ການເຂົ້າສູ່ຊີວິດ I
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 374)
ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້ານາຍຂອງສິ່ງທັງປວງ, ມີລິດອຳນາດແບບກະສັດຂອງພຣະອົງຈາກບັນລັງຂອງພຣະອົງ. ພຣະອົງປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ພຣະອົງປະຕິບັດໜ້າທີ່ໃນການນໍາພາພວກເຮົາເທິງໂລກທັງປວງ. ໃນທຸກຊ່ວງເວລາ ພວກເຮົາຈະໃກ້ຊິດກັບພຣະອົງ ແລະ ມາຢູ່ຕໍ່ໜ້າພຣະອົງຢ່າງງຽບໆ ບໍ່ເຄີຍພາດແມ່ນແຕ່ຊ່ວງເວລາດຽວ ແລະ ມີບົດຮຽນໃຫ້ພວກເຮົາໄດ້ຮຽນຮູ້ຢູ່ສະເໝີ. ທຸກສິ່ງ ນັບຕັ້ງແຕ່ສະພາບແວດລ້ອມອ້ອມຂ້າງຈົນເຖິງຜູ້ຄົນ, ເລື່ອງລາວ ແລະ ສິ່ງຕ່າງໆ ລ້ວນແລ້ວແຕ່ເປັນຢູ່ໂດຍການອະນຸຍາດຈາກບັນລັງຂອງພຣະອົງ. ຢ່າປ່ອຍໃຫ້ຄວາມບໍ່ພໍໃຈເກີດຂຶ້ນໃນຫົວໃຈຂອງເຈົ້າ ບໍ່ວ່າໃນກໍລະນີໃດກໍຕາມ ຫຼື ພຣະເຈົ້າຈະບໍ່ປະທານຄວາມກະລຸນາຂອງພຣະອົງໃຫ້ແກ່ເຈົ້າ. ເມື່ອຄວາມເຈັບປ່ວຍເກີດຂຶ້ນ, ນີ້ແມ່ນຄວາມຮັກຂອງພຣະເຈົ້າ ແລະ ແນ່ນອນ ເຈດຕະນາດີຂອງພຣະອົງມີຢູ່ພາຍໃນ. ເຖິງແມ່ນຮ່າງກາຍຂອງເຈົ້າອາດຜະເຊີນກັບການທົນທຸກເລັກນ້ອຍ, ບໍ່ໃຫ້ພິຈາລະນາແນວຄິດໃດໆຈາກຊາຕານ. ໃຫ້ສັນລະເສີນພຣະເຈົ້າໃນທ່າມກາງຄວາມເຈັບປ່ວຍ ແລະ ມີຄວາມສຸກກັບພຣະເຈົ້າໃນທ່າມກາງການສັນລະເສີນຂອງເຈົ້າ. ຢ່າເສຍໃຈເມື່ອຢູ່ຕໍ່ໜ້າຄວາມເຈັບປ່ວຍ, ໃຫ້ສືບຕໍ່ສະແຫວງຫາອີກຄັ້ງ ແລະ ຢ່າທໍ້ຖອຍ ແລະ ພຣະເຈົ້າຈະສ່ອງສະແຫວງເຈົ້າດ້ວຍແສງສະຫວ່າງຂອງພຣະອົງ. ຄວາມເຊື່ອຂອງໂຢບເປັນແນວໃດ? ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນທ່ານໝໍທີ່ມີອຳນາດທັງປວງ! ການອາໄສໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ, ແຕ່ການອາໄສໃນວິນຍານຄືການສະບາຍດີ. ສະນັ້ນ ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ.
ພວກເຮົາມີຊີວິດຂອງພຣະຄຣິດທີ່ຟື້ນຄືນຊີບຢູ່ພາຍໃນພວກເຮົາ. ພວກເຮົາຂາດຄວາມເຊື່ອໃນການສະຖິດຂອງພຣະເຈົ້າຢ່າງປະຕິເສດບໍ່ໄດ້: ຂໍໃຫ້ພຣະເຈົ້າໃສ່ຄວາມເຊື່ອທີ່ແທ້ຈິງພາຍໃນພວກເຮົາ. ແນ່ນອນ ພຣະທຳຂອງພຣະເຈົ້າຫວານຊື່ນ! ພຣະທຳຂອງພຣະເຈົ້າຄືຢາທີ່ແຮງ! ມັນເຮັດໃຫ້ມານຮ້າຍ ແລະ ຊາຕານອັບອາຍ! ການເຂົ້າໃຈພຣະທຳຂອງພຣະເຈົ້າມອບການສະໜັບສະໜູນໃຫ້ແກ່ພວກເຮົາ. ພຣະທຳຂອງພຣະອົງເຮັດວຽກຢ່າງໄວເພື່ອຊ່ວຍຫົວໃຈຂອງພວກເຮົາໃຫ້ລອດພົ້ນ! ມັນປັດເປົ່າທຸກສິ່ງ ແລະ ເຮັດໃຫ້ທຸກຢ່າງຢູ່ໃນຄວາມສະຫງົບ. ຄວາມເຊື່ອເປັນຄືກັບຂົວໄມ້ໜຶ່ງດຽວ: ຄົນທີ່ຍຶດຕິດກັບຊີວິດຢ່າງໜ້າສົງສານກໍຈະມີຄວາມລໍາບາກທີ່ຈະຂ້າມມັນໄດ້, ແຕ່ຄົນທີ່ພ້ອມຈະເສຍສະຫຼະຕົນເອງກໍສາມາດຂ້າມຜ່ານໄດ້ ໂດຍບໍ່ຕົກລົງ ແລະ ປາສະຈາກຄວາມກັງວົນ. ຖ້າມະນຸດມີຄວາມຄິດທີ່ບໍ່ກ້າ ແລະ ຢ້ານກົວ, ມັນກໍເປັນຍ້ອນຊາຕານໄດ້ຫຼອກລວງພວກເຂົາ, ຢ້ານວ່າພວກເຮົາຈະຂ້າມຂົວແຫ່ງຄວາມເຊື່ອເພື່ອເຂົ້າໄປຫາພຣະເຈົ້າ. ຊາຕານກຳລັງພະຍາຍາມໃນທຸກວິທີທີ່ເປັນໄປໄດ້ເພື່ອສົ່ງຄວາມຄິດຂອງມັນແກ່ພວກເຮົາ. ໃນທຸກຊ່ວງເວລາ ພວກເຮົາຄວນອະທິຖານໃຫ້ພຣະເຈົ້າສ່ອງແສງໃຫ້ແກ່ພວກເຮົາດ້ວຍແສງສະຫວ່າງຂອງພຣະອົງ, ໃນທຸກຊ່ວງເວລາ ພວກເຮົາຄວນເພິ່ງພາພຣະເຈົ້າເພື່ອຊໍາລະລ້າງພິດຂອງຊາຕານອອກຈາກພວກເຮົາ, ປະຕິບັດວິທີການຫຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງພວກເຮົາໃນທຸກຊ່ວງເວລາ ແລະ ປ່ອຍໃຫ້ພຣະເຈົ້າມີອຳນາດເໜືອການເປັນຢູ່ທັງໝົດຂອງພວກເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 6
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 375)
ເມື່ອຜູ້ຄົນຂາດຄວາມເຂົ້າໃຈກ່ຽວກັບສິ່ງຕ່າງໆທີ່ເກີດຂຶ້ນກັບພວກເຂົາ ແລະ ບໍ່ຮູ້ວ່າຈະເຮັດຫຍັງ, ແມ່ນຫຍັງຄືສິ່ງທຳອິດທີ່ພວກເຂົາຄວນເຮັດ? ພວກເຂົາຄວນອະທິຖານກ່ອນ; ຄຳອະທິຖານມາກ່ອນ. ການທີ່ເຈົ້າອະທິຖານໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າເຈົ້າເຫຼື້ອມໃສ, ເຈົ້າມີຫົວໃຈທີ່ມີຄວາມຢຳເກງພຣະເຈົ້າພໍສົມຄວນ, ເຈົ້າຮູ້ວ່າເຈົ້າຕ້ອງສະແຫວງຫາພຣະເຈົ້າ ແລະ ມັນພິສູດວ່າເຈົ້າເອົາພຣະເຈົ້າມາກ່ອນ. ເມື່ອມີພຣະເຈົ້າໃນຫົວໃຈຂອງເຈົ້າ, ເມື່ອພຣະເຈົ້າມີພື້ນທີ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດເຊື່ອຟັງພຣະເຈົ້າ, ເຈົ້າກໍເປັນຊາວຄຣິດທີ່ເຫຼື້ອມໃສ. ມີຜູ້ເຊື່ອສູງອາຍຸຫຼາຍຄົນທີ່ຄູ້ເຂົ່າລົງອະທິຖານໃນເວລາ ແລະ ສະຖານທີ່ດຽວກັນ ແລະ ຢູ່ເປັນເວລາໜຶ່ງ ຫຼື ສອງຊົ່ວໂມງ. ແຕ່ບັນຫາຄວາມຜິດບາບຂອງພວກເຂົາເກືອບບໍ່ໄດ້ຮັບການແກ້ໄຂໂດຍການຄູ້ເຂົ່າລົງແບບນີ້ຕະຫຼອດປີເຫຼົ່ານີ້. ໃຫ້ພວກເຮົາປ່ອຍວ່າງຊົ່ວໄລຍະໜຶ່ງວ່າ ຄຳອະທິຖານ ນັ້ນ ກໍຄືຄຳອະທິຖານຕາມພິທີກຳທາງສາສະໜາ ແມ່ນມີປະໂຫຍດຫຍັງ ຫຼື ບໍ່. ຢ່າງໜ້ອຍອ້າຍເອື້ອຍນ້ອງສູງອາຍຸເຫຼົ່ານີ້ກໍເຫຼື້ອມໃສໜ້ອຍໜຶ່ງ; ໃນຈຸດນີ້, ພວກເຂົາດີກວ່າໄວໜຸ່ມຫຼາຍ. ຖ້າເຈົ້າດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ມີປະສົບການກັບພາລະກິດຂອງພຣະເຈົ້າ, ແລ້ວສິ່ງທຳອິດທີ່ເຈົ້າຄວນເຮັດເມື່ອເກີດບາງສິ່ງຂຶ້ນກັບເຈົ້າກໍຄືການອະທິຖານ. ການອະທິຖານບໍ່ໄດ້ໝາຍຄວາມເຖິງການສວດຄຳເວົ້າທີ່ເວົ້າກັນຊໍ້າໆໂດຍບໍ່ໄດ້ຄິດຫຍັງ ແລະ ບໍ່ມີຫຍັງອີກ, ສິ່ງນີ້ຈະບໍ່ແກ້ໄຂບັນຫາ. ເຈົ້າຕ້ອງຊ້ອມອະທິຖານດ້ວຍຫົວໃຈຂອງເຈົ້າ. ຫຼັງຈາກທີ່ເຮັດແບບນີ້ເປັນເວລາແປດ ຫຼື ສິບຄັ້ງ, ເຈົ້າອາດບໍ່ໄດ້ຮັບຫຍັງ, ແຕ່ຈົ່ງຢ່າທໍ້ໃຈ, ໃຫ້ພະຍາຍາມຕໍ່ໄປ. ເມື່ອເກີດບາງສິ່ງຂຶ້ນກັບເຈົ້າ, ໃຫ້ອະທິຖານກ່ອນ, ໃຫ້ບອກພຣະເຈົ້າກ່ອນ, ໃຫ້ພຣະເຈົ້າຄວບຄຸມ, ໃຫ້ພຣະເຈົ້າຊ່ວຍເຈົ້າ, ໃຫ້ພຣະເຈົ້ານໍາພາເຈົ້າ ແລະ ມອບການຊີ້ນໍາໃຫ້ກັບເຈົ້າ; ສິ່ງນີ້ຈະພິສູດວ່າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ, ເຈົ້າເອົາພຣະເຈົ້າມາກ່ອນ. ເມື່ອເກີດບາງສິ່ງຂຶ້ນກັບເຈົ້າ ຫຼື ເຈົ້າປະສົບກັບຄວາມຫຍຸ້ງຍາກບາງຢ່າງ ແລະ ເຈົ້າຄິດລົບ ແລະ ເລີ່ມໃຈຮ້າຍ, ສິ່ງນີ້ກໍຄືການສຳແດງອອກເຖິງການທີ່ພຣະເຈົ້າບໍ່ໄດ້ຢູ່ໃນຫົວໃຈຂອງເຈົ້າ, ເຈົ້າບໍ່ໄດ້ຢຳເກງພຣະເຈົ້າ. ໃນຊີວິດປະຈຳວັນຂອງເຈົ້າ, ບໍ່ວ່າເຈົ້າຈະປະສົບກັບຄວາມຫຍຸ້ງຍາກຫຍັງກໍຕາມ, ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ; ສິ່ງທຳອິດທີ່ເຈົ້າຄວນເຮັດກໍຄືຄຸເຂົ່າຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ນີ້ຄືສິ່ງທີ່ຈຳເປັນທີ່ສຸດ. ຄຳອະທິຖານໝາຍຄວາມວ່າພຣະເຈົ້າມີພື້ນທີ່ໃນຫົວໃຈຂອງເຈົ້າ. ເມື່ອເຈົ້າພົບກັບຄວາມຫຍຸ້ງຍາກ, ການຫຼຽວເບິ່ງພຣະເຈົ້າ ແລະ ການອະທິຖານຫາພຣະເຈົ້າເພື່ອຊອກຫາຄວາມຈິງຈະສະແດງວ່າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າພໍສົມຄວນ; ເຈົ້າຈະບໍ່ເຮັດແບບນັ້ນຖ້າພຣະເຈົ້າບໍ່ໄດ້ຢູ່ໃນຫົວໃຈຂອງເຈົ້າ. ບາງຄົນເວົ້າວ່າ “ຂ້ອຍໄດ້ອະທິຖານຫາພຣະເຈົ້າ ແຕ່ພຣະເຈົ້າຍັງບໍ່ສ່ອງແສງສະຫວ່າງໃຫ້ກັບຂ້ອຍ!” ເຈົ້າບໍ່ສາມາດເວົ້າແບບນັ້ນ. ເຈົ້າຕ້ອງຫຼຽວເບິ່ງກ່ອນວ່າເຈົ້າມີແຮງຈູງໃຈທີ່ຖືກຕ້ອງ ຫຼື ບໍ່ເມື່ອເຈົ້າອະທິຖານ; ຖ້າເຈົ້າຊອກຫາຄວາມຈິງຢ່າງແທ້ຈິງ ແລະ ມັກອະທິຖານຫາພຣະເຈົ້າ, ແລ້ວອາດມີບາງເລື່ອງທີ່ພຣະເຈົ້າສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ອະນຸຍາດໃຫ້ເຈົ້າເຂົ້າໃຈ; ບໍ່ວ່າຈະເປັນກໍລະນີໃດກໍຕາມ, ພຣະເຈົ້າຈະເຮັດໃຫ້ເຈົ້າເຂົ້າໃຈ. ຖ້າເຈົ້າບໍ່ສ່ອງແສງສະຫວ່າງໃຫ້ກັບເຈົ້າ, ເຈົ້າຈະບໍ່ສາມາດເຂົ້າໃຈດ້ວຍຕົນເອງ; ບໍ່ວ່າເຈົ້າມີຄວາມເຂົ້າໃຈ ຫຼື ບໍ່ ແລະ ບໍ່ວ່າຄວາມສາມາດຂອງເຈົ້າເປັນແບບໃດ, ມີບາງສິ່ງທີ່ຢູ່ເໜືອຄວາມຄິດຂອງມະນຸດ. ເມື່ອເຈົ້າເຂົ້າໃຈ, ສິ່ງນີ້ເກີດຈາກຄວາມຄິດຂອງເຈົ້າເອງບໍ? ເມື່ອເວົ້າເຖິງເຈດຕະນາໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຂອງພຣະເຈົ້າ, ຖ້າເຈົ້າບໍ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ, ເຈົ້າກໍສາມາດຖາມຜູ້ໃດກໍໄດ້ ແຕ່ພວກເຂົາຈະບໍ່ຮູ້; ມີແຕ່ເມື່ອພຣະເຈົ້າເອງບອກເຈົ້າເຖິງຄວາມໝາຍຂອງມັນ, ເຈົ້າຈຶ່ງຈະຮູ້. ແລ້ວດ້ວຍເຫດນັ້ນ ສິ່ງທຳອິດທີ່ຈະເຮັດເມື່ອເກີດບາງສິ່ງຂຶ້ນກັບເຈົ້າກໍຄືການອະທິຖານ. ເມື່ອເຈົ້າອະທິຖານ, ເຈົ້າຄວນສະແດງຄວາມຄິດ, ມຸມມອງ ແລະ ທັດສະນະຂອງເຈົ້າຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງຈາກພຣະເຈົ້າ, ໂດຍມີຄວາມຄິດທີ່ເຊື່ອຟັງ; ນີ້ຄືສິ່ງທີ່ເຈົ້າຄວນປະຕິບັດ. ການທຳທ່າເຮັດຈະບໍ່ມີຜົນຫຍັງ ແລະ ເຈົ້າບໍ່ຄວນຈົ່ມວ່າພຣະວິນຍານບໍລິສຸດບໍ່ໄດ້ສ່ອງແສງສະຫວ່າງໃຫ້ກັບເຈົ້າ. ເຮົາໄດ້ຄົ້ນພົບວ່າໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ບາງຄົນພຽງແຕ່ປະຕິບັດຕາມພິທີກຳທາງສາສະໜາ ແລະ ປະຕິບັດການກະທຳທີ່ເປັນສາສະໜາ; ພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາ, ພວກເຂົາເຖິງກກັບປະຕິເສດພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາຈະບໍ່ອະທິຖານເຊັ່ນກັນ ຫຼື ພວກເຂົາຈະບໍ່ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາພຽງແຕ່ສືບຕໍ່ເຕົ້າໂຮມກັນ ແລະ ບໍ່ມີຫຍັງອີກ. ນີ້ຄືຄວາມເຊື່ອໃນພຣະເຈົ້າບໍ? ໂດຍເຊື່ອແບບທີ່ພວກເຂົາເຮັດ, ພຣະເຈົ້າໄດ້ຫາຍໂຕຈາກຄວາມເຊື່ອຂອງພວກເຂົາແລ້ວ, ບໍ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ປາຖະໜາທີ່ຈະອະທິຖານຫາພຣະເຈົ້າອີກຕໍ່ໄປ, ບໍ່ເຕັມໃຈທີ່ຈະອ່ານພຣະທຳຂອງພຣະເຈົ້າອີກຕໍ່ໄປ. ໃນນີ້, ພວກເຂົາບໍ່ໄດ້ກາຍມາເປັນຜູ້ບໍ່ເຊື່ອບໍ? ໂດຍສະເພາະແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຈັດການເລື່ອງທົ່ວໄປ. ພວກເຂົາບໍ່ເຄີຍໃສ່ໃຈກັບການເຂົ້າສູ່ຊີວິດ, ແຕ່ໃນທາງກົງກັນຂ້າມ ພວກເຂົາປະຕິບັດຕໍ່ເລື່ອງທົ່ວໄປເຫຼົ່ານີ້ວ່າ ເປັນວຽກງານໃນໜ້າທີ່ຂອງພວກເຂົາ; ໃນນີ້, ພວກເຂົາໄດ້ກາຍມາເປັນພຽງຫົວໜ້າສະໝຽນເທົ່ານັ້ນ ແລະ ບໍ່ໄດ້ເຮັດວຽກງານທີ່ມີແກ່ນແທ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກເລີຍ. ຜົນຕາມມາກໍຄື ຫຼັງຈາກທີ່ເຊື່ອໃນພຣະເຈົ້າໄດ້ຊາວ ຫຼື ສາມສິບປີ, ພວກເຂົາບໍ່ມີປະສົບການໃນຊີວິດໃຫ້ເວົ້າເຖິງ, ພວກເຂົາປາສະຈາກຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ພຽງແຕ່ສາມາດທ່ອງຈຳຄຳເວົ້າບາງຢ່າງທີ່ເປັນຫຼັກຄຳສອນ. ແລ້ວໃນນີ້ ພວກເຂົາບໍ່ໄດ້ກາຍມາເປັນຜູ້ນໍາຈອມປອມບໍ? ນີ້ກໍເພາະວ່າພວກເຂົາມີຄວາມເຊື່ອໃນພຣະເຈົ້າ, ແຕ່ບໍ່ເຮັດໜ້າທີ່ທີ່ເໝາະສົມຂອງພວກເຂົາ ຫຼື ສະແຫວງຫາຄວາມຈິງ. ການພຽງແຕ່ອາໄສການເຂົ້າໃຈຄຳເວົ້າທີ່ມີຫຼັກຄຳສອນຈະບໍ່ແກ້ໄຂຫຍັງ. ການຈົ່ມໃຫ້ພຣະເຈົ້າເມື່ອພວກເຂົາຖືກທົດສອບ ຫຼື ທົນທຸກກັບຄວາມຫາຍະນະ ຫຼື ລົ້ມປ່ວຍ, ການບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ, ການທີ່ປາສະຈາກປະສົບການ ແລະ ຄຳພະຍານ, ທັງໝົດນີ້ສະແດງວ່າຜູ້ຄົນບໍ່ໄດ້ສະແຫວງຫາຄວາມຈິງໃນປີທີ່ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບສິ່ງທີ່ບໍ່ສຳຄັນ, ກັບຜົນທີ່ພວກເຂົາສູນເສຍຕົນເອງ. ບໍ່ວ່າຜູ້ຄົນເຊື່ອໃນພຣະເຈົ້າເປັນເວລາຈັກປີກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງບາງຢ່າງ ຖ້າພວກເຂົາແນ່ໃຈວ່າພວກເຂົາຈະບໍ່ລົ້ມ, ບໍ່ເຮັດຊົ່ວ, ບໍ່ຖືກຂັບໄລ່ອອກ. ນີ້ຄືສິ່ງທີ່ນ້ອຍທີ່ສຸດທີ່ຄວນພົບເຫັນໃນພວກເຂົາ. ບາງຄົນຍັງເມີນເສີຍເມື່ອພວກເຂົາຮັບຟັງຄຳເທດສະໜາ ແລະ ບໍ່ຕຶກຕອງພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ສະແຫວງຫາຄວາມຈິງ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບພວກເຂົາກໍຕາມ, ພວກເຂົາພໍໃຈກັບການພຽງແຕ່ເຂົ້າໃຈຄຳເວົ້າທີ່ມີຫຼັກຄຳສອນ ແລະ ຖືວ່າພວກເຂົາໄດ້ຮັບຄວາມຈິງ, ໂດຍມີຜົນທີ່ວ່າພວກເຂົາບໍ່ມີຄວາມຮູ້ເມື່ອພວກເຂົາຖືກທົດສອບ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມທຸກໃຈ ແລະ ຄຳຮ້ອງທຸກ, ເຊິ່ງພວກເຂົາບໍ່ກ້າເວົ້າ ເຖິງແມ່ນວ່າພວກເຂົາຕ້ອງການເວົ້າກໍຕາມ. ຄົນແບບນັ້ນຊ່າງເປັນຕາສັງເວດ, ບໍ່ແມ່ນບໍ? ຫຼາຍຄົນເລິນເລີ້ ແລະ ເຮັດພໍເປັນພິທີຢູ່ສະເໝີເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ໄດ້ໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົນເອງ ເມື່ອພວກເຂົາຖືກລິຮານ ແລະ ຈັດການ, ພວກເຂົາໃຊ້ເຫດຜົນຢູ່ສະເໝີ, ໂດຍມີຜົນທີ່ວ່າພວກເຂົາຈະຈົບລົງດ້ວຍການເຮັດໃຫ້ຕົນເອງອັບອາຍໃນທຸກວິທີ, ພວກເຂົາຖືກເປີດໂປງ ແລະ ຂັບໄລ່ ແລະ ບໍ່ສາມາດຮູ້ຈັກຕົນເອງໄດ້ຈັກເທື່ອ. ແລ້ວເມື່ອເປັນແບບນັ້ນ, ແມ່ນຫຍັງຄືຄວາມສຳຄັນໃນການທີ່ພວກເຂົາເຂົ້າໃຈຫຼັກຄຳສອນສອງສາມຢ່າງ? ບໍ່ມີຄວາມສຳຄັນຫຍັງເລີຍ. ບໍ່ວ່າຜູ້ຄົນເຊື່ອໃນພຣະເຈົ້າເປັນເວລາເທົ່າໃດປີ, ການພຽງແຕ່ເຂົ້າໃຈຫຼັກຄຳສອນ ແລະ ການທີ່ສາມາດທ່ອງຈຳຄຳເວົ້າ ແລະ ວະລີບໍ່ມີປະໂຫຍດຫຍັງ; ພວກເຂົາບໍ່ໄດ້ຮັບຄວາມຈິງ, ແຕ່ໄດ້ຫຼົງທາງ. ແລ້ວດ້ວຍເຫດນັ້ນ ເມື່ອເກີດບາງສິ່ງກັບເຈົ້າ ແລະ ເຈົ້າອະທິຖານຫາພຣະເຈົ້າ, ຊອກຫາເຈດຕະນາຂອງພຣະເຈົ້າ, ຖ້າຕ້ອງແກ້ໄຂບັນຫາ, ສິ່ງສຳຄັນກໍຄືການບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ; ນີ້ຄືເສັ້ນທາງທີ່ຖືກຕ້ອງ ແລະ ເຈົ້າບໍ່ຄວນປະຖິ້ມການປະຕິບັດໃນລັກສະນະນີ້.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໃນຄວາມເຊື່ອໃນພຣະເຈົ້າ, ການຮັບເອົາຄວາມຈິງຄືສິ່ງທີ່ຈຳເປັນທີ່ສຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 376)
ສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດຄືການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າໃນທຸກສິ່ງ. ຄົນທຳມະດາບໍ່ຮັບຮູ້ສິ່ງນີ້. ຜູ້ຄົນລ້ວນແລ້ວແຕ່ຄິດວ່າການເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ການຮັບຟັງຄຳເທດສະໜາຫຼາຍຂຶ້ນ, ການໂອ້ລົມຫຼາຍຂຶ້ນກັບອ້າຍເອື້ອຍນ້ອງຂອງພວກເຂົາ, ການປະຖິ້ມຫຼາຍຂຶ້ນ, ການທົນທຸກຫຼາຍຂຶ້ນ ແລະ ການຈ່າຍລາຄາຫຼາຍຂຶ້ນຈະເຮັດໃຫ້ພວກເຂົາໄດ້ຮັບການຮອງຮັບ ແລະ ຄວາມລອດພົ້ນຈາກພຣະເຈົ້າ. ພວກເຂົາຄິດວ່າການປະຕິບັດໃນລັກສະນະນີ້ຄືສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດ, ແຕ່ພວກເຂົາບໍ່ໃສ່ໃຈເລື່ອງທີ່ໃຫຍ່ທີ່ສຸດ: ການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ. ພວກເຂົາຖືວ່າຄວາມສະຫຼາດເລັກໆນ້ອຍໆຂອງມະນຸດຄືສະຕິປັນຍາ ແລະ ບໍ່ສົນໃຈຜົນສະທ້ອນສຸດທ້າຍຈາກສິ່ງທີ່ຜູ້ຄົນເຮັດ. ນີ້ຄືຂໍ້ຜິດພາດ. ບໍ່ວ່າຄົນໆໜຶ່ງຈະເຂົ້າໃຈຄວາມຈິງໄດ້ຫຼາຍສໍ່າໃດ, ບໍ່ວ່າຄົນໆໜຶ່ງໄດ້ປະຕິບັດໜ້າທີ່ຫຼາຍສໍ່າໃດ, ບໍ່ວ່າຄົນໆໜຶ່ງໄດ້ມີປະສົບການຫຼາຍສໍ່າໃດໃນຂະນະທີ່ກຳລັງປະຕິບັດໜ້າທີ່ເຫຼົ່ານັ້ນ, ບໍ່ວ່າວຸດທິພາວະຂອງຄົນໆໜຶ່ງຈະຍິ່ງໃຫຍ່ ຫຼື ເລັກນ້ອຍສໍ່າໃດກໍ່ຕາມ ຫຼື ບໍ່ວ່າຄົນໆໜຶ່ງຈະຢູ່ໃນສະພາບແວດລ້ອມແບບໃດກໍ່ຕາມ, ສິ່ງທີ່ຄົນໆໜຶ່ງບໍ່ສາມາດຂາດໄດ້ກໍ່ຄື ຄົນໆນັ້ນຕ້ອງເພິ່ງພາພຣະເຈົ້າ ແລະ ອາໄສພຣະອົງໃນທຸກສິ່ງທີ່ເຂົາເຮັດ. ນີ້ແມ່ນສະຕິປັນຍາປະເພດທີ່ຍິ່ງໃຫຍ່ທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ແມ່ນສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດ? ເຖິງແມ່ນວ່າຄົນໆໜຶ່ງໄດ້ມາເຂົ້າໃຈຄວາມຈິງບາງຢ່າງ, ມັນຈະໃຊ້ການໄດ້ບໍ ຖ້າເຂົາບໍ່ອາໄສພຣະເຈົ້າ? ບາງຄົນເຊື່ອໃນພຣະເຈົ້າໄດ້ຫຼາຍປີ ແລະ ພວກເຂົາໄດ້ຜະເຊີນກັບການທົດລອງຫຼາຍຢ່າງ, ມີປະສົບການຕົວຈິງບາງຢ່າງ, ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄວາມຮູ້ຕົວຈິງບາງຢ່າງກ່ຽວກັບຄວາມຈິງ, ແຕ່ພວກເຂົາບໍ່ຮູ້ທີ່ຈະອາໄສພຣະເຈົ້າ ຫຼື ພວກເຂົາບໍ່ເຂົ້າໃຈວິທີການເພິ່ງພາ ແລະ ການອາໄສພຣະອົງ. ຄົນດັ່ງກ່າວມີສະຕິປັນຍາບໍ? ພວກເຂົາເປັນຄົນທີ່ໂງ່ຈ້າທີ່ສຸດ ແລະ ເປັນປະເພດຄົນທີ່ຄິດວ່າຕົນເອງສະຫຼາດ; ພວກເຂົາບໍ່ຢຳເກງພຣະເຈົ້າ ແລະ ຫຼົບຫຼີກຈາກຄວາມຊົ່ວຮ້າຍ. ບາງຄົນເວົ້າວ່າ “ຂ້ອຍເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີຄວາມເປັນຈິງແຫ່ງຄວາມຈິງ. ມັນບໍ່ເປັນຫຍັງທີ່ຈະເຮັດສິ່ງຕ່າງໆໃນລັກສະນະທີ່ມີຫຼັກການເທົ່ານັ້ນ. ຂ້ອຍຈົງຮັກພັກດີກັບພຣະເຈົ້າ ແລະ ຂ້ອຍຮູ້ວິທີທີ່ຈະຍັບເຂົ້າໃກ້ພຣະອົງ. ມັນບໍ່ພຽງພໍບໍທີ່ຂ້ອຍປະຕິບັດຄວາມຈິງເມື່ອສິ່ງຕ່າງໆເກີດຂຶ້ນກັບຂ້ອຍ? ບໍ່ມີຄວາມຈຳເປັນຫຍັງທີ່ຈະຕ້ອງອະທິຖານຫາພຣະເຈົ້າ ຫຼື ເພິ່ງພາພຣະເຈົ້າ”. ການປະຕິບັດຄວາມຈິງເປັນສິ່ງທີ່ຖືກຕ້ອງ, ແຕ່ມີຫຼາຍຄັ້ງ ແລະ ຫຼາຍສະຖານະການທີ່ຜູ້ຄົນບໍ່ຮູ້ວ່າກຳລັງພົວພັນກັບຄວາມຈິງຫຍັງ ແລະ ຫຼັກການແຫ່ງຄວາມຈິງຫຼາຍ. ທຸກຄົນທີ່ມີປະສົບການຕົວຈິງຮູ້ຈັກສິ່ງນີ້. ຕົວຢ່າງ: ເມື່ອເຈົ້າຜະເຊີນກັບບັນຫາບາງຢ່າງ, ເຈົ້າອາດບໍ່ຮູ້ວ່າບັນຫານີ້ກ່ຽວຂ້ອງກັບຄວາມຈິງຫຍັງ ຫຼື ຄວນປະຕິບັດ ຫຼື ປັບໃຊ້ຄວາມຈິງທີ່ກ່ຽວຂ້ອງກັບບັນຫານີ້ແນວໃດ. ເຈົ້າຄວນເຮັດຫຍັງໃນເວລາແບບນີ້? ບໍ່ວ່າເຈົ້າມີປະສົບການຕົວຈິງຫຼາຍສໍ່າໃດ, ເຈົ້າກໍ່ບໍ່ສາມາດເຂົ້າໃຈຫຼັກການແຫ່ງຄວາມຈິງໃນທຸກສະຖານະການໄດ້. ບໍ່ວ່າເຈົ້າໄດ້ເຊື່ອພຣະເຈົ້າເປັນເວລາເທົ່າໃດປີກໍ່ຕາມ, ບໍ່ວ່າເຈົ້າໄດ້ຜະເຊີນກັບສິ່ງຕ່າງໆຫຼາຍສໍ່າໃດກໍ່ຕາມ ແລະ ບໍ່ວ່າເຈົ້າໄດ້ຜະເຊີນກັບການລິຮານ, ການຈັດການ ຫຼື ການລົງວິໄນຫຼາຍສໍ່າໃດກໍ່ຕາມ, ເຖິງແມ່ນເຈົ້າເຂົ້າໃຈຄວາມຈິງ, ເຈົ້າກ້າເວົ້າບໍວ່າເຈົ້າຄືຄວາມຈິງ? ເຈົ້າກ້າເວົ້າບໍວ່າເຈົ້າເປັນແຫຼ່ງກຳເນີດຄວາມຈິງ? ບາງຄົນເວົ້າວ່າ “ຂ້ອຍຮູ້ຈັກທຸກຖ້ອຍຄຳ ແລະ ຂໍ້ຄວາມທີ່ເປັນທີ່ຮູ້ຈັກກັນດີໃນໜັງສື ພຣະທຳປາກົດໃນຮ່າງກາຍ ໄດ້ຂຶ້ນໃຈ; ຂ້ອຍບໍ່ຈຳເປັນຕ້ອງອາໄສພຣະເຈົ້າ ຫຼື ເພິ່ງພາພຣະອົງ. ເມື່ອເວລາມາເຖິງ, ຂ້ອຍຈະບໍ່ເປັນຫຍັງ ຖ້າຈະອາໄສພຣະທຳເຫຼົ່ານີ້ຂອງພຣະເຈົ້າເທົ່ານັ້ນ”. ພຣະທຳທີ່ເຈົ້າທ່ອງຈຳແມ່ນບໍ່ມີການເຄື່ອນໄຫວ, ແຕ່ສະພາບແວດລ້ອມທີ່ເຈົ້າຜະເຊີນ ພ້ອມທັງສະພາວະຂອງເຈົ້າ ແມ່ນມີພະລັງເຄື່ອນໄຫວ. ເຈົ້າສາມາດເປັ່ງຄຳເວົ້າທີ່ເປັນຫຼັກຄຳສອນ, ແຕ່ບໍ່ສາມາດເຮັດຫຍັງກັບພວກມັນໄດ້ ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ, ເຊິ່ງພິສູດວ່າເຈົ້າບໍ່ເຂົ້າໃຈຄວາມຈິງ. ບໍ່ວ່າເຈົ້າເກ່ງສໍ່າໃດກໍ່ຕາມໃນການເວົ້າສວດຄຳເວົ້າທີ່ເປັນຫຼັກຄຳສອນ, ສິ່ງນີ້ກໍ່ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ ແລະ ແຮງໄກທີ່ເຈົ້າຈະສາມາດປະຕິບັດຄວາມຈິງ. ສະນັ້ນ, ຈຶ່ງມີບົດຮຽນທີ່ສຳຄັນຫຼາຍໃຫ້ຮຽນຮູ້ໃນທີ່ນີ້. ແລ້ວບົດຮຽນນີ້ແມ່ນຫຍັງ? ມັນກໍ່ຄືການທີ່ຜູ້ຄົນເພິ່ງພາພຣະເຈົ້າໃນທຸກສິ່ງ ແລະ ໂດຍການເຮັດແບບນັ້ນ, ພວກເຂົາຈຶ່ງສາມາດບັນລຸການອາໄສພຣະເຈົ້າໄດ້. ໂດຍການອາໄສພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງມີເສັ້ນທາງໃຫ້ຕິດຕາມ. ແລະ ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າບໍ່ດັ່ງນັ້ນ, ເຈົ້າສາມາດເຮັດສິ່ງໃດໜຶ່ງຢ່າງຖືກຕ້ອງ ແລະ ໂດຍບໍ່ລະເມີດຄວາມຈິງ, ແຕ່ຖ້າເຈົ້າບໍ່ອາໄສພຣະເຈົ້າ, ແລ້ວການກະທຳຂອງເຈົ້າກໍ່ເປັນພຽງຄຸນງາມຄວາມດີຂອງມະນຸດ ແລະ ບໍ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແນ່ນອນ. ເພາະຜູ້ຄົນມີຄວາມເຂົ້າໃຈທີ່ຕື້ນໆກ່ຽວກັບຄວາມຈິງ, ພວກເຂົາຈຶ່ງມີແນວໂນ້ມທີ່ຈະປະຕິບັດຕາມກົດລະບຽບ ແລະ ຍຶດຕິດກັບຄຳເວົ້າທີ່ເປັນຫຼັກຄຳສອນຢ່າງດື້ດຶງ ໂດຍນໍາໃຊ້ຄວາມຈິງແບບດຽວກັນເມື່ອຜະເຊີນໜ້າກັບຫຼາກຫຼາຍສະຖານະການ. ມັນເປັນໄປໄດ້ທີ່ພວກເຂົາອາດສຳເລັດຫຼາຍເລື່ອງໂດຍສອດຄ່ອງກັບຫຼັກການແຫ່ງຄວາມຈິງໂດຍລວມ, ແຕ່ບໍ່ສາມາດເຫັນການຊີ້ນໍາຂອງພຣະເຈົ້າໄດ້ໃນສິ່ງນີ້ ຫຼື ພາລະກິດຂອງພຣະວິນຍານບໍລິສຸດກໍ່ບໍ່ສາມາດເຫັນໄດ້. ມີບັນຫາທີ່ຮ້າຍແຮງໃນທີ່ນີ້ ນັ້ນກໍ່ຄື ຜູ້ຄົນເຮັດຫຼາຍສິ່ງໂດຍອາໄສປະສົບການຂອງພວກເຂົາ ແລະ ກົດລະບຽບທີ່ພວກເຂົາເຂົ້າໃຈ ແລະ ອາໄສຈິນຕະນາການຂອງມະນຸດ. ມັນຍາກທີ່ຈະບັນລຸການອະທິຖານຢ່າງແທ້ຈິງຕໍ່ພຣະເຈົ້າ ແລະ ເພິ່ງພາພຣະອົງຢ່າງແທ້ຈິງໃນທຸກສິ່ງທີ່ພວກເຂົາເຮັດ. ເຖິງແມ່ນວ່າຄົນໆໜຶ່ງເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ມັນຍາກທີ່ຈະບັນລຸຜົນຂອງການເຮັດໜ້າຕາມທີ່ຖືກຊີ້ນໍາໂດຍພຣະເຈົ້າ ແລະ ໂດຍສອດຄ່ອງຕາມຫຼັກການແຫ່ງຄວາມຈິງ. ດ້ວຍເຫດຜົນນີ້, ເຮົາຈຶ່ງເວົ້າວ່າສະຕິປັນຍາທີ່ຍິ່ງໃຫຍ່ທີ່ສຸດຄືການເພິ່ງພາພຣະເຈົ້າ ແລະ ການອາໄສພຣະອົງໃນທຸກສິ່ງ.
ຜູ້ຄົນຈະສາມາດປະຕິບັດການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າໃນທຸກສິ່ງໄດ້ແນວໃດ? ບາງຄົນເວົ້າວ່າ “ຂ້ອຍຍັງນ້ອຍ, ວຸດທິພາວະຂອງຂ້ອຍກໍນ້ອຍ ແລະ ຂ້ອຍຫາກໍເຊື່ອໃນພຣະເຈົ້າໄດ້ເປັນເວລາສັ້ນໆ. ຂ້ອຍບໍ່ຮູ້ຈັກວິທີການປະຕິບັດການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າເມື່ອບາງສິ່ງເກີດຂຶ້ນ”. ນີ້ຄືບັນຫາບໍ? ມີຄວາມຫຍຸ້ງຍາກຫຼາຍຢ່າງໃນການເຊື່ອໃນພຣະເຈົ້າ ແລະ ເຈົ້າຈໍາເປັນຕ້ອງຜ່ານຜ່າຄວາມລຳບາກຍາກແຄ້ນ, ການທົດສອບ ແລະ ຄວາມເຈັບປວດຢ່າງຫຼວງຫຼາຍ. ທັງໝົດນີ້ແມ່ນຈຳເປັນຕ້ອງມີການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າເພື່ອຜ່ານຜ່າເວລາທີ່ລຳບາກ. ຖ້າເຈົ້າບໍ່ສາມາດປະຕິບັດການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ, ເຈົ້າຈະບໍ່ສາມາດຜ່ານຜ່າຄວາມລໍາບາກ ແລະ ເຈົ້າຈະບໍ່ສາມາດຕິດຕາມພຣະເຈົ້າໄດ້. ການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າບໍ່ແມ່ນຫຼັກຄຳສອນທີ່ວ່າງເປົ່າ ຫຼື ມັນບໍ່ແມ່ນບົດສວດມົນເພື່ອທີ່ຈະເຊື່ອໃນພຣະເຈົ້າ. ໃນທາງກົງກັນຂ້າມ, ມັນຄືຄວາມຈິງທີ່ສຳຄັນ, ຄວາມຈິງທີ່ເຈົ້າຕ້ອງມີເພື່ອທີ່ຈະເຊື່ອ ແລະ ຕິດຕາມພຣະເຈົ້າ. ບາງຄົນເວົ້າວ່າ “ການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າພຽງແຕ່ໃຊ້ໄດ້ເມື່ອເກີດເຫດການໃຫຍ່ໆຂຶ້ນ. ຕົວຢ່າງ: ເຈົ້າພຽງແຕ່ຈຳເປັນຕ້ອງຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າເມື່ອຜະເຊີນໜ້າກັບຄວາມລຳບາກຍາກແຄ້ນ, ການທົດສອບ, ການຈັບກຸມ ແລະ ການຂົ່ມເຫັງ ຫຼື ເມື່ອເຈົ້າຜະເຊີນໜ້າກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງເຈົ້າ ຫຼື ເມື່ອເຈົ້າຖືກລິຮານ ແລະ ຈັດການ. ບໍ່ຈຳເປັນຕ້ອງຫວັງເພ່ິງພຣະເຈົ້າ ແລະ ອາໄສພຣະເຈົ້າສຳລັບເລື່ອງທີ່ບໍ່ສຳຄັນໃນຊີວິດສ່ວນຕົວ, ເພາະພຣະເຈົ້າບໍ່ສົນໃຈກ່ຽວກັບພວກມັນ”. ຄຳເວົ້ານີ້ຖືກຕ້ອງບໍ? ມັນບໍ່ຖືກຕ້ອງຢ່າງແນ່ນອນ. ມີການຫັນເຫຢູ່ບ່ອນນີ້. ມັນຈຳເປັນທີ່ຈະຫວັງເພິ່ງພຣະເຈົ້າໃນເລື່ອງໃຫຍ່, ແຕ່ເຈົ້າສາມາດຈັດການກັບເລື່ອງທີ່ບໍ່ສຳຄັນ ແລະ ເລື່ອງນ້ອຍໆໃນຊີວິດໂດຍບໍ່ມີຫຼັກການບໍ? ໃນເລື່ອງຕ່າງໆ ເຊັ່ນ: ການນຸ່ງເຄື່ອງ ແລະ ການກິນ, ເຈົ້າສາມາດເຮັດໂດຍບໍ່ມີຫຼັກການບໍ? ບໍ່ໄດ້ຢ່າງແນ່ນອນ. ການທີ່ເຈົ້າພົວພັນຈັດການກັບຜູ້ຄົນ ແລະ ເລື່ອງຕ່າງໆເດ? ບໍ່ໄດ້ຢ່າງແນ່ນອນ. ແມ່ນແຕ່ໃນຊີວິດປະຈຳວັນ ແລະ ເລື່ອງທີ່ບໍ່ສຳຄັນ, ຢ່າງໜ້ອຍເຈົ້າຕ້ອງມີຫຼັກການເພື່ອທີ່ຈະສາມາດດຳລົງຊີວິດຕາມລັກສະນະມະນຸດ. ບັນຫາທີ່ກ່ຽວຂ້ອງກັບຫຼັກການແມ່ນບັນຫາທີ່ກ່ຽວຂ້ອງກັບຄວາມຈິງ. ຜູ້ຄົນສາມາດແກ້ໄຂພວກມັນດ້ວຍຕົນເອງບໍ? ບໍ່ໄດ້ຢ່າງແນ່ນອນ. ສະນັ້ນເຈົ້າຕ້ອງຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ. ເມື່ອເຈົ້າໄດ້ຮັບແສງສະຫວ່າງຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງເທົ່ານັ້ນ, ບັນຫາທີ່ບໍ່ສຳຄັນເຫຼົ່ານີ້ຈຶ່ງຈະສາມາດໄດ້ຮັບການແກ້ໄຂ. ຖ້າເຈົ້າບໍ່ຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ, ພວກເຈົ້າຄິດວ່າບັນຫາເຫຼົ່ານີ້ທີ່ກ່ຽວຂ້ອງກັບຫຼັກການຈະສາມາດໄດ້ຮັບການແກ້ໄຂບໍ? ບໍ່ໄດ້ງ່າຍຢ່າງແນ່ນອນ. ສາມາດເວົ້າໄດ້ວ່າ ໃນທຸກສິ່ງທີ່ຜູ້ຄົນບໍ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ພວກເຂົາຕ້ອງຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍສໍ່າໃດກໍຕາມ, ບັນຫາໃດໜຶ່ງທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂດ້ວຍຄວາມຈິງແມ່ນຈຳເປັນຕ້ອງມີການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ. ນີ້ຄືຄວາມຈຳເປັນ. ເຖິງແມ່ນວ່າຜູ້ຄົນຈະເຂົ້າໃຈຄວາມຈິງ ແລະ ສາມາດແກ້ໄຂບັນຫາດ້ວຍພວກເຂົາເອງ, ຄວາມເຂົ້າໃຈ ແລະ ວິທີແກ້ບັນຫາເຫຼົ່ານີ້ກໍມີຢ່າງຈຳກັດ ແລະ ພຽງແຕ່ຜິວເຜີນ. ຖ້າຜູ້ຄົນບໍ່ສາມາດຫວັງເພິ່ງພຣະເຈົ້າ ແລະ ອາໄສພຣະເຈົ້າ, ທາງເຂົ້າຂອງພວກເຂົາກໍບໍ່ສາມາດເລິກເຊິ່ງຫຼາຍໄດ້. ຕົວຢ່າງ: ຖ້າເຈົ້າເຈັບປ່ວຍໃນມື້ນີ້ ແລະ ມັນສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈຳເປັນຕ້ອງອະທິຖານກ່ຽວກັບເລື່ອງນີ້ ແລະ ເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຮູ້ສຶກບໍ່ສະບາຍໃນມື້ນີ້, ຂ້ານ້ອຍບໍ່ສາມາດກິນໄດ້ ແລະ ສິ່ງນີ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຕ້ອງກວດສອບຕົນເອງ. ແມ່ນຫຍັງຄືເຫດຜົນແທ້ໆທີ່ຂ້ານ້ອຍບໍ່ສະບາຍ? ຂ້ານ້ອຍກຳລັງຖືກພຣະເຈົ້າລົງວິໄນຍ້ອນບໍ່ຊື່ສັດໃນໜ້າທີ່ຂອງຂ້ານ້ອຍບໍ? ພຣະເຈົ້າ, ຂ້ານ້ອຍຂໍໃຫ້ພຣະອົງສ່ອງແສງສະຫວ່າງ ແລະ ຊີ້ນໍາຂ້ານ້ອຍ”. ເຈົ້າຕ້ອງຮ້ອງໄຫ້ອອກມາແບບນີ້. ນີ້ຄືການຫວັງເພິ່ງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າຫວັງເພິ່ງພຣະເຈົ້າ, ເຈົ້າບໍ່ສາມາດພຽງແຕ່ເຮັດຕາມພິທີການ ແລະ ປະຕິບັດຕາມກົດລະບຽບ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ເຈົ້າຈະເຮັດໃຫ້ສິ່ງຕ່າງໆຊັກຊ້າ. ຫຼັງຈາກທີ່ເຈົ້າອະທິຖານຫາພຣະເຈົ້າ ແລະ ຫວັງເພິ່ງພຣະເຈົ້າ, ເຈົ້າຄວນດຳລົງຊີວິດຂອງເຈົ້າດັ່ງທີ່ເຈົ້າຄວນເຮັດ, ໂດຍບໍ່ເຮັດໃຫ້ໜ້າທີ່ທີ່ເຈົ້າຕ້ອງປະຕິບັດນັ້ນຊັກຊ້າ. ຖ້າເຈົ້າເຈັບປ່ວຍ, ເຈົ້າຄວນໄປພົບກັບທ່ານໝໍ ແລະ ນີ້ຄືສິ່ງທີ່ເໝາະສົມ. ໃນເວລາດຽວກັນ, ເຈົ້າຕ້ອງອະທິຖານ, ໄຕ່ຕອງກ່ຽວກັບຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ການປະຕິບັດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມຢ່າງສົມບູນ. ສຳລັບບາງສິ່ງ, ຖ້າຜູ້ຄົນຮູ້ວິທີການເຮັດພວກມັນຢ່າງເໝາະສົມ, ພວກເຂົາກໍຄວນເຮັດສິ່ງເຫຼົ່ານັ້ນ. ນີ້ຄືວິທີການທີ່ຜູ້ຄົນຄວນໃຫ້ການຮ່ວມມື. ເຖິງຢ່າງໃດກໍຕາມ, ບໍ່ວ່າຜົນສະທ້ອນ ແລະ ເປົ້າໝາຍທີ່ຕ້ອງການຈະສາມາດບັນລຸໄດ້ຢ່າງສົມບູນໃນເລື່ອງເຫຼົ່ານີ້ ຫຼື ບໍ່ ແມ່ນຂຶ້ນກັບການຫວັງເພິ່ງພຣະເຈົ້າ ແລະ ການອາໄສພຣະເຈົ້າ. ໃນບັນຫາທີ່ຜູ້ຄົນບໍ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ບໍ່ສາມາດຈັດການໄດ້ດີດ້ວຍຕົນເອງ, ພວກເຂົາທຸກຄົນຍິ່ງຕ້ອງຫວັງເພິ່ງພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ຄວາມສາມາດທີ່ຈະເຮັດສິ່ງນີ້ຄືສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ. ມີຫຼາຍບົດຮຽນໃຫ້ຮຽນຮູ້ໃນການຫວັງເພິ່ງພຣະເຈົ້າ. ໃນຂະບວນການຫວັງເພິ່ງພຣະເຈົ້າ, ເຈົ້າອາດໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ເຈົ້າຈະມີວິທີທາງ ຫຼື ຖ້າພຣະທຳຂອງພຣະເຈົ້າມາຫາເຈົ້າ, ເຈົ້າຈະຮູ້ຈັກວິທີການຮ່ວມມື ຫຼື ບາງເທື່ອພຣະເຈົ້າຈະຈັດແຈງສະຖານະການບາງຢ່າງໃຫ້ກັບເຈົ້າເພື່ອຮັບເອົາບົດຮຽນ, ເຊິ່ງມີເຈດຕະນາທີ່ດີຂອງພຣະເຈົ້າຢູ່. ໃນຂະບວນການເພິ່ງພາພຣະເຈົ້າ, ເຈົ້າຈະເຫັນການຊີ້ນໍາ ແລະ ການນໍາພາຂອງພຣະເຈົ້າ ແລະ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຮັບເອົາຫຼາຍບົດຮຽນ ແລະ ຮັບເອົາຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບພຣະເຈົ້າ. ນີ້ຄືຜົນສະທ້ອນທີ່ບັນລຸໄດ້ໂດຍການຫວັງເພິ່ງພຣະເຈົ້າ. ສະນັ້ນ, ການຫວັງເພິ່ງພຣະເຈົ້າຄືບົດຮຽນທີ່ຄົນທີ່ຕິດຕາມພຣະເຈົ້າຕ້ອງຮຽນຮູ້ຢູ່ເລື້ອຍໆ ແລະ ມັນເປັນສິ່ງທີ່ພວກເຂົາຈະບໍ່ເຊົາຜະເຊີນໃນຕະຫຼອດຊີວິດ. ມີຫຼາຍຄົນທີ່ມີປະສົບການໜ້ອຍເກີນໄປ ແລະ ບໍ່ສາມາດເຫັນເຖິງການກະທຳຂອງພຣະເຈົ້າ, ສະນັ້ນພວກເຂົາຈຶ່ງຄິດວ່າ “ມີສິ່ງເລັກໆນ້ອຍໆຫຼາຍຢ່າງທີ່ຂ້ອຍສາມາດເຮັດໄດ້ດ້ວຍຕົນເອງ ແລະ ຂ້ອຍບໍ່ຈຳເປັນຕ້ອງຫວັງເພິ່ງພຣະເຈົ້າ”. ນີ້ຄືສິ່ງທີ່ຜິດ. ບາງສິ່ງທີ່ເລັກໆນ້ອຍໆນໍາພາໄປສູ່ສິ່ງໃຫຍ່ ແລະ ຄວາມປະສົງຂອງພຣະເຈົ້າໄດ້ລີ້ລັບຢູ່ໃນບາງສິ່ງທີ່ເລັກນ້ອຍ. ຫຼາຍຄົນບໍ່ສົນໃຈເລື່ອງເລັກນ້ອຍ ແລະ ຜົນຕາມມາກໍຄືພວກເຂົາໄດ້ຄົ້ນພົບວ່າຕົນເອງກຳລັງມີຄວາມລົ້ມເຫຼວຄັ້ງໃຫຍ່ເນື່ອງຈາກເລື່ອງເລັກນ້ອຍ. ຄົນທີ່ຢຳເກງພຣະເຈົ້າຢ່າງແທ້ຈິງ, ທັງໃນເລື່ອງໃຫຍ່ ແລະ ເລື່ອງເລັກນ້ອຍ, ຈະອະທິຖານຫາພຣະເຈົ້າ, ຝາກຝັງທຸກສິ່ງໃຫ້ກັບພຣະເຈົ້າ ແລະ ຫຼັງຈາກນັ້ນກໍເຫັນວ່າພຣະເຈົ້າຊີ້ນໍາ ແລະ ນຳພາພວກເຂົາແນວໃດ. ຫຼັງຈາກທີ່ເຈົ້າມີປະສົບການເຊັ່ນນັ້ນ, ເຈົ້າຈະສາມາດຫວັງເພິ່ງພຣະເຈົ້າໃນທຸກສິ່ງ ແລະ ຍິ່ງເຈົ້າມີປະສົບການກັບສິ່ງນີ້ຫຼາຍສໍ່າໃດ, ເຈົ້າກໍຈະຍິ່ງຮູ້ສຶກວ່າການຫວັງເພິ່ງພຣະເຈົ້າໃນທຸກສິ່ງເປັນຈິງຫຼາຍສໍ່ານັ້ນ. ເມື່ອເຈົ້າຫວັງເພິ່ງພຣະເຈົ້າໃນເລື່ອງໜຶ່ງ, ມັນກໍເປັນໄປໄດ້ທີ່ພຣະເຈົ້າຈະບໍ່ໃຫ້ຄວາມຮູ້ສຶກ, ຄວາມໝາຍທີ່ຊັດເຈນໃຫ້ກັບເຈົ້າ ຫຼື ແຮງໄກທີ່ຈະໃຫ້ຄຳສັ່ງທີ່ຊັດເຈນ, ແຕ່ພຣະອົງຈະເຮັດໃຫ້ເຈົ້າເຂົ້າໃຈແນວຄິດໃດໜຶ່ງ, ເຊິ່ງມີບາງຢ່າງກ່ຽວຂ້ອງກັບເລື່ອງນີ້ຢ່າງແນ່ຊັດ ແລະ ສິ່ງນີ້ຄືການທີ່ພຣະເຈົ້າຊີ້ນໍາເຈົ້າໂດຍນໍາໃຊ້ວິທີການທີ່ແຕກຕ່າງກັນ ແລະ ການມອບຫົນທາງໃຫ້ກັບເຈົ້າ. ຖ້າເຈົ້າສາມາດຮູ້ສຶກ ແລະ ເຂົ້າໃຈສິ່ງນີ້ໄດ້, ເຈົ້າຈະໄດ້ຮັບຜົນປະໂຫຍດ. ເຈົ້າອາດບໍ່ເຂົ້າໃຈຫຍັງໃນຊ່ວງເວລານີ້, ແຕ່ເຈົ້າຕ້ອງສືບຕໍ່ອະທິຖານ ແລະ ຫວັງເພິ່ງພຣະເຈົ້າ. ສິ່ງນີ້ບໍ່ຜິດເລີຍ ແລະ ບໍ່ໄວກໍຊ້າ ເຈົ້າຈະໄດ້ຮັບແສງສະຫວ່າງ. ການປະຕິບັດໃນລັກສະນະນີ້ບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ. ໃນທາງກົງກັນຂ້າມ, ມັນຄືການບັນລຸຄວາມຕ້ອງການຝ່າຍວິນຍານ ແລະ ມັນເປັນວິທີການທີ່ຜູ້ຄົນຄວນປະຕິບັດ. ເຈົ້າອາດບໍ່ໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາທຸກຄັ້ງທີ່ເຈົ້າອະທິຖານຫາພຣະເຈົ້າ ແລະ ຫວັງເພິ່ງພຣະເຈົ້າ, ແຕ່ຜູ້ຄົນຕ້ອງປະຕິບັດໃນລັກສະນະນີ້ ແລະ ຖ້າພວກເຂົາຕ້ອງການເຂົ້າໃຈຄວາມຈິງ, ພວກເຂົາຈຳເປັນຕ້ອງປະຕິບັດໃນລັກສະນະນີ້. ນີ້ຄືສະພາວະຊີວິດ ແລະ ຈິດວິນຍານທີ່ເປັນປົກກະຕິ ແລະ ໃນລັກສະນະນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ເພື່ອວ່າຫົວໃຈຂອງພວກເຂົາຈະໃກ້ຊິດພຣະເຈົ້າ. ສະນັ້ນຈຶ່ງສາມາດເວົ້າໄດ້ວ່າ ການຫວັງເພິ່ງພຣະເຈົ້າຄືການມີປະຕິສຳພັນທີ່ປົກກະຕິກັບພຣະເຈົ້າໃນຫົວໃຈຂອງຜູ້ຄົນ. ບໍ່ວ່າເຈົ້າຈະສາມາດໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າ ຫຼື ບໍ່, ເຈົ້າຄວນອະທິຖານຫາພຣະເຈົ້າ ແລະ ຫວັງເພິ່ງພຣະເຈົ້າໃນທຸກສິ່ງ. ສິ່ງນີ້ຍັງເປັນຫົນທາງທີ່ຫຼີກເວັ້ນບໍ່ໄດ້ໃນການດຳລົງຊີວິດຕໍ່ໜ້າພຣະເຈົ້າ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ພວກເຂົາກໍຄວນມີສະພາວະຈິດໃຈທີ່ຫວັງເພິ່ງພຣະເຈົ້າຢູ່ສະເໝີ. ນີ້ຄືສະພາວະຈິດໃຈທີ່ຜູ້ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ. ບາງຄັ້ງ, ການມອງຫາພຣະເຈົ້າບໍ່ໄດ້ໝາຍຄວາມວ່າເປັນການວອນຂໍພຣະເຈົ້າໃຫ້ເຮັດບາງສິ່ງໂດຍຄຳເວົ້າສະເພາະ ຫຼື ວອນຂໍການນຳພາ ແລະ ການປົກປ້ອງສະເພາະຈາກພຣະອົງ. ກົງກັນຂ້າມ, ມັນຄື ເມື່ອຜະເຊີນກັບບາງບັນຫາ, ພວກເຂົາສາມາດຮ້ອງຫາພຣະອົງຢ່າງຈິງໃຈ. ແລ້ວພຣະເຈົ້າເຮັດຫຍັງຢູ່ເມື່ອຜູ້ຄົນຮ້ອງຫາພຣະອົງ? ເມື່ອຫົວໃຈຂອງໃຜບາງຄົນເຕັ້ນແຮງ ແລະ ພວກເຂົາມີຄວາມຄິດນີ້: “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ສາມາດເຮັດສິ່ງນີ້ໄດ້ດ້ວຍຕົວຂ້ານ້ອຍເອງ, ຂ້ານ້ອຍບໍ່ຮູ້ວ່າຈະເຮັດມັນແນວໃດ, ຂ້ານ້ອຍຮູ້ສຶກອ່ອນແອ ແລະ ຄິດລົບ...”, ເມື່ອຄວາມຄິດນີ້ເກີດຂຶ້ນໃນຕົວພວກເຂົາ, ພຣະເຈົ້າບໍ່ຮູ້ກ່ຽວກັບມັນບໍ? ເມື່ອຄວາມຄິດນີ້ເກີດຂຶ້ນໃນຜູ້ຄົນ, ຫົວໃຈຂອງພວກເຂົາຈິງໃຈບໍ? ເມື່ອພວກເຂົາຮ້ອງຫາພຣະເຈົ້າຢ່າງຈິງໃຈໃນທາງນີ້, ພຣະເຈົ້າຍິນຍອມທີ່ຈະຊ່ວຍພວກເຂົາບໍ? ເຖິງຈະມີຄວາມຈິງທີ່ວ່າ ພວກເຂົາອາດບໍ່ໄດ້ເວົ້າຫຍັງຈັກຄຳ, ພວກເຂົາກໍສະແດງຄວາມຈິງໃຈ ແລະ ພຣະເຈົ້າກໍຍິນຍອມທີ່ຈະຊ່ວຍພວກເຂົາ. ເມື່ອບາງຄົນຜະເຊີນກັບຄວາມຫຍຸ້ງຍາກໜັກໜາສາຫັດ, ເມື່ອພວກເຂົາບໍ່ມີໃຜໃຫ້ເພິ່ງ ແລະ ໂດຍສະເພາະ ເມື່ອພວກເຂົາຮູ້ສຶກສິ້ນຫວັງ, ພວກເຂົາມອບຄວາມຫວັງດຽວຂອງພວກເຂົາໄວ້ກັບພຣະເຈົ້າ. ຄຳອະທິຖານຂອງພວກເຂົາເປັນຄືຫຍັງ? ສະພາວະຈິດໃຈຂອງພວກເຂົາເປັນແນວໃດ? ພວກເຂົາຈິງໃຈບໍ? ໃນເວລານັ້ນ ມີການເຈືອປົນໃດໆບໍ? ເມື່ອເຈົ້າວາງໃຈຄືກັບວ່າພຣະເຈົ້າເປັນເຝືອງເສັ້ນສຸດທ້າຍທີ່ເຈົ້າຍຶດໄວ້ໂດຍຫວັງວ່າພຣະອົງຈະຊ່ວຍເຈົ້າ, ຫົວໃຈຂອງເຈົ້າຈຶ່ງຈິງໃຈ. ເຖິງແມ່ນວ່າເຈົ້າອາດບໍ່ໄດ້ເວົ້າຫຼາຍ, ແຕ່ຫົວໃຈຂອງເຈົ້າກໍໄດ້ເຕັ້ນແຮງແລ້ວ. ນັ້ນກໍຄື, ເຈົ້າໄດ້ມອບຫົວໃຈທີ່ຈິງໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ພຣະເຈົ້າກໍຮັບຟັງ. ເມື່ອພຣະເຈົ້າຮັບຟັງ, ພຣະອົງເຫັນຄວາມຫຍຸງຍາກຂອງເຈົ້າ ແລະ ພຣະອົງຈະໃຫ້ແສງສະຫວ່າງແກ່ເຈົ້າ, ນຳທາງເຈົ້າ ແລະ ຊ່ວຍເຈົ້າ. ເມື່ອໃດຫົວໃຈຂອງມະນຸດຈຶ່ງຈະຈິງໃຈທີ່ສຸດ? ມັນຈິງໃຈທີ່ສຸດເມື່ອມະນຸດຫວັງເພິ່ງພຣະເຈົ້າເມື່ອບໍ່ມີທາງອອກ. ສິ່ງສຳຄັນທີ່ສຸດທີ່ຕ້ອງມີໃນການຫວັງເພິ່ງພຣະເຈົ້າກໍຄືຫົວໃຈທີ່ຈິງໃຈ. ເຈົ້າຕ້ອງຢູ່ໃນສະພາວະທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ. ນັ້ນໝາຍຄວາມວ່າ ຢ່າງໜ້ອຍຫົວໃຈຂອງຜູ້ຄົນຕ້ອງຈິງໃຈ, ບໍ່ແມ່ນເຮັດພໍເປັນພິທີ; ພວກເຂົາບໍ່ຄວນພຽງແຕ່ເຄື່ອນເໜັງປາກຂອງພວກເຂົາ ແລະ ບໍ່ແມ່ນຫົວໃຈຂອງພວກເຂົາ. ຖ້າເຈົ້າເຮັດພໍແລ້ວມືແລ້ວຕີນໃນການເວົ້າຫາພຣະເຈົ້າ, ແຕ່ຫົວໃຈຂອງເຈົ້າບໍ່ໄດ້ຮັບການດົນບັນດານ ແລະ ສິ່ງທີ່ເຈົ້າໝາຍຄວາມກໍຄື “ຂ້ານ້ອຍມີແຜນການຂອງຂ້ອຍເອງແລ້ວ ແລະ ພຣະເຈົ້າ, ຂ້ານ້ອຍພຽງແຕ່ແຈ້ງໃຫ້ພຣະອົງຮັບຊາບ. ຂ້ານ້ອຍຈະຜ່ານຜ່າດ້ວຍແຜນການເຫຼ່ົ່ານັ້ນ ບໍ່ວ່າພຣະອົງຈະເຫັນດີ ຫຼື ບໍ່ກໍຕາມ. ຂ້ານ້ອຍພຽງແຕ່ຈະທຳທ່າເຮັດ”, ແລ້ວນີ້ກໍໝາຍເຖິງບັນຫາ. ເຈົ້າກຳລັງຫຼອກລວງ ແລະ ຫຼິ້ນຕະລົກກັບພຣະເຈົ້າ ແລະ ນີ້ຍັງເປັນການສະແດງອອກເຖິງການບໍ່ເຄົາລົບພຣະເຈົ້າ. ພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດຫຼັງຈາກນີ້? ພຣະເຈົ້າຈະບໍ່ສົນໃຈເຈົ້າ ແລະ ປະຖິ້ມເຈົ້າ ແລະ ເຈົ້າຈະອັບອາຍຢ່າງສົມບູນ. ຖ້າເຈົ້າບໍ່ສະແຫວງຫາພຣະເຈົ້າຢ່າງຫ້າວຫັນ ແລະ ບໍ່ພະຍາຍາມຫາຄວາມຈິງ, ເຈົ້າຈະຖືກຂັບໄລ່ອອກ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມເຊື່ອໃນພຣະເຈົ້າຕ້ອງເລີ່ມຕົ້ນດ້ວຍການເບິ່ງທະລຸແນວໂນ້ມທີ່ຊົ່ວຮ້າຍຂອງໂລກ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 377)
ຄວາມຈິງຄືຊີວິດຂອງພຣະເຈົ້າເອງ; ມັນເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ຖ້າເຈົ້າເວົ້າວ່າ ໂດຍການມີປະສົບການ ແລະ ຄວາມຮູ້ບາງຢ່າງ, ເຈົ້າຈຶ່ງມີຄວາມຈິງ, ແລ້ວເຈົ້າໄດ້ບັນລຸຄວາມບໍລິສຸດບໍ? ເປັນຫຍັງເຈົ້າຈຶ່ງຍັງສະແດງຄວາມເສື່ອມຊາມ? ເປັນຫຍັງເຈົ້າບໍ່ສາມາດແຍກແຍະລະຫວ່າງຄົນປະເພດທີ່ແຕກຕ່າງກັນ? ເປັນຫຍັງເຈົ້າຈຶ່ງບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ? ເຖິງແມ່ນວ່າເຈົ້າເຂົ້າໃຈຄວາມຈິງບາງຢ່າງ, ເຈົ້າສາມາດເປັນຕົວແທນໃຫ້ກັບພຣະເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມອຸປະນິໄສຂອງພຣະເຈົ້າບໍ? ເຈົ້າອາດມີປະສົບການ ແລະ ຄວາມຮູ້ກ່ຽວກັບຄວາມຈິງລັກສະນະໃດໜຶ່ງ ແລະ ເຈົ້າອາດທີ່ຈະສາມາດໃຫ້ແສງສະຫວ່າງໜ້ອຍໜຶ່ງໃນຄຳເວົ້າຂອງເຈົ້າ, ແຕ່ສິ່ງທີ່ເຈົ້າສາມາດສະໜອງໃຫ້ແກ່ຜູ້ຄົນເປັນສິ່ງທີ່ຈຳກັດທີ່ສຸດ ແລະ ບໍ່ສາມາດຢູ່ໄດ້ດົນ. ນີ້ກໍເພາະຄວາມເຂົ້າໃຈຂອງເຈົ້າ ແລະ ແສງສະຫວ່າງທີ່ເຈົ້າໄດ້ຮັບບໍ່ໄດ້ເປັນຕົວແທນໃຫ້ກັບແກ່ນແທ້ຂອງຄວາມຈິງ ແລະ ມັນບໍ່ໄດ້ເປັນຕົວແທນໃຫ້ກັບຄວາມຈິງທັງໝົດ. ມັນພຽງແຕ່ເປັນຕົວແທນໃຫ້ກັບດ້ານດຽວ ຫຼື ລັກສະນະນ້ອຍໆຂອງຄວາມຈິງ, ມັນພຽງແຕ່ເປັນລະດັບທີ່ສາມາດບັນລຸໄດ້ໂດຍມະນຸດ ແລະ ມັນຍັງໄກຈາກແກ່ນແທ້ຂອງຄວາມຈິງ. ແສງສະຫວ່າງ, ແສງເຍືອງທາງ, ປະສົບການ ແລະ ຄວາມຮູ້ນ້ອຍໆນີ້ບໍ່ສາມາດແທນທີ່ຄວາມຈິງໄດ້. ເຖິງແມ່ນວ່າທຸກຄົນໄດ້ຜະເຊີນກັບຄວາມຈິງຢ່າງມີປະສິດທິພາບພໍສົມຄວນ ແລະ ປະສົບການ ແລະ ຄວາມຮູ້ທັງໝົດຂອງພວກເຂົາຖືກນໍາມາຢູ່ຮ່ວມກັນ, ມັນຈະບໍ່ສົມບູນ ແລະ ທຽບເທົ່າກັບແກ່ນແທ້ຂອງຄວາມຈິງນີ້ແມ່ນແຕ່ວັກດຽວ. ດັ່ງທີ່ໄດ້ເວົ້າໃນອະດີດ, “ເຮົາໄດ້ສະຫຼຸບສຸພາສິດສຳລັບໂລກມະນຸດ: ໃນບັນດາມະນຸດ, ບໍ່ມີຜູ້ໃດທີ່ຮັກເຮົາ”. ປະໂຫຍກນີ້ຄືຄວາມຈິງ, ເປັນແກ່ນແທ້ທີ່ແທ້ຈິງຂອງຊີວິດ, ເປັນສິ່ງທີ່ເລິກເຊິ່ງທີ່ສຸດ ແລະ ເປັນການສະແດງເຖິງພຣະເຈົ້າເອງ. ຫຼັງຈາກເວລາສາມປີກັບປະສົບການ, ເຈົ້າອາດຈະມີຄວາມເຂົ້າໃຈພຽງແຕ່ຜິວເຜີນໜ້ອຍໜຶ່ງ ແລະ ຫຼັງຈາກເຈັດ ຫຼື ແປດປີ, ເຈົ້າອາດຈະມີຄວາມເຂົ້າໃຈຫຼາຍຂຶ້ນໜ້ອຍໜຶ່ງ, ແຕ່ຄວາມເຂົ້າໃຈນີ້ບໍ່ສາມາດຢືນແທນທີ່ຄວາມຈິງວັກນີ້ໄດ້ຈັກເທື່ອ. ຫຼັງຈາກສອງປີ, ຄົນອື່ນອາດຈະມີຄວາມເຂົ້າໃຈເລັກນ້ອຍ ຫຼື ມີຄວາມເຂົ້າໃຈເພີ່ມອີກພໍສົມຄວນຫຼັງຈາກສິບປີ ຫຼື ເຖິງກັບມີຄວາມເຂົ້າໃຈທີ່ສູງສົ່ງຂຶ້ນຫຼັງຈາກເວລາທີ່ມີຊີວິດ, ແຕ່ຄວາມເຂົ້າໃຈລວມກັນຂອງພວກເຈົ້າທັງສອງບໍ່ສາມາດຢືນແທນທີ່ຄວາມຈິງວັກນີ້ໄດ້. ບໍ່ວ່າພວກເຈົ້າສອງຄົນອາດຈະລວມຄວາມເຂົ້າໃຈ, ແສງສະຫວ່າງ, ປະສົບການ ຫຼື ຄວາມຮູ້ເຂົ້າກັນໄດ້ຫຼາຍສໍ່າໃດ, ມັນບໍ່ສາມາດຢືນແທນທີ່ຄວາມຈິງວັກນີ້ໄດ້ຈັກເທື່ອ. ນັ້ນໝາຍຄວາມວ່າ ຊີວິດມະນຸດຄືຊີວິດມະນຸດຢູ່ສະເໝີ ແລະ ບໍ່ວ່າຄວາມຮູ້ຂອງເຈົ້າສອດຄ່ອງກັບຄວາມຈິງ, ຄວາມປະສົງຂອງພຣະເຈົ້າ ຫຼື ສິ່ງຮຽກຮ້ອງຂອງພຣະເຈົ້າແນວໃດກໍຕາມ, ມັນບໍ່ສາມາດຢືນແທນທີ່ຄວາມຈິງຈັກເທື່ອ. ການເວົ້າວ່າຜູ້ຄົນມີຄວາມຈິງໝາຍຄວາມວ່າຜູ້ຄົນເຂົ້າໃຈຄວາມຈິງຢ່າງແທ້ຈິງ, ດຳລົງຊີວິດຕາມຄວາມເປັນຈິງບາງຢ່າງໃນພຣະທຳຂອງພຣະເຈົ້າ, ມີຄວາມຮູ້ທີ່ເປັນຈິງບາງຢ່າງກ່ຽວກັບພຣະເຈົ້າ ແລະ ສາມາດຍົກຍ້ອງ ແລະ ເປັນພະຍານໃຫ້ກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ, ມັນບໍ່ສາມາດເວົ້າໄດ້ວ່າຜູ້ຄົນມີຄວາມຈິງແລ້ວ, ເພາະຄວາມຈິງເລິກເຊິ່ງເກີນໄປ. ພຽງແຕ່ໜຶ່ງວັກໃນພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ຜູ້ຄົນໃຊ້ເວລາໝົດຊີວິດເພື່ອມີປະສົບການ ແລະ ແມ່ນແຕ່ຫຼັງຈາກທີ່ມີປະສົບການໃນຊີວິດໄດ້ຫຼາຍປີ ຫຼື ຫຼາຍພັນປີ, ພວກເຂົາກໍບໍ່ສາມາດມີປະສົບການຢ່າງເຕັມທີ່ກັບວັກດຽວໃນພຣະທຳຂອງພຣະເຈົ້າໄດ້. ມັນຊັດເຈນວ່າຂະບວນການເຂົ້າໃຈຄວາມຈິງ ແລະ ການຮູ້ຈັກພຣະເຈົ້າບໍ່ສິ້ນສຸດຢ່າງແນ່ນອນ ແລະ ມີຂໍ້ຈຳກັດທີ່ວ່າມະນຸດສາມາດເຂົ້າໃຈຄວາມຈິງໄດ້ຫຼາຍສໍ່າໃດໃນຕະຫຼອດຊີວິດທີ່ມີປະສົບການ. ບາງຄົນເວົ້າວ່າພວກເຂົາມີຄວາມຈິງທັນທີທີ່ພວກເຂົາເຂົ້າໃຈຄວາມໝາຍຕາມຂໍ້ຄວາມໃນພຣະທຳຂອງພຣະເຈົ້າ. ສິ່ງນີ້ບໍ່ແມ່ນເລື່ອງທີ່ໄຮ້ສາລະບໍ? ໃນເລື່ອງຂອງທັງແສງສະຫວ່າງ ແລະ ຄວາມຮູ້ ແມ່ນມີເລື່ອງຂອງຄວາມເລິກເຊິ່ງ. ຄວາມເປັນຈິງແຫ່ງຄວາມຈິງທີ່ບຸກຄົນໜຶ່ງສາມາດເຂົ້າສູ່ໃນຕະຫຼອດຊີວິດທີ່ເຊື່ອແມ່ນມີຢ່າງຈຳກັດ. ສະນັ້ນ, ພຽງແຕ່ເພາະເຈົ້າມີຄວາມຮູ້ ແລະ ແສງສະຫວ່າງບາງຢ່າງບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ. ສິ່ງຫຼັກໆທີ່ເຈົ້າຕ້ອງເຝົ້າເບິ່ງຄືແສງສະຫວ່າງ ແລະ ຄວາມຮູ້ນີ້ໄດ້ແຕະຕ້ອງແກ່ນແທ້ຂອງຄວາມຈິງ ຫຼື ບໍ່. ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ບາງຄົນຮູ້ສຶກວ່າພວກເຂົາມີຄວາມຈິງເມື່ອພວກເຂົາສາມາດສ່ອງແສງສະຫວ່າງ ຫຼື ໃຫ້ຄວາມເຂົ້າໃຈພຽງຜິວເຜີນທີ່ເລັກນ້ອຍ. ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມສຸກ, ສະນັ້ນພວກເຂົາຈຶ່ງສະບາຍໃຈ ແລະ ທະນົງຕົວ. ໃນຄວາມເປັນຈິງແລ້ວ, ພວກເຂົາຍັງຫ່າງໄກຈາກການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຜູ້ຄົນສາມາດມີຄວາມຈິງຫຍັງ? ຜູ້ຄົນທີ່ມີຄວາມຈິງສາມາດລົ້ມລົງໄດ້ທຸກເວລາ ແລະ ທຸກຫົນແຫ່ງບໍ? ເມື່ອຜູ້ຄົນມີຄວາມຈິງ, ພວກເຂົາຍັງສາມາດທ້າທາຍພຣະເຈົ້າ ແລະ ທໍລະຍົດພຣະເຈົ້າໄດ້ແນວໃດ? ຖ້າເຈົ້າອ້າງວ່າເຈ້ົາມີຄວາມຈິງ, ມັນກໍພິສູດວ່າຢູ່ພາຍໃນເຈົ້າຄືຊີວິດຂອງພຣະຄຣິດ, ແລ້ວນັ້ນຄືສິ່ງທີ່ໂຫດຮ້າຍ! ເຈົ້າໄດ້ກາຍມາເປັນພຣະຜູ້ເປັນເຈົ້າ, ເຈົ້າໄດ້ກາຍມາເປັນພຣະຄຣິດແລ້ວບໍ? ນີ້ຄືປະໂຫຍກທີ່ແປກປະຫຼາດ ແລະ ລ້ວນແລ້ວແຕ່ຖືກອະນຸມານໂດຍຜູ້ຄົນ; ມັນກ່ຽວຂ້ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ ແລະ ບໍ່ແມ່ນຕຳແໜ່ງທີ່ປອງດອງກັນໄດ້ກັບພຣະເຈົ້າ.
ເມື່ອຜູ້ຄົນເຂົ້າໃຈຄວາມຈິງ ແລະ ດຳລົງຊີວິດກັບມັນຄືກັບເປັນຊີວິດຂອງພວກເຂົາ, ຊີວິດນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າຄວາມຈິງປົກຄອງສູງສຸດໃນຫົວໃຈຂອງພວກເຂົາ, ມັນໝາຍຄວາມວ່າພວກເຂົາສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ມັນໝາຍເຖິງພວກເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມຈິງ. ເມື່ອຜູ້ຄົນມີຊີວິດໃໝ່ນີ້ພາຍໃນຕົວພວກເຂົາ, ມັນລ້ວນແລ້ວແຕ່ຖືກບັນລຸໂດຍການປະຕິບັດ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າ. ມັນຖືກສ້າງຂຶ້ນເທິງບົນພື້ນຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ມັນສາມາດບັນລຸໄດ້ໂດຍການທີ່ພວກເຂົາອາໄສຢູ່ໃນຂອບເຂດແຫ່ງຄວາມຈິງ. ຊີວິດຂອງຜູ້ຄົນລ້ວນແລ້ວແຕ່ແມ່ນຄວາມຮູ້ ແລະ ປະສົບການຂອງພວກເຂົາກ່ຽວກັບຄວາມຈິງ ແລະ ບໍ່ເກີນຂອບເຂດນັ້ນໂດຍຖືເອົາສິ່ງນີ້ເປັນພື້ນຖານຂອງມັນ; ນີ້ແມ່ນຊີວິດທີ່ໝາຍເຖິງ ເມື່ອເວົ້າເຖິງການໄດ້ຮັບຊີວິດແຫ່ງຄວາມຈິງ. ເພື່ອດຳລົງຊີວິດໂດຍຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ, ມັນບໍ່ເປັນຈິງທີ່ຊີວິດແຫ່ງຄວາມຈິງຢູ່ພາຍໃນຜູ້ຄົນ ຫຼື ມັນບໍ່ເປັນຈິງທີ່ຖ້າພວກເຂົາມີຄວາມຈິງເປັນຊີວິດຂອງພວກເຂົາ, ຜູ້ຄົນຈະກາຍເປັນຄວາມຈິງ ແລະ ຊີວິດພາຍໃນຂອງພວກເຂົາຈະກາຍເປັນຊີວິດແຫ່ງຄວາມຈິງ; ແຮງໄກທີ່ມັນຈະສາມາດເວົ້າໄດ້ວ່າພວກເຂົາເປັນຊີວິດແຫ່ງຄວາມຈິງ. ໃນທີ່ສຸດ, ຊີວິດຂອງພວກເຂົາກໍຍັງເປັນຊີວິດຂອງມະນຸດ. ຖ້າເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ມີຄວາມຮູ້ກ່ຽວກັບຄວາມຈິງ ແລະ ຖ້າຄວາມເຂົ້າໃຈນີ້ຢັ່ງຮາກພາຍໃນເຈົ້າ, ມັນກາຍມາເປັນຊີວິດຂອງເຈົ້າ ແລະ ຄວາມຈິງທີ່ເຈົ້າໄດ້ຮັບຜ່ານປະສົບການກໍກາຍມາເປັນພື້ນຖານຄວາມເປັນຢູ່ຂອງເຈົ້າ ແລະ ຖ້າເຈົ້າດຳລົງຊີວິດຕາມພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ບໍ່ມີຜູ້ໃດຈະສາມາດປ່ຽນແປງມັນໄດ້ ແລະ ຊາຕານຈະບໍ່ສາມາດຫຼອກລວງ ຫຼື ເຮັດໃຫ້ເຈົ້າເສື່ອມຊາມໄດ້, ແລ້ວເຈົ້າກໍຈະໄດ້ຮັບຊີວິດແຫ່ງຄວາມຈິງ. ນັ້ນກໍຄື ຊີວິດຂອງເຈົ້າພຽງແຕ່ປະກອບດ້ວຍຄວາມຈິງເທົ່ານັ້ນ, ເຊິ່ງໝາຍເຖິງຄວາມເຂົ້າໃຈຂອງເຈົ້າ, ປະສົບການ ແລະ ຄວາມເຂົ້າໃຈຄວາມຈິງ ແລະ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຈະດຳລົງຊີວິດຕາມສິ່ງເຫຼົ່ານີ້ ແລະ ເຈົ້າຈະບໍ່ອອກຈາກຂອບເຂດຂອງສິ່ງເຫຼົ່ານັ້ນ. ນີ້ຄືຄວາມໝາຍຂອງການມີຄວາມເປັນຈິງແຫ່ງຄວາມຈິງ ແລະ ຄົນເຊັ່ນນັ້ນກໍເປັນສິ່ງທີ່ພຣະເຈົ້າຕ້ອງການຈະຮັບເອົາດ້ວຍພາລະກິດຂອງພຣະອົງໃນທີ່ສຸດ. ແຕ່ບໍ່ວ່າຜູ້ຄົນຈະເຂົ້າໃຈຄວາມຈິງໄດ້ດີສໍ່າໃດກໍຕາມ, ທາດແທ້ຂອງພວກເຂົາກໍຍັງເປັນຂອງມະນຸດຊາດຢູ່ ແລະ ບໍ່ສາມາດປຽບທຽບກັບທາດແທ້ຂອງພຣະເຈົ້າໄດ້ເລີຍ. ຍ້ອນປະສົບການກ່ຽວກັບຄວາມຈິງຂອງພວກເຂົາກຳລັງດຳເນີນໄປຕະຫຼອດການ ແລະ ຍ້ອນມັນເປັນໄປບໍ່ໄດ້ທີ່ພວກເຂົາຈະດຳລົງຊີວິດຕາມຄວາມຈິງຢ່າງສົມບູນ ແລະ ພວກເຂົາພຽງແຕ່ສາມາດດຳລົງຊີວິດຕາມເສດສ່ວນເລັກນ້ອຍຂອງຄວາມຈິງທີ່ຈຳກັດທີ່ສຸດທີ່ມະນຸດສາມາດບັນລຸໄດ້, ແລ້ວມະນຸດຈະສາມາດກາຍມາເປັນພຣະເຈົ້າໄດ້ແນວໃດ? ... ຖ້າເຈົ້າມີປະສົບການເລັກໜ້ອຍກັບພຣະທຳຂອງພຣະເຈົ້າ ແລະ ກຳລັງດຳລົງຊີວິດຕາມປະສົບການຕົວຈິງ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ແລ້ວພຣະທຳຂອງພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າເທື່ອລະໜ້ອຍ. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າກໍຍັງບໍ່ສາມາດເວົ້າໄດ້ວ່າ ຄວາມຈິງຄືຊີວິດຂອງເຈົ້າ ຫຼື ສິ່ງທີ່ເຈົ້າກຳລັງສະແດງອອກແມ່ນຄວາມຈິງ; ຖ້າວ່າແມ່ນຄວາມຄິດເຫັນຂອງເຈົ້າ, ແລ້ວເຈົ້າກໍຜິດແລ້ວ. ຖ້າເຈົ້າມີປະສົບການບາງຢ່າງກັບດ້ານໃດໜຶ່ງຂອງຄວາມຈິງ, ສິ່ງນີ້ສາມາດເປັນຕົວແທນໃຫ້ກັບການທີ່ເຈົ້າມີຄວາມຈິງບໍ? ສິ່ງນີ້ສາມາດຖືວ່າເປັນການຮັບເອົາຄວາມຈິງບໍ? ເຈົ້າຈະສາມາດອະທິບາຍຄວາມຈິງໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຄົ້ນພົບອຸປະນິໄສຂອງພຣະເຈົ້າ ແລະ ຈາກຄວາມຈິງນັ້ນ ແມ່ນຫຍັງຄືສິ່ງທີ່ພຣະເຈົ້າມີ ແລະ ເປັນ? ຖ້າບໍ່ໄດ້ບັນລຸຜົນສະທ້ອນເຫຼົ່ານີ້, ສິ່ງນີ້ກໍພິສູດວ່າການມີປະສົບການກັບຄວາມຈິງໃນລັກສະນະໃດໜຶ່ງເທົ່ານັ້ນບໍ່ສາມາດຖືວ່າເປັນການເຂົ້າໃຈຄວາມຈິງຢ່າງແທ້ຈິງ ຫຼື ການຮູ້ຈັກພຣະເຈົ້າ, ແລ້ວແຮງໄກທີ່ຈະສາມາດເວົ້າໄດ້ວ່າມັນເປັນການຮັບເອົາຄວາມຈິງ. ທຸກຄົນມີປະສົບການກັບດ້ານໜຶ່ງເທົ່ານັ້ນ ແລະ ໃນຂອບເຂດໜຶ່ງຂອງຄວາມຈິງ; ໂດຍການຜະເຊີນກັບມັນພາຍໃນຂອບເຂດທີ່ຈຳກັດຂອງເຈົ້າ, ເຈົ້າບໍ່ສາມາດສຳຜັດດ້ານຕ່າງໆທັງໝົດຂອງຄວາມຈິງໄດ້. ຜູ້ຄົນສາມາດດຳລົງຊີວິດຕາມຄວາມໝາຍເດີມຂອງຄວາມຈິງໄດ້ບໍ? ປະສົບການເລັກນ້ອຍຂອງເຈົ້ານັ້ນເທົ່າກັບຫຍັງ? ພຽງແຕ່ເມັດດິນຊາຍໜຶ່ງເມັດທີ່ຢູ່ເທິງຫາດຊາຍ; ເທົ່າກັບນໍ້າຢົດໜຶ່ງທີ່ຢູ່ໃນມະຫາສະໝຸດ. ສະນັ້ນ ບໍ່ວ່າຄວາມຮູ້ນັ້ນ ແລະ ຄວາມຮູ້ສຶກເຫຼົ່ານີ້ທີ່ເຈົ້າໄດ້ຮັບຈາກປະສົບການຂອງເຈົ້າອາດລໍ້າຄ່າສໍ່າໃດ, ພວກມັນກໍບໍ່ສາມາດຖືວ່າເປັນຄວາມຈິງໄດ້. ພວກມັນສາມາດເວົ້າໄດ້ວ່າສອດຄ່ອງກັບຄວາມຈິງ. ຄວາມຈິງມາຈາກພຣະເຈົ້າ ແລະ ຄວາມໝາຍພາຍໃນ ແລະ ຄວາມເປັນຈິງແຫ່ງຄວາມຈິງໄດ້ຄອບຄຸມໄລຍະກວ້າງຂວາງຫຼາຍທີ່ບໍ່ມີຜູ້ໃດຢັ່ງຮູ້ ຫຼື ໂຕ້ແຍ່ງມັນໄດ້. ຕາບໃດທີ່ເຈົ້າມີຄວາມເຂົ້າໃຈທີ່ເປັນຈິງກ່ຽວກັບຄວາມຈິງ ແລະ ພຣະເຈົ້າ, ເຈົ້າຈະເຂົ້າໃຈຄວາມຈິງບາງຢ່າງ, ບໍ່ມີຜູ້ໃດຈະສາມາດໂຕ້ແຍ່ງຄວາມເຂົ້າໃຈທີ່ເປັນຈິງເຫຼົ່ານີ້ ແລະ ຄຳພະຍານທີ່ປະກອບມີຄວາມເປັນຈິງແຫ່ງຄວາມຈິງກໍສົມເຫດສົມຜົນໄດ້ຕະຫຼອດການ. ພຣະເຈົ້າຍົກຍ້ອງຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ. ຕາບໃດທີ່ເຈົ້າສະແຫວງຫາຄວາມຈິງ ແລະ ເຈົ້າສາມາດເພິ່ງພາພຣະເຈົ້າເພື່ອມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ສາມາດຍອມຮັບຄວາມຈິງໃຫ້ເປັນຊີວິດຂອງເຈົ້າບໍ່ວ່າເຈົ້າຈະຢູ່ໃນສະພາບແວດລ້ອມຫຍັງກໍຕາມ, ເຈົ້າກໍຈະມີເສັ້ນທາງ, ສາມາດເອົາຕົວລອດ ແລະ ຮັບເອົາການຮອງຮັບຂອງພຣະເຈົ້າ. ເຖິງແມ່ນວ່າສິ່ງເລັກນ້ອຍທີ່ຜູ້ຄົນໄດ້ຮັບນັ້ນສອດຄ່ອງກັບຄວາມຈິງ, ມັນບໍ່ສາມາດເວົ້າໄດ້ວ່າສິ່ງນີ້ຄືຄວາມຈິງ, ແລ້ວແຮງໄກທີ່ມັນຈະສາມາດເວົ້າໄດ້ວ່າພວກເຂົາໄດ້ຮັບຄວາມຈິງ. ແສງສະຫວ່າງເສດນ້ອຍໆທີ່ຜູ້ຄົນໄດ້ຮັບກໍພຽງແຕ່ເໝາະສົມສຳລັບພວກເຂົາເອງ ຫຼື ຄົນອື່ນທີ່ຢູ່ພາຍໃນຂອບເຂດໃດໜຶ່ງ, ແຕ່ຈະບໍ່ເໝາະສົມກັບຂອດເຂດອື່ນທີ່ແຕກຕ່າງກັນ. ບໍ່ວ່າປະສົບການຂອງບຸກຄົນໜຶ່ງຈະເລິກເຊິ່ງພຽງໃດ, ມັນກໍຍັງມີຂໍ້ຈຳກັດຫຼາຍ ແລະ ປະສົບການຂອງພວກເຂົາຈະບໍ່ມີວັນໄປຮອດຄວາມເລິກຊຶ້ງໃນຂອບເຂດຂອງຄວາມຈິງໄດ້. ແສງສະຫວ່າງຂອງຄົນໆໜຶ່ງ ແລະ ຄວາມເຂົ້າໃຈຂອງຄົນໆໜຶ່ງບໍ່ມີວັນສາມາດທຽບເທົ່າກັບຄວາມຈິງໄດ້.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 378)
ຖ້າເຈົ້າປາດຖະໜາທີ່ຈະປະຕິບັດ ແລະ ເຂົ້າໃຈຄວາມຈິງ, ເຈົ້າກໍຕ້ອງສະແຫວງຫາຄວາມຈິງກ່ອນ ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າໃນຊີວິດປະຈຳວັນຂອງເຈົ້າ. ນັ້ນກໍຄືເຈົ້າຕ້ອງເບິ່ງສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ; ເມື່ອແກ່ນແທ້ຂອງບັນຫາເປັນທີ່ຊັດເຈນກັບເຈົ້າ, ແລ້ວເຈົ້າຈະຮູ້ຈັກວິທີການປະຕິບັດຕາມຫຼັກການແຫ່ງຄວາມຈິງ. ແລ້ວຖ້າເຈົ້າເບິ່ງສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າເທົ່ານັ້ນ, ເຈົ້າຈະສາມາດເຫັນມືຂອງພຣະເຈົ້າ ເຊິ່ງເປັນການກະທຳຂອງພຣະເຈົ້າ ໃນທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງເຈົ້າ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນຢູ່ອ້ອມຂ້າງພວກເຂົາ, ບາງຄົນຄິດວ່າມັນບໍ່ກ່ຽວຫຍັງກັບຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ຫຼື ຄວາມຈິງ; ພວກເຂົາພຽງແຕ່ຕິດຕາມເຈດຕະນາໂລມຂອງພວກເຂົາເອງ, ຕອບໂຕ້ຕາມປັດຊະຍາຂອງຊາຕານ. ພວກເຂົາສາມາດຮຽນຮູ້ເອົາບົດຮຽນໃດໜຶ່ງແບບນີ້ບໍ? ບໍ່ຢ່າງແນ່ນອນ. ມັນແມ່ນຍ້ອນເຫດຜົນນີ້ທີ່ຫຼາຍຄົນໄດ້ເຊື່ອໃນພຣະເຈົ້າເປັນເວລາສິບ ຫຼື ຊາວປີ ແລະ ຍັງບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ຫຼື ທາງເຂົ້າສູ່ຊີວິດ. ພວກເຂົາບໍ່ສາມາດປະກອບພຣະເຈົ້າເຂົ້າໃສ່ຊີວິດປະຈຳວັນຂອງພວກເຂົາ ຫຼື ເຂົ້າຫາທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ສະນັ້ນ ເມື່ອໃດກໍຕາມທີ່ມີສິ່ງໃດໜຶ່ງເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ສາມາດບອກໄດ້ວ່າມັນແມ່ນຫຍັງແທ້ໆ ຫຼື ພວກເຂົາບໍ່ສາມາດຈັດການກັບມັນໄດ້ໂດຍອີງໃສ່ຫຼັກການແຫ່ງຄວາມຈິງ. ແລ້ວດ້ວຍເຫດນັ້ນ ຄົນເຊັ່ນນັ້ນຈຶ່ງບໍ່ໄດ້ເຂົ້າສູ່ຊີວິດ. ບາງຄົນພຽງແຕ່ຄິດເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າໃນການຊຸມນຸມ; ໃນເວລາດັ່ງກ່າວ, ພວກເຂົາສາມາດເວົ້າກ່ຽວກັບຄວາມຮູ້ໜ້ອຍໜຶ່ງ, ແຕ່ພວກເຂົາບໍ່ຈັດຕັ້ງປະຕິບັດພຣະທຳຂອງພຣະເຈົ້າກັບແມ່ນຫຍັງກໍຕາມທີ່ເກີດຂຶ້ນຕໍ່ພວກເຂົາໃນຊີວິດຕົວຈິງ ຫຼື ພວກເຂົາບໍ່ຮູ້ວິທີການປະຕິບັດຄວາມຈິງ ພວກເຂົາຈຶ່ງຄິດວ່າທຸກສິ່ງທີ່ເກີດຂຶ້ນໃນຊີວິດປະຈຳວັນຂອງພວກເຂົາບໍ່ມີການເຊື່ອມໂຍງກັບຄວາມຈິງ, ບໍ່ມີຄວາມສຳພັນກັບພຣະທຳຂອງພຣະເຈົ້າ. ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ມັນເປັນຄືກັບວ່າພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງດັ່ງທີ່ເປັນຂົງເຂດຄວາມຮູ້, ໂດຍແຍກອອກຈາກຊີວິດປະຈຳວັນຂອງພວກເຂົາຢ່າງສົມບູນ ແລະ ແຍກອອກຈາກມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆ, ເປົ້າໝາຍໃນຊີວິດຂອງພວກເຂົາ ແລະ ການສະແຫວງຫາໃນຊີວິດຂອງພວກເຂົາຢ່າງສິ້ນເຊີງ. ຄວາມເຊື່ອໃນພຣະເຈົ້າດັ່ງກ່າວແມ່ນຮູບແບບຫຍັງ? ພວກເຂົາຈະສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງບໍ? ເມື່ອພວກເຂົາເຊື່ອໃນພຣະເຈົ້າໃນລັກສະນະນີ້, ພວກເຂົາເປັນຜູ້ຕິດຕາມພຣະເຈົ້າບໍ? ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ແລ້ວແຮງໄກທີ່ພວກເຂົາຈະເປັນຜູ້ຕິດຕາມພຣະເຈົ້າ. ບັນຫາທັງໝົດໃນຊີວິດປະຈຳວັນຂອງພວກເຂົາ ເຊິ່ງລວມເຖິງທຸກສິ່ງທີ່ກ່ຽວຂ້ອງກັບຄອບຄົວ, ການແຕ່ງດອງ, ວຽກງານ ຫຼື ຄວາມຄາດຫວັງຂອງພວກເຂົາ, ພວກເຂົາເຫັນວ່າບໍ່ມີການເຊື່ອມໂຍງກັບຄວາມຈິງ ແລ້ວຈຶ່ງພະຍາຍາມແກ້ໄຂໂດຍໃຊ້ວິທີການຂອງມະນຸດ. ເມື່ອມີປະສົບການແບບນັ້ນ, ພວກເຂົາຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ, ຈະບໍ່ສາມາດເຂົ້າໃຈສິ່ງທີ່ພຣະເຈົ້າຕ້ອງການເຮັດໃຫ້ສຳເລັດໃນຜູ້ຄົນຈັກເທື່ອ ແລະ ຜົນສະທ້ອນທີ່ພຣະອົງປາດຖະໜາຈະບັນລຸໃນພວກເຂົາ. ພຣະເຈົ້າກ່າວຄວາມຈິງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ເພື່ອຊໍາລະລ້າງ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ແຕ່ພວກເຂົາບໍ່ຮູ້ວ່າຖ້າພວກເຂົາຍອມຮັບ ແລະ ສະແຫວງຫາຄວາມຈິງເທົ່ານັ້ນ, ພວກເຂົາຈຶ່ງຈະສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ; ພວກເຂົາຈຶ່ງບໍ່ຮູ້ວ່າມີແຕ່ເມື່ອພວກເຂົາມີປະສົບການ ແລະ ປະຕິບັດພຣະທຳຂອງພຣະເຈົ້າໃນຊີວິດປະຈຳວັນຂອງພວກເຂົາເທົ່ານັ້ນ, ພວກເຂົາຈຶ່ງສາມາດຮັບເອົາຄວາມຈິງ. ຄົນເຊັ່ນນັ້ນບໍ່ໄດ້ໂງ່ ແລະ ບໍ່ຮູ້ຫຍັງບໍ? ພວກເຂົາບໍ່ແມ່ນຄົນທີ່ໂງ່ຈ້າ ແລະ ເປັນຕາຫົວທີ່ສຸດບໍ? ບາງຄົນບໍ່ເຄີຍສະແຫວງຫາຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພວກເຂົາຄິດວ່າຄວາມເຊື່ອໃນພຣະເຈົ້າໝາຍເຖິງການໄປຮ່ວມການຊຸມນຸມ, ການອະທິຖານ, ການຮ້ອງເພງນະມັດສະການ, ການອ່ານພຣະທຳຂອງພຣະເຈົ້າ; ພວກເຂົາໃຫ້ຄວາມສຳຄັນກັບພິທີກຳທາງສາສະໜາ ແລະ ພວກເຂົາບໍ່ເຄີຍປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າຈັກເທື່ອ. ນີ້ຄືວິທີທີ່ຜູ້ຄົນໃນສາສະໜາເຊື່ອໃນພຣະເຈົ້າ. ແລ້ວເມື່ອຜູ້ຄົນປະຕິບັດກັບບາງສິ່ງທີ່ສຳຄັນຫຼາຍເຊັ່ນຄວາມເຊື່ອໃນພຣະເຈົ້າຄືກັບເປັນຄວາມເຊື່ອໝັ້ນໃນສາສະໜາ, ພວກເຂົາບໍ່ໄດ້ຢູ່ໃນທ່າມກາງຜູ້ບໍ່ເຊື່ອບໍ? ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ການສະແຫວງຫາຄວາມຈິງຮຽກຮ້ອງໃຫ້ມີການມີປະສົບການກັບຂະບວນການຫຼາຍຢ່າງ. ມີດ້ານທີ່ງ່າຍດາຍໃນສິ່ງນັ້ນ ແລະ ຍັງມີດ້ານທີ່ຊັບຊ້ອນ. ເວົ້າງ່າຍໆກໍ່ຄື ພວກເຮົາຄວນສະແຫວງຫາຄວາມຈິງ ແລະ ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າໃນທຸກສິ່ງທີ່ເກີດຂຶ້ນອ້ອມຂ້າງພວກເຮົາ. ຫຼັງຈາກທີ່ເຈົ້າເລີ່ມຕົ້ນເຮັດສິ່ງນີ້, ເຈົ້າຈະເຫັນຫຼາຍຂຶ້ນວ່າເຈົ້າຈຳເປັນຕ້ອງຮັບເອົາຄວາມຈິງຫຼາຍສໍ່າໃດ ແລະ ສະແຫວງຫາຄວາມຈິງອີກຫຼາຍສໍ່າໃດໃນຄວາມເຊື່ອຂອງເຈົ້າ ແລະ ຄວາມຈິງນັ້ນເປັນຈິງຫຼາຍ ແລະ ຄວາມຈິງເປັນຊີວິດ. ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນເພື່ອວ່າມະນຸດຊາດຈະສາມາດຮັບເອົາຄວາມຈິງໃຫ້ເປັນຊີວິດ. ມະນຸດຊາດທັງປວງທີ່ຖືກສ້າງກໍຄວນຍອມຮັບຄວາມຈິງໃຫ້ເປັນຊີວິດ, ບໍ່ແມ່ນພຽງແຕ່ຄົນທີ່ປະຕິບັດໜ້າທີ່, ຄົນທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຄົນທີ່ຮັບໃຊ້ພຣະເຈົ້າ. ພຣະທຳຂອງພຣະເຈົ້າແນໃສ່ມະນຸດຊາດທັງປວງ ແລະ ພຣະເຈົ້າເວົ້າກັບມະນຸດຊາດທັງປວງ. ສະນັ້ນ, ສິ່ງທີ່ຖືກສ້າງທັງປວງ ແລະ ມະນຸດຊາດທັງປວງຄວນຍອມຮັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ສະແຫວງຫາຄວາມຈິງໃນທຸກສິ່ງ ແລະ ຫຼັງຈາກນັ້ນກໍປະຕິບັດຕາມຫຼັກການແຫ່ງຄວາມຈິງເພື່ອວ່າພວກເຂົາຈະສາມາດປະຕິບັດ ແລະ ເຊື່ອຟັງຄວາມຈິງ. ຖ້າມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຖືກຮຽກຮ້ອງໃຫ້ປະຕິບັດຄວາມຈິງ, ສິ່ງນີ້ຈະຂັດກັບຄວາມປະສົງຂອງພຣະເຈົ້າຢ່າງສົມບູນ, ເພາະຄວາມຈິງທີ່ພຣະເຈົ້າກ່າວອອກແມ່ນສຳລັບມະນຸດຊາດທັງປວງ ແລະ ມັນຖືກກ່າວອອກສຳລັບຈຸດປະສົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ, ບໍ່ແມ່ນພຽງແຕ່ຊ່ວຍສອງສາມຄົນໃຫ້ລອດພ້ົນ. ຖ້າມັນເປັນແບບນີ້, ພຣະທຳທີ່ພຣະເຈົ້າກ່າວອອກກໍຈະມີຄວາມໝາຍເລັກນ້ອຍ. ຕອນນີ້ ພວກເຈົ້າມີເສັ້ນທາງໃນການສະແຫວງຫາຄວາມຈິງບໍ? ແມ່ນຫຍັງຄືສິ່ງທຳອິດທີ່ຕ້ອງປະຕິບັດເມື່ອກຳລັງສະແຫວງຫາຄວາມຈິງ? ກ່ອນອື່ນໝົດ, ເຈົ້າຕ້ອງໃຊ້ເວລາຫຼາຍຂຶ້ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການຮັບຟັງຄຳເທດສະໜາ ແລະ ການໂອ້ລົມ. ເມື່ອເຈົ້າຜະເຊີນໜ້າກັບບັນຫາ, ໃຫ້ອະທິຖານ ແລະ ສະແຫວງຫາໃຫ້ຫຼາຍຂຶ້ນ. ເມື່ອພວກເຈົ້າໄດ້ປະກອບຕົນເອງດ້ວຍຄວາມຈິງຫຼາຍຂຶ້ນ, ເມື່ອເຈົ້າເຕີບໃຫຍ່ຂຶ້ນຢ່າງໄວວາ ແລະ ມີວຸດທິພາວະ, ພວກເຈົ້າຈະສາມາດເຮັດໜ້າທີ່, ເຮັດວຽກເລັກໆນ້ອຍໆ ແລະ ຈະສາມາດຜ່ານຜ່າການທົດລອງ ແລະ ການລໍ້ລວງບາງຢ່າງ. ໃນເວລານັ້ນ, ພວກເຈົ້າຈະຮູ້ສຶກວ່າພວກເຈົ້າເຂົ້າໃຈ ແລະ ໄດ້ຮັບຄວາມຈິງບາງຢ່າງແທ້ໆ ແລະ ພວກເຈົ້າຈະຮູ້ສຶກວ່າພຣະທຳທີ່ພຣະເຈົ້າໄດ້ກ່າວນັ້ນລ້ວນແລ້ວແຕ່ເປັນຄວາມຈິງ, ພວກມັນເປັນຄວາມຈິງທີ່ຈຳເປັນທີ່ສຸດສຳລັບຄວາມລອດພົ້ນຂອງມະນຸດຊາດທີ່ເສື່ອມຊາມ ແລະ ພວກມັນຄືຄວາມຈິງແຫ່ງຊີວິດທີ່ພຣະຜູ້ສ້າງທີ່ເປັນເອກະລັກໄດ້ມອບໃຫ້.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມສຳຄັນໃນການສະແຫວງຫາຄວາມຈິງ ແລະ ເສັ້ນທາງໃນການສະແຫວງຫາມັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 379)
ຖ້າຜູ້ຄົນປາຖະໜາທີ່ຈະໄດ້ຮັບຄວາມລອດພົ້ນເມື່ອພວກເຂົາເຊື່ອໃນພຣະເຈົ້າ, ສິ່ງທີ່ສຳຄັນກໍຄືພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ ຫຼື ບໍ່, ພຣະເຈົ້າມີພື້ນທີ່ໃນຫົວໃຈຂອງພວກເຂົາ ຫຼື ບໍ່, ພວກເຂົາສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າ ແລະ ຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ສິ່ງທີ່ສໍາຄັນກໍຄືຜູ້ຄົນສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ ແລະ ບັນລຸຄວາມເຊື່ອຟັງຕໍ່ພຣະເຈົ້າໄດ້ ຫຼື ບໍ່. ສິ່ງດັ່ງກ່າວຄືເສັ້ນທາງ ແລະ ເງື່ອນໄຂທີ່ຈະຮັບເອົາຄວາມລອດພົ້ນ. ຖ້າຫົວໃຈຂອງເຈົ້າບໍ່ສາມາດດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ, ຖ້າເຈົ້າບໍ່ມັກອະທິຖານຫາພຣະເຈົ້າ ແລະ ສົນທະນາກັບພຣະເຈົ້າ ແລະ ສູນເສຍຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ເຈົ້າຈະບໍ່ໄດ້ຮັບຄວາມລອດພົ້ນຈັກເທື່ອ, ຍ້ອນເຈົ້າໄດ້ປິດກັ້ນເສັ້ນທາງສູ່ຄວາມລອດພົ້ນ. ຖ້າເຈົ້າບໍ່ມີຄວາມສຳພັນໃດໆກັບພຣະເຈົ້າ, ເຈົ້າກໍໄດ້ໄປຮອດຈຸດຈົບແລ້ວ. ຖ້າພຣະເຈົ້າບໍ່ໄດ້ຢູ່ໃນຫົວໃຈຂອງເຈົ້າ, ມັນກໍໄຮ້ປະໂຫຍດທີ່ຈະອ້າງວ່າເຈົ້າມີຄວາມເຊື່ອ ແລະ ເຊື່ອໃນພຣະເຈົ້າໃນນາມເທົ່ານັ້ນ ແລະ ມັນບໍ່ສຳຄັນວ່າເຈົ້າຈະສາມາດທ່ອງຈຳຄຳເວົ້າທີ່ມີຫຼັກຄຳສອນຫຼາຍສໍ່າໃດ, ເຈົ້າໄດ້ທົນທຸກຫຼາຍສໍ່າໃດຍ້ອນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຫຼື ເຈົ້າມີພອນສະຫວັນຫຼາຍສໍ່າໃດ; ຖ້າພຣະເຈົ້າຫາຍໄປຈາກຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ຢຳເກງພຣະເຈົ້າ, ມັນກໍບໍ່ສຳຄັນວ່າເຈົ້າເຊື່ອໃນພຣະເຈົ້າ ຫຼື ບໍ່, ພຣະເຈົ້າຈະເວົ້າວ່າ “ອອກໄປຈາກເຮົາ, ເຈົ້າຜູ້ເຮັດຄວາມຊົ່ວ”. ເຈົ້າຈະຖືກຈັດປະເພດໃຫ້ເປັນຜູ້ເຮັດຄວາມຊົ່ວ. ເຈົ້າຈະຖືກຕັດການເຊື່ອມຕໍ່ກັບພຣະເຈົ້າ, ພຣະເຈົ້າຈະບໍ່ແມ່ນພຣະຜູ້ເປັນເຈົ້າຂອງເຈົ້າ ຫຼື ພຣະເຈົ້າຂອງເຈົ້າ. ເຖິງແມ່ນວ່າເຈົ້າຈະຮູ້ວ່າພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ຮັບຮູ້ວ່າພຣະເຈົ້າຄືພຣະຜູ້ສ້າງ, ເຈົ້າບໍ່ນະມັດສະການພຣະເຈົ້າ ແລະ ບໍ່ຍອມຕໍ່ອຳນາດສູງສຸດຂອງພຣະເຈົ້າ. ເຈົ້າຕິດຕາມມານຮ້າຍ, ຊາຕານ, ມີພຽງແຕ່ມານຮ້າຍ, ຊາຕານເທົ່ານັ້ນທີ່ເປັນພຣະຜູ້ເປັນເຈົ້າຂອງເຈົ້າ. ໃນທຸກສິ່ງ, ຖ້າເຈົ້າໄວ້ວາງໃຈໃນຕົນເອງ ແລະ ຕິດຕາມຄວາມປະສົງຂອງເຈົ້າເອງ, ຖ້າເຈົ້າເຊື່ອໝັ້ນວ່າໂຊກຊະຕາຂອງເຈົ້າຢູ່ໃນມືຂອງເຈົ້າ, ແລ້ວສິ່ງທີ່ເຈົ້າເຊື່ອກໍແມ່ນຕົນເອງ ແລະ ເຖິງແມ່ນວ່າເຈົ້າຈະອ້າງວ່າເຊື່ອ ແລະ ຮັບຮູ້ພຣະເຈົ້າ, ພຣະເຈົ້າກໍບໍ່ໄດ້ຮັບຮູ້ເຈົ້າ, ເຈົ້າບໍ່ມີຄວາມສຳພັນກັບພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຖືກກຳນົດໂຊກຊະຕາໃຫ້ຖືກພຣະເຈົ້າລັງກຽດ ແລະ ປະຕິເສດໃນທີ່ສຸດ, ຖືກພຣະເຈົ້າລົງໂທດ ແລະ ຖືກພຣະເຈົ້າຂັບໄລ່; ພຣະເຈົ້າບໍ່ຊ່ວຍຄົນແບບເຈົ້າໃຫ້ລອດພົ້ນ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງຄືຄົນທີ່ຍອມຮັບວ່າພຣະເຈົ້າຄືພຣະຜູ້ຊ່ວຍໃຫ້ລອດພົ້ນ, ຄົນທີ່ຍອມຮັບວ່າພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ, ພວກເຂົາສາມາດເສຍສະຫຼະຢ່າງຈິງໃຈໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ, ພວກເຂົາມີປະສົບການກັບພາລະກິດຂອງພຣະເຈົ້າ, ພວກເຂົາປະຕິບັດພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ພວກເຂົາຍ່າງຕາມເສັ້ນທາງໃນການສະແຫວງຫາຄວາມຈິງ, ພວກເຂົາເປັນຄົນທີ່ເຊື່ອຟັງອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ເປັນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເມື່ອຜູ້ຄົນມີຄວາມເຊື່ອເຊັ່ນນັ້ນໃນພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງສາມາດຖືກຊ່ວຍໃຫ້ລອດພົ້ນໄດ້; ຖ້າບໍ່ເຊັ່ນນັ້ນ, ພວກເຂົາຈະຖືກປະນາມ. ສາມາດຍອມຮັບໄດ້ບໍທີ່ຈະມີຄວາມຄິດວ່າມີຢ່າງຈະເກີດຂຶ້ນຈິງເມື່ອຜູ້ຄົນເຊື່ອໃນພຣະເຈົ້າ? ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຜູ້ຄົນສາມາດຮັບເອົາຄວາມຈິງໄດ້ບໍເມື່ອພວກເຂົາຍຶດຕິດກັບແນວຄິດຂອງພວກເຂົາເອງ ແລະ ຈິນຕະນາການທີ່ເລື່ອນລອຍ ແລະ ເປັນນາມມະທຳ? ບໍ່ແມ່ນຢ່າງແນ່ນອນ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຍອມຮັບຄວາມຈິງ, ພວກເຂົາຕ້ອງເຊື່ອໃນພຣະເຈົ້າຕາມທີ່ພຣະເຈົ້າຮຽກຮ້ອງ, ພວກເຂົາຕ້ອງເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ; ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮັບເອົາຄວາມລອດພົ້ນ. ບໍ່ມີທາງອື່ນນອກຈາກສິ່ງນີ້; ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງບໍ່ມີຄວາມຄິດວ່າມີຢ່າງຈະເກີດຂຶ້ນຈິງເລີຍ. ການສົນະທນາກ່ຽວກັບຫົວຂໍ້ນີ້ເປັນສິ່ງທີ່ສຳຄັນສຳລັບຜູ້ຄົນຫຼາຍ, ບໍ່ແມ່ນບໍ? ນີ້ຄືການປຸກພວກເຈົ້າໃຫ້ຕື່ນຂຶ້ນ.
ຕອນນີ້ເມື່ອພວກເຈົ້າໄດ້ຍິນຂໍ້ຄວາມເຫຼົ່ານີ້, ພວກເຈົ້າຄວນເຂົ້າໃຈຄວາມຈິງ ແລະ ຊັດເຈນກ່ຽວກັບສິ່ງທີ່ຄວາມລອດພົ້ນກໍ່ໃຫ້ເກີດ. ສິ່ງທີ່ຜູ້ຄົນມັກ, ສິ່ງທີ່ພວກເຂົາພະຍາຍາມຢາກໄດ້, ສິ່ງທີ່ພວກເຂົາຫຼົງໄຫຼ, ບໍ່ມີສິ່ງໃດສຳຄັນເລີຍ. ສິ່ງທີ່ສຳຄັນທີ່ສຸດກໍຄືການຍອມຮັບຄວາມຈິງ. ໃນການວິເຄາະສຸດທ້າຍ, ການທີ່ສາມາດຮັບເອົາຄວາມຈິງຄືສິ່ງທີ່ສຳຄັນທີ່ສຸດ ແລະ ສິ່ງທີ່ສາມາດອະນຸຍາດໃຫ້ເຈົ້າມີຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍຄືເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າເຊື່ອໃນພຣະເຈົ້າໄດ້ຫຼາຍປີ ແລະ ໃຫ້ຄວາມສຳຄັນກັບການສະແຫວງຫາສິ່ງຕ່າງໆທີ່ບໍ່ກ່ຽວຂ້ອງຫຍັງກັບຄວາມຈິງຢູ່ສະເໝີ, ແລ້ວຄວາມເຊື່ອຂອງເຈົ້າກໍບໍ່ກ່ຽວຂ້ອງຫຍັງກັບຄວາມຈິງ ແລະ ບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ. ເຈົ້າອາດອ້າງວ່າເຊື່ອ ແລະ ຮັບຮູ້ພຣະເຈົ້າ, ແຕ່ພຣະເຈົ້າບໍ່ແມ່ນພຣະຜູ້ເປັນເຈົ້າຂອງເຈົ້າ, ພຣະອົງບໍ່ແມ່ນພຣະເຈົ້າຂອງເຈົ້າ, ເຈົ້າບໍ່ຍອມຮັບວ່າພຣະເຈົ້າຄວບຄຸມໂຊກຊະຕາຂອງເຈົ້າ, ເຈົ້າບໍ່ຍອມຕໍ່ທຸກສິ່ງທີີ່ພຣະເຈົ້າໄດ້ຈັດແຈງໃຫ້ກັບເຈົ້າ, ເຈົ້າບໍ່ຮັບຮູ້ຂໍ້ແທ້ຈິງທີ່ພຣະເຈົ້າເປັນຄວາມຈິງ, ເຊິ່ງໃນກໍລະນີນ້ັນ ຄວາມຫວັງຂອງເຈົ້າສຳລັບຄວາມລອດພົ້ນກໍແຕກສະຫຼາຍ; ຖ້າເຈົ້າບໍ່ສາມາດຍ່າງຕາມເສັ້ນທາງທີ່ສະແຫວງຫາຄວາມຈິງ, ເຈົ້າກໍຍ່າງຕາມເສັ້ນທາງແຫ່ງຫາຍະນະ. ຖ້າທຸກສິ່ງທີ່ເຈົ້າສະແຫວງຫາ, ເອົາໃຈໃສ່, ອະທິຖານຫາ ແລະ ຮຽກຮ້ອງຂໍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ບົນສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຖ້າເຈົ້າມີຄວາມຮູ້ສຶກເພີ່ມຂຶ້ນວ່າເຈົ້າເຊື່ອຟັງພຣະຜູ້ສ້າງ ແລະ ນະມັດສະການພຣະຜູ້ສ້າງ ແລະ ຮູ້ສຶກວ່າພຣະເຈົ້າຄືພຣະຜູ້ເປັນເຈົ້າຂອງເຈົ້າ, ຄືພຣະເຈົ້າຂອງເຈົ້າ, ຖ້າເຈົ້າຍິນດີຫຼາຍຂຶ້ນເລື້ອຍໆທີ່ຈະເຊື່ອຟັງທຸກສິ່ງທີ່ພຣະເຈົ້າປັ້ນແຕ່ງ ແລະ ຈັດແຈງໃຫ້ກັບເຈົ້າ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍໃກ້ຊິດຍິ່ງຂຶ້ນ ແລະ ເຖິງກັບເປັນປົກກະຕິຫຼາຍຂຶ້ນ ແລະ ຖ້າຄວາມຮັກຂອງເຈົ້າສຳລັບພຣະເຈົ້າບໍລິສຸດ ແລະ ເປັນຈິງຍິ່ງຂຶ້ນ, ແລ້ວການຮ້ອງທຸກ ແລະ ຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ຄວາມປາຖະໜາເກີນຕົວຂອງເຈົ້າຕໍ່ພຣະເຈົ້າຈະຍິ່ງມີໜ້ອຍລົງ ແລະ ເຈົ້າຈະມີຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍຢ່າງສົມບູນ, ເຊິ່ງໝາຍຄວາມວ່າເຈົ້າໄດ້ກ້າວຕີນໃນເສັ້ນທາງແຫ່ງຄວາມລອດພົ້ນແລ້ວ. ເຖິງແມ່ນວ່າການຍ່າງຕາມເສັ້ນທາງແຫ່ງຄວາມລອດພົ້ນມາພ້ອມກັບການລົງວິໄນ, ການລິຮານ, ການຖືກຈັດການ, ການພິພາກສາ ແລະ ການຂ້ຽນຕີຈາກພຣະເຈົ້າ ແລະ ສິ່ງເຫຼົ່ານີ້ເຮັດໃຫ້ເຈົ້າທົນທຸກກັບຄວາມເຈັບປວດຫຼາຍ, ນີ້ຄືຄວາມຮັກຂອງພຣະເຈົ້າທີ່ມາເຖິງເຈົ້າ. ເມື່ອເຈົ້າເຊື່ອໃນພຣະເຈົ້າ, ຖ້າເຈົ້າພຽງແຕ່ສະແຫວງຫາການຮັບເອົາພອນ ແລະ ພຽງແຕ່ສະແຫວງຫາສະຖານະ ແລະ ກຽດສັກສີ ແລະ ບໍ່ເຄີຍຖືກລົງວິໄນ ຫຼື ລິຮານ ແລະ ຈັດການຈັກເທື່ອ ຫຼື ຖືກພິພາກສາ ແລະ ຂ້ຽນຕີ, ແລ້ວເຖິງແມ່ນວ່າເຈົ້າອາດມີຊີວິດທີ່ສະບາຍ, ຫົວໃຈຂອງເຈົ້າຈະອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນ, ເຈົ້າຈະສູນເສຍຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ເຈົ້າຍັງຈະບໍ່ເຕັມໃຈທີ່ຈະຍອມຮັບການກວດສອບວິເຄາະຂອງພຣະເຈົ້າອີກດ້ວຍ; ເຈົ້າຈະຕ້ອງການເປັນຫົວໜ້າຂອງເຈົ້າເອງ, ເຊິ່ງລ້ວນແລ້ວແຕ່ພິສູດວ່າເສັ້ນທາງທີ່ເຈົ້າຍ່າງຕາມບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າມີປະສົບການກັບພາລະກິດຂອງພຣະເຈົ້າໃນຊົ່ວໄລຍະໜຶ່ງ ແລະ ມີຄວາມສຳນຶກຫຼາຍຂຶ້ນວ່າມະນຸດຊາດເສື່ອມຊາມຢ່າງຮ້າຍແຮງສໍ່າໃດ ແລະ ມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າ ແລະ ຖ້າເຈົ້າວິຕົກກັງວົນວ່າມື້ທີ່ເຈົ້າເຮັດບາງສິ່ງທີ່ຕໍ່ຕ້ານພຣະເຈົ້າອາດມາເຖິງ ແລະ ຢ້ານວ່າເຈົ້າມີແນວໂນ້ມທີ່ຈະລ່ວງເກີນພຣະເຈົ້າ ແລະ ຖືກພຣະອົງປະຖິ້ມ ແລະ ດ້ວຍເຫດນັ້ນກໍຮູ້ສຶກວ່າບໍ່ມີຫຍັງທີ່ຈະເປັນຕາຢ້ານຫຼາຍກວ່າການຕໍ່ຕ້ານພຣະເຈົ້າ, ແລ້ວເຈົ້າຈະມີຫົວໃຈທີ່ຢຳເກງພຣະເຈົ້າ. ເຈົ້າຈະຮູ້ສຶກວ່າເມື່ອຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງບໍ່ຫັນເຫອອກຫ່າງຈາກພຣະເຈົ້າ; ຖ້າພວກເຂົາຫັນເຫອອກຫ່າງຈາກພຣະເຈົ້າ, ຖ້າພວກເຂົາຫັນເຫອອກຫ່າງຈາກການລົງວິໄນຂອງພຮະເຈົ້າ ແລະ ຈາກການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ສິ່ງນີ້ກໍທຽບເທົ່າກັບການສູນເສຍການປົກປ້ອງ ແລະ ການດູແລຂອງພຣະເຈົ້າ, ເປັນການສູນເສຍພອນຂອງພຣະເຈົ້າ ແລະ ມັນກໍຈົບແລ້ວສຳລັບຜູ້ຄົນ; ພວກເຂົາພຽງແຕ່ຈະຊຸດໂຊມຫຼາຍຂຶ້ນເທົ່ານັ້ນ, ພວກເຂົາຈະເປັນຄົນທີ່ຢູ່ໃນສາສະໜາ ແລະ ຍັງຈະມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ໃນສິ່ງນີ້ ພວກເຂົາຈະກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດ. ຖ້າເຈົ້າສາມາດຮູ້ເຖິງສິ່ງນີ້, ແລ້ວເຈົ້າຈະອະທິຖານຫາພຣະເຈົ້າວ່າ “ໂອ ພຣະເຈົ້າ! ກະລຸນາພິພາກສາຂ້ານ້ອຍ ແລະ ຂ້ຽນຕີຂ້ານ້ອຍ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ, ຂ້ານ້ອຍຂໍໃຫ້ພຣະອົງເຝົ້າເບິ່ງຂ້ານ້ອຍ. ຖ້າຂ້ານ້ອຍເຮັດຫຍັງທີ່ລະເມີດຄວາມຈິງ ແລະ ລະເມີດຄວາມປະສົງຂອງພຣະອົງ, ຂໍໃຫ້ພຣະອົງພິພາກສາຂ້ານ້ອຍຢ່າງຮຸນແຮງ ແລະ ຂ້ຽນຕີຂ້ານ້ອຍ, ຂ້ານ້ອຍບໍ່ສາມາດຢູ່ໄດ້ໂດຍປາສະຈາກການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ”. ນີ້ຄືເສັ້ນທາງຖືກຕ້ອງທີ່ຜູ້ຄົນຄວນຍ່າງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ສະນັ້ນໃຫ້ວັດແທກຕາມມາດຕະຖານນີ້: ພວກເຈົ້າກ້າເວົ້າບໍວ່າພວກເຈົ້າໄດ້ກ້າວຕີນສູ່ເສັ້ນທາງແຫ່ງຄວາມລອດພົ້ນ? ພວກເຈົ້າບໍ່ກ້າ, ເພາະພວກເຈົ້າຍັງບໍ່ທັນໄດ້ກາຍມາເປັນໜຶ່ງໃນຄົນທີ່ສະແຫວງຫາຄວາມຈິງ, ໃນຫຼາຍສິ່ງ ພວກເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ແລະ ພວກເຈົ້າບໍ່ສາມາດຍອມຮັບ ແລະ ຍອມຕໍ່ການຖືກຈັດການ ແລະ ການຖືກລິຮານ, ເຊິ່ງພິສູດວ່າພວກເຈົ້າໄດ້ຍ່າງອອກຈາກເສັ້ນທາງແຫ່ງຄວາມລອດພົ້ນໄປໄກຫຼາຍແລ້ວ. ມັນງ່າຍບໍທີ່ຈະກ້າວຕີນໃນເສັ້ນທາງແຫ່ງຄວາມລອດພົ້ນ ຖ້າພວກເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ? ໃນຄວາມເປັນຈິງແລ້ວມັນບໍ່ງ່າຍ. ຖ້າຜູ້ຄົນບໍ່ມີປະສົບການກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ຖ້າພວກເຂົາບໍ່ໄດ້ມີປະສົບການກັບການລົງວິໄນ, ການຂ້ຽນຕີ, ການຖືກຈັດການ ແລະ ການລິຮານຂອງພຣະເຈົ້າ, ມັນກໍບໍ່ງ່າຍສຳລັບພວກເຂົາທີ່ຈະກາຍມາເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ຜົນຕາມມາກໍຄືມັນລຳບາກຫຼາຍສຳລັບພວກເຂົາທີ່ຈະກ້າວຕີນໃນເສັ້ນທາງແຫ່ງຄວາມລອດພົ້ນ. ຫຼັງຈາກທີ່ໄດ້ຍິນຂໍ້ຄວາມນີ້, ຖ້າພວກເຈົ້າຮູ້ວ່າມັນຄືຄວາມຈິງ, ແຕ່ພວກເຈົ້າຍັງບໍ່ທັນໄດ້ກ້າວຕີນໃນເສັ້ນທາງທີ່ສະແຫວງຫາຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ພວກເຈົ້າບໍ່ເຫັນວ່ານີ້ຄືສິ່ງທີ່ຮ້າຍແຮງ, ຮູ້ສຶກວ່າບໍ່ໄວກໍຊ້າ ມື້ທີ່ເຈົ້າຈະໄດ້ຮັບກໍຈະມາເຖິງ ໂດຍບໍ່ໄດ້ຟ້າວ, ແລ້ວນີ້ແມ່ນມຸມມອງປະເພດໃດ? ເມື່ອເຈົ້າມີມຸມມອງດັ່ງກ່າວ, ເຈົ້າກໍພົບກັບບັນຫາ ແລະ ມັນຈະຍາກສຳລັບເຈົ້າທີ່ຈະກ້າວຕີນໃນເສັ້ນທາງສູ່ຄວາມລອດພົ້ນ. ສະນັ້ນເຈົ້າຄວນແກ້ໄຂແນວໃດເພື່ອທີ່ຈະສາມາດກ້າວຕີນໃນເສັ້ນທາງນີ້? ເຈົ້າຄວນເວົ້າວ່າ “ໂອ້ຍ! ໃນຕອນນີ້ຂ້ອຍບໍ່ທັນກ້າວຕີນໃນເສັ້ນທາງສູ່ຄວາມລອດພົ້ນ, ນີ້ຄືສິ່ງທີ່ຂ້ອນຂ້າງອັນຕະລາຍ! ພຣະເຈົ້າເວົ້າວ່າຜູ້ຄົນຕ້ອງດຳລົງຊີວິດຢູ່ຕໍ່ໜ້າພຣະອົງຕະຫຼອດເວລາ ແລະ ຕ້ອງອະທິຖານຫຼາຍຂຶ້ນ ແລະ ຫົວໃຈຂອງພວກເຂົາຕ້ອງສະຫງົບສຸກ ແລະ ບໍ່ຕັດສິນໃຈແບບຮີບຮ້ອນ, ສະນັ້ນຂ້ອຍຄວນເລີ່ມທຸ້ມເທທຸກສິ່ງເຂົ້າໃສ່ການປະຕິບັດໃນຕອນນີ້”. ການປະຕິບັດໃນລັກສະນະນີ້ຄືການເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອຢ່າງຖືກຕ້ອງໃນພຣະເຈົ້າ; ມັນງ່າຍແບບນັ້ນເລີຍ. ຄົນທີ່ຢຳເກງພຣະທຳຂອງພຣະເຈົ້າ ແລ້ວໄປ ແລະ ນໍາພວກມັນເຂົ້າສູ່ການປະຕິບັດແມ່ນຄົນປະເພດໃດ? ພວກເຂົາເປັນຄົນດີບໍ? ພວກເຂົາແມ່ນ, ພວກເຂົາແມ່ນຄົນທີ່ຮັກຄວາມຈິງ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາເປັນຄົນປະເພດໃດຖ້າພວກເຂົາຍັງມຶນຊາ, ເມີນເສີຍ, ບໍ່ຍອມ, ຖ້າພວກເຂົາຖືເບົາກັບພຣະທຳຂອງພຣະເຈົ້າ ແລະ ຫັນຫູຊ້າຍອອກຫູຂວາ ແລະ ຫຼັບຫູຫຼັບຕາໃສ່ພຣະທຳເຫຼົ່ານັ້ນ? ພວກເຂົາບໍ່ແມ່ນຄົນໂງ່ບໍ? ຜູ້ຄົນຖາມຢູ່ສະເໝີວ່າມີທາງລັດໃດໜຶ່ງທີ່ຈະຮັບຄວາມລອດພົ້ນ ຫຼື ບໍ່ ເມື່ອພວກເຂົາເຊື່ອໃນພຣະເຈົ້າ. ເຮົາຂໍບອກເຈົ້າວ່າບໍ່ມີ ແລະ ຫຼັງຈາກນັ້ນ ເຮົາຈະບອກພວກເຈົ້າກ່ຽວກັບເສັ້ນທາງງ່າຍໆນີ້, ແຕ່ຫຼັງຈາກທີ່ໄດ້ຍິນມັນ ພວກເຈົ້າກໍບໍ່ໄດ້ນໍາມັນໄປປະຕິບັດ, ເຊິ່ງເປັນກໍລະນີທີ່ບໍ່ຮູ້ຈັກສິ່ງທີ່ດີ ເມື່ອເຈົ້າໄດ້ຍິນມັນ. ຜູ້ຄົນເຊັ່ນນັ້ນຈະສາມາດໄດ້ຮັບຄວາມລອດພົ້ນບໍ? ເຖິງແມ່ນວ່າມີຄວາມຫວັງບາງຢ່າງສຳລັບພວກເຂົາ, ມັນກໍບໍ່ໄດ້ຫຼາຍ; ຄວາມລອດພົ້ນຈະຫຍຸ້ງຍາກຫຼາຍ. ອາດມີມື້ໜຶ່ງທີ່ພວກເຂົາຕື່ນຂຶ້ນຈາກການນອນຫຼັບ, ເມື່ອພວກເຂົາຄິດທົບທວນກ່ຽວກັບສິ່ງຕ່າງໆ ແລະ ເວົ້າກັບຕົນເອງວ່າ “ຂ້ອຍບໍ່ໄດ້ໜຸ່ມອີກຕໍ່ໄປ ແລະ ຂ້ອຍບໍ່ໄດ້ເຮັດໜ້າທີ່ທີ່ເໝາະສົມຂອງຂ້ອຍ ໃນຂະນະທີ່ກຳລັງເຊື່ອໃນພຣະເຈົ້າຕະຫຼອດປີເຫຼົ່ານີ້. ພຣະເຈົ້າຂໍໃຫ້ຜູ້ຄົນດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຕະຫຼອດເວລາ ແລະ ຂ້ອຍບໍ່ໄດ້ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ຂ້ອຍຕ້ອງຟ້າວ ແລະ ອະທິຖານ”. ມັນບໍ່ຊ້າເກີນໄປຖ້າພວກເຂົາເລີ່ມຮູ້ສຶກຕົວໃນຫົວໃຈຂອງພວກເຂົາ ແລະ ເລີ່ມເຮັດໜ້າທີ່ທີ່ເໝາະສົມຂອງພວກເຂົາ. ແຕ່ຢ່າປ່ອຍໃຫ້ມັນຊ້າເກີນໄປ; ຖ້າພວກເຈົ້າລໍຖ້າຈົນພວກເຈົ້າອາຍຸເຈັດສິບ ຫຼື ແປດສິບປີ ແລະ ຮ່າງກາຍຂອງພວກເຈົ້າໃຊ້ງານບໍ່ໄດ້ ແລະ ພວກເຈົ້າບໍ່ມີແຮງອີກຕໍ່ໄປ, ມັນຈະບໍ່ຊ້າເກີນໄປບໍທີ່ຈະສະແຫວງຫາຄວາມຈິງບໍ? ຖ້າພວກເຈົ້າໃຊ້ປີທີ່ດີທີ່ສຸດໃນຊີວິດຂອງພວກເຈົ້າກັບສິ່ງທີ່ໄຮ້ຄວາມໝາຍ ແລະ ຈົບລົງດ້ວຍການຖອນຕົວ ຫຼື ການພາດການສະແຫວງຫາຄວາມຈິງ, ເຊິ່ງເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາສິ່ງອື່ນໃດ, ສິ່ງນີ້ບໍ່ແມ່ນຄວາມໂງ່ຈ້າທີ່ສຸດບໍ? ມີຫຍັງທີ່ໂງ່ຈ້າໄປກວ່ານີ້ບໍ? ຫຼາຍຄົນຮູ້ເປັນຢ່າງດີເຖິງເສັ້ນທາງທີ່ແທ້ຈິງ ແຕ່ຍັງລໍຖ້າເພື່ອທີ່ຈະຍອມຮັບ ແລະ ສະແຫວງຫາມັນໃນອະນາຄົດ, ພວກເຂົາທຸກຄົນຄືຄົນທີ່ໂງ່ຈ້າ. ພວກເຂົາບໍ່ຮູ້ວ່າການສະແຫວງຫາຄວາມຈິງໃຊ້ຄວາມພະຍາຍາມຫຼາຍທົດສະວັດກ່ອນທີ່ພວກເຂົາຈະສາມາດຮັບເອົາຊີວິດ. ມັນຈະຊ້າເກີນໄປທີ່ຈະເສຍໃຈຖ້າພວກເຂົາເສຍເວລາທີ່ດີທີ່ສຸດໃນການຮັບເອົາຄວາມລອດພົ້ນ!
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເມື່ອມີພຽງແຕ່ຄວາມຢຳເກງພຣະເຈົ້າເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດຍ່າງຕາມເສັ້ນທາງແຫ່ງຄວາມລອດພົ້ນໄດ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 380)
ໃນຖານະຜູ້ນໍາຄຣິສຕະຈັກ, ທ່ານບໍ່ແມ່ນພຽງແຕ່ການຮຽນຮູ້ທີ່ຈະໃຊ້ຄວາມຈິງເພື່ອແກ້ໄຂບັນຫາເທົ່ານັ້ນ, ທ່ານຍັງຈຳເປັນຕ້ອງຮຽນຮູ້ເພື່ອຄົ້ນຫາ ແລະ ປູກຝັງຄວາມສາມາດພິເສດໃຫ້ແກ່ຜູ້ຄົນ, ເຊິ່ງເປັນຜູ້ທີ່ເຈົ້າຕ້ອງບໍ່ອິດສາ ຫຼື ຍັບຍັ້ງ. ການປະຕິບັດໃນລັກສະນະນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ. ຖ້າເຈົ້າສາມາດຝຶກຝົນຜູ້ສະແຫວງຫາຄວາມຈິງສອງສາມຄົນເພື່ອຮ່ວມມືກັບເຈົ້າ ແລະ ເຮັດວຽກງານທັງໝົດໃຫ້ດີ ແລະ ໃນທີ່ສຸດ ເຈົ້າທຸກຄົນມີຄຳພະຍານກ່ຽວກັບປະສົບການ, ແລ້ວເຈົ້າກໍຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າເຈົ້າມີຄວາມສາມາດຮັບມືກັບທຸກໆສິ່ງຕາມຫຼັກການ, ແລ້ວເຈົ້າກໍຈະເຮັດການອຸທິດຂອງເຈົ້າໄດ້. ບາງຄົນຢ້ານຢູ່ສະເໝີວ່າ ຄົນອື່ນຈະດີກວ່າພວກເຂົາ ຫຼື ຢູ່ເໜືອກວ່າພວກເຂົາ, ຢ້ານວ່າຄົນອື່ນຈະເປັນທີ່ຍອມຮັບໃນຂະນະທີ່ພວກເຂົາຖືກເບິ່ງຂ້າມ ແລະ ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີພອນສະຫວັນບໍ? ນັ້ນບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືການມີເຈດຕະນາຮ້າຍ! ຄົນທີ່ພຽງແຕ່ຄິດເຖິງຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ, ຄົນທີ່ຕອບສະໜອງຄວາມປາຖະໜາຂອງພວກເຂົາເອງເທົ່ານັ້ນ ໂດຍບໍ່ຄິດຫາຄົນອື່ນ ຫຼື ພິຈາລະນາເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ. ຖ້າເຈົ້າສາມາດສະແດງການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າແນະນໍາຄົນດີ ແລະ ປ່ອຍໃຫ້ພວກເຂົາໄດ້ຜ່ານການຝຶກຝົນ ແລະ ປະຕິບັດໜ້າທີ່, ແລ້ວເພີ່ມຄົນທີ່ມີພອນສະຫວັນເຂົ້າໃນເຮືອນຂອງພຣະເຈົ້າ, ສິ່ງນັ້ນຈະບໍ່ເຮັດໃຫ້ວຽກງານຂອງເຈົ້າງ່າຍຂຶ້ນບໍ? ແລ້ວເຈົ້າຈະບໍ່ສະແດງການອຸທິດໃນໜ້າທີ່ຂອງເຈົ້າບໍ? ນັ້ນຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ຮັບໃຊ້ເປັນຜູ້ນໍາຄວນມີ. ຄົນທີ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ກໍສາມາດຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າໃນສິ່ງຕ່າງໆທີ່ພວກເຂົາເຮັດ. ເມື່ອເຈົ້າຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຈະຖືກເຮັດໃຫ້ຊື່ກົງ. ຖ້າເຈົ້າພຽງແຕ່ເຮັດສິ່ງຕ່າງໆເພື່ອໃຫ້ຄົນອື່ນເບິ່ງ ແລະ ຕ້ອງການຮັບເອົາການຍົກຍ້ອງ ແລະ ການຊົມເຊີຍຈາກຄົນອື່ນຢູ່ສະເໝີ ແລະ ເຈົ້າບໍ່ຍອມຮັບການກວດສອບຢ່າງຖີ່ຖ້ວນຈາກພຣະເຈົ້າ, ແລ້ວພຣະເຈົ້າຍັງຢູ່ໃນຫົວໃຈຂອງເຈົ້າບໍ? ຄົນເຊັ່ນນີ້ບໍ່ມີຄວາມເຄົາລົບຢຳເກງສຳລັບພຣະເຈົ້າ. ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດ ແລະ ຢ່າຄຳນຶງເຖິງຄວາມທະນົງຕົວ, ຊື່ສຽງ ແລະ ສະຖານະຂອງເຈົ້າເອງ. ກ່ອນອື່ນໝົດ ເຈົ້າຕ້ອງພິຈາລະນາເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າມີຄວາມບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ອຸທິດຕົນ, ປະຕິບັດຄວາມຮັບຜິດຊອບຂອງເຈົ້າແລ້ວ ແລະ ມອບທັງໝົດຂອງເຈົ້າໃຫ້ກັບມັນແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ຄິດກ່ຽວກັບໜ້າທີ່ຂອງພຣະເຈົ້າ ແລະ ວຽກງານໃນຄຣິສຕະຈັກຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງພິຈາລະນາເຖິງສິ່ງເຫຼົ່ານີ້. ຖ້າເຈົ້າຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ຄິດພວກມັນໃຫ້ອອກ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ. ຖ້າເຈົ້າມີຄວາມສາມາດຕໍ່າ, ຖ້າປະສົບການຂອງເຈົ້າມີໜ້ອຍ ຫຼື ເຈົ້າບໍ່ຊຳນານໃນວຽກງານວິຊາຊີບຂອງເຈົ້າ, ແລ້ວອາດມີຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງໃນວຽກງານຂອງເຈົ້າ ແລະ ເຈົ້າອາດບໍ່ໄດ້ຜົນຮັບທີ່ດີ, ແຕ່ເຈົ້າຈະໄດ້ພະຍາຍາມສຸດຄວາມສາມາດຂອງເຈົ້າ. ເຈົ້າບໍ່ໄດ້ເຮັດໃຫ້ພໍໃຈຕາມຄວາມປາດຖະໜາ ຫຼື ຄວາມມັກທີ່ເຫັນແກ່ຕົວຂອງເຈົ້າເອງ. ໃນທາງກົງກັນຂ້າມ, ເຈົ້າຄຳນຶງເຖິງວຽກງານໃນຄຣິສຕະຈັກ ແລະ ຜົນປະໂຫຍດໃນເຮືອນຂອງພຣະເຈົ້າຢູ່ສະເໝີ. ເຖິງແມ່ນວ່າເຈົ້າບໍ່ອາດບັນລຸຜົນໄດ້ດີໃນໜ້າທີ່ຂອງເຈົ້າ, ຫົວໃຈຂອງເຈົ້າກໍຈະຖືກເຮັດໃຫ້ຊື່ກົງ; ນອກເໜືອຈາກນີ້, ຖ້າເຈົ້າສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາໃນໜ້າທີ່ຂອງເຈົ້າ, ເຈົ້າຈະບັນລຸມາດຕະຖານໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ໃນເວລາດຽວກັນ ເຈົ້າຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ຄືຄວາມໝາຍຂອງການມີຄຳພະຍານ.
ບາງຄົນເຊື່ອໃນພຣະເຈົ້າແຕ່ບໍ່ໄດ້ສະແຫວງຫາຄວາມຈິງ. ພວກເຂົາດຳລົງຊີວິດຕາມເນື້ອໜັງຢູ່ສະເໝີ, ປາດຖະໜາຄວາມສຸກທາງເນື້ອໜັງຢູ່ສະເໝີ, ພໍໃຈກັບຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງຢູ່ສະເໝີ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າໄດ້ຈັກປີກໍຕາມ, ພວກເຂົາຈະບໍ່ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ຄືເຄື່ອງໝາຍຂອງການນໍາຄວາມອັບອາຍມາໃຫ້ພຣະເຈົ້າ. ເຈົ້າເວົ້າວ່າ “ຂ້ານ້ອຍບໍ່ໄດ້ເຮັດຫຍັງເພື່ອຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍຈະນໍາຄວາມອັບອາຍມາໃຫ້ພຣະອົງໄດ້ແນວໃດ?” ແນວຄິດ ແລະ ຄວາມຄິດທັງໝົດຂອງເຈົ້າຄືສິ່ງທີ່ຊົ່ວຮ້າຍ. ເຈດຕະນາຕ່າງໆ, ເປົ້າໝາຍ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງສິ່ງທີ່ເຈົ້າເຮັດ ແລະ ຜົນຕາມມາຈາກການກະທຳຂອງເຈົ້າເຮັດໃຫ້ຊາຕານພໍໃຈຢູ່ສະເໝີ, ເຮັດໃຫ້ເຈົ້າເປັນຕົວຕະຫຼົກຂອງມັນ ແລະ ປ່ອຍໃຫ້ມັນໃສ່ບາງສິ່ງໃນຕົວເຈົ້າ. ເຈົ້າບໍ່ມີຄຳພະຍານທີ່ຊາວຄຣິດຄວນມີ. ເຈົ້າເປັນຂອງຊາຕານ. ເຈົ້ານໍາຄວາມອັບອາຍມາສູ່ຊື່ຂອງພຣະເຈົ້າໃນທຸກສິ່ງ ແລະ ເຈົ້າບໍ່ມີຄຳພະຍານທີ່ແທ້ຈິງ. ພຣະເຈົ້າຈະຈື່ສິ່ງຕ່າງໆທີ່ເຈົ້າໄດ້ເຮັດບໍ? ໃນທີ່ສຸດແລ້ວ, ພຣະເຈົ້າຈະມີຂໍ້ສະຫຼຸບຫຍັງກ່ຽວກັບການກະທຳທັງໝົດ, ພຶດຕິກຳ ແລະ ໜ້າທີ່ໆເຈົ້າປະຕິບັດ? ບໍ່ຕ້ອງມີບາງສິ່ງອອກມາຈາກສິ່ງນັ້ນບໍ, ເຊິ່ງເປັນຄຳເວົ້າບາງປະເພດ? ໃນພຣະຄຳພີ, ພຣະເຢຊູເຈົ້າເວົ້າວ່າ “ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:22-23). ເປັນຫຍັງພຣະເຢຊູເຈົ້າຈຶ່ງເວົ້າແບບນີ້? ເປັນຫຍັງຫຼາຍຄົນທີ່ເທດສະໜາ, ຂັບໄລ່ມານຮ້າຍ ແລະ ປະຕິບັດການອັດສະຈັນຫຼາຍຢ່າງໃນນາມຂອງພຣະຜູ້ເປັນເຈົ້າຈຶ່ງກາຍມາເປັນຜູ້ເຮັດການຊົ່ວ? ມັນເປັນເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງທີ່ພຣະເຢຊູເຈົ້າສະແດງອອກ, ພວກເຂົາບໍ່ໄດ້ຮັກສາພຣະບັນຍັດຂອງພຣະອົງ ແລະ ພວກເຂົາບໍ່ມີຄວາມຮັກສຳລັບຄວາມຈິງໃນຫົວໃຈຂອງພວກເຂົາ. ພວກເຂົາພຽງແຕ່ຕ້ອງການແລກປ່ຽນວຽກງານທີ່ພວກເຂົາໄດ້ເຮັດ, ຄວາມລຳບາກທີ່ພວກເຂົາທົນທຸກ ແລະ ການເສຍສະຫຼະທີ່ພວກເຂົາເຮັດເພື່ອພຣະຜູ້ເປັນເຈົ້າສຳລັບພອນຈາກອານາຈັກສະຫວັນ. ໃນນີ້, ພວກເຂົາພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ ແລະ ພວກເຂົາກຳລັງໃຊ້ພຣະເຈົ້າ ແລະ ຫຼອກລວງພຣະເຈົ້າ, ສະນັ້ນພຣະເຢຊູເຈົ້າຈຶ່ງເບື່ອໜ່າຍພວກເຂົາ, ກຽດຊັງພວກເຂົາ ແລະ ປະນາມພວກເຂົາວ່າເປັນຜູ້ເຮັດການຊົ່ວ. ມື້ນີ້, ຜູ້ຄົນກຳລັງຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ແຕ່ບາງຄົນຍັງສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ຕ້ອງການເຮັດໃຫ້ຕົນເອງໂດດເດັ່ນຢູ່ສະເໝີ, ຕ້ອງການເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຮັບເອົາຊື່ສຽງ ແລະ ສະຖານະຢູ່ສະເໝີ. ເຖິງແມ່ນວ່າພວກເຂົາທຸກຄົນເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ພວກເຂົາສະຫຼະຖິ້ມ ແລະ ເສຍສະຫຼະສຳລັບພຣະເຈົ້າ, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາເພື່ອຮັບເອົາກຽດຕິຍົດ, ກຳໄລ ແລະ ສະຖານະ ແລະ ພວກເຂົາມີແຜນອຸບາຍຂອງພວກເຂົາເອງຢູ່ສະເໝີ. ພວກເຂົາບໍ່ເຊື່ອຟັງ ຫຼື ບໍ່ອຸທິດຕໍ່ພຣະເຈົ້າ, ພວກເຂົາສາມາດເຮັດຊົ່ວຢ່າງອາລະວາດ ໂດຍບໍ່ໄຕ່ຕອງກ່ຽວກັບຕົນເອງເລີຍ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຜູ້ເຮັດການຊົ່ວ. ພຣະເຈົ້າກຽດຊັງຜູ້ເຮັດການຊົ່ວເຫຼົ່ານີ້ ແລະ ພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ແມ່ນຫຍັງຄືມາດຕະຖານທີ່ການກະທຳ ແລະ ພຶດຕິກຳຂອງບຸກຄົນໜຶ່ງຈະຖືກຕັດສິນວ່າດີ ຫຼື ຊົ່ວຮ້າຍ? ມັນຂຶ້ນກັບວ່າ ໃນຄວາມຄິດຂອງພວກເຂົາ, ການສະແດງອອກ ແລະ ການກະທຳຂອງພວກເຂົາ, ພວກເຂົາມີຄຳພະຍານໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ການດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ມີຄວາມເປັນຈິງນີ້ ຫຼື ດຳລົງຊີວິດເຊັ່ນນີ້, ແລ້ວເຈົ້າຈະເປັນຜູ້ເຮັດການຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ. ພຣະເຈົ້າຖືຜູ້ເຮັດການຊົ່ວຮ້າຍເປັນແນວໃດ? ສຳລັບພຣະເຈົ້າ, ຄວາມຄິດ ແລະ ການກະທຳພາຍນອກຂອງເຈົ້າບໍ່ໄດ້ເປັນພະຍານໃຫ້ແກ່ພຣະອົງ ຫຼື ພວກເຂົາບໍ່ໄດ້ເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະມັນ; ກົງກັນຂ້າມ, ພວກເຂົານໍາຄວາມອັບອາຍມາຫາພຣະອົງ ແລະ ພວກເຂົາຖືກລະດົມຍິງດ້ວຍເຄື່ອງໝາຍແຫ່ງຄວາມເສື່ອມເສຍກຽດທີ່ເຈົ້າໄດ້ນໍາມາສູ່ພຣະອົງ. ເຈົ້າບໍ່ໄດ້ເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ໄດ້ເສຍສະຫຼະຕົນເອງເພື່ອພຣະເຈົ້າ ຫຼື ເຈົ້າບໍ່ໄດ້ກຳລັງປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າຕໍ່ພຣະເຈົ້າ; ກົງກັນຂ້າມ, ເຈົ້າກຳລັງປະຕິບັດເພື່ອຕົວເຈົ້າເອງ. ແມ່ນຫຍັງຄືຄວາມໝາຍຂອງ “ເພື່ອຕົວເຈົ້າເອງ”? ເພື່ອຈະເວົ້າໃຫ້ຊັດເຈນ, ມັນໝາຍຄວາມວ່າສຳລັບຊາຕານ. ສະນັ້ນ ໃນທີ່ສຸດແລ້ວ ພຣະເຈົ້າຈະເວົ້າວ່າ “ໃຫ້ຈາກເຮົາໄປ, ພວກເຈົ້າທີ່ເຮັດວຽກດ້ວຍຄວາມຊົ່ວຊ້າ”. ໃນສາຍຕາຂອງພຣະເຈົ້າ, ຈະບໍ່ເບິ່ງວ່າການກະທຳຂອງເຈົ້າເປັນການກະທຳທີ່ດີ, ພວກມັນຈະຖືວ່າເປັນການກະທຳທີ່ຊົ່ວຮ້າຍ. ພວກມັນຈະບໍ່ພຽງແຕ່ລົ້ມເຫຼວໃນການຮັບເອົາການອະນຸມັດຈາກພຣະເຈົ້າ, ພວກມັນຈະຖືກປະນາມອີກດ້ວຍ. ຄົນໆໜຶ່ງຈະຄາດຫວັງເພື່ອຮັບເອົາຫຍັງຈາກຄວາມເຊື່ອດັ່ງກ່າວໃນພຣະເຈົ້າ? ໃນທີ່ສຸດແລ້ວ ຄວາມເຊື່ອດັ່ງກ່າວຈະບໍ່ມີປະໂຫຍດຫຍັງບໍ?
ສຳລັບທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນພຽງໃດ, ວິທີທີ່ງ່າຍທີ່ສຸດໃນການປະຕິບັດໂດຍການເຂົ້າສູ່ຄວາມເປັນຈິງແຫ່ງຄວາມແທ້ຈິງ ແມ່ນການຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໃນທຸກສິ່ງ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວ, ເຈດຕະນາສ່ວນຕົວ, ແຮງຈູງໃຈ, ຄວາມທະນົງຕົວ ແລະ ສະຖານະ. ຈົ່ງເອົາໃຈໃສ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກ່ອນ ເຊິ່ງຢ່າງໜ້ອຍທີ່ສຸດ ນີ້ກໍຄືສິ່ງທີ່ຄົນໆໜຶ່ງຄວນເຮັດ. ຖ້າບຸກຄົນໜຶ່ງທີ່ປະຕິບັດໜ້າທີ່ຂອງພວກເຂົາບໍ່ສາມາດແມ່ນແຕ່ເຮັດສິ່ງນີ້ໄດ້ຫຼາຍ, ແລ້ວພວກເຂົາຈະສາມາດຖືກກ່າວໄດ້ແນວໃດວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່? ນັ້ນບໍ່ແມ່ນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ. ກ່ອນອື່ນ ເຈົ້າຄວນຄິດເຖິງຜົນປະໂຫຍດຂອງເຮືອນພຣະເຈົ້າ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ພິຈາລະນາເຖິງວຽກງານໃນຄຣິສຕະຈັກ ໃຫ້ວາງສິ່ງເຫຼົ່ານີ້ກ່ອນ ແລະ ໃຫ້ສຳຄັນທີ່ສຸດ; ຫຼັງຈາກນັ້ນເທົ່ານັ້ນ ເຈົ້າຈຶ່ງສາມາດຄິດກ່ຽວກັບຄວາມໝັ້ນຄົງຂອງສະຖານະຂອງເຈົ້າ ຫຼື ວິທີການທີ່ຄົນອື່ນພິຈາລະນາເຈົ້າ. ພວກເຈົ້າບໍ່ຮູ້ສຶກບໍສິ່ງນີ້ງ່າຍຂຶ້ນໜ້ອຍໜຶ່ງ ເມື່ອເຈົ້າແບ່ງມັນອອກເປັນຂັ້ນຕອນ ແລະ ເຮັດການປະນີປະນອມບ່າງຢ່າງ? ຖ້າເຈົ້າປະຕິບັດເຊັ່ນນີ້ໄດ້ຊົ່ວໄລຍະໜຶ່ງ, ເຈົ້າຈະຮູ້ສຶກໄດ້ວ່າການເຮັດໃຫ້ພຣະເຈົ້າພໍໃຈນັ້ນບໍ່ໄດ້ຍາກເຊັ່ນນັ້ນ. ຍິ່ງໄປກວ່ານັ້ນ, ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ເຈດຕະນາ ແລະ ແຮງຈູງໃຈ; ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເອົາຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ວຽກງານໃນຄຣິສຕະຈັກ ແລະ ໜ້າທີ່ທີ່ເຈົ້າຄວນປະຕິບັດມາກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການປະພຶດຕົນເອງ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ແລະ ບໍ່ເປັນບໍ່ຕ້ອງເປັນຄົນຕໍ່າຊາມ ແລະ ຊົ່ວຮ້າຍ; ມັນເປັນການດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນທີ່ເປັນຕາລັງກຽດ, ຕໍ່າຊ້າ ແລະ ບໍ່ມີຫຍັງດີ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນກະທຳ ແລະ ພາບລັກທີ່ພວກເຂົາຄວນດຳລົງຊີວິດຕາມ. ຄວາມປາຖະໜາຂອງເຈົ້າເພື່ອຕອບສະໜອງຜົນປະໂຫຍດຂອງຕົວເຈົ້າເອງຈະຄ່ອຍໆຫຼຸດລົງ. ຕອນນີ້, ບໍ່ວ່າພວກເຈົ້າຈະເຊື່ອໃນພຣະເຈົ້າໄດ້ຫຼາຍສໍ່າໃດ, ທາງເຂົ້າ, ການສຳຜັດ ແລະ ປະສົບການຂອງພວກເຈົ້າກ່ຽວກັບບົດຮຽນທີ່ກ່ຽວຂ້ອງກັບການສະແຫວງຫາຄວາມຈິງ, ການປະຕິບັດຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງກໍຂາດຄວາມເລິກຊຶ້ງ ແລະ ເຈົ້າບໍ່ມີປະສົບການ ຫຼື ການສຳຜັດຢ່າງແທ້ຈິງ, ສະນັ້ນເຈົ້າຈຶ່ງບໍ່ສາມາດຜະລິດຄຳພະຍານທີ່ແທ້ຈິງໄດ້. ຕອນນີ້ ເຮົາໄດ້ບອກວິທີການງ່າຍໆນີ້ໃຫ້ກັບພວກເຈົ້າ: ເລີ່ມຕົ້ນໂດຍການປະຕິບັດດ້ວຍວິທີນີ້ ແລະ ຫຼັງຈາກທີ່ພວກເຈົ້າໄດ້ເຮັດດັ່ງນັ້ນຊົ່ວໄລຍະໜຶ່ງ, ສະພາວະທີ່ຢູ່ພາຍໃນພວກເຈົ້າກໍຈະປ່ຽນແປງໂດຍທີ່ເຈົ້າບໍ່ຮູ້ຕົວ. ມັນປ່ຽນແປງຈາກສະພາວະທີ່ບໍ່ແນ່ນອນ ເຊິ່ງເຈົ້າບໍ່ສົນໃຈທີ່ຈະເຊື່ອໃນພຣະເຈົ້າ ຫຼື ເບື່ອໜ່າຍກັບມັນແທ້ໆ, ເປັນສະພາວະທີ່ເຈົ້າຮູ້ສຶກວ່າການເຊື່ອໃນພຣະເຈົ້າ ແລະ ການເປັນຄົນຊື່ສັດຄືສິ່ງທີ່ດີ ແລະ ເຊິ່ງເຈົ້າສົນໃຈໃນການເປັນຄົນຊື່ສັດ ແລະ ຮູ້ສຶກວ່າມີຄວາມໝາຍ ແລະ ການບຳລຸງລ້ຽງໃນການດຳລົງຊີວິດລັກສະນະນີ້. ເຈົ້າຈະຮູ້ສຶກມີພື້ນຖານ, ສະຫງົບສຸກ ແລະ ປິຕິຍິນດີໃນຫົວໃຈຂອງເຈົ້າ. ນັ້ນຄືວ່າສະພາວະຂອງເຈົ້າຈະກາຍມາເປັນແນວໃດ. ນັ້ນເປັນຜົນຮັບທີ່ມາຈາກການປະຖິ້ມເຈດຕະນາ, ຜົນປະໂຫຍດ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຈົ້າເອງ. ນັ້ນຄືຜົນຕາມມາ. ສິ່ງນີ້ຢູ່ໃນສ່ວນຂອງຜົນໄດ້ຮັບຈາກການຮ່ວມມືຂອງມະນຸດ ແລະ ໃນອີກສ່ວນໜຶ່ງແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດຖ້າປາສະຈາກການຮ່ວມມືຂອງຜູ້ຄົນ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 381)
ພວກເຈົ້າຮູ້ຫຍັງແດ່ກ່ຽວກັບການປ່ຽນແປງໃນອຸປະນິໄສ? ແກ່ນແທ້ຂອງການປ່ຽນແປງໃນອຸປະນິໄສ ແລະ ການປ່ຽນແປງໃນພຶດຕິກຳແມ່ນແຕກຕ່າງກັນ ແລະ ການປ່ຽນແປງໃນການປະຕິບັດກໍແຕກຕ່າງກັນເຊັ່ນກັນ, ພວກມັນລ້ວນແຕ່ແຕກຕ່າງກັນໃນແກ່ນແທ້. ຄົນສ່ວນຫຼາຍໃຫ້ຄວາມສຳຄັນເປັນພິເສດຕໍ່ການປະພຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເຊິ່ງເປັນຜົນມາຈາກການປ່ຽນແປງບາງຢ່າງທີ່ເກີດຂື້ນໃນພຶດຕິກຳຂອງພວກເຂົາ. ພາຍຫຼັງທີ່ພວກເຂົາໄດ້ເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາເຊົາສູບຢາ ແລະ ດື່ມເຫຼົ້າ ແລະ ພວກເຂົາບໍ່ແຂ່ງຂັນກັບຄົນອື່ນອີກຕໍ່ໄປ, ເລືອກທີ່ຈະໃຊ້ຄວາມອົດທົນເມື່ອພວກເຂົາທົນທຸກກັບການສູນເສຍ. ພວກເຂົາໄດ້ມີການປ່ຽນແປງພຶດຕິກຳພໍສົມຄວນ. ບາງຄົນຮູ້ສຶກວ່າຫຼັງຈາກທີ່ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍເຂົ້າໃຈຄວາມຈິງໂດຍການອ່ານພຣະທຳຂອງພຣະເຈົ້າ, ພວກເຂົາໄດ້ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາມີຄວາມສຸກທີ່ແທ້ຈິງໃນຫົວໃຈຂອງພວກເຂົາ, ເຮັດໃຫ້ພວກເຂົາກະຕືລືລົ້ນເປັນຢ່າງຍິ່ງ ແລະ ບໍ່ມີສິ່ງໃດທີ່ພວກເຂົາບໍ່ສາມາດປະຖິ້ມ ຫຼື ທົນທຸກໄດ້. ແຕ່ເຖິງຢ່າງໃດກໍຕາມ, ພາຍຫຼັງທີ່ໄດ້ເຊື່ອມາເປັນເວລາແປດ, ສິບ ຫຼື ແມ່ນແຕ່ຊາວ ຫຼື ສາມສິບປີ, ຍ້ອນບໍ່ມີການປ່ຽນແປງໃນຊີວິດອຸປະນິໄສຂອງພວກເຂົາ, ສຸດທ້າຍພວກເຂົາກໍກັບຄືນໄປສູ່ເສັ້ນທາງເກົ່າ; ຄວາມອວດດີ ແລະ ຄວາມຍິ່ງຍະໂສຂອງພວກເຂົາໂດດເດັ່ນຫຼາຍຍິ່ງຂຶ້ນ, ພວກເຂົາເລີ່ມແຂ່ງຂັນກັນເພື່ອອຳນາດ ແລະ ຜົນກຳໄລ, ພວກເຂົາໂລບເງິນຂອງຄຣິສຕະຈັກ, ພວກເຂົາອິດສາຄົນທີ່ໄດ້ເອົາປຽບເຮືອນຂອງພຣະເຈົ້າ. ພວກເຂົາກາຍມາເປັນແມ່ກາຝາກ ແລະ ແມ່ພະຍາດທີ່ຢູ່ພາຍໃນເຮືອນຂອງພຣະເຈົ້າ ແລະ ບາງຄົນກໍເຖິງກັບຖືກເປີດໂປງ ແລະ ຂັບໄລ່ໃນຖານະຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ແລ້ວຂໍ້ເທັດຈິງເຫຼົ່ານີ້ພິສູດຫຍັງແດ່? ພຽງແຕ່ການປ່ຽນແປງພຶດຕິກຳແມ່ນບໍ່ຍືນຍົງ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສໃນຊີວິດຂອງຜູ້ຄົນ, ແລ້ວບໍ່ໄວກໍຊ້າ, ພວກເຂົາກໍຈະສະແດງຕົວຕົນທີ່ແທ້ຈິງພວກເຂົາເອງ. ນີ້ແມ່ນຍ້ອນແຫຼ່ງທີ່ມາຂອງການປ່ຽນແປງໃນພຶດຕິກຳຂອງພວກເຂົາແມ່ນຄວາມຮ້ອນຮົນ ແລະ ບວກໃສ່ກັບບາງພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນ, ມັນຈຶ່ງງ່າຍຫຼາຍທີ່ພວກເຂົາຈະຮ້ອນຮົນ ຫຼື ທີ່ຈະສະແດງຄວາມເມດຕາຊົ່ວຄາວ. ດັ່ງທີ່ຜູ້ບໍ່ເຊື່ອເວົ້າວ່າ “ການເຮັດດີແມ່ນເລື່ອງງາຍ; ສິ່ງທີ່ຍາກກໍຄືການເຮັດດີຕະຫຼອດຊີວິດ”. ຜູ້ຄົນບໍ່ສາມາດເຮັດດີຕະຫຼອດຊີວິດຂອງພວກເຂົາໄດ້. ເປັນຫຍັງຄົນເຮົາຈຶ່ງບໍ່ສາມາດເຮັດຄຸນງາມຄວາມດີໄດ້ຕະຫຼອດຊີວິດຂອງພວກເຂົາ? ເພາະໂດຍທຳມະຊາດແລ້ວ, ຜູ້ຄົນຊົ່ວຮ້າຍ, ເຫັນແກ່ຕົວ ແລະ ເສື່ອມຊາມ. ພຶດຕິກຳຂອງຄົນໆໜຶ່ງແມ່ນຖືກຊີ້ນໍາໂດຍທຳມະຊາດຂອງພວກເຂົາ; ບໍ່ວ່າທຳມະຊາດຂອງຄົນໆໜຶ່ງຈະເປັນຫຍັງກໍຕາມ, ພຶດຕິກຳຂອງຄົນໆໜຶ່ງກໍຈະເປັນແບບນັ້ນ ແລະ ມີພຽງແຕ່ສິ່ງທີ່ຖືກເປີດເຜີຍຢ່າງເປັນທຳມະຊາດເທົ່ານັ້ນຈຶ່ງເປັນຕົວແທນໃຫ້ແກ່ທຳມະຊາດຂອງຄົນໆໜຶ່ງ ເຊັ່ນດຽວກັນກັບທຳມະຊາດຂອງຄົນໆໜຶ່ງ. ສິ່ງຕ່າງໆທີ່ປອມແມ່ນບໍ່ສາມາດທົນຢູ່ໄດ້. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ມັນບໍ່ແມ່ນເພື່ອປະດັບປະດາມະນຸດດ້ວຍພຶດຕິກຳທີ່ດີ, ຈຸດປະສົງຂອງພາລະກິດຂອງພຣະເຈົ້າແມ່ນເພື່ອປັບປ່ຽນອຸປະນິໄສຂອງຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາເກີດໃໝ່ເປັນຄົນໃໝ່. ການພິພາກສາຂອງພຣະເຈົ້າ, ການຕິສອນ, ການທົດລອງ ແລະ ການຫຼໍ່ຫຼອມມະນຸດລ້ວນແລ້ວແຕ່ຮັບໃຊ້ເພື່ອປ່ຽນແປງອຸປະນິໄສຂອງພວກເຂົາ ເພື່ອວ່າພວກເຂົາອາດບັນລຸການຍອມຢ່າງແທ້ຈິງ ແລະ ການອຸທິດຕົນຕໍ່ພຣະເຈົ້າ ແລະ ມານະມັດສະການພຣະອົງຕາມປົກກະຕິ. ນີ້ແມ່ນເປົ້າໝາຍແຫ່ງພາລະກິດຂອງພຣະເຈົ້າ. ການປະພຶດດີບໍ່ຄືກັບການຍອມຕໍ່ພຣະເຈົ້າ, ແຮງໄກທີ່ມັນຈະທຽບເທົ່າການເຂົ້າກັບພຣະຄຣິດໄດ້. ການປ່ຽນແປງໃນພຶດຕິກຳແມ່ນອີງຕາມຄຳສັ່ງສອນ ແລະ ເກີດມາຈາກຄວາມຮ້ອນຮົນ; ພວກມັນບໍ່ໄດ້ຢູ່ບົນພື້ນຖານຂອງຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ຫຼື ບົນຄວາມຈິງ ແລ້ວແຮງໄກທີ່ສິ່ງເຫຼົ່ານັ້ນຈະອີງໃສ່ການນໍາພາຈາກພຣະວິນຍານບໍລິສຸດ. ເຖິງແມ່ນມີຫຼາຍຄັ້ງ ເມື່ອບາງສິ່ງທີ່ຜູ້ຄົນໄດ້ເຮັດແມ່ນຖືກສ່ອງແສງສະຫວ່າງ ຫຼື ຊີ້ນໍາໂດຍພຣະວິນຍານບໍລິສຸດ, ນີ້ບໍ່ແມ່ນການສະແດງອອກເຖິງຊີວິດຂອງພວກເຂົາ. ພວກເຂົາຍັງບໍ່ທັນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ອຸປະນິໄສຊີວິດຂອງພວກເຂົາບໍ່ໄດ້ປ່ຽນແປງເລີຍ. ບໍ່ວ່າພຶດຕິກຳຂອງບຸກຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ມັນກໍບໍ່ໄດ້ພິສູດວ່າ ພວກເຂົາໄດ້ເຊື່ອຟັງພຣະເຈົ້າ ຫຼື ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ. ການປ່ຽນແປງພຶດຕິກຳບໍ່ໄດ້ສະແດງເຖິງການປ່ຽນແປງໃນອຸປະນິໄສຊີວິດ ແລະ ພວກມັນບໍ່ສາມາດຖືວ່າເປັນການສະແດງອອກເຖິງຊີວິດຂອງຜູ້ຄົນ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 382)
ຖ້າຜູ້ຄົນມີພຶດຕິກຳດີໆຫຼາຍຢ່າງ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ. ໂດຍການປະຕິບັດຄວາມຈິງ ແລະ ການເຮັດຕາມຫຼັກການເທົ່ານັ້ນ, ເຈົ້າຈຶ່ງສາມາດມີຄວາມເປັນຈິງແຫ່ງຄວາມຈິງໄດ້. ໂດຍການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍເທົ່ານັ້ນ, ເຈົ້າຈຶ່ງສາມາດມີຄວາມເປັນຈິງແຫ່ງຄວາມຈິງ. ບາງຄົນມີຄວາມກະຕືລືລົ້ນ, ສາມາດເວົ້າກ່ຽວກັບຫຼັກຄຳສອນ, ເຊື່ອຟັງກົດລະບຽບ ແລະ ເຮັດຄຸນງາມຄວາມດີຫຼາຍຢ່າງ, ແຕ່ທຸກສິ່ງທີ່ສາມາດເວົ້າກ່ຽວກັບພວກເຂົາກໍຄືພວກເຂົາມີຄວາມເປັນມະນຸດໜ້ອຍດຽວ. ຄົນທີ່ສາມາດເວົ້າກ່ຽວກັບຫຼັກຄຳສອນ ແລະ ປະຕິບັດຕາມກົດລະບຽບຢູ່ສະເໝີແມ່ນບໍ່ປະຕິບັດຄວາມຈິງແທ້ໆ. ເຖິງແມ່ນສິ່ງທີ່ພວກເຂົາເວົ້າຖືກຕ້ອງ ແລະ ຟັງຄືກັບວ່າມັນປາສະຈາກບັນຫາ, ພວກມັນບໍ່ມີຫຍັງກ່ຽວຂ້ອງໃນເລື່ອງທີ່ກ່ຽວຂ້ອງກັບແກ່ນແທ້ຂອງຄວາມຈິງ. ເພາະສະນັ້ນ, ບໍ່ວ່າຄົນໆໜຶ່ງຈະສາມາດເວົ້າຫຼັກຄຳສອນໄດ້ຫຼາຍສໍ່າໃດກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາຈະເຂົ້າໃຈຄວາມຈິງ ແລະ ບໍ່ວ່າພວກເຂົາຈະເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດແກ້ໄຂບັນຫາໃດໜຶ່ງໄດ້. ນັກທິດສະດີທາງສາສະໜາທຸກຄົນສາມາດອະທິບາຍພຣະຄຳພີ, ແຕ່ໃນທີ່ສຸດແລ້ວ ພວກເຂົາທຸກຄົນກໍລົ້ມລົງ ເພາະພວກເຂົາບໍ່ຍອມຮັບຄວາມຈິງທັງໝົດທີ່ພຣະເຈົ້າໄດ້ກ່າວອອກ. ຜູ້ຄົນທີ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາແມ່ນແຕກຕ່າງກັນ; ພວກເຂົາເຂົ້າໃຈເຖິງຄວາມຈິງ, ພວກເຂົາກຳລັງແຍກແຍະທຸກບັນຫາ, ພວກເຂົາຮູ້ຈັກວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ວິທີການປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ວິທີການເຮັດໃຫ້ພຣະເຈົ້າພໍໃຈ ແລະ ພວກເຂົາເຂົ້າໃຈທຳມະຊາດຂອງຄວາມເສື່ອມຊາມທີ່ພວກເຂົາໄດ້ສະແດງອອກ. ເມື່ອຄວາມຄິດ ແລະ ແນວຄິດຂອງພວກເຂົາເອງໄດ້ຖືກເປີດເຜີຍ, ພວກເຂົາກໍສາມາດແຍກແຍະ ແລະ ປະຖິ້ມເນື້ອໜັງໄດ້. ນີ້ແມ່ນວິທີການສະແດງອອກໃນການປ່ຽນແປງອຸປະນິໄສ. ການສຳແດງອອກສຳຄັນຂອງຜູ້ຄົນທີ່ໄດ້ຜ່ານການປ່ຽນແປງອຸປະນິໄສກໍຄື ພວກເຂົາໄດ້ມາເຂົ້າໃຈຄວາມຈິງຢ່າງຊັດເຈນ ແລະ ເມື່ອດໍາເນີນການຕ່າງໆ ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດດ້ວຍຄວາມຖືກຕ້ອງພໍສົມຄວນ ແລະ ພວກເຂົາບໍ່ໄດ້ສະແດງຄວາມເສື່ອມຊາມອອກມາເລື້ອຍໆ. ໂດຍທົ່ວໄປແລ້ວ, ບັນດາຜູ້ທີ່ຖືກປ່ຽນແປງໃນອຸປະນິໄສ ເບິ່ງຄືກັບວ່າມີເຫດຜົນ ແລະ ສາມາດແຍກແຍະໄດ້ເປັນພິເສດ ແລະ ເນື່ອງຈາກຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາ, ພວກເຂົາບໍ່ຄ່ອຍສະແດງອອກວ່າຕົນເອງມີສິລະທໍາ ຫຼື ສະແດງຄວາມອວດດີພໍປານໃດ. ພວກເຂົາສາມາດເຫັນ ແລະ ແຍກແຍະຄວາມເສື່ອມຊາມຕ່າງໆທີ່ໄດ້ຖືກເປີດເຜີຍອອກມາໃນພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ມັກອວດດີ. ພວກເຂົາສາມາດເຂົ້າໃຈຢ່າງແນ່ນອນວ່າຕໍາແໜ່ງຂອງມະນຸດຢູ່ໃສ, ເຂົ້າໃຈວິທີການປະພຶດຢ່າງມີເຫດຜົນ, ເຂົ້າໃຈວິທີການເຊື່ອຟັງ, ເຂົ້າໃຈສິ່ງທີ່ຄວນເວົ້າ ແລະ ສິ່ງທີ່ບໍ່ຄວນເວົ້າ ແລະ ສິ່ງທີ່ຄວນເວົ້າ ແລະ ບໍ່ຄວນເວົ້າຕໍ່ຜູ້ຄົນປະເພດໃດ. ສະນັ້ນ, ຄົນທີ່ໄດ້ຜ່ານການປ່ຽນແປງໃນອຸປະນິໄສຂອງພວກເຂົາກໍ່ມີເຫດຜົນພໍສົມຄວນ ແລະ ມີພຽງແຕ່ຄົນດັ່ງກ່າວຈຶ່ງດຳລົງຊີວິດຕາມລັກສະນະຂອງມະນຸດຢ່າງແທ້ຈິງ. ເພາະພວກເຂົາເຂົ້າໃຈຄວາມຈິງ, ພວກເຂົາສາມາດເວົ້າ ແລະ ເຫັນສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງຢູ່ສະເໝີ ແລະ ພວກເຂົາມີຫຼັກການໃນທຸກສິ່ງທີ່ພວກເຂົາກະທຳ; ພວກເຂົາບໍ່ຍອມຕໍ່ອິດທິພົນຂອງຜູ້ຄົນ, ເຫດການ ຫຼື ສິ່ງໃດໜຶ່ງ ແລະ ພວກເຂົາລ້ວນແລ້ວແຕ່ມີມຸມມອງຂອງພວກເຂົາເອງ ແລະ ສາມາດຍຶດໝັ້ນຫຼັກການແຫ່ງຄວາມຈິງໄວ້ໄດ້. ອຸປະນິໄສຂອງພວກເຂົາກໍໝັ້ນຄົງພໍສົມຄວນ, ພວກເຂົາບໍ່ໜາວບໍ່ຮ້ອນ ແລະ ບໍ່ວ່າພວກເຂົາຈະມີສະຖານະການແບບໃດກໍຕາມ, ພວກເຂົາກໍເຂົ້າໃຈເຖິງວິທີການປະຕິບັດໜ້າທີ່ຕ່າງໆຂອງພວກເຂົາຢ່າງຖືກຕ້ອງ ແລະ ເຂົ້າໃຈວິທີການປະພຶດຕົນຕໍ່ຄວາມພໍໃຈຂອງພຣະເຈົ້າ. ບັນດາຄົນທີ່ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາແທ້ໆ ແມ່ນບໍ່ໄດ້ໃສ່ໃຈໃນການເຮັດສິ່ງຕ່າງໆເພື່ອເຮັດໃຫ້ຕົນເອງເປັນຄົນດີພຽງພາຍນອກ; ພວກເຂົາໄດ້ຮັບຄວາມຊັດເຈນຢູ່ພາຍໃນກ່ຽວກັບສິ່ງທີ່ຈະກະທຳເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ສະນັ້ນ, ຈາກພາຍນອກ ພວກເຂົາອາດເບິ່ງຄືບໍ່ກະຕືລືລົ້ນຫຼາຍ ຫຼື ໄດ້ເຮັດຫຍັງທີ່ຍິ່ງໃຫຍ່, ແຕ່ທຸກສິ່ງທີ່ພວກເຂົາເຮັດແມ່ນມີຄວາມໝາຍ, ມີຄຸນຄ່າ ແລະ ໃຫ້ຜົນໄດ້ຮັບຢ່າງແທ້ຈິງ. ແນ່ນອນ ຄົນທີ່ມີອຸປະນິໄສປ່ຽນແປງແມ່ນມີຄວາມເປັນຈິງແຫ່ງຄວາມຈິງຫຼາຍຢ່າງແນ່ນອນ ແລະ ສິ່ງນີ້ສາມາດຢືນຢັນໄດ້ຈາກທັດສະນະຂອງພວກເຂົາກ່ຽວກັບສິ່ງຕ່າງໆ ແລະ ການກະທຳຢ່າງມີຫຼັກການຂອງພວກເຂົາ. ຄົນທີ່ບໍ່ໄດ້ຮັບຄວາມຈິງແມ່ນບໍ່ບັນລຸການປ່ຽນແປງໃດໆໃນຊີວິດ-ອຸປະນິໄສແທ້ໆ. ການປ່ຽນແປງໃນອຸປະນິໄສຖືກບັນລຸແນວໃດແທ້ໆ? ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງ, ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາທຸກຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນໂດຍການປ່ຽນຄົນທີ່ມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ຄົນທີ່ສາມາດຕໍ່ຕ້ານພຣະເຈົ້າໃຫ້ກາຍເປັນຄົນທີ່ສາມາດເຊື່ອຟັງ ແລະ ຢຳເກງພຣະເຈົ້າ. ນີ້ຄືຄວາມໝາຍຂອງການເປັນຄົນທີ່ມີການປ່ຽນແປງໃນອຸປະນິໄສ. ບໍ່ວ່າບຸກຄົນໜຶ່ງຈະເສື່ອມຊາມສໍ່າໃດ ຫຼື ພວກເຂົາຈະມີອຸປະນິໄສທີ່ເສື່ອມຊາມຫຼາຍສໍ່າໃດ, ຕາບໃດທີ່ພວກເຂົາສາມາດປະຕິບັດຄວາມຈິງ, ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ຍອມຮັບການທົດລອງ ແລະ ການຫຼໍ່ຫຼອມທີ່ຫຼາກຫຼາຍ, ພວກເຂົາຈະມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ໃນເວລາດຽວກັນ ພວກເຂົາຈະສາມາດເຫັນຢ່າງຊັດເຈນເຖິງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເອງ. ເມື່ອພວກເຂົາຮູ້ຈັກຕົນເອງຢ່າງແທ້ຈິງ, ພວກເຂົາຈະສາມາດກຽດຊັງຕົນເອງ ແລະ ຊາຕານ, ພວກເຂົາຈະເຕັມໃຈທີ່ຈະປະຖິ້ມຊາຕານ ແລະ ເຊື່ອຟັງພຣະເຈົ້າຢ່າງສົມບູນ. ຫຼັງຈາກທີ່ບຸກຄົນໜຶ່ງມີຄວາມຕັ້ງໃຈນີ້, ພວກເຂົາຈຶ່ງສາມາດສະແຫວງຫາຄວາມຈິງ. ຖ້າຜູ້ຄົນມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ຖ້າອຸປະນິໄສແບບຊາຕານຂອງພວກເຂົາໄດ້ຖືກຊໍາລະລ້າງ ແລະ ພຣະທຳຂອງພຣະເຈົ້າໄດ້ຢັ່ງຮາກພາຍໃນພວກເຂົາ ແລະ ໄດ້ກາຍມາເປັນຊີວິດຂອງພວກເຂົາ ແລະ ພື້ນຖານແຫ່ງການເປັນຢູ່ຂອງພວກເຂົາ, ຖ້າພວກເຂົາດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ໄດ້ປ່ຽນແປງຢ່າງສົມບູນ ແລະ ກາຍມາເປັນຄົນໃໝ່ ແລ້ວສິ່ງນີ້ກໍຖືວ່າເປັນການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ. ການປ່ຽນແປງໃນອຸປະນິໄສບໍ່ໄດ້ໝາຍຄວາມເຖິງການມີຄວາມເປັນມະນຸດທີ່ເປັນຜູ້ໃຫຍ່ ແລະ ມີປະສົບການ ຫຼື ມັນບໍ່ໄດ້ໝາຍຄວາມວ່າອຸປະນິໄສພາຍນອກຂອງຜູ້ຄົນອ່ອນນ້ອມກວ່າແຕ່ກ່ອນ, ພວກເຂົາເຄີຍອວດດີ ແຕ່ດຽວນີ້ສາມາດສື່ສານຢ່າງມີເຫດຜົນ ຫຼື ພວກເຂົາບໍ່ເຄີຍຟັງໃຜ ແຕ່ດຽວນີ້ຮັບຟັງຄົນອື່ນ; ການປ່ຽນແປງພາຍນອກດັ່ງກ່າວບໍ່ສາມາດເວົ້າໄດ້ວ່າເປັນການປ່ຽນແປງໃນອຸປະນິໄສ. ແນ່ນອນ, ການປ່ຽນແປງອຸປະນິໄສແມ່ນລວມເຖິງການສະແດງອອກເຊັ່ນນີ້, ແຕ່ສ່ວນປະກອບສຳຄັນທີ່ສຸດກໍຄືພາຍໃນ ຊີວິດຂອງພວກເຂົາແມ່ນໄດ້ຮັບການປ່ຽນແປງ. ສິ່ງນີ້ແມ່ນລ້ວນແລ້ວແຕ່ເປັນຍ້ອນພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໄດ້ຝັງຮາກລົງໃນຕົວພວກເຂົາ, ປົກຄອງຢູ່ພາຍໃນພວກເຂົາ ແລະ ໄດ້ກາຍມາເປັນຊີວິດຂອງພວກເຂົາ. ມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆຍັງໄດ້ປ່ຽນແປງ. ພວກເຂົາເບິ່ງທະລຸສິ່ງທີ່ກຳລັງເກີດຂຶ້ນໃນໂລກ ແລະ ກັບມະນຸດຊາດ, ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມແນວໃດ, ມັງກອນແດງໃຫຍ່ຕໍ່ຕ້ານພຣະເຈົ້າແນວໃດ ແລະ ແກ່ນແທ້ຂອງມັງກອນແດງໃຫຍ່. ພວກເຂົາສາມາດກຽດຊັງມັງກອນແດງໃຫຍ່ ແລະ ຊາຕານໃນຫົວໃຈຂອງພວກເຂົາ ແລະ ພວກເຂົາສາມາດຫັນໄປຫາພຣະເຈົ້າຢ່າງສົມບູນ ແລະ ຕິດຕາມພຣະເຈົ້າ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງພວກເຂົາໄດ້ປ່ຽນແປງ ແລະ ພວກເຂົາຖືກຮັບເອົາໂດຍພຣະເຈົ້າ. ການປ່ຽນແປງໃນອຸປະນິໄສຊີວິດແມ່ນການປ່ຽນແປງໂດຍພື້ນຖານ, ໃນຂະນະທີ່ການປ່ຽນແປງໃນພຶດຕິກຳເປັນພຽງຜິວເຜີນ. ມີພຽງແຕ່ຄົນທີ່ບັນລຸການປ່ຽນແປງໃນອຸປະນິໄສຊີວິດເທົ່ານັ້ນຈຶ່ງເປັນຄົນທີ່ໄດ້ຮັບຄວາມຈິງ ແລະ ມີພຽງແຕ່ພວກເຂົາທີ່ຖືກຮັບເອົາໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 383)
ການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນການປ່ຽນແປງໃນພຶດຕິກຳ ຫຼື ມັນບໍ່ແມ່ນການທຳທ່າປ່ຽນແປງພຽງພາຍນອກ ຫຼື ການປັບປ່ຽນຊົ່ວຄາວທີ່ເກີດຈາກຄວາມກະຕືລືລົ້ນ. ບໍ່ວ່າການປ່ຽນແປງເຫຼົ່ານີ້ດີສໍ່າໃດກໍຕາມ, ພວກມັນບໍ່ສາມາດແທນທີ່ການປ່ຽນແປງໃນອຸປະນິໄສຊີວິດໄດ້, ເພາະການປ່ຽນແປງໃນພາຍນອກເຫຼົ່ານີ້ແມ່ນສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງມະນຸດ, ແຕ່ການປ່ຽນແປງໃນອຸປະນິໄສຊີວິດບໍ່ສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງຄົນໆໜຶ່ງເທົ່ານັ້ນ. ການຜະເຊີນກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າເປັນສິ່ງທີ່ຈຳເປັນເພື່ອບັນລຸສິ່ງນີ້, ພ້ອມທັງການເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ. ເຖິງແມ່ນວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າສະແດງພຶດຕິກຳດີໆບາງຢ່າງ, ບໍ່ມີແມ່ນແຕ່ຄົນດຽວໃນພວກເຂົາທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ, ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະສິ່ງນີ້ຈຳເປັນຕ້ອງມີການປ່ຽນແປງໃນອຸປະນິໄສຊີວິດເພື່ອບັນລຸ ແລະ ການປ່ຽນແປງສໍ່າໃດສໍ່າໜຶ່ງໃນພຶດຕິກຳກໍຫ່າງໄກຫຼາຍຈາກຄວາມພຽງພໍ. ການປ່ຽນແປງໃນອຸປະນິໄສໝາຍຄວາມວ່າເຈົ້າມີຄວາມຮູ້ ແລະ ປະສົບການກັບຄວາມຈິງ ແລະ ຄວາມຈິງໄດ້ກາຍມາເປັນຊີວິດຂອງເຈົ້າ, ມັນສາມາດຊີ້ນໍາ ແລະ ມີອຳນາດເໜືອຊີວິດຂອງເຈົ້າ ແລະ ທຸກສິ່ງກ່ຽວກັບເຈົ້າ. ນີ້ຄືການປ່ຽນແປງໃນອຸປະນິໄສຊີວິດຂອງເຈົ້າ. ມີພຽງແຕ່ຄົນທີ່ມີຄວາມຈິງເປັນຊີວິດແມ່ນຄົນທີ່ໄດ້ຮັບການປ່ຽນແປງໃນອຸປະນິໄສ. ໃນອະດີດ, ອາດມີຄວາມຈິງບາງຢ່າງທີ່ເຈົ້າບໍ່ສາມາດນໍາໄປປະຕິບັດໄດ້ເມື່ອເຈົ້າເຂົ້າໃຈພວກມັນ, ແຕ່ໃນຕອນນີ້ ເຈົ້າສາມາດປະຕິບັດລັກສະນະໃດໜຶ່ງໃນຄວາມຈິງທີ່ເຈົ້າເຂົ້າໃຈໂດຍບໍ່ມີອຸປະສັກ ຫຼື ຄວາມຫຍຸ້ງຍາກ. ເມື່ອເຈົ້າປະຕິບັດຄວາມຈິງ, ເຈົ້າພົບວ່າຕົນເອງເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມສຸກ, ແຕ່ຖ້າເຈົ້າບໍ່ສາມາດປະຕິບັດຄວາມຈິງ, ເຈົ້າກໍຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມສຳນຶກຂອງເຈົ້າກໍຖືກລົບກວນ. ເຈົ້າສາມາດປະຕິບັດຄວາມຈິງໃນທຸກສິ່ງ, ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ມີພື້ນຖານສຳລັບການດຳລົງຊີວິດ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ. ຕອນນີ້ເຈົ້າສາມາດປະຖິ້ມແນວຄິດ ແລະ ຈິນຕະນາການຂອງເຈົ້າຢ່າງງ່າຍດາຍ, ຄວາມມັກທາງເນື້ອໜັງ ແລະ ການສະແຫວງຫາຂອງເຈົ້າ ແລະ ສິ່ງເຫຼົ່ານັ້ນທີ່ເຈົ້າບໍ່ສາມາດປະຖິ້ມກ່ອນໜ້າ. ເຈົ້າຮູ້ສຶກວ່າພຣະທຳຂອງພຣະເຈົ້າດີແທ້ໆ ແລະ ການປະຕິບັດຄວາມຈິງຄືສິ່ງດີທີ່ສຸດທີ່ຕ້ອງເຮັດ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ. ການປ່ຽນແປງໃນອຸປະນິໄສຟັງຄືງ່າຍຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ມັນຄືຂະບວນການທີ່ກ່ຽວຂ້ອງກັບປະສົບການຫຼາຍຢ່າງ. ໃນລະຫວ່າງຊ່ວງເວລານີ້, ຜູ້ຄົນຈຳເປັນຕ້ອງທົນທຸກກັບຄວາມລຳບາກຫຼາຍຢ່າງ, ພວກເຂົາຈຳເປັນຕ້ອງຍອມສະລະຮ່າງກາຍຂອງພວກເຂົາເອງ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ, ພວກເຂົາຍັງຈຳເປັນຕ້ອງທົນທຸກກັບການພິພາກສາ, ການຂ້ຽນຕີ, ການລິຮານ, ການຖືກຈັດການ, ການທົດລອງ ແລະ ການຫຼໍ່ຫຼອມ ແລະ ພວກເຂົາຍັງຈຳເປັນຕ້ອງຜະເຊີນກັບຄວາມລົ້ມເຫຼວຫຼາຍຢ່າງ, ການລົ້ມລົງ, ຄວາມດີ້ນລົນພາຍໃນ ແລະ ການທໍລະມານພາຍໃນຫົວໃຈຂອງພວກເຂົາ. ຫຼັງຈາກມີປະສົບການເຫຼົ່ານີ້ເທົ່ານັ້ນ, ຜູ້ຄົນຈຶ່ງສາມາດມີຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດຂອງພວກເຂົາເອງ, ແຕ່ຄວາມເຂົ້າໃຈບາງຢ່າງບໍ່ໄດ້ກໍ່ໃຫ້ເກີດການປ່ຽນແປງທີ່ສົມບູນໃນທັນທີ; ພວກເຂົາຈຳເປັນຕ້ອງຜ່ານປະສົບການເປັນເວລາດົນກ່ອນທີ່ພວກເຂົາຈະສາມາດກຳຈັດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກໄປຈາກພວກເຂົາໃນທີ່ສຸດ. ນີ້ຄືເຫດຜົນທີ່ມັນໃຊ້ເວລາຕະຫຼອດຊີວິດເພື່ອປ່ຽນແປງອຸປະນິໄສຂອງຄົນໆໜຶ່ງ. ຕົວຢ່າງ: ຖ້າເຈົ້າເປີດເຜີຍຄວາມເສື່ອມຊາມໃນເລື່ອງໜຶ່ງ, ເຈົ້າສາມາດປະຕິບັດຄວາມຈິງໃນທັນທີຫຼັງຈາກທີ່ເຈົ້າຮັບຮູ້ມັນບໍ? ເຈົ້າບໍ່ສາມາດເຮັດໄດ້. ໃນຂັ້ນຕອນນີ້ຂອງຄວາມເຂົ້າໃຈ, ຄົນອື່ນໆກໍ່ລິຮານເຈົ້າ ແລະ ຈັດການກັບເຈົ້າ ແລະ ຫຼັງຈາກນັ້ນ ສະພາບແວດລ້ອມຂອງເຈົ້າກໍ່ບີບເຈົ້າ ແລະ ບັງຄັບໃຫ້ເຈົ້າປະຕິບັດຕາມຫຼັກການແຫ່ງຄວາມຈິງ. ບາງຄັ້ງ, ເຈົ້າຍັງບໍ່ຍອມຮັບທີ່ຈະເຮັດແບບນັ້ນ ແລະ ເຈົ້າເວົ້າກັບຕົນເອງວ່າ “ຂ້ອຍຕ້ອງເຮັດມັນແບບນີ້ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຮັດມັນໃນລັກສະນະທີ່ຂ້ອຍຕ້ອງການ? ເປັນຫຍັງຂ້ອຍຈຶ່ງຖືກຂໍໃຫ້ປະຕິບັດຄວາມຈິງຢູ່ສະເໝີ? ຂ້ອຍບໍ່ຕ້ອງການເຮັດສິ່ງນີ້, ຂ້ອຍເມື່ອຍກັບມັນ!” ການຜະເຊີນກັບພາລະກິດຂອງພຣະເຈົ້າຮຽກຮ້ອງໃຫ້ຜ່ານຂະບວນການດັ່ງຕໍ່ໄປນີ້: ຈາກການເປັນຄົນທີ່ລັງເລຈະປະຕິບັດຄວາມຈິງສູ່ການເຕັມໃຈທີ່ຈະປະຕິບັດຄວາມຈິງ; ຈາກຄວາມຄິດລົບ ແລະ ຄວາມອ່ອນແອສູ່ຄວາມເຂັ້ມແຂງ ແລະ ສັກກະຍາພາບເພື່ອປະຖິ້ມເນື້ອໜັງ. ເມື່ອຜູ້ຄົນໄປເຖິງຈຸດໃດໜຶ່ງຂອງປະສົບການ ແລະ ໄດ້ຜ່ານການທົດລອງບາງຢ່າງ, ການຫຼໍ່ຫຼອມ ແລະ ເລີ່ມເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄວາມຈິງບາງຢ່າງໃນທີ່ສຸດ, ແລ້ວພວກເຂົາກໍ່ຈະຂ້ອນຂ້າງມີຄວາມສຸກ ແລະ ເຕັມໃຈທີ່ຈະປະຕິບັດຕາມຫຼັກການຂອງຄວາມຈິງ. ໃນຕອນເລີ່ມຕົ້ນ, ຜູ້ຄົນລັງເລທີ່ຈະປະຕິບັດຄວາມຈິງ. ຍົກການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງອຸທິດຕົນເພື່ອເປັນຕົວຢ່າງ: ເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າ ແລະ ການອຸທິດຕົນຕໍ່ພຣະເຈົ້າ ແລະ ເຈົ້າຍັງມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງ, ແຕ່ເມື່ອໃດເຈົ້າຈິ່ງຈະສາມາດອຸທິດຕົນຕໍ່ພຣະເຈົ້າໄດ້ຢ່າງສົມບູນ? ເມື່ອໃດເຈົ້າຈິ່ງຈະສາມາດປະຕິບັດໜ້າທີ່ຂອງເຈົ້າທັງໃນນາມ ແລະ ການກະທຳໄດ້? ສິ່ງນີ້ຈຳເປັນຕ້ອງມີຂະບວນການ. ໃນລະຫວ່າງຂະບວນການນີ້, ເຈົ້າອາດທົນທຸກກັບຄວາມລຳບາກຫຼາຍຢ່າງ. ບາງຄົນອາດຈັດການກັບເຈົ້າ ແລະ ຄົນອື່ນໆອາດວິພາກວິຈານເຈົ້າ. ສາຍຕາຂອງທຸກຄົນຈະຈ້ອງເບິ່ງທີ່ເຈົ້າ, ວິເຄາະເຈົ້າຢ່າງລະອຽດ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເລີ່ມຮັບຮູ້ວ່າເຈົ້າຜິດ ແລະ ເຈົ້າເປັນຄົນທີ່ເຮັດໄດ້ບໍ່ດີ, ການຂາດການອຸທິດຕົນໃນການປະຕິບັດໜ້າທີ່ຂອງເຈົ້າກໍ່ບໍ່ສາມາດຍອມຮັບໄດ້ ແລະ ເຈົ້າຕ້ອງບໍ່ປະໝາດ ຫຼື ເຮັດພໍເປັນພິທີ! ພຣະວິນຍານບໍລິສຸດຈະສ່ອງແສງໃຫ້ກັບເຈົ້າຈາກພາຍໃນ ແລະ ຕຳນິເຈົ້າ ເມື່ອເຈົ້າເຮັດຜິດ. ໃນລະຫວ່າງຂະບວນການນີ້, ເຈົ້າຈະເລີ່ມເຂົ້າໃຈບາງສິ່ງກ່ຽວກັບຕົວເຈົ້າເອງ ແລະ ຈະຮູ້ຈັກວ່າເຈົ້າມີຄວາມເປັນມົນທິນຫຼາຍເກີນໄປ, ເຈົ້າມີແຮງຈູງໃຈສ່ວນຕົວຫຼາຍເກີນໄປ ແລະ ມີຄວາມປາຖະໜາທີ່ເກີນຂອບເຂດ ເມື່ອກຳລັງປະຕິບັດໜ້າທີ່ຂອງເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈແກ່ນແທ້ກ່ຽວກັບສິ່ງເຫຼົ່ານີ້, ຖ້າເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ມີການກັບໃຈຢ່າງແທ້ຈິງ, ເຈົ້າຈະສາມາດຖືກຊໍາລະລ້າງຈາກສິ່ງທີ່ເສື່ອມຊາມເຫຼົ່ານັ້ນ. ໃນລັກສະນະນີ້, ຖ້າເຈົ້າສະແຫວງຫາຄວາມຈິງຢູ່ເລື້ອຍໆ ເພື່ອແກ້ໄຂບັນຫາຕົວຈິງຂອງເຈົ້າເອງ, ເຈົ້າຈະກ້າວຂາໃນເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງເທື່ອລະໜ້ອຍ; ເຈົ້າຈະເລີ່ມມີປະສົບການຊີວິດທີ່ແທ້ຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍ່ຈະເລີ່ມຖືກຊໍາລະລ້າງໃຫ້ບໍລິສຸດເທື່ອລະໜ້ອຍ. ຍິ່ງອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກຊໍາລະລ້າງຫຼາຍສໍ່າໃດ, ຊີວິດ-ອຸປະນິໄສຂອງເຈົ້າກໍ່ຍິ່ງມີການປ່ຽນແປງຫຼາຍສໍ່ານັ້ນ.
ເຖິງແມ່ນວ່າໃນຕອນນີ້ ຫຼາຍຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ໃນແກ່ນແທ້ແລ້ວ ມີເທົ່າໃດຄົນທີ່ກຳລັງເຮັດໜ້າທີ່ຂອງພວກເຂົາພໍແລ້ວມືແລ້ວຕີນ? ມີເທົ່າໃດຄົນທີ່ສາມາດຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການແຫ່ງຄວາມຈິງ? ມີເທົ່າໃດຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຕາມຂໍ້ກຳນົດຂອງພຣະເຈົ້າຫຼັງຈາກທີ່ອຸປະນິໄສຂອງພວກເຂົາໄດ້ຮັບການປ່ຽນແປງ? ໂດຍການກວດສອບສິ່ງເຫຼົ່ານີ້ຕື່ມອີກ, ເຈົ້າຈະສາມາດຮູ້ຈັກວ່າເຈົ້າບັນລຸມາດຕະຖານໃນການປະຕິບັດໜ້າທີ່ຂອງເຈົ້າແທ້ໆ ຫຼື ບໍ່ ແລະ ເຈົ້າຈະຍັງສາມາດເຫັນຢ່າງຊັດເຈນວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງ ຫຼື ບໍ່. ການບັນລຸການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນເລື່ອງງ່າຍ; ມັນບໍ່ໄດ້ໝາຍເຖິງພຽງການມີການປ່ຽນແປງສອງສາມຢ່າງໃນພຶດຕິກຳ, ການໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບຄວາມຈິງ, ການທີ່ສາມາດໂອ້ລົມໜ້ອຍໜຶ່ງກ່ຽວກັບປະສົບການຂອງຄົນໆໜຶ່ງດ້ວຍທຸກລັກສະນະຂອງຄວາມຈິງ ຫຼື ການມີການປ່ຽນແປງບາງຢ່າງ ຫຼື ການເຊື່ອຟັງໜ້ອຍໜຶ່ງຫຼັງຈາກທີ່ຖືກລົງວິໄນ. ສິ່ງເຫຼົ່ານີ້ບໍ່ປະກອບເປັນການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຖິງແມ່ນວ່າເຈົ້າອາດຈະມີການປ່ຽນແປງໃນບາງຢ່າງ, ເຈົ້າກໍ່ຍັງບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງແທ້ຈິງ. ບາງທີເພາະເຈົ້າຢູ່ໃນສະພາບແວດລ້ອມທີ່ເໝາະສົມເປັນຊ່ວງເວລາໜຶ່ງ ແລະ ສະພາບການເອື້ອອຳນວຍແບບນັ້ນ ຫຼື ສະຖານະການໃນປັດຈຸບັນຂອງເຈົ້າໄດ້ບີບບັງຄັບເຈົ້າ, ເຈົ້າປະພຶດໃນລັກສະນະນີ້. ນອກຈາກນັ້ນ, ເມື່ອເຈົ້າອາລົມດີ, ເມື່ອສະພາວະຂອງເຈົ້າປົກກະຕິ ແລະ ເມື່ອເຈົ້າມີພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍສາມາດປະຕິບັດຄວາມຈິງ. ແຕ່ສົມມຸດວ່າເຈົ້າຢູ່ທ່າມກາງການທົດລອງ, ເມື່ອເຈົ້າກຳລັງທົນທຸກຄືກັບໂຢບໃນທ່າມກາງການທົດລອງຂອງເຈົ້າ ຫຼື ເຈົ້າຜະເຊີນໜ້າກັບການທົດລອງແຫ່ງຄວາມຕາຍ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າຍັງຈະສາມາດປະຕິບັດຄວາມຈິງ ແລະ ຍຶດໝັ້ນໃນຄຳພະຍານໄດ້ບໍ? ເຈົ້າສາມາດເວົ້າບາງສິ່ງເຊັ່ນດຽວກັບທີ່ເປໂຕໄດ້ເວົ້າວ່າ “ເຖິງແມ່ນຂ້ານ້ອຍຕ້ອງຕາຍຫຼັງຈາກທີ່ຮູ້ຈັກພຣະອົງ, ຂ້ານ້ອຍຈະບໍ່ເຮັດດ້ວຍຄວາມປິຕິຍິນດີ ແລະ ຢ່າງມີຄວາມສຸກໄດ້ແນວໃດ?” ເປໂຕເຊີດຊູຫຍັງ? ສິ່ງທີ່ເປໂຕເຊີດຊູຄືຄວາມເຊື່ອຟັງ ແລະ ເພິ່ນຖືວ່າການຮູ້ຈັກພຣະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດ, ສະນັ້ນລາວຈຶ່ງສາມາດເຊື່ອຟັງຈົນຕາຍໄດ້. ການປ່ຽນແປງໃນອຸປະນິໄສບໍ່ໄດ້ເກີດຂຶ້ນພຽງຊົ່ວຂ້າມຄືນ; ມັນໃຊ້ເວລາຂອງປະສົບການຕະຫຼອດຊີວິດເພື່ອບັນລຸ. ການເຂົ້າໃຈຄວາມຈິງກໍ່ງ່າຍກວ່າເລັກນ້ອຍ, ແຕ່ການທີ່ສາມາດປະຕິບັດຄວາມຈິງໃນຫຼາກຫຼາຍບໍລິບົດກໍ່ຍັງຍາກ. ເປັນຫຍັງຜູ້ຄົນຈຶ່ງມີບັນຫາໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ? ໃນຄວາມເປັນຈິງແລ້ວ, ຄວາມຫຍຸ້ງຍາກເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໂດຍກົງ ແລະ ພວກມັນທັງໝົດເປັນສິ່ງກີດຂວາງທີ່ມາຈາກອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ເຈົ້າຕ້ອງທົນທຸກຫຼາຍ ແລະ ຈ່າຍລາຄາເພື່ອທີ່ຈະສາມາດນໍາຄວາມຈິງໄປປະຕິບັດ. ຖ້າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຈະບໍ່ຕ້ອງທົນທຸກ ແລະ ຈ່າຍລາຄາເພື່ອປະຕິບັດຄວາມຈິງ. ສິ່ງນີ້ບໍ່ແມ່ນຂໍ້ແທ້ຈິງທີ່ຊັດເຈນບໍ? ບາງຄັ້ງ, ມັນອາດເບິ່ງຄືກັບວ່າເຈົ້າກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດ, ແຕ່ໃນຄວາມເປັນຈິງ ທຳມະຊາດຂອງການກະທຳຂອງເຈົ້າບໍ່ໄດ້ສະແດງວ່າເຈົ້າກຳລັງເຮັດແບບນັ້ນ. ໃນການຕິດຕາມພຣະເຈົ້າ, ຫຼາຍຄົນສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ. ເຖິງຢ່າງໃດກໍ່ຕາມ, ພວກເຂົາບໍ່ເຄີຍສາມາດໃຫ້ຄຳພະຍານຈາກປະສົບການທີ່ແທ້ຈິງ. ແມ່ນຫຍັງກຳລັງເກີດຂຶ້ນໃນບ່ອນນີ້ແທ້ໆ? ເພື່ອວັດແທກພວກເຂົາໂດຍແນວຄິດຂອງມະນຸດ, ພວກເຂົາເບິ່ງຄືປະຕິບັດຄວາມຈິງ, ແຕ່ພຣະເຈົ້າບໍ່ຮັບຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດຄືການປະຕິບັດຄວາມຈິງ. ຖ້າສິ່ງຕ່າງໆທີ່ເຈົ້າເຮັດມີແຮງຈູງໃຈສ່ວນຕົວຢູ່ເບື້ອງຫຼັງພວກມັນ ແລະ ຖືກເຈືອປົນ, ແລ້ວເຈົ້າກໍມີແນວໂນ້ມທີ່ຈະຫັນເຫອອກຈາກຫຼັກການ ແລະ ບໍ່ສາມາດເວົ້າໄດ້ວ່າເປັນການປະຕິບັດຄວາມຈິງ; ສິ່ງນີ້ເປັນພຽງຄວາມປະພຶດປະເພດໜຶ່ງ. ຖ້າຈະເວົ້າຢ່າງເຄັ່ງຄັດ, ຄວາມປະພຶດປະເພດນີ້ຂອງເຈົ້າອາດຈະຖືກປະນາມໂດຍພຣະເຈົ້າ; ມັນຈະບໍ່ຖືກຍົກຍ້ອງ ຫຼື ເປັນທີ່ລະນຶກເຖິງໂດຍພຣະອົງ. ເພື່ອສືບຕໍ່ໄຈ້ແຍກສິ່ງນີ້ໃນແກ່ນແທ້ ແລະ ຮາກເງົ້າຂອງມັນ, ເຈົ້າເປັນຄົນທີ່ເຮັດຊົ່ວ ແລະ ພຶດຕິກຳພາຍນອກເຫຼົ່ານີ້ຂອງເຈົ້າປະກອບເປັນການຕໍ່ຕ້ານພຣະເຈົ້າ. ຈາກພາຍນອກ, ເຈົ້າບໍ່ໄດ້ຂັດຂວາງ ຫຼື ລົບກວນສິ່ງໃດໆ ແລະ ເຈົ້າບໍ່ໄດ້ສ້າງຄວາມເສຍຫາຍທີ່ແທ້ຈິງ. ມັນປາກົດຄືກັບວ່າມີເຫດຜົນ ແລະ ສົມເຫດສົມຜົນ, ແຕ່ຢູ່ພາຍໃນມັນມີສິ່ງປົນເປື້ອນ ແລະ ເຈດຕະນາຂອງມະນຸດ ແລະ ແກ່ນແທ້ຂອງມັນຄືການເຮັດຊົ່ວ ແລະ ການຕໍ່ຕ້ານພຣະເຈົ້າ. ສະນັ້ນ, ເຈົ້າຄວນຕັດສິນວ່າມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່ ແລະ ເຈົ້າກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດໂດຍໃຊ້ພຣະທຳຂອງພຣະເຈົ້າ ແລະ ໂດຍເບິ່ງທີ່ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງເຈົ້າເອງ ຫຼື ບໍ່. ມັນບໍ່ໄດ້ຂຶ້ນກັບວ່າການກະທຳຂອງເຈົ້າສອດຄ່ອງກັບຈິນຕະນາການຂອງມະນຸດ ແລະ ຄວາມຄິດຂອງມະນຸດ ຫຼື ບໍ່ ຫຼື ພວກມັນເໝາະສົມກັບລົດສະນິຍົມຂອງເຈົ້າ ຫຼື ບໍ່; ສິ່ງດັ່ງກ່າວບໍ່ໄດ້ສຳຄັນ. ກົງກັນຂ້າມ, ມັນຂຶ້ນກັບພຣະເຈົ້າທີ່ເວົ້າວ່າເຈົ້າກຳລັງປະຕິບັດຕາມຄວາມປະສົງຂອງພຣະອົງ ຫຼື ບໍ່, ການກະທຳຂອງເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ພວກມັນບັນລຸຕາມເງື່ອນໄຂ ແລະ ມາດຕະຖານຂອງພຣະອົງ ຫຼື ບໍ່. ການວັດແທກຕົນເອງໃສ່ເງື່ອນໄຂຂອງພຣະເຈົ້າແຕ່ຢ່າງດຽວກໍ່ຖືກຕ້ອງແລ້ວ. ການປ່ຽນແປງໃນອຸປະນິໄສ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ່ໄດ້ທຳມະດາ ແລະ ງ່າຍຄືກັບທີ່ຜູ້ຄົນຈິນຕະນາການ. ຕອນນີ້ ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ພວກເຈົ້າມີປະສົບການໃດໜຶ່ງກັບສິ່ງນີ້ບໍ? ເມື່ອເວົ້າເຖິງແກ່ນແທ້ຂອງບັນຫາ, ພວກເຈົ້າກໍ່ອາດບໍ່ເຂົ້າໃຈມັນ; ທາງເຂົ້າຂອງພວກເຈົ້າເປັນແບບຜິວເຜີນເກີນໄປ. ພວກເຈົ້າແລ່ນໄປມາໝົດມື້, ນັບຕັ້ງແຕ່ອາລຸນຈົນເຖິງຍາມແລງ, ການຕື່ນນອນໄວ ແລະ ການເຂົ້ານອນຊ້າ, ແຕ່ເຈົ້າກໍ່ບໍ່ໄດ້ທັນບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ ແລະ ພວກເຈົ້າບໍ່ສາມາດເຂົ້າໃຈວ່າການປ່ຽນແປງໃນອຸປະນິໄສແມ່ນຫຍັງ. ນີ້ໝາຍຄວາມວ່າທາງເຂົ້າຂອງເຈົ້າຕື້ນເກີນໄປ, ບໍ່ແມ່ນບໍ? ບໍ່ວ່າພວກເຈົ້າໄດ້ເຊື່ອໃນພຣະເຈົ້າດົນສໍ່າໃດກໍ່ຕາມ, ພວກເຈົ້າອາດບໍ່ຮູ້ສຶກເຖິງແກ່ນແທ້ ແລະ ສິ່ງຕ່າງໆທີ່ເລິກເຊິ່ງທີ່ກ່ຽວຂ້ອງກັບການປ່ຽນແປງໃນອຸປະນິໄສ. ມັນສາມາດເວົ້າໄດ້ບໍວ່າອຸປະນິໄສຂອງເຈົ້າມີການປ່ຽນແປງແລ້ວ? ເຈົ້າຈະຮູ້ໄດ້ແນວໃດວ່າພຣະເຈົ້າຍົກຍ້ອງເຈົ້າ ຫຼື ບໍ່? ຢ່າງໜ້ອຍທີ່ສຸດ, ເຈົ້າຈະຮູ້ສຶກໝັ້ນຄົງຢ່າງເປັນພິເສດກ່ຽວກັບທຸກສິ່ງທີ່ເຈົ້າເຮັດ ແລະ ເຈົ້າຈະຮູ້ສຶກວ່າພຣະວິນຍານບໍລິສຸດກຳລັງຊີ້ນໍາ ແລະ ກຳລັງສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ກຳລັງເຮັດວຽກໃນຕົວເຈົ້າ ໃນຂະນະທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຮັດວຽກງານໃດໜຶ່ງໃນເຮືອນຂອງພຣະເຈົ້າ ຫຼື ໂດຍທົ່ວໄປ. ຄວາມປະພຶດຂອງເຈົ້າຈະສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ຮັບປະສົບການລະດັບໃດໜຶ່ງ, ເຈົ້າກໍ່ຈະຮູ້ສຶກວ່າວິທີການທີ່ເຈົ້າປະພຶດໃນອະດີດຂ້ອນຂ້າງເໝາະສົມ. ເຖິງຢ່າງໃດກໍ່ຕາມ, ຖ້າຫຼັງຈາກທີ່ໄດ້ຮັບປະສົບການເປັນຊ່ວງເວລາໜຶ່ງ, ເຈົ້າກໍ່ຮູ້ສຶກວ່າບາງສິ່ງທີ່ເຈົ້າເຮັດໃນອະດີດບໍ່ເໝາະສົມ ແລະ ເຈົ້າບໍ່ພໍໃຈກັບພວກມັນ ແລະ ພວກມັນຮູ້ສຶກວ່າສິ່ງຕ່າງໆທີີ່ເຈົ້າເຮັດບໍ່ສອດຄ່ອງກັບຄວາມຈິງ, ແລ້ວສິ່ງນີ້ກໍ່ພິສູດວ່າທຸກສິ່ງທີ່ເຈົ້າເຮັດນັ້ນເປັນການຕໍ່ຕ້ານພຣະເຈົ້າ. ມັນຄືຫຼັກຖານທີ່ວ່າການບໍລິການຂອງເຈົ້າເຕັມໄປດ້ວຍຄວາມກະບົດ, ການຕໍ່ຕ້ານ ແລະ ວິທີການປະພຶດຂອງມະນຸດ ແລະ ເຈົ້າລົ້ມເຫຼວຢ່າງສິ້ນເຊີງທີ່ຈະບັນລຸການປ່ຽນແປງໃນອຸປະນິໄສ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 384)
ໃນການວັດແທກວ່າຜູ້ຄົນສາມາດເຊື່ອຟັງພຣະເຈົ້າໄດ້ ຫຼື ບໍ່ນັ້ນ, ສິ່ງສຳຄັນທີ່ຕ້ອງເບິ່ງແມ່ນພວກເຂົາປາຖະໜາສິ່ງທີ່ຟຸມເຟືອຍໃດໆຈາກພຣະເຈົ້າ ຫຼື ບໍ່, ພວກເຂົາມີແຮງຈູງໃຈທີ່ແອບແຝງຢູ່ ຫຼື ບໍ່. ຖ້າຜູ້ຄົນຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ, ມັນພິສູດໃຫ້ເຫັນວ່າ ພວກເຂົາບໍ່ເຊື່ອຟັງພຣະອົງ. ບໍ່ວ່າແມ່ນຫຍັງກໍຕາມເກີດຂຶ້ນກັບເຈົ້າ, ຖ້າເຈົ້າບໍ່ສາມາດໄດ້ຮັບມັນຈາກພຣະເຈົ້າ, ບໍ່ສາມາດສະແຫວງຫາຄວາມຈິງ, ເວົ້າຈາກການໃຫ້ເຫດຜົນຂອງຕົວເຈົ້າເອງສະເໝີ ແລະ ຮູ້ສຶກວ່າມີແຕ່ເຈົ້າຄົນດຽວທີ່ຖືກຢູ່ສະເໝີ ແລະ ເຖິງກັບສາມາດສົງໄສວ່າພຣະເຈົ້າຄືຄວາມຈິງ ແລະ ຄວາມຊອບທໍາ, ແລ້ວເຈົ້າກໍຈະມີບັນຫາ. ຄົນເຊັ່ນນັ້ນເປັນຄົນທີ່ອວດດີ ແລະ ກະບົດຕໍ່ພຣະເຈົ້າທີ່ສຸດ. ຜູ້ຄົນທີ່ຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີແມ່ນບໍ່ສາມາດເຊື່ອຟັງພຣະອົງໄດ້ຢ່າງແທ້ຈິງ. ຖ້າເຈົ້າຮຽກຮ້ອງຈາກພຣະເຈົ້າ, ນີ້ພິສູດວ່າເຈົ້າກຳລັງເຮັດຂໍ້ຕົກລົງກັບພຣະເຈົ້າຢູ່, ເຈົ້າກຳລັງເລືອກຄວາມຄິດຂອງຕົວເຈົ້າເອງຢູ່ ແລະ ກຳລັງປະຕິບັດຕາມຄວາມຄິດຂອງຕົວເຈົ້າເອງ. ໃນນີ້ ເຈົ້າທໍລະຍົດພຣະເຈົ້າ ແລະ ບໍ່ມີຄວາມເຊື່ອຟັງ. ການຮຽກຮ້ອງຈາກພຣະເຈົ້ານັ້ນໄຮ້ສາລະ; ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະອົງແມ່ນພຣະເຈົ້າ, ແລ້ວເຈົ້າຈະບໍ່ກ້າຮຽກຮ້ອງຈາກພຣະອົງ ຫຼື ເຈົ້າກໍຈະບໍ່ມີຄຸນສົມບັດທີ່ຈະຮຽກຮ້ອງຈາກພຣະອົງ ບໍ່ວ່າພວກມັນຈະສົມເຫດສົມຜົນ ຫຼື ບໍ່ກໍຕາມ. ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ເຊື່ອວ່າພຣະອົງແມ່ນພຣະເຈົ້າ, ແລ້ວເຈົ້າກໍຈະບໍ່ມີທາງເລືອກ ນອກຈາກນະມັດສະການ ແລະ ເຊື່ອຟັງພຣະອົງ. ຜູ້ຄົນທຸກມື້ນີ້ບໍ່ພຽງແຕ່ຕັດສິນທາງເລືອກຂອງພວກເຂົາເອງ, ພວກເຂົາເຖິງກັບຂໍໃຫ້ພຣະເຈົ້າປະຕິບັດຕາມຄວາມປະສົງຂອງພວກເຂົາເອງ. ພວກເຂົາບໍ່ພຽງແຕ່ບໍ່ເລືອກທີ່ຈະເຊື່ອຟັງພຣະເຈົ້າ, ພວກເຂົາເຖິງກັບຂໍໃຫ້ພຣະເຈົ້າເຊື່ອຟັງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ບໍ່ສົມເຫດສົມຜົນບໍ? ສະນັ້ນ, ຖ້າບໍ່ມີຄວາມເຊື່ອໝັ້ນທີ່ແທ້ຈິງໃນມະນຸດ, ບໍ່ມີຄວາມເຊື່ອທີ່ເປັນແກ່ນແທ້, ພວກເຂົາບໍ່ມີທາງທີ່ຈະສາມາດຮັບເອົາການຍົກຍ້ອງຈາກພຣະເຈົ້າໄດ້. ເມື່ອຜູ້ຄົນສາມາດຮຽກຮ້ອງພຣະເຈົ້າໜ້ອຍລົງ, ຄວາມເຊື່ອໝັ້ນທີ່ແທ້ຈິງຂອງພວກເຂົາ ແລະ ຄວາມເຊື່ອຟັງຂອງພວກເຂົາກໍຈະເຕີບໃຫຍ່ຂຶ້ນ ແລະ ຄວາມຮູ້ສຶກທີ່ມີເຫດຜົນຂອງພວກເຂົາກໍຈະຂ້ອນຂ້າງເປັນປົກກະຕິ. ມັນມັກເປັນຈິງທີ່ຍິ່ງຜູ້ຄົນມີແນວໂນ້ມທີ່ຈະໃຫ້ເຫດຜົນຫຼາຍສໍ່າໃດ ແລະ ຍິ່ງພວກເຂົາໃຫ້ຂໍ້ອ້າງຫຼາຍສໍ່າໃດ, ພວກເຂົາກໍ່ຈັດການໄດ້ຍາກຫຼາຍສໍ່ານັ້ນ. ພວກເຂົາບໍ່ພຽງແຕ່ມີການຮຽກຮ້ອງຫຼາຍຢ່າງ, ແຕ່ພວກເຂົາຍັງຢາກໄດ້ສອກ ເມື່ອພວກເຂົາໄດ້ຄືບ. ເມື່ອພໍໃຈໃນຂົງເຂດໜຶ່ງ, ແລ້ວພວກເຂົາກໍ່ຈະຮຽກຮ້ອງໃນອີກຂົງເຂດອື່ນ, ພວກເຂົາຕ້ອງພໍໃຈໃນທຸກຂົງເຂດ ແລະ ຖ້າພວກເຂົາບໍ່ພໍໃຈ ພວກເຂົາກໍ່ເລີ່ມຕໍ່ວ່າ ແລະ ຄິດວ່າຕົນເອງສິ້ນຫວັງ. ຕໍ່ມາ ພວກເຂົາຮູ້ສຶກເປັນໜີ້ບຸນຄຸນ ແລະ ເສຍດາຍ ແລະ ພວກເຂົາຮ້ອງໄຫ້ດ້ວຍນໍ້າຕາທີ່ຂົມຂື່ນ ແລະ ຕ້ອງການຕາຍ. ສິ່ງນັ້ນຈະມີປະໂຫຍດຫຍັງ? ນີ້ບໍ່ແມ່ນສິ່ງທີ່ບໍ່ສົມເຫດສົມຜົນບໍ? ຊຸດບັນຫານີ້ຕ້ອງຖືກແກ້ໄຂຈາກຮາກເຫງົ້າ. ຖ້າເຈົ້າມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ແກ້ໄຂມັນ ແລະ ຖ້າເຈົ້າຢືນຢັນທີ່ຈະລໍຖ້າຈົນກວ່າເຈົ້າປະສົບກັບບັນຫາ ຫຼື ກໍ່ໄພພິບັດເພື່ອທີ່ຈະແກ້ໄຂມັນ, ເຈົ້າຈະສາມາດທົດແທນສຳລັບການສູນເສຍນີ້ໄດ້ແນວໃດ? ນີ້ບໍ່ແມ່ນການຄິດຕາມຫຼັງໜ້ອຍໜຶ່ງບໍ? ເພາະສະນັ້ນ, ເພື່ອແກ້ໄຂບັນຫາອຸປະນິໄສທີ່ເສື່ອມຊາມຢ່າງສົມບູນ, ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂມັນເມື່ອມັນປາກົດຂຶ້ນໃນຕອນທຳອິດ. ເຈົ້າຕ້ອງແກ້ໄຂອຸປະນິໄສທີ່ເສື່ອມຊາມໃນສະພາວະອອກດອກຂອງມັນ, ແລ້ວຮັບປະກັນວ່າບໍ່ມີຄວາມຜິດພາດ ແລະ ປ້ອງກັນບັນຫາໃນອະນາຄົດ. ຖ້າອຸປະນິໄສເສື່ອມຊາມຢັ່ງຮາກ ແລະ ກາຍມາເປັນຄວາມຄິດ ຫຼື ມຸມມອງຂອງຄົນໆໜຶ່ງ, ມັນຈະສາມາດທີ່ຈະຊີ້ນໍາໃຫ້ບຸກຄົນໜຶ່ງເຮັດຊົ່ວ. ສະນັ້ນ, ຈຸດປະສົງຫຼັກຂອງການໄຕ່ຕອງຕົນເອງ ແລະ ຄວາມຮູ້ກ່ຽວກັບຕົນເອງຄືການຄົ້ນພົບອຸປະນິໄສທີ່ເສື່ອມຊາມ ແລະ ສະແຫວງຫາຄວາມຈິງຢ່າງຮີບດ່ວນເພື່ອແກ້ໄຂພວກມັນ. ເຈົ້າຕ້ອງຮູ້ສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າ, ສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າສະແຫວງຫາ ແລະ ສິ່ງທີ່ເຈົ້າຕ້ອງການບັນລຸ. ເຈົ້າຕ້ອງວິເຄາະສິ່ງເຫຼົ່ານີ້ຕາມພຣະທຳຂອງພຣະເຈົ້າເພື່ອເບິ່ງວ່າພວກມັນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ເບິ່ງວ່າເປັນຫຍັງພວກມັນຈຶ່ງຜິດພາດ. ຫຼັງຈາກທີ່ເຈົ້າເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຕ້ອງແກ້ໄຂບັນຫາຄວາມຜິດປົກກະຕິໃນເຫດຜົນ, ເຊິ່ງເວົ້າໄດ້ວ່າ ບັນຫາຄວາມໄຮ້ເຫດຜົນ. ນີ້ບໍ່ແມ່ນບັນຫາຂອງອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ, ແຕ່ເປັນບັນຫາຂອງການຂາດເຫດຜົນ. ໂດຍສະເພາະໃນບ່ອນທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງຜູ້ຄົນ, ຜູ້ຄົນທີ່ເຕັມລົ້ນໄປດ້ວຍຜົນປະໂຫຍດສາມາດກາຍເປັນຄົນໄຮ້ເຫດຜົນ. ນີ້ຄືບັນຫາທາງຈິດ ແລະ ນີ້ຍັງເປັນຈຸດອ່ອນຂອງຜູ້ຄົນ. ບາງຄົນຮູ້ສຶກວ່າພວກເຂົາມີຄວາມສາມາດ ແລະ ພອນສະຫວັນບາງຢ່າງ ແລະ ພວກເຂົາຕ້ອງການເປັນຜູ້ນໍາເພື່ອທີ່ຈະໂດດເດັ່ນຢູ່ສະເໝີ, ສະນັ້ນພວກເຂົາຈຶ່ງຂໍໃຫ້ພຣະເຈົ້າໃຊ້ພວກເຂົາ. ຖ້າພຣະເຈົ້າບໍ່ໃຊ້ພວກເຂົາ, ພວກເຂົາກໍເວົ້າວ່າ “ພຣະເຈົ້າຈະບໍ່ສາມາດໂປດປານຂ້ານ້ອຍໄດ້ແນວໃດ? ພຣະເຈົ້າ, ຖ້າພຣະອົງໃຊ້ຂ້ານ້ອຍໃຫ້ເຮັດບາງຢ່າງທີ່ສຳຄັນ, ຂ້ານ້ອຍສັນຍາວ່າຂ້ານ້ອຍຈະເສຍສະຫຼະເພື່ອພຣະອົງ!” ເຈດຕະນາປະເພດນີ້ຖືກຕ້ອງບໍ? ມັນເປັນສິ່ງທີ່ດີທີ່ຈະເສຍສະລະສຳລັບພຣະເຈົ້າ, ແຕ່ມີແຮງຈູງໃຈຢູ່ເບື້ອງຫຼັງຄວາມເຕັມໃຈຂອງພວກເຂົາທີ່ຈະເສຍສະຫຼະສຳລັບພຣະເຈົ້າ. ສິ່ງທີ່ພວກເຂົາຮັກຢ່າງແທ້ຈິງແມ່ນສະຖານະ ແລະ ນີ້ຄືສິ່ງທີ່ພວກເຂົາເອົາໃຈໃສ່. ຖ້າຜູ້ຄົນເຊື່ອຟັງຢ່າງແທ້ຈິງ, ພວກເຂົາສາມາດຕິດຕາມພຣະເຈົ້າໝົດໃຈບໍ່ວ່າພຣະເຈົ້າຈະໃຊ້ພວກເຂົາ ຫຼື ບໍ່ ແລະ ພວກເຂົາສາມາດເສຍສະຫຼະສຳລັບພຣະເຈົ້າບໍ່ວ່າພວກເຂົາຈະມີສະຖານະ ຫຼື ບໍ່ກໍຕາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ຈຶ່ງຖືວ່າມີເຫດຜົນ ແລະ ເຊື່ອຟັງພຣະເຈົ້າ. ມັນເປັນສິ່ງທີ່ດີເມື່ອຜູ້ຄົນເຕັມໃຈທີ່ຈະເສຍສະຫຼະເພື່ອພຣະເຈົ້າ ແລະ ພຣະເຈົ້າເຕັມໃຈທີ່ຈະໃຊ້ຄົນເຊັ່ນນັ້ນ, ແຕ່ຖ້າພວກເຂົາບໍ່ປະກອບດ້ວຍຄວາມຈິງ, ພຣະເຈົ້າກໍບໍ່ມີທາງທີ່ຈະໃຊ້ພວກເຂົາ. ຖ້າຜູ້ຄົນເຕັມໃຈທີ່ຈະທຸ້ມເທໃຫ້ກັບຄວາມຈິງ ແລະ ໃຫ້ການຮ່ວມມື, ມັນຕ້ອງມີຂັ້ນຕອນກະກຽມ. ມີພຽງແຕ່ຫຼັງຈາກທີ່ຜູ້ຄົນເຂົ້າໃຈຄວາມຈິງ ແລະ ສາມາດເຊື່ອຟັງພຣະເຈົ້າຢ່າງແທ້ຈິງເທົ່ານັ້, ພຣະເຈົ້າຈຶ່ງສາມາດໃຊ້ພວກເຂົາຢ່າງເປັນທາງການ. ຂັ້ນຕອນການປະຕິບັດນີ້ແມ່ນແຍກອອກຈາກກັນບໍ່ໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກໃນມື້ນີ້ລ້ວນແລ້ວແຕ່ຢູ່ໃນຂັ້ນຕອນການປະຕິບັດນີ້. ຫຼັງຈາກທີ່ພວກເຂົາມີປະສົບການໃນຊີວິດ ແລະ ສາມາດປະຕິບັດດ້ວຍຫຼັກການ, ພວກເຂົາຈຶ່ງຈະເໝາະສົມທີ່ຈະຖືກພຣະເຈົ້າໃຊ້.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຜູ້ຄົນຮຽກຮ້ອງພຣະເຈົ້າຫຼາຍເກີນໄປ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 385)
ທ່າທີດຽວທີ່ສິ່ງຖືກສ້າງຄວນມີຕໍ່ພຣະຜູ້ສ້າງກໍຄືທ່າທີແຫ່ງຄວາມເຊື່ອຟັງ, ທ່າທີແຫ່ງຄວາມເຊື່ອຟັງໂດຍບໍ່ມີເງື່ອນໄຂ. ນີ້ແມ່ນສິ່ງທີ່ບາງຄົນໃນມື້ນີ້ອາດບໍ່ສາມາດຍອມຮັບໄດ້. ນີ້ກໍຍ້ອນວຸດທິພາວະຂອງມະນຸດຕໍ່າເກີນໄປ ແລະ ພວກເຂົາຄວາມເປັນຈິງແຫ່ງຄວາມຈິງ. ຖ້າເມື່ອພຣະເຈົ້າເຮັດສິ່ງຕ່າງໆທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍ່ມີແນວໂນ້ມທີ່ຈະຕີຄວາມໝາຍພຣະເຈົ້າຢ່າງຜິດໆ, ເຖິງກັບບໍ່ເຊື່ອຟັງພຣະເຈົ້າ ແລະ ຫັນຫຼັງຂອງເຈົ້າໃຫ້ກັບພຣະອົງ, ແລ້ວເຈົ້າກໍຫ່າງໄກຈາກການທີ່ຈະສາມາດເຊື່ອຟັງພຣະເຈົ້າ. ໃນຂະນະທີ່ມະນຸດໄດ້ຮັບ ແລະ ຖືກຫົດນໍ້າດ້ວຍພຣະທຳຂອງພຣະເຈົ້າ, ໃນຄວາມຈິງແລ້ວ ມະນຸດດີ້ນຮົນເພື່ອເປົ້າໝາຍດຽວ, ເຊິ່ງເປັນການທີ່ສາມາດບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງບໍ່ມີເງື່ອນໄຂ ແລະ ຢ່າງທີ່ສຸດ, ເຊິ່ງໃນຈຸດນັ້ນ ເຈົ້າ ເຊິ່ງເປັນສິ່ງຖືກສ້າງນີ້ ຈະໄປເຖິງມາດຕະຖານທີ່ກຳນົດໄວ້. ມີເວລາເມື່ອພຣະເຈົ້າຕັ້ງໃຈເຮັດສິ່ງຕ່າງໆທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແລະ ຕັ້ງໃຈເຮັດສິ່ງຕ່າງໆທີ່ຂັດກັບຄວາມປາດຖະໜາຂອງເຈົ້າ ແລະ ເຊິ່ງອາດເຖິງກັບເບິ່ງຄືບໍ່ສອດຄ່ອງກັບຄວາມຈິງ ແລະ ຂັດກັບຄວາມຮູ້ສຶກຂອງມະນຸດ ແລະ ເຮັດໃຫ້ເຈົ້າບໍ່ພໍໃຈ; ສິ່ງເຫຼົ່ານີ້ອາດຈະຍາກສຳລັບເຈົ້າທີ່ຈະຍອມຮັບ, ເຈົ້າອາດຈະບໍ່ສາມາດຄິດກ່ຽວກັບພວກມັນໄດ້ ແລະ ບໍ່ວ່າເຈົ້າຈະວິເຄາະພວກມັນແນວໃດກໍຕາມ, ເຈົ້າອາດຈະຮູ້ສຶກວ່າພວກມັນບໍ່ຖືກຕ້ອງ ແລະ ເຈົ້າອາດຈະບໍ່ສາມາດຍອມຮັບພວກມັນໄດ້, ເຈົ້າອາດຈະຮູ້ສຶກວ່າພຣະເຈົ້າບໍ່ມີເຫດຜົນທີ່ຈະເຮັດແບບນີ້, ແຕ່ໃນຄວາມເປັນຈິງແລ້ວ ພຣະເຈົ້າເຮັດສິ່ງນີ້ໂດຍຕັ້ງໃຈ. ສະນັ້ນແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການເຮັດສິ່ງຕ່າງໆເຫຼົ່ານີ້? ມັນແມ່ນເພື່ອທົດສອບ ແລະ ເປີດໂປງເຈົ້າ, ເພື່ອເບິ່ງວ່າເຈົ້າຈະສາມາດສະແຫວງຫາຄວາມຈິງ ຫຼື ບໍ່, ເຈົ້າມີຄວາມເຊື່ອຟັງທີ່ແທ້ຈິງຕໍ່ພຣະເຈົ້າ ຫຼື ບໍ່. ຢ່າສະແຫວງຫາພື້ນຖານສຳລັບທຸກສິ່ງທີ່ພຣະເຈົ້າເຮັດ ແລະ ຂໍ ແລະ ຢ່າຖາມວ່າເປັນຫຍັງ. ການພະຍາຍາມໃຊ້ເຫດຜົນກັບພຣະເຈົ້າແມ່ນບໍ່ມີປະໂຫຍດຫຍັງ. ເຈົ້າພຽງແຕ່ຕ້ອງຮັບຮູ້ວ່າພຣະເຈົ້າຄືຄວາມຈິງ ແລະ ສາມາດເຊື່ອຟັງຢ່າງທີ່ສຸດ. ເຈົ້າພຽງແຕ່ຕ້ອງຮັບຮູ້ວ່າພຣະເຈົ້າຄືພຣະຜູ້ສ້າງຂອງເຈົ້າ ແລະ ພຣະເຈົ້າຂອງເຈົ້າ. ສິ່ງນີ້ສູງສົ່ງກວ່າການໃຊ້ເຫດຜົນໃດໜຶ່ງ, ສູງສົ່ງກວ່າສະຕິປັນຍາທາງໂລກໃດໜຶ່ງ, ສູງສົ່ງກວ່າສິນທຳ, ຈັນຍາທຳ, ຄວາມຊຳນານ, ປັດຊະຍາ ຫຼື ວັດທະນະທຳດັ່ງເດີມຂອງມະນຸດ, ເຖິງກັບສູງສົ່ງກວ່າຄວາມຮູ້ສຶກຂອງມະນຸດ, ຄວາມຊອບທຳຂອງມະນຸດ ແລະ ສິ່ງທີ່ເອີ້ນວ່າຄວາມຮັກຂອງມະນຸດ. ມັນສູງສົ່ງກວ່າທຸກສິ່ງ. ຖ້າສິ່ງນີ້ບໍ່ຊັດເຈນກັບເຈົ້າ, ແລ້ວບໍ່ໄວກໍຊ້າມັນຈະຮອດມື້ທີ່ບາງສິ່ງເກີດຂຶ້ນກັບເຈົ້າ ແລະ ເຈົ້າລົ້ມລົງ. ຢ່າງໜ້ອຍທີ່ສຸດ, ເຈົ້າຈະກະບົດຕໍ່ພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຫຼົງອອກໄປ; ຖ້າເຈົ້າສາມາດກັບໃຈໃນທີ່ສຸດ ແລະ ຮັບຮູ້ເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຮັບຮູ້ຄວາມໝາຍຂອງພາລະກິດພຣະເຈົ້າໃນຕົວເຈົ້າ, ເຈົ້າກໍຍັງຈະມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ຖ້າເຈົ້າລົ້ມລົງຍ້ອນສິ່ງນີ້ ແລະ ບໍ່ສາມາດປີນກັບຂຶ້ນມາ, ເຈົ້າກໍບໍ່ມີຄວາມຫວັງ. ບໍ່ວ່າພຣະເຈົ້າຈະພິພາກສາ, ຂ້ຽນຕີ ຫຼື ສາບແຊ່ງຜູ້ຄົນ, ສິ່ງນີ້ກໍລ້ວນແລ້ວແຕ່ເຮັດເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ພວກເຂົາບໍ່ຈຳເປັນຕ້ອງຢ້ານກົວ. ເຈົ້າຄວນຢ້ານຫຍັງ? ເຈົ້າຄວນຢ້ານພຣະເຈົ້າທີ່ຈະເວົ້າວ່າ “ເຮົາກຽດຊັງ ແລະ ປະຕິເສດເຈົ້າ”. ຖ້າພຣະເຈົ້າເວົ້າແບບນີ້, ເຈົ້າກໍມີບັນຫາ: ສິ່ງນີ້ໝາຍຄວາມວ່າພຣະເຈົ້າຈະບໍ່ຊ່ວຍເຈົ້າໃຫ້ລອດພ້ົນ, ເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ແລ້ວດ້ວຍເຫດນັ້ນ ໃນການຍອມຮັບພາລະກິດຂອງພຣະເຈົ້າ, ຜູ້ຄົນຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າຈັບຜິດເມື່ອເວົ້າເຖິງພຣະທຳຂອງພຣະເຈົ້າໂດຍເວົ້າວ່າ “ການພິພາກສາ ແລະ ການຂ້ຽນຕີເປັນສິ່ງປົກກະຕິ, ແຕ່ການປະນາມ, ການສາບແຊ່ງ, ການທຳລາຍ, ສິ່ງເຫຼົ່ານັ້ນຈະບໍ່ໝາຍຄວາມວ່າມັນຈົບແລ້ວສຳລັບຂ້ານ້ອຍບໍ? ແມ່ນຫຍັງຄືເປົ້າໝາຍຂອງການເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ? ສະນັ້ນຂ້ານ້ອຍຈະບໍ່ເປັນ ແລະ ພຣະອົງຈະບໍ່ແມ່ນພຣະເຈົ້າຂອງຂ້ານ້ອຍອີກຕໍ່ໄປ”. ຖ້າເຈົ້າປະຕິເສດພຣະເຈົ້າ ແລະ ບໍ່ຍຶດໝັ້ນໃນຄຳພະຍານຂອງເຈົ້າ, ພຣະເຈົ້າກໍອາດຈະປະຕິເສດເຈົ້າຢ່າງແທ້ຈິງ. ພວກເຈົ້າຮູ້ສິ່ງນີ້ບໍ? ບໍ່ວ່າຜູ້ຄົນຈະເຊື່ອໃນພຣະເຈົ້າໄດ້ດົນສໍ່າໃດກໍຕາມ, ບໍ່ວ່າພວກເຂົາໄດ້ເດີນທາງໃນຫົນທາງເທົ່າໃດສາຍແລ້ວກໍຕາມ, ບໍ່ວ່າພວກເຂົາໄດ້ເຮັດວຽກຫຼາຍສໍ່າໃດກໍຕາມ ຫຼື ບໍ່ວ່າພວກເຂົາໄດ້ປະຕິບັດໜ້າທີ່ຫຼາຍສໍ່າໃດກໍຕາມ, ທຸກສິ່ງທີ່ພວກເຂົາເຮັດໃນລະຫວ່າງເວລານີ້ກໍແມ່ນການກະກຽມເພື່ອສິ່ງດຽວ. ສິ່ງນັ້ນຄືຫຍັງ? ພວກເຂົາກະກຽມເພື່ອວ່າໃນທີ່ສຸດແລ້ວ ພວກເຂົາຈະມີຄວາມເຊື່ອຟັງທີ່ສຸດຕໍ່ພຣະເຈົ້າ, ເປັນຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂ. “ບໍ່ມີເງື່ອນໄຂ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ມີຂໍ້ອ້າງ ແລະ ບໍ່ເວົ້າເຖິງເຫດຜົນສ່ວນຕົວຂອງເຈົ້າເອງ, ມັນໝາຍຄວາມວ່າເຈົ້າບໍ່ໄດ້ຈຳແນກ; ເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ, ເຈົ້າບໍ່ຄູ່ຄວນກັບສິ່ງນີ້. ເມື່ອເຈົ້າຈຳແນກປະຕິບັດກັບພຣະເຈົ້າ, ເຈົ້າກໍເຂົ້າໃຈຕຳແໜ່ງຂອງເຈົ້າຜິດ ແລະ ເມື່ອເຈົ້າພະຍາຍາມໃຊ້ເຫດຜົນກັບພຣະເຈົ້າອີກຄັ້ງ, ເຈົ້າກໍເຂົ້າໃຈຕຳແໜ່ງຂອງເຈົ້າຜິດ. ຢ່າໂຕ້ຖຽງກັບພຣະເຈົ້າ, ຢ່າພະຍາຍາມຄິດຫາເຫດຜົນຢູ່ສະເໝີ, ຢ່າຢືນຢັນທີ່ຈະເຂົ້າໃຈກ່ອນທີ່ເຈົ້າຈະເຊື່ອຟັງ ແລະ ຢ່າເຊື່ອຟັງເມື່ອເຈົ້າບໍ່ເຂົ້າໃຈ. ເມື່ອເຈົ້າເຮັດສິ່ງນີ້, ເຈົ້າກໍເຂົ້າໃຈຕຳແໜ່ງຂອງເຈົ້າຜິດ, ເຊິ່ງໃນກໍລະນີນັ້ນ ຄວາມເຊື່ອຟັງຂອງເຈົ້າຕໍ່ພຣະເຈົ້າກໍບໍ່ແມ່ນທີ່ສຸດ; ມັນແມ່ນຄວາມເຊື່ອຟັງທີ່ມີໜ້ອຍ ແລະ ເປັນໄປຕາມເງື່ອນໄຂ. ຄົນທີ່ສ້າງເງື່ອນໄຂສຳລັບຄວາມເຊື່ອຟັງຂອງພວກເຂົາຕໍ່ພຣະເຈົ້າເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າກຳລັງປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າບໍ? ເຈົ້ານະມັດສະການພຣະເຈົ້າດັ່ງພຣະຜູ້ສ້າງບໍ? ຖ້າເຈົ້າບໍ່ໄດ້ເຮັດ, ພຣະເຈົ້າກໍບໍ່ຮັບຮູ້ເຈົ້າ. ເຈົ້າຕ້ອງປະສົບກັບຫຍັງເພື່ອທີ່ຈະບັນລຸຄວາມເຊື່ອຟັງພຣະເຈົ້າຢ່າງທີ່ສຸດ ແລະ ຢ່າງບໍ່ມີເງື່ອນໄຂ? ແລ້ວເຈົ້າຄວນມີປະສົບການແນວໃດ? ສຳລັບສິ່ງໜຶ່ງ, ຜູ້ຄົນຕ້ອງຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຂົາຕ້ອງຍອມຮັບການຖືກລິຮານ ແລະ ການຖືກຈັດການ. ນອກຈາກນັ້ນ, ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ, ພວກເຂົາຕ້ອງສະແຫວງຫາຄວາມຈິງໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຕ້ອງເຂົ້າໃຈຄວາມຈິງໃນຫຼາກຫຼາຍລັກສະນະທີ່ກ່ຽວຂ້ອງກັບທາງເຂົ້າສູ່ຊີວິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າ. ບາງຄັ້ງມັນຢູ່ເໜືອຄວາມສາມາດຂອງຜູ້ຄົນ ແລະ ພວກເຂົາຂາດອຳນາດຄວາມຢັ່ງຮູ້ທີ່ຈະບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ພຽງແຕ່ສາມາດເຂົ້າໃຈໄດ້ໜ້ອຍໜຶ່ງເມື່ອຄົນອື່ນສົນທະນາກັບພວກເຂົາ ຫຼື ຜ່ານການຮຽນຮູ້ບົດຮຽນຈາກຫຼາກຫຼາຍສະຖານະການທີ່ພຣະເຈົ້າສ້າງຂຶ້ນ. ແຕ່ເຈົ້າຕ້ອງຮູ້ວ່າເຈົ້າຕ້ອງມີຫົວໃຈທີ່ເຊື່ອຟັງພຣະເຈົ້າ, ເຈົ້າຕ້ອງບໍ່ພະຍາຍາມໃຊ້ເຫດຜົນກັບພຣະເຈົ້າ ຫຼື ສ້າງເງື່ອນໄຂຂຶ້ນ; ທຸກສິ່ງທີ່ພຣະເຈົ້າເຮັດແມ່ນສິ່ງທີ່ຄວນເຮັດ, ຍ້ອນພຣະອົງຄືພຣະຜູ້ສ້າງ; ເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ເຈົ້າຕ້ອງມີທັດສະນະຂອງການເຊື່ອຟັງ ແລະ ຕ້ອງບໍ່ຖາມຫາເຫດຜົນ ຫຼື ເວົ້າເຖິງເງື່ອນໄຂຢູ່ສະເໝີ. ຖ້າເຈົ້າຂາດແມ່ນແຕ່ທັດສະນະຂອງການເຊື່ອຟັງໂດຍພື້ນຖານທີ່ສຸດ ແລະ ເຖິງກັບມີແນວໂນ້ມທີ່ຈະສົງໄສ ແລະ ຄອຍລະວັງພຣະເຈົ້າ ຫຼື ຄິດໃນຫົວໃຈຂອງເຈົ້າວ່າ “ຂ້ອຍຕ້ອງເບິ່ງວ່າພຣະເຈົ້າຈະຊ່ວຍຂ້ອຍໃຫ້ລອດພົ້ນແທ້ໆ ຫຼື ບໍ່, ພຣະເຈົ້າຊອບທຳແທ້ໆ ຫຼື ບໍ່. ທຸກຄົນເວົ້າວ່າພຣະເຈົ້າເປັນຄວາມຮັກ, ສະນັ້ນ ຂ້ອຍຕ້ອງເບິ່ງວ່າມີຄວາມຮັກກ່ຽວຂ້ອງກັບສິ່ງທີ່ພຣະເຈົ້າເຮັດກັບຂ້ອຍແທ້ໆ ຫຼື ບໍ່, ມັນເປັນຄວາມຮັກແທ້ໆ ຫຼື ບໍ່”, ຖ້າເຈົ້າກວດສອບຢູ່ສະເໝີວ່າສິ່ງທີ່ພຣະເຈົ້າເຮັດສອດຄ່ອງກັບແນວຄິດ ແລະ ລົດນິຍົດຂອງເຈົ້າ ຫຼື ບໍ່ ຫຼື ແມ່ນແຕ່ສອດຄ່ອງກັບສິ່ງທີ່ເຈົ້າເຊື່ອວ່າເປັນຄວາມຈິງ ຫຼື ບໍ່, ເຈົ້າກໍເຂົ້າໃຈຕຳແໜ່ງຂອງເຈົ້າຜິດແລ້ວ ແລະ ເຈົ້າກໍປະສົບກັບບັນຫາ: ເຈົ້າມີແນວໂນ້ມທີ່ຈະລ່ວງເກີນອຸປະນິໄສຂອງພຣະເຈົ້າ. ຄວາມຈິງທີ່ກ່ຽວຂ້ອງກັບຄວາມເຊື່ອຟັງເປັນສິ່ງຈຳເປັນ ແລະ ບໍ່ມີຄວາມຈິງໃດຈະສາມາດສະແດງອອກຢ່າງສົມບູນ ແລະ ຢ່າງຊັດເຈນດ້ວຍປະໂຫຍກພຽງແຕ່ສອງສາມຂໍ້; ພວກມັນລ້ວນແລ້ວແຕ່ກ່ຽວກັບສະພາວະທີ່ຫຼາກຫຼາຍຂອງຜູ້ຄົນ ແລະ ຄວາມເສື່ອມຊາມ. ບໍ່ສາມາດບັນລຸການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ໃນໜຶ່ງ ຫຼື ສອງ ຫຼື ສາມ ຫຼື ຫ້າປີ. ມັນຈຳເປັນຕ້ອງມີການປະສົບກັບຫຼາຍສິ່ງ, ການປະສົບກັບການພິພາກສາ ແລະ ການຂ້ຽນຕີຈໍານວນຫຼາຍຈາກພຣະທຳຂອງພຣະເຈົ້າ, ການປະສົບກັບການລິຮານ ແລະ ການຈັດການຈໍານວນຫຼາຍ ແລະ ໃນທີ່ສຸດແລ້ວກໍບັນລຸຄວາມສາມາດທີ່ຈະປະຕິບັດຄວາມຈິງ. ມີແຕ່ເມື່ອນັ້ນເທົ່ານັ້ນ ການສະແຫວງຫາຄວາມຈິງຈຶ່ງຈະມີປະສິດທິພາບ ແລະ ມີແຕ່ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະມີຄວາມເປັນຈິງແຫ່ງຄວາມຈິງ. ມີພຽງແຕ່ຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງເທົ່ານັ້ນຈຶ່ງເປັນຄົນທີ່ມີປະສົບການຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 386)
ໃນລະຫວ່າງທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ, ບໍ່ວ່າເຈົ້າໄດ້ລົ້ມເຫຼວ, ລົ້ມລົງ, ຖືກລິຮານ, ຖືກຈັດການ ຫຼື ຖືກເປີດໂປງເທົ່າໃດຄັ້ງກໍຕາມ, ສິ່ງເຫຼົ່ານີ້ກໍບໍ່ແມ່ນສິ່ງທີ່ບໍ່ດີ. ບໍ່ວ່າເຈົ້າຈະຖືກລິຮານ ຫຼື ຖືກຈັດການແນວໃດ ຫຼື ມັນຈະເກີດຂຶ້ນໂດຍຜູ້ນໍາ, ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງຂອງເຈົ້າ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນສິ່ງດີໆທັງໝົດ. ເຈົ້າຕ້ອງຈື່ຈຳສິ່ງນີ້ເອົາໄວ້ວ່າ: ບໍ່ວ່າເຈົ້າທົນທຸກສໍ່າໃດກໍຕາມ, ໃນຄວາມເປັນຈິງແລ້ວ ເຈົ້າກຳລັງໄດ້ຮັບຜົນປະໂຫຍດ. ຄົນໃດກໍຕາມທີ່ມີປະສົບການສາມາດຢັ້ງຢືນສິ່ງນີ້. ບໍ່ວ່າຫຍັງກໍຕາມ, ການຖືກລິຮານ, ການຖືກຈັດການ ຫຼື ການຖືກເປີດໂປງເປັນສິ່ງທີ່ດີຢູ່ສະເໝີ. ມັນບໍ່ແມ່ນການປະນາມ. ມັນແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະໄດ້ຮູ້ຈັກຕົວເຈົ້າເອງ. ມັນສາມາດເຮັດໃຫ້ປະສົບການຊີວິດຂອງເຈົ້າປ່ຽນເກຍໄດ້. ຖ້າປາສະຈາກມັນ, ເຈົ້າຈະບໍ່ມີທັງໂອກາດ, ເງື່ອນໄຂ ຫຼື ບໍລິບົດທີ່ຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງແຫ່ງຄວາມເສື່ອມຊາມຂອງເຈົ້າໄດ້. ຖ້າເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ສາມາດຂຸດຄົ້ນສິ່ງເສື່ອມຊາມທີ່ເຊື່ອງໄວ້ຢູ່ພາຍໃນສ່ວນເລິກໃນຫົວໃຈຂອງເຈົ້າ, ຖ້າເຈົ້າສາມາດແຍກແຍະພວກມັນຢ່າງຊັດເຈນ, ແລ້ວນີ້ກໍເປັນສິ່ງທີ່ດີ, ສິ່ງນີ້ໄດ້ແກ້ໄຂບັນຫາໃຫຍ່ໆໃນການເຂົ້າສູ່ຊີວິດ ແລະ ເປັນປະໂຫຍດຫຼາຍຕໍ່ການປ່ຽນແປງໃນອຸປະນິໄສ. ການສາມາດຮູ້ຈັກຕົວເຈົ້າເອງໄດ້ຢ່າງແທ້ຈິງແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະແກ້ໄຂວິທີການຂອງເຈົ້າ ແລະ ກາຍເປັນຄົນໃໝ່; ມັນແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະໄດ້ຮັບຊີວິດໃໝ່. ເມື່ອເຈົ້າຮູ້ຈັກຕົນເອງຢ່າງແທ້ຈິງແລ້ວ, ເຈົ້າຈະສາມາດເຫັນໄດ້ວ່າ ເມື່ອຄວາມຈິງກາຍເປັນຊີວິດຂອງຄົນໆໜຶ່ງ, ມັນແມ່ນສິ່ງທີ່ມີຄຸນຄ່າແທ້ໆ ແລະ ເຈົ້າຈະກະຫາຍຄວາມຈິງ, ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຂອງມັນ. ນີ້ແມ່ນສິ່ງທີ່ຍິ່ງໃຫຍ່ຢ່າງແທ້ຈິງ! ຖ້າເຈົ້າສາມາດຄວ້າເອົາໂອກາດນີ້ ແລະ ໄຕ່ຕອງຕົວເຈົ້າເອງຢ່າງຈິງໃຈ ແລະ ໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົວເຈົ້າເອງເມື່ອໃດກໍຕາມທີ່ເຈົ້າລົ້ມເຫຼວ ຫຼື ລົ້ມລົງ, ແລ້ວທ່າມກາງຄວາມບໍ່ດີ ແລະ ຄວາມອ່ອນແອ, ເຈົ້າຈະສາມາດລຸກຢືນຂຶ້ນສູ້ໄດ້. ເມື່ອເຈົ້າຜ່ານປະຕູນີ້ແລ້ວ, ເຈົ້າກໍຈະສາມາດກ້າວຂາໃຫຍ່ໆໄປຂ້າງໜ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້.
ຖ້າເຈົ້າເຊື່ອໃນລິດທານຸພາບສູງສຸດຂອງພຣະເຈົ້າ, ເຈົ້າກໍຕ້ອງເຊື່ອເຫດການທີ່ເກີດຂຶ້ນໃນແຕ່ລະມື້ ບໍ່ວ່າຈະດີ ຫຼື ຮ້າຍ, ບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ບໍ່ແມ່ນວ່າມີຄົນເຈດຕະນາເຮັດໃຫ້ເຈົ້າຍາກລຳບາກ ຫຼື ເຮັດໃຫ້ເຈົ້າຕົກເປັນເປົ້າ; ນີ້ແມ່ນລ້ວນແລ້ວແຕ່ຖືກຈັດແຈງ ແລະ ປັ້ນແຕ່ງໂດຍພຣະເຈົ້າ. ເປັນຫຍັງພຣະເຈົ້າຈິ່ງປັ້ນແຕ່ງສິ່ງເຫຼົ່ານີ້ໄວ້? ມັນບໍ່ແມ່ນເພື່ອເປີດເຜີຍໃຫ້ເຈົ້າຮູ້ວ່າເຈົ້າແມ່ນໃຜ ຫຼື ເປີດໂປງເຈົ້າ ແລະ ໄລ່ເຈົ້າອອກ; ການເປີດໂປງເຈົ້າບໍ່ແມ່ນເປົ້າໝາຍສຸດທ້າຍ. ເປົ້າໝາຍແມ່ນເພື່ອເຮັດໃຫ້ເຈົ້າສົມບູນ ແລະ ຊ່ວຍເຈົ້າໃຫ້ລອດພົ້ນ. ພຣະເຈົ້າເຮັດໃຫ້ເຈົ້າສົມບູບແບບໄດ້ແນວໃດ? ແລ້ວພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແນວໃດ? ພຣະອົງເລີ່ມດ້ວຍການເຮັດໃຫ້ເຈົ້າຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ໂດຍເຮັດໃຫ້ເຈົ້າຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ, ຂໍ້ບົກຜ່ອງຂອງເຈົ້າ ແລະ ສິ່ງທີ່ເຈົ້າຂາດ. ມີພຽງຜ່ານການຮູ້ຈັກສິ່ງເຫຼົ່ານີ້ ແລະ ການມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສະແຫວງຫາຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າເທື່ອລະໜ້ອຍ. ນີ້ແມ່ນພຣະເຈົ້າສ້າງໂອກາດໃຫ້ກັບເຈົ້າ. ນີ້ຄືຄວາມຮັກຂອງພຣະເຈົ້າ. ເຈົ້າຕ້ອງຮູ້ຈັກສວຍໃຊ້ໂອກາດນີ້. ເຈົ້າບໍ່ຄວນຕໍ່ຕ້ານພຣະເຈົ້າ, ໂຕ້ຖຽງແບບຫົວຊົນຝາກັບພຣະເຈົ້າ ຫຼື ເຂົ້າໃຈພຣະອົງຜິດ. ໂດຍສະເພາະແລ້ວ ເມື່ອພົບກັບຄົນ, ເລື່ອງຕ່າງໆ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ຈັດແຈງໄວ້ອ້ອມຂ້າງເຈົ້າ, ຢ່າຮູ້ສຶກຢູ່ຕະຫຼອດວ່າສິ່ງເຫຼົ່ານີ້ບໍ່ເປັນໄປຕາມທີ່ເຈົ້າຕ້ອງການໃຫ້ເປັນ ຢ່າປາຖະໜາທີ່ຈະຫຼົບຫຼີກພວກມັນຢູ່ຕະຫຼອດ ຫຼື ກ່າວໂທດ ແລະ ເຂົ້າໃຈພຣະເຈົ້າຜິດຢູ່ສະເໝີ. ຖ້າເຈົ້າກຳລັງເຮັດສິ່ງເຫຼົ່ານີ້ຢູ່ຕະຫຼອດ, ເຈົ້າກໍ່ບໍ່ໄດ້ກຳລັງປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນຈະເຮັດໃຫ້ຫຍຸ້ງຍາກຫຼາຍສໍາລັບເຈົ້າໃນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ສິ່ງໃດກໍຕາມທີ່ເຈົ້າຜະເຊີນເຊິ່ງເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນ, ເມື່ອມີຄວາມຫຍຸ້ງຍາກເກີດຂຶ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະຍອມຮັບ. ເຈົ້າຄວນເລີ່ມດ້ວຍການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານໃຫ້ຫຼາຍຂຶ້ນ. ດ້ວຍວິທີນີ້, ກ່ອນເຈົ້າຈະຮູ້ຕົວ ຈະເກີດມີການປ່ຽນແປງໃນສະພາວະພາຍໃນຂອງເຈົ້າ ແລະ ເຈົ້າກໍຈະສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າ. ນັ້ນກໍຄື ເຈົ້າຈະສາມາດປະສົບກັບພາລະກິດຂອງພຣະເຈົ້າ. ເມື່ອສິ່ງນີ້ເກີດຂຶ້ນ, ຄວາມເປັນຈິງແຫ່ງຄວາມຈິງຈະຖືກສ້າງຂຶ້ນພາຍໃນເຈົ້າ ແລະ ນີ້ແມ່ນວິທີທີ່ເຈົ້າຈະກ້າວໜ້າ ແລະ ຜ່ານການປ່ຽນແປງໃນສະພາວະຂອງຊີວິດຂອງເຈົ້າ. ເມື່ອເຈົ້າໄດ້ຜ່ານການປ່ຽນແປງນີ້ ແລະ ມີຄວາມເປັນຈິງແຫ່ງຄວາມຈິງນີ້, ແລ້ວເຈົ້າກໍຈະມີວຸດທິພາວະອີກດ້ວຍ ແລະ ເມື່ອມີວຸດທິພາວະກໍມີຊີວິດ. ຖ້າມີບາງຄົນດຳລົງຊີວິດໂດຍອີງຕາມອຸປະນິໄສຊົ່ວຮ້າຍຢູ່ສະເໝີ, ແລ້ວບໍ່ວ່າພວກເຂົາຈະມີຄວາມກະຕືລືລົ້ນ ຫຼື ກໍາລັງຫຼາຍສໍ່າໃດ, ພວກເຂົາກໍຍັງບໍ່ສາມາດຖືໄດ້ວ່າມີວຸດທິພາວະ ຫຼື ຊີວິດ. ພຣະເຈົ້າປະຕິບັດພາລະກິດໃນທຸກຄົນ ແລະ ບໍ່ວ່າວິທີການຂອງພຣະອົງຈະເປັນຄືແນວໃດກໍຕາມ, ບໍ່ວ່າພຣະອົງຈະໃຊ້ຄົນ, ເລື່ອງ ແລະ ສິ່ງຂອງໃດກໍຕາມເພື່ອຮັບໃຊ້ພຣະອົງ ຫຼື ພຣະທຳຂອງພຣະອົງມີນໍ້າສຽງແບບໃດກໍຕາມ, ພຣະອົງມີພຽງເປົ້າໝາຍດຽວ ນັ້ນກໍຄື: ຊ່ວຍເຈົ້າໃຫ້ລອດພົ້ນ. ແລ້ວພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແນວໃດ? ພຣະອົງປ່ຽນແປງເຈົ້າ. ສະນັ້ນເຈົ້າຈະບໍ່ທົນທຸກເລັກນ້ອຍໄດ້ແນວໃດ? ເຈົ້າຈຳເປັນຕ້ອງທົນທຸກ. ການທົນທຸກນີ້ສາມາດກ່ຽວພັນກັບຫຼາຍໆສິ່ງ. ຢ່າງທຳອິດ, ຜູ້ຄົນຕ້ອງທົນທຸກເມື່ອພວກເຂົາຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ເມື່ອພຣະທຳຂອງພຣະເຈົ້າຮຸນແຮງ ແລະ ຈະແຈ້ງເກີນໄປ ແລະ ຜູ້ຄົນຕີຄວາມໝາຍພຣະເຈົ້າຢ່າງຜິດໆ ແລະ ເຖິງກັບມີແນວຄິດ, ສິ່ງນັ້ນສາມາດເປັນສິ່ງທີ່ເຈັບປວດເຊັ່ນກັນ. ບາງຄັ້ງພຣະເຈົ້າໄດ້ສ້າງສະພາບແວດລ້ອມຢູ່ອ້ອມຂ້າງຜູ້ຄົນເພື່ອເປີດໂປງຄວາມເສື່ອມຊາມຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ພວກເຂົາຈະທົນທຸກໜ້ອຍໜຶ່ງຫຼັງຈາກນັ້ນເຊັ່ນກັນ. ບາງຄັ້ງເມື່ອພວກເຂົາຖືກລິຮານ, ຖືກຈັດການ ແລະ ຖືກເປີດໂປງໂດຍກົງ, ຜູ້ຄົນຕ້ອງທົນທຸກ. ມັນເປັນຄືກັບວ່າພວກເຂົາກຳລັງຜ່ານຜ່າການຜ່າຕັດ, ຖ້າບໍ່ມີການທົນທຸກ ມັນກໍບໍ່ມີຜົນຫຍັງ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຈັດການ ແລະ ທຸກຄັ້ງທີ່ເຈົ້າຖືກເປີດເຜີຍໂດຍສະພາບເເວດລ້ອມ, ມັນກະຕຸ້ນຄວາມຮູ້ສຶກຂອງເຈົ້າ ແລະ ສົ່ງເສີມເຈົ້າ, ແລ້ວຜ່ານຂະບວນການນີ້ ເຈົ້າຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຈະມີວຸດທິພາວະ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຖືກຈັດການ ແລະ ຖືກເປີດເຜີຍໂດຍສະພາບແວດລ້ອມ, ເຈົ້າບໍ່ຮູ້ສຶກເຖິງຄວາມເຈັບປວດ ຫຼື ຄວາມບໍ່ສະບາຍໃຈ ແລະ ບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມປະສົງຂອງພຣະອົງ, ບໍ່ອະທິຖານ ຫຼື ສະແຫວງຫາຄວາມຈິງ, ແລ້ວເຈົ້າແມ່ນບໍ່ມີຄວາມຮູ້ສຶກຫຍັງເລີຍ! ພຣະເຈົ້າບໍ່ເຮັດພາລະກິດໃນເຈົ້າ ເມື່ອວິນຍານຂອງເຈົ້າບໍ່ຮູ້ສຶກຫຍັງເລີຍ, ເມື່ອມັນບໍ່ມີປະຕິກິລິຍາ. ພຣະອົງຈະເວົ້າວ່າ: “ບຸກຄົນນີ້ຂາດສະຕິຫຼາຍເກີນໄປ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງຫຼາຍ. ບໍ່ວ່າເຮົາຈະລົງວິໄນລາວ, ຈັດການກັບລາວ ຫຼື ພະຍາຍາມກວດກາເບິ່ງລາວແນວໃດກໍ່ຕາມ, ແຕ່ເຮົາບໍ່ສາມາດຂັບເຄື່ອນຫົວໃຈຂອງເຂົາ ຫຼື ບໍ່ສາມາດປຸກວິນຍານຂອງເຂົາໃຫ້ຕື່ນໄດ້. ບຸກຄົນນີ້ຈະພົບກັບບັນຫາ; ເຂົາຍາກທີ່ຈະຖືກຊ່ວຍໃຫ້ລອດພົ້ນ”. ຖ້າພຣະເຈົ້າຈັດແຈງສະພາບແວດລ້ອມ, ຜູ້ຄົນ, ເລື່ອງ ແລະ ສິ່ງຂອງໃຫ້ກັບເຈົ້າ, ຖ້າພຣະອົງລິຮານ ແລະ ຈັດການເຈົ້າ ແລະ ຖ້າເຈົ້າຮຽນຮູ້ບົດຮຽນຈາກສິ່ງນີ້, ຖ້າເຈົ້າຮຽນຮູ້ທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງໂດຍບໍ່ຮູ້ຕົວ ແລະ ບັນລຸຄວາມຈິງ, ຖ້າເຈົ້າໄດ້ຜະເຊີນກັບການປ່ຽນແປງໃນສະພາບແວດແລ້ວເຫຼົ່ານີ້, ໄດ້ຮັບລາງວັນ ແລະ ມີຄວາມຄືບໜ້າ, ຖ້າເຈົ້າເລີ່ມມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຊົາຕໍ່ວ່າ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະໝາຍຄວາມວ່າ ເຈົ້າໄດ້ຍຶດໝັ້ນໃນທ່າມກາງການທົດລອງຈາກສະພາບແວດລ້ອມເຫຼົ່ານີ້ ແລະ ໄດ້ອົດທົນຕໍ່ການທົດສອບ. ເມື່ອເປັນເຊັ່ນນັ້ນ, ເຈົ້າກໍຈະໄດ້ຜ່ານຄວາມຍາກລຳບາກນີ້. ພຣະເຈົ້າຈະພິຈາລະນາແນວໃດກັບຄົນທີ່ອົດທົນກັບການທົດສອບ? ພຣະເຈົ້າຈະເວົ້າວ່າພວກເຂົາມີຫົວໃຈທີ່ແທ້ຈິງ ແລະ ພວກເຂົາສາມາດອົດກັ້ນກັບການທົນທຸກປະເພດນີ້ ແລະ ເລິກໆພາຍໃນ ພວກເຂົາຮັກຄວາມຈິງ ແລະ ຕ້ອງການຮັບເອົາຄວາມຈິງ. ຖ້າພຣະເຈົ້າມີການປະເມີນປະເພດນີ້ກ່ຽວກັບເຈົ້າ, ແລ້ວເຈົ້າຈະບໍ່ແມ່ນຄົນທີ່ມີວຸດທິພາວະບໍ? ແລ້ວເຈົ້າຈະບໍ່ມີຊີວິດບໍ? ແລ້ວຊີວິດນີ້ບັນລຸໄດ້ແນວໃດ? ພຣະເຈົ້າບໍ່ໄດ້ປະທານມັນບໍ? ພຣະເຈົ້າສະໜອງໃຫ້ກັບເຈົ້າໃນຫຼາກຫຼາຍວິທີ ແລະ ໃຊ້ຫຼາກຫຼາຍຄົນ, ສິ່ງຕ່າງໆ ແລະ ວັດຖຸເພື່ອຝຶກຝົນເຈົ້າ. ນີ້ຄືກັບວ່າພຣະເຈົ້າກຳລັງມອບອາຫານ ແລະ ເຄື່ອງດື່ມໃຫ້ກັບເຈົ້າເປັນການສ່ວນຕົວ, ສົ່ງມອບອາຫານທີ່ຫຼາກຫຼາຍຢູ່ຕໍ່ໜ້າເຈົ້າເປັນການສ່ວນຕົວເພື່ອໃຫ້ເຈົ້າໄດ້ກິນຈົນອີ່ມ ແລະ ມີຄວາມສຸກ; ໃນຕອນນັ້ນເອງ ເຈົ້າຈຶ່ງສາມາດເຕີບໃຫຍ່ ແລະ ຢືນຢ່າງເຂັ້ມແຂງ. ນີ້ຄືວິທີທີ່ເຈົ້າຕ້ອງຜະເຊີນ ແລະ ຢັ່ງຮູ້ສິ່ງເຫຼົ່ານີ້; ນີ້ຄືວິທີທີ່ຈະຍອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ນີ້ຄືຊຸດຄວາມຄິດ ແລະ ທ່າທີປະເພດທີ່ເຈົ້າຕ້ອງມີ ແລະ ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ເຈົ້າບໍ່ຄວນຊອກຫາສາເຫດພາຍນອກຢູ່ເລື້ອຍໆ ຫຼື ກ່າວໂທດຄົນອື່ນຍ້ອນບັນຫາຂອງເຈົ້າ ຫຼື ຊອກຈັບຜິດຜູ້ຄົນ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມປະສົງຂອງພຣະເຈົ້າ. ຈາກພາຍນອກ, ບາງຄົນອາດເບິ່ງຄືກັບວ່າມີຄວາມຄິດເຫັນກ່ຽວກັບເຈົ້າ ຫຼື ມີອະຄະຕິຕໍ່ເຈົ້າ, ແຕ່ເຈົ້າບໍ່ຄວນເບິ່ງສິ່ງຕ່າງໆໃນລັກສະນະນັ້ນ. ຖ້າເຈົ້າເຫັນສິ່ງຕ່າງໆຈາກມຸມມອງປະເພດນີ້, ສິ່ງດຽວທີ່ເຈົ້າຈະເຮັດກໍຄືຫາຂໍ້ອ້າງ ແລະ ເຈົ້າຈະບໍ່ສາມາດບັນລຸຫຍັງໄດ້. ເຈົ້າຄວນເຫັນສິ່ງຕ່າງໆຢ່າງກົງໄປກົງມາ ແລະ ຍອມຮັບທຸກສິ່ງຈາກພຣະເຈົ້າ. ເມື່ອເຈົ້າເບິ່ງສິ່ງຕ່າງໆໃນລັກສະນະນີ້, ມັນຈະງ່າຍສຳລັບເຈົ້າທີ່ຈະເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ເຈົ້າຈະສາມາດສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ມຸມມອງ ແລະ ສະພາວະຈິດໃຈຂອງເຈົ້າໄດ້ຮັບການແກ້ໄຂ, ເຈົ້າຈະສາມາດບັນລຸຄວາມຈິງ. ສະນັ້ນເປັນຫຍັງເຈົ້າຈຶ່ງບໍ່ພຽງແຕ່ເຮັດມັນ? ເປັນຫຍັງເຈົ້າຈຶ່ງຕໍ່ຕ້ານ? ຖ້າເຈົ້າເຊົາຕໍ່ຕ້ານ, ເຈົ້າຈະໄດ້ຮັບຄວາມຈິງ. ຖ້າເຈົ້າຕໍ່ຕ້ານ, ເຈົ້າຈະບໍ່ໄດ້ຮັບຫຍັງ ແລະ ເຈົ້າຈະຍັງທຳຮ້າຍຄວາມຮູ້ສຶກຂອງພຣະເຈົ້າ ແລະ ເຮັດໃຫ້ພຣະອົງຜິດຫວັງ. ເປັນຫຍັງພຣະເຈົ້າຈະຖືກເຮັດໃຫ້ຜິດຫວັງໄດ້ແນວໃດ? ເພາະເຈົ້າບໍ່ຍອມຮັບຄວາມຈິງ, ເຈົ້າບໍ່ມີຄວາມຫວັງສຳລັບຄວາມລອດພົ້ນ ແລະ ພຣະເຈົ້າບໍ່ສາມາດຮັບເອົາເຈົ້າໄດ້, ສະນັ້ນພຣະອົງຈະບໍ່ຖືກເຮັດໃຫ້ຜິດຫວັງໄດ້ແນວໃດ? ເມື່ອເຈົ້າບໍ່ຍອມຮັບຄວາມຈິງ, ສິ່ງນີ້ກໍເທົ່າກັບການດັນອາຫານທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າເປັນການສ່ວນຕົວນັ້ນອອກໄປ. ເຈົ້າເວົ້າວ່າເຈົ້າບໍ່ຫິວ ແລະ ເຈົ້າບໍ່ຕ້ອງການມັນ; ພຣະເຈົ້າພະຍາຍາມອີກຄັ້ງ ແລະ ອີກຄັ້ງເພື່ອຜັກດັນໃຫ້ເຈົ້າກິນ, ແຕ່ເຈົ້າຍັງບໍ່ຕ້ອງການມັນ. ເຈົ້າຍອມຫິວດີກວ່າ. ເຈົ້າຄິດວ່າເຈົ້າອີ່ມ, ເມື່ອໃນຄວາມເປັນຈິງແລ້ວ ເຈົ້າບໍ່ມີຫຍັງເລີຍ. ຄົນເຊັ່ນນີ້ຂາດຄວາມສຳນຶກຫຼາຍ ແລະ ຖືວ່າຕົນເອງຊອບທຳຫຼາຍ; ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ຮູ້ຈັກສິ່ງດີໆເມື່ອພວກເຂົາເຫັນມັນ, ພວກເຂົາເປັນຄົນທີ່ທຸກຍາກ ແລະ ເປັນຕາສັງເວດທີ່ສຸດ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເພື່ອໄດ້ຮັບຄວາມຈິງ, ຄົນໆໜຶ່ງຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 387)
ໃນພາລະກິດຂອງພວກເຂົາ, ຜູ້ນໍາຄຣິສຕະຈັກ ແລະ ຜູ້ເຮັດວຽກຕ້ອງເອົາໃຈໃສ່ກັບສອງຫຼັກການ: ສິ່ງໜຶ່ງແມ່ນການປະຕິບັດພາລະກິດຂອງພວກເຂົາຢ່າງແທ້ຈິງຕາມຫຼັກການທີ່ຖືກກຳນົດໂດຍການຈັດແຈງຂອງພາລະກິດ, ບໍ່ລະເມີດຫຼັກການເຫຼົ່ານັ້ນ ແລະ ບໍ່ອີງພາລະກິດຂອງພວກເຂົາຕາມສິ່ງໃດກໍຕາມທີ່ພວກເຂົາອາດຈິນຕະນາການ ຫຼື ອີງຕາມແນວຄວາມຄິດໃດໜຶ່ງຂອງພວກເຂົາເອງ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາຄວນສະແດງຄວາມຫ່ວງໃຍຕໍ່ວຽກງານໃນຄຣິສຕະຈັກ ແລະ ວາງຜົນປະໂຫຍດໃນເຮືອນຂອງພຣະເຈົ້າໄວ້ກ່ອນຢູ່ສະເໝີ. ອີກສິ່ງໜຶ່ງ ແລະ ນີ້ເປັນສິ່ງທີ່ຈຳເປັນຫຼາຍທີ່ສຸດກໍ່ຄື ໃນທຸກສິ່ງ ພວກເຂົາຕ້ອງໃສ່ໃຈໃນການປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດ ແລະ ເຮັດທຸກສິ່ງຕາມພຣະທຳຂອງພຣະເຈົ້າຢ່າງເຄັ່ງຄັດ. ຖ້າພວກເຂົາຍັງສາມາດຂັດກັບການຊີ້ນໍາຂອງພຣະວິນຍານບໍລິສຸດ ຫຼື ຖ້າພວກເຂົາຕິດຕາມແນວຄິດຂອງພວກເຂົາເອງຢ່າງດື້ດ້ານ ແລະ ເຮັດສິ່ງຕ່າງໆຕາມຈິນຕະນາການຂອງພວກເຂົາເອງ, ແລ້ວການກະທຳຂອງພວກເຂົາກໍຈະປະກອບເປັນການຕໍ່ຕ້ານທີ່ຮຸນແຮງທີ່ສຸດຕໍ່ພຣະເຈົ້າ. ການທີ່ພວກເຂົາຫັນຫຼັງໃສ່ແສງສະຫວ່າງ ແລະ ການຊີ້ນໍາຂອງພຣະວິນຍານບໍລິສຸດຢູ່ເລື້ອຍໆຈະນໍາໄປສູ່ທາງຕັນເທົ່ານັ້ນ. ຖ້າພວກເຂົາສູນເສຍພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວພວກເຂົາຈະບໍ່ສາມາດເຮັດວຽກ; ແລະ ເຖິງແມ່ນພວກເຂົາເຮັດເພື່ອຈັດການກັບວຽກງານໄດ້, ພວກເຂົາກໍຈະບໍ່ໄດ້ສຳເລັດຫຍັງເລີຍ. ສິ່ງເຫຼົ່ານີ້ແມ່ນສອງຫຼັກການຫຼັກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດຕາມ ໃນຂະນະທີ່ກຳລັງປະຕິບັດພາລະກິດ: ອັນທີໜຶ່ງແມ່ນການປະຕິບັດວຽກງານຂອງພວກເຂົາຕາມການຈັດແຈງວຽກງານຈາກເບື້ອງເທິງ ພ້ອມທັງປະຕິບັດຕາມຫຼັກການທີ່ຖືກກຳນົດໂດຍເບື້ອງເທິງ; ແລະ ອີກຢ່າງແມ່ນການປະຕິບັດຕາມການຊີ້ນໍາຂອງພຣະວິນຍານບໍລິສຸດທີ່ຢູ່ພາຍໃນພວກເຂົາ. ຫຼັງຈາກທີ່ສອງຫຼັກການເຫຼົ່ານີ້ເປັນທີ່ເຂົ້າໃຈ, ພວກເຂົາຈະບໍ່ມີແນວໂນ້ມທີ່ຈະເຮັດຜິດໄດ້. ປະສົບການຂອງພວກເຈົ້າໃນການເຮັດວຽກຄຣິສຕະຈັກຍັງມີຈຳກັດ ແລະ ເມື່ອເຈົ້າເຮັດວຽກ, ມັນກໍຖືກເຈືອປົນດ້ວຍແນວຄິດຂອງເຈົ້າເອງຫຼາຍ. ໃນບາງຄັ້ງ, ເຈົ້າອາດບໍ່ເຂົ້າໃຈແສງສະຫວ່າງ ຫຼື ການຊີ້ນໍາພາຍໃນເຈົ້າ ເຊິ່ງມາຈາກພຣະວິນຍານບໍລິສຸດ; ໃນເວລາອື່ນໆ, ເຈົ້າເບິ່ງຄືວ່າເຂົ້າໃຈມັນ, ແຕ່ເຈົ້າມັກທີ່ຈະບໍ່ສົນໃຈມັນ. ເຈົ້າຈິນຕະນາການ ຫຼື ສະຫຼຸບໃນລັກສະນະຂອງມະນຸດຢູ່ສະເໝີ, ເຮັດຕາມທີ່ເຈົ້າຄິດວ່າເໝາະສົມ, ໂດຍບໍ່ກັງວົນກ່ຽວກັບເຈດຕະນາຂອງພຣະວິນຍານບໍລິສຸດເລີຍ. ເຈົ້າເຮັດວຽກງານຂອງເຈົ້າໂດຍອີງໃສ່ແນວຄິດຂອງເຈົ້າເອງແຕ່ຢ່າງດຽວ, ປະຖິ້ມແສງສະຫວ່າງໃດໜຶ່ງຈາກພຣະວິນຍານບໍລິສຸດ. ສະຖານະການດັ່ງກ່າວເກີດຂຶ້ນຢູ່ເລື້ອຍໆ. ການນຳພາພາຍໃນຈາກພຣະວິນຍານບໍລິສຸດບໍ່ໄດ້ເປັນສິ່ງທີ່ເໜືອທຳມະຊາດເລີຍ; ໃນຄວາມເປັນຈິງແລ້ວ ມັນເປັນສິ່ງທີ່ປົກກະຕິຫຼາຍ. ນັ້ນກໍຄື ໃນສ່ວນເລິກຂອງຫົວໃຈຂອງເຈົ້າ ເຈົ້າຮູ້ວ່າ ນີ້ແມ່ນວິທີີການກະທຳທີ່ເໝາະສົມ ແລະ ມັນເປັນວິທີການທີ່ດີທີ່ສຸດ. ຕາມຄວາມຈິງແລ້ວ ຄວາມຄິດນີ້ຂ້ອນຂ້າງຊັດເຈນ; ມັນບໍ່ໄດ້ມາຈາກການໄຕ່ຕອງຂອງເຈົ້າ ແລະ ບາງຄັ້ງເຈົ້າບໍ່ໄດ້ເຂົ້າໃຈຢ່າງສົມບູນວ່າເປັນຫຍັງເຈົ້າຈຶ່ງຄວນເຮັດໃນລັກສະນະນີ້. ສິ່ງນີ້ບໍ່ໄດ້ເປັນຫຼາຍກວ່າການສ່ອງແສງສະຫວ່າງຈາກພຣະວິນຍານບໍລິສຸດ. ສິ່ງນີ້ມັກເກີດຂຶ້ນກັບຄົນທີ່ມີປະສົບການເປັນສ່ວນໃຫຍ່. ພຣະວິນຍານບໍລິສຸດຊີ້ນໍາເຈົ້າໃຫ້ເຮັດໃນສິ່ງທີ່ເໝາະສົມທີ່ສຸດ. ມັນບໍ່ແມ່ນສິ່ງທີ່ເຈົ້າຄິດຫາ, ແຕ່ໃນທາງກົງກັນຂ້າມ ມັນເປັນຄວາມຮູ້ສຶກໃນຫົວໃຈຂອງເຈົ້າທີ່ເຮັດໃຫ້ເຈົ້າຮູ້ວ່ານີ້ຄືວິທີທາງທີ່ດີທີ່ສຸດໃນການເຮັດມັນ ແລະ ເຈົ້າມັກທີ່ຈະເຮັດມັນໃນລັກສະນະນັ້ນໂດຍບໍ່ຮູ້ວ່າເປັນຫຍັງ. ສິ່ງນີ້ອາດມາຈາກພຣະວິນຍານບໍລິສຸດ. ໃນຫຼາຍຄັ້ງ ແນວຄິດຂອງຄົນໆໜຶ່ງເອງແມ່ນມາຈາກການຄິດ ແລະ ການພິຈາລະນາ ແລະ ລ້ວນແລ້ວແຕ່ຖືກເຈືອປົນກັບຄວາມປະສົງຂອງຕົນເອງ; ພວກເຂົາພຽງແຕ່ຄິດຫາຜົນປະໂຫຍດ ແລະ ຂໍ້ໄດ້ປຽບທີ່ມັນຈະມີຕໍ່ພວກເຂົາ; ການກະທຳທຸກຢ່າງທີ່ມະນຸດຕັດສິນໃຈເຮັດມີສິ່ງເຫຼົ່ານີ້ໃນນັ້ນ. ເຖິງຢ່າງໃດກໍຕາມ ການນໍາພາຈາກພຣະວິນຍານບໍລິສຸດບໍ່ໄດ້ມີການເຈືອປົນດັ່ງກ່າວເລີຍ. ມັນຈຳເປັນທີ່ຈະຕ້ອງໃສ່ໃຈຢ່າງລະມັດລະວັງຕໍ່ການນໍາພາ ຫຼື ການສ່ອງແສງສະຫວ່າງຈາກພຣະວິນຍານບໍລິສຸດ; ໂດຍສະເພາະແລ້ວຢູ່ໃນບັນຫາສຳຄັນ ເຈົ້າຕ້ອງລະມັດລະວັງເພື່ອທີ່ຈະເຂົ້າໃຈມັນ. ຜູ້ຄົນທີ່ມັກໃຊ້ສະໝອງຂອງພວກເຂົາ ແລະ ຄົນທີ່ມັກເຮັດຕາມແນວຄິດຂອງພວກເຂົາເອງ ແມ່ນຄົນທີ່ມັກພາດການນໍາພາ ຫຼື ການສ່ອງແສງສະຫວ່າງດັ່ງກ່າວ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດທີ່ເໝາະສົມຄືຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ທີ່ເອົາໃຈໃສ່ກັບພາລະກິດຂອງພຣະວິນຍານບໍລິສຸດໃນທຸກຊ່ວງເວລາ, ຜູ້ທີ່ເຊື່ອຟັງພຣະວິນຍານບໍລິສຸດ, ຢຳເກງພຣະເຈົ້າ, ໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງຢ່າງບໍ່ຮູ້ຈັກອິດເມື່ອຍ. ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເປັນພະຍານໃຫ້ແກ່ພຣະອົງຢ່າງຖືກຕ້ອງ, ເຈົ້າຄວນໄຕ່ຕອງແຮງຈູງໃຈ ແລະ ສິ່ງເຈືອປົນຂອງເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ຫຼັງຈາກນັ້ນໃຫ້ພະຍາຍາມເບິ່ງວ່າມີວຽກງານຫຼາຍສໍ່າໃດທີ່ມີແຮງຜັກດັນຈາກແນວຄິດຂອງມະນຸດ, ມີຫຼາຍສໍ່າໃດທີ່ເກີດມາຈາກການສ່ອງແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ມີຫຼາຍສໍ່າໃດທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງໄຕ່ຕອງຢູ່ເລື້ອຍໆ ແລະ ໃນທຸກສະຖານະການວ່າຄຳເວົ້າ ແລະ ການກະທຳຂອງເຈົ້າສອດຄ່ອງກັບຄວາມຈິງ ຫຼື ບໍ່. ການປະຕິບັດໃນລັກສະນະນີ້ຢູ່ເລື້ອຍໆຈະເຮັດໃຫ້ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງໃນການຮັບໃຊ້ພຣະເຈົ້າ. ມັນຈຳເປັນທີ່ຕ້ອງມີຄວາມເປັນຈິງແຫ່ງຄວາມຈິງເພື່ອບັນລຸການຮັບໃຊ້ພຣະເຈົ້າໃນລັກສະນະທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ. ຫຼັງຈາກທີ່ພວກເຂົາໄດ້ເຂົ້າໃຈຄວາມຈິງເທົ່ານັ້ນ, ຜູ້ຄົນຈຶ່ງມີຄວາມສາມາດທີ່ຈະຢັ່ງຮູ້ ແລະ ຮັບຮູ້ເຖິງສິ່ງທີ່ເກີດຈາກແນວຄິດຂອງພວກເຂົາເອງ ແລະ ສິ່ງທີ່ເກີດຈາກແຮງຈູງໃຈຂອງມະນຸດ. ພວກເຂົາສາມາດຮັບຮູ້ຄວາມບໍ່ບໍລິສຸດຂອງມະນຸດ ພ້ອມທັງຄວາມໝາຍຂອງການປະຕິບັດຕາມຄວາມຈິງ. ຫຼັງຈາກທີ່ພວກເຂົາສາມາດຢັ່ງຮູ້ໄດ້ແລ້ວເທົ່ານັ້ນ, ພວກເຂົາຈຶ່ງແນ່ໃຈວ່າພວກເຂົາສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ມີຄວາມສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງສົມບູນ. ຫາກປາສະຈາກການເຂົ້າໃຈຄວາມຈິງ, ມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ຜູ້ຄົນສາມາດແຍກແຍະໄດ້. ຄົນໂງ່ຈ້າອາດເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງເຂົາໂດຍບໍ່ຮູ້ຈັກເຖິງຄວາມໝາຍຂອງການເປີດໂປງຄວາມເສື່ອມຊາມຂອງເຂົາເອງ ຫຼື ຄວາມໝາຍຂອງການຕໍ່ຕ້ານພຣະເຈົ້າ, ເພາະເຂົາບໍ່ເຂົ້າໃຈຄວາມຈິງ; ແນວຄິດນັ້ນບໍ່ໄດ້ມີຢູ່ໃນຄວາມຄິດຂອງເຂົາເລີຍ. ຄວາມຈິງແມ່ນຢູ່ເກີນຄວາມເຂົ້າໃຈຂອງຄົນທີ່ມີຄວາມສາມາດຕໍ່າເກີນໄປ; ບໍ່ວ່າເຈົ້າຈະສົນທະນາສິ່ງນັ້ນກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຍັງບໍ່ເຂົ້າໃຈ. ຜູ້ຄົນດັ່ງກ່າວໂງ່ຈ້າ. ໃນຄວາມເຊື່ອຂອງພວກເຂົາ ຄົນທີ່ໂງ່ຈ້າບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າ; ພວກເຂົາພຽງແຕ່ສາມາດຮັບໃຊ້ເລັກນ້ອຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດໜ້າທີ່ຂອງພວກເຂົາເປັນຢ່າງດີ, ແລ້ວຄວາມສາມາດຂອງພວກເຂົາກໍບໍ່ໄດ້ຮ້າຍແຮງເກີນໄປ. ຢ່າງໜ້ອຍທີ່ສຸດ, ພວກເຂົາຕ້ອງເຂົ້າໃຈສິ່ງຕ່າງໆຝ່າຍວິນຍານ ແລະ ຮັບເອົາສິ່ງຕ່າງໆຢ່າງບໍລິສຸດ, ເພື່ອວ່າພວກເຂົາຈະສາມາດເຂົ້າໃຈຄວາມຈິງ ແລະ ປະຕິບັດຄວາມຈິງໄດ້ຢ່າງງ່າຍດາຍ. ປະສົບການຂອງບາງຄົນຕື້ນເກີນໄປ, ສະນັ້ນໃນບາງຄັ້ງພວກເຂົາມີການຫັນເຫໃນການທີ່ພວກເຂົາເຂົ້າໃຈຄວາມຈິງ ແລະ ຫຼັງຈາກນັ້ນ ພວກເຂົາກໍມີແນວໂນ້ມທີ່ຈະເຮັດຜິດ. ເມື່ອພວກເຂົາມີການຫັນເຫໃນການເຂົ້າໃຈຂອງພວກເຂົາ, ພວກເຂົາກໍບໍ່ເໝາະສົມກັບໜ້າວຽກໃນການປະຕິບັດຄວາມຈິງ. ເມື່ອມີການຫັນເຫໃນການເຂົ້າໃຈຄວາມຈິງຂອງພວກເຂົາ, ພວກເຂົາກໍມີແນວໂນ້ມທີ່ຈະປະຕິບັດຕາມກົດລະບຽບ ແລະ ເມື່ອພວກເຂົາປະຕິບັດຕາມກົດລະບຽບ, ມັນກໍງ່າຍທີ່ຈະເຮັດຜິດ ແລະ ພວກເຂົາບໍ່ເໝາະສົມກັບໜ້າວຽກໃນການປະຕິບັດຄວາມຈິງ. ເມື່ອມີການຫັນເຫໃນການເຂົ້າໃຈ, ມັນຍັງເປັນເລື່ອງງ່າຍທີ່ຈະຖືກຫຼອກລວງ ແລະ ໃຊ້ງານໂດຍຜູ້ຕໍ່ຕ້ານພຣະຄຣິດ. ສະນັ້ນ, ການຫັນເຫໃນການເຂົ້າໃຈສາມາດພາໃຫ້ເກີດຂໍ້ຜິດພາດຫຼາຍຢ່າງ. ຜົນຕາມມາກໍຄື ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວທີ່ຈະປະຕິບັດໜ້າທີ່ຂອງພວກເຂົາເປັນຢ່າງດີ, ພວກເຂົາຍັງສາມາດຫຼົງທາງໄດ້ຢ່າງງ່າຍດາຍ, ເຊິ່ງທຳລາຍທາງເຂົ້າສູ່ຊີວິດຂອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າຂອງຄົນທີ່ກຳລັງເຮັດໜ້າທີ່ແບບນີ້? ພວກເຂົາໄດ້ກາຍມາເປັນຄົນທີ່ຂັດຂວາງ ແລະ ລົບກວນວຽກງານໃນຄຣິສຕະຈັກແທ້ໆ. ຕ້ອງມີການຮຽນຮູ້ເອົາບົດຮຽນຈາກຄວາມລົ້ມເຫຼວເຫຼົ່ານີ້. ເພື່ອທີ່ຈະສຳເລັດພາລະກິດທີ່ພຣະເຈົ້າຝາກຝັງໄວ້, ມັນຈຳເປັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະເຂົ້າໃຈສອງຫຼັກການເຫຼົ່ານີ້: ຄົນໆໜຶ່ງຕ້ອງປະຕິບັດຕາມການຈັດແຈງວຽກງານຈາກເບື້ອງເທິງຢ່າງເຄັ່ງຄັດໃນການປະຕິບັດໜ້າທີ່ ແລະ ຕ້ອງໃສ່ໃຈ ແລະ ເຊື່ອຟັງການຊີ້ນໍາໃດໜຶ່ງຈາກພຣະວິນຍານບໍລິສຸດຕາມພຣະທຳຂອງພຣະເຈົ້າ. ມີແຕ່ເມື່ອໄດ້ເຂົ້າໃຈສອງຫຼັກການເຫຼົ່ານີ້ ພາລະກິດຂອງຄົນໆໜຶ່ງຈະມີປະສິດທິພາບ ແລະ ຄວາມປະສົງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 388)
ເປໂຕສະແຫວງຫາເພື່ອຮູ້ຈັກຕົນເອງ ແລະ ເຫັນສິ່ງທີ່ໄດ້ຖືກເປີດເຜີຍໃນຕົວເພິ່ນຜ່ານການເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ ແລະ ພາຍໃນການທົດລອງຕ່າງໆທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ແກ່ເພິ່ນ. ເມື່ອເພິ່ນໄດ້ມາເຂົ້າໃຈຕົນເອງຢ່າງແທ້ຈິງ, ເປໂຕຮັບຮູ້ວ່າມະນຸດຊ່າງເສື່ອມຊາມຫຼາຍແທ້ໆ, ພວກເຂົາຊ່າງໄຮ້ຄຸນຄ່າ ແລະ ບໍ່ຄູ່ຄວນໃນການຮັບໃຊ້ພຣະເຈົ້າ ແລະ ພວກເຂົາກໍບໍ່ສົມຄວນມີຊີວິດຢູ່ຕໍ່ໜ້າພຣະເຈົ້າ. ແລ້ວເປໂຕກໍກົ້ມຂາບລົງຕໍ່ໜ້າພຣະເຈົ້າ. ເມື່ອມີປະສົບການຫຼາຍຂະໜາດນັ້ນ, ໃນທີ່ສຸດ ເປໂຕກໍ່ເລີ່ມຮູ້ສຶກ “ການຮູ້ຈັກພຣະເຈົ້າແມ່ນສິ່ງທີ່ລ້ຳຄ່າທີ່ສຸດ! ຖ້າຂ້ານ້ອຍຕາຍໄປກ່ອນໄດ້ຮູ້ຈັກພຣະອົງ, ມັນຄົງຈະໜ້າເວດທະນາ. ການຮູ້ຈັກພຣະເຈົ້າແມ່ນສິ່ງທີ່ສຳຄັນທີ່ສຸດ, ມີຄວາມໝາຍທີ່ສຸດ. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ, ແລ້ວພວກເຂົາກໍບໍ່ສົມຄົນທີ່ຈະມີຊີວິດຢູ່, ເປັນເຊັ່ນດຽວກັບສັດ ແລະ ບໍ່ມີຊີວິດ”. ເມື່ອປະສົບການຂອງເປໂຕມາເຖິງຈຸດນີ້, ເພິ່ນກໍໄດ້ມາຮູ້ຈັກທຳມະຊາດຂອງຕົວເພິ່ນເອງ ແລະ ເພິ່ນໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນຂ້ອນຂ້າງດີ. ເຖິງແມ່ນວ່າ ບາງທີ ເພິ່ນອາດຈະບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນຄືກັບຜູ້ຄົນທຸກມື້ນີ້, ເປໂຕກໍໄດ້ມາເຖິງສະພາວະນີ້ຢ່າງແທ້ຈິງ. ເພາະສະນັ້ນ, ການຍ່າງໃນເສັ້ນທາງທີ່ສະແຫວງຫາຄວາມຈິງ ແລະ ການຖືກພຣະເຈົ້າເຮັດໃຫ້ສົມບູນຈຳເປັນຕ້ອງມີການຮູ້ຈັກທຳມະຊາດຂອງຕົນເອງຈາກພາຍໃນຖ້ອຍຄຳຂອງພຣະເຈົ້າ ພ້ອມທັງເຂົ້າໃຈລັກສະນະທີ່ຫຼາກຫຼາຍຂອງທຳມະຊາດຂອງຕົນເອງ ແລະ ອະທິບາຍມັນອອກເປັນຄຳເວົ້າໄດ້ຢ່າງຖືກຕ້ອງ, ເວົ້າຢ່າງຊັດເຈນ ແລະ ຢ່າງແຈ່ມແຈ້ງ. ມີພຽງສິ່ງນີ້ຄືການຮູ້ຈັກຕົວເຈົ້າເອງຢ່າງແທ້ຈິງ ແລະ ດ້ວຍວິທີນີ້ເທົ່ານັ້ນ, ເຈົ້າຈຶ່ງຈະໄດ້ບັນລຸຜົນຮັບທີ່ພຣະເຈົ້າຮຽກຮ້ອງ. ຖ້າຄວາມຮູ້ຂອງເຈົ້າຍັງບໍ່ທັນຮອດຈຸດນີ້ເທື່ອ, ແຕ່ເຈົ້າອ້າງວ່າຮູ້ຈັກຕົວເຈົ້າເອງ ແລະ ເວົ້າວ່າເຈົ້າໄດ້ຮັບຊີວິດ ແລ້ວບໍ່ແມ່ນເຈົ້າພຽງແຕ່ກຳລັງຂີ້ໂມ້ຢູ່ບໍ? ເຈົ້າບໍ່ຮູ້ຈັກຕົວເຈົ້າເອງ ແລະ ເຈົ້າບໍ່ຮູ້ວ່າເຈົ້າເປັນຫຍັງຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າບໍ່ຮູ້ວ່າເຈົ້າໄດ້ບັນລຸມາດຕະຖານຂອງການເປັນມະນຸດຢ່າງແທ້ຈິງ ຫຼື ເຈົ້າຍັງມີອົງປະກອບຂອງຊາຕານຫຼາຍປານໃດຢູ່ພາຍໃນຕົວເຈົ້າ ຫຼື ບໍ່. ເຈົ້າຍັງບໍ່ຊັດເຈນວ່າເຈົ້າເປັນຂອງໃຜ ແລະ ເຈົ້າບໍ່ມີແມ່ນແຕ່ຄວາມຮູ້ໃນຕົວເອງ, ແລ້ວເຈົ້າຈະສາມາດມີເຫດຜົນຕໍ່ໜ້າພຣະເຈົ້າໄດ້ແນວໃດ? ເມື່ອເປໂຕກຳລັງສະແຫວງຫາຊີວິດ, ເພິ່ນສຸມໃສ່ການເຂົ້າໃຈຕົນເອງ ແລະ ການປ່ຽນແປງອຸປະນິໄສຕະຫຼອດໄລຍະການທົດລອງຂອງເພິ່ນ ແລະ ເພິ່ນພະຍາຍາມທີ່ຈະຮູ້ຈັກພຣະເຈົ້າ. ໃນທີ່ສຸດ ເພິ່ນກໍຄິດໄດ້ວ່າ “ຜູ້ຄົນຕ້ອງສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າໃນຊີວິດ; ການຮູ້ຈັກພຣະອົງແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າຂ້ານ້ອຍບໍ່ຮູ້ຈັກພຣະເຈົ້າ, ຂ້ານ້ອຍກໍຈະບໍ່ສາມາດມີຄວາມສະຫງົບສຸກໄດ້ເມື່ອຂ້ານ້ອຍຕາຍໄປ. ເມື່ອຂ້ານ້ອຍຮູ້ຈັກພຣະອົງ, ຕໍ່ມາຖ້າພຣະເຈົ້າໃຫ້ຂ້ານ້ອຍຕາຍ, ຂ້ານ້ອຍກໍຮູ້ສຶກຍິນດີ. ຂ້ານ້ອຍຈະບໍ່ຈົ່ມວ່າແມ່ນແຕ່ໜ້ອຍດຽວເລີຍ ແລະ ຊີວິດທັງໝົດຂອງຂ້ານ້ອຍກໍຈະຖືກຕື່ມເຕັມ”. ເປໂຕບໍ່ສາມາດໄດ້ຮັບຄວາມເຂົ້າໃຈລະດັບນີ້ ຫຼື ມາຮອດຈຸດນີ້ທັນທີຫຼັງຈາກທີ່ເພິ່ນໄດ້ເລີ່ມເຊື່ອໃນພຣະເຈົ້າ; ເພິ່ນຕ້ອງໄດ້ຜ່ານການທົດລອງໃຫຍ່ໆຫຼາຍຢ່າງເສຍກ່ອນ. ປະສົບການຂອງເພິ່ນຕ້ອງໄປເຖິງຈຸດສຳຄັນໃດໜຶ່ງ ແລະ ເພິ່ນຕ້ອງເຂົ້າໃຈຕົນເອງຢ່າງຄົບຖ້ວນ ກ່ອນທີ່ເພິ່ນຈະສາມາດຮູ້ສຶກໄດ້ເຖິງຄຸນຄ່າຂອງການຮູ້ຈັກພຣະເຈົ້າ. ເພາະສະນັ້ນ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ ແລະ ເປັນເສັ້ນທາງແຫ່ງການຮັບເອົາຊີວິດ ແລະ ການຖືກເຮັດໃຫ້ສົມບູນ. ນີ້ແມ່ນດ້ານການປະຕິບັດໂດຍສະເພາະຂອງເພິ່ນທີ່ເພິ່ນໄດ້ສຸມໃສ່ເປັນຕົ້ນຕໍ.
ໃນຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ, ພວກເຈົ້າກຳລັງຍ່າງຕາມເສັ້ນທາງຫຍັງໃນຕອນນີ້? ຖ້າພວກເຈົ້າບໍ່ໄດ້ສະແຫວງຫາຊີວິດ, ຄວາມເຂົ້າໃຈກ່ຽວກັບຕົນເອງ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າເຊັ່ນດຽວກັນກັບເປໂຕ, ແລ້ວເຈົ້າກໍ່ບໍ່ໄດ້ກຳລັງຍ່າງຕາມເສັ້ນທາງຂອງເປໂຕ. ທຸກມື້ນີ້, ຄົນສ່ວນໃຫຍ່ຢູ່ໃນສະພາວະແບບນີ້: ເພື່ອຮັບເອົາພອນ, ຂ້ອຍຕ້ອງສະລະຕົນເອງເພື່ອພຣະເຈົ້າ ແລະ ຈ່າຍລາຄາສຳລັບພຣະອົງ. ເພື່ອຮັບເອົາພອນ, ຂ້ອຍຕ້ອງປະຖິ້ມທຸກສິ່ງສຳລັບພຣະເຈົ້າ; ຂ້ອຍຕ້ອງເຮັດສິ່ງທີ່ພຣະອົງຝາກຝັງໄວ້ໃຫ້ຂ້ອຍນັ້ນສຳເລັດ ແລະ ຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ. ສະພາວະນີ້ຖືກຄອບງໍາໂດຍເຈດຕະນາເພື່ອຮັບເອົາພອນ ເຊິ່ງເປັນຕົວຢ່າງຂອງການສະລະຕົນເອງເພື່ອພຣະເຈົ້າຢ່າງສົມບູນສຳລັບຈຸດປະສົງໃນການຮັບເອົາລາງວັນຈາກພຣະອົງ ແລະ ການຮັບເອົາມົງກຸດ. ຄົນດັ່ງກ່າວບໍ່ມີຄວາມຈິງໃນຫົວໃຈຂອງພວກເຂົາ ແລະ ມັນເປັນທີ່ແນ່ນອນວ່າຄວາມເຂົ້າໃຈຂອງພວກເຂົາກໍພຽງແຕ່ປະກອບມີຄຳເວົ້າສອງສາມຄຳທີ່ເປັນຄຳສອນ ເຊິ່ງພວກເຂົາໂອ້ອວດໃນທຸກບ່ອນທີ່ພວກເຂົາໄປ. ເສັ້ນທາງຂອງພວກເຂົາແມ່ນເສັ້ນທາງຂອງໂປໂລ. ຄວາມເຊື່ອຂອງຜູ້ຄົນດັ່ງກ່າວແມ່ນການກະທຳທີ່ທຸ້ມເທຢ່າງຕໍ່ເນື່ອງ ແລະ ເລິກໆພາຍໃນ ພວກເຂົາຮູ້ສຶກວ່າຍິ່ງພວກເຂົາເຮັດຫຼາຍສໍ່າໃດ ມັນກໍ່ຍິ່ງພິສູດຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າຫຼາຍສ່ຳນັ້ນ; ຍິ່ງພວກເຂົາເຮັດຫຼາຍສໍ່າໃດ ພຣະອົງກໍ່ຍິ່ງພໍໃຈຢ່າງແນ່ນອນ; ແລະ ຍິ່ງພວກເຂົາເຮັດຫຼາຍສໍ່າໃດ ພວກເຂົາກໍ່ຍິ່ງສົມຄວນໄດ້ຮັບມົງກຸດຕໍ່ໜ້າພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາຈະໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນສໍ່ານັ້ນ. ພວກເຂົາຄິດວ່າຖ້າພວກເຂົາສາມາດອົດທົນກັບການທົນທຸກ, ເທດສະໜາ ແລະ ຕາຍເພື່ອພຣະຄຣິດ, ຖ້າພວກເຂົາສາມາດເສຍສະລະຊີວິດຂອງພວກເຂົາເອງ ແລະ ຖ້າພວກເຂົາສາມາດສຳເລັດໜ້າທີ່ທັງໝົດທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບພວກເຂົາ, ແລ້ວພວກເຂົາຈະເປັນຄົນທີ່ໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດ ແລະ ພວກເຂົາຈະໄດ້ຮັບມົງກຸດຢ່າງແນ່ນອນ. ນີ້ແມ່ນສິ່ງທີ່ໂປໂລຈິນຕະນາການ ແລະ ສິ່ງທີ່ເພິ່ນສະແຫວງຫາຢ່າງແນ່ນອນ. ນີ້ແມ່ນເສັ້ນທາງທີ່ເພິ່ນຍ່າງຕາມຢ່າງແທ້ຈິງ ແລະ ມັນຢູ່ພາຍໃຕ້ຄຳຊີ້ນໍາຂອງຄວາມຄິດດັ່ງກ່າວ ເພິ່ນຈຶ່ງເຮັດວຽກເພື່ອຮັບໃຊ້ພຣະເຈົ້າ. ຄວາມຄິດ ແລະ ເຈດຕະນາເຫຼົ່ານັ້ນບໍ່ໄດ້ມີຕົ້ນກຳເນີດມາຈາກທຳມະຊາດຂອງຊາຕານບໍ? ມັນເປັນຄືກັບມະນຸດໃນໂລກ, ຜູ້ທີ່ເຊື່ອວ່າໃນຂະນະທີ່ຢູ່ເທິງໂລກ ພວກເຂົາຕ້ອງສະແຫວງຫາຄວາມຮູ້ ແລະ ຫຼັງຈາກທີ່ໄດ້ຮັບມັນ ພວກເຂົາຈຶ່ງສາມາດເປັນທີ່ໂດດເດັ່ນຈາກຝູງຊົນ, ກາຍມາເປັນເຈົ້າໜ້າທີ່ ແລະ ມີສະຖານະ. ພວກເຂົາຄິດວ່າ ຫຼັງຈາກທີ່ພວກເຂົາມີສະຖານະ ພວກເຂົາກໍ່ສາມາດຮັບຮູ້ຄວາມທະເຍີທະຍານຂອງພວກເຂົາ ແລະ ນໍາພາທຸລະກິດຂອງພວກເຂົາ ແລະ ການປະຕິບັດໃນຄອບຄົວໄປສູ່ຄວາມຈະເລີນຮຸ່ງເຮືອງໃນລະດັບໃດໜຶ່ງ. ຜູ້ທີ່ບໍ່ເຊື່ອທຸກຄົນບໍ່ໄດ້ຍ່າງຕາມເສັ້ນທາງນີ້ບໍ? ຄົນທີ່ຖືກຄອບງຳໂດຍທຳມະຊາດຂອງຊາຕານນີ້ພຽງແຕ່ສາມາດເປັນຄືກັບໂປໂລໃນຄວາມເຊື່ອຂອງພວກເຂົາ. ພວກເຂົາຄິດວ່າ “ຂ້ອຍຕ້ອງປະຖິ້ມທຸກສິ່ງເພື່ອເສຍສະລະຕົນເອງໃຫ້ກັບພຣະເຈົ້າ. ຂ້ອຍຕ້ອງຊື່ສັດຢູ່ຕໍ່ໜ້າພຣະເຈົ້າ ແລະ ໃນທີ່ສຸດແລ້ວ ຂ້ອຍຈະໄດ້ຮັບລາງວັນທີ່ຍິ່ງໃຫຍ່ ແລະ ມົງກຸດທີ່ຍິ່ງໃຫຍ່”. ນີ້ແມ່ນທ່າທີແບບດຽວກັນກັບຜູ້ຄົນທາງໂລກທີ່ສະແຫວງຫາສິ່ງຕ່າງໆໃນໂລກ. ພວກມັນບໍ່ໄດ້ແຕກຕ່າງຫຍັງກັນເລີຍ ແລະ ພວກມັນມີທຳມະຊາດແບບດຽວກັນ. ເມື່ອຜູ້ຄົນມີທຳມະຊາດແບບນີ້ຂອງຊາຕານ, ໃນຂ້າງນອກໃນໂລກ ພວກເຂົາຈະສະແຫວງຫາເພື່ອຮັບເອົາຄວາມຮູ້, ການຮຽນຮູ້, ສະຖານະ ແລະ ເປັນທີ່ໂດດເດັ່ນຈາກຝູງຊົນ. ຖ້າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາຈະສະແຫວງຫາເພື່ອຮັບເອົາມົງກຸດທີ່ຍິ່ງໃຫຍ່ ແລະ ພອນທີ່ຍິ່ງໃຫຍ່. ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງເມື່ອພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຈະຮັບເອົາເສັ້ນທາງນີ້ຢ່າງແນ່ນອນ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດປ່ຽນແປງໄດ້, ມັນຄືກົດເກນທຳມະຊາດ. ເສັ້ນທາງທີ່ຜູ້ຄົນທີ່ບໍ່ສະແຫວງຫາຄວາມຈິງຍ່າງຄືເສັ້ນທາງທີ່ຢູ່ກົງກັນຂ້າມກັບເປໂຕໂດຍກົງ. ໃນປັດຈຸບັນ ພວກເຈົ້າທຸກຄົນກຳລັງຍ່າງຕາມເສັ້ນທາງໃດ? ເຖິງແມ່ນເຈົ້າອາດບໍ່ໄດ້ວາງແຜນທີ່ຈະຍ່າງຕາມເສັ້ນທາງຂອງໂປໂລ, ທຳມະຊາດຂອງເຈົ້າໄດ້ກຳນົດໃຫ້ເຈົ້າຍ່າງຕາມຫົນທາງນີ້ ແລະ ເຈົ້າກໍ່ຍ່າງໄປໃນທິດທາງນັ້ນໂດຍບໍ່ຮູ້ຕົວ. ເຖິງແມ່ນເຈົ້າຕ້ອງການກ້າວຂາໃນເສັ້ນທາງຂອງເປໂຕ, ຖ້າເຈົ້າບໍ່ຊັດເຈນກ່ຽວກັບວ່າຈະເຮັດແບບນັ້ນໄດ້ແນວໃດ, ແລ້ວເຈົ້າກໍ່ຈະຍ່າງຕາມເສັ້ນທາງຂອງໂປໂລໂດຍບໍ່ສະໝັກໃຈ. ນີ້ແມ່ນຄວາມເປັນຈິງໃນສະຖານະການດັ່ງກ່າວ. ໃນທຸກມື້ນີ້, ຄົນໆໜຶ່ງຄວນຍ່າງຕາມເສັ້ນທາງຂອງເປໂຕແນວໃດແທ້ໆ? ຖ້າເຈົ້າບໍ່ສາມາດແຍກແຍະລະຫວ່າງເສັ້ນທາງຂອງເປໂຕ ແລະ ໂປໂລ ຫຼື ຖ້າເຈົ້າບໍ່ລຶ້ງເຄີຍກັບເສັ້ນທາງເຫຼົ່ານັ້ນເລີຍ, ແລ້ວບໍ່ວ່າເຈົ້າອ້າງວ່າກຳລັງຍ່າງຕາມເສັ້ນທາງຂອງເປໂຕຫຼາຍສໍ່າໃດ, ຄຳເວົ້າເຫຼົ່ານັ້ນຂອງເຈົ້າກໍ່ເປັນພຽງຄຳເວົ້າທີ່ວ່າງເປົ່າ. ຢ່າງທຳອິດ, ເຈົ້າຈຳເປັນຕ້ອງມີແນວຄິດທີ່ຊັດເຈນກ່ຽວກັບວ່າແມ່ນຫຍັງຄືເສັ້ນທາງຂອງເປໂຕ ແລະ ແມ່ນຫຍັງຄືເສັ້ນທາງຂອງໂປໂລ. ມີແຕ່ເມື່ອເຈົ້າເຂົ້າໃຈຢ່າງແທ້ຈິງວ່າເສັ້ນທາງຂອງເປໂຕເປັນເສັ້ນທາງແຫ່ງການສະແຫວງຊີວິດ ແລະ ເປັນເສັ້ນທາງດຽວສູ່ຄວາມສົມບູນແບບ, ເຈົ້າຈຶ່ງຈະສາມາດຍ່າງຕາມເສັ້ນທາງຂອງເປໂຕ, ສະແຫວງຫາດັ່ງທີ່ເພິ່ນໄດ້ສະແຫວງຫາ ແລະ ປະຕິບັດຫຼັກການທີ່ເພິ່ນໄດ້ປະຕິບັດ. ຖ້າເຈົ້າບໍ່ເຂົ້າໃຈເສັ້ນທາງຂອງເປໂຕ, ແລ້ວເສັ້ນທາງທີ່ເຈົ້າຍ່າງຕາມກໍ່ຈະເປັນເສັ້ນທາງຂອງໂປໂລຢ່າງແນ່ນອນ, ຍ້ອນມັນຈະບໍ່ມີເສັ້ນທາງອື່ນສຳລັບເຈົ້າ; ເຈົ້າຈະບໍ່ມີທາງເລືອກໃນເລື່ອງດັ່ງກ່າວ. ຜູ້ຄົນທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຄົນທີ່ບໍ່ສາມາດສະແຫວງຫາມັນໄດ້ຈະພົບວ່າມັນຍາກທີ່ຈະຍ່າງຕາມເສັ້ນທາງຂອງເປໂຕ, ເຖິງແມ່ນວ່າພວກເຂົາມີຄວາມເດັດດ່ຽວ. ມັນສາມາດເວົ້າໄດ້ວ່າ ມັນເປັນຄວາມກະລຸນາ ແລະ ການຍົກຍ້ອງຂອງພຣະເຈົ້າ ໃນຕອນນີ້ ພຣະເຈົ້າໄດ້ເປີດເຜີຍເສັ້ນທາງແຫ່ງຄວາມລອດພົ້ນ ແລະ ຄວາມສົມບູນແບບໃຫ້ກັບພວກເຈົ້າ. ພຣະເຈົ້າເປັນຜູ້ທີ່ຊີ້ນໍາພວກເຈົ້າສູ່ເສັ້ນທາງຂອງເປໂຕ. ຫາກບໍ່ມີການຊີ້ນໍາ ແລະ ແສງສະຫວ່າງຂອງພຣະເຈົ້າ, ບໍ່ມີຜູ້ໃດຈະສາມາດຍ່າງຕາມເສັ້ນທາງຂອງເປໂຕ ແລະ ທາງເລືອກດຽວກໍ່ຈະເປັນການຍ່າງຕາມເສັ້ນທາງຂອງໂປໂລ, ຕາມບາດກ້າວສູ່ຄວາມຫາຍະນະຂອງໂປໂລ. ໃນຕອນນັ້ນ ໂປໂລບໍ່ໄດ້ຮູ້ສຶກວ່າມັນຜິດທີ່ຈະຍ່າງຕາມເສັ້ນທາງນັ້ນ; ເພິ່ນເຊື່ອຢ່າງສົມບູນວ່າມັນຖືກຕ້ອງ. ເພິ່ນບໍ່ໄດ້ຮັບຄວາມຈິງ ແລະ ເພິ່ນບໍ່ໄດ້ຜະເຊີນກັບການປ່ຽນແປງໃນອຸປະນິໄສເປັນພິເສດ. ເພິ່ນເຊື່ອໃນຕົນເອງຫຼາຍເກີນໄປ ແລະ ຮູ້ສຶກວ່າບໍ່ມີບັນຫາແມ່ນແຕ່ໜ້ອຍດຽວໃນການເຊື່ອແບບນັ້ນ. ເພິ່ນສືບຕໍ່ໄປຂ້າງໜ້າ, ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ມີຄວາມໝັ້ນໃຈໃນຕົນເອງຫຼາຍທີ່ສຸດ. ໃນຕອນທ້າຍ, ເພິ່ນບໍ່ຮູ້ສຶກຕົວເລີຍ. ເພິ່ນຍັງຄິດວ່າການທີ່ເພິ່ນມີຊີວິດຢູ່ຄືການເປັນພຣະຄຣິດ. ເມື່ອເປັນດັ່ງນັ້ນ, ໂປໂລຈຶ່ງສືບຕໍ່ຍ່າງຕາມເສັ້ນທາງນັ້ນຈົນເຖິງຈຸດຈົບ ແລະ ໃນເວລາທີ່ເພິ່ນຖືກລົງໂທດໃນທີ່ສຸດ, ມັນກໍ່ຈົບແລ້ວສຳລັບເພິ່ນ. ເສັ້ນທາງຂອງໂປໂລບໍ່ໄດ້ກ່ຽວຂ້ອງກັບການມາຮູ້ຈັກຕົນເອງ, ແຮງໄກທີ່ຈະເປັນການສະແຫວງຫາການປ່ຽນແປງໃນອຸປະນິໄສ. ເພິ່ນບໍ່ເຄີຍວິເຄາະທຳມະຊາດຂອງເພິ່ນເອງ ຫຼື ເພິ່ນບໍ່ໄດ້ຮັບຄວາມຮູ້ໃດເລີຍກ່ຽວກັບສິ່ງທີ່ເພິ່ນເປັນ. ເພິ່ນພຽງແຕ່ຮູ້ວ່າເພິ່ນເປັນຜູ້ເຮັດຜິດຫຼັກໃນການຂົ່ມເຫັງພຣະເຢຊູ. ແຕ່ເພິ່ນບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບທຳມະຊາດຂອງເພິ່ນເອງ ແລະ ຫຼັງຈາກທີ່ສຳເລັດວຽກງານຂອງເພິ່ນ ໂປໂລກໍຮູ້ສຶກວ່າເພິ່ນກຳລັງດຳລົງຊີວິດດັ່ງພຣະຄຣິດ ແລະ ຄວນໄດ້ຮັບລາງວັນ. ພາລະກິດທີ່ໂປໂລເຮັດເປັນພຽງແຕ່ການໃຫ້ບໍລິການແກ່ພຣະເຈົ້າເທົ່ານັ້ນ. ໂດຍສ່ວນຕົວສຳລັບໂປໂລແລ້ວ, ເຖິງແມ່ນເພິ່ນໄດ້ຮັບການເປີດເຜີຍບາງຢ່າງຈາກພຣະວິນຍານບໍລິສຸດ, ເພິ່ນກໍ່ບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດເລີຍ. ສະນັ້ນ, ເພິ່ນບໍ່ໄດ້ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ໃນທາງກົງກັນຂ້າມ, ເພິ່ນຖືກລົງໂທດໂດຍພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າເສັ້ນທາງຂອງເປໂຕແມ່ນເສັ້ນທາງສູ່ຄວາມສົມບູນແບບ? ມັນເປັນເພາະໃນການປະຕິບັດຂອງເປໂຕ ເພິ່ນໄດ້ໃຫ້ຄວາມສຳຄັນເປັນພິເສດກັບຊີວິດ, ໃນການສະແຫວງຫາເພື່ອຮູ້ຈັກພຣະເຈົ້າ ແລະ ເພື່ອຮູ້ຈັກຕົນເອງ. ຜ່ານປະສົບການຂອງເພິ່ນໃນພາລະກິດຂອງພຣະເຈົ້າ, ເພິ່ນໄດ້ມາຮູ້ຈັກຕົນເອງ, ໄດ້ຮັບຄວາມເຂົ້າໃຈກ່ຽວກັບສະພາວະທີ່ເສື່ອມຊາມຂອງມະນຸດ, ຮຽນຮູ້ກ່ຽວກັບຂໍ້ບົກຜ່ອງຂອງເພິ່ນເອງ ແລະ ຄົ້ນພົບສິ່ງທີ່ລໍ້າຄ່າທີ່ສຸດທີ່ຜູ້ຄົນຄວນສະແຫວງຫາ. ເພິ່ນສາມາດຮັກພຣະເຈົ້າໄດ້ຢ່າງຈິງໃຈ, ເພິ່ນຮຽນຮູ້ວິທີການຕອບແທນພຣະເຈົ້າ, ເພິ່ນໄດ້ຮັບຄວາມຈິງບາງຢ່າງ ແລະ ເພິ່ນມີຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງ. ຈາກທຸກສິ່ງທີ່ເປໂຕໄດ້ເວົ້າໃນລະຫວ່າງການທົດລອງຂອງເພິ່ນ, ມັນສາມາດເຫັນໄດ້ວ່າ ເພິ່ນເປັນຄົນທີ່ມີຄວາມເຂົ້າໃຈຫຼາຍທີ່ສຸດຢ່າງແນ່ນອນກ່ຽວກັບພຣະເຈົ້າ. ເພາະເພິ່ນມາເຂົ້າໃຈຄວາມຈິງຫຼາຍຢ່າງຈາກພຣະທຳຂອງພຣະເຈົ້າ, ເສັ້ນທາງຂອງເພິ່ນຈຶ່ງສົດໃສຂຶ້ນເລື້ອຍໆ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຂຶ້ນເລື້ອຍໆ. ຖ້າເປໂຕບໍ່ມີຄວາມຈິງນີ້, ແລ້ວເສັ້ນທາງທີ່ເພິ່ນຍ່າງຕາມກໍ່ບໍ່ສາມາດເປັນເສັ້ນທາງທີ່ຖືກຕ້ອງຂະໜາດນັ້ນ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 389)
ເປໂຕມີສັດທາຕໍ່ເຮົາເປັນເວລາຫຼາຍປີ ແຕ່ລາວບໍ່ເຄີຍຈົ່ມ ແລະ ບໍ່ເຄີຍມີຄວາມບໍ່ພໍໃຈ; ແມ່ນແຕ່ໂຢບກໍບໍ່ທຽບເທົ່າກັບລາວ ແລະ ຕະຫຼອດຍຸກຕ່າງໆ ພວກນັກບຸນກໍບໍ່ທຽບເທົ່າເປໂຕ. ລາວບໍ່ພຽງແຕ່ສະແຫວງຫາທີ່ຈະຮູ້ຈັກເຮົາ ແຕ່ຍັງມາຮູ້ຈັກເຮົາໃນຊ່ວງເວລາທີ່ຊາຕານສະແດງແຜນການອຸບາຍຂອງມັນ. ສິ່ງນີ້ເຮັດໃຫ້ເປໂຕຮັບໃຊ້ເຮົາເປັນເວລາຫຼາຍປີ ໂດຍສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ຍ້ອນເຫດຜົນນີ້ ລາວຈຶ່ງບໍ່ເຄີຍຖືກຊາຕານຫຼອກໃຊ້. ເປໂຕຖອດເອົາບົດຮຽນຈາກຄວາມເຊື່ອຂອງໂຢບ ແຕ່ກໍຍັງເຂົ້າໃຈຄວາມບົກຜ່ອງຂອງໂຢບໄດ້ຢ່າງຊັດເຈນ. ເຖິງໂຢບຈະມີຄວາມເຊື່ອອັນຍິ່ງໃຫຍ່ ແຕ່ລາວກໍຂາດຄວາມຮູ້ກ່ຽວກັບບັນຫາໃນໂລກແຫ່ງວິນຍານ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງເວົ້າຫຼາຍຄໍາທີ່ບໍ່ສອດຄ່ອງກັບຄວາມເປັນຈິງ; ນີ້ສະແດງໃຫ້ເຫັນວ່າ ຄວາມຮູ້ຂອງໂຢບນັ້ນຕື້ນ ແລະ ບໍ່ສາມາດເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ເປໂຕຈຶ່ງສຸມໃສ່ການຮັບຄວາມຮູ້ສຶກແຫ່ງວິນຍານຕະຫຼອດ ແລະ ເອົາໃຈໃສ່ກັບການສັງເກດເບິ່ງພະລັງຂອງໂລກແຫ່ງວິນຍານ. ດ້ວຍເຫດນັ້ນ, ລາວບໍ່ພຽງແຕ່ສາມາດຄົ້ນຫາບາງສິ່ງທີ່ເຮົາປາດຖະໜາເທົ່ານັ້ນ ແຕ່ຍັງມີຄວາມຮູ້ເລັກນ້ອຍກ່ຽວກັບແຜນການອຸບາຍຂອງຊາຕານ. ຍ້ອນສິ່ງນີ້ ຄວາມຮູ້ຂອງລາວກ່ຽວກັບເຮົາຈຶ່ງມີຫຼາຍກວ່າຄົນອື່ນຕະຫຼອດຍຸກຕ່າງໆ.
ຈາກປະສົບການຂອງເປໂຕ, ມັນບໍ່ຍາກທີ່ຈະເຫັນວ່າ ຖ້າມະນຸດປາດຖະໜາທີ່ຈະຮູ້ຈັກເຮົາ ພວກເຂົາຕ້ອງສຸມໃສ່ກັບການພິຈາລະນາຢ່າງລະອຽດພາຍໃນຈິດວິນຍານຂອງພວກເຂົາ. ເຮົາບໍ່ໄດ້ຂໍໃຫ້ເຈົ້າ “ອຸທິດ” ດ້ານພາຍນອກບາງສ່ວນໃຫ້ກັບເຮົາ; ນີ້ແມ່ນເລື່ອງສໍາຮອງ. ຖ້າເຈົ້າບໍ່ຮູ້ຈັກເຮົາ ແລ້ວຄວາມເຊື່ອ, ຄວາມຮັກ ແລະ ຄວາມຈົງຮັກພັກດີທັງໝົດ ທີ່ເຈົ້າເວົ້າເຖິງກໍຈະເປັນຄວາມເພີ້ຝັນ; ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ບໍ່ມີສາລະ ແລະ ເຈົ້າກໍຈະກາຍເປັນຄົນທີ່ໂອ້ອວດຕໍ່ໜ້າເຮົາ ແຕ່ບໍ່ຮູ້ຈັກຕົວເອງຢ່າງແນ່ນອນ. ແລ້ວເຈົ້າກໍຈະຕິດກັບດັກຂອງຊາຕານອີກຄັ້ງ ແລະ ຈະບໍ່ສາມາດປົດປ່ອຍຕົວເອງໄດ້; ເຈົ້າຈະກາຍເປັນບຸດແຫ່ງອະເວຈີ ແລະ ເປັນສິ່ງທີ່ຕ້ອງຖືກທໍາລາຍ. ຢ່າງໃດກໍຕາມ, ຖ້າເຈົ້າເຢັນຊາ ແລະ ບໍ່ໃສ່ໃຈກັບພຣະທໍາຂອງເຮົາ ເຈົ້າກໍຈະຕໍ່ຕ້ານເຮົາໂດຍທີ່ບໍ່ຕ້ອງສົງໄສເລີຍ. ນີ້ແມ່ນຄວາມຈິງ ແລະ ເຈົ້າຈະເຮັດໄດ້ດີຖ້າເຈົ້າໄດ້ເບິ່ງວິນຍານທັງຫຼາຍ ແລະ ຕ່າງໆນາໆ ທີ່ຖືກເຮົາຂ້ຽນຕີ ຜ່ານປະຕູໂຂງຂອງໂລກແຫ່ງວິນຍານ. ໃນບັນດາພວກເຂົາ ແມ່ນມີວິນຍານໃດທີ່ໄດ້ຜະເຊີນກັບພຣະທໍາຂອງເຮົາ ແລ້ວນິ້ງເສີຍ, ບໍ່ໃສ່ໃຈ ແລະ ບໍ່ຍອມຮັບ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ເຍາະເຍີ້ຍພຣະທໍາຂອງເຮົາ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ໄດ້ພະຍາຍາມທີ່ຈະຊອກຫາຄວາມຜິດໃນພຣະທໍາຂອງເຮົາ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ໄດ້ໃຊ້ພຣະທໍາຂອງເຮົາເປັນ “ອາວຸດປ້ອງກັນ” ເພື່ອ “ປົກປ້ອງ” ຕົວເອງ? ພວກເຂົາບໍ່ໄດ້ໃຊ້ເນື້ອຫາຂອງພຣະທໍາຂອງເຮົາເປັນວິທີທາງໃນການຮູ້ຈັກເຮົາ ແຕ່ພຽງເປັນຂອງຫຼິ້ນເພື່ອຫຼິ້ນນໍາ. ໃນສິ່ງນີ້ ພວກເຂົາບໍ່ໄດ້ຂັດຂືນເຮົາໂດຍກົງບໍ? ພຣະທໍາຂອງເຮົາແມ່ນເພື່ອໃຜ? ໃຜຄືພຣະວິນຍານຂອງເຮົາ? ເຮົາໄດ້ຖາມຄໍາຖາມດັ່ງກ່າວກັບພວກເຈົ້າຫຼາຍຄັ້ງ, ແຕ່ເຈົ້າໄດ້ຮັບຄວາມເຂົ້າໃຈທີ່ສູງສົ່ງຂຶ້ນ ແລະ ຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ? ພວກເຈົ້າເຄີຍປະສົບກັບສິ່ງເຫຼົ່ານັ້ນຢ່າງແທ້ຈິງບໍ? ເຮົາຂໍເຕືອນພວກເຈົ້າອີກຄັ້ງ: ຖ້າພວກເຈົ້າບໍ່ຮູ້ຈັກພຣະທໍາຂອງເຮົາ ແລະ ບໍ່ຍອມຮັບພວກມັນ ແລະ ເອົາພວກມັນມາປະຕິບັດ, ພວກເຈົ້າກໍຈະກາຍເປັນເປົ້າໝາຍແຫ່ງການຂ້ຽນຕີຂອງເຮົາຢ່າງຫຼີກເວັ້ນບໍ່ໄດ້! ພວກເຈົ້າຈະກາຍເປັນເຫຍື່ອຂອງຊາຕານຢ່າງແນ່ນອນ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 8
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 390)
ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງພວກເຂົາຈະລຶ້ງເຄີຍກັບຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຈຶ່ງຂາດຄຸນສົມບັດທີ່ພຣະເຈົ້າຕ້ອງການ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມຄວາມປະສົງຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ອີກຢ່າງ ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເໜັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງຜະເຊີນກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ລົບລ້າງອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າໃນລັກສະນະນີ້ແມ່ນໄດ້ສູນເສຍຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາອາດສືບຕໍ່ເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ, ນັ້ນກໍຍ້ອນວ່າ ພວກເຂົາຍ່າງໃນເສັ້ນທາງທີ່ຜິດ. ປັດຈຸບັນນີ້, ຍັງມີຜູ້ຄົນທີ່ເຊື່ອໃນພຣະເຈົ້າຕາມຕົວໜັງສື ແລະ ໃນທິດສະດີທີ່ວ່າງເປົ່າ. ພວກເຂົາບໍ່ຮູ້ວ່າ ພວກເຂົາຂາດແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ. ແຕ່ພວກເຂົາກໍຍັງອະທິຖານຂໍພອນເພື່ອຄວາມປອດໄພ ແລະ ຄວາມກະລຸນາຢ່າງພຽງພໍຈາກພຣະເຈົ້າ. ໃຫ້ພວກເຮົາຢຸດ, ເຮັດໃຫ້ຫົວໃຈຂອງພວກເຮົາສະຫງົບ ແລະ ຖາມຕົນເອງວ່າ: ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າເປັນເລື່ອງທີ່ງ່າຍທີ່ສຸດແທ້ໃນໂລກນີ້? ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າບໍ່ມີຄວາມໝາຍຫຍັງນອກຈາກເປັນການຮັບເອົາຄວາມກະລຸນາຢ່າງໃຫຍ່ຫຼວງຈາກພຣະເຈົ້າ? ຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ຫຼື ເຊື່ອໃນພຣະອົງ ແຕ່ຕໍ່ຕ້ານພຣະອົງ ຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 391)
ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ມັນບໍ່ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພິ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພິ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປັດຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື ບໍ່ສາມາດຝັງຮາກລົງໃນມະນຸດໄດ້. ຄວາມຮັກແບບນີ້ ແມ່ນຄືດອກໄມ້ທີ່ເບັ່ງບານ ແລະ ຫ່ຽວແຫ້ງລົງໂດຍທີ່ບໍ່ອອກໝາກ. ເວົ້າອີກຢ່າງໜຶ່ງວ່າ ພາຍຫຼັງທີ່ເຈົ້າໄດ້ຮັກພຣະເຈົ້າຄັ້ງໜຶ່ງໃນແບບດັ່ງກ່າວແລ້ວ ແລະ ບໍ່ມີຜູ້ໃດນຳພາເຈົ້າໄປຕາມເສັ້ນທາງຂ້າງໜ້າ, ເຈົ້າກໍຈະລົ້ມລົງ. ຖ້າວ່າ ເຈົ້າສາມາດຮັກພຣະເຈົ້າໄດ້ ສະເພາະໃນເວລາທີ່ຮັກພຣະເຈົ້າ ແລະ ຫຼັງຈາກນັ້ນ ນິໄສໃນຊີວິດຂອງເຈົ້າຍັງບໍ່ປ່ຽນແປງ, ແລ້ວເຈົ້າກໍ່ຈະສືບຕໍ່ບໍ່ສາມາດຫຼົບໜີຈາກການຫໍ່ຫຸ້ມຂອງອິດທິພົນແຫ່ງຄວາມມືດ, ເຈົ້າຈະສືບຕໍ່ບໍ່ສາມາດຫຼຸດພົ້ນຈາກການຜູກມັດຂອງຊາຕານ ແລະ ການຫຼອກລວງຂອງມັນ. ບໍ່ມີບຸກຄົນໃດເຊັ່ນນີ້ສາມາດຖືກເລືອກໂດຍພຣະເຈົ້າຢ່າງສົມບູນ; ໃນທ້າຍທີ່ສຸດແລ້ວ, ວິນຍານ, ຈິດສຳນຶກ ແລະ ຮ່າງກາຍຂອງພວກເຂົາ ກໍຍັງຈະເປັນຂອງຊາຕານ. ສິ່ງດັ່ງກ່າວນີ້ບໍ່ແມ່ນເລື່ອງທີ່ຕ້ອງສົງໄສ. ມະນຸດທັງໝົດທີ່ບໍ່ໄດ້ຖືກເລືອກໂດຍພຣະເຈົ້າຢ່າງສົມບູນ ກໍຈະກັບຄືນໄປສູ່ສະຖານທີ່ເດີມຂອງຕົນ ຊຶ່ງນັ້ນກໍແມ່ນການກັບໄປຫາຊາຕານ ແລະ ພວກເຂົາກໍຈະລົງໄປໃນບຶງໄຟນະຮົກ ແລະ ກຳມະຖັນເຜົາໄໝ້ ເພື່ອຮັບເອົາການລົງໂທດໃນຂັ້ນຕໍ່ໄປຈາກພຣະເຈົ້າ. ຜູ້ທີ່ຖືກພຣະເຈົ້າຮັບເອົາ ແມ່ນຜູ້ທີ່ປະຖິ້ມຊາຕານ ແລະ ໂຕນໜີອອກຈາກອານາເຂດຂອງຊາຕານ. ພວກເຂົາຈະຖືກນັບທ່າມກາງປະຊາຊົນຂອງອານາຈັກຢ່າງເປັນທາງການ. ນີ້ແມ່ນວິທີການເຂົ້າເປັນປະຊາຊົນຂອງອານາຈັກ. ເຈົ້າຍິນດີທີ່ຈະກາຍມາເປັນຄົນປະເພດນີ້ບໍ? ເຈົ້າຍິນດີທີ່ຖືກຮັບເອົາໂດຍພຣະເຈົ້າບໍ? ເຈົ້າຍິນດີຈະໂຕນໜີຈາກອານາເຂດຂອງຊາຕານ ແລ້ວກັບຄືນໄປຫາພຣະເຈົ້າບໍ? ຕອນນີ້ ເຈົ້າເປັນຂອງຊາຕານ ຫຼື ເຈົ້າຖືກນັບເປັນປະຊາຊົນຂອງອານາຈັກ? ສິ່ງທັງຫຼາຍນີ້ ຄວນຈະແຈ້ງແລ້ວ ແລະ ບໍ່ຈຳເປັນຕ້ອງມີຄຳອະທິບາຍໃດໆຕື່ມອີກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ເຊື່ອຄວນມີມຸມມອງແບບໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 392)
ໃນອະດີດຜ່ານມາ, ຫຼາຍຄົນໄດ້ສະແຫວງຫາຄວາມທະເຍີທະຍານ ແລະ ຄວາມຄິດທີ່ຕື່ນເຕັ້ນ, ພວກເຂົາສະແຫວງຫາ ເນື່ອງຈາກມັນເປັນຄວາມຫວັງຂອງພວກເຂົາເອງ. ໃຫ້ເຮົາວາງບັນຫາດັ່ງກ່າວໄວ້ກ່ອນໃນຂະນະນີ້. ໃນປັດຈຸບັນ, ສິ່ງສຳຄັນຫຼັກແມ່ນການຊອກຫາວິທີທາງປະຕິບັດ ເພື່ອຊ່ວຍພວກເຈົ້າແຕ່ລະຄົນ ໃຫ້ສາມາດຮັກສາສະພາບອັນປົກກະຕິຕອນຢູ່ຕໍ່ໜ້າພຣະເຈົ້າ ແລ້ວຈຶ່ງຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ເພື່ອວ່າ ພວກເຈົ້າຈະໄດ້ຖືກຮັບເອົາໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ໃນໂລກ ຕາມທີ່ພຣະເຈົ້າຮ້ອງຂໍຈາກເຈົ້າ. ພຽງທາງນີ້ເທົ່ານັ້ນທີ່ເຈົ້າຈະສາມາດເຕີມເຕັມພຣະປະສົງຂອງພຣະເຈົ້າໄດ້. ຫຼາຍຄົນເຊື່ອໃນພຣະເຈົ້າ, ແຕ່ກໍຍັງບໍ່ທັນຮູ້ວ່າ ພຣະເຈົ້າປະສົງສິ່ງໃດ ຫຼື ຊາຕານຕ້ອງການຫຍັງ. ພວກເຂົາເຊື່ອຢ່າງສັບສົນ, ພຽງແຕ່ໄຫຼໄປຕາມກະແສ ແລະ ຈຶ່ງບໍ່ເຄີຍໄດ້ມີຊີວິດປົກກະຕິແບບຊາວຄຣິສຕຽນ; ມີສິ່ງໃດເພີ່ມເຕີມອີກ, ພວກເຂົາບໍ່ເຄີຍໄດ້ມີຄວາມສຳພັນສ່ວນຕົວແບບປົກກະຕິ, ຍິ່ງໄກທີ່ຈະມີຄວາມສຳພັນກັບພຣະເຈົ້າ. ຈາກນີ້ ມັນສາມາດເຫັນໄດ້ວ່າ ບັນຫາ ແລະ ຄວາມຜິດພາດຂອງມະນຸດ ແລະ ປັດໃຈອື່ນໆ ທີ່ຂັດຂວາງຕໍ່ຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີຫຼາຍ. ນີ້ແມ່ນພຽງພໍແລ້ວ ທີ່ຈະພິສູດວ່າ ມະນຸດຍັງບໍ່ໄດ້ຢູ່ໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າທີ່ຖືກຕ້ອງ ຫຼື ຍັງບໍ່ໄດ້ເຂົ້າໄປໃນປະສົບການທີ່ແທ້ຈິງຂອງຊີວິດມະນຸດ. ດັ່ງນັ້ນ, ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງແມ່ນຫຍັງ? ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງ ໝາຍຄວາມວ່າ ເຈົ້າສາມາດເຮັດໃຫ້ຈິດໃຈສະຫງົບເວລາຢູ່ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ແລະ ເພີດເພີນໃນການສົນທະນາກັບພຣະເຈົ້າປົກກະຕິ, ແລ້ວຄ່ອຍໆເຂົ້າມາຮູ້ຈັກວ່າ ມະນຸດຍັງຂາດຫຍັງ ແລະ ຮັບເອົາຄວາມຮູ້ອັນເລິກເຊິ່ງຂອງພຣະເຈົ້າຢ່າງຊ້າໆ. ຈາກນີ້ໄປ, ວິນຍານຂອງເຈົ້າຈະໄດ້ຮັບຄວາມຮູ້ໃໝ່ ແລະ ແສງສະຫວ່າງໃໝ່ທຸກມື້. ກໍຈະເຫັນສິ່ງໃໝ່ໆໃນແຕ່ລະວັນ ແລະ ຮູ້ແຈ້ງຕໍ່ວິນຍານຂອງເຈົ້າ; ເຈົ້າສະແຫວງຫາຫຼາຍຍິ່ງຂຶ້ນ ແລະ ຫຼາຍຍິ່ງຂຶ້ນ ເພື່ອເຂົ້າເຖິງຄວາມຈິງ. ໃນແຕ່ລະວັນ, ຈະມີແສງສະຫວ່າງໃໝ່ ແລະ ຄວາມເຂົ້າໃຈອັນໃໝ່. ຜ່ານເສັ້ນທາງນີ້, ເຈົ້າກໍຈະຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ແລະ ຊີວິດຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນກວ່າເກົ່າ. ມະນຸດຜູ້ທີ່ເປັນດັ່ງນີ້ແມ່ນໄດ້ເຂົ້າມາສູ່ເສັ້ນທາງທີ່ຖືກຕ້ອງ. ປະເມີນປະສົບການຕົວຈິງຂອງເຈົ້າ ແລະ ພິຈາລະນາເສັ້ນທາງທີ່ເຈົ້າໄດ້ເລືອກໃນຄວາມເຊື່ອຂອງເຈົ້າ: ເມື່ອເຈົ້າຍົກສິ່ງເຫຼົ່ານັ້ນເພື່ອທຽບໃສ່ສິ່ງທີ່ຖືກອະທິບາຍຢູ່ຂ້າງເທິງ, ເຈົ້າເຫັນວ່າຕົນເອງຢູ່ເທິງເສັ້ນທາງທີ່ຖືກຕ້ອງບໍ? ໃນກໍລະນີໃດທີ່ເຈົ້າໄດ້ຫຼຸດພົ້ນອອກຈາກໂສ້ຂອງຊາຕານ ແລະ ຈາກອິດທິພົນຂອງຊາຕານ? ຖ້າຫາກເຈົ້າຍັງບໍ່ທັນໄດ້ວາງຕົນໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ, ສາຍພົວພັນຂອງເຈົ້າກັບຊາຕານກໍ່ຍັງບໍ່ໄດ້ຖືກຕັດຂາດ. ດັ່ງນັ້ນ, ການສະແຫວງຫາຄວາມຮັກຕໍ່ພຣະເຈົ້າ ຈະສາມາດສົ່ງຜົນໃຫ້ເກີດຄວາມຮັກທີ່ແທ້ຈິງ, ມີການທຸ້ມເທ ແລະ ບໍລິສຸດໄດ້ບໍ? ເຈົ້າບອກວ່າ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນ ບໍ່ປ່ຽນແປງ ແລະ ຈິງໃຈ, ແຕ່ເຈົ້າກໍຍັງບໍ່ທັນຫຼຸດພົ້ນອອກຈາກໂສ້ຂອງຊາຕານ. ບໍ່ແມ່ນວ່າ ເຈົ້າກຳລັງຫຼອກລວງພຣະເຈົ້າບໍ? ຖ້າຫາກເຈົ້າປະສົງທີ່ຈະບັນລຸສະຖານະທີ່ຄວາມຮັກຂອງເຈົ້າສໍາລັບພຣະເຈົ້າປາສະຈາກສິ່ງປົນເປື້ອນ ແລະ ເຈົ້າກໍຫວັງທີ່ຈະຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ ແລະ ກາຍມາເປັນປະຊາຊົນຢູ່ໃນອານາຈັກ, ເຈົ້າກໍຕ້ອງວາງຕົນເອງໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ເຊື່ອຄວນມີມຸມມອງແບບໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 393)
ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດຂອງຜູ້ຄົນບໍ່ພຽງພໍເກີນໄປໃນການຮັບເອົາພຣະທໍາຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຈຸດປະສົງເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບເຈດຕະນາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມຈຸດປະສົງຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາດສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາແຫ່ງຊີວິດຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ ແລະ ເລີ່ມຕົ້ນຊີວິດໃໝ່ຫຼັງຈາກທີ່ເລີ່ມຕົ້ນເຊື່ອໃນພຣະເຈົ້າ. ມະນຸດລົ້ມເຫຼວໃນການເຮັດຕາມພຣະທໍາຂອງພຣະເຈົ້າທີ່ເປັນຄວາມຈິງ ຫຼື ຖືວ່າມັນເປັນຄວາມຈິງ, ປະຕິບັດຕາມັນ.
ຕົວຢ່າງເຊັ່ນ ການເຊື່ອໃນພຣະເຢຊູ. ບໍ່ວ່າຄົນໆໜຶ່ງຫາກໍ່ເລີ່ມເຊື່ອ ຫຼື ເຊື່ອມາເປັນເວລາດົນແລ້ວກໍຕາມ ທຸກຄົນພຽງແຕ່ນໍາໃຊ້ “ພອນສະຫວັນ” ທີ່ພວກເຂົາມີ ແລະ ສະແດງໃຫ້ເຫັນເຖິງ “ທັກສະ” ທີ່ພວກເຂົາມີ. ຜູ້ຄົນພຽງແຕ່ເພີ່ມ “ຄວາມເຊື່ອໃນພຣະເຈົ້າ”, ເຊິ່ງເປັນຄຳສັບຫ້າຄຳ ເຂົ້າໃນຊີວິດປະຈຳວັນຂອງພວກເຂົາ, ແຕ່ບໍ່ໄດ້ສ້າງຄວາມປ່ຽນແປງຫຍັງໃຫ້ກັບອຸປະນິໄສຂອງພວກເຂົາ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເຕີບໂຕແມ່ນແຕ່ໜ້ອຍດຽວ. ການສະແຫວງຫາຂອງພວກເຂົາບໍ່ເຢັນບໍ່ຮ້ອນ. ພວກເຂົາບໍ່ໄດ້ເວົ້າວ່າ ພວກເຂົາຈະປະຖິ້ມຄວາມເຊື່ອຂອງພວກເຂົາ, ແຕ່ພວກເຂົາກໍ່ບໍ່ໄດ້ອຸທິດຕົນໃຫ້ກັບພຣະເຈົ້າທັງໝົດ. ພວກເຂົາບໍ່ເຄີຍຮັກພຣະເຈົ້າຢ່າງແທ້ຈິງ ຫຼື ເຊື່ອຟັງພຣະອົງ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນການປະສົມປະສານລະຫວ່າງຈິງໃຈ ແລະ ແກ້ງເຮັດໄປພ້ອມໆກັນ; ພວກເຂົາຫຍັບເຂົ້າໃກ້ມັນດ້ວຍຕາຂ້າງໜຶ່ງເປີດ ແລະ ຕາອີກຂ້າງປິດຢູ່ ແລະ ບໍ່ຈິງຈັງໃນການປະຕິບັດຄວາມເຊື່ອຂອງພວກເຂົາ. ພວກເຂົາສືບຕໍ່ຢູ່ໃນສະພາວະສັບສົນເຊັ່ນນີ້ ແລະ ຕາຍຢ່າງປິດສະໜາ. ແມ່ນຫຍັງຄືປະເດັນຂອງທຸກສິ່ງເຫຼົ່ານັ້ນ? ວັນນີ້ ເພື່ອເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງວາງຕີນບົນ ເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ ສະແຫວງຫາເພື່ອຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການສ່ອງສະຫວ່າງຂອງພຣະອົງ ແລະ ຜ່ານການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈສ່ວນເລິກຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ແລະ ບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຢູ່ໃນການຄອບຄອງຂອງພຣະເຈົ້າແລ້ວ ແລະ ບໍ່ມີສິ່ງອື່ນອີກທີ່ສາມາດຄອບຄອງເຈົ້າໄດ້. ຜ່ານປະສົບການຂອງເຈົ້າ, ຜ່ານຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ຜ່ານພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ ແລະ ເມື່ອເຈົ້າເຮັດໄດ້ເຊັ່ນນັ້ນ, ເຈົ້າຈະເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຈະມາດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດເວົ້າໄດ້ວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີພວກເຈົ້າຄົນໃດທີ່ຄວນພໍໃຈກັບສະພາບການປັດຈຸບັນຂອງເລື່ອງຕ່າງໆ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ເຈົ້າບໍ່ສາມາດຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອໃດກໍ່ຕາມທີ່ພວກເຈົ້າກ່າວ ຫຼື ກະທຳ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເປັນທີ່ຊອບພຣະທັຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 394)
ຄວາມຜິດທີ່ໃຫຍ່ຫຼວງຂອງຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືພວກເຂົາເຊື່ອແຕ່ໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າຫາຍໄປຈາກຊີວິດປະຈຳວັນຂອງພວກເຂົາຢ່າງສິ້ນເຊີງ. ແນ່ນອນ ທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ປາກຂອງຄົນກ່າວຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງ ແຕ່ພຣະເຈົ້າມີພື້ນທີ່ພຽງໜ້ອຍດຽວໃນຫົວໃຈຂອງພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງພວກເຂົາຊໍ້າແລ້ວຊໍ້າອີກ. ຍ້ອນວ່າພວກເຂົາບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງພວກເຂົາ ເພື່ອວ່າພວກເຂົາອາດຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕພວກເຂົາເອງໃນທ່າມກາງການທົດລອງເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ ມະນຸດຈະກັບກາຍເປັນລູກຫຼານຂອງອັກຄະເທວະດາ ແລະ ເລີ່ມເສື່ອມຊາມຫຼາຍຂຶ້ນເລື້ອຍໆ. ໃນຂະບວນການແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ລະຄົນປະຖິ້ມຄວາມຕັ້ງໃຈຫຼາຍຢ່າງ ແລະ ເປົ້າໝາຍພາຍໃຕ້ການຊຳລະລ້າງທີ່ບໍ່ຢຸດຢັ້ງຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນຜູ້ຄົນໄດ້. ກ່ອນອື່ນ ພຣະເຈົ້າຊຳລະລ້າງຜູ້ຄົນໃຫ້ບໍລິສຸດ ແລະ ຜ່ານຂະບວນການນີ້ ພວກເຂົາອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງພວກເຂົາ. ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາພວກເຂົາໄດ້ ແລະ ເມື່ອນັ້ນເທົ່ານັ້ນ ຫົວໃຈຂອງພວກເຂົາຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນເຮົາຈຶ່ງເວົ້າວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ ແລະ ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ຄົນເຮົາສາມາດມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ. ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ເປັນເປົ້າໝາຍແຫ່ງການສະແຫວງຫາຂອງມະນຸດ. ເຈົ້າຄວນພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະເກີດໝາກຜົນໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະສູນເປົ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງຈະຖືວ່າສົມບູນ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ໃນເສັ້ນທາງນີ້ ຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢູ່ຈົນແກ່ເຖົ້າຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ຫຼື ເປັນພະຍານໃຫ້ກັບພຣະເຈົ້າໄດ້; ກົງກັນຂ້າມ, ພວກເຂົາທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ ແລະ ເມື່ອພວກເຂົາໃກ້ຕາຍເທົ່ານັ້ນ ພວກເຂົາຈຶ່ງເຫັນໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ຜູ້ຄົນສາມາດເຮັດໄດ້ ພຽງແຕ່ເຂົາທຸ້ມເທຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຍ້ອນຫົວໃຈຂອງຜູ້ຄົນເຄີຍຖືກຄອບງຳໂດຍຜີຮ້າຍ ພວກເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້ ແລະ ຟ້າວຟັ່ງເພື່ອເຫັນແກ່ເນື້ອໜັງຂອງຕົນຢູ່ເລື້ອຍໆ ໂດຍມີຫຍັງທີ່ຈະສະແດງໃຫ້ເຫັນໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ຜູ້ຄົນຈຶ່ງປະສົບກັບບັນຫາ ແລະ ຄວາມຍາກລຳບາກຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນຄວາມເສື່ອມຊາມຂອງເນື້ອໜັງບໍ? ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ເຮັດແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ດິ້ນລົນເພື່ອຜົນປະໂຫຍດ ແລະ ຊື່ສຽງ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 395)
ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງຊີວິດ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ.
ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້:
1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ.
2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ.
3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ ເຈົ້າກໍ່ຈະມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ ເຊິ່ງໝາຍຄວາມວ່າ ເຈົ້າຈະມີຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຈາກຄວາມຮັກຂອງພຣະເຈົ້າ. ມີພຽງແຕ່ເມື່ອເຈົ້າມີຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເຈົ້າຈຶ່ງຈະເປັນຂອງພຣະເຈົ້າ.
4. ພວກເຂົາຕ້ອງຖືກຮັບໂດຍພຣະເຈົ້າ.
5. ພວກເຂົາຕ້ອງກາຍມາເປັນສິ່ງທີ່ສຳແດງເຖິງສະຫງ່າລາສີຂອງພຣະເຈົ້າເທິງແຜ່ນດິນໂລກ.
ຫ້າຫົວຂໍ້ນີ້ແມ່ນການຝາກຝັງຂອງເຮົາສຳລັບເຈົ້າ. ພຣະທຳຂອງເຮົາຖືກກ່າວຕໍ່ປະຊາຊົນຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈຍອມຮັບເອົາການຝາກຝັງເຫຼົ່ານີ້, ເຮົາຈະບໍ່ບັງຄັບເຈົ້າ ແຕ່ຖ້າເຈົ້າຍອມຮັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ແລ້ວເຈົ້າກໍ່ຈະສາມາດປະຕິບັດຄວາມປະສົງຂອງພຣະເຈົ້າໄດ້. ໃນປັດຈຸບັນ ເຈົ້າເລີ່ມຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍເປັນປະຊາຊົນຂອງອານາຈັກ ແລະ ບັນລຸຕາມມາດຕະຖານທີ່ຈຳເປັນສຳລັບປະຊາຊົນໃນອານາຈັກ. ນີ້ຄືບາດກ້າວທຳອິດຂອງທາງເຂົ້າ. ຖ້າເຈົ້າປາດຖະໜາປະຕິບັດຄວາມປະສົງຂອງພຣະເຈົ້າຢ່າງສົມບູນ ແລ້ວເຈົ້າຕ້ອງຍອມຮັບການຝາກຝັງທັງຫ້າເຫຼົ່ານີ້ ແລະ ຖ້າເຈົ້າສາມາດເຮັດຫ້າຂໍ້ນັ້ນໃຫ້ສຳເລັດໄດ້ ເຈົ້າກໍ່ຈະເປັນທີ່ພໍໃຈພຣະເຈົ້າ ແລະ ພຣະເຈົ້າຈະໃຊ້ເຈົ້າໃຫ້ເກີດປະໂຫຍດຢ່າງຍິ່ງໃຫຍ່ແນ່ນອນ. ສິ່ງທີ່ສຳຄັນໃນປັດຈຸບັນຄືການເຂົ້າສູ່ການຝຶກຝົນແຫ່ງອານາຈັກ. ການເຂົ້າສູ່ການຝຶກຝົນແຫ່ງອານາຈັກກ່ຽວພັນກັບຊີວິດທາງຝ່າຍວິນຍານ. ທີ່ຜ່ານມາແມ່ນບໍ່ມີການສົນທະນາກ່ຽວກັບຊີວິດຝ່າຍວິນຍານ ແຕ່ໃນປັດຈຸບັນ ເມື່ອເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກ ເຈົ້າກໍ່ເຂົ້າສູ່ຊີວິດຝ່າຍວິນຍານຢ່າງເປັນທາງການ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 396)
ຊີວິດຝ່າຍວິນຍານແມ່ນຊີວິດແບບໃດ? ຊີວິດຝ່າຍວິນຍານແມ່ນຊີວິດທີ່ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ສາມາດໃສ່ໃຈກັບຄວາມຮັກຂອງພຣະເຈົ້າ. ມັນເປັນຊີວິດທີ່ເຈົ້າດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດສາມາດຄອບຄອງຫົວໃຈຂອງເຈົ້າ ແລະ ເຈົ້າສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ ແລະ ຖືກນໍາພາໂດຍແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນເພື່ອເຮັດໜ້າທີ່ຂອງເຈົ້າໃຫ້ສຳເລັດ. ຊີວິດດັ່ງກ່າວລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຊີວິດຝ່າຍວິນຍານ. ຖ້າເຈົ້າບໍ່ສາມາດປະຕິບັດຕາມແສງສະຫວ່າງຂອງປັດຈຸບັນ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເກີດມີຄວາມຫ່າງເຫີນກັນຂຶ້ນ, ມັນອາດເຖິງກັບແຕກຫັກ ແລະ ເຈົ້າຈະບໍ່ມີຊີວິດຝ່າຍວິນຍານທີ່ທຳມະດາ. ຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຍອມຮັບເອົາພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາບໍ? ເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິບໍ? ເຈົ້າເປັນຄົນທີ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ? ຖ້າເຈົ້າສາມາດຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແລະ ສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ ແລະ ເຂົ້າສູ່ພຣະທຳເຫຼົ່ານີ້ໄດ້ ແລ້ວເຈົ້າກໍ່ເປັນຄົນທີ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງໂດຍບໍ່ຕ້ອງສົງໄສ. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະປະຕິບັດພາລະກິດພາຍໃນຄົນທີ່ບໍ່ມີຄວາມປາດຖະໜາຢາກປັບປຸງຕົນເອງ ແລະ ຜົນຕາມມາກໍ່ຄື ຄົນເຫຼົ່ານັ້ນບໍ່ສາມາດຮວບຮວມກຳລັງຂອງພວກເຂົາຈັກເທື່ອ ແລະ ເປັນຄົນຂີ້ຄ້ານຢູ່ສະເໝີ. ໃນປັດຈຸບັນ ເຈົ້າຕິດຕາມກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຢູ່ໃນກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຫຼຸດພົ້ນຈາກສະພາວະທີ່ຂີ້ຄ້ານແລ້ວບໍ? ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າເປັນພື້ນຖານ ແລະ ຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ພວກເຂົາທຸກຄົນຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເຊື່ອວ່າ ພຣະທຳຂອງພຣະເຈົ້ານັ້ນເປັນຈິງ ແລະ ຖືກຕ້ອງໂດຍບໍ່ມີຂໍ້ສົງໄສ ແລະ ຖ້າເຈົ້າເຊື່ອພຣະທຳຂອງພຣະເຈົ້າ ບໍ່ວ່າພຣະອົງຈະກ່າວຫຍັງກໍ່ຕາມ ແລ້ວເຈົ້າກໍ່ເປັນຄົນທີ່ສະແຫວງຫາການເຂົ້າສູ່ພາລະກິດຂອງພຣະເຈົ້າ ແລະ ດ້ວຍວິທີນີ້ ເຈົ້າຈຶ່ງເຮັດສໍາເລັດຕາມຄວາມປະສົງຂອງພຣະເຈົ້າ.
ເພື່ອເຂົ້າສູ່ກະແສຂອງພຣະວິນຍານບໍລິສຸດ ເຈົ້າຕ້ອງມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ເຈົ້າຕ້ອງກຳຈັດສະພາວະທີ່ບໍ່ດີ້ນລົນໃຫ້ອອກຈາກຕົວເຈົ້າກ່ອນ. ບາງຄົນເຮັດຕາມຄົນສ່ວນຫຼາຍຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍ່ຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ; ຄົນເຫຼົ່ານັ້ນບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ ແລະ ມາດຕະຖານທີ່ພວກເຂົາສະແຫວງຫາກໍ່ຕໍ່າເກີນໄປ. ມີພຽງແຕ່ການສະແຫວງຫາເພື່ອຮັກພຣະເຈົ້າ ແລະ ເພື່ອໃຫ້ພຣະເຈົ້າຮັບເອົາຈຶ່ງແມ່ນຄວາມປະສົງຂອງພຣະເຈົ້າ. ມີຄົນພຽງແຕ່ໃຊ້ຈິດສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າໄດ້; ຍິ່ງມາດຕະຖານທີ່ເຈົ້າສະແຫວງຫາສູງພຽງໃດ ມັນກໍ່ຈະຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍພຽງນັ້ນ. ສໍາລັບຄົນທີ່ເປັນຄົນທຳມະດາ ແລະ ຄົນທີ່ພະຍາຍາມຮັກພຣະເຈົ້າ, ການເຂົ້າສູ່ອານາຈັກເພື່ອກາຍມາໜຶ່ງໃນເປັນປະຊາຊົນຂອງພຣະເຈົ້າຄືອະນາຄົດທີ່ແທ້ຈິງຂອງເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ມື້ນີ້ ເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງເຈົ້າແມ່ນມີຄວາມໝາຍທີ່ສຸດ. ມີພຽງແຕ່ຄົນກຸ່ມນີ້ ເຊິ່ງເປັນຄົນທີ່ຖືກຄັດເລືອກໂດຍພຣະເຈົ້າຈຶ່ງສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດໄດ້: ບໍ່ມີໃຜເທິງແຜ່ນດິນໂລກທີ່ສາມາດດຳລົງຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍແບບນັ້ນໄດ້. ຍ້ອນເຈົ້າຖືກຄັດເລືອກໂດຍພຣະເຈົ້າ ແລະ ຖືກພຣະເຈົ້າຍົກຂຶ້ນ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມຮັກທີ່ພຣະເຈົ້າມີໃຫ້ກັບເຈົ້າ, ເຈົ້າຈຶ່ງໄດ້ເຂົ້າໃຈຊີວິດຢ່າງແທ້ຈິງ ແລະ ຮູ້ຈັກໃຊ້ຊີວິດທີ່ມີຄຸນຄ່າທີ່ສຸດ. ນີ້ບໍ່ແມ່ນຍ້ອນການສະແຫວງຫາຂອງເຈົ້ານັ້ນດີ ແຕ່ຍ້ອນພຣະຄຸນຂອງພຣະເຈົ້າ; ຍ້ອນພຣະເຈົ້າເປັນຜູ້ທີ່ເປີດຕາແຫ່ງຈິດວິນຍານຂອງເຈົ້າ ແລະ ນັ້ນຄືພຣະວິນຍານຂອງພຣະເຈົ້າທີ່ສຳຜັດຫົວໃຈຂອງເຈົ້າ ໂດຍມອບໂອກາດທີ່ດີໃຫ້ເຈົ້າໄດ້ມາຢູ່ຕໍ່ໜ້າພຣະອົງ. ຖ້າພຣະວິນຍານຂອງພຣະເຈົ້າບໍ່ໃຫ້ສ່ອງແສງໃຫ້ແກ່ເຈົ້າ, ແລ້ວເຈົ້າຈະບໍ່ສາມາດເຫັນໃນສິ່ງທີ່ງົດງາມກ່ຽວກັບພຣະເຈົ້າໄດ້ ຫຼື ມັນເປັນໄປບໍ່ໄດ້ທີ່ເຈົ້າຈະຮັກພຣະເຈົ້າ. ທັງໝົດນີ້ກໍ່ຍ້ອນພຣະວິນຍານຂອງພຣະເຈົ້າໄດ້ສຳຜັດຫົວໃຈຂອງຄົນ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາຫັນມາຫາພຣະເຈົ້າ. ບາງເທື່ອ ເມື່ອເຈົ້າກໍາລັງຊື່ນຊົມກັບພຣະທຳຂອງພຣະເຈົ້າ ຈິດວິນຍານຂອງເຈົ້າໄດ້ສຳຜັດ ແລະ ເຈົ້າຮູ້ສຶກວ່າ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກຮັກພຣະເຈົ້າ, ມີກຳລັງແຮງກ້າທີ່ໃຫຍ່ຫຼວງພາຍໃນຕົວເຈົ້າ ແລະ ບໍ່ມີສິ່ງໃດທີ່ເຈົ້າບໍ່ສາມາດປ່ອຍວາງໄດ້. ຖ້າເຈົ້າຮູ້ສຶກແບບນີ້, ແລ້ວເຈົ້າແມ່ນໄດ້ຖືກພຣະວິນຍານຂອງພຣະເຈົ້າສຳຜັດ ແລະ ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ກ່າວວ່າ: “ໂອ ພຣະເຈົ້າ! ພວກຂ້ານ້ອຍໄດ້ຖືກກຳນົດຊະຕາໄວ້ລ່ວງໜ້າ ແລະ ຖືກເລືອກໂດຍພຣະອົງຢ່າງແທ້ຈິງ. ສະຫງ່າລາສີຂອງພຣະອົງມອບຄວາມພາກພູມໃຈໃຫ້ແກ່ຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກເປັນກຽດທີ່ໄດ້ເປັນໜຶ່ງໃນປະຊາຊົນຄົນຂອງພຣະອົງ. ຂ້ານ້ອຍຈະສະຫຼະທຸກສິ່ງ ແລະ ມອບທຸກຢ່າງເພື່ອປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ຈະອຸທິດເວລາໝົດປີຂອງຂ້ານ້ອຍ ແລະ ຕະຫຼອດຊີວິດໃຫ້ກັບພຣະອົງ”. ເມື່ອເຈົ້າອະທິຖານແບບນີ້, ມັນກໍ່ຈະມີຄວາມຮັກທີ່ບໍ່ສິ້ນສຸດ ແລະ ຄວາມເຊື່ອຟັງທີ່ແທ້ຈິງຕໍ່ພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເຄີຍມີປະສົບການດັ່ງກ່າວນີ້ບໍ? ຖ້າຄົນມັກໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າຢູ່ຕະຫຼອດ, ແລ້ວພວກເຂົາກໍ່ເຕັມໃຈເປັນພິເສດທີ່ຈະອຸທິດຕົນເອງຕໍ່ພຣະເຈົ້າດ້ວຍຄຳອະທິຖານຂອງພວກເຂົາ: “ໂອ ພຣະເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຫັນມື້ແຫ່ງຄວາມສະຫງ່າລາສີຂອງພຣະອົງ ແລະ ຂ້ານ້ອຍປາຖະໜາທີ່ຈະມີຊີວິດຢູ່ເພື່ອພຣະອົງ, ບໍ່ມີສິ່ງໃດທີ່ມີຄ່າ ຫຼື ມີຄວາມໝາຍໄປກວ່າການມີຊີວິດຢູ່ເພື່ອພຣະອົງ ແລະ ຂ້ານ້ອຍບໍ່ມີຄວາມປາຖະໜາແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່ເພື່ອຊາຕານ ແລະ ເນື້ອໜັງ. ພຣະອົງຍົກຂ້ານ້ອຍຂຶ້ນໂດຍເຮັດໃຫ້ຂ້ານ້ອຍສາມາດມີຊີວິດຢູ່ເພື່ອພຣະອົງໄດ້ໃນມື້ນີ້”. ເມື່ອເຈົ້າໄດ້ອະທິຖານໃນລັກສະນະນີ້ ເຈົ້າກໍ່ຈະຮູ້ສຶກວ່າ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ເຈົ້າຕ້ອງຮັບເອົາພຣະເຈົ້າ ແລະ ໃນຂະນະທີ່ເຈົ້າມີຊີວິດຢູ່ ເຈົ້າບໍ່ຢາກຕາຍຖ້າບໍ່ໄດ້ຮັບເອົາພຣະເຈົ້າເທື່ອ. ເມື່ອກ່າວຄຳອະທິຖານແບບນັ້ນ ມັນກໍ່ຈະມີກໍາລັງທີ່ບໍ່ຮູ້ຈັກໝົດພາຍໃນຕົວເຈົ້າ ແລະ ເຈົ້າຈະບໍ່ຮູ້ວ່າມັນມາຈາກໃສ; ໃນຫົວໃຈຂອງເຈົ້າ ມັນຈະມີລິດອຳນາດທີ່ບໍ່ມີຂີດຈຳກັດ ແລະ ເຈົ້າຈະມີຄວາມຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ ແລະ ພຣະອົງເໝາະສົມກັບຄວາມຮັກ. ນີ້ແມ່ນເວລາທີ່ເຈົ້າຈະໄດ້ຮັບການສຳຜັດຈາກພຣະເຈົ້າ. ທຸກຄົນທີ່ມີປະສົບການດັ່ງກ່າວແມ່ນໄດ້ຮັບການສຳຜັດຈາກພຣະເຈົ້າ. ສຳລັບຄົນທີ່ມັກໄດ້ຮັບການສຳຜັດຈາກພຣະເຈົ້າ ການປ່ຽນແປງກໍ່ຈະເກີດຂຶ້ນໃນຊີວິດຂອງພວກເຂົາ, ພວກເຂົາສາມາດຕັ້ງໃຈ ແລະ ເຕັມໃຈທີ່ຈະຮັບພຣະເຈົ້າຢ່າງສົມບູນ; ຄວາມຮັກຕໍ່ພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຂົາກໍ່ເຂັ້ມແຂງຂຶ້ນ ແລະ ຫົວໃຈຂອງພວກເຂົາກໍ່ຫັນມາຫາພຣະເຈົ້າຢ່າງສົມບູນ, ພວກເຂົາບໍ່ສົນໃຈຄອບຄົວ, ໂລກ, ຄວາມຫຍຸ້ງຍາກ ຫຼື ອະນາຄົດຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດໃຫ້ກັບພຣະເຈົ້າ. ທຸກຄົນທີ່ໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າກໍ່ເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ມີຄວາມຫວັງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 397)
ຄວາມສຳຄັນຫຼັກໃນການຕິດຕາມພຣະເຈົ້າກໍ່ຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ເພື່ອເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າສົນທະນາ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍ່ເປັນຄົນແປກໜ້າສຳລັບພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍ່ຕາມ, ພຣະເຈົ້າບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດປະວາງສິ່ງເຫຼົ່ານັ້ນໄວ້ ແລ້ວພວກມັນກໍ່ຈະເປັນອຸປະສັກທີ່ໃຫຍ່ຫຼວງໃນທາງເຂົ້າຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາຍັງຕິດຕາມບາດກ້າວຂອງພຣະເຈົ້າອິກດ້ວຍ ແຕ່ພວກເຂົາບໍ່ສາມາດຕິດຕາມຈົນຮອດປັດຈຸບັນ; ນີ້ຄືຮັບພອນສຳລັບປະຊາຊົນໃນຍຸກສຸດທ້າຍ. ຄົນທີ່ສາມາດຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຈົນພວກເຂົາຕິດ ຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປໃສກໍ່ຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນບໍ່ໄດ້ເຂົ້າສູ່ພາລະກິດແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍ່ຕາມ ຫຼື ການທົນທຸກຂອງພວກເຂົາມີຫຼາຍພຽງໃດກໍ່ຕາມ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍ່ຕາມ, ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ຕິດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສຂອງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ນອກຂອງກະແສຂອງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ມັນເປັນໄປບໍ່ໄດ້ທີ່ຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍ່ບໍ່ສາມາດເຮັດສິ່ງໃດໜຶ່ງທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍ່ຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດກໍ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າກໍ່ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ພຣະເຈົ້າຕ້ອງການການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດຕິດຕາມບາດກ້າວໃນພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍ່ມີຊີວິດຢູ່ທ່າມກາງແນວຄິດຕ່າງໆ. ການຮັບໃຊ້ຂອງຄົນດັ່ງກ່າວຂັດຂວາງ ແລະ ລົບກວນ ແລະ ການຮັບໃຊ້ດັ່ງກ່າວຢູ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າກໍ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຣະເຈົ້າໄດ້. “ການຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ການທີ່ສາມາດປະຕິບັດຕາມຄວາມຕ້ອງການໃນປັດຈຸບັນຂອງພຣະເຈົ້າ, ມີຄວາມສາມາດໃນການເຊື່ອຟັງ ແລະ ຕິດຕາມພຣະເຈົ້າໃນປັດຈຸບັນ ແລະ ເຂົ້າຕາມຖ້ອຍຄຳໃໝ່ທີ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຄົນນັ້ນຈຶ່ງຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການພົບເຫັນພຣະເຈົ້າ, ແຕ່ຍັງສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າຈາກພາລະກິດຫຼ້າສຸດຂອງພຣະອົງ ແລະ ສາມາດຮູ້ຈັກແນວຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ແກ່ນແທ້ຂອງມະນຸດຈາກພາລະກິດຫຼ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດບັນລຸການປ່ຽນແປງເທື່ອລະໜ້ອຍໃນອຸປະນິໄສຂອງພວກເຂົາໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງເປັນຄົນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ຄົ້ນພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ. ຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານແມ່ນຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດຂອງພຣະເຈົ້າໄດ້ ແລະ ຄົນທີ່ກະບົດຕໍ່ພາລະກິດຫຼ້າສຸດຂອງພຣະເຈົ້າ. ເຫດຜົນທີ່ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍກໍ່ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດໃໝ່ ແລະ ຍ້ອນພາບລັກຂອງພຣະເຈົ້າບໍ່ຄືກັນກັບສິ່ງທີ່ຢູ່ໃນແນວຄວາມຄິດຂອງພວກເຂົາ ເຊິ່ງຜົນຕາມມາຂອງສິ່ນີ້ກໍ່ຄື ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ຕັດສິນພຣະອົງ ເຊິ່ງສົ່ງຜົນໃຫ້ພຣະເຈົ້າກຽດຊັງ ແລະ ປະຕິເສດພວກເຂົາ. ການມີຄວາມຮູ້ກ່ຽວກັບພາລະກິດຫຼ້າສຸດຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍ, ແຕ່ຖ້າຄົນມີຈິດໃຈທີ່ຈະເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາກໍ່ຈະມີໂອກາດທີ່ຈະເຫັນພຣະເຈົ້າ ແລະ ຈະມີໂອກາດໄດ້ຮັບການນໍາພາໃໝ່ສຸດຈາກພຣະວິນຍານບໍລິສຸດ. ຄົນທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ່ສາມາດຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ ຫຼື ການນໍາພາຈາກພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າຄົນຈະສາມາດຮັບພາລະກິດຫຼ້າສຸດຂອງພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນຢູ່ກັບພຣະຄຸນຂອງພຣະເຈົ້າ, ມັນຂຶ້ນຢູ່ກັບການສະແຫວງຫາຂອງພວກເຂົາ ແລະ ມັນຂຶ້ນຢູ່ກັບເຈດຕະນາຂອງພວກເຂົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 398)
ທຸກຄົນທີ່ສາມາດເຊື່ອຟັງຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດພາລະກິດພາຍໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດຫຼ້າສຸດແມ່ນໄດ້ຮັບພອນຫຼາຍທີ່ສຸດ ແລະ ຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດຫຼ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການເວົ້າວ່າເຈົ້າຕ້ອງເປັນຍິງສາວບໍລິສຸດທີ່ຮັກສາພົມມະຈັນ? ຍິງສາວບໍລິສຸດທີ່ຮັກສາພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນແມ່ນສາມາດປະວາງແນວຄິດເກົ່າໆອອກໄປ ແລະ ເຊື່ອຟັງພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດໃນປັດຈຸບັນແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບພອນຫຼາຍທີ່ສຸດ. ເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເບິ່ງເຫັນການປາກົດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວຍຸກຕ່າງໆ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າເຈົ້າທີ່ເປັນຄົນກຸ່ມນີ້. ທັງໝົດນີ້ແມ່ນຍ້ອນພາລະກິດຂອງພຣະເຈົ້າ, ຍ້ອນການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງພຣະເຈົ້າ ແລະ ຍ້ອນພຣະຄຸນຂອງພຣະເຈົ້າ; ຖ້າພຣະເຈົ້າບໍ່ເວົ້າ ແລະ ກ່າວພຣະທຳຂອງພຣະອົງ, ສະພາບການຂອງພວກຈະເປັນຄືດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ບໍ? ດ້ວຍເຫດນັ້ນ ຂໍໃຫ້ສະຫງ່າລາສີ ແລະ ຄຳສັນລະເສີນທັງໝົດເປັນຂອງພຣະເຈົ້າ, ເພາະທຸກສິ່ງທຸກຢ່າງເກີດຂຶ້ນຍ້ອນພຣະເຈົ້າຍົກເຈົ້າຂຶ້ນ. ເມື່ອຄິດຫາສິ່ງເຫຼົ່ານີ້ແລ້ວ, ເຈົ້າຍັງຈະຂີ້ຄ້ານຢູ່ອີກບໍ? ກຳລັງຂອງເຈົ້າຍັງຈະບໍ່ສາມາດເພີ່ມຂຶ້ນບໍ?
ການທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຫຼໍ່ຫຼອມຈາກພຣະທຳຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍ່ຄືການທີ່ເຈົ້າສາມາດຮັບການຝາກຝັງຂອງພຣະເຈົ້າແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າກ່ອນທີ່ຍຸກຕ່າງໆຈະເລີ່ມຂຶ້ນ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ຕ້ອງກັງວົນເກີນໄປເມື່ອເຈົ້າຖືກຕີສອນ. ບໍ່ມີໃຜສາມາດນໍາພາລະກິດທີ່ຖືກເຮັດໃຫ້ສຳເລັດໃນຕົວເຈົ້າ ແລະ ພອນທີ່ໄດ້ມອບໃຫ້ກັບເຈົ້າໄປໃສໄດ້ ແລະ ບໍ່ມີໃຜສາມາດນໍາທຸກສິ່ງທີ່ໄດ້ມອບໃຫ້ກັບເຈົ້ານັ້ນໄປໃສໄດ້. ຄົນທີ່ເຄັ່ງສາສະໜາບໍ່ມີທາງທຽບກັບເຈົ້າໄດ້. ເຈົ້າບໍ່ມີຄວາມຊ່ຽວຊານຫຼາຍໃນພຣະຄຳພີ ແລະ ບໍ່ປະກອບມີຄວາມຮູ້ກ່ຽວກັບທິດສະດີທາງສາສະໜາ, ແຕ່ຍ້ອນພຣະເຈົ້າໄດ້ປະຕິບັດພາລະກິດໃນຕົວເຈົ້າ, ເຈົ້າຈຶ່ງໄດ້ຮັບຫຼາຍກວ່າຄົນອື່ນໆໃນຍຸກທັງໝົດ ແລະ ດັ່ງນັ້ນ, ນີ້ຄືພອນທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າ. ຍ້ອນສິ່ງນີ້, ເຈົ້າຈຶ່ງຕ້ອງອຸທິດຕົນໃຫ້ກັບພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ເຖິງກັບຈົງຮັກພັກດີກັບພຣະເຈົ້າຫຼາຍຂຶ້ນ. ຍ້ອນພຣະເຈົ້າຍົກເຈົ້າຂຶ້ນ, ເຈົ້າຈຶ່ງຕ້ອງເພີ່ມຄວາມພະຍາຍາມຂອງເຈົ້າ ແລະ ຕ້ອງກຽມພ້ອມວຸດທິພາວະຂອງເຈົ້າເພື່ອຍອມຮັບການຝາກຝັງຈາກພຣະເຈົ້າ. ເຈົ້າຕ້ອງຍຶດໝັ້ນໃນບ່ອນທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ, ສະແຫວງຫາເພື່ອກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ຍອມຮັບການຝຶກຝົນແຫ່ງອານາຈັກ, ຖືກພຣະເຈົ້າຮັບເອົາ ແລະ ກາຍມາເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າໃນທີ່ສຸດ. ເຈົ້າມີຄວາມຕັ້ງໃຈເຫຼົ່ານີ້ບໍ? ຖ້າເຈົ້າມີຄວາມຕັ້ງໃຈເຫຼົ່ານັ້ນ ແລ້ວເຈົ້າກໍ່ຈະຖືກຮັບເອົາໂດຍພຣະເຈົ້າໃນທີ່ສຸດຢ່າງແນ່ນອນ ແລະ ຈະກາຍມາເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າການຝາກຝັງຫຼັກກໍ່ຄືການຖືກຮັບເອົາໂດຍພຣະເຈົ້າ ແລະ ການເປັນພະຍານທີ່ມີສະຫງ່າລາສີຕໍ່ພຣະເຈົ້າ. ນີ້ຄືຄວາມປະສົງຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 399)
ພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນພະລັງໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງທີ່ຕໍ່ເນື່ອງຂອງພຣະວິນຍານບໍລິສຸດຕໍ່ມະນຸດໃນລະຫວ່າງຊ່ວງເວລານີ້ແມ່ນແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດ. ແລ້ວແມ່ນຫຍັງຄືແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ? ມັນຄືການນຳພາປະຊາຊົນເຂົ້າສູ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ. ມີຫຼາຍຂັ້ນຕອນເພື່ອເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ:
1. ຢ່າງທໍາອິດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງບໍ່ສະແຫວງຫາພຣະທຳຂອງພຣະເຈົ້າໃນອະດີດ ແລະ ຕ້ອງບໍ່ສຶກສາພຣະທຳເຫຼົ່ານັ້ນ ຫຼື ປຽບທຽບພວກມັນກັບພຣະທຳໃນປັດຈຸບັນ. ກົງກັນຂ້າມ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ຖ້າມີຄົນທີ່ຍັງປາດຖະໜາຈະອ່ານພຣະທຳຂອງພຣະເຈົ້າ, ໜັງສືຝ່າຍວິນຍານ ຫຼື ບົດເທດສະໜາອື່ນໆຈາກອະດີດ ແລະ ເປັນຄົນທີ່ບໍ່ຕິດຕາມພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ແລ້ວພວກເຂົາກໍ່ເປັນຄົນໂງ່ຈ້າທີ່ສຸດ; ພຣະເຈົ້າກຽດຊັງຄົນແບບນີ້. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໃນປັດຈຸບັນ ແລ້ວໃຫ້ເທຫົວໃຈຂອງເຈົ້າໃສ່ຖ້ອຍຄຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ນີ້ຄືສິ່ງທໍາອິດທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ.
2. ເຈົ້າຕ້ອງອະທິຖານບົນພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ສົນທະນາກັບພຣະເຈົ້າ ແລະ ຕັ້ງໃຈຕໍ່ໜ້າພຣະເຈົ້າ, ສ້າງມາດຕະຖານທີ່ເຈົ້າປາດຖະໜາຈະສະແຫວງໃຫ້ສຳເລັດ.
3. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຢ່າງເລິກເຊິ່ງ. ຢ່າຍຶດຕິດກັບຖ້ອຍທີ່ຫຼ້າສະໄໝ ແລະ ທິດສະດີຈາກອະດີດ.
4. ເຈົ້າຕ້ອງສະແຫວງຫາເພື່ອຮັບເອົາການສຳຜັດຈາກພຣະວິນຍານບໍລິສຸດ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ.
5. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນ.
ແລ້ວເຈົ້າຈະສະແຫວງຫາການສຳຜັດຈາກພຣະວິນຍານບໍລິສຸດໄດ້ແນວໃດ? ສິ່ງທີ່ສຳຄັນກໍ່ຄືການມີຊີວິດຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ອະທິຖານບົນພື້ນຖານຄວາມຕ້ອງການຂອງພຣະເຈົ້າ. ເມື່ອໄດ້ອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດກໍ່ຈະສຳຜັດເຈົ້າຢ່າງແນ່ນອນ. ຖ້າເຈົ້າບໍ່ສະແຫວງຫາບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ແລ້ວມັນກໍ່ຈະບໍ່ເກີດໝາກຜົນຫຍັງເລີຍ. ເຈົ້າຄວນອະທິຖານ ແລະ ເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ; ຂ້ານ້ອຍບໍ່ເຊື່ອຟັງຫຼາຍ ແລະ ບໍ່ເຄີຍເຮັດໃຫ້ພຣະອົງພໍໃຈ. ໂອ ພຣະເຈົ້າ, ຂ້ານ້ອຍປາດຖະໜາໃຫ້ພຣະອົງຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ຂ້ານ້ອຍປາດຖະໜາຮັບໃຊ້ພຣະອົງຈົນເຖິງທີ່ສຸດ, ຂ້ານ້ອຍປາດຖະໜາທີ່ຈະຕາຍເພື່ອພຣະອົງ. ພຣະອົງຕັດສິນຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ຂ້ານ້ອຍບໍ່ມີຄຳຕໍ່ວ່າໃດໆ; ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍສົມຄວນຕາຍ ເພື່ອວ່າທຸກຄົນອາດເຫັນອຸປະນິໄສອັນທ່ຽງທຳຂອງພຣະອົງໃນຄວາມຕາຍຂອງຂ້ານ້ອຍ”. ເມື່ອເຈົ້າອະທິຖານຈາກຫົວໃຈຂອງເຈົ້າໃນລັກສະນະນີ້, ພຣະເຈົ້າຈະໄດ້ຍິນເຈົ້າ ແລະ ຈະນຳພາເຈົ້າ; ຖ້າເຈົ້າບໍ່ອະທິຖານບົນພື້ນຖານພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ມັນກໍ່ເປັນໄປບໍ່ໄດ້ທີ່ພຣະວິນຍານບໍລິສຸດຈະສຳຜັດເຈົ້າ. ຖ້າເຈົ້າອະທິຖານຕາມຄວາມປະສົງຂອງພຣະອົງ ແລະ ຕາມສິ່ງທີ່ພຣະເຈົ້າປາດຖະໜາຢາກເຮັດໃນປັດຈຸບັນ, ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍປາດຖະໜາທີ່ຈະຍອມຮັບການຝາກຝັງຂອງພຣະອົງ ແລະ ຊື່ສັດກັບການຝາກຝັງຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍເພື່ອສະຫງ່າລາສີຂອງພຣະເຈົ້າ, ເພື່ອວ່າທຸກສິ່ງທີ່ຂ້ານ້ອຍເຮັດຈະສາມາດບັນລຸຕາມມາດຕະຖານຂອງປະຊາຊົນຂອງພຣະເຈົ້າ. ຂໍໃຫ້ຫົວໃຈຂອງຂ້ານ້ອຍໄດ້ຮັບການສຳຜັດຈາກພຣະອົງ. ຂ້ານ້ອຍປາດຖະໜາໃຫ້ພຣະວິນຍານຂອງພຣະອົງໃຫ້ສ່ອງແສງສະຫວ່າງໃຫ້ແກ່ຕົວຂ້ານ້ອຍ, ເຮັດໃຫ້ສິ່ງທີ່ຂ້ານ້ອຍເຮັດທັງໝົດນໍາຄວາມອັບອາຍໄປສູ່ຊາຕານ, ເພື່ອໃນທີ່ສຸດ ຂ້ານ້ອຍຈະຖືກຮັບເອົາໂດຍພຣະອົງ”. ຖ້າເຈົ້າອະທິຖານໃນລັກສະນະນີ້, ໃນລັກສະນະທີ່ເນັ້ນໃສ່ຄວາມປະສົງຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ມັນບໍ່ກ່ຽວກັບວ່າໃນຄໍາອະທິຖານຂອງເຈົ້າມີຄຳເວົ້າຫຼາຍພຽງໃດ, ສິ່ງທີ່ສໍາຄັນກໍ່ຄືເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ພວກເຈົ້າທຸກຄົນອາດມີປະສົບການດັ່ງຕໍ່ໄປນີ້: ບາງເທື່ອ ໃນຂະນະທີ່ອະທິຖານຢູ່ໃນບ່ອນຊຸມນຸມ, ພະລັງໃນພາລະກິດຂອງພຣະວິນຍານບໍລິສຸດແຂງກ້າເຖິງຈຸດສູງສຸດ ເຮັດໃຫ້ທຸກຄົນມີກໍາລັງລຸກຂຶ້ນ. ບາງຄົນຮ້ອງໄຫ້ຢ່າງຂົມຂື່ນ ແລະ ສະອື້ນດ້ວຍນໍ້າຕາໃນຂະນະທີ່ກຳລັງອະທິຖານ, ມີຄວາມສຳນຶກຜິດຕໍ່ໜ້າພຣະເຈົ້າ ແລະ ບາງຄົນສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ກ່າວຄຳໝັ້ນສັນຍາ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກພາລະກິດຂອງພຣະວິນຍານບໍລິສຸດ. ໃນມື້ນີ້ ມັນຈຳເປັນທີ່ທຸກຄົນຈະເທຫົວໃຈຂອງພວກເຂົາໃສ່ພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ. ຢ່າໃສ່ໃຈກັບພຣະທຳທີ່ຖືກກ່າວກ່ອນໜ້ານີ້; ຖ້າເຈົ້າຍັງຍຶດຕິດກັບສິ່ງທີ່ມາກ່ອນໜ້ານີ້, ແລ້ວພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດພາຍໃນຕົວເຈົ້າ. ເຈົ້າເຫັນບໍວ່າ ສິ່ງນີ້ສຳຄັນພຽງໃດ?
ເຈົ້າຮູ້ຈັກເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນບໍ? ຫົວຂໍ້ຫຼາຍຢ່າງຂ້າງເທິງແມ່ນສິ່ງທີ່ພຣະວິນຍານບໍລິສຸດຈະເຮັດໃຫ້ສຳເລັດໃນປັດຈຸບັນ ແລະ ໃນອະນາຄົດ; ຫົວຂໍ້ເຫຼົ່ານັ້ນແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນ ແລະ ທາງເຂົ້າທີ່ມະນຸດຄວນສະແຫວງຫາ. ໃນການເຂົ້າສູ່ຊີວິດຂອງເຈົ້າ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ ແລະ ສາມາດຍອມຮັບການພິພາກສາ ແລະ ການຕີສອນຈາກພຣະທຳຂອງພຣະເຈົ້າ; ຫົວໃຈຂອງເຈົ້າຕ້ອງປາດຖະໜາຫາພຣະເຈົ້າ, ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ຈຸດປະສົງທີ່ພຣະເຈົ້າຕ້ອງການ. ເມື່ອເຈົ້າມີກຳລັງນີ້ ແລ້ວມັນກໍ່ສະແດງໃຫ້ເຫັນວ່າເຈົ້າໄດ້ຮັບການສຳຜັດໂດຍພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍ່ເລີ່ມຫັນມາຫາພຣະເຈົ້າແລ້ວ.
ຂັ້ນຕອນທຳອິດຂອງການເຂົ້າສູ່ຊີວິດຄືການເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າຢ່າງສົມບູນ ແລະ ຂັ້ນຕອນທີສອງຄືການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ. ແມ່ນຫຍັງຄືຜົນທີ່ຈະໄດ້ຮັບຈາກການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ? ມັນຄືຄວາມສາມາດທີ່ຈະປາດຖະໜາ, ສະແຫວງຫາ ແລະ ຄົ້ນຫາຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ຄວາມສາມາດທີ່ຈະຮ່ວມມືກັບພຣະເຈົ້າໃນລັກສະນະທີ່ດີ. ໃນປັດຈຸບັນ ເຈົ້າຮ່ວມມືກັບພຣະເຈົ້າ ເຊິ່ງໝາຍຄວາມວ່າມີຈຸດປະສົງໃນການສະແຫວງຫາຂອງເຈົ້າ, ຄຳອະທິຖານຂອງເຈົ້າ ແລະ ການສົນທະນາຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າປະຕິບັດໜ້າທີ່ຂອງເຈົ້າໂດຍສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າ, ມີພຽງແຕ່ສິ່ງນີ້ຈຶ່ງເປັນການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າພຽງແຕ່ເວົ້າເຖິງການປ່ອຍໃຫ້ພຣະເຈົ້າເຮັດ, ແຕ່ບໍ່ໄດ້ລົງມືປະຕິບັດ ຫຼື ອະທິຖານ ຫຼື ສະແຫວງຫາ, ແລ້ວສິ່ງນີ້ຈະສາມາດເປັນການຮ່ວມມືບໍ? ຖ້າເຈົ້າບໍ່ມີການຮ່ວມມືໃດໆໃນຕົວເຈົ້າ ແລະ ປາສະຈາກການຝຶກຝົນສຳລັບທາງເຂົ້າທີ່ມີຈຸດປະສົງ, ແລ້ວເຈົ້າກໍ່ບໍ່ໄດ້ໃຫ້ຄວາມຮ່ວມມື. ບາງຄົນກ່າວວ່າ: “ທຸກສິ່ງຂຶ້ນຢູ່ກັບການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ, ນັ້ນຄືພຣະເຈົ້າເຮັດທຸກສິ່ງດ້ວຍພຣະອົງເອງ; ຖ້າພຣະເຈົ້າບໍ່ເຮັດມັນ, ແລ້ວມະນຸດຈະເຮັດໄດ້ແນວໃດ?” ພາລະກິດຂອງພຣະເຈົ້າທຳມະດາ ແລະ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ ແລະ ມີພຽງແຕ່ຜ່ານການສະແຫວງຫາທີ່ກະຕືລືລົ້ນຂອງເຈົ້າເທົ່ານັ້ນ, ພຣະວິນຍານບໍລິສຸດຈຶ່ງປະຕິບັດພາລະກິດ, ຍ້ອນພຣະເຈົ້າບໍ່ບັງຄັບມະນຸດ ນັ້ນກໍ່ຄື ເຈົ້າຕ້ອງມອບໂອກາດໃຫ້ພຣະເຈົ້າປະຕິບັດພາລະກິດ ແລະ ຖ້າເຈົ້າບໍ່ສະແຫວງຫາ ຫຼື ເຂົ້າ ແລະ ຖ້າບໍ່ມີຄວາມປາດຖະໜາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ, ແລ້ວພຣະເຈົ້າກໍຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດໄດ້. ເຈົ້າສາມາດສະແຫວງຫາການສຳຜັດຈາກພຣະເຈົ້າໂດຍເສັ້ນທາງໃດ? ຜ່ານຄຳອະທິຖານ ແລະ ການເຂົ້າໃກ້ຊິດພຣະເຈົ້າ. ແຕ່ໃຫ້ຈື່ໄວ້ວ່າ ສິ່ງທີ່ສຳຄັນກໍ່ຄືມັນຕ້ອງຢູ່ບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໄວ້ເທົ່ານັ້ນ. ເມື່ອເຈົ້າຖືກສຳຜັດໂດຍພຣະເຈົ້າຢູ່ຕະຫຼອດ, ເຈົ້າກໍ່ບໍ່ຕົກເປັນທາດຂອງເນື້ອໜັງ: ສາມີ, ພັນລະຍາ, ລູກ ແລະ ເງິນ ນັ້ນກໍ່ຄື ສິ່ງເຫຼົ່ານີ້ຈະບໍ່ສາມາດຜູກມັດເຈົ້າໄດ້ ແລະ ເຈົ້າກໍ່ຈະພຽງແຕ່ປາດຖະໜາທີ່ຈະສະແຫວງຫາຄວາມຈິງ ແລະ ມີຊີວິດຢູ່ຕໍ່ໜ້າພຣະເຈົ້າ. ໃນເວລານີ້, ເຈົ້າຈະເປັນຄົນທີ່ມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 400)
ພຣະເຈົ້າຕັ້ງໃຈເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ທັງໝົດກໍ່ເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນສົມບູນແບບ. ພຣະທໍາທີ່ກ່າວຈາກມຸມມອງຂອງພຣະວິນຍານກໍ່ຍາກທີ່ຜູ້ຄົນຈະເຂົ້າໃຈ; ພວກເຂົາບໍ່ມີທາງຄົ້ນພົບເສັ້ນທາງໃນການປະຕິບັດ, ຍ້ອນສັກກະຍາພາບຂອງພວກເຂົາສຳລັບຄວາມເຂົ້າໃຈແມ່ນມີຄວາມຈໍາກັດ. ພາລະກິດຂອງພຣະເຈົ້າບັນລຸຜົນທີ່ແຕກຕ່າງກັນ ແລະ ພຣະອົງມີເປົ້າໝາຍໃນການປະຕິບັດພາລະກິດແຕ່ລະຂັ້ນຕອນຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະອົງຈໍາເປັນຕ້ອງກ່າວຈາກມຸມມອງທີ່ແຕກຕ່າງກັນ ຍ້ອນໂດຍການເຮັດແບບນັ້ນເທົ່ານັ້ນ ພຣະອົງຈຶ່ງສາມາດເຮັດໃຫ້ມະນຸດສົມບູນແບບໄດ້. ຖ້າພຣະອົງພຽງແຕ່ເປັ່ງສຽງຂອງພຣະອົງກ່າວຈາກມຸມມອງຂອງພຣະວິນຍານເທົ່ານັ້ນ, ມັນກໍ່ຈະບໍ່ມີທາງທີ່ຈະສຳເລັດຂັ້ນຕອນນີ້ໃນພາລະກິດຂອງພຣະອົງ. ຈາກນໍ້າສຽງທີ່ພຣະອົງກ່າວ, ເຈົ້າສາມາດເຫັນໄດ້ວ່າ ພຣະອົງຕັ້ງໃຈທີ່ຈະສ້າງໃຫ້ຄົນກຸ່ມນີ້ສົມບູນແບບ. ສະນັ້ນ ແມ່ນຫຍັງຄວນເປັນບາດກ້າວທຳອິດສຳລັບແຕ່ລະຄົນທີ່ປາຖະໜາຖືກເຮັດໃຫ້ສົມບູນ? ນອກເໜືອສິ່ງອື່ນໃດ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ມື້ນີ້, ວິທີການໄດ້ເລີ່ມຕົ້ນຂຶ້ນໃນພາລະກິດຂອງພຣະເຈົ້າ; ຍຸກສະໄໝໄດ້ປ່ຽນແປງໄປ, ລັກສະນະທີ່ພຣະເຈົ້າປະຕິບັດພາລະກິດກໍ່ປ່ຽນໄປເຊັ່ນກັນ ແລະ ວິທີການທີ່ພຣະອົງກ່າວກໍ່ແຕກຕ່າງກັນ. ມື້ນີ້ ບໍ່ແມ່ນພຽງແຕ່ວ່າວິທີການໃນພາລະກິດຂອງພຣະອົງໄດ້ປ່ຽນແປງໄປເທົ່ານັ້ນ, ແຕ່ຍຸກກໍ່ໄດ້ປ່ຽນແປງເຊັ່ນກັນ. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ມັນຍັງເປັນຍຸກແຫ່ງການຮັກພຣະເຈົ້າ. ມັນຄືການຊີມລົດຊາດລ່ວງໜ້າຂອງຍຸກແຫ່ງອານາຈັກພັນປີ ເຊິ່ງຍັງເປັນຍຸກແຫ່ງພຣະທໍາອີກດ້ວຍ ແລະ ເປັນຍຸກທີ່ພຣະເຈົ້າໃຊ້ຫຼາຍວິທີໃນການກ່າວເພື່ອເຮັດໃຫ້ມະນຸດສົມບູນ ແລະ ກ່າວຈາກມຸມມອງທີ່ແຕກຕ່າງກັນເພື່ອສະໜອງໃຫ້ແກ່ມະນຸດ. ເມື່ອໄດ້ກ້າວເຂົ້າຍຸກແຫ່ງອານາຈັກພັນປີ, ພຣະເຈົ້າກໍ່ຈະເລີ່ມໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ເຮັດໃຫ້ມະນຸດສາມາດເຂົ້າສູ່ຄວາມເປັນຈິງໃນຊີວິດ ແລະ ນໍາພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ. ເມື່ອໄດ້ປະສົບກັບຫຼາຍຂັ້ນຕອນໃນພາລະກິດຂອງພຣະອົງ, ມະນຸດກໍ່ໄດ້ເຫັນວ່າພາລະກິດຂອງພຣະອົງບໍ່ໄດ້ຢຸດສະງັກ, ແຕ່ກຳລັງວິວັດທະນາການ ແລະ ລົງເລິກຢ່າງຕໍ່ເນື່ອງ. ຫຼັງຈາກທີ່ຜູ້ຄົນໄດ້ຜະເຊີນກັບມັນເປັນເວລາດົນ, ພາລະກິດກໍ່ໄດ້ໝຸນຊໍ້າແລ້ວຊໍ້າອີກ, ປ່ຽນແປງຄັ້ງແລ້ວຄັ້ງເລົ່າ. ເຖິງແມ່ນວ່າມັນຈະມີການປ່ຽນແປງຫຼາຍສໍ່າໃດກໍ່ຕາມ, ມັນບໍ່ເຄີຍບ່ຽງບຽນຈາກຈຸດປະສົງຂອງພຣະເຈົ້າໃນການນໍາຄວາມລອດພົ້ນມາສູ່ມະນຸດຊາດ. ເຖິງແມ່ນວ່າຈະມີການປ່ຽນແປງສິບພັນຄັ້ງກໍ່ຕາມ, ມັນກໍບໍ່ເຄີຍຫັນເຫອອກຈາກຈຸດປະສົງເດີມຂອງມັນ. ບໍ່ວ່າວິທີການໃນພາລະກິດຂອງພຣະເຈົ້າອາດປ່ຽນແປງແນວໃດກໍ່ຕາມ, ພາລະກິດນີ້ກໍ່ບໍ່ເຄີຍອອກຈາກຄວາມຈິງ ຫຼື ຈາກຊີວິດຈັກເທື່ອ. ການປ່ຽນແປງໃນວິທີການປະຕິບັດພາລະກິດແມ່ນກ່ຽວຂ້ອງກັບການປ່ຽນແປງໃນຮູບແບບຂອງພາລະກິດ ແລະ ມຸມມອງທີ່ພຣະເຈົ້າກ່າວເທົ່ານັ້ນ; ບໍ່ມີການປ່ຽນແປງໃນຈຸດປະສົງຫຼັກໃນພາລະກິດຂອງພຣະອົງ. ການປ່ຽນແປງໃນນໍ້າສຽງຂອງພຣະອົງ ແລະ ວິທີການໃນພາລະກິດຂອງພຣະອົງເກີດຂຶ້ນເພື່ອບັນລຸຜົນ. ການປ່ຽນແປງໃນນໍ້າສຽງບໍ່ໄດ້ໝາຍຄວາມເຖິງການປ່ຽນແປງໃນຈຸດປະສົງ ຫຼື ຫຼັກການທີ່ຢູ່ເບື້ອງຫຼັງຂອງພາລະກິດ. ຜູ້ຄົນເຊື່ອໃນພຣະເຈົ້າເພື່ອການສະແຫວງຫາຊີວິດເປັນຫຼັກ; ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຊີວິດ ຫຼື ຄົ້ນຫາຄວາມຈິງ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າ, ແລ້ວນີ້ກໍ່ບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ! ແລ້ວມັນເປັນຈິງບໍທີ່ຈະຍັງສະແຫວງຫາເພື່ອເຂົ້າສູ່ອານາຈັກເພື່ອເປັນກະສັດ? ການບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າຜ່ານການສະແຫວງຫາຊີວິດ, ມີພຽງແຕ່ສິ່ງນີ້ຈຶ່ງເປັນຄວາມເປັນຈິງ; ການສະແຫວງຫາ ແລະ ການປະຕິບັດຄວາມຈິງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມເປັນຈິງ. ເມື່ອໄດ້ອ່ານພຣະທໍາຂອງພຣະເຈົ້າ ແລະ ຜະເຊີນກັບພຣະທຳເຫຼົ່ານີ້, ເຈົ້າຈຶ່ງຈະເຂົ້າໃຈໃນຄວາມຮູ້ກ່ຽວກັບພຣະເຈົ້າທ່າມກາງປະສົບການຕົວຈິງ ແລະ ນີ້ແມ່ນຄວາມໝາຍຂອງການສະແຫວງຫາຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 401)
ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ບໍ່ວ່າເຈົ້າໄດ້ເຂົ້າສູ່ຍຸກໃໝ່ນີ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ ຫຼື ບໍ່, ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຄວາມເປັນຈິງໃນຊີວິດຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ທຸກຄົນ ເພື່ອວ່າໃນທີ່ສຸດແລ້ວ ທຸກຄົນຈະດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ຈະສ່ອງແສງ ແລະ ເຍືອງທາງໃຫ້ແຕ່ລະຄົນຈາກພາຍໃນ. ໃນລະຫວ່າງເວລານີ້ ຖ້າເຈົ້າປະໝາດໃນການອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈໃນພຣະທໍາຂອງພຣະອົງ, ແລ້ວນີ້ກໍ່ສະແດງວ່າ ສະພາວະຂອງເຈົ້າບໍ່ຖືກຕ້ອງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ແລ້ວພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ; ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍ່ຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ເມື່ອຍຸກແຫ່ງພຣະທໍາໄດ້ເລີ່ມຕົ້ນຂຶ້ນ ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ມື້ີນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້ ຖ້າບໍ່ໄດ້ອ່ານພຣະທຳຂອງພຣະອົງ. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າເວລາບໍ່ເອື້ອອຳນວຍ, ການຟັງພຣະທຳເຫຼົ່ານັ້ນກໍ່ພຽງພໍແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ຜູ້ຄົນ ແລະ ມັນເປັນວິທີທີ່ພຣະອົງເລີ່ມຕົ້ນດົນບັນດານພວກເຂົາ. ນັ້ນກໍ່ຄື ພຣະອົງປົກຄອງຜູ້ຄົນຜ່ານພຣະທໍາ ເພື່ອວ່າມະນຸດຈະສາມາດເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຫຼັງຈາກພຽງແຕ່ມື້ດຽວທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຖ້າເຈົ້າຮູ້ສຶກມືດມົວ ແລະ ຫິວກະຫາຍ ແລະ ບໍ່ສາມາດທົນໄດ້, ນີ້ກໍ່ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢູ່ໃນກະແສນີ້. ເຖິງຢ່າງໃດກໍຕາມ, ຫຼັງໜຶ່ງ ຫຼື ສອງມື້ທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຖ້າເຈົ້າບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ຫິວກະຫາຍ ແລະ ບໍ່ຖືກດົນບັນດານຫຍັງເລີຍ, ສິ່ງນີ້ກໍ່ສະແດງວ່າພຣະວິນຍານບໍລິສຸດໄດ້ຫັນໜີຈາກເຈົ້າແລ້ວ. ແລ້ວນີ້ກໍ່ໝາຍຄວາມວ່າ ມີບາງສິ່ງທີ່ບໍ່ຖືກຕ້ອງກັບສະພາວະພາຍໃນຂອງເຈົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນໜຶ່ງໃນຄົນທີ່ຖືກປະໄວ້ຂ້າງຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງຜູ້ຄົນ; ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍ່ຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າໄດ້ກາຍມາເປັນອາຫານຂອງຜູ້ຄົນ ແລະ ພະລັງທີ່ຂັບເຄື່ອນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ” (ມັດທາຍ 4:4). ມື້ນີ້, ພຣະເຈົ້າຈະເຮັດໃຫ້ພາລະກິດນີ້ສໍາເລັດ ແລະ ພຣະອົງຈະສຳເລັດຕາມຂໍ້ແທ້ຈິງໃນພວກເຈົ້າ. ມັນເປັນໄປໄດ້ແນວໃດທີ່ໃນອະດີດ ຜູ້ຄົນສາມາດດໍາເນີນຊີວິດໄປຫຼາຍມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ເປັນປົກກະຕິ, ແຕ່ສິ່ງນີ້ບໍ່ແມ່ນຄວາມຈິງໃນມື້ນີ້? ໃນຍຸກນີ້, ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງທຸກສິ່ງເປັນຫຼັກ. ມະນຸດຖືກພິພາກສາ ແລະ ຖືກເຮັດໃຫ້ສົມບູນໂດຍຜ່ານພຣະທໍາຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍ່ຖືກນໍາເຂົ້າສູ່ອານາຈັກ. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງໃຫ້ແກ່ຊີວິດຂອງມະນຸດ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມອບແສງສະຫວ່າງໃຫ້ແກ່ມະນຸດ ແລະ ເສັ້ນທາງໃຫ້ປະຕິບັດ ໂດຍສະເພາະໃນຍຸກແຫ່ງລາຊະອານາຈັກ. ຕາບໃດທີ່ເຈົ້າບໍ່ຫັນເຫຈາກຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ພຣະເຈົ້າກໍ່ຈະສາມາດເຮັດໃຫ້ເຈົ້າສົມບູນໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 402)
ການສະແຫວງຫາຊີວິດບໍ່ແມ່ນສິ່ງທີ່ສາມາດຮີບດ່ວນໄດ້; ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້. ພາລະກິດຂອງພຣະເຈົ້າເປັນປົກກະຕິ ແລະ ເປັນຈິງ ແລະ ມີຂະບວນການທີ່ມັນຈໍາເປັນຕ້ອງຜ່ານ. ພຣະເຢຊູທີ່ບັງເກີດເປັນມະນຸດໃຊ້ເວລາເຖິງສາມສິບສາມປີເຄິ່ງເພື່ອສໍາເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະອົງ, ແລ້ວພາລະກິດແຫ່ງການຊໍາລະລ້າງ ແລະ ການປ່ຽນແປງຊີວິດຂອງມະນຸດ, ພາລະກິດທີ່ຫຍຸ້ງຍາກທີ່ສຸດເດ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງມະນຸດທໍາມະດາຄົນໜຶ່ງສຳແດງອອກເຖິງພຣະເຈົ້າ. ໂດຍສະເພາະແມ່ນເພື່ອໃຫ້ຄົນທີ່ເກີດຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງເປັນຄົນທີ່ມີຄວາມສາມາດຕໍ່າ ແລະ ຕ້ອງໄດ້ໃຊ້ເວລາດົນສໍາລັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນຢ່າໃຈຮ້ອນຢາກເຫັນຜົນ. ເຈົ້າຕ້ອງຫ້າວຫັນໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ພະຍາຍາມຫຼາຍຂຶ້ນໃນພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າອ່ານພຣະທໍາຂອງພຣະອົງແລ້ວ, ເຈົ້າຕ້ອງສາມາດນໍາພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ, ເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ, ການເຫັນແຈ້ງ ແລະ ສະຕິປັນຍາໃນພຣະທໍາຂອງພຣະເຈົ້າ. ຜ່ານສິ່ງນີ້ ເຈົ້າຈະປ່ຽນແປງໂດຍບໍ່ຮູ້ສຶກຕົວ. ຖ້າເຈົ້າສາມາດຍຶດຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອ່ານພຣະທຳເຫຼົ່ານັ້ນ, ການຮູ້ຈັກພວກມັນ, ການມີປະສົບການກັບພວກມັນ ແລະ ການປະຕິບັດພວກມັນເປັນຫຼັກການຂອງເຈົ້າ, ເຈົ້າກໍ່ຈະເປັນຜູ້ໃຫຍ່ໂດຍບໍ່ຮູ້ສຶກຕົວ. ມີຄົນທີ່ເວົ້າວ່າ ພວກເຂົາບໍ່ສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້ ແມ່ນແຕ່ຫຼັງຈາກທີ່ອ່ານພຣະທຳເຫຼົ່ານັ້ນ. ເຈົ້າຈະຟ້າວໄປໃສ? ເມື່ອເຈົ້າມີວຸດທິພາວະໃນລະດັບໃດໜຶ່ງ, ເຈົ້າກໍ່ຈະສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເດັກນ້ອຍທີ່ມີອາຍຸສີ່ ຫຼື ຫ້າປີຈະເວົ້າວ່າພວກເຂົາບໍ່ສາມາດສະໜັບສະໜູນ ຫຼື ໃຫ້ກຽດພໍ່ແມ່ຂອງພວກເຂົາບໍ? ເຈົ້າຄວນຮູ້ສະພາບວ່າວຸດທິພາວະໃນປັດຈຸບັນຂອງເຈົ້າມີຫຼາຍສໍ່າໃດ. ໃຫ້ນໍາສິ່ງທີ່ເຈົ້າສາມາດປະຕິບັດໄປປະຕິບັດ ແລະ ຫຼີກເວັ້ນຈາກການເປັນຄົນທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ພຽງແຕ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຮັບເອົາສິ່ງນັ້ນເປັນຫຼັກການນັບແຕ່ນີ້ໄປ. ຕອນນີ້ ບໍ່ຕ້ອງກັງວົງກ່ຽວກັບວ່າພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນ ຫຼື ບໍ່. ບໍ່ຟ້າວລົງເລິກໃນເລື່ອງນັ້ນ. ພຽງແຕ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດັ່ງທີ່ພວກມັນມາເຖິງເຈົ້າ ແລະ ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ເຖິງຢ່າງໃດກໍ່ຕາມ, ມີຫຼັກການທີ່ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ. ຢ່າເຮັດຢ່າງຫຼັບຫູຫຼັບຕາ. ໃນດ້ານໜຶ່ງ, ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໃຫ້ສະແຫວງຫາພຣະທໍາທີ່ເຈົ້າຄວນຮູ້ຈັກ ນັ້ນກໍ່ຄື ພຣະທໍາທີ່ກ່ຽວຂ້ອງກັບນິມິດ ແລະ ໃນອີກດ້ານໜຶ່ງ ໃຫ້ສະແຫວງຫາສິ່ງທີ່ເຈົ້າຄວນນໍາໄປປະຕິບັດຕົວຈິງ ນັ້ນກໍ່ຄື ສິ່ງທີ່ເຈົ້າຄວນເຂົ້າປະຕິບັດ. ລັກສະນະໜຶ່ງຕ້ອງກ່ຽວຂ້ອງກັບຄວາມຮູ້ ແລະ ອີກລັກສະນະໜຶ່ງແມ່ນກ່ຽວຂ້ອງກັບການເຂົ້າປະຕິບັດ. ຫຼັງຈາກທີ່ເຈົ້າເຂົ້າໃຈທັງສອງລັກສະນະແລ້ວ, ເມື່ອເຈົ້າເຂົ້າໃຈໃນສິ່ງທີ່ເຈົ້າຄວນຮູ້ ແລະ ສິ່ງທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ຈະຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 403)
ໂດຍກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄວນເປັນຫຼັກການທີ່ເຈົ້າເວົ້າ. ໂດຍປົກກະຕິແລ້ວ ເມື່ອພວກເຈົ້າມາຢູ່ຮ່ວມກັນ ພວກເຈົ້າຄວນໂອ້ລົມກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ເອົາພຣະທໍາຂອງພຣະເຈົ້າເປັນເນື້ອໃນໃຈຄວາມໃນການພົວພັນຂອງພວກເຈົ້າ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາເຫຼົ່ານີ້, ວິທີທີ່ພວກເຈົ້າຈະນໍາພຣະທໍາໄປປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ຕາບໃດທີ່ເຈົ້າສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດຈະເຍືອງທາງໃຫ້ແກ່ເຈົ້າ. ການສ້າງໂລກແຫ່ງພຣະທໍາຂອງພຣະເຈົ້າໃຫ້ສຳເລັດແມ່ນຕ້ອງໄດ້ອາໄສການຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໄດ້; ຖ້າເຈົ້າຫຸບປາກຂອງເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະອົງ, ພຣະອົງກໍ່ຈະບໍ່ມີທາງທີ່ຈະເຍືອງທາງໃຫ້ແກ່ເຈົ້າ. ເມື່ອໃດກໍ່ຕາມທີ່ເຈົ້າບໍ່ຄາວຽກ, ໃຫ້ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າພຽງແຕ່ເຂົ້າຮ່ວມໃນການໂອ້ລົມກ່ຽວກັບເລື່ອງໄຮ້ສາລະ! ໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຜູ້ເຊື່ອທີ່ເຫຼື້ອມໃສ. ມັນບໍ່ກ່ຽວກັບວ່າການສົນທະນາຂອງເຈົ້າເປັນພຽງເລື່ອງຜິວເຜີນ ຫຼື ບໍ່. ຖ້າປາສະຈາກຄວາມຕື້ນກໍ່ບໍ່ສາມາດມີຄວາມເລິກ. ມັນຕ້ອງຜ່ານຂະບວນການ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ເຂົ້າໃຈການເຍືອງທາງຂອງພຣະວິນຍານບໍລິສຸດຕໍ່ເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງມີປະສິດທິພາບ. ຫຼັງຈາກຊ່ວງເວລາຂອງການກວດສອບ, ເຈົ້າຈະເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ. ພຽງແຕ່ຖ້າເຈົ້າຕັ້ງໃຈຮ່ວມມື, ເຈົ້າຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ.
ໃນຫຼັກການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໜຶ່ງຢ່າງແມ່ນກ່ຽວຂ້ອງກັບຄວາມຮູ້ ແລະ ອີກໜຶ່ງຢ່າງແມ່ນກ່ຽວກັບການເຂົ້າປະຕິບັດ. ເຈົ້າຄວນຮູ້ພຣະທຳອັນໃດ? ເຈົ້າຄວນມາຮູ້ຈັກພຣະທໍາທີ່ກ່ຽວຂ້ອງກັບນິມິດ (ເຊັ່ນ: ພຣະທຳທີ່ກ່ຽວຂ້ອງກັບວ່າພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ຍຸກໃດໃນຕອນນີ້, ພຣະເຈົ້າຕ້ອງການບັນລຸຜົນຫຍັງໃນຕອນນີ້, ການບັງເກີດເປັນມະນຸດແມ່ນຫຍັງ ແລະ ອື່ນໆອີກ; ທັງໝົດນີ້ແມ່ນກ່ຽວກັບນິມິດ). ເສັ້ນທາງທີ່ມະນຸດຄວນເຂົ້າໝາຍເຖິງຫຍັງ? ສິ່ງນີ້ໝາຍເຖິງພຣະທໍາຂອງພຣະເຈົ້າທີ່ມະນຸດຄວນປະຕິບັດຕາມ ແລະ ເຂົ້າປະຕິບັດ. ສິ່ງທີ່ໄດ້ກ່າວມາຂ້າງເທິງແມ່ນລັກສະນະສອງຢ່າງຂອງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ. ນັບຈາກນີ້ໄປ, ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃນລັກສະນະນີ້. ຖ້າເຈົ້າມີຄວາມເຂົ້າໃຈທີ່ຊັດເຈນໃນພຣະທໍາຂອງພຣະເຈົ້າທີ່ກ່ຽວກັບນິມິດ, ແລ້ວມັນກໍ່ບໍ່ຈຳເປັນຕ້ອງສືບຕໍ່ອ່ານພວກມັນຕະຫຼອດເວລາ. ສິ່ງທີ່ສໍາຄັນຫຼັກໆກໍ່ຄືການກິນ ແລະ ດື່ມພຣະທໍາກ່ຽວກັບການເຂົ້າປະຕິບັດໃຫ້ຫຼາຍຂຶ້ນ ເຊັ່ນ: ວິທີການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ, ວິທີສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ວິທີການປະຖິ້ມເນື້ອໜັງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນນໍາໄປປະຕິບັດ. ຖ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ການສົນທະນາທີ່ແທ້ຈິງກໍ່ຈະເປັນໄປບໍ່ໄດ້. ຫຼັງຈາກທີ່ເຈົ້າຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ, ເມື່ອເຈົ້າເຂົ້າໃຈວ່າແມ່ນຫຍັງຄືສິ່ງສຳຄັນ, ການສົນທະນາກໍ່ຈະເປີດກວ້າງຂຶ້ນ ແລະ ສຳລັບບັນຫາຫຍັງກໍ່ຕາມທີ່ເກີດຂຶ້ນ ເຈົ້າກໍ່ຈະສາມາດສົນທະນາ ແລະ ເຂົ້າໃຈຄວາມເປັນຈິງ. ເມື່ອກຳລັງສົນທະນາກກ່ຽວກັບພຣະທຳຂອງພຣະເຈົ້າ, ຖ້າເຈົ້າບໍ່ມີຄວາມເປັນຈິງ, ແລ້ວເຈົ້າກໍ່ບໍ່ໄດ້ເຂົ້າໃຈວ່າແມ່ນຫຍັງຄືສິ່ງສຳຄັນ, ເຊິ່ງສະແດງໃຫ້ເຫັນວ່າ ເຈົ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ບາງຄົນອາດຮູ້ສຶກເມື່ອຍເມື່ອກຳລັງອ່ານພຣະທໍາຂອງພຣະເຈົ້າ ເຊິ່ງບໍ່ແມ່ນສະພາວະທີ່ປົກກະຕິ. ສິ່ງທີ່ປົກກະຕິກໍ່ຄືການບໍ່ຮູ້ສຶກເມື່ອຍໃນການອ່ານພຣະທຳຂອງພຣະເຈົ້າຈັກເທື່ອ ແລະ ເຫັນພຣະທໍາຂອງພຣະເຈົ້າເປັນສິ່ງທີ່ດີຢູ່ສະເໝີ. ນີ້ແມ່ນວິທີການທີ່ຄົນທີ່ໄດ້ເຂົ້າສູ່ພຣະທໍາໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າຮູ້ສຶກວ່າ ພຣະທໍາຂອງພຣະເຈົ້າເປັນຈິງຫຼາຍຂຶ້ນ ແລະ ເປັນສິ່ງທີ່ມະນຸດຄວນປະຕິບັດແທ້ໆ; ເມື່ອເຈົ້າຮູ້ສຶກວ່າພຣະທໍາຂອງພຣະອົງສາມາດຊ່ວຍເຫຼືອ ແລະ ເປັນປະໂຫຍດຕໍ່ມະນຸດຢ່າງຍິ່ງ ແລະ ພວກມັນຄືການສະໜອງໃຫ້ແກ່ຊີວິດຂອງມະນຸດ, ນັ້ນກໍ່ຄືພຣະວິນຍານບໍລິສຸດທີ່ໄດ້ມອບຄວາມຮູ້ສຶກນີ້ໃຫ້ແກ່ເຈົ້າ ແລະ ເປັນພຣະວິນຍານບໍລິສຸດທີ່ດົນບັນດານເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດໃນຕົວເຈົ້າ ແລະ ພຣະເຈົ້າບໍ່ໄດ້ຫັນໜີຈາກເຈົ້າ. ເມື່ອເຫັນວ່າພຣະເຈົ້າມີແຕ່ກ່າວພຣະທໍາຢູ່ສະເໝີ, ບາງຄົນກໍ່ເລີ່ມເມື່ອຍກັບພຣະທຳຂອງພຣະອົງ ແລະ ຄິດວ່າບໍ່ມີຜົນຫຍັງ ບໍ່ວ່າພວກເຂົາຈະອ່ານພຣະທໍາ ຫຼື ບໍ່, ເຊິ່ງບໍ່ແມ່ນສະພາວະທີ່ປົກກະຕິ. ພວກເຂົາຂາດຫົວໃຈທີ່ຫິວກະຫາຍເພື່ອເຂົ້າສູ່ຄວາມເປັນຈິງ ແລະ ຄົນແບບນັ້ນບໍ່ຫິວກະຫາຍ ຫຼື ໃຫ້ຄວາມສໍາຄັນແກ່ການຖືກເຮັດໃຫ້ສົມບູນ. ເມື່ອໃດກໍ່ຕາມທີ່ເຈົ້າເຫັນວ່າເຈົ້າບໍ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ, ສິ່ງນີ້ກໍ່ສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ປົກກະຕິ. ໃນອະດີດ, ການທີ່ພຣະເຈົ້າຫັນໜີຈາກເຈົ້າ ຫຼື ບໍ່ ແມ່ນສາມາດກຳນົດໄດ້ໂດຍການທີ່ເຈົ້າມີຄວາມສະຫງົບພາຍໃນ ຫຼື ບໍ່ ແລະ ເຈົ້າມີຄວາມສຸກ ຫຼື ບໍ່. ຕອນນີ້, ສິ່ງສໍາຄັນກໍ່ຄື ເຈົ້າຫິວກະຫາຍຫາພຣະທໍາຂອງພຣະເຈົ້າ ຫຼື ບໍ່, ພຣະທໍາຂອງພຣະອົງຄືຄວາມເປັນຈິງຂອງເຈົ້າ ຫຼື ບໍ່, ເຈົ້າມີຄວາມເຊື່ອ ຫຼື ບໍ່ ແລະ ເຈົ້າສາມາດເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອພຣະເຈົ້າ ຫຼື ບໍ່. ເວົ້າອີກຢ່າງໜຶ່ງກໍ່ຄື ມະນຸດຖືກຕັດສິນໂດຍຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ພຣະເຈົ້າຊີ້ນໍາພຣະທໍາຂອງພຣະອົງຕໍ່ມະນຸດຊາດທັງປວງ. ຖ້າເຈົ້າເຕັມໃຈອ່ານພຣະທໍາ, ພຣະອົງກໍ່ຈະສ່ອງແສງໃຫ້ແກ່ເຈົ້າ, ແຕ່ຖ້າເຈົ້າບໍ່ເຕັມໃຈ ພຣະອົງກໍ່ຈະບໍ່ສ່ອງແສງໃຫ້ແກ່ເຈົ້າ. ພຣະເຈົ້າສ່ອງແສງສະຫວ່າງແກ່ຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທໍາ ແລະ ພຣະອົງສ່ອງແສງສະຫວ່າງໃຫ້ແກ່ຄົນທີ່ສະແຫວງຫາພຣະອົງ. ບາງຄົນເວົ້າວ່າ ພຣະເຈົ້າບໍ່ໄດ້ສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ ເຖິງແມ່ນຫຼັງຈາກທີ່ພວກເຂົາອ່ານພຣະທໍາຂອງພຣະອົງ. ແຕ່ເຈົ້າອ່ານພຣະທໍາເຫຼົ່ານີ້ໃນລັກສະນະໃດ? ຖ້າເຈົ້າອ່ານພຣະທໍາຂອງພຣະອົງໃນລັກສະນະທີ່ມະນຸດທີ່ນັ່ງຢູ່ເທິງຫຼັງມ້າແນມເບິ່ງດອກໄມ້ ແລະ ບໍ່ໃຫ້ຄວາມສໍາຄັນແກ່ຄວາມເປັນຈິງ, ພຣະເຈົ້າຈະສ່ອງສະຫວ່າງໃຫ້ແກ່ເຈົ້າໄດ້ແນວໃດ? ຄົນທີ່ບໍ່ເຊີດຊູພຣະທໍາຂອງພຣະເຈົ້າຈະຖືກພຣະອົງເຮັດໃຫ້ສຳເລັດໄດ້ແນວໃດ? ຖ້າເຈົ້າບໍ່ເຊີດຊູພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຄວາມຈິງ ແລະ ຄວາມເປັນຈິງ. ຖ້າເຈົ້າເຊີດຊູພຣະທໍາຂອງພຣະອົງ, ແລ້ວເຈົ້າຈະສາມາດນໍາຄວາມຈິງໄປປະຕິບັດ ແລະ ມີແຕ່ໃນເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງ. ນີ້ຄືເຫດຜົນທີ່ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢູ່ຕະຫຼອດເວລາ ບໍ່ວ່າເຈົ້າຈະຄາວຽກ ຫຼື ບໍ່, ບໍ່ວ່າສະຖານະການຈະດີ ຫຼື ບໍ່ ແລະ ບໍ່ວ່າເຈົ້າກໍາລັງຖືກທົດລອງ ຫຼື ບໍ່. ສະຫຼຸບກໍ່ຄືພຣະທໍາຂອງພຣະເຈົ້າຄືພື້ນຖານຂອງການມີຢູ່ຂອງມະນຸດ. ບໍ່ມີໃຜສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້, ແຕ່ຕ້ອງກິນພຣະທໍາຂອງພຣະອົງດັ່ງທີ່ພວກເຂົາກິນເຂົ້າສາມຄາບໃນມື້. ການຖືກເຮັດໃຫ້ສົມບູນ ແລະ ການຖືກຮັບເອົາໂດຍພຣະເຈົ້າເປັນເລື່ອງງ່າຍແບບນັ້ນບໍ? ບໍ່ວ່າເຈົ້າຈະເຂົ້າໃຈໃນປັດຈຸບັນ ຫຼື ບໍ່ ແລະ ບໍ່ວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ນີ້ຄືການເຂົ້າສູ່ຫົນທາງທີ່ຫ້າວຫັນ. ຫຼັງຈາກທີ່ໄດ້ອ່ານພຣະທໍາຂອງພຣະເຈົ້າ, ໃຫ້ຟ້າວປະຕິບັດສິ່ງທີ່ເຈົ້າສາມາດປະຕິບັດໄດ້ ແລະ ປ່ອຍວາງສິ່ງເຈົ້າບໍ່ສາມາດປະຕິບັດໄດ້ກ່ອນ. ອາດຈະມີພຣະທໍາຂອງພຣະເຈົ້າຫຼາຍຂໍ້ທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້ໃນຕອນຕົ້ນ, ແຕ່ຫຼັງຈາກນັ້ນສອງ ຫຼື ສາມເດືອນ, ບາງເທື່ອກໍ່ໜຶ່ງປີ, ເຈົ້າກໍ່ຈະເຂົ້າໃຈ. ມັນເປັນແບບນີ້ໄດ້ແນວໃດ? ມັນເປັນເພາະພຣະເຈົ້າບໍ່ສາມາດເຮັດໃຫ້ມະນຸດສົມບູນໄດ້ພຽງມື້ໜຶ່ງ ຫຼື ສອງມື້. ໃນເວລາສ່ວນໃຫຍ່ ເມື່ອເຈົ້າອ່ານພຣະທໍາຂອງພຣະອົງ, ເຈົ້າອາດບໍ່ເຂົ້າໃຈໃນທັນທີ. ໃນເວລານັ້ນ ມັນອາດເບິ່ງຄືກັບວ່າເປັນໜັງສືທໍາມະດາ; ເຈົ້າຕ້ອງມີປະສົບການກັບພຣະທຳເຫຼົ່ານັ້ນໃນໄລຍະໜຶ່ງກ່ອນທີ່ເຈົ້າຈະສາມາດເຂົ້າໃຈພວກມັນໄດ້. ຍ້ອນພຣະເຈົ້າໄດ້ກ່າວພຣະທໍາໄວ້ຢ່າງຫຼວງຫຼາຍ, ເຈົ້າຄວນພະຍາຍາມສຸດຄວາມສາມາດຂອງເຈົ້າເພື່ອກິນ ແລະ ດື່ມພຣະທໍາຂອງພຣະອົງ ແລ້ວຫຼັງຈາກນັ້ນ ເຈົ້າຈະເຂົ້າໃຈໂດຍທີ່ເຈົ້າບໍ່ຮູ້ຕົວ ແລະ ພຣະວິນຍານບໍລິສຸດຈະສ່ອງແສງສະຫວ່າງໃຫ້ແກ່ເຈົ້າໂດຍທີ່ເຈົ້າບໍ່ຮູ້ຕົວ. ເມື່ອເວລາພຣະວິນຍານບໍລິສຸດສ່ອງສະຫວ່າງໃຫ້ແກ່ມະນຸດ, ມັນກໍ່ມັກເກີດຂຶ້ນໂດຍທີ່ມະນຸດບໍ່ຮູ້ຕົວ. ພຣະອົງສ່ອງແສງສະຫວ່າງ ແລະ ຊີ້ນໍາເຈົ້າ ເມື່ອເຈົ້າຫິວກະຫາຍ ແລະ ສະແຫວງຫາ. ຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດແມ່ນອີງໃສ່ພຣະທໍາຂອງພຣະເຈົ້າທີ່ເຈົ້າກິນ ແລະ ດື່ມ. ທຸກຄົນທີ່ບໍ່ໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະເຈົ້າ ແລະ ມີທ່າທີ່ໆແຕກຕ່າງຕໍ່ພຣະທໍາຂອງພຣະອົງ ແລ້ວເຊື່ອໃນຄວາມຄິດທີ່ງົມງວາຍຂອງພວກເຂົາວ່າ ມັນບໍ່ໄດ້ແຕກຕ່າງເຖິງວ່າພວກເຂົາຈະອ່ານພຣະທຳຂອງພຣະອົງ ຫຼື ບໍ່, ຄົນເຫຼົ່າເປັນຄົນທີ່ບໍ່ມີຄວາມເປັນຈິງ. ພາລະກິດຂອງພຣະວິນຍານບໍລິສຸດ ຫຼື ແສງສະຫວ່າງຂອງພຣະອົງບໍ່ສາມາດປາກົດເຫັນໃນຄົນດັ່ງກ່າວ. ຄົນແບບນີ້ພຽງແຕ່ໃຊ້ຊີວິດຢ່າງໄຮ້ຄ່າ ແລະ ເປັນຄົນທຳທ່າເຮັດໂດຍທີ່ບໍ່ມີຄຸນສົມບັດຢ່າງແທ້ຈິງຄືກັນກັບ ທ້າວ ນາງກົວໃນຄໍາອຸປະມາ[ກ].
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ໃນຄໍາອຸປະມາ”.
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 404)
ເມື່ອພຣະທໍາຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍ່ຄວນຮັບເອົາພວກມັນໃນທັນທີ ແລ້ວກິນ ແລະ ດື່ມພຣະທໍາເຫຼົ່ານັ້ນ. ບໍ່ວ່າເຈົ້າຈະເຂົ້າໃຈພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ, ໜຶ່ງມຸມມອງທີ່ເຈົ້າຕ້ອງຍຶດໝັ້ນກໍ່ຄືການກິນ ແລະ ດື່ມ, ການຮູ້ຈັກ ແລະ ການປະຕິບັດພຣະທຳຂອງພຣະອົງ. ນີ້ແມ່ນສິ່ງທີ່ເຈົ້າຄວນສາມາດເຮັດໄດ້. ບໍ່ຕ້ອງກັງວົນວ່າວຸດທິພາວະຂອງເຈົ້າອາດມີຫຼາຍສໍ່າໃດ; ພຽງແຕ່ໃສ່ໃຈກັບການກິນ ແລະ ດື່ມພຣະທໍາຂອງພຣະອົງ. ນີ້ຄືສິ່ງທີ່ມະນຸດຄວນໃຫ້ການຮ່ວມມື. ຊີວິດຝ່າຍວິນຍານຂອງເຈົ້າຄືການພະຍາຍາມເຂົ້າສູ່ຄວາມເປັນຈິງໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເປັນຫຼັກ ແລະ ນໍາພຣະທໍາເຫຼົ່ານັ້ນໄປປະຕິບັດ. ມັນບໍ່ແມ່ນທຸລະຂອງເຈົ້າທີ່ຈະໄປໃສ່ໃຈກັບສິ່ງອື່ນ. ຜູ້ນໍາຄຣິສຕະຈັກຄວນທີ່ຈະສາມາດຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາທຸກຄົນ ເພື່ອວ່າພວກເຂົາຈະໄດ້ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກແຕ່ລະຄົນ. ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ທຸກຄົນຄວນຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເປັນສິ່ງທີ່ສໍາຄັນຫຼາຍ ແລະ ຄວນຮັກສາພຣະທໍານັ້ນໄວ້ໃນຫົວໃຈຂອງພວກເຂົາ. ການເຂົ້າສູ່ຄວາມເປັນຈິງນີ້ ໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ຄົນສ່ວນໃຫຍ່ຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ຮູ້ສຶກວ່າພຣະທໍາຂອງພຣະອົງແມ່ນສົດໃໝ່ ບໍ່ວ່າຈະເປັນເວລາໃດກໍ່ຕາມ. ນີ້ໝາຍຄວາມວ່າ ພວກເຂົາກຳລັງເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ສະໜອງໃຫ້ແກ່ມະນຸດ. ເມື່ອທຸກຄົນປາຖະໜາ ແລະ ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ, ມະນຸດຊາດກໍ່ຈະເຂົ້າສູ່ໂລກແຫ່ງພຣະທໍາຂອງພຣະອົງ.
ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ. ເຈົ້າຮູ້ຫຼາຍສໍ່າໃດ? ເຈົ້າໄດ້ນໍາໄປປະຕິບັດຫຼາຍສໍ່າໃດ? ຖ້າຜູ້ນໍາຄຣິສຕະຈັກທີ່ບໍ່ໄດ້ຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ແລ້ວພວກເຂົາກໍ່ໄດ້ປະລະໜ້າທີ່ຂອງພວກເຂົາ ແລະ ລົ້ມເຫຼວໃນການປະຕິບັດຕໍ່ຄວາມຮັບຜິດຊອບຂອງພວກເຂົາ! ບໍ່ວ່າຄວາມເຂົ້າໃຈຂອງເຈົ້າຈະເລິກເຊິ່ງ ຫຼື ມີພຽງແຕ່ຜິວເຜີນ, ບໍ່ວ່າ ເຈົ້າຈະມີຄວາມເຂົ້າໃຈໃນລະດັບໃດກໍ່ຕາມ, ເຈົ້າຕ້ອງຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ, ເຈົ້າຕ້ອງເອົາໃຈໃສ່ຫຼາຍຕໍ່ພຣະທໍາຂອງພຣະອົງ ແລະ ເຂົ້າໃຈຄວາມສໍາຄັນ ແລະ ຄວາມຈໍາເປັນໃນການກິນ ແລະ ການດື່ມພຣະທໍາເຫຼົ່ານັ້ນ. ພຣະເຈົ້າໄດ້ກ່າວມາຫຼາຍແລ້ວ, ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ຫຼື ພະຍາຍາມສະແຫວງຫາ ຫຼື ນໍາເອົາພຣະທໍາຂອງພຣະອົງໄປປະຕິບັດ, ນີ້ກໍ່ບໍ່ສາມາດເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ, ຜະເຊີນກັບພຣະທໍາຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທໍາຂອງພຣະອົງ. ມີພຽງແຕ່ສິ່ງນີ້ຈຶ່ງສາມາດເອີ້ນໄດ້ວ່າເປັນການເຊື່ອໃນພຣະເຈົ້າ! ຖ້າເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າດ້ວຍປາກຂອງເຈົ້າ ແຕ່ຍັງບໍ່ສາມາດນໍາພຣະທໍາຂໍ້ໃດຂອງພຣະອົງໄປປະຕິບັດ ຫຼື ກໍ່ໃຫ້ເກີດຄວາມເປັນຈິງໃດເລີຍ, ສິ່ງນີ້ບໍ່ເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ກົງກັນຂ້າມ, ມັນຄື “ການຊອກຫາເຂົ້າຈີ່ເພື່ອສະໜອງຄວາມຫິວ”. ການເວົ້າເຖິງຄຳພະຍານຕື້ນໆ, ສິ່ງທີ່ບໍ່ມີປະໂຫຍດ ແລະ ເລື່ອງຜິວເຜີນເທົ່ານັ້ນ ໂດຍບໍ່ມີຄວາມເປັນຈິງແມ່ນແຕ່ໜ້ອຍດຽວ: ສິ່ງເຫຼົ່ານີ້ບໍ່ໄດ້ປະກອບເປັນຄວາມເຊື່ອໃນພຣະເຈົ້າ ແລະ ເຈົ້າບໍ່ໄດ້ເຂົ້າໃຈວິທີທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ໄດ້ຫຼາຍເທົ່າທີ່ເປັນໄປໄດ້? ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ແຕ່ ສະແຫວງຫາພຽງແຕ່ເພື່ອຂຶ້ນສະຫວັນ, ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ແມ່ນຫຍັງຄືຂັ້ນຕອນທໍາອິດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຮັດ? ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍເສັ້ນທາງໃດ? ເຈົ້າສາມາດຖືກເຮັດໃຫ້ສົມບູນ ໂດຍບໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າບໍ? ເຈົ້າສາມາດຖືວ່າເປັນປະຊາຊົນໃນອານາຈັກ ໂດຍບໍ່ມີພຣະທໍາຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຄວາມເປັນຈິງຂອງເຈົ້າບໍ? ຄວາມເຊື່ອໃນພຣະເຈົ້າແມ່ນໝາຍເຖິງຫຍັງແທ້ໆ? ຢ່າງໜ້ອຍທີ່ສຸດ, ຜູ້ເຊື່ອໃນພຣະເຈົ້າຄວນປະພຶດດີໃນພາຍນອກ; ສິ່ງທີ່ສໍາຄັນທີ່ສຸດກໍ່ຄື ການມີພຣະທໍາຂອງພຣະເຈົ້າ. ບໍ່ວ່າດ້ວຍຫຍັງກໍ່ຕາມ ເຈົ້າບໍ່ສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້. ການຮູ້ຈັກພຣະເຈົ້າ ແລະ ການສຳເລັດຕາມເຈດຕະນາຂອງພຣະອົງລ້ວນແລ້ວແຕ່ຖືກບັນລຸຜ່ານພຣະທໍາຂອງພຣະອົງ. ໃນອະນາຄົດ, ທຸກຊາດ, ທຸກນິກາຍ, ທຸກສາສະໜາ ແລະ ທຸກພາກສ່ວນຈະຖືກເອົາຊະນະຜ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າຈະກ່າວໂດຍກົງ ແລະ ທຸກຄົນຈະຮັບເອົາພຣະທໍາຂອງພຣະອົງໄວ້ໃນມືຂອງພວກເຂົາ ແລະ ດ້ວຍວິທີນີ້, ມະນຸດຊາດກໍ່ຈະຖືກເຮັດໃຫ້ສົມບູນ. ພຣະທໍາຂອງພຣະເຈົ້າຈະເຜີຍແຜ່ໄປທົ່ວທັງພາຍໃນ ແລະ ພາຍນອກ: ມະນຸດຊາດຈະກ່າວພຣະທໍາຂອງພຣະເຈົ້າດ້ວຍປາກຂອງພວກເຂົາ, ປະຕິບັດຕາມພຣະທໍາຂອງພຣະເຈົ້າ ແລະ ຮັກສາພຣະທໍາຂອງພຣະອົງໄວ້ພາຍໃນ, ຍັງຄົງແຊ່ໃນພຣະທຳຂອງພຣະເຈົ້າທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ມະນຸດຊາດຈຶ່ງຈະຖືກເຮັດໃຫ້ສົມບູນ. ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງ, ຄົນເຫຼົ່ານີ້ຄືຄົນທີ່ມີພຣະທໍາຂອງພຣະເຈົ້າເປັນຄວາມເປັນຈິງຂອງພວກເຂົາ.
ການເຂົ້າສູ່ຍຸກແຫ່ງພຣະທໍາ ນັ້ນກໍ່ຄື ຍຸກແຫ່ງອານາຈັກພັນປີ ຄືພາລະກິດທີ່ກໍາລັງສໍາເລັດໃນປັດຈຸບັນ. ນັບຕັ້ງແຕ່ນີ້ຕໍ່ໄປ, ໃຫ້ປະຕິບັດການສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີການກິນ ແລະ ດື່ມ ພ້ອມທັງການຜະເຊີນກັບພຣະທໍາຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ. ເຈົ້າຕ້ອງກໍ່ໃຫ້ເກີດປະສົບການຕົວຈິງບາງຢ່າງເພື່ອທີ່ຈະຊັກຈູງຄົນອື່ນ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ບໍ່ມີຜູ້ໃດຈະຖືກຊັກຈູງໃຫ້ເຊື່ອໄດ້! ທຸກຄົນທີ່ຖືກພຣະເຈົ້າໃຊ້ກໍ່ສາມາດດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ສາມາດກໍ່ໃຫ້ເກີດຄວາມເປັນຈິງນີ້ໄດ້ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ນີ້ກໍ່ສະແດງວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍບໍ່ໄດ້ຖືກເຮັດໃຫ້ສົມບູນ. ນີ້ຄືຄວາມສໍາຄັນໃນພຣະທໍາຂອງພຣະເຈົ້າ. ເຈົ້າມີຫົວໃຈທີ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າບໍ? ຄົນທີ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າກໍ່ຫິວກະຫາຍຫາຄວາມຈິງ ແລະ ມີພຽງແຕ່ຄົນແບບນັ້ນຈຶ່ງຈະໄດ້ຮັບພອນຈາກພຣະເຈົ້າ. ໃນອະນາຄົດ, ມັນຈະມີພຣະທໍາອີກຫຼາຍຂໍ້ທີ່ພຣະເຈົ້າຈະກ່າວຕໍ່ທຸກສາສະໜາ ແລະ ທຸກນິກາຍຕ່າງໆ. ພຣະອົງກ່າວກ່ອນ ແລະ ເປັ່ງສຽງຂອງພຣະອົງທ່າມກາງພວກເຈົ້າເພື່ອເຮັດໃຫ້ພວກເຈົ້າສົມບູນ ກ່ອນທີ່ຈະສືບຕໍ່ກ່າວ ແລະ ເປັ່ງສຽງຂອງພຣະອົງທ່າມກາງຄົນຕ່າງຊາດເພື່ອເອົາຊະນະພວກເຂົາ. ຜ່ານພຣະທໍາຂອງພຣະອົງ, ທຸກຄົນຈະເຊື່ອໝັ້ນຢ່າງຈິງໃຈ ແລະ ຢ່າງສິ້ນເຊີງ. ຜ່ານພຣະທໍາຂອງພຣະເຈົ້າ ແລະ ການເປີດເຜີຍຂອງພຣະອົງ, ອຸປະນິໄສທີ່ເສື່ອມຊາມຂອງມະນຸດຈະຫາຍໄປ, ເຂົາຈະຮັບເອົາລັກສະນະຂອງມະນຸດ ແລະ ອຸປະນິໄສທີ່ກະບົດຂອງເຂົາກໍ່ຈະຫຼຸດລົງ. ພຣະທໍາປະຕິບັດພາລະກິດຕໍ່ມະນຸດດ້ວຍສິດອໍານາດ ແລະ ເອົາຊະນະມະນຸດດ້ວຍແສງສະຫວ່າງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າເຮັດໃນຍຸກປັດຈຸບັນ ພ້ອມດ້ວຍຈຸດປ່ຽນແປງໃນພາລະກິດຂອງພຣະອົງ, ລ້ວນແລ້ວແຕ່ສາມາດຖືກຄົ້ນພົບໃນພຣະທໍາຂອງພຣະອົງ. ຖ້າເຈົ້າບໍ່ອ່ານພຣະທໍາຂອງພຣະອົງ, ເຈົ້າກໍ່ຈະບໍ່ເຂົ້າໃຈຫຍັງ. ຜ່ານການກິນ ແລະ ການດື່ມພຣະທໍາຂອງພຣະອົງດ້ວຍຕົວເຈົ້າເອງ ແລະ ຜ່ານການມີສ່ວນສົນທະນາກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ປະສົບການຕົວຈິງຂອງເຈົ້າ, ເຈົ້າຈະໄດ້ຮັບຄວາມຮູ້ທີ່ສົມບູນກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ເມື່ອນັ້ນ, ເຈົ້າຈຶ່ງຈະສາມາດໃຊ້ຊີວິດຕາມຄວາມເປັນຈິງຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 405)
ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ “ທຸກຄົນທີ່ໃສ່ໃຈກັບການຫຼຽວເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນກໍ່ຈະຖືກປະຖິ້ມ; ພວກເຂົາບໍ່ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນ”. ເຮົາໄດ້ກ່າວພຣະທໍາຫຼາຍຂໍ້ໄປແລ້ວ, ແຕ່ມະນຸດຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດນີ້ ແລະ ເມື່ອມາເຖິງຈຸດນີ້ແລ້ວ ມະນຸດຍັງຮ້ອງຂໍໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າເປັນພຽງການແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນແມ່ນເພື່ອຮັບເອົາຊີວິດ? ພຣະເຢຊູຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ພຣະທຳບາງຂໍ້ຍັງບໍ່ທັນບັນລຸຜົນ. ເຈົ້າສາມາດເວົ້າໄດ້ບໍວ່າພຣະເຢຊູບໍ່ແມ່ນພຣະເຈົ້າ? ພຣະເຈົ້າເປັນພະຍານວ່າພຣະອົງຄືພຣະຄຣິດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ. ເຈົ້າສາມາດປະຕິເສດສິ່ງນີ້ໄດ້ບໍ? ໃນປັດຈຸບັນ, ພຣະເຈົ້າພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຮູ້ໄດ້ຢ່າງລະອຽດ, ແລ້ວເຈົ້າກໍ່ບໍ່ສາມາດຕັ້ງໝັ້ນໄດ້. ເຈົ້າເຊື່ອໃນພຣະອົງຍ້ອນວ່າພຣະອົງເປັນພຣະເຈົ້າ ຫຼື ເຈົ້າເຊື່ອໃນພຣະອົງໂດຍອີງຕາມຂໍ້ແທ້ຈິງທີ່ວ່າພຣະທໍາຂອງພຣະອົງໄດ້ບັນລຸຜົນ ຫຼື ບໍ່? ເຈົ້າເຊື່ອໃນໝາຍສໍາຄັນ ແລະ ສິ່ງອັດະຈັນບໍ ຫຼື ເຈົ້າເຊື່ອໃນພຣະເຈົ້າ? ມື້ນີ້, ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ພຣະອົງເປັນພຣະເຈົ້າແທ້ໆບໍ? ຖ້າພຣະທໍາທີ່ພຣະອົງກ່າວບໍ່ໄດ້ບັນລຸຜົນ, ພຣະອົງແມ່ນພຣະເຈົ້າແທ້ໆບໍ? ແກ່ນແທ້ຂອງພຣະເຈົ້າຖືກກຳນົດຈາກຂໍ້ແທ້ຈິງທີ່ວ່າພຣະທຳທີ່ພຣະອົງກ່າວໄດ້ສຳເລັດຜົນ ຫຼື ບໍ່ບໍ? ເປັນຫຍັງບາງຄົນຈຶ່ງລໍຖ້າໃຫ້ພຣະທໍາຂອງພຣະເຈົ້າບັນລຸຜົນກ່ອນທີ່ພວກເຂົາຈະເຊື່ອໃນພຣະອົງ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ຮູ້ຈັກພຣະອົງບໍ? ທຸກຄົນທີ່ມີແນວຄິດດັ່ງກ່າວແມ່ນຄົນທີ່ປະຕິເສດພຣະເຈົ້າ. ພວກເຂົາໃຊ້ແນວຄິດເພື່ອວັດແທກພຣະເຈົ້າ; ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ, ພວກເຂົາກໍ່ເຊື່ອໃນພຣະອົງ ແລະ ຖ້າພຣະທໍາບໍ່ໄດ້ບັນລຸຜົນ ພວກເຂົາກໍ່ຈະບໍ່ເຊື່ອໃນພຣະອົງ; ແລະ ພວກເຂົາມັກສະແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ. ຄົນເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍໃນຍຸກສະໄໝໃໝ່ບໍ? ການທີ່ເຈົ້າຈະສາມາດຕັ້ງໝັ້ນໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນກັບວ່າເຈົ້າຮູ້ຈັກພຣະເຈົ້າທີ່ແທ້ຈິງ ຫຼື ບໍ່, ນີ້ຄືສິ່ງທີ່ສຳຄັນ! ຍິ່ງຄວາມເປັນຈິງຂອງພຣະເຈົ້າໃນຕົວເຈົ້າມີຫຼາຍຂຶ້ນເທົ່າໃດ ຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງໃນພຣະເຈົ້າກໍ່ຍິງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍ່ຍິ່ງສາມາດຕັ້ງໝັ້ນຢູ່ໃນລະຫວ່າງການທົດລອງໄດ້ຫຼາຍຂຶ້ນ. ຍິ່ງເຈົ້າໃສ່ໃຈໃນການເຫັນໝາຍສໍາຄັນ ແລະ ສິ່ງອັດະຈັນຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງສາມາດຕັ້ງໝັ້ນໄດ້ໜ້ອຍລົງ ແລະ ເຈົ້າຈະຕົກຢູ່ທ່າມກາງການທົດລອງ. ໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ່ແມ່ນຮາກຖານ; ມີພຽງແຕ່ຄວາມເປັນຈິງຂອງພຣະເຈົ້າເທົ່ານັ້ນທີ່ເປັນຊີວິດ. ບາງຄົນບໍ່ຮູ້ຜົນກະທົບທີ່ຈະຖືກບັນລຸໂດຍພາລະກິດຂອງພຣະເຈົ້າ. ພວກເຂົາໃຊ້ເວລາຂອງພວກເຂົາຢູ່ກັບຄວາມງົມງວາຍ, ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ຈຸດປະສົງໃນການສະແຫວງຫາຂອງພວກເຂົາແມ່ນເພື່ອໃຫ້ພຣະເຈົ້າປະຕິບັດຕາມຄວາມປາຖະໜາຂອງພວກເຂົາ ແລະ ໃນເມື່ອນັ້ນເອງ ພວກເຂົາຈິ່ງຈະຈິງຈັງໃນຄວາມເຊື່ອຂອງພວກເຂົາ. ພວກເຂົາເວົ້າວ່າ ພວກເຂົາຈະສະແຫວງຫາຊີວິດ ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ, ແຕ່ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ບັນລຸຜົນ, ແລ້ວມັນກໍ່ບໍ່ມີຄວາມເປັນໄປໄດ້ທີ່ພວກເຂົາຈະສະແຫວງຫາຊີວິດ. ມະນຸດຄິດວ່າຄວາມເຊື່ອໃນພຣະເຈົ້າຄືການສະແຫວງຫາເພື່ອເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ການສະແຫວງຫາເພື່ອຂຶ້ນສະຫວັນ ແລະ ສະຫວັນຊັ້ນທີສາມ. ບໍ່ມີໃຜທີ່ເວົ້າວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືການສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ, ການສະແຫວງຫາຊີວິດ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າໃນການສະແຫວງຫາແບບນີ້? ຜູ້ທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມພໍໃຈຂອງພຣະເຈົ້າກໍ່ເປັນຄົນທີ່ບໍ່ເຊື່ອໃນພຣະເຈົ້າ; ພວກເຂົາເປັນຄົນທີ່ໝິ່ນປະໝາດພຣະເຈົ້າ!
ຕອນນີ້ ພວກເຈົ້າເຂົ້າໃຈບໍວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າໝາຍເຖິງການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ? ມັນໝາຍເຖິງການຂຶ້ນສະຫວັນບໍ? ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງງ່າຍແມ່ນແຕ່ໜ້ອຍດຽວ. ການປະຕິບັດທາງສາສະໜາເຫຼົ່ານັ້ນຄວນຖືກລົບລ້າງອອກ; ການສະແຫວງຫາການຮັກສາຄົນເຈັບປ່ວຍ, ການຂັບໄລ່ມານຮ້າຍ, ການໃສ່ໃຈກັບໝາຍສໍາຄັນ ແລະ ສິ່ງອັດສະຈັນ, ການປາດຖະໜາເພື່ອຫວັງຮັບພຣະຄຸນຂອງພຣະເຈົ້າ, ຄວາມສະຫງົບສຸກ ແລະ ຄວາມສຸກໃຈຫຼາຍຂຶ້ນ, ການສະແຫວງຫາຄວາມຄາດຫວັງ ແລະ ຄວາມສຸກສະບາຍຂອງເນື້ອໜັງ, ສິ່ງເຫຼົ່ານີ້ແມ່ນການປະຕິບັດທາງສາສະໜາ ແລະ ການປະຕິບັດທາງສາສະໜາດັ່ງກ່າວຄືຄວາມເຊື່ອປະເພດທີ່ເລື່ອນລອຍ. ມື້ນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ມັນຄື ການຮັບເອົາພຣະທໍາຂອງພຣະເຈົ້າໃຫ້ເປັນຄວາມຈິງໃນຊີວິດຂອງເຈົ້າ ແລະ ການຮູ້ຈັກພຣະເຈົ້າຈາກພຣະທໍາຂອງພຣະອົງ ເພື່ອບັນລຸຄວາມຮັກທີ່ແທ້ຈິງຕໍ່ພຣະອົງ. ເພື່ອຈະເວົ້າຢ່າງຈະແຈ້ງກໍ່ຄື: ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ເຈົ້າເຊື່ອຟັງພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດ. ນີ້ຄືຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ, ພຣະເຈົ້າສົມຄວນແກ່ການເຄົາລົບນັບຖືສໍ່າໃດ ແລະ ໃນສິ່ງຖືກສ້າງຂອງພຣະອົງ ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ເຮັດໃຫ້ພວກເຂົາສົມບູນແນວໃດ, ສິ່ງເຫຼົ່ານີ້ຄືພື້ນຖານທີ່ແທ້ຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າເປັນຫຼັກ; ຈາກການດໍາລົງຊີວິດພາຍໃນຄວາມເສື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດແຫ່ງພຣະທໍາພຣະເຈົ້າ; ມັນຄືການອອກຈາກການຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ການດຳລົງຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ມັນຄືການທີ່ສາມາດບັນລຸຄວາມເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ແມ່ນຄວາມເຊື່ອຟັງຕໍ່ເນື້ອໜັງ; ມັນຄືການປ່ອຍໃຫ້ໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານ. ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈະໄດ້ສຳແດງອອກໃນຕົວເຈົ້າເປັນຫຼັກ, ເພື່ອວ່າເຈົ້າອາດເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ຄວາມເຊື່ອໃນພຣະເຈົ້າບໍ່ຄວນກ່ຽວກັບຄວາມປາຖະໜາທີ່ຈະເບິ່ງເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນບໍ່ຄວນເຫັນແກ່ເນື້ອໜັງສ່ວນຕົວຂອງເຈົ້າ. ມັນຄວນກ່ຽວກັບການສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການທີ່ສາມາດເຊື່ອຟັງພຣະເຈົ້າ ແລະ ການເຊື່ອຟັງພຣະອົງຈົນເຖິງຕາຍເຊັ່ນດຽວກັບເປໂຕ. ສິ່ງເຫຼົ່ານີ້ຄືຈຸດປະສົງຫຼັກຂອງການເຊື່ອໃນພຣະເຈົ້າ. ຄົນໜຶ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ, ພຽງແຕ່ຫຼັງຈາກນັ້ນ ເຈົ້າຈິ່ງສາມາດເຊື່ອຟັງພຣະເຈົ້າໄດ້. ດ້ວຍຄວາມຮູ້ກ່ຽວກັບພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍທີ່ມະນຸດຄວນມີໃນຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຖ້າເຈົ້າພະຍາຍາມເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່ສະເໝີ, ແລ້ວມຸມມອງຄວາມເຊື່ອໃນພຣະເຈົ້າແບບນີ້ກໍ່ບໍ່ຖືກຕ້ອງ. ຄວາມເຊື່ອໃນພຣະເຈົ້າຄືການຍອມຮັບພຣະທໍາຂອງພຣະເຈົ້າໃຫ້ເປັນຄວາມຈິງແຫ່ງຊີວິດເປັນຫຼັກ. ຈຸດປະສົງຂອງພຣະເຈົ້າແມ່ນພຽງແຕ່ຖືກບັນລຸໂດຍການນໍາພຣະທຳຂອງພຣະເຈົ້າຈາກປາກຂອງພຣະເຈົ້າໄປປະຕິບັດ ແລະ ການປະຕິບັດພວກມັນພາຍໃນຕົວເຈົ້າເອງ. ໃນຄວາມເຊື່ອໃນພຣະເຈົ້າ, ມະນຸດຄວນດີ້ນຮົນເພ່ືອຖືກພຣະເຈົ້າເຮັດໃຫ້ສົມບູນ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດເຊື່ອຟັງພຣະເຈົ້າໂດຍບໍ່ມີການຈົ່ມຕໍ່ວ່າໃດໆ, ໃສ່ໃຈຕໍ່ຄວາມປາຖະໜາຂອງພຣະເຈົ້າ, ບັນລຸວຸດທິພາວະຂອງເປໂຕ ແລະ ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວເຖິງ, ແລ້ວນັ້ນກໍ່ຈະເປັນເວລາທີ່ເຈົ້າໄດ້ບັນລຸຄວາມສຳເລັດໃນຄວາມເຊື່ອໃນພຣະເຈົ້າ ແລະ ມັນຈະເປັນການສະແດງໃຫ້ເຫັນວ່າເຈົ້າຖືກຮັບເອົາໂດຍພຣະເຈົ້າແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ