ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23) ສ່ວນທີ ສາມ

5. ເພື່ອອາໄສຄຣິສຕະຈັກກິນ

ຕໍ່ໄປພວກເຮົາຈະໂອ້ລົມກັນກ່ຽວກັບຈຸດປະສົງຂໍ້ທີຫ້າ: ການເຊື່ອໃນພຣະເຈົ້າເພື່ອອາໄສຄຣິສຕະຈັກກິນ. ພວກເຈົ້າທຸກຄົນຄຸ້ນເຄີຍກັບຫົວຂໍ້ການອາໄສຄຣິສຕະຈັກກິນນີ້, ແມ່ນບໍ? (ແມ່ນແລ້ວ). ຄົນປະເພດທີ່ອາໄສຄຣິສຕະຈັກກິນນີ້ມີການສະແດງອອກຫຍັງແດ່? ພວກເຮົາຈະສາມາດລະບຸໄດ້ຜ່ານການສະແດງອອກໃດແດ່ວ່າ ຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ບໍລິສຸດ, ວ່າພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າຢ່າງຈິງໃຈ ຫຼື ພະຍາຍາມທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ວ່າພວກເຂົາບໍ່ໄດ້ເຂົ້າມາເພື່ອສະແຫວງຫາ ແລະ ຍອມຮັບຄວາມຈິງ ແລະ ປະຕິບັດພຣະທຳຂອງພຣະເຈົ້າບົນພື້ນຖານຂອງຄວາມເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ຄວາມເຕັມໃຈທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ ເພື່ອທີ່ພວກເຂົາຈະສາມາດບັນລຸເປົ້າໝາຍໃນການໄດ້ຮັບຄວາມລອດພົ້ນ ແຕ່ເຂົ້າມາເພື່ອອາໄສຄຣິສຕະຈັກກິນຕ່າງຫາກ? ການອາໄສຄຣິສຕະຈັກກິນໝາຍຄວາມວ່າແນວໃດ? ຄວາມໝາຍໃນລະດັບຜິວເຜີນແມ່ນຈະແຈ້ງຫຼາຍ. ມັນໝາຍເຖິງການເຂົ້າຮ່ວມນິກາຍໃດໜຶ່ງຜ່ານຄວາມເຊື່ອທາງສາສະໜາ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບຊີວິດປະຈຳວັນຂອງຕົນ ແລະ ບັນຫາການມີອາຫານການກິນ. ນີ້ຄືຄຳນິຍາມຂອງການອາໄສຄຣິສຕະຈັກກິນທີ່ກະທັດຮັດ ແລະ ຊັດເຈນທີ່ສຸດ ແລະ ມັນກໍເປັນຄຳນິຍາມທີ່ແຈ່ມແຈ້ງທີ່ສຸດເຊັ່ນກັນ. ແລ້ວຄົນເຫຼົ່ານີ້ສະແດງອອກແນວໃດຈຶ່ງເປັນການຢືນຢັນວ່າພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ ແຕ່ເຂົ້າມາເພື່ອອາໄສຄຣິສຕະຈັກກິນຕ່າງຫາກ? ບາງຄົນມີຄວາມຊ່ຽວຊານໃນທັກສະໃດໜຶ່ງ ແລະ ມີຄວາມສາມາດໃນການເຮັດວຽກຄືກັບຄົນປົກກະຕິ ແຕ່ພວກເຂົາເຫັນວ່າສັງຄົມນີ້ບໍ່ຍຸຕິທຳ ແລະ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫາລ້ຽງຊີບດ້ວຍການເຮັດວຽກໃນສັງຄົມ. ການຫາເງິນດ້ວຍການເຮັດວຽກເພື່ອລ້ຽງດູສະມາຊິກທຸກຄົນໃນຄອບຄົວຮຽກຮ້ອງໃຫ້ຕ້ອງຕື່ນແຕ່ເຊົ້າ ແລະ ເຂົ້ານອນເດິກ, ທົນກັບຄວາມຍາກລຳບາກຫຼາຍຢ່າງ ແລະ ອົດທົນຕໍ່ຄວາມທຸກໃຈຫຼາຍຢ່າງ, ຄົນເຮົາຕ້ອງມີໄຫວພິບ ແລະ ປັບຕົວເກັ່ງເຊັ່ນກັນ ແຕ່ກໍຕ້ອງໂຫດຮ້າຍ ແລະ ຊົ່ວຊ້າພໍສົມຄວນ ແລະ ຕ້ອງມີກົນອຸບາຍ ແລະ ຄວາມສາມາດ, ເມື່ອນັ້ນຈຶ່ງຈະສາມາດມີຊີວິດການເປັນຢູ່ທີ່ໝັ້ນຄົງ ແລະ ຕັ້ງຕົວໃນສັງຄົມໄດ້. ເມື່ອເບິ່ງຄົນທີ່ເຮັດວຽກ, ບໍ່ວ່າຈະຢູ່ໃນອຸດສາຫະກຳໃດ ແລະ ບໍ່ວ່າພວກເຂົາຈະຢູ່ໃນຊົນຊັ້ນສັງຄົມລະດັບສູງ, ກາງ ຫຼື ຕໍ່າ, ການຫາລ້ຽງຊີບກໍບໍ່ແມ່ນເລື່ອງງ່າຍ. ພະນັກງານຫ້ອງການເຫຼົ່ານັ້ນທີ່ມີລັກສະນະຄ້າຍຄືມະນຸດທີ່ເບິ່ງດີພາຍນອກ, ດ້ວຍຮູບຮ່າງໜ້າຕາທີ່ສະຫງ່າງາມ, ຕຳແໜ່ງທີ່ສູງ, ຄຸນວຸດທິການສຶກສາທີ່ສູງ ແລະ ເງິນເດືອນ ແລະ ຜົນປະໂຫຍດທີ່ດີ ແລະ ທຸກຄົນກໍອິດສາພວກເຂົາ ແຕ່ອຸປະສັກແຕ່ລະຢ່າງທີ່ພວກເຂົາພົບພໍ້ໃນບ່ອນເຮັດວຽກກໍຄືການທົດສອບອັນແສນສາຫັດ. ການເຮັດວຽກໃນຂະແໜງການໃດກໍບໍ່ແມ່ນເລື່ອງງ່າຍ. ການເປັນຊາວກະສິກອນ ແລະ ການເຮັດໄຮ່ໄຖນາຍິ່ງຍາກກວ່າ. ຊາວກະສິກອນເຮັດວຽກໜັກຢ່າງແສນສາຫັດ ແຕ່ພວກເຂົາກໍໄດ້ພຽງແຕ່ອາຫານພໍລ້ຽງຄອບຄົວ, ພວກເຂົາບໍ່ມີເງິນຊື້ເຄື່ອງນຸ່ງ ແລະ ສິ່ງຂອງຈຳເປັນອື່ນໆ ຫຼື ສ້ອມແປງເຮືອນຂອງພວກເຂົາ ແລະ ເມື່ອພວກເຂົາຢາກໃຊ້ເງິນ, ພວກເຂົາກໍຕ້ອງອາໄສການຂາຍຜັກ ຫຼື ລ້ຽງສັດເພື່ອເຮັດເຊັ່ນນັ້ນ, ການເປັນຊາວກະສິກອນຍິ່ງທຸກຍາກລຳບາກກວ່າ! ດັ່ງທີ່ຜູ້ບໍ່ມີຄວາມເຊື່ອເວົ້າວ່າ “ເງິນຫາຍາກ, ເກີດງ່າຍ ແຕ່ຢູ່ຍາກ”, ການຫາລ້ຽງຊີບແມ່ນຍາກຫຼາຍ. ບາງຄົນບໍ່ມີຊ່ອງທາງໃນການຫາລ້ຽງຊີບ ແລະ ພວກເຂົາເຫັນວ່າຜູ້ບໍ່ມີຄວາມເຊື່ອຊົ່ວຮ້າຍຫຼາຍ ແລະ ຄິດວ່າຜູ້ທີ່ມີຄວາມເຊື່ອທາງສາສະໜາເປັນຄົນບໍ່ມີເລ່ລ່ຽມ ແລະ ການຫາລ້ຽງຊີບໃນຄຣິສຕະຈັກອາດຈະງ່າຍກວ່າໜ້ອຍໜຶ່ງ, ສະນັ້ນ ພວກເຂົາຈຶ່ງສວຍໂອກາດທີ່ເຮືອນຂອງພຣະເຈົ້າເທດສອນຂ່າວປະເສີດເພື່ອແຊກຊຶມເຂົ້າໄປໃນຄຣິສຕະຈັກ. ຫຼັງຈາກທີ່ໄດ້ຍິນວ່າຜູ້ທີ່ປະຕິບັດໜ້າທີ່ຈະໄດ້ຮັບອາຫານ, ພວກເຂົາກໍມາເພື່ອປະຕິບັດໜ້າທີ່. ບາງຄົນທີ່ຢາກປະຕິບັດໜ້າທີ່ກໍຄິດວ່າ “ຂ້ອຍເປັນເສົາຫຼັກຂອງຄອບຄົວ. ຕາບໃດທີ່ມີຄົນເຮັດໄຮ່ໄຖນາຢູ່ເຮືອນ ແລະ ຄ່າໃຊ້ຈ່າຍໃນຄອບຄົວຂອງຂ້ອຍມີຄົນຈັດຫາໃຫ້, ຂ້ອຍກໍຈະປະຕິບັດໜ້າທີ່ຂອງຂ້ອຍ”. ຈຸດປະສົງຫຼັກຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ກໍເພື່ອໄດ້ຮັບອາຫານທີ່ພຽງພໍ ແລະ ເຄື່ອງນຸ່ງທີ່ເຮັດໃຫ້ອຸ່ນເພື່ອຮັບປະກັນການຢູ່ລອດຂອງພວກເຂົາ ເພື່ອໃຫ້ມີອາຫານກິນສາມຄາບຕໍ່ມື້ ແລະ ບໍ່ຈຳເປັນຕ້ອງອາໄສການເຮັດວຽກ ແລະ ການຫາເງິນເພື່ອລ້ຽງຊີບອີກຕໍ່ໄປ; ທຸກຢ່າງດີສຳລັບພວກເຂົາ ຕາບໃດທີ່ພວກເຂົາໄດ້ຮັບການຊ່ວຍເຫຼືອຈາກຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ເພື່ອບັນລຸເປົ້າໝາຍນີ້, ພວກເຂົາເຮັດທຸກຢ່າງທີ່ຄຣິສຕະຈັກຈັດແຈງໃຫ້ພວກເຂົາເຮັດ. ຍັງມີບາງຄົນທີ່ຫຼັງຈາກເຂົ້າຮ່ວມຄຣິສຕະຈັກແລ້ວ ກໍເລີ່ມຮຽນຮູ້ວິທີເປັນຜູ້ນຳ ແລະ ເທດສະໜາ. ພວກເຂົາອ່ານພຣະທຳຂອງພຣະເຈົ້າຫຼາຍ, ສໍາເນົາ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າຫຼາຍ ແລະ ຫຼັງຈາກທ່ອງຈຳໄດ້ແລ້ວ, ພວກເຂົາກໍຮຽນເທດສະໜາໃຫ້ຄົນອື່ນຟັງ ແລະ ຊ່ວຍເຫຼືອຜູ້ຄົນແກ້ໄຂບັນຫາ. ພວກເຂົາພະຍາຍາມທຸກວິທີທາງເພື່ອຊ່ວຍເຫຼືອທຸກຄົນ ແລະ ຫວັງວ່າຜູ້ຄົນຈະຍື່ນມືມາຊ່ວຍເຫຼືອພວກເຂົາຫຼັງຈາກທີ່ໄດ້ຮັບການຊ່ວຍເຫຼືອຈາກພວກເຂົາ ແລະ ຫວັງວ່າຜູ້ຄົນຈະຮູ້ສຶກຂອບໃຈພວກເຂົາຫຼັງຈາກທີ່ໄດ້ຟັງຄຳເທດສະໜາ ແລະ ພຣະທຳຂອງພຣະເຈົ້າທີ່ພວກເຂົາເທດສະໜາ ແລະ ດ້ວຍເຫດນີ້ຈຶ່ງໃຫ້ທານ ແລະ ຊ່ວຍເຫຼືອພວກເຂົາ. ຕົວຢ່າງ: ຖ້າພວກເຂົາບໍ່ມີເງິນຈ່າຍຄ່ານ້ຳປະປາ ແລະ ຄ່າໄຟຢູ່ເຮືອນ, ອ້າຍເອື້ອຍນ້ອງກໍສາມາດຊ່ວຍຈ່າຍໃຫ້ພວກເຂົາໄດ້ ແລະ ຖ້າພວກເຂົາບໍ່ມີເງິນຈ່າຍຄ່າຮຽນຂອງລູກ ຫຼື ຄ່າປິ່ນປົວພໍ່ແມ່ທີ່ເຈັບປ່ວຍ, ຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງກໍສາມາດສະໜອງເງິນທຶນເຫຼົ່ານີ້ໃຫ້ໄດ້ ເພາະວ່າພວກເຂົາກຳລັງປະຕິບັດໜ້າທີ່. ດ້ວຍວິທີນີ້, ພວກເຂົາຈຶ່ງຮູ້ສຶກສະບາຍໃຈໃນການເຊື່ອໃນພຣະເຈົ້າ ແລະ ຮູ້ສຶກວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາຄຸ້ມຄ່າ, ວ່າພວກເຂົາບໍ່ໄດ້ສູນເສຍຫຍັງ ແລະ ວ່າພວກເຂົາໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວ. ພວກເຂົາຂອບໃຈພຣະເຈົ້າຢ່າງຕໍ່ເນື່ອງໃນໃຈຂອງພວກເຂົາ ໂດຍກ່າວວ່າ “ທັງໝົດນີ້ແມ່ນພຣະຄຸນຂອງພຣະເຈົ້າ, ແມ່ນຄວາມກະລຸນາຂອງພຣະເຈົ້າ. ຂອບໃຈພຣະເຈົ້າ!” ເພື່ອ “ຕອບແທນ” ຄວາມຮັກຂອງພຣະເຈົ້າ, ພວກເຂົາຈຶ່ງ “ປະຕິບັດຕາມ” ການຈັດແຈງຂອງຄຣິສຕະຈັກ ແລະ ຕາບໃດທີ່ພວກເຂົາໄດ້ຮັບອາຫານ ແລະ ຄ່າໃຊ້ຈ່າຍໃນການດຳລົງຊີວິດ, ພວກເຂົາກໍຈະເຮັດວຽກທຸກປະເພດ. ເປົ້າໝາຍຂອງພວກເຂົາກໍພຽງເພື່ອຮັບປະກັນຊີວິດການເປັນຢູ່ທີ່ໝັ້ນຄົງເປັນການຕອບແທນ. ເມື່ອໃດທີ່ຄຣິສຕະຈັກເມີນເສີຍຕໍ່ຄວາມຕ້ອງການໃນການດຳລົງຊີວິດຂອງພວກເຂົາ ແລະ ບໍ່ໄດ້ແກ້ໄຂຄວາມຍາກລຳບາກຂອງພວກເຂົາຢ່າງທັນການ, ພວກເຂົາກໍຈະບໍ່ພໍໃຈ. ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກ ແລະ ໜ້າທີ່ທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາກໍປ່ຽນແປງທັນທີ. ພວກເຂົາເວົ້າວ່າ “ແບບນີ້ບໍ່ໄດ້ແລ້ວ, ຂ້ອຍຕ້ອງອອກໄປຫາເງິນ. ໃນເມື່ອກ່ອນ, ຂ້ອຍບໍ່ມີໂອກາດຫາເງິນ ເພາະຂ້ອຍເຮັດວຽກງານຂອງຄຣິສຕະຈັກ. ຂ້ອຍເຖິງກັບສ່ຽງທີ່ຈະຖືກພະຍານາກໃຫຍ່ສີແດງຈັບກຸມເລື້ອຍໆ ໂດຍການອອກໜ້າເພື່ອເຮັດວຽກງານນັ້ນ ແລະ ຂ້ອຍກໍເປັນທີ່ຮູ້ຈັກຂອງຜູ້ຄົນຢູ່ທົ່ວທຸກແຫ່ງ. ຕອນນີ້ມັນບໍ່ສະດວກສຳລັບຂ້ອຍທີ່ຈະຫາເງິນ. ຂ້ອຍຄວນເຮັດແນວໃດ?” ໃນສະຖານະການແບບນີ້, ພວກເຂົາຈະເປັນເຈົ້າການໃນການນຳສະເໜີຄວາມຍາກລຳບາກ ແລະ ຄວາມຕ້ອງການຂອງພວກເຂົາຕໍ່ອ້າຍເອື້ອຍນ້ອງ, ແມ່ນແຕ່ຍື່ນມືອອກໄປ ແລະ ຮຽກຮ້ອງຈາກເຮືອນຂອງພຣະເຈົ້າ. ບາງຄົນບໍ່ມີເງິນສຳລັບຄ່າໃຊ້ຈ່າຍໃນການດຳລົງຊີວິດ ຫຼື ສຳລັບໄວຊະລາ ແຕ່ພວກເຂົາບໍ່ໄດ້ແກ້ໄຂບັນຫາເຫຼົ່ານີ້ດ້ວຍຕົນເອງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຕ້ອງການອາໄສການເຮັດວຽກໜັກໃນເຮືອນຂອງພຣະເຈົ້າເພື່ອຫາເງິນສຳລັບຄ່າໃຊ້ຈ່າຍໃນການດຳລົງຊີວິດຂອງພວກເຂົາ. ບາງຄົນເຖິງກັບເຮັດໃຫ້ເລື່ອງນີ້ຮ້າຍແຮງຂຶ້ນ. ພວກເຂົາບໍ່ພຽງແຕ່ຂໍໃຫ້ເຮືອນຂອງພຣະເຈົ້າຈັດຫາຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະ ຄ່າລ້ຽງດູລູກ ແລະ ຄ່າລ້ຽງດູພໍ່ແມ່ຂອງພວກເຂົາ, ພວກເຂົາຍັງຂໍເງິນສຳລັບຄ່າປິ່ນປົວອີກດ້ວຍ. ບາງຄົນເຖິງກັບຂໍເງິນຈາກເຮືອນຂອງພຣະເຈົ້າເພື່ອຊຳລະຄ່າເງິນກູ້ຂອງພວກເຂົາ, ການຮຽກຮ້ອງຂອງພວກເຂົານັບມື້ນັບເກີນຄວນ ແລະ ພວກເຂົາໜ້າດ້ານແທ້ໆທີ່ກ້າຂໍສິ່ງດັ່ງກ່າວ. ຫຼັງຈາກທີ່ບາງຄົນເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກ, ເງິນທີ່ເຮືອນຂອງພຣະເຈົ້າຈ່າຍໃຫ້ເປັນຄ່າໃຊ້ຈ່າຍຂອງພວກເຂົາ ແລະ ເງິນທຶນເພີ່ມເຕີມທີ່ພວກເຂົາເປັນເຈົ້າການຮຽກຮ້ອງ ກໍມີຫຼາຍກວ່າເງິນທີ່ພວກເຂົາຫາໄດ້ຈາກການເຮັດວຽກ. ບົນພື້ນຖານທີ່ມີການຕອບສະໜອງຕໍ່ເງື່ອນໄຂເຫຼົ່ານີ້, ພາຍນອກແລ້ວພວກເຂົາເບິ່ງຄືວ່າປະຕິບັດວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາດ້ວຍຄວາມອຸທິດຕົນ ແລະ ຄວາມຈົງຮັກພັກດີຢ່າງຫຼວງຫຼາຍ. ແນວໃດກໍຕາມ, ເມື່ອໃດທີ່ຜົນປະໂຫຍດເຫຼົ່ານີ້ຖືກຫຼຸດລົງ ຫຼື ຫາຍໄປ, ທັດສະນະຄະຕິຂອງພວກເຂົາກໍປ່ຽນແປງ. ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານທີ່ຄຣິສຕະຈັກມອບໝາຍໃຫ້ຈະປ່ຽນແປງໄປຕາມທັດສະນະຄະຕິຂອງອ້າຍເອື້ອຍນ້ອງທີ່ມີຕໍ່ພວກເຂົາ ແລະ ຕາມຈຳນວນເງິນຊ່ວຍເຫຼືອທີ່ເຮືອນຂອງພຣະເຈົ້າມອບໃຫ້ພວກເຂົາ. ເມື່ອໃດທີ່ພຣະຄຸນທີ່ພວກເຂົາໄດ້ຮັບຖືກຖອດຖອນ ຫຼື ໝົດໄປ, ກໍຈະບໍ່ເຫັນພວກເຂົາປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ນັບຕັ້ງແຕ່ຕອນທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ຄົນເຫຼົ່ານີ້ກໍຄິດຄຳນວນວ່າພວກເຂົາຈະສາມາດຫາຊ່ອງທາງເພື່ອໃຫ້ມີບ່ອນຢືນໃນເຮືອນຂອງພຣະເຈົ້າໄດ້ແນວໃດ ແລະ ເພີດເພີນກັບການກຸສົນ ແລະ ການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ “ຢ່າງຊອບທຳ” ຫຼັງຈາກໄດ້ຕັ້ງຫຼັກປັກຖານຢູ່ບ່ອນນີ້ ພ້ອມທັງການຊ່ວຍເຫຼືອຈາກເຮືອນຂອງພຣະເຈົ້າ ແລະ ການສະໜອງສິ່ງຂອງສຳລັບຊີວິດປະຈຳວັນຂອງພວກເຂົາ. ພວກເຂົາບໍ່ໄດ້ສະລະຕົນເພື່ອພຣະເຈົ້າຢ່າງຈິງໃຈແທ້ໆ, ພວກເຂົາບໍ່ໄດ້ເຂົ້າມາເພື່ອສະລະຕົນໂດຍບໍ່ມີເງື່ອນໄຂແທ້ໆ. ແທນທີ່ຈະເປັນແນວນັ້ນ ພວກເຂົາພັດເຂົ້າຮ່ວມຄຣິສຕະຈັກດ້ວຍຈຸດປະສົງພຽງຢ່າງດຽວ ເຊິ່ງກໍຄືການອາໄສຄຣິສຕະຈັກກິນ ແລະ ເພື່ອຫາລ້ຽງຊີບ. ເມື່ອໃດທີ່ຈຸດປະສົງນີ້ບໍ່ສາມາດບັນລຸໄດ້ດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາກໍປ່ຽນເປັນປໍລະປັກຢ່າງໄວວາ ແລະ ເປີດເຜີຍໃບໜ້າທີ່ແທ້ຈິງຂອງພວກເຂົາຢ່າງໄວວາ ເຊິ່ງກໍຄືໃບໜ້າຂອງຜູ້ບໍ່ເຊື່ອ. ນັບຕັ້ງແຕ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາບໍ່ໄດ້ມາດ້ວຍຄວາມຈິງໃຈ; ພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າຢ່າງຈິງໃຈ ຫຼື ປະຖິ້ມສິ່ງຕ່າງໆ ແລະ ສະລະຕົນເພື່ອພຣະເຈົ້າດ້ວຍຄວາມເຕັມໃຈ ໂດຍບໍ່ຂໍລາງວັນ ແລະ ໂດຍບໍ່ຮຽກຮ້ອງສິ່ງໃດຕອບແທນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍການຮຽກຮ້ອງ, ເຈດຕະນາ ແລະ ຈຸດປະສົງຂອງຕົນເອງ, ດ້ວຍຈຸດປະສົງຂອງພວກເຂົາທີ່ຈະອາໄສຄຣິສຕະຈັກກິນຢ່າງເດັດດ່ຽວ ແລະ ອາໄສຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເພື່ອຫາລ້ຽງຊີບ ເນື່ອງຈາກພວກເຂົາເຊື່ອໃນພຣະເຈົ້າ. ເມື່ອໃດທີ່ຈຸດປະສົງນີ້ບໍ່ສາມາດບັນລຸ ຫຼື ຕອບສະໜອງໄດ້ດັ່ງທີ່ພວກເຂົາປາຖະໜາ, ພວກເຂົາກໍຊອກຫາເສັ້ນທາງອື່ນ, ບໍ່ວ່າຈະເປັນການໄປເຮັດວຽກ ຫຼື ເຮັດທຸລະກິດ. ມີຄົນແບບນີ້ຢູ່ບໍ່ແມ່ນບໍ? (ແມ່ນແລ້ວ). ມີຄົນປະເພດນີ້ຈຳນວນໜຶ່ງໃນຄຣິສຕະຈັກ. ໃນຕອນເລີ່ມຕົ້ນ, ເມື່ອເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງໃຫ້ສິ່ງຂອງບາງຢ່າງແກ່ພວກເຂົາເປັນການກຸສົນ, ເຊັ່ນ: ເຄື່ອງນຸ່ງ, ເຄື່ອງໃຊ້ປະຈຳວັນ ຫຼື ເງິນ, ພາຍນອກກໍເບິ່ງຄືວ່າພວກເຂົາອາຍ ແຕ່ທີ່ຈິງແລ້ວໃນໃຈແມ່ນມີຄວາມປິຕິຍິນດີ. ຕົວຢ່າງ: ສົມມຸດວ່າພວກເຂົາຕ້ອນຮັບອ້າຍເອື້ອຍນ້ອງໜຶ່ງ ຫຼື ສອງຄົນ ຫຼື ປະຕິບັດໜ້າທີ່ເຕັມເວລາ ແລະ ດັ່ງນັ້ນ ເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງຈຶ່ງໃຫ້ການກຸສົນ ແລະ ການຊ່ວຍເຫຼືອທາງການເງິນແກ່ຄອບຄົວຂອງພວກເຂົາ. ພວກເຂົາຮູ້ສຶກດີໃຈ ແລະ ພໍໃຈຫຼາຍກັບເລື່ອງນີ້ ໂດຍຄິດວ່າການເຊື່ອໃນພຣະເຈົ້າຄຸ້ມຄ່າ ແລະ ມີກຳໄລ ແລະ ພວກເຂົາບໍ່ໄດ້ສູນເສຍຫຍັງ. ເມື່ອເວລາຜ່ານໄປ, ໃຈຂອງພວກເຂົາກໍນັບມື້ນັບໂລບຫຼາຍຂຶ້ນ, ມືຂອງພວກເຂົາກໍຍື່ນອອກໄປໄກນັບມື້ນັບຫຼາຍຂຶ້ນ ແລະ ພວກເຂົາກໍນັບມື້ນັບໜ້າດ້ານຂຶ້ນ. ບໍ່ວ່າຈະໃຫ້ຫຼາຍສໍ່າໃດ, ພວກເຂົາກໍບໍ່ເຄີຍພໍໃຈ. ໃນເບື້ອງຕົ້ນ, ພວກເຂົາຮູ້ສຶກອາຍທີ່ຈະຮັບເອົາສິ່ງຂອງ ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍຮູ້ສຶກວ່າມັນສົມເຫດສົມຜົນແດ່ ແລ້ວພວກເຂົາກໍເລີ່ມບໍ່ພໍໃຈວ່າມັນບໍ່ພຽງພໍ. ຕໍ່ມາ, ພວກເຂົາກໍຮຽກຮ້ອງໂດຍກົງວ່າເຮືອນຂອງພຣະເຈົ້າຕ້ອງໃຫ້ຈຳນວນທີ່ແນ່ນອນ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ສາມາດຢູ່ລອດໄດ້ ແລະ ດັ່ງນັ້ນຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ຄວາມໂລບຂອງພວກເຂົານັບມື້ນັບຫຼາຍຂຶ້ນບໍ? (ແມ່ນແລ້ວ). ເຖິງແມ່ນວ່າຈະໄດ້ຮັບພຣະຄຸນຫຼາຍສໍ່າໃດ, ພວກເຂົາບໍ່ພຽງແຕ່ບໍ່ຄິດທີ່ຈະຕອບແທນ ແຕ່ຍັງຮຽກຮ້ອງຈາກເຮືອນຂອງພຣະເຈົ້ານັບມື້ນັບຫຼາຍຂຶ້ນ. ພວກເຂົາເຊື່ອວ່າມັນແມ່ນເຮືອນຂອງພຣະເຈົ້າທີ່ຕິດໜີ້ພວກເຂົາ, ວ່າມັນແມ່ນອ້າຍເອື້ອຍນ້ອງທີ່ຕິດໜີ້ພວກເຂົາ ແລະ ມັນເປັນພຽງສິ່ງທີ່ຖືກຕ້ອງແລ້ວທີ່ພວກເຂົາຈະໄດ້ຮັບການກຸສົນ ແລະ ການຊ່ວຍເຫຼືອທາງການເງິນ. ຖ້າພວກເຂົາໄດ້ຮັບໜ້ອຍລົງ ຫຼື ໄດ້ຮັບຊ້າ, ພວກເຂົາກໍຈະບໍ່ພໍໃຈ. ພວກເຂົາຍອມຮັບເງິນ ແລະ ສິ່ງຂອງທຸກຢ່າງທີ່ໄດ້ຮັບ ໂດຍຮູ້ສຶກວ່າມັນເປັນພຽງສິ່ງທີ່ຖືກຕ້ອງແລ້ວ. ເມື່ອພວກເຂົາສືບຕໍ່ປະຕິບັດໜ້າທີ່ເປັນເວລາດົນນານຂຶ້ນ, ພວກເຂົາກໍຍິ່ງຮູ້ສຶກວ່າມີສິດໄດ້ຮັບຫຼາຍຂຶ້ນ ແລະ ເລີ່ມຮຽກຮ້ອງໃຫ້ເຮືອນຂອງພຣະເຈົ້າຈັດຫາໂທລະສັບມືຖື ແລະ ຄອມພິວເຕີລະດັບສູງໃຫ້ພວກເຂົາ. ພວກເຂົາຍັງຮຽກຮ້ອງໃຫ້ເຮືອນຂອງພຣະເຈົ້າຕິດຕັ້ງເຄື່ອງປັບອາກາດໃນເຮືອນຂອງພວກເຂົາ ແລະ ຈັດຫາເຄື່ອງໃຊ້ຕ່າງໆ ເຊັ່ນ: ເຕົາໄມໂຄຣເວບ ແລະ ເຄື່ອງລ້າງຈານ. ພວກເຂົາເຖິງກັບຮຽກຮ້ອງໃຫ້ເຮືອນຂອງພຣະເຈົ້າຊື້ເຮືອນ ແລະ ຈັດຫາລົດໃຫ້ພວກເຂົາ ແລະ ບາງຄົນກໍຂໍແມ່ບ້ານ. ການຮຽກຮ້ອງຂອງພວກເຂົານັບມື້ນັບຫຼາຍຂຶ້ນ ແລະ ຄວາມໂລບຂອງພວກເຂົາກໍນັບມື້ນັບເພີ່ມຂຶ້ນ ແລະ ໃນທີ່ສຸດພວກເຂົາກໍຮຽກຮ້ອງຫຼາຍເກີນໄປຢ່າງບໍ່ມີເຫດຜົນ ແລະ ກ້າຂໍທຸກສິ່ງທຸກຢ່າງ. ພວກເຂົາເຊື່ອວ່າ “ຂ້ອຍໄດ້ສະລະຕົນ ແລະ ເຮັດວຽກໜັກເພື່ອເຮືອນຂອງພຣະເຈົ້າໃນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ. ຂ້ອຍເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ພວກເຈົ້າຖວາຍເຄື່ອງຖວາຍຫຼາຍຢ່າງໃຫ້ພຣະເຈົ້າ, ມັນຈະເສຍຫາຍຫຍັງທີ່ຈະແບ່ງປັນໃຫ້ຂ້ອຍແດ່? ຍິ່ງໄປກວ່ານັ້ນ, ຖ້າພວກເຈົ້າແບ່ງປັນໃຫ້ຂ້ອຍ, ມັນກໍບໍ່ແມ່ນການໃຫ້ລ້າໆ; ຂ້ອຍຍັງອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ ແລະ ສ່ຽງໄພ, ຂ້ອຍຍັງອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາເຊັ່ນກັນ. ມັນບໍ່ແມ່ນສິ່ງທີ່ຖືກຕ້ອງແລ້ວບໍທີ່ຂ້ອຍຈະໄດ້ຮັບສິ່ງເຫຼົ່ານີ້? ສະນັ້ນ, ເຮືອນຂອງພຣະເຈົ້າຕ້ອງຕອບສະໜອງການຮຽກຮ້ອງຂອງຂ້ອຍໂດຍບໍ່ມີເງື່ອນໄຂ, ຄວນໃຫ້ທຸກຢ່າງທີ່ຂ້ອຍຕ້ອງການ ແລະ ບໍ່ຄວນຂີ້ຖີ່”. ຈົ່ງບອກເຮົາ, ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງການອາໄສຄຣິສຕະຈັກກິນບໍ? ຄົນເຊັ່ນນີ້ບໍ່ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ). ລັກສະນະທີ່ຖືກຕ້ອງສໍາລັບພຶດຕິກຳເຫຼົ່ານີ້ກໍຄືການອາໄສຄຣິສຕະຈັກກິນ. ການອາໄສຄຣິສຕະຈັກກິນໝາຍຄວາມວ່າແນວໃດ? ມັນໝາຍເຖິງການຂູດຮີດເງິນ ແລະ ສິ່ງຂອງຈາກເຮືອນຂອງພຣະເຈົ້າພາຍໃຕ້ໜ້າກາກຂອງການເຊື່ອໃນພຣະເຈົ້າ ແລະ ການຮຽກຮ້ອງຄ່າຕອບແທນຈາກເຮືອນຂອງພຣະເຈົ້າພາຍໃຕ້ໜ້າກາກຂອງການອອກເຫື່ອແຮງເພື່ອເຮືອນຂອງພຣະເຈົ້າ ແລະ ການປະຕິບັດໜ້າທີ່. ນີ້ຄືສິ່ງທີ່ໝາຍເຖິງການອາໄສຄຣິສຕະຈັກກິນ. ຄົນເຊັ່ນນີ້ສາມາດໄລ່ຕາມເສາະຫາຄວາມຈິງໄດ້ບໍ? (ບໍ່ໄດ້). ເປັນຫຍັງພວກເຂົາຈຶ່ງປະຖິ້ມສິ່ງຕ່າງໆ, ເຮັດວຽກໜັກ ແລະ ທົນກັບຄວາມຍາກລຳບາກ? ມັນແມ່ນເພື່ອປະຕິບັດໜ້າທີ່ບໍ? ພວກເຂົາກຳລັງປະຕິບັດຄວາມຈິງບໍ? (ບໍ່ແມ່ນ). ພວກເຂົາເຮັດວຽກໜັກ ແລະ ທົນກັບຄວາມຍາກລຳບາກບໍ່ແມ່ນເພື່ອຈຸດປະສົງຂອງການປະຕິບັດໜ້າທີ່ເລີຍ ແຕ່ທັງໝົດກໍເພື່ອຫາລ້ຽງຊີບ ແລະ ພວກເຂົາບໍ່ອະນຸຍາດໃຫ້ໃຜຕຳໜິຕິຕຽນພວກເຂົາເລີຍ. ພວກເຂົາພຽງແຕ່ຕ້ອງການອາໄສຄຣິສຕະຈັກກິນຢ່າງຊອບທຳ. ຄົນເຫຼົ່ານີ້ຄືຄົນທີ່ອາໄສຄຣິສຕະຈັກກິນ.

ຄົນທີ່ອາໄສຄຣິສຕະຈັກກິນເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອເຫດຜົນອື່ນໃດເລີຍ, ກໍພຽງເພື່ອຫາລ້ຽງຊີບ, ເພື່ອໃຫ້ມີຊີວິດການເປັນຢູ່. ຢູ່ອ້ອມຂ້າງພວກເຈົ້າມີຄົນທີ່ອາໄສຄຣິສຕະຈັກກິນບໍ? ໃຫ້ເວົ້າກ່ຽວກັບການສະແດງອອກຂອງພວກເຂົາ. (ຂ້ານ້ອຍເຄີຍພົບຄົນແບບນີ້. ໃນຕອນທຳອິດ, ລາວເບິ່ງຄືວ່າສະຫຼາດ ແລະ ກະຕືລືລົ້ນໜ້ອຍໜຶ່ງ, ສະນັ້ນ ຄຣິສຕະຈັກຈຶ່ງຈັດໃຫ້ລາວເທດສອນຂ່າວປະເສີດ. ໃນເວລານັ້ນ, ຄອບຄົວຂອງລາວມີຊີວິດທີ່ລຳບາກ, ສະນັ້ນ ຄຣິສຕະຈັກຈຶ່ງໄດ້ຊ່ວຍເຫຼືອລາວ. ແນວໃດກໍຕາມ, ຕໍ່ມາພົບວ່າລາວໃຊ້ເງິນໂດຍບໍ່ມີຫຼັກການ, ໃຊ້ຈ່າຍໃນສິ່ງທີ່ບໍ່ຄວນ ແລະ ບໍ່ປະຢັດໃນບ່ອນທີ່ປະຢັດໄດ້. ເມື່ອອ້າຍເອື້ອຍນ້ອງໂອ້ລົມກ່ຽວກັບຫຼັກການຄວາມຈິງກັບລາວ, ລາວກໍບໍ່ພໍໃຈ ແລະ ຮູ້ສຶກຕໍ່ຕ້ານໃນໃຈຢ່າງຍິ່ງ. ເນື່ອງຈາກລາວໃຊ້ເງິນຂອງເຮືອນຂອງພຣະເຈົ້າໃນທາງທີ່ຜິດ, ຄຣິສຕະຈັກຈຶ່ງໄດ້ປັບປ່ຽນຢ່າງສົມເຫດສົມຜົນຕາມການຈັດແຈງ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ໂດຍຫຼຸດການຊ່ວຍເຫຼືອທາງການເງິນທີ່ໃຫ້ແກ່ລາວ. ດ້ວຍເຫດນີ້, ລາວຈຶ່ງສູນເສຍກຳລັງທີ່ເຄີຍມີໃນການປະຕິບັດໜ້າທີ່ ແລະ ລາວກໍນັບມື້ນັບເຮັດພໍແລ້ວມືແລ້ວຕີນ. ຕໍ່ມາ, ຄຣິສຕະຈັກຢຸດຊ່ວຍເຫຼືອລາວ ແລະ ໃຈຂອງລາວກໍບໍ່ໄດ້ຢູ່ກັບການປະຕິບັດໜ້າທີ່ອີກຕໍ່ໄປ. ລາວໃຊ້ເວລາທັງໝົດຄິດກ່ຽວກັບວິທີເຮັດວຽກ ແລະ ຫາເງິນ. ລາວເຖິງກັບຢືມເງິນຈາກອ້າຍເອື້ອຍນ້ອງ ໂດຍອ້າງວ່າລາວຕ້ອງການຊື້ລົດ ແລະ ລົງທຶນເປີດບໍລິສັດ ແລະ ບອກວ່າສິ່ງນີ້ຈະເຮັດໃຫ້ການເທດສອນຂ່າວປະເສີດສະດວກຂຶ້ນ ແລະ ໄດ້ຄົນຫຼາຍຂຶ້ນ. ເຫັນໄດ້ຢ່າງຊັດເຈນວ່າລາວຫຼອກລວງ ແລະ ເຮັດໃຫ້ຄົນຫຼົງຜິດດ້ວຍຄໍາເວົ້າເຫຼົ່ານີ້; ລາວກຳລັງໃຊ້ການເທດສອນຂ່າວປະເສີດເປັນຂໍ້ອ້າງເພື່ອສໍ້ໂກງເງິນຈາກອ້າຍເອື້ອຍນ້ອງ). ຄົນຜູ້ນີ້ຖືກຈັດການແນວໃດ? (ລາວຖືກຂັບໄລ່ໂດຍກົງ). ນັ້ນເປັນສິ່ງທີ່ຖືກຕ້ອງທີ່ຕ້ອງເຮັດ. ນີ້ຄືການອາໄສຄຣິສຕະຈັກກິນ. ເມື່ອຄົນທີ່ອາໄສຄຣິສຕະຈັກກິນມາເຊື່ອໃນພຣະເຈົ້າໃນຕອນທຳອິດ, ພວກເຂົາເບິ່ງຄືວ່າມີຄວາມກະຕືລືລົ້ນ ແລະ ສະລະຕົນແດ່ ແລະ ໃນເວລານີ້ ການຮຽກຮ້ອງຂອງພວກເຂົາກໍບໍ່ສູງ. ພວກເຂົາພໍໃຈກັບການໄດ້ຮັບອາຫານ. ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍບໍ່ພໍໃຈກັບສິ່ງທີ່ໄດ້ຮັບອີກຕໍ່ໄປ ແລະ ເລີ່ມຮຽກຮ້ອງນັບມື້ນັບສູງຂຶ້ນ ແລະ ຖ້າການຮຽກຮ້ອງຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ພວກເຂົາກໍເລີ່ມຫຼິ້ນແງ່ ແລະ ບໍ່ເຕັມໃຈທີ່ຈະໃຫ້ບໍລິການ. ເມື່ອພວກເຂົາປະຕິບັດໜ້າທີ່ພຽງໜ້ອຍໜຶ່ງ, ພວກເຂົາກໍເຖິງກັບຕ້ອງຖືກເຝົ້າເບິ່ງ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະເຮັດພໍແລ້ວມືແລ້ວຕີນ. ໃນທີ່ສຸດ, ເມື່ອພົບວ່າການໃຫ້ບໍລິການຂອງພວກເຂົາເຮັດໃຫ້ເກີດຄວາມເສຍຫາຍຫຼາຍກວ່າຜົນດີ, ພວກເຂົາກໍຖືກຄັດອອກ ແລະ ກຳຈັດ. ບາງຄົນເວົ້າວ່າ “ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ສະແດງຄວາມຮັກຕໍ່ພວກເຂົາ?” ການສະແດງຄວາມຮັກກໍມີຫຼັກການເຊັ່ນກັນ. ຄົນເຫຼົ່ານັ້ນເປັນຜູ້ບໍ່ເຊື່ອ, ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ຍອມຮັບຄວາມຈິງ, ພວກເຂົາປະພຶດຕົນແບບມີເລ່ລ່ຽມ ແລະ ເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີໃນຂະນະທີ່ປະຕິບັດໜ້າທີ່ ແລະ ພວກເຂົາບໍ່ຮັບຟັງເມື່ອມີການໂອ້ລົມຄວາມຈິງ ຫຼື ຍອມຮັບການລິຮານປະເພດໃດໆ ແລະ ສາມາດເວົ້າໄດ້ວ່າພວກເຂົາເປັນຄົນທີ່ແກ້ໄຂບໍ່ໄດ້. ດ້ວຍເຫດນີ້, ວິທີດຽວທີ່ຈະຈັດການກັບພວກເຂົາໄດ້ກໍຄືການຄັດອອກ ແລະ ກໍາຈັດ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກຄົ້ນພົບຄົນປະເພດນີ້, ພວກເຂົາຄວນຈັດການກັບພວກເຂົາໂດຍທັນທີ ແລະ ຖ້າອ້າຍເອື້ອຍນ້ອງຄົ້ນພົບຄົນເຊັ່ນນີ້, ພວກເຂົາກໍຄວນລາຍງານໃຫ້ຜູ້ນຳ ແລະ ຜູ້ເຮັດວຽກຊາບໂດຍທັນທີ. ນີ້ຄືຄວາມຮັບຜິດຊອບຂອງປະຊາກອນທີ່ພຣະເຈົ້າເລືອກທຸກຄົນ. ເມື່ອໃດທີ່ຢືນຢັນໄດ້ວ່າຄົນຜູ້ນີ້ອາໄສຄຣິສຕະຈັກກິນ, ວ່າພວກເຂົາພຽງແຕ່ຊອກຫາຊ່ອງທາງເພື່ອລ້ຽງຊີບ ແລະ ວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ເມື່ອຢືນຢັນໄດ້ວ່າພວກເຂົາປະຕິເສດທີ່ຈະເຮັດວຽກເມື່ອບໍ່ໄດ້ຮັບເງິນ, ກາຍເປັນຄົນບໍ່ເຕັມໃຈ ແລະ ບໍ່ເປັນມິດເມື່ອພວກເຂົາຮູ້ສຶກວ່າບໍ່ໄດ້ຮັບຄ່າຈ້າງພຽງພໍ ແລະ ຈະເຮັດວຽກໜ້ອຍໜຶ່ງກໍຕໍ່ເມື່ອໄດ້ຮັບຄ່າຈ້າງທີ່ພຽງພໍເທົ່ານັ້ນ, ກໍບໍ່ຄວນສະແດງການຜ່ອນຜັນຕໍ່ພວກເຂົາ. ພວກເຂົາຕ້ອງຖືກຄັດອອກ! ເວົ້າໃຫ້ຊັດເຈນກໍຄື ຄົນແບບນີ້ບໍ່ເໝາະສົມແມ່ນແຕ່ຈະໃຫ້ບໍລິການໃນເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ຈ່າຍເງິນໃຫ້ພວກເຂົາ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະໃຫ້ບໍລິການ; ແຕ່ຕາບໃດທີ່ເຈົ້າຈ່າຍເງິນໃຫ້ພວກເຂົາ, ເຖິງແມ່ນວ່າພວກເຂົາຈະຮູ້ວ່າຕົນເອງເປັນພຽງຜູ້ໃຫ້ບໍລິການ, ພວກເຂົາກໍຍັງເຕັມໃຈທີ່ຈະເຮັດ. ແຕ່ຜູ້ບໍ່ເຊື່ອເຫຼົ່ານີ້ຈະສາມາດໃຫ້ບໍລິການປະເພດໃດໄດ້? ພວກເຂົາບໍ່ສາມາດແມ່ນແຕ່ໃຫ້ບໍລິການໄດ້ດີ ແລະ ການບໍລິການຂອງພວກເຂົາກໍບໍ່ໄດ້ມາດຕະຖານ, ສະນັ້ນ ພວກເຂົາຄວນຖືກກຳຈັດ. ສະນັ້ນ, ສິ່ງທຳອິດທີ່ຕ້ອງເຮັດເມື່ອແຍກແຍະໄດ້ວ່າພວກເຂົາເປັນຄົນປະເພດທີ່ອາໄສຄຣິສຕະຈັກກິນກໍຄືການຈັດການ ແລະ ຂັບໄລ່ພວກເຂົາອອກຈາກຄຣິສຕະຈັກໃນຖານະຄົນຊົ່ວຮ້າຍ. ນີ້ບໍ່ແມ່ນການເຮັດເກີນໄປເລີຍ; ມັນສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການຄັດອອກ ແລະ ຂັບໄລ່ຄົນອອກຢ່າງຄົບຖ້ວນ. ຄົນປະເພດນີ້ຈຳເປັນຕ້ອງໄດ້ຮັບໂອກາດທີ່ຈະກັບໃຈບໍ? ພວກເຂົາຈຳເປັນຕ້ອງຖືກເກັບໄວ້ເພື່ອສັງເກດການບໍ? (ບໍ່). ພວກເຂົາສາມາດກັບໃຈໄດ້ບໍ? (ບໍ່ໄດ້). ນີ້ຄືທຳມະຊາດຂອງພວກເຂົາຢ່າງແທ້ຈິງ; ພວກເຂົາຈະບໍ່ມີວັນກັບໃຈ. ພວກເຂົາເປັນແນວດຽວກັນກັບຊາຕານ. ໃນບັນດາເຊື້ອສາຍຂອງຊາຕານ, ມີຄົນປະເພດໜຶ່ງທີ່ມີທຳມະຊາດຂອງອັນທະພານທີ່ຊົ່ວຮ້າຍ, ຜູ້ທີ່ຕ້ອງການກິນຟຣີຢູ່ຟຣີບໍ່ວ່າຈະຢູ່ໃສກໍຕາມ ແລະ ບໍ່ໄດ້ເຮັດວຽກທີ່ເໝາະສົມໃດໆບໍ່ວ່າຈະໄປໃສກໍຕາມ ແລະ ຊອກຫາແຕ່ຈະສໍ້ໂກງ ແລະ ຫຼອກລວງຜູ້ຄົນ. ພວກເຂົາເຫັນວ່າຜູ້ທີ່ເຊື່ອໃນພຣະເຈົ້າມີຄວາມເປັນມະນຸດ ແລະ ຄິດວ່າຄົນເຫຼົ່ານີ້ຫຼອກລວງໄດ້ງ່າຍ, ສະນັ້ນ ພວກເຂົາຈຶ່ງເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອອາໄສຄຣິສຕະຈັກກິນ. ພວກເຂົາບໍ່ຮູ້ເລີຍວ່າ ເຮືອນຂອງພຣະເຈົ້າໄດ້ແຍກແຍະ ແລະ ລະວັງພວກເຂົາໄວ້ແລ້ວ ແລະ ມີຫຼັກການໃນການຈັດການກັບຄົນແບບພວກເຂົາ. ເມື່ອຄວາມພະຍາຍາມຂອງພວກເຂົາທີ່ຈະອາໄສຄຣິສຕະຈັກກິນບໍ່ສໍາເລັດ, ພວກເຂົາກໍໃຈຮ້າຍດ້ວຍຄວາມອັບອາຍ ໂດຍເປີດເຜີຍທາດແທ້ຂອງພວກເຂົາ. ເມື່ອນັ້ນ, ເຈົ້າກໍຈະຮູ້ວ່າເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ໃຫ້ໂອກາດຄົນເຊັ່ນນີ້ກັບໃຈ, ນັ້ນກໍເພາະວ່າພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ສາມາດປ່ຽນແປງໄດ້. ພວກເຂົາຄືຄົນອັນທະພານທີ່ຊົ່ວຮ້າຍທີ່ຜູ້ບໍ່ມີຄວາມເຊື່ອເວົ້າເຖິງ. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງຈັດການກັບຄົນເຊັ່ນນີ້ໂດຍການຄັດອອກ ຫຼື ຂັບໄລ່ພວກເຂົາອອກໂດຍກົງ ແລະ ບໍ່ເຄີຍຮັບພວກເຂົາກັບຄືນເຂົ້າມາໃນຄຣິສຕະຈັກອີກເລີຍ. ການຈັດການກັບພວກເຂົາໃນຖານະຄົນຊົ່ວຮ້າຍເໝາະສົມບໍ? (ເໝາະສົມ). ການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ນີ້ກໍຈົບລົງພຽງເທົ່ານີ້.

6. ເພື່ອລີ້ໄພ

ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຈຸດປະສົງຂໍ້ທີຫົກ, ຜູ້ບໍ່ເຊື່ອປະເພດທີຫົກທີ່ຄວນຖືກຄັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ: ຜູ້ທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າເພື່ອລີ້ໄພ. ບາງຄົນເວົ້າວ່າ “ການລີ້ໄພມີການສະແດງອອກແນວໃດ? ມີຄົນທີ່ເຊື່ອໃນພຣະເຈົ້າເພື່ອລີ້ໄພບໍ? ຄົນແບບນີ້ມີຢູ່ແທ້ບໍ?” ພວກເຈົ້າເຄີຍໄດ້ຍິນຄົນເວົ້າວ່າ “ຄຣິສຕະຈັກເປັນບ່ອນລີ້ໄພ; ຜູ້ຄົນເຊື່ອໃນພຣະເຈົ້າເພື່ອທີ່ພວກເຂົາຈະສາມາດລີ້ໄພໄດ້” ບໍ? ຫຼາຍຄົນໃນສາສະໜາເວົ້າແບບນີ້. ໃນດ້ານຂອງແກ່ນແທ້ຂອງຄຳເວົ້ານີ້, ມັນມີຄວາມແຕກຕ່າງລະຫວ່າງຄຳເວົ້ານີ້ກັບຈຸດປະສົງທີ່ພວກເຮົາກຳລັງຈະໄຈ້ແຍກ “ການເຊື່ອໃນພຣະເຈົ້າເພື່ອລີ້ໄພ” ບໍ? (ມີ). ຄວາມແຕກຕ່າງແມ່ນຫຍັງ? ພວກເຂົາລີ້ໄພຈາກຫຍັງ? (ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈກໍມີຄວາມບໍ່ບໍລິສຸດຈໍານວນໜຶ່ງໃນຂະນະທີ່ໄລ່ຕາມເສາະຫາຄວາມຈິງ; ພວກເຂົາຫວັງວ່າຈະສາມາດຫຼີກລ່ຽງໄພພິບັດ ຫຼື ຄວາມຍາກລຳບາກ ແລະ ໄດ້ຮັບຄວາມສະຫງົບສຸກແດ່. ແນວໃດກໍຕາມ, ຄົນປະເພດທີ່ຢູ່ໃນຈຸດປະສົງຂໍ້ທີຫົກເຊື່ອໃນພຣະເຈົ້າພຽງເພື່ອລີ້ໄພເທົ່ານັ້ນ ແລະ ບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ນີ້ຄືຄວາມແຕກຕ່າງ). ຄວາມແຕກຕ່າງໃນບ່ອນນີ້ກໍຄືການມີຄວາມບໍ່ບໍລິສຸດໃນຈຸດປະສົງຂອງການເຊື່ອໃນພຣະເຈົ້າ ເມື່ອທຽບກັບການເຊື່ອໃນພຣະເຈົ້າເພື່ອຈຸດປະສົງໃນການລີ້ໄພພຽງຢ່າງດຽວ. ນອກເໜືອຈາກຄວາມແຕກຕ່າງນີ້, ຍັງມີຄວາມແຕກຕ່າງໃນດ້ານຂອງສິ່ງທີ່ພວກເຂົາກຳລັງລີ້ໄພ. ບາງຄົນມີຄວາມບໍ່ບໍລິສຸດປົນຢູ່ໃນຈຸດປະສົງຂອງການເຊື່ອໃນພຣະເຈົ້າຂອງພວກເຂົາ; ພວກເຂົາເຊື່ອໃນພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ, ໜີຈາກໄພພິບັດ ຫຼື ເພື່ອໃຫ້ພຣະເຈົ້າປົກປ້ອງ ແລະ ເບິ່ງແຍງພວກເຂົາ ແລະ ພວກເຂົາກໍສາມາດຫຼີກລ່ຽງອັນຕະລາຍ ແລະ ໄພພິບັດບາງຢ່າງໄດ້ໂດຍພາວະວິໄສ. ມັນແມ່ນໄພພິບັດເຫຼົ່ານີ້ທີ່ພວກເຂົາຕັ້ງໃຈທີ່ຈະຫຼີກລ່ຽງ. ຄົນປະເພດທີ່ຢູ່ໃນຈຸດປະສົງຂໍ້ທີຫົກນີ້ທີ່ພວກເຮົາກຳລັງໂອ້ລົມກ່ຽວກັບ, ຜູ້ທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າເພື່ອລີ້ໄພ, ເພື່ອລີ້ໄພຈາກສິ່ງຕ່າງໆຫຼາກຫຼາຍຢ່າງ. ສຳລັບພວກເຂົາແລ້ວ, ສິ່ງທີ່ເປັນຈິງທີ່ສຸດແມ່ນໄກເກີນກວ່າການຫຼີກລ່ຽງມະຫາໄພທີ່ໃຫຍ່ຫຼວງທີ່ຍັງບໍ່ທັນເກີດຂຶ້ນ. ແລ້ວບັນຫາທີ່ເປັນຈິງທີ່ສຸດສຳລັບພວກເຂົາແມ່ນຫຍັງ? ສິ່ງຕ່າງໆ ເຊັ່ນ: ການພົບສັດຕູທີ່ເປັນຕາຢ້ານໃນສັງຄົມ, ການຈັດການກັບຄະດີຄວາມ, ການເຮັດໃຫ້ເຈົ້າໜ້າທີ່ລັດຖະບານ ຫຼື ຜູ້ມີອິດທິພົນບໍ່ພໍໃຈ, ການລະເມີດກົດໝາຍ, ສົງຄາມ ຫຼື ໄພພິບັດຕ່າງໆທີ່ເກີດຂຶ້ນໃນປະເທດຂອງພວກເຂົາ ຫຼື ການພົບພໍ້ກັບຄົນ ຫຼື ເຫດການຈໍານວນໜຶ່ງທີ່ເປັນອັນຕະລາຍຕໍ່ຊີວິດ ຫຼື ຄວາມປອດໄພຂອງຄອບຄົວຂອງພວກເຂົາ ແລະ ອື່ນໆ. ຫຼັງຈາກທີ່ພົບພໍ້ກັບສະຖານະການເຫຼົ່ານີ້, ພວກເຂົາກໍຊອກຫາຄຣິສຕະຈັກທີ່ພວກເຂົາເຊື່ອວ່າໄວ້ວາງໃຈໄດ້ ແລະ ເພິ່ງພາໄດ້ເພື່ອລີ້ໄພ; ນີ້ຄືການລີ້ໄພທີ່ກ່າວເຖິງໃນຈຸດປະສົງຂໍ້ທີຫົກ. ນັ້ນກໍຄື ເມື່ອພວກເຂົາພົບພໍ້ກັບຄວາມຍາກລຳບາກບາງຢ່າງໃນຊີວິດປະຈຳວັນທີ່ເປັນອັນຕະລາຍຕໍ່ຊີວິດ, ຄອບຄົວ, ວຽກງານ, ອາຊີບ ແລະ ອື່ນໆ, ພວກເຂົາກໍມາທີ່ຄຣິສຕະຈັກເພື່ອລີ້ໄພ, ຊອກຫາການຊ່ວຍເຫຼືອຈາກກຳລັງຂອງກຸ່ມຄົນຈຳນວນຫຼາຍ. ນີ້ຄືການເຊື່ອໃນພຣະເຈົ້າເພື່ອຈຸດປະສົງຂອງການລີ້ໄພດັ່ງທີ່ກ່າວເຖິງໃນຈຸດປະສົງຂໍ້ທີຫົກ. ນີ້ບໍ່ແຕກຕ່າງຈາກຄວາມບໍ່ບໍລິສຸດຂອງຜູ້ເຊື່ອທີ່ແທ້ຈິງບໍ? (ແມ່ນແລ້ວ). ຈຸດປະສົງຂອງຄົນປະເພດນີ້ໃນການເຊື່ອໃນພຣະເຈົ້າກໍຄືການລີ້ໄພ, ເພື່ອຊອກຫາການຊ່ວຍເຫຼືອຈາກຄຣິສຕະຈັກ. ນັ້ນກໍຄື ພວກເຂົາຫວັງວ່າຄຣິສຕະຈັກຈະສາມາດຍື່ນມືມາຊ່ວຍເຫຼືອພວກເຂົາໄດ້ ແລະ ນອກເໜືອຈາກການຊ່ວຍເຫຼືອທາງການເງິນແລ້ວ, ພວກເຂົາຍັງຮຽກຮ້ອງໃຫ້ຄຣິສຕະຈັກໃຫ້ການປົກປ້ອງ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ພວກເຂົາ. ຄົນແບບນີ້ຈໍານວນໜຶ່ງຍັງຕ້ອງການສວຍໃຊ້ອິດທິພົນ, ສະຖານະ ແລະ ຊື່ສຽງຂອງຄຣິສຕະຈັກໃນສັງຄົມເພື່ອຕໍ່ສູ້ກັບລະບອບທີ່ຊົ່ວຊ້າ ຫຼື ອຳນາດທີ່ຊົ່ວຊ້າທີ່ກົດຂີ່ຂົ່ມເຫັງ ແລະ ທຳຮ້າຍຜູ້ທີ່ເຊື່ອໃນພຣະເຈົ້າ ເພື່ອໃຫ້ຊີວິດ ຫຼື ການດຳລົງຊີວິດຂອງພວກເຂົາໄດ້ຮັບການປົກປ້ອງ. ນີ້ຄືຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ມີຄົນແບບນີ້ບໍ? ພວກເຂົາເຊື່ອວ່າຄຣິສຕະຈັກເປັນບ່ອນລີ້ໄພທີ່ດີທີ່ສາມາດແຍກອອກຈາກການເມືອງ ແລະ ສັງຄົມໄດ້, ແລະ ພວກເຂົາຄິດວ່າເມື່ອພວກເຂົາຕ້ອງການຄວາມຊ່ວຍເຫຼືອ, ຄຣິສຕະຈັກກໍສາມາດຍື່ນມືມາຊ່ວຍເຫຼືອຢ່າງຈິງໃຈ ແລະ ເປັນມິດ ເພື່ອໃຫ້ການຊ່ວຍເຫຼືອທາງການເງິນໃດໆແກ່ພວກເຂົາ, ເພື່ອອອກໜ້າແທນພວກເຂົາ, ເພື່ອແກ້ຕ່າງໃຫ້ພວກເຂົາ, ເພື່ອຕ່າງໜ້າໃຫ້ພວກເຂົາໃນການດໍາເນີນຄະດີຄວາມ ແລະ ເພື່ອຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງພວກເຂົາ. ນີ້ຄືຈຸດປະສົງຂອງຄົນເຫຼົ່ານີ້ໃນການເຊື່ອໃນພຣະເຈົ້າ. ມາຮອດທຸກມື້ນີ້, ມີຄົນເຊັ່ນນີ້ຢູ່ໃນຄຣິສຕະຈັກບໍ? ພວກເຈົ້າເຄີຍໄດ້ຍິນວ່າມີຄົນເຊັ່ນນີ້ບໍ? ຢູ່ຄຣິສຕະຈັກຕ່າງປະເທດກໍມີຄົນແບບນີ້ແນ່ນອນ. ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກພຽງເພື່ອຈຸດປະສົງຂອງການລີ້ໄພ. ພວກເຂົາບໍ່ເຂົ້າໃຈວ່າຄວາມເຊື່ອແມ່ນຫຍັງ ແລ້ວແຮງໄກທີ່ພວກເຂົາຈະສົນໃຈຄວາມຈິງ. ແນວໃດກໍຕາມ, ເມື່ອພວກເຂົາພົບພໍ້ກັບຄວາມຍາກລຳບາກ ແລະ ບໍ່ສາມາດຊອກຫາການຊ່ວຍເຫຼືອໃດໆໃນສັງຄົມໄດ້, ພວກເຂົາກໍຄິດເຖິງຄຣິສຕະຈັກ ແລະ ພວກເຂົາເຊື່ອວ່າຄຣິສຕະຈັກເປັນສະຖານທີ່ທີ່ພວກເຂົາສາມາດລີ້ໄພໄດ້ຢ່າງປອດໄພ, ເປັນເສັ້ນທາງໜີທີ່ດີທີ່ສຸດ ແລະ ເປັນສະຖານທີ່ທີ່ປອດໄພທີ່ສຸດ, ສະນັ້ນ ພວກເຂົາຈຶ່ງເລືອກທີ່ຈະເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກເພື່ອບັນລຸຈຸດປະສົງໃນການຫຼີກລ່ຽງໄພພິບັດຂອງພວກເຂົາ.

ຕອນນີ້ໄພພິບັດນັບມື້ນັບຮ້າຍແຮງຂຶ້ນ ແລະ ມະນຸດກໍບໍ່ມີທາງທີ່ຈະດຳລົງຊີວິດຢູ່ໄດ້. ມີບາງຄົນທີ່ເລືອກເຊື່ອໃນພຣະເຈົ້າຢ່າງສິ້ນເຊີງເພື່ອຫຼີກລ່ຽງໄພພິບັດ. ພວກເຂົາເຊື່ອວ່າພຣະເຈົ້າມີຢູ່ຈິງ ແຕ່ພວກເຂົາບໍ່ມີຄວາມຮັກຕໍ່ຄວາມຈິງແມ່ນແຕ່ໜ້ອຍດຽວ. ຖ້າຄົນເຊັ່ນນີ້ມາເຊື່ອໃນພຣະເຈົ້າ, ຄຣິສຕະຈັກຄວນຮັບເອົາພວກເຂົາບໍ? ຫຼາຍຄົນບໍ່ເຫັນບັນຫານີ້ຢ່າງແຈ່ມແຈ້ງ ແລະ ຄິດວ່າໃຜກໍຕາມທີ່ເຊື່ອວ່າພຣະເຈົ້າມີຢູ່ຈິງຄວນຖືກຮັບເຂົ້າໃນຄຣິສຕະຈັກ. ນີ້ເປັນຄວາມຜິດພາດອັນໃຫຍ່ຫຼວງ. ການຕັດສິນໃຈຂອງຄຣິສຕະຈັກທີ່ຈະຮັບເອົາຄົນໃດຄົນໜຶ່ງຄວນອີງໃສ່ວ່າຄົນຜູ້ນັ້ນສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ວ່າພວກເຂົາເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ ຫຼື ບໍ່, ບໍ່ແມ່ນອີງໃສ່ການທີ່ພວກເຂົາເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ມີມານຮ້າຍຫຼາຍໂຕທີ່ຢາກໄດ້ຮັບພອນ ແລະ ຊອກຫາເສັ້ນທາງຂ້າງໜ້າຜ່ານການເຊື່ອໃນພຣະເຈົ້າ. ຄຣິສຕະຈັກຄວນຮັບເອົາຄົນເຊັ່ນນີ້ຄືກັນບໍ? ນີ້ບໍ່ຄືກັບການເທດສອນຂ່າວປະເສີດໃນຍຸກແຫ່ງພຣະຄຸນ ເມື່ອໃຜກໍຕາມຖືກຮັບເຂົ້າ ຕາບໃດທີ່ພວກເຂົາເຊື່ອ; ມີຫຼັກການ ແລະ ຂໍ້ຈຳກັດຂອງກົດການປົກຄອງຂອງພຣະເຈົ້າກ່ຽວກັບວ່າໃຜຈະຖືກຮັບເຂົ້າໃນຄຣິສຕະຈັກໃນຍຸກແຫ່ງລາຊະອານາຈັກ. ບໍ່ວ່າຈະເປັນໃຜກໍຕາມ, ຖ້າພວກເຂົາບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງ, ພວກເຂົາກໍບໍ່ສາມາດຖືກຮັບເຂົ້າໄດ້. ເປັນຫຍັງຄົນເຊັ່ນນີ້ຈຶ່ງບໍ່ຖືກຮັບເຂົ້າ? ຄົນເຊັ່ນນີ້ບໍ່ສາມາດຖືກຮັບເຂົ້າໄດ້ ໂດຍຫຼັກໆແລ້ວກໍເພາະວ່າພວກເຮົາບໍ່ສາມາດເຫັນພູມຫຼັງຂອງພວກເຂົາ ຫຼື ວ່າພວກເຂົາເປັນຄົນປະເພດໃດກັນແທ້ຢ່າງແຈ່ມແຈ້ງ. ຖ້າຄຣິສຕະຈັກຮັບເອົາມານຮ້າຍ, ຄົນຊົ່ວຮ້າຍທີ່ມີບາບໜັກໜາສາຫັດເຂົ້າມາ, ທຸກຄົນກໍຮູ້ວ່າຜົນຮ້າຍທີ່ຈະຕາມມາຕໍ່ຄຣິສຕະຈັກຈະເປັນແນວໃດ. ຍິ່ງໄປກວ່ານັ້ນ, ໃນການເຊື່ອໃນພຣະເຈົ້າ, ພວກເຮົາຄວນເຂົ້າໃຈເຈດຕະນາຂອງພຣະອົງ ວ່າພຣະອົງຊ່ວຍໃຜໃຫ້ລອດພົ້ນ ແລະ ກຳຈັດໃຜອອກ. ຄຣິສຕະຈັກປະກອບດ້ວຍຄົນປະເພດໃດ? ມັນປະກອບດ້ວຍຄົນເຫຼົ່ານັ້ນທີ່ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ພຣະເຈົ້າຍອມຮັບ. ພຣະເຈົ້າບໍ່ຊ່ວຍຜູ້ທີ່ບໍ່ເຊື່ອໃນພຣະອົງຢ່າງແທ້ຈິງ ແລະ ບໍ່ຍອມຮັບຄວາມຈິງໃຫ້ລອດພົ້ນ ເພາະການບໍ່ຍອມຮັບຄວາມຈິງເປັນບັນຫາກ່ຽວກັບທຳມະຊາດຂອງຄົນເຮົາ ແລະ ຄົນປະເພດນີ້ເປັນຂອງຊາຕານ ແລະ ຈະບໍ່ມີວັນປ່ຽນແປງ. ສະນັ້ນ, ຄົນເຊັ່ນນີ້ຕ້ອງບໍ່ຖືກຮັບເຂົ້າໃນຄຣິສຕະຈັກຢ່າງເດັດຂາດ. ຖ້າໃຜຮັບເອົາຄົນຊົ່ວຮ້າຍ, ມານຮ້າຍເຂົ້າມາໃນຄຣິສຕະຈັກ, ຄົນຜູ້ນັ້ນກໍເປັນຄົນຮັບໃຊ້ຂອງຊາຕານ. ພວກເຂົາມາໂດຍເຈດຕະນາເພື່ອທຳລາຍ ແລະ ມ້າງເພວຽກງານຂອງຄຣິສຕະຈັກ ແລະ ພວກເຂົາກໍເປັນສັດຕູຂອງພຣະເຈົ້າ. ການຮັບເອົາມານຮ້າຍເຊັ່ນນີ້ ກໍຄືສັດຕູຂອງພຣະເຈົ້າເຂົ້າມາໃນຄຣິສຕະຈັກກໍຄືການລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ລະເມີດກົດການປົກຄອງຂອງພຣະອົງ ແລະ ເຮືອນຂອງພຣະເຈົ້າຈະບໍ່ຍອມທົນຕໍ່ສິ່ງນີ້ຢ່າງເດັດຂາດ. ຄົນຊົ່ວຮ້າຍ, ມານຮ້າຍຈະບໍ່ຖືກຮັບເຂົ້າໃນຄຣິສຕະຈັກ. ນີ້ຄືໜຶ່ງໃນຈຸດຢືນ ແລະ ຂໍ້ກຳນົດທີ່ຊັດເຈນຂອງຄຣິສຕະຈັກຕໍ່ວຽກງານການເທດສອນຂ່າວປະເສີດ. ຄຣິສຕະຈັກບໍ່ມີຄວາມຮັບຜິດຊອບໃດໆໃນການຮັບເອົາຜູ້ທີ່ເລືອກເຊື່ອໃນພຣະເຈົ້າເພື່ອໜີຈາກໄພພິບັດ ແລະ ຕ້ອງບໍ່ຮັບເອົາຜູ້ທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວເຂົ້າມາ ເພາະພຣະເຈົ້າບໍ່ຊ່ວຍຄົນເຊັ່ນນີ້ໃຫ້ລອດພົ້ນ. ໃຜກໍຕາມທີ່ບໍ່ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ໃຜກໍຕາມທີ່ຕໍ່ຕ້ານຄວາມຈິງ ແລະ ເບື່ອໜ່າຍຄວາມຈິງ, ກໍເປັນຄົນຊົ່ວຮ້າຍ ແລະ ພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ສຳລັບຜູ້ທີ່ຮັບຮູ້ພຣະເຈົ້າໃນໃຈຂອງພວກເຂົາ ແຕ່ບໍ່ຮັກຄວາມຈິງ ແລະ ຖືກຈັດເປັນຜູ້ບໍ່ເຊື່ອທີ່ກິນເຂົ້າຈີ່ຈົນອີ່ມ, ຄຣິສຕະຈັກຈະບໍ່ຮັບເອົາພວກເຂົາຈັກຄົນເລີຍ. ຍິ່ງໄປກວ່ານັ້ນ, ຄົນທີ່ບໍ່ມີຫຼັກສິນທໍາໃນສັງຄົມທີ່ຢາກມາລີ້ໄພໃນຄຣິສຕະຈັກຍິ່ງບໍ່ຄວນຖືກຮັບເຂົ້າ. ທັງນີ້ກໍເພາະວ່າຄຣິສຕະຈັກບໍ່ແມ່ນອົງກອນການກຸສົນ ແຕ່ເປັນບ່ອນທີ່ພຣະເຈົ້າປະຕິບັດວຽກງານຂອງການຊ່ວຍມະນຸດໃຫ້ລອດພົ້ນ. ວຽກງານຂອງຄຣິສຕະຈັກບໍ່ມີຫຍັງກ່ຽວຂ້ອງກັບລັດຖະບານຂອງປະເທດ. ອົງກອນທາງສັງຄົມຊັກຊວນໃຫ້ຜູ້ຄົນເຮັດຄວາມດີ ແລະ ວາງອາວຸດຂອງພວກເຂົາລົງ. ນີ້ກໍເພື່ອປະເທດຊາດ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຄຣິສຕະຈັກເລີຍ. ຖ້າໃຜກ້າດຶງເອົາຄົນຊົ່ວຮ້າຍທີ່ບໍ່ມີຄວາມເຊື່ອ, ມານຮ້າຍ ຫຼື ຜູ້ບໍ່ເຊື່ອເຂົ້າມາໃນຄຣິສຕະຈັກ, ຄົນຜູ້ນັ້ນກໍຈະລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ລະເມີດກົດການປົກຄອງຂອງພຣະອົງ. ໃຜກໍຕາມທີ່ດຶງເອົາຄົນຊົ່ວຮ້າຍ, ມານຮ້າຍເຂົ້າມາໃນຄຣິສຕະຈັກຕ້ອງຖືກຄັດອອກ ຫຼື ຂັບໄລ່ອອກໂດຍເຮືອນຂອງພຣະເຈົ້າ. ນີ້ຄືຈຸດຢືນທີ່ຊັດເຈນຂອງຄຣິສຕະຈັກຕໍ່ວຽກງານການເທດສອນຂ່າວປະເສີດ. ເມື່ອຄົນຊົ່ວຮ້າຍ, ມານຮ້າຍເຫຼົ່ານີ້ຢາກເຂົ້າມາລີ້ໄພໃນເຮືອນຂອງພຣະເຈົ້າ, ກໍຄວນບອກພວກເຂົາວ່າພວກເຂົາມາຜິດປະຕູ, ວ່າພວກເຂົາເລືອກຜິດສະຖານທີ່. ຄຣິສຕະຈັກຈະບໍ່ຮັບເອົາພວກເຂົາຢ່າງແນ່ນອນ. ນີ້ຄືຈຸດຢືນທີ່ຊັດເຈນຂອງຄຣິສຕະຈັກຕໍ່ຜູ້ບໍ່ມີຄວາມເຊື່ອທີ່ຢາກລີ້ໄພ. ເລື່ອງນີ້ແຈ່ມແຈ້ງແລ້ວບໍ? (ແມ່ນແລ້ວ). ແລ້ວພວກເຮົາຄວນຈັດການກັບຄົນເຊັ່ນນີ້ແນວໃດ? ວິທີທີ່ເໝາະສົມທີ່ຈະບອກພວກເຂົາແມ່ນຫຍັງ? ເຈົ້າເວົ້າວ່າ: “ບໍ່ວ່າປະເທດໃດກໍຕາມ ກໍມີສະພາກາແດງ, ສະຖາບັນສະຫວັດດີການ, ສູນຊ່ວຍເຫຼືອ ແລະ ວັດວາອາຮາມຂອງຊາວພຸດ, ພ້ອມທັງກຸ່ມອາສາສະໝັກບາງກຸ່ມໃນສັງຄົມ. ຖ້າເຈົ້າພົບບັນຫາ ແລະ ຮູ້ສຶກວ່າມີຄວາມທຸກໃຈທີ່ຕ້ອງໄດ້ຮັບການແກ້ໄຂ, ເຈົ້າກໍສາມາດຂໍຄວາມຊ່ວຍເຫຼືອຈາກອົງກອນເຫຼົ່ານີ້ໄດ້. ນອກຈາກນີ້, ເຈົ້າສາມາດຂໍລີ້ໄພທາງການເມືອງ ຫຼື ລີ້ໄພຈາກລັດຖະບານໄດ້ ແລະ ຖ້າສະພາບການເງິນຂອງເຈົ້າເອື້ອອຳນວຍ, ເຈົ້າກໍສາມາດຈ້າງທະນາຍຄວາມເພື່ອຊ່ວຍເຫຼືອໃນຄະດີຂອງເຈົ້າໄດ້. ແຕ່ນີ້ຄືຄຣິສຕະຈັກ; ມັນເປັນສະຖານທີ່ທີ່ພຣະເຈົ້າເຮັດວຽກງານ ເປັນສະຖານທີ່ທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ບໍ່ແມ່ນສະຖານທີ່ໃຫ້ເຈົ້າລີ້ໄພ. ດັ່ງນັ້ນ, ການເຂົ້າມາໃນຄຣິສຕະຈັກຂອງເຈົ້າຈຶ່ງບໍ່ເໝາະສົມ ແລະ ການຢູ່ບ່ອນນີ້ຂອງເຈົ້າກໍໄຮ້ປະໂຫຍດ. ພຣະເຈົ້າບໍ່ຍອມຮັບຄົນເຊັ່ນນີ້ ແລະ ຄຣິສຕະຈັກກໍບໍ່ຮັບເອົາພວກເຂົາເຊັ່ນກັນ. ບໍ່ວ່າຜູ້ບໍ່ມີຄວາມເຊື່ອຈະມີຄວາມຍາກລຳບາກຫຍັງກໍຕາມ, ພວກເຂົາຄວນຂໍຄວາມຊ່ວຍເຫຼືອຈາກອົງກອນການກຸສົນ, ອົງກອນບັນເທົາທຸກ ຫຼື ສໍານັກງານຄຸ້ມຄອງພົນລະເຮືອນ, ອົງກອນເຫຼົ່ານີ້ກ່ຽວຂ້ອງກັບການຮັບໃຊ້ປະຊາຊົນ, ການກຸສົນ ແລະ ການຊ່ວຍເຫຼືອຜູ້ອື່ນ. ບໍ່ວ່າເຈົ້າຈະມີຄຳຮ້ອງທຸກ ຫຼື ຄວາມຕ້ອງການຫຍັງ, ເຈົ້າກໍສາມາດບອກພວກເຂົາ ຫຼື ຮຽກຮ້ອງຕໍ່ລັດຖະບານໄດ້. ສະຖານທີ່ເຫຼົ່ານັ້ນແມ່ນບ່ອນທີ່ເໝາະສົມທີ່ສຸດສຳລັບເຈົ້າ”. ຄຣິສຕະຈັກບໍ່ຮັບເອົາຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອໃດໆ. ຖ້າໃຜມີ “ຄວາມຮັກ” ເປັນພິເສດ, ໃຫ້ພວກເຂົາຮັບເອົາຄົນເຊັ່ນນີ້ເປັນສ່ວນຕົວ ແລະ ໃຫ້ຈົບໆກັນໄປ; ພວກເຂົາສາມາດລ້ຽງດູຄົນເຊັ່ນນີ້ດ້ວຍຕົນເອງ ແລະ ເຮືອນຂອງພຣະເຈົ້າຈະບໍ່ແຊກແຊງເລື່ອງນີ້. ບາງຄົນອາດຈະຖາມວ່າ “ແລ້ວເປັນຫຍັງຄຣິສຕະຈັກຈຶ່ງເທດສອນຂ່າວປະເສີດ? ຈຸດປະສົງຂອງການເທດສອນຂ່າວປະເສີດແມ່ນຫຍັງ?” ການເທດສອນຂ່າວປະເສີດຄືພຣະບັນຊາຂອງພຣະເຈົ້າ. ຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດກໍຄືຜູ້ທີ່ສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຫົນທາງທີ່ແທ້ຈິງ, ຜູ້ທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ, ຜູ້ທີ່ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້ ແລະ ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ມີພຽງແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ສາມາດເທດສອນຂ່າວປະເສີດໃຫ້ໄດ້. ສຳລັບຜູ້ທີ່ບໍ່ໄດ້ສະແຫວງຫາພຣະເຈົ້າ, ຜູ້ທີ່ບໍ່ໄດ້ມາເພື່ອຍອມຮັບຄວາມຈິງ ແຕ່ມາເພື່ອລີ້ໄພ, ຂ່າວປະເສີດຈະບໍ່ຖືກເທດສອນໃຫ້ພວກເຂົາ. ຄົນເບົາປັນຍາບາງຄົນບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ ແລະ ກໍສັບສົນເມື່ອມີເລື່ອງເກີດຂຶ້ນກັບພວກເຂົາ. ຄົນເຫຼົ່ານີ້ຄືຄົນເບົາປັນຍາທີ່ຈະບໍ່ມີວັນເຂົ້າໃຈເຈດຕະນາຂອງພຣະເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?