ບົດທີ 54
ເຮົາຮູ້ຈັກສະຖານະການຂອງຄຣິສຕະຈັກແຕ່ລະແຫ່ງຄືກັບຫຼັງມືຂອງເຮົາ. ຢ່າຄິດວ່າເຮົາບໍ່ເຂົ້າໃຈ ຫຼື ບໍ່ມີຄວາມກະຈ່າງແຈ້ງກ່ຽວກັບສະຖານະການຕ່າງໆ. ເຮົາຍິ່ງເຂົ້າໃຈ ແລະ ຮູ້ຈັກຄົນຫຼາກຫຼາຍປະເພດທີ່ຢູ່ໃນຄຣິສຕະຈັກແຕ່ລະແຫ່ງຫຼາຍກວ່ານັ້ນ. ຕອນນີ້ ມັນແມ່ນເຈດຕະນາອັນຮີບດ່ວນຂອງເຮົາທີ່ຕ້ອງຝຶກຝົນເຈົ້າ, ເພື່ອວ່າເຈົ້າຈະໄດ້ເຕີບໂຕເປັນຜູ້ໃຫຍ່ໂດຍໄວຍິ່ງຂຶ້ນ ແລະ ເພື່ອວ່າມື້ທີ່ເຈົ້າມີປະໂຫຍດຕໍ່ເຮົາຈະມາເຖິງໄວຂຶ້ນ; ເພື່ອການກະທຳຂອງພວກເຈົ້າຈະເຕັມໄປດ້ວຍສະຕິປັນຍາຂອງເຮົາ ແລະ ເພື່ອວ່າພວກເຈົ້າຈະສາມາດສຳແດງເຖິງພຣະເຈົ້າຢູ່ທຸກຫົນແຫ່ງທີ່ພວກເຈົ້າຢູ່. ດ້ວຍວິທີນີ້ ຈຸດປະສົງສູງສຸດຂອງເຮົາຈຶ່ງຈະຖືກບັນລຸ. ລູກຊາຍທັງຫຼາຍຂອງເຮົາເອີຍ! ພວກເຈົ້າຄວນຄຳນຶງເຖິງເຈດຕະນາຂອງເຮົາ, ຢ່າເຮັດໃຫ້ເຮົາຈັບມືຂອງພວກເຈົ້າໃນເວລາທີ່ເຮົາສັ່ງສອນພວກເຈົ້າ. ພວກເຈົ້າຕ້ອງຮຽນຮູ້ທີ່ຈະເຂົ້າໃຈຄວາມປະສົງຂອງເຮົາ ແລະ ເຫັນເຖິງຫົວໃຈສຳຄັນຂອງເລື່ອງຕ່າງໆ. ສິ່ງນີ້ຈະເຮັດໃຫ້ພວກເຈົ້າສາມາດຈັດການກັບທຸກເລື່ອງລາວທີ່ພວກເຈົ້າຜະເຊີນຢ່າງງ່າຍດາຍ ຄືກັບການດີດນິ້ວ. ບາງເທື່ອໃນການຝຶກຝົນຂອງພວກເຈົ້າ, ທໍາອິດ ພວກເຈົ້າອາດຈະບໍ່ສາມາດເຂົ້າໃຈໄດ້ ແຕ່ຫຼັງຈາກຄັ້ງທີສອງ, ຄັ້ງທີສາມ... ໃນທີ່ສຸດ ພວກເຈົ້າກໍຈະສາມາດເຂົ້າໃຈເຈດຕະນາຂອງເຮົາ.
ຄຳເວົ້າຂອງພວກເຈົ້າແມ່ນມີຄຸນນະພາບທີ່ບໍ່ສາມາດເຈາະໄດ້. ພວກເຈົ້າເຊື່ອວ່ານີ້ແມ່ນສະຕິປັນຍາ, ແມ່ນບໍ? ບາງເທື່ອພວກເຈົ້າເວົ້າແບບບໍ່ເຊື່ອຟັງ, ບາງເທື່ອພວກເຈົ້າເວົ້າແບບລໍ້ຫຼິ້ນ ແລະ ບາງເທື່ອພວກເຈົ້າກໍເວົ້າອອກຈາກແນວຄວາມຄິດ ຫຼື ຈາກຄວາມອິດສາຂອງມະນຸດ... ສະຫຼຸບກໍຄື ພວກເຈົ້າເວົ້າແບບບໍ່ໝັ້ນຄົງ ໂດຍບໍ່ຮູ້ວິທີສະໜອງຊີວິດໃຫ້ກັບຄົນອື່ນ ຫຼື ເຂົ້າໃຈເຖິງສະພາບການຂອງພວກເຂົາ ແຕ່ກັບສື່ສານຢ່າງບໍ່ໃສ່ໃຈ. ຄວາມຄິດຂອງພວກເຈົ້າບໍ່ຊັດເຈນ, ພວກເຈົ້າບໍ່ຮູ້ຈັກວ່າສະຕິປັນຍາແມ່ນຫຍັງ ແລະ ການຫຼອກລວງແມ່ນຫຍັງ. ພວກເຈົ້າຊ່າງສັບສົນແທ້ເດ! ພວກເຈົ້າຖືວ່າການຫຼອກລວງ ແລະ ການຄົດໂກງເປັນສະຕິປັນຍາ, ສິ່ງນີ້ບໍ່ໄດ້ນໍາເອົາຄວາມອັບອາຍມາສູ່ນາມຂອງເຮົາບໍ? ສິ່ງນີ້ບໍ່ໄດ້ໝິ່ນປະໝາດເຮົາບໍ? ສິ່ງນີ້ບໍ່ໄດ້ນໍາເອົາການກ່າວຫາແບບຜິດໆມາສູ່ເຮົາບໍ? ແລ້ວແມ່ນຫຍັງຄືເປົ້າໝາຍທີ່ເຈົ້າສະແຫວງຫາ? ພວກເຈົ້າຄິດກ່ຽວກັບສິ່ງນັ້ນຢ່າງຮອບຄອບບໍ? ພວກເຈົ້າໄດ້ດໍາເນີນການສະແຫວງຫາໃນສິ່ງນີ້ຢູ່ບໍ? ເຮົາບອກກັບເຈົ້າວ່າ ເຈດຕະນາຂອງເຮົາແມ່ນທິດທາງ ແລະ ເປົ້າໝາຍທີ່ພວກເຈົ້າສະແຫວງຫາ, ບໍ່ດັ່ງນັ້ນ ທຸກສິ່ງກໍຈະສູນເປົ່າ. ຄົນທີ່ບໍ່ຮູ້ຈັກເຈດຕະນາຂອງເຮົາແມ່ນເປັນຄົນທີ່ບໍ່ຮູ້ຈັກວິທີສະແຫວງຫາ ແລະ ຈະຖືກປະຖິ້ມ ແລະ ກໍາຈັດ! ເຫັນໄດ້ຢ່າງຊັດເຈນວ່າ ການເຂົ້າໃຈເຈດຕະນາຂອງເຮົາແມ່ນບົດຮຽນທຳອິດທີ່ພວກເຈົ້າຕ້ອງຮຽນຮູ້. ມັນເປັນວຽກງານທີ່ຮີບດ່ວນທີ່ສຸດ ແລະ ບໍ່ຄວນປ່ອຍໃຫ້ຊັກຊ້າ! ຢ່າລໍຖ້າໃຫ້ເຮົາປະນາມພວກເຈົ້າເທື່ອລະຄົນ! ພວກເຈົ້າໃຊ້ເວລາໝົດມື້ຢູ່ກັບສະພາບມືດມົວ ແລະ ເຢັນຊາຢ່າງໂງ່ຈ້າຕະຫຼອດເວລາ. ມັນຊ່າງເປັນຕາຢາກຫົວແທ້ເດ! ຄວາມໂງ່ຈ້າຂອງພວກເຈົ້າແມ່ນໜ້າປະຫຼາດໃຈແທ້ໆ ແລະ ເຈົ້າບໍ່ສົນໃຈກ່ຽວກັບເຈດຕະນາຂອງເຮົາເລີຍ! ຖາມຕົນເອງເບິ່ງວ່າ ມີຈັກເທື່ອທີ່ພວກເຈົ້າໄດ້ເຂົ້າໃຈເຈດຕະນາຂອງເຮົາ ແລະ ປະຕິບັດຕາມ? ບັດນີ້ ມັນເຖິງເວລາທີ່ພວກເຈົ້າຄວນຝຶກຝົນຕົນເອງ! ການໃຫ້ເຮົາລິຮານກັບພວກເຈົ້າເທື່ອລະຄົນນັ້ນມັນເປັນໄປບໍ່ໄດ້! ພວກເຈົ້າຄວນຮຽນຮູ້ເພື່ອຈະໄດ້ມີປະສົບການ ແລະ ເພື່ອຈະໄດ້ຮັບຄວາມຮູ້ ແລະ ສະຕິປັນຍາໃນຂະນະທີ່ພວກເຈົ້າກະທຳ. ຄຳເວົ້າທີ່ອອກມາຈາກປາກຂອງພວກເຈົ້າແມ່ນດີ, ແຕ່ແມ່ນຫຍັງຄືຄວາມເປັນຈິງ? ເມື່ອພວກເຈົ້າຜະເຊີນກັບຄວາມເປັນຈິງ, ພວກເຈົ້າຈະບໍ່ສາມາດເຮັດຫຍັງໄດ້ເລີຍ. ສິ່ງທີ່ພວກເຈົ້າເວົ້າແມ່ນບໍ່ເຄີຍສອດຄ່ອງກັບຄວາມເປັນຈິງ. ແທ້ຈິງແລ້ວ ເຮົາບໍ່ສາມາດທົນເຫັນສິ່ງທີ່ພວກເຈົ້າກຳລັງເຮັດ; ເມື່ອເວລາເຮົາຫຼຽວເບິ່ງ, ເຮົາຮູ້ສຶກເສົ້າໃຈທີ່ສຸດ. ໃຫ້ຈື່ສິ່ງນີ້ໄວ້! ໃນອະນາຄົດ ຈົ່ງຮຽນຮູ້ທີ່ຈະເຂົ້າໃຈເຈດຕະນາຂອງເຮົາ!