ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?
ຄົນທີ່ຖືກເອົາຊະນະແມ່ນຕົວປະກອບ ແລະ ພຽງແຕ່ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຜູ້ຄົນຈຶ່ງໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດແຫ່ງຍຸກສຸດທ້າຍ. ກ່ອນທີ່ຈະຖືກເຮັດໃຫ້ສົມບູນ, ພວກເຂົາເປັນຕົວປະກອບ, ເປັນເຄື່ອງມື ພ້ອມທັງເປັນວັດຖຸເພື່ອບໍລິການ. ຄົນທີ່ຖືກພຣະເຈົ້າເອົາຊະນະທັງໝົດກໍຄືແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ພ້ອມທັງເປັນແບບຢ່າງ ແລະ ຕົວຢ່າງອີກດ້ວຍ. ຖ້ອຍຄໍາເຫຼົ່ານີ້ທີ່ເຮົາໄດ້ໃຊ້ເພື່ອອະທິບາຍເຖິງຜູ້ຄົນອາດຈະບໍ່ມີຄວາມໝາຍ, ແຕ່ພວກມັນເປີດເຜີຍເຖິງເລື່ອງລາວທີ່ໜ້າສົນໃຈ. ພວກເຈົ້າທີ່ມີຄວາມເຊື່ອເລັກນ້ອຍຈະໂຕ້ຖຽງກ່ຽວກັບຕໍາແໜ່ງທີ່ບໍ່ມີຄວາມໝາຍຢູ່ສະເໝີ ຈົນພວກເຈົ້າໜ້າແດງ ແລະ ບາງຄັ້ງ ຄວາມສຳພັນເຖິງກັບຖືກທໍາລາຍຍ້ອນສິ່ງນັ້ນ. ເຖິງແມ່ນມັນເປັນພຽງຕໍາແໜ່ງທີ່ເລັກນ້ອຍ, ແຕ່ໃນຄວາມຄິດຂອງພວກເຈົ້າ, ໃນຄວາມເຊື່ອຂອງພວກເຈົ້າ, ສິ່ງນີ້ບໍ່ພຽງແຕ່ໃຫຍ່ກວ່າຕໍາແໜ່ງທີ່ບໍ່ສຳຄັນ ແຕ່ເປັນເລື່ອງສໍາຄັນທີ່ກ່ຽວພັນກັບໂຊກຊະຕາຂອງພວກເຈົ້າ. ສະນັ້ນ ຄົນທີ່ບໍ່ມີເຫດຜົນກໍຈະມັກທົນທຸກກັບການສູນເສຍທີ່ຍິ່ງໃຫຍ່ໃນສິ່ງເລັກນ້ອຍແບບນີ້ຢູ່ສະເໝີ, ນີ້ຄືການຮັກສາເລັກນ້ອຍ ແຕ່ສູນເສຍຫຼາຍ. ຍ້ອນຕໍາແໜ່ງບໍ່ສໍາຄັນບາງຢ່າງເທົ່ານັ້ນ ພວກເຈົ້າກໍຈະແລ່ນໜີ ແລະ ບໍ່ກັບຄືນມາອີກ. ນີ້ກໍຍ້ອນວ່າ ພວກເຈົ້າເຫັນຊີວິດເປັນສິ່ງບໍ່ສຳຄັນ ແລະ ພວກເຈົ້າໃຫ້ຄຸນຄ່າຫຼາຍເກີນໄປໃນຊື່ທີ່ພວກເຈົ້າຖືກເອີ້ນ. ສະນັ້ນ ໃນຊີວິດຝ່າຍວິນຍານຂອງພວກເຈົ້າ ແລະ ແມ່ນແຕ່ໃນຊີວິດຕົວຈິງຂອງພວກເຈົ້າ, ພວກເຈົ້າຈຶ່ງມັກຈະມີຄວາມສັບສົນ ແລະ ເລື່ອງລາວແປກປະຫຼາດຢູ່ສະເໝີ ຍ້ອນແນວຄິດຂອງພວກເຈົ້າທີ່ກ່ຽວກັບສະຖານະ. ບາງເທື່ອ ພວກເຈົ້າຈະບໍ່ຍອມຮັບສິ່ງນີ້, ແຕ່ເຮົາຈະບອກພວກເຈົ້າວ່າ ຄົນເຫຼົ່ານີ້ແມ່ນມີແທ້ໃນຊີວິດຕົວຈິງ, ເຖິງແມ່ນວ່າ ພວກເຈົ້າຍັງບໍ່ໄດ້ຖືກເປີດໂປງແຕ່ລະຄົນເທື່ອກໍຕາມ. ສິ່ງແບບນີ້ເກີດຂຶ້ນໃນຊີວິດຂອງພວກເຈົ້າທຸກຄົນ. ຖ້າເຈົ້າບໍ່ເຊື່ອ ກໍໃຫ້ສັງເກດເບິ່ງບົດຄວາມສັ້ນຂ້າງລຸ່ມນີ້ຈາກຊີວິດຂອງເອື້ອຍນ້ອງ (ຫຼື ອ້າຍນ້ອງ). ມັນເປັນໄປໄດ້ທີ່ບຸກຄົນນີ້ອາດຈະເປັນເຈົ້າແທ້ໆ ຫຼື ບາງເທື່ອ ມັນອາດຈະເປັນບາງຄົນທີ່ເຈົ້າລຶ້ງເຄີຍໃນຊີວິດຂອງເຈົ້າກໍເປັນໄດ້. ຖ້າເຮົາບໍ່ໄດ້ເຂົ້າໃຈຜິດ, ບົດຄວາມສັ້ນນີ້ອະທິບາຍເຖິງປະສົບການທີ່ເຈົ້າມີ. ບໍ່ມີຫຍັງທີ່ຂາດເຂີນໃນການອະທິບາຍ, ບໍ່ມີແມ່ນແຕ່ຄວາມຄິດ ຫຼື ແນວຄິດດຽວທີ່ຖືກຕັດອອກ, ແຕ່ທຸກສິ່ງແມ່ນຖືກບັນທຶກໄວ້ໃນເລື່ອງນີ້ທັງໝົດ. ຖ້າເຈົ້າບໍ່ເຊື່ອ ກໍໃຫ້ອ່ານມັນກ່ອນ.
ນີ້ແມ່ນປະສົບການເລັກນ້ອຍຢ່າງໜຶ່ງຈາກ “ບຸກຄົນຝ່າຍວິນຍານ”.
ລາວຮູ້ສຶກກັງວົນໃຈເມື່ອລາວເຫັນວ່າ ຫຼາຍໆສິ່ງທີ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກເຮັດນັ້ນບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ດັ່ງນັ້ນລາວຈຶ່ງເລີ່ມຮ້າຍດ່າພວກເຂົາວ່າ: “ພວກເຈົ້າ ສິ່ງທີ່ຊົ່ວຊ້າເອີຍ! ພວກເຈົ້າບໍ່ມີຄວາມສຳນຶກເລີຍບໍ? ເປັນຫຍັງພວກເຈົ້າຈຶ່ງເຮັດໃນສິ່ງທີ່ບໍ່ມີເຫດຜົນແທ້? ແທນທີ່ໆຈະເຮັດໃນສິ່ງໃດກໍຕາມທີ່ພວກເຈົ້າພໍໃຈ ເປັນຫຍັງພວກເຈົ້າບໍ່ສະແຫວງຫາຄວາມຈິງ? ... ຂ້ອຍເວົ້າສິ່ງເຫຼົ່ານີ້ຕໍ່ພວກເຈົ້າ, ແຕ່ໃນເວລາດຽວກັນມັນແມ່ນຂ້ອຍເອງທີ່ຂ້ອຍກຽດຊັງ. ຂ້ອຍເຫັນວ່າ ພຣະເຈົ້າເຜົາໄໝ້ດ້ວຍຄວາມຮ້ອນຮົນ ແລະ ຂ້ອຍກໍຮູ້ສຶກເຜົາໄໝ້ຢູ່ພາຍໃນຕົວຂ້ອຍ. ຂ້ອຍເຕັມໃຈແທ້ຈິງທີ່ຈະປະຕິບັດພາລະກິດທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ກັບຂ້ອຍຈົນເຖິງທີ່ສຸດ ແລະ ຂ້ອຍຕ້ອງການທີ່ຈະເປັນຜູ້ບໍລິການໃຫ້ພວກເຈົ້າຢ່າງແທ້ຈິງ. ມັນເປັນພຽງເພາະວ່າ ຕອນນີ້ຂ້ອຍແມ່ນອ່ອນເພຍຫຼາຍ. ພຣະເຈົ້າໄດ້ໃຊ້ເວລາກັບພວກເຮົາຢ່າງຫຼວງຫຼາຍ ແລະ ໄດ້ກ່າວພຣະທຳຢ່າງຫຼວງຫຼາຍ, ແຕ່ພວກເຮົາກໍຍັງຄືເກົ່າ. ໃນຫົວໃຈຂອງຂ້ອຍ, ຂ້ອຍຮູ້ສຶກຢູ່ສະເໝີວ່າ ຂ້ອຍຕິດໜີ້ພຣະເຈົ້າຢ່າງຫຼວງຫຼາຍ...”. (ລາວເລີ່ມຮ້ອງໄຫ້ ແລະ ບໍ່ສາມາດເວົ້າຕໍ່ໄດ້). ຫຼັງຈາກນັ້ນ ລາວກໍເລີ່ມຕົ້ນອະທິຖານວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍອ້ອນວອນຂໍໃຫ້ພຣະອົງປະທານກຳລັງໃຫ້ແດ່ຂ້ານ້ອຍ ແລະ ດົນບັນດານຂ້ານ້ອຍດັ່ງທີ່ພຣະອົງບໍ່ເຄີຍກະທໍາມາກ່ອນ ແລະ ຂໍໃຫ້ພຣະວິນຍານຂອງພຣະອົງປະຕິບັດພາລະກິດໃນຕົວຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະຮ່ວມມືກັບພຣະອົງ. ຕາບໃດທີ່ພຣະອົງໄດ້ຮັບສະຫງ່າລາສີໃນເວລາສຸດທ້າຍ, ຂ້ານ້ອຍກໍເຕັມໃຈທີ່ຈະມອບຕົວຂ້ານ້ອຍເອງທັງໝົດໃຫ້ກັບພຣະອົງ, ເຖິງແມ່ນມັນໝາຍຄວາມວ່າ ຂ້ານ້ອຍຕ້ອງສະຫຼະຊີວິດຂອງຂ້ານ້ອຍກໍຕາມ. ພວກຂ້ານ້ອຍປາຖະໜາທີ່ຈະຖວາຍການສັນລະເສີນທີ່ຍິ່ງໃຫຍ່ ເພື່ອວ່າອ້າຍເອື້ອຍນ້ອງຂອງພວກຂ້ານ້ອຍຈະສາມາດຮ້ອງເພງ ແລະ ເຕັ້ນລຳດ້ວຍຄວາມປິຕິຍິນດີເພື່ອສັນລະເສີນພຣະນາມອັນບໍລິສຸດຂອງພຣະອົງ, ສັນລະເສີນພຣະອົງ, ປະຈັກພຣະອົງ, ເພື່ອຢືນຢັນວ່າພາລະກິດຂອງພຣະອົງເປັນຈິງ ແລະ ເພື່ອໃຫ້ຄວາມໃສ່ໃຈຕໍ່ພຣະອົງສໍາລັບພາລະທີ່ພຣະອົງແບກຫາບ...”. ລາວອະທິຖານຢ່າງຈິງໃຈແບບນີ້ ແລະ ພຣະວິນຍານບໍລິສຸດກໍມອບພາລະໃຫ້ກັບລາວແທ້ໆ. ໃນລະຫວ່າງເວລານີ້ ລາວແບກຮັບພາລະຫຼາຍ ແລະ ໃຊ້ເວລາໝົດມື້ເພື່ອອ່ານ, ຂຽນ ແລະ ຟັງ. ລາວແມ່ນຫຍຸ້ງຫຼາຍທີ່ສຸດ. ສະພາວະຝ່າຍວິນຍານຂອງລາວກໍດີເລີດ ແລະ ໃນຫົວໃຈຂອງລາວ ລາວກໍຮູ້ສຶກກະຕືລືລົ້ນ ແລະ ແບກຮັບພາລະຢູ່ສະເໝີ. ບາງຄັ້ງບາງຄາວລາວກໍອ່ອນແອ ແລະ ຕໍາຝາ, ແຕ່ອີກບໍ່ດົນລາວກໍຈະກັບໄປສູ່ສະພາວະປົກກະຕິຂອງລາວ. ຫຼັງຈາກເປັນແບບນີ້ຢູ່ໃນໄລຍະເວລາໃດໜຶ່ງ, ຄວາມຄືບໜ້າຂອງລາວກໍໄວຂຶ້ນ, ລາວສາມາດໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແລະ ລາວກໍຍັງໄດ້ຮຽນຮູ້ກ່ຽວກັບເພງນະມັດສະການຢ່າງໄວວາອີກດ້ວຍ, ໂດຍລວມແລ້ວ ສະພາວະຝ່າຍວິນຍານຂອງລາວແມ່ນດີເລີດ. ເມື່ອລາວເຫັນວ່າ ຫຼາຍສິ່ງໃນຄຣິສຕະຈັກບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ລາວກໍກັງວົນໃຈ ແລະ ຕໍານິຕິເຕືອນອ້າຍເອື້ອຍນ້ອງຂອງລາວວ່າ: “ນີ້ຄືການອຸທິດຕໍ່ໜ້າທີ່ຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດແມ່ນແຕ່ຈ່າຍລາຄາທີ່ເລັກນ້ອຍນີ້? ຖ້າພວກເຈົ້າບໍ່ຕ້ອງການເຮັດມັນ, ຂ້ອຍຈະເຮັດເອງ...”.
ໃນຂະນະທີ່ລາວມີພາລະ, ລາວຮູ້ສຶກມີພະລັງໃນຄວາມເຊື່ອເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍຂຶ້ນເລື້ອຍໆ. ບາງຄັ້ງບາງຄາວ ລາວຈະຜະເຊີນກັບຄວາມລໍາບາກບາງຢ່າງ ແລະ ມີຄວາມຄິດລົບ, ແຕ່ລາວກໍສາມາດເອົາຊະນະສິ່ງເຫຼົ່ານີ້ໄດ້. ນັ້ນກໍຄື ເມື່ອລາວຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດ, ແມ່ນແຕ່ເມື່ອສະພາບການຂອງລາວແມ່ນດີເລີດ ລາວກໍຍັງບໍ່ສາມາດຫຼີກເວັ້ນໃນການພົບພໍ້ກັບຄວາມລໍາບາກບາງຢ່າງ ຫຼື ຄວາມອ່ອນແອລະດັບໃດໜຶ່ງໄດ້. ສິ່ງເຫຼົ່ານີ້ແມ່ນບໍ່ສາມາດຫຼີກເວັ້ນໄດ້, ແຕ່ອີກບໍ່ດົນ ລາວກໍສາມາດອອກຈາກສະພາວະເຫຼົ່ານັ້ນໄດ້. ເມື່ອລາວຜະເຊີນກັບຄວາມອ່ອນແອ, ລາວກໍຈະອະທິຖານ ແລະ ຮູ້ສຶກວ່າ ວຸດທິພາວະຂອງລາວເອງແມ່ນບໍ່ພຽງພໍແທ້ໆ, ແຕ່ລາວກໍເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ. ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ລາວກໍເຕັມໃຈທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ເຊື່ອຟັງການຈັດແຈງທຸກຢ່າງຂອງພຣະອົງ. ບາງຄົນມີຄວາມຄິດເຫັນບາງຢ່າງ ແລະ ມີອະຄະຕິກ່ຽວກັບລາວ, ແຕ່ລາວສາມາດປ່ອຍວາງຕົນເອງ ແລະ ຮ່ວມສົນທະນາກັບພວກເຂົາຢ່າງຫ້າວຫັນ. ສິ່ງນີ້ແມ່ນສະພາວະທີ່ຜູ້ຄົນມີເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດປົກກະຕິຂອງພຣະອົງ. ຫຼັງຈາກໄລຍະເວລາໃດໜຶ່ງ ພາລະກິດຂອງພຣະເຈົ້າກໍເລີ່ມປ່ຽນແປງ ແລະ ທຸກຄົນກໍເຂົ້າສູ່ອີກຂັ້ນຕອນໜຶ່ງຂອງພາລະກິດ ເຊິ່ງພຣະເຈົ້າມີເງື່ອນໄຂທີ່ແຕກຕ່າງສຳລັບພວກເຂົາ. ສະນັ້ນ ຈຶ່ງມີການກ່າວພຣະທຳໃໝ່ທີ່ເຮັດໃຫ້ມີເງື່ອນໄຂໃໝ່ສໍາລັບຜູ້ຄົນ: “... ເຮົາມີພຽງແຕ່ຄວາມກຽດຊັງສຳລັບພວກເຈົ້າ, ບໍ່ເຄີຍມີການອວຍພອນ. ເຮົາບໍ່ເຄີຍຄິດທີ່ຈະອວຍພອນພວກເຈົ້າ ຫຼື ເຮົາບໍ່ມີຄວາມຄິດທີ່ຈະເຮັດໃຫ້ພວກເຈົ້າສົມບູນ, ຍ້ອນພວກເຈົ້າກະບົດເກີນໄປ. ເພາະພວກເຈົ້າບໍ່ຊື່ສັດ ແລະ ຫຼອກລວງ ແລະ ຍ້ອນພວກເຈົ້າຂາດເຂີນໃນຄວາມສາມາດ ແລະ ພວກເຈົ້າມີສະຖານະທີ່ຕໍ່າ, ພວກເຈົ້າບໍ່ເຄີຍຢູ່ໃນສາຍຕາຂອງເຮົາ ຫຼື ຢູ່ໃນຫົວໃຈຂອງເຮົາເລີຍ. ພາລະກິດຂອງເຮົາແມ່ນປະຕິບັດດ້ວຍເຈດຕະນາທີ່ຈະປະນາມພວກເຈົ້າເທົ່ານັ້ນ; ມືຂອງເຮົາບໍ່ເຄີຍອອກຫ່າງພວກເຈົ້າຈັກເທື່ອ ຫຼື ການຂ້ຽນຕີຂອງເຮົາກໍເຊັ່ນກັນ. ເຮົາໄດ້ສືບຕໍ່ພິພາກສາ ແລະ ສາບແຊ່ງພວກເຈົ້າ. ເພາະພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມໂກດຮ້າຍຂອງເຮົາແມ່ນຢູ່ເທິງພວກເຈົ້າສະເໝີ. ເຖິງແມ່ນເຮົາປະຕິບັດພາລະກິດທ່າມກາງພວກເຈົ້າຢູ່ສະເໝີ, ພວກເຈົ້າກໍຄວນຮູ້ທ່າທີຂອງເຮົາທີ່ມີຕໍ່ພວກເຈົ້າ. ມັນບໍ່ແມ່ນຫຍັງເລີຍນອກຈາກຄວາມກຽດຊັງ, ບໍ່ມີທ່າທີ ຫຼື ຄວາມຄິດເຫັນອື່ນອີກເລີຍ. ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບສຳລັບສະຕິປັນຍາຂອງເຮົາ ແລະ ລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາ. ພວກເຈົ້າບໍ່ແມ່ນຫຍັງນອກຈາກເປັນຕົວປະກອບຂອງເຮົາ ເພາະຄວາມຊອບທຳຂອງເຮົາຖືກເປີດເຜີຍຜ່ານຄວາມກະບົດຂອງພວກເຈົ້າ. ເຮົາໃຫ້ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບສຳລັບພາລະກິດຂອງເຮົາ, ເພື່ອເປັນສ່ວນປະກອບໃນພາລະກິດຂອງເຮົາ...”. ທັນທີທີ່ລາວເຫັນຄໍາເວົ້າທີ່ວ່າ “ສ່ວນປະກອບ” ແລະ “ຕົວປະກອບ” ລາວກໍເລີ່ມຄິດວ່າ: “ເມື່ອຄໍານຶງເຖິງຄໍາເວົ້າເຫຼົ່ານີ້ແລ້ວຈະໃຫ້ຂ້ານ້ອຍຕິດຕາມໄດ້ແນວໃດ? ເຖິງແມ່ນໄດ້ຈ່າຍລາຄາຢ່າງຫຼວງຫຼາຍດັ່ງກ່າວ, ຂ້ານ້ອຍກໍຍັງເປັນຕົວປະກອບຢູ່. ຕົວປະກອບບໍ່ແມ່ນພຽງຄົນບໍລິການເທົ່ານັ້ນບໍ? ໃນອະດີດ ມີການເວົ້າວ່າ ພວກຂ້ານ້ອຍຈະບໍ່ເປັນຜູ້ບໍລິການ, ແຕ່ຈະເປັນປະຊາຊົນຂອງພຣະເຈົ້າ, ແຕ່ແລ້ວໃນປັດຈຸບັນ ບໍ່ແມ່ນພວກຂ້ານ້ອຍຍັງຢູ່ໃນບົດບາດຂອງຜູ້ບໍລິການບໍ? ຄົນບໍລິການບໍ່ມີຊີວິດບໍ? ບໍ່ວ່າຂ້ານ້ອຍຕ້ອງອົດກັ້ນກັບການທົນທຸກຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍຈະບໍ່ຍ້ອງຍໍສັນລະເສີນຂ້ານ້ອຍເພື່ອສິ່ງນັ້ນ! ຫຼັງຈາກທີ່ຂ້ານ້ອຍເຊົາເປັນຕົວປະກອບແລ້ວ, ມັນຈະບໍ່ຈົບສິ້ນບໍ? ...” ຍິ່ງລາວຄິດກ່ຽວກັບສິ່ງນັ້ນຫຼາຍສໍ່າໃດ ລາວກໍຍິ່ງທໍ້ຖອຍໃຈຫຼາຍສໍ່ານັ້ນ. ເມື່ອລາວມາຄຣິສຕະຈັກ ແລະ ເຫັນສະພາວະຂອງອ້າຍເອື້ອຍນ້ອງຂອງລາວ, ລາວກໍຍິ່ງຮູ້ສຶກບໍ່ສະບາຍໃຈ: “ພວກເຈົ້າບໍ່ສະບາຍ! ຂ້ອຍກໍບໍ່ສະບາຍ! ຂ້ອຍໄດ້ກາຍເປັນຄົນຄິດລົບ. ໂອ້ຍ! ຈະສາມາດເຮັດຫຍັງໄດ້? ພຣະເຈົ້າຍັງບໍ່ຕ້ອງການພວກເຮົາ. ໃນການປະຕິບັດພາລະກິດປະເພດນີ້, ບໍ່ມີທາງທີ່ພຣະອົງຈະບໍ່ເຮັດໃຫ້ພວກເຮົາຄິດລົບ. ຂ້ອຍບໍ່ຮູ້ວ່າຂ້ອຍເປັນຫຍັງ. ຂ້ອຍເຖິງກັບບໍ່ຢາກອະທິຖານ. ຢ່າງໃດກໍຕາມ, ຂ້ອຍບໍ່ສະບາຍໃຈໃນຕອນນີ້ ແລະ ຂ້ອຍບໍ່ສາມາດຮວບຮວມແຮງຜັກດັນພາຍໃນຕົວຂ້ອຍໄດ້ເລີຍ. ຂ້ອຍໄດ້ອະທິຖານຫຼາຍຄັ້ງ ແຕ່ຂ້ອຍກໍຍັງເຮັດບໍ່ໄດ້ ແລະ ຂ້ອຍບໍ່ເຕັມໃຈທີ່ຈະສືບຕໍ່ເລີຍ. ນີ້ຄືສິ່ງທີ່ຂ້ອຍເຫັນ. ພຣະເຈົ້າກ່າວວ່າ ພວກເຮົາເປັນຕົວປະກອບ, ແລ້ວຕົວປະກອບບໍ່ແມ່ນເປັນພຽງຜູ້ບໍລິການບໍ? ພຣະເຈົ້າກ່າວວ່າ ພວກເຮົາແມ່ນຕົວປະກອບ, ບໍ່ແມ່ນລູກຊາຍຂອງພຣະອົງ ແລະ ພວກເຮົາກໍບໍ່ແມ່ນຄົນຂອງພຣະອົງເຊັ່ນກັນ. ພວກເຮົາບໍ່ແມ່ນລູກຊາຍຂອງພຣະອົງ, ແຮງໄກທີ່ຈະເປັນລູກຊາຍກົກຂອງພຣະອົງ. ພວກເຮົາບໍ່ໄດ້ເປັນຫຍັງເລີຍ ນອກຈາກຕົວປະກອບ. ຖ້ານັ້ນຄືສິ່ງທີ່ພວກເຮົາເປັນ, ພວກເຮົາຈະສາມາດໄດ້ຮັບຜົນຕາມມາທີ່ດີໄດ້ບໍ? ຕົວປະກອບບໍ່ມີຄວາມຫວັງ ເພາະພວກເຂົາບໍ່ມີຊີວິດ. ຖ້າພວກເຮົາເປັນລູກຊາຍຂອງພຣະອົງ, ເປັນຄົນຂອງພຣະອົງ, ແລ້ວພວກເຮົາກໍຈະມີຄວາມຫວັງ ແລະ ພວກເຮົາກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ຕົວປະກອບສາມາດມີຊີວິດຂອງພຣະເຈົ້າໄດ້ບໍ? ພຣະເຈົ້າສາມາດມອບຊີວິດໃຫ້ກັບຄົນທີ່ບໍລິການພຣະອົງໄດ້ບໍ? ຄົນທີ່ພຣະອົງຮັກແມ່ນຄົນທີ່ມີຊີວິດຂອງພຣະອົງ ແລະ ມີພຽງລູກຊາຍ ແລະ ຄົນຂອງພຣະອົງເທົ່ານັ້ນທີ່ມີຊີວິດຂອງພຣະອົງ. ເຖິງແມ່ນຂ້ອຍຄິດລົບ ແລະ ອ່ອນແອ, ແຕ່ຂ້ອຍກໍຫວັງວ່າ ພວກເຈົ້າທຸກຄົນຈະບໍ່ຄິດລົບ. ຂ້ອຍຮູ້ວ່າການທໍ້ຖອຍ ແລະ ການຄິດລົບແບບນີ້ຈະບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້, ແຕ່ຂ້ອຍບໍ່ເຕັມໃຈທີ່ຈະເປັນຕົວປະກອບ. ຂ້ອຍຢ້ານທີ່ຈະເປັນຕົວປະກອບ. ຢ່າງໃດກໍຕາມ, ຂ້ອຍບໍ່ມີກຳລັງໃຈເຫຼືອອີກແລ້ວ ແລະ ຂ້ອຍກໍບໍ່ສາມາດດຳເນີນຕໍ່ໄປໄດ້ອີກໃນຕອນນີ້. ຂ້ອຍຫວັງວ່າ ພວກເຈົ້າທຸກຄົນຈະບໍ່ເຮັດຄືຂ້ອຍ, ແຕ່ຈະສາມາດຮັບເອົາແຮງບັນດານໃຈບາງສ່ວນຈາກຂ້ອຍ. ຂ້ອຍຄິດວ່າ ຂ້ອຍຄວນຈະຕາຍໄປເສຍດີກວ່າ! ຂ້ອຍຈະປະຖິ້ມຖ້ອຍຄຳສຸດທ້າຍບາງຢ່າງກ່ອນທີ່ຂ້ອຍຈະພົບກັບຄວາມຕາຍຂອງຂ້ອຍ, ຂ້ອຍຫວັງວ່າ ພວກເຈົ້າຈະສາມາດເຮັດໜ້າທີ່ເປັນຕົວປະກອບຈົນເຖິງທີ່ສຸດ; ບາງເທື່ອໃນເວລາສຸດທ້າຍ ພຣະເຈົ້າຈະສັນລະເສີນຕົວປະກອບ...”. ເມື່ອອ້າຍເອື້ອຍນ້ອງເຫັນສິ່ງນີ້, ພວກເຂົາກໍແປກໃຈວ່າ: “ເປັນຫຍັງລາວຈຶ່ງຄິດລົບຫຼາຍແທ້? ໃນສອງສາມມື້ທີ່ຜ່ານມາ ລາວກໍສະບາຍດີຢູ່ບໍ່ແມ່ນບໍ? ເປັນຫຍັງລາວຈຶ່ງເສຍໃຈກະທັນຫັນ? ເປັນຫຍັງລາວຈຶ່ງບໍ່ປົກກະຕິ?” ແລ້ວລາວກໍເວົ້າວ່າ: “ຢ່າເວົ້າວ່າຂ້ອຍບໍ່ປົກກະຕິ. ຄວາມຈິງແລ້ວ, ຂ້ອຍຊັດເຈນກັບທຸກສິ່ງທີ່ຢູ່ໃນຫົວໃຈຂອງຂ້ອຍ. ຂ້ອຍຮູ້ວ່າ ຂ້ອຍບໍ່ໄດ້ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ແຕ່ນັ້ນບໍ່ແມ່ນຍ້ອນຂ້ອຍບໍ່ເຕັມໃຈທີ່ຈະເຮັດໜ້າທີ່ເປັນຕົວປະກອບຂອງພຣະອົງບໍ? ຂ້ອຍບໍ່ໄດ້ເຮັດສິ່ງທີ່ບໍ່ດີ. ບາງເທື່ອ ມື້ໜຶ່ງ ພຣະເຈົ້າຈະປ່ຽນຕໍາແໜ່ງຂອງ ‘ຕົວປະກອບ’ ໃຫ້ເປັນສິ່ງຖືກສ້າງຂອງພຣະອົງ ທີ່ພຣະອົງໃຊ້ໃນທາງທີ່ສຳຄັນ. ບໍ່ມີຄວາມຫວັງເລັກນ້ອຍໃນສິ່ງນີ້ບໍ? ຂ້ອຍຫວັງວ່າ ພວກເຈົ້າຈະບໍ່ຄິດລົບ ຫຼື ໝົດກຳລັງໃຈ ແລະ ຈະສາມາດສືບຕໍ່ຕິດຕາມພຣະເຈົ້າ ແລະ ຮັບໃຊ້ເປັນຕົວປະກອບໃຫ້ດີທີ່ສຸດ. ຢ່າງໃດກໍຕາມ, ຂ້ອຍບໍ່ສາມາດສືບຕໍ່ໄປໄດ້ອີກແລ້ວ. ຢ່າໃຫ້ການກະທໍາຂອງຂ້ອຍກີດກັ້ນພວກເຈົ້າເລີຍ”. ຄົນອື່ນໄດ້ຍິນສິ່ງນັ້ນ ແລະ ເວົ້າວ່າ: ເຖິງແມ່ນເຈົ້າຢຸດຕິດຕາມພຣະອົງ, ພວກຂ້ອຍກໍຈະສືບຕໍ່ຕິດຕາມພຣະອົງ ເພາະວ່າພຣະເຈົ້າບໍ່ເຄີຍປະຕິບັດຢ່າງບໍ່ຍຸຕິທໍາຕໍ່ພວກເຮົາ. ພວກເຮົາຈະບໍ່ຖືກກີດກັ້ນດ້ວຍຄວາມຄິດລົບຂອງເຈົ້າ.
ຫຼັງຈາກທີ່ໄດ້ຜ່ານປະສົບການເປັນໄລຍະເວລາໃດໜຶ່ງ, ລາວກໍຍັງຢູ່ໃນສະພາບຄິດລົບກັບການເປັນຕົວປະກອບ, ສະນັ້ນ ເຮົາຈຶ່ງເວົ້າກັບລາວວ່າ: “ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງເຮົາເລີຍ. ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງພາຍໃນ, ແກ່ນແທ້ ຫຼື ຜົນເຈດຕະນາຂອງພຣະທຳຂອງເຮົາ. ເຈົ້າບໍ່ຮູ້ຈັກເປົ້າໝາຍແຫ່ງພາລະກິດຂອງເຮົາ ຫຼື ສະຕິປັນຍາໃນພາລະກິດນັ້ນ. ເຈົ້າບໍ່ມີຄວາມຢັ່ງຮູ້ກ່ຽວກັບຄວາມປະສົງຂອງເຮົາ. ເຈົ້າພຽງຮູ້ຈັກແຕ່ການທໍ້ຖອຍ ເພາະວ່າເຈົ້າຄືຕົວປະກອບ, ເຈົ້າຫຍຸ້ງຕົນເອງກັບສະຖານະຫຼາຍເກີນໄປ! ເຈົ້າຊ່າງມາໂງ່ແທ້ໆ! ເຮົາໄດ້ກ່າວຫຼາຍສິ່ງຕໍ່ເຈົ້າໃນອະດີດ. ເຮົາໄດ້ກ່າວວ່າ ເຮົາຈະເຮັດໃຫ້ເຈົ້າສົມບູນ; ເຈົ້າລືມແລ້ວບໍ? ກ່ອນທີ່ຈະເວົ້າເຖິງຕົວປະກອບ ເຮົາ ບໍ່ໄດ້ເວົ້າເຖິງການຖືກເຮັດໃຫ້ສົມບູນກ່ອນບໍ?” “ດຽວກ່ອນ, ໃຫ້ຂ້ານ້ອຍຄິດເບິ່ງກ່ອນ! ໂດຍຂ້ານ້ອຍ, ນັ້ນແມ່ນແລ້ວ! ກ່ອນທີ່ຈະເວົ້າເຖິງຕົວປະກອບ, ພຣະອົງໄດ້ກ່າວເຖິງສິ່ງນັ້ນແທ້ໆ!” “ເມື່ອເຮົາເວົ້າເຖິງການຖືກເຮັດໃຫ້ສົມບູນ, ເຮົາບໍ່ໄດ້ເວົ້າບໍວ່າ ຫຼັງຈາກທີ່ຜູ້ຄົນຖືກເອົາຊະນະເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ?” “ໂດຍແມ່ນແລ້ວ!” “ພຣະທຳຂອງເຮົາບໍ່ຈິງໃຈບໍ? ພວກມັນບໍ່ໄດ້ຖືກກ່າວດ້ວຍຄວາມບໍລິສຸດໃຈບໍ?” “ແມ່ນແລ້ວ! ພຣະອົງເປັນພຣະເຈົ້າທີ່ບໍ່ເຄີຍເວົ້າຫຍັງທີ່ບໍ່ຊື່ສັດ, ບໍ່ມີໃຜກ້າປະຕິເສດສິ່ງນີ້ໄດ້. ແຕ່ພຣະອົງກ່າວຫຼາຍວິທີທາງທີ່ແຕກຕ່າງກັນຫຼາຍ”. “ວິທີການກ່າວຂອງເຮົາບໍ່ໄດ້ປ່ຽນແປງໄປຕາມຂັ້ນຕອນຂອງພາລະກິດບໍ? ສິ່ງທີ່ເຮົາເວົ້າບໍ່ໄດ້ຖືກປະຕິບັດ ແລະ ເວົ້າໂດຍອີງຕາມຄວາມຕ້ອງການຂອງເຈົ້າບໍ?” “ພຣະອົງປະຕິບັດພາລະກິດຕາມຄວາມຕ້ອງການຂອງຜູ້ຄົນ ແລະ ພຣະອົງສະໜອງໃນສິ່ງທີ່ພວກເຂົາຕ້ອງການ. ນີ້ເປັນຄວາມຈິງ!” “ແລ້ວສິ່ງທີ່ເຮົາກ່າວກັບເຈົ້າບໍ່ເປັນປະໂຫຍດບໍ? ການຂ້ຽນຕີຂອງເຮົາບໍ່ແມ່ນເຮັດເພື່ອເຈົ້າບໍ?” “ພຣະອົງຍັງຈະເວົ້າໄດ້ແນວໃດວ່າ ມັນແມ່ນເພື່ອຕົວຂ້ານ້ອຍເອງ! ພຣະອົງຂ້ຽນຕີຂ້ານ້ອຍຈົນເກືອບຕາຍ ແລະ ຈົນຂ້ານ້ອຍບໍ່ຕ້ອງການດຳລົງຊີວິດຢູ່ອີກຕໍ່ໄປແລ້ວ. ມື້ນີ້, ພຣະອົງກ່າວສິ່ງນີ້, ມື້ອື່ນ ພຣະອົງກໍເວົ້າສິ່ງນັ້ນ. ຂ້ານ້ອຍຮູ້ວ່າການທີ່ພຣະອົງເຮັດໃຫ້ຂ້ານ້ອຍສົມບູນແມ່ນເພື່ອຕົວຂ້ານ້ອຍເອງ, ແຕ່ພຣະອົງບໍ່ໄດ້ເຮັດໃຫ້ຂ້ານ້ອຍສົມບູນເລີຍ, ພຣະອົງເຮັດໃຫ້ຂ້ານ້ອຍເປັນຕົວປະກອບ ແລະ ພຣະອົງຍັງຂ້ຽນຕີຂ້ານ້ອຍຢູ່. ພຣະອົງກຽດຊັງຂ້ານ້ອຍ ແມ່ນບໍ? ບໍ່ມີໃຜກ້າເຊື່ອພຣະທຳຂອງພຣະອົງ ແລະ ຕອນນີ້ ຂ້ານ້ອຍກໍໄດ້ເຫັນຢ່າງຊັດເຈນແລ້ວວ່າ ການຂ້ຽນຕີຂອງພຣະອົງແມ່ນພຽງເພື່ອຕັ້ງໝັ້ນໃນຄວາມກຽດຊັງໃນຫົວໃຈຂອງພຣະອົງ, ບໍ່ແມ່ນເພື່ອຊ່ວຍຂ້ານ້ອຍໃຫ້ລອດພົ້ນ. ກ່ອນໜ້ານີ້ ພຣະອົງປິດບັງຄວາມຈິງຈາກຂ້ານ້ອຍ; ພຣະອົງກ່າວວ່າ ພຣະອົງຈະເຮັດໃຫ້ຂ້ານ້ອຍສົມບູນ ແລະ ການຂ້ຽນຕີແມ່ນເພື່ອເຮັດໃຫ້ຂ້ານ້ອຍສົມບູນ. ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ເຊື່ອຟັງການຂ້ຽນຕີຂອງພຣະອົງຢູ່ສະເໝີ; ຂ້ານ້ອຍບໍ່ເຄີຍຄິດເລີຍວ່າ ມື້ນີ້ ຂ້ານ້ອຍຈະໄດ້ຮັບຕໍາແໜ່ງເປັນຕົວປະກອບ. ພຣະເຈົ້າ, ມັນຈະບໍ່ດີກວ່າບໍ ຖ້າພຣະອົງໃຫ້ຂ້ານ້ອຍເຮັດໜ້າທີ່ເປັນສິ່ງອື່ນ? ພຣະອົງຈໍາເປັນຕ້ອງໃຫ້ຂ້ານ້ອຍໃສ່ໝວກຂອງຕົວປະກອບບໍ? ຂ້ານ້ອຍຂໍຍອມເປັນຜູ້ເຝົ້າປະຕູໃນສະຫວັນດີກວ່າ. ຂ້ານ້ອຍໄດ້ແລ່ນໄປມາ ແລະ ເສຍສະຫຼະຕົນເອງ, ແຕ່ສຸດທ້າຍ ມືຂອງຂ້ານ້ອຍກໍວ່າງເປົ່າ; ຂ້ານ້ອຍບໍ່ມີເງິນຈັກກີບເລີຍ. ແຕ່ເຖິງຢ່າງນັ້ນກໍຕາມ ແມ່ນແຕ່ໃນປັດຈຸບັນ ພຣະອົງຍັງບອກຂ້ານ້ອຍວ່າ ພຣະອົງຈະໃຫ້ຂ້ານ້ອຍເຮັດໜ້າທີ່ເປັນຕົວປະກອບຂອງພຣະອົງ. ແລ້ວຂ້ານ້ອຍຈະຍັງສາມາດສະເໜີໜ້າຂອງຂ້ານ້ອຍໄດ້ແນວໃດ?” “ເຈົ້າເວົ້າເລື່ອງຫຍັງ? ເຮົາໄດ້ປະຕິບັດພາລະກິດແຫ່ງການພິພາກສາຢ່າງຫຼວງຫຼາຍໃນອະດີດ ແລະ ເຈົ້າບໍ່ໄດ້ເຂົ້າໃຈມັນບໍ? ເຈົ້າມີຄວາມເຂົ້າໃຈກ່ຽວກັບຕົວເຈົ້າເອງຢ່າງແທ້ຈິງຢູ່ບໍ? ຕໍາແໜ່ງ ‘ຕົວປະກອບ’ ບໍ່ແມ່ນການພິພາກສາແຫ່ງພຣະທຳເຊັ່ນກັນບໍ? ເຈົ້າຄິດວ່າພາລະກິດທັງໝົດຂອງເຮົາກ່ຽວກັບຕົວປະກອບບໍ່ແມ່ນວິທີການ ແລະ ຫົນທາງແຫ່ງການພິພາກສາເຈົ້າເຊັ່ນກັນບໍ່? ແລ້ວເຈົ້າຈະຕິດຕາມເຮົາໄດ້ແນວໃດ?” “ຂ້ານ້ອຍຍັງບໍ່ໄດ້ວາງແຜນວ່າຈະຕິດຕາມພຣະອົງແນວໃດ. ກ່ອນອື່ນ ຂ້ານ້ອຍຕ້ອງຮູ້ວ່າ: ຂ້ານ້ອຍເປັນຕົວປະກອບ ຫຼື ບໍ່? ຕົວປະກອບຈະສາມາດຖືກເຮັດໃຫ້ສົມບູນໄດ້ເຊັ່ນກັນບໍ? ຕໍາແໜ່ງ ‘ຕົວປະກອບ’ ຈະສາມາດຖືກປ່ຽນແປງໄດ້ບໍ? ຂ້ານ້ອຍສາມາດເປັນພະຍານຢ່າງກຶກກ້ອງຜ່ານການເປັນຕົວປະກອບ ແລະ ຫຼັງຈາກນັ້ນກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ, ກາຍເປັນຕົວຢ່າງໃນການຮັກພຣະເຈົ້າ ແລະ ເປັນຄົນໃກ້ຊິດຂອງພຣະເຈົ້າໄດ້ບໍ? ຂ້ານ້ອຍສາມາດຖືກເຮັດໃຫ້ສົມບູນໄດ້ບໍ? ບອກຄວາມຈິງກັບຂ້ານ້ອຍເທີ້ນ!” “ເຈົ້າບໍ່ຮູ້ບໍວ່າ ສິ່ງຕ່າງໆແມ່ນພັດທະນາຢູ່ສະເໝີ ແລະ ປ່ຽນແປງຢູ່ສະເໝີ? ຕາບໃດທີ່ເຈົ້າເຕັມໃຈເຊື່ອຟັງໃນບົດບາດການເປັນຕົວປະກອບຂອງເຈົ້າໃນປັດຈຸບັນ, ແລ້ວ ເຈົ້າກໍຈະສາມາດປ່ຽນແປງໄດ້. ບໍ່ວ່າເຈົ້າຈະເປັນຕົວປະກອບ ຫຼື ບໍ່, ບໍ່ໄດ້ກ່ຽວຂ້ອງກັບໂຊກຊະຕາຂອງເຈົ້າ, ປະເດັນສຳຄັນກໍຄື ເຈົ້າສາມາດເປັນຄົນທີ່ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ ຫຼື ບໍ່”. “ພຣະອົງສາມາດບອກຂ້ານ້ອຍໄດ້ບໍວ່າ ພຣະອົງສາມາດເຮັດໃຫ້ຂ້ານ້ອຍສົມບູນ ຫຼື ບໍ່?” “ຕາບໃດທີ່ເຈົ້າຕິດຕາມ ແລະ ເຊື່ອຟັງຈົນເຖິງທີ່ສຸດ, ເຮົາຮັບປະກັນວ່າ ເຮົາສາມາດເຮັດໃຫ້ເຈົ້າສົມບູນໄດ້”. “ແລ້ວຂ້ານ້ອຍຈະຕ້ອງຜະເຊີນກັບຄວາມທົນທຸກແບບໃດ?” “ເຈົ້າຈະປະສົບກັບຄວາມລຳບາກຍາກແຄ້ນ ພ້ອມກັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳ, ເຊິ່ງຄ້າຍຄືກັນກັບການຂ້ຽນຕີຈາກການເປັນຕົວປະກອບ!” “ເປັນການຂ້ຽນຕີແບບດຽວກັບຕົວປະກອບບໍ? ດີແລ້ວ, ຖ້າພຣະອົງສາມາດເຮັດໃຫ້ຂ້ານ້ອຍສົມບູນໄດ້ໂດຍຜ່ານຄວາມລຳບາກຍາກແຄ້ນ, ຖ້າມີຄວາມຫວັງ, ແລ້ວນັ້ນກໍຖືວ່າດີ. ເຖິງແມ່ນມັນຈະເປັນພຽງຄວາມຫວັງເລັກນ້ອຍ, ມັນກໍດີກວ່າການເປັນຕົວປະກອບ. ຕໍາແໜ່ງ ‘ຕົວປະກອບ’ ຟັງເບິ່ງຄືເປັນຕາຢ້ານຫຼາຍ. ຂ້ານ້ອຍບໍ່ເຕັມໃຈທີ່ຈະເປັນຕົວປະກອບ!” “ມີຫຍັງທີ່ບໍ່ດີກ່ຽວກັບຕົວປະກອບບໍ? ຕົວປະກອບບໍ່ດີໃນຕົວມັນເອງບໍ? ຕົວປະກອບບໍ່ສົມຄວນໄດ້ຮັບພອນບໍ? ຖ້າເຮົາເວົ້າວ່າ ຕົວປະກອບສາມາດໄດ້ຮັບພອນ ເຈົ້າກໍຈະສາມາດໄດ້ຮັບພອນ. ມັນບໍ່ແມ່ນຄວາມຈິງບໍທີ່ຕໍາແໜ່ງຂອງຜູ້ຄົນປ່ຽນແປງຍ້ອນພາລະກິດຂອງເຮົາ? ແຕ່ພຽງຕໍາແໜ່ງຊື່ໆກໍລົບກວນເຈົ້າຫຼາຍປານນີ້ພຸ້ນບໍ? ຄວາມຈິງແລ້ວ ເຈົ້າເປັນຕົວປະກອບແບບນີ້ແມ່ນເໝາະສົມທີ່ສຸດແລ້ວ. ເຈົ້າເຕັມໃຈທີ່ຈະຕິດຕາມ ຫຼື ບໍ?” “ແລ້ວພຣະອົງສາມາດເຮັດໃຫ້ຂ້ານ້ອຍສົມບູນໄດ້ ຫຼື ບໍ່? ພຣະອົງສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບພອນຂອງພຣະອົງບໍ?” “ເຈົ້າເຕັມໃຈທີ່ຈະຕິດຕາມຈົນເຖິງທີ່ສຸດ ຫຼື ບໍ່? ເຈົ້າເຕັມໃຈທີ່ຈະຖວາຍຕົນເອງບໍ?” “ໃຫ້ຂ້ານ້ອຍຄິດເບິ່ງກ່ອນ. ຕົວປະກອບຍັງສາມາດໄດ້ຮັບພອນຂອງພຣະອົງ ແລະ ສາມາດຖືກເຮັດໃຫ້ສົມບູນ. ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຂ້ານ້ອຍກໍຈະເປັນຄົນໃກ້ຊິດຂອງພຣະອົງ ແລະ ເຂົ້າໃຈຄວາມປະສົງທຸກຢ່າງຂອງພຣະອົງ ແລະ ຂ້ານ້ອຍຈະມີສິ່ງທີ່ພຣະອົງມີ. ຂ້ານ້ອຍຈະສາມາດເພີດເພີນກັບສິ່ງທີ່ພຣະອົງເພີດເພີນ ແລະ ຂ້ານ້ອຍຈະຮູ້ໃນສິ່ງທີ່ພຣະອົງຮູ້... ຫຼັງຈາກຜ່ານຄວາມລໍາບາກຍາກແຄ້ນ ແລະ ຖືກເຮັດໃຫ້ສົມບູນ, ຂ້ານ້ອຍກໍຈະສາມາດໄດ້ຮັບພອນ. ແລ້ວຂ້ານ້ອຍຈະໄດ້ຮັບພອນຫຍັງແທ້?” “ຢ່າເປັນຫ່ວງກ່ຽວກັບວ່າແມ່ນຫຍັງຄືພອນທີ່ເຈົ້າຈະໄດ້ຮັບ. ເຖິງແມ່ນວ່າ ເຮົາບອກເຈົ້າ, ເຈົ້າກໍຈະບໍ່ສາມາດຈິນຕະນາການເຖິງສິ່ງເຫຼົ່ານີ້ໄດ້. ຫຼັງຈາກເປັນຕົວປະກອບທີ່ດີ, ເຈົ້າຈະຖືກເອົາຊະນະ, ເຈົ້າຈະເປັນຕົວປະກອບທີ່ປະສົບຜົນສຳເລັດ. ນີ້ແມ່ນແບບຢ່າງ ແລະ ຕົວຢ່າງຂອງຄົນທີ່ຖືກເອົາຊະນະ, ແຕ່ແນ່ນອນ ເຈົ້າພຽງສາມາດເປັນແບບຢ່າງ ແລະ ຕົວຢ່າງນັ້ນໄດ້ຫຼັງຈາກທີ່ຖືກເອົາຊະນະເທົ່ານັ້ນ”. “ແບບຢ່າງ ແລະ ຕົວຢ່າງແມ່ນຫຍັງ?” “ມັນຄືແບບຢ່າງ ແລະ ຕົວຢ່າງສຳລັບຊາວຕ່າງຊາດທຸກຄົນ ນັ້ນກໍຄື ຄົນທີ່ຍັງບໍ່ຖືກເອົາຊະນະເທື່ອ”. “ມີເທົ່າໃດຄົນ?” “ມີຫຼາຍຄົນ. ບໍ່ແມ່ນແຕ່ພວກເຈົ້າສີ່ ຫຼື ຫ້າພັນຄົນເທົ່ານັ້ນ, ທຸກຄົນທີ່ຍອມຮັບເອົາຊື່ນີ້ພາຍໃນຈັກກະວານທັງປວງຈະຖືກເອົາຊະນະ”. “ແລ້ວມັນບໍ່ແມ່ນແຕ່ຫ້າ ຫຼື ສິບຫົວເມືອງ!” “ຢ່າກັງວົນກ່ຽວກັບສິ່ງນີ້ໃນຕອນນີ້ເລີຍ, ຢ່າເປັນຫ່ວງຕົນເອງຫຼາຍເກີນໄປ. ຈົ່ງໃສ່ໃຈກ່ຽວກັບວິທີທີ່ເຈົ້າຄວນໄດ້ຮັບການເຂົ້າສູ່ໃນຕອນນີ້! ເຮົາຮັບປະກັນວ່າ ເຈົ້າຈະສາມາດຖືກເຮັດໃຫ້ສົມບູນ”. “ໃນລະດັບໃດ? ແລ້ວຂ້ານ້ອຍຈະສາມາດໄດ້ຮັບພອນຫຍັງແດ່?” “ເປັນຫຍັງເຈົ້າຈຶ່ງກັງວົນຫຼາຍແທ້? ເຮົາຮັບປະກັນແລ້ວວ່າ ເຈົ້າຈະສາມາດຖືກເຮັດໃຫ້ສົມບູນ; ເຈົ້າລືມແລ້ວບໍວ່າ ເຮົາສາມາດໄວ້ໃຈໄດ້?” “ມັນເປັນຄວາມຈິງທີ່ວ່າ ພຣະອົງສາມາດໄວ້ໃຈໄດ້, ແຕ່ວິທີການບາງຢ່າງໃນການເວົ້າຂອງພຣະອົງແມ່ນປ່ຽນແປງຢູ່ສະເໝີ. ມື້ນີ້ ພຣະອົງເວົ້າວ່າ ພຣະອົງຮັບປະກັນວ່າຂ້ານ້ອຍສາມາດຖືກເຮັດໃຫ້ສົມບູນ, ແຕ່ມື້ອື່ນ ພຣະອົງອາດເວົ້າວ່າ ມັນບໍ່ແນ່ນອນ. ແລ້ວສຳລັບບາງຄົນ ພຣະອົງເວົ້າວ່າ ‘ເຮົາຮັບປະກັນວ່າ ຄົນແບບເຈົ້າຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້’. ຂ້ານ້ອຍບໍ່ຮູ້ວ່າແມ່ນຫຍັງເກີດຂຶ້ນກັບພຣະທຳຂອງພຣະອົງກັນແທ້. ຂ້ານ້ອຍບໍ່ກ້າທີ່ຈະເຊື່ອພຣະທຳນັ້ນແລ້ວ”. “ແລ້ວເຈົ້າສາມາດຖວາຍຕົນເອງໄດ້ ຫຼື ບໍ່?” “ຖວາຍຫຍັງ?” “ຖວາຍອະນາຄົດຂອງເຈົ້າ ແລະ ຄວາມຫວັງຂອງເຈົ້າ”. “ມັນງ່າຍທີ່ຈະປະຖິ້ມສິ່ງເຫຼົ່ານັ້ນ! ສິ່ງສຳຄັນກໍຄືຕໍາແໜ່ງ ‘ຕົວປະກອບ’, ຂ້ານ້ອຍບໍ່ຕ້ອງການສິ່ງນັ້ນແທ້ໆ. ຖ້າພຣະອົງເອົາຕໍາແໜ່ງ ‘ຕົວປະກອບ’ ນີ້ອອກຈາກຂ້ານ້ອຍ, ແລ້ວຂ້ານ້ອຍຈະເປີດຮັບເອົາທຸກສິ່ງ, ຂ້ານ້ອຍຈະເຮັດທຸກສິ່ງ. ສິ່ງເຫຼົ່ານີ້ບໍ່ແມ່ນເປັນພຽງເລື່ອງເລັກນ້ອຍບໍ? ພຣະອົງສາມາດນໍາການແຕ່ງຕັ້ງນັ້ນອອກໄປໄດ້ບໍ?” “ສິ່ງນັ້ນງ່າຍຫຼາຍ ບໍ່ແມ່ນບໍ? ຖ້າເຮົາສາມາດມອບຕໍາແໜ່ງນັ້ນໃຫ້ກັບເຈົ້າ ແນ່ນອນ ເຮົາກໍສາມາດລົບລ້າງມັນອອກໄດ້ເຊັ່ນກັນ. ແຕ່ໃນຕອນນີ້ຍັງບໍ່ແມ່ນເວລາເທື່ອ, ກ່ອນອື່ນ ເຈົ້າຕ້ອງສໍາເລັດປະສົບການຂອງເຈົ້າໃນຂັ້ນຕອນນີ້ຂອງພາລະກິດກ່ອນ ແລະ ມີພຽງເມື່ອນັ້ນ ເຈົ້າຈຶ່ງຈະໄດ້ຮັບຕໍາແໜ່ງໃໝ່. ຍິ່ງມີຄົນເປັນຄືກັບເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈຳເປັນຕ້ອງເປັນຕົວປະກອບຫຼາຍສໍ່ານັ້ນ. ຍິ່ງເຈົ້າຢ້ານທີ່ຈະເປັນຕົວປະກອບຫຼາຍສໍ່າໃດ, ເຮົາກໍຍິ່ງຈະເອີ້ນວ່າເຈົ້າເປັນແບບນັ້ນຫຼາຍສໍ່ານັ້ນ. ຄົນແບບເຈົ້າຕ້ອງຖືກລົງວິໄນ ແລະ ຖືກຈັດການຢ່າງເຄັ່ງຄັດ. ຍິ່ງຄົນກະບົດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນຄົນບໍລິການຫຼາຍສໍ່ານັ້ນ ແລະ ໃນທີ່ສຸດ ພວກເຂົາກໍຈະບໍ່ໄດ້ຮັບຫຍັງເລີຍ”. “ໃນເມື່ອຂ້ານ້ອຍສະແຫວງຫາຢ່າງພາກພຽນຂະໜາດນີ້, ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດໂຍນຖິ້ມຊື່ຂອງ ‘ຕົວປະກອບ’ ໄດ້? ພວກຂ້ານ້ອຍໄດ້ຕິດຕາມພຣະອົງຕະຫຼອດເວລາຫຼາຍປີ ແລະ ໄດ້ທົນທຸກຢ່າງໃຫຍ່ຫຼວງ. ພວກຂ້ານ້ອຍໄດ້ເຮັດຫຼາຍສິ່ງເພື່ອພຣະອົງ. ພວກຂ້ານ້ອຍໄດ້ຜ່ານທ່າມກາງສາຍລົມ ແລະ ສາຍຝົນ; ພວກຂ້ານ້ອຍໃກ້ຈະໝົດຄວາມເປັນໄວໜຸ່ມຂອງພວກຂ້ານ້ອຍແລ້ວ. ພວກຂ້ານ້ອຍບໍ່ໄດ້ແຕ່ງດອງ ຫຼື ເລີ່ມສ້າງຄອບຄົວ ແລະ ໃນບັນດາພວກຂ້ານ້ອຍທີ່ໄດ້ເຮັດແບບນັ້ນ ພວກເຂົາກໍຍັງໄດ້ດີ. ຂ້ານ້ອຍຢູ່ໃນໂຮງຮຽນຕະຫຼອດເຖິງມັດທະຍົມຕອນປາຍ; ທັນທີທີ່ຂ້ານ້ອຍໄດ້ຍິນວ່າ ພຣະອົງສະເດັດມາ, ຂ້ານ້ອຍກໍສະຫຼະໂອກາດທີ່ຂ້ານ້ອຍຈະໄປຮຽນຕໍ່ມະຫາວິທະຍາໄລ. ແລ້ວພຣະອົງເວົ້າວ່າພວກຂ້ານ້ອຍເປັນຕົວປະກອບ! ພວກຂ້ານ້ອຍໄດ້ສູນເສຍຫຼາຍຢ່າງ! ພວກຂ້ານ້ອຍເຮັດທຸກສິ່ງເຫຼົ່ານີ້ ແຕ່ໃນທີ່ສຸດພວກຂ້ານ້ອຍກໍເປັນໄດ້ພຽງແຕ່ຕົວປະກອບຂອງພຣະອົງ. ສິ່ງນີ້ຈະເຮັດໃຫ້ເພື່ອນຮ່ວມຫ້ອງທີ່ຜ່ານມາ ແລະ ໝູ່ເພື່ອນຂອງຂ້ານ້ອຍຄິດແນວໃດກັບຂ້ານ້ອຍ? ເມື່ອພວກເຂົາເຫັນຂ້ານ້ອຍ ແລະ ຖາມກ່ຽວກັບຕໍາແໜ່ງຂອງຂ້ານ້ອຍ ແລະ ສະຖານະຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ອັບອາຍທີ່ຈະບອກພວກເຂົາໄດ້ແນວໃດ? ໃນຕອນທໍາອິດ, ຂ້ານ້ອຍຈ່າຍລາຄາທຸກຢ່າງ ຍ້ອນຄວາມເຊື່ອທີ່ຂ້ານ້ອຍມີໃນພຣະອົງ ແລະ ຄົນອື່ນກໍລ້ວນແລ້ວແຕ່ເຍາະເຍີ້ຍວ່າ ຂ້ານ້ອຍເປັນຄົນໂງ່. ແຕ່ຂ້ານ້ອຍກໍຍັງຕິດຕາມ ແລະ ລໍຖ້າເວລາທີ່ມື້ຂອງຂ້ານ້ອຍມາເຖິງ ມື້ທີ່ຂ້ານ້ອຍຈະໄດ້ສະແດງໃຫ້ກັບທຸກຄົນທີ່ບໍ່ເຊື່ອນັ້ນເຫັນ. ແຕ່ກົງກັນຂ້າມ, ມື້ນີ້ ພຣະອົງບອກຂ້ານ້ອຍວ່າຂ້ານ້ອຍເປັນຕົວປະກອບ. ຖ້າພຣະອົງມອບຕໍາແໜ່ງທີ່ຕໍ່າຕ້ອຍທີ່ສຸດໃຫ້ກັບຂ້ານ້ອຍ, ຖ້າພຣະອົງອະນຸຍາດໃຫ້ຂ້ານ້ອຍເປັນໜຶ່ງໃນປະຊາຊົນແຫ່ງອານາຈັກ, ມັນກໍຈະດີກວ່ານີ້ຫຼາຍ! ເຖິງແມ່ນວ່າ ຂ້ານ້ອຍບໍ່ສາມາດເປັນສາວົກຂອງພຣະອົງ ຫຼື ຄົນໄວ້ໃຈຂອງພຣະອົງ, ຂ້ານ້ອຍກໍຈະດີໃຈທີ່ໄດ້ເປັນພຽງຜູ້ຕິດຕາມຂອງພຣະອົງ! ພວກຂ້ານ້ອຍໄດ້ຕິດຕາມພຣະອົງຕະຫຼອດເວລາທີ່ຜ່ານມາ, ສະຫຼະຄອບຄົວຂອງພວກຂ້ານ້ອຍ ແລະ ມັນກໍຍາກຫຼາຍທີ່ຈະສືບຕໍ່ສະແຫວງຫາຈົນມາຮອດປັດຈຸບັນ ແລະ ສິ່ງດຽວທີ່ພວກຂ້ານ້ອຍມີກໍພຽງແຕ່ຕໍາແໜ່ງ ‘ຕົວປະກອບ’! ຂ້ານ້ອຍໄດ້ປະຖິ້ມທຸກສິ່ງເພື່ອພຣະອົງ; ຂ້ານ້ອຍໄດ້ສະຫຼະຄວາມຮັ່ງມີທາງໂລກທຸກຢ່າງ. ແຕ່ກ່ອນ ມີບາງຄົນແນະນຳຄູ່ຮັກໃຫ້ກັບຂ້ານ້ອຍ. ລາວເປັນຄົນເຈົ້າຊູ້ ແລະ ແຕ່ງຕົວດີຫຼາຍ; ລາວເປັນລູກຊາຍຂອງພະນັກງານລັດລະດັບສູງຄົນໜຶ່ງ. ໃນເວລານັ້ນ ຂ້ານ້ອຍກໍສົນໃຈໃນຕົວລາວ. ແຕ່ທັນທີທີ່ຂ້ານ້ອຍໄດ້ຍິນວ່າພຣະເຈົ້າປາກົດຕົວ ແລະ ກຳລັງປະຕິບັດພາລະກິດຂອງພຣະອົງ, ພຣະອົງຈະນໍາພາພວກຂ້ານ້ອຍເຂົ້າສູ່ອານາຈັກ ແລະ ເຮັດໃຫ້ພວກຂ້ານ້ອຍສົມບູນ ແລະ ພຣະອົງຂໍໃຫ້ພວກຂ້ານ້ອຍມີຄວາມເດັດດ່ຽວ ແລະ ປະຖິ້ມທຸກສິ່ງໄວ້ເບື້ອງຫຼັງໂດຍໄວ, ຫຼັງຈາກທີ່ຂ້ານ້ອຍໄດ້ຍິນແບບນັ້ນ ຂ້ານ້ອຍກໍເຫັນວ່າ ຂ້ານ້ອຍຂາດຄວາມເດັດດ່ຽວຫຼາຍ. ດັ່ງນັ້ນ ຂ້ານ້ອຍຈຶ່ງແຂງໃຈປະຕິເສດໂອກາດດັ່ງກ່າວນັ້ນ. ຫຼັງຈາກນັ້ນ ລາວກໍສົ່ງຂອງຂວັນມາໃຫ້ຄອບຄົວຂອງຂ້ານ້ອຍສອງສາມຄັ້ງ, ແຕ່ຂ້ານ້ອຍກໍບໍ່ໄດ້ເບິ່ງຂອງຂວັນເຫຼົ່ານັ້ນເລີຍ. ພຣະອົງຄິດວ່າ ໃນເວລານັ້ນ ຂ້ານ້ອຍເສຍໃຈບໍ? ມັນເປັນສິ່ງທີ່ດີຫຼາຍ ແລະ ສຸດທ້າຍມັນກໍບໍ່ມີຫຍັງເກີດຂຶ້ນເລີຍ. ຂ້ານ້ອຍຈະບໍ່ເສຍໃຈໄດ້ແນວໃດ? ຂ້ານ້ອຍເສຍໃຈກ່ຽວກັບສິ່ງນັ້ນເປັນເວລາສອງສາມມື້ ຈົນເຖິງຂັ້ນທີ່ຂ້ານ້ອຍບໍ່ສາມາດນອນຫຼັບໃນຕອນກາງຄືນໄດ້, ແຕ່ໃນທີ່ສຸດ ຂ້ານ້ອຍກໍປ່ອຍມັນໄປ. ທຸກຄັ້ງທີ່ຂ້ານ້ອຍອະທິຖານ ຂ້ານ້ອຍຖືກດົນໃຈໂດຍພຣະວິນຍານບໍລິສຸດ, ພຣະອົງກ່າວວ່າ: ‘ເຈົ້າເຕັມໃຈທີ່ຈະເສຍສະຫຼະທຸກສິ່ງເພື່ອເຮົາບໍ? ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອເຮົາບໍ?’ ເວລາໃດທີ່ຂ້ານ້ອຍຄິດກ່ຽວກັບພຣະທຳເຫຼົ່ານັ້ນຂອງພຣະອົງ ຂ້ານ້ອຍກໍຈະຮ້ອງໄຫ້. ຂ້ານ້ອຍຖືກດົນບັນດານໃຈ ແລະ ຮ້ອງໄຫ້ດ້ວຍຄວາມໂສກເສົ້າຫຼາຍຄັ້ງຈົນຂ້ານ້ອຍບໍ່ຈື່. ໜຶ່ງປີຫຼັງຈາກນັ້ນ ຂ້ານ້ອຍກໍໄດ້ຍິນວ່າລາວໄດ້ແຕ່ງດອງແລ້ວ. ແນ່ນອນ ຂ້ານ້ອຍທຸກທໍລະມານຫຼາຍ, ແຕ່ຂ້ານ້ອຍກໍຍັງປ່ອຍໃຫ້ຜ່ານໄປເພື່ອເຫັນແກ່ພຣະອົງ. ທັງໝົດນີ້ຍັງບໍ່ໄດ້ເອີ່ຍເຖິງອາຫານ ແລະ ເສື້ອຜ້າຂອງຂ້ານ້ອຍເລີຍທີ່ຂາດເຂີນຫຼາຍ. ຂ້ານ້ອຍສະຫຼະການແຕ່ງດອງນັ້ນ, ຂ້ານ້ອຍສະຫຼະທຸກສິ່ງນີ້ ເພື່ອວ່າພຣະອົງຈະບໍ່ໃຫ້ຂ້ານ້ອຍເຮັດໜ້າທີ່ເປັນຕົວປະກອບ! ຂ້ານ້ອຍສະຫຼະການແຕ່ງດອງຂອງຂ້ານ້ອຍ ເຊິ່ງເປັນເຫດການທີ່ສໍາຄັນທີ່ສຸດໃນຊີວິດຂອງຂ້ານ້ອຍ, ທັງໝົດນີ້ກໍເພື່ອເປັນການຖວາຍຕົວຂ້ານ້ອຍເອງໃຫ້ກັບພຣະອົງ! ຊົ່ວຊີວິດຂອງຄົນໆໜຶ່ງບໍ່ມີຫຍັງນອກຈາກຊອກຫາຄູ່ຮັກທີ່ດີ ແລະ ມີຄອບຄົວທີ່ມີຄວາມສຸກ. ຂ້ານ້ອຍປະຖິ້ມສິ່ງນີ້ ເຊິ່ງເປັນສິ່ງທີ່ດີທີ່ສຸດ ແລະ ຕອນນີ້ ຂ້ານ້ອຍແມ່ນບໍ່ມີຫຍັງ ແລະ ຂ້ານ້ອຍກໍຢູ່ຄົນດຽວ. ພຣະອົງຈະໃຫ້ຂ້ານ້ອຍໄປໃສ? ຂ້ານ້ອຍທົນທຸກຕັ້ງແຕ່ຂ້ານ້ອຍເລີ່ມຕິດຕາມພຣະອົງ. ຂ້ານ້ອຍບໍ່ໄດ້ມີຊີວິດທີ່ດີເລີຍ. ຂ້ານ້ອຍສະຫຼະຄອບຄົວຂອງຂ້ານ້ອຍ ແລະ ອາຊີບຂອງຂ້ານ້ອຍ ພ້ອມທັງຄວາມສຸກທຸກຢ່າງທາງເນື້ອໜັງ ແລະ ການເສຍສະຫຼະນີ້ທີ່ພວກຂ້ານ້ອຍທຸກຄົນໄດ້ເຮັດຍັງບໍ່ພຽງພໍທີ່ຈະໄດ້ຮັບພອນຂອງພຣະອົງບໍ? ແລ້ວຕອນນີ້ ກໍມີສິ່ງ ‘ຕົວປະກອບ’ ນີ້ເກີດຂຶ້ນອີກ. ພຣະເຈົ້າເອີຍ, ພຣະອົງໄດ້ເຮັດເກີນໄປຫຼາຍ! ເບິ່ງພວກຂ້ານ້ອຍແມະ, ພວກຂ້ານ້ອຍບໍ່ມີຫຍັງໃຫ້ເພິ່ງພາໃນໂລກນີ້ເລີຍ. ພວກຂ້ານ້ອຍບາງຄົນສະຫຼະລູກຫຼານຂອງພວກຂ້ານ້ອຍ, ບາງຄົນສະຫຼະວຽກງານຂອງພວກຂ້ານ້ອຍ ແລະ ສະຫຼະຄູ່ສົມລົດຂອງພວກຂ້ານ້ອຍ[ກ] ແລະ ອື່ນໆອີກ; ພວກຂ້ານ້ອຍໄດ້ສະຫຼະຄວາມສຸກທຸກຢ່າງທາງເນື້ອໜັງ. ມີຄວາມຫວັງຫຍັງອີກສໍາລັບພວກຂ້ານ້ອຍ? ພວກຂ້ານ້ອຍຈະສືບຕໍ່ຢູ່ລອດໃນໂລກນີ້ໄດ້ແນວໃດ? ການເສຍສະຫຼະເຫຼົ່ານີ້ທີ່ພວກຂ້ານ້ອຍໄດ້ເຮັດບໍ່ມີຄຸນຄ່າແມ່ນແຕ່ເງິນເພັນນີຫຼຽນດຽວບໍ? ພຣະອົງບໍ່ສາມາດເຫັນສິ່ງນັ້ນເລີຍບໍ? ສະຖານະຂອງພວກຂ້ານ້ອຍກໍຕໍ່າຕ້ອຍ ແລະ ຄວາມສາມາດກໍຂາດເຂີນ, ພວກຂ້ານ້ອຍຍອມຮັບສິ່ງນີ້ ແຕ່ມີເມື່ອໃດແດ່ທີ່ພວກຂ້ານ້ອຍບໍ່ເຄີຍໃສ່ໃຈໃນສິ່ງທີ່ພຣະອົງຕ້ອງການໃຫ້ພວກຂ້ານ້ອຍເຮັດ? ແລ້ວບັດນີ້ ພຣະອົງປະຖິ້ມພວກຂ້ານ້ອຍຢ່າງໄຮ້ຄວາມປານີ ແລະ ‘ຕອບແທນ’ ພວກຂ້ານ້ອຍດ້ວຍຕໍາແໜ່ງ ‘ຕົວປະກອບ’ ບໍ? ການເສຍສະຫຼະຂອງພວກຂ້ານ້ອຍໄດ້ນໍາພວກຂ້ານ້ອຍໃຫ້ໄດ້ພຽງເທົ່ານີ້ບໍ? ສຸດທ້າຍ ຖ້າຜູ້ຄົນຖາມຂ້ານ້ອຍວ່າ ຂ້ານ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ, ຂ້ານ້ອຍສາມາດໃຫ້ພວກເຂົາເຫັນຄຳວ່າ ‘ຕົວປະກອບ’ ນີ້ໄດ້ແທ້ບໍ? ຂ້ານ້ອຍຈະສາມາດອ້າປາກຂອງຂ້ານ້ອຍແລ້ວເວົ້າວ່າ ຂ້ານ້ອຍເປັນຕົວປະກອບໄດ້ແນວໃດ? ຂ້ານ້ອຍບໍ່ສາມາດອະທິບາຍສິ່ງນັ້ນໃຫ້ກັບພໍ່ແມ່ຂອງຂ້ານ້ອຍໄດ້ ແລະ ຂ້ານ້ອຍບໍ່ສາມາດອະທິບາຍສິ່ງນັ້ນໃຫ້ກັບຄູ່ຮັກເກົ່າຂອງຂ້ານ້ອຍໄດ້. ຂ້ານ້ອຍໄດ້ຈ່າຍລາຄາຢ່າງສູງ ແລະ ສິ່ງທີ່ຂ້ານ້ອຍໄດ້ຮັບເປັນການຕອບແທນກໍຄືການເປັນຕົວປະກອບ! ໂອ້ຍ! ຂ້ານ້ອຍຮູ້ສຶກເສຍໃຈຫຼາຍ!” (ລາວເລີ່ມຕົບກົກຂາຂອງລາວ ແລ້ວຮ້ອງໄຫ້ຂຶ້ນ). “ຖ້າເຮົາກ່າວວ່າ ບັດນີ້ເຮົາຈະບໍ່ມອບຕໍາແໜ່ງຕົວປະກອບໃຫ້ກັບເຈົ້າ ແຕ່ກົງກັນຂ້າມ ຈະເຮັດໃຫ້ເຈົ້າເປັນໜຶ່ງໃນປະຊາຊົນຂອງເຮົາ ແລະ ແນະນໍາໃຫ້ເຈົ້າດໍາເນີນການເຜີຍແຜ່ຂ່າວປະເສີດ, ຖ້າເຮົາມອບສະຖານະເພື່ອໃຫ້ເຈົ້າໄປປະຕິບັດພາລະກິດ, ເຈົ້າຈະສາມາດເຮັດມັນໄດ້ບໍ? ເຈົ້າໄດ້ຮັບຫຍັງແທ້ຈາກແຕ່ລະຂັ້ນຕອນຂອງພາລະກິດນີ້? ແຕ່ແລ້ວເຈົ້າກໍຍັງບັນເທິງເຮົາດ້ວຍເລື່ອງລາວຂອງເຈົ້າ, ເຈົ້າຊ່າງບໍ່ມີຢາງອາຍ! ເຈົ້າເວົ້າວ່າ ເຈົ້າໄດ້ຈ່າຍລາຄາ ແຕ່ບໍ່ໄດ້ຮັບຫຍັງເລີຍ. ເປັນໄປໄດ້ບໍ ທີ່ເຮົາລືມບອກເຈົ້າໄປວ່າ ເງື່ອນໄຂຂອງເຮົາທີ່ຈະຮັບເອົາຄົນໆໜຶ່ງຄືຫຍັງ? ພາລະກິດຂອງເຮົາແມ່ນສຳລັບໃຜ? ເຈົ້າຮູ້ບໍ? ນີ້ ເຈົ້າກຳລັງຮື້ຟື້ນຄຳຮ້ອງທຸກເດີມໆຂອງເຈົ້າ! ເຈົ້າຍັງຖືວ່າເປັນມະນຸດອີກຕໍ່ໄປຢູ່ບໍ? ເຈົ້າບໍ່ໄດ້ຍອມຮັບເອົາຄວາມທຸກທີ່ເຈົ້າໄດ້ປະສົບດ້ວຍຄວາມສະໝັກໃຈຂອງເຈົ້າເອງບໍ? ແລ້ວການຍອມທົນທຸກຂອງເຈົ້າບໍ່ແມ່ນເພື່ອໄດ້ຮັບພອນບໍ? ເຈົ້າໄດ້ບັນລຸເງື່ອນໄຂຂອງເຮົາແລ້ວບໍ? ສິ່ງທີ່ເຈົ້າຕ້ອງການແມ່ນການໄດ້ຮັບພອນເທົ່ານັ້ນ. ເຈົ້າຊ່າງບໍ່ມີຢາງອາຍເລີຍ! ມີຕອນໃດທີ່ເງື່ອນໄຂຂອງເຮົາສໍາລັບເຈົ້າເປັນການບັງຄັບແດ່? ຖ້າເຈົ້າເຕັມໃຈທີ່ຈະຕິດຕາມເຮົາ ເຈົ້າຕ້ອງເຊື່ອຟັງເຮົາໃນທຸກສິ່ງ. ຢ່າພະຍາຍາມຕໍ່ລອງກັບເງື່ອນໄຂ. ຄວາມຈິງແລ້ວ, ເຮົາໄດ້ບອກເຈົ້າກ່ອນໜ້ານີ້ແລ້ວວ່າ ເສັ້ນທາງນີ້ແມ່ນເສັ້ນທາງແຫ່ງຄວາມທຸກທໍລະມານ. ມັນເຕັມໄປດ້ວຍໂອກາດທີ່ມືດມົວ, ດ້ວຍຄວາມຫວັງທີ່ເລັກນ້ອຍ. ເຈົ້າລືມແລ້ວບໍ? ເຮົາໄດ້ເວົ້າສິ່ງນີ້ຫຼາຍຄັ້ງແລ້ວ. ຖ້າເຈົ້າເຕັມໃຈທີ່ຈະທົນທຸກ ແລ້ວໃຫ້ຕິດຕາມເຮົາ. ຖ້າເຈົ້າບໍ່ເຕັມໃຈທີ່ຈະທົນທຸກ ກໍໃຫ້ຢຸດ. ເຮົາບໍ່ໄດ້ບັງຄັບເຈົ້າ, ເຈົ້າມີອິດສະຫຼະທີ່ຈະມາ ຫຼື ໄປ! ເຖິງຢ່າງໃດກໍຕາມ, ນີ້ແມ່ນວິທີການປະຕິບັດພາລະກິດຂອງເຮົາ ແລະ ເຮົາບໍ່ສາມາດເຮັດໃຫ້ພາລະກິດຂອງເຮົາທັງໝົດຊັກຊ້າຍ້ອນຄວາມກະບົດສ່ວນຕົວຂອງເຈົ້າ. ເຈົ້າອາດບໍ່ເຕັມໃຈທີ່ຈະເຊື່ອຟັງ, ແຕ່ມີຄົນອື່ນທີ່ເຕັມໃຈ. ພວກເຈົ້າລ້ວນແລ້ວແຕ່ເປັນຄົນທີ່ສິ້ນຫວັງ! ເຈົ້າບໍ່ຢ້ານຫຍັງເລີຍ! ເຈົ້າກຳລັງຕໍ່ລອງເງື່ອນໄຂກັບເຮົາ, ເຈົ້າຕ້ອງການດຳລົງຊີວິດຢູ່ຕໍ່ໄປ ຫຼື ບໍ່? ເຈົ້າວາງແຜນເພື່ອຕົວເຈົ້າເອງ ແລະ ທະເຍີທະຍານເພື່ອຊື່ສຽງ ແລະ ຜົນປະໂຫຍດຂອງເຈົ້າເອງ. ພາລະກິດທັງໝົດຂອງເຮົາບໍ່ແມ່ນເພື່ອພວກເຈົ້າບໍ? ເຈົ້າຕາບອດບໍ? ກ່ອນທີ່ເຮົາກາຍມາເປັນເນື້ອໜັງ ເຈົ້າບໍ່ສາມາດເຫັນເຮົາໄດ້ ແລະ ຄຳເວົ້າເຫຼົ່ານັ້ນທີ່ເຈົ້າເວົ້າກໍຈະສາມາດໃຫ້ອະໄພໄດ້, ແຕ່ບັດນີ້ ເຮົາບັງເກີດເປັນມະນຸດ ແລະ ເຮົາກຳລັງປະຕິບັດພາລະກິດທ່າມກາງພວກເຈົ້າ, ແຕ່ພວກເຈົ້າຍັງບໍ່ສາມາດເຫັນບໍ? ແມ່ນຫຍັງທີ່ເຈົ້າບໍ່ເຂົ້າໃຈ? ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຕໍ່ການສູນເສຍ; ແລ້ວເຮົາກໍໄດ້ກາຍມາເປັນເນື້ອໜັງເພື່ອຊ່ວຍພວກເຈົ້າຜູ້ທີ່ສິ້ນຫວັງໃຫ້ລອດພົ້ນ ແລະ ໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ຈົນຮອດປັດຈຸບັນ ເຈົ້າກໍຍັງຕໍ່ວ່າ, ເຈົ້າຈະເວົ້າໄດ້ບໍ່ວ່າເຮົາກໍໄດ້ທົນທຸກ? ສິ່ງທີ່ເຮົາໄດ້ເຮັດບໍ່ແມ່ນລ້ວນແລ້ວແຕ່ເພື່ອພວກເຈົ້າບໍ? ເຮົາໃຫ້ຕໍາແໜ່ງນີ້ກັບຜູ້ຄົນ ອີງຕາມວຸດທິພາວະໃນປັດຈຸບັນຂອງພວກເຂົາ. ຖ້າເຮົາເອີ້ນເຈົ້າວ່າ ‘ຕົວປະກອບ’, ເຈົ້າກໍເປັນຕົວປະກອບທັນທີ. ເຊັ່ນດຽວກັນ ຖ້າເຮົາເອີ້ນເຈົ້າວ່າ ‘ປະຊາຊົນຂອງພຣະເຈົ້າ’, ເຈົ້າກໍຈະເປັນປະຊາຊົນຂອງພຣະເຈົ້າທັນທີ. ບໍ່ວ່າເຮົາຈະເອີ້ນເຈົ້າສິ່ງໃດກໍຕາມ, ເຈົ້າກໍຈະເປັນສິ່ງນັ້ນ. ສິ່ງນີ້ບໍ່ໄດ້ບັນລຸໂດຍພຣະທໍາສອງສາມຂໍ້ຈາກປາກຂອງເຮົາບໍ? ແລ້ວພຣະທຳສອງສາມຂໍ້ເຫຼົ່ານີ້ຂອງເຮົາເຮັດໃຫ້ເຈົ້າໃຈຮ້າຍຫຼາຍປານນັ້ນພຸ້ນບໍ? ຖ້າເປັນແບບນັ້ນ ກໍອະໄພໃຫ້ກັບເຮົາດ້ວຍ! ຖ້າເຈົ້າບໍ່ເຊື່ອຟັງໃນຕອນນີ້, ສຸດທ້າຍ ເຈົ້າກໍຈະຖືກສາບແຊ່ງ, ແລ້ວເຈົ້າຈະມີຄວາມສຸກບໍໃນຕອນນັ້ນ? ເຈົ້າບໍ່ໃສ່ໃຈຕໍ່ຫົນທາງແຫ່ງຊີວິດ ແຕ່ພຽງໃສ່ໃຈກັບສະຖານະ ແລະ ຕໍາແໜ່ງຂອງເຈົ້າ; ຊີວິດຂອງເຈົ້າຈະເປັນແນວໃດ? ເຮົາບໍ່ປະຕິເສດວ່າ ເຈົ້າໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງ, ແຕ່ໃຫ້ສັງເກດເບິ່ງວຸດທິພາວະ ແລະ ການປະຕິບັດຂອງເຈົ້າເອງເບິ່ງ ແລະ ແມ່ນແຕ່ຕອນນີ້ ເຈົ້າກໍຍັງພະຍາຍາມທີ່ຈະຕໍ່ລອງກັບເງື່ອນໄຂ. ນີ້ແມ່ນວຸດທິພາວະທີ່ເຈົ້າໄດ້ຮັບຕະຫຼອດການຕັ້ງໃຈຂອງເຈົ້າບໍ? ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ເຈົ້າມີຄວາມສຳນຶກຢູ່ບໍ? ແມ່ນເຮົາບໍທີ່ເປັນຜູ້ເຮັດຜິດ? ເງື່ອນໄຂທີ່ເຮົາມີສຳລັບເຈົ້ານັ້ນຜິດບໍ? ແລ້ວມັນແມ່ນຫຍັງ? ເຮົາຈະໃຫ້ເຈົ້າເຮັດໜ້າທີ່ເປັນຕົວປະກອບພຽງສອງສາມມື້ ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດ. ນັ້ນແມ່ນຄວາມຕັ້ງໃຈປະເພດໃດ? ພວກເຈົ້າລ້ວນແລ້ວແຕ່ມີຈິດໃຈອ່ອນແອ, ພວກເຈົ້າຂີ້ຢ້ານ! ການລົງໂທດຄົນແບບເຈົ້າແມ່ນເລື່ອງປົກກະຕິ!” ຫຼັງຈາກທີ່ເຮົາໄດ້ກ່າວສິ່ງນີ້, ລາວກໍບໍ່ໄດ້ເວົ້າຫຍັງອີກ.
ເມື່ອຜະເຊີນກັບພາລະກິດປະເພດນີ້ໃນປັດຈຸບັນ, ພວກເຈົ້າຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບຂັ້ນຕອນໃນພາລະກິດຂອງພຣະເຈົ້າ ແລະ ວິທີການປ່ຽນແປງຜູ້ຄົນຂອງພຣະອົງ. ນີ້ແມ່ນວິທີດຽວທີ່ຈະບັນລຸຜົນໃນການປ່ຽນແປງ. ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: “ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ”. ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ພຽງແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມຕັ້ງໃຈທີ່ຢູ່ເໜືອຕົນເອງຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນແມ່ນເນົ່າເປື່ອຍຫຼາຍຈົນທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າເປັນຕາລັງກຽດຢ່າງເຫຼືອທົນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີຕໍ່ພຣະເຈົ້າ ກໍເປັນສິ່ງທີ່ທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ແລະ ອ່ອນແອຫຼາຍ. ພວກເຂົາບໍ່ຮູ້ສຶກກຽດຊັງອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ. ຄວາມຄິດ ແລະ ທັດສະນະໃນປັດຈຸບັນຂອງພວກເຈົ້າບໍ່ແມ່ນແບບນີ້ບໍ? “ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ ຂ້ານ້ອຍຄວນໄດ້ອາບດ້ວຍພອນຢ່າງຫຼວງຫຼາຍ ແລະ ຄວນໄດ້ຮັບປະກັນວ່າ ສະຖານະຂອງຂ້ານ້ອຍຈະບໍ່ສູນເສຍໄປຈັກເທື່ອ ແລະ ມັນຈະສູງສົ່ງກວ່າຄົນທີ່ບໍ່ເຊື່ອ”. ເຈົ້າບໍ່ໄດ້ມີທັດສະນະແບບນັ້ນພາຍໃນພວກເຈົ້າພຽງແຕ່ໜຶ່ງ ຫຼື ສອງປີ, ແຕ່ເປັນເວລາຫຼາຍປີ. ແນວຄິດໃນການດຳເນີນງານຂອງພວກເຈົ້າພັດທະນາຫຼາຍເກີນໄປ. ເຖິງແມ່ນພວກເຈົ້າໄດ້ມາເຖິງຂັ້ນຕອນນີ້ໃນປັດຈຸບັນ, ພວກເຈົ້າກໍຍັງບໍ່ປະຖິ້ມສະຖານະ, ແຕ່ດີ້ນຮົນທີ່ຈະສອບຖາມກ່ຽວກັບມັນ ແລະ ສັງເກດມັນທຸກໆມື້ຢູ່ສະເໝີ ໂດຍມີຄວາມຢ້ານຢູ່ໃນສ່ວນເລິກວ່າ ມື້ໜຶ່ງ ສະຖານະຂອງພວກເຈົ້າຈະສູນເສຍໄປ ແລະ ຊື່ສຽງຂອງພວກເຈົ້າຈະຖືກທຳລາຍ. ຜູ້ຄົນບໍ່ເຄີຍປ່ອຍວາງຄວາມປາຖະໜາເພື່ອຄວາມສຸກສະບາຍຂອງພວກເຂົາ. ສະນັ້ນ ໃນຂະນະທີ່ ເຮົາພິພາກສາພວກເຈົ້າແບບນີ້ໃນປັດຈຸບັນ, ພວກເຈົ້າຈະມີຄວາມເຂົ້າໃຈໃນລະດັບໃດໃນທີ່ສຸດ? ພວກເຈົ້າຈະເວົ້າວ່າ ເຖິງແມ່ນ ສະຖານະຂອງພວກເຈົ້າຈະບໍ່ໄດ້ສູງ, ໃນທີ່ສຸດ ພວກເຈົ້າກໍຈະໄດ້ຮັບການຍົກຂຶ້ນຈາກພຣະເຈົ້າ. ພວກເຈົ້າບໍ່ມີສະຖານະ ເພາະພວກເຈົ້າເກີດມາຢ່າງຕໍ່າຕ້ອຍ, ແຕ່ພວກເຈົ້າໄດ້ຮັບສະຖານະກໍຍ້ອນການຍົກຂຶ້ນຂອງພຣະເຈົ້າ, ນີ້ແມ່ນສິ່ງທີ່ພຣະອົງປະທານໃຫ້ພວກເຈົ້າ. ໃນປັດຈຸບັນ ພວກເຈົ້າສາມາດຮັບເອົາການຝຶກຝົນຂອງພຣະອົງ, ການຂ້ຽນຕີຂອງພຣະອົງ ແລະ ການພິພາກສາຂອງພຣະອົງເປັນການສ່ວນຕົວ. ສິ່ງນີ້ຍິ່ງເປັນການຍົກຂຶ້ນຂອງພຣະອົງ. ພວກເຈົ້າສາມາດຮັບເອົາການຊໍາລະລ້າງ ແລະ ການເຜົາໄໝ້ຂອງພຣະອົງເປັນການສ່ວນຕົວ. ນີ້ຄືຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ຕະຫຼອດຍຸກຕ່າງໆ ຍັງບໍ່ມີແມ່ນແຕ່ຄົນດຽວທີ່ເຄີຍຮັບການຊໍາລະລ້າງ ແລະ ການເຜົາໄໝ້ຂອງພຣະອົງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ເຄີຍສາມາດຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະອົງ. ບັດນີ້ ພຣະເຈົ້າກຳລັງເວົ້າກັບພວກເຈົ້າຕໍ່ໜ້າ, ຊໍາລະລ້າງພວກເຈົ້າ, ເປີດເຜີຍຄວາມກະບົດທີ່ຢູ່ພາຍໃນພວກເຈົ້າ, ນີ້ແມ່ນການຍົກຂຶ້ນຂອງພຣະອົງທີ່ແທ້ຈິງ. ຜູ້ຄົນມີຄວາມສາມາດຫຍັງແດ່? ສະຫຼຸບກໍຄື ບໍ່ວ່າພວກເຂົາເປັນລູກຊາຍຂອງເດວິດ ຫຼື ເຊື້ອສາຍຂອງໂມອາບ, ຜູ້ຄົນກໍເປັນສິ່ງຖືກສ້າງທີ່ບໍ່ມີຫຍັງຄູ່ຄວນໃຫ້ໂອ້ອວດເຖິງ. ຍ້ອນພວກເຈົ້າເປັນສິ່ງຖືກສ້າງຂອງພຣະເຈົ້າ, ພວກເຈົ້າຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ບໍ່ມີເງື່ອນໄຂອື່ນອີກສຳລັບພວກເຈົ້າ. ນີ້ຄືວິທີທີ່ພວກເຈົ້າຄວນອະທິຖານ: “ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ ມັນກໍຍ້ອນການຍົກຂຶ້ນຂອງພຣະອົງ ແລະ ຖ້າມັນຕໍ່າຕ້ອຍ ມັນກໍຍ້ອນການແຕ່ງຕັ້ງຂອງພຣະອົງ. ທຸກສິ່ງຢູ່ໃນມືຂອງພຣະອົງ. ຂ້ານ້ອຍບໍ່ມີທາງເລືອກ ຫຼື ການຕໍ່ວ່າໃດເລີຍ. ພຣະອົງກຳນົດວ່າ ຂ້ານ້ອຍຈະເກີດໃນປະເທດນີ້ ແລະ ທ່າມກາງຄົນເຫຼົ່ານີ້ ແລະ ສິ່ງດຽວທີ່ຂ້ານ້ອຍຄວນເຮັດກໍຄືເຊື່ອຟັງພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ ເພາະທຸກສິ່ງຢູ່ພາຍໃນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ຂ້ານ້ອຍບໍ່ໄດ້ຄິດກັບສະຖານະ; ໃນທີ່ສຸດແລ້ວ ຂ້ານ້ອຍກໍເປັນພຽງສິ່ງຖືກສ້າງ. ຖ້າພຣະອົງວາງຂ້ານ້ອຍໄວ້ໃນຂຸມເລິກທີ່ສຸດ, ໃນທະເລສາບແຫ່ງໄຟ ແລະ ມາດ, ຂ້ານ້ອຍກໍ່ເປັນພຽງແຕ່ສິ່ງຖືກສ້າງ. ຖ້າພຣະອົງໃຊ້ຂ້ານ້ອຍ, ຂ້ານ້ອຍກໍເປັນສິ່ງຖືກສ້າງ. ຖ້າພຣະອົງເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງເປັນສິ່ງຖືກສ້າງ. ຖ້າພຣະອົງບໍ່ເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງຈະຮັກພຣະອົງ ເພາະຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງ. ຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງເລັກນ້ອຍທີ່ຖືກເນລະມິດສ້າງຂຶ້ນໂດຍພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ, ເປັນພຽງຄົນໜຶ່ງທ່າມກາງມະນຸດທີ່ຖືກສ້າງທັງປວງ. ພຣະອົງເປັນຜູ້ສ້າງຂ້ານ້ອຍ ແລະ ບັດນີ້ ພຣະອົງໄດ້ວາງຂ້ານ້ອຍໄວ້ໃນມືຂອງພຣະອົງອີກຄັ້ງເພື່ອຈັດການກັບຂ້ານ້ອຍຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະເປັນເຄື່ອງມືຂອງພຣະອົງ ແລະ ຕົວປະກອບຂອງພຣະອົງ ເພາະທຸກສິ່ງແມ່ນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ບໍ່ມີໃຜສາມາດປ່ຽນແປງມັນໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ”. ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຄິດກັບສະຖານະອີກຕໍ່ໄປ, ແລ້ວເຈົ້າກໍຈະຫຼຸດພົ້ນຈາກມັນ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດສະແຫວງຫາຢ່າງໝັ້ນໃຈ ແລະ ຢ່າງກ້າຫານ ແລະ ມີແຕ່ເມື່ອນັ້ນ ຫົວໃຈຂອງເຈົ້າຈຶ່ງສາມາດເປັນອິດສະຫຼະຈາກຂໍ້ຈຳກັດຕ່າງໆ. ຫຼັງຈາກທີ່ຜູ້ຄົນຫຼຸດພົ້ນຈາກສິ່ງນັ້ນ, ພວກເຂົາກໍຈະບໍ່ສົນໃຈສິ່ງນັ້ນອີກຕໍ່ໄປ. ແມ່ນຫຍັງຄືຄວາມສົນໃຈສໍາລັບພວກເຈົ້າສ່ວນໃຫຍ່ໃນຕອນນີ້? ພວກເຈົ້າຖືກຈຳກັດໂດຍສະຖານະຢູ່ສະເໝີ ແລະ ສົນໃຈຄວາມຄາດຫວັງຂອງພວກເຈົ້າເອງຢູ່ສະເໝີ. ພວກເຈົ້າເປີດໜ້າປື້ມແຫ່ງພຣະຄໍາຂອງພຣະເຈົ້າຢູ່ສະເໝີ, ປາຖະໜາທີ່ຈະອ່ານຖ້ອຍຄໍາກ່ຽວກັບຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຕ້ອງການຮູ້ວ່າແມ່ນຫຍັງຄືຄວາມຄາດຫວັງຂອງພວກເຈົ້າ ແລະ ຈຸດໝາຍປາຍທາງຂອງພວກເຈົ້າຈະເປັນແນວໃດ. ພວກເຈົ້າຄິດສົງໄສວ່າ: “ຂ້ານ້ອຍມີຄວາມຄາດຫວັງແທ້ບໍ? ພຣະເຈົ້າໄດ້ລົບລ້າງຄວາມຄາດຫວັງເຫຼົ່ານັ້ນອອກແລ້ວບໍ? ພຣະເຈົ້າພຽງກ່າວວ່າຂ້ານ້ອຍເປັນຕົວປະກອບ; ແລ້ວແມ່ນຫຍັງຄືຄວາມຄາດຫວັງຂອງຂ້ານ້ອຍ?” ມັນຍາກສໍາລັບພວກເຈົ້າທີ່ຈະປ່ອຍວາງຄວາມຄາດຫວັງ ແລະ ໂຊກຊະຕາຂອງພວກເຈົ້າ. ບັດນີ້ ພວກເຈົ້າເປັນຜູ້ຕິດຕາມ ແລະ ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພາລະກິດຂັ້ນຕອນນີ້. ເຖິງຢ່າງໃດກໍຕາມ, ພວກເຈົ້າກໍຍັງບໍ່ໄດ້ປະຖິ້ມຄວາມປາຖະໜາສຳລັບສະຖານະຂອງພວກເຈົ້າ. ເມື່ອສະຖານະຂອງພວກເຈົ້າສູງ ພວກເຈົ້າກໍສະແຫວງຫາເປັນຢ່າງດີ, ແຕ່ເມື່ອສະຖານະຂອງພວກເຈົ້າຕໍ່າ ພວກເຈົ້າກໍບໍ່ສະແຫວງຫາອີກຕໍ່ໄປ. ການໃຫ້ພອນທາງດ້ານສະຖານະແມ່ນຢູ່ໃນຄວາມຄິດຂອງພວກເຈົ້າສະເໝີ. ເປັນຫຍັງຜູ້ຄົນສ່ວນໃຫຍ່ຈຶ່ງບໍ່ສາມາດເຮັດໃຫ້ຕົນເອງໜີອອກຈາກຄວາມຄິດດ້ານລົບນີ້ໄດ້? ຄໍາຕອບທີ່ປະຕິເສດບໍ່ໄດ້ກໍຄື ມັນບໍ່ແມ່ນຍ້ອນຄວາມຄາດຫວັງທີ່ວ່າງເປົ່າບໍ? ທັນທີທີ່ຖ້ອຍຄຳຂອງພຣະເຈົ້າຖືກກ່າວອອກມາ ພວກເຈົ້າກໍຮີບໄປເບິ່ງວ່າ ສະຖານະ ແລະ ຕົວຕົນຂອງພວກເຈົ້າແມ່ນຫຍັງແທ້. ພວກເຈົ້າວາງສະຖານະ ແລະ ຕົວຕົນເປັນສິ່ງສຳຄັນທຳອິດ ແລະ ນິມິດເປັນສິ່ງທີສອງ. ສິ່ງທີສາມແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ ແລະ ສິ່ງທີສີ່ແມ່ນຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ກ່ອນອື່ນ ພວກເຈົ້າເບິ່ງວ່າ ຕໍາແໜ່ງຂອງ “ຕົວປະກອບ” ທີ່ພຣະເຈົ້າໃຫ້ກັບພວກເຈົ້ານັ້ນໄດ້ປ່ຽນແປງ ຫຼື ບໍ່. ພວກເຈົ້າອ່ານ ແລະ ອ່ານ ແລະ ເມື່ອພວກເຈົ້າເຫັນວ່າຕໍາແໜ່ງຂອງ “ຕົວປະກອບ” ໄດ້ຖືກລົບລ້າງ ພວກເຈົ້າກໍດີໃຈ ແລະ ຂອບຄຸນພຣະເຈົ້າຢ່າງຕໍ່ເນື່ອງ ແລະ ສັນລະເສີນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ແຕ່ຖ້າພວກເຈົ້າເຫັນວ່າພວກເຈົ້າຍັງເປັນຕົວປະກອບ, ພວກເຈົ້າກໍເສຍໃຈ ແລະ ແຮງຜັກດັນໃນຫົວໃຈຂອງພວກເຈົ້າກໍຫາຍໄປທັນທີ. ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ? ຖ້າເປົ້າໝາຍຂອງການສະແຫວງຫາຂອງເຈົ້າບໍ່ແມ່ນເພື່ອສະແຫວງຫາຄວາມຈິງ, ແລ້ວເຈົ້າກໍຄວນສວາຍໃຊ້ໂອກາດນີ້ ແລະ ກັບຄືນສູ່ໂລກໃຫ້ຈົບສິ້ນໄປ. ການເສຍເວລາຂອງເຈົ້າແບບນີ້ບໍ່ຄຸ້ມຄ່າເລີຍແທ້ໆ, ເປັນຫຍັງຕ້ອງທໍລະມານຕົນເອງ? ມັນບໍ່ແມ່ນຄວາມຈິງບໍ່ທີ່ເຈົ້າສາມາດເພີດເພີນກັບທຸກສິ່ງຈາກໂລກທີ່ສວຍງາມນັ້ນ? ເງິນທອງ, ແມ່ຍິງທີ່ສວຍງາມ, ສະຖານະ, ຄວາມທະນົງຕົວ, ຄອບຄົວ, ລູກຫຼານ ແລະ ອື່ນໆອີກ, ຜົນຜະລິດເຫຼົ່ານີ້ຂອງໂລກບໍ່ແມ່ນສິ່ງທີ່ດີທີ່ສຸດທີ່ເຈົ້າສາມາດໄດ້ຮັບບໍ? ມັນຈະມີປະໂຫຍດຫຍັງທີ່ຕ້ອງພະເນຈອນໄປມາໃນນີ້ເພື່ອຊອກຫາສະຖານທີ່ໆເຈົ້າສາມາດມີຄວາມສຸກໄດ້? ຂະໜາດບຸດມະນຸດຍັງບໍ່ມີບ່ອນໃຫ້ວາງຫົວຂອງພຣະອົງລົງ, ແລ້ວເຈົ້າຈະສາມາດມີພື້ນທີ່ເພື່ອຄວາມສະບາຍໃຈໄດ້ແນວໃດ? ພຣະອົງຈະສ້າງສະຖານທີ່ສວຍງາມເພື່ອຄວາມສຸກສະບາຍໃຫ້ກັບເຈົ້າໄດ້ແນວໃດ? ນັ້ນເປັນໄປໄດ້ບໍ? ນອກຈາກການພິພາກສາຂອງເຮົາ, ມື້ນີ້ ເຈົ້າພຽງແຕ່ຮັບຄໍາສັ່ງສອນກ່ຽວກັບຄວາມຈິງ. ເຈົ້າບໍ່ສາມາດຮັບຄວາມສຸກສະບາຍຈາກເຮົາ ແລະ ເຈົ້າບໍ່ສາມາດໄດ້ຮັບຕຽງນອນແຫ່ງດອກກຸຫຼາບທີ່ເຈົ້າສະແຫວງຫາທັງເວັນ ແລະ ຄືນ. ເຮົາຈະບໍ່ປະທານຄວາມຮັ່ງມີຂອງແຜ່ນດິນໂລກໃຫ້ກັບເຈົ້າ. ຖ້າເຈົ້າສະແຫວງຫາຢ່າງແທ້ຈິງ, ແລ້ວ ເຮົາກໍເຕັມໃຈທີ່ຈະມອບຫົນທາງແຫ່ງຊີວິດທັງໝົດໃຫ້ກັບເຈົ້າ, ເຮັດໃຫ້ເຈົ້າເປັນຄືກັບປາທີ່ກັບຄືນສູ່ແມ່ນໍ້າ. ຖ້າເຈົ້າບໍ່ສະແຫວງຫາຢ່າງແທ້ຈິງ, ເຮົາກໍຈະເອົາທຸກສິ່ງຄືນ. ເຮົາບໍ່ເຕັມໃຈທີ່ຈະມອບພຣະທຳຈາກປາກຂອງເຮົາໃຫ້ກັບຄົນເຫຼົ່ານັ້ນທີ່ໂລບມາກໂລພາເພື່ອຄວາມສຸກສະບາຍ, ຜູ້ທີ່ເປັນຄືກັບໝູ ແລະ ໝາ!
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ເມຍ”.