ບົດທີ 89

ມັນບໍ່ງ່າຍທີ່ຈະເຮັດທຸກສິ່ງໃຫ້ສອດຄ່ອງກັບຄວາມຕັ້ງໃຈຂອງເຮົາ; ມັນບໍ່ແມ່ນເລື່ອງການບັງຄັບຕົວເຈົ້າເອງໃຫ້ທຳທ່າເຮັດ; ແຕ່ກົງກັນຂ້າມ ມັນຂຶ້ນຢູ່ກັບວ່າເຮົາໄດ້ສະໜອງໃຫ້ເຈົ້າດ້ວຍຄວາມສາມາດຂອງເຮົາກ່ອນການສ້າງໂລກ ຫຼື ບໍ່. ທຸກສິ່ງເຫຼົ່ານີ້ແມ່ນຂຶ້ນຢູ່ກັບເຮົາ. ພວກມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດສໍາເລັດໄດ້. ເຮົາຮັກຜູ້ທີ່ເຮົາປາດຖະໜາທີ່ຈະຮັກ ແລະ ໃຜກໍຕາມທີ່ເຮົາກ່າວວ່າແມ່ນລູກຊາຍກົກ ແນ່ນອນວ່າຄົນນັ້ນກໍຄືລູກຊາຍກົກ. ສິ່ງນັ້ນຖືກຕ້ອງຢ່າງແນ່ນອນ! ເຈົ້າອາດຢາກຈະທຳທ່າເຮັດ ແຕ່ໃນການເຮັດແບບນັ້ນຈະບໍ່ມີປະໂຫຍດຫຍັງ! ເຈົ້າຄິດວ່າເຮົາບໍ່ສາມາດຮູ້ຈັກເຈົ້າໃນສິ່ງທີ່ເຈົ້າເປັນບໍ? ມັນດີພໍສໍາລັບເຈົ້າແລ້ວບໍທີ່ພຽງແຕ່ສະແດງພຶດຕິກໍາທີ່ດີບາງຢ່າງເມື່ອຢູ່ຕໍ່ໜ້າເຮົາ? ມັນງ່າຍປານນັ້ນບໍ? ແນ່ນອນວ່າບໍ່; ເຈົ້າຕ້ອງມີຄຳສັນຍາຂອງເຮົາ ແລະ ເຈົ້າຕ້ອງມີການກຳນົດໄວ້ລ່ວງໜ້າຂອງເຮົາ. ເຈົ້າຄິດວ່າເຮົາບໍ່ຮູ້ວ່າເຈົ້າເຮັດຫຍັງຢູ່ລັບຫຼັງເຮົາບໍ? ເຈົ້າຊົ່ວຊ້າຫຼາຍ! ຫຼັງຈາກການບໍລິການຂອງເຈົ້າສໍາລັບເຮົາສິ້ນສຸດລົງ ກໍຈົ່ງຟ້າວກັບໄປສູ່ທະເລໄຟ ແລະ ມາດ! ເຮົາເບື່ອໜ່າຍ; ເຮົາເຕັມປ່ຽມດ້ວຍຄວາມກຽດຊັງເມື່ອເຫັນເຈົ້າ. ທຸກການບໍລິການເພື່ອເຮົາ, ທຸກຄົນທີ່ບໍ່ຊື່ສັດໃນການສະຫຼະຕົນເອງເພື່ອເຮົາ, ທຸກຄົນທີ່ເຮັດຜິດສິນລະທຳ ແລະ ບໍ່ມີລະບຽບວິໄນ ແລະ ທຸກຄົນທີ່ບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ; ຫຼັງຈາກການບໍລິການຂອງພວກເຈົ້າສິ້ນສຸດລົງ ກໍຈົ່ງຮີບໜີໄປໃຫ້ພົ້ນສາຍຕາເຮົາ! ບໍ່ດັ່ງນັ້ນ ເຮົາຈະເຕະເຈົ້າອອກໄປ! ຄົນເຫຼົ່ານີ້ບໍ່ສາມາດຢູ່ໃນເຮືອນຂອງເຮົາໄດ້ (ນັ້ນກໍຄື ຄຣິສຕະຈັກ) ແມ່ນແຕ່ວິນາທີດຽວ. ພວກເຂົາຕ້ອງໜີອອກຈາກບ່ອນນີ້ ເພື່ອຈະບໍ່ໄດ້ນຳເອົາຄວາມອັບອາຍມາສູ່ນາມຂອງເຮົາ ແລະ ທຳລາຍຊື່ສຽງຂອງເຮົາ. ຄົນເຫຼົ່ານີ້ແມ່ນລູກຫຼານຂອງມັງກອນແດງໃຫຍ່ທັງໝົດ; ພວກເຂົາໄດ້ຖືກມັງກອນແດງໃຫຍ່ສົ່ງມາເພື່ອຂັດຂວາງການຄຸ້ມຄອງຂອງເຮົາ. ພວກເຂົາຊ່ຽວຊານໃນການຫຼອກລວງ ເພື່ອຂັດຂວາງພາລະກິດຂອງເຮົາ. ລູກຊາຍຂອງເຮົາເອີຍ! ເຈົ້າຕ້ອງເບິ່ງຜ່ານສິ່ງນີ້! ຢ່າພົວພັນກັບຄົນເຫຼົ່ານີ້ເລີຍ. ເມື່ອເຈົ້າເຫັນຄົນແບບນີ້ ຈົ່ງໜີຫ່າງຈາກພວກເຂົາໂດຍໄວ ເພື່ອຫຼີກເວັ້ນການຕິດກັບດັກຂອງພວກເຂົາ; ສິ່ງນັ້ນຈະນຳອັນຕະລາຍມາສູ່ຊີວິດຂອງເຈົ້າ! ເຮົາກຽດຊັງຄົນເຫຼົ່ານັ້ນທີ່ເວົ້າແບບບໍ່ຄິດທີ່ສຸດ, ຜູ້ທີ່ເຮັດໂດຍບໍ່ຄິດ, ຜູ້ທີ່ພຽງແຕ່ເວົ້າຫຼິ້ນ ແລະ ຫົວຂວັນ ແລະ ຜູ້ທີ່ມີສ່ວນຮ່ວມໃນການສົນທະນາທີ່ອັບປະໂຫຍດ. ເຮົາບໍ່ຕ້ອງການຄົນເຫຼົ່ານີ້ແມ່ນແຕ່ຄົນດຽວ; ພວກເຂົາທັງໝົດແມ່ນເຊື້ອສາຍຂອງຊາຕານ! ພວກເຂົາລໍ້ຫຼິ້ນໂດຍບໍ່ມີເຫດຜົນຫຍັງເລີຍ, ສິ່ງມີຊີວິດເຫຼົ່ານີ້ຄືຫຍັງກັນແທ້? ພວກເຂົາເວົ້າເລື່ອງໄຮ້ສາລະ ແລະ ແລ່ນໄປມາ. ພວກເຂົາຍັງບໍ່ຮູ້ສຶກອັບອາຍເລີຍບໍ? ໃນຄວາມເປັນຈິງແລ້ວ, ຄົນປະເພດນີ້ແມ່ນຜູ້ທີ່ມີຄຸນຄ່າໜ້ອຍທີ່ສຸດ ແລະ ເຮົາເຫັນພວກເຂົາຢ່າງຈະແຈ້ງ ແລະ ໄດ້ປະຖິ້ມພວກເຂົາແຕ່ດົນນານແລ້ວ. ຖ້າເຮົາບໍ່ເຮັດດັ່ງນັ້ນ ແລ້ວເປັນຫຍັງພວກເຂົາຈິ່ງເວົ້າແບບໄຮ້ສາລະຊ້ຳແລ້ວຊ້ຳອີກໂດຍບໍ່ໄດ້ຖືກເຮົາລົງວິໄນ? ພວກເຂົາແມ່ນລູກຫຼານຂອງມັງກອນແດງໃຫຍ່ຢ່າງແທ້ຈິງ! ປັດຈຸບັນນີ້ ເຮົາໄດ້ເລີ່ມລົບລ້າງສິ່ງເຫຼົ່ານີ້ເທື່ອລະຢ່າງ. ເຮົາສາມາດໃຊ້ລູກຫຼານຂອງຊາຕານຄືກັບລູກຊາຍກົກຂອງເຮົາ, ຄືກັບລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາໄດ້ບໍ? ແລ້ວເຮົາຈະບໍ່ສັບສົນບໍ? ເຮົາຈະບໍ່ເຮັດແບບນັ້ນຢ່າງແນ່ນອນ. ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງແລ້ວບໍ?

ທຸກສິ່ງທີ່ພວກເຈົ້າຜະເຊີນໃນມື້ນີ້, ບໍ່ວ່າຈະເປັນສິ່ງດີ ຫຼື ບໍ່ດີກໍຕາມ ລ້ວນແລ້ວແຕ່ຖືກຈັດແຈງໂດຍມືອັນສະຫຼຽວສະຫຼາດຂອງເຮົາ; ທຸກສິ່ງແມ່ນຖືກປັ້ນແຕ່ງ ແລະ ຄວບຄຸມໂດຍເຮົາ. ນີ້ບໍ່ແມ່ນສິ່ງທີ່ມະນຸດຊາດສາມາດເຮັດສໍາເລັດໄດ້ຢ່າງງ່າຍດາຍ. ບາງຄົນຍັງມີເຫື່ອເຕັມຝາມືຈາກການເປັນຫ່ວງເຮົາ, ແຕ່ແທ້ຈິງແລ້ວ ພວກເຂົາບໍ່ຈຳເປັນຕ້ອງກັງວົນໃຈເລີຍ! ພວກເຂົາລະເລີຍຕໍ່ໜ້າທີ່ຫຼັກຂອງພວກເຂົາ ແລະ ບໍ່ໄດ້ສະແຫວງຫາເພື່ອເຂົ້າສູ່ຝ່າຍວິນຍານ, ແຕ່ເຖິງຢ່າງນັ້ນ ພວກເຂົາກໍຍັງຕ້ອງການເຕີບໃຫຍ່ໃນຊີວິດ; ຄວາມຫວັງຂອງພວກເຂົາແມ່ນໄຮ້ປະໂຫຍດແທ້ໆ! ພວກເຂົາບໍ່ຮ້ອນໃຈຫຍັງເລີຍ ແຕ່ເຖິງຢ່າງນັ້ນ ພວກເຂົາກໍຍັງຕ້ອງການປະຕິບັດຕາມຄວາມປະສົງຂອງເຮົາ! ເຈົ້າກັງວົນໃຈແທນເຮົາ ແຕ່ເຮົາບໍ່ໄດ້ກັງວົນໃຈ. ເຈົ້າກັງວົນໃຈເລື່ອງຫຍັງ? ການປະຕິບັດພາລະກິດຂອງເຈົ້າເພື່ອເຮົາແມ່ນເຮັດພໍເປັນພິທີ ແລະ ເຈົ້າກໍຕົວະຢ່າງໜ້າບໍ່ອາຍ. ເຮົາຂໍບອກເຈົ້າໄວ້! ນັບແຕ່ເວລານີ້ໄປ ເຮົາຈະຂັບໄລ່ຄົນແບບເຈົ້າອອກຈາກເຮືອນຂອງເຮົາ. ຄົນດັ່ງກ່າວບໍ່ຄູ່ຄວນທີ່ຈະຮັບໃຊ້ເຮົາຢູ່ໃນເຮືອນຂອງເຮົາ. ເຮົາກຽດຊັງພວກເຂົາ ຍ້ອນວ່າພວກເຂົາດູໝິ່ນເຮົາດ້ວຍການກະທຳຂອງພວກເຂົາ. ເມື່ອເວົ້າວ່າ “ການດູໝິ່ນເຮົາແມ່ນເປັນບາບທີ່ບໍ່ອາດອະໄພໄດ້” ນີ້ແມ່ນໝາຍເຖິງໃຜ? ພວກເຈົ້າກະຈ່າງແຈ້ງກ່ຽວກັບເລື່ອງນີ້ບໍ? ບຸກຄົນແບບນີ້ເຊື່ອວ່າບັນຫາຍັງບໍ່ທັນເຖິງຂັ້ນຮ້າຍແຮງເທື່ອ, ເຖິງແມ່ນວ່າເຂົາໄດ້ເຮັດບາບນີ້ແລ້ວກໍຕາມ. ແທ້ຈິງແລ້ວ ບຸກຄົນທີ່ຢູ່ໃນສະພາບທີ່ສັບສົນນີ້ເປັນຄົນຕາບອດ ແລະ ໂງ່ຈ້າ ແລະ ຈິດວິນຍານຂອງເຂົາຖືກປິດກັ້ນໄວ້! ເຮົາຈະໄລ່ເຈົ້າອອກໄປ! (ຍ້ອນວ່ານີ້ແມ່ນການລໍ້ລວງຂອງຊາຕານຕໍ່ເຮົາ, ເຮົາຊັງມັນຫຼາຍ ແລະ ເລື່ອງນີ້ໄດ້ຖືກກ່າວເຖິງຊໍ້າແລ້ວຊໍ້າອີກ ເຊິ່ງເຮັດໃຫ້ເຮົາໂກດຮ້າຍທຸກຄັ້ງ. ເຮົາບໍ່ສາມາດລະງັບຄວາມໂກດຮ້າຍຂອງເຮົາໄວ້ໄດ້ ແລະ ບໍ່ມີໃຜສາມາດຢຸດມັນໄດ້. ເວລາຍັງບໍ່ທັນມາຮອດເທື່ອ, ບໍ່ດັ່ງນັ້ນ ເຮົາແມ່ນໄດ້ຈັດການກັບຄົນນັ້ນໄປດົນແລ້ວ!) (ເລື່ອງນີ້ກ່ຽວກັບຄວາມຈິງທີ່ວ່າໃນປັດຈຸບັນຍັງມີຄົນຈຳນວນຫຼວງຫຼາຍທີ່ບໍ່ເຊື່ອວ່າຊາວຕ່າງຊາດຈະສະແຫວງຫາທີ່ຈະຫຼັ່ງໄຫຼເຂົ້າສູ່ປະເທດຈີນ; ແມ່ນແຕ່ໃນປັດຈຸບັນນີ້ພວກເຂົາກໍຍັງບໍ່ເຊື່ອ ແລະ ນີ້ເຮັດໃຫ້ຄວາມໂກດຮ້າຍຂອງເຮົາປັ່ນປ່ວນ ແລະ ຟົດຂຶ້ນຢ່າງແຮງ.)

ພາຍໃນເຮືອນຂອງເຮົາ ມີຄົນແບບໃດແທ້ທີ່ເປັນທີ່ພໍໃຈເຮົາ? ໝາຍຄວາມວ່າ ກ່ອນການຊົງສ້າງ, ມີຄົນແບບໃດທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າເພື່ອໃຫ້ອາໄສຢູ່ໃນເຮືອນຂອງເຮົາຕະຫຼອດໄປ? ພວກເຈົ້າຮູ້ບໍ? ພວກເຈົ້າເຄີຍພິຈາລະນາບໍວ່າ ຄົນແບບໃດທີ່ເຮົາຮັກ ແລະ ຄົນແບບໃດທີ່ເຮົາຊັງ? ເຮືອນຂອງເຮົາແມ່ນມີໄວ້ສຳລັບຄົນທີ່ມີຈິດໜຶ່ງໃຈດຽວກັນກັບເຮົາ ແລະ ຜູ້ທີ່ຮ່ວມສຸກ ແລະ ທຸກກັບເຮົາ, ເວົ້າອີກຢ່າງໜຶ່ງກໍຄື ຜູ້ທີ່ມີສ່ວນຮ່ວມຮັບທັງພອນ ແລະ ຄວາມລຳບາກ. ທຸກຄົນເຫຼົ່ານີ້ສາມາດຮັກສິ່ງທີ່ເຮົາຮັກໄດ້ ແລະ ຊັງສິ່ງທີ່ເຮົາຊັງ. ພວກເຂົາສາມາດປະຖິ້ມສິ່ງທີ່ເຮົາກຽດຊັງ. ຖ້າເຮົາບອກວ່າພວກເຂົາບໍ່ສາມາດກິນ ພວກເຂົາກໍເຕັມໃຈທີ່ຈະປ່ອຍໃຫ້ທ້ອງຂອງພວກເຂົາເປົ່າວ່າງເພື່ອປະຕິບັດຕາມເຈດຕະນາຂອງເຮົາ. ຄົນແບບນີ້ແມ່ນເຕັມໃຈທີ່ຈະຈົງຮັກພັກດີຕໍ່ເຮົາ ແລະ ສະຫຼະຕົວເອງເພື່ອເຮົາ, ພວກເຂົາສາມາດຄໍານຶງເຖິງຄວາມພະຍາຍາມອັນແສນເຈັບປວດຂອງເຮົາ ແລະ ພະຍາຍາມຢ່າງສຸດຂີດເພື່ອເຮົາຢູ່ສະເໝີ. ເພາະສະນັ້ນ ສໍາລັບຄົນດັ່ງກ່າວແລ້ວ ເຮົາຂໍມອບສະຖານະຂອງລູກຊາຍກົກໃຫ້, ມອບທຸກສິ່ງທີ່ເຮົາມີໃຫ້ພວກເຂົາ: ເຮົາມີຄວາມສາມາດທີ່ຈະນຳພາທຸກຄຣິສຕະຈັກ ແລະ ສິ່ງນີ້ເຮົາຂໍມອບໃຫ້ແກ່ພວກເຂົາ; ເຮົາມີສະຕິປັນຍາ ແລະ ເຮົາກໍຂໍມອບສິ່ງນີ້ໃຫ້ພວກເຂົາເຊັ່ນດຽວກັນ; ເຮົາສາມາດທົນທຸກເພື່ອປະຕິບັດຕາມຄວາມຈິງ ແລະ ເຮົາກໍຈະມອບຄວາມຕັ້ງໃຈໃຫ້ແກ່ຄົນເຫຼົ່ານີ້ເຊັ່ນດຽວກັນ, ເພື່ອເຮັດໃຫ້ພວກເຂົາສາມາດທົນທຸກກັບທຸກສິ່ງເພື່ອເຮົາ; ເຮົາມີຄຸນນະສົມບັດທີ່ດີ ແລະ ເຮົາກໍຈະມອບສິ່ງນີ້ໃຫ້ແກ່ພວກເຂົາເຊັ່ນກັນ, ເພື່ອເຮັດໃຫ້ພວກເຂົາເປັນຄືກັນກັບເຮົາ ໂດຍບໍ່ໃຫ້ແຕກຕ່າງກັນແມ່ນແຕ່ໜ້ອຍດຽວເລີຍ ເພື່ອວ່າຄົນອື່ນຈະໄດ້ເຫັນເຮົາເມື່ອພວກເຂົາເຫັນຄົນເຫຼົ່ານີ້. ປັດຈຸບັນນີ້, ເຮົາກຳລັງວາງຄວາມເປັນພຣະເຈົ້າທີ່ສົມບູນແບບຂອງເຮົາໄວ້ພາຍໃນຄົນເຫຼົ່ານີ້ ເພື່ອເຮັດໃຫ້ພວກເຂົາສາມາດດໍາລົງຊີວິດຢູ່ໃນດ້ານໜຶ່ງຂອງຄວາມເປັນພຣະເຈົ້າທີ່ສົມບູນແບບຂອງເຮົາ, ເພື່ອວ່າພວກເຂົາຈະສາມາດສະແດງອອກເຖິງເຮົາໄດ້ຢ່າງສົມບູນ; ນີ້ຄືຄວາມຕັ້ງໃຈຂອງເຮົາ. ຢ່າສະແຫວງຫາທີ່ຈະເປັນຄືກັບເຮົາພຽງແຕ່ດ້ານພາຍນອກ (ກິນແບບດຽວກັບເຮົາ ຫຼື ນຸ່ງເຄື່ອງແບບດຽວກັບເຮົາ); ທັງໝົດນີ້ແມ່ນໄຮ້ປະໂຫຍດ ແລະ ເຈົ້າພຽງແຕ່ຈະທຳລາຍຕົວເຈົ້າເອງຖ້າເຈົ້າສະແຫວງຫາສິ່ງດັ່ງກ່າວນີ້. ນີ້ກໍຍ້ອນວ່າ ບັນດາຜູ້ທີ່ສະແຫວງຫາທີ່ຈະຮຽນແບບເຮົາພຽງແຕ່ພາຍນອກ ແມ່ນຄົນໃຊ້ຂອງຊາຕານ ແລະ ຄວາມພະຍາຍາມແບບນັ້ນແມ່ນກົນອຸບາຍຂອງຊາຕານ; ມັນສະທ້ອນເຖິງຄວາມທະເຍີທະຍານຂອງຊາຕານ. ເຈົ້າສະແຫວງຫາທີ່ຈະເປັນຄືກັນກັບເຮົາ ແຕ່ວ່າເຈົ້າຄູ່ຄວນແລ້ວບໍ? ເຮົາຈະຢຽບເຈົ້າໃຫ້ຕາຍ! ພາລະກິດຂອງເຮົາດຳເນີນຢູ່ຕະຫຼອດເວລາ, ກໍາລັງຂະຫຍາຍໄປສູ່ທຸກຊາດໃນໂລກ. ຈົ່ງຕິດຕາມບາດກ້າວຂອງເຮົາໂດຍໄວ!

ກ່ອນນີ້: ບົດທີ 88

ຕໍ່ໄປ: ບົດທີ 90

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້