(VII) ກ່ຽວກັບການປະຕິບັດໜ້າທີ່ຂອງຄົນຢ່າງພຽງພໍ
404. ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ທຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອການມອບໝາຍຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ
405. ວິທີທີ່ເຈົ້າພິຈາລະນາການຝາກຝັງຂອງພຣະເຈົ້າແມ່ນເລື່ອງທີ່ສຳຄັນທີ່ສຸດ ແລະ ນີ້ແມ່ນເລື່ອງທີ່ຈິງຈັງຫຼາຍ. ຖ້າເຈົ້າບໍ່ສາມາດສຳເລັດສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບຜູ້ຄົນ, ແລ້ວເຈົ້າກໍບໍ່ສົມຄວນດຳລົງຊີວິດຢູ່ໃນການສະຖິດຂອງພຣະອົງ ແລະ ເຈົ້າຄວນຖືກລົງໂທດ. ມັນຖືກກຳນົດໂດຍສະຫວັນ ແລະ ຖືກຮັບຮູ້ໂດຍແຜ່ນດິນໂລກທີ່ມະນຸດຄວນສຳເລັດການຝາກຝັງທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ພວກເຂົາ. ນີ້ຄືຄວາມຮັບຜິດຊອບສູງສຸດຂອງມະນຸດ ແລະ ມັນສຳຄັນສໍ່າກັບຊີວິດຂອງພວກເຂົາ. ຖ້າເຈົ້າບໍ່ຈິງຈັງກັບການຝາກຝັງຂອງພຣະເຈົ້າ, ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະອົງໃນລັກສະນະທີ່ເສົ້າໃຈທີ່ສຸດ. ໃນນີ້, ເຈົ້າແມ່ນເປັນຕາເສົ້າໃຈຫຼາຍກວ່າຢູດາ ແລະ ຄວນຖືກສາບແຊ່ງ. ຜູ້ຄົນຕ້ອງໄດ້ຮັບຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບວິທີປະຕິບັດຕໍ່ສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ແກ່ພວກເຂົາ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງຢັ່ງຮູ້ວ່າ ການຝາກຝັງທີ່ພຣະອົງມອບໝາຍໃຫ້ແກ່ມະນຸດຊາດແມ່ນການຍົກຍ້ອງ ແລະ ການເຊີດຊູທີ່ພິເສດຈາກພຣະເຈົ້າ ແລະ ພວກມັນແມ່ນສິ່ງທີ່ສະຫງ່າລາສີທີ່ສຸດ. ທຸກສິ່ງອື່ນແມ່ນສາມາດຖືກປະຖິ້ມໄດ້. ເຖິງແມ່ນບຸກຄົນໃດໜຶ່ງຕ້ອງສະຫຼະຊີວິດຂອງພວກເຂົາເອງ, ພວກເຂົາກໍຍັງຕ້ອງໄດ້ປະຕິບັດການຝາກຝັງຂອງພຣະເຈົ້າໃຫ້ສໍາເລັດ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ
406. ລະຫວ່າງໜ້າທີ່ຂອງມະນຸດ ແລະ ການທີ່ພວກເຂົາຈະໄດ້ຮັບພອນ ຫຼື ຄວາມທົນທຸກນັ້ນແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນໝາຍເຖິງເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການທົນທຸກໝາຍເຖິງເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ; ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມບູນ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າຈະໄດ້ຮັບພອນ ຫຼື ທົນທຸກກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືຢ່າງໜ້ອຍທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງເພື່ອແຕ່ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານທົນທຸກ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າທີ່ຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ. ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜິວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກໂຍນອອກໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນການປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ທົນທຸກ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນ ແມ່ນຊົ່ວຮ້າຍໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
408. ເມື່ອຄົນຍອມຮັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ, ພຣະເຈົ້າມີມາດຕະຖານໃນການຕັດສິນ ວ່າການກະທຳຂອງພວກເຂົານັ້ນດີ ຫຼື ຊົ່ວ ແລະ ພວກເຂົາໄດ້ເຊື່ອຟັງ ຫຼື ບໍ່, ພວກເຂົາໄດ້ເຮັດບັນລຸຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ ແລະ ສິ່ງທີ່ພວກເຂົາເຮັດນັ້ນຖືກຕາມມາດຕະຖານ ຫຼື ບໍ່. ສິ່ງທີ່ພຣະເຈົ້າສົນຄືຫົວໃຈຂອງຄົນ ບໍ່ແມ່ນການກະທຳພາຍນອກຂອງພວກເຂົາ. ມັນບໍ່ແມ່ນກໍລະນີທີ່ພຣະເຈົ້າຄວນອວຍພອນບາງຄົນຕາບໃດທີ່ພວກເຂົາເຮັດບາງສິ່ງ ແລະ ບໍ່ວ່າພວກເຂົາເຮັດມັນແນວໃດກໍຕາມ. ນີ້ແມ່ນຄວາມເຂົ້າໃຈຜິດທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ເບິ່ງຜົນຮັບສຸດທ້າຍຂອງສິ່ງຕ່າງໆ, ແຕ່ພຣະອົງໃຫ້ຄວາມສຳຄັນ ວ່າຫົວໃຈຂອງຄົນເປັນແນວໃດ ແລະ ທັດສະນະຂອງຄົນເປັນແນວໃດໃນຊ່ວງການພັດທະນາຂອງສິ່ງຕ່າງໆ, ພຣະອົງເບິ່ງວ່າ ມີການເຊື່ອຟັງ, ການພິຈາລະນາ ແລະ ຄວາມປາດຖະໜາໃນຫົວໃຈຂອງພວກເຂົາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I
409. ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ໃດກໍຕາມ, ເຈົ້າຕ້ອງພະຍາຍາມທຳຄວາມເຂົ້າໃຈເຖິງຄວາມຕັ້ງໃຈຂອງພຣະເຈົ້າ ແລະ ເຂົ້າໃຈວ່າແມ່ນຫຍັງຄືຄວາມຕ້ອງການຂອງພຣະອົງກ່ຽວກັບໜ້າທີ່ຂອງເຈົ້າ; ມີພຽງແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດຈັດການກັບເລື່ອງຕ່າງໆໃນແນວທາງທີ່ມີຫຼັກການໄດ້. ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າບໍ່ສາມາດເຮັດຕາມຄວາມພໍໃຈສ່ວນຕົວຂອງເຈົ້າຢ່າງເດັດຂາດ, ໂດຍການເຮັດພຽງແຕ່ສິ່ງໃດກໍຕາມທີ່ເຈົ້າຢາກເຮັດ, ສິ່ງໃດກໍຕາມທີ່ຈະເຮັດໃຫ້ເຈົ້າມີຄວາມສຸກ ແລະ ສະບາຍໃຈໃນການເຮັດສິ່ງນັ້ນ ຫຼື ສິ່ງໃດກໍຕາມທີ່ເຮັດໃຫ້ເຈົ້າມີພາບພົດທີ່ດີ. ຖ້າເຈົ້າກໍານົດຄວາມພໍໃຈສ່ວນຕົວຂອງເຈົ້າໃຫ້ກັບພຣະເຈົ້າ ຫຼື ປະຕິບັດຕາມພວກມັນຄືກັບວ່າພວກມັນເປັນຄວາມຈິງ, ເຫັນພວກມັນຄືກັບວ່າພວກມັນເປັນຫຼັກການແຫ່ງຄວາມຈິງ, ແລ້ວນັ້ນກໍບໍ່ແມ່ນການປະຕິບັດໜ້າທີ່ຂອງເຈົ້າ ແລະ ການປະຕິບັດໜ້າທີ່ໃນວິທີນີ້ຈະບໍ່ຖືກຈົດຈຳໂດຍພຣະເຈົ້າ. ບາງຄົນບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາບໍ່ຮູ້ວ່າ ການປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ດີໝາຍຄວາມວ່າແນວໃດ. ພວກເຂົາຮູ້ສຶກວ່າ ເມື່ອພວກເຂົາໄດ້ອອກເຫື່ອເທແຮງ ແລະ ທຸ່ມເທຈິດໃຈໃສ່ມັນ, ລະຖິ້ມເນື້ອໜັງຂອງພວກເຂົາ ແລະ ທົນທຸກທໍລະມານ, ແລ້ວເມື່ອນັ້ນການປະຕິບັດໜ້າທີ່ຂອງພວກເຂົາກໍຄວນຈະໄດ້ມາດຕະຖານ, ແຕ່ເປັນຫຍັງ, ພຣະເຈົ້າຈຶ່ງຍັງບໍ່ພໍໃຈຕະຫຼອດເວລາ? ຜູ້ຄົນເຫຼົ່ານີ້ເຮັດຫຍັງຜິດ? ຄວາມຜິດຂອງພວກເຂົາແມ່ນການບໍ່ສະແຫວງຫາຄວາມຕ້ອງການຂອງພຣະເຈົ້າ ແລະ ລົງມືກະທຳຕາມຄວາມຄິດຂອງພວກເຂົາເອງແທນ; ພວກເຂົາຖືເອົາຄວາມປາດຖະໜາ, ຄວາມພໍໃຈ ແລະ ຈຸດປະສົງທີ່ເຫັນແກ່ຕົວຂອງພວກເຂົາເອງເປັນຄວາມຈິງ ແລະ ພວກເຂົາປະຕິບັດຕໍ່ພວກມັນຄືດັ່ງພວກມັນເປັນສິ່ງທີ່ພຣະເຈົ້າຮັກ, ຄືດັ່ງພວກມັນເປັນມາດຕະຖານ ແລະ ຄວາມຕ້ອງການຂອງພຣະອົງ. ພວກເຂົາເຫັນວ່າສິ່ງທີ່ພວກເຂົາເຊື່ອນັ້ນແມ່ນຖືກຕ້ອງ, ດີ ແລະ ງົດງາມ ທີ່ຈະເປັນຄວາມຈິງ; ສິ່ງນີ້ແມ່ນຜິດ. ແທ້ຈິງແລ້ວ, ເຖິງແມ່ນວ່າ ບາງເທື່ອຜູ້ຄົນອາດຈະຄິດວ່າບາງສິ່ງບາງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ນັ້ນບໍ່ໄດ້ໝາຍຄວາມວ່າສິ່ງນັ້ນສອດຄ່ອງກັບຄວາມຕັ້ງໃຈຂອງພຣະເຈົ້າສະເໝີໄປ. ຍິ່ງຜູ້ຄົນຄິດວ່າບາງສິ່ງບາງຢ່າງຖືກຕ້ອງຫຼາຍເທົ່າໃດ, ພວກເຂົາກໍຍິ່ງຄວນຈະລະມັດລະວັງຂຶ້ນຫຼາຍເທົ່ານັ້ນ ແລະ ພວກເຂົາຍິ່ງຄວນຈະສະແຫວງຫາຄວາມຈິງຫຼາຍຂຶ້ນເທົ່ານັ້ນ ເພື່ອເບີ່ງວ່າ ສິ່ງທີ່ພວກເຂົາກຳລັງຄິດຢູ່ນັ້ນຕອບສະໜອງຄວາມຕ້ອງການຂອງພຣະເຈົ້າ ຫຼື ບໍ່. ຖ້າປາກົດວ່າ ມັນຂັດແຍ້ງກັບຄວາມຕ້ອງການຂອງພຣະອົງ ແລະ ຂັດກັບພຣະທຳຂອງພຣະອົງ, ແລ້ວມັນກໍ່ຍອມຮັບບໍ່ໄດ້ ເຖິງແມ່ນເຈົ້າຈະຄິດວ່າມັນຖືກຕ້ອງ, ມັນເປັນພຽງຄວາມຄິດຂອງມະນຸດ ແລະ ມັນບໍ່ຈຳເປັນຕ້ອງສອດຄ່ອງກັບຄວາມຈິງ ບໍ່ວ່າເຈົ້າຈະຄິດວ່າມັນຖືກຕ້ອງຫຼາຍພຽງໃດ. ການຕັດສິນໃຈຂອງເຈົ້າ ວ່າແມ່ນຫຍັງຖືກ ຫຼື ຜິດ ຕ້ອງອີງໃສ່ພຣະທຳຂອງພຣະເຈົ້າພຽງຢ່າງດຽວເທົ່ານັ້ນ ແລະ ບໍ່ວ່າເຈົ້າຈະຄິດວ່າບາງສິ່ງບາງຢ່າງນັ້ນຖືກຕ້ອງຫຼາຍເທົ່າໃດ, ຖ້າສິ່ງນັ້ນບໍ່ມີຮາກຖານມາຈາກພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງໄດ້ລະຖິ້ມມັນ. ໃນລັກສະນະນີ້, ການປະຕິບັດໜ້າທີ່ຂອງເຈົ້າກໍ່ຈະບັນລຸຕາມມາດຕະຖານ. ໜ້າທີ່ແມ່ນຫຍັງ? ໜ້າທີ່ແມ່ນຫຍັງແທ້ໆ? ມັນແມ່ນສິ່ງທີ່ພຣະເຈົ້າຝາກຝັງໃຫ້ກັບຜູ້ຄົນ, ມັນເປັນສ່ວນໜ່ຶງໃນວຽກງານໃນເຮືອນຂອງພຣະເຈົ້າ ແລະ ມັນຄືຄວາມຮັບຜິດຊອບ ແລະ ພັນທະທີ່ຄວນເກີດຈາກຜູ້ຄົນທີ່ຖືກເລືອກທຸກຄົນຂອງພຣະເຈົ້າ. ໜ້າທີ່ຄືຄວາມພະຍາຍາມປະເພດໜຶ່ງບໍ? ມັນຄືເລື່ອງສ່ວນຕົວຂອງຄອບຄົວບໍ? ມັນຍຸຕິທຳບໍທີ່ຈະເວົ້າວ່າຫຼັງຈາກທີ່ເຈົ້າໄດ້ຮັບໜ້າທີ່, ໜ້າທີ່ນີ້ໄດ້ກາຍມາເປັນທຸລະກິດສ່ວນຕົວຂອງເຈົ້າ? ມັນບໍ່ແມ່ນແບບນັ້ນຢ່າງແນ່ນອນ. ດັ່ງນັ້ນ ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າແນວໃດ? ໂດຍການກະທຳທີ່ສອດຄ່ອງກັບຄວາມຕ້ອງການ, ພຣະທຳ ແລະ ມາດຕະຖານຂອງພຣະເຈົ້າ ແລະ ໂດຍການປະພຶດທີ່ອີງໃສ່ຫຼັກການແຫ່ງຄວາມຈິງ ແທນທີ່ຈະອີງໃສ່ຄວາມປາດຖະໜາສ່ວນຕົວຂອງມະນຸດ. ບາງຄົນເວົ້າວ່າ “ຫຼັງຈາກທີ່ຂ້ອຍໄດ້ຮັບໜ້າທີ່, ມັນບໍ່ແມ່ນທຸລະຂອງຂ້ອຍເອງບໍ? ໜ້າທີ່ຂອງຂ້ອຍຄືຄວາມຮັບຜິດຊອບຂອງຂ້ອຍ ແລະ ສິ່ງທີ່ຂ້ອຍຕ້ອງຮັບຜິດຊອບບໍ່ແມ່ນທຸລະຂອງຂ້ອຍບໍ? ຖ້າຂ້ອຍຈັດການກັບໜ້າທີ່ຂອງຂ້ອຍດັ່ງທຸລະຂອງຂ້ອຍເອງ, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍຈະເຮັດມັນຢ່າງຖືກຕ້ອງບໍ? ຂ້ອຍຈະເຮັດມັນໄດ້ດີບໍຖ້າຂ້ອຍບໍ່ປະຕິບັດຄືກັບວ່າມັນເປັນທຸລະຂອງຂ້ອຍເອງ?” ຄຳເວົ້າເຫຼົ່ານີ້ຖືກຕ້ອງ ຫຼື ຜິດ? ພວກມັນຜິດ; ພວກມັນບໍ່ສອດຄ່ອງກັບຄວາມຈິງ. ໜ້າທີ່ບໍ່ແມ່ນທຸລະສ່ວນຕົວຂອງເຈົ້າເອງ, ມັນຄືທຸລະຂອງພຣະເຈົ້າ, ມັນເປັນສ່ວນໜຶ່ງໃນວຽກງານຂອງພຣະເຈົ້າ ແລະ ເຈົ້າຕ້ອງເຮັດຕາມທີ່ພຣະເຈົ້າຮ້ອງຂໍ; ໂດຍການປະຕິບັດໜ້າທີ່ຂອງເຈົ້າດ້ວຍຫົວໃຈທີ່ເຊື່ອຟັງພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງສາມາດບັນລຸມາດຕະຖານ. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າຕາມແນວຄິດ ແລະ ຈິນຕະນາການຂອງເຈົ້າເອງຢູ່ສະເໝີ ແລະ ຕາມແນວໂນ້ມຂອງເຈົ້າເອງ, ແລ້ວເຈົ້າຈະບໍ່ບັນລຸມາດຕະຖານຈັກເທື່ອ. ການປະຕິບັດໜ້າທີ່ຂອງເຈົ້າຕາມທີ່ເຈົ້າຕ້ອງການເທົ່ານັ້ນບໍ່ແມ່ນການປະຕິບັດໜ້າທີ່ຂອງເຈົ້າ, ເພາະສິ່ງທີ່ເຈົ້າກຳລັງເຮັດບໍ່ໄດ້ຢູ່ພາຍໃນຂອບເຂດການຄຸ້ມຄອງຂອງພຣະເຈົ້າ, ມັນບໍ່ແມ່ນວຽກງານໃນເຮືອນຂອງພຣະເຈົ້າ; ໃນທາງກົງກັນຂ້າມ ເຈົ້າກຳລັງດຳເນີນທຸລະກິດຂອງເຈົ້າເອງ, ປະຕິບັດໜ້າວຽກຂອງເຈົ້າເອງ ແລະ ດ້ວຍເຫດນັ້ນ ສິ່ງນີ້ຈະບໍ່ຖືກຈົດຈໍາໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດປະຕິບັດໜ້າທີ່ຂອງຕົນໃຫ້ດີໄດ້
411. ທຸກໜ້າທີ່ທີ່ເຈົ້າປະຕິບັດແມ່ນກ່ຽວຂ້ອງກັບການເຂົ້າສູ່ຊີວິດ. ບໍ່ວ່າໜ້າທີ່ຂອງເຈົ້ານັ້ນເປັນປົກກະຕິ ຫຼື ເອົາແນ່ເອົານອນບໍ່ໄດ້, ໜ້າເບື່ອ ຫຼື ມີຊີວິດຊີວາກໍຕາມ, ເຈົ້າຕ້ອງບັນລຸການເຂົ້າສູ່ຊີວິດຢູ່ສະເໝີ. ໜ້າທີ່ທີ່ບາງຄົນປະຕິບັດນັ້ນຂ້ອນຂ້າງໜ້າເບື່ອ; ພວກເຂົາເຮັດສິ່ງດຽວກັນທຸກໆວັນ. ແນວໃດກໍຕາມ, ເມື່ອປະຕິບັດພວກມັນ, ສະພາບທີ່ຄົນເຫຼົ່ານີ້ເປີດເຜີຍອອກມາບໍ່ໄດ້ຄືກັນທັງໝົດ. ບາງຄັ້ງ, ເມື່ອອາລົມດີ ຄົນກໍດຸໝັ່ນຂຶ້ນ ແລະ ເຮັດວຽກໄດ້ດີຂຶ້ນ. ບາງຄັ້ງ ເນື່ອງມາຈາກບາງອິດທິພົນທີ່ບໍ່ຮູ້ຈັກ, ອຸປະນິໄສອັນເສື່ອມຊາມແບບຊາຕານຂອງພວກເຂົາກໍຈະກະຕຸ້ນບັນຫາໃນຕົວພວກເຂົາ, ເຮັດໃຫ້ພວກເຂົາມີມຸມມອງທີ່ບໍ່ຖືກຕ້ອງ ແລະ ຢູ່ໃນສະພາບທີ່ບໍ່ດີ ແລະ ອາລົມບໍ່ດີ; ນີ້ສົ່ງຜົນໃຫ້ພວກເຂົາປະຕິບັດໜ້າທີ່ໃນລັກສະນະພໍເປັນພິທີ. ສະພາບພາຍໃນຂອງຄົນນັ້ນປ່ຽນແປງຕະຫຼອດ; ພວກມັນສາມາດປ່ຽນແປງໄດ້ທຸກບ່ອນ ແລະ ທຸກເວລາ. ບໍ່ວ່າສະພາບຂອງເຈົ້າປ່ຽນແປງແບບໃດ, ມັນຜິດສະເໝີທີ່ຈະເຮັດຕາມອາລົມຂອງເຈົ້າ. ສົມມຸດວ່າເຈົ້າເຮັດດີຂຶ້ນເລັກໜ້ອຍເມື່ອເຈົ້າອາລົມດີ ແລະ ຮ້າຍແຮງກວ່າເກົ່າເມື່ອເຈົ້າອາລົມບໍ່ດີ, ນີ້ແມ່ນວິທີການທີ່ເປັນຫຼັກການຂອງການເຮັດສິ່ງຕ່າງໆບໍ? ສິ່ງນີ້ຈະເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນມາດຕະຖານທີ່ສາມາດຍອມຮັບໄດ້ບໍ? ບໍ່ວ່າອາລົມຂອງພວກເຂົາຈະເປັນແນວໃດ, ຄົນຕ້ອງຮູ້ຈັກອະທິຖານ ແລະ ປັບຕົວຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ; ໃນລັກສະນະນີ້ເທົ່ານັ້ນ, ພວກເຂົາຈຶ່ງຈະສາມາດຫຼີກເວັ້ນຈາກການຖືກຄວບຄຸມ ແລະ ຖືກປັ່ນປ່ວນໄປມາໂດຍອາລົມຂອງພວກເຂົາໄດ້. ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຄວນກວດສອບຕົວເຈົ້າເອງສະເໝີ ເພື່ອເບິ່ງວ່າເຈົ້າກຳລັງເຮັດສິ່ງຕ່າງໆຕາມຫຼັກການບໍ, ການປະຕິບັດໜ້າທີ່ຂອງເຈົ້ານັ້ນໄດ້ຕາມມາດຕະຖານບໍ, ເຈົ້າພຽງແຕ່ເຮັດມັນໃນລັກສະນະພໍເປັນພິທີ ຫຼື ບໍ່, ເຈົ້າໄດ້ພະຍາຍາມປັດຄວາມຮັບຜິດຊອບຂອງເຈົ້າ ຫຼື ບໍ່ ແລະ ມີບັນຫາໃດໆກັບທັດສະນະຂອງເຈົ້າ ແລະ ວິທີທີ່ເຈົ້າຄິດ ຫຼື ບໍ່. ເມື່ອເຈົ້າໄດ້ໄຕ່ຕອງຕົນເອງ ແລະ ສິ່ງເຫຼົ່ານີ້ກໍຊັດເຈນກັບເຈົ້າ, ເຈົ້າຈະມີເວລາທີ່ງ່າຍຂຶ້ນໃນການປະຕິບັດໜ້າທີ່ຂອງເຈົ້າ. ບໍ່ວ່າເຈົ້າຈະຜະເຊີນຫຍັງກໍຕາມໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ຄວາມຄິດລົບ ແລະ ຄວາມອ່ອນແອ ຫຼື ການມີອາລົມບໍ່ດີຫຼັງຈາກທີ່ຖືກຈັດການ, ເຈົ້າຄວນປະຕິບັດຕໍ່ມັນຢ່າງເໝາະສົມ ແລະ ເຈົ້າຍັງຕ້ອງສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າອີກດ້ວຍ. ການເຮັດສິ່ງເຫຼົ່ານີ້ ເຈົ້າຈະມີເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າຢາກປະຕິບັດໜ້າທີ່ຂອງເຈົ້າໃຫ້ໄດ້ດີ, ເຈົ້າກໍຕ້ອງບໍ່ຮັບຜົນກະທົບຫຍັງຈາກອາລົມຂອງເຈົ້າ. ບໍ່ວ່າເຈົ້າກຳລັງຮູ້ສຶກເປັນລົບ ຫຼື ອ່ອນແອແນວໃດກໍຕາມ, ເຈົ້າຄວນປະຕິບັດຄວາມຈິງໃນທຸກສິ່ງທີ່ເຈົ້າເຮັດ ດ້ວຍຄວາມເຂັ້ມງວດແທ້ໆ ແລະ ຍຶດໝັ້ນໃນຫຼັກການ. ຖ້າເຈົ້າເຮັດແບບນີ້, ບໍ່ພຽງແຕ່ຄົນອື່ນຈະເຫັນດີກັບເຈົ້າ ແຕ່ພຣະເຈົ້າກໍຈະມັກເຈົ້າເຊັ່ນກັນ. ແລ້ວເຈົ້າກໍຈະເປັນຄົນທີ່ມີຄວາມຮັບຜິດຊອບ ແລະ ຄົນທີ່ແບກຮັບພາລະ; ເຈົ້າຈະເປັນຄົນດີຢ່າງແທ້ຈິງທີ່ປະຕິບັດໜ້າທີ່ຂອງເຈົ້າຕາມມາດຕະຖານແທ້ໆ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ຕາມຄວາມເປັນຄົນຢ່າງແທ້ຈິງ. ຄົນດັ່ງກ່າວໄດ້ຖືກເຮັດໃຫ້ບໍລິສຸດ ແລະ ບັນລຸການປ່ຽນແປງທີ່ແທ້ຈິງເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດຖືກເອີ້ນໄດ້ວ່າເປັນຄົນສັດຊື່ໃນສາຍຕາຂອງພຣະເຈົ້າ. ມີພຽງຄົນຊື່ສັດເທົ່ານັ້ນທີ່ສາມາດອົດທົນຕໍ່ການປະຕິບັດຄວາມຈິງ ແລະ ປະສົບຄວາມສຳເລັດໃນການກະທຳຕາມຫຼັກການ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ຕາມມາດຕະຖານ. ຄົນທີ່ເຮັດຕາມຫຼັກການຈະປະຕິບັດໜ້າທີ່ຂອງຕົນໄດ້ຢ່າງລະອຽດເມື່ອພວກເຂົາມີອາລົມດີ; ພວກເຂົາບໍ່ເຮັດໃນລັກສະນະແບບພໍເປັນພິທີ, ພວກເຂົາບໍ່ໂອ້ອວດຕົວເອງ ແລະ ພວກເຂົາບໍ່ສະແດງຕົວເອງເພື່ອເຮັດໃຫ້ຄົນອື່ນຄິດວ່າພວກເຂົາຢ່າງສູງສົ່ງ. ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາສາມາດເຮັດສຳເລັດໜ້າທີ່ປະຈຳວັນຂອງພວກເຂົາຢ່າງຈິງຈັງ ແລະ ມີຄວາມຮັບຜິດຊອບ ແລະ ເຖິງແມ່ນວ່າພວກເຂົາພົບກັບບາງສິ່ງທີ່ເປັນອັນຕະລາຍຕໍ່ການເຮັດສໍາເລັດໜ້າທີ່ຂອງພວກເຂົາ ຫຼື ກົດດັນພວກເຂົາເລັກໜ້ອຍ ຫຼື ເຮັດໃຫ້ເກີດຄວາມວຸ້ນວາຍໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຍັງສາມາດສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ ວ່າ “ບໍ່ວ່າຂ້ານ້ອຍຈະຜະເຊີນກັບບັນຫາໜັກພຽງໃດກໍຕາມ, ເຖິງແມ່ນວ່າທ້ອງຟ້າຈະພັງທະລາຍຈະຕົກລົງມາ, ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຕັ້ງໃຈເຮັດໃຫ້ດີທີ່ສຸດເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ. ທຸກມື້ທີ່ຂ້ານ້ອຍດຳລົງຊີວິດຢູ່ແມ່ນມື້ທີ່ຂ້ານ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີ, ເພື່ອວ່າຂ້ານ້ອຍຈະຄູ່ຄວນກັບໜ້າທີ່ນີ້ທີ່ພຣະເຈົ້າປະທານໃຫ້ຂ້ານ້ອຍ ພ້ອມທັງລົມຫາຍໃຈນີ້ທີ່ພຣະອົງຊົງວາງໃສ່ໃນຮ່າງກາຍຂອງຂ້ານ້ອຍ. ບໍ່ວ່າຂ້ານ້ອຍຈະມີຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ, ຂ້ານ້ອຍກໍຈະປ່ອຍວາງມັນທັງໝົດໄວ້ທາງຂ້າງ ເພາະການປະຕິບັດໜ້າທີ່ຂອງຂ້ານ້ອຍແມ່ນສຳຄັນທີ່ສຸດ!” ບັນດາຜູ້ທີ່ບໍ່ໄດ້ຮັບຜົນກະທົບຈາກຄົນ, ເຫດການ, ສິ່ງຕ່າງໆ ລື ສະພາບແວດລ້ອມ, ຜູ້ທີ່ບໍ່ຖືກຈຳກັດໂດຍອາລົມ ຫຼື ສະພາບການພາຍນອກ ແລະ ຜູ້ທີ່ຖືເອົາໜ້າທີ່ຂອງພວກເຂົາ ແລະ ການມອບໝາຍທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາມາກ່ອນ ແລະ ສຳຄັນທີ່ສຸດ, ພວກເຂົາແມ່ນຄົນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ເປັນຜູ້ທີ່ນອບນ້ອມຕໍ່ພຣະອົງຢ່າງແທ້ຈິງ. ຄົນແບບນີ້ໄດ້ບັນລຸການເຂົ້າສູ່ຊີວິດ ແລະ ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນໜຶ່ງໃນການສະແດງອອກທີ່ເປັນຈິງ ແລະ ແທ້ຈິງທີ່ສຸດຂອງການດຳລົງຊີວິດຕາມຄວາມຈິງ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ທາງເຂົ້າສູ່ຊີວິດເລີ່ມດ້ວຍການປະຕິບັດໜ້າທີ່
412. ບໍ່ວ່າພຣະເຈົ້າຈະຂໍຫຍັງຈາກເຈົ້າກໍຕາມ, ເຈົ້າຈໍາເປັນຕ້ອງເຮັດເພື່ອສິ່ງນັ້ນຢ່າງສຸດກໍາລັງຂອງເຈົ້າເທົ່ານັ້ນ ແລະ ເຮົາຫວັງວ່າ ເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໃນທີ່ສຸດ ກໍອຸທິດຕົນຕໍ່ພຣະອົງເຖິງທີ່ສຸດ. ຕາບໃດທີ່ເຈົ້າສາມາດເຫັນຮອຍຍິ້ມທີ່ພໍໃຈຂອງພຣະເຈົ້າໃນຂະນະທີ່ພຣະອົງນັ່ງຢູ່ບັນລັງຂອງພຣະອົງ ແລະ ເຖິງແມ່ນວ່າຊ່ວງເວລານີ້ແມ່ນເວລາທີ່ກໍານົດການຕາຍຂອງເຈົ້າ, ເຈົ້າກໍຄວນສາມາດຫົວ ແລະ ຍິ້ມໃນຂະນະທີ່ເຈົ້າຫຼັບຕາລົງ. ໃນຊ່ວງເວລາຂອງເຈົ້າຢູ່ເທິງແຜ່ນດິນໂລກ, ເຈົ້າຕ້ອງເຮັດໜ້າທີ່ສຸດທ້າຍຂອງເຈົ້າເພື່ອພຣະເຈົ້າ. ໃນອະດີດ, ເປໂຕຖືກຄຶງໃສ່ໄມ້ກາງແຂນທາງປີ້ນເພື່ອພຣະເຈົ້າ; ແຕ່ໃນທີ່ສຸດແລ້ວ ເຈົ້າກໍຄວນເຮັດໃຫ້ພຣະເຈົ້າພໍໃຈ ແລະ ໃຊ້ເຫື່ອແຮງຂອງເຈົ້າທັງໝົດເພື່ອພຣະເຈົ້າ. ສິ່ງມີຊີວິດທີ່ຖືກສ້າງຂຶ້ນສາມາດເຮັດຫຍັງໄດ້ແທນພຣະເຈົ້າແດ່? ສະນັ້ນ, ເຈົ້າຄວນມອບຕົວເອງໃຫ້ແກ່ພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້ ເພື່ອໃຫ້ພຣະອົງໂຍນເຈົ້າຖິ້ມຕາມທີ່ພຣະອົງປາຖະໜາ. ຕາບໃດທີ່ມັນຈະເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ພໍໃຈ, ເຈົ້າກໍຄວນປ່ອຍໃຫ້ພຣະອົງເຮັດກັບເຈົ້າຕາມທີ່ພຣະອົງຕ້ອງການ. ມະນຸດມີສິດຫຍັງໃນການກ່າວຄໍາຕໍ່ວ່າ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 41
413. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຈຳເປັນຕ້ອງບັນລຸບໍ່ແມ່ນການຮຽກຮ້ອງເພີ່ມ, ແຕ່ເປັນໜ້າທີ່ຂອງມະນຸດ ແລະ ເປັນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພວກເຈົ້າບໍ່ສາມາດແມ່ນແຕ່ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ປະຕິບັດມັນໃຫ້ດີ, ແລ້ວພວກເຈົ້າບໍ່ໄດ້ກຳລັງນໍາບັນຫາມາສູ່ຕົນເອງບໍ? ພວກເຈົ້າບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ພວກເຈົ້າຈະຍັງຄາດຫວັງອະນາຄົດ ແລະ ໂອກາດໄດ້ແນວໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງເຕັມໃຈໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈໍາກັດຄວາມພະຍາຍາມຂອງເຂົາ, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນຍຶດຕິດກັບແນວຄິດຫຼາຍ ຫຼື ນັ່ງຢູ່ລ້າໆ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະພຣະອົງເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີຫົວໃຈ ແລະ ຈິດໃຈໜຶ່ງດຽວຕໍ່ມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດໃຫ້ຄວາມຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເພື່ອການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກເຖິງຂັ້ນນີ້ແລ້ວ, ແຕ່ເຖິງຢ່າງນັ້ນ ພວກເຈົ້າກໍຍັງໄດ້ແຕ່ເບິ່ງ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ແຕ່ຟັງ ແຕ່ບໍ່ເຄື່ອນໄຫວ. ແລ້ວຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງຄວາມພິນາດບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວເປັນຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາຢ່າງຈິງໃຈ? ສຳລັບພຣະເຈົ້າ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
414. ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມະດາ”; ພວກເຂົາແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ ຮັບໃຊ້ພຣະອົງ. ຍິ່ງໄປກວ່ານັ້ນ, ເຂົາບໍ່ມີຄ່າພໍທີ່ຈະໄດ້ຮັບຄວາມກະລຸນາຈາກພຣະເຈົ້າ ຖືກເບິ່ງແຍງດູແລ, ປົກປ້ອງ ແລະ ເຮັດໃຫ້ສົມບູນໂດຍພຣະເຈົ້າ. ຫຼາຍຄົນທີ່ໄດ້ສູນເສຍຄວາມໄວ້ວາງໃຈຈາກພຣະເຈົ້າ ສຸດທ້າຍກໍຈະສູນເສຍຄວາມກະລຸນາຈາກພຣະເຈົ້າ. ພວກເຂົາບໍ່ພຽງກຽດຊັງຄວາມປະພຶດຜິດຂອງຕົນ ແຕ່ພວກເຂົາເຜີຍແຜ່ແນວຄວາມຄິດຢ່າງບໍ່ມີຢາງອາຍວ່າ ວິທີທາງຂອງພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກກະບົດເຫຼົ່ານີ້ຍັງປະຕິເສດວ່າ ພຣະເຈົ້າບໍ່ມີຈິງອີກ. ຜູ້ຄົນດັ່ງກ່າວນີ້ ທີ່ມີກັບຄວາມຕໍ່ຕ້ານແບບນີ້ ຈະມີສິດໄດ້ຮັບຄວາມກະລຸນາຈາກພຣະເຈົ້າໄດ້ແນວໃດ? ຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນແມ່ນໄດ້ຕໍ່ຕ້ານພຣະເຈົ້າ ແລະ ເປັນໜີ້ພຣະອົງຢ່າງຫຼວງຫຼາຍ ແຕ່ພວກເຂົາຫັນຫລັງໃສ່ພຣະເຈົ້າ ແລ້ວກໍໂຈມຕີພຣະເຈົ້າວ່າຜິດ. ມະນຸດປະເພດນີ້ຈະມີຄຸນຄ່າໃນການເຮັດໃຫ້ສົມບູນແບບໄດ້ແນວໃດ? ນີ້ບໍ່ແມ່ນສິ່ງທີ່ມາກ່ອນການຖືກໂຍນອອກ ແລະ ລົງໂທດບໍ? ຜູ້ຄົນທີ່ບໍ່ປະຕິບັດໜ້າທີ່ຂອງຕົນຕໍ່ໜ້າພຣະເຈົ້າແມ່ນຖືວ່າ ມີຄວາມຜິດຢ່າງຮ້າຍແຮງຢ່າງອາຊະຍາກໍາຢູ່ແລ້ວ ເຊິ່ງແມ່ນແຕ່ຄວາມຕາຍກໍເປັນການລົງໂທດທີ່ບໍ່ພຽງພໍ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາຍັງກ້າໂຕ້ຖຽງກັບພຣະເຈົ້າ ແລະ ຖືເອົາຕົວເອງມາທຽບເທົ່າກັບພຣະອົງ. ການເຮັດໃຫ້ຜູ້ຄົນດັ່ງກ່າວສົມບູນຈະມີຄ່າຫຍັງ? ເມື່ອຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສໍາເລັດ, ພວກເຂົາຄວນຮູ້ສຶກຜິດ ແລະ ຮູ້ສຶກເປັນໜີ້ບຸນຄຸນ; ພວກເຂົາຄວນກຽດຊັງຄວາມອ່ອນແອ ແລະ ຄວາມໄຮ້ປະໂຫຍດຂອງຕົນ, ຄວາມກະບົດ ແລະ ຄວາມເສື່ອມຊາມຂອງຕົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຄວນເສຍສະຫຼະຊີວິດຂອງຕົນເພື່ອພຣະເຈົ້າ. ເມື່ອນັ້ນເທົ່ານັ້ນ ມະນຸດ ພວກເຂົາຈຶ່ງແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຮັກພຣະເຈົ້າແທ້ຈິງ ແລະ ມີແຕ່ຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສົມຄວນມີຄວາມສຸກກັບພອນ ແລະ ຄໍາສັນຍາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ. ພວກເຈົ້າສ່ວນຫຼາຍເປັນແນວໃດ? ພວກເຈົ້າປະຕິບັດຕໍ່ພຣະເຈົ້າ ທີ່ດໍາລົງຊີວິດຢູ່ທ່າມກາງພວກເຈົ້າແນວໃດ? ພວກເຈົ້າໄດ້ເຮັດໜ້າທີ່ຕໍ່ໜ້າພຣະອົງແນວໃດ? ພວກເຈົ້າໄດ້ເຮັດທຸກສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ເຮັດ ເຖິງສິ່ງນັ້ນຈະເປັນການສູນເສຍຊີວິດຂອງເຈົ້າເອງແລ້ວບໍ? ພວກເຈົ້າໄດ້ເສຍສະຫຼະຫຍັງແດ່? ພວກເຈົ້າບໍ່ໄດ້ຮັບຫຍັງຫຼາຍຈາກເຮົາບໍ? ພວກເຈົ້າສາມາດຈໍາແນກບໍ? ພວກເຈົ້າຈົງຮັກພັກດີຕໍ່ເຮົາຫຼາຍພຽງໃດ? ພວກເຈົ້າຮັບໃຊ້ເຮົາແບບໃດ? ມີຫຍັງແດ່ທີ່ເຮົາໄດ້ປະທານໃຫ້ພວກເຈົ້າ ແລະ ເຮັດເພື່ອພວກເຈົ້າ? ພວກເຈົ້າໄດ້ຮັບພິຈາລະນາເອົາສິ່ງນີ້ທັງໝົດແລ້ວບໍ? ພວກເຈົ້າໄດ້ຕັດສິນ ແລະ ປຽບທຽບສິ່ງນີ້ໃສ່ກັບສາມັນສໍານຶກອັນເລັກນ້ອຍທີ່ພວກເຈົ້າມີຢູ່ໃນຕົວພວກເຈົ້າແລ້ວບໍ? ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈະມີຄ່າກັບໃຜ? ເປັນໄປໄດ້ບໍວ່າ ການເສຍສະຫຼະອັນເລັກນ້ອຍຂອງພວກເຈົ້ານັ້ນຈະມີຄ່າພໍກັບທຸກສິ່ງທີ່ເຮົາໄດ້ປະທານໃຫ້ພວກເຈົ້າ? ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງເຈດຕະນາທີ່ຊົ່ວຮ້າຍ ແລະ ສອງຈິດສອງໃຈຕໍ່ເຮົາ. ນີ້ຄືຂອບເຂດໜ້າທີ່ ແລະ ວຽກງານດຽວຂອງພວກເຈົ້າ. ບໍ່ແມ່ນບໍ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ? ຈະສາມາດຖືວ່າ ພວກເຈົ້າແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ສິ່ງທີ່ພວກເຈົ້າສະແດງອອກ ແລະ ດໍາລົງຢູ່ນັ້ນບໍ່ຊັດເຈນສໍາລັບພວກເຈົ້າບໍ? ພວກເຈົ້າລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ, ແຕ່ພວກເຈົ້າສະແຫວງຫາທີ່ຈະໄດ້ຮັບຄວາມອົດທົນ ແລະ ຄວາມກະລຸນາຈາກພຣະເຈົ້າ. ບໍ່ໄດ້ມີການກຽມຄວາມກະລຸນາດັ່ງກ່າວໄວ້ສໍາລັບຄົນທີ່ບໍ່ມີຄຸນຄ່າ ແລະ ຄົນຕໍ່າຊາມຄືພວກເຈົ້າ, ແຕ່ກຽມໄວ້ສໍາລັບຄົນທີ່ບໍ່ຂໍຫຍັງ ແລະ ເຕັມໃຈຍອມເສຍສະຫລະ. ຄົນຄືພວກເຈົ້າ ທີ່ທໍາມະດາ ແມ່ນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກສະຫວັນແມ່ນແຕ່ໜ້ອຍດຽວ. ມີແຕ່ຄວາມຍາກລໍາບາກ ແລະ ການລົງໂທດທີ່ບໍ່ມີວັນສິ້ນສຸດຈະຕາມພວກເຈົ້າໄປທຸກມື້! ຖ້າພວກເຈົ້າບໍ່ສາມາດຊື່ສັດຕໍ່ເຮົາ, ຊະຕາກໍາຂອງພວກເຈົ້າເອງຈະພົບແຕ່ຄວາມທຸກທໍລະມານ. ຖ້າພວກເຈົ້າບໍ່ສາມາດມີຄວາມຮັບຜິດຊອບຕໍ່ພຣະທໍາ ແລະ ພາລະກິດຂອງເຮົາ, ຜົນຮັບຂອງພວກເຈົ້າເອງຈະເປັນຜົນຮັບທີ່ຖືກລົງໂທດ. ຄວາມກະລຸນາ, ພອນ ແລະ ຊີວິດທີ່ວິເສດຂອງອານາຈັກຈະບໍ່ກ່ຽວຂ້ອງຫຍັງກັບພວກເຈົ້າ. ນີ້ຄືຈຸດຈົບທີ່ພວກເຈົ້າສົມຄວນຈະໄດ້ຮັບ ແລະ ເປັນຜົນກໍາຂອງການກະທໍາຂອງພວກເຈົ້າເອງ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ