​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເຈົ້າຄວນຮູ້ວ່າ ມວນມະນຸດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ພາລະກິດທັງໝົດໃນໄລຍະເວລາທີ່ຫຼາຍກ່ວາ 6,000 ປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມການເວລາ. ການປ່ຽນແປງຕໍ່ພາລະກິດນີ້ໄດ້ເກີດຂຶ້ນຕາມສະຖານະການຂອງໂລກທັງໝົດ. ວຽກງານການຄຸ້ມຄອງຂອງພຣະເຈົ້າພຽງແຕ່ຫັນປ່ຽນເທື່ອລະກ້າວຕາມແນວໂນ້ມຂອງການພັດທະນາຂອງມວນມະນຸດແບບໂດຍລວມ; ບໍ່ໄດ້ມີການວາງແຜນໄວ້ໃນຕອນເລີ່ມຕົ້ນຂອງການເນລະມິດສ້າງ. ກ່ອນທີ່ໂລກຈະຖືກສ້າງຂື້ນ ຫຼື ຫຼັງຈາກທີ່ໄດ້ຖືກສ້າງຂຶ້ນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນໄລຍະທໍາອິດຂອງພາລະກິດເທື່ອ ເຊິ່ງກໍແມ່ນຍຸກແຫ່ງພຣະບັນຍັດ; ໄລຍະທີສອງຂອງພາລະກິດ ແມ່ນຍຸກແຫ່ງພຣະຄຸນ; ຫຼື ໄລຍະທີສາມຂອງພາລະກິດ ແມ່ນຍຸກແຫ່ງການປົກຄອງ, ເຊິ່ງພຣະອົງຈະກະທຳພາລະກິດກັບຜູ້ຄົນເປັນກຸ່ມ ໂດຍທີ່ບາງຄົນແມ່ນລູກຫຼານຂອງໂມອັບ ແລະ ດ້ວຍວິທີການນີ້ ພຣະອົງຈະປົກຄອງຈັກກະວານທັງໝົດ. ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກທີ່ໄດ້ສ້າງໂລກ; ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຕາມຫຼັງໂມອັບ ແລະ ກໍບໍ່ຕ້ອງເອີຍວ່າ ໄດ້ມີການກ່າວກ່ອນໜ້າລ໋ອດ. ພຣະອົງດໍາເນີນພາລະກິດແບບທໍາມະຊາດ. ນີ້ແມ່ນວິທີທີ່ຖືກຕ້ອງ ທີ່ພາລະກິດຄຸ້ມຄອງຫົກພັນປີຂອງພຣະອົງໄດ້ຖືກສ້າງຂຶ້ນມາ; ບໍ່ແມ່ນວ່າພຣະອົງຈະຂຽນແຜນວາດເພື່ອສັງລວມການພັດທະນາຂອງມວນມະນຸດກ່ອນຈະສ້າງໂລກ. ໃນພາລະກິດຂອງພຣະເຈົ້າ, ພຣະອົງຊົງສະແດງອອກໂດຍກົງວ່າພຣະອົງແມ່ນຫຍັງ; ພຣະອົງບໍ່ໄດ້ທໍລະມານສະໝອງຂອງພຣະອົງເອງ ເພື່ອສ້າງແຜນການ. ແນ່ນອນວ່າ ສາດສະດາຫຼາຍຄົນໄດ້ກ່າວທໍານາຍໄວ້ຫຼາຍຢ່າງ ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນເປັນແຜນການທີ່ຊັດເຈນສະເໝີ; ໄດ້ມີການທໍານາຍຕາມພາລະກິດແທ້ຈິງຂອງພຣະເຈົ້າ. ພາລະກິດທັງໝົດຂອງພຣະອົງ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງ ຕາມການພັດທະນາໃນແຕ່ລະໄລຍະ ແລະ ພຣະອົງດໍາເນີນພາລະກິດທີ່ແທ້ຈິງທີ່ສຸດຂອງພຣະອົງ ຕາມການປ່ຽນແປງຂອງສິ່ງຕ່າງໆ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການວາງຢາໃສ່ໂລກໄພໄຂ້ເຈັບຢ່າງຖືກຕ້ອງ; ພຣະອົງສັງເກດການໃນຂະນະທີ່ກະທຳພາລະກິດຂອງພຣະອົງ; ພຣະອົງກະທໍາພາລະກິດຕາມການສັງເກດການຂອງພຣະອົງ. ໃນທຸກໆໄລຍະຂອງພາລະກິດຂອງພຣະອົງ, ພຣະອົງແມ່ນມີຄວາມສາມາດໃນການສະແດງປັນຍາອັນແຫຼມຄົມຂອງພຣະອົງ ແລະ ສະແດງເຖິງຄວາມສາມາດທີ່ຍິ່ງໃຫຍ່ຂອງພຣະອົງ; ພຣະອົງເປີດເຜີຍປັນຍາອັນແຫຼມຄົມຂອງພຣະອົງ ແລະ ອໍານາດທີ່ຍິ່ງໃຫຍ່ຂອງພຣະອົງ ໂດຍອີງຕາມພາລະກິດຂອງຍຸກນັ້ນໆ ແລະ ອະນຸຍາດໃຫ້ຜູ້ຄົນທີ່ພຣະອົງໄດ້ນໍາກັບຄືນມາໃນຍຸກເຫຼົ່ານີ້ ໃຫ້ມີອຸປະນິໄສທັງໝົດຂອງພຣະອົງ. ພຣະອົງສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ແລະ ດໍາເນີນພາລະກິດທີ່ພຣະອົງຄວນເຮັດ ຕາມພາລະກິດທີ່ຕ້ອງໄດ້ເຮັດໃນແຕ່ລະຍຸກ; ພຣະອົງສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ຕາມລະດັບຂອງຄວາມເສື່ອມຊາມທີ່ຊາຕານໄດ້ເຮັດຕໍ່ພວກເຂົາ. ດ້ວຍວິທີນີ້ ພຣະເຢໂຮວາຈຶ່ງໄດ້ສ້າງອາດາມ ແລະ ເອວາໃນເບື້ອງຕົ້ນ ເພື່ອອະນຸຍາດໃຫ້ພວກເຂົາສະແດງອອກເຊິ່ງພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ເພື່ອໃຫ້ມີພະຍານຂອງພຣະເຈົ້າໃນບັນດາສັບພະສິ່ງທີ່ໄດ້ຖືກສ້າງຂຶ້ນມາ ແຕ່ເອວາໄດ້ເຮັດບາບເມື່ອຖືກລໍ້ລວງຈາກງູ; ອາດາມກໍໄດ້ເຮັດສິ່ງດຽວກັນ ແລະ ຢູ່ໃນສວນ ພວກເຂົາກໍໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ທີ່ຈຳແນກຄວາມດີ ແລະ ຄວາມຊົ່ວ. ດ້ວຍເຫດນີ້, ພຣະເຢໂຮວາຈຶ່ງໄດ້ມີພະລະກິດເພີ່ມເຕີມທີ່ຕ້ອງກະທຳກັບພວກເຂົາ. ພຣະອົງໄດ້ເຫັນເຂົາເປືອຍກາຍ ແລະ ໄດ້ຫຸ້ມຮ່າງກາຍຂອງພວກເຂົາດ້ວຍເສື້ອຜ້າທີ່ເຮັດຈາກໜັງສັດ. ຫຼັງຈາກນັ້ນ, ພຣະອົງກໍໄດ້ກ່າວກັບອາດາມວ່າ: “ຍ້ອນເຈົ້າໄດ້ຟັງຄວາມເມຍເຈົ້າ ແລະ ໄດ້ກິນຈາກຕົ້ນໄມ້ນັ້ນ ເຊິ່ງເຮົາໄດ້ສັ່ງຫ້າມເຈົ້າແລ້ວ ໂດຍກ່າວວ່າ ເຈົ້າຕ້ອງບໍ່ກິນຈາກຕົ້ນໄມ້ນັ້ນ, ຍ້ອນເຈົ້າ ພື້ນດິນຈຶ່ງຖືກສາບແຊ່ງ... ຈົນກວ່າເຈົ້າຈະກັບຄືນສູ່ດິນ; ຍ້ອນເຈົ້າກໍມາຈາກດິນ, ເພາະເຈົ້າເປັນຝຸ່ນດິນ ແລະ ເຈົ້າກໍຈະກັບຄືນເປັນຝຸ່ນດິນ” ພຣະອົງໄດ້ກ່າວກັບຜູ້ຍິງວ່າ: “ເຮົາຈະເພີ່ມທະວີຄວາມເຈັບປວດຂອງເຈົ້າ ແລະ ຄວາມຫຍຸ້ງຍາກໃນການຕັ້ງທ້ອງເປັນຢ່າງຍິ່ງ; ເຈົ້າຈະເກີດລູກດ້ວຍຄວາມເຈັບປວດ; ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຂອງສາມີຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ.” ຫຼັງຈາກນັ້ນ ພຣະອົງກໍໄດ້ຂັບໄລ່ໃຫ້ພວກເຂົາອອກຈາກສວນຂອງເອເດນ ແລະ ເຮັດໃຫ້ພວກເຂົາດໍາລົງຊີວິດຢູ່ນອກສວນ ຄືກັບທີ່ມະນຸດໃນຍຸກປັດຈຸບັນອາໄສຢູ່ໃນໂລກ. ໃນເວລາທີ່ພຣະເຈົ້າສ້າງມະນຸດແຕ່ທໍາອິດ, ພຣະອົງບໍ່ໄດ້ວາງແຜນທີ່ຈະປ່ອຍໃຫ້ມະນຸດຖືກລໍ້ລວງຈາກງູ ຫຼັງຈາກທີ່ເຂົາຖືກສ້າງຂຶ້ນ ແລະ ຫຼັງຈາກນັ້ນຈະສາບແຊ່ງມະນຸດ ແລະ ງູ. ຄວາມຈິງແລ້ວ ພຣະອົງບໍ່ໄດ້ມີແຜນການແບບນີ້ເລີຍ; ມັັນເປັນພຽງແຕ່ການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະອົງຕ້ອງມີພາລະກິດໃໝ່ໃນທ່າມກາງສິ່ງທີ່ພຣະອົງໄດ້ສ້າງຂຶ້ນ. ຫຼັງຈາກທີ່ພຣະເຢໂຮວາໄດ້ປະຕິບັດພາລະກິດກັບອາດາມ ແລະ ເອວາຢູ່ເທິງແຜ່ນດິນໂລກ, ມວນມະນຸດກໍໄດ້ສືບຕໍ່ພັດທະນາໄປໄດ້ຫຼາຍພັນປີຈົນ: “ພຣະເຢໂຮວາເຫັນວ່າ ຄວາມຊົ່ວຮ້າຍຂອງມະນຸດນັ້ນຍິ່ງໃຫຍ່ຫຼາຍຢູ່ເທິງແຜ່ນດິນໂລກ ແລະ ທຸກສິ່ງທີ່ຈິນຕະນາການມາຈາກຄວາມຄິດຂອງຫົວໃຈຂອງເຂົາເປັນສິ່ງທີ່ຊົ່ວຮ້າຍຢ່າງຕໍ່ເນື່ອງ. ສິ່ງນັ້ນເຮັດໃຫ້ພຣະເຢໂຮວາຮູ້ສຶກເສຍໃຈທີ່ພຣະອົງໄດ້ສ້າງມະນຸດເທິງແຜ່ນດິນໂລກ ແລະ ສິ່ງນັ້ນເຮັດໃຫ້ພຣະອົງໂສກເສົ້າເສຍໃຈໃນຫົວໃຈຂອງພຣະອົງ.... ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະເຢໂຮວາ.” ໃນເວລານີ້ ພຣະເຢໂຮວາແມ່ນມີພາລະກິດໃໝ່ຫຼາຍຂຶ້ນ ເພາະວ່າມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນ ໄດ້ມີບາບຫຼາຍເກີນໄປ ຫຼັງຈາກຖືກງູລໍ້ລວງ. ເນື່ອງຈາກສະຖານະການເຫຼົ່ານີ້, ພຣະເຢໂຮວາຈຶ່ງໄດ້ເລືອກຄອບຄົວຂອງໂນອາຈາກບັນດາຜູ້ຄົນເຫຼົ່ານີ້ ແລະ ໄດ້ລະເວັ້ນພວກເຂົາ ແລະ ໄດ້ດໍາເນີນພາລະກິດຂອງພຣະອົງໃນການທໍາລາຍໂລກໂດຍເຮັດໃຫ້ມີນ້ຳຖ້ວມ. ມວນມະນຸດຍັງສືບຕໍ່ພັດທະນາໃນລັກສະນະນີ້ຈົນມາຮອດສູ່ມື້ນີ້ ໂດຍມີຄວາມເສື່ອມຊາມຫຼາຍຂຶ້ນ ແລະ ໃນເວລາທີ່ການພັດທະນາຂອງມະນຸດໄປເຖິງຈຸດສູງສຸດ, ມັນກໍຈະເປັນຈຸດສິ້ນສຸດຂອງມວນມະນຸດ. ຈາກຈຸດເລີ່ມຕົ້ນຈົນເຖິງຈຸດສິ້ນສຸດຂອງໂລກ, ຄວາມຈິງພາຍໃນພາລະກິດຂອງພຣະອົງແມ່ນເປັນແບບນີ້ສະເໝີ. ມັນຄືກັນກັບວິທີການ ທີ່ຈໍາແນກມະນຸດຕາມປະເພດຂອງພວກເຂົາ; ຫ່າງໄກອອກຈາກການທີ່ແຕ່ລະຄົນ ແລະ ທຸກຄົນຈະຖືກກຳນົດຊາຕາກຳໄວ້ຕາມໝວດທີ່ພວກເຂົາຄວນຢູ່ໃນແຕ່ຕົ້ນ, ມະນຸດໄດ້ຖືກຈັດເປັນໝວດເທື່ອລະໜ້ອຍ ຫຼັງຈາກທີ່ໄດ້ຜ່ານຂັ້ນຕອນຂອງການພັດທະນາ. ໃນທີ່ສຸດ, ຜູ້ໃດທີ່ບໍ່ສາມາດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນກໍຈະຖືກສົ່ງກັບໄປໃຫ້ບັນພະບຸລຸດຂອງພວກເຂົາ. ພາລະກິດຂອງພຣະເຈົ້າທີ່ມີຕໍ່ມວນມະນຸດ ແມ່ນບໍ່ໄດ້ຖືກກະກຽມໄວ້ໃນຕອນທີ່ສ້າງໂລກ; ໃນທາງກົງກັນຂ້າມ, ມັນແມ່ນການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຕາມຂັ້ນຕອນຢ່າງສົມຈິງ ແລະ ຢ່າງແທ້ຈິງຕໍ່ມວນມະນຸດ. ນີ້ຄືກັນກັບການທີ່ພຣະເຢໂຮວາບໍ່ໄດ້ສ້າງງູເພື່ອໃຫ້ມາລໍ້ລວງແມ່ຍິງ. ມັນບໍ່ແມ່ນແຜນການສະເພາະຂອງພຣະອົງ, ບໍ່ແມ່ນສິ່ງທີ່ພຣະອົງໄດ້ກຳນົດຢ່າງຕັ້ງໃຈໄວ້ກ່ອນ; ສາມາດເວົ້າໄດ້ວ່າ ນີ້ແມ່ນສິ່ງທີ່ບໍ່ໄດ້ຄາດການໄວ້. ມັນເປັນເພາະເຫດນີ້ ພຣະເຢໂຮວາຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາອອກຈາກສວນຂອງເອເດນ ແລະ ໄດ້ສັນຍາວ່າຈະບໍ່ສ້າງມະນຸດອີກເລີຍ. ແຕ່ສະຕິປັນຍາຂອງພຣະເຈົ້າກໍຍັງຖືກມະນຸດຄົ້ນພົບບົນພື້ນຖານເຫຼົ່ານີ້ ຄືດັ່ງຈຸດທີ່ເຮົາກ່າວໄວ້ກ່ອນໜ້ານີ້ວ່າ: “ປັນຍາຂອງເຮົາຖືກນຳໄປໃຊ້ບົນພື້ນຖານຂອງກົນລວງຂອງຊາຕານ.” ບໍ່ວ່າມວນມະນຸດຈະເສື່ອມຊາມເທົ່າໃດ ຫຼື ງູຈະລໍ້ລວງພວກເຂົາດ້ວຍວິທີໃດກໍຕາມ, ພຣະເຢໂຮວາຍັງຄົງມີສະຕິປັນຍາຂອງພຣະອົງ; ເພາະສະນັ້ນ, ພຣະອົງຈຶ່ງໄດ້ກະທຳພາລະກິດໃໝ່ນັບຕັ້ງແຕ່ພຣະອົງໄດ້ສ້າງໂລກ ແລະ ຂັ້ນຕອນຕ່າງໆຂອງພາລະກິດຂອງພຣະອົງຈະບໍ່ມີການເຮັດຊ້ຳຄືນ. ຊາຕານໄດ້ເຮັດກົນອຸບາຍຢ່າງຕໍ່ເນື່ອງ; ມວນມະນຸດແມ່ນໄດ້ຮັບຄວາມເສື່ອມຊາມຢ່າງຕໍ່ເນື່ອງຈາກຊາຕານ ແລະ ພຣະເຢໂຮວາຍັງຄົງສືບຕໍ່ດໍາເນີນພາລະກິດອັນສະຫຼຽວສະຫຼາດຂອງພຣະອົງ. ພຣະອົງບໍ່ເຄີຍລົ້ມເຫຼວ ແລະ ພຣະອົງບໍ່ເຄີຍຢຸດພາລະກິດຂອງພຣະອົງຈາກຕອນສ້າງໂລກຈົນມາຮອດໃນປັດຈຸບັນ. ຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມວນມະນຸດເສື່ອມຊາມ, ພຣະອົງໄດ້ກະທຳພາລະກິດຕໍ່ມະນຸດຢ່າງຕໍ່ເນື່ອງ ເພື່ອເອົາຊະນະສັດຕູຂອງພຣະອົງທີ່ເຮັດໃຫ້ມວນມະນຸດເສື່ອມຊາມ. ການຕໍ່ສູ້ດັ່ງກ່າວຈະສືບຕໍ່ຈາກຕອນເລີ່ມຕົ້ນຈົນຮອດເວລາສິ້ນໂລກ. ໃນການກະທຳພາລະກິດທັງໝົດນີ້, ພຣະອົງບໍ່ພຽງແຕ່ໄດ້ອະນຸຍາດໃຫ້ມະນຸດ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່່ອມຊາມ ໃຫ້ໄດ້ຮັບການໄຖ່ບາບຈາກພຣະອົງ, ແຕ່ພຣະອົງຍັງໄດ້ອະນຸຍາດໃຫ້ພວກເຂົາເຫັນສະຕິປັນຍາ, ລິດທານຸພາບ ແລະ ອໍານາດຂອງພຣະອົງ ແລະ ໃນທີ່ສຸດ, ພຣະອົງຈະໃຫ້ມວນມະນຸດໄດ້ເຫັນອຸປະນິໄສອັນທ່ຽງທໍາຂອງພຣະອົງ ໂດຍການລົງໂທດຄົນຊົ່ວຮ້າຍ ແລະ ໃຫ້ລາງວັນຕອບແທນແກ່ຄົນດີ. ພຣະອົງໄດ້ຕໍ່ສູ້ກັບຊາຕານຈົນຮອດມື້ນີ້ ແລະ ບໍ່ເຄີຍເສຍໄຊ ເພາະວ່າພຣະອົງເປັນພຣະເຈົ້າທີ່ສະຫຼາດ ແລະ ມີການໃຊ້ປັນຍາອັນແຫຼມຄົມຂອງພຣະອົງ ໂດຍອີງໃສ່ແຜນການຂອງຊາຕານ. ເພາະເຫດນີ້, ພຣະອົງບໍ່ພຽງແຕ່ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນຕ້ອງຍອມຕໍ່ອໍານາດຂອງພຣະອົງ; ພຣະອົງຍັງເຮັດໃຫ້ທຸກສິ່ງທຸກຢ່າງຢູ່ເທິງແຜ່ນດິນໂລກຢູ່ໃຕ້ຝ່າບາດຂອງພຣະອົງ ແລະ ບໍ່ພໍແຕ່ເທົ່ານັ້ນ, ພຣະອົງຍັງເຮັດໃຫ້ຄົນຊົ່ວຮ້າຍ ທີ່ບຸກລຸກ ແລະ ຂົ່ມເຫັງມວນມະນຸດ ຕ້ອງຕົກຢູ່ພາຍໃຕ້ການລົງໂທດຂອງພຣະອົງ. ຜົນໄດ້ຮັບທັງໝົດຂອງພາລະກິດຂອງພຣະອົງແມ່ນໄດ້ມາຈາກສະຕິປັນຍາຂອງພຣະອົງ. ພຣະອົງບໍ່ເຄີຍເປີດເຜີຍສະຕິປັນຍາຂອງພຣະອົງກ່ອນທີ່ຈະມີມວນມະນຸດ ເພາະວ່າພຣະອົງບໍ່ມີສັດຕູຢູ່ເທິງສະຫວັນ, ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທົ່ວຈັກກະວານ ແລະ ບໍ່ໄດ້ມີກອງກໍາລັງມືດທີ່ບຸກລຸກສິ່ງໃດໜຶ່ງໃນທຳມະຊາດ. ຫຼັງຈາກເທວະທູດສະຫວັນໄດ້ທໍລະຍົດພຣະອົງແລ້ວ, ພຣະອົງໄດ້ສ້າງມວນມະນຸດຢູ່ເທິງແຜ່ນດິນໂລກ ແລະ ມັນແມ່ນຍ້ອນມວນມະນຸດ ທີ່ເຮັດໃຫ້ພຣະອົງເລີ່ມຕົ້ນສົງຄາມພັນປີຂອງພຣະອົງກັບຊາຕານ ແລະ ກັບເທວະທູດ ເຊິ່ງເປັນສົງຄາມທີ່ເພີ່ມທະວີຄວາມຮຸນແຮງຂຶ້ນໃນທຸກຂັ້ນຕອນ. ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງແມ່ນມີຢູ່ໃນແຕ່ລະຂັ້ນຕອນເຫຼົ່ານີ້. ພຽງແຕ່ໃນເວລານີ້ເທົ່ານັ້ນ ທີ່ທຸກສິ່ງທຸກຢ່າງຢູ່ໃນສະຫວັນ ແລະ ແຜ່ນດິນໂລກສາມາດແນມເຫັນສະຕິປັນຍາ, ລິດທານຸພາບ ແລະ ໂດຍສະເພາະຄວາມແທ້ຈິງຂອງຂອງພະເຈົ້າ. ພຣະອົງຍັງດໍາເນີນພາລະກິດຂອງພຣະອົງໃນປັດຈຸບັນໃນລັກສະນະທີ່ເປັນຈິງຄືເກົ່າ; ນອກຈາກນັ້ນ, ໃນຂະນະທີ່ພຣະອົງຊົງດໍາເນີນພາລະກິດຂອງພຣະອົງ, ພຣະອົງຍັງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ລິດທານຸພາບຂອງພຣະອົງ; ພຣະອົງອະນຸຍາດໃຫ້ພວກເຈົ້າເຫັນຄວາມຈິງພາຍໃນແຕ່ລະຂັ້ນຕອນຂອງພາລະກິດ ເພື່ອໃຫ້ເຫັນວິທີການໃນການອະທິບາຍກ່ຽວກັບລິດທານຸພາບຂອງພຣະເຈົ້າ ແລະ ໂດຍສະເພາະແມ່ນວິທີການອະທິບາຍເຖິງແທ້ຈິງຂອງພຣະເຈົ້າ.

ຄົນບາງຄົນບໍ່ເຊື່ອວ່າ ການທໍລະຍົດຂອງຄົນຢູດາຕໍ່ພຣະເຢຊູ ແມ່ນຖືກກຳນົດໄວ້ແລ້ວກ່ອນຈະມີການສ້າງໂລກບໍ? ຄວາມຈິງແລ້ວ, ພຣະວິນຍານບໍລິສຸດໄດ້ວາງແຜນນີ້ໄວ້ຕາມຄວາມເປັນຈິງໃນເວລານັ້ນແລ້ວ. ມັນບັງເອີນວ່າ ໄດ້ມີຄົນຜູ້ໜຶ່ງທີ່ຊື່ວ່າ ຢູດາ ທີ່ເປັນຜູ້ທີ່ຈະຍັກຍອກເງິນສະເໝີໄປ. ດັ່ງນັ້ນ, ລາວຈຶ່ງໄດ້ຖືກເລືອກໃຫ້ມີບົດບາດດັ່ງກ່າວນີ້ ແລະ ຈະເປັນຜູ້ຮັບໃຊ້ໃນທາງນີ້. ນີ້ແມ່ນຕົວຢ່າງທີ່ແທ້ຈິງຂອງການນໍາໃຊ້ຊັບພະຍາກອນພາຍໃນ. ພຣະເຢຊູບໍ່ຮູ້ເລື່ອງນີ້ໃນຕອນທໍາອິດ; ພຣະອົງພຽງແຕ່ຮູ້ເມື່ອໄດ້ມີການເປີດເຜີຍຢູດາໃນເວລາຕໍ່ມາ. ຖ້າຄົນອື່ນຫາກສາມາດຫຼິ້ນບົດບາດນີ້ໄດ້, ຄົນນັ້ນກໍອາດຈະໄດ້ເຮັດບົດບາດນີ້ແທນຢູດາ. ສິ່ງທີ່ຖືກກໍານົດໄວ້ນັ້ນ ໃນຄວາມເປັນຈິງແລ້ວ ແມ່ນໄດ້ຖືກກະທຳໃນສະໄໝດຽວກັນໂດຍພຣະວິນຍານບໍລິສຸດ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນໄດ້ຖືກກະທຳແບບທໍາມະຊາດ; ໃນເວລາໃດກໍໄດ້ ທີ່ພຣະອົງວາງແຜນພາລະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດແຜນນັ້ນ. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຂອງຈິງ? ມັນໃໝ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ຈະສົດທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນີ້ບໍ່ແມ່ນສິ່ງທີ່ເກີດຂຶ້ນຈັກໜ່ອຍ! ທຸກຂັ້ນຕອນຂອງການກະທຳພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ພວກມັນກໍບໍ່ລົບກວນກັນ ແລະ ກັັນ. ມີຫຼາຍໆຄັ້ງ ທີ່ແຜນການທີ່ຢູ່ໃນໃຈຂອງເຈົ້າ ບໍ່ສາມາດສູ້ກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບການໃຫ້ເຫດຜົນຂອງຄົນ ແລະ ມັນກໍບໍ່ສັບສົນເທົ່າກັບຈິນຕະນາການຂອງຄົນ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບທາດແທ້ຂອງມະນຸດຄືພຣະອົງ ແລະ ກໍຍ້ອນເຫດຜົນທີ່ວ່ານີ້ ທີ່ເຮັດໃຫ້ບໍ່ມີສິ່ງໃດທີ່ຈະສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນໄດ້ ເຊັ່ນດຽວກັນກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງແມ່ນໄດ້ຮັບການວາງແຜນໄວ້ເປັນເວລາຫຼາຍພັນປີລ່ວງໜ້າ. ໃນຂະນະທີ່ພຣະອົງເຮັດພາລະກິດຢູ່ໃນປັດຈຸບັນໃນຕົວພວກເຈົ້າ ຕາມເງື່ອນໄຂຂອງພວກເຈົ້າ, ພຣະອົງຍັງໄດ້ເຮັດພະລະກິດ ແລະ ເວົ້າຢູ່ໃນເວລາ ແລະ ສະຖານທີ່ໃດໜຶ່ງ. ໃນເວລາທີ່ຄົນເຮົາມີເງື່ອນໄຂສະເພາະໃດໜຶ່ງ, ພຣະອົງຈະກ່າວພຣະທໍາເຫຼົ່ານັ້ນ ເຊິ່ງແມ່ນສິ່ງທີ່ພວກເຂົາຕ້ອງການຈາກພາຍໃນຢ່າງແນ່ນອນ. ມັນຄືກັບຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງໃນຊ່ວງເວລາຂອງການລົງໂທດ. ຫຼັງຈາກເວລາຂອງການລົງໂທດ, ຜູ້ຄົນຈະສະແດງພຶດຕິກໍາບາງຢ່າງ, ພວກເຂົາຕໍ່ຕ້ານດ້ວຍວິທີການບາງຢ່າງ, ແລ້ວສະພາບການບາງຢ່າງໃນເຊີງທາງບວກກໍເກີດຂື້ນ, ສະພາບການບາງຢ່າງໃນເຊີງທາງລົບກໍຍັງເກີດຂື້ນ ແລະ ຂອບເຂດດ້ານລົບດັ່ງກ່າວນີ້ກໍຈະໄປຮອດລະດັບໃດໜຶ່ງ. ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງ ໂດຍອີງຕາມສິ່ງທັງໝົດເຫຼົ່ານີ້ ແລະ ດ້ວຍເຫດນັ້ນ ຈຶ່ງໄດ້ຍຶດເອົາສິ່ງເຫຼົ່ານີ້ ເພື່ອບັນລຸຜົນສໍາເລັດທີ່ດີກວ່າເກົ່າ ສໍາລັບພາລະກິດຂອງພຣະອົງ. ພຣະອົງພຽງແຕ່ດໍາເນີນພາລະກິດຂອງພຣະອົງໃນການສະໜອງໃຫ້ແກ່ຜູ້ຄົນ ຕາມສະພາບການໃນປັດຈຸບັນຂອງພວກເຂົາ. ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງ ຕາມສະພາບການຕົວຈິງຂອງຜູ້ຄົນ. ສັບພະສິ່ງທີ່ຖືກສ້າງທັງໝົດແມ່ນຢູ່ໃນພຣະຫັດຂອງພຣະອົງ; ແລ້ວພຣະອົງຈະບໍ່ຮູ້ຈັກສິ່ງເຫຼົ່ານັ້ນບໍ? ຕາມສະພາບການຂອງຜູ້ຄົນ, ພຣະເຈົ້າດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດທີ່ຄວນເຮັດ ຢູ່ໃນເວລາ ແລະ ສະຖານທີ່ໃດໜຶ່ງ. ບໍ່ວ່າຈະດ້ວຍປະການໃດກໍຕາມ, ພາລະກິດດັ່ງກ່າວນີ້ແມ່ນໄດ້ຖືກວາງແຜນໄວ້ກ່ອນໜ້ານີ້ເປັນເວລາຫຼາຍພັນປີ; ນີ້ແມ່ນຄວາມຄິດຂອງມະນຸດ! ພຣະອົງເຮັດພາລະກິດໃນຂະນະທີ່ພຣະອົງສັງເກດເບິ່ງຜົນຂອງພາລະກິດຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນມີຄວາມເລິກເຊິ່ງ ແລະ ພັດທະນາໄປຢ່າງຕໍ່ເນື່ອງ; ໃນຂະນະທີ່ພຣະອົງສັງເກດເບິ່ງຜົນໄດ້ຮັບຈາກພາລະກິດຂອງພຣະອົງ, ພຣະອົງກໍດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະອົງຊົງໃຊ້ຫຼາຍສິ່ງຫຼາຍຢ່າງເພື່ອການປ່ຽນແປງເທື່ອລະໜ້ອຍ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນພາລະກິດໃໝ່ຂອງພຣະອົງຕາມການເວລາ. ພາລະກິດຊະນິດນີ້ແມ່ນສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ເພາະວ່າພຣະເຈົ້າຮູ້ຈັກຄົນດີເກີນໄປ. ນີ້ແມ່ນວິທີທີ່ພຣະອົງເຮັດພາລະກິດຂອງພຣະອົງຈາກສະຫວັນ. ເຊັ່ນດຽວກັນນັ້ນ, ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ກະທຳພາລະກິດຂອງພຣະອົງດ້ວຍວິທີທາງດຽວກັນ ໂດຍວາງແຜນຕາມຄວາມເປັນຈິງ ແລະ ກະທຳພາລະກິດຕໍ່ມວນມະນຸດ. ບໍ່ໄດ້ມີການວາງແຜນພາລະກິດຂອງພຣະອົງກ່ອນທີ່ໂລກຈະຖືກສ້າງຂຶ້ນ ແລະ ບໍ່ໄດ້ມີການວາງແຜນໄວ້ຢ່າງລະອຽດລ່ວງໜ້າ. ພາຍຫຼັງ 2.000 ປີ ຫຼັງຈາກໂລກນີ້ໄດ້ຖືກສ້າງຂື້ນ, ພຣະເຢໂຮວາໄດ້ເຫັນວ່າ ມະນຸດໄດ້ເສື່ອມຊາມຈົນພຣະອົງຊົງໃຊ້ປາກຂອງສາດສະດາເອຊາອີ ເພື່ອທໍານາຍວ່າ ພາຍຫຼັງຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງແລ້ວ, ພຣະອົງຈະດໍາເນີນພາລະກິດເພື່ອໄຖ່ບາບໃຫ້ມວນມະນຸດໃນຍຸກຂອງພຣະຄຸນ. ນີ້ແມ່ນແຜນການຂອງພຣະເຢໂຮວາ, ແຕ່ແນ່ນອນຢູ່ແລ້ວ ທີ່ໄດ້ມີການດໍາເນີນແຜນການດັ່ງກ່າວນີ້ຕາມສະພາບການຂອງມະນຸດທີ່ພຣະອົງໄດ້ສັງເກດເຫັນໃນເວລານັ້ນ; ພຣະອົງບໍ່ໄດ້ຄິດເຖິງມັນທັນທີຫຼັງຈາກໄດ້ສ້າງອາດາມ. ເອຊາຢາພຽງແຕ່ໄດ້ທໍານາຍໄວ້ ແຕ່ພຣະເຢໂຮວາບໍ່ໄດ້ກະກຽມຄວາມພ້ອມທັນທີສໍາລັບສິ່ງນີ້ໃນຍຸກແຫ່ງພຣະບັນຍັດ; ໃນທາງກົງກັນຂ້າມ, ພຣະອົງໄດ້ກໍານົດພາລະກິດນີ້ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ ໃນເວລາທີ່ທູດສະຫວັນໄດ້ປາກົດຢູ່ໃນຄວາມຝັນຂອງໂຈເຊັບ ແລະ ໃຫ້ຄວາມກະຈ່າງແຈ້ງແກ່ລາວ ໂດຍບອກລາວວ່າ ພຣະເຈົ້າຈະກາຍເປັນເນື້ອໜັງ ແລະ ດ້ວຍເຫດນັ້ນ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງຈຶ່ງໄດ້ເລີ່ມຕົ້ນ. ພຣະເຈົ້າບໍ່ໄດ້ກະກຽມພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງ ຫຼັງຈາກການສ້າງໂລກ ຕາມທີ່ມະນຸດໄດ້ຈິນຕະນາການ; ໄດ້ມີການຕັດສິນເລື່ອງດັ່ງກ່າວນີ້ ຕາມລະດັບຂອງການພັດທະນາຂອງມະນຸດ ແລະ ສະຖານະຂອງສົງຄາມຂອງພຣະອົງກັບຊາຕານ.

ໃນເວລາທີ່ພຣະເຈົ້າບັງເກີດເປັນເນື້ອກາຍ, ພຣະວິນຍານຂອງພຣະອົງກໍໄດ້ລົງມາສູ່ມະນຸດ; ເວົ້າງ່າຍໆກໍຄື ພຣະວິນຍານຂອງພຣະເຈົ້າແມ່ນສວມໃສ່ເນື້ອກາຍ. ພຣະອົງເຮັດພາລະກິດຂອງພຣະອົງຕໍ່ແຜ່ນດິນໂລກ ແລະ ແທນທີ່ຈະນໍາໃຊ້ຂັ້ນຕອນຕ່າງໆທີ່ຈຳກັດ, ພາລະກິດດັ່ງກ່າວນີ້ແມ່ນບໍ່ມີຂໍ້ຈໍາກັດ. ພະລະກິດທີ່ພຣະວິນຍານບໍລິສຸດເຮັດໃນເນື້ອກາຍແມ່ນຍັງຖືກກໍານົດໂດຍຜົນຈາກພາລະກິດຂອງພຣະອົງ ແລະ ພຣະອົງຊົງນໍາໃຊ້ສິ່ງເຫຼົ່ານີ້ ເພື່ອກໍານົດໄລຍະເວລາໃນການເຮັດພາລະກິດຂອງພຣະອົງໃນຂະນະທີ່ຢູ່ໃນເນື້ອກາຍ. ພຣະວິນຍານບໍລິສຸດຈະເປີດເຜີຍພາລະກິດໃນແຕ່ລະຂັ້ນຕອນຂອງພຣະອົງໂດຍກົງ; ພຣະອົງຈະພິຈາລະນາພາລະກິດຂອງພຣະອົງໃນຂະນະທີ່ພຣະອົງດໍາເນີນມັນ; ມັນບໍ່ແມ່ນສິ່ງທີ່ເໜືອທໍາມະຊາດ ທີ່ຈະຂະຫຍາຍຂອບເຂດຂອງຈິນຕະນາການຂອງມະນຸດ. ນີ້ຄ້າຍຄືກັບພາລະກິດຂອງພຣະເຢໂຮວາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ; ພຣະອົງໄດ້ວາງແຜນ ແລະ ເຮັດພາລະກິດໄປພ້ອມໆກັນ. ພຣະອົງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ຕອນເຊົ້າ ແລະ ຕອນຄໍ່າໄດ້ເກີດມີຕົວຕົນ ເຊິ່ງນັ້ນກໍໃຊ້ເວລາໜຶ່ງມື້. ໃນມື້ທີສອງ ພຣະອົງໄດ້ສ້າງຟ້າ ເຊິ່ງໄດ້ໃຊ້ເວລາໜຶ່ງມື້ ແລະ ຫຼັງຈາກນັ້ນ ພຣະອົງກໍໄດ້ສ້າງແຜ່ນດິນໂລກ, ທະເລ ແລະ ສິ່ງທີ່ອາໄສຢູ່ໃນນັ້ນ ເຊິ່ງກໍຍັງໃຊ້ອີກໜຶ່ງມື້. ໄດ້ມີການດໍາເນີນສິ່ງນີ້ເປັນເວລາຫົກມື້ ໃນເວລາທີ່ພຣະເຈົ້າສ້າງມະນຸດ ແລະ ໃຫ້ມະນຸດຄຸ້ມຄອງທຸກສິ່ງເທິງແຜ່ນດິນໂລກ ຈົນຮອດມື້ທີເຈັດ ເມື່ອພຣະອົງໄດ້ສ້າງທຸກສິ່ງຈົນສໍາເລັດ ແລະ ພຣະອົງກໍໄດ້ພັກຜ່ອນ. ພຣະເຈົ້າໄດ້ໃຫ້ພອນແກ່ມື້ທີເຈັດ ແລະ ໄດ້ກໍານົດໃຫ້ມັນເປັນມື້ສັກສິດ. ພຣະອົງໄດ້ຕັດສິນໃຈໃຫ້ມີມື້ສັກສິດນີ້ຫຼັງຈາກທີ່ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງ, ບໍ່ແມ່ນກ່ອນສ້າງພວກມັນ. ຍັງໄດ້ມີການດໍາເນີນພາລະກິດດັ່ງກ່າວນີ້ແບບທໍາມະຊາດ; ກ່ອນທີ່ຈະສ້າງທຸກສິ່ງ, ພຣະອົງບໍ່ໄດ້ຕັດສິນໃຈສ້າງໂລກພາຍໃນຫົກມື້ ແລະ ພັກຜ່ອນໃນເຈັດມື້; ຄວາມຈິງບໍ່ເປັນແບບນີ້. ພຣະອົງບໍ່ໄດ້ກ່າວໃນສິ່ງນີ້ ແລະ ພຣະອົງບໍ່ໄດ້ວາງແຜນໃຫ້ມັນ. ບໍ່ວ່າຈະດ້ວຍປະການໃດກໍຕາມ, ພຣະອົງບໍ່ໄດ້ເວົ້າວ່າ ການສ້າງສັບພະສິ່ງທັງໝົດຈະສໍາເລັດໃນມື້ທີຫົກ ແລະ ພຣະອົງຈະພັກຜ່ອນໃນມື້ທີເຈັດ; ໃນທາງກົງກັນຂ້າມ, ພຣະອົງສ້າງໃນສິ່ງທີ່ພຣະອົງເຫັນວ່າດີ. ເມື່ອພຣະອົງໄດ້ສ້າງທຸກສິ່ງທຸກຢ່າງສໍາເລັດ, ມັນກໍແມ່ນມື້ທີ 6 ແລ້ວ. ຖ້າຫາກວ່າ ພຣະອົງຊົງສ້າງທຸກສິ່ງທຸກຢ່າງສໍາເລັດໃນມື້ທີຫ້າ, ພຣະອົງກໍຈະກໍານົດໃຫ້ມື້ທີ 6 ເປັນມື້ສັກສິດ; ຢ່າງໃດກໍຕາມ, ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງໃນມື້ທີຫົກ ແລະ ດ້ວຍເຫດນີ້ ມື້ທີເຈັດຈຶ່ງໄດ້ກາຍເປັນມື້ສັກສິດ ເຊິ່ງຖືກປະກາດໃຫ້ໃຊ້ທົ່ວເຖິງກັນຈົນຮອດປັດຈຸບັນ. ເພາະສະນັ້ນ, ພາລະກິດຂອງພຣະອົງໃນປັດຈຸບັນແມ່ນດໍາເນີນໃນແບບດຽວກັນນີ້. ພຣະອົງເວົ້າ ແລະ ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຈົ້າຕາມເງື່ອນໄຂຂອງພວກເຈົ້າ. ນັ້ນກໍຄື ພຣະວິນຍານໄດ້ເວົ້າ ແລະ ເຮັດພາລະກິດຕາມເງື່ອນໄຂຂອງຜູ້ຄົນ; ພຣະວິນຍານສັງເກດເບິ່ງທຸກຢ່າງ ແລະ ເຮັດພາລະກິດ ໃນເວລາ ແລະ ສະຖານທີ່ໃດໜຶ່ງ. ສິ່ງທີ່ເຮົາເຮັດ ເປັນຕົ້ນແມ່ນສິ່ງທີ່ໄດ້ມອບ ແລະ ປະທານໃຫ້ພວກເຈົ້າ ໂດຍບໍ່ມີຂໍ້ຍົກເວັ້ນ ເຊິ່ງເປັນສິ່ງທີ່ພວກເຈົ້າຕ້ອງການ. ດັ່ງນັ້ນ, ພາລະກິດຂອງເຮົາແມ່ນບໍ່ໄດ້ແຍກອອກຈາກຄວາມເປັນຈິງ; ທັງໝົດແມ່ນຄວາມຈິງ ເພາະພວກເຈົ້າທຸກຄົນຮູ້ວ່າ "ພຣະວິນຍານຂອງພຣະເຈົ້າຄອຍປົກປ້ອງທຸກຄົນ." ຖ້າຫາກວ່າ ໄດ້ມີການຕັດສິນທຸກສິ່ງກ່ອນເວລາ, ແລ້ວຈະບໍ່ເຫັນຜົນຂອງມັນຢ່າງຊັດເຈນບໍ? ເຈົ້າຄິດວ່າ ພຣະເຈົ້າໄດ້ເຮັດພາລະກິດເປັນເວລາຫົກພັນປີ ແລະ ຫຼັງຈາກນັ້ນໄດ້ກໍານົດໃຫ້ມະນຸດຕໍ່ຕ້ານ, ຂັດຂືນ, ຄົດລ້ຽວ ແລະ ຫຼຫຼອກລວງ ຄືດັ່ງມີເນື້ອກາຍທີ່ເສື່ອມຊາມ, ອຸປະນິໄສແບບຊາຕານ, ສາຍຕາທີ່ມີຕັນຫາ ແລະ ການຕາມໃຈພວກເຂົາເອງບໍ? ພຣະເຈົ້າບໍ່ໄດ້ກໍານົດສິ່ງດັ່ງກ່າວນີ້ໄວ້ລ່ວງໜ້າ ແຕ່ເປັນຍ້ອນຄວາມເສື່ອມຊາມຂອງຊາຕານ. ບາງຄົນຈະເວົ້າວ່າ: "ຊາຕານບໍ່ຢູ່ໃນການຄວບຄຸມຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກໍານົດລ່ວງໜ້າວ່າ ຊາຕານເຮັດໃຫ້ມະນຸດເສື່ອມຊາມໃນລັກສະນະດັ່ງກ່າວນີ້ ແລະ ຫຼັງຈາກນັ້ນ ພຣະອົງຈະດໍາເນີນພາລະກິດຂອງພຣະອົງຕໍ່ມະນຸດ." ພຣະເຈົ້າຈະກໍານົດລ່ວງໜ້າໃຫ້ຊາຕານເຮັດໃຫ້ມວນມະນຸດເສື່ອມຊາມແທ້ບໍ? ພຣະອົງພຽງແຕ່ຕ້ອງການຢາກໃຫ້ມະນຸດດໍາລົງຊີວິດຕາມປົກກະຕິແບບມະນຸດ; ແລ້ວພຣະອົງຈະກໍ່ກວນຊີວິດຂອງມະນຸດບໍ? ຖ້າເປັນດັ່ງນັ້ນ, ການເອົາຊະນະຊາຕານ ແລະ ການຊ່ວຍເຫຼືອມວນມະນຸດຈະບໍ່ເປັນຄວາມພະຍາຍາມທີ່ບໍ່ມີປະໂຫຍດບໍ? ການຕໍ່ຕ້ານຂອງມະນຸດຈະຖືກກຳນົດໄວ້ລ່ວງໜ້າໄດ້ແນວໃດ? ໃນຄວາມເປັນຈິງແລ້ວແມ່ນຍ້ອນການກໍ່ກວນຂອງຊາຕານ; ແລ້ວພະເຈົ້າຈະກໍານົດສິ່ງນີ້ໄວ້ລ່ວງໜ້າໄດ້ແນວໃດ? ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ພວກເຈົ້າເຂົ້າໃຈ ແລະ ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນແຕກຕ່າງກັນຫຼາຍ. ຕາມຄໍາເວົ້າຂອງພວກເຈົ້າທີ່ວ່າ: "ພຣະເຈົ້າມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນພຣະຫັດຂອງພຣະອົງ,” ຊາຕານຈະບໍ່ທໍລະຍົດພຣະອົງ. ເຈົ້າເຄີຍເວົ້າວ່າ ພຣະເຈົ້າຊົງເປັນຜູ້ມີລິດອໍານາດບໍ? ຄວາມຮູ້ຂອງພວກເຈົ້າແມ່ນບໍ່ມີຕົວຕົນ ແລະ ຢູ່ນອກຂອບເຂດຂອງຄວາມເປັນຈິງ; ມະນຸດບໍ່ສາມາດເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ ແລະ ມະນຸດບໍ່ສາມາດເຂົ້າໃຈສະຕິປັນຍາຂອງພຣະເຈົ້າໄດ້! ພຣະເຈົ້າແມ່ນມີລິດອໍານາດສູງສຸດ; ນີ້ບໍ່ແມ່ນສິ່ງທີ່ບໍ່ຖືກຕ້ອງຈັກດີ້. ເທວະທູດໄດ້ທໍລະຍົດພຣະເຈົ້າ ເພາະວ່າພະເຈົ້າເລີ່ມມອບອໍານາດບາງສ່ວນໃຫ້ແກ່ພວກເຂົາ. ເປັນທີ່ແນ່ນອນຢູ່ແລ້ວ ທີ່ສິ່ງດັ່ງກ່າວນີ້ແມ່ນເຫດການທີ່ບໍ່ໄດ້ຄາດເຖິງ ເຊັ່ນການທີ່ເອວາໄດ້ຍອມຈຳນົນຕໍ່ການລໍ້ລວງຂອງງູ. ຢ່າງໃດກໍຕາມ, ບໍ່ວ່າຊາຕານຈະດໍາເນີນການທໍລະຍົດຂອງມັນ ແຕ່ມັນກໍບໍ່ໄດ້ມີລິດອໍານາດສູງສຸດຄືດັ່ງພຣະເຈົ້າ. ດັ່ງທີ່ພວກເຈົ້າໄດ້ກ່າວມາ, ຊາຕານມີອໍານາດ; ບໍ່ວ່າມັນຈະເຮັດຫຍັງກໍຕາມ, ອໍານາດຂອງພຣະເຈົ້າຈະເອົາຊະນະມັນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງ ທີ່ຢູ່ເບື້ອງຫຼັງຄໍາເວົ້າທີ່ວ່າ: "ພຣະເຈົ້າແມ່ນມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນພຣະຫັດຂອງພຣະອົງ." ດັ່ງນັ້ນ, ສົງຄາມຂອງພຣະອົງກັບຊາຕານຕ້ອງໄດ້ດໍາເນີນໄປເທື່ອລະຂັ້ນຕອນ; ຍິ່ງໄປກວ່ານັ້ນ, ພຣະອົງໄດ້ວາງແຜນພາລະກິດຂອງພຣະອົງໃນການຕອບໂຕ້ຕໍ່ອຸບາຍຂອງຊາຕານ. ເວົ້າງ່າຍໆກໍຄື ເພື່ອໃຫ້ສອດຄອງກັບຍຸກສະໄໝ, ພຣະອົງຊົງຊ່ວຍຜູ້ຄົນ ແລະ ສະແດງສະຕິປັນຍາ ແລະ ລິດທານຸພາບຂອງພຣະອົງ. ເຊັ່ນດຽວກັນນີ້, ພາລະກິດໃນຍຸກສຸດທ້າຍແມ່ນບໍ່ໄດ້ຖືກກໍານົດລ່ວງໜ້າ ກ່ອນຍຸກແຫ່ງພຣະຄຸນ; ບໍ່ໄດ້ມີການກໍານົດມັນໄວ້ລ່ວງໜ້າຕາມລໍາດັບຄືສິ່ງດັ່ງກ່າວນີ້: ຢ່າງທໍາອິດ, ເຮັດໃຫ້ອຸປະນິໄສພາຍນອກຂອງມະນຸດປ່ຽນແປງ; ຢ່າງທີສອງ, ເຮັດໃຫ້ມະນຸດຮັບການລົງໂທດ ແລະ ການພິຈາລະນາຈາກພຣະອົງ; ຢ່າງທີສາມ, ເຮັດໃຫ້ມະນຸດປະສົບກັບການພິຈາລະນາໃຫ້ເຖິງແກ່ຄວາມຕາຍ; ຢ່າງທີສີ່, ເຮັດໃຫ້ມະນຸດປະສົບກັບເວລາຂອງຄວາມຮັກຈາກພຣະເຈົ້າ ແລະ ໃຫ້ສະແດງປະນິທານຂອງຜູ້ທີ່ຖືກສ້າງ; ຢ່າງທີຫ້າ, ເຮັດໃຫ້ມະນຸດແນມເຫັນພຣະປະສົງຂອງພຣະເຈົ້າ ແລະ ໃຫ້ຮູ້ຈັກພຣະເຈົ້າຢ່າງຄົບຖ້ວນ, ແລ້ວມະນຸດກໍຈະສົມບູນແບບ. ພຣະອົງບໍ່ໄດ້ວາງແຜນສິ່ງທັງໝົດເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ; ໃນທາງກົງກັນຂ້າມ, ພຣະອົງໄດ້ເລີ່ມຕົ້ນການວາງແຜນໃນຍຸກປັດຈຸບັນ. ຊາຕານກໍາລັງກະທຳພາລະກິດ ແລະ ພຣະເຈົ້າກໍເຊັ່ນກັນ. ຊາຕານສະແດງອຸປະນິໄສທີ່ເສື່ອມຊາມຂອງມັນ ໃນຂະນະທີ່ພຣະເຈົ້າເວົ້າໂດຍກົງ ແລະ ເປີດເຜີຍບາງສິ່ງທີ່ສໍາຄັນ. ນີ້ແມ່ນພາລະກິດທີ່ຖືກກະທໍາໃນມື້ນີ້ ແລະ ຫຼັກການຂອງການກະທໍາພາລະກິດຊະນິດດຽວກັນນີ້ແມ່ນຖືກນໍາໃຊ້ແຕ່ດົນນານ ພາຍຫຼັງໄດ້ມີການສ້າງໂລກ.

ທໍາອິດ ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາ ແລະ ພຣະອົງຍັງໄດ້ສ້າງງູ. ໃນບັນດາສັບພະສິ່ງທັງໝົດ, ງູມີພິດທີ່ສຸດ; ຮ່າງກາຍຂອງມັນມີພິດ ແລະ ຊາຕານໄດ້ໃຊ້ພິດນີ້ເພື່ອໃຊ້ປະໂຫຍດຈາກມັນ. ມັນແມ່ນງູທີ່ລໍ້ລວງໃຫ້ເອວາເຮັດບາບ. ອາດາມໄດ້ເຮັດບາບຫຼັງຈາກທີ່ເອອວາໄດ້ເຮັດ ແລະ ຫຼັງຈານນັ້ນ ທັງສອງຄົນກໍສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ຖ້າພຣະເຢໂຮວາຮູ້ວ່າ ງູຈະລໍ້ລວງເອວາ ແລະ ເອວາຈະລໍ້ລວງອາດາມ ແລ້ວເປັນຫຍັງພຣະອົງຈຶ່ງຈັດພວກເຂົາທັງໝົດຢູ່ໃນສວນ? ຖ້າຫາກວ່າ ພຣະອົງສາມາດສິ່ງເຫຼົ່ານີ້ໄດ້ບອກລ່ວງໜ້າ ແລ້ວເປັນຫຍັງພຣະອົງຈຶ່ງສ້າງງູ ແລະ ວາງໃຫ້ມັນຢູ່ໃນສວນເອເດນ? ເປັນຫຍັງສວນຂອງເອເດນຈຶ່ງມີໝາກໄມ້ຂອງຕົ້ນໄມ້ແຫ່ງຄວາມຮູ້ກ່ຽວກັບຄວາມດີ ແລະ ຄວາມຊົ່ວ? ພຣະອົງມີຈຸດປະສົງໃຫ້ພວກເຂົາກິນໝາກໄມ້ນັ້ນບໍ? ໃນເວລາທີ່ພຣະເຢໂຮວາມາ, ທັງອາດາມ ແລະ ເອວາບໍ່ກ້າປະເຊີນໜ້າກັບພຣະອົງ ແລະ ໃນເວລານີ້ເອງທີ່ພຣະເຢໂຮວາຮູ້ວ່າ ພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ກ່ຽວກັບຄວາມດີ ແລະ ຄວາມຊົ່ວໄປແລ້ວ ແລະ ຕົກເປັນເຫຍື່ອຂອງຄວາມຫຼອກລວງຂອງງູ. ໃນທີ່ສຸດ ພຣະອົງກໍໄດ້ສາບແຊ່ງງູ ແລະ ພຣະອົງໄດ້ສາບແຊ່ງອາດາມ ແລະ ເອວາ. ພຣະເຢໂຮວາບໍ່ຮູ້ຈັກວ່າ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້ເມື່ອໃດ. ມະນຸດໄດ້ກາຍເປັນຄົນເສື່ອມຊາມຈົນຮອດຂັ້ນຊົ່ວຮ້າຍ ແລະ ສຳຊ່ອນທາງເພດ, ເຖິງຈຸດທີ່ສິ່ງຕ່າງໆທີ່ພວກເຂົາເກັັບໄວ້ໃນຫົວໃຈຂອງພວກເຂົາແມ່ນລ້ວນແຕ່ຊົ່ວຮ້າຍ ແລະ ບໍ່ຊອບທໍາ; ພວກເຂົາທຸກຄົນສົກກະປົກ. ດັ່ງນັ້ນ, ພຣະເຢໂຮວາຈຶ່ງເສຍໃຈທີ່ໄດ້ສ້າງມະນຸດຊາດ. ຫຼັງຈາກນັ້ນ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງ ເພື່ອທໍາລາຍໂລກດ້ວຍການເຮັດໃຫ້ນ້ຳຖ້ວມ ເຊິ່ງໂນອາ ແລະ ລູກຊາຍຂອງລາວລອດຊີວິດມາໄດ້. ທີ່ຈິງແລ້ວ ບາງສິ່ງບາງຢ່າງກໍບໍ່ໄດ້ກ້າວໜ້າ ແລະ ເໜືອທໍາມະຊາດຕາມທີ່ຜູ້ຄົນອາດຈະຈິນຕະນາການ. ບາງຄົນຖາມວ່າ: “ໃນເມື່ອພຣະເຈົ້າຊົງຊາບວ່າ ເທວະທູດສະຫວັນຈະທໍລະຍົດພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ?” ສິ່ງເຫຼົ່ານີ້ແມ່ນຄວາມຈິງ: ໃນສະໄໝທີ່ຍັງບໍ່ມີແຜ່ນດິນໂລກ, ເທວະທູດຄືທູດສະຫວັນຂອງສະຫວັນທີ່ຍິ່ງໃຫຍ່. ມັນມີອໍານາດຄວບຄຸມທູດສະຫວັນໃນສະຫວັນທັງໝົດ; ນີ້ແມ່ນອໍານາດທີ່ພຣະເຈົ້າຊົງມອບໃຫ້ມັນ. ນອກຈາກພຣະເຈົ້າແລ້ວ, ມັນຄືຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທູດສະຫວັນຂອງສະຫວັນ. ເມື່ອຕໍ່ມາພຣະເຈົ້າຊົງສ້າງມະນຸດ, ເທວະທູດຈຶ່ງດໍາເນີນການທໍລະຍົດຕໍ່ພຣະເຈົ້າຢ່າງໃຫຍ່ຫຼວງເທິງແຜ່ນດິນໂລກ. ເຮົາເວົ້າວ່າ ມັນທໍລະຍົດພຣະເຈົ້າ ເພາະວ່າມັນຕ້ອງການຄຸ້ມຄອງມວນມະນຸດ ແລະ ຢູ່ເໜືອອໍານາດຂອງພຣະເຈົ້າ. ມັນເປັນເທວະທູດທີ່ລໍ້ລວງເອວາເຂົ້າສູ່ຄວາມບາບ; ມັນເຮັດແບບນັ້ນ ຍ້ອນມັນຕ້ອງການສ້າງອານາຈັກຂອງມັນເທິງແຜ່ນດິນໂລກ ແລະ ເຮັດໃຫ້ມ່ວວນມະນຸດທໍລະຍົດຕໍ່ພຣະເຈົ້າ ແລະ ມາເຊື່ອຟັງມັນແທນ. ມັນເຫັນວ່າ ມີຫຼາຍສິ່ງທີ່ເຊື່ອຟັງມັນ; ທູດສະຫວັນເຊື່ອຟັງມັນ ແລະ ຜູ້ຄົນໃນແຜ່ນດິນໂລກກໍເຊັ່ນກັນ. ຝູງນົກ, ສັດຮ້າຍ, ຕົ້ນໄມ້, ປ່າດົງ, ພູຜາ, ແມ່ນໍ້າ ແລະ ສັບພະສິ່ງທັງໝົດເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການດູແລຂອງມະນຸດ ເຊິ່ງນັ້ນກໍຄື ອາດາມ ແລະ ເອວາ ໃນຂະນະທີ່ອາດາມ ແລະ ເອວາໄດ້ເຊື່ອຟັງມັນ. ສະນັ້ນ, ເທວະທູດຈຶ່ງໃຝ່ຝັນຢາກຢູ່ເໜືອອໍານາດຂອງພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ. ຫຼັງຈາກນັ້ນ ມັນນໍາພາທູດສະຫວັນທັງຫຼາຍໃຫ້ທໍລະຍົດຕໍ່ພຣະເຈົ້າ ເຊິ່ງຕໍ່ມາກໍໄດ້ກາຍເປັນວິນຍານຕ່າງໆນາໆທີ່ບໍ່ບໍລິສຸດ. ການພັດທະນາຂອງມວນມະນຸດມາເຖິງທຸກວັນນີ້ບໍ່ແມ່ນເກີດຈາກຄວາມເສື່ອມຊາມຂອງເທວະທູດນັ້ນບໍ? ມວນມະນຸດເປັນດັ່ງທຸກມື້ນີ້ ກໍຍ້ອນເທວະທູດທໍລະຍົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ມະນຸດເສື່ອມຊາມ. ພະລະກິດເທື່ອລະຂັ້ນຕອນນີ້ ບໍ່ມີບ່ອນໃດທີ່ຈະໃກ້ຄຽງກັບທາງທິດສະດີ ແລະ ງ່າຍດາຍດັ່ງທີ່ຜູ້ຄົນຈິນຕະນາການ. ຊາຕານໄດ້ດຳເນີນການທໍລະຍົດຂອງມັນດ້ວຍເຫດຜົນ, ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈເລື່ອງງ່າຍໆດັ່ງກ່າວ. ເປັນຫຍັງພຣະເຈົ້າຈຶ່ງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງໝົດ, ແລະ ຍັງສ້າງຊາຕານອີກ? ເນື່ອງຈາກວ່າ ພຣະເຈົ້າຊັງຊາຕານຫຼາຍ ແລະ ຊາຕານແມ່ນສັດຕູຂອງພຣະອົງ, ເປັນຫຍັງພຣະອົງຈຶ່ງໄດ້ສ້າງຊາຕານ? ໂດຍການສ້າງຊາຕານ, ພຣະອົງບໍ່ໄດ້ສ້າງສັດຕູບໍ? ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ສ້າງສັດຕູ; ໃນທາງກົງກັນຂ້າມ, ພຣະອົງໄດ້ສ້າງທູດສະຫວັນ ແລະ ຕໍ່ມາ ທູດສະຫວັນໄດ້ທໍລະຍົດພຣະອົງ. ສະຖານະຂອງມັນແມ່ນຍິ່ງໃຫຍ່ຈົນ ມັນຕ້ອງການທີ່ຈະທໍລະຍົດຕໍພຣະເຈົ້າ. ອາດກ່າວໄດ້ວ່າ ນີ້ແມ່ນເຫດການບັງເອີນ ແຕ່ມັນເປັນແນວໂນ້ມທີ່ຫຼີກລ່ຽງບໍ່ໄດ້. ມັນຄືກັນກັບວ່າ ຄົນຕ້ອງຕາຍຢ່າງແນ່ນອນໃນເວລາໃດໜຶ່ງ; ສິ່ງຕ່າງໆໄດ້ພັດທະນາໄປສູ່ລະດັບໃດໜຶ່ງແລ້ວ. ມີບາງຄົນທີ່ໄຮ້ສາລະທີ່ເວົ້າວ່າ: “ໃນເມື່ອຊາຕານເປັນສັດຕູຂອງພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ? ພຣະອົງບໍຮູ້ບໍ່ວ່າເທວະທູດສະຫວັນຈະທໍລະຍົດພຣະອົງ? ພຣະອົງບໍ່ສາມາດເຫັນໄດ້ຈາກນິລັນດອນ ສູ່ນິລັນດອນບໍ? ພຣະອົງບໍ່ຮູ້ຈັກທຳມະຊາດຂອງມັນບໍ? ໃນເມື່ອພຣະອົງຮູ້ຢ່າງຊັດເຈນວ່າ ມັນຈະທໍລະຍົດພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງຕັ້ງໃຫ້ມັນເປັນເທວະທູດສະຫວັນ? ເຖິງແມ່ນວ່າ ຜູ້ຄົນຈະເມີນເສີຍຕໍ່ເລື່ອງການທໍລະຍົດຂອງມັນ, ມັນຍັງນໍາພາພວກທູດສະຫວັນຈໍານວນຫຼາຍ ແລະ ໄດ້ລົງມາສູ່ໂລກຂອງມະນຸດເພື່ອເຮັດໃຫ້ມະນຸດເສື່ອມຊາມ; ຈົນມາເຖິງມື້ນີ້, ພຣະອົງບໍ່ສາມາດປະຕິບັດຕາມແຜນການຄຸ້ມຄອງຫົກພັນປີຂອງພຣະອົງໃຫ້ສໍາເລັດ”. ມັນຖືກບໍ? ເຈົ້າບໍ່ໄດ້ນໍາເອົາບັນຫາທີ່ຫຼາຍກວ່າເກົ່າມາໃຫ້ຕົວເອງເກີນຄວາມຈໍາເປັນບໍ? ບາງຄົນຍັງເວົ້າວ່າ: “ຖ້າຊາຕານບໍ່ໄດ້ເຮັດໃຫ້ມວຍມະນຸດເສື່ອມຊາມຈົນຮອດຍຸກປະຈຸບັນ, ພຣະເຈົ້າກໍຈະບໍ່ໄດ້ຊ່ວຍມວນມະນຸດໄວ້ແບບນີ້. ໃນກໍລະນີນີ້, ສະຕິປັນຍາ ແລະ ແສງຍານຸພາບ ຂອງພຣະເຈົ້າຈະບໍ່ປາກົດໃຫ້ເຫັນ; ສະຕິປັນຍາຂອງພຣະອົງຈະປະກົດຢູ່ໃສ? ດັ່ງນັ້ນ, ພຣະເຈົ້າຈຶ່ງຊົງສ້າງເຜົ່າພັນມະນຸດໃຫ້ຊາຕານ; ໃນອະນາຄົດ ພຣະເຈົ້າຈະເປີດເຜີຍລິດທານຸພາບຂອງພຣະອົງ - ຖ້າບໍ່ດັ່ງນັ້ນ, ມະນຸດຈະຄົ້ນພົບພູມປັນຍາຂອງພຣະເຈົ້າໄດ້ແນວໃດ? ຖ້າຫາກວ່າມະນຸດບໍ່ໄດ້ຂັດຂືນພຣະອົງ ແລະ ກະທຳການຕໍ່ຕ້ານພຣະອົງ, ມັນກໍຈະບໍ່ຈໍາເປັນໃຫ້ການກະທໍາຂອງພຣະອົງປາກົດຕົນອອກມາ. ຖ້າສັບພະສິ່ງທັງໝົດນະມັດສະການການພຣະອົງ ແລະ ເຊື່ອຟັງພຣະອົງ, ພຣະອົງກໍຈະບໍ່ມີພາລະກິດຕ້ອງເຮັດ. “ນີ້ຍິ່ງເໜືອກວ່າຄວາມເປັນຈິງຂອງສິ່ງຕ່າງໆ ເພາະວ່າບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ສົກກະປົກ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງບໍ່ສາມາດສ້າງຄວາມສົກກະປົກ. ພຣະອົງເປີດເຜີຍການກະທໍາຂອງພຣະອົງໃນປັດຈຸບັນພຽງເພື່ອເອົາຊະນະຍສັດຕູຂອງພຣະອົງ, ເພື່ອຊ່ວຍມະນຸດຊາດ ຜູ້ທີ່ພຣະອົງໄດ້ສ້າງຂຶ້ນມາ, ເພື່ອເອົາຊະນະພວກຜີປີສາດ ແລະ ຊາຕານ ທີ່ກຽດຊັງພຣະອົງ, ທໍລະຍົດພຣະອົງ ແລະ ຕໍ່ຕ້ານພຣະອົງ, ເຊິ່ງຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ເປັນຂອງພຣະອົງ ຕັ້ງແຕ່ເລີ່ມຕົ້ນ; ພຣະອົງຕ້ອງການທີ່ຈະເອົາຊະນະພວກຜີປີສາດເຫຼົ່ນີ້ ແລະ ໃນການກະທຳເຊັ່ນນັ້ນກໍໄດ້ເປີດເຜີຍລິດທານຸພາບຂອງພຣະອົງຕໍ່ທຸກສິ່ງທັງປວງ. ມວນມະນຸດ ແລະ ທຸກສັບພະສິ່ງເທິງແຜ່ນດິນໂລກໃນປັດຈຸບັນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ. ພຣະເຈົ້າຕ້ອງການເປີດເຜີຍການກະທໍາຂອງພຣະອົງຕໍ່ທຸກສັບພະສິ່ງ ເພື່ອວ່າຜູ້ຄົນຈະໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນຈະເອົາຊະນະຊາຕານ ແລະ ທໍາລາຍສັດຕຸູຂອງພຣະອົງໃຫ້ໝົດສິ້ນ. ພາລະກິດທັງໝົດນີ້ຈະສໍາເລັດໂດຍຜ່ານການເປີດເຜີຍການກະທໍາຂອງພຣະອົງ. ສິ່ງທີ່ມີຊີວິດທັງໝົດຂອງພຣະອົງແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ດ້ວຍເຫດນັ້ນ ພຣະອົງຈຶ້ງຕ້ອງການເປີດເຜີຍລິດທານຸພາບອັນສູງສຸດຂອງພຣະອົງໃຫ້ພວກເຂົາເຫັນ ເພື່ອເອົາຊະນະຊາຕານ. ຖ້າບໍ່ມີຊາຕານ ພຣະອົງຈະບໍ່ຈໍາເປັນຕ້ອງເປີດເຜີຍການກະທໍາຂອງພຣະອົງ. ຖ້າບໍ່ແມ່ນຍ້ອນການກໍ່ກວນຂອງຊາຕານ, ພຣະອົງຈະສ້າງມວນມະນຸດ ແລະ ນໍາພາພວກເຂົາໃຫ້ໃຊ້ຊີວິດຢູ່ໃນສວນຂອງເອເດນ. ດ້ວຍເຫດໃດພຣະອົງຈຶ່ງບໍ່ເຄີຍເປີດເຜີຍການກະທໍາຂອງພຣະອົງທັງໝົດໃຫ້ພວກທູດສະຫວັນ ຫຼື ເທວະທູດກ່ອນການທໍລະຍົດຂອງຊາຕານ? ຖ້າພວກທູດສະຫວັນ ແລະ ເທວະທູດໄດ້ຮູ້ຈັກພຣະອົງ ແລະ ເຊື່ອຟັງພຣະອົງແຕ່ເບື້ອງຕົ້ນ, ພຣະອົງກໍຈະບໍ່ໄດ້ດໍາເນີນພາລະກິດທີ່ບໍ່ມີຄວາມໝາຍເຫຼົ່ານີ້. ຍ້ອນການມີຕົວຕົນຂອງຊາຕານ ແລະ ພວກມານຮ້າຍ, ຜູ້ຄົນຈຶ່ງຕໍ່ຕ້ານພຣະອົງ ແລະ ເຕັມໄປດ້ວຍຈິດໃຈອັນຊົ່ວຮ້າຍ ແລະ ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງການເປີດເຜີຍການກະທໍາຂອງພຣະອົງ. ເນື່ອງຈາກພຣະອົງຕ້ອງການເຮັດສົງຄາມກັບຊາຕານ, ພຣະອົງຈຶ່ງຕ້ອງໃຊ້ອໍານາດຂອງພຣະອົງເອງເພື່ອປາບປາມຊາຕານ ແລະ ນໍາໃຊ້ການກະທໍາຂອງພຣະອົງເພື່ອເອົາຊະນະຊາຕານ; ດ້ວຍວິທີນີ້, ພາລະກິດແຫ່ງການໄຖ່ບາບຂອງພຣະອົງທີ່ພຣະອົງປະຕິບັດຕໍ່ມວນມະນຸດຈະເຮັດໃຫ້ຜູ້ຄົນເຫັນສະຕິປັນຍາ ແລະ ລິດທານຸພາບອັນສູງສຸດຂອງພຣະອົງ. ພາລະກິດທີ່ພຣະເຈົ້າກະທຳໃນມື້ນີ້ມີຄວາມໝາຍ ແລະ ບໍ່ມີລັກສະນະຄ້າຍຄືກັບທີ່ຄົນບາງຄົນເວົ້າວ່າ: “ພາລະກິດທີ່ພຣະອົງເຮັດບໍ່ໄດ້ຂັດແຍ່ງກັນບໍ? ການກະທຳພາລະກິດຢ່າງຕໍ່ເນື່ອງແບບນີ້ຈະບໍ່ເປັນພຽງແຕ່ການສ້າງບັນຫາໃຫ້ຕົວພຣະອົງເອງບໍ? ພຣະອົງສ້າງຊາຕານ ແລ້ວປ່ອຍໃຫ້ມັນທໍລະຍົດພຣະອົງ ແລະ ຕໍ່ຕ້ານພຣະອົງ. ພຣະອົງສ້າງມວນມະນຸດ ແລະ ຫຼັງຈາກນັ້ນໄດ້ມອບໃຫ້ກັບຊາຕານ ແລະ ພຣະອົງອະນຸຍາດໃຫ້ອາດາມ ແລະ ເອວາຖືກລໍ້ລວງ. ໃນເມື່ອພຣະອົງໄດ້ເຮັດສິ່ງທັງຫມົດເຫຼົ່ານີ້ໂດຍເຈດຕະນາ, ເປັນຫຍັງພຣະອົງຈຶ່ງກຽດຊັງມວນມະນຸດ? ເປັນຫຍັງພຣະອົງຄືບໍ່ກຽດຊັງຊາຕານ? ສິ່ງເຫຼົ່ານີ້ບໍ່ແມ່ນຜົນການສ້າງຂຶ້ນມາຂອງພຣະອົງເອງບໍ? ມີສິ່ງໃດແດ່ທີ່ເຮັດໃຫ້ພຣະອົງກຽດຊັງ?” ຄົນທີ່ໂງ່ເຂົາຫຼາຍຈະເວົ້າແບບນັ້ນ. ພວກເຂົາຕ້ອງການທີ່ຈະຮັກພະເຈົ້າ, ແຕ່ໃນຫົວໃຈຂອງພວກເຂົາພັດຈົ່ມໃຫ້ພຣະເຈົ້າ ເຊິ່ງຂັດແຍ່ງກັນແທ້ໆ! ເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າມີຄວາມຄິດເໜືອທຳມະຊາດຫຼາຍເກີນໄປ ແລະ ເຈົ້າຍັງໄດ້ອ້າງວ່າ ນີ້ແມ່ນຄວາມຜິດພາດຂອງພຣະເຈົ້າ - ເຈົ້າຊ່າງໂງ່ເຂົາເບົາປັນຍາແທ້! ມັນແມ່ນເຈົ້າທີ່ເປັນຜູ້ທີ່ບິດເບືອນຄວາມຈິງ; ມັນບໍ່ແມ່ນຄວາມຜິດພາດຂອງພຣະເຈົ້າ! ບາງຄົນຈະຈົ່ມແລ້ວຈົ່ມອີກວ່າ: “ມັນແມ່ນພຣະອົງທີ່ເປັນຜູ້ສ້າງຊາຕານ ແລະ ພຣະອົງເປັນຜູ້ທີ່ໂຍນຊາຕານມາສູ່ໂລກຂອງມະນຸດ ແລະ ໄດ້ມອບມະນຸດໃຫ້ກັບມັນ. ມະນຸດຊາດມີອຸປະນິໄສຄືດັ່ງກັບຊາຕານ; ແທນທີ່ຈະໃຫ້ອະໄພພວກເຂົາ, ພຣະອົງພັດກຽດຊັງພວກເຂົາໃນລະດັບໜຶ່ງ. ຕອນທໍາອິດ ພຣະອົງຮັກມະນຸດຊາດໃນລະດັບໜຶ່ງ ແລະ ປະຈຸບັນພຣະອົງແມ່ນກຽດຊັງມະນຸດຊາດ. ແມ່ນພຣະອົງທີ່ເປັນຜູ້ທີ່ກຽດຊັງ ແລະ ຮັກມະນຸດຊາດ - ຄໍາອະທິບາຍສຳລັບເລື່ອງນີ້ແມ່ນຫຍັງ? ນີ້ບໍ່ຂັດແຍ່ງກັນບໍ?” ບໍ່ວ່າພວກເຈົ້າຈະເບິ່ງມັນແນວໃດ, ນີ້ແມ່ນສິ່ງທີ່ເກີດຂຶ້ນໃນສະຫວັນ; ທູດສະຫວັນໄດ້ທໍລະຍົດພຣະເຈົ້າດ້ວຍວິທີນີ້ ແລະ ມວນມະນຸດຖືກເຮັດໃຫ້ເສື່ອມຊາມດ້ວຍວີທີນີ້ ແລະ ໄດ້ດຳເນີນຕໍ່ມາຈົນເຖິງທຸກວັນນີ້ໃນລັກສະນະດັ່ງກ່າວນີ້. ບໍ່ວ່າພວກເຈົ້າຈະເຮັດໃຫ້ມັນເປັນວະລີ ແຕ່ນີ້ກໍແມ່ນເລື່ອງລາວທັງໝົດ. ຢ່າງໃດກໍຕາມ, ພວກເຈົ້າຕ້ອງເຂົ້າໃຈວ່າ ພຣະເຈົ້າກະທຳພາລະກິດໃນມື້ນີ້ ເພື່ອຊ່ວຍພວກເຈົ້າ ແລະ ເພື່ອເອົາຊະນະຊາຕານ.

ເນື່ອງຈາກວ່າ ທູດສະຫວັນ ມີຄວາມອ່ອນແອ ແລະ ບໍ່ມີຄວາມສາມາດໃດໆ, ພວກເຂົາຈຶ່ງຫຍິ່ງຍະໂສ ເມື່ອໄດ້ຮັບສິດອໍານາດ, ໂດຍສະເພາະແມ່ນເທວະທູດສະຫວັນ ຜູ້ຊຶ່ງມີສະຖານະພາບສູງກວ່າທູດສະຫວັນອື່ນໆ. ເທວະທູດສະຫວັນແມ່ນພຣະລາຊາຂອງທູດສະຫວັນທັງໝົດ. ພາຍໃຕ້ພຣະເຢໂຮວາ, ມັນນຳພາທູດສະຫວັນຈໍານວນຫຼາຍລ້ານ ແລະ ອໍານາດຂອງມັນແມ່ນເໜືອກວ່າທູດສະຫວັນອື່ນ. ມັນຕ້ອງການເຮັດສິ່ງນີ້ ແລະ ສິ່ງນັ້ນ ແລະ ນໍາພາພວກທູດສະຫວັນໄປສູ່ໂລກຂອງມະນຸດ ເພື່ອບໍລິຫານໂລກ. ພຣະເຈົ້າໄດ້ກ່າວວ່າ ພຣະອົງປົກຄອງຈັກກະວານ; ເທວະທູດສະຫວັນກ່າວວ່າ ຈັກກະວານແມ່ນຢູ່ພາຍໃຕ້ການບໍລິຫານຂອງຕົນ ແລະ ສະນັ້ນ ມັນຈຶ່ງໄດ້ທໍລະຍົດຕໍ່ພຣະເຈົ້າ. ໃນສະຫວັນ, ພຣະເຈົ້າໄດ້ສ້າງໂລກອີກໃບ. ເທວະທູດສະຫວັນຕ້ອງການບໍລິການໂລກນີ້ ແລະ ຍັງຢາກລົງມາສູ່ອານາຈັກຂອງມະນຸດ. ພຣະເຈົ້າຈະອະນຸຍາດໃຫ້ມັນເຮັດແບບນີ້ໄດ້ບໍ? ດັ່ງນັ້ນ, ພຣະອົງໄດ້ຟາດມັນລົງ ແລະ ຂຶ້ນໄປໃນອາກາດ. ນັບແຕ່ມັນໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະເຈົ້າໄດ້ເຮັດສົງຄາມກັບມັນເພື່ອຊ່ວຍມະນຸດຊາດ; ພຣະອົງໄດ້ໃຊ້ເວລາຫົກພັນປີເພື່ອເອົາຊະນະມັນ. ແນວຄວາມຄິດຂອງພວກເຈົ້າກ່ຽວກັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນບໍ່ແທດເໝາະກັບພາລະກິດທີ່ພຣະເຈົ້າດຳເນີນໃນປັດຈຸບັນ; ມັນໃຊ້ບໍ່ໄດ້ໃນທາງປະຕິບັດ ແລະ ໄຮ້ສາລະຫຼາຍ! ທີ່ຈິງແລ້ວ, ພຣະເຈົ້າໄດ້ປະກາດວ່າ ເທວະທູດສະຫວັນແມ່ນສັດຕູຂອງພຣະອົງຫຼັງຈາກມັນໄດ້ທໍລະຍົດພຣະອົງ. ມັນເປັນພຽງເພາະການທໍລະຍົດຂອງມັນ ທີ່ມັນໄດ້ຢຽບຢໍ່າມະນຸດຊາດ ຫຼັງຈາກມາຮອດໂລກຂອງມະນຸດ ແລະ ຍ້ອນເຫດຜົນດັ່ງກ່າວ ມະນຸດຈຶ່ງໄດ້ພັດທະນາມາສູ່ຂັ້ນຕອນນີ້. ຍ້ອນແນວນັ້ນ, ພຣະເຈົ້າໄດ້ປະຕິຍານກັບຊາຕານວ່າ: “ເຮົາຈະເອົາຊະນະເຈົ້າ ແລະ ຊ່ວຍມະນຸດຊາດ ເຊິ່ງເປັນສິ່ງທີ່ເຮົາຊົງສ້າງ.” ຊາຕານບໍ່ມີຄວາມໝັ້ນໃຈໃນເບື້ອງຕົ້ນ ແລະ ໄດ້ກ່າວວ່າ, “ພຣະອົງສາມາດເຮັດຫຍັງກັບເຮົາໄດ້? ພຣະອົງສາມາດຕີເຮົາຂຶ້ນໄປໃນອາກາດໄດ້ແທ້ບໍ? ພຣະອົງສາມາດເອົາຊະນະເຮົາໄດ້ແທ້ບໍ?” ຫຼັງຈາກທີ່ພຣະເຈົ້າໄດ້ຕີມັນຂຶ້ນໄປໃນອາກາດ, ພຣະອົງກໍບໍ່ໄດ້ໃຫ້ຄວາມສົນໃຈກັບມັນອີກ ແລະ ຫຼັງຈາກນັ້ນພຣະອົງໄດ້ເລີ່ມຕົ້ນຊ່ວຍມະນຸດ ແລະ ເຮັດພາລະກິດຂອງພຣະອົງເອງ ເຖິງແມ່ນວ່າ ຊາຕານຈະກໍ່ກວນຢ່າງຕໍ່ເນື່ອງກໍຕາມ. ສິ່ງທີ່ຊາຕານສາມາດເຮັດໄດ້ແມ່ນຍ້ອນພະລັງທີ່ພຣະເຈົ້າໄດ້ມອບໃຫ້ມັນ; ມັນໄດ້ນຳເອົາສິ່ງເຫຼົ່ານີ້ຂຶ້ນໄປໃນອາກາດກັບມັນ ແລະ ຍັງເກັບຮັກສາສິ່ງເຫຼົ່ານີ້ຈົນເຖິງມື້ນີ້. ພຣະເຈົ້າໄດ້ຕີມັນຂຶ້ນໄປໃນອາກາດ ແຕ່ບໍ່ໄດ້ເອົາອໍານາດຄືນກັບມາຈາກມັນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຍັງສືບຕໍ່ເຮັດໃຫ້ມະນຸດເສື່ອມຊາມ. ໃນອີກດ້ານໜຶ່ງ, ພຣະເຈົ້າໄດ້ເລີ່ມຕົ້ນການຊ່ວຍເຫຼືອມະນຸດ ທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມຫຼັງຈາກທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາຂອງພຣະອົງໃນຂະນະທີ່ຢູ່ໃນສະຫວັນ; ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະສ້າງແຜ່ນດິນໂລກ, ພຣະອົງໄດ້ອະນຸຍາດໃຫ້ປະຊາຊົນໃນໂລກທີ່ພຣະອົງສ້າງຢູ່ໃນສະຫວັນໃຫ້ເຫັນການກະທໍາຂອງພຣະອົງ ແລະ ດັ່ງນັ້ນ ຈຶ່ງໄດ້ນໍາພາຜູ້ຄົນທີ່ຢູ່ສະຫວັນ. ພຣະອົງໄດ້ໃຫ້ປັນຍາ ແລະ ຄວາມສະຫຼາດແກ່ພວກເຂົາ ແລະ ນໍາພາຜູ້ຄົນເຫຼົ່ານັ້ນມາອາໄສຢູ່ໃນໂລກນັ້ນ. ໂດຍທຳມະຊາດແລ້ວ, ບໍ່ມີໃຜໃນໝູ່ພວກເຈົ້າເຄີຍໄດ້ຍິນເລື່ອງນີ້ມາກ່ອນ. ຕໍ່ມາ, ຫຼັງຈາກພຣະເຈົ້າໄດ້ສ້າງມະນຸດຊາດ, ເທວະທູດສະຫວັນໄດ້ເລີ່ມເຮັດໃຫ້ມະນຸດເສື່ອມຊາມ; ເທິງແຜ່ນດິນໂລກ, ມວນມະນຸດທັງໝົດແມ່ນຢູ່ໃນສະພາບສັບສົນວຸ້ນວາຍ. ມັນແມ່ນເວລານີ້ເທົ່ານັ້ນ ທີ່ພຣະອົງໄດ້ເລີ່ມສົງຄາມກັບຊາຕານ ແລະ ມັນແມ່ນເວລານີ້ເທົ່ານັ້ນ ທີ່ຜູ້ຄົນເຫັນການກະທໍາຂອງພຣະອົງ. ທໍາອິດ, ການກະທໍາຂອງພຣະອົງໄດ້ຖືກປິດບັງຈາກມະນຸດ. ຫຼັງຈາກຊາຕານໄດ້ຖືກຕີຂຶ້ນໄປໃນອາກາດແລ້ວ, ມັນໄດ້ເອົາໃຈໃສ່ໃນເລື່ອງຂອງມັນ ແລະ ພຣະເຈົ້າໄດ້ເອົາໃຈໃສ່ຕໍ່ພະລະກິດຂອງພຣະອົງເອງ ໂດຍຕໍ່ສູ້ສົງຄາມຕໍ່ກັບມັນຢ່າງຕໍ່ເນື່ອງຈົນເຖິງຍຸກສຸດທ້າຍ. ຕອນນີ້ແມ່ນເວລາທີ່ຊາຕານຄວນຖືກທໍາລາຍ. ໃນຕອນເລີ່ມຕົ້ນ, ພຣະເຈົ້າໄດ້ໃຫ້ອໍານາດແກ່ມັນ ແລະ ຫຼັງຈາກນັ້ນ ພຣະເຈົ້າໄດ້ຕີມັນຂຶ້ນໄປໃນອາກາດ ແຕ່ມັນກໍບໍ່ເຊື່ອຟັງ. ຫຼັງຈາກນັ້ນ, ເທິງແຜ່ນດິນໂລກ, ມັນໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມ ແຕ່ພຣະເຈົ້າແມ່ນຢູ່ເທິງແຜ່ນດິນໂລກ ເພື່ອຄຸ້ມຄອງມະນຸດຊາດ. ພຣະເຈົ້າໃຊ້ການຄຸ້ມຄອງຜູ້ຄົນຂອງພຣະອົງເພື່ອເອົາຊະນະຊາຕານ. ຊາຕານນຳພາຊະຕາກຳຂອງຜູ້ຄົນໄປສູ່ຈຸດຈົບ ແລະ ກໍ່ກວນພາລະກິດຂອງພຣະເຈົ້າ ໂດຍການເຮັດໃຫ້ຜູ້ຄົນເສື່ອມຊາມ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າພັດເປັນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໝາຍຄວາມວ່າເປັນການຊ່ວຍມະນຸດຊາດ? ຂັ້ນຕອນໃດບໍ່ໄດ້ໝາຍຄວາມວ່າ ເປັນການຊໍາລະລ້າງຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະທີ່ສ້າງພາບພົດທີ່ສາມາດເປັນທີ່ຮັກໄດ້? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນຢູ່ແລ້ວ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີເທົ່າໃດກໍຕາມ, ອໍານາດຂອງມັນແມ່ນໄດ້ຮັບມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາຂອງພຣະອົງຈັກຢ່າງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນນ້ອຍໆໃຫ້ຊາຕານ ເພື່ອໃຫ້ມັນຄວບຄຸມທູດສະຫວັນ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນຍັງມີຂໍ້ຈຳກັດຢູ່. ໃນຄະນະທີ່ພຣະເຈົ້າເຮັດພາລະກິດ, ຊາຕານໄດ້ກໍ່ກວນ. ໃນຍຸກສຸດທ້າຍ, ມັນຈະກໍ່ກວນໃຫ້ສໍາເລັດ; ໃນທາງດຽວກັນ, ພາລະກິດຂອງພຣະເຈົ້າຈະສໍາເລັດ ແລະ ປະເພດຂອງບຸກຄົນທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປທາງບວກ; ຊີວິດຂອງພຣະອົງແມ່ນນ້ຳທີ່ມີຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ຈໍາກັດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ໃນທີ່ສຸດ, ນ້ຳທີ່ມີຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ ແລະ ດໍາເນີນວຽກງານຂອງມັນ. ດັ່ງນັ້ນ, ພຣະເຈົ້າຈະຮັບເອົາຜູ້ຄົນເຫຼົ່ານີ້ທຸກຄົນຢ່າງສົມບູນ. ຊາຕານຍັງປະຕິເສດທີ່ຈະຍອມຮັບສິ່ງນີ້ໃນປັດຈຸບັນ; ມັນຍັງສືບຕໍ່ຕັ້ງຕົນເອງເປັນປໍລະປັກກັບພຣະເຈົ້າ ແຕ່ພຣະເຈົ້າບໍສົນໃຈກັບມັນ. ພຣະອົງໄດ້ກ່າວວ່າ ເຮົາຈະມີໄຊຊະນະເໜືອອໍານາດມືດ ແລະ ອິດທິພົນມືດທັງໝົດທີ່ເປັນຂອງຊາຕານ. ນີ້ແມ່ນພາລະກິດທີ່ຕ້ອງໄດ້ປະຕິບັດໃນເນື້ອໜັງໃນຕອນນີ້ ແລະ ມັນກໍຍັງໝາຍເຖິງການບັງເກີດເປັນມະນຸດນຳອີກ. ມັນແມ່ນເພື່ອເຮັດສໍາເລັດຂັ້ນຕອນຂອງພາລະກິດໃນການເອົາຊະນະຊາຕານໃນຍຸກສຸດທ້າຍ ເພື່ອທໍາລາຍລ້າງທຸກສິ່ງທີ່ເປັນຂອງຊາຕານ. ໄຊຊະນະຂອງພຣະເຈົ້າເໜືອຊາຕານແມ່ນທິດທາງທີ່ຫຼີກລ່ຽງບໍ່ໄດ້! ຄວາມຈິງແລ້ວ ຊາຕານໄດ້ລົ້ມເຫຼວມາດົນແລ້ວ. ເມື່ອພຣະກິດຕິຄຸນໄດ້ແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງມັງກອນແດງທີ່ຍິ່ງໃຫຍ່, ນັ້ນແມ່ນເວລາທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນເຮັດພາລະກິດ ແລະ ພາລະກິດດັ່ງກ່າວນີ້ກໍໄດ້ເຄື່ອນໄຫວ ແລະ ຊາຕານໄດ້ຖືກປາບປາມຢ່າງຮາບຄາບ ຍ້ອນການບັງເກີດເປັນມະນຸດແມ່ນເພື່ອປາບປາມຊາຕານ. ຊາຕານໄດ້ເຫັນວ່າພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ ແລະ ມັນເຫັນວ່າບໍ່ມີອຳນາດໃດຈະຢຸດຢັ້ງພາລະກິດນັ້ນໄດ້. ເພາະສະນັ້ນ, ມັນຈຶ່ງໄດ້ຕົກສະເຫງີ້ເມື່ອໄດ້ເຫັນພາລະກິດດັ່ງກ່າວ ແລະ ບໍ່ກ້າທີ່ຈະເຮັດອິຫຍັງອີກຕໍ່ໄປ. ໃນເບື້ອງຕົ້ນຊາຕານຄິດວ່າມັນກໍມີປັນຍາຢ່າງຫຼວງຫຼາຍ ແລະ ມັນຂັດຂວາງ ແລະ ກໍ່ກວນພາລະກິດຂອງພຣະເຈົ້າ; ຢ່າງໃດກໍຕາມ, ມັນຄາດບໍ່ເຖິງວ່າພຣະເຈົ້າໄດ້ກາຍເປັນເໜືອໜັງອີກເທື່ອຫນຶ່ງ ແລະ ໃນພາລະກິດຂອງພຣະອົງ, ພຣະເຈົ້າໄດ້ໃຊ້ການຕໍ່ຕ້ານຂອງມັນ ເພື່ອເປັນການເປີດເຜີຍ ແລະ ການຕັດສິນມະນຸດຊາດ ແລະ ດ້ວຍວິທີນັ້ນກໍໄດ້ປົກຄອງມະນຸດຊາດ ແລະ ເອົາຊະນະມັນ. ພຣະເຈົ້າຊົງສະຫຼາດກວ່າມັນ ແລະ ພາລະກິດຂອງພຣະອົງແມ່ນເໜືອກວ່າມັນຫຼາຍ. ເພາະສະນັ້ນ, ເຮົາຕຶ່ງໄດ້ກ່າວສິ່ງຕໍ່ໄປນີ້: ພາລະກິດທີ່ເຮົາປະຕິບັດແມ່ນເພື່ອຕອບໂຕ້ກົນລວງຂອງຊາຕານ. ໃນທີ່ສຸດ ເຮົາຈະເປີດເຜີຍລິດທານຸພາບສູງສຸດຂອງເຮົາ ແລະ ຄວາມບໍ່ມີອຳນາດຂອງຊາຕານ. ເມື່ອພຣະເຈົ້າກະທຳພາລະກິດຂອງພຣະອົງ, ຊາຕານຈະນຳຫຼັງພຣະອົງ, ຈົນກ່ວາໃນທີ່ສຸດມັນໄດ້ຖືກທໍາລາຍ - ມັນຈະບໍ່ຮູ້ດ້ວຍຊ້ຳວ່າ ແມ່ນຫຍັງກະທົບໃສ່ມັນ! ມັນຈະຮັບຮູ້ຄວາມຈິງໃນເມື່ອທີ່ມັນໄດ້ຖືກທຸບຕີ ແລະ ບົດຂະຫຍ່ຳເທົ່ານັ້ນ; ໃນເວລານັ້ນ ມັນຈະຖືກເຜົາຈົນໄໝ້ຢູ່ໃນທະເລສາບແຫ່ງແປວໄຟ. ມັນຍັງຊິບໍ່ເຊື່ອຢ່າງເຕັມທີ່ບໍ? ຍ້ອນວ່າມັນບໍ່ມີແຜນການເຫຼືອໃຫ້ນຳໃຊ້ອີກແລ້ວ!

ມັນແມ່ນພາລະກິດຈິງທີ່ມີຂັ້ນຕອນແບບນີ້ທີ່ເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມໂສກເສົ້າຕໍ່ມະນຸດ ເຊິ່ງເຮັດໃຫ້ສົງຄາມຂອງພຣະອົງກັບຊາຕານໃຊ້ເວລາທັງຫມົດ 6,000 ປີ. ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ກ່າວວ່າ: “ເຮົາຈະບໍ່ສ້າງມະນຸດຊາດອີກ, ເຮົາຈະບໍ່ມອບອໍານາດໃຫ້ທູດສະຫວັນອີກ.” ຫຼັງຈາກນັ້ນ, ເມື່ອທູດສະຫວັນມາເຮັດວຽກຢູ່ເທິງແຜ່ນດິນໂລກ, ພວກເຂົາພຽງແຕ່ຕິດຕາມພຣະເຈົ້າເພື່ອເຮັດພາລະກິດບາງຢ່າງ. ພຣະອົງບໍ່ເຄີຍໃຫ້ອໍານາດແກ່ທູດສະຫວັນ. ທູດສະຫວັນທີ່ຊາວອິດສະຣາແອນເຫັນເຮັດວຽກຂອງພວກເຂົາເຈົ້າໄດ້ແນວໃດ? ພວກເຂົາໄດ້ເປີດເຜີຍຕົວເອງໃນຄວາມຝັນ ແລະ ຖ່າຍທອດຄໍາເວົ້າຂອງພຣະເຢໂຮວາ. ໃນເວລາທີ່ພຣະເຢຊູໄດ້ຟື້ນຄືນຊີວິດສາມມື້ຫຼັງຈາກທີ່ຖືກຄຶງ, ມັນແມ່ນທູດສະຫວັນທີ່ຍູ້ໂງ່ນຫີນອອກໄປທາງຂ້າງ; ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດພາລະກິດນີ້ດ້ວຍຕົວເອງ. ມີແຕ່ທູດສະຫວັນທີ່ເຮັດວຽກແບບນີ້; ພວກເຂົາມີບົດບາດສະໜັບສະໜູນ ແລະ ບໍ່ມີອໍານາດ ເພາະວ່າພຣະເຈົ້າຈະບໍ່ມອບອຳນາດໃຫ້ພວກເຂົາ. ຫຼັງຈາກໄດ້ເຮັດພາລະກິດເປັນເວລາອັນສົມຄວນ, ຜູ້ຄົນທີ່ພະເຈົ້າໃຊ້ຢູ່ເທິງແຜ່ນດິນໂລກກໍໄດ້ເຮັດທໍາທ່າເອົາຕຳແໜ່ງຂອງພະເຈົ້າ ແລະ ກ່າວວ່າ: "ຂ້ອຍຕ້ອງການຢູ່ເໜືອກວ່າຈັກກະວານ! ຂ້ອຍຕ້ອງການຢືນຢູ່ໃນສະຫວັນຊັ້ນທີສາມ! ພວກເຮົາຕ້ອງການປົກຄອງດ້ວຍອໍານາດສູງສຸດ!” ພວກເຂົາຈະກາຍເປັນຄົນອວດດີຫຼັງຈາກເຮັດວຽກມາໄດ້ຫຼາຍໆມື້; ພວກເຂົາຕ້ອງການອໍານາດສູງສຸດໃນແຜ່ນດິນໂລກ, ພວກເຂົາຕ້ອງການສ້າງອີກປະເທດໜຶ່ງ, ພວກເຂົາຕ້ອງການສັບພະສິ່ງທັງໝົດໃຫ້ຢູ່ພາຍໃຕ້ພື້ນຕີນຂອງພວກເຂົາ ແລະ ຕ້ອງການຢືນຢູ່ໃນສະຫວັນຊັ້ັນທີສາມ. ເຈົ້າບໍ່ຮູ້ວ່າເຈົ້າເປັນພຽງມະນຸດທີ່ພຣະເຈົ້າໃຊ້ບໍ? ເຈົ້າຈະສາມາດຂຶ້ນສະຫວັນຊັ້ນທີສາມໄດ້ແນວໃດ? ພຣະເຈົ້າມາສູ່ໂລກເພື່ອເຮັດພາລະກິດຢ່າງງຽບໆ ແລະ ໂດຍບໍ່ໄດ້ປ່າວປະກາດ ແລະ ຈາກໄປໄປຫຼັງຈາກທີ່ເຮັດພາລະກິດສຳເລັດຢ່າງງຽບໆ. ພຣະອົງບໍ່ເຄີຍປ່າວປະກາດຄືດັ່ງທີ່ມະນຸດເຮັດ, ແຕ່ໃນທາງກົງກັນຂ້າມຈະປະຕິບັດພາລະກິດຂອງພຣະອົງໂດຍມີຄວາມຈິງ. ພຣະອົງບໍ່ໄດ້ເຂົ້າໄປໃນຄຣິດຕະຈັກ ແລະ ປ່າວປະກາດວ່າ "ເຮົາຈະກວາດລ້າງພວກເຈົ້າທຸກຄົງ! ເຮົາຈະສາບແຊ່ງ ແລະ ລົງໂທດພວກເຈົ້າ!” ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ ແລ້ວຈາກໄປເມື່ອພຣະອົງເຮັດສຳເລັດ. ຜູ້ສອນສາສະໜາທີ່ປິ່ນປົວຄົນເຈັບປ່ວຍ ແລະ ຂັບໄລ່ພວກຜີປີສາດ, ສັ່ງສອນຜູ້ອື່ນດ້ວຍການເທດສະໜາ, ກ່າວປາໄສອັນຍືດຍາວ ແລະ ແບບນ້ຳຖ້ວມທົ່ງ ແລະ ສົນທະນາກ່ຽວກັບເລື່ອງທີ່ບໍ່ມີຄວາມເປັນຈິງ ແມ່ນມີຄວາມອວດດີໃນສ່ວນທີ່ສໍາຄັນຈົນຮອດໂຕຕໍ່ຫຼັກການ! ພວກເຂົາເປັນເຊື້ອສາຍຂອງເທວະທູດ!

ຫຼັງຈາກປະຕິບັດພາລະກິດ 6,000 ປີຂອງພຣະອົງຈົນມາເຖິງປະຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍຫຼັກໆແລ້ວແມ່ນເພື່ອເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ພ້ອມກັບທຸກສິ່ງທຸກຢ່າງທີ່ເກີດຈາກການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກ ເພື່ອໃຫ້ໄດ້ເຫັນລິດທານຸພາບສູງສຸດຂອງພະເຈົ້າ ແລະ ໃຫ້ເຫັນທຸກໆການກະທໍາຂອງພະເຈົ້າ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກໆການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລ ໄດ້ນໍາເອົາຄວາມສະຫງ່າງາມມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກໆການກະທໍາຂອງພຣະອົງ ແລະ ຮ້ອງຊື່ອັນສັກສິດຂອງພຣະອົງ. ນີ້ເປັນຂໍ້ພິສູດເຖິງໄຊຊະນະຂອງພຣະອົງທີ່ມີເໜືອຊາຕານ; ເປັນຫຼັກຖານຊີ້ບອກການເອົາຊະນະຊາຕານຂອງພຣະອົງ; ສິ່ງທີ່ສໍາຄັນກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການໄຖ່ບາບຂອງພຣະອົງທີ່ມີໃຫ້ມະນຸດຊາດ. ການສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາຄວາມສະຫງ່າງາມມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ແລະ ສະນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາ 6,000 ປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍເຫຼືອມະນຸດຊາດ; ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກຄວາມສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບຄວາມສະຫງ່າລາສີ ເພື່ອວ່າຝູງທູດສະຫວັນທັງໝົດຈະເຫັນຄວາມສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວສານໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກຈະເຫັນຄວາມສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນຄວາມສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງເດັດຂາດ ແລະ ໃຫ້ມະນຸດໄດ້ຍົກຍ້ອງສັນລະເສີນພຣະອົງ. ດັ່ງນັ້ນ, ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານນີ້. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ ເຊິ່ງໝາຍຄວາມວ່າ ການກຳຈັດທຸກຄົນທີ່ເປັນພວກຂອງຊາຕານ. ໃນປັດຈຸບັນ ເຈົ້າເຫັນການກະທໍາເຫຼົ່ານີ້ຂອງພຣະເຈົ້າ, ແຕ່ເຈົ້າຍັງຂັດຂືນ ແລະ ຕໍ່ຕ້ານ ແລະ ບໍ່ຍອມຈຳນົນ; ເຈົ້າເຊື່ອງຫຼາຍຢ່າງໃນຕົວເອງ ແລະ ເຮັດສິ່ງທີ່ເຈົ້າຕ້ອງການ; ເຈົ້າປະຕິບັດຕາມຕັນຫາຂອງຕົນເອງ ແລະ ສິ່ງທີ່ມັກ ເຊິ່ງນີ້ກໍແມ່ນການຕໍ່ຕ້ານ; ນີ້ແມ່ນການຂັດຂືນ. ຄວາມເຊື່ອໃນພຣະເຈົ້າທີ່ຖືກດໍາເນີນການເພື່ອເນື້ອໜັງ, ເພື່ອຕັນຫາຂອງຄົນ ແລະ ເພື່ອຄວາມມັກຂອງຄົນ, ເພື່ອໂລກ ແລະ ເພື່ອຊາຕານແມ່ນຄວາມສົກກະປົກ; ມັນແມ່ນການຂັດຂືນ ແລະ ການຕໍ່ຕ້ານ. ຕອນນີ້ມີຄວາມເຊື່ອທີ່ແຕກຕ່າງກັນຫຼາຍຢ່າງ: ບາງຄົນຊອກຫາທີ່ພັກອາໄສຈາກໄພພິບັດ ແລະ ບາງຄົນໄຝ່ຫາທີ່ຈະໄດ້ຮັບພອນ ໃນຂະນະທີ່ບາງຄົນຢາກເຂົ້າໃຈຄວາມລຶກລັບ ແລະ ຍັງມີບາງຄົນອີກທີ່ພະຍາຍາມທີ່ຈະເອົາເງິນ. ສິ່ງເຫຼົ່ານີ້ແມ່ນບັນດາຮູບແບບຂອງການຂັດຂືນ; ພວກເຂົາທຸກຄົນລ້ວນແລ້ວແຕ່ພາກັນດູໝິ່ນ! ການເວົ້າວ່າຜູ້ໜຶ່ງຂັດຂືນ ຫຼື ຕໍ່ຕ້ານ - ມັນບໍ່ແມ່ນຍ້ອນການກ່າວເຖິງເລື່ອງເຫຼົ່ານີ້ບໍ? ຕອນນີ້ຜູ້ຄົນຈໍານວນຫຼາຍແມ່ນຈົ່ມພຶມພໍາ, ຕໍ່ວ່າ ຫຼື ຕັດສິນ. ສິ່ງເຫຼົ່ານີ້ແມ່ນກະທຳໂດຍຄົນຊົ່ວຮ້າຍ; ພວກເຂົາແມ່ນຄົນທີ່ຂັດຂືນ ແລະ ຕໍ່ຕ້ານມະນຸດ; ພວກຄົນດັ່ງກ່າວໄດ້ຖືກຊາຕານຄອບຄອງ ແລະ ຄອບງຳ. ຜູ້ຄົນທີ່ພຣະເຈົ້າໄດ້ຮັບເອົານັ້ນແມ່ນຜູ້ທີ່ຍອມປະຕິບັດຕາມພຣະອົງຢ່າງສົມບູນ, ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມນ ແຕ່ໄດ້ຮັບການຊ່ວຍເຫຼືອ ແລະ ເອົາຊະນະໂດຍພາລະກິດຂອງພຣະອົງໃນປັດຈຸບັນ, ຜູ້ທີ່ໄດ້ທົນທຸກທໍລະມານ ແລະ ໃນທີ່ສຸດໄດ້ຮັບຄວາມສົມບູນຈາກພຣະເຈົ້າ ແລະ ບໍ່ມີຊີວິດຢູ່ພາຍໃຕ້ຂອບເຂດຂອງຊາຕານ ແລະ ໄດ້ປົດປ່ອຍຕົນເອງອອກຈາກຄວາມບໍ່ຊອບທໍາ, ຜູ້ທີ່ເຕັມໃຈທີ່ຈະດໍາລົງຊີວິດອັນບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ເປັນຄົນທີ່ບໍລິສຸດ; ພວກເຂົາຄືຜູ້ສັກສິດ. ຖ້າການປະຕິບັດໃນປະຈຸບັນຂອງເຈົ້າບໍ່ກົງກັບຄວາມຕ້ອງການສ່ວນໃດຫນຶ່ງຂອງພຣະເຈົ້າ, ເຈົ້າກໍຈະຖືກກໍາຈັດ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສ. ທຸກສິ່ງທຸກຢ່າງແມ່ນເຮັດຕາມຍຸກປະຈຸບັນ; ເຖິງແມ່ນວ່າພຣະອົງໄດ້ກໍານົດໄວ້ແລ້ວ ແລະ ໄດ້ເລືອກເຈົ້າໄວ້ແລ້ວ, ການກະທຳຂອງເຈົ້າໃນມື້ນີ້ກໍຍັງຈະກໍານົດຜົນໄດ້ຮັບຂອງເຈົ້າ. ຖ້າຕອນນີ້ເຈົ້າບໍ່ສາມາດນໍາໃຫ້ທັນ, ເຈົ້າຈະຖືກກໍາຈັດ. ຖ້າຕອນນີ້ເຈົ້າບໍ່ສາມາດນໍາໃຫ້ທັນ ແລ້ວເຈົ້າຍັງຫວັງທີ່[ກ] ທີ່ຈະນໍາໃຫ້ທັນໃນພາຍຫຼັງໄດ້ແນວໃດ? ໃນປັດຈຸບັນ ສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ໄດ້ປາກົດຢູ່ຕໍ່ໜ້າເຈົ້າ ແຕ່ເຈົ້າກໍຍັງບໍ່ເຊື່ອ. ແລ້ວເຈົ້າຈະເຊື່ອໃນພຣະອົງພາຍຫຼັງໄດ້ແນວໃດ ໃນເວລາທີ່ພຣະອົງໄດ້ສໍາເລັດພາະລກິດຂອງພຣະອົງ ແລະ ບໍ່ເຮັດພາລະກິດອີກ? ໃນຈຸດນັ້ນ ມັນຈະເປັນໄປບໍ່ໄດ້ສໍາລັບເຈົ້າທີ່ຈະປະຕິບັດຕາມພຣະອົງ! ໃນຕອນຫຼັງ ພຣະເຈົ້າຈະອີງໃສ່ທັດສະນະຄະຕິ ແລະ ຄວາມຮູ້ຂອງເຈົ້າຕໍ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ປະສົບການຂອງເຈົ້າ ເພື່ອກໍານົດວ່າເຈົ້າເປັນຄົນບາບ ຫຼື ຊອບທໍາ ຫຼື ເພື່ອກໍານົດວ່າເຈົ້າເປັນຄົນທີ່ສົມບູນແບບ ຫຼື ຄົນທີ່ຖືກກໍາຈັດ. ເຈົ້າຕ້ອງເຫັນຢ່າງຊັດເຈນໃນຕອນນີ້. ພຣະວິນຍານບໍລິສຸດເຮັດພາລະກິດຢ່າງແທ້ຈິງ: ພຣະອົງກໍານົດຜົນໄດ້ຮັບຂອງເຈົ້າ ໂດຍອີງຕາມການປະຕິບັດຂອງເຈົ້າໃນມື້ນີ້. ໃຜກ່າວພຣະທໍາຂອງມື້ນີ້? ໃຜເຮັດພາລະກິດຂອງມື້ນີ້? ໃຜຕັດສິນວ່າເຈົ້າຈະຖືກກໍາຈັດໃນມື້ນີ້? ໃຜຕັດສິນຈະເຮັດໃຫ້ເຈົ້າສົມບູນ? ນີ້ບໍ່ແມ່ນສິ່ງທີ່ເຮົາເຮັດເອງບໍ? ເຮົາເປັນຜູ້ທີ່ກ່າວພຣະທໍາເຫຼົ່ານີ້; ເຮົາເປັນຜູ້ທີ່ດໍາເນີນພາລະກິດນີ້. ການສາບແຊ່ງ, ການລົງໂທດ ແລະ ການຕັດສິນຄົນແມ່ນສ່ວນໜຶ່ງຂອງພາລະກິດຂອງເຮົາ. ໃນທີ່ສຸດ, ການກໍາຈັດເຈົ້າກໍຈະເປັນພາລະກິດຂອງເຮົາເອງ. ທັງໝົດແມ່ນທຸລະຂອງເຮົາເອງ! ການເຮັດໃຫ້ເຈົ້າສົມບູນແມ່ນທຸລະຂອງເຮົາເອງ ແລະ ການປ່ອຍໃຫ້ເຈົ້າຮັບພອນແຫ່ງຄວາມສຸກກໍແມ່ນທຸລະຂອງເຮົາເອງ. ທັງໝົດນີ້ແມ່ນພາລະກິດຂອງເຮົາເອງ. ຜົນໄດ້ຮັບຂອງເຈົ້າບໍໄດ້ຖືກກຳນົດໄວ້ໂດຍພຣະເຢໂຮວາ; ມັນຖືກກໍານົດໂດຍພຣະເຈົ້າຂອງຍຸກນີ້. ມັນຖືກກໍານົດໃນປັດຈຸບັນ; ມັນບໍ່ໄດ້ຖືກກໍານົດກ່ອນທີ່ໂລກຈະຖືກສ້າງຂຶ້ນ. ບາງຄົນທີ່ບໍ່ມີເຫດຜົນຈະເວົ້າວ່າ “ບາງເທື່ອອາດມີບາງສິ່ງບາງຢ່າງທີ່ຜິດປົກະຕິກັບຕາຂອງເຈົ້າ ແລະ ເຈົ້າບໍ່ເຫັນເຮົາຕາມທີ່ເຈົ້າຄວນເຫັນ. ໃນທີ່ສຸດ ເຈົ້່າຈະເຫັນວິທີທີ່ພຣະວິນຍານສະແດງອອກທຸກຢ່າງ!” ພຣະເຢຊູໄດ້ເລືອກເອົາຢູດາເປັນສາວົກຂອງພຣະອົງ. ຜູ້ຄົນຄິດວ່າ: ພຣະເຢຊູໄດ້ເຮັດຜິດພາດກັບລາວ. ພຣະອົງເລືອກລາວຜູ້ທີ່ຈະທໍລະຍົດເປັນສາວົກໄດ້ແນວໃດ? ຢ່າງໃດກໍຕາມ, ໃນຕອນທໍາອິດ ຢູດາບໍ່ມີຈຸດປະສົງທີ່ຈະທໍລະຍົດພຣະເຍຊູ. ສິ່ງນີ້ພຽງແຕ່ເກີດຂຶ້ນໃນພາຍຫຼັງ. ໃນເວລານັ້ນ, ພຣະເຢຊູໄດ້ເບິ່ງຢູດາຢູ່ໃນເກນທີ່ດີ; ພຣະອົງເຮັດໃຫ້ຜູ້ຄົນເຮັດຕາມພຣະອົງ ແລະ ເຮັດໃຫ້ລາວຮັບຜິດຊອບຕໍ່ເລື່ອງການເງິນຂອງພວກເຂົາ. ຖ້າພຣະອົງຮູ້ວ່າຢູດາຈະສໍ້ໂກງເງິນ, ພຣະອົງກໍຈະບໍ່ໄດ້ປ່ອຍໃຫ້ລາວຮັບຜິດຊອບເລື່ອງເງິນ. ຄົນເຮົາສາມາດເວົ້າໄດ້ວ່າ ພຣະເຢຊູບໍ່ໄດ້ຮູ້ແຕ່ຕົ້ນວ່າ ຊາຍຄົນນີ້ເປັນຄົນສໍ້ໂກງ ແລະ ຫຼອກລວງ ແລະ ຂີ້ລັກອ້າຍເອື້ອຍນ້ອງຂອງລາວ. ຫຼັງຈາກນັ້ນ, ຫຼັງຈາກທີ່ຢູດາໄດ້ຕິດຕາມເປັນເວລາພໍສົມຄວນ, ພຣະເຢຊູໄດ້ເຫັນລາວຫຼອກລວງອ້າຍເອື້ອຍນ້ອງຂອງລາວ ແລະ ຫຼອກລວງພຣະເຈົ້າ. ຜູ້ຄົນຍັງໄດ້ພົບເຫັນວ່າ ລາວຈະໃຊ້ເງິນຈາກຖົງເງິນເປັນປະຈຳ ແລະ ພວກເຂົາເຈົ້າກໍໄດ້ບອກພຣະເຢຊູ. ພຣະເຢຊູໄດ້ຮູ້ເຖິງສິ່ງທັງໝົດນີ້ໃນເວລານີ້ເທົ່ານັ້ນ. ເນື່ອງຈາກວ່າ ພຣະເຢຊູຈະຕ້ອງໄດ້ປະຕິບັດພາລະກິດຂອງການຖືກຄຶງ ແລະ ຕ້ອງການໃຫ້ມີຜູ້ໃດຜູ້ໜຶ່ງທໍລະຍົດພຣະອົງ ແລະ ຢູດາກໍບັງເອີນເປັນຜູ້ທີ່ເໝາະກັບບົດບາດນີ້, ພຣະເຢຊູກໍເລີຍໄດ້ກ່າວວ່າ “ຈະມີຄົນໜຶ່ງໃນບັນດາພວກເຮົາທີ່ຈະທໍລະຍົດເຮົາ. ພຣະບຸດຂອງມະນຸດຈະໃຊ້ການທໍລະຍົດນີ້ເພື່ອຈະຖືກຄຶງ ແລະ ໃນອີກສາມມື້ກໍຈະຟື້ນຄືນຊີວິດ.” ໃນເວລານັ້ນ, ພຣະເຢຊູທີ່ຈິງແລ້ວບໍ່ໄດ້ເລືອກຢູດາເພື່ອໃຫ້ລາວທໍລະຍົດພຣະອົງ; ແຕ່ກົງກັັນຂ້າມ, ພຣະອົງປາດຖາໜາວ່າຢູດາຈະເປັນສາວົກທີ່ສັດຊື່. ໃນທາງທີ່ບໍ່ໄດ້ຄາດຄິດ, ຢູດາໄດ້ກາຍເປັນຄົນຊົ່ວຊາມທີ່ທໍລະຍົດຕໍ່ພຣະຜູ້ເປັນເຈົ້າ ແລະ ພຣະອົງໄດ້ນໍາໃຊ້ສະຖານະການນີ້ເລືອກເອົາຢູດາເພື່ອພາລະກິດນີ້. ຖ້າສາວົກທັງໝົດສິບສອງຄົນຂອງພຣະເຢຊູມີຄວາມສັດຊື່ ແລະ ບໍ່ມີຄົນທີ່ຄືກັນກັບຢູດາຢູ່ໃນກຸ່ມຂອງພວກເຂົາ, ບຸກຄົນທີ່ຈະທໍລະຍົດພຣະເຍຊູກໍຈະເປັນຜູ້ທີ່ບໍ່ແມ່ນສາວົກ. ຢ່າງໃດກໍຕາມ, ໃນເວລານັ້ນ ມັນບັງເອີນວ່າ ມີຄົນໜຶ່ງໃນບັນດາພວກເຂົາ ທີ່ມີຄວາມສຸກກັບການຮັບສິນບົນ ເຊິ່ງນັ້ນກໍຄືຢູດາ. ດ້ວຍເຫດນັ້ນ ພຣະເຢຊູຈຶ່ງໃຊ້ຄົນຜູ້ນີ້ເພື່ອເຮັດພາລະກິດຂອງພຣະອົງໃຫ້ສໍາເລັດ. ມັນເປັນວິທີງ່າຍໆແບບນີ້ເອງ! ພຣະເຢຊູບໍ່ໄດ້ກໍານົດລ່ວງໜ້ານັບແຕ່ຕອນເລີ່ມຕົ້ນພາລະກິດຂອງພຣະອົງ; ພຣະອົງພຽງແຕ່ຕັດສິນໃຈໃນເມື່ອສິ່ງຕ່າງໆໄດ້ພັດທະນາໄປສູ່ຂັ້ນຕອນທີ່ແນ່ນອນ. ນີ້ແມ່ນການຕັດສິນໃຈຂອງພຣະເຢຊູ ເຊິ່ງກໍຄືການຕັດສິນໃຈຂອງພຣະວິນຍານຂອງພຣະເຈົ້າເອງ. ໃນເວລານັ້ນ ມັນແມ່ນພຣະເຢຊູທີ່ເປັນຜູ້ເລືອກຢູດາ; ໃນເວລາຕໍ່ມາ ຢູດາໄດ້ທໍລະຍົດພຣະເຢຊູ ເຊິ່ງນີ້ກໍແມ່ນການກະທໍາຂອງພຣະວິນຍານບໍລິສຸດ ເພື່ອຈຸດປະສົງຂອງພຣະອົງເອງ; ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນ. ໃນເວລາທີ່ພຣະເຢຊູໄດ້ເລືອກຢູດາ, ພຣະອົງບໍ່ໄດ້ມີຄວາມຄິດເລີຍວ່າ ລາວຈະທໍລະຍົດພຣະອົງ. ພຣະອົງພຽງແຕ່ຮູ້ວ່າ ລາວເປັນຢູດາ ອິດຄາລິໂອ. ຜົນໄດ້ຮັບຂອງພວກເຈົ້າຈະຖືກກໍານົດຕາມລະດັບຂອງຄວາມຍອມເຊື່ອຟັງຂອງພວກເຈົ້າໃນມື້ນີ້ ແລະ ຕາມລະດັບການເຕີບໂຕຂອງຊີວິດຂອງພວກເຈົ້າ ໂດຍທີ່ບໍ່ໄດ້ຂຶ້ນກັບແນວຄວາມຄິດຕ່າງຂອງມະນຸດທີ່ວ່າ ມັນໄດ້ຖືກກຳນົດລ່ວງໜ້າຕັ້ງແຕ່ຕອນສ້າງໂລກ. ເຈົ້າຕ້ອງຮັບຮູ້ສິ່ງເຫຼົ່ານີ້ຢ່າງຈະແຈ້ງ. ພາລະກິດທັງໝົດເຫຼົ່ານີ້ບໍ່ໄດ້ຖືກປະຕິບັດໂດຍອີງຕາມຈິນຕະນາການຂອງເຈົ້າ.

ໝາຍເຫດ:

ກ. ຕົ້ນສະບັບບໍ່ໄດ້ມີວະລີທີ່ວ່າ “ຍັງຫວັງທີ່”

​ກ່ອນ​ນີ້ :ພຣະທຳເຖິງຄົນໜຸ່ມ ແລະ ຄົນເຖົ້າ

ຕໍ່​ໄປ:ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້

ເນື່ອຫາທີ່ກ່ຽວຂ້ອງ