​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ໃນໄລຍະເວລາທີ່ເປໂຕຢູ່ກັບພຣະເຢຊູນັ້ນ ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງກ່ຽວກັບພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ ຫຼາຍດ້ານກໍໄດ້ຊ່ວຍເຫຼືອລາວ. ເຖິງແມ່ນວ່າເປໂຕໄດ້ເຫັນຄວາມເປັນພຣະເຈົ້າຂອງພຣະເຢຊູໃນຫຼາຍທາງ ແລະ ໄດ້ເຫັນຄຸນລັກສະນະທີ່ໜ້າຮັກຫຼາຍດ້ານກ່ຽວກັບພຣະອົງ ແຕ່ຕອນນັ້ນເປໂຕຍັງບໍ່ໄດ້ຮູ້ຈັກພຣະເຢຊູເທື່ອ. ເປໂຕເລິ່ມຕິດຕາມພຣະເຢຊູເມື່ອລາວໄດ້ 20 ປີ ແລະ ສືບຕໍ່ຕິດຕາມພຣະອົງຫົກປີ. ໃນໄລຍະເວລານັ້ນ ເປໂຕບໍ່ເຄີຍຮູ້ຈັກພຣະເຢຊູ, ແຕ່ກໍຍອມຕິດຕາມດ້ວຍຄວາມນັບຖືພຣະອົງ. ເມື່ອເວລາພຣະເຢຊູເອີ້ນໃສ່ເປໂຕທໍາອິດເທິງຊາຍຝັ່ງເທເລຄາລີເລ ພຣະອົງຖາມວ່າ: “ຊີໂມນ, ບຸດຂອງໂຢນາ ທ່ານຈະຕິດຕາມເຮົາບໍ່?” ເປໂຕຕອບວ່າ: “ເຮົາຕ້ອງຕິດຕາມທ່ານ ຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ. ເຮົາຕ້ອງຍອມຮັບຮູ້ທ່ານຜູ້ທີ່ຖືກເລຶອກໂດຍພຣະວິນຍານບໍລິສຸດ. ເຮົາຈະຕິດຕາມພຣະອົງ.” ໃນເວລານັ້ນ ເປໂຕແມ່ນເຄີຍໄດ້ຍິນເລື່ອງລາວກ່ຽວກັບຜູ້ຊາຍຄົນໜຶ່ງທີ່ຊື່ພຣະເຢຊູຢູ່ແລ້ວ, ຜູ້ທີ່ເປັນສາສະດາທີ່ຍິ່ງໃຫຍ່, ຜູ້ທີ່ເປັນພຣະບຸດສຸດທີ່ຮັກຂອງພຣະເຈົ້າ ແລະ ເປໂຕໃນເວລານັ້ນກໍຫວັງຢູ່ສະເໝີວ່າຈະໄດ້ພົບພຣະອົງ. ຫວັງວ່າຈະມີໂອກາດໄດ້ເຫັນພຣະອົງ (ເພາະວ່າ ໃນເວລານັ້ນເປໂຕແມ່ນຖືກນໍາພາໂດຍພຣະວິນຍານບໍລິສຸດ). ເຖິງແມ່ນວ່າ ເປໂຕບໍ່ເຄີຍເຫັນພຣະອົງມາກ່ອນ ແລະ ເຄີຍໄດ້ຍິນແຕ່ຂ່າວລືກ່ຽວກັບພຣະອົງ ແຕ່ຄວາມສະແຫວງຫາ ແລະ ຄວາມເຄົາລົບຮັກທີ່ມີຕໍ່ພຣະເຢຊູແມ່ນມີຢູ່ໃນຫົວໃຈຂອງລາວເລື້ອຍມາ ແລະ ລາວຫວັງຢູ່ ສະເໝີວ່າມື້ຶໜຶ່ງຈະໄດ້ເຫັນພຣະເຢຊູ. ສ່ວນພຣະເຢຊູ, ພຣະອົງໄດ້ຄົ້ນຫາເປໂຕດ້ວຍວິທີໃດ? ພຣະອົງເອງກໍເຄີຍໄດ້ຍິນເລຶ່ອງລາວກ່ຽວກັບຜູ້ຊາຍຄົນໜຶ່ງທີ່ຊື່ເປໂຕ, ແຕ່ການໄດ້ພົບເປໂຕຂອງພຣະອົງບໍ່ແມ່ນເປັນຍ້ອນພຣະວິນຍານບໍລິສຸດບອກໃຫ້ພຣະອົງວ່າ: “ໃຫ້ໄປຍັງທະເລຄາລິເລ, ຢູ່ທີ່ນັ້ນຈະມີຄົນຊື່ເປໂຕ ບຸດຂອງ ໂຢນາ.” ແຕ່ເປັນຍ້ອນພຣະເຢຊູ ໄດ້ຍິນຜູ້ຄົນເວົ້າວ່າມີຄົນຊື່ຊີໂມນ ບຸດຂອງໂຢນາ ທີ່ມີຜູ້ຄົນໄດ້ຟັງການເທສະໜາຂອງລາວ ເຊິ່ງລາວເອງກໍເປັນຜູ້ກ່າວປະກາດພຣະກິດຕິຄຸນຂອງອານາຈັກແຫ່ງສະຫວັນ ແລະ ມີຜູ້ຄົນທີ່ໄດ້ຍິນຄໍາກ່າວປະກາດຂອງລາວແມ່ນພາກັນຈັບໃຈຮ້ອງໄຫ້ກັນໝົດທຸກຄົນ. ຫລັງຈາກພຣະເຢຊູໄດ້ຍິນຄໍາເວົ້າດັ່ງກ່າວ ພຣະອົງຈຶ່ງໄດ້ຕາມບຸກຄົນນັ້ນໄປເຖິງທະເລຄາລິເລ ແລະ ໄດ້ພົບກັບເປໂຕຢູ່ທີ່ນັ້ນ. ເມື່ອເປໂຕຮັບເອົາຄໍາເຊີນຂອງພຣະເຢຊູ ເປໂຕກໍຕິດຕາມພຣະອົງເລິ່ມແຕ່ນັ້ນມາ.

ໃນໄລຍະເວລາທີ່ເປໂຕຕິດຕາມພຣະເຢຊູນັ້ນ ລາວໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງອີງຕາມແນວຄິດຂອງຕົນສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານເປັນຢ່າງດີ ແຕ່ລາວຍັງບໍ່ມີຄວາມສະຫວ່າງເທື່ອ ດ້ວຍເຫດນີ້ຄໍາເວົ້າຂອງລາວເມື່ອລາວເວົ້າວ່າ: “ເຮົາຕ້ອງຕິດຕາມທ່ານ ຜູ້ທີ່ຖືກສົງມາໂດຍພຣະບິດາເທິງສະຫວັນ, ເຮົາຕ້ອງຍອມຮັບຮູ້ທ່ານ ຜູ້ທີ່ຖືກເລຶອກໂດຍພຣະວິນຍານບໍລິສຸດ.” ແມ່ນລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຍັງບໍ່ທັນໄດ້ຮັບຄວາມຮູ້ແຈ້ງເທື່ອ. ຫລັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງກະທໍາ, ສົນໃຈໃນສິ່ງທີ່ພຣະອົງກ່າວ ແລະ ສົນໃຈໃນຕົວພຣະເຢຊູເອງ. ລາວຮູ້ສຶກວ່າພຣະເຢຊູ ຄືຜູ້ສ້າງແຮງບັນດານໃຈ ທັງຄວາມຮັກ ແລະ ຄວາມເຄົາລົບຮັກ. ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລຶ່ອງການໃຫ້ ແລະ ການຊ່ວຍເຫຼືອ. ຫລັງຈາກຕິດຕາມພຣະເຢຊູໄດ້ໄລຍະໜຶ່ງ ເປໂຕກໍໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ ບໍ່ວ່າຈະເປັນການກະທໍາ, ການເວົ້າຈາ, ການເຄື່ອນຍ້າຍ ຫຼື ການສະແດງອອກ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພຣະເຢຊູທີ່ບໍ່ເໝືອນຜູ້ຊາຍທົ່ວໄປ. ເຖິງແມ່ນວ່າ ຄວາມເປັນມະນຸດຂອງພຣະອົງ ແມ່ນນອກເໜືອຄົນທໍາມະດາສາມັນ ແຕ່ພຣະອົງແມ່ນເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ຄວາມມານະອົດທົນທີ່ມີຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູກະທໍາ ຫຼື ກ່າວ ແມ່ນເພື່ອຊ່ວຍເຫຼືອຄົນອື່ນ. ດ້ວຍວ່າເປໂຕໄດ້ຢູ່ຄຽງຂ້າງພຣະອົງ ລາວຈຶ່ງໄດ້ເຫັນ ແລະ ໄດ້ຮຽນຮູ້ໃນສິ່ງທີ່ລາວບໍ່ເຄີຍເຫັນ ຫຼື ສິ່ງທີ່ບໍ່ເຄີຍມີມາກ່ອນ. ລາວໄດ້ເຫັນ ເຖິງແມ່ນວ່າ ພຣະເຢຊູບໍ່ໄດ້ຍິ່ງໃຫຍ່ ຫຼື ແຕກຕ່າງໄປຈາກມະນຸດທໍາມະດາ ແຕ່ລາວເຫັນພຣະເຢຊູເປັນຄົນບໍ່ທໍາມະດາ ແລະ ແປກປະຫຼາດແນວໃດແນວໜຶ່ງ. ເຖິງແມ່ນວ່າ ເປໂຕຈະບໍ່ສາມາດອະທິບາຍໄດ້ກໍຕາມ ລາວສາມາດເຫັນພຣະເຢຊູປະຕິບັດແຕກຕ່າງຈາກຄົນອື່ນໆ ເພາະວ່າພຣະອົງກະທໍາໃນສິ່່ງທີ່ແຕກຕ່າງຈາກການກະທໍາຂອງມະນຸດຫຼາຍ. ຈາກການທີ່ເປໂຕໄດ້ສໍາພັດກັບພຣະເຢຊູນັ້ນ ລາວຍັງຮູ້ອີກວ່າອຸປະນິໄສຂອງພຣະອົງແມ່ນແຕກຕ່າງຈາກມະນຸດທໍາມະດາ. ພຣະອົງປະຕິບັດຕົນຢ່າງສະໝໍ່າສະເໝີຕະຫຼອດເວລາ, ບໍ່ເຄີຍເຮ່ງຮ້ອນ ແລະ ບໍ່ເຄີຍອວດໂອ້ ຫຼື ດູຖູກຄົນອື່ນ. ພຣະອົງໃຊ້ຊີວິດແບບທໍາມາດາ ແລະ ໜ້າຍ້ອງຍໍສັນລະເສີນ. ໃນເລຶ່ອງການສົນທະນາ ພຣະເຢຊູແມ່ນອ່ອນໂຍນ, ສຸພາບ, ເປີດກວ້າງ, ບາງຄັ້ງລະເລີງ ບາງຄັ້ງງຽບສະງົບ ແລະ ບໍ່ເຄີຍເສຍກຽດໃນດ້ານບໍລິຫານວຽກງານຂອງພຣະອົງ. ເປໂຕເຫັນພຣະເຢຊູບາງຄັ້ງເປັນຄົນມິດງຽບ ບາງຄັ້ງກໍເວົ້າຫຼາຍ. ບາງຄັ້ງພຣະອົງດີໃຈຫຼາຍເຕັ້ນໄປມາ ລະເລີງເໝືອນກັບນົກສັນຕິພາບ ແລະ ບາງຄັ້ງກໍໂສກເສົ້າງຽບເຫງົາບໍ່ເວົ້າບໍ່ຈາຫຍັງເລີຍເໝືອນກັບວ່າ ພຣະອົງອຸກໃຈເປັນຮ່ວງໃນສິ່ງໃດສິ່ງໜຶ່ງ. ບາງຄັ້ງພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ ເໝືອນດັ່ງທະຫານກ້າແລ່ນບຸກຂ້າສັດຕູ ແລະ ບາງຄັ້ງກໍເໝືອນດັ່ງສິງຮ້ອງຫະນາດ. ບາງຄັ້ງພຣະອົງຫົວ ບາງຄັ້ງພຣະອົງອະທິຖານ ແລະ ບາງຄັ້ງກໍຮ້ອງໄຫ້. ບໍ່ວ່າພຣະອົງຈະສະແດງກະລິຍາອອກມາແບບໃດ ເປໂຕກໍແຮງມີຄວາມຮັກ ແລະ ເຄົາລົບຕໍ່ພຣະອົງຫຼາຍຂຶ້ນ. ສຽງຫົວເຫຼາະຂອງພຣະເຢຊູເຮັດໃຫ້ເປໂຕມີຄວາມສຸກ, ຄວາມໂສກເສົ້າຂອງພຣະອົງເຮັດໃຫ້ເປໂຕທຸກໂສກເສຍໃຈ ແລະ ຄວາມໂກດຮ້າຍເຮັດໃຫ້ເປໂຕຢ້ານກົວ. ໃນຂະນະດຽວກັນຄວາມເມດຕາ ການໃຫ້ອະໄພ ແລະ ຄວາມເປັນລະບຽບເຮັດໃຫ້ເປໂຕຮັກພຣະເຢຊູຢ່າງຈິງໃຈ ເຊິ່ງສ້າງຄວາມເຄົາລົບ ແລະ ຄວາມສະແຫວງຫາຕໍ່ພຣະອົງຢ່າງແທ້ຈິງ. ແນ່ນອນ ເປໂຕພຽງມາຮູ້ຈັກໃນສິ່ງນີ້ ຫລັງຈາກລາວໄດ້ມາຢູ່ນໍາພຣະເຢຊູໄດ້ສອງສາມປີ.

ເປໂຕໂດຍສະເພາະແມ່ນເປັນຄົນມີເຫດຜົນ ເກີດມາກັບຄວາມສະຫຼາດໂດຍທໍາມະຊາດ ແຕ່ລາວໄດ້ເຮັດໃນສິ່ງໂງ່ຈ້າຫຼາຍຢ່າງໃນເວລາຕິດຕາມພຣະເຢຊູ. ທໍາອິດແມ່ນລາວມີຄວາມຄິດຕ່າງໆນາໆກ່ຽວກັບພຣະເຢຊູ. ລາວຖາມວ່າ: “ຜູ້ຄົນເວົ້າວ່າທ່ານຄືສາສະດາ, ສະນັ້ນຕອນທ່ານມີອາຍຸແປດປີ ແລະ ໃຫຍ່ພໍທີ່ຈະເຂົ້າໃຈສິ່ງຕ່າງໆ ທ່ານໄດ້ຮູ້ບໍ່ວ່າທ່ານຄືພຣະເຈົ້າ? ທ່ານໄດ້ຮູ້ບໍ່່ວ່າທ່ານໄດ້ຮັບພອນຈາກພຣະວິນຍານບໍລິສຸດ?” ພຣະເຢຊູຕອບວ່າ: “ບໍ່, ເຮົາບໍ່ໄດ້ຮູ້! ແລ້ວເຮົາເບິ່ງບໍ່ຄືຜູ້ຄົນໂດຍທົ່ວໄປໃນສາຍຕາທ່ານບໍ? ເຮົາກໍເໝືອນຄົນອື່ນໆນັ້ນແລ້ວ. ບຸກຄົນທີ່ພຣະບິດາສົ່ງມາແມ່ນຄົນທໍາມະດາ ບໍ່ແມ່ນຄົນວິເສດຫຍັງ ແລະ ເຖິງແມ່ນວ່າ ວຽກງານທີ່ເຮົາກະທໍາຈະສະແດງເຖິງພຣະບິດາແຫ່ງສະຫວັນຂອງເຮົາ ແຕ່ພາບພົດຂອງເຮົາ ອັດຕະລັກຂອງເຮົາ ແລະ ເນື້ອໜັງຂອງເຮົາບໍ່ສາມາດເປັນຕົວແທນພຣະບິດາແຫ່ງສະຫວັນຂອງເຮົາໄດ້ທັງໝົດ ມີພຽງບາງພາກສ່ວນຂອງພຣະອົງເທົ່ານັ້ນ. ເຖິງແມ່ນວ່າ ເຮົາມາຈາກພຣະວິນຍານ ແຕ່ເຮົາກໍຍັງເປັນຄົນທໍາມະດາສາມັນ ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາຍັງໂລກນີ້ເປັນຄົນທໍາມະດໍາ ບໍ່ແມ່ນຄົນວິເສດຫຍັງທັງນັ້ນ.” ເມື່ອເປໂຕໄດ້ຍິນເຊັ່ນນີ້ ລາວຈຶ່ງເຂົ້າໃຈພຣະເຢຊູດີຂຶ້ນ ແລະ ເປັນເພາະວ່າຫລັງຈາກໄດ້ມີປະສົບການຜ່ານວຽກງານຂອງພຣະເຢຊູ, ຜ່ານຄໍາສອນຂອງພຣະອົງ ຜ່ານການນໍາພາຂອງພຣະອົງ ແລະ ຄວາມກະລຸນາຂອງພຣະອົງທີ່ມີຕໍ່ເປໂຕເປັນເວລາຍາວນານ ເປໂຕຈຶ່ງໄດ້ເຂົ້າໃຈພຣະອົງຢ່າງເລິກເຊິ່ງ. ເມື່ອອາຍຸໄດ້ 30 ປີ ພຣະເຢຊູໄດ້ບອກເປໂຕກ່ຽວກັບພາລະກິດທີ່ຈະມາເຖິງ ນັ້ນກໍຄືການໄຖ່ບາບຜ່ານການຄືງຢູ່ເທິງໄມ້ກາງແຂນ ເຊິ່ງພຣະອົງໄດ້ສະເດັດມາປະຕິບັດພາລະກິດດັ່ງກ່າວເພື່ອໄຖ່ບາບໃຫ້ກັບມະນຸດທຸກຄົນ. ພຣະອົງໄດ້ບອກເປໂຕອີກວ່າ ສາມມື້ຫລັງຈາກການຄືງຢູ່ເທິງໄມ້ກາງແຂນ ພຣະບຸດຂອງມະນຸດຈະຟື້ນຄືນຊີວິດອີກຄັ້ງ ແລະ ຫລັງຈາກຟື້ນຄືນຊີວິດແລ້ວ ພຣະອົງກໍຈະປາກົດໃຫ້ຜູ້ຄົນເຫັນ ເປັນເວລາ 40 ວັນ. ເປໂຕເມື່ອໄດ້ຍິນຄໍາເວົ້າເຫຼົ່ານີ້ກໍຮູ້ສຶກເສົາສະລົດໃຈຫຼາຍ ແລະ ເກີດຄວາມຮູ້ສຶກໃກ້ຊິດກັບພຣະເຢຊູຫຼາຍຂຶ້ນ ເພາະວ່າລາວເຂົາໃຈຢ່າງເລິກເຊິ່ງຕໍ່ຄໍາເວົ້າຂອງພຣະອົງ. ຫລັງຈາກໄດ້ປະຈັກພະຍານມາພໍສົມຄວນ ເປໂຕໄດ້ຮູ້ວ່າທຸກສິ່ງທີ່ພຣະເຢຊູກະທໍາແມ່ນເພື່່ອການເປັນພຣະເຈົ້າ ແລະ ລາວຄິດວ່າພຣະເຢຊູແມ່ນເປັນຄົນທີ່ໜ້າເຄົາລົບທີ່ສຸດ. ເມື່ອເປໂຕມີຄວາມເຂົ້າໃຈກັບສິ່ງນີ້ແລ້ວ ພຣະວິນຍານບໍລິສຸດຈຶ່ງພອນຄວາມສະຫວ່າງໃຫ້ກັບລາວ. ຫລັງຈາກນັ້ນພຣະເຢຊູໄດ້ຫັນໜ້າໄປຫາ ສາວົກຂອງພຣະອົງ ແລະ ຜູ້ຕິດຕາມຄົນອື່ນໆ ແລະ ຖາມພວກເຂົາວ່າ: “ໂຢຮັນ, ທ່ານວ່າເຮົາແມ່ນໃຜ?” ໂຢຮັນຕອບວ່າ: “ທ່ານແມ່ນໂມເຊ.” ພຣະອົງຫັນໄປຫາ ລູກາ: “ທ່ານເດ, ລູກາ ທ່ານວ່າເຮົາແມ່ນໃຜ?” ລູກາຕອບວ່າ: “ທ່ານແມ່ນສາສະດາຜູ້ຍິ່ງໃຫຍ່ທີ່ສຸດ.” ຫລັງຈາກນັ້ນພຣະອົງຖາມຄຸນແມ່ຄົນໜຶ່ງວ່າ: “ແລ້ວທ່ານຄິດວ່າເຮົາແມ່ນໃຜ?” ຄຸນແມ່ຄົນນັ້ນຕອບວ່າ: “ທ່ານແມ່ນສາສະດາຜູ້ຍິ່ງໃຫຍ່ທີ່ສຸດທີ່ກ່າວຖ້ອຍຄໍາມາຈາກພົມແດນທີ່ເປັນນິດສຸ່ນິດລັນດອນ. ບໍ່ມີຄໍາທໍານາຍໃດທີ່ຈະຍິ່ງໃຫຍ່ໄປກວ່າຄໍາທໍານວາຍຂອງທ່ານ ແລະ ບໍ່ມີສະຕິປັນຍາຂອງຜູ້ໃດຈະເລິກເຊິ່ງໄປກວ່າສະຕິປັນຍາຂອງທ່ານອີກແລ້ວ, ທ່ານຄືສາສະດາຈານ.” ຫລັງຈາກນ້ັນ ພຣະອົງຫັນໄປຫາເປໂຕ ແລ້ວ ຖາມວ່າ: “ເປໂຕ, ທ່ານເດ ທ່ານວ່າເຮົາແມ່ນໃຜ?” ເປໂຕ ຕອບວ່າ: “ທ່ານແມ່ນພຣະຄຣິດ ພຣະບຸດຂອງພຣະເຈົ້າຜູ້ທີ່ຊົງພຣະຊົນຢູ່. ທ່ານມາຈາກສະຫວັນ ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້, ທ່ານບໍ່ເໝືອນດັ່ງການເນລະມິດສ້າງຂອງພຣະເຈົ້າທີ່ຜ່ານມາ, ພວກເຮົາຢູ່ແຜ່ນດິນໂລກນີ້ ແລະ ທ່ານກໍຢູ່ແຜ່ນດິນໂລກນີ້ກັບພວກເຮົາ ແຕ່ທ່ານມາຈາກສະຫວັນ ທ່ານບໍ່ໄດ້ມາຈາກໂລກນີ້ ແລະ ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້.” ຍ້ອນວ່າເປໂຕໄດ້ມີປະສົບການ ພຣະວິນຍານບໍລິສຸດຈຶ່ງໄດ້ໃຫ້ຄວາມສະຫວ່າງແກ່ລາວ ເຊິ່ງເຮັດໃຫ້ລາວເຂົ້າໃຈໃນສິ່ງນີ້. ຫລັງຈາກໄດ້ຮັບຄວາມສະຫວ່າງດັ່ງກ່າວນີ້ ເປໂຕຈຶ່ງໄດ້ຊື່ນຊົມທຸກຢ່າງທີ່ພຣະເຢຊູກະທໍາຫຼາຍຂື້ນ ມີແນວຄິດເຄົາລົບຕໍ່ພຣະອົງຫຼາຍຂຶ້ນ ແລະ ຮັກພຣະອົງສະເໝີບໍ່ຍອມໜີຮ່າງຈາກພຣະອົງ. ດັ່ງນັ້ນ ຄັ້ງທໍາອິດທີ່ພຣະເຢຊູປາກົດຕົວໃຫ້ເປໂຕເຫັນ ຫລັງຈາກພຣະອົງຖືກຄືງໃສ່ໄມ້ກາງແຂນ ແລ້ວຟື້ນຄືນຊີວິດກັບມາ ເປໂຕຮ້ອງໄຫ້ດ້ວຍຄວາມດີໃຈຢ່າງແຮງ: “ພຣະຜູ້ເປັັນເຈົ້າ! ພຣະອົງໄດ້ຟື້ນຄືນຊີວິດມາແລ້ວ! ຫລັງຈາກນັ້ນກໍຮ້ອງໄຫ້ຂຶ້ນອີກ ພ້ອມຈັບເອົາປາໂຕໃຫຍ່ໂຕໜຶ່ງ ເພື່ອເອົາມາຄົວໃຫ້ພຣະເຢຊູກິນ. ພຣະເຢຊູໄດ້ແຕ່ຍິ້ມ ແຕ່ບໍ່ເວົ້າຫຍັງ. ເຖິງແມ່ນວ່າ ເປໂຕຮູ້ວ່າພຣະເຢຊູໄດ້ຟື້ນຄືນຊີວິດກັບມາ ລາວບໍ່ເຂົ້າໃຈເຖິງຄວາມລຶກລັບຂອງການກັບມາຂອງພຣະອົງ. ເມື່ອເວລາລາວເອົາປາທີ່ຄົວແລ້ວນັ້ນໃຫ້ພຣະເຢຊູກິນ ພຣະເຢຊູບໍ່ໄດ້ປະຕິເສດ ແຕ່ ພຣະອົງບໍ່ເວົ້າຈາຫຍັງ ຫຼື ນັ່ງລົງກິນປາດັ່ງກ່າວນັ້ນ ແຕ່ກົງກັນຂ້າມພຣະອົງແມ່ນຫາຍໄປຢ່າງໄວວາ. ເຫດການທີ່ເກີດຂຶ້ນເຮັດໃຫ້ເປໂຕຕົກໃຈຢ່າງແຮງ​ ແລະ ເມື່ອນັ້ນເອງເປໂຕຈຶ່ງເຂົ້າໃຈວ່າພຣະເຢຊູທີ່ກັບມານີ້ ແມ່ນແຕກຕ່າງຈາກ ພຣະເຢຊູໃນເມື່ອກ່ອນ. ເມື່ອລາວເຂົ້າໃຈເປັນເຊັ່ນນີ້ ເປໂຕແມ່ນໂສກເສົ້າເສຍໃຈຫຼາຍ ແຕ່ລາວກໍອົບອຸ່ນໃຈທີ່ໄດ້ຮູ້ວ່າພຣະຜູ້ເປັນເຈົ້າໄດ້ສໍາເລັດພາລະກິດຂອງພຣະອົງແລ້ວ. ລາວໄດ້ຮູ້ວ່າພຣະເຢຊູໄດ້ສໍາເລັດໜ້າທີ່ຂອງພຣະອົງແລ້ວ ເຊິ່ງເວລາຂອງພຣະອົງທີ່ຢູ່ກັບມະນຸດແມ່ນໄດ້ສິ້ນສຸດລົງ ແລະ ຕໍ່ຈາກນີ້ໄປມະນຸດຈະຕ້ອງໄດ້ເດີນຕາມທາງຂອງຕົນເອງ. ຄັ້ງໜຶ່ງພຣະເຢຊູໄດ້ບອກເປໂຕວ່າ: “ທ່ານເຊັ່ນກັນ ຕ້ອງດຶ່ມຈາກຈອກອັນຂົມຂື່ນທີ່ເຮົາດຶ່ມ (ນີ້ແມ່ນສິ່ງທີ່ພຣະອົງໄດ້ກ່າວຫລັງຈາກການກັບຄືນຊີບຂອງພຣະອົງ), ທ່ານເຊັ່ນກັນຕ້ອງເດີນຕາມທາງທີ່ເຮົາເດີນ, ທ່ານຕ້ອງຍອມສະລະຊີວິດເພື່ອເຮົາ. ບໍ່ເໝືອນດັ່ງປັດຈຸບັນນີ້ ພາລະກິດໃນສະໄໝນັ້ນບໍ່ແມ່ນໃນຮູບແບບສົນທະນາກັນໜ້າຕໍ່ໜ້າ. ໃນລະຫວ່າງຍຸກແຫ່ງຄວາມກະລຸນາ ພາລະກິດຂອງພຣະວິນຍານບໍລິສຸດແມ່ນລຶກລັບຫຼາຍ ແລະ ເປໂຕໄດ້ທົນທຸກທໍລະມານຜ່ານຄວາມຍາກລໍາບາກມາກມາຍ ແລະ ບາງຄັ້ງຈົນເຖິງຂັ້ນທີ່ຕ້ອງຮ້ອງໄຫ້ອ້ອນວອນ: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ ຂ້ານ້ອຍບໍ່ມີສິ່ງໃດອີກແລ້ວນອກຈາຊີວິດນີ້ ເຖິງແມ່ນວ່າມັນຈະບໍ່ມີຄຸນຄ່າຫຍັງຫຼາຍສໍາລັບພຣະອົງ ຂ້ານ້ອຍຂໍອຸທິດຊີວິດນີ້ໃຫ້ກັບພຣະອົງ. ເຖິງແມ່ນວ່າ ມະນຸດຈະບໍ່ມີຄ່າທີ່ຈະຮັກພຣະອົງ ແລະ ຄວາມຮັກຂອງພວກເຂົາ ຫຼື ຈິດໃຈຂອງພວກເຂົາຈະບໍ່ມີຄຸນຄ່າຫຍັງ ຂ້ານ້ອຍເຊື່ອວ່າພຣະອົງຈະສາມາດເບິ່ງເຫັນເຈດຕະນາລົມຈາກຈິດໃຈຂອງມະນຸດ ແລະ ເຖິງແມ່ນວ່າຮ່າງກາຍຂອງມະນຸດຈະບໍ່ມີຄຸນສົມບັດພຽງພໍທີ່ພຣະອົງຈະຮັບເອົາໄດ້ ຂ້ານ້ອຍຂໍໃຫ້ພຣະອົງຮັບເອົາຫົວໃຈຂອງຂ້ານ້ອຍດ້ວຍເທີດ.” ຫລັງຈາກໄດ້ກ່າວຄໍາອະທິຖານເຫຼົ່ານີ້ ເປໂຕກໍມີກໍາລັງໃຈຂຶ້ນ ພິເສດເວລາລາວກ່າວຄໍາອະທິຖານວ່າ: “ຂ້ານ້ອຍຈະອຸທິດຈິດໃຈຂອງຂ້ານ້ອຍທັງໝົດໃຫ້ັກັບພຣະເຈົ້າ ເຖິງແມ່ນວ່າຂ້ານ້ອຍຈະບໍ່ສາມາດເຮັດສິ່ງໃດເພື່ອພຣະອົງ ຂ້ານ້ອຍຈະເຮັດໃຫ້ພຣະອົງເພິ່ງພໍໃຈດ້ວຍຄວາມຈົງຮັກພັກດີ ແລະ ອຸທິດຕົວຂ້ານ້ອຍໃຫ້ກັບພຣະອົງທັງໝົດທັງສິ້ນ. ຂ້ານ້ອຍເຊື່ອວ່າພຣະອົງຈະຕ້ອງເບິ່ງເຫັນຫົວໃຈຂອງຂ້ານ້ອຍ.” ເປໂຕກ່າວອີກວ່າ: “ຂ້ານ້ອຍບໍ່ຂໍສິ່ງໃດໃນຊີວິດນີ້ ຂໍພຽງໃນໃຈຂອງຂ້ານ້ອຍມີແຕ່ຄວາມຮັກຕໍ່ພຣະອົງ ແລະ ຈິດໃຈຂອງຂ້ານ້ອຍຂໍໃຫ້ຖືກຮັບເອົາໂດຍພຣະອົງດ້ວຍເທີດ. ຂ້ານ້ອຍໄດ້ຢູ່ກັບພຣະເຢຊູເຈົ້າເປັນເວລາດົນນານ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ ນີ້ຄືໜີ້ພຣະຄຸນອັນຍິ່ງໃຫຍ່. ເຖິງແມ່ນວ່າ ຂ້ານ້ອຍໄດ້ຢູ່ກັບພຣະອົງ ຂ້ານ້ອຍບໍ່ໄດ້ຮູ້ຈັກພຣະອົງເລີຍ ສໍາບໍ່ໜໍາຍັງໄດ້ກ່າວຄໍານິນທາລັບຫລັງຕໍ່ພຣະອົງອີກ. ຄິດເຖິງເລຶ່ອງນີ້ແລ້ວເຮັດໃຫ້ຂ້ານ້ອຍຮູ້ສຶກເປັນໜີ້ພຣະຄຸນຕໍ່ພຣະເຢຊູເຈົ້າຕື່ມອີກ.” ເປໂຕອະທິຖານໃນລັກສະນະນີ້ສະເໝີ. ລາວອະທິຖານອີກວ່າ: “ຂ້ານ້ອຍຕໍ່າຕ້ອຍກວ່າທຸລີ ຂ້ານ້ອຍບໍ່ສາມາດເຮັດສິ່ງໃດໄດ້ນອກຈາກອຸທິດຈິດໃຈອັນຈົງຮັກພັກດີນີ້ໃຫ້ກັບພຣະເຈົ້າ.”

ມີຄັ້ງໜຶ່ງໃນປະສົບການຂອງເປໂຕທີ່ເຖິງຂັ້ນຮ້າຍແຮງທີ່ສຸດຈົນເຖິງກັບວ່າຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູໄດ້ໃຫ້ກໍາລັງໃຈລາວຜ່ານຈິດວິນຍານ ແລະ ພຣະອົງໄດ້ເຄີຍປາກົດໃຫ້ລາວເຫັນຄັ້ງໜຶ່ງ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ນັ້ນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ສໍາລັບເຮົາບໍ່ແມ່ນມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້ກ່ອນ ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ ແລະ ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານໃຫ້ດີທີ່ສຸດຕາມຄວາມສາມາດຂອງທ່ານ.” ເມື່ອປະໂຕໄດ້ຍິນວ່າຈະໄດ້ກັບໄປຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍາລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟືນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້.” ຫລັງຈາກນັ້ນ ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເປໂຕເຫັນວ່ານັ້ນຄືພຣະເຢຊູ ຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລຶ່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ແມ່ນມາຈາກໂລກໜ່ວຍນີ້.’ ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ ພຣະເຈົ້າຈະບໍ່ສາມາດຢູ່ຮ່ວມກັນໃນໂລກນີ້ໄດ້ ເຮົາກໍມີພາລະກິດຂອງເຮົາ ທ່ານກໍມີພາລະກິດຂອງທ່ານ ແລະ ມື້ໜຶ່ງ ເມື່ອພາລະກິດຂອງທ່ານສໍາເລັດ ພວກເຮົາກໍຈະໄດ້ຢູ່ຮ່ວມໂລກດຽວກັນ ແລະ ເຮົາຈະນໍາເອົາທ່ານມາຢູ່ກັບເຮົາຕະຫຼອດໄປ.” ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕກໍຮູ້ສຶກສະບາຍໃຈຂຶ້ນ. ລາວຮູ້ວ່າຄວາມທໍລະມານດັ່ງກ່າວແມ່ນສິ່ງທີ່ລາວຕ້ອງໄດ້ອົດທົນ ແລະ ຜະເຊີນກັບມັນ ແລະ ຖືວ່າເປັນສິ່ງທີ່ດົນບັນດານໃຈ. ພຣະເຢຊູປາກົດຕໍ່ໜ້າເປໂຕທຸກຄັ້ງໃນເວລາສໍາຄັນ ເພື່ອໃຫ້ຄວາມສະຫວ່າງ, ໃຫ້ການຊີ້ນໍາ ແລະ ປະຕິບັດວຽກງານເພື່ອຊ່ວຍກະຕູ້ນຈິດວິນຍານຂອງລາວ. ແລ້ວເປໂຕເສຍໃຈກັບສິ່ງໃດຫຼາຍທີ່ສຸດ? ພຣະເຢຊູ້ໄດ້ຖາມເປໂຕອີກ (ເຖິງແມ່ນວ່າ ຄໍາຖາມນີ້ບໍ່ໄດ້ບັນທຶກໄວ້ໃນພຣະຄໍາພີແບບນີ້) ບໍ່ດົນຫລັງຈາກເປໂຕໄດ້ເວົ້າວ່າ: “ທ່ານແມ່ນພຣະບຸດຂອງພຣະເຈົ້າທີ່ຊົງມີຊີວິດ,” ພຣະເຢຊູຖາມວ່າ: “ເປໂຕ! ທ່ານບໍ່ເຄີຍຮັກເຮົາເລີຍບໍ?” ເປໂຕເຂົ້າໃຈຄວາມໝາຍຂອງພຣະເຢຊູດີ ແລະ ຕອບວ່າ: “ພຣະຜູ້ເປັນເຈົ້າ! ເມື່ອກ່ອນຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ ຂ້ານ້ອຍຍອມຮັບວ່າ ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ.” ພຣະເຢຊູເລີຍຕອບວ່າ: “ຖ້າຜູ້ຄົນບໍ່ຮັກພຣະບິດາໃນສະຫວັນແລ້ວ ພວກເຂົາຈະຮັກພຣະບຸດໃນແຜ່ນດິນໂລກນີ້ໄດ້ແນວໃດ? ຖ້າຜູ້ຄົນບໍ່ຮັກພຣະບຸດທີ່ຖືກສົ່ງມາໂດຍພຣະເຈົ້າຜູ້ເປັນພຣະບິດາ ແລ້ວພວກເຂົາຈະຮັກພຣະບິດາໃນສະຫວັນໄດ້ແນວໃດ? ຖ້າຜູ້ຄົນຮັກພຣະບຸດໃນໂລກນີ້ແທ້ຈິງ ພວກເຂົາກໍຕ້ອງຮັກພຣະບິດາໃນສະຫວັນຢ່າງແທ້ຈິງເຊັ່ນກັນ.” ເມື່ອເປໂຕໄດ້ຍິນຄໍາກ່າວເຫຼົ່ານີ້ ລາວຮູ້ສຶກວ່າຕົນເອງຍັງບົກຜ່ອງຫຼາຍ. ລາວຮູ້ສຶກເສຍໃຈສະເໝີຈົນເຖິງກັບຮ້ອງໄຫ້ ພ້ອມທັງເວົ້າວ່າ: “ຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ.” ຫລັງຈາກການຟື້ນຄືນຊີວິດ ແລະ ການສະເດັດໄປຍັງສະຫວັນຂອງພຣະເຟຊູ ເປໂຕແຮງຮູ້ສຶກສໍານຶກຜິດ ແລະ ເສຍໃຈກັບສິ່ງທີ່ຕົນເຄີຍກະທໍາ. ເມື່ອລາວຫວນຄິດຄືນຫລັງເຖິງວຽກງານທີ່ຜ່ານມາ ແລະ ວຽກງານໃນປັດຈຸບັນ ລາວມັກຈະຮຽກຮ້ອງຫາພຣະເຢຊູດ້ວຍຄໍາອະທິຖານສະເໝີ, ລາວຮູ້ສຶກເສຍໃຈ ແລະ ຮູ້ສຶກຕິດໜີ້ພຣະຄຸນພຣະເຈົ້າຍ້ອນວ່າລາວບໍ່ສາມາດສະໜອງຄວາມປາຖະໜາຂອງພຣະອົງ ແລະ ບໍ່ສາມາດປະຕິດຕົນເອງໃຫ້ໄດ້ມາຕະຖານທີ່ພຣະເຈົ້າໄດ້ຕັ້ງໄວ້. ອຸປະສັກເຫຼົ່ານີ້ກາຍເປັນພາລະທີ່ໜັກໜ່ວງ, ລາວກ່າວວ່າ: “ມື້ໜຶ່ງ ຂ້ານ້ອຍຈະ ອຸທິດທຸກຢ່າງ ແລະ ທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ຂ້ານ້ອຍຈະມອບທຸກສິ່ງທີ່ເປັນຄຸນຄ່າໃຫ້ກັບພຣະອົງ.” ລາວກ່າວອີກວ່າ: “ຂ້າແດ່ພຣະເຈົ້າ! ຂ້ານ້ອຍມີພຽງຄວາມສັດທາດຽວ ແລະ ຄວາມຮັກດຽວ. ຊີວິດຂອງຂ້ານ້ອຍບໍ່ມີຄຸນຄ່າຫຍັງ ແລະ ຮ່າງກາຍຂອງຂ້ານ້ອຍກໍບໍ່ມີຄຸນຄ່າຫຍັງ. ຂ້ານ້ອຍມີພຽງຄວາມສັດທາດຽວ ແລະ ຄວາມຮັກດຽວ ນັ້ນກໍຄືສັດທາໃນຕົວພຣະອົງພຽງຜູ້ດຽວ ມີແຕ່ຈິດໃຈ ແລະ ຄວາມຮັກທີ່ຈະມອບໃຫ້ພຣະອົງ ເພາະພຣະອົງແມ່ນຢູ່ໃນໃຈຂອງຂ້ານ້ອຍສະເໝີ. ບໍ່ມີສິ່ງໃດ ມີພຽງສອງສິ່ງນີ້ເທົ່ານັ້ນທີ່ຂ້ານ້ອຍຂໍມອບໃຫ້ພຣະອົງ.” ເປໂຕໄດ້ຮັບກໍາລັງໃຈຢ່າງຫຼວງຫຼາຍຈາກຄໍາກ່າວຂອງພຣະເຢຊູ ເພາະວ່າ ກ່ອນພຣະເຢຊູຈະຖືກຄືງຢູ່ເທິງໄມ້ກາງແຂນ ພຣະອົງໄດ້ກ່າວຕໍ່ປະໂຕວ່າ: “ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້.” ຕໍ່ມາເມື່ອເປໂຕປະສົບກັບຄວາມເຈັບປວດຢ່າງຮ້າຍແຮງ ພຣະເຢຊູກໍໄດ້ເຕືອນລາວອີກວ່າ: “ເປໂຕ, ທ່ານໄດ້ລືມແລ້ວບໍ? ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ຍ້ອນໜ້າທີ່ຂອງເຮົາໆຈິ່ງຕ້ອງຈາກໂລກນີ້ໄປ. ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້ ທ່ານລືມແລ້ວບໍ? ເຮົາໄດ້ບອກທ່ານສອງເທື່ອແລ້ວ ທ່ານບໍ່ຈື່ບໍ່?” ເປໂຕໄດ້ຍິນຄໍາກ່າວຂອງພຣະເຢຊູ ເປັນເຊັ່ນນັ້ນ ກໍຕອບວ່າ: “ຂ້ານ້ອຍບໍ່ໄດ້ລືມ!” ພຣະເຢຊູເລີຍກ່າວຕໍ່ອີກວ່າ: “ຄັ້ງໜຶ່ງທ່ານເຄີຍໃຊ້ເວລາຢູ່ກັບເຮົາ ຢູ່ຄຽງຂ້າງເຮົາໃນສະຫວັນຢ່າງມີຄວາມສຸກ. ທ່ານຄິດຮອດເຮົາ ແລະ ເຮົາກໍຄິດຮອດທ່ານເຊັ່ນກັນ. ເຖິງແມ່ນວ່າ ໃນສາຍຕາເຮົາສິ່ງທີ່ມີຊີວິດທັງຫຼາຍແມ່ນບໍ່ມີຄຸນຄ່າພໍທີ່ເຮົາຈະກ່າວເຖິງ ແຕ່ຈະບໍ່ໃຫ້ເຮົາຮັກບຸກຄົນທີ່ໄຮ້ດຽງສາ ແລະ ມີຈິດໃຈງົດງາມຢ່າງທ່ານໄດ້ແນວໃດ? ທ່ານລືມຄໍາສັນຍາຂອງເຮົາແລ້ວບໍ? ທ່ານຕ້ອງຮັບເອົາຄໍາສັ່ງຂອງເຮົາໃນໂລກນີ້ ທ່ານຕ້ອງບັນລຸໜ້າທີ່ທີເຮົາມອບໝາຍໃຫ້ທ່ານ. ແນ່ນອນ ມື້ໜຶ່ງເຮົາຈະພາທ່ານມາຢືນຢູ່ຄຽງຂ້າງເຮົາ.” ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕຈຶ່ງມີກໍາລັງໃຈຂຶ້ນ ແລະ ໄດ້ຮັບແຮງບັນດານໃຈຢ່າງໃຫຍ່ຫຼວງ, ເມື່ອເວລາທີ່ລາວຖືກຄືງຢູ່ເທິງໄມ້ກາງແຂນນັ້ນ ເປໂຕໄດ້ກ່າວວ່າ: “ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້ານ້ອຍຮັກພຣະອົງຢ່າງສຸດຫົວໃຈ ເຖິງແມ່ນວ່າ ພຣະອົງບອກໃຫ້ຂ້ານ້ອຍຕາຍ ຂ້ານ້ອຍກໍຈະຍັງຮັກພຣະອົງຢ່າງສຸດຫົວໃຈ! ບໍ່ວ່າພຣະອົງຈະສົ່ງວິນຍານຂອງຂ້ານ້ອຍໄປໃນທິດທາງໃດກໍຕາມ, ບໍ່ວ່າພຣະອົງຈະປະຕິັບັດຕາມຄໍາສັນຍາຂອງພຣະອົງ ຫຼື ບໍ່, ຈາກນີ້ໄປບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ ຂ້ານ້ອຍຂໍຮັກພຣະອົງ ແລະ ເຊື່ອໃນພຣະອົງຕະຫຼອດໄປ.” ສິ່ງທີ່ເປໂຕຍຶດໝັນກໍຄືຄວາມສັດທາ ແລະ ຄວາມຮັກທີ່ແທ້ຈິງ.

ໃນກາງຄືນຂອງມື້ໜຶ່ງ ມີສາວົກສອງສາມຄົນລວມທັງ ເປໂຕຢູ່ນຳກັັນເທິງເຮືອປະມົງ. ພວກເຂົາຢູ່ນໍາກັນກັບພຣະເຢຊູ ແລະ ເປໂຕໄດ້ຖາມພຣະເຢຊູທີ່ເປັນຄໍາຖາມໄຮ້ດຽງສາວ່າ: “ພຣະຜູ້ເປັນເຈົ້າ! ມີຄໍາຖາມໜຶ່ງທີ່ຂ້ານ້ອຍຢາກຖາມພຣະອົງມາດົນແລ້ວ.” ພຣະເຢຊູຕອບວ່າ: “ກະລຸນາຖາມມາເລີຍ!” ເປໂຕຈຶ່ງຖາມ: “ພາລະກິດທີ່ກະທໍາໃນຍຸກພຣະບັນຍັດກໍແມ່ນພຣອົງເປັນຜູ້ກະທໍາບໍ? ພຣະເຢຊູຍິ້ມ ແລະ ຄິດຢູ່ໃນໃຈ;: “ເດັກນ້ອຍຄົນນີ້ຈັ່ງແມ່ນໄຮ້ດຽງສາແທ້ເດ!” ຫລັງຈາກນັ້ນພຣະອົງຈຶ່ງຕອບວ່າ: “ບໍ່ແມ່ນເຮົາເປັນຜູ້ກະທໍາ ພຣະເຢໂຮວາ ແລະ ໂມເຊພຸ້ນເປັນຜູ້ກະທໍາ.” ເປໂຕໄດ້ຍິນເປັນເຊັ່ນນັ້ນກໍຮ້ອງຂຶ້ນໝົດແຮງ: “ໂອ້! ໝາຍຄວາມ່າ ພຣະອົງບໍ່ໄດ້ກະທໍາເນາະ.” ເມື່ອພຣະເຢຊູໄດ້ຍິນເປໂຕເວົ້າມາແບບນັ້ນ ພຣະອົງກໍບໍ່ເວົ້າຫຍັງເພິ່ມອີກ. ເປໂຕເລີຍຄິດຢູ່ໃນໃຈຄົນດຽວ: “ບໍ່ແມ່ນທ່ານເປັນຄົນເຮັດເນາະ ສົມພໍທ່ານຈຶ່ງລົງມາທໍາລາຍພຣະບັນຍັດ ຍ້ອນວ່າທ່ານບໍ່ໄດ້ສ້າງມັນຂຶ້ນມານີ້ເອງ.” ເມື່ອຮູ້ວ່າເປໂຕເປັນຄົນຊື່ໆໄສໆໄຮ້ດຽງສາ ພຣະອົງກໍສະບາຍໃຈຂຶ້ນ ແຕ່ເປັນເພາະວ່າໃນເວລານັ້ນພຣະອົງບໍ່ໄດ້ເຂົ້າໃຈ ຈຶ່ງບໍ່ໄດ້ກ່າວຫຍັງເພິ່ມ ຫຼື ຕອບໂຕ້ເປໂຕໂດຍກົງ. ເມື່ອພຣະເຢຊູໄປກ່າວເທດສະໜາໃນໂຮງທໍາ ແລະ ມີຜູ້ຄົນເຂົາຮ່ວມຮັບຟັງຄໍາກ່າວປະກາດຂອງພຣະອົງຢ່າງຫຼວງຫຼາຍ ລວມທັງເປໂຕ ພຣະເຢຊູຈຶ່ງໄດ້ກ່າວວ່າ: “ພຣະຜູ້ເປັນເຈົ້າຜູ້ທີ່ຈະສະເດັດລົງມາຈາກໂລກແຫ່ງນິລັນການ ຈະມາປະຕິບັດພາລະກິດຂອງການໄຖ່ບາບໃນຍຸກແຫ່ງຄວາມກະລຸນາ ເພື່ອໄຖ່ມະນຸດທຸກຄົນໃຫ້ພົ້ນຈາກຄວາມຜິດບາບ ແຕ່ພຣະອົງຈະບໍ່ໄດ້ຖືກບັງຄັບໂດຍກົດລະບຽບໃດທັງສິ້ນໃນການນໍາພາມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ພຣະອົງຈະຂ້າມຜ່ານຍຸກແຫ່ງພຣະບັນຍັດໄປສູ່ຍຸກແຫ່ງຄວາມກະລຸນາ ແຕ່ບໍ່ມີໃຜຮູ້ຈັກພຣະອົງເລີຍ, ພຣະອົງແມ່ນມາຈາກພຣະເຢໂຮວາ. ພາລະກິດຂອງໂມເຊໄດ້ກະທໍາກໍແມ່ນມາຈາກພຣະເຢໂຮວາ, ໂມເຊອອກຮ່າງພຣະບັດຍັດກໍເພາະພາລະກິດທີ່ພຣະເຢໂຮວາໄດ້ກະທໍາໄວ້ແລ້ວ.” ຄໍາທໍານວາຍໄດ້ກ່າວໄວ້ວ່າ, ພຣະເຢຊູກ່າວຕໍ່: “ສໍາລັບຜູ້ທີ່ລົບລ້າງພຣະບັນຍັດຂອງຍຸກແຫ່ງຄວາມກະລຸນາໃນຍຸກແຫ່ງຄວາມກະລຸນານັ້ນຈະປະເຊີນກັບຄວາມຫາຍານະ. ພວກເຂົາຈະຕ້ອງຢືນຢູ່ໃນວິຫານ ແລະ ຮັບເອົາການທໍາລາຍຂອງພຣະເຈົ້າດ້ວຍແປວໄຟທີ່ຈະເຜົາໄໝ້ພວກເຂົາ. ເມື່ອເປໂຕໄດ້ຟັງຄໍາກ່າວຈົບ ລາວບໍ່ຮູ້ຈະປະຕິບັດຕົນແບບໃດດີ. ໃນລະຫວ່າງປະສົບການຂອງເປໂຕ ພຣະເຢຊູໄດ້ນໍາພາ ແລະ -ຄ້ຳຊູເປໂຕ, ໄດ້ໂອ້ລົມເປໂຕດ້ວຍຄວາມຈິງໃຈ ເຊິ່ງເຮັດໃຫ້ເປໂຕເຂົ້າໃຈພຣະເຢຊູດິຂຶ້ນ. ໃນຂະນະທີ່ເປໂຕຄິດເຖິງຄໍາກ່າວປະກາດຂອງພຣະເຢຊູມື້ນັ້ນ ພ້ອມກັບຄໍາຖາມທີ່ລາວໄດ້ຖາມພຣະອົງໃນຕອນພວກເຂົາຢູ່ເທິງເຮືອປະມົງ ແລະ ຄໍາຕອບຂອງພຣະເຢຊູ ຮວມທັງວິທີທີ່ພຣະອົງຫົວເຫຼາະ ເມື່ອນັ້ນເອງທີ່ເປໂຕໄດ້ເຂົ້າໃຈຢ່າງເລິກເຊິ່ງ. ຕໍ່ມາພຣະວິນຍານບໍລິສຸດກໍໄດ້ໃຫ້ຄວາມສະຫວ່າງແກ່ເປໂຕ ແລະ ຍ້ອນສາເຫດດັ່ງກ່າວເປໂຕຈຶ່ງໄດ້ຮູ້ວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າຜູ້ຊົງມີຊີວິດຢູ່. ເຖິງແມ່ນວ່າຄວາມເຂົ້າໃຈຂອງເປໂຕແມ່ນມາຈາກການໃຫ້ພອນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແຕ່ຈະມີບາງສ່ວນມາຈາກວິທີການໃນການເຂົ້າໃຈຂອງລາວເອງ ເຊັ່ນ: ຜ່ານການສອບຖາມ, ຜ່ານການຮັບຟັງຄໍາກ່າວປະກາດຂອງພຣະເຢຊູ, ຜ່ານການຖືກຮັບເປັນຜູ້ຕິດຕາມພິເສດຂອງພຣະເຢຊີ ແລະ ຜ່ານການໄດ້ຮັບການດູແລເບິ່ງແຍງຈາກພຣະອົງ. ຈາກປະສົບການເຫຼົ່ານີ້ທີ່ເຮັດໃຫ້ເປໂຕຮູ້ວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າຊົງມີຊີວິດຢູ່. ຄວາມເຂົ້າໃຈດັ່ງກ່າວນີ້ບໍ່ແມ່ນຈະໄດ້ຮັບພຽງຄໍ່າຄືນດຽວ ມັນເປັນວິທີການ ແລະ ດ້ວຍສິ່ງນີ້ຈຶ່ງໄດ້ຊ່ວຍໃຫ້ລາວສາມາດປະຕິບັດວຽກງານຂອງລາວໃນເວລາຕໍ່ມາ. ດ້ວຍເຫດໃດພຣະເຢຊູຈຶ່ງບໍ່ປະຕິບັດພາລະກິດການໄຖ່ບາບນີ້ຜ່ານຄົນອື່ນ ແຕ່ຜ່ານເປໂຕພຽງຄົນດຽວ? ນັ້ນກໍເພາະວ່າມີພຽງເປໂຕຄົນດຽວທີ່ເຂົ້າໃຈຢ່າງແທ້ຈິງໃນເລຶ່ອງພຣະເຢຊູເປັນພຣະບຸດຂອງພຣະເຈົ້າຜູ້ຊົງມີຊີວິດຢູ່ ນອກນັ້ນບໍ່ມີໃຜຮູ້ເລຶ່ອງນີ້ເລີຍ. ເຖິງແມ່ນວ່າຈະມີສາວົກຫຼາຍຄົນທີ່ຮູ້ຫຼາຍເລຶ່ອງໃນໄລຍະເວລາທີ່ພວກເຂົາໄດ້ຕິດຕາມພຣະອົງ ແຕ່ຄວາມຮູ້ຂອງເຂົາແມ່ນເປັນພຽງຄວາມຮູ້ແບບຜິວເຜີນເທົ່ານັ້ນ. ຍ້ອນສາເຫດນີ້ ເປໂຕຈຶ່ງຖືກເລືອກໂດຍພຣະເຢຊູໃຫ້ເປັນຕົວຢ່າງຂອງການສ້າງມະນຸດໃຫ້ສົມບູນແບບ. ສິ່ງທີ່ພຣະເຢຊູໄດ້ກ່າວຕໍ່ເປໂຕໃນເມື່ອກ່ອນກໍຄືສິ່ງທີ່ພຣະອົງພະຍາຍາມກ່າວຕໍ່ຜູ້ຄົນໃນທຸກມື້ນີ້ ນັ້ນກໍຄືຕ້ອງມີຄວາມຮູ້ຢ່າງເລິກເຊິ່ງ ແລະ ຕ້ອງມີວິທີທາງຊີວິດຢູ່ໃນລະດັບວິທີທາງຊີວິດຂອງເປໂຕ. ອີງຕາມເງື່ອນໄຂນີ້ ແລະ ຕາມຫົນທາງນີ້ເທົ່ານັ້ນທີ່ພຣະເຈົ້າຈະປະທານພອນທຸກຄົນໃຫ້ສົມບູນແບບ. ເຫດໃດຜູ້ຄົນທຸກມື້ນີ້ຈຶ່ງຕ້ອງການມີຄວາມສັດທາ ແລະ ຄວາມຮັກທີແທ້ຈິງ? ນັ້ນກໍເພາະວ່າປະສົບການໃດທີ່ເປໂຕໄດ້ປະສົບ ພວກເຈົ້າຕ້ອງປະສົບເຊັ່ນດຽວກັນ ໝາກຜົນໃດທີ່ເປໂຕໄດ້ຮັບຈາກປະສົບການ ໝາກຜົນນັ້ນຕ້ອງປາກົດຢູ່ໃນຕົວພວກເຈົ້າເຊັ່ນດຽວກັນ ແລະ ຄວາມທຸກທໍລະມານທີ່ເປໂຕໄດ້ປະສົບ ແນ່ນອນພວກເຈົ້າຕ້ອງປະສົບເຊັ່ນດຽວກັນ. ຫົນທາງທີ່ພວກເຈົ້າເດີນ ກໍຄືຫົນທາງທີ່ເປໂຕໄດ້ເດີນ. ຄວາມເຈັບປວດທີ່ພວກເຈົ້າປະສົບກໍຄືຄວາມເຈັບປວດທີ່ເປໂຕໄດັປະສົບມາແລ້ວ. ເມື່ອພວກເຈົ້າຮັບຄວາມສະງ່າລາສີ ແລະ ເມື່ອນພວກເຈົ້າໃຊ້ຊີວິດທີ່ເປັນຢູ່ຕາມຊີວິດທີ່ເປັນຈິງ ເມື່ອນັ້ນພວກເຈົ້າແມ່ນໃຊ້ຊີວິດທີ່ເປັນຢູ່ໃນຮູບແບບຂອງເປໂຕ. ຫົນທາງເດີນແມ່ນເໝືອນກັນ ແລະ ບຸກຄົນທີ່ປະຕິບັດຕາມວິທີທາງນີ້ເທົ່ານັ້ນຈຶ່ງຈະໄດ້ຖືກເຮັດໃຫ້ສົມບູນແບບ. ເຖິງຢ່າງໃດກໍຕາມ ຜູ້ຄົນທຸກມື້ນີ້ແມ່ນຈະຂາດຄຸນສົມບັດ ຖ້າປຽບທຽບໃສ່ໃນຍຸກເປໂຕ ເພາະຍ້ອນການເວລາໄດ້ປ່ຽນແປງ ແລະ ເຊັ່ນດຽວກັນນັ້ນ ຄວາມຊົ່ວຮ້າຍຂອງຜູ້ຄົນກໍເພິ່ມທະວີຂຶ້ນ. ແລະພ້ອມນັ້ນ ສໍາລັບດິນແດນຈຸເດຍ ກໍເປັນພຽງອານາຈັກແຫ່ງວັດທະນະທໍາບູຮານທີ່ມີມາແຕ່ດົນນານ. ສະນັ້ນ ພວກເຈົ້າຕ້ອງພະຍາຍາມປັບປຸງຄຸນລັກສະນະຂອງພວກເຈົ້າໃຫ້ດີຂຶ້ນ.

ເປໂຕເປັນຄົນສະຫຼາດຫຼາຍ ໃສ່ໃຈໃນທຸກສິ່ງທີ່ຕົນເອງກະທໍາ ແລະ ເປັນຄົນສັດຊື່ທີ່ສຸດ. ລາວປະເຊີນອຸປະສັກຫຼາຍຢ່າງ. ລາວມາຮູ້ຈັກກັບສັງຄົມໃນຕອນອາຍຸ 14 ປີ ທັງເຂົ້າໂຮງຮຽນ ທັງມັກໄປໂບດນໍາອີກ. ລາວມີຄວາມກະຕືລືລົ້ນຫຼາຍ ແລະ ເປັນຄົນມັກເຂົ້າຮ່ວມປະຊຸມສະເໝີ. ໃນເວລານັ້ນ ພຣະເຢຊູຍັງບໍ່ທັນໄດ້ປະຕິບັດພາລະກິດຂອງພຣະອົງເທື່ອ ນີ້ແມ່ນພຽງການລິເລິ່ມຂອງຍຸກແຫ່ງຄວາມກະລຸນາ. ເປໂຕເລິ່ມມີການຕິດຕໍ່ພົວພັນກັບຜູ້ຄົນສໍາຄັນທາງສາສະໜາເມື່ອອາຍຸລາວໄດ້ 14 ປີ, ພໍອາຍຸໄດ້ 18 ປີ ລາວໄດ້ຕິດຕໍ່ພົວພັນກັບຜູ້ນໍາທາງສາສະໜາແລ້ວ ແຕ່ວ່າຫລັງຈາກລາວໄດ້ເຫັນເບື້ອງຫລັງຄວາມວຸ້ນວາຍຂອງສາສະໜາ ລາວກໍເລິກຕິດຕໍ່ພົວພັນນໍາ. ເປໂຕເຫັນເລ່ຫຼ່ຽມ, ກົນອຸບາຍ ແລະ ຄວາມຄັດແຍ້ງຜິດຖຽງກັນຂອງກຸ່ມຄົນເຫຼົ່ານີ້ ເລີຍເຮັດໃຫ້ລາວເບື່ອນ່າຍຫຼາຍ (ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດວຽກງານໃນເວລານັ້ນເພື່ອເຮັດໃຫ້ເປໂຕເປັນຄົນ ສົມບູນແບບ, ພິເສດພຣະອົງແມ່ນກະຕຸ້ນຈິດໃຈເປໂຕ ແລະ ໄດ້ປະຕິບັດວຽກງານໃນຕົວຂອງລາວ) ແລະ ດ້ວຍເຫດນີ້ ເປໂຕຈຶ່ງຖອນໂຕອອກຈາກໂບດ ຕອນອາຍຸ 18 ປີ. ພໍ່ແມ່ນຂອງລາວກົດຂີ່ຂົ່ມເຫັງລາວ ແລະ ບໍ່ຍອມໃຫ້ເຊື່ອໃນເລຶ່ອງພຣະເຈົ້າ (ພໍ່ແມ່ຂອງລາວຖືກຄອບງໍາໂດຍມານຮ້າຍ ແລະ ບໍ່ມີຄວາມສັດທາ). ສຸດທ້າຍ ເປໂຕກໍໜີອອກຈາກເຮືອນ ແລະ ເດີນໄປຕາມທາງຂອງຕົນເອງ, ເປັນຊາວປະມົງ ແລະ ທັງເປັນຄົນປ່າວປະກາດໄດ້ສອງປີ, ໃນໄລຍະນັ້ນມີຜູ້ຄົນຕິດຕາມລາວສາມສີ່ຄົນ. ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າເຫັນໃນສິ່ງນີ້ຢ່າງຈະແຈ້ງແລ້ວ ເຈົ້າຈະເຂົ້າໃຈໃນພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນຂີ້ຄ້ານ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລຶ່ອງອະນາຄົດ ຫຼື ຕ້ອງການພອນປະເສີດໃດໆ. ລາວບບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້ ແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄຸນຄ່າທີ່ສຸດ ນັ້ນກໍຄືຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະອົງ. ນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານເຖິງພຣະເຢຊູສະເໝີດ້ວຍຄໍາອະທິຖານດັ່ງນີ້: “ຂ້າແດ່ພຣະເຢຊູຄຣິດເຈົ້າ ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມສັດທາໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ເຄີຍມີຄວາມສັດທາໃນຕົວພຣະອົງຢ່າງແທ້ຈິງເລີຍ.” ເປໂຕມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ, ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ[ກ] ແລະ ນໍາໃຊ້ພຣະຄໍາເຫຼົ່ານັ້ນເພື່ອເປັນແຮງດົນບັນດານໃຈ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ ໂດຍກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ເປໂຕອະທິຖານວ່າ: “ຂ້າແດ່ພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້. ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຂ້ານ້ອຍໄປໄວໆເທີດ. ເມື່ອໃດພຣະອົງຈະຕ້ອງການຂ້ານ້ອຍ? ເມື່ອໃດພຣະອົງຈະເອົາຂ້ານ້ອຍໄປ? ເມື່ອໃດຂ້ານ້ອຍຈະໄດ້ເຫັນໜ້າພຣະອົງອີກຄັ້ງ? ຂ້ານ້ອຍບໍ່ຕ້ອງການມີຊີວິດຢຸ່ໃນຮ່າງກາຍອັນຊົ່ວຊ້ານີ້ຕໍ່ໄປອີກແລ້ວ ແລະ ຂ້ານ້ອຍບໍ່ຢາກຕໍ່ຕ້ານກັບຮ່າງກາຍອັນຊົ່ວຮ້າຍນີ້ອີກ. ຂ້ານ້ອຍພ້ອມແລ້ວທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ໂດຍໄວທີ່ສຸດທີ່ຂ້ານ້ອຍຈະສະມາດກະທໍາໄດ້ ແລະ ຂ້ານ້ອຍບໍ່ຢາກເຮັດໃຫ້ພຣະອົງເສົ້າໂສກເສຍໃຈຍ້ອນຂ້ານ້ອຍອີກຕໍ່ໄປ.” ນີ້ແມ່ນວິທີທີ່ເປໂຕກ່າວຄໍາອະທິຖານ ແຕ່ໃນເວລານັ້ນລາວບໍ່ຮູ້ວ່າພຣະເຢຊູຈະເຮັດໃຫ້ລາວເປັນຄົນສົມບູນແບບ. ໃນລະຫວ່າງເປໂຕທົນທຸກທໍລະມານກັບການທົດລອງນັ້ນ ພຣະເຢຊູໄດ້ປາກົດຢູ່ຕໍ່ໜ້າລາວອີກຄັ້ງ ແລ້ວກ່າວວ່າ: “ເປໂຕ, ເຮົາຕອ້ງການເຮັດໃຫ້ທ່ານເປັນຄົນສົມບູນແບບ ເພື່ອທ່ານຈະກາຍເປັນໝາກໄມ້ທີ່ເປັນແກ້ວປະເສີດຂອງການເຮັດໃຫ້ທ່ານສົມບູນແບບ ເຊິ່ງນັ້ນຄືສິ່ງທີ່ເຮົາຈະຊື່ນຊົມທີ່ສຸດ. ທ່ານສາມາດເປັນພະຍານຝ່າຍເຮົາຢ່າງຈິງໃຈແທ້ບໍ? ທ່ານໄດ້ເຮັດໃນສິ່ງທີ່ເຮົາຂໍໃຫ້ທ່ານເຮັດແລ້ວບໍ? ທ່ານໄດ້ໃຊ້ຊີວິດທີ່ເປັນຢູ່ຕາມພຣະທໍາທີ່ເຮົາໄດ້ກ່າວແກ່ທ່ານແລ້ວບໍ? ທ່ານເຄີຍຮັກເຮົາ ແລະ ເຖິງແມ່ນວ່າທ່ານໄດ້ຮັກເຮົາ ແຕ່ທ່ານໄດ້ໃຊ້ຊີວິດເພື່ອເຮົາຢູ່ບໍ? ມີສິ່ງໃດແດ່ທີ່ທ່ານເຮັດເພື່ອເຮົາ? ທ່ານຍອມຮັບວ່າທ່ານບໍ່ມີຄຸນຄ່າພໍທີ່ຈະໄດ້ຮັບຄວາມຮັກຈາກເຮົາ ແຕ່ທ່ານໄດ້ເຮັດສິ່ງໃດແດ່ເພື່ອເຮົາ?” ເປໂຕເຫັນວ່າ ຕົນເອງບໍ່ໄດ້ເຮັດຫຍັງເພື່ອພຣະເຢຊູເລີຍ ແລະ ຈື່ໄດ້ວ່າຄໍາປະຕິຍານຂອງຕົນເອງຜ່ານມາແມ່ນມອບຊີວິດໃຫ້ກັບພຣະເຈົ້າ. ສະນັ້ນລາວຈຶ່ງບໍ່ຈົ່ມວ່າອີກຕໍ່ໄປ ແລະ ຄໍາອະທິຖານຂອງລາວໃນເວລາຕໍ່ມາແມ່ນເລິ່ມດີຂຶ້ນ. ດັ່ງທີ່ລາວໄດ້ອະທິຖານວ່າ: “ຂ້າແດ່ພຣະເຢຊູຄຣິດເຈົ້າ! ຂ້ານ້ອຍເຄີຍໜີຈາກພຣະອົງ ແລະ ພຣະອົງກໍເຄີຍໜີຈາກຂ້ານ້ອຍເຊັ່ນກັນ. ພວກເຮົາໄດ້ໃຊ້ຊີວິດຢູ່ຄົນລະແຫ່ງຫົນ ແລະ ພວກເຮົາໄດ້ໃຊ້ຊີວິດຢູ່ຮ່ວມກັນ ແຕ່ພຣະອົງຮັກຂ້ານ້ອຍຫຼາຍກວ່າສິ່ງອື່ນໃດ. ຂ້ານ້ອຍຕໍ່ຕ້ານພຣະອົງຢູ່ຕະຫຼອດ ແລະ ເຮັດໃຫ້ພຣະອົງທຸກໃຈນໍາຂ້ານ້ອຍຕະຫຼອດ. ຂ້ານ້ອຍຈະລືມສິ່ງເຫຼົ່ານີ້ໄດ້ແນວໃດ? ສິ່ງທີ່ພຣະອົງກະທໍາໃນຕົວຂ້ານ້ອຍ ແລະ ສິ່ງທີ່ພຣະອົງໄດ້ມອບໃຫ້ຂ້ານ້ອຍ ເຊິ່ງຂ້ານ້ອຍຈື່ໄດ້ສະເໝີ. ຂ້ານ້ອຍບໍ່ເຄີຍລືມ. ດ້ວຍວຽກງານທີ່ພຣະອົງໄດ້ກະທໍາໃນຕົວຂ້ານ້ອຍ ຂ້ານ້ອຍພະຍາຍາມປະຕິບັດຕາມຢ່າງເຕັມທີ່. ພຣະອົງຮູ້ດີໃນສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ພຣະອົງຮູ້ອີກວ່າຂ້ານ້ອຍສາມາດ ຫຼິ້ນໃນບົດບາດໃດໄດ້. ຄວາມປາຖະໜາຂອງພຣະອົງ ຄືຄໍາສັ່ງສຳລັບຂ້ານ້ອຍ ແລະ ຂ້ານ້ອຍຂໍອຸທິດທຸກສິ່ງຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ມີພຽງພຣະອົງຜູ້ດຽວທີ່ຮູ້ວ່າມີສິ່ງໃດແດ່ທີ່ຂ້ານ້ອຍສາມາດເຮັດເພື່ອພຣະອົງໄດ້. ເຖິງແມ່ນວ່າ ຊາຕານໄດ້ຫຼອກລວງຂ້ານ້ອຍຢ່າງໜັກທີ່ເຮັດໃຫ້ຂ້ານ້ອຍຕໍ່ຕ້ານພຣະອົງ. ຂ້ານ້ອຍເຊື່ອວ່າ ພຣະອົງຈະບໍ່ຈົດຈໍາຂ້ານ້ອຍຈາກການກະທໍາຊົ່ວເຫຼົ່ານັ້ນ ແລະ ຫວັງວ່າພຣະອົງຈະບໍ່ປະຕິບັດກັບຂ້ານ້ອຍຍ້ອນຂ້ານ້ອຍໄດ້ເຮັດໃນສິ່ງບໍ່ດີເຫຼົ່ານັ້ນ. ຂ້ານ້ອຍຂໍອຸທິດຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ຂ້ານ້ອຍບໍຂໍສິ່ງໃດ ບໍ່ຫວັງສິ່ງໃດ ແລະ ບໍ່ມີແຜນການອັນໃດ, ຂ້ານ້ອຍປາຖະໜາພຽງສິ່ງດຽວຄືປະຕິບັດຕາມເຈດຕະນາລົມ ແລະ ຈຸດປະສົງຂອງພຣະອົງ. ຂ້ານ້ອຍຈະດື່ມຈາກຈອກທີ່ຂົມຂື່ນຂອງພຣະອົງ ແລະ ຈະຢູ່ພາຍໃຕ້ຄໍາສັ່ງຂອງພຣະອົງ.”

ພວກເຈົ້າຕ້ອງຊັດເຈນກັບທາງເດີນທີ່ພວກເຈົ້າເດີນ, ພວກເຈົ້າຕ້ອງຊັດເຈນກັບວິທີທາງທີ່ພວກເຈົ້າຈະປະຕິບັດຕາມໃນອະນາຄົດ. ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບ ແລະ ແມ່ນຫຍັງຄືສິ່ງທີ່ໄດ້ມອບໝາຍໃຫ້ກັບພວກເຈົ້າ. ມື້ໜຶ່ງ ບາງເທື່ອ ພວກເຈົ້າຈະໄດ້ຖືກທົດລອງ ແລະ ຖ້າ ເມື່ອໃດພວກເຈົ້າສາມາດໄດ້ຮັບແຮງຈູງໃຈຈາກປະສົບການຂອງເປໂຕ, ກໍຈະສະແດງໃຫ້ເຫັນວ່າ ພວກເຈົ້າແມ່ນເດີນຕາມທາງຂອງເປໂຕຢ່າງແທ້ຈິງ. ເປໂຕແມ່ນບຸກຄົນທີ່ຖືກສັນລະເສີນຈາກພຣະເຈົ້າໃນຄວາມສັດທາ, ຄວາມຮັກ ແລະ ຄວາມຈົງຮັກພັກດີອັນແທ້ຈິງຂອງລາວທີ່ມີຕໍ່ພຣະເຈົ້າ. ດ້ວຍຄວາມສັດຊື່ ແລະ ການສະແຫວງຫາພຣະເຈົ້າຢ່າງແທ້ຈິງຂອງເປໂຕ ພຣະເຈົ້າຈຶ່ງເຮັດໃຫ້ລາວເປັນຄົນສົມບູນແບບ. ຖ້າພວກເຈົ້າມີຄວາມຮັກ ແລະ ຄວາມສັດທາທີ່ແທ້ຈິງເໝືອນເປໂຕ ແນ່ນອນ ພຣະເຢຊູຈະເຮັດໃຫ້ພວກເຈົ້າເປັນຄົນສົມບູນແບບເຊັ່ນກັນ.

ໝາຍເຫດ:

ກ. ປະໂຫຍກຈາກຕົ້ນສະບັບອ່ານວ່າ: “ໂດຍຖ້ອຍຄໍາເຫຼົ່ານີ້”

​ກ່ອນ​ນີ້ :ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ຕໍ່​ໄປ:ເມື່ອມະນຸດປະສົບກັບການຫຼໍ່ຫຼອມເທົ່ານັ້ນ ເຂົາຈຶ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງ

ເນື່ອຫາທີ່ກ່ຽວຂ້ອງ