ບົດທີ 85

ເຮົາໃຊ້ປະໂຫຍດຈາກຄົນທີ່ແຕກຕ່າງກັນເພື່ອບັນລຸຄວາມປະສົງຂອງເຮົາ: ຄຳສາບແຊ່ງຂອງເຮົາໄດ້ເກີດເປັນຈິງກັບບັນດາຜູ້ທີ່ເຮົາຂ້ຽນຕີ ເຊັ່ນດຽວກັນກັບທີ່ພອນຂອງເຮົາເກີດເປັນຈິງກັບຜູ້ທີ່ເຮົາຮັກ. ປັດຈຸບັນນີ້, ຄຳຖາມວ່າຜູ້ໃດໃນທ່າມກາງພວກເຈົ້າຈະໄດ້ຮັບພອນຂອງເຮົາ ແລະ ຜູ້ໃດຈະທົນທຸກກັບຄຳສາບແຊ່ງຂອງເຮົານັ້ນ ຂຶ້ນຢູ່ກັບຄຳເວົ້າດຽວຂອງເຮົາຢ່າງສິ້ນເຊີງ; ມັນລ້ວນແລ້ວແຕ່ຖືກກຳນົດໄວ້ໂດຍພຣະຄຳຂອງເຮົາ. ເຈົ້າຮູ້ວ່າຜູ້ທີ່ເຮົາດີນຳຈົນຮອດປັດຈຸບັນນີ້ໄດ້ຖືກຜູກມັດໃຫ້ໄດ້ຮັບພອນຂອງເຮົາຢູ່ສະເໝີ (ໝາຍເຖິງ ມາຮູ້ຈັກເຮົາເທື່ອລະໜ້ອຍ ແລະ ເລີ່ມໝັ້ນໃຈກ່ຽວກັບເຮົາຂຶ້ນເລື້ອຍໆ, ໄດ້ຮັບແສງສະຫວ່າງ ແລະ ການເປີດເຜີຍໃໝ່ ແລະ ສາມາດນຳທັນບາດຍ່າງຂອງພາລະກິດຂອງເຮົາ). ໃຜກໍຕາມທີ່ເຮົາກຽດຊັງ (ນີ້ແມ່ນສິ່ງໃນຕົວເຮົາທີ່ຜູ້ຄົນບໍ່ສາມາດເຫັນຈາກຂ້າງນອກໄດ້) ແມ່ນຜູ້ທີ່ຈະທົນທຸກກັບຄຳສາບແຊ່ງຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຢູ່ໃນທ່າມກາງບັນດາລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ຢ່າງບໍ່ຕ້ອງສົງໄສ; ເມື່ອເປັນເຊັ່ນນັ້ນ ພວກເຂົາຈະມີສ່ວນໃນການທີ່ເຮົາສາບແຊ່ງມັນ. ສ່ວນບັນດາຜູ້ທີ່ເຮົາບໍ່ສາມາດເຫັນໄດ້ວ່າມີຄຸນນະພາບທີ່ເຮົາເຫັນວ່າຍັງຂາດເຂີນ ແລະ ຜູ້ທີ່ບໍ່ສາມາດຖືກເຮົາເຮັດໃຫ້ສົມບູນ ແລະ ໃຊ້, ພວກເຂົາຍັງຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນຢູ່ ແລະ ພວກເຂົາຈະເປັນໜຶ່ງໃນບັນດາລູກຊາຍຂອງເຮົາ. ຖ້າຜູ້ໃດຜູ້ໜຶ່ງບໍ່ມີຄຸນນະພາບໃດໆຂອງເຮົາ, ບໍ່ສາມາດເຂົ້າໃຈເລື່ອງຝ່າຍວິນຍານ ແລະ ບໍ່ຮູ້ຈັກເຮົາ ແຕ່ມີຄວາມຄິດທີ່ແຮງກ້າ, ແລ້ວຄົນໆນັ້ນກໍຈະຖືກກຳນົດໃຫ້ເປັນໜຶ່ງໃນຄົນຂອງເຮົາ. ເຮົາພິຈາລະນາຄົນຜູ້ທີ່ມີສ່ວນຮ່ວມໃນຄຳສາບແຊ່ງຂອງເຮົາວ່າຢູ່ນອກເໜືອຄວາມລອດພົ້ນ ແລະ ພວກເຂົາແມ່ນຜູ້ທີ່ຈະຖືກວິນຍານຊົ່ວຮ້າຍຄອບງຳ. ເຮົາກະຕືລືລົ້ນທີ່ຈະເຕະພວກເຂົາອອກ. ພວກເຂົາເກີດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ເປັນຄົນທີ່ເຮົາກຽດຊັງທີ່ສຸດ. ນັບແຕ່ຈຸດນີ້ໄປ, ເຮົາບໍ່ຕ້ອງການໃຫ້ພວກເຂົາໃຫ້ບໍລິການແກ່ເຮົາ. ເຮົາພຽງແຕ່ບໍ່ຕ້ອງການພວກເຂົາອີກຕໍ່ໄປ! ເຮົາບໍ່ຕ້ອງການພວກເຂົາຈັກຄົນເລີຍ! ແມ່ນແຕ່ການຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາຕໍ່ໜ້າເຮົາກໍບໍ່ມີຜົນຫຍັງ; ເຮົາບໍ່ແນມເບິ່ງພວກເຂົາຈັກຄົນ. ເຮົາພຽງແຕ່ເຕະພວກເຂົາອອກໄປ. ເຈົ້າແມ່ນສິ່ງຂອງແບບໃດ? ເຈົ້າສົມຄວນທີ່ຈະຢູ່ຕໍ່ໜ້າເຮົາບໍ? ເຈົ້າຄູ່ຄວນບໍ? ເຈົ້າຍັງທຳທ່າວ່າເປັນຄົນດີ ແລະ ເຮັດຄືວ່າເປັນຄົນຖ່ອມຕົວ! ຫຼັງຈາກທີ່ເຈົ້າໄດ້ເຮັດການກະທຳທີ່ຊົ່ວຮ້າຍອັນນັບບໍ່ຖ້ວນເຫຼົ່ານັ້ນທັງໝົດແລ້ວ, ເຮົາສາມາດປ່ອຍເຈົ້າໄປໄດ້ບໍ? ແລ້ວຫຼັງຈາກນັ້ນ ເຈົ້າກໍຈະລຸກຂຶ້ນຕໍ່ໜ້າເຮົາໄວກວ່າທີ່ເຈົ້າຈະເລີ່ມທ້າທາຍເຮົາອີກຄັ້ງ. ເຈົ້າບໍ່ເຄີຍມີເຈດຕະນາດີເລີຍ; ເຈົ້າພຽງຕ້ອງການທີ່ຈະຫຼອກລວງເຮົາ! ເຈົ້າສາມາດກາຍເປັນຄົນດີໄດ້ແທ້ບໍເມື່ອເຈົ້າເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່? ເປັນໄປບໍ່ໄດ້! ເຈົ້າໄດ້ຖືກເຮົາສາບແຊ່ງແລ້ວ ແລະ ເຮົາພິພາກສາເຈົ້າຕະຫຼອດໄປ! ຈົ່ງໃຫ້ການບໍລິການແກ່ເຮົາຢ່າງສຸດອົກສຸດໃຈ, ຢ່າງຊື່ສັດ ແລະ ໃນວິທີທີ່ມີລະບຽບວິໄນ ແລະ ຫຼັງຈາກນັ້ນກໍກັບໄປສູ່ຂຸມເລິກທີ່ບໍ່ສິ້ນສຸດຂອງເຈົ້າເສຍ! ເຈົ້າຕ້ອງການມີສ່ວນໃນອານາຈັກຂອງເຮົາບໍ? ເຈົ້າກຳລັງຝັນຢູ່! ຊ່າງໄຮ້ຢາງອາຍ! ເຈົ້າພ້ອມດ້ວຍຮ່າງກາຍອັນສົກກະປົກ ແລະ ເປິເປື້ອນຂອງເຈົ້າ ໄດ້ຖືກເຮັດໃຫ້ເສື່ອມຊາມຮອດລະດັບໃດໜຶ່ງ, ແຕ່ເຈົ້າຍັງໜ້າດ້ານຢືນຢູ່ຕໍ່ໜ້າເຮົາ! ຫຼີກທາງໄປ! ຖ້າເຈົ້າຊັກຊ້າອີກ, ເຮົາຈະລົງໂທດເຈົ້າຢ່າງຮ້າຍແຮງ! ທຸກຄົນທີ່ມີສ່ວນໃນຄວາມຄົດໂກງ ແລະ ຄວາມຫຼອກລວງຕໍ່ໜ້າເຮົາຕ້ອງຖືກເປີດໂປງ. ເຈົ້າຈະສາມາດລີ້ໄດ້ຢູ່ໃສ? ເຈົ້າຈະສາມາດປິດບັງຕົວເອງໄດ້ຢູ່ໃສ? ບໍ່ວ່າເຈົ້າຈະຫຼົບຫຼີກ ຫຼື ປົກປິດຫຼາຍປານໃດກໍຕາມ, ເຈົ້າສາມາດຫຼົບໜີຈາກການຄວບຄຸມຂອງເຮົາໄດ້ແທ້ໆບໍ? ຖ້າເຈົ້າບໍ່ໃຫ້ບໍລິການແກ່ເຮົາຢ່າງເໝາະສົມ ແລ້ວເຈົ້າກໍຈະມີອາຍຸຍືນທີ່ສັ້ນລົງ; ເຈົ້າກໍຈະຈົບລົງທັນທີ!

ເຮົາບອກພວກເຈົ້າດ້ວຍຄວາມຊັດເຈນທັງສິ້ນວ່າ ລູກຊາຍກົກຂອງເຮົາແມ່ນຄົນປະເພດໃດ ແລະ ເຮົາໃຫ້ຂໍ້ພິສູດທີ່ຖືກຕ້ອງແກ່ພວກເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະບໍ່ສາມາດມີຕໍາແໜ່ງທີ່ເໝາະສົມຂອງເຈົ້າໄດ້ ແລະ ກົງກັນຂ້າມ ເຈົ້າຈະເຮັດການຕັດສິນໃຈໂດຍບໍ່ພິຈາລະນາສຳລັບຕົນເອງກ່ຽວກັບວ່າ ຕໍາແໜ່ງຂອງເຈົ້າຄວນເປັນແນວໃດ. ບາງຄົນກໍຖ່ອມຕົວເກີນໄປ ແລະ ບາງຄົນກໍບໍ່ມີການຢັບຢັ້ງເກີນໄປ; ແລະ ຜູ້ທີ່ບໍ່ມີຄຸນນະພາບຂອງເຮົາ ຫຼື ຜູ້ທີ່ຄຸນນະພາບທີ່ຂາດເຂີນຫຼາຍເກີນໄປແມ່ນລ້ວນແລ້ວແຕ່ຈະປາຖະໜາເປັນລູກຊາຍກົກຂອງເຮົາ. ຜູ້ທີ່ເປັນລູກຊາຍກົກຂອງເຮົາໄດ້ສະແດງອອກມາແນວໃດ? ກ່ອນອື່ນໝົດ, ພວກເຂົາໃຫ້ຄວາມສຳຄັນກັບການເຂົ້າໃຈຄວາມປະສົງຂອງເຮົາ ແລະ ຄຳນຶງເຖິງຄວາມປະສົງນັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາທັງໝົດມີພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ. ຢ່າງທີສອງ, ພວກເຂົາສະແຫວງຫາຢ່າງບໍ່ລົດລະພາຍໃນວິນຍານຂອງພວກເຂົາ, ລະເວັ້ນຈາກການມຶນເມົາ ແລະ ຢູ່ພາຍໃນເຂດແດນຂອງເຮົາຕະຫຼອດເວລາ; ພວກເຂົາປົກກະຕິຫຼາຍທີ່ສຸດ. ຍິ່ງໄປກວ່ານັ້ນ, ໃນການກະທຳແບບນີ້ ພວກຂົາບໍ່ໄດ້ກຳລັງຮຽນແບບ. (ຍ້ອນວ່າພວກເຂົາໃຫ້ຄວາມສຳຄັນກັບການຮູ້ສຶກໄດ້ເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄຳນຶງເຖິງຄວາມຮັກຂອງເຮົາຕໍ່ພວກເຂົາ, ພວກເຂົາລະມັດລະວັງຕະຫຼອດເວລາ ແລະ ມີຄວາມຢ້ານກົວຢ່າງຍິ່ງທີ່ຈະຕົກຢູ່ໃນຄວາມຄິດທີ່ທໍລະຍົດ ຫຼື ການຕໍ່ຕ້ານເຮົາ). ຢ່າງທີສາມ, ພວກເຂົາກະທຳຢ່າງສຸດຈິດສຸດໃຈຕໍ່ເຮົາ, ສາມາດມອບຖວາຍໝົດຕົວຕົນຂອງພວກເຂົາ ແລະ ໄດ້ປະຖິ້ມແນວຄິດໃດໆກ່ຽວກັບໂອກາດໃນອະນາຄົດຂອງພວກເຂົາເອງໄປແລ້ວ, ຊີວິດຂອງພວກເຂົາ, ສິ່ງທີ່ພວກເຂົາກິນ, ນຸ່ງຫົ່ມ ແລະ ນໍາໃຊ້ ແລະ ບ່ອນທີ່ພວກເຂົາດຳລົງຊີວິດ. ຢ່າງທີສີ່, ພວກເຂົາຫິວ ແລະ ກະຫາຍຄວາມຊອບທຳຢູ່ຕະຫຼອດເວລາ ແລະ ພວກເຂົາເຊື່ອວ່າພວກເຂົາຂາດແຄນຫຼາຍເກີນໄປ ແລະ ພວກເຂົາຍັງມີວຸດທິພາວະທີ່ເດັກນ້ອຍເກີນໄປ. ຢ່າງທີຫ້າ, ດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ ພວກເຂົາມີຊື່ສຽງທີ່ດີຢູ່ໃນໂລກ ແຕ່ໄດ້ຖືກໂຍນຖິ້ມໂດຍຄົນຂອງໂລກ. ໃນຄວາມສຳພັນຂອງພວກເຂົາກັບເພດກົງກັນຂ້າມ, ພວກເຂົາມີຄວາມຊື່ສັດດ້ານສິນທຳ. ທັງໝົດນີ້ແມ່ນຂໍ້ພິສູດ, ແຕ່ຕອນນີ້ເຮົາບໍ່ສາມາດເປີດເຜີຍພວກມັນໃຫ້ແກ່ພວກເຈົ້າຢ່າງຄົບຖ້ວນໄດ້ ເພາະວ່າພາລະກິດຂອງເຮົາຍັງບໍ່ທັນຮອດຂັ້ນຕອນນັ້ນເທື່ອ. ລູກຊາຍກົກເອີຍ ຈົ່ງຈື່ຈຳເອົາໄວ້! ຄວາມຮູ້ສຶກກ່ຽວກັບຊີວິດພາຍໃນຕົວເຈົ້າ, ຄວາມເຄົາລົບຂອງເຈົ້າທີ່ມີຕໍ່ເຮົາ, ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາ, ຄວາມຮູ້ຂອງເຈົ້າກ່ຽວກັບເຮົາ, ການທີ່ເຈົ້າສະແຫວງຫາເຮົາ, ຄວາມເຊື່ອຂອງເຈົ້າ, ສິ່ງເຫຼົ່ານີ້ທັງໝົດຮວບຮວມເປັນຄວາມຮັກຂອງເຮົາທີ່ມີຕໍ່ພວກເຈົ້າ; ພວກມັນທັງໝົດແມ່ນຂໍ້ພິສູດທີ່ເຮົາໃຫ້ພວກເຈົ້າ ເພື່ອວ່າພວກເຈົ້າອາດຈະກາຍເປັນລູກຊາຍສຸດທີ່ຮັກຂອງເຮົາ ແລະ ເປັນຄືກັນກັບເຮົາ ໂດຍກິນ, ດຳລົງຊີວິດ ແລະ ຊື່ນຊົມພອນຕ່າງໆຄຽງຂ້າງເຮົາໃນສະຫງ່າລາສີທີ່ບໍ່ມີໃຜທຽບເທົ່າ.

ເຮົາບໍ່ສາມາດສະແດງຄວາມຜ່ອນຜັນຕໍ່ຜູ້ທີ່ຂົ່ມເຫັງເຮົາ, ຕໍ່ຜູ້ທີ່ບໍ່ມີຄວາມຮູ້ໃດໆກ່ຽວກັບເຮົາ (ລວມເຖິງກ່ອນທີ່ຊື່ຂອງເຮົາຈະຖືກເປັນພະຍານເຖິງ), ຕໍ່ຜູ້ທີ່ເຊື່ອວ່າເຮົາເປັນມະນຸດ ຫຼື ຕໍ່ຜູ້ທີ່ໝິ່ນປະໝາດເຮົາ ແລະ ໃສ່ຮ້າຍເຮົາໃນອະດີດ. ເຖິງແມ່ນວ່າຕອນນີ້ພວກເຂົາຕ້ອງເປັນພະຍານທີ່ດັງກ້ອງກັງວານທີ່ສຸດໃຫ້ແກ່ເຮົາ, ມັນກໍຍັງບໍ່ປ່ຽນແປງ. ການຂົ່ມເຫັງເຮົາໃນອະດີດແມ່ນວິທີການໃຫ້ບໍລິການແກ່ເຮົາ ແລະ ຖ້າຄົນເຫຼົ່ານັ້ນຕ້ອງເປັນພະຍານໃຫ້ເຮົາໃນມື້ນີ້, ພວກເຂົາກໍຍັງຈະເປັນເຄື່ອງມືຂອງເຮົາຢູ່. ມີພຽງຜູ້ທີ່ຖືກເຮົາເຮັດໃຫ້ສົມບູນຢ່າງແທ້ຈິງໃນປັດຈຸບັນນີ້ເທົ່ານັ້ນທີ່ເປັນປະໂຫຍດແກ່ເຮົາ, ເພາະວ່າເຮົາແມ່ນພຣະເຈົ້າຜູ້ຊອບທຳເອງ ແລະ ເຮົາໄດ້ອອກມາຈາກເນື້ອໜັງ ແລະ ແຍກຕົວເຮົາອອກຈາກຄວາມສຳພັນທັງປວງທີ່ເປັນຂອງໆໂລກ. ເຮົາແມ່ນພຣະອົງເຈົ້າ ແລະ ທຸກຄົນ, ທຸກເລື່ອງ ແລະ ທຸກສິ່ງທີ່ເຄີຍຢູ່ອ້ອມຮອບຕົວເຮົາແມ່ນຢູ່ໃນມືຂອງເຮົາ. ເຮົາປາສະຈາກອາລົມ ແລະ ເຮົາປະຕິບັດຄວາມຊອບທຳກັບທຸກສິ່ງ. ເຮົາທ່ຽງກົງ ແລະ ບໍ່ໄດ້ມີມົນທິນກັບຄວາມສົກກະປົກແມ່ນແຕ່ໜ້ອຍເລີຍ. ເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳຂອງເຮົາບໍ? ພວກເຈົ້າຍັງສາມາດບັນລຸສິ່ງນີ້ໄດ້ບໍ? ຜູ້ຄົນຄິດວ່າເຮົາກໍມີຄວາມເປັນມະນຸດທຳມະດາເຊັ່ນກັນ ແລະ ມີຄອບຄົວ ແລະ ມີຄວາມຮູ້ສຶກ, ແຕ່ພວກເຈົ້າຮູ້ບໍວ່າພວກເຈົ້າຜິດຢ່າງສິ້ນເຊີງ? ເຮົາແມ່ນພຣະເຈົ້າ! ພວກເຈົ້າລືມເລື່ອງນີ້ໄປແລ້ວບໍ? ເຈົ້າສັບສົນບໍ? ເຈົ້າຍັງບໍ່ຮູ້ຈັກເຮົາຊ້ຳ!

ຄວາມຊອບທຳຂອງເຮົາໄດ້ຖືກເປີດເຜີຍແກ່ພວກເຈົ້າຢ່າງສົມບູນ. ວິທີການໃດກໍຕາມທີ່ເຮົາຈັດການກັບຄົນປະເພດໃດໜຶ່ງເປີດເຜີຍໃຫ້ເຫັນທັງຄວາມຊອບທຳຂອງເຮົາ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາ. ຍ້ອນວ່າເຮົາແມ່ນພຣະເຈົ້າເອງ ຜູ້ນຳເອົາຄວາມໂກດຮ້າຍມາພ້ອມພຣະອົງ, ເຮົາຈະບໍ່ຍອມປ່ອຍແມ່ນແຕ່ຄົນດຽວທີ່ໄດ້ຂົ່ມເຫັງ ຫຼື ດູຖູກເຮົາ. ພາຍໃຕ້ຂໍ້ກຳນົດທີ່ເຂັ້ມງວດເຊັ່ນນີ້, ພວກເຈົ້າຮັບຮູ້ສິ່ງນີ້ບໍ? ບັນດາຜູ້ທີ່ເຮົາເລືອກ ແລະ ກຳນົດໄວ້ລ່ວງໜ້າເປັນຄືກັນກັບໄຂ່ມຸກທີ່ຫາຍາກ ຫຼື ຊິ້ນສ່ວນຂອງຫີນມະໂນຣາ; ພວກເຂົາມີໜ້ອຍ ແລະ ຫາໄດ້ຍາກຫຼາຍ. ນີ້ກໍຍ້ອນວ່າມີຈຳນວນຄົນທີ່ຈະປົກຄອງດັ່ງກະສັດໜ້ອຍກວ່າຄົນທີ່ຈະເປັນປະຊາຊົນຂອງເຮົາ ແລະ ນີ້ເປັນຫຼັກຖານເຖິງລິດອຳນາດຂອງເຮົາ ແລະ ການກະທຳອັນໜ້າອັດສະຈັນຂອງເຮົາ. ເຮົາມັກຈະເວົ້າວ່າເຮົາຈະໃຫ້ລາງວັນແກ່ພວກເຈົ້າ ແລະ ປະທານມົງກຸດໃຫ້ແກ່ພວກເຈົ້າ ແລະ ມີສະຫງ່າລາສີທີ່ບໍ່ສິ້ນສຸດໃນຕົວເຮົາ. ເມື່ອເວົ້າເຖິງລາງວັນ, ມົງກຸດ ແລະ ສະຫງ່າລາສີ, ເຮົາໝາຍເຖິງຫຍັງ? ຜູ້ຄົນຢູ່ພາຍໃຕ້ຄວາມຄິດທີ່ວ່າລາງວັນແມ່ນສິ່ງຂອງທາງວັດຖຸທີ່ສາມາດຈັບຕ້ອງໄດ້ ເຊັ່ນ: ອາຫານ, ເສື້ອຜ້າ ຫຼື ສິ່ງອື່ນໆທີ່ສາມາດນໍາໃຊ້ໄດ້, ແຕ່ນີ້ເປັນວິທີການຄິດທີ່ຫຼ້າສະໄໝໄປແລ້ວ; ມັນບໍ່ແມ່ນສິ່ງທີ່ເຮົາໝາຍເຖິງໂດຍຄຳເວົ້າເຫຼົ່ານັ້ນ ແລະ ກົງກັນຂ້າມກັບເປັນຄວາມເຂົ້າໃຈຜິດ. ລາງວັນແມ່ນສິ່ງທີ່ໄດ້ຮັບໃນຕອນນີ້ ແລະ ພວກມັນແມ່ນສ່ວນໜຶ່ງຂອງພຣະຄຸນ. ແນວໃດກໍຕາມ, ຍັງມີລາງວັນບາງຢ່າງທີ່ກ່ຽວຂ້ອງກັບຄວາມສຸກທາງຕັນຫາ ແລະ ຜູ້ທີ່ໃຫ້ບໍລິການແກ່ເຮົາ ແຕ່ເຮົາຈະບໍ່ຊ່ວຍໃຫ້ລອດພົ້ນນັ້ນ ກໍຍັງສາມາດໄດ້ຮັບຄວາມສຸກທາງວັດຖຸດ້ວຍ (ເຖິງແມ່ນວ່າສິ່ງເຫຼົ່ານັ້ນພຽງແຕ່ເປັນສິ່ງຂອງທາງວັດຖຸທີ່ໃຫ້ບໍລິການແກ່ເຮົາເທົ່ານັ້ນ). ມົງກຸດບໍ່ແມ່ນກາບົ່ງບອກເຖິງຕໍາແໜ່ງ; ນັ້ນກໍຄື ມັນບໍ່ແມ່ນສິ່ງຂອງທາງວັດຖຸທີ່ເຮົາປະທານໃຫ້ພວກເຈົ້າເພື່ອວ່າພວກເຈົ້າອາດຈະຊື່ນຊົມກັບມັນ. ກົງກັນຂ້າມ, ມັນແມ່ນຊື່ໃໝ່ທີ່ເຮົາປະທານໃຫ້ແກ່ພວກເຈົ້າ ແລະ ໃຜກໍຕາມທີ່ສາມາດດຳລົງຊີວິດຕາມຊື່ໃໝ່ຂອງເຈົ້າຈະເປັນຄົນທີ່ໄດ້ຮັບມົງກຸດ ເຊິ່ງແມ່ນການໄດ້ຮັບພອນຂອງເຮົາ. ລາງວັນ ແລະ ມົງກຸດແມ່ນສ່ວນໜຶ່ງຂອງພອນ, ພວກມັນແຕກຕ່າງກັນຄືສະຫວັນ ແລະ ແຜ່ນດິນໂລກ. ສະຫງ່າລາສີພຽງແຕ່ບໍ່ສາມາດຖືກຈິນຕະນາການໄດ້ດ້ວຍແນວຄິດຂອງມະນຸດ ຍ້ອນວ່າສະຫງ່າລາສີບໍ່ແມ່ນສິ່ງຂອງທາງວັດຖຸ. ສຳລັບພວກເຂົາ, ມັນເປັນແນວຄວາມຄິດທີ່ເປັນນາມມະທຳທີ່ສຸດ. ແລ້ວສະຫງ່າລາສີແມ່ນຫຍັງກັນແທ້? ການເວົ້າວ່າ ພວກເຈົ້າຈະລົງມາດ້ວຍສະຫງ່າລາສີກັບເຮົານັ້ນໝາຍຄວາມວ່າແນວໃດ? ທັງໝົດຂອງເຮົາ ນັ້ນກໍຄື ສິ່ງທີເຮົາເປັນ ແລະ ສິ່ງທີ່ເຮົາມີ, ຄວາມເມດຕາ ແລະ ຄວາມຮັກກະລຸນາ (ຕໍ່ລູກຊາຍຂອງເຮົາ) ແລະ ຄວາມຊອບທຳ, ຄວາມສະຫງ່າຜ່າເຜີຍ, ການພິພາກສາ, ຄວາມໂກດຮ້າຍ, ການສາບແຊ່ງ ແລະ ການເຜົາໄໝ້ (ຕໍ່ທຸກຄົນ), ຕົວຕົນຂອງເຮົາແມ່ນສະຫງ່າລາສີ. ເປັນຫຍັງເຮົາຈຶ່ງກ່າວວ່າ ມີສະຫງ່າລາສີທີ່ບໍ່ສິ້ນສຸດຢູ່ໃນຕົວເຮົາ? ມັນກໍຍ້ອນວ່າ ມີສະຕິປັນຍາທີ່ບໍ່ສິ້ນສຸດໃນຕົວເຮົາ ພ້ອມທັງຄວາມອຸດົມສົມບູນທີ່ບໍ່ສາມາດປຽບທຽບໄດ້. ເພາະສະນັ້ນ, ການລົງມາດ້ວຍສະຫງ່າລາສີກັບເຮົາໝາຍຄວາມວ່າ ພວກເຈົ້າໄດ້ຖືກເຮົາເຮັດໃຫ້ສົມບູນແລ້ວ, ເຈົ້າມີສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີ, ເຈົ້າໄດ້ຖືກເຮົາເຮັດໃຫ້ສົມບູນແລ້ວ, ເຈົ້າຢຳເກງເຮົາ ແລະ ເຈົ້າບໍ່ຕໍ່ຕ້ານເຮົາ. ແນ່ນອນວ່າ ດຽວນີ້ ສິ່ງນີ້ຊັດເຈນສຳລັບເຈົ້າແລ້ວ!

ສະຖານະການທີ່ເຄັ່ງຄຽດຂອງທຸກຊົນຊາດເທິງແຜ່ນດິນໂລກໄດ້ເຖິງຈຸດສຸດຍອດແລ້ວ ແລະ ພວກເຂົາທຸກຄົນກຳລັງກຽມຕົວຢ່າງຕໍ່ເນື່ອງເພື່ອໃຫ້ບໍລິການແກ່ເຮົາ ແລະ ຍອມຮັບການເຜົາໄໝ້ທີ່ເຮົານຳມາສູ່ພວກເຂົາ. ເມື່ອຄວາມໂກດຮ້າຍ ແລະ ການເຜົາໄໝ້ຂອງເຮົາມາເຖິງ, ຈະບໍ່ມີຮ່ອງຮອຍລ່ວງໜ້າ. ແນວໃດກໍຕາມ, ເຮົາຮູ້ສິ່ງທີເຮົາກະທຳ ແລະ ເຮົາຊັດເຈນກ່ຽວກັບມັນຢ່າງແນ່ນອນ. ເຈົ້າຄວນແນ່ໃຈກັບພຣະທຳຂອງເຮົາ ແລະ ເຈົ້າຕ້ອງຟ້າວກຽມທຸກຢ່າງໃຫ້ພ້ອມ. ຈົ່ງກຽມພ້ອມທີ່ຈະລ້ຽງດູຜູ້ທີ່ມາສະແຫວງຫາຈາກຕ່າງປະເທດ. ຈົ່ງຈື່ສິ່ງນີ້ເອົາໄວ້! ປະເທດຈີນ, ນັ້ນກໍຄື ທຸກໆຄົນ ແລະ ທຸກແຫ່ງຫົນພາຍໃນປະເທດຈີນ ຢູ່ພາຍໃຕ້ຄຳສາບແຊ່ງຂອງເຮົາ. ເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳຂອງເຮົາບໍ?

ກ່ອນນີ້: ບົດທີ 84

ຕໍ່ໄປ: ບົດທີ 86

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້