​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງ ພວກເຈົ້າຕ້ອງຍອມເສຍສະລະ. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ຊົ່ວຊີວີດກ່ຽວກັບຄວາມເຊື່ອແມ່ນວິທີການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ, ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນັ້ນໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະລະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ.​ ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ພະຍາຍາມທີ່ຈະເຫັນວ່າ ແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນບັນຫານີ້, ພຣະອົງປາຖະໜາທີ່ຈະໃຫ້ເຈົ້າບັນລຸຫຍັງ ແລະ ເຈົ້າຄວນຕັ້ງໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ຕົວຢ່າງຄື: ບາງສິ່ງບາງຢ່າງເກີດຂຶ້ນ ໂດຍຮຽກຮ້ອງໃຫ້ເຈົ້າອົດກັ້ນຕໍ່ຄວາມຍາກລຳບາກ ໃນເວລາທີ່ເຈົ້າຄວນເຂົ້າໃຈວ່າ ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ເຈົ້າຄວນໃສ່ໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ເຈົ້າບໍ່ຕ້ອງເຮັດໃຫ້ຕົວເຈົ້າເອງພໍໃຈ ນັ້ນກໍຄື ໃຫ້ປະຖິ້ມຕົວເຈົ້າເອງໄວ້. ບໍ່ມີຫຍັງທີ່ເປັນຕາສັງເວດຫຼາຍກວ່າເນື້ອໜັງ. ເຈົ້າຕ້ອງສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕ້ອງປະຕິບັດໜ້າທີ່ຂອງເຈົ້າ.​ ດ້ວຍຄວາມຄິດດັ່ງກ່າວ, ພຣະເຈົ້າຈະນໍາແສງສະຫວ່າງທີ່ພິເສດມາໃຫ້ເຈົ້າໃນບັນຫານີ້ ແລະ ຫົວໃຈຂອງເຈົ້າກໍຈະຄົ້ນພົບຄວາມສຸກສະບາຍ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ເມື່ອບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງປະຖິ້ມຕົວເຈົ້າເອງໄວ້ ແລະ ເບິ່ງເນື້ອໜັງເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງທຸກຢ່າງ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈສໍ່າໃດ ມັນກໍຈະມີອິດສະຫຼະຫຼາຍສໍ່ານັ້ນ; ຖ້າເຈົ້າເຮັດໃຫ້ເນື້ອໜັງພໍໃຈໃນເວລານີ້ ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງຫຼາຍຂຶ້ນຕື່ມ ແລະ ເມື່ອສືບຕໍ່ເປັນແບບນີ້, ເຈົ້າກໍຈະຮັກເນື້ອໜັງຫຼາຍຍິ່ງຂຶ້ນ. ເນື້ອໜັງມີຄວາມປາຖະໜາຫຼາຍເກີນຂອບເຂດຢູ່ສະເໝີ, ມັນຮຽກຮ້ອງໃຫ້ເຈົ້າເຮັດໃຫ້ມັນພໍໃຈຢູ່ຕະຫຼອດເວລາ ແລະ ໃຫ້ເຈົ້າສະໜອງຄວາມຕ້ອງການໃຫ້ກັບມັນຢູ່ພາຍໃນ, ບໍ່ວ່າຈະເປັນສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງ ຫຼື ຕອບໂຕ້ດ້ວຍຄວາມໂມໂຫ ຫຼື ຍອມຕາມຄວາມອ່ອນແອ ແລະ ຄວາມຂີ້ຄ້ານຂອງເຈົ້າເອງ.... ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມປາຖະໜາຂອງມັນກໍຈະຍິ່ງເພິ່ມຂຶ້ນຫຼາຍສໍ່ານັ້ນ ແລະ ເນື້ອໜັງກໍຍິ່ງເສື່ອມຊາມຫຼາຍສໍ່ານັ້ນ ຈົນເຖິງຈຸດທີ່ວ່າ ເນື້ອໜັງຂອງມະນຸດເຊື່ອງແນວຄິດທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ບໍ່ເຊື່ອຟັງພຣະເຈົ້າ ແລະ ສັນລະເສີນຕົວມັນເອງ ແລະ ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມອ່ອນແອຂອງເນື້ອໜັງກໍຈະຍິ່ງເພີ່ມຂຶ້ນຫຼາຍສໍ່ານັ້ນ; ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ບໍ່ມີໃຜເຫັນອົກເຫັນໃຈກັບຄວາມອ່ອນແອຂອງເຈົ້າເລີຍ, ເຈົ້າຈະເຊື່ອຢູ່ສະເໝີວ່າ ພຣະເຈົ້າເຮັດຫຼາຍເກີນໄປ ແລະ ເຈົ້າຈະເວົ້າວ່າ “ພຣະເຈົ້າໂຫດຮ້າຍແບບນີ້ໄດ້ແນວໃດ? ເປັນຫຍັງພຣະອົງຈຶ່ງບໍ່ປ່ອຍໃຫ້ຜູ້ຄົນພັກຜ່ອນແດ່?” ເມື່ອຜູ້ຄົນຕາມໃຈເນື້ອໜັງຫຼາຍເກີນໄປ ແລະ ຖະໜອມມັນຫຼາຍເກີນໄປ, ແລ້ວພວກເຂົາກໍທຳລາຍຕົວພວກເຂົາເອງ. ຖ້າເຈົ້າຮັກພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ, ແລ້ວເຈົ້າກໍຈະເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງຫຼາຍ ແລະ ດີຫຼາຍ ແລະ ການທີ່ພຣະອົງສາບແຊ່ງຄວາມກະບົດຂອງເຈົ້າ ແລະ ພິພາກສາຄວາມບໍ່ຊອບທຳຂອງເຈົ້າກໍຖືກຕ້ອງແລ້ວ. ຈະມີຊ່ວງເວລາທີ່ພຣະເຈົ້າຕີສອນ ແລະ ລົງວິໄນກັບເຈົ້າ ແລະ ຍົກສະພາບແວດລ້ອມຂຶ້ນເພື່ອເຮັດໃຫ້ເຈົ້າເຂັ້ມແຂງໂດຍບັງຄັບໃຫ້ເຈົ້າມາຢູ່ຕໍ່ໜ້າພຣະອົງ ແລະ ເຈົ້າກໍຈະຮູ້ສຶກຢູ່ສະເໝີວ່າ ສິ່ງທີ່ພຣະເຈົ້າກຳລັງກະທຳນັ້ນເປັນສິ່ງທີ່ມະຫັດສະຈັນ. ສະນັ້ນ ເຈົ້າຈະຮູ້ສຶກຄືກັບວ່າ ບໍ່ມີຄວມເຈັບປວດຫຼາຍ ແລະ ພຣະເຈົ້າກໍເປັນຕາຮັກຫຼາຍ. ຖ້າເຈົ້າຍອມຕາມຄວາມອ່ອນແອຂອງເນື້ອໜັງ ແລະ ເວົ້າວ່າ ພຣະເຈົ້າເຮັດຫຼາຍເກີນໄປ ແລ້ວເຈົ້າກໍຈະຮູ້ສຶກເຈັບປວດ ແລະ ເສົ້າໃຈຢູ່ຕະຫຼອດເວລາ ແລະ ເຈົ້າກໍຈະບໍ່ຊັດເຈນກ່ຽວກັບພາລະກິດທັງໝົດຂອງພຮະເຈົ້າ ແລະ ຈະເບິ່ງຄືກັບວ່າພຣະເຈົ້າບໍ່ມີຄວາມເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດເລີຍ ແລະ ບໍ່ຮັບຮູ້ເຖິງຄວາມຫຍຸ້ງຍາກຂອງມະນຸດ.​ ແລ້ວດ້ວຍເຫດນັ້ນ ເຈົ້າຈຶ່ງຮູ້ສຶກໂສກເສົ້າຫຼາຍ ແລະ ໂດດດ່ຽວ ເໝືອນກັບວ່າເຈົ້າໄດ້ທົນທຸກກັບຄວາມບໍ່ຍຸຕິທຳຫຼາຍແທ້ໆ ແລະ ໃນຊ່ວງເວລານີ້ ເຈົ້າກໍຈະເລີ່ມຕໍ່ວ່າ. ຍິ່ງເຈົ້າຍອມຕາມຄວາມອ່ອນແອຂອງເນື້ອໜັງໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຈະຮູ້ສຶກວ່າ ພຣະເຈົ້າເຮັດເກີນໄປຫຼາຍສໍ່ານັ້ນ, ເຮັດເກີນໄປຈົນເຈົ້າປະຕິເສດພາລະກິດຂອງພຣະເຈົ້າ ແລະ ເລີ່ມຕໍ່ຕ້ານພຣະເຈົ້າ ແລະ ເຕັມໄປດ້ວຍຄວາມບໍ່ເຊື່ອຟັງ. ສະນັ້ນ, ເຈົ້າຕ້ອງຂັດຂືນເນື້ອໜັງ ແລະ ບໍ່ຍອມຕາມໃຈມັນ ໂດຍເວົ້າວ່າ “ສາມີ (ພັນລະຍາ) ຂອງຂ້ານ້ອຍ, ລູກໆ, ໂອກາດ, ການແຕ່ງງານ, ຄອບຄົວຂອງຂ້ານ້ອຍ, ບໍ່ມີຫຍັງທີ່ສຳຄັນເລີຍ! ໃນຫົວໃຈຂອງຂ້ານ້ອຍ ມີພຽງແຕ່ພຣະເຈົ້າເທົ່ານັ້ນ ແລະ ຂ້ານ້ອຍຕ້ອງພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ”. ເຈົ້າຕ້ອງມີຄວາມຕັ້ງໃຈແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈແບບນີ້ຢູ່ສະເໝີ ແລ້ວເມື່ອເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຖິ້ມຕົວເຈົ້າເອງ, ເຈົ້າຈຶ່ງຈະສາມາດກະທຳສິ່ງດັ່ງກ່າວພຽງໃຊ້ຄວາມພະຍາຍາມເລັກນ້ອຍ. ມີເລື່ອງເລົ່າທີ່ວ່າ ກາລະຄັ້ງໜຶ່ງ ໄດ້ມີຊາວນາຄົນໜຶ່ງເຫັນງູໃນຫົນທາງທີ່ແຂງກະດ້າງຍ້ອນຄວາມໜາວ. ຊາວນາຄົນນັ້ນຈຶ່ງຈັບມັນຂຶ້ນມາ ແລ້ວຖືມັນໄວ້ໃກ້ກັບເອິກຂອງລາວ ແລະ ຫຼັງຈາກທີ່ງູໂຕນັ້ນຟື້ນຄືນ, ມັນກໍຕອດຊາວນາຈົນເຖິງແກ່ຄວາມຕາຍ.​ ເນື້ອໜັງຂອງມະນຸດກໍເໝືອນກັບງູດັ່ງກ່າວ ນັ້ນກໍຄື: ເນື້ອແທ້ຂອງມັນກໍຄືການທຳລາຍຊີວິດຂອງພວກເຂົາ ແລະ ເມື່ອມັນໄດ້ສິ່ງທີ່ມັນຕ້ອງການ, ຊີວິດຂອງເຈົ້າກໍກາຍເປັນສິ່ງທີ່ສູນເສຍໄປ. ເນື້ອໜັງເປັນຂອງຊາຕານ. ມີຄວາມປາຖະໜາເກີນຂອບເຂດຢູ່ພາຍໃນຕົວມັນ, ມັນຄິດພຽງແຕ່ເພື່ອຕົວມັນເອງ, ມັນຕ້ອງການເພີດເພີນກັບຄວາມສະດວກສະບາຍ ແລະ ດີອົກດີໃຈໃນເວລາຫວ່າງ, ຊົມຊື່ນກັບຄວາມຂີ້ຄ້ານ ແລະ ຄວາມເຊື່ອງຊ້າ ແລະ ພໍໃຈກັບມັນຈົນເຖິງຂັ້ນທີ່ວ່າ ເຈົ້າຈະຖືກມັນກືນກິນໄປໃນທີ່ສຸດ. ເວົ້າໄດ້ວ່າ ຖ້າເຈົ້າເຮັດໃຫ້ມັນພໍໃຈໃນເວລານີ້, ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງອີກ. ມັນມີຄວາມປາຖະໜາທີ່ເກີນຂອບເຂດ ແລະ ຄວາມຮຽກຮ້ອງໃໝ່ຢູ່ສະເໝີ ແລະ ຖືໂອກາດທີ່ເຈົ້າຍອມຕາມເນື້ອໜັງ ເພື່ອເຮັດໃຫ້ເຈົ້າຖະໜອມມັນຫຼາຍຍິ່ງຂຶ້ນ ແລະ ດຳລົງຊີວິດທ່າມກາງຄວາມສະດວກສະບາຍຂອງມັນ ແລະ ຖ້າເຈົ້າບໍ່ເອົາຊະນະມັນ, ເຈົ້າຈະທຳລາຍຕົວເຈົ້າເອງໄປໃນທີ່ສຸດ. ເຈົ້າຈະສາມາດມີຊີວິດຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່ ແລະ ແມ່ນຫຍັງຈະເປັນຈຸດຈົບຂອງເຈົ້າໃນທີ່ສຸດແມ່ນຂຶ້ນຢູ່ກັບວ່າ ເຈົ້າຈະຕໍ່ຕ້ານກັບເນື້ອໜັງຂອງເຈົ້າແນວໃດ. ພຣະເຈົ້າໄດ້ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ໄດ້ເລືອກ ແລະ ລິຂິດເຈົ້າໄວ້ແລ້ວ, ແຕ່ຖ້າໃນປັດຈຸບັນ ເຈົ້າບໍ່ເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈ, ເຈົ້າກໍບໍ່ໄດ້ເຕັມໃຈທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າບໍ່ໄດ້ເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງຂອງເຈົ້າເອງ ດ້ວຍຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ໃນທີ່ສຸດແລ້ວ ເຈົ້າກໍຈະທຳລາຍຕົວເຈົ້າເອງ ແລະ ສະນັ້ນກໍຈະໄດ້ທົນຮັບຄວາມເຈັບປວດທີ່ຮຸນແຮງ. ຖ້າເຈົ້າຍອມຕາມເນື້ອໜັງຢູ່ສະເໝີ, ຊາຕານກໍຈະກືນກິນເຈົ້າຢູ່ພາຍໃນເທື່ອລະໜ້ອຍ ແລະ ປ່ອຍໃຫ້ເຈົ້າປາສະຈາກຊີວິດ ຫຼື ການສຳພັດຂອງພຣະວິນຍານ ຈົນຮອດມື້ທີ່ເຈົ້າມືດມົນຢ່າງສົມບູນຢູ່ຂ້າງໃນ. ເມື່ອເຈົ້າດຳລົງຊີວິດໃນຄວາມມືດ, ເຈົ້າກໍຈະຕົກເປັນຊະເລີຍຂອງຊາຕານ, ເຈົ້າຈະບໍ່ມີພຣະເຈົ້າໃນຫົວໃຈຂອງເຈົ້າອີກຕໍ່ໄປ ແລະ ໃນເວລານັ້ນ ເຈົ້າຈະປະຕິເສດການມີຕົວຕົນຂອງພຣະເຈົ້າ ແລະ ປະຖິ້ມພຣະອົງ. ສະນັ້ນ ຖ້າເຈົ້າປາຖະໜາທີ່ຈະຮັກພຣະເຈົ້າ, ເຈົ້າຕ້ອງຈ່າຍລາຄາແຫ່ງຄວາມເຈັບປວດ ແລະ ອົດກັ້ນກັບຄວາມຍາກລຳບາກ. ບໍ່ຈຳເປັນຕ້ອງມີຄວາມກະຕືລືລົ້ນທາງດ້ານພາຍນອກ ແລະ ທົນທຸກກັບຄວາມຍາກລຳບາກ, ບໍ່ຈໍາເປັນຕ້ອງອ່ານ ແລະ ດິ້ນຮົນຫຍັງຫຼາຍ; ກົງກັນຂ້າມ ເຈົ້າຄວນປະຖິ້ມສິ່ງຕ່າງໆທີ່ຢູ່ພາຍໃນຕົວເຈົ້າ ນັ້ນກໍຄື: ຄວາມຄິດທີ່ເກີນຂອບເຂດ, ຜົນປະໂຫຍດສ່ວນຕົວ ແລະ ການໄຕ່ຕອງ, ແນວຄິດ ແລະ ແຮງຈູງໃຈຂອງເຈົ້າເອງ. ນັ້ນແມ່ນຄວາມປະສົງຂອງພຣະເຈົ້ງ.

ການທີ່ພຣະເຈົ້າຈັດການກັບອຸປະນິໄສພາຍນອກຂອງຜູ້ຄົນຍັງເປັນສ່ວນໜຶ່ງໃນການປະຕິບັດພາລະກິດຂອງພຣະອົງອີກດ້ວຍ ຕົວຢ່າງເຊັ່ນ: ການຈັດການກັບດ້ານພາຍນອກຂອງຜູ້ຄົນ ແລະ ຄວາມເປັນມະນຸດທີ່ບໍ່ປົກກະຕິ ຫຼື ຮູບແບບຊີວິດ ແລະ ນິໄສຂອງພວກເຂົາ, ວິທີທາງ ແລະ ປະເພນີຂອງພວກເຂົາ ລວມເຖິງພາກປະຕິບັດພາຍນອກຂອງພວກເຂົາ ແລະ ຄວາມກະຕືລືລົ້ນຂອງພວກເຂົາ. ແຕ່ເມື່ອພຣະອົງຮຽກຮ້ອງໃຫ້ ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ, ສິ່ງທີ່ຖືກຈັດການຫຼັກໆແມ່ນແຮງຈຸງໃຈ ແລະ ແນວຄິດທີ່ຢູ່ພາຍໃນພວກເຂົາ. ຖ້າພຽງແຕ່ຈັດການກັບອຸປະນິໄສພາຍນອກຂອງເຈົ້າເທົ່ານັ້ນແມ່ນບໍ່ຍາກ; ມັນເໝືອນກັບການຮຽກຮ້ອງບໍ່ໃຫ້ເຈົ້າກິນສິ່ງທີ່ເຈົ້າຮັກ ເຊິ່ງເປັນເລື່ອງງ່າຍດາຍ. ແຕ່ສິ່ງທີ່ແຕະຕ້ອງເຖິງແນວຄິດພາຍໃນຕົວເຈົ້ານັ້ນ ແມ່ນຍາກທີ່ຈະປະຖິ້ມໄດ້ ນັ້ນກໍຄື: ມັນຮຽກຮ້ອງໃຫ້ເຈົ້າກໍ່ການກະບົດຕໍ່ເນື້ອໜັງ, ຍອມເສຍສະລະ ແລະ ທົນທຸກທໍລະມານຕໍ່ໜ້າພຣະເຈົ້າ. ສິ່ງນີ້ແມ່ນຖືກທີ່ສຸດ ໂດຍສະເພາະກ່ຽວກັບແຮງຈູງໃຈຂອງຜູ້ຄົນ. ຈາກເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເຊື່ອງຊ້ອນແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ແຮງຈຸງໃຈທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ມີແຮງຈຸງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີແນວຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ແຮງຈູງໃຈຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມແນວຄິດ ແລະ ແຮງຈຸງໃຈຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມແນວຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆກໍແມ່ນເພື່ອຈັດການກັບສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອຈັດການກັບຄວາມຄິດ ແລະ ແນວຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳພັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ ເບື້ອງຫຼັງທຸກສິ່ງຢ່າງທີ່ເກີດຂຶ້ນແມ່ນມີການຕໍ່ສູ້ ນັ້ນກໍຄື: ທຸກຄັ້ງທີ່ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ນໍາຄວາມຮັກພຣະເຈົ້າເຂົ້າສູ່ການປະຕິບັດກໍຈະມີການຕໍ່ສູ້ຢ່າງຍິ່ງໃຫຍ່ ແລະ ເຖິງແມ່ນວ່າທຸກສິ່ງທຸກຢ່າງຈະເບິ່ງຄືປົກກະຕິກັບເນື້ອໜັງຂອງພວກເຂົາ, ໃນຄວາມຈິງແລ້ວ ການຕໍ່ສູ້ເອົາເປັນເອົາຕາຍໄດ້ດໍາເນີນຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພຽງແຕ່ຫຼັງຈາກການຕໍ່ສູ້ທີ່ຮຸນແຮງນີ້, ຫຼັງຈາກການໄຕ່ຕອງຢ່າງໜັກຈຶ່ງຈະສາມາດຕັດສິນໄຊຊະນະ ຫຼື ຄວາມພ່າຍແພ້ໄດ້. ຄົນໃດໜຶ່ງບໍ່ຮູ້ຈັກວ່າຈະຫົວ ຫຼື ຈະໄຫ້ດີ. ເພາະແຮງຈູງໃຈຫຼາຍຢ່າງທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ຖືກຕ້ອງ ຫຼື ບໍ່ດັ່ງນັ້ນກໍຍ້ອນວ່າ ພາລະກິດສ່ວນຫຼາຍຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ການຕໍ່ສູ້ຢ່າງຍິ່ງໃຫຍ່ແມ່ນເກີດຂຶ້ນຢູ່ເບື້ອງຫຼັງ. ເມື່ອເວລານໍາຄວາມຈິງນີ້ເຂົ້າສູ່ການປະຕິບັດ ແລະກ່ອນທີ່ຈະຕັດສິນໃຈເຮັດໃຫ້ພຣະເຈົ້າພໍໃຈໃນທີ່ສຸດ ຢູ່ເບື້ອງຫຼັງຈະມີຜູ້ຄົນລັ່ງນໍ້າຕາແຫ່ງຄວາມໂສກເສົ້າຢ່າງນັບບໍ່ຖ້ວນ. ເປັນຍ້ອນການຕໍ່ສູ້ນີ້,ຜູ້ຄົນຈຶ່ງອົດກັ້ນຕໍ່ການທົນທຸກທໍລະມານ ແລະ ການຫຼໍ່ຫຼອມ; ນີ້ແມ່ນການທົນທຸກທໍລະມານທີ່ແທ້ຈິງ. ເມື່ອການຕໍ່ສູ້ມາເຖິງເຈົ້າ, ຖ້າເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າຢ່າງແທ້ຈິງໄດ້, ເຈົ້າກໍຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ການທົນທຸກທໍລະມານໃນລະຫວ່າງການປະຕິບັດຄວາມຈິງແມ່ນບໍ່ສາມາດຫຼີກເວັ້ນໄດ້; ເມື່ອພວກເຂົານໍາຄວາມຈິງເຂົ້າໃນການປະຕິບັດ ຖ້າທຸກສິ່ງທຸກຢ່າງຢູ່ພາຍໃນພວກເຂົານັ້ນຖືກຕ້ອງ, ພວກເຂົາຈະບໍ່ຈຳເປັນຕ້ອງຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ກໍຈະບໍ່ມີການຕໍ່ສູ້ ແລະ ພວກເຂົາກໍຈະບໍ່ທົນທຸກທໍລະມານ. ຍ້ອນວ່າ ມີຫຼາຍສິ່ງທີ່ຢູ່ພາຍໃນຜູ້ຄົນເຊິ່ງບໍ່ເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ ແລະ ມີອຸປະນິໄສຂອງເນື້ອໜັງຫຼາຍຢ່າງທີ່ເປັນປໍລະປັກ, ຜູ້ຄົນຈຳເປັນຕ້ອງຮຽນຮູ້ບົດຮຽນແຫ່ງການກໍ່ການກະບົດຕໍ່ເນື້ອໜັງໃຫ້ເລິກເຊິ່ງຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພຣະເຈົ້າເອີ້ນວ່າ ການທົນທຸກທໍລະມານ ທີ່ພຣະອົງຮຽກຮ້ອງໃຫ້ມະນຸດປະສົບກັບພຣະອົງ. ເມື່ອເຈົ້າຜະເຊີນກັບຄວາມຫຍຸ້ງຍາກ ໃຫ້ຟ້າວ ແລະ ອະທິຖານຫາພຣະເຈົ້າວ່າ “ໂອ ຂ້າແດ່ພຣະອົງເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍພຣະໄທ, ຂ້ານ້ອຍປາຖະໜາທີ່ຈະອົດທົນຕໍ່ຄວາມຍາກລໍາບາກຂັ້ນສຸດທ້າຍເພື່ອເຮັດໃຫ້ພຣະອົງພໍພຣະໄທ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນກັບຄວາມລົ້ມເຫຼວທີ່ຍິ່ງໃຫຍພຽງໃດກໍຕາມ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ. ເຖິງແມ່ນວ່າ ຂ້ານ້ອຍຕ້ອງເສຍສະລະຊີວິດທັງໝົດຂອງຂ້ານ້ອຍ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ!” ດ້ວຍຄວາມຕັ້ງໃຈແບບນີ້,​ ເມື່ອເຈົ້າອະທິຖານແບບນັ້ນ ເຈົ້າກໍຈະສາມາດຍຶດໝັ້ນໃນຄໍາພະຍານຂອງເຈົ້າ. ທຸກເທື່ອທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ, ທຸກເທື່ອທີ່ພວກເຂົາປະສົບກັບການຫຼໍ່ຫຼອມ, ທຸກເທື່ອທີ່ພວກເຂົາຖືກທົດລອງ ແລະ ທຸກເທື່ອທີ່ພາລະກິດຂອງພຣະເຈົ້າມາເຖິງພວກເຂົາ, ຜູ້ຄົນກໍຈະອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ. ທຸກສິ່ງນີ້ແມ່ນເປັນການທົດສອບສຳລັບຜູ້ຄົນ ແລະ ດ້ວຍເຫດນັ້ນ ຈຶ່ງມີການຕໍ່ສຸ້ພາຍໃນພວກເຂົາໝົດທຸກຄົນ. ນີ້ແມ່ນລາຄາແທ້ຈິງທີ່ພວກເຂົາຈ່າຍ. ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ການດິ້ນຮົນຫຼາຍຂຶ້ນແມ່ນລາຄາທີ່ພວກເຂົາຕ້ອງຈ່າຍພຽງໜ້ອຍດຽວ. ແຕ່ມັນແມ່ນສິ່ງທີ່ຜູ້ຄົນຄວນເຮັດ, ມັນຄືໜ້າທີ່ຂອງພວກເຂົາ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ, ແຕ່ຜູ້ຄົນຕ້ອງປະຖິ້ມສິ່ງທີ່ຢູ່ພາຍໃນພວກເຂົາທີ່ຈຳເປັນຕ້ອງປະຖິ້ມ. ຖ້າເຈົ້າບໍ່ປະຖິ້ມ, ບໍ່ວ່າການທົນທຸກພາຍນອກຂອງເຈົ້າຈະຫຼາຍສໍ່າໃດ ແລະ ເຈົ້າຈະດິ້ນຮົນຫຼາຍພຽງໃດກໍຕາມ, ທຸກສິ່ງກໍຈະສູນເປົ່າ! ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ການປ່ຽນແປງພາຍໃນເຈົ້າເທົ່ານັ້ນທີ່ສາມາດກຳນົດວ່າ ຄວາມຍາກລຳບາກພາຍນອກຂອງເຈົ້າມີຄຸນຄ່າ ຫຼື ບໍ່. ເມື່ອອຸປະນິໄສພາຍໃນຂອງເຈົ້າໄດ້ຮັບການປ່ຽນແປງ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ, ການທົນທຸກພາຍນອກທັງໝົດຂອງເຈົ້າກໍຈະໄດ້ຮັບການເຫັນດີຈາກພຣະເຈົ້າ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສພາຍໃນຂອງເຈົ້າ, ບໍ່ວ່າເຈົ້າຈະອົດທົນກັບການທົນທຸກຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະດິ້ນຮົນດ້ານພາຍນອກພຽງໃດກໍຕາມ, ກໍຈະບໍ່ມີການເຫັນດີຈາກພຣະເຈົ້າ ແລະ ຄວາມຍາກລຳບາກທີ່ພຣະເຈົ້າບໍ່ຮອງຮັບກໍສູນເປົ່າ. ສະນັ້ນ, ບໍ່ວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນໄດ້ຮັບການເຫັນດີຈາກພຣະເຈົ້າ ຫຼື ບໍ່ ແມ່ນຖືກກຳນົດໂດຍເງື່ອນໄຂທີ່ວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ກະບົດຕໍ່ແຮງຈູງໃຈ ແລະ ແນວຄິດຂອງເຈົ້າເອງເພື່ອຮັບເອົາຄວາມພໍໃຈຕາມຄວາມປະສົງຂອງພຣະເຈົ້າ, ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ຫຼື ບໍ່. ບໍ່ວ່າເຈົ້າຈະດິ້ນຮົນສໍ່າໃດກໍຕາມ, ຖ້າເຈົ້າບໍ່ຮູ້ຈັກທີ່ຈະກະບົດຕໍ່ແຮງຈູງໃຈຂອງເຈົ້າເອງ, ມີພຽງແຕ່ສະແຫວງຫາການກະທຳພາຍນອກ ແລະ ຄວາມກະຕືລືລົ້ນ ແລະ ບໍ່ເຄີຍສົນໃຈຊີວິດຂອງເຈົ້າ, ແລ້ວຄວາມຍາກລຳບາກຂອງເຈົ້າກໍຈະສູນເປົ່າ. ຖ້າໃນສະພາບແວດລ້ອມໃດໜຶ່ງ ເຈົ້າມີບາງສິ່ງທີ່ເຈົ້າຕ້ອງການເວົ້າ, ແຕ່ຂ້າງໃນຕົວເຈົ້ານັ້ນ ເຈົ້າຮູ້ສຶກວ່າ ມັນບໍ່ຖືກຕ້ອງ, ມັນບໍ່ໄດ້ສົ່ງຜົນປະໂຫຍດໃຫ້ກັບອ້າຍເອື້ອຍນ້ອງຂອງເຈົ້າເລີຍ ແລະ ອາດທຳຮ້າຍພວກເຂົາ, ແລ້ວເຈົ້າກໍບໍ່ຄວນເວົ້າມັນອອກໄປ ໂດຍເລືອກທີ່ຈະຮັບຄວາມເຈັບປວດຢູ່ພາຍໃນ, ຍ້ອນຄຳເວົ້າເຫຼົ່ານີ້ບໍ່ສາມາດເປັນທີ່ພໍໃຈຕາມຄວາມປະສົງຂອງພຣະເຈົ້າໄດ້. ໃນເວລານີ້ ຈະມີການຕໍ່ສູ້ເກີດຂຶ້ນພາຍໃນຕົວເຈົ້າ, ແຕ່ເຈົ້າກໍຈະເຕັມໃຈທົນທຸກກັບຄວາມເຈັບປວດ ແລະ ເສຍສະລະໃນສິ່ງທີ່ເຈົ້າຮັກ, ເຈົ້າຈະເຕັມໃຈອົດກັ້ນຕໍ່ຄວາມຍາກລໍາບາກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າເຈົ້າທົນທຸກກັບຄວາມເຈັບປວດຢູ່ພາຍໃນ, ເຈົ້າກໍຈະບໍ່ຍອມເຮັດຕາມເນື້ອໜັງ ແລະ ພຣະເຈົ້າກໍຈະພໍໃຈ ແລະ ດ້ວຍເຫດນັ້ນ ເຈົ້າກໍຍັງຈະໄດ້ຮັບການປອບໃຈຢູ່ພາຍໃນອີກດ້ວຍ. ນີ້ແມ່ນການຈ່າຍລາຄາທີ່ແທ້ຈິງ ແລະ ເປັນລາຄາທີ່ພຣະເຈົ້າປາຖະໜາ. ຖ້າເຈົ້າປະຕິບັດໃນລັກສະນະນີ້, ພຣະເຈົ້າກໍຈະອວຍພອນເຈົ້າຢ່າງແນ່ນອນ; ຖ້າເຈົ້າບໍ່ສາມາດບັນລຸຕາມນີ້ໄດ້, ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກໍຕາມ ຫຼື ເຈົ້າສາມາດກ່າວໄດ້ດີພຽງໃດກໍຕາມ, ມັນກໍຈະບໍ່ເປັນປະໂຫຍດຫຍັງເລີຍ! ຖ້າໃນລະຫວ່າງເສັ້ນທາງໄປສູ່ການຮັກພຣະເຈົ້າ ເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າ ເມື່ອພຣະອົງຕໍ່ສູ້ກັບຊາຕານ ແລະ ເຈົ້າບໍ່ກັບຄືນໄປຫາຊາຕານ, ເຈົ້າກໍຈະບັນລຸຄວາມຮັກຕໍ່ພຣະເຈົ້າ ແລະ ເຈົ້າກໍຈະຍຶດໝັ້ນໃນຄຳພະຍານຂອງເຈົ້າ.

ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການແຊກແຊງຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການແຊກແຊງຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້. ຕົວຢ່າງ: ຖ້າເຈົ້າມີອະຄະຕິຕໍ່ອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະມີຄຳເວົ້າທີ່ເຈົ້າຕ້ອງການເວົ້າອອກໄປ ເຊິ່ງເປັນຄຳເວົ້າທີ່ເຈົ້າຮູ້ສຶກວ່າອາດບໍ່ພໍໃຈພຣະເຈົ້າ ແຕ່ຖ້າເຈົ້າບໍ່ເວົ້າອອກໄປ ເຈົ້າກໍຈະຮູ້ສຶກອຶດອັດຢູ່ຂ້າງໃນ ແລະ ໃນຊ່ວງເວລານີ້ ການຂັດແຍ້ງກໍຈະເກີດຂຶ້ນພາຍໃນຕົວເຈົ້າ ນັ້ນກໍຄື “ຂ້ານ້ອຍຄວນເວົ້າ ຫຼື ບໍ?” ນີ້ແມ່ນການຕໍ່ສູ້. ສະນັ້ນ, ໃນທຸກສິ່ງທີ່ເຈົ້າຜະເຊີນແມ່ນມີການຕໍ່ສູ້ ແລະ ເມື່ອມີການຕໍ່ສູ້ພາຍໃນຕົວເຈົ້າ ພຣະເຈົ້າຈຶ່ງປະຕິບັດພາລະກິດພາຍໃນຕົວເຈົ້າ ຍ້ອນການຮ່ວມມືທີ່ແທ້ຈິງ ແລະ ການທົນທຸກທີ່ແທ້ຈິງຂອງເຈົ້າ. ໃນທີ່ສຸດແລ້ວ ຢູ່ຂ້າງໃນຕົວເຈົ້າ ເຈົ້າກໍສາມາດປະຖິ້ມບັນຫານັ້ນໄວ້ ແລະ ຄວາມໂມໂຫກໍຈະສູນສະຫຼາຍໄປຢ່າງທຳມະຊາດ. ສິ່ງດັ່ງກ່າວແມ່ນຜົນກະທົບຂອງການທີ່ເຈົ້າຮ່ວມມືກັບພຣະເຈົ້າ. ທຸກສິ່ງທີ່ຜູ້ຄົນກະທຳຮຽກຮ້ອງໃຫ້ພວກເຂົາຍອມເສຍສະລະສິ່ງໃດໜຶ່ງໃນຄວາມພະຍາຍາມຂອງພວກເຂົາ. ຫາກປາສະຈາກຄວາມຍາກລຳບາກທີ່ແທ້ຈິງ ພວກເຂົາກໍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາບໍ່ໄດ້ເຂົ້າໃກ້ການເຮັດໃຫ້ພຣະເຈົ້າພໍໃຈເລີຍ ແລະ ພວກເຂົາກໍພຽງແຕ່ຄຸຍໂມ້ຄຳໂຄສະນາທີ່ວ່າງເປົ່າ! ຄຳໂຄສະນາທີ່ວ່າງເປົ່າເຫຼົ່ານີ້ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ບໍ? ເມື່ອພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນໃນຂອບເຂດຝ່າຍວິນຍານ ເຈົ້າຄວນເຮັດແນວໃດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຄວນເຮັດແນວໃດເພື່ອຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ? ເຈົ້າຄວນຮູ້ຈັກວ່າ ທຸກສິ່ງທີ່ເກີດຂຶ້ນກັບເຈົ້າແມ່ນການທົດລອງທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເປັນພະຍານ. ເບິ່ງຈາກພາຍນອກ ສິ່ງເຫຼົ່ານີ້ອາດເບິ່ງຄືກັບວ່າ ບໍ່ແມ່ນເລື່ອງໃຫຍ່, ແຕ່ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ ພວກມັນສະແດງວ່າ ເຈົ້າຮັກພຣະເຈົ້າ ຫຼື ບໍ. ຖ້າເຈົ້າຮັກ, ເຈົ້າຈະສາມາດຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ ແລະ ຖ້າເຈົ້າບໍ່ໄດ້ນໍາເອົາຄວາມຮັກພຣະເຈົ້າເຂົ້າສູ່ການປະຕິບັດແລ້ວ ສິ່ງນີ້ກໍສະແດງວ່າ ເຈົ້າບໍ່ແມ່ນຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າປາສະຈາກຄວາມຈິງ ແລະ ປາສະຈາກຊີວິດ, ເຈົ້າເປັນຄືກັບເຂົ້າແກບ! ທຸກສິ່ງທີ່ເກີດຂຶ້ນກັບມະນຸດແມ່ນຕອນທີ່ພຣະເຈົ້າໃຫ້ພວກເຂົາຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະອົງ. ໃນຊ່ວງເວລານີ້ ບໍ່ມີສິ່ງຮ້າຍແຮງເກີດຂຶ້ນກັບເຈົ້າ ແລະ ເຈົ້າກໍບໍ່ໄດ້ເປັນພະຍານທີ່ຍິ່ງໃຫຍ່, ແຕ່ລາຍລະອຽດທຸກຢ່າງໃນການດຳລົງຊີວິດປະຈຳວັນຂອງເຈົ້າກ່ຽວພັນກັບຄຳພະຍານທີ່ໃຫ້ກັບພຣະເຈົ້າ. ຖ້າເຈົ້າສາມາດເອົາຊະນະການຍົກຍ້ອງຈາກອ້າຍເອື້ອຍນ້ອງຂອງເຈົ້າ, ສະມາຊິກຄອບຄົວຂອງເຈົ້າ ແລະ ທຸກຄົນທີ່ຢູ່ອ້ອມຮອບຕົວເຈົ້າ; ຖ້າມື້ໜຶ່ງ ຄົນທີ່ບໍ່ເຊື່ອມາ ແລະ ຍົກຍ້ອງທຸກສິ່ງທີ່ເຈົ້າເຮັດ ແລະ ເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເປັນສິ່ງທີ່ມະຫັດສະຈັນ, ແລ້ວເຈົ້າກໍໄດ້ເປັນພະຍານແລ້ວ. ເຖິງແມ່ນວ່າ ເຈົ້າບໍ່ມີຄວາມເຂົ້າໃຈ ແລະ ຄວາມສາມາດຂອງເຈົ້າກໍຕໍ່າ, ໂດຍຜ່ານການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ແລະ ຄວາມຕັ້ງໃຈໃນຄວາມປະສົງຂອງພຣະອົງ. ຄົນອື່ນຈະເຫັນວ່າ ພຣະອົງໄດ້ປະຕິບັດພາລະກິດຍິ່ງໃຫຍ່ຫຍັງແດ່ໃນຜູ້ຄົນທີ່ມີຄວາມສາມາດໜ້ອຍທີ່ສຸດ. ຜູ້ຄົນຮຽນຮູ້ຈັກພຣະເຈົ້າ ແລະ ກາຍມາເປັນຜູ້ຊະນະຕໍ່ໜ້າຊາຕານ ແລະ ຊື່ສັດກັບພຣະເຈົ້າໃນລະດັບໃດໜຶ່ງ. ສະນັ້ນ ບໍ່ມີໃຜທີ່ມີຄວາມກ້າຫານຫຼາຍກວ່າຄົນກຸ່ມນີ້. ສິ່ງນີ້ຈະເປັນຄຳພະຍານທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນວ່າ ເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຄົນອື່ນບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາ ແຕ່ເຈົ້າເຮັດໄດ້; ຄົນອື່ນບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງປະສົບການທີ່ແທ້ຈິງຂອງພວກເຂົາ, ແຕ່ເຈົ້າສາມານໍາໃຊ້ວຸດທິພາວະ ແລະ ການກະທຳຂອງເຈົ້າເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແລະ ເປັນພະຍານທີ່ກ້ອງກັງວານໃຫ້ກັບພຣະອົງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການຮັກພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ ແລ້ວເຈົ້າກໍບໍ່ໄດ້ເປັນພະຍານທ່າມກາງສະມາຊິກຄອບຄົວຂອງເຈົ້າ, ທ່າມກາງອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ. ຖ້າເຈົ້າບໍ່ສາມາດເປັນພະຍານຕໍ່ໜ້າຊາຕານໄດ້, ຊາຕານກໍຈະຫົວຂວັນເຈົ້າ, ມັນກໍຈະປະຕິບັດຕໍ່ເຈົ້າເໝືອນກັບວ່າເປັນເລື່ອງຕະລົກ, ເປັນຂອງຫຼິ້ນ, ມັນຈະເຮັດໃຫ້ເຈົ້າເປັນຕົວຕະລົກຢູ່ເລື້ອຍໆ ແລະ ເຮັດໃຫ້ເຈົ້າເປັນບ້າ. ໃນອະນາຄົດ, ການທົດລອງທີ່ຍິ່ງໃຫຍ່ອາດເກີດຂຶ້ນກັບເຈົ້າ, ແຕ່ໃນປັດຈຸບັນ ຖ້າເຈົ້າຮັກພຣະເຈົ້າດ້ວຍໃຈຈິງ ແລະ ບໍ່ວ່າຈະມີການທົດລອງທີ່ຍິ່ງໃຫຍ່ສໍ່າໃດກໍຕາມຢູ່ຂ້າງໜ້າ ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຖ້າເຈົ້າສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແລ້ວຫົວໃຈຂອງເຈົ້າກໍຈະໄດ້ຮັບການປອບໂຍນ ແລະ ເຈົ້າຈະບໍ່ຢ້ານການທົດລອງ ບໍ່ວ່າຈະຮ້າຍແຮງສໍ່າໃດກໍຕາມ ທີ່ເຈົ້າຜະເຊີນໃນອະນາຄົດ. ພວກເຈົ້າບໍ່ສາມາດເຫັນວ່າແມ່ນຫຍັງຈະເກີດຂຶ້ນໃນອະນາຄົດ; ພວກເຈົ້າພຽງແຕ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນລະຫວ່າງສະຖານະການໃນປັດຈຸບັນ. ພວກເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ໃດກໍຕາມ ແລະ ຄວນເອົາໃຈໃສ່ໃນການເຮັດໃຫ້ພຣະເຈົ້າພໍໃຈ ໂດຍການຜະເຊິນກັບພຣະທຳຂອງພຣະອົງໃນຊີວິດຈິງ ແລະ ເປັນພະຍານທີ່ໜັກແໜ້ນ ແລະ ກ້ອງກັງວານ ເຊິ່ງຈະນໍາຄວາມອັບອາຍມາສູ່ຊາຕານ. ເຖິງແມ່ນວ່າ ເນື້ອໜັງຂອງເຈົ້າຍັງບໍ່ຖືກເຮັດໃຫ້ພໍໃຈ ແລະ ຍັງທົນທຸກຢູ່, ເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າພໍໃຈແລ້ວ ແລະ ນໍາຄວາມອັບອາຍມາສູ່ຊາຕານ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ພຣະເຈົ້າກໍຈະເປີດເຜີຍເສັ້ນທາງທີ່ຢູ່ຕໍ່ໜ້າເຈົ້າ. ມື້ໜຶ່ງເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງ, ຄົນອື່ນຈະລົ້ມລົງ, ແຕ່ເຈົ້າຍັງສາມາດຍຶດໝັ້ນ ນັ້ນກໍຄື ຍ້ອນລາຄາທີ່ເຈົ້າໄດ້ຈ່າຍ ພຣະເຈົ້າຈະປົກປ້ອງເຈົ້າ ເພື່ອເຈົ້າຈະສາມາດຍຶດໝັ້ນ ແລະ ບໍ່ລົ້ມລົງ. ໂດຍທົ່ວໄປແລ້ວ ຖ້າເຈົ້າສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຫົວໃຈທີ່ຮັກພຣະອົງຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະປົກປ້ອງເຈົ້າຢ່າງແນ່ນອນໃນລະຫວ່າງການທົດລອງໃນອະນາຄົດ. ເຖິງແມ່ນວ່າ ເຈົ້າໂງ່ຈ້າ ແລະ ມີວຸດທິພາວະໜ້ອຍ ແລະ ຄວາມສາມາດຕໍ່າ, ພຣະເຈົ້າກໍຈະບໍ່ຈຳແນກເຈົ້າອອກ. ມັນຂຶ້ນກັບວ່າ ແຮງຈູງໃຈຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ເຊິ່ງເຈົ້າໃສ່ໃຈກັບລາຍລະອຽດເລັກນ້ອຍທີ່ສຸດ, ເຈົ້າເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ, ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຈົ້າມອບຫົວໃຈທີ່ແທ້ຈິງໃຫ້ກັບພຣະເຈົ້າ ແລະ ເຖິງແມ່ນວ່າມີບາງສິ່ງທີ່ເຈົ້າຍັງບໍ່ເຂົ້າໃຈ, ເຈົ້າກໍສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອແກ້ໄຂບັນຫາຄ້າງຄາຢູ່ໃນໃຈຂອງເຈົ້າ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ບາງເທື່ອ ອ້າຍເອື້ອຍນ້ອງຂອງເຈົ້າຈະປະຖິ້ມເຈົ້າ, ແຕ່ຫົວໃຈຂອງເຈົ້າກໍຈະຍັງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະບໍ່ປາຖະໜາຄວາມສຸກທາງເນື້ອໜັງ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ເຈົ້າກໍຈະໄດ້ຮັບການປົກປ້ອງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງເຈົ້າ.

ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງເຫຼົ່ານີ້ແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ, ແຕ່ຖ້າໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະອົງພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະເປັນການເຮັດໃຫ້ເຈົ້າສົມບູນແບບ. ຖ້າໃນປັດຈຸບັນ ເຈົ້າບໍ່ສາມາດເຮັດໃຫ້ພຣະອົງພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະລໍ້ລວງເຈົ້າ ແລະ ເຈົ້າກໍຈະລົ້ມລົງໂດຍບໍ່ໄດ້ເຈດຕະນາ ແລະ ໃນເວລານັ້ນ ເຈົ້າກໍຈະບໍ່ສາມາດຊ່ວຍຕົນເອງໄດ້ ຍ້ອນເຈົ້າບໍ່ສາມາດນໍາທັນພາລະກິດຂອງພຣະເຈົ້າ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະສາມາດຍຶດໝັ້ນໃນອະນາຄົດ ກໍຈົ່ງເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕິດຕາມພຣະອົງໄປຈົນເຖິງຈຸດສິ້ນສຸດ, ໃນປັດຈຸບັນ ເຈົ້າຕ້ອງສ້າງພື້ນຖານທີ່ເຂັ້ມແຂງ, ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ໂດຍການນໍາຄວາມຈິງເຂົ້າສູ່ການປະຕິບັດໃນທຸກສິ່ງທຸກຢ່າງ ແລະ ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ ກໍຈະມີພື້ນຖານຢູ່ພາຍໃນຕົວເຈົ້າ ແລະ ພຣະເຈົ້າຈະດົນບັນດານຫົວໃຈ ທີ່ຮັກພຣະອົງພາຍໃນຕົວເຈົ້າ ແລະ ພຣະອົງກໍຈະມອບຄວາມເຊື່ອໃຫ້ກັບເຈົ້າ. ມື້ໜຶ່ງ ເມື່ອການທົດລອງເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າອາດທົນທຸກກັບຄວາມເຈັບປວດບາງຢ່າງ ແລະ ຮູ້ສຶກເສົ້າເສຍໃຈຈົນເຖິງທີ່ສຸດ ແລະ ທົນທຸກກັບຄວາມໂສກເສົ້າຢ່າງຮຸນແຮງ ເໝືອນກັບວ່າເຈົ້າຈະຕາຍ, ແຕ່ຄວາມຮັກພຣະເຈົ້າຂອງເຈົ້າຈະບໍ່ປ່ຽນແປງ ແລະ ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສິ່ງດັ່ງກ່າວແມ່ນການອວຍພອນຂອງພຣະເຈົ້າ. ຖ້າເຈົ້າສາມາດຍອມຮັບທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳໃນປັດຈຸບັນດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວເຈົ້າກໍຈະໄດ້ຮັບການອວຍພອນໂດຍພຣະເຈົ້າຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະກາຍເປັນຄົນທີ່ໄດ້ຮັບການອວຍພອນໂດຍພຣະເຈົ້າ ແລະ ຮັບພຣະສັນຍາຂອງພຣະອົງ. ຖ້າໃນປັດຈຸບັນ ເຈົ້າບໍ່ປະຕິບັດ, ເມື່ອການທົດລອງເກີດຂຶ້ນກັບເຈົ້າໃນມື້ໜຶ່ງ ເຈົ້າກໍຈະປາສະຈາກຄວາມເຊື່ອ ຫຼື ຫົວໃຈແຫ່ງຄວາມຮັກ ແລະ ໃນເວລານັ້ນ ການທົດລອງກໍຈະກາຍມາເປັນການລໍ້ລວງ; ເຈົ້າກໍຈະຕົກລົງທ່າມກາງການລໍ້ລວງຂອງຊາຕານ ແລະ ຈະບໍ່ມີວິທີຫຼົບໜີໄດ້. ໃນປັດຈຸບັນ, ເຈົ້າອາດຍຶດໝັ້ນ ເມື່ອການທົດລອງເລັກໆນ້ອຍໆເກີດຂຶ້ນກັບເຈົ້າ, ແຕ່ເຈົ້າອາດຈະບໍ່ສາມາດຍຶດໝັ້ນກັບການທົດລອງອັນຍິ່ງໃຫຍ່ໆເກີດຂຶ້ນກັບເຈົ້າໃນມື້ໜຶ່ງ. ບາງຄົນອວດດີ ແລະ ຄິດວ່າ ພວກເຂົາໃກ້ຈະສົມບູນແລ້ວ. ຖ້າເຈົ້າບໍ່ຈິງໃຈຫຼາຍຂຶ້ນໃນເວລາດັ່ງກ່າວ ແລະ ຍັງຄົງພໍໃຈໃນຕົນເອງ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການທົດລອງທີ່ຍິ່ງໃຫຍ່, ໃນລັກສະນະພາຍນອກ ທຸກສິ່ງເບິ່ງຄືປົກກະຕິ, ແຕ່ເມື່ອພຣະເຈົ້າທົດລອງເຈົ້າ, ເຈົ້າຈະຄົ້ນພົບວ່າ ເຈົ້າຍັງຂາດເຂີນຫຼາຍ, ຍ້ອນວຸດທິພາວະຂອງເຈົ້າຕໍ່າເກີນໄປ ແລະ ເຈົ້າບໍ່ສາມາດອົດກັ້ນຕໍ່ການທົດລອງທີ່ຍິ່ງໃຫຍ່ນັ້ນໄດ້. ຖ້າໃນປັດຈຸບັນ ເຈົ້າບໍ່ກ້າວໄປຂ້າງໜ້າ, ຖ້າເຈົ້າຢູ່ແຕ່ບ່ອນເກົ່າ, ແລ້ວເມື່ອລົມແຮງພັດມາ ເຈົ້າກໍຈະລົ້ມ. ພວກເຈົ້າຄວນເບິ່ງສະເໝີວ່າ ວຸດທິພາວະຂອງພວກເຈົ້າຕໍ່າສໍ່າໃດ; ມີແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະກ້າວໜ້າ. ຖ້າມີພຽງແຕ່ໃນລະຫວ່າງການທົດລອງເທົ່ານັ້ນ ທີ່ເຮັດໃຫ້ເຈົ້າເຫັນວ່າ ວຸດທິພາວະຂອງເຈົ້າຕໍ່າຫຼາຍ, ກຳລັງໃຈກໍອ່ອນແອຫຼາຍ, ຄວາມຈິງໃນຕົວເຈົ້າກໍມີພຽງໜ້ອຍດຽວ ແລະ ເຈົ້າຂາດຄວາມບົກພ່ອງຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຖ້າເຈົ້າພຽງແຕ່ເຂົ້າໃຈສິ່ງເຫຼົ່ານີ້ໃນຕອນນັ້ນ, ມັນກໍຈະຊ້າເກີນໄປແລ້ວ.

ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວເຈົ້າກໍຈະພ່າຍແພ້ໃນລະຫວ່າງການທົດລອງຢ່າງຫຼີກເວັ້ນບໍ່ໄດ້, ຍ້ອນເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບໄດ້ແນວໃດ ແລະ ພຣະອົງເຮັດໃຫ້ພວກເຂົາສົມບູນແບບດ້ວຍວິທີໃດ ແລະ ເມື່ອການທົດລອງຂອງພຣະເຈົ້າມາເຖິງເຈົ້າ ແລະ ການທົດລອງເຫຼົ່ານັ້ນບໍ່ເຂົ້າກັນກັບແນວຄິດຂອງເຈົ້າ, ເຈົ້າກໍຈະບໍ່ສາມາດຍຶດໝັ້ນໄດ້. ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າແມ່ນອຸປະນິໄສທັງໝົດຂອງພຣະອົງ ແລະ ເມື່ອອຸປະນິໄສທັງໝົດຂອງພຣະອົງຖືກສຳແດງໃຫ້ກັບເຈົ້າ, ມັນຈະເກີດຫຍັງຂຶ້ນກັບເນື້ອໜັງຂອງເຈົ້າ? ເມື່ອອຸປະນິໄສທີ່ຊອບທຳຂອງພຣະອົງຖືກສຳແດງໃຫ້ກັບເຈົ້າ, ເນື້ອໜັງຂອງເຈົ້າກໍຈະທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງໂດຍຫຼີກເວັ້ນບໍ່ໄດ້. ຖ້າເຈົ້າບໍ່ທົນທຸກຕໍ່ຄວາມເຈັບປວດນີ້ ແລ້ວເຈົ້າກໍບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ຫຼື ເຈົ້າຈະບໍ່ສາມາດອຸທິດຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຖ້າພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ພຣະອົງກໍຈະສຳແດງອຸປະນິໄສທັງໝົດຂອງພຣະອົງໃຫ້ກັບເຈົ້າຢ່າງແນ່ນອນ. ຕັ້ງແຕ່ເວລາແຫ່ງການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າບໍ່ເຄີຍສຳແດງອຸປະນິໄສທັງໝົດຂອງພຣະອົງຈັກເທື່ອ, ແຕ່ໃນລະຫວ່າງຍຸກສຸດທ້າຍນີ້ ພຣະອົງໄດ້ເປີດເຜີຍອຸປະນິໄສນັ້ນໃຫ້ກັບກຸ່ມຄົນທີ່ພຣະອົງໄດ້ລິຂິດ ແລະ ໄດ້ເລືອກໄວ້ແລ້ວ ແລະ ໂດຍການເຮັດໃຫ້ຜູ້ຄົນສົມບູນແບບ ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ, ຜ່ານທາງທີ່ພຣະອົງເຮັດໃຫ້ກຸ່ມຄົນສົມບຸນ. ສິ່ງດັ່ງກ່າວແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບຜູ້ຄົນ. ການຜະເຊີນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບພວກເຂົານັ້ນ ແມ່ນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາທີ່ສູງ. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກຮັບໂດຍພຣະເຈົ້າ ແລະ ຈະສາມາດມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະເຈົ້າໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະພໍໃຈ. ຖ້າຜູ້ຄົນປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງເຕັມທີ່, ພວກເຂົາກໍຕ້ອງຜະເຊີນກັບການທົນທຸກຢ່າງໃຫຍ່ຫຼວງ ແລະ ການທໍລະມານຫຼາຍຢ່າງຈາກສະພາບການຕ່າງໆ, ເພື່ອທົນທຸກກັບຄວາມເຈັບປວດທີ່ຮ້າຍແຮງກວ່າຄວາມຕາຍ, ໃນທີ່ສຸດແລ້ວ ພວກເຂົາກໍຈະຖືກບັງຄັບໃຫ້ມອບຫົວໃຈທີ່ແທ້ຈິງຂອງພວກເຂົາຄືນໃຫ້ກັບພຣະເຈົ້າ. ບໍ່ວ່າຜູ້ໃດຜູ້ໜຶ່ງຈະຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ມັນໄດ້ຖືກເປີດເຜີຍຢູ່ໃນລະຫວ່າງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ. ພຣະເຈົ້າເຮັດໃຫ້ຄວາມຮັກຂອງຜູ້ຄົນບໍລິສຸດ ແລະ ສິ່ງນີ້ບັນລຸຜົນຈາກທ່າມກາງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ.

​ກ່ອນ​ນີ້ :ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ຕໍ່​ໄປ:ການໂອ້ລົມໂດຍສັງເຂບກ່ຽວກັບ “ອານາຈັກພັນປີມາເຖິງແລ້ວ”

ເນື່ອຫາທີ່ກ່ຽວຂ້ອງ