ບົດທີ 55
ຄວາມເປັນມະນຸດທຳມະດາທີ່ຖືກກ່າວເຖິງ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດຄືກັບທີ່ຜູ້ຄົນຈິນຕະນາການ. ກົງກັນຂ້າມ ມັນສາມາດຢູ່ເໜືອຂໍ້ຜູກມັດຂອງມະນຸດທຸກຄົນ, ທຸກເຫດການ ແລະ ທຸກສິ່ງ ແລະ ການຂົ່ມເຫັງທີ່ເກີດຂຶ້ນຈາກສະພາບແວດລ້ອມຂອງຜູ້ໃດໜຶ່ງ. ມັນ ສາມາດຫຍັບເຂົ້າໃກ້ເຮົາ ແລະ ລົມກັບເຮົາໃນສະຖານທີ່ ຫຼື ສະຖານະການໃດກໍຕາມ. ພວກເຈົ້າທີ່ເປັນມະນຸດຕີຄວາມໝາຍເຈດຕະນາຂອງເຮົາຢ່າງຜິດຢູ່ສະເໝີ. ເມື່ອເຮົາເວົ້າວ່າ ພວກເຈົ້າຄວນດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ພວກເຈົ້າກໍຫັກຫ້າມຕົນເອງ ແລະ ຄວບຄຸມເນື້ອໜັງຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ສົນໃຈໃນທີ່ຈະຄົ້ນຫາພາຍໃນວິນຍານຂອງເຈົ້າຢ່າງລະມັດລະວັງ. ເຈົ້າພຽງແຕ່ໃຫ້ຄວາມສຳຄັນກັບລັກສະນະພາຍນອກຂອງເຈົ້າ, ເບິ່ງຂ້າມການເປີດເຜີຍ ແລະ ການກະຕຸ້ນທີ່ເຮົາເຮັດໃຫ້ເກີດຂຶ້ນຢູ່ພາຍໃນເຈົ້າ. ເຈົ້າຊ່າງບໍ່ລະມັດລະວັງ! ບໍ່ລະມັດລະວັງຫຼາຍເກີນໄປ! ເປັນໄປໄດ້ບໍວ່າ ເຈົ້າຖືວ່າການສຳເລັດສິ່ງທີ່ເຮົາໄດ້ຝາກຝັງໃຫ້ແກ່ເຈົ້າເປັນຜົນສຳເລັດບາງຢ່າງທີ່ຍິ່ງໃຫຍ່? ເຈົ້າຊ່າງໂງ່ຈ້າ! ເຈົ້າບໍ່ສົນໃຈທີ່ຈະຢັ່ງຮາກລົງໃຫ້ເລິກໆ! “ຢ່າເປັນຄືກັບໃບໄມ້ທີ່ຢູ່ເທິງຕົ້ນໄມ້, ແຕ່ໃຫ້ເປັນຮາກຂອງຕົ້ນໄມ້” ນັ້ນຄືຄຳຂວັນຂອງເຈົ້າແທ້ໆບໍ? ຊ່າງບໍ່ມີຄວາມຄິດ! ຊ່າງບໍ່ລະມັດລະວັງ! ເຈົ້າພໍໃຈ ທັນທີທີ່ເຈົ້າຄິດວ່າ ເຈົ້າໄດ້ຮັບຜົນປະໂຫຍດທີ່ເລັກນ້ອຍ. ເຈົ້າສົນໃຈຄວາມປະສົງຂອງເຮົາພຽງແຕ່ໜ້ອຍດຽວ! ຕັ້ງແຕ່ນີ້ເປັນຕົ້ນໄປ ໃຫ້ລະມັດລະວັງ, ຢ່າຂີ້ຄ້ານ ແລະ ຢ່າຄິດລົບ! ໃນຂະນະທີ່ເຈົ້າຮັບໃຊ້, ໃຫ້ຫຍັບເຂົ້າໃກ້ເຮົາເລື້ອຍຂຶ້ນ ແລະ ສື່ສານກັບເຮົາຫຼາຍຂຶ້ນ: ນີ້ແມ່ນທາງອອກດຽວຂອງເຈົ້າ. ເຮົາຮູ້ວ່າ ເຈົ້າປະຕິເສດຕົນເອງແລ້ວ, ຮູ້ຈັກຂໍ້ບົກຜ່ອງຂອງເຈົ້າເອງ ແລະ ຮູ້ຈັກເຖິງຄວາມອ່ອນຂອງເຈົ້າເອງ. ເຖິງຢ່າງໃດກໍຕາມ ການຮູ້ຈັກຢ່າງດຽວແມ່ນຍັງບໍ່ພຽງພໍ. ເຈົ້າຕ້ອງຮ່ວມມືກັບເຮົາ ແລະ ຫຼັງຈາກທີ່ເຈົ້າເຂົ້າໃຈເຈດຕະນາຂອງເຮົາ ໃຫ້ນໍາສິ່ງເຫຼົ່ານັ້ນເຂົ້າສູ່ການປະຕິບັດທັນທີ. ນີ້ແມ່ນວິທີທີ່ດີສຸດທີ່ຈະສະແດງຄວາມເປັນຫ່ວງຕໍ່ພາລະຂອງເຮົາ ພ້ອມທັງເປັນວິທີທີ່ດີທີ່ສຸດທີ່ຈະຍອມ.
ບໍ່ວ່າເຈົ້າຈະປະຕິບັດຕໍ່ເຮົາແນວໃດກໍຕາມ, ເຮົາປາຖະໜາທີ່ຈະປະຕິບັດຄວາມປະສົງຂອງເຮົາໃນຕົວເຈົ້າ ແລະ ໄພ່ພົນທັງໝົດ ແລະ ເຮົາຕ້ອງການໃຫ້ປະຕິບັດຄວາມປະສົງຂອງເຮົາທົ່ວດິນແດນທັງໝົດໂດຍບໍ່ມີຫຍັງຂັດຂວາງ. ໃຫ້ຕື່ນຕົວກ່ຽວກັບສິ່ງນີ້ຢ່າງສົມບູນ! ສິ່ງນີ້ກ່ຽວຂ້ອງກັບບົດບັນຍັດການບໍລິຫານຂອງເຮົາ! ເຈົ້າບໍ່ຢ້ານແມ່ນແຕ່ໜ້ອຍດຽວເລີຍບໍ? ເຈົ້າບໍ່ສັ່ນຢ້ານໃນການກະທຳ ແລະ ການປະພຶດຂອງເຈົ້າບໍ? ທ່າມກາງບັນດາໄພ່ພົນທັງປວງ ເກືອບບໍ່ມີໃຜສາມາດຮູ້ສຶກເຖິງເຈດຕະນາຂອງເຮົາໄດ້. ເຈົ້າບໍ່ປາຖະໜາທີ່ຈະໂດດເດັ່ນເປັນຄົນທີ່ເອົາໃຈໃສ່ຕໍ່ຄວາມປະສົງຂອງເຮົາຢ່າງແທ້ຈິງບໍ? ເຈົ້າຮູ້ບໍ? ເຈດຕະນາອັນຮີບດ່ວນຂອງເຮົາໃນປັດຈຸບັນຄືການສະແຫວງຫາກຸ່ມຄົນທີ່ສາມາດເອົາໃຈໃສ່ຕໍ່ຄວາມປະສົງຂອງເຮົາຢ່າງສົມບູນ. ເຈົ້າບໍ່ຕ້ອງການເປັນໜຶ່ງໃນຄົນເຫຼົ່ານັ້ນບໍ? ເຈົ້າບໍ່ຕ້ອງການເສຍສະຫຼະຕົນເອງເພື່ອເຫັນແກ່ເຮົາ ແລະ ຖວາຍຕົນເອງເພື່ອເຮົາບໍ? ເຈົ້າບໍ່ເຕັມໃຈທີ່ຈະຈ່າຍແມ່ນແຕ່ລາຄາທີ່ໜ້ອຍສຸດ ຫຼື ໃສ່ແມ່ນແຕ່ຄວາມພະຍາຍາມທີ່ເລັກນ້ອຍທີ່ສຸດ! ຖ້າມັນສືບຕໍ່ເປັນແບບນັ້ນ, ຄວາມພະຍາຍາມອັນພາກພຽນຂອງເຮົາກໍຈະເສຍເປົ່າໃນພວກເຈົ້າ. ບັດນີ້ເມື່ອເຮົາໄດ້ຊີ້ໃຫ້ເຈົ້າເຫັນເຖິງສິ່ງນີ້, ເຈົ້າຍັງບໍ່ເຂົ້າໃຈຄວາມຈິງຈັງຂອງບັນຫານີ້ບໍ?
“ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. ເຈົ້າເບິ່ງແມະ! ເຮົາໄດ້ບອກສິ່ງນີ້ກັບເຈົ້າຫຼາຍຄັ້ງ, ແຕ່ເຈົ້າຍັງມີຄວາມສົງໄສ ແລະ ຄວາມຢ້ານຫຼາຍຢ່າງທີ່ຈະເຮັດກັບສະຖານະການໃນຄອບຄົວຂອງເຈົ້າ ແລະ ສະພາບແວດລ້ອມພາຍນອກ. ເຈົ້າບໍ່ຮູ້ແທ້ໆວ່າ ແມ່ນຫຍັງດີສຳລັບເຈົ້າ! ເຮົາໃຊ້ພຽງແຕ່ຄົນທີ່ຊື່ສັດ, ທຳມະດາ ແລະ ເປີດເຜີຍ. ເຈົ້າມີຄວາມສຸກ ແລະ ເຕັມໃຈທີ່ຈະໃຫ້ເຮົາໃຊ້ເຈົ້າ, ແຕ່ເປັນຫຍັງເຈົ້າຈຶ່ງຍັງກັງວົນຫຼາຍ? ມັນເປັນໄປໄດ້ບໍວ່າ ພຣະທຳຂອງເຮົາບໍ່ມີຜົນຫຍັງຕໍ່ເຈົ້າເລີຍ? ເຮົາໄດ້ເວົ້າແລ້ວວ່າ ເຮົາກຳລັງໃຊ້ເຈົ້າ, ແຕ່ເຈົ້າບໍ່ສາມາດເຊື່ອໝັ້ນໃນສິ່ງນັ້ນຢ່າງແນວແນ່. ເຈົ້າສົງໄສຢູ່ສະເໝີ, ຢ້ານວ່າເຮົາຈະປະຖິ້ມເຈົ້າ. ແນວຄິດຂອງເຈົ້າຝັງແໜ້ນຫຼາຍ! ເມື່ອເຮົາເວົ້າວ່າ ເຮົາກຳລັງໃຊ້ເຈົ້າ, ນັ້ນກໍໝາຍຄວາມວ່າ ເຮົາກຳລັງໃຊ້ເຈົ້າ. ເປັນຫຍັງເຈົ້າຈຶ່ງສົງໄສຫຼາຍຢູ່ສະເໝີ? ເຮົາຍັງບໍ່ໄດ້ເວົ້າຢ່າງຊັດເຈນພໍບໍ? ທຸກຄຳທີ່ເຮົາເວົ້າເປັນຄວາມຈິງ; ບໍ່ມີພຣະຄຳແມ່ນແຕ່ໜຶ່ງຂໍ້ທີ່ບໍ່ເປັນຄວາມຈິງ. ລູກຊາຍຂອງເຮົາເອີຍ! ໃຫ້ເຊື່ອເຮົາ. ໃຫ້ອຸທິດແທນເຮົາ ແລະ ເຮົາຈະອຸທິດຕໍ່ເຈົ້າຢ່າງແນ່ນອນ!