ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີຫົກ)

III. ການດູຖູກພຣະທຳຂອງພຣະເຈົ້າ

ມື້ນີ້ ພວກເຮົາສືບຕໍ່ໂອ້ລົມກັນກ່ຽວກັບລາຍການທີສິບຂອງການສະແດງອອກຕ່າງໆ ຂອງຜູ້ຕໍ່ຕ້ານພຣະຄຣິສ: “ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ”, ໂດຍເນັ້ນໃສ່ພາກທີສາມ ນັ້ນກໍຄື ພວກເຂົາດູຖູກພຣະທຳຂອງພຣະເຈົ້າ. ໃນການເຕົ້າໂຮມຄັ້ງຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບສອງດ້ານຂອງພາກນີ້. ສອງດ້ານນັ້ນແມ່ນຫຍັງ? (ດ້ານທຳອິດແມ່ນ ຜູ້ຕໍ່ຕ້ານພຣະຄຣິສດັດແປງ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ. ອີກດ້ານໜຶ່ງແມ່ນ ຜູ້ຕໍ່ຕ້ານພຣະຄຣິສປະຕິເສດພຣະທຳຂອງພຣະເຈົ້າ ເມື່ອພຣະທຳເຫຼົ່ານັ້ນບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ.) ທັງສອງດ້ານລ້ວນແຕ່ກ່ຽວຂ້ອງກັບການທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ. ການທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້ານັ້ນເຫັນໄດ້ຊັດເຈນໃນຫຼາຍດ້ານ; ມັນເຊື່ອມໂຍງກັບແກ່ນແທ້ຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ທຸກດ້ານທີ່ກ່ຽວຂ້ອງກັບພຣະເຈົ້າ. ພຣະທຳຂອງພຣະເຈົ້າກວມເອົາເນື້ອໃນທີ່ກວ້າງຂວາງ, ສະນັ້ນ ການທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າຈຶ່ງບໍ່ແມ່ນທັດສະນະຄະຕິທີ່ງ່າຍດາຍທີ່ພວກເຂົາມີຕໍ່ພຣະທຳຂອງພຣະອົງ. ເຫດຜົນທີ່ພວກເຂົາດູຖູກພຣະທຳຂອງພຣະອົງນັ້ນມີຫຼາຍດ້ານ, ບໍ່ແມ່ນດ້ານດຽວ. ໃນການເຕົ້າໂຮມຄັ້ງຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງສອງຢ່າງກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ. ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບການສະແດງອອກອີກຢ່າງໜຶ່ງ.

3. ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນຈິງຫຼືບໍ່

ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ, ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນສິ່ງທີ່ພຣະເຈົ້າກ່າວ ແລະ ໃນເນື້ອໃນທັງໝົດທີ່ພຣະເຈົ້າກ່າວບໍ? (ບໍ່.) ມີຫຼັກຖານຕົວຈິງກ່ຽວກັບເລື່ອງນີ້. ພວກເຂົາບໍ່ໄດ້ເຊື່ອຢ່າງແທ້ຈິງ, ແລ້ວທັດສະນະຄະຕິຂອງພວກເຂົາເປັນແນວໃດຕໍ່ກັບການທີ່ວ່າ ພຣະທຳທັງໝົດທີ່ພຣະເຈົ້າກ່າວນັ້ນສອດຄ່ອງກັບຄວາມເປັນຈິງ ຫຼື ບໍ່, ພຣະທຳເຫຼົ່ານັ້ນສາມາດເກີດຂຶ້ນຈິງໄດ້ ຫຼື ບໍ່ ຫຼື ພຣະທຳເຫຼົ່ານັ້ນເປັນຈິງ ຫຼື ບໍ່? ພວກເຂົາເຊື່ອຢ່າງແທ້ຈິງ ຫຼື ພວກເຂົາສົງໄສແລະ ສັງເກດເບິ່ງຢ່າງລັງເລຢູ່ໃນໃຈຂອງພວກເຂົາ? ພວກເຂົາສົງໄສຢ່າງໜັກແໜ້ນ ແລະ ສັງເກດເບິ່ງຢ່າງລັງເລຢູ່ໃນໃຈຂອງພວກເຂົາ. ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບການສະແດງອອກນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່. “ສອດແນມ” ໝາຍຄວາມວ່າແນວໃດ? ເປັນຫຍັງຈຶ່ງໃຊ້ວະລີ “ສອດແນມ”? (ພຣະເຈົ້າ, ການສອດແນມໝາຍເຖິງການສັງເກດເບິ່ງຢ່າງລັບໆ, ການລັກເບິ່ງ.) ໂດຍພື້ນຖານແລ້ວ ຄຳອະທິບາຍນີ້ແມ່ນຖືກຕ້ອງ. ຕອນນີ້ທຸກຄົນເຂົ້າໃຈຄວາມໝາຍຂອງຄຳວ່າ “ສອດແນມ” ແລ້ວ; ມັນຄືການເຝົ້າເບິ່ງ ແລະ ລັງເລໃຈສັງເກດເບິ່ງຢ່າງລັບໆ, ການເບິ່ງຢ່າງລັບໆໂດຍບໍ່ໃຫ້ຄົນອື່ນກວດພົບ, ການກະທຳໃນບ່ອນມືດ, ບໍ່ແມ່ນໃນທີ່ແຈ້ງ ຫຼື ບໍ່ໃຫ້ຄົນອື່ນເຫັນ; ມັນເປັນການກະທຳທີ່ຕ່ຳຊ້າ. ເຫັນໄດ້ຢ່າງຊັດເຈນວ່າ ຄົນທີ່ກະທຳການນີ້ບໍ່ໄດ້ເຮັດຢ່າງເປີດເຜີຍ ແຕ່ເຮັດຢ່າງລັບໆ. ສະນັ້ນ, ຈາກການສະແດງອອກ ແລະ ຄຳອະທິບາຍເຫຼົ່ານີ້, ມັນເປັນພຶດຕິກຳແບບໃດ ເມື່ອຜູ້ຕໍ່ຕ້ານພຣະຄຣິສສອດແນມພຣະທຳຂອງພຣະເຈົ້າ? (ການດູຖູກຄວາມຈິງ.) ສິ່ງໃດທີ່ເຮັດໃຫ້ເຫັນຢ່າງຊັດເຈນວ່າ ມັນຄືການດູຖູກຄວາມຈິງ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດອ່ານພຣະທຳຂອງພຣະເຈົ້າຢ່າງກົງໄປກົງມາ, ຢ່າງຖືກຕ້ອງຕາມເຫດຜົນ ແລະ ຢ່າງເປີດເຜີຍຕໍ່ສາທາລະນະ? ເປັນຫຍັງພວກເຂົາຈຶ່ງສອດແນມ? ການສອດແນມເປັນ ການກະທຳປະເພດໜຶ່ງແທ້ບໍ? ຈາກຄຳອະທິບາຍຂອງມັນ, ມັນຊັດເຈນວ່າ ການສອດແນມບໍ່ແມ່ນສິ່ງທີ່ເຮັດຢ່າງເປີດເຜີຍ; ມັນບໍ່ແມ່ນສິ່ງທີ່ສາມາດແຍກແຍະໄດ້ຈາກຮູບລັກສະນະພາຍນອກ, ການສະແດງອອກ ຫຼື ການກະທຳ. ແທນທີ່ຈະເປັນແນວນັ້ນ, ຄວາມຄິດທັງໝົດເຫຼົ່ານີ້ຖືກເຊື່ອງໄວ້, ເກັບໄວ້ພາຍໃນໃຈ, ຄົນອື່ນບໍ່ສາມາດຮັບຮູ້ໄດ້ ແລະ ມັນຍາກທີ່ຈະແຍກແຍະໄດ້ວ່າພວກເຂົາກຳລັງຄິດຢູ່ຫຍັງຈາກການສະແດງອອກ ແລະ ການກະທຳຂອງພວກເຂົາ, ສິ່ງນີ້ເອີ້ນວ່າການສອດແນມ. ນີ້ຄືທັດສະນະຄະຕິທີ່ມີຕໍ່ພຣະທຳຂອງພຣະເຈົ້າ ເຊິ່ງບໍ່ສາມາດປາກົດອອກມາຢ່າງເປີດເຜີຍຕໍ່ສາທາລະນະໄດ້; ມັນເປັນທັດສະນະຄະຕິທີ່ບໍ່ຖືກຕ້ອງຢ່າງຊັດເຈນ. ມັນເປັນທັດສະນະຄະຕິຂອງການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຈາກມຸມມອງຂອງບຸກຄົນທີສາມ, ຈາກມຸມມອງທີ່ເປັນປໍລະປັກ, ຈາກມຸມມອງຂອງການສັງເກດເບິ່ງທີ່ລັງເລ, ການກວດສອບ, ຄວາມສົງໄສ ແລະ ການຕໍ່ຕ້ານ. ຈາກພຶດຕິກຳເຫຼົ່ານີ້, ສາມາດເວົ້າໄດ້ບໍວ່າ ການທີ່ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນຈິງ ຫຼື ບໍ່ນັ້ນ ເປັນການສະແດງອອກເຖິງການດູຖູກພຣະທຳຂອງພຣະເຈົ້າທີ່ມີທຳມະຊາດທີ່ຮ້າຍແຮງ? (ແມ່ນແລ້ວ.) ການທີ່ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນຈິງ ຫຼື ບໍ່ນັ້ນ ສະທ້ອນໃຫ້ເຫັນເຖິງອຸປະນິໄສຂອງພວກເຂົາ ແລະ ທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ເຊິ່ງຖືກເປີດເຜີຍຢູ່ໃນໃຈ, ຄວາມຄິດ ແລະ ຄວາມຄິດເຫັນທີ່ຖືກເກັບໄວ້ຢ່າງລັບໆຂອງພວກເຂົາ.

ຜູ້ຕໍ່ຕ້ານພຣະຄຣິສສອດແນມພຣະທຳຂໍ້ໃດຂອງພຣະເຈົ້າ? ໃນມຸມມອງຂອງພວກເຂົາ, ພຣະທຳຂໍ້ໃດຂອງພຣະເຈົ້າທີ່ຄຸ້ມຄ່າແກ່ການກວດສອບ ແລະ ການວິເຄາະຢ່າງລັບໆ ແລະ ເລິກເຊິ່ງຂອງພວກເຂົາ? ໝາຍຄວາມວ່າ ເນື້ອໃນສະເພາະໃດທີ່ພຣະເຈົ້າກ່າວ ເຊິ່ງຜູ້ຕໍ່ຕ້ານພຣະຄຣິສສົນໃຈເປັນພິເສດ, ໃນຂະນະດຽວກັນກໍມັກຈະສົງໄສ ແລະ ສັງເກດເບິ່ງສິ່ງເຫຼົ່ານັ້ນຢູ່ໃນໃຈຂອງພວກເຂົາຢ່າງລັງເລ? ພຣະທຳຂໍ້ໃດຂອງພຣະເຈົ້າທີ່ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າຄຸ້ມຄ່າທີ່ຈະໃຊ້ເວລາ ແລະ ພະລັງງານໃນການສອດແນມຢູ່ໃນໃຈຂອງພວກເຂົາ? (ຄຳທຳນາຍ, ຄວາມເລິກລັບ ແລະ ພຣະທຳບາງຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງກັບອະນາຄົດ, ຊະຕາກຳ ແລະ ຈຸດໝາຍປາຍທາງຂອງມະນຸດ.) ຄຳທຳນາຍ, ຈຸດໝາຍປາຍທາງ, ຄວາມເລິກລັບ, ສິ່ງເຫຼົ່ານີ້ຄືສິ່ງທີ່ຄົນສ່ວນໃຫຍ່ກັງວົນ ແລະ ຍິ່ງໄປກວ່ານັ້ນ ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດປ່ອຍວາງໄດ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ໂດຍສະເພາະແລ້ວ, ພຣະທຳຂໍ້ໃດຂອງພຣະເຈົ້າທີ່ຜູ້ຕໍ່ຕ້ານພຣະຄຣິສຂ້ອນຂ້າງໃຫ້ຄວາມສົນໃຈ ແລະ ມັກຈະສອດແນມຢູ່ໃນໃຈຂອງພວກເຂົາ? ເນື່ອງຈາກມັນກ່ຽວຂ້ອງກັບການທີ່ວ່າພຣະທຳເຫຼົ່ານີ້ຈະເກີດຂຶ້ນຈິງ ຫຼື ບໍ່, ພວກມັນຈະກາຍເປັນຈິງ ຫຼື ບໍ່, ພວກເຂົາຈະເຫັນຄວາມສຳເລັດທີ່ແທ້ຈິງຂອງພວກມັນໃນຖານະຂໍ້ເທັດຈິງ ຫຼື ບໍ່, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສກັງວົນນັ້ນແມ່ນພຣະສັນຍາທີ່ພຣະເຈົ້າໃຫ້ໄວ້ກັບມະນຸດຊາດຢ່າງແນ່ນອນ, ແມ່ນບໍ່? (ແມ່ນ.) ນອກຈາກນີ້, ຍັງມີພຣະທຳທີ່ກ່ຽວຂ້ອງກັບການທີ່ພຣະເຈົ້າສາບແຊ່ງ ແລະ ລົງໂທດຜູ້ຄົນ, ລົງໂທດຄົນຊົ່ວຮ້າຍ, ລົງໂທດທຸກຄົນທີ່ຕໍ່ຕ້ານພຣະທຳຂອງພຣະເຈົ້າ. ແລ້ວຍັງມີຄຳທຳນາຍກ່ຽວກັບຄວາມຫາຍະນະຕ່າງໆ, ນີ້ບໍ່ແມ່ນຂົງເຂດທີ່ຜູ້ຕໍ່ຕ້ານພຣະຄຣິສກັງວົນເຊັ່ນກັນບໍ? (ແມ່ນແລ້ວ.) ມີຫຍັງອີກ? (ພຣະທຳກ່ຽວກັບເວລາທີ່ພຣະເຈົ້າຈະຈາກແຜ່ນດິນໂລກໄປ.) ເວລາທີ່ພຣະເຈົ້າຈະຈາກແຜ່ນດິນໂລກໄປ, ເວລາທີ່ພຣະເຈົ້າຈະໄດ້ຮັບລັດສະໝີ, ເວລາທີ່ວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າຈະສຳເລັດ, ເວລາທີ່ພຣະເຈົ້າຈະຢຸດຕິມະນຸດຊາດນີ້, ແມ່ນບໍ່? (ແມ່ນ.) ທັງໝົດມີຈັກລາຍການ? (ສີ່.) ຢ່າງທຳອິດແມ່ນພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນທີ່ມີຕໍ່ມະນຸດ. ຢ່າງທີສອງແມ່ນພຣະທຳຂອງພຣະເຈົ້າກ່ຽວກັບການສາບແຊ່ງ ແລະ ການລົງໂທດທີ່ມີຕໍ່ມະນຸດ. ຢ່າງທີສາມແມ່ນພຣະທຳຂອງພຣະເຈົ້າທີ່ທຳນາຍເຖິງຄວາມຫາຍະນະ. ຢ່າງທີສີ່ແມ່ນພຣະທຳຂອງພຣະເຈົ້າກ່ຽວກັບເວລາທີ່ພຣະອົງຈະຈາກແຜ່ນດິນໂລກໄປ ແລະ ວຽກງານອັນຍິ່ງໃຫຍ່ຂອງພຣະອົງຈະສຳເລັດ. ແລ້ວຍັງມີອີກຢ່າງໜຶ່ງ, ເຊິ່ງເປັນລາຍການທີ່ສຳຄັນທີ່ສຸດ, ເປັນໝວດໝູ່ພຣະທຳຂອງພຣະເຈົ້າທີ່ຜູ້ຕໍ່ຕ້ານພຣະຄຣິສກະຕືລືລົ້ນເປັນພິເສດທີ່ຈະສອດແນມ ແລະ ນັ້ນກໍຄືພຣະທຳຂອງພຣະເຈົ້າກ່ຽວກັບອຸປະນິໄສຂອງພຣະອົງ, ຕົວຕົນຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ. ເປັນຫຍັງຈຶ່ງເພີ່ມຂໍ້ສຸດທ້າຍນີ້ໃສ່? ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນຈິງ; ພວກເຂົາມັກຈະສອດແນມພຣະທຳຂອງພຣະເຈົ້າ, ແລ້ວສິ່ງໃດເປັນສິ່ງຫຼັກທີ່ກະຕຸ້ນຄວາມສົງໄສຂອງພວກເຂົາ, ເຊິ່ງນຳພາພວກເຂົາໄປສູ່ການສອດແນມພຣະທຳຂອງພຣະເຈົ້າ? ຄວາມບໍ່ເຊື່ອຖືຫຼັກໆຂອງພວກເຂົາແມ່ນຢູ່ໃນພຣະເຈົ້າ. ໂດຍພື້ນຖານແລ້ວ, ຜູ້ຕໍ່ຕ້ານພຣະຄຣິສແມ່ນຜູ້ບໍ່ເຊື່ອ, ພວກເຂົາແມ່ນມານຮ້າຍ; ພວກເຂົາສົງໄສການມີຢູ່ຂອງພຣະເຈົ້າ, ບໍ່ເຊື່ອວ່າມີພຣະເຈົ້າຢູ່ໃນໂລກນີ້, ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ທັງບໍ່ເຊື່ອໃນທຸກສິ່ງທີ່ພຣະເຈົ້າເຮັດ. ສະນັ້ນ, ພວກເຂົາຈຶ່ງສົງໄສຢ່າງສິ້ນເຊີງໃນອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ດ້ວຍຄວາມສົງໄສຂອງພວກເຂົາ, ພວກເຂົາຈະເຮັດຫຍັງ? ຖ້າພວກເຂົາສາມາດສົງໄສຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ແລ້ວເມື່ອເວົ້າເຖິງພຣະທຳທີ່ກ່ຽວຂ້ອງກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ພວກເຂົາຈະພຽງແຕ່ອ່ານມັນໂດຍບໍ່ມີການຮັບຮູ້ ຫຼື ປະຕິກິລິຍາບໍ? ພວກເຂົາສາມາດເຊື່ອ ແລະ ຍອມຮັບພຣະທຳເຫຼົ່ານີ້ຢ່າງໜັກແໜ້ນໄດ້ບໍ? (ບໍ່.) ຕົວຢ່າງ: ຖ້າຄົນໃດຄົນໜຶ່ງສົງໄສຢູ່ສະເໝີວ່າພວກເຂົາຖືກຮັບມາລ້ຽງ, ພວກເຂົາຈະສາມາດເຊື່ອໄດ້ບໍວ່າພໍ່ແມ່ຂອງພວກເຂົາແມ່ນພໍ່ແມ່ແທ້ໆຂອງພວກເຂົາ? ພວກເຂົາສາມາດເຊື່ອໄດ້ບໍວ່າຄວາມຮັກ, ການປົກປ້ອງ ແລະ ການເສຍສະລະທັງໝົດທີ່ພໍ່ແມ່ຂອງພວກເຂົາເຮັດເພື່ອອະນາຄົດຂອງພວກເຂົານັ້ນເປັນຂອງແທ້? (ບໍ່.) ເມື່ອພວກເຂົາສົງໄສ ແລະ ບໍ່ເຊື່ອທັງໝົດນີ້, ພວກເຂົາຈະບໍ່ເຮັດບາງຢ່າງຢ່າງລັບໆບໍ? ຕົວຢ່າງ: ບາງຄັ້ງພວກເຂົາອາດຈະລັກຟັງບົດສົນທະນາຂອງພໍ່ແມ່ຂອງພວກເຂົາ ເພື່ອເບິ່ງວ່າພວກເຂົາກຳລັງສົນທະນາກ່ຽວກັບຕົ້ນກຳເນີດຂອງຕົນ ຫຼື ບໍ່. ໂດຍປົກກະຕິແລ້ວ ພວກເຂົາຍັງຈະເອົາໃຈໃສ່ຢ່າງໃກ້ຊິດ ແລະ ສອບຖາມພໍ່ແມ່ຂອງພວກເຂົາຢູ່ຕະຫຼອດເວລາກ່ຽວກັບບ່ອນທີ່ພວກເຂົາເກີດ, ໃຜເປັນຜູ້ເຮັດຄອດໃຫ້ພວກເຂົາ ແລະ ພວກເຂົາມີນ້ຳໜັກເທົ່າໃດຕອນເກີດ, ພວກເຂົາຈະຖາມກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ. ຖ້າພໍ່ແມ່ຂອງພວກເຂົາຕີ ຫຼື ລົງວິໄນພວກເຂົາ, ຄວາມສົງໄສຂອງພວກເຂົາກໍຈະຍິ່ງເພີ່ມຂຶ້ນ. ບໍ່ວ່າພໍ່ແມ່ຂອງພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຈະລະວັງຕົວ ແລະ ສົງໄສຢູ່ສະເໝີ. ບໍ່ວ່າພໍ່ແມ່ຂອງພວກເຂົາຈະປະຕິບັດຕໍ່ພວກເຂົາໄດ້ດີສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດປ່ອຍວາງຄວາມລະແວງໃນໃຈຂອງພວກເຂົາໄດ້. ສະນັ້ນ, ຄວາມລະແວງທັງໝົດນີ້, ກິດຈະກຳພາຍໃນ, ຄວາມຄິດ ແລະ ທັດສະນະຄະຕິທັງໝົດນີ້ບໍ່ໄດ້ເກີດຂຶ້ນຢ່າງລັບໆບໍ? ເມື່ອພວກເຂົາສົງໄສວ່າພໍ່ແມ່ຂອງພວກເຂົາແມ່ນພໍ່ແມ່ແທ້ໆຂອງພວກເຂົາ ຫຼື ບໍ່, ພວກເຂົາກໍມີແນວໂນ້ມທີ່ຈະເຮັດບາງຢ່າງລັບຫຼັງ. ສະນັ້ນ, ເນື່ອງຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຄືແກ່ນແທ້ຂອງຜູ້ບໍ່ເຊື່ອ, ພວກເຂົາຈຶ່ງບໍ່ເຊື່ອ, ບໍ່ຮັບຮູ້ ຫຼື ບໍ່ຍອມຮັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງແນ່ນອນ. ດ້ວຍທັດສະນະຄະຕິແຫ່ງຄວາມບໍ່ເຊື່ອ, ການບໍ່ຮັບຮູ້ ແລະ ການບໍ່ຍອມຮັບດັ່ງກ່າວນີ້, ພວກເຂົາເຊື່ອ ແລະ ຍອມຮັບພຣະທຳທີ່ກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໃນໃຈຂອງພວກເຂົາຢ່າງແທ້ຈິງບໍ? ແນ່ນອນວ່າບໍ່. ຕາບໃດທີ່ມັນກ່ຽວຂ້ອງກັບພຣະທຳກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ພວກເຂົາກໍມີຄວາມສົງໄສ, ການຕໍ່ຕ້ານ ແລະ ການສັງເກດເບິ່ງທີ່ລັງເລຢູ່ໃນໃຈຂອງພວກເຂົາ. ຕອນນີ້ ຢ່າຟ້າວລົງລາຍລະອຽດກ່ຽວກັບດ້ານນີ້ເທື່ອ.

ການສະແດງອອກຫ້າຢ່າງຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສສອດແນມພຣະທຳຂອງພຣະເຈົ້າທີ່ຫາກໍສົນທະນາກັນນັ້ນ ໂດຍພື້ນຖານແລ້ວແມ່ນຂ້ອນຂ້າງຄອບຄຸມ ແລະ ເປັນຕົວແທນໄດ້. ມີເນື້ອໃນ ແລະ ຈຸດສຸມສະເພາະຂອງພຣະທຳຂອງພຣະເຈົ້າທີ່ຜູ້ຕໍ່ຕ້ານພຣະຄຣິສສອດແນມ. ສຳລັບພຣະທຳຫຼາຍຂໍ້ທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດ, ພຣະທຳທີ່ພຣະເຈົ້າປອບໂຍນຜູ້ຄົນ, ອະທິບາຍຄວາມເລິກລັບບາງຢ່າງ ຫຼື ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ອື່ນໆ, ຜູ້ຕໍ່ຕ້ານພຣະຄຣິສສົນໃຈພຣະທຳເຫຼົ່ານີ້ບໍ? (ບໍ່.) ສຳລັບພວກເຂົາແລ້ວ, ພຣະທຳເຫຼົ່ານີ້ບໍ່ມີຄວາມສຳຄັນ. ເປັນຫຍັງ? ເພາະວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ຮັກຄວາມຈິງ, ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາບໍ່ມີເຈດຕະນາທີ່ຈະຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ຫຼື ຄວາມລອດພົ້ນຂອງພຣະເຈົ້າ. ພວກເຂົາບໍ່ມີແຜນການດັ່ງກ່າວ, ສະນັ້ນ ພວກເຂົາຈຶ່ງຖືວ່າພຣະທຳທີ່ກ່ຽວຂ້ອງກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເຂົ້າສູ່ຊີວິດນັ້ນບໍ່ສຳຄັນ, ບໍ່ຄຸ້ມຄ່າທີ່ຈະອ່ານ, ຄິດ ຫຼື ເອົາມາໃສ່ໃຈ. ພວກເຂົາບໍ່ມີຄວາມສົນໃຈໃນພຣະທຳເຫຼົ່ານີ້. ພວກເຂົາຄິດວ່າ: “ພຣະທຳເຫຼົ່ານັ້ນກ່ຽວຂ້ອງຫຍັງກັບອະນາຄົດ ແລະ ຊະຕາກຳຂອງພວກເຮົາ? ພວກມັນກ່ຽວຂ້ອງຫຍັງກັບຈຸດໝາຍປາຍທາງຂອງພວກເຮົາ? ພຣະທຳເຫຼົ່ານັ້ນກ່ຽວກັບເລື່ອງເລັກໆນ້ອຍໆ, ບໍ່ຄຸ້ມຄ່າທີ່ຈະອ່ານ ຫຼື ຟັງ. ຖ້າຄົນໃດຄົນໜຶ່ງອຸກໃຈແທ້ໆ, ໂດຍບໍ່ມີທາງອອກອື່ນ, ພວກເຂົາກໍອາດຈະອ່ານພຣະທຳເຫຼົ່ານັ້ນຊົ່ວຄາວເພື່ອຕື່ມເຕັມຄວາມຫວ່າງເປົ່າໃນໃຈ ຫຼື ເພື່ອເອົາຊະນະອຸປະສັກທີ່ທ້າທາຍເປັນພິເສດບາງຢ່າງ ແລະ ແກ້ໄຂຄວາມຫຍຸ້ງຍາກທີ່ແກ້ໄຂໄດ້ຍາກກໍເທົ່ານັ້ນ. ການທີ່ຈະເວົ້າວ່າພຣະທຳເຫຼົ່ານັ້ນສາມາດປ່ຽນແປງອຸປະນິໄສຂອງຄົນໃດຄົນໜຶ່ງໄດ້, ມັນຈະງ່າຍດາຍແບບນັ້ນໄດ້ແນວໃດ?” ໂດຍພື້ນຖານແລ້ວ ພວກເຂົາບໍ່ມີເຈດຕະນາທີ່ຈະປ່ຽນແປງອຸປະນິໄສຂອງພວກເຂົາ, ບໍ່ມີແຜນທີ່ຈະຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຊີວິດ, ເປັນຫົນທາງ ຫຼື ເປັນຄວາມຈິງ. ສິ່ງທີ່ພວກເຂົາຕ້ອງການຄືອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາ, ພ້ອມທັງອຳນາດ. ສະນັ້ນ, ພວກເຂົາຈຶ່ງບໍ່ຈິງຈັງກັບພຣະທຳດັ່ງກ່າວ ແລະ ບໍ່ເອົາພຣະທຳເຫຼົ່ານັ້ນມາໃສ່ໃຈ. ຈາກມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ, ຄວາມໝາຍໂດຍໄນກໍຄື ພຣະທຳເຫຼົ່ານີ້ບໍ່ຄຸ້ມຄ່າແກ່ການກວດສອບຂອງພວກເຂົາເລີຍ ແລະ ຍິ່ງບໍ່ຄຸ້ມຄ່າກັບເວລາຂອງພວກເຂົາໃນການວິເຄາະ ແລະ ສືບສວນວ່າພຣະທຳເຫຼົ່ານັ້ນເປັນຄວາມຈິງ ຫຼື ບໍ່ ຫຼື ພຣະທຳເຫຼົ່ານັ້ນສາມາດປ່ຽນແປງຜູ້ຄົນໄດ້ ຫຼື ບໍ່. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພຣະທຳໃດໆທີ່ກ່ຽວຂ້ອງກັບຊະຕາກຳ ແລະ ຈຸດໝາຍປາຍທາງຂອງພວກເຂົາ, ຕົວຕົນຂອງພວກເຂົາເອງ, ສະຖານະ, ຜົນປະໂຫຍດສ່ວນຕົວທັງໝົດຂອງພວກເຂົາ ແລະ ອື່ນໆ ລ້ວນແລ້ວແຕ່ມີຄວາມສຳຄັນ, ພວກມັນມີຄວາມສຳຄັນທີ່ສຸດ. ບາງຄົນເວົ້າວ່າ: “ໃນເມື່ອຜູ້ຕໍ່ຕ້ານພຣະຄຣິສຖືວ່າພຣະທຳຂອງພຣະເຈົ້າໃນສ່ວນເຫຼົ່ານີ້ສຳຄັນຫຼາຍ ແລະ ໃຫ້ຄວາມໃສ່ໃຈກັບພວກມັນຂະໜາດນັ້ນ, ຈະເວົ້າໄດ້ແນວໃດວ່າພວກເຂົາກຳລັງສອດແນມພຣະທຳຂອງພຣະເຈົ້າ? ນີ້ບໍ່ແມ່ນການກ່າວຫາທີ່ຜິດບໍ? ນີ້ບໍ່ແມ່ນການເວົ້າເກີນຈິງ ແລະ ບໍ່ຄ່ອຍເໝາະສົມປານໃດບໍ?” (ບໍ່. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນຈິງ ແລະ ສຳເລັດຢ່າງແນ່ນອນ, ພວກເຂົາບໍ່ເຊື່ອວ່າພຣະເຈົ້າໝາຍຄວາມຕາມທີ່ພຣະອົງກ່າວ ແລະ ສິ່ງທີ່ພຣະອົງກ່າວຈະສຳເລັດ. ພວກເຂົາບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າດ້ວຍແນວຄິດແຫ່ງຄວາມເຊື່ອ ແລະ ການຮັບຮູ້ ແຕ່ກຳລັງສັງເກດເບິ່ງວ່າພຣະທຳຂອງພຣະເຈົ້າສາມາດເກີດຂຶ້ນຈິງໄດ້ແທ້ ຫຼື ບໍ່.) ມັນເປັນແບບແນວນີ້ບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສໃຫ້ຄຸນຄ່າກັບພຣະທຳເຫຼົ່ານີ້ ເພາະພວກມັນສາມາດຕອບສະໜອງຄວາມປາຖະໜາຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ຖ້າພຣະທຳເຫຼົ່ານີ້ສຳເລັດ, ມັນກໍຈະຕອບສະໜອງຄວາມທະເຍີທະຍານຂອງພວກເຂົາ. ຖ້າພວກເຂົາກຳແໜ້ນພຣະທຳເຫຼົ່ານີ້ ແລະ ຍຶດຖືພວກມັນໄວ້, ແລ້ວເມື່ອພຣະທຳເຫຼົ່ານີ້ເກີດຂຶ້ນຈິງ, ພວກເຂົາກໍໄດ້ວາງເດີມພັນກັບສິ່ງທີ່ຖືກຕ້ອງ ແລະ ການຕິດຕາມພຣະເຈົ້າກໍຈະເປັນການຕັດສິນໃຈທີ່ຖືກຕ້ອງສຳລັບພວກເຂົາ. ເຖິງຢ່າງໃດກໍຕາມ, ການທີ່ພວກເຂົາໃຫ້ຄຸນຄ່າກັບພຣະທຳເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າພວກເຂົາສາມາດຍອມຮັບພວກມັນວ່າເປັນຄວາມຈິງຈາກສ່ວນເລິກພາຍໃນ, ວ່າມາຈາກພຣະເຈົ້າ, ທັງບໍ່ສາມາດເວົ້າໄດ້ວ່າພວກເຂົາຍອມຮັບພຣະທຳເຫຼົ່ານີ້ວ່າເປັນພຣະທຳຂອງພຣະເຈົ້າຢູ່ໃນໃຈຂອງພວກເຂົາ. ໃນທາງກົງກັນຂ້າມ, ໃນຂະນະທີ່ພວກເຂົາໃຫ້ຄຸນຄ່າກັບພຣະທຳເຫຼົ່ານີ້, ຢູ່ໃນໃຈຂອງພວກເຂົາ ພວກເຂົາກໍມີຄວາມສົງໄສກ່ຽວກັບພວກມັນຢູ່ໃນໃຈ, ພວກເຂົາຈຶ່ງພຽງແຕ່ສັງເກດເບິ່ງຢ່າງລັງເລ. ຍັງສາມາດເວົ້າໄດ້ອີກວ່າ ພຣະທຳເຫຼົ່ານີ້ສາມາດກາຍເປັນຫຼັກຖານ ແລະ ຂໍ້ຕໍ່ລອງສຳລັບພວກເຂົາໃນການປະຕິເສດພຣະເຈົ້າ ແລະ ປະຕິເສດພາລະກິດຂອງພຣະເຈົ້າຂັ້ນຕອນນີ້ໄດ້ທຸກຊ່ວງເວລາ, ທຸກເວລາ ແລະ ທຸກບ່ອນ. ພວກເຂົາສັງເກດເບິ່ງຢ່າງຕໍ່ເນື່ອງ ແລະ ຢ່າງຕັ້ງໃຈ ເພື່ອເບິ່ງວ່າໃນລະຫວ່າງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ທຸກຊ່ວງເວລາທີ່ພຣະເຈົ້ານໍາພາຜູ້ຄົນຜ່ານພຣະທຳເຫຼົ່ານີ້ ພວກມັນກຳລັງເກີດຂຶ້ນຈິງ ແລະ ສຳເລັດ ຫຼື ບໍ່. ເຫັນໄດ້ຢ່າງຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສຈົດຈໍ່ຢູ່ຕະຫຼອດເວລາກັບການທີ່ວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່. ໃນຊ່ວງເວລານີ້, ທັດສະນະຄະຕິແຫ່ງຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ການຕໍ່ຕ້ານພຣະເຈົ້າ ແລະ ການກວດສອບ ແລະ ການວິເຄາະພຣະເຈົ້າບໍ່ເຄີຍປ່ຽນແປງ. ພວກເຂົາເປັນປໍລະປັກຕໍ່ ແລະ ກວດສອບພຣະເຈົ້າ, ໂດຍສອດແນມທຸກການກະທຳ ແລະ ພຣະທຳທຸກຂໍ້ຂອງພຣະເຈົ້າຢູ່ໃນໃຈຂອງພວກເຂົາຢູ່ສະເໝີ; ໃນເວລາດຽວກັນ, ພວກເຂົາຍັງພະຍາຍາມກ່າວໂທດພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. ນີ້ບໍ່ແມ່ນການສະແດງອອກທີ່ສະໝໍ່າສະເໝີຂອງຜູ້ຕໍ່ຕ້ານພຣະຄຣິສໃນການຕໍ່ຕ້ານພຣະເຈົ້າບໍ? (ແມ່ນແລ້ວ.) ຈາກການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມີຮ່ອງຮອຍຂອງການຍອມຮັບທີ່ມີຕໍ່ພຣະທຳຂອງພຣະເຈົ້າບໍ? ມີຮ່ອງຮອຍຂອງການອ່ອນນ້ອມບໍ? ມີການປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າແມ່ນແຕ່ເລັກນ້ອຍບໍ? (ບໍ່.) ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບລາຍການເຫຼົ່ານີ້ເທື່ອລະຢ່າງ.

1.) ການສອດແນມເບິ່ງພຣະທຳແຫ່ງຄຳສັນຍາ ແລະ ພອນຂອງພຣະເຈົ້າຕໍ່ມະນຸດ

ລາຍການທຳອິດກໍຄືຜູ້ຕໍ່ຕ້ານພຣະຄຣິສສອດແນມພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນ. ນັບຕັ້ງແຕ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ກ່າວພຣະທຳ, ພຣະອົງໄດ້ບອກກັບມະນຸດຊາດ, ຜູ້ຄົນທີ່ພຣະອົງເລືອກ ແລະ ຜູ້ທີ່ຟັງພຣະທຳຂອງພຣະອົງຢ່າງຫຼວງຫຼາຍກ່ຽວກັບວ່າ ພຣະອົງຈະປະທານພຣະພອນ ແລະ ພຣະຄຸນໃດແດ່ໃຫ້ແກ່ຜູ້ຄົນ, ພຣະພອນໃດທີ່ພຣະອົງສັນຍາວ່າຈະໃຫ້ແກ່ຜູ້ຄົນ ແລະ ອື່ນໆ. ໃນຊ່ວງເວລາ, ໂອກາດ ຫຼື ບໍລິບົດທີ່ແຕກຕ່າງກັນ, ພຣະເຈົ້າບອກຜູ້ຕິດຕາມຂອງພຣະອົງກ່ຽວກັບພຣະພອນ ແລະ ພຣະສັນຍາ, ໂດຍແຈ້ງໃຫ້ພວກເຂົາຮູ້ວ່າ ຖ້າພວກເຂົາບັນລຸສິ່ງໃດໜຶ່ງ, ພຣະເຈົ້າຈະອວຍພອນພວກເຂົາໃນວິທີການສະເພາະ ແລະ ພວກເຂົາຈະໄດ້ຮັບພຣະພອນ ແລະ ພຣະສັນຍາບາງຢ່າງ ແລະ ອື່ນໆ. ບໍ່ວ່າພຣະເຈົ້າຈະກ່າວພຣະທຳເຫຼົ່ານີ້ໃນຊ່ວງເວລາໃດ ຫຼື ພຣະເຈົ້າໃຫ້ພຣະສັນຍາດັ່ງກ່າວແກ່ໃຜກໍຕາມ, ພຣະທຳເຫຼົ່ານີ້ຖືກກ່າວພາຍໃຕ້ບໍລິບົດບາງຢ່າງ ແລະ ໃນສະພາບແວດລ້ອມບາງຢ່າງ. ຍິ່ງໄປກວ່ານັ້ນ, ພຣະສັນຍາ ແລະ ພຣະພອນທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນນັ້ນກ່ຽວຂ້ອງກັບການສະແດງອອກໃນທາງບວກຂອງພວກເຂົາ ເຊັ່ນ: ການໄລ່ຕາມຄວາມຈິງ, ການປ່ຽນແປງໃນອຸປະນິໄສ ແລະ ການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ໂດຍໄນແລ້ວ, ພຣະສັນຍາ ແລະ ພຣະພອນທີ່ພຣະເຈົ້າມີຕໍ່ຜູ້ຄົນນັ້ນມີເງື່ອນໄຂ. ຜູ້ຄົນບໍ່ມີສິດໃນການຕັດສິນໃຈຂັ້ນສຸດທ້າຍໃນເງື່ອນໄຂເຫຼົ່ານີ້, ທັງບໍ່ໄດ້ຖືກກຳນົດຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ; ແຕ່ກົງກັນຂ້າມ ພວກມັນຖືກກຳນົດຕາມມາດຕະຖານ ແລະ ຂໍ້ກຳນົດຂອງພຣະເຈົ້າ, ເຊິ່ງກ່ຽວຂ້ອງກັບຫຼັກການ ແລະ ກົດເກນບາງຢ່າງ. ກ່ຽວກັບວິທີທີ່ພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ, ກາຍເປັນຈິງ ແລະ ສຳເລັດຜົນໃນຄົນທີ່ແຕກຕ່າງກັນນັ້ນ, ມັນບໍ່ໄດ້ຖືກກະທຳໂດຍພຣະເຈົ້າແບບສຸ່ມສີ່ສຸ່ມຫ້າຢ່າງແນ່ນອນ, ແຕ່ກົງກັນຂ້າມ ມັນມີພື້ນຖານສຳລັບສິ່ງນັ້ນ. ການກະທຳດຽວກັນທີ່ເຮັດໂດຍຄົນທີ່ແຕກຕ່າງກັນ ສາມາດສົ່ງຜົນໃຫ້ເກີດການປະຕິບັດທີ່ແຕກຕ່າງກັນຈາກພຣະເຈົ້າ. ຕົວຢ່າງ: ອາດຈະມີສອງຄົນທີ່ແຕ່ລະຄົນນໍາພາຄຣິສຕະຈັກ; ຄົນໜຶ່ງມັກຈະໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງ ແລະ ມັກຈະອົດທົນຕໍ່ການລົງວິໄນ, ເຊິ່ງເຮັດໃຫ້ມີການເຕີບໂຕດ້ານວຸດທິພາວະຢ່າງໄວວາ. ໃນທາງກົງກັນຂ້າມ, ອີກຄົນໜຶ່ງອາດຈະຂ້ອນຂ້າງດ້ານຊາ ແລະ ຕອບສະໜອງຊ້າ, ເຊິ່ງເຮັດໃຫ້ມີຄວາມຄືບໜ້າທີ່ຊ້າກວ່າ. ຈາກມຸມມອງຂອງມະນຸດ, ສອງຄົນນີ້ທີ່ປະຕິບັດວຽກງານດຽວກັນ ແລະ ສະແດງພຶດຕິກຳທີ່ຄ້າຍຄືກັນ ຄວນໄດ້ຮັບພຣະພອນ ແລະ ການປະຕິບັດທີ່ຄືກັນຈາກພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນແງ່ຂອງການເຂົ້າສູ່ຊີວິດທີ່ພວກເຂົາປະສົບ ແລະ ໄດ້ຮັບໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນຊີວິດຂອງພວກເຂົາ ຫຼື ພຣະຄຸນພາຍນອກທີ່ພວກເຂົາໄດ້ຮັບ, ມັນຈະມີຄວາມແຕກຕ່າງທີ່ຊັດເຈນ. ແນ່ນອນວ່າ “ຄວາມແຕກຕ່າງທີ່ຊັດເຈນ” ເຫຼົ່ານີ້ບໍ່ແມ່ນສິ່ງທີ່ຫຼີກລ່ຽງບໍ່ໄດ້. ແລ້ວພຣະເຈົ້າຈັດສັນສິ່ງທີ່ເອີ້ນວ່າພຣະພອນ ແລະ ການປະຕິບັດທີ່ແຕກຕ່າງກັນເຫຼົ່ານີ້ ຫຼື ຄວາມຮູ້ແຈ້ງ, ການໃຫ້ແສງເຍືອງທາງ ແລະ ຜົນປະໂຫຍດອື່ນໆທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າແນວໃດ? ພຣະເຈົ້າມີວິທີການທີ່ແຕກຕ່າງກັນໃນການຈັດການກັບຄົນທີ່ແຕກຕ່າງກັນ. ບາງຄົນຂີ້ຄ້ານ, ໄຮ້ສາລະ, ມັກແຂ່ງຂັນ ແລະ ຂີ້ອິດສາ ແລະ ໃນຂະນະທີ່ພວກເຂົາເຕັມໃຈທີ່ຈະເສຍສະລະຕົນເອງ ແລະ ອົດທົນຕໍ່ຄວາມລຳບາກບາງຢ່າງພຽງແຕ່ພາຍນອກ, ພວກເຂົາກໍບໍ່ສາມາດຍອມຮັບ ຫຼື ປະຕິບັດຄວາມຈິງໄດ້. ໃນທາງກົງກັນຂ້າມ, ບາງຄົນດຸໝັ່ນ; ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສທີ່ເສື່ອມຊາມຄືກັນ, ພວກເຂົາກໍຂ້ອນຂ້າງຊື່ສັດ ແລະ ຖ່ອມຕົວ. ພວກເຂົາສາມາດຍອມຮັບຄວາມຈິງ ແລະ ຍອມຮັບການຖືກລິຮານ. ພວກເຂົາຍອມຮັບ ແລະ ເຂົ້າໃຈທຸກສິ່ງທີ່ພຣະເຈົ້າກ່າວ ແລະ ທຸກສະພາບແວດລ້ອມທີ່ພຣະເຈົ້າຈັດວາງໃຫ້ພວກເຂົາຢ່າງຈິງຈັງ, ໃນຂະນະດຽວກັນກໍປະຕິບັດຕໍ່ສິ່ງນັ້ນດ້ວຍຄວາມຈິງຈັງ. ດັ່ງນັ້ນ, ພາຍນອກແລ້ວ ສອງຄົນອາດຈະກຳລັງເຮັດວຽກງານດຽວກັນ ແລະ ປະລິມານວຽກງານອາດຈະຄ້າຍຄືກັນ, ແຕ່ພຣະເຈົ້າຈະປະທານພຣະພອນທີ່ແຕກຕ່າງກັນ ແລະ ຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງທີ່ແຕກຕ່າງກັນ ໂດຍອີງໃສ່ອຸປະນິໄສ ແລະ ການໄລ່ຕາມທີ່ແຕກຕ່າງກັນຂອງພວກເຂົາ. ຈາກພາຍນອກ, ຄົນທີ່ໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງອາດຈະທົນທຸກຫຼາຍກວ່າ ແລະ ມັກຈະອົດທົນຕໍ່ການລົງວິໄນ, ແຕ່ສິ່ງທີ່ພວກເຂົາໄດ້ຮັບກໍຍິ່ງໃຫຍ່ກວ່າເຊັ່ນກັນ. ໃນທາງກົງກັນຂ້າມ, ຄົນທີ່ດ້ານຊາ ແລະ ຫົວທຶບປະເຊີນກັບການລົງວິໄນໜ້ອຍກວ່າຫຼາຍ, ທົນທຸກໜ້ອຍກວ່າຫຼາຍ ແລະ ດັ່ງນັ້ນ ການເຕີບໂຕໃນຊີວິດຂອງພວກເຂົາຈຶ່ງຊ້າກວ່າ ແລະ ພວກເຂົາໄດ້ຮັບໜ້ອຍກວ່າ. ໂດຍແກ່ນແທ້ແລ້ວ, ຄົນໃດທີ່ໄດ້ຮັບພຣະພອນ ແລະ ພຣະສັນຍາຂອງພຣະເຈົ້າຢ່າງແທ້ຈິງ? (ຄົນທີ່ທົນທຸກຫຼາຍກວ່າ ແລະ ມັກຈະໄດ້ຮັບການລົງວິໄນ.) ມັນອາດຈະເບິ່ງຄືວ່າ ຄົນທີ່ໄດ້ຮັບພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າຖືກລົງວິໄນ, ມັກຈະປະເຊີນກັບຄວາມລົ້ມເຫຼວ, ເປີດເຜີຍຄວາມເສື່ອມຊາມ ແລະ ຖືກເປີດໂປງ, ແຕ່ພວກເຂົາມັກຈະໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ຄົນທີ່ບໍ່ຖືກລົງວິໄນດຳລົງຊີວິດທີ່ສະບາຍ, ມີຄວາມສຸກ ແລະ ເປັນອິດສະຫຼະ. ເມື່ອພວກເຂົາຂີ້ຄ້ານ, ພວກເຂົາກໍບໍ່ໄດ້ປະເຊີນກັບການລົງວິໄນ; ເມື່ອພວກເຂົາຂີ້ອິດສາ, ພວກເຂົາກໍບໍ່ໄດ້ປະເຊີນກັບການລົງວິໄນ; ເມື່ອພວກເຂົາບໍ່ຮັບຜິດຊອບໃນວຽກງານຂອງພວກເຂົາ, ພວກເຂົາກໍບໍ່ໄດ້ປະເຊີນກັບການລົງວິໄນ, ພວກເຂົາເຖິງກັບເພີດເພີນໃນຜົນປະໂຫຍດຈາກສະຖານະ ແລະ ດຳລົງຊີວິດຢ່າງພໍໃຈພໍສົມຄວນ. ຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ, ຜູ້ທີ່ເຂົ້າໃຈສິ່ງຕ່າງໆຢ່າງບໍລິສຸດ ແລະ ຜູ້ທີ່ຮັກສິ່ງທີ່ເປັນບວກມັກຄົນແບບໃດຫຼາຍກວ່າ? ພວກເຂົາມັກຄົນທີ່ອົດທົນຕໍ່ການຖືກລົງວິໄນ, ມັກຈະປະເຊີນກັບຄວາມລົ້ມເຫຼວ ແລະ ສາມາດໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຫຼາຍກວ່າ; ພວກເຂົາຖືວ່າຄົນແບບນັ້ນເປັນຜູ້ທີ່ໄດ້ຮັບພຣະພອນຈາກພຣະເຈົ້າຢ່າງແທ້ຈິງ. ຜູ້ທີ່ໄລ່ຕາມຄວາມຈິງປາຖະໜາທີ່ຈະເປັນຄົນແບບນັ້ນ. ພວກເຂົາເຕັມໃຈທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ, ເຖິງແມ່ນວ່າມັນຈະໝາຍເຖິງການໄດ້ຮັບການລົງວິໄນ ແລະ ການຕີສອນຂອງພຣະເຈົ້າຢູ່ເລື້ອຍໆກໍຕາມ. ພວກເຂົາເຊື່ອວ່ານີ້ຄືພຣະພອນຂອງພຣະເຈົ້າ ແລະ ເປັນພຣະສັນຍາຂອງພຣະເຈົ້າຢ່າງແທ້ຈິງ. ການມີປະສົບການ ແລະ ສິ່ງທີ່ໄດ້ຮັບເຫຼົ່ານີ້ຢືນຢັນເຖິງການມີຢູ່ຂອງພຣະພອນ ແລະ ພຣະສັນຍາທີ່ພຣະເຈົ້າໄດ້ກ່າວໄວ້. ແຕ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງເລື່ອງນີ້ແນວໃດ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ວັດແທກພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າໂດຍອີງໃສ່ວ່າຄົນໃດຄົນໜຶ່ງເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາໄດ້ຮັບຄວາມຈິງຫຼາຍສໍ່າໃດ ຫຼື ພວກເຂົາໄດ້ຮັບຜົນປະໂຫຍດໃນທາງບວກຫຼາຍສໍ່າໃດ. ແຕ່ກົງກັນຂ້າມ ພວກເຂົາວັດແທກວ່າໄດ້ຮັບຫຼາຍສໍ່າໃດຈາກມຸມມອງຂອງຜົນປະໂຫຍດທາງເນື້ອໜັງ ແລະ ຜົນປະໂຫຍດທາງວັດຖຸ. ພວກເຈົ້າຄິດວ່າຜູ້ຕໍ່ຕ້ານພຣະຄຣິສອິດສາຄົນແບບໃດ? (ຄົນທີ່ບໍ່ອົດທົນຕໍ່ການລົງວິໄນ.) ຜູ້ຕໍ່ຕ້ານພຣະຄຣິສອິດສາຄົນທີ່ຂີ້ຄ້ານ ແລະ ບໍ່ຈົງຮັກພັກດີ, ຜູ້ທີ່ບໍ່ປະເຊີນກັບການລົງວິໄນໃດໆ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ. ການທີ່ຜູ້ຕໍ່ຕ້ານພຣະຄຣິສອິດສາບຸກຄົນດັ່ງກ່າວພິສູດໃຫ້ເຫັນວ່າ ມີບັນຫາກັບວິທີທີ່ພວກເຂົາເບິ່ງສິ່ງຕ່າງໆ; ສິ່ງນີ້ຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ.

ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນທີ່ມີຕໍ່ມະນຸດນັ້ນເກີດຂຶ້ນຈິງ ຫຼື ບໍ່ໄດ້ແນວໃດ? ເມື່ອພຣະທຳຂອງພຣະເຈົ້າລະບຸວ່າພຣະອົງອວຍພອນໃຜ, ໃຜໄດ້ຮັບພຣະສັນຍາຂອງພຣະອົງ ແລະ ໃຜສາມາດໄດ້ຮັບພຣະສັນຍາຈາກພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສສັງເກດເບິ່ງສິ່ງນີ້ແນວໃດ? ພວກເຂົາເວົ້າວ່າ: “ຄົນທີ່ຈ່າຍລາຄາເພື່ອພຣະເຈົ້າໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງ, ມີການລົງວິໄນ ແລະ ການຊີ້ແນະຂອງພຣະເຈົ້າ ແລະ ນັ້ນຖືວ່າເປັນການໄດ້ຮັບພຣະພອນບໍ? ການຖືກລົງວິໄນແມ່ນພຣະພອນຂອງພຣະເຈົ້າບໍ? ມີແຕ່ຄົນໂງ່ເທົ່ານັ້ນທີ່ຈະຄິດແບບນັ້ນ! ນັ້ນບໍ່ແມ່ນການສູນເສຍບໍ? ນັ້ນບໍ່ແມ່ນການທຳລາຍຊື່ສຽງຂອງຄົນໃດຄົນໜຶ່ງບໍ? ແລ້ວນັ້ນເອີ້ນວ່າພຣະພອນຂອງພຣະເຈົ້າບໍ? ນັ້ນຄືວິທີທີ່ພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ແລະ ກາຍເປັນຈິງບໍ? ຖ້າເປັນແບບນັ້ນ, ຂ້ອຍກໍບໍ່ຢາກເປັນຄົນແບບນັ້ນ, ຂ້ອຍບໍ່ຢາກໄລ່ຕາມຄວາມທຸກທໍລະມານ ແລະ ການຈ່າຍລາຄາ. ຂ້ອຍບໍ່ຍອມຮັບວິທີການເຮັດວຽກນີ້ຂອງພຣະເຈົ້າ; ນີ້ແມ່ນຄວາມຈິງປະເພດໃດ? ນັ້ນຈະຖືວ່າເປັນການຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ແນວໃດ?” ການຕໍ່ຕ້ານເກີດຂຶ້ນໃນໃຈຂອງພວກເຂົາ; ພວກເຂົາບໍ່ຍອມຮັບການທີ່ພຣະເຈົ້າອວຍພອນ ແລະ ນໍາພາຜູ້ຄົນໃນວິທີນີ້, ບໍ່ຍອມຮັບການທີ່ພຣະເຈົ້າປະທານຊີວິດໃຫ້ແກ່ຜູ້ຄົນໃນລັກສະນະນີ້ ແລະ ບໍ່ຍອມຮັບການທີ່ພຣະເຈົ້າເຮັດວຽກງານແຫ່ງຄວາມຈິງເຂົ້າສູ່ຜູ້ຄົນໃນວິທີນີ້. ແນ່ນອນວ່າ ອາດຈະມີຄົນແບບນັ້ນຢູ່ອ້ອມຂ້າງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງນັບຕັ້ງແຕ່ເຊື່ອໃນພຣະເຈົ້າ, ທຸລະກິດຂອງພວກເຂົາກໍຈະເລີນຮຸ່ງເຮືອງ, ຫາເງິນໄດ້ຫຼາຍຂຶ້ນ, ຊື້ລົດ ແລະ ເຮືອນ ແລະ ຊີວິດທາງວັດຖຸຂອງພວກເຂົາກໍດີຂຶ້ນ, ກາຍເປັນຄົນຮັ່ງມີ. ເມື່ອເຫັນແບບນີ້, ຜູ້ຕໍ່ຕ້ານພຣະຄຣິສກໍຄິດວ່າ: “ຫຼັງຈາກເຊື່ອໃນພຣະເຈົ້າ, ພວກເຂົາໄດ້ຮັບພຣະພອນ ແລະ ເພີດເພີນກັບພຣະຄຸນຂອງພຣະເຈົ້າ. ຈາກຂໍ້ເທັດຈິງເຫຼົ່ານີ້, ເບິ່ງຄືວ່າພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າທີ່ມີຕໍ່ມະນຸດນັ້ນກາຍເປັນຈິງໃນຄົນແບບນັ້ນ; ພຣະທຳຂອງພຣະເຈົ້າໄດ້ເກີດຂຶ້ນຈິງແລ້ວ. ເບິ່ງຄືວ່າພຣະທຳຂອງພຣະເຈົ້າມີສິດອຳນາດແທ້ໆ; ການຍອມຮັບພາລະກິດຂອງພຣະເຈົ້າຂັ້ນຕອນນີ້ແມ່ນຖືກຕ້ອງ ແລະ ຄົນເຮົາສາມາດໄດ້ຮັບພຣະພອນອັນຍິ່ງໃຫຍ່, ທຸກຢ່າງຈະດຳເນີນໄປໂດຍບໍ່ມີອຸປະສັກໃດໆ ແລະ ຄົນເຮົາສາມາດໄດ້ຮັບພຣະຄຸນຈາກພຣະເຈົ້າ”. ຫຼັງຈາກທີ່ເຫັນຂໍ້ເທັດຈິງດັ່ງກ່າວແລ້ວ, ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍມີການຮັບຮູ້ ແລະ ຄວາມເຊື່ອໃນພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າເລັກນ້ອຍເປັນການຊົ່ວຄາວ. ແນ່ນອນວ່າ ການຮັບຮູ້ ແລະ ຄວາມເຊື່ອນີ້ຄວນມາພ້ອມກັບໝາຍເຫດໃນວົງເລັບທີ່ລະບຸວ່າ “(ຂຶ້ນກັບການກວດສອບເພີ່ມຕື່ມ)”. ໃນຊີວິດປະຈຳວັນຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສສັງເກດເບິ່ງ ແລະ ລວບລວມຫຼັກຖານຕ່າງໆຢ່າງຕໍ່ເນື່ອງ ເພື່ອຢືນຢັນວ່າພຣະພອນ ແລະ ພຣະສັນຍາຂອງພຣະເຈົ້າກຳລັງເກີດຂຶ້ນຈິງ ແລະ ກາຍເປັນຈິງໃນຫຼາຍຄົນ. ໃນຂະນະທີ່ສັງເກດເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກຳລັງລວບລວມຫຼັກຖານນີ້, ພະຍາຍາມເບິ່ງວ່າຄົນໃດໄດ້ຮັບພຣະພອນ ແລະ ພຣະສັນຍາຂອງພຣະເຈົ້າ, ຄົນເຫຼົ່ານີ້ໄດ້ເຮັດຫຍັງແດ່, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ພວກເຂົາຕິດຕາມພຣະເຈົ້າແນວໃດ ແລະ ມຸມມອງຂອງພວກເຂົາ. ແນ່ນອນວ່າ ໃນຊ່ວງເວລາຂອງການສັງເກດເບິ່ງ ແລະ ການລວບລວມຫຼັກຖານຢ່າງຕໍ່ເນື່ອງນີ້, ຜູ້ຕໍ່ຕ້ານພຣະຄຣິສຍັງພະຍາຍາມຮຽນແບບພຶດຕິກຳ, ການກະທຳ ແລະ ມຸມມອງຂອງຜູ້ທີ່ໄດ້ຮັບພຣະພອນ ແລະ ພຣະສັນຍາຂອງພຣະເຈົ້າອີກດ້ວຍ. ຖ້າພວກເຂົາເອງໄດ້ຮັບພຣະພອນທາງວັດຖຸ, ການປະຕິບັດ ແລະ ຄວາມເພີດເພີນບາງຢ່າງ, ພວກເຂົາກໍຍອມຮັບພາຍໃນວ່າ: “ພຣະພອນ ແລະ ພຣະສັນຍາຂອງພຣະເຈົ້າບໍ່ແມ່ນຄຳເວົ້າທີ່ຫວ່າງເປົ່າ; ພຣະທຳເຫຼົ່ານັ້ນສາມາດກາຍເປັນຈິງໄດ້. ເບິ່ງຄືວ່າພຣະເຈົ້າອົງນີ້ແມ່ນພຣະເຈົ້າແທ້ໆ, ພຣະອົງມີຄວາມສາມາດບາງຢ່າງແທ້ໆ. ພຣະອົງສາມາດປະທານພຣະພອນ ແລະ ພຣະສັນຍາໃຫ້ແກ່ຜູ້ຄົນ, ນໍາເອົາຜົນປະໂຫຍດບາງຢ່າງມາໃຫ້ ແລະ ຕອບສະໜອງຄວາມຕ້ອງການບາງຢ່າງຂອງພວກເຂົາສຳລັບຜົນປະໂຫຍດບາງຢ່າງ. ເບິ່ງຄືວ່າຂ້ອຍຄວນສືບຕໍ່ເຊື່ອ ແລະ ຕິດຕາມພຣະອົງ; ຂ້ອຍຕ້ອງບໍ່ລ້າຫຼັງ ຫຼື ຢ່ອນຍານ”. ຕັ້ງແຕ່ຕົ້ນຈົນຈົບ, ຜູ້ຕໍ່ຕ້ານພຣະຄຣິສກຳລັງສັງເກດເບິ່ງຢ່າງລັງເລ. ແຕ່ມີໃຜສັງເກດເຫັນບໍ ເມື່ອພວກເຂົາເຮັດແບບນີ້? ພວກເຂົາສັງເກດເບິ່ງແບບລັງເລຢ່າງເປີດເຜີຍ, ໂດຍບອກທຸກຄົນວ່າ “ຂ້ອຍບໍ່ເຊື່ອໃນພຣະພອນ ແລະ ພຣະສັນຍາເຫຼົ່ານີ້ຂອງພຣະເຈົ້າ” ບໍ? (ບໍ່.) ທາງພາຍນອກ, ເຈົ້າເບິ່ງບໍ່ອອກ. ເຈົ້າເຫັນພວກເຂົາຢູ່ໃນທ່າມກາງແຖວຂອງທຸກຄົນ, ປະຖິ້ມວຽກ, ການແຕ່ງງານ, ຄອບຄົວຂອງພວກເຂົາ ແລະ ອື່ນໆ ແລະ ຍັງປະຕິບັດໜ້າທີ່ຂອງພວກເຂົາຄຽງຂ້າງກັບທຸກຄົນ, ຕື່ນເຊົ້າ ແລະ ນອນເດິກ, ອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ. ພວກເຂົາບໍ່ເວົ້າຄຳເວົ້າທີ່ກໍ່ໃຫ້ເກີດການລົບກວນ ຫຼື ຄຳເວົ້າໃນທາງລົບ, ບໍ່ສະແດງການຕັດສິນ, ບໍ່ເຮັດສິ່ງທີ່ບໍ່ດີ ແລະ ບໍ່ກໍ່ໃຫ້ເກີດການລົບກວນ. ເຖິງຢ່າງໃດກໍຕາມ, ຍັງມີສິ່ງໜຶ່ງຄື: ບໍ່ວ່າທາງພາຍນອກ ພວກເຂົາຈະກະທຳຢ່າງລັບໆສໍ່າໃດກໍຕາມ, ມຸມມອງ ແລະ ຄວາມຄິດພາຍໃນຂອງພວກເຂົາກໍຄອບງຳ ແລະ ມີອິດທິພົນຕໍ່ພຶດຕິກຳຂອງພວກເຂົາ. ເລິກໆຂ້າງໃນ, ການສັງເກດເບິ່ງຢ່າງລັງເລຂອງພວກເຂົາ ແລະ ການສອດແນມພຣະທຳຂອງພຣະເຈົ້າບໍ່ສາມາດເຊື່ອງຈາກພຣະເຈົ້າໄດ້. ແລ້ວດ້ານໃດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ສາມາດເຊື່ອງຈາກຜູ້ຄົນ ແຕ່ບໍ່ສາມາດເຊື່ອງຈາກພຣະເຈົ້າໄດ້? ຜູ້ຄົນເຫັນພຽງແຕ່ພຶດຕິກຳຂອງຄົນອື່ນ, ພວກເຂົາເຫັນພຽງແຕ່ສິ່ງທີ່ຄົນອື່ນເປີດເຜີຍອອກມາ, ໃນທາງກົງກັນຂ້າມ ພຣະເຈົ້າບໍ່ພຽງແຕ່ເບິ່ງສິ່ງເຫຼົ່ານີ້ເທົ່ານັ້ນ ແຕ່ສິ່ງທີ່ສຳຄັນທີ່ສຸດຄື ພຣະອົງສັງເກດເບິ່ງຫົວໃຈ ແລະ ຄວາມຄິດທີ່ເລິກເຊິ່ງທີ່ສຸດຂອງຜູ້ຄົນ. ພຶດຕິກຳ ແລະ ການເປີດເຜີຍຂອງຄົນໃດຄົນໜຶ່ງແມ່ນຂ້ອນຂ້າງຜິວເຜີນ, ແຕ່ສ່ວນເລິກຂອງຫົວໃຈຂອງຄົນໃດຄົນໜຶ່ງນັ້ນແມ່ນດິນແດນທີ່ບໍ່ສາມາດຮັບຮູ້ໄດ້, ເຊິ່ງພາຍໃນນັ້ນເຊື່ອງຄວາມຄິດທີ່ເລິກເຊິ່ງກວ່າຂອງພວກເຂົາ ແລະ ອົງປະກອບຫຼາຍຢ່າງຂອງທຳມະຊາດຂອງພວກເຂົາໄວ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສສອດແນມພຣະທຳຂອງພຣະເຈົ້າ ເຊັ່ນ: ພຣະສັນຍາ ແລະ ພຣະພອນຂອງພຣະອົງ, ໂດຍທາງພາຍນອກ ພວກເຂົາອາດຈະອຸທິດເວລາ ແລະ ຈ່າຍລາຄາທາງຮ່າງກາຍ, ແຕ່ຫົວໃຈຂອງພວກເຂົາບໍ່ໄດ້ອຸທິດໃຫ້ແກ່ພຣະເຈົ້າຢ່າງເຕັມທີ່. ການສະແດງອອກທີ່ເປັນຮູບປະທຳຂອງການບໍ່ອຸທິດຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າຢ່າງເຕັມທີ່ແມ່ນຫຍັງ? ບໍ່ວ່າພວກເຂົາຈະເຮັດຫຍັງ ຫຼື ປະຕິບັດໜ້າທີ່ໃດ, ພວກເຂົາບໍ່ໄດ້ທຸ່ມເທພະລັງງານທັງໝົດຂອງພວກເຂົາໃສ່ໃນນັ້ນ ແລະ ເຮັດມັນໂດຍບໍ່ມີຂໍ້ກັງຂາ, ແຕ່ມີເປົ້າໝາຍພຽງແຕ່ເພື່ອຮັບປະກັນວ່າບໍ່ມີຂໍ້ຜິດພາດທີ່ເຫັນໄດ້ຊັດເຈນ ແລະ ທິດທາງພື້ນຖານຂອງຂະບວນການໂດຍລວມແມ່ນຖືກຕ້ອງ. ເປັນຫຍັງພວກເຂົາຈຶ່ງສາມາດເຮັດແບບນີ້ໄດ້? ເລິກໆຢູ່ໃນໃຈຂອງພວກເຂົາ, ໃນສ່ວນເລິກທີ່ສຸດຂອງພວກເຂົາ, ພວກເຂົາເກີດມີຄວາມຄິດທີ່ວ່າ: “ການທີ່ພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່ນັ້ນ ກຳນົດວ່າພຣະເຈົ້າສາມາດຊ່ວຍຂ້ອຍໃຫ້ລອດພົ້ນໄດ້ ຫຼື ບໍ່ ແລະ ພຣະອົງແມ່ນພຣະເຈົ້າຂອງຂ້ອຍແທ້ໆ ຫຼື ບໍ່. ຖ້າຄຳຖາມນີ້ບໍ່ໄດ້ຮັບຄຳຕອບ, ແມ່ນແຕ່ຄວາມເປັນຈິງຂອງຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າກໍຄຸ້ມຄ່າທີ່ຈະຕັ້ງຄຳຖາມ”. ດ້ວຍຄວາມຄິດດັ່ງກ່າວທີ່ຢູ່ເລິກໆຂ້າງໃນ, ພວກເຂົາຍັງສາມາດມີຫົວໃຈທີ່ແທ້ຈິງຕໍ່ພຣະເຈົ້າໄດ້ບໍ? ຄວາມຄິດເຫຼົ່ານີ້ທີ່ຝັງເລິກຢູ່ໃນໃຈຂອງພວກເຂົາ ຂັດຂວາງພວກເຂົາ, ໂດຍເຕືອນພວກເຂົາຢູ່ຕະຫຼອດເວລາວ່າ: ຢ່າໃຫ້ຫົວໃຈທີ່ແທ້ຈິງຂອງເຈົ້າແກ່ພຣະເຈົ້າ, ຢ່າທຸ່ມເທສຸດຕົວ, ພຽງແຕ່ເຮັດແບບພໍເປັນພິທີໃນທຸກສິ່ງທີ່ເຈົ້າເຮັດ ແລະ ຢ່າໂງ່; ເກັບບາງຢ່າງໄວ້ຈາກພຣະເຈົ້າ, ຮັບປະກັນວ່າເຈົ້າໄດ້ເຫຼືອທາງໜີທີໄລ່ໃຫ້ຕົນເອງ ແລະ ຢ່າຝາກຊີວິດຂອງເຈົ້າ ຫຼື ສິ່ງທີ່ສຳຄັນທີ່ສຸດຂອງເຈົ້າໄວ້ກັບພຣະເຈົ້າທີ່ຍັງບໍ່ເປັນທີ່ຮູ້ຈັກອົງນີ້. ນີ້ຄືວິທີທີ່ພວກເຂົາຄິດຢູ່ໃນໃຈ. ພວກເຈົ້າສັງເກດເຫັນສິ່ງນີ້ບໍ? (ບໍ່.) ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ໃນລະຫວ່າງການເຕົ້າໂຮມ ແລະ ໃນການພົວພັນກັບຄົນອື່ນ, ທາງພາຍນອກອາດຈະມີໃຈເມດຕາ, ມີການຄົບຫາສະມາຄົມທີ່ປົກກະຕິ ແລະ ເຖິງກັບໂອ້ລົມກ່ຽວກັບຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປະສົບການບາງຢ່າງຂອງພວກເຂົາເອງ ແລະ ພວກເຂົາສາມາດສະແດງພຶດຕິກຳ ແລະ ການສະແດງອອກທາງພາຍນອກທີ່ຕື້ນເຂີນ ແລະ ພື້ນຖານທີ່ຜູ້ເຊື່ອຄວນມີ; ເຖິງຢ່າງໃດກໍຕາມ, ບໍ່ມີການເຕີບໂຕ ຫຼື ການປັບປຸງໃນຄວາມຢຳເກງພຣະເຈົ້າ ຫຼື ຄວາມຈິງໃຈຂອງພວກເຂົາທີ່ມີຕໍ່ພຣະອົງ. ບໍ່ວ່າຄົນເຫຼົ່ານີ້ຈະຈ່າຍລາຄາແນວໃດ ຫຼື ພວກເຂົາປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າຈັກປີກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນຄື: ຊີວິດຂອງພວກເຂົາບໍ່ເຕີບໂຕ, ພວກເຂົາບໍ່ມີຊີວິດ. ການຂາດຊີວິດນີ້ສະແດງອອກໃນດ້ານໃດແດ່? ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຂົາບໍ່ສະແຫວງຫາຫຼັກການເລີຍ; ພວກເຂົາພຽງແຕ່ພໍໃຈຖ້າວຽກງານທີ່ຢູ່ໃນມືດຳເນີນຕໍ່ໄປ, ພວກເຂົາບໍ່ເຄີຍຖືເອົາຫຼັກການທີ່ພຣະເຈົ້າກ່າວມາເປັນມາດຕະຖານສຳລັບການປະຕິບັດ, ພຽງແຕ່ຍອມຮັບການຄວບຄຸມດູແລ, ການກວດກາ ແລະ ການນໍາພາຈາກຄົນອື່ນຢ່າງຜິວເຜີນ ແລະ ບໍ່ຍອມຮັບການກວດສອບຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ຈົນກວ່າພວກເຂົາຈະຢືນຢັນໄດ້ຢ່າງຊັດເຈນວ່າ ພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າກຳລັງເກີດຂຶ້ນຈິງຢ່າງແທ້ຈິງສຳລັບໃຜ, ພວກມັນກຳລັງກາຍເປັນຈິງສຳລັບຄົນກຸ່ມໃດ ແລະ ຈົນກວ່າພວກເຂົາຈະຢືນຢັນໄດ້ວ່າ ພວກເຂົາເອງສາມາດໄດ້ຮັບພຣະສັນຍາ ແລະ ພຣະພອນທີ່ພຣະເຈົ້າປະທານໃຫ້ແກ່ມະນຸດຈາກພຣະເຈົ້າຢ່າງແທ້ຈິງ, ຫຼັກການ ແລະ ວິທີການກະທຳຂອງພວກເຂົາ, ພ້ອມທັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າຈຶ່ງຈະບໍ່ປ່ຽນແປງ. ໃນແງ່ໜຶ່ງ, ພວກເຂົາເຕືອນຕົນເອງຢູ່ຕະຫຼອດເວລາ, ໃນຂະນະດຽວກັນກໍວາງແຜນການໂຕ້ຖຽງຂອງພວກເຂົາກັບພຣະເຈົ້າຢູ່ພາຍໃນ. ຈຸດສຸມຂອງການໂຕ້ຖຽງຂອງພວກເຂົາກັບພຣະເຈົ້າແມ່ນຫຍັງ? ພວກເຂົາຄິດວ່າ: “ພຣະສັນຍາ ແລະ ພຣະພອນຂອງເຈົ້າຍັງບໍ່ທັນໄດ້ກາຍເປັນຈິງ. ຂ້ອຍຍັງບໍ່ເຫັນພວກມັນກາຍເປັນຈິງ ແລະ ຂ້ອຍກໍບໍ່ເຫັນວ່າເຈົ້າເຮັດວຽກແນວໃດ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດຢືນຢັນຕົວຕົນຂອງເຈົ້າໄດ້. ຖ້າຂ້ອຍບໍ່ສາມາດຢືນຢັນຕົວຕົນຂອງເຈົ້າໄດ້, ແລ້ວຂ້ອຍຈະຖືວ່າພຣະທຳເຫຼົ່ານີ້ຂອງເຈົ້າເປັນຄວາມຈິງ, ເປັນພຣະທຳຂອງພຣະເຈົ້າໄດ້ແນວໃດ?” ພວກເຂົາບໍ່ໄດ້ໂຕ້ຖຽງເລື່ອງນີ້ກັບພຣະເຈົ້າຢູ່ພາຍໃນບໍ? ພວກເຂົາເວົ້າວ່າ: “ຖ້າພຣະພອນທີ່ເຈົ້າສັນຍາວ່າຈະປະທານໃຫ້ແກ່ຜູ້ຄົນ ແລະ ເນື້ອໃນຕ່າງໆທັງໝົດຂອງພຣະສັນຍາຂອງເຈົ້າທີ່ມີຕໍ່ຜູ້ຄົນ ບໍ່ສາມາດຖືກຂ້ອຍກວດສອບໄດ້, ແລ້ວຄວາມເຊື່ອຂອງຂ້ອຍທີ່ມີຕໍ່ເຈົ້າກໍບໍ່ສາມາດເຕັມຮ້ອຍເປີເຊັນໄດ້. ມັນຈະມີສິ່ງເຈືອປົນບາງຢ່າງຢູ່ພາຍໃນນັ້ນສະເໝີ ແລະ ຂ້ອຍບໍ່ສາມາດເຊື່ອໄດ້ຢ່າງເຕັມທີ່”. ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສ. ທັດສະນະຄະຕິແບບນັ້ນໜ້າຢ້ານກົວບໍ? (ແມ່ນແລ້ວ.) ທັດສະນະຄະຕິປະເພດນີ້ມີລັກສະນະຄ້າຍຄືກັນກັບຄຳເວົ້າໃນທ່າມກາງຜູ້ບໍ່ມີຄວາມເຊື່ອທີ່ວ່າ “ບໍ່ເຫັນກະຕ່າຍຢ່າປ່ອຍນົກອິນຊີ”. ພວກເຂົາເວົ້າວ່າ: “ເຈົ້າແມ່ນພຣະເຈົ້າ, ເຈົ້າຄວນມີລິດທານຸພາບທີ່ຈະເຮັດໃຫ້ພຣະສັນຍາ ແລະ ພຣະພອນຂອງເຈົ້າກາຍເປັນຈິງ. ຖ້າສິ່ງທີ່ເຈົ້າເວົ້າບໍ່ສາມາດກາຍເປັນຈິງ ແລະ ຄົນທີ່ເຊື່ອໃນເຈົ້າບໍ່ສາມາດເພີດເພີນກັບພຣະພອນອັນຍິ່ງໃຫຍ່, ບໍ່ສາມາດເພີດເພີນກັບກຽດສັກສີ, ຄວາມຮັ່ງມີ ແລະ ກຽດຕິຍົດ, ບໍ່ສາມາດເພີດເພີນກັບພຣະຄຸນ ແລະ ບໍ່ສາມາດໄດ້ຮັບການປົກປ້ອງຈາກເຈົ້າ, ແລ້ວເປັນຫຍັງຜູ້ຄົນຈຶ່ງຄວນຕິດຕາມເຈົ້າ?” ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນຄວາມຄິດ ແລະ ມຸມມອງຂອງພວກເຂົາແລ້ວ, ຕ້ອງມີຜົນປະໂຫຍດບາງຢ່າງໃນການຕິດຕາມພຣະເຈົ້າ; ພວກເຂົາຈະບໍ່ຍອມເໜັງຕົວໂດຍບໍ່ມີຜົນປະໂຫຍດ. ຖ້າບໍ່ມີຊື່ສຽງ, ຜົນປະໂຫຍດ ຫຼື ສະຖານະທີ່ສາມາດເພີດເພີນໄດ້, ຖ້າບໍ່ມີວຽກງານໃດທີ່ພວກເຂົາເຮັດ ຫຼື ໜ້າທີ່ໃດທີ່ພວກເຂົາປະຕິບັດ ເຮັດໃຫ້ພວກເຂົາໄດ້ຮັບການຍ້ອງຍໍຈາກຄົນອື່ນ, ກໍບໍ່ມີປະໂຫຍດຫຍັງທີ່ຈະເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ຜົນປະໂຫຍດຢ່າງທຳອິດທີ່ພວກເຂົາຕ້ອງໄດ້ຮັບຄືພຣະສັນຍາ ແລະ ພຣະພອນທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າ ແລະ ພວກເຂົາຍັງຕ້ອງໄດ້ເພີດເພີນກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະພາຍໃນຄຣິສຕະຈັກອີກດ້ວຍ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ໃນການເຊື່ອໃນພຣະເຈົ້າ, ຄົນເຮົາຕ້ອງເໜືອກວ່າຄົນອື່ນ, ຄົນເຮົາຕ້ອງໄດ້ຮັບການຍ້ອງຍໍ, ຄົນເຮົາຕ້ອງພິເສດ, ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງໄດ້ຮັບກັບສິ່ງເຫຼົ່ານີ້. ຖ້າພວກເຂົາບໍ່ໄດ້ຮັບ, ກໍມີຄຳຖາມບາງຢ່າງວ່າ ພຣະເຈົ້າອົງນີ້ທີ່ພວກເຂົາກຳລັງເຊື່ອນັ້ນແມ່ນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່. ຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນວ່າ ພວກເຂົາຖືເອົາຄຳເວົ້າທີ່ວ່າ “ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງເພີດເພີນກັບພຣະພອນ ແລະ ພຣະຄຸນຂອງພຣະເຈົ້າ” ມາເປັນຄວາມຈິງບໍ? ລອງວິເຄາະຄຳເວົ້າເຫຼົ່ານີ້ເບິ່ງ: ພວກມັນແມ່ນຄວາມຈິງບໍ? (ບໍ່ແມ່ນ.) ຕອນນີ້ເຫັນໄດ້ຢ່າງຊັດເຈນວ່າ ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄວາມຈິງ, ພວກມັນແມ່ນຄວາມເຊື່ອຜິດໆ, ພວກມັນແມ່ນຕັກກະຂອງຊາຕານ ແລະ ພວກມັນບໍ່ມີຄວາມກ່ຽວຂ້ອງກັບຄວາມຈິງ. ພຣະເຈົ້າເຄີຍກ່າວບໍວ່າ “ຖ້າຜູ້ຄົນເຊື່ອໃນເຮົາ, ພວກເຂົາຈະໄດ້ຮັບພຣະພອນຢ່າງແນ່ນອນ ແລະ ຈະບໍ່ທົນທຸກຕໍ່ຄວາມທຸກຍາກລຳບາກຈັກເທື່ອ”? ພຣະທຳຂອງພຣະເຈົ້າແຖວໃດທີ່ເວົ້າກ່ຽວກັບເລື່ອງນີ້? ພຣະເຈົ້າບໍ່ເຄີຍກ່າວພຣະທຳແບບນັ້ນ ຫຼື ເຮັດແບບນີ້. ເມື່ອເວົ້າເຖິງພຣະພອນ ແລະ ຄວາມທຸກຍາກລຳບາກ, ມີຄວາມຈິງໃຫ້ສະແຫວງຫາ. ຄຳເວົ້າທີ່ສະຫຼາດສຸຂຸມທີ່ຜູ້ຄົນຄວນຍຶດຖືແມ່ນຫຍັງ? ໂຢບກ່າວວ່າ: “ພວກເຮົາຈະຮັບເອົາສິ່ງດີຈາກພຣະຫັດຂອງພຣະເຈົ້າ ແລະ ຈະບໍ່ຮັບເອົາຄວາມທຸກຍາກລຳບາກບໍ?” (ໂຢບ 2:10). ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງບໍ? ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຂອງມະນຸດ; ພວກມັນບໍ່ສາມາດຖືກຍົກຂຶ້ນສູ່ລະດັບຄວາມສູງຂອງຄວາມຈິງໄດ້, ແຕ່ພວກມັນກໍສອດຄ່ອງກັບຄວາມຈິງໃນບາງດ້ານ. ພວກມັນສອດຄ່ອງກັບຄວາມຈິງໃນດ້ານໃດ? ບໍ່ວ່າຜູ້ຄົນຈະໄດ້ຮັບພຣະພອນ ຫຼື ທົນທຸກຕໍ່ຄວາມທຸກຍາກລຳບາກ ລ້ວນແລ້ວແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ, ທັງໝົດລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ນີ້ຄືຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອເລື່ອງນີ້ບໍ? ບໍ່, ພວກເຂົາບໍ່ເຊື່ອ. ພວກເຂົາບໍ່ຮັບຮູ້ເລື່ອງນີ້. ເປັນຫຍັງພວກເຂົາຈຶ່ງບໍ່ເຊື່ອ ຫຼື ບໍ່ຮັບຮູ້ເລື່ອງນີ້? (ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນເພື່ອໃຫ້ໄດ້ຮັບພຣະພອນ, ພວກເຂົາພຽງແຕ່ຢາກໄດ້ຮັບພຣະພອນເທົ່ານັ້ນ.) (ເພາະວ່າພວກເຂົາເຫັນແກ່ຕົວເກີນໄປ ແລະ ໄລ່ຕາມພຽງແຕ່ຜົນປະໂຫຍດຂອງເນື້ອໜັງເທົ່ານັ້ນ.) ໃນຄວາມເຊື່ອຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສ ປາຖະໜາພຽງແຕ່ທີ່ຈະໄດ້ຮັບພຣະພອນເທົ່ານັ້ນ ແລະ ພວກເຂົາບໍ່ຢາກທົນທຸກຕໍ່ຄວາມທຸກຍາກລຳບາກ. ເມື່ອພວກເຂົາເຫັນຄົນທີ່ໄດ້ຮັບພຣະພອນ, ຜູ້ທີ່ໄດ້ຮັບຜົນປະໂຫຍດ, ຜູ້ທີ່ໄດ້ຮັບພຣະຄຸນ ແລະ ຜູ້ທີ່ໄດ້ຮັບຄວາມເພີດເພີນທາງວັດຖຸຫຼາຍຂຶ້ນ, ໄດ້ຮັບຜົນປະໂຫຍດອັນຍິ່ງໃຫຍ່, ພວກເຂົາກໍເຊື່ອວ່ານີ້ແມ່ນການກະທຳຂອງພຣະເຈົ້າ; ແລະ ຖ້າພວກເຂົາບໍ່ໄດ້ຮັບພຣະພອນທາງວັດຖຸດັ່ງກ່າວ, ນີ້ກໍບໍ່ແມ່ນການກະທຳຂອງພຣະເຈົ້າ. ຄວາມໝາຍໂດຍໄນກໍຄື: “ຖ້າເຈົ້າແມ່ນພຣະເຈົ້າແທ້ໆ, ແລ້ວເຈົ້າກໍສາມາດອວຍພອນຜູ້ຄົນໄດ້ເທົ່ານັ້ນ; ເຈົ້າຄວນປັດເປົ່າຄວາມທຸກຍາກລຳບາກຂອງຜູ້ຄົນ ແລະ ບໍ່ອະນຸຍາດໃຫ້ພວກເຂົາພົບກັບຄວາມທຸກທໍລະມານ. ເມື່ອນັ້ນການທີ່ຜູ້ຄົນເຊື່ອໃນເຈົ້າຈຶ່ງຈະມີຄຸນຄ່າ ແລະ ມີຄວາມໝາຍ. ຖ້າຫຼັງຈາກຕິດຕາມເຈົ້າແລ້ວ, ຜູ້ຄົນຍັງຖືກລ້ອມຮອບດ້ວຍຄວາມທຸກຍາກລຳບາກ, ຖ້າພວກເຂົາຍັງທົນທຸກຢູ່, ແລ້ວຈະມີປະໂຫຍດຫຍັງທີ່ຈະເຊື່ອໃນເຈົ້າ?” ພວກເຂົາບໍ່ຍອມຮັບວ່າທຸກສິ່ງ ແລະ ທຸກເຫດການຢູ່ໃນພຣະຫັດຂອງພຣະເຈົ້າ, ວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ. ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບເລື່ອງນີ້? ເພາະວ່າຜູ້ຕໍ່ຕ້ານພຣະຄຣິສຢ້ານກົວການທົນທຸກຕໍ່ຄວາມທຸກຍາກລຳບາກ. ພວກເຂົາຕ້ອງການພຽງແຕ່ໄດ້ຮັບຜົນປະໂຫຍດ, ເອົາປຽບ, ເພີດເພີນກັບພຣະພອນເທົ່ານັ້ນ; ພວກເຂົາປາຖະໜາທີ່ຈະບໍ່ຍອມຮັບອຳນາດສູງສຸດ ຫຼື ການຈັດວາງຂອງພຣະເຈົ້າ, ແຕ່ຕ້ອງການພຽງແຕ່ໄດ້ຮັບຜົນປະໂຫຍດຈາກພຣະເຈົ້າເທົ່ານັ້ນ. ນີ້ຄືມຸມມອງທີ່ເຫັນແກ່ຕົວ ແລະ ໜ້າລັງກຽດຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຊຸດຂອງການສະແດງອອກທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກກ່ຽວກັບພຣະທຳຂອງພຣະເຈົ້າ ເຊັ່ນ: ພຣະສັນຍາ ແລະ ພຣະພອນຂອງພຣະອົງ. ໂດຍລວມແລ້ວ, ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບມຸມມອງທີ່ຢູ່ເບື້ອງຫຼັງການໄລ່ຕາມຂອງຜູ້ຕໍ່ຕ້ານພຣະຄຣິສເປັນຫຼັກ, ພ້ອມທັງມຸມມອງ, ການປະເມີນ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບສິ່ງປະເພດນີ້ທີ່ພຣະເຈົ້າເຮັດເພື່ອຜູ້ຄົນ. ເຖິງແມ່ນວ່າພວກເຂົາອາດຈະບໍ່ໃສ່ຮ້າຍ ຫຼື ຕໍ່ຕ້ານພຣະທຳຂອງພຣະເຈົ້າຢ່າງເປີດເຜີຍທາງພາຍນອກ, ແຕ່ເລິກໆຂ້າງໃນ ວິທີການຂອງພວກເຂົາທີ່ມີຕໍ່ພຣະທຳປະເພດນີ້ຈາກພຣະເຈົ້າ ແລະ ທີ່ມີຕໍ່ວິທີການທີ່ພຣະເຈົ້າເຮັດສິ່ງປະເພດນີ້ ແມ່ນວິທີການຂອງການໃສ່ຮ້າຍ, ຄວາມສົງໄສ, ການກ່າວໂທດ ແລະ ການເລືອກປະຕິບັດ. ເມື່ອພຣະທຳກ່ຽວກັບພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າເກີດຂຶ້ນຈິງໃນບາງຄົນ, ພວກເຂົາກໍສັນລະເສີນລິດທານຸພາບຂອງພຣະເຈົ້າ ແລະ ຍ້ອງຍໍພຣະນາມຂອງພຣະອົງ ແລະ ຄວາມຮັກຂອງພຣະອົງ. ເຖິງຢ່າງໃດກໍຕາມ, ເມື່ອສິ່ງທີ່ພຣະເຈົ້າເຮັດບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະສັນຍາ ແລະ ພຣະພອນ, ຜູ້ຕໍ່ຕ້ານພຣະຄຣິສກໍປະຕິເສດການມີຢູ່ຂອງພຣະເຈົ້າໃນໃຈຂອງພວກເຂົາທັນທີ, ພ້ອມທັງປະຕິເສດຄວາມຖືກຕ້ອງຂອງທຸກສິ່ງທີ່ພຣະເຈົ້າເຮັດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາປະຕິເສດອຳນາດສູງສຸດຂອງພຣະເຈົ້າ ແລະ ຂໍ້ເທັດຈິງທີ່ວ່າພຣະອົງຈັດວາງ ແລະ ຈັດແຈງຊະຕາກຳຂອງມະນຸດ. ການສະແດງອອກທັງໝົດເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສອາດຈະບໍ່ຖືກເປີດເຜີຍອອກມາທາງພາຍນອກ ແລະ ພວກເຂົາອາດຈະບໍ່ເຜີຍແຜ່ມຸມມອງຂອງພວກເຂົາໂດຍໃຊ້ພາສາທີ່ຊັດເຈນ, ແຕ່ມຸມມອງທີ່ພວກເຂົາສັງເກດເບິ່ງຢ່າງລັງເລ ແລະ ສອດແນມພຣະທຳເຫຼົ່ານີ້ຈາກພຣະເຈົ້າຢູ່ໃນໃຈຂອງພວກເຂົານັ້ນບໍ່ປ່ຽນແປງ. ບໍ່ວ່າຄົນອື່ນຈະໂອ້ລົມກ່ຽວກັບເລື່ອງຂອງການເຂົ້າສູ່ຊີວິດແນວໃດ ຫຼື ຜູ້ຄົນສາມາດໄດ້ຮັບຄວາມລອດພົ້ນແນວໃດ, ຄວາມຄິດ ແລະ ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສໃນການສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າ ເຊັ່ນ: ພຣະສັນຍາ ແລະ ພຣະພອນຂອງພຣະອົງຈະເກີດຂຶ້ນຈິງ ຫຼື ບໍ່ ແລະ ພວກມັນຈະກາຍເປັນຈິງແນວໃດນັ້ນ ຈະບໍ່ຖືກວາງໄວ້ທາງຂ້າງ. ຜູ້ຕໍ່ຕ້ານພຣະຄຣິສອາດຈະຕົບມືດ້ວຍຄວາມປິຕິຍິນດີ ແລະ ໂຮ່ຮ້ອງ, ສັນລະເສີນລິດທານຸພາບຂອງພຣະເຈົ້າ ເມື່ອພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າກາຍເປັນຈິງ. ແຕ່ຢ່າງໄວວາ, ເມື່ອພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າບໍ່ກາຍເປັນຈິງ ຫຼື ບໍ່ເກີດຂຶ້ນຈິງຕາມຄວາມຄິດຫຼົງຜິດຂອງພວກເຂົາ, ພວກເຂົາກໍສາບແຊ່ງ ແລະ ດ່າພຣະເຈົ້າຢູ່ໃນໃຈຂອງພວກເຂົາຢ່າງລັບໆ ແລະ ໃສ່ຮ້າຍພຣະນາມຂອງພຣະອົງ. ສະນັ້ນ, ໃນຊີວິດປະຈຳວັນ, ເຖິງແມ່ນວ່າທຸກຢ່າງຈະສະຫງົບສຸກ ແລະ ປາສະຈາກບັນຫາ, ສະພາວະຂອງບາງຄົນກໍປ່ຽນແປງໄປມາຢ່າງຮຸນແຮງ. ເມື່ອພວກເຂົາມີຄວາມສຸກ, ພວກເຂົາກໍສາມາດມີຄວາມສຸກສຸດຂີດ, ແຕ່ເມື່ອພວກເຂົາຮູ້ສຶກບໍ່ດີ, ພວກເຂົາກໍສາມາດຈົມລົງສູ່ຄວາມສິ້ນຫວັງຄືກັບຕົກນະຮົກ. ອາລົມຂອງພວກເຂົາປ່ຽນແປງງ່າຍ ແລະ ຄາດເດົາບໍ່ໄດ້, ເຮັດໃຫ້ຄົນອື່ນງົງວ່າມີຫຍັງເກີດຂຶ້ນ. ເມື່ອພວກເຂົາມີຄວາມສຸກ, ພວກເຂົາເວົ້າວ່າ: “ພຣະເຈົ້າແມ່ນພຣະເຈົ້າແທ້ໆ. ພຣະເຈົ້າຍິ່ງໃຫຍ່ຫຼາຍ, ສິດອຳນາດຂອງພຣະເຈົ້າມີຢູ່ຈິງແທ້, ພຣະເຈົ້າຊົງຮັກຜູ້ຄົນຫຼາຍ!” ແຕ່ເມື່ອພວກເຂົາບໍ່ມີຄວາມສຸກ, ມັນກໍກາຍເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະເປັ່ງຄຳວ່າ “ພຣະເຈົ້າ” ອອກມາ. ຄົນດຽວກັນທີ່ສັນລະເສີນພຣະນາມຂອງພຣະເຈົ້າສຽງດັງ ກໍຄືຄົນທີ່ໃສ່ຮ້າຍ, ປະຕິເສດ, ໝິ່ນປະໝາດ, ດ່າ ແລະ ສາບແຊ່ງພຣະເຈົ້າຢູ່ໃນໃຈຂອງພວກເຂົາເຊັ່ນກັນ. ພວກເຂົາຕື່ນເຊົ້າ ແລະ ເຂົ້ານອນເດິກເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ຈ່າຍລາຄາທີ່ຄົນອື່ນສ່ວນໃຫຍ່ບໍ່ສາມາດຈ່າຍໄດ້, ແຕ່ພວກເຂົາກໍຍັງເປັນຄົນທີ່ລະບາຍຄວາມອຸກອັ່ງຂອງພວກເຂົາຜ່ານໜ້າທີ່ຂອງພວກເຂົາອີກດ້ວຍ, ທໍລະຍົດຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຈົງໃຈລົບກວນວຽກງານ ແລະ ຈັດການໜ້າທີ່ ແລະ ວຽກງານຂອງພວກເຂົາດ້ວຍການລະເລີຍຢ່າງຕັ້ງໃຈ. ໂດຍທາງພາຍນອກ, ນີ້ຄືຄົນດຽວກັນທັງໝົດ, ແຕ່ເມື່ອພິຈາລະນາຈາກພຶດຕິກຳ ແລະ ອຸປະນິໄສຂອງພວກເຂົາແລ້ວ, ການສະແດງອອກທີ່ກົງກັນຂ້າມກັນດັ່ງກ່າວເຮັດໃຫ້ເບິ່ງຄືວ່າມີສອງຄົນທີ່ແຕກຕ່າງກັນເຂົ້າມາກ່ຽວຂ້ອງນຳ. ສິ່ງນີ້ນຳສະເໜີບັນຫາໜຶ່ງ. ຈາກການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ເຫັນໄດ້ຢ່າງຊັດເຈນວ່າ ໂດຍພື້ນຖານແລ້ວ ພວກເຂົາບໍ່ຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ ຫຼື ເປັນພຣະທຳຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ເມື່ອພິຈາລະນາຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະບໍ່ມີທາງຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ທັງບໍ່ຖືວ່າເປັນຫຼັກການຄວາມຈິງທີ່ຈະຍຶດຖືຕະຫຼອດຊີວິດຂອງພວກເຂົາ. ນີ້ຄືລາຍການທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່, ນັ້ນກໍຄື ພວກເຂົາສອດແນມພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າເຊື່ອມໂຍງຢ່າງແຍກບໍ່ອອກກັບການປະຕິບັດທາງວັດຖຸ, ການປະຕິບັດທາງວິນຍານ, ສະພາບແວດລ້ອມການດຳລົງຊີວິດ ແລະ ສິ່ງອື່ນໆທີ່ພວກເຂົາເພີດເພີນໃນຊີວິດນີ້, ເຊິ່ງເປັນເຫດຜົນທີ່ພວກເຂົາເອົາໃຈໃສ່ເປັນພິເສດຕໍ່ດ້ານນີ້. ພວກເຂົາໃຊ້ຄວາມສຳເລັດຂອງພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນເປັນມາດຕະຖານໃນການວັດແທກຂອບເຂດຂອງລິດທານຸພາບຂອງພຣະເຈົ້າ ແລະ ຄວາມແທ້ຈິງຂອງຕົວຕົນຂອງພຣະເຈົ້າ. ພວກເຂົາຄິດໄຕ່ຕອງ ແລະ ຄິດກ່ຽວກັບເລື່ອງນີ້ຢ່າງລັບໆ, ນີ້ຄືຄວາມໝາຍຂອງການສອດແນມ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສະແດງຄວາມສົນໃຈໃນຄວາມຈິງຕ່າງໆກ່ຽວກັບການເຂົ້າສູ່ຊີວິດ ດັ່ງທີ່ພຣະເຈົ້າໄດ້ຊົງກ່າວໄວ້. ເຖິງຢ່າງໃດກໍຕາມ, ທັນທີທີ່ມີການກ່າວເຖິງພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນ, ຕາຂອງພວກເຂົາກໍເປັ່ງປະກາຍດ້ວຍຄວາມໂລບ, ຄວາມປາຖະໜາຂອງພວກເຂົາກໍໂຜ່ຫົວອອກມາ. ໂດຍທາງພາຍນອກ, ພວກເຂົາເວົ້າວ່າ: “ພວກເຮົາຄວນເສຍສະລະຕົນເອງເພື່ອພຣະເຈົ້າຢ່າງບໍ່ມີເງື່ອນໄຂ, ພວກເຮົາຄວນປະຕິບັດໜ້າທີ່ຂອງພວກເຮົາຕາມຂໍ້ກຳນົດຂອງພຣະເຈົ້າ”, ແຕ່ຄວາມຈິງແລ້ວ ສາຍຕາຂອງພວກເຂົາຈົດຈໍ່ຢູ່ໃສ? ພວກເຂົາຈົດຈໍ່ຢູ່ທີ່ພຣະທຳຂອງພຣະເຈົ້າ ເຊັ່ນ: ພຣະສັນຍາ ແລະ ພຣະພອນຂອງພຣະອົງ. ເມື່ອພວກເຂົາຢຶດສິ່ງເຫຼົ່ານີ້ໄວ້ໄດ້ແລ້ວ, ພວກເຂົາກໍຈະບໍ່ຍອມປ່ອຍໄປ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດຕໍ່ພຣະທຳຂອງພຣະເຈົ້າກ່ຽວກັບພຣະສັນຍາ ແລະ ພຣະພອນທີ່ມີຕໍ່ມະນຸດ.

2.) ການສອດແນມເບິ່ງພຣະທຳແຫ່ງຄຳສາບແຊ່ງ ແລະ ການລົງໂທດຂອງພຣະເຈົ້າຕໍ່ມະນຸດ

ລາຍການທີສອງແມ່ນ ຜູ້ຕໍ່ຕ້ານພຣະຄຣິສສອດແນມພຣະທຳຂອງພຣະເຈົ້າກ່ຽວກັບຄຳສາບແຊ່ງ ແລະ ການລົງໂທດທີ່ມີຕໍ່ມະນຸດ. ຜູ້ຕໍ່ຕ້ານພຣະຄຣິສມີມຸມມອງ ແລະ ຈຸດຢືນດຽວກັນຕໍ່ກັບຄຳສາບແຊ່ງ ແລະ ການລົງໂທດທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າ ຄືກັນກັບທີ່ພວກເຂົາມີຕໍ່ລາຍການທຳອິດ. ພວກເຂົາສອດແນມພຣະທຳປະເພດນີ້ແນວໃດ? ເມື່ອພວກເຂົາເຫັນວ່າພຣະທຳຂອງພຣະເຈົ້າໝາຍເຖິງການສາບແຊ່ງຄົນປະເພດໃດ ແລະ ໝາຍເຖິງການລົງໂທດຄົນປະເພດໃດ, ພຣະທຳໃດທີ່ພຣະເຈົ້າກ່າວເພື່ອສາບແຊ່ງຄົນແບບນັ້ນ, ພຣະເຈົ້າໃຊ້ວິທີການໃດເພື່ອລົງໂທດຄົນແບບນັ້ນ, ພ້ອມທັງວິທີການ ແລະ ພຣະທຳໃດທີ່ພຣະເຈົ້າໃຊ້ເພື່ອສາບແຊ່ງຄົນປະເພດໃດ, ພວກເຂົາກໍເລີ່ມສັງເກດເບິ່ງໃນຊີວິດປະຈຳວັນຂອງພວກເຂົາ, ຄອຍເບິ່ງວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າກາຍເປັນຈິງແນວໃດ ແລະ ພວກມັນໄດ້ກາຍເປັນຈິງແລ້ວ ຫຼື ຍັງ. ຕົວຢ່າງ: ມີຜູ້ນໍາຄຣິສຕະຈັກຄົນໜຶ່ງທີ່ສໍ້ໂກງເງິນຂອງເຮືອນຂອງພຣະເຈົ້າ, ທໍລະມານ ແລະ ກົດຂີ່ອ້າຍເອື້ອຍນ້ອງຕາມອຳເພີໃຈ, ກະທຳການຢ່າງປ່າເຖື່ອນ ແລະ ຢ່າງບ້າບິ່ນໃນຄຣິສຕະຈັກ, ດຳເນີນການໂດຍບໍ່ມີຫຼັກການ, ບໍ່ໄດ້ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ບໍ່ຮ່ວມມືກັບຄົນອື່ນຢ່າງກົມກຽວ. ພຣະທຳຂອງພຣະເຈົ້າລະບຸວ່າມີຄຳສາບແຊ່ງ ແລະ ການລົງໂທດສຳລັບຄົນປະເພດນີ້. ຜູ້ຕໍ່ຕ້ານພຣະຄຣິສສັງເກດເບິ່ງວ່າ: “ພຣະເຈົ້າບໍ່ຮັກຄົນແບບນັ້ນ, ພຣະອົງລັງກຽດພວກເຂົາ. ແຕ່ພຣະອົງລັງກຽດຄົນນີ້ແນວໃດ? ຄົນນີ້ດຳລົງຊີວິດຢ່າງຂ້ອນຂ້າງສະດວກສະບາຍທຸກມື້ ແລະ ກົດຂີ່ອ້າຍເອື້ອຍນ້ອງໂດຍບໍ່ຖືກຕຳນິຕິຕຽນ; ອ້າຍເອື້ອຍນ້ອງຈຶ່ງພຽງແຕ່ຕ້ອງອົດທົນກັບມັນ. ແລ້ວພຣະທຳເຫຼົ່ານີ້ຂອງພຣະເຈົ້າກາຍເປັນຈິງໄດ້ແນວໃດ? ຂ້ອຍເບິ່ງບໍ່ອອກວ່າພວກມັນຈະກາຍເປັນຈິງໄດ້ແນວໃດ; ບາງທີການທີ່ພຣະເຈົ້າສາບແຊ່ງຄົນແບບນັ້ນອາດຈະເປັນພຽງຄຳເວົ້າ. ພຣະທຳຂອງພຣະເຈົ້າຄວນມີສິດອຳນາດ ແລະ ຫຼັງຈາກທີ່ພຣະເຈົ້າກ່າວແລ້ວ, ຫົວໃຈຂອງຜູ້ຄົນຄວນຮູ້ສຶກບໍ່ສະບາຍໃຈ ແລະ ຖືກຕຳນິຕິຕຽນ. ຂ້ອຍຈຳເປັນຕ້ອງສັງເກດເບິ່ງ ແລະ ເບິ່ງວ່າລາວຮູ້ສຶກອຶດອັດໃນໃຈຂອງລາວ ຫຼື ບໍ່, ຂ້ອຍຈຳເປັນຕ້ອງລົມກັບລາວ ແລະ ຢັ່ງເບິ່ງທ່າທີຂອງລາວ”. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຖາມຄົນນັ້ນວ່າ: “ຊ່ວງນີ້ເຈົ້າປະສົບກັບສິ່ງຕ່າງໆເປັນແນວໃດ?” “ຂ້ອນຂ້າງດີ. ພຣະເຈົ້າກຳລັງນໍາພາພວກເຮົາ. ຊີວິດຄຣິສຕະຈັກກໍຂ້ອນຂ້າງດີ, ອ້າຍເອື້ອຍນ້ອງທຸກຄົນໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາທຸກຄົນມັກອ່ານພຣະທຳຂອງພຣະເຈົ້າ ແລະ ວຽກງານພຣະກິດຕິຄຸນກໍກ້າວໜ້າໄປດ້ວຍດີເຊັ່ນກັນ”. “ເມື່ອວຽກງານບໍ່ກ້າວໜ້າໄປຢ່າງລ່ຽນໄຫຼ, ເຈົ້າບໍ່ຮູ້ສຶກທຸກໃຈບໍ? ເຈົ້າບໍ່ຮູ້ສຶກຄິດລົບບໍ? ພຣະເຈົ້າລົງວິໄນເຈົ້າບໍ? ເຈົ້າຮູ້ສຶກຖືກຕຳນິຕິຕຽນຢູ່ຂ້າງໃນບໍ?” “ບໍ່, ເປັນຫຍັງຂ້ອຍຈຶ່ງຄວນຮູ້ສຶກຖືກຕຳນິຕິຕຽນ ໃນເມື່ອວຽກງານສຳເລັດໄປດ້ວຍດີຂະໜາດນັ້ນ? ຖ້າມີຫຍັງເກີດຂຶ້ນ, ກໍແມ່ນພຣະເຈົ້າກຳລັງອວຍພອນຂ້ອຍ”. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ: “ພຣະເຈົ້າບໍ່ໄດ້ສາບແຊ່ງຄົນແບບນັ້ນ, ສະນັ້ນ ພຣະທຳທີ່ພຣະເຈົ້າກ່າວກ່ຽວກັບການສາບແຊ່ງຄົນຊົ່ວຮ້າຍ, ການສາບແຊ່ງຜູ້ທີ່ຕໍ່ຕ້ານພຣະເຈົ້າ ຈຶ່ງຍັງບໍ່ໄດ້ກາຍເປັນຈິງ! ຜູ້ນໍາຄົນນີ້ໄດ້ກະທຳການທີ່ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກຢ່າງເຫັນໄດ້ຊັດເຈນ; ຄຳສາບແຊ່ງຂອງພຣະເຈົ້າຄວນຕົກຢູ່ກັບລາວແລ້ວ. ເປັນຫຍັງມັນຈຶ່ງຍັງບໍ່ເກີດຂຶ້ນ? ມັນຍາກທີ່ຈະເວົ້າໄດ້ວ່າພຣະທຳຂອງພຣະເຈົ້າກ່ຽວກັບຄຳສາບແຊ່ງທີ່ມີຕໍ່ຜູ້ຄົນນັ້ນສາມາດກາຍເປັນຈິງໄດ້ ຫຼື ບໍ່, ສະນັ້ນ ຂ້ອຍຈະສືບຕໍ່ສັງເກດເບິ່ງ”. ມີວະລີໜຶ່ງໃນພຣະທຳຂອງພຣະເຈົ້າທີ່ວ່າ: “ການຕໍ່ຕ້ານນຳໄປສູ່ຄວາມຕາຍ!” ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ມີຫຼາຍຄົນທີ່ຕໍ່ຕ້ານພຣະເຈົ້າ. ຕົວຢ່າງ: ບາງຄົນ, ເມື່ອພວກເຂົາເຂົ້າມາພົວພັນກັບພາລະກິດຂັ້ນຕອນນີ້ຂອງພຣະເຈົ້າເປັນຄັ້ງທຳອິດ ແລະ ບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍເວົ້າຄຳເວົ້າທີ່ໝິ່ນປະໝາດ ແລະ ໃສ່ຮ້າຍພຣະເຈົ້າ, ປະຕິເສດພາລະກິດຂັ້ນຕອນນີ້ຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຄິດກັບຕົນເອງວ່າ: “ຄົນເຫຼົ່ານີ້ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າບໍ? ຖ້າແມ່ນ, ຕາມພຣະທຳຂອງພຣະເຈົ້າແລ້ວ ການຕໍ່ຕ້ານນຳໄປສູ່ຄວາມຕາຍ. ແຕ່ຫຼັງຈາກຜ່ານໄປຫຼາຍປີ, ເບິ່ງຄືວ່າບໍ່ມີໃຜໃນຄົນເຫຼົ່ານີ້ຕາຍ; ພຣະທຳຂອງພຣະເຈົ້າຍັງບໍ່ເກີດຂຶ້ນຈິງ! ເຖິງແມ່ນວ່າພວກເຂົາບໍ່ຕາຍ, ຢ່າງໜ້ອຍທີ່ສຸດ ຄົນເຫຼົ່ານີ້ຄວນແຂນຫັກ ຫຼື ຂາຂາດ ຫຼື ທົນທຸກຕໍ່ໄພພິບັດບາງຢ່າງຢູ່ເຮືອນ ເຊັ່ນ: ສະມາຊິກໃນຄອບຄົວເສຍຊີວິດ ຫຼື ເຮືອນຂອງພວກເຂົາພັງລົງ ຫຼື ປະສົບອຸປະຕິເຫດທາງລົດ. ບໍ່ມີເລື່ອງໂຊກຮ້າຍເຫຼົ່ານີ້ເກີດຂຶ້ນເລີຍ, ແລ້ວຈະເວົ້າໄດ້ແນວໃດວ່າການຕໍ່ຕ້ານນຳໄປສູ່ຄວາມຕາຍ? ມັນອາດຈະເປັນເພາະວ່າຄວາມສາມາດໃນການເຂົ້າໃຈຂອງພວກເຮົາບໍ່ດີ ແລະ ພວກເຮົາຍັງບໍ່ຮູ້ວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ແລະ ກາຍເປັນຈິງໄດ້ແນວໃດ. ບໍ່ວ່າພຣະທຳຂອງພຣະເຈົ້າຈະເກີດຂຶ້ນຈິງ ຫຼື ບໍ່, ຜູ້ຄົນກໍບໍ່ຮູ້; ມັນເວົ້າໄດ້ຍາກ”. ຜ່ານຂໍ້ເທັດຈິງທີ່ສັງເກດເຫັນໄດ້ເຫຼົ່ານີ້ ແລະ ການວິເຄາະທາງຈິດໃຈຂອງພວກເຂົາເອງ ແລະ ຈາກມຸມມອງທີ່ “ເປັນເອກະລັກ” ຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເບິ່ງວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່ ແລະ ພວກມັນເກີດຂຶ້ນຈິງໄດ້ແນວໃດ. ພວກເຂົາໃສ່ເຄື່ອງໝາຍຄຳຖາມຂະໜາດໃຫຍ່ກັບເລື່ອງນີ້ຢູ່ສະເໝີ; ພວກເຂົາບໍ່ຮູ້ຜົນສຸດທ້າຍຂອງເລື່ອງນີ້, ບໍ່ຮູ້ວິທີອະທິບາຍເຫດການເຫຼົ່ານີ້ ຫຼື ວິທີຮັບຮູ້ປະກົດການເຫຼົ່ານີ້. ແນ່ນອນວ່າ ພວກເຂົາມັກຈະອະທິຖານກ່ຽວກັບເລື່ອງນີ້: “ໂອ ພຣະເຈົ້າ, ໂຜດໃຫ້ຄວາມຮູ້ແຈ້ງແກ່ຂ້ານ້ອຍ, ໃຫ້ຂ້ານ້ອຍເຂົ້າໃຈວ່າພຣະອົງສາບແຊ່ງ ແລະ ລົງໂທດຜູ້ຄົນແນວໃດ ແລະ ພຣະທຳຂອງພຣະອົງເກີດຂຶ້ນຈິງແນວໃດ, ເພື່ອໃຫ້ຂ້ານ້ອຍສາມາດເກີດມີຫົວໃຈທີ່ຢຳເກງພຣະອົງ, ເພື່ອໃຫ້ຂ້ານ້ອຍຢ້ານກົວພຣະອົງ ແລະ ບໍ່ເຮັດສິ່ງທີ່ຕໍ່ຕ້ານພຣະອົງ”. ຄຳອະທິຖານນີ້ມີປະໂຫຍດບໍ? ພຣະເຈົ້າຈະງ່ຽງຫູຟັງບໍ? (ບໍ່.) ພຣະເຈົ້າບໍ່ສົນໃຈມັນເລີຍ; ພຣະອົງຖືວ່າຄຳອະທິຖານເຫຼົ່ານີ້ເປັນຄືກັບສຽງວີ່ໆຂອງແມງວັນ ແລະ ແມງໄມ້ທີ່ໄຮ້ຄວາມຮູ້ສຶກ. ເປັນຫຍັງພຣະເຈົ້າຈຶ່ງບໍ່ງ່ຽງຫູຟັງຄຳອະທິຖານແບບນັ້ນ? ເພາະວ່າທຸກປະໂຫຍກທີ່ຜູ້ຕໍ່ຕ້ານພຣະຄຣິສເປັ່ງອອກມານັ້ນເຕັມໄປດ້ວຍການທົດສອບ, ການຍຸຍົງ, ການໃສ່ຮ້າຍ ແລະ ການໝິ່ນປະໝາດ. ສຳລັບຄົນແບບນັ້ນ, ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ໂຈມຕີພວກເຂົາ ຫຼື ກ່າວໂທດພວກເຂົາຢ່າງເປີດເຜີຍ, ແຕ່ທຸກສິ່ງທີ່ພວກເຂົາເຮັດ, ຄວາມຄິດ, ມຸມມອງ ແລະ ຈຸດຢືນຂອງພວກເຂົາ ລ້ວນແລ້ວແຕ່ຖືກກ່າວໂທດໃນສາຍຕາຂອງພຣະເຈົ້າ. ການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ຖືກເຊື່ອງໄວ້ໃນໃຈ; ພວກເຂົາເຮັດສິ່ງເຫຼົ່ານີ້ຢ່າງລັບໆ ແລະ ສອດແນມສິ່ງເຫຼົ່ານີ້ຢ່າງລັບໆ. ແນ່ນອນວ່າ ພຣະເຈົ້າຍັງກ່າວໂທດ ແລະ ສາບແຊ່ງພວກເຂົາຢູ່ໃນໃຈຂອງພຣະອົງອີກດ້ວຍ.

ກ່ຽວກັບພຣະທຳຂອງພຣະເຈົ້າເລື່ອງຄຳສາບແຊ່ງ ແລະ ການລົງໂທດທີ່ມີຕໍ່ມະນຸດ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອ ຫຼື ບໍ່ເຂົ້າໃຈພຣະທຳເຫຼົ່ານັ້ນ; ພວກເຂົາມັກຈະກວດສອບ ແລະ ວິເຄາະເບິ່ງວ່າ: “ພຣະທຳເຫຼົ່ານີ້ເກີດຂຶ້ນຈິງໄດ້ແນວໃດແທ້? ພວກມັນສາມາດເກີດຂຶ້ນຈິງໄດ້ແທ້ບໍ? ພວກມັນຈະເກີດຂຶ້ນຈິງສຳລັບໃຜ? ຜູ້ທີ່ຖືກພຣະເຈົ້າສາບແຊ່ງ ແລະ ລົງໂທດໄດ້ຮັບຄຳສາບແຊ່ງ ແລະ ການລົງໂທດຢ່າງແທ້ຈິງບໍ? ຕາຂອງມະນຸດສາມາດເບິ່ງເຫັນໄດ້ບໍ? ພຣະເຈົ້າບໍ່ຄວນເຮັດໃຫ້ທຸກຢ່າງເບິ່ງເຫັນໄດ້ດ້ວຍຕາຂອງມະນຸດບໍ?” ພວກເຂົາຄິດໄຕ່ຕອງເລື່ອງເຫຼົ່ານີ້ຢູ່ໃນໃຈຂອງພວກເຂົາຢູ່ສະເໝີ, ໂດຍຖືວ່າພວກມັນເປັນບັນຫາທີ່ສຳຄັນ ແລະ ຈຳເປັນໃນຊີວິດປະຈຳວັນຂອງພວກເຂົາ. ເມື່ອໃດກໍຕາມທີ່ພວກເຂົາມີເວລາ ຫຼື ມີໂອກາດ, ພວກເຂົາກໍຄິດໄຕ່ຕອງກ່ຽວກັບເລື່ອງເຫຼົ່ານີ້. ຕາບໃດທີ່ສະພາບແວດລ້ອມເໝາະສົມ ແລະ ເຫດການດັ່ງກ່າວເກີດຂຶ້ນ ຫຼື ຕາບໃດທີ່ກ່ຽວຂ້ອງກັບຫົວຂໍ້ດັ່ງກ່າວ, ຈຸດຢືນ ແລະ ມຸມມອງຂອງພວກເຂົາກໍຖືກເປີດເຜີຍອອກມາຢ່າງຊັດເຈນ. ພວກເຂົາກຳລັງກວດສອບ ແລະ ໃສ່ຮ້າຍພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ພະຍາຍາມເຂົ້າໃຈພຣະທຳເຫຼົ່ານີ້ຈາກມຸມມອງຂອງມະນຸດ ແລະ ດ້ວຍວິທີຂອງມະນຸດ, ໃນຂະນະດຽວກັນກໍທົດສອບເບິ່ງວ່າພຣະທຳເຫຼົ່ານີ້ສາມາດກາຍເປັນຈິງໄດ້ ຫຼື ບໍ່, ພວກມັນໄດ້ເກີດຂຶ້ນຈິງໃນຊີວິດປະຈຳວັນ ແລະ ມີຜົນທີ່ແທ້ຈິງແລ້ວ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ເປັນຫຍັງພວກເຂົາຈຶ່ງສາມາດຄິດວົນວຽນ ແລະ ຄິດໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ຢູ່ໃນໃຈຂອງພວກເຂົາຢ່າງບໍ່ຮູ້ອິດເມື່ອຍ? ເພາະວ່າໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າພຣະເຈົ້າຈະສະແດງຄວາມຈິງອອກມາຫຼາຍສໍ່າໃດກໍຕາມ, ພວກມັນກໍບໍ່ພຽງພໍທີ່ຈະພິສູດຕົວຕົນ ຫຼື ແກ່ນແທ້ຂອງພຣະເຈົ້າໄດ້. ສິ່ງດຽວທີ່ສາມາດພິສູດຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ກໍຄື ການທີ່ພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ແລະ ກາຍເປັນຈິງ ຫຼື ບໍ່. ເວົ້າອີກຢ່າງໜຶ່ງກໍຄື ການທີ່ພຣະທຳຂອງພຣະເຈົ້າກາຍເປັນຈິງ ແລະ ເກີດຂຶ້ນຈິງ ຫຼື ບໍ່ນັ້ນ ແມ່ນເກນດຽວຂອງພວກເຂົາໃນການທົດສອບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ໃນທຳນອງດຽວກັນ, ການທີ່ພຣະທຳຂອງພຣະເຈົ້າກ່ຽວກັບຄຳສາບແຊ່ງ ແລະ ການລົງໂທດທີ່ມີຕໍ່ມະນຸດເກີດຂຶ້ນຈິງ ຫຼື ບໍ່ນັ້ນ ກໍໄດ້ກາຍເປັນເກນຂອງພວກເຂົາໃນການທົດສອບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າເຊັ່ນກັນ. ນີ້ຄືຄວາມຄິດ ແລະ ມຸມມອງທີ່ສຳຄັນທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສໃນການວັດແທກພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສທົດສອບ ແລະ ປະເມີນພຣະທຳຂອງພຣະເຈົ້າກ່ຽວກັບຄຳສາບແຊ່ງ ແລະ ການລົງໂທດທີ່ມີຕໍ່ຜູ້ຄົນໂດຍໃຊ້ມຸມມອງ ແລະ ວິທີການເຂົ້າໃຈຂອງມະນຸດ ແລະ ໂດຍອາໄສຄວາມຄິດຂອງມະນຸດ. ເມື່ອພວກເຂົາເບິ່ງບໍ່ເຫັນຂໍ້ເທັດຈິງ ແລະ ເບິ່ງບໍ່ເຫັນພາບທີ່ພວກເຂົາຢາກເຫັນ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ, ພວກເຂົາກໍປະຕິເສດຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຊໍ້າແລ້ວຊໍ້າອີກຢູ່ໃນໃຈຂອງພວກເຂົາ. ຍິ່ງພວກເຂົາເບິ່ງບໍ່ເຫັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງເພີ່ມທະວີການປະຕິເສດພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງສົງໄສວ່າສິ່ງທີ່ພວກເຂົາໄດ້ລົງທຶນ ແລະ ເສຍສະລະໄປນັ້ນຄຸ້ມຄ່າ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຄົນຊົ່ວຮ້າຍບາງຄົນໃນເຮືອນຂອງພຣະເຈົ້າ ຜູ້ທີ່ໃສ່ຮ້າຍພຣະເຈົ້າ ຫຼື ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ຜູ້ທີ່ໝິ່ນປະໝາດ ແລະ ຕໍ່ຕ້ານພຣະເຈົ້າ ໄດ້ຮັບການລົງໂທດ ຫຼື ຄຳສາບແຊ່ງໃນລະດັບທີ່ແຕກຕ່າງກັນ ແລະ ເຫັນຈຸດຈົບຂອງຄົນເຫຼົ່ານີ້, ພວກເຂົາກໍຢຳເກງພຣະເຈົ້າ, ໂດຍຮູ້ສຶກທັນທີວ່າ: “ພຣະເຈົ້າໜ້າເກງຂາມແທ້ໆ. ບໍ່ວ່າພຣະອົງຈະກ່າວຫຍັງກໍຕາມ ມັນກໍສຳເລັດ. ແຕ່ກນອນຄົນນັ້ນສະບາຍດີ ແລະ ກໍຕາຍກະທັນຫັນ, ເພາະວ່າພຽງແຕ່ມື້ວານນີ້ ລາວໄດ້ດ່າພຣະເຈົ້າ! ອີກຄົນໜຶ່ງ, ຜູ້ທີ່ແຂງແຮງຄືກັບງົວເຖິກ, ຢູ່ດີໆກໍລົ້ມປ່ວຍ ເພາະວ່າລາວໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ບໍ່ຍອມຮັບມັນດ້ວຍຊໍ້າ, ຈຶ່ງໄດ້ຮັບຄຳສາບແຊ່ງຈາກພຣະເຈົ້າ. ອີກຄົນໜຶ່ງ, ເນື່ອງຈາກການກະທຳຜິດບາງຢ່າງ ແລະ ການເຮັດການກະທຳທີ່ຊົ່ວຮ້າຍບາງຢ່າງໃນຄຣິສຕະຈັກ, ຈຶ່ງມີເລື່ອງໂຊກຮ້າຍເກີດຂຶ້ນກັບຄອບຄົວຂອງລາວ ແລະ ນັບຕັ້ງແຕ່ນັ້ນມາ ກໍບໍ່ມີຄວາມສະຫງົບສຸກໃນເຮືອນຂອງລາວອີກເລີຍ. ອີກຄົນໜຶ່ງ, ຜູ້ທີ່ມັກເວົ້າຈາໝິ່ນປະໝາດກ່ຽວກັບພຣະເຈົ້າຢູ່ສະເໝີ, ຕອນນີ້ກໍເປັນບ້າໄປແລ້ວ ແລະ ອ້າງວ່າຕົນເອງເປັນພຣະເຈົ້າ. ນີ້ຄືການຖືກຜີເຂົ້າ; ພຣະເຈົ້າໄດ້ມອບລາວໃຫ້ແກ່ຊາຕານ, ໂດຍວາງລາວໄວ້ໃນທີ່ຢູ່ອາໄສຂອງວິນຍານຊົ່ວ. ການເຮັດໃຫ້ລາວທົນທຸກຈາກການຖືກຜີເຂົ້າບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດໃຫ້ເກີດຂຶ້ນໄດ້; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີສິດອຳນາດໃນການເຮັດສິ່ງນີ້ໄດ້. ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ພຣະອົງໄດ້ມອບຄົນນັ້ນໃຫ້ແກ່ວິນຍານຊົ່ວຮ້າຍ ແລະ ພວກມັນກໍເຂົ້າສິງລາວ, ເຮັດໃຫ້ລາວເສຍສະຕິ ແລະ ບໍ່ມີຄວາມອາຍ, ເຮັດໃຫ້ລາວແລ່ນແກ້ຜ້າໄປຕາມຖະຫົນ. ເບິ່ງສິ່ງທີ່ເກີດຂຶ້ນກັບຄົນເຫຼົ່ານີ້, ການລົງໂທດ ແລະ ຄຳສາບແຊ່ງທີ່ພວກເຂົາໄດ້ຮັບ; ພວກເຂົາທຸກຄົນໄດ້ເຮັດຫຍັງແດ່?” ຫຼັງຈາກທີ່ພິຈາລະນາເລື່ອງນີ້ແລ້ວ, ຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສກໍເຕັ້ນຜິດຈັງຫວະ: “ຄົນເຫຼົ່ານີ້ລວມມີຜູ້ທີ່ດ່າພຣະເຈົ້າຢ່າງເປີດເຜີຍ, ຜູ້ທີ່ໝິ່ນປະໝາດ ແລະ ຕັດສິນພຣະເຈົ້າຢ່າງເປີດເຜີຍ ແລະ ຜູ້ທີ່ຈົງໃຈກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນເຮືອນຂອງພຣະເຈົ້າ. ເບິ່ງຄືວ່າບໍ່ມີຫຍັງດີເກີດຂຶ້ນຈາກການຕໍ່ຕ້ານພຣະເຈົ້າ! ພຣະເຈົ້າຊ່າງໜ້າເກງຂາມແທ້ໆ! ຖ້າເຈົ້າລ່ວງເກີນຄົນອື່ນ, ພວກເຂົາກໍເຮັດຫຍັງເຈົ້າບໍ່ໄດ້ຫຼາຍ, ແຕ່ຖ້າເຈົ້າລ່ວງເກີນພຣະເຈົ້າແລ້ວ, ນັ້ນເປັນເລື່ອງທີ່ຮ້າຍແຮງ. ເຈົ້າຕ້ອງຮັບຜິດຊອບຕໍ່ພຶດຕິກຳຂອງເຈົ້າ; ລາຄາທີ່ຕ້ອງຈ່າຍນັ້ນສູງເກີນໄປ! ຢ່າງໜ້ອຍທີ່ສຸດ, ເຈົ້າອາດຈະເປັນບ້າ ແລະ ພຣະເຈົ້າຈະມອບເຈົ້າໃຫ້ແກ່ວິນຍານຊົ່ວ, ເຊິ່ງໝາຍຄວາມວ່າຕ້ອງຕົກນະຮົກຢ່າງແນ່ນອນ; ຢ່າງຮ້າຍແຮງທີ່ສຸດ, ພຣະເຈົ້າຈະທຳລາຍການມີຢູ່ທາງເນື້ອໜັງຂອງເຈົ້າໃນຊີວິດນີ້, ທຳລາຍເຈົ້າ ແລະ ໃນໂລກທີ່ຈະມາເຖິງ, ບໍ່ຕ້ອງເວົ້າເຖິງເລີຍວ່າ ເຈົ້າຈະບໍ່ມີຈຸດໝາຍປາຍທາງ, ຈະບໍ່ສາມາດເຂົ້າສູ່ອານາຈັກ ແລະ ຈະບໍ່ໄດ້ຮັບພຣະພອນ. ເມື່ອຕັດສິນຈາກວິທີການຕ່າງໆທີ່ພວກເຂົາຕໍ່ຕ້ານພຣະເຈົ້າ, ຂ້ອຍຈຳເປັນຕ້ອງລະມັດລະວັງຫຼາຍຂຶ້ນ ແລະ ກຳນົດຫຼັກການບາງຢ່າງໃຫ້ຕົນເອງ. ຢ່າງທຳອິດ, ຂ້ອຍຕ້ອງບໍ່ດ່າພຣະເຈົ້າຢ່າງເປີດເຜີຍ; ຖ້າຂ້ອຍຕ້ອງເຮັດ, ຂ້ອຍຄວນເຮັດຢ່າງງຽບໆໃນໃຈຂອງຂ້ອຍ. ຢ່າງທີສອງ, ເຖິງແມ່ນວ່າຂ້ອຍຈະມີຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະເປັນພຣະເຈົ້າ, ຂ້ອຍກໍບໍ່ສາມາດເປີດເຜີຍມັນອອກມາ ຫຼື ໃຫ້ຄົນອື່ນຮູ້ໄດ້. ຢ່າງທີສາມ, ຂ້ອຍຕ້ອງຄວບຄຸມພຶດຕິກຳ ແລະ ການເຄື່ອນໄຫວຂອງຂ້ອຍ, ບໍ່ເຮັດສິ່ງໃດທີ່ກໍ່ໃຫ້ເກີດການຂັດຂວາງ. ຖ້າຂ້ອຍສ້າງຄວາມເສຍຫາຍໃຫ້ແກ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າໂກດຮ້າຍ, ນັ້ນຈະເປັນເລື່ອງທີ່ຮ້າຍແຮງ! ໃນກໍລະນີທີ່ເບົາກວ່າ, ຂ້ອຍອາດຈະເສຍຊີວິດ; ໃນກໍລະນີທີ່ຮ້າຍແຮງກວ່າ, ຂ້ອຍຈະຖືກສາບແຊ່ງ ແລະ ຕົກລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ແລະ ນັ້ນຈະເປັນຈຸດຈົບຂອງຂ້ອຍ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງເຫຼົ່ານີ້ເກີດຂຶ້ນ, ພວກເຂົາກໍຮູ້ສຶກວ່າພຣະທຳຂອງພຣະເຈົ້າໄດ້ເກີດຂຶ້ນຈິງແລ້ວ ແລະ ພຣະເຈົ້າຊົງຍິ່ງໃຫຍ່ ແລະ ໜ້າເກງຂາມຫຼາຍ. ຄວາມຍິ່ງໃຫຍ່ ແລະ ຄວາມໜ້າເກງຂາມຂອງພຣະເຈົ້າກາຍເປັນຈິງ ແລະ ຖືກຮັບຮູ້ໂດຍພວກເຂົາຜ່ານເຫດການເຫຼົ່ານີ້. ຂະບວນການຄິດທັງໝົດເຫຼົ່ານີ້ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງຫຼັກການສຳລັບການກະທຳທີ່ພວກເຂົາຄິດອອກມາຫຼັງຈາກທີ່ເຫັນສິ່ງເຫຼົ່ານີ້ ບໍ່ແມ່ນກິດຈະກຳຂອງໂລກພາຍໃນຂອງພວກເຂົາບໍ? ທຸກສິ່ງທີ່ພວກເຂົາເຮັດໃນໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າຄືສິ່ງທີ່ເອີ້ນວ່າການສອດແນມ.

ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເວົ້າຢ່າງເປີດເຜີຍວ່າ: “ພຣະເຈົ້າບໍ່ໄດ້ສາບແຊ່ງຜູ້ຄົນ, ພຣະທຳຂອງພຣະເຈົ້າຍັງບໍ່ເກີດຂຶ້ນຈິງ” ແລະ ພວກເຂົາກໍບໍ່ໄດ້ເວົ້າຢ່າງເປີດເຜີຍວ່າ: “ພຣະເຈົ້າໄດ້ລົງໂທດຄົນນັ້ນຄົນນີ້, ພຣະເຈົ້າໄດ້ສາບແຊ່ງຄົນນັ້ນຄົນນີ້. ພຣະທຳຂອງພຣະເຈົ້າໄດ້ເກີດຂຶ້ນຈິງແລ້ວ, ພຣະເຈົ້າຍິ່ງໃຫຍ່ແທ້ໆ”. ແຕ່ກົງກັນຂ້າມ ພວກເຂົາວາງແຜນ, ຄິດຫາວິທີ ແລະ ຄິດໄຕ່ຕອງກ່ຽວກັບເລື່ອງເຫຼົ່ານີ້ຢູ່ເລິກໆໃນໃຈຂອງພວກເຂົາ. ເປົ້າໝາຍຂອງພວກເຂົາໃນການຄິດໄຕ່ຕອງແມ່ນຫຍັງ? ພວກເຂົາຄິດວ່າຈະເຮັດແນວໃດຖ້າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ແລະ ຈະເຮັດແນວໃດຖ້າພຣະທຳຂອງພຣະເຈົ້າບໍ່ເກີດຂຶ້ນຈິງ ຫຼື ບໍ່ກາຍເປັນຈິງ. ຈຸດປະສົງຂອງການສອດແນມຂອງພວກເຂົາບໍ່ແມ່ນເພື່ອເຂົ້າໃຈການກະທຳຂອງພຣະເຈົ້າ, ບໍ່ແມ່ນເພື່ອເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ຍິ່ງບໍ່ແມ່ນເພື່ອໄດ້ຮັບຄວາມຈິງ ແລະ ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ; ແຕ່ກົງກັນຂ້າມ ມັນແມ່ນເພື່ອຈັດການກັບເລື່ອງທັງໝົດເຫຼົ່ານີ້, ເພື່ອປະເຊີນໜ້າກັບຄຳສາບແຊ່ງ ແລະ ການລົງໂທດຂອງພຣະເຈົ້າ ໂດຍໃຊ້ວິທີການ ແລະ ຍຸດທະວິທີຂອງມະນຸດ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສວາງແຜນຮ້າຍຢູ່ໃນໃຈຂອງພວກເຂົາ. ຄວາມຄິດຊຸດນີ້ທີ່ມີຕໍ່ພຣະທຳຂອງພຣະເຈົ້າ ສາມາດພິສູດໄດ້ບໍວ່າພວກເຂົາເປັນປໍລະປັກຕໍ່ພຣະເຈົ້າ? ມັນສາມາດພິສູດໄດ້ບໍວ່າພວກເຂົາໃສ່ຮ້າຍ ແລະ ໝິ່ນປະໝາດພຣະເຈົ້າຢູ່ຕະຫຼອດເວລາ? (ພິສູດໄດ້.) ໄດ້ຢ່າງແນ່ນອນ! ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ຖ້າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ, ພວກເຂົາກໍມີມາດຕະການຮັບມືກຽມພ້ອມໄວ້ແລ້ວ; ຖ້າພຣະທຳຂອງພຣະອົງບໍ່ເກີດຂຶ້ນຈິງ, ພວກເຂົາກໍມີມາດຕະການຮັບມືສຳລັບເລື່ອງນັ້ນເຊັ່ນກັນ, ມາດຕະການຮັບມືຂອງພວກເຂົາປ່ຽນແປງໄປ ຂຶ້ນຢູ່ກັບວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່. ຖ້າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍປະພຶດຕົນຢ່າງເໝາະສົມ, ມີສ່ວນຮ່ວມໃນວຽກງານພາຍໃນເຮືອນຂອງພຣະເຈົ້າຢ່າງລະມັດລະວັງ, ຮັກສາຕົວບໍ່ໃຫ້ໂດດເດັ່ນ, ບໍ່ອວດດີ ຫຼື ຈອງຫອງ, ລະມັດລະວັງທີ່ຈະບໍ່ເຮັດສິ່ງໃດຜິດ. ຖ້າພຣະທຳຂອງພຣະເຈົ້າບໍ່ເກີດຂຶ້ນຈິງ, ພວກເຂົາກໍຈະເຮັດແບບພໍແລ້ວມືແລ້ວຕີນຢ່າງໂຈ່ງແຈ້ງ. ໃນກໍລະນີໃດກໍຕາມ, ບໍ່ວ່າພຣະທຳຂອງພຣະເຈົ້າຈະຖືກເບິ່ງວ່າເກີດຂຶ້ນຈິງ ຫຼື ບໍ່ໃນສາຍຕາຂອງພວກເຂົາ, ຫົວໃຈຂອງພວກເຂົາຈະບໍ່ມີທາງຖືວ່າພຣະເຈົ້າເປັນພຣະເຈົ້າຢ່າງແທ້ຈິງ, ຫົວໃຈຂອງພວກເຂົາຈະບໍ່ມີທາງມອບໃຫ້ແກ່ພຣະເຈົ້າໄດ້ຢ່າງເຕັມທີ່. ໜ້າທີ່ ແລະ ການກະທຳຂອງພວກເຂົາບໍ່ໄດ້ຖືກປະຕິບັດດ້ວຍໃຈ ແຕ່ຖືກເຮັດໂດຍໃຊ້ແຜນການຮ້າຍ, ເລ່ຫຼ່ຽມ ແລະ ການທຳທ່າ, ດ້ວຍການຫຼອກລວງ, ການປິດບັງ ແລະ ການກະທຳຢ່າງລັບໆ. ສິ່ງທີ່ພວກເຂົາຄິດ, ຄິດໄຕ່ຕອງ ແລະ ສົງໄສໃນສ່ວນເລິກຂອງຫົວໃຈຂອງພວກເຂົານັ້ນ ບໍ່ເຄີຍຖືກແບ່ງປັນຢ່າງເປີດເຜີຍກັບຄົນອື່ນ ຫຼື ກັບພຣະເຈົ້າ. ແຕ່ກົງກັນຂ້າມ ພວກເຂົາດື້ດ້ານທີ່ຈະຖືເອົາຄວາມຄິດ ແລະ ແນວຄວາມຄິດຂອງຕົນເອງວ່າເປັນຄວາມຈິງ, ວ່າເປັນທິດທາງ ແລະ ເປົ້າໝາຍທີ່ຖືກຕ້ອງ ແລະ ດີໃນການດຳເນີນການ ແລະ ປະຕິບັດຕາມ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ການທີ່ພຣະທຳຂອງພຣະເຈົ້າກ່ຽວກັບຄຳສາບແຊ່ງ ແລະ ການລົງໂທດທີ່ມີຕໍ່ມະນຸດເກີດຂຶ້ນຈິງ ຫຼື ບໍ່ນັ້ນສຳຄັນຫຼາຍ, ເພາະມັນກຳນົດວິທີທີ່ພວກເຂົາກະທຳ ແລະ ປະພຶດຕົນໃນຊີວິດປະຈຳວັນ, ວິທີທີ່ພວກເຂົາປະຕິບັດຕໍ່ວຽກງານ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ອ້າຍເອື້ອຍນ້ອງທັງຫຼາຍ; ມັນຍັງຕັດສິນອີກວ່າພວກເຂົາເປີດເຜີຍພຶດຕິກຳໃດ, ພ້ອມທັງການກະທຳ ແລະ ການສະແດງອອກໃດທີ່ພວກເຂົາມີ. ເມື່ອພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍປະພຶດຕົນຢ່າງເໝາະສົມ ແລະ ຢ່າງບໍ່ມີເລ່ຫຼ່ຽມ, ຢັບຢັ້ງກິດຈະກຳຂອງພວກເຂົາ, ພະຍາຍາມບໍ່ເຮັດສິ່ງໃດທີ່ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ ແລະ ພະຍາຍາມບໍ່ເວົ້າຄຳເວົ້າທີ່ຂັດຂວາງ ຫຼື ລົບກວນ, ທີ່ໃສ່ຮ້າຍພຣະທຳຂອງພຣະເຈົ້າ ຫຼື ທີ່ໃສ່ຮ້າຍພາລະກິດຂອງພຣະອົງ. ຖ້າພຣະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ເກີດຂຶ້ນຈິງ, ພວກເຂົາກໍຮູ້ສຶກເປັນອິດສະຫຼະທີ່ຈະຕັດສິນ ແລະ ກ່າວໂທດພາລະກິດຂອງພຣະເຈົ້າໂດຍບໍ່ມີຄວາມກັງວົນໃຈໃດໆ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຕໍ່ຕ້ານ ແລະ ຮ້ອງທ້າທາຍພຣະເຈົ້າຢ່າງຕໍ່ເນື່ອງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ມັນຈະເປັນໄປໄດ້ບໍທີ່ພວກເຂົາຈະບໍ່ຖືກເປີດເຜີຍ ແລະ ຖືກກຳຈັດ? ທັດສະນະຄະຕິ, ອຸປະນິໄສ ແລະ ແກ່ນແທ້ນີ້ຂອງພວກເຂົາແມ່ນຂອງສັດຕູທີ່ແທ້ຈິງຂອງພຣະເຈົ້າ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເຮັດທຸກຢ່າງທີ່ພວກເຂົາຕ້ອງການ, ແຕ່ພວກເຂົາກໍບໍ່ປິດບັງສິ່ງທີ່ພວກເຂົາຄິດ, ສິ່ງທີ່ພວກເຂົາກຳລັງວາງແຜນ, ສິ່ງທີ່ພວກເຂົາຄິດໄຕ່ຕອງ ຫຼື ມຸມມອງໃດທີ່ພວກເຂົາມີໃນສ່ວນເລິກຂອງຫົວໃຈຂອງພວກເຂົາເລີຍ, ເພາະວ່າພວກເຂົາບໍ່ຢ້ານກົວພຣະເຈົ້າ. ເຫດຜົນທີ່ພວກເຂົາບໍ່ຢ້ານກົວພຣະເຈົ້າແມ່ນຫຍັງ? ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ທັງບໍ່ເຊື່ອວ່າພຣະເຈົ້າສັງເກດເບິ່ງສ່ວນເລິກທີ່ສຸດຂອງຫົວໃຈມະນຸດ. ສະນັ້ນ, ໃນຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ພວກເຂົາຖືວ່າເປັນຍຸດທະວິທີທີ່ສະຫຼາດທີ່ສຸດສຳລັບການຢູ່ລອດແມ່ນສິ່ງນີ້: “ສິ່ງທີ່ຂ້ອຍເຮັດ ແລະ ສະແດງອອກ, ສິ່ງທີ່ຄົນອື່ນເບິ່ງເຫັນໄດ້ ສາມາດກາຍເປັນມາດຕະຖານໃນການວັດແທກວ່າຂ້ອຍເປັນຄົນແບບໃດ. ແຕ່ສິ່ງທີ່ຂ້ອຍຄິດໃນໃຈ, ວິທີທີ່ຂ້ອຍວາງແຜນ ແລະ ຕັ້ງໃຈ, ໂລກພາຍໃນຂອງຂ້ອຍເປັນແນວໃດ, ບໍ່ວ່າຂ້ອຍຈະໃສ່ຮ້າຍ ແລະ ໝິ່ນປະໝາດພຣະເຈົ້າ, ຕັດສິນພຣະເຈົ້າ ຫຼື ເຊື່ອໃນ ແລະ ສັນລະເສີນພຣະເຈົ້າ, ຖ້າຂ້ອຍບໍ່ເວົ້າອອກມາ, ພວກເຈົ້າທຸກຄົນກໍຈະບໍ່ມີທາງຮູ້. ຂໍໃຫ້ໂຊກດີໃນການກ່າວໂທດຂ້ອຍ! ຖ້າຂ້ອຍບໍ່ເວົ້າ, ພວກເຈົ້າທຸກຄົນກໍບໍ່ສາມາດຫວັງວ່າຈະຮູ້ສິ່ງທີ່ຂ້ອຍຄິດ ຫຼື ວາງແຜນໃນໃຈ ຫຼື ທັດສະນະຄະຕິ ແລະ ມຸມມອງຂອງຂ້ອຍທີ່ມີຕໍ່ພຣະເຈົ້າເປັນແນວໃດ ແລະ ບໍ່ມີໃຜສາມາດກ່າວຫາຂ້ອຍໃນຄວາມບາບໃດໆໄດ້”. ນີ້ຄືແຜນການຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເຊື່ອວ່ານີ້ຄືຫຼັກການປະພຶດສູງສຸດໃນການດຳລົງຊີວິດ ແລະ ການເຮັດສິ່ງຕ່າງໆໃນທ່າມກາງຜູ້ຄົນ. ຕາບໃດທີ່ພຶດຕິກຳຂອງພວກເຂົາບໍ່ຜິດ ແລະ ບໍ່ມີຂໍ້ຜິດພາດໃດໆກັບການກະທຳຂອງພວກເຂົາ, ກໍບໍ່ມີໃຜສາມາດແຊກແຊງສິ່ງທີ່ພວກເຂົາຄິດໃນໃຈໄດ້. ຜູ້ຕໍ່ຕ້ານພຣະຄຣິສບໍ່ສະຫຼາດຫຼາຍບໍ? (ບໍ່.) ພວກເຂົາບໍ່ສະຫຼາດແນວໃດ? ພວກເຂົາປິດບັງຕົວເອງໄດ້ດີຫຼາຍ. ເມື່ອພວກເຂົາອະທິຖານ, ພວກເຂົາອະທິຖານຢູ່ຕາມແຈຖະໜົນ ແລະ ຄຳເວົ້າທີ່ພວກເຂົາເວົ້າຕໍ່ໜ້າຄົນອື່ນລ້ວນແລ້ວແຕ່ຖືກຕ້ອງ, ໂດຍບໍ່ມີຂໍ້ຜິດພາດໃດໆໃຫ້ພົບເຫັນ. ຍິ່ງພວກເຂົາເຊື່ອດົນເທົ່າໃດ, ພວກເຂົາກໍຍິ່ງມີຄວາມເປັນວິນຍານຫຼາຍຂຶ້ນເທົ່ານັ້ນ. ສິ່ງທີ່ພວກເຂົາຄິດແທ້ໆໃນໃຈ, ພວກເຂົາເວົ້າແຕ່ກັບຄອບຄົວຂອງພວກເຂົາທີ່ມີປະຕູປິດຢູ່ ແລະ ບາງຄົນກໍບໍ່ແມ່ນແຕ່ຈະບອກຄອບຄົວຂອງພວກເຂົາດ້ວຍ, ສະນັ້ນ ຈຶ່ງບໍ່ມີໃຜສາມາດເບິ່ງທະລຸພວກເຂົາໄດ້. ແຕ່ພວກເຂົາລືມສິ່ງໜຶ່ງໄປ: ມັນຈະມີປະໂຫຍດຫຍັງທີ່ມະນຸດສາມາດເບິ່ງທະລຸພວກເຂົາໄດ້ ຫຼື ບໍ່? ມັນບໍ່ສຳຄັນ; ບໍ່ມີມະນຸດຄົນໃດສາມາດກຳນົດຊະຕາກຳຂອງຄົນອື່ນໄດ້. ບໍ່ວ່າມະນຸດຈະສາມາດເບິ່ງທະລຸພວກເຂົາໄດ້ ຫຼື ບໍ່ກໍບໍ່ສຳຄັນ; ມັນບໍ່ກ່ຽວຂ້ອງ ແລະ ບໍ່ໄດ້ຕັດສິນຫຍັງເລີຍ. ສິ່ງທີ່ສຳຄັນກໍຄື ພຣະເຈົ້າບໍ່ພຽງແຕ່ເບິ່ງພຶດຕິກຳພາຍນອກຂອງຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງສັງເກດເບິ່ງສ່ວນເລິກຂອງຫົວໃຈຂອງພວກເຂົາອີກດ້ວຍ. ຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອ ແລະ ບໍ່ຮູ້ວ່າພຣະເຈົ້າສັງເກດເບິ່ງສ່ວນເລິກທີ່ສຸດຂອງຫົວໃຈມະນຸດຢ່າງແນ່ນອນ, ພວກເຂົາຈຶ່ງຄິດຢ່າງໂງ່ຈ້າ ແລະ ໄຮ້ສາລະວ່າ: “ບໍ່ມີໃຜສາມາດແຊກແຊງສິ່ງທີ່ຂ້ອຍຄິດໃນໃຈໄດ້, ບໍ່ວ່າຈະເປັນມະນຸດ ຫຼື ພຣະເຈົ້າກໍຕາມ”. ພຣະເຈົ້າສາມາດສັງເກດເບິ່ງສ່ວນເລິກທີ່ສຸດຂອງຫົວໃຈມະນຸດ, ສະນັ້ນ ຄວາມຄິດຂອງເຈົ້າຈຶ່ງກ່ຽວຂ້ອງກັບການກຳນົດຂອງພຣະເຈົ້າທີ່ມີຕໍ່ເຈົ້າ. ພຣະເຈົ້າບໍ່ພຽງແຕ່ກ່າວໂທດຜູ້ຄົນໂດຍອີງໃສ່ພຶດຕິກຳພາຍນອກຂອງພວກເຂົາເທົ່ານັ້ນ ແຕ່ສິ່ງທີ່ສຳຄັນກວ່ານັ້ນຄື ໂດຍອີງໃສ່ຄວາມຄິດພາຍໃນຂອງພວກເຂົາ. ນີ້ຄືຈຸດທີ່ຜູ້ຕໍ່ຕ້ານພຣະຄຣິສໂງ່ຈ້າ; ໃນຂະນະທີ່ພວກເຂົາສອດແນມພຣະທຳຂອງພຣະເຈົ້າ, ພວກເຂົາລືມເລື່ອງສຳຄັນເລື່ອງໜຶ່ງຄື: ພຣະເຈົ້າກໍກຳລັງສັງເກດເບິ່ງຄວາມຄິດຂອງພວກເຂົາຢ່າງລັບໆເຊັ່ນກັນ. ພວກເຂົາສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່ ແລະ ຂໍ້ສະຫຼຸບທີ່ພວກເຂົາໄດ້ຮັບກໍຄື ພວກເຂົາຄວນປະຕິເສດພຣະທຳຂອງພຣະເຈົ້າ ແລະ ການມີຢູ່ຂອງພຣະອົງ. ພຣະເຈົ້າ ຜູ້ຊົງທີ່ສັງເກດເບິ່ງພວກເຂົາຢ່າງລັບໆເຫັນທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າຢູ່ເລິກໆພາຍໃນໃຈຂອງພວກເຂົາ; ພຣະອົງເຫັນຫຼັກຖານທັງໝົດຂອງການທີ່ພວກເຂົາໃສ່ຮ້າຍ ແລະ ໝິ່ນປະໝາດພຣະເຈົ້າ, ປະຕິເສດ ແລະ ກ່າວໂທດພຣະເຈົ້າ ແລະ ຍັງສັງເກດເບິ່ງພຶດຕິກຳພາຍນອກທີ່ເກີດຂຶ້ນພາຍໃຕ້ການຄວບຄຸມຂອງຄວາມຄິດ ແລະ ມຸມມອງທັງໝົດເຫຼົ່ານີ້. ໂດຍອີງໃສ່ຄວາມຄິດ ແລະ ພຶດຕິກຳຂອງພວກເຂົາ, ໃນທີ່ສຸດແລ້ວ ພຣະເຈົ້າກຳນົດວ່າຄົນແບບນັ້ນເປັນຫຍັງ? ເປັນຜູ້ຕໍ່ຕ້ານພຣະຄຣິສ, ເປັນສັດຕູຂອງພຣະເຈົ້າ, ຜູ້ທີ່ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ຈັກເທື່ອ. ນີ້ຄືຜົນທີ່ໄດ້ຮັບ. ຜູ້ຕໍ່ຕ້ານພຣະຄຣິສສະຫຼາດບໍ? ພວກເຂົາຫ່າງໄກຈາກຄວາມສະຫຼາດ; ພວກເຂົາໄດ້ນໍາພາຕົນເອງໄປສູ່ຄວາມພິນາດ. ພວກເຂົາເຊື່ອວ່າພວກເຂົາມີຂີດຄວາມສາມາດໃນການຄິດເປັນພິເສດ, ວ່າການຄິດຂອງພວກເຂົາມີເຫດຜົນຫຼາຍ ແລະ ວ່າພວກເຂົາຊ່ຽວຊານເປັນພິເສດໃນການວາງແຜນຮ້າຍ. ຫຼັງຈາກທີ່ວາງແຜນຮ້າຍແລ້ວ, ພວກເຂົາກໍມີມາດຕະການຮັບມື ແລະ ວິທີການສຳລັບເຫດການທີ່ບໍ່ຄາດຄິດ ແລະ ສຳລັບສິ່ງຕ່າງໆທຸກປະເພດທີ່ພຣະເຈົ້າເຮັດ, ເຊິ່ງນຳໄປສູ່ຜົນໄດ້ຮັບ ແລະ ຜົນປະໂຫຍດທີ່ດີທີ່ສຸດສະເໝີ. ພວກເຂົາມັກຈະຮູ້ສຶກພໍໃຈໃນຕົນເອງ ແລະ ຊື່ນຊົມຕົນເອງ, ຍ້ອງຍໍຄວາມສາມາດ ແລະ ທັກສະຂອງຕົນເອງ. ພວກເຂົາເຊື່ອວ່າພວກເຂົາເປັນຄົນທີ່ສະຫຼາດທີ່ສຸດໃນໂລກ: ພວກເຂົາສາມາດເຂົ້າໃຈວ່າແຫຼ່ງທີ່ມາຂອງພຣະທຳຂອງພຣະເຈົ້າແມ່ນຫຍັງ, ພວກມັນມຸ່ງເປົ້າໃສ່ໃຜ, ບໍລິບົດທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະເຈົ້າ, ທັດສະນະຄະຕິໃດທີ່ພວກເຂົາຄວນຍຶດຖືຫຼັງຈາກທີ່ພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ແລະ ມາດຕະການຮັບມືໃດທີ່ພວກເຂົາຄວນນໍາໃຊ້ຖ້າພຣະທຳຂອງພຣະເຈົ້າບໍ່ເກີດຂຶ້ນຈິງ. ພວກເຂົາມັກຈະສະແດງຄວາມຍິນດີກັບຕົນເອງທີ່ສະຫຼາດ ແລະ ສົມບູນແບບຫຼາຍ, ທີ່ມີສະຕິປັນຍາຫຼາຍກວ່າຄົນທົ່ວໄປ. ເຂົາກຳລັງສະແດງຄວາມຍິນດີກັບຕົນເອງເພື່ອຫຍັງ? ພວກເຂົາຮູ້ສຶກວ່າການກວດສອບ, ການວິເຄາະ ແລະ ການຕໍ່ສູ້ກັບພຣະເຈົ້າ ແລະ ການສອດແນມພຣະທຳຂອງພຣະເຈົ້າໃນສ່ວນເລິກຂອງຫົວໃຈຂອງພວກເຂົານັ້ນໜ້າຕື່ນເຕັ້ນຫຼາຍ ແລະ ເປັນສິ່ງທີ່ເຮັດໃຫ້ພວກເຂົາຮູ້ສຶກປະສົບຜົນສຳເລັດຢ່າງຍິ່ງໃຫຍ່. ສະນັ້ນ, ພວກເຂົາຈຶ່ງຊື່ນຊົມຕົນເອງແທ້ໆ ແລະ ສະແດງຄວາມຍິນດີກັບຕົນເອງທີ່ເປັນຄົນແບບນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໂງ່ຈ້າບໍ? ການຕໍ່ສູ້ກັບຄົນອື່ນອາດຈະຊ່ວຍໃຫ້ເຈົ້າກຳນົດໄດ້ແທ້ໆວ່າໃຜເໜືອກວ່າໃຜ ແລະ ອາດຈະເຮັດໃຫ້ເຈົ້າຮູ້ສຶກເຖິງຄວາມໄດ້ປຽບ ແລະ ຄວາມຮູ້ສຶກເຖິງການມີຢູ່ຂອງເຈົ້າເອງ. ແຕ່ເມື່ອເຈົ້າຕໍ່ສູ້ກັບພຣະເຈົ້າ, ສອດແນມພຣະທຳຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າ, ທຸກສິ່ງທີ່ພຣະເຈົ້າເຮັດ, ສິ່ງນັ້ນເອີ້ນວ່າແນວໃດ? ແລະ ມີຜົນສະທ້ອນຫຍັງແດ່ທີ່ກ່ຽວຂ້ອງ? ນີ້ຄືການຊອກຫາຄວາມຕາຍ! ເຈົ້າສາມາດສອດແນມດາລາຮູບເງົາ, ນັກຮ້ອງ, ຄົນທີ່ມີຊື່ສຽງ, ບຸກຄົນສຳຄັນ ຫຼື ໃຜກໍໄດ້, ແຕ່ຜູ້ດຽວທີ່ເຈົ້າຕ້ອງບໍ່ສອດແນມຢ່າງເດັດຂາດກໍຄືພຣະເຈົ້າ. ຖ້າເຈົ້າເຮັດເຊັ່ນນັ້ນ, ເຈົ້າກໍກຳລັງເລືອກເປົ້າໝາຍທີ່ຜິດສຳລັບການສອດແນມຂອງເຈົ້າ. ໃນໂລກປັດຈຸບັນທີ່ມີຂໍ້ມູນຂ່າວສານທີ່ກ້າວໜ້າ ແລະ ເຄື່ອງມືທີ່ຫຼາກຫຼາຍທີ່ອຳນວຍຄວາມສະດວກໃຫ້ແກ່ການໄຫຼວຽນຂອງຂໍ້ມູນຂ່າວສານ, ການສອດແນມເບິ່ງຄວາມເປັນໄປຂອງຄົນອື່ນ, ຄວາມຄິດ ແລະ ມຸມມອງຂອງພວກເຂົາ ແລະ ຊີວິດປະຈຳວັນຂອງພວກເຂົາ ອາດຈະບໍ່ຖືວ່າເປັນເລື່ອງທີ່ໜ້າອັບອາຍ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ເຊື່ອ ແລະ ຕິດຕາມພຣະເຈົ້າ, ຜູ້ທີ່ຍຶດຖືພຣະທຳຂອງພຣະເຈົ້າ ແລະ ກິນ ແລະ ດື່ມພຣະທຳເຫຼົ່ານັ້ນທຸກມື້, ການສອດແນມທຸກການກະທຳຂອງພຣະເຈົ້າ, ທຸກພຣະທຳຂອງພຣະເຈົ້າ ແລະ ທຸກວຽກງານຂອງພຣະເຈົ້າຢູ່ເລິກໆໃນໃຈຂອງພວກເຂົາຢ່າງຕໍ່ເນື່ອງ, ນີ້ຄືການຕໍ່ຕ້ານທີ່ຮ້າຍແຮງ! ມະນຸດມີອຸປະນິໄສທີ່ເສື່ອມຊາມ; ເມື່ອເຈົ້າເປີດເຜີຍຄວາມເສື່ອມຊາມຂອງເຈົ້າຕໍ່ໜ້າພຣະເຈົ້າ, ພຣະເຈົ້າສາມາດສະໜອງຄວາມຈິງໃຫ້ເຈົ້າໄດ້ເຂົ້າໃຈ ແລະ ຮູ້ຈັກ, ໃຫ້ເວລາເຈົ້າເພື່ອບັນລຸການປ່ຽນແປງ. ພຣະເຈົ້າສາມາດໃຫ້ອະໄພ ແລະ ຈະບໍ່ຈື່ຈຳຄວາມເສື່ອມຊາມ, ການຝ່າຝືນ ແລະ ຄວາມບາບຂອງຜູ້ຄົນ. ສິ່ງດຽວທີ່ພຣະເຈົ້າບໍ່ສາມາດໃຫ້ອະໄພ ຫຼື ອົດທົນໄດ້ກໍຄື ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຫົວໃຈແຫ່ງການອ່ອນນ້ອມເລີຍ, ພວກເຂົາກວດສອບພຣະເຈົ້າຢູ່ສະເໝີ, ພ້ອມທັງການສອດແນມວຽກງານຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ຕະຫຼອດເວລາໄດ້ທຸກເວລາ ແລະ ທຸກບ່ອນ. ເຈົ້າກຳລັງພະຍາຍາມເຮັດຫຍັງຢູ່? ເຈົ້າຢາກທົດສອບຄວາມຖືກຕ້ອງຂອງພຣະເຈົ້າບໍ? ເຈົ້າຄິດວ່າເຈົ້າກຳລັງດຳເນີນການກວດສອບໃຜ? ເຈົ້າຢາກວິເຄາະແຫຼ່ງທີ່ມາ ແລະ ແຮງຈູງໃຈວ່າເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງເຫຼົ່ານີ້ບໍ? ເຈົ້າຄິດວ່າເຈົ້າແມ່ນໃຜ? ທັງໝົດນີ້ ແລະ ເຈົ້າບໍ່ຖືວ່າຕົນເອງເປັນຄົນນອກບໍ? ພຣະເຈົ້າສາມາດເປັນເປົ້າໝາຍຂອງການສອດແນມຂອງເຈົ້າໄດ້ບໍ? ພຣະເຈົ້າສາມາດເປັນເປົ້າໝາຍຂອງການກວດສອບຂອງເຈົ້າໄດ້ບໍ? ການທີ່ເຈົ້າຍອມຮັບການກວດສອບຂອງພຣະເຈົ້າ, ຍອມຮັບການຊີ້ແນະຂອງພຣະເຈົ້າ, ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ, ຍອມຮັບການຖືກພຣະອົງລິຮານ ແລະ ການປະຕິບັດໃນທາງບວກທັງໝົດດັ່ງກ່າວທີ່ກ່ຽວຂ້ອງກັບການປ່ຽນແປງທາງອຸປະນິໄສ, ສິ່ງເຫຼົ່ານີ້ແມ່ນຖືກຕ້ອງ. ເຖິງແມ່ນວ່າບາງຄັ້ງ ເມື່ອເຈົ້າເຂົ້າໃຈພຣະເຈົ້າຜິດ, ເມື່ອເຈົ້າອ່ອນແອ ແລະ ຄິດລົບ ແລະ ຈົ່ມວ່າໃຫ້ພຣະເຈົ້າ, ພຣະເຈົ້າກໍບໍ່ຖືໂທດເຈົ້າ, ທັງບໍ່ກ່າວໂທດເຈົ້າອີກດ້ວຍ. ແຕ່ມີສິ່ງໜຶ່ງຄື: ເຈົ້າສອດແນມພຣະເຈົ້າຢູ່ສະເໝີ, ພະຍາຍາມແຍກແຍະຄວາມຖືກຕ້ອງຂອງພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າຢູ່ສະເໝີ, ນີ້ຄືສິ່ງທີ່ພຣະເຈົ້າຈະບໍ່ໃຫ້ອະໄພ ຫຼື ອົດທົນຢ່າງເດັດຂາດ; ນີ້ຄືອຸປະນິໄສຂອງພຣະເຈົ້າ. ແທ້ຈິງແລ້ວ ມະນຸດທີ່ເສື່ອມຊາມບໍ່ແມ່ນສັດເດຍລະສານ; ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າແບບນີ້, ທັງບໍ່ມີມຸມມອງ ແລະ ທັດສະນະຄະຕິແບບນັ້ນ ແລະ ບໍ່ປະຕິບັດຕໍ່ພຣະເຈົ້າແບບນີ້. ມີພຽງສິ່ງດຽວ, ບົດບາດດຽວທີ່ສາມາດຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າໄດ້ຢ່າງໂຈ່ງແຈ້ງ ແລະ ຢ່າງໜ້າເປີດເຜີຍ ແລະ ນັ້ນກໍຄືຊາຕານ. ພຣະເຈົ້າບໍ່ຊົງຈື່ຈຳການຝ່າຝືນ ແລະ ຄວາມເສື່ອມຊາມຂອງມະນຸດ, ແຕ່ການຕໍ່ຕ້ານ, ການປະເຊີນໜ້າ, ການໝິ່ນປະໝາດ ແລະ ການໃສ່ຮ້າຍພຣະເຈົ້າຂອງຊາຕານຈະບໍ່ມີວັນໄດ້ຮັບການໃຫ້ອະໄພຈາກພຣະເຈົ້າ. ພຣະເຈົ້າຊ່ວຍພຽງແຕ່ມະນຸດທີ່ເສື່ອມຊາມເທົ່ານັ້ນໃຫ້ລອດພົ້ນ, ບໍ່ແມ່ນຊາຕານ. ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ບໍ່ປ່ຽນແປງໃນທຳມະຊາດຂອງພວກເຂົາ ແລະ ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ສາມາດເປັນຕົວແທນຂອງຊາຕານ, ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າແທນຊາຕານ, ສອດແນມພຣະທຳຂອງພຣະເຈົ້າ. ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ພວກເຂົາແມ່ນຫຍັງ? ມັນຄືທັດສະນະຄະຕິແຫ່ງຄຳສາບແຊ່ງ ແລະ ການກ່າວໂທດ. ຜູ້ຕໍ່ຕ້ານພຣະຄຣິສອົດບໍ່ໄດ້ທີ່ຈະກະທຳແບບນີ້ ແລະ ພວກເຂົາກຳລັງຊອກຫາຄວາມຕາຍ.

3.) ການສອດແນມເບິ່ງພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ

ເມື່ອກີ້ນີ້ ພວກເຮົາໄດ້ໂອ້ລົມກັນກ່ຽວກັບສອງຫົວຂໍ້ທີ່ກ່ຽວຂ້ອງກັບຜູ້ຕໍ່ຕ້ານພຣະຄຣິສທີ່ສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າກາຍເປັນຈິງ ຫຼື ບໍ່ຄື: ຫົວຂໍ້ໜຶ່ງກ່ຽວຂ້ອງກັບພຣະທຳແຫ່ງພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ອີກຫົວຂໍ້ໜຶ່ງແມ່ນພຣະທຳແຫ່ງການສາບແຊ່ງ ແລະ ການລົງໂທດຂອງພຣະເຈົ້າຕໍ່ຜູ້ຄົນ. ຕໍ່ໄປ ໃຫ້ເຮົາມາເບິ່ງຫົວຂໍ້ທີສາມ ນັ້ນກໍຄື ພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ. ເຊັ່ນດຽວກັບສອງຫົວຂໍ້ກ່ອນໜ້ານີ້, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳປະເພດນີ້ແມ່ນຄືກັນ: ພວກເຂົາຢາກຮູ້ຢາກເຫັນ, ຕ້ອງການກວດສອບ, ຕ້ອງການເຂົ້າໃຈ ແລະ ຍັງຕ້ອງການເຫັນມື້ທີ່ພຣະທຳເຫຼົ່ານີ້ກາຍເປັນຈິງ, ເພື່ອເປັນພະຍານຕໍ່ການປາກົດຂຶ້ນຂອງຂໍ້ເທັດຈິງ. ໃນການປະຕິບັດຕໍ່ພຣະທຳປະເພດນີ້, ຜູ້ຕໍ່ຕ້ານພຣະຄຣິສຍັງວາງແຜນຮ້າຍໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ຄິດໄຕ່ຕອງເຖິງມາດຕະການຮັບມື ແລະ ກໍ່ໃຫ້ເກີດຂໍ້ສົງໄສຕ່າງໆ. ພວກເຂົາສັງເກດ ແລະ ທົດສອບເບິ່ງວ່າພຣະທຳປະເພດນີ້ກາຍເປັນຈິງ ຫຼື ບໍ່ ເພື່ອສ້າງຕະການຮັບມືທີ່ສອດຄ່ອງກັນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສອ່ານພຣະທຳເຫຼົ່ານີ້ທີ່ທຳນວາຍເຖິງມະຫາໄພ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຄາດຫວັງສຳລັບມື້ແຫ່ງການເກີດຂຶ້ນຈິງຂອງມະຫາໄພ ແລະ ພວກເຂົາເຕັມໄປດ້ວຍຈິນຕະນາການຕ່າງໆ. ພວກເຂົາຫວັງວ່າພຣະທຳຂອງພຣະເຈົ້າຈະກາຍເປັນຈິງ ແລະ ຍັງຫວັງອີກວ່າການມາເຖິງຂອງມະຫາໄພຈະເປີດຫູເປີດຕາຂອງພວກເຂົາ, ຕອບສະໜອງຄວາມປາຖະໜາ ແລະ ຄວາມຕ້ອງການຂອງພວກເຂົາ. ເປັນຫຍັງຈຶ່ງເປັນແນວນັ້ນ? ຍ້ອນວ່າມະຫາໄພທີ່ພຣະເຈົ້າທຳນວາຍໄວ້ລ້ວນແລ້ວແຕ່ກ່ຽວຂ້ອງກັບການສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ມື້ແຫ່ງການໄດ້ຮັບພຣະກຽດຂອງພຣະເຈົ້າ, ການທີ່ໄພ່ພົນຖືກຮັບຂຶ້ນໄປ, ການທີ່ມະນຸດຊາດເຂົ້າສູ່ຈຸດໝາຍປາຍທາງທີ່ປະເສີດ ແລະ ອື່ນໆ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍິ່ງເຕັມໄປດ້ວຍຄວາມຄາດຫວັງ ແລະ ຄວາມຢາກຮູ້ຢາກເຫັນກ່ຽວກັບພຣະທຳສ່ວນນີ້ຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ. ເມື່ອປຽບທຽບກັບສອງຫົວຂໍ້ທຳອິດ, ຜູ້ຕໍ່ຕ້ານພຣະຄຣິສຍິ່ງສົນໃຈພຣະທຳປະເພດນີ້ຫຼາຍຂຶ້ນ. ໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາເຊື່ອວ່າຖ້າຜູ້ໃດຜູ້ໜຶ່ງສາມາດນຳເອົາໄພພິບັດມາໄດ້ ເຊັ່ນ: ແຜ່ນດິນໄຫວ, ພະຍາດລະບາດ, ໄພແມງໄມ້, ນໍ້າຖ້ວມ, ດິນເຈື່ອນ ຫຼື ໄພພິບັດທາງທໍາມະຊາດອື່ນໆ, ແລ້ວຜູ້ນັ້ນກໍເປັນຜູ້ທີ່ມີອໍານາດຫຼາຍ, ມີຄວາມສາມາດທີ່ຍິ່ງໃຫຍ່ ແລະ ສົມຄວນແກ່ການຕິດຕາມ, ການນະມັດສະການ ແລະ ການໄວ້ວາງໃຈຂອງພວກເຂົາ. ສະນັ້ນ, ໃນທຳນອງດຽວກັນ, ຜູ້ຕໍ່ຕ້ານພຣະຄຣິສຍັງຖືວ່າການທີ່ພຣະທຳເຊັ່ນ: ຄຳທຳນວາຍຂອງພຣະເຈົ້າກ່ຽວກັບມະຫາໄພກາຍເປັນຈິງ ຫຼື ບໍ່ນັ້ນ ເປັນມາດຕະຖານໃນການວັດແທກວ່າພຣະເຈົ້າແມ່ນພຣະເຈົ້າແທ້ ຫຼື ບໍ່. ພວກເຂົາຍຶດຖືການຄິດຢ່າງມີເຫດຜົນ, ແນວຄວາມຄິດ ແລະ ມຸມມອງແບບນີ້ໄວ້ໃນຫົວໃຈຂອງພວກເຂົາຢ່າງແນ່ວແນ່, ໂດຍເຊື່ອວ່າມຸມມອງນີ້ຖືກຕ້ອງ, ໃຊ້ການໄດ້ ແລະ ເປັນການກະທຳທີ່ສະຫຼາດ. ດ້ວຍເຫດນັ້ນ, ນັບຕັ້ງແຕ່ມື້ທີ່ພວກເຂົາເລີ່ມຕິດຕາມພຣະເຈົ້າ, ນັບຕັ້ງແຕ່ຊ່ວງເວລາທີ່ພວກເຂົາເຫັນພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ, ຜູ້ຕໍ່ຕ້ານພຣະຄຣິສກໍໝົກໝຸ້ນຢູ່ກັບສິ່ງນີ້ໃນຫົວໃຈຂອງພວກເຂົາ. ພວກເຂົາກັງວົນກ່ຽວກັບສິ່ງທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າ ນັ້ນກໍຄື ເມື່ອໃດຍຸກສຸດທ້າຍຈະມາເຖິງ, ເມື່ອໃດພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າຈະສຳເລັດ, ພຣະເຈົ້າຈະລົງທັນມະນຸດຊາດແນວໃດ, ພຣະເຈົ້າຈະນຳມະຫາໄພປະເພດໃດມາເພື່ອລົງໂທດ ແລະ ທຳລາຍມະນຸດຊາດ, ພຣະເຈົ້າຈະໃຊ້ວິທີການໃດເພື່ອເຮັດໃຫ້ມະນຸດຊາດຕົກຢູ່ໃນມະຫາໄພ ແລະ ວິທີທີ່ມີພຽງແຕ່ຜູ້ທີ່ຕິດຕາມພຣະເຈົ້າ ແລະ ຜູ້ທີ່ໄດ້ຮັບການຮັບຮອງຈາກພຣະອົງເທົ່ານັ້ນທີ່ຈະສາມາດຫຼີກລ່ຽງ ແລະ ຫຼົບໜີມະຫາໄພດັ່ງກ່າວໄດ້ ແລະ ຈະບໍ່ຕ້ອງທົນທຸກຕໍ່ຄວາມທໍລະມານຂອງມະຫາໄພດັ່ງກ່າວ. ຜູ້ຕໍ່ຕ້ານພຣະຄຣິສຖືວ່າພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພນັ້ນສຳຄັນຫຼາຍ, ດັ່ງນັ້ນຈຶ່ງວິເຄາະພຣະທຳເຫຼົ່ານັ້ນໃນຫົວໃຈຂອງພວກເຂົາ ແລະ ທ່ອງຈຳ ແລະ ເລົ່າພຣະທຳເຫຼົ່ານັ້ນໃນໃຈຂອງພວກເຂົາ. ພວກເຂົາຈື່ທຸກຄຳທີ່ກ່ຽວຂ້ອງກັບມະຫາໄພ ແລະ ຍັງຄິດໄຕ່ຕອງອີກວ່າຄຳທຳນວາຍຂອງພຣະເຈົ້າກ່ຽວກັບມະຫາໄພຈະກາຍເປັນຈິງເມື່ອໃດ ແລະ ກາຍເປັນຈິງໄດ້ແນວໃດ. ພວກເຂົາຄິດໄຕ່ຕອງວ່າຈະເກີດຫຍັງຂຶ້ນກັບພວກເຂົາ ຖ້າຄຳທຳນວາຍເຫຼົ່ານີ້ກາຍເປັນຈິງ ແລະ ພວກເຂົາຈະເຮັດແນວໃດຖ້າຄຳທຳນວາຍເຫຼົ່ານີ້ບໍ່ກາຍເປັນຈິງ. ນັບຕັ້ງແຕ່ເຫັນຄຳທຳນວາຍເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າໄດ້ພົບສິ່ງທີ່ມຸ່ງຫວັງ, ທິດທາງ ແລະ ເປົ້າໝາຍໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ໃນຂະນະທີ່ລໍຖ້າໃຫ້ມະຫາໄພເກີດຂຶ້ນ, ພວກເຂົາຍັງກຽມຕົວເອງໃນທຸກດ້ານອີກດ້ວຍ. ເພື່ອໃຫ້ໄດ້ຮັບການປົກປ້ອງຈາກພຣະເຈົ້າເມື່ອມະຫາໄພໃຫຍ່ມາເຖິງ, ພວກເຂົາເທດສະໜາພຣະກິດຕິຄຸນ ໂດຍປະຖິ້ມວຽກ ແລະ ຄອບຄົວຂອງພວກເຂົາ. ໃນເວລາດຽວກັນ, ເພື່ອໃຫ້ລອດຊີວິດເມື່ອມະຫາໄພເກີດຂຶ້ນ, ພວກເຂົາມັກຈະອະທິຖານຢ່າງຖ່ອມຕົວຕໍ່ພຣະເຈົ້າ, ໂດຍຫວັງວ່າພຣະທຳຂອງພຣະເຈົ້າຈະກາຍເປັນຈິງໃນໄວໆນີ້, ຫວັງວ່າທຸກສິ່ງທີ່ພຣະເຈົ້າຕັ້ງໃຈຈະບັນລຸຈະສຳເລັດລົງໂດຍໄວ, ຫວັງວ່າພຣະເຈົ້າຈະໄດ້ຮັບພຣະກຽດ ແລະ ເພີດເພີນກັບການພັກຜ່ອນໃນໄວໆນີ້ ແລະ ຫວັງວ່າພວກເຂົາຈະໄດ້ເພີດເພີນກັບພຣະພອນຂອງອານາຈັກສະຫວັນໃນໄວໆນີ້. ຈາກມຸມມອງທັງໝົດເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຈາກຄຳເວົ້າ ແລະ ຄຳອະທິຖານທີ່ພວກເຂົາມັກຈະກ່າວອອກມາ, ເບິ່ງຄືວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງຕັ້ງຕາລໍຄອຍການສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ການພັກຜ່ອນໂດຍໄວຂອງພຣະເຈົ້າຢ່າງກະຕືລືລົ້ນ. ເຖິງຢ່າງໃດກໍຕາມ, ໂດຍທີ່ຜູ້ຄົນບໍ່ຮູ້, ເບື້ອງຫຼັງຄວາມຫວັງເຫຼົ່ານີ້ແມ່ນເຈດຕະນາທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຫວັງວ່າຜ່ານຄຳອະທິຖານ ແລະ ພາບລັກພາຍນອກທີ່ຈອມປອມດັ່ງກ່າວ, ພວກເຂົາຈະສາມາດຫຼີກລ່ຽງມະຫາໄພ ແລະ ເຮັດໃຫ້ພຣະເຈົ້າເປັນບ່ອນລີ້ໄພຂອງພວກເຂົາໄດ້. ໃນຂະນະທີ່ພວກເຂົາກຳລັງກຽມຕົວສຳລັບທັງໝົດນີ້, ພວກເຂົາຍັງຫວັງອີກວ່າມະຫາໄພຈະມາເຖິງໂດຍໄວ ແລະ ພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພຈະກາຍເປັນຈິງໃນໄວໆນີ້. ພາຍໃນຂີດຈຳກັດຂອງສິ່ງທີ່ພວກເຂົາສາມາດແບກຮັບໄດ້, ພວກເຂົາສືບຕໍ່ຈ່າຍລາຄາ, ເສຍສະລະຕົນເອງ, ທົນທຸກ ແລະ ອົດທົນຄືກັບແຕ່ກ່ອນ, ໂດຍຄິດຢ່າງໜັກເພື່ອສະແດງລະຄອນທີ່ດີໃຫ້ທຸກຄົນເຫັນ. ພວກເຂົາຕ້ອງການໃຫ້ທຸກຄົນຍອມຮັບວ່າພວກເຂົາໄດ້ຈ່າຍລາຄາຫຼາຍສໍ່າໃດເພື່ອເທດສະໜາພຣະກິດຕິຄຸນ, ພວກເຂົາໄດ້ອົດທົນຕໍ່ການຈຳແນກ ແລະ ການຂົ່ມເຫັງຫຼາຍສໍ່າໃດ ແລະ ຕົ້ນທຶນອັນໃຫຍ່ຫຼວງທີ່ພວກເຂົາໄດ້ຈ່າຍໄປໃນການລໍຖ້າມື້ນີ້. ເມື່ອເຫັນຄວາມທຸກທໍລະມານທີ່ພວກເຂົາໄດ້ອົດທົນ ແລະ ລາຄາທີ່ພວກເຂົາໄດ້ຈ່າຍ, ພວກເຂົາຫວັງວ່າພຣະເຈົ້າຈະຍົກເວັ້ນພວກເຂົາຈາກມະຫາໄພໃດໆເມື່ອມັນເກີດຂຶ້ນ. ໃນເວລາດຽວກັນ, ຍ້ອນລາຄາທີ່ພວກເຂົາໄດ້ຈ່າຍ, ພວກເຂົາຫວັງວ່າຈະໂຊກດີພໍທີ່ຈະກາຍເປັນໜຶ່ງໃນຜູ້ທີ່ຈະມີຈຸດໝາຍປາຍທາງທີ່ດີ ແລະ ໄດ້ຮັບພຣະພອນພາຍຫຼັງມະຫາໄພຜ່ານໄປ. ເລິກໆຂ້າງໃນ, ຜູ້ຕໍ່ຕ້ານພຣະຄຣິສຄິດໄລ່ທັງໝົດນີ້ຢ່າງງຽບໆ ແລະ ບໍ່ໃຫ້ໃຜຮູ້. ໃນທີ່ສຸດ, ມື້ໜຶ່ງ, ເນື່ອງຈາກເຫດການເລັກນ້ອຍ, ຜູ້ຕໍ່ຕ້ານພຣະຄຣິສປະສົບກັບອຸປະສັກ ແລະ ການກະທຳ ແລະ ພຶດຕິກຳຂອງພວກເຂົາເບິ່ງຄືວ່າຖືກກ່າວໂທດ. ນີ້ໝາຍຄວາມວ່າຄວາມຫວັງ ແລະ ຈິນຕະນາການຂອງພວກເຂົາກຳລັງຈະພັງທະລາຍລົງ, ຄວາມປາຖະໜາຂອງພວກເຂົາກຳລັງຈະບໍ່ສົມຫວັງ. ໃນຊ່ວງເວລານີ້, ຄວາມຄິດທຳອິດທີ່ເກີດຂຶ້ນໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? “ຂ້ອຍໄດ້ໃຫ້ຫຼາຍຂະໜາດນັ້ນ, ຂ້ອຍໄດ້ທົນທຸກຫຼາຍຂະໜາດນັ້ນ, ຂ້ອຍໄດ້ອົດທົນມາຫຼາຍມື້ຂະໜາດນັ້ນ, ຂ້ອຍໄດ້ເຊື່ອມາຫຼາຍປີຂະໜາດນັ້ນ, ແຕ່ຂ້ອຍຍັງບໍ່ເຫັນພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພກາຍເປັນຈິງເລີຍ. ພຣະເຈົ້າຈະນຳມະຫາໄພມາແທ້ບໍ? ສິ່ງທີ່ພວກເຮົາໄດ້ອະທິຖານ ແລະ ລໍຄອຍຈະຖືກພຣະເຈົ້າເຮັດໃຫ້ສຳເລັດຜົນບໍ? ພຣະເຈົ້າຢູ່ໃສແທ້? ພຣະອົງຈະຊ່ວຍພວກເຮົາໃຫ້ລອດພົ້ນແທ້ ຫຼື ບໍ່? ມະຫາໄພທີ່ພຣະເຈົ້າກ່າວເຖິງນັ້ນມີຢູ່ຈິງບໍ? ຖ້າພວກມັນບໍ່ມີຢູ່ຈິງ, ພວກເຮົາທຸກຄົນກໍຄວນຮີບໜີໄປຈາກບ່ອນນີ້. ພຣະເຈົ້າອົງນີ້ເຊື່ອຖືບໍ່ໄດ້, ບໍ່ມີພຣະເຈົ້າ!” ນີ້ຄືຂີດຈຳກັດຂອງຜູ້ຕໍ່ຕ້ານພຣະຄຣິສ. ຄວາມລົ້ມເຫຼວເລັກນ້ອຍ, ບາງທີອາດເປັນຄຳເວົ້າກ່າວໂທດທີ່ບໍ່ໄດ້ຕັ້ງໃຈ ແລະ ການເປີດໂປງຈາກຄົນອື່ນທີ່ແຕະຕ້ອງຈຸດເຈັບຂອງພວກເຂົາ ແລະ ຈາກນັ້ນພວກເຂົາກໍລະເບີດຄວາມໂກດຮ້າຍອອກມາ, ບໍ່ສາມາດອົດກັ້ນ ຫຼື ແກ້ງເຮັດໄດ້ອີກຕໍ່ໄປ. ສິ່ງທຳອິດທີ່ພວກເຂົາເຮັດຄືການລະເບີດອາລົມອອກມາຢ່າງຮຸນແຮງ, ຊີ້ໄປທີ່ພຣະທຳຂອງພຣະເຈົ້າ ແລະ ເວົ້າວ່າ: “ຖ້າພຣະທຳຂອງເຈົ້າບໍ່ກາຍເປັນຈິງ, ຖ້າມະຫາໄພທີ່ເຈົ້າກ່າວເຖິງບໍ່ເກີດຂຶ້ນ, ຂ້ອຍກໍຈະບໍ່ເຊື່ອໃນເຈົ້າອີກຕໍ່ໄປ. ແຕ່ເດີມ, ມັນເປັນຍ້ອນພຣະທຳເຫຼົ່ານີ້ທີ່ທຳນວາຍເຖິງມະຫາໄພເທົ່ານັ້ນ ຂ້ອຍຈຶ່ງໄດ້ເທດສະໜາພຣະກິດຕິຄຸນ, ຈ່າຍລາຄາ ແລະ ປະຕິບັດໜ້າທີ່ຂອງຂ້ອຍ. ຖ້າບໍ່ມີພຣະທຳເຫຼົ່ານີ້, ຂ້ອຍກໍຈະບໍ່ເຊື່ອໃນເຈົ້າເລີຍ! ມັນເປັນຍ້ອນພຣະທຳເຫຼົ່ານີ້, ຍ້ອນມະຫາໄພທີ່ໃກ້ຈະເກີດຂຶ້ນ, ຂ້ອຍຈຶ່ງເຊື່ອວ່າເຈົ້າແມ່ນພຣະເຈົ້າ. ແຕ່ຕອນນີ້, ຫຼັງຈາກທົນທຸກຫຼາຍຂະໜາດນັ້ນ, ມະຫາໄພທີ່ເຈົ້າກ່າວເຖິງກໍຍັງບໍ່ມາເຖິງເທື່ອ. ມີຜູ້ບໍ່ມີຄວາມເຊື່ອຈຳນວນຫຼາຍທີ່ເຮັດຄວາມຊົ່ວຮ້າຍ ແລະ ແຕ່ກໍບໍ່ມີຜູ້ໃດໃນພວກເຂົາຖືກລົງໂທດ, ບໍ່ມີແມ່ນແຕ່ຄົນດຽວໃນພວກເຂົາທີ່ຕົກຢູ່ໃນມະຫາໄພ. ພວກເຂົາຍັງດຳລົງຊີວິດຢູ່ໃນຄວາມບາບ, ເພີດເພີນກັບຊີວິດຂອງພວກເຂົາ, ໃນຂະນະທີ່ຂ້ອຍໄດ້ຍອມຜ່ອນສັ້ນຜ່ອນຍາວມາຫຼາຍປີ, ພຽງແຕ່ລໍຖ້າມື້ທີ່ພຣະທຳຂອງເຈົ້າທີ່ທຳນວາຍເຖິງມະຫາໄພກາຍເປັນຈິງ. ແຕ່ເຈົ້າໄດ້ເຮັດຫຍັງແດ່, ພຣະເຈົ້າເອີຍ? ເຈົ້າບໍ່ເຄີຍສະແດງໝາຍສຳຄັນ ຫຼື ການອັດສະຈັນໃດໆເລີຍ ໂດຍຄຳນຶງເຖິງການລໍຄອຍຢ່າງກະຕືລືລົ້ນຂອງພວກເຮົາ, ບໍ່ເຄີຍນຳມະຫາໄພໃດໆລົງມາ ເພື່ອໃຫ້ພວກເຮົາເຫັນ, ເພື່ອເສີມສ້າງຄວາມເຊື່ອຂອງພວກເຮົາ, ເພື່ອເຮັດໃຫ້ຄວາມຈົງຮັກພັກດີຂອງພວກເຮົາໝັ້ນຄົງຂຶ້ນ. ເປັນຫຍັງເຈົ້າຈຶ່ງບໍ່ເຮັດສິ່ງດັ່ງກ່າວ? ເຈົ້າບໍ່ແມ່ນພຣະເຈົ້າບໍ? ມັນຍາກຫຼາຍບໍທີ່ຈະນຳມະຫາໄພມາເພື່ອລົງໂທດໂລກທີ່ຊົ່ວຮ້າຍນີ້, ມະນຸດຊາດທີ່ຊົ່ວຮ້າຍນີ້? ພວກເຮົາພຽງແຕ່ຕ້ອງການເຮັດໃຫ້ຄວາມເຊື່ອຂອງພວກເຮົາໝັ້ນຄົງຜ່ານການສຳເລັດຜົນຂອງສິ່ງເຫຼົ່ານີ້, ແຕ່ເຈົ້າກໍບໍ່ລົງມືເຮັດ. ຖ້າເຈົ້າບໍ່ລົງມືເຮັດ, ແລ້ວພວກເຮົາກໍບໍ່ສາມາດເຊື່ອໃນພຣະເຈົ້າໄດ້ອີກຕໍ່ໄປ; ພວກເຮົາຈະບໍ່ສາມາດໄດ້ຮັບຫຍັງເລີຍ ແລະ ບໍ່ມີປະໂຫຍດຫຍັງທີ່ຈະເຊື່ອໃນພຣະເຈົ້າ. ບໍ່ຈຳເປັນຕ້ອງເຊື່ອອີກຕໍ່ໄປ, ບໍ່ຈຳເປັນຕ້ອງປະຕິບັດໜ້າທີ່ຂອງພວກເຮົາ, ບໍ່ຈຳເປັນຕ້ອງເທດສະໜາພຣະກິດຕິຄຸນ”. ເມື່ອພົບພໍ້ກັບຄວາມລົ້ມເຫຼວເລັກນ້ອຍ, ປະເຊີນກັບຄວາມທຸກຍາກລຳບາກເລັກນ້ອຍ ຫຼື ຄວາມບໍ່ພໍໃຈໃນຊີວິດ, ທາດແທ້ ແລະ ຄວາມຄິດສ່ວນເລິກຂອງຜູ້ຕໍ່ຕ້ານພຣະຄຣິສກໍສາມາດຖືກເປີດເຜີຍອອກມາໄດ້ທຸກເວລາ ແລະ ທຸກສະຖານທີ່, ເຊິ່ງເປັນສິ່ງທີ່ຂ້ອນຂ້າງໜ້າຢ້ານກົວ. ມະຫາໄພຈະເກີດຂຶ້ນເມື່ອໃດ, ພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພຈະກາຍເປັນຈິງ ຫຼື ບໍ່, ພວກມັນຈະກາຍເປັນຈິງແນວໃດ ແລະ ເມື່ອໃດ, ທັງໝົດນີ້ລ້ວນແລ້ວແຕ່ຖືກພຣະເຈົ້າກຳນົດໄວ້ແລ້ວ. ເມື່ອພຣະເຈົ້າບອກຜູ້ຄົນກ່ຽວກັບສິ່ງເຫຼົ່ານີ້, ກໍແມ່ນເພື່ອໃຫ້ກຽດພວກເຂົາ, ເພື່ອປະຕິບັດຕໍ່ພວກເຂົາໃນຖານະມະນຸດ, ມັນບໍ່ແມ່ນການໃຊ້ພຣະທຳເຫຼົ່ານີ້ເປັນເຄື່ອງມືໃຫ້ຜູ້ຄົນໃຊ້ຈັບຜິດ ແລະ ຕັດສິນພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອຢ່າງຜິດໆວ່າ ໃນເມື່ອພຣະເຈົ້າໄດ້ກ່າວພຣະທຳເຫຼົ່ານີ້ແລ້ວ, ພຣະອົງກໍຄວນອະນຸຍາດໃຫ້ຜູ້ຄົນເຫັນພວກມັນກາຍເປັນຈິງພາຍໃນຊ່ວງຊີວິດຂອງພວກເຂົາ; ຖ້າບໍ່ດັ່ງນັ້ນ, ພຣະທຳຂອງພຣະເຈົ້າກໍຈະເປັນໂມຄະ. ພຣະເຈົ້າຜູ້ທີ່ພຣະທຳສາມາດກາຍເປັນໂມຄະໄດ້ນັ້ນບໍ່ຄວນຖືກຖືວ່າເປັນພຣະເຈົ້າ, ບໍ່ສົມຄວນທີ່ຈະເປັນພຣະເຈົ້າ ແລະ ບໍ່ສົມຄວນທີ່ຈະເປັນພຣະເຈົ້າຂອງພວກເຂົາ; ນີ້ຄືຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສ.

ຕັ້ງແຕ່ຕົ້ນຈົນຈົບ, ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຕ້ອງການໃຊ້ປະໂຫຍດຈາກພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ. ພຣະທຳເຫຼົ່ານີ້ຊົງດົນບັນດານພວກເຂົາ, ນຳພາພວກເຂົາໃຫ້ຄິດເຖິງການໃຊ້ພຶດຕິກຳທີ່ດີຂອງມະນຸດ ແລະ ການເສຍສະລະທັງໝົດຂອງພວກເຂົາ ແລະ ຄວາມທຸກທໍລະມານຂອງເນື້ອໜັງ ເພື່ອແລກປ່ຽນກັບພຣະພອນຂອງການຫຼີກລ່ຽງມະຫາໄພ. ຕະຫຼອດມາ, ເປົ້າໝາຍດຽວຂອງພວກເຂົາຄືການຫຼີກລ່ຽງມະຫາໄພ ແລະ ໄດ້ຮັບພຣະພອນ. ພວກເຂົາບໍ່ເຄີຍຖືວ່າຜູ້ທີ່ສະແດງພຣະທຳເຫຼົ່ານີ້ອອກມາແມ່ນພຣະເຈົ້າຢ່າງແທ້ຈິງ. ນັບຕັ້ງແຕ່ເລີ່ມຕົ້ນຈົນເຖິງທີ່ສຸດ, ຜູ້ຕໍ່ຕ້ານພຣະຄຣິສຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າສະເໝີ, ລອງໃຈ ແລະ ວັດແທກພຣະເຈົ້າຢູ່ຕະຫຼອດເວລາ ເພື່ອເປັນວິທີໃນການສອດແນມເບິ່ງພຣະທຳຂອງພຣະເຈົ້າ. ຖ້າພຣະທຳຂອງພຣະເຈົ້າກາຍເປັນຈິງ ແລະ ເປີດຫູເປີດຕາຂອງພວກເຂົາ, ກາຍເປັນຈິງຕາມລົດນິຍົມ, ມຸມມອງ ແລະ ຄວາມຕ້ອງການຂອງພວກເຂົາ, ແລ້ວພວກເຂົາກໍຖືວ່າພຣະເຈົ້າແມ່ນພຣະເຈົ້າ. ແຕ່ຖ້າມັນຂັດກັບຄວາມປາຖະໜາ, ມຸມມອງ ແລະ ຄວາມຕ້ອງການຂອງພວກເຂົາ, ແລ້ວຜູ້ທີ່ກ່າວພຣະທຳເຫຼົ່ານີ້ກໍບໍ່ຖືກຖືວ່າເປັນພຣະເຈົ້າສຳລັບພວກເຂົາ. ນີ້ຄືມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສຍຶດມີ. ເຫັນໄດ້ຢ່າງຊັດເຈນວ່າ ໃນສ່ວນເລິກແລ້ວ, ພວກເຂົາບໍ່ເຄີຍຍອມຮັບວ່າພຣະເຈົ້າແມ່ນພຣະຜູ້ສ້າງ ແລະ ພວກເຂົາກໍບໍ່ຮັບຮູ້ຂໍ້ເທັດຈິງທີ່ວ່າ ພຣະເຈົ້າມີອໍານາດສູງສຸດເໜືອທຸກສິ່ງ. ຫຼັງຈາກຜ່ານການດິ້ນຮົນຫຼາຍຄັ້ງ, ອົດທົນຢ່າງໃຈເຢັນ ແລະ ຜ່ານການຕໍ່ສູ້ທາງຄວາມຄິດ, ຜູ້ຕໍ່ຕ້ານພຣະຄຣິສກໍໄດ້ຮຽນຮູ້ບົດຮຽນໜຶ່ງຄື: “ຄົນເຮົາຕ້ອງບໍ່ກຳນົດຂອບເຂດພຣະທຳຂອງພຣະເຈົ້າຢ່າງມັກງ່າຍ ແລະ ຄົນເຮົາກໍບໍ່ສາມາດໃຊ້ການເກີດເປັນຈິງຂອງພຣະທຳຂອງພຣະເຈົ້າເປັນມາດຕະຖານໃນການວັດແທກຕົວຕົນ ແລະ ແກ່ນແທ້ຂອງພຣະອົງຢ່າງມັກງ່າຍ ແລະ ບໍ່ຈິງຈັງ. ພວກເຮົາຍັງບໍ່ໄດ້ຮັບການຂັດເກົາພຽງພໍ ແລະ ຍັງຕ້ອງສືບຕໍ່ອົດທົນ, ເພື່ອເປີດໃຈໃຫ້ກວ້າງຂວາງ. ດັ່ງຄຳເວົ້າທີ່ວ່າ: ‘ໃຈກວ້າງດັ່ງແມ່ນໍ້າ’; ‘ຍັງມີລົມຫາຍໃຈ ກໍຍັງມີຄວາມຫວັງ’. ມັນຈະສຳຄັນຫຍັງຖ້າພຣະທຳເຫຼົ່ານີ້ບໍ່ກາຍເປັນຈິງ? ບໍ່ແມ່ນເລື່ອງໃຫຍ່. ຂ້ອຍໄດ້ອົດທົນຜ່ານຜ່າມາຫຼາຍປີຂະໜາດນີ້; ບາງທີຖ້າຂ້ອຍອົດທົນອີກຈັກໜ້ອຍ, ພຣະທຳຂອງພຣະເຈົ້າກໍຈະກາຍເປັນຈິງ ແລະ ຂ້ອຍກໍຈະໄດ້ຮັບບາງສິ່ງບາງຢ່າງ. ຂ້ອຍຈະອົດທົນຕື່ມອີກໜ້ອຍໜຶ່ງ, ຂ້ອຍຈະວາງເດີມພັນອີກຄັ້ງ. ຂ້ອຍບໍ່ສາມາດໂກດຮ້າຍໄດ້; ຖ້າບໍ່ດັ່ງນັ້ນ, ຄວາມພະຍາຍາມທັງໝົດກ່ອນໜ້ານີ້ຂອງຂ້ອຍກໍຈະສູນເປົ່າ ແລະ ຄວາມທຸກທໍລະມານທັງໝົດທີ່ຂ້ອຍໄດ້ອົດທົນກໍຈະບໍ່ມີປະໂຫຍດຫຍັງ. ນັ້ນຈະເປັນການສູນເສຍທີ່ຍິ່ງໃຫຍ່! ຖ້າຂ້ອຍເປີດເຜີຍຄວາມຄິດຂອງຂ້ອຍອອກມາຕອນນີ້, ລຸກຂຶ້ນປະຕິເສດ, ຕັ້ງຄຳຖາມ ແລະ ກ່າວໂທດພຣະເຈົ້າ, ນັ້ນຈະບໍ່ແມ່ນການກະທຳທີ່ສະຫຼາດ. ຂ້ອຍຕ້ອງສືບຕໍ່ຈ່າຍລາຄາ, ອົດທົນຕໍ່ຄວາມຍາກລຳບາກ ແລະ ອົດທົນຕໍ່ໄປ. ຕ້ອງບໍ່ລືມວະລີທີ່ວ່າ ‘ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະໄດ້ຮັບຄວາມລອດພົ້ນ’. ຄຳເວົ້ານີ້ເປັນຄວາມຈິງຕະຫຼອດເວລາ ແລະ ຍັງຄົງເປັນຄວາມຈິງສູງສຸດ. ຂ້ອຍຕ້ອງຍຶດຖືຄຳເວົ້ານີ້ ແລະ ຈາລຶກມັນໄວ້ໃນໃຈຂອງຂ້ອຍສະເໝີ”. ຫຼັງຈາກຊ່ວງເວລາແຫ່ງຄວາມເປັນລົບ ແລະ ຄວາມງຽບ, ໃນທີ່ສຸດ ຜູ້ຕໍ່ຕ້ານພຣະຄຣິສກໍ “ລຸກຂຶ້ນ” ອີກຄັ້ງ.

ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສຮັບຜິດຊອບວຽກງານທຸກປະເພດ ໃນຂະນະທີ່ຮັບໃຊ້ໃນບົດບາດຕ່າງໆ. ເບິ່ງຄືວ່າບໍ່ມີການປ່ຽນແປງຫຍັງທາງພາຍນອກ, ແຕ່ຍິ່ງພວກເຂົາເຊື່ອໃນພຣະເຈົ້າດົນເທົ່າໃດ ແລະ ຍິ່ງພວກເຂົາຕິດຕາມພຣະອົງດົນເທົ່າໃດ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງຈັບຜິດພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພຢູ່ພາຍໃນໃຈຫຼາຍຂຶ້ນເທົ່ານັ້ນ. ເປັນຫຍັງຈຶ່ງເປັນແນວນີ້? ຍິ່ງພວກເຂົາເຊື່ອໃນພຣະເຈົ້າດົນເທົ່າໃດ, ມັນກໍສະແດງໃຫ້ເຫັນວ່າພວກເຂົາໄດ້ເສຍສະລະຫຼາຍຂຶ້ນ, ປະຖິ້ມຫຼາຍຂຶ້ນ ແລະ ພວກເຂົາມີຫົນທາງກັບຄືນສູ່ໂລກທາງໂລກໜ້ອຍລົງເທົ່ານັ້ນ. ສະນັ້ນ, ກ່ຽວກັບພຣະທຳເຫຼົ່ານີ້ທີ່ທຳນວາຍເຖິງມະຫາໄພ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຄິດຫຼາຍຂຶ້ນເລື້ອຍໆໂດຍບໍ່ຮູ້ຕົວວ່າ: “ຂ້ອຍຫວັງວ່າທັງໝົດນີ້ເປັນຄວາມຈິງ. ທັງໝົດນີ້ຕ້ອງກາຍເປັນຈິງ”. ພວກເຂົາຖືວ່າ “ການວາງເດີມພັນ” ນີ້ ແລະ ຄວາມເຊື່ອທີ່ໜັກແໜ້ນນີ້ເປັນຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ. ສິ່ງທີ່ເອີ້ນວ່າຄວາມເຊື່ອທີ່ແທ້ຈິງນີ້ຜັກດັນພວກເຂົາໃຫ້ປະຕິບັດໜ້າທີ່ຂອງຕົນ, ທົນທຸກ ແລະ ຈ່າຍລາຄາ, ອົດທົນ ແລະ ຈາກນັ້ນກໍອົດທົນຕື່ມອີກ, ເຊັ່ນດຽວກັບທີ່ຜູ້ບໍ່ມີຄວາມເຊື່ອເວົ້າວ່າ: “ເຈົ້າຕ້ອງທຸ່ມເທທຸກຢ່າງເພື່ອທີ່ຈະຊະນະ”. ໃນຂະນະທີ່ຍຶດຖືຄວາມເຊື່ອດັ່ງກ່າວ, ຜູ້ຕໍ່ຕ້ານພຣະຄຣິສກໍກຳລັງສອດແນມເບິ່ງມື້ທີ່ພຣະທຳຂອງພຣະເຈົ້າຈະກາຍເປັນຈິງ. ໃນທີ່ສຸດ, ມື້ນັ້ນກໍມາເຖິງ, ໄພພິບັດ ແລະ ມະຫາໄພເກີດຂຶ້ນຢ່າງຕໍ່ເນື່ອງໃນໂລກນີ້, ເກີດຂຶ້ນໃນມຸມຕ່າງໆ, ໃນປະເທດຕ່າງໆ ແລະ ໃນທ່າມກາງກຸ່ມຊົນເຜົ່າຕ່າງໆ. ໄພພິບັດເຫຼົ່ານີ້, ທັງໃຫຍ່ ແລະ ນ້ອຍໄດ້ເອົາຊີວິດຜູ້ຄົນຈຳນວນຫຼາຍໄປ, ປ່ຽນແປງສະພາບແວດລ້ອມການດຳລົງຊີວິດຂອງຜູ້ຄົນຈຳນວນຫຼາຍ, ປ່ຽນແປງສະພາບແວດລ້ອມທາງນິເວດວິທະຍາ, ປ່ຽນແປງໂຄງສ້າງ ແລະ ວິຖີຊີວິດທີ່ແຕກຕ່າງກັນຫຼາຍຢ່າງໃນສັງຄົມ ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະເປັນແນວໃດກໍຕາມ, ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ພຣະທຳຂອງພຣະເຈົ້າກໍຍັງກາຍເປັນຈິງໃນລະດັບເລັກນ້ອຍ, ເຊິ່ງເປັນສິ່ງທີ່ເຕີມເຕັມທີ່ສຸດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ພວກເຂົາຮູ້ສຶກວ່າຫຼັງຈາກຫຼາຍປີຜ່ານໄປ, ພວກເຂົາບໍ່ໄດ້ອົດທົນ ຫຼື ລໍຄອຍໂດຍສູນເປົ່າ ແລະ ໃນທີ່ສຸດກໍໄດ້ເປັນພະຍານເຖິງມື້ ແລະ ໄລຍະເມື່ອພຣະທຳຂອງພຣະເຈົ້າກຳລັງກາຍເປັນຈິງ. ແຕ່ພວກເຂົາຮູ້ສຶກວ່າພວກເຂົາຕ້ອງບໍ່ທໍ້ຖອຍໃຈ ຫຼື ຍອມແພ້; ພວກເຂົາຈຳເປັນຕ້ອງສືບຕໍ່ອົດທົນ ແລະ ລໍຄອຍ. ສິ່ງທີ່ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສກັງວົນໃຈທີ່ສຸດຢູ່ພາຍໃນ, ບໍ່ວ່າພວກເຂົາຈະອົດທົນ ຫຼື ລໍຄອຍຫຼາຍສໍ່າໃດກໍຕາມ ແມ່ນຫຍັງ? ມັນຄືສິ່ງນີ້: “ຄຳທຳນວາຍກ່ຽວກັບຄວາມອຶດຢາກ, ພະຍາດລະບາດ ແລະ ແຜ່ນດິນໄຫວໄດ້ກາຍເປັນຈິງແລ້ວ, ແຕ່ເມື່ອໃດຄຳທຳນວາຍກ່ຽວກັບມະຫາໄພໃຫຍ່ຈຶ່ງຈະກາຍເປັນຈິງ?” ໃນດ້ານໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າພຣະທຳຂອງພຣະເຈົ້າສ່ວນນັ້ນກຳລັງຄ່ອຍໆກາຍເປັນຈິງຢ່າງຊ້າໆເທື່ອລະເລັກເທື່ອລະນ້ອຍ, ໃນຂະນະທີ່ອີກດ້ານໜຶ່ງ, ພວກເຂົາກໍສົງໄສວ່າ: “ໄພພິບັດເຫຼົ່ານີ້ບໍ່ແມ່ນພຽງແຕ່ໄພພິບັດທາງທໍາມະຊາດບໍ? ໄພພິບັດມີຢູ່ຢ່າງຕໍ່ເນື່ອງຕະຫຼອດປະຫວັດສາດ. ການເກີດຂຶ້ນຂອງໄພພິບັດເຫຼົ່ານີ້ແມ່ນການສຳເລັດຜົນຂອງພຣະທຳຂອງພຣະເຈົ້າບໍ? ຖ້າບໍ່ແມ່ນ, ແລ້ວພວກມັນແມ່ນຫຍັງ? ຂ້ອຍບໍ່ຄວນຄິດແບບນີ້; ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຊື່ອໃນພຣະທຳຂອງພຣະເຈົ້າ. ແຕ່ພຣະທຳຂອງພຣະເຈົ້າສຳເລັດໄດ້ງ່າຍດາຍຂະໜາດນັ້ນເລີຍບໍ? ພຣະເຈົ້າເຮັດມັນໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນພຣະອົງລົງມືເຮັດ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ກ່ຽວກັບມັນ? ຖ້າມັນເປັນການກະທຳຂອງພຣະເຈົ້າ, ຜູ້ເຊື່ອຂອງພຣະອົງກໍຄວນເຫັນມັນ, ພຣະເຈົ້າຄວນມອບນິມິດໃຫ້ພວກເຂົາ. ແຕ່ພວກເຮົາຍັງບໍ່ເຫັນພຣະຫັດຂອງພຣະເຈົ້າ, ທັງບໍ່ໄດ້ຍິນສຽງຂອງພຣະເຈົ້າ. ເຫດການເຫຼົ່ານີ້ອາດຈະເປັນພຽງເລື່ອງບັງເອີນບໍ? ຂ້ອຍບໍ່ຄວນຄິດແບບນີ້; ຄວາມຄິດດັ່ງກ່າວອາດຈະເຮັດໃຫ້ຂ້ອຍອ່ອນແອລົງໄດ້. ຂ້ອຍຍັງຕ້ອງເຊື່ອວ່າທັງໝົດນີ້ຄືການສຳເລັດຜົນຂອງພຣະທຳຂອງພຣະເຈົ້າ; ຂ້ອຍຈະຖືວ່າມັນເປັນອຳນາດສູງສຸດຂອງພຣະເຈົ້າ, ເປັນພຣະທຳຂອງພຣະເຈົ້າທີ່ກາຍເປັນຈິງ, ບໍ່ແມ່ນເລື່ອງບັງເອີນ. ດ້ວຍວິທີນີ້, ຫົວໃຈຂອງຂ້ອຍຈຶ່ງຮູ້ສຶກສະບາຍໃຈຫຼາຍຂຶ້ນ”. ພວກເຂົາຮູ້ສຶກວ່າການຄິດແບບນີ້ສະຫຼາດຫຼາຍ ແລະ ພວກເຂົາໄດ້ວິເຄາະສະຖານະການເປັນຢ່າງດີ, ສາມາດບໍ່ສົງໄສພຣະເຈົ້າ ໃນຂະນະທີ່ຍັງເຮັດໃຫ້ຄວາມເຊື່ອຂອງຕົນເອງໝັ້ນຄົງ ແລະ ຍັງເຮັດໃຫ້ຄວາມບໍ່ສະບາຍໃຈ ແລະ ຄວາມປາຖະໜາທີ່ປ່ຽມລົ້ນພາຍໃນໃຈຂອງພວກເຂົາສະຫງົບລົງອີກດ້ວຍ. ໃນຂະນະທີ່ທຳການຍອມຜ່ອນສັ້ນຜ່ອນຍາວ ແລະ ປະນີປະນອມຊົ່ວຄາວ, ຜູ້ຕໍ່ຕ້ານພຣະຄຣິສກໍລໍຖ້າການມາເຖິງຂອງມະຫາໄພໃຫຍ່. “ເມື່ອໃດມະຫາໄພໃຫຍ່ຈຶ່ງຈະມາເຖິງ? ເມື່ອມັນມາເຖິງ, ໄພ່ພົນຈະຖືກຮັບຂຶ້ນໄປສູ່ອາກາດ, ແຕ່ສິ່ງນັ້ນຈະເກີດຂຶ້ນຢູ່ໃສແທ້? ມັນຈະເກີດຂຶ້ນແນວໃດ? ພວກເຂົາຈະບິນຂຶ້ນໄປ ຫຼື ຖືກຍົກຂຶ້ນດ້ວຍມືຂອງພຣະເຈົ້າ? ເມື່ອມະຫາໄພໃຫຍ່ເກີດຂຶ້ນ, ຜູ້ຄົນຈະຍັງມີຮ່າງກາຍທາງເນື້ອໜັງຂອງພວກເຂົາຢູ່ບໍ? ພວກເຂົາຈະຍັງນຸ່ງເຄື່ອງປະຈຸບັນຂອງພວກເຂົາຢູ່ບໍ? ຜູ້ບໍ່ມີຄວາມເຊື່ອທຸກຄົນຈະຕາຍໝົດບໍ? ນັ້ນຈະເປັນສະພາວະ ຫຼື ສະຖານະການແບບໃດ? ມັນເປັນສິ່ງທີ່ມະນຸດບໍ່ສາມາດຈິນຕະນາການອອກໄດ້. ທາງທີ່ດີ ຕອນນີ້ຂ້ອຍບໍ່ຄວນຄິດກ່ຽວກັບມັນເທື່ອ. ຂ້ອຍຈະເຊື່ອພຽງແຕ່ວ່າພຣະທຳຂອງພຣະເຈົ້າຈະກາຍເປັນຈິງຢ່າງແນ່ນອນ. ແຕ່ພວກມັນຈະກາຍເປັນຈິງໄດ້ແທ້ບໍ? ມື້ນັ້ນຈະມາເຖິງເມື່ອໃດ?” ພວກເຂົາຖາມຕົນເອງດ້ວຍຄຳຖາມເຫຼົ່ານີ້ຢູ່ພາຍໃນໃຈເລື້ອຍໆ, ຕັ້ງຂໍ້ສົງໄສຊໍ້າແລ້ວຊໍ້າອີກ. ເນື່ອງຈາກມະຫາໄພເຫຼົ່ານີ້ກ່ຽວຂ້ອງຢ່າງໃກ້ຊິດ ແລະ ເຊື່ອມໂຍງຢ່າງແໜ້ນແຟ້ນກັບອະນາຄົດ ແລະ ຊະຕາກຳຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຊື່ອວ່າ: “ຂ້ອຍຕ້ອງຕື່ນຕົວຢູ່ສະເໝີກ່ຽວກັບການສຳເລັດຜົນຂອງຄຳທຳນວາຍທີ່ວ່າ ເມື່ອໃດມະຫາໄພໃຫຍ່ຈະລົງມາ, ຂ້ອຍຕ້ອງຈື່ມັນໄວ້ໃນໃຈຕະຫຼອດເວລາ ເພື່ອທີ່ຂ້ອຍຈະບໍ່ພາດໂອກາດຂອງຂ້ອຍ ແລະ ລົ້ມເຫຼວໃນການໄດ້ຮັບພຣະພອນ”. ແລ້ວມຸມມອງຂອງພວກເຂົາແມ່ນຫຍັງ? “ຂ້ອຍຈຳເປັນຕ້ອງເທດສະໜາພຣະກິດຕິຄຸນໄປໃຫ້ກວ້າງໄກ, ປະຕິບັດໜ້າທີ່ຂອງຂ້ອຍຢ່າງດຸໝັ່ນ, ຫຼີກລ່ຽງການກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ຫຼື ການເຮັດຜິດ ແລະ ເຮັດຕົວບໍ່ໂດດເດັ່ນ, ໂດຍບໍ່ເຮັດຕົວອວດດີ. ຕາບໃດທີ່ຂ້ອຍບໍ່ເຮັດຜິດ ແລະ ບໍ່ຖືກຂັບໄລ່ອອກຈາກຄຣິສຕະຈັກ, ນັ້ນກໍໜ້າຈະພຽງພໍແລ້ວ. ຂ້ອຍຈະສາມາດໄປເຖິງບ່ອນລີ້ໄພໄດ້ຢ່າງແນ່ນອນ; ນີ້ຄືພຣະສັນຍາຂອງພຣະເຈົ້າ, ໃຜຈະສາມາດເອົາສິ່ງນັ້ນໄປໄດ້?” ເມື່ອໄພພິບັດເລັກນ້ອຍຄ່ອຍໆລົງມາ ແລະ ມະນຸດຊາດທັງປວງຕົກຢູ່ໃນໄພພິບັດ, ຜູ້ຕໍ່ຕ້ານພຣະຄຣິສກໍພົບຄວາມສະຫງົບ ແລະ ຄວາມສະຫງົບງຽບໃນລະດັບໜຶ່ງຢູ່ສ່ວນເລິກພາຍໃນ. ໃນເວລາດຽວກັນ, ພວກເຂົາກໍຕັ້ງຕາລໍຄອຍການມາເຖິງຂອງມະຫາໄພໃຫຍ່ ແລະ ມື້ທີ່ໄພ່ພົນຖືກຮັບຂຶ້ນໄປ. ບໍ່ວ່າຈະເປັນແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງສືບຕໍ່ສອດແນມເບິ່ງພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ. ໃນສາຍຕາຂອງພຣະເຈົ້າ, ການສອດແນມເບິ່ງດັ່ງກ່າວແມ່ນຄ້າຍຄືກັບການສອດແນມເບິ່ງຂອງຊາຕານ. ພຣະອົງເຫັນວ່າມັນເປັນຄວາມສົງໄສ, ການປະຕິເສດ, ການໃສ່ຮ້າຍປ້າຍສີ ແລະ ການວິເຄາະຄວາມຖືກຕ້ອງຂອງພຣະເຈົ້າ. ມັນຄືການຕັ້ງຄຳຖາມຕໍ່ຕົວຕົນຂອງພຣະເຈົ້າ, ສົງໄສອຳນາດ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ສົງໄສຄວາມຊື່ສັດຂອງພຣະເຈົ້າ. ພຣະເຈົ້າບໍ່ອະນຸຍາດໃຫ້ສິ່ງດັ່ງກ່າວເກີດຂຶ້ນ ແລະ ພຣະອົງກໍບໍ່ອະນຸຍາດໃຫ້ຄົນປະເພດນັ້ນມີຕົວຕົນຢູ່ ແລະ ແນ່ນອນວ່າພຣະອົງຈະບໍ່ຊ່ວຍຄົນປະເພດນັ້ນໃຫ້ລອດພົ້ນ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າມາດຕະການຮັບມືຂອງພວກເຂົາ, ເຊິ່ງຄິດຂຶ້ນຢ່າງລັບໆ ແລະ ຄິດໄລ່ໄວ້ໃນໃຈຂອງພວກເຂົາແມ່ນສະຫຼາດທີ່ສຸດ ແລະ ປິດລັບໄດ້ດີທີ່ສຸດ. ພວກເຂົາບໍ່ຮູ້ເລີຍວ່າພຣະເຈົ້າເຫັນຄວາມຄິດທັງໝົດຂອງພວກເຂົາແລ້ວ ແລະ ກ່າວໂທດພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າກ່າວ: “ໃນມື້ນັ້ນ ຄົນຈຳນວນຫຼາຍຈະກ່າວກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍບໍ່ໄດ້ທຳນວາຍໃນພຣະນາມຂອງພຣະອົງ ແລະ ຂັບໄລ່ຜີຮ້າຍໃນພຣະນາມຂອງພຣະອົງ ແລະ ເຮັດການອັດສະຈັນຫຼາຍຢ່າງໃນພຣະນາມຂອງພຣະອົງບໍ? ແລ້ວເຮົາຈະປະກາດແກ່ພວກເຂົາວ່າ ເຮົາບໍ່ເຄີຍຮູ້ຈັກພວກເຈົ້າເລີຍ: ຈົ່ງອອກໄປຈາກເຮົາ, ພວກເຈົ້າຜູ້ກະທຳຄວາມຊົ່ວຊ້າ” (ມັດທາຍ 7:22-23). ພຣະເຈົ້າກ່າວໃນພຣະທັຍຂອງພຣະອົງຕໍ່ຄົນເຫຼົ່ານີ້ຢ່າງງຽບໆວ່າ: ຈົ່ງອອກໄປຈາກເຮົາ, ພວກເຈົ້າຜູ້ກະທຳຄວາມຊົ່ວຊ້າ. ພວກເຈົ້າສອດແນມເບິ່ງການກະທຳຂອງເຮົາ, ສອດແນມເບິ່ງພຣະທຳຂອງເຮົາ. ຄົນເຊັ່ນນັ້ນຈະບໍ່ມີທາງໄດ້ຮັບຄວາມລອດພົ້ນ. ການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການທີ່ພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພກາຍເປັນຈິງ ຫຼື ບໍ່ ວ່າເປັນເປົ້າໝາຍໃນການໄລ່ຕາມຂອງພວກເຂົາ ແລະ ເປັນມາດຕະຖານໃນການກວດສອບຄວາມຖືກຕ້ອງຂອງພຣະເຈົ້ານັ້ນ ເປັນສິ່ງທີ່ໜ້າຢ້ານກົວ; ມັນຍັງເປັນການກະທຳທີ່ຊົ່ວຮ້າຍອີກດ້ວຍ.

ສ່ວນເລື່ອງທີ່ວ່າ ບາງດ້ານຂອງພຣະທຳຂອງພຣະເຈົ້າຈະກາຍເປັນຈິງ ຫຼື ບໍ່, ພວກມັນຈະກາຍເປັນຈິງແນວໃດ ແລະ ພວກມັນຈະກາຍເປັນຈິງເມື່ອໃດ ແລະ ຢູ່ໃສນັ້ນ, ພຣະເຈົ້າກໍມີວິທີການຂອງພຣະອົງເອງ. ມີພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນທີ່ມອບໂຊກອັນຍິ່ງໃຫຍ່ໃຫ້ມະນຸດໄດ້ຍິນພຣະທຳເຫຼົ່ານີ້ຈາກພຣະເຈົ້າ. ຈຸດປະສົງທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້ ບໍ່ແມ່ນເພື່ອໃຫ້ມະນຸດຊາດໃຊ້ພວກມັນເພື່ອຜູກມັດພຣະເຈົ້າ, ເພື່ອກວດສອບຄວາມຖືກຕ້ອງຂອງພຣະເຈົ້າ ຫຼື ເພື່ອຢືນຢັນຕົວຕົນຂອງພຣະເຈົ້າ. ພຣະເຈົ້າກ່າວພຣະທຳເຫຼົ່ານີ້ພຽງເພື່ອບອກມະນຸດຊາດວ່າ ພຣະອົງຈະເຮັດສິ່ງດັ່ງກ່າວ, ແຕ່ພຣະເຈົ້າບໍ່ເຄີຍບອກໃຜວ່າ: “ເຮົາຈະເຮັດມັນດ້ວຍວິທີນີ້, ຕໍ່ຄົນເຫຼົ່ານີ້, ໃນເວລານີ້ ແລະ ໃນລັກສະນະນີ້”. ໃນສິ່ງທີ່ພຣະເຈົ້າບໍ່ໄດ້ບອກມະນຸດຊາດ, ມີສັນຍານທີ່ຊັດເຈນຄື: ມະນຸດຊາດບໍ່ຈຳເປັນຕ້ອງຮູ້ ແລະ ພວກເຂົາກໍບໍ່ມີຄຸນສົມບັດທີ່ຈະຮູ້. ສະນັ້ນ, ຖ້າຫາກມະນຸດພະຍາຍາມສອດແນມເບິ່ງເລື່ອງເຫຼົ່ານີ້ຢູ່ສະເໝີ, ຂຸດຄົ້ນຢ່າງເລິກເຊິ່ງຢູ່ສະເໝີ, ຕ້ອງການໃຊ້ເລື່ອງເຫຼົ່ານີ້ເພື່ອເປັນຂໍ້ຕໍ່ລອງກັບພຣະເຈົ້າຢູ່ສະເໝີ, ເພື່ອຕັດສິນ ແລະ ກ່າວໂທດພຣະອົງ, ເມື່ອປະກົດການເຫຼົ່ານີ້ເກີດຂຶ້ນ, ມະນຸດຊາດກໍຈະຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າໂດຍບໍ່ຮູ້ຕົວ. ເມື່ອເຈົ້າຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ, ພຣະເຈົ້າກໍຈະບໍ່ຖືວ່າເຈົ້າເປັນມະນຸດອີກຕໍ່ໄປ. ແລ້ວເຈົ້າແມ່ນຫຍັງ? ໃນສາຍຕາຂອງພຣະເຈົ້າ, ເຈົ້າຄືຊາຕານ, ສັດຕູ, ມານຮ້າຍ. ນີ້ຄືສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າທີ່ຈະບໍ່ອົດກັ້ນຕໍ່ການລ່ວງເກີນຂອງມະນຸດ. ຖ້າຜູ້ຄົນບໍ່ເຂົ້າໃຈສິ່ງນີ້ ແລະ ມັກຈະສ້າງເລື່ອງຈາກພຣະທຳທີ່ພຣະເຈົ້າທຳນວາຍໄວ້, ພະຍາຍາມຫາຂໍ້ຕໍ່ລອງກັບພຣະເຈົ້າ, ເຮົາຂໍບອກເຈົ້າວ່າ ນີ້ຄືການລົນຫາທີ່ຕາຍ. ຕະຫຼອດເວລາ, ມະນຸດຄວນຮູ້ວ່າພວກເຂົາແມ່ນໃຜ ແລະ ພວກເຂົາຄວນປະຕິບັດຕໍ່ພຣະເຈົ້າ ແລະ ທຸກສິ່ງທີ່ກ່ຽວກັບພຣະເຈົ້າໃນລັກສະນະໃດ, ດ້ວຍເຫດຜົນແບບໃດ ແລະ ຈາກມຸມມອງໃດ. ເມື່ອຜູ້ຄົນສູນເສຍຕົວຕົນ ແລະ ຕຳແໜ່ງຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ, ແກ່ນແທ້ຂອງພວກເຂົາກໍປ່ຽນໄປ. ຖ້າເຈົ້າກາຍເປັນສັດ, ພຣະເຈົ້າອາດຈະບໍ່ສົນໃຈເຈົ້າ, ເພາະເຈົ້າຈະເປັນສິ່ງທີ່ບໍ່ສຳຄັນ. ແຕ່ຖ້າເຈົ້າກາຍເປັນມານຮ້າຍ ແລະ ຊາຕານ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ການກາຍເປັນມານຮ້າຍ ແລະ ຊາຕານໝາຍເຖິງການກາຍເປັນສັດຕູຂອງພຣະເຈົ້າ ແລະ ຈາກນັ້ນເຈົ້າກໍຈະບໍ່ມີຄວາມຫວັງໃນຄວາມລອດພົ້ນອີກເລີຍ. ສະນັ້ນ, ເຮົາຢາກບອກທຸກຄົນຢູ່ທີ່ນີ້ວ່າ: ຢ່າສອດແນມເບິ່ງການກະທຳຂອງພຣະເຈົ້າ, ຢ່າສອດແນມເບິ່ງພຣະທຳຂອງພຣະເຈົ້າ, ຢ່າສອດແນມເບິ່ງພາລະກິດຂອງພຣະເຈົ້າ ແລະ ຢ່າສອດແນມເບິ່ງສິ່ງໃດກໍຕາມທີ່ກ່ຽວຂ້ອງກັບພຣະເຈົ້າ. ເຈົ້າເປັນມະນຸດ, ເປັນສິ່ງທີ່ຖືກສ້າງ, ສະນັ້ນ ຢ່າວິເຄາະຄວາມຖືກຕ້ອງຂອງພຣະເຈົ້າ. ຢ່າຖືວ່າພຣະເຈົ້າເປັນເປົ້າໝາຍໜຶ່ງຂອງການວິເຄາະ ແລະ ການກວດສອບຂອງເຈົ້າ, ທັງບໍ່ແມ່ນວັດຖຸຂອງການສອດແນມເບິ່ງຂອງເຈົ້າ. ເຈົ້າເປັນສິ່ງທີ່ຖືກສ້າງ, ເປັນມະນຸດ, ສະນັ້ນ ພຣະເຈົ້າຈຶ່ງເປັນພຣະເຈົ້າຂອງເຈົ້າ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ ນັ້ນຄືສິ່ງທີ່ເຈົ້າຄວນຍອມຮັບ. ບໍ່ວ່າພຣະເຈົ້າຈະບອກຫຍັງເຈົ້າ, ເຈົ້າກໍຄວນຍອມຮັບ. ສ່ວນສິ່ງທີ່ພຣະເຈົ້າບໍ່ໄດ້ບອກເຈົ້າ, ເລື່ອງເຫຼົ່ານັ້ນທີ່ກ່ຽວຂ້ອງກັບຄວາມເລິກລັບ ແລະ ຄຳທຳນວາຍ, ເລື່ອງທີ່ກ່ຽວກັບຕົວຕົນຂອງພຣະເຈົ້າ, ມີສິ່ງໜຶ່ງທີ່ແນ່ນອນຄື: ເຈົ້າບໍ່ຈຳເປັນຕ້ອງຮູ້ສິ່ງເຫຼົ່ານີ້. ການຮູ້ສິ່ງເຫຼົ່ານີ້ຈະບໍ່ເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງເຈົ້າ. ຈົ່ງຍອມຮັບເທົ່າທີ່ເຈົ້າສາມາດເຂົ້າໃຈໄດ້. ຢ່າປ່ອຍໃຫ້ສິ່ງເຫຼົ່ານີ້ກາຍເປັນອຸປະສັກໃນການໄລ່ຕາມຂອງເຈົ້າກ່ຽວກັບການປ່ຽນແປງໃນອຸປະນິໄສ ແລະ ການໄລ່ຕາມຄວາມລອດພົ້ນ. ນີ້ຄືວິທີທີ່ຖືກຕ້ອງ. ຖ້າຄົນໃດຄົນໜຶ່ງຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ ແລະ ສືບຕໍ່ສອດແນມເບິ່ງສິ່ງຕ່າງໆທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ຖ້າພວກເຂົາປະຕິເສດທີ່ຈະປ່ຽນແປງຢ່າງຕໍ່ເນື່ອງ, ຍຶດຖືຢ່າງດື້ດ້ານ, ປະຕິບັດຕໍ່ພຣະເຈົ້າໃນລັກສະນະນີ້ ແລະ ດ້ວຍທັດສະນະຄະຕິແບບນີ້, ແລ້ວຄວາມຫວັງຂອງພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນກໍຈະຮິບຮີ່ລົງຫຼາຍ. ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງພຣະທຳຂອງພຣະເຈົ້າທີ່ທຳນວາຍເຖິງມະຫາໄພ, ໃຫ້ພວກເຮົາສະຫຼຸບການໂອ້ລົມກ່ຽວກັບຫົວຂໍ້ນີ້ໄວ້ພຽງເທົ່ານີ້. ແລ້ວຕອນນີ້ໃຫ້ພວກເຮົາກ້າວໄປສູ່ຫົວຂໍ້ຕໍ່ໄປໃນກັນ ເລີຍ.

4.) ການສອດແນມເບິ່ງພຣະທຳຂອງພຣະເຈົ້າກ່ຽວກັບເວລາທີ່ພຣະອົງຈະຈາກໂລກໄປ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງຈະສຳເລັດ

ຫົວຂໍ້ທີສີ່ແມ່ນ ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງພຣະທຳຂອງພຣະເຈົ້າກ່ຽວກັບເວລາທີ່ພຣະອົງຈະຈາກໂລກໄປ ແລະ ເວລາທີ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງຈະສຳເລັດ. ບໍ່ມີການກ່າວເຖິງເລື່ອງນີ້ຫຼາຍປານໃດໃນພຣະທຳຂອງພຣະເຈົ້າ. ໃນບັນດາພຣະທຳທີ່ມີຈຳກັດເຫຼົ່ານີ ຖ້າເນື້ອໃນເປັນຫົວຂໍ້ທີ່ຜູ້ຄົນໃຫ້ຄວາມສົນໃຈເປັນພິເສດ, ບໍ່ວ່າພຣະທຳເຫຼົ່ານີ້ຈະບໍ່ສະດຸດຕາ ຫຼື ຖືກປົກປິດສໍ່າໃດກໍຕາມ, ພວກເຂົາກໍຈະຊອກຫາພວກມັນຈົນພົບ. ຫຼັງຈາກພົບພວກມັນແລ້ວ, ພວກເຂົາກໍຂີດໝາຍພວກມັນດ້ວຍປາກກາ, ປະຕິບັດຕໍ່ພວກມັນຄືກັບພຣະທຳທີ່ສຳຄັນທີ່ຕ້ອງອ່ານ. ພວກເຂົາແບ່ງປັນ ແລະ ອ່ານພຣະທຳເຫຼົ່ານີ້ເພື່ອເຕືອນ ແລະ ປອບໃຈຕົນເອງເມື່ອໃດກໍຕາມທີ່ພວກເຂົາມີໂອກາດ. ແນ່ນອນວ່າ ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ສິ່ງທີ່ພວກເຂົາກັງວົນຫຼາຍກວ່າບໍ່ແມ່ນເລື່ອງທີ່ວ່າພຣະເຈົ້າຈະຈາກໂລກໄປໃນເມື່ອໃດ ຫຼື ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງຈະສຳເລັດລົງເມື່ອໃດ, ແຕ່ແມ່ນກ່ຽວກັບຂໍ້ເທັດຈິງທີ່ພຣະເຈົ້າຕັ້ງໃຈຈະເຮັດໃຫ້ສຳເລັດທີ່ຢູ່ເບື້ອງຫຼັງພຣະທຳເຫຼົ່ານີ້. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຫວັງທີ່ສຸດໃນໃຈຂອງພວກເຂົາກໍຄື ການໄດ້ເຫັນພາບໜ້າປະທັບໃຈທີ່ຍິ່ງໃຫຍ່ຂອງການທີ່ພຣະເຈົ້າຈາກໂລກໄປດ້ວຍຕົນເອງ ໃນຊ່ວງຊີວິດຂອງພວກເຂົາ. ນີ້ຈະໝາຍຄວາມວ່າພຣະເຈົ້າທີ່ພວກເຂົາໄດ້ຕິດຕາມນັ້ນແມ່ນພຣະເຈົ້າທີ່ຖືກຕ້ອງ, ພວກເຂົາບໍ່ໄດ້ເລືອກພຣະເຈົ້າຜິດ ແລະ ພວກເຂົາກໍບໍ່ໄດ້ເລືອກເປົ້າໝາຍທີ່ຜິດໃນການຕິດຕາມ. ເມື່ອສິ່ງເຫຼົ່ານີ້ໄດ້ຮັບການຢືນຢັນ, ພວກເຂົາກໍເຊື່ອວ່າໂອກາດຂອງພວກເຂົາທີ່ຈະໄດ້ຮັບພຣະພອນນັ້ນເພີ່ມຂຶ້ນຢ່າງຫຼວງຫຼາຍ. ນອກຈາກນີ້, ຖ້າພວກເຂົາສາມາດເຫັນພາບໜ້າປະທັບໃຈຂອງການທີ່ພຣະເຈົ້າຈາກໂລກໄປ ແລະ ພາບໜ້າປະທັບໃຈຂອງການທີ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳເລັດພາຍໃນຊ່ວງຊີວິດຂອງພວກເຂົາ, ມັນໝາຍຄວາມວ່າຄວາມເຊື່ອຂອງພວກເຂົາຈະຍິ່ງໝັ້ນຄົງຫຼາຍຂຶ້ນ ແລະ ພວກເຂົາຈະຕິດຕາມພຣະເຈົ້າໂດຍບໍ່ມີຄວາມສົງໄສໃດໆ. ການໄດ້ເຫັນສາກນີ້ຈະໝາຍຄວາມວ່າຄວາມສົງໄສ ແລະ ຄວາມບໍ່ເຂົ້າໃຈກ່ຽວກັບພຣະເຈົ້າກ່ອນໜ້ານີ້ຂອງພວກເຂົາ ແລະ ການໃສ່ຮ້າຍປ້າຍສີ, ການພິພາກສາ ແລະ ການປະຕິເສດທີ່ພວກເຂົາພົບພໍ້ຈາກຄົນອື່ນ, ທັງໝົດຈະຖືກຖິ້ມໄວ້ຂ້າງຫຼັງ, ບໍ່ບີບຄັ້ນພວກເຂົາອີກຕໍ່ໄປ. ໃນດ້ານໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສກຳລັງຕັ້ງຕາລໍຄອຍການມາເຖິງຂອງມື້ນີ້ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍກຳລັງເຝົ້າເບິ່ງສິ່ງທີ່ພຣະເຈົ້າກຳລັງເຮັດຢູ່ໃນໂລກຕອນນີ້, ພາລະກິດຂອງພຣະອົງໃກ້ຈະສຳເລັດແລ້ວ ຫຼື ບໍ່, ພຣະທຳທີ່ພຣະອົງຈຳເປັນຕ້ອງກ່າວນັ້ນໃກ້ຈະໝົດແລ້ວ ຫຼື ບໍ່, ຜູ້ຄົນທີ່ຕິດຕາມພຣະອົງມີຄວາມຈົງຮັກພັກດີທີ່ແທ້ຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຖືກເຮັດໃຫ້ສົມບູນແລ້ວ ຫຼື ບໍ່. ເມື່ອສັງເກດເບິ່ງຜູ້ຄົນທີ່ກຳລັງຕິດຕາມພຣະຄຣິສໃນຕອນນີ້, ຜູ້ຕໍ່ຕ້ານພຣະຄຣິສສັງເກດເຫັນວ່າຄົນສ່ວນໃຫຍ່ມີຄວາມເຊື່ອທີ່ອ່ອນແອ, ມັກຈະເຮັດຜິດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຫຼາຍຄົນມັກຈະຖືກລິຮານຢູ່ເລື້ອຍໆ ເພາະພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມອອກມາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ບາງຄົນເຖິງກັບຖືກສົ່ງໄປກຸ່ມ ຂ, ຖືກແຍກດ່ຽວ ຫຼື ຖືກຂັບໄລ່ອອກ. ຈາກສັນຍານເຫຼົ່ານີ້, ພວກເຂົາຮູ້ສຶກວ່າ “ມື້ທີ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າຈະສຳເລັດເບິ່ງຄືວ່າຍັງອີກຍາວໄກ, ເຊິ່ງເປັນສິ່ງທີ່ໜ້າຫງຸດຫງິດຫຼາຍ! ແຕ່ຄົນໃດຄົນໜຶ່ງຈະເຮັດຫຍັງໄດ້ຖ້າໃຈຮ້ອນ? ມັນຈະແກ້ໄຂບັນຫາຫຍັງໄດ້?” ເພາະວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ບໍ່ຍອມຮັບຄວາມຈິງ, ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈຶ່ງບໍ່ສາມາດວັດແທກໄດ້ວ່າຜົນຈາກພາລະກິດຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນນັ້ນປົກກະຕິ ຫຼື ບໍ່. ພວກເຂົາບໍ່ສາມາດເຂົ້າໃຈໄດ້ວ່າສິ່ງທີ່ພຣະເຈົ້າໄດ້ກະທຳຕໍ່ຜູ້ຄົນນັ້ນໄດ້ບັນລຸຜົນໃດໆຢ່າງແທ້ຈິງ ຫຼື ບໍ່; ພຣະທຳຂອງພຣະເຈົ້າສາມາດຊ່ວຍໃຫ້ຜູ້ຄົນລອດພົ້ນ ແລະ ປ່ຽນແປງຜູ້ຄົນໄດ້ຢ່າງແທ້ຈິງ ຫຼື ບໍ່; ໃນຂະນະທີ່ຍອມຮັບພຣະທຳເຫຼົ່ານີ້, ຜູ້ຄົນໄດ້ຜ່ານການປ່ຽນແປງ, ໄດ້ຮັບບາງສິ່ງບາງຢ່າງຢ່າງແທ້ຈິງ ຫຼື ໄດ້ຮັບການຮັບຮອງຈາກພຣະເຈົ້າ ຫຼື ບໍ່; ຫຼື ຄົນເຫຼົ່ານີ້ສາມາດເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບພຣະພອນ ຫຼື ບໍ່ ແລະ ພວກເຂົາບໍ່ສາມາດເຂົ້າໃຈ ຫຼື ອະທິບາຍຂໍ້ເທັດຈິງທີ່ພວກເຂົາສັງເກດເຫັນດ້ວຍຕາຂອງພວກເຂົາເອງ. ທຸກເຫດການທີ່ພວກເຂົາເຫັນ, ທຸກເຫດການທີ່ພວກເຂົາຄິດຢູ່ໃນໃຈຂອງພວກເຂົາ, ລ້ວນແລ້ວແຕ່ສັບສົນວຸ້ນວາຍ, ເປັນໄປບໍ່ໄດ້ທີ່ຈະກຳຈັດ. “ເລື່ອງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ເຂົ້າໃຈໄດ້ຍາກ ແລະ ຍາກທີ່ຈະເບິ່ງທະລຸໄດ້, ຍາກທີ່ຈະຢັ່ງຮູ້. ເຫດການທີ່ພຣະເຈົ້າຈາກໂລກໄປ ແລະ ການສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າມີຢູ່ຈິງແທ້ບໍ? ພວກມັນສາມາດກາຍເປັນຈິງໄດ້ແທ້ບໍ?” ໃນດ້ານໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສບັງຄັບຕົນເອງໃຫ້ເຊື່ອວ່າພຣະເຈົ້າທີ່ພວກເຂົາຕິດຕາມແມ່ນພຣະເຈົ້າ, ແຕ່ໃນເວລາດຽວກັນ, ພວກເຂົາກໍອົດສົງໄສບໍ່ໄດ້ວ່າ: “ພຣະອົງແມ່ນພຣະເຈົ້າບໍ? ພຣະອົງເປັນມະນຸດ, ບໍ່ແມ່ນບໍ? ມັນບໍ່ດີທີ່ຈະຄິດແບບນີ້. ຄົນສ່ວນໃຫຍ່ເຊື່ອວ່າພຣະອົງແມ່ນພຣະເຈົ້າ, ສະນັ້ນ ຂ້ອຍກໍຄວນເຊື່ອຄືກັນ. ແຕ່ບໍ່, ຂ້ອຍທຳໃຈໃຫ້ເຊື່ອບໍ່ໄດ້! ຂ້ອຍຈະເຫັນໄດ້ຢູ່ໃສວ່າພຣະອົງແມ່ນພຣະເຈົ້າ? ພຣະອົງສາມາດເຮັດໃຫ້ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳເລັດໄດ້ບໍ? ພຣະອົງສາມາດເຮັດພາລະກິດຂອງພຣະເຈົ້າໄດ້ບໍ? ພຣະອົງສາມາດເປັນຕົວແທນຂອງພຣະເຈົ້າໄດ້ບໍ? ພຣະອົງສາມາດເຮັດໃຫ້ແຜນການຂອງພຣະເຈົ້າສຳເລັດໄດ້ບໍ? ພຣະອົງສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ບໍ? ພຣະອົງສາມາດນຳພາຜູ້ຄົນເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມໄດ້ບໍ?” ຄວາມຄິດທັງໝົດນີ້ ແລະ ອື່ນໆທີ່ຄ້າຍຄືກັນໄດ້ກາຍເປັນແມ່ກະແຈທີ່ໄຂບໍ່ອອກ ແລະ ທຳລາຍບໍ່ໄດ້ໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຄິດວ່າ “ຂ້ອຍຄວນເຮັດແນວໃດ? ແຕ່ກໍຍັງມີຫຼັກການສູງສຸດຄື: ລໍຖ້າ ແລະ ອົດທົນ; ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະຖືກຊ່ວຍໃຫ້ລອດພົ້ນ. ເຖິງແມ່ນວ່າຂ້ອຍບໍ່ໄລ່ຕາມຄວາມຈິງ, ແຕ່ຂ້ອຍກໍມີກົດລະບຽບຂອງຂ້ອຍເອງ. ຖ້າຄົນອື່ນບໍ່ອອກໄປ, ຂ້ອຍກໍຈະບໍ່ອອກໄປ. ຖ້າຄົນອື່ນຕິດຕາມ, ຂ້ອຍກໍຈະຕິດຕາມ. ຂ້ອຍຈະໄປຕາມກະແສ. ຖ້າທຸກຄົນເວົ້າວ່າພຣະອົງແມ່ນພຣະເຈົ້າ, ແລ້ວຂ້ອຍກໍຈະເອີ້ນພຣະອົງວ່າພຣະເຈົ້າ. ຖ້າທຸກຄົນເຊົາເຊື່ອ ແລະ ປະຕິເສດພຣະເຈົ້າ, ແລ້ວຂ້ອຍກໍຈະເຮັດຕາມ. ບໍ່ສາມາດບັງຄັບໃຊ້ກົດໝາຍໄດ້ເມື່ອທຸກຄົນເປັນຜູ້ກະທຳຜິດ, ແມ່ນບໍ?”. ເມື່ອພວກເຂົາເຫັນການເຜີຍແຜ່ພາລະກິດຂອງພຣະເຈົ້າໄປເຖິງຈຸດສູງສຸດ, ພວກເຂົາກໍປິຕິຍິນດີຢ່າງລັບໆໃນໃຈຂອງພວກເຂົາວ່າ: “ໂຊກດີທີ່ຂ້ອຍບໍ່ໄດ້ຈາກໄປຕອນທີ່ຂ້ອຍສົງໄສ ແລະ ອ່ອນແອທີ່ສຸດ. ເບິ່ງແມວ່າຄວາມເຊື່ອຂອງຂ້ອຍນຳຫຍັງມາໃຫ້ໃນຕອນນີ້. ມື້ນັ້ນໃກ້ຈະມາຮອດບ່ອນນີ້ແລ້ວ ແລະ ມີຜູ້ຄົນຕິດຕາມພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ໂດຍສະເພາະຢູ່ຕ່າງປະເທດ, ຜູ້ຄົນຈາກປະເທດຕ່າງໆກຳລັງສືບສວນເສັ້ນທາງທີ່ແທ້ຈິງ ແລະ ຈຳນວນຜູ້ເຊື່ອກໍເພີ່ມຂຶ້ນ. ເຮືອນຂອງພຣະເຈົ້າກຳລັງຜະລິດວິດີໂອ, ຮູບເງົາ, ເພງສັນລະເສີນ ແລະ ຄຳພະຍານຫຼາຍຂຶ້ນເລື້ອຍໆ, ດຶງດູດຄວາມສົນໃຈຫຼາຍຂຶ້ນ. ມະນຸດຄົນໃດຄົນໜຶ່ງບໍ່ສາມາດບັນລຸຜົນໄດ້ຮັບດັ່ງກ່າວໄດ້; ມີພຽງແຕ່ພາລະກິດຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ສຳເລັດໄດ້. ຄົນທຳມະດາຜູ້ນີ້ມີແນວໂນ້ມຫຼາຍທີ່ສຸດທີ່ຈະເປັນພຣະຄຣິສ, ເປັນພຣະເຈົ້າ. ຍ້ອນພຣະອົງເປັນພຣະຄຣິສ, ເປັນພຣະເຈົ້າ, ພຣະທຳຂອງພຣະອົງກໍຈະກາຍເປັນຈິງຢ່າງແນ່ນອນ. ຖ້າພຣະທຳຂອງພຣະອົງບໍ່ກາຍເປັນຈິງ, ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ. ອີງຕາມການໃຫ້ເຫດຜົນທາງຕັກກະສາດ, ການສະຫຼຸບນີ້ຟັງຂຶ້ນ, ມັນຖືກຕ້ອງ. ຖ້າພຣະອົງແມ່ນພຣະເຈົ້າ, ມັນກໍຈະມີມື້ໜຶ່ງທີ່ພຣະອົງຈາກໂລກໄປ; ຖ້າພຣະອົງແມ່ນພຣະເຈົ້າ, ພຣະອົງກໍສາມາດເຮັດໃຫ້ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງສຳເລັດໄດ້. ເມື່ອຕັດສິນຈາກສັນຍານທັງໝົດນີ້, ຜູ້ຄົນໃນຄຣິສຕະຈັກທີ່ຕິດຕາມພຣະເຈົ້າກຳລັງກ້າວໄປໃນທິດທາງທີ່ເປັນບວກ, ໄປສູ່ເປົ້າໝາຍທີ່ດີ. ທຸກຢ່າງຂ້ອນຂ້າງດີທີ່ສຸດ, ມັນລ້ວນແລ້ວແຕ່ເປັນບວກຫຼາຍ. ສິ່ງນີ້ດີກວ່າການຕິດຕາມກະແສທາງໂລກ; ບໍ່ມີຄວາມຫວັງໃນການໄລ່ຕາມສິ່ງເຫຼົ່ານັ້ນ, ມັນພຽງແຕ່ນຳໄປສູ່ການທົນທຸກຕໍ່ການຖືກທາລຸນເທົ່ານັ້ນ ແລະ ໃນທີ່ສຸດກໍນຳໄປສູ່ຄວາມພິນາດ. ຖ້າຄົນໃດຄົນໜຶ່ງເຊື່ອໃນພຣະເຈົ້າ ແລະ ພວກເຂົາສາມາດເປັນພະຍານເຖິງມື້ທີ່ພຣະອົງຈາກໂລກໄປ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງສຳເລັດລົງ ແລະ ສາມາດມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ, ນັ້ນຈະຖືເປັນກຽດສໍ່າໃດ!” ເມື່ອຄິດກ່ຽວກັບເລື່ອງນີ້, ພວກເຂົາກໍຮູ້ສຶກວ່າ: “ເປັນຫຍັງຂ້ອຍຈຶ່ງສະຫຼາດແທ້? ຂ້ອຍເລືອກເສັ້ນທາງນີ້; ເບິ່ງຄືວ່າຂ້ອຍເປັນຄົນທີ່ມີ IQ ສູງ ແລະ ມີສະຕິປັນຍາທີ່ແຫຼມຄົມ”. ພວກເຂົາບໍ່ໄດ້ຖືວ່າມັນເປັນຍ້ອນພຣະຄຸນຂອງພຣະເຈົ້າ, ແຕ່ເປັນຍ້ອນຄວາມສະຫຼາດຂອງພວກເຂົາເອງ, ຄວາມຫຼັກແຫຼມຂອງພວກເຂົາເອງ. ນີ້ຊ່າງເປັນຄວາມຄິດທີ່ເປັນຕາຫົວ!

ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ “ເລື່ອງທີ່ພຣະເຈົ້າຈາກໂລກໄປ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳເລັດນັ້ນ ແຕກຕ່າງຈາກເລື່ອງຕ່າງໆ ເຊັ່ນ: ພຣະສັນຍາ ແລະ ພຣະພອນຂອງພຣະເຈົ້າ, ການສາບແຊ່ງ ແລະ ການລົງໂທດຂອງພຣະອົງ ແລະ ຄຳທຳນວາຍຂອງພຣະອົງກ່ຽວກັບມະຫາໄພ, ເລື່ອງນີ້ບໍ່ສາມາດຮີບໄດ້; ຜູ້ຄົນຈຳເປັນຕ້ອງມີຄວາມອົດທົນ 12/10 ແລະ ຄວາມໃຈເຢັນ 20/10 ເພື່ອລໍຖ້າໃຫ້ມື້ນັ້ນມາເຖິງ. ເພາະວ່າເມື່ອມື້ນັ້ນມາເຖິງ, ທຸກຢ່າງກໍຈະສຳເລັດລົງ. ຖ້າຂ້ອຍບໍ່ສາມາດອົດທົນໄດ້ໃນຕອນນີ້, ບໍ່ສາມາດທົນຕໍ່ຄວາມໂດດດ່ຽວ ແລະ ບໍ່ສາມາດທົນຕໍ່ຄວາມທຸກທໍລະມານນີ້ໄດ້, ແລ້ວຂ້ອຍກໍຈະຖືກຖິ້ມໄວ້ຂ້າງຫຼັງເມື່ອມື້ນັ້ນມາເຖິງ. ຕອນນີ້ແມ່ນໄລຍະສຸດທ້າຍແລ້ວ; ຫຼັງຈາກທົນທຸກມາຫຼາຍຂະໜາດນີ້, ຂ້ອຍຄົງຈະເປັນຄົນໂງ່ຖ້າບໍ່ອົດທົນຕື່ມອີກຈັກໜ້ອຍ!” ສະນັ້ນ, ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມີພຽງວິທີດຽວທີ່ຈະເຫັນການມາເຖິງຂອງມື້ນັ້ນຄື: ລໍຖ້າຢ່າງເຊື່ອຟັງ ແລະ ຢ່າງໃຈເຢັນ, ຢ່າຮີບຮ້ອນ ແລະ ຮຽນຮູ້ທີ່ຈະອົດທົນ. ພວກເຂົາຄິດວ່າ “ຍ້ອນຂ້ອຍເລືອກທີ່ຈະວາງເດີມພັນແລ້ວ, ຂ້ອຍກໍຄວນຮຽນຮູ້ທີ່ຈະອົດທົນ, ເພາະຄວາມອົດທົນນີ້ບໍ່ແມ່ນເລື່ອງເລັກນ້ອຍ. ຖ້າຂ້ອຍອົດທົນຈົນເຖິງທີ່ສຸດ, ຫຼັງຈາກທີ່ເລື່ອງນີ້ສຳເລັດລົງ, ສິ່ງທີ່ຂ້ອຍຈະໄດ້ຮັບກໍຄືພຣະພອນອັນຍິ່ງໃຫຍ່! ຖ້າຂ້ອຍບໍ່ອົດທົນໃນລະຫວ່າງຊ່ວງເວລານີ້, ແລ້ວຂ້ອຍກໍຈະພົບພໍ້ກັບໄພພິບັດອັນຍິ່ງໃຫຍ່. ເລື່ອງນີ້ສາມາດອອກຜົນຮັບສອງຢ່າງ; ມັນສາມາດນຳມາເຊິ່ງພຣະພອນອັນຍິ່ງໃຫຍ່ ຫຼື ໄພພິບັດອັນຍິ່ງໃຫຍ່”. ເຈົ້າເຫັນບໍ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໂງ່, ແມ່ນບໍ? ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ເຊື່ອໃນຄວາມຈິງ, ພວກເຂົາເປັນຜູ້ບໍ່ເຊື່ອ, ແຕ່ແລ້ວພວກເຂົາສາມາດວິເຄາະເລື່ອງນີ້ໄດ້ຢ່າງຖືກຕ້ອງ ແລະ ລະອຽດຂະໜາດນັ້ນໄດ້ແນວໃດ? ການວິເຄາະແບບນີ້ເໝາະສົມບໍ? (ບໍ່.) ບອກເຮົາມາເບິ່ງວ່າ ຜູ້ຄົນຄວນມີທັດສະນະຄະຕິທີ່ “ຈິງຈັງ” ແບບນັ້ນຕໍ່ພຣະທຳຂອງພຣະເຈົ້າບໍ? ບາງຄົນເວົ້າວ່າ: “ນີ້ເປັນເລື່ອງໃຫຍ່, ກ່ຽວຂ້ອງກັບອະນາຄົດ ແລະ ຊະຕາກຳຂອງຄົນເຮົາ ແລະ ກ່ຽວຂ້ອງກັບການສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ບໍ່ສາມາດຖືເບົາກັບເລື່ອງນີ້ໄດ້. ຜູ້ຄົນຕ້ອງຄິດຄຳນວນປີ ແລະ ເດືອນທີ່ແນ່ນອນ ສຳລັບເວລາທີ່ພຣະເຈົ້າຈາກໂລກໄປ. ຍິ່ງໄປກວ່ານັ້ນ, ວິທີການ ແລະ ສາກຂອງການຈາກໄປຂອງພຣະເຈົ້າທີ່ຖືກເປີດເຜີຍລະຫວ່າງແຖວໃນພຣະທຳຂອງພຣະເຈົ້າຕ້ອງໄດ້ຮັບການວິເຄາະ. ຖ້າຄົນໃດຄົນໜຶ່ງບໍ່ຖືເອົາເລື່ອງນີ້ຢ່າງຈິງຈັງ ແລະ ວິເຄາະມັນຢ່າງລະອຽດ, ການພາດສິ່ງທີ່ດີແບບນັ້ນກໍຈະນຳໄປສູ່ຄວາມເສຍໃຈທີ່ບໍ່ມີວັນສິ້ນສຸດ; ເຫດການແບບນັ້ນຈະບໍ່ມີວັນໄດ້ເຫັນອີກ. ໂດຍສະເພາະເມື່ອພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳເລັດລົງ ແລະ ມື້ ແລະ ຊ່ວງເວລາແຫ່ງການໄດ້ຮັບສະຫງ່າລາສີຂອງພຣະເຈົ້າມາເຖິງ, ຜູ້ຄົນຍິ່ງຈຳເປັນຕ້ອງຮູ້ຫຼາຍຂຶ້ນ”. ໃນເລື່ອງນັ້ນ ບາງຄົນກໍຖາມວ່າ “ພວກເຮົາຈະຮູ້ໄດ້ແນວໃດຖ້າພຣະເຈົ້າບໍ່ເວົ້າ?” “ຖ້າຊັ້ນເຈົ້າກໍຕ້ອງອະທິຖານຂໍໃຫ້ພຣະເຈົ້າເປີດເຜີຍມັນແກ່ເຈົ້າໃນຄວາມຝັນ, ເຊັ່ນດຽວກັບໂຢຮັນໃນໜັງສືພຣະນິມິດ. ຖ້າເຈົ້າໄດ້ຮັບນິມິດ, ເຫັນມື້ທີ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າກຳລັງຖືກເຮັດໃຫ້ສຳເລັດໃນຄວາມຝັນ ຫຼື ນິມິດຂອງເຈົ້າ, ສິ່ງນີ້ຈະເຮັດໃຫ້ຄວາມເຊື່ອຂອງເຈົ້າເຂັ້ມແຂງຂຶ້ນຢ່າງສົມບູນໃນທັນທີ. ຄວາມອົດທົນຂອງເຈົ້າ, ການລໍຖ້າຂອງເຈົ້າຈະບໍ່ແມ່ນພິທີການ ຫຼື ພຽງແຕ່ສິ່ງທີ່ເຈົ້າເຮັດອີກຕໍ່ໄປ; ແຕ່ກົງກັນຂ້າມ ເຈົ້າຈະເຕັມໃຈລໍຖ້າ ແລະ ອົດທົນແບບນີ້ຈາກສ່ວນເລິກຂອງຫົວໃຈຂອງເຈົ້າ. ນັ້ນຈະເປັນສິ່ງທີ່ດີຫຼາຍ!” ວິທີການນີ້ຍອມຮັບໄດ້ບໍ? (ບໍ່.)

ບໍ່ວ່າມະນຸດຊາດຈະຕ້ອງການພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈັກປີກໍຕາມ, ໃນທີ່ສຸດກໍຈະມີມື້ໜຶ່ງທີ່ພາລະກິດຂອງພຣະອົງໃນເນື້ອໜັງສຳເລັດລົງ. ນີ້ໝາຍຄວາມວ່າບຸກຄົນຜູ້ນີ້ຈະຈາກມະນຸດຊາດໄປໃນທີ່ສຸດ; ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນ. ພາລະກິດແຫ່ງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງຈະສິ້ນສຸດລົງ. ສ່ວນເລື່ອງທີ່ວ່າຈຸດຈົບນີ້ຈະກິນເວລາສິບປີ, ຊາວປີ, ຫ້າສິບປີ, ແປດສິບປີ ຫຼື ໜຶ່ງຮ້ອຍປີ ຫຼື ບໍ່ນັ້ນ, ພວກເຮົາບໍ່ຈຳເປັນຕ້ອງເຈາະເລິກກ່ຽວກັບມັນ. ນີ້ເປັນພຽງວິທີການກ່າວຂອງພຣະເຈົ້າ. ການເວົ້າວ່ານີ້ເປັນວິທີການກ່າວຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າແນວຄວາມຄິດຂອງພຣະເຈົ້າກ່ຽວກັບ “ຈຸດຈົບ” ນັ້ນມີຈັກປີແທ້ໆ, ແນວຄວາມຄິດຂອງພຣະເຈົ້າກ່ຽວກັບເວລານັ້ນແຕກຕ່າງຈາກມະນຸດຢ່າງແນ່ນອນ. ມັນເປັນປະໂຫຍດບໍທີ່ພວກເຮົາຈະກວດສອບຈຳນວນປີທີ່ແນ່ນອນວ່າແມ່ນເທົ່າໃດແທ້? ບໍ່, ມັນບໍ່ມີປະໂຫຍດ. ເປັນຫຍັງຈຶ່ງບໍ່ມີປະໂຫຍດ? ເພາະວ່າທັງໝົດນີ້ຢູ່ໃນພຣະຫັດຂອງພຣະເຈົ້າ, ມັນບໍ່ແມ່ນສິ່ງທີ່ມະນຸດສາມາດໄດ້ຮັບໂດຍການຖາມ, ທັງບໍ່ແມ່ນສິ່ງທີ່ເມື່ອຜູ້ຄົນຮູ້ແລ້ວ ຈະສາມາດຖືກພວກເຂົາໃຊ້ເພື່ອຈຳກັດພຣະເຈົ້າ. ພຣະເຈົ້າເຮັດຕາມທີ່ພຣະອົງປາຖະໜາ. ສິ່ງດຽວທີ່ຜູ້ຕິດຕາມພຣະເຈົ້າຄວນເຮັດກໍຄືການສະແຫວງຫາຄວາມຈິງ, ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ໄດ້ຮັບຊີວິດ, ກ້າວເຂົ້າສູ່ເສັ້ນທາງແຫ່ງການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານຢ່າງແທ້ຈິງ. ດ້ວຍວິທີນີ້, ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າກໍຈະສຳເລັດລົງຢ່າງສົມບູນຢ່າງແທ້ຈິງ ແລະ ພຣະເຈົ້າກໍຈະຊົງພັກຜ່ອນ. ການພັກຜ່ອນຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມະນຸດຊາດຈະໄດ້ພັກຜ່ອນ. ເມື່ອມະນຸດຊາດມີສະຖານທີ່ໃຫ້ພັກຜ່ອນແລ້ວ, ພຣະເຈົ້າກໍສາມາດພັກຜ່ອນໄດ້. ການພັກຜ່ອນຂອງພຣະເຈົ້າຄືການພັກຜ່ອນຂອງມະນຸດຊາດ. ເມື່ອມະນຸດຊາດມີສະພາບແວດລ້ອມການດຳລົງຊີວິດ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ປົກກະຕິ, ມັນກໍນຳການພັກຜ່ອນມາສູ່ພຣະເຈົ້າ. ສ່ວນເລື່ອງທີ່ວ່າມະນຸດຊາດຈະມີສະພາບແວດລ້ອມການດຳລົງຊີວິດແບບນັ້ນເມື່ອໃດ, ພວກເຂົາຈະໄປເຖິງຂັ້ນຕອນນີ້ເມື່ອໃດ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າຈະສຳເລັດລົງ ແລະ ພຣະອົງຈະເຂົ້າສູ່ສະຖານທີ່ພັກຜ່ອນຂອງພຣະອົງເມື່ອໃດນັ້ນ, ທັງໝົດນີ້ລ້ວນແລ້ວແຕ່ຢູ່ໃນແຜນການຂອງພຣະເຈົ້າ; ພຣະອົງມີຕາຕະລາງເວລາ. ຕາຕະລາງເວລາແຫ່ງແຜນການຂອງພຣະເຈົ້ານີ້ຕົກຢູ່ໃນຍຸກໃດ, ປີໃດ, ເດືອນໃດ, ຊົ່ວໂມງ ແລະ ນາທີໃດ, ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ຮູ້. ມະນຸດບໍ່ຈຳເປັນຕ້ອງຮູ້ ແລະ ການບອກເຈົ້າກໍບໍ່ມີປະໂຫຍດຫຍັງ. ເຖິງແມ່ນວ່າເຈົ້າຈະຖືກບອກໃຫ້ຮູ້ປີ, ເດືອນ, ຊົ່ວໂມງ ແລະ ນາທີທີ່ແນ່ນອນ, ສິ່ງນັ້ນຈະສາມາດກາຍເປັນຊີວິດຂອງເຈົ້າໄດ້ບໍ? ນັ້ນແມ່ນຊີວິດບໍ? ມັນບໍ່ສາມາດທົດແທນຊີວິດໄດ້. ສິ່ງດຽວທີ່ສິ່ງທີ່ຖືກສ້າງຄວນເຮັດຄືການຟັງຄວາມພຣະທຳຂອງພຣະເຈົ້າ, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ກາຍເປັນຄົນທີ່ຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ແຕ່ການທີ່ຕ້ອງການກວດສອບພຣະທຳຂອງພຣະເຈົ້າຢູ່ສະເໝີ, ເພື່ອສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າກາຍເປັນຈິງ ຫຼື ບໍ່, ເພື່ອກວດກາ, ວິເຄາະ ແລະ ກວດສອບຄວາມຖືກຕ້ອງຂອງພຣະທຳຂອງພຣະເຈົ້າ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ມະນຸດທີ່ຖືກສ້າງຄວນເຮັດ. ຜູ້ທີ່ຍືນຍັນທີ່ຈະຍ່າງໃນເສັ້ນທາງນີ້ ແລະ ເຮັດສິ່ງເຫຼົ່ານີ້ແມ່ນເຫັນໄດ້ຊັດເຈນວ່າບໍ່ແມ່ນສິ່ງທີ່ຖືກສ້າງທີ່ພຣະເຈົ້າຕ້ອງການ. ພວກເຂົາບໍ່ປະຕິບັດຕາມຂໍ້ກຳນົດຂອງພຣະອົງ, ບໍ່ດຳລົງຊີວິດຕາມກົດລະບຽບ ແລະ ຂໍ້ກຳນົດທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບຜູ້ຄົນ. ໃນສາຍຕາຂອງພຣະເຈົ້າ, ພວກເຂົາແມ່ນສັດຕູຂອງພຣະເຈົ້າ; ພວກເຂົາແມ່ນມານຮ້າຍ ແລະ ຊາຕານ, ບໍ່ແມ່ນຜູ້ທີ່ຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ສະນັ້ນ, ກ່ຽວກັບວ່າພຣະເຈົ້າຈະຈາກໂລກໄປເມື່ອໃດ, ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງຈະສຳເລັດລົງເມື່ອໃດ ແລະ ມື້ແຫ່ງການໄດ້ຮັບພຣະກຽດຂອງພຣະເຈົ້າມາເຖິງເມື່ອໃດ, ມຸມມອງທີ່ຖືກຕ້ອງຂອງມະນຸດຊາດທີ່ມີຕໍ່ພຣະທຳເຫຼົ່ານີ້ຂອງພຣະເຈົ້າ ແລະ ເລື່ອງນີ້ຄວນເປັນແນວໃດ? ຄົນເຮົາຄວນເຊື່ອວ່າສິ່ງເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວໄວ້ຈະກາຍເປັນຈິງຢ່າງແນ່ນອນ ແລະ ໃນເວລາດຽວກັນ, ກໍຫວັງວ່າພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າຈະສຳເລັດລົງ, ຫວັງວ່າອານາຈັກຂອງພຣະເຈົ້າຈະມາເຖິງ, ຫວັງວ່າພຣະເຈົ້າຈະປາກົດຕົວໃນລັດສະໝີຕໍ່ປະຊາຊົນຈຳນວນຫຼວງຫຼາຍ ແລະ ຫວັງວ່າພຣະເຈົ້າຈະເຂົ້າສູ່ການພັກຜ່ອນໂດຍໄວ. ນີ້ຄືສິ່ງທີ່ມະນຸດທີ່ຖືກສ້າງ, ຜູ້ທີ່ຕິດຕາມພຣະເຈົ້າຄວນຫວັງ ແລະ ອະທິຖານຂໍ. ການເຮັດເຊັ່ນນັ້ນແມ່ນເໝາະສົມ ແລະ ບໍ່ແມ່ນການສອດແນມເບິ່ງ. ເຖິງຢ່າງໃດກໍຕາມ, ການທີ່ໃຊ້ການກາຍເປັນຈິງຂອງພຣະທຳຂອງພຣະເຈົ້າມາເປັນຂໍ້ຕໍ່ລອງເພື່ອຂົ່ມຂູ່ພຣະເຈົ້າຢູ່ສະເໝີ, ເພື່ອຕັ້ງເງື່ອນໄຂກັບພຣະເຈົ້າ, ນັ້ນເອີ້ນວ່າການສອດແນມເບິ່ງ ແລະ ມັນເປັນສິ່ງທີ່ສັດຕູຂອງພຣະເຈົ້າເຮັດ; ການຕັດສິນໃຈຢູ່ສະເໝີວ່າຈະຈ່າຍລາຄາ ຫຼື ບໍ່, ຈະປະຖິ້ມທຸກຢ່າງ ຫຼື ບໍ່ ແລະ ຈະປະຕິບັດໜ້າທີ່ຂອງຕົນ ຫຼື ບໍ່ ໂດຍອີງໃສ່ວ່າພຣະທຳຂອງພຣະເຈົ້າກາຍເປັນຈິງ ຫຼື ບໍ່ນັ້ນ ກໍເປັນສິ່ງທີ່ສັດຕູເຮັດເຊັ່ນກັນ. ສິ່ງທີ່ຖືກສ້າງທີ່ແທ້ຈິງຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າ ແລະ ສ່ວນໃດກໍຕາມຂອງສິ່ງທີ່ພຣະເຈົ້າກ່າວ ຈາກມຸມມອງຂອງສິ່ງທີ່ຖືກສ້າງ, ບໍ່ແມ່ນຈາກມຸມມອງຂອງຊາຕານ, ມານຮ້າຍທີ່ຊົ່ວຮ້າຍ ຫຼື ສັດຕູຂອງພຣະເຈົ້າ.

5.) ການສອດແນມເບິ່ງພຣະທຳຂອງພຣະເຈົ້າກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະອົງ

ລາຍການຕໍ່ໄປທີ່ພວກເຮົາຈະໂອ້ລົມກັນກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະອົງ. ພຣະທຳເຫຼົ່ານີ້ກວມເອົາຂອບເຂດທີ່ກວ້າງຂວາງ; ເນື້ອໃນສ່ວນໃຫຍ່ຂອງພຣະທຳຂອງພຣະເຈົ້າກ່ຽວຂ້ອງກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະອົງ. ໃນດ້ານໜຶ່ງ, ວິທີການ ແລະ ນໍ້າສຽງໃນການກ່າວຂອງພຣະເຈົ້າ, ພ້ອມທັງເນື້ອໃນເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ, ເຫັນຕົວຕົນ ແລະ ແກ່ນແທ້ຂອງພຣະອົງ. ໃນອີກດ້ານໜຶ່ງ, ພຣະເຈົ້າມີພຣະທຳທີ່ຊັດເຈນເພື່ອບອກມະນຸດຊາດ, ເພື່ອເປີດເຜີຍອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະອົງໃຫ້ແກ່ມະນຸດຊາດ. ສຳລັບເນື້ອໃນສອງສ່ວນນີ້, ໃນດ້ານໜຶ່ງ, ຈາກຄວາມໝາຍທີ່ແຝງຢູ່ໃນພຣະທຳຂອງພຣະເຈົ້າ, ເນື້ອໃນຂອງພຣະທຳຂອງພຣະເຈົ້າ, ທຳມະຊາດຂອງພຣະທຳຂອງພຣະເຈົ້າ, ພ້ອມທັງນໍ້າສຽງຂອງພຣະເຈົ້າ ແລະ ຜູ້ຟັງທີ່ພຣະອົງກ່າວເຖິງ, ຄົນເຮົາສາມາດເຫັນອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້. ໃນອີກດ້ານໜຶ່ງ, ພຣະເຈົ້າບອກຜູ້ຄົນດ້ວຍພຣະທຳທີ່ຊັດເຈນວ່າ ພຣະອົງມີອຸປະນິໄສແບບໃດ, ພຣະອົງມີຕົວຕົນແບບໃດ ແລະ ແກ່ນແທ້ຂອງພຣະອົງເປັນແນວໃດ. ເນື້ອໃນສອງສ່ວນນີ້ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເມີນເສີຍໂດຍພື້ນຖານ; ພວກເຂົາຈະບໍ່ເຂົ້າໃຈອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຈາກສິ່ງເຫຼົ່ານີ້ ແລະ ພວກເຂົາຈະບໍ່ເຊື່ອໃນທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າຢ່າງແນ່ນອນ. ເພາະວ່າພວກເຂົາເປັນຜູ້ບໍ່ເຊື່ອ, ພວກເຂົາບໍ່ເຊື່ອວ່າພຣະທຳທີ່ກ່າວອອກມາຈາກພຣະໂອດຂອງພຣະເຈົ້າສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້. ເຖິງຢ່າງໃດກໍຕາມ, ມີຈຸດໜຶ່ງທີ່ພວກເຂົາບໍ່ສາມາດປະຕິເສດໄດ້ຄື: ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍໃຫ້ຜູ້ຄົນເຫັນຢ່າງຊັດເຈນວ່າ ພຣະເຈົ້າມີອຸປະນິໄສແບບໃດ, ພຣະເຈົ້າມີຕົວຕົນແບບໃດ ແລະ ແກ່ນແທ້ຂອງພຣະອົງເປັນແນວໃດ, ພຣະທຳຂອງພຣະອົງສ່ວນນີ້ ແມ່ນສິ່ງທີ່ພວກເຂົາບໍ່ສາມາດປະຕິເສດໄດ້. ເນື່ອງຈາກວ່າພວກເຂົາບໍ່ສາມາດປະຕິເສດມັນໄດ້, ມັນໝາຍຄວາມວ່າພວກເຂົາມີການຍອມຮັບທີ່ແທ້ຈິງ ແລະ ການຮັບຮູ້ທີ່ແທ້ຈິງບໍ? ພວກເຂົາບໍ່ຮັບຮູ້ພຣະທຳເຫຼົ່ານີ້. ໃນທາງກົງກັນຂ້າມ, ກ່ຽວກັບເນື້ອໃນຂອງອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຄວາມຊອບທຳ, ຄວາມບໍລິສຸດ, ຄວາມຮັກ, ສິດອຳນາດຂອງພຣະອົງ ແລະ ຄຸນລັກສະນະອື່ນໆທີ່ກ່ຽວຂ້ອງກັບສິ່ງທີ່ພຣະອົງມີ ແລະ ເປັນທີ່ພຣະເຈົ້າກ່າວເຖິງນັ້ນ, ນອກເໜືອຈາກການສະແດງຄວາມດູໝິ່ນ, ການບໍ່ສົນໃຈ ແລະ ການລະເລີຍແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງເບິ່ງພຣະທຳເຫຼົ່ານີ້ຈາກມຸມມອງຂອງການສອດແນມອີກດ້ວຍ. ຕົວຢ່າງ: ເມື່ອພຣະເຈົ້າຊົງກ່າວວ່າພຣະອົງຊອບທຳ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເລີ່ມກວດສອບເບິ່ງວ່າ: “ເຈົ້າຊອບທຳບໍ? ບໍ່ເຄີຍມີໃຜໃນໂລກທີ່ກ້າອ້າງວ່າຕົນເອງຊອບທຳ. ໃນເມື່ອເຈົ້າກ້າເວົ້າ, ຖ້າຊັ້ນກໍມາທົດສອບກັນເບິ່ງ. ເຈົ້າຊອບທຳໃນດ້ານໃດແດ່? ການກະທຳໃດຂອງເຈົ້າທີ່ຊອບທຳ? ຂ້ອຍປະຕິເສດທີ່ຈະຍອມເຊື່ອ! ຖ້າຄຳເວົ້ານີ້ກາຍເປັນຈິງຢ່າງແທ້ຈິງ, ຖ້າເຈົ້າກະທຳການທີ່ຊອບທຳບາງຢ່າງທີ່ເຮັດໃຫ້ຂ້ອຍເຊື່ອໄດ້ຢ່າງແທ້ຈິງ, ແລ້ວຂ້ອຍກໍຈະຍອມຮັບວ່າເຈົ້າຊອບທຳ. ແຕ່ຖ້າສິ່ງທີ່ເຈົ້າເຮັດນັ້ນເຮັດໃຫ້ຂ້ອຍບໍ່ເຊື່ອ, ແລ້ວກໍຢ່າໂທດຂ້ອຍທີ່ເວົ້າກົງໆ. ຂ້ອຍຈະບໍ່ຍອມຮັບຢ່າງເດັດຂາດວ່າເຈົ້າມີອຸປະນິໄສທີ່ຊອບທຳ!” ໃນທີ່ສຸດ, ມື້ທີ່ພວກເຂົາລໍຄອຍກໍມາເຖິງ: ຜູ້ນໍາຄົນໜຶ່ງ, ເຖິງແມ່ນວ່າໄດ້ຈ່າຍລາຄາຢ່າງຫຼວງຫຼາຍ ແລະ ທົນທຸກຢ່າງໜັກ, ແຕ່ໃນທີ່ສຸດກໍຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ຖືກປົດອອກ ເພາະວ່າລາວບໍ່ສາມາດເຮັດວຽກງານຕົວຈິງໄດ້. ຫຼັງຈາກທີ່ຖືກປົດອອກແລ້ວ, ລາວກໍກາຍເປັນຄົນຄິດລົບ, ເກີດຄວາມເຂົ້າໃຈຜິດ, ຈົ່ມວ່າ ແລະ ມີຫຼາຍສິ່ງທີ່ຄຽດແຄ້ນ ແລະ ຕັດສິນທີ່ຈະເວົ້າ. ເມື່ອເລື່ອງນີ້ໄປຮອດຫູຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກພວກເຂົາເຫັນ, ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ: “ຖ້າແມ່ນແຕ່ຄົນຄືເຈົ້າກໍຍັງສາມາດຖືກປົດອອກໄດ້, ມັນກໍຍິ່ງຮ້າຍແຮງກວ່າສຳລັບຄົນຄືຂ້ອຍ. ຖ້າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ຖ້າເຈົ້າບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວໃຜຈະສາມາດສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້? ໃຜອີກທີ່ຈະໄດ້ຮັບການຍອມຮັບຈາກພຣະເຈົ້າ?” ໃນດ້ານໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສປົກປ້ອງ ແລະ ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ນໍາປອມ; ໃນອີກດ້ານໜຶ່ງ, ພວກເຂົາຍັງຍອມຮັບຄຳເວົ້າທີ່ຄຽດແຄ້ນ ແລະ ຕັດສິນທີ່ຜູ້ນໍາປອມເວົ້າອອກມາອີກດ້ວຍ. ໃນເວລາດຽວກັນ, ພວກເຂົາກໍກຳລັງຕໍ່ສູ້ກັບພຣະເຈົ້າຢ່າງລັບໆໃນໃຈຂອງພວກເຂົາ: “ພຣະເຈົ້າຊອບທຳບໍ? ແລ້ວເປັນຫຍັງຈຶ່ງປົດຄົນທີ່ທົນທຸກ ແລະ ຈ່າຍລາຄາເພື່ອວຽກງານຂອງຄຣິສຕະຈັກອອກ? ຄົນນີ້ຈົງຮັກພັກດີຕໍ່ເຈົ້າທີ່ສຸດ. ຂ້ອຍບໍ່ເຄີຍເຫັນໃຜຈົງຮັກພັກດີກວ່າລາວ; ຂ້ອຍບໍ່ເຄີຍເຫັນໃຜທີ່ທົນທຸກຫຼາຍກວ່າ ຫຼື ຈ່າຍລາຄາຫຼາຍກວ່າ. ລາວຕື່ນເຊົ້າ ແລະ ນອນເດິກ, ອົດທົນຕໍ່ຄວາມເຈັບປ່ວຍ, ວາງຄວາມຮູ້ສຶກທີ່ມີຕໍ່ຄອບຄົວຂອງລາວໄວ້ທາງຂ້າງ ແລະ ວາງຄວາມສະບາຍທາງເນື້ອໜັງ ແລະ ອະນາຄົດຂອງເນື້ອໜັງໄວ້ທາງຂ້າງ, ສ່ຽງຊີວິດຂອງລາວເພື່ອເຮັດວຽກໃຫ້ເຈົ້າ. ລາວເຖິງຂັ້ນເຄີຍຖືກຈຳຄຸກມາກ່ອນ ແລະ ກໍບໍ່ໄດ້ທໍລະຍົດ. ແຕ່ເຈົ້າກັບປົດລາວອອກແບບນັ້ນ, ເຈົ້າເປີດເຜີຍລາວແບບນັ້ນ, ເຈົ້າຊອບທຳແທ້ໆບໍ? ຫຼັກຖານຄວາມຊອບທຳຂອງເຈົ້າຢູ່ໃສ? ເປັນຫຍັງຂ້ອຍຈຶ່ງເບິ່ງບໍ່ເຫັນມັນ?” ໃນທີ່ສຸດ, ຜູ້ຕໍ່ຕ້ານພຣະຄຣິສກໍໄດ້ຢຶດເອົາຂໍ້ຕໍ່ລອງໃນພາລະກິດຂອງພຣະເຈົ້າ ເພື່ອຕັ້ງຄຳຖາມກ່ຽວກັບຄວາມຊອບທຳຂອງອຸປະນິໄສຂອງພຣະເຈົ້າ. ພວກເຂົາຄິດກັບຕົນເອງວ່າ: “ຖ້າພຣະເຈົ້າຊອບທຳ, ແລ້ວຄົນສ່ວນໃຫຍ່ກໍຈະໃຊ້ຊີວິດຢູ່ຍາກ; ຖ້າພຣະເຈົ້າຊອບທຳ, ແລ້ວຜູ້ຄົນກໍຈຳເປັນຕ້ອງລະມັດລະວັງແທ້ໆ ແລະ ຊີວິດກໍຈະກາຍເປັນເລື່ອງທີ່ຂ້ອນຂ້າງຍາກ. ມື້ນີ້, ໃນທີ່ສຸດກໍໄດ້ຢຶດເອົາຂໍ້ຕໍ່ລອງໃນພາລະກິດຂອງພຣະເຈົ້າ, ຂ້ອຍສາມາດພິສູດໄດ້ວ່າພຣະເຈົ້າບໍ່ຊອບທຳ, ເຊິ່ງເຮັດໃຫ້ສິ່ງຕ່າງໆງ່າຍຂຶ້ນ”. ດ້ວຍສິ່ງນີ້, ພວກເຂົາຈຶ່ງປິຕິຍິນດີຢ່າງລັບໆໃນໃຈຂອງພວກເຂົາ.

ໃນການຕິດຕາມພຣະເຈົ້າ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ທົນທຸກຕໍ່ການກົດຂີ່, ການຈັບກຸມ ແລະ ການຂົ່ມເຫັງຢ່າງປ່າເຖື່ອນໂດຍພະຍານາກໃຫຍ່ສີແດງຢູ່ສະເໝີ. ໃນຄຣິສຕະຈັກທຸກບ່ອນ, ມັກຈະມີຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າທີ່ຖືກຈັບກຸມ ແລະ ຖືກຂົ່ມເຫັງ. ເລື້ອຍໆ, ບາງຄົນກໍສະດຸດລົ້ມ ຫຼື ທໍລະຍົດພຣະເຈົ້າ ແລະ ໃນທີ່ສຸດກໍອອກຈາກຄຣິສຕະຈັກໄປ. ເຖິງຢ່າງໃດກໍຕາມ, ກໍຍັງມີຫຼາຍຄົນທີ່ຍຶດໝັ້ນໃນການເປັນພະຍານຂອງພວກເຂົາທ່າມກາງການຈັບກຸມ ແລະ ການຂົ່ມເຫັງ. ພຣະເຈົ້າໃຊ້ອຸປະກອນການຮັບໃຊ້ຂອງພະຍານາກໃຫຍ່ສີແດງ ເພື່ອເປີດເຜີຍຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອສະແຫວງຫາພຣະພອນ, ໃນຂະນະດຽວກັນກໍເຮັດໃຫ້ຜູ້ຄົນທີ່ຖືກເລືອກທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງນັ້ນສົມບູນ. ນີ້ຄືຄວາມຊົງລິດອໍານາດຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ. ແຕ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງເລື່ອງນີ້ແນວໃດ? ພວກເຂົາສົງໄສໃນພຣະເຈົ້າຢູ່ສະເໝີ: “ເປັນຫຍັງພຣະເຈົ້າຈຶ່ງບໍ່ຊ່ວຍຜູ້ຄົນທີ່ພຣະອົງເລືອກໃຫ້ລອດພົ້ນຈາກການຈັບກຸມ ແລະ ການຂົ່ມເຫັງຂອງພະຍານາກໃຫຍ່ສີແດງ?” ພວກເຂົາສົງໄສພຣະເຈົ້າທີ່ບັງເກີດເປັນມະນຸດ, ໂດຍມີແນວຄິດກ່ຽວກັບພຣະເຈົ້າຢູ່ໃນໃຈຂອງພວກເຂົາຢູ່ສະເໝີ: “ເປັນຫຍັງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຈຶ່ງຄວນທົນທຸກຕໍ່ການທຸບຕີ ແລະ ການທໍລະມານແບບນັ້ນ? ມັນເປັນຍ້ອນຄວາມເຊື່ອຂອງພວກເຂົາ, ເພາະວ່າພວກເຂົາບໍ່ເຕັມໃຈທີ່ຈະເປັນຢູດາ. ແຕ່ພຣະເຈົ້າຢູ່ໃສໃນຕອນທີ່ພວກເຂົາກຳລັງຖືກທໍລະມານ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ? ພຣະເຈົ້າບໍ່ຮັກຜູ້ຄົນບໍ? ຄວາມຮັກຂອງພຣະເຈົ້າຢູ່ໃສ? ເປັນໄປໄດ້ບໍທີ່ພຣະເຈົ້າຈະທົນເບິ່ງຄົນທີ່ເຊື່ອໃນພຣະອົງຖືກເຮັດໃຫ້ອັບອາຍຢ່າງບ້າຄັ່ງໂດຍຊາຕານ ແລະ ໂດຍມານຮ້າຍທີ່ຊົ່ວຮ້າຍ ແລະ ອົດທົນຕໍ່ການທໍລະມານທີ່ເກີນຂອບເຂດ? ນີ້ແມ່ນຄວາມຮັກຂອງພຣະເຈົ້າບໍ? ການປົກປ້ອງຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນຢູ່ໃສແທ້? ເປັນຫຍັງຂ້ອຍຈຶ່ງເບິ່ງບໍ່ເຫັນມັນ? ເບິ່ງຄືວ່າຂ້ອຍຈຳເປັນຕ້ອງລະມັດລະວັງຫຼາຍຂຶ້ນ. ບໍ່ພຽງແຕ່ພຣະເຈົ້າບໍ່ສາມາດຮັກສາຜູ້ຄົນໃຫ້ພົ້ນຈາກການລອງໃຈ ຫຼື ອັນຕະລາຍເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ຍິ່ງຄົນເຮົາໄລ່ຕາມຫຼາຍເທົ່າໃດ, ຍິ່ງຄົນເຮົາມີຄວາມຕັ້ງໃຈຫຼາຍເທົ່າໃດ ແລະ ຍິ່ງຄົນເຮົາຕິດຕາມພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງປະເຊີນກັບການທົດສອບຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະທົນທຸກຕໍ່ຄວາມເຈັບປວດ ແລະ ການທໍລະມານຫຼາຍຂຶ້ນເທົ່ານັ້ນ. ໃນເມື່ອນີ້ຄືວິທີທີ່ພຣະເຈົ້າກະທຳ, ຖ້າຊັ້ນຂ້ອຍກໍມີມາດຕະການຮັບມືຂອງຂ້ອຍເຊັ່ນກັນ. ຄົນເຫຼົ່ານີ້ທົນທຸກຕໍ່ການປະຕິບັດແບບນັ້ນ ເພາະວ່າພວກເຂົາໄດ້ເສຍສະລະ; ຖ້າຂ້ອຍບໍ່ຈ່າຍລາຄາແບບນັ້ນ, ຖ້າຂ້ອຍບໍ່ໄລ່ຕາມໃນວິທີນີ້, ຂ້ອຍຈະບໍ່ຫຼີກລ່ຽງການທົດສອບເຫຼົ່ານີ້ບໍ? ຖ້າບໍ່ມີການທົດສອບເຫຼົ່ານີ້, ຂ້ອຍຈະບໍ່ຫຼີກລ່ຽງຄວາມທຸກທໍລະມານແບບນັ້ນບໍ? ຖ້າບໍ່ທົນທຸກແບບນີ້, ຂ້ອຍຈະບໍ່ດຳລົງຊີວິດຢ່າງສະບາຍບໍ? ຖ້າຂ້ອຍໄດ້ຮັບພຣະພອນຄືກັນ, ເປັນຫຍັງຂ້ອຍຈຶ່ງຈະໂງ່ຈ້າປ່ອຍໃຫ້ເນື້ອໜັງຂອງຂ້ອຍທົນທຸກຕໍ່ການທໍລະມານ ແລະ ຄວາມເຈັບປວດທຸກປະເພດ? ພຣະເຈົ້າຊົງກ່າວວ່າພຣະອົງຮັກຜູ້ຄົນ, ແຕ່ຂ້ອຍບໍ່ສາມາດຍອມຮັບວິທີການແຫ່ງຄວາມຮັກຂອງພຣະເຈົ້າແບບນີ້! ພວກເຈົ້າທຸກຄົນສາມາດຕີຄວາມໝາຍມັນໄດ້ຕາມໃຈມັກ; ມັນບໍ່ກ່ຽວກັບຂ້ອຍ, ຂ້ອຍຈະບໍ່ຍອມຮັບມັນ. ຂ້ອຍຈຳເປັນຕ້ອງຮັກສາຕົວບໍ່ໃຫ້ໂດດເດັ່ນ, ຂ້ອຍຈຳເປັນຕ້ອງຫຼີກລ່ຽງເລັກນ້ອຍ, ຂ້ອຍຈຳເປັນຕ້ອງລະມັດລະວັງ ແລະ ລະວັງຕົວ; ຂ້ອຍບໍ່ສາມາດປ່ອຍໃຫ້ພຣະເຈົ້າຈັບຂ້ອຍໄດ້ ແລະ ໃຊ້ຂ້ອຍເຮັດວຽກ”. ຜູ້ຕໍ່ຕ້ານພຣະຄຣິສເກັບສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຂົາ, ເຊິ່ງທັງໝົດລ້ວນແຕ່ເປັນຄວາມເຂົ້າໃຈຜິດ, ການຕໍ່ຕ້ານ, ການຕັດສິນ ແລະ ການຕໍ່ຕ້ານຕໍ່ພຣະເຈົ້າ. ພວກເຂົາຂາດຄວາມຮູ້ໃດໆກ່ຽວກັບພາລະກິດຂອງພຣະເຈົ້າຢ່າງສິ້ນເຊີງ. ໃນຂະນະທີ່ສອດແນມພຣະທຳຂອງພຣະເຈົ້າ, ສອດແນມອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ພວກເຂົາກໍໄດ້ຂໍ້ສະຫຼຸບດັ່ງກ່າວ. ຜູ້ຕໍ່ຕ້ານພຣະຄຣິສຝັງສິ່ງເຫຼົ່ານີ້ໄວ້ເລິກໆໃນໃຈຂອງພວກເຂົາ, ໂດຍຕັກເຕືອນຕົນເອງວ່າ: “ຄວາມລະມັດລະວັງສາມາດປ້ອງກັນບັນຫາໄດ້; ມັນດີທີ່ສຸດທີ່ຈະຮັກສາຕົວບໍ່ໃຫ້ໂດດເດັ່ນ; ຄົນເດັ່ນມັກຈະເປັນໄພ; ແລະ ຍິ່ງສູງຍິ່ງໜາວ! ບໍ່ວ່າຈະເປັນເວລາໃດ, ຢ່າເປັນນົກທີ່ຍື່ນຫົວອອກມາຕົວນັ້ນ, ຢ່າປີນສູງເກີນໄປ; ຍິ່ງເຈົ້າປີນສູງເທົ່າໃດ, ເຈົ້າກໍຍິ່ງຕົກແຮງເທົ່ານັ້ນ”. ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາບໍ່ເຊື່ອວ່າອຸປະນິໄສຂອງພຣະອົງຊອບທຳ ແລະ ບໍລິສຸດ. ພວກເຂົາເບິ່ງສິ່ງທັງໝົດນີ້ຜ່ານແນວຄິດ ແລະ ຈິນຕະນາການຂອງມະນຸດ ແລະ ພວກເຂົາເຂົ້າຫາວຽກງານຂອງພຣະເຈົ້າດ້ວຍມຸມມອງຂອງມະນຸດ, ຄວາມຄິດຂອງມະນຸດ ແລະ ເລ່ຫຼ່ຽມຂອງມະນຸດ, ໂດຍໃຊ້ຕັກກະ ແລະ ຄວາມຄິດຂອງຊາຕານເພື່ອກຳນົດຂອບເຂດອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ເຫັນໄດ້ຢ່າງຊັດເຈນວ່າ ບໍ່ພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບ ຫຼື ບໍ່ຮັບຮູ້ອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າເທົ່ານັ້ນ; ແຕ່ໃນທາງກົງກັນຂ້າມ ພວກເຂົາເຕັມໄປດ້ວຍຄວາມຄິດຫຼົງຜິດ, ການຕໍ່ຕ້ານ ແລະ ຄວາມກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງແມ່ນແຕ່ໜ້ອຍດຽວ. ການກຳນົດຂອງຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າແມ່ນເຄື່ອງໝາຍຄຳຖາມ, ນັ້ນກໍຄືຄວາມບໍ່ແນ່ໃຈ ແລະ ພວກເຂົາເຕັມໄປດ້ວຍຄວາມສົງໄສ ແລະ ເຕັມໄປດ້ວຍການປະຕິເສດ ແລະ ການໃສ່ຮ້າຍຕໍ່ສິ່ງນັ້ນ; ແລ້ວຕົວຕົນຂອງພຣະອົງເດ? ອຸປະນິໄສຂອງພຣະເຈົ້າເປັນຕົວແທນໃຫ້ແກ່ຕົວຕົນຂອງພຣະອົງ; ດ້ວຍການຖືວ່າອຸປະນິໄສຂອງພຣະເຈົ້າເປັນຄືຂອງພວກເຂົາ, ການຖືວ່າຕົວຕົນຂອງພຣະເຈົ້າຂອງພວກເຂົາກໍເຫັນໄດ້ຢ່າງຊັດເຈນໃນຕົວມັນເອງ ນັ້ນກໍຄືການປະຕິເສດໂດຍກົງ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.

ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຂົ້າຫາພຣະທຳສ່ວນໃດຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເຂົ້າຫາການກະທຳສ່ວນໃດຂອງພຣະເຈົ້າ, ບໍ່ວ່າມັນຈະເປັນການກະທຳຂອງພຣະເຈົ້າໃນທຸກສິ່ງ ຫຼື ໃນບຸກຄົນສະເພາະ, ພວກເຂົາກໍໃຊ້ມຸມມອງຂອງມະນຸດ ແລະ ຕັກກະຂອງຊາຕານ, ພ້ອມທັງວິທີການຂອງຄວາມຮູ້ ແລະ ຕັກກະສະເໝີ ເພື່ອອະນຸມານ ແລະ ຕັດສິນ, ແທນທີ່ຈະເຂົ້າຫາສິ່ງເຫຼົ່ານັ້ນວ່າເປັນຄວາມຈິງ ແລະ ໃນລັກສະນະຂອງການຍອມຮັບ. ເພາະສະນັ້ນ, ສຳລັບພຣະທຳທີ່ກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ສຳລັບເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ແລະ ພຣະວິນຍານຂອງພຣະເຈົ້າ, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຄືກັນແທ້ໆ, ໂດຍບໍ່ມີຄວາມແຕກຕ່າງກັນເລີຍ. ໂດຍທົ່ວໄປແລ້ວ, ທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າເອງ, ທຸກສິ່ງກ່ຽວກັບພຣະຜູ້ສ້າງ ແມ່ນຫົວຂໍ້ການສອດແນມ, ການຄາດເດົາ, ການກວດສອບ ແລະ ການວິເຄາະຂອງພວກເຂົາ, ເຊິ່ງໃນທີ່ສຸດກໍນຳໄປສູ່ຂໍ້ສະຫຼຸບຂອງການປະຕິເສດ, ການກ່າວໂທດ ແລະ ການໃສ່ຮ້າຍ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຂົ້າຫາພຣະທຳເຫຼົ່ານີ້ຂອງພຣະເຈົ້າຈາກມຸມໃດ ຫຼື ໃນລັກສະນະໃດກໍຕາມ, ເປັນຫຍັງຂໍ້ສະຫຼຸບທີ່ພວກເຂົາໄດ້ຮັບໃນທີ່ສຸດຈຶ່ງເປັນການກ່າວໂທດ ແລະ ການໃສ່ຮ້າຍສະເໝີ? ເປັນຫຍັງພວກເຂົາຈຶ່ງລົງເອີຍດ້ວຍຂໍ້ສະຫຼຸບດັ່ງກ່າວ? ມັນຈະເປັນໄປໄດ້ແທ້ໆບໍທີ່ໃນທ່າມກາງມະນຸດຊາດທີ່ຖືກສ້າງຂຶ້ນ ບໍ່ມີໃຜເລີຍທີ່ສາມາດຖືເອົາພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ? ນີ້ແມ່ນຜົນຮັບທີ່ຫຼີກລ່ຽງບໍ່ໄດ້ບໍ? ນີ້ແມ່ນຍ້ອນພຣະເຈົ້າບໍ? (ບໍ່.) ແລ້ວແມ່ນຫຍັງຄືເຫດຜົນທີ່ແທ້ຈິງ? (ກໍຍ້ອນວ່າຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ.) ທຸກຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ. ເປັນຫຍັງຫຼັງຈາກທີ່ອ່ານພຣະທຳເຫຼົ່ານີ້ແລ້ວ, ບາງຄົນຈຶ່ງສາມາດຮັບຮູ້ວ່າພວກມັນເປັນຄວາມຈິງ ແລະ ຍອມຮັບສິ່ງທີ່ພຣະເຈົ້າກ່າວ, ໃນຂະນະທີ່ຄົນອື່ນສາມາດປະຕິເສດ, ກ່າວໂທດ ແລະ ໃສ່ຮ້າຍພວກມັນ? ສິ່ງນີ້ສະແດງໃຫ້ເຫັນບັນຫາຢ່າງຊັດເຈນ, ໂດຍຊີ້ໃຫ້ເຫັນວ່າແກ່ນແທ້ພາຍໃນຜູ້ຄົນນັ້ນແຕກຕ່າງກັນ. ໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ໂດຍພື້ນຖານ ແລະ ໂດຍສ່ວນຕົວແລ້ວ ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບພວກມັນຢ່າງແທ້ຈິງ. ພວກເຂົາມາພ້ອມກັບການຕໍ່ຕ້ານ ແລະ ການລອງໃຈ: “ເຈົ້າເວົ້າວ່າເຈົ້າແມ່ນພຣະເຈົ້າ, ຖ້າຊັ້ນຂ້ອຍຈຳເປັນຕ້ອງເບິ່ງວ່າ ເຈົ້າຄືພຣະເຈົ້າໃນດ້ານໃດແດ່? ເຈົ້າເວົ້າວ່າເຈົ້າມີອຸປະນິໄສຂອງພຣະເຈົ້າ ແລະ ມີຄວາມເປັນພຣະເຈົ້າ, ຖ້າຊັ້ນຂ້ອຍຈຳເປັນຕ້ອງເບິ່ງວ່າ ພຣະທຳຂໍ້ໃດຂອງເຈົ້າທີ່ຢືນຢັນວ່າເຈົ້າມີຄວາມເປັນພຣະເຈົ້າ ແລະ ວ່າເຈົ້າມີອຸປະນິໄສຂອງພຣະເຈົ້າ, ການກະທຳໃດຂອງເຈົ້າທີ່ຢືນຢັນວ່າເຈົ້າມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ເຈົ້າໄດ້ເຮັດໝາຍສຳຄັນ ແລະ ການອັດສະຈັນ ຫຼື ປິ່ນປົວຄົນເຈັບ ແລະ ຂັບໄລ່ຜີຮ້າຍບໍ? ເຈົ້າໄດ້ສາບແຊ່ງໃຜຈັກຄົນ ແລະ ພວກເຂົາຕາຍທັນທີບໍ? ເຈົ້າໄດ້ເຮັດໃຫ້ໃຜຈັກຄົນຟື້ນຄືນມາຈາກຄວາມຕາຍບໍ? ເຈົ້າໄດ້ເຮັດຫຍັງແທ້ທີ່ສາມາດຢືນຢັນໄດ້ວ່າເຈົ້າມີອຸປະນິໄສຂອງພຣະເຈົ້າ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ?” ຜູ້ຕໍ່ຕ້ານພຣະຄຣິສຢາກເຫັນສິ່ງເຫຼົ່ານີ້ສະເໝີ, ສິ່ງທີ່ນອກເໜືອໄປຈາກຄວາມຈິງ, ຫົນທາງ ແລະ ຊີວິດ, ໂດຍໃຊ້ສິ່ງເຫຼົ່ານີ້ເພື່ອຢືນຢັນຕົວຕົນຂອງພຣະເຈົ້າ, ເພື່ອຢືນຢັນວ່າຜູ້ທີ່ພວກເຂົາຕິດຕາມນັ້ນແມ່ນພຣະເຈົ້າ. ຈຸດເລີ່ມຕົ້ນນີ້ຜິດໃນຕົວມັນເອງ. ສິ່ງພື້ນຖານທີ່ສຸດທີ່ສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ແມ່ນຫຍັງ? (ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ.) ນີ້ຄືສິ່ງພື້ນຖານທີ່ສຸດ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດເຂົ້າໃຈແມ່ນແຕ່ສິ່ງພື້ນຖານທີ່ສຸດນີ້ໄດ້? ນີ້ຄືຫົວຂໍ້ທີ່ພວກເຮົາຈຳເປັນຕ້ອງສົນທະນາກັນ. ຜູ້ຕໍ່ຕ້ານພຣະຄຣິສດູຖູກຄວາມຈິງ ແລະ ສິ່ງທີ່ເປັນບວກ; ພວກເຂົາເບື່ອໜ່າຍຄວາມຈິງ ແລະ ສິ່ງທີ່ເປັນບວກທັງໝົດ; ພວກເຂົາກຽດຊັງຄວາມຈິງ ແລະ ສິ່ງທີ່ເປັນບວກ. ໃນພຣະທຳທັງໝົດຂອງພຣະເຈົ້າ, ພວກເຂົາເບິ່ງບໍ່ເຫັນວ່າພຣະທຳຂໍ້ໃດເປັນຄວາມຈິງ ຫຼື ສິ່ງທີ່ເປັນບວກ. ສາຍຕາມານຮ້າຍຂອງພວກເຂົາສາມາດເບິ່ງເຫັນສິ່ງນີ້ໄດ້ບໍ? ພວກເຂົາສາມາດຮັບຮູ້ມັນໂດຍທີ່ບໍ່ເຫັນມັນ ໄດ້ບໍ? ຄວາມລົ້ມເຫຼວຂອງພວກເຂົາໃນການຮັບຮູ້ພຣະທຳເຫຼົ່ານີ້ວ່າເປັນຄວາມຈິງ ໝາຍເຖິງການທີ່ພວກເຂົາບໍ່ສາມາດຮັບຮູ້ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້. ນີ້ຄືສິ່ງທີ່ແນ່ນອນ. ໃນການເຂົ້າຫາພຣະທຳຂອງພຣະເຈົ້າກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະອົງ, ຜູ້ຕໍ່ຕ້ານພຣະຄຣິສໃຊ້ວິທີການດຽວກັນກັບທີ່ພວກເຂົາເຮັດກັບພຣະທຳອື່ນໆຂອງພຣະເຈົ້າ, ໂດຍຄິດໄລ່, ວາງແຜນ ແລະ ຄິດໄຕ່ຕອງຢູ່ໃນໃຈຂອງພວກເຂົາ. ຖ້າສິ່ງໃດໜຶ່ງທີ່ພຣະເຈົ້າກ່າວຈາກຕົວຕົນຂອງພຣະອົງໃນຖານະພຣະເຈົ້າເກີດຂຶ້ນຈິງໃນທັນທີ, ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປທັນທີ; ໃນຖານະພຣະເຈົ້າ, ຖ້າພຣະເຈົ້າກ່າວບາງຢ່າງ ຫຼື ເຮັດບາງຢ່າງທີ່ໃຫ້ຂໍ້ຕໍ່ລອງແກ່ພວກເຂົາ, ພວກເຂົາກໍມີມາດຕະການຮັບມືທີ່ສອດຄ້ອງກັນເຊັ່ນກັນ ແລະ ທັດສະນະຄະຕິຂອງພວກເຂົາກໍປ່ຽນແປງທັນທີອີກຄັ້ງ. ແມ່ນພວກເຂົາເອງທີ່ກ່າວໂທດພຣະເຈົ້າ ແລະ ກໍແມ່ນພວກເຂົາເອງທີ່ເວົ້າວ່າພຣະເຈົ້າເປັນຄືພຣະເຈົ້າ. ໃນມຸມມອງຂອງພວກເຂົາ, ສຳລັບການທີ່ວ່າພຣະເຈົ້າມີອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ຫຼື ບໍ່ນັ້ນ, ພວກເຂົາໄດ້ຂໍ້ສະຫຼຸບກ່ຽວກັບເລື່ອງນີ້ໂດຍອີງໃສ່ສິ່ງທີ່ພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ການວິເຄາະທາງຈິດໃຈຂອງຕົນເອງລ້ວນໆ.

ໃນຊ່ວງໜຶ່ງ ຫຼື ສອງປີທີ່ຜ່ານມາ, ຄຣິສຕະຈັກໄດ້ສ້າງວິດີໂອຄຳພະຍານຈາກປະສົບການຈຳນວນໜຶ່ງ. ຄົນທີ່ແຕກຕ່າງກັນໄດ້ໃຫ້ຄຳພະຍານຈາກປະສົບການທີ່ຫຼາກຫຼາຍ, ເຊິ່ງຊ່ວຍໃຫ້ບາງຄົນທີ່ມີພື້ນຖານບໍ່ໝັ້ນຄົງ ແລະ ຜູ້ທີ່ມີຄວາມສົງໄສເລັກນ້ອຍ ສ້າງພື້ນຖານບາງຢ່າງໄດ້. ແນ່ນອນວ່າ ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມັນກໍມີບົດບາດບາງຢ່າງໃນການເຮັດໃຫ້ພວກເຂົາໝັ້ນຄົງເຊັ່ນກັນ. ບຸກຄົນທີ່ເປັນພະຍານເຫຼົ່ານີ້ມາຈາກກຸ່ມອາຍຸທີ່ແຕກຕ່າງກັນ, ຊົນຊັ້ນທາງສັງຄົມທີ່ແຕກຕ່າງກັນ ແລະ ບາງຄົນກໍມາຈາກປະເທດ ແລະ ຊົນເຜົ່າທີ່ແຕກຕ່າງກັນ. ຈາກຄຳພະຍານຈາກປະສົບການທີ່ພວກເຂົາແບ່ງປັນ, ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາໄດ້ຮັບການປ່ຽນແປງໂດຍຜ່ານພຣະທຳຂອງພຣະເຈົ້າ, ໄດ້ຮັບຄວາມຈິງ ແລະ ຊີວິດ ແລະ ຜ່ານການຍອມຮັບພຣະທຳຂອງພຣະເຈົ້າ, ຜ່ານການຍອມຮັບພາລະກິດຂອງພຣະເຈົ້າຂັ້ນຕອນນີ້, ພວກເຂົາຈຶ່ງໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ, ຢືນຢັນວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ແນ່ນອນວ່າ ຫຼັງຈາກທີ່ຟັງຄຳພະຍານຈາກປະສົບການເຫຼົ່ານີ້ແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍມີຄວາມປິຕິຍິນດີຢ່າງລັບໆເລັກນ້ອຍຢູ່ເລິກໆຂ້າງໃນເຊັ່ນກັນ: “ໂຊກດີທີ່ຂ້ອຍບໍ່ໄດ້ຕັດສິນພຣະເຈົ້າຢ່າງເປີດເຜີຍ. ໂຊກດີທີ່ຂ້ອຍບໍ່ໄດ້ຟ້າວປະຕິເສດພຣະເຈົ້າ. ເມື່ອຕັດສິນຈາກຄຳພະຍານຂອງຄົນຈຳນວນຫຼາຍຂະໜາດນັ້ນ, ຫົນທາງນີ້ເບິ່ງຄືວ່າຖືກຕ້ອງ. ພຣະຄຣິສອົງນີ້, ຄົນທຳມະດາຄົນນີ້ອາດຈະເປັນພຣະເຈົ້າແທ້ໆກໍໄດ້. ການເດີມພັນຂອງຂ້ອຍອາດຈະຖືກວາງໄວ້ຢ່າງຖືກຕ້ອງ. ຖ້າຂ້ອຍສືບຕໍ່ໃນເສັ້ນທາງນີ້ ແລະ ຖ້າມີຄົນເປັນພະຍານໃຫ້ແກ່ຄົນນີ້ຫຼາຍຂຶ້ນ, ຖ້າມີຄົນມາຢູ່ຕໍ່ໜ້າຄົນນີ້ຫຼາຍຂຶ້ນ ແລະ ຖ້າມີຄົນຢືນຢັນຕົວຕົນ ແລະ ແກ່ນແທ້ຂອງຄົນນີ້ຫຼາຍຂຶ້ນ, ແລ້ວຄວາມຫວັງ ແລະ ໂອກາດຂອງຂ້ອຍທີ່ຈະໄດ້ຮັບພຣະພອນກໍຈະຍິ່ງໃຫຍ່ຂຶ້ນເລື້ອຍໆເຊັ່ນກັນ”. ໃນຂະນະທີ່ສັງເກດເບິ່ງຢ່າງລັງເລໃຈ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງໃຫ້ກຳລັງໃຈ ແລະ ກະຕຸ້ນຕົນເອງຢູ່ຕະຫຼອດເວລາວ່າ: “ຢ່າຟ້າວ. ຈົ່ງອົດທົນ. ເຈົ້າພຽງແຕ່ຕ້ອງອົດທົນ. ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະໄດ້ຮັບຄວາມລອດພົ້ນ. ເມື່ອຕັດສິນຈາກສັນຍານຕ່າງໆໃນປັດຈຸບັນ, ຈາກຂະໜາດ ແລະ ແຮງຜັກດັນຂອງຄຣິສຕະຈັກໃນຕອນນີ້, ມີຄົນຈຳນວນຫຼາຍຂຶ້ນເລື້ອຍໆທີ່ສາມາດຢືນຂຶ້ນ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າອົງນີ້, ຢືນຢັນວ່າຫົນທາງນີ້ຖືກຕ້ອງ. ແລ້ວເປັນຫຍັງຂ້ອຍຈຶ່ງຈະໂງ່ຈ້າ, ຟ້າວອອກມາໂດດເດັ່ນ ແລະ ປະຕິເສດມັນ? ຢ່າເຮັດແບບນັ້ນ, ຢ່າໂງ່. ລໍຖ້າອີກສາມຫາຫ້າປີ. ຖ້າມີຄົນຫຼາຍຂຶ້ນ, ມີຄົນທີ່ມີຊື່ສຽງ ແລະ ມີຄວາມຮູ້ຫຼາຍຂຶ້ນ, ມີຄົນທີ່ມີສະຖານະທາງສັງຄົມ ໃຫ້ຫຼັກຖານທີ່ໜັກແໜ້ນກວ່າເພື່ອຢືນຢັນວ່າຄົນທຳມະດາຄົນນີ້ເປັນພຣະຄຣິສ ຫຼື ຖ້າມີຄົນທີ່ມີຊື່ສຽງທາງໂລກ ແລະ ມີສະຖານະເຂົ້າຮ່ວມຄຣິສຕະຈັກຫຼາຍຂຶ້ນ ແລະ ຖ້າຂະໜາດຂອງຄຣິສຕະຈັກຂະຫຍາຍຕົວໄປທົ່ວໂລກຫຼາຍຂຶ້ນ, ແລ້ວຂ້ອຍຈະບໍ່ໄດ້ຮັບບາງຢ່າງບໍ? ແລ້ວຂ້ອຍຈະບໍ່ໄດ້ຮັບຜົນປະໂຫຍດອັນຍິ່ງໃຫຍ່ບໍ? ຖ້າຄຣິສຕະຈັກມີອຳນາດ, ຂ້ອຍກໍຈະບໍ່ມີອຳນາດຄືກັນບໍ? ຂ້ອຍຕ້ອງບໍ່ໜີໄປຢ່າງເດັດຂາດ! ຖ້າທັງໝົດນີ້ຖືກຕ້ອງ, ຖ້າຄົນນີ້ແມ່ນພຣະເຈົ້າແທ້ໆ ແລະ ຖ້າຕອນນີ້ຂ້ອຍປະຕິເສດ ຫຼື ບໍ່ຍອມຮັບລາວ, ແລ້ວຂ້ອຍກໍຈະພາດພຣະພອນທັງໝົດເຫຼົ່ານີ້. ຂ້ອຍຕ້ອງວາງເດີມພັນທຸກຢ່າງກັບຄົນນີ້. ລາວເປັນໃຜໃນຕົວຕົນ ແລະ ແກ່ນແທ້ຂອງລາວ, ອຸປະນິໄສຂອງລາວເປັນຕົວແທນໃຫ້ແກ່ໃຜ, ຂ້ອຍບໍ່ສົນໃຈເລື່ອງນັ້ນ. ສິ່ງທີ່ຂ້ອຍກັງວົນຄື ມີຄົນຕິດຕາມລາວຫຼາຍຂຶ້ນເລື້ອຍໆ ຫຼື ບໍ່, ອຳນາດ ແລະ ຂະໜາດຂອງຄຣິສຕະຈັກກຳລັງເພີ່ມຂຶ້ນ ຫຼື ບໍ່. ຖ້າມັນພັດທະນາໄປໃນທິດທາງທີ່ດີ ແລະ ສາມາດເຕີບໃຫຍ່ຂຶ້ນກວ່າເກົ່າໃນສະພາບການປົກກະຕິ, ແລ້ວຂ້ອຍກໍບໍ່ຈຳເປັນຕ້ອງກັງວົນກ່ຽວກັບອະນາຄົດຂອງຂ້ອຍ. ຖ້າລາວເປັນເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດແທ້ໆ ຕາມທີ່ທຳນາຍໄວ້ໃນພຣະຄຳພີ, ແລ້ວຂ້ອຍກໍຈະໄດ້ຮັບພຣະພອນຢ່າງມະຫາສານ, ໄດ້ປຽບຢ່າງໃຫຍ່ຫຼວງ”. ທຸກຄັ້ງທີ່ພວກເຂົາຄິດເຖິງເລື່ອງນີ້, ຜູ້ຕໍ່ຕ້ານພຣະຄຣິສກໍມີຄວາມສະບາຍໃຈ ແລະ ຄວາມຍິນດີບາງຢ່າງໃນໃຈຂອງພວກເຂົາ: “ເປັນແນວໃດລະ? ເຖິງແມ່ນວ່າຈະບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ຂ້ອຍກໍຍັງສາມາດໄດ້ຮັບພຣະພອນ. ໂດຍບໍ່ເຊື່ອວ່າການກະທຳທັງໝົດຂອງພຣະເຈົ້ານັ້ນຊອບທຳ, ຂ້ອຍກໍຍັງສາມາດຢືນຢັດໄດ້ຢ່າງໝັ້ນຄົງ. ໂດຍບໍ່ເຊື່ອວ່າພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້, ຂ້ອຍກໍຍັງສາມາດຢູ່ລອດໄດ້. ໂດຍບໍ່ເຊື່ອວ່າພຣະເຈົ້າສັງເກດເບິ່ງສ່ວນເລິກທີ່ສຸດຂອງຫົວໃຈມະນຸດ, ຂ້ອຍກໍຍັງສາມາດປະຕິບັດໜ້າທີ່ຂອງຂ້ອຍໃນຄຣິສຕະຈັກໄດ້ຕາມປົກກະຕິ. ຂ້ອຍບໍ່ເຊື່ອໃນຄວາມຊົງລິດອໍານາດຍິ່ງໃຫຍ່ ແລະ ສິດອຳນາດຂອງພຣະເຈົ້າ, ຂ້ອຍບໍ່ເຊື່ອວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນມີຄວາມໝາຍ ແລະ ຂ້ອຍກໍບໍ່ເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ຊະຕາກຳຂອງມະນຸດຊາດທັງປວງ, ຂ້ອຍບໍ່ເຊື່ອສິ່ງໃດເລີຍໃນເລື່ອງນີ້ ແລະ ແລ້ວມັນເປັນຫຍັງ? ຂ້ອຍບໍ່ເຊື່ອໃນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ແຕ່ຂ້ອຍກໍຍັງສາມາດຢູ່ໄປວັນໆໃນຄຣິສຕະຈັກໄດ້. ພຣະເຈົ້າບໍ່ຊອບທຳບໍ? ຂ້ອຍກໍຈະພຽງແຕ່ຢູ່ໄປວັນໆ, ຂ້ອຍຈະລ່ອງລອຍໄປໃນຄຣິສຕະຈັກແບບນີ້, ພຽງແຕ່ອົດທົນ. ໃຜຈະເຮັດຫຍັງຂ້ອຍໄດ້? ຂ້ອຍຍັງບໍ່ສາມາດອົດທົນຈົນເຖິງທີ່ສຸດ ແລະ ໄດ້ຮັບຄວາມລອດພົ້ນຢ່າງແນ່ນອນບໍ?” ພວກເຈົ້າຄິດວ່າແນວໃດ, ຄວາມຄິດເພີ້ຝັນຂອງຜູ້ຕໍ່ຕ້ານພຣະຄຣິສສາມາດປະສົບຜົນສຳເລັດໄດ້ບໍ? (ບໍ່.) ເມື່ອມື້ນັ້ນມາເຖິງ ມືທີ່ພວກເຂົາເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈະຢູ່ໃສ? ເມື່ອພວກເຂົາຖືກເຮັດໃຫ້ຮັບຮູ້ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ, ໃຫ້ຍອມຮັບວ່າພຣະເຈົ້າຊອບທຳ, ເມື່ອພວກເຂົາຖືກສະແດງໃຫ້ເຫັນວ່າພຣະເຈົ້າຊອບທຳແທ້ໆ, ພວກເຂົາຄວນຢູ່ໃສ? ພວກເຂົາສາມາດໄດ້ຮັບຄວາມລອດພົ້ນຢ່າງແທ້ຈິງບໍ? ຄວາມອົດທົນຂອງພວກເຂົາສາມາດມີປະສິດທິຜົນໄດ້ຢ່າງແທ້ຈິງບໍ? ພວກເຂົາສາມາດຢູ່ໄປວັນໆໄດ້ແທ້ໆບໍ? ຄວາມອົດທົນຂອງພວກເຂົາ, ການປະນີປະນອມຂອງພວກເຂົາ, ການອົດທົນຕໍ່ຄວາມທຸກຍາກລຳບາກຢ່າງເດັດດ່ຽວຂອງພວກເຂົາ, ຄວາມສະຫຼາດທີ່ມີເລ່ຫຼ່ຽມຂອງພວກເຂົາ ສາມາດລົບລ້າງການກະທຳທີ່ຊົ່ວຮ້າຍຂອງພວກເຂົາໃນການສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າເກີດຂຶ້ນຈິງ ຫຼື ບໍ່ໄດ້ຢ່າງແທ້ຈິງບໍ? ຄວາມຄິດເພີ້ຝັນ, ມາດຕະການຮັບມື, ການສົມຮູ້ຮ່ວມຄິດ, ການວາງແຜນຮ້າຍ ແລະ ທຸກສິ່ງທີ່ພວກເຂົາໄດ້ວາງແຜນໄວ້ໃນໃຈຂອງພວກເຂົາ, ພ້ອມກັບການສອດແນມສິ່ງຕ່າງໆທີ່ກ່ຽວຂ້ອງກັບພຣະເຈົ້າ ສາມາດທົດແທນການໄລ່ຕາມຄວາມຈິງຂອງພວກເຂົາໄດ້ຢ່າງແທ້ຈິງບໍ? ສິ່ງເຫຼົ່ານີ້ສາມາດເຮັດໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນໄດ້ບໍ? (ບໍ່.) ຖ້າຊັ້ນ, ເມື່ອຕັດສິນຈາກການສະແດງອອກເຫຼົ່ານີ້ແລ້ວ, ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ມີເລ່ຫຼ່ຽມຫຼາຍ ແລະ ຜູ້ທີ່ຈັດການທຸກເລື່ອງໂດຍບໍ່ປະຊ່ອງວ່າງໃດໆຈຶ່ງເຮັດທຸກຢ່າງຢ່າງລັບໆທີ່ສຸດ, ຈຶ່ງລົງເອີຍແບບນີ້ໃນທີ່ສຸດ? ມີພຽງເຫດຜົນດຽວຄື: ພວກເຂົາບໍ່ປະເຊີນໜ້າກັບພຣະທຳຂອງພຣະເຈົ້າຢ່າງກົງໄປກົງມາ, ບໍ່ຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ, ບໍ່ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາສອດແນມພຣະທຳຂອງພຣະເຈົ້າ. ນີ້ຄືເຫດຜົນທີ່ທີ່ວ່າເປັນຫຍັງ ໃນທີ່ສຸດແລ້ວຜູ້ຕໍ່ຕ້ານພຣະຄຣິສຈຶ່ງລົງເອີຍແບບນີ້. ພວກເຈົ້າທຸກຄົນເຂົ້າໃຈເລື່ອງນີ້ແລ້ວແມ່ນບໍ? ເຖິງແມ່ນວ່າເຮົາບໍ່ໄດ້ບອກພວກເຈົ້າວ່າຄວນກະທຳແນວໃດ ຫຼື ຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າແນວໃດ, ແຕ່ຜ່ານການກ່າວເຖິງຂໍ້ເທັດຈິງເຫຼົ່ານີ້ ແລະ ການໄຈ້ແຍກມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ພວກເຈົ້າທຸກຄົນກໍຮູ້ວ່າທັດສະນະຄະຕິແບບໃດທີ່ມີຕໍ່ພຣະທຳຂອງພຣະເຈົ້າ ແລະ ທັດສະນະຄະຕິແບບໃດສຳລັບການຢັ່ງຮູ້ພຣະທຳຂອງພຣະເຈົ້າທີ່ຖືກຕ້ອງທີ່ສຸດ ແລະ ເປັນທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີ ແລະ ການມີທັດສະນະຄະຕິເຫຼົ່ານີ້ຄືສິ່ງທີ່ສິ່ງທີ່ຖືກສ້າງຄວນເຮັດ.

ວັນທີ 22 ສິງຫາ 2020

ກ່ອນນີ້: ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີຫ້າ)

ຕໍ່ໄປ: ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີເຈັດ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້