ວິທີການໄລ່ຕາມເສາະຫາຄວາມຈິງ (1)
ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມຄວາມຈິງ: ການປ່ອຍວາງ
ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ວິທີການໄລ່ຕາມຄວາມຈິງນີ້ມາເປັນເວລາຂ້ອນຂ້າງດົນແລ້ວ ແລະ ທຸກສິ່ງທີ່ພວກເຮົາໄດ້ໂອ້ລົມກັນນັ້ນລ້ວນແຕ່ກ່ຽວຂ້ອງກັບການປະຕິບັດດ້ານໜຶ່ງກ່ຽວກັບວິທີການໄລ່ຕາມຄວາມຈິງ ນັ້ນກໍຄື: ການປ່ອຍວາງ. ນັ້ນກໍຄື ເນື້ອໃນການໂອ້ລົມຂອງພວກເຮົາລ້ວນແຕ່ເປັນເລື່ອງກ່ຽວກັບສິ່ງທີ່ຜູ້ຄົນຄວນປ່ອຍວາງໃນຂະບວນການຂອງການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງ ເຊິ່ງກໍເປັນສິ່ງທີ່ຜູ້ຄົນຄວນປ່ອຍວາງໃນຊີວິດຂອງພວກເຂົາ ແລະ ໃນເສັ້ນທາງຊີວິດທີ່ພວກເຂົາຍ່າງໄປເຊັ່ນກັນ. ສິ່ງເຫຼົ່ານີ້ຄືບາງສິ່ງທີ່ສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງຂອງຜູ້ຄົນຢ່າງແທ້ຈິງ. ແລ້ວເນື້ອໃນຂໍ້ທຳອິດຂອງພວກເຮົາກ່ຽວກັບການປ່ອຍວາງແມ່ນຫຍັງ? (ການປ່ອຍວາງອາລົມທາງລົບຕ່າງໆຂອງຜູ້ຄົນ). ແລ້ວເນື້ອໃນຂໍ້ທີສອງເດ? (ການປ່ອຍວາງການໄລ່ຕາມ, ຄວາມປາຖະໜາ ແລະ ຄວາມມຸ້ງຫວັງຂອງຜູ້ຄົນ). ເນື້ອໃນຂໍ້ທຳອິດຂອງພວກເຮົາກ່ຽວກັບການປ່ອຍວາງແມ່ນການປ່ອຍວາງອາລົມທາງລົບຕ່າງໆ ແລະ ຂໍ້ທີສອງແມ່ນການປ່ອຍວາງການໄລ່ຕາມ, ຄວາມປາຖະໜາ ແລະ ຄວາມມຸ້ງຫວັງຂອງຜູ້ຄົນ. ແຕ່ລະຂໍ້ລວມມີຫົວຂໍ້ຍ່ອຍ ແລະ ລາຍລະອຽດຈຳນວນບໍ່ໜ້ອຍເລີຍ, ແມ່ນບໍ? (ແມ່ນແລ້ວ). ບໍ່ວ່າພວກເຮົາຈະໂອ້ລົມກັນກ່ຽວກັບຫຍັງກໍຕາມ ຫຼື ບໍ່ວ່າຈະມີໝວດໝູ່ ແລະ ຂໍ້ໃດພາຍໃນເນື້ອໃນນີ້ ແລະ ບໍ່ວ່າຈະມີການຍົກຕົວຢ່າງຫຼາຍສໍ່າໃດກໍຕາມ ຫຼື ບໍ່ວ່າຈະມີການເປີດໂປງສະພາວະຫຼາຍສໍ່າໃດ ແລະ ແກ່ນແທ້ຂອງບັນຫາຫຼາຍສໍ່າໃດກໍຕາມ, ສະຫຼຸບແລ້ວ ເນື້ອໃນທັງໝົດທີ່ພວກເຮົາໄດ້ໂອ້ລົມກັນນັ້ນລ້ວນແຕ່ກ່ຽວຂ້ອງກັບບັນຫາຕ່າງໆທີ່ຜູ້ຄົນພົບພໍ້ໃນຂະບວນການຂອງການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງ ຫຼື ໃນຊີວິດຈິງຂອງພວກເຂົາ ພ້ອມທັງເສັ້ນທາງແຫ່ງການປະຕິບັດທີ່ຜູ້ຄົນຄວນເລືອກ ແລະ ຫຼັກການຄວາມຈິງທີ່ພວກເຂົາຄວນຍຶດໝັ້ນ ເມື່ອໃດກໍຕາມທີ່ພວກເຂົາປະເຊີນກັບບັນຫາເຫຼົ່ານີ້. ດ້ານຕ່າງໆທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້ບໍ່ໄດ້ເປັນເລື່ອງວ່າງເປົ່າ ແລະ ບໍ່ໄດ້ມີຢູ່ພຽງແຕ່ໃນຄວາມຄິດ ຫຼື ໂລກຝ່າຍວິນຍານຂອງຜູ້ຄົນເທົ່ານັ້ນ. ແຕ່ພວກມັນມີຢູ່ໃນຊີວິດຈິງຂອງຜູ້ຄົນ. ສະນັ້ນ ຖ້າເຈົ້າເຕັມໃຈທີ່ຈະໄລ່ຕາມຄວາມຈິງ, ແລ້ວບໍ່ວ່າເຈົ້າຈະພົບພໍ້ກັບບັນຫາປະເພດໃດກໍຕາມ, ເຮົາຫວັງວ່າເຈົ້າຈະສາມາດສະແຫວງຫາຄວາມຈິງ ແລະ ຄົ້ນພົບຫຼັກການຄວາມຈິງທີ່ສອດຄ່ອງກັນເພື່ອເອົາມາເປັນພື້ນຖານຂອງເຈົ້າ, ຄົ້ນພົບເສັ້ນທາງແຫ່ງການປະຕິບັດ ແລະ ດ້ວຍເຫດນັ້ນຈຶ່ງມີເສັ້ນທາງໃຫ້ປະຕິບັດຕາມ ເມື່ອໃດກໍຕາມທີ່ເຈົ້າພົບພໍ້ກັບບັນຫາເຫຼົ່ານີ້. ນີ້ຄືຈຸດປະສົງພື້ນຖານຂອງການໂອ້ລົມກ່ຽວກັບເນື້ອໃນທັງໝົດນີ້. ເຖິງແມ່ນວ່າພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຈິງທັງໝົດນີ້ຈົບແລ້ວ, ມັນກໍຍັງຕ້ອງໃຊ້ເວລາໄລຍະໜຶ່ງເພື່ອໃຫ້ຜູ້ຄົນເຂົ້າສູ່ຄວາມເປັນຈິງຄວາມຈິງເຫຼົ່ານີ້. ຜູ້ຄົນຄວນເລີ່ມຕົ້ນດ້ວຍການໂອ້ລົມກ່ຽວກັບຄວາມຈິງເຫຼົ່ານີ້ ແລະ ພວກເຂົາຄວນເອົາຫຼັກການຄວາມຈິງຕ່າງໆມາເປັນພື້ນຖານຂອງພວກເຂົາ ແລະ ປ່ຽນແປງມຸມມອງຂອງພວກເຂົາທີ່ມີຕໍ່ສິ່ງຕ່າງໆທຸກປະເພດ ພ້ອມທັງທັດສະນະຄະຕິໃນການດຳລົງຊີວິດ ແລະ ວິທີການດຳລົງຢູ່ຂອງພວກເຂົາ. ດ້ວຍວິທີນັ້ນ, ໃນຂະບວນການຂອງການເຊື່ອໃນພຣະເຈົ້າ ຫຼື ໃນຂະບວນການຂອງການດຳລົງຊີວິດ ແລະ ການດຳລົງຢູ່, ໂດຍການຍອມຮັບຫຼັກການຄວາມຈິງເຫຼົ່ານີ້ ຜູ້ຄົນກໍຈະສາມາດປ່ຽນແປງຄວາມຄິດ, ມຸມມອງ ຫຼື ທັດສະນະຄະຕິ ແລະ ວິທີການດຳລົງຢູ່ທີ່ຄາດເຄື່ອນຕ່າງໆຂອງພວກເຂົາ ເຊິ່ງມີຢູ່ກ່ອນແລ້ວ, ເກົ່າແກ່ ແລະ ມາຈາກຊາຕານໄດ້ຢ່າງບໍ່ຮູ້ຕົວ ແລະ ພວກເຂົາກໍຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້. ສະນັ້ນ, ພຣະທຳເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ ແລະ ພຣະທຳທີ່ພວກເຮົາຈະໂອ້ລົມກັນໃນອະນາຄົດນັ້ນບໍ່ແມ່ນຄວາມຮູ້ປະເພດໜຶ່ງ ຫຼື ວິຊາການປະເພດໜຶ່ງ ແລະ ແນ່ນອນວ່າພວກມັນບໍ່ແມ່ນທິດສະດີ. ແຕ່ພວກມັນຖືກໃຊ້ເພື່ອຊີ້ແນະ, ຊີ້ນໍາ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ພວກເຂົາພົບພໍ້ໃນການດຳລົງຊີວິດທຸກໆວັນຂອງພວກເຂົາ. ເມື່ອໃດກໍຕາມທີ່ເຈົ້າພົບພໍ້ກັບບັນຫາ ຫຼື ເມື່ອໃດກໍຕາມທີ່ເຈົ້າພົບພໍ້ກັບສະຖານະການ ຫຼື ບຸກຄົນ, ເຫດການ ແລະ ສິ່ງໃດໜຶ່ງ, ເຈົ້າສາມາດຊອກຫາເກນຄວາມຈິງທີ່ເຈົ້າຄວນຍຶດໝັ້ນ ແລະ ນໍາໃຊ້ປະຕິບັດໄດ້ຈາກພາຍໃນເນື້ອໃນການໂອ້ລົມຂອງພວກເຮົາ, ເພື່ອທີ່ເຈົ້າຈະສາມາດກະທຳໂດຍມີຄວາມຈິງເປັນພື້ນຖານ ແລະ ເກນຂອງເຈົ້າ, ແທນທີ່ຈະປະຕິບັດຕາມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ມຸມມອງທີ່ບໍ່ຖືກຕ້ອງ ແລະ ເກົ່າແກ່ຂອງເຈົ້າ. ຈຸດປະສົງຂອງການທີ່ຜູ້ຄົນເຊື່ອໃນພຣະເຈົ້າແມ່ນເພື່ອໄລ່ຕາມຄວາມຈິງ, ແຕ່ຈຸດປະສົງຂອງການໄລ່ຕາມຄວາມຈິງບໍ່ແມ່ນເພື່ອເຕີມເຕັມການດຳລົງຊີວິດທີ່ວ່າງເປົ່າຂອງຜູ້ຄົນ ຫຼື ເພື່ອປ່ຽນແປງການດຳລົງຊີວິດທີ່ວ່າງເປົ່າຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໂລກຝ່າຍວິນຍານຂອງພວກເຂົາອຸດົມສົມບູນຂຶ້ນ. ຈຸດປະສົງຂອງການໄລ່ຕາມຄວາມຈິງແມ່ນຫຍັງ? ສຳລັບຜູ້ຄົນແລ້ວ, ຈຸດປະສົງແມ່ນເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເພື່ອຈະໄດ້ຮັບຄວາມລອດພົ້ນ; ແນ່ນອນວ່າ ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງກໍເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍເຊັ່ນກັນ. ແຕ່ສຳລັບພຣະເຈົ້າແລ້ວ, ຈຸດປະສົງ ແລະ ຄວາມສຳຄັນຂອງການທີ່ຜູ້ຄົນໄລ່ຕາມຄວາມຈິງນັ້ນບໍ່ໄດ້ທຳມະດາເລີຍ; ມັນບໍ່ແມ່ນພຽງແຕ່ເລື່ອງທີ່ຄົນໃດໜຶ່ງໄດ້ຮັບຄວາມລອດພົ້ນເທົ່ານັ້ນ. ແຕ່ມັນເປັນເລື່ອງຂອງການທີ່ພຣະເຈົ້າໄດ້ຮັບຄົນທີ່ບໍ່ຖືກຫຼອກລວງໂດຍອຸປະນິໄສທີ່ເສື່ອມຊາມຂອງຊາຕານອີກຕໍ່ໄປ ແລະ ແນ່ນອນວ່າມັນຍັງເປັນເລື່ອງຂອງການໄດ້ຮັບຄົນປະເພດທີ່ສາມາດເຂົ້າກັບກັບພຣະເຈົ້າໄດ້; ສິ່ງທີ່ສຳຄັນກວ່ານັ້ນກໍຄື ມັນເປັນເລື່ອງຂອງການທີ່ພຣະເຈົ້າສາມາດໄດ້ຮັບຄົນປະເພດທີ່ພຣະອົງຕ້ອງການຈາກທ່າມກາງມະນຸດຊາດທີ່ຖືກສ້າງຂຶ້ນ, ເຊິ່ງເປັນຄົນທີ່ສາມາດຄຸ້ມຄອງທຸກສິ່ງ ແລະ ດຳລົງຢູ່ຕະຫຼອດໄປຮ່ວມກັບທຸກສິ່ງ. ຄວາມສຳຄັນນີ້ບໍ່ໄດ້ເລື່ອງງ່າຍດາຍຄືກັບພຽງແຕ່ການໄດ້ຮັບຄວາມລອດພົ້ນ ດັ່ງທີ່ມັນເປັນສຳລັບຜູ້ຄົນ. ສະນັ້ນ, ບໍ່ວ່າຈະເປັນສຳລັບຜູ້ຄົນ ຫຼື ສຳລັບພຣະເຈົ້າກໍຕາມ, ການໄລ່ຕາມຄວາມຈິງແມ່ນມີຄວາມສຳຄັນຫຼາຍ. ເນື່ອງຈາກມັນມີຄວາມສຳຄັນຫຼາຍ, ເນື້ອໃນຂອງການປະຕິບັດດ້ານໜຶ່ງກ່ຽວກັບການໄລ່ຕາມຄວາມຈິງ ນັ້ນກໍຄື “ການປ່ອຍວາງ” ຈຶ່ງສຳຄັນຢ່າງຍິ່ງສຳລັບທຸກຄົນທີ່ຕ້ອງການໄລ່ຕາມການບັນລຸຄວາມລອດພົ້ນ. ເນື່ອງຈາກການປະຕິບັດ “ການປ່ອຍວາງ” ມີຄວາມສຳຄັນຫຼາຍ, ຫຼັກການຄວາມຈິງຕ່າງໆທີ່ກ່ຽວຂ້ອງກັບ “ການປ່ອຍວາງ” ພ້ອມທັງສະພາວະຕ່າງໆ, ການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຄິດ ແລະ ມຸມມອງທີ່ເສື່ອມຊາມທີ່ກ່ຽວຂ້ອງກັບການປະຕິບັດ “ການປ່ອຍວາງ” ເຊິ່ງຖືກເປີດໂປງອອກມານັ້ນ ລ້ວນແຕ່ເປັນສິ່ງທີ່ຜູ້ຄົນຕ້ອງເຂົ້າໃຈຢ່າງຖີ່ຖ້ວນ. ມີພຽງແຕ່ເມື່ອຜູ້ຄົນກວດສອບ ແລະ ເຂົ້າໃຈຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນເຊິ່ງມັກຈະຖືກເປີດເຜີຍໃນຊີວິດປະຈຳວັນ ພ້ອມທັງອຸປະນິໄສທີ່ເສື່ອມຊາມ ແລະ ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ ແລະ ດ້ວຍເຫດນັ້ນຈຶ່ງມາຮູ້ຈັກຕົວພວກເຂົາເອງ ແລະ ເຂົ້າໃຈ ແລະ ຍອມຮັບຄວາມຈິງດ້ານໜຶ່ງ ແລະ ຈາກນັ້ນກໍປະຕິບັດຕາມຫຼັກການຄວາມຈິງທີ່ສອດຄ່ອງກັນ, ພວກເຂົາຈຶ່ງຈະບັນລຸຈຸດປະສົງຂອງການໄລ່ຕາມຄວາມຈິງໄດ້. ໂດຍພື້ນຖານແລ້ວ ພວກເຮົາໄດ້ມາຮອດຈຸດສິ້ນສຸດຂອງການໂອ້ລົມຂອງພວກເຮົາຈາກຊ່ວງເວລານີ້ກ່ຽວກັບສອງຂໍ້ໃຫຍ່ຂອງ “ການປ່ອຍວາງ” ພາຍໃນວິທີການໄລ່ຕາມຄວາມຈິງແລ້ວ. ຂໍ້ທຳອິດແມ່ນຫຍັງ? ການປ່ອຍວາງອາລົມທາງລົບຕ່າງໆຂອງຜູ້ຄົນ. ຂໍ້ທີສອງແມ່ນຫຍັງ? ການປ່ອຍວາງການສະແຫວງຫາ, ຄວາມປາຖະໜາ ແລະ ຄວາມມຸ້ງຫວັງຂອງຜູ້ຄົນ. ເຖິງແມ່ນວ່າພວກເຮົາໄດ້ກວມເອົາເນື້ອໃນຫຼາຍຢ່າງໃນການໂອ້ລົມຂອງພວກເຮົາກ່ຽວກັບສອງຂໍ້ນີ້, ສິ່ງທີ່ສຳຄັນກວ່ານັ້ນກໍຄື ເຈົ້າຈຳເປັນຕ້ອງເຂົ້າໃຈແຕ່ລະຫຼັກການຄວາມຈິງທີ່ສະເພາະທີ່ກ່ຽວຂ້ອງກັບຫົວຂໍ້ເຫຼົ່ານີ້. ມີພຽງແຕ່ເມື່ອຜູ້ຄົນເຂົ້າໃຈຫຼັກການຄວາມຈິງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດປະພຶດຕົວພວກເຂົາເອງ ແລະ ກະທຳຕາມຫຼັກການຄວາມຈິງເຫຼົ່ານີ້ໃນການດຳລົງຊີວິດທຸກໆວັນຂອງພວກເຂົາ ແລະ ໃນເສັ້ນທາງຊີວິດຂອງພວກເຂົາ, ຄ່ອຍໆເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ໃນຂະບວນການຂອງການໄລ່ຕາມຄວາມຈິງນັ້ນ ກໍຄ່ອຍໆບັນລຸຜົນຂອງການເຂົ້າໃຈ ແລະ ໄດ້ຮັບຄວາມຈິງ.
ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ
ສອງຂໍ້ຂອງການປະຕິບັດ “ການປ່ອຍວາງ” ພາຍໃນວິທີການໄລ່ຕາມຄວາມຈິງທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ ແມ່ນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ຄວາມຄິດ ແລະ ມຸມມອງຕ່າງໆຂອງພວກເຂົາ ແລະ ບັນຫາຕ່າງໆທີ່ພວກເຂົາພົບພໍ້ໃນການດຳລົງຊີວິດທຸກໆວັນຂອງພວກເຂົາ. ແຕ່ຍັງມີອີກຂໍ້ໜຶ່ງທີ່ມີຄວາມສຳຄັນກວ່າ ຫຼື ອາດເວົ້າໄດ້ວ່າເປັນຂໍ້ທີ່ຍິ່ງໃຫຍ່ກວ່າພາຍໃນ “ການປ່ອຍວາງ” ເຊິ່ງພວກເຮົາຕ້ອງໂອ້ລົມກັນຢ່າງແທ້ຈິງ. ຂໍ້ນັ້ນແມ່ນຫຍັງ? ມັນກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ, ຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຫຼັກການຂອງການປະຕິບັດທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າໃນການດຳລົງຊີວິດທຸກໆວັນຂອງພວກເຂົາ. ສາມາດເວົ້າໄດ້ວ່າ ຂໍ້ນີ້ມີຄວາມສຳຄັນກວ່າສອງຂໍ້ທຳອິດເລັກນ້ອຍ. ຍ້ອນວ່າຂໍ້ນີ້ກ່ຽວຂ້ອງໂດຍກົງກັບທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ, ຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມສຳພັນລະຫວ່າງຜູ້ຄົນກັບພຣະເຈົ້າ, ມັນຈຶ່ງເປັນຂໍ້ສຸດທ້າຍທີ່ພວກເຮົາຈະເວົ້າເຖິງພາຍໃຕ້ຂໍ້ຂອງ “ການປ່ອຍວາງ” ນີ້ ແລະ ແນ່ນອນວ່າມັນກໍເປັນຂໍ້ທີ່ມີຄວາມສຳຄັນທີ່ສຸດເຊັ່ນກັນ. ບາງຫົວຂໍ້ພາຍໃນສອງຂໍ້ທີ່ພວກເຮົາໄດ້ສົນທະນາກັນກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທັດສະນະຄະຕິ ແລະ ມຸມມອງບາງຢ່າງທີ່ຜູ້ຄົນມີຕໍ່ພຣະເຈົ້າ ຫຼື ກ່ຽວຂ້ອງກັບຄວາມສຳພັນລະຫວ່າງຜູ້ຄົນກັບພຣະເຈົ້າ, ແຕ່ໃນແງ່ຂອງຈຸດຢືນທີ່ພວກເຮົານໍາໃຊ້ໃນການໂອ້ລົມຂອງພວກເຮົາ, ໂດຍພື້ນຖານແລ້ວ ພວກເຮົາໄດ້ໄຈ້ແຍກບັນຫາຕ່າງໆຂອງຜູ້ຄົນຈາກຈຸດຢືນຂອງມະນຸດ ນັ້ນກໍຄື ພວກເຮົາໄດ້ໄຈ້ແຍກອຸປະນິໄສທີ່ເສື່ອມຊາມຕ່າງໆ ຫຼື ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຂອງຜູ້ຄົນພາຍໃນບໍລິບົດຂອງບັນຫາປະເພດຕ່າງໆຂອງພວກເຂົາ. ສິ່ງທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້ແມ່ນກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ແລະ ຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບພຣະເຈົ້າ. ສິ່ງເຫຼົ່ານີ້ຄືສິ່ງທີ່ມີຄວາມສຳຄັນທີ່ສຸດທີ່ຜູ້ຄົນຕ້ອງປ່ອຍວາງໃນຂະບວນການຂອງການໄລ່ຕາມຄວາມຈິງ. ຂໍ້ນີ້ກໍບໍ່ໄດ້ງ່າຍດາຍປານໃດເຊັ່ນກັນ, ເພາະບໍ່ວ່າພວກເຂົາຈະເປັນໃຜ ຫຼື ເປັນຄົນປະເພດໃດກໍຕາມ, ບໍ່ມີໃຜມີທັດສະນະຄະຕິພຽງປະເພດດຽວຕໍ່ພຣະເຈົ້າ ຫຼື ມີຄວາມຄິດ ແລະ ມຸມມອງພຽງປະເພດດຽວກ່ຽວກັບພຣະເຈົ້າ ແລະ ແນ່ນອນວ່າ ຄວາມສຳພັນລະຫວ່າງຜູ້ຄົນກັບພຣະເຈົ້າກໍບໍ່ແມ່ນຄວາມສຳພັນພຽງປະເພດດຽວ ແລະ ມັນກໍບໍ່ໄດ້ກ່ຽວຂ້ອງກັບສະພາວະຂອງມະນຸດພຽງປະເພດດຽວເທົ່ານັ້ນ. ຍ້ອນທັດສະນະຄະຕິຕ່າງໆຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ແລະ ຍ້ອນຄວາມຄິດ ແລະ ມຸມມອງຕ່າງໆທີ່ຜູ້ຄົນມີຕໍ່ຕົວຕົນ, ສະຖານະ ແລະ ຮູບພາບຂອງພຣະເຈົ້າ ພ້ອມທັງເຫດຜົນອື່ນໆ, ຄວາມສຳພັນປະເພດຕ່າງໆຈຶ່ງເກີດຂຶ້ນລະຫວ່າງຜູ້ຄົນກັບພຣະເຈົ້າ. ສະນັ້ນ, ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ນີ້ ແລະ ເບິ່ງວ່າບັນຫາທີ່ຮ້າຍແຮງ ຫຼື ຂໍ້ຂັດແຍ່ງທີ່ບໍ່ສາມາດປອງດອງກັນໄດ້ອັນໃດແດ່ທີ່ຍັງຄົງມີຢູ່ລະຫວ່າງຜູ້ຄົນກັບພຣະເຈົ້າ ແລະ ມີຫຍັງອີກແດ່ທີ່ຜູ້ຄົນຈຳເປັນຕ້ອງປ່ອຍວາງ. ຫຼັງຈາກທີ່ເຂົ້າໃຈສິ່ງນີ້ແລ້ວ, ຖ້າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະດີຂຶ້ນ ແລະ ມຸມມອງຂອງເຈົ້າກ່ຽວກັບພຣະເຈົ້າກໍຈະຄ່ອຍໆໃກ້ຄຽງກັບຄວາມຖືກຕ້ອງ, ເປັນບວກ ຫຼື ສອດຄ່ອງກັບຄວາມຈິງຫຼາຍຂຶ້ນ. ເນື້ອໃນຂໍ້ທີສາມກ່ຽວກັບການປ່ອຍວາງຄວນເປັນການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ ນັ້ນກໍຄື ຂໍ້ທີສາມຂອງສິ່ງທີ່ຜູ້ຄົນຄວນປ່ອຍວາງ. ກ່ອນທີ່ພວກເຮົາຈະໂອ້ລົມກັນຢ່າງເປັນທາງການກ່ຽວກັບຫົວຂໍ້ນີ້, ກ່ອນອື່ນ ໃຫ້ພວກເຮົາສົນທະນາກັນແບບສັ້ນໆກ່ຽວກັບວ່າບັນຫາໃດແດ່ໃນຊີວິດປະຈຳວັນທີ່ກ່ຽວຂ້ອງກັບສິ່ງກີດຂວາງລະຫວ່າງຜູ້ຄົນກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ. ນອກເໜືອຈາກບັນຫາທາງອັດຕະວິໄສບາງຢ່າງທີ່ກ່ຽວຂ້ອງກັບຕົວຜູ້ຄົນເອງແລ້ວ, ມັນບໍ່ມີບັນຫາທຸກປະເພດກ່ຽວກັບວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າໃນຂະບວນການທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ໄລ່ຕາມຄວາມຈິງບໍ? ຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນທຸກປະເພດ ພ້ອມທັງຫຼັກການຂອງການປະຕິບັດທີ່ບໍ່ຖືກຕ້ອງໃນວິທີທີ່ພວກເຂົາປະຕິບັດຕໍ່ເຫດການ ແລະ ສິ່ງຕ່າງໆ ແລະ ໃນລັກສະນະດຽວກັນ, ພວກເຂົາກໍມີຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນທຸກປະເພດ ພ້ອມທັງຫຼັກການຂອງການປະຕິບັດທີ່ບໍ່ຖືກຕ້ອງໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ. ຖ້າສຳລັບບຸກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ, ເຈົ້າສາມາດປະຕິບັດຕໍ່ພວກເຂົາ ແລະ ປະຕິບັດໂດຍອີງໃສ່ຫຼັກການຄວາມຈິງ ນັ້ນກໍຄື ຖ້າເຈົ້າມາຮູ້ຈັກຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນທີ່ເຈົ້າມີກ່ຽວກັບບຸກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ແລະ ໃນເວລາດຽວກັນກໍແກ້ໄຂ ແລະ ປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນເຫຼົ່ານີ້ ແລະ ຈາກນັ້ນກໍປະເຊີນໜ້າ ແລະ ແກ້ໄຂບັນຫາຕ່າງໆຕາມຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທີ່ພຣະເຈົ້າບອກຜູ້ຄົນ, ແລ້ວຫຼັກການຂອງການປະຕິບັດຂອງເຈົ້າສຳລັບວິທີທີ່ເຈົ້າປະຕິບັດຕໍ່ບຸກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດກໍຈະສອດຄ່ອງກັບຫຼັກການຄວາມຈິງພໍສົມຄວນ. ສິ່ງນີ້ສາມາດຖືວ່າເປັນສັນຍານທີ່ບົ່ງບອກວ່າຄົນໃດໜຶ່ງໄດ້ຮັບຄວາມລອດພົ້ນແລ້ວບໍ? ເມື່ອເບິ່ງໃນຕອນນີ້ແລ້ວ, ບໍ່, ມັນບໍ່ສາມາດຖືວ່າເປັນແບບນັ້ນໄດ້. ຖ້າເຮົາບໍ່ໄດ້ຍົກເອົາເນື້ອໃນການໂອ້ລົມຂອງມື້ນີ້ຂຶ້ນມາ, ຜູ້ຄົນກໍອາດຈະຄິດວ່າ “ເມື່ອເວົ້າເຖິງສິ່ງຕ່າງໆທຸກປະເພດ, ຂ້ອຍສາມາດເບິ່ງພວກມັນ ແລະ ປະຕິບັດໃຫ້ສອດຄ່ອງກັບຫຼັກການຄວາມຈິງໃນພຣະທຳຂອງພຣະເຈົ້າ, ສະນັ້ນ ຂ້ອຍຈຶ່ງຄິດວ່າຂ້ອຍເປັນຄົນທີ່ໄລ່ຕາມຄວາມຈິງ, ເປັນຄົນທີ່ບັນລຸຜົນໃນການໄລ່ຕາມຄວາມຈິງ ແລະ ເປັນຄົນທີ່ໄດ້ຮັບຄວາມລອດພົ້ນແລ້ວ”. ເມື່ອຕັດສິນໂດຍອີງໃສ່ຫົວຂໍ້ທີ່ເຮົາໄດ້ຍົກຂຶ້ນມາໃນມື້ນີ້ ນັ້ນກໍຄື ທັດສະນະຄະຕິຕ່າງໆທີ່ຜູ້ຄົນມີຕໍ່ພຣະເຈົ້າ, ແນວຄິດນີ້ຂອງພວກເຂົາສອດຄ່ອງກັບຄວາມເປັນຈິງບໍ? (ບໍ່, ມັນບໍ່ສອດຄ່ອງ). ມັນເຫັນໄດ້ຢ່າງຊັດເຈນວ່າບໍ່ສອດຄ່ອງກັບຄວາມເປັນຈິງ. ເຖິງແມ່ນວ່າເຈົ້າຈະມີພື້ນຖານ ແລະ ມີທັດສະນະຄະຕິທີ່ເປັນບວກບາງຢ່າງທີ່ແນ່ນອນໃນວິທີທີ່ເຈົ້າປະຕິບັດຕໍ່ບຸກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດກໍຕາມ, ແຕ່ກໍຍັງມີສິ່ງກີດຂວາງທຸກປະເພດລະຫວ່າງເຈົ້າກັບພຣະເຈົ້າ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຍັງຄົງເປັນປໍລະປັກ ເມື່ອເວົ້າເຖິງບັນຫາຕ່າງໆ. ບັນຫານີ້ຮ້າຍແຮງ ແລະ ມັນເປັນບັນຫາທີ່ໃຫຍ່ທີ່ສຸດໃນບັນດາບັນຫາທັງໝົດ. ໃນຊ່ວງເວລາທີ່ເຈົ້າໄດ້ຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າ, ການປະຕິບັດການຂອງເຈົ້າໃນທຸກດ້ານເບິ່ງຄືວ່າຂ້ອນຂ້າງດີສຳລັບຄົນອື່ນ ແລະ ພາຍນອກກໍເບິ່ງຄືວ່າສອດຄ່ອງກັບຄວາມຈິງ ແລະ ຫຼັກການ. ເຖິງຢ່າງໃດກໍຕາມ, ຍັງມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ສິ່ງກີດຂວາງລະຫວ່າງເຈົ້າກັບພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າເຖິງກັບຍັງມີທັດສະນະຄະຕິທີ່ເປັນປໍລະປັກຕໍ່ພຣະເຈົ້າ ເມື່ອເຈົ້າປະເຊີນກັບບັນຫາຫຼາຍຢ່າງ. ບັນຫາເຫຼົ່ານີ້ຮ້າຍແຮງຫຼາຍ. ຖ້າບັນຫາເຫຼົ່ານີ້ມີຢູ່ໃນຫົວໃຈຂອງເຈົ້າແທ້, ສິ່ງນີ້ກໍບໍ່ໄດ້ພິສູດວ່າເຈົ້າເປັນຄົນທີ່ໄດ້ຮັບຄວາມລອດພົ້ນແລ້ວ. ຍ້ອນວ່າຍັງມີສິ່ງກີດຂວາງຫຼາຍຢ່າງລະຫວ່າງເຈົ້າກັບພຣະເຈົ້າ ແລະ ເຈົ້າຍັງຄົງມີທັດສະນະຄະຕິທີ່ເປັນປໍລະປັກຕໍ່ພຣະເຈົ້າ ເມື່ອເວົ້າເຖິງບັນຫາຫຼັກ ແລະ ສຳຄັນ, ບໍ່ພຽງແຕ່ເຈົ້າຈະບໍ່ແມ່ນຄົນທີ່ໄດ້ຮັບຄວາມລອດພົ້ນແລ້ວເທົ່ານັ້ນ, ແຕ່ເຈົ້າຍັງຕົກຢູ່ໃນອັນຕະລາຍອີກດ້ວຍ. ເຖິງແມ່ນວ່າເຈົ້າຈະເຊື່ອວ່າ ເຈົ້າສາມາດກະທຳຕາມຫຼັກການຄວາມຈິງ ເມື່ອເຈົ້າພົບພໍ້ກັບບັນຫາຫຼາຍຢ່າງໃນຊີວິດ ແລະ ການກະທຳຂອງເຈົ້າສອດຄ່ອງກັບຄວາມຈິງພໍສົມຄວນກໍຕາມ, ກໍສາມາດເວົ້າໄດ້ວ່າ ນີ້ເປັນພຽງສິ່ງທີ່ປາກົດພາຍນອກເທົ່ານັ້ນ ແລະ ມັນບໍ່ສາມາດພິສູດໄດ້ວ່າເຈົ້າໄດ້ຮັບຄວາມລອດພົ້ນແລ້ວ. ນີ້ກໍຍ້ອນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຍັງບໍ່ທັນບັນລຸຄວາມສາມາດເຂົ້າກັນໄດ້ ແລະ ເຈົ້າຍັງບໍ່ທັນອ່ອນນ້ອມຕໍ່ພຣະເຈົ້າ ຫຼື ຢຳເກງພຣະອົງ. ສະນັ້ນ, ເມື່ອໃດກໍຕາມທີ່ມີສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ພຶດຕິກຳພາຍນອກຂອງເຈົ້າ ຫຼື ຄວາມຄິດ ແລະ ມຸມມອງຂອງເຈົ້າ ສາມາດສະແດງໃຫ້ເຫັນພຽງແຕ່ວ່າ ເຈົ້າໄດ້ຍຶດໝັ້ນກັບຫຼັກຄຳສອນ, ຄຳຂວັນ ແລະ ກົດລະບຽບທີ່ເຈົ້າເຊື່ອວ່າຖືກຕ້ອງໃນເລື່ອງເຫຼົ່ານີ້, ແທນທີ່ຈະຍຶດໝັ້ນກັບຫຼັກການຄວາມຈິງ. ສິ່ງນີ້ອາດຈະມີຄວາມສຳພັນແບບອະນຸມານບາງຢ່າງຢູ່ບ່ອນນີ້ ແລະ ມັນອາດຈະຟັງເບິ່ງຄືວ່າຊັບຊ້ອນ, ແຕ່ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນທີ່ສະເພາະເຈາະຈົງຂອງການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ ແລະ ຜູ້ຄົນໄດ້ກວດສອບຢ່າງລະມັດລະວັງ, ພວກເຂົາກໍຈະເຂົ້າໃຈຄວາມໝາຍໃນຄຳເວົ້າຂອງເຮົາ.
ກ່ອນທີ່ຈະໂອ້ລົມກັນຢ່າງເປັນທາງການກ່ຽວກັບຫົວຂໍ້ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ, ກ່ອນອື່ນ ໃຫ້ພວກເຮົາສົນທະນາກັນກ່ອນວ່າ ມີສິ່ງກີດຂວາງອັນໃດແດ່ທີ່ຄົງມີຢູ່ລະຫວ່າງຜູ້ຄົນກັບພຣະເຈົ້າ. ມີສິ່ງກີດຂວາງລະຫວ່າງຜູ້ຄົນກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຕໍ່ພຣະເຈົ້າອັນໃດແດ່ ທີ່ເຈົ້າສາມາດຮູ້ສຶກ ແລະ ຮັບຊາບໄດ້ໃນຊີວິດປະຈຳວັນຂອງເຈົ້າ ຫຼື ທີ່ເກີດຂຶ້ນກັບຄົນອື່ນ? ການສະແດງອອກເຫຼົ່ານີ້ມີຢູ່ຢ່າງແນ່ນອນ. ພວກມັນເກີດຂຶ້ນຢູ່ອ້ອມຕົວຜູ້ຄົນທຸກມື້ ແລະ ພວກມັນກໍເກີດຂຶ້ນກັບເຈົ້າທຸກມື້, ສະນັ້ນ ເຈົ້າຈຶ່ງບໍ່ຈຳເປັນຕ້ອງໃຊ້ພະລັງງານຫຼາຍເກີນໄປໃນການຄິດ, ພຽງແຕ່ເຈົ້າເປີດປາກ, ບັນຫາເຫຼົ່ານີ້ກໍຈະອອກມາທັນທີ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ). ສິ່ງກີດຂວາງລະຫວ່າງຜູ້ຄົນກັບພຣະເຈົ້າແມ່ນຫຍັງແທ້? ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບສິ່ງທີ່ກວມເອົາຄຳວ່າ “ສິ່ງກີດຂວາງ”. ມັນລວມມີຂໍ້ຂັດແຍ່ງ, ການຕໍ່ຕ້ານ, ແນວຄິດ, ຄວາມເຂົ້າໃຈຜິດ ແລະ ສິ່ງອື່ນໆທີ່ຄືກັນ, ແມ່ນບໍ? ບອກເຮົາຕື່ມອີກ. (ເມື່ອຄົນໃດໜຶ່ງຖືກເປີດເຜີຍ ຫຼື ຖືກລິຮານໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາອາດຈະມີຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ເກີດຄວາມລະແວງຕໍ່ພຣະອົງ, ໂດຍຄິດວ່າ ຍິ່ງພວກເຂົາປະຕິບັດໜ້າທີ່ທີ່ມີຄວາມສຳຄັນຫຼາຍເທົ່າໃດ, ພວກເຂົາກໍຈະຍິ່ງຖືກເປີດເຜີຍໄວຂຶ້ນເທົ່ານັ້ນ. ສະນັ້ນ, ໃນຫົວໃຈຂອງພວກເຂົາຈຶ່ງມີສິ່ງກີດຂວາງບາງຢ່າງລະຫວ່າງພວກເຂົາກັບພຣະເຈົ້າ ແລະ ພວກເຂົາຈະບໍ່ສາມາດຍອມຮັບໜ້າທີ່ ແລະ ພຣະບັນຊາບາງຢ່າງດ້ວຍໃຈທີ່ບໍລິສຸດ ແລະ ເປີດເຜີຍໄດ້). ສິ່ງກີດຂວາງຢູ່ບ່ອນນີ້ແມ່ນຫຍັງ? (ຄວາມລະແວງ ແລະ ຄວາມເຂົ້າໃຈຜິດ). ຄວາມລະແວງ ແລະ ຄວາມເຂົ້າໃຈຜິດ. ນີ້ຄືສິ່ງກີດຂວາງປະເພດໜຶ່ງ. ໃຜສາມາດເພີ່ມເຕີມໄດ້ອີກ? ບໍ່ມີສິ່ງກີດຂວາງລະຫວ່າງພວກເຈົ້າທີ່ເຫຼືອກັບພຣະເຈົ້າບໍ? ຫົວໃຈຂອງພວກເຈົ້າສະອາດ ແລະ ຖືກຊຳລະໃຫ້ບໍລິສຸດແລ້ວບໍ? ພວກເຈົ້າບໍ່ເຄີຍມີຄວາມຄິດທາງລົບໃດໜຶ່ງກ່ຽວກັບພຣະເຈົ້າເລີຍບໍ? (ພຣະເຈົ້າ, ຂ້ານ້ອຍສາມາດເພີ່ມເຕີມບາງຢ່າງໄດ້. ເມື່ອໃດກໍຕາມທີ່ສິ່ງຕ່າງໆດຳເນີນໄປຂ້ອນຂ້າງລ່ຽນໄຫຼໃນສະຖານະການທີ່ພຣະເຈົ້າຈັດວາງໃຫ້ຂ້ານ້ອຍ, ຄວາມສຳພັນລະຫວ່າງຂ້ານ້ອຍກັບພຣະເຈົ້າເບິ່ງຄືວ່າຂ້ອນຂ້າງປົກກະຕິ. ແຕ່ຖ້າຂ້ານ້ອຍປະເຊີນກັບຄວາມຍາກລຳບາກ ຫຼື ບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງຂ້ານ້ອຍ, ຂ້ານ້ອຍກໍເລີ່ມຄາດເດົາກ່ຽວກັບສິ່ງທີ່ພຣະເຈົ້າຈະເຮັດ ແລະ ສິ່ງທີ່ຈະເກີດຂຶ້ນກັບຂ້ານ້ອຍຕໍ່ໄປ ແລະ ຈຸດຈົບຈະເປັນແນວໃດ. ຂ້ານ້ອຍຄິດຫຼາຍ ແລະ ຂ້ານ້ອຍເຖິງກັບຈົ່ມວ່າ ແລະ ຕັດສິນ ແລະ ເຂົ້າໃຈພຣະເຈົ້າຜິດໃນໃຈຂອງຂ້ານ້ອຍ ແລະ ນັ້ນຄືຕອນທີ່ຫົວໃຈຂອງຂ້ານ້ອຍປິດລົງ. ຂ້ານ້ອຍຍັງຢາກເວົ້າກ່ຽວກັບບາງສິ່ງທີ່ຂ້ານ້ອຍໄດ້ເຫັນ. ເມື່ອບາງຄົນພົບພໍ້ກັບສະຖານະການທີ່ບໍ່ປາຖະໜາ, ພວກເຂົາຮູ້ສຶກຕໍ່ຕ້ານໃນຫົວໃຈ ແລະ ເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງເຮັດໃຫ້ຂ້ອຍພົບພໍ້ກັບສະຖານະການເຫຼົ່ານີ້? ເປັນຫຍັງພວກມັນຈຶ່ງບໍ່ເກີດຂຶ້ນກັບຄົນອື່ນ?” ພວກເຂົາບໍ່ສາມາດອ່ອນນ້ອມຕໍ່ສະຖານະການທີ່ພຣະເຈົ້າຈັດຕັ້ງໃຫ້ພວກເຂົາໄດ້ ແລະ ຂໍ້ຂັດແຍ່ງກໍເກີດຂຶ້ນລະຫວ່າງພວກເຂົາກັບພຣະເຈົ້າ). ບັນຫາທີ່ເຈົ້າໄດ້ກ່າວເຖິງກ່ອນແມ່ນ ມີສິ່ງກີດຂວາງລະຫວ່າງຜູ້ຄົນກັບພຣະເຈົ້າ, ນັ້ນກໍຄື ໃນຖານະທີ່ເປັນການຕອບສະໜອງແບບມີເງື່ອນໄຂຕໍ່ສະຖານະການບາງຢ່າງ, ຜູ້ຄົນໄດ້ພັດທະນາສິ່ງກີດຂວາງລະຫວ່າງພວກເຂົາເອງກັບພຣະເຈົ້າ, ຄວາມລະແວງຕໍ່ພຣະເຈົ້າ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ບັນຫາທີສອງທີ່ເຈົ້າໄດ້ກ່າວເຖິງແມ່ນ ຜູ້ຄົນກາຍເປັນປໍລະປັກຕໍ່ພຣະເຈົ້າ ຍ້ອນພວກເຂົາບໍ່ຍອມອ່ອນນ້ອມຢູ່ພາຍໃນໃຈ. ໃຜສາມາດເພີ່ມເຕີມຫຍັງໄດ້ອີກ? (ເມື່ອໃດກໍຕາມທີ່ຂ້ານ້ອຍຖືກລິຮານໂດຍເບື້ອງເທິງ ແລະ ຂີດຄວາມສາມາດທີ່ຕໍ່າຕ້ອຍຂອງຂ້ານ້ອຍຖືກເປີດເຜີຍ, ຂ້ານ້ອຍກໍຕັດສິນຕົນເອງ ແລະ ຄິດວ່າຂ້ານ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນແລ້ວ ແລະ ຂ້ານ້ອຍກໍບໍ່ມີແຮງຈູງໃຈທີ່ຈະໄລ່ຕາມຄວາມຈິງ ເຖິງແມ່ນວ່າຂ້ານ້ອຍຈະຕ້ອງການກໍຕາມ. ນີ້ຄືຄວາມເຂົ້າໃຈຜິດປະເພດໜຶ່ງກ່ຽວກັບພຣະເຈົ້າ. ນອກຈາກນີ້, ເມື່ອອ້າຍເອື້ອຍນ້ອງບາງຄົນລົ້ມປ່ວຍ ແລະ ປະເຊີນກັບຄວາມຕາຍ, ພວກເຂົາຄິດວ່າ “ພຣະເຈົ້າບໍ່ຈື່ຈຳການແລ່ນໄປມາ ແລະ ການເສຍສະລະທັງໝົດທີ່ຂ້ອຍໄດ້ເຮັດເພື່ອພຣະອົງບໍ?” ໃນຫົວໃຈຂອງພວກເຂົາ, ພວກເຂົາໂຕ້ຖຽງກັບພຣະເຈົ້າ, ຮ້ອງໂວຍວາຍຕໍ່ພຣະອົງ ແລະ ຕໍ່ສູ້ກັບພຣະອົງ. ສະພາວະປະເພດນີ້ແມ່ນພົບເຫັນໄດ້ທົ່ວໄປຫຼາຍ). ໃນແງ່ຂອງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຕໍ່ພຣະເຈົ້າ, ບັນຫາທີ່ຄົນສ່ວນໃຫຍ່ສະແດງອອກມາແມ່ນຄວາມລະແວງ ແລະ ຄວາມເຂົ້າໃຈຜິດ ບໍ່ຫຼາຍກໍໜ້ອຍ, ພ້ອມທັງຄວາມຂັດຂືນ ແລະ ຄວາມບໍ່ພໍໃຈທີ່ຜູ້ຄົນເປີດເຜີຍອອກມາ ເມື່ອພວກເຂົາພົບພໍ້ກັບບາງສິ່ງ, ເຊິ່ງເວົ້າອີກຢ່າງໜຶ່ງກໍຄື ຄວາມເປັນປໍລະປັກຕໍ່ພຣະເຈົ້າ. ໂດຍພື້ນຖານແລ້ວກໍມີພຽງເທົ່ານີ້. ບັນຫາຕ່າງໆກ່ຽວກັບທັດສະນະຄະຕິພາຍໃນຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ທີ່ຈິງແລ້ວແມ່ນໄປໄກກວ່າຂອບເຂດຂອງບັນຫາທີ່ພວກເຈົ້າໄດ້ໂອ້ລົມກັນຫຼາຍ. ມີບາງບັນຫາທີ່ພວກເຈົ້າບໍ່ໄດ້ຮັບຮູ້. ໃນດ້ານໜຶ່ງ, ນີ້ກໍຍ້ອນວ່າ ຜູ້ຄົນບໍ່ໄດ້ກວດສອບວ່າ ມີບັນຫາອັນໃດແດ່ທີ່ມີຢູ່ໃນຕົວພວກເຂົາເອງ ເມື່ອໃດກໍຕາມທີ່ພວກເຂົາປະສົບກັບສະຖານະການຕ່າງໆ. ໃນອີກດ້ານໜຶ່ງ, ຜູ້ຄົນບໍ່ເຄີຍພິຈາລະນາຢ່າງລະມັດລະວັງວ່າ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າເປັນແນວໃດກັນແທ້ ຫຼື ທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າແມ່ນຫຍັງ. ສະນັ້ນ, ໂດຍອີງໃສ່ການສະແດງອອກທີ່ແຕກຕ່າງກັນຂອງຜູ້ຄົນ ແລະ ສະພາວະເຫຼົ່ານີ້ທີ່ໃນປັດຈຸບັນມີຢູ່ແທ້ໃນຕົວຜູ້ຄົນ, ມື້ນີ້ພວກເຮົາຈະໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບການສະແດງອອກທີ່ແຕກຕ່າງກັນຂອງສິ່ງກີດຂວາງລະຫວ່າງຜູ້ຄົນກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ. ເປົ້າໝາຍຂອງການໂອ້ລົມກ່ຽວກັບການສະແດງອອກທີ່ແຕກຕ່າງກັນເຫຼົ່ານີ້ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດປ່ອຍວາງສິ່ງກີດຂວາງລະຫວ່າງພວກເຂົາເອງກັບພຣະເຈົ້າຢ່າງຫ້າວຫັນ ແລະ ຄວາມເປັນປໍລະປັກທີ່ພວກເຂົາມີຕໍ່ພຣະເຈົ້າ ເມື່ອໃດກໍຕາມທີ່ສິ່ງເຫຼົ່ານີ້ເກີດຂຶ້ນໃນຕົວພວກເຂົາໃນການດຳລົງຊີວິດທຸກໆວັນຂອງພວກເຂົາ, ບັນລຸຄວາມສຳພັນທີ່ກົມກຽວກັບພຣະອົງ ແລະ ໃນທີ່ສຸດກໍກາຍເປັນເຂົ້າກັນໄດ້ກັບພຣະອົງຢ່າງສົມບູນ. ດ້ວຍວິທີນີ້, ພວກເຂົາກໍຈະໄດ້ກຳຈັດສິ່ງກີດຂວາງລະຫວ່າງພວກເຂົາເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າອອກໄປຢ່າງສົມບູນ ແລະ ໄດ້ມາຢຳເກງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງ. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄວາມສຳພັນທີ່ປົກກະຕິລະຫວ່າງຜູ້ຄົນກັບພຣະເຈົ້າ ແລະ ມີພຽງຄົນແບບນີ້ເທົ່ານັ້ນທີ່ເປັນສິ່ງທີ່ຖືກສ້າງຂຶ້ນຢ່າງແທ້ຈິງ.
I. ການປ່ອຍວາງແນວຄິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງແນວຄິດ ແລະ ຈິນຕະນາການຂອງຕົນກ່ຽວກັບພາລະກິດຂອງພຣະເຈົ້າ
1. ການທີ່ຜູ້ຄົນຈິນຕະນາການວ່າ ພາລະກິດຂອງພຣະເຈົ້ານັ້ນເໜືອທຳມະຊາດ ແລະ ເລື່ອນລອຍເປັນພິເສດ
ເມື່ອເວົ້າເຖິງການປ່ອຍວາງສິ່ງກີດຂວາງລະຫວ່າງພວກເຂົາເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ສິ່ງທຳອິດທີ່ຜູ້ຄົນຄວນປ່ອຍວາງກໍຄືແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ນີ້ເປັນເນື້ອໃນທີ່ສຳຄັນຫຼາຍ, ແມ່ນບໍ? (ແມ່ນແລ້ວ). ແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າບໍ່ໄດ້ມີຢູ່ໃນຕົວທຸກຄົນບໍ? (ແມ່ນແລ້ວ, ພວກມັນມີຢູ່). ບໍ່ມີໃຜດຳລົງຊີວິດຢູ່ໃນສູນຍາກາດ ແລະ ບໍ່ມີໃຜເປັນຫຸ່ນຍົນ. ທຸກຄົນມີເຈດຈຳນົງເສລີ ແລະ ມີຄວາມຄິດ ແລະ ມຸມມອງຕ່າງໆທີ່ພວກເຂົາໄດ້ຮັບມາຈາກໂລກພາຍນອກ; ແນ່ນອນວ່າ ທຸກຄົນຍັງມີແນວຄິດ ແລະ ຈິນຕະນາການຕ່າງໆກ່ຽວກັບພຣະເຈົ້າ ເຊິ່ງໄດ້ພັດທະນາຂຶ້ນພາຍໃນເຈດຈຳນົງທາງອັດຕະວິໄສຂອງພວກເຂົາ ໂດຍອີງໃສ່ຄວາມຕ້ອງການ, ຄວາມມັກ ແລະ ຄວາມປາຖະໜາຂອງພວກເຂົາເອງ. ຄວາມຈິງທີ່ວ່າພວກມັນຖືກເອີ້ນວ່າ “ແນວຄິດ” ແລະ “ຈິນຕະນາການ” ນັ້ນໝາຍຄວາມວ່າ ພວກມັນບໍ່ສອດຄ່ອງກັບຄວາມຈິງ ຫຼື ຄວາມເປັນຈິງຢ່າງແນ່ນອນ; ຢ່າງໜ້ອຍທີ່ສຸດ, ພວກມັນກໍບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ. ສະນັ້ນ, ແນວຄິດ ແລະ ຈິນຕະນາການເຫຼົ່ານີ້ຈຶ່ງເປັນສິ່ງສຳຄັນທຳອິດທີ່ຜູ້ຄົນຄວນປ່ອຍວາງ. ແລ້ວເນື້ອໃນທີ່ກ່ຽວຂ້ອງກັບແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າໂດຍຫຼັກໆແລ້ວລວມມີຫຍັງແດ່? ໃນດ້ານໜຶ່ງ, ພວກມັນລວມມີແນວຄິດທີ່ມີຢູ່ກ່ອນແລ້ວທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ ກ່ອນທີ່ພວກເຂົາຈະມາເຊື່ອໃນພຣະອົງ. ໃນອີກດ້ານໜຶ່ງ, ພວກມັນລວມມີແນວຄິດໃໝ່ທີ່ຜູ້ຄົນສ້າງຂຶ້ນກ່ຽວກັບພຣະເຈົ້າ ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະອົງ ແລະ ແນວຄິດໃໝ່ເຫຼົ່ານີ້ກໍເປັນແນວຄິດ ແລະ ຈິນຕະນາການທີ່ສະເພາະເຈາະຈົງ ແລະ ເປັນຈິງຫຼາຍຂຶ້ນ. ກ່ອນທີ່ຜູ້ຄົນຈະມາເຊື່ອໃນພຣະເຈົ້າ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຈິນຕະນາການກ່ຽວກັບພຣະເຈົ້າ ແລະ ຈິນຕະນາການເຫຼົ່ານີ້ກໍສາມາດເວົ້າໄດ້ວ່າເປັນແນວຄິດທີ່ພົບເຫັນໄດ້ທົ່ວໄປໃນມະນຸດທຸກຄົນ. ມັນຄືກັບວິທີທີ່ຄົນຈີນເອີ້ນພຣະເຈົ້າວ່າ “ເທບເທວາເທິງທ້ອງຟ້າ”, ເຖິງແມ່ນວ່າຈະບໍ່ເຊື່ອໃນພຣະອົງກໍຕາມ ແລະ ວິທີທີ່ຊາວຕາເວັນຕົກ, ເຊິ່ງມີອັດຕາສ່ວນທີ່ເຊື່ອໃນພຣະເຈົ້າສູງກວ່າ, ໂດຍເອີ້ນພຣະອົງວ່າ “ພຣະຜູ້ເປັນເຈົ້າ”. ເຖິງແມ່ນວ່າຫຼາຍຄົນຈະບໍ່ເຊື່ອໃນພຣະເຈົ້າ, ແຕ່ຄົນສ່ວນໃຫຍ່ກໍເຊື່ອວ່າມີພຣະເຈົ້າ ແລະ ເຕັມໄປດ້ວຍຈິນຕະນາການກ່ຽວກັບພຣະອົງ, ໂດຍຄິດວ່າພຣະເຈົ້າມີຢູ່ທ່າມກາງທຸກສິ່ງ ແລະ ຢູ່ເໜືອທຸກສິ່ງ ແລະ ພຣະອົງຊົງສະຖິດຢູ່ທຸກຫົນທຸກແຫ່ງ, ຊົງລິດທານຸພາບສູງສຸດ ແລະ ມີລິດທານຸພາບອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນ. ແລ້ວພຣະເຈົ້າອົງນີ້ແມ່ນໃຜກັນແທ້? ບໍ່ມີໃຜຮູ້, ແຕ່ບໍ່ວ່າແນວໃດກໍຕາມ, ພວກເຂົາຮູ້ວ່າພຣະເຈົ້າຍິ່ງໃຫຍ່ທີ່ສຸດ ແລະ ພຣະອົງຊົງປົກຄອງເໜືອທຸກສິ່ງ. ແລ້ວຮູບພາບທີ່ສະເພາະເຈາະຈົງຂອງພຣະເຈົ້າແມ່ນຫຍັງ? ໃນຄວາມຄິດຂອງພວກເຂົາທຸກຄົນ, ລ້ວນແຕ່ມີແນວຄວາມຄິດກ່ຽວກັບຮູບລັກສະນະ ແລະ ຮູບພາບຂອງພຣະເຈົ້າທີ່ພວກເຂົາໄດ້ຈິນຕະນາການ ແລະ ກຳນົດໄວ້. ພວກເຮົາໄດ້ສົນທະນາກັນກ່ຽວກັບແນວຄິດ ແລະ ຈິນຕະນາການທີ່ເປັນສາກົນຂອງມະນຸດເຫຼົ່ານີ້ມາກ່ອນແລ້ວ ແລະ ພວກມັນບໍ່ແມ່ນເນື້ອໃນຫຼັກຂອງການໂອ້ລົມໃນມື້ນີ້. ສິ່ງທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້ແມ່ນ ແນວຄິດ ແລະ ຈິນຕະນາການປະເພດຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ສອດຄ່ອງກັບແກ່ນແທ້ຂອງພຣະອົງ, ເຊິ່ງຜູ້ຄົນຄວນປ່ອຍວາງ, ພາຍໃນແນວຄິດ ແລະ ຈິນຕະນາການຮູບແບບຕ່າງໆທັງໝົດທີ່ກ່ຽວຂ້ອງກັບສິ່ງກີດຂວາງລະຫວ່າງຜູ້ຄົນກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ພວກເຮົາຈະບໍ່ເວົ້າເຖິງແນວຄິດ ແລະ ຈິນຕະນາການທີ່ວ່າງເປົ່າ, ບໍ່ເປັນຈິງ ແລະ ບໍ່ສາມາດຢັ່ງເຖິງເຫຼົ່ານັ້ນ. ສາມາດເວົ້າໄດ້ວ່າ, ເມື່ອພິຈາລະນາຈາກວຸດທິພາວະໃນປັດຈຸບັນຂອງພວກເຈົ້າແລ້ວ, ສິ່ງເຫຼົ່ານັ້ນໂດຍພື້ນຖານແລ້ວບໍ່ແມ່ນບັນຫາ ແລະ ຈະບໍ່ສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງຂອງພວກເຈົ້າ, ແຮງໄກທີ່ຈະສົ່ງຜົນກະທົບຕໍ່ການຕິດຕາມພຣະເຈົ້າຂອງພວກເຈົ້າ ແລະ ເຖິງແມ່ນວ່າບາງບຸກຄົນຍັງຄົງມີຈິນຕະນາການທີ່ເລື່ອນລອຍບາງຢ່າງຢູ່ໃນຄວາມຄິດຂອງພວກເຂົາ, ສິ່ງເຫຼົ່ານີ້ກໍຈະບໍ່ສົ່ງຜົນກະທົບຕໍ່ການຕິດຕາມພຣະເຈົ້າຂອງພວກເຂົາ, ສະນັ້ນ ມັນຈຶ່ງບໍ່ແມ່ນບັນຫາໃຫຍ່ປານໃດ. ແນວຄິດ ແລະ ຈິນຕະນາການຂອງມະນຸດທີ່ພວກເຮົາຈະໂອ້ລົມກັນນັ້ນແມ່ນກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າໃນການດຳລົງຊີວິດທຸກໆວັນຂອງພວກເຂົາ ພ້ອມທັງການປະຕິບັດໜ້າທີ່ຂອງຜູ້ຄົນ, ເສັ້ນທາງທີ່ຜູ້ຄົນຍ່າງໄປ ແລະ ແນ່ນອນວ່າ ພວກມັນຍິ່ງກ່ຽວຂ້ອງກັບການໄລ່ຕາມຂອງຜູ້ຄົນຫຼາຍກວ່ານັ້ນອີກ. ໃນບັນດາແນວຄິດ ແລະ ຈິນຕະນາການຕ່າງໆທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ, ກ່ອນອື່ນໝົດ, ຜູ້ຄົນມີແນວຄິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພາລະກິດຂອງພຣະອົງ, ເຊິ່ງເປັນຈິງຫຼາຍກວ່າຈິນຕະນາການຕ່າງໆທີ່ຜູ້ບໍ່ມີຄວາມເຊື່ອມີກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ວ່າງເປົ່າ ຫຼື ບໍ່ສາມາດຢັ່ງເຖິງໄດ້. ພວກມັນເປັນສິ່ງທີ່ມີຢູ່ໃນຄວາມຄິດຂອງທຸກຄົນ ໃນຂະນະທີ່ພວກເຂົາຕິດຕາມພຣະເຈົ້າ. ນັ້ນກໍຄື ຜູ້ຄົນເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການທີ່ເລື່ອນລອຍ ແລະ ບໍ່ເປັນຈິງຫຼາຍຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ. ຕົວຢ່າງ: ຜູ້ຄົນຈິນຕະນາການວ່າພາລະກິດຂອງພຣະອົງນັ້ນເຕັມໄປດ້ວຍປາຕິຫານ ແລະ ເຕັມໄປດ້ວຍສິ່ງໜ້າອັດສະຈັນທີ່ມະນຸດບໍ່ສາມາດຄາດເດົາ ຫຼື ເຮັດໃຫ້ສຳເລັດໄດ້. ແນ່ນອນວ່າ ແນວຄິດ ແລະ ຈິນຕະນາການທີ່ໃຫຍ່ທີ່ສຸດຂອງຜູ້ຄົນໃນເລື່ອງນີ້ກໍຄື ພາລະກິດຂອງພຣະເຈົ້າອາດຈະສາມາດເຮັດໃຫ້ຄົນໆໜຶ່ງບໍລິບູນໄດ້ໃນທັນທີ ຫຼື ພຽງແຕ່ການກ່າວພຣະທຳສອງສາມຄຳ ຫຼື ການສະແດງປາຕິຫານ ຫຼື ສິ່ງໜ້າອັດສະຈັນ, ພຣະເຈົ້າກໍສາມາດປ່ຽນແປງຄົນໆໜຶ່ງໄດ້ໃນທັນທີ ແລະ ເຮັດໃຫ້ພວກເຂົາກາຍເປັນຄົນທີ່ໄດ້ຫຼຸດພົ້ນຈາກຊີວິດແຫ່ງເນື້ອໜັງ ແລະ ຄວາມຫຍຸ້ງຍາກທີ່ສຳພັນກັບຊີວິດຈິງຕ່າງໆຂອງເນື້ອໜັງ. ພວກເຂົາຈິນຕະນາການວ່າຄົນຜູ້ນີ້ບໍ່ກິນ ຫຼື ບໍ່ດື່ມ ແລະ ບໍ່ມີຄວາມຕ້ອງການທາງຮ່າງກາຍຄືກັບຫຸ່ນຍົນ; ຍິ່ງໄປກວ່ານັ້ນ, ພວກເຂົາເຊື່ອວ່າຄົນຜູ້ນີ້ມີຄວາມຄິດທີ່ບໍລິສຸດ, ໂດຍບໍ່ມີການຄຳນຶງເຖິງຄວາມເຫັນແກ່ຕົວ ແລະ ພວກເຂົາມີຄວາມບໍລິສຸດຢ່າງຍິ່ງຢູ່ພາຍໃນ. ພວກເຂົາຈິນຕະນາການວ່າ ເພື່ອໃຫ້ສິ່ງນີ້ບັນລຸຜົນ, ມັນບໍ່ຈຳເປັນຕ້ອງໄລ່ຕາມຄວາມຈິງ ຫຼື ໂອ້ລົມກ່ຽວກັບຄວາມຈິງ ຫຼື ຍອມຮັບການຖືກລິຮານເປັນເວລາຫຼາຍປີຕິດຕໍ່ກັນ; ແຕ່ພຣະເຈົ້າສາມາດເຮັດໃຫ້ສິ່ງທັງໝົດນີ້ບັນລຸໄດ້ດ້ວຍພຣະທຳພຽງສອງສາມຄຳ, ເພາະບໍ່ວ່າພຣະເຈົ້າຈະເວົ້າຫຍັງ ມັນກໍຈະສຳເລັດ ແລະ ບໍ່ວ່າພຣະອົງຈະສັ່ງຫຍັງ ມັນກໍຈະຕັ້ງໝັ້ນໂດຍໄວ. ໂດຍສະເພາະໃນຕອນເລີ່ມຕົ້ນ, ເມື່ອຜູ້ຄົນຫາກໍຍອມຮັບພາລະກິດຂັ້ນຕອນທີສາມຂອງພຣະເຈົ້າ, ພວກເຂົາຍິ່ງເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການທຸກປະເພດກ່ຽວກັບພາລະກິດຂອງພຣະອົງ. ເມື່ອບາງຄົນໄດ້ຍິນວ່າ “ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງແລ້ວ”, ພວກເຂົາບໍ່ຮູ້ວ່າມັນຈະສິ້ນສຸດລົງໃນປີໃດ, ເດືອນໃດ ຫຼື ມື້ໃດ, ແຕ່ພວກເຂົາກໍຮູ້ສຶກຮ້ອນຮົນ ແລະ ເຖິງກັບປະຖິ້ມວຽກງານ ແລະ ຄອບຄົວຂອງພວກເຂົາ. ຊາວກະສິກອນບາງຄົນຢຸດປູກພືດຜົນ ແລະ ຄົນອື່ນໆກໍຢຸດລ້ຽງງົວ ແລະ ແກະ. ບາງຄົນເຖິງກັບຂາຍຊັບສິນ ແລະ ລົດຂອງພວກເຂົາ, ຖອນເງິນທັງໝົດທີ່ພວກເຂົາມີຢູ່ໃນທະນາຄານ, ຮວບຮວມຊັບສິນຂອງພວກເຂົາ ແລະ ເລີ່ມເອົາຄຳ, ເງິນ ແລະ ຂອງມີຄ່າຕິດຕົວໄປນຳ, ໂດຍກຽມພ້ອມທີ່ຈະຕິດຕາມພຣະເຈົ້າ. ນີ້ກໍຍ້ອນວ່າຜູ້ຄົນຄິດວ່າພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ ແລະ ພວກເຂົາບໍ່ຈຳເປັນຕ້ອງດຳລົງຊີວິດຂອງພວກເຂົາອີກຕໍ່ໄປ ແລະ ພວກເຂົາເຊື່ອວ່າພຣະເຈົ້າໄດ້ທຳລາຍຄອບຄົວ ແລະ ການແຕ່ງງານແລ້ວ ແລະ ພວກເຂົາຄວນປະຖິ້ມການແຕ່ງງານ, ວຽກງານ ແລະ ອະນາຄົດຂອງພວກເຂົາ ແລະ ປະຖິ້ມຄວາມສຸກທາງໂລກທັງໝົດເພື່ອຕິດຕາມພຣະເຈົ້າ. ຖ້າມີຄົນຖາມພວກເຂົາວ່າ “ເຈົ້າກຳລັງຈະໄປໃສພ້ອມກັບກະເປົາເດີນທາງໜ່ວຍນັ້ນ ແລະ ຄອບຄົວທັງໝົດຂອງເຈົ້າ?” ພວກເຂົາກໍຈະເວົ້າວ່າ “ຂ້ອຍກຳລັງຈະໄປອານາຈັກສະຫວັນ”. ຖ້າພວກເຂົາຖືກຖາມຕໍ່ໄປວ່າ “ອານາຈັກສະຫວັນຢູ່ໃສ?” ພວກເຂົາກໍຈະຕອບວ່າ “ຂ້ອຍຍັງບໍ່ຮູ້, ຂ້ອຍຈະໄປທຸກບ່ອນທີ່ພຣະເຈົ້າພາຂ້ອຍໄປ”. ບໍ່ວ່າພວກເຂົາຈະກະທຳໄປຕາມອາລົມຊົ່ວຂະນະ ຫຼື ໄດ້ຄິດຢ່າງຮອບຄອບແລ້ວກໍຕາມ, ບໍ່ວ່າແນວໃດກໍຕາມ, ການສະແດງອອກເຫຼົ່ານີ້ໄດ້ເປີດເຜີຍໃຫ້ເຫັນຄວາມຈິງໜຶ່ງຢ່າງ ນັ້ນກໍຄື ຜູ້ຄົນມີຈິນຕະນາການຫຼາຍຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າພຣະເຈົ້າຈະເຮັດພາລະກິດແນວໃດເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ຫຼື ພວກເຂົາຈະຮູ້ສຶກແນວໃດ ຫຼື ພວກເຂົາຈະດຳລົງຊີວິດຢູ່ໃນສະພາວະ ແລະ ສະພາບແວດລ້ອມປະເພດໃດ ຫຼັງຈາກທີ່ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນແລ້ວ. ແລ້ວສຳລັບເຈດຕະນາຂອງພຣະເຈົ້າແມ່ນຫຍັງກັນແທ້ ຫຼື ຜົນໄດ້ຮັບອັນໃດທີ່ພຣະເຈົ້າຕ້ອງການບັນລຸຜ່ານພາລະກິດຂອງພຣະອົງໃນຜູ້ຄົນ, ພວກເຂົາກໍບໍ່ຮູ້ສິ່ງເຫຼົ່ານີ້ເລີຍເຊັ່ນກັນ. ແລ້ວພວກເຂົາຮູ້ຫຍັງແດ່? ພວກເຂົາພຽງແຕ່ຈື່ຈຳປະໂຫຍກດຽວ: ວັນຂອງພຣະເຈົ້າໃກ້ເຂົ້າມາແລ້ວ, ໄພພິບັດໄດ້ເກີດຂຶ້ນແລ້ວ, ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງແລ້ວ ແລະ ພວກເຮົາຄວນປະຖິ້ມທຸກສິ່ງ ແລະ ຕິດຕາມພຣະເຈົ້າ. ນີ້ຄືແຫຼ່ງທີ່ມາ ແລະ ພື້ນຖານສຳລັບການກໍ່ຕົວຂອງແນວຄິດ ແລະ ຈິນຕະນາການທັງໝົດຂອງພວກເຂົາ ແລະ ມັນກໍແມ່ນຜ່ານແນວຄິດ ແລະ ຈິນຕະນາການເຫຼົ່ານີ້ເອງທີ່ພວກເຂົາໄດ້ເຮັດການເລືອກ ແລະ ການຕັດສິນໃຈທຸກປະເພດ. ພວກເຂົາໄດ້ເຮັດການເລືອກ ແລະ ການຕັດສິນໃຈອັນໃດແດ່? ພວກເຂົາໄດ້ເລືອກທີ່ຈະປະຖິ້ມໂລກ, ປະຖິ້ມການສຶກສາຂອງພວກເຂົາ, ປະຖິ້ມອາຊີບຂອງພວກເຂົາ, ປະຖິ້ມການແຕ່ງງານຂອງພວກເຂົາ, ປະຖິ້ມຄອບຄົວຂອງພວກເຂົາ ແລະ ເຖິງກັບປະຖິ້ມຄວາມຮັກທາງເນື້ອໜັງ, ຄວາມຮັກໃນຄອບຄົວ ແລະ ອື່ນໆ ແລະ ຫຼັງຈາກທີ່ປ່ອຍວາງສິ່ງທັງໝົດເຫຼົ່ານີ້ແລ້ວ, ພວກເຂົາກໍກຳລັງລໍຖ້າໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງ. ຈຸດປະສົງຂອງພວກເຂົາໃນການລໍຖ້າໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງແມ່ນຫຍັງ? ມັນກໍເພື່ອຖືກຮັບຂຶ້ນໄປ ແລະ ຕິດຕາມພຣະເຈົ້າ. ຖືກຮັບຂຶ້ນໄປໃສກັນແທ້? ພວກເຂົາຄິດວ່າ ບໍ່ວ່າພວກເຂົາຈະຖືກຮັບຂຶ້ນໄປໃສ ຫຼື ຈະຖືກຮັບຂຶ້ນໄປໃນມື້ໃດແທ້ກໍຕາມ, ບໍ່ວ່າແນວໃດກໍຕາມ, ພວກເຂົາຈະບໍ່ໄປນະຮົກ. ພວກເຂົາເຊື່ອວ່າ ເຖິງແມ່ນວ່າມັນຈະບໍ່ແມ່ນສະຫວັນ, ພວກເຂົາກໍກຳລັງຈະໄປໃນສະຖານທີ່ທີ່ສູງກວ່າ ແລະ ເຖິງແມ່ນວ່າມັນຈະບໍ່ແມ່ນສະຫວັນ ຫຼື ອານາຈັກທີ່ເປັນຮູບປະທຳ, ພວກເຂົາກໍບໍ່ມີທາງຜິດພາດໂດຍການຕິດຕາມພຣະເຈົ້າ ແລະ ພວກເຂົາອາດຈະຖືກຮັບຂຶ້ນໄປທຸກບ່ອນທີ່ພຣະເຈົ້າຢູ່. ເຖິງແມ່ນວ່າແນວຄິດ ແລະ ຈິນຕະນາການເຫຼົ່ານີ້ທີ່ຜູ້ຄົນມີຈະສົມບູນແບບ, ແຕ່ພວກມັນສາມາດກາຍເປັນຈິງໄດ້ບໍ? ຊ່ວງເວລາທີ່ພວກເຂົາລໍຖ້າ ນັ້ນກໍຄື ການສິ້ນສຸດພາລະກິດຂອງພຣະເຈົ້າ ມາຮອດແລ້ວບໍ? (ບໍ່). ແລ້ວເນື່ອງຈາກພາລະກິດຂອງພຣະເຈົ້າຍັງບໍ່ທັນສິ້ນສຸດລົງ, ຜູ້ຄົນຮູ້ສຶກຜິດຫວັງ ຫຼື ຮ້ອນຮົນບໍ? ພວກເຂົາຮູ້ສຶກເສຍໃຈບໍ? ບາງຄົນກໍຜິດຫວັງ, ແມ່ນບໍ? ບາງຄົນກາຍເປັນຄົນຄິດລົບ ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ຫຼື ພວກເຂົາຮູ້ສຶກເສຍໃຈ ເມື່ອພວກເຂົາປະສົບກັບຄວາມລຳບາກຍາກແຄ້ນໃນຊີວິດຄອບຄົວຂອງພວກເຂົາ ຫຼື ເມື່ອພວກເຂົາທົນທຸກກັບການຖືກຂົ່ມເຫັງ ແລະ ບໍ່ມີທາງອອກ. ແນ່ນອນວ່າ ມັນບໍ່ແມ່ນເລື່ອງງ່າຍສຳລັບບາງຄົນທີ່ຈະອົດທົນມາຈົນເຖິງປັດຈຸບັນ, ແຕ່ໃນຫົວໃຈຂອງພວກເຂົາ ພວກເຂົາຮ້ອນຮົນຫຼາຍແທ້ໆ. ພວກເຂົາຮ້ອນຮົນເລື່ອງຫຍັງ? ພວກເຂົາຄິດວ່າ “ເປັນຫຍັງພາລະກິດຂອງພຣະເຈົ້າຈຶ່ງຍັງບໍ່ສິ້ນສຸດລົງ? ພາລະກິດຂອງພຣະເຈົ້າຈະໃຊ້ເວລາອີກດົນປານໃດ? ຂ້ອຍຄວນກັບບ້ານ ແລະ ດຳເນີນຊີວິດຂອງຂ້ອຍຕໍ່ໄປບໍ? ຂ້ອຍຄວນກັບໄປເຮັດວຽກ ແລະ ສະແຫວງຫາອະນາຄົດສຳລັບຕົວຂ້ອຍເອງໃນໂລກບໍ? ຂ້ອຍຄວນຊື້ເຮືອນຂອງຂ້ອຍຄືນບໍ? ພຣະເຈົ້າບໍ່ຕອບພວກເຮົາ ຫຼື ໃຫ້ຄຳຕອບທີ່ຊັດເຈນແກ່ພວກເຮົາກ່ຽວກັບເລື່ອງນີ້! ພວກເຮົາບໍ່ຄວນຖືກບອກບໍວ່າພາລະກິດຂອງພຣະເຈົ້າຈະສິ້ນສຸດລົງເມື່ອໃດ ແລະ ພຣະອົງຈະເຮັດພາລະກິດອື່ນໃດອີກ ເພື່ອໃຫ້ພວກເຮົາສາມາດກຽມພ້ອມໄດ້? ພຣະເຈົ້າບໍ່ໄດ້ບອກສິ່ງເຫຼົ່ານີ້ແກ່ພວກເຮົາ, ພຣະອົງພຽງແຕ່ສືບຕໍ່ສະແດງຄວາມຈິງ, ໂອ້ລົມຄວາມຈິງ ແລະ ເວົ້າກ່ຽວກັບຄວາມລອດພົ້ນ. ພຣະອົງບໍ່ເຄີຍເວົ້າກ່ຽວກັບສິ່ງທີ່ຈະມາເຖິງໃນພາຍຫຼັງ ຫຼື ກ່ຽວກັບອະນາຄົດ ຫຼື ເມື່ອໃດມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມ ຫຼື ເມື່ອໃດຊີວິດແຫ່ງເນື້ອໜັງຈະສິ້ນສຸດລົງ; ພຣະອົງພຽງແຕ່ເຮັດໃຫ້ພວກເຮົາລໍຖ້າຢ່າງບໍ່ມີກຳນົດ”. ຜູ້ຄົນບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ໃຫ້ເວົ້າຢ່າງສະເພາະເຈາະຈົງກວ່ານັ້ນກໍຄື ພວກເຂົາບໍ່ເຂົ້າໃຈວ່າພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນແນວໃດ, ພຣະອົງໃຊ້ວິທີການໃດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະເຈົ້າເຮັດພາລະກິດທີ່ສະເພາະເຈາະຈົງໃດແດ່ພາຍໃນພາລະກິດທັງໝົດຂອງພຣະອົງ ເພື່ອເຮັດໃຫ້ຜູ້ຄົນສາມາດໄດ້ຮັບຄວາມລອດພົ້ນ ແລະ ອື່ນໆ. ແຕ່ພວກເຂົາພັດດຳລົງຊີວິດຢູ່ພາຍໃນແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງຢູ່ສະເໝີ ແລະ ຖືວ່າພາລະກິດຂອງພຣະເຈົ້າເປັນພຽງພິທີການ ຫຼື ເປັນເວດມົນທີ່ໜ້າອັດສະຈັນປະເພດໜຶ່ງ. ມັນຄືກັບວ່າພາລະກິດຂອງພຣະອົງເປັນພຽງວາທະກຳ ແລະ ບໍ່ມີເນື້ອໃນທີ່ສະເພາະເຈາະຈົງໃດໜຶ່ງເລີຍ, ພຣະເຈົ້າພຽງແຕ່ຕ້ອງກ່າວພຣະທຳສອງສາມຄຳ ແລະ ບໍ່ວ່າພຣະອົງຈະເວົ້າຫຍັງ ມັນກໍຈະສຳເລັດ ແລະ ບໍ່ວ່າພຣະອົງຈະສັ່ງຫຍັງ ມັນກໍຈະຕັ້ງໝັ້ນໂດຍໄວ ແລະ ຫຼັງຈາກນັ້ນ ຜູ້ຄົນກໍຈະປ່ຽນແປງ ແລະ ກາຍເປັນຄືກັບທີ່ໄດ້ທຳນາຍໄວ້ໃນໜັງສືນິມິດ, ໂດຍກາຍເປັນຜູ້ບໍລິສຸດ ແລະ ຖືກຊຳລະໃຫ້ບໍລິສຸດ. ບໍ່ວ່າຜູ້ຄົນຈະມີຄວາມຄິດທີ່ເລື່ອນລອຍ ແລະ ວ່າງເປົ່າອັນໃດກ່ຽວກັບພາລະກິດຂອງພຣະເຈົ້າ, ບໍ່ວ່າພວກມັນຈະສະເພາະເຈາະຈົງ ຫຼື ບໍ່ສະເພາະເຈາະຈົງກໍຕາມ, ສະຫຼຸບແລ້ວ ຜູ້ຄົນເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການກ່ຽວກັບພາລະກິດຂອງພຣະອົງ ແລະ ພວກເຂົາດຳລົງຊີວິດຢູ່ພາຍໃນແນວຄິດ ແລະ ຈິນຕະນາການທີ່ວ່າງເປົ່າຢູ່ສະເໝີ ໃນວິທີທີ່ພວກເຂົາປະຕິບັດຕໍ່ພາລະກິດຂອງພຣະເຈົ້າ ແລະ ໃນວິທີທີ່ພວກເຂົາປະຕິບັດຕໍ່ທຸກພາລະກິດທີ່ສະເພາະເຈາະຈົງທີ່ພຣະເຈົ້າເຮັດ ແລະ ທຸກສິ່ງທີ່ສະເພາະເຈາະຈົງທີ່ພຣະອົງກ່າວ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ແນ່ນອນວ່າ ຄົນສ່ວນໃຫຍ່ມີແນວຄິດ ແລະ ຈິນຕະນາການພຽງຢ່າງດຽວກ່ຽວກັບພາລະກິດຂອງພຣະເຈົ້າ ນັ້ນກໍຄື ເມື່ອພາລະກິດຂອງພຣະເຈົ້າສຳເລັດລົງ, ໃນທີ່ສຸດຜູ້ຄົນກໍຈະຜ່ານພົ້ນໄປໄດ້ ແລະ ຕາບໃດທີ່ພວກເຂົາສາມາດລໍຖ້າຈົນກວ່າພາລະກິດຂອງພຣະອົງຈະສຳເລັດ ແລະ ມີຊີວິດລອດໃນເວລານັ້ນ, ພວກເຂົາກໍຈະຊະນະ ແລະ ທຸກສິ່ງທີ່ພວກເຂົາໄດ້ປະຖິ້ມ ແລະ ຖວາຍ ແລະ ຄວາມຍາກລຳບາກທີ່ພວກເຂົາໄດ້ທົນທຸກ ແລະ ລາຄາທີ່ພວກເຂົາໄດ້ຈ່າຍໄປນັ້ນ ກໍຈະຄຸ້ມຄ່າທັງໝົດ. ເມື່ອຕັດສິນໂດຍອີງໃສ່ສິ່ງນີ້, ໃນດ້ານໜຶ່ງ, ຜູ້ຄົນເຕັມໄປດ້ວຍຈິນຕະນາການທຸກປະເພດກ່ຽວກັບພາລະກິດຂອງພຣະເຈົ້າ. ໃນອີກດ້ານໜຶ່ງ, ຜູ້ຄົນບໍ່ໄດ້ກຳລັງໄລ່ຕາມຄວາມຈິງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ; ແຕ່ມີລັກສະນະຄືກັບການພະນັນໃນຄວາມສັດທາຂອງພວກເຂົາ, ພວກເຂົາກຳລັງເດີມພັນຊີວິດ ແລະ ສິ່ງທີ່ພວກເຂົາຄອບຄອງທັງໝົດ, ອະນາຄົດຂອງພວກເຂົາ, ການແຕ່ງງານຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາມີ ແລະ ພວກເຂົາຄິດວ່າພວກເຂົາພຽງແຕ່ຕ້ອງອົດທົນຈົນກວ່າພາລະກິດຂອງພຣະເຈົ້າຈະສຳເລັດ ແລະ ຕາບໃດທີ່ພວກເຂົາຍັງມີຊີວິດຢູ່ ເມື່ອພຣະເຈົ້າປະກາດວ່າພາລະກິດຂອງພຣະອົງສຳເລັດແລ້ວ, ພວກເຂົາກໍຈະໄດ້ກຳໄລ ແລະ ໄດ້ຮັບທຸກສິ່ງທີ່ພວກເຂົາໄດ້ຈ່າຍໄປນັ້ນກັບຄືນມາ. ນັ້ນບໍ່ແມ່ນວິທີທີ່ຜູ້ຄົນຄິດບໍ? (ແມ່ນແລ້ວ). ຕອນນີ້ພວກເຮົາໄດ້ເວົ້າກ່ຽວກັບເລື່ອງນີ້ມາຫຼາຍແລ້ວ, ແນວຄິດ ແລະ ຈິນຕະນາການຫຼັກຂອງຜູ້ຄົນກ່ຽວກັບພາລະກິດຂອງພຣະເຈົ້າແມ່ນຫຍັງ? (ຜູ້ຄົນເຊື່ອວ່າພາລະກິດຂອງພຣະເຈົ້າເຕັມໄປດ້ວຍປາຕິຫານ ແລະ ພຣະເຈົ້າສາມາດເຮັດໃຫ້ຜູ້ຄົນບໍລິສຸດໄດ້ດ້ວຍພຣະທຳພຽງສອງສາມຄຳ ແລະ ພວກເຂົາສາມາດເຂົ້າສູ່ອານາຈັກສະຫວັນໄດ້ໂດຍບໍ່ຈຳເປັນຕ້ອງຈ່າຍລາຄາໃດໜຶ່ງ ຫຼື ໄລ່ຕາມຄວາມຈິງ). ສິ່ງເຫຼົ່ານີ້ຄືແນວຄິດ ແລະ ຈິນຕະນາການທີ່ຜູ້ຄົນມີກ່ຽວກັບພາລະກິດຂອງພຣະເຈົ້າ. ມີແນວຄິດ ແລະ ຈິນຕະນາການອັນໃດອີກແດ່? (ຜູ້ຄົນບໍ່ຮູ້ຢ່າງແນ່ນອນວ່າພຣະເຈົ້າຕ້ອງການບັນລຸຜົນຮັບອັນໃດຜ່ານພາລະກິດຂອງພຣະອົງໃນຜູ້ຄົນ ແລະ ພວກເຂົາຄິດວ່າ ຕາບໃດທີ່ພວກເຂົາສາມາດອົດທົນຈົນກວ່າພາລະກິດຂອງພຣະເຈົ້າຈະສຳເລັດ, ພວກເຂົາກໍຈະມີຄວາມຫວັງທີ່ຈະເຂົ້າສູ່ອານາຈັກສະຫວັນ). ນີ້ກໍເປັນແນວຄິດ ແລະ ຈິນຕະນາການເຊັ່ນກັນ, ຜູ້ຄົນຄິດວ່າພາລະກິດຂອງພຣະເຈົ້າເປັນພຽງພິທີການ ແລະ ຂັ້ນຕອນໜຶ່ງ. ມີຫຍັງອີກແດ່? (ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຜູ້ຄົນບໍ່ໄດ້ກຳລັງໄລ່ຕາມຄວາມຈິງ, ແຕ່ມີລັກສະນະຄືກັບການພະນັນໃນຄວາມສັດທາຂອງພວກເຂົາ). ນີ້ແມ່ນແນວຄິດ ແລະ ຈິນຕະນາການບໍ? ນີ້ຄືແກ່ນແທ້ຂອງຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ແລະ ແກ່ນແທ້ຂອງການໄລ່ຕາມຂອງພວກເຂົາ. ມີແນວຄິດ ແລະ ຈິນຕະນາການອັນໃດແດ່ພາຍໃນສິ່ງນີ້? ມັນບໍ່ແມ່ນການທີ່ຜູ້ຄົນຄິດວ່າ ຕາບໃດທີ່ພວກເຂົາປະຖິ້ມທຸກສິ່ງ ແລະ ປະຕິບັດໜ້າທີ່ໃນຂະນະທີ່ຕິດຕາມພຣະເຈົ້າ, ພວກເຂົາກໍຈະປ່ຽນແປງ, ຄືກັບມີເວດມົນບໍ? (ແມ່ນແລ້ວ). ຄວາມຄິດຂອງຜູ້ຄົນນັ້ນວ່າງເປົ່າຢ່າງຍິ່ງ, ກ່ຽວຂ້ອງກັບສິ່ງທີ່ເໜືອທຳມະຊາດ ແລະ ເລື່ອນລອຍ. ຜູ້ຄົນຄິດວ່າພວກເຂົາບໍ່ຈຳເປັນຕ້ອງຍອມຮັບການລົງທັນ, ການພິພາກສາ ຫຼື ການລິຮານ ຫຼື ການສະໜອງພຣະທຳຂອງພຣະເຈົ້າ, ພວກເຂົາພຽງແຕ່ຕ້ອງຕິດຕາມພຣະເຈົ້າໃນວິທີນີ້, ປະຕິບັດໜ້າທີ່ໃດກໍຕາມທີ່ພວກເຂົາຖືກຂໍໃຫ້ເຮັດ ແລະ ຕາບໃດທີ່ພວກເຂົາຕິດຕາມຈົນເຖິງທີ່ສຸດ, ພວກເຂົາກໍຈະໄດ້ຮັບການປ່ຽນແປງ ແລະ ໃນທີ່ສຸດກໍຈະເຂົ້າສູ່ອານາຈັກສະຫວັນ ເມື່ອພາລະກິດຂອງພຣະເຈົ້າສຳເລັດລົງ. ສິ່ງເຫຼົ່ານີ້ບໍ່ແມ່ນແນວຄິດ ແລະ ຈິນຕະນາການຂອງຜູ້ຄົນບໍ? (ແມ່ນແລ້ວ).
ຜູ້ຄົນເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການທຸກປະເພດກ່ຽວກັບວຽກງານຂອງພຣະເຈົ້າ. ສິ່ງທີ່ພວກເຮົາໄດ້ຫາກໍໂອ້ລົມກັນໄປແມ່ນກ່ຽວຂ້ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນກ່ຽວກັບວັນເວລາແຫ່ງວຽກງານຂອງພຣະເຈົ້າ. ນອກເໜືອຈາກຄວາມຄິດຫຼົງຜິດເຫຼົ່ານີ້ແລ້ວ, ຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການອີກປະເພດໜຶ່ງ. ນັ້ນກໍຄື ເມື່ອໃດກໍຕາມທີ່ຜູ້ຄົນພົບພໍ້ກັບຄວາມຫຍຸ້ງຍາກທີ່ແທ້ຈິງບາງຢ່າງ, ພວກເຂົາມັກຈະຫວັງໃນຄວາມປະສົງທາງອັດຕະວິໄສຂອງພວກເຂົາຢູ່ເລື້ອຍໆວ່າ ພວກເຂົາຈະໄດ້ຮັບແຮງບັນດານໃຈຈາກພຣະເຈົ້າ ແລະ ຈາກນັ້ນກໍເກີດຄວາມຄິດທີ່ດີໆຜຸດຂຶ້ນມາກະທັນຫັນ, ໂດຍທີ່ພວກເຂົາບໍ່ຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ປະກອບຕົນເອງດ້ວຍຄວາມຈິງ ຫຼື ຈັບໃຈຄວາມຫຼັກການຄວາມຈິງໃນເວລາປົກກະຕິ ແລະ ຫວັງວ່າພຣະເຈົ້າຈະສາມາດຊ່ວຍພວກເຂົາແກ້ໄຂບັນຫາໃດກໍຕາມທີ່ພວກເຂົາພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ. ການຈັບໃຈຄວາມ ແລະ ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້ານັ້ນເລື່ອນລອຍ ແລະ ວ່າງເປົ່າຢ່າງຍິ່ງ ແລະ ຜູ້ຄົນຍັງເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບວິທີການຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ຜູ້ຄົນບໍ່ຕ້ອງການສະແຫວງຫາຄວາມຈິງຕ່າງໆໃນວຽກງານຂອງພຣະເຈົ້າ ແລະ ຈັດການກັບທຸກເລື່ອງໃນວິທີທີ່ສຳພັນກັບຊີວິດຈິງຕາມຫຼັກການຄວາມຈິງ. ແຕ່ພວກເຂົາພັດຫວັງວ່າ ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບັນຫາໃດໜຶ່ງ, ພຣະເຈົ້າຈະປະທານແສງສະຫວ່າງ ແລະ ການເປີດເຜີຍແກ່ພວກເຂົາ, ຄືກັນກັບທີ່ພຣະອົງໄດ້ປະທານການເປີດເຜີຍແກ່ຜູ້ປະກາດພຣະທຳ, ເພື່ອທີ່ວ່າຈະບໍ່ວ່າມີຫຍັງເກີດຂຶ້ນກັບພວກເຂົາໃນຊີວິດຈິງ, ພວກເຂົາກໍຈະມີສະຕິປັນຍາ ແລະ ຄວາມສາມາດ ແລະ ມີວິທີການຈັດການກັບບັນຫາທຸກປະເພດ, ໂດຍທີ່ພວກເຂົາບໍ່ຈຳເປັນຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄືກັບວ່າພວກເຂົາກຳລັງດຳລົງຊີວິດຢູ່ໃນໂລກແຫ່ງເວດມົນ. ອີງຕາມຈິນຕະນາການຂອງຜູ້ຄົນ, ພວກເຂົາຄິດວ່າເມື່ອເລີ່ມເຊື່ອໃນພຣະເຈົ້າ ພວກເຂົາກໍຈະກາຍເປັນຄົນສະຫຼາດ ແລະ ຫຼັກແຫຼມ. ບາງຄົນເຖິງກັບຄິດວ່າເມື່ອພວກເຂົາເລີ່ມເຊື່ອໃນພຣະເຈົ້າ ພວກເຂົາກໍຈະກາຍເປັນຄົນທີ່ງົດງາມ ແລະ ບໍ່ມີຄວາມຫຍຸ້ງຍາກ ແລະ ບັນຫາທາງເນື້ອໜັງອີກຕໍ່ໄປ ຫຼື ບໍ່ມີອຸປະສັກຈາກອຸປະນິໄສທີ່ເສື່ອມຊາມ ຫຼື ບໍ່ມີຄວາມຫຍຸ້ງຍາກທີ່ແທ້ຈິງໃນຊີວິດປະຈຳວັນຂອງພວກເຂົາເລີຍ. ພວກເຂົາເຊື່ອວ່າ ຕາບໃດທີ່ພວກເຂົາມີຄວາມຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ພຣະອົງກໍຈະປະທານຄວາມເຂັ້ມແຂງໃຫ້ແກ່ພວກເຂົາ ແລະ ສ້າງສະພາບແວດລ້ອມທີ່ດີ ແລະ ເໜືອກວ່າໃຫ້ແກ່ພວກເຂົາ, ເຮັດໃຫ້ສິ່ງທັງໝົດນີ້ກາຍເປັນຈິງ ແລະ ເຮັດໃຫ້ຄວາມປາຖະໜາ ແລະ ຄວາມມຸ້ງຫວັງທັງໝົດຂອງພວກເຂົາກາຍເປັນຈິງ ແລະ ໂດຍສະເພາະເມື່ອພວກເຂົາພົບພໍ້ກັບສິ່ງທີ່ເກີນກວ່າຂີດຄວາມສາມາດ ແລະ ສັນຊາດຕະຍານຂອງພວກເຂົາຈະເຮັດໃຫ້ສຳເລັດໄດ້, ພຣະເຈົ້າກໍຈະຍິ່ງຍື່ນມືເຂົ້າມາຊ່ວຍເຫຼືອຫຼາຍຂຶ້ນ ເພື່ອໃຫ້ພວກເຂົາສາມາດເຮັດສິ່ງທີ່ພວກເຂົາຕ້ອງການຈະເຮັດໄດ້ຢ່າງສະຫຼາດ ຫຼື ຢ່າງງ່າຍດາຍ. ນອກຈາກນີ້ຍັງມີບາງຄົນທີ່ມີຂີດຄວາມສາມາດຕໍ່າ ແລະ ຂາດທັກສະໃນວິຊາຊີບທຸກປະເພດ ເຊິ່ງຄິດວ່າພຣະເຈົ້າພຽງແຕ່ຕ້ອງສະແດງປາຕິຫານ ຫຼື ສິ່ງໜ້າອັດສະຈັນ ແລ້ວຂີດຄວາມສາມາດຂອງພວກເຂົາກໍຈະດີຂຶ້ນຢ່າງກະທັນຫັນໃນທັນທີ ແລະ ພວກເຂົາກໍຈະກາຍເປັນຄົນສະຫຼາດໃນທັນທີ. ພວກເຂົາຍັງເຊື່ອອີກວ່າ ບໍ່ມີສິ່ງໃດທີ່ຍາກເກີນໄປສຳລັບພຣະເຈົ້າທີ່ຈະເຮັດໃຫ້ສຳເລັດ ແລະ ເຊື່ອວ່າພຣະເຈົ້າສາມາດຊ່ວຍພວກເຂົາບັນລຸສິ່ງທີ່ພວກເຂົາບໍ່ສາມາດເຮັດໃຫ້ສຳເລັດດ້ວຍຕົນເອງໄດ້ ແລະ ຊ່ວຍພວກເຂົາແກ້ໄຂບັນຫາທີ່ຫຍຸ້ງຍາກທີ່ພວກເຂົາບໍ່ສາມາດເອົາຊະນະດ້ວຍຕົນເອງໄດ້ ແລະ ເກີນກວ່າຄວາມສາມາດຂອງພວກເຂົາ. ສະຫຼຸບແລ້ວ, ໃນວຽກງານຂອງພຣະເຈົ້າ, ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງ. ໃນດ້ານໜຶ່ງ, ພວກເຂົາເຕັມໄປດ້ວຍຈິນຕະນາການຕ່າງໆກ່ຽວກັບໄລຍະເວລາຂອງວຽກງານຂອງພຣະເຈົ້າ ແລະ ຍັງໄດ້ເຮັດສິ່ງຕ່າງໆ ແລະ ຈ່າຍລາຄາຕ່າງໆໃນເລື່ອງນີ້. ໃນເວລາດຽວກັນ, ຜູ້ຄົນຍັງເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການທຸກປະເພດກ່ຽວກັບຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆທີ່ພວກເຂົາພົບພໍ້ ແລະ ແມ່ນແຕ່ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ຄວາມຄິດຫຼົງຜິດ ແລະ ຈິນຕະນາການສ່ວນໃຫຍ່ເຫຼົ່ານີ້ແມ່ນວ່າງເປົ່າ, ເລື່ອນລອຍ ແລະ ບໍ່ມີຢູ່ຈິງ ແລະ ຍິ່ງໄປກວ່ານັ້ນ, ພວກມັນຍັງເກີນກວ່າຂີດຄວາມສາມາດ ແລະ ຄວາມຄິດຂອງຜູ້ຄົນ ແລະ ເກີນກວ່າຂອບເຂດສັນຊາດຕະຍານຂອງພວກເຂົາ. ຜູ້ຄົນມັກຈະຫວັງວ່າພຣະເຈົ້າຈະບໍ່ເຮັດໂດຍອີງໃສ່ຄວາມຫຍຸ້ງຍາກທີ່ແທ້ຈິງຂອງພວກເຂົາ ຫຼື ໂດຍອີງໃສ່ຂີດຄວາມສາມາດ, ຄວາມຄິດ ແລະ ສັນຊາດຕະຍານຂອງພວກເຂົາ ແລະ ຫວັງວ່າພຣະອົງຈະເຮັດໃຫ້ພວກເຂົາສາມາດກ້າວຂ້າມສິ່ງທັງໝົດນີ້ ແລະ ກ້າວຂ້າມຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ ແລະ ຂີດຄວາມສາມາດ ແລະ ສັນຊາດຕະຍານຂອງພວກເຂົາເພື່ອເຮັດບາງສິ່ງບາງຢ່າງ. ຜູ້ຄົນເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບວຽກງານຂອງພຣະເຈົ້າ ແລະ ເນື້ອໃນຂອງຈິນຕະນາການກໍເໜືອທຳມະຊາດຢ່າງຍິ່ງ. ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ຂັດແຍ້ງ ແລະ ເປັນປໍລະປັກຕໍ່ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກມາຢ່າງສິ້ນເຊີງ. ຜູ້ຄົນບໍ່ຄິດກັບຕົນເອງວ່າ: ຖ້າພຣະເຈົ້າເຮັດສິ່ງທີ່ເໜືອທຳມະຊາດເຫຼົ່ານີ້, ເປັນຫຍັງພຣະອົງຈຶ່ງຍັງກ່າວພຣະທຳຫຼາຍຄຳ ແລະ ສະໜອງຄວາມຈິງຫຼາຍຢ່າງໃຫ້ແກ່ຜູ້ຄົນ? ມັນຄົງຈະບໍ່ມີຄວາມຈຳເປັນສຳລັບພຣະອົງທີ່ຈະເຮັດແບບນັ້ນ. ເຫດຜົນທີ່ວຽກງານຂອງພຣະເຈົ້າສຳພັນກັບຊີວິດຈິງຫຼາຍກໍຄື ພຣະເຈົ້າຫວັງທີ່ຈະສະໜອງພຣະທຳ ແລະ ຄວາມຈິງທັງໝົດຂອງພຣະອົງໃຫ້ແກ່ຜູ້ຄົນ ແລະ ເຮັດໃຫ້ພຣະທຳ ແລະ ຄວາມຈິງເຫຼົ່ານັ້ນເຂົ້າໄປໃນຕົວຜູ້ຄົນ, ເພື່ອທີ່ພວກເຂົາຈະສາມາດດຳລົງຊີວິດໂດຍພຣະທຳເຫຼົ່ານີ້ ແລະ ຄວາມຈິງເຫຼົ່ານີ້. ເຈດຕະນາຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດກ້າວຂ້າມຄວາມເປັນມະນຸດທີ່ປົກກະຕິ ຫຼື ສັນຊາດຕະຍານຂອງພວກເຂົາ, ແຕ່ເພື່ອເຮັດໃຫ້ພວກເຂົາສາມາດຍຶດໝັ້ນກັບຫຼັກການຄວາມຈິງ ແລະ ຍຶດໝັ້ນກັບໜ້າທີ່ ແລະ ພຣະບັນຊາທີ່ພຣະອົງໄດ້ມອບໃຫ້ແກ່ພວກເຂົາ ບົນພື້ນຖານຂອງຄວາມເປັນມະນຸດທີ່ປົກກະຕິ. ເຖິງຢ່າງໃດກໍຕາມ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນແມ່ນກົງກັນຂ້າມກັບວຽກງານຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ພວກມັນບໍ່ສອດຄ່ອງກັບວິທີການເຮັດວຽກຂອງພຣະເຈົ້າເລີຍ. ພຣະເຈົ້າຕ້ອງການເຮັດວຽກໃນວິທີທີ່ສຳພັນກັບຊີວິດຈິງ, ໃນຂະນະທີ່ຈິນຕະນາການຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າແມ່ນກ່ຽວຂ້ອງກັບສິ່ງທີ່ເໜືອທຳມະຊາດ, ວ່າງເປົ່າ ແລະ ບໍ່ມີຢູ່ຈິງ. ແນ່ນອນວ່າ ບາງຄົນຫວັງວ່າພຣະເຈົ້າຈະນໍາໃຊ້ວິທີການທີ່ພິເສດຍິ່ງຂຶ້ນ ເພື່ອປະທານການເປີດເຜີຍແກ່ພວກເຂົາ, ສະໜອງໃຫ້ແກ່ພວກເຂົາ, ສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາ ແລະ ເຖິງກັບປ່ຽນແປງພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດໄດ້ຮັບຄວາມລອດພົ້ນ. ຕົວຢ່າງ: ເມື່ອໃດກໍຕາມທີ່ບາງຄົນພົບພໍ້ກັບບັນຫາ, ຫຼາຍຄັ້ງທີ່ພວກເຂົາບໍ່ຊອກຫາຄຳຕອບ ຫຼື ເສັ້ນທາງແຫ່ງການປະຕິບັດພາຍໃນພຣະທຳຂອງພຣະເຈົ້າ, ແຕ່ພັດຄຸເຂົ່າລົງ, ຫຼັບຕາ ແລະ ອະທິຖານ. ພວກເຂົາບໍ່ສະແຫວງຫາຄວາມຈິງກ່ຽວກັບບັນຫານັ້ນເມື່ອພວກເຂົາອະທິຖານ ແລະ ກໍບໍ່ໄດ້ຊອກຫາພຣະທຳທີ່ສອດຄ່ອງກັນຂອງພຣະເຈົ້າເພື່ອແກ້ໄຂມັນ. ກົງກັນຂ້າມ, ພວກເຂົາພັດຫວັງວ່າພຣະເຈົ້າຈະສາມາດບອກພວກເຂົາວ່າຄວນເຮັດຫຍັງໃນຫົວໃຈຂອງພວກເຂົາ ຫຼື ໃຫ້ຄວາມຮູ້ແຈ້ງແກ່ພວກເຂົາດ້ວຍປະໂຫຍກໃດໜຶ່ງ, ຄວາມຄິດໜຶ່ງ ຫຼື ຮູບພາບໜຶ່ງ ຫຼື ເຮັດໃຫ້ພວກເຂົາໄດ້ຮັບແສງສະຫວ່າງບາງຢ່າງ ແລະ ໃຫ້ແຮງຈູງໃຈບາງຢ່າງແກ່ພວກເຂົາ, ພວກເຂົາຕ້ອງການເຂົ້າໃຈຄວາມຈິງໃນລັກສະນະນີ້. ແນ່ນອນວ່າ ມີບາງຄົນທີ່ໃຊ້ວິທີການທີ່ສຸດໂຕ່ງກວ່ານັ້ນ ນັ້ນກໍຄື ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບັນຫາ, ພວກເຂົາຫວັງວ່າພຣະເຈົ້າຈະສາມາດເປີດເຜີຍພຣະທຳຂອງພຣະອົງຂໍ້ໜຶ່ງໃຫ້ແກ່ພວກເຂົາໃນຄວາມຝັນ, ໂດຍບອກພວກເຂົາວ່າພວກເຂົາຄວນເຮັດສິ່ງນັ້ນສິ່ງນີ້ ຫຼື ບໍ່ ແລະ ຄວນເຮັດແນວໃດ ຫຼື ພວກເຂົາຄວນໄປສະຖານທີ່ນັ້ນສະຖານທີ່ນີ້ ຫຼື ບໍ່ ຫຼື ພວກເຂົາຄວນເທດສະໜາຂ່າວປະເສີດໃຫ້ຄົນນັ້ນຄົນນີ້ ຫຼື ບໍ່. ບາງຄົນເມື່ອປະເຊີນກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງ, ກໍຫວັງທີ່ຈະໄດ້ຮັບຄວາມຝັນ ຫຼື ໄດ້ຮັບຄຳຕອບໃນຄວາມຝັນ ແລະ ເຖິງກັບຫວັງທີ່ຈະວິເຄາະ ແລະ ຕີຄວາມໝາຍຄວາມຝັນຂອງພວກເຂົາຮ່ວມກັບອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ຜູ້ນໍາຄຣິສຕະຈັກ, ໂດຍຄິດວ່າ: “ຄວາມໝາຍຂອງຄວາມຝັນນີ້ທີ່ພຣະເຈົ້າປະທານໃຫ້ຂ້ານ້ອຍແມ່ນຫຍັງ? ພຣະອົງຕ້ອງການໃຫ້ຂ້ານ້ອຍເຮັດຫຍັງ? ພຣະອົງກຳລັງບອກໃຫ້ຂ້ານ້ອຍໄປ ຫຼື ບໍ່ໄປ?” ພວກເຂົາເຊື່ອວ່າວຽກງານຂອງພຣະເຈົ້າແມ່ນການປະທານການເປີດເຜີຍແກ່ຜູ້ຄົນ, ນໍາພາຜູ້ຄົນ ແລະ ສະໜອງໃຫ້ແກ່ຜູ້ຄົນໂດຍໃຊ້ວິທີການພິເສດເຫຼົ່ານີ້ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ພວກເຂົາສາມາດໄດ້ຮັບຄວາມລອດພົ້ນ. ນີ້ບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການບໍ? (ແມ່ນແລ້ວ). ມີຄົນອື່ນທີ່ເມື່ອພວກເຂົາພົບພໍ້ກັບບັນຫາ ແລະ ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ ແລະ ບໍ່ໄດ້ຮັບຄຳຕອບຈາກພຣະເຈົ້າເມື່ອພວກເຂົາອະທິຖານ, ກໍຫັນໄປໃຊ້ວິທີການໂຍນຫຼຽນເພື່ອຕັດສິນໃຈ. ຕົວຢ່າງ: ເມື່ອເວົ້າເຖິງການໄປສະຖານທີ່ໃດໜຶ່ງເພື່ອເທດສະໜາຂ່າວປະເສີດ, ພວກເຂົາອະທິຖານຕໍ່ພຣະເຈົ້າກ່ຽວກັບວ່າພວກເຂົາຄວນໄປ ຫຼື ບໍ່ ແລະ ບໍ່ໄດ້ຮັບຄຳຕອບ, ແລ້ວພວກເຂົາເຮັດແນວໃດຕໍ່? ພວກເຂົາພຽງແຕ່ໂຍນຫຼຽນເພື່ອຕັດສິນໃຈວ່າຈະໄປ ຫຼື ບໍ່. ພວກເຂົາຄິດວ່າຖ້າມັນອອກຫົວ, ມັນກໍພິສູດວ່າພຣະເຈົ້າຕ້ອງການໃຫ້ພວກເຂົາໄປ, ໃນຂະນະທີ່ຖ້າມັນອອກກ້ອຍ, ມັນກໍພິສູດວ່າພຣະເຈົ້າບໍ່ຕ້ອງການໃຫ້ພວກເຂົາໄປ. ພວກເຂົາໂຍນຫຼຽນສາມຄັ້ງ ແລະ ມັນອອກຫົວໜຶ່ງຄັ້ງ ແລະ ອອກກ້ອຍສອງຄັ້ງ, ສະນັ້ນ ພວກເຂົາຈຶ່ງສະຫຼຸບວ່າ: “ມັນເປັນສອງຕໍ່ໜຶ່ງ, ເຊິ່ງໝາຍຄວາມວ່າພຣະເຈົ້າບໍ່ຕ້ອງການໃຫ້ຂ້ອຍໄປ”, ແລ້ວພວກເຂົາກໍບໍ່ໄປ. ພວກເຂົາເຖິງກັບຮູ້ສຶກຂ້ອນຂ້າງສະບາຍໃຈທີ່ບໍ່ໄດ້ໄປ, ໂດຍຄິດວ່າມັນເປັນຄວາມປະສົງຂອງພຣະເຈົ້າ ແລະ ບອກຕົນເອງວ່າ: “ຂ້ອຍຕ້ອງປະຕິບັດຕາມການນໍາພາຂອງພຣະເຈົ້າ. ນີ້ຄືການຕັດສິນໃຈຂອງພຣະເຈົ້າ, ບໍ່ແມ່ນຂອງຂ້ອຍ. ຂ້ອຍຄວນອ່ອນນ້ອມຕໍ່ການນໍາພາຂອງພຣະເຈົ້າ ແລະ ບໍ່ໄປ”. ແລ້ວພວກເຂົາຄວນໄປແທ້ໆ ຫຼື ບໍ່? ການສະແຫວງຫາເຈດຕະນາຂອງພຣະເຈົ້າໃນວິທີນີ້ສາມາດໄດ້ຮັບຄຳຕອບທີ່ຖືກຕ້ອງບໍ? ຄຳຕອບແມ່ນບໍ່ຖືກຕ້ອງໄດ້ຢ່າງແນ່ນອນ. ເມື່ອປະເຊີນກັບສະຖານະການດັ່ງກ່າວ, ເຈົ້າຄວນຕັດສິນໃຈໂດຍອີງໃສ່ຫຼັກການ ແລະ ສະພາບແວດລ້ອມເອື້ອອຳນວຍ ຫຼື ບໍ່, ມີພຽງວິທີການນີ້ເທົ່ານັ້ນທີ່ຖືກຕ້ອງ. ການເທດສະໜາຂ່າວປະເສີດແມ່ນໜ້າທີ່ຂອງເຈົ້າ, ໜ້າວຽກຂອງເຈົ້າ ແລະ ເປັນວຽກງານທີ່ເຈົ້າຄວນເຮັດໃນມື້ນີ້, ສະນັ້ນ ເຈົ້າຄວນໄປ, ມັນເປັນສິ່ງທີ່ຖືກຕ້ອງແລ້ວທີ່ເຈົ້າໄປ. ເຖິງຢ່າງໃດກໍຕາມ, ຜູ້ຄົນມັກຈະຈັບໃຈຄວາມ ຫຼື ຈັດການກັບເລື່ອງດັ່ງກ່າວບໍ່ໄດ້ໂດຍອີງໃສ່ຄວາມເປັນຈິງເຫຼົ່ານີ້. ແຕ່ພວກເຂົາມັກຈະເຂົ້າຫາພວກມັນໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງ ແລະ ຕັດສິນພວກມັນໂດຍໃຊ້ວິທີການ ແລະ ຮູບແບບທີ່ຜິດປົກກະຕິບາງຢ່າງ ແລະ ໃນທີ່ສຸດກໍຕັດສິນໃຈແບບໄຮ້ສາລະ ແລະ ບິດເບືອນ. ສິ່ງນີ້ບໍ່ໄດ້ເກີດຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາບໍ? (ແມ່ນແລ້ວ). ພາຍໃນວຽກງານຂອງພຣະເຈົ້າ, ເມື່ອພຣະເຈົ້າບໍ່ໄດ້ປະທານພຣະທຳທີ່ຊັດເຈນທີ່ບອກຜູ້ຄົນວ່າແຕ່ລະສິ່ງຄວນເຮັດແນວໃດ ຫຼື ຄວນຍຶດໝັ້ນກັບຫຼັກການໃດໃນການຈັດການກັບບັນຫາແຕ່ລະປະເພດ, ຜູ້ຄົນຈຳເປັນຕ້ອງປະຕິບັດຕາມການຊີ້ນໍາຂອງພຣະວິນຍານບໍລິສຸດ ແລະ ປະຕິບັດຕາມການນໍາພາທີ່ພຣະເຈົ້າປະທານໃຫ້ແກ່ພວກເຂົາພາຍໃນສະພາບແວດລ້ອມທີ່ແທ້ຈິງ. ແນ່ນອນວ່າ ພວກເຂົາຍັງຈຳເປັນຕ້ອງປຶກສາຫາລື ຫຼື ອະທິຖານ ແລະ ສະແຫວງຫາຮ່ວມກັບອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ໃນທີ່ສຸດກໍຕັດສິນໃຈວ່າຈະຈັດການກັບບັນຫາທີ່ຢູ່ຕໍ່ໜ້າແນວໃດໂດຍອີງໃສ່ສະຖານະການຕົວຈິງ. ເຖິງຢ່າງໃດກໍຕາມ, ໃນວຽກງານຂອງພຣະເຈົ້າ, ເມື່ອພຣະເຈົ້າມີພຣະທຳທີ່ຊັດເຈນ ແລະ ການແນະນໍາທີ່ຊັດເຈນທີ່ບອກຜູ້ຄົນເຖິງຫຼັກການຂອງການປະຕິບັດສຳລັບເລື່ອງຕ່າງໆ, ພິທີການທີ່ເຄີຍນໍາໃຊ້ກ່ອນໜ້າເຫຼົ່ານີ້ກໍສາມາດຍົກເລີກໄດ້ ແລະ ຜູ້ຄົນກໍບໍ່ຈຳເປັນຕ້ອງຍຶດໝັ້ນກັບພິທີການເຫຼົ່ານັ້ນອີກຕໍ່ໄປ. ຖ້າພວກເຂົາຍັງຄົງຍຶດໝັ້ນກັບພິທີການເຫຼົ່ານັ້ນ, ມັນກໍຈະພຽງແຕ່ເຮັດໃຫ້ສິ່ງຕ່າງໆຊັກຊ້າລົງ. ຕົວຢ່າງ: ສົມມຸດວ່າ, ເມື່ອໃດກໍຕາມທີ່ມີບາງສິ່ງບາງຢ່າງເກີດຂຶ້ນ ແລະ ຈຳເປັນຕ້ອງໄປ ແລະ ລົງມືເຮັດ, ຜູ້ຄົນຍັງຄົງຄຸເຂົ່າລົງ ແລະ ອະທິຖານ, ໂດຍຖາມວ່າ: “ພຣະເຈົ້າ, ຂ້ານ້ອຍຄວນໄປ ຫຼື ບໍ່? ຖ້າພຣະອົງບໍ່ຕ້ອງການໃຫ້ຂ້ານ້ອຍໄປ, ພຽງແຕ່ສ້າງສະພາບແວດລ້ອມບາງຢ່າງເພື່ອຂັດຂວາງຂ້ານ້ອຍ ຫຼື ຖ້າພຣະອົງຕ້ອງການໃຫ້ຂ້ານ້ອຍໄປ, ພຽງແຕ່ເຮັດໃຫ້ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼສຳລັບຂ້ານ້ອຍ”. ນີ້ຄືການຍຶດຕິດກັບພິທີການຢ່າງເຄັ່ງຄັດ ແລະ ມັນບໍ່ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ. ເມື່ອພຣະເຈົ້າມີພຣະທຳທີ່ຊັດເຈນກ່ຽວກັບຂໍ້ຮຽກຮ້ອງ ແລະ ເກນຂອງພຣະອົງ, ຜູ້ຄົນກໍບໍ່ຈຳເປັນຕ້ອງຜ່ານພິທີການໃດໜຶ່ງໃນການສະແຫວງຫາ, ການອະທິຖານ, ການຊອກຄົ້ນຢ່າງລະອຽດ ແລະ ອື່ນໆ ອີກຕໍ່ໄປ. ແຕ່ໃນດ້ານໜຶ່ງ, ພວກເຂົາຄວນເຮັດຕາມສະຖານະການຕົວຈິງ ແລະ ສະພາບການທີ່ແທ້ຈິງ ແລະ ໃນອີກດ້ານໜຶ່ງ, ເໜືອສິ່ງອື່ນໃດ ພວກເຂົາຄວນເຮັດຕາມຫຼັກການຄວາມຈິງ, ນີ້ຄືສິ່ງທີ່ຖືກຕ້ອງ. ໃນແຕ່ລະມື້, ຈົ່ງຈັດການສິ່ງຕ່າງໆຕາມລຳດັບທີ່ເໝາະສົມ, ເຮັດໃນສິ່ງທີ່ເຈົ້າຄວນເຮັດ ແລະ ຢ່າເຮັດໃນສິ່ງທີ່ເຈົ້າບໍ່ຄວນເຮັດ; ຈັດການກັບສິ່ງໃດກໍຕາມທີ່ຮີບດ່ວນ ແລະ ຕ້ອງການການຈັດການ, ໂຈະສິ່ງໃດກໍຕາມທີ່ສາມາດປະຖິ້ມໄວ້ກ່ອນໄດ້ໃນເວລານີ້ ແລະ ຈັດການກັບເລື່ອງທີ່ຮີບດ່ວນກ່ອນ. ສິ່ງເຫຼົ່ານີ້ບໍ່ແມ່ນຫຼັກການບໍ? (ແມ່ນແລ້ວ). ພວກມັນເປັນຫຼັກການຢ່າງແທ້ຈິງ. ເຈົ້າຕ້ອງຈື່ສິ່ງນີ້ໄວ້: ເມື່ອເຈົ້າອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາເພື່ອຈັບໃຈຄວາມເຈດຕະນາຂອງພຣະອົງ, ເຈົ້າຕ້ອງເຮັດເຊັ່ນນັ້ນໂດຍອີງໃສ່ພຣະທຳຂອງພຣະອົງ; ໃນສະຖານະການພິເສດ, ນັ້ນກໍຄື ເມື່ອບໍ່ມີພຣະທຳທີ່ຊັດເຈນຈາກພຣະເຈົ້າທີ່ໃຫ້ການແນະນໍາ, ເຖິງຢ່າງໃດກໍຕາມ ເຈົ້າກໍຄວນຮູ້ວ່າພຣະອົງມີພຣະທຳທີ່ຊັດເຈນ ແລະ ຫຼັກການຂອງການປະຕິບັດສຳລັບເລື່ອງທຸກປະເພດ ແລະ ໃນກໍລະນີເຊັ່ນນີ້, ເຈົ້າຄວນກະທຳໃຫ້ສອດຄ່ອງກັບຫຼັກການຄວາມຈິງຕ່າງໆທີ່ພຣະເຈົ້າໄດ້ຕັກເຕືອນຜູ້ຄົນໃນອະດີດ. ເຖິງຢ່າງໃດກໍຕາມ, ໃນຄວາມຄິດຂອງພວກເຂົາ ຜູ້ຄົນໄດ້ພັດທະນາຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບວຽກງານຂອງພຣະເຈົ້າທີ່ເປັນຕາຢາກຫົວ, ແປກປະຫຼາດ ແລະ ກ່ຽວຂ້ອງກັບສິ່ງທີ່ເໜືອທຳມະຊາດ, ເຊິ່ງປ່ຽນພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງຕ່າງໆໃຫ້ກາຍເປັນເຄື່ອງປະດັບ ແລະ ຫຼັກຄຳສອນທີ່ວ່າງເປົ່າ ແລະ ເຮັດໃຫ້ພວກມັນບໍ່ສາມາດເປັນເກນຂອງຜູ້ຄົນໃນການຈັດການກັບສິ່ງຕ່າງໆ ຫຼື ເປັນເສັ້ນທາງແຫ່ງການປະຕິບັດ ເມື່ອພວກເຂົາພົບພໍ້ກັບບັນຫາ. ນີ້ເປັນສິ່ງທີ່ໜ້າເສຍດາຍ ແລະ ມັນເກີດຂຶ້ນທັງໝົດຍ້ອນຄວາມຈິງທີ່ວ່າຜູ້ຄົນໄດ້ພັດທະນາຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບວຽກງານຂອງພຣະເຈົ້າ.
ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ເປັນຕາຢາກຫົວ, ແປກປະຫຼາດ ແລະ ພິລຶກອື່ນໆ ກ່ຽວກັບວຽກງານຂອງພຣະເຈົ້າ ເຊິ່ງແຊກຊຶມຢູ່ໃນຊີວິດປະຈຳວັນຂອງພວກເຂົາ. ຕົວຢ່າງ: ພໍດີໃນຕອນທີ່ຄົນໃດໜຶ່ງກຳລັງຈະເຮັດໜ້າວຽກທີ່ພວກເຂົາຄວນເຮັດທີ່ສຸດ, ກໍມີບາງສິ່ງບາງຢ່າງເກີດຂຶ້ນເຊິ່ງພວກເຂົາຄິດວ່າບໍ່ຄວນຈະເກີດຂຶ້ນ ເຊັ່ນ: ໂທລະສັບມືຖືຂອງພວກເຂົາຖືກລັກເອົາໄປໃນຂະນະທີ່ພວກເຂົາກຳລັງເດີນທາງໄປເຮັດໜ້າວຽກນັ້ນ ຫຼື ລົດຂອງພວກເຂົາເປ່ເພ ຫຼື ພວກເຂົາລົ້ມໃນລະຫວ່າງທາງໄປທີ່ນັ້ນ ຫຼື ມີສິ່ງອື່ນທີ່ຜິດພາດເກີດຂຶ້ນ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າກຳລັງຂັດຂວາງພວກເຂົາຈາກການເຮັດໜ້າວຽກນີ້ບໍ? ມັນໝາຍຄວາມວ່າການເຮັດໜ້າວຽກນີ້ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? ມັນໝາຍຄວາມວ່າໜ້າວຽກນີ້ບໍ່ຄວນເຮັດບໍ? ມັນຄວນຖືກເຂົ້າໃຈ ແລະ ຈັບໃຈຄວາມໄດ້ແບບນີ້ບໍ? (ບໍ່, ມັນບໍ່ຄວນ). ຖ້ານີ້ຄືສິ່ງທີ່ສຳຄັນທີ່ສຸດທີ່ເຈົ້າຄວນເຮັດໃນຕອນນີ້ໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າກໍໄປ ແລະ ເຮັດໜ້າທີ່ນັ້ນ, ແລ້ວເຖິງແມ່ນວ່າເຈົ້າຈະພົບພໍ້ກັບອຸປະສັກ ແລະ ຄວາມຫຍຸ້ງຍາກບາງຢ່າງໃນລະຫວ່າງທາງ ຫຼື ເຖິງແມ່ນສິ່ງທີ່ຜູ້ຄົນຄິດວ່າບໍ່ຄວນຈະເກີດຂຶ້ນກໍຕາມ, ມັນກໍບໍ່ສາມາດເວົ້າໄດ້ວ່າໜ້າທີ່ນີ້ທີ່ເຈົ້າກຳລັງປະຕິບັດ ແລະ ວຽກນີ້ທີ່ເຈົ້າກຳລັງເຮັດນັ້ນບໍ່ເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພຣະເຈົ້າກຳລັງຂັດຂວາງເຈົ້າຈາກການເຮັດສິ່ງເຫຼົ່ານີ້, ນັ້ນຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ຖ້າພຣະເຈົ້າຕ້ອງການຂັດຂວາງເຈົ້າ, ພຣະອົງຈະບໍ່ໃຊ້ວິທີການເຫຼົ່ານັ້ນ. ກົງກັນຂ້າມ, ພຣະອົງຈະຈັດວາງສະພາບການໂດຍກົງ ເພື່ອໃຫ້ເຈົ້າບໍ່ຈຳເປັນຕ້ອງໄປ ແລະ ເຮັດໜ້າວຽກນັ້ນຕາມທຳມະຊາດ. ນັ້ນກໍຄື ພຣະເຈົ້າຈະເຮັດໃຫ້ມັນຊັດເຈນຫຼາຍໃນຄວາມຄິດຂອງເຈົ້າວ່າ ມີບາງສິ່ງທີ່ສຳຄັນກວ່າທີ່ເຈົ້າຄວນເຮັດໃນມື້ນີ້ ແລະ ດ້ວຍເຫດນັ້ນ ໜ້າວຽກນັ້ນຈຶ່ງຕ້ອງຖືກເລື່ອນລົງໄປເປັນອັນດັບທີສອງ ຫຼື ທີສາມໃນລາຍການຂອງເຈົ້າ ແລະ ປະໄວ້ເຮັດໃນພາຍຫຼັງ. ບໍ່ວ່າເຈົ້າຈະຄິດຄຳນວນແນວໃດກໍຕາມ, ໂດຍອີງໃສ່ສະຖານະການຕົວຈິງ ເຈົ້າກໍຈະພົບວ່າມັນຈະເປັນໄປບໍ່ໄດ້ທີ່ຈະເຮັດໜ້າວຽກນັ້ນໃຫ້ສຳເລັດໄດ້ໃນມື້ນີ້. ນີ້ຄືການທີ່ພຣະເຈົ້າຂັດຂວາງເຈົ້າ. ແຕ່ບໍ່ວ່າເຈົ້າຈະຄິດແນວໃດກໍຕາມ ແລະ ບໍ່ວ່າຈະມີອຸປະສັກ ຫຼື ຄວາມຫຍຸ້ງຍາກໃດໜຶ່ງເກີດຂຶ້ນໃນຂະບວນການປະຕິບັດໜ້າວຽກນັ້ນກໍຕາມ, ບໍ່ວ່າແນວໃດກໍຕາມ, ຖ້າໜ້າວຽກນັ້ນຄວນເຮັດໃຫ້ແລ້ວໃນມື້ນີ້, ແລ້ວເຈົ້າກໍຄວນໄປເຮັດມັນສາ. ຖ້າພຣະເຈົ້າຂັດຂວາງເຈົ້າ, ພຣະອົງຈະໃຊ້ວິທີການທີ່ເໝາະສົມ ແລະ ສົມຄວນທີ່ສຸດເພື່ອເຮັດໃຫ້ເຈົ້າປະຖິ້ມໜ້າວຽກນັ້ນຢ່າງເປັນທຳມະຊາດ, ນີ້ຄືວິທີທີ່ພຣະເຈົ້າເຮັດວຽກ. ວິທີທີ່ພຣະເຈົ້າເຮັດວຽກແມ່ນການປ່ອຍໃຫ້ຜູ້ຄົນເຮັດໃນສິ່ງທີ່ພວກເຂົາຄວນເຮັດພາຍໃນຂອບເຂດສັນຊາດຕະຍານຂອງຄວາມເປັນມະນຸດ. ໃນດ້ານໜຶ່ງ, ນີ້ຄືທັດສະນະຄະຕິທີ່ຜູ້ຄົນຄວນມີ. ໃນອີກດ້ານໜຶ່ງ, ຍັງມີປັດໄຈຂອງສະພາບການທີ່ເປັນພາວະວິໄສອີກດ້ວຍ, ນັ້ນກໍຄື ຖ້າສະພາບການອຳນວຍໃຫ້ເຮັດໜ້າວຽກນັ້ນໄດ້, ກໍຄວນເຮັດມັນສາ; ຖ້າສະພາບການບໍ່ອຳນວຍ, ຜູ້ຄົນກໍຄວນລໍຖ້າຈັກໜ້ອຍຈຶ່ງເຮັດມັນ. ຈຸດປະສົງຂອງການລໍຖ້າແມ່ນຫຍັງ? ມັນກໍເພື່ອລໍຖ້າເວລາ ແລະ ສະພາບການທີ່ເໝາະສົມທີ່ພຣະເຈົ້າຈັດແຈງໃຫ້. ຖ້າສະພາບການບໍ່ເໝາະສົມຢູ່ຕະຫຼອດເວລາ ແລະ ສິ່ງຕ່າງໆກໍຜິດພາດຢູ່ເລື້ອຍໆໃນຂະນະທີ່ເຈົ້າພະຍາຍາມປະຕິບັດໜ້າວຽກນີ້, ແລ້ວເຈົ້າກໍບໍ່ຄວນເຮັດມັນ. ເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ໃນການດຳລົງຊີວິດທຸກໆວັນຂອງຜູ້ຄົນ, ບໍ່ມີຄວາມຈຳເປັນສຳລັບພວກເຂົາທີ່ຈະພະຍາຍາມ ແລະ ຈັບໃຈຄວາມຄວາມຮູ້ສຶກໃນວິນຍານຂອງພວກເຂົາ ເມື່ອພວກເຂົາປະຕິບັດໜ້າວຽກ, ບໍ່ວ່າຈະເປັນໜ້າວຽກປະເພດໃດກໍຕາມ, ບໍ່ວ່າພວກມັນຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ ຫຼື ບໍ່ວ່າພວກມັນຈະເປັນເລື່ອງສ່ວນຕົວ ຫຼື ເລື່ອງຂອງຄຣິສຕະຈັກກໍຕາມ. ຖ້າມື້ນີ້ເຈົ້າ ຮູ້ສຶກທໍ້ແທ້ໃນວິນຍານ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ຕ້ອງການເຮັດໜ້າວຽກໃດໜຶ່ງ, ແລ້ວຈົ່ງຖາມຄົນອື່ນໆທີ່ຈະໄປປະຕິບັດໜ້າວຽກນັ້ນຮ່ວມກັບເຈົ້າວ່າ ພວກເຂົາຮູ້ສຶກທໍ້ແທ້ໃນວິນຍານ ຫຼື ບໍ່. ຖ້າຄົນອື່ນບໍ່ຮູ້ສຶກທໍ້ແທ້ໃນວິນຍານ ແລະ ພວກເຂົາເຕັມໃຈໃນຫົວໃຈຂອງພວກເຂົາທີ່ຈະເຮັດໜ້າວຽກນັ້ນ, ແຕ່ເຈົ້າພັດສະຫຼຸບວ່າບໍ່ຄວນເຮັດໜ້າວຽກດັ່ງກ່າວໂດຍອີງໃສ່ຄວາມຮູ້ສຶກຂອງເຈົ້າເອງ, ເຈົ້າບໍ່ໄດ້ເປັນອັດຕະວິໄສເກີນໄປໜ້ອຍໜຶ່ງກ່ຽວກັບເລື່ອງນີ້ບໍ? (ແມ່ນແລ້ວ). ສະນັ້ນ, ເມື່ອໃດກໍຕາມທີ່ຜູ້ຄົນປະຕິບັດໜ້າວຽກໃດໜຶ່ງ, ຢ່າງໜ້ອຍພວກເຂົາຕ້ອງເຂົ້າໃຈວ່າ ພວກເຂົາບໍ່ຄວນພະຍາຍາມ ແລະ ຈັບໃຈຄວາມຄວາມຮູ້ສຶກຂອງພວກເຂົາ ຫຼື ກະທຳໂດຍອີງໃສ່ຄວາມຮູ້ສຶກຂອງພວກເຂົາ. ຕົວຢ່າງ: ສົມມຸດວ່າເຈົ້າຕ້ອງປະຕິບັດໜ້າວຽກບາງຢ່າງ ແລະ ເຈົ້າຮູ້ສຶກປະໝ່າເລັກນ້ອຍ, ຕາຂອງເຈົ້າກະຕຸກຢູ່ເລື້ອຍໆ ແລະ ຫູຂອງເຈົ້າກໍອື້ ແລະ ເຈົ້າເວົ້າວ່າ “ຕາເບື້ອງຂວາຂອງຂ້ານ້ອຍກະຕຸກ, ນັ້ນໝາຍເຖິງຂ່າວຮ້າຍບໍ? ຂ້ານ້ອຍຄວນປະຕິບັດໜ້າວຽກນີ້ບໍ?” ຈາກນັ້ນກໍມີຄົນເວົ້າວ່າ “ຕາກະຕຸກເບື້ອງຊ້າຍຈະເກີດໂຊກດີ ແຕ່ຕາກະຕຸກເບື້ອງຂວາຈະເກີດໂຊກຮ້າຍ”, ແລ້ວຫຼັງຈາກທີ່ໄດ້ຍິນສິ່ງນີ້, ເຈົ້າກໍບໍ່ກ້າໄປເຮັດໜ້າວຽກນັ້ນ. ບໍ່ວ່າຕາເບື້ອງໃດຂອງເຈົ້າຈະກະຕຸກກໍຕາມ, ຖ້ານີ້ແມ່ນໜ້າວຽກທີ່ໄດ້ຕົກລົງກັນໄວ້ກ່ອນໜ້ານີ້ແລ້ວ ແລະ ປັດໄຈທັງໝົດທີ່ຈຳເປັນໃນການເຮັດໜ້າວຽກນີ້ກໍພ້ອມແລ້ວ ແລະ ເວລາ ແລະ ສະຖານທີ່ກໍເໝາະສົມແລ້ວ, ແລ້ວເຈົ້າກໍຕ້ອງໄປເຮັດໜ້າວຽກນັ້ນ. ຖ້າເຈົ້າຕັດສິນໃຈທີ່ຈະບໍ່ໄປພຽງເພາະມີຄົນໜຶ່ງເວົ້າວ່າ ຕາກະຕຸກເບື້ອງຂວາຈະເກີດໂຊກຮ້າຍ, ສິ່ງນັ້ນເໝາະສົມແລ້ວບໍ? (ບໍ່, ມັນບໍ່ເໝາະສົມ). ເປັນຫຍັງມັນຈຶ່ງບໍ່ເໝາະສົມ? ຖ້າມັນເປັນຄວາມຮັບຜິດຊອບຂອງເຈົ້າ ແລະ ເປັນໜ້າທີ່ຂອງເຈົ້າ ແລະ ໃນມື້ນີ້ ສະພາບການທີ່ເປັນພາວະວິໄສ ແລະ ເງື່ອນໄຂທັງໝົດເອື້ອອຳນວຍໃຫ້ເຮັດມັນໄດ້ ແລະ ຍິ່ງໄປກວ່ານັ້ນ, ໜ້າວຽກນັ້ນຈຳເປັນຕ້ອງເຮັດຢ່າງຮີບດ່ວນ, ຄັນຊັ້ນ ເຈົ້າກໍຄວນໄປເຮັດມັນ. ແລ້ວຖ້າຕາເບື້ອງຂວາຂອງເຈົ້າກະຕຸກເດ ມັນເປັນຫຍັງລະ? ມັນອາດຈະມີບັນຫາເລັກນ້ອຍບາງຢ່າງເກີດຂຶ້ນ ແລະ ສິ່ງຕ່າງໆອາດຈະບໍ່ດຳເນີນໄປຢ່າງລ່ຽນໄຫຼປານໃດ, ແຕ່ເຖິງຢ່າງໃດກໍຕາມ ໜ້າວຽກນັ້ນກໍສຳເລັດ. ມີພຽງແຕ່ເມື່ອພຣະເຈົ້າຂັດຂວາງມັນ ແລະ ສະພາບການບໍ່ເອື້ອອຳນວຍເທົ່ານັ້ນ, ເຈົ້າຈຶ່ງອາດຈະບໍ່ໄປ ແລະ ບໍ່ເຮັດໜ້າວຽກນັ້ນ. ມີຄົນເວົ້າວ່າ “ຕ້ອງມີບາງສິ່ງຜິດປົກກະຕິແນ່ນອນ ຕາເບື້ອງຂວາຂອງເຈົ້າຈຶ່ງກະຕຸກ”, ແຕ່ມີອີກຄົນໜຶ່ງເວົ້າວ່າ “ນີ້ຄືໜ້າວຽກທີ່ໄດ້ຕົກລົງກັນໄວ້ກ່ອນໜ້ານີ້ແລ້ວ, ສະນັ້ນ ພວກເຮົາຄວນໄປ ແລະ ເຮັດມັນ”. ໃນທີ່ສຸດ, ພວກເຈົ້າທຸກຄົນກໍອອກເດີນທາງໄປເຮັດມັນຢູ່ດີ, ແຕ່ລົດພັດເປ່ເພຢູ່ເຄິ່ງທາງຢ່າງບໍ່ຄາດຄິດ. ບອກເຮົາເບິ່ງ, ຖ້າຕາເບື້ອງຂວາຂອງຄົນໃດໜຶ່ງກະຕຸກໃນຂະນະທີ່ກຸ່ມກຳລັງອອກເດີນທາງ, ໃນກໍລະນີດັ່ງກ່າວ ພວກເຂົາຄວນໄປບໍ? ເຮົາຢາກເບິ່ງວ່າພວກເຈົ້າເຂົ້າໃຈຄວາມຈິງແທ້ໆ ຫຼື ບໍ່. ພວກເຈົ້າຄິດວ່າແນວໃດ, ມັນຈະຖືກຕ້ອງບໍທີ່ຈະໄປ ແລະ ເຮັດໜ້າວຽກນີ້? (ແມ່ນແລ້ວ). ນັ້ນມັນແນ່ນອນຢູ່ແລ້ວ. ເຈົ້າບໍ່ສາມາດຕັດສິນວ່າເຈົ້າຄວນໄປ ຫຼື ບໍ່ ໂດຍອີງໃສ່ວ່າຕາເບື້ອງຂວາ ຫຼື ເບື້ອງຊ້າຍຂອງເຈົ້າກະຕຸກ. ກ່ອນອື່ນໝົດ, ການໄປເຮັດໜ້າວຽກນີ້ເປັນສິ່ງທີ່ຖືກຕ້ອງແລ້ວ. ແລ້ວເປັນຫຍັງລົດຈຶ່ງເປ່ເພໃນລະຫວ່າງທາງໄປທີ່ນັ້ນ? ສິ່ງນັ້ນໄດ້ຮັບການອະນຸຍາດຈາກພຣະເຈົ້າບໍ? ມັນອະທິບາຍໄດ້ຍາກແມ່ນບໍ? (ການທີ່ລົດເປ່ເພໃນລະຫວ່າງທາງໄປທີ່ນັ້ນອາດຈະເກີດຈາກຄວາມປະໝາດຂອງມະນຸດ ເຊັ່ນ: ຖ້າລົດບໍ່ໄດ້ຮັບການກວດກາກ່ອນລ່ວງໜ້າເພື່ອເບິ່ງວ່າມີບັນຫາໃດໜຶ່ງກັບລົດ ຫຼື ບໍ່). ນັ້ນຄືເຫດຜົນໜຶ່ງທີ່ເປັນໄປໄດ້. ຖ້າພວກເຮົາຕັດເຫດຜົນນັ້ນອອກໄປ, ມັນເປັນເລື່ອງປົກກະຕິບໍທີ່ລົດຈະເປ່ເພຢູ່ເຄິ່ງທາງ? (ແມ່ນແລ້ວ). ຖ້າເຈົ້າຊື້ລົດຈີນມືສອງທີ່ຄຸນນະພາບບໍ່ຄ່ອຍດີປານໃດຕັ້ງແຕ່ທຳອິດ ແລະ ເຈົ້າບໍ່ໄດ້ບຳລຸງຮັກສາ ຫຼື ສ້ອມແປງມັນຢ່າງເໝາະສົມ ແລະ ພຽງແຕ່ຂັບມັນຕໍ່ໄປ, ລົດກໍຈະເປ່ເພຢູ່ລະຫວ່າງທາງ. ຖ້າລົດເກີດເປ່ເພຢູ່ລະຫວ່າງທາງ, ນັ້ນໝາຍຄວາມວ່າວຽກນັ້ນບໍ່ສາມາດເຮັດໃຫ້ສຳເລັດໄດ້ຢ່າງແນ່ນອນບໍ? (ບໍ່ຈຳເປັນສະເໝີໄປ). ລົດເປ່ເພ ແລະ ຕ້ອງໃຊ້ເວລາໜຶ່ງ ຫຼື ສອງຊົ່ວໂມງເພື່ອສ້ອມແປງມັນ. ເມື່ອພວກເຈົ້າໄປຮອດຈຸດໝາຍປາຍທາງ, ອ້າຍເອື້ອຍນ້ອງຢູ່ທີ່ນັ້ນເວົ້າວ່າ “ໂຊກດີທີ່ພວກເຈົ້າມາໃນເວລານີ້. ພວກສອດແນມຫາກໍຈາກໄປ. ຖ້າພວກເຈົ້າມາກ່ອນໜ້ານີ້ສອງຊົ່ວໂມງ, ພວກເຈົ້າຄົງຈະຖືກພະຍານາກໃຫຍ່ສີແດງຈັບຕົວໄປຢ່າງແນ່ນອນ. ຫວິດໄປແລ້ວ!” ເຈົ້າເຫັນບໍ, ເລື່ອງຮ້າຍກາຍເປັນດີ. ມັນຖືກຕ້ອງບໍທີ່ໄປ ແລະ ເຮັດໜ້າວຽກນັ້ນ? (ແມ່ນແລ້ວ). ມີເຈດຕະນາດີຂອງພຣະເຈົ້າຢູ່ໃນການທີ່ລົດເພນັ້ນບໍ? (ແມ່ນແລ້ວ). ແລ້ວການທີ່ຕາເບື້ອງຂວາຂອງເຈົ້າກະຕຸກນັ້ນເປັນສັນຍານຂອງໂຊກຮ້າຍ ຫຼື ໂຊກດີ? (ບໍ່ແມ່ນທັງສອງຢ່າງ). ບໍ່ມີຫຍັງເກີດຂຶ້ນທີ່ເປັນຜົນມາຈາກມັນເລີຍ. ຖ້າພວກເຮົາຕັດເລື່ອງລາວໃຫ້ຈົບລົງພຽງແຕ່ໃນຕອນທີ່ລົດເປ່ເພ, ແລ້ວຄຳກ່າວອ້າງທີ່ວ່າ “ຕາກະຕຸກເບື້ອງຂວາຈະເກີດໂຊກຮ້າຍ” ກໍເບິ່ງຄືວ່າຈະຖືກຕ້ອງພໍສົມຄວນ. ການທີ່ລົດເປ່ເພນັ້ນເປັນອຸປະຕິເຫດ, ບໍ່ແມ່ນບໍ? ແຕ່ເມື່ອເບິ່ງຈຸດຈົບສຸດທ້າຍ, ການທີ່ລົດເປ່ເພພັດກາຍເປັນສິ່ງທີ່ດີ. ຖ້າລົດບໍ່ເປ່ເພ, ພວກເຈົ້າທຸກຄົນກໍຄົງຈະພົບກັບບັນຫາເມື່ອພວກເຈົ້າໄປຮອດຈຸດໝາຍປາຍທາງ, ບໍ່ພຽງແຕ່ພວກເຈົ້າຈະລົ້ມເຫຼວໃນການເຮັດໜ້າວຽກນັ້ນໃຫ້ສຳເລັດເທົ່ານັ້ນ, ແຕ່ພວກເຈົ້າຍັງຈະຖືກຈັບກຸມອີກດ້ວຍ. ແຕ່ດັ່ງທີ່ຜົນປາກົດວ່າ, ລົດໄດ້ເປ່ເພໃນລະຫວ່າງທາງ ແລະ ຕ້ອງໃຊ້ເວລາສອງຊົ່ວໂມງເພື່ອສ້ອມແປງ, ສະນັ້ນ ເມື່ອພວກເຈົ້າໄປຮອດທີ່ນັ້ນ, ອັນຕະລາຍກໍຫາກໍຜ່ານພົ້ນໄປ ແລະ ພວກເຈົ້າກໍປອດໄພ. ນີ້ຄືການທີ່ພຣະເຈົ້າປົກປ້ອງພວກເຈົ້າ! ລອງຄິດເບິ່ງ, ຖ້າເບິ່ງຈາກມຸມມອງຂອງການທີ່ລົດເປ່ເພ, ມັນເບິ່ງຄືວ່າພຣະເຈົ້າກຳລັງຂັດຂວາງພວກເຈົ້າບໍ່ໃຫ້ໄປ, ແຕ່ທີ່ຈິງແລ້ວ ພວກເຈົ້າໄດ້ຮູ້ວ່າເກີດຫຍັງຂຶ້ນ ຫຼັງຈາກທີ່ລົດສ້ອມແປງແລ້ວເທົ່ານັ້ນ ແລະ ພວກເຈົ້າໄປຮອດໂດຍບໍ່ມີເຫດການໃດໜຶ່ງເກີດຂຶ້ນອີກ. ພວກເຈົ້າເບິ່ງຫຼັກການ ແລະ ວິທີການໃນການກະທຳຂອງພຣະເຈົ້າໃນລະຫວ່າງຂະບວນການທັງໝົດນີ້ແນວໃດ? ຜູ້ຄົນຄວນມີຄວາມເຂົ້າໃຈປະເພດໃດກ່ຽວກັບວຽກງານຂອງພຣະເຈົ້າ? ຈົ່ງທົບທວນເບິ່ງສິ່ງເຫຼົ່ານີ້; ມີຄວາມຈິງທີ່ສາມາດສະແຫວງຫາໄດ້ຢູ່ບ່ອນນີ້ ແລະ ເຮົາຈະເບິ່ງວ່າພວກເຈົ້າສາມາດສະແຫວງຫາພວກມັນໄດ້ ຫຼື ບໍ່. (ພຣະເຈົ້າ, ຄວາມເຂົ້າໃຈຂອງຂ້ານ້ອຍຄື ບໍ່ວ່າສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີຈະເກີດຂຶ້ນກັບຜູ້ຄົນກໍຕາມ, ກໍລ້ວນແຕ່ມີເຈດຕະນາດີຂອງພຣະເຈົ້າຢູ່ໃນສິ່ງນີ້). ນີ້ຄືດ້ານໜຶ່ງ. (ຍັງມີອີກດ້ານໜຶ່ງ ເຊິ່ງກໍຄື ວຽກງານຂອງພຣະເຈົ້າບໍ່ໄດ້ເໜືອທຳມະຊາດ ຫຼື ເປັນເລື່ອງເພີ້ຝັນ, ແຕ່ສຳພັນກັບຊີວິດຈິງຫຼາຍ). ແມ່ນແລ້ວ, ນັ້ນເປັນຄວາມເຂົ້າໃຈທີ່ດີ. ວຽກງານຂອງພຣະເຈົ້າສຳພັນກັບຊີວິດຈິງ ແລະ ມັນບໍ່ແມ່ນເລື່ອງເພີ້ຝັນ ຫຼື ເໜືອທຳມະຊາດ; ໃຜກໍຕາມທີ່ມີຄວາມເປັນມະນຸດທີ່ປົກກະຕິກໍສາມາດຮູ້ສຶກເຖິງມັນ ແລະ ມາຮູ້ຈັກມັນຜ່ານປະສົບການໄດ້ ແລະ ມັນຍັງເປັນສິ່ງທີ່ຜູ້ຄົນສາມາດຢັ່ງຮູ້ໄດ້ອີກດ້ວຍ. ນີ້ບໍ່ແມ່ນຄວາມເຂົ້າໃຈທີ່ຜູ້ຄົນຄວນມີກ່ຽວກັບວຽກງານຂອງພຣະເຈົ້າບໍ? (ແມ່ນແລ້ວ). ນອກເໜືອຈາກຄວາມເຂົ້າໃຈນີ້ແລ້ວ, ຜູ້ຄົນຄວນເຂົ້າໃຈຫຍັງອີກແດ່? ພວກເຂົາຄວນເຂົ້າໃຈວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ. ໃນວຽກງານຂອງພຣະເຈົ້າ, ທຸກສິ່ງທີ່ສະເພາະເຈາະຈົງທີ່ພຣະອົງເຮັດໄດ້ເຮັດໃຫ້ຜູ້ຄົນສາມາດເຫັນວ່າການກະທຳຂອງພຣະອົງນັ້ນສຳພັນກັບຊີວິດຈິງຢ່າງຍິ່ງ. ໃນຕອນເລີ່ມຕົ້ນ, ເມື່ອກຸ່ມຂອງພວກເຈົ້າກຳລັງຈະອອກເດີນທາງ, ພວກເຈົ້າບາງຄົນໄດ້ປຶກສາຫາລືກັນວ່າຈະໄປ ຫຼື ບໍ່. ພຣະເຈົ້າບໍ່ໄດ້ຂັດຂວາງເຈົ້າ; ພຣະອົງບໍ່ໄດ້ເຮັດໃຫ້ເຈົ້າຮູ້ສຶກປຸ້ນທ້ອງ ຫຼື ຮາກ ຫຼື ຖອກທ້ອງ. ພຣະອົງບໍ່ໄດ້ຂັດຂວາງເຈົ້າ ແລະ ບໍ່ໄດ້ເລ່ງໃຫ້ເຈົ້າໄປ. ນີ້ບໍ່ສຳພັນກັບຊີວິດຈິງຫຼາຍບໍ? ພຣະອົງປ່ອຍໃຫ້ກຸ່ມປຶກສາຫາລືກັນ. ບາງຄົນເວົ້າວ່າຕາເບື້ອງຂວາຂອງພວກເຂົາກະຕຸກ, ໃນຂະນະທີ່ຄົນອື່ນເວົ້າວ່າພວກເຂົາຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ, ແຕ່ບໍ່ວ່າເຈົ້າຈະເພິ່ງພາຄວາມຮູ້ສຶກ ແລະ ອາລົມຂອງເຈົ້າ ຫຼື ຈິນຕະນາການທີ່ກ່ຽວຂ້ອງກັບສິ່ງທີ່ເໜືອທຳມະຊາດກໍຕາມ, ໃນທີ່ສຸດ ເຈົ້າກໍຄວນໄປໃນບ່ອນທີ່ເຈົ້າຄວນໄປ ແລະ ພຣະເຈົ້າກໍບໍ່ໄດ້ຂັດຂວາງເຈົ້າໃນທາງໃດໜຶ່ງເລີຍ. ມັນບໍ່ສຳພັນກັບຊີວິດຈິງຫຼາຍບໍທີ່ພຣະເຈົ້າເຮັດວຽກໃນວິທີນີ້? (ແມ່ນແລ້ວ). ການກະທຳຂອງພຣະເຈົ້າບໍ່ໄດ້ວ່າງເປົ່າແມ່ນແຕ່ໜ້ອຍດຽວ; ການສະແດງອອກທຸກປະເພດຂອງມະນຸດລ້ວນແຕ່ໄດ້ຮັບອະນຸຍາດ, ເຊິ່ງລວມເຖິງການທີ່ຕາຂອງບາງຄົນກະຕຸກນຳອີກ. ບອກເຮົາເບິ່ງ, ພຣະເຈົ້າສາມາດຢຸດ ຫຼື ຄວບຄຸມການທີ່ຕາຂອງຜູ້ຄົນກະຕຸກໄດ້ບໍ? ມັນຈະບໍ່ເປັນເລື່ອງງ່າຍຫຼາຍບໍສຳລັບພຣະເຈົ້າໃນການຄວບຄຸມສິ່ງນີ້? ແຕ່ພຣະອົງໄດ້ເຮັດແບບນັ້ນບໍ? (ບໍ່). ພຣະເຈົ້າບໍ່ໄດ້ເຮັດແບບນັ້ນ. ພຣະອົງບໍ່ໄດ້ແຊກແຊງ, ພຣະອົງໃຫ້ອິດສະລະພາບແກ່ເຈົ້າ. ຕາຂອງເຈົ້າກະຕຸກຕາມທີ່ມັນເປັນ, ແຕ່ໃນທີ່ສຸດ, ກຸ່ມກໍອອກເດີນທາງຢູ່ດີ, ທັງໝົດນີ້ສຳພັນກັບຊີວິດຈິງຫຼາຍ. ແຕ່ມີບັນຫາຢູ່ທີ່ຈຸດໝາຍປາຍທາງ ແລະ ພຣະເຈົ້າບໍ່ໄດ້ກຳຈັດອັນຕະລາຍນີ້ພຽງເພາະວ່າພວກເຈົ້າກຳລັງມຸ່ງໜ້າໄປທີ່ນັ້ນ. ພຣະເຈົ້າບໍ່ໄດ້ເຮັດແບບນັ້ນ ແລະ ບັນຫາກໍຍັງຄົງເກີດຂຶ້ນຕາມທີ່ມັນຄວນຈະເປັນ. ແຕ່ພຣະເຈົ້າໄດ້ເຮັດສິ່ງທີ່ສະຫຼາດຢ່າງໜຶ່ງ: ພຣະອົງເຮັດໃຫ້ລົດຂອງພວກເຈົ້າເພຢູ່ລະຫວ່າງທາງ, ເພື່ອທີ່ວ່າເມື່ອລົດສ້ອມແປງແລ້ວ ແລະ ພວກເຈົ້າທຸກຄົນໄປຮອດຈຸດໝາຍປາຍທາງ, ອັນຕະລາຍກໍໄດ້ຜ່ານພົ້ນໄປແລ້ວ. ນີ້ຄືການທີ່ພຣະເຈົ້າປົກປ້ອງພວກເຈົ້າ. ເຈົ້າເຫັນບໍ, ຍ້ອນຄວາມຄາດເຄື່ອນຂອງເວລານີ້, ພຣະອົງຈຶ່ງເຮັດໃຫ້ເຈົ້າສາມາດຫຼີກລ່ຽງອັນຕະລາຍໄດ້ຢ່າງສະຫຼາດ. ທຸກສິ່ງທີ່ພຣະເຈົ້າເຮັດນັ້ນສຳພັນກັບຊີວິດຈິງຫຼາຍ, ບໍ່ແມ່ນບໍ? (ແມ່ນແລ້ວ). ສະນັ້ນ ສິ່ງນີ້ຈຶ່ງສະແດງໃຫ້ເຈົ້າເຫັນໃນວິທີທີ່ສຳພັນກັບຊີວິດຈິງຫຼາຍວ່າ ສິ່ງທີ່ພຣະເຈົ້າເຮັດນັ້ນບໍ່ໄດ້ວ່າງເປົ່າ ຫຼື ເໜືອທຳມະຊາດເລີຍ ແລະ ການເກີດຂຶ້ນຂອງແຕ່ລະສິ່ງນັ້ນເປັນທຳມະຊາດ ແລະ ຫຼີກລ່ຽງບໍ່ໄດ້, ແຕ່ໃນນັ້ນກໍມີຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ. ຕະຫຼອດເຫດການທັງໝົດ, ບໍ່ວ່າຈິນຕະນາການຂອງຜູ້ຄົນຈະເປັນແນວໃດກໍຕາມ, ບໍ່ວ່າຄວາມຫຍຸ້ງຍາກ, ຄວາມອ່ອນແອ ແລະ ບັນຫາຂອງພວກເຂົາຈະເປັນແນວໃດກໍຕາມ, ບໍ່ວ່າມຸມມອງທີ່ພວກເຂົາປຶກສາຫາລືຮ່ວມກັນຈະຖືກ ຫຼື ຜິດກໍຕາມ, ບໍ່ມີສິ່ງໃດໃນນີ້ທີ່ສົ່ງຜົນກະທົບຕໍ່ສິ່ງທີ່ເກີດຂຶ້ນໃນທີ່ສຸດ ແລະ ມັນກໍບໍ່ໄດ້ສົ່ງຜົນກະທົບຕໍ່ຈຸດຈົບທີ່ຫຼີກລ່ຽງບໍ່ໄດ້ຂອງເຫດການນັ້ນ. ທຸກສິ່ງທີ່ຄວນຈະເກີດຂຶ້ນກໍໄດ້ເກີດຂຶ້ນ, ບັນຫາທີ່ຄວນຈະເກີດຂຶ້ນກໍໄດ້ເກີດຂຶ້ນ, ລົດທີ່ຄວນຈະເພກໍໄດ້ເພ ແລະ ມຸມມອງຂອງຜູ້ຄົນກໍຖືກເປີດໂປງອອກມາເຊັ່ນກັນ, ແຕ່ຈຸດຈົບສຸດທ້າຍຂອງເຫດການກໍຍັງຄົງເກີດຂຶ້ນຕາມວິທີທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ຕາມສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແລະ ວິທີທີ່ພຣະເຈົ້າມີອຳນາດສູງສຸດເໜືອເຫດການນັ້ນ. ນີ້ຄືຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ແມ່ນບໍ? (ແມ່ນແລ້ວ). ທັງໝົດນີ້ເກີດຂຶ້ນຢ່າງສຳພັນກັບຊີວິດຈິງ ແລະ ເປັນປົກກະຕິ, ຄືກັນກັບທຸກສິ່ງທີ່ເກີດຂຶ້ນກັບຜູ້ຄົນໃນແຕ່ລະມື້ໃນການດຳລົງຊີວິດທຸກໆວັນຂອງພວກເຂົາ; ມັນເກີດຂຶ້ນຢ່າງເປັນທຳມະຊາດ ແລະ ມັນບໍ່ໄດ້ເໜືອທຳມະຊາດ, ເລື່ອນລອຍ ຫຼື ວ່າງເປົ່າ. ສະນັ້ນ, ໃນເລື່ອງນີ້ ຜູ້ຄົນຄວນເຂົ້າໃຈວ່າວຽກງານຂອງພຣະເຈົ້ານັ້ນສຳພັນກັບຊີວິດຈິງ ແລະ ເຂົ້າໃຈວ່າພຣະອົງມີອຳນາດສູງສຸດເໜືອທຸກສິ່ງ. ຜູ້ຄົນຄວນປະຕິບັດແນວໃດ? ກ່ອນອື່ນໝົດ, ພວກເຂົາຕ້ອງເຂົ້າໃຈວ່າພວກເຂົາຄວນຍຶດໝັ້ນກັບຫຼັກການໃດ ບໍ່ວ່າມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ. ຖ້າພວກເຂົາພຽງແຕ່ເຮັດຕາມຄວາມຮູ້ສຶກຂອງມະນຸດ, ສິ່ງນັ້ນກໍເຊື່ອຖືບໍ່ໄດ້. ພວກເຂົາບໍ່ຄວນເຮັດຕາມຄວາມຮູ້ສຶກທີ່ເໜືອທຳມະຊາດ ຫຼື ຄາດເດົາໄປໄກໂດຍອີງໃສ່ຈິນຕະນາການທີ່ວ່າງເປົ່າ. ແຕ່ພວກເຂົາຄວນໄປ ແລະ ເຮັດໃນສິ່ງທີ່ພວກເຂົາຄວນເຮັດ ໂດຍອີງໃສ່ສະພາບການຕົວຈິງ ແລະ ໜ້າທີ່ທີ່ພວກເຂົາຄວນເຮັດ. ນອກຈາກນີ້, ສິ່ງສຳຄັນກໍຄື ພວກເຂົາໄປ ແລະ ເຮັດໃນສິ່ງທີ່ພວກເຂົາຄວນເຮັດ ໂດຍອີງໃສ່ຫຼັກການຄວາມຈິງ. ແລ້ວສິ່ງນີ້ບໍ່ໄດ້ງ່າຍກວ່າຫຼາຍບໍ? (ແມ່ນແລ້ວ). ສະນັ້ນ, ບໍ່ວ່າເຈົ້າຈະພົບພໍ້ກັບບັນຫາໃດກໍຕາມ ແລະ ບໍ່ວ່າວຽກງານຂອງພຣະເຈົ້າຈະມາຮອດຂັ້ນຕອນໃດກໍຕາມ, ເຈົ້າບໍ່ຈຳເປັນຕ້ອງເຮັດຕາມຄວາມຮູ້ສຶກຂອງເຈົ້າ, ເຈົ້າບໍ່ຈຳເປັນຕ້ອງກວດເບິ່ງວ່າມື້ນັ້ນເປັນມຸງຄຸນ ຫຼື ບໍ່ ແລະ ແນ່ນອນວ່າ ເຈົ້າຍິ່ງບໍ່ຈຳເປັນຕ້ອງເບິ່ງປະກົດການທາງດາລາສາດໃດໜຶ່ງ ຫຼື ຟັງຄຳທຳນາຍໃດໜຶ່ງ, ພຽງແຕ່ເຮັດໃນສິ່ງທີ່ເຈົ້າຄວນເຮັດ. ບາງຄົນມັກເບິ່ງປະກົດການທາງດາລາສາດ ຫຼື ກວດເບິ່ງວ່າມື້ນັ້ນເປັນມຸງຄຸນ ຫຼື ບໍ່, ໂດຍເວົ້າວ່າ “ມື້ອື່ນບໍ່ແມ່ນມື້ທີ່ດີ, ທຸກຢ່າງຈະຜິດພາດບໍ ຖ້າຂ້ອຍອອກໄປຂ້າງນອກ? ພະຍານາກໃຫຍ່ສີແດງຈະດຳເນີນການຈັບກຸມບໍ? ເປັນຫຍັງຈຶ່ງມີກາມາຮ້ອງຢູ່ໜ້າປະຕູ ເມື່ອຂ້ອຍຕື່ນມາຕອນເຊົ້າ ແລະ ອອກໄປຂ້າງນອກໃນຕອນເຊົ້າມື້ນີ້? ຂ້ອຍໄດ້ຍິນວ່າມີບາງຄົນເຫັນແມວດຳ ເມື່ອພວກເຂົາອອກໄປຂ້າງນອກໃນຄືນທີ່ຜ່ານມາ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນລາງຮ້າຍ! ຂ້ອຍຄວນເຮັດແນວໃດ? ມີອັນຕະລາຍບາງຢ່າງກຳລັງຈະເກີດຂຶ້ນບໍ?” ຖ້າເຈົ້າມີຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມຄິດຂອງມະນຸດທີ່ປົກກະຕິ, ເຈົ້າກໍຄວນຈະສາມາດຕັດສິນໄດ້ວ່າສະພາບການປະເພດໃດທີ່ເປັນອັນຕະລາຍ ແລະ ສະພາບການປະເພດໃດທີ່ຂ້ອນຂ້າງປອດໄພ ແລະ ຮູ້ວິທີເຂົ້າຫາ ແລະ ຈັດການກັບພວກມັນຕາມສະຖານະການຕົວຈິງ, ເຈົ້າບໍ່ຈຳເປັນຕ້ອງເບິ່ງສິ່ງອື່ນເຫຼົ່ານັ້ນ. ສຳລັບສິ່ງທີ່ເຈົ້າຄວນເຮັດ ແລະ ບໍ່ຄວນເຮັດໃນທຸກໆມື້, ໃນດ້ານໜຶ່ງ, ມີພຣະທຳທີ່ຊັດເຈນຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຫຼັກການຄວາມຈິງ ແລະ ໃນອີກດ້ານໜຶ່ງ, ເຈົ້າມີຄວາມເປັນມະນຸດທີ່ປົກກະຕິ, ສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ແລະ ຕາບໃດທີ່ເຈົ້າເຮັດໃນສິ່ງທີ່ເຈົ້າຄວນເຮັດໃນທຸກໆມື້ ໂດຍອີງໃສ່ການຈັດແຈງຂອງສະພາບການຕົວຈິງ ແລະ ທິດທາງທີ່ພວກມັນໃຫ້ມາ ແລະ ຕາມຄວາມຕ້ອງການຕົວຈິງຂອງຄວາມເປັນມະນຸດທີ່ປົກກະຕິ ພ້ອມທັງຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າເອງ, ແລ້ວສິ່ງນັ້ນກໍດີແລ້ວ. ຖ້າຜູ້ຄົນປະຕິບັດຕໍ່ການດຳລົງຊີວິດທຸກໆວັນຂອງພວກເຂົາໃນລັກສະນະນີ້, ສິ່ງຕ່າງໆຈະບໍ່ງ່າຍຂຶ້ນຫຼາຍບໍ? (ແມ່ນແລ້ວ).
2. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບຜົນຮັບທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນວຽກງານຂອງພຣະອົງ
ເຖິງແມ່ນວ່າວຽກງານຂອງພຣະເຈົ້າຈະຊົງລິດທານຸພາບສູງສຸດ ແລະ ໜ້າອັດສະຈັນ ແລະ ເຖິງແມ່ນວ່າພຣະທຳຂອງພຣະເຈົ້າຈະເປັນຄວາມຈິງ ແລະ ຊີວິດກໍຕາມ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຜູ້ຄົນບໍລິບູນ ຫຼື ປ່ຽນແປງຜູ້ຄົນໄດ້ໃນຊົ່ວຂ້າມຄືນ. ບາງຄົນ, ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ມັກຈະເວົ້າວ່າ “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ແລ້ວເປັນຫຍັງຂ້ອຍຈຶ່ງຍັງບໍ່ປ່ຽນແປງ? ເປັນຫຍັງຂ້ອຍຈຶ່ງຍັງບໍ່ບັນລຸການຊຳລະໃຫ້ບໍລິສຸດ? ເປັນຫຍັງໃນຫົວໃຈຂອງຂ້ອຍ ຂ້ອຍຈຶ່ງຍັງຮັກໂລກຢູ່? ເປັນຫຍັງຂ້ອຍຈຶ່ງຍັງທະນົງໂຕຫຼາຍແທ້? ເປັນຫຍັງຂ້ອຍຈຶ່ງຍັງມີຕັນຫາທີ່ຊົ່ວຊ້າ? ຂ້ອຍເຄີຍມັກເບິ່ງວິດີໂອ ຫຼື ລາຍການບັນເທີງບາງຢ່າງຂອງໂລກທີ່ບໍ່ມີຄວາມເຊື່ອ. ເປັນຫຍັງຂ້ອຍຈຶ່ງຍັງຢາກເບິ່ງລາຍການບັນເທີງເຫຼົ່ານັ້ນເປັນບາງຄັ້ງບາງຄາວ, ເຖິງແມ່ນວ່າຂ້ອຍຈະເຊື່ອໃນພຣະເຈົ້າມາຈົນເຖິງປັດຈຸບັນ, ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າມາຫຼາຍປີ, ໄດ້ປະຕິບັດໜ້າທີ່ຂອງຂ້ອຍ, ໄດ້ປະຖິ້ມສິ່ງຕ່າງໆ ແລະ ໄດ້ເສຍສະລະຕົນເອງມາຫຼາຍປີແລ້ວ ແລະ ຮູ້ສຶກຄືກັບວ່າຂ້ອຍໄດ້ປ່ອຍວາງສິ່ງເຫຼົ່ານັ້ນໃນຫົວໃຈຂອງຂ້ອຍແລ້ວ?” ສິ່ງເຫຼົ່ານີ້ຄືຄວາມຄິດຫຼົງຜິດບາງຢ່າງທີ່ຜູ້ຄົນມີ, ແມ່ນບໍ? ໂດຍສະເພາະຢ່າງຍິ່ງ ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ບາງຄົນມັກຈະໄລ່ຕາມສິ່ງຕ່າງໆ ເຊັ່ນ: ການເອົາຊະນະຮ່າງກາຍຕົນເອງ, ການບໍ່ໂລບຄວາມສຸກທາງເນື້ອໜັງ, ການອົດທົນຕໍ່ຄວາມທຸກລຳບາກ ແລະ ການເຮັດວຽກໜັກ ແລະ ການທີ່ສາມາດເອົາຊະນະຄວາມຍາກລຳບາກທາງຮ່າງກາຍຫຼາຍຢ່າງ. ແຕ່ເຖິງແມ່ນວ່າພວກເຂົາຈະສືບຕໍ່ໄລ່ຕາມໃນວິທີນີ້, ພວກເຂົາກໍຍັງຮູ້ສຶກວ່າພວກເຂົາມັກຈະຖືກຄວບຄຸມໂດຍຄວາມປາຖະໜາທີ່ຫຼາຍເກີນຄວາມຈຳເປັນຂອງເນື້ອໜັງ, ຄວາມໂລບໃນຄວາມສະດວກສະບາຍຂອງພວກເຂົາ ແລະ ຄວາມຂີ້ຄ້ານ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມັກຈະເປັນລົບ ແລະ ສູນເສຍຄວາມສັດທາໃນພຣະເຈົ້າ, ໂດຍຄິດວ່າ “ວຽກງານຂອງພຣະເຈົ້າໄດ້ມາຮອດຈຸດນີ້ແລ້ວ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ໄດ້ເລື່ອງເລີຍ ແລະ ຍັງມັກຈະເປັນລົບຢູ່?” ບາງຄັ້ງ, ເມື່ອພວກເຂົາບັນລຸຜົນຮັບບາງຢ່າງໃນໜ້າວຽກໜຶ່ງ ແລະ ໄດ້ຮັບການຮັບຮອງຈາກທຸກຄົນ, ພວກເຂົາກໍຮູ້ສຶກສະບາຍໃຈ ແລະ ຄິດວ່າ “ຂ້ອຍຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ວຽກງານຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງນັ້ນດີຫຼາຍ. ວຽກງານຂອງພຣະອົງສາມາດປ່ຽນແປງຜູ້ຄົນໄດ້ແທ້ໆ”. ແຕ່ຫຼັງຈາກນັ້ນໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າພວກເຂົາຍັງຄິດຮອດຄົນທີ່ພວກເຂົາຮັກ. ໂດຍສະເພາະຢ່າງຍິ່ງ, ບາງຄັ້ງພວກເຂົາເຖິງກັບຫວນຄິດເຖິງຄົນທີ່ພວກເຂົາເຄີຍຮັກຫອມ ແລະ ລະນຶກເຖິງຊີວິດທາງໂລກທີ່ພວກເຂົາເຄີຍດຳລົງຊີວິດມາດ້ວຍຄວາມອາໄລອາວອນ ແລະ ຄິດຮອດວັນເວລາທີ່ຮຸ່ງເຮືອງຂອງພວກເຂົາຢ່າງແທ້ຈິງ ເມື່ອພວກເຂົາໃຊ້ຊີວິດຢູ່ໃນໂລກ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສົງໄສວ່າ “ເປັນຫຍັງຂ້ອຍຈຶ່ງຍັງຄິດຮອດສິ່ງເຫຼົ່ານັ້ນ? ເປັນຫຍັງຂ້ອຍຈຶ່ງຍັງບໍ່ປ່ອຍວາງຄວາມສຸກທາງເນື້ອໜັງ ແລະ ແຍກຕົວເອງອອກຈາກໂລກເພື່ອໃຫ້ບໍລິສຸດ? ເປັນຫຍັງຂ້ອຍຈຶ່ງຍັງບໍ່ປ່ຽນແປງ?” ແລະ ພວກເຂົາກໍຮູ້ສຶກເສຍໃຈອີກຄັ້ງ. ພວກເຂົາມັກຈະວົນວຽນຢູ່ທ່າມກາງຄວາມຄິດ ແລະ ມຸມມອງເຫຼົ່ານີ້. ສະພາວະຂອງພວກເຂົາບາງຄັ້ງກໍດີ ແລະ ບາງຄັ້ງກໍບໍ່ດີ, ພວກເຂົາອ່ອນແອໃນໄລຍະໜຶ່ງ ແລ້ວກໍເຂັ້ມແຂງໃນໄລຍະໜຶ່ງ, ພວກເຂົາເປັນລົບໃນບາງຄັ້ງ ແລ້ວກໍເປັນບວກໃນບາງຄັ້ງ. ພວກເຂົາມັກຈະຕັດສິນຕົນເອງໂດຍອີງໃສ່ການສະແດງອອກຂອງພວກເຂົາໃນຊີວິດທຸກໆວັນ. ຖ້າພວກເຂົາຢູ່ໃນສະພາວະທີ່ດີ, ພວກເຂົາກໍຄິດວ່າພວກເຂົາເປັນເປົ້າໝາຍສຳລັບຄວາມລອດພົ້ນ; ຖ້າພວກເຂົາຢູ່ໃນສະພາວະທີ່ບໍ່ດີ, ພວກເຂົາກໍຮູ້ສຶກວ່າບໍ່ມີຄວາມຫວັງທີ່ພວກເຂົາຈະໄດ້ຮັບຄວາມລອດພົ້ນ ແລະ ຮູ້ສຶກວ່າພວກເຂົາໝົດຫົນທາງໃນການໄຖ່ບາບແລ້ວ. ພວກເຂົາມັກຈະຕົກຢູ່ໃນສະພາວະສຸດໂຕ່ງດ້ານໃດດ້ານໜຶ່ງ. ເມື່ອພວກເຂົາຢູ່ໃນສະພາວະທີ່ດີ, ພວກເຂົາຮູ້ສຶກວ່າພວກເຂົາເປັນຄືກັບໄພ່ພົນ ແລະ ໃກ້ຊິດກັບພຣະເຈົ້າຫຼາຍ, ບໍ່ມີສິ່ງກີດຂວາງໃດໜຶ່ງລະຫວ່າງພວກເຂົາກັບພຣະເຈົ້າ ແລະ ພວກເຂົາຮູ້ສຶກວ່າພຣະເຈົ້າຊົງສະຖິດຢູ່ຄຽງຂ້າງພວກເຂົາ. ເມື່ອພວກເຂົາຢູ່ໃນສະພາວະທີ່ບໍ່ດີ, ພວກເຂົາຮູ້ສຶກຄືກັບວ່າພວກເຂົາໄດ້ຕົກລົງໄປໃນນະຮົກຂຸມທີ 18 ແລະ ບໍ່ສາມາດເບິ່ງເຫັນ ຫຼື ສຳຜັດພຣະເຈົ້າໄດ້ ແລະ ພວກເຂົາຮູ້ສຶກວ່າພຣະເຈົ້າຊົງຢູ່ຫ່າງໄກຈາກພວກເຂົາຫຼາຍ. ເປັນຫຍັງຈຶ່ງເປັນແບບນີ້? ເປັນຫຍັງພວກເຂົາຈຶ່ງມີສະພາວະເຫຼົ່ານີ້? ສະພາວະເຫຼົ່ານີ້ປົກກະຕິ ຫຼື ຜິດປົກກະຕິ? (ຜິດປົກກະຕິ). ເມື່ອພວກເຂົາຢູ່ໃນສະພາວະທີ່ດີ, ພວກເຂົາເຮັດທຸກຢ່າງທີ່ຄຣິສຕະຈັກຈັດແຈງໃຫ້ພວກເຂົາເຮັດ ແລະ ພວກເຂົາສາມາດເອົາຊະນະຄວາມຫຍຸ້ງຍາກໃດໜຶ່ງ, ອົດທົນຕໍ່ຄວາມລຳບາກໃດໜຶ່ງ ແລະ ຈ່າຍລາຄາໃດໜຶ່ງກໍໄດ້. ພວກເຂົາຮູ້ສຶກວ່າພວກເຂົາເປັນຄົນທີ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຫຼາຍທີ່ສຸດ, ຮູ້ສຶກວ່າພວກເຂົາເປັນຄົນໃນເຮືອນຂອງພຣະເຈົ້າທີ່ໄລ່ຕາມຄວາມຈິງ ແລະ ຮູ້ສຶກວ່າບໍ່ມີຄວາມຫຍຸ້ງຍາກໃດສາມາດເຮັດໃຫ້ພວກເຂົາຈົນມຸມໄດ້. ພວກເຂົາເຮັດວຽກໜັກຫຼາຍເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະທຸ່ມເທຄວາມພະຍາຍາມ. ພວກເຂົາບໍ່ຮູ້ສຶກອິດເມື່ອຍ, ບໍ່ວ່າພວກເຂົາຈະເວົ້າຫຼາຍປານໃດ ເມື່ອພວກເຂົາໂອ້ລົມກັບຄົນອື່ນ ແລະ ພວກເຂົາບໍ່ສົນໃຈທີ່ຈະອົດອາຫານຈັກຄາບ ຫຼື ອົດນອນຈັກສອງ ຫຼື ສາມຊົ່ວໂມງ. ພວກເຂົາເຕັມໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ອຸທິດທັງຊີວິດຂອງພວກເຂົາແດ່ພຣະເຈົ້າ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຮູ້ສຶກວ່າພວກເຂົາໄດ້ປ່ຽນແປງແລ້ວ. ພວກເຂົາບໍ່ຄິດເຖິງຄອບຄົວຂອງພວກເຂົາອີກຕໍ່ໄປ, ພວກເຂົາບໍ່ຄິດຮອດຄົນທີ່ພວກເຂົາເຄີຍຮັກອີກຕໍ່ໄປ ແລະ ພວກເຂົາບໍ່ລະນຶກເຖິງຄວາມຮຸ່ງເຮືອງ ແລະ ກຽດຕິຍົດທີ່ພວກເຂົາເຄີຍມີໃນໂລກດ້ວຍຄວາມອາໄລອາວອນອີກຕໍ່ໄປ. ພວກເຂົາປະຖິ້ມສິ່ງທັງໝົດນັ້ນໄປ ແລະ ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງສຸດຫົວໃຈ, ຍຶດໝັ້ນໃນຫຼັກການ, ລິຮານທຸກຄົນທີ່ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ, ປົກປ້ອງຄວາມຍຸຕິທຳສຳລັບເຮືອນຂອງພຣະເຈົ້າ, ຢືນຢູ່ຝ່າຍຄວາມຍຸຕິທຳຢ່າງໜັກແໜ້ນ, ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ສ້າງພາບລັກຂອງຕົນເອງໃຫ້ເປັນ “ຜູ້ພິພາກສາ” ທີ່ເຂັ້ມງວດ ແລະ ບໍ່ລຳອຽງ. ພວກເຂົາປະຕິບັດໄດ້ດີຫຼາຍໃນໄລຍະໜຶ່ງ. ແຕ່ອາດຈະມີເວລາທີ່ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ເຮັດບາງສິ່ງທີ່ຜິດ ແລ້ວພວກເຂົາກໍຈະກາຍເປັນລົບ ແລະ ອ່ອນແອ, ໂດຍຄິດວ່າ “ພຣະເຈົ້າໄດ້ເປີດເຜີຍຂ້ອຍແລ້ວ, ພຣະອົງບໍ່ຮັກຂ້ອຍອີກຕໍ່ໄປ”. ຕັ້ງແຕ່ນັ້ນມາ, ພວກເຂົາກໍຈະບໍ່ສາມາດລຸກຂຶ້ນຢືນໄດ້ອີກ. ພວກເຂົາຈະຮູ້ສຶກວ່າພວກເຂົາບໍ່ມີຄ່າຫຍັງເລີຍ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດເຮັດຫຍັງໄດ້, ຮູ້ສຶກວ່າພວກເຂົາຍັງມີຄວາມຄິດທີ່ເຫັນແກ່ຕົວ ແລະ ຕັນຫາທີ່ຊົ່ວຊ້າ, ຮູ້ສຶກວ່າພວກເຂົາມັກຈະຄິດຮອດຄົນທີ່ພວກເຂົາເຄີຍຮັກ ແລະ ເຄີຍມັກ, ຮູ້ສຶກວ່າພວກເຂົາມັກຈະເປັນລົບ ແລະ ອ່ອນແອ, ຮູ້ສຶກວ່າພວກເຂົາຍັງຄົງຕໍ່ຕ້ານພຣະເຈົ້າ, ຮູ້ສຶກວ່າພວກເຂົາບໍ່ສາມາດປະຕິບັດຄວາມຈິງໄດ້ ແລະ ຮູ້ສຶກວ່າພວກເຂົາຍັງບໍ່ປ່ຽນແປງ ເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາຫຼາຍປີແລ້ວກໍຕາມ ແລະ ພວກເຂົາຈະຄິດວ່າ “ນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍຈົບສິ້ນແລ້ວບໍ?” ພວກເຂົາຈະຄິດວ່າພວກເຂົາບໍ່ມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ຄິດວ່າບໍ່ມີຄວາມຫວັງອັນໃດສຳລັບພວກເຂົາເລີຍ. ເມື່ອພວກເຂົາມີຄວາມສຸກ, ພວກເຂົາກໍດີໃຈຈົນລືມຕົວ ແລະ ເມື່ອພວກເຂົາເຈັບປວດ, ພວກເຂົາກໍທຸກທໍລະມານຢ່າງໜັກ. ພວກເຂົາມັກຈະໄປສູ່ສອງສະພາວະສຸດໂຕ່ງນີ້ຢູ່ສະເໝີ, ໂດຍປ່ຽນຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ. ເປັນຫຍັງຈຶ່ງເປັນແບບນີ້? ບໍ່ວ່າສະພາວະ ແລະ ການສະແດງອອກເຫຼົ່ານີ້ຈະເປັນບວກ ຫຼື ເປັນຄວາມສິ້ນຫວັງກໍຕາມ, ສະຫຼຸບແລ້ວ, ສິ່ງທັງໝົດນີ້ລ້ວນແຕ່ເປັນບັນຫາປະເພດດຽວກັນ ນັ້ນກໍຄື ການເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບວຽກງານຂອງພຣະເຈົ້າ ແລະ ມັກຈະຕັດສິນຕົນເອງ ແລະ ກຳນົດລັກສະນະຂອງຕົນເອງໂດຍອີງໃສ່ອາລົມຂອງຕົນ ແລະ ໂດຍອີງໃສ່ການເປີດເຜີຍ ແລະ ການສະແດງອອກຂອງຕົນໃນຊ່ວງເວລາໃດໜຶ່ງ, ໃນຂະນະດຽວກັນກໍຕັດສິນວຽກງານຂອງພຣະເຈົ້າ, ຕັດສິນຜົນຮັບທີ່ບັນລຸໄດ້ໂດຍວຽກງານຂອງພຣະອົງໃນຜູ້ຄົນ ແລະ ຈຸດປະສົງ ແລະ ເປົ້າໝາຍທີ່ວຽກງານຂອງພຣະອົງໃນຜູ້ຄົນບັນລຸໄດ້. ນີ້ຄືຕົ້ນຕໍຂອງບັນຫາບໍ? (ແມ່ນແລ້ວ). ເມື່ອຜູ້ຄົນເປັນບວກ, ພວກເຂົາອະທິຖານຕໍ່ໜ້າພຣະເຈົ້າ, ສະແດງຄວາມຕັ້ງໃຈຂອງພວກເຂົາໃນຂະນະທີ່ຮ້ອງໄຫ້ຢ່າງໜັກ, ເຕັມໃຈທີ່ຈະອຸທິດທັງຊີວິດຂອງພວກເຂົາແດ່ພຣະເຈົ້າ ໂດຍບໍ່ຮຽກຮ້ອງສິ່ງໃດ, ເຕັມໃຈທີ່ຈະຕິດຕາມພຣະເຈົ້າ ແລະ ເສຍສະລະຕົນເອງເພື່ອພຣະອົງ. ເມື່ອພວກເຂົາອະທິຖານ ແລະ ຕັ້ງປະນິທານແບບນີ້, ພວກເຂົາຮູ້ສຶກວ່າຄວາມຫຍຸ້ງຍາກທັງໝົດບໍ່ແມ່ນຄວາມຫຍຸ້ງຍາກອີກຕໍ່ໄປ. ພວກເຂົາຊາບຊຶ້ງຈົນນໍ້າຕາໄຫຼ ແລະ ເຖິງກັບເຊື່ອວ່າເປັນພຣະວິນຍານບໍລິສຸດທີ່ດົນໃຈພວກເຂົາ. ພວກເຂົາຄິດວ່າ “ພຣະວິນຍານບໍລິສຸດໄດ້ດົນໃຈຂ້ອຍ. ພຣະເຈົ້າຕ້ອງຮັກຂ້ອຍຫຼາຍແນ່ນອນ! ພຣະເຈົ້າບໍ່ໄດ້ປະຖິ້ມຂ້ອຍ!” ພວກເຂົາອະທິຖານທັງນໍ້າຕາ ແລະ ເວົ້າວ່າພວກເຂົາຖືກດົນໃຈໂດຍພຣະວິນຍານບໍລິສຸດ, ນັ້ນບໍ່ແມ່ນຄວາມຫຼົງຜິດບໍ? (ແມ່ນແລ້ວ). ໃນຄວາມເປັນຈິງແລ້ວ, ເຈົ້າຊາບຊຶ້ງກັບຄວາມຮູ້ສຶກທີ່ດີທີ່ເຈົ້າມີຕໍ່ຕົວເຈົ້າເອງ; ເຈົ້າຊາບຊຶ້ງກັບຄວາມຕັ້ງໃຈ, ຄວາມປາຖະໜາ, ຄວາມມຸ້ງຫວັງ ແລະ ການກະທຳຂອງເຈົ້າເອງ, ແທນທີ່ຈະເປັນຍ້ອນພຣະວິນຍານບໍລິສຸດ. ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າຊາບຊຶ້ງໂດຍຕົວເຈົ້າເອງ? ເຈົ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບວຽກງານຂອງພຣະເຈົ້າ ແລະ ສິ່ງເຫຼົ່ານັ້ນກໍບິດເບືອນຫຼາຍ, ແລ້ວເຈົ້າຄິດວ່າພຣະເຈົ້າຈະດົນໃຈເຈົ້າບໍ? ດ້ວຍການທີ່ເຈົ້າຢູ່ໃນສະພາວະທີ່ສຸດໂຕ່ງແບບນີ້, ພຣະເຈົ້າຈະດົນໃຈເຈົ້າເພື່ອໃຫ້ເຈົ້າສຸດໂຕ່ງຍິ່ງຂຶ້ນໄປອີກບໍ? ຖ້າພຣະເຈົ້າດົນໃຈເຈົ້າ, ມັນກໍມີແຕ່ຈະເຮັດໃຫ້ເຈົ້າສຸດໂຕ່ງຍິ່ງຂຶ້ນ ແລະ ເຮັດໃຫ້ເຈົ້າຊື່ນຊົມຕົນເອງ ແລະ ຊາບຊຶ້ງກັບຕົນເອງຫຼາຍຂຶ້ນ ແລະ ເຮັດໃຫ້ເຈົ້າຍິ່ງຢາກຕັ້ງປະນິທານແບບນີ້ຫຼາຍຂຶ້ນ: “ຂ້ອຍຈະນອນໃຫ້ໜ້ອຍລົງ ແລະ ທົນທຸກຕໍ່ຄວາມທຸກຍາກລຳບາກໃຫ້ຫຼາຍຂຶ້ນ, ຂ້ອຍຈະກິນອາຫານບໍ່ວ່າມັນຈະດີ ຫຼື ບໍ່ດີ, ຂ້ອຍຈະກິນຫຍັງກໍໄດ້ ແລະ ບໍ່ສົນໃຈວ່າມັນຈະເປັນຜົນດີຕໍ່ຮ່າງກາຍຂອງຂ້ອຍ ຫຼື ບໍ່. ຂ້ອຍຕ້ອງເອົາຊະນະຄວາມມັກຂອງເນື້ອໜັງເກົ່າຂອງຂ້ອຍ, ຂ້ອຍຕ້ອງແກ້ໄຂຂໍ້ບົກຜ່ອງຂອງເນື້ອໜັງເກົ່າຂອງຂ້ອຍໂດຍສະເພາະ ແລະ ຂ້ອຍຕ້ອງເຮັດໃຫ້ເນື້ອໜັງຂອງຂ້ອຍທົນທຸກຫຼາຍຂຶ້ນ ແລະ ບໍ່ປ່ອຍໃຫ້ມັນສະບາຍ. ຖ້າມັນຮູ້ສຶກສະບາຍ, ແລ້ວຂ້ອຍກໍຈະບໍ່ຮັກພຣະເຈົ້າ; ຖ້າມັນຮູ້ສຶກສະບາຍ, ແລ້ວຂ້ອຍກໍຈະເພີດເພີນກັບຄວາມສະບາຍຂອງເນື້ອໜັງ ແລະ ບໍ່ເຮັດວຽກໜັກເພື່ອປະຕິບັດໜ້າທີ່ຂອງຂ້ອຍ”. ຖ້ານີ້ເປັນພຣະວິນຍານບໍລິສຸດທີ່ດົນໃຈເຈົ້າ, ເຈົ້າກໍພຽງແຕ່ຈະຮັກສາຄວາມສຸດໂຕ່ງນີ້ໄວ້ຕໍ່ໄປ ແລະ ຍິ່ງຈະເຊື່ອຢ່າງຜິດໆວ່າເຈົ້າໄດ້ເອົາຊະນະເນື້ອໜັງ ແລະ ເອົາຊະນະຊາຕານແລ້ວ ແລະ ເຈົ້າໄດ້ຮັບຄວາມລອດພົ້ນແລ້ວ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ເຈົ້າບໍ່ໄດ້ຖືກດົນໃຈໂດຍພຣະວິນຍານບໍລິສຸດ, ແຕ່ໂດຍຕົວເຈົ້າເອງ. ພວກເຈົ້າມັກຈະຊາບຊຶ້ງໂດຍຕົວພວກເຈົ້າເອງບໍ? (ແມ່ນແລ້ວ). ພວກເຈົ້າຊາບຊຶ້ງກັບຄວາມຕັ້ງໃຈຂອງພວກເຈົ້າເອງທີ່ຈະເສຍສະລະຕົນເອງ ແລະ ທົນທຸກຕໍ່ຄວາມທຸກຍາກລຳບາກເພື່ອພຣະເຈົ້າ ແລະ ພວກເຈົ້າກໍເຕັມໃຈໃນຫົວໃຈຂອງພວກເຈົ້າຫຼາຍທີ່ຈະທົນທຸກຕໍ່ຄວາມທຸກຍາກລຳບາກເພື່ອພຣະເຈົ້າ, ທີ່ຈະທົນທຸກຕໍ່ຄວາມທຸກຍາກລຳບາກຫຼາຍສໍ່າໃດກໍໄດ້ ຫຼື ເຖິງກັບຍອມຕາຍ ແລະ ຈາກນັ້ນນໍ້າຕາກໍໄຫຼອາບໜ້າຂອງພວກເຈົ້າ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າບໍ່ໄດ້ຊາບຊຶ້ງກັບການທີ່ເຈົ້າຊາບຊຶ້ງ ແລະ ພຣະອົງກໍບໍ່ໄດ້ຊາບຊຶ້ງກັບຄວາມຕັ້ງໃຈຂອງເຈົ້າ. ການທຸ່ມເທນີ້ຂອງເຈົ້າເປັນພຽງອາລົມຊົ່ວຂະນະ, ເປັນຄວາມຫຼົງໄຫຼອັນແຮງກ້າທີ່ພຸ່ງຂຶ້ນມາຊົ່ວຄາວ. ໃນສະຖານະການນີ້, ເຈົ້າອາດຈະເຖິງກັບອະທິຖານຕໍ່ພຣະອົງ ແລະ ເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະຕາຍເພື່ອພຣະອົງ! ພຣະເຈົ້າ, ມື້ນີ້ຂ້ານ້ອຍຫຍຸ້ງກັບການປະຕິບັດໜ້າທີ່ຂອງຂ້ານ້ອຍຫຼາຍຈົນຂ້ານ້ອຍອົດອາຫານໄປໜຶ່ງຄາບ. ເຖິງແມ່ນວ່າຂ້ານ້ອຍຈະຕ້ອງອົດອາຫານ 10 ຄາບ, ຂ້ານ້ອຍກໍເຕັມໃຈທີ່ຈະເຮັດ! ຜູ້ຄົນບໍ່ໄດ້ດຳລົງຊີວິດດ້ວຍເຂົ້າຈີ່ພຽງຢ່າງດຽວ, ແຕ່ພວກເຂົາດຳລົງຊີວິດດ້ວຍພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ. ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງຕະຫຼອດຊີວິດຂອງຂ້ານ້ອຍ, ຕະຫຼອດໄປ ແລະ ຕະຫຼອດການ ແລະ ຄວາມຮັກທີ່ຂ້ານ້ອຍມີຕໍ່ພຣະອົງຈະບໍ່ມີວັນປ່ຽນແປງ!” ຄຳເວົ້າທີ່ໂອ້ອວດເຫຼົ່ານີ້ຂອງເຈົ້າເຮັດໃຫ້ເຈົ້າຊາບຊຶ້ງຈົນຮ້ອງໄຫ້ຢ່າງໜັກ, ແຕ່ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ເຈົ້າບໍ່ໄດ້ປ່ຽນແປງ. ເປັນຫຍັງ? ມັນກໍຍ້ອນວ່າເຈົ້າຊາບຊຶ້ງດ້ວຍອາລົມຊົ່ວຂະນະ ແລະ ນໍ້າຕາຂອງເຈົ້າບໍ່ແມ່ນນໍ້າຕາແຫ່ງຄວາມສຳນຶກຜິດ, ນໍ້າຕາແຫ່ງຄວາມຮູ້ສຶກວ່າຕົນເອງຕິດໜີ້ ຫຼື ນໍ້າຕາຈາກການທີ່ໄດ້ມາຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ແຮງໄກທີ່ພວກມັນຈະເປັນນໍ້າຕາແຫ່ງຄວາມໂສກເສົ້າສຳລັບຄວາມບໍ່ສາມາດຂອງເຈົ້າໃນການປະຕິບັດຄວາມຈິງ ແລະ ຍຶດໝັ້ນໃນຫຼັກການຄວາມຈິງ. ສະນັ້ນ, ອາລົມນີ້ຂອງເຈົ້າຈຶ່ງສາມາດເຮັດໃຫ້ຕົວເຈົ້າເອງຊາບຊຶ້ງໄດ້ເທົ່ານັ້ນ ແລະ ບາງທີອາດຈະເຮັດໃຫ້ຄົນອື່ນ ຫຼື ຄົນທີ່ຢູ່ອ້ອມຂ້າງເຈົ້າຊາບຊຶ້ງໄດ້ນຳ, ແຕ່ພຣະເຈົ້າບໍ່ໄດ້ຊາບຊຶ້ງກັບມັນ. ສະນັ້ນ, ມັນຈຶ່ງບໍ່ແມ່ນພຣະວິນຍານບໍລິສຸດທີ່ດົນໃຈເຈົ້າ, ແຕ່ເປັນເຈົ້າທີ່ເຮັດໃຫ້ຕົວເຈົ້າເອງຊາບຊຶ້ງ. ນໍ້າຕາຂອງເຈົ້າໄຫຼອອກມາກໍຍ້ອນວ່າເຈົ້າໄດ້ເຮັດໃຫ້ຕົວເຈົ້າເອງຊາບຊຶ້ງ. ນໍ້າຕາຂອງເຈົ້າ, ຄຳເວົ້າທີ່ເຕັມໄປດ້ວຍອາລົມຂອງເຈົ້າ ແລະ ຄວາມຫຼົງໄຫຼອັນແຮງກ້າຂອງເຈົ້າເປັນພຽງສິ່ງທີ່ປາກົດພາຍນອກເທົ່ານັ້ນ, ພວກມັນເປັນພຽງພຶດຕິກຳປະເພດໜຶ່ງ. ສິ່ງເຫຼົ່ານີ້ບໍ່ໄດ້ປ່ຽນແປງແກ່ນແທ້ ແລະ ຊີວິດຂອງເຈົ້າ, ທັງບໍ່ແມ່ນການເປີດເຜີຍຄວາມຈິງທີ່ວ່ານັ້ນເປັນຊີວິດຂອງເຈົ້າ. ເມື່ອເຈົ້າມີຄວາມຫຼົງໄຫຼອັນແຮງກ້າ ແລະ ອາລົມຊົ່ວຂະນະທີ່ຈະເສຍສະລະຕົນເອງ ແລະ ທົນທຸກເພື່ອພຣະເຈົ້າ ແລະ ມີຄວາມຫ້າວຫັນເປັນພິເສດ, ເຈົ້າຮູ້ສຶກວ່າເປັນພຣະວິນຍານບໍລິສຸດທີ່ດົນໃຈເຈົ້າ, ຮູ້ສຶກວ່າເຈົ້າໄດ້ປ່ຽນແປງແລ້ວ ແລະ ຮູ້ສຶກເຈົ້າເປັນຜູ້ທີ່ຈະໄດ້ຮັບຄວາມລອດພົ້ນ, ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການປະເພດໜຶ່ງທີ່ເຈົ້າມີກ່ຽວກັບວຽກງານຂອງພຣະເຈົ້າ. ເມື່ອເຈົ້າກາຍເປັນລົບຍ້ອນຄວາມລົ້ມເຫຼວ ແລະ ການລົ້ມລົງຊົ່ວຄາວ ຫຼື ຍ້ອນຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງເຈົ້າຖືກເປີດໂປງ ຫຼື ຍ້ອນເຈົ້າຖືກລິຮານ ແລະ ຖືກເປີດເຜີຍ, ເຈົ້າຮູ້ສຶກໂສກເສົ້າ ແລະ ເຈັບປວດ ແລະ ຄິດວ່າເຈົ້າຍັງບໍ່ປ່ຽນແປງ ແລະ ຄິດວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ນີ້ກໍເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການອີກປະເພດໜຶ່ງທີ່ເຈົ້າມີກ່ຽວກັບວຽກງານຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ບໍ່ວ່າພຣະເຈົ້າຈະເຫັນຫຍັງກໍຕາມ, ບໍ່ວ່າເຈົ້າຈະຢູ່ໃນສະພາວະທີ່ເປັນລົບ ຫຼື ເປັນບວກ ຫຼື ສະພາວະຂອງເຈົ້າຈະຊຸດໂຊມ ແລະ ຕົກຕໍ່າລົງເຖິງລະດັບໃດກໍຕາມ, ພຣະເຈົ້າໄດ້ເບິ່ງເຈົ້າແນວໃດມາໂດຍຕະຫຼອດ? ວຸດທິພາວະຂອງເຈົ້າກໍເປັນຢ່າງທີ່ເປັນຢູ່. ພຣະເຈົ້າຈະກຳນົດວ່າເຈົ້າໄດ້ປ່ຽນແປງຫຼາຍສໍ່າໃດ ແລະ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງຫຼາຍສໍ່າໃດ ໂດຍອີງໃສ່ສະຖານະການຕົວຈິງຂອງເຈົ້າ, ການສະແດງອອກຕົວຈິງຂອງເຈົ້າ ແລະ ວຸດທິພາວະຕົວຈິງຂອງເຈົ້າ. ຄວາມບໍ່ສາມາດຂອງເຈົ້າໃນປັດຈຸບັນທີ່ຈະລຸກຂຶ້ນຢືນໄດ້ອີກຄັ້ງ ແລະ ການຕົກລົງສູ່ຄວາມສິ້ນຫວັງຢ່າງສິ້ນເຊີງຂອງເຈົ້າໃນປັດຈຸບັນ ບໍ່ແມ່ນມາດຕະຖານທີ່ພຣະເຈົ້າໃຊ້ເພື່ອເບິ່ງເຈົ້າ ຫຼື ກຳນົດວຸດທິພາວະຕົວຈິງຂອງເຈົ້າ. ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນສະພາວະທີ່ເປັນບວກ ຫຼື ເປັນລົບ ຫຼື ບໍ່ວ່າເຈົ້າຈະເຕັມໄປດ້ວຍຄວາມຫຼົງໄຫຼອັນແຮງກ້າ ຫຼື ຮູ້ສຶກສິ້ນຫວັງກໍຕາມ, ມັນກໍຈະບໍ່ສົ່ງຜົນກະທົບຕໍ່ການປະເມີນ ແລະ ການກຳນົດລັກສະນະຂອງພຣະເຈົ້າທີ່ມີຕໍ່ເຈົ້າ. ເຈົ້າເປັນພຽງຄົນດຽວທີ່ກຳນົດລັກສະນະຂອງຕົນເອງຜິດ ໂດຍອີງໃສ່ການເປີດເຜີຍ ແລະ ການສະແດງອອກຊົ່ວຄາວຂອງເຈົ້າ, ບໍ່ວ່າຈະເປັນຄົນທີ່ເປັນຄືກັບເປໂຕແລ້ວ ຫຼື ເປັນຄົນທີ່ໝົດຫົນທາງໃນການໄຖ່ບາບ, ເພາະເຈົ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບວຽກງານຂອງພຣະເຈົ້າ. ແຕ່ບໍ່ວ່າເຈົ້າຈະຕັດສິນແນວໃດກໍຕາມ, ບໍ່ວ່າເຈົ້າຈະປະສົບກັບຄວາມຮູ້ສຶກທີ່ດີ ຫຼື ບໍ່ດີແນວໃດກໍຕາມ, ມັນລ້ວນແຕ່ເກີດຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ເຈົ້າໄດ້ສ້າງຂຶ້ນກ່ຽວກັບວຽກງານຂອງພຣະເຈົ້າ ແລະ ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກໍບໍ່ສອດຄ່ອງກັບການນິຍາມຂອງບຸກຄົນທີ່ຖືກຕ້ອງ ແລະ ສຳພັນກັບຊີວິດຈິງຂອງພຣະເຈົ້າ ແລະ ການຕັດສິນທີ່ຖືກຕ້ອງ ແລະ ສຳພັນກັບຊີວິດຈິງທີ່ພຣະອົງມີຕໍ່ພວກເຂົາ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ). ສະນັ້ນ, ບໍ່ວ່າຈະເປັນການສະແດງອອກຂອງພວກເຂົາເອງ, ແກ່ນແທ້ຂອງພວກເຂົາເອງ ຫຼື ການກຳນົດລັກສະນະຂອງພວກເຂົາເອງໃນທີ່ສຸດກໍຕາມ, ຜູ້ຄົນບໍ່ສາມາດຕັດສິນສິ່ງເຫຼົ່ານີ້ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງໄດ້. ແຕ່ພວກເຂົາຄວນວັດແທກສິ່ງເຫຼົ່ານີ້ໂດຍອີງໃສ່ກົດເກນທີ່ປົກກະຕິຂອງວຽກງານຂອງພຣະເຈົ້າ ແລະ ຜົນຮັບຕົວຈິງທີ່ພຣະເຈົ້າຕ້ອງການບັນລຸໃນວຽກງານຂອງພຣະອົງ ຫຼື ໂດຍອີງໃສ່ວິທີການທີ່ພຣະເຈົ້າເຮັດວຽກງານ ແລະ ການນິຍາມຂອງຜູ້ຄົນທີ່ຖືກຕ້ອງຂອງພຣະອົງ. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼັກຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າໃນເລື່ອງນີ້ແມ່ນຫຍັງ? ຜູ້ຄົນເຊື່ອວ່າວຸດທິພາວະຕົວຈິງຂອງພວກເຂົາຖືກຕັດສິນໂດຍອີງໃສ່ການສະແດງອອກຊົ່ວຄາວຂອງພວກເຂົາ ຫຼື ການສະແດງອອກຂອງພວກເຂົາໃນຊ່ວງເວລາໃດໜຶ່ງ: ຖ້າພວກເຂົາຢູ່ໃນສະພາວະທີ່ດີໃນຊ່ວງເວລານີ້, ແລ້ວພຣະວິນຍານບໍລິສຸດກໍຈະເຮັດວຽກງານໃນຕົວພວກເຂົາ ແລະ ພວກເຂົາກໍຈະປ່ຽນແປງ, ມີຊີວິດ, ມີວຸດທິພາວະສູງຂຶ້ນ ແລະ ສາມາດບັນລຸຄວາມລອດພົ້ນໄດ້; ຖ້າພວກເຂົາຢູ່ໃນສະພາວະທີ່ບໍ່ດີ ແລະ ບໍ່ມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າໃນຊ່ວງເວລານີ້, ສິ່ງນີ້ກໍໝາຍຄວາມວ່າພວກເຂົາບໍ່ມີວຸດທິພາວະໃດໜຶ່ງ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນບໍ? (ແມ່ນແລ້ວ). ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີກ່ຽວກັບວຽກງານຂອງພຣະເຈົ້າກໍຄື ມັນບໍ່ໄດ້ຖືກປະຕິບັດໃນຜູ້ຄົນໃນລັກສະນະທີ່ເປັນໄລຍະຍາວ ແລະ ຕໍ່ເນື່ອງ, ແຕ່ມັນໃຫ້ຄວາມຮູ້ແຈ້ງແກ່ພວກເຂົາພຽງເລັກນ້ອຍໃນຊົ່ວຂະນະໜຶ່ງ, ເຮັດໃຫ້ພວກເຂົາສະແດງຄວາມຫ້າວຫັນທີ່ພຸ່ງຂຶ້ນມາ ແລະ ອາລົມຊົ່ວຂະນະ. ອີກປະເພດໜຶ່ງກໍຄື ຜູ້ຄົນເຊື່ອວ່າວຽກງານຂອງພຣະເຈົ້ານັ້ນເໜືອທຳມະຊາດ, ເຊື້ອວ່າພຣະອົງດົນໃຈຜູ້ຄົນໃຫ້ມີທັດສະນະຄະຕິທີ່ເປັນບວກ ແລະ ມີຄວາມຕັ້ງໃຈທີ່ຈະທົນທຸກຕໍ່ຄວາມທຸກຍາກລຳບາກ ແລະ ເສຍສະລະຕົນເອງເພື່ອພຣະອົງ ແລະ ຈາກນັ້ນພວກເຂົາກໍໄດ້ຮັບວຸດທິພາວະ ແລະ ກາຍເປັນຄົນທີ່ມີຄວາມຈິງຂອງພຣະເຈົ້າເປັນຊີວິດຂອງພວກເຂົາ. ພວກເຂົາເຊື່ອວ່າຖ້າພວກເຂົາອ່ອນແອຍ້ອນບັນຫາໃດໜຶ່ງ, ພຣະເຈົ້າກໍຈະກຳນົດວ່າພວກເຂົາລົ້ມເຫຼວ ແລະ ຖືກເປີດເຜີຍແລ້ວ ແລະ ຈາກນັ້ນພວກເຂົາກໍຈະຖືກປະນາມໂດຍພຣະເຈົ້າ ແລະ ຖືກກຳຈັດ ແລະ ຖືກປະຖິ້ມໂດຍພຣະອົງ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນບໍ? (ແມ່ນແລ້ວ).
ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນທີ່ພວກເຮົາຫາກໍໂອ້ລົມກັນນັ້ນແມ່ນຫຍັງ? (ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາກຫຼາຍປະເພດກ່ຽວກັບວຽກງານຂອງພຣະເຈົ້າ. ພວກເຂົາເຊື່ອວ່າວຸດທິພາວະໂຕຕົວຈິງຂອງຄົນໆໜຶ່ງຖືກຕັດສິນໂດຍການສະແດງອອກຂອງພວກເຂົາໃນຊ່ວງເວລາໃດໜຶ່ງ ຫຼື ໂດຍການສະແດງອອກຊົ່ວຄາວຂອງພວກເຂົາ ແລະ ພວກເຂົາຄິດວ່າວຽກງານຂອງພຣະເຈົ້າໃນຜູ້ຄົນເກີດຂຶ້ນໃນຊົ່ວຂະນະໜຶ່ງ, ແທນທີ່ຈະເປັນໄລຍະຍາວ ແລະ ຕໍ່ເນື່ອງ. ຜູ້ຄົນຍັງເຊື່ອວ່າວຽກງານຂອງພຣະເຈົ້ານັ້ນເໜືອທຳມະຊາດຫຼາຍ ແລະ ເຊື່ອວ່າພຣະເຈົ້າມັກຈະດົນໃຈຜູ້ຄົນ. ເມື່ອຜູ້ຄົນຖືກດົນໃຈຊົ່ວຄາວໂດຍພຣະວິນຍານບໍລິສຸດ, ພວກເຂົາກໍຮູ້ສຶກວ່າພວກເຂົາກຳລັງຈະຖືກເຮັດໃຫ້ສົມບູນ ຫຼື ຮູ້ສຶກວ່າພວກເຂົາໃກ້ຈະບັນລຸມາດຕະຖານຂອງເປໂຕແລ້ວ ແລະ ເມື່ອຜູ້ຄົນລົ້ມເຫຼວ ແລະ ອ່ອນແອ, ພວກເຂົາກໍຕັດສິນວ່າພວກເຂົາຖືກກຳຈັດແລ້ວ). ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າໃນເລື່ອງນີ້ແມ່ນຫຍັງ? ຜູ້ຄົນເຊື່ອວ່າການສະແດງອອກຊົ່ວຄາວຂອງພວກເຂົາເປັນຕົວແທນໃຫ້ແກ່ວຸດທິພາວະຕົວຈິງຂອງພວກເຂົາ ແລະ ພຣະເຈົ້າຕັດສິນຜູ້ຄົນໂດຍອີງໃສ່ການສະແດງອອກຊົ່ວຄາວຂອງພວກເຂົາ. ຜູ້ຄົນຄິດວ່າພຣະເຈົ້າມັກເຫັນຜູ້ຄົນທົນທຸກຕໍ່ຄວາມທຸກຍາກລຳບາກ ແລະ ຈ່າຍລາຄາ, ຄິດວ່າພຣະອົງມັກເຫັນຜູ້ຄົນອະທິຖານ ແລະ ຕັ້ງປະນິທານຢູ່ເລື້ອຍໆ ແລະ ຊາບຊຶ້ງຈົນຮ້ອງໄຫ້ຢ່າງໜັກ ແລະ ຄິດວ່າພຣະອົງມັກໃຫ້ຜູ້ຄົນສາມາດທີ່ຈະປະຖິ້ມສິ່ງຕ່າງໆ ແລະ ເສຍສະລະຕົນເອງ ແລະ ເຮັດວຽກຢ່າງດຸໝັ່ນ ແລະ ສາມາດເອົາຊະນະຄວາມຫຍຸ້ງຍາກຕ່າງໆທາງເນື້ອໜັງໄດ້. ພວກເຂົາຄິດວ່າ ບໍ່ວ່າພວກເຂົາຈະກະທຳຕາມຫຼັກການ ຫຼື ສອດຄ່ອງກັບຄວາມຈິງ ຫຼື ບໍ່ກໍຕາມ, ຕາບໃດທີ່ພວກເຂົາສາມາດຈ່າຍລາຄາໄດ້ເລື້ອຍໆ ແລະ ໃນການປະຕິບັດໜ້າທີ່ຂອງພວກເຂົາ, ມັກຈະອົດອາຫານ ແລະ ອົດນອນ, ຕື່ນແຕ່ເຊົ້າ ແລະ ນອນເດິກ ແລະ ເຮັດວຽກທັງເວັນທັງຄືນ, ແລ້ວພຣະເຈົ້າກໍຈະມັກສິ່ງນີ້. ສິ່ງນີ້ບົ່ງບອກວ່າ ບໍ່ວ່າພຣະເຈົ້າຈະເຮັດວຽກງານອັນໃດ ຫຼື ພຣະອົງຈະກ່າວພຣະທຳຫຼາຍສໍ່າໃດກໍຕາມ, ພຣະອົງພຽງແຕ່ຫວັງວ່າຜູ້ຄົນທຸກຄົນຈະສາມາດທົນທຸກຕໍ່ຄວາມທຸກຍາກລຳບາກ ແລະ ຈ່າຍລາຄາເພື່ອພຣະອົງ, ບໍ່ກິນອາຫານດີໆ ຫຼື ບໍ່ນຸ່ງເຄື່ອງງາມໆ ແລະ ບໍ່ມີເວລາຫວ່າງເລີຍ ແລະ ພວກເຂົາຕ້ອງໃຊ້ເວລາແຕ່ລະມື້ໄປກັບການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການອະທິຖານ ແລະ ມັກຈະຕັ້ງປະນິທານ, ສະແດງຄວາມຕັ້ງໃຈຂອງພວກເຂົາ, ຕັດສິນໃຈຢ່າງແນ່ວແນ່ ແລະ ສາບານ. ບາງຄົນຄິດວ່າພຣະເຈົ້າມັກຢັບຢັ້ງຫົວໃຈ ແລະ ແຂນຂາຂອງຜູ້ຄົນ, ພຣະອົງບໍ່ໃຫ້ອິດສະລະ ແລະ ການປົດປ່ອຍແກ່ຜູ້ຄົນ ແລະ ພຣະອົງພັດເຮັດໃຫ້ພວກເຂົາຮູ້ສຶກຖືກກົດຂີ່ ເພື່ອບໍ່ໃຫ້ພວກເຂົາສາມາດຖືກປົດປ່ອຍໄດ້ ແລະ ພາກເອົາອິດສະລະພາບຂອງຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິໄປຈາກພວກເຂົາ. ຜູ້ຄົນຄິດແບບນີ້, ບໍ່ແມ່ນບໍ? (ແມ່ນແລ້ວ). ຜູ້ຄົນຄິດຫຍັງອີກ? ຄິດວ່າພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນລົ້ມເຫຼວ, ເປີດເຜີຍຄວາມອ່ອນແອ ຫຼື ຄວາມເສື່ອມຊາມ ຫຼື ສະແດງຂໍ້ບົກຜ່ອງຂອງພວກເຂົາ. ຜູ້ຄົນຍັງເຊື່ອວ່າ ຖ້າພວກເຂົາຕ້ອງການບັນລຸຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ, ແລ້ວໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາຈະອ່ອນແອບໍ່ໄດ້ເລີຍ ຫຼື ມີຄວາມຕ້ອງການ, ຂໍ້ບົກຜ່ອງ ຫຼື ຂໍ້ຕຳນິໃດໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ຕ້ອງບໍ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມໃດໜຶ່ງ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນບໍ? (ແມ່ນແລ້ວ). ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາຄິດວ່າພາຍໃຕ້ວຽກງານ ແລະ ການນໍາພາຂອງພຣະເຈົ້າ, ພວກເຂົາຕ້ອງມີຄວາມໜຸ່ມແໜ້ນຢູ່ໃນຫົວໃຈ, ມີຄວາມຫ້າວຫັນຢູ່ສະເໝີ ແລະ ເຕັມໄປດ້ວຍຄວາມຫຼົງໄຫຼໃນວຽກງານຂອງພວກເຂົາ ແລະ ມີທັດສະນະຄະຕິທີ່ຈິງຈັງຕໍ່ມັນ, ພ້ອມທັງເຄັ່ງຕຶງຢູ່ຕະຫຼອດເວລາ ແລະ ບໍ່ເຄີຍຜ່ອນຄາຍ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນຄິດບໍ? ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີ ຫຼື ມັນຄືຂໍ້ກຳນົດທີ່ແທ້ຈິງຂອງພຣະເຈົ້າສຳລັບຜູ້ຄົນ? (ມັນຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີ). ຜູ້ຄົນຄິດວ່າ ຖ້າພວກເຂົາເປັນລົບ ແລະ ອ່ອນແອພຽງເລັກນ້ອຍ ຫຼື ມີຄວາມຫຍຸ້ງຍາກທາງເນື້ອໜັງພຽງເລັກນ້ອຍ ຫຼື ມີຂໍ້ບົກຜ່ອງ ຫຼື ຂໍ້ຕຳນິບາງຢ່າງໃນຄວາມເປັນມະນຸດຂອງພວກເຂົາ ຫຼື ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ບາງຄັ້ງກໍໂລບຄວາມສະບາຍທາງເນື້ອໜັງ, ແລ້ວພຣະເຈົ້າກໍຈະບໍ່ຕ້ອງການພວກເຂົາ, ພຣະອົງຈະບໍ່ກ່າວກັບພວກເຂົາ ຫຼື ເຮັດວຽກງານໃນພວກເຂົາ ແລະ ພວກເຂົາກໍຈະຖືກກຳຈັດ ແລະ ບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ນີ້ເປັນຄວາມຈິງບໍ? (ບໍ່). ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີບໍ? (ແມ່ນແລ້ວ). ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາເຊື່ອວ່າ ໃນດ້ານໜຶ່ງ ພຣະເຈົ້າມັກຄົນທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຄວາມຫຼົງໄຫຼອັນແຮງກ້າໃນວຽກງານຂອງພວກເຂົາຢູ່ສະເໝີ ແລະ ໃນອີກດ້ານໜຶ່ງ ພຣະເຈົ້າບໍ່ມັກຄວາມເປັນລົບຂອງຜູ້ຄົນ ແລະ ບໍ່ອະນຸຍາດໃຫ້ພວກເຂົາສະແດງຄວາມອ່ອນແອຂອງພວກເຂົາອອກມາ. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຄົນຄິດວ່າພຣະເຈົ້າມັກນັກບວດ, ແມ່ນບໍ? ພວກເຂົາຄິດວ່າມັນຈຳເປັນທີ່ຈະຕ້ອງດຳລົງຊີວິດດ້ວຍຄວາມຍາກຈົນໄປຕະຫຼອດຊີວິດ, ບໍ່ສົນໃຈເລື່ອງພາຍນອກເລີຍ ແລະ ອ່ານພຣະທຳຂອງພຣະເຈົ້າມື້ແລ້ວມື້ເລົ່າພາຍໃຕ້ແສງໄຟສະຫຼົວອັນງຽບເຫງົາຂອງຕະກຽງນໍ້າມັນ; ພວກເຂົາເຊື່ອວ່າການອະທິຖານທັງຕອນເຊົ້າ ແລະ ຕອນແລງເປັນສິ່ງທີ່ບັງຄັບ, ເຊື່ອວ່າພວກເຂົາຕ້ອງຂອບພຣະຄຸນພຣະເຈົ້າກ່ອນອາຫານທຸກຄາບ ແລະ ເຊື່ອວ່າພວກເຂົາບໍ່ສາມາດມີຄວາມຕ້ອງການຕ່າງໆຂອງຄວາມເປັນມະນຸດທີ່ປົກກະຕິໄດ້. ພວກເຂົາເຊື່ອວ່າມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາສາມາດຖືກພິຈາລະນາວ່າຈົງຮັກພັກດີຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ຊື່ສັດຕໍ່ວຽກງານຂອງພວກເຂົາຢ່າງແທ້ຈິງ ແລະ ເຊື່ອວ່າມີພຽງແຕ່ການຮັກສາຄວາມຫ້າວຫັນປະເພດນີ້ໄວ້ເທົ່ານັ້ນ ພວກເຂົາຈຶ່ງຈະເປັນທີ່ໂປດປານຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ. ຍ້ອນຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້, ບາງຄົນຈຶ່ງຮູ້ສຶກຖືກຕຳໜິໃນໃຈເປັນພິເສດ ເມື່ອບາງຄັ້ງພວກເຂົາຄິດຮອດຄອບຄົວຂອງພວກເຂົາ ແລະ ຍັງຮູ້ສຶກບໍ່ສະບາຍໃຈ ເມື່ອໃດກໍຕາມທີ່ພວກເຂົາລົມຫຼິ້ນກັນເປັນບາງຄັ້ງບາງຄາວ, ໂດຍຄິດວ່າພຣະເຈົ້າຈະຕຳໜິພວກເຂົາ. ເມື່ອຍິງສາວບາງຄົນແຕ່ງຕົວ ແລະ ນຸ່ງເຄື່ອງທີ່ມີສີສັນສົດໃສເລັກນ້ອຍ ແລະ ຂ້ອນຂ້າງທັນສະໄໝເປັນບາງຄັ້ງບາງຄາວ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈໄປໝົດທັງຕົວ ແລະ ຄິດວ່າ “ຂ້ອຍນຸ່ງເຄື່ອງແບບນີ້ມັນຈະເບິ່ງບໍ່ສຸພາບເກີນໄປບໍນໍ? ມັນຈະເບິ່ງປ່ອຍຕົວໄປໜ້ອຍໜຶ່ງບໍນໍ?” ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ໄດ້ນຸ່ງເຄື່ອງທີ່ແປກປະຫຼາດ ຫຼື ເປີດເຜີຍຮ່າງກາຍ, ແຕ່ພວກເຂົາພຽງແຕ່ຮູ້ສຶກປ່ອຍຕົວ ແລະ ຄິດວ່າ “ພຣະເຈົ້າກຳລັງຕຳໜິຂ້ອຍຢູ່ພາຍໃນໃຈ. ພຣະອົງບໍ່ມັກໃຫ້ຂ້ອຍເຮັດແບບນີ້”. ຖ້າເຈົ້າຄິດວ່າພຣະເຈົ້າບໍ່ມັກ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ນຸ່ງຊຸດຂອງພະສົງ ຫຼື ຊຸດຂອງນັກບວດລັດທິເຕົ໋າລະ? ນັ້ນຈະ “ສະຫງ່າງາມ” ແລະ “ສຸພາບ” ສໍ່າໃດ! ແບບນັ້ນກໍຈະບໍ່ປ່ອຍຕົວແລ້ວ, ແມ່ນບໍ? ບາງຄົນບາງຄັ້ງກໍເພີດເພີນໄປກັບຄວາມຮັກທີ່ສວຍຮັກງາມເລັກນ້ອຍ ຫຼື ໂອ້ອວດ ແລະ ຈາກນັ້ນກໍຮູ້ສຶກຖືກຕຳໜິ ແລະ ບໍ່ສະບາຍໃຈຢູ່ພາຍໃນ ແລະ ຄິດວ່າ “ພຣະເຈົ້າບໍ່ມັກຂ້ອຍອີກຕໍ່ໄປແລ້ວ. ພຣະອົງບໍ່ຕ້ອງການຂ້ອຍອີກແລ້ວ”. ບາງຄົນເຖິງກັບຕັ້ງກົດວ່າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ຫວີຜົມ, ແຕ່ງໜ້າ ຫຼື ສ່ອງແວ່ນ ແລະ ພວກເຂົາສາມາດອາບນໍ້າໄດ້ພຽງເດືອນລະຄັ້ງ ຫຼື ທຸກໆຫົກເດືອນເທົ່ານັ້ນ ແລະ ຄິດວ່າຖ້າພວກເຂົາອາບນໍ້າຢູ່ເລື້ອຍໆຫຼາຍກວ່າໜຶ່ງຄັ້ງຕໍ່ເດືອນ ຫຼື ທຸກໆຫົກເດືອນ, ສິ່ງນີ້ກໍຈະເປັນທີ່ລັງກຽດຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ. ພວກເຂົາຕັ້ງກົດວ່າພວກເຂົາຕ້ອງຕື່ນກ່ອນຫ້າໂມງເຊົ້າ ແລະ ຄິດວ່າຖ້າພວກເຂົາຕື່ນຊ້າເຄິ່ງຊົ່ວໂມງ, ພວກເຂົາກໍກຳລັງເພີດເພີນກັບຄວາມສະດວກສະບາຍ ແລະ ບໍ່ແມ່ນຄົນທີ່ຮັກພຣະເຈົ້າ; ພວກເຂົາຕັ້ງກົດວ່າພວກເຂົາຕ້ອງເຂົ້ານອນຫຼັງທ່ຽງຄືນ ແລະ ຄິດວ່າຖ້າພວກເຂົາເຂົ້ານອນກ່ອນທ່ຽງຄືນ, ພວກເຂົາກໍບໍ່ແມ່ນຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ. ຄົນເຫຼົ່ານີ້ສ້າງກົດທີ່ຕາຍຕົວຫຼາຍຢ່າງສຳລັບພຶດຕິກຳ, ຊີວິດປະຈຳວັນ ແລະ ຄວາມຕ້ອງການໃນຊີວິດຂອງພວກເຂົາເອງ. ພວກເຂົາບໍ່ສະແຫວງຫາວ່າຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງ, ທັງບໍ່ພະຍາຍາມເຂົ້າໃຈວ່າມຸມມອງ ແລະ ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ເລື່ອງເຫຼົ່ານີ້ແມ່ນຫຍັງ. ແຕ່ພວກເຂົາພັດເຊື່ອໃນລັກສະນະທີ່ເປັນອັດຕະວິໄສຢ່າງສິ້ນເຊີງວ່າ ໃນວຽກງານຂອງພຣະເຈົ້າ, ພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນມີການສະແດງອອກເຫຼົ່ານີ້ ແລະ ຖ້າພວກເຂົາເຄີຍມີການສະແດງອອກເຫຼົ່ານີ້, ພວກເຂົາກໍກຳລັງກະບົດຢ່າງສິ້ນເຊີງ ແລະ ພວກເຂົາກໍເປັນທີ່ລັງກຽດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງບໍ່ສາມາດໄດ້ຮັບຄວາມລອດພົ້ນ. ຫຼາຍຄັ້ງພຽງແຕ່ຍ້ອນເລື່ອງເລັກນ້ອຍບາງຢ່າງທີ່ບໍ່ຄຸ້ມຄ່າທີ່ຈະກ່າວເຖິງ ເຊັ່ນ: ການເວົ້າຜິດ, ການໃຊ້ຄຳສັບຜິດ, ການກິນເຂົ້າໜົມຫຼາຍເກີນໄປໜ້ອຍໜຶ່ງ ຫຼື ການເບິ່ງວິດີໂອບັນເທີງບາງຢ່າງເປັນບາງຄັ້ງບາງຄາວ, ຜູ້ຄົນກໍຄິດວ່າ “ຂ້ອຍຈົບສິ້ນແລ້ວ, ນີ້ຄືການກະບົດຢ່າງສິ້ນເຊີງຂອງຂ້ອຍ! ຂ້ອຍບໍ່ຮູ້ເລີຍວ່າຂ້ອຍຈະມີພຶດຕິກຳ ແລະ ຄວາມມັກເຊັ່ນນີ້, ຂ້ອຍບໍ່ຮູ້ວ່າຂ້ອຍຍັງມີບັນຫາເຫຼົ່ານີ້ຢູ່. ນີ້ມັນຮ້າຍແຮງຫຼາຍ. ຂ້ອຍຕ້ອງໄຕ່ຕອງກ່ຽວກັບຕົວຂ້ອຍເອງຢ່າງເລິກເຊິ່ງ, ໄຈ້ແຍກຕົວຂ້ອຍເອງໃນສ່ວນເລິກຂອງຈິດວິນຍານຂອງຂ້ອຍ ແລະ ປະຕິວັດຕົນເອງ. ຂ້ອຍຈະປ່ອຍເລື່ອງນີ້ໄປບໍ່ໄດ້!” ຜູ້ຄົນໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ເລື່ອງເຫຼົ່ານີ້ທີ່ບໍ່ມີຄວາມກ່ຽວຂ້ອງກັບຫຼັກການຄວາມຈິງ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ແລະ ພຣະເຈົ້າຊົງລັງກຽດສິ່ງເຫຼົ່ານັ້ນ. ພຣະເຈົ້າບໍ່ຕ້ອງການເຫັນຜູ້ຄົນເປີດເຜີຍການສະແດງອອກເຫຼົ່ານີ້. ສະນັ້ນ ຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈໃນເລື່ອງນີ້ແມ່ນຫຍັງ? ຫຼັກການທີ່ຄວນຍຶດໝັ້ນແມ່ນຫຍັງ? ເນື່ອງຈາກສິ່ງເຫຼົ່ານີ້ເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ສິ່ງເຫຼົ່ານັ້ນຈຶ່ງບໍ່ແມ່ນຫຼັກການທີ່ພຣະເຈົ້າຮຽກຮ້ອງສຳລັບຜູ້ຄົນຢ່າງແນ່ນອນ ແລະ ສິ່ງເຫຼົ່ານັ້ນກໍບໍ່ມີຫຍັງກ່ຽວຂ້ອງກັບຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນຢ່າງແນ່ນອນ. ແລະ ເນື່ອງຈາກພວກມັນເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ສິ່ງນີ້ຈຶ່ງໝາຍຄວາມວ່າພວກມັນຖືກຄິດຄົ້ນ ແລະ ປະກອບເຂົ້າກັນໃນຄວາມຄິດຂອງມະນຸດ, ສະຫຼຸບແລ້ວ ສິ່ງເຫຼົ່ານັ້ນມາຈາກຄວາມຄິດຂອງຜູ້ຄົນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມເປັນຈິງຄວາມຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນມີເລີຍ. ບໍ່ວ່າຜູ້ຄົນຈະຍຶດໝັ້ນກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ແນວໃດກໍຕາມ, ຕາບໃດທີ່ສິ່ງເຫຼົ່ານັ້ນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ, ການທີ່ຜູ້ຄົນຍຶດໝັ້ນກັບສິ່ງເຫຼົ່ານັ້ນກໍຈະສູນເປົ່າ. ເຖິງແມ່ນວ່າເຈົ້າຈະຍຶດໝັ້ນກັບສິ່ງເຫຼົ່ານັ້ນກໍຕາມ, ເຈົ້າກໍບໍ່ໄດ້ກຳລັງຍຶດໝັ້ນກັບຫຼັກການຄວາມຈິງ ແລະ ພຣະເຈົ້າຈະບໍ່ຈື່ຈຳມັນ. ໂດຍສະເພາະຢ່າງຍິ່ງ, ບາງຄົນຮູ້ສຶກບໍ່ສະບາຍໃຈຢ່າງເລິກເຊິ່ງ ແລະ ຖືກຕຳໜິຢ່າງຮຸນແຮງຢູ່ພາຍໃນ ເມື່ອບາງຄັ້ງພວກເຂົາເປີດເຜີຍຄວາມມັກ ຫຼື ນິໄສທາງເນື້ອໜັງຂອງພວກເຂົາເອງ. ຄວາມບໍ່ສະບາຍໃຈ ແລະ ການຕຳໜິຕົນເອງນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນຜົນມາຈາກການທີ່ພວກເຂົາຖືກດົນໃຈໂດຍພຣະວິນຍານບໍລິສຸດບໍ? (ບໍ່, ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ, ນັ້ນຄືເຫດຜົນທີ່ພວກເຂົາຮູ້ສຶກບໍ່ສະບາຍໃຈ). ພື້ນຖານຂອງຄວາມຮູ້ສຶກເຫຼົ່ານີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ບໍ່ແມ່ນຄວາມຈິງ. ບາງຄົນຮູ້ສຶກຖືກຕຳໜິ ແລະ ບໍ່ສະບາຍໃຈຢູ່ພາຍໃນຢ່າງງ່າຍດາຍ ແລະ ພວກເຂົາກໍຟ້າວອະທິຖານ ແລະ ສາລະພາບບາບຂອງພວກເຂົາ ແລະ ຮີບຮ້ອນກັບໃຈ. ເຈົ້າມີຫຍັງໃຫ້ກັບໃຈ? ສິ່ງເຫຼົ່ານີ້ທີ່ເຈົ້າໄດ້ເຮັດລ້ວນແຕ່ເປັນພຶດຕິກຳທົ່ວໄປໃນຊີວິດປະຈຳວັນ. ພວກມັນບໍ່ແມ່ນບາບ ແລະ ແນ່ນອນວ່າພວກມັນບໍ່ແມ່ນການກະທຳຜິດທີ່ຮ້າຍແຮງ. ຢ່າເຮັດໃຫ້ເປັນເລື່ອງໃຫຍ່ໂຕກັບສິ່ງເລັກນ້ອຍເຊັ່ນນີ້! ຖ້າເຈົ້າຄິດວ່າສິ່ງເຫຼົ່ານັ້ນຜິດ, ເຈົ້າກໍສາມາດເລືອກທີ່ຈະບໍ່ເຮັດພວກມັນໄດ້. ແຕ່ການບໍ່ເຮັດພວກມັນບໍ່ໄດ້ໝາຍຄວາມວ່າເຈົ້າກຳລັງຍຶດໝັ້ນກັບຫຼັກການຄວາມຈິງ ແລະ ການບໍ່ສະບາຍໃຈກໍບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ລະເມີດຫຼັກການຄວາມຈິງ. ເປັນຫຍັງເຈົ້າຈຶ່ງກັບໃຈ? ເປັນຫຍັງເຈົ້າຈຶ່ງຫັນປ່ຽນເສັ້ນທາງຂອງເຈົ້າ? ມັນເປັນຍ້ອນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເຮັດໃຫ້ເຈົ້າເຊື່ອຢ່າງຜິດໆວ່າສິ່ງເຫຼົ່ານັ້ນເປັນພຶດຕິກຳທີ່ເຈົ້າບໍ່ຄວນເຮັດ ຫຼື ມັນເປັນຍ້ອນເຈົ້າຄິດວ່າພຶດຕິກຳຂອງເຈົ້າຂັດກັບພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ? ຖ້າພວກມັນຂັດກັບຫຼັກການຄວາມຈິງ ແລະ ເຈົ້າຮູ້ສຶກບໍ່ສະບາຍໃຈແທ້ໆ, ແລ້ວເຈົ້າກໍຄວນຟ້າວຫັນປ່ຽນເສັ້ນທາງຂອງເຈົ້າ ແລະ ກັບໃຈຕໍ່ພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ຄວາມບໍ່ສະບາຍໃຈນີ້ກໍຄືການຕຳໜິຈາກສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດ. ຖ້າເຈົ້າຮູ້ສຶກບໍ່ສະບາຍໃຈພຽງຍ້ອນວ່າເຈົ້າໄດ້ຂັດກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງ, ເຈົ້າບໍ່ໄດ້ກຳລັງປ່ອຍຕົວໄປກັບຄວາມຮູ້ສຶກທີ່ບໍ່ຈຳເປັນບໍ? (ແມ່ນແລ້ວ). ນີ້ຄືການປ່ອຍຕົວໄປກັບຄວາມຮູ້ສຶກທີ່ບໍ່ຈຳເປັນຢ່າງແທ້ຈິງ ແລະ ມັນເປັນສິ່ງທີ່ເກີນຈຳເປັນ. ເປັນຫຍັງເຈົ້າຈຶ່ງບໍ່ຮູ້ສຶກບໍ່ສະບາຍໃຈ ເມື່ອເຈົ້າຕິດຕາມຜູ້ຕໍ່ຕ້ານພຣະຄຣິສ? ເປັນຫຍັງເຈົ້າຈຶ່ງບໍ່ຮູ້ສຶກຖືກຕຳໜິສຳລັບເລື່ອງນັ້ນ? ເມື່ອເຈົ້າເຫັນຄົນຊົ່ວຮ້າຍຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າບໍ່ລຸກຂຶ້ນມາເພື່ອຢຸດຢັ້ງພວກເຂົາ, ເຈົ້າຮູ້ສຶກບໍ່ສະບາຍໃຈບໍ? ເມື່ອເຈົ້າເວົ້າ ແລະ ກະທຳໂດຍລະເມີດຫຼັກການຄວາມຈິງ ແລະ ອີງໃສ່ການຕາມໃຈຕົນເອງ, ເຈົ້າຮູ້ສຶກບໍ່ສະບາຍໃຈບໍ? ຖ້າເຈົ້າໄດ້ລະເມີດຫຼັກການຄວາມຈິງໃນເລື່ອງເຫຼົ່ານີ້ ແຕ່ເຈົ້າພັດບໍ່ເຄີຍຮູ້ສຶກບໍ່ສະບາຍໃຈກ່ຽວກັບມັນເລີຍ, ແລ້ວເຈົ້າກໍບໍ່ມີແມ່ນແຕ່ຄວາມເປັນມະນຸດ, ທັງບໍ່ມີສະຕິຮູ້ສຶກຜິດຊອບ. ແລ້ວຖ້າເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ, ສິ່ງໃດແດ່ທີ່ຈະເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ? ຄວາມບໍ່ສະບາຍໃຈຂອງເຈົ້າເປັນພຽງການທີ່ເຈົ້າປ່ອຍຕົວໄປກັບຄວາມຮູ້ສຶກທີ່ບໍ່ຈຳເປັນຢ່າງແທ້ຈິງ. ມັນຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງທີ່ກຳລັງທໍລະມານເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ, ມັນບໍ່ມີປະໂຫຍດຫຍັງເລີຍໃນເລື່ອງນັ້ນ. ຜົນສຸດທ້າຍຂອງການທີ່ເຈົ້າເຊື່ອໃນພຣະເຈົ້າພາຍໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງຈະເປັນແນວໃດ? ເຈົ້າພຽງແຕ່ຈະກາຍເປັນຄົນໜ້າຊື່ໃຈຄົດຫຼາຍຂຶ້ນເລື້ອຍໆ ແລະ ເປັນຄືກັບພວກຟາຣີຊາຍຫຼາຍຂຶ້ນເລື້ອຍໆ. ເຈົ້າພຽງແຕ່ຈະຫຼົງທາງອອກຫ່າງຈາກພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງໄປໄກຂຶ້ນເລື້ອຍໆ ແລະ ມັນຈະເປັນໄປບໍ່ໄດ້ເລີຍທີ່ເຈົ້າຈະເຂົ້າສູ່ຄວາມເປັນຈິງຄວາມຈິງ. ເຈົ້າມັກຈະຮູ້ສຶກດີກັບຕົວເຈົ້າເອງຢູ່ສະເໝີ, ແຕ່ເຈົ້າມີຫຍັງດີແທ້ໆ? ເຈົ້າເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍ ແລະ ທຸກສິ່ງທີ່ເຈົ້າຮູ້ສຶກກໍບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ຄວາມຮູ້ສຶກຊາບຊຶ້ງ ແລະ ຖືກຕຳໜິຂອງເຈົ້າ, ຄວາມຮູ້ສຶກວ່າຕົນເອງຕິດໜີ້ ແລະ ຄວາມສຳນຶກຜິດທີ່ເຈົ້າຮູ້ສຶກ, ການກັບໃຈທີ່ເຈົ້າຄິດວ່າເຈົ້າຄວນມີ ແລະ ຄຳສາບານ ແລະ ປະນິທານທີ່ເຈົ້າເຮັດ ລ້ວນແຕ່ກ່ຽວຂ້ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ. ສິ່ງເຫຼົ່ານີ້ພຽງແຕ່ອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ສະນັ້ນ, ທຸກສິ່ງທີ່ເຈົ້າເຮັດ, ບໍ່ວ່າຈະເປັນການທົນທຸກຕໍ່ຄວາມທຸກຍາກລຳບາກ ແລະ ການຈ່າຍລາຄາ ຫຼື ການຖວາຍສິ່ງຕ່າງໆ ແລະ ການເສຍສະລະຕົນເອງ ແລະ ບໍ່ວ່າເຈົ້າຈະເສຍສະລະຫຍັງກໍຕາມ, ມັນກໍຈະສູນເປົ່າ ຖ້າມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
ຕອນນີ້ພວກເຮົາໄດ້ໂອ້ລົມ ແລະ ໄຈ້ແຍກຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ທີ່ຜູ້ຄົນມີກ່ຽວກັບວຽກງານຂອງພຣະເຈົ້າແລ້ວ, ພວກເຈົ້າເຂົ້າໃຈຢ່າງຈະແຈ້ງຂຶ້ນໜ້ອຍໜຶ່ງແລ້ວບໍ ກ່ຽວກັບວິທີການເບິ່ງພຶດຕິກຳຕ່າງໆ ເຊັ່ນ: ຜູ້ຄົນທົນທຸກກັບຄວາມຍາກລຳບາກ, ຈ່າຍລາຄາ ແລະ ຢັບຢັ້ງຕົນເອງໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່ ແລະ ພວກເຂົາມັກກິນອາຫານແຊບໆ ແລະ ແຕ່ງຕົວດີໆ ຫຼື ບໍ່ ແລະ ອື່ນໆອີກ ພ້ອມທັງຫຼັກການທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນແມ່ນຫຍັງ ແລະ ແມ່ນຫຍັງຄືຜົນຮັບແທ້ຈິງທີ່ພຣະເຈົ້າຕ້ອງການບັນລຸໃນຜູ້ຄົນ ດ້ວຍວຽກງານຂອງພຣະອົງ? ຜົນຮັບທີ່ພຣະເຈົ້າຕ້ອງການບັນລຸໃນຜູ້ຄົນບໍ່ແມ່ນການເຫັນຄວາມຫຼົງໄຫຼຂອງເຈົ້າສຳລັບວຽກງານຂອງເຈົ້າຢູ່ຕະຫຼອດເວລາ. ນັ້ນກໍຄື ສິ່ງທີ່ພຣະເຈົ້າຕ້ອງການເຫັນບໍ່ແມ່ນຄວາມກະຕືລືລົ້ນຂອງເຈົ້າ ຫຼື ຄວາມຕັ້ງໃຈຂອງເຈົ້າທີ່ຈະທົນທຸກກັບຄວາມຍາກລຳບາກ ແລະ ຈ່າຍລາຄາ. ໃນສາຍພຣະເນດຂອງພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວການສະແດງອອກເຫຼົ່ານີ້ກໍເປັນພຽງອາລົມຊົ່ວຄາວເທົ່ານັ້ນ. ເວົ້າອີກຢ່າງໜຶ່ງກໍຄື ພວກມັນເປັນພຽງຄວາມກະຕືລືລົ້ນຂອງເຈົ້າເທົ່ານັ້ນ. ໂດຍແກ່ນແທ້ແລ້ວ ຄວາມກະຕືລືລົ້ນແມ່ນຫຍັງ? ມັນຄືຄວາມມຸທະລຸຂອງເຈົ້າ ຫຼື ໃຫ້ເວົ້າຢ່າງສະເພາະເຈາະຈົງກວ່ານັ້ນກໍຄື ມັນເປັນການຈັດການສິ່ງຕ່າງໆດ້ວຍອາລົມ. ສິ່ງທີ່ພຣະເຈົ້າຕ້ອງການບໍ່ແມ່ນຄວາມກະຕືລືລົ້ນຂອງຜູ້ຄົນ, ການຈັດການສິ່ງຕ່າງໆດ້ວຍອາລົມຂອງພວກເຂົາ, ອາລົມຊົ່ວຄາວຂອງພວກເຂົາ ຫຼື ສະພາບທີ່ເຕັມໄປດ້ວຍຄວາມຫຼົງໄຫຼແບບນີ້. ພຣະເຈົ້າຕ້ອງການຫຍັງ? (ພຣະອົງຕ້ອງການໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງໄດ້). ຢ່າງໜ້ອຍທີ່ສຸດ, ພຣະອົງຕ້ອງການໃຫ້ເຈົ້າສາມາດຮັກຄວາມຈິງ ແລະ ເຂົ້າໃຈຄວາມຈິງ ແລະ ເມື່ອປະເຊີນກັບເລື່ອງຕ່າງໆ ກໍບໍ່ຍຶດໝັ້ນກັບກົດລະບຽບ, ພິທີການ ຫຼື ພຶດຕິກຳ ແຕ່ໃຫ້ປະຕິບັດຕາມຫຼັກການຄວາມຈິງແທນ; ພຣະອົງຍັງຕ້ອງການໃຫ້ເຈົ້າສາມາດສະແຫວງຫາຫຼັກການຄວາມຈິງ ໃນໜ້າທີ່ທີ່ເຈົ້າປະຕິບັດ ແລະ ໃນທຸກສິ່ງ ແລະ ປະຕິບັດຕາມຫຼັກການຄວາມຈິງ ແລະ ເຮັດໃຫ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງກາຍເປັນຄວາມເປັນຈິງຂອງເຈົ້າ, ນັ້ນກໍຄື ຜົນຮັບທີ່ວຽກງານຂອງພຣະເຈົ້າຕັ້ງໃຈຈະບັນລຸ. ສຳລັບເລື່ອງທີ່ວ່າ ໃນຊີວິດສ່ວນຕົວຂອງເຈົ້າ ເຈົ້າຕ້ອງການນອນໄວ ແລະ ຕື່ນເຊົ້າ ຫຼື ນອນເດິກ ແລະ ຕື່ນສວາຍ ຫຼື ເຈົ້າມີພອນສະຫວັນປະເພດໃດ ຫຼື ເຈົ້າເວົ້າເກັ່ງສໍ່າໃດນັ້ນ, ບໍ່ມີສິ່ງໃດໃນນີ້ທີ່ສຳຄັນຕໍ່ພຣະເຈົ້າເລີຍ. ບໍ່ວ່າເຈົ້າຈະມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມຍາກລຳບາກ ຫຼື ບໍ່ ຫຼື ເຈົ້າຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ໃຫ້ຄຸນຄ່າກັບສິ່ງເຫຼົ່ານີ້. ບາງຄົນເວົ້າວ່າ “ເພື່ອເຫັນແກ່ຄວາມເຊື່ອຂອງຂ້ອຍທີ່ມີຕໍ່ພຣະເຈົ້າ, ຂ້ອຍບໍ່ໄດ້ຊື້ເຄື່ອງນຸ່ງດີໆມາຫຼາຍປີແລ້ວ ແລະ ຂ້ອຍກໍບໍ່ໄດ້ໄປຮ້ານຕັດຜົມມາຫຼາຍກວ່າສິບປີແລ້ວ”. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ກິນດີ, ບໍ່ໄດ້ນຸ່ງເຄື່ອງດີໆ ແລະ ທົນທຸກກັບຄວາມຍາກລຳບາກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງເຈົ້າກໍຕາມ, ແລ້ວມັນເປັນຫຍັງລະ? ນັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການບໍ? ຈຸດປະສົງສູງສຸດຂອງການເທດສະໜາ ແລະ ການໂອ້ລົມຂອງພຣະເຈົ້າເພື່ອສະໜອງຄວາມຈິງຢ່າງຫຼວງຫຼາຍໃຫ້ແກ່ຜູ້ຄົນນັ້ນ ແມ່ນພຽງແຕ່ເພື່ອປ່ຽນເຈົ້າໃຫ້ກາຍເປັນຜູ້ບຳເພັນຕົນຢ່າງເຄັ່ງຄັດບໍ? ມັນເປັນພຽງເພື່ອປ່ຽນເຈົ້າໃຫ້ກາຍເປັນຄົນທີ່ໜ້າສົມເພັດ, ຂໍທານ ຫຼື ຄົນໜຸ່ມທີ່ໃຈຮ້າຍບໍ? ບໍ່. ສິ່ງທີ່ພຣະເຈົ້າຕ້ອງການເຮັດກໍຄືການປູກຝັງພຣະທຳຂອງພຣະອົງ ແລະ ຫຼັກການຄວາມຈິງເຂົ້າໃນຕົວຜູ້ຄົນ. ສະນັ້ນ, ເມື່ອຫຼາຍຄົນເຊື່ອວ່າພຣະເຈົ້າມັກເຫັນຜູ້ຄົນທົນທຸກກັບຄວາມຍາກລຳບາກຫຼາຍຂຶ້ນ ແລະ ຈ່າຍລາຄາຫຼາຍຂຶ້ນ ແລະ ພຣະອົງມັກເຫັນພວກເຂົາດຳລົງຊີວິດຢ່າງປະຢັດ, ຍາກລຳບາກ ແລະ ຮຽບງ່າຍທີ່ສຸດ, ມີຄວາມຕັ້ງໃຈ ແລະ ຄວາມປາຖະໜາຢ່າງຍິ່ງ ແລະ ມີຄວາມຫຼົງໄຫຼຢ່າງຍິ່ງ ຫຼື ຢັບຢັ້ງຕົນເອງຢ່າງຍິ່ງ ແລະ ຮັກສາຖານະຂອງພວກເຂົາ ແລະ ປະພຶດຕົນດີແທ້ໆ, ສິ່ງເຫຼົ່ານີ້ກໍເປັນພຽງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າເທົ່ານັ້ນ. ສົມມຸດວ່າ ເປັນເວລາຫຼາຍປີໃນຊີວິດຂອງເຈົ້າ, ເຈົ້າກິນເຂົ້າພຽງຄາບດຽວຕໍ່ມື້ ແລະ ນອນສາມຊົ່ວໂມງຕໍ່ຄືນ ແລະ ບໍ່ສາມາດກິນອາຫານແຊບໆ ຫຼື ນຸ່ງເຄື່ອງດີໆໄດ້ ແລະ ເຈົ້າເຮັດໃນສິ່ງທີ່ເຈົ້າຄິດວ່າເຈົ້າຄວນເຮັດມາເປັນເວລາຫຼາຍປີ ແລະ ໄດ້ທົນທຸກກັບຄວາມຍາກລຳບາກນັບບໍ່ຖ້ວນ ແລະ ໄດ້ຕັ້ງປະນິທານນັບບໍ່ຖ້ວນ. ໃນຄຳເວົ້າຂອງພວກເຈົ້າເອງ, ພວກເຈົ້າ “ຍຶດໝັ້ນກັບຄວາມປາຖະໜາເດີມຂອງພວກເຈົ້າ” ແລະ ພວກເຈົ້າທົນທຸກກັບຄວາມຍາກລຳບາກ ແລະ ເສຍສະລະເພື່ອພຣະເຈົ້າ ແລະ ອຸທິດທັງຊີວິດຂອງພວກເຈົ້າແດ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າຈະມີສິ່ງທັງໝົດນີ້ກໍຕາມ, ຖ້າເຈົ້າບໍ່ເຄີຍພະຍາຍາມໃນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ ແລະ ບໍ່ສະແຫວງຫາຫຼັກການຄວາມຈິງໃນທຸກສິ່ງທີ່ເຈົ້າເຮັດ, ແລ້ວເຈົ້າກໍຈະຖືກປະຖິ້ມຢ່າງແນ່ນອນ. ເຈົ້າຕ້ອງການບັນລຸຄວາມລອດພົ້ນຜ່ານການທົນທຸກກັບຄວາມຍາກລຳບາກ ແລະ ການຈ່າຍລາຄາ ແລະ ຜ່ານການບໍ່ເຄີຍປ່ຽນແປງຄວາມປາຖະໜາເດີມຂອງເຈົ້າ ແລະ ການເສຍສະລະຕົນເອງເພື່ອພຣະເຈົ້າຕະຫຼອດຊີວິດຂອງເຈົ້າ ແລະ ການຖວາຍທຸກສິ່ງທີ່ເຈົ້າມີແດ່ພຣະອົງ. ນີ້ເປັນພຽງຄວາມຝັນ, ມັນເປັນຄວາມເພີ້ຝັນ. ເຖິງແມ່ນວ່າເຈົ້າຈະກິນແປ້ງສາລີ ແລະ ເຂົ້າຈີ່ສາລີໜຶ້ງຕະຫຼອດຊີວິດຂອງເຈົ້າ ແລະ ບໍ່ເຄີຍກິນອາຫານແຊບໆ ຫຼື ເພີດເພີນກັບສິ່ງດີໆກໍຕາມ, ມັນກໍຈະບໍ່ມີປະໂຫຍດຫຍັງເລີຍ. ພຣະເຈົ້າບໍ່ເຄີຍເບິ່ງພຶດຕິກຳຂອງຄົນໆໜຶ່ງ ແລະ ພຣະອົງກໍບໍ່ເບິ່ງວ່າຄົນໆໜຶ່ງປະຕິບັດຕາມກົດລະບຽບອັນໃດຢູ່ພາຍນອກ ຫຼື ພວກເຂົາດຳລົງຊີວິດທີ່ຮຽບງ່າຍ ແລະ ທຳມະດາຢູ່ພາຍນອກ ຫຼື ບໍ່. ສິ່ງທີ່ພຣະເຈົ້າຕ້ອງການເຫັນກໍຄື ເຈົ້າກຳລັງຢູ່ໃນເສັ້ນທາງໃດ, ເຈົ້າຍຶດໝັ້ນກັບຫຼັກການໃດໃນທຸກເລື່ອງທີ່ເຈົ້າພົບພໍ້ ແລະ ເຈົ້າຍຶດໝັ້ນກັບຫຼັກການຄວາມຈິງໃນການຈັດການກັບບັນຫາຕ່າງໆ ຫຼື ບໍ່. ຖ້າເຈົ້າບໍ່ຍຶດໝັ້ນກັບຫຼັກການຄວາມຈິງ, ແລ້ວບໍ່ວ່າເຈົ້າຈະປະຕິບັດຕາມຂໍ້ກຳນົດ ແລະ ກົດລະບຽບທີ່ຕາຍຕົວເຫຼົ່ານັ້ນໄດ້ດີສໍ່າໃດກໍຕາມ, ມັນກໍຈະບໍ່ມີປະໂຫຍດຫຍັງເລີຍ. ມັນຈະພຽງແຕ່ບົ່ງບອກວ່າ ເຈົ້າເປັນຄົນທີ່ດຳລົງຊີວິດຢູ່ພາຍໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ເປັນຄົນທີ່ດຳລົງຊີວິດຢູ່ພາຍໃນຄວາມປາຖະໜາທີ່ດີ ແລະ ເປັນອັດຕະວິໄສຢ່າງສິ້ນເຊີງ, ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບວຽກງານຂອງພຣະເຈົ້າເລີຍ ແລະ ບໍ່ມີຫຍັງກ່ຽວຂ້ອງກັບວິທີການໃດໆທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການລອດພົ້ນຂອງພຣະອົງໃນຜູ້ຄົນ, ນັ້ນກໍຄື ຄົນທີ່ຢູ່ຫ່າງໄກຈາກວຽກງານຂອງພຣະເຈົ້າ. ສະນັ້ນ, ຖ້າເຈົ້າຕ້ອງການໄດ້ຮັບບາງສິ່ງບາງຢ່າງຈາກວຽກງານຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງພະຍາຍາມຢ່າງໜັກໃນຄວາມຈິງ; ເຈົ້າຕ້ອງບໍ່ລົງແຮງ ຫຼື ໃຊ້ຄວາມພະຍາຍາມໃດໆກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງ, ການເຮັດເຊັ່ນນັ້ນແມ່ນໄຮ້ປະໂຫຍດ. ບາງຄົນຖາມເຮົາວ່າ: “ພຣະອົງຄິດວ່າຂ້ານ້ອຍເບິ່ງສຸພາບ ແລະ ເໝາະສົມກວ່າ ຖ້າໄວ້ຜົມຍາວ ຫຼື ຜົມສັ້ນ?” ເຮົາຖາມພວກເຂົາກັບໄປວ່າ: “ເຈົ້າມັກໄວ້ຜົມຍາວ ຫຼື ຜົມສັ້ນ?” ພວກເຂົາເວົ້າວ່າ: “ຂ້ານ້ອຍມັກໄວ້ຜົມຍາວ. ແຕ່ຂ້ານ້ອຍຄິດວ່າຜົມຍາວບໍ່ສຸພາບ ແລະ ເໝາະສົມ ແລະ ພຣະເຈົ້າບໍ່ມັກມັນ”. ແລະ ເຮົາກໍຕອບວ່າ: “ພຣະເຈົ້າເວົ້າແບບນັ້ນຕອນໃດ? ສິ່ງນີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ?” ມີຄົນອື່ນທີ່ຖາມເຮົາວ່າ: “ຂ້ານ້ອຍກິນເຂົ້າໜົມໄດ້ບໍ?” ແລະ ເຮົາກໍຕອບວ່າ: “ການກິນເຂົ້າໜົມເປັນຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິບໍ? ພຣະເຈົ້າໄດ້ກຳນົດໄວ້ບໍວ່າຜູ້ຄົນບໍ່ສາມາດກິນພວກມັນໄດ້? ພຣະເຈົ້າກ່າວໂທດສິ່ງນີ້ບໍ?” ແລະ ພວກເຂົາກໍເວົ້າວ່າ “ຂ້ານ້ອຍຄິດວ່າພຣະເຈົ້າກ່າວໂທດສິ່ງນີ້, ເພາະການກິນເຂົ້າໜົມເປັນຄວາມເກເລ”. “ຄວາມເກເລ” ໝາຍຄວາມວ່າແນວໃດ? ຖ້າເຈົ້າຄິດວ່າການກິນເຂົ້າໜົມເປັນຄວາມເກເລ, ແລ້ວການບໍ່ກິນເຂົ້າໜົມໝາຍຄວາມວ່າເຈົ້າບໍ່ໄດ້ເກເລບໍ? ການບໍ່ກິນເຂົ້າໜົມໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ ແລະ ປະຕິບັດຄວາມຈິງບໍ? ພວກເຈົ້າສາມາດເຂົ້າໃຈໄດ້ ເມື່ອເຮົາເວົ້າແບບນີ້, ແມ່ນບໍ່? (ແມ່ນແລ້ວ). ຄວາມຄິດຫຼົງຜິດ ແລະ ຈິນຕະນາການບໍ່ແມ່ນຄວາມຈິງ ແລະ ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ຖ້າເຈົ້າສະຫຼາດ, ເຈົ້າກໍຄວນຟ້າວກວດສອບເບິ່ງວ່າເຈົ້າຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການອັນໃດແດ່ ແລະ ເຈົ້າຍັງມີການປະຕິບັດ, ຄວາມຄິດ ແລະ ມຸມມອງອັນໃດແດ່ຂອງພວກຟາຣີຊາຍ ແລະ ປ່ອຍວາງພວກມັນໂດຍບໍ່ຊັກຊ້າ. ຈຸດປະສົງຂອງການປ່ອຍວາງສິ່ງເຫຼົ່ານີ້ບໍ່ແມ່ນເພື່ອເຮັດໃຫ້ເຈົ້າກາຍເປັນຄົນເກເລ ແລະ ເອົາແຕ່ໃຈຕົນເອງ, ແຕ່ເພື່ອເຮັດໃຫ້ເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຫຼັກການຄວາມຈິງ ແລະ ມາເພື່ອໄດ້ຮັບຄວາມຈິງມາເປັນຊີວິດຂອງເຈົ້າ. ພຣະເຈົ້າບໍ່ຕ້ອງການເຫັນເຈົ້າເປັນຂໍທານ ແລະ ດຳເນີນຊີວິດແບບຜູ້ບຳເພັນຕົນຢ່າງເຄັ່ງຄັດ. ບາງຄົນເວົ້າວ່າ “ພຣະເຈົ້າບໍ່ມັກໃຫ້ຜູ້ຄົນເປັນຂໍທານ, ແລ້ວນັ້ນໝາຍຄວາມວ່າພຣະອົງມັກໃຫ້ພວກເຂົາຮັ່ງມີບໍ?” ພຣະເຈົ້າກໍບໍ່ມັກໃຫ້ຜູ້ຄົນຮັ່ງມີເຊັ່ນກັນ. ບາງຄົນເວົ້າວ່າ: “ການທີ່ພຣະເຈົ້າມັກໃຫ້ຜູ້ຄົນທົນທຸກກັບຄວາມຍາກລຳບາກທາງຮ່າງກາຍນັ້ນເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ສະນັ້ນ ຖ້າພຣະເຈົ້າບໍ່ມັກໃຫ້ຜູ້ຄົນທົນທຸກກັບຄວາມຍາກລຳບາກ, ນັ້ນໝາຍຄວາມວ່າພຣະອົງມັກໃຫ້ພວກເຂົາດຳລົງຊີວິດຢ່າງສະດວກສະບາຍບໍ?” ຜິດແລ້ວ, ນີ້ກໍເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເຊັ່ນກັນ. ແລ້ວວິທີການກະທຳທີ່ຖືກຕ້ອງແມ່ນຫຍັງ? (ພຣະເຈົ້າມັກໃຫ້ຜູ້ຄົນສາມາດມາຢູ່ຕໍ່ໜ້າພຣະອົງ ແລະ ສະແຫວງຫາຫຼັກການຄວາມຈິງ, ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ). ບໍ່ວ່າເວລາໃດກໍຕາມ, ຫຼັກການຄວາມຈິງກໍບໍ່ສາມາດຖືກລືມໄດ້. ບາງຄົນເວົ້າວ່າ: “ພຣະເຈົ້າມັກໃຫ້ຜູ້ຄົນຕັ້ງປະນິທານຕໍ່ໜ້າພຣະອົງ ແລະ ມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມຍາກລຳບາກ”. ຄົນອື່ນເວົ້າວ່າ “ພຣະເຈົ້າບໍ່ມັກຄົນທີ່ບໍ່ເຕັມໃຈທີ່ຈະທົນທຸກກັບຄວາມຍາກລຳບາກ”. ການເວົ້າສິ່ງເຫຼົ່ານີ້ຖືກ ຫຼື ຜິດ? ຄຳເວົ້າໃດຖືກ ແລະ ຄຳເວົ້າໃດຜິດ? (ພວກມັນຜິດທັງສອງ). ບາງຄົນທົນທຸກກັບຄວາມຍາກລຳບາກເພື່ອເຫັນແກ່ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງຢູ່ສະເໝີ, ພວກເຂົາມີຄວາມຕັ້ງໃຈຢ່າງແຮງກ້າທີ່ຈະທົນທຸກກັບຄວາມຍາກລຳບາກ. ການສະແດງອອກເຫຼົ່ານີ້ເຮັດໃຫ້ພຣະເຈົ້າພໍພຣະໄທບໍ? (ບໍ່). ບາງຄົນບໍ່ເຕັມໃຈທີ່ຈະທົນທຸກກັບຄວາມຍາກລຳບາກເມື່ອເວົ້າເຖິງເລື່ອງສ່ວນຕົວ, ແຕ່ເຕັມໃຈທີ່ຈະທົນທຸກກັບຄວາມຍາກລຳບາກເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ເພື່ອຄວາມຈິງ ແລະ ເຕັມໃຈທີ່ຈະທົນທຸກກັບຄວາມຍາກລຳບາກເລັກໜ້ອຍເພື່ອທີ່ຈະກະທຳຕາມຫຼັກການຄວາມຈິງ. ການສະແດງອອກໃດໃນສິ່ງເຫຼົ່ານີ້ທີ່ດີກວ່າ? (ການທົນທຸກກັບຄວາມຍາກລຳບາກເພື່ອເຫັນແກ່ຫຼັກການຄວາມຈິງ). ສາມາດເຫັນຫຍັງໄດ້ຈາກສິ່ງເຫຼົ່ານີ້? ມັນເຫັນໄດ້ວ່າ ການກະທຳຕາມຫຼັກການຄວາມຈິງ ແລະ ການປະຕິບັດຄວາມຈິງນັ້ນເປັນສິ່ງທີ່ຖືກຕ້ອງ. ບໍ່ວ່າຈະກ່ຽວຂ້ອງກັບເລື່ອງການປະຕິບັດໜ້າທີ່ຂອງຕົນ ຫຼື ເລື່ອງໃນຊີວິດສ່ວນຕົວຂອງຕົນກໍຕາມ, ການທີ່ຄົນໃດໜຶ່ງທົນທຸກກັບຄວາມຍາກລຳບາກ ຫຼື ບໍ່ນັ້ນ ບໍ່ແມ່ນມາດຕະຖານ ຫຼື ຫຼັກການ. ແລ້ວຫຼັກການແມ່ນຫຍັງ? ຫຼັກການກໍຄືຂໍ້ກຳນົດຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ຖ້າເຈົ້າປະຕິບັດຕາມຫຼັກການຄວາມຈິງ, ແລ້ວເຖິງແມ່ນວ່າເຈົ້າຈະບໍ່ໄດ້ທົນທຸກກັບຄວາມຍາກລຳບາກໃນການເຮັດເຊັ່ນນັ້ນກໍຕາມ, ສິ່ງທີ່ເຈົ້າກຳລັງເຮັດກໍຖືກຕ້ອງ ແລະ ພຣະເຈົ້າກໍຮັບຮອງມັນ; ຖ້າເຈົ້າບໍ່ກະທຳຕາມຫຼັກການຄວາມຈິງ, ແລ້ວເຖິງແມ່ນວ່າເຈົ້າຈະທົນທຸກກັບຄວາມຍາກລຳບາກຢ່າງຫຼວງຫຼາຍ ຫຼື ປະສົບກັບຄວາມອັບອາຍຢ່າງໃຫຍ່ຫຼວງໃນຂະບວນການນັ້ນກໍຕາມ, ມັນກໍສູນເປົ່າ ແລະ ພຣະເຈົ້າກໍບໍ່ຮັບຮອງການກະທຳຂອງເຈົ້າ. ມັນກໍຄືກັບການທີ່ບາງຄົນໄດ້ຍິນຄຳສັ່ງຈາກຜູ້ຕໍ່ຕ້ານພຣະຄຣິສ ແລ້ວກໍເຮັດຕາມທີ່ພວກເຂົາໄດ້ຮັບສັ່ງ, ໂດຍຈັດຕັ້ງປະຕິບັດວຽກງານຕາມຄວາມມັກຂອງຜູ້ຕໍ່ຕ້ານພຣະຄຣິສ, ໃຊ້ຄຳເວົ້າຢ່າງຫຼວງຫຼາຍ ແລະ ທົນທຸກຫຼາຍ ແລະ ເຮັດໃຫ້ຕົນເອງຫຍຸ້ງຢູ່ຕະຫຼອດເວລາ, ຈົນເຖິງຂັ້ນທີ່ຮ່າງກາຍຂອງພວກເຂົາຄົດງໍ ແລະ ຊຸດໂຊມລົງຈາກຄວາມອິດເມື່ອຍທາງຮ່າງກາຍ. ພຣະເຈົ້າຮັບຮອງສິ່ງນີ້ບໍ? ພຣະເຈົ້າຈະຈື່ຈຳມັນບໍ? (ພຣະອົງບໍ່ຮັບຮອງມັນ ແລະ ພຣະອົງຈະບໍ່ຈື່ຈຳມັນ). ແລ້ວທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ? (ພຣະເຈົ້າລັງກຽດຄົນແບບນັ້ນ). ພຣະເຈົ້າກ່າວວ່າແນວໃດ? “ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ”. ນີ້ຄືທັດສະນະຄະຕິຂອງພຣະເຈົ້າ, ແມ່ນບໍ? (ແມ່ນແລ້ວ). ບໍ່ວ່າເຈົ້າຈະທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ ຫຼື ເຈົ້າໄດ້ຈ່າຍລາຄາໄປຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າເຈົ້າຈະໃຊ້ສິ່ງເຫຼົ່ານີ້ເພື່ອໂອ້ອວດກ່ຽວກັບການປະກອບສ່ວນຂອງເຈົ້າກໍຕາມ, ແຕ່ພຣະເຈົ້າກໍບໍ່ໄດ້ເບິ່ງສິ່ງເຫຼົ່ານີ້. ພຣະເຈົ້າພຽງແຕ່ເບິ່ງວ່າເຈົ້າໄດ້ເຮັດສິ່ງເຫຼົ່ານີ້ຕາມຫຼັກການຄວາມຈິງ ຫຼື ບໍ່ ແລະ ເຈົ້າໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ ຫຼື ບໍ່, ພຣະອົງໃຊ້ຫຼັກການນີ້ເພື່ອວັດແທກເຈົ້າ. ຖ້າເຈົ້າບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ, ແຕ່ກະທຳຕາມຄວາມຄິດຂອງເຈົ້າເອງແທນ, ແລ້ວບໍ່ວ່າເຈົ້າຈະທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ ຫຼື ເຈົ້າຈ່າຍລາຄາຫຼາຍສໍ່າໃດກໍຕາມ, ມັນກໍຈະສູນເປົ່າທັງໝົດ. ບໍ່ພຽງແຕ່ພຣະເຈົ້າຈະບໍ່ຈື່ຈຳມັນເທົ່ານັ້ນ, ແຕ່ພຣະອົງຍັງຈະກ່າວໂທດມັນອີກດ້ວຍ. ນັ້ນຈະເປັນການນຳຄວາມພິນາດມາສູ່ຕົນເອງ, ແມ່ນບໍ? (ແມ່ນແລ້ວ). ຄົນແບບນັ້ນຈະຖືກກຳຈັດໃນທີ່ສຸດ, ພວກເຂົາສົມຄວນໄດ້ຮັບສິ່ງນີ້, ແມ່ນບໍ? (ແມ່ນແລ້ວ). ພຣະເຈົ້າໄດ້ກ່າວພຣະທຳຫຼາຍພັນຫຼາຍໝື່ນຂໍ້ ແລະ ໄດ້ກ່າວຫຼັກການຄວາມຈິງແກ່ເຈົ້າ, ແຕ່ເຈົ້າພັດບໍ່ຍອມຟັງ. ເຈົ້າມີຄວາມຄິດຂອງເຈົ້າເອງຢູ່ສະເໝີ ແລະ ເຈົ້າຫວັງຢ່າງເພີ້ຝັນທີ່ຈະໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງມາແທນທີ່ຄວາມຈິງ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບການຮັບຮອງຈາກພຣະເຈົ້າ, ເຂົ້າສູ່ອານາຈັກ ແລະ ໄດ້ຮັບພອນ ແລະ ລາງວັນ. ນີ້ບໍ່ແມ່ນການຮົນຫາບ່ອນຕາຍບໍ? ຄົນແບບນັ້ນບໍ່ແມ່ນຄົນປະເພດດຽວກັນກັບໂປໂລບໍ? (ແມ່ນແລ້ວ). ສະນັ້ນ, ຖ້າຜູ້ຄົນຕ້ອງການປ່ອຍວາງສິ່ງກີດກັນລະຫວ່າງພວກເຂົາກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ພວກເຂົາກໍຄວນມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ຄວນຄາດເດົາກ່ຽວກັບພຣະເຈົ້າ, ວັດແທກພາລະກິດຂອງພຣະອົງ ຫຼື ວັດແທກພຶດຕິກຳ ແລະ ການປະຕິບັດຂອງພວກເຂົາເອງໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ ແລະ ຈາກນັ້ນກໍຈັດການທຸກສິ່ງໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້. ຜົນສຸດທ້າຍຂອງວິທີການນີ້ກໍຄືມັນຈະບໍ່ເກີດຜົນຫຍັງເລີຍ ແລະ ໃນກໍລະນີທີ່ຮ້າຍແຮງ, ພວກເຂົາຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ຖືກລົງໂທດ. ສະນັ້ນ, ໃນການເຂົ້າຫາພາລະກິດຂອງພຣະເຈົ້າ, ຜູ້ຄົນຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຕ່າງໆຂອງພວກເຂົາກ່ຽວກັບພຣະເຈົ້າ. ນັ້ນກໍຄື ພວກເຂົາຄວນກວດສອບ ແລະ ໄຈ້ແຍກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ ແລ້ວກໍປ່ອຍວາງພວກມັນ, ມາເພື່ອສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ຄວາມຈິງ ແລະ ໃຊ້ຫຼັກການຄວາມຈິງເພື່ອມາແທນທີ່ຄວາມຄິດຫຼົງຜິດ, ຈິນຕະນາການ, ຫຼັກການ ແລະ ການປະຕິບັດທີ່ຜິດພາດຂອງພວກເຂົາ. ມີພຽງວິທີນີ້ເທົ່ານັ້ນທີ່ເຈົ້າຈຶ່ງຈະສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້. ຖ້າບໍ່ດັ່ງນັ້ນ, ມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນ, ມັນເປັນໄປບໍ່ໄດ້ເລີຍ! ນີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການປະເພດໜຶ່ງທີ່ຜູ້ຄົນມີກ່ຽວກັບພາລະກິດຂອງພຣະເຈົ້າ. ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້.
3. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບວິທີທີ່ພຣະເຈົ້າເຮັດໃຫ້ມະນຸດບໍລິສຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນ
ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການອີກປະເພດໜຶ່ງກ່ຽວກັບວຽກງານຂອງພຣະເຈົ້າ ນັ້ນກໍຄື ໃນຊີວິດປະຈຳວັນຂອງພວກເຂົາ ເມື່ອພວກເຂົາອ່ອນແອ, ເມື່ອຄວາມກະບົດປະເພດຕ່າງໆຕໍ່ພຣະເຈົ້າເກີດຂຶ້ນໃນພວກເຂົາ ຫຼື ເມື່ອພວກເຂົາໄດ້ເຮັດສິ່ງທີ່ກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ, ພວກເຂົາເຊື່ອໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາວ່າ ພວກເຂົາຄວນຖືກລົງວິໄນ, ຖືກຕີສອນ ຫຼື ເຖິງກັບຖືກລົງໂທດ, ຖືກສາບແຊ່ງ ແລະ ອື່ນໆ. ຕົວຢ່າງ: ບາງຄັ້ງ ຜູ້ຄົນເວົ້າຜິດ ຫຼື ເປີດເຜີຍຄວາມຄິດຫຼົງຜິດບາງຢ່າງ ຫຼື ພວກເຂົາແອບມີຄວາມຄິດເຫັນບາງຢ່າງ ແລະ ຄວາມຂັດຂືນໃນລະດັບໃດໜຶ່ງຕໍ່ບາງສິ່ງ ແລະ ຫຼັງຈາກນັ້ນໄລຍະໜຶ່ງ ພວກເຂົາກໍຄິດວ່າ “ຂ້ອຍໄດ້ເປີດເຜີຍຄວາມກະບົດ ແລະ ການທໍລະຍົດນີ້ ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ຖືກລົງວິໄນຍ້ອນເລື່ອງນີ້? ລີ້ນຂອງຂ້ອຍບໍ່ເປັນຕຸ່ມ, ຂ້ອຍບໍ່ຝັນຮ້າຍໃນຕອນກາງຄືນ ແລະ ຂ້ອຍບໍ່ຮູ້ສຶກບໍ່ສະບາຍໃຈ. ເປັນຫຍັງຈຶ່ງເປັນແນວນັ້ນ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກເຖິງວຽກງານຂອງພຣະວິນຍານບໍລິສຸດ?” ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາເຊື່ອວ່າ ເນື່ອງຈາກພຣະເຈົ້າໄດ້ມາເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເນື່ອງຈາກວຽກງານຂອງພຣະເຈົ້າບໍ່ພຽງແຕ່ຕ້ອງເອົາຊະນະພວກເຂົາເທົ່ານັ້ນ ແຕ່ຍັງຕ້ອງປ່ຽນແປງ ແລະ ເຮັດໃຫ້ພວກເຂົາບໍລິສຸດ ພ້ອມທັງປ່ຽນແປງຄວາມຄິດ ແລະ ມຸມມອງທຸກປະເພດທີ່ພວກເຂົາແອບມີ ເຊິ່ງບໍ່ສອດຄ່ອງກັບຄວາມຈິງ, ສະນັ້ນ ຖ້າມີບາງສິ່ງໃນຄວາມຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມຈິງ ຫຼື ສິ່ງທີ່ສົກກະປົກ, ເປິເປື້ອນ ຫຼື ຊົ່ວຊ້າ, ແລ້ວພວກເຂົາກໍຄວນຖືກລົງວິໄນ, ຖືກຕຳນິ ຫຼື ເຖິງກັບຖືກລົງໂທດຍ້ອນສິ່ງເຫຼົ່ານັ້ນ ແລະ ພວກເຂົາຄິດວ່າ “ຜູ້ຄົນຈະປ່ຽນແປງໄດ້ແນວໃດ ແລະ ພວກເຂົາຈະຖືກເຮັດໃຫ້ບໍລິສຸດໄດ້ແນວໃດ ຖ້າພວກເຂົາບໍ່ຖືກລົງວິໄນເລື້ອຍໆ?” ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນຢູ່ບ່ອນນີ້ແມ່ນຫຍັງ? ນັ້ນກໍຄື ພວກເຂົາຄວນຖືກລົງວິໄນ, ຖືກຕຳນິ, ຖືກຕີສອນ, ຖືກລົງໂທດ ແລະ ເຖິງກັບຖືກລົງທັນ ແລະ ພິພາກສາເລື້ອຍໆ ແລະ ມີພຽງແຕ່ຕອນນັ້ນເອງ ພວກເຂົາຈຶ່ງຈະສາມາດບັນລຸການປ່ຽນແປງທາງອຸປະນິໄສໄດ້. ເຖິງຢ່າງໃດກໍຕາມ, ໃນຊີວິດປະຈຳວັນ ເມື່ອຜູ້ຄົນເປີດເຜີຍຄວາມສົກກະປົກ, ຄວາມຊົ່ວຊ້າ ແລະ ຄວາມເສື່ອມຊາມ, ພວກເຂົາເຮັດເຊັ່ນນັ້ນຢ່າງເປັນທຳມະຊາດຫຼາຍ, ພວກເຂົາສາມາດຮູ້ສຶກເຖິງມັນໄດ້ ແລະ ພວກເຂົາເຖິງກັບຮູ້ສຶກສະບາຍໃຈທີ່ດຳລົງຊີວິດແບບນີ້ ແລະ ບໍ່ຮູ້ສຶກວ່າພວກເຂົາກຳລັງຖືກລົງວິໄນ ຫຼື ຖືກລົງໂທດ ແລະ ພວກເຂົາພົບວ່າສິ່ງນີ້ຜິດປົກກະຕິ. ຜູ້ຄົນຄິດວ່າ ຖ້າພວກເຂົາເປີດເຜີຍຄວາມເສື່ອມຊາມ, ຢ່າງໜ້ອຍພວກເຂົາກໍຄວນຮູ້ສຶກຖືກຕຳນິ ຫຼື ລົ້ມປ່ວຍ ຫຼື ປາກເປັນຕຸ່ມ ຫຼື ສຳລັກ ຫຼື ກັດລີ້ນຕົນເອງເວລາກິນເຂົ້າ ແລະ ຖ້າພວກເຂົາເບິ່ງສິ່ງທີ່ພວກເຂົາບໍ່ຄວນເບິ່ງ ຕາຂອງພວກເຂົາກໍຄວນຈະແດງ ແລະ ບວມ. ບອກເຮົາເບິ່ງວ່າ ພຣະເຈົ້າເຮັດສິ່ງເຫຼົ່ານີ້ບໍ? (ບໍ່). ພຣະອົງບໍ່ເຮັດພວກມັນຢ່າງເດັດຂາດເລີຍບໍ? (ເມື່ອຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ພຣະເຈົ້າອາດຈະລົງວິໄນ ແລະ ຕຳນິພວກເຂົາເລັກໜ້ອຍຕາມວຸດທິພາວະຂອງພວກເຂົາ ເພື່ອໃຫ້ພວກເຂົາສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ເຂົ້າສູ່ຄວາມຈິງໄດ້. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນເຂົ້າໃຈຄວາມຈິງ ແລະ ຮູ້ຢ່າງແຈ່ມແຈ້ງໃນໃຈຂອງພວກເຂົາວ່າສິ່ງທີ່ພວກເຂົາໄດ້ເຮັດນັ້ນຜິດ, ໃນກໍລະນີດັ່ງກ່າວ ພຣະເຈົ້າຈະບໍ່ລົງວິໄນພວກເຂົາຢ່າງແນ່ນອນ ເພາະພຣະອົງຫວັງວ່າພວກເຂົາຈະສາມາດສະແຫວງຫາຄວາມຈິງ ແລະ ໃຊ້ພຣະທຳຂອງພຣະອົງ ແລະ ຄວາມຈິງເພື່ອວັດແທກການກະທຳ ແລະ ພຶດຕິກຳຂອງພວກເຂົາເອງ). ນັ້ນເປັນການໂອ້ລົມທີ່ດີຫຼາຍແທ້ໆ. ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາເຊື່ອວ່າ ເມື່ອໃດກໍຕາມທີ່ພວກເຂົາເປີດເຜີຍຄວາມເສື່ອມຊາມ ແລະ ຄວາມກະບົດ, ພຣະເຈົ້າຄວນລົງວິໄນພວກເຂົາ ແລະ ໂດຍສະເພາະຢ່າງຍິ່ງ ເມື່ອຄົນຊົ່ວຮ້າຍເຮັດຄວາມຊົ່ວ, ການລົງໂທດຂອງພຣະເຈົ້າຄວນມາເຖິງພວກເຂົາໃນທັນທີ ເພື່ອວ່າຄົນຊົ່ວຮ້າຍຖືກລົງໂທດຢ່າງແນ່ນອນ. ແຕ່ໃນຊີວິດຈິງ, ພວກເຂົາບໍ່ຄ່ອຍເຫັນການລົງໂທດເຫຼົ່ານີ້ເກີດຂຶ້ນ. ໃນດ້ານໜຶ່ງ, ເມື່ອຜູ້ຄົນເປີດເຜີຍຄວາມເສື່ອມຊາມ ແລະ ຄວາມກະບົດປະເພດຕ່າງໆ, ພວກເຂົາບໍ່ຖືກລົງວິໄນ ຫຼື ຖືກຕີສອນ ແລະ ໃນອີກດ້ານໜຶ່ງ, ເມື່ອຄົນຊົ່ວຮ້າຍເຮັດຄວາມຊົ່ວ, ພວກເຂົາກໍບໍ່ຖືກລົງໂທດ. ສິ່ງນີ້ກໍ່ໃຫ້ເກີດຄວາມຄິດຫຼົງຜິດບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າຢູ່ເລິກໆໃນໃຈຂອງຜູ້ຄົນ ແລະ ບາງຄົນເຖິງກັບຈະສູນເສຍສັດທາຂອງພວກເຂົາ ແລະ ວັດແທກວຽກງານຂອງພຣະເຈົ້າໂດຍອີງໃສ່ສິ່ງພາຍນອກເຫຼົ່ານີ້ ແລະ ຕັດສິນວຽກງານຂອງພຣະອົງ. ສິ່ງເຫຼົ່ານີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ແມ່ນບໍ? ເມື່ອຜູ້ຄົນເປີດເຜີຍຄວາມເສື່ອມຊາມ ແລະ ຄວາມກະບົດ, ພຣະເຈົ້າຕ້ອງລົງວິໄນພວກເຂົາ ຫຼື ລົງທັນ ແລະ ພິພາກສາພວກເຂົາບໍ? (ບໍ່). ບາງຄົນເວົ້າວ່າ “ເມື່ອພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະອົງຕ້ອງຊ່ວຍພວກເຂົາໃຫ້ລອດພົ້ນໂດຍສິ້ນເຊີງ. ຈຸດປະສົງຂອງພາລະກິດຂອງພຣະເຈົ້າແມ່ນຫຍັງ? ມັນບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນບໍລິສຸດບໍ? ສະນັ້ນ ເມື່ອຜູ້ຄົນເປີດເຜີຍຄວາມເສື່ອມຊາມ ແລະ ຄວາມກະບົດ, ພຣະເຈົ້າຄວນລົງວິໄນ ແລະ ຕຳນິພວກເຂົາ, ນີ້ຄືການມີຄວາມຮັບຜິດຊອບຕໍ່ພວກເຂົາ. ຖ້າບໍ່ດັ່ງນັ້ນ, ພຣະອົງກໍບໍ່ສົນໃຈຜູ້ຄົນ ແລະ ບໍ່ໄດ້ຮັກພວກເຂົາ ແລະ ເມດຕາພວກເຂົາຢ່າງແທ້ຈິງ”. ຜູ້ຄົນບໍ່ໄດ້ຄິດໃນລັກສະນະນີ້ບໍ? (ແມ່ນແລ້ວ). ຄວາມຈິງທີ່ຄວນເຂົ້າໃຈຢູ່ບ່ອນນີ້ແມ່ນຫຍັງ? ການຖືກລົງວິໄນ, ຖືກຕີສອນ ແລະ ຖືກລົງໂທດເປັນຂະບວນການທີ່ເປັນແກ່ນແທ້ສຳລັບຜູ້ຄົນເພື່ອເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງບໍ? ພວກມັນເປັນວິທີການ ແລະ ຫົນທາງທີ່ຈຳເປັນສຳລັບພຣະເຈົ້າ ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ປ່ຽນແປງພວກເຂົາບໍ? ບາງຄົນບໍ່ສາມາດເຂົ້າໃຈໄດ້ ແລະ ຄິດວ່າ “ຖ້າພຣະເຈົ້າມີຢູ່ຈິງ ແລະ ພຣະອົງເຮັດພາລະກິດຂອງພຣະອົງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ລົງວິໄນຜູ້ຄົນ ເມື່ອພວກເຂົາເປີດເຜີຍຄວາມເສື່ອມຊາມ ຫຼື ກະບົດຕໍ່ພຣະອົງ? ເປັນຫຍັງພຣະເຈົ້າຈຶ່ງບໍ່ລົງໂທດຄົນຊົ່ວຮ້າຍສຳລັບການເຮັດຄວາມຊົ່ວ?” ເມື່ອພຣະເຈົ້າບໍ່ລົງວິໄນຜູ້ຄົນ ຫຼື ເມື່ອຄົນຊົ່ວຮ້າຍບໍ່ຖືກລົງໂທດສຳລັບການເຮັດຄວາມຊົ່ວ, ມັນຈະບໍ່ເຮັດໃຫ້ບາງຄົນຕັ້ງຄຳຖາມເຖິງການມີຢູ່ຂອງພຣະເຈົ້າ ແລະ ຜົນຮັບຂອງວຽກງານຂອງພຣະອົງບໍ? ຖ້າການລົງວິໄນ ແລະ ການລົງໂທດເລື້ອຍໆສາມາດແທນທີ່ການທີ່ຜູ້ຄົນສະແຫວງຫາຄວາມຈິງ ຫຼື ເຮັດໃຫ້ພວກເຂົາສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້, ແລ້ວການລົງວິໄນ ແລະ ການລົງໂທດກໍຈະເປັນວິທີທາງຫຼັກທີ່ພຣະເຈົ້າເຮັດວຽກງານເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ເປັນວິທີການທີ່ຈຳເປັນໃນການເຮັດເຊັ່ນນັ້ນ. ແຕ່ເມື່ອພິຈາລະນາເຖິງລະດັບຄວາມເສື່ອມຊາມໃນປັດຈຸບັນຂອງຜູ້ຄົນ, ທຳມະຊາດແບບຊາຕານຂອງພວກເຂົາຈະສາມາດຖືກປ່ຽນແປງໃນທັນທີຜ່ານການລົງວິໄນ ແລະ ການລົງໂທດຂອງພຣະເຈົ້າໄດ້ບໍ? ຜູ້ຄົນຈະສາມາດມີການກັບໃຈຢ່າງແທ້ຈິງໃນທັນທີໄດ້ບໍ? ພວກເຂົາຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໃນທັນທີໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້). ນັ້ນຈະເປັນສິ່ງທີ່ເກີນຄວາມສາມາດຂອງພວກເຂົາ. ສະນັ້ນ, ໃນຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າ, ໃນຂະນະດຽວກັນກັບທີ່ພຣະເຈົ້າສະແດງຄວາມຈິງເພື່ອສະໜອງຊີວິດໃຫ້ແກ່ຜູ້ຄົນ, ພຣະອົງບໍ່ໄດ້ເຮັດສິ່ງໃດທີ່ເໜືອທຳມະຊາດ, ຍົກເວັ້ນພາລະກິດຂອງພຣະວິນຍານບໍລິສຸດໃນການໃຫ້ຄວາມຮູ້ແຈ້ງ ແລະ ການນໍາພາຜູ້ຄົນ ແລະ ພຣະອົງກໍບໍ່ຄ່ອຍເຮັດສິ່ງຕ່າງໆ ເຊັ່ນ: ການຕີສອນ, ການລົງວິໄນ ຫຼື ການລົງໂທດຜູ້ຄົນ. ການຕີສອນ, ການລົງວິໄນ ແລະ ການລົງໂທດຜູ້ຄົນບໍ່ແມ່ນສ່ວນສຳຄັນໃນວຽກງານຂອງພຣະເຈົ້າ, ແຕ່ພຣະອົງກໍຍັງເຮັດສິ່ງເຫຼົ່ານີ້ຢູ່. ນັ້ນກໍຄື ໃນກໍລະນີຂອງຄົນພິເສດບາງຄົນ ຫຼື ເລື່ອງພິເສດບາງຢ່າງ ຫຼື ໃນສະພາບແວດລ້ອມພິເສດບາງຢ່າງ, ເພື່ອເຫັນແກ່ການບັນລຸຜົນຮັບພິເສດບາງຢ່າງ ຫຼື ຍ້ອນເຫດຜົນພິເສດບາງຢ່າງ, ພຣະເຈົ້າຈະເຮັດພາລະກິດແຫ່ງການລົງວິໄນ, ການຕີສອນ ຫຼື ການລົງໂທດຜູ້ຄົນ. ແຕ່ໂດຍລວມແລ້ວ, ໃນຂັ້ນຕອນນີ້ຂອງວຽກງານຂອງພຣະອົງ, ວິທີທາງຫຼັກທີ່ພຣະອົງເຮັດພາລະກິດກໍຄືການກ່າວ ແລະ ສະແດງຄວາມຈິງເພື່ອສະໜອງສິ່ງທີ່ຜູ້ຄົນຕ້ອງການໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງຂອງພວກເຂົາ ແລະ ຈຸດປະສົງຂອງສິ່ງນີ້ກໍຄືເພື່ອເຮັດໃຫ້ພວກເຂົາສາມາດເຂົ້າໃຈຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ຕອນນີ້ພຣະເຈົ້າໄດ້ສະແດງຄວາມຈິງຢ່າງຫຼວງຫຼາຍແລ້ວ, ພຣະອົງຈຶ່ງບໍ່ຄ່ອຍເຮັດພາລະກິດແຫ່ງການລົງວິໄນ, ການຕີສອນ ແລະ ເຖິງກັບການລົງໂທດທີ່ພຣະອົງເຄີຍເຮັດໃນອະດີດ. ສະນັ້ນ ສິ່ງທີ່ຜູ້ຄົນຄວນໃສ່ໃຈຫຼາຍກວ່ານັ້ນກໍຄື ຫຼັກການຄວາມຈິງຕ່າງໆທີ່ພວກເຂົາຄວນນໍາໄປປະຕິບັດ ເມື່ອພວກເຂົາພົບພໍ້ກັບເລື່ອງຕ່າງໆໃນຊີວິດປະຈຳວັນ, ແທນທີ່ຈະໃສ່ໃຈວ່າພຣະເຈົ້າກຳລັງລົງວິໄນພວກເຂົາ, ຂັດຂວາງພວກເຂົາ ຫຼື ເຮັດໃຫ້ສິ່ງຕ່າງໆດຳເນີນໄປຢ່າງລ່ຽນໄຫຼສຳລັບພວກເຂົາໃນເລື່ອງໃດໜຶ່ງ ຫຼື ບໍ່ ພ້ອມທັງວິທີການ ແລະ ການປະຕິບັດອື່ນໆ. ເນື່ອງຈາກພຣະເຈົ້າບໍ່ຄ່ອຍໃຊ້ວິທີການຕ່າງໆ ເຊັ່ນ: ການລົງວິໄນ, ການຕີສອນ ແລະ ການລົງໂທດ, ມັນຈຶ່ງບໍ່ແມ່ນວ່າພຣະອົງບໍ່ເຄີຍໃຊ້ພວກມັນເລີຍ, ພຣະອົງພຽງແຕ່ບໍ່ຄ່ອຍໃຊ້ພວກມັນເທົ່ານັ້ນ. ເຮົາໝາຍຄວາມວ່າແນວໃດໂດຍຄຳວ່າ “ບໍ່ຄ່ອຍໃຊ້ພວກມັນ”? ບາງຄັ້ງຄາວ, ໃນສະຖານະການພິເສດບາງຢ່າງ, ພຣະອົງຈະໃຊ້ວິທີການລົງວິໄນ, ການຕີສອນ ຫຼື ການລົງໂທດ ເພື່ອເຮັດວຽກງານບາງຢ່າງໃນລັກສະນະທີ່ເບົາບາງ ຫຼື ເປັນຕົວແທນ ແລະ ເປັນສັນຍາລັກ ເຊິ່ງຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ປະຕິບັດຕາມຫຼັກການຄວາມຈິງ. ນັ້ນກໍຄື ພຣະອົງໃຊ້ວິທີການເຫຼົ່ານີ້ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າສູ່ຄວາມເປັນຈິງຄວາມຈິງ, ແຕ່ກໍມີພຽງເທົ່ານັ້ນ. ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ໃຊ້ວິທີການເຫຼົ່ານີ້ໃນວຽກງານຂອງພຣະອົງຫຼາຍ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດວຽກງານດ້ວຍວິທີການເຫຼົ່ານີ້ເປັນຫຼັກ? ໃນດ້ານໜຶ່ງ, ມັນກໍຍ້ອນວ່າໃນຂັ້ນຕອນນີ້ຂອງວຽກງານຂອງພຣະອົງ, ພຣະອົງໄດ້ກ່າວ ແລະ ສະໜອງຄວາມຈິງຕ່າງໆທີ່ຜູ້ຄົນຄວນເຂົ້າໃຈໃຫ້ແກ່ພວກເຂົາແລ້ວ ແລະ ພວກເຂົາກໍໄດ້ຍິນຄວາມຈິງເຫຼົ່ານີ້ແລ້ວ ແລະ ໄດ້ຈັບໃຈຄວາມ ແລະ ມີຄວາມຮູ້ກ່ຽວກັບພວກມັນພາຍໃນຂອບເຂດຄວາມສາມາດໃນການຈັບໃຈຄວາມຂອງພວກເຂົາແລ້ວ. ນີ້ຄືເຫດຜົນໜຶ່ງ. ອີກເຫດຜົນໜຶ່ງແມ່ນກ່ຽວຂ້ອງກັບປັດໄຈທາງອັດຕະວິໄສຂອງຜູ້ຄົນ. ຜູ້ຄົນມີສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາຍໃຕ້ການຊີ້ນໍາຂອງສະຕິຮູ້ສຶກຜິດຊອບນີ້, ພວກເຂົາຈະປະເມີນວ່າອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍ ຫຼື ການກະທຳ, ຄວາມຄິດ ແລະ ມຸມມອງຂອງພວກເຂົາເອງນັ້ນເປັນບວກ ຫຼື ເປັນລົບ. ພາຍໃນຜູ້ຄົນ, ຢ່າງໜ້ອຍທີ່ສຸດກໍມີມາດຕະຖານຂອງສະຕິຮູ້ສຶກຜິດຊອບເພື່ອໃຊ້ປະເມີນສິ່ງທັງໝົດນີ້. ຖ້າເຈົ້າໃຊ້ສະຕິຮູ້ສຶກຜິດຊອບຂອງເຈົ້າເພື່ອປະເມີນສິ່ງໃດໜຶ່ງ ແລະ ເຈົ້າຕັດສິນວ່າມັນເປັນບວກ, ແລ້ວເຈົ້າກໍຄວນລົງມືເຮັດມັນ ແລະ ເຈົ້າບໍ່ຈຳເປັນຕ້ອງຕຳນິຕົນເອງ ຖ້າເຈົ້າເຮັດມັນຊ້າ ຫຼື ລ່າຊ້າເລັກໜ້ອຍ. ຖ້າເຈົ້າໃຊ້ສະຕິຮູ້ສຶກຜິດຊອບຂອງເຈົ້າເພື່ອປະເມີນສິ່ງນັ້ນ ແລະ ເຈົ້າຕັດສິນວ່າມັນເປັນລົບ ແລະ ເປັນສິ່ງທີ່ບໍ່ຄວນເຮັດ, ແລ້ວເຈົ້າກໍຄວນຢັບຢັ້ງຕົນເອງ ແລະ ບໍ່ເວົ້າ ຫຼື ບໍ່ເຮັດມັນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ມີຄວາມຮູ້ສຶກທີ່ຖືກຂັບເຄື່ອນໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ, ແລ້ວເຈົ້າກໍບໍ່ແມ່ນມະນຸດ. ຖ້າເຈົ້າບໍ່ມີແມ່ນແຕ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ແລ້ວເຈົ້າກໍບໍ່ມີທາງທີ່ຈະປະເມີນໄດ້ວ່າສິ່ງໃດໜຶ່ງຖືກ ຫຼື ຜິດ, ເປັນບວກ ຫຼື ເປັນລົບ ແລະ ດັ່ງນັ້ນ ມັນຈຶ່ງບໍ່ມີຄວາມໝາຍຫຍັງເລີຍທີ່ພຣະເຈົ້າຈະລົງວິໄນ ແລະ ລົງໂທດເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າບໍ່ໄດ້ເຮັດວຽກງານໃນຜູ້ທີ່ບໍ່ຢູ່ພາຍໃຕ້ການຊີ້ນໍາຂອງສະຕິຮູ້ສຶກຜິດຊອບ ແລະ ພຣະອົງບໍ່ໄດ້ຊ່ວຍຄົນແບບນັ້ນໃຫ້ລອດພົ້ນ. ຄຳວ່າ “ບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ” ລວມມີຫຍັງແດ່? ພຣະອົງບໍ່ຕ້ອງການແມ່ນແຕ່ຈະລົງວິໄນພວກເຂົາ; ພຣະອົງບໍ່ລົງວິໄນພວກເຂົາ ຫຼື ຕີສອນພວກເຂົາ. ມີຄົນທີ່ຖາມວ່າ “ຖ້າຄົນໃດໜຶ່ງເຮັດຄວາມຊົ່ວ, ພຣະເຈົ້າຈະລົງໂທດພວກເຂົາບໍ?” ພຣະເຈົ້າຈະບໍ່ລົງໂທດພວກເຂົາໂດຍກົງ, ເພາະຄຣິສຕະຈັກມີກົດການປົກຄອງ. ຖ້າພວກເຂົາເປັນຄົນຊົ່ວຮ້າຍທີ່ກຳລັງກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ, ແລ້ວການກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາກໍຈະເປັນຈຸດຈົບຂອງເລື່ອງນັ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າເງື່ອນໄຂສຳລັບການຖືກຄັດອອກ ຫຼື ຖືກຂັບໄລ່ກໍຕາມ, ພວກເຂົາກໍຈະຖືກສົ່ງໄປຢູ່ກຸ່ມ ຂ. ຖ້າຄົນໃດໜຶ່ງຜານເຄື່ອງຖວາຍຂອງພຣະເຈົ້າ, ນັ້ນກໍຮ້າຍແຮງຍິ່ງຂຶ້ນ ແລະ ພວກເຂົາຕ້ອງຊົດໃຊ້ຄືນໃນສິ່ງທີ່ພວກເຂົາຄວນຊົດໃຊ້ ແລະ ຫຼັງຈາກນັ້ນ ພວກເຂົາກໍຕ້ອງຖືກຈັດການຢ່າງເໝາະສົມ. ນີ້ຄືຫຼັກການແຫ່ງວຽກງານຂອງພຣະເຈົ້າ ແລະ ຫຼັກການທີ່ພຣະອົງປະຕິບັດຕໍ່ຜູ້ຄົນ. ມັນງ່າຍໆ, ແມ່ນບໍ? (ແມ່ນແລ້ວ). ເຈົ້າຄິດວ່າການທີ່ພຣະເຈົ້າເລືອກເຈົ້າໝາຍຄວາມວ່າພຣະອົງຕ້ອງເຮັດໃຫ້ເຈົ້າຄົບຖ້ວນສົມບູນ ແລະ ຈະບໍ່ຢຸດຈົນກວ່າພຣະອົງຈະເຮັດສຳເລັດບໍ? ນັ້ນໃຊ້ໄດ້ກັບສະເພາະຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ຜູ້ທີ່ໄລ່ຕາມຄວາມຈິງເທົ່ານັ້ນ, ມັນໃຊ້ໄດ້ກັບສະເພາະຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນເທົ່ານັ້ນ. ສຳລັບຜູ້ທີ່ບໍ່ມີແມ່ນແຕ່ການຮັບຮູ້ເຖິງສະຕິຮູ້ສຶກຜິດຊອບ, ພວກເຂົາພຽງແຕ່ຕ້ອງຖືກປະຕິບັດ ແລະ ຖືກຈັດການຕາມກົດການປົກຄອງຂອງຄຣິສຕະຈັກເທົ່ານັ້ນ, ພຣະເຈົ້າຈະບໍ່ລົງວິໄນພວກເຂົາ. ການລົງວິໄນພວກເຂົາຈະມີປະໂຫຍດຫຍັງ? ການລົງວິໄນຜູ້ທີ່ຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ສະຕິຮູ້ສຶກຜິດຊອບກໍເທົ່າກັບການພະຍາຍາມບັງຄັບໃຫ້ປາອາໄສຢູ່ເທິງບົກ ຫຼື ບັງຄັບໃຫ້ໝູບິນໄດ້, ມັນຄືກັນກັບການໂຍນໄຂ່ມຸກໃຫ້ໝູ ແລະ ການໂຍນສິ່ງສັກສິດໃຫ້ຄົນທີ່ບໍ່ສະອາດກິນ, ພຣະເຈົ້າບໍ່ເຮັດສິ່ງນັ້ນຢ່າງແນ່ນອນ. ສະນັ້ນ, ໃນເລື່ອງນີ້, ຜູ້ຄົນບໍ່ຄວນຄິດວ່າ “ຂ້ອຍຖືກເລືອກໂດຍພຣະເຈົ້າ, ຂ້ອຍເປັນໜຶ່ງໃນແກະຂອງພຣະເຈົ້າ ແລະ ເຖິງແມ່ນວ່າຂ້ອຍຈະເຮັດຜິດພາດ ແລະ ເຮັດຄວາມຊົ່ວ, ພຣະເຈົ້າກໍຈະບໍ່ປະຖິ້ມຂ້ອຍ”. ຄຳເວົ້ານີ້ບໍ່ມີນໍ້າໜັກ, ມັນຍາກທີ່ຈະບອກວ່າເຈົ້າເປັນແກະ ຫຼື ເປັນໝາປ່າ. ເຈົ້າປະເມີນແນວໃດວ່າເຈົ້າເປັນໜຶ່ງໃນແກະຂອງພຣະເຈົ້າ ຫຼື ບໍ່? ມັນຂຶ້ນຢູ່ກັບວ່າເຈົ້າມີການຮັບຮູ້ກ່ຽວກັບສິ່ງນັ້ນ ຫຼື ບໍ່ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າຮູ້ສຶກຖືກຕຳນິ ແລະ ຖືກຕໍ່ວ່າ ຫຼື ບໍ່ ເມື່ອເຈົ້າໄດ້ເຮັດບາງສິ່ງທີ່ຂັດກັບຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບ. ຖ້າມັນຮູ້ສຶກຖືກຕໍ່ວ່າ, ເຈົ້າກໍຈະຫັນປ່ຽນຕົນເອງ ແລະ ເຖິງແມ່ນວ່າເຈົ້າຈະບໍ່ເຂົ້າໃຈຄວາມຈິງ, ເຈົ້າກໍຈະສາມາດກະທຳຕາມມາດຕະຖານຂອງສະຕິຮູ້ສຶກຜິດຊອບໄດ້. ຢ່າງໜ້ອຍທີ່ສຸດ, ເຈົ້າກໍຈະສາມາດກະທຳໃຫ້ສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິໄດ້. ຖ້າເຈົ້າມີການສະແດງອອກເຫຼົ່ານີ້, ແລ້ວເຈົ້າກໍເປັນໜຶ່ງໃນແກະຂອງພຣະເຈົ້າ. ຖ້າເມື່ອເຈົ້າພົບພໍ້ກັບບາງສິ່ງທີ່ຂັດກັບສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ລະເມີດຄວາມຍຸຕິທຳທາງສິນທຳ, ເຈົ້າບໍ່ມີຄວາມຮູ້ສຶກຍຸຕິທຳແມ່ນແຕ່ໜ້ອຍດຽວ ແລະ ເຈົ້າບໍ່ຮູ້ສຶກລັງກຽດ ຫຼື ກຽດຊັງຕໍ່ຄວາມຊົ່ວທີ່ເຈົ້າໄດ້ເຮັດ ຫຼື ຕໍ່ການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າກໍບໍ່ຮູ້ສຶກຖືກຕໍ່ວ່າເລີຍ, ແລ້ວເຈົ້າກໍບໍ່ແມ່ນໜຶ່ງໃນແກະຂອງພຣະເຈົ້າ, ເຈົ້າເປັນໝາປ່າ, ເຈົ້າເປັນສັດເດຍລະສານ ແລະ ເຈົ້າເປັນມານຮ້າຍ. ນີ້ຄືມາດຕະຖານທີ່ຈະໃຊ້ປະເມີນວ່າເຈົ້າເປັນໜຶ່ງໃນແກະຂອງພຣະເຈົ້າ ຫຼື ເປັນໝາປ່າ. ຖ້າເຈົ້າບໍ່ແມ່ນໜຶ່ງໃນແກະຂອງພຣະເຈົ້າ, ແຕ່ເຈົ້າຍັງຄົງວັດແທກພາລະກິດຂອງພຣະເຈົ້າຢູ່ຕະຫຼອດເວລາໂດຍໃຊ້ຄວາມຄິດ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການ ເຊັ່ນ: “ຂ້ອຍໄດ້ເປີດເຜີຍຄວາມເສື່ອມຊາມ ແລະ ຄວາມກະບົດ, ແຕ່ພຣະເຈົ້າກໍບໍ່ໄດ້ລົງວິໄນຂ້ອຍ; ພຣະເຈົ້າຄວນລົງວິໄນຂ້ອຍ”, ແລ້ວເຈົ້າກໍໂງ່ຈ້າ. ເຈົ້າບໍ່ແມ່ນໜຶ່ງໃນແກະຂອງພຣະເຈົ້າເລີຍ ແລະ ພຣະເຈົ້າກໍບໍ່ມີເຈດຕະນາທີ່ຈະຊ່ວຍເຈົ້າໃຫ້ລອດພົ້ນ, ແລ້ວເຈົ້າມີຄຸນສົມບັດທີ່ຈະວັດແທກ ແລະ ຕັດສິນວຽກງານຂອງພຣະເຈົ້າບໍ? ຖ້ານີ້ບໍ່ແມ່ນຄວາມໂງ່ຈ້າ, ແລ້ວມັນແມ່ນຫຍັງ? ເຈົ້າສາມາດປະເມີນເລື່ອງນີ້ໄດ້, ແມ່ນບໍ່? (ຕອນນີ້ຂ້ານ້ອຍສາມາດເຮັດໄດ້ແລ້ວ).
ມາດຕະຖານສຳລັບການມີສະຕິຮູ້ສຶກຜິດຊອບແມ່ນຫຍັງ? ພວກເຈົ້າຄວນວັດແທກແນວໃດວ່າ ຄົນໆໜຶ່ງມີສະຕິຮູ້ສຶກຜິດຊອບ ຫຼື ບໍ່? (ມັນຂຶ້ນຢູ່ກັບວ່າ ພວກເຂົາມີຄວາມຮູ້ສຶກຍຸຕິທຳໃນໃຈຂອງພວກເຂົາ ຫຼື ບໍ່ ເມື່ອພວກເຂົາເຫັນຄົນຊົ່ວຮ້າຍກຳລັງເຮັດຄວາມຊົ່ວຮ້າຍ ຫຼື ເຫັນສິ່ງທີ່ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາສາມາດກຽດຊັງສິ່ງເຫຼົ່ານີ້ໄດ້ ຫຼື ບໍ່. ຖ້າພວກເຂົາບໍ່ມີຄວາມຮັບຮູ້ໃນໃຈຂອງພວກເຂົາເລີຍ, ແລ້ວພວກເຂົາກໍບໍ່ມີສະຕິຮູ້ສຶກຜິດຊອບ. ນອກຈາກນີ້, ຖ້າຄົນໃດຄົນໜຶ່ງບໍ່ມີຄວາມຮັບຮູ້ໃນໃຈຂອງພວກເຂົາກ່ຽວກັບຄວາມຊົ່ວທີ່ພວກເຂົາໄດ້ເຮັດ ຫຼື ກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດ ເຊິ່ງລະເມີດຫຼັກການຢ່າງຊັດເຈນ, ຄົນແບບນັ້ນກໍບໍ່ມີສະຕິຮູ້ສຶກຜິດຊອບເຊັ່ນກັນ). ຖ້າເຈົ້າບໍ່ມີຈິດສຳນຶກ, ເຈົ້າກໍບໍ່ແມ່ນຄົນ. ໃນກໍລະນີດັ່ງກ່າວ, ພຣະເຈົ້າຍັງຈະຊ່ວຍເຈົ້າໃຫ້ລອດພົ້ນຢູ່ບໍ? ຖ້າພຣະເຈົ້າຈະບໍ່ຊ່ວຍເຈົ້າໃຫ້ລອດພົ້ນ, ພຣະອົງຍັງຈະລົງວິໄນເຈົ້າຢູ່ບໍ? ການລົງວິໄນ ແລະ ການຕີສອນເປັນສ່ວນໜ້ອຍທີ່ສຸດໃນວຽກງານຂອງພຣະເຈົ້າ. ເມື່ອເຮົາເວົ້າວ່າ “ສ່ວນໜ້ອຍທີ່ສຸດ”, ເຮົາໝາຍຄວາມວ່າ ພຣະເຈົ້າພຽງແຕ່ໃຊ້ວິທີການເຫຼົ່ານີ້ໜ້ອຍຫຼາຍ, ແຕ່ພວກມັນກໍຍັງເປັນສ່ວນໜຶ່ງໃນວຽກງານຂອງພຣະເຈົ້າ. ຖ້າເຈົ້າບໍ່ມີແມ່ນແຕ່ສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ, ມັນຈະມີປະໂຫຍດຫຍັງທີ່ພຣະເຈົ້າຈະລົງວິໄນເຈົ້າ? ຖ້າເຈົ້າບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ບໍ່ຮູ້ສຶກຫຍັງເລີຍຕໍ່ທຸກສິ່ງທີ່ຊົ່ວຊ້າ, ທຸກສິ່ງທີ່ຂັດກັບຄວາມຈິງ, ທຸກສິ່ງທີ່ຂັດກັບຄວາມຍຸຕິທຳທາງສິນລະທຳ ແລະ ແມ່ນແຕ່ສິ່ງທີ່ຂັດກັບຈິດສຳນຶກຂອງເຈົ້າ ແລະ ເຈົ້າບໍ່ກຽດຊັງສິ່ງເຫຼົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຢືນຢູ່ຂ້າງພຣະເຈົ້າ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ສາມາດລຸກຂຶ້ນເວົ້າສິ່ງໃດໜຶ່ງເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ, ແມ່ນແຕ່ຄຳເວົ້າທີ່ຍຸຕິທຳພຽງຄຳດຽວກໍບໍ່ມີ, ເຈົ້າກໍບໍ່ແມ່ນມະນຸດ. ເຈົ້າບໍ່ແມ່ນມະນຸດ, ແຕ່ເຈົ້າຍັງຫວັງຫຼາຍເກີນຄວາມຈຳເປັນ ໃຫ້ພຣະເຈົ້າລົງວິໄນເຈົ້າ. ເຈົ້າກຳລັງຍົກຕົວເອງສູງຂຶ້ນແທ້ໆ ແລະ ບໍ່ໄດ້ຖືວ່າຕົນເອງວ່າເປັນບຸກຄົນພາຍນອກເລີຍ! ມີບາງຄົນເວົ້າວ່າ, “ຖ້າຄົນໃດຄົນໜຶ່ງບໍ່ແມ່ນແກະຂອງພຣະເຈົ້າ ແຕ່ເປັນໝາປ່າ, ພຣະເຈົ້າກໍຈະບໍ່ລົງວິໄນພວກເຂົາ. ແລ້ວຖ້າພວກເຂົາເປັນໜຶ່ງໃນແກະຂອງພຣະເຈົ້າເດ, ພຣະເຈົ້າຈະລົງວິໄນພວກເຂົາບໍ?” ພາຍໃຕ້ສະຖານະການພິເສດ, ພຣະເຈົ້າຈະລົງວິໄນເຈົ້າເປັນບາງຄັ້ງຄາວ ແລະ ຮັບຜິດຊອບຕໍ່ເຈົ້າ. ເຖິງແມ່ນວ່າເຈົ້າຈະມຶນຊາ ແລະ ບໍ່ຮັບຮູ້ກໍຕາມ, ພຣະເຈົ້າກໍຈະກະຕຸ້ນເຈົ້າ, ລົງວິໄນເຈົ້າ ແລະ ຕຳໜິເຈົ້າ. ວຽກງານຂອງພຣະເຈົ້າໄດ້ເຮັດສຳເລັດໃນຂອບເຂດທີ່ເໝາະສົມ ແລ້ວກໍຢຸດພຽງເທົ່ານັ້ນ. ເປັນຫຍັງພຣະອົງຈຶ່ງເຮັດວຽກງານດ້ວຍວິທີນີ້? ເພາະຖ້າເຈົ້າມີສະຕິຮູ້ສຶກຜິດຊອບ, ເມື່ອພຣະເຈົ້າຕຳໜິເຈົ້າດ້ວຍວິທີນີ້, ສະຕິຮູ້ສຶກຜິດຊອບຂອງເຈົ້າກໍຈະມີຄວາມຮັບຮູ້ຢ່າງໄວວາ ແລະ ເຈົ້າຈະໂທດຕົວເອງ ແລະ ຮູ້ສຶກເປັນໜີ້ຕໍ່ພຣະອົງ; ເຈົ້າຈະຮູ້ສຶກສຳນຶກຜິດ, ໂສກເສົ້າ ແລະ ທຸກທໍລະມານໃຈ ແລະ ເຈົ້າຈະສາມາດຫັນປ່ຽນຕົວເອງ ແລະ ໃນທີ່ສຸດກໍຈະສາມາດສະແຫວງຫາຫຼັກການຄວາມຈິງ ແລະ ປະຕິບັດຕາມຄວາມຈິງ, ນີ້ຄືຜົນຮັບທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບທີ່ອ່ອນໄຫວ ແລະ ເຂົ້າໃຈຄວາມຈິງຫຼາຍໆຢ່າງ ແລະ ເຖິງແມ່ນວ່າພຣະເຈົ້າບໍ່ລົງວິໄນເຈົ້າ, ຕີສອນເຈົ້າ ຫຼື ກະຕຸ້ນເຈົ້າກໍຕາມ, ເຈົ້າກໍຍັງສາມາດຮັບຮູ້ເຖິງບັນຫາໄດ້ ແລະ ສະຕິຮູ້ສຶກຜິດຊອບ ຂອງເຈົ້າກໍຍັງມີຄວາມຮັບຮູ້ ແລະ ມັນຮູ້ສຶກຖືກຕຳໜິ ແລະ ຖືກກ່າວສັ່ງສອນ, ນັ້ນກໍຍິ່ງດີກວ່າ ແລະ ບໍ່ຈຳເປັນຕ້ອງມີການລົງວິໄນຂອງພຣະເຈົ້າ. ເຖິງແມ່ນວ່າພຣະເຈົ້າຈະບໍ່ລົງວິໄນເຈົ້າກໍຕາມ, ສະຕິຮູ້ສຶກຜິດຊອບຂອງເຈົ້າກໍອ່ອນໄຫວຫຼາຍ ແລະ ຮູ້ສຶກຖືກກ່າວສັ່ງສອນ ແລະ ເຈົ້າຮູ້ສຶກສຳນຶກຜິດ, ໂສກເສົ້າ, ຮູ້ສຶກເປັນໜີ້ຕໍ່ພຣະເຈົ້າ ແລະ ຮູ້ສຶກວ່າໄດ້ເຮັດຜິດຕໍ່ພຣະອົງ, ເຮັດໃຫ້ພຣະອົງຜິດຫວັງ, ເຮັດໃຫ້ພຣະອົງບໍ່ພໍໃຈ ແລະ ເຈົ້າສາມາດສະແຫວງຫາຫຼັກການຄວາມຈິງຢ່າງຕັ້ງໜ້າ ແລະ ກະທຳຕາມຄວາມຕ້ອງການຂອງພຣະອົງ. ນີ້ຄືຜົນທີ່ສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິມີຕໍ່ຜູ້ຄົນ ແລະ ມັນກໍເປັນຜົນທີ່ມັນຄວນມີຕໍ່ຜູ້ຄົນເຊັ່ນກັນ. ສະນັ້ນ, ບໍ່ວ່າຄົນຜູ້ໜຶ່ງຈະເປັນໜຶ່ງໃນແກະຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ນັ້ນ, ມັນຂຶ້ນຢູ່ກັບວ່າພວກເຂົາມີຄວາມເປັນມະນຸດທີ່ປົກກະຕິ ແລະ ສະຕິຮູ້ສຶກຜິດຊອບ ຫຼື ບໍ່. ສິ່ງນີ້ສຳຄັນ ແລະ ຈຳເປັນຢ່າງຍິ່ງ. ຖ້າເຈົ້າເວົ້າວ່າເຈົ້າເຂົ້າໃຈຄວາມຈິງຫຼາຍໆຢ່າງ, ເມື່ອຕົວເຈົ້າເອງກະບົດ ຫຼື ເຈົ້າພົບພໍ້ກັບຄົນຊົ່ວຮ້າຍທີ່ເຮັດຄວາມຊົ່ວຮ້າຍ, ຄວາມຈິງທີ່ເຈົ້າເຂົ້າໃຈນັ້ນເກີດຜົນ ຫຼື ບໍ່? ພວກມັນບັນລຸຜົນໃນການຊີ້ນຳເຈົ້າ, ໃຫ້ຄວາມຮູ້ແຈ້ງແກ່ເຈົ້າ ແລະ ເຮັດໃຫ້ສະຕິຮູ້ສຶກຜິດຊອບຂອງເຈົ້າຮູ້ສຶກຖືກຕຳໜິ ແລະ ເຂົ້າມາມີບົດບາດ ຫຼື ບໍ່? ຖ້າເຈົ້າບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ, ເຈົ້າກໍຂາດສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດທີ່ປົກກະຕິ ແລະ ສິ່ງທີ່ເຈົ້າເຂົ້າໃຈນັ້ນກໍຄືຫຼັກຄຳສອນ ແທນທີ່ຈະເປັນຄວາມຈິງ. ຖ້າເຈົ້າເຂົ້າໃຈພຽງແຕ່ຫຼັກຄຳສອນ, ເຈົ້າກໍບໍ່ສາມາດນຳຄວາມຈິງເຂົ້າໃນປະຕິບັດໄດ້ ແລະ ເຈົ້າກໍບໍ່ແມ່ນໜຶ່ງໃນຜູ້ທີ່ຈະໄດ້ຮັບຄວາມລອດພົ້ນ. ພວກເຈົ້າເຂົ້າໃຈສິ່ງນີ້, ແມ່ນບໍ່? (ເຂົ້າໃຈແລ້ວ). ສະນັ້ນ, ໃນວຽກງານຂອງພຣະເຈົ້າ, ເມື່ອເວົ້າເຖິງວິທີການພື້ນຖານທີ່ສຸດບາງຢ່າງທີ່ພຣະເຈົ້າເຮັດວຽກງານ, ຜູ້ຄົນບໍ່ຄວນກຳນົດຂອບເຂດພວກມັນໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ບໍ່ວ່າເຈົ້າຈະຖືກລົງວິໄນ, ຖືກຕີສອນ ແລະ ຖືກລົງໂທດໂດຍພຣະເຈົ້າ ຫຼື ບໍ່ເຄີຍຖືກລົງວິໄນ, ຖືກຕີສອນ ຫຼື ຖືກລົງໂທດກໍຕາມ, ສິ່ງນີ້ບໍ່ແມ່ນຕົວຊີ້ບອກວ່າເຈົ້າເຂົ້າໃຈຫຼັກການຄວາມຈິງຫຼາຍສໍ່າໃດ ແລະ ມັນກໍບໍ່ໄດ້ຊີ້ບອກວ່າເຈົ້າເປັນຄົນທີ່ພຣະເຈົ້າໄດ້ເລືອກ. ມັນອາດຈະເປັນໄປໄດ້ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ຖືກລົງວິໄນ ແລະ ຖືກຕີສອນນັບຄັ້ງບໍ່ຖ້ວນ, ແຕ່ເຈົ້າບໍ່ເຄີຍກະທຳຕາມຫຼັກການຄວາມຈິງເລີຍ, ໃນກໍລະນີດັ່ງກ່າວ, ເມື່ອເຈົ້າບໍ່ໄດ້ຮັບຄວາມລອດພົ້ນໃນທ້າຍທີ່ສຸດ, ມັນກໍຈະເປັນຄວາມຜິດຂອງຕົວເຈົ້າເອງທັງໝົດ ແລະ ເປັນສິ່ງທີ່ເຈົ້າສົມຄວນໄດ້ຮັບຢ່າງແທ້ຈິງ. ມັນອາດຈະເປັນໄປໄດ້ເຊັ່ນກັນວ່າເຈົ້າບໍ່ຄ່ອຍຖືກລົງວິໄນ ແລະ ຖືກລົງໂທດໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ແຕ່ຍ້ອນສະຕິຮູ້ສຶກຜິດຊອບຂອງເຈົ້າ, ເຈົ້າມັກຈະຮູ້ສຶກຖືກກ່າວສັ່ງສອນ ແລະ ຖືກຕຳໜິ ແລະ ເມື່ອເຈົ້າຝ່າຝືນ ເຈົ້າກໍຮູ້ສຶກສຳນຶກຜິດ ແລະ ຫັນປ່ຽນຕົວເອງ ແລະ ເຈົ້າສາມາດສະແຫວງຫາຫຼັກການຄວາມຈິງ, ປະຕິບັດຄວາມຈິງ ແລະ ກະທຳຕາມຫຼັກການຄວາມຈິງ, ໃນກໍລະນີນີ້, ເຈົ້າກໍເປັນໜຶ່ງໃນຜູ້ທີ່ຈະໄດ້ຮັບຄວາມລອດພົ້ນ. ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ເຮົາໄດ້ກ່າວເຖິງສອງສະຖານະການ. ພວກມັນມີຫຍັງແດ່ຢ່າງສະເພາະເຈາະຈົງ? (ສະຖານະການໜຶ່ງກໍຄື ເມື່ອຜູ້ຄົນຖືກລົງວິໄນ ແລະ ຖືກລົງໂທດຫຼາຍ, ແຕ່ໃນທ້າຍທີ່ສຸດພວກເຂົາກໍຍັງບໍ່ສາມາດກະທຳຕາມຫຼັກການຄວາມຈິງໄດ້ ແລະ ບໍ່ໄດ້ຮັບຄວາມຈິງ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຮັບຄວາມລອດພົ້ນ ແລະ ນີ້ກໍເປັນຄວາມຜິດຂອງພວກເຂົາເອງທັງໝົດ. ອີກສະຖານະການໜຶ່ງກໍຄື ເມື່ອບາງຄົນສາມາດໃຊ້ສະຕິຮູ້ສຶກຜິດຊອບຂອງພວກເຂົາ ເພື່ອຢັບຢັ້ງຕົນເອງ ໂດຍບໍ່ຈຳເປັນຕ້ອງຖືກລົງວິໄນ ຫຼື ຖືກຕີສອນຫຼາຍຈາກພຣະເຈົ້າ ແລະ ເມື່ອໃດກໍຕາມທີ່ພວກເຂົາລະເມີດຫຼັກການ ຫຼື ເປີດເຜີຍຄວາມກະບົດ ພວກເຂົາກໍຮູ້ສຶກຖືກກ່າວສັ່ງສອນໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາເອງ ແລະ ສາມາດສະແຫວງຫາຄວາມຈິງຢ່າງຕັ້ງໜ້າ ແລະ ກະທຳຕາມຫຼັກການຄວາມຈິງ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາກໍສາມາດເຮັດສິ່ງທີ່ເປັນທາງບວກບາງຢ່າງໄດ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງເປັນໜຶ່ງໃນຜູ້ທີ່ຈະໄດ້ຮັບຄວາມລອດພົ້ນ. ພຣະເຈົ້າຫາກໍເວົ້າກ່ຽວກັບສອງສະຖານະການນີ້). ບໍ່ວ່າພວກເຂົາຈະສາມາດກະທຳຕາມຫຼັກການຄວາມຈິງໄດ້ ຫຼື ບໍ່ ນັ້ນແມ່ນມາດຕະຖານສຳລັບການປະເມີນຄົນສອງປະເພດນີ້. ບາງຄົນບໍ່ສາມາດກະທຳຕາມຫຼັກການຄວາມຈິງໄດ້ ແລະ ບໍ່ວ່າພວກເຂົາຈະເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດ ຫຼື ຖືກລົງວິໄນ ແລະ ຖືກລົງໂທດຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ແມ່ນກຸ່ມເປົ້າໝາຍທີ່ຈະໄດ້ຮັບຄວາມລອດພົ້ນ. ໃນທາງກົງກັນຂ້າມ, ຄົນອື່ນໆບາງຄົນບໍ່ຄ່ອຍຖືກລົງວິໄນ ແລະ ຖືກລົງໂທດໂດຍພຣະເຈົ້າ ຫຼື ຖືກຕີສອນ ແລະ ຖືກຕຳນິໂດຍພຣະອົງ, ແຕ່ພວກເຂົາມັກຈະສາມາດໄຕ່ຕອງກ່ຽວກັບຕົນເອງໄດ້ ແລະ ເມື່ອໃດກໍຕາມທີ່ພວກເຂົາກະທຳການລະເມີດຫຼັກການ ຫຼື ເປີດເຜີຍຄວາມກະບົດ, ພວກເຂົາກໍສາມາດຮູ້ສຶກໄດ້ເຖິງການກ່າວໂທດ ແລະ ການຕຳໜິຂອງຄວາມຮູ້ສຶກຜິດຊອບຂອງພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາກໍຮູ້ສຶກສຳນຶກຜິດ ແລະ ສາມາດປະຕິບັດຕາມຫຼັກການຄວາມຈິງໄດ້ຢ່າງຕັ້ງໜ້າ. ເຖິງແມ່ນວ່າພວກເຂົາຈະບໍ່ຄ່ອຍຖືກລົງວິໄນ ຫຼື ຖືກຕີສອນໂດຍພຣະເຈົ້າກໍຕາມ, ຄົນປະເພດນີ້ກໍຍັງເປັນເປົ້າໝາຍທີ່ຈະໄດ້ຮັບຄວາມລອດພົ້ນ. ການລົງວິໄນ ແລະ ການລົງໂທດທີ່ເຮົາກ່າວເຖິງຢູ່ນີ້ ບໍ່ມີຫຍັງກ່ຽວຂ້ອງກັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ, ພວກມັນເປັນພຽງສິ່ງທີ່ຜູ້ຄົນຄິດວ່າເປັນການລົງວິໄນ ແລະ ການລົງໂທດໃນແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງເທົ່ານັ້ນ. ໃນແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາເຊື່ອວ່າ ຖ້າພວກເຂົາຖືກລົງວິໄນ ແລະ ຖືກລົງໂທດເລື້ອຍໆ, ນັ້ນກໍໝາຍຄວາມວ່າພວກເຂົາມີຄຳພະຍານຈາກປະສົບການ ແລະ ພວກເຂົາເປັນຜູ້ຄົນຝ່າຍວິນຍານ. ຜູ້ຄົນຍັງມັກຈະເຊື່ອມໂຍງການຖືກລົງວິໄນ ແລະ ການຖືກລົງໂທດກັບວຽກງານຂອງພຣະວິນຍານບໍລິສຸດ ແລະ ເຊື່ອວ່າພວກເຂົາເຊື່ອມຕໍ່ກັບກະແສຂອງພຣະວິນຍານບໍລິສຸດ. ມີບາງຄົນມັກຈະເວົ້າວ່າ, “ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍບໍ່ໄດ້ດີ ແລະ ຂ້ອຍກໍຖືກລິຮານອີກຄັ້ງ. ຕອນນີ້ຂ້ອຍມີຕຸ່ມພອງຢູ່ປາກ ແລະ ຂ້ອຍກໍລົ້ມປ່ວຍ, ນີ້ຄືການທີ່ພຣະເຈົ້າລົງວິໄນຂ້ອຍ”. ຫຼາຍຄົນມັກຈະໂອ້ລົມກ່ຽວກັບປະສົບການເຫຼົ່ານີ້, ແຕ່ເຈົ້າຄວນເບິ່ງວ່າການສະແດງອອກຂອງພວກເຂົາເປັນແນວໃດ ໃນເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບັນຫາ, ໃຫ້ເບິ່ງວ່າພວກເຂົາຮູ້ສຶກຖືກກ່າວສັ່ງສອນໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາ ຫຼື ບໍ່ ເມື່ອພວກເຂົາເຮັດບາງສິ່ງບາງຢ່າງຜິດພາດ ແລະ ພວກເຂົາສາມາດລຸກຂຶ້ນ ແລະ ຍຶດໝັ້ນໃນຫຼັກການຄວາມຈິງ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ ຫຼື ບໍ່ ເມື່ອພວກເຂົາພົບພໍ້ກັບຄົນຊົ່ວຮ້າຍທີ່ເຮັດຄວາມຊົ່ວຮ້າຍ ຫຼື ເມື່ອພວກເຂົາພົບພໍ້ກັບສິ່ງທີ່ຊົ່ວຊ້າ. ຖ້າບໍ່, ຄົນເຫຼົ່ານີ້ກໍບໍ່ມີສະຕິຮູ້ສຶກຜິດຊອບ ແລະ ພວກເຂົາກໍບໍ່ແມ່ນມະນຸດ! ພວກເຂົາເວົ້າຄຳເວົ້າທີ່ຟັງເບິ່ງຄືດີ ແລະ ເວົ້າໄດ້ຢ່າງສົມບູນກ່ຽວກັບຄຳພະຍານຈາກປະສົບການຫຼາຍໆຢ່າງທີ່ພວກເຂົາມີ, ມັນຄືກັບວ່າພຣະເຈົ້າໄດ້ສະແດງພຣະຄຸນຢ່າງຫຼວງຫຼາຍຕໍ່ພວກເຂົາ ແລະ ໄດ້ເຮັດວຽກງານຢ່າງຫຼວງຫຼາຍໃນພວກເຂົາ ແລະ ໄດ້ກ່າວພຣະທຳຢ່າງຫຼວງຫຼາຍຕໍ່ພວກເຂົາ ແລະ ສິ່ງນີ້ເບິ່ງຄືຈະຊີ້ບອກວ່າພວກເຂົາໄດ້ຮັບຄວາມລອດພົ້ນແລ້ວ. ເຖິງຢ່າງໃດກໍຕາມ, ໃນຊີວິດປະຈຳວັນຂອງພວກເຂົາ, ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບັນຫາທີ່ກ່ຽວຂ້ອງກັບຫຼັກການ, ພວກເຂົາບໍ່ເຄີຍຍຶດໝັ້ນໃນຫຼັກການຄວາມຈິງເລີຍ ແລະ ພວກເຂົາມັກຈະຫົດຫົວຄືກັບເຕົ່າທີ່ລີ້ຢູ່ໃນກະດອງຂອງມັນ ແລະ ຫຼີກລ່ຽງບັນຫາຢູ່ສະເໝີ. ແລະ ທຸກຄັ້ງທີ່ພວກເຂົາຖືກຂໍໃຫ້ເວົ້າ ແລະ ສະແດງຄວາມເຫັນ ແລະ ຈຸດຢືນຂອງພວກເຂົາ, ພວກເຂົາກໍບໍ່ຍອມສະແດງຄວາມຄິດເຫັນ, ແກ້ງໂງ່ ແລະ ມິດງຽບ. ພວກເຂົາບໍ່ຍຶດໝັ້ນໃນຫຼັກການຄວາມຈິງເລີຍ, ທັງບໍ່ປະຕິບັດຄວາມຈິງ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຄົນໜ້າຊື່ໃຈຄົດ. ເມື່ອພວກເຂົາກຳລັງຫົດນໍ້າ ແລະ ຊ່ວຍເຫຼືອຄົນອື່ນ, ພວກເຂົາເວົ້າກ່ຽວກັບທິດສະດີທາງວິນຍານໃນລັກສະນະທີ່ເປັນລະບົບ ແລະ ມີເຫດຜົນຫຼາຍ ແລະ ພວກເຂົາກໍເວົ້າຕໍ່ເນື່ອງເປັນເວລາຫຼາຍຊົ່ວໂມງ, ເຮັດໃຫ້ບາງຄົນເຖິງກັບນໍ້າຕາໄຫຼ, ແຕ່ພວກເຂົາພັດບໍ່ເຄີຍປະຕິບັດຄວາມຈິງໃນການກະທຳຂອງພວກເຂົາເອງເລີຍ, ຄົນເຫຼົ່ານີ້ຄືພວກຟາຣີຊາຍ. ບໍ່ວ່າພວກເຂົາຈະເວົ້າເຖິງປະສົບການທາງວິນຍານຈອມປອມ ແລະ ຫຼັກຄຳສອນທາງວິນຍານຈອມປອມຫຼາຍສໍ່າໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະເວົ້າຄຳເວົ້າທີ່ວ່າງເປົ່າ ແລະ ຄຳເວົ້າທີ່ເກີນຈິງຫຼາຍສໍ່າໃດກໍຕາມ, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍບໍ່ຕຳໜິພວກເຂົາເລີຍ; ແລະ ເມື່ອເວົ້າເຖິງບັນຫາສຳຄັນໃດໆກ່ຽວກັບຄວາມຖືກຕ້ອງ ແລະ ຄວາມຜິດ ຫຼື ເລື່ອງຂອງຫຼັກການ, ພວກເຂົາກໍບໍ່ຢືນຢູ່ຂ້າງຄວາມຈິງ ຫຼື ຍຶດໝັ້ນໃນຫຼັກການຄວາມຈິງ ແລະ ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍບໍ່ຕຳໜິພວກເຂົາເລີຍ, ແຕ່ຫຼັງຈາກນັ້ນ ພວກເຂົາຍັງສາມາດໂອ້ອວດຢ່າງໜ້າດ້ານໆກ່ຽວກັບວິທີທີ່ພວກເຂົາປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາຍັງສາມາດພົ່ນຫຼັກຄຳສອນທີ່ຟັງເບິ່ງຄືດີອອກມາໄດ້ຢ່າງຫຼວງຫຼາຍ. ນີ້ຄືການເປັນຄົນໜ້າຊື່ໃຈຄົດ ແລະ ຂາດຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ. ພວກເຂົາລົ້ມເຫຼວໃນການປະຕິບັດຄວາມຈິງຫຼາຍຄັ້ງ, ພວກເຂົາລະເມີດຄວາມຈິງຫຼາຍຄັ້ງ, ພວກເຂົາຫຼອກລວງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດຫຼາຍຄັ້ງ, ແຕ່ສະຕິຮູ້ສຶກຜິດຊອບຂອງພວກເຂົາພັດບໍ່ຕຳໜິພວກເຂົາເລີຍ ແລະ ພວກເຂົາຍັງສາມາດໂອ້ອວດຕົວເອງໄດ້ຢ່າງໜ້າດ້ານໆ. ນີ້ຄືການຂາດຄວາມເປັນມະນຸດ! ພວກເຂົາຍ່າງອວດເກັ່ງ ແລະ ຫຼອກລວງດ້ວຍວິທີການນີ້ໄປທົ່ວທຸກແຫ່ງ ແລະ ພວກເຂົາບໍ່ຮູ້ສຶກອັບອາຍເລີຍ. ພວກເຂົາບໍ່ປະຕິບັດຄວາມຈິງ, ແຕ່ພວກເຂົາຍັງໂອ້ອວດວ່າພວກເຂົາເປັນຄົນຝ່າຍວິນຍານ, ວ່າພວກເຂົາເປັນຄົນທີ່ໄດ້ຮັບຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເປັນຜູ້ທີ່ຮັກພຣະເຈົ້າຫຼາຍກວ່າໃຜໆ. ນີ້ຄືການຂາດຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ ແລະ ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ໄດ້ຮັບຄວາມລອດພົ້ນແລ້ວ. ຜູ້ທີ່ໄດ້ຮັບຄວາມລອດພົ້ນແລ້ວສາມາດຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບໄດ້ບໍ? ບາງຄົນຮູ້ສຶກວ່າພວກເຂົາບໍ່ໄດ້ມັກຄວາມຈິງຫຼາຍປານໃດ ແລະ ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບັນຫາທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ຫຼື ບັນຫາສຳຄັນກ່ຽວກັບຄວາມຖືກຕ້ອງ ແລະ ຄວາມຜິດ, ພວກເຂົາກໍກາຍເປັນຄົນປະຈົບປະແຈງ, ພະຍາຍາມເຮັດແບບພໍຜ່ານໆໄປ ແລະ ບໍ່ເຄີຍສາມາດຍຶດໝັ້ນໃນຫຼັກການຄວາມຈິງໄດ້. ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກຖືກຕຳໜິໃນໃຈຂອງພວກເຂົາ ແລະ ມັກຈະອະທິຖານຕໍ່ໜ້າພຣະເຈົ້າ ພ້ອມທັງຮູ້ສຶກເປັນໜີ້ຕໍ່ພຣະອົງ. ເຖິງແມ່ນວ່າພວກເຂົາມັກຈະອ່ອນແອ ແລະ ບໍ່ສາມາດທະລຸຜ່ານອຸປະສັກນີ້ໄປໄດ້ກໍຕາມ, ພວກເຂົາກໍຮູ້ຢູ່ໃນໃຈວ່າພວກເຂົາບໍ່ໄດ້ຍຶດໝັ້ນໃນຄວາມຈິງ ຫຼື ຄວາມຍຸຕິທຳ ແລະ ພວກເຂົາບໍ່ໄດ້ຍຶດໝັ້ນໃນການເປັນພະຍານຂອງພວກເຂົາສຳລັບພຣະເຈົ້າ ແລະ ພວກເຂົາເປັນພຽງຄົນປະຈົບປະແຈງ. ສະນັ້ນ, ພວກເຂົາຈຶ່ງຮູ້ສຶກອັບອາຍເກີນກວ່າທີ່ຈະເວົ້າວ່າພວກເຂົາມີຄຳພະຍານໃດໆ. ນີ້ກໍຍ້ອນວ່າພວກເຂົາບໍ່ໄດ້ຍຶດໝັ້ນໃນຫຼັກການຄວາມຈິງ ແລະ ບໍ່ມີຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ພວກເຂົາກໍທຸກຍາກ ແລະ ຕາບອດ ແລະ ບໍ່ໄດ້ຕອບສະໜອງຕໍ່ຄວາມຕ້ອງການຂອງພຣະເຈົ້າ; ພວກເຂົາຮູ້ສິ່ງນີ້ຢູ່ໃນໃຈຂອງພວກເຂົາ ແລະ ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍມັກຈະຮູ້ສຶກຖືກກ່າວສັ່ງສອນສຳລັບເລື່ອງນີ້ ແລະ ພວກເຂົາຮູ້ສຶກວ່າພວກເຂົາຕິດໜີ້ພຣະເຈົ້າ ແລະ ຮູ້ສຶກໂສກເສົ້າ. ຍັງມີຄວາມຫວັງ ແລະ ຊ່ອງທາງສຳລັບຄົນເຫຼົ່ານີ້ທີ່ຈະໄດ້ຮັບຄວາມລອດພົ້ນ. ໃນທາງກົງກັນຂ້າມ, ມີຜູ້ທີ່ພາຍນອກເບິ່ງຄືວ່າເຂົ້າໃຈຄວາມຈິງເປັນຢ່າງດີ ແລະ ສາມາດຫົດນໍ້າ, ສະໜອງ ແລະ ຊ່ວຍເຫຼືອຜູ້ຄົນໄດ້, ແຕ່ເມື່ອພວກເຂົາພົບພໍ້ກັບບັນຫາທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ຫຼື ບັນຫາສຳຄັນກ່ຽວກັບຄວາມຖືກຕ້ອງ ແລະ ຄວາມຜິດ, ພວກເຂົາພັດບໍ່ເຄີຍຢືນຢູ່ຂ້າງພຣະເຈົ້າ ແລະ ພວກເຂົາບໍ່ເຄີຍຍຶດໝັ້ນໃນຫຼັກການຄວາມຈິງເລີຍ, ແຕ່ພວກເຂົາກໍຍັງໂອ້ອວດວ່າເປັນຄົນຝ່າຍວິນຍານ, ເປັນຄົນທີ່ຮັກພຣະເຈົ້າ ແລະ ເປັນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ຄົນປະເພດນີ້ກຳລັງຕົກຢູ່ໃນບັນຫາໃຫຍ່. ພວກເຂົາບໍ່ກ້າປະເຊີນກັບຄວາມເປັນຈິງ, ບໍ່ກ້າແກ້ໄຂບັນຫາທີ່ແທ້ຈິງ, ບໍ່ກ້າປະກາດຈຸດຢືນຂອງພວກເຂົາໃນບັນຫາໃຫຍ່ ແລະ ບໍ່ກ້າຍຶດໝັ້ນໃນຫຼັກການຄວາມຈິງຢ່າງເປີດເຜີຍ ແລະ ກົງໄປກົງມາ. ແຕ່ຫຼັງຈາກເຫດການນັ້ນ, ພວກເຂົາຍັງໂອ້ອວດຢ່າງໜ້າດ້ານໆວ່າພວກເຂົາເປັນຄົນຝ່າຍວິນຍານ ແລະ ບອກວ່າພວກເຂົາຮັກພຣະເຈົ້າທີ່ສຸດ ແລະ ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ດີທີ່ສຸດ. ຄົນປະເພດນີ້ບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບເລີຍ. ຄົນທີ່ຂາດຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບຈະສາມາດຍຶດໝັ້ນໃນຫຼັກການຄວາມຈິງໄດ້ບໍ? ພວກເຂົາກ້າປະກາດຈຸດຢືນຂອງພວກເຂົາຢ່າງເປີດເຜີຍ ແລະ ຢືນຢູ່ຂ້າງພຣະເຈົ້າ ເພື່ອຈັດການກັບຄົນຊົ່ວຮ້າຍບໍ? ບໍ່ມີໂອກາດເປັນໄປໄດ້ເລີຍ; ມັນຍາກຫຼາຍສຳລັບຄົນແບບນັ້ນທີ່ຈະປະຕິບັດຄວາມຈິງ.
ຖ້າຄົນໃດໜຶ່ງມີຈິສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາກໍຈະຄວບຄຸມຄວາມຄິດ, ຄຳເວົ້າ ແລະ ການກະທຳຂອງພວກເຂົາ. “ຄວບຄຸມ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອຄວາມຄິດ ແລະ ພຶດຕິກຳຂອງເຈົ້າອອກນອກມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິ, ສະຕິຮູ້ສຶກຜິດຊອບຂອງເຈົ້າກໍຈະຕັດສິນວ່າມັນຜິດທີ່ຈະຄິດແບບນັ້ນ ແລະ ບໍ່ດີທີ່ຈະເຮັດສິ່ງນັ້ນ. ດັ່ງນັ້ນ, ເຈົ້າກໍຈະໜ້າແດງ ແລະ ຮູ້ສຶກບໍ່ສະບາຍໃຈ ແລະ ຮູ້ສຶກຖືກຕຳໜິ. ຫຼັງຈາກທີ່ມີຄວາມຮູ້ສຶກເຫຼົ່ານີ້, ຄວາມຄິດ ແລະ ພຶດຕິກຳຂອງເຈົ້າກໍຈະຖືກຢັບຢັ້ງໃນລະດັບໃດໜຶ່ງ ແລະ ການຢັບຢັ້ງນີ້ກໍຈະຄວບຄຸມພຶດຕິກຳຂອງເຈົ້າ ແລະ ເຮັດໃຫ້ເຈົ້າສາມາດຫຼີກລ່ຽງການເຮັດສິ່ງທີ່ລະເມີດຫຼັກການຄວາມຈິງໄດ້ຢ່າງຊັດເຈນ ແລະ ສິ່ງທີ່ຂັດກັບສະຕິຮູ້ສຶກຜິດຊອບ ແລະ ຄວາມຍຸຕິທຳທາງສິນລະທຳຂອງເຈົ້າ. ແຕ່ຖ້າເຈົ້າບໍ່ມີມາດຕະຖານຂອງສະຕິຮູ້ສຶກຜິດຊອບ, ເມື່ອເຈົ້າເຮັດສິ່ງຕ່າງໆ, ເຈົ້າກໍຈະບໍ່ມີເກນໃດໆທີ່ຈະຄວບຄຸມ ແລະ ຢັບຢັ້ງຄວາມຄິດ ແລະ ພຶດຕິກຳຂອງເຈົ້າ. ດັ່ງນັ້ນ, ເຈົ້າກໍຈະເຮັດຕາມອຳເພີໃຈ, ເຈົ້າຈະເຮັດຕາມທຸກຢ່າງທີ່ຄິດເຂົ້າມາໃນຫົວ, ເຮັດທຸກຢ່າງທີ່ເຈົ້າຕ້ອງການ ແລະ ທຸກຢ່າງທີ່ເປັນປະໂຫຍດ ແລະ ເປັນຜົນດີຕໍ່ຕົວເຈົ້າເອງ. ພາຍໃຕ້ສະຖານະການເຫຼົ່ານີ້ທີ່ເຈົ້າບໍ່ມີການຢັບຢັ້ງໃດໆເລີຍ, ຄວາມຄິດ ແລະ ພຶດຕິກຳຂອງເຈົ້າກໍຈະຖືກຂະຫຍາຍຮຸນແຮງຂຶ້ນ. “ຂະຫຍາຍຮຸນແຮງຂຶ້ນ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າຈະບໍ່ມີການຄວບຄຸມພວກຄວາມຄິດ ຫຼື ພຶດຕິກຳເລີຍ. ມັນຈະຄືກັບຕອນທີ່ຜູ້ບໍ່ມີຄວາມເຊື່ອຫຼອກລວງຜູ້ຄົນ, ພວກເຂົາຂາດຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ ແລະ ຖ້າພວກເຂົາຫຼອກເອົາເງິນຈາກເຈົ້າພັນໜຶ່ງ, ພວກເຂົາກໍຈະບໍ່ຮູ້ສຶກຜິດ ແລະ ຖ້າພວກເຂົາຫຼອກລວງເຈົ້າຈົນຄອບຄົວຂອງເຈົ້າພັງທະລາຍ, ພວກເຂົາກໍຈະບໍ່ຮູ້ສຶກຜິດເຊັ່ນກັນ ແລະ ເຖິງແມ່ນວ່າເຈົ້າຈະຄຸເຂົ່າລົງອ້ອນວອນພວກເຂົາ, ພວກເຂົາກໍຈະບໍ່ສົນໃຈເຈົ້າເລີຍ. ພວກເຂົາເປັນຄົນທີ່ຊົ່ວຮ້າຍຢ່າງມະຫາສານແທ້ໆ. ເປັນຫຍັງພວກເຂົາຈຶ່ງສາມາດເຮັດຄວາມຊົ່ວຮ້າຍແບບນັ້ນໄດ້? ມັນກໍຍ້ອນວ່າພວກເຂົາບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ ຫຼື ການຢັບຢັ້ງທີ່ສະຕິຮູ້ສຶກຜິດຊອບມີໃຫ້, ດັ່ງນັ້ນ ພວກເຂົາຈຶ່ງສາມາດຊົ່ວຮ້າຍໄດ້ຫຼາຍ ແລະ ກາຍເປັນຄົນບາບທີ່ໂຫດຮ້າຍ. ສະນັ້ນ, ມັນຈຶ່ງສຳຄັນທີ່ຈະມີສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ. ຜູ້ຄົນສາມາດຍຶດໝັ້ນໃນຫຼັກການຄວາມຈິງໄດ້ ກ່ອນອື່ນໝົດແມ່ນພາຍໃຕ້ເງື່ອນໄຂທີ່ພວກເຂົາມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ. ການມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ ແລະ ຄວາມຮູ້ສຶກອັບອາຍແມ່ນສິ່ງທີ່ຄວບຄຸມພຶດຕິກຳຂອງເຈົ້າ ແລະ ເຮັດໃຫ້ເຈົ້າມີໂອກາດທີ່ຈະກ້າວເຂົ້າສູ່ເສັ້ນທາງແຫ່ງການສະແຫວງຫາ ແລະ ການປະຕິບັດຄວາມຈິງ. ຖ້າເຈົ້າບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບເພື່ອຄວບຄຸມຕົວເຈົ້າເອງ, ເຈົ້າກໍຈະບໍ່ມີໂອກາດທີ່ຈະກ້າວເຂົ້າສູ່ເສັ້ນທາງແຫ່ງການສະແຫວງຫາຄວາມຈິງ. ສະນັ້ນ, ມັນເປັນພຽງແຕ່ບົນພື້ນຖານຂອງການມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບເທົ່ານັ້ນທີ່ຜູ້ຄົນສາມາດມີໂອກາດກ້າວເຂົ້າສູ່ເສັ້ນທາງແຫ່ງການປະຕິບັດຄວາມຈິງ ແລະ ການຍຶດໝັ້ນໃນຫຼັກການຄວາມຈິງ, ແຕ່ເຖິງຢ່າງນັ້ນກໍຕາມ, ພວກເຂົາກໍພຽງແຕ່ມີໂອກາດນີ້ເທົ່ານັ້ນ. ເຮົາເວົ້າວ່າພວກເຂົາພຽງແຕ່ມີໂອກາດນີ້, ເພາະເຖິງແມ່ນວ່າຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບຈະຄວບຄຸມຄວາມຄິດ ແລະ ພຶດຕິກຳຂອງຄົນໃດໜຶ່ງກໍຕາມ, ພວກເຂົາກໍອາດຈະຍັງລະເມີດຫຼັກການຄວາມຈິງ ຫຼື ບໍ່ກະທຳໃຫ້ສອດຄ່ອງກັບພວກມັນ, ໂດຍເລືອກທາງສາຍກາງ, ບໍ່ຍຶດໝັ້ນໃນຫຼັກການຄວາມຈິງ ແຕ່ກໍບໍ່ຮ່ວມມືກັບຄົນຊົ່ວຮ້າຍ. ນັ້ນກໍຄື ພາຍໃຕ້ຜົນຂອງສະຕິຮູ້ສຶກຜິດຊອບ, ຄົນທີ່ຂ້ອນຂ້າງດີສາມາດປະຕິບັດຄວາມຈິງ ແລະ ຍຶດໝັ້ນໃນຫຼັກການຄວາມຈິງໄດ້, ໃນຂະນະທີ່ຄົນທີ່ມີຄວາມສາມາດຕໍ່າກວ່າເລັກໜ້ອຍ ຢ່າງໜ້ອຍກໍສາມາດຫຼີກລ່ຽງການຖືກຄວບຄຸມ ຫຼື ຖືກບັງຄັບໂດຍຄົນຊົ່ວຮ້າຍ ແລະ ຫຼີກລ່ຽງການຕິດຕາມພວກເຂົາໄປເຮັດຄວາມຊົ່ວຮ້າຍໄດ້, ນີ້ເປັນພຽງການບັນລຸເສັ້ນພື້ນຖານຂັ້ນຕໍ່າທີ່ມາຈາກມາດຕະຖານຂອງສະຕິຮູ້ສຶກຜິດຊອບເທົ່ານັ້ນ. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ປະຕິບັດຄວາມຈິງກໍຕາມ, ເຈົ້າກໍຍັງບໍ່ໄດ້ເຮັດຄວາມຊົ່ວ. ຄົນແບບນີ້ຢ່າງໜ້ອຍກໍຍັງສາມາດເອີ້ນໄດ້ວ່າເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ປະຕິບັດຄວາມຈິງກໍຕາມ, ພວກເຂົາກໍຈະບໍ່ເຮັດຄວາມຊົ່ວຮ້າຍຢ່າງແນ່ນອນ. ນີ້ຄືຜົນທີ່ສະຕິຮູ້ສຶກຜິດຊອບມີຕໍ່ຜູ້ຄົນ. ສຳລັບຜູ້ທີ່ຮັກຄວາມຈິງ, ໜຶ່ງໃນຜົນທີ່ເປັນປະໂຫຍດທີ່ສຸດຂອງສະຕິຮູ້ສຶກຜິດຊອບກໍຄື ມັນມີໂອກາດທີ່ຈະຄວບຄຸມຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາໄດ້ ແລະ ສາມາດນໍາພາພວກເຂົາໄປສູ່ເສັ້ນທາງແຫ່ງການປະຕິບັດຄວາມຈິງ ແລະ ການຍຶດໝັ້ນໃນຫຼັກການຄວາມຈິງໄດ້. ສະນັ້ນ, ສຳລັບຜູ້ຄົນແລ້ວ, ສະຕິຮູ້ສຶກຜິດຊອບເປັນສ່ວນສຳຄັນຫຼາຍໃນຄວາມເປັນມະນຸດຂອງພວກເຂົາ ແລະ ມັນເປັນສິ່ງທີ່ພວກເຂົາຂາດບໍ່ໄດ້. ແລ້ວ “ສະຕິຮູ້ສຶກຜິດຊອບ” ໝາຍຄວາມວ່າແນວໃດ? ພວກເຮົາຈະເວົ້າກ່ຽວກັບເລື່ອງນັ້ນຢ່າງລະອຽດໃນພາຍຫຼັງ ເມື່ອພວກເຮົາມີໂອກາດ, ແຕ່ມື້ນີ້ໃຫ້ພວກເຮົາເວົ້າກ່ຽວກັບມັນສັ້ນໆກ່ອນ. ສະຕິຮູ້ສຶກຜິດຊອບໝາຍເຖິງຄວາມມີຈິດໃຈດີ ແລະ ຄວາມຮູ້ສຶກຍຸຕິທຳຂອງຄົນໆໜຶ່ງ, ເຊິ່ງເປັນຄຸນສົມບັດພື້ນຖານທີ່ສຸດສອງຢ່າງ. ຖ້າເຈົ້າມີຄຸນສົມບັດສອງຢ່າງນີ້, ເຈົ້າກໍເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ; ຖ້າເຈົ້າບໍ່ມີຄຸນສົມບັດສອງຢ່າງນີ້ເລີຍ, ເຈົ້າກໍຂາດສະຕິຮູ້ສຶກຜິດຊອບ. ຄົນທີ່ຂາດສະຕິຮູ້ສຶກຜິດຊອບບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ການບໍ່ມີຄວາມເປັນມະນຸດທີ່ປົກກະຕິໝາຍຄວາມວ່າພວກເຂົາບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ບໍ່ມີຈິດໃຈດີ. “ບໍ່ມີຄວາມຮູ້ສຶກຍຸຕິທຳ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການເປັນຄົນຄົດໂກງ ແລະ ຊົ່ວຊ້າ. “ບໍ່ມີຈິດໃຈດີ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການເປັນຄົນປະສົງຮ້າຍ, ໂຫດຮ້າຍ ແລະ ຊົ່ວຊ້າ. ຄົນທີ່ມີອຸປະນິໄສເຫຼົ່ານີ້ແມ່ນຄົນທີ່ບໍ່ມີຄວາມເປັນມະນຸດ ແລະ ດັ່ງນັ້ນ, ພວກເຂົາຈຶ່ງສາມາດເຮັດສິ່ງທີ່ຊົ່ວຮ້າຍທຸກປະເພດໄດ້, ເພາະພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ, ທັງບໍ່ມີແກ່ນແທ້ສອງຢ່າງຄື ຄວາມຮູ້ສຶກຍຸຕິທຳ ແລະ ຄວາມມີຈິດໃຈດີ ເຊິ່ງສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິມີຢູ່. ພວກເຂົາໜ້າດ້ານ, ຄົດໂກງຢ່າງຍິ່ງ, ໂຫດຮ້າຍ ແລະ ປະສົງຮ້າຍເປັນພິເສດ, ສະນັ້ນ ພວກເຂົາຈຶ່ງສາມາດເຮັດສິ່ງທີ່ຊົ່ວຮ້າຍທຸກປະເພດໄດ້. ນັ້ນກໍຄື ບໍ່ວ່າສິ່ງທີ່ພວກເຂົາເຮັດຈະຊົ່ວຊ້າ ແລະ ປະສົງຮ້າຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກຫຍັງເລີຍ, ພວກເຂົາບໍ່ຮູ້ສຶກຜິດ ແລະ ບໍ່ຮູ້ສຶກຖືກຕຳໜິ. ເປັນຫຍັງພວກເຂົາຈຶ່ງສາມາດເຮັດຄວາມຊົ່ວຮ້າຍທຸກປະເພດໄດ້? ມັນກໍຍ້ອນວ່າພວກເຂົາບໍ່ມີຈິດໃຈດີ ແລະ ຂາດແກ່ນແທ້ຂອງຄວາມເປັນມະນຸດ; ບໍ່ວ່າພວກເຂົາຈະເຮັດຄວາມຊົ່ວຮ້າຍອັນໃດກໍຕາມ, ພວກເຂົາກໍຄິດວ່າມັນສົມເຫດສົມຜົນ ແລະ ບໍ່ຮູ້ສຶກວ່າມັນເປັນຄວາມຊົ່ວຮ້າຍ. ຕົວຢ່າງ: ຖ້າເຈົ້າເປັນຄົນທີ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ, ເມື່ອເຈົ້າເວົ້າບາງສິ່ງທີ່ດ່າປ້ອຍ ຫຼື ໂຈມຕີຄົນອື່ນ, ເຈົ້າກໍຈະທົນບໍ່ໄດ້. ເຈົ້າຈະຄິດວ່າ, “ຂ້ອຍໄດ້ເວົ້າບາງສິ່ງບາງຢ່າງ ເພື່ອດ່າປ້ອຍພວກເຂົາແລ້ວ ແລະ ນັ້ນກໍພຽງພໍແລ້ວ. ການດ່າປ້ອຍຜູ້ຄົນເຮັດໃຫ້ພວກເຂົາຮູ້ສຶກເສຍໃຈຫຼາຍ! ຂ້ອຍເອງກໍຈະເສຍໃຈຄືກັນ ຖ້າມີຄົນມາດ່າປ້ອຍຂ້ອຍແບບນັ້ນ, ສະນັ້ນ ຕອນນີ້ຂ້ອຍໄດ້ເວົ້າບາງສິ່ງບາງຢ່າງ ເພື່ອດ່າປ້ອຍພວກເຂົາ ເພື່ອລະບາຍຄວາມກຽດຊັງຂອງຂ້ອຍ ແລະ ລະບາຍຄວາມຄຽດແຄ້ນແລ້ວ, ຂ້ອຍກໍຈະຢຸດພຽງເທົ່ານີ້”. ແລະ ດັ່ງນັ້ນ ເຈົ້າກໍຈະຢຸດ. ແຕ່ຄົນຊົ່ວຮ້າຍບໍ່ໄດ້ຄິດແບບນັ້ນ. ພວກເຂົາຄິດວ່າ, “ການດ່າປ້ອຍເຈົ້າຖືວ່າເປັນການປ່ອຍເຈົ້າໄປງ່າຍໆ. ຂ້ອຍຍັງຈະທຸບຕີເຈົ້າ, ເຮັດໃຫ້ຄອບຄົວຂອງເຈົ້າພັງທະລາຍ ແລະ ເຮັດໃຫ້ລູກຫຼານຂອງເຈົ້າທົນທຸກທໍລະມານ! ບໍ່ວ່າຂ້ອຍຈະເຮັດສິ່ງທີ່ຊົ່ວຮ້າຍ ຫຼື ສິ່ງທີ່ບໍ່ດີອັນໃດຕໍ່ເຈົ້າກໍລ້ວນແຕ່ສົມເຫດສົມຜົນ. ຕາບໃດກໍຕາມທີ່ເຈົ້າໄດ້ຮັບການລົງໂທດທີ່ສົມຄວນໄດ້ຮັບ ແລະ ຂ້ອຍໄດ້ລະບາຍຄວາມກຽດຊັງຂອງຂ້ອຍ, ຂ້ອຍກໍເຕັມໃຈທີ່ຈະເຮັດທຸກຢ່າງ!” ພວກເຂົາອາດຈະບໍ່ດ່າປ້ອຍເຈົ້າດ້ວຍຊໍ້າ, ແຕ່ລົງມືເຮັດສິ່ງທີ່ຊົ່ວຮ້າຍຕໍ່ເຈົ້າ ແລະ ແກ້ແຄ້ນເຈົ້າໂດຍກົງ, ນີ້ຄືສິ່ງທີ່ເອີ້ນວ່າການເປັນຄົນຊົ່ວຮ້າຍ. ນີ້ຄືລັກສະນະຂອງຄົນທີ່ບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ, ພວກເຂົາສາມາດເຮັດຄວາມຊົ່ວຮ້າຍໄດ້ທຸກປະເພດ.
ພາຍໃນແນວຄິດ ແລະ ຈິນຕະນາການຕ່າງໆທີ່ຜູ້ຄົນມີກ່ຽວກັບວຽກງານຂອງພຣະເຈົ້າ, ສິ່ງທີ່ຜູ້ຄົນຮັບຮູ້ໂດຍຫຼັກໆແລ້ວແມ່ນແນວຄິດທີ່ພວກເຂົາມັກຈະເວົ້າເຖິງ ເຊິ່ງກ່ຽວຂ້ອງກັບການລົງວິໄນ, ການຕີສອນ ແລະ ການລົງໂທດ. ໃນດ້ານໜຶ່ງ, ພວກເຮົາໄດ້ໂອ້ລົມກ່ຽວກັບແນວຄິດ ແລະ ຈິນຕະນາການທີ່ເກີດຂຶ້ນໃນຜູ້ຄົນພາຍໃນວຽກງານຂອງພຣະເຈົ້າ; ໃນອີກດ້ານໜຶ່ງ, ຜູ້ຄົນກໍຄວນຮູ້ເຊັ່ນກັນວ່າ ພຣະເຈົ້າເຮັດພາລະກິດໃນຜູ້ຄົນ ດ້ວຍວິທີການທີ່ຫຼາກຫຼາຍ ແລະ ແຕກຕ່າງກັນ. ຂຶ້ນຢູ່ກັບຍຸກສະໄໝທີ່ແຕກຕ່າງກັນທີ່ພຣະອົງເຮັດວຽກງານ, ຂຶ້ນຢູ່ກັບມາດຕະຖານທີ່ແຕກຕ່າງກັນທີ່ພຣະອົງຮຽກຮ້ອງຈາກຜູ້ຄົນ ແລະ ແນ່ນອນວ່າ ຂຶ້ນຢູ່ກັບຜົນຮັບທີ່ແຕກຕ່າງກັນທີ່ພຣະອົງຕ້ອງການບັນລຸໃນຜູ້ຄົນຜ່ານວຽກງານຂອງພຣະອົງ ພ້ອມທັງຂຶ້ນຢູ່ກັບຜູ້ທີ່ເປັນເປົ້າໝາຍທີ່ແຕກຕ່າງກັນໃນວຽກງານຂອງພຣະອົງ ແລະ ແກ່ນແທ້ທຳມະຊາດທີ່ແຕກຕ່າງກັນຂອງຜູ້ຄົນ, ພຣະເຈົ້າໄດ້ນໍາໃຊ້ວິທີການທີ່ແຕກຕ່າງກັນ ແລະ ເຮັດວຽກງານໃນຜູ້ຄົນ ດ້ວຍວິທີການທີ່ຫຼາກຫຼາຍ ແລະ ແຕກຕ່າງກັນໄປ. ການລົງວິໄນ, ການຕີສອນ ແລະ ການລົງໂທດເປັນພຽງສ່ວນໜ້ອຍໃນວຽກງານຂອງພຣະອົງ ແລະ ພວກມັນບໍ່ແມ່ນວິທີຫຼັກທີ່ພຣະອົງໃຊ້ໃນວຽກງານຂອງພຣະອົງ. ເນື່ອງຈາກໃນຂັ້ນຕອນທີສາມແຫ່ງວຽກງານຂອງພຣະອົງ ພຣະເຈົ້າໄດ້ສະແດງຄວາມຈິງຢ່າງຫຼວງຫຼາຍ ເພື່ອສະໜອງໃຫ້ແກ່ຜູ້ຄົນ ແລະ ເພື່ອບັນລຸຜົນໄດ້ຮັບໃນການຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ, ຈຳນວນຂອງວຽກງານແຫ່ງການລົງວິໄນ, ການຕີສອນ ແລະ ແມ່ນແຕ່ການລົງໂທດທີ່ພຣະອົງເຮັດໃນຜູ້ຄົນຈຶ່ງມີໜ້ອຍຫຼາຍ. ຍິ່ງໄປກວ່ານັ້ນ, ຂຶ້ນຢູ່ກັບຜູ້ທີ່ເປັນເປົ້າໝາຍທີ່ແຕກຕ່າງກັນໃນວຽກງານຂອງພຣະອົງ, ພຣະເຈົ້າຍັງເຮັດສິ່ງເຫຼົ່ານີ້ໃຫ້ສອດຄ່ອງກັບຫຼັກການທີ່ກ່ຽວຂ້ອງ ແລະ ການກະທຳຂອງພຣະອົງກໍແຕກຕ່າງກັນໄປຂຶ້ນຢູ່ກັບເປົ້າໝາຍ ແລະ ສະຖານະການທີ່ແຕກຕ່າງກັນ. ດັ່ງນັ້ນ, ເມື່ອທຽບກັນແລ້ວ, ພຣະອົງຈຶ່ງບໍ່ຄ່ອຍລົງວິໄນ, ຕີສອນ ຫຼື ລົງໂທດຜູ້ຄົນ. ສະນັ້ນ, ຜູ້ຄົນຄວນຢຸດຍຶດຕິດກັບແນວຄິດ ແລະ ຈິນຕະນາການກ່ອນໜ້ານີ້ຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າ ເນື່ອງຈາກພຣະເຈົ້າໄດ້ສະແດງພຣະທຳຢ່າງຫຼວງຫຼາຍ ແລະ ຄວາມຈິງຢ່າງຫຼວງຫຼາຍ, ພວກເຂົາບໍ່ຄວນສືບຕໍ່ອາໄສແຕ່ການທີ່ພຣະເຈົ້າລົງວິໄນ, ຕີສອນ ຫຼື ລົງໂທດພວກເຂົາ, ໂດຍປ່ອຍໃຫ້ພຣະອົງກະຕຸ້ນພວກເຂົາຢ່າງຕັ້ງຮັບ ເພື່ອໃຫ້ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ, ນີ້ຄືແນວຄິດທີ່ຜູ້ຄົນບໍ່ຄວນມີ. ແນວຄິດທີ່ຖືກຕ້ອງທີ່ຜູ້ຄົນຄວນມີກໍຄື ພວກເຂົາຕ້ອງບໍ່ອາໄສການລົງວິໄນ, ການຕີສອນ ຫຼື ການລົງໂທດຂອງພຣະເຈົ້າຢ່າງຕັ້ງຮັບ ເພື່ອເຮັດໃຫ້ພວກເຂົາເຂົ້າໃຈເຈດຕະນາຂອງພຣະອົງ ຫຼື ມາຢູ່ຕໍ່ໜ້າພຣະອົງ, ແຕ່ພວກເຂົາຕ້ອງມີຄວາມເປັນບວກ ແລະ ຕັ້ງໜ້າຫຼາຍຂຶ້ນໃນການມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອສະແຫວງຫາເຈດຕະນາຂອງພຣະອົງ ແລະ ຫຼັກການຄວາມຈິງ. ບໍ່ວ່າເວລາໃດກໍຕາມ, ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງຄືທິດທາງສຳລັບເຈົ້າໃນການກ້າວໄປຂ້າງໜ້າ ແລະ ພວກມັນຄືຫຼັກການ ແລະ ເສັ້ນທາງທີ່ເຈົ້າຄວນຍຶດໝັ້ນ ແລະ ປະຕິບັດຫຼາຍທີ່ສຸດໃນຊີວິດປະຈຳວັນຂອງເຈົ້າ ຫຼື ໃນເສັ້ນທາງແຫ່ງການດຳລົງຢູ່ຂອງເຈົ້າ. ໃນຂະນະທີ່ການລົງວິໄນ, ການຕີສອນ ຫຼື ການລົງໂທດຂອງພຣະເຈົ້າເປັນພຽງວິທີການເຮັດວຽກງານທີ່ພຣະອົງສະແດງອອກໃນບາງສະຖານະການທີ່ພິເສດ ແລະ ໃນສະຖານະການທີ່ພຣະອົງເຫັນວ່າຈຳເປັນເທົ່ານັ້ນ. ສຳລັບຜູ້ຄົນແລ້ວ, ພວກເຂົາບໍ່ຄວນລໍຖ້າຢ່າງຕັ້ງຮັບ ຫຼື ຮ້ອງຂໍຢ່າງຕັ້ງຮັບໃຫ້ສິ່ງນີ້ເກີດຂຶ້ນ, ໂດຍຄິດວ່າ, “ຂໍໃຫ້ພຣະເຈົ້າລົງວິໄນ, ຕີສອນ ແລະ ລົງໂທດຂ້ອຍ ເພື່ອໃຫ້ຂ້ອຍສາມາດມາຮັກ ແລະ ປະຕິບັດຄວາມຈິງໄດ້”. ວິທີການນີ້ບໍ່ຖືກຕ້ອງ, ພຣະເຈົ້າເຮັດວຽກງານໂດຍອີງໃສ່ການສະແດງອອກຕົວຈິງຂອງຜູ້ຄົນ ແລະ ຄວາມຕ້ອງການໃນຊີວິດຂອງພວກເຂົາ. ບາງຄົນໄດ້ຍິນວ່າຜູ້ທີ່ຂາດສະຕິຮູ້ສຶກຜິດຊອບເປັນສັດເດຍລະສານ ແລະ ບໍ່ສາມາດໄດ້ຮັບຄວາມລອດພົ້ນ, ດັ່ງນັ້ນ ພວກເຂົາຈຶ່ງຮ້ອນຮົນ ແລະ ຄິດວ່າ, “ຖ້າຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ ມັນກໍຈະເປັນບັນຫາໃຫຍ່ແທ້ໆ ເນື່ອງຈາກຂ້ອຍບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ, ຂ້ອຍຈຶ່ງຢາກໃຫ້ພຣະເຈົ້າລົງວິໄນ ແລະ ລົງໂທດຂ້ອຍ ເພື່ອເປັນການທົດແທນສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ”. ນີ້ເປັນຄວາມຄິດທີ່ດີບໍ? ໃນຖານະທີ່ເປັນສິ່ງທີ່ຖືກສ້າງຂຶ້ນ ແລະ ໃນຖານະທີ່ເປັນສ່ວນໜຶ່ງທີ່ທຳມະດາຂອງມະນຸດຊາດທີ່ເສື່ອມຊາມ, ຖ້າເຈົ້າຄິດແທ້ໆວ່າເຈົ້າປາສະຈາກຄວາມເປັນມະນຸດທີ່ປົກກະຕິ ແລະ ຂາດສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ, ເຈົ້າຮູ້ສຶກເຖິງຄວາມເຈັບປວດຂອງສິ່ງນີ້ຢ່າງເລິກເຊິ່ງ ແລະ ເຈົ້າຫວັງວ່າການລົງວິໄນ, ການຕີສອນ ແລະ ການລົງໂທດຂອງພຣະເຈົ້າຈະບໍ່ປະຖິ້ມເຈົ້າ ແລະ ຫວັງວ່າພວກມັນຈະສາມາດເຮັດໃຫ້ເຈົ້າປ່ຽນແປງ ແລະ ມີຊີວິດລອດໃນທ້າຍທີ່ສຸດ. ຖ້າເຈົ້າມີຄວາມຕັ້ງໃຈແບບນີ້ແທ້ໆ, ນັ້ນກໍອາດຈະເປັນສິ່ງທີ່ດີ ແລະ ມັນກໍເປັນແສງສະຫວ່າງແຫ່ງຄວາມຫວັງສຳລັບການມີຊີວິດລອດຂອງເຈົ້າ. ແຕ່ຖ້າເຈົ້າບໍ່ມີຄວາມຕັ້ງໃຈແບບນັ້ນ, ເຮົາກໍຂໍບອກເຈົ້າວ່າ: ເຈົ້າກຳລັງຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງ ຖ້າເຈົ້າບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ. ເຖິງແມ່ນວ່າເຈົ້າຈະເຄີຍໄດ້ຮັບການລົງວິໄນ, ການຕີສອນ ແລະ ການລົງໂທດຂອງພຣະເຈົ້າເປັນບາງຄັ້ງຄາວກໍຕາມ, ນັ້ນກໍເປັນສິ່ງທີ່ພຣະອົງໄດ້ປະທານໃຫ້ແກ່ເຈົ້າ. ພຣະເຈົ້າເຮັດສິ່ງເຫຼົ່ານີ້ ແລະ ໃຊ້ວິທີການເຫຼົ່ານີ້ເພື່ອກະຕຸ້ນເຈົ້າ ແລະ ເຕືອນສະຕິເຈົ້າ, ເພື່ອໃຫ້ເຈົ້າເຮັດຄວາມຊົ່ວໜ້ອຍລົງ ແລະ ໄດ້ຮັບການລົງໂທດໜ້ອຍລົງ. ພຣະເຈົ້າໄດ້ໄວ້ໜ້າເຈົ້າຫຼາຍພໍແລ້ວ; ເຈົ້າຄວນຮູ້ບຸນຄຸນພຣະເຈົ້າທີ່ພຣະອົງຊົງຍົກເວັ້ນໂດຍການສະແດງພຣະຄຸນນີ້ແກ່ເຈົ້າ, ແທນທີ່ຈະບໍ່ຮູ້ຈັກດີຊົ່ວຕໍ່ຕົນເອງ. ໃນສະຖານະການປົກກະຕິ, ພຣະເຈົ້າຈະບໍ່ເຮັດວຽກງານໃດໆ ຫຼື ໃຊ້ວິທີການເຮັດວຽກງານໃດໆກັບຄົນທີ່ຂາດສະຕິຮູ້ສຶກຜິດຊອບ ແລະ ຂາດເຫດຜົນຂອງຄວາມເປັນມະນຸດ. ຖ້າເຈົ້າໄດ້ຮັບການລົງວິໄນ, ການຕີສອນ ຫຼື ການລົງໂທດຈາກພຣະເຈົ້າ, ບໍ່ວ່າມັນຈະເປັນອັນໃດກໍຕາມ, ບໍ່ວ່າມັນຈະເບົາບາງ ຫຼື ຮຸນແຮງກວ່າເລັກໜ້ອຍ, ເຈົ້າກໍຄວນຮູ້ບຸນຄຸນພຣະເຈົ້າສຳລັບສິ່ງທັງໝົດນັ້ນ. ຖ້າຈະເວົ້າໃນພາສາປາກເວົ້າຂອງມະນຸດ, ນີ້ຄືການທີ່ພຣະເຈົ້າໃຫ້ຄວາມສຳຄັນແກ່ເຈົ້າ ແລະ ຍົກຊູເຈົ້າຂຶ້ນ. ພຣະເຈົ້າບໍ່ໄດ້ເບິ່ງເຈົ້າດ້ວຍຄວາມເປັນປໍລະປັກ ຫຼື ກ່າວໂທດເຈົ້າຢ່າງແນ່ນອນ, ສະນັ້ນ ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ. ຖ້າເຈົ້າມີໂອກາດໄດ້ຮັບການລົງວິໄນ, ການຕີສອນ ຫຼື ການລົງໂທດຂອງພຣະເຈົ້າແທ້ໆ ນອກເໜືອຈາກການສະໜອງຄວາມຈິງ, ນັ້ນກໍພິສູດວ່າພຣະເຈົ້າຍັງຄົງປະຕິບັດຕໍ່ເຈົ້າໃນຖານະສິ່ງທີ່ຖືກສ້າງຂຶ້ນ ແລະ ເປັນສ່ວນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມ. ເຈົ້າຄວນຂອບໃຈພຣະເຈົ້າ, ເຂົ້າໃຈສິ່ງນີ້ຢ່າງຖືກຕ້ອງ ແລະ ອ່ອນນ້ອມຕໍ່ການລົງວິໄນ, ການຕີສອນ ຫຼື ການລົງໂທດຂອງພຣະເຈົ້າ. ເຈົ້າບໍ່ຄວນມີທັດສະນະຄະຕິທີ່ເປັນປໍລະປັກຕໍ່ພຣະເຈົ້າຍ້ອນສິ່ງນັ້ນ, ທັງບໍ່ຄວນກະບົດຕໍ່ພຣະເຈົ້າຫຼາຍຂຶ້ນຍ້ອນສິ່ງນັ້ນ. ບໍ່ວ່າເຈົ້າຈະໄດ້ຮັບການລົງວິໄນປະເພດໃດ ຫຼື ການລົງໂທດທີ່ເຈົ້າໄດ້ຮັບຈະຮຸນແຮງສໍ່າໃດກໍຕາມ, ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ ແລະ ຂອບໃຈພຣະອົງໂດຍບໍ່ຊັກຊ້າ, ຂອບໃຈພຣະອົງທີ່ກະຕຸ້ນ ແລະ ເຕືອນສະຕິເຈົ້າ ແລະ ທີ່ໃຫ້ໂອກາດນີ້ແກ່ເຈົ້າ ແລະ ທີ່ໃຫ້ເຈົ້າມີໂອກາດໄດ້ຮັບສິ່ງທັງໝົດນີ້ຈາກພຣະເຈົ້າ. ສິ່ງນີ້ຍັງພິສູດວ່າເຈົ້າຍັງມີຄວາມສຳພັນກັບພຣະເຈົ້າ ແລະ ສາຍສຳພັນນີ້ຍັງບໍ່ຖືກຕັດຂາດຢ່າງສິ້ນເຊີງ. ໃນວຽກງານແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ ແລະ ໃນຂະບວນການທີ່ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະເຈົ້າຍັງມີເຈົ້າຢູ່ໃນໃຈຂອງພຣະອົງ; ຢ່າງໜ້ອຍທີ່ສຸດ, ພຣະເຈົ້າຍັງເຫັນເຈົ້າ, ເມື່ອພຣະອົງເຫັນຄວາມກະບົດຂອງເຈົ້າ ແລະ ຄວາມເສື່ອມຊາມຂອງເຈົ້າ, ພຣະອົງກໍຍັງເຕັມໃຈທີ່ຈະລົງວິໄນເຈົ້າ, ຕີສອນເຈົ້າ ແລະ ລົງໂທດເຈົ້າ. ສິ່ງນີ້ພິສູດວ່າພຣະອົງຍັງບໍ່ໄດ້ປະຖິ້ມເຈົ້າຢ່າງສິ້ນເຊີງ; ສຳລັບເຈົ້າແລ້ວ, ນີ້ຄືຄວາມໂຊກດີ ແລະ ມັນກໍເປັນຂ່າວດີເຊັ່ນກັນ. ສະນັ້ນ, ເຖິງແມ່ນວ່າເຈົ້າຈະຕ້ອງທົນທຸກກັບການລົງວິໄນ ຫຼື ການຕີສອນທີ່ເຈັບປວດເລັກໜ້ອຍກໍຕາມ, ເຈົ້າກໍຄວນມາຢູ່ຕໍ່ໜ້າພຣະເຈົ້າໂດຍບໍ່ຊັກຊ້າ. ຈຸດປະສົງຂອງການມາຢູ່ຕໍ່ໜ້າພຣະເຈົ້າບໍ່ແມ່ນ ເພື່ອໃຫ້ເຈົ້າກົ້ມຫົວລົງຕໍ່ໜ້າພຣະອົງ, ທັງບໍ່ແມ່ນ ເພື່ອເຮັດໃຫ້ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຢ້ານ ຫຼື ໜ້າຢ້ານກົວ. ແຕ່ເຈົ້າຄວນເຂົ້າໃຈວ່າເຈົ້າຄວນເຮັດຫຍັງ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ເຈົ້າຄວນເຮັດຫຍັງ ເພື່ອພຣະເຈົ້າຈະບໍ່ຄຽດຮ້າຍໃຫ້ເຈົ້າອີກຕໍ່ໄປ ແລະ ເຈົ້າຄວນເຮັດຫຍັງ ເພື່ອໃຫ້ຄວາມຄຽດຮ້າຍຂອງພຣະອົງຫາຍໄປ. ຢ່າງໜ້ອຍທີ່ສຸດ, ເຈົ້າຄວນເຮັດໃຫ້ດີທີ່ສຸດ, ພາຍໃນຂອບເຂດທີ່ຄວາມສາມາດຂອງເຈົ້າສາມາດບັນລຸໄດ້, ເພື່ອປະຕິບັດຫຼັກການຄວາມຈິງທີ່ພຣະເຈົ້າໄດ້ບອກເຈົ້າ ແລະ ເຈົ້າບໍ່ຄວນເຮັດໃຫ້ພຣະເຈົ້າຄຽດຮ້າຍໃຫ້ເຈົ້າອີກ. ຖ້າພຣະເຈົ້າຄຽດຮ້າຍໃຫ້ເຈົ້າຄັ້ງແລ້ວຄັ້ງເລົ່າ ແລະ ເຈົ້າຍັງສືບຕໍ່ມຶນຊາຢ່າງຍິ່ງ ແລະ ເຈົ້າຍັງຄົງແຂງກະດ້າງ ແລະ ເບິ່ງພຣະເຈົ້າດ້ວຍຄວາມເປັນປໍລະປັກຢ່າງດື້ດ້ານ ພ້ອມທັງຕໍ່ສູ້ກັບພຣະອົງຈົນເຖິງທີ່ສຸດ, ແລ້ວໃນທີ່ສຸດສິ່ງທີ່ເຈົ້າຈະຕ້ອງປະເຊີນຢ່າງຫຼີກລ່ຽງບໍ່ໄດ້ກໍຄື ການທີ່ພຣະເຈົ້າປະຖິ້ມເຈົ້າ. ເວລາທີ່ພຣະເຈົ້າບໍ່ລົງວິໄນ, ຕີສອນ ຫຼື ລົງໂທດເຈົ້າອີກຕໍ່ໄປ, ຄືເວລາທີ່ພຣະເຈົ້າໄດ້ປະຖິ້ມເຈົ້າແລ້ວ. ແລະ ເມື່ອພຣະເຈົ້າປະຖິ້ມເຈົ້າ, ພຣະອົງກໍຈະຢຸດກະຕຸ້ນເຈົ້າ ແລະ ພຣະອົງຈະເອົາເຈົ້າອອກໄປຈາກສາຍຕາຂອງພຣະອົງ, ໂດຍຍ້າຍເຈົ້າໄປຢູ່ບ່ອນທີ່ຢູ່ນອກຄຣິສຕະຈັກ, ໄປຢູ່ບ່ອນທີ່ຫ່າງໄກຈາກສູນກາງວຽກງານຂອງພຣະອົງ; ຢ່າງໜ້ອຍທີ່ສຸດ, ພຣະອົງຈະບໍ່ໃຫ້ເຈົ້າປາກົດໃນສາຍຕາຂອງພຣະອົງໃນລະຫວ່າງໄລຍະເວລາແຫ່ງວຽກງານຂອງພຣະອົງ, ພຣະເຈົ້າຈະບໍ່ຕ້ອງການເຫັນເຈົ້າອີກຕໍ່ໄປ. ຖ້າເຈົ້າເຮັດຄວາມຊົ່ວຮ້າຍຈົນເຖິງຂັ້ນນີ້ ແລະ ມາຮອດຈຸດນີ້, ກໍບໍ່ມີຄວາມຫວັງທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນແລ້ວ. ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
ການໂອ້ລົມໃນມື້ນີ້ກ່ຽວຂ້ອງກັບຫົວຂໍ້ການປ່ອຍວາງສິ່ງກີດຂວາງທີ່ກັ້ນລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ. ບໍ່ວ່າຈະເປັນການເປີດເຜີຍແນວຄິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າ ຫຼື ການເປີດເຜີຍທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ຫຼື ການໂອ້ລົມກ່ຽວກັບວິທີການ ແລະ ຮູບແບບການທີ່ພຣະເຈົ້າປະຕິບັດວຽກງານຂອງພຣະອົງໃນຜູ້ຄົນຢ່າງແນ່ນອນ, ບໍ່ວ່າໃນກໍລະນີໃດກໍຕາມ, ສິ່ງທີ່ທັງໝົດນີ້ບອກຜູ້ຄົນໃນທ້າຍທີ່ສຸດກໍຄື: ທັດສະນະ ທີ່ຖືກຕ້ອງທີ່ພວກເຂົາຄວນຍຶດໝັ້ນຫຼາຍທີ່ສຸດຕໍ່ວຽກງານຂອງພຣະເຈົ້າກໍຄື ການຍອມຮັບ ແລະ ອ່ອນນ້ອມຕໍ່ການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ການຍອມຮັບພຣະທຳຂອງພຣະເຈົ້າ ແລະ ແຕ່ລະຫຼັກການຄວາມຈິງທີ່ພຣະອົງສະໜອງໃຫ້ແກ່ພວກເຂົາ ແທນທີ່ຈະອອກຫ່າງຈາກພຣະເຈົ້າ. ເມື່ອໃດກໍຕາມທີ່ພວກເຂົາເຮັດສິ່ງໃດໜຶ່ງ, ພວກເຂົາຄວນສະແຫວງຫາຫຼັກການຄວາມຈິງ ແລະ ປະຕິບັດຕາມພວກມັນ ແລະ ໄລ່ຕາມຫາການເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ, ແທນທີ່ຈະທຸ່ມເທຄວາມພະຍາຍາມເຂົ້າໃນພຶດຕິກຳພາຍນອກຂອງພວກເຂົາ ຫຼື ເຂົ້າໃນການທົນທຸກກັບຄວາມຍາກລຳບາກ ແລະ ການຈ່າຍລາຄາພາຍນອກ ແລະ ແນ່ນອນວ່າ ແທນທີ່ຈະໄປຕິດຢູ່ກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ເຮັດໃຫ້ພວກມັນກາຍເປັນເລື່ອງໃຫຍ່ໂຕ. ທ້າຍທີ່ສຸດແລ້ວ, ບໍ່ວ່າແນວຄິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າຈະເປັນແນວໃດກໍຕາມ, ຜົນຮັບທີ່ວຽກງານຂອງພຣະເຈົ້າຕັ້ງໃຈຈະບັນລຸກໍຄື ການເຮັດໃຫ້ພຣະທຳຂອງພຣະອົງ ແລະ ຄວາມຈິງເຂົ້າໄປຢູ່ໃນຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາມີຫຼັກການຄວາມຈິງໃຫ້ປະຕິບັດຕາມ ແລະ ໃຫ້ຍຶດໝັ້ນໃນຫຼັກການຄວາມຈິງເຫຼົ່ານີ້ໃນທຸກສິ່ງທີ່ພວກເຂົາພົບພໍ້ໃນລະຫວ່າງຊີວິດປະຈຳວັນຂອງພວກເຂົາ ແລະ ໃນເສັ້ນທາງແຫ່ງການດຳລົງຢູ່ຂອງພວກເຂົາ, ນີ້ຄືຜົນຮັບທີ່ຕັ້ງໃຈໄວ້ຂອງວຽກງານຂອງພຣະເຈົ້າ. ຜົນຮັບສຸດທ້າຍທີ່ວຽກງານຂອງພຣະເຈົ້າບັນລຸກໍຄື ຄວາມຈິງກາຍເປັນຄວາມເປັນຈິງຂອງຜູ້ຄົນ ແລະ ເປັນຊີວິດຂອງຜູ້ຄົນ ແທນທີ່ຈະເປັນການທີ່ພຣະອົງເຮັດໃຫ້ສິ່ງທັງໝົດນີ້ສຳເລັດຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ພວກເຈົ້າເຂົ້າໃຈສິ່ງນີ້, ແມ່ນບໍ່? ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ເຫຼົ່ານີ້ພຽງພໍແລ້ວ, ແມ່ນບໍ່? (ແມ່ນແລ້ວ). ຖ້າເປັນແນວນັ້ນ ການໂອ້ລົມຂອງພວກເຮົາສຳລັບມື້ນີ້ກໍສິ້ນສຸດລົງພຽງເທົ່ານີ້. ລາກ່ອນ!
ວັນທີ 8 ກໍລະກົດ 2023