາຍຂອງໂມອາບ ແລະ ພວກຂ້ານ້ອຍຖືກສາບແຊ່ງ. ນີ້ແມ່ນຄໍາບັນຊາຂອງພຣະເຈົ້າ ແລະ ພວກຂ້ານ້ອຍກໍບໍ່ສາມາດປ່ຽນແປງມັນໄດ້, ແຕ່ການດໍາລົງຊີວິດຂອງພວກຂ້ານ້ອຍ ແລະ ຄວາມຮູ້ຂອງພວກຂ້ານ້ອຍແມ່ນສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ”. ເມື່ອເຈົ້າມີຄວາມຕັ້ງໃຈນີ້, ມັນຈະພິສູດໃຫ້ເຫັນວ່າ ເຈົ້າໄດ້ເປັນພະຍານໃນການຖືກເອົາຊະນະແລ້ວ.