​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ກ່ຽວກັບພຣະຄຳພີ (3)

ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນທີໜຶ່ງແມ່ນການບັນທຶກເຖິງຄຳທະນວາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິະດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ເຊິ່ງບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການຕີຄວາມໝາຍທີ່ບໍ່ສົມເຫດສົມຜົນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການຕີຄວາມໝາຍທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້່າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກມັນກ່ຽວກັບບາງສິ່ງບາງຢ່າງບໍ່ແຕກຕ່າງຫຍັງຈາກຄວາມຮູ້ກ່ຽວກັບປະສົບການສ່ວນຕົວ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄຳທຳນວາຍລ່ວງໜ້າຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື: ຄຳທຳນວາຍຂອງເອຊຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ, ຜູ້ຄົນເຫຼົ່ານີ້ເປັນນັກທຳນວາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນວາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນວາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອັນແມ່ນຜູ້ຄົນທີ່ພຣະເຈົ້າຊົງໄດ້ເລືອກໄວ້ແລ້ວ ນັ້ນກໍຄື: ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ ແລະ ພວກເຂົາກໍມີຄຸນສົມບັດທີ່ຈະຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ ແລະ ເຫັນວ່າ ພວກມັນແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າ, ຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແລະ ບໍ່ໄດ້ມາຈາກມະນຸດ ແລະ ເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເອງໄດ້ປະຕິບັດພາລະກິດທັງໝົດນີ້ແທນພວກເຂົາ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ກ່າວຄຳທຳນວາຍອີກຕໍ່ໄປ. ແລ້ວພຣະເຢຊູເປັນຜູ້ປະກາດພຣະທຳບໍ? ແນ່ນອນ, ພຣະເຢຊູເປັນຜູ້ປະກາດພຣະທຳ ແຕ່ພຣະອົງກໍຍັງສາມາດປະຕິບັດພາລະກິດຂອງພວກອັກຄະສາວົກອີກດ້ວຍ ນັ້ນກໍຄື ພຣະອົງສາມາດທັງກ່າວຄຳທຳນວາຍ ແລະ ເທດສະໜາ ແລະ ສັ່ງສອນຜູ້ຄົນທົ່ວທັງດິນແດນ. ເຖິງຢ່າງໃດກໍຕາມ, ພາລະກິດທີ່ພຣະອົງຊົງປະຕິບັດ ແລະ ຕົວຕົນທີ່ພຣະອົງຊົງສະແດງໃຫ້ເຫັນນັ້ນບໍ່ແມ່ນສິ່ງດຽວກັນ. ພຣະອົງມາເພື່ອໄຖ່ມວນມະນຸດຊາດ, ໄຖ່ມະນຸດຈາກຄວາມຜິດບາບ; ພຣະອົງເປັນຜູ້ປະກາດພຣະທຳ ແລະ ເປັນອັກຄະສາວົກ, ແຕ່ຫຼາຍກວ່ານັ້ນ ພຣະອົງເປັນພຣະຄຣິດ. ຜູ້ປະກາດພຣະທຳສາມາດກ່າວຄຳທຳນວາຍ ແຕ່ບໍ່ສາມາດເວົ້າໄດ້ວ່າ ຜູ້ປະກາດພຣະທຳນັ້ນເປັນພຣະຄຣິດ. ໃນເວລານັ້ນ, ພຣະເຢຊູກ່າວຄຳທຳນວາຍຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແຕ່ບໍ່ສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແລະ ບໍ່ແມ່ນພຣະຄຣິດ. ນັ້ນກໍຍ້ອນວ່າ ພຣະອົງເປັນຕົວແທນພຣະເຈົ້າເອງໃນການປະຕິບັດຂັ້ນຕອນຂອງພາລະກິດ ແລະ ຕົວຕົນຂອງພຣະອົງກໍແຕກຕ່າງຈາກຕົວຕົນຂອງເອຊາຢາ ນັ້ນກໍຄື: ພຣະອົງມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ ແລະ ພຣະອົງຍັງຊົງຈັດກຽມຊີວິດຂອງມະນຸດອີກດ້ວຍ ແລະ ພຣະວິນຍານຂອງພຣະເຈົ້າກໍປາກົດໃນພຣະອົງໂດຍກົງ. ໃນພາລະກິດທີ່ພຣະອົງປະຕິບັດ, ບໍ່ໄດ້ມີການດົນບັນດານຈາກພຣະວິນຍານຂອງພຣະເຈົ້າ ຫຼື ຄຳສັ່ງສອນຈາກພຣະເຢໂຮວາ. ກົງກັນຂ້າມ, ພຣະວິນຍານປະຕິບັດພາລະກິດໂດຍກົງ ເຊິ່ງນີ້ແມ່ນພຽງພໍທີ່ພິສູດໃຫ້ເຫັນວ່າ ພຣະເຢຊູບໍ່ເໝືອນກັບຜູ້ປະກາດພຣະທຳ. ພາລະກິດທີ່ພຣະອົງປະຕິບັດນັ້ນແມ່ນພາລະກິດແຫ່ງການໄຖ່ບາບ, ຕໍ່ມາຈຶ່ງແມ່ນການກ່າວຄຳທຳນວາຍ. ພຣະອົງເປັນຜູ້ປະກາດພຣະທຳ, ອັກຄະສາວົກ ແລະ ຫຼາຍກວ່ານັ້ນ ພຣະອົງເປັນພຣະຜູ້ໄຖ່. ໃນຂະນະດຽວກັນນັ້ນ, ຜູ້ທຳນວາຍພຽງແຕ່ສາມາດກ່າວຄຳທຳນວາຍ ແລະ ບໍ່ສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າໄດ້ໃນການປະຕິບັດພາລະກິດ. ເພາະວ່າ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງເຊິ່ງບໍ່ເຄີຍມີມະນຸດຄົນໃດປະຕິບັດມາກ່ອນ ແລະ ຍ້ອນວ່າພຣະອົງປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ, ສະນັ້ນ ພຣະອົງຈຶ່ງແຕກຕ່າງຈາກຄົນແບບເອຊາຢາ. ເຫດຜົນທີ່ບາງຄົນບໍ່ຍອມຮັບກະແສແຫ່ງປັດຈຸບັນ ກໍເພາະວ່າ ສິ່ງນີ້ໄດ້ສ້າງອຸປະສັກໃຫ້ກັບພວກເຂົາ. ພວກເຂົາເວົ້າວ່າ “ໃນພຣະສັນຍາເດີມນັ້ນ ຜູ້ປະກາດພຣະທຳຫຼາຍຄົນກໍກ່າວພຣະທຳຫຼາຍຂໍ້ເຊັ່ນກັນ ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າທີ່ກາຍມາເປັນເນື້ອໜັງ? ພຣະເຈົ້າແຫ່ງປັດຈຸບັນກ່າວພຣະທຳ, ສິ່ງນັ້ນພຽງພໍທີ່ຈະພິສູດວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດແລ້ວບໍ? ເຈົ້າບໍ່ໄດ້ຍົກພຣະຄຳພີຂຶ້ນສູງ ຫຼື ເຈົ້າບໍ່ໄດ້ສຶກສາພຣະຄຳພີ ແລ້ວເຈົ້າມີຫຼັກຖານຫຍັງທີ່ຈະເວົ້າວ່າ ພຣະອົງແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ? ເຈົ້າເວົ້າວ່າ ພວກເຂົາໄດ້ຮັບການສັ່ງສອນຈາກພຣະວິນຍານບໍລິສຸດ ແລະ ເຈົ້າເຊື່ອວ່າ ພາລະກິດຂັ້ນຕອນນີ້ແມ່ນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວພຣະອົງ ແຕ່ແມ່ນຫຍັງຄືຫຼັກຖານທີ່ເຈົ້າມີສຳລັບສິ່ງນີ້? ເຈົ້າໃຫ້ຄວາມສົນໃຈກັບພຣະທຳຂອງພຣະເຈົ້າໃນປັດຈຸບັນ, ເບິ່ງຄືກັບວ່າ ເຈົ້າໄດ້ປະຕິເສດ ແລະ ປະຖິ້ມພຣະຄຳພີ.” ແລ້ວພວກເຂົາກໍຈະເວົ້າໃຫ້ເຈົ້າວ່າ ເຈົ້າເຊື່ອໃນຄວາມເຫັນນອກຮີດ ແລະ ຄວາມຄິດນອກຄອກ.

ຖ້າເຈົ້າປາຖະໜາທີ່ຈະເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ ແລ້ວເຈົ້າຕ້ອງເຂົ້າໃຈເລື່ອງລາວພາຍໃນຂອງພຣະຄຳພີ, ໂຄງສ້າງຂອງພຣະຄຳພີ ແລະ ທາດແທ້ຂອງພຣະຄຳພີ. ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກເຂົາແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການຕີຄວາມໝາຍທີ່ບໍ່ຖືກຕ້ອງຂອງມະນຸດ ແລະ ມັນບໍ່ສອດຄ່ອງກັບຄວາມຈິງທັງໝົດ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນວາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງເປົາໂລເກີດຈາກພາລະກິດຂອງມະນຸດຄົນໜຶ່ງ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ, ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະເປົາໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ຟີ­ລາ­ເດັນ­ເຟຍ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆ. ດ້ວຍເຫດນັ້ນ ຈົດໝາຍຂອງເປົາໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ຫຼື ພວກມັນແມ່ນຖ້ອຍຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕື່ອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດສ່ວນໃຫຍ່ຂອງເປົາໂລໃນເວລານັ້ນ. ພວກມັນຖືກຂຽນຂຶ້ນເພື່ອອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າທຸກຄົນ ແລະ ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຕິດຕາມຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີທາງທັງໝົດຂອງພຣະເຢຊູເຈົ້າ. ເປົາໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນອະດີດ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ຫຼື ເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ສົນທະນາກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ກໍ່ໃຫ້ເກີດຄວາມເຊື່ອໃນພວກເຂົາ;​ ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນເພື່ອນຮ່ວມງານທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນກໍໄດ້ຮັບໜ້າທີ່ໃນຄຣິສຕະຈັກ, ເພິ່ນຖືກມອບໝາຍໃຫ້ປະຕິບັດພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະຖານະການຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງຜູ້ທີ່ຮັບໃຊ້ພຣະຜູ້ເປັນເຈົ້າທຸກຄົນ. ທຸກສິ່ງທີ່ເພິ່ນກ່າວຕໍ່ຜູ້ຄົນ ເຊິ່ງເປັນການສັ່ງສອນ ແລະ ຄວາມຄິດບວກ ແມ່ນສິ່ງທີ່ຖືກຕ້ອງແລ້ວ ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈທີ່ຊົ່ວຮ້າຍ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງມະນຸດ ແລະ ຈົດໝາຍຂອງມະນຸດເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງຂອງພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະກິດຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນວາຍ. ດ້ວຍເຫດນັ້ນ ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເປົາໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງຊົງສ້າງຂອງພຣະເຈົ້າ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ເປົາໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຂອງເປົາໂລເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ສາມາດເວົ້າໄດ້ພຽງຄໍາດຽວວ່າ ພວກເຂົາບໍ່ຮູ້ຈັກແຍກແຍະເລີຍ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນເປັນການໝິ່ນປະໝາດບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຂອງເພິ່ນ ແລະ ຄຳເວົ້າທີ່ເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສຶສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ມະນຸດສາມາດກ່າວພຣະທຳຂອງພຣະເຈົ້າໄດ້ງ່າຍດາຍແບບນັ້ນແທ້ບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຂອບເຂດຊີວິດຂອງເພິ່ນ. ຕົວຢ່າງຄື ເປົາໂລຂຽນຈົດໝາຍສະບັບໜຶ່ງກ່ຽວກັບຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນໃຜໃນພວກເຂົາທີ່ມາຈາກພຣະວິນຍານບໍວິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງວຸດທິພາວະຂອງພວກເຂົາ, ພວກເຂົາສະແດງເຖິງການຈັດກຽມ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ; ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສົມເຫດສົມຜົນ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງເປົາໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້. ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ.​ ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ທາດແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.

ຂ່າວປະເສີດຂອງມັດທາຍ ແລະ ພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ຢືນຢັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ​. ແລ້ວຕໍ່ມາພັດບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງລຸ້ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ພິສູດວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະຕູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງເປັນຕາຢາກຫົວແທ້ໆ! ຍ້ອນແບບນີ້, ເຈົ້າຈຶ່ງຮູ້ຈັກວ່າ ໜັງສຶເຫຼັ້ມນີ້ບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ. ເຫດຜົນນີ້ກໍຊ່າງເປັນຕາຢາກຫົວແທ້ເດ! ຫຼັງຈາກທີ່ມາເຖິງແຜ່ນດິນໂລກ, ພຣະເຈົ້າຈະມີປະຫວັດວົງຕະກູນໄດ້ແນວໃດ? ຖ້າເຈົ້າເວົ້າວ່າ ພຣະເຈົ້າມີປະຫວັດວົງຕະກູນ, ແລ້ວເຈົ້າບໍ່ແມ່ນຈັດພຣະອົງຢູ່ໃນລະດັບທ່າມກາງສິ່ງຊົງສ້າງຂອງພຣະເຈົ້າບໍ? ຍ້ອນພຣະເຈົ້າບໍ່ໄດ້ມາຈາກແຜ່ນດິນໂລກ, ພຣະອົງເປັນພຣະຜູ້ເປັນເຈົ້າຂອງການຊົງສ້າງ ແລະ ເຖິງແມ່ນວ່າ ພຣະອົງມີເນື້ອໜັງ, ພຣະອົງກໍບໍ່ໄດ້ມີແກ່ນແທ້ຄືກັບມະນຸດ. ເຈົ້າຈະຈັດລະດັບພຣະເຈົ້າໃຫ້ມີປະເພດຄືກັບສິ່ງຊົງສ້າງຂອງພຣະເຈົ້າໄດ້ແນວໃດ? ອັບຣາຮາມບໍ່ໄດ້ຄືກັບພຣະເຈົ້າ; ເພິ່ນເປັນເຄື່ອງມືຂອງພາລະກິດຂອງພຣະເຢໂຮວາໃນເວລານັ້ນ, ເພິ່ນເປັນພຽງຜູ້ຮັບໃຊ້ທີ່ຊື່ສັດ ຂອງພຣະເຢໂຮວາ ແລະ ເພິ່ນເປັນໜຶ່ງໃນປະຊາຊົນຂອງອິດສະຣາເອັນ. ເພິ່ນຈະສາມາດເປັນບັນພະບຸລຸດຂອງພຣະເຢຊູໄດ້ແນວໃດ?

ແມ່ນໃຜທີ່ຂຽນປະຫວັດວົງຕະກູນຂອງພຣະເຢຊູ? ພຣະເຢຊູຂຽນດ້ວຍຕົວພຣະອົງເອງບໍ? ພຣະເຢຊູບອກພວກເຂົາດ້ວຍຕົວພຣະອົງເອງວ່າ “ຈົ່ງຂຽນປະຫວັດວົງຕະກູນຂອງເຮົາ” ບໍ? ມັນຖືກຂຽນຂຶ້ນໂດຍມັດທາຍ ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ໃນເວລານັ້ນ, ພຣະເຢຊູໄດ້ສຳເລັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ພຣະອົງກໍບໍ່ໄດ້ອະທິບາຍເພີ່ມເຕີມໃຫ້ກັບພວກເຂົາເຂົ້າໃຈ. ຫຼັງຈາກທີ່ພຣະອົງຈາກໄປ, ສາວົກກໍເລີ່ມຕົ້ນເທດສະໜາ ແລະ ປະຕິບັດພາລະກິດຢູ່ທຸກບ່ອນ ແລະ ເພື່ອເຫັນແກ່ພາລະກິດຂັ້ນຕອນນັ້ນ, ພວກເຂົາກໍເລີ່ມຕົ້ນຂຽນຈົດໝາຍ ແລະ ໜັງສືແຫ່ງຂ່າວປະເສີດຂຶ້ນ. ໜັງສືແຫ່ງຂ່າວປະເສີດໃນພຣະສັນຍາໃໝ່ຖືກບັນທຶກ ຊາວຫາສາມສິບປີຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ກ່ອນໜ້ານັ້ນ ປະຊາຊົນອິດສະຣາເອັນພຽງແຕ່ອ່ານພຣະສັນຍາເດີມ. ນັ້ນໝາຍຄວາມວ່າ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ຜູ້ຄົນອ່ານພຣະສັນຍາເດີມ. ພຣະສັນຍາໃໝ່ພຽງແຕ່ປາກົດຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນເທົ່ານັ້ນ. ພຣະສັນຍາໃໝ່ບໍ່ໄດ້ມີຢູ່ໃນຕອນທີ່ພຣະເຢຊູປະຕິບັດພາລະກິດ; ຫຼັງຈາກທີ່ພຣະອົງຖືກເຮັດໃຫ້ຟື້ນຄືນມາ ແລະ ສະເດັດຂຶ້ນສູ່ສະຫວັນ, ຜູ້ຄົນບັນທຶກພາລະກິດຂອງພຣະອົງ. ຫຼັງຈາກນັ້ນ ຈຶ່ງມີໜັງສືຂ່າວປະເສີດທັງສີ່ ເພີ່ມເຕີມໃສ່ຈົດໝາຍຕ່າງໆຂອງເປົາໂລ ແລະ ເປໂຕ ພ້ອມທັງໜັງສືພຣະນິມິດ. ເປັນເວລາພຽງແຕ່ສາມຮ້ອຍປີຫຼັງຈາກທີ່ພຣະເຢຊູຊົງສະເດັດຂຶ້ນສູ່ສະຫວັນ, ເມື່ອຜູ້ຄົນລຸ້ນຕໍ່ມາໄດ້ຈັດລຽນການບັນທຶກຂອງພວກເຂົາ ຈຶ່ງມີພຣະສັນຍາໃໝ່. ພຽງແຕ່ຫຼັງຈາກທີ່ພາລະກິດນີ້ໄດ້ສຳເລັດລົງ ຈຶ່ງມືພຣະສັນຍາໃໝ່; ມັນບໍ່ໄດ້ມີຢູ່ກ່ອນໜ້ານີ້. ພຣະເຈົ້າໄດ້ກະທຳພາລະກິດນັ້ນທັງໝົດ, ອັກຄະສາວົກເປົາໂລໄດ້ກະທຳພາລະກິດນັ້ນທັງໝົດ ແລະ ຫຼັງຈາກນັ້ນ ຈົດໝາຍຂອງເປົາໂລ ແລະ ເປໂຕກໍລວມກັນ ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງຖືກບັນທຶກໂດຍໂຢຮັນໃນເກາະປັດໂມ ກໍບັນຈຸເຂົ້າເປັນໜັງສືສຸດທ້າຍ, ຍ້ອນມັນທຳນວາຍເຖິງພາລະກິດແຫ່ງຍຸກສຸດທ້າຍ. ສິ່ງເຫຼົ່ານີ້ຄືການຈັດແຈງຂອງຜູ້ຄົນໃນລຸ້ນຕໍ່ມາ ແລະ ພວກມັນກໍແຕກຕ່າງກັບຖ້ອຍຄຳໃນປັດຈຸບັນນີ້. ສິ່ງທີ່ຖືກບັນທຶກໃນປັດຈຸບັນແມ່ນອີງຕາມບາດກ້າວພາລະກິດຂອງພຣະເຈົ້າ; ສິ່ງທີ່ຜູ້ຄົນມີສ່ວນຮ່ວມໃນປັດຈຸບັນແມ່ນພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງ ແລະ ເປັນພຣະທຳທີ່ພຣະອົງກ່າວດ້ວຍຕົວພຣະອົງເອງ. ເຈົ້າບໍ່ຈຳເປັນຕ້ອງວິເຄາະພຣະທຳເຫຼົ່ານັ້ນ ເຊິ່ງມາຈາກພຣະວິນຍານບໍລິສຸດໂດຍກົງ ຖືກຈັດແຈງເປັນຂັ້ນເປັນຕອນ ແລະ ແຕກຕ່າງຈາກການຈັດແຈງຂອງການບັນທຶກຂອງມະນຸດ. ສາມາດເວົ້າໄດ້ວ່າ ສິ່ງທີ່ພວກເຂົາບັນທຶກນັ້ນແມ່ນຕາມລະດັບການສຶກສາຂອງພວກເຂົາ ແລະ ຄວາມສາມາດຂອງມະນຸດ. ສິ່ງທີ່ພວກເຂົາບັນທຶກແມ່ນປະສົບການຂອງມະນຸດ ແລະ ແຕ່ລະຄົນກໍມີວິທີການບັນທຶກ ແລະ ບັນທຶກໃນຮູບແບບສະຕິປັນຍາຂອງພວກເຂົາເອງ ແລະ ການບັນທຶກແຕ່ລະຢ່າງກໍແຕກຕ່າງກັນ. ສະນັ້ນ ຖ້າເຈົ້ານະມັດສະການພຣະຄຳພີເໝືອນພຣະເຈົ້າ, ເຈົ້າແມ່ນຂາດສະຕິປັນຍາ ແລະ ໂງ່ຈ້າເປັນຢ່າງຍິ່ງ! ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພາລະກິດຂອງພຣະເຈົ້າໃນປັດຈຸບັນ? ມີພຽງພາລະກິດຂອງພຣະເຈົ້າທີ່ສາມາດຊ່ວຍມະນຸດໄດ້. ພຣະຄຳພີບໍ່ສາມາດຊ່ວຍມະນຸດໄດ້, ມະນຸດໄດ້ອ່ານພຣະຄຳພີເປັນເວລາຫຼາຍພັນປີ ກໍຍັງບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຕົວພວກເຂົາ ແລະ ຖ້າເຈົ້ານະມັດສະການພຣະຄຳພີ, ເຈົ້າຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານອີກຕໍ່ໄປ. ພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນອິດສະຣາເອັນແມ່ນຖືກບັນທຶກໃນພຣະຄຳພີ ແລະ ດ້ວຍເຫດນັ້ນ ໃນການບັນທຶກເຫຼົ່ານີ້ ຊື່ຕ່າງໆຈຶ່ງເປັນຂອງອິດສະຣາເອັນ ແລະ ເຫດການຕ່າງໆກໍຢູ່ໃນອິດສະຣາເອັນ; ແມ່ນແຕ່ ພຣະນາມ “ພຣະເຢຊູ” ກໍເປັນຊື່ຂອງຊາວອິດສະຣາເອັນ. ຖ້າເຈົ້າສືບຕໍ່ອ່ານພຣະຄຳພີໃນປັດຈຸບັນ, ແລ້ວເຈົ້າບໍ່ແມ່ນປະຕິບັດຕາມທຳນຽມບໍ? ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ໃນພຣະຄຳພີແມ່ນເລື່ອງໃນຢູດາຍ. ບົດຄວາມຕົ້ນສະບັບແມ່ນມີທັງພາສາເກຣກ ແລະ ພາສາເຮັບເລີ ແລະ ພຣະທຳຂອງພຣະເຢຊູ ແລະ ພຣະນາມຕ່າງໆທີ່ພຣະອົງຖືກເອີ້ນໃນເວລານັ້ນກໍເປັນພາສາມະນຸດທັງໝົດ. ເມື່ອພຣະອົງຖືກຄຶງທີ່ໄມ້ກາງແຂນ, ພຣະເຢຊູກ່າວວ່າ “ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ ເປັນຫຍັງພຣະອົງຈຶ່ງປະຖິ້ມຂ້ານ້ອຍ?” ນີ້ບໍ່ແມ່ນພາສາເຮັບເລີບໍ? ງ່າຍໆກໍຍ້ອນວ່າ ພຣະເຢຊູຊົງບັງເກີດເປັນມະນຸດໃນຢູດາຍ ແຕ່ນັ້ນກໍບໍ່ໄດ້ພິສູດວ່າ ພຣະເຈົ້າເປັນຊາວຢິວ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງໃນປະເທດຈີນ ແລ້ວທຸກສິ່ງທີ່ພຣະອົງຊົງກ່າວກໍເປັນພາສາຈີນໂດຍບໍ່ຕ້ອງສົງໄສເລີຍ. ແຕ່ມັນບໍ່ສາມາດປຽບທຽບກັບພາສາຈີນທີ່ແປມາຈາກພຣະຄຳພີ, ຍ້ອນແຫຼ່ງທີ່ມາຂອງຄຳເວົ້າເຫຼົ່ານີ້ແມ່ນແຕກຕ່າງກັນ ນັ້ນກໍຄື: ຢ່າງໜຶ່ງແມ່ນມາຈາກພາສາເຮັບເລີທີ່ຖືກບັນທຶກໂດຍມະນຸດ ແລະ ອີກຢ່າງແມ່ນມາຈາກຖ້ອຍຄຳຂອງພຣະວິນຍານໂດຍກົງ.

​ກ່ອນ​ນີ້ :ກ່ຽວກັບພຣະຄຳພີ (2)

ຕໍ່​ໄປ:ກ່ຽວກັບພຣະຄຳພີ (4)

ເນື່ອຫາທີ່ກ່ຽວຂ້ອງ

  • ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ

    ນັບຕັ້ງແຕ່ເລີ້ມຕົ້ນພາລະກິດຂອງພຣະອົງຢູ່ໃນທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊາຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂ…

  • ເຈົ້າມີຊີວິດແລ້ວຫຼືຍັງ?

    ເມື່ອເຈົ້າໄດ້ດຳເນີນຊີວິດຈາກຄວາມເປັນມະນຸດແບບປົກກະຕິແລ້ວ ແລະ ໄດ້ຖືກເຮັດໃຫ້ສົມບູນແບບແລ້ວ, ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ແຕ…

  • ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ

    ໃນກະແສປັດຈຸບັນ ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າກໍຕາມ ຕາບໃດທີ່ພວກເຂົາໃຫ້ຄວາມເຄົາລ…

  • ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

    ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຄົນເຮົາຕ້ອງມີມາດຕະຖານແນວໃດເພື່ອຖືກເອົາຊະນະ? ຄົນເຮົາຕ້ອງມີມາດຕະຖານແນວໃດເພື່ອຖ…