ຄວາມເຊື່ອໃນພຣະເຈົ້າຕ້ອງເລີ່ມຕົ້ນດ້ວຍການເບິ່ງທະລຸແນວໂນ້ມທີ່ຊົ່ວຮ້າຍຂອງໂລກ
ເຖິງແມ່ນຄົນໜຸ່ມບາງຄົນເຊື່ອໃນພຣະເຈົ້າ, ມັນຍາກຫຼາຍສຳລັບພວກເຂົາທີ່ກຳຈັດນິໄສທີ່ບໍ່ດີໃນການມັກຫຼິ້ນເກມຄອມພິວເຕີອອກຈາກຕົວພວກເຂົາເອງ. ເກມຄອມພິວເຕີມັກຈະກ່ຽວຂ້ອງກັບຫຍັງ? ພວກມັນມີການໃຊ້ຄວາມຮຸນແຮງເປັນຈຳນວນຫຼາຍ. ການຫຼິ້ນເກມແມ່ນຂອບເຂດຂອງມານຮ້າຍ. ສຳລັບຄົນສ່ວນໃຫຍ່, ຫຼັງຈາກທີ່ຫຼິ້ນເກມເຫຼົ່ານີ້ເປັນເວລາດົນນານ, ພວກເຂົາກໍບໍ່ສາມາດເຮັດວຽກງານໃດທີ່ເປັນຈິງໄດ້ອີກ; ພວກເຂົາບໍ່ຢາກໄປໂຮງຮຽນ ຫຼື ເຮັດວຽກ ຫຼື ຄິດເຖິງອະນາຄົດຂອງພວກເຂົາອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະຄິດຄຳນຶງເຖິງຊີວິດຂອງພວກເຂົາ. ໃນຕອນນີ້, ແມ່ນຫຍັງຄືສິ່ງທີ່ເຕັມຢູ່ໃນຫົວໃຈຂອງຄົນໜຸ່ມສ່ວນໃຫຍ່ໃນສັງຄົມ? ນອກຈາກການກິນ, ການດື່ມ ແລະ ການມີຄວາມສຸກ, ຫົວໃຈຂອງພວກເຂົາເຕັມໄປດ້ວຍການຫຼິ້ນເກມ. ທຸກສິ່ງທີ່ພວກເຂົາເວົ້າ ແລະ ຄິດແມ່ນແປກປະຫຼາດ ແລະ ໄຮ້ມະນຸດສະທຳ. ຜູ້ຄົນບໍ່ສາມາດແມ່ນແຕ່ໃຊ້ຄຳວ່າ “ສົກກະປົກ” ຫຼື “ຊົ່ວຮ້າຍ” ເພື່ອອະທິບາຍເຖິງສິ່ງຕ່າງໆທີ່ພວກເຂົາຄິດອີກຕໍ່ໄປ; ພວກມັນບໍ່ແມ່ນສິ່ງຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ, ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ແປກປະຫຼາດ ແລະ ໄຮ້ມະນຸດສະທຳ. ຖ້າເຈົ້າເວົ້າກ່ຽວກັບເລື່ອງ ຫຼື ຫົວຂໍ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາແມ່ນບໍ່ສາມາດທົນຟັງມັນໄດ້; ພວກເຂົາບໍ່ສົນໃຈ ຫຼື ບໍ່ເຕັມໃຈທີ່ຈະຮັບຟັງ ແລະ ພວກເຂົາຈະເຖິງກັບຮູ້ສຶກກຽດຊັງເຈົ້າ. ພວກເຂົາບໍ່ມີພາສາ ຫຼື ຫົວຂໍ້ຮ່ວມກັບມະນຸດຊາດທີ່ປົກກະຕິ. ຫົວຂໍ້ທັງໝົດຂອງພວກເຂົາກ່ຽວກັບການກິນ, ການດື່ມ ແລະ ການມ່ວນຊື່ນ. ຫົວໃຈຂອງພວກເຂົາເຕັມໄປດ້ວຍກະແສທາງໂລກ. ພວກເຂົາມີຄວາມຫວັງຫຍັງແດ່ໃນອະນາຄົດ? ພວກເຂົາມີອະນາຄົດບໍ? (ບໍ່, ຄົນເຫຼົ່ານີ້ຈະສູນເສຍລ້າໆ). “ສູນເສຍລ້າໆ” ແມ່ນຄຳເວົ້າທີ່ເໝາະສົມຫຼາຍ. ນີ້ໝາຍຄວາມວ່າແນວໃດ? ພວກເຂົາສາມາດມີສ່ວນຮ່ວມໃນກິດຈະກຳທີ່ມະນຸດປົກກະຕິຄວນມີບໍ? (ບໍ່). ຄົນເຫຼົ່ານີ້ບໍ່ໃສ່ຄວາມພະຍາຍາມເຂົ້າໃນການສຶກສາຂອງພວກເຂົາ ແລະ ຖ້າຄົນໆໜຶ່ງໃຫ້ພວກເຂົາເຮັດວຽກໜັກ, ພວກເຂົາຈະເຕັມໃຈບໍ? (ບໍ່). ພວກເຂົາຈະຄິດແນວໃດ? ພວກເຂົາຈະຄິດແນວໃດ? ພວກເຂົາຈະຄິດວ່າ “ເຮັດວຽກໄປເພື່ອຫຍັງ? ວຽກນີ້ເຮັດໃຫ້ເມື່ອຍຫຼາຍ. ຂ້ອຍຈະສາມາດຮັບຫຍັງຈາກສິ່ງນັ້ນ? ບໍ່ມີຫຍັງນອກຈາກຄວາມອິດເມື່ອຍ ແລະ ຄວາມເຈັບປວດ. ການຫຼິ້ນເກມມ່ວນ, ຜ່ອນຄາຍ ແລະ ເພີດເພີນກວ່າຫຼາຍ! ເມື່ອຂ້ອຍຢູ່ຕໍ່ໜ້າຄອມພິວເຕີ ແລະ ໃຊ້ຊີວິດໃນໂລກເໝືອນຈິງ, ຂ້ອຍກໍມີທຸກສິ່ງ”. ຖ້າເຈົ້າເຮັດໃຫ້ພວກເຂົາເຮັດວຽກຕັ້ງແຕ່ເກົ້າໂມງຈົນຮອດຫ້າໂມງ, ໄປເຮັດວຽກກົງເວລາ ແລະ ເຮັດວຽກຕາມຊົ່ວໂມງທີ່ກໍານົດໄວ້, ພວກເຂົາຈະຮູ້ສຶກແນວໃດກ່ຽວກັບສິ່ງນັ້ນ? ພວກເຂົາຈະເຕັມໃຈຍຶດໝັ້ນກັບຕາຕະລາງນັ້ນ ແລະ ຜູກມັດໃນລັກສະນະນີ້ບໍ? (ບໍ່). ເມື່ອຜູ້ຄົນຫຼິ້ນເກມ ແລະ ເສຍເວລາກັບຄອມພິວເຕີຢູ່ເລື້ອຍໆ, ຫຼັງຈາກຊົ່ວໄລຍະໜຶ່ງ ຄວາມປະສົງຂອງພວກເຂົາຈະຫາຍໄປ ແລະ ພວກເຂົາຈະກາຍມາເປັນຄົນທີ່ໝົດສະພາບ. ຜູ້ບໍ່ເຊື່ອມີຄວາມສຸກກັບການຕິດຕາມກະແສ ແລະ ພວກເຂົາມັກແຟຊັນ, ໂດຍສະເພາະຄົນໜຸ່ມ ແລະ ພວກເຂົາສ່ວນໃຫຍ່ບໍ່ໄດ້ເຮັດໜ້າທີ່ທີ່ເໝາະສົມຂອງພວກເຂົາ ຫຼື ຍ່າງໃນເສັ້ນທາງທີ່ຖືກຕ້ອງ; ພໍ່ແມ່ຂອງພວກເຂົາບໍ່ສາມາດຈັດການກັບພວກເຂົາ, ຄູອາຈານຂອງພວກເຂົາບໍ່ສາມາດເຮັດຫຍັງໄດ້ກັບພວກເຂົາ ແລະ ບໍ່ມີີ່ລະບົບການສຶກສາຂອງປະເທດໃດໆສາມາດເຮັດຫຍັງໄດ້ກ່ຽວກັບກະແສນີ້ ນອກຈາກຍອມເຮັດຕາມກະແສນີ້. ຊາຕານທີ່ຊົ່ວຮ້າຍເຮັດສິ່ງຕ່າງໆເພື່ອລໍ້ລວງຜູ້ຄົນ ແລະ ນໍາພວກເຂົາໃຫ້ໄປສູ່ຄວາມຕໍ່າຊ້າ. ຄົນທີ່ອາໄສຢູ່ໃນໂລກທີ່ບໍ່ເປັນຈິງກໍຈະບໍ່ມີຄວາມສົນໃຈໃນສິ່ງໃດໆທີ່ກ່ຽວຂ້ອງກັບຊີວິດຂອງມະນຸດປົກກະຕິ; ພວກເຂົາບໍ່ມີອາລົມທີ່ຈະເຮັດວຽກ ຫຼື ຮໍ່າຮຽນຫຍັງເລີຍ. ສິ່ງດຽວທີ່ເຂົາສົນໃຈກໍຄືການຫຼິ້ນເກມ, ຄືກັບວ່າພວກເຂົາຖືກຈູງໃຈໂດຍບາງສິ່ງ. ນັກວິທະຍາສາດໄດ້ກ່າວອ້າງວ່າ ທັນທີທີ່ຄົນຫຼິ້ນເກມກາຍເປັນຕົວລະຄອນໃນເກມ, ສະໝອງຂອງພວກເຂົາກໍ່ເລີ່ມລັ່ງບາງສິ່ງທີ່ເຮັດໃຫ້ພວກເຂົາຕື່ນເຕັ້ນ ແລະ ເຖິງກັບຫຼອນພໍສົມຄວນ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ເສບຕິດການຫຼິ້ນເກມ ແລະ ຄິດກ່ຽວກັບການຫຼິ້ນເກມຢູ່ສະເໝີ. ເມື່ອໃດກໍຕາມທີ່ພວກເຂົາເບື່ອໜ່າຍ ຫຼື ກຳລັງເຮັດວຽກງານບາງຢ່າງທີ່ເໝາະສົມ, ພວກເຂົາແມ່ນຕ້ອງການຫຼິ້ນເກມແທນ ແລະ ເກມກໍໄດ້ຄ່ອຍໆກາຍເປັນຊີວິດທັງໝົດຂອງພວກເຂົາ. ການຫຼິ້ນເກມກໍຄືກັບການເສບຢາປະເພດໜຶ່ງ: ຫຼັງຈາກທີ່ຄົນໜຶ່ງຕິດມັນ, ມັນກໍຍາກທີ່ຈະເຊົາ ແລະ ຍາກທີ່ຈະໜີ, ມັນທຳລາຍພວກເຂົາ. ບໍ່ວ່າໜຸ່ມ ຫຼື ເຖົ້າ, ຫຼັງຈາກທີ່ຜູ້ຄົນຕິດນິໄສທີ່ບໍ່ດີນີ້ແລ້ວ ພວກເຂົາກໍເຊົາເຮັດມັນໄດ້ຍາກ. ເດັກນ້ອຍບາງຄົນຢູ່ຈົນເດິກ ແລະ ຫຼິ້ນເກມໝົດຄືນ, ຄືນແລ້ວຄືນເລົ່າ ແລະ ພໍ່ແມ່ຂອງພວກເຂົາກໍບໍ່ສາມາດຄວບຄຸມ ຫຼື ເຝົ້າເບິ່ງພວກເຂົາໄດ້, ສະນັ້ນ ເດັກນ້ອຍຈຶ່ງຈົບລົງດ້ວຍການຫຼິ້ນເກມຈົນຕາຍຕໍ່ໜ້າຄອມພິວເຕີ. ພວກເຂົາຕາຍແນວໃດ? ຫຼັກຖານທາງວິທະຍາສາດໄດ້ລະບຸວ່າສະໝອງຂອງພວກເຂົາໄດ້ຮັບຄວາມເສຍຫາຍ, ພວກເຂົາໃຊ້ຮ່າງກາຍໜັກເກີນໄປຈົນຕາຍ. ເຈົ້າຈະເວົ້າວ່າການຫຼິ້ນເກມເປັນສິ່ງທີ່ຄົນປົກກະຕິຄວນເຮັດບໍ? ຖ້າມັນຈຳເປັນສຳລັບຄວາມເປັນມະນຸດທີ່ປົກກະຕິຂອງຜູ້ຄົນ, ຖ້າມັນເປັນເສັ້ນທາງທີ່ຖືກຕ້ອງ, ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດເຊົາເຮັດມັນໄດ້? ພວກເຂົາສາມາດກາຍເປັນທາດຈາກສິ່ງນັ້ນຈົນເຖິງລະດັບນັ້ນໄດ້ແນວໃດ? ສິ່ງດຽວທີ່ສິ່ງນີ້ໄດ້ພິສູດກໍຄືການຫຼິ້ນເກມບໍ່ແມ່ນເສັ້ນທາງທີ່ດີ. ການໃຊ້ເວລາໝົດມື້ໝົດຄືນໃນອິນເຕີເນັດ, ທ່ອງອອນລາຍສຳລັບສິ່ງນີ້ ແລະ ສິ່ງນັ້ນ, ການເບິ່ງສິ່ງທີ່ບໍ່ເປັນປະໂຫຍດຕໍ່ສຸຂະພາບ ແລະ ການຫຼິ້ນເກມ, ການຫຼິ້ນເກມແບບນັ້ນໝົດມື້ສາມາດເຮັດໃຫ້ຄົນຫຼຸດລາຄາຕົນເອງດ້ວຍສິ່ງທີ່ໄຮ້ຄວາມໝາຍ ແລະ ທຳຮ້າຍ ແລະ ທຳລາຍຜູ້ຄົນ. ບໍ່ມີສິ່ງໃດທີ່ເປັນເສັ້ນທາງທີ່ຖືກຕ້ອງ. ໃນປະຈຸບັນໄວໜຸ່ມ, ຄົນໜຸ່ມ ແລະ ແມ່ນແຕ່ຄົນໄວກາງຄົນ ແລະ ຜູ້ອາວຸໂສກໍລ້ວນແລ້ວແຕ່ຫຼິ້ນວິດີໂອເກມ. ມີຄົນຫຼິ້ນພວກມັນຫຼາຍຂຶ້ນເລື້ອຍໆ. ເຖິງແມ່ນວ່າຄົນສ່ວນໃຫຍ່ຈະຮັບຊາບວ່າສິ່ງນີ້ບໍ່ແມ່ນສິ່ງທີ່ດີ, ແຕ່ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້. ການຫຼິ້ນເກມນີ້ເປັນການທຳຮ້າຍໄວໜຸ່ມ ແລະ ມັນໄດ້ທຳຮ້າຍຫຼາຍຄົນ. ແລ້ວເກມເກີດຂຶ້ນໄດ້ແນວໃດ? ພວກມັນບໍ່ໄດ້ມາຈາກຊາຕານບໍ? ມີຄົນປະເພດແປກໆບາງຄົນທີ່ເວົ້າວ່າ “ວິດີໂອເກມເປັນສັນຍາລັກຂອງຄວາມກ້າວໜ້າທາງວິທະຍາສາດສະໄໝໃໝ່, ພວກມັນຄືຄວາມສຳເລັດທາງວິທະຍາສາດ”. ແລ້ວຄຳອະທິບາຍນີ້ເປັນແນວໃດ? ມັນເປັນຕາຂີ້ດຽດ! ການຫຼິ້ນເກມບໍ່ແມ່ນເສັ້ນທາງທີ່ດີ ແລະ ມັນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ! ການຫຼິ້ນເກມບໍ່ແມ່ນພຽງເລື່ອງການຕິດຕາມກະແສທາງສັງຄົມ, ແມ່ນແຕ່ຜູ້ບໍ່ເຊື່ອກໍເວົ້າວ່າການຫຼິ້ນເກມຈະທໍາລາຍຄວາມສຳນຶກເຖິງຈຸດປະສົງຂອງເຈົ້າ. ຖ້າເຈົ້າບໍ່ສາມາດເຊົາເຮັດສິ່ງທີ່ງ່າຍໆສໍ່ານີ້, ຖ້າເຈົ້າບໍ່ສາມາດຄວບຄຸມຕົນເອງໃນເລື່ອງນີ້, ເຈົ້າກໍຢູ່ໃນອັນຕະລາຍ. ໃນປະຈຸບັນ, ມັນເປັນເລື່ອງປົກກະຕິທີ່ຄົນຈະຫຼິ້ນວິດີໂອເກມ ແລະ ເສບຢາ, ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າ ແລະ ໂລກທັງໃບກໍເປັນເຊັ່ນນີ້. ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າດົນສໍ່າໃດກໍຕາມ, ຖ້າເຈົ້າບໍ່ສາມາດຄວບຄຸມແມ່ນແຕ່ບາງຢ່າງ ເຊັ່ນ: ການຫຼິ້ນວິດີໂອເກມ, ແລ້ວມື້ໜຶ່ງ ເມື່ອເຈົ້າຮູ້ສຶກວ່າການເຊື່ອໃນພຣະເຈົ້າໄຮ້ເປົ້າໝາຍ, ໜ້າເບື່ອ ແລະ ບໍ່ມີຊີວິດຊີວາ, ເຈົ້າຈະບໍ່ເລີ່ມເສບຢາ ແລະ ທົດລອງສານກະຕຸ້ນທຸກປະເພດຄືກັບທີ່ຜູ້ບໍ່ເຊື່ອເຮັດບໍ? ນີ້ຄືສິ່ງທີ່ອັນຕະລາຍຫຼາຍ! ເຈົ້າອາດຈະເຊື່ອໃນພຣະເຈົ້າ, ແຕ່ເຈົ້າບໍ່ມີພື້ນຖານ ແລະ ເຈົ້າບໍ່ໄດ້ຮັບຄວາມຈິງ, ສະນັ້ນເຈົ້າຈຶ່ງຍັງຢູ່ໃນອັນຕະລາຍທີ່ຈະທໍລະຍົດພຣະອົງໂດຍສິ້ນເຊີງ. ເຈົ້າອາດຈະລົ້ມແຫຼວອີກດ້ວຍເມື່ອພົບກັບສິ່ງໃດໜຶ່ງທີ່ເກີດຂຶ້ນກັບເຈົ້າ. ມີການລໍ້ລວງຫຼາຍຢ່າງໃນໂລກທີ່ຊົ່ວຮ້າຍນີ້ ແລະ ຊາຕານໃຊ້ວິທີການທຸກຮູບແບບເພື່ອລໍ້ລວງຄົນທີ່ເຊື່ອໃນພຣະເຈົ້າແຕ່ບໍ່ສະແຫວງຫາຄວາມຈິງ. ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າເປັນປະຈຳ ແລະ ຫົວໃຈ ແລະ ຄວາມຄິດຂອງເຈົ້າຫວ່າງເປົ່າຢູ່ເລື້ອຍໆ, ເຈົ້າກໍຈະຢູ່ໃນອັນຕະລາຍຫຼາຍ. ຫົວໃຈຂອງພວກເຈົ້າຫວ່າງເປົ່າໃນເວລາສ່ວນໃຫຍ່ບໍ? ຄົນໜຸ່ມຫວ່າງເປົ່າໃນເວລາສ່ວນຫຼາຍ! ມັນອັນຕະລາຍຫຼາຍທີ່ຈະປ່ອຍໃຫ້ບັນຫານີ້ບໍ່ໄດ້ຮັບການແກ້ໄຂ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນອ່ານພຣະທຳຂອງພຣະອົງຫຼາຍຂຶ້ນ ແລະ ເມື່ອເຈົ້າສາມາດຍອມຮັບຄວາມຈິງບາງຢ່າງ, ມັນຈະເປັນຈຸດປ່ຽນ ແລະ ເຈົ້າຈະສາມາດຫຼົບໜີຈາກເວລາທີ່ອັນຕະລາຍນີ້ ແລະ ຢືນຍັດໃນຄຣິສຕະຈັກ.
ມີຄົນໜຸ່ມຫຼາຍຂຶ້ນເລື້ອຍໆທີ່ກຳລັງເຂົ້າຮ່ວມເຮືອນຂອງພຣະເຈົ້າ ແລະ ພວກເຂົາຈໍານວນໜ້ອຍໜຶ່ງແມ່ນຢູ່ໃນຊ່ວງອາຍຸຊາວປີ. ພວກເຂົາຢູ່ໃນຊ່ວງດີທີ່ສຸດໃນຊີວິດ, ພວກເຂົາບໍ່ທັນໄດ້ກຳນົດເປົ້າໝາຍໃນຊີວິດຂອງພວກເຂົາເທື່ອ, ພວກເຂົາບໍ່ມີຄວາມທະເຍີທະຍານ ແລະ ພວກເຂົາຍັງບໍ່ທັນເຂົ້າໃຈວ່າຊີວິດແມ່ນຫຍັງ. ແລ້ວແມ່ນຫຍັງຄືສິ່ງທີ່ສະແດງອອກໃນຄົນເຫຼົ່ານີ້? ໍເຮົາມີສອງຖ້ອຍຄຳສຳລັບພວກເຈົ້າ: ອະຫັງການຊ່ວງໄວໜຸ່ມ ແລະ ບໍ່ຮູ້ຈັກແຍກແຍະ. ແລ້ວເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ໃຫ້ພວກເຮົາສົນທະນາກ່ອນວ່າ “ອະຫັງການຊ່ວງໄວໜຸ່ມ” ໝາຍເຖິງຫຍັງ. ພວກເຈົ້າສາມາດອະທິບາຍໄດ້ບໍວ່າ “ອະຫັງການຊ່ວງໄວໜຸ່ມ” ແມ່ນຫຍັງ? ມັນເປັນອຸປະນິໄສປະເພດໃດ? ມັນມີການສະແດງອອກປະເພດໃດ? (ມັນແມ່ນເວລາທີ່ຄົນຄິດວ່າແມ່ນຫຍັງກໍຕາມທີ່ພວກເຂົາມັກຄືສິ່ງທີ່ດີສຸດ, ແມ່ນຫຍັງກໍຕາມທີ່ພວກເຂົາຈິນຕະນາການແມ່ນຖືກຕ້ອງ ແລະ ບໍ່ເຕັມໃຈທີ່ຈະຮັບຟັງອີກຕໍ່ໄປ). ເວົ້າສັ້ນໆກໍຄືອຸປະນິໄສປະເພດນີ້ຄື “ຄວາມອວດດີ”. ນີ້ແມ່ນອຸປະນິໄສທົ່ວໄປຂອງຄົນຢູ່ກຸ່ມອາຍຸນີ້. ບໍ່ວ່າສະພາບແວດລ້ອມການໃຊ້ຊີວິດ ຫຼື ປະຫວັດຂອງພວກເຂົາຈະເປັນແນວໃດກໍຕາມ ຫຼື ພວກເຂົາຈະມາຈາກຮຸ່ນຄົນໃດກໍຕາມ, ທຸກຄົນໃນກຸ່ມອາຍຸນີ້ມີຄວາມອະຫັງການໃນຊ່ວງໄວໜຸ່ມ. ແລ້ວເປັນຫຍັງເຮົາຈຶ່ງເວົ້າເຊັ່ນນີ້? ມັນບໍ່ແມ່ນວ່າເຮົາມີອະຄະຕິກັບພວກເຂົາ ຫຼື ດູຖູກພວກເຂົາ, ແຕ່ໃນທາງກົງກັນຂ້າມມັນເປັນຍ້ອນຄົນໃນກຸ່ມອາຍຸນີ້ມີອຸປະນິໄສປະເພດໜຶ່ງ, ມັນຄືອຸປະນິໄສທີ່ອວດດີ, ບໍ່ເອົາຈິງເອົາຈັງ ແລະ ຄວາມທະນົງຕົວທີ່ສຸດ. ຍ້ອນພວກເຂົາບໍ່ມີປະສົບການທາງໂລກຫຼາຍ ແລະ ພວກເຂົາເຂົ້າໃຈຊີວິດພຽງໜ້ອຍດຽວ, ເມື່ອພວກເຂົາພົບກັບບາງຢ່າງໃນໂລກ ຫຼື ໃນຊີວິດ, ພວກເຂົາກໍຄິດວ່າ “ຂ້ອຍເຂົ້າໃຈ, ຂ້ອຍຄິດອອກແລ້ວ, ຂ້ອຍຮູ້ທຸກສິ່ງໃນຕອນນີ້! ຂ້ອຍສາມາດເຂົ້າໃຈໄດ້ວ່າຄົນເຖົ້າກຳລັງເວົ້າຫຍັງ ແລະ ຕາມທັນສິ່ງທີ່ໂດ່ງດັງໃນສັງຄົມ. ໃຫ້ເບິ່ງວ່າໂທລະສັບມືຖືພັດທະນາໄດ້ໄວສໍ່າໃດໃນຕອນນີ້ ແລະ ທຸກຄຸນສົມບັດຂອງພວກມັນຊັບຊ້ອນສໍ່າໃດ. ຂ້ອຍຮູ້ມັນໝົດ, ບໍ່ຄືກັບພວກເຈົ້າຜູ້ເຖົ້າທີ່ບໍ່ເຂົ້າໃຈຫຍັງເລີຍ”. ເມື່ອຜູ້ເຖົ້າກວ່າມາຫາພວກເຂົາເພື່ອຂໍຄວາມຊ່ວຍເຫຼືອໃນບາງສິ່ງ, ພວກເຂົາກໍເຖິງກັບເວົ້າວ່າ “ເມື່ອຄົນເລີ່ມເຖົ້າ, ພວກເຂົາກໍໄຮ້ປະໂຫຍດ. ພວກເຂົາບໍ່ສາມາດໃຊ້ແມ່ນແຕ່ຄອມພິວເຕີ, ແລ້ວການໃຊ້ຊີວິດຂອງພວກເຂົາຈະມີປະໂຫຍດຫຍັງ?” ສິ່ງນີ້ແມ່ນຫຍັງ? ນີ້ຄືການສະແດງອອກເຖິງຄວາມອະຫັງການໃນຊ່ວງໄວໜຸ່ມ. ຄົນໜຸ່ມມີຄວາມຈຳດີກວ່າ ແລະ ຍອມຮັບແນວຄິດໃໝ່ໆໄດ້ໄວກວ່າ ແລະ ເມື່ອໃດກໍຕາມທີ່ພວກເຂົາຮຽນຮູ້ບາງຢ່າງໃໝ່ໆ, ພວກເຂົາກໍດູຖູກຜູ້ເຖົ້າກວ່າ. ນີ້ຄືອຸປະນິໄສທີ່ເສື່ອມຊາມ. ແລ້ວອຸປະນິໄສປະເພດນີ້ເປັນອຸປະນິໄສຄວາມເປັນມະນຸດທີ່ປົກກະຕິບໍ? ຈະຖືວ່າມັນເປັນການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່ແມ່ນ). ນັ້ນຄືເຫດຜົນທີ່ມັນຖືກເອີ້ນວ່າຄວາມອະຫັງການຊ່ວງໄວໜຸ່ມ. ແລ້ວເປັນຫຍັງມັນຈຶ່ງຖືກເອີ້ນວ່າ “ຄວາມອະຫັງການ” ແລະ ບໍ່ແມ່ນ “ຄວາມອວດດີ?” ເພາະມັນເປັນອຸປະນິໄສທີ່ເປັນເອກະລັກໃນຄົນໜຸ່ມ, ພວກເຂົາຮຽນຮູ້ສິ່ງນ້ອຍໆໜຶ່ງຢ່າງ ແລະ ພວກເຂົາເລີ່ມເຊື່ອໝັ້ນໃນຕົນເອງ, ພວກເຂົາບໍ່ມີແນວຄິດກ່ຽວກັບຄວາມສູງຂອງສະຫວັນ ແລະ ຄວາມເລິກຂອງແຜ່ນດິນໂລກ ແລະ ພວກເຂົາປະຕິບັດຕໍ່ສິ່ງທີ່ພວກເຂົາໄດ້ຮຽນຮູ້ຄືກັບເປັນທຶນ. ຄົນລ້ວນແລ້ວແຕ່ເປັນເຊັ່ນນີ້ເມື່ອພວກເຂົາໜຸ່ມ, ຈົນພວກເຂົາເລີ່ມເຖົ້າຂຶ້ນໜ້ອຍໜຶ່ງ, ເຂົ້າໃຈຫຼາຍຂຶ້ນໜ້ອຍໜຶ່ງ ແລະ ປະສົບກັບຄວາມສຳເລັດ ແລະ ຄວາມລົ້ມແຫຼວໃນຊີວິດຫຼາຍຂຶ້ນ. ຈາກນັ້ນພວກເຂົາກໍເລີ່ມເປັນຜູ້ໃຫຍ່ຂຶ້ນ ແລະ ໝັ້ນຄົງຂຶ້ນ ແລະ ເລືອກທີ່ຈະປະພຶດຕົນເອງໃນລັກສະນະທີ່ຖ່ອມຕົວຂຶ້ນ, ພວກເຂົາບໍ່ເຮັດໃຫ້ເປັນເລື່ອງໃຫຍ່ເມື່ອພວກເຂົາຮຽນຮູ້ທີ່ຈະເຮັດບາງຢ່າງ ແລະ ພວກເຂົາບໍ່ອາລົມເສຍເມື່ອພວກເຂົາບໍ່ສາມາດເຮັດບາງສິ່ງ. ຄົນໜຸ່ມອວດດີຫຼາຍ: ເມື່ອໃດກໍຕາມທີ່ພວກເຂົາຮຽນຮູ້ທີ່ຈະເຮັດບາງສິ່ງ, ພວກເຂົາກໍຕ້ອງໂອ້ອວດ ແລະ ພວກເຂົາຮູ້ສຶກເຊື່ອໝັ້ນໃນຕົນເອງ. ບາງຄັ້ງເມື່ອພວກເຂົາຕື່ນເຕັ້ນ, ພວກເຂົາກໍເລີ່ມຮູ້ສຶກວ່າພວກເຂົາຢູ່ລື່ນທຸກຄົນ, ໂລກບໍ່ໃຫຍ່ພໍສຳລັບພວກເຂົາ ແລະ ພວກເຂົາປາດຖະໜາວ່າພວກເຂົາຈະສາມາດໃຊ້ຊີວິດໃນດາວເຄາະອື່ນແທນ. ນີ້ຄືຄວາມອະຫັງການ. ຄວາມອະຫັງການຊ່ວງໄວໜຸ່ມມີສັນຍາລັກເປັນຄວາມບໍ່ສົນໃຈໃນຄວາມສູງຂອງສະຫວັນ ແລະ ຄວາມເລິກຂອງແຜ່ນດິນໂລກ ແລະ ສິ່ງທີ່ຄົນຕ້ອງການ ແລະ ເສັ້ນທາງທີ່ພວກເຂົາຄວນຍ່າງຕາມໃນຊີວິດ, ແມ່ນຫຍັງຄືສະພາບການທີ່ອັນຕະລາຍສຳລັບການອາໄສຢູ່ ແລະ ພວກເຂົາຄວນເຮັດຫຍັງເປັນຫຼັກ. ມັນເປັນດັ່ງທີ່ຄົນມັກເວົ້າເລື້ອຍໆວ່າ: “ພວກເຂົາບໍ່ຮູ້ຈັກແຍກແຍະ ແລະ ພວກເຂົາບໍ່ຮູ້ກ່ຽວກັບຊີວິດ”. ຄົນໃນກຸ່ມອາຍຸນີ້ມີຄວາມອະຫັງການປະເພດນີ້, ສະນັ້ນພວກເຂົາຈຶ່ງສະແດງສິ່ງເຫຼົ່ານີ້ອອກມາ. ມີຄົນໜຸ່ມທີ່ຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ ແລະ ເມື່ອເຈົ້າເວົ້າບາງສິ່ງທີ່ພວກເຂົາບໍ່ມັກ, ພວກເຂົາກໍຈະບໍ່ສົນໃຈເຈົ້າ. ມັນຍາກສຳລັບພໍ່ແມ່ທີ່ຈະຄິດອອກວ່າຄົນໜຸ່ມກຳລັງຄິດຫຍັງ, ຖ້າເວົ້າຜິດພຽງໜຶ່ງຄຳ ພວກເຂົາກໍຈະສະແດງອາລົມໃຈຮ້າຍ ແລະ ຈາກໄປດ້ວຍຄວາມບໍ່ພໍໃຈ. ມັນຍາກທີ່ຈະສື່ສານກັບພວກເຂົາ. ເປັນຫຍັງພໍ່ແມ່ໃນທຸກມື້ນີ້ຈຶ່ງພົບວ່າມັນຍາກທີ່ຈະຈັດການ ແລະ ອົບຮົມສັ່ງສອນລູກໆຂອງພວກເຂົາ? ມັນບໍ່ແມ່ນເພາະພໍ່ແມ່ມີການສຶກສາຕໍ່າ ແລະ ບໍ່ເຂົ້າໃຈຄວາມຄິດຂອງຄົນໜຸ່ມ, ມັນເປັນເພາະຄວາມຄິດຂອງຄົນໜຸ່ມເລີ່ມຜິດປົກກະຕິ. ຄົນໜຸ່ມລ້ວນແລ້ວແຕ່ມັກກະແສທາງໂລກ ແລະ ພວກເຂົາຖືກກະແສເຫຼົ່ານັ້ນຄອບງໍາ; ພວກເຂົາທຸກຄົນເປັນຜູ້ເຄາະຮ້າຍທີ່ຖືກບູຊາໃຫ້ຊາຕານ, ພວກເຂົາຕໍ່າຊ້າໄວຫຼາຍ ແລະ ມັນຍາກສຳລັບພວກເຂົາທີ່ຈະເຂົ້າໃຈສິ່ງນີ້ໄດ້. ນັ້ນຄືເຫດຜົນທີ່ມັນບໍ່ແມ່ນເລື່ອງງ່າຍທີ່ຈະເປັນພໍ່ແມ່, ພໍ່ແມ່ບາງຄົນເຖິງກັບອອກຈາກຫົນທາງຂອງພວກເຂົາເພື່ອຮຽນຮູ້ກ່ຽວກັບຈິດຕະສາດເດັກເພື່ອທີ່ຈະອົບຮົມສັ່ງສອນລູກຂອງພວກເຂົາ. ເດັກຫຼາຍຄົນໃນທຸກມື້ນີ້ກຳລັງທົນທຸກຈາກພະຍາດທີ່ແປກປະຫຼາດ ເຊັ່ນ: ພາວະໂອທິສຕິກ ແລະ ພາວະຊຶມເສົ້າ, ເຊິ່ງເຮັດໃຫ້ພໍ່ແມ່ຈັດການພວກເຂົາໄດ້ຍາກ. ຄົນບໍ່ມີເສັ້ນທາງ ຫຼື ຄຳອະທິບາຍທີ່ຊັດເຈນສຳລັບບັນຫາເຫຼົ່ານີ້ ແລະ ປັນຍາຊົນໃນໂຮງຮຽນ ແລະ ສັງຄົມກໍໄດ້ສ້າງວະລີຕ່າງໆຂຶ້ນ ເຊັ່ນ: “ຄວາມຄິດຕໍ່ຕ້ານ” ຫຼື “ໄລຍະຕໍ່ຕ້ານ”. ເປັນຫຍັງຄຳສັບເຫຼົ່ານີ້ຈຶ່ງບໍ່ມີຢູ່ໃນຄົນຮຸ່ນກ່ອນ? ວິທະຍາສາດທຸກມື້ນີ້ໄດ້ກ້າວໜ້າຫຼາຍ ແລະ ວະລີແປກໆທຸກຮູບແບບໄດ້ເກີດຂຶ້ນ; ມະນຸດຊາດນີ້ເລີ່ມຕໍ່າຊ້າຫຼາຍຂຶ້ນເລື້ອຍໆ ແລະ ສິ່ງຕ່າງໆທີ່ຢູ່ໃນຄວາມເປັນມະນຸດທີ່ປົກກະຕິກໍຫຼຸດລົງ, ສິ່ງນີ້ບໍ່ໄດ້ເກີດຂຶ້ນໂດຍກະແສທີ່ຊົ່ວຮ້າຍຂອງສັງຄົມບໍ? (ແມ່ນແລ້ວ). ດ້ວຍເຫດນັ້ນ, ເຫດຜົນທີ່ວ່າເປັນຫຍັງພວກເຈົ້າຄົນໜຸ່ມຈຶ່ງສາມາດນັ່ງຢູ່ບ່ອນນີ້ໄດ້ໃນຕອນນີ້, ໂດຍມີຄວາມປາດຖະໜາຢ່າງຈິງໃຈທີ່ຈະຮັບຟັງເຮົາເວົ້າ, ຮັບຟັງເຮົາໂອ້ລົມເຊັ່ນນີ້, ບໍ່ແມ່ນຍ້ອນພວກເຈົ້າຄົນໃດໜຶ່ງເປັນຄົນຍິ່ງໃຫຍ່ ແລະ ເຕັມໃຈທີ່ຈະເລືອກເສັ້ນທາງຂອງການສະແຫວງຫາຄວາມຈິງ, ມັນເປັນຍ້ອນຄວາມກະລຸນາຂອງພຣະເຈົ້າ, ມັນເປັນເພາະພຣະເຈົ້າບໍ່ໄດ້ເອົາພວກເຈົ້າໃຫ້ໂລກ ຫຼື ຊາຕານ. ເຈົ້າເຫັນຄົນໜຸ່ມເຫຼົ່ານັ້ນໃນສັງຄົມທີ່ບໍ່ເຊື່ອໃນພຣະເຈົ້າ ບໍ່ວ່າຜູ້ໃດກໍຕາມຈະພະຍາຍາມເພື່ອໂນມນ້າວພວກເຂົາ. ມັນຈະບໍ່ມີປະໂຫຍດ ເຖິງແມ່ນວ່າເຮົາຈະເວົ້າກັບພວກເຂົາ. ນັ້ນຄືເລື່ອງຄວາມອະຫັງການຊ່ວງໄວໜຸ່ມບໍ? ພວກເຂົາເປັນຄົນປະເພດໃດ? ຖ້າພວກເຂົາບໍ່ມີຈິດສຳນຶກ ຫຼື ຄວາມສຳນຶກ, ພວກເຂົາກໍເປັນພຽງສັດຮ້າຍ ແລະ ມານຮ້າຍ! ຖ້າເຈົ້າເວົ້າກັບພວກເຂົາດ້ວຍຄຳເວົ້າຂອງມະນຸດ, ພວກເຂົາຈະສາມາດເຂົ້າໃຈບໍ? ມັນບໍ່ແມ່ນບັນຫາການສື່ສານນໍາພວກເຂົາຍາກ, ມັນຄືພວກເຂົາປະຕິເສດທີ່ຈະຮັບຟັງຢ່າງເດັດຂາດ. ໂດຍຄວາມກະລຸນາ ແລະ ການຮັກສາໄວ້ຂອງພຣະເຈົ້າ, ພວກເຈົ້າຈຶ່ງສາມາດຍອມຮັບພາລະກິດຂອງພຣະອົງໃນຕອນນີ້, ເຂົ້າໃຈພຣະທຳຂອງພຣະອົງ ແລະ ມີຄວາມສົນໃຈໃນເສັ້ນທາງຂອງຄວາມຈິງ! ແລ້ວດ້ວຍເຫດນັ້ນພວກເຈົ້າຕ້ອງເທີດທູນໂອກາດນີ້ເພື່ອເຮັດໜ້າທີ່ຂອງພວກເຈົ້າ ແລະ ພະຍາຍາມເພື່ອວາງພື້ນຖານໃນຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າຢ່າງໜັກແໜ້ນໃນຊ່ວງເວລານີ້. ຈາກນັ້ນພວກເຈົ້າຈະໝັ້ນຄົງ ແລະ ພວກເຈົ້າຈະບໍ່ຖືກກະແສຊົ່ວຮ້າຍເຫຼົ່ານີ້ກວາດຖິ້ມໄປໄດ້ຢ່າງງ່າຍດາຍ. ທັນທີທີ່ຄົນຖືກກະແສຊົ່ວຮ້າຍເຫຼົ່ານີ້ຄອບງໍາ, ພວກເຂົາກໍຖືກພວກມັນທໍາລາຍ ແລະ ເມື່ອເຈົ້າຖືກພວກມັນທໍາລາຍອີກຄັ້ງ, ພຣະເຈົ້າຈະຕ້ອງການເຈົ້າບໍ? ບໍ່, ພຣະອົງຈະບໍ່ຕ້ອງການ! ພຣະອົງໄດ້ມອບໂອກາດໃຫ້ເຈົ້າແລ້ວ ແລະ ພຣະເຈົ້າຈະບໍ່ຕ້ອງການເຈົ້າອີກຕໍ່ໄປຢ່າງເດັດຂາດ. ເມື່ອພຣະເຈົ້າບໍ່ຕ້ອງການເຈົ້າ, ເຈົ້າຈະຢູ່ໃນອັນຕະລາຍ ແລະ ເຈົ້າຈະສາມາດເຮັດໄດ້ທຸກຢ່າງ.
ຕອນນີ້ເມື່ອພວກເຮົາໄດ້ສົນທະນາກ່ຽວກັບ “ຄວາມອະຫັງການໃນຊ່ວງໄວໜຸ່ມ”, ໃຫ້ພວກເຮົາມາເວົ້າກ່ຽວກັບ “ການບໍ່ຮູ້ຈັກແຍກແຍະ” ກັນເທາະ. “ການບໍ່ຮູ້ຈັກແຍກແຍະ” ຂ້ອນຂ້າງເປັນຄຳສັບທີ່ເປັນທາງການ. ໃຫ້ເລີ່ມອະທິບາຍວ່າມັນມີຄວາມໝາຍຕາມຕົວອັກສອນວ່າແນວໃດ. (ມັນເປັນເວລາທີ່ຄົນໆໜຶ່ງບໍ່ສາມາດແຍກແຍະສິ່ງທີ່ດີຈາກສິ່ງທີ່ບໍ່ດີ ແລະ ພວກເຂົາຄິດວ່າສິ່ງທີ່ພວກເຂົາຖືວ່າດີກໍຈະດີຢູ່ສະເໝີ ແລະ ສິ່ງທີ່ພວກເຂົາຖືວ່າບໍ່ດີກໍຈະບໍ່ດີຢູ່ສະເໝີ ແລະ ບໍ່ວ່າຈະອະທິບາຍສິ່ງຕ່າງໆໃຫ້ພວກເຂົາແນວໃດກໍຕາມ, ພວກເຂົາຈະບໍ່ຮັບຟັງ). (ມັນເປັນເວລາທີ່ຄົນໃດໜຶ່ງບໍ່ຮູ້ຈັກສິ່ງທີ່ຖືກຕ້ອງຈາກສິ່ງທີ່ຜິດ ແລະ ຂາດການແຍກແຍະ) ນັ້ນເກືອບຈະແມ່ນຄວາມໝາຍຕາມຕົວອັກສອນ, ການບໍ່ສາມາດແຍກແຍະສິ່ງທີ່ຖືກຕ້ອງຈາກສິ່ງທີ່ຜິດ ແລະ ການບໍ່ຮູ້ຈັກວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ. ຍ້ອນຄວາມອະຫັງການຊ່ວງໄວໜຸ່ມຂອງພວກເຂົາ, ບໍ່ມີຫຍັງທີ່ຄົນເວົ້າຈະເຂ້ົາຫູພວກເຂົາໄດ້ ພວກເຂົາຄິດວ່າ: “ແມ່ນຫຍັງກໍຕາມທີ່ຄົນອື່ນເວົ້າແມ່ນບໍ່ຖືກຕ້ອງ ແລະ ສິ່ງທີ່ຂ້ອຍເວົ້າແມ່ນຖືກຕ້ອງ. ບໍ່ມີຜູ້ໃດຄວນພະຍາຍາມບອກຂ້ອຍວ່າສິ່ງຕ່າງໆເປັນແນວໃດ, ຂ້ອຍຈະບໍ່ຮັບຟັງພວກເຂົາ. ຂ້ອຍຕ້ອງດື້ດ້ານແທ້ໆ ແລະ ຂ້ອຍຈະສືບຕໍ່ດື້ດ້ານ ແລະ ຢືນຢັນໃນແນວຄິດຂອງຂ້ອຍ, ແມ່ນແຕ່ໃນເວລາທີ່ຂ້ອຍຜິດ”. ນີ້ຄືອຸປະນິໄສປະເພດທີ່ພວກເຂົາມີ, ພວກເຂົາບໍ່ຮູ້ຈັກແຍກແຍະ. ຕາມຜິວເຜີນແລ້ວ, ພວກເຂົາສາມາດເປັ່ງຫຼັກຄຳສອນອອກຢ່າງຕໍ່ເນື່ອງ ແລະ ພວກເຂົາສາມາດເວົ້າກ່ຽວກັບພວກມັນໄດ້ຢ່າງຊັດເຈນ ແລະ ຢ່າງຄອບຄຸມຫຼາຍກວ່າຄົນອື່ນ, ສະນັ້ນເປັນຫຍັງພວກເຂົາຈຶ່ງເລີ່ມມຶນງົງ ແລະ ສັບສົນຢູ່ສະເໝີ ເມື່ອມັນຮອດເວລາທີ່ຈະເຮັດ? ພວກເຂົາຮູ້ເປັນຢ່າງດີວ່າແມ່ນຫຍັງຖືກ, ແຕ່ພວກເຂົາຈະບໍ່ຮັບຟັງແທ້ໆ, ພວກເຂົາເຮັດຕາມທີ່ພວກເຂົາຕ້ອງການ ແລະ ເຮັດຕາມທີ່ພວກເຂົາພໍໃຈ. ນີ້ຄືຄວາມເອົາແຕ່ໃຈ ແລະ ມັນແປກປະຫຼາດ. ຄົນທີ່ຕິດຕາມກະແສໂລກກໍແປກປະຫຼາດພໍສົມຄວນ. ພວກເຂົາຫຼົງໄຫຼໃນການແລ່ນປາກົວ ແລະ ການໂດດສະລິງ ແລະ ພວກເຂົາມັກຊອກຫາຄວາມຕື່ນເຕັ້ນໃນກິລາທີ່ທ້າຍທາຍທຸກຊະນິດ. ນີ້ບໍ່ແມ່ນເລື່ອງທີ່ແປກປະຫຼາດບໍ? ພວກເຈົ້າທຸກຄົນຫຼົງໄຫຼໃນການແລ່ນປາກົວເຊັ່ນກັນບໍ? (ຂ້ານ້ອຍເຄີຍ). ແລ້ວເປັນຫຍັງເຈົ້າຈຶ່ງມັກມັນ? ເຈົ້າບໍ່ຮູ້ບໍວ່າການແລ່ນປາກົວເປັນສິ່ງທີ່ອັນຕະລາຍ? ເຈົ້າບໍ່ຮູ້ບໍວ່າເຈົ້າກຳລັງສ່ຽງຊີວິດຂອງເຈົ້າເມື່ອເຈົ້າແລ່ນປາກົວ? ຄົນບໍ່ແມ່ນແມງມຸມ ຫຼື ກັບແກ້. ຖ້າພວກເຂົາໄຕ່ກຳແພງ, ພວກເຂົາຈະຕົກລົງຢ່າງແນ່ນອນ. ມະນຸດບໍ່ມີຄວາມສາມາດນັ້ນ ແລະ ມັນບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຈະມີ. ພວກເຈົ້າສາມາດມັກມັນໄດ້ແນວໃດ? ມັນເປັນເພາະສິ່ງເຫຼົ່ານີ້ສາມາດໃຫ້ການກະຕຸ້ນດ້ານການເບິ່ງເຫັນ ແລະ ອາລົມແກ່ຄົນ, ນັ້ນຄືເຫດຜົນທີ່ວ່າເປັນຫຍັງຄົນຈຶ່ງຕ້ອງການແລ່ນປາກົວ. ມັນແມ່ນຫຍັງທີ່ຄວບຄຸມຄວາມຄິດນີ້? ມັນມາຈາກຮູບເງົາ “ມະນຸດແມງມຸມ” ບໍ? ບໍ່ມີຄວາມຄິດ ແລະ ຄວາມປາດຖະໜາເລິກໆພາຍໃນມະນຸດທີ່ຕ້ອງການຊ່ວຍໂລກໃຫ້ລອດພົ້ນ, ຕ້ອງການເປັນສຸດຍອດມະນຸດບໍ? ມີວິລະບຸລຸດທີ່ບິນໄດ້ໃນຫຼາກຫຼາຍຮູບເງົາ ແລະ ລາຍການໂທລະພາບ ເຊິ່ງບິນໄປມາ ແລະ ໂດດຈາກຫຼັງຄາຂອງຕຶກໜຶ່ງໄປຫາອີກຕຶກໜຶ່ງ ແລະ ຄົນກໍເທີດທູນພວກເຂົາແທ້ໆ. ນັ້ນຄືວິທີການປູກຝັງສິ່ງເຫຼົ່ານີ້ໃສ່ຄວາມຄິດຂອງຄົນໜຸ່ມ. ແລ້ວພວກເຂົາຮັບພິດແບບນີ້ໄດ້ແນວໃດ? ສິ່ງນີ້ແມ່ນກ່ຽວຂ້ອງກັບຄວາມມັກ ແລະ ການສະແຫວງຫາຂອງຄົນ. ທຸກຄົນຕ້ອງການເປັນວິລະບຸລຸດ, ຕ້ອງການເປັນສຸດຍອດມະນຸດ, ຕ້ອງການມີພະລັງພິເສດ, ສະນັ້ນພວກເຂົາຈຶ່ງນະມັດສະການຊາຕານ. ບອກເຮົາເບິ່ງວ່າ ຄົນປົກກະຕິເຮັດສິ່ງແປກປະຫຼາດເຫຼົ່ານີ້ບໍ? ຄົນປົກກະຕິມີພະລັງພິເສດເຫຼົ່ານີ້ບໍ? ບໍ່ມີຢ່າງແນ່ນອນ. ທຸກສິ່ງເຫຼົ່ານີ້ບໍ່ໄດ້ຖືກສ້າງຂຶ້ນ ແລະ ຈິນຕະນາການໂດຍຄົນບໍ? ຖ້າສິ່ງເຫຼົ່ານີ້ມີຢູ່ແທ້ໆ, ຄົນທີ່ມີພວກມັນຈະບໍ່ແມ່ນຄົນທີ່ຖືກຄອບງໍາໂດຍວິນຍານຊົ່ວຮ້າຍບໍ? ມີການແລ່ນປາກົວໃນເວລາຂອງອາດາມ ແລະ ເອວາບໍ? ມີການຂຽນກ່ຽວກັບການແລ່ນປາກົວໃນພຣະຄຳພີບໍ? (ບໍ່ມີ). ການແລ່ນປາກົວເປັນຜົນຜະລິດຈາກສັງຄົມທີ່ຊົ່ວຮ້າຍ ແລະ ສະໄໝໃໝ່; ມັນເປັນໜຶ່ງໃນວິທີການທີ່ຊາຕານນໍາພາຄົນຢ່າງຜິດໆ ແລະ ເຮັດໃຫ້ຄົນເສື່ອມຊາມ. ຊາຕານໃຊ້ປະໂຫຍດຈາກຄວາມປາດຖະໜາຂອງຄົນໜຸ່ມສຳລັບສິ່ງທີ່ແປກປະຫຼາດ ແລະ ຕື່ນເຕັ້ນ ແລະ ວາງແຜນ, ສ້າງ ແລະ ປັ້ນເລື່ອງລາວບາງຢ່າງອອກມາ. ນີ້ຄືວິທີການທີ່ມັນນໍາພາໄວໜຸ່ມທີ່ບໍ່ຮູ້ຈັກແຍກແຍະເຫຼົ່ານີ້, ພາໃຫ້ພວກເຂົາສະແຫວງຫາພະລັງພິເສດທີ່ແປກປະຫຼາດ ແລະ ໜ້າຕື່ນເຕັ້ນຂອງຊາຕານ. ມັນບໍ່ແມ່ນການໃສ່ພິດຜູ້ຄົນບໍ? ສິ່ງເຫຼົ່ານີ້ກາຍມາເປັນພິດໃນຊ່ວງເວລາທີ່ພວກມັນເຂົ້າສູ່ຄວາມຄິດຂອງຄົນ. ແລ້ວຖ້າເຈົ້າບໍ່ສາມາດຮັບຮູ້ພິດນີ້ໄດ້, ເຈົ້າຈະບໍ່ສາມາດປະຕິເສດມັນໄດ້ໂດຍສິ້ນເຊີງ ແລະ ເຈົ້າຈະບໍ່ກຳຈັດອິດທິພົນ, ການລົບກວນ ແລະ ການຄວບຄຸມຂອງມັນໄດ້ຈັກເທື່ອ. ສາມາດເອົາພິດນີ້ອອກໄດ້ຢ່າງງ່າຍດາຍບໍ? (ບໍ່ງ່າຍເລີຍ). ຈະສາມາດແກ້ໄຂບັນຫານີ້ໄດ້ແນວໃດ? ບາງຄົນບໍ່ຢາກປ່ອຍສິ່ງເຫຼົ່ານີ້ໄປ. ພວກເຂົາຄິດວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ດີ ແລະ ບໍ່ແມ່ນພິດ ແລະ ພວກເຂົາບໍ່ສາມາດປ່ອຍພວກມັນໄປ ເມື່ອພວກເຂົາຄິດເຊັ່ນນີ້. ສະນັ້ນ, ເພື່ອຫ້າມບໍ່ໃຫ້ເຈົ້າເອງຕົກຢູ່ໃນການລໍ້ລວງຂອງຊາຕານ, ເຈົ້າຕ້ອງເຮັດສຸດຄວາມສາມາດຂອງເຈົ້າເພື່ອຢູ່ຫ່າງຈາກສິ່ງທີ່ສາມາດກັດເຊາະຫົວໃຈຂອງເຈົ້າ ແລະ ໃສ່ພິດເຈົ້າ ໃນຂະນະທີ່ວຸດທິພາວະຂອງເຈົ້າຍັງນ້ອຍ ເພາະເຈົ້າຂາດການແຍກແຍະ ແລະ ເຈົ້າຍັງໂງ່ ແລະ ເຕັມໄປດ້ວຍຄວາມອະຫັງການ. ເຈົ້າບໍ່ໄດ້ຈັດສິ່ງທີ່ເປັນບວກໃຫ້ພຽງພໍແກ່ຕົວເອງ ແລະ ເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງໃດໆເລີຍ. ຖ້າຈະເວົ້າເປັນຄຳເວົ້າແຫ່ງຄວາມເຊື່ອ, ເຈົ້າບໍ່ມີຊີວິດ ແລະ ບໍ່ມີວຸດທິພາວະ. ສິ່ງທີ່ເຈົ້າມີເປັນພຽງຄວາມພ້ອມ, ຄວາມເຕັມໃຈໜ້ອຍໜຶ່ງທີ່ຈະເຊື່ອໃນພຣະເຈົ້າ. ເຈົ້າຄິດວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ, ມັນເປັນເສັ້ນທາງທີ່ຖືກຕ້ອງໃນການຍ່າງ ແລະ ວິທີທາງທີ່ຈະເປັນຄົນດີ, ແຕ່ເຈົ້າກໍຕຶກຕອງວ່າ: “ຂ້ອຍບໍ່ໄດ້ເປັນຄົນຊົ່ວໃນບັນດາຜູ້ບໍ່ເຊື່ອ, ຂ້ອຍມັກການແລ່ນປາກົວ ແຕ່ຂ້ອຍບໍ່ໄດ້ເຮັດຫຍັງຜິດ, ຂ້ອຍຍັງເປັນຄົນດີ”. ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? ເຈົ້າຄິດວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ ພຽງແຕ່ເພາະເຈົ້າບໍ່ໄດ້ເຮັດຫຍັງຜິດບໍ? ເຈົ້າໃຊ້ຊີວິດກັບກະແສທີ່ຊົ່ວຮ້າຍ, ນັ້ນກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າຫົວໃຈຂອງເຈົ້າເຕັມໄປດ້ວຍສິ່ງຊົ່ວຮ້າຍ.
ບອກເຮົາແດ່ວ່າ ຄົນໄດ້ຮັບອິດທິພົນຫຼາຍຈາກສະພາບແວດລ້ອມຂອງພວກເຂົາບໍ? ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໃນຄຣິສຕະຈັກໃນຕອນນີ້, ນັ້ນຄືສະພາບແວດລ້ອມຂອງເຈົ້າ; ເຈົ້າຢູ່ກັບອ້າຍເອື້ອຍນ້ອງຂອງເຈົ້າທຸກມື້ ແລະ ອ້ອມຮອບດ້ວຍຄົນທີ່ເຊື່ອໃນພຣະເຈົ້າ ແລະ ເຈົ້າແນວແນ່ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າເຊັ່ນກັນ. ຖ້າຈັດເຈົ້າວາງຢູ່ທ່າມກາງຜູ້ບໍ່ເຊື່ອ, ຖ້າເຮັດໃຫ້ເຈົ້າອາໄສຢູ່ທ່າມກາງພວກເຂົາ, ເຈົ້າຍັງຈະມີພຣະເຈົ້າໃນຫົວໃຈຂອງເຈົ້າບໍ? ຖ້າເຈົ້າພົວພັນກັບພວກເຂົາ ຫຼື ໃຊ້ຊີວິດໃນທ່າມກາງພວກເຂົາ, ເຈົ້າຈະບໍ່ຕິດຕາມກະແສຄືກັບທີ່ພວກເຂົາເຮັດບໍ? ບາງຄົນເວົ້າວ່າ “ມັນບໍ່ເປັນຫຍັງ, ຂ້ອຍມີພຣະເຈົ້າທີ່ດູແລຂ້ອຍ ແລະ ປົກປ້ອງຂ້ອຍ, ສະນັ້ນຂ້ອຍຈະບໍ່ຍ່າງໃນເສັ້ນທາງນັ້ນຈັກເທື່ອ”. ເຈົ້າກ້າປະຕິຍານແບບນັ້ນບໍ? ຕາບໃດທີ່ເຈົ້າມັກ ແລະ ສະແຫວງຫາສິ່ງເຫຼົ່ານີ້, ເຈົ້າກໍສາມາດຕິດຕາມກະແສຢ່າງເຕັມໃຈ. ເຖິງແມ່ນວ່າເຈົ້າຈະຮູ້ວ່າມັນບໍ່ຖືກຕ້ອງໃນຫົວໃຈຂອງເຈົ້າ, ເຈົ້າຈະພຽງແຕ່ເວົ້າກັບຕົນເອງວ່າ “ໃຫ້ອະໄພຂ້ານ້ອຍດ້ວຍ ພຣະເຈົ້າ, ຂ້ານ້ອຍຜິດໄປແລ້ວ”. ເມື່ອເວລາຜ່ານໄປ, ເຈົ້າຈະເຊົາຮູ້ສຶກຜິດ ຫຼື ບໍ່ມີຄວາມຮູ້ສຶກອື່ນໆເລີຍ ແລະ ເຈົ້າຈະຕຶກຕອງວ່າ: “ແລ້ວພຣະເຈົ້າຢູ່ໃສແທ້ໆ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນພຣະອົງ?” ເຈົ້າຈະສົງໄສພຣະເຈົ້າຢູ່ສະເໝີ ແລະ ຄວາມເຊື່ອທີ່ເຈົ້າເຄີຍມີກໍຈະຫາຍໄປເທື່ອລະໜ້ອຍ. ໃນເວລາທີ່ຫົວໃຈຂອງເຈົ້າປະຕິເສດພຣະເຈົ້າໂດຍສິ້ນເຊີງ, ເຈົ້າຈະບໍ່ຕ້ອງການຕິດຕາມພຣະອົງ ຫຼື ເຮັດຫຍັງກໍຕາມທີ່ກ່ຽວຂ້ອງກັບໜ້າທີ່ຂອງເຈົ້າອີກຕໍ່ໄປ ແລະ ເຈົ້າຈະເຖິງກັບເສຍໃຈທີ່ເຈົ້າເລືອກປະຕິບັດໜ້າທີ່ໃນຕອນທຳອິດ. ເປັນຫຍັງຄົນຈຶ່ງສາມາດປ່ຽນໄດ້ງ່າຍໆເຊັ່ນນັ້ນ? ໃນຄວາມຈິງແລ້ວ, ບໍ່ແມ່ນວ່າເຈົ້າປ່ຽນແປງ, ມັນເປັນເພາະວ່າເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງໃນຕອນທຳອິດຢູ່ແລ້ວ. ຕາມຜິວເຜີນ, ເຖິງເຈົ້າຈະເຊື່ອໃນພຣະເຈົ້າ ແລະ ເຮັດໜ້າທີ່ຂອງເຈົ້າ, ຄວາມຄິດທາງໂລກ ແລະ ທີ່ຊົ່ວຮ້າຍ, ມຸມມອງ, ວິທີການໃຊ້ຊີວິດ ແລະ ອຸປະນິໄສທີ່ເສື່ອມຊາມຢູ່ພາຍໃນຕົວເຈົ້າບໍ່ເຄີຍຖືກກຳຈັດອອກຈັກເທື່ອ ແລະ ເຈົ້າຍັງເຕັມໄປດ້ວຍສິ່ງຊົ່ວຮ້າຍ. ເຈົ້າຍັງໃຊ້ຊີວິດຕາມສິ່ງເຫຼົ່ານັ້ນ, ນັ້ນຄືເຫດຜົນທີ່ເຈົ້າຍັງມີວຸດທິພາວະທີ່ໜ້ອຍ. ເຈົ້າຍັງຢູ່ໃນຂັ້ນຕອນທີ່ອັນຕະລາຍ; ເຈົ້າຍັງບໍ່ທັນໝັ້ນຄົງ ຫຼື ປອດໄພເທື່ອ. ຕາບໃດທີ່ເຈົ້າມີອຸປະນິໄສທີ່ຊົ່ວຮ້າຍ, ເຈົ້າຈະສືບຕໍ່ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ. ເພື່ອແກ້ໄຂບັນຫານີ້, ເຈົ້າຕ້ອງເຂົ້າໃຈກ່ອນວ່າສິ່ງໃດຊົ່ວຮ້າຍ ແລະ ມາຈາກຊາຕານ, ພວກມັນສ້າງຄວາມເສຍຫາຍແນວໃດ, ເປັນຫຍັງຊາຕານຈຶ່ງເຮັດສິ່ງເຫຼົ່ານີ້, ຄົນທົນທຸກຈາກພິດປະເພດໃດເມື່ອພວກເຂົາຍອມຮັບພວກມັນ ແລະ ຄົນເຫຼົ່ານັ້ນຈະກາຍເປັນຫຍັງ, ພ້ອມທັງພຣະເຈົ້າຂໍໃຫ້ພວກເຂົາເປັນຄົນປະເພດໃດ, ແມ່ນຫຍັງຄືຄວາມເປັນມະນຸດທີ່ປົກກະຕິ, ແມ່ນຫຍັງຄືສິ່ງທີ່ເປັນບວກ ແລະ ແມ່ນຫຍັງຄືສິ່ງທີ່ເປັນລົບ. ເຈົ້າຈະມີເສັ້ນທາງດຽວເທົ່ານັ້ນ ຖ້າເຈົ້າມີການແຍກແຍະ ແລະ ສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ຍິ່ງໄປກວ່ານັ້ນ, ໃນດ້ານບວກ, ເຈົ້າຕ້ອງປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນໃນຂະນະທີ່ມອບຄວາມຈິງໃຈ ແລະ ການອຸທິດຂອງເຈົ້າອີກດ້ວຍ. ຢ່າມີເລ່ຫຼ່ຽມ ຫຼື ຂີ້ຄ້ານ, ຢ່າຮັບມືກັບໜ້າທີ່ຂອງເຈົ້າ ຫຼື ສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ເຈົ້າດ້ວຍທັດສະນະຂອງຜູ້ບໍ່ເຊື່ອ ຫຼື ດ້ວຍປັດຊະຍາຂອງຊາຕານ. ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ພະຍາຍາມເຂົ້າໃຈທຸກແງ່ມຸມຂອງຄວາມຈິງ ແລະ ເຂົ້າໃຈຄວາມໝາຍສຳຄັນຂອງການປະຕິບັດໜ້າທີ່ຢ່າງຊັດເຈນ ແລະ ຈາກນັ້ນກໍປະຕິບັດ ແລະ ເຂົ້າສູ່ທຸກແງ່ມຸມໃນຄວາມຈິງ ໃນຂະນະທີ່ເຮັດໜ້າທີ່ຂອງເຈົ້າ ແລະ ຄ່ອຍໆຮູ້ຈັກພຣະເຈົ້າ, ພາລະກິດຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ. ດ້ວຍວິທີນີ້, ໂດຍທີ່ເຈົ້າບໍ່ຮູ້ຕົວ ສະພາວະພາຍໃນຂອງເຈົ້າຈະປ່ຽນແປງ, ຈະມີສິ່ງທີ່ດີ ແລະ ຫ້າວຫັນຫຼາຍຂຶ້ນພາຍໃນຕົວເຈົ້າ ແລະ ມີສິ່ງບໍ່ດີ ແລະ ຂີ້ຄ້ານໜ້ອຍຫຼົງ ແລະ ຄວາມສາມາດຂອງເຈົ້າໃນການແຍກແຍະສິ່ງຕ່າງໆກໍຈະເລີ່ມເຂັ້ມແຂງກວ່າເມື່ອກ່ອນ. ເມື່ອເຈົ້າເຕີບໃຫຍ່ຈົນຮອດຂັ້ນນີ້ໃນວຸດທິພາວະ, ເຈົ້າຈະມີການແຍກແຍະກ່ຽວກັບຄົນ, ເລື່ອງ ແລະ ສິ່ງຕ່າງໆທຸກປະເພດໃນໂລກນີ້ ແລະ ເຈົ້າຈະສາມາດເບິ່ງແກ່ນແທ້ຂອງບັນຫາອອກ. ຖ້າເຈົ້າເບິ່ງຮູບເງົາທີ່ຜະລິດໂດຍຜູ້ບໍ່ເຊື່ອ, ເຈົ້າຈະສາມາດຢັ່ງຮູ້ວ່າຄົນອາດຈະທົນທຸກກັບພິດຫຍັງຫຼັງຈາກທີ່ຮັບຊົມມັນ, ພ້ອມທັງຊາຕານຕັ້ງໃຈຈະຝັງ ແລະ ປູກຫຍັງໃນຜູ້ຄົນຜ່ານວິທີການ ແລະ ກະແສເຫຼົ່ານີ້ ແລະ ມັນຕັ້ງໃຈຈະກັດເຊາະຫຍັງໃນຜູ້ຄົນ. ເຈົ້າຈະຄ່ອຍໆສາມາດເບິ່ງສິ່ງເຫຼົ່ານີ້ອອກ. ເຈົ້າຈະບໍ່ໄດ້ຮັບພິດຫຼັງຈາກທີ່ຮັບຊົມຮູບເງົາ ແລະ ເຈົ້າຈະມີການແຍກແຍະມັນ, ນັ້ນຄືເວລາທີ່ເຈົ້າຈະມີວຸດທິພາວະຢ່າງແທ້ຈິງ.
ຫຼັງຈາກທີ່ໄດ້ຮັບຊົມຮູບເງົາສຸດຍອດມະນຸດ ແລະ ທີ່ມາຈາກຈິນຕະນາການສອງສາມເລື່ອງ, ຄົນໜຸ່ມບາງຄົນກໍຕິດເຊື້ອຈາກຄວາມປາດຖະໜາ, ພວກເຂົາປາດຖະໜາວ່າພວກເຂົາຈະສາມາດມີຄວາມສາມາດທີ່ພິເສດຄືກັບຕົວລະຄອນຫຼັກ. ແບບນີ້ແລ້ວ ພວກເຂົາບໍ່ໄດ້ຖືກພິດບໍ? ພິດນັ້ນຈະສາມາດທຳຮ້າຍເຈົ້າໄດ້ບໍ ຖ້າເຈົ້າບໍ່ຮັບຊົມຮູບເງົາເຫຼົ່ານັ້ນ? ບໍ່ສາມາດທຳຮ້າຍໄດ້. ເຮົາໝາຍຄວາມວ່າແນວໃດກັບສິ່ງນີ້? ເຈົ້າໃຊ້ຊີວິດໃນສັງຄົມທີ່ຊົ່ວຮ້າຍ, ສະນັ້ນເມື່ອເຈົ້າມີວຸດທິພາວະທີ່ນ້ອຍ ແລະ ຂາດການຢັ່ງຮູ້, ເຈົ້າກໍສາມາດຖືກຄອບງໍາໂດຍສິ່ງຕ່າງໆທີ່ເປັນຂອງກະແສທີ່ຊົ່ວຮ້າຍ ເພາະເຈົ້າພົບພໍ້ກັບພວກມັນກ່ອນ ແລະ ເຈົ້າຈະປະຕິບັດຕໍ່ພວກມັນຄືກັບເປັນສິ່ງທີ່ດີ ແລະ ເປັນສິ່ງທີ່ປົກກະຕິ ແລະ ເໝາະສົມ. ນີ້ຄືວິທີດຽວທີ່ຊາຕານໃສ່ພິດຜູ້ຄົນ. ບອກເຮົາເບິ່ງວ່າ ຊາຕານບໍ່ໄດ້ຊົ່ວຮ້າຍບໍ? ຊາຕານມີຫຼາຍວິທີເຮັດໃຫ້ຄົນເສື່ອມຊາມ! ອາດຈະເວົ້າໄດ້ວ່າຄົນໃດກໍຕາມທີ່ໄດ້ເບິ່ງຮູບເງົາປະເພດເຫຼົ່ານີ້ກໍມີຄວາມປາດຖະໜາປະເພດນີ້. ມີເດັກຄົນໜຶ່ງທີ່ເບິ່ງຮູບເງົາທີ່ສ້າງຈາກຈິນຕະນາການ ແລະ ຈະແລ່ນໄປມາທົ່ວເດີ່ນຂອງເຂົາໃນຂະນະທີ່ຂີ່ໄມ້ຝອຍເມື່ອໃດກໍຕາມທີ່ເຂົາມີເວລາຫວ່າງ. ໃນຕອນທຳອິດ, ເຂົາບໍ່ສາມາດບິນໄດ້ບໍ່ວ່າເຂົາຈະພະຍາຍາມແນວໃດກໍຕາມ ແລະ ຈາກນັ້ນມື້ໜຶ່ງ ເຂົາກໍເລີ່ມບິນໄດ້ແທ້ໆ. ເຂົາບໍ່ໄດ້ບິນດ້ວຍຕົນເອງ, ມັນເປັນກຳລັງພາຍນອກທີ່ເຮັດໃຫ້ເຂົາບິນໄດ້. ຫຼັງຈາກທີ່ເຂົາເລີ່ມບິນ, ເຂົາກໍບໍ່ສາມາດຫ້າມຕົນເອງບໍ່ໃຫ້ຮ້ອງອອກຄຳເວົ້າບາງຢ່າງທີ່ແປກປະຫຼາດຄືກັບທີ່ຕົວລະຄອນເຮັດໃນຮູບເງົາ; ວິນຍານປະເພດໜຶ່ງໄດ້ເຂົ້າສິງສູ່ຕົວເຂົາແລ້ວ. ການຂີ່ໄມ້ຝອຍເປັນສ່ວນໜຶ່ງໃນຊີວິດປົກກະຕິຂອງມະນຸດບໍ? ເຈົ້າສາມາດຂີ່ມ້າ ຫຼື ລາ, ແລ້ວເປັນຫຍັງເຈົ້າຈຶ່ງຕ້ອງຂີ່ໄມ້ຝອຍ ແລະ ບິນ? ນີ້ຄືສິ່ງທີ່ເປັນໄປໄດ້ບໍ? ເຈົ້າສາມາດແຍກແຍະໄດ້ທັນທີວ່າມັນບໍ່ແມ່ນສິ່ງທີ່ຄົນປົກກະຕິເຮັດ. ໄມ້ຝອຍບໍ່ສາມາດບິນໄດ້, ພວກມັນສາມາດບິນດ້ວຍການຊ່ວຍເຫຼືອຈາກວິນຍານຊົ່ວຮ້າຍ, ສະນັ້ນມັນຈຶ່ງເປັນວຽກຂອງຊາຕານ ແລະ ວິນຍານຊົ່ວຮ້າຍ. ຊາຕານ ແລະ ວິນຍານຊົ່ວຮ້າຍເຮັດສິ່ງທີ່ໜ້າປະຫຼາດໃຈ, ແປກປະຫຼາດ ແລະ ເປັນຕາຫົວທີ່ຄົນປົກກະຕິບໍ່ເຮັດ. ພວກເຈົ້າມີການຢັ່ງຮູ້ໜ້ອຍໜຶ່ງກ່ຽວກັບສິ່ງຕ່າງໆທີ່ຊາຕານເຮັດບໍ? ພວກເຈົ້າຄວນມີທັດສະນະປະເພດໃດຕໍ່ສິ່ງເຫຼົ່ານັ້ນ? ເຈົ້າບໍ່ຄວນປະຕິເສດພວກມັນບໍ? ພວກເຈົ້າຄວນໄຕ່ຕອງກ່ຽວກັບຕົນເອງ ເມື່ອພວກເຈົ້າມີເວລາ, ກວດເບິ່ງວ່າມີສິ່ງປະຫຼາດຫຍັງແດ່ທີ່ຍັງຄົງຢູ່ໃນຄວາມຄິດຂອງເຈົ້າ. ເປັນຫຍັງພວກເຈົ້າຈຶ່ງມີສິ່ງປະຫຼາດຫຼາຍຢ່າງໃນຄວາມຄິດຂອງພວກເຈົ້າ? ເພາະຄົນໃນຮຸ່ນຂອງພວກເຈົ້າໄດ້ຮັບພິດຫຼາຍ, ພວກເຈົ້າທຸກຄົນຕ້ອງການໂດດຈາກຫຼັງຄາຂອງຕຶກໜຶ່ງໄປຫາອີກຕຶກໜຶ່ງ, ເປັນມະນຸດແມງມຸມ ຫຼື ມະນຸດເຈຍ ແລະ ກາຍເປັນສິ່ງທີ່ເໜືອມະນຸດ. ນີ້ບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ ຫຼື ປະກອບມີ. ຖ້າເຈົ້າຢືນຢັນທີ່ຈະສະແຫວງຫາສິ່ງຕ່າງໆທີ່ບໍ່ຈຳເປັນຕ້ອງມີໃນຄວາມເປັນມະນຸດທີ່ປົກກະຕິ ແລະ ຖ້າເຈົ້າເຮັດຢ່າງດື້ດ້ານເພື່ອພະຍາຍາມ ແລະ ມີປະສົບການກັບພວກມັນ, ເຈົ້າອາດຈະດຶງດູດວຽກຂອງວິນຍານຊົ່ວຮ້າຍ. ຄົນພົບກັບບັນຫາເມື່ອພວກເຂົາຖືກສິງໂດຍວິນຍານຊົ່ວຮ້າຍ, ພວກເຂົາຖືກຊາຕານຄອບງໍາ ແລະ ຈາກນັ້ນພວກເຂົາກໍຢູ່ໃນອັນຕະລາຍ. ບັນຫານີ້ຈະສາມາດຮັບການແກ້ໄຂໄດ້ແນວໃດ? ຄົນຄວນຮ້ອງຫາພຣະເຈົ້າເປັນປະຈຳ. ພວກເຂົາຕ້ອງບໍ່ຕົກຢູ່ໃນການລໍ້ລວງ ຫຼື ຖືກຊາຕານຫຼອກລວງ. ໃນເວລາທີ່ຊົ່ວຮ້າຍນີ້ ເຊິ່ງເປັນຍຸກທີ່ມານຮ້າຍ ແລະ ວິນຍານທີ່ບໍ່ສະອາດມີຫຼາຍ ແລະ ອາລະວາດ, ຖ້າເຈົ້າສາມາດອະທິຖານເພື່ອໃຫ້ຄວາມກະລຸນາ ແລະ ການປົກປ້ອງຂອງພຣະເຈົ້າຢູ່ກັບເຈົ້າຢູ່ສະເໝີ ແລະ ຂໍໃຫ້ພຣະອົງເບິ່ງດູແລເຈົ້າ ແລະ ປົກປ້ອງເຈົ້າ, ເພື່ອວ່າເພື່ອວ່າຫົວໃຈຂອງເຈົ້າຈະບໍ່ອອກຫ່າງຈາກພຣະອົງ ແລະ ເຈົ້າຈະສາມາດນະມັດສະການພຣະອົງດ້ວຍຄວາມຊື່ສັດ ແລະ ດ້ວຍຫົວໃຈຂອງເຈົ້າ, ນີ້ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງບໍ? (ແມ່ນແລ້ວ.) ພວກເຈົ້າເຕັມໃຈທີ່ຈະຍ່າງໃນເສັ້ນທາງນີ້ບໍ? ພວກເຈົ້າເຕັມໃຈທີ່ຈະໃຊ້ຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ພາຍໃຕ້ການລົງວິໄນຂອງພຣະອົງຢູ່ສະເໝີ ຫຼື ພວກເຈົ້າຕ້ອງການໃຊ້ຊີວິດຢູ່ພາຍໃນໂລກອິດສະຫຼະຂອງພວກເຈົ້າເອງ? ຖ້າພຣະເຈົ້າລົງວິໄນພວກເຈົ້າ, ບາງຄັ້ງມັນອາດຈະເຮັດໃຫ້ພວກເຈົ້າທົນທຸກທາງຮ່າງກາຍໜ້ອຍໜຶ່ງ. ພວກເຈົ້າເຕັມໃຈທີ່ຈະຮັບເອົາສິ່ງນັ້ນບໍ? (ແມ່ນ). ພວກເຈົ້າເວົ້າວ່າພວກເຈົ້າເຕັມໃຈໃນຕອນນີ້, ແຕ່ພວກເຈົ້າອາດຈະເລີ່ມຈົ່ມພຶມພຳເມື່ອພວກເຈົ້າພົບກັບຄວາມເປັນຈິງຂອງສິ່ງນັ້ນ. ມັນບໍ່ພຽງພໍທີ່ຈະເຕັມໃຈທົນທຸກ, ເຈົ້າຍັງຕ້ອງມີຄວາມປະສົງທີ່ຈະດິ້ນຮົນໄປຫາຄວາມຈິງ. ເຈົ້າສາມາດຢືນຢັດເມື່ອເຈົ້າເຂົ້າໃຈຄວາມຈິງໄດ້ເທົ່ານັ້ນ. ມັນກ່ຽວກັບວ່າຄົນໜຸ່ມບໍ່ໝັ້ນຄົງຫຼາຍ ແລະ ພວກເຂົາບໍ່ໄດ້ເຮັດໜ້າທີ່ທີ່ເໝາະສົມຂອງພວກເຂົາ ຫຼື ມີສິ່ງທີ່ເໝາະສົມໃນຄວາມຄິດ ແລະ ພວກເຂົາບໍ່ເຕັມໃຈທີ່ຈະອ່ານພຣະທຳຂອງພຣະເຈົ້າ ຫຼື ພະຍາຍາມໄປຫາຄວາມຈິງ. ນີ້ຄືສິ່ງທີ່ອັນຕະລາຍ. ມັນຍາກທີ່ຈະເວົ້າວ່າມັນຈະຈົບລົງດ້ວຍຊີວິດ ຫຼື ຄວາມຕາຍ. ມີຄົນໜຸ່ມບາງຄົນໃນປັດຈຸບັນທີ່ໄດ້ຮັບຟັງຄຳເທດສະໜາເປັນເວລາຫຼາຍປີ; ພວກເຂົາໄດ້ເລີ່ມສົນໃຈໃນຄວາມຈິງ ແລະ ພວກເຂົາເຕັມໃຈທີ່ຈະຈົດບັນທຶກເມື່ອພວກເຂົາຮັບຟັງຄຳເທດສະໜາ. ພວກເຂົາຮູ້ສຶກຫິວ ແລະ ກະຫາຍຫາຄວາມຊອບທຳພໍສົມຄວນ ແລະ ພວກເຂົາສາມາດເຂົ້າໃຈຄວາມຈິງ. ນີ້ໝາຍຄວາມວ່າພວກເຂົາມີພື້ນຖານແລ້ວ ແລະ ຕາບໃດທີ່ຄວາມຈິງຢັ່ງຮາກໃນຫົວໃຈຂອງພວກເຂົາ, ພວກເຂົາກໍຈະໝັ້ນຄົງຫຼາຍຂຶ້ນ. ຖ້າພວກເຂົາສືບຕໍ່ພະຍາຍາມໄປຫາຄວາມຈິງ, ສິ່ງນີ້ຈະຮັບປະກັນໄດ້ວ່າພວກເຂົາຈະສາມາດເຂົ້າໃຈຄວາມຈິງ, ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ບັນລຸຄວາມລອດພົ້ນ.
ພວກເຈົ້າຮູ້ບໍວ່າສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດແມ່ນຫຍັງ? ອີງໃສ່ວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າຮູ້ບໍວ່າພວກເຈົ້າຄວນເອົາໃຈໃສ່ກັບຫຍັງໃນຄວາມເຊື່ອຂອງພວກເຈົ້າ ແລະ ແມ່ນຫຍັງຄືສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດກ່ຽວກັບວິທີທີ່ເຈົ້າຄວນສະແຫວງຫາ ແລະ ປະຕິບັດ? ບາງຄົນບໍ່ປາກົດວ່າມີທັກສະຫຼາຍໃນພາຍນອກ ແລະ ພວກເຂົາມິດງຽບ ແລະ ສະຫງົບສະຫງຽມຕະຫຼອດເວລາ. ພວກເຂົາບໍ່ເວົ້າຫຼາຍ, ແຕ່ພວກເຂົາມີສະຕິປັນຍາທີ່ຍິ່ງໃຫຍ່ໃນຫົວໃຈຂອງພວກເຂົາເຊິ່ງຄົນອື່ນບໍ່ມີ. ຄົນສ່ວນໃຫຍ່ບໍ່ສາມາດເຫັນມັນໄດ້ ແລະ ແມ່ນແຕ່ໃນເວລາທີ່ພວກເຂົາສາມາດເຫັນໄດ້, ພວກເຂົາກໍຈະບໍ່ຄິດວ່າມັນເປັນສະຕິປັນຍາ. ພວກເຂົາຈະຄິດວ່າມັນເປັນສິ່ງບໍ່ຈຳເປັນ ແລະ ມັນບໍ່ມີຄຸນຄ່າຫຍັງ. ພວກເຈົ້າສາມາດຄິດອອກບໍວ່າສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດນີ້ຂອງພວກເຂົາແມ່ນຫຍັງ? (ການມີຫົວໃຈທີ່ງຽບສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ, ການອະທິຖານຫາພຣະເຈົ້າຢູ່ສະເໝີ ແລະ ການຍັບເຂົ້າໃກ້ພຣະອົງຢູ່ສະເໝີ). ເຈົ້າມີຄຳຕອບທີ່ຖືກຕ້ອງໜ້ອຍໜຶ່ງ. ແມ່ນຫຍັງຄືຈຸດປະສົງຂອງການຍັບເຂົ້າໃກ້ພຣະເຈົ້າ? (ເພື່ອສະແຫວງຫາຄວາມປະສົງຂອງພຣະເຈົ້າ). ແມ່ນຫຍັງຄືເປົ້າໝາຍຂອງການສະແຫວງຫາຄວາມປະສົງຂອງພຣະເຈົ້າ? ມັນແມ່ນການເພິ່ງພາພຣະອົງບໍ? (ແມ່ນ). ເປົ້າໝາຍຄືການເພິ່ງພາພຣະເຈົ້າ. ຖ້າເຈົ້າເພິ່ງພາພຣະເຈົ້າໃນທຸກສິ່ງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ເຈົ້າ, ນໍາພາເຈົ້າ ແລະ ຊີ້ນໍາເຈົ້າ. ເຈົ້າຈະບໍ່ຕ້ອງຄຳຫາຫົນທາງຂອງເຈົ້າໃນຄວາມມືດມິດຄືກັບຄົນຕາບອດ ແລະ ເຈົ້າພຽງແຕ່ສາມາດເຮັດຕາມພຣະທຳຂອງພຣະເຈົ້າ. ນັ້ນບໍ່ແມ່ນວິທີການທີ່ງ່າຍກວ່າບໍ? ເຈົ້າຈະບໍ່ຈຳເປັນຕ້ອງເວົ້າຜິດເວົ້າຖືກອີກຕໍ່ໄປ, ເຈົ້າສາມາດເຮັດຕາມທີ່ພຣະເຈົ້າຊີ້ບອກ. ສິ່ງນີ້ງ່າຍ ແລະ ໄວ ແລະ ມັນບໍ່ໄດ້ຮຽກຮ້ອງໃຫ້ເຈົ້າເຮັດໃຫ້ຕົນເອງອິດເມື່ອຍໂດຍການຍ່າງໃນເສັ້ນທາງທີ່ອ້ອມໄປອ້ອມມາ. ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງຢ່າງຊັດເຈນຫຼາຍ, ສະນັ້ນເຈົ້າບໍ່ຈຳເປັນຕ້ອງກັງວົນວ່າເຈົ້າຄວນຕັດສິນໃຈເຮັດແນວໃດ. ນີ້ບໍ່ແມ່ນສະຕິປັນຍາບໍ? ພວກເຈົ້າເຂົ້າໃຈບໍໃນຕອນນີ້? ເຮົາຈະບອກພວກເຈົ້າເດີວ່າ: ສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດຄືການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າໃນທຸກສິ່ງ. ຄົນທຳມະດາບໍ່ຮັບຮູ້ສິ່ງນີ້. ຜູ້ຄົນລ້ວນແລ້ວແຕ່ຄິດວ່າການເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ການຮັບຟັງຄຳເທດສະໜາຫຼາຍຂຶ້ນ, ການໂອ້ລົມຫຼາຍຂຶ້ນກັບອ້າຍເອື້ອຍນ້ອງຂອງພວກເຂົາ, ການປະຖິ້ມຫຼາຍຂຶ້ນ, ການທົນທຸກຫຼາຍຂຶ້ນ ແລະ ການຈ່າຍລາຄາຫຼາຍຂຶ້ນຈະເຮັດໃຫ້ພວກເຂົາໄດ້ຮັບການຮອງຮັບ ແລະ ຄວາມລອດພົ້ນຈາກພຣະເຈົ້າ. ພວກເຂົາຄິດວ່າການປະຕິບັດໃນລັກສະນະນີ້ຄືສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດ, ແຕ່ພວກເຂົາບໍ່ໃສ່ໃຈເລື່ອງທີ່ໃຫຍ່ທີ່ສຸດ: ການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ. ພວກເຂົາຖືວ່າຄວາມສະຫຼາດເລັກໆນ້ອຍໆຂອງມະນຸດຄືສະຕິປັນຍາ ແລະ ບໍ່ສົນໃຈຜົນສະທ້ອນສຸດທ້າຍທີ່ການກະທຳຂອງພວກເຂົາຄວນທີ່ຈະບັນລຸ. ນີ້ຄືຂໍ້ຜິດພາດ. ບໍ່ວ່າຄົນໆໜຶ່ງຈະເຂົ້າໃຈຄວາມຈິງໄດ້ຫຼາຍສໍ່າໃດ, ບໍ່ວ່າຄົນໆໜຶ່ງໄດ້ປະຕິບັດໜ້າທີ່ຫຼາຍສໍ່າໃດ, ບໍ່ວ່າຄົນໆໜຶ່ງໄດ້ມີປະສົບການຫຼາຍສໍ່າໃດໃນຂະນະທີ່ກຳລັງປະຕິບັດໜ້າທີ່ເຫຼົ່ານັ້ນ, ບໍ່ວ່າວຸດທິພາວະຂອງຄົນໆໜຶ່ງຈະຍິ່ງໃຫຍ່ ຫຼື ເລັກນ້ອຍສໍ່າໃດກໍ່ຕາມ ຫຼື ບໍ່ວ່າຄົນໆໜຶ່ງຈະຢູ່ໃນສະພາບແວດລ້ອມແບບໃດກໍ່ຕາມ, ສິ່ງທີ່ຄົນໆໜຶ່ງບໍ່ສາມາດຂາດໄດ້ກໍ່ຄື ຄົນໆນັ້ນຕ້ອງເພິ່ງພາພຣະເຈົ້າ ແລະ ອາໄສພຣະອົງໃນທຸກສິ່ງທີ່ເຂົາເຮັດ. ນີ້ແມ່ນສະຕິປັນຍາປະເພດທີ່ຍິ່ງໃຫຍ່ທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ແມ່ນສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດ? ເຖິງແມ່ນວ່າຄົນໆໜຶ່ງໄດ້ມາເຂົ້າໃຈຄວາມຈິງບາງຢ່າງ, ມັນຈະໃຊ້ການໄດ້ບໍ ຖ້າເຂົາບໍ່ອາໄສພຣະເຈົ້າ? ບາງຄົນເຊື່ອໃນພຣະເຈົ້າໄດ້ຫຼາຍປີ ແລະ ພວກເຂົາໄດ້ຜະເຊີນກັບການທົດລອງຫຼາຍຢ່າງ, ມີປະສົບການຕົວຈິງບາງຢ່າງ, ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄວາມຮູ້ຕົວຈິງບາງຢ່າງກ່ຽວກັບຄວາມຈິງ, ແຕ່ພວກເຂົາບໍ່ຮູ້ທີ່ຈະອາໄສພຣະເຈົ້າ ຫຼື ພວກເຂົາບໍ່ເຂົ້າໃຈວິທີການເພິ່ງພາ ແລະ ການອາໄສພຣະອົງ. ຄົນດັ່ງກ່າວມີສະຕິປັນຍາບໍ? ພວກເຂົາເປັນຄົນທີ່ໂງ່ຈ້າທີ່ສຸດ ແລະ ເປັນປະເພດຄົນທີ່ຄິດວ່າຕົນເອງສະຫຼາດ; ພວກເຂົາບໍ່ຢຳເກງພຣະເຈົ້າ ແລະ ຫຼົບຫຼີກຈາກຄວາມຊົ່ວຮ້າຍ. ບາງຄົນເວົ້າວ່າ “ຂ້ອຍເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີຄວາມເປັນຈິງແຫ່ງຄວາມຈິງ. ມັນບໍ່ເປັນຫຍັງທີ່ຈະເຮັດສິ່ງຕ່າງໆໃນລັກສະນະທີ່ມີຫຼັກການເທົ່ານັ້ນ. ຂ້ອຍຈົງຮັກພັກດີກັບພຣະເຈົ້າ ແລະ ຂ້ອຍຮູ້ວິທີທີ່ຈະຍັບເຂົ້າໃກ້ພຣະອົງ. ມັນບໍ່ພຽງພໍບໍທີ່ຂ້ອຍປະຕິບັດຄວາມຈິງເມື່ອສິ່ງຕ່າງໆເກີດຂຶ້ນກັບຂ້ອຍ? ບໍ່ມີຄວາມຈຳເປັນຫຍັງທີ່ຈະຕ້ອງອະທິຖານຫາພຣະເຈົ້າ ຫຼື ເພິ່ງພາພຣະເຈົ້າ”. ການປະຕິບັດຄວາມຈິງເປັນສິ່ງທີ່ຖືກຕ້ອງ, ແຕ່ມີຫຼາຍຄັ້ງ ແລະ ຫຼາຍສະຖານະການທີ່ຜູ້ຄົນບໍ່ຮູ້ວ່າກຳລັງພົວພັນກັບຄວາມຈິງຫຍັງ ແລະ ຫຼັກການແຫ່ງຄວາມຈິງຫຼາຍ. ທຸກຄົນທີ່ມີປະສົບການຕົວຈິງຮູ້ຈັກສິ່ງນີ້. ຕົວຢ່າງ: ເມື່ອເຈົ້າຜະເຊີນກັບບັນຫາບາງຢ່າງ, ເຈົ້າອາດບໍ່ຮູ້ວ່າບັນຫານີ້ກ່ຽວຂ້ອງກັບຄວາມຈິງຫຍັງ ຫຼື ຄວນປະຕິບັດ ຫຼື ປັບໃຊ້ຄວາມຈິງທີ່ກ່ຽວຂ້ອງກັບບັນຫານີ້ແນວໃດ. ເຈົ້າຄວນເຮັດຫຍັງໃນເວລາແບບນີ້? ບໍ່ວ່າເຈົ້າມີປະສົບການຕົວຈິງຫຼາຍສໍ່າໃດ, ເຈົ້າກໍ່ບໍ່ສາມາດເຂົ້າໃຈຫຼັກການແຫ່ງຄວາມຈິງໃນທຸກສະຖານະການໄດ້. ບໍ່ວ່າເຈົ້າໄດ້ເຊື່ອພຣະເຈົ້າເປັນເວລາເທົ່າໃດປີກໍ່ຕາມ, ບໍ່ວ່າເຈົ້າໄດ້ຜະເຊີນກັບສິ່ງຕ່າງໆຫຼາຍສໍ່າໃດກໍ່ຕາມ ແລະ ບໍ່ວ່າເຈົ້າໄດ້ຜະເຊີນກັບການລິຮານ, ການຈັດການ ຫຼື ການລົງວິໄນຫຼາຍສໍ່າໃດກໍ່ຕາມ, ເຖິງແມ່ນເຈົ້າເຂົ້າໃຈຄວາມຈິງ, ເຈົ້າກ້າເວົ້າບໍວ່າເຈົ້າຄືຄວາມຈິງ? ເຈົ້າກ້າເວົ້າບໍວ່າເຈົ້າເປັນແຫຼ່ງກຳເນີດຄວາມຈິງ? ບາງຄົນເວົ້າວ່າ “ຂ້ອຍຮູ້ຈັກທຸກຖ້ອຍຄຳ ແລະ ຂໍ້ຄວາມທີ່ເປັນທີ່ຮູ້ຈັກກັນດີໃນໜັງສື ພຣະທຳປາກົດໃນຮ່າງກາຍ ໄດ້ຂຶ້ນໃຈ; ຂ້ອຍບໍ່ຈຳເປັນຕ້ອງອາໄສພຣະເຈົ້າ ຫຼື ເພິ່ງພາພຣະອົງ. ເມື່ອເວລາມາເຖິງ, ຂ້ອຍຈະບໍ່ເປັນຫຍັງ ຖ້າຈະອາໄສພຣະທຳເຫຼົ່ານີ້ຂອງພຣະເຈົ້າເທົ່ານັ້ນ”. ພຣະທຳທີ່ເຈົ້າທ່ອງຈຳແມ່ນບໍ່ມີການເຄື່ອນໄຫວ, ແຕ່ສະພາບແວດລ້ອມທີ່ເຈົ້າຜະເຊີນ ພ້ອມທັງສະພາວະຂອງເຈົ້າ ແມ່ນມີພະລັງເຄື່ອນໄຫວ. ເຈົ້າສາມາດເປັ່ງຄຳເວົ້າທີ່ເປັນຫຼັກຄຳສອນ, ແຕ່ບໍ່ສາມາດເຮັດຫຍັງກັບພວກມັນໄດ້ ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ, ເຊິ່ງພິສູດວ່າເຈົ້າບໍ່ເຂົ້າໃຈຄວາມຈິງ. ບໍ່ວ່າເຈົ້າເກ່ງສໍ່າໃດກໍ່ຕາມໃນການເວົ້າສວດຄຳເວົ້າທີ່ເປັນຫຼັກຄຳສອນ, ສິ່ງນີ້ກໍ່ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ, ແຮງໄກທີ່ເຈົ້າຈະສາມາດປະຕິບັດຄວາມຈິງ. ສະນັ້ນ, ຈຶ່ງມີບົດຮຽນທີ່ສຳຄັນຫຼາຍໃຫ້ຮຽນຮູ້ໃນທີ່ນີ້. ແລ້ວບົດຮຽນນີ້ແມ່ນຫຍັງ? ມັນກໍ່ຄືການທີ່ຜູ້ຄົນເພິ່ງພາພຣະເຈົ້າໃນທຸກສິ່ງ ແລະ ໂດຍການເຮັດແບບນັ້ນ, ພວກເຂົາຈຶ່ງສາມາດບັນລຸການອາໄສພຣະເຈົ້າໄດ້. ໂດຍການອາໄສພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງມີເສັ້ນທາງໃຫ້ຕິດຕາມ. ແລະ ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າບໍ່ດັ່ງນັ້ນ, ເຈົ້າສາມາດເຮັດສິ່ງໃດໜຶ່ງຢ່າງຖືກຕ້ອງ ແລະ ໂດຍບໍ່ລະເມີດຄວາມຈິງ, ແຕ່ຖ້າເຈົ້າບໍ່ອາໄສພຣະເຈົ້າ, ແລ້ວການກະທຳຂອງເຈົ້າກໍ່ເປັນພຽງຄຸນງາມຄວາມດີຂອງມະນຸດ ແລະ ບໍ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແນ່ນອນ. ເພາະຜູ້ຄົນມີຄວາມເຂົ້າໃຈທີ່ຕື້ນໆກ່ຽວກັບຄວາມຈິງ, ພວກເຂົາຈຶ່ງມີແນວໂນ້ມທີ່ຈະປະຕິບັດຕາມກົດລະບຽບ ແລະ ຍຶດຕິດກັບຄຳເວົ້າທີ່ເປັນຫຼັກຄຳສອນຢ່າງດື້ດຶງ ໂດຍນໍາໃຊ້ຄວາມຈິງແບບດຽວກັນເມື່ອຜະເຊີນໜ້າກັບຫຼາກຫຼາຍສະຖານະການ. ມັນເປັນໄປໄດ້ທີ່ພວກເຂົາອາດສຳເລັດຫຼາຍເລື່ອງໂດຍສອດຄ່ອງກັບຫຼັກການແຫ່ງຄວາມຈິງໂດຍລວມ, ແຕ່ບໍ່ສາມາດເຫັນການຊີ້ນໍາຂອງພຣະເຈົ້າໄດ້ໃນສິ່ງນີ້ ຫຼື ພາລະກິດຂອງພຣະວິນຍານບໍລິສຸດກໍ່ບໍ່ສາມາດເຫັນໄດ້. ມີບັນຫາທີ່ຮ້າຍແຮງໃນທີ່ນີ້ ນັ້ນກໍ່ຄື ຜູ້ຄົນເຮັດຫຼາຍສິ່ງໂດຍອາໄສປະສົບການຂອງພວກເຂົາ ແລະ ກົດລະບຽບທີ່ພວກເຂົາເຂົ້າໃຈ ແລະ ອາໄສຈິນຕະນາການຂອງມະນຸດ. ມັນຍາກທີ່ຈະບັນລຸການອະທິຖານຢ່າງແທ້ຈິງຕໍ່ພຣະເຈົ້າ ແລະ ເພິ່ງພາພຣະອົງຢ່າງແທ້ຈິງໃນທຸກສິ່ງທີ່ພວກເຂົາເຮັດ. ເຖິງແມ່ນວ່າຄົນໆໜຶ່ງເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ມັນຍາກທີ່ຈະບັນລຸຜົນຂອງການເຮັດໜ້າຕາມທີ່ຖືກຊີ້ນໍາໂດຍພຣະເຈົ້າ ແລະ ໂດຍສອດຄ່ອງຕາມຫຼັກການແຫ່ງຄວາມຈິງ. ດ້ວຍເຫດຜົນນີ້, ເຮົາຈຶ່ງເວົ້າວ່າສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດຄືການເພິ່ງພາພຣະເຈົ້າ ແລະ ການອາໄສພຣະອົງໃນທຸກສິ່ງ.
ຜູ້ຄົນຈະສາມາດປະຕິບັດການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າໃນທຸກສິ່ງໄດ້ແນວໃດ? ບາງຄົນເວົ້າວ່າ “ຂ້ອຍຍັງນ້ອຍ, ວຸດທິພາວະຂອງຂ້ອຍກໍນ້ອຍ ແລະ ຂ້ອຍຫາກໍເຊື່ອໃນພຣະເຈົ້າໄດ້ເປັນເວລາສັ້ນໆ. ຂ້ອຍບໍ່ຮູ້ຈັກວິທີການປະຕິບັດການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າເມື່ອບາງສິ່ງເກີດຂຶ້ນ”. ນີ້ຄືບັນຫາບໍ? ມີຄວາມຫຍຸ້ງຍາກຫຼາຍຢ່າງໃນການເຊື່ອໃນພຣະເຈົ້າ ແລະ ເຈົ້າຈໍາເປັນຕ້ອງຜ່ານຜ່າຄວາມລຳບາກຍາກແຄ້ນ, ການທົດສອບ ແລະ ຄວາມເຈັບປວດຢ່າງຫຼວງຫຼາຍ. ທັງໝົດນີ້ແມ່ນຈຳເປັນຕ້ອງມີການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າເພື່ອຜ່ານຜ່າເວລາທີ່ລຳບາກ. ຖ້າເຈົ້າບໍ່ສາມາດປະຕິບັດການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ, ເຈົ້າຈະບໍ່ສາມາດຜ່ານຜ່າຄວາມລໍາບາກ ແລະ ເຈົ້າຈະບໍ່ສາມາດຕິດຕາມພຣະເຈົ້າໄດ້. ການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າບໍ່ແມ່ນຫຼັກຄຳສອນທີ່ວ່າງເປົ່າ ຫຼື ມັນບໍ່ແມ່ນບົດສວດມົນເພື່ອທີ່ຈະເຊື່ອໃນພຣະເຈົ້າ. ໃນທາງກົງກັນຂ້າມ, ມັນຄືຄວາມຈິງທີ່ສຳຄັນ, ຄວາມຈິງທີ່ເຈົ້າຕ້ອງມີເພື່ອທີ່ຈະເຊື່ອ ແລະ ຕິດຕາມພຣະເຈົ້າ. ບາງຄົນເວົ້າວ່າ “ການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າພຽງແຕ່ໃຊ້ໄດ້ເມື່ອເກີດເຫດການໃຫຍ່ໆຂຶ້ນ. ຕົວຢ່າງ: ເຈົ້າພຽງແຕ່ຈຳເປັນຕ້ອງຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າເມື່ອຜະເຊີນໜ້າກັບຄວາມລຳບາກຍາກແຄ້ນ, ການທົດສອບ, ການຈັບກຸມ ແລະ ການຂົ່ມເຫັງ ຫຼື ເມື່ອເຈົ້າຜະເຊີນໜ້າກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງເຈົ້າ ຫຼື ເມື່ອເຈົ້າຖືກລິຮານ ແລະ ຈັດການ. ບໍ່ຈຳເປັນຕ້ອງຫວັງເພ່ິງພຣະເຈົ້າ ແລະ ອາໄສພຣະເຈົ້າສຳລັບເລື່ອງທີ່ບໍ່ສຳຄັນໃນຊີວິດສ່ວນຕົວ, ເພາະພຣະເຈົ້າບໍ່ສົນໃຈກ່ຽວກັບພວກມັນ”. ຄຳເວົ້ານີ້ຖືກຕ້ອງບໍ? ມັນບໍ່ຖືກຕ້ອງຢ່າງແນ່ນອນ. ມີການຫັນເຫຢູ່ບ່ອນນີ້. ມັນຈຳເປັນທີ່ຈະຫວັງເພິ່ງພຣະເຈົ້າໃນເລື່ອງໃຫຍ່, ແຕ່ເຈົ້າສາມາດຈັດການກັບເລື່ອງທີ່ບໍ່ສຳຄັນ ແລະ ເລື່ອງນ້ອຍໆໃນຊີວິດໂດຍບໍ່ມີຫຼັກການບໍ? ໃນເລື່ອງຕ່າງໆ ເຊັ່ນ: ການນຸ່ງເຄື່ອງ ແລະ ການກິນ, ເຈົ້າສາມາດເຮັດໂດຍບໍ່ມີຫຼັກການບໍ? ບໍ່ໄດ້ຢ່າງແນ່ນອນ. ການທີ່ເຈົ້າພົວພັນຈັດການກັບຜູ້ຄົນ ແລະ ເລື່ອງຕ່າງໆເດ? ບໍ່ໄດ້ຢ່າງແນ່ນອນ. ແມ່ນແຕ່ໃນຊີວິດປະຈຳວັນ ແລະ ເລື່ອງທີ່ບໍ່ສຳຄັນ, ຢ່າງໜ້ອຍເຈົ້າຕ້ອງມີຫຼັກການເພື່ອທີ່ຈະສາມາດດຳລົງຊີວິດຕາມລັກສະນະມະນຸດ. ບັນຫາທີ່ກ່ຽວຂ້ອງກັບຫຼັກການແມ່ນບັນຫາທີ່ກ່ຽວຂ້ອງກັບຄວາມຈິງ. ຜູ້ຄົນສາມາດແກ້ໄຂພວກມັນດ້ວຍຕົນເອງບໍ? ບໍ່ໄດ້ຢ່າງແນ່ນອນ. ສະນັ້ນເຈົ້າຕ້ອງຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ. ເມື່ອເຈົ້າໄດ້ຮັບແສງສະຫວ່າງຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງເທົ່ານັ້ນ, ບັນຫາທີ່ບໍ່ສຳຄັນເຫຼົ່ານີ້ຈຶ່ງຈະສາມາດໄດ້ຮັບການແກ້ໄຂ. ຖ້າເຈົ້າບໍ່ຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ, ພວກເຈົ້າຄິດວ່າບັນຫາເຫຼົ່ານີ້ທີ່ກ່ຽວຂ້ອງກັບຫຼັກການຈະສາມາດໄດ້ຮັບການແກ້ໄຂບໍ? ບໍ່ໄດ້ງ່າຍຢ່າງແນ່ນອນ. ສາມາດເວົ້າໄດ້ວ່າ ໃນທຸກສິ່ງທີ່ຜູ້ຄົນບໍ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ພວກເຂົາຕ້ອງຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍສໍ່າໃດກໍຕາມ, ບັນຫາໃດໜຶ່ງທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂດ້ວຍຄວາມຈິງແມ່ນຈຳເປັນຕ້ອງມີການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ. ນີ້ຄືຄວາມຈຳເປັນ. ເຖິງແມ່ນວ່າຜູ້ຄົນຈະເຂົ້າໃຈຄວາມຈິງ ແລະ ສາມາດແກ້ໄຂບັນຫາດ້ວຍພວກເຂົາເອງ, ຄວາມເຂົ້າໃຈ ແລະ ວິທີແກ້ບັນຫາເຫຼົ່ານີ້ກໍມີຢ່າງຈຳກັດ ແລະ ພຽງແຕ່ຜິວເຜີນ. ຖ້າຜູ້ຄົນບໍ່ສາມາດຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ, ທາງເຂົ້າຂອງພວກເຂົາກໍບໍ່ສາມາດເລິກເຊິ່ງຫຼາຍໄດ້. ຕົວຢ່າງ: ຖ້າເຈົ້າເຈັບປ່ວຍໃນມື້ນີ້ ແລະ ມັນສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈຳເປັນຕ້ອງອະທິຖານກ່ຽວກັບເລື່ອງນີ້ ແລະ ເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຮູ້ສຶກບໍ່ສະບາຍໃນມື້ນີ້, ຂ້ານ້ອຍບໍ່ສາມາດກິນໄດ້ ແລະ ສິ່ງນີ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຕ້ອງກວດສອບຕົນເອງ. ແມ່ນຫຍັງຄືເຫດຜົນແທ້ໆທີ່ຂ້ານ້ອຍບໍ່ສະບາຍ? ຂ້ານ້ອຍກຳລັງຖືກພຣະເຈົ້າລົງວິໄນຍ້ອນບໍ່ຊື່ສັດໃນໜ້າທີ່ຂອງຂ້ານ້ອຍບໍ? ພຣະເຈົ້າ, ຂ້ານ້ອຍຂໍໃຫ້ພຣະອົງສ່ອງແສງສະຫວ່າງ ແລະ ຊີ້ນໍາຂ້ານ້ອຍ”. ເຈົ້າຕ້ອງຮ້ອງໄຫ້ອອກມາແບບນີ້. ນີ້ຄືການຫວັງເພິ່ງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າຫວັງເພິ່ງພຣະເຈົ້າ, ເຈົ້າບໍ່ສາມາດພຽງແຕ່ເຮັດຕາມພິທີການ ແລະ ປະຕິບັດຕາມກົດລະບຽບ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ເຈົ້າຈະເຮັດໃຫ້ສິ່ງຕ່າງໆຊັກຊ້າ. ຫຼັງຈາກທີ່ເຈົ້າອະທິຖານຫາພຣະເຈົ້າ ແລະ ຫວັງເພິ່ງພຣະເຈົ້າ, ເຈົ້າຄວນດຳລົງຊີວິດຂອງເຈົ້າດັ່ງທີ່ເຈົ້າຄວນເຮັດ, ໂດຍບໍ່ເຮັດໃຫ້ໜ້າທີ່ທີ່ເຈົ້າຕ້ອງປະຕິບັດນັ້ນຊັກຊ້າ. ຖ້າເຈົ້າເຈັບປ່ວຍ, ເຈົ້າຄວນໄປພົບກັບທ່ານໝໍ ແລະ ນີ້ຄືສິ່ງທີ່ເໝາະສົມ. ໃນເວລາດຽວກັນ, ເຈົ້າຕ້ອງອະທິຖານ, ໄຕ່ຕອງກ່ຽວກັບຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ການປະຕິບັດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມຢ່າງສົມບູນ. ສຳລັບບາງສິ່ງ, ຖ້າຜູ້ຄົນຮູ້ວິທີການເຮັດພວກມັນຢ່າງເໝາະສົມ, ພວກເຂົາກໍຄວນເຮັດສິ່ງເຫຼົ່ານັ້ນ. ນີ້ຄືວິທີການທີ່ຜູ້ຄົນຄວນໃຫ້ການຮ່ວມມື. ເຖິງຢ່າງໃດກໍຕາມ, ບໍ່ວ່າຜົນສະທ້ອນ ແລະ ເປົ້າໝາຍທີ່ຕ້ອງການຈະສາມາດບັນລຸໄດ້ຢ່າງສົມບູນໃນເລື່ອງເຫຼົ່ານີ້ ຫຼື ບໍ່ ແມ່ນຂຶ້ນກັບການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ. ໃນບັນຫາທີ່ຜູ້ຄົນບໍ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ບໍ່ສາມາດຈັດການໄດ້ດີດ້ວຍຕົນເອງ, ພວກເຂົາທຸກຄົນຍິ່ງຕ້ອງຫວັງເພິ່ງພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ຄວາມສາມາດທີ່ຈະເຮັດສິ່ງນີ້ຄືສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ. ມີຫຼາຍບົດຮຽນໃຫ້ຮຽນຮູ້ໃນການຫວັງເພິ່ງພຣະເຈົ້າ. ໃນຂະບວນການຫວັງເພິ່ງພຣະເຈົ້າ, ເຈົ້າອາດໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ເຈົ້າຈະມີວິທີທາງ ຫຼື ຖ້າພຣະທຳຂອງພຣະເຈົ້າມາຫາເຈົ້າ, ເຈົ້າຈະຮູ້ຈັກວິທີການຮ່ວມມື ຫຼື ບາງເທື່ອພຣະເຈົ້າຈະຈັດແຈງສະຖານະການບາງຢ່າງໃຫ້ກັບເຈົ້າເພື່ອຮັບເອົາບົດຮຽນ, ເຊິ່ງມີເຈດຕະນາທີ່ດີຂອງພຣະເຈົ້າຢູ່. ໃນຂະບວນການເພິ່ງພາພຣະເຈົ້າ, ເຈົ້າຈະເຫັນການຊີ້ນໍາ ແລະ ການນໍາພາຂອງພຣະເຈົ້າ ແລະ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຮັບເອົາຫຼາຍບົດຮຽນ ແລະ ຮັບເອົາຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບພຣະເຈົ້າ. ນີ້ຄືຜົນສະທ້ອນທີ່ບັນລຸໄດ້ໂດຍການຫວັງເພິ່ງພຣະເຈົ້າ. ສະນັ້ນ, ການຫວັງເພິ່ງພຣະເຈົ້າຄືບົດຮຽນທີ່ຄົນທີ່ຕິດຕາມພຣະເຈົ້າຕ້ອງຮຽນຮູ້ຢູ່ເລື້ອຍໆ ແລະ ມັນເປັນສິ່ງທີ່ພວກເຂົາຈະບໍ່ເຊົາຜະເຊີນໃນຕະຫຼອດຊີວິດ. ມີຫຼາຍຄົນທີ່ມີປະສົບການໜ້ອຍເກີນໄປ ແລະ ບໍ່ສາມາດເຫັນເຖິງການກະທຳຂອງພຣະເຈົ້າ, ສະນັ້ນພວກເຂົາຈຶ່ງຄິດວ່າ “ມີສິ່ງເລັກໆນ້ອຍໆຫຼາຍຢ່າງທີ່ຂ້ອຍສາມາດເຮັດໄດ້ດ້ວຍຕົນເອງ ແລະ ຂ້ອຍບໍ່ຈຳເປັນຕ້ອງຫວັງເພິ່ງພຣະເຈົ້າ”. ນີ້ຄືສິ່ງທີ່ຜິດ. ບາງສິ່ງທີ່ເລັກໆນ້ອຍໆນໍາພາໄປສູ່ສິ່ງໃຫຍ່ ແລະ ຄວາມປະສົງຂອງພຣະເຈົ້າໄດ້ລີ້ລັບຢູ່ໃນບາງສິ່ງທີ່ເລັກນ້ອຍ. ຫຼາຍຄົນບໍ່ສົນໃຈເລື່ອງເລັກນ້ອຍ ແລະ ຜົນຕາມມາກໍຄືພວກເຂົາໄດ້ຄົ້ນພົບວ່າຕົນເອງກຳລັງມີຄວາມລົ້ມເຫຼວຄັ້ງໃຫຍ່ເນື່ອງຈາກເລື່ອງເລັກນ້ອຍ. ຄົນທີ່ຢຳເກງພຣະເຈົ້າຢ່າງແທ້ຈິງ, ທັງໃນເລື່ອງໃຫຍ່ ແລະ ເລື່ອງເລັກນ້ອຍ, ຈະອະທິຖານຫາພຣະເຈົ້າ, ຝາກຝັງທຸກສິ່ງໃຫ້ກັບພຣະເຈົ້າ ແລະ ຫຼັງຈາກນັ້ນກໍເຫັນວ່າພຣະເຈົ້າຊີ້ນໍາ ແລະ ນຳພາພວກເຂົາແນວໃດ. ຫຼັງຈາກທີ່ເຈົ້າມີປະສົບການເຊັ່ນນັ້ນ, ເຈົ້າຈະສາມາດຫວັງເພິ່ງພຣະເຈົ້າໃນທຸກສິ່ງ ແລະ ຍິ່ງເຈົ້າມີປະສົບການກັບສິ່ງນີ້ຫຼາຍສໍ່າໃດ, ເຈົ້າກໍຈະຍິ່ງຮູ້ສຶກວ່າການຫວັງເພິ່ງພຣະເຈົ້າໃນທຸກສິ່ງເປັນຈິງຫຼາຍສໍ່ານັ້ນ. ເມື່ອເຈົ້າຫວັງເພິ່ງພຣະເຈົ້າໃນເລື່ອງໜຶ່ງ, ມັນກໍເປັນໄປໄດ້ທີ່ພຣະເຈົ້າຈະບໍ່ໃຫ້ຄວາມຮູ້ສຶກ, ຄວາມໝາຍທີ່ຊັດເຈນໃຫ້ກັບເຈົ້າ ຫຼື ແຮງໄກທີ່ຈະໃຫ້ຄຳສັ່ງທີ່ຊັດເຈນ, ແຕ່ພຣະອົງຈະເຮັດໃຫ້ເຈົ້າເຂົ້າໃຈແນວຄິດໃດໜຶ່ງ, ເຊິ່ງມີບາງຢ່າງກ່ຽວຂ້ອງກັບເລື່ອງນີ້ຢ່າງແນ່ຊັດ ແລະ ສິ່ງນີ້ຄືການທີ່ພຣະເຈົ້າຊີ້ນໍາເຈົ້າໂດຍນໍາໃຊ້ວິທີການທີ່ແຕກຕ່າງກັນ ແລະ ການມອບຫົນທາງໃຫ້ກັບເຈົ້າ. ຖ້າເຈົ້າສາມາດຮູ້ສຶກ ແລະ ເຂົ້າໃຈສິ່ງນີ້ໄດ້, ເຈົ້າຈະໄດ້ຮັບຜົນປະໂຫຍດ. ເຈົ້າອາດບໍ່ເຂົ້າໃຈຫຍັງໃນຊ່ວງເວລານີ້, ແຕ່ເຈົ້າຕ້ອງສືບຕໍ່ອະທິຖານ ແລະ ຫວັງເພິ່ງພຣະເຈົ້າ. ສິ່ງນີ້ບໍ່ຜິດເລີຍ ແລະ ບໍ່ໄວກໍຊ້າ ເຈົ້າຈະໄດ້ຮັບແສງສະຫວ່າງ. ການປະຕິບັດໃນລັກສະນະນີ້ບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ. ໃນທາງກົງກັນຂ້າມ, ມັນຄືການບັນລຸຄວາມຕ້ອງການຝ່າຍວິນຍານ ແລະ ມັນເປັນວິທີການທີ່ຜູ້ຄົນຄວນປະຕິບັດ. ເຈົ້າອາດບໍ່ໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາທຸກຄັ້ງທີ່ເຈົ້າອະທິຖານຫາພຣະເຈົ້າ ແລະ ຫວັງເພິ່ງພຣະເຈົ້າ, ແຕ່ຜູ້ຄົນຕ້ອງປະຕິບັດໃນລັກສະນະນີ້ ແລະ ຖ້າພວກເຂົາຕ້ອງການເຂົ້າໃຈຄວາມຈິງ, ພວກເຂົາຈຳເປັນຕ້ອງປະຕິບັດໃນລັກສະນະນີ້. ນີ້ຄືສະພາວະຊີວິດ ແລະ ຈິດວິນຍານທີ່ເປັນປົກກະຕິ ແລະ ໃນລັກສະນະນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ເພື່ອວ່າຫົວໃຈຂອງພວກເຂົາຈະໃກ້ຊິດພຣະເຈົ້າ. ສະນັ້ນຈຶ່ງສາມາດເວົ້າໄດ້ວ່າ ການຫວັງເພິ່ງພຣະເຈົ້າຄືການມີປະຕິສຳພັນທີ່ປົກກະຕິກັບພຣະເຈົ້າໃນຫົວໃຈຂອງຜູ້ຄົນ. ບໍ່ວ່າເຈົ້າຈະສາມາດໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າ ຫຼື ບໍ່, ເຈົ້າຄວນອະທິຖານຫາພຣະເຈົ້າ ແລະ ຫວັງເພິ່ງພຣະເຈົ້າໃນທຸກສິ່ງ. ສິ່ງນີ້ຍັງເປັນຫົນທາງທີ່ຫຼີກເວັ້ນບໍ່ໄດ້ໃນການດຳລົງຊີວິດຕໍ່ໜ້າພຣະເຈົ້າ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ພວກເຂົາກໍຄວນມີສະພາວະຈິດໃຈທີ່ຫວັງເພິ່ງພຣະເຈົ້າຢູ່ສະເໝີ. ນີ້ຄືສະພາວະຈິດໃຈທີ່ຜູ້ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ. ບາງຄັ້ງ, ການມອງຫາພຣະເຈົ້າບໍ່ໄດ້ໝາຍຄວາມວ່າເປັນການວອນຂໍພຣະເຈົ້າໃຫ້ເຮັດບາງສິ່ງໂດຍຄຳເວົ້າສະເພາະ ຫຼື ວອນຂໍການນຳພາ ແລະ ການປົກປ້ອງສະເພາະຈາກພຣະອົງ. ກົງກັນຂ້າມ, ມັນຄື ເມື່ອຜະເຊີນກັບບາງບັນຫາ, ພວກເຂົາສາມາດຮ້ອງຫາພຣະອົງຢ່າງຈິງໃຈ. ແລ້ວພຣະເຈົ້າເຮັດຫຍັງຢູ່ເມື່ອຜູ້ຄົນຮ້ອງຫາພຣະອົງ? ເມື່ອຫົວໃຈຂອງໃຜບາງຄົນເຕັ້ນແຮງ ແລະ ພວກເຂົາມີຄວາມຄິດນີ້: “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ສາມາດເຮັດສິ່ງນີ້ໄດ້ດ້ວຍຕົວຂ້ານ້ອຍເອງ, ຂ້ານ້ອຍບໍ່ຮູ້ວ່າຈະເຮັດມັນແນວໃດ, ຂ້ານ້ອຍຮູ້ສຶກອ່ອນແອ ແລະ ຄິດລົບ...,” ເມື່ອຄວາມຄິດນີ້ເກີດຂຶ້ນໃນຕົວພວກເຂົາ, ພຣະເຈົ້າບໍ່ຮູ້ກ່ຽວກັບມັນບໍ? ເມື່ອຄວາມຄິດນີ້ເກີດຂຶ້ນໃນຜູ້ຄົນ, ຫົວໃຈຂອງພວກເຂົາຈິງໃຈບໍ? ເມື່ອພວກເຂົາຮ້ອງຫາພຣະເຈົ້າຢ່າງຈິງໃຈໃນທາງນີ້, ພຣະເຈົ້າຍິນຍອມທີ່ຈະຊ່ວຍພວກເຂົາບໍ? ເຖິງຈະມີຄວາມຈິງທີ່ວ່າ ພວກເຂົາອາດບໍ່ໄດ້ເວົ້າຫຍັງຈັກຄຳ, ພວກເຂົາກໍສະແດງຄວາມຈິງໃຈ ແລະ ພຣະເຈົ້າກໍຍິນຍອມທີ່ຈະຊ່ວຍພວກເຂົາ. ເມື່ອບາງຄົນຜະເຊີນກັບຄວາມຫຍຸ້ງຍາກໜັກໜາສາຫັດ, ເມື່ອພວກເຂົາບໍ່ມີໃຜໃຫ້ເພິ່ງ ແລະ ໂດຍສະເພາະ ເມື່ອພວກເຂົາຮູ້ສຶກສິ້ນຫວັງ, ພວກເຂົາມອບຄວາມຫວັງດຽວຂອງພວກເຂົາໄວ້ກັບພຣະເຈົ້າ. ຄຳອະທິຖານຂອງພວກເຂົາເປັນຄືຫຍັງ? ສະພາວະຈິດໃຈຂອງພວກເຂົາເປັນແນວໃດ? ພວກເຂົາຈິງໃຈບໍ? ໃນເວລານັ້ນ ມີການເຈືອປົນໃດໆບໍ? ເມື່ອເຈົ້າວາງໃຈຄືກັບວ່າພຣະເຈົ້າເປັນເຝືອງເສັ້ນສຸດທ້າຍທີ່ເຈົ້າຍຶດໄວ້ໂດຍຫວັງວ່າພຣະອົງຈະຊ່ວຍເຈົ້າ, ຫົວໃຈຂອງເຈົ້າຈຶ່ງຈິງໃຈ. ເຖິງແມ່ນວ່າເຈົ້າອາດບໍ່ໄດ້ເວົ້າຫຼາຍ, ແຕ່ຫົວໃຈຂອງເຈົ້າກໍໄດ້ເຕັ້ນແຮງແລ້ວ. ນັ້ນກໍຄື, ເຈົ້າໄດ້ມອບຫົວໃຈທີ່ຈິງໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ພຣະເຈົ້າກໍຮັບຟັງ. ເມື່ອພຣະເຈົ້າຮັບຟັງ, ພຣະອົງເຫັນຄວາມຫຍຸງຍາກຂອງເຈົ້າ ແລະ ພຣະອົງຈະໃຫ້ແສງສະຫວ່າງແກ່ເຈົ້າ, ນຳທາງເຈົ້າ ແລະ ຊ່ວຍເຈົ້າ. ເມື່ອໃດຫົວໃຈຂອງມະນຸດຈຶ່ງຈະຈິງໃຈທີ່ສຸດ? ມັນຈິງໃຈທີ່ສຸດເມື່ອມະນຸດຫວັງເພິ່ງພຣະເຈົ້າເມື່ອບໍ່ມີທາງອອກ. ສິ່ງສຳຄັນທີ່ສຸດທີ່ຕ້ອງມີໃນການຫວັງເພິ່ງພຣະເຈົ້າກໍຄືຫົວໃຈທີ່ຈິງໃຈ. ເຈົ້າຕ້ອງຢູ່ໃນສະພາວະທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ. ນັ້ນໝາຍຄວາມວ່າ ຢ່າງໜ້ອຍຫົວໃຈຂອງຜູ້ຄົນຕ້ອງຈິງໃຈ, ບໍ່ແມ່ນເຮັດພໍເປັນພິທີ; ພວກເຂົາບໍ່ຄວນພຽງແຕ່ເຄື່ອນເໜັງປາກຂອງພວກເຂົາ ແລະ ບໍ່ແມ່ນຫົວໃຈຂອງພວກເຂົາ. ຖ້າເຈົ້າເຮັດພໍແລ້ວມືແລ້ວຕີນໃນການເວົ້າຫາພຣະເຈົ້າ, ແຕ່ຫົວໃຈຂອງເຈົ້າບໍ່ໄດ້ຮັບການດົນບັນດານ ແລະ ສິ່ງທີ່ເຈົ້າໝາຍຄວາມກໍຄື “ຂ້ານ້ອຍມີແຜນການຂອງຂ້ອຍເອງແລ້ວ ແລະ ພຣະເຈົ້າ, ຂ້ານ້ອຍພຽງແຕ່ແຈ້ງໃຫ້ພຣະອົງຮັບຊາບ. ຂ້ານ້ອຍຈະຜ່ານຜ່າດ້ວຍແຜນການເຫຼ່ົ່ານັ້ນ ບໍ່ວ່າພຣະອົງຈະເຫັນດີ ຫຼື ບໍ່ກໍຕາມ. ຂ້ານ້ອຍພຽງແຕ່ຈະທຳທ່າເຮັດ”, ແລ້ວນີ້ກໍໝາຍເຖິງບັນຫາ. ເຈົ້າກຳລັງຫຼອກລວງ ແລະ ຫຼິ້ນຕະລົກກັບພຣະເຈົ້າ ແລະ ນີ້ຍັງເປັນການສະແດງອອກເຖິງການບໍ່ເຄົາລົບພຣະເຈົ້າ. ພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດຫຼັງຈາກນີ້? ພຣະເຈົ້າຈະບໍ່ສົນໃຈເຈົ້າ ແລະ ປະຖິ້ມເຈົ້າ ແລະ ເຈົ້າຈະອັບອາຍຢ່າງສົມບູນ. ຖ້າເຈົ້າບໍ່ສະແຫວງຫາພຣະເຈົ້າຢ່າງຫ້າວຫັນ ແລະ ບໍ່ພະຍາຍາມຫາຄວາມຈິງ, ເຈົ້າຈະຖືກຂັບໄລ່ອອກ.
ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າກໍຢູ່ໃນສະພາວະນີ້. ໃນເວລາສ່ວນໃຫຍ່, ພວກເຂົາໃຊ້ຊີວິດໃນສະພາບການທີ່ບໍ່ຄິດ ແລະ ບໍ່ມີສະຕິ ແລະ ເມື່ອບໍ່ມີສິ່ງຜິດປົກກະຕິເກີດຂຶ້ນ, ເມື່ອພວກເຂົາບໍ່ໄດ້ຢູ່ໃນຄວາມຫຍຸ້ງຍາກໃດໆ, ພວກເຂົາກໍບໍ່ຮູ້ຈັກອະທິຖານຫາພຣະເຈົ້າ ຫຼື ເພິ່ງພາພຣະອົງ; ພວກເຂົາບໍ່ສະແຫວງຫາຄວາມຈິງເມື່ອປະສົບກັບບັນຫາປະຈຳ, ແຕ່ໃຊ້ຊີວິດຕາມຄວາມຮູ້, ຫຼັກຄຳສອນ ແລະ ແນວໂນ້ມຂອງພວກເຂົາ. ພວກເຂົາຮູ້ເປັນຢ່າງດີວ່າສິ່ງທີ່ຄວນເຮັດກໍຄືການເພິ່ງພາພຣະເຈົ້າ, ແຕ່ໃນເວລາສ່ວນໃຫຍ່ ພວກເຂົາເພິ່ງພາຕົນເອງ ແລະ ສະພາບການ ແລະ ສະພາບແວດລ້ອມທີ່ເປັນປະໂຫຍດເຊິ່ງຢູ່ອ້ອມຮອບພວກເຂົາ, ພ້ອມທັງເພິ່ງພາຄົນໃດໜຶ່ງ, ເຫດການ ແລະ ສິ່ງຕ່າງໆທີ່ເຮັດໃຫ້ພວກເຂົາໄດ້ປຽບ. ນີ້ຄືສິ່ງທີ່ຄົນເຮັດໄດ້ດີທີ່ສຸດ. ສິ່ງທີ່ພວກເຂົາເຮັດໄດ້ບໍ່ດີທີ່ສຸດກໍຄືການເພິ່ງພາພຣະເຈົ້າ ແລະ ການອາໄສພຣະອົງ, ເພາະພວກເຂົາຮູ້ສຶກວ່າການອາໄສພຣະເຈົ້າເປັນຕາລຳຄານຫຼາຍເກີນໄປ, ບໍ່ວ່າພວກເຂົາຈະອະທິຖານຫາພຣະເຈົ້າແນວໃດກໍຕາມ, ພວກເຂົາຈະຍັງບໍ່ໄດ້ຮັບແສງສະຫວ່າງ, ແສງເຍືອງທາງ ຫຼື ຄຳຕອບໃນທັນທີ; ສະນັ້ນພວກເຂົາຄິດວ່າພວກເຂົາຈະເຮັດໃຫ້ຕົນເອງບໍ່ມີບັນຫາ ແລະ ໄປ ແລະ ຊອກຫາຄົນເພື່ອແກ້ໄຂບັນຫາ. ສະນັ້ນໃນແງ່ມຸມນີ້ໃນບົດຮຽນຂອງພວກເຂົາ, ຄົນປະຕິບັດໄດ້ຂີ້ຮ້າຍທີ່ສຸດ ແລະ ການເຂົ້າໃຈບົດຮຽນຂອງພວກເຂົາກໍຕື້ນທີ່ສຸດ. ຖ້າເຈົ້າບໍ່ຮຽນຮູ້ວິທີການອາໄສ ແລະ ເພິ່ງພາພຣະເຈົ້າ, ເຈົ້າຈະບໍ່ເຫັນພຣະເຈົ້າເຮັດພາລະກິດໃນຕົວເຈົ້າ, ຊີ້ນໍາເຈ້ົາ ຫຼື ສ່ອງແສງສະຫວ່າງໃຫ້ເຈົ້າຈັກເທື່ອ. ຖ້າເຈົ້າບໍ່ສາມາດເຫັນສິ່ງເຫຼົ່ານີ້, ແລ້ວຄຳຖາມຕ່າງໆທີ່ຢູ່ໃນສ່ວນເລິກໃນຫົວໃຈຂອງເຈົ້າ ເຊັ່ນ: “ພຣະເຈົ້າມີຢູ່ຈິງ ຫຼື ບໍ່ ແລະ ພຣະອົງຊີ້ນໍາທຸກຄົນໃນຊີວິດຂອງມະນຸດຊາດ ຫຼື ບໍ່” ຈະຈົບລົງດ້ວຍເຄື່ອງໝາຍຖາມແທນທີ່ຈະເປັນເຄື່ອງໝາຍຈໍ້າ ຫຼື ເຄື່ອງໝາຍທ້ວງ. “ພຣະເຈົ້າຊີ້ນໍາທຸກສິ່ງໃນຊີວິດຂອງມະນຸດຊາດບໍ?” “ພຣະເຈົ້າສັງເກດເຫັນສ່ວນເລິກໃນຫົວໃຈຂອງມະນຸດບໍ?” ຖ້ານັ້ນຄືວິທີການທີ່ເຈົ້າຄິດ, ເຈົ້າກໍຕົກຢູ່ໃນບັນຫາ. ດ້ວຍເຫດຜົນຫຍັງເຈົ້າຈຶ່ງເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນຄຳຖາມ? ຖ້າເຈົ້າບໍ່ເພິ່ງພາ ຫຼື ອາໄສພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະບໍ່ສາມາດເຮັດໃຫ້ເກີດຄວາມເຊື່ອທີ່ແທ້ຈິງໃນພຣະອົງ. ຖ້າເຈົ້າບໍ່ສາມາດເຮັດໃຫ້ເກີດຄວາມເຊື່ອທີ່ແທ້ຈິງໃນພຣະອົງ, ແລ້ວສຳລັບເຈົ້ານັ້ນ ເຄື່ອງໝາຍຖາມເຫຼົ່ານັ້ນຈະຢູ່ບ່ອນນັ້ນຕະຫຼອດໄປ, ຕິດຕາມທຸກສິ່ງທີ່ພຣະເຈົ້າເຮັດ ແລະ ມັນຈະບໍ່ມີມື້ສິ້ນສຸດ. ເມື່ອພວກເຈົ້າບໍ່ຫຍຸ້ງ, ໃຫ້ຖາມຕົນເອງວ່າ: “ຂ້ອຍເຊື່ອວ່າພຣະເຈົ້າເປັນຜູ້ປົກຄອງສູງສຸດເໜືອສິ່ງທັງປວງ, ສິ່ງນັ້ນຕາມດ້ວຍເຄື່ອງໝາຍຖາມ, ເຄື່ອງໝາຍຈໍ້າ ຫຼື ເຄື່ອງໝາຍທ້ວງບໍ?” ເມື່ອເຈົ້າຕຶກຕອງໃນສິ່ງນີ້, ເຈົ້າຈະບໍ່ສາມາດເວົ້າໄດ້ຢ່າງຄັກແນ່ໃນຊົ່ວໄລຍະໜຶ່ງວ່າເຈົ້າຢູ່ໃນສະພາວະຫຍັງ. ຫຼັງຈາກທີ່ເຈົ້າໄດ້ຮັບປະສົບການບາງຢ່າງ, ເຈົ້າຈະສາມາດເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ ແລະ ເວົ້າດ້ວຍຄວາມແນ່ນອນວ່າ: “ພຣະເຈົ້າເປັນຜູ້ປົກຄອງເໜືອສິ່ງທັງປວງຢ່າງແນ່ນອນ!!!” ສິ່ງນີ້ຈະຕາມດ້ວຍເຄື່ອງໝາຍທ້ວງສາມອັນ ແລະ ມັນຈະເປັນເພາະເຈົ້າມີຄວາມຮູ້ກ່ຽວກັບການປົກຄອງຂອງພຣະເຈົ້າຢ່າງແທ້ຈິງ ໂດຍບໍ່ມີຂໍ້ສົງໄສໃດໆ. ພວກເຈົ້າຢູ່ໃນສະພາວະໃດໃນບັນດາສະພາວະເຫຼົ່ານີ້? ໂດຍພິຈາລະນາເບິ່ງສະພາວະ ແລະ ວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ມັນຊັດເຈນວ່າມີເຄື່ອງໝາຍຖາມເປັນສ່ວນໃຫຍ່ ແລະ ມີພວກມັນຂ້ອນຂ້າງຫຼາຍ. ສິ່ງນີ້ເປັນສັນຍານໃຫ້ຮູ້ວ່າພວກເຈົ້າບໍ່ໄດ້ເຂົ້າໃຈຄວາມຈິງຫຍັງເລີຍ ແລະ ຍັງມີຂໍ້ສົງໄສໃນຫົວໃຈຂອງພວກເຈົ້າ. ເມື່ອຄົນມີຂໍ້ສົງໄສຫຼາຍຢ່າງກ່ຽວກັບພຣະເຈົ້າ, ພວກເຂົາກໍເຂົ້າໃກ້ອັນຕະລາຍແລ້ວ. ພວກເຂົາມີໂອກາດທີ່ຈະລົ້ມລົງ ແລະ ທໍລະຍົດພຣະເຈົ້າໄດ້ຕະຫຼອດເວລາ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າຄົນມີວຸດທິພາວະທີ່ນ້ອຍ? ຂະໜາດວຸດທິພາວະຂອງຄົນໆໜຶ່ງແມ່ນກຳນົດບົນພື້ນຖານຫຍັງ? ມັນຖືກກຳນົດໂດຍຄຳຖາມທີ່ວ່າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າມີຄວາມຮູ້ທີ່ແທ້ຈິງຫຼາຍສໍ່າໃດ. ແລ້ວພວກເຈົ້າມີຫຼາຍສໍ່າໃດ? ພວກເຈົ້າໄດ້ກວດສອບສິ່ງເຫຼົ່ານີ້ກ່ອນໜ້ານີ້ບໍ? ມີຄົນໜຸ່ມຫຼາຍຄົນທີ່ມາເຊື່ອໃນພຣະເຈົ້າຜ່ານພໍ່ແມ່ຂອງພວກເຂົາ. ພວກເຂົາໄດ້ຮຽນຮູ້ຫຼັກຄຳສອນບາງຢ່າງກ່ຽວກັບຄວາມເຊື່ອໃນພຣະເຈົ້າຈາກພໍ່ແມ່ຂອງພວກເຂົາ ແລະ ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ, ມັນເປັນສິ່ງທີ່ເປັນບວກ, ແຕ່ພວກເຂົາຍັງບໍ່ທັນເຂົ້າໃຈແທ້ໆ ຫຼື ມີປະສົບການ ແລະ ຢືນຢັນຄວາມຈິງທີ່ຜູ້ເຊື່ອໃນພຣະເຈົ້າຄວນເຂົ້າໃຈ. ສະນັ້ນ, ພວກເຂົາຈຶ່ງມີເຄື່ອງໝາຍຖາມ ແລະ ແນວຄິດຫຼາຍຢ່າງ. ຄຳເວົ້າສ່ວນໃຫຍ່ທີ່ອອກມາຈາກປາກຂອງພວກເຂົາກໍບໍ່ແມ່ນຄຳຢືນຢັນ ຫຼື ຄຳເວົ້າທ້ວງ, ພວກມັນເປັນຄຳຖາມ. ນີ້ເປັນເພາະວ່າພວກເຂົາມີຂໍ້ບົກຜ່ອງຫຼາຍເກີນໄປ ແລະ ບໍ່ສາມາດເບິ່ງສິ່ງຕ່າງໆອອກໄດ້ ແລະ ມັນຍາກທີ່ຈະເວົ້າວ່າພວກເຂົາຈະສາມາດຢືນຍັດໄດ້ ຫຼື ບໍ່. ມັນເປັນເລື່ອງປົກກະຕິສຳລັບພວກເຈົ້າທີ່ຈະມີເຄື່ອງໝາຍຖາມໃນຊ່ວງ 20 ແລະ 30 ປີຂອງພວກເຈົ້າ, ແຕ່ຫຼັງຈາກທີ່ພວກເຈົ້າໄດ້ປະຕິບັດໜ້າທີ່ຂອງພວກເຈົ້າຊົ່ວໄລຍະໜຶ່ງ, ພວກເຈົ້າຈະສາມາດກຳຈັດເຄື່ອງໝາຍຖາມເຫຼົ່ານີ້ຫຼາຍສໍ່າໃດ? ພວກເຈົ້າຈະສາມາດປ່ຽນແປງເຄື່ອງໝາຍຖາມເຫຼົ່ານີ້ໃຫ້ກາຍເປັນເຄື່ອງໝາຍທ້ວງບໍ? ສິ່ງນີ້ຈະຂຶ້ນກັບປະສົບການຂອງພວກເຈົ້າ. ສິ່ງນີ້ສຳຄັນ ຫຼື ບໍ່? (ມັນສຳຄັນ). ສິ່ງນີ້ສຳຄັນຫຼາຍ! ແມ່ນຫຍັງໃນສິ່ງທີ່ເຮົາຫາກໍເວົ້າເປັນສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດ? (ການອາໄສພຣະເຈົ້າ ແລະ ການເພິ່ງພາພຣະອົງໃນທຸກສິ່ງ). ເມື່ອພວກເຂົາໄດ້ຍິນສິ່ງນີ້, ບາງຄົນກໍເວົ້າວ່າ: “ຄຳຕອບນັ້ນແມ່ນງ່າຍເກີນໄປ ແລະ ທຳມະດາເກີນໄປ. ມັນເປັນຄຳເວົ້າທີ່ຕົກຍຸກແລ້ວ ແລະ ບໍ່ມີຜູ້ໃດເວົ້າມັນໃນທຸກມື້ນີ້”. ການອາໄສພຣະເຈົ້າອາດຈະຟັງເບິ່ງຄືກັບວິທີການປະຕິບັດທີ່ຊັດເຈນ, ແຕ່ມັນເປັນບົດຮຽນທີ່ຜູ້ຕິດຕາມພຣະເຈົ້າທຸກຄົນຄວນສຶກສາ ແລະ ເຂົ້າໃຈໃນລະຫວ່າງຊົ່ວຊີວິດຂອງພວກເຂົາ. ໂຢບອາໄສພຣະເຈົ້າບໍເມື່ອເພິ່ນຢູ່ໃນຊ່ວງ 70 ປີຂອງເພິ່ນ? (ແມ່ນ). ແລ້ວເພິ່ນອາໄສພຣະເຈົ້າແນວໃດ? ແມ່ນຫຍັງຄືການສະແດງອອກຂອງເພິ່ນໂດຍສະເພາະການອາໄສພຣະເຈົ້າ? ເມື່ອຊັບສິນຂອງເພິ່ນ ແລະ ລູກໆຂອງເພິ່ນຖືກເອົາໄປຈາກເພິ່ນ, ເພິ່ນອາໄສພຣະເຈົ້າແນວໃດ? ເພິ່ນອະທິຖານໃນຫົວໃຈຂອງເພິ່ນ ແລະ ເພິ່ນເຮັດບາງສິ່ງໃນພາຍນອກ ແລະ ມັນຂຽນໄວ້ໃນພຣະຄຳພີແນວໃດກ່ຽວກັບເລື່ອງນັ້ນ? “ແລ້ວໂຢບ... ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ” (ໂຢບ 1:20). ເພິ່ນລົ້ມລົງເທິງພື້ນດິນ ແລະ ນະມັດສະການ. ນີ້ຄືການສະແດງອອກເຖິງການອາໄສພຣະເຈົ້າ! ນີ້ຄືການເຫຼື້ອມໃສຫຼາຍ. ນີ້ແມ່ນສິ່ງທີ່ພວກເຈົ້າສາມາດເຮັດໄດ້ບໍ? (ພວກເຮົາບໍ່ສາມາດເຮັດມັນໄດ້ເທື່ອ). ແລ້ວພວກເຈົ້າເຕັມໃຈທີ່ຈະເຮັດມັນບໍ? (ເຕັມໃຈ). ຖ້າຄົນໆໜຶ່ງສາມາດຂຶ້ນໄປຮອດລະດັບຂອງໂຢບ, ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ກາຍເປັນຄົນທີ່ບໍ່ມີຕຳນິ, ພວກເຂົາກໍສົມບູນ. ແຕ່ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້ານັ້ນ, ພວກເຈົ້າຕ້ອງມີເຕັມໃຈທີ່ຈະອົດກັ້ນກັບຄວາມລໍາບາກ. ພວກເຈົ້າຕ້ອງສືບຕໍ່ດິ້ນຮົນໄປຫາຄວາມຈິງ. ຫຼັງຈາກທີ່ພວກເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ຮັບມືກັບເລື່ອງຕ່າງໆຕາມຫຼັກການ, ພວກເຈົ້າກໍຈະປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າແລ້ວ. ພວກເຈົ້າພຽງແຕ່ຕ້ອງຈື່ສິ່ງນີ້ໄວ້.
ວັນທີ 1 ມັງກອນ 2015