​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄົນທີ່ບໍ່ຮຽນຮູ້ ແລະ ບໍ່ຮູ້ຈັກຫຍັງເລີຍນັ້ນ ເປັນສັດບໍ?

ແມ່ນຫຍັງຄືວິທີການທີ່ເໝາະສົມທີ່ສຸດຂອງການສະແຫວງຫາໃນເສັ້ນທາງປັດຈຸບັນ? ເຈົ້າຄວນເຫັນຕົວເອງເປັນຄົນແບບໃດໃນການສະແຫວງຫາຂອງເຈົ້າ? ເຈົ້າຄວນຮູ້ຈັກວິທີການຈັດການກັບທຸກສິ່ງທຸກຢ່າງທີ່ກຳລັງເກີດຂຶ້ນກັບເຈົ້າໃນຕອນນີ້ ບໍ່ວ່າຈະເປັນການທົດລອງ ຫຼື ການທົນທຸກ, ການຕີສອນທີ່ບໍ່ມີຄວາມປານີ ຫຼື ຄຳສາບແຊ່ງ, ເຈົ້າຄວນພິຈາລະນາທຸກສິ່ງຢ່າງລະມັດລະວັງ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະວ່າ ຄວາມຈິງແລ້ວ ສິ່ງທີ່ກຳລັງເກີດຂຶ້ນກັບເຈົ້າໃນຕອນນີ້ເປັນການທົດລອງທີ່ສືບຕໍ່ເນື່ອງກັນມາ. ບາງເທື່ອ ມັນອາດບໍ່ແມ່ນຄວາມກົດດັນຢ່າງໃຫຍ່ຫຼວງໃຫ້ກັບເຈົ້າໃນຕອນນີ້ ສະນັ້ນ ເຈົ້າເລີຍປ່ອຍໃຫ້ທຸກສິ່ງທຸກຢ່າງເລື່ອນລອຍໄປ ໂດຍບໍ່ຖືວ່າມັນເປັນຊັບສິນອັນລໍ້າຄ່າສຳລັບການສະແຫວງຫາຄວາມກ້າວໜ້າຂອງເຈົ້າ. ເຈົ້າປະໝາດຫຼາຍ! ຕາມຄວາມຈິງແລ້ວ ເຈົ້າເຫັນຊັບສິນທີ່ລໍ້າຄ່ານີ້ເປັນຄືກັບເມກທີ່ເລື່ອນລອຍໄປມາຕໍ່ໜ້າຕໍ່ຕາເຈົ້າ ແລະ ເຈົ້າບໍ່ເຫັນຄຸນຄ່າໃນຕົວຢ່າງສັ້ນໆຂອງການໂຈມຕີຢ່າງຮຸນແຮງນີ້ ເຊິ່ງເບິ່ງຄືກັບວ່າ ບໍ່ໜັກສຳລັບເຈົ້າເລີຍ. ເຈົ້າພຽງແຕ່ສັງເກດຢ່າງເຢືອກເຢັນ ແລະ ເຈົ້າບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ, ມີແຕ່ເບິ່ງສິ່ງເຫຼົ່ານັ້ນເປັນສິ່ງທີ່ຕໍາຝາເຮືອນເປັນບາງຄັ້ງບາງຄາວ. ເຈົ້າຈອງຫອງຫຼາຍ! ເຈົ້າໄດ້ແຕ່ສະແດງທ່າທີໝິ່ນປະໝາດໃສ່ການໂຈມຕີທີ່ຮຸນແຮງ ແລະ ຮ້າຍແຮງນີ້ຢ່າງຕໍ່ເນື່ອງ ແລະ ບາງເທື່ອ ເຈົ້າກໍຍິ້ມຢ່າງເຢືອກເຢັນ, ເປີດເຜີຍທ່າທາງແບບບໍ່ສົນໃຈຫຍັງເລີຍ. ນີ້ກໍຍ້ອນວ່າເຈົ້າບໍ່ເຄີຍຄິດເລີຍວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ແບບນີ້ຊໍ້າແລ້ວຊໍ້າອີກ. ເປັນໄປໄດ້ບໍວ່າ ເຮົາບໍ່ຍຸຕິທຳຫຼາຍກັບຜູ້ຄົນ? ເຮົາກຳລັງຈ້ອງແຕ່ຈະວິຈານເຈົ້າບໍ? ເຖິງແມ່ນຄວາມຄິດຂອງເຈົ້າບໍ່ຈິງຈັງຄືກັບທີ່ເຮົາໄດ້ບັນຍາຍ, ກິລິຍາທ່າທາງທີໜິ້ງເສີຍນັ້ນໄດ້ສະແດງເຖິງໂລກພາຍໃນຂອງຫົວໃຈເຈົ້າຢ່າງຊັດເຈນ. ແນ່ນອນ ສິ່ງທີ່ຖືກເຊື່ອງໄວ້ໃນສ່ວນເລິກຂອງຫົວໃຈເຈົ້າບໍ່ມີຫຍັງ ນອກຈາກຄຳປະນາມປ້ອຍດາຢ່າງໄຮ້ຄວາມຄິດ ແລະ ເຈືອປົນໄປດ້ວຍຄວາມໂສກເສົ້າຢ່າງບໍ່ສິ້ນສຸດ ທີ່ຄົນອື່ນບໍ່ສາມາດເຫັນໄດ້. ນັ້ນກໍຍ້ອນວ່າ ເຈົ້າໄດ້ທົນທຸກຕໍ່ການທົດລອງແບບນີ້ ທີ່ເຮັດໃຫ້ເຈົ້າຮູ້ສຶກວ່າມັນບໍ່ຍຸຕິທຳຫຼາຍ, ສະນັ້ນ ເຈົ້າຈຶ່ງປະນາມໃນລັກສະນະນີ້. ຍ້ອນການທົດລອງເຫຼົ່ານີ້ທີ່ເຈົ້າຮູ້ສຶກວ່າ ໂລກນີ້ໂດດດ່ຽວຫຼາຍ ສະນັ້ນ ເຈົ້າຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ. ເຈົ້າບໍ່ເຫັນວ່າ ການໂຈມຕີຫຼາຍຄັ້ງ ແລະ ການລົງວິໄນຫຼາຍເທື່ອເປັນການປົກປ້ອງທີ່ດີທີ່ສຸດ, ແຕ່ເຈົ້າເຫັນວ່າ ມັນເປັນການທ້າທາຍທີ່ບໍ່ສົມເຫດສົມຜົນຈາກສະຫວັນ ຫຼື ການແກ້ແຄ້ນທີ່ເໝາະສົມກັບເຈົ້າ. ເຈົ້າໂງ່ຈ້າຫຼາຍແທ້ເດ! ເຈົ້າໄດ້ປິດລ້ອມເວລາທີ່ດີທີ່ສຸດໃນຄວາມມືດຢ່າງບໍ່ມີຄວາມປານີ ແລະ ເຈົ້າເຫັນວ່າ ການທົດລອງຫຼາຍເທື່ອນັ້ນ ແລະ ການລົງວິໄນທີ່ສວຍງາມນັ້ນເປັນການໂຈມຕີຈາກສັດຕູ. ເຈົ້າບໍ່ສາມາດປັບໂຕໃຫ້ເຂົ້າກັບສະພາບແວດລ້ອມ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ເຕັມໃຈທີ່ຈະປັບໂຕ. ນີ້ກໍຍ້ອນວ່າ ເຈົ້າບໍ່ເຕັມໃຈທີ່ຈະຮັບຫຍັງເລີຍຈາກການຕີສອນຫຼາຍຄັ້ງ ທີ່ເຈົ້າເຫັນວ່າໂຫດຮ້າຍຫຼາຍ. ເຈົ້າບໍ່ໄດ້ສະແຫວງຫາ ຫຼື ຄົ້ນຫາ ແລະ ເຈົ້າໄດ້ແຕ່ຍອມຮັບເອົາຄວາມປະສົງຂອງສະຫວັນ ນັ້ນກໍຄື ບ່ອນໃດກໍຕາມທີ່ເຈົ້າຕົກຢູ່ກໍເປັນບ່ອນທີ່ເຈົ້າຢູ່. ການຕີສອນທີ່ເຈົ້າເຫັນວ່າໂຫດຮ້າຍນັ້ນ ບໍ່ໄດ້ປ່ຽນແປງຫົວໃຈເຈົ້າເລີຍ ຫຼື ມັນບໍ່ໄດ້ຢູ່ໃນຫົວໃຈຂອງເຈົ້າ. ກົງກັນຂ້າມ, ມັນໄດ້ເຮັດໃຫ້ຫົວໃຈຂອງເຈົ້າບາດເຈັບ. ເຈົ້າພຽງແຕ່ເຫັນ “ການຕີສອນທີ່ໂຫດຮ້າຍ” ນີ້ເປັນສັດຕູໃນຊີວິດນີ້ຂອງເຈົ້າ ແຕ່ເຈົ້າບໍ່ໄດ້ຮັບຜົນຫຍັງເລີຍ. ເຈົ້າຄິດວ່າຕົນເອງຊອບທຳແທ້ເດ! ເຈົ້າບໍ່ເຊື່ອວ່າ ເຈົ້າປະສົບກັບການທົດລອງເຫຼົ່ານີ້ ເປັນຍ້ອນວ່າເຈົ້າຊົ່ວຊ້າ, ກົງກັນຂ້າມ ເຈົ້າເຊື່ອວ່າ ເຈົ້າໂຊກບໍ່ດີ ແລະ ຍິ່ງໄປກວ່ານັ້ນ ເຈົ້າເວົ້າວ່າ ເຮົາຈ້ອງແຕ່ຈະວິຈານເຈົ້າ. ມາຮອດຕອນນີ້ ເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບສິ່ງທີ່ເຮົາກ່າວ ແລະ ສິ່ງທີ່ເຮົາກະທຳຫຼາຍສໍ່າໃດ? ຢ່າຄິດວ່າ ເຈົ້າເປັນອັດສະຣິຍະມາຕັ້ງແຕ່ເກີດ, ຕໍ່າກວ່າສະຫວັນພຽງເລັກນ້ອຍ ແລະ ສູງສົ່ງເໜືອກວ່າແຜ່ນດິນໂລກ. ເຈົ້າບໍ່ໄດ້ສະຫຼາດໄປກວ່າຄົນອື່ນໆເລີຍ ແລະ ສາມາດເວົ້າໄດ້ວ່າ ເຈົ້າຂ້ອນຂ້າງໂງ່ກວ່າຄົນທີ່ມີເຫດຜົນເທິງແຜ່ນດິນໂລກ ເພາະເຈົ້າເບິ່ງຕົວເຈົ້າເອງສູງສົ່ງເກີນໄປ; ເຈົ້າບໍ່ເຄີຍມີຄວາມຮູ້ສຶກວ່າຕໍ່າຕ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າເຫັນທຸກສິ່ງທຸກຢ່າງທີ່ເຮົາກະທຳນັ້ນຊັດເຈນເໝືອນກັບແກ້ວຜະລຶກ. ຄວາມຈິງກໍຄື ເຈົ້າບໍ່ແມ່ນຄົນທີ່ມີເຫດຜົນພຽງໜ້ອຍດຽວ. ນີ້ກໍຍ້ອນວ່າ ເຈົ້າບໍ່ມີຄວາມຄິດກ່ຽວກັບສິ່ງທີ່ເຈົ້າກຳລັງຈະເຮັດ ແລະ ເຈົ້າຍິ່ງຮູ້ພຽງແຕ່ໜ້ອຍດຽວກ່ຽວກັບສິ່ງທີ່ເຮົາກຳລັງກະທຳ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ເຈົ້າບໍ່ສາມາດປຽບທຽບກັບຊາວນາເກົ່າແກ່ ຜູ້ເຊິ່ງບໍ່ມີຄວາມຮູ້ກ່ຽວກັບຊີວິດມະນຸດ ພຽງແຕ່ອາໄສພອນຈາກສະຫວັນໃນການປູກຝັງ. ເຈົ້າບໍ່ຫ່ວງໃຍກັບຊີວິດຂອງເຈົ້າເອງ ແລະ ເຈົ້າບໍ່ຮູ້ຈັກຊື່ສຽງຂອງເຈົ້າເອງ ແລະ ເຈົ້າຍິ່ງຮູ້ຈັກກ່ຽວກັບຕົນເອງໜ້ອຍສຸດ. ເຈົ້າ “ສູງສົ່ງ ແລະ ຍິ່ງໃຫຍ່” ເກີນໄປ! ເຮົາກັງວົນວ່າ ຜູ້ຊາຍທີ່ມັກຫຼິ້ນ ຫຼື ຜູ້ຍິງທີ່ໃຈແຕກແບບເຈົ້າຈະສາມາດຕ້ານທານການໂຈມຕີຂອງພາຍຸ ແລະ ຄື້ນທະເລທີ່ຍິ່ງໃຫຍ່ ແລະ ຮ້າຍແຮງໄດ້ແນວໃດ? ຜູ້ຊາຍທີ່ມັກຫຼິ້ນເຫຼົ່ານີ້ບໍ່ສົນໃຈເລີຍກ່ຽວກັບສະພາບແວດລ້ອມທີ່ມາສູ່ພວກເຂົາໃນຕອນນີ້. ມັນເບິ່ງຄືກັບບັນຫາເລັກນ້ອຍ, ພວກເຂົາບໍ່ສົນໃຈສິ່ງຕ່າງໆເຫຼົ່ານີ້. ພວກເຂົາບໍ່ໄດ້ຄິດລົບ ແລະ ພວກເຂົາບໍ່ໄດ້ເຫັນຕົນເອງເປັນສິ່ງທີ່ຕໍ່າຕ້ອຍ. ກົງກັນຂ້າມ ພວກເຂົາຍັງຍ່າງຫຼິ້ນ ແລະ ຍ່າງໄປມາໃນ “ຖະໜົນກວ້າງ” ເພື່ອໂອ້ອວດຕົນເອງ. “ບຸກຄົນ” ເຫຼົ່ານີ້ ຜູ້ເຊິ່ງບໍ່ໄດ້ຮຽນຮູ້ ແລະ ບໍ່ຮູ້ຫຍັງເລີຍ ບໍ່ຮູ້ວ່າ ເປັນຫຍັງເຮົາຈຶ່ງເວົ້າສິ່ງເຫຼົ່ານີ້ກັບພວກເຂົາ. ພວກເຂົາພຽງແຕ່ຮູ້ຈັກຕົນເອງໜ້ອຍດຽວ ພ້ອມກັບນິໄສອະຄະຕິ ແລະ ຫຼັງຈາກນັ້ນ ວິທີທາງທີ່ຊົ່ວຮ້າຍຂອງພວກເຂົາກໍບໍ່ປ່ຽນແປງ. ຫຼັງຈາກທີ່ພວກເຂົາອອກຈາກເຮົາໄປ ພວກເຂົາກໍສືບຕໍ່ສ້າງຄວາມວຸ້ນວາຍໃນແຜ່ນດິນໂລກ ແລະ ອວດດີ ແລະ ສໍ້ໂກງ. ສີໜ້າຂອງເຈົ້າກໍປ່ຽນໄປຢ່າງໄວວາ, ເຈົ້າຍັງຫຼອກລວງເຮົາດ້ວຍວິທີນີ້. ເຈົ້າກ້າຫານແທ້ເດ! ແລ້ວຜູ້ຍິງທີ່ໃຈແຕກເຫຼົ່ານັ້ນກໍເປັນຕາຫົວແທ້ໆ. ພວກເຂົາໄດ້ຍິນຖ້ອຍຄຳທີ່ຮີບດ່ວນຂອງເຮົາ, ພວກເຂົາເຫັນສະພາບແວດລ້ອມທີ່ພວກເຂົາຢູ່ ແລະ ພວກເຂົາບໍ່ສາມາດເຮັດຫຍັງໄດ້ນອກຈາກຫຼັ່ງນໍ້າຕາ; ພວກເຂົາບິດຕົວໄປມາເໝືອນກັບວ່າ ພວກເຂົາກຳລັງພະຍາຍາມໃຊ້ເວດມົນ. ມັນເປັນຕາໜ່າຍແທ້ເດ! ເຂົາເຫັນວຸດທິພາວະຂອງເຂົາເອງ ແລະ ນອນຢູ່ເທິງຕຽງ ແລະ ຍັງຢູ່ບ່ອນນັ້ນ, ຮ້ອງໄຫ້ຢ່າງບໍ່ຢຸດເຊົາ, ຄືກັບວ່າ ເຂົາກຳລັງຫາຍໃຈບໍ່ອອກ. ຈາກພຣະທຳເຫຼົ່ານີ້ ເຂົາເຫັນຄວາມບໍ່ເປັນຜູ້ໃຫຍ່ ແລະ ຄວາມຕ້ອຍຕໍ່າຂອງເຂົາເອງ ແລະ ຫຼັງຈາກນັ້ນ ເຂົາກໍເຕັມໄປດ້ວຍຄວາມຄິດລົບ. ເຂົາຈ້ອງເບິ່ງດ້ວຍຄວາມຫວ່າງເປົ່າ ແລະ ບໍ່ມີແສງສະຫວ່າງໃນດວງຕາຂອງເຂົາເລີຍ; ເຂົາບໍ່ຈົ່ມຕໍ່ວ່າ ແລະ ເຂົາບໍ່ກຽດຊັງເຮົາ, ເຂົາພຽງແຕ່ຄິດລົບເກີນໄປ ຈົນເຂົາບໍ່ເຄື່ອນໄຫວຫຍັງເລີຍ. ນອກຈາກນັ້ນ ເຂົາຍັງບໍ່ຮຽນຮູ້ ແລະ ບໍ່ຮູ້ຈັກຫຍັງເລີຍ. ຫຼັງຈາກທີ່ເຂົາຈາກເຮົາໄປ ເຂົາກໍລໍ້ຫຼິ້ນ ແລະ ບໍ່ຈິງຈັງອີກຄັ້ງ ແລະ ສຽງຫົວຄືກັບກະດິງເງິນທີ່ເໝືອນກັບ “ເຈົ້າຍິງກະດິງເງິນ”. ພວກເຂົາທັງອ່ອນແອ ແລະ ຂາດເຂີນໃນຄວາມເວດທະນາຕົນເອງ! ພວກເຈົ້າທຸກຄົນ ເຊິ່ງເປັນສິ່ງຂອງທີ່ແຕກຫັກທ່າມກາງມະນຸດຊາດ, ພວກເຈົ້າຂາດເຂີນໃນຄວາມເປັນມະນຸດຫຼາຍ! ພວກເຈົ້າບໍ່ຮູ້ຈັກການຮັກຕົນເອງ ຫຼື ການປົກປ້ອງຕົນເອງ, ພວກເຈົ້າບໍ່ເຂົ້າໃຈເຫດຜົນ, ພວກເຈົ້າບໍ່ສະແຫວງຫາຫົນທາງທີ່ແທ້ຈິງ ຫຼື ຮັກແສງສະຫວ່າງທີ່ແທ້ຈິງ ແລະ ໂດຍສະເພາະແລ້ວ ພວກເຈົ້າບໍ່ຮູ້ຈັກວິທີເຮັດໃຫ້ຕົນເອງມີຄ່າ. ພວກເຈົ້າໄດ້ປ່ອຍປະພຣະທຳແຫ່ງການສັ່ງສອນຂອງເຮົາໄວ້ເບື້ອງຫຼັງຄວາມຄິດຂອງເຈົ້າຫຼາຍເທື່ອແລ້ວ ແລະ ຍິ່ງໃຊ້ພຣະທຳເຫຼົ່ານັ້ນສຳລັບການບັນເທີງໃນເວລາຫວ່າງຂອງພວກເຈົ້າ. ພວກເຈົ້າໃຊ້ພຣະທຳເຫຼົ່ານັ້ນເໝືອນກັບຄາຖາຂອງພວກເຈົ້າເອງຢູ່ສະເໝີ. ເວລາທີ່ຊາຕານກ່າວໂທດເຈົ້າ, ເຈົ້າພຽງແຕ່ອະທິຖານໜ້ອຍດຽວ. ເວລາທີ່ເຈົ້າຄິດລົບ, ເຈົ້າກໍນອນ ແລະ ເວລາທີ່ເຈົ້າມີຄວາມສຸກ, ເຈົ້າກໍແລ່ນຫຼິ້ນຄືກັບຄົນບ້າ. ເວລາທີ່ເຮົາລົງໂທດຕັກເຕືອນເຈົ້າ, ເຈົ້າງຶກຫົວ ແລະ ກົ້ມຫົວຂາບໄຫວ້, ແຕ່ເວລາທີ່ເຈົ້າຈາກເຮົາໄປ ເຈົ້າກໍຫົວຂຶ້ນຢ່າງຮຸນແຮງ. ທ່າມກາງຜູ້ຄົນ ເຈົ້າເປັນຄົນທີ່ສູງສົ່ງທີ່ສຸດ ແລະ ເຈົ້າບໍ່ເຄີຍຄິດວ່າຕົວເຈົ້າເອງເປັນຄົນອວດດີທີ່ສຸດ. ເຈົ້າສູງສົ່ງ ແລະ ຍິ່ງໃຫຍ່ຢູ່ສະເໝີ, ພໍໃຈໃນຕົວເອງຫຼາຍ ແລະ ອວດດີຫຼາຍແທ້ໆ. “ຊາຍໜຸ່ມ”, “ຍິງໜຸ່ມ”, “ສຸພາບບຸລຸດ” ຫຼື “ສຸພາບສະຕີ” ທີ່ບໍ່ຮຽນຮູ້ ແລະ ຮູ້ຈັກຫຍັງເລີຍ ຈະເຫັນວ່າພຣະທຳຂອງເຮົາເປັນເໝືອນກັບຊັບສົມບັດທີ່ລໍ້າຄ່າໄດ້ແນວໃດ? ເຮົາຈະຖາມເຈົ້າອີກ ເຈົ້າໄດ້ຮຽນຮູ້ຫຍັງແທ້ຈາກພຣະທຳຂອງເຮົາ ແລະ ພາລະກິດຂອງເຮົາໃນເວລາທີ່ຜ່ານມານີ້? ກົນອຸບາຍຂອງເຈົ້າແມ່ນສະຫຼາດຫຼາຍແທ້ບໍ? ເນື້ອໜັງຂອງເຈົ້າແມ່ນຊ່ຽວຊານຊຳນານຫຼາຍບໍ? ທ່າທີຂອງເຈົ້າທີ່ມີຕໍ່ເຮົາຍິ່ງໜ້າລັງກຽດຫຼາຍບໍ? ເຮົາຈະບອກກັບເຈົ້າຕາມຄວາມຈິງ, ພາລະກິດທີ່ຍິ່ງໃຫຍ່ຂອງເຮົານີ້ໄດ້ສ້າງຄວາມກ້າຫານໃຫ້ກັບເຈົ້າ ເຊິ່ງເຄີຍເປັນເໝືອນກັບຄວາມກ້າຫານຂອງໜູ ກາຍເປັນຄວາມກ້າຫານຍິ່ງໃຫຍ່ຂຶ້ນກວ່າເກົ່າ. ຄວາມຢ້ານທີ່ເຈົ້າມີຕໍ່ເຮົາຫຼຸດລົງເທື່ອລະໜ້ອຍ ເພາະເຮົາມີຄວາມເມດຕາຫຼາຍເກີນໄປ. ເຮົາບໍ່ເຄີຍໃຊ້ວິທີການທີ່ຮຸນແຮງເພື່ອລົງໂທດເນື້ອໜັງຂອງເຈົ້າ. ບາງເທື່ອ ໃນຮູບແບບທີ່ເຈົ້າເຫັນ ເຮົາອາດຈະກຳລັງເວົ້າຢ່າງຮຸນແຮງ ແຕ່ເວລາສ່ວນຫຼາຍ ເຮົາພົບປະກັບເຈົ້າດ້ວຍຮອຍຍິ້ມ ແລະ ເຮົາບໍ່ເຄີຍວິຈານເຈົ້າຕໍ່ໜ້າເລີຍ. ນັ້ນກໍຍ້ອນວ່າ ໂດຍສະເພາະແລ້ວ ເຮົາຄຳນຶງເຖິງຄວາມອ່ອນແອຂອງເຈົ້າຢູ່ສະເໝີ ທີ່ມັນໄດ້ເຮັດໃຫ້ເຈົ້າປະຕິບັດຕໍ່ເຮົາເໝືອນກັບງູປະຕິບັດຕໍ່ຊາວນາຜູ້ທີ່ມີໃຈເມດຕາ. ເຮົາຊື່ນຊົມທັກສະຂອງມະນຸດໃນການຕີລາຄາຄົນອື່ນຢ່າງລະມັດລະວັງ, ຈັງແມ່ນມັນດີເປັນພິເສດແທ້ໆ, ຍອດຢ້ຽມ! ເຮົາຈະບອກຄວາມຈິງໃຫ້ກັບເຈົ້າ. ບໍ່ວ່າເຈົ້າຈະມີຫົວໃຈແຫ່ງຄວາມເຄົາລົບນັບຖືໃນປັດຈຸບັນ ຫຼື ບໍ່ ມັນກໍບໍ່ແມ່ນສິ່ງທີ່ສຳຄັນ. ເຮົາບໍ່ຕື່ນເຕັ້ນ ຫຼື ກັງວົນໃຈ, ແຕ່ເຮົາກໍຍັງຈະບອກກັບເຈົ້າວ່າ “ອັດສະຣິຍະ” ແບບເຈົ້າ ຜູ້ເຊິ່ງບໍ່ຮຽນຮູ້ ແລະ ຮູ້ຈັກຫຍັງເລີຍ ໃນທີ່ສຸດຈະຖືກທໍາລາຍຍ້ອນຄວາມສະຫຼາດໃນການຍົກຍ້ອງຕົນເອງຂອງເຈົ້າ. ເຈົ້າຈະເປັນຄົນທີ່ທົນທຸກ ແລະ ເຈົ້າຈະເປັນຄົນທີ່ຖືກຕີສອນ. ເຮົາຈະບໍ່ໂງ່ທີ່ຈະສືບຕໍ່ຕິດຕາມເຈົ້າເຂົ້າສູ່ນະລົກ ແລະ ສືບຕໍ່ທົນທຸກ, ເພາະວ່າ ເຈົ້າ ແລະ ເຮົາບໍ່ແມ່ນແບບດຽວກັນ. ຢ່າລືມວ່າເຈົ້າເປັນສິ່ງຊົງສ້າງທີ່ຖືກເຮົາສາບແຊ່ງ ແລະ ຜູ້ເຊິ່ງຖືກເຮົາສັ່ງສອນ ແລະ ຊ່ວຍໃຫ້ລອດພົ້ນ. ບໍ່ມີສິ່ງໃດເລີຍໃນຕົວເຈົ້າທີ່ເຮົາປາຖະໜາ. ບໍ່ວ່າເມື່ອໃດກໍຕາມທີ່ເຮົາປະຕິບັດພາລະກິດ, ເຮົາບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ສາມາດເວົ້າໄດ້ວ່າ ທ່າທີຂອງເຮົາ ແລະ ມຸມມອງຂອງເຮົາຕໍ່ມະນຸດຊາດກໍຍັງຄົງເປັນເໝືອນເດີມຢູ່ສະເໝີ. ເຮົາບໍ່ມີຄວາມກະລຸນາຕໍ່ເຈົ້າ ເພາະວ່າເຈົ້າເປັນເຄື່ອງປະກອບໃນການຄຸ້ມຄອງຂອງເຮົາ; ເຈົ້າບໍ່ມີພະລັງທີ່ຍິ່ງໃຫຍ່ເໜືອກວ່າສິ່ງອື່ນໃດ. ເຮົາແນະນໍາເຈົ້າໃຫ້ຈື່ຢູ່ສະເໝີວ່າ ເຈົ້າບໍ່ໄດ້ເປັນຫຍັງທີ່ຫຼາຍໄປກວ່າສິ່ງຊົງສ້າງ! ເຖິງແມ່ນວ່າເຈົ້າດຳລົງຢູ່ກັບເຮົາ, ເຈົ້າຄວນຮູ້ຈັກຖານະຂອງເຈົ້າ ແລະ ບໍ່ເບິ່ງຕົນເອງເປັນສິ່ງທີ່ສູງສົ່ງເກີນໄປ. ເຖິງແມ່ນເຮົາບໍ່ວິຈານເຈົ້າ ຫຼື ຈັດການກັບເຈົ້າ ແລະ ເຮົາພົບປະກັບເຈົ້າດ້ວຍຮອຍຍິ້ມ, ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າ ແລະ ເຮົາເປັນແບບດຽວກັນ. ເຈົ້າຄວນຮູ້ວ່າ ເຈົ້າກຳລັງສະແຫວງຫາຄວາມຈິງ, ຕົວເຈົ້າເອງບໍ່ແມ່ນຄວາມຈິງ! ເຈົ້າຕ້ອງປ່ຽນແປງຕາມພຣະທຳຂອງເຮົາໃນເວລາໃດກໍໄດ້ ເພາະວ່າເຈົ້າບໍ່ສາມາດຫຼົບໜີສິ່ງນີ້ໄດ້. ເຮົາແນະນໍາໃຫ້ເຈົ້າຮຽນຮູ້ບາງສິ່ງ ໃນຂະນະທີ່ເຈົ້າຢູ່ທ່າມກາງເວລາທີ່ມະຫັດສະຈັນເຫຼົ່ານີ້, ໃນຂະນະທີ່ໂອກາດຫາຍາກແບບນີ້ ໄດ້ຢູ່ທີ່ນີ້ແລ້ວ ແລະ ຢ່າພະຍາຍາມຫຼອກລວງເຮົາ. ເຈົ້າບໍ່ຈຳເປັນຕ້ອງ ເວົ້າປະຈົບປະແຈງເພື່ອຫຼອກລວງເຮົາ. ການສະແຫວງຫາເຮົາບໍ່ແມ່ນເພື່ອເຮົາ ແຕ່ແມ່ນເພື່ອເຈົ້າ!

​ກ່ອນ​ນີ້ :ເອກະລັກໂດຍທໍາມະຊາດຂອງມະນຸດ ແລະ ຄຸນຄ່າຂອງພວກເຂົາ: ພວກເຂົາແມ່ນຫຍັງ?

ຕໍ່​ໄປ:ຜູ້ຄົນທີ່ຖືກເລືອກໃນປະເທດຈີນບໍ່ສາມາດເປັນຕົວແທນຊົນເຜົ່າໃດໃນປະເທດອິດສະຣາເອນ

ເນື່ອຫາທີ່ກ່ຽວຂ້ອງ