ການເຂົ້າສູ່ຊີວິດ II
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 406)
ເມື່ອຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຂົາກໍສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍວິທີດັ່ງກ່າວຈຶ່ງໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ພວກເຂົາໃຊ້ຫົວໃຈຂອງພວກເຂົາເພື່ອພົວພັນກັບພຣະທຳຂອງພຣະເຈົ້າ ແລ້ວໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະໃຊ້ຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງຈະສາມາດພັດທະນາຊີວິດຝ່າຍວິນຍານທີ່ປົກກະຕິເທື່ອລະໜ້ອຍ. ຖ້າໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ, ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງ, ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ປະຕິບັດຕໍ່ພາລະຂອງພຣະອົງເປັນດັ່ງພາລະຂອງພວກເຂົາເອງ, ແລ້ວທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ, ເປັນການກະທຳທີ່ປົກກະຕິຂອງຄົນທີ່ເຊື່ອຖືສາສະໜາ ແລະ ມັນຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້, ພວກເຂົາສາມາດເຮັດໜ້າທີ່ເປັນສິ່ງປະກອບສຳລັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຄົນເຫຼົ່ານີ້ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນຕົວຍຶດ ແລະ ພວກເຂົາເປັນຂີ້ເຫຍື້ອ ແລະ ພຣະເຈົ້າບໍ່ນໍາໃຊ້ພວກເຂົາ. ບໍ່ພຽງແຕ່ບໍ່ມີໂອກາດທີ່ພາລະກິດຂອງພຣະວິນຍານບໍລິສຸດຈະເຮັດພາລະກິດໃນພວກເຂົາ, ບໍ່ມີຄຸນຄ່າໃນການເຮັດໃຫ້ພວກເຂົາສົມບູນແບບເລີຍ. ຄົນປະເພດນີ້ຊາກສົບຍ່າງໄດ້ແທ້ໆ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້, ພວກເຂົາຖືກຄອບງໍາທັງໝົດ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະໂຍນຄົນເຫຼົ່ານີ້ອອກໃຫ້ໝົດ. ເມື່ອພຣະວິນຍານບໍລິສຸດນໍາໃຊ້ຜູ້ຄົນໃນມື້ນີ້, ພຣະອົງບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງເຮັດໃຫ້ສົມບູນ ແລະ ປ່ຽນແປງສ່ວນຕ່າງໆຂອງພວກເຂົາທີ່ບໍ່ເປັນປະໂຫຍດ. ຖ້າເຈົ້າສາມາດຖອກເທຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ສະຫງົບຕໍ່ໜ້າພຣະອົງ, ແລ້ວເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ແລະ ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກຜ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າຈະສາມາດໄດ້ຮັບທາງເຂົ້າທີ່ເລິກຊຶ້ງຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ໃນລະດັບທີ່ສູງຂຶ້ນ; ໃນທາງລົບ, ເຈົ້າຈະມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມບົກຜ່ອງ ແລະ ຂໍ້ຜິດພາດຂອງເຈົ້າ ແລະ ເຈົ້າຈະຊອກຫາຫຼາຍຂຶ້ນ ແລະ ສະແຫວງຫາຫຼາຍຂຶ້ນເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ຂີ້ຄ້ານ ເຈົ້າຈະສາມາດກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ສະແດງວ່າເຈົ້າເປັນຄົນຖືກຕ້ອງ. ໂດຍສັນນິດຖານວ່າ ຫົວໃຈຂອງເຈົ້າຍັງຄົງສະຫງົບຕໍ່ໜ້າພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະໄດ້ຮັບຄໍາຍົກຍ້ອງຈາກພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ເຈົ້າຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນກັບວ່າເຈົ້າກ້າວເຂົ້າສູ່ຢ່າງຫ້າວຫັນ ຫຼື ບໍ່. ເມື່ອພຣະວິນຍານບໍລິສຸດມອບແສງສະຫວ່າງໃຫ້ແກ່ຜູ້ຄົນ ແລະ ນໍາໃຊ້ພວກເຂົາ, ພຣະອົງຈະບໍ່ເຮັດໃຫ້ພວກເຂົາຄິດລົບ, ພຣະອົງຈະເຮັດໃຫ້ພວກເຂົາກ້າວໜ້າຢ່າງຫ້າວຫັນຢູ່ສະເໝີ. ແລ້ວເມື່ອພຣະອົງເຮັດເຊັ່ນນີ້, ຜູ້ຄົນຍັງມີຈຸດອ່ອນ ແຕ່ພວກເຂົາບໍ່ດຳລົງຊີວິດຕາມສິ່ງເຫຼົ່ານັ້ນ. ພວກເຂົາບໍ່ໄດ້ປ່ອຍວາງຄວາມກ້າວໜ້າໃນຊີວິດຂອງພວກເຂົາ ແລະ ພວກເຂົາສືບຕໍ່ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ຄືມາດຕະຖານ. ຖ້າເຈົ້າສາມາດບັນລຸສິ່ງນີ້ ມັນກໍພິສູດວ່າ ເຈົ້າໄດ້ຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ. ຖ້າຄົນໃດຄົນໜຶ່ງຄິດລົບຢູ່ສະເໝີ ແລະ ເຖິງແມ່ນວ່າຫຼັງຈາກຄົນນັ້ນໄດ້ຮັບຄວາມສະຫວ່າງ ແລະ ມາຮູ້ຈັກຕົນເອງ, ຖ້າພວກເຂົາຍັງຄິດລົບ ແລະ ຢູ່ຊື່ໆ ແລະ ພວກເຂົາບໍ່ສາມາດລຸກຂຶ້ນ ແລະ ເຮັດວຽກກັບພຣະເຈົ້າ, ແລ້ວພວກເຂົາພຽງແຕ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແລະ ພຣະວິນຍານບໍລິສຸດບໍ່ໄດ້ຢູ່ກັບພວກເຂົາ. ສະພາວະລົບໆຂອງພວກເຂົາໝາຍຄວາມວ່າຫົວໃຈຂອງພວກເຂົາຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າ ແລະ ວິນຍານຂອງພວກເຂົາກໍບໍ່ໄດ້ຮັບການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ທຸກຄົນຄວນຮັບຮູ້ທຸກສິ່ງນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 407)
ຜ່ານປະສົບການ, ມັນສາມາດເຫັນໄດ້ວ່າການສະຫງົບຫົວໃຈຂອງຄົນໆໜຶ່ງຕໍ່ໜ້າພຣະເຈົ້າຄືສິ່ງທີ່ສໍາຄັນທີ່ສຸດ. ມັນກ່ຽວຂ້ອງກັບບັນຫາໃນຊີວິດຝ່າຍວິນຍານຂອງຜູ້ຄົນ ແລະ ຄວາມກ້າວໜ້າໃນຊີວິດ. ການທີ່ເຈົ້າສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສຈະພຽງແຕ່ເກີດໝາກຜົນ ຖ້າຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ສິ່ງນັ້ນເປັນຍ້ອນເຈົ້າໄດ້ເຂົ້າມາຢູ່ຕໍ່ໜ້າພຣະອົງທີ່ເປັນພາລະ, ເພາະເຈົ້າຮູ້ສຶກຢູ່ສະເໝີວ່າເຈົ້າກຳລັງຂາດໃນຫຼາຍທາງ, ມີຄວາມຈິງຫຼາຍປະການທີ່ເຈົ້າຈຳເປັນຕ້ອງຮູ້, ມີຄວາມເປັນຈິງຫຼາຍຢ່າງທີ່ເຈົ້າຈຳເປັນຕ້ອງໄດ້ສໍາຜັດ ແລະ ເຈົ້າຄວນສະແດງຄວາມຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ; ສິ່ງເຫຼົ່ານີ້ຢູ່ໃນຄວາມຄິດຂອງເຈົ້າຢູ່ຕະຫຼອດ, ມັນຮູ້ສຶກຄືກັບວ່າພວກມັນກໍາລັງເຕັງເຈົ້າລົງຈົນຫາຍໃຈບໍ່ອອກ ແລ້ວດ້ວຍເຫດນັ້ນເຈົ້າຈຶ່ງຮູ້ສຶກໜັກໃຈ (ແຕ່ເຈົ້າບໍ່ໄດ້ຢູ່ໃນສະພາວະລົບໆ). ມີແຕ່ຄົນເຊັ່ນນີ້ເທົ່ານັ້ນຈຶ່ງມີຄຸນສົມບັດທີ່ຈະຍອມຮັບເອົາຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ແລະ ການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ມັນເປັນຍ້ອນພາລະຂອງພວກເຂົາ, ເພາະພວກເຂົາໜັກໃຈ ແລະ ມັນສາມາດເວົ້າໄດ້ວ່າ ຍ້ອນລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມທຸກທໍລະມານທີ່ພວກເຂົາໄດ້ຜ່ານຜ່າຕໍ່ໜ້າພຣະເຈົ້າ ພວກເຂົາຈຶ່ງໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ. ເພາະວ່າພຣະເຈົ້າບໍ່ໄດ້ປະຕິບັດຢ່າງພິເສດຕໍ່ບຸກຄົນໃດ. ພຣະອົງຍຸຕິທໍາໃນການປະຕິບັດຕໍ່ຜູ້ຄົນສະເໝີ ແລະ ພຣະອົງບໍ່ໄດ້ໃຫ້ພອນຕໍ່ຜູ້ຄົນຢ່າງບໍ່ມີເຫດຜົນ ຫຼື ເງື່ອນໄຂ. ນີ້ແມ່ນລັກສະນະອຸປະນິໄສໜຶ່ງທີ່ຊອບທໍາຂອງພຣະເຈົ້າ. ໃນຊີວິດຈິງ, ຄົນສ່ວນໃຫຍ່ບໍ່ທັນໄດ້ບັນລຸອານາເຂດນີ້. ຢ່າງໜ້ອຍທີ່ສຸດ, ຫົວໃຈຂອງພວກເຂົາກໍຍັງບໍ່ທັນຫັນເຂົ້າຫາພຣະເຈົ້າຢ່າງສົມບູນ, ສະນັ້ນຈຶ່ງຍັງບໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງໃດໆເລີຍໃນຊີວິດ-ອຸປະນິໄສຂອງພວກເຂົາ. ນີ້ເປັນຍ້ອນພວກເຂົາອາໄສຢູ່ໃນພຣະຄຸນຂອງພຣະເຈົ້າເທົ່ານັ້ນ ແລະ ພວກເຂົາຍັງບໍ່ທັນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເກນເງື່ອນໄຂທີ່ຜູ້ຄົນຕ້ອງບັນລຸເພື່ອຖືກພຣະເຈົ້າໃຊ້ແມ່ນເປັນດັ່ງນີ້: ຫົວໃຈຂອງພວກເຂົາຕ້ອງຫັນເຂົ້າຫາພຣະເຈົ້າ, ພວກເຂົາຕ້ອງແບກຫາບເອົາພາລະແຫ່ງພຣະທໍາຂອງພຣະອົງ, ພວກເຂົາມີຫົວໃຈທີ່ສະແຫວງຫາ ແລະ ພວກເຂົາຕ້ອງຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ. ມີພຽງຄົນເຫຼົ່ານີ້ເທົ່ານັ້ນຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງໄດ້ຢູ່ເລື້ອຍໆ. ຢູ່ພາຍນອກ, ຄົນທີ່ພຣະເຈົ້າໃຊ້ປະໂຫຍດປາກົດຄືກັບວ່າຂາດເຫດຜົນ ແລະ ຄວາມສໍາພັນທີ່ປົກກະຕິກັບຄົນອື່ນ, ແຕ່ວ່າພວກເຂົາເວົ້າຢ່າງລະມັດລະວັງ, ຢ່າງເໝາະສົມ ແລະ ສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ. ນີ້ຄືຄົນປະເພດທີ່ຄູ່ຄວນຈະຖືກພຣະວິນຍານບໍລິສຸດນໍາໃຊ້ຢ່າງແນ່ນອນ. ຄົນເຫຼົ່ານີ້ທີ່ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງນີ້ ເບິ່ງຄືວ່າບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ ແລະ ພວກເຂົາບໍ່ສົນໃຈຄວາມຮັກພາຍນອກ ຫຼື ການປະຕິບັດພາຍນອກ, ແຕ່ເມື່ອພວກເຂົາໂອ້ລົມເລື່ອງຝ່າຍວິນຍານ ພວກເຂົາສາມາດເປີດຫົວໃຈຂອງພວກເຂົາ ແລະ ຈັດໃຫ້ຄວາມສະຫວ່າງ ແລະ ແສງເຍືອງທາງໃຫ້ຄົນອື່ນຢ່າງບໍ່ເຫັນແກ່ຕົວ ເຊິ່ງພວກເຂົາໄດ້ຮັບຈາກປະສົບການຕົວຈິງຂອງພວກເຂົາຕໍ່ໜ້າພຣະເຈົ້າ. ນັ້ນແມ່ນວິທີທີ່ພວກເຂົາສະແດງຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະອົງ. ເມື່ອຄົນອື່ນປ້ອຍດ່າ ແລະ ເຍາະເຍີ້ຍພວກເຂົາ, ພວກເຂົາກໍຫຼີກລ່ຽງຈາກການໄດ້ຮັບອິດທິພົນຈາກຄົນ, ເລື່ອງ ຫຼື ສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ຍັງສະຫງົບຕໍ່ໜ້າພຣະເຈົ້າ. ມັນເບິ່ງຄືກັບວ່າພວກເຂົາມີຄວາມເຂົ້າໃຈທີ່ພິເສດຂອງພວກເຂົາເອງ. ບໍ່ວ່າຄົນອື່ນຈະເຮັດແນວໃດກໍຕາມ, ຫົວໃຈຂອງພວກເຂົາບໍ່ເຄີຍປະຖິ້ມພຣະເຈົ້າ. ເມື່ອຄົນອື່ນເວົ້າ ແລະ ຫົວຂວັນ, ຫົວໃຈຂອງພວກເຂົາກໍຍັງຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕຶກຕອງພຣະທໍາຂອງພຣະອົງ ຫຼື ອະທິຖານຫາພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງງຽບໆ, ສະແຫວງຫາເຈດຕະນາຂອງພຣະອົງ. ຄົນເຫຼົ່ານີ້ບໍ່ເຄີຍໃຫ້ຄວາມສໍາຄັນກັບການຮັກສາຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນ ແລະ ພວກເຂົາເບິ່ງຄືກັບວ່າບໍ່ມີປັດຊະຍາສຳລັບການດຳລົງຊີວິດ. ພວກເຂົາປາກົດວ່າສົດໃສ, ເປັນຕາຮັກແພງ ແລະ ໄຮ້ດຽງສາ, ແຕ່ພວກເຂົາຍັງມີຄວາມສະຫງົບພໍສົມຄວນ. ນີ້ແມ່ນລັກສະນະຂອງຄົນປະເພດທີ່ພຣະເຈົ້ານໍາໃຊ້. ສິ່ງຕ່າງໆ ເຊັ່ນ: ປັດຊະຍາສໍາລັບການດໍາລົງຊີວິດ ຫຼື “ເຫດຜົນປົກກະຕິ” ພຽງແຕ່ບໍ່ສາມາດໃຊ້ໄດ້ກັບຄົນປະເພດນີ້. ພວກເຂົາໄດ້ຖອກເທຫົວໃຈທັງໝົດຂອງພວກເຂົາໃຫ້ພຣະທໍາຂອງພຣະເຈົ້າແລ້ວ ແລະ ພວກເຂົາເບິ່ງຄືວ່າ ມີແຕ່ພຣະເຈົ້າເທົ່ານັ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນປະເພດນີ້ເປັນຄົນທີ່ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງ ແລະ ມັນເປັນຄົນປະເພດນີ້ແທ້ໆທີ່ພຣະເຈົ້ານໍາໃຊ້. ເຄື່ອງໝາຍຂອງຄົນທີ່ພຣະເຈົ້ານໍາໃຊ້ມີລັກສະນະຄື: ບໍ່ວ່າຢູ່ເມື່ອໃດ ຫຼື ຢູ່ໃສກໍຕາມ, ຫົວໃຈຂອງພວກເຂົາຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ບໍ່ວ່າຄົນອື່ນອາດເຖິງວ່າຄົນອື່ນຈະໝົກໝົ້ນໃນກິເລດຕັນຫາ ແລະ ຝ່າຍເນື້ອໜັງຫຼາຍປານໃດກໍຕາມ, ຫົວໃຈຂອງຄົນນີ້ກໍບໍ່ເຄີຍປະຖິ້ມພຣະເຈົ້າ ແລະ ພວກເຂົາບໍ່ຕິດຕາມຝູງຊົນ. ມີແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ຄົນປະເພດນີ້ເທົ່ານັ້ນຈຶ່ງຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນ. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້, ແລ້ວເຈົ້າກໍບໍ່ມີຄຸນສົມບັດທີ່ຈະຖືກຮັບໂດຍພຣະເຈົ້າ ຫຼື ຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 408)
ຖ້າເຈົ້າຢາກສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ຫົວໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ; ໂດຍຖືເອົາສິ່ງນີ້ເປັນພື້ນຖານ ແລ້ວເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນເຊັ່ນກັນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນຂອງເຈົ້າກັບຄົນອື່ນ, ບໍ່ວ່າເຈົ້າຈະເຮັດວຽກໜັກສໍ່າໃດ ຫຼື ບໍ່ວ່າເຈົ້າຈະທຸ້ມເທກຳລັງຫຼາຍສໍ່າໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາຂອງມະນຸດສຳລັບການດຳລົງຊີວິດ. ເຈົ້າຈະປົກປ້ອງຕໍາແໜ່ງຂອງເຈົ້າຢູ່ທ່າມກາງຜູ້ຄົນ ແລະ ຮັກສາການຍົກຍ້ອງຂອງພວກເຂົາຜ່ານທັດສະນະຂອງມະນຸດ ແລະ ປັດຊະຍາຂອງມະນຸດ, ແທນທີ່ຈະສ້າງຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິຕາມພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຜູ້ຄົນ ແລະ ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າແທນ, ຖ້າເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ, ແລ້ວຄວາມສໍາພັນລະຫວ່າງບຸກຄົນຂອງເຈົ້າກໍຈະເປັນປົກກະຕິຢ່າງທໍາມະຊາດ. ແລ້ວຄວາມສໍາພັນເຫຼົ່ານີ້ຈະບໍ່ຖືກສ້າງຂຶ້ນບົນພື້ນຖານຂອງເນື້ອໜັງ, ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ. ເຈົ້າຈະເກືອບບໍ່ມີປະຕິກິລິຍາໃດໆທາງຝ່າຍເນື້ອໜັງກັບຄົນອື່ນ, ແຕ່ໃນລະດັບຝ່າຍວິນຍານແມ່ນຈະເປັນການໂອ້ລົມ ແລະ ຄວາມຮັກທີ່ມີຮ່ວມກັນ, ຄວາມປອບໃຈ ແລະ ການຈັດໃຫ້ລະຫວ່າງພວກເຈົ້າ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຄວາມປາຖະໜາທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ດຳເນີນໄປຜ່ານປັດຊະຍາຂອງມະນຸດສຳລັບການດຳລົງຊີວິດ, ພວກມັນຖືກສ້າງຂຶ້ນໂດຍເປັນທຳມະຊາດເມື່ອຄົນໃດໜຶ່ງແບກຮັບພາລະສຳລັບພຣະເຈົ້າ. ພວກເຂົາບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມຂອງມະນຸດທີ່ປະດິດຂຶ້ນຈາກເຈົ້າ, ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກການແຫ່ງພຣະທໍາຂອງພຣະເຈົ້າ. ເຈົ້າເຕັມໃຈທີ່ຈະພິຈາລະນາຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ຕໍ່ໜ້າພຣະອົງບໍ? ເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າທັງໝົດໃຫ້ກັບພຣະເຈົ້າບໍ ແລະ ໂຍນຖິ້ມຕໍາແໜ່ງຂອງເຈົ້າຢູ່ທ່າມກາງຄົນອື່ນ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນບໍ? ຄວາມສໍາພັນຂອງເຈົ້າກັບຄົນອື່ນດຳເນີນໄປຕາມປັດຊະຍາສຳລັບການດຳລົງຊີວິດ ຫຼື ພວກມັນຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ? ເມື່ອຜູ້ຄົນບໍ່ມອບໃຈໃຫ້ກັບພຣະເຈົ້າ, ວິນຍານຂອງພວກເຂົາເລີ່ມຂີ້ຄ້ານ, ມຶນຊາ ແລະ ຂາດສະຕິ. ຄົນປະເພດນີ້ຈະບໍ່ມີມື້ເຂົ້າໃຈພຣະທໍາຂອງພຣະເຈົ້າ, ພວກເຂົາຈະບໍ່ມີມື້ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ແລະ ພວກເຂົາຈະບໍ່ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາຈັກເທື່ອ. ການປ່ຽນແປງອຸປະນິໄສຂອງຄົນຜູ້ໜຶ່ງແມ່ນຂະບວນການມອບໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ຄວາມຈິງຢ່າງຫ້າວຫັນ ແລະ ມັນເຮັດໃຫ້ພວກເຂົາສາມາດປະຖິ້ມສິ່ງບໍ່ດີຈາກພວກເຂົາເອງ ຫຼັງຈາກທີ່ໄດ້ຮັບຄວາມຮູ້ກ່ຽວກັບພວກເຂົາ. ເມື່ອເຈົ້າໄດ້ມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ເຈົ້າຈະສາມາດສຳນຶກທຸກຄັ້ງທີ່ວິນຍານຂອງເຈົ້າມີການດົນບັນດານໜ້ອຍໜຶ່ງ ແລະ ຮູ້ທຸກສ່ວນໃນຄວາມສະຫວ່າງ ແລະ ແສງເຍືອງຂອງພຣະເຈົ້າ. ຖ້າເຈົ້າບາກບັ່ນ, ເຈົ້າຈະ ກ້າວເຂົ້າສູ່ເສັ້ນທາງທີ່ຈະຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນເທື່ອລະໜ້ອຍ. ຍິ່ງຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ, ວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ, ມັນຈະສາມາດສໍາຜັດເຖິງວິທີທີ່ພຣະວິນຍານບໍລິສຸດຂັບເຄື່ອນມັນຍິ່ງຂຶ້ນ ແລະ ຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນແມ່ນເກີດຂຶ້ນບົນພື້ນຖານຂອງການຫັນຫົວໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າ, ບໍ່ແມ່ນຜ່ານຄວາມພະຍາຍາມຂອງມະນຸດ. ຖ້າບໍ່ມີພຣະເຈົ້າໃນຫົວໃຈຂອງບຸກຄົນ, ແລ້ວຄວາມສໍາພັນຂອງພວກເຂົາກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງເທົ່ານັ້ນ. ພວກເຂົາບໍ່ປົກກະຕິ, ພວກເຂົາໝົກໝົ້ນໃນກິເລດ ແລະ ພວກເຂົາຖືກພຣະເຈົ້າກຽດຊັງ ແລະ ລັງກຽດ. ຖ້າເຈົ້າເວົ້າວ່າວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າເຕັມໃຈທີ່ຈະໂອ້ລົມກັບຜູ້ຄົນທີ່ເຈົ້າຖືກໃຈ ແລະ ນັບຖືເທົ່ານັ້ນ ແລະ ມີອະຄະຕິຕໍ່ເຈົ້າ ແລະ ປະຕິເສດທີ່ຈະເວົ້າກັບຜູ້ຄົນທີ່ເຈົ້າບໍ່ມັກເມື່ອພວກເຂົາມາສະແຫວງຫາຈາກເຈົ້າ, ສິ່ງນີ້ຍິ່ງເປັນເຄື່ອງພິສູດຫຼາຍວ່າເຈົ້າຖືກຄອບງໍາໂດຍອາລົມ ແລະ ເຈົ້າບໍ່ມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າເລີຍ. ມັນສະແດງວ່າເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າເອງ. ເຈົ້າອາດຈະສາມາດແບ່ງປັນຄວາມຮູ້ບາງຢ່າງຂອງເຈົ້າ, ແຕ່ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງ ແລ້ວທຸກສິ່ງທີ່ເຈົ້າເຮັດແມ່ນດີໂດຍມາດຕະຖານຂອງມະນຸດເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ. ການກະທຳຂອງເຈົ້າຈະຖືກຂັບເຄື່ອນໂດຍເນື້ອໜັງຂອງເຈົ້າ, ບໍ່ແມ່ນໂດຍພາລະຂອງພຣະເຈົ້າ. ເຈົ້າພຽງແຕ່ຄູ່ຄວນທີ່ຖືກພຣະເຈົ້າໃຊ້ ຖ້າເຈົ້າສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະອົງ. ຖ້າເຈົ້າສາມາດເຮັດສິ່ງນັ້ນໄດ້, ແລ້ວບໍ່ວ່າເຈົ້າຈະໂຕ້ຕບກັບຄົນອື່ນແນວໃດກໍຕາມ, ເຈົ້າຈະບໍ່ດຳເນີນຕາມປັດຊະຍາສຳລັບການດຳລົງຊີວິດ, ເຈົ້າຈະພິຈາລະນາພາລະຂອງພຣະເຈົ້າ ແລະ ດໍາລົງຊີວິດຢູ່ຕໍ່ໜ້າພຣະອົງ. ທ່າມກາງພວກເຈົ້າມີຄົນລັກສະນະນີ້ຈັກຄົນ? ຄວາມສໍາພັນຂອງເຈົ້າກັບຄົນອື່ນປົກກະຕິແທ້ບໍ? ຄວາມສໍາພັນເຫຼົ່ານັ້ນສ້າງຂຶ້ນບົນພື້ນຖານຫຍັງ? ໃນໂຕເຈົ້າມີປັດຊະຍາແຫ່ງຊີວິດຈັກປະການ? ເຈົ້າໄດ້ປະຖິ້ມພວກມັນແລ້ວບໍ? ຖ້າຫົວໃຈຂອງເຈົ້າບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ ແລ້ວເຈົ້າກໍບໍ່ໄດ້ມາຈາກພຣະເຈົ້າ, ເຈົ້າມາຈາກຊາຕານ, ໃນທີ່ສຸດເຈົ້າຈະກັບຄືນສູ່ຊາຕານ ແລະ ເຈົ້າບໍ່ສົມຄວນທີ່ຈະເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ. ເຈົ້າຕ້ອງກວດສອບສິ່ງເຫຼົ່ານີ້ຢ່າງລະມັດລະວັງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 409)
ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດຍອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການເຊື່ອຟັງການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ທັນທີທີ່ຄວາມປະສົງຂອງພຣະເຈົ້າໄດ້ຖືກເປີດເຜີຍໃຫ້ແກ່ເຈົ້າ, ໃຫ້ປະຕິບັດມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ເຊື່ອຟັງພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ ຫຼື ຕໍ່ຕ້ານພຣະເຈົ້າ, ເຈົ້າຕ້ອງບໍ່ເຮັດມັນຢ່າງແນ່ນອນ ແລະ ເຈົ້າຕ້ອງບໍ່ເຮັດສິ່ງທີ່ລົບກວນວຽກງານ ຫຼື ຊີວິດໃນຄຣິສຕະຈັກ. ຈົ່ງມີຄວາມຍຸຕິທຳ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ ແລະ ຮັບປະກັນວ່າມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າຕ້ອງສາມາດເອົາຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າກ່ອນ, ໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍທີ່ບໍ່ເຮັດຫຍັງທີ່ເຫັນແກ່ຕົວ ຫຼື ເປັນຕາລັງກຽດ, ມັກໄຕ່ຕອງກ່ຽວກັບຕົນເອງ. ໃນລັກສະນະນີ້, ເຈົ້າຈະສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະກາຍມາເປັນສິ່ງທີ່ປົກກະຕິຢ່າງສົມບູນ.
ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າຕ້ອງກວດສອບເບິ່ງວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາດປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນມາດຕະຖານຕໍ່າສຸດ. ໃຫ້ເບິ່ງເຈດຕະນາຂອງເຈົ້າ ແລະ ຖ້າເຈົ້າຄົ້ນພົບວ່າເຈດຕະນາທີ່ບໍ່ຖືກຕ້ອງປາກົດຂຶ້ນ, ບໍ່ສາມາດຫັນຫຼັງໃສ່ພວກມັນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ; ສະນັ້ນ ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອປະໂຫຍດຂອງພຣະເຈົ້າ, ບໍ່ແມ່ນເພື່ອຕົວເຈົ້າເອງ. ໃນທຸກສິ່ງທີ່ເຈົ້າເຮັດ ແລະ ທຸກສິ່ງທີ່ເຈົ້າເວົ້າ, ສາມາດວາງຫົວໃຈໃຫ້ຖືກຕ້ອງ ແລະ ຊອບທຳໃນການກະທຳຂອງເຈົ້າ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປະສົງຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ສິ່ງເລັກໆນ້ອຍໆສາມາດເປີດເຜີຍເຈດຕະນາ ແລະ ວຸດທິພາວະຂອງຜູ້ຄົນ ແລະ ສະນັ້ນ ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ພວກເຂົາຕ້ອງແກ້ໄຂເຈດຕະນາຂອງພວກເຂົາ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກ່ອນ. ມີແຕ່ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ, ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້; ມີແຕ່ເມື່ອນັ້ນ, ການຈັດການ, ການລິຮານ, ການລົງວິໄນ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະບັນລຸຜົນທີ່ປາຖະໜາໄວ້ຂອງພວກມັນໃນຕົວເຈົ້າ. ນັ້ນໝາຍຄວາມວ່າ ຖ້າມະນຸດສາມາດຮັກສາພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໃນຄວາມຮູ້ສຶກດ້ານເນື້ອໜັງ), ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ຍອມຕໍ່ພາລະກິດຂອງພຣະເຈົ້າ, ຖ້າເຈົ້າສາມາດເຮັດແບບນີ້ໄດ້, ແລ້ວເປົ້າໝາຍທີ່ເຈົ້າສະແຫວງຫາກໍຈະຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການເຮັດຄວາມສຳພັນກັບພຣະເຈົ້າຂອງຄົນໆໜຶ່ງກັບພຣະເຈົ້າແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງຝ່າຍຈິດວິນຍານ. ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນມືຂອງພຣະເຈົ້າ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມະນຸດບໍ່ສາມາດປ່ຽນແປງໄດ້, ບໍ່ວ່າເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ຖືກຮັບເອົາໂດຍພຣະອົງ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ບໍ່ເຊື່ອຟັງ ແຕ່ວ່າຕາບໃດທີ່ມຸມມອງຂອງເຈົ້າ ແລະ ເຈດຕະນາຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນຖືກຕ້ອງ ແລະ ເປັນປົກກະຕິ, ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ. ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າເຊື່ອໃນຜົນປະໂຫຍດຂອງໃຜ ແລະ ເປັນຫຍັງເຈົ້າຈຶ່ງເຊື່ອ. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ປະຕິບັດໂດຍປະຖິ້ມມຸມມອງຂອງເຈົ້າໄດ້ເປັນຢ່າງດີ, ແລ້ວເຈົ້າກໍ່ຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າ ແລະ ເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ຢ່າງແນ່ນອນ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງໃນຄວາມເຊື່ອຂອງເຈົ້າພຣະເຈົ້າຜິດປົກກະຕິ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະເປົ່າປະໂຫຍດ ແລະ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ມີແຕ່ຫຼັງຈາກທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າຈຶ່ງຈະໄດ້ຮັບຄຳຍ້ອງຍໍຈາກພຣະອົງ ເມື່ອເຈົ້າປະຖິ້ມເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ຍອມ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆອີກ. ບໍ່ວ່າສິ່ງທີ່ເຈົ້າເຮັດຈະມີຄຸນຄ່າ ແລະ ມີຄວາມໝາຍ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ມຸມມອງຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ທຸກມື້ນີ້, ຫຼາຍຄົນເຊື່ອໃນພຣະເຈົ້າ ຄືກັບການງ່ຽງຫົວເບິ່ງໂມງ, ທັດສະນະຂອງພວກເຂົາແມ່ນບໍ່ປົກກະຕິ ແລະ ທຸກສິ່ງທຸກຢ່າງຈະຖືກຕ້ອງພ້ອມກັບການພັດທະນາທີ່ດີຂຶ້ນ. ຖ້າບັນຫານີ້ຖືກແກ້ໄຂ, ທຸກສິ່ງກໍຈະເປັນປົກກະຕິ; ຖ້າບໍ່, ທຸກສິ່ງທຸກຢ່າງກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ບາງຄົນປະພຶດດີຕໍ່ໜ້າເຮົາ, ແຕ່ລັບຫຼັງເຮົາ ສິ່ງທີ່ພວກເຂົາເຮັດມີພຽງແຕ່ຕໍ່ຕ້ານ. ສິ່ງເຫຼົ່ານີ້ແມ່ນສະແດງເຖິງຄວາມຄົດໂກງ ແລະ ການຫຼອກລວງ ແລະ ຄົນປະເພດນີ້ແມ່ນຜູ້ຮັບໃຊ້ຂອງຊາຕານ; ພວກເຂົາແມ່ນຕົວຕົນຂອງຊາຕານໂດຍແທ້, ມາເພື່ອທົດລອງພຣະເຈົ້າ. ເຈົ້າເປັນພຽງຄົນຊອບທຳຄົນໜຶ່ງ ຖ້າເຈົ້າສາມາດຍອມຕໍ່ພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາ. ຕາບໃດທີ່ເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ຕາບໃດທີ່ທຸກໆສິ່ງທີ່ເຈົ້າເຮັດນັ້ນຮຽບຮ້ອຍຕໍ່ໜ້າພຣະເຈົ້າ ແລະ ເຈົ້າປະພຶດຢ່າງຊອບທໍາ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ, ຕາບໃດທີ່ເຈົ້າບໍ່ເຮັດໃນສິ່ງທີ່ໜ້າອັບອາຍ ຫຼື ສິ່ງຕ່າງໆທີ່ຈະທຳຮ້າຍຊີວິດຂອງຄົນອື່ນ; ແລະ ຕາບໃດທີ່ເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ຍອມໃຫ້ຊາຕານເອົາປຽບພວກເຈົ້າເອງ, ເມື່ອນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຢູ່ໃນລັກສະນະທີ່ຖືກຕ້ອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 410)
ການເຊື່ອພຣະເຈົ້າຮຽກຮ້ອງໃຫ້ທ່ານວາງເຈດຕະນາ ແລະ ມຸມມອງຂອງເຈົ້າໃນລຳດັບທີ່ຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ວິທີການປະຕິບັດທີ່ຖືກຕ້ອງ, ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທັງໝົດທີ່ພຣະເຈົ້າຈັດແຈງໃຫ້, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມແນວຄິດຂອງເຈົ້າເອງ ຫຼື ສ້າງກົນອຸບາຍນ້ອຍໆຂອງເຈົ້າເອງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງ ແລະ ຍອມຮັບພາລະກິດທັງໝົດຂອງພຣະເຈົ້າ ໃນຖານະທີ່ເຈົ້າເປັນສິ່ງຖືກສ້າງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ແລ້ວຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຢ່າເຮັດຜິດສິນທໍາ, ຢ່າຕິດຕາມຊາຕານ, ຢ່າປ່ອຍໃຫ້ຊາຕານມີໂອກາດໃດໜຶ່ງທີ່ຈະປະຕິບັດພາລະກິດຂອງມັນ ແລະ ຢ່າປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ.
ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ເພື່ອວ່າເຈົ້າຈະກາຍເປັນຄວາມແຕກຕ່າງສຳລັບພາລະກິດຂອງພຣະເຈົ້າບໍ? ເຈົ້າເລືອກຊີວິດທີ່ມີຄວາມໝາຍທີ່ເຈົ້າຈະຖືກຮັບໂດຍພຣະເຈົ້າ ຫຼື ຊີວິດທີ່ບໍ່ມີຄ່າ ແລະ ວ່າງເປົ່າບໍ? ເຈົ້າເລືອກທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ຖືກຊາຕານເອົາປຽບ? ເຈົ້າເລືອກທີ່ຈະໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າເຕີມເຕັມໃນຕົວເຈົ້າ ຫຼື ປ່ອຍໃຫ້ຄວາມບາບ ແລະ ຊາຕານເຕີມເຕັມໃນຕົວເຈົ້າ? ໃຫ້ພິຈາລະນາສິ່ງເຫຼົ່ານີ້ຢ່າງລະມັດລະວັງ. ໃນຊີວິດປະຈຳວັນຂອງເຈົ້າ, ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ເຈົ້າເວົ້າ ແລະ ສິ່ງໃດທີ່ເຈົ້າເຮັດແມ່ນອາດກໍ່ໃຫ້ເກີດຄວາມຜິດປົກກະຕິໃນຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ຫຼັງຈາກນັ້ນ ໃຫ້ແກ້ໄຂຕົວຂອງເຈົ້າເອງເພື່ອເຂົ້າສູ່ວິທີການທີ່ຖືກຕ້ອງ. ຕະຫຼອດເວລານີ້, ໃຫ້ກວດສອບຄຳເວົ້າຂອງເຈົ້າ, ການກະທຳຂອງເຈົ້າ, ທຸກໆການເຄື່ອນໄຫວຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ໃຫ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສະພາວະທີ່ແທ້ຈິງຂອງເຈົ້າ ແລະ ເຂົ້າສູ່ລັກສະນະພາລະກິດຂອງພຣະວິນຍານບໍລິສຸດ. ນີ້ເປັນວິທີດຽວທີ່ຈະມີຄວາມສຳພັນປົກກະຕິກັບພຣະເຈົ້າໄດ້. ໂດຍການປະເມີນເບິ່ງວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈຶ່ງຈະສາມາດແກ້ໄຂເຈດຕະນາຂອງເຈົ້າໃຫ້ຖືກຕ້ອງໄດ້, ເຂົ້າໃຈທຳມະຊາດ ແລະ ແກ່ນແທ້ຂອງມະນຸດ ແລະ ເຂົ້າໃຈຕົວເຈົ້າເອງໄດ້ຢ່າງແທ້ຈິງ ແລະ ໂດຍການເຮັດແບບນັ້ນ ເຈົ້າຈະສາມາດເຂົ້າສູ່ປະສົບການອັນແທ້ຈິງ, ປະຖິ້ມຕົນເອງໃນວິທີທີ່ແທ້ຈິງ ແລະ ຍອມດ້ວຍເຈດຕະນາ. ໃນຂະນະທີ່ເຈົ້າຜະເຊີນກັບເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈະຄົ້ນພົບໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ແລະ ມາເຂົ້າໃຈຫຼາຍສະພາວະຂອງພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຈະສາມາດເບິ່ງທະລຸກົນອຸບາຍຫຼາຍຢ່າງຂອງຊາຕານ ແລະ ແຊກຊຶມຜ່ານການສົມຮູ້ຮ່ວມຄິດຕ່າງໆຂອງມັນ. ມີພຽງຜ່ານທາງນີ້ເທົ່ານັ້ນທີ່ຈະນໍາພາໄປສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າວາງຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ຖືກຕ້ອງ ເພື່ອວ່າເຈົ້າອາດຍອມຮັບເອົາການຈັດແຈງທັງໝົດຂອງພຣະເຈົ້າ ແລະ ເພື່ອວ່າເຈົ້າຈະເຂົ້າສູ່ປະສົບການແທ້ຈິງທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍຂຶ້ນ. ເມື່ອເຈົ້າປະຕິບັດການມີຄວາມສຳພັນປົກກະຕິກັບພຣະເຈົ້າ, ໃນກໍລະນີສ່ວນໃຫຍ່ ຄວາມສຳເລັດຈະຖືກບັນລຸໂດຍການປະຖິ້ມເນື້ອໜັງ ແລະ ຜ່ານການຮ່ວມມືທີ່ແທ້ຈິງກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ “ຫາກປາສະຈາກຫົວໃຈທີ່ໃຫ້ການຮ່ວມມື, ມັນເປັນການຍາກທີ່ຈະໄດ້ຮັບພາລະກິດຂອງພຣະເຈົ້າ; ຖ້າເນື້ອໜັງບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ກໍ່ຈະບໍ່ມີການອວຍພອນຈາກພຣະເຈົ້າ; ຖ້າຫາກວິນຍານບໍ່ດີ້ນລົນ, ຊາຕານກໍ່ຈະບໍ່ລະອາຍໃຈ”. ຖ້າເຈົ້າປະຕິບັດຫຼັກການເຫຼົ່ານີ້ ແລະ ເຂົ້າໃຈພວກມັນຢ່າງທົ່ວເຖິງ, ມຸມມອງກ່ຽວກັບຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະຖືກຕ້ອງ. ໃນການປະຕິບັດໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າຕ້ອງປະຖິ້ມຊຸດຄວາມຄິດ “ການສະແຫວງຫາເຂົ້າຈີ່ເພື່ອສະໜອງຄວາມຫິວ”, ພວກເຈົ້າຕ້ອງປະຖິ້ມຊຸດຄວາມຄິດ “ທຸກສິ່ງໄດ້ສຳເລັດລົງໂດຍພຣະວິນຍານບໍລິສຸດ ແລະ ຜູ້ຄົນບໍ່ສາມາດແຊກແຊງໄດ້”. ທຸກຄົນທີ່ກ່າວໃນທາງນີ້ກໍຄິດວ່າ, “ຜູ້ຄົນສາມາດເຮັດຫຍັງກໍ່ໄດ້ທີ່ພວກເຂົາຕ້ອງການ ແລະ ເມື່ອເວລາມາເຖິງ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດຂອງພຣະອົງ. ຜູ້ຄົນບໍ່ຈຳເປັນຕ້ອງຢັບຢັ້ງເນື້ອໜັງ ຫຼື ຮ່ວມມື; ສິ່ງທີ່ສຳຄັນກໍ່ມີພຽງແຕ່ພວກເຂົາຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ”. ຄວາມຄິດເຫັນເຫຼົ່ານີ້ແມ່ນບໍ່ມີເຫດຜົນທັງໝົດ. ພາຍໃຕ້ສະຖານະການເຫຼົ່ານີ້, ພຣະວິນຍານບໍລິສຸດບໍ່ສາມາດປະຕິບັດພາລະກິດໄດ້. ມັນແມ່ນມຸມມອງແບບນີ້ທີ່ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດຢ່າງໃຫຍ່ຫຼວງ. ສ່ວນໃຫຍ່, ພາລະກິດຂອງພຣະວິນຍານບໍລິສຸດແມ່ນບັນລຸຜ່ານການຮ່ວມມືຂອງມະນຸດ. ຄົນທີ່ບໍ່ໃຫ້ການຮ່ວມມື ແລະ ບໍ່ໄດ້ຕັ້ງໃຈ ແຕ່ປາຖະໜາທີ່ຈະບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ, ກໍມີຄວາມຄິດເກີນເຫດຜົນ. ສິ່ງນີ້ເອີ້ນວ່າ “ການປ່ອຍປະຕົວເອງ ແລະ ການໃຫ້ອະໄພຊາຕານ”. ຄົນແບບນີ້ບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ. ເຈົ້າຄວນຄົ້ນພົບການເປີດເຜີຍ ແລະ ການສະແດງອອກຫຼາຍຢ່າງຂອງອຸປະນິໄສແບບຊາຕານພາຍໃນຕົວເຈົ້າ ແລະ ຄົ້ນພົບການປະຕິບັດໃດໜຶ່ງທີ່ເຈົ້າມີເຊິ່ງຢູ່ກົງກັນຂ້າມກັບສິ່ງທີ່ພຣະເຈົ້າຮຽກຮ້ອງໃນຕອນນີ້. ເຈົ້າສາມາດປະຖິ້ມຊາຕານໃນຕອນນີ້ໄດ້ບໍ? ເຈົ້າຄວນບັນລຸຄວາມສຳພັນປົກກະຕິກັບພຣະເຈົ້າ, ເຮັດຕາມເຈດຕະນາຂອງພຣະເຈົ້າ ແລະ ກາຍເປັນຄົນໃໝ່ພ້ອມກັບມີຊີວິດໃໝ່. ຢ່າອາໄສຢູ່ໃນການລ່ວງລະເມີດໃນອະດີດ; ຢ່າເສຍໃຈຫຼາຍເກີນໄປ; ໃຫ້ສາມາດຢືນຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໆເປັນຂອງເຈົ້າໃນການປະຕິບັດ. ໃນລັກສະນະນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 411)
ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຖ້າເຈົ້າພຽງແຕ່ຍອມຮັບຄຳເວົ້າເຫຼົ່ານີ້, ແຕ່ຫົວໃຈຂອງເຈົ້າຍັງບໍ່ຖືກດົນໃຈ ແລະ ເຈົ້າບໍ່ສະແຫວງຫາເພື່ອສ້າງຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ມັນກໍພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມັນພິສູດວ່າມຸມມອງຂອງເຈົ້າຍັງບໍ່ຖືກຕ້ອງເທື່ອ, ເຈດຕະນາຂອງເຈົ້າຍັງບໍ່ທັນຖືກຮັບເອົາໂດຍພຣະເຈົ້າ ແລະ ນໍາສະຫງ່າລາສີມາສູ່ພຣະອົງ, ແຕ່ກົງກັນຂ້າມ ແມ່ນເຮັດໃຫ້ແຜນການຂອງຊາຕານເພື່ອຮັບໄຊຊະນະ ແລະ ເພື່ອບັນລຸເປົ້າໝາຍຂອງເຈົ້າເອງ. ຄົນປະເພດນີ້ມີເຈດຕະນາ ແລະ ມຸມມອງທີ່ບໍ່ຖືກຕ້ອງ. ບໍ່ວ່າພຣະເຈົ້າໄດ້ເວົ້າສິ່ງໃດ ຫຼື ພຣະອົງເວົ້າແນວໃດ, ຜູ້ຄົນດັ່ງກ່າວກໍບໍ່ສົນໃຈ ແລະ ບໍ່ເຫັນມີການປ່ຽນແປງຫຍັງເລີຍ. ຫົວໃຈຂອງພວກເຂົາບໍ່ຮູ້ສຶກຢ້ານກົວຫຍັງ ແລະ ພວກເຂົາບໍ່ລະອາຍໃຈ. ຄົນປະເພດນີ້ແມ່ນຄົນສັບສົນທີ່ບໍ່ມີຈິດວິນຍານ. ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ, ຕາບໃດທີ່ເຈົ້າສາມາດເຊົາກະບົດ ຫຼື ຕໍ່ຕ້ານ, ແລ້ວພຣະເຈົ້າກໍ່ຈະຍັງມີເມດຕາຕໍ່ເຈົ້າຢູ່. ເມື່ອໃດທີ່ເຈົ້າມີຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ, ແລ້ວສະພາວະຂອງເຈົ້າຕໍ່ໜ້າພຣະເຈົ້າກໍ່ຈະເປັນປົກກະຕິ. ບໍ່ວ່າເຈົ້າເຮັດສິ່ງໃດກໍຕາມ, ໃຫ້ພິຈາລະນາສິ່ງດັ່ງຕໍ່ໄປນີ້ເມື່ອເຈົ້າກຳລັງເຮັດມັນ: ພຣະເຈົ້າຈະຄິດແນວໃດຖ້າຂ້ານ້ອຍເຮັດສິ່ງນີ້? ມັນຈະເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງຂອງຂ້ານ້ອຍບໍ່? ມັນຈະເປັນປະໂຫຍດໃຫ້ແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າບໍ? ບໍ່ວ່າຈະຢູ່ໃນຄຳອະທິຖານຂອງເຈົ້າ, ການໂອ້ລົມ, ຄຳປາໄສ, ວຽກງານ ແລະ ການພົວພັນກັບຄົນອື່ນ, ໃຫ້ກວດສອບເຈດຕະນາຂອງເຈົ້າ ແລະ ກວດສອບເບິ່ງວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໄຈ້ແຍກເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງ, ນີ້ໝາຍຄວາມວ່າເຈົ້າຂາດການຈຳແນກ ເຊິ່ງພິສູດໃຫ້ເຫັນວ່າເຈົ້າເຂົ້າໃຈກ່ຽວກັບຄວາມຈິງໜ້ອຍເກີນໄປ. ຖ້າເຈົ້າສາມາດເຂົ້າໃຈຢ່າງຊັດເຈນກ່ຽວກັບທຸກສິ່ງທີ່ພຣະເຈົ້າກະທຳ ແລະ ສາມາດເຫັນສິ່ງຕ່າງໆຜ່ານເລນຂອງພຣະທຳຂອງພຣະອົງ, ຢືນຢູ່ຂ້າງພຣະເຈົ້າ, ເມື່ອນັ້ນ ມຸມມອງຂອງເຈົ້າກໍຈະຖືກຕ້ອງ. ສະນັ້ນ, ການສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າ; ທຸກຄົນຄວນປະຕິບັດຕໍ່ມັນຄືກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ແລະ ເປັນດັ່ງເຫດການທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຂົາ. ທຸກສິ່ງທຸກຢ່າງທີ່ເຈົ້າເຮັດຈະຖືກຊັ່ງຊາເບິ່ງວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ ແລະ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລ້ວກໍໃຫ້ປະຕິບັດມັນ. ເພື່ອຮັກສາຄວາມສຳພັນປົກກະຕິກັບພຣະເຈົ້າ, ເຈົ້າຕ້ອງບໍ່ຢ້ານທີ່ຈະໄດ້ຮັບການສູນເສຍໃນຜົນປະໂຫຍດສ່ວນຕົວຂອງເຈົ້າ; ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານມີໄຊຊະນະ, ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານຊື້ເອົາເຈົ້າ ແລະ ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານເຮັດໃຫ້ເຈົ້າກາຍເປັນຕົວຕະຫຼົກ. ການມີເຈດຕະນາແບບນັ້ນເປັນສັນຍານວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ. ມັນບໍ່ແມ່ນເພື່ອເນື້ອໜັງ, ແຕ່ກົງກັນຂ້າມ ມັນແມ່ນເພື່ອຄວາມສະຫງົບສຸກຂອງວິນຍານ, ເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເພື່ອເຂົ້າໄປສູ່ສະພາບທີ່ຖືກຕ້ອງ, ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແລະ ວາງມຸມມອງຂອງການເຊື່ອໃນພຣະເຈົ້າຂອງເຈົ້າໃຫ້ຖືກຕ້ອງ. ນີ້ກໍ່ເພື່ອວ່າພຣະເຈົ້າອາດຮັບເອົາເຈົ້າ ແລະ ເພື່ອວ່າ ພຣະເຈົ້າອາດເປີດເຜີຍໝາກຜົນແຫ່ງພຣະທຳຂອງພຣະອົງໃນຕົວເຈົ້າ ແລະ ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຫຼາຍຂຶ້ນ. ໃນລັກສະນະນີ້ ເຈົ້າຈະເຂົ້າສູ່ວິທີການທີ່ຖືກຕ້ອງ. ໃຫ້ສືບຕໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນມື້ນີ້, ເຂົ້າສູ່ລັກສະນະການເຮັດວຽກໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າໃນມື້ນີ້, ບໍ່ປະຕິບັດຕາມຮູບແບບການປະຕິບັດແບບເກົ່າ, ບໍ່ຍຶດຕິດກັບວິທີເກົ່າໆໃນການເຮັດສິ່ງຕ່າງໆ ແລະ ເຂົ້າສູ່ລັກສະນະພາລະກິດແບບໃນມື້ນີ້ໃຫ້ໄວເທົ່າທີ່ຈະໄວໄດ້. ສະນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຢ່າງສົມບູນ ແລະ ເຈົ້າຈະເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 412)
ຍິ່ງຄົນຍອມຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງຫິວ ແລະ ກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ມີແຕ່ຜູ້ທີ່ຮັບເອົາພຣະທໍາຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດມີປະສົບການອັນເລິກເຊິ່ງ ແລະ ລໍ້າຄ່າຍິ່ງຂຶ້ນ ແລະ ພວກເຂົາເທົ່ານັ້ນເປັນຜູ້ທີ່ມີຊີວິດສືບຕໍ່ງອກງາມຄືກັບດອກງາ. ທຸກຄົນທີ່ສະແຫວງຫາຊີວິດຕ້ອງຖືສິ່ງນີ້ຄືກັບວ່າແມ່ນວຽກງານເຕັມເວລາຂອງພວກເຂົາ; ພວກເຂົາຄວນມີຄວາມຮູ້ສຶກວ່າ “ຫາກປາສະຈາກພຣະເຈົ້າ, ຂ້ານ້ອຍບໍ່ສາມາດມີຊີວິດໄດ້ ຫາກປາສະຈາກພຣະເຈົ້າ, ຂ້ານ້ອຍບໍ່ສາມາດສຳເລັດຫຍັງໄດ້; ຫາກປາສະຈາກພຣະເຈົ້າ, ທຸກສິ່ງແມ່ນວ່າງເປົ່າ”. ແລ້ວເຊັ່ນດຽວກັນ, ຖ້າພວກເຂົາມີຄວາມຕັ້ງໃຈວ່າ “ຖ້າປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ, ຂ້ານ້ອຍຈະບໍ່ເຮັດຫຍັງ ແລະ ຖ້າການອ່ານພຣະທໍາຂອງພຣະເຈົ້າບໍ່ມີຜົນຫຍັງ, ແລ້ວຂ້ານ້ອຍກໍຈະບໍ່ສົນໃຈເຮັດຫຍັງ”. ຢ່າຕາມໃຈຕົນເອງ. ປະສົບການຊີວິດແມ່ນມາຈາກຄວາມສະຫວ່າງ ແລະ ການນໍາພາຂອງພຣະເຈົ້າ ແລະ ພວກມັນແມ່ນການຜະລຶກຂອງຄວາມພະຍາຍາມສ່ວນຕົວຂອງພວກເຈົ້າ. ສິ່ງທີ່ພວກເຈົ້າຄວນຮຽກຮ້ອງຈາກຕົນເອງກໍຄື “ເມື່ອເວົ້າເຖິງປະສົບການຊີວິດ, ຂ້ານ້ອຍບໍ່ສາມາດເອົາໂຕເອງລອດໄປຢ່າງງ່າຍດາຍໄດ້”.
ບາງຄັ້ງ ໃນສະພາວະທີ່ບໍ່ປົກກະຕິ, ເຈົ້າສູນເສຍການສະຖິດຂອງພຣະເຈົ້າ ແລະ ບໍ່ສາມາດສໍາຜັດພຣະອົງໄດ້ ເມື່ອເຈົ້າອະທິຖານ. ມັນປົກກະຕິທີ່ຈະຮູ້ສຶກຢ້ານໃນເວລາດັ່ງກ່າວ. ເຈົ້າຄວນເລີ່ມສະແຫວງຫາທັນທີ. ຖ້າເຈົ້າບໍ່ສະແຫວງຫາ, ພຣະເຈົ້າກໍຈະຫ່າງອອກຈາກເຈົ້າ ແລະ ເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ເປັນເວລາໜຶ່ງມື້ ຫຼື ສອງມື້, ແມ່ນແຕ່ໜຶ່ງເດືອນ ຫຼື ສອງເດືອນ. ໃນສະຖານະການເຫຼົ່ານີ້, ເຈົ້າຈະມຶນຊາຫຼາຍ ແລະ ເຈົ້າຖືກຈັບເປັນສະເລີຍຂອງຊາຕານອີກຄັ້ງ, ຈົນເຖິງຈຸດທີ່ເຈົ້າບໍ່ສາມາດເຮັດທຸກສິ່ງໄດ້. ເຈົ້າປາຖະໜາຄວາມຮັ່ງມີ, ຫຼອກລວງອ້າຍເອື້ອຍນ້ອງ, ເບິ່ງຮູບເງົາ ແລະ ວິດີໂອ, ຫຼິ້ນໄພ້ນົກກະຈອກ ແລະ ແມ່ນແຕ່ສູບຢາ ແລະ ດື່ມຢ່າງຂາດວິໄນ. ຫົວໃຈຂອງເຈົ້າອອກຫ່າງພຣະເຈົ້າ, ເຈົ້າໄປໃນທາງຂອງເຈົ້າເອງຢ່າງລັບໆ ແລະ ເຈົ້າຕັດສິນພາລະກິດຂອງພຣະເຈົ້າຕາມອຳເພີໃຈ. ໃນບາງກໍລະນີ, ຜູ້ຄົນຕົກຕໍ່າຫຼາຍຈົນພວກເຂົາບໍ່ຮູ້ສຶກລະອາຍ ຫຼື ອັບອາຍໃນການເຮັດບາບຮ່ວມທີ່ມີລັກສະນະທາງເພດ. ຄົນປະເພດນີ້ຖືກພຣະວິນຍານບໍລິສຸດປະຖິ້ມ; ທີ່ຈິງແລ້ວ ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດໃນບຸກຄົນດັ່ງກ່າວເປັນເວລາດົນນານມາແລ້ວ. ຄົນໆໜຶ່ງສາມາດເຫັນວ່າພວກເຂົາຕົກລົງສູ່ຄວາມເສື່ອມຊາມຫຼາຍຂຶ້ນ ໃນຂະນະທີ່ມືອັນຊົ່ວຮ້າຍເດ່ອອກໄປເລື້ອຍໆ. ໃນທີ່ສຸດ ພວກເຂົາກໍປະຕິເສດການມີຢູ່ຂອງທາງເສັ້ນນີ້ ແລະ ກາຍເປັນສະເລີຍຂອງຊາຕານເມື່ອພວກເຂົາເຮັດບາບ. ຖ້າເຈົ້າຄົ້ນພົບວ່າ ເຈົ້າມີການສະຖິດຂອງພຣະວິນຍານບໍລິສຸດ ແຕ່ຂາດພາລະກິດຂອງພຣະວິນຍານບໍລິສຸດ, ນັ້ນກໍເປັນສະຖານະການທີ່ອັນຕະລາຍແລ້ວ. ເມື່ອເຈົ້າບໍ່ສາມາດສໍາຜັດການສະຖິດຂອງພຣະວິນຍານບໍລິສຸດໄດ້, ແລ້ວເຈົ້າກໍ ກໍາລັງໃກ້ຈະຕາຍ. ຖ້າເຈົ້າຍັງບໍ່ກັບໃຈ ແລ້ວເຈົ້າກໍຈະຖືກສົ່ງກັບຄືນໃຫ້ຊາຕານຢ່າງສົມບູນ ແລະ ເຈົ້າຈະກາຍເປັນຜູ້ໜຶ່ງທີ່ຈະຖືກກໍາຈັດ. ສະນັ້ນ ເມື່ອເຈົ້າຄົ້ນພົບວ່າ ເຈົ້າຢູ່ໃນສະພາບທີ່ມີພຽງການສະຖິດຂອງພຣະວິນຍານບໍລິສຸດສະຖິດ (ເຈົ້າບໍ່ເຮັດບາບ, ເຈົ້າກວດສອບຕົນເອງ ແລະ ເຈົ້າ ບໍ່ຕັ້ງໃຈຕໍ່ຕ້ານພຣະເຈົ້າ) ແຕ່ເຈົ້າຂາດພາລະກິດຂອງພຣະວິນຍານບໍລິສຸດ (ເຈົ້າບໍ່ໄດ້ຮູ້ສຶກວ່າຮັບການດົນເມື່ອເຈົ້າອະທິຖານ, ເຈົ້າບໍ່ໄດ້ຮັບຄວາມສະຫວ່າງ ແລະ ແສງໄຟເຍືອງທາງທີ່ຊັດເຈນ ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ເຈົ້າເມີນເສີຍກ່ຽວກັບກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ບໍ່ມີການເຕີບໃຫຍ່ໃນຊີວິດຂອງເຈົ້າ ແລະ ເຈົ້າບໍ່ມີແສງໄຟເຍືອງທາງທີ່ຍິ່ງໃຫຍ່), ໃນເວລາດັ່ງກ່າວເຈົ້າກໍຕ້ອງລະມັດລະວັງຫຼາຍຂຶ້ນ. ເຈົ້າຕ້ອງບໍ່ເຮັດຕາມໃຈຕົນເອງ, ເຈົ້າຕ້ອງບໍ່ເຮັດຕາມນິໄສຂອງຕົນເອງອີກຕໍ່ໄປ, ການສະຖິດຂອງພຣະວິນຍານບໍລິສຸດອາດຫາຍໄປໃນເວລາໃດກໍໄດ້. ນີ້ຄືເຫດຜົນທີ່ວ່າເປັນຫຍັງ ສະຖານະການດັ່ງກ່າວຈຶ່ງອັນຕະລາຍ. ຖ້າເຈົ້າຄົ້ນພົບວ່າຕົນເອງຢູ່ສະພາບແບບນີ້, ໃຫ້ພະຍາຍາມແກ້ໄຂໄວເທົ່າທີ່ເຈົ້າສາມາດເຮັດໄດ້. ກ່ອນອື່ນ, ເຈົ້າຄວນອະທິຖານເພື່ອກັບໃຈ ແລະ ຂໍໃຫ້ພຣະເຈົ້າຂະຫຍາຍຄວາມເມດຕາຂອງພຣະອົງສຳລັບເຈົ້າອີກຄັ້ງ. ອະທິຖານຢ່າງຈິງຈັງ ແລະ ສະຫງົບໃຈຂອງເຈົ້າເພື່ອກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ດ້ວຍພື້ນຖານນີ້ ເຈົ້າຕ້ອງໃຊ້ເວລາຫຼາຍຂຶ້ນໃນການອະທິຖານຫຼາຍ; ເພີ່ມຄວາມພະຍາຍາມຂອງເຈົ້າສອງເທົ່າໃນການຮ້ອງເພງ, ການອະທິຖານ, ການກິນ ແລະ ການດື່ມພຣະທໍາຂອງພຣະອົງ ແລະ ການປະຕິບັດໜ້າທີ່ຂອງເຈົ້າ. ເມື່ອເຈົ້າຢູ່ຈຸດທີ່ອ່ອນແອທີ່ສຸດ, ຫົວໃຈຂອງເຈົ້າກໍຖືກຄອບຄອງໂດຍຊາຕານໄດ້ງ່າຍທີ່ສຸດ. ເມື່ອສິ່ງນັ້ນເກີດຂຶ້ນ, ຫົວໃຈຂອງເຈົ້າກໍຈະຖືກຍາດເອົາໄປຈາກພຣະເຈົ້າ ແລະ ຖືກມອບກັບຄືນໃຫ້ຊາຕານ, ຫຼັງຈາກນັ້ນ ເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດ. ໃນເວລາດັ່ງກ່າວ, ມັນກໍຍິ່ງເປັນການຍາກເປັນສອງເທົ່າທີ່ຈະເອົາພາລະກິດຂອງພຣະວິນຍານບໍລິສຸດກັບຄືນມາ. ມັນດີກວ່າທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດໃນຂະນະທີ່ພຣະອົງຍັງສະຖິດຢູ່ກັບເຈົ້າ, ເຊິ່ງຈະເຮັດໃຫ້ພຣະເຈົ້າມອບແສງສະຫວ່າງໃຫ້ເຈົ້າເພີ່ມ ແລະ ບໍ່ເຮັດໃຫ້ພຣະອົງປະຖິ້ມອອກຈາກເຈົ້າ. ການອະທິຖານ, ຮ້ອງເພງສັນລະເສີນ, ການປະຕິບັດໜ້າທີ່ຂອງເຈົ້າ ແລະ ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ທຸກສິ່ງນີ້ແມ່ນເຮັດເພື່ອວ່າຊາຕານຈະບໍ່ມີໂອກາດເຮັດວຽກງານຂອງມັນ ແລະ ເພື່ອວ່າພຣະວິນຍານບໍລິສຸດອາດປະຕິບັດພາລະກິດພາຍໃນຕົວເຈົ້າ. ຖ້າເຈົ້າບໍ່ເອົາພາລະກິດຂອງພຣະວິນຍານກັບຄືນມາດ້ວຍວິທີນີ້, ຖ້າເຈົ້າພຽງແຕ່ລໍຖ້າ, ແລ້ວການຮັບພາລະກິດຂອງພຣະວິນຍານບໍລິສຸດຄືນກໍຈະບໍ່ງ່າຍເມື່ອເຈົ້າໄດ້ສູນເສຍການສະຖິດຂອງພຣະວິນຍານບໍລິສຸດ, ນອກຈາກພຣະວິນຍານບໍລິສຸດຈະບັນດານໃຈໂດຍສະເພາະ, ເຍືອງທາງ ແລະ ມອບແສງສະຫວ່າງໃຫ້ເຈົ້າເປັນພິເສດ. ເຖິງຢ່າງນັ້ນກໍຕາມ ມັນບໍ່ໄດ້ໃຊ້ເວລາໜຶ່ງມື້ ຫຼື ສອງມື້ ເພື່ອໃຫ້ສະພາບຂອງເຈົ້າຟື້ນຄືນມາ; ບາງຄັ້ງ ເວລາຜ່ານໄປຫົກເດືອນໂດຍບໍ່ມີການຟື້ນຄືນ. ທັງໝົດນີ້ກໍຍ້ອນວ່າຜູ້ຄົນມັກງ່າຍເກີນໄປ, ບໍ່ສາມາດຜະເຊີນກັບສິ່ງຕ່າງໆໃນທາງທີ່ເປັນປົກກະຕິ ແລະ ສະນັ້ນ ຈຶ່ງຖືກພຣະວິນຍານບໍລິສຸດປະຖິ້ມ. ເຖິງແມ່ນວ່າເຈົ້າໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດກັບຄືນ, ພາລະກິດໃນປັດຈຸບັນຂອງພຣະເຈົ້າກໍອາດບໍ່ຊັດເຈນສຳລັບເຈົ້າຫຼາຍ, ຍ້ອນເຈົ້າໄດ້ຢູ່ຫຼັງໃນປະສົບການຊີວິດຂອງເຈົ້າ, ຄືກັບວ່າເຈົ້າຖືກປະໄວ້ຢູ່ທາງຫຼັງສິບພັນໄມລ໌. ນີ້ບໍ່ແມ່ນສິ່ງທີ່ໂຫດຮ້າຍບໍ? ເຖິງຢ່າງໃດກໍຕາມ, ເຮົາບອກຄົນປະເພດນັ້ນວ່າ: ມັນຍັງບໍ່ຊ້າເກີນໄປທີ່ຈະກັບໃຈໃນຕອນນີ້, ແຕ່ວ່າມີເງື່ອນໄຂໜຶ່ງຢ່າງຄື ເຈົ້າຕ້ອງເຮັດວຽກໃຫ້ໜັກຂຶ້ນ ແລະ ບໍ່ຕ້ອງຂີ້ຄ້ານ. ຖ້າຄົນອື່ນອະທິຖານຫ້າເທື່ອຕໍ່ມື້, ເຈົ້າກໍຕ້ອງອະທິຖານສິບເທື່ອ; ຖ້າຄົນອື່ນກິນ ແລະ ດື່ມພຣະທໍາຂອງພຣະເຈົ້າສອງຊົ່ວໂມງຕໍ່ມື້ ເຈົ້າກໍຕ້ອງໃຊ້ເວລາສີ່ ຫຼື ຫົກຊົ່ວໂມງ; ຖ້າຄົນອື່ນຟັງເພງສັນລະເສີນສອງຊົ່ວໂມງ, ເຈົ້າກໍຕ້ອງຟັງຢ່າງໜ້ອຍເຄິ່ງມື້. ຈົ່ງໝັ່ນສະຫງົບຈິດໃຈຕໍ່ໜ້າພຣະເຈົ້າ ແລະ ຄິດໄຕ່ຕອງຫາຄວາມຮັກຂອງພຣະອົງ; ຈົນກວ່າເຈົ້າຈະໄດ້ຮັບການດົນໃຈ, ຫົວໃຈຂອງເຈົ້າກັບຄືນຫາພຣະອົງ ແລະ ເຈົ້າບໍ່ກ້າທີ່ຈະໜີອອກຈາກພຣະອົງອີກຕໍ່ໄປ, ມີພຽງເມື່ອນັ້ນ ການປະຕິບັດຂອງເຈົ້າຈຶ່ງຈະອອກຜົນ; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດຟື້ນຟູສະພາບດັ່ງເດີມທີ່ເປັນປົກກະຕິເປັນປົກກະຕິຂອງເຈົ້າໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີເຂົ້າສູ່ສະພາບປົກກະຕິ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 413)
ພວກເຈົ້າໄດ້ຍ່າງໃນສ່ວນທີ່ນ້ອຍຫຼາຍໃນເສັ້ນທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ ພວກເຈົ້າຍັງໄກການບັນລຸມາດຖານຂອງພຣະເຈົ້າ. ດຽວນີ້ ວຸດທິພາວະຂອງພວກເຈົ້າຍັງບໍ່ພຽງພໍເພື່ອຕອບສະໜອງຄວາມຕ້ອງການຂອງພຣະອົງ. ຍ້ອນຄວາມສາມາດຂອງພວກເຈົ້າ ແລະ ທໍາມະຊາດອັນເສື່ອມຊາມຂອງພວກເຈົ້າ, ພວກເຈົ້າຈຶ່ງປະຕິບັດຕໍ່ພາລະກິດຂອງພຣະເຈົ້າຢ່າງບໍ່ລະມັດລະວັງ; ພວກເຈົ້າບໍ່ຈິງຈັງຕໍ່ພາລະກິດນັ້ນ. ສິ່ງນີ້ແມ່ນຄວາມບົກຜ່ອງທີ່ຮ້າຍແຮງທີ່ສຸດຂອງພວກເຈົ້າ. ບໍ່ມີຜູ້ໃດແທ້ໆທີ່ສາມາດຄົ້ນຫາເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ; ພວກເຈົ້າສ່ວນຫຼາຍບໍ່ເຂົ້າໃຈ ແລະ ເບິ່ງບໍ່ເຫັນທາງນັ້ນຢ່າງຈະແຈ້ງ. ຍິ່ງໄປກວ່ານັ້ນ ພວກເຈົ້າສ່ວນໃຫຍ່ຍັງບໍ່ໃສ່ໃຈຕໍ່ເລື່ອງນີ້, ແຮງໄກທີ່ພວກເຈົ້າຈະເອົາມັນໃສ່ໃນຫົວໃຈ. ຖ້າພວກເຈົ້າສືບຕໍ່ປະພຶດໃນລັກສະນະນີ້ ໂດຍໃຊ້ຊີວິດໂດຍບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເສັ້ນທາງທີ່ພວກເຈົ້າຍ່າງຢູ່ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າກໍໄຮ້ປະໂຫຍດ. ນີ້ກໍຍ້ອນວ່າ ພວກເຈົ້າບໍ່ເຮັດທຸກສິ່ງຕາມກໍາລັງຂອງພວກເຈົ້າ ເພື່ອສະແຫວງຫາໃຫ້ບັນລຸຕາມຄວາມປະສົງຂອງພຣະເຈົ້າ ແລະ ຍ້ອນວ່າພວກເຈົ້າບໍ່ຮ່ວມມືກັບພຣະເຈົ້າເປັນຢ່າງດີ. ມັນບໍ່ແມ່ນຍ້ອນພຣະເຈົ້າບໍ່ໄດ້ເຮັດພາລະກິດໃນຕົວເຈົ້າ ຫຼື ຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ດົນບັນດານໃຈເຈົ້າ. ມັນແມ່ນຍ້ອນເຈົ້າບໍ່ລະມັດລະວັງຫຼາຍ, ເຈົ້າຈຶ່ງບໍ່ຈິງຈັງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ພວກເຈົ້າຕ້ອງໄດ້ຫັນປ່ຽນສະຖານະການນີ້ຢ່າງຮີບດ່ວນ ແລະ ຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນ. ນີ້ແມ່ນຫົວຂໍ້ຫຼັກສໍາລັບມື້ນີ້. “ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ” ໝາຍເຖິງ ການໄດ້ຮັບແສງສະຫວ່າງໃນຈິດວິນຍານ; ການມີຄວາມຮູ້ກ່ຽວກັບພຣະທໍາຂອງພຣະເຈົ້າ; ການຮັບຄວາມຊັດເຈນກ່ຽວກັບເສັ້ນທາງທີ່ຢູ່ຕໍ່ໜ້າ; ການທີ່ສາມາດເຂົ້າສູ່ຄວາມຈິງເທື່ອລະກ້າວ; ແລະ ການມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນໄປ ແມ່ນເສັ້ນທາງສູ່ການເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນໃນພຣະທໍາຂອງພຣະເຈົ້າເປັນຫຼັກ, ປາສະຈາກການຫັນເຫ ແລະ ແນວຄິດຜິດໆ ແລະ ຄົນທີ່ຍ່າງໃນເສັ້ນທາງນັ້ນກໍຍ່າງໄປຊື່ໆຕາມເສັ້ນທາງ. ເພື່ອໃຫ້ບັນລຸສິ່ງນີ້ ພວກເຈົ້າຈໍາເປັນຕ້ອງປອງດອງກັບພຣະເຈົ້າ, ຊອກຫາເສັ້ນທາງທີ່ຖືກຕ້ອງເພື່ອປະຕິບັດ ແລະ ຍ່າງໃນເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ສິ່ງນີ້ປະກອບມີການຮ່ວມມືໃນສ່ວນຂອງມະນຸດ ເຊິ່ງໝາຍເຖິງສິ່ງທີ່ພວກເຈົ້າຕ້ອງເຮັດເພື່ອບັນລຸຕາມເງື່ອນໄຂຂອງພຣະເຈົ້າສໍາລັບພວກເຈົ້າ ແລະ ວິທີທີ່ພວກເຈົ້າຕ້ອງປະພຶດ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.
ການກ້າວສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປອາດເບິ່ງຄືສັບສົນ, ແຕ່ເຈົ້າຈະພົບວ່າມັນງ່າຍກວ່າຫຼາຍ ເມື່ອເສັ້ນທາງແຫ່ງການປະຕິບັດຊັດເຈນສຳລັບເຈົ້າ. ຄວາມຈິງແມ່ນ ຜູ້ຄົນສາມາດເຮັດທຸກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາ, ມັນບໍ່ຄືກັບວ່າພຣະອົງກຳລັງພະຍາຍາມສອນໝູໃຫ້ບິນ. ໃນທຸກສະຖານະການ ພຣະເຈົ້າພະຍາຍາມແກ້ໄຂບັນຫາຂອງຜູ້ຄົນ ແລະ ແກ້ໄຂຄວາມກັງວົນຂອງພວກເຂົາ. ພວກເຈົ້າທຸກຄົນຕ້ອງເຂົ້າໃຈສິ່ງນີ້; ຢ່າເຂົ້າໃຈພຣະເຈົ້າຢ່າງຜິດໆ. ຜູ້ຄົນຖືກນໍາພາຕາມພຣະທໍາຂອງພຣະເຈົ້າຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ດັ່ງທີ່ໄດ້ກ່າວມາແລ້ວ, ພວກເຈົ້າຕ້ອງມອບໃຈໃຫ້ພຣະເຈົ້າ. ນີ້ແມ່ນເງື່ອນໄຂກ່ອນໜ້າຂອງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ພວກເຈົ້າຕ້ອງເຮັດສິ່ງນີ້ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ຄົນຜູ້ໜຶ່ງຈະເຮັດວຽກໃນການມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າຢ່າງມີສະຕິໄດ້ແນວໃດ? ໃນຊີວິດປະຈຳວັນຂອງພວກເຈົ້າ, ເມື່ອພວກເຈົ້າສໍາຜັດກັບພາລະກິດຂອງພຣະເຈົ້າ ແລະ ອະທິຖານຫາພຣະອົງ, ພວກເຈົ້າກໍເຮັດແບບບໍ່ໃສ່ໃຈ. ພວກເຈົ້າອະທິຖານຫາພຣະເຈົ້າໃນຂະນະທີ່ພວກເຈົ້າເຮັດວຽກ. ສາມາດເອີ້ນສິ່ງນີ້ວ່າ ເປັນການມອບໃຈໃຫ້ພຣະເຈົ້າໄດ້ບໍ? ພວກເຈົ້າກໍາລັງພາກັນຄິດເລື່ອງວຽກເຮືອນວຽກຊານ ຫຼື ເລື່ອງເນື້ອໜັງຢູ່; ພວກເຈົ້າສອງຈິດສອງໃຈຢູ່ຕະຫຼອດເວລາ. ສາມາດຖືເອົາສິ່ງນີ້ ເປັນການເຮັດໃຫ້ໃຈສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ນີ້ກໍຍ້ອນວ່າ ຫົວໃຈຂອງເຈົ້າຍຶດຕິດຢູ່ກັບເລື່ອງພາຍນອກຕະຫຼອດເວລາ ແລະ ບໍ່ສາມາດຫັນກັບໄປຫາພຣະເຈົ້າ. ຖ້າພວກເຈົ້າປາຖະໜາທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ໆ ແລ້ວພວກເຈົ້າກໍຕ້ອງເຮັດວຽກແຫ່ງການຮ່ວມມືຢ່າງມີສະຕິ. ນີ້ໝາຍຄວາມວ່າ ພວກເຈົ້າທຸກຄົນຕ້ອງມີເວລາສຳລັບການອຸທິດຕົນຂອງພວກເຈົ້າ, ເວລາທີ່ທ່ານປະວາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ເຮັດໃຫ້ຫົວຂອງໃຈສະຫງົບ ແລະ ເຮັດໃຫ້ຕົນເອງງຽບຢູ່ຕໍ່ໜ້າພຣະເຈົ້າ. ທຸກຄົນຕ້ອງເກັບຮັກສາປຶ້ມບັນທຶກການອຸທິດຕົນສ່ວນຕົວ ໂດຍບັນທຶກຄວາມຮູ້ຂອງຕົນກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ວິທີທີ່ຈິດວິນຍານຂອງພວກເຈົ້າຖືກດົນບັນດານ ບໍ່ວ່າສິ່ງທີ່ພວກເຈົ້າບັນທຶກນັ້ນຈະເລິກເຊິ່ງ ຫຼື ເປັນໄປຕາມຜິວເຜີນກໍຕາມ; ທຸກຄົນຕ້ອງສະຫງົບໃຈຂອງພວກເຂົາຢ່າງມີສະຕິຕໍ່ໜ້າພຣະເຈົ້າ. ຖ້າເຈົ້າສາມາດອຸທິດເວລາໜຶ່ງ ຫຼື ສອງຊົ່ວໂມງໃນແຕ່ລະມື້ສຳລັບຊີວິດທາງຈິດວິນຍານທີ່ແທ້ຈິງ, ແລ້ວຊີວິດຂອງເຈົ້າໃນມື້ນັ້ນກໍຈະຮູ້ສຶກສົມບູນ ແລະ ຫົວໃຈຂອງເຈົ້າກໍຈະສົດໃສ ແລະ ປອດໂປ່ງ. ຖ້າເຈົ້າດໍາເນີນຊີວິດທາງຈິດວິນຍານໃນລັກສະນະນີ້ໃນທຸກໆມື້, ແລ້ວຫົວໃຈຂອງເຈົ້າກໍຈະສາມາດກັບຄືນຫາພຣະເຈົ້າຫຼາຍຂຶ້ນ, ຈິດວິນຍານຂອງເຈົ້າກໍຈະເຂັ້ມແຂງຍິ່ງຂຶ້ນເລື້ອຍໆ, ສະພາບຂອງເຈົ້າກໍຈະດີຂຶ້ນຢ່າງສະໝໍ່າສະເໝີ, ເຈົ້າຈະສາມາດຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປໄດ້ຫຼາຍຂຶ້ນ ແລະ ພຣະເຈົ້າຈະປະທານພອນໃຫ້ເຈົ້າຫຼາຍຂຶ້ນ. ຈຸດປະສົງຂອງຊີວິດທາງຈິດວິນຍານຂອງພວກເຈົ້າແມ່ນການໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດຢ່າງມີສະຕິ. ມັນບໍ່ແມ່ນການປະຕິບັດກົດລະບຽບ ຫຼື ການປະກອບພິທີຕ່າງໆທາງສາສະໜາ ແຕ່ແມ່ນການປະຕິບັດຕາມພຣະເຈົ້າຢ່າງແທ້ຈິງ, ການລົງວິໄນຮ່າງກາຍຂອງເຈົ້າຢ່າງແທ້ຈິງ. ນີ້ແມ່ນສິ່ງທີ່ມະນຸດຄວນເຮັດ, ສະນັ້ນ ພວກເຈົ້າຄວນເຮັດສິ່ງນີ້ດ້ວຍຄວາມພະຍາຍາມສູງສຸດ. ຍິ່ງເຈົ້າໃຫ້ຄວາມຮ່ວມມື ແລະ ຍິ່ງເຈົ້າພະຍາຍາມຫຼາຍເທົ່າໃດ ຫົວໃຈຂອງເຈົ້າກໍຍິ່ງຈະສາມາດກັບຄືນຫາເຂົ້າຫາພຣະເຈົ້າໄດ້ຫຼາຍເທົ່ານັ້ນ ແລະ ເຈົ້າກໍຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະອົງຫຼາຍຂຶ້ນເທົ່ານັ້ນ. ໃນຈຸດໃດໜຶ່ງ, ພຣະເຈົ້າຈະຮັບເອົາຫົວໃຈຂອງເຈົ້າຢ່າງຄົບຖ້ວນ. ບໍ່ມີຜູ້ໃດຈະສາມາດໂນ້ມນ້າວ ຫຼື ຍຶດເອົາຫົວໃຈຂອງເຈົ້າໄປໄດ້ ແລະ ເຈົ້າກໍຈະເປັນຂອງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າຍ່າງຕາມເສັ້ນທາງນີ້ ແລ້ວພຣະທໍາຂອງພຣະເຈົ້າກໍຈະເປີດເຜີຍຕໍ່ເຈົ້າໃນທຸກເວລາ ແລະ ສ່ອງແສງໃຫ້ແກ່ເຈົ້າກ່ຽວກັບທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈ ເຊິ່ງສິ່ງນີ້ແມ່ນສາມາດບັນລຸຜ່ານການຮ່ວມມືຂອງເຈົ້າເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກ່າວສະເໝີວ່າ “ສຳລັບທຸກຄົນທີ່ຮ່ວມມືເຮົາ, ເຮົາຈະໃຫ້ລາງວັນສອງເທົ່າ”. ພວກເຈົ້າຕ້ອງເບິ່ງເຫັນເສັ້ນທາງນີ້ຢ່າງແຈ່ມແຈ້ງ. ຖ້າພວກເຈົ້າປາດຖະໜາທີ່ຈະຍ່າງຕາມເສັ້ນທາງທີ່ຖືກຕ້ອງ ແລ້ວພວກເຈົ້າກໍຕ້ອງເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອໃຫ້ພຣະເຈົ້າພໍໃຈ. ພວກເຈົ້າຕ້ອງເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອໃຫ້ບັນລຸຊີວິດທາງຈິດວິນຍານ. ໃນໄລຍະເລີ່ມຕົ້ນ ເຈົ້າອາດຈະບໍ່ສາມາດບັນລຸຜົນໄດ້ເປັນຢ່າງດີໃນການສະແຫວງຫານີ້, ແຕ່ເຈົ້າຕ້ອງບໍ່ປ່ອຍໃຫ້ຕົນເອງຖົດຖອຍ ຫຼື ຈົມຢູ່ໃນຄວາມຄິດລົບ, ເຈົ້າຕ້ອງສືບຕໍ່ເຮັດວຽກໃຫ້ໜັກຂຶ້ນ! ຍິ່ງເຈົ້າມີຊີວິດທາງຈິດວິນຍານຫຼາຍເທົ່າໃດ, ຫົວໃຈຂອງເຈົ້າກໍຍິ່ງຖືກເຂົ້າຍຶດໂດຍພຣະທໍາຂອງພຣະເຈົ້າຫຼາຍເທົ່ານັ້ນ, ກັງວົນກັບສິ່ງເຫຼົ່ານີ້ສະເໝີ, ແບກຮັບເອົາພາລະນີ້ຢູ່ສະເໝີ. ຫຼັງຈາກນັ້ນ ກໍເປີດເຜີຍຄວາມຈິງພາຍໃນທີ່ສຸດຂອງເຈົ້າຕໍ່ພຣະເຈົ້າຜ່ານຊີວິດທາງຈິດວິນຍານຂອງເຈົ້າ; ບອກພຣະອົງເຖິງສິ່ງທີ່ເຈົ້າເຕັມໃຈເຮັດ, ສິ່ງທີ່ເຈົ້າໄດ້ຄິດຄໍານຶງ, ຄວາມເຂົ້າໃຈ ແລະ ມຸມມອງຂອງເຈົ້າທີ່ມີຕໍ່ພຣະທໍາຂອງພຣະເຈົ້າ. ຢ່າອົດກັ້ນສິ່ງໃດໄວ້, ບໍ່ແມ່ນແຕ່ໜ້ອຍດຽວ! ເຝິກເວົ້າຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງເຈົ້າ ແລະ ເປີດເຜີຍຄວາມຮູ້ສຶກທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ; ຖ້າມັນຢູ່ໃນຫົວໃຈຂອງເຈົ້າ, ແລ້ວໃຫ້ເວົ້າມັນໃນທຸກຮູບແບບ. ຍິ່ງເຈົ້າເວົ້າໃນລັກສະນະນີ້ຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ພຣະເຈົ້າຈະດຶງຫົວໃຈຂອງເຈົ້າຢ່າງໜັກແໜ້ນຂຶ້ນ. ເມື່ອສິ່ງນີ້ເກີດຂຶ້ນ ເຈົ້າຈະຮູ້ສຶກວ່າ ພຣະເຈົ້າມີຄ່າຕໍ່ເຈົ້າຫຼາຍກວ່າຄົນອື່ນ. ເຈົ້າຈະບໍ່ຈາກພຣະອົງໄປຈັກເທື່ອ ເຖິງວ່າຈະເກີດຫຍັງຂຶ້ນກໍຕາມ. ຖ້າເຈົ້າປະຕິບັດການອຸທິດທາງຈິດວິນຍານໃນລັກສະນະນີ້ທຸກມື້ ແລະ ບໍ່ເອົາອອກຈາກຄວາມຄິດຂອງເຈົ້າ ແຕ່ປະຕິບັດກັບສິ່ງນັ້ນ ຄືດັ່ງວ່າມັນມີຄວາມສຳຄັນຫຼາຍໃນຊີວິດຂອງເຈົ້າ, ແລ້ວພຣະທໍາຂອງພຣະເຈົ້າກໍຈະສະຖິດຢູ່ໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການຖືກພຣະວິນຍານບໍລິສຸດສໍາຜັດ. ມັນຈະຄືກັບວ່າ ຫົວໃຈຂອງເຈົ້າຖືກພຣະເຈົ້າຄອບຄອງຢູ່ສະເໝີ, ຄືກັບວ່າ ສິ່ງທີ່ເຈົ້າຮັກແມ່ນຢູ່ໃນຫົວໃຈຂອງເຈົ້າຢູ່ສະເໝີ. ບໍ່ມີຜູ້ໃດສາມາດເອົາຄວາມຮູ້ສຶກນັ້ນໄປຈາກເຈົ້າໄດ້. ເມື່ອສິ່ງນີ້ເກີດຂຶ້ນ ພຣະເຈົ້າຈະອາໄສຢູ່ໃນໂຕເຈົ້າຢ່າງແທ້ຈິງ ແລະ ມີພື້ນທີ່ພາຍໃນຫົວໃຈຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຊີວິດທາງຈິດວິນຍານທໍາມະດານໍາພາຄົນໄປສູ່ທາງທີ່ຖືກຕ້ອງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 414)
ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ການປະຕິບັດການອະທິຖານໃນປັດຈຸບັນຂອງພວກເຈົ້າ, ການຫຍັບເຂົ້າໃກ້ພຣະເຈົ້າ, ການຮ້ອງນະມັດສະການ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່າກັບ “ຊີວິດຝ່າຍວິນຍານທີ່ປົກກະຕິ” ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການປະຕິບັດ ເຊັ່ນ: ການອະທິຖານ, ການຮ້ອງເພງນະມັດສະການ, ການມີຊີວິດຄຣິດຕະຈັກ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ມັນປະກອບມີການໃຊ້ຊີວິດຝ່າຍວິນຍານທີ່ໃໝ່ ແລະ ຢ່າງມີຊີວິດຊີວາ. ສິ່ງທີ່ສຳຄັນບໍ່ແມ່ນວິທີການທີ່ເຈົ້າປະຕິບັດ, ແຕ່ກ່ຽວກັບໝາກຜົນທີ່ການປະຕິບັດຂອງເຈົ້າເກີດອອກ. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ຊີວິດຝ່າຍວິນຍານປົກກະຕິປະກອບມີການອະທິຖານ, ການຮ້ອງເພງນະມັດສະການ, ການກິນ ແລະ ການດື່ມ ພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງພຣະທຳຂອງພຣະອົງ, ບໍ່ວ່າການປະຕິບັດດັ່ງກ່າວຈະມີຜົນແບບໃດກໍ່ຕາມ ຫຼື ນໍາໄປສູ່ຄວາມເຂົ້າໃຈທີ່ແທ້ຈິງ ຫຼື ບໍ່ກໍ່ຕາມ. ຄົນເຫຼົ່ານີ້ໃສ່ໃຈກັບການປະຕິບັດຕາມລະບຽບການທີ່ພໍເປັນພິທີ ໂດຍບໍ່ຄິດເຖິງຜົນຕາມມາຂອງພວກມັນ; ພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ, ບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ພາຍໃນຄຣິດຕະຈັກ ແລະ ແຮງໄກທີ່ພວກເຂົາຈະເປັນປະຊາຊົນແຫ່ງອານາຈັກ. ຄຳອະທິຖານ, ການຮ້ອງເພງນະມັດສະການ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າຂອງພວກເຂົາລ້ວນແລ້ວແຕ່ເປັນການເຮັດຕາມກົດລະບຽບເທົ່ານັ້ນ, ເກີດຂຶ້ນຈາກການບັງຄັບ ແລະ ຕາມທັນຄ່ານິຍົມ, ບໍ່ໄດ້ອອກຈາກຄວາມເຕັມໃຈ ຫຼື ຈາກຫົວໃຈ. ບໍ່ວ່າຄົນເຫຼົ່ານີ້ຈະອະທິຖານ ຫຼື ຮ້ອງເພງຫຼາຍສ່ຳໃດກໍ່ຕາມ, ຄວາມພະຍາຍາມຂອງພວກເຂົາກໍຈະບໍ່ເກີດຜົນ, ຍ້ອນສິ່ງທີ່ພວກເຂົາປະຕິບັດເປັນພຽງກົດລະບຽບ ແລະ ພິທີກຳຕ່າງໆທາງສາດສະໜາ; ພວກເຂົາບໍ່ໄດ້ເຮັດຕາມພຣະທຳຂອງພຣະເຈົ້າແທ້ໆ. ພວກເຂົາພຽງແຕ່ກັງວົນຫຼາຍເກີນໄປກ່ຽວກັບວິທີການທີ່ພວກເຂົາປະຕິບັດ ແລະ ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບກົດລະບຽບໃຫ້ປະຕິບັດຕາມ. ຄົນປະເພດນີ້ແມ່ນບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ; ພວກເຂົາພຽງແຕ່ເຮັດເພື່ອເປັນທີ່ພໍໃຈຝ່າຍເນື້ອໜັງ ແລະ ເຮັດເພື່ອໃຫ້ຄົນອື່ນ. ກົດລະບຽບ ແລະ ພິທີກຳທາງສາດສະໜາເຫຼົ່ານີ້ແມ່ນລ້ວນແລ້ວແຕ່ກຳເນີດມາຈາກມະນຸດ; ພວກມັນບໍ່ໄດ້ມາຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດລະບຽບ ຫຼື ພຣະອົງບໍ່ໄດ້ຢູ່ພາຍໃຕ້ກົດເກນໃດໜຶ່ງ. ກົງກັນຂ້າມ, ພຣະອົງກະທໍາສິ່ງໃໝ່ທຸກວັນ, ສຳເລັດພາລະກິດຕົວຈິງ. ເຊັ່ນດຽວກັນກັບຄົນທີ່ຢູ່ໃນຄຣິດຕະຈັກສາມຕົນ, ຜູ້ທີ່ຈຳກັດຕົວເອງຢູ່ກັບການປະຕິບັດ ເຊັ່ນ: ການເຂົ້າຮ່ວມການບໍລິການຕອນເຊົ້າທຸກໆມື້, ການອະທິຖານໃນຍາມແລງ ແລະ ການຂອບພຣະຄຸນກ່ອນອາຫານ ແລະ ການສະແດງຄວາມຂອບໃຈໃນທຸກສິ່ງ, ເຖິງແມ່ນວ່າພວກເຂົາຈະເຮັດຫຼາຍສໍ່າໃດ ແລະ ພວກເຂົາຈະເຮັດດົນສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອຜູ້ຄົນອາໄສຢູ່ທ່າມກາງກົດລະບຽບ ແລະ ເຮັດໃຫ້ຫົວໃຈຂອງພວກເຂົາແນໃສ່ວິທີການປະຕິບັດ, ພຣະວິນຍານບໍລິສຸດກໍບໍ່ສາມາດປະຕິບັດພາລະກິດໄດ້, ເພາະວ່າ ຫົວໃຈຂອງຄົນເຫຼົ່ານັ້ນເຕັມໄປດ້ວຍກົດລະບຽບ ແລະ ແນວຄວາມຄິດຕ່າງໆຂອງມະນຸດ. ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ສາມາດແຊກແຊງ ແລະ ປະຕິບັດພາລະກິດໃນພວກເຂົາ ແລະ ພວກເຂົາພຽງແຕ່ສາມາດສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງກົດເກນ. ຄົນປະເພດນີ້ ຈະບໍ່ສາມາດຮັບການຍ້ອງຍໍຈາກພຣະເຈົ້າໄດ້ຕະຫຼອດໄປ.
ການມີຊີວິດຝ່າຍວິນຍານປົກກະຕິຄືການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ເມື່ອອະທິຖານ ຄົນໆໜຶ່ງສາມາດສະຫງົບຫົວໃຈຂອງຕົນຕໍ່ໜ້າພຣະອົງ ແລະ ຜ່ານການອະທິຖານ ຄົນໆໜຶ່ງສາມາດສະແຫວງຫາຄວາມສະຫວ່າງ ຂອງພຣະວິນຍານບໍລິສຸດໄດ້, ຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງ. ເມື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດໄດ້ຮັບຄວາມເຂົ້າໃຈຊັດເຈນຍິ່ງຂຶ້ນ ແລະ ລະອຽດຍິ່ງຂຶ້ນກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາຍັງສາມາດຮັບເອົາເສັ້ນທາງໃໝ່ຂອງການປະຕິບັດ ແລະ ຈະບໍ່ຍຶດຕິດກັບເສັ້ນທາງເກົ່າ; ສິ່ງທີ່ພວກເຂົາປະຕິບັດຈະມີເພື່ອບັນລຸຄວາມກ້າວໜ້າໃນຊີວິດເທົ່ານັ້ນ. ແລ້ວສຳລັບການອະທິຖານ, ມັນບໍ່ໄດ້ກ່ຽວກັບການກ່າວຄຳເວົ້າສອງສາມຄຳທີ່ຟັງດູດີ ຫຼື ການຮ້ອງໂຮ່ໄຫ້ຕໍ່ໜ້າພຣະເຈົ້າ ເພື່ອສະແດງວ່າເຈົ້າເປັນໜີ້ບຸນຄົນຫຼາຍສໍ່າໃດ; ກົງກັນຂ້າມ ຈຸດປະສົງແມ່ນເພື່ອຝຶກຝົນຕົນເອງໃນການໃຊ້ງານຂອງວິນຍານ, ປ່ອຍໃຫ້ຄົນໆໜຶ່ງສະຫງົບຫົວໃຈຂອງເຂົາລົງຕໍ່ໜ້າພຣະເຈົ້າ, ຝຶກຝົນຕົນເອງເພື່ອຊອກຫາການຊີ້ນໍາຈາກພຣະທຳຂອງພຣະເຈົ້າໃນທຸກດ້ານ, ເພື່ອວ່າຫົວໃຈຂອງຄົນໆໜຶ່ງຈະສາມາດສະແຫວງຫາຄວາມສະຫວ່າງໃໝ່ທຸກວັນ ແລະ ເພື່ອວ່າຄົນໆໜຶ່ງຈະບໍ່ຢູ່ລ້າໆ ຫຼື ຂີ້ຄ້ານ ແລະ ອາດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການປະຕິບັດຕາມພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ໄດ້ເຮັດເພື່ອສະແຫວງຫາຄວາມຈິງ ແລະ ບັນລຸການເຕີບໂຕໃນຊີວິດ. ນີ້ຄືບ່ອນທີ່ພວກເຂົາຫຼົງທາງ. ຍັງມີຄົນຈຳນວນໜຶ່ງທີ່ສາມາດຮັບເອົາຄວາມສະຫວ່າງໃໝ່, ແຕ່ວິທີການປະຕິບັດຂອງພວກເຂົາຍັງຄົງບໍ່ປ່ຽນແປງ. ພວກເຂົານໍາແນວຄິດທາງສາດສະໜາໃນອະດີດຂອງພວກເຂົາມາກັບພວກເຂົາ ໃນຂະນະທີ່ພວກເຂົາລໍຖ້າຮັບພຣະທຳຂອງພຣະເຈົ້າໃນປັດຈຸບັນ, ແລ້ວສິ່ງທີ່ພວກເຂົາໄດ້ຮັບຍັງຄົງເປັນຫຼັກຄຳສອນທີ່ເຈືອປົນດ້ວຍແນວຄິດທາງສາສະໜາ; ພວກເຂົາບໍ່ໄດ້ຮັບແສງສະຫວ່າງຂອງທຸກມື້ນີ້ຢ່າງແທ້ຈິງ. ຜົນຕາມມາກໍຄື ການປະຕິບັດຂອງພວກເຂົາມີການເຈືອປົນ; ພວກມັນເປັນການປະຕິບັດເດີມ ແຕ່ຢູ່ໃນພັດສະດຸຫຸ້ນຫໍ່ໃໝ່. ບໍ່ວ່າການປະຕິບັດຂອງພວກເຂົາຈະດີສ່ຳໃດກໍ່ຕາມ, ພວກເຂົາກໍຍັງເປັນຄົນໜ້າໄຫວ້ຫຼັງຫຼອກ. ພຣະເຈົ້ານຳພາຜູ້ຄົນເຮັດສິ່ງໃໝ່ທຸກວັນ, ຮຽກຮ້ອງວ່າໃນແຕ່ລະມື້ ພວກເຂົາຈະໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈ ແລະ ຮຽກຮ້ອງໃຫ້ພວກເຂົາບໍ່ຫຼ້າສະໄໝ ຫຼື ເຮັດຊໍ້າໆ. ຖ້າເຈົ້າໄດ້ເຊື່ອພຣະເຈົ້າເປັນເວລາຫຼາຍປີ, ແຕ່ວິທີປະຕິບັດຂອງເຈົ້າບໍ່ມີການປ່ຽນແປງຫຍັງເລີຍ ແລະ ຖ້າເຈົ້າຍັງເອົາຈິງເອົາຈັງ ແລະ ຫຍຸ້ງຢູ່ກັບສິ່ງພາຍນອກ ແຕ່ບໍ່ນໍາຫົວໃຈທີ່ງຽບສະຫງົບມາຢູ່ຕໍ່ໜ້າພຣະເຈົ້າເພື່ອຊື່ນຊົມກັບພຣະທຳຂອງພຣະອົງ, ແລ້ວເຈົ້າຈະບໍ່ສາມາດໄດ້ຮັບຫຍັງເລີຍ. ເມື່ອເວົ້າເຖິງການຍອມຮັບພາລະກິດໃໝ່ຂອງພຣະເຈົ້າ, ຖ້າເຈົ້າບໍ່ມີແຜນການທີ່ແຕກຕ່າງ, ບໍ່ປະຕິບັດໃນລັກສະນະໃໝ່ ແລະ ບໍ່ສະແຫວງຫາຄວາມເຂົ້າໃຈໃໝ່, ແຕ່ກົງກັນຂ້າມເຈົ້າຍຶດຖືກັບສິ່ງເດີມໆ ແລະ ພຽງແຕ່ຮັບເອົາແສງສະຫວ່າງໃໝ່ບາງຢ່າງທີ່ຈຳກັດ. ໂດຍບໍ່ປ່ຽນແປງວິທີການທີ່ເຈົ້າປະຕິບັດ, ແລ້ວຜູ້ຄົນປະເພດນີ້ແມ່ນຢູ່ໃນກະແສດັ່ງກ່າວພຽງໃນນາມ; ໃນຄວາມເປັນຈິງແລ້ວ ພວກເຂົາເປັນພວກຟາຣີຊາຍທີ່ເຄັ່ງສາສະໜາ ເຊິ່ງຢູ່ນອກກະແສຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 415)
ເພື່ອມີຊີວິດຝ່າຍວິນຍານປົກກະຕິ, ຄົນໆໜຶ່ງເຈົ້າສາມາດຮັບເອົາຄວາມສະຫວ່າງໃໝ່ໃນແຕ່ລະມື້ ແລະ ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນໆໜຶ່ງຕ້ອງເຫັນຄວາມຈິງຢ່າງຊັດເຈນ, ຊອກຫາເສັ້ນທາງການປະຕິບັດໃນທຸກສິ່ງ, ຄົ້ນພົບຄຳຖາມໃໝ່ຜ່ານການອ່ານພຣະທຳຂອງພຣະເຈົ້າໃນແຕ່ລະມື້ ແລະ ຮັບຮູ້ຂໍ້ບົກຜ່ອງຂອງຕົນເອງ ເພື່ອວ່າຄົນໆໜຶ່ງອາດມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາທີ່ຂັບເຄື່ອນການເປັນຢູ່ທັງໝົດຂອງຄົນໆນັ້ນ ແລະ ເພື່ອວ່າຄົນໆໜຶ່ງອາດສະຫງົບລົງຕໍ່ໜ້າພຣະເຈົ້າໄດ້ທຸກເວລາ, ຢ້ານກົວຢູ່ເລິກໆວ່າຈະຖືກປະໄວ້ຢູ່ທາງຫຼັງ. ບຸກຄົນທີ່ມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາ, ຜູ້ທີ່ເຕັມໃຈຈະຮັບທາງເຂົ້າຢ່າງຕໍ່ເນື່ອງ, ແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານ. ຄົນທີ່ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ, ຜູ້ທີ່ປາຖະໜາຈະເຮັດດີຂຶ້ນ, ຜູ້ທີ່ເຕັມໃຈສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂຶ້ນ, ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ກົງກັນຂ້າມຄືຈ່າຍຕາມລາຄາຕົວຈິງ, ຜູ້ທີ່ຫ່ວງໃຍຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ໄດ້ຮັບທາງເຂົ້າຢ່າງແທ້ຈິງ ເພື່ອວ່າປະສົບການພວກເຂົາຈະເປັນຈິງ ແລະ ມີຄວາມຈິງ, ຜູ້ທີ່ບໍ່ສະແຫວງຫາຖ້ອຍຄຳທີ່ວ່າງເປົ່າ ແລະ ຫຼັກຄໍາສອນ ຫຼື ສະແຫວງຫາເພື່ອຮູ້ສຶກເຖິງສິ່ງເໜືອທຳມະຊາດ, ຜູ້ທີ່ບໍ່ບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸການເຕີບໂຕໃນຊີວິດ ແລະ ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ມີຊີວິດຊີວາ ແລະ ພວກເຂົາສາມາດຮັບທາງເຂົ້າຢ່າງຫ້າວຫັນຢູ່ສະເໝີ. ຫາກບໍ່ຮັບຮູ້ມັນ, ພວກເຂົາກໍມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ. ຄົນທີ່ມີຊີວິດຝ່າຍວິນຍານປົກກະຕິຄົ້ນພົບຄວາມຫຼຸດພົ້ນ ແລະ ອິດສະຫຼະໃນວິນຍານໃນທຸກໆວັນ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນອິດສະຫຼະເພື່ອເຮັດໃຫ້ພຣະອົງພໍໃຈ. ສຳລັບຄົນເຫຼົ່ານີ້, ການອະທິຖານບໍ່ແມ່ນສິ່ງທີ່ເປັນທາງການ ຫຼື ລະບຽບການ; ໃນແຕ່ລະມື້, ພວກເຂົາສາມາດຕາມທັນແສງສະຫວ່າງໃໝ່. ຕົວຢ່າງ: ຜູ້ຄົນຝຶກຝົນຕົວເອງໃຫ້ສະຫງົບຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍງຽບສະຫງົບຕໍ່ໜ້າພຣະອົງໄດ້ຢ່າງແທ້ຈິງ ແລະ ຈະບໍ່ມີໃຜສາມາດລົບກວນພວກເຂົາໄດ້. ບໍ່ມີຜູ້ຄົນ, ເຫດການ ຫຼື ສິ່ງໃດກໍຕາມທີ່ສາມາດຢັບຢັ້ງຊີວິດຝ່າຍວິນຍານປົກກະຕິຂອງພວກເຂົາໄດ້. ການຝຶກຝົນດັ່ງກ່າວແມ່ນມີເຈດຕະນາເພື່ອບັນລຸຜົນ; ມັນບໍ່ໄດ້ມີເຈດຕະນາເພື່ອເຮັດໃຫ້ຜູ້ຄົນປະຕິບັດຕາມກົດລະບຽບ. ການປະຕິບັດແບບນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ, ແຕ່ແມ່ນກ່ຽວກັບການສົ່ງເສີມການເຕີບໂຕໃນຊີວິດຂອງຜູ້ຄົນ. ຖ້າເຈົ້າພຽງແຕ່ເຫັນການປະຕິບັດນີ້ເປັນພຽງກົດລະບຽບໃຫ້ປະຕິບັດ, ຊີວິດຂອງເຈົ້າກໍຈະບໍ່ປ່ຽນແປງຈັກເທື່ອ. ເຈົ້າອາດເຂົ້າຮ່ວມໃນການປະຕິບັດແບບດຽວກັບຄົນອື່ນ, ແຕ່ໃນຂະນະທີ່ພວກເຂົາສາມາດຕາມທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ໃນທີ່ສຸດ, ເຈົ້າຈະຖືກໂຍນອອກຈາກກະແສຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ໄດ້ກຳລັງຫຼອກລວງຕົວເອງບໍ? ຈຸດປະສົງຂອງພຣະທຳເຫຼົ່ານີ້ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດສະຫງົບຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ຫັນຫົວໃຈຂອງພວກເຂົາເຂົ້າຫາພຣະອົງ, ເພື່ອວ່າພາລະກິດຂອງພຣະເຈົ້າໃນພວກເຂົາອາດບໍ່ມີສິ່ງຂັດຂວາງ ແລະ ອາດເກີດດອກອອກຜົນ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 416)
ພວກເຈົ້າບໍ່ໃຫ້ຄວາມສຳຄັນກ່ຽວກັບຄຳອະທິຖານໃນຊີວິດປະຈຳວັນຂອງພວກເຈົ້າ. ມະນຸດເມິນເສີຍເລື່ອງຄຳອະທິຖານ. ຄຳອະທິຖານເຄີຍເຮັດພໍເປັນພິທີ ໂດຍທີ່ມະນຸດພຽງແຕ່ທຳທ່າເຮັດຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາຕໍ່ໜ້າພຣະເຈົ້າຢ່າງສົມບູນ ແລະ ມີສ່ວນຮ່ວມໃນການອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ມະນຸດພຽງແຕ່ອະທິຖານຫາພຣະເຈົ້າເມື່ອເກີດບັນຫາຂຶ້ນເທົ່ານັ້ນ. ຕະຫຼອດເວລານີ້, ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງແທ້ຈິງບໍ? ເຄີຍມີເວລາທີ່ເຈົ້າຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ? ເຄີຍມີເວລາທີ່ເຈົ້າມາຮູ້ຈັກຕົນເອງຕໍ່ໜ້າພຣະອົງບໍ? ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງເປີດໃຈບໍ? ຄຳອະທິຖານເກີດຂຶ້ນຜ່ານການປະຕິບັດ: ຖ້າເຈົ້າບໍ່ອະທິຖານຢູ່ເຮືອນເປັນປົກກະຕິ, ແລ້ວເຈົ້າກໍ່ຈະບໍ່ມີທາງອະທິຖານໃນຄຣິດຕະຈັກ ແລະ ຖ້າເຈົ້າບໍ່ອະທິຖານເປັນປົກກະຕິໃນການເຕົ້າໂຮມຂະໜາດນ້ອຍ, ແລ້ວເຈົ້າກໍ່ຈະບໍ່ສາມາດອະທິຖານໃນການເຕົ້າໂຮມຂະໜາດໃຫຍ່ໄດ້. ຖ້າເຈົ້າບໍ່ຍັບເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ຮຳພຶງເຖິງພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຫຍັງໃຫ້ເວົ້າເຖິງ ເມື່ອມັນຮອດເວລາອະທິຖານ ແລະ ເຖິງແມ່ນວ່າຖ້າເຈົ້າອະທິຖານ, ເຈົ້າກໍ່ຈະພຽງແຕ່ອະທິຖານແຕ່ປາກ; ມັນຈະບໍ່ແມ່ນຄຳອະທິຖານທີ່ແທ້ຈິງ.
ຄຳອະທິຖານທີ່ແທ້ຈິງແມ່ນຫຍັງ? ມັນເປັນການບອກພຣະເຈົ້າກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ສື່ສານກັບພຣະເຈົ້າເມື່ອເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ, ສື່ສານກັບພຣະເຈົ້າຜ່ານພຣະທຳຂອງພຣະອົງ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດ, ຮູ້ສຶກວ່າພຣະອົງຢູ່ທີ່ນັ້ນຕໍ່ໜ້າເຈົ້າ ແລະ ເຊື່ອວ່າເຈົ້າມີບາງສິ່ງໃຫ້ເວົ້າກັບພຣະອົງ. ຫົວໃຈຂອງເຈົ້າຮູ້ສຶກຄືວ່າເຕັມໄປດ້ວຍແສງສະຫວ່າງ ແລະ ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຮັກຫຼາຍສໍ່າໃດ. ເຈົ້າຮູ້ສຶກມີແຮງດົນບັນດານໃຈເປັນພິເສດ ແລະ ການຮັບຟັງເຈົ້າໄດ້ນໍາຄວາມພໍໃຈມາສູ່ອ້າຍເອື້ອຍນ້ອງຂອງເຈົ້າ. ພວກເຂົາຈະຮູ້ສຶກວ່າຄໍາເວົ້າທີ່ເຈົ້າກ່າວແມ່ນຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ, ຄຳເວົ້າທີ່ພວກເຂົາປາຖະໜາຈະເວົ້າ, ຄືກັບວ່າຄຳເວົ້າຂອງເຈົ້າເປັນຄຳເວົ້າແທນພວກເຂົາເອງ. ນີ້ຄືຄວາມໝາຍຂອງຄຳອະທິຖານທີ່ແທ້ຈິງ. ຫຼັງຈາກທີ່ເຈົ້າມີສ່ວນຮ່ວມໃນການອະທິຖານຢ່າງແທ້ຈິງ, ຫົວໃຈຂອງເຈົ້າກໍ່ຈະສະຫງົບສຸກ ແລະ ຈະຮູ້ຈັກຄວາມພໍໃຈ. ກຳລັງທີ່ຈະຮັກພຣະເຈົ້າສາມາດເກີດຂຶ້ນ ແລະ ເຈົ້າຈະຮູ້ສຶກວ່າບໍ່ມີຄຸນຄ່າ ຫຼື ຄວາມໝາຍຫຍັງທີ່ຍິ່ງໃຫຍ່ໃນຊີວິດໄປກວ່າການຮັກພຣະເຈົ້າ. ທັງໝົດນີ້ຈະພິສູດວ່າຄໍາອະທິຖານຂອງເຈົ້າແມ່ນມີປະສິດທິຜົນ. ເຈົ້າເຄີຍອະທິຖານໃນລັກສະນະນັ້ນບໍ?
ແລ້ວເນື້ອໃນຂອງຄໍາອະທິຖານເດ? ຄຳອະທິຖານຂອງເຈົ້າຄວນດຳເນີນໄປເທື່ອລະບາດກ້າວ ໂດຍສອດຄ່ອງກັບສະພາວະທີ່ແທ້ຈິງໃນຫົວໃຈຂອງເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ເຈົ້າສາມາດສື່ສານກັບພຣະເຈົ້າຕາມຄວາມປະສົງຂອງພຣະອົງ ແລະ ຕາມສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດ. ເມື່ອເຈົ້າເລີ່ມປະຕິບັດການອະທິຖານ, ກ່ອນອື່ນແມ່ນໃຫ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ຢ່າພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພຽງແຕ່ພະຍາຍາມກ່າວຄໍາເວົ້າທີ່ຢູ່ພາຍໃນໃຈຂອງເຈົ້າຕໍ່ພຣະເຈົ້າ. ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າແລ້ວ, ໃຫ້ກ່າວໃນລັກສະນະນີ້: “ໂອ້ ພຣະເຈົ້າ! ຂ້ານ້ອຍຫາກໍ່ຮູ້ມື້ນີ້ວ່າຂ້ານ້ອຍເຄີຍບໍ່ເຊື່ອຟັງພຣະອົງ. ຂ້ານ້ອຍເປັນຄົນເສື່ອມຊາມ ແລະ ເປັນຕາລັງກຽດແທ້ໆ. ຂ້ານ້ອຍໄດ້ເສຍເວລາໃນຊີວິດຂອງຂ້ານ້ອຍເທົ່ານັ້ນ. ນັບຕັ້ງແຕ່ມື້ນີ້ໄປ, ຂ້ານ້ອຍຈະດໍາລົງຊີວິດຢູ່ເພື່ອພຣະອົງເຈົ້າ. ຂ້ານ້ອຍຈະໃຊ້ຊີວິດຢ່າງມີຄວາມໝາຍ ແລະ ເຮັດຕາມຄວາມປະສົງຂອງພຣະອົງ. ຂໍໃຫ້ພຣະວິນຍານຂອງພຣະອົງປະຕິບັດພາລະກິດຢູ່ໃນຕົວຂ້ານ້ອຍຢູ່ສະເໝີ, ສ່ອງແສງ ແລະ ເຍືອງທາງໃຫ້ແກ່ຂ້ານ້ອຍຢ່າງຕໍ່ເນື່ອງ. ຂໍໃຫ້ຂ້ານ້ອຍເປັນພະຍານຢ່າງເຂັ້ມແຂງ ແລະ ກ້ອງກັງວານຕໍ່ໜ້າພຣະອົງ. ຂໍໃຫ້ຊາຕານເຫັນເຖິງສະຫງ່າລາສີຂອງພຣະອົງ, ຄຳພະຍານຂອງພຣະອົງ ແລະ ຂໍໃຫ້ຫຼັກຖານໄຊຊະນາຂອງພຣະອົງສຳແດງໃນພວກຂ້ານ້ອຍ”. ເມື່ອເຈົ້າອະທິຖານໃນລັກສະນະນີ້, ຫົວໃຈຂອງເຈົ້າຈະຖືກປົດປ່ອຍເປັນອິດສະຫຼະຢ່າງສົມບູນ. ເມື່ອໄດ້ອະທິຖານໃນລັກສະນະນີ້, ຫົວໃຈຂອງເຈົ້າກໍ່ຈະໃກ້ຊິດກັບພຣະເຈົ້າຍິ່ງຂຶ້ນ ແລະ ຖ້າເຈົ້າສາມາດອະທິຖານໃນລັກສະນະນີ້ຢູ່ເລື້ອຍໆ, ພຣະວິນຍານບໍລິສຸດກໍ່ຈະປະຕິບັດພາລະກິດໃນຕົວເຈົ້າຢ່າງຫຼີກເວັ້ນບໍ່ໄດ້. ຖ້າເຈົ້າເອີ້ນຫາພຣະເຈົ້າໃນລັກສະນະນີ້ຢູ່ສະເໝີ ແລະ ຕັ້ງໃຈຕໍ່ໜ້າພຣະອົງ, ມື້ໜຶ່ງທີ່ຄວາມຕັ້ງໃຈຂອງເຈົ້າຈະສາມາດເປັນທີ່ຍອມຮັບຕໍ່ໜ້າພຣະເຈົ້າກໍ່ຈະມາເຖິງ, ເມື່ອຫົວໃຈຂອງເຈົ້າ ແລະ ການເປັນຢູ່ທັງໝົດຂອງເຈົ້າຖືກຮັບເອົາໂດຍພຣະເຈົ້າ ແລະ ໃນທີ່ສຸດແລ້ວ ເຈົ້າກໍ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ສຳລັບພວກເຈົ້າແລ້ວ, ຄຳອະທິຖານມີຄວາມສໍາຄັນທີ່ສຸດ. ເມື່ອເຈົ້າອະທິຖານ ແລະ ເຈົ້າໄດ້ຮັບເອົາພາລະກິດຈາກພຣະວິນຍານບໍລິສຸດ, ຫົວໃຈຂອງເຈົ້າກໍ່ຈະໄດ້ຮັບການດົນບັນດານໂດຍພຣະເຈົ້າ ແລະ ກຳລັງທີ່ຈະຮັກພຣະເຈົ້າກໍ່ຈະເກີດຂຶ້ນ. ຖ້າເຈົ້າບໍ່ອະທິຖານດ້ວຍຫົວໃຈຂອງເຈົ້າ, ຖ້າເຈົ້າບໍ່ເປີດຫົວໃຈຂອງເຈົ້າເພື່ອສື່ສານກັບພຣະເຈົ້າ, ແລ້ວພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ຫຼັງຈາກທີ່ໄດ້ອະທິຖານ ແລະ ກ່າວຄຳເວົ້າຈາກຫົວໃຈຂອງເຈົ້າ, ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ເລີ່ມພາລະກິດຂອງພຣະອົງ ແລະ ເຈົ້າບໍ່ໄດ້ຮັບການດົນບັນດານໃຈເລີຍ, ແລ້ວນີ້ກໍ່ສະແດງວ່າຫົວໃຈຂອງເຈົ້າຂາດຄວາມຈິງຈັງ, ຄໍາເວົ້າຂອງເຈົ້າບໍ່ເປັນຈິງ ແລະ ຍັງບໍ່ບໍລິສຸດ. ຫຼັງຈາກທີ່ໄດ້ອະທິຖານ ຖ້າເຈົ້າມີຄວາມຮູ້ສຶກພໍໃຈ, ແລ້ວຄໍາອະທິຖານຂອງເຈົ້າກໍ່ເປັນທີ່ຍອມຮັບໄດ້ຕໍ່ພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຈະເຮັດພາລະກິດໃນຕົວເຈົ້າ. ໃນຖານະຄົນທີ່ຮັບໃຊ້ຕໍ່ໜ້າພຣະເຈົ້າ, ເຈົ້າບໍ່ສາມາດເຮັດໂດຍບໍ່ມີຄຳອະທິຖານ. ຖ້າເຈົ້າເຫັນວ່າການສື່ສານກັບພຣະເຈົ້າເປັນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າຢ່າງແທ້ຈິງ, ແລ້ວເຈົ້າຈະສາມາດປະຖິ້ມການອະທິຖານໄດ້ບໍ? ບໍ່ມີຜູ້ໃດສາມາດເຮັດໄດ້ໂດຍບໍ່ມີການສື່ສານກັບພຣະເຈົ້າ. ຖ້າບໍ່ມີການອະທິຖານ, ເຈົ້າກໍ່ດຳລົງຊີວິດຢູ່ໃນເນື້ອໜັງ, ໃນພັນທະນາການຕໍ່ຊາຕານ; ຖ້າບໍ່ມີການອະທິຖານຢ່າງແທ້ຈິງ, ເຈົ້າກໍ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ເຮົາຫວັງວ່າພວກເຈົ້າທີ່ເປັນອ້າຍເອື້ອຍນ້ອງຈະສາມາດເຂົ້າຮ່ວມໃນການອະທິຖານຢ່າງແທ້ຈິງໃນແຕ່ລະມື້. ນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ, ແຕ່ກ່ຽວກັບການບັນລຸຜົນໃດໜຶ່ງ. ເຈົ້າເຕັມໃຈທີ່ຈະເສຍສະຫຼະການຫຼັບນອນ ແລະ ຄວາມສຸກເລັກໆນ້ອຍໆເພື່ອລຸກຂຶ້ນມາໃນຕອນເຊົ້າເພື່ອອະທິຖານໃນຕອນເຊົ້າ ແລະ ມີຄວາມສຸກກັບພຣະທຳຂອງພຣະເຈົ້າບໍ? ຖ້າເຈົ້າອະທິຖານດ້ວຍຫົວໃຈທີ່ບໍລິສຸດ ແລະ ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າແບບນີ້, ເຈົ້າກໍ່ເປັນທີ່ຍອມຮັບຫຼາຍຂຶ້ນຕໍ່ພຣະອົງ. ຖ້າເຈົ້າເຮັດແບບນີ້ທຸກໆເຊົ້າ, ຖ້າເຈົ້າປະຕິບັດການມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າໃນທຸກໆມື້, ສື່ສານ ແລະ ພົວພັນກັບພຣະອົງ, ແລ້ວຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍ່ຈະເພິ່ມຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ດີຂຶ້ນ. ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ສຳເລັດ. ຂ້ານ້ອຍສາມາດເຮັດໄດ້ພຽງແຕ່ມອບທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ, ເພື່ອວ່າພຣະອົງອາດໄດ້ຮັບສະຫງ່າລາສີຈາກພວກຂ້ານ້ອຍ, ເພື່ອວ່າພຣະອົງອາດມີຄວາມສຸກກັບຄຳພະຍານທີ່ເກີດຈາກພວກເຮົາຄົນກຸ່ມນີ້. ຂ້ານ້ອຍຂໍໃຫ້ພຣະອົງເຮັດພາລະກິດໃນພວກຂ້ານ້ອຍ, ເພື່ອວ່າຂ້ານ້ອຍອາດສາມາດຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ພຣະອົງພໍໃຈ ແລະ ສະແຫວງຫາພຣະອົງໂດຍເປັນເປົ້າໝາຍຂອງຂ້ານ້ອຍ”. ເມື່ອເຈົ້າຮັບເອົາພາລະນີ້, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ເຈົ້າບໍ່ຄວນພຽງແຕ່ອະທິຖານເພື່ອຜົນປະໂຫຍດຂອງເຈົ້າເອງ, ແຕ່ເຈົ້າຄວນອະທິຖານເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ຮັກພຣະອົງອີກດ້ວຍ. ນີ້ຄືຄຳອະທິຖານປະເພດທີ່ແທ້ຈິງທີ່ສຸດ. ເຈົ້າເປັນຄົນທີ່ອະທິຖານເພື່ອເຫັນແກ່ການປະຕິບັດຄວາມປະສົງຂອງພຣະເຈົ້າບໍ?
ໃນອະດີດ, ພວກເຈົ້າບໍ່ຮູ້ຈັກວິທີການອະທິຖານ ແລະ ພວກເຈົ້າເມິນເສີຍເລື່ອງການອະທິຖານ. ຕອນນີ້, ພວກເຈົ້າຕ້ອງເຮັດສຸດຄວາມສາມາດຂອງພວກເຈົ້າເພື່ອຝຶກຝົນຕົນເອງໃຫ້ອະທິຖານ. ຖ້າເຈົ້າບໍ່ສາມາດຮວບຮວມກໍາລັງພາຍໃນຕົວເຈົ້າເພື່ອຮັກພຣະເຈົ້າ, ແລ້ວເຈົ້າຈະອະທິຖານແນວໃດ? ເຈົ້າຈະເວົ້າວ່າ: “ໂອ້ ພຣະເຈົ້າ, ຫົວໃຈຂອງຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ຢ່າງແທ້ຈິງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງ, ແຕ່ຂ້ານ້ອຍຂາດກໍາລັງ. ຂ້ານ້ອຍຄວນເຮັດແນວໃດ? ຂໍໃຫ້ພຣະອົງເປີດຕາຝ່າຍວິນຍານຂອງຂ້ານ້ອຍ ແລະ ຂໍໃຫ້ພຣະວິນຍານຂອງພຣະອົງດົນບັນດານຫົວໃຈຂອງຂ້ານ້ອຍ. ຂໍໃຫ້ມັນເປັນແບບນັ້ນເມື່ອຂ້ານ້ອຍມາຢູ່ຕໍ່ໜ້າພຣະອົງ, ຂ້ານ້ອຍໂຍນທຸກສິ່ງທີ່ບໍ່ດີອອກແລ້ວ, ເຊົາຈາກການຖືກບັງຄັບໂດຍບຸກຄົນ, ເລື່ອງ ຫຼື ສິ່ງໃດໜຶ່ງ ແລະ ວາງຫົວໃຈຂອງຂ້ອຍຕໍ່ໜ້າພຣະອົງຢ່າງສົມບູນ ແລະ ຂໍໃຫ້ມັນເປັນແບບນັ້ນເພື່ອວ່າຂ້ານ້ອຍອາດຖວາຍການເປັນຢູ່ທັງໝົດຂອງຂ້ານ້ອຍຕໍ່ໜ້າພຣະອົງ. ເຖິງຢ່າງໃດກໍ່ຕາມ, ພຣະອົງອາດທົດສອບຂ້ານ້ອຍ, ຂ້ານ້ອຍພ້ອມແລ້ວ. ຕອນນີ້, ຂ້ານ້ອຍບໍ່ຄຳນຶງເຖິງຄວາມຄາດຫວັງໃນອະນາຄົດຂອງຂ້ານ້ອຍ ຫຼື ຂ້ານ້ອຍບໍ່ໄດ້ຢູ່ພາຍໃຕ້ແອກແຫ່ງຄວາມຕາຍ. ດ້ວຍຫົວໃຈທີ່ຮັກພຣະອົງ, ຂ້ານ້ອຍປາຖະໜາທີ່ຈະສະແຫວງຫາເສັ້ນທາງແຫ່ງຊີວິດ. ທຸກເລື່ອງ, ທຸກສິ່ງ, ມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ; ໂຊກຊະຕາຂອງຂ້ານ້ອຍຢູ່ໃນມືຂອງພຣະອົງ ແລະ ພຣະອົງກຸມຊີວິດຂອງຂ້ານ້ອຍໄວ້ໃນມືຂອງພຣະອົງແທ້ໆ. ຕອນນີ້, ຂ້ານ້ອຍສະແຫວງຫາເພື່ອຮັກພຣະອົງ ແລະ ບໍ່ວ່າພຣະອົງຈະປ່ອຍໃຫ້ຂ້ານ້ອຍຮັກພຣະອົງ ຫຼື ບໍ່, ບໍ່ວ່າຊາຕານຈະແຊກແຊງແນວໃດ, ຂ້ານ້ອຍກໍ່ຕັ້ງໃຈທີ່ຈະຮັກພຣະອົງ”. ເມື່ອເຈົ້າພົບກັບບັນຫານີ້, ໃຫ້ອະທິຖານແບບນີ້. ຖ້າເຈົ້າອະທິຖານແບບນີ້ທຸກມື້, ກຳລັງທີ່ຈະຮັກພຣະເຈົ້າກໍ່ຈະມີຫຼາຍຂຶ້ນເທື່ອລະໜ້ອຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 417)
ເຮົາຈະເຂົ້າສູ່ຄຳອະທິຖານທີ່ແທ້ຈິງແນວໃດ?
ເມື່ອກຳລັງອະທິຖານ, ເຈົ້າຕ້ອງມີຫົວໃຈທີ່ສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ. ເຈົ້າກຳລັງສື່ສານ ແລະ ອະທິຖານກັບພຣະເຈົ້າຢ່າງແທ້ຈິງ, ເຈົ້າຕ້ອງບໍ່ພະຍາຍາມຊັກຈູງພຣະເຈົ້າດ້ວຍຄໍາເວົ້າທີ່ຈົບງາມ. ຄໍາອະທິຖານຄວນສຸ່ມໃສ່ສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸຜົນໃນຕອນນີ້. ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງ ແລະ ແສງເຍືອງທາງທີ່ຍິ່ງໃຫຍ່ໃຫ້ແກ່ເຈົ້າ, ນໍາເອົາສະພາວະຕົວຈິງຂອງເຈົ້າ ແລະ ບັນຫາຂອງເຈົ້າມາຢູ່ຕໍ່ໜ້າຂອງພຣະອົງ ເມື່ອເຈົ້າອະທິຖານ ເຊິ່ງລວມເຖິງຄວາມຕັ້ງໃຈທີ່ເຈົ້າມີຕໍ່ໜ້າພຣະເຈົ້າ. ຄຳອະທິຖານບໍ່ໄດ້ກ່ຽວຂ້ອງກັບການປະຕິບັດຕາມຂະບວນການ; ມັນກ່ຽວກັບການສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ຈິງໃຈ. ຂໍພຣະເຈົ້າປົກປ້ອງຫົວໃຈຂອງເຈົ້າ, ເພື່ອວ່າຫົວໃຈຂອງເຈົ້າອາດສະຫງົບລົງຕໍ່ໜ້າພຣະອົງຢູ່ເລື້ອຍໆ; ເພື່ອວ່າໃນສະພາບແວດລ້ອມທີ່ພຣະອົງໄດ້ຈັດວາງເຈົ້າ, ເຈົ້າຈະຮູ້ຈັກຕົນເອງ, ກຽດຊັງຕົນເອງ ແລະ ປະຖິ້ມຕົນເອງ ແລ້ວປ່ອຍໃຫ້ເຈົ້າມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ກາຍມາເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ.
ແມ່ນຫຍັງຄືຄວາມໝາຍຂອງຄຳອະທິຖານ?
ຄຳອະທິຖານແມ່ນໜຶ່ງໃນວິທີທີ່ມະນຸດຮ່ວມມືກັບພຣະເຈົ້າ, ມັນເປັນວິທີການທີ່ມະນຸດເອີ້ນຫາພຣະເຈົ້າ ແລະ ມັນເປັນຂະບວນການທີີ່ມະນຸດຖືກດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ຄົນທີ່ບໍ່ມີຄຳອະທິຖານແມ່ນຄົນຕາຍທີ່ບໍ່ມີຈິດວິນຍານ ເຊິ່ງພິສູດວ່າພວກເຂົາຂາດຄວາມສາມາດທີ່ຈະຖືກດົນບັນດານໂດຍພຣະເຈົ້າ. ຖ້າບໍ່ມີຄຳອະທິຖານ, ມັນຈະເປັນໄປບໍ່ໄດ້ທີ່ຈະມີຊີວິດຝ່າຍວິນຍານທີ່ປົກກະຕິ, ແຮງໄກທີ່ຕາມທັນພາລະກິດຂອງພຣະວິນຍານບໍລິສຸດ. ການທີ່ມີຊີວິດຢູ່ໂດຍບໍ່ມີຄຳອະທິຖານຄືການທຳລາຍຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະໄດ້ຮັບຄຳຍົກຍ້ອງຈາກພຣະເຈົ້າ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ຍິ່ງຄົນໆໜຶ່ງອະທິຖານຫຼາຍສໍ່າໃດ ນັ້ນກໍ່ຄື ຍິ່ງຄົນໆໜຶ່ງຖືກດົນບັນດານໂດຍພຣະເຈົ້າຫຼາຍສໍ່າໃດ, ຄົນໆນັ້ນກໍ່ຍິ່ງເຕັມໄປດ້ວຍຄວາມຕັ້ງໃຈຫຼາຍສໍ່ານັ້ນ ແລະ ຄົນໆນັ້ນກໍ່ຍິ່ງສາມາດຮັບເອົາແສງສະຫວ່າງໃໝ່ຈາກພຣະເຈົ້າໄດ້ດີຍິ່ງຂຶ້ນສໍ່ານັ້ນ. ຜົນຕາມມາກໍ່ຄື ຄົນປະເພດນີ້ສາມາດຖືກເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດໄດ້ໄວຫຼາຍ.
ຄຳອະທິຖານມຸ່ງໝາຍທີ່ຈະຮັບຜົນຫຍັງ?
ຜູ້ຄົນອາດສາມາດປະຕິບັດການອະທິຖານ ແລະ ເຂົ້າໃຈຄວາມໝາຍຂອງຄຳອະທິຖານ, ແຕ່ການທີ່ຈະໃຫ້ຄຳອະທິຖານບັນລຸຜົນບໍ່ແມ່ນເລື່ອງງ່າຍ. ການອະທິຖານບໍ່ແມ່ນເປັນພຽງແຕ່ການທຳທ່າເຮັດ, ປະຕິບັດຕາມລະບຽບການ ຫຼື ທ່ອງພຣະທຳຂອງພຣະເຈົ້າຂຶ້ນໃຈ. ນັ້ນໝາຍຄວາມວ່າ ຄຳອະທິຖານບໍ່ແມ່ນການກ່າວຄຳເວົ້າໃດໜຶ່ງຄືກັບນົກແກ້ວ ແລະ ມັນບໍ່ແມ່ນການຮຽນແບບຄົນອື່ນ. ໃນຄຳອະທິຖານ, ຄົນໆໜຶ່ງຕ້ອງໄປເຖິງສະພາວະທີ່ຫົວໃຈຂອງຄົນໆນ້ັນຖືກມອບໃຫ້ແກ່ພຣະເຈົ້າ, ເປີດຫົວໃຈຂອງຄົນໆນັ້ນອອກເພື່ອວ່າມັນອາດຈະຖືກດົນບັນດານໂດຍພຣະເຈົ້າ. ຖ້າຄຳອະທິຖານຕ້ອງມີປະສິດທິຜົນ, ແລ້ວມັນກໍ່ຕ້ອງອີງໃສ່ການອ່ານພຣະທຳຂອງພຣະເຈົ້າ. ໂດຍການອະທິຖານຈາກພາຍໃນພຣະທຳຂອງພຣະເຈົ້າເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງທີ່ຍິ່ງໃຫຍ່ຂຶ້ນ. ການສຳແດງອອກເຖິງຄຳອະທິຖານຢ່າງແທ້ຈິງຄື: ການມີຫົວໃຈທີ່ປາຖະໜາຫາທຸກສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຍິ່ງໄປກວ່ານັ້ນກໍ່ຄືຄວາມປາຖະໜາທີ່ຈະບັນລຸສິ່ງທີ່ພຣະອົງຮຽກຮ້ອງ; ການລັງກຽດສິ່ງທີ່ພຣະເຈົ້າລັງກຽດ ແລະ ຫຼັງຈາກນັ້ນກໍ່ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບມັນ ໂດຍການສ້າງບົນພື້ນຖານນີ້ ແລະ ມີຄວາມຮູ້ ແລະ ຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງທີ່ພຣະເຈົ້າໄດ້ອະທິບາຍ. ເມື່ອມີຄວາມຕັ້ງໃຈ, ຄວາມເຊື່ອ, ຄວາມຮູ້ ແລະ ເສັ້ນທາງແຫ່ງການປະຕິບັດຫຼັງຈາກຄຳອະທິຖານ, ມີແຕ່ເມື່ອນັ້ນ ມັນຈຶ່ງສາມາດເອີ້ນວ່າຄຳອະທິຖານ ແລະ ມີແຕ່ຄຳອະທິຖານປະເພດນີ້ຈຶ່ງສາມາດບັນລຸຜົນ. ແຕ່ຄຳອະທິຖານຕ້ອງຖືກສ້າງຂຶ້ນບົນຄວາມສຸກໃນພຣະທຳຂອງພຣະເຈົ້າ, ມັນຕ້ອງຖືກສ້າງຂຶ້ນບົນພື້ນຖານຂອງການສື່ສານກັບພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ຫົວໃຈຕ້ອງສາມາດສະແຫວງຫາພຣະເຈົ້າ ແລະ ສະຫງົບງຽບຕໍ່ໜ້າພຣະອົງ. ຄຳອະທິຖານປະເພດນີ້ໄດ້ເຂົ້າສູ່ຂັ້ນຕອນການສື່ສານກັບພຣະເຈົ້າແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 418)
ຄວາມຮູ້ພື້ນຖານທີ່ສຸດກ່ຽວກັບຄຳອະທິຖານ:
1. ຢ່າຫຼັບຫູຫຼັບຕາເວົ້າແມ່ນຫຍັງກໍ່ຕາມທີ່ອອກມາຈາກແນວຄິດ. ມັນຕ້ອງມີພາລະໃນຫົວໃຈຂອງເຈົ້າ ນັ້ນກໍ່ຄື ເຈົ້າຕ້ອງມີຈຸດປະສົງເມື່ອເຈົ້າອະທິຖານ.
2. ຄຳອະທິຖານຂອງເຈົ້າຕ້ອງປະກອບດ້ວຍພຣະທໍາຂອງພຣະເຈົ້າ; ມັນຕ້ອງຕັ້ງຢູ່ບົນພຣະທໍາຂອງພຣະເຈົ້າ.
3. ເມື່ອກຳລັງອະທິຖານ, ເຈົ້າບໍ່ຕ້ອງທົບທວນບັນຫາທີ່ຫຼ້າສະໄໝແລ້ວ. ຄຳອະທິຖານຂອງເຈົ້າຄວນກ່ຽວຂ້ອງກັບພຣະທໍາໃນປັດຈຸບັນຂອງພຣະເຈົ້າ ແລະ ເມື່ອເຈົ້າອະທິຖານ, ໃຫ້ບອກພຣະເຈົ້າກ່ຽວກັບຄວາມຄິດທີ່ຢູ່ຂ້າງໃນສຸດຂອງເຈົ້າ.
4. ການອະທິຖານເປັນກຸ່ມຕ້ອງກ່ຽວກັບຈຸດສູນກາງ ເຊິ່ງຈຳເປັນຕ້ອງແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ.
5. ທຸກຄົນຕ້ອງຮຽນຮູ້ຄຳອະທິຖານທີ່ຮ້ອງຂໍ. ນີ້ຍັງເປັນວິທີທີ່ຈະສະແດງຄວາມຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ.
ຊີວິດຄຳອະທິຖານຂອງຄົນໆໜຶ່ງແມ່ນອີງໃສ່ການເຂົ້າໃຈຄວາມໝາຍຂອງຄຳອະທິຖານ ແລະ ຄວາມຮູ້ພື້ນຖານຂອງຄຳອະທິຖານ. ໃນຊີວິດປະຈຳວັນ, ໃຫ້ອະທິຖານຢູ່ເລື້ອຍໆສຳລັບຂໍ້ບົກຜ່ອງຂອງເຈົ້າເອງ, ອະທິຖານເພື່ອກໍ່ໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງເຈົ້າໃນຊີວິດ ແລະ ອະທິຖານບົນພື້ນຖານຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ລະຄົນຄວນສ້າງຕັ້ງຊີວິດແຫ່ງຄຳອະທິຖານຂອງພວກເຂົາເອງ, ພວກເຂົາຄວນອະທິຖານເພື່ອເຫັນແກ່ການຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ພວກເຂົາຄວນອະທິຖານເພື່ອສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ເປີດເຜີຍສະຖານະການສ່ວນຕົວຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ເຮັດຕົວໃຫ້ເປັນຈິງໂດຍບໍ່ວິຕົກກັງວົນກ່ຽວກັບວິທີການທີ່ເຈົ້າອະທິຖານ ແລະ ບັນຫາຫຼັກກໍ່ຄືເພື່ອບັນລຸຄວາມເຂົ້າໃຈທີ່ແທ້ຈິງ ແລະ ເພື່ອຮັບເອົາປະສົບການຕົວຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນທີ່ສະແຫວງຫາເພື່ອເຂົ້າສູ່ຊີວິດຝ່າຍວິນຍານຕ້ອງສາມາດອະທິຖານໃນຫຼາຍວິທີທີ່ແຕກຕ່າງກັນ. ການອະທິຖານງຽບໆ, ການຄຸ່ນຄິດຕາມພຣະທຳຂອງພຣະເຈົ້າ, ການມາຮູ້ຈັກພາລະກິດຂອງພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕົວຢ່າງຂອງພາລະກິດແຫ່ງການສົນທະນາຝ່າຍວິນຍານທີ່ມີເປົ້າໝາຍເພື່ອເຫັນແກ່ການບັນລຸທາງເຂົ້າສູ່ຊີວິດຝ່າຍວິນຍານທີ່ເປັນປົກກະຕິ ເຊິ່ງປັບປຸງສະພາວະຂອງຄົນໆໜຶ່ງທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງຜັກດັນໃຫ້ຄົນໆໜຶ່ງກ້າວໜ້າຫຼາຍຂຶ້ນໃນຊີວິດ. ເວົ້າສັ້ນໆກໍ່ຄື ທຸກສິ່ງທີ່ເຈົ້າເຮັດ ບໍ່ວ່າມັນຈະເປັນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື ການອະທິຖານຢ່າງງຽບໆ ຫຼື ການປະກາດອອກດັງໆ ແມ່ນເພື່ອເຮັດໃຫ້ເຈົ້າສາມາດເຫັນເຖິງພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງປາຖະໜາຈະບັນລຸໃນຕົວເຈົ້າຢ່າງຊັດເຈນ. ສິ່ງທີ່ສຳຄັນໄປກວ່ານັ້ນ ທຸກສິ່ງທີ່ເຈົ້າເຮັດແມ່ນເກີດຂຶ້ນເພື່ອບັນລຸມາດຕະຖານທີ່ພຣະເຈົ້າຮຽກຮ້ອງ ແລະ ເພື່ອຍົກຊີວິດຂອງເຈົ້າໃຫ້ສູງຂຶ້ນອີກ. ເງື່ອນໄຂຂັ້ນຕໍ່າທີ່ພຣະເຈົ້າຮຽກຮ້ອງຈາກມະນຸດກໍ່ຄືໃຫ້ມະນຸດສາມາດເປີດຫົວໃຈຂອງເຂົາຕໍ່ພຣະອົງ. ຖ້າມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ແກ່ພຣະເຈົ້າ ແລະ ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຂົາຢ່າງແທ້ຈິງ, ແລ້ວພຣະເຈົ້າກໍ່ເຕັມໃຈທີ່ຈະເຮັດພາລະກິດໃນເຂົາ. ສິ່ງທີ່ພຣະເຈົ້າປາຖະໜາບໍ່ແມ່ນຫົວໃຈທີ່ບິດງໍຂອງມະນຸດ, ແຕ່ເປັນຫົວໃຈທີ່ບໍລິສຸດ ແລະ ຊື່ສັດ. ຖ້າມະນຸດບໍ່ເວົ້າຈາກຫົວໃຈຂອງເຂົາຕໍ່ພຣະເຈົ້າ, ແລ້ວພຣະເຈົ້າກໍ່ຈະບໍ່ດົນບັນດານຫົວໃຈຂອງເຂົາ ຫຼື ເຮັດພາລະກິດໃນເຂົາ. ສະນັ້ນ, ປະເດັນສຳຄັນຂອງຄຳອະທິຖານກໍ່ຄືການເວົ້າກັບພຣະເຈົ້າຈາກຫົວໃຈຂອງເຈົ້າ, ບອກພຣະອົງກ່ຽວກັບຂໍ້ບົກຜ່ອງ ຫຼື ອຸປະນິໄສທີ່ກະບົດຂອງເຈົ້າ, ເປີດເຜີຍຕົນເອງຕໍ່ໜ້າພຣະອົງຢ່າສົມບູນ; ມີແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສົນໃຈໃນຄຳອະທິຖານຂອງເຈົ້າ ຫຼື ຖ້າບໍ່ດັ່ງນັ້ນ ພຣະອົງກໍ່ຈະເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ. ເກນເງື່ອນໄຂຂັ້ນຕໍ່າສຳລັບຄຳອະທິຖານກໍ່ຄືເຈົ້າຕ້ອງສາມາດຮັກສາໃຫ້ຫົວໃຈຂອງເຈົ້າໃຫ້ສະຫງົບງຽບຢູ່ຕໍ່ໜ້າພຣະເຈົ້າ ແລະ ມັນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ. ມັນອາດເປັນໄປໄດ້ວ່າ ໃນລະຫວ່າງໄລຍະນີ້ ເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈໃໝ່ຂຶ້ນ ຫຼື ສູງສົ່ງຂຶ້ນ, ແຕ່ຫຼັງຈາກນັ້ນ ເຈົ້າຕ້ອງໃຊ້ຄຳອະທິຖານເພື່ອຮັກສາສະຖານະພາບໃນປັດຈຸບັນ ນັ້ນກໍ່ຄື ເຈົ້າຕ້ອງບໍ່ຖອຍຫຼັງ. ຢ່າງໜ້ອຍທີ່ສຸດເຈົ້າຕ້ອງບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າບໍ່ສາມາດເຮັດສຳເລັດແມ່ນແຕ່ສິ່ງນີ້, ແລ້ວມັນກໍ່ພິສູດວ່າຊີວິດຝ່າຍວິນຍານຂອງເຈົ້າບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຜົນຕາມມາກໍ່ຄື ເຈົ້າຈະບໍ່ສາມາດຍຶດໝັ້ນກັບນິມິດທີ່ເຈົ້າມີໃນຕອນທຳອິດ, ເຈົ້າຈະສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຕັ້ງໃຈຂອງເຈົ້າຈະຫຼຸດລົງໃນພາຍຫຼັງ. ໜຶ່ງສັນຍານທີ່ບົ່ງບອກວ່າເຈົ້າໄດ້ເຂົ້າສູ່ຊີວິດຝ່າຍວິນຍານແລ້ວ ຫຼື ບໍ່ນັ້ນ ແມ່ນຕ້ອງເບິ່ງວ່າຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່. ທຸກຄົນຕ້ອງເຂົ້າສູ່ຄວາມເປັນຈິງນີ້; ພວກເຂົາທຸກຄົນຕ້ອງເຮັດພາລະກິດແຫ່ງການຝຶກຝົນຕົນເອງຢ່າງມີສະຕິໃນຄຳອະທິຖານ, ບໍ່ແມ່ນລໍຖ້າຢ່າງຂີ້ຄ້ານ, ແຕ່ສະແຫວງຫາເພື່ອທີ່ຈະໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດຢ່າງມີສະຕິ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະເປັນຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງ.
ເມື່ອເຈົ້າເລີ່ມອະທິຖານ, ຢ່າບັງຄັບຕົນເອງເກີນຄວາມຈຳເປັນ ແລະ ຄາດຫວັງທີ່ຈະບັນລຸທຸກສິ່ງໃນຄັ້ງດຽວ. ເຈົ້າບໍ່ສາມາດຮຽກຮ້ອງຢ່າງເກີນຕົວ ໂດຍຄາດຫວັງວ່າ ໃນທັນທີທີ່ເຈົ້າອ້າປາກຂອງເຈົ້າອອກ ເຈົ້າຈະຖືກດົນບັນດານໂດຍພຣະວິນຍານບໍລິສຸດ ຫຼື ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ຫຼື ພຣະເຈົ້າຈະຖອກເທຄວາມກະລຸນາລົງມາໃຫ້ເຈົ້າ. ສິ່ງນັ້ນຈະບໍ່ເກີດຂຶ້ນ; ພຣະເຈົ້າບໍ່ເຮັດສິ່ງທີ່ເໜືອທຳມະຊາດ. ພຣະເຈົ້າເຮັດໃຫ້ຄຳອະທິຖານຂອງຜູ້ຄົນກາຍເປັນຈິງໃນເວລາຂອງພຣະອົງເອງ ແລະ ບາງເທື່ອ ພຣະອົງກໍ່ທົດສອບຄວາມເຊື່ອຂອງເຈົ້າເພື່ອເບິ່ງວ່າເຈົ້າຈົ່ງຮັກພັກດີຕໍ່ໜ້າພຣະອົງ ຫຼື ບໍ່. ເມື່ອເຈົ້າອະທິຖານ, ເຈົ້າຕ້ອງມີຄວາມເຊື່ອ, ຄວາມພາກພຽນ ແລະ ຄວາມຕັ້ງໃຈ. ເມື່ອຫາກໍ່ເລີ່ມຕົ້ນຝຶກຝົນ, ຄົນສ່ວນໃຫຍ່ໝົດກຳລັງໃຈ ເພາະພວກເຂົາລົ້ມເຫຼວທີ່ຈະໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ. ມັນຈະບໍ່ເປັນແບບນີ້! ເຈົ້າຕ້ອງພາກພຽນ; ເຈົ້າຕ້ອງໃຫ້ຄວາມສຳຄັນກັບການຮູ້ສຶກເຖິງການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ການສະແຫວງຫາ ແລະ ການຄົ້ນຫາ. ບາງເທື່ອ, ເສັ້ນທາງການປະຕິບັດຂອງເຈົ້າບໍ່ຖືກຕ້ອງ ແລະ ບາງເທື່ອ ແຮງຈູງໃຈສ່ວນຕົວ ແລະ ແນວຄິດຂອງເຈົ້າບໍ່ສາມາດຍຶດໝັ້ນໄດ້ຕໍ່ໜ້າພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະວິນຍານຂອງພຣະເຈົ້າກໍ່ລົ້ມເຫຼວທີ່ຈະດົນບັນດານເຈົ້າ. ໃນເວລາອື່ນ, ພຣະເຈົ້າຫຼຽວເບິ່ງວ່າເຈົ້າຈົ່ງຮັກພັກດີ ຫຼື ບໍ່. ເວົ້າສັ້ນໆກໍ່ຄື ໃນການຝຶກຝົນ ເຈົ້າຄວນຈ່າຍລາຄາທີ່ສູງຂຶ້ນ. ຖ້າເຈົ້າຄົ້ນພົບວ່າເຈົ້າກຳລັງຫັນເຫອອກຈາກເສັ້ນທາງປະຕິບັດຂອງເຈົ້າ, ເຈົ້າກໍສາມາດປ່ຽນວິທີການທີ່ເຈົ້າອະທິຖານໄດ້. ຕາບໃດທີ່ເຈົ້າສະແຫວງຫາດ້ວຍຫົວໃຈທີ່ຈິງໃຈ ແລະ ປາຖະໜາທີ່ຈະຮັບເອົາ, ແລ້ວພຣະວິນຍານບໍລິສຸດກໍ່ຈະພາເຈົ້າໄປສູ່ຄວາມເປັນຈິງນີ້ຢ່າງແນ່ນອນ. ບາງເທື່ອ ເຈົ້າອະທິຖານດ້ວຍຫົວໃຈທີ່ຈິງໃຈ ແຕ່ບໍ່ຮູ້ສຶກຄືກັບວ່າເຈົ້າໄດ້ຮັບການດົນບັນດານເປັນພິເສດ. ໃນເວລາແບບນີ້ ເຈົ້າຕ້ອງເພິ່ງພາຄວາມເຊື່ອ ໂດຍໄວ້ວາງໃຈວ່າພຣະເຈົ້າຈະເຝົ້າເບິ່ງຄຳອະທິຖານຂອງເຈົ້າ; ເຈົ້າຕ້ອງມີຄວາມພາກພຽນໃນຄຳອະທິຖານຂອງເຈົ້າ.
ໃຫ້ເປັນຄົນຊື່ສັດ; ອະທິຖານຫາພຣະເຈົ້າເພື່ອກໍາຈັດການຫຼອກລວງທີ່ຢູ່ໃນຫົວໃຈຂອງເຈົ້າ. ຊໍາລະຕົນເອງຜ່ານຄຳອະທິຖານຢູ່ຕະຫຼອດເວລາ, ຮັບເອົາການດົນບັນດານໃຈໂດຍພຣະວິນຍານຂອງພຣະເຈົ້າຜ່ານຄຳອະທິຖານ ແລະ ອຸປະນິໄສຂອງເຈົ້າຈະປ່ຽນແປງເທື່ອລະໜ້ອຍ. ຊີວິດຝ່າຍວິນຍານທີ່ແທ້ຈິງກໍ່ຄືຊີວິດແຫ່ງການອະທິຖານ, ມັນເປັນຊີວິດທີ່ໄດ້ຮັບການດົນບັນດານໂດຍພຣະວິນຍານບໍລິສຸດ. ຂະບວນການທີ່ຈະຖືກດົນບັນດານໂດຍພຣະວິນຍານບໍລິສຸດແມ່ນຂະບວນການປ່ຽນແປງອຸປະນິໄສຂອງມະນຸດ. ຊີວິດທີ່ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດບໍ່ແມ່ນຊີວິດຝ່າຍວິນຍານ, ແຕ່ເປັນຊີວິດແຫ່ງພິທີກຳທາງສາສະໜາເທົ່ານັ້ນ. ມີພຽງແຕ່ຄົນທີ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດເລື້ອຍໆເທົ່ານັ້ນຈຶ່ງໄດ້ເຂົ້າສູ່ຊີວິດຝ່າຍວິນຍານ. ອຸປະນິໄສຂອງມະນຸດປ່ຽນແປງຢູ່ສະເໝີເມື່ອເຂົາອະທິຖານ. ຍິ່ງພຣະວິນຍານຂອງພຣະເຈົ້າດົນບັນດານໃຈເຂົາຫຼາຍສໍ່າໃດ, ເຂົາກໍ່ຍິ່ງຫ້າວຫັນ ແລະ ເຊື່ອຟັງຫຼາຍສໍ່ານັ້ນ. ແລ້ວດ້ວຍເຫດນັ້ນ ຫົວໃຈຂອງເຂົາຈຶ່ງຈະຖືກຊໍາລະລ້າງເທື່ອລະໜ້ອຍ ແລະ ອຸປະນິໄສຂອງເຂົາຈະປ່ຽນແປງເທື່ອລະໜ້ອຍ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກຄຳອະທິຖານທີ່ແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 419)
ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້:
1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ.
2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ.
3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ.
ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ ແລະ ເຂົ້າໃຈພຣະທໍາດັ່ງກ່າວໂດຍບໍ່ມີການປ່ຽນແປງ. ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ, ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ. ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກໃນລະດັບໃດໜຶ່ງແລ້ວ, ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ ບໍ່ວ່າສະພາບອ້ອມຂ້າງຈະເປັນແນວໃດກໍຕາມ ຈົ່ງຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ ຈົນກວ່າເຈົ້າຈະໄປເຖິງຈຸດທີ່ເຕັມໄປດ້ວຍຄໍາສັນລະເສີນຫລັ່ງໄຫຼເຂົ້າໃນຫົວໃຈຂອງເຈົ້າ ເຊິ່ງສິ່ງເຫຼົ່ານັ້ນແມ່ນດີກວ່າການອະທິຖານຫຼາຍເທົ່າ. ແນ່ນອນ ຖ້າເຈົ້າປະສົບຜົນສໍາເລັດດ້ວຍວິທີດັ່ງກ່າວ, ເຈົ້າກໍຈະມີວຸດທິພາວະຢ່າງສົມບູນ. ຖ້າເຈົ້າສາມາດຮັບສະພາວະທີ່ໄດ້ກ່າວມາຂ້າງເທິງນັ້ນກໍພິສູດໃຫ້ເຫັນແລ້ວວ່າ ຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ນີ້ຄືບົດຮຽນພື້ນຖານຢ່າງທຳອິດ. ພຽງແຕ່ຫຼັງຈາກທີ່ມະນຸດສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງສາມາດສື່ສານກັບພຣະເຈົ້າໄດ້ຢ່າງແທ້ຈິງ, ລວມທັງການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການນໍາພາຂອງພຣະວິນຍານບໍລິສຸດ. ຫລັງຈາກນັ້ນ ພວກເຂົາກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດຝ່າຍວິນຍານຂອງພວກເຂົາ. ເມື່ອການຝຶກຝົນຂອງພວກເຂົາເພື່ອໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ເຂົ້າເຖິງຈຸດໃດໜຶ່ງ ແລະ ເມື່ອພວກເຂົາສາມາດປະຖິ້ມຕົວພວກເຂົາເອງ, ກຽດຊັງພວກເຂົາເອງ ແລະ ໃຊ້ຊີວິດຢູ່ກັບພຣະທຳຂອງພຣະເຈົ້າ ເມື່ອນັ້ນຫົວໃຈຂອງພວກເຂົາກໍຈະຢູ່ໃນຄວາມສະຫງົບຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ. ການທີ່ສາມາດກຽດຊັງຕົນເອງ, ສາບແຊ່ງຕົນເອງ ແລະ ປະຖິ້ມຕົນເອງແມ່ນຜົນສຳເລັດມາຈາກພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດສຳເລັດໄດ້ດ້ວຍຕົນເອງ. ດ້ວຍເຫດນັ້ນ ການປະຕິບັດເຮັດໃຫ້ຫົວໃຈສະຫງົບຕໍ່ໜ້າພຣະເຈົ້າແມ່ນບົດຮຽນທີ່ມະນຸດຄວນເຂົ້າສູ່ໂດຍທັນທີທັນໃດ. ສໍາລັບບາງຄົນ ພວກເຂົາບໍ່ພຽງແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຢ່າງປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບຕໍ່ໜ້າພຣະເຈົ້າແມ່ນແຕ່ໃນເວລາທີ່ອະທິຖານ. ການກະທໍາແບບນີ້ແມ່ນຕໍ່າກວ່າລະດັບມາດຕະຖານຂອງພຣະເຈົ້າ! ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າສາມາດຖືກດົນໃຈໂດຍພຣະວິນຍານບໍລິສຸດໄດ້ບໍ? ຖ້າເຈົ້າເປັນຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍອາດຈະຖືກລົບກວນເມື່ອມີບາງຄົນມາຫາ ຫຼື ເມື່ອມີຄົນອື່ນລົມກັນ ແລະ ຈິດໃຈຂອງເຈົ້າກໍອາດຈະເລື່ອນລອຍຢູ່ກັບສິ່ງທີ່ຄົນອື່ນກຳລັງເຮັດຢູ່ ເຊິ່ງໃນກໍລະນີນີ້ເຈົ້າແມ່ນບໍ່ໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າເລີຍ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າຈະບໍ່ຖືກລົບກວນໂດຍສິ່ງໃດໆທີ່ເກີດຂຶ້ນໃນໂລກພາຍນອກ ຫຼື ຖືກຄອບຄອງໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ຖ້າເຈົ້າໄດ້ເຂົ້າສູ່ສິ່ງນີ້ ແລ້ວສະພາວະດ້ານລົບເຫຼົ່ານັ້ນ ແລະ ສິ່ງທີ່ເປັນດ້ານລົບທັງໝົດເຊັ່ນ: ແນວຄິດຂອງມະນຸດ, ປັດຊະຍາສຳລັບການດຳລົງຊີວິດ, ຄວາມສຳພັນທີ່ບໍ່ປົກກະຕິລະຫວ່າງມະນຸດ, ຄວາມຄິດ, ຄວາມເຫັນ ແລະ ອື່ນໆ ຈະຫາຍໄປຕາມທຳມະຊາດ. ຍ້ອນເຈົ້າໄຕ່ຕອງເຖິງພຣະທຳຂອງພຣະເຈົ້າຢູ່ເປັນປະຈຳ ແລະ ຫົວໃຈຂອງເຈົ້າຢູ່ໃກ້ພຣະເຈົ້າສະເໝີ ແລະ ຖືກຄອບຄອງໂດຍພຣະທຳຂອງພຣະເຈົ້າໃນປັດຈຸບັນຕະຫຼອດ, ສິ່ງທີ່ເປັນລົບເຫຼົ່ານັ້ນກໍຈະອອກໄປຈາກເຈົ້າໂດຍທີ່ເຈົ້າບໍ່ຮູ້ສຶກຕົວເລີຍ. ເມື່ອມີສິ່ງໃໝ່ ແລະ ສິ່ງທີ່ເປັນບວກຢູ່ກັບເຈົ້າ, ສິ່ງເກົ່າທີ່ເປັນລົບກໍຈະຫາຍໄປ, ສະນັ້ນ ຢ່າສົນໃຈກັບສິ່ງເກົ່າທີ່ເປັນລົບເຫຼົ່ານັ້ນເລີຍ. ເຈົ້າບໍ່ຕ້ອງພະຍາຍາມຄວບຄຸມພວກມັນ. ເຈົ້າຄວນໃສ່ໃຈໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າຈະສາມາດເຮັດໄດ້; ຮ້ອງເພງສັນລະເສີນພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າສາມາດເຮັດໄດ້ ແລະ ຈົ່ງປ່ອຍໃຫ້ພຣະເຈົ້າມີໂອກາດໄດ້ປະຕິບັດພາລະກິດໃນຕົວເຈົ້າ; ເພາະວ່າ ໃນປັດຈຸບັນ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນແບບດ້ວຍພຣະອົງເອງ ແລະ ພຣະອົງຕ້ອງການໄດ້ຮັບຫົວໃຈຂອງເຈົ້າ; ພຣະວິນຍານຂອງພຣະອົງດົນໃຈເຈົ້າ ແລະ ຖ້າເຈົ້າປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດມາໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າສົນໃຈໃຊ້ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມພົວພັນສົນທະນາກ່ຽວກັບຄວາມຈິງຫຼາຍຂຶ້ນເພື່ອຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ແລ້ວແນວຄິດຕ່າງໆນາໆກ່ຽວກັບສາສະໜາເຫຼົ່ານັ້ນ ແລະ ຄວາມໂອ້ອວດວ່າຕົນເອງຖືກສະເໝີ ແລະ ການໃຫ້ຄວາມສຳຄັນແກ່ຕົນເອງກໍຈະຫາຍໄປໝົດສິ້ນ; ເຈົ້າຈະຮູ້ຈັກວິທີສະຫຼະຕົນເອງເພື່ອພຣະເຈົ້າ, ວິທີຮັກພຣະເຈົ້າ ແລະ ວິທີເຮັດໃຫ້ພຣະເຈົ້າພໍໃຈ. ນອກຈາກນັ້ນ, ສິ່ງທີ່ບໍ່ກ່ຽວຂ້ອງກັບພຣະເຈົ້າເຫຼົ່ານັ້ນຈະຫາຍໄປຈາກຈິດສຳນຶກຂອງເຈົ້າໂດຍບໍ່ຮູ້ຕົວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 420)
ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ. ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງຄວາມນຶກຄິດ ແລະ ຄວາມໃສ່ໃຈຢ່າງແທ້ຈິງຕໍ່ຄວາມປະສົງຂອງພຣະເຈົ້າ. ຍີ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມໂຊມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈສ່ວນສໍາຄັນຂອງພຣະທໍາຂອງພຣະເຈົ້າ, ແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ຖ້າເຈົ້າບໍ່ປະສົບຄວາມສໍາເລັດຢ່າງເຕັມທີ່ກັບການມີຄວາມສະຫງົບໃນຈິດວິນຍານຂອງເຈົ້າ, ເຈົ້າຈະໄດ້ຮັບການດົນໃຈພຽງເລັກນ້ອຍ; ເຈົ້າຈະຮູ້ສຶກມີກຳລັງຢູ່ພາຍໃນ ແລະ ຈະຮູ້ສຶກມີຄວາມສຸກ ແລະ ຄວາມສະຫງົບໃນລະດັບໃດໜຶ່ງ, ແຕ່ເຈົ້າຈະບໍ່ເຂົ້າໃຈສິ່ງທີ່ເລິກເຊິ່ງໄປກວ່ານັ້ນ. ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວ: ຖ້າມະນຸດບໍ່ນໍາໃຊ້ກຳລັງທຸກສ່ວນຂອງພວກເຂົາ, ມັນຈະຍາກສຳລັບພວກເຂົາທີ່ຈະຍິນສຽງຂອງເຮົາ ຫຼື ເຫັນໜ້າເຮົາ. ສິ່ງນີ້ໝາຍເຖິງການບັນລຸໃນສ່ວນເລິກຂອງການມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນພະຍາຍາມພຽງແຕ່ເຮັດແບບຜິວເຜີນເທົ່ານັ້ນ. ຄົນທີ່ສາມາດຢູ່ໃນຄວາມສະຫງົບໃນການສະຖິດຂອງພຣະເຈົ້າແມ່ນສາມາດເຮັດໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດທັງໝົດຂອງໂລກ ແລະ ຈະໄດ້ຮັບຊັບສິນຈາກພຣະເຈົ້າ. ທຸກຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນຄົນທີ່ດື້ດ້ານ ແລະ ໃຈແຕກທີ່ໂງ່ຈ້າທີ່ສຸດ. ທຸກຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນຄົນທີ່ມີຄວາມສັດທາຕໍ່ໜ້າພຣະເຈົ້າ ແລະ ຄົນທີ່ປາດຖະໜາຫາພຣະເຈົ້າ. ມີພຽງແຕ່ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນທີ່ຮູ້ຄຸນຄ່າຂອງຊີວິດ, ຮູ້ຄຸນຄ່າຂອງຄວາມສຳພັນທາງວິນຍານ, ມີຄວາມຫິວກະຫາຍຫາພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃຜກໍຕາມທີ່ບໍ່ຮູ້ຄຸນຄ່າຂອງການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ບໍ່ປະຕິບັດເພື່ອໃຫ້ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄຮ້ປະໂຫຍດ ແລະ ບໍ່ສຳຄັນເລີຍ, ເຊິ່ງເປັນຄົນທີ່ຍຶດຕິດຢູ່ກັບຝ່າຍໂລກ ແລະ ປາສະຈາກຊີວິດ; ເຖິງແມ່ນວ່າ ພວກເຂົາຈະເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍພຽງເວົ້າແຕ່ປາກ. ຄົນທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ບໍລິບູນໃນທີ່ສຸດ ແມ່ນຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງ. ດ້ວຍເຫດນັ້ນ ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄດ້ຮັບຄວາມກະລຸນາທີ່ເຕັມໄປດ້ວຍພອນອັນໃຫຍ່ຫຼວງ. ຄົນທີ່ຂີ້ຄ້ານໃຊ້ເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໝົດມື້, ຄົນທີ່ຫຍຸ້ງຢູ່ກັບບັນຫາພາຍນອກ ແລະ ໃຫ້ຄວາມສຳຄັນພຽງເລັກນ້ອຍໃນການເຂົ້າສູ່ຊີວິດ, ຜູ້ຄົນເຫຼົ່ານີ້ແມ່ນຄົນໜ້າຊື່ໃຈຄົດທີ່ບໍ່ມີຄວາມຫວັງສຳລັບການເຕີບໂຕໃນອະນາຄົດ. ຜູ້ທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຜູ້ທີ່ສາມາດສື່ສານກັບພຣະເຈົ້າຢ່າງແທ້ຈິງແມ່ນປະຊາຊົນຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 421)
ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍຈະເປັນຄົນທີ່ໃຊ້ຊີວິດຢູ່ກັບພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ເຂົ້າມາໃກ້ພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ສິ່ງນີ້ພິສູດໃຫ້ເຫັນແລ້ວວ່າ ເຈົ້າເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອເຈົ້າກຳລັງສົນທະນາກັບຄົນອື່ນ ຫຼື ກຳລັງຍ່າງ, ຖ້າເຈົ້າສາມາດເວົ້າວ່າ, “ຫົວໃຈຂອງຂ້ານ້ອຍກຳລັງເຂົ້າໃກ້ພຣະເຈົ້າ ແລະ ຂ້ານ້ອຍບໍ່ສົນໃຈໃນສິ່ງພາຍນອກ ແລະ ຂ້ານ້ອຍສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ”, ເຈົ້າກໍເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແລ້ວ. ຢ່າເຂົ້າຮ່ວມສິ່ງໃດກໍຕາມທີ່ດຶງຫົວໃຈຂອງເຈົ້າສູ່ບັນຫາພາຍນອກ ຫຼື ກັບຄົນທີ່ດຶງຫົວໃຈຂອງເຈົ້າອອກຈາກພຣະເຈົ້າ. ບໍ່ວ່າສິ່ງໃດກໍຕາມທີ່ສາມາດດຶງຫົວໃຈຂອງເຈົ້າອອກຈາກການເຂົ້າໃກ້ຊິດກັບພຣະເຈົ້າ, ຈົ່ງປະຖິ້ມສິ່ງນັ້ນ ແລະ ຢູ່ຫ່າງໆຈາກມັນ. ນີ້ຄືຜົນປະໂຫຍດອັນຍິ່ງໃຫຍ່ສໍາລັບຊີວິດຂອງເຈົ້າ. ແນ່ນອນ ນີ້ຄືເວລາແຫ່ງພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ເປັນເວລາທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍຕົວພຣະອົງເອງ. ໃນເວລານີ້ ຖ້າເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ຖ້າເຈົ້າສະແຫວງຫາສິ່ງທີ່ນອກເໜືອຈາກພຣະເຈົ້າ, ເຈົ້າຈະບໍ່ມີຫົນທາງທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ຄົນທີ່ສາມາດໄດ້ຍິນຂໍ້ຄວາມພຣະທໍາດັ່ງກ່າວຈາກພຣະເຈົ້າ ແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງໃນປັດຈຸບັນໄດ້ ແມ່ນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຮັກພຣະເຈົ້າ. ຖ້າເຈົ້າບໍ່ຖວາຍຕົນເອງໃນເວລານີ້ ແລ້ວເຈົ້າກຳລັງລໍຖ້າຫຍັງຢູ່? ການຖວາຍຕົນເອງແມ່ນການເຮັດໃຫ້ຫົວໃຈຂອງຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ນັ້ນແມ່ນເປັນການຖວາຍຢ່າງແທ້ຈິງ. ໃຜກໍຕາມທີ່ມອບຫົວໃຈໃຫ້ກັບພຣະເຈົ້າໃນຕອນນີ້ຢ່າງແທ້ຈິງ ແມ່ນໃຫ້ໝັ້ນໃຈໄດ້ເລີຍວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ບໍ່ມີສິ່ງໃດ, ບໍ່ວ່າມັນຈະເປັນສິ່ງໃດກໍຕາມ ທີ່ຈະສາມາດລົບກວນເຈົ້າໄດ້; ບໍ່ວ່າເຈົ້າຈະຖືກລິຮານແນວໃດກໍຕາມ ຫຼື ຖືກຈັດການ ຫຼື ບໍ່ວ່າເຈົ້າຈະພົບກັບຄວາມຜິດຫວັງ ຫຼື ຄວາມລົ້ມເຫຼວ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ. ບໍ່ວ່າຄົນຈະປະຕິບັດຕໍ່ເຈົ້າແນວໃດ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ບໍ່ວ່າເຈົ້າຈະພົບກັບສະຖານະການຫຍັງກໍຕາມເຊັ່ນ: ຜະເຊີນກັບຄວາມຍາກລຳບາກ, ຄວາມທົນທຸກທໍລະມານ, ການຂົ່ມເຫັງ ຫຼື ການທົດລອງຕ່າງໆ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ; ສິ່ງນັ້ນຄືເສັ້ນທາງສູ່ການຖືກເຮັດໃຫ້ສົມບູນແບບ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ; ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ, ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ, ເຂົ້າໃຈການເຄື່ອນໄຫວ ແລະ ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ເມື່ອມະນຸດບໍ່ຊັດເຈນກ່ຽວກັບພຣະທຳຂອງພຣະເຈົ້າ, ບໍ່ມີເສັ້ນທາງສູ່ການປະຕິບັດຕົວຈິງ, ບໍ່ສາມາດທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ປາສະຈາກຫຼັກການການປະຕິບັດຕົວຈິງ, ສິ່ງນີ້ເກີດຂຶ້ນກໍຍ້ອນຫົວໃຈຂອງພວກເຂົາບໍ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ຈຸດປະສົງຂອງການມີຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນເພື່ອຄວາມສັດຊື່ ແລະ ຄວາມເປັນຈິງ, ການສະແຫວງຫາຄວາມຖືກຕ້ອງ ແລະ ຄວາມໂປ່ງໃສໃນພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດກໍຄື ການມາເຖິງຄວາມເຂົ້າໃຈໃນຄວາມຈິງ ແລະ ການຮູ້ຈັກພຣະເຈົ້າ.
ຖ້າຫົວໃຈຂອງເຈົ້າບໍ່ມັກຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ພຣະເຈົ້າກໍບໍ່ມີວິທີທີ່ຈະເຮັດໃຫ້ເຈົ້າສົມບູນ. ການຂາດຄວາມຕັດສິນໃຈແມ່ນເທົ່າກັບການບໍ່ມີຫົວໃຈ ແລະ ຄົນທີ່ບໍ່ມີຫົວໃຈບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້; ຄົນປະເພດດັ່ງກ່າວບໍ່ຮູ້ວ່າ ພຣະເຈົ້າປະຕິບັດພາລະກິດຫຼາຍພຽງໃດ ຫຼື ພຣະອົງກ່າວຂໍ້ພຣະທໍາໜ້ອຍຫຼາຍພຽງໃດ ຫຼື ພວກເຂົາບໍ່ຮູ້ວິທີຈະປະຕິບັດຕົວຈິງແນວໃດ. ນີ້ບໍ່ແມ່ນຄົນທີ່ປາສະຈາກຫົວໃຈບໍ? ຄົນທີ່ບໍ່ມີຫົວໃຈສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ພຣະເຈົ້າບໍ່ມີຈຸດປະສົງທີ່ຈະເຮັດໃຫ້ຄົນບໍ່ມີຫົວໃຈສົມບູນ ເຊິ່ງພວກເຂົາບໍ່ແຕກຕ່າງຈາກສັດເດຍລະສານທີ່ເປັນພາລະໃຫ້ກັບພຣະອົງ. ພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນ ແລະ ແຈ່ມແຈ້ງຫຼາຍແລ້ວ, ແຕ່ຫົວໃຈຂອງເຈົ້າບໍ່ມີຄວາມຮູ້ສຶກຫຍັງເລີຍ ແລະ ເຈົ້າຍັງບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ອີກ. ເຈົ້າບໍ່ແມ່ນສັດເດຍລະສານນັ້ນບໍ? ບາງຄົນຫຼົງທາງໃນການປະຕິບັດເພື່ອຫວັງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອຮອດເວລາຄົວກິນ, ພວກເຂົາບໍ່ຄົວກິນ ແລະ ເມື່ອຮອດເວລາເຮັດວຽກເຮືອນ, ພວກເຂົາກໍບໍ່ເຮັດ ພຽງແຕ່ພາກັນອະທິຖານ ແລະ ຕຶກຕອງເທົ່ານັ້ນ. ການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າບໍ່ໄດ້ໝາຍເຖິງການຄົວກິນ ຫຼື ການເຮັດວຽກເຮືອນ ຫຼື ການມີຊີວິດຂອງຄົນໃດໜຶ່ງ; ກົງກັນຂ້າມ ມັນຄືຄວາມສາມາດໃນການເຮັດໃຫ້ຫົວໃຈຂອງຄົນໜຶ່ງສະຫງົບຕໍ່ໜ້າພຣະເຈົ້າແບບສະພາວະປົກກະຕິ ແລະ ການເຮັດໃຫ້ຫົວໃຈຄົນໃດໜຶ່ງມີບ່ອນຫວ່າງສໍາລັບພຣະເຈົ້າ. ເມື່ອເຈົ້າອະທິຖານ, ເຈົ້າຄວນຄຸເຂົ່າລົງໃຫ້ເໝາະສົມຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ; ເມື່ອເຈົ້າເຮັດວຽກເຮືອນ ຫຼື ຈັດກຽມອາຫານ, ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ, ໄຕ່ຕອງພຣະທຳຂອງພຣະເຈົ້າ ຫຼື ຮ້ອງເພງສັນລະເສີນພຣະອົງ. ບໍ່ວ່າເຈົ້າຈະຢູ່ໃນສະຖານະການໃດໆກໍຕາມ, ເຈົ້າຄວນມີວິທີການປະຕິບັດຂອງເຈົ້າເອງ, ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອເຂົ້າໃກ້ຊິດພຣະເຈົ້າ ແລະ ເຈົ້າຄວນພະຍາຍາມດ້ວຍກຳລັງທັງໝົດຂອງເຈົ້າເພື່ອເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອສະຖານະການເອື້ອອຳນວຍ, ຈົ່ງອະທິຖານຢ່າງເດັດດ່ຽວ; ເມື່ອສະຖານະການບໍ່ເອື້ອອຳນວຍ, ຈົ່ງເຂົ້າໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ໃນຂະນະທີ່ເຮັດໜ້າທີ່ຂອງຕົນ. ເມື່ອເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ກໍຈົ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າສາມາດອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າສາມາດຕຶກຕອງກ່ຽວກັບພຣະເຈົ້າ ກໍຈົ່ງຕຶກຕອງກ່ຽວກັບພຣະອົງ. ຖ້າຈະເວົ້າອີກແບບໜຶ່ງກໍຄື ຈົ່ງເຮັດໃຫ້ເຖິງທີ່ສຸດເພື່ອຝຶກຝົນຕົວເຈົ້າເອງໃນການເຂົ້າສູ່ຊີວິດ ໂດຍອີງຕາມສະພາບແວດລ້ອມຂອງເຈົ້າ. ບາງຄົນສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເມື່ອບໍ່ມີບັນຫາຫຍັງ, ແຕ່ເມື່ອມີບາງສິ່ງເກີດຂຶ້ນ, ຄວາມຄິດຂອງພວກເຂົາກໍເລື່ອນລອຍ. ນັ້ນບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ວິທີທາງທີ່ຈະມີປະສົບການຢ່າງຖືກຕ້ອງຄື: ຫົວໃຈຂອງຄົນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ ບໍ່ວ່າຢູ່ພາຍໃຕ້ສະຖານະການໃດໆກໍຕາມ ຫຼື ຮູ້ສຶກຖືກລົບກວນໂດຍຄົນພາຍນອກ, ເຫດການ ຫຼື ສິ່ງໃດກໍຕາມ, ດ້ວຍວິທີນີ້ເທົ່ານັ້ນຜູ້ຄົນຈຶ່ງຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງໄດ້. ບາງຄົນເວົ້າວ່າ ເມື່ອພວກເຂົາອະທິຖານຢູ່ໃນການຊຸມນຸມ, ຫົວໃຈຂອງພວກເຂົາສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ແຕ່ໃນເວລາພົບປະສົນທະນາກັບຄົນອື່ນ ພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ ແລະ ຄວາມຄິດຂອງພວກເຂົາກໍວຸ້ນວາຍ. ນີ້ບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ໃນປັດຈຸບັນນີ້ ຄົນສ່ວນຫຼາຍແມ່ນຕົກຢູ່ໃນສະພາວະນີ້, ຫົວໃຈຂອງພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຕະຫຼອດເວລາ. ດ້ວຍເຫດນັ້ນ ພວກເຈົ້າຕ້ອງພະຍາຍາມຫຼາຍຂຶ້ນກວ່າເກົ່າເພື່ອຝຶກຝົນຕົນເອງໃຫ້ຢູ່ໃນຈຸດນີ້, ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງປະສົບການຂອງຊີວິດເທື່ອລະຂັ້ນຕອນ ແລະ ເລີ່ມລົງມືປະຕິບັດຕາມເສັ້ນທາງແຫ່ງການສົມບູນແບບຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 422)
ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າເຂົ້າໃຈ ຫຼື ຮູ້ຈັກພາລະກິດ ແລະ ພຣະທຳຂອງພຣະອົງ. ມັນບໍ່ໄດ້ພຽງແຕ່ນັ້ນ. ເຈົ້າເປັນຄົນທີ່ມີຄວາມສາມາດໃນການເຂົ້າໃຈ, ສະນັ້ນ ພວກເຈົ້າບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນຖືກຂຽນໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຈົ້າສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຈົ້າເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງຜະເຊີນກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ພວກເຂົາຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາພຣະທຳນັ້ນເຂົ້າສູ່ການປະຕິບັດ. ຄົນປະເພດນີ້ບໍ່ຮັກຄວາມຈິງ ແລະ ຈະຖືກໂຍນອອກໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຂໍ້ຄວາມ ແລະ ບໍ່ມີຄວາມຮູ້ໂດຍກົງກ່ຽວກັບພຣະທຳຂອງພຣະເຈົ້າຜ່ານປະສົບການພາກປະຕິບັດຂອງພວກເຈົ້າ, ແລ້ວເຈົ້າກໍຈະບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ. ຕາມຄວາມຄິດຂອງເຈົ້າແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນຊີວິດ ແຕ່ເປັນພຽງຕົວອັກສອນທີ່ບໍ່ມີຊີວິດ. ແລ້ວຖ້າເຈົ້າພຽງແຕ່ດຳລົງຊີວິດໂດຍປະຕິບັດຕາມຕົວອັກສອນທີ່ບໍ່ມີຊີວິດເທົ່ານັ້ນ, ແລ້ວເຈົ້າກໍບໍ່ສາມາດເຂົ້າໃຈເຖິງແກ່ນແທ້ຂອງພຣະທຳຂອງພຣະເຈົ້າໄດ້ ຫຼື ເຈົ້າຈະບໍ່ເຂົ້າໃຈຄວາມປະສົງຂອງພຣະອົງເລີຍ. ມີແຕ່ເມື່ອເຈົ້າມີປະສົບການກັບພຣະທຳຂອງພຣະເຈົ້າໃນປະສົບການທີ່ແທ້ຈິງຂອງເຈົ້າເທົ່ານັ້ນ ຄວາມໝາຍຝ່າຍວິນຍານຂອງພຣະທຳຂອງພຣະເຈົ້າຈຶ່ງຈະເປີດເຜີຍຕົວມັນເອງໃຫ້ແກ່ເຈົ້າ ແລະ ໃນປະສົບການເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມໝາຍຝ່າຍວິນຍານກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ໄຂຄວາມລຶກລັບແຫ່ງພຣະທຳຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ນໍາພຣະທຳເຂົ້າສູ່ການປະຕິບັດ ແລ້ວບໍ່ວ່າພຣະທຳຂອງພຣະອົງຈະຊັດເຈນສໍ່າໃດກໍຕາມ, ສິ່ງດຽວທີ່ເຈົ້າເຂົ້າໃຈກໍເປັນພຽງຕົວອັກສອນ ແລະ ຄຳສັ່ງສອນທີ່ວ່າງເປົ່າເທົ່ານັ້ນ ເຊິ່ງໄດ້ກາຍເປັນກົດລະບຽບທາງສາສະໜາໃຫ້ກັບເຈົ້າ. ສິ່ງນີ້ບໍ່ແມ່ນສິ່ງທີ່ພວກຟາຣີຊາຍເຮັດບໍ? ຖ້າພວກເຈົ້າປະຕິບັດ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ, ພຣະທຳນັ້ນກໍຈະມີປະໂຫຍດໃຫ້ກັບພວກເຈົ້າ; ຖ້າພວກເຈົ້າບໍ່ສະແຫວງຫາເພື່ອປະຕິບັດພຣະທຳນັ້ນ, ແລ້ວພຣະທຳຂອງພຣະເຈົ້າສໍາລັບພວກເຈົ້າແລ້ວ ກໍບໍ່ຕ່າງຫຍັງກັບເລື່ອງເລົ່າລືໃນສະຫວັນຊັ້ນສາມ. ໃນຄວາມເປັນຈິງແລ້ວ, ຂະບວນການຂອງການເຊື່ອໃນພຣະເຈົ້າແມ່ນຂະບວນການທີ່ພວກເຈົ້າຜະເຊີນກັບພຣະທຳຂອງພຣະອົງ ພ້ອມທັງຖືກພຣະເຈົ້າຮັບເອົາ ຫຼື ເພື່ອເວົ້າໃຫ້ຊັດເຈນຂຶ້ນກວ່ານີ້ກໍຄື ການເຊື່ອໃນພຣະເຈົ້າແມ່ນການມີຄວາມຮູ້ ແລະ ຄວາມເຂົ້າໃຈໃນພຣະທຳຂອງພຣະອົງ ແລະ ການຜະເຊີນ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ; ນັ້ນແມ່ນຄວາມເປັນຈິງທີ່ຢູ່ເບື້ອງຫຼັງຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ. ຖ້າພວກເຈົ້າເຊື່ອໃນພຣະເຈົ້າ ແລະ ຫວັງມີຊີວິດຕະຫຼອດໄປເປັນນິດ ໂດຍບໍ່ສະແຫວງຫາເພື່ອປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ, ແລ້ວພວກເຈົ້າກໍໂງ່ຈ້າ. ນີ້ເປັນຄືກັບການໄປງານລ້ຽງສະຫຼອງ ແລະ ເບິ່ງອາຫານ ແລະ ຮຽນຮູ້ສິ່ງຂອງແຊບໆດ້ວຍໃຈເທົ່ານັ້ນ ໂດຍບໍ່ໄດ້ຊີມມັນເລີຍ, ມັນຈະບໍ່ຄືກັບການກິນ ຫຼື ການດື່ມຫຍັງເລີຍ. ຄົນປະເພດນັ້ນບໍ່ແມ່ນຄົນໂງ່ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 423)
ຄວາມຈິງທີ່ມະນຸດຕ້ອງມີແມ່ນຄົ້ນພົບໃນພຣະທຳຂອງພຣະເຈົ້າ ແລະ ມັນເປັນຄວາມຈິງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ. ມັນແມ່ນຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ. ມັນເປັນຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ແລ້ວວະລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ຈະເປັນຈິງສຳລັບພວກເຂົາໄດ້ແນວໃດ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊີວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບິດເບືອນ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ວິທີດຽວທີ່ຈະປະຕິບັດຄວາມຈິງໄດ້ກໍຄືການເຂົ້າໃຈຄວາມຈິງນັ້ນກ່ອນ, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ, ນີ້ເປັນພຽງການມີຄຳເວົ້າຕາມຕົວອັກສອນແຫ່ງຄວາມຈິງເທົ່ານັ້ນ ແລະ ມັນບໍ່ຄືກັບການເຂົ້າໃຈຄວາມໝາຍທີ່ແທ້ຈິງທີ່ຢູ່ໃນນັ້ນ. ການມີພຽງແຕ່ຄວາມຮູ້ຜິວເຜີນກ່ຽວກັບຄວາມຈິງ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ຫຼື ມີຄວາມຮູ້ກ່ຽວກັບມັນ; ຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນມາຈາກການມີປະສົບການກັບຄວາມຈິງນັ້ນ. ສະນັ້ນ, ມີແຕ່ເມື່ອເຈົ້າມີປະສົບການກັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງໄດ້ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງເຂົ້າໃຈສ່ວນລີ້ລັບຂອງຄວາມຈິງໄດ້. ການເຮັດໃຫ້ປະສົບການຂອງເຈົ້າເລິກເຊິ່ງເປັນພຽງວິທີດຽວທີ່ຈະເຂົ້າໃຈຄວາມໝາຍແອບແຝງຂອງຄວາມຈິງ ແລະ ເຂົ້າໃຈເຖິງໃຈແກ່ນແທ້ຂອງຄວາມຈິງ. ສະນັ້ນ, ເຈົ້າສາມາດໄປໄດ້ທຸກບ່ອນດ້ວຍຄວາມຈິງ, ແຕ່ຖ້າບໍ່ມີຄວາມຈິງໃນຕົວເຈົ້າ, ແລ້ວຢ່າຄິດພະຍາຍາມແມ່ນແຕ່ຈະເຮັດໃຫ້ສະມາຊິກໃນຄອບຄົວຂອງເຈົ້າເຊື່ອເລີຍ, ແຮງໄກຖ້າເປັນຜູ້ຄົນຂອງສາສະໜາ. ຫາກປາສະຈາກຄວາມຈິງ, ເຈົ້າກໍເປັນເໝືອນກັບຫິມະທີ່ປິວໄປມາ, ແຕ່ເມື່ອມີຄວາມຈິງ, ເຈົ້າສາມາດມີຄວາມສຸກ ແລະ ເປັນອິດສະຫຼະ ໂດຍບໍ່ມີໃຜສາມາດໂຈມຕີເຈົ້າໄດ້. ບໍ່ວ່າທິດສະດີຈະເຂັ້ມແຂງສໍ່າໃດກໍຕາມ, ມັນກໍບໍ່ສາມາດເອົາຊະນະຄວາມຈິງໄດ້. ເມື່ອມີຄວາມຈິງ, ໂລກກໍສາມາດແກວ່ງໄກວໄດ້ ແລະ ພູເຂົາ ແລະ ທະເລເຄື່ອນຍ້າຍ ໃນຂະນະທີ່ການຂາດຄວາມຈິງສາມາດເຮັດໃຫ້ກຳແພງເມືອງອັນເຂັ້ມແຂງຖືກໜອນກັດຫຼຸດລົງເປັນເສດດິນໄດ້. ນີ້ແມ່ນຄວາມຈິງທີ່ຊັດເຈນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 424)
ໃນຂັ້ນຕອນປັດຈຸບັນ, ມັນເປັນສິ່ງສຳຄັນທີ່ຈະຮູ້ຈັກຄວາມຈິງກ່ອນ, ແລ້ວນໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ແລະ ປະກອບຕົນເອງດ້ວຍຄວາມໝາຍທີ່ແທ້ຈິງແຫ່ງຄວາມຈິງ. ພວກເຈົ້າຄວນສະແຫວງຫາເພື່ອບັນລຸສິ່ງນີ້. ແທນທີ່ຈະສະແຫວງຫາເພື່ອເຮັດໃຫ້ຄົນອື່ນປະຕິບັດຕາມຄຳເວົ້າຂອງເຈົ້າເທົ່ານັ້ນ, ເຈົ້າຄວນເຮັດໃຫ້ພວກເຂົາປະຕິບັດຕາມການປະຕິບັດຂອງເຈົ້າ. ດ້ວຍສິ່ງນີ້ເທົ່ານັ້ນ ເຈົ້າຈຶ່ງຈະພົບໃນສິ່ງທີ່ມີຄວາມໝາຍ, ບໍ່ວ່າເຈົ້າຈະພົບກັບຜູ້ໃດກໍຕາມ, ຕາບໃດທີ່ເຈົ້າມີຄວາມຈິງ, ເຈົ້າຈະສາມາດຍຶດໝັ້ນໄດ້. ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ນໍາຊີວິດມາໃຫ້ກັບມະນຸດ ບໍ່ແມ່ນຄວາມຕາຍ. ຖ້າຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າແລ້ວ ເຈົ້າບໍ່ມີຊີວິດຊີວາ ແຕ່ເຈົ້າຍັງຕາຍຢູ່, ແລ້ວມີບາງສິ່ງທີ່ຜິດພາດກັບເຈົ້າ. ຖ້າຫຼັງຈາກເວລາຊ່ວງໃດໜຶ່ງ, ເຈົ້າໄດ້ອ່ານພຣະທໍາຂອງພຣະເຈົ້າຫຼາຍຄັ້ງ ແລະ ໄດ້ຍິນຄຳເທດສະໜາທີ່ເປັນປະໂຫຍດຫຼາຍຢ່າງ, ແຕ່ເຈົ້າຍັງຢູ່ໃນສະພາບແຫ່ງຄວາມຕາຍ, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າບໍ່ໄດ້ເປັນຄົນທີ່ໃຫ້ຄຸນຄ່າກັບຄວາມຈິງ ຫຼື ເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຖ້າພວກເຈົ້າພະຍາຍາມຮັບເອົາພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າຈະບໍ່ໃສ່ໃຈກັບການຈັດກຽມຕົນເອງດ້ວຍຄຳສັ່ງສອນທີ່ສູງສົ່ງ ແລະ ນໍາໃຊ້ຄຳສັ່ງສອນທີ່ສູງສົ່ງເພື່ອສັ່ງສອນຄົນອື່ນ, ແຕ່ກົງກັນຂ້າມ ເຈົ້າຈະໃສ່ໃຈກັບການຜະເຊີນກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ໃນປັດຈຸບັນບໍ?
ມີເວລາທີ່ຈຳກັດສຳລັບພຣະເຈົ້າໃນການປະຕິບັດພາລະກິດຂອງພຣະອົງໃນມະນຸດ, ສະນັ້ນແມ່ນຫຍັງຄືຜົນຕາມມາ ຖ້າເຈົ້າບໍ່ຮ່ວມມືກັບພຣະອົງ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງການໃຫ້ພວກເຈົ້າປະຕິບັດຄວາມຈິງທັນທີທີ່ພວກເຈົ້າເຂົ້າໃຈຄວາມຈິງນັ້ນ? ນັ້ນກໍຍ້ອນວ່າ ພຣະເຈົ້າໄດ້ເປີດເຜີຍພຣະທຳຂອງພຣະອົງໃຫ້ກັບພວກເຈົ້າ ແລະ ຂັ້ນຕອນຕໍ່ໄປຂອງພວກເຈົ້າກໍຄືການປະຕິບັດພຣະທຳເຫຼົ່ານີ້ຢ່າງແທ້ຈິງ. ໃນຂະນະທີ່ພວກເຈົ້າປະຕິບັດພຣະທຳເຫຼົ່ານີ້, ພຣະເຈົ້າຈະປະຕິບັດພາລະກິດແຫ່ງແສງສະຫວ່າງ ແລະ ການນໍາພາ. ນັ້ນເປັນວິທີການເຮັດໃຫ້ມັນສຳເລັດ. ພຣະທຳຂອງພຣະເຈົ້າປ່ອຍມະນຸດເກີດດອກອອກຜົນໃນຊີວິດ ແລະ ບໍ່ມີອົງປະກອບໃດທີ່ສາມາດເຮັດໃຫ້ມະນຸດບ່ຽງເບນ ຫຼື ເລີ່ມຂີ້ຄ້ານ. ເຈົ້າເວົ້າວ່າ ເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ປະຕິບັດພຣະທຳນັ້ນ, ແຕ່ເຈົ້າຍັງບໍ່ໄດ້ຮັບພາລະກິດໃດໜຶ່ງຈາກພຣະວິນຍານບໍລິສຸດເລີຍ. ຄຳເວົ້າຂອງເຈົ້າສາມາດຕົວະໄດ້ແຕ່ເດັກນ້ອຍເທົ່ານັ້ນ. ຄົນອື່ນອາດບໍ່ຮູ້ວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່, ແຕ່ເຈົ້າຄິດບໍວ່າ ພຣະເຈົ້າກໍຈະບໍ່ຮູ້? ເປັນຫຍັງຄົນອື່ນຈຶ່ງປະຕິບັດພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ, ແຕ່ເຈົ້າປະຕິບັດພຣະທຳຂອງພຣະອົງ ແລະ ບໍ່ໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ? ພຣະເຈົ້າມີຄວາມຮູ້ສຶກບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງແທ້ໆ ແລະ ເຈົ້າໄດ້ໃຫ້ຄວາມຮ່ວມມື, ແລ້ວພຣະວິນຍານຂອງພຣະເຈົ້າກໍຈະສະຖິດໃນຕົວເຈົ້າຢ່າງແນ່ນອນ. ບາງຄົນຈຶ່ງຕ້ອງການປັກທຸງຂອງພວກເຂົາເອງ, ແຕ່ເປັນຫຍັງພຣະເຈົ້າບໍ່ຍອມໃຫ້ພວກເຂົາມີອໍານາດ ແລະ ນໍາພາຄຣິສຕະຈັກ? ບາງຄົນພຽງແຕ່ປະຕິບັດບົດບາດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ແລະ ກ່ອນທີ່ພວກເຂົາຈະຮູ້, ພວກເຂົາກໍໄດ້ຮັບເອົາການຍິນຍອມຂອງພຣະເຈົ້າ. ເປັນແບບນັ້ນໄດ້ແນວໃດ? ພຣະເຈົ້າກວດສອບສ່ວນເລິກຂອງຫົວໃຈມະນຸດ ແລະ ຜູ້ຄົນທີ່ສະແຫວງຫາຄວາມຈິງຕ້ອງເຮັດແບບນັ້ນດ້ວຍເຈດຕະນາທີ່ຖືກຕ້ອງ. ຜູ້ຄົນທີ່ບໍ່ມີເຈດຕະນາທີ່ຖືກຕ້ອງຈະບໍ່ສາມາດຍຶດໝັ້ນໄດ້. ໃນແກ່ນກາງຂອງມັນ, ເປົ້າໝາຍຫຼັກຂອງພວກເຈົ້າແມ່ນເພື່ອເຮັດໃຫ້ພຣະທຳຂອງພຣະເຈົ້າມີຜົນພາຍໃນພວກເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ການມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າໃນການປະຕິບັດຄວາມຈິງຂອງພວກເຈົ້າ. ບາງເທື່ອ, ຄວາມສາມາດຂອງພວກເຈົ້າທີ່ຈະເຂົ້າໃຈພຣະທຳຂອງພຣະເຈົ້າມີຢູ່ຕໍ່າ, ແຕ່ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ, ພຣະອົງສາມາດແກ້ໄຂຂໍ້ບົກຜ່ອງນີ້, ສະນັ້ນ ພວກເຈົ້າຈະບໍ່ພຽງແຕ່ຕ້ອງຮູ້ຄວາມຈິງຫຼາຍປະການເທົ່ານັ້ນ, ແຕ່ພວກເຈົ້າຕ້ອງປະຕິບັດຄວາມຈິງເຫຼົ່ານັ້ນອີກດ້ວຍ. ນີ້ແມ່ນຄວາມຕັ້ງໃຈທີ່ຍິ່ງໃຫຍ່ທີ່ສຸດທີ່ບໍ່ສາມາດເມີນເສີຍໄດ້. ພຣະເຢຊູໄດ້ທົນທຸກກັບຄວາມອັບອາຍຫຼາຍຢ່າງ ແລະ ການທົນທຸກຫຼາຍຢ່າງໃນຕອນອາຍຸສາມສິບສາມປີເຄິ່ງ. ພຣະອົງທົນທຸກທໍລະມານຢ່າງຫຼວງຫຼາຍ ຍ້ອນພຣະອົງປະຕິບັດຄວາມຈິງ, ປະຕິບັດຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ພຽງແຕ່ສົນໃຈກັບຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນການທົນທຸກທີ່ພຣະອົງຈະບໍ່ໄດ້ຜ່ານ ຖ້າພຣະອົງຮູ້ຈັກຄວາມຈິງ ໂດຍບໍ່ໄດ້ປະຕິບັດຄວາມຈິງນັ້ນ. ຖ້າພຣະເຢຊູປະຕິບັດຕາມຄຳສັ່ງສອນຂອງຊາວຢິວ ແລະ ປະຕິບັດຕາມພວກຟາຣີຊາຍ, ແລ້ວພຣະອົງກໍຈະບໍ່ທົນທຸກທໍລະມານ. ເຈົ້າສາມາດຮຽນຮູ້ຈາກການກະທຳຂອງພຣະເຢຊູວ່າ ປະສິດຕິພາບຂອງພາລະກິດຂອງພຣະເຈົ້າໃນມະນຸດແມ່ນມາຈາກການຮ່ວມຂອງມະນຸດ ແລະ ສິ່ງນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງຮັບຮູ້. ພຣະເຢຊູຈະໄດ້ຮັບຄວາມທຸກທໍລະມານດັ່ງທີ່ພຣະອົງໄດ້ຮັບຢູ່ເທິງໄມ້ກາງແຂນບໍ ຖ້າພຣະອົງບໍ່ໄດ້ປະຕິບັດຄວາມຈິງ? ພຣະອົງຈະໄດ້ອະທິຖານຢ່າງໂສກເສົ້າບໍ ຖ້າພຣະອົງບໍ່ໄດ້ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ? ດັ່ງນັ້ນ, ພວກເຈົ້າຄວນທົນທຸກເພື່ອການປະຕິບັດຄວາມຈິງ; ນີ້ແມ່ນລັກສະນະຂອງການທົນທຸກທີ່ມະນຸດຄວນອົດທົນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 425)
ໃນທາງປະຕິບັດ, ການຮັກສາພຣະບັນຍັດຄວນເຊື່ອມໂຍງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ. ໃນຂະນະທີ່ກຳລັງຮັກສາພຣະບັນຍັດ, ຄົນໆໜຶ່ງຕ້ອງປະຕິບັດຄວາມຈິງ. ເມື່ອກຳລັງປະຕິບັດຄວາມຈິງ, ຄົນໆໜຶ່ງຕ້ອງບໍ່ລະເມີດຫຼັກການແຫ່ງພຣະບັນຍັດ ຫຼື ຂັດກັບພຣະບັນຍັດ; ເຈົ້າຕ້ອງເຮັດແມ່ນຫຍັງກໍ່ຕາມທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງແມ່ນກ່ຽວພັນກັນ, ບໍ່ໄດ້ຂັດຈາກກັນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງຮັກສາແກ່ນແທ້ຂອງພຣະບັນຍັດຫຼາຍສໍ່ານັ້ນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງເຂົ້າໃຈພຣະທຳຂອງພຣະເຈົ້າທີ່ກ່າວອອກໃນພຣະບັນຍັດຫຼາຍສໍ່ານັ້ນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດບໍ່ແມ່ນການກະທຳທີ່ຂັດກັນ, ພວກມັນເປັນສິ່ງທີ່ກ່ຽວພັນກັນ. ໃນເບື້ອງຕົ້ນນັ້ນ, ພຽງຫຼັງຈາກທີ່ມະນຸດໄດ້ຮັກສາພຣະບັນຍັດເທົ່ານັ້ນ ເຂົາຈຶ່ງສາມາດປະຕິບັດຄວາມຈິງ ແລະ ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້, ແຕ່ສິ່ງນີ້ບໍ່ແມ່ນເຈດຕະນາເດີມຂອງພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ເຈົ້ານະມັດສະການພຣະອົງດ້ວຍຫົວໃຈ, ບໍ່ແມ່ນພຽງແຕ່ປະພຶດດີຢ່າງດຽວ. ເຖິງຢ່າງໃດກໍ່ຕາມ, ເຈົ້າຕ້ອງຮັກສາພຣະບັນຍັດຢ່າງໜ້ອຍໃຫ້ຢູ່ໃນລະດັບຜິວເຜີນ. ຜ່ານປະສົບການເທື່ອລະໜ້ອຍຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບພຣະເຈົ້າ, ຜູ້ຄົນກໍ່ຈະເຊົາກະບົດ ແລະ ເຊົາຕໍ່ຕ້ານພຣະອົງ ແລະ ຈະບໍ່ມີຂໍ້ສົງໄສກ່ຽວກັບພາລະກິດຂອງພຣະອົງອີກຕໍ່ໄປ. ນີ້ຄືຫົນທາງດຽວທີ່ມະນຸດສາມາດປະຕິບັດຕາມແກ່ນແທ້ຂອງພຣະບັນຍັດ. ສະນັ້ນ, ການພຽງແຕ່ຮັກສາພຣະບັນຍັດຢ່າງດຽວໂດຍບໍ່ມີການປະຕິບັດຄວາມຈິງແມ່ນບໍ່ມີປະສິດທິພາບ ແລະ ບໍ່ໄດ້ປະກອບເປັນການນະມັດສະການພຣະເຈົ້າຢ່າງແທ້ຈິງ, ຍ້ອນເຈົ້າຍັງບໍ່ໄດ້ບັນລຸວຸດທິພາວະທີ່ແທ້ຈິງເທື່ອ. ການຮັກສາພຣະບັນຍັດໂດຍປາສະຈາກຄວາມຈິງກໍ່ເທົ່າກັບການຍຶດຕິດກົດລະບຽບຢ່າງໜຽວແໜ້ນ. ໃນການເຮັດແບບນັ້ນ, ພຣະບັນຍັດກໍ່ຈະກາຍມາເປັນກົດໝາຍຂອງເຈົ້າ ເຊິ່ງຈະບໍ່ຊ່ວຍໃຫ້ເຈົ້າເຕີບໃຫຍ່ໃນຊີວິດ. ໃນທາງກົງກັນຂ້າມ, ພວກມັນຈະກາຍມາເປັນພາລະຂອງເຈົ້າ ແລະ ຜູກມັດເຈົ້າຢ່າງແໜ້ນເໝືອນກັບກົດໝາຍໃນພຣະສັນຍາເດີມ ເຊິ່ງເຮັດໃຫ້ເຈົ້າສູນເສຍການສະຖິດຂອງພຣະວິນຍານບໍລິສຸດ. ສະນັ້ນ, ໂດຍການປະຕິບັດຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັກສາພຣະບັນຍັດໄດ້ຢ່າງມີປະສິດທິພາບ ແລະ ເຈົ້າກໍ່ຈະຮັກສາພຣະບັນຍັດເພື່ອປະຕິບັດຄວາມຈິງໄດ້. ໃນຂະບວນການຮັກສາພຣະບັນຍັດ, ເຈົ້າຈະນໍາຄວາມຈິງຫຼາຍຂຶ້ນເຂົ້າສູ່ການປະຕິບັດ ແລະ ເມື່ອກຳລັງປະຕິບັດຄວາມຈິງ ເຈົ້າຈະໄດ້ຮັບຄວາມເຂົ້າໃຈຫຼາຍຍິ່ງຂຶ້ນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະບັນຍັດ. ເປົ້າໝາຍ ແລະ ຄວາມໝາຍທີ່ຢູ່ເບື້ອງຫຼັງການຮຽກຮ້ອງຂອງພຣະເຈົ້າທີ່ມະນຸດຕ້ອງຮັກສາພຣະບັນຍັດບໍ່ແມ່ນເພື່ອເຮັດໃຫ້ເຂົາປະຕິບັດຕາມກົດລະບຽບດັ່ງທີ່ເຂົາຈິນຕະນາການ; ກົງກັນຂ້າມ, ມັນກ່ຽວຂ້ອງກັບທາງເຂົ້າສູ່ຊີວິດຂອງເຂົາ. ຂອບເຂດການເຕີບໃຫຍ່ໃນຊີວິດຂອງເຈົ້າກໍານົດລະດັບທີ່ເຈົ້າຈະສາມາດຮັກສາພຣະບັນຍັດ. ເຖິງແມ່ນວ່າພຣະບັນຍັດມີໄວ້ໃຫ້ມະນຸດຮັກສາ, ແກ່ນແທ້ຂອງພຣະບັນຍັດພຽງແຕ່ຊັດແຈ້ງຂຶ້ນຜ່ານປະສົບການຊີວິດຂອງມະນຸດ. ຄົນສ່ວນໃຫຍ່ສັນນິດຖານວ່າການຮັກສາພຣະບັນຍັດເປັນຢ່າງດີໝາຍຄວາມວ່າ ພວກເຂົາ “ກຽມພ້ອມໝົດແລ້ວ ແລະ ສິ່ງທີ່ຍັງເຫຼືອໃຫ້ເຮັດກໍ່ຄືຕ້ອງຕາມໃຫ້ທັນ”. ສິ່ງນີ້ແມ່ນແນວຄິດປະເພດທີ່ເກີນຂອບເຂດ ແລະ ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຄົນທີ່ເວົ້າສິ່ງດັ່ງກ່າວບໍ່ປາຖະໜາທີ່ຈະກ້າວໜ້າ ແລະ ພວກເຂົາປາຖະໜາທາງເນື້ອໜັງ. ມັນເປັນເລື່ອງໄຮ້ສາລະ! ມັນບໍ່ສອດຄ່ອງກັບຄວາມເປັນຈິງເລີຍ! ມັນບໍ່ແມ່ນຄວາມປະສົງຂອງພຣະເຈົ້າທີ່ຈະພຽງແຕ່ປະຕິບັດຄວາມຈິງ ໂດຍປາສະຈາກການຮັກສາພຣະບັນຍັດແທ້ໆ. ຄົນທີ່ເຮັດແບບນີ້ແມ່ນຄົນພິການ; ພວກເຂົາຄືກັບຄົນທີ່ຂາດຂາຂ້າງໜຶ່ງ. ການຮັກສາພຣະບັນຍັດແຕ່ຢ່າງດຽວຄືກັບວ່າປະຕິບັດຕາມກົດລະບຽບ, ແຕ່ບໍ່ມີຄວາມຈິງ, ສິ່ງນີ້ແມ່ນບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າເຊັ່ນກັນ; ຄືກັບຄົນທີ່ຕາບອດເບື້ອງໜຶ່ງ, ຜູ້ຄົນທີ່ເຮັດແບບນີ້ກໍ່ທົນທຸກຈາກຄວາມພິການຮູບແບບໜຶ່ງ. ມັນສາມາດເວົ້າໄດ້ວ່າ ຖ້າເຈົ້າຮັກສາພຣະບັນຍັດເປັນຢ່າງດີ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພຣະເຈົ້າທີ່ເປັນຈິງ, ແລ້ວເຈົ້າກໍ່ຈະມີຄວາມຈິງ; ເວົ້າອີກຢ່າງໜຶ່ງກໍ່ຄື, ເຈົ້າຈະໄດ້ຮັບວຸດທິພາວະທີ່ແທ້ຈິງ. ຖ້າເຈົ້າປະຕິບັດຄວາມຈິງທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ຈະຍັງຮັກສາພຣະບັນຍັດອີກດ້ວຍ ແລະ ທັງສອງສິ່ງເຫຼົ່ານີ້ແມ່ນບໍ່ໄດ້ຂັດແຍ້ງກັນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດແມ່ນສອງລະບົບ ເຊິ່ງທັງສອງຢ່າງເປັນສ່ວນທີ່ສຳຄັນໃນປະສົບການຊີວິດຂອງຄົນໆໜຶ່ງ. ປະສົບການຂອງຄົນໆໜຶ່ງຄວນປະກອບດ້ວຍການປະສົມປະສານ ບໍ່ແມ່ນການແບ່ງແຍກການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງອອກຈາກກັນ. ເຖິງຢ່າງໃດກໍ່ຕາມ, ມີທັງຄວາມແຕກຕ່າງ ແລະ ຄວາມເຊື່ອມໂຍງກັນລະຫວ່າງສອງສິ່ງເຫຼົ່ານີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 426)
ການປະກາດໃຊ້ພຣະບັນຍັດໃນຍຸກໃໝ່ແມ່ນຄຳພະຍານເຖິງຂໍ້ແທ້ຈິງທີ່ວ່າ ທຸກຄົນທີ່ຢູ່ໃນກະແສນີ້, ທຸກຄົນທີ່ໄດ້ຍິນສຽງຂອງພຣະເຈົ້າໃນປັດຈຸບັນ ໄດ້ເຂົ້າສູ່ຍຸກໃໝ່ແລ້ວ. ນີ້ແມ່ນການເລີ່ມຕົ້ນໃໝ່ສຳລັບພາລະກິດຂອງພຣະເຈົ້າ ພ້ອມທັງເປັນຈຸດເລີ່ມຕົ້ນຂອງສ່ວນສຸດທ້າຍຂອງພາລະກິດໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ພຣະບັນຍັດແຫ່ງຍຸກໃໝ່ເປັນສັນຍາລັກບົ່ງບອກວ່າ ພຣະເຈົ້າ ແລະ ມະນຸດໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ ແລະ ພຣະເຈົ້າຈະປະຕິບັດພາລະກິດທີ່ເປັນຈິງຫຼາຍຂຶ້ນເຊັ່ນດຽວກັບພຣະເຢໂຮວາທີ່ປະຕິບັດພາລະກິດທ່າມກາງຄົນຢິວ ແລະ ປະຕິບັດພາລະກິດຢ່າງຍິ່ງໃຫຍ່ຂຶ້ນເທິງແຜ່ນດິນໂລກ. ພວກມັນຍັງເປັນສັນຍາລັກບົ່ງບອກວ່າ ຄົນກຸ່ມນີ້ຈະໄດ້ຮັບການຝາກຝັງຫຼາຍຂຶ້ນເລື້ອຍໆຈາກພຣະເຈົ້າ ແລະ ຈະໄດ້ຮັບການສະໜອງ, ການລ້ຽງດູ, ການສະໜັບສະໜູນ, ການດູແລ ແລະ ການປົກປ້ອງຈາກພຣະເຈົ້າໃນລັກສະນະທີ່ເປັນຈິງ, ໄດ້ຮັບການຝຶກຝົນຕົວຈິງຫຼາຍຂຶ້ນຈາກພຣະອົງ ແລະ ຖືກຈັດການ, ຖືກເຮັດໃຫ້ແຕກຫັກ ແລະ ຖືກຫຼໍ່ຫຼອມໂດຍພຣະທຳຂອງພຣະເຈົ້າ. ຄວາມໝາຍຂອງພຣະບັນຍັດແຫ່ງຍຸກໃໝ່ແມ່ນເລິກເຊິ່ງພໍສົມຄວນ. ພຣະບັນຍັດເຫຼົ່ານັ້ນແນະນໍາວ່າ ພຣະເຈົ້າຈະປາກົດເທິງແຜ່ນດິນໂລກຢ່າງແທ້ຈິງ, ຈາກຈຸດນັ້ນ ພຣະເຈົ້າຈະເອົາຊະນະຈັກກະວານທັງປວງເທິງ, ເປີດເຜີຍສະຫງ່າລາສີທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງ. ພຣະບັນຍັດເຫຼົ່ານັ້ນຍັງແນະນໍາວ່າ ພຣະເຈົ້າທີ່ເປັນຈິງຈະປະຕິບັດພາລະກິດທີ່ເປັນຈິງຫຼາຍຂຶ້ນເທິງແຜ່ນດິນໂລກ ເພື່ອເຮັດໃຫ້ທຸກຄົນທີ່ເປັນຄົນຖືກເລືອກຂອງພຣະອົງສົມບູນ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະສຳເລັດທຸກສິ່ງເທິງແຜ່ນດິນໂລກດ້ວຍພຣະທຳ ແລະ ສຳແດງໃຫ້ເຫັນເຖິງພຣະບັນຍັດທີ່ວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດຈະລຸກຂຶ້ນຈົນເຖິງຈຸດສູງສຸດ ແລະ ຖືກເຊີດຊູ ແລະ ທຸກຄົນ ແລະ ທຸກຊົນຊາດຈະຄຸເຂົ່າລົງເພື່ອນະມັດສະການພຣະເຈົ້າຜູ້ຍິ່ງໃຫຍ່”. ເຖິງແມ່ນວ່າພຣະບັນຍັດແຫ່ງຍຸກໃໝ່ແມ່ນມີໄວ້ໃຫ້ມະນຸດຮັກສາ ແລະ ເຖິງແມ່ນການເຮັດແບບນັ້ນຈະເປັນໜ້າທີ່ຂອງມະນຸດ ແລະ ເປັນພັນທະຂອງເຂົາ, ຄວາມໝາຍທີ່ພວກມັນນໍາສະເໜີແມ່ນເລິກເຊິ່ງເກີນໄປທີ່ຈະອະທິບາຍໄດ້ຢ່າງຄົບຖ້ວນຈາກຄຳເວົ້າຄໍາໜຶ່ງ ຫຼື ສອງຄຳ. ພຣະບັນຍັດແຫ່ງຍຸກໃໝ່ແທນກົດໝາຍແຫ່ງພຣະສັນຍາເດີມ ແລະ ກົດເກນແຫ່ງພຣະສັນຍາໃໝ່ທີ່ພຣະເຢໂຮວາ ແລະ ພຣະເຢຊູໄດ້ປະກາດໃຊ້. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສຸດ, ບໍ່ແມ່ນເລື່ອງງ່າຍດັ່ງທີ່ມະນຸດຈິນຕະນາການ. ມີລັກສະນະຄວາມໝາຍຕົວຈິງໃນພຣະບັນຍັດແຫ່ງຍຸກໃໝ່: ພຣະບັນຍັດເຫຼົ່ານັ້ນຮັບໃຊ້ເປັນຕົວປະສານງານລະຫວ່າງຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ. ພຣະບັນຍັດແຫ່ງຍຸກໃໝ່ໄດ້ສິ້ນສຸດການປະຕິບັດ ແລະ ກົດເກນທັງໝົດໃນຍຸກເກົ່າ ພ້ອມທັງການປະຕິບັດທັງໝົດຈາກນຍຸກຂອງພຣະເຢຊູ ແລະ ການປະຕິບັດອື່ນໆຢູ່ກ່ອນໜ້ານັ້ນ. ພຣະບັນຍັດເຫຼົ່ານັ້ນນໍາມະນຸດມາຢູ່ຕໍ່ໜ້າພຣະເຈົ້າທີ່ເປັນຈິງຫຼາຍຂຶ້ນ, ເຮັດໃຫ້ມະນຸດເລີ່ມຖືກພຣະເຈົ້າເອງເຮັດໃຫ້ສົມບູນ; ພວກມັນເປັນຈຸດເລີ່ມຕົ້ນຂອງເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ສະນັ້ນ, ພວກເຈົ້າຄວນມີທ່າທີ່ໆຖືກຕ້ອງກ່ຽວກັບພຣະບັນຍັດແຫ່ງຍຸກໃໝ່ ແລະ ບໍ່ຄວນປະຕິບັດຕາມພຣະບັນຍັດເຫຼົ່ານັ້ນຢ່າງເລິນເລີ້ ຫຼື ດູຖູກພຣະບັນຍັດເຫຼົ່ານັ້ນ. ພຣະບັນຍັດແຫ່ງຍຸກໃໝ່ໄດ້ເໜັ້ນໜັກໃສ່ໜຶ່ງປະເດັນ: ມະນຸດຄວນນະມັດສະການພຣະເຈົ້າທີ່ເປັນຈິງໃນປັດຈຸບັນ ເຊິ່ງກ່ຽວຂ້ອງກັບການຍອມອ່ອນນ້ອມຕໍ່ແກ່ນແທ້ຂອງພຣະວິນຍານຕາມຄວາມເປັນຈິງຫຼາຍຂຶ້ນ. ພຣະບັນຍັດເຫຼົ່ານັ້ນຍັງເໜັ້ນໜັກເຖິງຫຼັກການທີ່ພຣະເຈົ້າຈະຕັດສິນມະນຸດວ່າມີຄວາມຜິດ ຫຼື ເປັນຄົນຊອບທຳ ຫຼັງຈາກທີ່ພຣະອົງໄດ້ປາກົດອອກເປັນດວງອາທິດແຫ່ງຄວາມຊອບທຳ. ພຣະບັນຍັດແມ່ນງ່າຍໃນການເຂົ້າໃຈຫຼາຍກວ່າການນໍາໄປປະຕິບັດ. ຈາກສິ່ງນີ້, ມັນສາມາດເຫັນໄດ້ວ່າ ຖ້າພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ມະນຸດສົມບູນ, ແລ້ວພຣະອົງຕ້ອງກະທໍາຜ່ານທາງພຣະທຳ ແລະ ການນໍາພາຂອງພຣະອົງເອງ ແລະ ມະນຸດບໍ່ສາມາດບັນລຸຄວາມສົມບູນໂດຍສະຕິປັນຍາໂດຍທຳມະຊາດຂອງເຂົາເອງໄດ້. ມະນຸດຈະສາມາດຮັກສາພຣະບັນຍັດແຫ່ງຍຸກໃໝ່ໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບຄວາມຮູ້ຂອງມະນຸດທີ່ກ່ຽວກັບພຣະເຈົ້າທີ່ເປັນຈິງ. ເພາະສະນັ້ນ, ການທີ່ເຈົ້າຈະສາມາດຮັກສາພຣະບັນຍັດໄດ້ ຫຼື ບໍ່ນັ້ນບໍ່ແມ່ນຄຳຖາມທີ່ຈະໄດ້ຮັບການແກ້ໄຂພາຍໃນໜຶ່ງມື້ ຫຼື ສອງມື້. ນີ້ແມ່ນບົດຮຽນທີ່ເລິກເຊິ່ງຫຼາຍໃນການຮຽນຮູ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 427)
ການປະຕິບັດຄວາມຈິງແມ່ນເສັ້ນທາງທີ່ຊີວິດຂອງມະນຸດສາມາດເຕີບໃຫຍ່. ຖ້າພວກເຈົ້າບໍ່ປະຕິບັດຄວາມຈິງ, ແລ້ວພວກເຈົ້າກໍ່ຈະເຫຼືອພຽງແຕ່ທິດສະດີ ແລະ ພວກເຈົ້າກໍຈະບໍ່ມີຊີວິດທີ່ເປັນຈິງ. ຄວາມຈິງແມ່ນສັນຍາລັກແຫ່ງວຸດທິພາວະຂອງມະນຸດ ແລະ ບໍ່ວ່າເຈົ້າຈະປະຕິບັດຄວາມຈິງໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າເຈົ້າມີວຸດທິພາວະທີ່ເປັນຈິງ ຫຼື ບໍ່. ຖ້າເຈົ້າບໍ່ປະຕິບັດຄວາມຈິງ, ບໍ່ປະພຶດຢ່າງຊອບທຳ ຫຼື ຫວັ່ນໄຫວໄປມາຕາມອາລົມ ແລະ ສົນໃຈແຕ່ເນື້ອໜັງ, ແລ້ວເຈົ້າແມ່ນຍັງໄກຫຼາຍໃນເລື່ອງການຮັກສາພຣະບັນຍັດ. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສຸດ. ໃນທຸກຍຸກ, ມີຄວາມຈິງຫຼາຍປະການທີ່ຈະໃຫ້ມະນຸດຈຳເປັນຕ້ອງມີເພື່ອເຂົ້າສູ່ ແລະ ເຂົ້າໃຈ, ແຕ່ໃນແຕ່ລະຍຸກແມ່ນມີພຣະບັນຍັດແຕກຕ່າງກັນທີ່ຕິດຕາມກັບຄວາມຈິງເຫຼົ່ານີ້. ຄວາມຈິງທີ່ຜູ້ຄົນປະຕິບັດແມ່ນກ່ຽວຂ້ອງກັບຍຸກດັ່ງກ່າວໂດຍສະເພາະ ແລະ ດ້ວຍເຫດນັ້ນກໍ່ກ່ຽວຂ້ອງກັບພຣະບັນຍັດທີ່ພວກເຂົາຮັກສາເຊັ່ນກັນ. ແຕ່ລະຍຸກມີຄວາມຈິງຂອງມັນເອງໃຫ້ປະຕິບັດຕາມ ແລະ ມີພຣະບັນຍັດໃຫ້ຮັກສາ. ເຖິງຢ່າງໃດກໍ່ຕາມ, ອີງຕາມພຣະບັນຍັດຕ່າງໆທີ່ພຣະເຈົ້າປະກາດໃຊ້ ນັ້ນກໍ່ຄື ອີງຕາມຍຸກທີ່ແຕກຕ່າງກັ, ເປົ້າໝາຍ ແລະ ຜົນສະທ້ອນຂອງການປະຕິບັດຄວາມຈິງຂອງມະນຸດແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ມັນສາມາດເວົ້າໄດ້ວ່າພຣະບັນຍັດຮັບໃຊ້ຄວາມຈິງ ແລະ ຄວາມຈິງກໍ່ເກີດຂຶ້ນເພື່ອຮັກສາພຣະບັນຍັດ. ຖ້າມີພຽງແຕ່ຄວາມຈິງ ແລ້ວມັນກໍ່ຈະບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າໃຫ້ກ່າວເຖິງເລີຍ. ເຖິງຢ່າງໃດກໍ່ຕາມ, ໂດຍອ້າງອີງເຖິງພຣະບັນຍັດ, ມະນຸດສາມາດລະບຸເຖິງຂອບເຂດກະແສໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມະນຸດສາມາດຮູ້ຈັກຍຸກທີ່ພຣະເຈົ້າປະຕິບັດພາລະກິດ. ໃນທາງສາສະໜາ, ມີຫຼາຍຄົນທີ່ສາມາດປະຕິບັດຄວາມຈິງທີ່ເຄີຍຖືກປະຕິບັດໂດຍຜູ້ຄົນໃນຍຸກແຫ່ງພຣະບັນຍັດ. ເຖິງຢ່າງໃດກໍ່ຕາມ, ພວກເຂົາບໍ່ມີພຣະບັນຍັດແຫ່ງຍຸກໃໝ່ ຫຼື ພວກເຂົາບໍ່ສາມາດຮັກສາພຣະບັນຍັດແຫ່ງຍຸກໃໝ່ໄດ້. ພວກເຂົາຍັງຮັກສາຫົນທາງເກົ່າ ແລະ ຍັງຄົງເປັນມະນຸດໃນສະໄໝເດີມ. ພວກເຂົາບໍ່ໄດ້ຮັບວິທີການໃໝ່ຂອງພາລະກິດ ແລະ ບໍ່ສາມາດເຫັນພຣະບັນຍັດແຫ່ງຍຸກໃໝ່. ເມື່ອເປັນດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີພາລະກິດຂອງພຣະເຈົ້າ. ມັນເປັນຄືກັບວ່າ ພວກເຂົາມີພຽງແຕ່ເປືອກໄຂ່ເປົ່າ; ຖ້າບໍ່ມີລູກໄກ່ຢູ່ຂ້າງໃນ, ແລ້ວມັນກໍ່ຈະບໍ່ມີຈິດວິນຍານ. ຖ້າຈະເວົ້າໃຫ້ຖືກກວ່ານີ້ກໍ່ຄື ພວກເຂົາບໍ່ມີຊີວິດ. ມະນຸດດັ່ງກ່າວບໍ່ທັນໄດ້ເຂົ້າສູ່ຍຸກໃໝ່ ແລະ ຫຼ້າຫຼັງໃນຫຼາຍບາດກ້າວ. ສະນັ້ນ, ການມີຄວາມຈິງຈາກຍຸກເດີມແຕ່ບໍ່ມີພຣະບັນຍັດແຫ່ງຍຸກໃໝ່ກໍ່ບໍ່ມີປະໂຫຍດຫຍັງ. ພວກເຈົ້າຫຼາຍຄົນປະຕິບັດຄວາມຈິງໃນປັດຈຸບັນ ແຕ່ບໍ່ໄດ້ຮັກສາພຣະບັນຍັດໃນປັດຈຸບັນ. ພວກເຈົ້າຈະບໍ່ໄດ້ຮັບຫຍັງເລີຍ ແລະ ຄວາມຈິງທີ່ພວກເຈົ້າປະຕິບັດຈະບໍ່ມີຄ່າຫຍັງ ແລະ ບໍ່ມີຄວາມໝາຍ ແລະ ພຣະເຈົ້າຈະບໍ່ຍ້ອງຍໍເຈົ້າ. ການປະຕິບັດຄວາມຈິງຕ້ອງຖືກເຮັດໃຫ້ສຳເລັດພາຍໃນຂອບເຂດວິທີການຂອງພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນຕ້ອງຖືກເຮັດໃຫ້ສຳເລັດຕາມສຽງຂອງພຣະເຈົ້າທີ່ເປັນຈິງໃນປັດຈຸບັນ. ຖ້າປາສະຈາກສິ່ງນີ້, ທຸກສິ່ງກໍ່ຈະສູນເປົ່າ, ຄືກັບການພະຍາຍາມການຕັກນໍ້າດ້ວຍກະຕ່າໄມ້ໄຜ່. ນີ້ແມ່ນຄວາມໝາຍຕົວຈິງຂອງການປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່. ຖ້າຜູ້ຄົນສາມາດປະຕິບັດຕາມພຣະບັນຍັດ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍ່ຄວນຈະຮູ້ຈັກພຣະເຈົ້າທີ່ແທ້ຈິງຜູ້ເຊິ່ງປາກົດໃນເນື້ອໜັງ ໂດຍບໍ່ສັບສົນ. ເວົ້າອີກຢ່າງໜຶ່ງກໍ່ຄື ຜູ້ຄົນຄວນເຂົ້າໃຈຫຼັກການແຫ່ງການປະຕິບັດຕາມພຣະບັນຍັດ. ການປະຕິບັດຕາມພຣະບັນຍັດບໍ່ໄດ້ໝາຍເຖິງການປະຕິບັດຕາມບຸນຕາມກຳ ຫຼື ຕາມອຳເພີໃຈ, ແຕ່ໝາຍເຖິງການປະຕິບັດຕາມພຣະບັນຍັດໂດຍມີພື້ນຖານ, ມີຈຸດປະສົງ ແລະ ມີຫຼັກການ. ສິ່ງທຳອິດທີ່ຈະຖືກບັນລຸກໍ່ຄືໃຫ້ນິມິດຂອງເຈົ້າຊັດເຈນ. ຖ້າເຈົ້າມີຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດໃນເວລາປັດຈຸບັນ ແລະ ຖ້າເຈົ້າເຂົ້າສູ່ວິທີການຂອງພາລະກິດໃນປັດຈຸບັນ, ແລ້ວເຈົ້າຈະໄດ້ຮັບຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບການຮັກສາພຣະບັນຍັດ. ຖ້າຮອດມື້ທີ່ເຈົ້າເບິ່ງທະລຸແກ່ນແທ້ຂອງພຣະບັນຍັດແຫ່ງຍຸກໃໝ່ ແລະ ເຈົ້າສາມາດຮັກສາພຣະບັນຍັດນັ້ນໄວ້ໄດ້, ແລ້ວເຈົ້າກໍ່ຈະຖືກເຮັດໃຫ້ສົມບູນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດ. ບໍ່ວ່າເຈົ້າຈະສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວິທີການທີ່ເຈົ້າຮັບຮູ້ແກ່ນແທ້ຂອງພຣະບັນຍັດແຫ່ງຍຸກໃໝ່. ພາລະກິດຂອງພຣະວິນຍານບໍລິສຸດຈະປາກົດຕໍ່ມະນຸດຢ່າງຕໍ່ເນື່ອງ ແລະ ພຣະເຈົ້າຈະຮຽກຮ້ອງຈາກມະນຸດຫຼາຍຂຶ້ນໄປເລື້ອຍໆ. ສະນັ້ນ, ຄວາມຈິງທີ່ມະນຸດນໍາໄປປະຕິບັດກໍ່ຈະມີຫຼາຍຂຶ້ນກວ່າເກົ່າ ແລະ ຍິ່ງໃຫຍ່ຂຶ້ນ ແລະ ຜົນສະທ້ອນຂອງການຮັກສາພຣະບັນຍັດກໍ່ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສະນັ້ນ, ພວກເຈົ້າຕ້ອງປະຕິບັດຄວາມຈິງ ແລະ ຮັກສາພຣະບັນຍັດໃນເວລາດຽວກັນ. ບໍ່ມີຜູ້ໃດຄວນລະເລີຍເລື່ອງນີ້; ປ່ອຍໃຫ້ຄວາມຈິງໃໝ່ ແລະ ພຣະບັນຍັດໃໝ່ເລີ່ມຕົ້ນໄປພ້ອມກັນໃນຍຸກໃໝ່ນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 428)
ຫຼາຍຄົນສາມາດເວົ້າກ່ຽວກັບການປະຕິບັດໄດ້ເລັກນ້ອຍ ແລະ ພວກເຂົາສາມາດເວົ້າກ່ຽວກັບຄວາມປະທັບໃຈສ່ວນຕົວຂອງພວກເຂົາ ແຕ່ສ່ວນຫຼາຍແມ່ນແສງສະຫວ່າງທີ່ໄດ້ຮັບຈາກຖ້ອຍຄໍາຂອງຄົນອື່ນ. ມັນບໍ່ໄດ້ລວມເອົາສິ່ງທີ່ມາຈາກການປະຕິບັດສ່ວນຕົວຂອງພວກເຂົາເລີຍ ທັງບໍ່ໄດ້ລວມເອົາສິ່ງທີ່ພວກເຂົາເຫັນຜ່ານປະສົບການຂອງພວກເຂົາ. ເຮົາໄດ້ວິເຄາະປະເດັນນີ້ຢ່າງລະອຽດມາກ່ອນແລ້ວ; ຢ່າຄິດວ່າເຮົາບໍ່ຮູ້ຫຍັງ. ເຈົ້າເປັນພຽງເສືອເຈັ້ຍ ແຕ່ເຈົ້າເວົ້າເລື່ອງເອົາຊະນະຊາຕານ, ເລື່ອງຄໍາພະຍານແຫ່ງໄຊຊະນະ ແລະ ເລື່ອງການສະທ້ອນລັກສະນະຂອງພຣະເຈົ້າ? ທັງໝົດນີ້ໄຮ້ສາລະ! ເຈົ້າຄິດວ່າພຣະທໍາທັງໝົດທີ່ພຣະເຈົ້າກ່າວໃນທຸກມື້ນີ້ແມ່ນເພື່ອໃຫ້ເຈົ້າຊື່ນຊົມບໍ? ປາກຂອງເຈົ້າເວົ້າເລື່ອງການປະຖິ້ມຕົວຕົນເກົ່າຂອງຕົວເອງ ແລະ ການປະຕິບັດຕາມຄວາມຈິງ ແຕ່ມືຂອງເຈົ້າກໍາລັງກະທໍາສິ່ງອື່ນ ແລະ ຈິດໃຈຂອງເຈົ້າກໍກໍາລັງຄິດແຜນການອື່ນຢູ່ ແລ້ວເຈົ້າເປັນຄົນປະເພດໃດ? ເປັນຫຍັງຈິດໃຈ ແລະ ມືຂອງເຈົ້າຈຶ່ງບໍ່ຄືກັນ ແລະ ເປັນອັນໜຶ່ງອັນດຽວກັນ? ການເທດສະໜາຫຼາຍຄັ້ງກາຍເປັນພຽງຄໍາເວົ້າທີ່ວ່າງເປົ່າ; ສິ່ງນີ້ບໍ່ໜ້າເສົ້າບໍ? ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ມັນກໍສະແດງໃຫ້ເຫັນວ່າເຈົ້າຍັງບໍ່ທັນໄດ້ເຂົ້າສູ່ທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ເຈົ້າຍັງບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນໂຕເຈົ້າ ແລະ ເຈົ້າຍັງບໍ່ໄດ້ຮັບການນໍາທາງຈາກພຣະອົງເທື່ອ. ຖ້າເຈົ້າເວົ້າວ່າ ເຈົ້າສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ບໍ່ສາມາດປະຕິບັດຕາມ ເຈົ້າກໍເປັນຄົນທີ່ບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ໄດ້ສະເດັດມາເພື່ອຊ່ວຍຄົນປະເພດນີ້ໃຫ້ພົ້ນ. ພຣະເຢຊູທົນທຸກກັບຄວາມເຈັບປວດແສນສາຫັດ ເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍຄົນບາບ, ເພື່ອຊ່ວຍຄົນທຸກຍາກ ແລະ ເພື່ອຊ່ວຍທຸກຄົນທີ່ຖ່ອມຕົນໃຫ້ລອດພົ້ນ. ການຖືກຄຶງຂອງພຣະອົງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບ. ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ເຈົ້າກໍຄວນອອກໄປໃຫ້ໄວເທົ່າທີ່ຈະໄວໄດ້; ຢ່າຢູ່ລ້າໆໃນເຮືອນຂອງພຣະເຈົ້າ ຄືຄົນເອົາປຽບຄົນອື່ນ. ຫຼາຍຄົນເຖິງກັບເຫັນວ່າ ມັນເປັນເລື່ອງຍາກທີ່ຈະຢຸດກະທໍາສິ່ງທີ່ເຫັນຢ່າງຊັດເຈນວ່າເປັນການຕໍ່ຕ້ານພຣະເຈົ້າ. ບໍ່ແມ່ນພວກເຂົາຢາກຕາຍບໍ? ພວກເຂົາສາມາດເວົ້າເຖິງການເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ຢ່າງໃດ? ພວກເຂົາຈະກ້າສູ້ໜ້າພຣະອົງບໍ? ເຈົ້າກິນອາຫານທີ່ພຣະອົງຈັດກຽມໃຫ້, ກະທໍາສິ່ງຜິດບາບທີ່ຕໍ່ຕ້ານພຣະອົງ, ປອງຮ້າຍ, ຫຼອກລວງ, ແລະ ໃຊ້ກົນອຸບາຍ ໃນຂະນະທີ່ພຣະເຈົ້າອະນຸຍາດໃຫ້ເຈົ້າໄດ້ຮັບພອນທີ່ພຣະອົງປະທານໃຫ້ເຈົ້າ. ເຈົ້າບໍ່ຮູ້ສຶກບໍວ່າ ພອນເຫຼົ່ານັ້ນໄໝ້ມືຂອງເຈົ້າ ເມື່ອເຈົ້າຮັບເອົາພວກມັນ? ເຈົ້າບໍ່ຮູ້ສຶກໜ້າແດງບໍ? ເຈົ້າກະທໍາບາງສິ່ງທີ່ຕໍ່ຕ້ານພຣະເຈົ້າ, ໃຊ້ກົນອຸບາຍເພື່ອ “ຫຼອກລວງ”, ເຈົ້າບໍ່ຮູ້ສຶກຢ້ານບໍ? ຖ້າເຈົ້າບໍ່ຮູ້ສຶກຫຍັງ ເຈົ້າຈະເວົ້າກ່ຽວກັບອະນາຄົດໄດ້ແນວໃດ? ບໍ່ມີອະນາຄົດສໍາລັບເຈົ້າຕັ້ງແຕ່ດົນແລ້ວ, ເຈົ້າຍັງຈະຄາດຫວັງອັນໃດອີກ? ຖ້າເຈົ້າເວົ້າໃນສິ່ງທີ່ໜ້າອັບອາຍ ແຕ່ເຈົ້າບໍ່ຮູ້ສຶກຜິດ ແລະ ໃຈຂອງເຈົ້າບໍ່ຮູ້ຈັກສໍານຶກ, ຖ້າເປັນດັ່ງນັ້ນ ມັນບໍ່ໝາຍຄວາມວ່າ ເຈົ້າຖືກພຣະເຈົ້າປະຖິ້ມແລ້ວບໍ? ເຈົ້າກາຍເປັນຄົນທີ່ເວົ້າ ແລະ ກະທໍາຕາມໃຈ ແລະ ຂາດວິໄນໂດຍທໍາມະຊາດ; ເຈົ້າຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນສະພາບນີ້ໄດ້ແນວໃດ? ເຈົ້າຈະສາມາດເອົາຊະນະໂລກໄດ້ບໍ? ຜູ້ໃດຈະເຊື່ອເຈົ້າ? ຜູ້ທີ່ຮູ້ທາດແທ້ຂອງເຈົ້າຈະໜີຫ່າງຈາກເຈົ້າ. ນີ້ບໍ່ແມ່ນການລົງໂທດຂອງພຣະເຈົ້າບໍ? ເວົ້າລວມແລ້ວ ຖ້າມີແຕ່ຄໍາເວົ້າ ແລະ ບໍ່ມີການປະຕິບັດ ກໍຈະບໍ່ມີການເຕີບໃຫຍ່. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະດໍາເນີນພາລະກິດໃນຕົວເຈົ້າໃນຂະນະທີ່ເຈົ້າເວົ້າ ແຕ່ຖ້າເຈົ້າບໍ່ປະຕິບັດຕາມ, ພຣະວິນຍານບໍລິສຸດກໍຈະຢຸດປະຕິບັດໃນຕົວເຈົ້າ. ຖ້າເຈົ້າສືບຕໍ່ເປັນແບບນີ້ ເຈົ້າຈະເວົ້າກ່ຽວກັບອະນາຄົດ ຫຼື ມອບຊີວິດທັງໝົດໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ຢ່າງໃດ? ເຈົ້າສາມາດເວົ້າເຖິງການມອບການເປັນຢູ່ທັງໝົດຂອງເຈົ້າເທົ່ານັ້ນ ແຕ່ເຈົ້າບໍ່ໄດ້ມອບຄວາມຮັກທີ່ແທ້ຈິງຂອງເຈົ້າໃຫ້ກັບພຣະເຈົ້າ. ທຸກສິ່ງທີ່ພຣະອົງໄດ້ຮັບຈາກເຈົ້າຄືຄວາມອຸທິດດ້ວຍຄຳເວົ້າ; ພຣະອົງບໍ່ໄດ້ຮັບເຈດຕະນາໃນການປະຕິບັດຄວາມຈິງຂອງເຈົ້າ. ສິ່ງນີ້ແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າບໍ? ຖ້າເຈົ້າຍັງສືບຕໍ່ເປັນແບບນີ້ ແລ້ວເມື່ອໃດເຈົ້າຈະໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າ? ເຈົ້າບໍ່ກັງວົນກ່ຽວກັບອະນາຄົດທີ່ມືດມົນ ແລະ ເສົ້າໝອງຂອງເຈົ້າບໍ? ເຈົ້າບໍ່ຮູ້ສຶກບໍວ່າ ພຣະເຈົ້າໝົດຫວັງໃນໂຕເຈົ້າແລ້ວ? ເຈົ້າບໍ່ຮູ້ບໍວ່າພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນໃໝ່ຫຼາຍຄົນສົມບູນ? ແລ້ວສິ່ງເກົ່າຈະສາມາດດໍາລົງຢູ່ໄດ້ດ້ວຍຕົວພວກມັນເອງບໍ? ເຈົ້າບໍ່ເອົາໃຈໃສ່ພຣະທໍາຂອງພຣະເຈົ້າໃນມື້ນີ້: ແລ້ວເຈົ້າກໍາລັງລໍຖ້າມື້ອື່ນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 429)
ການເຊີດຊູພຣະທໍາຂອງພຣະເຈົ້າ ແລະ ການທີ່ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າຄອບຄອງຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຢູ່. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄໍາແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຢູ່ຕາມພາບຫຼັກຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈິ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈິ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຢູ່ຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈິ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ໄກວໄປມາ ແລະ ກໍາລັງຈະເພພັງລົງ. ມະນຸດແມ່ນມີຄວາມເປັນຈິງໜ້ອຍເກີນໄປ; ມັນເກືອບເປັນໄປບໍ່ໄດ້ ທີ່ຈະຊອກຫາຄວາມເປັນຈິງໃດໆໃນມະນຸດ. ຄວາມເປັນຈິງ ທີ່ໄຫຼອອກຈາກມະນຸດໂດຍທໍາມະຊາດແມ່ນມີໜ້ອຍເກີນໄປ ແລະ ຄວາມເປັນຈິງທັງໝົດທີ່ພວກເຂົາດໍາລົງຢູ່ແມ່ນຖືກບັງຄັບ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ມີຄວາມເປັນຈິງ. ເຖິງແມ່ນວ່າ ຜູ້ຄົນອ້າງວ່າ ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ່ເຄີຍປ່ຽນແປງຈັກເທື່ອ, ນີ້ເປັນພຽງສິ່ງທີ່ພວກເຂົາເວົ້າກ່ອນທີ່ພວກເຂົາຈະຜະເຊີນກັບການທົດລອງ. ເມື່ອພວກເຂົາຜະເຊີນກັບການທົດລອງໃນມື້ໃດມື້ໜຶ່ງຢ່າງກະທັນຫັນ, ສິ່ງທີ່ພວກເຂົາເວົ້າເຖິງກໍຈະຕົກອອກຈາກບາດກ້າວຂອງຄວາມເປັນຈິງອີກຄັ້ງ ແລະ ນີ້ຈະພິສູດໃຫ້ເຫັນອີກຄັ້ງວ່າ ມະນຸດບໍ່ມີຄວາມເປັນຈິງ. ສາມາດເວົ້າໄດ້ວ່າ ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງທີ່ບໍ່ເຂົ້າກັບຄວາມຄິດຂອງເຈົ້າ ແລະ ຕ້ອງການໃຫ້ເຈົ້າປ່ອຍປະຕົນເອງ, ສິ່ງເຫຼົ່ານັ້ນແມ່ນການທົດລອງຂອງເຈົ້າ. ກ່ອນຄວາມປະສົງຂອງພຣະເຈົ້າຈະຖືກເປີດເຜີຍ, ທຸກຄົນແມ່ນຜ່ານການທົດສອບຢ່າງຮຸນແຮງ ແລະ ການທົດລອງຢ່າງໜັກ. ເຈົ້າສາມາດເຂົ້າໃຈສິ່ງນີ້ບໍ? ໃນເວລາທີ່ພຣະເຈົ້າຕ້ອງການທົດລອງມະນຸດ, ພຣະອົງປ່ອຍໃຫ້ພວກເຂົາເລືອກດ້ວຍຕົວເອງສະເໝີ ກ່ອນທີ່ຄວາມຈິງຈະຖືກເປີດເຜີຍ. ນີ້ໝາຍຄວາມວ່າ ເມື່ອພຣະເຈົ້າທົດລອງມະນຸດ, ພຣະອົງຈະບໍ່ບອກເຈົ້າຄວາມຈິງຈັກເທື່ອ; ນີ້ແມ່ນວິທີທີ່ຜູ້ຄົນຖືກເປີດເຜີຍ. ນີ້ແມ່ນວິທີໜຶ່ງ ທີ່ພຣະເຈົ້າດໍາເນີນພາລະກິດຂອງພຣະອົງ ເພື່ອເບິ່ງວ່າ ເຈົ້າເຂົ້າໃຈພຣະເຈົ້າໃນປັດຈຸບັນ ຫຼື ບໍ່ ແລະ ເພື່ອເບິ່ງວ່າ ເຈົ້າມີຄວາມເປັນຈິງ ຫຼື ບໍ່. ເຈົ້າປາສະຈາກຂໍ້ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າຈະສາມາດຢືນຢ່າງໝັ້ນຄົງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາຮອດເຈົ້າໄດ້ບໍ? ໃຜກ້າເວົ້າວ່າ “ຂ້ານ້ອຍຮັບປະກັນວ່າ ຈະບໍ່ມີບັນຫາ”? ໃຜກ້າເວົ້າວ່າ “ຄົນອື່ນອາດຈະສົງໄສ ແຕ່ຂ້ານ້ອຍຈະບໍ່ມີວັນສົງໄສ”? ມັນຄ້າຍຄືກັບເມື່ອເປໂຕຖືກທົດລອງ: ລາວເວົ້າໃຫຍ່ສະເໝີກ່ອນຄວາມຈິງຈະຖືກເປີດເຜີຍ. ນີ້ບໍ່ແມ່ນຂໍ້ຜິດພາດສະເພາະສ່ວນຕົວຂອງເປໂຕ; ນີ້ແມ່ນຄວາມລໍາບາກທີ່ຍິ່ງໃຫຍ່ທີ່ມະນຸດທຸກຄົນໃນປັດຈຸບັນຕ້ອງຜະເຊີນ. ຖ້າເຮົາໄປຢ້ຽມຢາມຫຼາຍບ່ອນ ຫຼື ຖ້າເຮົາໄປຢ້ຽມຢາມອ້າຍເອື້ອຍນ້ອງຫຼາຍຄົນ ເພື່ອເບິ່ງວ່າ ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ, ພວກເຈົ້າຈະສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າຢ່າງແນ່ນອນ ແລະ ມັນກໍຈະປາກົດວ່າ ພວກເຈົ້າບໍ່ມີຂໍ້ສົງໄສຫຍັງເລີຍ. ຖ້າເຮົາຕ້ອງຖາມເຈົ້າວ່າ: “ເຈົ້າສາມາດຕັດສິນວ່າ ພຣະເຈົ້າເປັນຜູ້ປະຕິບັດພາລະກິດໃນປັດຈຸບັນດ້ວຍພຣະອົງເອງແທ້ບໍ? ບໍ່ມີຂໍ້ສົງໄສຫຍັງບໍ?” ແນ່ນອນຢູ່ແລ້ວ ເຈົ້າກໍຈະຕອບວ່າ: “ບໍ່ມີຂໍ້ສົງໄສຫຍັງເລີຍ, ມັນແມ່ນພາລະກິດທີ່ປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ”. ເມື່ອເຈົ້າໄດ້ຕອບຄໍາຖາມດ້ວຍວິທີດັ່ງກ່າວນີ້, ແນ່ນອນ ເຈົ້າຈະບໍ່ສົງໄສອີກ ແລະ ເຈົ້າອາດຈະຍັງຮູ້ສຶກມີຄວາມສຸກຫຼາຍ, ຄິດວ່າຕົນເອງໄດ້ຮັບຄວາມເປັນຈິງຢ່າງຫຼວງຫຼາຍ. ຜູ້ທີ່ມັກເຂົ້າໃຈສິ່ງຕ່າງໆໃນລັກສະນະນີ້ ແມ່ນຜູ້ທີ່ມີຄວາມເປັນຈິງໜ້ອຍຫຼາຍ; ຍິ່ງຄົນໆໜຶ່ງຄິດວ່າຕົນເອງໄດ້ຮັບມັນ ຄົນໆນັ້ນກໍຍິ່ງບໍ່ສາມາດຢືນຢ່າງໝັ້ນຄົງເມື່ອຜະເຊີນກັບການທົດລອງ. ຂໍໃຫ້ຄົນທີ່ອວດດີ ແລະ ຈອງຫອງພົບແຕ່ຄວາມໂສກເສົ້າ ແລະ ຂໍໃຫ້ຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງພົບແຕ່ຄວາມໂສກເສົ້າ; ເພາະຄົນດັ່ງກ່າວແມ່ນເກັ່ງແຕ່ເວົ້າ ແຕ່ຂີ້ຮ້າຍທີ່ສຸດໃນການນໍາເອົາຄໍາເວົ້າຂອງເຂົາໄປປະຕິບັດ. ເມື່ອມີຄວາມຫຍຸ້ງຍາກພຽງເລັກນ້ອຍ, ຄົນເຫຼົ່ານີ້ກໍຈະເລີ່ມມີຂໍ້ສົງໄສ ແລະ ຄວາມຄິດລົ້ມເລີກກໍເລືອເຂົ້າສູ່ສະໝອງຂອງພວກເຂົາ. ພວກເຂົາບໍ່ມີຄວາມເປັນຈິງໃດໆເລີຍ; ພວກເຂົາມີພຽງທິດສະດີທີ່ນອກເໜືອສາສະໜາ ໂດຍປາສະຈາກຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງຕ້ອງການໃນປັດຈຸບັນ. ເຮົາລັງກຽດຄົນທີ່ເວົ້າແຕ່ທິດສະດີ ແລະ ບໍ່ມີຄວາມເປັນຈິງທີ່ສຸດ. ພວກເຂົາຮ້ອງສຽງດັງທີ່ສຸດໃນເວລາດໍາເນີນພາລະກິດຂອງພວກເຂົາ ແຕ່ທັນທີໃດທີ່ພວກເຂົາຜະເຊີນກັບຄວາມເປັນຈິງ ພວກເຂົາກໍລົ້ມເຫຼວ. ນີ້ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນເຫຼົ່ານີ້ບໍ່ມີຄວາມເປັນຈິງບໍ? ບໍ່ວ່າລົມ ແລະ ຄື້ນທະເລຈະຮຸນແຮງສໍ່າໃດກໍຕາມ, ຖ້າເຈົ້າຍັງສາມາດຢືນຢູ່ໂດຍບໍ່ມີຂໍ້ສົງໄສໃດໆໃນສະໝອງຂອງເຈົ້າ ແລະ ເຈົ້າສາມາດຢືນຢ່າງໝັ້ນຄົງ ແລະ ບໍ່ມີການປະຕິເສດ ເຖິງແມ່ນວ່າຈະບໍ່ມີໃຜຍັງຄົງເຫຼືອຢູ່ກໍຕາມ, ແລ້ວເຈົ້າກໍຈະຖືວ່າມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ມີຄວາມເປັນຈິງທີ່ແທ້ຈິງ. ຖ້າເຈົ້າຫັນຕາມທິດທາງຂອງລົມ, ຖ້າເຈົ້າເດີນຕາມຄົນສ່ວນໃຫຍ່ ແລະ ຮຽນເວົ້າຕາມຄວາມເວົ້າຂອງຜູ້ອື່ນ, ບໍ່ວ່າເຈົ້າຈະອວດດີສໍ່າໃດກໍຕາມ, ມັນກໍຈະບໍ່ໄດ້ພິສູດວ່າ ເຈົ້າມີຄວາມເປັນຈິງ. ດັ່ງນັ້ນ, ເຮົາຂໍແນະນໍາວ່າ ເຈົ້າຈົ່ງຢ່າຟ້າວຮ້ອງດ້ວຍຄໍາເວົ້າທີ່ວ່າງເປົ່າໄວເກີນໄປ. ເຈົ້າຮູ້ຈັກສິ່ງທີ່ພຣະເຈົ້າຈະປະຕິບັດບໍ? ຢ່າປະພຶດຕົນຄືກັບເປໂຕອີກຄົນ ເພາະຢ້ານວ່າ ເຈົ້າຈະນໍາເອົາຄວາມອັບອາຍມາສູ່ຕົວເອງ ແລະ ເຈົ້າຈະບໍ່ສາມາດເງີຍຫົວຂຶ້ນສູງໄດ້; ສິ່ງນີ້ຈະບໍ່ເປັນປະໂຫຍດໃຫ້ກັບໃຜເລີຍ. ມະນຸດສ່ວນໃຫຍ່ບໍ່ມີວຸດທິພາວະທີ່ແທ້ຈິງ. ເຖິງແມ່ນວ່າ ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແຕ່ພຣະອົງບໍ່ໄດ້ນໍາຄວາມເປັນຈິງມາສູ່ຜູ້ຄົນ; ໃຫ້ຖືວ່ານີ້ກໍຄື ພຣະອົງບໍ່ເຄີຍຂ້ຽນຕີຜູ້ໃດດ້ວຍຕົວພຣະອົງເອງຈັກເທື່ອ. ບາງຄົນຖືກເປີດເຜີຍໂດຍການທົດລອງດັ່ງກ່າວ, ດ້ວຍມືແຫ່ງຄວາມບາບຂອງພວກເຂົາຍື້ໄກອອກ ແລະ ໄກອອກ ໂດຍຄິດວ່າມັນງ່າຍທີ່ຈະເອົາຊະນະພຣະເຈົ້າ ແລະ ຄິດວ່າ ພວກເຂົາສາມາດເຮັດສິ່ງໃດກໍຕາມທີ່ພວກເຂົາຕ້ອງການ. ໃນເມື່ອພວກເຂົາບໍ່ສາມາດທົນແມ່ນແຕ່ກັບການທົດລອງປະເພດນີ້, ການທົດລອງທີ່ທ້າທາຍກວ່ານີ້ແມ່ນບໍ່ມີທາງທີ່ພວກເຂົາຈະທົນໄດ້ ແລະ ການມີຄວາມເປັນຈິງກໍເຊັ່ນກັນ. ພວກເຂົາບໍ່ແມ່ນພະຍາຍາມຫຼອກລວງພຣະເຈົ້າເທົ່ານັ້ນບໍ? ການມີຄວາມເປັນຈິງບໍ່ແມ່ນສິ່ງທີ່ສາມາດປອມແປງໄດ້ ຫຼື ຄວາມເປັນຈິງບໍ່ແມ່ນສິ່ງທີ່ເຈົ້າສາມາດໄດ້ຮັບໂດຍການຮູ້ຈັກມັນ. ມັນອີງຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ອີງຕາມວ່າ ເຈົ້າສາມາດທົນຕໍ່ການທົດລອງທັງໝົດໄດ້ ຫຼື ບໍ່. ເຈົ້າເຂົ້າໃຈບໍ່?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 430)
ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອານາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຢູ່ໃນພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຢູ່ຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າໃນຊີວິດຂອງພວກເຂົາ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ ທຸກຄົນດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ວ່າໃຫ້ ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ເທົ່ານັ້ນ, ແຕ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ທຸກຄົນສາມາດດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຄວາມເປັນຈິງທີ່ມະນຸດເຫັນແມ່ນຜິວເຜີນເກີນໄປ, ມັນບໍ່ມີຄຸນຄ່າ ແລະ ບໍ່ສາມາດບັນລຸຄວາມປະສົງຂອງພຣະເຈົ້າໄດ້. ມັນຕໍ່າຕ້ອຍຫຼາຍ ແລະ ບໍ່ມີຄ່າແມ່ນແຕ່ໃຫ້ກ່າວເຖິງ. ມັນຂາດແຄນຫຼາຍ ແລະ ຫ່າງໄກຫຼາຍຈາກມາດຕະຖານຂອງຄວາມຕ້ອງການຂອງພຣະເຈົ້າ. ພວກເຈົ້າແຕ່ລະຄົນຈະຖືກກວດກາຢ່າງໃຫຍ່ ເພື່ອເບິ່ງວ່າ ຜູ້ໃດທ່າມກາງພວກເຈົ້າທີ່ຮູ້ພຽງແຕ່ເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າເທົ່ານັ້ນ ແຕ່ບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງ ແລະ ພ້ອມນັ້ນ ກໍເພື່ອຄົ້ນເບິ່ງວ່າ ຜູ້ໃດໃນພວກເຈົ້າທີ່ເປັນຄົນບໍ່ມີຄ່າຄືກັບຂີ້ເຫຍື້ອ. ນັບຕັ້ງແຕ່ນີ້ໄປ ຈົ່ງຈົດຈໍາສິ່ງນີ້ໄວ້! ຢ່າເວົ້າກ່ຽວກັບຄວາມຮູ້ທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບເສັ້ນທາງໃນການປະຕິບັດ ແລະ ກ່ຽວກັບຄວາມເປັນຈິງເທົ່ານັ້ນ. ການປ່ຽນແປງຈາກຄວາມຮູ້ທີ່ແທ້ຈິງໄປເປັນການປະຕິບັດທີ່ແທ້ຈິງ ແລະ ຫຼັງຈາກນັ້ນ ກໍປ່ຽນແປງຈາກການປະຕິບັດໄປເປັນການດໍາລົງຊີວິດຢູ່ກັບຄວາມເປັນຈິງ. ຢ່າໄປສັ່ງສອນຄົນອື່ນ ແລະ ຢ່າເວົ້າກ່ຽວກັບຄວາມຮູ້ທີ່ແທ້ຈິງ. ຖ້າຄວາມເຂົ້າໃຈຂອງເຈົ້າແມ່ນເສັ້ນທາງ, ແລ້ວຈົ່ງປ່ອຍຄໍາເວົ້າຂອງເຈົ້າອອກມາຕາມສະບາຍ; ຖ້າມັນບໍ່ແມ່ນເສັ້ນທາງ ກໍຈົ່ງກະລຸນາມິດງຽບ ແລະ ຢຸດເວົ້າ. ສິ່ງທີ່ເຈົ້າເວົ້າແມ່ນບໍ່ມີປະໂຫຍດ. ເຈົ້າເວົ້າກ່ຽວກັບຄວາມເຂົ້າໃຈເພື່ອຫຼອກລວງພຣະເຈົ້າ ແລະ ເພື່ອເຮັດໃຫ້ຄົນອື່ນອິດສາເຈົ້າ. ນັ້ນບໍ່ແມ່ນຄວາມທະເຍີທະຍານຂອງເຈົ້າບໍ? ນີ້ບໍ່ແມ່ນການຕັ້ງໃຈລໍ້ຫຼິ້ນກັບຜູ້ອື່ນບໍ? ແລ້ວມັນມີຄຸນຄ່າໃນສິ່ງນີ້ບໍ່? ຖ້າເຈົ້າເວົ້າກ່ຽວກັບຄວາມເຂົ້າໃຈ ຫຼັງຈາກທີ່ເຈົ້າໄດ້ປະສົບກັບມັນ, ເຈົ້າຈະບໍ່ເວົ້າໂອ້ອວດອີກຕໍ່ໄປ. ບໍ່ສະນັ້ນ ເຈົ້າຈະເປັນຄົນທີ່ເວົ້າດ້ວຍຄໍາເວົ້າທີ່ໂອ້ອວດ. ມີຫຼາຍສິ່ງໃນປະສົບການຕົວຈິງຂອງເຈົ້າທີ່ເຈົ້າບໍ່ສາມາດເອົາຊະນະໄດ້ ແລະ ເຈົ້າບໍ່ສາມາດ ຕໍ່ຕ້ານເນື້ອໜັງຂອງຕົວເອງໄດ້; ເຈົ້າເຮັດໃນສິ່ງທີ່ເຈົ້າຕ້ອງການສະເໝີ ໂດຍບໍ່ເຄີຍເຮັດຕາມຄວາມປະສົງຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງມີຄວາມໜ້າດ້ານທີ່ຈະເວົ້າກ່ຽວກັບຄວາມເຂົ້າໃຈທາງທິດສະດີ. ຈັ່ງແມ່ນເຈົ້າບໍ່ມີຢາງອາຍ! ເຈົ້າຍັງໜ້າດ້ານທີ່ຈະເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າໃນພຣະທໍາຂອງພຣະເຈົ້າ. ຈັ່ງແມ່ນເຈົ້າບໍ່ອາຍແທ້ໆ! ການກ່າວປາໄສ ແລະ ການເວົ້າໂອ້ອວດໄດ້ກາຍເປັນທໍາມະຊາດຂອງເຈົ້າ ແລະ ເຈົ້າໄດ້ຄຸ້ນເຄີຍກັບການເຮັດສິ່ງນີ້. ເມື່ອໃດກໍຕາມທີ່ເຈົ້າຕ້ອງການຢາກເວົ້າ, ເຈົ້າກໍເວົ້າຢ່າງສະບາຍໃຈ, ແຕ່ເມື່ອເຖິງເວລາປະຕິບັດ ເຈົ້າກໍເອົາໃຈໃສ່ແຕ່ກັບເຄື່ອງປະດັບປະດາ. ນີ້ບໍ່ແມ່ນວິທີການຫຼອກລວງຄົນອື່ນບໍ? ເຈົ້າອາດຈະສາມາດຫຼອກລວງມະນຸດໄດ້ ແຕ່ບໍ່ສາມາດຫຼອກລວງພຣະເຈົ້າໄດ້. ມະນຸດບໍ່ຮູ້ ແລະ ບໍ່ມີການຢັ່ງຮູ້ ແຕ່ພຣະເຈົ້າຈິງຈັງກ່ຽວກັບບັນຫາດັ່ງກ່າວ ແລະ ພຣະອົງຈະບໍ່ລະເວັ້ນເຈົ້າ. ອ້າຍເອື້ອຍນ້ອງຂອງເຈົ້າອາດຈະສົ່ງເສີມເຈົ້າ, ຍົກຍ້ອງຄວາມເຂົ້າໃຈຂອງເຈົ້າ, ຊົມເຊີຍເຈົ້າ ແຕ່ຖ້າເຈົ້າບໍ່ມີຄວາມເປັນຈິງ, ພຣະວິນຍານບໍລິສຸດກໍຈະບໍ່ລະເວັ້ນເຈົ້າ. ບາງເທື່ອພຣະເຈົ້າທີ່ແທ້ຈິງຈະບໍ່ຊອກຫາຂໍ້ບົກຜ່ອງຂອງເຈົ້າ ແຕ່ພຣະວິນຍານຂອງພຣະເຈົ້າຈະເບິ່ງຂ້າມເຈົ້າ ແລະ ນັ້ນກໍພຽງພໍທີ່ຈະເຮັດໃຫ້ເຈົ້າຍາກທີ່ຈະທົນຮັບໄດ້. ເຈົ້າເຊື່ອໃນສິ່ງນີ້ບໍ? ຈົ່ງເວົ້າຫຼາຍໆກ່ຽວກັບຄວາມເປັນຈິງໃນການປະຕິບັດ; ເຈົ້າລືມມັນແລ້ວບໍ? ຈົ່ງເວົ້າຫຼາຍໆກ່ຽວກັບເສັ້ນທາງທີ່ແທ້ຈິງ; ເຈົ້າລືມມັນແລ້ວບໍ? “ຈົ່ງເວົ້າກ່ຽວກັບທິດສະດີທີ່ສູງສົ່ງ, ຄໍາເວົ້າໃຫຍ່ ແລະ ບໍ່ມີຄ່າໃຫ້ໜ້ອຍລົງ; ມັນດີທີ່ສຸດທີ່ຈະເລີ່ມປະຕິບັດແຕ່ດຽວນີ້ເລີຍ”. ເຈົ້າລືມພຣະທໍາເຫຼົ່ານີ້ແລ້ວບໍ? ເຈົ້າບໍ່ເຂົ້າໃຈເລີຍບໍ? ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 431)
ພວກເຈົ້າຄວນສຶກສາບົດຮຽນຕາມຄວາມເປັນຈິງຫຼາຍຂຶ້ນກວ່າເກົ່າ. ບໍ່ຈໍາເປັນຕ້ອງມີຄໍາເວົ້າທີ່ຟັງຄືໃຫຍ່ໂຕແຕ່ເປົ່າວ່າງທີ່ຜູ້ຄົນເຊີດຊູ. ເມື່ອເວົ້າເຖິງການສົນທະນາກ່ຽວກັບຄວາມຮູ້, ແຕ່ລະຄົນແມ່ນມີຄວາມຮູ້ສູງກວ່າຄົນອື່ນໆ ແຕ່ພວກເຂົາກໍຍັງບໍ່ມີເສັ້ນທາງເພື່ອປະຕິບັດ. ມີຈັກຄົນທີ່ເຂົ້າໃຈຫຼັກການຂອງການປະຕິບັດ? ມີຈັກຄົນທີ່ໄດ້ຮຽນຮູ້ບົດຮຽນຕົວຈິງ? ໃຜສາມາດສົນທະນາກ່ຽວກັບຄວາມເປັນຈິງແດ່? ການທີ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງພຣະທໍາຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຈະມີວຸດທິພາວະທີ່ແທ້ຈິງ; ມັນພຽງແຕ່ສະແດງໃຫ້ເຫັນວ່າ ເຈົ້າເກີດມາພ້ອມກັບຄວາມສະຫຼາດ, ເຈົ້າມີພອນສະຫວັນ. ຜົນຮັບຈະບໍ່ມີຫຍັງເລີຍຖ້າເຈົ້າບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງໄດ້ ແລະ ເຈົ້າຈະເປັນຂີ້ເຫຍື້ອທີ່ໄຮ້ປະໂຫຍດ! ເຈົ້າບໍ່ໄດ້ເສແສ້ງບໍ ຖ້າເຈົ້າບໍ່ສາມາດເວົ້າສິ່ງໃດໜຶ່ງກ່ຽວກັບເສັ້ນທາງຕົວຈິງໃນການປະຕິບັດ? ເຈົ້າຈະບໍ່ເສແສ້ງບໍ ຖ້າເຈົ້າບໍ່ສາມາດສະໜອງປະສົບການຕົວຈິງຂອງເຈົ້າເອງໃຫ້ແກ່ຄົນອື່ນ ເພື່ອເປັນການໃຫ້ບົດຮຽນທີ່ພວກເຂົາສາມາດຮຽນຮູ້ ຫຼື ເປັນເສັ້ນທາງທີ່ພວກເຂົາສາມາດຕິດຕາມໄດ້? ເຈົ້າບໍ່ແມ່ນຄົນຫຼອກລວງບໍ? ເຈົ້າມີຄຸນຄ່າຫຍັງ? ຄົນດັ່ງກ່າວພຽງແຕ່ສາມາດຫຼິ້ນໃນສ່ວນຂອງ “ຜູ້ຄິດຄົ້ນທິດສະດີຂອງສັງຄົມນິຍົມ” ແລະ ບໍ່ແມ່ນ “ຜູ້ປະກອບສ່ວນທີ່ເຮັດໃຫ້ເກີດມີສັງຄົມນິຍົມ”. ການບໍ່ມີຄວາມເປັນຈິງແມ່ນການບໍ່ມີຄວາມຈິງ. ການບໍ່ມີຄວາມເປັນຈິງແມ່ນບໍ່ມີປະໂຫຍດຫຍັງເລີຍ. ການບໍ່ມີຄວາມເປັນຈິງແມ່ນການເປັນຊາກສົບທີ່ຍ່າງໄດ້. ການບໍ່ມີຄວາມເປັນຈິງແມ່ນການເປັນ “ນັກຄິດທິດສະດີມາກ-ເລນິນ” ທີ່ບໍ່ມີຄ່າໃນການອ້າງອີງ. ເຮົາຂໍແນະນໍາໃຫ້ພວກເຈົ້າແຕ່ລະຄົນເຊົາເວົ້າກ່ຽວກັບທິດສະດີ ແລະ ໃຫ້ເວົ້າກ່ຽວກັບບາງສິ່ງບາງຢ່າງທີ່ເປັນຈິງ, ບາງສິ່ງບາງຢ່າງທີ່ແທ້ຈິງ ແລະ ມີຄວາມຈິງ; ສຶກສາ “ສິລະປະທັນສະໄໝ” ບາງຢ່າງ, ເວົ້າບາງສິ່ງຕາມຄວາມເປັນຈິງ, ປະກອບສ່ວນບາງສິ່ງຕາມຄວາມເປັນຈິງ ແລະ ມີຈິດໃຈບາງສ່ວນໃນການອຸທິດຕົນ. ຈົ່ງຜະເຊີນໜ້າກັບຄວາມເປັນຈິງໃນເວລາເວົ້າ ແລະ ບໍ່ໃຫ້ໝົກມຸ້ນກັບຄໍາເວົ້າທີ່ບໍ່ມີຄວາມເປັນຈິງ ແລະ ເວົ້າເກີນຄວາມຈິງເພື່ອເຮັດໃຫ້ຜູ້ຄົນຮູ້ສຶກສະບາຍໃຈ ຫຼື ຢືນຂຶ້ນ ແລະ ໃຫ້ຄວາມສໍາຄັນຕໍ່ເຈົ້າ. ມັນມີຄ່າຢູ່ບ່ອນໃດ? ມັນມີຜົນປະໂຫຍດຫຍັງໃນການເຮັດໃຫ້ຜູ້ຄົນປະຕິບັດຕໍ່ເຈົ້າຢ່າງອົບອຸ່ນແບບນັ້ນ? ຈົ່ງມີ “ມີສິລະປະ” ໃນການປາໄສຂອງເຈົ້າ, ຈົ່ງປະພຶດຕົນຢ່າງຍຸຕິທໍາຫຼາຍຂຶ້ນ, ຈົ່ງມີເຫດຜົນຫຼາຍຂຶ້ນໃນວິທີທາງທີ່ເຈົ້າຈັດການສິ່ງຕ່າງໆ, ໃຫ້ເວົ້າໃນສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ຄິດໃສ່ການນໍາຜົນປະໂຫຍດມາສູ່ຄົວເຮືອນຂອງພຣະເຈົ້າໃນທຸກການກະທໍາຂອງເຈົ້າ, ໃຫ້ຟັງຄວາມສຳນຶກຂອງເຈົ້າເອງເມື່ອເຈົ້າມີອາລົມປັ່ນປ່ວນ, ຢ່າຕອບແທນຄວາມເມດຕາດ້ວຍຄວາມກຽດຊັງ ຫຼື ອັກກະຕັນຍູຕໍ່ຄວາມເມດຕາ ແລະ ຢ່າເປັນຄົນໜ້າຊື່ໃຈຄົດ ເພື່ອບໍ່ໃຫ້ເຈົ້າມີອິດທິພົນທີ່ບໍ່ດີ. ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໃຫ້ເຊື່ອມໂຍງສິ່ງເຫຼົ່ານັ້ນເຂົ້າໃກ້ກັບຄວາມເປັນຈິງຍິ່ງຂຶ້ນ ແລະ ເມື່ອເຈົ້າສົນທະນາ ກໍຂໍໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ. ຢ່າຍົກສູງຕົວເອງ; ສິ່ງນີ້ຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈ. ໃນການພົວພັນກັບຄົນອື່ນ, ໃຫ້ອົດທົນກວ່າເກົ່າ, ໃຫ້ອ່ອນໂຍນກວ່າເກົ່າ, ໃຫ້ມີໃຈເອື້ອເຟື້ອເພື່ອແພ່ຫຼາຍຂຶ້ນ ແລະ ໃຫ້ຮຽນຮູ້ຈາກ “ຈິດໃຈຂອງນາຍົກລັດຖະມົນຕີ”[ກ]. ເມື່ອເຈົ້າມີຄວາມຄິດທີ່ບໍ່ດີ ກໍຂໍໃຫ້ປະຖິ້ມເນື້ອໜັງຫຼາຍກວ່າເກົ່າ. ເມື່ອເຈົ້າກໍາລັງເຮັດວຽກ, ໃຫ້ເວົ້າເຖິງເສັ້ນທາງທີ່ເປັນຈິງຫຼາຍຂຶ້ນ ແລະ ບໍ່ໃຫ້ຖືຕົນເອງສູງສົ່ງເກີນໄປ ຫຼື ບໍ່ສະນັ້ນ ຄໍາເວົ້າຂອງເຈົ້າກໍຈະເຮັດໃຫ້ຄົນອື່ນເຂົ້າໃຈຍາກ. ມ່ວນຊື່ນໃຫ້ໜ້ອຍລົງ, ປະກອບສ່ວນໃຫ້ຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນຈິດໃຈອັນເສຍສະຫຼະແຫ່ງການອຸທິດຕົນຂອງເຈົ້າ. ໃຫ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ເຊື່ອຟັງຈິດສໍານຶກຂອງເຈົ້າຫຼາຍຂຶ້ນ, ໃຫ້ໃສ່ໃຈຫຼາຍຂຶ້ນ, ຈົ່ງຢ່າລືມວິທີທີ່ພຣະເຈົ້າເວົ້າກັບພວກເຈົ້າຢ່າງອົດທົນ ແລະ ຢ່າງຈິງຈັງໃນທຸກໆມື້. ໃຫ້ອ່ານ “ປະຕິທິນສະບັບເກົ່າ” ຫຼາຍຂຶ້ນກວ່າເກົ່າ. ໃຫ້ອະທິຖານຫຼາຍກວ່າເກົ່າ ແລະ ສົນທະນາເປັນປະຈໍາຫຼາຍກວ່າເກົ່າ. ຢຸດສັບສົນ; ສະແດງຄວາມຮູ້ສຶກ ແລະ ຮັບຄວາມເຂົ້າໃຈບາງຢ່າງ. ເມື່ອມືທີ່ຜິດບາບຂອງເຈົ້າຍື່ນອອກໄປ, ກໍໃຫ້ດຶງມັນກັບຄືນມາ; ບໍ່ໃຫ້ມັນຍື່ນອອກໄປໄກຫຼາຍ. ມັນບໍ່ມີປະໂຫຍດ ແລະ ສິ່ງທີ່ເຈົ້າໄດ້ຮັບຈາກພຣະເຈົ້າຈະບໍ່ມີຫຍັງ ນອກຈາກຄໍາສາບແຊ່ງ; ດັ່ງນັ້ນ ຈົ່ງໃຫ້ລະວັງ. ຈົ່ງໃຫ້ຫົວໃຈຂອງເຈົ້າມີເມດຕາຕໍ່ຜູ້ອື່ນ ແລະ ບໍ່ໃຫ້ຕົບຕີດ້ວຍອາວຸດຢູ່ໃນມືສະເໝີ. ໃຫ້ສົນທະນາກ່ຽວກັບຄວາມຮູ້ດ້ານຄວາມຈິງໃຫ້ຫຼາຍຍິ່ງຂຶ້ນ ແລະ ເວົ້າກ່ຽວກັບຊີວິດໃຫ້ຫຼາຍກວ່າເກົ່າ ໂດຍຮັກສານໍ້າໃຈໃນການຊ່ວຍເຫຼືອຜູ້ອື່ນ. ໃຫ້ເຮັດຫຼາຍຂຶ້ນ ແລະ ເວົ້າໜ້ອຍລົງ. ໃຫ້ປະຕິບັດຫຼາຍຂຶ້ນ ແລະ ຄົ້ນຄວ້າ ແລະ ວິເຄາະໜ້ອຍລົງ. ໃຫ້ພຣະວິນຍານບໍລິສຸດປຸກໃຈຕົວເຈົ້າຫຼາຍຂຶ້ນ ແລະ ໃຫ້ໂອກາດກັບພຣະເຈົ້າເພື່ອເຮັດໃຫ້ເຈົ້າສົມບູນ. ກໍາຈັດອົງປະກອບຂອງມະນຸດໃຫ້ຫຼາຍຂຶ້ນ; ເຈົ້າຍັງມີວິທີທາງປະຕິບັດສິ່ງຕ່າງໆແບບມະນຸດຫຼາຍຢູ່ ແລະ ວິທີການປະຕິບັດສິ່ງຕ່າງໆແບບຜິວເຜີນ ແລະ ພຶດຕິກໍາຂອງເຈົ້າຍັງເປັນສິ່ງທີ່ຜູ້ອື່ນລັງກຽດຢູ່: ຈົ່ງກໍາຈັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ສະພາບທາງຈິດໃຈຂອງເຈົ້າຍັງເປັນຕາຊັງຫຼາຍຢູ່; ໃຊ້ເວລາໃຫ້ຫຼາຍຂຶ້ນໃນການແກ້ໄຂມັນ. ເຈົ້າຍັງໃຫ້ສະຖານະກັບຜູ້ຄົນຫຼາຍເກີນໄປ; ຈົ່ງໃຫ້ສະຖານະກັບພຣະເຈົ້າຫຼາຍຂຶ້ນ ແລະ ຢ່າເປັນຄົນທີ່ຂາດເຫດຜົນ. “ວິຫານ” ເປັນຂອງພຣະເຈົ້າມາແຕ່ຕົ້ນ ແລະ ຜູ້ຄົນບໍ່ຄວນເຂົ້າໄປຄອບຄອງ. ສະຫຼຸບກໍຄື ໃຫ້ຕັ້ງໃຈກັບຄວາມຊອບທໍາຫຼາຍຂຶ້ນ ແລະ ໃຊ້ອາລົມໜ້ອຍລົງ. ມັນຈະດີທີ່ສຸດຖ້າເຈົ້າກໍາຈັດເນື້ອໜັງ; ສົນທະນາໃຫ້ຫຼາຍຂຶ້ນກ່ຽວກັບຄວາມເປັນຈິງ ແລະ ໃຫ້ເວົ້າໜ້ອຍລົງກ່ຽວກັບຄວາມຮູ້; ມັນຈະດີທີ່ສຸດຖ້າເຈົ້າມິດງຽບ ແລະ ບໍ່ເວົ້າຫຍັງເລີຍ, ໃຫ້ເວົ້າກ່ຽວກັບເສັ້ນທາງຂອງການປະຕິບັດໃຫ້ຫຼາຍຂຶ້ນ ແລະ ໃຫ້ລົດຄວາມໂອ້ອວດທີ່ບໍ່ມີຄ່ານັ້ນລົງ ແລະ ມັນຈະດີທີ່ສຸດຖ້າເຈົ້າເລີ່ມປະຕິບັດແຕ່ດຽວນີ້ເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ
ໝາຍເຫດ:
ກ. ຈິດໃຈຂອງນາຍົກລັດຖະມົນຕີ: ເປັນສຸພາສິດດັ່ງເດີມຂອງປະເທດຈີນທີ່ໃຊ້ໃນການພັນລະນາເຖິງຜູ້ຄົນທີ່ມີຈິດໃຈກວ້າງຂວາງ ແລະ ເອື້ອເຟື້ອເພື່ອແພ່.
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 432)
ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ຕາບໃດທີ່ຜູ້ຄົນປະຕິບັດຢ່າງດຸໝັ່ນ ແລະ ຢ່າງຈິງໃຈ, ພວກເຂົາຈະໄດ້ຮັບ “ຄະແນນຜ່ານ”. ຄວາມຈິງທີ່ຈະເວົ້າເຖິງກໍຄື ການບັນລຸຄວາມເຂົ້າໃຈ, ຄວາມຮູ້ ແລະ ການຢັ່ງເຖິງຄວາມຈິງເປັນສິ່ງທີ່ຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ກ່ອນອື່ນແມ່ນໃຫ້ປະຕິບັດຫຼາຍເທົ່າທີ່ເຈົ້າເຂົ້າໃຈ ແລະ ປະຕິບັດສິ່ງທີ່ເຈົ້າຢັ່ງເຖິງ. ດ້ວຍວິທີນີ້, ເຈົ້າຈະສາມາດບັນລຸຄວາມຮູ້ທີ່ແທ້ຈິງ ແລະ ຢັ່ງເຖິງຄວາມຈິງເທື່ອລະໜ້ອຍ. ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການທີ່ພຣະວິນຍານບໍລິສຸດເຮັດພາລະກິດ. ຖ້າເຈົ້າບໍ່ປະຕິບັດຄວາມເຊື່ອຟັງດ້ວຍວິທີນີ້, ເຈົ້າຈະບໍ່ບັນລຸຫຍັງເລີຍ. ຖ້າເຈົ້າເຮັດຕາມຄວາມປາຖະໜາຂອງເຈົ້າເອງຢູ່ສະເໝີ ແລະ ບໍ່ປະຕິບັດຄວາມເຊື່ອຟັງ, ພຣະວິນຍານບໍລິສຸດຈະເຮັດພາລະກິດພາຍໃນເຈົ້າບໍ? ພຣະວິນຍານບໍລິສຸດເຮັດພາລະກິດຕາມທີ່ເຈົ້າປາຖະໜາບໍ? ຫຼື ພຣະອົງເຮັດພາລະກິດຕາມສິ່ງທີ່ເຈົ້າຂາດ ແລະ ບົນພື້ນຖານພຣະທຳຂອງພຣະເຈົ້າ? ຖ້າສິ່ງນີ້ບໍ່ຊັດເຈນສຳລັບເຈົ້າ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ, ມີພຽງແຕ່ຄວາມຮູ້ ແລະ ສຸດທ້າຍກໍບໍ່ສາມາດເວົ້າສິ່ງໃດໄດ້ເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບເມັດດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງໄດ້ສໍ່ານັ້ນ. ຍິ່ງທິດສະດີສູງສົ່ງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ຢ່າປົກປ້ອງທິດສະດີຝ່າຍວິນຍານຫຼາຍເກີນໄປ, ມັນບໍ່ມີປະໂຫຍດຫຍັງ! ບາງຄົນກຳລັງເວົ້າກ່ຽວກັບທິດສະດີຝ່າຍວິນຍານເປັນເວລາຫຼາຍທົດສະວັດ ແລະ ພວກເຂົາໄດ້ກາຍມາເປັນຍັກໃນຄວາມເຊື່ອຜີ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍຍັງບໍ່ສາມາດເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ. ເພາະພວກເຂົາບໍ່ໄດ້ປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ມີຫຼັກການ ຫຼື ເສັ້ນທາງໃຫ້ປະຕິບັດ. ຜູ້ຄົນແບບນີ້ຂາດຄວາມເປັນຈິງຂອງຄວາມຈິງ, ສະນັ້ນ ພວກເຂົາຈະສາມາດນໍາຄົນອື່ນມາສູ່ເສັ້ນທາງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າໄດ້ແນວໃດ? ພວກເຂົາພຽງແຕ່ສາມາດພາໃຫ້ຜູ້ຄົນຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນການທຳຮ້າຍຄົນອື່ນ ແລະ ຕົນເອງບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຢູ່ຕໍ່ໜ້າເຈົ້າ. ນັ້ນໝາຍຄວາມວ່າ ເຈົ້າຕ້ອງສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງພຣະເຈົ້າ. ມີແຕ່ເມື່ອເຈົ້າໄດ້ເຂົ້າສູ່ຊີວິດເທົ່ານັ້ນ, ເຈົ້າຈຶ່ງມີຄຸນສົມບັດທີ່ຈະເຮັດວຽກໃຫ້ກັບພຣະເຈົ້າ ແລະ ມີແຕ່ເມື່ອເຈົ້າເສຍສະຫຼະໃຫ້ກັບພຣະເຈົ້າຢ່າງຈິງໃຈເທົ່ານັ້ນ, ເຈົ້າຈຶ່ງຈະຖືກຮອງຮັບໂດຍພຣະເຈົ້າ. ຢ່າເວົ້າໃຫຍ່ ແລະ ເວົ້າເຖິງທິດສະດີທີ່ໂອ້ອວດຢູ່ສະເໝີ; ນີ້ຄືສິ່ງທີ່ບໍ່ມີຈິງ. ການເທດສະໜາກ່ຽວກັບທິດສະດີຝ່າຍວິນຍານເພື່ອເຮັດໃຫ້ຜູ້ຄົນເທີດທູນເຈົ້າບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ມັນຄືການໂອ້ອວດຕົນເອງ. ມັນບໍ່ໄດ້ເປັນປະໂຫຍດຫຍັງຕໍ່ຜູ້ຄົນແທ້ໆ ແລະ ບໍ່ໄດ້ອົບຮົມພວກເຂົາ ແລະ ສາມາດພາພວກເຂົາໃຫ້ນະມັດສະການທິດສະດີຝ່າຍວິນຍານຢ່າງງ່າຍດາຍ ແລະ ບໍ່ເອົາໃຈໃສ່ໃນການປະຕິບັດຄວາມຈິງ, ແລ້ວນີ້ບໍ່ແມ່ນການພາໃຫ້ຜູ້ຄົນຫຼົງທາງບໍ? ການເຮັດແບບນີ້ຈະກໍ່ໃຫ້ເກີດທິດສະດີ ແລະ ກົດລະບຽບທີ່ວ່າງເປົ່າຫຼາຍຢ່າງ ເຊິ່ງຈະຈຳກັດ ແລະ ສ້າງກັບດັກໃຫ້ແກ່ຜູ້ຄົນ; ມັນເປັນຕາອັບອາຍແທ້ໆ. ສະນັ້ນ ໃຫ້ເວົ້າສິ່ງທີ່ເປັນຈິງຫຼາຍຂຶ້ນ, ເວົ້າກ່ຽວກັບບັນຫາທີ່ມີຢູ່ຈິງໃຫ້ຫຼາຍຂຶ້ນ, ໃຊ້ເວລາຫຼາຍຂຶ້ນໃນການຄົ້ນຫາຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງ; ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຢ່າຊັກຊ້າໃນການຮຽນຮູ້ເພື່ອປະຕິບັດຄວາມຈິງ: ນີ້ຄືເສັ້ນທາງຂອງການເຂົ້າສູ່ຄວາມເປັນຈິງ. ຢ່າຮັບເອົາປະສົບການ ແລະ ຄວາມຮູ້ຂອງຄົນອື່ນມາເປັນຊັບສິນສ່ວນຕົວຂອງເຈົ້າເອງ ແລະ ເຊີດຊູພວກມັນເພື່ອໃຫ້ຄົນອື່ນໄດ້ເທີດທູນ. ເຈົ້າຕ້ອງມີທາງເຂົ້າສູ່ຊີວິດຂອງເຈົ້າເອງ. ໂດຍການປະຕິບັດຄວາມຈິງ ແລະ ການເຊື່ອຟັງພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະມີທາງເຂົ້າສູ່ຊີວິດ. ສິ່ງນີ້ຄວນເປັນສິ່ງທີ່ທຸກຄົນປະຕິບັດ ແລະ ໃຫ້ຄວາມສົນໃຈ.
ຖ້າສິ່ງທີ່ເຈົ້າສົນທະນາສາມາດມອບເສັ້ນທາງໃຫ້ຜູ້ຄົນຍ່າງໄດ້ ນັ້ນກໍທຽບເທົ່າກັບຄວາມເປັນຈິງທີ່ເຈົ້າມີແລ້ວ. ບໍ່ວ່າເຈົ້າຈະເວົ້າຫຍັງ, ເຈົ້າຕ້ອງນໍາເອົາຜູ້ຄົນມາສູ່ການປະຕິບັດ ແລະ ມອບເສັ້ນທາງໃຫ້ພວກເຂົາທັງໝົດເພື່ອພວກເຂົາຈະສາມາດຍ່າງຕາມ. ຢ່າເຮັດສິ່ງນັ້ນເພື່ອໃຫ້ຄົນມີຄວາມຮູ້ເທົ່ານັ້ນ ແຕ່ທີ່ສໍາຄັນຄືການມີເສັ້ນທາງທີ່ຈະຍ່າງ. ສໍາລັບຄົນທີ່ຈະເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຍ່າງເທິງເສັ້ນທາງທີ່ນໍາພາໂດຍພຣະເຈົ້າໃນພາລະກິດຂອງພຣະອົງ. ນັ້ນກໍຄືຂະບວນການແຫ່ງການເຊື່ອໃນພຣະເຈົ້າ ແມ່ນຂະບວນການໃນການຍ່າງຕາມເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າຫຍັງກໍຕາມເຈົ້າຕ້ອງມີເສັ້ນທາງທີ່ເຈົ້າສາມາດຍ່າງ ແລະ ເຈົ້າຕ້ອງຍ່າງຢູ່ເສັ້ນທາງແຫ່ງການຖືກພຣະເຈົ້າເຮັດໃຫ້ສົມບູນ. ຢ່າຕົກໄປຢູ່ຂ້າງຫຼັງຫຼາຍ ແລະ ຢ່າສົນໃຈຕົນເອງກັບຫຼາຍສິ່ງເກີນໄປ. ຖ້າເຈົ້າຍ່າງຢູ່ເສັ້ນທາງທີ່ນໍາພາໂດຍພຣະເຈົ້າໂດຍບໍ່ມີການລົບກວນ, ເຈົ້າກໍຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີເສັ້ນທາງເຂົ້າສູ່ຄວາມເປັນຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດນັບໄດ້ວ່າ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນການເຮັດໜ້າທີ່ຂອງມະນຸດໃຫ້ສໍາເລັດ. ໃນຖານະທີ່ເປັນຄົນໜຶ່ງໃນກະແສດັ່ງກ່າວນີ້, ແຕ່ລະຄົນຄວນເຮັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດຢ່າງເໝາະສົມ, ເຮັດໃນສິ່ງທີ່ຄົນຄວນເຮັດໃຫ້ຫຼາຍຂຶ້ນ ແລະ ບໍ່ໃຫ້ປະຕິບັດຢ່າງຫົວແຂງ. ຄົນທີ່ປະຕິບັດພາລະກິດຕ້ອງເຮັດໃຫ້ຄໍາເວົ້າຂອງພວກເຂົາຊັດເຈນ, ຄົນທີ່ຕິດຕາມຕ້ອງໃສ່ໃຈກັບການອົດທົນຕໍ່ຄວາມລໍາບາກ ແລະ ການເຊື່ອຟັງໃຫ້ຫຼາຍຂຶ້ນ ແລະ ທຸກຄົນຕ້ອງຢູ່ບ່ອນຂອງພວກເຂົາ ແລະ ບໍ່ໃຫ້ອອກນອກຂອບເຂດ. ໃນໃຈຂອງທຸກຄົນຕ້ອງຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດ ແລະ ໜ້າທີ່ໆພວກເຂົາຄວນເຮັດໃຫ້ສໍາເລັດ. ໃຫ້ເລືອກເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ; ບໍ່ໃຫ້ຫຼົງທາງ ຫຼື ເຮັດໃນສິ່ງທີ່ຜິດ. ເຈົ້າຕ້ອງເຫັນພາລະກິດໃນປັດຈຸບັນໃຫ້ຊັດເຈນ. ການເຂົ້າສູ່ວິທີການປະຕິບັດພາລະກິດໃນປັດຈຸບັນຄືສິ່ງທີ່ພວກເຈົ້າຄວນປະຕິບັດ. ມັນແມ່ນສິ່ງທໍາອິດທີ່ພວກເຈົ້າຕ້ອງເຂົ້າສູ່. ຈົ່ງຢ່າໃຊ້ຄໍາເວົ້າໃຫ້ສິ້ນເປືອງກັບສິ່ງອື່ນໆໄປຫຼາຍກວ່ານີ້. ການເຮັດພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າໃນປັດຈຸບັນແມ່ນຄວາມຮັບຜິດຊອບຂອງພວກເຈົ້າ, ການເຂົ້າສູ່ວິທີການປະຕິບັດພາລະກິດໃນປັດຈຸບັນແມ່ນໜ້າທີ່ຂອງພວກເຈົ້າ ແລະ ການປະຕິບັດຄວາມຈິງໃນປັດຈຸບັນກໍແມ່ນພາລະຂອງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 433)
ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນຕາມຄວາມເປັນຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງເປັນສິ່ງທີ່ບໍ່ມີຄວາມໝາຍ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າໃນຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ ແລະ ເຈົ້າກໍຈະສາມາດແຍກຕົວເອງອອກຈາກແນວຄິດທາງສາສະໜາ ແລະ ການປະຕິບັດທີ່ເກົ່າແກ່ຈາກອະດີດໄດ້ຫຼາຍຂຶ້ນ. ໃນປັດຈຸບັນ ຄວາມເປັນຈິງແມ່ນສຸມໃສ່ສິ່ງນີ້: ຍິ່ງຜູ້ຄົນມີຄວາມເປັນຈິງຫຼາຍສໍ່າໃດ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາກໍຈະຊັດເຈນຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄວາມເປັນຈິງສາມາດເອົາຊະນະຕົວອັກສອນ ແລະ ຄຳສັ່ງສອນທຸກຢ່າງ, ມັນສາມາດເອົາຊະນະທິດສະດີ ແລະ ຄວາມຊຳນານທັງໝົດ ແລະ ຍິ່ງຜູ້ຄົນເອົາໃຈໃສ່ຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັກພຣະເຈົ້າຢ່າງແທ້ຈິງ, ຫິວ ແລະ ກະຫາຍຫາພຣະທຳຂອງພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າເອົາໃຈໃສ່ຄວາມເປັນຈິງ, ແລ້ວປັດຊະຍາສຳລັບການດຳລົງຊີວິດຂອງເຈົ້າ, ແນວຄິດທາງສາສະໜາ ແລະ ລັກສະນະທາງທຳມະຊາດຈະຖືກລຶບອອກໂດຍທຳມະຊາດຫຼັງຈາກຜ່ານພາລະກິດຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງ ມັກຈະສະແຫວງຫາສິ່ງທີ່ເໜືອທຳມະຊາດ ແລະ ພວກເຂົາກໍຈະຖືກຫຼອກລວງໄດ້ງ່າຍ. ພຣະວິນຍານບໍລິສຸດບໍ່ມີທາງປະຕິບັດພາລະກິດໃນຄົນປະເພດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກວ່າງເປົ່າ ແລະ ຊີວິດຂອງພວກເຂົາກໍຈະບໍ່ມີຄວາມໝາຍຫຍັງເລີຍ.
ພຣະວິນຍານບໍລິສຸດພຽງແຕ່ສາມາດປະຕິບັດພາລະກິດໃນຕົວເຈົ້າ ເມື່ອເຈົ້າຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ, ອະທິຖານຢ່າງແທ້ຈິງ ແລະ ເຕັມໃຈທີ່ຈະທົນທຸກໂດຍເຫັນແກ່ການສະແຫວງຫາຄວາມຈິງ. ຄົນທີ່ບໍ່ສະແຫວງຫາຄວາມຈິງບໍ່ມີຫຍັງເລີຍ ນອກຈາກຕົວອັກສອນ ແລະ ຄຳສັ່ງສອນ ແລະ ທິດສະດີທີ່ວ່າງເປົ່າ ແລະ ຄົນທີ່ປາສະຈາກຄວາມຈິງກໍຈະມີແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າໂດຍທຳມະຊາດ. ຄົນປະເພດນີ້ປາຖະໜາພຽງແຕ່ໃຫ້ພຣະເຈົ້າປ່ຽນຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາໃຫ້ເປັນຮ່າງກາຍຝ່າຍວິນຍານເທົ່ານັ້ນ ເພື່ອພວກເຂົາຈະໄດ້ຂຶ້ນສູ່ສະຫວັນຊັ້ນທີສາມ. ຜູ້ຄົນເຫຼົ່ານີ້ຊ່າງໂງ່ຈ້າແທ້ໆ! ທຸກຄົນທີ່ເວົ້າສິ່ງດັ່ງກ່າວບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ກ່ຽວກັບຄວາມເປັນຈິງ; ຜູ້ຄົນປະເພດນີ້ບໍ່ມີທາງສາມາດຮ່ວມມືກັບພຣະເຈົ້າໄດ້ ແລະ ພຽງແຕ່ສາມາດລໍຖ້າຢູ່ຊື່ໆ. ຖ້າຜູ້ຄົນຕ້ອງເຂົ້າໃຈຄວາມຈິງ ແລະ ເຫັນຄວາມຈິງຢ່າງຊັດເຈນ ແລະ ຍິ່ງໄປກວ່ານັ້ນ ຖ້າພວກເຂົາຕ້ອງເຂົ້າສູ່ຄວາມຈິງ ແລະ ນໍາເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍຕ້ອງຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ ແລະ ຫິວ ແລະ ກະຫາຍຢ່າງແທ້ຈິງ. ເມື່ອເຈົ້າຫິວ ແລະ ກະຫາຍ ແລະ ເມື່ອເຈົ້າຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ, ພຣະວິນຍານຂອງພຣະເຈົ້າຈະສຳຜັດເຈົ້າຢ່າງແນ່ນອນ ແລະ ປະຕິບັດພາລະກິດພາຍໃນຕົວເຈົ້າ ເຊິ່ງຈະນໍາແສງສະຫວ່າງມາສູ່ຕົວເຈົ້າຫຼາຍຂຶ້ນ, ມອບຄວາມຮູ້ກ່ຽວກັບຄວາມຈິງໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ໃຫ້ການຊ່ວຍເຫຼືອກັບຊີວິດຂອງເຈົ້າຫຼາຍຍິ່ງຂຶ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮູ້ຈັກຄວາມເປັນຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 434)
ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງກ່ອນ ແລະ ພວກເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ການປາກົດກາຍຂອງພຣະເຈົ້າໃນເນື້ອໜັງ ແລະ ພາລະກິດຕາມຄວາມເປັນຈິງຂອງພຣະເຈົ້າ. ພຽງແຕ່ຫຼັງຈາກການຮູ້ຈັກວ່າ ພາລະກິດທຸກຢ່າງຂອງພຣະເຈົ້າແມ່ນຕາມຄວາມເປັນຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງໄດ້ ແລະ ພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້. ທຸກຄົນທີ່ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງບໍ່ມີທາງຈະມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ຕິດບ້ວງແຮ້ວໃນແນວຄິດຂອງພວກເຂົາ, ດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຍິ່ງຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຍິ່ງໃຫຍ່ສໍ່າໃດ ເຈົ້າກໍຍິ່ງໃກ້ກັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງໃກ້ຊິດກັບພຣະອົງຫຼາຍສໍ່ານັ້ນ; ຍິ່ງເຈົ້າສະແຫວງຫາຄວາມບໍ່ແຈ່ມແຈ້ງ, ຄວາມບໍ່ມີຕົວຕົນ ແລະ ຄຳສັ່ງສອນຫຼາຍສໍ່າໃດ, ເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າສໍ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າກໍຍິ່ງຈະຮູ້ສຶກວ່າ ການມີປະສົບການກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ລຳບາກ ແລະ ຫຍຸ້ງຍາກຫຼາຍສໍ່ານັ້ນ ແລະ ເຈົ້າກໍຍັງຮູ້ສຶກວ່າ ເຈົ້າຂາດຄວາມສາມາດສຳລັບທາງເຂົ້າສູ່ພຣະທໍາ. ຖ້າເຈົ້າປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານຂອງເຈົ້າ, ເຈົ້າຕ້ອງຮູ້ຈັກຄວາມເປັນຈິງກ່ອນ ແລະ ແຍກຕົວເຈົ້າເອງອອກຈາກສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງເວົ້າໄດ້ວ່າ ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຢ່າງແທ້ຈິງ ແລະ ນໍາພາເຈົ້າຈາກພາຍໃນໄດ້ແນວໃດ. ດ້ວຍວິທີນີ້ ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ແທ້ຈິງຂອງພຣະວິນຍານບໍລິສຸດພາຍໃນມະນຸດຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແນ່ນອນ.
ໃນປັດຈຸບັນ ທຸກສິ່ງເລີ່ມຕົ້ນຈາກຄວາມເປັນຈິງ. ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເປັນຈິງທີ່ສຸດ ແລະ ຜູ້ຄົນກໍສາມາດສຳຜັດໄດ້; ມັນເປັນສິ່ງທີ່ຜູ້ຄົນສາມາດປະສົບ ແລະ ບັນລຸໄດ້. ໃນຜູ້ຄົນ ມີຫຼາຍສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງຢຸດພວກເຂົາຈາກການຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າ. ສະນັ້ນ ໃນປະສົບການຂອງພວກເຂົາ, ພວກເຂົາອອກນອກທິດນອກທາງຢູ່ສະເໝີ ແລະ ຮູ້ສຶກວ່າສິ່ງຕ່າງໆຍາກຢູ່ສະເໝີ ແລະ ນີ້ລ້ວນແລ້ວແຕ່ເກີດຂຶ້ນຈາກແນວຄິດຂອງພວກເຂົາ. ຜູ້ຄົນບໍ່ສາມາດເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາບໍ່ຮູ້ຈັກຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີຄວາມຄິດລົບໃນເສັ້ນທາງເຂົ້າສູ່ຂອງພວກເຂົາຢູ່ສະເໝີ. ພວກເຂົາເບິ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຈາກທາງໄກ ໂດຍບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້; ພວກເຂົາພຽງແຕ່ເຫັນວ່າ ພຣະທຳຂອງພຣະເຈົ້າດີແທ້ ແຕ່ບໍ່ສາມາດຄົ້ນພົບເສັ້ນທາງເຂົ້າຫາໄດ້ເລີຍ. ພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼັກການນີ້: ຜ່ານການຮ່ວມມືຂອງຜູ້ຄົນ, ຜ່ານການອະທິຖານຢ່າງຫ້າວຫັນຂອງພວກເຂົາ, ຜ່ານການຄົ້ນຫາ ແລະ ການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ເຊິ່ງຖ້າສາມາດບັນລຸຜົນສິ່ງນີ້ໄດ້ ພວກເຂົາກໍຈະໄດ້ຮັບການເຮັດໃຫ້ສະຫວ່າງ ແລະ ແສງເຍື່ອງທາງຈາກພຣະວິນຍານບໍລິສຸດ. ມັນບໍ່ແມ່ນເລື່ອງທີ່ພຣະວິນຍານບໍລິສຸດກະທຳແຕ່ຝ່າຍດຽວ ຫຼື ມະນຸດກະທຳແຕ່ຝ່າຍດຽວ. ທັງສອງຝ່າຍຈຳເປັນຢ່າງຍິ່ງ ແລະ ຍິ່ງຜູ້ຄົນຮ່ວມມືກັນຫຼາຍສໍ່າໃດ ແລະ ຍິ່ງພວກເຂົາສະແຫວງຫາເພື່ອເຂົ້າເຖິງມາດຕະຖານແຫ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຫຼາຍສໍ່າໃດ ພາລະກິດຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ. ມີພຽງແຕ່ການຮ່ວມມືທີ່ແທ້ຈິງຂອງຜູ້ຄົນເທົ່ານັ້ນ ບວກກັບພາລະກິດຂອງພຣະວິນຍານບໍລິສຸດ ຈຶ່ງສາມາດກໍ່ໃຫ້ເກີດປະສົບການທີ່ແທ້ຈິງ ແລະ ຄວາມຮູ້ທີ່ເປັນແກ່ນແທ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຜ່ານປະສົບການໃນລັກສະນະນີ້ເທື່ອລະເລັກເທື່ອນ້ອຍກໍຈະເກີດມີບຸກຄົນສົມບູນໃນທີ່ສຸດ. ພຣະເຈົ້າບໍ່ກະທຳສິ່ງທີ່ເໜືອທຳມະຊາດ; ໃນແນວຄິດຂອງຜູ້ຄົນ ພຣະເຈົ້າລິດທານຸພາບສູງສຸດ ແລະ ພຣະອົງເຮັດທຸກສິ່ງຢ່າງ, ຜົນຕາມມາກໍຄືຜູ້ຄົນລໍຖ້າຢູ່ຊື່ໆ, ບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານ ແລະ ພຽງແຕ່ລໍຖ້າການສຳຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ ຄົນທີ່ມີຄວາມເຂົ້າໃຈຢ່າງຖືກຕ້ອງແມ່ນເຊື່ອໃນສິ່ງນີ້ ແລະ ມັກເວົ້າວ່າ: ການກະທຳຂອງພຣະເຈົ້າສາມາດບັນລຸໄດ້ຈາກການຮ່ວມມືຂອງຂ້ານ້ອຍເທົ່ານັ້ນ ແລະ ຜົນກະທົບທີ່ພາລະກິດຂອງພຣະເຈົ້າມີຢູ່ໃນຕົວຂ້ານ້ອຍກໍຂຶ້ນກັບວ່າ ຂ້ານ້ອຍຮ່ວມມືແນວໃດ. ເມື່ອພຣະເຈົ້າກ່າວ ຂ້ານ້ອຍຄວນເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອສະແຫວງຫາ ແລະ ພະຍາຍາມໃຫ້ບັນລຸຕາມພຣະທຳຂອງພຣະເຈົ້າ; ນີ້ຄືສິ່ງທີ່ຂ້ານ້ອຍຄວນເຮັດໃຫ້ສໍາເລັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮູ້ຈັກຄວາມເປັນຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 435)
ເຈົ້າປະຕິບັດພິທີກຳທາງສາສະໜາຫຼາຍສໍ່າໃດ? ເຈົ້າກະບົດຕໍ່ພຣະທຳຂອງພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງຈັກຄັ້ງແລ້ວ? ມີຈັກຄັ້ງທີ່ເຈົ້ານໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ເພາະເຈົ້າຄຳນຶງເຖິງພາລະຂອງພຣະອົງຢ່າງແທ້ຈິງ ແລະ ສະແຫວງຫາເພື່ອເຮັດຕາມຄວາມປະສົງຂອງພຣະອົງ? ເຈົ້າຄວນເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາມັນເຂົ້າສູ່ການປະຕິບັດຕາມນັ້ນ. ໃຫ້ມີຫຼັກການໃນທຸກການກະທຳ ແລະ ການປະຕິບັດຂອງເຈົ້າ, ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ ຫຼື ການເຮັດບາງສິ່ງເພື່ອສະແດງອອກຢ່າງບໍ່ເຕັມໃຈເທົ່ານັ້ນ; ກົງກັນຂ້າມ, ມັນໝາຍເຖິງການປະຕິບັດຄວາມຈິງ ແລະ ການດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ການປະຕິບັດແບບນີ້ເທົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ. ການປະຕິບັດໃດໜຶ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈບໍ່ແມ່ນກົດລະບຽບ, ແຕ່ເປັນການປະຕິບັດຄວາມຈິງ. ບາງຄົນມີຄວາມມັກທີ່ຈະດຶງດູດຄວາມສົນໃຈມາຫາຕົນເອງ. ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາອາດເວົ້າວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ເມື່ອຢູ່ລັບຫລັງ ພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດໃນທາງທີ່ກົງກັນຂ້າມຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍທີ່ເຄັ່ງສາສະໜາບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງແມ່ນຄົນທີ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະເຕັມໃຈປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຂັດກັບຄວາມສຳນຶກຂອງພວກເຂົາ. ບຸກຄົນປະເພດນີ້ຈະສະແດງອອກເຖິງສະຕິປັນຍາ ເມື່ອເກີດມີບັນຫາ ແລະ ມີຫຼັກການໃນການກະທຳຂອງເຂົາ ບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ. ບຸກຄົນແບບນີ້ແມ່ນບຸກຄົນທີ່ສາມາດໃຫ້ບໍລິການຢ່າງແທ້ຈິງ. ມີບາງຄົນມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ; ພວກເຂົາໃຊ້ເວລາແຕ່ລະມື້ຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດໂຕໜ້າສົງສານ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າສາມາດບອກຂ້ອຍໄດ້ບໍວ່າເຈົ້າຕິດໜີ້ບຸນຄຸນພຣະເຈົ້າແນວໃດ?” ແລ້ວພວກເຂົາກໍຈະປາກບໍ່ອອກຈັກຄໍາ. ຖ້າເຈົ້າຈົງຮັກພັກດີຕໍ່ພຣະເຈົ້າ ກໍຢ່າເວົ້າກ່ຽວກັບມັນຢູ່ພາຍນອກ; ກົງກັນຂ້າມ, ໃຫ້ສະແດງຄວາມຮັກຂອງເຈົ້າຕໍ່ພຣະເຈົ້າໂດຍວິທີການປະຕິບັດຕົວຈິງ ແລະ ອະທິຖານຫາພຣະອົງດ້ວຍຫົວໃຈທີ່ແທ້ຈິງ. ຄົນທີ່ພຽງແຕ່ພົວພັນກັບພຣະເຈົ້າດ້ວຍວາຈາ ແລະ ພໍເປັນພິທີລ້ວນແລ້ວແຕ່ເປັນຄົນໜ້າຊື່ໃຈຄົດທັງນັ້ນ! ບາງຄົນເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າໃນແຕ່ລະເທື່ອທີ່ພວກເຂົາອະທິຖານ ແລະ ຈະເລີ່ມຮ້ອງໄຫ້ແຕ່ລະເທື່ອທີ່ພວກເຂົາອະທິຖານ, ເຖິງແມ່ນວ່າຈະບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດກໍຕາມ. ຄົນພວກນີ້ແມ່ນຖືກຄອບງຳໂດຍພິທິກໍາ ແລະ ແນວຄິດທາງສາສະໜາ; ພວກເຂົາດໍາເນີນຊີວິດຕາມພິທິກໍາ ແລະ ແນວຄິດດັ່ງກ່າວ, ເຊື່ອຢູ່ສະເໝີວ່າການກະທໍາເຫຼົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ພຣະອົງໂປດປານຄວາມເຄັ່ງໃນສາສະໜາແບບຜິວເຜີນ ຫຼື ການສະແດງນໍ້າຕາໂສກເສົ້າເສຍໃຈ. ມັນຈະມີຜົນດີຫຍັງຈາກການກະທໍາຂອງຄົນທີ່ໄຮ້ເຫດຜົນເຫຼົ່ານີ້? ເພື່ອສະແດງເຖິງຄວາມຖ່ອມຕົວຂອງພວກເຂົາ, ບາງຄົນທໍາທ່າສຸພາບອ່ອນໂຍນເມື່ອເວົ້າຢູ່ຕໍ່ໜ້າຄົນອື່ນ. ບາງຄົນກໍຈົງໃຈເປັນທາດຮັບໃຊ້ເໝືອນລູກແກະທີ່ຂາດກຳລັງໃດໆທັງສິ້ນເມື່ອຢູ່ຕໍ່ໜ້າຄົນອື່ນ. ນີ້ແມ່ນລັກສະນະທີ່ເໝາະສົມກັບຄົນແຫ່ງອານາຈັກບໍ? ຄົນແຫ່ງອານາຈັກຄວນຈະມີຊີວິດຊີວາ ແລະ ເປັນອິດສະຫຼະ, ໄຮ້ດຽງສາ ແລະ ເປີດເຜີຍ, ຊື່ສັດ ແລະ ເປັນຕາຮັກ ແລະ ເປັນຄົນທີ່ຢູ່ໃນສະພາບເສລີ. ພວກເຂົາຄວນມີຄວາມຊື່ສັດ ແລະ ກຽດສັກສີ ແລະ ສາມາດຢືນເປັນພະຍານຢູ່ທຸກບ່ອນທີ່ພວກເຂົາໄປ; ຜູ້ຄົນດັ່ງກ່າວແມ່ນເປັນທີ່ຮັກທັງຂອງພຣະເຈົ້າ ແລະ ມະນຸດ. ຄົນທີ່ເປັນຜູ້ທີ່ມີຄວາມເຊື່ອໃໝ່ກໍຈະມີການປະຕິບັດທາງພາຍນອກຫຼາຍເກີນໄປ; ກ່ອນອື່ນພວກເຂົາຕ້ອງໄດ້ຜ່ານໄລຍະເວລາຂອງການຈັດການ ແລະ ແຕກຫັກ. ຄົນທີ່ມີຄວາມເຊື່ອໃນພຣະເຈົ້າຢ່າງເລິກເຊິ່ງກໍບໍ່ໄດ້ແຕກຕ່າງຈາກຄົນອື່ນໃນພາຍນອກ, ແຕ່ການປະພຶດ ແລະ ການກະທໍາຂອງພວກເຂົາແມ່ນເປັນຕາຍ້ອງຍໍສັນເສີນໄດ້. ມີພຽງຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສາມາດຖືວ່າດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າ. ຖ້າເຈົ້າເທດສະໜາກ່ຽວກັບຂ່າວປະເສີດທຸກວັນໃຫ້ກັບຫຼາກຫຼາຍຄົນເພື່ອພະຍາຍາມນໍາພາພວກເຂົາໄປສູ່ຄວາມລອດພົ້ນ, ແຕ່ໃນທີ່ສຸດ ເຈົ້າຍັງຍຶດຕິດຢູ່ກັບກົດລະບຽບ ແລະ ຫຼັກຄຳສອນ, ເຈົ້າກໍບໍ່ສາມາດນໍາສະຫງ່າລາສີມາສູ່ພຣະເຈົ້າໄດ້. ຄົນດັ່ງກ່າວເປັນພຽງຄົນທີ່ເຄັ່ງຄັດໃນສາສະໜາ ພ້ອມທັງເປັນຄົນທີ່ໜ້າຊື່ໃຈຄົດອີກດ້ວຍ. ເມື່ອໃດກໍຕາມທີ່ຄົນທາງສາສະໜາເຫຼົ່ານັ້ນຊຸມນຸມກັນ, ພວກເຂົາອາດຖາມວ່າ “ເອື້ອຍ, ເຈົ້າເປັນແນວໃດທຸກມື້ນີ້?” ລາວອາດຈະຕອບວ່າ “ຂ້ອຍຮູ້ສຶກວ່າຂ້ອຍເປັນໜີ້ບຸນຄຸນພຣະເຈົ້າ ແລະ ຂ້ອຍບໍ່ສາມາດບັນລຸຄວາມປະສົງຂອງພຣະອົງໄດ້”. ອີກຄົນໜຶ່ງກໍອາດເວົ້າວ່າ “ຂ້ອຍກໍຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າຄືກັນ ແລະ ຂ້ອຍບໍ່ສາມາດເຮັດໃຫ້ພຣະອົງເພິ່ງພໍໃຈໄດ້”. ສອງສາມປະໂຫຍກເຫຼົ່ານີ້ ແລະ ຄໍາເວົ້າພຽງຢ່າງດຽວກໍສະແດງໃຫ້ເຫັນຄວາມຊົ່ວຊ້າທີ່ຝັງເລິກຢູ່ພາຍໃນພວກເຂົາແລ້ວ; ຄໍາເວົ້າດັ່ງກ່າວແມ່ນເປັນຕາກຽດຊັງທີ່ສຸດ ແລະ ເປັນຕາລັງກຽດຫຼາຍ. ທຳມະຊາດຂອງຜູ້ຄົນດັ່ງກ່າວແມ່ນຕໍ່ຕ້ານພຣະເຈົ້າ. ບັນດາຜູ້ທີ່ເອົາໃຈໃສ່ໃນຄວາມເປັນຈິງແມ່ນຈະສື່ສານແຕ່ສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເປີດອົກເປີດໃຈໃນການສົນທະນາ. ພວກເຂົາບໍ່ມີສ່ວນຮ່ວມໃນການປະຕິບັດຜິດໆແມ່ນແຕ່ຢ່າງດຽວ, ບໍ່ສະແດງທັງຄວາມບໍ່ສຸພາບ ຫຼື ການສົນທະນາທີ່ບໍ່ມີປະໂຫຍດ. ພວກເຂົາເປັນຄົນທີ່ກົງໄປກົງມາ ແລະ ບໍ່ປະຕິບັດຕາມກົດລະບຽບໃດໃນໂລກ. ບາງຄົນມີຄວາມຫຼົງໄຫຼສໍາລັບການສະແດງຕົນສູ່ພາຍນອກ ຈົນເຖິງຈຸດທີ່ຂາດຄວາມສຳນຶກຢ່າງສິ້ນເຊີງ. ເມື່ອຄົນໜຶ່ງຮ້ອງເພງ, ພວກເຂົາກໍເລີ່ມຟ້ອນ ໂດຍທີ່ບໍ່ຮູ້ເລີຍວ່າ ເຂົ້າທີ່ຢູ່ໃນໝໍ້ຂອງພວກເຂົາແມ່ນຖືກໄຟໄໝ້ໝົດແລ້ວ. ຄົນເຊັ່ນນັ້ນເປັນຄົນບໍ່ນັບຖືພຣະເຈົ້າ ຫຼື ມີກຽດຫຍັງ ແລະ ພວກເຂົາກໍບໍ່ມີຄຸນຄ່າຫຍັງທັງສິ້ນ. ທັງໝົດນີ້ແມ່ນການສະແດງອອກເຖິງການຂາດຄວາມເປັນຈິງ. ເມື່ອບາງຄົນສົນທະນາກ່ຽວກັບບັນຫາຊີວິດຝ່າຍວິນຍານ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເວົ້າເຖິງການເປັນໜີ້ຄຸນພຣະເຈົ້າກໍຕາມ, ພວກເຂົາກໍເກັບຄວາມຮັກອັນແທ້ຈິງທີ່ມີຕໍ່ພຣະອົງໄວ້ຢູ່ໃນສ່ວນເລິກ. ຄວາມຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າຂອງເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບຄົນອື່ນເລີຍ; ເຈົ້າເປັນໜີ້ບຸນຄຸນພຣະເຈົ້າ, ບໍ່ແມ່ນເປັນໜີ້ບຸນຄຸນມະນຸດ. ມັນຈະມີປະໂຫຍດຫຍັງທີ່ເຈົ້າຕ້ອງເວົ້າເຖິງເລື່ອງນີ້ກັບຄົນອື່ນຢູ່ສະເໝີ? ເຈົ້າຕ້ອງໃຫ້ຄວາມສໍາຄັນໃນການເຂົ້າຫາຄວາມເປັນຈິງ, ບໍ່ແມ່ນຄວາມກະຕືລືລົ້ນ ຫຼື ການສະແດງຕົນອອກຢູ່ພາຍນອກ. ການກະທຳທີ່ດີແຕ່ພຽງຜິວເຜີນຂອງມະນຸດສະແດງເຖິງຫຍັງ? ພວກມັນສະແດງເຖິງເນື້ອໜັງ ແລະ ແມ່ນແຕ່ການປະຕິບັດພາຍນອກທີ່ດີທີ່ສຸດກໍບໍ່ໄດ້ສະແດງເຖິງຊີວິດ; ພວກມັນພຽງແຕ່ສາມາດສະແດງເຖິງອາລົມສ່ວນຕົວຂອງເຈົ້າເອງເທົ່ານັ້ນ. ການປະຕິບັດພາຍນອກຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງພຣະເຈົ້າໄດ້. ເຈົ້າເວົ້າເຖິງການເປັນໜີ້ບຸນຄຸນພຣະເຈົ້າຂອງເຈົ້າຢູ່ເລື້ອຍໆ, ແຕ່ເຈົ້າບໍ່ສາມາດສະໜອງຊີວິດຂອງຄົນອື່ນ ຫຼື ດົນບັນດານໃຫ້ພວກເຂົາຮັກພຣະເຈົ້າ. ເຈົ້າເຊື່ອວ່າການກະທຳເຫຼົ່ານັ້ນຂອງເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈບໍ? ເຈົ້າຮູ້ສຶກວ່າການກະທຳຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ພວກມັນຄືຈິດວິນຍານ, ແຕ່ຄວາມຈິງແລ້ວ ພວກມັນລ້ວນແລ້ວແຕ່ບໍ່ມີເຫດຜົນ! ເຈົ້າເຊື່ອວ່າສິ່ງທີ່ເຮັດໃຫ້ເຈົ້າພໍໃຈ ແລະ ສິ່ງທີ່ເຈົ້າເຕັມໃຈຈະເຮັດເປັນສິ່ງທີ່ພຣະເຈົ້າປິຕິຍິນດີແທ້ໆ. ຄວາມມັກຂອງເຈົ້າສາມາດສະແດງເຖິງພຣະເຈົ້າໄດ້ບໍ? ລັກສະນະຂອງບຸກຄົນໜຶ່ງສາມາດສະແດງເຖິງພຣະເຈົ້າໄດ້ບໍ? ສິ່ງທີ່ເຮັດໃຫ້ເຈົ້າພໍໃຈເປັນສິ່ງທີ່ພຣະເຈົ້າກຽດຊັງແທ້ໆ ແລະ ນິໄສຂອງເຈົ້າກໍເປັນນິໄສທີ່ພຣະເຈົ້າກຽດຊັງ ແລະ ປະຕິເສດ. ຖ້າເຈົ້າຮູ້ສຶກເປັນໜີ້ບຸນຄຸນ, ກໍໃຫ້ໄປອະທິຖານຕໍ່ໜ້າພຣະເຈົ້າ; ບໍ່ຈຳເປັນຕ້ອງເວົ້າໃຫ້ຄົນອື່ນຟັງ. ຖ້າເຈົ້າບໍ່ອະທິຖານຕໍ່ໜ້າພຣະເຈົ້າ ແລະ ກົງກັນຂ້າມ ແມ່ນໄດ້ດຶງດູດຄວາມສົນໃຈມາໃຫ້ຕົນເອງຢູ່ເລື້ອຍໆເມື່ອຢູ່ຕໍ່ໜ້າຄົນອື່ນ, ສິ່ງນີ້ສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າບໍ? ຖ້າການກະທຳຂອງເຈົ້າມີຢູ່ແຕ່ໃນຮູບລັກພາຍນອກເທົ່ານັ້ນຢູ່ສະເໝີ, ນີ້ກໍໝາຍຄວາມວ່າເຈົ້າໄຮ້ປະໂຫຍດທີ່ສຸດ. ມະນຸດທີ່ປະຕິບັດຄວາມດີທາງຜິວເຜີນເທົ່ານັ້ນ ແລະ ປາສະຈາກຄວາມເປັນຈິງແມ່ນມະນຸດປະເພດໃດ? ຄົນດັ່ງກ່າວແມ່ນພວກຟາຣີຊາຍ ແລະ ບຸກຄົນທາງສາສະໜາທີ່ໜ້າຊື່ໃຈຄົດເທົ່ານັ້ນ! ຖ້າພວກເຈົ້າບໍ່ປະຖິ້ມການປະຕິບັດພາຍນອກຂອງພວກເຈົ້າ ແລະ ບໍ່ສາມາດປ່ຽນແປງ, ແລ້ວອົງປະກອບຂອງຄວາມໜ້າຊື່ໃຈຄົດໃນພວກເຈົ້າກໍຈະໃຫຍ່ຂຶ້ນກວ່າເກົ່າ. ຍິ່ງອົງປະກອບຂອງຄວາມໜ້າຊື່ໃຈຄົດໃຫຍ່ຂຶ້ນສໍ່າໃດ, ມັນກໍຈະມີການຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ໃນທີ່ສຸດແລ້ວ, ຄົນດັ່ງກ່າວກໍຈະຖືກກຳຈັດຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 436)
ເພື່ອຟື້ນຟູລັກສະນະຂອງຄົນປົກກະຕິ ນັ້ນກໍ່ຄື ເພື່ອບັນລຸຄວາມເປັນມະນຸດທີ່ປົກກະຕິ, ຜູ້ຄົນບໍ່ສາມາດພຽງແຕ່ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ. ພວກເຂົາພຽງແຕ່ກຳລັງທຳຮ້າຍຕົນເອງໂດຍການເຮັດແບບນັ້ນ ແລະ ມັນບໍ່ໄດ້ນໍາຜົນປະໂຫຍດຫຍັງມາສູ່ທາງເຂົ້າ ຫຼື ການປ່ຽນແປງຂອງພວກເຂົາ. ສະນັ້ນ, ເພື່ອບັນລຸການປ່ຽນແປງ, ຜູ້ຄົນຕ້ອງປະຕິບັດເທື່ອລະໜ້ອຍ. ພວກເຂົາຕ້ອງເຂົ້າຢ່າງຊ້າໆ, ສະແຫວງຫາ ແລະ ຄົ້ນຫາເທື່ອລະໜ້ອຍ, ເຂົ້າໄປຂ້າງໃນຈາກຄວາມຄິດບວກ ແລະ ດຳລົງຊີວິດຕາມຄວາມເປັນຈິງ; ຊີວິດຂອງໄພ່ພົນ. ຕັ້ງແຕ່ນີ້ຕໍ່ໄປ, ສິ່ງຕ່າງໆທີ່ເປັນຈິງ, ເຫດການທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງປ່ອຍໃຫ້ຜູ້ຄົນມີການຝຶກຝົນຕົວຈິງ. ຜູ້ຄົນບໍ່ຈຳເປັນຕ້ອງເວົ້າແຕ່ປາກ; ກົງກັນຂ້າມ, ພວກເຂົາຕ້ອງຝຶກຝົນໃນສະພາບແວດລ້ອມທີ່ເປັນຈິງ. ຜູ້ຄົນໄດ້ຮັບຮູ້ກ່ອນວ່າ ພວກເຂົາມີຄວາມສາມາດຕໍ່າ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ ແລະ ເຂົ້າສູ່ ແລະ ປະຕິບັດຢ່າງເປັນປົກກະຕິເຊັ່ນກັນ; ໃນລັກສະນະນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດຮັບເອົາຄວາມເປັນຈິງ ແລະ ສິ່ງນີ້ແມ່ນວິທີທີ່ເຮັດໃຫ້ການເຂົ້າສູ່ເກີດຂຶ້ນຢ່າງໄວວາຍິ່ງຂຶ້ນ. ເພື່ອປ່ຽນແປງຜູ້ຄົນ, ຕ້ອງມີການປະຕິບັດຕົວຈິງບາງຢ່າງ; ພວກເຂົາຕ້ອງປະຕິບັດດ້ວຍສິ່ງຕ່າງໆທີ່ເປັນຈິງ, ເຫດການທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ. ຄົນໆໜຶ່ງຈະສາມາດບັນລຸການຝຶກຝົນທີ່ແທ້ຈິງໄດ້ໂດຍການອາໄສຊີວິດຄຣິສຕະຈັກພຽງຢ່າງດຽວໄດ້ບໍ? ຜູ້ຄົນຈະສາມາດເຂົ້າສູ່ຄວາມເປັນຈິງໃນລັກສະນະນີ້ໄດ້ບໍ? ບໍ່! ຖ້າຜູ້ຄົນບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ, ແລ້ວພວກເຂົາກໍ່ບໍ່ສາມາດປ່ຽນແປງວິຖີຊີວິດເດີມຂອງພວກເຂົາ ແລະ ວິທີການເຮັດສິ່ງຕ່າງໆ. ນີ້ບໍ່ແມ່ນຍ້ອນຄວາມຂີ້ຄ້ານຂອງຜູ້ຄົນ ແລະ ການເພິ່ງພາອາໄສໃນລະດັບສູງ, ແຕ່ກົງກັນຂ້າມ ມັນແມ່ນຍ້ອນຜູ້ຄົນບໍ່ມີຄວາມສາມາດໃນການດຳລົງຊີວິດເລີຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບມາດຕະຖານລັກສະນະຂອງຄົນປົກກະຕິ. ໃນອະດີດ, ຜູ້ຄົນລົມ, ເວົ້າ ແລະ ສື່ສານກັນຢູ່ສະເໝີ ແລະ ພວກເຂົາເຖິງກັບກາຍເປັນ “ຜູ້ກ່າວຄຳປາໄສ” ແຕ່ບໍ່ມີພວກເຂົາຈັກຄົນທີ່ສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ; ກົງກັນຂ້າມ, ພວກເຂົາສະແຫວງຫາທິດສະດີທີ່ເລິກເຊິ່ງຢ່າງຫຼັບຫູຫຼັບຕາ. ສະນັ້ນ, ຜູ້ຄົນໃນປັດຈຸບັນຕ້ອງປ່ຽນແປງວິຖີຄວາມເຊື່ອແຫ່ງສາສະໜານີ້ໃນພຣະເຈົ້າໃນຊີວິດຂອງພວກເຂົາ. ພວກເຂົາຕ້ອງເຂົ້າສູ່ການປະຕິບັດ ໂດຍແນໃສ່ເຫດການດຽວ, ສິ່ງດຽວ, ຄົນດຽວ. ພວກເຂົາຕ້ອງເຮັດສິ່ງຕ່າງໆດ້ວຍຄວາມເອົາໃຈໃສ່, ແລ້ວເມື່ອນັ້ນເອງ ພວກເຂົາຈຶ່ງຈະສາມາດບັນລຸຜົນໄດ້. ການປ່ຽນແປງຜູ້ຄົນເລີ່ມຕົ້ນດ້ວຍການປ່ຽນແປງແກ່ນແທ້ຂອງພວກເຂົາ. ພາລະກິດຕ້ອງແນໃສ່ແກ່ນແທ້ຂອງຜູ້ຄົນ, ແນໃສ່ຊີວິດຂອງພວກເຂົາ ແລະ ແນໃສ່ຄວາມຂີ້ຄ້ານ, ການເພິ່ງພາອາໄສ ແລະ ຄວາມເປັນທາດຂອງພວກເຂົາ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ.
ເຖິງແມ່ນວ່າຊີວິດຄຣິສຕະຈັກຈະສາມາດສ້າງຜົນໃນບາງຂອບເຂດ, ກະແຈທີ່ສຳຄັນກໍ່ຄືຊີວິດທີ່ເປັນຈິງສາມາດປ່ຽນແປງຜູ້ຄົນໄດ້ອີກດ້ວຍ. ທຳມະຊາດເດີມຂອງຄົນໆໜຶ່ງບໍ່ສາມາດໄດ້ຮັບການປ່ຽນແປງໂດຍປາສະຈາກຊີວິດທີ່ເປັນຈິງ. ໃຫ້ພວກເຮົາຍົກຕົວຢ່າງພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ. ເມື່ອພຣະເຢຊູລົບລ້າງພຣະບັນຍັດກ່ອນໜ້ານັ້ນ ແລະ ສ້າງຕັ້ງພຣະບັນຍັດແຫ່ງຍຸກໃໝ່, ພຣະອົງກ່າວໂດຍໃຊ້ຕົວຢ່າງທີ່ແທ້ຈິງຈາກຊີວິດທີ່ເປັນຈິງ. ເມື່ອພຣະເຢຊູນໍາພາສາວົກຂອງພຣະອົງຜ່ານທົ່ງນາໃນວັນຊະບາໂຕ, ສາວົກຂອງພຣະອົງຫິວເຂົ້າ ແລະ ເດັດຮວງເຂົ້າກິນ. ພວກຟາຣີຊາຍເຫັນສິ່ງນີ້ ແລະ ເວົ້າວ່າພວກເຂົາບໍ່ໄດ້ຮັກສາວັນຊະບາໂຕເລີຍ. ພວກເຂົາຍັງເວົ້າວ່າ ຜູ້ຄົນບໍ່ໄດ້ຮັບອະນຸຍາດໃຫ້ຊ່ວຍລູກງົວທີ່ຕົກລົງຂຸມໃນວັນຊະບາໂຕ ໂດຍກ່າວວ່າບໍ່ມີການປະຕິບັດວຽກງານໃດໆໃນລະຫວ່າງວັນຊະບາໂຕ. ພຣະເຢຊູອ້າງເຫດການເຫຼົ່ານີ້ເພື່ອປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່ເທື່ອລະໜ້ອຍ. ໃນເວລານັ້ນ, ພຣະອົງໃຊ້ສິ່ງທີ່ເປັນຈິງຫຼາຍຢ່າງເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ປ່ຽນແປງ. ນີ້ແມ່ນຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ ແລະ ມັນເປັນວິທີດຽວທີ່ສາມາດປ່ຽນແປງຜູ້ຄົນໄດ້. ຖ້າບໍ່ມີສິ່ງທີ່ເປັນຈິງແລ້ວ, ຜູ້ຄົນພຽງແຕ່ສາມາດໄດ້ຮັບຄວາມເຂົ້າໃຈທີ່ເປັນທິດສະດີ ແລະ ສະຕິປັນຍາ, ນີ້ບໍ່ແມ່ນວິທີທີ່ມີປະສິດຕິພາບໃນການປ່ຽນແປງ. ສະນັ້ນ ຄົນໆໜຶ່ງຈະຮັບເອົາສະຕິປັນຍາ ແລະ ຄວາມເຂົ້າໃຈຜ່ານການຝຶກຝົນໄດ້ແນວໃດ? ຜູ້ຄົນຈະສາມາດຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຈາກການຟັງ, ການອ່ານ ແລະ ການພັດທະນາຄວາມຮູ້ຂອງເຂົາພຽງຢ່າງດຽວບໍ? ມັນເປັນແບບນີ້ໄດ້ແນວໃດ? ຜູ້ຄົນຕ້ອງເຂົ້າໃຈ ແລະ ຜະເຊີນໃນຊີວິດຈິງ! ສະນັ້ນ, ຄົນໆໜຶ່ງຕ້ອງຝຶກຝົນ ແລະ ຄົນໆໜຶ່ງຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງໄດ້. ຜູ້ຄົນຕ້ອງເອົາໃຈໃສ່ກັບລັກສະນະທີ່ແຕກຕ່າງກັນ ແລະ ມີການເຂົ້າສູ່ຫຼາຍລັກສະນະທີ່ແຕກຕ່າງ: ລະດັບການສຶກສາ, ການສະແດງອອກ, ຄວາມສາມາດເບິ່ງເຫັນສິ່ງຕ່າງໆ, ການແຍກແຍະ, ຄວາມສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ສາມັນສຳນຶກ ແລະ ກົດເກນຂອງຄວາມເປັນມະນຸດ ແລະ ສິ່ງອື່ນໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ຜູ້ຄົນຕ້ອງປະກອບມີ. ຫຼັງຈາກທີ່ໄດ້ບັນລຸຄວາມເຂົ້າໃຈແລ້ວ, ຜູ້ຄົນຕ້ອງເອົາໃຈໃສ່ໃນທາງເຂົ້າ ແລະ ມີພຽງເມື່ອນັ້ນເອງ ການປ່ຽນແປງຈຶ່ງຈະສາມາດບັນລຸຜົນໄດ້. ຖ້າຄົນໃດໜຶ່ງໄດ້ຮັບຄວາມເຂົ້າໃຈ ແຕ່ພວກເຂົາເບິ່ງຂ້າມການປະຕິບັດ, ການປ່ຽນແປງຈະເກີດຂຶ້ນໄດ້ແນວໃດ? ໃນປັດຈຸບັນນີ້, ຜູ້ຄົນໄດ້ເຂົ້າໃຈຫຼາຍສິ່ງ, ແຕ່ພວກເຂົາບໍ່ໄດ້ໃຊ້ຊີວິດຕາມຄວາມເປັນຈິງ; ສະນັ້ນ ພວກເຂົາຈຶ່ງມີຄວາມເຂົ້າໃຈຢ່າງແທ້ຈິງພຽງເລັກນ້ອຍກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າໄດ້ຮັບແສງສະຫວ່າງພຽງເລັກນ້ອຍເທົ່ານັ້ນ; ເຈົ້າໄດ້ຮັບແສງເຍືອງທາງພຽງເລັກນ້ອຍຈາກພຣະວິນຍານບໍລິສຸດ, ແຕ່ເຈົ້າບໍ່ມີທາງເຂົ້າສູ່ຊີວິດທີ່ເປັນຈິງ ຫຼື ເຈົ້າອາດຈະບໍ່ສົນໃຈກ່ຽວກັບທາງເຂົ້າ, ສະນັ້ນ ການປ່ຽນແປງຂອງເຈົ້າຈຶ່ງຫຼຸດລົງ. ຫຼັງຈາກເວລາທີ່ຍາວນານນັ້ນ, ຜູ້ຄົນກໍ່ເຂົ້າໃຈຫຼາຍຢ່າງ. ພວກເຂົາສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມຮູ້ຂອງພວກເຂົາໃນທິດສະດີ, ແຕ່ອຸປະນິໄສພາຍນອກຂອງພວກເຂົາຍັງຄົງເປັນຄືເກົ່າ ແລະ ຄວາມສາມາດເດີມຂອງພວກເຂົາກໍ່ຍັງເປັນຄືກັບທີ່ມັນເຄີຍເປັນ, ບໍ່ກ້າວໜ້າແມ່ນແຕ່ໜ້ອຍດຽວ. ຖ້າເປັນເຊັ່ນນີ້, ແລ້ວເມື່ອໃດເຈົ້າຈຶ່ງຈະໄດ້ເຂົ້າໃນທີ່ສຸດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 437)
ຊີວິດຄຣິສຕະຈັກເປັນພຽງຊີວິດປະເພດໜຶ່ງທີ່ຜູ້ຄົນເຕົ້າໂຮມກັນເພື່ອຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ມັນປະກອບເປັນພຽງເສດສ່ວນເລັກນ້ອຍໃນຊີວິດຂອງຄົນໆໜຶ່ງ. ຖ້າຊີວິດທີ່ເປັນຈິງຂອງຜູ້ຄົນສາມາດເປັນເໝືອນກັບຊີວິດຄຣິສຕະຈັກຂອງເຂົາອີກດ້ວຍ ເຊິ່ງລວມເຖິງຊີວິດຝ່າຍວິນຍານທີ່ປົກກະຕິ, ການຊີມລົດຊາດພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ, ການອະທິຖານ ແລະ ການໃກ້ຊິດກັບພຣະເຈົ້າຢ່າງເປັນປົກກະຕິ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງຖືກປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງຖືກປະຕິບັດຕາມຄວາມຈິງ, ການດຳລົງຊີວິດທີ່ເປັນຈິງແຫ່ງການປະຕິບັດການອະທິຖານ ແລະ ການສະຫງົບລົງຕໍ່ໜ້າພຣະເຈົ້າ, ການຮ້ອງເພງສັນລະເສີນ ແລະ ການເຕັ້ນລຳ, ມີພຽງແຕ່ສິ່ງນີ້ຈຶ່ງເປັນພຽງຊີວິດປະເພດທີ່ຈະນໍາພວກເຂົາເຂົ້າສູ່ຊີວິດແຫ່ງພຣະທຳຂອງພຣະເຈົ້າໄດ້. ຄົນສ່ວນໃຫຍ່ພຽງແຕ່ໃສ່ໃຈກັບເວລາຫຼາຍຊົ່ວໂມງໃນຊີວິດຄຣິສຕະຈັກຂອງພວກເຂົາ ໂດຍບໍ່ມີ “ການໃສ່ໃຈ” ກັບຊີວິດທີ່ຢູ່ນອກຊົ່ວໂມງເຫຼົ່ານັ້ນ, ເໝືອນກັບວ່າພວກເຂົາບໍ່ສົນໃຈມັນເລີຍ. ຍັງມີຫຼາຍຄົນທີ່ເຂົ້າສູ່ຊີວິດຂອງໄພ່ພົນ ເມື່ອກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຮ້ອງເພງສັນລະເສີນ ຫຼື ອະທິຖານ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ກັບຄືນສູ່ຕົວຕົນເດີມຂອງພວກເຂົາທີ່ຢູ່ນອກເວລາເຫຼົ່ານັ້ນ. ການດຳລົງຊີວິດແບບນີ້ບໍ່ສາມາດປ່ຽນແປງຜູ້ຄົນໄດ້, ແຮງໄກທີ່ຈະເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຮູ້ຈັກຕົນເອງ, ປະຖິ້ມຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງກ່ອນທີ່ເຈົ້າຈະສາມາດບັນລຸການປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ລົງເລິກໃນຄວາມເປັນຈິງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າກໍ່ຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າບໍ່ແມ່ນເພື່ອເຮັດໃຫ້ພວກເຂົາດຳລົງຊີວິດມະນຸດທີ່ປົກກະຕິຫຼັງຈາກຊ່ວງເວລາສັ້ນໆ ຫຼື ມັນບໍ່ແມ່ນເພື່ອປ່ຽນແປງແນວຄິດ ແລະ ຫຼັກຄຳສອນທີ່ຜິດພາດຂອງພວກເຂົາ. ກົງກັນຂ້າມ ຈຸດປະສົງຂອງພຣະອົງແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງຜູ້ຄົນ, ປ່ຽນແປງວິທີການທັງໝົດທີ່ເດີມໆໃນຊີວິດຂອງພວກເຂົາ ແລະ ປ່ຽນແປງວິທີການຄິດ ແລະ ທັດສະນະທາງຄວາມຄິດທີ່ຫຼ້າສະໄໝຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກແຕ່ພຽງຢ່າງດຽວຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ພວກເຂົາດຳລົງຊີວິດເປັນເວລາດົນນານ. ບໍ່ວ່າຫຍັງກໍຕາມ, ຜູ້ຄົນຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ປົກກະຕິໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ແລະ ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຄົນໆໜຶ່ງຕ້ອງຫັນທຸກສິ່ງມາສູ່ຊີວິດທີ່ເປັນຈິງ. ໃນການເຊື່ອໃນພຣະເຈົ້າ, ຖ້າຜູ້ຄົນບໍ່ສາມາດມາຮູ້ຈັກຕົນເອງຜ່ານທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິໃນຊີວິດຈິງ, ແລ້ວພວກເຂົາກໍ່ຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ, ແຕ່ດຳລົງຊີວິດຕາມຫຼັກຄຳສອນແທນ. ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ ແລະ ປະຕິເສດ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມບໍ່ເຊື່ອຟັງ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ປະກອບເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນຈຶ່ງເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບການຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ.
ບັດນີ້ ເມື່ອການເຮັດໃຫ້ຜູ້ຄົນສົມບູນໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ, ເຈົ້າຕ້ອງເຂົ້າສູ່ຊີວິດທີ່ເປັນຈິງ. ສະນັ້ນ, ເພື່ອທີ່ຈະບັນລຸການປ່ຽນແປງ, ເຈົ້າຕ້ອງເລີ່ມຕົ້ນຈາກການເຂົ້າສູ່ຊີວິດທີ່ເປັນຈິງ ແລະ ປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າຫຼີກເວັ້ນຊີວິດປົກກະຕິຂອງມະນຸດ ແລະ ມີແຕ່ເວົ້າກ່ຽວກັບບັນຫາຝ່າຍວິນຍານເທົ່ານັ້ນ, ແລ້ວສິ່ງຕ່າງໆກໍ່ຈະເປັນຕາໜ້າເບື່ອ ແລະ ບໍ່ເປັນຕາສົນໃຈ; ພວກມັນກໍ່ກາຍເປັນສິ່ງທີ່ບໍ່ເປັນຈິງ ແລະ ຫຼັງຈາກນັ້ນ ຜູ້ຄົນຈະສາມາດປ່ຽນແປງໄດ້ແນວໃດ? ບັດນີ້ ເຈົ້າຖືກສັ່ງໃຫ້ເຂົ້າສູ່ຊີວິດທີ່ເປັນຈິງເພື່ອປະຕິບັດ, ເພື່ອສ້າງຕັ້ງພື້ນຖານໃນການເຂົ້າສູ່ປະສົບການທີ່ແທ້ຈິງ. ນີ້ແມ່ນລັກສະນະໜຶ່ງຂອງສິ່ງທີ່ຜູ້ຄົນຕ້ອງເຮັດ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອນໍາພາເປັນຫຼັກ, ໃນຂະນະທີ່ສ່ວນທີ່ເຫຼືອແມ່ນຂຶ້ນຢູ່ກັບການປະຕິບັດ ແລະ ທາງເຂົ້າຂອງຜູ້ຄົນ. ທຸກຄົນອາດບັນລຸການເຂົ້າສູ່ຊີວິດທີ່ເປັນຈິງຜ່ານເສັ້ນທາງທີ່ແຕກຕ່າງກັນ ຈົນພວກເຂົາສາມາດນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງໄດ້ ແລະ ດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິຢ່າງແທ້ຈິງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຊີວິດທີ່ມີຄວາມໝາຍ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 438)
ກ່ອນໜ້ານີ້, ມີການເວົ້າວ່າ ການສະຖິດຂອງພຣະວິນຍານບໍລິສຸດ ແລະ ການມີພາລະກິດຂອງພຣະວິນຍານບໍລິສຸດແມ່ນແຕກຕ່າງກັນ. ສະພາວະປົກກະຕິຂອງການມີພຣະວິນຍານບໍລິສຸດສະຖິດຢູ່ແມ່ນສະແດງອອກຢູ່ໃນການມີຄວາມຄິດທີ່ປົກກະຕິ, ເຫດຜົນທີ່ປົກກະຕິ ແລະ ຄວາມເປັນມະນຸດທີ່ປົກກະຕິ. ບຸກຄະລິກຂອງຄົນອາດຈະເປັນດັ່ງທີ່ເຄີຍເປັນ, ແຕ່ພາຍໃນຕົວພວກເຂົາແມ່ນຈະມີສັນຕິສຸກ ແລະ ດ້ານພາຍນອກ ພວກເຂົາກໍຈະມີຄຸນສົມບັດຂອງໄພ່ພົນ. ນີ້ແມ່ນສິ່ງທີ່ພວກເຂົາຈະເປັນ ເມື່ອພຣະວິນຍານບໍລິສຸດຢູ່ກັບພວກເຂົາ. ເມື່ອບາງຄົນມີການສະຖິດຂອງພຣະວິນຍານບໍລິສຸດ, ແນວຄວາມຄິດຂອງພວກເຂົາກໍປົກກະຕິ. ເມື່ອພວກເຂົາຫິວ ພວກເຂົາກໍຕ້ອງການກິນ, ເມື່ອພວກເຂົາກະຫາຍ ພວກເຂົາກໍຕ້ອງການດື່ມນໍ້າ... ການສະແດງອອກດັ່ງກ່າວຂອງການເປັນມະນຸດປົກກະຕິບໍ່ແມ່ນການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ; ພວກມັນແມ່ນການຄິດແບບປົກກະຕິຂອງຜູ້ຄົນ ແລະ ສະພາວະທຳມະດາໃນການມີພຣະວິນຍານບໍລິສຸດສະຖິດຢູ່. ບາງຄົນເຊື່ອຢ່າງຜິດໆວ່າ ຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດແມ່ນບໍ່ຮູ້ຈັກອຶດຫິວອີກຕໍ່ໄປ, ພວກເຂົາບໍ່ຮູ້ສຶກອິດເມື່ອຍ ແລະ ເບິ່ງຄືກັບວ່າ ພວກເຂົາບໍ່ຄິດກັບຄອບຄົວ ແລະ ເກືອບແຍກຕົນເອງອອກຈາກເນື້ອໜັງຢ່າງສົມບູນ. ໃນຄວາມເປັນຈິງແລ້ວ ຍິ່ງພຣະວິນຍານບໍລິສຸດຢູ່ກັບຜູ້ຄົນຫຼາຍສໍ່າໃດ, ພວກເຂົາກໍປົກກະຕິຫຼາຍສໍ່ານັ້ນ. ພວກເຂົາຮູ້ຈັກທົນທຸກ ແລະ ສະຫຼະສິ່ງຕ່າງໆເພື່ອພຣະເຈົ້າ, ເສຍສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ; ຍິ່ງໄປກວ່ານັ້ນ ພວກເຂົາຄິດກ່ຽວກັບອາຫານ ແລະ ເຄື່ອງນຸ່ງຫົ່ມ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ໄດ້ສູນເສຍຫຍັງຈາກຄວາມເປັນມະນຸດປົກກະຕິທີ່ຜູ້ຄົນຄວນມີ ແລະ ເປັນ, ແຕ່ກົງກັນຂ້າມ ພວກເຂົາມີເຫດຜົນໂດຍສະເພາະ. ບາງຄັ້ງ ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າ; ມີຄວາມເຊື່ອຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ໂດຍທໍາມະຊາດແລ້ວ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນອີງຕາມພື້ນຖານນີ້. ຖ້າຜູ້ຄົນປາສະຈາກການຄິດແບບປົກກະຕິ, ແລ້ວພວກເຂົາກໍຈະບໍ່ມີເຫດຜົນ, ນີ້ບໍ່ແມ່ນສະພາວະປົກກະຕິ. ເມື່ອຜູ້ຄົນມີການຄິດແບບປົກກະຕິ ແລະ ພຣະວິນຍານບໍລິສຸດກໍຢູ່ກັບພວກເຂົາ, ພວກເຂົາຈະມີເຫດຜົນແບບຄົນປົກກະຕິຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ພວກເຂົາແມ່ນໄດ້ມີສະພາວະທີ່ປົກກະຕິ. ການປະສົບກັບພາລະກິດຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດແມ່ນເກີດຂຶ້ນເປັນບາງຄັ້ງບາງຄາວ, ໃນຂະນະທີ່ການມີພຣະວິນຍານບໍລິສຸດສະຖິດຢູ່ແມ່ນເກີດຂຶ້ນເກືອບຕະຫຼອດເວລາ. ຕາບໃດທີ່ເຫດຜົນ ແລະ ຄວາມຄິດຂອງຜູ້ຄົນເປັນປົກກະຕິ ແລະ ຕາບໃດທີ່ສະພາວະຂອງພວກເຂົາເປັນປົກກະຕິ, ແລ້ວພຣະວິນຍານບໍລິສຸດກໍຢູ່ກັບພວກເຂົາຢ່າງແນ່ນອນ. ເມື່ອເຫດຜົນ ແລະ ຄວາມຄິດຂອງຜູ້ຄົນບໍ່ປົກກະຕິ, ຄວາມເປັນມະນຸດຂອງພວກເຂົາກໍບໍ່ປົກກະຕິ. ຖ້າໃນຊ່ວງເວລານີ້, ພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າຢ່າງແນ່ນອນ. ແຕ່ຖ້າພຣະວິນຍານບໍລິສຸດຢູ່ກັບເຈົ້າ, ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນຕົວເຈົ້າຢ່າງແນ່ນອນ, ຍ້ອນວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລາພິເສດ. ການສະຖິດຂອງພຣະວິນຍານບໍລິສຸດພຽງແຕ່ສາມາດຮັກສາການເປັນຢູ່ປົກກະຕິຂອງຜູ້ຄົນ, ແຕ່ພຣະວິນຍານບໍລິສຸດແມ່ນປະຕິບັດພາລະກິດໃນເວລາຕ່າງຫາກ. ຕົວຢ່າງ ເຊັ່ນ: ຖ້າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເມື່ອເຈົ້າຫົດນໍ້າ ແລະ ຈັດການລ້ຽງດູໃຫ້ກັບຄຣິສຕະຈັກ, ແລ້ວພຣະວິນຍານບໍລິສຸດກໍຈະໃຫ້ແສງສະຫວ່າງກັບເຈົ້າດ້ວຍພຣະທຳບາງຂໍ້ເພື່ອສັ່ງສອນຄົນອື່ນ ແລະ ສາມາດແກ້ໄຂບັນຫາຕົວຈິງບາງຢ່າງຂອງອ້າຍເອື້ອຍນ້ອງຂອງເຈົ້າ, ເຊິ່ງໃນເວລາດັ່ງກ່າວ ພຣະວິນຍານບໍລິສຸດແມ່ນກຳລັງປະຕິບັດພາລະກິດ. ບາງຄັ້ງ ເມື່ອເຈົ້າກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດແມ່ນໃຫ້ແສງສະຫວ່າງກັບເຈົ້າດ້ວຍພຣະທຳບາງຂໍ້ທີ່ກ່ຽວຂ້ອງກັບປະສົບການຂອງເຈົ້າເອງໂດຍສະເພາະ, ເຮັດໃຫ້ເຈົ້າໄດ້ຮັບເອົາຄວາມຮູ້ກ່ຽວກັບສະພາວະຂອງເຈົ້າເອງຫຼາຍຂຶ້ນ; ສິ່ງນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນກັນ. ບາງຄັ້ງ ເມື່ອເຮົາເວົ້າ ພວກເຈົ້າກໍຟັງ ແລະ ສາມາດວັດແທກສະພາວະຂອງພວກເຈົ້າເອງໃສ່ພຣະທຳຂອງເຮົາ ແລະ ບາງຄັ້ງ ພວກເຈົ້າກໍຖືກສຳຜັດ ແລະ ດົນໃຈ; ທັງໝົດນີ້ລ້ວນແລ້ວແຕ່ເປັນພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເວົ້າວ່າ ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດໃນພວກເຂົາຕະຫຼອດເວລາ. ສິ່ງນີ້ແມ່ນເປັນໄປບໍ່ໄດ້. ຖ້າພວກເຂົາເວົ້າວ່າພຣະວິນຍານບໍລິສຸດຢູ່ກັບພວກເຂົາສະເໝີ, ສິ່ງນັ້ນກໍຈະເປັນຄວາມຈິງ. ຖ້າພວກເຂົາເວົ້າວ່າການຄິດ ແລະ ຄວາມຮູ້ສຶກຂອງພວກເຂົາປົກກະຕິຢູ່ຕະຫຼອດເວລາ, ສິ່ງນັ້ນກໍຈະເປັນຈິງເຊັ່ນກັນ ແລະ ສະແດງວ່າພຣະວິນຍານບໍລິສຸດແມ່ນຢູ່ກັບພວກເຂົາ. ຖ້າພວກເຂົາເວົ້າວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນພວກເຂົາຢູ່ສະເໝີ, ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະເຈົ້າ ແລະ ຖືກສຳຜັດໂດຍພຣະວິນຍານບໍລິສຸດໃນທຸກຊ່ວງເວລາ ແລະ ໄດ້ຮັບຄວາມຮູ້ໃໝ່ຕະຫຼອດເວລາ, ສິ່ງນີ້ແມ່ນເລື່ອງປົກກະຕິຢ່າງແນ່ນອນ! ມັນເປັນສິ່ງທີ່ເໜືອທຳມະຊາດທັງໝົດ! ຄົນປະເພດດັ່ງກ່າວເປັນວິນຍານຊົ່ວຮ້າຍໂດຍບໍ່ຕ້ອງສົງໄສເລີຍ! ແມ່ນແຕ່ໃນເວລາທີ່ພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງກໍຈະມີເວລາທີ່ພຣະອົງຕ້ອງກິນ ແລະ ຕ້ອງພັກຜ່ອນ, ເຊິ່ງສໍາລັບມະນຸດແລ້ວແມ່ນບໍ່ຕ້ອງເວົ້າເຖິງເລິຍ. ຄົນທີ່ຖືກຄອບງໍາໂດຍວິນຍານຊົ່ວຮ້າຍເບິ່ງຄືກັບວ່າ ປາສະຈາກຄວາມອ່ອນແອຂອງເນື້ອໜັງ. ພວກເຂົາສາມາດປະຖິ້ມ ແລະ ສະຫຼະທຸກສິ່ງ, ພວກເຂົາເປັນອິດສະຫຼະຈາກຄວາມຮູ້ສຶກ, ສາມາດອົດກັ້ນຕໍ່ການທໍລະມານ ແລະ ບໍ່ຮູ້ສຶກເຖິງຄວາມອິດເມື່ອຍແມ່ນແຕ່ໜ້ອຍດຽວ, ຄືກັບວ່າ ພວກເຂົາໄດ້ຢູ່ເໜືອເນື້ອໜັງ. ສິ່ງນີ້ບໍ່ແມ່ນຢູ່ເໜືອທຳມະຊາດທີ່ສຸດບໍ? ພາລະກິດຂອງວິນຍານຊົ່ວຮ້າຍແມ່ນຢູ່ເໜືອທຳມະຊາດ, ບໍ່ມີມະນຸດຄົນໃດສາມາດບັນລຸສິ່ງດັ່ງກ່າວໄດ້! ຄົນທີ່ປາສະຈາກການແຍກແຍະແມ່ນອິດສາເມື່ອພວກເຂົາເຫັນຄົນປະເພດດັ່ງກ່າວ: ພວກເຂົາເວົ້າວ່າພວກເຂົາມີພະລັງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍສະແດງທ່າທີອ່ອນແອແມ່ນແຕ່ໜ້ອຍດຽວ! ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງພາລະກິດຂອງວິນຍານຊົ່ວຮ້າຍ. ຍ້ອນຜູ້ຄົນທຳມະດາມີຄວາມອ່ອນແອຂອງມະນຸດຢ່າງຫຼີກເວັ້ນບໍ່ໄດ້; ສິ່ງນີ້ແມ່ນສະພາວະປົກກະຕິຂອງຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (4)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 439)
ການຍຶດໝັ້ນໃນຄຳພະຍານຂອງຕົນເອງໝາຍເຖິງຫຍັງ? ບາງຄົນເວົ້າວ່າພວກເຂົາພຽງແຕ່ຕິດຕາມດັ່ງທີ່ພວກເຂົາເຮັດໃນຕອນນີ້ ແລະ ບໍ່ໄດ້ກັງວົນໃຈວ່າພວກເຂົາຈະສາມາດໄດ້ຮັບຊີວິດ ຫຼື ບໍ່; ພວກເຂົາບໍ່ສະແຫວງຫາຊີວິດ, ແຕ່ພວກເຂົາກໍບໍ່ຖອຍເຊັ່ນດຽວກັນ. ພວກເຂົາພຽງແຕ່ຮັບຮູ້ວ່າຂັ້ນຕອນນີ້ຂອງພາລະກິດແມ່ນຖືກປະຕິບັດໂດຍພຣະເຈົ້າ. ສິ່ງນີ້ບໍ່ແມ່ນການລົ້ມເຫຼວໃນຄຳພະຍານຂອງພວກເຂົາບໍ? ຄົນປະເພດດັ່ງກ່າວບໍ່ໄດ້ເປັນພະຍານເຖິງການຖືກເອົາຊະນະ. ຄົນທີ່ຖືກເອົາຊະນະຈະຕິດຕາມໂດຍບໍ່ສົນໃຈສິ່ງອື່ນໃດທັງໝົດ ແລະ ສາມາດສະແຫວງຫາຊີວິດ. ພວກເຂົາບໍ່ພຽງແຕ່ເຊື່ອໃນພຣະເຈົ້າທີ່ເປັນຈິງ, ແຕ່ຍັງຮູ້ຈັກປະຕິບັດຕາມການຈັດແຈງທັງໝົດຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ເປັນພະຍານ. ຄົນທີ່ບໍ່ເປັນພະຍານບໍ່ເຄີຍສະແຫວງຫາຊີວິດຈັກເທື່ອ ແລະ ຍັງຕິດຕາມແບບບໍ່ມີຈຸດໝາຍ. ເຈົ້າອາດຕິດຕາມ, ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າເຈົ້າຖືກເອົາຊະນະແລ້ວ, ຍ້ອນເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ. ເງື່ອນໄຂບາງຂໍ້ຕ້ອງຖືກບັນລຸເພື່ອຈະຖືກເອົາຊະນະ. ບໍ່ແມ່ນທຸກຄົນທີ່ຕິດຕາມຈະຖືກເອົາຊະນະ, ຍ້ອນໃນຫົວໃຈຂອງເຈົ້າ ເຈົ້າບໍ່ເຂົ້າໃຈຫຍັງເລີຍວ່າ ເປັນຫຍັງເຈົ້າຕ້ອງຕິດຕາມພຣະເຈົ້າແຫ່ງປັດຈຸບັນ ຫຼື ເຈົ້າບໍ່ຮູ້ຈັກວ່າ ເຈົ້າໄດ້ມາຮອດປັດຈຸບັນນີ້ດ້ວຍວິທີໃດ, ຜູ້ໃດສະໜັບສະໜູນເຈົ້າຈົນເຖິງປັດຈຸບັນ. ການປະຕິບັດຕໍ່ຄວາມເຊື່ອໃນພຣະເຈົ້າຂອງບາງຄົນແມ່ນໂງ່ຈ້າ ແລະ ສັບສົນຢູ່ສະເໝີ; ສະນັ້ນ ການຕິດຕາມບໍ່ຈຳເປັນຕ້ອງໝາຍຄວາມວ່າເຈົ້າມີຄຳພະຍານ. ແມ່ນຫຍັງຄືຄຳພະຍານທີ່ແທ້ຈິງ? ຄຳພະຍານທີ່ກ່າວເຖິງໃນນີ້ມີສອງສ່ວນ: ສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເອົາຊະນະ ແລະ ອີກສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເຮັດໃຫ້ສົມບູນ (ເຊິ່ງຈະເປັນຄຳພະຍານຫຼັງຈາກການທົດລອງທີ່ຍິ່ງໃຫຍ່ ແລະ ຄວາມລຳບາກຍາກແຄ້ນໃນອະນາຄົດຢ່າງແນ່ນອນ). ເວົ້າອີກຢ່າງໜຶ່ງກໍຄື ຖ້າເຈົ້າສາມາດຍຶດໝັ້ນໃນລະຫວ່າງຄວາມລຳບາກຍາກແຄ້ນ ແລະ ການທົດສອບ, ເຈົ້າກໍຈະມີຂັ້ນຕອນທີສອງຂອງການເປັນພະຍານ. ສິ່ງທີ່ສຳຄັນໃນປັດຈຸບັນແມ່ນຂັ້ນຕອນທໍາອິດຂອງກັນເປັນພະຍານ: ນັ້ນກໍຄື ການສາມາດຍຶດໝັ້ນທຸກສະຖານະການຂອງການທົດສອບແຫ່ງການຂ້ຽນຕີ ແລະ ການພິພາກສາ. ນີ້ແມ່ນການເປັນພະຍານໃນການຖືກເອົາຊະນະ. ນັ້ນກໍຍ້ອນວ່າ ປັດຈຸບັນນີ້ແມ່ນເວລາແຫ່ງການເອົາຊະນະ. (ເຈົ້າຄວນຮູ້ຈັກວ່າ ປັດຈຸບັນນີ້ແມ່ນເວລາແຫ່ງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກ; ພາລະກິດຫຼັກຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ເທິງແຜ່ນດິນໂລກແມ່ນການເອົາຊະນະຄົນກຸ່ມນີ້ຢູ່ເທິງແຜ່ນດິນໂລກ ຜູ້ເຊິ່ງຕິດຕາມພຣະອົງຜ່ານການພິພາກສາ ແລະ ການຂ້ຽນຕີ). ບໍ່ວ່າເຈົ້າຈະສາມາດເປັນພະຍານເຖິງການຖືກເອົາຊະນະ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນຢູ່ກັບວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ ຫຼື ບໍ່, ແຕ່ສຳຄັນໄປກວ່ານັ້ນກໍຄື ເຈົ້າໄດ້ປະສົບກັບແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າສາມາດເຂົ້າໃຈເຖິງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າຮັບຮູ້ພາລະກິດທັງໝົດນີ້ຢ່າງແທ້ຈິງ ຫຼື ບໍ່. ເຈົ້າຈະບໍ່ສາມາດຜ່ານໄປໄດ້ຢ່າງງຽບໆໂດຍການຕິດຕາມຈົນເຖິງທີ່ສຸດເທົ່ານັ້ນ. ເຈົ້າຕ້ອງສາມາດເຕັມໃຈທີ່ຈະຍອມທຸກສະຖານະການຂອງການຂ້ຽນຕີ ແລະ ການພິພາກສາ, ຕ້ອງສາມາດເຂົ້າໃຈແຕ່ລະຂັ້ນຕອນຂອງພາລະກິດທີ່ເຈົ້າໄດ້ປະສົບກັບຢ່າງແທ້ຈິງ ແລະ ຕ້ອງສາມາດຮັບເອົາຄວາມຮູ້ ແລະ ຄວາມເຊື່ອຟັງອຸປະນິໄສຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງຂອງການຖືກເອົາຊະນະ ເຊິ່ງເຈົ້າຈຳເປັນຕ້ອງແບກຮັບ. ການເປັນພະຍານໃນການຖືກເອົາຊະນະ ຕົ້ນຕໍແລ້ວ ແມ່ນໝາຍເຖິງຄວາມຮູ້ຂອງເຈົ້າກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ. ສິ່ງທີ່ສຳຄັນກໍຄື ຂັ້ນຕອນນີ້ຂອງການເປັນພະຍານແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນບໍ່ສຳຄັນວ່າເຈົ້າຈະເຮັດຫຍັງ ຫຼື ເວົ້າຫຍັງຕໍ່ໜ້າຜູ້ຄົນເທິງໂລກ ຫຼື ຄົນທີ່ມີອຳນາດ; ສິ່ງທີ່ສຳຄັນເໜືອສິ່ງອື່ນໃດກໍຄື ເຈົ້າສາມາດເຊື່ອຟັງພຣະທຳທຸກຂໍ້ທີ່ມາຈາກປາກຂອງພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ ຫຼື ບໍ່. ສະນັ້ນ ຂັ້ນຕອນນີ້ຂອງການເປັນພະຍານຈຶ່ງແນໃສ່ຊາຕານ ແລະ ສັດຕູຂອງພຣະເຈົ້າທັງໝົດ ເຊິ່ງນັ້ນກໍຄື ມານຮ້າຍ ແລະ ສັດຕູທີ່ບໍ່ເຊື່ອວ່າພຣະເຈົ້າຈະກາຍມາເປັນເນື້ອໜັງຄັ້ງທີສອງ ແລະ ມາເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ແລະ ຍິ່ງໄປກວ່ານັ້ນ ບໍ່ເຊື່ອໃນຄວາມຈິງຂອງການກັບມາສູ່ເນື້ອໜັງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ແມ່ນແນໃສ່ຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ສັດຕູທັງໝົດທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ.
ການຄິດເຖິງພຣະເຈົ້າ ແລະ ການປາຖະໜາຫາພຣະເຈົ້າບໍ່ໄດ້ພິສູດວ່າເຈົ້າຖືກພຣະເຈົ້າເອົາຊະນະ; ສິ່ງນີ້ຂຶ້ນກັບວ່າ ເຈົ້າເຊື່ອວ່າພຣະອົງເປັນພຣະທຳທີ່ກາຍເປັນເນື້ອໜັງ ຫຼື ບໍ່, ເຈົ້າເຊື່ອວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ ແລະ ເຈົ້າເຊື່ອວ່າພຣະວິນຍານໄດ້ກາຍມາເປັນພຣະທຳ ຫຼື ບໍ່ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ ຫຼື ບໍ່. ນີ້ແມ່ນການເປັນພະຍານທີ່ສຳຄັນ. ມັນບໍ່ສຳຄັນວ່າເຈົ້າຕິດຕາມແນວໃດ ຫຼື ເຈົ້າເສຍສະຫຼະຕົນເອງແບບໃດ; ສິ່ງທີ່ສຳຄັນກໍຄື ຈາກຄວາມເປັນມະນຸດທີ່ປົກກະຕິນີ້ ເຈົ້າສາມາດຄົ້ນພົບວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະວິນຍານແຫ່ງຄວາມຈິງໄດ້ບັງເກີດໃນເນື້ອໜັງ ເຊິ່ງນັ້ນກໍຄື ຄວາມຈິງ, ຫົນທາງ ແລະ ຊີວິດທັງໝົດໄດ້ກາຍມາເປັນເນື້ອໜັງ, ພຣະວິນຍານຂອງພຣະເຈົ້າໄດ້ມາເຖິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພຣະວິນຍານໄດ້ກາຍມາເປັນເນື້ອໜັງ. ເຖິງແມ່ນວ່າໃນດ້ານຜິວເຜີນ ເບິ່ງຄືກັບວ່າ ສິ່ງນີ້ແມ່ນແຕກຕ່າງຈາກແນວຄວາມຄິດຂອງພຣະວິນຍານບໍລິສຸດ, ໃນພາລະກິດນີ້ ເຈົ້າຈະສາມາດເຫັນຢ່າງຊັດເຈນຍິ່ງຂຶ້ນວ່າ ພຣະວິນຍານຖືກເຮັດໃຫ້ເປັນຈິງໃນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ. ເຈົ້າສາມາດເຂົ້າໃຈຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ”. ຍິ່ງໄປກວ່ານັ້ນ ເຈົ້າຕ້ອງເຂົ້າໃຈວ່າພຣະທຳໃນປັດຈຸບັນແມ່ນພຣະເຈົ້າ ແລະ ເບິ່ງເຫັນວ່າພຣະທຳກາຍມາເປັນເນື້ອໜັງ. ສິ່ງນີ້ແມ່ນການເປັນພະຍານທີ່ດີທີ່ສຸດທີ່ເຈົ້າສາມາດເປັນໄດ້. ສິ່ງນີ້ພິສູດວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ເຈົ້າບໍ່ພຽງແຕ່ສາມາດຮູ້ຈັກພຣະອົງ, ແຕ່ຍັງຮູ້ຈັກວ່າຫົນທາງທີ່ເຈົ້າຍ່າງໃນປັດຈຸບັນແມ່ນຫົນທາງແຫ່ງຊີວິດ ແລະ ຫົນທາງແຫ່ງຄວາມຈິງ. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມແກ່ນແທ້ທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ແມ່ນການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິ່ງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສຸດທ້າຍ. ສະນັ້ນ ເຈົ້າຕ້ອງຮູ້ຈັກເຖິງຄວາມໝາຍຂອງການບັງເກີດເປັນມະນຸດ. ມັນບໍ່ສຳຄັນວ່າເຈົ້າແລ່ນໄປມາຫຼາຍສໍ່າໃດ ຫຼື ເຈົ້າປະຕິບັດກັບສິ່ງພາຍນອກໄດ້ດີສໍ່າໃດ; ສິ່ງທີ່ສຳຄັນກໍຄື ເຈົ້າສາມາດຍອມອ່ອນນ້ອມຢູ່ຕໍ່ໜ້າພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ ແລະ ອຸທິດການເປັນຢູ່ທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ເຊື່ອຟັງພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ຫຼື ບໍ່. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ ແລະ ສິ່ງທີ່ເຈົ້າຄວນປະຕິບັດຕາມ.
ຂັ້ນຕອນສຸດທ້າຍໃນການເປັນພະຍານກໍຄື ເຈົ້າສາມາດຖືກເຮັດໃຫ້ສົມບູນ ຫຼື ບໍ່ ເຊິ່ງໝາຍຄວາມວ່າ ເມື່ອເຂົ້າໃຈພຣະທຳທັງໝົດທີ່ກ່າວອອກມາຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແລ້ວ ເຈົ້າກໍຈະມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຍິ່ງໝັ້ນໃຈກ່ຽວກັບພຣະອົງ, ເຈົ້າປະຕິບັດຕາມພຣະທຳທຸກຂໍ້ທີ່ມາກຈາກປາກຂອງພຣະເຈົ້າ ແລະ ບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າຄືກັບລັກສະນະຂອງເປໂຕ ແລະ ຄວາມເຊື່ອຂອງໂຢບ, ເຊິ່ງນັ້ນກໍຄື ເຈົ້າຕ້ອງສາມາດເຊື່ອຟັງຈົນຕາຍ, ມອບຕົນເອງໃຫ້ກັບພຣະອົງທັງໝົດ ແລະ ໃນທີ່ສຸດ ກໍບັນລຸໃນຮູບແບບຂອງຄົນທີ່ມີມາດຕະຖານ ເຊິ່ງໝາຍຄວາມວ່າ ໃນຮູບລັກສະນະຂອງຄົນທີ່ຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນຫຼັງຈາກທີ່ໄດ້ປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງ, ມັນແມ່ນການເປັນພະຍານທີ່ຄວນມີໃນຜູ້ຄົນທີ່ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ. ສິ່ງເຫຼົ່ານີ້ແມ່ນການເປັນພະຍານສອງຂັ້ນຕອນທີ່ເຈົ້າຄວນມີ ແລະ ທັງສອງຢ່າງແມ່ນກ່ຽວພັນກັນ ເຊິ່ງແຕ່ລະຢ່າງແມ່ນບໍ່ສາມາດຕັດອອກຈາກກັນໄດ້. ແຕ່ມີສິ່ງໜຶ່ງທີ່ເຈົ້າຕ້ອງຮູ້: ການເປັນພະຍານທີ່ເຮົາຮຽກຮ້ອງຈາກເຈົ້າໃນປັດຈຸບັນນີ້ ບໍ່ໄດ້ແນໃສ່ຜູ້ຄົນເທິງແຜ່ນດິນໂລກ ຫຼື ບຸກຄົນໃດຄົນໜຶ່ງ, ແຕ່ແນໃສ່ສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າ. ມັນວັດແທກໂດຍຄວາມສາມາດຂອງເຈົ້າ ວ່າເຈົ້າຈະສາມາດເຮັດໃຫ້ເຮົາພໍໃຈ ຫຼື ບໍ່ ແລະ ເຈົ້າຈະສາມາດບັນລຸຕາມມາດຕະຖານຂອງເງື່ອນໄຂທີ່ເຮົາຮຽກຮ້ອງຈາກພວກເຈົ້າແຕ່ລະຄົນໄດ້ ຫຼື ບໍ່. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (4)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 440)
ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກ ຫຼື ຄວາມຮູ້ສຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ ແລະ ຍາກທີ່ຈະເອົາຊະນະຄວາມບໍ່ຊອບທຳ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ. ທຳມະຊາດດັ່ງເດີມຂອງພວກເຈົ້າແມ່ນຖືກຝັງເລິກຫຼາຍ. ຖ້າພວກເຈົ້າຖືກວາງຢູ່ເທິງບັນລັງ, ພວກເຈົ້າກໍຈະບໍ່ຮູ້ຈັກເຖິງຄວາມສູງຂອງສະຫວັນ ແລະ ຄວາມເລິກຂອງແຜ່ນດິນໂລກ, ແຮງໄກທີ່ຈະຮູ້ຈັກເຖິງບ່ອນທີ່ພວກເຈົ້າກໍາລັງໄປ. ພວກເຈົ້າບໍ່ຮູ້ຈັກແມ່ນແຕ່ວ່າພວກເຈົ້າມາຈາກໃສ, ແລ້ວພວກເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງໄດ້ແນວໃດ? ຖ້າປາສະຈາກການຂ້ຽນຕີ ແລະ ການສາບແຊ່ງຕາມການເວລາໃນປັດຈຸບັນ, ມື້ສຸດທ້າຍຂອງພວກເຈົ້າກໍຈະມາເຖິງຕັ້ງແຕ່ດົນແລ້ວ. ນັ້ນບໍ່ໄດ້ເວົ້າເຖິງໂຊກຊະຕາຂອງພວກເຈົ້າເລີຍ, ແລ້ວມັນຈະບໍ່ຢູ່ໃນອັນຕະລາຍຫຼາຍກວ່າເກົ່າບໍ? ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາຕາມການເວລາດັ່ງກ່າວນີ້, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າອວດດີຫຼາຍສໍ່າໃດ ຫຼື ພວກເຈົ້າຈະຊົ່ວຊ້າຫຼາຍສໍ່າໃດ. ການຂ້ຽນຕີ ແລະ ການພິພາກສານີ້ໄດ້ນໍາພາພວກເຈົ້າມາເຖິງປັດຈຸບັນ ແລະ ສິ່ງເຫຼົ່ານັ້ນໄດ້ຮັກສາການເປັນຢູ່ຂອງພວກເຈົ້າ. ຖ້າພວກເຈົ້າຍັງມີ “ການສຶກສາ” ແລ້ວໃຊ້ວິທີການດຽວກັນກັບ “ພໍ່” ຂອງພວກເຈົ້າ, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າຈະເຂົ້າສູ່ຂອບເຂດໃດ! ພວກເຈົ້າບໍ່ມີຄວາມສາມາດທີ່ຈະຄວບຄຸມ ແລະ ໄຕ່ຕອງກ່ຽວກັບຕົນເອງເລີຍ. ສຳລັບຄົນຄືພວກເຈົ້າແລ້ວ, ຖ້າພວກເຈົ້າພຽງແຕ່ຕິດຕາມ ແລະ ເຊື່ອຟັງໂດຍບໍ່ມີການແຊກແຊງ ຫຼື ການຂັດຂວາງໃດໆ, ຈຸດປະສົງຂອງເຮົາກໍຈະຖືກບັນລຸແລ້ວ. ມັນຈະບໍ່ດີກວ່າບໍ ທີ່ພວກເຈົ້າຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງປັດຈຸບັນ? ພວກເຈົ້າມີທາງເລືອກຫຍັງອີກ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (6)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 441)
ເມື່ອຈັດຕຽມຕົນເອງເພື່ອຊີວິດ, ເຈົ້າຕ້ອງໃສ່ໃຈໃນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດເວົ້າເຖິງຄວາມຮູ້ກ່ຽວກັບພຣະເຈົ້າ, ມຸມມອງຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ໂດຍສະເພາະແມ່ນຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກສຸດທ້າຍ. ຍ້ອນເຈົ້າສະແຫວງຫາຊີວິດ, ເຈົ້າຕ້ອງປະກອບຕົນເອງດ້ວຍສິ່ງຕ່າງໆເຫຼົ່ານີ້. ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງວັດແທກຄວາມເປັນຈິງໃນສະພາວະຂອງເຈົ້າເອງໃສ່ສິ່ງເຫຼົ່ານັ້ນ. ນັ້ນກໍຄື ເມື່ອເຈົ້າຄົ້ນພົບຂໍ້ບົກຜ່ອງຂອງເຈົ້າໃນຊ່ວງເວລາປະສົບການຕົວຈິງຂອງເຈົ້າ, ເຈົ້າຕ້ອງສາມາດຄົ້ນພົບເສັ້ນທາງເພື່ອປະຕິບັດ, ສາມາດຫັນຫຼັງຂອງເຈົ້າໃສ່ແຮງຈູງໃຈ ແລະ ແນວຄິດທີ່ບໍ່ຖືກຕ້ອງຂອງເຈົ້າ. ຖ້າເຈົ້າພະຍາຍາມຫາສິ່ງເຫຼົ່ານີ້ ແລະ ຖອກເທຫົວໃຈຂອງເຈົ້າເພື່ອບັນລຸພວກມັນຢູ່ສະເໝີ, ແລ້ວເຈົ້າກໍຈະມີເສັ້ນທາງໃຫ້ຕິດຕາມ, ເຈົ້າຈະບໍ່ຮູ້ສຶກວ່າງເປົ່າ ແລະ ດ້ວຍເຫດນັ້ນ ເຈົ້າຈະສາມາດຮັກສາສະພາວະທີ່ປົກກະຕິໄດ້. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເປັນຄົນທີ່ແບກພາລະໃນຊີວິດຂອງເຈົ້າເອງໃນຖານະທີ່ເປັນຜູ້ມີຄວາມເຊື່ອ. ເປັນຫຍັງບາງຄົນຈຶ່ງບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານັ້ນ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ສຳຄັນທີ່ສຸດບໍ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ຈິງຈັງກັບຊີວິດບໍ? ເຫດຜົນທີ່ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ສຳຄັນ ແລະ ບໍ່ມີເສັ້ນທາງໃຫ້ປະຕິບັດກໍຄືເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ສາມາດເຊື່ອມໂຍງສະພາວະຂອງພວກເຂົາເອງໃສ່ສິ່ງເຫຼົ່ານັ້ນໄດ້ ຫຼື ພວກເຂົາບໍ່ສາມາດຄວບຄຸມສະພາວະຂອງພວກເຂົາເອງ. ບາງຄົນເວົ້າວ່າ: “ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ເຊື່ອມໂຍງສະພາວະຂອງຂ້ານ້ອຍໃສ່ສິ່ງເຫຼົ່ານັ້ນ ແລະ ຂ້ານ້ອຍຮູ້ວ່າ ຂ້ານ້ອຍເສື່ອມຊາມ ແລະ ມີຄວາມສາມາດຕໍ່າ, ແຕ່ຂ້ານ້ອຍບໍ່ສາມາດເຮັດໃຫ້ພໍໃຈຕາມຄວາມປະສົງຂອງພຣະເຈົ້າໄດ້”. ເຈົ້າພຽງແຕ່ໄດ້ເຫັນສິ່ງທີ່ຢູ່ພາຍນອກເທົ່ານັ້ນ; ມີຫຼາຍສິ່ງທີ່ເປັນຈິງທີ່ເຈົ້າບໍ່ຮູ້: ວິທີການປ່ອຍວາງຄວາມສຸກທາງເນື້ອໜັງ, ວິທີການປ່ອຍວາງການໂອ້ອວດຕົນເອງວ່າເປັນຄົນຊອບທຳ, ວິທີການປ່ຽນແປງຕົນເອງ, ວິທີການເຂົ້າສູ່ສິ່ງເຫຼົ່ານີ້, ວິທີການປັບປຸງຄວາມສາມາດຂອງເຈົ້າ ແລະ ຈະເລີ່ມຕົ້ນຈາກດ້ານໃດ. ເຈົ້າພຽງເຂົ້າໃຈສິ່ງເລັກນ້ອຍໃນຜິວເຜີນເທົ່ານັ້ນ ແລະ ທຸກສິ່ງທີ່ເຈົ້າຮູ້ກໍຄືເຈົ້າເສື່ອມຊາມຫຼາຍແທ້ໆ. ເມື່ອເຈົ້າພົບກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍເວົ້າວ່າເຈົ້າເສື່ອມຊາມສໍ່າໃດ ແລະ ມັນເບິ່ງຄືກັບວ່າເຈົ້າຮູ້ຈັກຕົນເອງ ແລະ ແບກພາລະອັນໜັກໜ່ວງສຳລັບຊີວິດຂອງເຈົ້າ. ໃນຄວາມເປັນຈິງແລ້ວ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ປ່ຽນແປງ ເຊິ່ງພິສູດວ່າເຈົ້າບໍ່ໄດ້ຄົ້ນພົບເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າກຳລັງນໍາພາຄຣິສຕະຈັກ, ເຈົ້າຕ້ອງສາມາດເຂົ້າໃຈສະພາວະຂອງອ້າຍເອື້ອຍນ້ອງ ແລະ ຊີ້ແຈງສິ່ງເຫຼົ່ານັ້ນ. ມັນຈະເກີດຜົນບໍ ຖ້າເຈົ້າພຽງແຕ່ເວົ້າວ່າ: “ພວກເຈົ້າຄືຄົນທີ່ບໍ່ເຊື່ອຟັງ ແລະ ຫຼ້າຫຼັງ!”? ບໍ່, ເຈົ້າຕ້ອງເວົ້າຢ່າງລະອຽດເຖິງວິທີການສະແດງຄວາມບໍ່ເຊື່ອຟັງ ແລະ ຄວາມຫຼັງຫຼັງຂອງພວກເຂົາ. ເຈົ້າຕ້ອງເວົ້າເຖິງສະພາວະທີ່ບໍ່ເຊື່ອຟັງຂອງພວກເຂົາ, ພຶດຕິກຳທີ່ບໍ່ເຊື່ອຟັງຂອງພວກເຂົາ ແລະ ອຸປະນິໄສແບບຊາຕານຂອງພວກເຂົາ ແລະ ເຈົ້າຕ້ອງເວົ້າເຖິງສິ່ງເຫຼົ່ານີ້ໃນລັກສະນະທີ່ເຮັດໃຫ້ພວກເຂົາເຊື່ອທີ່ສຸດໃນຄວາມຈິງທີ່ຢູ່ໃນຄຳເວົ້າຂອງເຈົ້າ. ໃຫ້ໃຊ້ຂໍ້ແທ້ຈິງ ແລະ ຕົວຢ່າງເພື່ອອ້າງເຫດຜົນຂອງເຈົ້າ ແລະ ເວົ້າຢ່າງຖືກຕ້ອງເຖິງວິທີທີ່ພວກເຂົາສາມາດເປັນອິດສະຫຼະຈາກພຶດຕິກຳທີ່ເປັນປໍລະປັກ ແລະ ຊີ້ນໍາເສັ້ນທາງສູ່ການປະຕິບັດ, ນີ້ແມ່ນວິທີທີ່ຈະເຮັດໃຫ້ຜູ້ຄົນເຊື່ອ. ມີພຽງແຕ່ຄົນທີ່ເຮັດແບບນີ້ເທົ່ານັ້ນຈຶ່ງສາມາດນໍາພາຄົນອື່ນໄດ້; ມີພຽງເມື່ອນັ້ນພວກເຂົາຈຶ່ງຈະມີຄວາມເປັນຈິງແຫ່ງຄວາມຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 442)
ການເປັນພະຍານໃຫ້ແກ່ພຣະເຈົ້າຫຼັກໆແມ່ນເລື່ອງການເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ, ວິທີທີ່ພຣະເຈົ້າເອົາຊະນະຜູ້ຄົນ, ວິທີທີ່ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະອົງປ່ຽນແປງຜູ້ຄົນ; ມັນແມ່ນການເວົ້າເຖິງວິທີທີ່ພຣະອົງນໍາພາຜູ້ຄົນໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຮັດໃຫ້ພວກເຂົາຖືກເອົາຊະນະ, ຖືກເຮັດໃຫ້ສົມບູນ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງ. ການເປັນພະຍານໝາຍເຖິງການເວົ້າເຖິງພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ເຈົ້າໄດ້ຜະເຊີນ. ມີພຽງແຕ່ພາລະກິດຂອງພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະອົງ ແລະ ມີພຽງແຕ່ພາລະກິດຂອງພຣະອົງທີ່ສາມາດເປີດເຜີຍພຣະອົງສູ່ສາທາລະນະ, ໃນຄວາມເປັນພຣະອົງທັງໝົດ; ພາລະກິດຂອງພຣະອົງເປັນພະຍານໃຫ້ແກ່ພຣະອົງ. ພາລະກິດຂອງພຣະອົງ ແລະ ພຣະຄໍາຂອງພຣະອົງເປັນຕົວແທນໃຫ້ແກ່ພຣະວິນຍານໂດຍກົງ; ພາລະກິດທີ່ພຣະອົງເຮັດແມ່ນຖືກປະຕິບັດໂດຍພຣະວິນຍານ ແລະ ພຣະທຳທີ່ພຣະອົງກ່າວແມ່ນຖືກກ່າວໂດຍພຣະວິນຍານ. ສິ່ງເຫຼົ່ານີ້ພຽງແຕ່ຖືກກ່າວອອກຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງ ພວກມັນແມ່ນການສະແດງອອກຂອງພຣະວິນຍານ. ພາລະກິດທຸກຢ່າງທີ່ພຣະອົງເຮັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວເປັນຕົວແທນໃຫ້ແກ່ທາດແທ້ຂອງພຣະອົງ. ຫຼັງຈາກທີ່ພຣະອົງສວມໃສ່ເນື້ອໜັງ ແລະ ມາຢູ່ທ່າມກາງມະນຸດ, ຖ້າພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດພາລະກິດ ແລະ ຂໍໃຫ້ພວກເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ, ຄວາມເປັນປົກກະຕິຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ, ເຈົ້າຈະສາມາດຮູ້ຈັກບໍ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ແກ່ນແທ້ຂອງພຣະວິນຍານແມ່ນຫຍັງ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ຄຸນລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຫຍັງ? ມັນເປັນພຽງຍ້ອນພວກເຈົ້າໄດ້ຜະເຊີນແຕ່ລະບາດກ້າວໃນພາລະກິດຂອງພຣະອົງ, ພຣະອົງຈຶ່ງຂໍໃຫ້ພວກເຈົ້າເປັນພະຍານໃຫ້ແກ່ພຣະອົງ. ຖ້າພວກເຈົ້າປາສະຈາກປະສົບການດັ່ງກ່າວ, ແລ້ວພຣະອົງຈະບໍ່ຂໍໃຫ້ພວກເຈົ້າເປັນພະຍານ. ສະນັ້ນ ເມື່ອເຈົ້າເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ພຽງແຕ່ເປັນພະຍານເຖິງລັກສະນະພາຍນອກຂອງຄວາມເປັນມະນຸດປົກກະຕິຂອງພຣະອົງ, ແຕ່ຍັງເປັນພະຍານເຖິງພາລະກິດທີ່ພຣະອົງເຮັດ ແລະ ເສັ້ນທາງທີ່ພຣະອົງນໍາພາ; ເຈົ້າຕ້ອງເປັນພະຍານເຖິງວິທີທາງທີ່ເຈົ້າຖືກເອົາຊະນະໂດຍພຣະອົງ ແລະ ໃນດ້ານໃດທີ່ເຈົ້າຖືກເຮັດໃຫ້ສົມບູນ. ນີ້ແມ່ນປະເພດຂອງການເປັນພະຍານທີ່ເຈົ້າຄວນມີ. ບ່ອນໃດກໍຕາມທີ່ເຈົ້າໄປ, ຖ້າເຈົ້າຮ້ອງອອກມາວ່າ: “ພຣະເຈົ້າຂອງຂ້ານ້ອຍໄດ້ມາເພື່ອປະຕິບັດພາລະກິດ ແລະ ພາລະກິດຂອງພຣະອົງແມ່ນເປັນຈິງແທ້ໆ! ພຣະອົງໄດ້ຮັບເອົາພວກຂ້ານ້ອຍໂດຍບໍ່ມີການກະທຳທີ່ເໜືອທຳມະຊາດ, ໂດຍປາສະຈາກສິ່ງອັດສະຈັນ ແລະ ການອັດສະຈັນໃດໆເລີຍ!” ຄົນອື່ນຈະຖາມວ່າ: “ເຈົ້າໝາຍຄວາມວ່າແນວໃດ ເມື່ອເຈົ້າເວົ້າວ່າ ພຣະອົງບໍ່ໄດ້ປະຕິບັດສິ່ງອັດສະຈັນ ແລະ ການອັດສະຈັນ? ພຣະອົງຈະສາມາດເອົາຊະນະເຈົ້າໂດຍບໍ່ປະຕິບັດສິ່ງອັດສະຈັນ ແລະ ການອັດສະຈັນໄດ້ແນວໃດ?” ແລ້ວເຈົ້າກໍຈະເວົ້າວ່າ: “ພຣະອົງກ່າວ ແລະ ໂດຍບໍ່ໄດ້ມີການສະແດງການອັດສະຈັນ ຫຼື ສິ່ງອັດສະຈັນເລີຍ, ພຣະອົງໄດ້ເອົາຊະນະພວກຂ້ານ້ອຍ. ພາລະກິດຂອງພຣະອົງໄດ້ເອົາຊະນະພວກຂ້ານ້ອຍ”. ໃນທີ່ສຸດແລ້ວ ຖ້າເຈົ້າບໍ່ສາມາດເວົ້າຫຍັງກ່ຽວກັບແກ່ນແທ້, ຖ້າເຈົ້າບໍ່ສາມາດເວົ້າເຖິງສິ່ງທີ່ສະເພາະເຈາະຈົງ, ແລ້ວນີ້ແມ່ນຄຳພະຍານທີ່ແທ້ຈິງບໍ? ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເອົາຊະນະຜູ້ຄົນ, ມັນຄືພຣະທຳອັນສັກສິດຂອງພຣະອົງທີ່ເຮັດແບບນັ້ນ. ຄວາມເປັນມະນຸດບໍ່ສາມາດເຮັດສິ່ງນີ້ໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດບັນລຸໄດ້ ແລະ ແມ່ນແຕ່ຄົນທີ່ມີຄວາມສາມາດສູງທີ່ສຸດໃນບັນດາຄົນທີ່ປົກກະຕິກໍບໍ່ສາມາດເຮັດສິ່ງນີ້ໄດ້, ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສູງສົ່ງກວ່າສິ່ງຖືກສ້າງໃດໆ. ສິ່ງນີ້ແມ່ນພິເສດຕໍ່ຜູ້ຄົນ; ເໜືອສິ່ງໃດທັງໝົດ, ພຣະຜູ້ສ້າງແມ່ນສູງສົ່ງກວ່າສິ່ງທີ່ຖືກສ້າງ. ສິ່ງທີ່ຖືກສ້າງບໍ່ສາມາດສູງສົ່ງກວ່າພຣະຜູ້ສ້າງ; ຖ້າເຈົ້າສູງສົ່ງກວ່າພຣະອົງ, ພຣະອົງກໍຈະບໍ່ສາມາດເອົາຊະນະເຈົ້າໄດ້ ແລະ ພຣະອົງພຽງສາມາດເອົາຊະນະເຈົ້າໄດ້ ກໍຍ້ອນພຣະອົງສູງສົ່ງກວ່າເຈົ້າເທົ່ານັ້ນ. ພຣະອົງທີ່ເອົາຊະນະມະນຸດຊາດທັງປວງແມ່ນພຣະຜູ້ສ້າງ ແລະ ບໍ່ມີຜູ້ໃດນອກຈາກພຣະອົງທີ່ສາມາດປະຕິບັດພາລະກິດນີ້ໄດ້. ຄຳເວົ້າເຫຼົ່ານີ້ແມ່ນ “ຄຳພະຍານ”, ຄຳພະຍານປະເພດທີ່ເຈົ້າຄວນມີ. ເຈົ້າໄດ້ຜະເຊີນກັບການຂ້ຽນຕີ, ການພິພາກສາ, ການຫຼໍ່ຫຼອມ, ການທົດລອງ, ຄວາມລົ້ມເຫຼວ ແລະ ຄວາມລໍາບາກຍາກແຄ້ນ ເທື່ອລະບາດກ້າວ ແລະ ເຈົ້າໄດ້ຖືກເອົາຊະນະ; ເຈົ້າໄດ້ປະວາງຄວາມຄາດຫວັງຈາກເນື້ອໜັງ, ແຮງຈູງໃຈສ່ວນຕົວຂອງເຈົ້າ ແລະ ຜົນປະໂຫຍດສ່ວນຕົວທາງເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍຄື ພຣະທຳຂອງພຣະເຈົ້າໄດ້ເອົາຊະນະຫົວໃຈຂອງເຈົ້າຢ່າງສິ້ນເຊີງ. ເຖິງແມ່ນເຈົ້າບໍ່ໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້ຫຼາຍສໍ່າທີ່ພຣະອົງຮຽກຮ້ອງ, ແຕ່ເຈົ້າກໍຮູ້ທຸກສິ່ງເຫຼົ່ານີ້ ແລະ ເຈົ້າກໍເຊື່ອຢ່າງສິ້ນເຊີງໃນສິ່ງທີ່ພຣະອົງເຮັດ. ສະນັ້ນ ນີ້ຈຶ່ງອາດຖືກເອີ້ນໄດ້ວ່າຄຳພະຍານ, ຄຳພະຍານທີ່ເປັນຈິງ ແລະ ແທ້ຈິງ. ພາລະກິດທີ່ພຣະເຈົ້າໄດ້ມາປະຕິບັດ, ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແມ່ນເພື່ອເອົາຊະນະມະນຸດ, ແຕ່ພຣະອົງຍັງຕ້ອງເຮັດສຳເລັດພາລະກິດຂອງພຣະອົງ, ສິ້ນສຸດຍຸກ ແລະ ປະຕິບັດພາລະກິດແຫ່ງການສິ້ນສຸດ. ພຣະອົງກຳລັງສິ້ນສຸດຍຸກທັງໝົດ, ຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ໄຖ່ມະນຸດຊາດອອກຈາກຄວາມຜິດບາບເປັນຄັ້ງສຸດທ້າຍ; ພຣະອົງກຳລັງຮັບເອົາມະນຸດຊາດທີ່ພຣະອົງສ້າງຂຶ້ນຢ່າງສົມບູນ. ເຈົ້າຄວນເປັນພະຍານເຖິງທຸກສິ່ງນີ້. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ເຈົ້າໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ຜະເຊີນມັນຢ່າງເປັນສ່ວນຕົວ; ເມື່ອເຈົ້າໄດ້ໄປເຖິງຈຸດຈົບຢ່າງແທ້ຈິງ, ເຈົ້າກໍຕ້ອງບໍ່ເປັນຄົນທີ່ບໍ່ສາມາດປະຕິບັດໜ້າທີ່ໆຖືກມອບໝາຍໃຫ້ແກ່ເຈົ້າ. ສິ່ງນັ້ນຊ່າງເປັນຕາສົມເພດແທ້ໆ! ໃນອະນາຄົດ, ເມື່ອຂ່າວປະເສີດຖືກເຜີຍແຜ່, ເຈົ້າກໍຄວນທີ່ຈະສາມາດເວົ້າເຖິງຄວາມຮູ້ຂອງເຈົ້າເອງ, ເປັນພະຍານເຖິງທຸກສິ່ງທີ່ເຈົ້າໄດ້ຮັບໃນຫົວໃຈຂອງເຈົ້າ ແລະ ທຸ້ມເທສຸດກຳລັງ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນບັນລຸ. ແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າ? ແມ່ນຫຍັງຄືຜົນສະທ້ອນຂອງມັນ? ແລ້ວມັນຖືກປະຕິບັດໃນມະນຸດໄດ້ຫຼາຍສໍ່າໃດ? ຜູ້ຄົນຄວນເຮັດຫຍັງ? ເມື່ອພວກເຈົ້າສາມາດເວົ້າຢ່າງຊັດເຈນເຖິງພາລະກິດທັງໝົດທີ່ພຣະເຈົ້າທີ່ບັງເກີດເປັນນະມຸດໄດ້ປະຕິບັດຕັ້ງແຕ່ພຣະອົງມາເຖິງແຜ່ນດິນໂລກ, ແລ້ວຄຳພະຍານຂອງເຈົ້າກໍຈະສົມບູນ. ເມື່ອເຈົ້າສາມາດເວົ້າຢ່າງຊັດເຈນເຖິງຫ້າສິ່ງເຫຼົ່ານີ້: ຄວາມໝາຍຂອງພາລະກິດຂອງພຣະອົງ; ເນື້ອຫາຂອງພາລະກິດນັ້ນ; ແກ່ນແທ້ຂອງພາລະກິດນັ້ນ; ອຸປະນິໄສທີ່ພາລະກິດເປັນຕົວແທນໃຫ້; ແລະ ຫຼັກການຂອງພາລະກິດນັ້ນ, ແລ້ວສິ່ງນີ້ກໍຈະພິສູດວ່າ ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ເຈົ້າມີຄວາມຮູ້ຢ່າງແທ້ຈິງ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ໄດ້ສູງຂະໜາດນັ້ນ ແລະ ສາມາດບັນລຸໄດ້ໂດຍທຸກຄົນທີ່ສະແຫວງຫາຢ່າງແທ້ຈິງ. ຖ້າເຈົ້າຕັ້ງໃຈທີ່ຈະເປັນໜຶ່ງໃນພະຍານຂອງພຣະເຈົ້າ, ເຈົ້າກໍຕ້ອງເຂົ້າໃຈສິ່ງທີ່ພຣະເຈົ້າກຽດຊັງ ແລະ ສິ່ງທີ່ພຣະເຈົ້າຮັກ. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ; ຜ່ານທາງພາລະກິດນີ້, ເຈົ້າຕ້ອງມາຮູ້ຈັກອຸປະນິໄສຂອງພຣະອົງ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ໃຊ້ຄວາມຮູ້ນີ້ເພື່ອເປັນພະຍານກ່ຽວກັບພຣະອົງ ແລະ ປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າອາດເວົ້າພຽງແຕ່ວ່າ: “ພວກຂ້ານ້ອຍຮູ້ຈັກພຣະເຈົ້າ. ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງແມ່ນຮຸນແຮງຫຼາຍ. ພຣະທຳຂອງພຣະອົງເຄັ່ງຄັດຫຼາຍ; ພຣະທຳເຫຼົ່ານັ້ນຊອບທຳ ແລະ ສະຫງ່າຜ່າເຜີຍ ແລະ ພວກມັນບໍ່ສາມາດຖືກທ້າທາຍໄດ້ໂດຍມະນຸດຄົນໃດໜຶ່ງ”, ແຕ່ໃນທີ່ສຸດແລ້ວ ຄຳເວົ້າເຫຼົ່ານີ້ສະໜອງໃຫ້ແກ່ມະນຸດໄດ້ບໍ? ແມ່ນຫຍັງຄືຜົນສະທ້ອນຂອງຄໍາເວົ້າເຫຼົ່ານີ້ໃນຜູ້ຄົນ? ເຈົ້າຮູ້ຈັກຢ່າງແທ້ຈິງບໍວ່າ ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້ມີປະໂຫຍດທີ່ສຸດຕໍ່ເຈົ້າ? ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າກຳລັງເປີດໂປງຄວາມກະບົດ ແລະ ຄວາມເສື່ອມຊາມຂອງເຈົ້າ, ບໍ່ແມ່ນບໍ? ພວກມັນສາມາດຊໍາລະລ້າງ ແລະ ກຳຈັດສິ່ງທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານັ້ນທີ່ຢູ່ພາຍໃນເຈົ້າ, ບໍ່ແມ່ນບໍ? ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີ, ເຈົ້າຈະກາຍເປັນຫຍັງ? ເຈົ້າຈະຮັບຮູ້ເຖິງຂໍ້ແທ້ຈິງທີ່ຊາຕານໄດ້ເຮັດໃຫ້ເຈົ້າເສື່ອມຊາມຈົນເຖິງລະດັບທີ່ຮຸນແຮງທີ່ສຸດບໍ? ມື້ນີ້ ພວກເຈົ້າຄວນປະກອບຕົນເອງດ້ວຍສິ່ງຕ່າງໆເຫຼົ່ານີ້ ແລະ ຮູ້ຈັກພວກມັນເປັນຢ່າງດີ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 443)
ປັດຈຸບັນພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງການຢູ່ບໍ? ດ້ານໜຶ່ງແມ່ນວິໄສທັດກ່ຽວກັບພາລະກິດ ແລະ ອີກດ້ານໜຶ່ງແມ່ນການປະຕິບັດຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈທັງສອງດ້ານ. ຖ້າເຈົ້າບໍ່ມີວິໄສທັດໃນການຄົ້ນຫາເພື່ອສ້າງຄວາມກ້າວໜ້າໃນຊີວິດ, ເຈົ້າກໍບໍ່ມີພື້ນຖານ. ຖ້າເຈົ້າມີພຽງເສັ້ນທາງປະຕິບັດເທົ່ານັ້ນ ແລະ ບໍ່ມີວິໄສທັດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດແຫ່ງແຜນການຄຸ້ມຄອງທັງໝົດ, ເຈົ້າຖືວ່າບໍ່ມີດີຫຍັງເລີຍ. ເຈົ້າຕ້ອງເຂົ້າໃຈຄວາມຈິງທາງດ້ານນິມິດ ແລະ ໃນສ່ວນຄວາມຈິງທາງດ້ານປະຕິບັດນັ້ນ, ເຈົ້າກໍຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມເມື່ອເຈົ້າເຂົ້າໃຈສິ່ງນັ້ນແລ້ວ; ເຈົ້າຕ້ອງປະຕິບັດຕາມພຣະທຳ ແລະ ເຂົ້າສູ່ຕາມເງື່ອນໄຂຂອງເຈົ້າ. ນິມິດຕ່າງໆຄືພື້ນຖານ ແລະ ຖ້າເຈົ້າບໍ່ໃສ່ໃຈກັບເລື່ອງນີ້, ເຈົ້າຈະບໍ່ສາມາດຕິດຕາມໄດ້ຈົນເຖິງທີ່ສຸດ. ເມື່ອເຈົ້າມີປະສົບການໃນລັກສະນະນີ້, ເຈົ້າກໍຈະທັງຫຼົງທາງ ຫຼື ລົ້ມລົງ ແລະ ລົ້ມເຫຼວ. ເຈົ້າຈະບໍ່ມີທາງປະສົບຜົນສຳເລັດໄດ້ເລີຍ! ຄົນທີ່ບໍ່ມີວິໄສທັດອັນຍິ່ງໃຫຍ່ເປັນພື້ນຖານຂອງພວກເຂົາ ກໍຈະມີແຕ່ລົ້ມເຫຼວ ແລະ ບໍ່ປະສົບຜົນສຳເລັດ. ເຈົ້າບໍ່ສາມາດຕັ້ງໝັ້ນໄດ້! ເຈົ້າຮູ້ບໍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ບໍວ່າການຕິດຕາມພຣະເຈົ້າແມ່ນຫຍັງ? ຖ້າປາສະຈາກວິໄສທັດແລ້ວ, ເຈົ້າຈະຍ່າງຕາມເສັ້ນທາງໃດ? ໃນພາລະກິດຂອງປັດຈຸບັນນີ້, ຖ້າເຈົ້າບໍ່ມີວິໄສທັດ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ເລີຍ. ແລ້ວເຈົ້າເຊື່ອໃຜ? ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະອົງ? ເປັນຫຍັງເຈົ້າຈິ່ງຕິດຕາມພຣະອົງ? ເຈົ້າເຫັນຄວາມເຊື່ອຂອງເຈົ້າເປັນເກມຊະນິດໜຶ່ງເທົ່ານັ້ນບໍ? ເຈົ້າຈັດການກັບຊີວິດຂອງເຈົ້າຄືກັບຂອງຫຼິ້ນບໍ? ພຣະເຈົ້າໃນມື້ນີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຮູ້ກ່ຽວກັບພຣະອົງຫຼາຍປານໃດ? ເຈົ້າໄດ້ເຫັນພຣະອົງຫຼາຍປານໃດ? ເມື່ອໄດ້ເຫັນພຣະເຈົ້າແຫ່ງປັດຈຸບັນແລ້ວ ພື້ນຖານຂອງການເຊື່ອໃນພຣະເຈົ້າຂອງເຈົ້າໝັ້ນຄົງຢູ່ບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າຕິດຕາມໃນເສັ້ນທາງທີ່ສັບສົນນີ້, ເຈົ້າຈະໄດ້ຮັບການຊ່ວຍໃຫ້ພົ້ນບາບບໍ? ເຈົ້າຄິດວ່າ ເຈົ້າສາມາດຈັບປາໃນນໍ້າຂຸ່ນໄດ້ບໍ? ມັນງ່າຍປານນັ້ນພຸ້ນບໍ? ມີຈັກຄວາມຄິດທີ່ກ່ຽວກັບສິ່ງທີ່ພຣະເຈົ້າກ່າວເຖິງໃນມື້ນີ້ ທີ່ເຈົ້າໄດ້ປ່ອຍວາງລົງ? ເຈົ້າມີວິໄສທັດກ່ຽວກັບພຣະເຈົ້າແຫ່ງປັດຈຸບັນບໍ? ຄວາມເຊື່ອຂອງເຈົ້າກ່ຽວກັບພຣະເຈົ້າແຫ່ງປັດຈຸບັນແມ່ນຢູ່ໃສ? ເຈົ້າເຊື່ອຢູ່ສະເໝີວ່າ ເຈົ້າຈະສາມາດຮັບເອົາພຣະອົງ[ກ] ໂດຍການຕິດຕາມພຣະອົງເທົ່ານັ້ນ ຫຼື ພຽງແຕ່ໂດຍການເຫັນພຣະອົງ ແລະ ຈະບໍ່ມີໃຜທີ່ສາມາດຂັບໄລ່ເຈົ້າໄດ້. ຢ່າຄິດວ່າການຕິດຕາມພຣະເຈົ້າງ່າຍປານນັ້ນ. ສິ່ງສຳຄັນກໍຄືເຈົ້າຕ້ອງຮູ້ຈັກພຣະອົງ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງ ແລະ ເຈົ້າຕ້ອງມີຄວາມປະສົງທີ່ຈະທົນກັບຄວາມຍາກລຳບາກເພື່ອພຣະອົງ, ມີຄວາມປະສົງທີ່ຈະສະຫຼະຊີວິດຂອງເຈົ້າເພື່ອພຣະອົງ ແລະ ມີຄວາມປະສົງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ນີ້ຄືວິໄສທັດທີ່ເຈົ້າຄວນມີ. ມັນຈະບໍ່ໄດ້ຜົນຖ້າເຈົ້າຄິດໃສ່ແຕ່ການໄດ້ຮັບພຣະຄຸນຢູ່ສະເໝີ. ຢ່າໄດ້ສົມມຸດວ່າ ພຣະເຈົ້າສະຖິດພຽງເພື່ອຄວາມສຸກຂອງຄົນ ແລະ ເພື່ອປະທານພຣະຄຸນໃຫ້ແກ່ຜູ້ຄົນ. ເຈົ້າຄິດຜິດແລ້ວ! ຖ້າຜູ້ຄົນບໍ່ສາມາດສ່ຽງຊີວິດຂອງພວກເຂົາເພື່ອຕິດຕາມ, ຖ້າຜູ້ຄົນບໍ່ສາມາດປະຖິ້ມທຸກຢ່າງທີ່ມີຢູ່ໃນໂລກເພື່ອຕິດຕາມແລ້ວ, ພວກເຂົາກໍຈະບໍ່ສາມາດຕິດຕາມຈົນເຖິງທີ່ສຸດໄດ້ຢ່າງແນ່ນອນ! ເຈົ້າຕ້ອງມີວິໄສທັດເປັນພື້ນຖານຂອງເຈົ້າ. ຖ້າມື້ແຫ່ງການທົນທຸກທໍລະມານກັບໄພພິບັດຂອງເຈົ້າມາເຖິງ, ເຈົ້າຄວນເຮັດແນວໃດ? ເຈົ້າຍັງຈະສາມາດຕິດຕາມໄດ້ຢູ່ບໍ? ຢ່າເວົ້າໂລເລວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ. ກ່ອນອື່ນ ເຈົ້າຄວນຈະມືນຕາຂອງເຈົ້າອອກໃຫ້ກວ້າງເພື່ອເບິ່ງວ່າ ປັດຈຸບັນນີ້ແມ່ນເວລາຫຍັງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຈົ້າອາດເປັນຄືກັບເສົາວິຫານ, ແຕ່ມັນກໍຈະມີວັນນັ້ນມາເຖິງເມື່ອເສົາເຫຼົ່ານີ້ທັງໝົດຖືກດ້ວງເຈາະເຮັດໃຫ້ວິຫານພັງທະລາຍລົງ ຍ້ອນວ່າປັດຈຸບັນນີ້ ມີຫຼາຍວິໄສທັດທີ່ເຈົ້າຍັງຂາດຢູ່. ສິ່ງທີ່ພວກເຈົ້າເອົາໃຈໃສ່ ມີພຽງແຕ່ໂລກນ້ອຍໆຂອງພວກເຈົ້າເອງເທົ່ານັ້ນ ແລະ ພວກເຈົ້າບໍ່ຮູ້ວ່າ ແມ່ນຫຍັງຄືສິ່ງທີ່ເຊື່ອຖືໄດ້ທີ່ສຸດ ແລະ ແມ່ນຫຍັງຄືເສັ້ນທາງຂອງການສະແຫວງຫາທີ່ເໝາະສົມທີ່ສຸດ. ພວກເຈົ້າບໍ່ໄດ້ໃສ່ໃຈກັບວິໄສທັດຂອງພາລະກິດໃນວັນນີ້ ແລະ ພວກເຈົ້າບໍ່ໄດ້ຍຶດຖືເອົາສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຈົ້າ. ພວກເຈົ້າເຄີຍຄິດບໍວ່າ ມື້ໜຶ່ງພຣະເຈົ້າຂອງພວກເຈົ້າຈະເອົາພວກເຈົ້າໄປໄວ້ໃນສະຖານທີ່ທີ່ພວກເຈົ້າບໍ່ຄຸ້ນເຄີຍທີ່ສຸດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າພວກເຈົ້າຈະກາຍເປັນຫຍັງ ຖ້າວັນໜຶ່ງເຮົາຍາດຊິງເອົາທຸກສິ່ງໄປຈາກພວກເຈົ້າ? ພະລັງຂອງພວກເຈົ້າໃນມື້ນັ້ນຍັງຈະເປັນຄືຕອນນີ້ຢູ່ບໍ? ຄວາມເຊື່ອຂອງພວກເຈົ້າຈະມີອີກບໍ? ໃນການຕິດຕາມພຣະເຈົ້າ, ພວກເຈົ້າຕ້ອງຮູ້ນິມິດທີ່ຍິ່ງໃຫຍ່ທີ່ສຸດ ນັ້ນກໍຄື “ພຣະເຈົ້າ”. ນີ້ແມ່ນເລື່ອງທີ່ສຳຄັນທີ່ສຸດ. ພ້ອມນີ້, ຈົ່ງຢ່າຄິດວ່າການແຍກອອກຈາກຜູ້ຄົນທາງຝ່າຍໂລກເພື່ອກາຍເປັນຜູ້ສັກສິດ ແລ້ວພວກເຈົ້າຈະໄດ້ເປັນຄົນໃນຄອບຄົວຂອງພຣະເຈົ້າ. ທຸກມື້ນີ້ ພຣະເຈົ້າເອງຄືຜູ້ປະຕິບັດພາລະກິດທ່າມກາງສິ່ງຊົງສ້າງ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງຜູ້ຄົນເພື່ອປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ແມ່ນເພື່ອມາດຳເນີນການເຜີຍແຜ່. ໃນທ່າມກາງພວກເຈົ້າ, ບໍ່ມີຜູ້ຄົນແມ່ນແຕ່ໜ້ອຍດຽວທີ່ສາມາດຮູ້ວ່າພາລະກິດໃນປັດຈຸບັນນີ້ແມ່ນພາລະກິດຂອງພຣະເຈົ້າແຫ່ງສະຫວັນຜູ້ທີ່ກາຍເປັນເນື້ອໜັງ. ນີ້ບໍ່ໄດ້ກ່ຽວກັບການເຮັດໃຫ້ພວກເຈົ້າເປັນຄົນທີ່ມີພອນສະຫວັນ. ກົງກັນຂ້າມ, ມັນແມ່ນເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກຄວາມໝາຍຂອງຊີວິດມະນຸດ, ຮູ້ຈັກຈຸດໝາຍປາຍທາງຂອງມະນຸດຊາດ ແລະ ເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກພຣະເຈົ້າ ແລະ ຄວາມສົມບູນຂອງພຣະອົງ. ເຈົ້າຄວນຮູ້ວ່າ ເຈົ້າແມ່ນສິ່ງຖືກສ້າງທີ່ຢູ່ໃນກໍາມືຂອງພຣະຜູ້ສ້າງ. ສິ່ງທີ່ເຈົ້າຄວນເຂົ້າໃຈ, ສິ່ງທີ່ເຈົ້າຄວນປະຕິບັດ ແລະ ວິທີທີ່ເຈົ້າຄວນຕິດຕາມພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງທີ່ເຈົ້າຄວນເຂົ້າໃຈບໍ? ພວກມັນບໍ່ແມ່ນນິມິດທີ່ເຈົ້າຄວນເຫັນບໍ?
ເມື່ອຄົນມີນິມິດ ພວກເຂົາກໍຈະມີພື້ນຖານ. ເມື່ອເຈົ້າປະຕິບັດຢູ່ບົນພື້ນຖານນີ້, ການເຂົ້າກໍຈະງ່າຍຂຶ້ນຫຼາຍ. ດ້ວຍວິທີນີ້ ເຈົ້າຈະບໍ່ມີຄວາມກັງວົນເມື່ອເຈົ້າມີພື້ນຖານຂອງການເຂົ້າເຖິງ ແລະ ມັນຈະງ່າຍຫຼາຍສຳລັບເຈົ້າທີ່ຈະເຂົ້າເຖິງ. ການເຂົ້າໃຈນິມິດໃນລັກສະນະນີ້ ແລະ ການເຂົ້າໃຈພາລະກິດຂອງພຣະເຈົ້າໃນລັກສະນະນີ້ຄືກະແຈສໍາຄັນ. ພວກເຈົ້າຕ້ອງປະກອບດ້ວຍສິ່ງນີ້. ຖ້າເຈົ້າບໍ່ປະກອບດ້ວຍຄວາມຈິງໃນດ້ານນີ້ ແລະ ກ່າວເຖິງພຽງເສັ້ນທາງຂອງການປະຕິບັດເທົ່ານັ້ນ, ເຈົ້າກໍຈະເຕັມໄປດ້ວຍຂໍ້ບົກຜ່ອງຢ່າງຫຼວງຫຼາຍ. ເຮົາໄດ້ຄົ້ນພົບວ່າພວກເຈົ້າຫຼາຍຄົນບໍ່ໄດ້ເໜັ້ນໜັກໃນດ້ານນີ້ ແລະ ເມື່ອພວກເຈົ້າຟັງຄວາມຈິງດ້ານນີ້ ພວກເຈົ້າເບິ່ງຄືກັບວ່າພຽງແຕ່ຟັງຄຳເວົ້າ ແລະ ທິດສະດີເທົ່ານັ້ນ. ມື້ໜຶ່ງເຈົ້າຈະຜະເຊີນກັບການສູນເສຍ. ຕອນນີ້ມີພຣະທຳບາງຂໍ້ທີ່ເຈົ້າບໍ່ເຂົ້າໃຈ ແລະ ບໍ່ຍອມຮັບເອົາຂໍ້ພຣະທໍາດັ່ງກ່າວ; ໃນກໍລະນີນີ້ ເຈົ້າຄວນສະແຫວງຫາຢ່າງອົດທົນ ແລ້ວວັນທີ່ເຈົ້າເຂົ້າໃຈກໍຈະມາເຖິງ. ຈົ່ງປະກອບມີນິມິດເທື່ອລະໜ້ອຍ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈ ຄຳສອນທາງຝ່າຍວິນຍານພຽງແຕ່ສອງສາມຂໍ້, ມັນກໍຍັງດີກວ່າການບໍ່ເອົາໃຈໃສ່ຕໍ່ນິມິດ ແລະ ຍັງດີກວ່າບໍ່ເຂົ້າໃຈຫຍັງເລີຍ. ທັງໝົດນີ້ເປັນປະໂຫຍດຕໍ່ການເຂົ້າສູ່ຂອງເຈົ້າ ແລະ ມັນຈະກຳຈັດຄວາມສົງໄສຂອງເຈົ້າອອກໄປ. ມັນດີກວ່າການທີ່ເຈົ້າປະກອບມີຄວາມຄິດຕ່າງໆ. ມັນຈະເປັນການດີກວ່າຫຼາຍ ຖ້າເຈົ້າມີນິມິດເຫຼົ່ານີ້ເປັນພື້ນຖານ. ເຈົ້າຈະບໍ່ມີຄວາມວິຕົກກັງວົນໃດໆ, ເຂົ້າເຖິງດ້ວຍຄວາມພາກພູມໃຈ ແລະ ຢ່າງໝັ້ນໃຈ. ເປັນຫຍັງຈິ່ງໄປສົນໃຈຕິດຕາມຢ່າງສັບສົນ ແລະ ໜ້າສົງໄສຢູ່ຕະຫຼອດ? ນັ້ນຈະບໍ່ຄືການເອົາຫົວຂອງເຈົ້າຝັງໃສ່ດິນຊາຍບໍ? ມັນງົດງາມພຽງໃດທີ່ຈະເຂົ້າໄປໃນອານາຈັກດ້ວຍຄວາມພາກພູມໃຈ ແລະ ດ້ວຍຄວາມໝັ້ນໃຈ! ເປັນຫຍັງຈິ່ງເຕັມໄປດ້ວຍຄວາມວິຕົກກັງວົນ? ເຈົ້າບໍ່ໄດ້ເຮັດໃຫ້ເຈົ້າເອງພຽງໄດ້ຮັບຄວາມຍາກລຳບາກເທົ່ານັ້ນບໍ? ເມື່ອເຈົ້າໄດ້ຮັບຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຢໂຮວາ, ກ່ຽວກັບພາລະກິດຂອງພຣະເຢຊູ ແລະ ກ່ຽວກັບຂັ້ນຕອນນີ້ຂອງພາລະກິດ, ເມື່ອນັ້ນເຈົ້າກໍຈະມີພື້ນຖານ. ຕອນນີ້ ເຈົ້າອາດຄິດວ່າມັນງ່າຍຫຼາຍ. ບາງຄົນເວົ້າວ່າ “ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດອັນຍິ່ງໃຫຍ່ ແລະ ເມື່ອເວລານັ້ນມາເຖິງ ຂ້ານ້ອຍຈະມີພຣະທຳທັງໝົດ. ຄວາມຈິງແລ້ວ ຂ້ານອຍບໍ່ເຂົ້າໃຈຢ່າງແທ້ຈິງໃນຕອນນີ້ກໍຍ້ອນວ່າພຣະວິນຍານບໍລິສຸດຍັງບໍ່ໄດ້ໃຫ້ຄວາມສະຫວ່າງແກ່ຂ້ານ້ອຍຫຼາຍເທື່ອ”. ມັນບໍ່ແມ່ນເລື່ອງງ່າຍເລີຍ; ມັນບໍ່ແມ່ນວ່າ ເຈົ້າຈະເຕັມໃຈຍອມຮັບຄວາມຈິງ[ຂ] ໃນຕອນນີ້ ແລະ ຫຼັງຈາກນັ້ນ ເມື່ອເວລານັ້ນມາເຖິງ ເຈົ້າກໍຈະໃຊ້ມັນໄດ້ຢ່າງຊຳນານ. ມັນບໍ່ແມ່ນແບບນັ້ນ! ເຈົ້າເຊື່ອວ່າຕອນນີ້ເຈົ້າມີຄວາມເຂົ້າໃຈທຸກຢ່າງ ແລະ ຄົງຈະບໍ່ມີບັນຫາທີ່ຈະຕອບຄົນຂອງສາສະໜາ ແລະ ນັກທິດສະດີຜູ້ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ແມ່ນແຕ່ໂຕ້ຖຽງເພື່ອພິສູດວ່າພວກເຂົາຜິດ. ເຈົ້າຈະເຮັດສິ່ງນັ້ນໄດ້ແທ້ບໍ? ເຈົ້າສາມາດເວົ້າເຖິງຄວາມເຂົ້າໃຈອັນໃດໄດ້ແດ່ຈາກປະສົບການພຽງຜິວເຜີນຂອງເຈົ້າ? ການປະກອບມີຄວາມຈິງ, ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງ ແລະ ການເປັນພະຍານໃຫ້ແກ່ພຣະນາມຂອງພຣະເຈົ້າ ສິ່ງເຫຼົ່ານີ້ບໍ່ແມ່ນແບບທີ່ເຈົ້າຄິດ ເຊິ່ງຕາບໃດທີ່ພຣະເຈົ້າຍັງປະຕິບັດພາລະກິດຢູ່ ທຸກສິ່ງກໍຈະສຳເລັດລົງ. ໃນເວລານັ້ນ ເຈົ້າອາດຈະຖືກເຮັດໃຫ້ສັບສົນດ້ວຍບາງຄຳຖາມ ແລະ ເຈົ້າອາດຈະຕົກຕະລຶງ. ສິ່ງສຳຄັນຄື ເຈົ້າມີຄວາມຊັດເຈນກ່ຽວກັບຂັ້ນຕອນນີ້ຂອງພາລະກິດ ຫຼື ບໍ່ ແລະ ເຈົ້າເຂົ້າໃຈມັນຢ່າງແທ້ຈິງຫຼາຍປານໃດ. ຖ້າເຈົ້າບໍ່ສາມາດເອົາຊະນະກຳລັງຂອງສັດຕູໄດ້ ແລະ ບໍ່ສາມາດເອົາຊະນະກອງກໍາລັງຂອງສາສະໜາໄດ້, ເຈົ້າຈະບໍ່ກາຍເປັນຄົນທີ່ໄຮ້ປະໂຫຍດບໍ? ຖ້າເຈົ້າໄດ້ປະສົບກັບພາລະກິດຂອງມື້ນີ້, ໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ໄດ້ຍິນມັນດ້ວຍຫູຂອງເຈົ້າເອງ, ແຕ່ສຸດທ້າຍແລ້ວເຈົ້າບໍ່ສາມາດເປັນພະຍານໄດ້, ເຈົ້າຍັງຈະມີໜ້າໃຊ້ຊີວິດຢູ່ຕໍ່ໄປອີກບໍ? ເຈົ້າຈະສາມາດພົບໜ້າໃຜໄດ້ຢູ່ບໍ? ບັດນີ້ ຢ່າໄດ້ຄິດງ່າຍໆແບບນັ້ນອີກ. ພາລະກິດໃນອະນາຄົດຈະບໍ່ງ່າຍແບບທີ່ເຈົ້າຄິດ. ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງນັ້ນ ມັນບໍ່ໄດ້ງ່າຍ ຫຼື ງ່າຍດາຍປານນັ້ນ. ຕອນນີ້ ເຈົ້າຕ້ອງປະກອບມີຄວາມຈິງ. ຖ້າບໍ່ປະກອບມີຄວາມຈິງໃນຕອນນີ້, ເມື່ອເວລານັ້ນມາເຖິງ ແລະ ເມື່ອພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຮູບແບບເໜືອທຳມະຊາດອີກຕໍ່ໄປ, ເມື່ອນັ້ນເຈົ້າກໍຈະສັບສົນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີຄຳວ່າ “ພຣະອົງ”.
ຂ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຄວາມຈິງ”.