ວິທີການໄລ່ຕາມເສາະຫາຄວາມຈິງ (17)

ຜູ້ຄົນສາມປະເພດໂດຍອີງໃສ່ຕົ້ນກຳເນີດຂອງພວກເຂົາ

ຄຸນລັກສະນະຂອງຜູ້ຄົນທີ່ກັບຊາດມາເກີດຈາກມະນຸດ

II. ການແຍກແຍະສິ່ງທີ່ຖືກ ແລະ ສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ

A. ການແຍກແຍະສິ່ງທີ່ຖືກ ແລະ ສິ່ງທີ່ຜິດ

ຄັ້ງທີ່ແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກ ແລະ ຄຸນລັກສະນະຂອງຜູ້ຄົນທີ່ກັບຊາດມາເກີດຈາກມະນຸດ, ນັ້ນກໍຄື ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ພວກເຂົາສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ແລະ ຮູ້ວ່າອັນໃດຖືກ ແລະ ອັນໃດຜິດ. ມື້ນີ້ ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຫົວຂໍ້ຈາກຄັ້ງທີ່ແລ້ວ. ກ່ອນອື່ນ, ໃຫ້ເຮົາເລົ່າເລື່ອງໜຶ່ງໃຫ້ພວກເຈົ້າຟັງ. ເມື່ອສອງສາມປີກ່ອນ, ເຮົາໄດ້ຍິນກ່ຽວກັບບາງສິ່ງທີ່ເກີດຂຶ້ນ. ຍິງສາວທີ່ໜ້າຕາດີຄົນໜຶ່ງກຳລັງທົດສອບໜ້າກ້ອງ ແລະ ມີຄົນເວົ້າຂຶ້ນມາລອຍໆວ່າ “ຂາຂອງເຈົ້າໃຫຍ່ຫຼາຍ!” ຍິງສາວຄົນນີ້ຄິດໃນໃຈວ່າ “ເຈົ້າກຳລັງເວົ້າວ່າຂາຂອງຂ້ອຍໃຫຍ່, ບໍ່ແມ່ນເຈົ້າກຳລັງເວົ້າວ່າຂ້ອຍຕຸ້ຍບໍ? ຂ້ອຍຈະເບິ່ງດີໃນກ້ອງບໍ ຖ້າຂ້ອຍຕຸ້ຍ? ນັ້ນຈະບໍ່ເປັນຕາໜ້າອາຍບໍ?” ສະນັ້ນ ລາວຈຶ່ງເລີ່ມຄິດຫາວິທີວ່າລາວຈະເຮັດແນວໃດໃຫ້ຂາຂອງລາວນ້ອຍລົງ ເພື່ອທີ່ລາວຈະເບິ່ງຈ່ອຍ ແລະ ເບິ່ງດີໃນກ້ອງ. ເພື່ອບັນລຸເປົ້າໝາຍນີ້ ລາວໄດ້ຕັ້ງໃຈຊອກຫາຂໍ້ມູນທຸກປະເພດ ແລະ ລອງວິທີການຕ່າງໆເພື່ອລົດນໍ້າໜັກ ເຊັ່ນ: ກິນແຕ່ອາຫານລົດນໍ້າໜັກແທນອາຫານຄົບຄາບ ຫຼື ກິນແຕ່ໝາກໄມ້ ແລະ ຜັກໃນແຕ່ລະມື້, ເວົ້າສັ້ນໆກໍຄື ລາວກິນທຸກຢ່າງທີ່ສາມາດຊ່ວຍໃນການລົດນໍ້າໜັກໄດ້. ລາວໄດ້ຍິນມາວ່າການດື່ມກາເຟເປັນວິທີລົດນໍ້າໜັກທີ່ໄວ ແລະ ມີປະສິດທິຜົນ, ສະນັ້ນ ບາງຄັ້ງລາວກໍຈະດື່ມແຕ່ກາເຟ. ບາງຄົນເວົ້າວ່າການນອນໜ້ອຍຊ່ວຍໃຫ້ລົດນໍ້າໜັກໄດ້ໄວ, ສະນັ້ນ ລາວຈຶ່ງນອນພຽງແຕ່ສອງ ຫຼື ສາມຊົ່ວໂມງຕໍ່ມື້. ຫຼັງຈາກທີ່ວຸ້ນວາຍ ແລະ ພະຍາຍາມມາຫຼາຍ ລາວກໍເຫັນຜົນແທ້ໆ. ນໍ້າໜັກຂອງລາວຫຼຸດລົງ, ຮູບຮ່າງຂອງລາວຈ່ອຍລົງ ແລະ ຂາຂອງລາວກໍນ້ອຍລົງ. ລາວເບິ່ງເປັນຕາໜ້າເບິ່ງ ແລະ ເບິ່ງດີ ແຕ່ທາງຮ່າງກາຍແລ້ວ ລາວເລີ່ມມີອາການຜິດປົກກະຕິບາງຢ່າງ. ອາການຜິດປົກກະຕິຫຍັງແດ່? ລາວມັກຈະຮູ້ສຶກວິນຫົວ ແລະ ໜັກຫົວ ແລະ ໃນຕອນກາງເວັນຂະນະທີ່ປະຕິບັດໜ້າທີ່ຂອງລາວ ລາວກໍມັກຈະງ້ວງຊຶມຢູ່ສະເໝີ. ລາວຈະຊົງຕົວບໍ່ຢູ່ເວລາຢືນ ແລະ ຮູ້ສຶກອ່ອນເພຍໄປໝົດທັງຕົວເວລານັ່ງ. ລາວທົນບໍ່ໄຫວໃນແຕ່ລະມື້ ແລະ ຮູ້ສຶກທຸກທໍລະມານທາງຮ່າງກາຍຢ່າງໜັກ. ຄົນສ່ວນໃຫຍ່ຢາກຮູ້ຢາກເຫັນກ່ຽວກັບສະຖານະການປັດຈຸບັນຂອງຍິງສາວຄົນນີ້ ແລະ ຢາກຮູ້ວ່າລາວຍັງມີຊີວິດຢູ່ ແລະ ສະບາຍດີ ຫຼື ບໍ່? ພວກເຈົ້າຢາກຟັງກ່ຽວກັບປະສົບການ ແລະ ຄວາມຄິດຂອງລາວກ່ຽວກັບການລົດນໍ້າໜັກບໍ? (ບໍ່). ການດຳລົງຊີວິດຢູ່ໃນໂລກນີ້ ຜູ້ຄົນບໍ່ຮູ້ວິທີດຳລົງຊີວິດຢ່າງຖືກຕ້ອງ ແລະ ເປັນປົກກະຕິ, ບໍ່ຮູ້ວິທີປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ພວກເຂົາພົບພໍ້. ເມື່ອພວກເຂົາໄດ້ຍິນຄຳເວົ້າ ຫຼື ປະສົບກັບເຫດການບາງຢ່າງ ພວກເຂົາບໍ່ຮູ້ວ່າວິທີປະຕິບັດຕໍ່ສິ່ງນັ້ນແບບໃດຈຶ່ງຈະເໝາະສົມ ແລະ ສາມາດປົກປ້ອງພວກເຂົາຈາກອັນຕະລາຍໄດ້ ເພື່ອທີ່ພວກເຂົາຈະໄດ້ດຳລົງຊີວິດໃນເສັ້ນທາງທີ່ຖືກຕ້ອງ ແລະ ມີກຽດຢ່າງແທ້ຈິງ. ບໍ່ຕ້ອງເວົ້າເຖິງຜູ້ບໍ່ມີຄວາມເຊື່ອ ຜູ້ເຊື່ອສ່ວນໃຫຍ່ກໍບໍ່ຮູ້ສິ່ງເຫຼົ່ານີ້ເຊັ່ນກັນ. ເມື່ອປະເຊີນກັບຂໍ້ມູນ ແລະ ຂ່າວສານ ພ້ອມທັງຄວາມຄິດ, ມຸມມອງ, ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຫຼົງຜິດຕ່າງໆຈາກໂລກພາຍນອກ ຜູ້ຄົນພຽງແຕ່ບໍ່ມີຄວາມສາມາດໃນການແຍກແຍະພວກມັນ ແລະ ບໍ່ມີຄວາມສາມາດໃດໆເລີຍທີ່ຈະປ້ອງກັນພວກມັນໄດ້. ແນ່ນອນ, ພວກເຂົາຍັງບໍ່ມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງອີກດ້ວຍ, ບໍ່ຕ້ອງເວົ້າເຖິງວິທີທີ່ຖືກຕ້ອງໃນການປະຕິບັດຕໍ່ພວກມັນຈາກມຸມມອງທີ່ເປັນບວກ. ເພາະສະນັ້ນ ຜູ້ຄົນຈຶ່ງດຳລົງຊີວິດຢ່າງໜ້າສົມເພດຫຼາຍ. ລອງເບິ່ງຍິງສາວທີ່ເຮົາຫາກໍກ່າວເຖິງ. ບອກເຮົາເບິ່ງ ຊີວິດຂອງລາວອິດເມື່ອຍບໍ? ມັນໜ້າສົມເພດບໍ? (ມັນໜ້າສົມເພດ). ເປັນຫຍັງມັນຈຶ່ງໜ້າສົມເພດ? ລາວເຮັດຜິດພາດຢູ່ບ່ອນໃດໃນການກະທຳແບບນີ້? ໝົດທຸກຄົນບໍ່ໄດ້ໄລ່ຕາມການມີຄວາມງາມ ແລະ ການດຳລົງຊີວິດຢ່າງເບິ່ງດີບໍ? ມັນຜິດບໍທີ່ຈະຕ້ອງການໃຫ້ຄົນອື່ນເຫັນວ່າເຈົ້າເປັນຕາໜ້າເບິ່ງ ແລະ ໄດ້ຮັບການຍ້ອງຍໍ ແລະ ການຊື່ນຊົມເມື່ອພົບພໍ້ພວກເຂົາ? ພວກເຈົ້າມີມຸມມອງຕໍ່ເລື່ອງນີ້ແນວໃດ? (ສິ່ງທີ່ລາວເຮັດເພື່ອຄວາມງາມພາຍນອກ ແລະ ເພື່ອໃຫ້ໄດ້ຮັບການຍ້ອງຍໍນັ້ນແມ່ນການທຳຮ້າຍຮ່າງກາຍຂອງລາວເອງ. ເພາະວ່າລາວບໍ່ໄດ້ປະຕິບັດຕາມກົດເກນທີ່ພຣະເຈົ້າສ້າງຂຶ້ນ, ໃນທີ່ສຸດມັນກໍນຳໄປສູ່ຄວາມບົກຜ່ອງຂອງການເຮັດວຽກທັງໝົດໃນຮ່າງກາຍຂອງລາວ. ອາການວິນຫົວ ແລະ ໜັກຫົວຂອງລາວແມ່ນຜົນສະທ້ອນທີ່ລາວນຳມາສູ່ຕົນເອງ. ຂ້ານ້ອຍຄິດວ່າຄົນຜູ້ນີ້ເປັນຄົນເບົາປັນຍາ). ເປັນແບບນັ້ນບໍ? (ແມ່ນແລ້ວ). ຜູ້ຄົນເກີດມາພ້ອມກັບຄວາມສະຫຼາດ, ຄວາມຫຼັກແຫຼມ ແລະ ຄວາມຄິດຂອງມະນຸດພຽງເລັກນ້ອຍຂອງພວກເຂົາເອງ. ຈາກນັ້ນ ພວກເຂົາກໍໄດ້ຮັບຄວາມຮູ້ບາງຢ່າງ, ໄດ້ຮັບທັກສະບາງຢ່າງ ແລະ ຮຽນຮູ້ເລັກນ້ອຍກ່ຽວກັບວິທີການເສແສ້ງເປັນຄົນດີ. ສິ່ງເຫຼົ່ານີ້ພຽງພໍບໍທີ່ຈະຮັບມືກັບຄວາມຄິດ, ມຸມມອງ, ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຫຼົງຜິດຕ່າງໆ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ມາຈາກໂລກພາຍນອກ? ພວກມັນສາມາດເຮັດໃຫ້ເຈົ້າປະເຊີນໜ້າກັບສິ່ງເຫຼົ່ານີ້ຢ່າງຖືກຕ້ອງໄດ້ບໍ? (ບໍ່ໄດ້). ບໍ່ໄດ້ຢ່າງແນ່ນອນ. ນີ້ຄືຄວາມໜ້າສົມ ແລະ ໜ້າເສົ້າສະຫຼົດໃຈຂອງຜູ້ຄົນ ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ, ໃນທີ່ສຸດມັນກໍນຳໄປສູ່ຜົນສະທ້ອນທີ່ຮ້າຍແຮງຫຼາຍຢ່າງ. ພວກເຂົາບໍ່ມີການແຍກແຍະຕໍ່ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຫຼົງຜິດ ຫຼື ຄວາມຄິດ ແລະ ມຸມມອງໃດໆຈາກໂລກພາຍນອກ, ທັງບໍ່ມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ເມື່ອເວົ້າເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ພວກເຂົາພົບພໍ້. ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ພວກເຂົາກໍເກີດຄວາມສັບສົນ ແລະ ຄວາມໂງ່ຈ້າຂອງພວກເຂົາກໍສະແດງອອກມາໃນຫຼາຍຮູບແບບຈົນນັບບໍ່ຖ້ວນ. ເມື່ອບໍ່ມີຫຍັງເກີດຂຶ້ນກັບພວກເຂົາ ພວກເຂົາເບິ່ງຄືວ່າເຂົ້າໃຈຫຼັກຄຳສອນບາງຢ່າງ ແລະ ມີລັກສະນະຄ້າຍຄືມະນຸດບາງຢ່າງ, ແຕ່ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ມັນກໍເປັນອີກເລື່ອງໜຶ່ງ, ຄວາມຄິດ ແລະ ມຸມມອງທີ່ບິດເບືອນ, ໜ້າກຽດຊັງ ແລະ ໄຮ້ສາລະໃນໃຈຂອງພວກເຂົາກໍຖືກເປີດເຜີຍອອກມາ. ເມື່ອເວົ້າເຖິງການປະພຶດຕົນ, ການເອົາຊີວິດລອດ ຫຼື ແມ່ນແຕ່ຄວາມຄິດ ຫຼື ມຸມມອງໃດໜຶ່ງໃນຊີວິດຢ່າງແທ້ຈິງແລ້ວ, ຜູ້ຄົນຊ່າງໂງ່ຈ້າ ແລະ ມຶນຊາຫຼາຍ ແລະ ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາກໍຊ່າງໄຮ້ສາລະຫຼາຍ. ສະນັ້ນ, ຫຼາຍຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ, ໄດ້ຟັງຄຳເທດສະໜາມາຫຼາຍປີ ແລະ ຍັງກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ ແລະ ພວກເຂົາກໍບໍ່ເຄີຍຕັ້ງໃຈເຮັດສິ່ງໃດເພື່ອກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ທັງບໍ່ເຄີຍຕັ້ງໃຈເວົ້າຄຳໃດທີ່ຕໍ່ຕ້ານ ຫຼື ໝິ່ນປະໝາດພຣະເຈົ້າ, ພາຍນອກແລ້ວ ບໍ່ສາມາດຊອກຫາຂໍ້ຜິດພາດໃດໆໃນຕົວພວກເຂົາໄດ້ເລີຍ, ແຕ່ເມື່ອພວກເຂົາປະເຊີນກັບຄວາມຄິດ ແລະ ມຸມມອງທີ່ຜິດພາດຕ່າງໆຈາກໂລກພາຍນອກ, ໂດຍສະເພາະບາງສິ່ງທີ່ຂ້ອນຂ້າງເປັນທີ່ນິຍົມ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາບໍ່ກໍໄດ້ຮູ້ສຶກລັງກຽດພວກມັນ, ທັງບໍ່ໄດ້ຕໍ່ຕ້ານ ຫຼື ປະຕິເສດພວກມັນ, ແຕ່ພວກເຂົາພັດຮູ້ສຶກມັກ ແລະ ເຫັນດີນຳ ແລະ ທັນທີທີ່ມີສະພາບແວດລ້ອມ ຫຼື ໂອກາດທີ່ເໝາະສົມເກີດຂຶ້ນ, ພວກເຂົາກໍຈະຍອມຮັບສິ່ງເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ນຳໃຊ້ພວກມັນເຂົ້າໃນຊີວິດຂອງພວກເຂົາເອງ. ຍິງສາວທີ່ກ່າວເຖິງກ່ອນໜ້ານີ້ບໍ່ແມ່ນຕົວຢ່າງທີ່ເຫັນໄດ້ຊັດເຈນຫຼາຍບໍ? (ແມ່ນແລ້ວ). ນີ້ແມ່ນການເຮັດຕາມກະແສທີ່ຊົ່ວຮ້າຍບໍ? (ແມ່ນແລ້ວ). ລາວບໍ່ພຽງແຕ່ເຮັດຕາມພວກມັນເທົ່ານັ້ນ, ລາວຍັງນຳໃຊ້ພວກມັນຢ່າງເຕັມທີ່ອີກດ້ວຍ. ໂລກທຸກມື້ນີ້ບໍ່ໄດ້ສົ່ງເສີມການເປັນຄົນເຊັກຊີ, ມີສະເໜ່, ຫຸ່ນດີ ແລະ ມີຮູບຮ່າງທີ່ສະຫງ່າງາມບໍ? ແນວຄວາມຄິດເຫຼົ່ານີ້ເປັນທີ່ນິຍົມໃນທຸກວົງການ, ໃນທຸກກຸ່ມຄົນ ແລະ ແມ່ນແຕ່ໃນທ່າມກາງຜູ້ທີ່ມີຄວາມເຊື່ອ. ມີແມ່ຍິງອາຍຸສູງສອງສາມຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າ ແລະ ເຖິງແມ່ນວ່າໂດຍສະເລ່ຍແລ້ວຈະມີອາຍຸຫຼາຍກວ່າ 60 ປີ, ພວກເຂົາກໍຍັງແຂ່ງຂັນກັນວ່າໃຜເບິ່ງດີກວ່າກັນ. ພວກເຂົາຖາມເດັກຍິງໄວລຸ້ນຄົນໜຶ່ງທີ່ຢູ່ຂ້າງໆພວກເຂົາວ່າ “ເຈົ້າຄິດວ່າໃຜໃນພວກຂ້ອຍນຸ່ງຊຸດນີ້ແລ້ວເບິ່ງດີທີ່ສຸດ?” ເດັກຍິງຕອບວ່າ “ພວກສາວໆທຸກຄົນນຸ່ງແລ້ວເບິ່ງງາມຫຼາຍ!” ເຖິງແມ່ນວ່າພວກເຂົາຈະມີອາຍຸຫົກສິບກວ່າປີແລ້ວ, ພວກເຂົາກໍຍັງຕ້ອງຖືກເອີ້ນວ່າ “ສາວໆ”; ພວກເຂົາບໍ່ເຕັມໃຈ ແລະ ບໍ່ພໍໃຈທີ່ຈະຖືກເອີ້ນວ່າ “ປ້າ”. ລັບຫຼັງພວກເຂົາ, ເດັກຍິງໄດ້ບອກຄົນອື່ນວ່າ “ພວກເຂົາອາຍຸຫົກສິບກວ່າປີແລ້ວ; ພວກເຂົາຍັງຈະເບິ່ງດີໄດ້ສໍ່າໃດອີກ?” ແຕ່ແມ່ຍິງອາຍຸສູງກຸ່ມນີ້ກໍຍັງຄົງປະຕິຍິນດີກັບມັນ. ພວກເຂົາມີຄວາມຮູ້ສຶກລະອາຍໃຈແດ່ບໍ? (ບໍ່ມີ). ພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍປີ, ແຕ່ກໍຍັງໃຫ້ຄວາມສຳຄັນກັບສິ່ງເຫຼົ່ານັ້ນ. ຄວາມເປັນມະນຸດຂອງພວກເຂົາບໍ່ຜິດປົກກະຕິບໍ? ເມື່ອຜູ້ຄົນບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ພວກເຂົາກໍສາມາດເຮັດສິ່ງທີ່ໄຮ້ສາລະຫຼາຍຢ່າງ, ຫຼາຍສິ່ງທີ່ຄົນອື່ນເຫັນວ່າໜ້າລັງກຽດ ແລະ ໜ້າກຽດຊັງ ແລະ ຫຼາຍສິ່ງທີ່ເປີດເຜີຍລັກສະນະທີ່ຕ່ຳຊ້າຂອງພວກເຂົາ. ເປັນຫຍັງຫຼາຍຄົນຈຶ່ງບໍ່ມີຄວາມສາມາດໃນການແຍກແຍະກ່ຽວກັບສິ່ງຕ່າງໆໃນກະແສທີ່ຊົ່ວຮ້າຍ ແລະ ບໍ່ມີຄວາມສາມາດໃດໆເລີຍທີ່ຈະປ້ອງກັນພວກມັນໄດ້ ແລະ ດ້ວຍເຫດນັ້ນຈຶ່ງຖືກເຮັດໃຫ້ຫຼົງຜິດ ແລະ ຖືກພັດພາໄປໂດຍພວກມັນ? ມັນເປັນເພາະວ່າພວກເຂົາບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ບໍ່ວ່າມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ສາມາດເບິ່ງອອກໄດ້ ແລະ ທັນທີທີ່ພວກເຂົາພົບພໍ້ກັບການລອງໃຈ, ພວກເຂົາກໍຖືກເປີດເຜີຍ ແລະ ຕົກຢູ່ໃນວັງວົນນັ້ນ. ຈົ່ງເບິ່ງສິ່ງທີ່ກຳລັງຖືກສັ່ງສອນ ແລະ ສິ່ງທີ່ເປັນທີ່ນິຍົມໃນທຸກຊັ້ນຄົນໃນສັງຄົມທຸກມື້ນີ້. ນັກຂ່າວວິທະຍຸຄົນໜຶ່ງໄດ້ສຳພາດເດັກຊາຍນ້ອຍຄົນໜຶ່ງ ແລະ ຖາມລາວວ່າ “ເພງເດັກນ້ອຍທີ່ເຈົ້າມັກທີ່ສຸດແມ່ນເພງຫຍັງ?” ເດັກຊາຍເກົາຫົວ ແລະ ເວົ້າວ່າ “‘ດວງຈັນແທນໃຈຂ້ອຍ’”. ຜູ້ຄົນທີ່ໄດ້ຍິນສິ່ງນີ້ບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້? ນີ້ແມ່ນເພງເດັກນ້ອຍບໍ? (ບໍ່, ມັນເປັນເພງຮັກ). ມັນເປັນເພງຮັກ, ແຕ່ເດັກນ້ອຍພັດເຂົ້າໃຈຜິດຄິດວ່າມັນເປັນເພງເດັກນ້ອຍ. ຈາກເຫດການນີ້, ພວກເຮົາສາມາດເຫັນໄດ້ວ່າອັນໃດເປັນທີ່ນິຍົມໃນສັງຄົມ. ນີ້ຄືໜຶ່ງໃນປະກົດການຂອງກະແສທີ່ຊົ່ວຮ້າຍໃນສັງຄົມ ແລະ ທັງຜູ້ສູງອາຍຸ ແລະ ເດັກນ້ອຍກໍໄດ້ຮັບອັນຕະລາຍຢ່າງໜັກຈາກກະແສເຫຼົ່ານີ້ ແລະ ຕົກຢູ່ໃນວັງວົນພວກມັນຢ່າງເລິກເຊິ່ງ. ໃນທ່າມກາງຜູ້ທີ່ຕິດຕາມພຣະເຈົ້າ, ທີ່ໜ້າປະຫຼາດໃຈກໍຄື ມີຄົນຈຳນວນບໍ່ໜ້ອຍເລີຍທີ່ເຮັດຕາມກະແສເຫຼົ່ານີ້ ແລະ ຍັງນຳໃຊ້ຄວາມຄິດທີ່ກະແສເຫຼົ່ານີ້ສົ່ງເສີມເຂົ້າກັບຕົນເອງອີກດ້ວຍ. ແລ້ວໃນທີ່ສຸດຈະເກີດຫຍັງຂຶ້ນ? ມັນສົ່ງຜົນໃຫ້ເກີດຜົນສະທ້ອນທີ່ດີ ຫຼື ບໍ່ດີ? (ບໍ່ດີ). ມັນສົ່ງຜົນໃຫ້ເກີດຜົນສະທ້ອນທີ່ບໍ່ດີ, ນີ້ຄືສິ່ງທີ່ເກີດຂຶ້ນຈາກການເຮັດຕາມກະແສທີ່ຊົ່ວຮ້າຍ. ຜູ້ຄົນຕົກຢູ່ໃນວັງວົນຄວາມປາຖະໜາທາງເພດຂອງເນື້ອໜັງຂອງພວກເຂົາ, ໃນຄວາມຮູ້ສຶກຂອງເນື້ອໜັງ ແລະ ໃນການກິນ, ການດື່ມ ແລະ ການຫາຄວາມສຳລານ, ໂດຍດຳລົງຊີວິດຢູ່ໃນຄວາມມົວເມົາທີ່ຫຼົງຜິດ. ພວກເຂົາບໍ່ມີຄວາມຄິດ ຫຼື ມຸມມອງທີ່ຖືກຕ້ອງ ແລະ ບໍ່ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ການດຳລົງຢູ່ ເພື່ອໃຊ້ປະເຊີນໜ້າກັບຊີວິດ. ພວກເຂົາດຳລົງຊີວິດຢູ່ໃນສະພາວະນີ້ໂດຍປາສະຈາກຄວາມຮັບຮູ້ໃດໆ ແລະ ບໍ່ມີກຳລັງທີ່ຈະຕໍ່ຕ້ານມັນ. ໃນທີ່ສຸດ, ພວກເຂົາກໍເຮັດໄດ້ພຽງແຕ່ຈົມລົງເລິກໄປເລື້ອຍໆ, ບໍ່ສາມາດຖອນຕົວອອກມາໄດ້. ແລ້ວຜົນສຸດທ້າຍແມ່ນຫຍັງ? ພວກເຂົາຖືກຊາຕານກືນກິນຢ່າງສົມບູນ, ກາຍເປັນອາຫານຂອງມັນ.

ສຳລັບທຸກຄົນທີ່ດຳລົງຊີວິດຢູ່ໃນທ່າມກາງມວນມະນຸດ, ຖ້າເຈົ້າບໍ່ຮູ້ວິທີແຍກແຍະວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ແລ້ວໃນໂລກທີ່ວຸ້ນວາຍນີ້, ໃນໂລກມະນຸດທີ່ຊັບຊ້ອນນີ້, ມັນກໍຈະຍາກຫຼາຍສຳລັບເຈົ້າທີ່ຈະຍຶດໝັ້ນໃນຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງຂອງຊີວິດ ແລະ ຍາກຫຼາຍທີ່ຈະຍຶດໝັ້ນໃນເສັ້ນທາງທີ່ຖືກຕ້ອງໃນຊີວິດທີ່ເຈົ້າປາຖະໜາໄດ້; ເຈົ້າຈະບໍ່ມີທາງຮູ້ເລີຍວ່າ ເຈົ້າຈະຖືກ ກະແສທີ່ຊົ່ວຮ້າຍພັດພາໄປໂດຍບໍ່ໄດ້ຕັ້ງໃຈເມື່ອໃດ ຈາກການໄດ້ຍິນຄຳເວົ້າໃດໜຶ່ງ ຫຼື ພົບພໍ້ກັບເຫດການໃດໜຶ່ງ. ຖ້າຜູ້ຄົນບໍ່ມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້, ພວກເຂົາກໍບໍ່ສາມາດແມ່ນແຕ່ຈະຈັດການຊີວິດຂອງພວກເຂົາເອງໃຫ້ດີໄດ້, ບໍ່ຕ້ອງເວົ້າເຖິງບັນຫາສຳຄັນຕ່າງໆກ່ຽວກັບສິ່ງທີ່ຖືກ ແລະ ສິ່ງທີ່ຜິດທີ່ພົບພໍ້ໃນເສັ້ນທາງແຫ່ງການດຳລົງຊີວິດ, ເຊິ່ງຍິ່ງຍາກສຳລັບພວກເຂົາທີ່ຈະຮັບມືໄດ້. ຖ້າຜູ້ຄົນບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງແລ້ວ, ພວກເຂົາກໍຈະບໍ່ຮູ້ວິທີຈັດການຊີວິດຂອງພວກເຂົາ ແລະ ຈະບໍ່ມີວິທີການດຳລົງຊີວິດທີ່ຖືກຕ້ອງ. ຖ້າພວກເຂົາເຫັນຂໍ້ມູນປະເພດຕ່າງໆກ່ຽວກັບການດຳລົງຊີວິດທີ່ມີສຸຂະພາບດີ, ພວກເຂົາກໍຈະບໍ່ຮູ້ວິທີແຍກແຍະພວກມັນ ຫຼື ບໍ່ຮູ້ວ່າອັນໃດຄວນຍອມຮັບ ແລະ ອັນໃດຄວນປະຕິເສດ, ບໍ່ຮູ້ວິທີຮັບເອົາຄຳເວົ້າທີ່ຖືກຕ້ອງ ແລະ ເປັນບວກ ຫຼື ບໍ່ຮູ້ວິທີປະຕິເສດຄຳເວົ້າທີ່ຜິດ. ແມ່ນແຕ່ສາມາດເວົ້າໄດ້ວ່າ ຄົນດັ່ງກ່າວບໍ່ສາມາດແມ່ນແຕ່ຈະປົກປ້ອງສຸຂະພາບຮ່າງກາຍຂອງພວກເຂົາເອງໄດ້. ບາງຄົນປ່ຽນຈາກຄວາມສຸດໂຕ່ງໜຶ່ງໄປສູ່ອີກຄວາມສຸດໂຕ່ງໜຶ່ງ, ໃນຂະນະທີ່ຄົນອື່ນໆດຳລົງຊີວິດຢູ່ໃນຄວາມສຸດໂຕ່ງໜຶ່ງຢູ່ສະເໝີ. ຕົວຢ່າງ: ບາງຄົນໄດ້ຍິນວ່າ: “ການກິນໝາກໄມ້ຫຼາຍໆເຮັດໃຫ້ສຸຂະພາບດີ. ມັນສາມາດໃຫ້ວິຕາມິນ ແລະ ເຮັດໃຫ້ຜິວພັນຂອງເຈົ້າຊຸ່ມຊື່ນ ແລະ ກ້ຽງນຽນ, ເຮັດໃຫ້ເຈົ້າເປັນທີ່ຮັກຂອງທຸກຄົນ”. ສະນັ້ນ, ພວກເຂົາຈຶ່ງເຊື່ອມັນ ແລະ ເລີ່ມກິນໝາກໄມ້ທຸກຢ່າງທີ່ພວກເຂົາສາມາດຫາໄດ້, ໂດຍນຳໃຊ້ນິໄສການກິນທີ່ຜິດປົກກະຕິ. ຫຼັງຈາກນັ້ນໄລຍະໜຶ່ງ, ພວກເຂົາກໍຮູ້ສຶກບໍ່ສະບາຍຢູ່ຕະຫຼອດເວລາ ແລະ ການກວດສຸຂະພາບຢູ່ໂຮງໝໍກໍສະແດງໃຫ້ເຫັນວ່າພວກເຂົາມີນໍ້າຕານໃນເລືອດສູງ. ພວກເຂົາຮູ້ສຶກສັບສົນ: “ປົກກະຕິແລ້ວຂ້ອຍກິນອາຫານທີ່ຂ້ອນຂ້າງດີຕໍ່ສຸຂະພາບ, ແລ້ວເປັນຫຍັງນໍ້າຕານໃນເລືອດຂອງຂ້ອຍຈຶ່ງສູງ? ຄົນອື່ນເວົ້າວ່າການກິນໝາກໄມ້ຫຼາຍໆໃຫ້ວິຕາມິນ, ແລ້ວຂ້ອຍຈະຜິດໄດ້ແນວໃດທີ່ເຮັດຕາມຄຳເວົ້ານີ້ ແລະ ກິນໝາກໄມ້ຫຼາຍໆ?” ທ່ານໝໍເວົ້າວ່າ “ໝາກໄມ້ມີວິຕາມິນ, ແຕ່ມັນມີນໍ້າຕານສູງ. ມັນບໍ່ສາມາດປ່ຽນແທນອາຫານຫຼັກໄດ້ ແລະ ບໍ່ສາມາດກິນເປັນອາຫານຄົບຄາບໄດ້. ເຈົ້າສາມາດກິນມັນໃນປະລິມານທີ່ພໍດີ ຫຼື ກິນໜ້ອຍໜຶ່ງ. ເຖິງແມ່ນວ່າເຈົ້າຈະບໍ່ກິນມັນເລີຍ, ເຈົ້າກໍຈະບໍ່ຂາດສານອາຫານໃດໆ, ເພາະວ່າທັນຍາພືດ ແລະ ຜັກກໍມີສານອາຫານທັງໝົດເຫຼົ່ານີ້ຢູ່ແລ້ວ”. ຄຳເວົ້າຂອງທ່ານໝໍນັ້ນເໝາະສົມ. ສິ່ງນີ້ບໍ່ໄດ້ບົ່ງບອກບໍວ່າວິຖີຊີວິດຂອງພວກເຂົາມີບັນຫາ? (ແມ່ນແລ້ວ). ນີ້ຄືຄວາມຜິດພາດທີ່ບາງຄົນເຮັດຢ່າງແທ້ຈິງ. ເຈົ້າຄິດວ່າມັນເປັນສິ່ງທີ່ພວກເຂົາຄວນເຮັດບໍ? (ບໍ່). ບາງຄົນເວົ້າວ່າ “ຂ້ອຍບໍ່ໄດ້ຈົ່ມວ່າພຣະເຈົ້າ, ເຖິງແມ່ນວ່ານໍ້າຕານໃນເລືອດຂອງຂ້ອຍຈະສູງກໍຕາມ”. ພວກເຈົ້າຄິດແນວໃດກັບຄຳເວົ້ານີ້? ມັນໄຮ້ເຫດຜົນແມ່ນບໍ? ການທີ່ນໍ້າຕານໃນເລືອດຂອງເຈົ້າສູງມີຫຍັງກ່ຽວຂ້ອງກັບພຣະເຈົ້າບໍ? ນີ້ບໍ່ແມ່ນການຫາເລື່ອງໃສ່ຕົວເອງບໍ? ເຈົ້າກິນຢ່າງບໍ່ລະມັດລະວັງ ແລະ ປາສະຈາກຫຼັກການ. ເຈົ້າຄິດວ່າໝາກໄມ້ແຊບ ເຈົ້າຈຶ່ງບໍ່ສາມາດຢຸດກິນມັນໄດ້ ຫຼື ເຈົ້າພົບວ່າຊີ້ນແຊບ ເຈົ້າຈຶ່ງບໍ່ກິນຜັກເລີຍ, ໂດຍບໍ່ສະແດງການຢັບຢັ້ງຊັ່ງໃຈໃດໆເລີຍ ແລະ ດ້ວຍເຫດນັ້ນ, ເຈົ້າຈຶ່ງເກີດມີອາການເຈັບປ່ວຍ. ນີ້ບໍ່ແມ່ນການຫາເລື່ອງໃສ່ຕົວເອງບໍ? ເຈົ້າຄິດວ່າການບໍ່ຈົ່ມວ່າພຣະເຈົ້າ, ມັນເບິ່ງຄືວ່າເຈົ້າສູງສົ່ງ, ເຈົ້າຮັກພຣະເຈົ້າ, ເຈົ້າບໍລິສຸດບໍ? ຄວາມຈິງແລ້ວ, ຄວາມເຈັບປ່ວຍບາງຢ່າງກໍເປັນການຫາເລື່ອງໃສ່ຕົວເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າ ແລະ ພວກມັນກໍເກີດຈາກຄວາມໂງ່ຈ້າ ແລະ ຄວາມມຶນຊາຂອງເຈົ້າເອງ. ຍັງມີບາງຄົນທີ່ເວົ້າວ່າ “ໄຂ່, ຊີ້ນ ແລະ ຜະລິດຕະພັນນົມມີຄຸນຄ່າທາງໂພຊະນາການ ແລະ ສາມາດເສີມສ້າງການຮັບໂປຣຕີນຂອງເຈົ້າໄດ້. ເຂົ້າ ແລະ ແປ້ງມີຄຸນຄ່າທາງໂພຊະນາການໜ້ອຍ, ສະນັ້ນ ຄົນເຮົາຄວນກິນຊີ້ນ, ໄຂ່ ແລະ ຜະລິດຕະພັນນົມໃຫ້ຫຼາຍຂຶ້ນ”. ເມື່ອໄດ້ຍິນສິ່ງນີ້ ບາງຄົນກໍເວົ້າວ່າ “ບັງເອີນວ່າຂ້ອຍມັກກິນຊີ້ນ. ເນື່ອງຈາກມີການເວົ້າວ່າຊີ້ນມີຄຸນຄ່າທາງໂພຊະນາການ, ຂ້ອຍກໍຈະກິນມັນໃຫ້ຫຼາຍຂຶ້ນ. ຄົນອື່ນກິນ 4 ອອນສ໌ຕໍ່ມື້, ແຕ່ຂ້ອຍຈະກິນເຄິ່ງປອນຕໍ່ຄາບ, ຢ່າງໜ້ອຍສອງຄາບຕໍ່ມື້!” ພວກເຂົາກິນໂດຍປາສະຈາກການຢັບຢັ້ງຊັ່ງໃຈແບບນີ້, ກິນຫຼາຍຂຶ້ນເລື້ອຍໆ, ໂດຍກິນອາຫານເປັນສອງ ຫຼື ສາມເທົ່າຂອງຄົນອື່ນໃນແຕ່ລະມື້, ພ້ອມທັງກິນອາຫານວ່າງຕອນເດິກນຳອີກ. ເມື່ອເວລາຜ່ານໄປ, ຄວາມຈຸຂອງກະເພາະອາຫານຂອງພວກເຂົາກໍເລີ່ມໃຫຍ່ຂຶ້ນ ແລະ ຍິ່ງຄວາມຈຸຂອງກະເພາະອາຫານໃຫຍ່ຂຶ້ນເທົ່າໃດ, ຄວາມຢາກອາຫານກໍຍິ່ງຫຼາຍຂຶ້ນເທົ່ານັ້ນ. ແລ້ວໃນທີ່ສຸດມັນເກີດຫຍັງຂຶ້ນ? ພວກເຂົາກິນຈົນເກີດເຈັບປ່ວຍ, ພວກເຂົາມີນໍ້າໜັກເກີນ ແລະ ພວກເຂົາກໍມັກຈະງ້ວງນອນ ແລະ ຮູ້ສຶກງ້ວງຊຶມຢູ່ສະເໝີ. ພວກເຂົາບໍ່ມີທາງເລືອກນອກຈາກໄປໂຮງໝໍເພື່ອກວດສຸຂະພາບ ແລະ ຜົນກວດກໍສະແດງໃຫ້ເຫັນວ່າພວກເຂົາມີຄວາມດັນເລືອດສູງ, ນໍ້າຕານໃນເລືອດສູງ ແລະ ໄຂມັນໃນເລືອດສູງ. ພວກເຂົາຄິດໃນໃຈວ່າ “ມັນບໍ່ແມ່ນພຽງແຕ່ຍ້ອນຂ້ອຍກິນຊີ້ນຕື່ມອີກສອງສາມຄຳໃນແຕ່ລະມື້ບໍ? ພວກເຂົາບໍ່ໄດ້ເວົ້າບໍວ່າການກິນຊີ້ນຫຼາຍຂຶ້ນເປັນຜົນດີຕໍ່ຮ່າງກາຍ ແລະ ຈະຊ່ວຍໃຫ້ຄົນເຮົາຫຼີກລ່ຽງການຂາດສານອາຫານໄດ້? ແລ້ວຂ້ອຍເຮັດຜິດພາດຢູ່ບ່ອນໃດ? ເປັນຫຍັງຄວາມດັນເລືອດຂອງຂ້ອຍຈຶ່ງສູງ? ເນື້ອໜັງທີ່ແກ່ຊະລາຂອງຂ້ອຍນີ້ຊ່າງເບິ່ງແຍງຍາກແທ້ໆ! ຂ້ອຍບໍ່ສາມາດແມ່ນແຕ່ຈະກິນຊີ້ນຕື່ມອີກສອງສາມຄຳໄດ້ເລີຍ!” ເຈົ້າກິນຊີ້ນເຄິ່ງປອນຕໍ່ຄາບ, ນັ້ນເປັນພຽງການກິນຕື່ມອີກສອງສາມຄຳແທ້ໆບໍ? ໂດຍປົກກະຕິແລ້ວເຈົ້າກໍນັ່ງຫຼາຍ ແລະ ບໍ່ອອກກຳລັງກາຍ, ແຕ່ເຈົ້າພັດກິນຫຼາຍຂະໜາດນັ້ນ. ໃນທີ່ສຸດ, ເຈົ້າກໍເກີດມີບັນຫາສຸຂະພາບ ແລະ ເຈົ້າກໍເລີ່ມຮູ້ສຶກບໍ່ສະບາຍໃຈ. ພວກເຂົາເຖິງກັບຄິດວ່າ “ນີ້ຄືການທີ່ພຣະເຈົ້າກຳລັງຫຼໍ່ຫຼອມຂ້ອຍ. ມັນບໍ່ມີຫຍັງດອກ, ເມື່ອເວລາຜ່ານໄປຂ້ອຍກໍຈະດີຂຶ້ນເອງ. ຂ້ອຍຈະບໍ່ຈົ່ມວ່າໃຫ້ພຣະເຈົ້າ!” ເຈົ້າຈະມີສິດຫຍັງມາຈົ່ມວ່າໃຫ້ພຣະເຈົ້າ? ຄວາມເຈັບປ່ວຍຂອງເຈົ້າເປັນວິທີທີ່ພຣະເຈົ້າຫຼໍ່ຫຼອມເຈົ້າບໍ ຫຼື ມັນເປັນການຫາເລື່ອງໃສ່ຕົວເອງ? ເຈົ້າຕຸ້ຍ ແລະ ເຈັບປ່ວຍຈາກການກິນຊີ້ນ ແລະ ຄິດວ່ານີ້ຄືການທີ່ພຣະເຈົ້າກຳລັງຫຼໍ່ຫຼອມເຈົ້າ ແລະ ພຣະເຈົ້າກຳລັງທົດສອບຄວາມເຊື່ອຂອງເຈົ້າ. ພຣະເຈົ້າຈະຫຼໍ່ຫຼອມເຈົ້າດ້ວຍວິທີນີ້ບໍ? (ບໍ່). ແລ້ວຜົນສະທ້ອນນີ້ເກີດຂຶ້ນໄດ້ແນວໃດ? (ມັນເກີດຈາກຄວາມໂງ່ຈ້າຂອງມະນຸດ). ຜູ້ຄົນເອງບໍ່ມີ ການແຍກແຍະ, ບໍ່ຮູ້ວິທີຈັດການຊີວິດຂອງພວກເຂົາເອງ, ບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ບໍ່ຮູ້ວິທີປະຕິບັດຕໍ່ຊີວິດທາງຮ່າງກາຍຂອງພວກເຂົາຢ່າງຖືກຕ້ອງ, ບໍ່ຮູ້ວິທີປະຕິບັດຕາມກົດເກນແຫ່ງການດຳລົງຊີວິດທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບມະນຸດ ແລະ ບໍ່ຮູ້ວິທີປະຕິບັດຕາມກົດເກນຂອງສະພາບທາງຮ່າງກາຍຕ່າງໆທີ່ມີມາແຕ່ກຳເນີດ. ພວກເຂົາມັກຈະມີສ່ວນຮ່ວມໃນການປະຕິບັດທີ່ໂງ່ຈ້າ ແລະ ໄຮ້ສາລະຢູ່ສະເໝີ, ມັກຈະເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າຢູ່ສະເໝີ ແລະ ບໍ່ເຄີຍຂາດຄວາມປາຖະໜາທີ່ຟຸມເຟືອຍເລີຍ. ແລ້ວໃນທີ່ສຸດມັນເກີດຫຍັງຂຶ້ນ? ພວກເຂົາມັກຈະຍ່າງຫຼົງທາງຢູ່ສະເໝີ, ມັກຈະເຮັດຜິດພາດຢູ່ສະເໝີ ແລະ ເຂົ້າໃຈພຣະເຈົ້າຜິດຢູ່ຕະຫຼອດເວລາ. ນີ້ບໍ່ແມ່ນເລື່ອງທີ່ຫຍຸ້ງຍາກຫຼາຍບໍ? (ແມ່ນແລ້ວ).

ການດຳລົງຊີວິດຢູ່ໃນເນື້ອໜັງ ແລະ ໃນໂລກທາງວັດຖຸ, ຜູ້ຄົນຈະໄດ້ສຳຜັດກັບຂໍ້ມູນຫຼາຍຢ່າງ, ຄວາມຄິດ ແລະ ມຸມມອງຫຼາຍຢ່າງ ພ້ອມທັງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ແຕກຕ່າງກັນຫຼາຍຢ່າງ. ຖ້າພວກເຂົາບໍ່ຮູ້ວິທີແຍກແຍະວ່າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນສິ່ງທີ່ເປັນບວກ ຫຼື ເປັນລົບ, ບໍ່ຮູ້ວິທີເລືອກວ່າອັນໃດຄວນຍອມຮັບ ແລະ ອັນໃດຄວນປະຕິເສດ, ບໍ່ຮູ້ທີ່ຈະຍຶດໝັ້ນໃນສິ່ງທີ່ເປັນບວກ ແລະ ບໍ່ຮູ້ວ່າເປັນຫຍັງພວກມັນຈຶ່ງຖືກຕ້ອງ ແລະ ບໍ່ຮູ້ທີ່ຈະປະຕິເສດສິ່ງທີ່ເປັນລົບ, ແຮງໄກທີ່ພວກເຂົາຈະຮັບຮູ້ເຖິງຄຸນລັກສະນະທີ່ເປັນລົບຂອງສິ່ງເຫຼົ່ານີ້, ການດຳລົງຊີວິດແບບນີ້ບໍ່ເປັນອັນຕະລາຍຫຼາຍບໍ? (ເປັນອັນຕະລາຍຫຼາຍ). ມັນບໍ່ແມ່ນການເວົ້າເກີນຈິງເລີຍທີ່ຈະເວົ້າວ່າ ພວກເຂົາມີຄວາມສ່ຽງທີ່ຈະສູນເສຍຊີວິດຂອງພວກເຂົາໄດ້ທຸກເວລາ. ຜູ້ຄົນບໍ່ສາມາດແມ່ນແຕ່ຈະຈັດການຊີວິດທາງຮ່າງກາຍ ແລະ ສຸຂະພາບຂອງພວກເຂົາເອງໄດ້ຢ່າງເໝາະສົມ ເຊິ່ງເປັນເລື່ອງທີ່ງ່າຍດາຍແບບນີ້; ພວກເຂົາຕ້ອງການໃຫ້ຄົນອື່ນມາເປັນຫ່ວງພວກເຂົາ, ພວກເຂົາຕ້ອງການໃຫ້ພຣະເຈົ້າປົກປ້ອງ ແລະ ເບິ່ງແຍງພວກເຂົາ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະເຮັດຜິດພາດຢູ່ເລື້ອຍໆ ໂດຍອາດຈະບ່ຽງເບນໄປໃນທິດທາງໜຶ່ງຫຼາຍເກີນໄປ ຫຼື ໄປອີກທິດທາງໜຶ່ງຫຼາຍເກີນໄປ. ແມ່ຍິງບາງຄົນ, ຫຼັງຈາກທີ່ຍອມຮັບແນວຄວາມຄິດຂອງກະແສທີ່ຊົ່ວຮ້າຍຂອງສັງຄົມແລ້ວ, ກໍຄິດຫາທຸກວິທີທາງເພື່ອເຮັດໃຫ້ຕົນເອງງາມ ໂດຍບໍ່ສົນໃຈຜົນສະທ້ອນໃດໆເລີຍ. ບາງຄົນກິນຢາພື້ນເມືອງຈີນຢ່າງຊະຊາຍ, ບາງຄົນກິນຢາຫຼວງຢ່າງຊະຊາຍ, ບາງຄົນກິນຢາບຳລຸງຢ່າງບໍ່ລະມັດລະວັງ ແລະ ບາງຄົນກໍກິນອາຫານບາງຊະນິດຢ່າງບໍ່ລະມັດລະວັງ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເກີດບັນຫາກ່ຽວກັບກະເພາະອາຫານ ແລະ ພວກເຂົາກໍໃຊ້ເວລາໃນແຕ່ລະມື້ໄປກັບການຖອນຫາຍໃຈ ແລະ ເບິ່ງຄືຄົນປ່ວຍ ແລະ ອ່ອນເພຍ. ບໍ່ພຽງແຕ່ພວກເຂົາລົ້ມເຫຼວໃນການເຮັດໃຫ້ຕົນເອງງາມເທົ່ານັ້ນ ແຕ່ພວກເຂົາຍັງກາຍເປັນຄົນທີ່ເບິ່ງໜ້າລັງກຽດອີກດ້ວຍ. ບາງຄົນມີຜິວພັນທີ່ຂ້ອນຂ້າງດີ ແຕ່ກໍຍັງດີບໍ່ພໍໃຈ ແລະ ພວກເຂົາກໍຍັງດື້ດຶງທີ່ຈະທາເຄື່ອງສຳອາງທຸກຊະນິດໃສ່ຕົນເອງ. ໃນບາງຊ່ວງ ພວກເຂົາໃຊ້ເຄື່ອງສຳອາງທີ່ບໍ່ມີຄຸນນະພາບ ແລະ ໃນທີ່ສຸດກໍເສຍໂສມ, ໃບໜ້າຂອງພວກເຂົາເປັນຈຸດດ່າງດຳ ແລະ ມີສີຜິວບໍ່ສະໝໍ່າສະເໝີ ຈົນເບິ່ງແລ້ວເປັນຕາຢ້ານ. ບາງຄົນທັງເຮັດການປິ່ນປົວຄວາມງາມ ແລະ ການຜ່າຕັດສັນຍະກຳ, ບາງຄົນໃນພວກເຂົາພະຍາຍາມເສີມດັງໃຫ້ໂດ່ງຂຶ້ນ ແຕ່ບໍ່ພຽງແຕ່ລົ້ມເຫຼວທີ່ຈະເຮັດໃຫ້ມັນໂດ່ງຂຶ້ນເທົ່ານັ້ນ ແຕ່ພັດເຮັດໃຫ້ມັນຜິດຮູບຊົງແທນ ແລະ ບາງຄົນກໍສີດຄາງແລ້ວເກີດຄວາມຜິດພາດ ແລະ ຄົນທີ່ສີດຄາງເຫຼົ່ານີ້ກໍເບິ່ງເປັນຕາຫົວທຸກຄັ້ງທີ່ພວກເຂົາຍິ້ມ ຫຼື ຫາວນອນ ເຊິ່ງເຮັດໃຫ້ພວກເຂົາຢ້ານທີ່ຈະເຮັດທັງສອງຢ່າງນີ້, ສິ່ງນີ້ຊ່າງທຸກທໍລະມານຫຼາຍ ມັນຊ່າງເປັນວິທີການດຳລົງຊີວິດທີ່ອິດເມື່ອຍຫຼາຍ! ການທີ່ພວກເຂົາເຮັດແບບນີ້ ບໍ່ໄດ້ເປັນການກຳລັງຫາເລື່ອງໃສ່ຕົວເອງບໍ? ແມ່ຍິງບາງຄົນທີ່ບໍ່ພໍໃຈກັບລວງສູງຂອງຕົນເອງ ໄດ້ທຸບກະດູກຂາທ່ອນລຸ່ມໃຫ້ຫັກ ແລ້ວເຊື່ອມຕໍ່ໃໝ່ ແລະ ຍືດອອກ ແຕ່ຂັ້ນຕອນດັ່ງກ່າວເກີດຄວາມຜິດພາດ ເຊິ່ງເຮັດໃຫ້ຂາທີ່ເຄີຍສົມບູນແບບຂອງພວກເຂົາກາຍເປັນຂາພິການ. ນັ້ນບໍ່ໜ້າເສົ້າສະຫຼົດໃຈບໍ? (ໜ້າເສົ້າສະຫຼົດໃຈ). ຜົນສະທ້ອນທີ່ບໍ່ດີທຸກຮູບແບບໄດ້ເກີດຂຶ້ນ, ຄົນດັ່ງກ່າວບໍ່ເຄີຍມີຈຸດຈົບທີ່ດີເລີຍ. ຄວາມຄິດ ຫຼື ມຸມມອງໃດໆທີ່ກະແສທີ່ຊົ່ວຮ້າຍສົ່ງເສີມລ້ວນແຕ່ຄາດເຄື່ອນ ແລະ ຊົ່ວຊ້າ, ມັນເປັນອັນຕະລາຍຢ່າງຍິ່ງແທ້ໆ. ອາຫານທີ່ແຊບຊ້ອຍ ແລະ ການປະຕິບັດເພື່ອຄວາມງາມທີ່ພວກເຂົາສົ່ງເສີມນັ້ນບໍ່ໄດ້ດີຢ່າງແທ້ຈິງ; ພວກມັນລ້ວນແຕ່ຊົ່ວຊ້າ ແລະ ໃນທີ່ສຸດກໍທຳຮ້າຍ ແລະ ວາງກັບດັກຜູ້ຄົນ. ແມ່ຍິງທີ່ໂງ່ຈ້າເຫຼົ່ານີ້ເຕັມໃຈທີ່ຈະທົນທຸກຕໍ່ຄວາມອັນຕະລາຍນີ້ ແລະ ພວກເຂົາບໍ່ມີຄວາມສາມາດໃດໆເລີຍທີ່ຈະປ້ອງກັນຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າເຫຼົ່ານີ້ໄດ້. ພວກເຂົາກິນທຸກຢ່າງທີ່ພວກເຂົາຖືກບອກໃຫ້ກິນ ແລະ ເຮັດທຸກຢ່າງທີ່ພວກເຂົາຖືກບອກໃຫ້ເຮັດ ໂດຍບໍ່ມີການແຍກແຍະສິ່ງຕ່າງໆແມ່ນແຕ່ໜ້ອຍດຽວ, ພຽງແຕ່ເຮັດຕາມຢ່າງຫຼັບຫູຫຼັບຕາ. ພວກເຂົາຊ່າງເຊື່ອຟັງຫຼາຍ! ແລ້ວໃນທີ່ສຸດເກີດຫຍັງຂຶ້ນ? ແທບຈະບໍ່ມີໃຜໃນພວກເຂົາທີ່ພົບກັບຈຸດຈົບທີ່ດີເລີຍ. ນອກຈາກວ່າພວກເຂົາຈະຮູ້ສຶກຕົວເຖິງຄວາມຜິດພາດຂອງພວກເຂົາໃນລະຫວ່າງທາງ ແລະ ຫັນຫຼັງກັບທັນເວລາເພື່ອຫຼຸດຜ່ອນຄວາມເສຍຫາຍຂອງພວກເຂົາ, ຖ້າພວກເຂົາສືບຕໍ່ເຮັດຕາມກະແສທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ຍອມຮັບຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າເຫຼົ່ານີ້, ໃນທີ່ສຸດ ພວກເຂົາກໍຈະເສື່ອມຊາມລົງເລື້ອຍໆ, ບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ບໍ່ດີໄດ້ຫຼາຍຂຶ້ນເລື້ອຍໆ ແລະ ມີຮູບລັກສະນະຄ້າຍຄືກັບມານຮ້າຍຫຼາຍຂຶ້ນເລື້ອຍໆ ໂດຍປາສະຈາກລັກສະນະຄ້າຍຄືມະນຸດຂອງພວກເຂົາ. ສາມາດເວົ້າໄດ້ວ່າ ຜູ້ຄົນເກົ້າສິບເກົ້າເປີເຊັນບໍ່ມີການແຍກແຍະຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ຍອມຮັບກະແສທີ່ຊົ່ວຮ້າຍຢ່າງເຕັມໃຈ. ຈົ່ງເບິ່ງສິ່ງທີ່ແມ່ຍິງເວົ້າເມື່ອພວກເຂົາໄປຊື້ເຄື່ອງນຸ່ງນຳກັນ. ບາງຄົນເວົ້າວ່າ “ຊຸດນີ້ເຈົ້ານຸ່ງແລ້ວເບິ່ງບໍ່ງາມ; ມັນບໍ່ເຮັດໃຫ້ໜ້າຂອງເຈົ້າເບິ່ງສົດໃສ ຫຼື ເນັ້ນຮູບຮ່າງຂອງເຈົ້າ. ມັນຈະບໍ່ເຮັດໃຫ້ຄົນຫຼຽວເບິ່ງເລີຍ. ຂ້ອຍຄິດວ່າຊຸດນັ້ນເບິ່ງເຊັກຊີ ແລະ ຈະເຮັດໃຫ້ຄົນຫຼຽວເບິ່ງໄດ້!” ຄົນອື່ນເວົ້າວ່າ “ຊຸດນີ້ບໍ່ມີສະເໜ່ດຶງດູດ. ເຈົ້າຕ້ອງເປີດເຜີຍຜິວໜັງໜ້ອຍໜຶ່ງ, ເຈົ້າຕ້ອງເຊັກຊີ ແລະ ເປັນຕາໜ້າເບິ່ງ, ແບບນັ້ນຈຶ່ງຈະໄດ້. ຖ້າເຈົ້າເປັນຄົນຮຽບຮ້ອຍ ແລະ ສະຫງ່າງາມຢູ່ສະເໝີ ກໍຈະບໍ່ມີໃຜມັກເຈົ້າ”. ແມ່ບາງຄົນເຖິງກັບບັງຄັບໃຫ້ລູກສາວຂອງພວກເຂົາກາຍເປັນນັກສະແດງ. ລູກສາວເວົ້າວ່າ “ວົງການບັນເທີງຊ່າງວຸ້ນວາຍຫຼາຍ! ຂ້ອຍບໍ່ຢາກເປັນນັກສະແດງ”. ຈາກນັ້ນ ແມ່ຂອງລາວກໍຮ້າຍລາວວ່າ: “ເຈົ້າບໍ່ມີຄວາມທະເຍີທະຍານແດ່ບໍ? ດ້ວຍລວງສູງ, ໜ້າຕາ ແລະ ຜິວພັນຂອງເຈົ້າ, ເຈົ້າມີເງື່ອນໄຂທາງທຳມະຊາດທີ່ດີຫຼາຍ! ຖ້າເຈົ້າບໍ່ຫາເງິນໃນຖານະນັກສະແດງ, ພວກເຮົາຈະມີອາຫານກິນໄດ້ແນວໃດ? ຕາບໃດທີ່ເຈົ້າສາມາດມີຊື່ສຽງ ແລະ ຫາເງິນໄດ້, ມັນກໍບໍ່ເປັນຫຍັງທີ່ຈະນອນກັບໃຜກໍໄດ້. ຖ້າບໍ່ດັ່ງນັ້ນ ເຈົ້າກໍຈະເສຍຄວາມງາມຂອງເຈົ້າໄປລ້າໆ! ພວກເຮົາລ້ຽງດູເຈົ້າມາຈົນຮອດອາຍຸສໍ່ານີ້ ແລະ ພໍ່ຂອງເຈົ້າ ແລະ ແມ່ກໍລໍຖ້າທີ່ຈະໄດ້ຊື່ນຊົມຄວາມສຳເລັດຂອງເຈົ້າ! ຖ້າແມ່ນແຕ່ສໍ່ານັ້ນກໍຍັງປະຕິເສດພວກເຮົາ, ພວກເຮົາຈະມີເຈົ້າໄວ້ເຮັດຫຍັງ?” ມັນຖືກຕ້ອງບໍທີ່ພໍ່ແມ່ຈະສັ່ງສອນລູກໆຂອງພວກເຂົາດ້ວຍວິທີນີ້? (ບໍ່ຖືກຕ້ອງ). ແມ່ນຫຍັງຄືຜົນສະທ້ອນຂອງການສັ່ງສອນລູກໆດ້ວຍວິທີນີ້? (ເດັກນ້ອຍໄດ້ຮັບອັນຕະລາຍ). ມື້ໜຶ່ງ ເມື່ອເດັກນ້ອຍແບບນັ້ນເລີ່ມເຂົ້າໃຈສິ່ງຕ່າງໆ ແລະ ພວກເຂົາໄດ້ຜ່ານຄວາມທຸກທໍລະມານ ແລະ ຄວາມເຈັບປວດມາຫຼາຍ, ກໍຫຼີກລ່ຽງບໍ່ໄດ້ທີ່ພວກເຂົາຈະກຽດຊັງ ແລະ ຄຽດແຄ້ນແມ່ຂອງຕົນເອງ ໂດຍເວົ້າວ່າ “ມັນເປັນຄວາມຜິດຂອງເຈົ້າທັງໝົດ! ເຈົ້າບໍ່ໄດ້ຊີ້ນຳຂ້ອຍໄປໃນເສັ້ນທາງທີ່ຖືກຕ້ອງ! ຂ້ອຍບອກແລ້ວວ່າຂ້ອຍບໍ່ຢາກສະແດງ ແຕ່ເຈົ້າກໍຍັງດື້ດຶງ. ເບິ່ງຂ້ອຍຕອນນີ້ແມ, ຂ້ອຍອາຍຸເກືອບສີ່ສິບປີແລ້ວ, ຂ້ອຍຍັງຫາຜົວບໍ່ໄດ້ ແລະ ບໍ່ມີໃຜຕ້ອງການຂ້ອຍ. ຄົນທີ່ມາຕາມຈີບຂ້ອຍກໍພຽງແຕ່ຫຼິ້ນໆ ແລະ ບໍ່ເຄີຍຕັ້ງໃຈທີ່ຈະແຕ່ງງານກັບຂ້ອຍເລີຍ. ຊີວິດທັງໝົດຂອງຂ້ອຍບໍ່ໄດ້ຖືກທຳລາຍແລ້ວບໍ?” ເດັກນ້ອຍທົນທຸກທໍລະມານຫຼາຍ ແລະ ພໍ່ແມ່ກໍຄືຜູ້ກະທຳຜິດ ແລະ ເປັນຕົ້ນເຫດຂອງບັນຫາ. ພວກເຂົາໄດ້ນຳເອົາອັນຕະລາຍມາສູ່ລູກໆຂອງພວກເຂົາ.

ຖ້າຜູ້ທີ່ເຊື່ອໃນພຣະເຈົ້າເປັນຄືກັບຜູ້ບໍ່ມີຄວາມເຊື່ອໃນການທີ່ພວກເຂົາບໍ່ສາມາດຖອນຕົວອອກມາຈາກກະແສທີ່ຊົ່ວຮ້າຍໄດ້, ແລ້ວສິ່ງນີ້ກໍບົ່ງບອກເຖິງບັນຫາ. ຖ້າເຈົ້າບໍ່ມີການແຍກແຍະຕໍ່ກະແສທີ່ຊົ່ວຮ້າຍໃດໆ, ຄຳເວົ້າທີ່ຊົ່ວຊ້າ ແລະ ເປັນລົບໃດໆ ຫຼື ການປະຕິບັດຕ່າງໆທີ່ຜູ້ຄົນມີສ່ວນຮ່ວມ, ບໍ່ວ່າພວກມັນຈະແມ່ນຫຍັງກໍຕາມ ແລະ ເຈົ້າເຖິງກັບເຮັດຕາມພວກມັນ ແລະ ລອງເຮັດດ້ວຍຕົນເອງທັງທີ່ຮູ້, ແລ້ວໃນສາຍຕາຂອງພຣະເຈົ້າ ສິ່ງເຫຼົ່ານີ້ລ້ວນແຕ່ເປັນເຄື່ອງໝາຍແຫ່ງຄວາມອັບອາຍ. ພຣະເຈົ້າຈະວ່າແນວໃດ? ພຣະອົງຈະກ່າວວ່າ ໃນຖານະມະນຸດຄົນໜຶ່ງ ເຈົ້າບໍ່ມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ເຈົ້າບໍ່ມີຄວາມເປັນຈິງໃນການຍອມຮັບສິ່ງທີ່ເປັນບວກ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ໄດ້ມີສ່ວນຮ່ວມໃນການກະທຳ ແລະ ການປະຕິບັດເພື່ອປະຕິເສດສິ່ງທີ່ເປັນລົບ. ພຣະອົງຈະກ່າວວ່າ ເຈົ້າບໍ່ແມ່ນມະນຸດ ແລະ ເຈົ້າບໍ່ໄດ້ບັນລຸເງື່ອນໄຂພື້ນຖານຂອງການມີຈິດສຳນຶກ ແລະ ເຫດຜົນຂອງມະນຸດ. ພຣະອົງຈະກ່າວວ່າ ເຈົ້າບໍ່ແມ່ນມະນຸດ ແລະ ລາຊະອານາຈັກຈະບໍ່ຍອມຮັບເຈົ້າ. ຖ້າເຈົ້າບໍ່ແມ່ນມະນຸດ, ມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະຍອມຮັບຄວາມຈິງ ເພາະວ່າໃນໃຈຂອງເຈົ້າ ສິ່ງທີ່ເຈົ້າເຕັມໃຈທີ່ຈະຍອມຮັບຈາກຄວາມຕັ້ງໃຈຂອງເຈົ້າເອງລ້ວນແຕ່ເປັນສິ່ງທີ່ຊົ່ວຊ້າຈາກຊາຕານ ແລະ ໃຈຂອງເຈົ້າກໍຕໍ່ຕ້ານ, ຄັດຄ້ານ ແລະ ປະຕິເສດສິ່ງທີ່ເປັນບວກຢ່າງສິ້ນເຊີງ; ເຈົ້າບໍ່ເຄີຍມີທັດສະນະຄະຕິແຫ່ງການຍອມຮັບຕໍ່ສິ່ງເຫຼົ່ານັ້ນເລີຍ. ເພາະສະນັ້ນ, ພຣະເຈົ້າຈຶ່ງກ່າວວ່າ ເຈົ້າບໍ່ແມ່ນມະນຸດ, ເຈົ້າບໍ່ມີຄວາມເປັນມະນຸດ. ພຣະເຈົ້າບໍ່ຕ້ອງການຄົນທີ່ບໍ່ມີຄວາມເປັນມະນຸດ. ຢ່າຄິດວ່າ “ຖ້າພຣະເຈົ້າບໍ່ຍອມຮັບຂ້ອຍ, ຂ້ອຍກໍພຽງແຕ່ຈະທົນທຸກໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງ ແລະ ຈ່າຍລາຄາໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງເພື່ອເຮັດໃຫ້ພຣະເຈົ້າຊາບຊຶ້ງໃຈ ແລະ ປ່ຽນແປງທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຂ້ອຍ”. ສິ່ງທີ່ພຣະເຈົ້າຕ້ອງການບໍ່ແມ່ນວິທີການເຮັດສິ່ງຕ່າງໆແບບໃດໜຶ່ງ; ສິ່ງທີ່ພຣະເຈົ້າຕ້ອງການຄືໃຫ້ເຈົ້າມີທັດສະນະຄະຕິແຫ່ງການຍອມຮັບຄວາມຈິງຈາກສ່ວນເລິກຂອງຫົວໃຈຂອງເຈົ້າ ພ້ອມທັງຄວາມເປັນຈິງຂອງການຍອມຮັບຄວາມຈິງ ແລະ ຫຼັກຖານຂອງການປະຕິບັດຄວາມຈິງ. ເຈົ້າຕ້ອງເປັນຄົນທີ່ມີຄວາມເປັນມະນຸດຢ່າງແທ້ຈິງ, ຄວາມເປັນມະນຸດ ນີ້ບໍ່ແມ່ນສິ່ງທີ່ເສແສ້ງຂຶ້ນມາ. ຖ້າເຈົ້າມີສັນຍານຂອງຄວາມເປັນມະນຸດທີ່ປົກກະຕິຢ່າງແທ້ຈິງ, ນັ້ນກໍຄື ຖ້າເຈົ້າມີການສະແດງອອກຫຼາຍຢ່າງຂອງການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້, ຖ້າຂໍ້ເທັດຈິງສະແດງໃຫ້ເຫັນວ່າເຈົ້າຮັກສິ່ງທີ່ເປັນບວກ ແລະ ຖ້າມີຕົວຢ່າງຂອງການທີ່ເຈົ້າໄດ້ຍອມຮັບສິ່ງທີ່ເປັນບວກ ແລະ ປະຕິເສດສິ່ງທີ່ເປັນລົບ ແລະ ສາມາດເຫັນໄດ້ວ່າເຈົ້າມີການສະແດງອອກຂອງການໃຊ້ຊີວິດຕາມຄວາມຈິງ, ແລ້ວພຣະເຈົ້າກໍຈະກ່າວວ່າເຈົ້າມີຄວາມເປັນມະນຸດ ແລະ ເອີ້ນເຈົ້າວ່າມະນຸດ. ຖ້າເຈົ້າເວົ້າວ່າ “ຂ້ອຍກໍມີຄວາມເປັນມະນຸດຄືກັນ, ຂ້ອຍສາມາດແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້”, ແຕ່ເຈົ້າບໍ່ມີການສະແດງອອກຂອງການໃຊ້ຊີວິດຕາມຄວາມເປັນຈິງຄວາມຈິງ ແລະ ຄຳເວົ້າຂອງເຈົ້າບໍ່ມີຫຼັກຖານສະໜັບສະໜູນ, ແລ້ວສິ່ງນີ້ກໍເປັນບັນຫາ. ທາງຫຼັກຄຳສອນແລ້ວ ເຈົ້າຍອມຮັບວ່າ “ສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳລ້ວນແຕ່ເປັນສິ່ງທີ່ເປັນບວກ ແລະ ເປັນຄວາມຈິງ ແລະ ສິ່ງທີ່ຊາຕານເວົ້າ ແລະ ກະທຳລ້ວນແຕ່ຊົ່ວຊ້າ, ລ້ວນແຕ່ເປັນສິ່ງທີ່ເປັນລົບ; ທຸກສິ່ງທີ່ມາຈາກພຣະເຈົ້າລ້ວນແຕ່ເປັນສິ່ງທີ່ເປັນບວກ, ທຸກສິ່ງທີ່ມາຈາກຊາຕານລ້ວນແຕ່ເປັນສິ່ງທີ່ເປັນລົບ ແລະ ທຸກສິ່ງທີ່ມາຈາກຜູ້ຄົນໃນສັງຄົມລ້ວນແຕ່ເປັນສິ່ງທີ່ຊົ່ວຊ້າ ແລະ ເປັນລົບ”, ນັ້ນກໍຄື ທາງຫຼັກຄຳສອນແລ້ວ ເຈົ້າເວົ້າໄດ້ຢ່າງຖືກຕ້ອງ, ໂດຍບໍ່ມີບັນຫາໃດໆ ແລະ ບໍ່ສາມາດຊອກຫາຂໍ້ຜິດພາດໃນສິ່ງທີ່ເຈົ້າເວົ້າໄດ້, ແຕ່ເມື່ອເຈົ້າປະເຊີນກັບສະຖານະການຈິງ ເຈົ້າບໍ່ເຄີຍຍອມຮັບສິ່ງທີ່ເປັນບວກ, ບໍ່ເຄີຍຍຶດໝັ້ນໃນສິ່ງທີ່ເປັນບວກ ແລະ ບໍ່ປະຕິບັດຕາມກົດເກນ ແລະ ຫຼັກການຂອງສິ່ງທີ່ເປັນບວກ. ສິ່ງນີ້ພິສູດວ່າເຈົ້າເປັນຄົນທີ່ບໍ່ແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ. ຜູ້ຄົນເອງກໍມີຄວາມຊັດເຈນໃນໃຈຂອງພວກເຂົາກ່ຽວກັບວ່າພວກເຂົາມີການສະແດງອອກເຫຼົ່ານີ້ ຫຼື ບໍ່. ເມື່ອເຈົ້າໄດ້ຍິນຄວາມຄິດ ຫຼື ມຸມມອງທີ່ຊົ່ວຊ້າ ແລະ ເປັນລົບ ຫຼື ໄດ້ຍິນຂໍ້ມູນກ່ຽວກັບກະແສທີ່ຊົ່ວຮ້າຍ, ເຈົ້າມີທັດສະນະຄະຕິແນວໃດ? ແມ່ນຫຍັງຄືຄວາມຄິດ ແລະ ມຸມມອງຂອງເຈົ້າ? ແມ່ນຫຍັງຄືຄວາມໂນ້ມອຽງຂອງເຈົ້າ? ເຈົ້າເຫັນດີນຳມັນ ຫຼື ເຈົ້າຮູ້ສຶກລັງກຽດມັນ? ເຈົ້າວາງແຜນທີ່ຈະເກັບມັນໄວ້ໃນໃຈຂອງເຈົ້າ ແລະ ນຳໃຊ້ມັນເມື່ອຈຳເປັນ ຫຼື ເຈົ້າຮູ້ສຶກລັງກຽດມັນ ແລະ ປະນາມມັນໃນໃຈຂອງເຈົ້າ ແລະ ປະຕິເສດທີ່ຈະຍອມຮັບມັນຢ່າງເດັດຂາດ? ໃນໃຈຂອງເຈົ້າ ເຈົ້າຄວນຈະຮູ້ວ່າທັດສະນະຄະຕິຂອງເຈົ້າແມ່ນຫຍັງແທ້. ຖ້າມີຄົນເວົ້າວ່າພວກເຂົາບໍ່ຮູ້, ພວກເຂົາມີຫົວໃຈບໍ? ການທີ່ບໍ່ຊັດເຈນແມ່ນແຕ່ກັບທັດສະນະຄະຕິຂອງຕົນເອງ, ນີ້ແມ່ນຄົນປົກກະຕິບໍ? ຖ້າເຈົ້າຮູ້ໃນໃຈຂອງເຈົ້າວ່າເຈົ້າບໍ່ດີ ແລະ ເຈົ້າຮູ້ວ່າເຈົ້າສົນໃຈຫຼາຍໃນກະແສທີ່ຊົ່ວຮ້າຍ ແລະ ຄຳເວົ້າທີ່ຊົ່ວຊ້າຕ່າງໆ ແລະ ຢາກເຮັດຕາມພວກມັນ ແລະ ມີສ່ວນຮ່ວມໃນພວກມັນຢູ່ສະເໝີ, ແຕ່ເຈົ້າພຽງແຕ່ຮູ້ສຶກຖືກບັງຄັບໃຫ້ຢັບຢັ້ງຕົນເອງໄວ້ເລັກໜ້ອຍ ເພາະວ່າເຈົ້າຖືກບີບຄັ້ນໂດຍຫຼັກການຄວາມຈິງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ຄວາມທະນົງຕົວຂອງເຈົ້າເອງເນື່ອງຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຊິ່ງໃນຄວາມເປັນຈິງແລ້ວ ໃນສ່ວນເລິກຂອງຫົວໃຈຂອງເຈົ້າແລ້ວ ເຈົ້າຮູ້ສຶກລັງກຽດ ແລະ ປະຕິເສດສິ່ງທີ່ເປັນບວກ, ແລ້ວເຖິງແມ່ນວ່າເຈົ້າຈະອ້າງວ່າເຈົ້າມັກສິ່ງທີ່ເປັນບວກ ແລະ ບໍ່ມັກກະແສທີ່ຊົ່ວຮ້າຍກໍຕາມ, ນັ້ນກໍຄືການຂັດກັບຄວາມຮູ້ສຶກທີ່ແທ້ຈິງຂອງເຈົ້າ. ນີ້ຄືຕົວຢ່າງໜຶ່ງ. ບາງຄົນເວົ້າວ່າ “ການກິນຊີ້ນຫຼາຍເກີນໄປນັ້ນບໍ່ດີ, ມັນບໍ່ດີຕໍ່ສຸຂະພາບ. ເຈົ້າຄວນກິນຊີ້ນໃນປະລິມານໜ້ອຍ ແລະ ກິນເຂົ້າ, ອາຫານທີ່ເຮັດຈາກເຂົ້າທັນຍາພືດ ແລະ ຜັກໃຫ້ຫຼາຍຂຶ້ນ”. ບາງຄົນສາມາດຍອມຮັບສິ່ງນີ້ໄດ້. ພວກເຂົາບໍ່ຮູ້ສຶກວ່າການກິນຊີ້ນໜ້ອຍລົງເປັນການຂັດກັບຄວາມຕັ້ງໃຈຂອງພວກເຂົາ; ມັນບໍ່ໄດ້ເຮັດໃຫ້ພວກເຂົາຮູ້ສຶກອາລົມເສຍ ຫຼື ຮູ້ສຶກທຸກໃຈແທ້ໆ. ແຕ່ກົງກັນຂ້າມ ພວກເຂົາພັດຄິດວ່າ “ນີ້ຄືສິ່ງທີ່ຖືກຕ້ອງທີ່ຄວນເຮັດ. ຫຼັງຈາກທີ່ໄດ້ລອງເຮັດມາໄລຍະໜຶ່ງ, ຂ້ອຍກໍຮູ້ສຶກວ່າມັນດີຕໍ່ຮ່າງກາຍຂອງຂ້ອຍ. ສະພາບຈິດໃຈໂດຍລວມຂອງຂ້ອຍກໍດີຂຶ້ນ ແລະ ຂ້ອຍກໍມີສຸຂະພາບຮ່າງກາຍທີ່ແຂງແຮງກວ່າແຕ່ກ່ອນ. ການກິນແບບນີ້ຊ່າງດີຫຼາຍ!” ເຖິງຢ່າງໃດກໍຕາມ, ການຍອມຮັບຂອງບາງຄົນກໍຂັດກັບຄວາມຕັ້ງໃຈຂອງພວກເຂົາ. ພວກເຂົາໄດ້ຕັດສິນໃຈມາດົນແລ້ວວ່າ: “ການກິນຊີ້ນຫຼາຍໆມັນບໍ່ດີຕໍ່ສຸຂະພາບແນວໃດ? ການກິນຜັກຫຼາຍຂຶ້ນກໍບໍ່ໄດ້ໝາຍຄວາມວ່າຈະເຮັດໃຫ້ເຈົ້າມີສຸຂະພາບດີຂຶ້ນສະເໝີໄປ. ບໍ່ວ່າເຈົ້າຈະເບິ່ງມັນແນວໃດກໍຕາມ, ຊີ້ນກໍແຊບກວ່າ ແລະ ເປັນຕາໜ້າກິນກວ່າ! ມັນກໍບໍ່ເປັນຫຍັງທີ່ຈະກິນຜັກແດ່ຖ້າບໍ່ມີຊີ້ນ, ມັນກໍຍັງດີກວ່າການອົດອາຫານ, ແຕ່ຖ້າມີຊີ້ນ, ເຈົ້າກໍຄວນກິນມັນໃຫ້ຫຼາຍໆ. ພວກເຈົ້າທຸກຄົນລ້ວນແຕ່ເປັນຄົນໂງ່, ພວກເຈົ້າທຸກຄົນລ້ວນແຕ່ກຳລັງເສແສ້ງ. ຂ້ອຍເປັນພຽງຄົນດຽວທີ່ບໍ່ໄດ້ເສແສ້ງ. ບໍ່ມີໃຜໃນພວກເຈົ້າຈິງໃຈຄືກັບຂ້ອຍ. ຂ້ອຍຄິດແນວໃດກໍເວົ້າແນວນັ້ນ. ຊີ້ນມັນແຊບແທ້ໆ!” ໃນທຸກໆຄາບ, ພວກເຂົາກິນຜັກໜ້ອຍຫຼາຍ ແຕ່ກິນຊີ້ນຫຼາຍ. ບອກເຮົາເບິ່ງ, ພວກເຂົາຍອມຮັບຄຳເວົ້າທີ່ເປັນບວກໃນໃຈຂອງພວກເຂົາບໍ? (ບໍ່). ພວກເຂົາບໍ່ຍອມຮັບພວກມັນ ແລະ ພວກເຂົາກໍບໍ່ສາມາດປະຕິບັດຕາມຄຳເວົ້າເຫຼົ່ານັ້ນໄດ້. ພວກເຂົາຮູ້ສຶກລັງກຽດພວກມັນໃນໃຈຂອງພວກເຂົາຢ່າງສິ້ນເຊີງ. ພວກເຂົາເວົ້າວ່າ “ຄຳເວົ້າເຫຼົ່ານີ້ຈະເປັນສິ່ງທີ່ເປັນບວກໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກວ່າພວກມັນເປັນບວກ? ພວກມັນດີບ່ອນໃດ? ມັນຜິດບ່ອນໃດທີ່ຂ້ອຍກິນຊີ້ນຫຼາຍຂຶ້ນ? ຂ້ອຍກໍຍັງບໍ່ຕາຍ ແລະ ບໍ່ມີໃຜໃນພວກເຈົ້າດຳລົງຊີວິດໄດ້ດີໄປກວ່າຂ້ອຍເລີຍ!” ພວກເຂົາບໍ່ຍອມຮັບຂໍ້ເທັດຈິງ ແລະ ບໍ່ຍອມຮັບວ່າການກິນຊີ້ນຫຼາຍເກີນໄປນັ້ນບໍ່ດີຕໍ່ສຸຂະພາບຂອງພວກເຂົາ. ພວກເຂົາບໍ່ສາມາດແມ່ນແຕ່ຈະຍອມຮັບຄຳເວົ້າທີ່ຖືກຕ້ອງ, ແລ້ວພວກເຂົາຈະຍອມຮັບຂໍ້ເທັດຈິງໄດ້ແນວໃດ? ນັ້ນຍິ່ງເປັນໄປບໍ່ໄດ້ເລີຍ. ສຳລັບຄົນແບບນັ້ນ, ການຍອມຮັບສິ່ງທີ່ເປັນບວກແມ່ນຂັດກັບຄວາມຕັ້ງໃຈຂອງພວກເຂົາຢ່າງຍິ່ງ. ພວກເຂົາຮູ້ສຶກວ່າມັນເປັນເລື່ອງທີ່ເຈັບປວດ ແລະ ເຮັດໄດ້ຍາກຫຼາຍ. ສິ່ງນີ້ສະແດງໃຫ້ເຫັນວ່າມີບັນຫາກັບຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ຮັກຄວາມຈິງໃນໃຈຂອງພວກເຂົາ. ບາງຄົນ, ເມື່ອພວກເຂົາໄດ້ຍິນຄຳເວົ້າທີ່ຖືກຕ້ອງເຊິ່ງເປັນສິ່ງທີ່ເປັນບວກ, ພວກເຂົາກໍສາມາດຍອມຮັບພວກມັນໄດ້ຢ່າງງ່າຍດາຍ ໂດຍເວົ້າວ່າ “ຂ້ອຍກຳລັງກັງວົນກ່ຽວກັບເລື່ອງນີ້ຢູ່ພໍດີເລີຍ ແລະ ບໍ່ຮູ້ວ່າຈະຮັບມືກັບມັນແນວໃດ, ຂ້ອຍບໍ່ມີເສັ້ນທາງໃນການປະຕິບັດ. ໂຊກດີທີ່ເຈົ້າໃຫ້ຄວາມຮູ້ແຈ້ງກ່ຽວກັບເລື່ອງນີ້. ທັນທີທີ່ຂ້ອຍໄດ້ຍິນເຈົ້າເວົ້າ, ຂ້ອຍກໍຮູ້ສຶກວ່າມຸມມອງຕໍ່ສິ່ງນີ້ແມ່ນຖືກຕ້ອງ, ມຸມມອງນັ້ນບໍລິສຸດ, ພາວະວິໄສ ແລະ ສຳພັນກັບຊີວິດຈິງ ແລະ ມັນສອດຄ່ອງກັບຄວາມເປັນມະນຸດ”. ຫຼັງຈາກທີ່ໄດ້ຍິນແລ້ວ, ພວກເຂົາກໍສາມາດນຳມັນໄປປະຕິບັດໄດ້ທັນທີ. ເຖິງແມ່ນວ່າບາງຄັ້ງພວກເຂົາອາດຈະຕາມໃຈຕົນເອງ ແລະ ເອົາແຕ່ໃຈ, ແຕ່ພວກເຂົາກໍຈະກັບຄືນສູ່ເສັ້ນທາງທີ່ຖືກຕ້ອງຢ່າງໄວວາ. ພວກເຂົາເຮັດສິ່ງທີ່ເປັນບວກໂດຍບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາຄອຍຈັບຕາເບິ່ງ ຫຼື ຄວບຄຸມພວກເຂົາ ແລະ ພວກເຂົາບໍ່ຮູ້ສຶກວ່າການເຮັດເຊັ່ນນັ້ນເປັນການເຮັດຂັດກັບຄວາມຕັ້ງໃຈຂອງພວກເຂົາ, ທັງບໍ່ໄດ້ເຮັດໃຫ້ພວກເຂົາຮູ້ສຶກທຸກໃຈ. ມັນກໍຄືກັບການທີ່ແກະມັກກິນຫຍ້າ. ຖ້າເຈົ້າເອົາຊີ້ນໃຫ້ແກະ, ພວກມັນກໍຈະບໍ່ກິນ ແຕ່ຖ້າເຈົ້າເອົາຫຍ້າໃຫ້ພວກມັນ, ພວກມັນກໍຈະກິນຢ່າງແຊບຊ້ອຍ ເພາະວ່າພວກມັນເປັນສັດກິນພືດ ແລະ ສິ່ງທີ່ພວກມັນຕ້ອງການຢູ່ພາຍໃນກໍຄືຫຍ້າ. ແຕ່ໝາປ່ານັ້ນແຕກຕ່າງອອກໄປ. ພວກມັນຕັ້ງໃຈຊອກຫາເອົາຊີ້ນມາກິນ; ພວກມັນບໍ່ກິນຫຍ້າ ແລະ ພວກມັນຮູ້ສຶກວ່າບໍ່ມີຫຍັງເປັນຕາໜ້າກິນເທົ່າກັບຊີ້ນ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຕາມທຳມະຊາດຈາກທຳມະຊາດຂອງພວກມັນ ເຊິ່ງບໍ່ມີໃຜສາມາດປ່ຽນແປງໄດ້. ມັນບໍ່ແມ່ນສິ່ງທີ່ພວກມັນໄດ້ຮັບມາໃນພາຍຫຼັງ, ທັງບໍ່ແມ່ນສິ່ງທີ່ຖືກສອນໃຫ້ກັບພວກມັນ. ແກະເກີດມາກໍເພື່ອກິນຫຍ້າ ແລະ ໝາປ່າເກີດມາກໍເພື່ອກິນຊີ້ນ. ບໍ່ມີໃຜສາມາດສອນໃຫ້ແກະກາຍເປັນສັດກິນຊີ້ນ ຫຼື ສອນໃຫ້ໝາປ່າກາຍເປັນສັດກິນຫຍ້າໄດ້. ນີ້ຄືການສະແດງອອກເຖິງແກ່ນແທ້ຂອງພວກມັນ. ສິ່ງທີ່ເຈົ້າຕ້ອງການ ແລະ ສິ່ງທີ່ເຈົ້າຮັກນັ້ນຖືກກຳນົດໂດຍຄວາມເປັນມະນຸດຂອງເຈົ້າ. ຖ້າຄວາມເປັນມະນຸດຂອງເຈົ້າບໍ່ມີຄວາມຕ້ອງການສຳລັບສິ່ງທີ່ເປັນບວກ, ເຈົ້າກໍຈະບໍ່ຮັກສິ່ງທີ່ເປັນບວກ. ຖ້າເຈົ້າມັກສິ່ງທີ່ເປັນລົບ, ມັນກໍໝາຍຄວາມວ່າຫົວໃຈຂອງເຈົ້າຕ້ອງການສິ່ງທີ່ເປັນລົບ. ສິ່ງນີ້ຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງເຈົ້າ, ມັນບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາປູກຝັງໃສ່ໃນຕົວເຈົ້າ. ຖ້າມີຄົນຕ້ອງການຊ່ວຍໃຫ້ເຈົ້າປ່ຽນແປງຕົນເອງ ແລະ ໂອ້ລົມຫຼັກການຄວາມຈິງບາງຢ່າງກັບເຈົ້າ, ເຈົ້າອາດຈະສາມາດຍອມຮັບມັນໄດ້ຊົ່ວຄາວເນື່ອງຈາກເຫັນແກ່ໜ້າ ຫຼື ເພາະວ່າເຈົ້າຕ້ອງການຫຼີກລ່ຽງຄວາມອັບອາຍ ແລະ ສະແດງຄວາມເຫັນດີນຳທາງຄຳເວົ້າ, ແຕ່ວິທີທີ່ເຈົ້າຄິດ ແລະ ປະຕິບັດຢູ່ເບື້ອງຫຼັງນັ້ນແມ່ນຖືກກຳນົດໂດຍທຳມະຊາດຂອງເຈົ້າຢ່າງສິ້ນເຊີງ. ເຈົ້າບໍ່ສາມາດເສແສ້ງມັນໄດ້ ແລະ ພໍ່ແມ່ຂອງເຈົ້າກໍບໍ່ສາມາດປ່ຽນແປງເຈົ້າໄດ້ເຊັ່ນກັນ. ການທີ່ຄວາມເປັນມະນຸດຂອງເຈົ້າມີອົງປະກອບຂອງການຮັກສິ່ງທີ່ເປັນບວກ ແລະ ກຽດຊັງສິ່ງທີ່ເປັນລົບ ຫຼື ບໍ່ນັ້ນ ບໍ່ແມ່ນສິ່ງທີ່ໃຜກໍສາມາດຕັດສິນໃຈໄດ້; ມີພຽງແຕ່ແກ່ນແທ້ຂອງເຈົ້າເອງເທົ່ານັ້ນທີ່ຕັດສິນໃຈມັນໄດ້. ຕອນນີ້ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ). ເພາະສະນັ້ນ, ການທີ່ຄົນເຮົາສາມາດແຍກແຍະສິ່ງທີ່ຖືກ ແລະ ສິ່ງທີ່ຜິດໄດ້ ຫຼື ບໍ່ນັ້ນ ບົ່ງບອກໄດ້ຫຼາຍຢ່າງກ່ຽວກັບຄວາມເປັນມະນຸດຂອງພວກເຂົາ. ຖ້າການແຍກແຍະສິ່ງທີ່ຖືກ ແລະ ສິ່ງທີ່ຜິດຂອງເຈົ້າເປັນການສະແດງອອກຕາມທຳມະຊາດ, ແລ້ວເຈົ້າກໍເກີດມາເພື່ອມີຄວາມສົນໃຈເປັນພິເສດໃນສິ່ງທີ່ເປັນບວກບາງຢ່າງ. ເຈົ້າເຕັມໃຈຫຼາຍທີ່ຈະຮັບຟັງເມື່ອມີຄົນເວົ້າບາງສິ່ງທີ່ຖືກຕ້ອງ ແລະ ເຈົ້າກໍບໍ່ຕ້ອງການຫຍັງຫຼາຍໄປກວ່າການໃຫ້ພວກເຂົາເວົ້າຫຼາຍຂຶ້ນ ເພື່ອທີ່ເຈົ້າຈະໄດ້ຟັງຫຼາຍຂຶ້ນ ແລະ ໄດ້ຮັບຫຼາຍຂຶ້ນ ແລະ ຍ່າງຫຼົງທາງໜ້ອຍລົງ ຫຼື ເຖິງກັບບໍ່ຍ່າງຫຼົງທາງເລີຍ. ແລ້ວເມື່ອເຈົ້າພົບພໍ້ກັບສິ່ງທີ່ຊົ່ວຊ້າ ແລະ ເປັນລົບບາງຢ່າງ, ເຈົ້າກໍຮູ້ສຶກລັງກຽດໃນໃຈຂອງເຈົ້າ ແລະ ເຈົ້າກໍຫຼີກລ່ຽງພວກມັນ ແລະ ບໍ່ເຕັມໃຈທີ່ຈະເຂົ້າໄປກ່ຽວຂ້ອງ, ເຈົ້າບໍ່ຢາກແມ່ນແຕ່ຈະໄດ້ຍິນກ່ຽວກັບພວກມັນ. ຕົວເຈົ້າເອງກໍບໍ່ຮູ້ເຫດຜົນສຳລັບເລື່ອງນີ້; ພຽງແຕ່ວ່າ ເຈົ້າບໍ່ສາມາດບັງຄັບຕົນເອງໃຫ້ມັກສິ່ງທີ່ເປັນລົບໄດ້, ແຕ່ເຈົ້າເຕັມໃຈຫຼາຍທີ່ຈະຟັງເມື່ອມີຄົນເວົ້າບາງສິ່ງທີ່ຖືກຕ້ອງ ແລະ ເຖິງແມ່ນວ່າມີຄົນເຍາະເຍີ້ຍເຈົ້າ, ເຈົ້າກໍບໍ່ສົນໃຈ, ເຈົ້າບໍ່ຮູ້ວ່າແຮງຊຸກຍູ້ນີ້ມາຈາກໃສ. ບາງຄົນເຫັນແຮງຊຸກຍູ້ທີ່ຈິງໃຈຂອງເຈົ້ານີ້ ແລ້ວກໍດູຖູກ ແລະ ເຍາະເຍີ້ຍເຈົ້າ ໂດຍຄິດວ່າເຈົ້າເປັນຄົນໂງ່, ແຕ່ເຈົ້າບໍ່ເຫັນດີນຳ. ເຈົ້າຄິດວ່າ “ຕາບໃດທີ່ສິ່ງທີ່ຄົນອື່ນເວົ້າເປັນສິ່ງທີ່ຖືກຕ້ອງ, ຂ້ອຍກໍຍອມຮັບມັນ. ມັນຍາກບ່ອນໃດ?” ນີ້ຄືການສະແດງອອກຕາມທຳມະຊາດຂອງຄວາມເປັນມະນຸດ. ການມີຄວາມຮູ້ສຶກຕາມທຳມະຊາດຂອງການຮັກສິ່ງທີ່ເປັນບວກ ແລະ ຮູ້ສຶກລັງກຽດຕໍ່ສິ່ງທີ່ເປັນລົບໃນຄວາມເປັນມະນຸດຂອງເຈົ້ານັ້ນ ແມ່ນຄຸນລັກສະນະ ແລະ ການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ. ມີພຽງແຕ່ເມື່ອເຈົ້າມີຄວາມຮູ້ສຶກນີ້ ແລະ ຄວາມເປັນມະນຸດປະເພດນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນຊື່ກົງ ແລະ ໃຈດີໄດ້ ແລະ ເຈົ້າຈຶ່ງຈະສາມາດເວົ້າໃນສິ່ງທີ່ຄວນເວົ້າ ແລະ ເຮັດໃນສິ່ງທີ່ຄວນເຮັດຈາກຈຸດຢືນ ແລະ ສະຖານະທີ່ຖືກຕ້ອງໄດ້. ເມື່ອເຈົ້າມີດ້ານຄວາມເປັນມະນຸດຂອງການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ເຈົ້າກໍມີເງື່ອນໄຂພື້ນຖານທີ່ຈະຍອມຮັບຄວາມຈິງ ແລະ ຍອມຮັບຄຳເວົ້າທີ່ຊັດເຈນຕ່າງໆຈາກພຣະເຈົ້າເຊິ່ງກ່ຽວຂ້ອງກັບຫຼັກການຄວາມຈິງ. ຖ້າເຈົ້າບໍ່ມີດ້ານຄວາມເປັນມະນຸດຂອງການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ແລ້ວຈິດສຳນຶກ ແລະ ເຫດຜົນໃນຄວາມເປັນມະນຸດຂອງເຈົ້າກໍຈະຂາດຫາຍໄປ ແລະ ເຈົ້າກໍຈະບໍ່ມີເງື່ອນໄຂພື້ນຖານທີ່ຈະຍອມຮັບຄວາມຈິງ, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ຍອມຮັບການຊີ້ນຳທີ່ເປັນບວກທັງໝົດ ແລະ ເສັ້ນທາງທີ່ຖືກຕ້ອງຈາກພຣະເຈົ້າໄດ້. ເຈົ້າບໍ່ມີແມ່ນແຕ່ເງື່ອນໄຂພື້ນຖານທີ່ຈະຍອມຮັບຄວາມຈິງ ແລະ ຍອມຮັບສິ່ງທີ່ເປັນບວກ, ສະນັ້ນ ການກ່າວເຖິງໃດໆກ່ຽວກັບການທີ່ເຈົ້າສາມາດອ່ອນນ້ອມໄດ້ນັ້ນ ຈຶ່ງເປັນພຽງເລື່ອງໄຮ້ສາລະ, ເປັນພຽງຄວາມເພີ້ຝັນຢ່າງແທ້ຈິງ.

ຖ້າຄົນໃດໜຶ່ງບໍ່ຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ແຕ່ພວກເຂົາກໍຍັງເວົ້າວ່າ “ຂ້ອຍມີສະຕິຮູ້ສຶກຜິດຊອບ ແລະ ຂ້ອຍກໍຊື່ກົງ ແລະ ໃຈດີຫຼາຍ”, ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນເຖິງການຂາດການຮູ້ຈັກຕົນເອງບໍ? ຄວາມຊື່ກົງຂອງເຈົ້າມາຈາກໃສ? ຈິດໃຈຂອງເຈົ້າເຕັມໄປດ້ວຍສິ່ງທີ່ເປັນລົບເທົ່ານັ້ນ, ເຈົ້າສາມາດໃຊ້ຫຍັງມາພິສູດວ່າເຈົ້າຊື່ກົງ? ຫຼັກຖານຂອງເຈົ້າຢູ່ໃສ? ເຈົ້າອາໄສພື້ນຖານອັນໃດມາເວົ້າວ່າເຈົ້າເປັນຄົນຊື່ກົງ? ແລ້ວເຈົ້າຈະນຳເອົາສິ່ງທີ່ເອີ້ນວ່າຄວາມໃຈດີຂອງເຈົ້າໄປປະຕິບັດໄດ້ແນວໃດ? ພາຍໃນຕົວເຈົ້າມີແຕ່ຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າ ແລະ ເປັນລົບເທົ່ານັ້ນ. ເຈົ້າສາມາດໃຈດີໄດ້ບໍ? ມັນກໍດີແລ້ວທີ່ເຈົ້າບໍ່ວາງກັບດັກ ຫຼື ທຳຮ້າຍຜູ້ຄົນ. ເພື່ອພິສູດວ່າພວກເຂົາມີຄວາມເປັນມະນຸດ ແລະ ຊື່ກົງ ແລະ ໃຈດີ, ບາງຄົນກໍຕັ້ງຊື່ໃຫ້ຕົນເອງ ເຊັ່ນ: ເຈິ້ງຫວັງ, ເຈິ້ງຈາງ, ເຈິ້ງໂຈວ, ເຈິ້ງກັງ(ກ), ເຖິງແມ່ນວ່າຊື່ເຫຼົ່ານີ້ຈະຟັງເບິ່ງຄື “ຊື່ກົງ” ຢ່າງແນ່ນອນກໍຕາມ, ພວກມັນໝາຍຄວາມວ່າຄົນຜູ້ນັ້ນຊື່ກົງຢ່າງແທ້ຈິງບໍ? ຄວາມຊື່ກົງທີ່ແທ້ຈິງມາຈາກໃສ? ມັນມາຈາກຄວາມເປັນມະນຸດ. ມີພຽງແຕ່ເມື່ອຄວາມເປັນມະນຸດຂອງຄົນເຮົາມີຄວາມສາມາດ ຫຼື ເງື່ອນໄຂພື້ນຖານໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຊື່ກົງໄດ້. ຖ້າເຈົ້າບໍ່ຮູ້ແມ່ນແຕ່ວ່າສິ່ງທີ່ເປັນບວກແມ່ນຫຍັງ ຫຼື ຖ້າເຈົ້າພຽງແຕ່ບໍ່ຮັກສິ່ງທີ່ເປັນບວກ ແລະ ບໍ່ເຄີຍຍອມຮັບສິ່ງທີ່ເປັນບວກ ຫຼື ຄວາມຄິດ ແລະ ມຸມມອງທີ່ເປັນບວກເລີຍແມ່ນແຕ່ຢ່າງດຽວ, ແຕ່ເຈົ້າກໍຍັງອ້າງວ່າເປັນຄົນຊື່ກົງ, ສິ່ງນີ້ບໍ່ແມ່ນຄວາມໜ້າດ້ານບໍ? ເຈົ້າອາໄສພື້ນຖານຫຍັງມາອ້າງວ່າເປັນຄົນຊື່ກົງ? ບາງຄົນເວົ້າວ່າ “ໂລກະທັດ, ຄຸນຄ່າ ແລະ ທັດສະນະຕໍ່ຊີວິດຂອງຂ້ອຍລ້ວນແຕ່ຖືກຕ້ອງ”. ສິ່ງນີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? ການມີໂລກະທັດ, ຄຸນຄ່າ ແລະ ທັດສະນະຕໍ່ຊີວິດທີ່ຖືກຕ້ອງໝາຍຄວາມວ່າຄົນຜູ້ນັ້ນມີຄວາມຈິງບໍ? ຄົນອື່ນເວົ້າວ່າ “ຂ້ອຍມີ ‘ພະລັງງານບວກ’. ສິ່ງທີ່ຂ້ອຍເວົ້າ ແລະ ເຮັດນັ້ນເປັນຈິງ ແລະ ເສີມສ້າງຜູ້ຄົນ. ຂ້ອຍບໍ່ເຄີຍເວົ້າໃນສິ່ງທີ່ທຳຮ້າຍຜູ້ຄົນ, ຂ້ອຍບໍ່ເຄີຍເວົ້າສິ່ງທີ່ເຮັດໃຫ້ທໍ້ຖອຍໃຈ ແລະ ຂ້ອຍບໍ່ເວົ້າໃນສິ່ງທີ່ເຮັດໃຫ້ຜູ້ຄົນອັບອາຍ ຫຼື ເຮັດໃຫ້ພວກເຂົາຮູ້ສຶກຄິດລົບ ແລະ ອ່ອນແອ ຫຼື ທີ່ເຮັດໃຫ້ພວກເຂົາໝົດກຳລັງໃຈ. ທຸກສິ່ງທີ່ຂ້ອຍເວົ້າລ້ວນແຕ່ໃຫ້ກຳລັງໃຈ, ກະຕຸ້ນ ຫຼື ສ້າງແຮງບັນດານໃຈໃຫ້ຜູ້ຄົນ. ສິ່ງນີ້ຖືວ່າເປັນ ‘ພະລັງງານບວກ’ ບໍ? ຄຳວ່າ ‘ພະລັງງານບວກ’ ນີ້ເປັນທີ່ນິຍົມຫຼາຍໃນສັງຄົມປັດຈຸບັນ. ແນວຄວາມຄິດທີ່ວ່າ ‘ເຕັມໄປດ້ວຍພະລັງງານບວກ’ ຊ່າງເປັນແນວຄວາມຄິດທີ່ຍິ່ງໃຫຍ່, ທັນສະໄໝ ແລະ ມີລະດັບແທ້ໆ!” ຄົນອື່ນເວົ້າວ່າ “ເບິ່ງແມວ່າຂ້ອຍເຕັມປ່ຽມໄປດ້ວຍຈິດວິນຍານແຫ່ງຄວາມຊອບທຳສໍ່າໃດ. ເມື່ອຂ້ອຍຢືນຢູ່ບ່ອນນັ້ນ, ຂ້ອຍເບິ່ງຄືກັບທະຫານ, ຕາຂອງຂ້ອຍສົດໃສ ແລະ ສາຍຕາຂອງຂ້ອຍກໍແຫຼມຄົມ, ຂ້ອຍບໍ່ເຮັດຫຍັງຫຼິ້ນໆ. ພວກນັກເລງທ້ອງຖິ່ນ, ຄົນຊົ່ວຊ້າທີ່ໜ້າລັງກຽດ ແລະ ຄົນຊົ່ວຮ້າຍເຫຼົ່ານັ້ນບໍ່ກ້າເຂົ້າມາໃກ້ຂ້ອຍ. ເມື່ອພວກເຂົາຢູ່ຕໍ່ໜ້າຂ້ອຍ, ທາດແທ້ຂອງພວກເຂົາກໍຖືກເປີດເຜີຍອອກມາ, ພວກເຂົາສະແດງຄວາມຂີ້ຂາດຂອງພວກເຂົາອອກມາ ແລະ ພວກເຂົາກໍເບິ່ງຕໍ່າຕ້ອຍ. ເມື່ອຄົນທຳມະດາຢູ່ອ້ອມຮອບຕົວຂ້ອຍ, ພວກເຂົາຕ້ອງປະພຶດຕົວໃຫ້ດີ ແລະ ພວກເຂົາບໍ່ກ້າກະທຳໂດຍບໍ່ຄິດໜ້າຄິດຫຼັງໄດ້. ເຈົ້າເຫັນບໍ, ຈິດວິນຍານແຫ່ງຄວາມຊອບທຳຂອງຂ້ອຍນີ້ສາມາດສະກັດກັ້ນຄວາມຊົ່ວຊ້າໄດ້!” ນີ້ຄືການເປັນຄົນຊື່ກົງບໍ? (ບໍ່). ມັນເປັນທີ່ນິຍົມໃນສັງຄົມທີ່ຈະປຸ້ນຄົນລວຍເພື່ອຊ່ວຍຄົນຈົນ, ກະທຳການຢ່າງກ້າຫານເພື່ອຄວາມຍຸຕິທຳ, ເປັນຄົນໃຈດີ ແລະ ມີເມດຕາ ແລະ ເປັນວິລະບູລຸດໂດຍການຊ່ວຍເຫຼືອຍິງສາວທີ່ຕົກຢູ່ໃນອັນຕະລາຍ. ຫຼັງຈາກທີ່ເຮັດສິ່ງເຫຼົ່ານີ້ແລ້ວ, ບາງຄົນກໍຖືວ່າຕົນເອງເປັນວິລະບູລຸດ ແລະ ຄົນອື່ນໆອີກຫຼາຍຄົນກໍຄຸເຂົ່າຕໍ່ໜ້າວິລະບູລຸດເຫຼົ່ານີ້. ຄົນອື່ນເວົ້າວ່າ “ຂ້ອຍບໍ່ເຄີຍເອົາປຽບຜູ້ຄົນ, ຂ້ອຍເຕັມໄປດ້ວຍຈິດວິນຍານແຫ່ງຄວາມຊອບທຳ, ຂ້ອຍຊື່ກົງ ແລະ ຍຸຕິທຳຢ່າງເດັດດ່ຽວ ແລະ ຂ້ອຍສາມາດແຍກແຍະສິ່ງທີ່ຖືກ ແລະ ສິ່ງທີ່ຜິດໄດ້. ເມື່ອຄົນສອງຄົນກຳລັງຜິດຖຽງກັນ ແລະ ຂໍໃຫ້ຂ້ອຍໄກ່ເກ່ຍຂໍ້ຂັດແຍ່ງ, ຂ້ອຍກໍໃຫ້ການລົງໂທດທັງສອງຝ່າຍຢ່າງເທົ່າທຽມກັນ ແລະ ບໍ່ສະແດງຄວາມລຳອຽງ. ເບິ່ງຈິດວິນຍານທີ່ຊອບທຳນີ້ທີ່ຂ້ອຍເຕັມປ່ຽມແມ, ທຸກຄົນລ້ວນແຕ່ຊື່ນຊົມຂ້ອຍ!” ສິ່ງນີ້ຖືວ່າເປັນຄົນຊື່ກົງບໍ? (ບໍ່). ແນວຄວາມຄິດທີ່ກ່າວມາກ່ອນໜ້ານີ້ກ່ຽວກັບ “ໂລກະທັດ, ຄຸນຄ່າ ແລະ ທັດສະນະຕໍ່ຊີວິດທີ່ຖືກຕ້ອງ” ແລະ “ພະລັງງານບວກ” ເປັນຄຳເວົ້າທີ່ນິຍົມຂອງຄົນຈີນ, ແຕ່ສິ່ງສຸດທ້າຍນີ້ ຄືການເປັນຄົນໃຈດີ ແລະ ມີເມດຕາ, ການສະສົມບຸນບາລະມີ, ການເຮັດສິ່ງທີ່ດີ ແລະ ການກະທຳຢ່າງກ້າຫານເພື່ອຄວາມຍຸຕິທຳນັ້ນ ອາດຈະໄດ້ຮັບການຍົກຍ້ອງຢ່າງກວ້າງຂວາງໃນທຸກປະເທດ ແລະ ໃນທ່າມກາງຜູ້ຄົນທັງປວງ. ສະນັ້ນ ຜູ້ຄົນຈຶ່ງຖືວ່າສິ່ງນີ້ເປັນຈິດວິນຍານແຫ່ງຄວາມຊອບທຳ, ເປັນຄວາມຊື່ກົງ. ແມ່ນແຕ່ຜູ້ທີ່ເຊື່ອໃນພຣະເຈົ້າສ່ວນໃຫຍ່ກໍຄິດວ່າສິ່ງນີ້ຊື່ກົງຫຼາຍ ໂດຍເວົ້າວ່າ “ເບິ່ງວິລະບູລຸດປະຈຳຊາດຂອງພວກເຮົາ, ຊື່ນັ້ນຊື່ນີ້ແມ. ລາວໄດ້ອຸທິດຊີວິດຂອງລາວສຳລັບອຸດົມການທີ່ຊອບທຳ ແລະ ຍິ່ງໃຫຍ່ຂອງຊາດ, ໂດຍເສຍສະລະຕົນເອງເຂົ້າລະເບີດປ້ອມປາການເພື່ອປົກປ້ອງຊາດ. ລາວເຕັມໄປດ້ວຍຈິດວິນຍານແຫ່ງຄວາມຊອບທຳ. ນີ້ແຫຼະຄືສິ່ງທີ່ເອີ້ນວ່າການມີຄວາມເປັນມະນຸດ!” ເມື່ອມາເບິ່ງສິ່ງນີ້ໃນຕອນນີ້, ມຸມມອງນີ້ຖືກຕ້ອງບໍ? (ບໍ່). ມັນບໍ່ຖືກຕ້ອງແນວໃດ? ຄວາມຊື່ກົງປະເພດເຫຼົ່ານີ້ ທີ່ຜູ້ຄົນຄິດວ່າແມ່ນ ຫຼື ທີ່ຜູ້ຄົນຍົກຍ້ອງ ແມ່ນຖືກປະເມີນຕາມມາດຕະຖານທີ່ອີງໃສ່ຄວາມປາຖະໜາຂອງມະນຸດສຳລັບສິ່ງທີ່ດີ ແລະ ຂ້ອນຂ້າງເປັນບວກ. ເນື່ອງຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການທາງເນື້ອໜັງຂອງຜູ້ຄົນ ແລະ ເພາະວ່າພວກເຂົາບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ, ພວກເຂົາຈຶ່ງຖືວ່າຜູ້ທີ່ສາມາດເສຍສະລະຜົນປະໂຫຍດຂອງຕົນເອງເພື່ອຄົນອື່ນ ແລະ ມີສ່ວນຮ່ວມໃນພຶດຕິກຳທີ່ດີ ຫຼື ຜູ້ທີ່ບໍ່ໄດ້ເປັນຝ່າຍວາງກັບດັກກ່ອນ ຫຼື ທຳຮ້າຍຄົນອື່ນ, ບໍ່ເປັນໄພຄຸກຄາມຕໍ່ຄົນອື່ນ ແລະ ບໍ່ໄດ້ນຳມາເຊິ່ງຜົນສະທ້ອນທີ່ບໍ່ດີໃດໆນັ້ນ ວ່າເປັນຄົນດີ ແລະ ພວກເຂົາກໍຍົກຍ້ອງຄົນເຫຼົ່ານັ້ນ ແລະ ກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊື່ກົງ. ຄຳນິຍາມຂອງຄຳວ່າ “ຊື່ກົງ” ນີ້ແມ່ນອີງໃສ່ຄວາມຄິດຫຼົງຜິດຂອງຜູ້ຄົນກ່ຽວກັບຄວາມຊື່ກົງ ພ້ອມທັງຄວາມກຽດຊັງຂອງພວກເຂົາທີ່ມີຕໍ່ກະແສທີ່ຊົ່ວຮ້າຍ ແລະ ມວນມະນຸດທີ່ຊົ່ວຊ້າ ແລະ ຄວາມປາຖະໜາຂອງພວກເຂົາສຳລັບສິ່ງທີ່ດີງາມ. ເພາະວ່າຄົນສ່ວນໃຫຍ່ໃນເຜົ່າພັນມະນຸດກົດຂີ່, ຂົ່ມເຫັງ, ວາງກັບດັກ ແລະ ທຳຮ້າຍຄົນອື່ນ ແລະ ເພາະວ່າໂລກນີ້ຊົ່ວຮ້າຍ, ມືດມົນ ແລະ ບໍ່ມີຮ່ອງຮອຍຂອງຄວາມຍຸຕິທຳ ຫຼື ຄວາມຊອບທຳໃຫ້ພົບເຫັນເລີຍ, ເມື່ອວິລະບູລຸດດັ່ງກ່າວ ຫຼື ຜູ້ເອີ້ນວ່າຊາວຊາມາຣີຜູ້ໃຈດີ ແລະ ຄົນທີ່ເຮັດສິ່ງທີ່ດີປາກົດຕົວຂຶ້ນ ຜູ້ຄົນຈຶ່ງມັກຈະຍົກຍ້ອງພວກເຂົາ ໂດຍກຳນົດລັກສະນະຂອງພວກເຂົາດ້ວຍຄຳສັບທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ຫຼັກການຂອງຄຳນິຍາມນີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ຫຼັກການ ແລະ ພື້ນຖານຂອງຄຳນິຍາມນັ້ນເອງກໍບໍ່ຖືກຕ້ອງແລ້ວ. ຕົວຢ່າງ: ມີຄົນໜຶ່ງໃນກຸ່ມທີ່ຖືກຄົນອື່ນສ່ວນໃຫຍ່ລັງແກ ແຕ່ມີບຸກຄົນໜຶ່ງທີ່ບໍ່ໄດ້ລັງແກລາວ. ຄົນທີ່ຖືກລັງແກເວົ້າວ່າ “ຄົນທີ່ບໍ່ລັງແກຂ້ອຍແມ່ນຄົນດີ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ມັນສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ). ບອກເຮົາເບິ່ງວ່າ ມັນຜິດບ່ອນໃດ? (ບາງທີຄົນທີ່ບໍ່ລັງແກລາວອາດຈະພຽງແຕ່ບໍ່ຮູ້ສຶກລັງກຽດລາວ ຫຼື ບໍ່ໄດ້ລັງແກລາວເພາະວ່າສະຖານະການ ແລະ ເງື່ອນໄຂພາວະວິໄສບໍ່ເໝາະສົມ. ມັນບໍ່ໄດ້ໝາຍຄວາມວ່າຄົນຜູ້ນີ້ເປັນຄົນດີ). ມຸມມອງຂອງລາວມີຂໍ້ຜິດພາດທາງເຫດຜົນ. ແນວຄວາມຄິດທີ່ວ່າຄົນທີ່ລັງແກເຈົ້າເປັນຄົນບໍ່ດີ, ສະນັ້ນ ຄົນທີ່ບໍ່ລັງແກເຈົ້າຈຶ່ງຕ້ອງເປັນຄົນດີ, ນີ້ຄືຂໍ້ຜິດພາດທາງເຫດຜົນ ແມ່ນບໍ? (ແມ່ນແລ້ວ). ຄົນສ່ວນໃຫຍ່ທີ່ລັງແກຄົນອື່ນບໍ່ແມ່ນຄົນດີ ແຕ່ມາດຕະຖານຂອງເຈົ້າໃນການກຳນົດວ່າການລັງແກຄົນອື່ນໝາຍຄວາມວ່າແນວໃດນັ້ນອາດຈະບໍ່ຖືກຕ້ອງສະເໝີໄປ, ສະນັ້ນ ຄຳນິຍາມຂອງເຈົ້າທີ່ວ່າຄົນທີ່ລັງແກເຈົ້າເປັນຄົນບໍ່ດີກໍອາດຈະບໍ່ຖືກຕ້ອງສະເໝີໄປເຊັ່ນກັນ ແລະ ມັນກໍບໍ່ຖືກຕ້ອງເຊັ່ນກັນທີ່ຈະເວົ້າວ່າຄົນທີ່ບໍ່ລັງແກເຈົ້າຕ້ອງເປັນຄົນດີ. ອາດຈະມີຫຼາຍສະຖານະການທີ່ຄົນໃດໜຶ່ງບໍ່ໄດ້ລັງແກເຈົ້າ. ບາງທີພວກເຂົາອາດຈະບໍ່ຢາກສົນໃຈເຈົ້າ, ສະນັ້ນ ພວກເຂົາຈຶ່ງບໍ່ຢາກເສຍເວລາໄປລັງແກເຈົ້າ. ບາງທີພວກເຂົາອາດຈະບໍ່ຮູ້ຈັກເຈົ້າ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດລັງແກເຈົ້າໄດ້. ບາງທີພວກເຂົາອາດຈະຮູ້ສຶກວ່າເຈົ້າເກັ່ງກວ່າພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າລັງແກເຈົ້າ. ມັນມີຫຼາຍສະຖານະການທີ່ເປັນໄປໄດ້ແບບນີ້. ພື້ນຖານຂອງເຈົ້າໃນການກຳນົດວ່າພວກເຂົາເປັນຄົນດີ ແມ່ນສ້າງຂຶ້ນບົນພື້ນຖານທີ່ວ່າພວກເຂົາບໍ່ໄດ້ລັງແກເຈົ້າ, ສະນັ້ນ ພື້ນຖານຂອງຄຳນິຍາມນີ້ຈຶ່ງຜິດພາດໃນຕົວມັນເອງ. ແມ່ນຫຍັງຄືພື້ນຖານທີ່ແທ້ຈິງໃນການກຳນົດວ່າຄົນໃດໜຶ່ງເປັນຄົນດີ? ຖ້າຄົນຜູ້ນີ້ຮັກສິ່ງທີ່ເປັນບວກ, ປະຕິບັດຕໍ່ຄົນອື່ນຢ່າງເປັນທຳ ແລະ ມີຫຼັກການ ພ້ອມທັງມີຫຼັກການໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ, ແລ້ວເຖິງແມ່ນວ່າບາງຄັ້ງພວກເຂົາຈະເວົ້າກັບເຈົ້າຢ່າງກົງໄປກົງມາ, ດ້ວຍນໍ້າສຽງທີ່ແຂງກະດ້າງ ຫຼື ວິພາກວິຈານເຈົ້າ, ພວກເຂົາກໍບໍ່ໄດ້ກຳລັງລັງແກເຈົ້າ. ພວກເຂົາກຳລັງກະທຳການຕາມຫຼັກການ ແລະ ຕັດສິນເລື່ອງຕ່າງໆໂດຍອີງໃສ່ຂໍ້ເທັດຈິງ. ດັ່ງນັ້ນ ພວກເຂົາຈຶ່ງເປັນຄົນດີຢ່າງແທ້ຈິງ ແລະ ພວກເຂົາສາມາດປະຕິບັດຕໍ່ຜູ້ຄົນໄດ້ຕາມຫຼັກການ. ແຕ່ບາງຄົນບໍ່ເປັນແບບນີ້. ເມື່ອພວກເຂົາເຫັນວ່າເຈົ້າມີສະຖານະ ແລະ ເກັ່ງກ້າ, ພວກເຂົາກໍຈະປະຈົບປະແຈງເຈົ້າ. ເມື່ອພວກເຂົາເຫັນວ່າເຈົ້າບໍ່ມີສະຖານະ ແລະ ເສຍປຽບ, ພວກເຂົາກໍຈະລັງແກເຈົ້າ, ຢຽບຢໍ່າເຈົ້າ ແລະ ເວົ້າຈາເຮັດໃຫ້ເຈົ້າເຈັບປວດຢູ່ສະເໝີ. ຖ້າເຈົ້າເຮັດບາງສິ່ງທີ່ຖືກຕ້ອງ, ພວກເຂົາກໍຈະອິດສາເຈົ້າ. ຖ້າເຈົ້າເຮັດບາງສິ່ງທີ່ຜິດພາດ, ພວກເຂົາກໍຈະເຍາະເຍີ້ຍ ແລະ ດູຖູກເຈົ້າ. ຄົນແບບນັ້ນແມ່ນຄົນບໍ່ດີ. ຖ້າເຈົ້າວັດແທກຄວາມດີ ແລະ ຄວາມບໍ່ດີໂດຍອີງໃສ່ສິ່ງທີ່ເປັນບວກ ແລະ ຫຼັກການຄວາມຈິງ, ແລ້ວມາດຕະຖານທີ່ເຈົ້າໃຊ້ວັດແທກສິ່ງຕ່າງໆ ແລະ ຜົນຂອງການວັດແທກຂອງເຈົ້າກໍຈະຖືກຕ້ອງ. ການປະເມີນ ຫຼື ການກຳນົດລັກສະນະຂອງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໃນໂລກ ແລະ ໃນສັງຄົມນັ້ນແມ່ນກັບຫົວກັບຫາງໃນຕົວມັນເອງ. ຄົນສ່ວນໃຫຍ່ໃນສັງຄົມຍົກຍ້ອງຜູ້ນຳທີ່ພວກເຂົາຮັກ, ຄົນທີ່ມີຊື່ສຽງ ຫຼື ດາລາ. ບໍ່ວ່າຄົນທີ່ມີຊື່ສຽງ, ດາລາ ແລະ ຜູ້ນຳເຫຼົ່ານີ້ຈະເວົ້າຫຍັງກໍຕາມ, ພວກເຂົາກໍຄິດວ່າມັນຖືກຕ້ອງ ແລະ ບໍ່ມີໃຜເປີດໂປງ ຫຼື ຄັດຄ້ານຄຳເວົ້ານັ້ນ. ບໍ່ວ່າຄົນເຫຼົ່ານັ້ນຈະວາງອຳນາດບາດໃຫຍ່ໃສ່ຄົນທຳມະດາ ແລະ ກົດຂີ່ຂົ່ມເຫັງພວກເຂົາ, ຈຳແນກ ຫຼື ຂູດຮີດຄົນທຸກຍາກ ຫຼື ເຖິງກັບທຳລາຍຊີວິດມະນຸດຢ່າງປ່າເຖື່ອນຄືກັບວ່າພວກເຂົາບໍ່ມີຄ່າແນວໃດກໍຕາມ, ກໍບໍ່ມີໃຜລຸກຂຶ້ນມາປະທ້ວງ ຫຼື ເດີນຂະບວນຕໍ່ຕ້ານພວກເຂົາ. ຖ້າພວກເຂົາເຮັດສິ່ງທີ່ດີສອງສາມຢ່າງເພື່ອສ້າງຂໍ້ໄດ້ປຽບທາງການເມືອງ, ແລ້ວຫຼາຍຄົນກໍຈະສັນລະເສີນເຍີນຍໍ ແລະ ຍົກຍ້ອງພວກເຂົາ. ຖ້າຄົນທີ່ຕໍ່ສູ້ເພື່ອຄວາມຍຸຕິທຳປາກົດຕົວຂຶ້ນ ແລະ ເປີດໂປງລະບອບການປົກຄອງຂອງຊາຕານ ຫຼື ຄົນທີ່ມີຊື່ສຽງ ແລະ ບຸກຄົນສຳຄັນ, ແລ້ວມວນຊົນກໍຈະໂຈມຕີພວກເຂົາຢ່າງພ້ອມພຽງກັນ ໂດຍຫວັງຢ່າງຍິ່ງທີ່ຈະກຳຈັດພວກເຂົາ ແລະ ເຮັດໃຫ້ພວກເຂົາຫາຍໄປ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າສັງຄົມເຮັດທຸກສິ່ງໃນວິທີທີ່ບໍ່ຍຸຕິທຳ ແລະ ແປກປະຫຼາດ; ມັນເຮັດໃຫ້ສິ່ງທີ່ຖືກ ແລະ ສິ່ງທີ່ຜິດກັບຫົວກັບຫາງກັນ. ມາດຕະຖານທີ່ມວນມະນຸດທີ່ເສື່ອມຊາມໃຊ້ກຳນົດຄວາມດີ ແລະ ຄວາມຊົ່ວ ພ້ອມທັງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບນັ້ນລ້ວນແຕ່ຜິດພາດ, ສະນັ້ນ ຂໍ້ສະຫຼຸບທີ່ພວກເຂົາໄດ້ມາກໍບໍ່ສົມເຫດສົມຜົນເຊັ່ນກັນ.

ໃຫ້ພວກເຮົາມາເບິ່ງຕົວຢ່າງໜຶ່ງ. ມີຄົນທີ່ບຸກລຸກ ແລະ ປຸ້ນຈີ້ເຮືອນ, ໂດຍປຸ້ນຄົນລວຍເພື່ອຊ່ວຍຄົນຈົນ. ຫຼັງຈາກທີ່ພວກເຂົາປຸ້ນຈີ້ຊັບສິນຂອງຄົນລວຍແລ້ວ ພວກເຂົາກໍໃຫ້ການຊ່ວຍເຫຼືອແກ່ຄົນທຳມະດາ. ເມື່ອຄົນທຳມະດາໄດ້ຮັບຜົນປະໂຫຍດ ແລະ ສວຍໂອກາດຈາກສິ່ງນີ້, ພວກເຂົາກໍມີຄວາມສຸກ ແລະ ພວກເຂົາກໍຍ້ອງຍໍຄົນເຫຼົ່ານີ້ວ່າເປັນວິລະບູລຸດ ແລະ ເປັນຄົນທ່ຽງທຳທີ່ມີຄຸນນະທຳ. ແຕ່ຖ້າເຈົ້າວິເຄາະເບິ່ງສິ່ງທີ່ພວກທີ່ເອີ້ນກັນວ່າເປັນຄົນທ່ຽງທຳທີ່ມີຄຸນນະທຳເຫຼົ່ານີ້ເຮັດ, ພວກເຂົາທ່ຽງທຳແທ້ບໍ? ຄົນລວຍບາງຄົນໄດ້ຮັບ-ຊັບສິນຂອງພວກເຂົາຜ່ານການບໍລິຫານ ແລະ ຄວາມພະຍາຍາມທີ່ດຸໝັ່ນ ແລະ ເຖິງກັບມີບາງຄົນທີ່ຜ່ານການບໍລິຫານ ແລະ ຄວາມພະຍາຍາມຫຼາຍຊົ່ວຄົນເທົ່ານັ້ນ ຈຶ່ງສາມາດສະສົມຊັບສິນຂອງພວກເຂົາໄດ້. ເຈົ້າມີສິດຫຍັງມາປຸ້ນຈີ້ເອົາສິ່ງຂອງຂອງພວກເຂົາ? ເຈົ້າໄດ້ປຸ້ນຈີ້ເອົາຊັບສິນສ່ວນຕົວຂອງພວກເຂົາ, ນັ້ນແມ່ນສິ່ງທີ່ຜິດ. ຖ້າເຈົ້າມີຄວາມສາມາດ ກໍຈົ່ງໄປຫາເງິນດ້ວຍຕົນເອງ. ການໃຊ້ເງິນທີ່ເຈົ້າຫາມາໄດ້ເພື່ອຊ່ວຍເຫຼືອຄົນຈົນ, ສິ່ງນັ້ນຈຶ່ງສາມາດຖືໄດ້ວ່າເປັນການມີໃຈບຸນ. ແຕ່ເຈົ້າປຸ້ນຈີ້ເອົາຊັບສິນຂອງຄົນລວຍ, ໂດຍເອົາສິ່ງທີ່ເປັນຂອງຄົນອື່ນມາເປັນຂອງຕົນເອງ ແລ້ວກໍຊ່ວຍເຫຼືອຄົນຈົນ. ໃນສາຍຕາຂອງຄົນຈົນ ສິ່ງນີ້ຖືວ່າທ່ຽງທຳ. ນີ້ບໍ່ແມ່ນມຸມມອງທີ່ໄຮ້ສາລະຢ່າງສິ້ນເຊີງບໍ? ຄົນຈົນ ແລະ ຄົນທຳມະດາຍົກຍ້ອງຄົນດັ່ງກ່າວວ່າເປັນວິລະບູລຸດ ແລະ “ວິລະບູລຸດ” ເຫຼົ່ານີ້ກໍເພີດເພີນກັບຕຳແໜ່ງນີ້ ແລະ ກຽດຕິຍົດນີ້ຄືກັບວ່າມັນເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ນີ້ບໍ່ແມ່ນຄວາມໜ້າດ້ານບໍ? ນີ້ບໍ່ແມ່ນເລື່ອງໄຮ້ສາລະຢ່າງສິ້ນເຊີງບໍ? (ແມ່ນແລ້ວ). ພວກເຂົາເອງບໍ່ມີຄວາມສາມາດທີ່ຈະຫາເງິນໄດ້ ແລະ ພວກເຂົາກໍມີຄວາມຄຽດແຄ້ນຕໍ່ຄົນລວຍ, ສະນັ້ນ ພວກເຂົາຈຶ່ງໃຊ້ຄວາມຮຸນແຮງເພື່ອປຸ້ນຈີ້ເອົາຊັບສິນຂອງຄົນລວຍ ແລ້ວແຈກຢາຍໃຫ້ກັບຄົນທຳມະດາ ເພື່ອໃຫ້ຄົນທຳມະດາຍ້ອງຍໍພວກເຂົາ. ຄວາມຈິງແລ້ວ ສິ່ງທີ່ພວກເຂົາເອົາໄປນັ້ນບໍ່ແມ່ນສິ່ງທີ່ພວກເຂົາຫາມາໄດ້ດ້ວຍນໍ້າພັກນໍ້າແຮງຂອງພວກເຂົາເອງເລີຍ ແລະ ສິ່ງທີ່ຄົນຈົນເພີດເພີນນັ້ນກໍບໍ່ແມ່ນສິ່ງທີ່ເປັນຂອງໂຈນເຫຼົ່ານີ້ ແຕ່ເປັນສິ່ງທີ່ເປັນຂອງຄົນລວຍ. ແລ້ວເປັນຫຍັງຈຶ່ງກາຍເປັນວ່າ ພຽງແຕ່ຍ້ອນສິ່ງເຫຼົ່ານີ້ໄດ້ຜ່ານມືຂອງພວກເຂົາ ຄົນທຳມະດາ ແລະ ຄົນຈົນຈຶ່ງຕ້ອງຮູ້ບຸນຄຸນພວກເຂົາຢ່າງເລິກເຊິ່ງ? ມັນຖືກຕ້ອງບໍທີ່ຄົນທຳມະດາຈະເພີດເພີນກັບສິ່ງເຫຼົ່ານີ້ໂດຍບໍ່ຮູ້ສຶກຜິດເລີຍ? ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າສົມຄວນໄດ້ຮັບບໍ? ເຈົ້າຫາພວກມັນມາດ້ວຍນໍ້າພັກນໍ້າແຮງຂອງເຈົ້າເອງບໍ? ເຈົ້າເພີດເພີນກັບສິ່ງຂອງທີ່ປຸ້ນຈີ້ມາຈາກຄົນອື່ນທີ່ເຈົ້າບໍ່ໄດ້ຫາມາ ໂດຍບໍ່ຮູ້ສຶກຜິດຫຍັງເລີຍ ແລະ ເຈົ້າເຖິງກັບຮູ້ສຶກວ່າຄົນລວຍຄວນຖືກປຸ້ນຈີ້ ແລະ ເຈົ້າຄວນເພີດເພີນກັບສິ່ງຂອງທີ່ປຸ້ນຈີ້ມາໄດ້ຈາກຄົນອື່ນນັ້ນ. ເຈົ້າໄດ້ຮັບສິ່ງເຫຼົ່ານີ້ມາລ້າໆ ໂດຍບໍ່ໄດ້ລົງທຶນລົງແຮງຫຍັງເລີຍ ແລະ ເຈົ້າກໍເພີດເພີນກັບພວກມັນໂດຍບໍ່ຮູ້ສຶກຜິດເລີຍ. ນີ້ບໍ່ແມ່ນຄວາມໜ້າດ້ານບໍ? (ແມ່ນແລ້ວ). ພວກທີ່ເອີ້ນກັນວ່າ “ວິລະບູລຸດ” ເຫຼົ່ານີ້ເພີດເພີນກັບຄຳຊື່ນຊົມຈາກຜູ້ຄົນ ແລະ ກຽດຕິຍົດນີ້. ພວກເຂົາເຮັດສິ່ງເຫຼົ່ານີ້ເພື່ອຕອບສະໜອງຄວາມຢາກມີໜ້າມີຕາຂອງພວກເຂົາເອງ. ຍິ່ງຜູ້ຄົນຍ້ອງຍໍ ແລະ ບູຊາພວກເຂົາຫຼາຍເທົ່າໃດ ພວກເຂົາກໍຍິ່ງບ້າຄັ່ງຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາເຖິງກັບປຸ້ນຈີ້ພະລາຊະວັງ, ລັກເອົາຊັບສົມບັດທີ່ຢູ່ຂ້າງໃນ, ເອົາໄປຂາຍ ແລ້ວກໍຫວ່ານເງິນລົງໃນເດີ່ນບ້ານຂອງຄົນຈົນ. ວິທີທີ່ພວກເຂົາຊ່ວຍເຫຼືອຄົນຈົນກໍຄືການປຸ້ນຈີ້ຄົນລວຍ. ນີ້ບໍ່ແມ່ນເລື່ອງໄຮ້ສາລະຢ່າງສິ້ນເຊີງບໍ? (ແມ່ນແລ້ວ). ບໍ່ຕ້ອງເວົ້າເຖິງວ່າການປຸ້ນຈີ້ຊັບສິນຂອງຄົນອື່ນວ່າຜິດກົດໝາຍ ຫຼື ບໍ່, ໃນແງ່ຂອງສິນທຳ ແລະ ຄວາມເປັນມະນຸດແລ້ວ ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ມັນບໍ່ແມ່ນສິ່ງທີ່ເອີ້ນວ່າຄວາມທ່ຽງທຳນັ້ນເລີຍ. ສິ່ງທີ່ພວກເຂົາປຸ້ນຈີ້ມານັ້ນບໍ່ແມ່ນສິ່ງທີ່ພວກເຂົາຄວນເປັນເຈົ້າຂອງເລີຍ. ພວກມັນເປັນສິ່ງທີ່ໄດ້ມາດ້ວຍວິທີການທີ່ຕ່ຳຊ້າ, ສົກກະປົກ, ມີເລ່ລ່ຽມ, ຜິດກົດໝາຍ ແລະ ບໍ່ຖືກຕ້ອງຕາມທຳນອງຄອງທຳ. ພວກເຂົາເອົາໄປແລກປ່ຽນເປັນເງິນຈຳນວນໜຶ່ງ ແລ້ວກໍຊ່ວຍເຫຼືອຜູ້ທີ່ໂດຍພື້ນຖານແລ້ວບໍ່ຕ້ອງການຄວາມຊ່ວຍເຫຼືອ ຫຼື ຜູ້ທີ່ພວກເຂົາຄິດວ່າຄວນໄດ້ຮັບການຊ່ວຍເຫຼືອ ແລ້ວພວກເຂົາກໍໄດ້ຮັບການຍ້ອງຍໍຈາກຄົນເຫຼົ່ານີ້ ແລະ ພວກເຂົາກໍເພີດເພີນກັບກຽດຕິຍົດນີ້. ນີ້ບໍ່ແມ່ນຄວາມໜ້າດ້ານບໍ? ແຕ່ພວກເຂົາພັດພູມໃຈໃນຕົນເອງຫຼາຍ ແລະ ເອີ້ນຕົນເອງວ່າເປັນວິລະບູລຸດທີ່ປຸ້ນຄົນລວຍເພື່ອຊ່ວຍຄົນຈົນ. ຄົນແບບນີ້ເປັນທີ່ນິຍົມຫຼາຍເປັນພິເສດໃນສັງຄົມ. ໃນສະໄໝບູຮານ ມີພວກທີ່ເອີ້ນກັນວ່າ “ວິລະບູລຸດ” ແບບນີ້ຈຳນວນໜຶ່ງ ແລະ ເລື່ອງລາວຂອງພວກເຂົາກໍຍັງຖືກເລົ່າຂານກັນມາຈົນເຖິງທຸກມື້ນີ້. ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? (ແມ່ນແລ້ວ). ໃນທ່າມກາງມວນມະນຸດທັງປວງ ມີໜ້ອຍຄົນຫຼາຍທີ່ຈະເຂົ້າໃຈຢ່າງແທ້ຈິງວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ. ຜູ້ຄົນບໍ່ສາມາດແຍກແຍະສິ່ງເຫຼົ່ານີ້ໄດ້. ຄົນທຳມະດາຈະສາມາດເພີດເພີນກັບສິ່ງທີ່ “ວິລະບູລຸດ” ປຸ້ນຈີ້ມາໄດ້ຈັກມື້? ນັ້ນແມ່ນສິ່ງທີ່ເຈົ້າສົມຄວນໄດ້ຮັບບໍ? ມັນແມ່ນສິ່ງທີ່ເຈົ້າຫາມາໄດ້ບໍ? ມັນບໍ່ແມ່ນສິ່ງທີ່ເຈົ້າຫາມາໄດ້ ແລະ ບໍ່ແມ່ນສິ່ງທີ່ເຈົ້າສົມຄວນໄດ້ຮັບ, ສິ່ງນັ້ນເອີ້ນວ່າການຮັບເອົາຜົນປະໂຫຍດທີ່ບໍ່ສົມຄວນໄດ້ຮັບ. ມັນມີກຽດບໍທີ່ເຈົ້າຈະເພີດເພີນກັບສິ່ງເຫຼົ່ານີ້? ເຈົ້າທຸກຍາກກໍຍ້ອນວ່າເຈົ້າຂີ້ຄ້ານ ຫຼື ຂາດຄວາມສາມາດ. ຄົນທີ່ມີຈິດສຳນຶກ ແລະ ມີເຫດຜົນຄວນພໍໃຈກັບການມີອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ພວກເຂົາຄວນເພີດເພີນກັບສິ່ງທີ່ພວກເຂົາສາມາດຫາມາໄດ້ເທົ່ານັ້ນ. ພຣະເຈົ້າປະທານຫົນທາງໃນການລ້ຽງຊີບໃຫ້ແກ່ເຈົ້າ, ສະນັ້ນ ເຈົ້າກໍຄວນພໍໃຈ. ຖ້າເຈົ້າເຫັນຄົນທີ່ລວຍ, ຄົນທີ່ມີສິ່ງຂອງຫຼາຍຢ່າງ, ຄົນທີ່ຮັ່ງມີ ແລ້ວເຈົ້າກໍຢາກໄດ້ສ່ວນແບ່ງທີ່ເທົ່າທຽມກັນຈາກສິ່ງທີ່ພວກເຂົາມີຢູ່ສະເໝີ, ສິ່ງນີ້ສົມເຫດສົມຜົນບໍ? ແນວຄວາມຄິດນີ້ ໂດຍຕົວມັນເອງແລ້ວແມ່ນບໍ່ສົມເຫດສົມຜົນ. ຊາຕານຄວບຄຸມ ແລະ ກຳອຳນາດເໜືອສັງຄົມ, ສະນັ້ນ ແນ່ນອນວ່າມັນຈຶ່ງບໍ່ມີຄວາມຍຸຕິທຳ. ໃນສັງຄົມ ຄົນຈົນມີຫຼາຍໃນຂະນະທີ່ຄົນລວຍມີໜ້ອຍ, ບໍ່ວ່າສິ່ງນີ້ຈະເກີດຈາກຫຍັງກໍຕາມ ຄວາມຈິງກໍຄື ບາງຄົນລວຍ ແລະ ບາງຄົນຈົນ. ສັງຄົມກໍເປັນແບບນີ້ແຫຼະ, ເຈົ້າອາດຈະບໍ່ລວຍເຖິງແມ່ນວ່າເຈົ້າຈະມີຄວາມສາມາດກໍຕາມ ແລະ ເຈົ້າອາດຈະສາມາດດຳລົງຊີວິດແບບຄົນລວຍໄດ້ຢ່າງແທ້ຈິງເຖິງແມ່ນວ່າເຈົ້າຈະບໍ່ມີຄວາມສາມາດກໍຕາມ. ບໍ່ມີໃຜສາມາດອະທິບາຍສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແຕ່ບໍ່ວ່າຈະເປັນແນວໃດກໍຕາມ ມັນກໍມີການກຳນົດຂອງພຣະເຈົ້າຢູ່ໃນສິ່ງນີ້ເຊັ່ນກັນ. ສິ່ງຂອງທີ່ປຸ້ນຈີ້ເອົາມາຈາກຄົນອື່ນບໍ່ໄດ້ເປັນຂອງເຈົ້າ ແລະ ເຖິງແມ່ນວ່າເຈົ້າຈະໄດ້ພວກມັນມາ ພວກມັນກໍບໍ່ແມ່ນຂອງເຈົ້າ ແລະ ບໍ່ຊ້າກໍໄວເຈົ້າກໍຈະສູນເສຍພວກມັນໄປ. ລອງເບິ່ງຄົນເຫຼົ່ານັ້ນທີ່ບຸກລຸກ ແລະ ປຸ້ນຈີ້ເຮືອນ ແລະ ປຸ້ນຄົນລວຍເພື່ອຊ່ວຍຄົນຈົນ ພາຍໃຕ້ຂໍ້ອ້າງຂອງຄວາມເປັນວິລະບູລຸດ ແລະ ຄວາມຍຸຕິທຳ. ພວກເຂົາເຮັດສິ່ງທີ່ບໍ່ດີທຸກປະເພດຢູ່ເບື້ອງຫຼັງ ເຊັ່ນ: ມົ້ວສຸມກັບການກິນ, ການດື່ມ, ການທ່ຽວຜູ້ຍິງ ແລະ ການຫຼິ້ນການພະນັນ ແລະ ການເສບຢາເສບຕິດ, ໂດຍບາງຄົນເຖິງກັບກໍ່ການຄາດຕະກຳ ຫຼື ການຂົ່ມຂືນ. ຈາກນັ້ນ ພຽງແຕ່ຍ້ອນການປຸ້ນຄົນລວຍເພື່ອຊ່ວຍຄົນຈົນພຽງສອງສາມຄັ້ງ ພວກເຂົາກໍໄດ້ຮັບການຍົກຍ້ອງຈາກຄົນທຳມະດາວ່າເປັນວິລະບູລຸດ. ນີ້ບໍ່ແມ່ນກໍລະນີຂອງຄົນຊົ່ວຊ້າໄດ້ດີບໍ? ຄົນທຳມະດາ ເຊິ່ງເປັນຄົນປະເພດທີ່ໜ້າລັງກຽດ, ຝູງຊົນທີ່ຕ່ຳຕ້ອຍ ແລະ ພວກຄົນຊັ້ນຕ່ຳ ຈະຮູ້ສຶກມີຄວາມສຸກເມື່ອໃດກໍຕາມທີ່ພວກເຂົາໄດ້ຮັບຜົນປະໂຫຍດເລັກນ້ອຍ ແລະ ຍ້ອງຍໍໃຜກໍຕາມທີ່ໃຫ້ຜົນປະໂຫຍດແກ່ພວກເຂົາ. ແລ້ວ “ວິລະບູລຸດ” ເຫຼົ່ານັ້ນເດ? ຄົນທຳມະດາໃຫ້ກຽດຕິຍົດບາງຢ່າງແກ່ພວກເຂົາ ແລະ ໃຫ້ລາງວັນພວກເຂົາ ແລະ ຍົກຍ້ອງພວກເຂົາວ່າເປັນວິລະບູລຸດ, ສະນັ້ນ ພວກເຂົາຈຶ່ງຄິດວ່ານີ້ຄືມົງກຸດແຫ່ງໄຊຊະນະ, ຄິດວ່າພວກເຂົາເປັນວິລະບູລຸດຢ່າງແທ້ຈິງ ແລະ ຄິດວ່າພວກເຂົາບໍ່ມີໃຜທຽບໄດ້. ສະນັ້ນ ພວກເຂົາຈຶ່ງສືບຕໍ່ປຸ້ນຈີ້ ແລະ ຜົນກໍຄື ພວກເຂົາຈົບລົງດ້ວຍການຖືກຍິງຕາຍດ້ວຍລູກປືນພຽງລູກດຽວເມື່ອພວກເຂົາປຸ້ນຈີ້ພະລາຊະວັງ. ພວກເຂົາຄິດແທ້ໆວ່າພວກເຂົາມີຄວາມສາມາດທີ່ຍິ່ງໃຫຍ່ ແລະ ເປັນຍອດມະນຸດ, ຄິດວ່າພວກເຂົາສູງສົ່ງ ແລະ ເໜືອຄົນທຳມະດາ, ແຕ່ຄວາມຈິງແລ້ວ ພວກເຂົາບໍ່ມີແມ່ນແຕ່ຄວາມສາມາດທີ່ຈະຫຼີກລູກປືນໄດ້ ແລະ ສຸດທ້າຍກໍຕາຍໄປ. ນີ້ບໍ່ແມ່ນສິ່ງທີ່ສົມຄວນແລ້ວບໍ? (ສົມຄວນແລ້ວ). ການປຸ້ນຈີ້ ໂດຍຕົວມັນເອງແລ້ວແມ່ນບໍ່ມີກຽດ. ມັນຕ່ຳຊ້າ. ການເພິ່ງພາການປຸ້ນຈີ້ເພື່ອໃຫ້ໄດ້ມາເຊິ່ງການຍ້ອງຍໍຈາກຄົນທຳມະດາ, ເພື່ອໃຫ້ໄດ້ມາເຊິ່ງຊື່ສຽງທີ່ດີ, ເພື່ອໃຫ້ໄດ້ມາເຊິ່ງກຽດຕິຍົດເລັກນ້ອຍ, ສິ່ງນີ້ຊ່າງເປັນສິ່ງທີ່ໜ້າລັງກຽດແທ້ໆ. ໃນທີ່ສຸດ ພວກເຂົາເຖິງກັບຍົກຍ້ອງຕົນເອງວ່າ: “ຄົນທຳມະດາຫາລ້ຽງຊີບບໍ່ໄດ້ ແລະ ຜູ້ຄົນກໍຕົກຢູ່ໃນຄວາມທຸກຍາກລຳບາກ ລ້ວນແລ້ວແຕ່ເປັນຍ້ອນພວກເຈົ້າໜ້າທີ່. ເບິ່ງແມວ່າຂ້ອຍມີຈິດວິນຍານແຫ່ງຄວາມຊອບທຳຫຼາຍສໍ່າໃດ; ຂ້ອຍມີຄວາມສົງສານຕໍ່ຄົນທຳມະດາຊັ້ນລຸ່ມ!” ຄົນແບບນັ້ນທ່ຽງທຳບໍ? (ບໍ່). ຄົນທຳມະດາກໍເວົ້າຈາປິ້ນປ້ອນເຊັ່ນກັນ ແລະ ພວກເຂົາກໍຍິ້ມແຍ້ມເມື່ອພວກເຂົາໄດ້ຮັບຜົນປະໂຫຍດເລັກນ້ອຍ. ຖ້າພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆຈາກເຈົ້າ ບໍ່ວ່າເຈົ້າຈະຕົກຢູ່ໃນສະຖານະການທີ່ຍາກລຳບາກແບບໃດກໍຕາມ ພວກເຂົາກໍຈະບໍ່ສົນໃຈເຈົ້າເລີຍ. ແຕ່ຖ້າເຈົ້າໃຫ້ຜົນປະໂຫຍດແກ່ພວກເຂົາ ໂດຍໃຫ້ພວກເຂົາໄດ້ຮັບສິ່ງທີ່ຈັບຕ້ອງໄດ້, ພວກເຂົາກໍຈະມີຄວາມສຸກ ແລະ ເວົ້າວ່າ: “ເຈົ້າຊ່າງເປັນຄົນດີແທ້ໆ! ເປັນຄົນທີ່ມີໃຈເອື້ອເຟື້ອເຜື່ອແຜ່ຢ່າງຍິ່ງ!” ພວກເຂົາເວົ້າຄຳເວົ້າທີ່ມ່ວນຫູ ແຕ່ບໍ່ມີຄຳເວົ້າໃດຂອງພວກເຂົາທີ່ເປັນຄວາມຈິງເລີຍ. ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄຳເວົ້າທີ່ຖືກຕ້ອງໄດ້. ພວກເຂົາທ່ຽງທຳໄດ້ແນວໃດ? ຄວາມຈິງແລ້ວ ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ມີເລ່ລ່ຽມ.

ບາງຄົນຖືວ່າຕົນເອງເຕັມໄປດ້ວຍຈິດຍິນຍານແຫ່ງຄວາມຊອບທຳ ແລະ ເປັນຄົນທີ່ມີຈິດສຳນຶກ ແລະ ຄວາມເປັນມະນຸດ. ແຕ່ຈິດວິນຍານທີ່ຊອບທຳຂອງພວກເຂົານີ້ຄວນຄ່າແກ່ການກ່າວເຖິງບໍ? ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນຈິດວິນຍານແຫ່ງຄວາມຊອບທຳຢ່າງແນ່ນອນ; ມັນເປັນຄວາມທ່ຽງທຳປະເພດໜຶ່ງທີ່ພວກເຂົາຈິນຕະນາການຂຶ້ນມາເອງຢ່າງເພີ້ຝັນ ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ເປັນບວກທີ່ພຣະເຈົ້າກ່າວເຖິງ ຫຼື ກັບຫຼັກການຄວາມຈິງໃດໆເລີຍ. ນີ້ບໍ່ແມ່ນຄວາມທ່ຽງທຳ; ມັນເປັນການໃຫ້ເຫດຜົນທີ່ບິດເບືອນ, ຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດ. ສາມາດເວົ້າໄດ້ວ່າ ຄຳເວົ້າທີ່ພວກເຂົາເຜີຍແຜ່ ເຊັ່ນ: ພະລັງງານບວກ, ໂລກະທັດ, ຄ່ານິຍົມ ແລະ ທັດສະນະຄະຕິຕໍ່ຊີວິດທີ່ຖືກຕ້ອງ ພ້ອມທັງຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ບໍ່ຄືໃຜນັ້ນ ເບິ່ງຄືວ່າທ່ຽງທຳ ແລະ ຖືກຕ້ອງ ແຕ່ບໍ່ໄດ້ເປັນແບບນັ້ນຢ່າງແທ້ຈິງ. ໃຫ້ເວົ້າຢ່າງຊັດເຈນກໍຄື ພວກມັນລ້ວນແຕ່ເປັນກະແສທີ່ເປັນອັນຕະລາຍ ແລະ ອິດທິພົນທີ່ຊົ່ວຮ້າຍ, ເປັນການໃຫ້ເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດ; ພວກມັນລ້ວນແຕ່ເປັນສິ່ງທີ່ເປັນລົບ ແລະ ພວກມັນລ້ວນແຕ່ເປັນຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດທີ່ກົງກັນຂ້າມກັບສິ່ງທີ່ເປັນບວກຢ່າງສິ້ນເຊີງ. ເພາະສະນັ້ນ ຖ້າເຈົ້າເຫັນດີກັບຄຳເວົ້າເຫຼົ່ານີ້ຂອງຜູ້ບໍ່ມີຄວາມເຊື່ອ ແລະ ຍຶດຕິດກັບມຸມມອງເຫຼົ່ານີ້ຢູ່ໃນໃຈຂອງເຈົ້າຢູ່ສະເໝີ ມັນກໍພິສູດວ່າ ເຈົ້າບໍ່ແມ່ນຄົນທ່ຽງທຳຄືກັນກັບຜູ້ບໍ່ມີຄວາມເຊື່ອ ແລະ ບໍ່ມີຄວາມທ່ຽງທຳໃນຄວາມເປັນມະນຸດຂອງເຈົ້າ. ເຈົ້າຕ້ອງການເສແສ້ງເຮັດວ່າຕົນເອງເປັນຄົນທ່ຽງທຳ ຄືກັນກັບທີ່ຊາຕານພະຍາຍາມເສແສ້ງເຮັດວ່າຕົນເອງເປັນທູດສະຫວັນແຫ່ງຄວາມສະຫວ່າງ. ຊາຕານເວົ້າຄຳເວົ້າທີ່ມ່ວນຫູຈຳນວນໜຶ່ງ ໂດຍຕ້ອງການເສແສ້ງເຮັດວ່າຕົນເອງເປັນພຣະເຈົ້າ, ເປັນຄົນທ່ຽງທຳທີ່ມີຄຸນນະທຳ ແລະ ເປັນສິ່ງທີ່ເປັນບວກ. ເຈົ້າກໍກຳລັງເສແສ້ງເຮັດວ່າຕົນເອງເປັນໃນສິ່ງທີ່ເຈົ້າບໍ່ໄດ້ເປັນເຊັ່ນກັນ; ເຈົ້າມັກຈະເວົ້າຢູ່ສະເໝີວ່າເຈົ້າມີໂລກະທັດ, ຄ່ານິຍົມ ແລະ ທັດສະນະຄະຕິຕໍ່ຊີວິດທີ່ຖືກຕ້ອງ, ວ່າເຈົ້າມີພະລັງງານບວກ ແລະ ຈິດວິນຍານທີ່ທຳ, ວ່າເຈົ້າເປັນວິລະບູລຸດ, ເປັນຄົນທີ່ມີຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ບໍ່ຄືໃຜ ຫຼື ວ່າເຈົ້າທ່ຽງທຳ ແລະ ບໍ່ມີຫຍັງຕ້ອງຢ້ານ, ວ່າບໍ່ວ່າເຈົ້າຈະໄປໃສ ເຈົ້າກໍນຳເອົາຈິດຍິນຍານທີ່ຊອບທຳຕິດໂຕໄປນຳໃນຂະນະທີ່ເຈົ້າເວົ້າ ແລະ ປະຕິບັດຕໍ່ຜູ້ຄົນ, ເຈົ້າມັກຈະວາງມາດຕົນເອງໃນລັກສະນະນີ້ຢູ່ສະເໝີ. ແຕ່ເຮົາເວົ້າວ່າ ເຈົ້າເປັນຄົນທີ່ບໍ່ມີຈິດສຳນຶກຫຼາຍປານໃດເລີຍ, ເປັນຄົນທີ່ຕ້ອງການເສແສ້ງວ່າຕົນເອງມີຈິດວິນຍານແຫ່ງຄວາມຊອບທຳ, ເປັນຄົນທ່ຽງທຳ ແລະ ມີຄວາມເປັນມະນຸດ. ເນື່ອງຈາກເຈົ້າກຳລັງເສແສ້ງເຮັດສິ່ງເຫຼົ່ານີ້ ມັນກໍໝາຍຄວາມວ່າເຈົ້າບໍ່ມີສິ່ງເຫຼົ່ານັ້ນ, ຖ້າບໍ່ດັ່ງນັ້ນ ເຈົ້າຈຳເປັນຕ້ອງເສແສ້ງເຮັດພວກມັນບໍ? ຖ້າເຈົ້າມີຄວາມເປັນມະນຸດຢ່າງແທ້ຈິງ ເຈົ້າກໍບໍ່ຈຳເປັນຕ້ອງເສແສ້ງເຮັດເປັນວ່າມີ ທັງເຈົ້າກໍບໍ່ມີທາງທີ່ຈະຍອມຮັບຄຳເວົ້າ ເຊັ່ນ: ສິ່ງທີ່ເອີ້ນກັນວ່າ “ໂລກະທັດ, ຄ່ານິຍົມ ແລະ ທັດສະນະຄະຕິຕໍ່ຊີວິດທີ່ຖືກຕ້ອງ”, “ພະລັງງານບວກ”, “ການມີຈິດວິນຍານແຫ່ງຄວາມຊອບທຳ” ແລະ “ການມີຈິດວິນຍານແຫ່ງຄວາມເປັນວິລະບູລຸດ”; ເຈົ້າຈະບໍ່ຍອມຮັບສິ່ງທີ່ເປັນລົບເຫຼົ່ານີ້, ບໍ່ຈຳເປັນຕ້ອງເວົ້າເລີຍວ່າ ຫຼັງຈາກທີ່ໄດ້ຟັງຄຳເທດສະໜາມາຫຼາຍຈົນເຖິງທຸກມື້ນີ້ ເຈົ້າກໍຄວນມີຄວາມສາມາດໃນການແຍກແຍະຕໍ່ສິ່ງເຫຼົ່ານີ້. ຖ້າເຈົ້າມີຄວາມເປັນມະນຸດ ເຈົ້າກໍຄົງຈະປະຕິເສດສິ່ງທີ່ເປັນລົບເຫຼົ່ານີ້ມາດົນແລ້ວ. ຖ້າມີຄົນສະເໜີຄຳເວົ້າ ແລະ ຂໍ້ອ້າງເຫຼົ່ານີ້ຢ່າງແທ້ຈິງ ເຖິງແມ່ນວ່າເຈົ້າຈະບໍ່ມີການແຍກແຍະກໍຕາມ ເຈົ້າກໍຈະບໍ່ຍອມຮັບພວກມັນຈາກໃຈຂອງເຈົ້າ. ເຈົ້າຈະຄິດວ່າສິ່ງເຫຼົ່ານັ້ນຈອມປອມເກີນໄປ, ສິ່ງທີ່ສົ່ງເສີມໂດຍພວກທີ່ເອີ້ນກັນວ່ານັກສັງຄົມວິທະຍາ, ນັກການສຶກສາ ແລະ ນັກຄິດ, ພວກທີ່ເອີ້ນກັນວ່າຄົນດັງ ແລະ ບຸກຄົນສຳຄັນ ພ້ອມທັງຜີຮ້າຍ ແລະ ພະຍາມານເຫຼົ່ານັ້ນຂອງໂລກ ລ້ວນແລ້ວແຕ່ເປັນສິ່ງທີ່ບອກໃຫ້ຜູ້ຄົນເສແສ້ງ. ມັນຄືກັບຄຳເວົ້າທີ່ເປັນທີ່ນິຍົມໃນສັງຄົມທີ່ວ່າ: “ຖ້າທຸກຄົນມອບຄວາມຮັກໃຫ້ກັນພຽງເລັກນ້ອຍ ໂລກນີ້ກໍຈະກາຍເປັນສະຖານທີ່ທີ່ສວຍງາມ”. ເຈົ້າເຫັນບໍ ມານຮ້າຍທີ່ຊົ່ວຮ້າຍເວົ້າວ່າທຸກຄົນຄວນມອບຄວາມຮັກໃຫ້ກັນພຽງເລັກນ້ອຍ, ເວົ້າອີກຢ່າງໜຶ່ງກໍຄື ຄົນທຳມະດາທຸກຄົນຄວນມອບຄວາມຮັກ, ທຸກຄົນຄວນຮັກມານຮ້າຍທີ່ຊົ່ວຮ້າຍ, ທຸກຄົນຄວນເຊື່ອຟັງ ແລະ ປະຕິບັດຕາມພັກຂອງພວກເຂົາຢ່າງວ່ານອນສອນງ່າຍ ແລະ ບໍ່ກໍ່ໃຫ້ເກີດຄວາມວຸ້ນວາຍ ຫຼື ສ້າງບັນຫາໃຫ້ກັບປະເທດຊາດ ແລະ ພັກຂອງພວກເຂົາ ແລ້ວໂລກນີ້ກໍຈະສະຫງົບສຸກ. ຄວາມຈິງແລ້ວ ຄົນທຳມະດາເຄີຍເປັນຜູ້ທີ່ກໍ່ໃຫ້ເກີດຄວາມວຸ້ນວາຍຕອນໃດ? ເຫັນໄດ້ຊັດເຈນວ່າ ມານຮ້າຍຕ່າງຫາກທີ່ກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ຍາດແຍ່ງອຳນາດ ແລະ ຜົນປະໂຫຍດ. ມວນມະນຸດກໍຖືກຊາຕານເຮັດໃຫ້ຫຼົງຜິດ ແລະ ເສື່ອມຊາມ; ພວກເຂົາທຸກຄົນຕິດຕາມມານຮ້າຍ ແລະ ຊາຕານ ແລະ ພວກເຂົາທຸກຄົນກໍຫຼີກໜີ ແລະ ຕໍ່ຕ້ານພຣະເຈົ້າ. ສະນັ້ນ ສັງຄົມນີ້ຈະມີຄວາມສະຫງົບສຸກໄດ້ບໍ? ບອກເຮົາເບິ່ງ ຄຳເວົ້າທີ່ວ່າ “ຖ້າທຸກຄົນມອບຄວາມຮັກໃຫ້ກັນພຽງເລັກນ້ອຍ ໂລກນີ້ກໍຈະກາຍເປັນສະຖານທີ່ທີ່ສວຍງາມ” ນັ້ນຟັງຂຶ້ນບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄຳເວົ້າເພື່ອຫຼອກລວງເດັກນ້ອຍ. ຖ້າເຈົ້າບໍ່ມີການແຍກແຍະຕໍ່ຄຳເວົ້າເຫຼົ່ານີ້ ແລະ ເຈົ້າເຊື່ອວ່າ: “ໂລກນີ້ຍັງມີຄວາມຫວັງຢູ່, ເຊື້ອຊາດມະນຸດນີ້ຍັງມີຄົນດີຫຼາຍກວ່າຄົນບໍ່ດີ, ໂລກນີ້ຈະກາຍເປັນສະຖານທີ່ທີ່ສວຍງາມໃນອະນາຄົດ ແລະ ເຊື້ອຊາດມະນຸດນີ້ຈະກ້າວໄປສູ່ວັນໃໝ່ທີ່ສວຍງາມ” ແລ້ວຄວາມຄິດ ແລະ ມຸມມອງຂອງເຈົ້າກໍບໍ່ຕ່າງຫຍັງກັບຄົນທົ່ວໄປ ແລະ ເຈົ້າກໍ ເປັນພຽງແຕ່ຄົນທີ່ບໍ່ມີຄວາມເປັນມະນຸດ. ຄຸນລັກສະນະໜຶ່ງຂອງຄົນທີ່ບໍ່ມີຄວາມເປັນມະນຸດກໍຄື ພວກເຂົາມັກອຳພາງຕົນເອງເປັນພິເສດ ໂດຍໃຊ້ຄຳເວົ້າທີ່ມ່ວນຫູ, ສວຍຫູ ແລະ ໜ້າຊື່ໃຈຄົດເພື່ອອຳພາງຮູບລັກສະນະຂອງພວກເຂົາ, ໃນຂະນະທີ່ສ່ວນເລິກຂອງຫົວໃຈຂອງພວກເຂົານັ້ນສົກກະປົກ ແລະ ມືດມົນເປັນພິເສດ ແລະ ກົນອຸບາຍທີ່ໜ້າລັງກຽດ ແລະ ຕ່ຳຊ້າຂອງພວກເຂົາກໍມີມາຢ່າງບໍ່ຂາດສາຍ. ພວກເຂົາບໍ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳເລີຍ; ພວກເຂົາພຽງແຕ່ມັກໃຊ້ກົນອຸບາຍ. ພວກເຂົາເວົ້າສິ່ງທີ່ຟັງມ່ວນຫູຫຼາຍ; ພວກເຂົາໜ້າໄຫວ້ຫຼັງຫຼອກ ແລະ ເຮັດຄວາມຊົ່ວທຸກຮູບແບບເທົ່າທີ່ຈະຈິນຕະນາການໄດ້. ຄົນດັ່ງກ່າວບໍ່ມີຄວາມເປັນມະນຸດ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ທີ່ບໍ່ມີຄວາມເປັນມະນຸດຢ່າງແທ້ຈິງ. ນີ້ແມ່ນການສະແດງອອກຂອງຄວາມທ່ຽງທຳບໍ? (ບໍ່). ເນື່ອງຈາກຄົນເຫຼົ່ານີ້ບໍ່ທ່ຽງທຳ ເຈົ້າຄິດວ່າພວກເຂົາຈະໃຈດີໄດ້ບໍ? (ບໍ່). ຢ່າວ່າແຕ່ໃຈດີເລີຍ ມັນຈະເປັນເລື່ອງທີ່ໜ້າຍິນດີຖ້າພວກເຂົາເຮັດຄວາມຊົ່ວໜ້ອຍລົງຈັກໜຶ່ງຢ່າງ ເຊິ່ງເປັນພອນສຳລັບທຸກຄົນເທິງແຜ່ນດິນໂລກ. ແຕ່ພວກເຂົາພັດເອີ້ນຕົນເອງວ່າເປັນຄົນທ່ຽງທຳ! ນັ້ນເປັນພຽງການທີ່ພວກເຂົາຍົກຍ້ອງຕົນເອງເທົ່ານັ້ນ! ພວກເຂົາຮອດບໍ່ຮູ້ຊໍ້າວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ເຖິງແມ່ນວ່າຫຼັງຈາກທີ່ໄດ້ຍິນກ່ຽວກັບສິ່ງທີ່ເປັນບວກແລ້ວ ໃນໃຈຂອງພວກເຂົາກໍບໍ່ມັກພວກມັນ ແລະ ເຖິງກັບກຽດຊັງ ແລະ ລັງກຽດພວກມັນອີກດ້ວຍ. ແຕ່ພວກເຂົາກໍຍັງເວົ້າວ່າພວກເຂົາທ່ຽງທຳ ແລະ ໃຈດີ. ຄິດວ່າຈະໄປຫຼອກໃຜໄດ້? ສິ່ງທີ່ເອີ້ນກັນວ່າຄວາມທ່ຽງທຳ, ຄວາມໃຈດີ ແລະ ເຫດຜົນຂອງມວນມະນຸດນັ້ນບໍ່ໄດ້ອີງໃສ່ສິ່ງທີ່ເປັນບວກ ທັງບໍ່ໄດ້ອີງໃສ່ເກນຄວາມຈິງ. ດັ່ງນັ້ນ ຄວາມທ່ຽງທຳ, ຄວາມໃຈດີ, ຄວາມມີເຫດຜົນ ພ້ອມທັງຈິດສຳນຶກ ແລະ ຄວາມມີເຫດຜົນຂອງຜູ້ຄົນທີ່ມວນມະນຸດກຳນົດຂຶ້ນນັ້ນລ້ວນແຕ່ບໍ່ຖືກຕ້ອງ, ບໍ່ມີພື້ນຖານໃນຄວາມຈິງ ແລະ ລ້ວນແຕ່ເປັນເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດ.

ຖ້າຄົນໃດໜຶ່ງມີຈິດສຳນຶກ ແລະ ເຫດຜົນ ແລ້ວຢ່າງທຳອິດຄື ພວກເຂົາແມ່ນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ຢ່າງທີສອງຄື ພວກເຂົາຮູ້ວ່າອັນໃດຖືກ ແລະ ອັນໃດຜິດ. ພວກເຮົາຫາກໍໂອ້ລົມກ່ຽວກັບການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ. ຈົ່ງປະເມີນຕົນເອງ ແລ້ວປະເມີນພໍ່ແມ່ຂອງເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າ, ມີໃຜໃນພວກເຈົ້າແດ່ທີ່ເປັນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້? ເຈົ້າເປັນຄົນແບບນັ້ນບໍ? ຖ້າເຈົ້າເປັນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ແລ້ວໃນອະນາຄົດ ການຍອມຮັບ ແລະ ການອ່ອນນ້ອມຕໍ່ຄວາມຈິງຂອງເຈົ້າກໍຈະເປັນໄປຕາມທຳມະຊາດ. ພຽງແຕ່ພະຍາຍາມຈັກໜ້ອຍ, ອົດທົນຕໍ່ຄວາມຍາກລຳບາກຈັກໜ້ອຍ ແລະ ລົງທຶນລົງແຮງອີກຈັກໜ້ອຍ ເຈົ້າກໍຈະສາມາດບັນລຸມັນໄດ້ ແລ້ວກໍຈະມີຄວາມຫວັງສຳລັບຄວາມລອດພົ້ນຂອງເຈົ້າ. ຖ້າເຈົ້າບໍ່ແມ່ນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ແລະ ໃນອະດີດເຈົ້າເຄີຍເບື່ອໜ່າຍຄວາມຈິງ, ບໍ່ສາມາດຍອມຮັບມັນໄດ້ ແລະ ບໍ່ເຕັມໃຈທີ່ຈະປະຕິບັດຄວາມຈິງດັງກ່າວ ແລະ ເມື່ອເວົ້າເຖິງການຍອມຮັບ ແລະ ການປະຕິບັດຕວາມຄວາມຈິງ ເຈົ້າກໍຮູ້ສຶກລຳຄານຢ່າງໜັກ ແລະ ຮູ້ສຶກຄືກັບຖືກກົດດັນຢ່າງໜັກ, ທຸກທໍລະມານ ແລະ ຂາດອິດສະຫຼະພາບ ແລ້ວໃນອະນາຄົດເຈົ້າກໍຈະມີຄວາມຮູ້ສຶກແບບດຽວກັນກ່ຽວກັບການຍອມຮັບ ແລະ ການປະຕິບັດຄວາມຈິງ; ເຈົ້າຈະບໍ່ຍອມຮັບຄວາມຈິງ. ການທີ່ເຈົ້າບໍ່ສາມາດຍອມຮັບຄວາມຈິງ ແລະ ຄວາມເບື່ອໜ່າຍຂອງເຈົ້າຕໍ່ຄວາມຈິງນັ້ນບໍ່ແມ່ນຍ້ອນວ່າເຈົ້າເຊື່ອໃນພຣະເຈົ້າເປັນເວລາສັ້ນໆ ທັງບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ໄດ້ລົງວິໄນເຈົ້າ ຫຼື ບໍ່ໄດ້ຮັບຜິດຊອບຕໍ່ເຈົ້າ. ສິ່ງເຫຼົ່ານີ້ບໍ່ແມ່ນຕົ້ນເຫດທີ່ແທ້ຈິງ. ແລ້ວຕົ້ນເຫດທີ່ແທ້ຈິງແມ່ນຫຍັງ? ເຈົ້າບໍ່ມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ເຊິ່ງເປັນເງື່ອນໄຂພື້ນຖານນີ້, ສະນັ້ນ ໃນອະນາຄົດເຈົ້າກໍຍັງຈະບໍ່ສາມາດຍອມຮັບຄວາມຈິງໄດ້ ແລະ ເຈົ້າຈະບໍ່ສາມາດບັນລຸການອ່ອນນ້ອມຕໍ່ຄວາມຈິງໄດ້. ບາງຄົນເວົ້າວ່າ: “ຖ້າຂ້ອຍບໍ່ສາມາດຍອມຮັບ ຫຼື ອ່ອນນ້ອມຕໍ່ຄວາມຈິງໄດ້ ຂ້ອຍຍັງຈະສາມາດໄດ້ຮັບຄວາມລອດພົ້ນຢູ່ບໍ?” ແລ້ວພວກເຈົ້າເວົ້າວ່າແນວໃດ, ພວກເຂົາຈະໄດ້ຮັບບໍ? (ບໍ່). ຄຳຕອບຂອງເຮົາກໍຄື: “ມັນກໍເວົ້າໄດ້ຍາກຫຼາຍ”. ເປັນຫຍັງຈຶ່ງເວົ້າໄດ້ຍາກຫຼາຍ? ຕອນນີ້ເຮົາໄດ້ເວົ້າໄປຫຼາຍແລ້ວ ແລະ ໄດ້ຍົກຕົວຢ່າງການສະແດງອອກຫຼາຍຢ່າງ ມັນກໍບໍ່ແນ່ນອນວ່າເຈົ້າຈະສາມາດເອົາຕົນເອງໄປທຽບໃສ່ກັບພວກມັນ ຫຼື ຮັບຮູ້ພວກມັນໃນຕົວເຈົ້າເອງໄດ້ ຫຼື ບໍ່. ຍິ່ງໄປກວ່ານັ້ນ ມັນກໍຍັງບໍ່ແນ່ນອນອີກວ່າເຈົ້າຈະສາມາດເຂົ້າໃຈເລື່ອງເຫຼົ່ານີ້ ແລະ ດ້ານຕ່າງໆຂອງຄວາມຈິງທີ່ເຮົາໄດ້ເວົ້າເຖິງແລ້ວນີ້ໄດ້ ຫຼື ບໍ່. ເພາະສະນັ້ນ ເຖິງແມ່ນວ່າເຮົາຈະບໍ່ບອກພວກເຈົ້າວ່າພວກເຈົ້າສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ກໍຕາມ, ພວກເຈົ້າແຕ່ລະຄົນກໍສາມາດຮັບຮູ້ມັນໄດ້ໂດຍອີງໃສ່ທັດສະນະຄະຕິຂອງພວກເຈົ້າທີ່ມີຕໍ່ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກ. ບໍ່ຈຳເປັນທີ່ເຮົາຈະຕ້ອງບອກພວກເຈົ້າຢ່າງຊັດເຈນ ແລະ ຢ່າງກົງໄປກົງມາຂະໜາດນັ້ນ; ພວກເຈົ້າກໍຮູ້ຢູ່ໃນໃຈຂອງພວກເຈົ້າແຕ່ລະຄົນແລ້ວ.

ຂ. ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ

ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດຈົບແລ້ວ ຕໍ່ໄປພວກເຮົາກໍຄວນເວົ້າກ່ຽວກັບການຮູ້ວ່າອັນໃດຖືກ ແລະ ອັນໃດຜິດ ແມ່ນບໍ? (ແມ່ນແລ້ວ). ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດນັ້ນແຕກຕ່າງຈາກການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດຢ່າງແນ່ນອນ; ຖ້າບໍ່ດັ່ງນັ້ນ ກໍຄົງບໍ່ຈຳເປັນຕ້ອງສົນທະນາພວກມັນແຍກກັນ. ການຮູ້ວ່າອັນໃດຖືກ ແລະ ອັນໃດຜິດໝາຍຄວາມວ່າ ຈາກມຸມມອງຂອງຄວາມເປັນມະນຸດແລ້ວ ຄົນເຮົາຕ້ອງຮູ້ວ່າມຸມມອງໃດ ແລະ ຄຳເວົ້າໃດທີ່ຖືກຕ້ອງ ແລະ ອັນໃດທີ່ບໍ່ຖືກຕ້ອງ. ສິ່ງທີ່ຖືກຕ້ອງຄວນຖືກຍຶດໝັ້ນໄວ້ ແລະ ສິ່ງທີ່ບໍ່ຖືກຕ້ອງກໍຄວນຖືກປະຖິ້ມໄປ. ໃນຄວາມຄິດຂອງຄົນປົກກະຕິ ຈະມີຄວາມຄິດ, ມຸມມອງ ແລະ ພື້ນຖານບາງຢ່າງສຳລັບການແຍກແຍະວ່າອັນໃດຖືກ ແລະ ອັນໃດຜິດ. ພວກເຂົາຈະຍຶດໝັ້ນກັບສິ່ງທີ່ຖືກຕ້ອງ ແລະ ຈະຕໍ່ຕ້ານ ຫຼື ເຖິງກັບປະຕິເສດສິ່ງທີ່ບໍ່ຖືກຕ້ອງ. ຖ້າຄົນເຮົາບໍ່ສາມາດແມ່ນແຕ່ຈະເຮັດສິ່ງນີ້ໄດ້ ມັນກໍສະແດງໃຫ້ເຫັນວ່າມີບາງສິ່ງຂາດຕົກບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາ; ຍັງສາມາດເວົ້າໄດ້ຢ່າງຊັດເຈນອີກວ່າ ຄົນແບບນີ້ບໍ່ມີຄວາມເປັນມະນຸດ. ໃນຖານະທີ່ເປັນຄົນ ຖ້າເຈົ້າເວົ້າວ່າເຈົ້າມີຄວາມເປັນມະນຸດ ແຕ່ເຈົ້າຮອດບໍ່ຮູ້ຊໍ້າວ່າອັນໃດຖືກ ແລະ ອັນໃດຜິດ ແລ້ວເຈົ້າຈະປະພຶດຕົນໃຫ້ດີໄດ້ແນວໃດ? ເຈົ້າຈະປະພຶດຕົນຢ່າງເໝາະສົມໄດ້ແນວໃດ? ເຈົ້າຈະເວົ້າທຸກຄຳເວົ້າ ແລະ ເຮັດທຸກການກະທຳພາຍໃນຄວາມເປັນມະນຸດໄດ້ແນວໃດ? ຖ້າເຈົ້າບໍ່ຮູ້ວ່າອັນໃດຖືກ ແລະ ອັນໃດຜິດ ແລ້ວເຈົ້າກໍບໍ່ໄດ້ເວົ້າ ແລະ ກະທຳທຸກສິ່ງພາຍໃນຄວາມເປັນມະນຸດ. ການບໍ່ກະທຳ ຫຼື ບໍ່ເວົ້າພາຍໃນຄວາມເປັນມະນຸດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ໄດ້ເວົ້າຄຳເວົ້າເຫຼົ່ານີ້ ແລະ ເຮັດສິ່ງເຫຼົ່ານີ້ຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທີ່ຄວາມເປັນມະນຸດຄວນມີ, ນີ້ຄືຄວາມໝາຍຂອງການບໍ່ເວົ້າ ຫຼື ບໍ່ກະທຳພາຍໃນຄວາມເປັນມະນຸດຂອງເຈົ້າ. ບາງຄົນເວົ້າວ່າ: “ຖ້າຄົນເຮົາບໍ່ເວົ້າ ຫຼື ບໍ່ກະທຳພາຍໃນຄວາມເປັນມະນຸດຂອງພວກເຂົາ ແລ້ວພວກເຂົາເວົ້າ ແລະ ກະທຳໂດຍອີງໃສ່ພື້ນຖານຫຍັງ?” ເວົ້າລວມໆແລ້ວມີສອງພື້ນຖານ. ພື້ນຖານໜຶ່ງຄືການເວົ້າ ແລະ ການກະທຳພາຍໃນທຳມະຊາດຂອງມານຮ້າຍ ໂດຍດຳລົງຊີວິດຕາມອຸປະນິໄສແບບຊາຕານ. ຄົນທີ່ເຂົ້າໃຈຄວາມຈິງສາມາດເຫັນໄດ້ວ່າ ຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິຂອງຄົນເຫຼົ່ານີ້ໃນຄຳເວົ້າ ແລະ ການກະທຳຂອງພວກເຂົານັ້ນຄືກັນກັບຂອງມານຮ້າຍ ແລະ ສິ່ງເຫຼົ່ານີ້ກໍເຮັດໃຫ້ຜູ້ຄົນຫຼົງຜິດ, ທຳຮ້າຍ, ລອງໃຈ ແລະ ຊີ້ນຳຜູ້ຄົນໄປໃນທາງທີ່ຜິດ ແລະ ບໍ່ແມ່ນສິ່ງທີ່ເປັນບວກ. ນີ້ຄືພື້ນຖານໜຶ່ງ: ການເວົ້າ ແລະ ການກະທຳພາຍໃນທຳມະຊາດມານຮ້າຍຂອງຕົນເອງ. ອີກພື້ນຖານໜຶ່ງຄືການເວົ້າ ແລະ ການກະທຳແບບສັດເດຍລະສານ ແລະ ສັດເດຍລະສານກໍຍິ່ງບໍ່ມີຄວາມເປັນມະນຸດຫຼາຍກວ່າອີກ. ການບໍ່ມີຄວາມເປັນມະນຸດໝາຍເຖິງການເວົ້າ ແລະ ການກະທຳໂດຍປາສະຈາກຈິດສຳນຶກ ຫຼື ເຫດຜົນ; ມັນງ່າຍດາຍແບບນັ້ນເລີຍ. ຄຳເວົ້າທີ່ສັດເດຍລະສານເວົ້າເປັນກຸ່ມຄຳເວົ້າທີ່ສັບສົນ, ໂງ່ຈ້າ ແລະ ບິດເບືອນ; ທຸກສິ່ງທີ່ພວກມັນເວົ້າມີຫຼັກຄຳສອນທີ່ບິດເບືອນບາງຢ່າງ. ເຈົ້າເຫັນບໍ ຄຳເວົ້າທີ່ພວກມັນເວົ້ານັ້ນຄືກັນກັບຄວາມຄິດ ແລະ ມຸມມອງຂອງສັດ, ພວກມັນບິດເບືອນ ແລະ ໂງ່ຈ້າ, ໂງ່ຈ້າ ແລະ ສັບສົນ. ຫຼັງຈາກທີ່ໄດ້ຟັງພວກມັນແລ້ວ ເຈົ້າກໍບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້ ແລະ ເຈົ້າກໍເວົ້າວ່າ: “ລາວເວົ້າແບບນັ້ນໄດ້ແນວໃດ? ມັນຄືກັບວ່າລາວເປັນເດັກນ້ອຍອາຍຸສາມຫາຫ້າປີ ທີ່ໄຮ້ສາລະ ແລະ ບໍ່ຮູ້ຈັກຄວາມ. ສິ່ງເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ຜູ້ໃຫຍ່ຄວນເວົ້າ! ຄຳເວົ້າຂອງລາວຟັງບໍ່ຂຶ້ນ, ພວກມັນເປັນຕາໜ້າຫົວ, ຄຳເວົ້າເຫຼົ່ານັ້ນເປັນຕາໜ້າອາຍເກີນກວ່າທີ່ຈະເວົ້າຕໍ່ໜ້າຜູ້ຄົນ!” ນັ້ນຄືສັດ, ສັດເດຍລະສານທີ່ກຳລັງເວົ້າຢູ່. ພວກມັນກຳລັງເວົ້າ ແລະ ກະທຳພາຍໃນທຳມະຊາດຂອງສັດເດຍລະສານ ໂດຍບໍ່ມີຄວາມສຳນຶກໃດໆເລີຍ ຫຼື ບໍ່ມີຄວາມສົມເຫດສົມຜົນໃດໆ, ແຮງໄກທີ່ຈະມີຈິດສຳນຶກ ແລະ ເຫດຜົນໃດໜຶ່ງ. ນັ້ນກໍຄື ຄຳເວົ້າຂອງພວກມັນບໍ່ມີເຫດຜົນຢ່າງຍິ່ງ ໂດຍບໍ່ມີເຫດຜົນຮອງຮັບເລີຍ. ເຈົ້າບໍ່ຮູ້ວ່າສິ່ງທີ່ພວກມັນເວົ້າມາຈາກໃສ ແລະ ຫຼັງຈາກທີ່ໄດ້ຍິນພວກມັນແລ້ວ ເຈົ້າກໍສັບສົນ ແລະ ມຶນງົງຢ່າງສິ້ນເຊີງ. ຍິ່ງເຈົ້າຟັງຄຳເວົ້າຂອງພວກມັນ ແລະ ການເລົ່າເລື່ອງຕ່າງໆຂອງພວກມັນຫຼາຍເທົ່າໃດ ມັນກໍຍິ່ງເບິ່ງຄືວ່າວຸ້ນວາຍສຳລັບເຈົ້າຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍບໍ່ມີທາງທີ່ຈະເຂົ້າໃຈພວກມັນໄດ້ເລີຍ. ເມື່ອພວກມັນເວົ້າ ພວກມັນມັກຈະເວົ້າວົນໄປວົນມາ, ເຮັດໃຫ້ສິ່ງຕ່າງໆສັບສົນ, ເວົ້າຊໍ້າໄປຊໍ້າມາ ແລະ ພວກມັນກໍເວົ້າແຕ່ເລື່ອງເດີມໆຍືດຍາວໄປເລື້ອຍໆ ແຕ່ໃນທີ່ສຸດກໍຍັງບໍ່ຮູ້ວ່າຈະສະຫຼຸບມັນແນວໃດ. ນີ້ຄືສັດເດຍລະສານ, ຄືສັດທີ່ກຳລັງເວົ້າ. ຄົນແບບນີ້ມີຄຸນລັກສະນະໜຶ່ງ ນັ້ນກໍຄື ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາຈະເວົ້າຫຍັງ, ພວກເຂົາມີຄວາມຄິດ ຫຼື ມຸມມອງແບບໃດ ຫຼື ພວກເຂົາຮັບເອົາຄວາມຄິດ ຫຼື ມຸມມອງແບບໃດກໍຕາມ ພວກເຂົາກໍຮອດບໍ່ຮູ້ຊໍ້າວ່າຕົນເອງຖືກ ຫຼື ຜິດ. ນີ້ຄືຄຸນລັກສະນະແຫ່ງຄວາມເປັນມະນຸດຂອງພວກເຂົາ. ໃນທີ່ສຸດ ຄຸນລັກສະນະແຫ່ງຄວາມເປັນມະນຸດຂອງພວກເຂົາກໍຖືກກຳນົດວ່າ ຄົນດັ່ງກ່າວບໍ່ມີຄວາມເປັນມະນຸດ ນັ້ນກໍຄື ພວກເຂົາບໍ່ມີຈິດສຳນຶກ ແລະ ເຫດຜົນ. ພວກເຂົາຮອດບໍ່ຮູ້ຊໍ້າວ່າອັນໃດຖືກ ແລະ ອັນໃດຜິດ, ສະນັ້ນ ເຈົ້າຄິດວ່າພວກເຂົາສາມາດເວົ້າ ແລະ ກະທຳດ້ວຍຈິດສຳນຶກໄດ້ບໍ? ພວກເຂົາສາມາດມີຈິດສຳນຶກ ແລະ ເຫດຜົນຂອງຄົນປົກກະຕິໄດ້ບໍ ຖ້າພວກເຂົາບໍ່ຮູ້ວ່າອັນໃດຖືກ ແລະ ອັນໃດຜິດ? ພວກເຂົາສາມາດມີຄວາມຄິດຂອງຄົນປົກກະຕິໄດ້ບໍ ຖ້າພວກເຂົາບໍ່ສາມາດແຍກແຍະວ່າອັນໃດຖືກ ແລະ ອັນໃດຜິດ? ພວກເຂົາຈະບໍ່ມີວັນມີຄວາມຄິດຂອງຄົນປົກກະຕິໄດ້. ຄົນປົກກະຕິບໍ່ສາມາດສື່ສານກັບຄົນແບບນັ້ນໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ມັນເປັນເພາະວ່າເຈົ້າບໍ່ມີຄວາມຮັກບໍ? ບໍ່ແມ່ນ, ມັນເປັນເພາະວ່າເຈົ້າບໍ່ມີຈຸດຮ່ວມກັນ, ເຈົ້າບໍ່ມີຄວາມຄິດ ຫຼື ມຸມມອງໃດໆຮ່ວມກັບພວກເຂົາ. ການສື່ສານກັບພວກເຂົາກໍຄືກັບການສື່ສານກັບສັດ, ກັບມານຮ້າຍ; ມັນເປັນໄປບໍ່ໄດ້. ບອກເຮົາເບິ່ງ ຖ້າເຈົ້າເວົ້າກັບມານຮ້າຍ ແລະ ຊາຕານກ່ຽວກັບຄວາມຈິງ, ເຈົ້າສາມາດເຮັດໃຫ້ພວກມັນເຂົ້າໃຈໄດ້ບໍ? ຖ້າເຈົ້າເວົ້າກັບມານຮ້າຍ ແລະ ຊາຕານວ່າ: “ເຈົ້າຄວນເຊື່ອໃນພຣະເຈົ້າ. ພຣະເຈົ້າສ້າງມວນມະນຸດຂຶ້ນມາ. ໃນຖານະສິ່ງທີ່ເປັນສິ່ງຖືກສ້າງ ມັນເປັນສິ່ງທີ່ຖືກຕ້ອງ ແລະ ເໝາະສົມທີ່ສຸດແລ້ວທີ່ຜູ້ຄົນຄວນນະມັດສະການພຣະເຈົ້າ”, ພວກມັນຈະເວົ້າວ່າແນວໃດ? “ນະມັດສະການພຣະເຈົ້າບໍ? ຂ້ອຍຕ້ອງການໃຫ້ຜູ້ຄົນນະມັດສະການຂ້ອຍ! ຂ້ອຍຈະໄດ້ເງິນເທົ່າໃດສຳລັບການນະມັດສະການພຣະເຈົ້າ? ຖ້າໄດ້ເງິນຂ້ອຍຈຶ່ງຈະເຮັດ.” ນີ້ແມ່ນຄຳເວົ້າປະເພດໃດ? ເຈົ້າສາມາດສື່ສານກັບມານຮ້າຍໄດ້ບໍ? (ບໍ່ໄດ້). ແລ້ວກັບສັດເດ ເຈົ້າສາມາດສື່ສານກັບພວກມັນໄດ້ບໍ? (ພວກເຮົາກໍບໍ່ສາມາດສື່ສານກັບພວກມັນໄດ້ເຊັ່ນກັນ). ເຈົ້າເຫັນບໍ ສັດບາງຊະນິດຫວງອາຫານຂອງພວກມັນຫຼາຍເມື່ອພວກມັນກິນ. ຫຼັງຈາກທີ່ກິນອາຫານຂອງພວກມັນໝົດແລ້ວ ພວກມັນກໍເຖິງກັບພະຍາຍາມຍາດອາຫານຂອງສັດອື່ນ. ຖ້າເຈົ້າບອກພວກມັນວ່າ: “ຢ່າຍາດອາຫານກັນ, ກິນແຕ່ຂອງຕົນເອງກໍພໍ”, ພວກມັນສາມາດເຂົ້າໃຈສິ່ງນີ້ໄດ້ບໍ? (ບໍ່ໄດ້). ເມື່ອຮອດເວລາກິນອາຫານ ພວກມັນກໍຍັງຈະຍາດອາຫານກັນ ແລະ ເຖິງກັບເລີ່ມຕໍ່ສູ້ ແລະ ກັດກັນ. ເຈົ້າບໍ່ສາມາດສື່ສານກັບພວກມັນໄດ້ເລີຍ. ເພື່ອປົກປ້ອງພວກມັນ ແລະ ປ້ອງກັນບໍ່ໃຫ້ພວກມັນຍາດອາຫານກັນ, ເຈົ້າຕ້ອງໃຊ້ມາດຕະການ ແລະ ຈັດການພວກມັນຢ່າງເຂັ້ມງວດ ໂດຍໃຫ້ອາຫານພວກມັນແຍກກັນເມື່ອຮອດເວລາກິນ. ມີແຕ່ວິທີນີ້ເທົ່ານັ້ນຈຶ່ງເປັນວິທີທີ່ເໝາະສົມໃນການຈັດການພວກມັນ. ເປັນຫຍັງ? ເພາະວ່າພວກມັນເປັນສັດ, ພວກມັນບໍ່ມີຄວາມມີເຫດຜົນ ແລະ ຍິ່ງບໍ່ມີການຄວບຄຸມຕົນເອງ ແລະ ພວກມັນບໍ່ສາມາດຕັດສິນໄດ້ວ່າສິ່ງທີ່ພວກມັນເຮັດນັ້ນຖືກ ຫຼື ຜິດ, ສະນັ້ນ ບໍ່ວ່າສິ່ງທີ່ເຈົ້າເວົ້ານັ້ນຈະຖືກຕ້ອງສໍ່າໃດ ແລະ ຟັງຂຶ້ນສໍ່າໃດກໍຕາມ ແລະ ບໍ່ວ່າມັນຈະເປັນປະໂຫຍດຕໍ່ພວກມັນສໍ່າໃດກໍຕາມ, ພວກມັນກໍຈະບໍ່ເຂົ້າໃຈ. ຄົນທີ່ກັບຊາດມາເກີດຈາກສັດກໍເປັນແບບນີ້ເຊັ່ນກັນ. ບໍ່ວ່າຈະໂອ້ລົມຄວາມຈິງຢ່າງຊັດເຈນສໍ່າໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງນັ້ນ; ສະນັ້ນ ພວກເຂົາຈຶ່ງບໍ່ເຄີຍປະຕິບັດຕາມຫຼັກການທີ່ຖືກຕ້ອງ. ເຖິງແມ່ນວ່າພວກເຂົາຈະເຮັດບາງສິ່ງທີ່ຜິດ, ພວກເຂົາກໍບໍ່ຄິດວ່າມັນຜິດ ແລະ ພວກເຂົາກໍຈະຍຶດໝັ້ນໃນສິ່ງນັ້ນ ແລະ ເຖິງກັບເຮັດແບບນັ້ນໄປຕະຫຼອດຊີວິດ. ພວກເຂົາບໍ່ແມ່ນສັດບໍ? ຄົນເຊັ່ນນັ້ນທີ່ບໍ່ສາມາດເຂົ້າໃຈພາສາມະນຸດໄດ້ກໍເປັນຄືກັບສັດ, ເກືອບຈະບໍ່ດີໄປກວ່າກັນເລີຍ.

ຕອນນີ້ພວກເຮົາຈະບໍ່ເວົ້າເຖິງທຳມະຊາດຂອງສັດ ແລະ ມານຮ້າຍ, ແຕ່ຈະເນັ້ນໄປທີ່ດ້ານຄວາມເປັນມະນຸດຂອງການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງແມ່ນການສະແດງອອກທີ່ຄົນທີ່ມີຄວາມເປັນມະນຸດຄວນມີ, ແຕ່ໃນຄວາມເປັນຈິງແລ້ວ ຫຼາຍຄົນພັດຂາດສິ່ງນີ້. ຜູ້ຄົນມັກຈະສະແດງເຫດຜົນທີ່ບິດເບືອນ, ເວົ້າຄຳເວົ້າທີ່ບິດເບືອນ ແລະ ເຖິງກັບເຮັດສິ່ງທີ່ຄາດເຄື່ອນ, ໂດຍເຮັດສິ່ງເຫຼົ່ານັ້ນດ້ວຍຄວາມດື້ດຶງເປັນພິເສດ ແລະ ພວກເຂົາເຖິງກັບສາມາດເຜີຍແຜ່ເຫດຜົນທີ່ບິດເບືອນຂອງພວກເຂົາໃຫ້ກັບຄົນອື່ນ, ໂດຍສົ່ງຕໍ່ມັນໃຫ້ກັບພວກເຂົາ. ການໃຫ້ເຫດຜົນທີ່ພວກເຂົາສະແດງອອກນັ້ນບິດເບືອນຢ່າງຮ້າຍແຮງ ແຕ່ພວກເຂົາກໍຍັງສົ່ງຕໍ່ໃຫ້ກັບຄົນອື່ນ, ບໍ່ພຽງແຕ່ທຳຮ້າຍຕົນເອງເທົ່ານັ້ນ ແຕ່ຍັງທຳຮ້າຍຄົນອື່ນອີກດ້ວຍ. ຕົວຢ່າງ: ຖ້າພວກເຂົາບໍ່ມັກກິນເຂົ້າ, ພວກເຂົາກໍຈະເວົ້າວ່າ “ເຂົ້າບໍ່ມີຄຸນຄ່າທາງໂພຊະນາການ. ພວກເຮົາຄວນກິນໝີ່, ໝັນໂຖ ແລະ ເຂົ້າຈີ່”. ພວກເຂົາເວົ້າວ່າເຂົ້າບໍ່ມີຄຸນຄ່າທາງໂພຊະນາການ. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ເຈົ້າເປັນນັກໂພຊະນາການບໍ? ເຈົ້າໄດ້ທົດສອບມັນແລ້ວບໍ? ແມ່ນຫຍັງຄືພື້ນຖານຂອງເຈົ້າສຳລັບການເວົ້າວ່າເຂົ້າບໍ່ມີຄຸນຄ່າທາງໂພຊະນາການ? ຕົວຢ່າງ: ມີບາງສະຖານທີ່ທີ່ພວກເຂົາປູກແຕ່ເຂົ້າ ບໍ່ປູກທັນຍາພືດ, ຜູ້ຄົນຢູ່ບ່ອນນັ້ນກໍກິນເຂົ້າຕະຫຼອດຊີວິດຂອງພວກເຂົາ ແລະ ດຳລົງຊີວິດໄດ້ເປັນຢ່າງດີ, ໂດຍທີ່ຫຼາຍຄົນກໍມີອາຍຸຍືນຍາວ. ແຕ່ໂດຍອີງໃສ່ຄວາມມັກຂອງພວກເຂົາເອງ, ຄົນທີ່ສະແດງເຫດຜົນທີ່ບິດເບືອນສາມາດເວົ້າໄດ້ວ່າ “ເຂົ້າບໍ່ມີຄຸນຄ່າທາງໂພຊະນາການ”, ເຖິງກັບເວົ້າສິ່ງນີ້ຄືກັບວ່າມັນເປັນເຫດຜົນທີ່ຟັງຂຶ້ນ. ນີ້ເປັນເຫດຜົນທີ່ຟັງຂຶ້ນແທ້ໆບໍ? (ບໍ່). ພວກເຮົາຈະບໍ່ເວົ້າເຖິງວ່າຄຳເວົ້ານີ້ສອດຄ່ອງກັບຄວາມຈິງ ຫຼື ບໍ່, ມັນບໍ່ແມ່ນເຫດຜົນທີ່ຖືກຟັງຂຶ້ນເລີຍ. ພວກເຂົາກ້າສະແດງເຫດຜົນທີ່ບິດເບືອນແບບນັ້ນອອກມາໄດ້ແນວໃດ? ພວກເຂົາເປັນມະນຸດບໍ? (ບໍ່). ຄຳເວົ້ານີ້ຜິດພາດຢ່າງເຫັນໄດ້ຊັດເຈນ; ມັນເປັນຄຳເວົ້າທີ່ເວົ້າອອກມາເນື່ອງຈາກຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຄວາມລຳອຽງຢ່າງຊັດເຈນ, ເປັນຄຳເວົ້າຈາກຄົນທີ່ເວົ້າໃນລັກສະນະທີ່ບິດເບືອນ. ພວກເຂົາເອງກໍບໍ່ຮູ້ວ່າມັນຖືກ ຫຼື ບໍ່, ແຕ່ພວກເຂົາກໍຍັງປະກາດມັນຢ່າງເປີດເຜີຍ, ໂດຍປ່າວປະກາດມັນໄປທົ່ວທຸກບ່ອນ. ບາງຄົນມັກກິນເຂົ້າ ແລະ ບໍ່ມັກອາຫານທີ່ເຮັດຈາກທັນຍາພືດ. ເມື່ອພວກເຂົາເຫັນຄົນໃດໜຶ່ງກິນອາຫານທີ່ເຮັດຈາກທັນຍາພືດ, ພວກເຂົາກໍເວົ້າວ່າ “ອາຫານທີ່ເຮັດຈາກທັນຍາພືດບໍ່ມີຄຸນຄ່າທາງໂພຊະນາການ, ເຂົ້າຈຶ່ງມີຄຸນຄ່າທາງໂພຊະນາການ. ຄົນທີ່ກິນອາຫານທີ່ເຮັດຈາກທັນຍາພືດເປັນຄົນໄຮ້ຄ່າ, ໃນຂະນະທີ່ຄົນທີ່ກິນເຂົ້າເປັນຄົນສູງສົ່ງ!” ພວກເຂົາໃຊ້ທິດສະດີນີ້ເປັນພື້ນຖານເພື່ອປະເມີນຄົນທຸກປະເພດ. ຖ້າເຈົ້າມັກກິນອາຫານທີ່ເຮັດຈາກທັນຍາພືດ, ພວກເຂົາກໍຈະຖືວ່າເຈົ້າຕໍ່າຕ້ອຍ ແລະ ບໍ່ສູງສົ່ງຄືກັບພວກເຂົາ. ຄຳເວົ້ານີ້ຜິດຢ່າງເຫັນໄດ້ຊັດເຈນ, ແຕ່ພວກເຂົາພັດບໍ່ສາມາດແຍກແຍະສິ່ງນີ້ໄດ້ ແລະ ເຖິງກັບເວົ້າມັນໄປທົ່ວທຸກບ່ອນ. ບອກເຮົາເບິ່ງ, ຄົນແບບນັ້ນມີຄວາມເປັນມະນຸດບໍ? (ບໍ່ມີ). ເມື່ອພວກເຂົາບໍ່ມັກກິນເຂົ້າອີກຕໍ່ໄປ ແລະ ເລີ່ມມັກອາຫານທີ່ເຮັດຈາກທັນຍາພືດ, ພວກເຂົາກໍເວົ້າວ່າ “ເຂົ້າບໍ່ມີຄຸນຄ່າທາງໂພຊະນາການ, ອາຫານທີ່ເຮັດຈາກທັນຍາພືດຈຶ່ງມີໂພຊະນາການ. ເບິ່ງແມວ່າຄົນທີ່ມັກກິນອາຫານທີ່ເຮັດຈາກທັນຍາພືດມີຮ່າງກາຍກຳຢຳສໍ່າໃດ; ພວກເຮົາຄວນກິນໝີ່ ແລະ ໝັນໂຖໃຫ້ຫຼາຍຂຶ້ນ! ເຂົ້າເປັນອາຫານທີ່ມີລິດເຢັນ(ຂ), ມັນບໍ່ດີຕໍ່ຮ່າງກາຍ!” ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ນີ້ບໍ່ແມ່ນຄວາມລຳອຽງບໍ? (ແມ່ນແລ້ວ). ນີ້ຄືຄວາມລຳອຽງ; ມັນບໍ່ແມ່ນຂໍ້ເທັດຈິງ. ພວກເຂົາເວົ້າສິ່ງນີ້ໂດຍອີງໃສ່ພື້ນຖານຫຍັງ? ໂດຍອີງໃສ່ຄວາມມັກ ແລະ ຄວາມລຳອຽງຂອງພວກເຂົາເອງ, ໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຂອງພວກເຂົາ. ແຕ່ພວກເຂົາບໍ່ຮູ້ວ່າສິ່ງນີ້ບໍ່ຖືກຕ້ອງ ແລະ ເຖິງກັບເວົ້າມັນ ແລະ ປະກາດມັນຄືກັບວ່າມັນຖືກຕ້ອງ. ຖ້າມີໃຜສະເໜີຄວາມຄິດເຫັນທີ່ແຕກຕ່າງ, ພວກເຂົາກໍຈະໂຕ້ຖຽງກັບ ແລະ ຍັງຄົງຍຶດໝັ້ນໃນມຸມມອງທີ່ຄາດເຄື່ອນຂອງພວກເຂົາ. ນີ້ບໍ່ແມ່ນຄວາມບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງບໍ? (ແມ່ນແລ້ວ). ແມ່ນແຕ່ເລື່ອງທີ່ງ່າຍດາຍແບບນີ້ ພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ບອກເຮົາເບິ່ງ, ຈິດສຳນຶກຂອງພວກເຂົາສາມາດເຮັດວຽກໄດ້ບໍ? ພວກເຂົາສາມາດເປັນຄົນຊື່ກົງໄດ້ບໍ? ຄົນທີ່ຊື່ກົງຕ້ອງຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ຈຶ່ງຈະສາມາດຜະດຸງຄວາມຍຸຕິທຳ ແລະ ຍຶດໝັ້ນໃນຫຼັກການໄດ້; ເມື່ອນັ້ນ ສິ່ງທີ່ພວກເຂົາຍຶດໝັ້ນຈຶ່ງຈະຖືກຕ້ອງ. ຖ້າຄົນໃດໜຶ່ງບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ແລະ ຍຶດຕິດກັບຄຳເວົ້າທີ່ຜິດພາດ ຫຼື ຄວາມຄິດ ແລະ ມຸມມອງທີ່ຜິດພາດຢ່າງດື້ດຶງ, ສິ່ງທີ່ພວກເຂົາເອີ້ນວ່າຄວາມຊື່ກົງນັ້ນແມ່ນຄວາມຊື່ກົງທີ່ແທ້ຈິງບໍ? ມັນບໍ່ແມ່ນຄວາມຊື່ກົງ; ມັນຄືການບິດເບືອນ, ຄວາມໄຮ້ສາລະ ແລະ ການໃຫ້ເຫດຜົນທີ່ບິດເບືອນ. ສະນັ້ນ, ບອກເຮົາເບິ່ງ, ຈິດສຳນຶກຂອງຄົນແບບນັ້ນມີຢູ່ບໍ? (ບໍ່ມີ). ພວກເຂົາບໍ່ມີຈິດສຳນຶກໃຫ້ເວົ້າເຖິງເລີຍ. ບາງຄົນ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວເກີດຂຶ້ນພາຍໃນພວກເຂົາ, ພວກເຂົາກໍສາມາດຮັບຮູ້ມັນໄດ້ໃນໃຈຂອງພວກເຂົາ ແລະ ຖືກຢັບຢັ້ງໂດຍຄວາມມີເຫດຜົນຂອງພວກເຂົາ. ພວກເຂົາຮູ້ວ່າຄວາມປາຖະໜາທີ່ເຫັນແກ່ຕົວນັ້ນບໍ່ຖືກຕ້ອງ, ສະນັ້ນ ພວກເຂົາຈຶ່ງສາມາດກະບົດຕໍ່ເນື້ອໜັງ ແລະ ປ່ອຍວາງພວກມັນໄດ້. ແຕ່ບາງຄົນພັດແຕກຕ່າງອອກໄປ; ໂດຍສະເພາະຄົນທີ່ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ແລະ ມັກຈະສະແດງເຫດຜົນທີ່ບິດເບືອນ ຈະຍັງຄົງຍຶດໝັ້ນກັບມຸມມອງທີ່ຜິດພາດຢ່າງໂງ່ຈ້າ ແລະ ຢ່າງດື້ດຶງ. ຕົວຢ່າງ: ບາງຄົນເຕັ້ນບໍ່ເກັ່ງ; ເມື່ອພວກເຂົາເຕັ້ນ, ພວກເຂົາເຄື່ອນໄຫວບໍ່ຄ່ອງແຄ້ວ, ພວກເຂົາບໍ່ມີຄວາມສົມດຸນ ແລະ ພວກເຂົາບໍ່ສາມາດເຂົ້າຈັງຫວະໄດ້, ມັກຈະເຮັດໃຫ້ຕົນເອງຂາຍໜ້າຢູ່ສະເໝີ. ສະນັ້ນ ພວກເຂົາຈຶ່ງເວົ້າວ່າ “ຄົນທີ່ບໍ່ມັກເຕັ້ນເປັນຄົນໜັກແໜ້ນ. ຄົນທີ່ມັກເຕັ້ນລ້ວນແຕ່ບໍ່ໜັກແໜ້ນ, ພວກເຂົາມີບຸກຄະລິກທີ່ບໍ່ດີ ແລະ ປ່ອຍຕົວ. ຖ້າເຈົ້າແຕ່ງງານກັບຄົນແບບນັ້ນ, ຊີວິດຂອງເຈົ້າຈະບໍ່ໝັ້ນຄົງຢ່າງແນ່ນອນ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? (ການມັກເຕັ້ນບໍ່ມີຫຍັງກ່ຽວຂ້ອງກັບການເປັນຄົນໜັກແໜ້ນ ຫຼື ບໍ່). ໂດຍບໍ່ເວົ້າເຖິງວ່າພວກເຂົາເວົ້າສິ່ງນີ້ອອກມາຈາກຄວາມເຫັນແກ່ຕົວ, ຄວາມອິດສາ ຫຼື ຄວາມພະຍາຍາມທີ່ຈະໃສ່ຮ້າຍປ້າຍສີ ຫຼື ບໍ່, ບໍ່ວ່າເຈດຕະນາຂອງພວກເຂົາຈະເປັນແນວໃດກໍຕາມ, ຄຳເວົ້າຂອງພວກເຂົາສອດຄ່ອງກັບຂໍ້ເທັດຈິງທີ່ເປັນພາວະວິໄສບໍ? ຄົນທີ່ເຕັ້ນເປັນ ແລະ ເຕັ້ນເກັ່ງຈຳເປັນຕ້ອງເປັນຄົນບໍ່ໜັກແໜ້ນສະເໝີໄປບໍ? ຄຳເວົ້າແບບນັ້ນອີງໃສ່ແກ່ນແທ້ຄວາມເປັນມະນຸດຂອງຄົນເຫຼົ່ານີ້ບໍ? ມັນເປັນຂໍ້ເທັດຈິງບໍທີ່ພວກເຂົາບໍ່ໜັກແໜ້ນ? (ບໍ່). ຍິ່ງໄປກວ່ານັ້ນ, ການເປັນຄົນໜັກແໜ້ນໝາຍເຖິງຫຍັງ? ການເປັນຄົນໜັກແໜ້ນໝາຍຄວາມວ່າຄົນນັ້ນເປັນຄົນດີບໍ? ການເປັນຄົນໜັກແໜ້ນເປັນການສະແດງອອກເຖິງການເປັນຄົນທ່ຽງທຳ ແລະ ໃຈດີ, ເຖິງການມີຄວາມເປັນມະນຸດບໍ? ຢ່າງດີທີ່ສຸດ ມັນກໍເປັນພຽງຂໍ້ດີ ຫຼື ຈຸດແຂງໃນຄວາມເປັນມະນຸດຂອງຄົນໆໜຶ່ງ; ມັນບໍ່ສາມາດບົ່ງບອກໄດ້ວ່າຄົນນັ້ນມີຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາເວົ້າເຖິງມຸມມອງຂອງພວກເຂົາຄືກັບວ່າມັນເປັນການໃຫ້ເຫດຜົນທີ່ຖືກຕ້ອງ, ຄືກັບວ່າມັນເປັນຄຳເວົ້າທີ່ຖືກຕ້ອງ. ນີ້ບໍ່ແມ່ນການສະແດງເຫດຜົນທີ່ບິດເບືອນບໍ? (ແມ່ນແລ້ວ). ການທີ່ພວກເຂົາສາມາດເວົ້າຄຳເວົ້າເຫຼົ່ານັ້ນອອກມາໄດ້ ພິສູດໃຫ້ເຫັນວ່າພວກເຂົາບໍ່ຮູ້ວ່າສິ່ງທີ່ພວກເຂົາກຳລັງເວົ້ານັ້ນຖືກ ຫຼື ຜິດ. ບອກເຮົາເບິ່ງ, ຄົນແບບນັ້ນມີຄວາມເປັນມະນຸດບໍ? (ບໍ່ມີ). ພວກເຂົາສ້າງບັນຫາຫຼາຍບໍ່ແມ່ນບໍ? (ແມ່ນແລ້ວ). ຖ້າເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ເຖິງແມ່ນວ່າພວກເຂົາຈະອິດສາຄົນທີ່ເຕັ້ນເກັ່ງ, ຫຼາຍທີ່ສຸດພວກເຂົາກໍຈະເວົ້າວ່າ “ເບິ່ງແມວ່າແຂນ ແລະ ຕີນຂອງພວກເຂົາຄ່ອງແຄ້ວສໍ່າໃດເວລາທີ່ພວກເຂົາເຕັ້ນ. ຂ້ອຍກໍຢາກເຕັ້ນຄືກັນ, ແຕ່ຂ້ອຍບໍ່ມີພອນສະຫວັນດ້ານນີ້, ບໍ່ມີຈຸດແຂງດ້ານນີ້; ຂ້ອຍເຕັ້ນບໍ່ເກັ່ງ. ຂ້ອຍອິດສາແທ້ໆທີ່ພວກເຂົາສາມາດເຕັ້ນໄດ້ເກັ່ງ! ຖ້າຂ້ອຍເຕັ້ນເກັ່ງຄືກັບພວກເຂົາກໍຄົງຈະດີ!” ການເວົ້າແບບນີ້ຍັງພໍຮັບໄດ້; ສິ່ງນີ້ເອີ້ນວ່າການເວົ້າຄວາມຈິງຢ່າງກົງໄປກົງມາ. ຢ່າງຫຼາຍທີ່ສຸດ, ມັນກໍມີອຸປະນິໄສທີ່ເສື່ອມຊາມບາງຢ່າງຢູ່ໃນນີ້, ແຕ່ມັນບໍ່ແມ່ນການສະແດງອອກເຖິງການມີຄວາມເປັນມະນຸດທີ່ບໍ່ສົມບູນ. ເຖິງຢ່າງໃດກໍຕາມ, ບັນຫາຂອງການສະແດງການໃຫ້ເຫດຜົນທີ່ບິດເບືອນແມ່ນບັນຫາທີ່ຮ້າຍແຮງ. ພວກເຂົາເວົ້າວ່າ “ຄົນທີ່ເຕັ້ນລ້ວນແຕ່ບໍ່ໜັກແໜ້ນ ແລະ ປ່ອຍຕົວ. ເຈົ້າສາມາດເບິ່ງອອກໄດ້ໃນທັນທີວ່າພວກເຂົາບໍ່ແມ່ນຄົນທີ່ສາມາດເຮັດສິ່ງທີ່ຍິ່ງໃຫຍ່ໄດ້”. ການທີ່ພວກເຂົາສາມາດເວົ້າຄຳເວົ້າເຫຼົ່ານີ້ອອກມາໄດ້ ເປີດໂປງໃຫ້ເຫັນວ່າມີບັນຫາໃຫຍ່ກັບຄວາມເປັນມະນຸດຂອງພວກເຂົາ. ບັນຫາໃຫຍ່ຫຍັງ? ຄວາມເປັນມະນຸດຂອງພວກເຂົາຂາດເງື່ອນໄຂພື້ນຖານ ນັ້ນກໍຄືການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ພວກເຂົາສາມາດເວົ້າສິ່ງທີ່ຜິດ, ສິ່ງທີ່ບິດເບືອນ ແລະ ສິ່ງທີ່ຄາດເຄື່ອນ ຄືກັບວ່າພວກມັນເປັນເຫດຜົນທີ່ດີ ແລະ ເປັນຄຳເວົ້າທີ່ຖືກຕ້ອງ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນໄດ້ວ່າພວກເຂົາບໍ່ມີຄວາມເປັນມະນຸດ. ພວກເຂົາເວົ້າຕາມໃຈມັກ, ໂດຍບໍ່ຖືກ ຈິດສຳນຶກຂອງພວກເຂົາຢັບຢັ້ງໄວ້. ພວກເຂົາເຖິງກັບສາມາດສະແດງເຫດຜົນທີ່ບິດເບືອນອອກມາຢ່າງເປີດເຜີຍ, ດ້ວຍຄວາມຮູ້ສຶກທີ່ວ່າຕົນເອງມີເຫດຜົນ, ໂດຍທີ່ບໍ່ຮູ້ແມ່ນແຕ່ທາດແທ້ຂອງຄຳເວົ້າເຫຼົ່ານີ້ ຫຼື ຜົນສະທ້ອນຂອງການເວົ້າຄຳເວົ້າເຫຼົ່ານີ້ວ່າຈະເປັນແນວໃດ. ນີ້ຄືການສະແດງອອກເຖິງການບໍ່ມີຄວາມເປັນມະນຸດ. ຄົນທີ່ບໍ່ມີຄວາມເປັນມະນຸດມັກຈະເວົ້າສິ່ງທີ່ຜິດພາດ ແລະ ສິ່ງທີ່ໄຮ້ສາລະແບບນັ້ນຢ່າງເປີດເຜີຍ. ນີ້ຄືການເປີດເຜີຍຕາມທຳມະຊາດຂອງພວກເຂົາ. ພວກເຂົາບໍ່ພຽງແຕ່ເວົ້າສິ່ງເຫຼົ່ານີ້ເມື່ອເວົ້າເຖິງເລື່ອງໜຶ່ງ ຫຼື ສອງເລື່ອງເທົ່ານັ້ນ, ພວກເຂົາເວົ້າແບບນີ້ໃນທຸກເລື່ອງ, ໂດຍສະແດງຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນບາງຢ່າງ ແລະ ເຊື່ອວ່າມັນເປັນແບບນັ້ນໃນໃຈຂອງພວກເຂົາ. ພວກເຂົາບໍ່ເຄີຍຍອມຮັບຄຳເວົ້າທີ່ຖືກຕ້ອງ ຫຼື ເປັນບວກ, ທັງບໍ່ເຄີຍສະແຫວງຫາຄຳເວົ້າທີ່ຖືກຕ້ອງ ຫຼື ເປັນບວກ, ແຕ່ພັດຍຶດໝັ້ນໃນການເວົ້າແບບນີ້ ແລະ ໃນການປະພຶດຕົນແບບນີ້. ສະນັ້ນ, ຄົນດັ່ງກ່າວຈຶ່ງເປັນຄົນທີ່ບໍ່ມີຄວາມເປັນມະນຸດຢ່າງແນ່ນອນ. ພວກເຂົາດື້ດຶງທີ່ຈະເວົ້າແບບນີ້, ເຊິ່ງເປີດໂປງໃຫ້ເຫັນຢ່າງຄົບຖ້ວນເຖິງບັນຫາໜຶ່ງ, ຂໍ້ເທັດຈິງໜຶ່ງຄື: ພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງແລະ ອັນໃດບໍ່ຖືກຕ້ອງ ແລະ ພວກເຂົາຄິດວ່າຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດທັງໝົດນັ້ນຖືກຕ້ອງ. ຖ້າເຈົ້າຖາມພວກເຂົາວ່າ “ອັນໃດບໍ່ຖືກຕ້ອງ?” ພວກເຂົາກໍຈະເວົ້າວ່າ “ສິ່ງໃດກໍຕາມທີ່ກົງກັນຂ້າມກັບຄຳເວົ້າເຫຼົ່ານີ້ອາດຈະບໍ່ຖືກຕ້ອງ”. ແລະ ຖ້າເຈົ້າຖາມພວກເຂົາຕື່ມອີກວ່າ “ແລ້ວຄຳເວົ້າທີ່ສອດຄ່ອງກັບຫຼັກການຄວາມຈິງ, ທີ່ສອດຄ່ອງກັບຂໍ້ເທັດຈິງທີ່ເປັນພາວະວິໄສເດ? ພວກມັນຖືກຕ້ອງບໍ?” ພວກເຂົາກໍຈະເວົ້າວ່າ “ໃຜຈະໄປສົນ? ໃຜຈະຮູ້ວ່າພວກມັນຖືກຕ້ອງ ຫຼື ບໍ່? ແນວໃດກໍຕາມ, ຄຳເວົ້າທີ່ຂ້ອຍເວົ້ານັ້ນຖືກຕ້ອງ!” ການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ນີ້ຄືການສະແດງອອກທີ່ຄົນທີ່ມີຈິດສຳນຶກ ແລະ ມີເຫດຜົນຢ່າງແທ້ຈິງຄວນມີບໍ? (ບໍ່). ຄຳຕອບນັ້ນເຫັນໄດ້ຊັດເຈນຫຼາຍ: ມັນບໍ່ແມ່ນຢ່າງແນ່ນອນ.

ເມື່ອກ່ອນມີຄົນໜຶ່ງທີ່ມັກເຮັດທຸລະກິດ ໄດ້ຊື້ເຄື່ອງນຸ່ງລ້າງສະຕັອກບາງສ່ວນຈາກຜູ້ບໍ່ມີຄວາມເຊື່ອ ແລ້ວກໍນຳມາຂາຍໃຫ້ກັບອ້າຍເອື້ອຍນ້ອງ, ໂດຍຫາກຳໄລບາງສ່ວນຈາກມັນ. ຕໍ່ມາ, ມີອີກຄົນໜຶ່ງໄດ້ຊື້ຜ້າເຣຍອນ, ຜ້າກາເຊ ແລະ ຜ້າອື່ນໆສຳລັບນຸ່ງໃນລະດູຮ້ອນ ແລ້ວເກັບໄວ້ໃນສາງ. ເຮົາເວົ້າວ່າ “ການເກັບພວກມັນໄວ້ຢູ່ບ່ອນນັ້ນບໍ່ເໝາະສົມ. ຖ້າເກັບພວກມັນໄວ້ດົນເກີນໄປ, ພວກມັນອາດຈະຖືກໜູກັດ ຫຼື ຂຶ້ນຣາຍ້ອນອາກາດທີ່ຊຸ່ມຊື່ນ, ເຊິ່ງຈະເປັນຕາເສຍດາຍຫຼາຍ. ພວກເຮົາຈະບໍ່ຕ້ອງກັງວົນກ່ຽວກັບເລື່ອງນັ້ນ ຖ້າພວກເຮົາຕັດພວກມັນເປັນເຄື່ອງນຸ່ງໃຫ້ອ້າຍເອື້ອຍນ້ອງນຸ່ງ, ແມ່ນບໍ?” ຕໍ່ມາ, ເຮົາກໍເລີ່ມຈັດການເລື່ອງນີ້. ໃນຂະນະທີ່ພວກເຮົາກຳລັງເຮັດຢູ່ນັ້ນ, ຄົນທີ່ຂາຍເຄື່ອງນຸ່ງກໍລຸກຂຶ້ນມາຄັດຄ້ານວ່າ: “ບໍ່ໄດ້, ພວກເຮົາເຮັດແບບນີ້ບໍ່ໄດ້! ຜ້າສີດຳດູດຄວາມຮ້ອນ. ອ້າຍເອື້ອຍນ້ອງມັກຈະເຮັດວຽກຢູ່ກາງແດດ; ພວກເຂົາຈະຮ້ອນເກີນໄປຖ້າພວກເຂົານຸ່ງເຄື່ອງສີດຳ. ໃຜຈະຮັບຜິດຊອບຖ້າອ້າຍເອື້ອຍນ້ອງລົ້ມປ່ວຍຍ້ອນຄວາມຮ້ອນ ຫຼື ເປັນລົມແດດ?” ຄຳເວົ້ານີ້ຟັງເບິ່ງຄືຖືກຕ້ອງບໍ? ພວກເຈົ້າບໍ່ຮູ້, ແມ່ນບໍ? ມີຂໍ້ເທັດຈິງທີ່ເປັນພາວະວິໄສຢູ່ບ່ອນນີ້: ຜ້າເຫຼົ່ານີ້ບາງ ແລະ ລະບາຍອາກາດໄດ້ດີຫຼາຍ, ພວກມັນນຸ່ງແລ້ວເຢັນສະບາຍຫຼາຍ. ເຖິງແມ່ນວ່າຜ້າສີດຳຈະນຸ່ງແລ້ວຮ້ອນກວ່າເລັກໜ້ອຍກໍຕາມ, ຕາບໃດທີ່ຕັດເຄື່ອງນຸ່ງໃຫ້ຫຼວມເລັກໜ້ອຍ, ມັນກໍຈະບໍ່ເຮັດໃຫ້ຜູ້ຄົນລົ້ມປ່ວຍຍ້ອນຄວາມຮ້ອນດັ່ງທີ່ຄົນຜູ້ນັ້ນກ່າວອ້າງ. ນອກຈາກນີ້, ຜ້າເຫຼົ່ານີ້ກໍບໍ່ໄດ້ມີແຕ່ສີດຳທັງໝົດ; ບາງຜືນກໍເປັນສີອ່ອນ. ຄວາມຈິງແລ້ວ, ຄົນທີ່ເວົ້າແບບນີ້ມີເຈດຕະນາແອບແຝງ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ຮູ້ເບື້ອງຫຼັງ, ເຈົ້າອາດຈະຄິດແທ້ໆວ່າລາວກຳລັງຄຳນຶງເຖິງອ້າຍເອື້ອຍນ້ອງ. ແຕ່ຖ້າເຈົ້າຮູ້ເບື້ອງຫຼັງ, ເຈົ້າກໍຈະຮູ້ວ່າລາວມີຈຸດປະສົງໃນການເວົ້າແບບນີ້. ຖ້າອ້າຍເອື້ອຍນ້ອງນຸ່ງເຄື່ອງນຸ່ງທີ່ເຢັນສະບາຍທີ່ເຮັດຈາກຜ້າເຣຍອນເຫຼົ່ານັ້ນ, ລາວກໍຈະບໍ່ສາມາດຂາຍເຄື່ອງນຸ່ງທີ່ລາວຊື້ມາໄດ້; ອ້າຍເອື້ອຍນ້ອງກໍຈະບໍ່ຊື້ເຄື່ອງນຸ່ງເຫຼົ່ານັ້ນ. ເຄື່ອງນຸ່ງທີ່ລາວຊື້ມາລ້ວນແຕ່ມາຈາກຮ້ານແຄມທາງ ແລະ ການຂາຍລ້າງສະຕັອກ, ເຊິ່ງມີຄຸນນະພາບຕໍ່າ; ເຈົ້າຈະເບິ່ງຄືກັບຂໍທານຖ້ານຸ່ງເຄື່ອງນຸ່ງເຫຼົ່ານັ້ນ. ທີ່ສຳຄັນທີ່ສຸດກໍຄື ລາຄາຂອງລາວບໍ່ໄດ້ຖືກເລີຍ. ຕອນນີ້ພວກເຈົ້າຮູ້ເບື້ອງຫຼັງແລ້ວ, ພວກເຈົ້າສາມາດຮັບຮູ້ໄດ້ບໍວ່າສິ່ງທີ່ລາວເວົ້ານັ້ນຖືກຕ້ອງ ຫຼື ຜິດ? (ໄດ້). ເປັນຫຍັງລາວຈຶ່ງເວົ້າແບບນີ້? (ລາວຢ້ານວ່າສິນຄ້າຂອງລາວຈະຂາຍບໍ່ອອກ). ລາວບໍ່ໄດ້ເວົ້າວ່າລາວມີແຮງຈູງໃຈທີ່ເຫັນແກ່ຕົວ; ລາວໃຊ້ສາກບັງໜ້າຂອງການເປັນຫ່ວງອ້າຍເອື້ອຍນ້ອງ ແລະ ຄວາມກັງວົນວ່າພວກເຂົາຈະລົ້ມປ່ວຍຍ້ອນຄວາມຮ້ອນ ເພື່ອຂັດຂວາງການຕັດເຄື່ອງນຸ່ງເຫຼົ່ານັ້ນ, ເພື່ອຂັດຂວາງວຽກງານນີ້. ມີຂໍ້ເທັດຈິງທີ່ພາວະວິໄສອີກຢ່າງໜຶ່ງ ນັ້ນກໍຄື ລາວເອງກໍນຸ່ງໂສ້ງຢີນສີດຳ ແລະ ເຄື່ອງນຸ່ງສີດຳໃນຍາມຮ້ອນ ແລະ ບໍ່ເຄີຍເວົ້າວ່າລາວຮູ້ສຶກຮ້ອນເລີຍ. ມັນເກີດຫຍັງຂຶ້ນ? ສິ່ງທີ່ລາວເວົ້າບໍ່ກົງກັບຂໍ້ເທັດຈິງ! ພວກເຮົາຕ້ອງການຕັດເຄື່ອງນຸ່ງບາງຊຸດໃຫ້ອ້າຍເອື້ອຍນ້ອງດ້ວຍຜ້າເຣຍອນ ແລະ ລາວກໍເວົ້າວ່າ “ບໍ່ໄດ້, ຜ້າສີດຳຮ້ອນເກີນໄປ, ມັນຈະເຮັດໃຫ້ອ້າຍເອື້ອຍນ້ອງລົ້ມປ່ວຍຍ້ອນຄວາມຮ້ອນ”. ໂສ້ງຢີນສີດຳທີ່ລາວນຸ່ງນັ້ນໜາກວ່າຜ້າເຣຍອນຫຼາຍ, ແລ້ວເປັນຫຍັງລາວຈຶ່ງບໍ່ຮູ້ສຶກຮ້ອນ? ສະນັ້ນ, ຄຳເວົ້າຂອງລາວທີ່ວ່າເຄື່ອງນຸ່ງສີດຳຮ້ອນເກີນໄປ ແລະ ຈະເຮັດໃຫ້ອ້າຍເອື້ອຍນ້ອງລົ້ມປ່ວຍຍ້ອນຄວາມຮ້ອນນັ້ນ ຖືກຕ້ອງບໍ? ລາວຈິງໃຈບໍຕອນທີ່ລາວເວົ້າແບບນີ້? ລາວບໍ່ໄດ້ຈິງໃຈ; ລາວກຳລັງເວົ້າຂັດກັບຄວາມຮູ້ສຶກທີ່ແທ້ຈິງຂອງລາວ. ສະນັ້ນ, ສິ່ງທີ່ລາວເວົ້ານັ້ນຖືກ ຫຼື ຜິດ? ມັນສອດຄ່ອງກັບຂໍ້ເທັດຈິງບໍ? (ມັນບໍ່ສອດຄ່ອງກັບຂໍ້ເທັດຈິງ). ແລ້ວເປັນຫຍັງລາວຈຶ່ງເວົ້າແບບນີ້? ມັນເປັນເພາະວ່າເລື່ອງນີ້ຂັດແຍ້ງກັບທຸລະກິດຂອງລາວຢ່າງແນ່ນອນ. ລາວຮ້ອນໃຈຢູ່ທາງໃນ ແຕ່ກໍບໍ່ສາມາດເວົ້າອອກມາໂດຍກົງໄດ້, ສະນັ້ນ ລາວຈຶ່ງເຮັດໄດ້ພຽງແຕ່ໃຊ້ຄຳເວົ້າເຫຼົ່ານີ້ເພື່ອທຳລາຍເລື່ອງນີ້, ເພື່ອບັນລຸເປົ້າໝາຍໃນການປົກປ້ອງຜົນປະໂຫຍດຂອງລາວເອງ. ເຮົາເປັນຄົນຈັດການເລື່ອງນີ້ ແລະ ລາວກໍຂັດຂວາງມັນຢ່າງເປີດເຜີຍແບບນີ້. ຖ້າລາວມີຂໍ້ຄັດຄ້ານໃດໆຕໍ່ສິ່ງທີ່ເຮົາຈັດການ, ລາວກໍສາມາດນຳມາບອກເຮົາໄດ້ໂດຍກົງ, ແຕ່ລາວບໍ່ໄດ້ເຮັດແບບນັ້ນ. ພາຍນອກລາວເສແສ້ງເຮັດເປັນດີຫຼາຍ, ເບິ່ງຄືວ່າບໍ່ມີຂໍ້ຄັດຄ້ານໃດໆເລີຍ, ແຕ່ລັບຫຼັງລາວພັດທຳລາຍວຽກງານ, ໂດຍບໍ່ໄດ້ຢັ້ງມືເລີຍ. ລາວເວົ້າວ່າແນວໃດ? “ອ້າຍເອື້ອຍນ້ອງທຸກຄົນກໍມີເຄື່ອງນຸ່ງແລ້ວ ແລະ ພວກເຂົາກໍແຕ່ໂຕໄດ້ດີພໍສົມຄວນ. ມັນຈຳເປັນບໍທີ່ຈະຕ້ອງໃຊ້ຄົນຫຼາຍຂະໜາດນັ້ນ ແລະ ໃຊ້ຄວາມພະຍາຍາມຫຼາຍຂະໜາດນັ້ນເພື່ອຕັດເຄື່ອງນຸ່ງເຫຼົ່ານີ້?” ລາວບໍ່ໄດ້ເວົ້າຈັກຄຳຕໍ່ໜ້າເຮົາ; ລາວພຽງແຕ່ທຳລາຍວຽກງານແບບນີ້ລັບຫຼັງ. ຕອນທີ່ລາວເວົ້າຄຳເວົ້າເຫຼົ່ານີ້, ລາວຮູ້ຢູ່ໃນໃຈຂອງລາວບໍວ່າພວກມັນຖືກຕ້ອງ ຫຼື ບໍ່? ຖ້າລາວເຮັດແບບນີ້ກັບຄົນທຳມະດາ ແລະ ລາວຮູ້ຢູ່ໃນໃຈຂອງລາວວ່າມັນຖືກຕ້ອງ ຫຼື ຜິດ ແລະ ເຮັດໄປພຽງເພາະວ່າລາວຖືກຄວາມໂລບຄອບງຳຈົນເບິ່ງບໍ່ເຫັນ ແລະ ຖືກຂັບເຄື່ອນໂດຍແຮງຈູງໃຈ ແລະ ຈຸດປະສົງສ່ວນຕົວ, ສິ່ງນີ້ກໍຈະເປັນພຽງບັນຫາກ່ຽວກັບລັກສະນະຂອງລາວເທົ່ານັ້ນ. ແຕ່ລາວກຳລັງແນເປົ້າໝາຍມາທີ່ເຮົາດ້ວຍການກະທຳນີ້ ແລະ ຫຼັງຈາກທີ່ລາວເວົ້າສິ່ງເຫຼົ່ານີ້ເພື່ອທຳລາຍວຽກງານແລ້ວ, ລາວກໍບໍ່ຮູ້ວ່າພວກມັນຖືກຕ້ອງ ຫຼື ຜິດ, ລາວບໍ່ມີຄວາມຮັບຮູ້ກ່ຽວກັບເລື່ອງນີ້ໃນໃຈຂອງລາວເລີຍ, ທັງບໍ່ຮູ້ສຶກຕຳນິຕົນເອງ ແລະ ລາວກໍບໍ່ຮູ້ເຖິງທາດແທ້ຂອງການກະທຳຂອງລາວ. ນີ້ແມ່ນຄົນປະເພດໃດ? ລາວມີຄວາມເປັນມະນຸດບໍ? (ບໍ່ມີ). ລາວກະທຳການທີ່ຮ້າຍແຮງແບບນັ້ນ ແຕ່ພັດບໍ່ຮູ້ສຶກຫຍັງເລີຍໃນໃຈຂອງລາວ. ບອກເຮົາເບິ່ງ, ລາວມີຈິດສຳນຶກບໍ? (ບໍ່ມີ). ລາວບໍ່ມີຈິດສຳນຶກ, ນັ້ນເປັນສິ່ງທີ່ເຫັນໄດ້ຢ່າງຊັດເຈນ. ເຖິງແມ່ນວ່າຈະເປັນຄົນທຳມະດາທີ່ກຳລັງຈັດການເລື່ອງທີ່ເໝາະສົມ, ເຮັດບາງສິ່ງທີ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າ, ເຈົ້າກໍຄວນສະໜັບສະໜູນມັນ ແລະ ບໍ່ທຳລາຍມັນ, ທຸກຄົນຄວນຮ່ວມມືກັນຢ່າງກົມກຽວກັນເພື່ອເຮັດມັນໃຫ້ສຳເລັດ. ບໍ່ຕ້ອງເວົ້າເຖິງວຽກງານນີ້ທີ່ເຮົາເປັນຜູ້ລິເລີ່ມ; ແຕ່ລາວກໍຍັງກ້າທຳລາຍມັນລັບຫຼັງ ແລະ ກ້າຢື່ນກົງເລັບມານຮ້າຍຂອງລາວອອກມາ. ທາດແທ້ຂອງເລື່ອງນີ້ຊ່າງຮ້າຍແຮງຫຼາຍ! ຫຼັງຈາກທີ່ລາວທຳລາຍວຽກງານແລ້ວ, ລາວກໍຍັງເສແສ້ງເຮັດເປັນຄົນດີ, ຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ບອກເຮົາເບິ່ງ, ລາວມີຈິດສຳນຶກແມ່ນແຕ່ໜ້ອຍດຽວບໍ? ລາວເຖິງກັບອ້າງວ່າລາວກໍເຊື່ອໃນພຣະເຈົ້າເຊັ່ນກັນ. ນັ້ນແມ່ນລັກສະນະທີ່ຜູ້ເຊື່ອໃນພຣະເຈົ້າຄວນມີບໍ? ນັ້ນແມ່ນຈິດສຳນຶກ ແລະ ຄວາມເປັນມະນຸດທີ່ຜູ້ເຊື່ອໃນພຣະເຈົ້າຄວນມີບໍ? ລາວບໍ່ຮູ້ຊໍ້າວ່າລາວເຊື່ອໃນໃຜ ແລະ ບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງໄດ້. ລາວຈະສາມາດປະຕິບັດໜ້າທີ່ຫຍັງໄດ້? ຄົນແບບນັ້ນຍັງຫວັງທີ່ຈະໄດ້ຮັບພອນ, ນັ້ນບໍ່ແມ່ນເລື່ອງຕະຫຼົກບໍ? ຖ້າລາວແນເປົ້າໝາຍມາທີ່ເຮົາເປັນການສ່ວນຕົວດ້ວຍຄຳເວົ້າກ່ຽວກັບເຮົາ ແລະ ເຮົາເຫັນວ່າລາວບໍ່ໄດ້ຕັ້ງໃຈລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ການປະຕິບັດໜ້າທີ່ຂອງລາວກໍພໍຮັບໄດ້, ເຮົາກໍຈະອົດທົນກັບມັນໄປກ່ອນ ແລະ ສືບຕໍ່ສັງເກດເບິ່ງລາວ. ແຕ່ເຮົາກຳລັງເຮັດບາງສິ່ງທີ່ຄວນເຮັດສຳລັບເຮືອນຂອງພຣະເຈົ້າ ແລະ ສຳລັບປະຊາກອນທີ່ພຣະເຈົ້າເລືອກ, ບາງສິ່ງທີ່ເປັນປະໂຫຍດຕໍ່ທຸກຄົນ ແລະ ລາວກໍອອກມາລົບກວນ ແລະ ທຳລາຍມັນ, ໂດຍຂັດຂວາງບໍ່ໃຫ້ເຮົາດຳເນີນການຕໍ່ໄປ. ບອກເຮົາເບິ່ງ, ເຮົາຄວນປ່ອຍລາວໄປງ່າຍໆບໍ? ຖ້າລາວເປັນຄົນທີ່ມີວຸດທິພາວະນ້ອຍທີ່ບໍ່ຮູ້ເລື່ອງຮູ້ລາວຫຍັງ, ແຕ່ການປະຕິບັດໜ້າທີ່ຂອງລາວມັກຈະເກີດດອກອອກຜົນ, ແລ້ວເຮົາກໍສາມາດອົດທົນກັບມັນໄດ້ ແລະ ໃຫ້ໂອກາດລາວໄດ້ກັບໃຈ. ຖ້າລາວເຕັມໃຈທີ່ຈະກັບໃຈ ແລະ ເຕັມໃຈທີ່ຈະຮັບໃຊ້ເຮືອນຂອງພຣະເຈົ້າ, ເຮົາກໍສາມາດຍົກໂທດໃຫ້ລາວ ແລະ ບໍ່ຈັດການລາວ. ຖ້າລາວບໍ່ຮູ້ວ່າອັນໃດດີສຳລັບລາວ ແລະ ຍັງສືບຕໍ່ປ່ອຍຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດ ແລະ ຍັງສືບຕໍ່ລົບກວນ ແລະ ທຳລາຍສິ່ງຕ່າງໆ, ແລ້ວເຮົາກໍຈະບໍ່ໄວ້ໜ້າລາວເລີຍ ແລະ ຈະຈັດການລາວຕາມຫຼັກການ. ສິ່ງດຽວທີ່ສາມາດເຮັດໄດ້ກັບຄົນຊົ່ວຮ້າຍກໍຄືການຈັດການພວກເຂົາຕາມຫຼັກການ. ເມື່ອແມງໄມ້ທີ່ເປັນອັນຕະລາຍທຸກປະເພດທີ່ລົບກວນຄຣິສຕະຈັກຖືກຊຳລະລ້າງອອກໄປ, ຄຣິສຕະຈັກກໍຈະສະຫງົບສຸກຫຼາຍຂຶ້ນ. ເມື່ອສິ່ງທີ່ບໍ່ແມ່ນມະນຸດເຫຼົ່ານີ້ຖືກຈັດການ, ມັນກໍຈະສະຫງົບສຸກຫຼາຍ! ສັດລ້ຽງເຊັ່ນ: ໝູ, ງົວ, ມ້າ ບໍ່ເໝາະສົມທີ່ຈະລ້ຽງໄວ້ໃນເຮືອນ. ຖ້າລ້ຽງໄວ້ໃນເຮືອນ, ຜົນສະທ້ອນຈະເປັນແນວໃດ? ແນ່ນອນທີ່ສຸດວ່າ ມັນຈະເຮັດໃຫ້ເຮືອນກາຍເປັນສະຖານທີ່ທີ່ສົກກະປົກ, ເປັນສະຖານທີ່ທີ່ວຸ່ນວາຍ. ຖ້າເຈົ້າເວົ້າວ່າເຈົ້າສາມາດອົດທົນກັບສິ່ງນີ້ໄດ້, ເຮົາກໍຢາກເຫັນວ່າເຈົ້າຈະທົນໄປໄດ້ຈັກມື້. ສິ່ງທີ່ບໍ່ເໝາະສົມທີ່ຈະເກັບໄວ້ໃນເຮືອນຕ້ອງຖືກປ່ອຍອອກໄປ. ພວກມັນຄວນຢູ່ບ່ອນໃດກໍຕາມທີ່ເໝາະສົມສຳລັບພວກມັນ ແລະ ບັນຫາກໍຈະຖືກແກ້ໄຂ. ການອົດທົນບໍ່ແມ່ນວິທີແກ້ໄຂ; ມີພຽງການແກ້ໄຂບັນຫາເທົ່ານັ້ນຈຶ່ງເປັນວິທີແກ້ໄຂ, ແມ່ນບໍ? (ແມ່ນແລ້ວ). ບໍ່ວ່າເຈົ້າຈະໂອ້ລົມກັບສິ່ງທີ່ບໍ່ແມ່ນມະນຸດເຫຼົ່ານີ້ຢ່າງຊັດເຈນສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ນຳເອົາສິ່ງໃດໄປປະຕິບັດເລີຍ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າມາເປັນເວລາສິບ ຫຼື ຊາວປີແລ້ວ, ແຕ່ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາກໍຍັງເປັນຄືກັບຜູ້ບໍ່ມີຄວາມເຊື່ອ; ພວກເຂົາບໍ່ຍອມຮັບ ຫຼື ປະຕິບັດຄວາມຈິງເລີຍ, ພວກເຂົາບໍ່ມີການເຂົ້າສູ່ຊີວິດ ແລະ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາກໍພຽງແຕ່ລົບກວນ ແລະ ທຳລາຍສິ່ງຕ່າງໆ. ເມື່ອຄົນແບບນັ້ນຍັງບໍ່ທັນສະແດງທາດແທ້ທີ່ແທ້ຈິງຂອງພວກເຂົາອອກມາ, ພວກເຂົາກໍ ຮັບໃຊ້ບາງຢ່າງແບບຝືນໃຈ. ແຕ່ເມື່ອທາດແທ້ທີ່ແທ້ຈິງຂອງພວກເຂົາຖືກເປີດເຜີຍອອກມາແລ້ວ, ພວກເຂົາກໍຄວນຖືກຊຳລະລ້າງອອກໄປໂດຍໄວ, ຢ່າເກງໃຈພວກເຂົາເລີຍ. ຖ້າເຈົ້າເຮັດແບບນັ້ນ, ເຈົ້າກໍກຳລັງໂຫດຮ້າຍຕໍ່ຜູ້ທີ່ມີຄວາມເປັນມະນຸດຢ່າງແທ້ຈິງ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຜູ້ທີ່ອຸທິດຕົນໃນການປະຕິບັດໜ້າທີ່ຂອງພວກເຂົາ.

ຄຸນລັກສະນະທີ່ເຫັນໄດ້ຊັດເຈນຢ່າງໜຶ່ງຂອງຄົນທີ່ບໍ່ມີຄວາມເປັນມະນຸດກໍຄື ພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ເວລາທີ່ພວກເຂົາກະທຳ ແລະ ເວົ້າ; ພວກເຂົາມັກຈະສະແດງເຫດຜົນທີ່ບິດເບືອນຢູ່ສະເໝີ. ພວກເຮົາເວົ້າວ່າພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ແຕ່ພວກເຂົາພັດບໍ່ເຄີຍເວົ້າ ຫຼື ເຮັດສິ່ງທີ່ຖືກຕ້ອງເລີຍ. ພວກເຂົາເວົ້າແຕ່ສິ່ງທີ່ບໍ່ຖືກຕ້ອງ; ພວກເຂົາສາມາດເວົ້າທຸກຢ່າງ ບໍ່ວ່າມັນຈະບໍ່ຖືກຕ້ອງຫຼາຍສໍ່າໃດກໍຕາມ. ຕົວຢ່າງ: ເຄີຍມີຄົນແບບນັ້ນທີ່ຊື້ເຄື່ອງນຸ່ງມານຸ່ງບໍ່ພໍດີກັບລາວ ແລະ ລາວເຫັນວ່າເຄື່ອງນຸ່ງຂອງຄົນອື່ນນຸ່ງພໍດີ, ສະນັ້ນ ລາວຈຶ່ງໃຈຮ້າຍ ແລະ ເວົ້າວ່າ “ຊຸດນີ້ນຸ່ງບໍ່ພໍດີກັບຂ້ອຍ, ເປັນຫຍັງເຄື່ອງນຸ່ງຂອງເຈົ້າຈຶ່ງພໍດີກັບເຈົ້າແທ້?” ລາວຢາກໃຫ້ເຄື່ອງນຸ່ງຂອງຄົນອື່ນນຸ່ງບໍ່ພໍດີຄືກັນແທ້ໆ, ແລ້ວລາວຈຶ່ງຈະມີຄວາມສຸກ. ລາວເຖິງກັບສາມາດເວົ້າຄຳເວົ້າແບບນັ້ນອອກມາໄດ້, ນີ້ບໍ່ແມ່ນການໃຫ້ເຫດຜົນທີ່ບິດເບືອນບໍ? (ແມ່ນແລ້ວ). ຖ້າລາວນອນບໍ່ຫຼັບໃນຕອນກາງຄືນ ແລະ ເຫັນວ່າເຈົ້ານອນຫຼັບສະໜິດດີຫຼາຍ, ລາວກໍຈະບໍ່ພໍໃຈ ແລະ ເວົ້າວ່າ “ຂ້ອຍນອນບໍ່ຫຼັບ, ແລ້ວເຈົ້ານອນຫຼັບໄດ້ແນວໃດ? ມັນບໍ່ສົມເຫດສົມຜົນເລີຍ! ເຈົ້ານອນຫຼັບສະໜິດຂະໜາດນີ້, ເປັນເພາະວ່າເຈົ້າບໍ່ມີຄວາມຮູ້ສຶກເຖິງພາລະໃນການປະຕິບັດໜ້າທີ່ຂອງເຈົ້າບໍ? ຂ້ອຍຕ້ອງລາຍງານເລື່ອງນີ້ຕໍ່ຜູ້ນຳຄຣິສຕະຈັກ, ຕໍ່ເບື້ອງເທິງ!” ນີ້ບໍ່ແມ່ນການໃຫ້ເຫດຜົນທີ່ບິດເບືອນບໍ? (ແມ່ນແລ້ວ). ເຮົາບໍ່ໄດ້ເວົ້າຫຼິ້ນ, ນີ້ຄືວິທີທີ່ຄົນທີ່ບໍ່ມີຄວາມເປັນມະນຸດ ແລະ ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງເວົ້າຢ່າງແທ້ຈິງ. ເປັນຫຍັງເຮົາຈຶ່ງເວົ້າວ່າລາວບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ? ລາວໄດ້ລາຍງານເລື່ອງນີ້ຕໍ່ເຮົາ. ເມື່ອເຮົາໄດ້ຍິນສິ່ງທີ່ລາວເວົ້າ, ເຮົາກໍຄິດວ່າ “ມີບາງຢ່າງຜິດປົກກະຕິກ່ຽວກັບສິ່ງທີ່ຄົນຜູ້ນີ້ກຳລັງເວົ້າ; ມັນບໍ່ແມ່ນການໃຫ້ເຫດຜົນທີ່ຖືກຕ້ອງ! ນີ້ບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດຄວນເວົ້າ. ລາວບໍ່ໄດ້ໜຸ່ມແລ້ວ ແລະ ລາວກໍເຊື່ອໃນພຣະເຈົ້າມາຫຼາຍກວ່າສິບປີແລ້ວ, ແຕ່ລາວພັດບໍ່ຮູ້ຊໍ້າວ່າສິ່ງທີ່ລາວກຳລັງເວົ້ານັ້ນຖືກຕ້ອງ ຫຼື ບໍ່; ລາວເຖິງກັບຖືວ່າມັນເປັນການໃຫ້ເຫດຜົນທີ່ຖືກຕ້ອງສຳລັບການລາຍງານຄົນຜູ້ນັ້ນ. ຄົນຜູ້ນີ້ບໍ່ພຽງແຕ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ເທົ່ານັ້ນ, ລາວເຖິງກັບບໍ່ຮູ້ຊໍ້າວ່າອັນໃດຖືກຕ້ອງ ແລະ ອັນໃດຜິດ. ລາວບໍ່ດີໄດ້”. ຖ້າລາວຖ່າຍທອດເລື່ອງນີ້ໃຫ້ພວກເຈົ້າຟັງ, ພວກເຈົ້າກໍອາດຈະບໍ່ສາມາດແຍກແຍະມັນໄດ້ແທ້ໆ ແລະ ບາງຄົນໃນພວກເຈົ້າອາດຈະຫຼົງເຊື່ອສິ່ງທີ່ລາວເວົ້າ, ໂດຍເຊື່ອວ່າການໃຫ້ເຫດຜົນຂອງລາວນັ້ນຖືກຕ້ອງ. ຕອນນີ້ເຮົາໄດ້ອະທິບາຍມັນດ້ວຍວິທີນີ້ແລ້ວ, ພວກເຈົ້າສາມາດບອກໄດ້ບໍວ່າມັນຖືກຕ້ອງ ຫຼື ບໍ່? (ໄດ້). ຄົນແບບນັ້ນບໍ່ບິດເບືອນ ແລະ ໄຮ້ສາລະບໍ? (ແມ່ນແລ້ວ). ພວກເຂົາບໍ່ຮູ້ວ່າສິ່ງທີ່ພວກເຂົາກຳລັງເວົ້ານັ້ນຖືກຕ້ອງ ຫຼື ບໍ່, ແຕ່ພວກເຂົາກໍຍັງເວົ້າມັນອອກມາ. ມັນຊັດເຈນວ່າພວກເຂົາກຳລັງເອົາຄຳເວົ້າ, ຄວາມຄິດ ແລະ ມຸມມອງທີ່ຜິດພາດ ມາເປັນຄວາມຄິດ ແລະ ມຸມມອງທີ່ເປັນບວກເພື່ອສະແດງອອກ ແລະ ຖ່າຍທອດ. ນີ້ຄືການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດຜິດ. ພວກເຂົາບໍ່ໄດ້ແກ້ງເຮັດເປັນບໍ່ຮູ້, ທັງບໍ່ໄດ້ໃຊ້ຄຳເວົ້າເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອຫຼອກລວງເດັກນ້ອຍ, ມັນຊັດເຈນວ່າພວກເຂົາບໍ່ຮູ້ວ່າອັນໃດຖືກ ແລະ ອັນໃດບໍ່ຖືກຕ້ອງ. ດັ່ງນັ້ນ, ເຮົາຈຶ່ງເວົ້າວ່າພວກເຂົາບໍ່ມີຄວາມເປັນມະນຸດ. ພວກເຂົາບໍ່ສາມາດຈຳແນກໄດ້ວ່າອັນໃດຖືກ ແລະ ອັນໃດບໍ່ຖືກຕ້ອງໃນເລື່ອງພື້ນຖານແບບນີ້ໄດ້ຊໍ້າ, ພວກເຂົາມີເຫດຜົນທີ່ແທ້ຈິງບໍ? ພວກເຂົາຍັງສາມາດເປັນຄົນທ່ຽງທຳໄດ້ບໍ? ພວກເຂົາເວົ້າສິ່ງທີ່ບໍ່ຖືກຕ້ອງຄືກັບວ່າມັນຖືກຕ້ອງ, ເຊິ່ງເທົ່າກັບການເວົ້າວ່າສີດຳເປັນສີຂາວ. ພວກເຂົາຍັງສາມາດທ່ຽງທຳໃນການກະທຳຂອງພວກເຂົາໄດ້ບໍ? ພວກເຂົາສາມາດປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳໄດ້ບໍ? ພວກເຂົາບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳໄດ້, ສະນັ້ນ ພວກເຂົາບໍ່ໄດ້ກຳລັງທຳຮ້າຍຜູ້ຄົນຢູ່ບໍ? (ແມ່ນແລ້ວ). ນັ້ນຄືການເປັນຄົນໃຈດີບໍ? (ບໍ່). ບາງທີພວກເຂົາອາດຈະບໍ່ຢາກເປັນຄົນຊົ່ວຮ້າຍ ແລະ ພວກເຂົາກໍຢາກເປັນມິດກັບຄົນອື່ນຄືກັນ, ແຕ່ພວກເຂົາພັດບໍ່ຮູ້ຊໍ້າວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ພວກເຂົາບໍ່ສາມາດແມ່ນແຕ່ຈະຈຳແນກສີດຳອອກຈາກສີຂາວໄດ້, ແລ້ວພວກເຂົາຈະເປັນມິດກັບຄົນອື່ນໄດ້ແນວໃດ? ສິ່ງນີ້ເກີນຄວາມສາມາດຂອງພວກເຂົາ. ມີພຽງແຕ່ເມື່ອຈິດສຳນຶກ ແລະ ເຫດຜົນຂອງຄົນເຮົາເປັນປົກກະຕິ ແລະ ຄົນເຮົາມີຄວາມສາມາດໃນການແຍກແຍະ ແລະ ສາມາດເລືອກຫຼັກການປະຕິບັດທີ່ຖືກຕ້ອງເທົ່ານັ້ນ, ຄົນເຮົາຈຶ່ງຈະສາມາດເປັນຄົນໃຈດີໄດ້. ຖ້າເຈົ້າເວົ້າວ່າເຈົ້າເປັນຄົນທ່ຽງທຳ ແລະ ໃຈດີ, ການສະແດງອອກຂອງສິ່ງນີ້ຢູ່ໃສ? ຖ້າເຈົ້າບໍ່ຮູ້ຊໍ້າວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ເຈົ້າຈະທ່ຽງທຳ ແລະ ໃຈດີໄດ້ແນວໃດ? ຢ່າຫຼອກລວງຕົນເອງເລີຍ! ແມ່ນບໍ? ສິ່ງນີ້ເອີ້ນວ່າການຫຼອກລວງຕົນເອງ ແລະ ຄົນອື່ນ. ຄົນແບບນັ້ນຍັງຊື່ນຊົມຕົນເອງເປັນພິເສດອີກດ້ວຍ ໂດຍຄິດວ່າລັກສະນະຂອງພວກເຂົາທ່ຽງທຳ, ພວກເຂົາໃຈດີ ແລະ ບໍ່ຢ້ານກົວອຳນາດ ແລະ ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ເຮັດບາງສິ່ງຜິດ, ພວກເຂົາກໍສາມາດຕຳນິວິຈານພວກເຂົາໄດ້ໃນທັນທີ. ພື້ນຖານຂອງເຈົ້າສຳລັບການຕຳນິວິຈານແບບນັ້ນແມ່ນຫຍັງ? ຖ້າເຈົ້າຕຳນິວິຈານພວກເຂົາໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງເຈົ້າເອງ, ໃນທີ່ສຸດເຈົ້າກໍຈະທໍລະມານຄົນດີ, ໂດຍບິດເບືອນຫຼັກການຄວາມຈິງຂອງເຮືອນຂອງພຣະເຈົ້າ. ນັ້ນບໍ່ແມ່ນການເຮັດໃຫ້ຜູ້ຄົນຫຼົງຜິດບໍ? ຖ້າຄົນແບບນັ້ນກຳອຳນາດໃນຄຣິສຕະຈັກ, ນັ້ນກໍໝາຍຄວາມວ່າຊາຕານກຳລັງກຳອຳນາດ. ຖ້າຊາຕານກຳອຳນາດ, ຄົນສ່ວນໃຫຍ່ຈະໄດ້ຮັບຜົນປະໂຫຍດ ຫຼື ທົນທຸກ? (ພວກເຂົາທົນທຸກ). ຄົນສ່ວນໃຫຍ່ຈະຖືກທຳຮ້າຍຢ່າງຮ້າຍແຮງ ແລະ ບໍ່ມີທາງທີ່ຈະດຳລົງຊີວິດໄດ້.

ຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນລ້ວນແຕ່ກ່ຽວຂ້ອງກັບການສະແດງອອກທີ່ພົບເຫັນໄດ້ທົ່ວໄປບາງຢ່າງໃນຊີວິດປະຈຳວັນຂອງຜູ້ຄົນ. ຫຼັງຈາກທີ່ໄດ້ຍິນການໂອ້ລົມກ່ຽວກັບຫົວຂໍ້ເຫຼົ່ານີ້ແລ້ວ ພວກເຈົ້າຮູ້ສຶກແນວໃດ? ຫົວຂໍ້ເຫຼົ່ານີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? ພວກເຈົ້າເຕັມໃຈທີ່ຈະຟັງບໍ? (ເຕັມໃຈ). ນີ້ເປັນພຽງການນິນທາບໍ? ມັນເປັນການເວົ້າບໍ່ດີກ່ຽວກັບຜູ້ຄົນລັບຫຼັງພວກເຂົາບໍ? (ບໍ່ແມ່ນ, ມັນແມ່ນເພື່ອຊ່ວຍໃຫ້ພວກເຮົາຮຽນຮູ້ວິທີແຍກແຍະຜູ້ຄົນ). ຕອນນີ້ພວກເຈົ້າໄດ້ຍິນການໂອ້ລົມເຫຼົ່ານີ້ແລ້ວ, ພວກເຈົ້າສາມາດແຍກແຍະຜູ້ຄົນໄດ້ບໍ? (ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍສາມາດແຍກແຍະຜູ້ຄົນໄດ້ດີກວ່າແຕ່ກ່ອນເລັກນ້ອຍ). ຕອນນີ້ພວກເຈົ້າຄວນຈະສາມາດແຍກແຍະຜູ້ຄົນໄດ້ແດ່ແລ້ວ. ຕອນນີ້ເຮົາໄດ້ໂອ້ລົມຄວາມຈິງ ແລະ ສົນທະນາກ່ຽວກັບຕົວຢ່າງໃນລັກສະນະນີ້ແລ້ວ, ຖ້າພວກເຈົ້າຍັງບໍ່ສາມາດແຍກແຍະຜູ້ຄົນໄດ້ອີກ, ຂີດຄວາມສາມາດຂອງພວກເຈົ້າກໍຕໍ່າເກີນໄປ ແລະ ຄວາມຈິງກໍເກີນຄວາມສາມາດຂອງພວກເຈົ້າ. ແນ່ນອນວ່າ ຕ້ອງມີຄົນແບບນີ້. ບໍ່ວ່າພວກເຂົາຈະຟັງແນວໃດ, ພວກເຂົາກໍບໍ່ເຂົ້າໃຈ ແລະ ເຖິງກັບຄິດວ່າ “ສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນ ລ້ວນແຕ່ເປັນພຽງເລື່ອງໃນຊີວິດປະຈຳວັນ, ຂ້ອຍຈະບໍ່ຟັງ! ຂ້ອຍຢາກຟັງຄວາມຈິງທີ່ເລິກເຊິ່ງຂອງສະຫວັນຊັ້ນສາມ. ສິ່ງທີ່ເຈົ້າກຳລັງໂອ້ລົມບໍ່ແມ່ນຄວາມຈິງ ມັນລ້ວນແຕ່ເປັນພຽງການນິນທາ. ຂ້ອຍຈະບໍ່ຟັງ!” ຖ້າເຈົ້າບໍ່ຢາກຟັງແທ້ໆ ເຈົ້າກໍບໍ່ຈຳເປັນຕ້ອງຟັງ. ແຕ່ຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນລ້ວນແຕ່ເປັນສິ່ງຈຳເປັນ. ຜູ້ໃດກໍຕາມທີ່ສາມາດເຂົ້າໃຈຄວາມຈິງໃນນັ້ນ ກໍຈະສາມາດແຍກແຍະຜູ້ຄົນໄດ້. ຖ້າເຈົ້າສາມາດເຂົ້າໃຈໄດ້ຢ່າງແທ້ຈິງ ເຈົ້າກໍເປັນຄົນທີ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດເຂົ້າໃຈໄດ້ ບໍ່ວ່າເຈົ້າຈະຟັງແນວໃດກໍຕາມ, ຍິ່ງເຈົ້າຟັງຫຼາຍເທົ່າໃດ ເຈົ້າກໍຍິ່ງສັບສົນຫຼາຍຂຶ້ນ, ຍິ່ງເຮັດໃຫ້ເຈົ້າເຈັບຫົວຫຼາຍຂຶ້ນເທົ່ານັ້ນ, ແລ້ວການສະແດງອອກນີ້ກໍບໍ່ແມ່ນສັນຍານທີ່ດີ ຫຼື ລາງດີສຳລັບເຈົ້າ.

ເມື່ອກີ້ນີ້ພວກເຮົາໄດ້ເວົ້າກ່ຽວກັບຄຸນລັກສະນະໃນຄວາມເປັນມະນຸດຂອງການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ຜູ້ຄົນທີ່ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ມີການສະແດງອອກທີ່ແຕກຕ່າງກັນຫຼາຍຢ່າງ. ຖ້າຜູ້ຄົນຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ນັ້ນກໍຄົງຈະດີ ແລະ ພວກເຮົາກໍຄົງບໍ່ຈຳເປັນຕ້ອງເວົ້າກ່ຽວກັບຫົວຂໍ້ນີ້. ແຕ່ຫຼາຍຄົນບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ສະນັ້ນ ມັນຈຶ່ງຄຸ້ມຄ່າທີ່ຈະຍົກຕົວຢ່າງບາງຢ່າງຂຶ້ນມາເພື່ອແຍກແຍະວ່າເປັນຫຍັງຄົນປະເພດນີ້ຈຶ່ງບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດແຍກແຍະສິ່ງທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງຢ່າງເຫັນໄດ້ຊັດເຈນແບບນັ້ນໄດ້. ຄົນປະເພດນີ້ສາມາດເວົ້າຄຳເວົ້າທີ່ໄຮ້ສາລະ ແລະ ເຮັດສິ່ງທີ່ເປັນຕາຫົວແບບນັ້ນໄດ້ແທ້ໆ, ມີຫຍັງເກີດຂຶ້ນຢູ່ບ່ອນນີ້ກັນແທ້? ສິ່ງນີ້ຄຸ້ມຄ່າທີ່ຈະໂອ້ລົມ ແລະ ແຍກແຍະ. ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງແມ່ນເງື່ອນໄຂທີ່ຄວາມເປັນມະນຸດຂອງຄົນເຮົາຄວນມີ. ການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງນັ້ນແມ່ນສິ່ງທີ່ບໍ່ຄວນເກີດຂຶ້ນໃນຕົວຄົນເຮົາ. ຖ້າຄົນໃດໜຶ່ງບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງແທ້ໆ, ນັ້ນກໍເປັນຕາໜ້າສົມເພດຫຼາຍ; ມັນໝາຍຄວາມວ່າພວກເຂົາປາສະຈາກເງື່ອນໄຂທີ່ຄົນເຮົາຄວນມີ. ພວກເຮົາຫາກໍເວົ້າກ່ຽວກັບຕົວຢ່າງ ແລະ ການສະແດງອອກທີ່ສະເພາະເຈາະຈົງບາງຢ່າງ ແລະ ສຳລັບບາງຄົນແລ້ວ, ພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງຢ່າງເຫັນໄດ້ຊັດເຈນແທ້ໆ. ຖ້າຄົນໃດໜຶ່ງພຽງແຕ່ເວົ້າສິ່ງທີ່ໄຮ້ເຫດຜົນ, ເປັນການຍຸຍົງ ຫຼື ຄຳເວົ້າທີ່ຄາດເຄື່ອນບາງຢ່າງກັບຜູ້ຄົນ ຫຼື ສະແດງການໃຫ້ເຫດຜົນທີ່ບິດເບືອນບາງຢ່າງກັບຜູ້ຄົນ, ສິ່ງນີ້ກໍບໍ່ຈຳເປັນຕ້ອງຖືກຍົກຂຶ້ນມາໂອ້ລົມ ແລະ ແຍກແຍະເປັນພິເສດ ເພາະວ່າການສະແດງອອກເຫຼົ່ານັ້ນແນເປົ້າໝາຍໄປທີ່ມະນຸດທີ່ເສື່ອມຊາມທຳມະດາ. ແຕ່ການສະແດງອອກຂອງບາງຄົນກ່ຽວກັບການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງນັ້ນແມ່ນແນເປົ້າໝາຍໄປທີ່ພຣະເຈົ້າ ແນເປົ້າໝາຍໄປທີ່ຄວາມຈິງ ແລະ ແນເປົ້າໝາຍໄປທີ່ສິ່ງທີ່ເປັນບວກ. ສຳລັບຄົນປະເພດນີ້ທີ່ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ຖ້າເຮົາບໍ່ຍົກຕົວຢ່າງບາງຢ່າງຂຶ້ນມາເພື່ອໂອ້ລົມ ທຸກຄົນກໍອາດຈະຍັງບໍ່ສາມາດແຍກແຍະພວກເຂົາໄດ້ ແລະ ພວກເຂົາກໍຈະເບິ່ງບໍ່ທະລຸເຖິງແກ່ນແທ້ ແລະ ຄວາມຮ້າຍແຮງຂອງບັນຫາປະເພດນີ້. ສະນັ້ນ ມັນຈຶ່ງຈຳເປັນທີ່ເຮົາຈະຕ້ອງເວົ້າກ່ຽວກັບເລື່ອງນີ້. ມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນ, ຖ້າພວກມັນກ່ຽວຂ້ອງກັບຄວາມຈິງ ເຮົາກໍຕ້ອງເວົ້າໄປຕາມຄວາມຈິງ ໂດຍຍົກຕົວຢ່າງທີ່ເປັນລົບເຫຼົ່ານີ້ຂຶ້ນມາເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ໄດ້ຮັບການຄວາມສາມາດໃນການແຍກແຍະ ພ້ອມທັງໃຫ້ທຸກຄົນໄດ້ຮຽນຮູ້ບົດຮຽນຈາກພວກມັນໄດ້. ຖ້າເລື່ອງໃດໜຶ່ງກ່ຽວຂ້ອງກັບຄົນໃດຄົນໜຶ່ງ, ຜູ້ທີ່ກ່ຽວຂ້ອງກໍບໍ່ຄວນຮູ້ສຶກອັບອາຍ. ຖ້າເຈົ້າຮູ້ສຶກອັບອາຍໃນຕອນນີ້, ແລ້ວເຈົ້າກໍບໍ່ຄວນເຮັດສິ່ງເຫຼົ່ານັ້ນໃນຕອນນັ້ນ. ບາງຄົນຮູ້ບໍວ່າການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງນັ້ນຮ້າຍແຮງເຖິງລະດັບໃດ? ສິ່ງທີ່ພວກເຂົາເຮັດ ເຊິ່ງເປັນຜົນມາຈາກການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ແລະ ເຊິ່ງມີລັກສະນະທີ່ຮ້າຍແຮງຫຼາຍນັ້ນ ບໍ່ໄດ້ແນເປົ້າໝາຍໄປທີ່ບຸກຄົນໃດໜຶ່ງ ແຕ່ແນເປົ້າໝາຍມາທີ່ເຮົາ. ເຮົາບໍ່ຄຸ້ນເຄີຍ ແລະ ບໍ່ຮູ້ຈັກຄົນສ່ວນໃຫຍ່ໃນຄຣິສຕະຈັກ ແລະ ມີຜູ້ນຳ ແລະ ຜູ້ເຮັດວຽກບາງຄົນທີ່ເຮົາເຄີຍພົບກັນພຽງແຕ່ຄັ້ງໜຶ່ງ ຫຼື ສອງຄັ້ງ, ແຕ່ເຮົາບໍ່ຄ່ອຍໄດ້ໂອ້ລົມແບບເປີດອົກເປີດໃຈກັບຜູ້ຄົນແບບໜ້າຕໍ່ໜ້າໜຶ່ງຕໍ່ໜຶ່ງ ເພາະວ່າເຮົາບໍ່ມີເວລາຫວ່າງຫຼາຍປານນັ້ນ. ໃນບັນດາຄົນເຫຼົ່ານີ້ ເຮົາສາມາດເຂົ້າກັບບາງຄົນໄດ້ດີພໍສົມຄວນ, ແຕ່ບາງຄົນກໍເປັນໄປບໍ່ໄດ້ເລີຍທີ່ຈະສື່ສານນຳ. ເປັນຫຍັງຈຶ່ງເປັນແບບນີ້? ຕໍ່ໄປ ໃຫ້ເຮົາມາເບິ່ງຕົວຢ່າງຈຳນວນໜຶ່ງ.

ໃນລະດູໃບໄມ້ຫຼົ່ນປີໜຶ່ງ ມັນຝຣັ່ງທີ່ປູກຢູ່ໃນຟາມແຫ່ງໜຶ່ງໄດ້ຖືກເກັບກ່ຽວ ແລະ ຜູ້ທີ່ຮັບຜິດຊອບໃນການແຕ່ງກິນກໍໄດ້ໄປທີ່ຟາມ ແລະ ເອົາມັນຝຣັ່ງກັບມາໜຶ່ງກະຕ່າ. ມັນຝຣັ່ງທີ່ຢູ່ທາງເທິງເບິ່ງຄືວ່າມີຂະໜາດປະມານຊໍ່າກຳປັ້ນ ເຊິ່ງເບິ່ງຄືວ່າພໍໃຊ້ໄດ້. ເຖິງຢ່າງໃດກໍຕາມ ມັນຝຣັ່ງທີ່ຢູ່ທາງລຸ່ມລ້ວນແຕ່ໜ່ວຍນ້ອຍ ແລະ ບາງໜ່ວຍກໍເນົ່າ. ເຮົາຮູ້ສຶກປະຫຼາດໃຈຫຼາຍ. “ພວກເຂົາເອົາມັນຝຣັ່ງແບບນີ້ມາໃຫ້ພວກເຮົາໄດ້ແນວໃດ? ມັນຝຣັ່ງແບບນີ້ບໍ່ຄວນເອົາໄປເປັນອາຫານສັດບໍ? ຄົນຢູ່ຟາມຈັດໃສ່ກະຕ່າຜິດບໍ?” ຖ້າມັນເປັນຄວາມຜິດພາດແທ້ໆ ເປັນຫຍັງມັນຝຣັ່ງທີ່ຢູ່ທາງເທິງຈຶ່ງດີ ແລະ ປົກກະຕິ ແຕ່ມັນຝຣັ່ງທີ່ຢູ່ທາງລຸ່ມພັດໜ່ວຍນ້ອຍ ຫຼື ເນົ່າ? ເຫດການນີ້ຝັງໃຈເຮົາຢ່າງເລິກເຊິ່ງ. ພາຍນອກແລ້ວ ຄົນທີ່ຈັດມັນຝຣັ່ງໃສ່ກະຕ່າບໍ່ໄດ້ຕາເຫລ່ ແລະ ຮູບຮ່າງໜ້າຕາຂອງລາວກໍທຳມະດາ. ເຮົາເຄີຍເຫັນລາວສອງສາມຄັ້ງ ແລະ ເຄີຍລົມກັບລາວສອງສາມຄຳ ແຕ່ພວກເຮົາບໍ່ມີການພົວພັນກັນຢ່າງແທ້ຈິງ. ເຮົາເກືອບຈະເວົ້າໄດ້ວ່າເຮົາບໍ່ຮູ້ຈັກລາວ, ສະນັ້ນ ຈຶ່ງບໍ່ຕ້ອງເວົ້າເຖິງເລື່ອງການຕຳນິ, ການຕໍ່ວ່າ ຫຼື ການລິຮານເລີຍ. ແລ້ວເປັນຫຍັງຄົນຜູ້ນີ້ຈຶ່ງປະຕິບັດຕໍ່ເຮົາແບບນີ້ ໂດຍເອົາມັນຝຣັ່ງທີ່ໜ່ວຍນ້ອຍ ແລະ ເນົ່າແບບນີ້ມາໃຫ້ເຮົາ? ຖ້າລາວບໍ່ຮູ້ວ່າມັນເຫຼົ່ານັ້ນແມ່ນສຳລັບເຮົາ ເປັນຫຍັງລາວຈຶ່ງເອົາໜ່ວຍທີ່ດີໄວ້ທາງເທິງ ແລະ ໜ່ວຍທີ່ເນົ່າໄວ້ທາງລຸ່ມ? ລາວຮູ້ຢ່າງຊັດເຈນ. ສະນັ້ນ ເມື່ອຮູ້ວ່າພວກມັນສຳລັບເຮົາແລ້ວ ເປັນຫຍັງລາວຈຶ່ງຍັງໃສ່ມັນຝຣັ່ງທີ່ເນົ່າລົງໄປ? ຕອນນັ້ນລາວກຳລັງເໝີ່ລອຍບໍ? ຫຼື ມານຮ້າຍຄວບຄຸມມືຂອງລາວບໍ? ຫຼື ວ່າລາວຖືກວິນຍານຊົ່ວຮ້າຍສິງ? ສິ່ງນີ້ບໍ່ໜ້າຈະເປັນໄປໄດ້. ຖ້າລາວຖືກວິນຍານຊົ່ວຮ້າຍສິງແທ້ໆ ລາວກໍຄົງຈະເສຍສະຕິ ແລະ ຄົງຈະບໍ່ເອົາມັນຝຣັ່ງມາໃຫ້ເຮົາດອກ. ສະນັ້ນ ຖ້າລາວບໍ່ໄດ້ຖືກວິນຍານຊົ່ວຮ້າຍສິງ ເປັນຫຍັງຄົນທີ່ເບິ່ງຄືວ່າປົກກະຕິດີຄົນນີ້ຈຶ່ງເຮັດສິ່ງແບບນັ້ນ? ລາວບໍ່ຮູ້ບໍວ່າການເຮັດແບບນີ້ເປັນການຫຼອກລວງ? ຖ້າລາວມີຄວາມກຽດຊັງຕໍ່ເຮົາຢູ່ໃນໃຈ ແລ້ວລາວກໍຄວນຈະອອກຈາກເຮືອນຂອງພຣະເຈົ້າໄປ ແທນທີ່ຈະມາປະຕິບັດໜ້າທີ່ຂອງລາວຢູ່ບ່ອນນີ້. ນອກຈາກນີ້ ຖ້າລາວມີຄວາມກຽດຊັງຕໍ່ເຮົາ, ເຫດຜົນແມ່ນຫຍັງ? ມີເຫດຜົນຫຍັງທີ່ຈະມາກຽດຊັງເຮົາ? ຖ້າພວກເຮົາເບິ່ງໃນແງ່ຂອງຄວາມເປັນມະນຸດ, ກ່ອນອື່ນໝົດ ເຮົາເຄີຍເຫັນລາວພຽງແຕ່ສອງສາມຄັ້ງ; ເຮົາບໍ່ຮູ້ວ່າລາວເປັນຄົນແນວໃດ. ແລ້ວຢ່າງທີສອງຄື ເຮົາບໍ່ເຄີຍມີການຕິດຕໍ່ ຫຼື ການພົວພັນຢ່າງແທ້ຈິງກັບລາວເລີຍ. ເຮົາຮູ້ພຽງແຕ່ວ່າລາວເຮັດວຽກກ່ຽວກັບດິນດອນຕອນຫຍ້າ. ແລ້ວເປັນຫຍັງລາວຈຶ່ງປະຕິບັດຕໍ່ເຮົາແບບນີ້? ມີພຽງຄວາມເປັນໄປໄດ້ດຽວເທົ່ານັ້ນ: ລາວສາມາດເຮັດສິ່ງແບບນັ້ນໄດ້ກໍຕໍ່ເມື່ອລາວມີຄວາມຄິດຫຼົງຜິດຢ່າງຮຸນແຮງກ່ຽວກັບເຮົາ ແລະ ມີອະຄະຕິຢ່າງຫຼວງຫຼາຍຕໍ່ເຮົາ ຫຼື ຖ້າມີຄົນໄດ້ຍຸຍົງລາວ. ການທີ່ຄົນຜູ້ນີ້ສາມາດເຮັດສິ່ງແບບນັ້ນໄດ້ ການທີ່ລາວສາມາດຕັດສິນໃຈເຮັດມັນລົງໄປໄດ້ ພວກເຈົ້າບໍ່ຄິດວ່າມັນເປັນເລື່ອງທີ່ເຫຼືອເຊື່ອບໍ? ເຖິງແມ່ນວ່າເຈົ້າກຳລັງພົວພັນກັບຄົນທຳມະດາ ເຈົ້າຈະສາມາດຕັດສິນໃຈເຮັດສິ່ງແບບນັ້ນລົງໄປໄດ້ບໍ? ເຖິງແມ່ນວ່າເຈົ້າກຳລັງເປີດຮ້ານຊັບພະສິນຄ້າ ເຈົ້າກໍບໍ່ສາມາດຫຼອກລວງ ແລະ ຕົ້ມຕຸ໋ນຜູ້ຄົນໄດ້; ເຈົ້າຕ້ອງເປັນຄົນທີ່ໜ້າເຊື່ອຖືເພື່ອຮັກສາລູກຄ້າຂອງເຈົ້າໄວ້ ແລະ ບໍ່ທຳລາຍເສັ້ນທາງຂອງເຈົ້າເອງ. ຍິ່ງໄປກວ່ານັ້ນ, ຕອນນີ້ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ ແລ້ວມາເຮັດສິ່ງແບບນັ້ນ, ໂດຍສະເພາະກັບເຮົາ ບອກເຮົາເບິ່ງວ່າ ສິ່ງນີ້ສົມເຫດສົມຜົນບໍ? (ບໍ່). ແລ້ວທຳມະຊາດຂອງຄົນແບບນີ້ແມ່ນຫຍັງ? ຕອນທີ່ລາວເຮັດສິ່ງນີ້, ລາວຮູ້ບໍວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ? ລາວບໍ່ຮູ້ໂຕເລີຍ. ຖ້າລາວຮູ້ໂຕແທ້ໆ ຕອນທີ່ລາວກຳລັງຈະຈັບເອົາມັນຝຣັ່ງທີ່ເນົ່າ ລາວກໍຄົງຈະຄິດວ່າ “ບໍ່ໄດ້ ຂ້ອຍຈະເອົາໜ່ວຍທີ່ເນົ່າໄປບໍ່ໄດ້ ຂ້ອຍຕ້ອງເອົາໜ່ວຍທີ່ດີໄປ. ທຸກຄົນບໍ່ຈຳເປັນຕ້ອງກິນອາຫານທີ່ດີບໍ?” ແລ້ວບໍ່ຕ້ອງເວົ້າເຖິງເລີຍວ່າພວກມັນແມ່ນສຳລັບໃຫ້ເຮົາກິນ, ຄວາມຄິດທີ່ຈະເອົາມັນຝຣັ່ງທີ່ເນົ່າໄປນັ້ນບໍ່ຄວນແມ່ນແຕ່ຈະແວບເຂົ້າມາໃນຫົວຂອງລາວເລີຍ ແຮງໄກທີ່ລາວຈະລົງມືເຮັດມັນລົງໄປໄດ້. ຕອນນີ້ ຄຳຕອບບໍ່ຊັດເຈນແລ້ວບໍ? ເປັນຫຍັງລາວຈຶ່ງສາມາດເຮັດສິ່ງນີ້ລົງໄປໄດ້? ມັນເປັນເພາະວ່າ ບໍ່ວ່າຄົນແບບນີ້ຈະກັບຊາດມາເກີດຈາກມານຮ້າຍ ຫຼື ຈາກສັດເດຍລະສານກໍຕາມ, ໃນຄວາມເປັນມະນຸດຂອງພວກເຂົາ ພວກເຂົາບໍ່ເຂົ້າໃຈວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ໃນຄວາມເປັນມະນຸດຂອງພວກເຂົາ ບໍ່ມີສິ່ງໃດທີ່ສາມາດຈຳແນກ ຫຼື ກວດສອບໄດ້ວ່າການກະທຳ ແລະ ຄວາມຄິດທີ່ຖືກຕ້ອງແມ່ນຫຍັງ ແລະ ການກະທຳ ແລະ ຄວາມຄິດທີ່ບໍ່ຖືກຕ້ອງແມ່ນຫຍັງ. ຖ້າພວກເຂົາບໍ່ໄດ້ກັບຊາດມາເກີດຈາກສັດ ຫຼື ຈາກມານຮ້າຍ, ແລ້ວພວກເຂົາກໍເປັນພຽງຊາກສົບຍ່າງໄດ້. ແລ້ວການທີ່ຄົນແບບນີ້ເຊື່ອໃນພຣະເຈົ້າຈະມີຄວາມໝາຍຫຍັງ? ພວກເຂົາເວົ້າວ່າ “ພຣະເຈົ້າຕ່າງຫາກທີ່ຂ້ອຍເຊື່ອ. ເຈົ້າກໍເປັນພຽງແຕ່ຄົນທຳມະດາ, ເຈົ້າຈະເຮັດຫຍັງຂ້ອຍໄດ້?” ຄຳເວົ້າເຫຼົ່ານີ້ມີເຫດຜົນບໍ? ນີ້ແມ່ນຄວາມເຊື່ອໃນພຣະເຈົ້າທີ່ແທ້ຈິງບໍ? ການປະຕິບັດຕໍ່ພຣະເຈົ້າແບບນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? ພຣະເຈົ້າບໍ່ຕ້ອງການຄວາມເຊື່ອປະເພດນີ້. ບາງທີພວກເຂົາອາດຈະເວົ້າອີກວ່າ “ພຣະເຈົ້າຈະຕ້ອງການຂ້ອຍ ຫຼື ບໍ່ນັ້ນ ມັນບໍ່ແມ່ນເລື່ອງທີ່ເຈົ້າຈະມາເວົ້າ!” ເຮົາເວົ້າວ່າ “ສິ່ງທີ່ເຈົ້າກຳລັງເວົ້ານັ້ນບໍ່ຖືກຕ້ອງ. ຖ້າຄຳເວົ້າທີ່ເຮົາເວົ້າແມ່ນພຣະທຳຂອງພຣະເຈົ້າ, ແລ້ວມັນກໍມີບັນຫາກັບການທີ່ເຈົ້າປະຕິບັດຕໍ່ເຮົາແບບນີ້. ຈຸດຈົບຂອງເຈົ້າຖືກກຳນົດໂດຍພຣະທຳຂອງພຣະເຈົ້າ”. ພວກເຂົາເວົ້າວ່າ “ຂ້ອຍຈະໄປທີ່ສະຫວັນຊັ້ນສາມ ແລະ ລາຍງານເຈົ້າ!” ເຮົາເວົ້າວ່າ “ຖ້າເຈົ້າສາມາດໄປທີ່ສະຫວັນຊັ້ນສາມໄດ້ແທ້ໆ ແລ້ວກໍໃຫ້ຟ້າວໄປໂລດ”. ບອກເຮົາເບິ່ງ ຄົນແບບນີ້ບໍ່ເປັນຕາຢ້ານບໍ? ໃຜຈະຍັງເຕັມໃຈທີ່ຈະຄົບຫາກັບຄົນແບບນີ້ອີກ? ຕອນນີ້ພວກເຮົາຢ່າຟ້າວເວົ້າເຖິງເລື່ອງທີ່ວ່າລາວກຳລັງແນເປົ້າໝາຍໄປທີ່ໃຜ. ຖ້າລາວບໍ່ໄດ້ແນເປົ້າໝາຍມາທີ່ເຮົາ ແຕ່ແນເປົ້າໝາຍໄປທີ່ຄົນທຳມະດາ, ການກະທຳຂອງລາວຈະສອດຄ່ອງກັບມາດຕະຖານຂອງຈິດສຳນຶກບໍ? (ບໍ່). ການທີ່ລາວສາມາດເຮັດສິ່ງແບບນັ້ນໄດ້ແມ່ນແຕ່ກັບເຮົາ ມັນແມ່ນບັນຫາປະເພດໃດ? ໃນເມື່ອລາວສາມາດເຮັດສິ່ງແບບນັ້ນໄດ້ແມ່ນແຕ່ກັບເຮົາ, ລາວຈະສາມາດເຮັດມັນກັບຄົນທຳມະດາໄດ້ຄືກັນບໍ? ເລື່ອງນີ້ຄວນຖືກປະເມີນແນວໃດ? ເຮົາຮູ້ສຶກປະຫຼາດໃຈຫຼາຍທີ່ຄົນຜູ້ນີ້ສາມາດເຮັດສິ່ງແບບນັ້ນໄດ້. ເປັນຫຍັງລາວຈຶ່ງສາມາດເຮັດມັນໄດ້? ຖ້າລາວເຮັດສິ່ງນີ້ກັບຄົນທຳມະດາ ເຮົາກໍຈະມີການກຳນົດລັກສະນະສຳລັບລາວເຊັ່ນກັນ. ມັນເປັນສິ່ງທີ່ຜິດທີ່ລາວເຮັດແບບນັ້ນ. ມັນບໍ່ແມ່ນວ່າການເຮັດເເບບນີ້ກັບຄົນອື່ນແມ່ນຖືກຕ້ອງ ໃນຂະນະທີ່ການເຮັດເຊັ່ນນັ້ນກັບເຮົາແມ່ນບໍ່ຖືກຕ້ອງ, ຄຳເວົ້າແບບນີ້ບໍ່ຍຸຕິທຳ ແລະ ຟັງບໍ່ຂຶ້ນ. ຖ້າລາວສາມາດເຮັດແບບນີ້ກັບເຮົາໄດ້ ແລ້ວລາວກໍສາມາດເຮັດກັບຄົນອື່ນ, ເຮັດກັບໃຜກໍໄດ້. ເຫດຜົນສຳລັບເລື່ອງນີ້ແມ່ນຫຍັງ? ສິ່ງນີ້ຄຸ້ມຄ່າທີ່ຈະໄຕ່ຕອງຢ່າງເລິກເຊິ່ງ. ລາວເວົ້າວ່າລາວເຊື່ອໃນພຣະເຈົ້າ ແລະ ລາວເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ແລ້ວເປັນຫຍັງລາວຈຶ່ງຍັງສາມາດປະຕິບັດແບບນີ້ຕໍ່ເຮົາໄດ້? ລາວສາມາດເຮັດສິ່ງທີ່ຕ່ຳຊ້າແບບນັ້ນໄດ້ແນວໃດ? ລາວສາມາດເຮັດບາງສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ແບບນັ້ນໄດ້ແນວໃດ? ລາວຖືວ່າຕົນເອງເປັນຄົນໃຈດີຫຼາຍ, ແລ້ວລາວຈະເອົາມັນຝຣັ່ງທີ່ເນົ່າໃຫ້ຄົນອື່ນກິນໄດ້ແນວໃດ? ເປັນຫຍັງລາວຈຶ່ງບໍ່ກິນພວກມັນເອງ? ມັນຝຣັ່ງທີ່ເນົ່າ, ມັນຝຣັ່ງທີ່ໜ່ວຍນ້ອຍ ແລະ ມັນຝຣັ່ງທີ່ບໍ່ເຕີບໃຫຍ່ເຕັມທີ່ເຫຼົ່ານັ້ນແມ່ນສຳລັບໃຫ້ສັດກິນ, ແລ້ວເປັນຫຍັງລາວຈຶ່ງເອົາພວກມັນໃຫ້ຄົນກິນ? ເຖິງແມ່ນວ່າເຮົາຈະບໍ່ວັດແທກລາວດ້ວຍຄວາມຈິງກໍຕາມ, ພຽງແຕ່ໃນມຸມມອງທາງສິນທຳ ການກະທຳຂອງລາວກໍບໍ່ສາມາດຍອມຮັບໄດ້ແລ້ວ, ສະນັ້ນ ເຮົາຈຶ່ງເວົ້າວ່າລາວບໍ່ແມ່ນມະນຸດ. ການກຳນົດລັກສະນະນີ້ຖືກຕ້ອງບໍ? ມັນຍຸຕິທຳບໍ? (ມັນຖືກຕ້ອງ ແລະ ຍຸຕິທຳ). ລາວເຮັດສິ່ງທີ່ຜິດຢ່າງເຫັນໄດ້ຊັດເຈນແບບນັ້ນ ແຕ່ກໍຍັງບໍ່ຮູ້ຕົວ ແລະ ລາວຍັງຮູ້ສຶກສະບາຍໃຈ ແລະ ບໍ່ມີຄວາມຮູ້ສຶກຕຳນິຕົນເອງຢູ່ໃນໃຈແມ່ນແຕ່ໜ້ອຍດຽວ. ເປັນຫຍັງຈຶ່ງເປັນແບບນີ້? ລາວບໍ່ມີຈິດສຳນຶກ, ລາວບໍ່ມີແມ່ນແຕ່ຈິດວິນຍານ; ຄືກັບມານຮ້າຍ ຫຼື ສັດເດຍລະສານ, ລາວບໍ່ມີຄວາມຮັບຮູ້ໃດໆເລີຍ. ລາວບໍ່ແມ່ນມະນຸດ, ສະນັ້ນ ລາວຈຶ່ງບໍ່ມີຈິດສຳນຶກ. ລາວບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ບໍ່ວ່າລາວຈະເຮັດຜິດຮ້າຍແຮງສໍ່າໃດ ລາວກໍມັກຈະຮູ້ສຶກຢູ່ສະເໝີວ່າການກະທຳຂອງລາວນັ້ນສົມເຫດສົມຜົນຢ່າງສົມບູນ, ລາວບໍ່ເຄີຍຍອມຮັບຄວາມຜິດພາດຂອງລາວ ທັງຍັງດື້ດຶງທີ່ຈະສືບຕໍ່ກະທຳໃນແບບດຽວກັນ. ເມື່ອຄົນອື່ນກຳນົດລັກສະນະຂອງລາວ ໂດຍເວົ້າວ່າສິ່ງທີ່ລາວເຮັດນັ້ນຜິດ, ລາວກໍຍັງຄິດວ່າລາວເປັນຝ່າຍຖືກຫຼາຍ ແລະ ຮູ້ສຶກວ່າບໍ່ໄດ້ຮັບຄວາມຍຸຕິທຳ. ເຮົາເວົ້າວ່ານັ້ນບໍ່ແມ່ນການເຮັດບໍ່ຍຸຕິທຳຕໍ່ເຈົ້າເລີຍ. ມັນບໍ່ແມ່ນການກ່າວໂທດເຈົ້າ ຫຼື ການກຳນົດລັກສະນະຂອງເຈົ້າວ່າບໍ່ມີຄວາມເປັນມະນຸດໂດຍບໍ່ມີຂໍ້ເທັດຈິງເປັນຫຼັກຖານ. ແຕ່ດ້ວຍຂໍ້ເທັດຈິງທີ່ຮ້າຍແຮງແບບນັ້ນທີ່ປາກົດໃຫ້ທຸກຄົນເຫັນ, ໃຜຈະຍັງສາມາດເວົ້າໄດ້ວ່າເຈົ້າມີຄວາມເປັນມະນຸດ? ດ້ວຍຂໍ້ເທັດຈິງເຫຼົ່ານີ້ເປັນຫຼັກຖານ, ບໍ່ມີໃຜສາມາດປະຕິເສດມັນໄດ້. ເຮົາກໍຢາກຈະເວົ້າວ່າເຈົ້າມີຄວາມເປັນມະນຸດ ວ່າເຈົ້າເປັນຄົນໃຈດີ ແລະ ທ່ຽງທຳ ແຕ່ລັກສະນະຂອງສິ່ງທີ່ເຈົ້າເຮັດນັ້ນຊົ່ວຊ້າເກີນໄປ; ມັນມີລັກສະນະດຽວກັນກັບການທີ່ຊາຕານເຍາະເຍີ້ຍພຣະເຈົ້າ, ມັນເປັນການປີ້ນຂາວເປັນດຳຄືກັບທີ່ຊາຕານໄດ້ເຮັດ ໂດຍການສະແດງຄວາມຮັ່ງມີ ແລະ ລັດສະໝີພາບຂອງໂລກໃຫ້ພຣະເຈົ້າເຫັນ ແລະ ເວົ້າກັບພຣະອົງວ່າ “ເຮົາຈະມອບທຸກສິ່ງເຫຼົ່ານີ້ໃຫ້ກັບທ່ານ ຖ້າທ່ານຈະກົ້ມລົງ ແລະ ນະມັດສະການເຮົາ”. ທຸກສິ່ງໃນໂລກ ແລະ ສິ່ງທັງປວງລ້ວນແຕ່ຖືກພຣະເຈົ້າສ້າງຂຶ້ນມາ. ພຣະເຈົ້າໄດ້ສ້າງທຸກສິ່ງທີ່ມີຢູ່ ແລະ ທຸກສິ່ງທຸກຢ່າງ; ພຣະເຈົ້າຄວນເພີດເພີນກັບສິ່ງທັງໝົດນີ້, ແຕ່ເຈົ້າບໍ່ຄວນ ເພາະເຈົ້າບໍ່ມີຄຸນສົມບັດທີ່ຈະເຮັດແບບນັ້ນ. ສິ່ງທີ່ເຈົ້າເພີດເພີນແມ່ນສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ. ເຈົ້າຄວນນະມັດສະການພຣະເຈົ້າ ບໍ່ແມ່ນໃຫ້ພຣະເຈົ້າມານະມັດສະການເຈົ້າ. ຄົນຜູ້ນີ້ບໍ່ເຂົ້າໃຈແມ່ນແຕ່ແນວຄວາມຄິດທີ່ເຫັນໄດ້ຊັດເຈນ ແລະ ງ່າຍດາຍແບບນີ້ໄດ້ ແລະ ເຖິງກັບຄິດວ່າເຮົາຕ້ອງປະເມີນອາລົມຂອງລາວ ແລະ ເບິ່ງວ່າລາວຮູ້ສຶກມີຄວາມສຸກ ຫຼື ບໍ່ ພຽງເພື່ອຈະໄດ້ມັນຝຣັ່ງສອງສາມໜ່ວຍ. ຖ້າລາວອາລົມບໍ່ດີ ລາວກໍຈະເອົາມັນຝຣັ່ງທີ່ເນົ່າມາໃຫ້ເຮົາ, ຄືກັບວ່າລາວກຳລັງປະຕິບັດຕໍ່ຂໍທານ. ເຮົາຄວນຈະຕ້ອງທົນຕໍ່ການປະຕິບັດທີ່ບໍ່ດີຈາກລາວ, ມັນເປັນໄປໄດ້ບໍ? ເຮົາຈະທົນກັບສິ່ງນັ້ນໄດ້ບໍ? (ບໍ່ໄດ້). ຄວນຈັດການກັບຄົນແບບນີ້ແນວໃດ? (ລາວຄວນຖືກຊຳລະລ້າງອອກໄປໂດຍທັນທີ). ຄົນແບບນີ້ຄວນຖືກຈັດການໂດຍກົດການປົກຄອງ. ນີ້ກໍບໍ່ແມ່ນເຫດການດຽວໃນລັກສະນະນີ້ຢ່າງແນ່ນອນ. ບາງຄົນເວົ້າວ່າ “ຍັງມີເຫດການທີ່ຮ້າຍແຮງກວ່ານີ້ອີກບໍ?” ແນ່ນອນວ່າມີ, ຖ້າບໍ່ດັ່ງນັ້ນ ເປັນຫຍັງເຮົາຈຶ່ງເວົ້າວ່າຜູ້ຄົນນັ້ນແຕກຕ່າງກັນ? ຖ້າທຸກຄົນທີ່ເຊື່ອໃນພຣະເຈົ້າສາມາດນະມັດສະການພຣະເຈົ້າໄດ້ ແລ້ວກໍຄົງບໍ່ຈຳເປັນຕ້ອງຈັດແຕ່ລະຄົນຕາມປະເພດຂອງພວກເຂົາ. ມັນເປັນເພາະວ່າຫຼາຍຄົນບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ເປັນເພາະວ່າມີຄົນຊົ່ວຮ້າຍ ແລະ ຄົນເບົາປັນຍາທີ່ລົບກວນວຽກງານຂອງຄຣິສຕະຈັກ ເຊິ່ງສາມາດເຮັດການກະທຳທີ່ບໍ່ດີໃດໆກໍໄດ້, ສະນັ້ນ ເມື່ອວຽກງານຂອງຄຣິສຕະຈັກໃກ້ຈະສິ້ນສຸດລົງ, ທຸກຄົນຈຶ່ງຖືກເປີດເຜີຍ ແລະ ຖືກຈັດຕາມປະເພດຂອງພວກເຂົາ.

ໃຫ້ເຮົາມາເວົ້າເຖິງອີກຕົວຢ່າງໜຶ່ງ. ສາລີຢູ່ໃນຟາມແຫ່ງໜຶ່ງແກ່ແລ້ວ ແລະ ມີຄົນກຳລັງຈະເອົາມາໃຫ້ເຮົາຈຳນວນໜຶ່ງ. ຄົນທີ່ຢູ່ໃກ້ໆເວົ້າກັບລາວວ່າ “ໜູໄຕ່ສາລີນັ້ນແລ້ວ ຢ່າເອົາໄປເລີຍ!” ລາວຄິດຢູ່ບຶດໜຶ່ງແລ້ວເວົ້າວ່າ “ໜູໄຕ່ແລ້ວມັນເປັນຫຍັງ? ມັນຍັງກິນໄດ້ຢູ່ບໍ່ແມ່ນບໍ? ບໍ່ເປັນຫຍັງດອກ ຖ້າຂ້ອຍຈະເອົາມັນໄປ!” ລາວຮູ້ຢ່າງຊັດເຈນວ່າສາລີນັ້ນຖືກໜູໄຕ່ແລ້ວ ແລະ ບໍ່ເໝາະສຳລັບໃຫ້ຄົນກິນ, ແຕ່ລາວກໍຍັງດື້ດຶງທີ່ຈະເອົາມັນມາໃຫ້ເຮົາ. ລັກສະນະຂອງເລື່ອງນີ້ແມ່ນຫຍັງ? ຄົນແບບນີ້ມີຄວາມເປັນມະນຸດບໍ? (ບໍ່ມີ). ແລ້ວຄົນຜູ້ນີ້ເປັນຄົນປະເພດໃດ? (ບໍ່ແມ່ນມະນຸດ ແຕ່ເປັນມານຮ້າຍ). ບອກເຮົາເບິ່ງ ລາວຈະຍອມເອົາສາລີທີ່ໜູໄຕ່ແລ້ວໄປໃຫ້ພໍ່ແມ່ ຫຼື ລູກຂອງລາວກິນບໍ? (ບໍ່). ເປັນຫຍັງຈຶ່ງບໍ່? (ລາວຮູ້ວ່າມັນບໍ່ສະອາດ ການກິນມັນຈະສົ່ງຜົນບໍ່ດີຕໍ່ສຸຂະພາບຂອງພວກເຂົາ. ລາວຄົງຈະບໍ່ເຕັມໃຈໃຫ້ຄອບຄົວຂອງລາວກິນມັນ). ລາວຮູ້ວ່າລາວບໍ່ສາມາດເອົາມັນໃຫ້ຄອບຄົວຂອງລາວກິນໄດ້ ແຕ່ລາວກໍຍັງດື້ດຶງທີ່ຈະເອົາມັນມາໃຫ້ເຮົາ ແລະ ຄົນອື່ນກໍບໍ່ສາມາດຫ້າມລາວໄດ້. ສະນັ້ນ ລາວຮູ້ບໍວ່າສິ່ງນີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ລາວບໍ່ຮູ້). ຄວາມຈິງແລ້ວ, ລາວຮູ້ຢູ່ໃນໃຈວ່າສິ່ງນີ້ບໍ່ຖືກຕ້ອງ. ແລ້ວເປັນຫຍັງລາວຈຶ່ງຍັງຢາກເອົາສາລີມາໃຫ້ເຮົາ? ເຮົາເປັນສັດຕູຂອງລາວບໍ? ເຮົາເຄີຍທໍລະມານລາວ ຫຼື ທຳຮ້າຍລາວບໍ? ບໍ່, ເຮົາບໍ່ເຄີຍເຮັດສິ່ງເຫຼົ່ານີ້ເລີຍ. ເຮົາບໍ່ຄຸ້ນເຄີຍກັບລາວ, ແຕ່ລາວກໍຍັງດື້ດຶງທີ່ຈະເອົາສາລີທີ່ຖືກໜູໄຕ່ແລ້ວມາໃຫ້ເຮົາ. ບອກເຮົາເບິ່ງ, ລັກສະນະຂອງເລື່ອງນີ້ແມ່ນຫຍັງ? ຄວາມຈິງແລ້ວ, ນີ້ຄືສິ່ງທີ່ເຮັດໂດຍຄົນທີ່ເຊື່ອໃນພຣະເຈົ້າ. ມັນຊ່າງເປີດຫູເປີດຕາຂອງເຈົ້າ, ເຮັດໃຫ້ເຈົ້າໄດ້ຮັບການແຍກແຍະ ແລະ ເຮັດໃຫ້ເຈົ້າເຫັນວ່າ ມີເລື່ອງແປກປະຫຼາດທີ່ບໍ່ມີທີ່ສິ້ນສຸດແທ້ໆໃນທີ່ໂລກທີ່ກວ້າງໃຫຍ່ໃບນີ້. ບອກເຮົາເບິ່ງ ຕອນທີ່ລາວກຽມສາລີນັ້ນໃຫ້ເຮົາ ລາວມີຄວາມຮັບຮູ້ໃດໆຢູ່ໃນໃຈບໍ? ລາວຮູ້ບໍວ່າສິ່ງທີ່ລາວກຳລັງເຮັດນັ້ນບໍ່ຖືກຕ້ອງ, ວ່າລາວຄວນຈະເອົາສາລີທີ່ດີມາໃຫ້ ຢ່າງໜ້ອຍກໍເປັນສາລີທີ່ບໍ່ຖືກໜູໄຕ່? ລາວຄິດແບບນີ້ບໍ? (ລາວບໍ່ມີຄວາມຮັບຮູ້). ລາວບໍ່ມີຄວາມຮັບຮູ້ເລີຍເມື່ອເວົ້າເຖິງເລື່ອງແບບນີ້. ຖ້າເອົາສາລີທີ່ປົນເປື້ອນແບບນັ້ນໄປໃຫ້ແມ່ ຫຼື ລູກຂອງລາວ, ລາວກໍຄົງຈະມີຄວາມຮັບຮູ້. ລາວບໍ່ມີຄວາມຮັບຮູ້ທາງຈິດສຳນຶກທີ່ຄວາມເປັນມະນຸດຄວນມີ ແລ້ວລາວມີຄວາມເປັນມະນຸດບໍ? ລາວເປັນສິ່ງມີຊີວິດປະເພດໃດ? (ບໍ່ແມ່ນມະນຸດ). ເຈົ້າເຫັນບໍ, ໃນຄວາມເຊື່ອໃນພຣະເຈົ້າຂອງລາວ, ລາວໄດ້ປະຕິບັດໜ້າທີ່ຂອງລາວ, ລາວໄດ້ທົນທຸກ ແລະ ຈ່າຍລາຄາ, ລາວສາມາດເຮັດວຽກໃຊ້ແຮງງານໄດ້ ທັງຍັງເຂົ້າຮ່ວມການເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າ, ແຕ່ເປັນຫຍັງລາວຈຶ່ງບໍ່ເປັນມິດກັບເຮົາເລີຍ? ເປັນຫຍັງລາວຈຶ່ງລັງກຽດເຮົາຂະໜາດນັ້ນ? ເຮົາບໍ່ເຄີຍລົມກັບລາວເກີນສອງສາມຄຳເລີຍ ແລ້ວເຮົາໄປລ່ວງເກີນລາວໃນທາງໃດ? ບາງຄົນທີ່ເຮົາເຄີຍຕິດຕໍ່ພົວພັນນຳກໍຂ້ອນຂ້າງເປັນຄົນດີ ແລະ ພວກເຂົາກໍຂ້ອນຂ້າງເປັນມິດກັບເຮົາ. ບໍ່ແມ່ນທຸກຄົນທີ່ຈະເປັນຄືກັບລາວ. ແຕ່ເຮົາບໍ່ໄດ້ລ່ວງເກີນລາວ ທັງບໍ່ໄດ້ທຳຮ້າຍລາວ, ແລ້ວເປັນຫຍັງລາວຈຶ່ງກຽດຊັງເຮົາຫຼາຍຂະໜາດນັ້ນ? ພວກເຈົ້າມີຄຳຕອບສຳລັບເລື່ອງນີ້ຢູ່ໃນໃຈຂອງພວກເຈົ້າແລ້ວ. ລາວບໍ່ພຽງແຕ່ກຽດຊັງເຮົາເທົ່ານັ້ນ; ລາວປະຕິບັດຕໍ່ທຸກຄົນແບບນີ້. ນີ້ຄືສິ່ງມີຊີວິດປະເພດທີ່ລາວເປັນຢ່າງແທ້ຈິງ. ຖ້າລາວເຮັດທຸລະກິດ, ລາວກໍຈະຫຼອກລວງ ແລະ ຕົ້ມຕຸ໋ນຢ່າງແນ່ນອນ ພ້ອມທັງເຮັດການກະທຳທີ່ບໍ່ດີທຸກຮູບແບບ. ລາວບໍ່ມີຂອບເຂດຂອງຈິດສຳນຶກ ແລະ ບໍ່ມີຫຼັກການໃນການພົວພັນກັບຜູ້ຄົນ; ຫົວໃຈຂອງລາວຖືກສິ່ງທີ່ມືດມົນເຫຼົ່ານີ້ກືນກິນໄປໝົດແລ້ວ. ມັນຊັດເຈນຫຼາຍວ່ານີ້ຄືວິທີການ ແລະ ຫຼັກການທີ່ສະໝໍ່າສະເໝີຂອງລາວໃນການປະຕິບັດຕໍ່ຜູ້ຄົນ; ນີ້ຄືວິທີການ ແລະ ລັກສະນະການຈັດການສິ່ງຕ່າງໆຂອງລາວ. ບາງຄົນເວົ້າວ່າ “ການທີ່ລາວສາມາດເຮັດແບບນີ້ໄດ້ນັ້ນ ໝາຍຄວາມວ່າລາວບໍ່ໄດ້ປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ເຖິງແມ່ນວ່າເຈົ້າຈະປະຕິບັດຕໍ່ເຮົາຄືກັບຄົນທຳມະດາ ເຈົ້າກໍບໍ່ຄວນເຮັດສິ່ງນີ້ກັບເຮົາ. ເຖິງແມ່ນວ່າເຈົ້າພຽງແຕ່ປະຕິບັດຕາມຫຼັກສິນທຳ, ເຈົ້າກໍບໍ່ຄວນເຮັດແບບນີ້. ຖ້າອາຫານຖືກໜູໄຕ່ ຫຼື ຖືກສັດບາງຊະນິດແຫ້ນແທ້ໆ ແລະ ມີເຊື້ອແບັກທີເຣຍ ມັນກໍບໍ່ສາມາດແມ່ນແຕ່ຈະເອົາໄປຂາຍຢູ່ຮ້ານຊັບພະສິນຄ້າໄດ້. ຈະເປັນແນວໃດຖ້າມີຄົນກິນມັນແລ້ວມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ? ບໍ່ວ່າຄົນອື່ນຈະຮູ້ ຫຼື ບໍ່ກໍຕາມ, ມັນກໍຈະຂັດກັບຈິດສຳນຶກຂອງເຈົ້າ. ໃນເມື່ອເຈົ້າຮູ້ ເຈົ້າກໍບໍ່ຄວນໃຫ້ຄົນກິນມັນ. ສິ່ງນີ້ກ່ຽວຂ້ອງກັບທຳມະຊາດຂອງຄົນເຮົາ ແລະ ມັນກ່ຽວຂ້ອງກັບຫຼັກການໃນການປະພຶດຕົນ. ເຈົ້າບໍ່ມີແມ່ນແຕ່ມາດຕະຖານທາງສິນທຳຂັ້ນພື້ນຖານທີ່ສຸດໃນການປະພຶດຕົນ, ແຕ່ເຈົ້າພັດຄິດວ່າເຈົ້າເປັນມະນຸດ. ເຈົ້າບໍ່ແມ່ນມະນຸດເລີຍ. ແມ່ນແຕ່ສັດເດຍລະສານກໍຍັງຮູ້ວ່າມັນຄວນປົກປ້ອງຜູ້ທີ່ໃຫ້ອາຫານ ແລະ ລ້ຽງດູມັນ. ຍົກຕົວຢ່າງເຊັ່ນ: ໝາ, ຖ້າເຈົ້າໃຫ້ອາຫານມັນຢູ່ສະເໝີ, ມັນກໍຈະດີຕໍ່ເຈົ້າ. ຖ້າມີຄົນແປກໜ້າມາທີ່ເຮືອນ ແລະ ຕ້ອງການເອົາບາງສິ່ງບາງຢ່າງໄປ, ມັນກໍຈະຢຸດພວກເຂົາ ແລະ ປົກປ້ອງເຈົ້າໃນທຸກວິຖີທາງ. ແມ່ນແຕ່ໝາກໍຍັງສາມາດຈົງຮັກພັກດີ ແລະ ປົກປ້ອງເຈົ້ານາຍຂອງມັນໄດ້, ແລ້ວຄົນຜູ້ນັ້ນບໍ່ສາມາດບັນລຸລະດັບນີ້ໄດ້ແນວໃດ? ລາວບໍ່ໄດ້ຕ່ຳຊ້າກວ່າໝາບໍ? (ແມ່ນແລ້ວ). ຖ້າເຈົ້າເວົ້າວ່າລາວເປັນມານຮ້າຍ, ລາວກໍອາດຈະປະຕິເສດທີ່ຈະຍອມຮັບມັນແທ້ໆ. ສະນັ້ນ ຕອນນີ້ໃຫ້ພວກເຮົາເວົ້າຢ່າງພາວະວິໄສວ່າ: ຄົນແບບນີ້ບໍ່ມີຄວາມເປັນມະນຸດ ເພາະວ່າລາວໄດ້ເຮັດສິ່ງທີ່ໄຮ້ສາລະແບບນັ້ນ, ເຮັດສິ່ງທີ່ເສື່ອມຊາມທາງສິນທຳແບບນັ້ນ, ແຕ່ລາວພັດບໍ່ມີຄວາມຮັບຮູ້ທາງຈິດສຳນຶກເລີຍ, ທັງຍັງບໍ່ເຄີຍເສຍໃຈ ແລະ ບໍ່ຮູ້ສຶກທຸກໃຈກັບມັນເລີຍ. ເຖິງແມ່ນວ່າຄົນໃດໜຶ່ງຈະປະຕິບັດຕໍ່ຄົນທຳມະດາແບບນີ້, ພວກເຂົາກໍຄວນມີຄວາມຮັບຮູ້ທາງຈິດສຳນຶກ, ພວກເຂົາຄວນຮູ້ສຶກທຸກໃຈຢູ່ພາຍໃນ ແລະ ພວກເຂົາຄວນຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຜິດ ແລະ ຄວນຢຸດ. ໂດຍສະເພາະການທີ່ລາວປະຕິບັດຕໍ່ເຮົາແບບນີ້ ມັນກໍຍິ່ງບໍ່ສາມາດເປັນທີ່ຍອມຮັບໄດ້. ແນ່ນອນວ່າ ເຮົາບໍ່ໄດ້ເຈັບປວດຍ້ອນການທີ່ລາວປະຕິບັດຕໍ່ເຮົາແບບນີ້. ຫົວໃຈຂອງເຮົາບໍ່ໄດ້ເຈັບປວດງ່າຍດາຍຂະໜາດນັ້ນ. ພຽງແຕ່ເຮົາເຫັນວ່າຫຼັກການທີ່ລາວໃຊ້ຈັດການສິ່ງຕ່າງໆນັ້ນໜ້າລັງກຽດເກີນໄປ. ມັນບໍ່ພຽງແຕ່ບໍ່ບັນລຸມາດຕະຖານຂອງຈິດສຳນຶກເທົ່ານັ້ນ, ແຕ່ມັນຍັງຕ່ຳຊ້າເກີນໄປ ແລະ ໜ້າລັງກຽດເກີນໄປອີກດ້ວຍ. ຄົນຜູ້ນີ້ບໍ່ມີຄວາມເປັນມະນຸດເລີຍຢ່າງສິ້ນເຊີງ! ລາວໄດ້ເຮັດການກະທຳທີ່ຜິດແບບນັ້ນໃນລັກສະນະທີ່ຖືວ່າຕົນເອງຖືກຕ້ອງ, ເປີດເຜີຍ ແລະ ບໍ່ມີໃຜສາມາດຢຸດລາວໄດ້. ການທີ່ເຮົາເວົ້າວ່າລາວບໍ່ມີຄວາມເປັນມະນຸດນັ້ນບໍ່ແມ່ນການເຮັດບໍ່ຍຸຕິທຳຕໍ່ລາວເລີຍ, ເພາະວ່ານີ້ຄືການກະທຳທີ່ປາສະຈາກຄວາມເປັນມະນຸດຢ່າງແທ້ຈິງ ເຊິ່ງມີແຕ່ຜູ້ທີ່ບໍ່ມີຄວາມເປັນມະນຸດເທົ່ານັ້ນທີ່ກະທຳແບບນັ້ນ. ສິ່ງນີ້ກົງກັບແກ່ນແທ້ ແລະ ຕົວຕົນຂອງລາວທີ່ສຸດ. ຖ້າຄົນໃດໜຶ່ງເຮັດສິ່ງຕ່າງໆຢ່າງເໝາະສົມ ພ້ອມທັງມີຄວາມເປັນມະນຸດ ແລະ ມີຈິດສຳນຶກ, ແລ້ວການເວົ້າວ່າພວກເຂົາບໍ່ມີຄວາມເປັນມະນຸດກໍເປັນການເຮັດບໍ່ຍຸຕິທຳຕໍ່ພວກເຂົາ. ແຕ່ຖ້າພວກເຂົາເຮັດການກະທຳທີ່ປາສະຈາກຄວາມເປັນມະນຸດແທ້ໆ, ແລ້ວການເວົ້າວ່າພວກເຂົາບໍ່ມີຄວາມເປັນມະນຸດກໍສອດຄ່ອງກັບແກ່ນແທ້ຂອງພວກເຂົາຢ່າງຍິ່ງ. ການເວົ້າແບບນັ້ນບໍ່ແມ່ນການເຮັດບໍ່ຍຸຕິທຳຕໍ່ພວກເຂົາ ແມ່ນບໍ? (ແມ່ນແລ້ວ). ບາງຄົນ ເມື່ອພວກເຂົາໄດ້ຍິນເຮົາເວົ້າຄຳເວົ້າເຫຼົ່ານີ້ ກໍມີຄວາມຄິດບາງຢ່າງ ແລະ ເວົ້າວ່າ “ເຈົ້າມັກຈະເວົ້າກ່ຽວກັບເລື່ອງເຫຼົ່ານີ້ຢູ່ສະເໝີ ແລະ ມັນເຮັດໃຫ້ພວກເຮົາເສຍໜ້າ. ໃຜແດ່ທີ່ບໍ່ເຄີຍເຮັດຜິດພາດ?” ມັນຖືກຕ້ອງບໍທີ່ຄິດແບບນີ້? (ບໍ່). ທຸກຄົນລ້ວນແຕ່ເຮັດຜິດພາດ ແຕ່ລັກສະນະຂອງຄວາມຜິດພາດນັ້ນແຕກຕ່າງກັນແທ້ໆ. ຄວາມຜິດພາດຫຼາຍຢ່າງກ່ຽວຂ້ອງກັບບັນຫາເລື່ອງຄວາມເປັນມະນຸດ ແລະ ຄວາມຜິດພາດຫຼາຍຢ່າງກ່ຽວຂ້ອງກັບແກ່ນແທ້ທຳມະຊາດຂອງຄົນໆໜຶ່ງ. ຄວາມຜິດພາດບາງຢ່າງເປັນພຽງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ ແລະ ບໍ່ໄດ້ໝາຍຄວາມວ່າມີບັນຫາກັບແກ່ນແທ້ຂອງຄົນຜູ້ນັ້ນ.

ໃຫ້ພວກເຮົາມາເວົ້າເຖິງອີກຕົວຢ່າງໜຶ່ງ. ມື້ໜຶ່ງ ເຮົາໄດ້ໄປທີ່ຟາມແຫ່ງໜຶ່ງ ແລະ ບັງເອີນວ່າຜູ້ຄົນຢູ່ທີ່ນັ້ນກຳລັງເກັບໝາກແພຣ໌. ມີຄົນເອົາມາໃຫ້ເຮົາສອງສາມໜ່ວຍ. ພຽງແຕ່ຫຼຽວເບິ່ງບາດດຽວ ເຮົາກໍເຫັນວ່າໝາກແພຣ໌ເຫຼົ່ານີ້ຂ້ອນຂ້າງຂຽວ ແລະ ບໍ່ຄ່ອຍສຸກ, ແຕ່ເຮົາເຫັນຄົນທີ່ເກັບໝາກແພຣ໌ກຳລັງຖືໝາກແພຣ໌ສີເຫຼືອງສົດໃສ ແລະ ກຳລັງກິນມັນຢູ່ ໂດຍເວົ້າໃນຂະນະທີ່ລາວກິນວ່າ “ຫວານຫຼາຍ, ໝາກແພຣ໌ໜ່ວຍນີ້ແຊບຫຼາຍ!” ລາວເກັບໜ່ວຍທີ່ສຸກໄວ້ກິນເອງ ແລະ ໂດຍພື້ນຖານແລ້ວ ໜ່ວຍທີ່ລາວເກັບມາໃຫ້ເຮົາ ແມ່ນຍັງບໍ່ສຸກທັງໝົດ. ປະເລື່ອງທີ່ວ່າໝາກແພຣ໌ສຸກ ຫຼື ບໍ່ສຸກໄວ້ກ່ອນ, ຄົນທີ່ເກັບໝາກແພຣ໌ບໍ່ໄດ້ໂງ່. ລາວໃຊ້ເວລາມື້ແລ້ວມື້ເລົ່າຢູ່ໃກ້ກັບຕົ້ນໝາກແພຣ໌ເຫຼົ່ານັ້ນ ແລະ ລາວຮູ້ວ່າໜ່ວຍໃດສຸກ ແລະ ໜ່ວຍໃດບໍ່ສຸກ. ເຮົາບັງເອີນໄປທີ່ນັ້ນ ແລະ ລາວກໍເກັບໝາກແພຣ໌ທີ່ບໍ່ສຸກຈາກຕົ້ນມາໃຫ້ເຮົາ. ຄວາມຈິງແລ້ວ, ເຮົາບໍ່ມັກກິນໝາກໄມ້ດິບ ຫຼື ໝາກໄມ້ທີ່ມີລິດເຢັນ ແລະ ເຮົາຍິ່ງບໍ່ສາມາດກິນໝາກໄມ້ທີ່ບໍ່ສຸກໄດ້ ເພາະມັນເຮັດໃຫ້ເຮົາເຈັບທ້ອງ. ແຕ່ລາວເອົາໝາກແພຣ໌ທີ່ບໍ່ສຸກໃຫ້ເຮົາ ໃນຂະນະທີ່ລາວເອົາໝາກແພຣ໌ທີ່ສຸກອອກມາແລ້ວກັດກິນ. ເຫດການນີ້ໄດ້ຝັງເລິກຢູ່ໃນຄວາມຊົງຈຳຂອງເຮົາ. ເຮົາຮູ້ວ່າລາວສາມາດແຍກແຍະຄວາມແຕກຕ່າງລະຫວ່າງໝາກແພຣ໌ທີ່ບໍ່ສຸກ ແລະ ສຸກໄດ້. ລາວຄິດວ່າຄົນອື່ນໂງ່ ແລະ ເບິ່ງບໍ່ອອກ ແລະ ຄິດວ່າ “ມັນກໍດີພໍແລ້ວທີ່ຂ້ອຍເອົາໝາກແພຣ໌ທີ່ບໍ່ສຸກໃຫ້ເຈົ້າ. ຂ້ອຍຍັງເອົາໃຫ້ເຈົ້າຕັ້ງຫຼາຍໜ່ວຍ. ເຈົ້າບໍ່ຮູ້ດອກວ່າໝາກແພຣ໌ສຸກ ຫຼື ບໍ່ສຸກ, ເຈົ້າບໍ່ມີຄວາມຮູ້ດ້ານນັ້ນດອກ! ເຖິງແມ່ນວ່າເຈົ້າຈະສາມາດເທດສະໜາຄວາມຈິງໄດ້ຢ່າງຊັດເຈນ ແລະ ຢ່າງມີເຫດຜົນກໍຕາມ, ແຕ່ເຈົ້າກໍຍັງຄົງຄິດຢ່າງແນ່ນອນວ່າຂ້ອຍເປັນຄົນດີ ແລະ ຂ້ອຍປະຕິບັດຕໍ່ເຈົ້າເປັນຢ່າງດີ ຫຼັງຈາກທີ່ຂ້ອຍໄດ້ເກັບໝາກແພຣ໌ທີ່ບໍ່ສຸກຫຼາຍໜ່ວຍມາໃຫ້ເຈົ້າ”. ຄົນທີ່ເຮັດແບບນີ້ຄິດວ່າຄົນອື່ນໂງ່ ແລະ ໂດຍສະເພາະແມ່ນຄິດວ່າເຮົາໂງ່. ລາວມີຄວາມຮັບຮູ້ໃດໆໃນໃຈຂອງລາວບໍ ເມື່ອລາວເຮັດສິ່ງທີ່ໂງ່ຈ້ານີ້? (ບໍ່ມີ). ລາວບໍ່ມີຄວາມຮັບຮູ້ເລີຍ. ລາວຄິດວ່າລາວໄດ້ຫຼອກລວງຄົນອື່ນ ແລະ ຄິດວ່າລາວສະຫຼາດຫຼາຍ. ລາວສະຫຼາດບໍ? (ບໍ່). ຖ້າລາວສະຫຼາດຢ່າງແທ້ຈິງ ລາວຈະເຮັດສິ່ງທີ່ໂງ່ຈ້າຢ່າງສິ້ນເຊີງແບບນັ້ນ ແລະ ຍັງຄົງບໍ່ມີຄວາມຮັບຮູ້ໄດ້ແນວໃດ? ສິ່ງນີ້ພິສູດໃຫ້ເຫັນວ່າລາວບໍ່ໄດ້ສະຫຼາດ ແລະ ກົງກັນຂ້າມ ລາວພັດເປັນຄົນທີ່ມີຈິດໃຈຄັບແຄບ. ລາວເກັບໝາກແພຣ໌ທີ່ບໍ່ສຸກມາໃຫ້ເຮົາກິນ ໃນຂະນະທີ່ຕົວລາວເອງຖືໝາກແພຣ໌ທີ່ສຸກແລ້ວກິນມັນ. ການກະທຳນີ້ຈະບໍ່ເບິ່ງເປັນຕາຫົວບໍ? ເຮົາປ່ອຍຜ່ານມັນໄປ, ແຕ່ສິ່ງທີ່ລາວເຮັດໄດ້ຝັງເລິກຢູ່ໃນຄວາມຊົງຈຳຂອງເຮົາ. ຄວາມຈິງທີ່ວ່າຄົນຜູ້ນີ້ສາມາດເຮັດແບບນີ້ກັບເຮົາໄດ້, ລັກສະນະຂອງເລື່ອງນີ້ບໍ່ຮ້າຍແຮງຫຼາຍບໍ? ໃນແງ່ຂອງມຸມມອງ, ຫຼັກການໃນການຈັດການສິ່ງຕ່າງໆ ແລະ ວິທີການຂອງລາວໃນເລື່ອງນີ້, ຄວາມເປັນມະນຸດຂອງລາວເປັນແນວໃດ? ລາວຮູ້ບໍວ່າສິ່ງທີ່ລາວເຮັດນັ້ນບໍ່ຖືກຕ້ອງ, ການປະຕິບັດຕໍ່ຜູ້ຄົນດ້ວຍວິທີນີ້ບໍ່ຖືກຕ້ອງ? (ລາວບໍ່ຮູ້ເລື່ອງນີ້). ລາວຄິດວ່າລາວສະຫຼາດຫຼາຍ. “ເບິ່ງແມວ່າຂ້ອຍສະຫຼາດສໍ່າໃດ, ຂ້ອຍເອົາໝາກແພຣ໌ທີ່ບໍ່ສຸກໃຫ້ເຈົ້າ ແລະ ເຈົ້າກໍຍັງເບິ່ງບໍ່ອອກຊໍ້າ! ຂ້ອຍເກັບໜ່ວຍທີ່ສຸກທັງໝົດໄວ້ໃຫ້ຕົວຂ້ອຍເອງ ແລະ ເຈົ້າຈະບໍ່ໄດ້ກິນໜ່ວຍທີ່ສຸກແມ່ນແຕ່ໜ່ວຍດຽວ! ຖ້າເຈົ້າມາອີກ, ຂ້ອຍກໍຍັງຈະບໍ່ເກັບໜ່ວຍທີ່ສຸກໃຫ້ເຈົ້າ, ຂ້ອຍຈະເອົາແຕ່ໜ່ວຍທີ່ບໍ່ສຸກໃຫ້ເຈົ້າ!” ພຽງແຕ່ເລື່ອງການເກັບໝາກແພຣ໌ກໍເປີດເຜີຍຕົວລາວແລ້ວ. ຄົນຜູ້ນີ້ບໍ່ໄດ້ໄຮ້ປະໂຫຍດບໍ? (ແມ່ນແລ້ວ). ລາວໄຮ້ປະໂຫຍດ ແລະ ບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກ. ບອກເຮົາເບິ່ງ, ນີ້ຄືຄວາມເປັນມະນຸດປະເພດໃດ? ໃນມຸມມອງຂອງເຮົາ ລາວເປັນສັດເດຍລະສານ ແລະ ລາວມີພຽງແຕ່ຮູບລັກສະນະຂອງມະນຸດເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ລາວບໍ່ຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດຊ້ຳ. ສິ່ງທີ່ລາວເຮັດ ແລະ ຄວາມຜິດພາດທີ່ລາວເຮັດນີ້ຊ່າງໜ້າລັງກຽດຢ່າງສິ້ນເຊີງ, ບໍ່ໄດ້ດີໄປກວ່າສິ່ງທີ່ສັດຈະເຮັດເລີຍ. ຜູ້ຄົນມັກຈະເວົ້າສະເໝີວ່າມະນຸດເປັນສັດຊັ້ນສູງ, ແຕ່ໃນມຸມມອງຂອງເຮົາ ຫຼາຍຄົນຍັງຊົ່ວຮ້າຍກວ່າສັດຊໍ້າ! ພຽງແຕ່ຈາກສິ່ງທີ່ລາວເຮັດ, ຈາກຫຼັກການ ແລະ ວິທີການໃນການກະທຳຂອງລາວ, ນອກຈາກຈະບໍ່ມີຄວາມເປັນມະນຸດແລ້ວ ລາວຍັງບໍ່ມີຄວາມຈົງຮັກພັກດີເທົ່າກັບໝາເຝົ້າບ້ານທີ່ມີຕໍ່ເຈົ້ານາຍຂອງມັນຊໍ້າ. ພວກເຮົາມີໝາໂຕໜຶ່ງຢູ່ເຮືອນ. ມີຄັ້ງໜຶ່ງ, ມັນກຳລັງກິນຫູໝູ ແລະ ເຮົາກໍຢອກມັນ ໂດຍເວົ້າວ່າ “ເຈົ້າກຳລັງເພີດເພີນກັບມັນແທ້ໆ ແມ່ນບໍ? ເປັນຫຍັງເຈົ້າບໍ່ໃຫ້ເຮົາກັດຄຳໜຶ່ງແດ່?” ມັນວາງຫູໝູລົງ ແລະ ຍູ້ມັນມາທາງເຮົາ ຄືກັບຈະເວົ້າວ່າ “ກິນໂລດ”. ຊີ້ນ ແລະ ກະດູກເປັນສິ່ງທີ່ແຊບທີ່ສຸດສຳລັບໝາ. ເຖິງແມ່ນວ່າລູກຂອງມັນຈະຢາກກິນ ມັນກໍຈະບໍ່ເອົາຫູໝູໃຫ້ລູກຂອງມັນກິນ, ແຕ່ເຮົາບອກວ່າເຮົາຢາກກິນຫູໝູນັ້ນ ແລະ ມັນກໍສະເໜີໃຫ້ເຮົາທັນທີ. ເຈົ້າເຫັນບໍ, ເມື່ອລ້ຽງໝາ ກໍສາມາດເຫັນໄດ້ຈາກມັນວ່າສິ່ງໃດທີ່ເຮັດໃຫ້ໝາໜ້າຮັກ. ເຈົ້າເບິ່ງແຍງມັນ ແລະ ປະຕິບັດຕໍ່ມັນເປັນຢ່າງດີ ແລະ ສຳລັບມັນແລ້ວ, ເຈົ້າຄືຄອບຄົວຂອງມັນ. ຖ້າເຈົ້າຂໍສິ່ງທີ່ດີທີ່ສຸດທີ່ມັນມີ, ມັນກໍຈະໃຫ້ເຈົ້າ. ມັນມີຄວາມຜູກພັນຕໍ່ເຈົ້າ. ຜູ້ຄົນບໍ່ສາມາດເຮັດສິ່ງນີ້ໄດ້, ແລ້ວພວກເຂົາຈະເປັນສັດຊັ້ນສູງໄດ້ແນວໃດ? ມານຮ້າຍເວົ້າວ່າມະນຸດເປັນສັດຊັ້ນສູງ. ນີ້ຄືຄວາມຄາດເຄື່ອນຢ່າງແທ້ຈິງ, ມັນຄືເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດ. ຖ້າຄົນໃດໜຶ່ງບໍ່ມີຄວາມເປັນມະນຸດ, ການດຳລົງຊີວິດຢູ່ໃນໂລກຂອງຊາຕານນີ້ ພວກເຂົາກໍສາມາດເຮັດການກະທຳທີ່ບໍ່ດີໃດໆກໍໄດ້, ພວກເຂົາສາມາດຊົ່ວຮ້າຍໄດ້ຫຼາຍທີ່ສຸດເທົ່າທີ່ຈະຊົ່ວຮ້າຍໄດ້, ຕ່ຳຊ້າໄດ້ຫຼາຍທີ່ສຸດເທົ່າທີ່ຈະຕ່ຳຊ້າໄດ້, ໜ້າກຽດໄດ້ຫຼາຍທີ່ສຸດເທົ່າທີ່ຈະໜ້າກຽດໄດ້ ແລະ ໜ້າລັງກຽດໄດ້ຫຼາຍທີ່ສຸດເທົ່າທີ່ຈະໜ້າລັງກຽດໄດ້. ຖ້າພວກເຂົາບໍ່ມີການເຮັດວຽກຂອງຈິດສຳນຶກ ແລະ ບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ, ພວກເຂົາກໍສາມາດເຮັດການກະທຳທີ່ບໍ່ດີໃດໆກໍໄດ້ ແລະ ປ່ອຍໃຫ້ຄຳເວົ້າທີ່ບໍ່ຖືກຕ້ອງ, ເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດໃດໆອອກມາຈາກປາກຂອງພວກເຂົາ. ມະນຸດເປັນຕາຢ້ານກວ່າສັດ. ຄວາມຈິງແລ້ວສັດບໍ່ໄດ້ເປັນຕາຢ້ານ; ພວກມັນຮຽບງ່າຍຫຼາຍ, ບໍລິສຸດຫຼາຍ ແລະ ກົງໄປກົງມາຫຼາຍ. ໝານ້ອຍທີ່ເຮົາລ້ຽງ, ເມື່ອມັນຍັງນ້ອຍ ແລະ ກຳລັງກິນຫູໝູ, ມັນດີໃຈຫຼາຍເມື່ອເຫັນເຮົາ ຈົນມັນເລີ່ມສັ່ນຫົວ ແລະ ແກວ່ງຫາງຂອງມັນ. ມັນຮູ້ວິທີເຮັດໃຫ້ເຮົາມີຄວາມສຸກ. ແຕ່ຖ້າເຮົາຢອກມັນ ແລະ ຂໍອາຫານຂອງມັນ, ມັນກໍຈະບໍ່ໃຫ້ເຮົາ ແລະ ມັນກໍຈະຟ້າວໄປລີ້ ແລະ ອອກມາຫຼັງຈາກທີ່ມັນກິນແລ້ວເທົ່ານັ້ນ. ຕັ້ງແຕ່ອາຍຸໄດ້ສອງ ຫຼື ສາມປີ, ມັນກໍມີພຶດຕິກຳທີ່ແຕກຕ່າງໄປ, ຕອນນີ້ມັນຮູ້ຄວາມແລ້ວ. ເມື່ອເຮົາຂໍສິ່ງທີ່ມັນມັກຈາກມັນ, ມັນກໍເອົາໃຫ້ເຮົາ. ມັນຈິງໃຈເມື່ອມັນເອົາຂອງສິ່ງນັ້ນໃຫ້ເຮົາ ໂດຍບໍ່ມີການຮຽກຮ້ອງໃດໆຈາກເຮົາ ຫຼື ປິດບັງເຈດຕະນາແອບແຝງໃດໆຕໍ່ເຮົາ. ແລ້ວເມື່ອມັນບໍ່ໃຫ້ເຮົາ, ມັນກໍຈິງໃຈເຊັ່ນກັນ ໂດຍບໍ່ມີຄວາມປະສົງຮ້າຍຕໍ່ເຮົາ. ບໍ່ວ່າມັນຈະໃຫ້ເຮົາ ຫຼື ບໍ່ກໍຕາມ, ມັນກໍຈິງໃຈ. ສິ່ງເຫຼົ່ານີ້ຄືຄຸນລັກສະນະ ແລະ ສັນຊາດຕະຍານທີ່ມີມາແຕ່ກຳເນີດຂອງມັນ. ສັດບໍ່ມີອຸປະນິໄສທີ່ເສື່ອມຊາມ. ພວກມັນບໍ່ມີສິ່ງໃດທີ່ຖືກປຸງແຕ່ງໂດຍຊາຕານ ແລະ ການສະແດງອອກຂອງພວກມັນລ້ວນແຕ່ເປັນທຳມະຊາດ, ກົງໄປກົງມາ ແລະ ຮຽບງ່າຍຫຼາຍ. ເຈົ້າບໍ່ຈຳເປັນຕ້ອງເດົາເຈດຕະນາຂອງພວກມັນ ແລະ ເຈົ້າກໍບໍ່ຈຳເປັນຕ້ອງລະວັງພວກມັນ. ຖ້າສັດໃຫ້ບາງສິ່ງບາງຢ່າງແກ່ເຈົ້າ, ມັນກໍຄືໃຫ້ເຈົ້າ ແລະ ຖ້າມັນບໍ່ໃຫ້ ກໍຄືບໍ່ໃຫ້. ຖ້າມັນມີຄວາມສຸກ ກໍຄືມີຄວາມສຸກ ແລະ ຖ້າມັນບໍ່ມີຄວາມສຸກ ກໍຄືບໍ່ມີ. ມັນຈະບໍ່ຖືກຄວບຄຸມໂດຍອາລົມຂອງມັນ ແລະ ຈະບໍ່ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ. ແຕ່ຜູ້ຄົນນັ້ນແຕກຕ່າງອອກໄປ. ຜູ້ຄົນເປັນຕາຢ້ານ. ພາຍໃຕ້ຮູບລັກສະນະຂອງມະນຸດ, ຖ້າພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນ, ພວກເຂົາກໍບໍ່ມີທາງດີໄປກວ່າສັດ ແຕ່ພວກເຂົາສາມາດຊົ່ວຮ້າຍໄດ້ຫຼາຍທີ່ສຸດເທົ່າທີ່ຈະຊົ່ວຮ້າຍໄດ້. ພວກເຂົາສາມາດຊົ່ວຮ້າຍໄດ້ສໍ່າໃດ? ຊົ່ວຮ້າຍຈົນເຈົ້າຈະຮູ້ສຶກວ່າເຈົ້າໄດ້ເຫັນມານຮ້າຍທີ່ມີຊີວິດ ເຊິ່ງເຮັດໃຫ້ເຈົ້າຮູ້ສຶກວ່າມັນເຫຼືອເຊື່ອ, ເຮັດໃຫ້ຈິດສຳນຶກຂອງເຈົ້າຕົກໃຈ, ໂຈມຕີ ແລະ ສ້າງຄວາມເຈັບປວດໃຫ້ກັບສ່ວນເລິກໃນຫົວໃຈຂອງເຈົ້າ. ເມື່ອເຮົາຮູ້ສຶກເຖິງສິ່ງເຫຼົ່ານີ້, ເຮົາກໍຖອນຫາຍໃຈໃນໃຈ ໂດຍຄິດວ່າ: “ນີ້ແມ່ນສິ່ງທີ່ມະນຸດຄວນເຮັດບໍ? ຜູ້ຄົນຊົ່ວຮ້າຍຂະໜາດນີ້ໄດ້ແນວໃດ? ລາວເຊື່ອໃນພຣະເຈົ້າ ແລ້ວລາວຍັງສາມາດເຮັດສິ່ງເຫຼົ່ານີ້ໄດ້ແນວໃດ?” ເມື່ອຄົນໃດໜຶ່ງສູນເສຍຈິດສຳນຶກ ແລະ ເຫດຜົນຂອງພວກເຂົາໄປແລ້ວ, ພວກເຂົາກໍສາມາດຊົ່ວຮ້າຍໄດ້ຫຼາຍທີ່ສຸດເທົ່າທີ່ຈະຊົ່ວຮ້າຍໄດ້. ບໍ່ພຽງແຕ່ພວກເຂົາສາມາດຊົ່ວຮ້າຍໄດ້ຄືກັບທີ່ພວກເຂົາເປັນຢູ່ໃນຕອນນີ້ເທົ່ານັ້ນ, ແຕ່ພວກເຂົາຍັງສາມາດຊົ່ວຮ້າຍລົງໄປອີກ ແລະ ພວກເຂົາສາມາດສືບຕໍ່ເສື່ອມຊາມລົງໄປໄດ້ອີກ. ການທີ່ຜູ້ຄົນບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງຄືຈຸດເລີ່ມຕົ້ນຂອງຄວາມເສື່ອມຊາມຂອງມວນມະນຸດ, ເປັນຈຸດເລີ່ມຕົ້ນຂອງຄວາມຕົກຕໍ່າຂອງມວນມະນຸດ.

ຖ້າຄົນໃດໜຶ່ງບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ, ພວກເຂົາກໍບໍ່ມີຈິດສຳນຶກ ຫຼື ມີເຫດຜົນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມເປັນມະນຸດ ແລະ ມັນເປັນໄປໄດ້ວ່າພວກເຂົາມີທຳມະຊາດຂອງມານຮ້າຍ. ບໍ່ວ່າພວກເຂົາຈະເປີດເຜີຍສິ່ງໃດອອກມາໃນພາຍຫຼັງ ຫຼື ພວກເຂົາຈະໃຊ້ຊີວິດຕາມສິ່ງໃດໃນຊ່ວງຊີວິດຂອງພວກເຂົາກໍຕາມ, ເວົ້າສັ້ນໆກໍຄື ພວກເຂົາຈະບໍ່ໄດ້ຮັບການໄຖ່ບາບ, ພວກເຂົາຈະບໍ່ມີວັນໄດ້ຮັບການໄຖ່ບາບ. ຖ້າຄົນໃດໜຶ່ງບໍ່ມີຈິດສຳນຶກ ແລະ ບໍ່ມີເຫດຜົນ, ເວົ້າໃຫ້ຊັດເຈນກໍຄື ບໍ່ມີຄວາມເປັນມະນຸດ, ແລ້ວພວກເຂົາກໍເກີນກວ່າຈະແກ້ໄຂໄດ້ ແລະ ບໍ່ສາມາດໄດ້ຮັບການໄຖ່ບາບໄດ້. ມັນເປັນແບບນີ້ແທ້ໆ. ຖ້າພວກເຂົາບໍ່ຮູ້ແມ່ນແຕ່ວ່າສິ່ງສິ່ງໃດຖືກຕ້ອງ ແລະ ສິ່ງສິ່ງໃດບໍ່ຖືກຕ້ອງ ແລ້ວພວກເຂົາຈະເຮັດສິ່ງໃດທີ່ສອດຄ່ອງກັບຈິດສຳນຶກ ແລະ ເຫດຜົນໄດ້ແນວໃດ? ມັນຈະເປັນເລື່ອງໄຮ້ສາລະທີ່ຈະເວົ້າແບບນັ້ນ. ບາງຄົນມີແນວໂນ້ມທີ່ຈະອິດສາ ແລະ ຂັດແຍ້ງ. ຖ້າມັນເປັນການຂັດແຍ້ງກັບຄົນອື່ນ, ເຈົ້າອາດຈະຄິດວ່າລັກສະນະຂອງເລື່ອງນີ້ບໍ່ຮ້າຍແຮງປານໃດ ແຕ່ບາງຄົນພັດມາຂັດແຍ້ງກັບເຮົາ. ແລ້ວ “ຜູ້ທີ່ເຊື່ອໃນພຣະເຈົ້າ” ເຫຼົ່ານີ້ເຊື່ອໃນໃຜກັນແທ້? ຄວາມຈິງທີ່ວ່າພວກເຂົາສາມາດຂັດແຍ້ງກັບເຮົາໄດ້ນັ້ນ ເຮັດໃຫ້ບັນຫານີ້ຮ້າຍແຮງ. ບາງຄົນບໍ່ເຄີຍລືມເມື່ອເຮົາຊີ້ໃຫ້ເຫັນບັນຫາບາງຢ່າງຂອງພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາກໍຄິດຫາວິທີທີ່ພວກເຂົາສາມາດໃຊ້ເພື່ອຊອກຫາຂໍ້ອ້າງ ແລະ ແກ້ແຄ້ນ. ຕົວຢ່າງ: ຄັ້ງໜຶ່ງ ເຮົາເຄີຍເວົ້າກັບຄົນແບບນີ້ວ່າ “ເຈົ້າມັກຈະແຕ່ງກິນຫຼາຍໂພດຢູ່ສະເໝີ, ເປັນຫຍັງເຈົ້າຈຶ່ງບໍ່ແຕ່ງໃນປະລິມານທີ່ພໍດີ?” ລາວຄິດໃນໃຈວ່າ “ເຈົ້າເວົ້າວ່າຂ້ອຍບໍ່ຮູ້ຈັກກຳນົດປະລິມານອາຫານທີ່ຈະແຕ່ງກິນໃຫ້ດີ. ນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍບໍ່ສະຫຼາດ, ບໍ່ໄດ້ກຳລັງເວົ້າວ່າຂ້ອຍບໍ່ໄດ້ເລື່ອງບໍ? ຄັນຊັ້ນ ເປັນຫຍັງເຈົ້າຈຶ່ງບໍ່ແຕ່ງກິນເອງລອງເບິ່ງ!” ຫຼັງຈາກທີ່ເຮົາແຕ່ງກິນ ແລະ ກໍມີອາຫານເຫຼືອໜ້ອຍໜຶ່ງເຊັ່ນກັນ, ລາວບໍ່ໄດ້ເວົ້າຫຍັງອອກມາ ແຕ່ໃນໃຈລາວຄິດວ່າ “ເຈົ້າກໍບໍ່ສາມາດແຕ່ງກິນໃນປະລິມານທີ່ພໍດີໄດ້ຄືກັນ ແມ່ນບໍ? ຂ້ອຍພົບໂອກາດທີ່ຈະແກ້ແຄ້ນເຈົ້າແລ້ວ. ເຈົ້າເປີດໂປງບັນຫາຂອງຂ້ອຍ, ສະນັ້ນ ຂ້ອຍກໍຈະເປີດໂປງເຈົ້າຄືກັນ!” ລາວມັກຈະພະຍາຍາມຊອກຫາວິທີເພື່ອແນເປົ້າໃສ່ເຮົາຢູ່ສະເໝີ. ບາງຄົນເວົ້າວ່າ “ມັນເປັນຄວາມຈິງບໍທີ່ພຣະອົງຜູກໃຈເຈັບກັບໃຜກໍຕາມທີ່ແນເປົ້າໃສ່ພຣະອົງ? ສະນັ້ນ ມັນຈຶ່ງບໍ່ເປັນຫຍັງທີ່ຄົນອື່ນຈະຖືກແນເປົ້າໃສ່ ແຕ່ສຳລັບພຣະອົງແລ້ວບໍ່ໄດ້ບໍ?” ພວກເຂົາເວົ້າແບບນັ້ນຖືກຕ້ອງບໍ? (ບໍ່). ໃນອີກໂອກາດໜຶ່ງ, ເຮົາໄດ້ຂໍໃຫ້ຄົນຜູ້ໜຶ່ງມ້ຽນໂຕະ ແລະ ລາວກໍເວົ້າວ່າ “ຂ້ານ້ອຍບໍ່ໄດ້ເປັນຄົນເຮັດໃຫ້ມັນຮົກ!” ເຮົາເວົ້າວ່າ “ເຖິງແມ່ນວ່າມັນຈະບໍ່ແມ່ນເຈົ້າ ເຈົ້າກໍຍັງສາມາດມ້ຽນມັນໄດ້”. ລາວເວົ້າວ່າ “ເຖິງແມ່ນວ່າຂ້ານ້ອຍຈະມ້ຽນມັນ ຂ້ານ້ອຍກໍຕ້ອງເຮັດໃຫ້ຊັດເຈນວ່າຂ້ານ້ອຍບໍ່ໄດ້ເປັນຄົນເຮັດໃຫ້ມັນຮົກ”. ເຮົາຂໍໃຫ້ລາວມ້ຽນເຄື່ອງໃນຕູ້ ແລະ ລາວເວົ້າວ່າ “ເຄື່ອງທີ່ຢູ່ທາງໃນນັ້ນຂ້ານ້ອຍບໍ່ໄດ້ເປັນຄົນຊື້!” ເຮົາເວົ້າວ່າ “ເຈົ້າບໍ່ໄດ້ເປັນຄົນຊື້ພວກມັນ ແຕ່ເຈົ້າມ້ຽນພວກມັນບໍ່ໄດ້ບໍ? ເປັນຫຍັງເວລາທີ່ເຮົາເວົ້າບາງສິ່ງບາງຢ່າງ ມັນຈຶ່ງບໍ່ມີນໍ້າໜັກເລີຍ? ເຈົ້າຕ້ອງຊອກຮູ້ໃຫ້ໄດ້ກ່ອນແມ່ນບໍວ່າໃຜເປັນຄົນຊື້ພວກມັນ ແລ້ວເຈົ້າຈຶ່ງຈະສາມາດມ້ຽນພວກມັນໄດ້ບໍ?” ລາວຮູ້ບໍວ່າສິ່ງທີ່ລາວເວົ້ານັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ? ລາວກຳລັງສະແດງເຫດຜົນທີ່ບິດເບືອນອອກມາ ແມ່ນບໍ? (ແມ່ນແລ້ວ). ເຮົາເວົ້າວ່າລາວກຳລັງສະແດງເຫດຜົນທີ່ບິດເບືອນອອກມາ, ແຕ່ລາວກໍຍັງບໍ່ຍອມຮັບໃນໃຈ ໂດຍຄິດວ່າດ້ວຍສະຖານະພິເສດຂອງເຮົາໝາຍຄວາມວ່າຄົນອື່ນຕ້ອງຍອມຮັບທຸກສິ່ງທີ່ເຮົາເວົ້າ ຄືກັບວ່າເຮົາກຳລັງໃຊ້ອຳນາດບາດໃຫຍ່. ຄວາມຄິດຂອງລາວຖືກຕ້ອງບໍ? (ບໍ່). ຕໍ່ມາ ເຮົາເຫັນວ່າລາວບໍ່ຍອມຮັບຄວາມຈິງເລີຍ ແລະ ບໍ່ວ່າເຮົາຈະເວົ້າຫຍັງ, ໃນໃຈຂອງລາວກໍຈະບໍ່ຍອມຮັບມັນ, ສະນັ້ນ ເຮົາຈຶ່ງບໍ່ເສຍເວລາເວົ້າກັບລາວອີກຕໍ່ໄປ, ລາວຢາກເຮັດຫຍັງກໍເຮັດ ແລະ ເຮົາກໍຈະໃຫ້ອະໄພ ແລະ ອົດທົນຕໍ່ລາວ. ເຖິງແມ່ນວ່າເຮົາຈະມີອັດຕະລັກ ແລະ ສະຖານະນີ້, ແຕ່ກໍມີຄົນຈຳນວນຫຼາຍເກີນໄປທີ່ບໍ່ຟັງເຮົາ ແລະ ຕໍ່ຕ້ານເຮົາ. ເຮົາໄດ້ເຫັນດ້ວຍຕົນເອງວ່າ ມີອ້າຍເອື້ອຍນ້ອງຫຼາຍຄົນທີ່ບໍ່ເຄົາລົບເຮົາ. ມີຫຼາຍຄົນທີ່ທ້າທາຍເຮົາ ແລະ ຄຽດແຄ້ນໃຫ້ເຮົາ, ຫຼາຍຄົນທີ່ອິດສາເຮົາ ແລະ ກຽດຊັງເຮົາໃນໃຈຂອງພວກເຂົາ, ຫຼາຍຄົນທີ່ດູຖູກເຮົາ ແລະ ດູໝິ່ນຢຽບຢາມເຮົາ, ຫຼາຍຄົນທີ່ຕັດສິນເຮົາລັບຫຼັງ ແລະ ຫຼາຍຄົນທີ່ເຍາະເຍີ້ຍ ແລະ ເວົ້າຖາກຖາງເຮົາຢ່າງເປີດເຜີຍ. ເຮົາປະຕິບັດຕໍ່ພວກເຂົາແນວໃດ? ໃນໄລຍະເວລາສາມສິບກວ່າປີໃນການເຮັດວຽກຂອງເຮົາ, ເຮົາບໍ່ເຄີຍແກ້ແຄ້ນໃຜຈັກຄົນເລີຍ. ເຮົາບໍ່ເຄີຍກຽດຊັງໃຜ ແລະ ເຮົາກໍບໍ່ເຄີຍເຮັດໃຫ້ພວກເຂົາທົນທຸກຫຼັງຈາກທີ່ເຮົາຮັບເອົາສະຖານະຂອງເຮົາ ຍ້ອນວ່າພວກເຂົາບໍ່ເຄົາລົບເຮົາໃນຕອນທີ່ອັດຕະລັກຂອງເຮົາຍັງບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ. ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວເລີຍແມ່ນແຕ່ຄັ້ງດຽວ. ຍິ່ງໄປກວ່ານັ້ນ, ຄົນເຫຼົ່ານີ້ໄດ້ເຮັດສິ່ງທີ່ຫຍາບຄາຍ ຫຼື ສ້າງຄວາມເຈັບປວດບາງຢ່າງໃຫ້ກັບເຮົາ ແລະ ເຮົາກໍບໍ່ເຄີຍເອົາຜິດພວກເຂົາເລີຍ. ເຖິງຢ່າງໃດກໍຕາມ ເຮົາຈຳເປັນຕ້ອງໂອ້ລົມກ່ຽວກັບບັນຫາປະເພດເຫຼົ່ານີ້ ໂດຍເຊື່ອມໂຍງພວກມັນເຂົ້າກັບຄວາມຈິງ ເພື່ອຊ່ວຍໃຫ້ທຸກຄົນມີການແຍກແຍະ, ສິ່ງນີ້ເປັນປະໂຫຍດຕໍ່ທຸກຄົນ. ແຕ່ຫຼາຍຄົນບໍ່ມີການແຍກແຍະກ່ຽວກັບສິ່ງທີ່ຄົນເຫຼົ່ານີ້ໄດ້ເຮັດ. ພວກເຂົາບໍ່ໄດ້ເອົາຈິງເອົາຈັງກັບສິ່ງເຫຼົ່ານັ້ນ ຄືກັບວ່າພວກມັນບໍ່ຄູ່ຄວນໃຫ້ກ່າວເຖິງ. ນີ້ບໍ່ແມ່ນບັນຫາບໍ? ສະນັ້ນ ມັນຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງໂອ້ລົມກ່ຽວກັບເລື່ອງດັ່ງກ່າວ ເພື່ອຊ່ວຍໃຫ້ທຸກຄົນມີການແຍກແຍະ. ໃນເມື່ອເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າ, ເຮົາກໍປະຕິບັດຕໍ່ເຈົ້າໃນຖານະຜູ້ເຊື່ອ. ເຮົາຮຽກຮ້ອງຈາກເຈົ້າໂດຍອີງໃສ່ໜ້າທີ່ທີ່ເຈົ້າກຳລັງປະຕິບັດຢູ່, ສະນັ້ນ ເຈົ້າບໍ່ຄວນເຮັດມັນບໍ? ເຈົ້າບໍ່ຄວນມີການອ່ອນນ້ອມບໍ? (ຄວນມີ). ເຮົາມີອັດຕະລັກນີ້ ແລະ ເຮົາກຳລັງຮຽກຮ້ອງຈາກເຈົ້າດ້ວຍອັດຕະລັກ ແລະ ສະຖານະນີ້ ສະນັ້ນ ເຈົ້າຄວນປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍທັດສະນະຄະຕິຂອງສິ່ງທີ່ຖືກສ້າງ. ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ; ເຈົ້າບໍ່ຄວນມີຂໍ້ອ້າງອື່ນໆ, ເຈົ້າບໍ່ຄວນເວົ້າເຫດຜົນທີ່ບິດເບືອນ ແລະ ເຈົ້າບໍ່ຄວນໂຕ້ແຍ້ງເຮົາ. ນີ້ຄືຄວາມມີເຫດຜົນ ແລະ ການສະແດງອອກເຖິງຄວາມເປັນມະນຸດຂັ້ນຕໍ່າສຸດທີ່ເຈົ້າໃນຖານະສິ່ງທີ່ຖືກສ້າງຄວນມີ. ແຕ່ຄົນຜູ້ນີ້ບໍ່ພຽງແຕ່ຂາດທັດສະນະຄະຕິດັ່ງກ່າວເທົ່ານັ້ນ, ແຕ່ລາວຍັງໃຊ້ເຫດຜົນທີ່ບິດເບືອນອີກດ້ວຍ. ລາວຮູ້ບໍວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ? ລາວບໍ່ຮູ້. ຄົນທີ່ບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍໍ່ຖືກຕ້ອງແມ່ນປາສະຈາກຄວາມເປັນມະນຸດ ແມ່ນບໍ? (ແມ່ນແລ້ວ). ສາມາດເວົ້າໄດ້ຢ່າງແນ່ນອນວ່າພວກເຂົາບໍ່ມີຄວາມເປັນມະນຸດ. ຖ້າຄົນທຳມະດາຂໍໃຫ້ເຈົ້າມ້ຽນໂຕະ ແລະ ຈັດຕູ້, ແລ້ວເຈົ້າບໍ່ຢາກເຮັດ ຫຼື ເຈົ້າຮູ້ສຶກວ່າອີກຝ່າຍເປັນພຽງຄົນທຳມະດາ ແລະ ບໍ່ມີສິດມາຂໍໃຫ້ເຈົ້າເຮັດ, ຄັນຊັ້ນ ເຈົ້າກໍສາມາດເລືອກທີ່ຈະບໍ່ເຮັດໄດ້. ແຕ່ສອງສິ່ງທີ່ເຈົ້າເວົ້າຄື “ຂ້ານ້ອຍບໍ່ໄດ້ເປັນຄົນເຮັດໃຫ້ມັນຮົກ!” ແລະ “ເຄື່ອງທີ່ຢູ່ທາງໃນນັ້ນຂ້ານ້ອຍບໍ່ໄດ້ເປັນຄົນຊື້!” ນີ້ແມ່ນສິ່ງທີ່ຄົນທີ່ມີຈິດສຳນຶກ ແລະ ເຫດຜົນຈະເວົ້າບໍ? ນີ້ບໍ່ແມ່ນການບໍ່ມີເຫດຜົນຢ່າງອວດດີເກີນໄປບໍ? (ແມ່ນແລ້ວ). ເຈົ້າສະແດງທ່າທີທ້າທາຍເມື່ອຄົນທຳມະດາເວົ້າກັບເຈົ້າແບບນີ້, ແຕ່ຕອນນີ້ແມ່ນເຮົາກຳລັງເວົ້າກັບເຈົ້າ ແລ້ວເຈົ້າຍັງກ້າໃຊ້ເຫດຜົນທີ່ບິດເບືອນກັບເຮົາ ແລະ ປົກປ້ອງຕົນເອງດ້ວຍຂໍ້ອ້າງທີ່ຟັງເບິ່ງຄືມີເຫດຜົນ. ການທີ່ເຈົ້າສາມາດໃຊ້ເຫດຜົນທີ່ບິດເບືອນແບບນີ້ໄດ້ ມັນບົ່ງບອກເຖິງລັກສະນະນິໄສຂອງເຈົ້າແນວໃດ? ເຈົ້າເວົ້າວ່າ “ຂ້ານ້ອຍບໍ່ໄດ້ເປັນຄົນເຮັດໃຫ້ມັນຮົກ” ເຊິ່ງໝາຍຄວາມວ່າ “ໃຜເປັນຄົນເຮັດໃຫ້ມັນຮົກກໍຄວນມ້ຽນມັນໃຫ້ຮຽບຮ້ອຍ; ແນວໃດກໍຕາມ, ຂ້ອຍຈະບໍ່ເຮັດມັນເດັດຂາດ!” ເຈົ້າປະຕິເສດທີ່ຈະເຮັດໜ້າວຽກທີ່ເຈົ້າຄວນເຮັດ ແລ້ວເຈົ້າຍັງໃຊ້ເຫດຜົນທີ່ບິດເບືອນອີກດ້ວຍ. ນີ້ແມ່ນວິທີທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນຈັດການກັບສິ່ງຕ່າງໆບໍ? ຖ້າໜ້າວຽກນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ ເຈົ້າກໍບໍ່ຄວນເວົ້າແບບນີ້ ແມ່ນບໍ? ການທີ່ເຈົ້າສາມາດເວົ້າແບບນີ້ໄດ້, ມັນບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງບໍ? ເພື່ອທີ່ຈະປະຕິເສດ ແລະ ບໍ່ເຮັດສິ່ງນີ້, ເຈົ້າເຖິງກັບລະບາຍຄວາມໂມໂຫສ່ວນຕົວຂອງເຈົ້າ ໂດຍເວົ້າວ່າເຈົ້າບໍ່ໄດ້ເປັນຄົນເຮັດໃຫ້ມັນຮົກ ທັງບໍ່ໄດ້ເປັນຄົນຊື້ເຄື່ອງເຫຼົ່ານັ້ນ, ສະນັ້ນ ເຈົ້າຈຶ່ງຈະບໍ່ມ້ຽນມັນໃຫ້ຮຽບຮ້ອຍ. ເຈົ້າຫາຂໍ້ອ້າງ ແລະ ໃຊ້ເຫດຜົນທີ່ບິດເບືອນເພື່ອຫຼີກລ່ຽງທີ່ຈະເກັບມ້ຽນມັນ. ເຫດຜົນຂອງເຈົ້າບໍ່ບິດເບືອນເກີນໄປບໍ? ເຈົ້າສາມາດປ່ອຍໃຫ້ເຫດຜົນທີ່ບິດເບືອນດັ່ງກ່າວອອກມາຈາກປາກຂອງເຈົ້າໄດ້ ແລ້ວເຈົ້າກໍເຮັດແບບນັ້ນດ້ວຍຄວາມໝັ້ນໃຈໃນຕົນເອງຢ່າງໜ້າດ້ານໆ ແລະ ເຖິງກັບໃຊ້ອຳນາດບາດໃຫຍ່ອີກດ້ວຍ. ຄົນແບບນັ້ນບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ ແມ່ນບໍ? ພວກເຂົາບໍ່ມີຄວາມເປັນມະນຸດ ແມ່ນບໍ? (ແມ່ນແລ້ວ). ມັນບໍ່ແມ່ນຍ້ອນວ່າເຮົາມີອັດຕະລັກ ແລະ ສະຖານະນີ້ ແລ້ວເຈົ້າແນເປົ້າມາໃສ່ເຮົາ, ເຮົາຈຶ່ງໄດ້ກຳນົດລັກສະນະຂອງເຈົ້າແບບນີ້. ເຖິງແມ່ນວ່າຄົນອື່ນຈະຂໍໃຫ້ເຈົ້າເຮັດສິ່ງນີ້ ແລ້ວເຈົ້າປະຕິເສດ ແລະ ພະຍາຍາມໂຕ້ຖຽງ, ໃນຖານະຜູ້ສັງເກດການ ເຮົາກໍຍັງຈະປະເມີນເຈົ້າດ້ວຍວິທີນີ້, ເພາະສິ່ງທີ່ເຈົ້າເວົ້ານັ້ນບໍ່ສອດຄ່ອງກັບຄວາມເປັນມະນຸດ, ມັນບໍ່ຖືກຕ້ອງ, ມັນເປັນເຫດຜົນທີ່ບິດເບືອນ, ມັນເປັນຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດ. ເຈົ້າບໍ່ຄິດວ່າມັນບໍ່ຖືກຕ້ອງ, ແລ້ວເຈົ້າຍັງຖືວ່າມັນເປັນເຫດຜົນທີ່ຖືກຕ້ອງອີກດ້ວຍ; ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າມີຫຍັງຢູ່ພາຍໃນຄວາມເປັນມະນຸດຂອງເຈົ້າ. ເຈົ້າອົດກັ້ນມັນໄວ້ບໍ່ໄດ້ໃນຕອນນັ້ນ ແລ້ວກໍຫຼຸດປາກເວົ້າມັນອອກມາ. ນີ້ຄືການເປີດເຜີຍທີ່ເປັນທຳມະຊາດ ແລະ ການເປີດເຜີຍທີ່ເປັນທຳມະຊາດກໍເປັນຕົວແທນໃຫ້ແກ່ຄວາມເປັນມະນຸດ ແລະ ແກ່ນແທ້ຂອງຄົນໆໜຶ່ງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຄົນໆໜຶ່ງ? ການທີ່ເຈົ້າມີຄວາມຄິດ ແລະ ມຸມມອງດັ່ງກ່າວບໍ່ແມ່ນສິ່ງຊົ່ວຄາວ ແລະ ພວກມັນບໍ່ໄດ້ຖືກກະຕຸ້ນຈາກສິ່ງທີ່ເຮົາເວົ້າ; ກົງກັນຂ້າມ ຄວາມຄິດ ແລະ ມຸມມອງເຫຼົ່ານີ້ຄືສິ່ງທີ່ເຈົ້າຄິດມາເປັນເວລາດົນນານມາແລ້ວ, ເປັນເວລາຫຼາຍມື້ຫຼາຍເດືອນແລ້ວ. ຍິ່ງໄປກວ່ານັ້ນ, ຍ້ອນວ່າບາງສິ່ງບໍ່ເປັນໄປຕາມທີ່ເຈົ້າມັກ ເຈົ້າຈຶ່ງເກີດມີຄວາມຄິດຫຼົງຜິດ, ຫົວໃຈຂອງເຈົ້າເຕັມໄປດ້ວຍຄວາມບໍ່ພໍໃຈ ແລະ ການຕໍ່ຕ້ານ. ເຈົ້າຫຼຸດການຄວບຄຸມໄປຊົ່ວຄາວ ແລ້ວສິ່ງທີ່ຢູ່ໃນໃຈຂອງເຈົ້າກໍຖືກເປີດໂປງອອກມາ. ສິ່ງໃດທີ່ຖືກເປີດໂປງອອກມາ? ນັ້ນກໍຄືເຈົ້າບໍ່ມີຈິດສຳນຶກ ແລະ ເຫດຜົນ ແລະ ຄວາມເປັນມະນຸດຂອງເຈົ້າກໍຊົ່ວຮ້າຍເກີນໄປ, ເປັນຕາຢ້ານເກີນໄປ. ຖ້າເຈົ້າຂໍໃຫ້ຄົນທີ່ກ່າວເຖິງຂ້າງເທິງຍອມຮັບຄວາມຈິງ, ລາວກໍບໍ່ສາມາດເຮັດໄດ້. ຖ້າເຈົ້າຂໍໃຫ້ລາວຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງລາວ ນັ້ນກໍຍິ່ງເປັນໄປບໍ່ໄດ້ສຳລັບລາວ. ຄົນທີ່ບໍ່ມີຄວາມເປັນມະນຸດກໍຢູ່ໃນລະດັບດຽວກັນກັບສັດເດຍລະສານ. ມັນບໍ່ແມ່ນຍ້ອນວ່າລາວບັງເອີນເຮັດບາງສິ່ງທີ່ຜິດຕໍ່ເຮົາ ຫຼື ເວົ້າບາງສິ່ງທີ່ຄາດເຄື່ອນຕໍ່ເຮົາ ເຮົາຈຶ່ງກຳນົດລັກສະນະຂອງລາວແບບນີ້; ມັນເປັນເພາະວ່ານີ້ຄືລັກສະນະຂອງສິ່ງທີ່ລາວເຮັດຢ່າງແທ້ຈິງ. ການກຳນົດລັກສະນະຂອງລາວແບບນີ້ບໍ່ແມ່ນສິ່ງທີ່ບໍ່ຍຸຕິທຳ ຫຼື ບໍ່ເປັນທຳ. ເຖິງແມ່ນວ່າລາວຈະແນເປົ້າໃສ່ຄົນອື່ນດ້ວຍຄຳເວົ້າເຫຼົ່ານີ້, ຖ້າເຮົາເຫັນມັນ, ເຮົາກໍຍັງຈະປະເມີນລາວດ້ວຍວິທີນີ້. ນີ້ຄືຄຳເວົ້າທີ່ພາວະວິໄສ ແລະ ຍຸຕິທຳ. ລາວສາມາດເວົ້າສິ່ງທີ່ໄຮ້ສາລະດັ່ງກ່າວ, ເວົ້າເຫດຜົນທີ່ໜ້າຂັນຢ່າງສິ້ນເຊີງເຊັ່ນນັ້ນໄດ້ ແລະ ການທີ່ລາວເຮັດແບບນັ້ນກໍເປັນການເປີດເຜີຍທີ່ເປັນທຳມະຊາດ. ບອກເຮົາເບິ່ງ, ນີ້ບໍ່ແມ່ນການເປີດໂປງແກ່ນແທ້ທຳມະຊາດຂອງລາວບໍ? ນີ້ບໍ່ແມ່ນການເປີດໂປງຄວາມເປັນມະນຸດທີ່ແທ້ຈິງຂອງລາວບໍ? ສິ່ງນີ້ໄດ້ເປີດເຜີຍລາວແລ້ວ. ມັນໄດ້ເປີດເຜີຍຫຍັງ? ມັນໄດ້ເປີດເຜີຍວ່າລາວບໍ່ມີຄວາມເປັນມະນຸດ. ຄົນທີ່ບໍ່ມີຄວາມເປັນມະນຸດບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ ແລ້ວພວກເຂົາກໍສາມາດປ່ອຍໃຫ້ເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດໃດໆອອກມາໄດ້ ໂດຍເວົ້າສິ່ງເຫຼົ່ານີ້ດ້ວຍຄວາມໝັ້ນໃຈໃນຕົນເອງຢ່າງໜ້າດ້ານໆ. ຫຼັງຈາກທີ່ພວກເຂົາເວົ້າອອກໄປແລ້ວ, ພວກເຂົາບໍ່ເຄີຍຮູ້ວ່າຄຳເວົ້າຂອງພວກເຂົານັ້ນບໍ່ຖືກຕ້ອງ ແລະ ພວກເຂົາບໍ່ເຄີຍຍອມຮັບວ່າຄຳເວົ້າຂອງພວກເຂົາຜິດຢູ່ບ່ອນໃດ. ພວກເຂົາບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງ ຫຼື ຍອມຮັບການຖືກລິຮານ, ສຸດທ້າຍແລ້ວ ພວກເຂົາເວົ້າຫຍັງ? “ຂ້ອຍບໍ່ໄດ້ຕັ້ງໃຈເວົ້າແບບນັ້ນ. ມັນບໍ່ແມ່ນພຽງແຕ່ຍ້ອນຂ້ອຍຫຼຸດປາກເວົ້າອອກມາໃນຕອນທີ່ກຳລັງໃຈຮ້າຍບໍ?” ມັນຈຳເປັນຕ້ອງຕັ້ງໃຈບໍ? ເຈົ້າໄດ້ເປີດເຜີຍມັນອອກມາຢ່າງເປັນທຳມະຊາດແລ້ວ ແລະ ຄວາມເປັນມະນຸດຂອງເຈົ້າເປັນແນວໃດກໍຖືກເປີດໂປງອອກມາແລ້ວ. ຄວາມຈິງທີ່ວ່າເຈົ້າສາມາດເວົ້າມັນອອກມາໂດຍບໍ່ຕ້ອງຄິດພິຈາລະນາ ກໍພິສູດໃຫ້ເຫັນວ່າຄຳເວົ້າເຫຼົ່ານີ້ໄດ້ຝັງຢູ່ໃນໃຈຂອງເຈົ້າມາເປັນເວລາດົນນານແລ້ວ ແລະ ເມື່ອເຈົ້າພົບພໍ້ກັບສະພາບແວດລ້ອມແບບນີ້, ພວກມັນກໍຖືກເປີດເຜີຍອອກມາຢ່າງເປັນທຳມະຊາດ. ສິ່ງນີ້ສາມາດເປັນຕົວແທນໃຫ້ແກ່ລັກສະນະນິໄສຂອງເຈົ້າໄດ້ຢ່າງສົມບູນ. ຖ້າເຈົ້າໄດ້ຄິດກ່ຽວກັບມັນກ່ອນທີ່ຈະເວົ້າມັນອອກມາ, ມັນກໍອາດຈະບໍ່ແມ່ນຄວາມຈິງສະເໝີໄປ ແລະ ມັນອາດຈະເປັນການເສແສ້ງດ້ວຍຊໍ້າ, ໃນຂະນະທີ່ສິ່ງນີ້ເປີດໂປງລັກສະນະນິໄສຂອງເຈົ້າໄດ້ຫຼາຍກວ່າ. ຄົນທີ່ບໍ່ມີຄວາມເປັນມະນຸດບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ ແລ້ວພວກເຂົາຍັງປີ້ນຜິດເປັນຖືກ ແລະ ສະແດງເຫດຜົນທີ່ບິດເບືອນອອກມາຄືກັບວ່າມັນເປັນເຫດຜົນທີ່ຖືກຕ້ອງ. ບໍ່ວ່າເຈົ້າຈະນຳສະເໜີຄວາມຈິງ ແລະ ໃຫ້ເຫດຜົນກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບວ່າພວກເຂົາເຮັດຜິດ. “ຂ້ອຍຈະຜິດໄດ້ແນວໃດ? ພວກເຈົ້າຕ່າງຫາກທີ່ຜິດ! ພວກເຈົ້າດູຖູກຂ້ອຍ, ພວກເຈົ້າເຫັນວ່າຂ້ອຍເປັນຄົນຫົວອ່ອນ, ບໍ່ມີພອນສະຫວັນ ແລະ ບໍ່ມີອິດທິພົນ ຫຼື ສະຖານະໃນສັງຄົມ ແລະ ພວກເຈົ້າກໍມາລັງແກຂ້ອຍ!” ພວກເຂົາພົ່ນເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດອອກມາຢ່າງຫຼວງຫຼາຍ, ແຕ່ບໍ່ເຄີຍເວົ້າເຖິງລັກສະນະຂອງສິ່ງທີ່ຜິດທີ່ພວກເຂົາໄດ້ເຮັດ ແລະ ເຫດຜົນທີ່ບິດເບືອນທີ່ພວກເຂົາໄດ້ເວົ້າອອກມາເລີຍ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ຜິດຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບພວກມັນ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຈະມີການສະແດງອອກແບບນີ້ບໍ? ພວກເຮົາບໍ່ຈຳເປັນຕ້ອງກ່າວເຖິງຄົນທີ່ມີຈິດສຳນຶກ ແລະ ມີເຫດຜົນທີ່ສົມບູນຊໍ້າ, ໃຜກໍຕາມທີ່ມີຈິດສຳນຶກ ແລະ ມີເຫດຜົນພຽງເລັກນ້ອຍກໍຈະຮັບຮູ້ຢ່າງແນ່ນອນວ່າ ຜູ້ຄົນເຮັດຜິດພາດຫຼາຍຢ່າງໃນຊ່ວງຊີວິດຂອງພວກເຂົາ. ໂດຍສະເພາະຢ່າງຍິ່ງ, ບາງຄົນເວົ້າ ຫຼື ເຮັດບາງສິ່ງທີ່ພວກເຂົາບໍ່ຄວນເຮັດ ແລ້ວກໍຮູ້ສຶກເສຍໃຈ ແລະ ທຸກໃຈໄປຕະຫຼອດຊີວິດຂອງພວກເຂົາ ໂດຍຮູ້ສຶກກ່າວໂທດຕົນເອງ ແລະ ຕຳນິຕົນເອງໃນຈິດສຳນຶກຂອງພວກເຂົາ. ເມື່ອພວກເຂົາເຕີບໃຫຍ່ຂຶ້ນຈົນຮອດອາຍຸທີ່ມີຄວາມຮູ້ສຶກນຶກຄິດ ແລະ ມີວຸດທິພາວະຫຼາຍຂຶ້ນ, ພວກເຂົາກໍຍິ່ງຮູ້ວ່າຄຳເວົ້າໃດທີ່ຄວນເວົ້າ ແລະ ສິ່ງໃດທີ່ຄວນເຮັດ ແລະ ຄຳເວົ້າໃດທີ່ບໍ່ຄວນເວົ້າ ແລະ ສິ່ງໃດທີ່ບໍ່ຄວນເຮັດ. ຈິດສຳນຶກ ແລະ ເຫດຜົນຂອງພວກເຂົາຈະຄວບຄຸມພຶດຕິກຳ ແລະ ຄວາມຄິດຂອງພວກເຂົາຢູ່ສະເໝີ. ໂດຍສະເພາະຖ້າຄົນໃດໜຶ່ງສາມາດຍອມຮັບຄວາມຈິງໄດ້ ເຊິ່ງຫຼັງຈາກທີ່ພວກເຂົາໄດ້ຍອມຮັບຄວາມຈິງບາງຢ່າງແລ້ວ, ຈິດສຳນຶກ ແລະ ເຫດຜົນຂອງພວກເຂົາກໍຈະພັດທະນາໄປໃນທິດທາງທີ່ເປັນບວກ ແລະ ຄຳເວົ້າທີ່ບໍ່ຖືກຕ້ອງທີ່ພວກເຂົາເຄີຍເວົ້າ, ມຸມມອງທີ່ຄາດເຄື່ອນທີ່ພວກເຂົາເຄີຍສະແດງອອກມາ ແລະ ສິ່ງທີ່ຜິດພາດທີ່ພວກເຂົາເຄີຍເຮັດ ກໍຈະຄ່ອຍໆປາກົດຂຶ້ນໃນຈິດໃຈຂອງພວກເຂົາຢູ່ເທື່ອລະໜ້ອຍ. ພວກເຂົາຈະໄຕ່ຕອງ, ຄິດ ແລະ ພິຈາລະນາພວກມັນຢູ່ສະເໝີ ແລ້ວກໍສະແຫວງຫາພຣະທຳຂອງພຣະເຈົ້າ ແລະ ປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍຈະຍິ່ງຮູ້ສຶກວ່າພວກເຂົາເປັນພຽງຄົນທຳມະດາ, ພວກເຂົາໄດ້ເຮັດຜິດພາດຫຼາຍຢ່າງ ແລະ ໄດ້ເວົ້າຄຳເວົ້າທີ່ບໍ່ຖືກຕ້ອງຫຼາຍຢ່າງ, ພວກເຂົາມີຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຫຼາຍຢ່າງ ແລະ ພວກເຂົາໄດ້ເຮັດສິ່ງທີ່ໂງ່ຈ້າ, ບໍ່ຮູ້ຈັກຫຍັງ ແລະ ໄຮ້ສາລະຫຼາຍຢ່າງ ພ້ອມທັງສິ່ງທີ່ຜູ້ຄົນເຫັນວ່າໜ້າລັງກຽດໃນອະດີດ. ໂດຍບໍ່ຈຳເປັນຕ້ອງແມ່ນແຕ່ຈະເບິ່ງມັນຈາກລະດັບຂອງພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ແລະ ພຽງແຕ່ເບິ່ງມັນດ້ວຍຄວາມເຂົ້າໃຈທີ່ຄົນໆໜຶ່ງໄດ້ຮັບຈາກປະສົບການຫຼາຍປີ, ພວກເຂົາກໍຍັງສາມາດກັ່ນຕອງບັນຫາເຫຼົ່ານີ້ໃນຄວາມເປັນມະນຸດຂອງພວກເຂົາ ພ້ອມທັງຄວາມຜິດພາດ ແລະ ການກະທຳຜິດເຫຼົ່ານີ້ໄດ້ຢູ່ສະເໝີ. ນີ້ຄືເລື່ອງປົກກະຕິ ແລະ ສິ່ງເຫຼົ່ານີ້ຄືປະສົບການ ແລະ ສິ່ງທີ່ໄດ້ຮັບ ເຊິ່ງໃນທີ່ສຸດແລ້ວ ຄົນທີ່ມີຄວາມເປັນມະນຸດທີ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງຄວນມີ ຫຼັງຈາກທີ່ອາຍຸຮອດເກນໃດໜຶ່ງ ແລະ ຍອມຮັບຄວາມຈິງບາງຢ່າງ. ແຕ່ຜູ້ທີ່ບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ ເຖິງແມ່ນວ່າພວກເຂົາຈະມີອາຍຸຮອດຫົກສິບ ຫຼື ເຈັດສິບປີ, ພວກເຂົາກໍຍັງຄົງເປັນຄົນທີ່ໂງ່ຈ້າ, ບໍ່ຮູ້ຈັກຫຍັງ ແລະ ດື້ດ້ານແບບນັ້ນ ແລະ ພວກເຂົາຈະບໍ່ປ່ຽນແປງ. ຖ້າເຈົ້າຫວັງໃຫ້ຄົນແບບນັ້ນປ່ຽນແປງ, ຄັນຊັ້ນ ເຈົ້າກໍອາດຈະກຳລັງຫວັງໃນສິ່ງທີ່ເປັນໄປບໍ່ໄດ້ເລີຍ. ມັນຈະບໍ່ມີທາງເກີດຂຶ້ນຢ່າງແນ່ນອນ. ຄົນແບບນັ້ນຈະບໍ່ມີວັນປ່ຽນແປງ ເພາະພວກເຂົາບໍ່ຮູ້ແມ່ນແຕ່ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ. ຖ້າຈະຂໍໃຫ້ຄົນທີ່ບໍ່ຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງຍອມຮັບຄວາມຈິງ ນັ້ນກໍຈະເປັນການສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຂົາ ເພາະມັນເກີນຄວາມສາມາດຂອງພວກເຂົາຢ່າງສິ້ນເຊີງ ແລະ ພວກເຂົາບໍ່ຮູ້ວ່າຄວາມຈິງແມ່ນຫຍັງ. ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະຍອມຮັບຄວາມຈິງ. ມັນກໍຄືກັບການຂໍໃຫ້ຄົນຕາບອດສີແຕ້ມຮູບ. ພວກເຂົາຈະສາມາດແຕ້ມຮູບດ້ວຍສີທີ່ປົກກະຕິໄດ້ບໍ? (ບໍ່ໄດ້). ຖ້າເຈົ້າຈະຂໍໃຫ້ຄົນທີ່ຮ້ອງເພງຫຼົງຄີມາຮ້ອງເພງ, ພວກເຂົາກໍຈະຮ້ອງຜິດຄີຢູ່ສະເໝີ. ບໍ່ວ່າພວກເຂົາຈະຮ້ອງແນວໃດ ພວກເຂົາກໍບໍ່ສາມາດຮ້ອງໃຫ້ຖືກຄີໄດ້, ແຕ່ພວກເຂົາກໍຍັງຄິດວ່າການຮ້ອງເພງຂອງພວກເຂົາຖືກຄີແລ້ວ ແລະ ຄົນອື່ນຕ່າງຫາກທີ່ຮ້ອງຜິດຄີ. ມາດຕະຖານໃນການວັດແທກຂອງພວກເຂົາບໍ່ຖືກຕ້ອງ, ສະນັ້ນ ພວກເຂົາຈຶ່ງບໍ່ມີວັນຮູ້ວ່າສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ. ຕອນນີ້ ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).

ເນື້ອຫາທີ່ໄດ້ໂອ້ລົມກັນມານີ້ບອກຄວາມຈິງຫຍັງແກ່ຜູ້ຄົນ? ມັນບອກພວກເຂົາວ່າ ຍ້ອນຄົນທີ່ປາສະຈາກຄວາມເປັນມະນຸດຂາດຈິດສຳນຶກ ແລະ ເຫດຜົນ ເຊິ່ງເປັນເງື່ອນໄຂພື້ນຖານນີ້ ພວກເຂົາຈຶ່ງບໍ່ມີມາດຕະຖານພື້ນຖານໃນການວັດແທກ ແລະ ຄວບຄຸມຄວາມເປັນມະນຸດຂອງພວກເຂົາໄດ້. ດ້ວຍເຫດນັ້ນ, ການສະແດງອອກຂອງພວກເຂົາຈຶ່ງເບິ່ງຄືວ່າແປກປະຫຼາດຫຼາຍສຳລັບຜູ້ທີ່ມີຈິດສຳນຶກ ແລະ ມີເຫດຜົນ. ພວກເຂົາມັກຈະສະແດງເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດອອກມາ ພ້ອມທັງສະແດງມຸມມອງທີ່ບໍ່ມີມູນຄວາມຈິງອອກມາຢູ່ສະເໝີ. ເຈົ້າບໍ່ສາມາດເຂົ້າໃຈໄດ້ເລີຍວ່າມັນເກີດຫຍັງຂຶ້ນ. ຕອນນີ້ພວກເຈົ້າພົບຄຳຕອບແລ້ວ ແມ່ນບໍ? (ແມ່ນແລ້ວ). ຖ້າຄົນປະເພດນີ້ໄປເຖິງຈຸດທີ່ບໍ່ສາມາດເຂົ້າກັນໄດ້ເລີຍ, ແລ້ວພວກເຈົ້າກໍບໍ່ຄວນຄົບຫາກັບພວກເຂົາອີກຕໍ່ໄປ. ຖ້າພວກເຂົາຍັງບໍ່ທັນໄປເຖິງຈຸດນີ້ ແລະ ພວກເຈົ້າຍັງສາມາດເຂົ້າກັບພວກເຂົາໄດ້ໃນລະດັບທີ່ພໍຮັບໄດ້, ແລ້ວກໍຈົ່ງພະຍາຍາມເວົ້າ ແລະ ສົນທະນາກັບພວກເຂົາໃຫ້ໜ້ອຍທີ່ສຸດເທົ່າທີ່ຈະໜ້ອຍໄດ້ ເພື່ອຫຼີກລ່ຽງການຮູ້ສຶກເບື່ອໜ່າຍ. ຕອນນີ້ ມີວຽກງານໜັກໃນທຸກຂົງເຂດວຽກງານ ພ້ອມທັງມີຫຼາຍໜ້າວຽກທີ່ຕ້ອງການພະລັງງານ. ບາງຄົນຮູ້ສຶກວ່າພວກເຂົາຫຍຸ້ງເກີນໄປ ແລະ ບໍ່ມີເວລາໄປໃສ່ໃຈກັບຄຳສອນນອກຮີດ ແລະ ຄວາມເຊື່ອຫຼົງຜິດເຫຼົ່ານີ້. ມຸມມອງນີ້ກໍບໍ່ຖືກຕ້ອງເຊັ່ນກັນ ເພາະມັນບໍ່ເອື້ອອຳນວຍຕໍ່ການໄດ້ຮັບຄວາມສາມາດໃນການແຍກແຍະ. ເມື່ອໄດ້ຍິນຄຳສອນນອກຮີດ ຫຼື ຄວາມເຊື່ອຫຼົງຜິດ ແລະ ຮູ້ສຶກວ່າມີບາງຢ່າງຜິດປົກກະຕິກ່ຽວກັບມັນ, ເຈົ້າກໍຄວນຈົດບັນທຶກມັນໄວ້. ຫຼັງຈາກນັ້ນ, ຈົ່ງສະແຫວງຫາຄວາມຈິງ ເພື່ອທີ່ເຈົ້າຈະສາມາດແຍກແຍະມັນໄດ້ຢ່າງຊັດເຈນ ແລະ ຮູ້ຢ່າງແນ່ນອນວ່າຄວາມເຊື່ອຫຼົງຜິດນີ້ຜິດພາດຢູ່ບ່ອນໃດ. ຖ້າເຈົ້າຝຶກຝົນ ແລະ ປະຕິບັດໃນລັກສະນະນີ້, ເຈົ້າກໍຈະໄດ້ຮັບຄວາມສາມາດໃນການແຍກແຍະ. ແຕ່ສຳລັບຄົນປະເພດນີ້ ບໍ່ຈຳເປັນຕ້ອງໂອ້ລົມຄວາມຈິງກັບພວກເຂົາເພື່ອແກ້ໄຂມຸມມອງຂອງພວກເຂົາ ເພາະພວກເຂົາບໍ່ສາມາດເຂົ້າໃຈມັນໄດ້ເລີຍ. ມັນກໍຄືກັບຄົນທີ່ເຫັນໄຂ່ຕົກລົງມາຈາກຕົ້ນໄມ້ ແລ້ວກໍເວົ້າວ່າໄຂ່ເກີດຢູ່ເທິງຕົ້ນໄມ້. ຄວາມຈິງແລ້ວ ມີແມ່ໄກ່ຢູ່ເທິງຕົ້ນໄມ້ກຳລັງອອກໄຂ່. ລາວບໍ່ເຫັນແມ່ໄກ່, ເຫັນແຕ່ໄຂ່ຕົກລົງມາ, ລາວຈຶ່ງໄດ້ຂໍ້ສະຫຼຸບນີ້. ບໍ່ວ່າເຈົ້າຈະເວົ້າຫຍັງກັບລາວກໍຕາມ, ລາວກໍບໍ່ເຂົ້າໃຈ ແລະ ຢືນຢັນວ່າໄຂ່ເກີດຢູ່ເທິງຕົ້ນໄມ້. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? (ແມ່ນແລ້ວ). ເຈົ້າສາມາດເວົ້າໃຫ້ຄົນແບບນັ້ນເຂົ້າໃຈໄດ້ບໍ? (ບໍ່ໄດ້). ຖ້າເຈົ້າບໍ່ສາມາດເວົ້າໃຫ້ພວກເຂົາເຂົ້າໃຈໄດ້, ແລ້ວກໍຢ່າເວົ້າຫຍັງອີກ. ຢ່າເສຍເວລາເວົ້າເລີຍ. ໃນຫຼາຍປີທີ່ຜ່ານມານີ້, ເຮົາໄດ້ເຫັນຄົນທີ່ໄຮ້ສາລະມາຫຼາຍເກີນໄປແລ້ວ. ຄົນເຫຼົ່ານີ້ສ່ວນໃຫຍ່ຂ້ອນຂ້າງກະຕືລືລົ້ນ; ພວກເຂົາສາມາດປະຕິບັດໜ້າທີ່ບາງຢ່າງໄດ້ ແລະ ບໍ່ໄດ້ມີເລ່ລ່ຽມ ຫຼື ຊົ່ວຮ້າຍຢ່າງເລິກເຊິ່ງ. ສະນັ້ນ ເຮົາຈຶ່ງເວົ້າບາງສິ່ງບາງຢ່າງກັບພວກເຂົາແບບຜ່ານໆ ແລ້ວຜົນແມ່ນຫຍັງ? ຖ້າເຮົາເວົ້າຄວາມຈິງສອງສາມຄຳ, ມັນກໍເກີນຄວາມສາມາດຂອງພວກເຂົາ. ຖ້າເຮົາເວົ້າກ່ຽວກັບເລື່ອງພາຍນອກ, ພວກເຂົາກໍທົນຟັງບໍ່ໄດ້. ສະນັ້ນ ເຮົາຈຶ່ງບໍ່ຢາກເວົ້າຫຍັງກັບຄົນເຫຼົ່ານີ້ອີກຕໍ່ໄປ ເພາະການລົມກັບພວກເຂົານັ້ນອິດເມື່ອຍເກີນໄປ ແລະ ເຮົາມີວຽກງານຫຼາຍເກີນໄປທີ່ຕ້ອງເຮັດ, ມີຫົວຂໍ້ທີ່ເໝາະສົມຫຼາຍເກີນໄປທີ່ຕ້ອງສົນທະນາ. ເຮົາບໍ່ສາມາດແມ່ນແຕ່ຈະສົນທະນາຫົວຂໍ້ທີ່ເໝາະສົມທັງໝົດໄດ້ຈົບດ້ວຍຊໍ້າ, ແລ້ວເຮົາຈະມີກະຈິດກະໃຈໄປໃສ່ໃຈກັບຄົນເຫຼົ່ານີ້ໄດ້ແນວໃດ? ຕອນນີ້ຄວາມຈິງໄດ້ຖືກໂອ້ລົມມາຮອດລະດັບນີ້ແລ້ວ, ຫຼາຍສິ່ງຫຼາຍຢ່າງກໍຊັດເຈນຂຶ້ນ, ຂໍ້ເທັດຈິງທີ່ແທ້ຈິງໄດ້ປະກົດອອກມາແລ້ວ ແລະ ຄົນປະເພດຕ່າງໆກໍຈະຖືກຈັດຕາມປະເພດຂອງພວກເຂົາຢ່າງແທ້ຈິງ. ສຳລັບຄົນທີ່ໄຮ້ສາລະປະເພດນີ້, ພຽງແຕ່ປ່ອຍໃຫ້ພວກເຂົາຖືກຈັດປະເພດໄປ ແລ້ວກໍຈົບ. ພວກເຮົາບໍ່ມີເວລາໄປໃຫ້ເຫດຜົນກັບພວກເຂົາ ຫຼື ແກ້ໄຂມຸມມອງທີ່ຄາດເຄື່ອນຂອງພວກເຂົາໃຫ້ຖືກຕ້ອງໄດ້ ແມ່ນບໍ? (ແມ່ນແລ້ວ). ຄັນຊັ້ນ ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາສຳລັບມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ!

ວັນທີ 16 ມີນາ 2024

ໝາຍເຫດ:

ກ. ຄຳວ່າ “ເຈິ້ງ” ມີຄວາມໝາຍແຝງເຖິງຄວາມຊື່ກົງທາງສິນທຳໃນຕົ້ນສະບັບພາສາຈີນ.

ຂ. “ລິດເຢັນ” ຖືກນຳໃຊ້ໃນບໍລິບົດຂອງແພດແຜນຈີນບູຮານ. ໃນບໍລິບົດນີ້, “ລິດເຢັນ” ບໍ່ໄດ້ໝາຍເຖິງອຸນຫະພູມຕໍ່າ, ແຕ່ໝາຍເຖິງຄຸນສົມບັດຂອງອາຫານບາງຊະນິດທີ່ເຊື່ອກັນວ່າຊ່ວຍຫຼຸດຜ່ອນຄວາມຮ້ອນພາຍໃນ, ຢັບຢັ້ງພະລັງງານຢາງ ແລະ ສົ່ງຜົນກະທົບຕໍ່ການເຮັດວຽກຂອງກະເພາະອາຫານ ແລະ ມ້າມ ຖ້າບໍລິໂພກຫຼາຍເກີນໄປ.

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (16)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (18)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້