​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 51

ໂອ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ອາແມນ! ດ້ວຍພຣະອົງ ທຸກສິ່ງຖືກປົດປ່ອຍ, ທຸກສິ່ງເປັນອິດສະຫຼະ, ທຸກສິ່ງຖືກເປີດອອກ, ທຸກສິ່ງຖືກເປີດເຜີຍ, ທຸກສິ່ງສະຫວ່າງສົດໃສ, ປາດສະຈາກການປົກປິດ ຫຼື ການເຊື່ອງຊ້ອນໃດໆ. ພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສຸງສຸດຜູ້ບັງເກີດເປັນມະນຸດ. ພຣະອົງຊົງຄອງລາດດັ່ງກະສັດ. ພຣະອົງໄດ້ເປີດເຜີຍຢ່າງກວ້າງຂວາງ, ບໍ່ມີຄວາມເລິກລັບອີກຕໍ່ໄປ ແຕ່ຖືກເປີດເຜີຍຢ່າງສົມບູນເປັນນິລັນ! ເຮົາໄດ້ຖືກເປີດເຜີຍຢ່າງແທ້ຈິງທັງໝົດ, ເຮົາໄດ້ມາຮອດຢ່າງເປີດເຜີຍ ແລະ ເຮົາໄດ້ປາກົດຕົວດັ່ງດວງອາທິດແຫ່ງຄວາມຊອບທຳ ຍ້ອນວ່າ ມື້ນີ້ບໍ່ແມ່ນຍຸກແຫ່ງການປາກົດຕົວຂອງດາວເພັດອີກຕໍ່ໄປ, ມັນບໍ່ແມ່ນໄລຍະເວລາແຫ່ງການປິດບັງອີກຕໍ່ໄປ. ພາລະກິດຂອງເຮົານັ້ນຄືດັ່ງສາຍຟ້າແມບເຫຼື້ອມ, ມັນສຳເລັດລົງດ້ວຍຄວາມວ່ອງໄວທີ່ໜ້າພິດສະວົງ. ມື້ນີ້ ພາລະກິດຂອງເຮົາໄດ້ກ້າວໜ້າມາຮອດຂັ້ນນີ້ ແລະ ໃຜກໍ່ຕາມທີ່ເສຍເວລາ ຫຼື ຊັກຊ້າ ຈະພົບແຕ່ກັບການພິພາກສາຢ່າງໄຮ້ຄວາມປານີ. ເຈົ້າຕ້ອງເຂົ້າໃຈຢ່າງຈະແຈ້ງເປັນພິເສດວ່າ ເຮົາອະນຸພາບ ແລະ ເຕັມໄປດ້ວຍພິພາກສາ ແລະ ເຮົາບໍ່ແມ່ນຄວາມກະລຸນາ ແລະ ຄວາມຮັກແບບທີ່ພວກເຈົ້າຈິນຕະນາການອີກຕໍ່ໄປ. ຖ້າເຈົ້າຍັງບໍ່ຊັດເຈນໃນຈຸດນີ້ ສິ່ງທີ່ເຈົ້າຈະໄດ້ຮັບກໍ່ຄືການພິພາກສາ ຍ້ອນວ່າເຈົ້າເອງຈະໄດ້ຊິມລົດຊາດທີ່ເຈົ້າບໍ່ເຄີຍຮັບຮູ້ມາກ່ອນ, ບໍ່ດັ່ງນັ້ນ ເຈົ້າກໍຈະຍັງມີຄວາມສົງໃສຢູ່ ແລະ ບໍ່ກ້າທີ່ຈະຍຶດໝັ້ນໃນຄວາມເຊື່ອຂອງເຈົ້າໄດ້.

ສິ່ງທີ່ເຮົາມອບໝາຍໃຫ້ພວກເຈົ້າ, ພວກເຈົ້າສາມາດເຮັດມັນໃຫ້ສຳເລັດດ້ວຍການອຸທິດໄດ້ບໍ? ເຮົາເວົ້າວ່າ ມັນຕ້ອງໃຊ້ສະຕິປັນຍາໃນການເຮັດສິ່ງໃດໜຶ່ງ, ແຕ່ວ່າມີສິ່ງໃດແດ່ທີ່ພວກເຈົ້າໄດ້ເຮັດຕາມຄຳແນະນຳຂອງເຮົາເທື່ອແລ້ວເທື່ອເລົ່າ ແລະ ໄດ້ພິຈາລະນາສິ່ງນັ້ນຕໍ່ໄປ? ເຖິງແມ່ນວ່າເຈົ້າມີຄວາມເຂົ້າໃຈຄຳດຽວກ່ຽວກັບຄຳແນະນຳຂອງເຮົາ ແລະ ເຈົ້າຄິດວ່າມັນດີເມື່ອເຈົ້າໄດ້ຍິນມັນ, ແຕ່ໃນເວລາຕໍ່ມາເຈົ້າກໍບໍ່ສົນໃຈມັນເລີຍ. ເມື່ອເຈົ້າໄດ້ຍິນມັນ, ເຈົ້ານຳມັນໄປສູ່ສະພາບທີ່ແທ້ຈິງຂອງຕົວເອງ ແລະ ດູຖູກຕົວເອງ. ແຕ່ຕໍ່ມາເຈົ້າເຊື່ອວ່າມັນເປັນເລື່ອງບໍ່ສຳຄັນ.[ກ] ມື້ນີ້ແມ່ນຄໍາຖາມທີ່ວ່າ ຊີວິດຂອງເຈົ້າສາມາດກ້າວໜ້າໄດ້ ຫຼື ບໍ່ ແລະບໍ່ແມ່ນຄຳຖາມກ່ຽວກັບໃບໜ້າທີ່ເຈົ້າສົມມຸດເອົາຢູ່ຂ້າງນອກ. ບໍ່ມີໃຜໃນພວກເຈົ້າທີ່ມີຄວາມເດັດດ່ຽວ ແລະ ພວກເຈົ້າກໍບໍ່ເຕັມໃຈທີ່ຈະມີຄວາມມຸ້ງໝັ້ນ, ເຈົ້າບໍ່ຢາກຈ່າຍລາຄາ, ເຈົ້າບໍ່ຢາກປະຖິ້ມຄວາມສຸກຊົ່ວຄາວທາງໂລກ ແຕ່ເຈົ້າຢ້ານການສູນເສຍພອນຈາກສະຫວັນ, ຄົນເຊັ່ນນີ້ແມ່ນຄົນປະເພດໃດ? ນີ້ແມ່ນຄົນໂງ່! ພວກເຈົ້າຢ່າໄດ້ຄຽດແຄ້ນໃຈໄປເລີຍ, ແລ້ວສິ່ງທີ່ເຮົາກ່າວບໍ່ແມ່ນຄວາມຈິງບໍ? ມັນບໍ່ໄດ້ຊີ້ໃຫ້ເຫັນສິ່ງທີ່ເຈົ້າຄິດກ່ຽວກັບຕົວເຈົ້າເອງບໍ? ເຈົ້າບໍ່ມີຄວາມເປັນມະນຸດ! ເຈົ້າບໍ່ມີແມ່ນແຕ່ຄຸນນະພາບຂອງຄົນທຳມະດາ ແລະ ເຖິງແມ່ນວ່ານີ້ຄືຄວາມຈິງ ແຕ່ເຈົ້າກໍຍັງບໍ່ເຫັນຄວາມຂາດເຂີນຂອງຕົນເອງເລີຍ, ເຈົ້າສະບາຍ ແລະ ໄຮ້ຄວາມກັງວົນຢູ່ຕະຫຼອດເວລາ, ພໍໃຈໃນຕົວເອງ! ເຈົ້າບໍ່ຮູ້ວ່າຄວາມບົກຜ່ອງຂອງເຈົ້ານັ້ນໃຫຍ່ຫຼວງພຽງໃດ ແລະ ມີຫຍັງແດ່ທີ່ເຈົ້າຂາດເຂີນ. ຈັງແມ່ນໂງ່ແທ້!

ເຈົ້າບໍ່ເຫັນບໍວ່າພາລະກິດຂອງເຮົາໄດ້ມາເຖິງຈຸດດັ່ງກ່າວແລ້ວ? ຄວາມປະສົງທັງໝົດຂອງເຮົາຢູ່ໃນພວກເຈົ້າ, ເມື່ອໃດພວກເຈົ້າຈິ່ງຈະເຂົ້າໃຈມັນ, ເມື່ອໃດພວກເຈົ້າຈິ່ງຈະພິຈາລະນາສິ່ງນີ້? ຂີ້ຄ້ານແທ້! ເຈົ້າບໍ່ເຕັມໃຈທີ່ຈະຈ່າຍລາຄາ, ບໍ່ເຕັມໃຈທີ່ຈະເຮັດວຽກໜັກ, ບໍ່ເຕັມໃຈທີ່ຈະໃຊ້ເວລາ ແລະ ບໍ່ເຕັມໃຈທີ່ຈະພະຍາຍາມ. ເຮົາຂໍບອກເຈົ້າ! ຍິ່ງເຈົ້າຢ້ານທົນທຸກກັບຄວາມຍາກລຳບາກຫຼາຍເທົ່າໃດ ຊີວິດຂອງເຈົ້າກໍຍິ່ງໄດ້ຮັບຜົນປະໂຫຍດໜ້ອຍລົງເທົ່ານັ້ນ, ຍິ່ງໄປກວ່ານັ້ນ ເມື່ອຊີວິດເຈົ້າເຕີບໃຫຍ່ຂຶ້ນ ເຈົ້າກໍຈະພົບກັບອຸປະສັກຕ່າງໆຫຼາຍຂຶ້ນ ແລະ ຈະບໍ່ມີຄວາມກ້າວໜ້າໃດໆເລີຍ. ເຮົາຂໍເຕືອນເຈົ້າອີກຄັ້ງໜຶ່ງ (ເຮົາຈະບໍ່ກ່າວມັນອີກ)! ໃຜກໍ່ຕາມທີ່ບໍ່ຮັບຜິດຊອບຊີວິດຂອງຕົນ ເຮົາຈະບໍ່ສົນໃຈ ແລະ ຈະປະຖິ້ມຜູ້ນັ້ນ. ເຮົາໄດ້ເລີ້ມບັງຄັບໃຊ້ສິ່ງນີ້ແລ້ວ; ເຈົ້າບໍ່ໄດ້ເຫັນສິ່ງນີ້ຢ່າງຊັດເຈນບໍ? ນີ້ບໍ່ແມ່ນການດຳເນີນທຸລະກິດ ແລະ ກໍບໍ່ແມ່ນການຄ້າ, ແຕ່ນີ້ແມ່ນຊີວິດ, ຊັດເຈນແລ້ວບໍ?

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ຈາກນັ້ນມັນແມ່ນເລື່ອງບໍ່ສຳຄັນ.”

​ກ່ອນ​ນີ້ :ບົດທີ 50

ຕໍ່​ໄປ:ບົດທີ 52

ເນື່ອຫາທີ່ກ່ຽວຂ້ອງ