ບົດທີ 50
ຄຣິສຕະຈັກທັງໝົດ ແລະ ໄພ່ພົນທັງໝົດຄວນຄິດເຖິງອະດີດພ້ອມທັງເບິ່ງອະນາຄົດ: ການກະທຳໃນອະດີດຂອງພວກເຈົ້າ ມີຈັກຢ່າງທີ່ມີຄຸນສົມບັດ ແລະ ມີຈັກຢ່າງທີ່ມີສ່ວນຮ່ວມໃນການສ້າງອານາຈັກ? ຢ່າຄິດວ່າຕົນເອງສະຫຼາດ! ເຈົ້າຄວນເຫັນຂໍ້ບົກຜ່ອງຂອງຕົວເຈົ້າເອງຢ່າງຊັດເຈນ ແລະ ເຈົ້າຄວນເຂົ້າໃຈສະພາບການຕ່າງໆເຈົ້າເອງ. ເຮົາຮູ້ວ່າບໍ່ມີໃຜໃນບັນດາພວກເຈົ້າທີ່ເຕັມໃຈທີ່ຈະໃຊ້ຄວາມພະຍາຍາມໃດໆ ແລະ ເສຍສະຫຼະເວລາໃດໜຶ່ງໃນເລື່ອງນີ້, ດັ່ງນັ້ນ ເຈົ້າຈິ່ງບໍ່ສາມາດບັນລຸຜົນສຳເລັດໃດໆ. ພວກເຈົ້າຢູ່ລ້າໆໂດຍບໍ່ໄດ້ເຮັດຫຍັງ, ເວລາທັງໝົດຂອງພວກເຈົ້າແມ່ນການກິນ, ການດື່ມ ແລະ ມີຄວາມມ່ວນຊື່ນ. ເມື່ອສອງສາມຄົນໃນພວກເຈົ້າເຕົ້າໂຮມກັນເພື່ອສ້າງສັນ ໂດຍບໍ່ໄດ້ໃສ່ໃຈເຖິງການໂອ້ລົມກັນກ່ຽວກັບເລື່ອງຝ່າຍວິນຍານໃນຊີວິດ ຫຼື ການມອບຊີວິດໃຫ້ແກ່ກັນແລະກັນ. ເຮົາທົນບໍ່ໄດ້ທີ່ຈະເຫັນພວກເຈົ້າເວົ້າຕະຫຼົກ ແລະ ຫົວຂວັນ ແລະ ເຖິງຢ່າງນັ້ນ ພວກເຈົ້າກໍ່ຍັງໄຮ້ສາລະຢູ່. ເຮົາໄດ້ກ່າວຫຼາຍເທື່ອແລ້ວ, ແຕ່ພວກເຈົ້າພຽງບໍ່ຮູ້ຈັກຄວາມໝາຍຂອງສິ່ງທີ່ເຮົາກ່າວ, ນີ້ບໍ່ແມ່ນບາງສິ່ງທີ່ເຫັນໄດ້ຊັດເຈນຢູ່ປາຍດັງຂອງພວກເຈົ້າບໍ? ເຮົາໄດ້ກ່າວສິ່ງຕ່າງໆແບບນີ້ກ່ອນໜ້ານີ້ ແຕ່ພວກເຈົ້າຍັງບໍ່ທັນເຊື່ອໝັ້ນ ແລະ ພວກເຈົ້າບໍ່ຮັບຮູ້ສິ່ງທີ່ເຮົາກ່າວ, ຄິດວ່າເຮົາເຂົ້າໃຈພວກເຈົ້າຜິດ, ຄິດວ່າສິ່ງທີ່ເຮົາກ່າວນັ້ນບໍ່ເປັນຈິງ. ຫຼື ນັ້ນອາດຈະບໍ່ຖືກຕ້ອງບໍ?
ຖ້າເຈົ້າທຳທ່າປະຕິບັດກັບເຮົາ, ແລ້ວເຮົາກໍ່ຈະວາງເຈົ້າໄວ້ອີກຟາກໜຶ່ງ. ພຽງແຕ່ເຈົ້າກ້າທີ່ຈະເຮັດພໍເປັນພິທີອີກຄັ້ງ! ພຽງແຕ່ເຈົ້າກ້າທີ່ຈະເປັນຄົນໄຮ້ຄວາມຄິດ ແລະ ປະໝາດອີກຄັ້ງ! ພຣະທຳຂອງເຮົາແມ່ນມີດແກະສະຫຼັກ; ສິ່ງໃດກໍ່ຕາມທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາຈະຖືກຕັດອອກດ້ວຍມີດນີ້ ແລະ ເຈົ້າບໍ່ຈຳເປັນຕ້ອງພິຈາລະນາຫຼາຍເກີນໄປສຳລັບການໃຫ້ກຽດຕົວເຈົ້າເອງ. ເຮົາແກະສະຫຼັກເຈົ້າ ເພື່ອວ່າເຈົ້າຈະສາມາດເປັນຮູບເປັນຮ່າງ ແລະ ສອດຄ່ອງກັບຄວາມປະສົງຂອງເຮົາ. ຢ່າເຂົ້າໃຈຫົວໃຈຂອງເຮົາຜິດ; ພຽງແຕ່ຖ້າເຈົ້າຄຳນຶງເຖິງຫົວໃຈຂອງເຮົາໃຫ້ຫຼາຍທີ່ສຸດ, ມັນກໍສາມາດຍອມຮັບໄດ້. ຖ້າເຈົ້າສະແດງໃຫ້ເຫັນເຖິງການພິຈາລະນາແມ່ນແຕ່ໜ້ອຍດຽວ, ເຮົາກໍ່ຈະບໍ່ຫັນຫຼັງໄປຈາກເຈົ້າໃນຍາມທີ່ຖືກດູຖູກ. ຢ່າເມີນເສີຍມັນແບບບໍ່ຄິດຢູ່ສະເໝີ; ທາງດຽງທີ່ຍອມຮັບໄດ້ຄືໃຫ້ເຈົ້າອະນຸຍາດໃຫ້ຄວາມປະສົງຂອງເຮົາຖືກດຳເນີນການໃນຕົວເຈົ້າຢ່າງສະໝ່ຳສະເໝີ.
ໄພ່ພົນຈຳນວນຫຼວງຫຼາຍທັງໝົດຢູ່ໃນຕຳແໜ່ງທີ່ແຕກຕ່າງກັນ, ດັ່ງນັ້ນ ແນ່ນອນວ່າພວກເຈົ້າທຸກຄົນມີໜ້າທີ່ທີ່ແຕກຕ່າງກັນ. ແຕ່ພວກເຈົ້າຄວນເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອເສຍສະຫຼະຕົນເອງໃຫ້ກັບເຮົາຢ່າງຈິງໃຈ ແລະ ໜ້າທີ່ຂອງເຈົ້າແມ່ນເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້. ພວກເຈົ້າຄວນຊື່ສັດໃນເລື່ອງນີ້ ແລະ ເຕັມໃຈຢ່າງຍິນດີ. ເຈົ້າຕ້ອງບໍ່ເປັນຄົນສອງຈິດສອງໃຈແທ້ໆ! ບໍ່ດັ່ງນັ້ນ, ການຕັດສິນຂອງເຮົາກໍ່ຈະຢູ່ກັບພວກເຈົ້າຕະຫຼອດໄປ, ເນື້ອໜັງ, ວິນຍານ ແລະ ຈິດວິນຍານຂອງພວກເຈົ້າຈະບໍ່ສາມາດທົນມັນໄດ້ ແລະ ສຳລັບເຈົ້າແມ່ນຈະມີການຮ້ອງໄຫ້ ແລະ ການກັດແຂ້ວ.