ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22) ສ່ວນທີ ສອງ

III. ຄຳນິຍາມຂອງຄຣິສຕະຈັກ

ຫຼັງຈາກທີ່ໂອ້ລົມກັນໃນຫົວຂໍ້ທີ່ວ່າຄຣິສຕະຈັກແມ່ນຫຍັງ, ຕອນນີ້ພວກເຈົ້າກໍມີຄວາມເຂົ້າໃຈແລ້ວແດ່ກ່ຽວກັບການກຳເນີດຂອງຄຣິສຕະຈັກ, ວຽກງານທີ່ຄຣິສຕະຈັກເຮັດ ແລະ ຜົນສຳເລັດທີ່ບັນລຸໄດ້. ພວກເຈົ້າຍັງສາມາດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມສຳຄັນບາງຢ່າງຂອງການມີຢູ່ຂອງຄຣິສຕະຈັກ. ສະນັ້ນ, ຕອນນີ້ພວກເຮົາສາມາດໃຫ້ຄຳນິຍາມທີ່ຖືກຕ້ອງໄດ້ແລ້ວບໍວ່າຄຣິສຕະຈັກແມ່ນຫຍັງກັນແທ້? ກ່ອນອື່ນໝົດ, ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອໃຫ້ການປອບໂຍນທາງອາລົມແກ່ຜູ້ຄົນ ແລະ ທັງບໍ່ແມ່ນສະຖານທີ່ເພື່ອຮັບປະກັນວ່າຜູ້ຄົນຈະມີກິນມີໃຊ້ ຫຼື ເພື່ອໃຫ້ຜູ້ຄົນລີ້ໄພ. ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດທາງຮ່າງກາຍຂອງຜູ້ຄົນ ຫຼື ແກ້ໄຂຄວາມຫຍຸ້ງຍາກທີ່ພວກເຂົາປະເຊີນໃນຊີວິດ. ມັນບໍ່ແມ່ນສະຖານທີ່ເພື່ອຕື່ມຄວາມວ່າງເປົ່າທາງຈິດວິນຍານຂອງຜູ້ຄົນໃຫ້ເຕັມ ແລະ ສະໜອງສິ່ງຄໍ້າຈູນທາງຈິດວິນຍານ. ເມື່ອຄຣິສຕະຈັກບໍ່ແມ່ນສິ່ງທີ່ຜູ້ຄົນສົມມຸດຂຶ້ນຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ແລ້ວຄຳນິຍາມທີ່ສະເພາະເຈາະຈົງຂອງຄຣິສຕະຈັກແມ່ນຫຍັງກັນແທ້? ຄຣິສຕະຈັກແມ່ນຫຍັງກັນແທ້? ໃນພຣະຄຳພີໄບເບິນ, ອົງພຣະເຢຊູເຈົ້າໄດ້ໃຫ້ຄຳອະທິບາຍພື້ນຖານກ່ຽວກັບຄຳວ່າຄຣິສຕະຈັກ. ພຣະອົງໄດ້ກ່າວໄວ້ວ່າແນວໃດແທ້? (“ຍ້ອນວ່າບ່ອນໃດທີ່ມີສອງ ຫຼື ສາມຄົນເຕົ້າໂຮມກັນໃນນາມຂອງເຮົາ, ເຮົາກໍ່ຈະຢູ່ໃນທ່າມກາງພວກເຂົາໃນທີ່ນັ້ນ” (ມັດທາຍ 18:20).) ພຣະທຳເຫຼົ່ານີ້ໝາຍຄວາມວ່າ ບໍ່ວ່າຈະມີຈັກຄົນທີ່ເຕົ້າໂຮມກັນ, ຕາບໃດທີ່ພວກເຂົາມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາຮູ້ສຶກເຖິງການຊົງສະຖິດຢູ່ຂອງພຣະເຈົ້າກັບພວກເຂົາ, ສະຖານທີ່ນັ້ນກໍຄືຄຣິສຕະຈັກ, ແມ່ນແບບນັ້ນແທ້ໆ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ປາກົດຕົວເພື່ອເຮັດພາລະກິດ ແລະ ສະແດງອອກເຖິງຄວາມຈິງ. ເມື່ອຜູ້ຄົນມາເຕົ້າໂຮມກັນເພື່ອກິນ ແລະ ດື່ມ, ອ່ານພ້ອມອະທິຖານ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ, ພຣະເຈົ້າກໍຊົງສະຖິດຢູ່ນຳ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດກໍຢູ່ທີ່ນັ້ນເຊັ່ນກັນ ເຊິ່ງໝາຍຄວາມວ່າພຣະເຈົ້າຮັບຮອງວ່ານັ້ນເປັນຄຣິສຕະຈັກ. ຖ້າຜູ້ຄົນເຕົ້າໂຮມກັນແຕ່ບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຖ້າພວກເຂົາພຽງແຕ່ທ່ອງຈຳຫຼັກຄຳສອນທາງວິນຍານທີ່ວ່າງເປົ່າ ແລະ ພວກເຂົາບໍ່ສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດໄດ້, ນັ້ນກໍບໍ່ແມ່ນຄຣິສຕະຈັກ ເພາະມັນບໍ່ໄດ້ຖືກຮັບຮອງໂດຍພຣະເຈົ້າ ແລະ ດັ່ງນັ້ນມັນຈຶ່ງບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ການເຕົ້າໂຮມທີ່ພຣະເຈົ້າຊົງສະຖິດຢູ່ນຳແມ່ນໄດ້ຮັບພອນ ແລະ ການຊີ້ນຳຈາກພຣະອົງ ແລະ ເມື່ອຜູ້ຄົນມາເຕົ້າໂຮມກັນໃນການເຕົ້າໂຮມດັ່ງກ່າວ, ບໍ່ວ່າພວກເຂົາຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໂອ້ລົມຄວາມຈິງ ຫຼື ໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ສິ່ງເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງກັບຂໍ້ກຳນົດ ແລະ ການນຳພາຂອງພຣະເຈົ້າ ແລະ ດັ່ງນັ້ນຈຶ່ງໄດ້ຮັບພອນຈາກພຣະອົງທັງໝົດ. ນັ້ນຄືເຫດຜົນທີ່ວ່າ ຕາບໃດທີ່ການເຕົ້າໂຮມປະເພດໜຶ່ງມີການຊີ້ນຳ, ການນຳພາ ແລະ ການຊົງສະຖິດຢູ່ຂອງພຣະເຈົ້າ, ມັນກໍສາມາດຖືກເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄຳນິຍາມທີ່ງ່າຍດາຍທີ່ສຸດ, ເປັນພື້ນຖານທີ່ສຸດຂອງຄຣິສຕະຈັກ ແລະ ມັນກໍເປັນຄຳນິຍາມຂອງຄຣິສຕະຈັກໃນຊ່ວງຍຸກແຫ່ງພຣະຄຸນ. ມັນກຳເນີດຂຶ້ນຈາກບໍລິບົດຂອງພາລະກິດຂອງພຣະເຈົ້າໃນເວລານັ້ນ ແລະ ດັ່ງນັ້ນຈຶ່ງຖືກຕ້ອງ ແລະ ໃຊ້ການໄດ້. ແຕ່ໃນໄລຍະວຽກງານແຫ່ງການພິພາກສານີ້ໃນຍຸກສຸດທ້າຍ, ເພາະວ່າພຣະເຈົ້າໄດ້ກ່າວພຣະທຳຫຼາຍຂຶ້ນ ແລະ ໄດ້ເຮັດພາລະກິດທີ່ຍິ່ງໃຫຍ່ກວ່າ, ຄຳນິຍາມຂອງຄຣິສຕະຈັກກໍຕ້ອງເລິກເຊິ່ງກວ່າຄຳນິຍາມພື້ນຖານນັ້ນຈາກຍຸກແຫ່ງພຣະຄຸນ. ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າອີກລະດັບໜຶ່ງ. ຄຣິສຕະຈັກບໍ່ໄດ້ມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຊົງສະຖິດຢູ່ຂອງພຣະເຈົ້າອີກຕໍ່ໄປ. ຕອນນີ້ພຣະເຈົ້າກຳລັງເຮັດພາລະກິດດ້ວຍພຣະອົງເອງໃນຄຣິສຕະຈັກຂອງພຣະອົງ, ຊີ້ນຳ ແລະ ລ້ຽງດູພວກເຂົາ; ຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງ ແລະ ຕິດຕາມ ແລະ ເປັນປະຈັກພະຍານເຖິງພຣະຄຣິດ. ສະນັ້ນ, ຄຳນິຍາມຂອງຄຣິສຕະຈັກໃນຍຸກສຸດທ້າຍຈຶ່ງກ້າວໜ້າກວ່າໃນຍຸກແຫ່ງພຣະຄຸນ; ມັນເປັນຄຳອະທິບາຍທີ່ເລິກເຊິ່ງກວ່າ, ຖືກຕ້ອງກວ່າ ແລະ ສະເພາະເຈາະຈົງກວ່າເມື່ອກ່ອນ ແລະ ແນ່ນອນວ່າມັນບໍ່ສາມາດແຍກອອກຈາກຄວາມຈິງ ແລະ ພຣະທຳຂອງພຣະເຈົ້າໄດ້. ສະນັ້ນ, ວິທີການໃຫ້ຄຳນິຍາມຄຣິສຕະຈັກທີ່ຖືກຕ້ອງ ແລະ ເໝາະສົມທີ່ສຸດແມ່ນຫຍັງ? ກ່ອນອື່ນ, ຄຳນິຍາມພື້ນຖານຄວນແມ່ນກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ. ໂດຍສະເພາະເຈາະຈົງກວ່ານັ້ນ, ຄຣິສຕະຈັກແມ່ນກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ຖືກປົກຄອງໂດຍພຣະທຳຂອງພຣະອົງ, ສະແຫວງຫາຄວາມຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ ແລະ ສາມາດອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ບັນລຸຄວາມລອດພົ້ນຂອງພຣະອົງ. ຈຸດສຳຄັນຂອງຄຳນິຍາມນີ້ແມ່ນ “ກຸ່ມຄົນ”. ຄຣິສຕະຈັກບໍ່ແມ່ນສະຖານທີ່ ຫຼື ໝູ່ຄະນະ ຫຼື ຊຸມຊົນ, ແລ້ວຍິ່ງບໍ່ແມ່ນພຽງແຕ່ການເຕົ້າໂຮມຂອງຜູ້ຄົນທີ່ມີຄວາມເຊື່ອ. “ກຸ່ມຄົນ” ສາມາດປະກອບດ້ວຍຄົນສິບກວ່າຄົນ ຫຼື ສາມສິບຫາຫ້າສິບຄົນ ຫຼື ແນ່ນອນວ່າອາດຈະມີຈຳນວນຫຼາຍກວ່ານັ້ນ. ພວກເຂົາສາມາດເຕົ້າໂຮມກັນ ຫຼື ສາມາດແຍກອອກເປັນກຸ່ມນ້ອຍເພື່ອເຕົ້າໂຮມກັນ; ສິ່ງນີ້ມີຄວາມຄ່ອງຕົວ ແລະ ປ່ຽນແປງໄດ້. ສະຫຼຸບສັ້ນໆຄື ເມື່ອຜູ້ຕິດຕາມພຣະເຈົ້າເຫຼົ່ານີ້ຍົກສູງ, ເປັນພະຍານເຖິງ ແລະ ນະມັດສະການພຣະອົງ ແລະ ປະຕິບັດຕາມຄວາມປະສົງຂອງພຣະອົງ, ພວກເຂົາກໍຄືຄຣິສຕະຈັກ. ບໍ່ວ່າພວກເຂົາຈະເຕົ້າໂຮມກັນຈັກຄົນ, ພວກເຂົາກໍຍັງຄົງເປັນຄຣິສຕະຈັກ. ຕົວຢ່າງ: 50 ຄົນຖືກເອີ້ນວ່າຄຣິສຕະຈັກຂະໜາດນ້ອຍ ແລະ 100 ຄົນຖືກເອີ້ນວ່າຄຣິສຕະຈັກຂະໜາດໃຫຍ່. ຂະໜາດຂອງຄຣິສຕະຈັກຖືກກຳນົດໂດຍຈຳນວນສະມາຊິກ. ມີຄຣິສຕະຈັກຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ, ຈຳນວນຄົນໃນຄຣິສຕະຈັກບໍ່ໄດ້ຖືກກຳນົດໄວ້ຄົງທີ່. ໃຫ້ພວກເຮົາເບິ່ງຄຳນິຍາມຂອງຄຣິສຕະຈັກອີກຄັ້ງໜຶ່ງ: ກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ຖືກປົກຄອງໂດຍພຣະທຳຂອງພຣະອົງ, ສະແຫວງຫາຄວາມຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ ແລະ ສາມາດອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ບັນລຸຄວາມລອດພົ້ນຂອງພຣະອົງ. ເປັນຫຍັງຄຣິສຕະຈັກຈຶ່ງຖືກນິຍາມແບບນີ້? ເພາະວ່າພຣະເຈົ້າຕ້ອງການເຮັດພາລະກິດໃນຄຣິສຕະຈັກ ແລະ ພຣະເຈົ້າປາດຖະໜາທີ່ຈະຊ່ວຍກຸ່ມຄົນນັ້ນໃຫ້ລອດພົ້ນ. ມີພຽງແຕ່ກຸ່ມຄົນປະເພດນີ້ເທົ່ານັ້ນທີ່ສາມາດຖືກເອີ້ນວ່າຄຣິສຕະຈັກ. ເມື່ອມີກຸ່ມຄົນແບບນີ້ມາເຕົ້າໂຮມກັນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າຕາມປົກກະຕິ ແລະ ປະຕິບັດພຣະທຳເຫຼົ່ານັ້ນ ແລະ ອະທິຖານຕໍ່ພຣະເຈົ້າ, ອ່ອນນ້ອມຕໍ່ພຣະອົງ ແລະ ນະມັດສະການພຣະອົງຢ່າງແທ້ຈິງ. ກຸ່ມຄົນນັ້ນຖືກປົກຄອງ ແລະ ນຳພາໂດຍພຣະທຳຂອງພຣະເຈົ້າ; ສະນັ້ນ, ຄຳນິຍາມຂອງຄຣິສຕະຈັກຈຶ່ງກຳເນີດຂຶ້ນຜ່ານກຸ່ມຄົນດັ່ງກ່າວ. ເນື່ອງຈາກຄົນໃນສາສະໜາບໍ່ຍອມຮັບຄວາມຈິງ ແລະ ບໍ່ຍອມຮັບພາລະກິດຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ໄດ້ຊ່ວຍພວກເຂົາໃຫ້ລອດພົ້ນ, ພວກເຂົາຈຶ່ງບໍ່ແມ່ນຄຣິສຕະຈັກ, ພວກເຂົາເປັນຊຸມຊົນສາສະໜາ. ນີ້ຄືຄວາມແຕກຕ່າງທີ່ຊັດເຈນທີ່ສຸດລະຫວ່າງຄຣິສຕະຈັກ ແລະ ສາສະໜາ. ມີພຽງແຕ່ຄຣິສຕະຈັກເທົ່ານັ້ນທີ່ຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ ແລະ ມີພຽງແຕ່ຄຣິສຕະຈັກທີ່ພຣະຄຣິດລ້ຽງດູດ້ວຍຕົວເອງເທົ່ານັ້ນທີ່ຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ? ພວກເຮົາຈຳເປັນຕ້ອງກ່າວເຖິງພາລະກິດຂອງພຣະວິນຍານບໍລິສຸດ ຫຼື ການຊີ້ນຳ, ການໃຫ້ຄວາມສະຫວ່າງ ແລະ ການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດຢູ່ບ່ອນນີ້ບໍ? (ບໍ່.) ບອກເຮົາມາ, ອັນໃດເປັນຮູບປະທຳກວ່າກັນ: ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ ຫຼື ການມີພາລະກິດຂອງພຣະວິນຍານບໍລິສຸດ? (ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ.) ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າມີຄວາມເປັນຈິງຫຼາຍກວ່າ ແລະ ເປັນຮູບປະທຳຫຼາຍກວ່າ. ພາລະກິດຂອງພຣະວິນຍານບໍລິສຸດເປັນພຽງການໃຫ້ຄວາມສະຫວ່າງ ແລະ ແສງເຍືອງທາງແກ່ຜູ້ຄົນ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ນຳພາພວກເຂົາໃຫ້ຊອກຫາຫຼັກການແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າ. ຜົນທີ່ບັນລຸໄດ້ກໍຄືການທີ່ພວກເຂົາຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ຖ້າພຣະວິນຍານບໍລິສຸດບໍ່ໄດ້ເຮັດພາລະກິດ, ຜູ້ຄົນຍັງຈະສາມາດເຮັດສຳເລັດໜ້າທີ່ຂອງຕົນໄດ້ບໍ ໂດຍການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການກຳແໜ້ນຫຼັກການຕ່າງໆ? (ໄດ້.) ຕອນນີ້, ພຣະທຳຂອງພຣະເຈົ້າໄດ້ຖືກກ່າວໄວ້ຫຼາຍແລ້ວ; ຜູ້ຄົນມັກຈະຟັງຄຳເທດສະໜາ ແລະ ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້. ເຖິງຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ຄົນກໍຮູ້ວ່າຕ້ອງເຮັດຫຍັງ. ຜູ້ທີ່ຮັກຄວາມຈິງສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໄດ້ ຕາບໃດທີ່ພວກເຂົາເຂົ້າໃຈຄວາມຈິງ. ຜູ້ທີ່ບໍ່ຮັກຄວາມຈິງກໍຈະບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ເຖິງແມ່ນວ່າພວກເຂົາຈະໄດ້ຍິນກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະເຂົ້າໃຈພຽງໜ້ອຍໜຶ່ງ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະປະຕິບັດ ແລະ ດັ່ງນັ້ນຈຶ່ງສາມາດຖືກກຳຈັດອອກເທົ່ານັ້ນ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ສະແດງອອກເຖິງຄວາມຈິງໂດຍກົງ ເພື່ອນຳພາ ແລະ ລ້ຽງດູຜູ້ຄົນດ້ວຍຕົວເອງ. ພາລະກິດຂອງພຣະວິນຍານບໍລິສຸດເປັນພຽງວຽກງານຊ່ວຍ. ມັນຄືກັບຕອນທີ່ເດັກນ້ອຍກຳລັງຫັດຍ່າງ; ບາງຄັ້ງຜູ້ໃຫຍ່ກໍຈະຍື່ນມືມາຊ່ວຍ. ເມື່ອເດັກນ້ອຍສາມາດຍ່າງໄດ້ຢ່າງໝັ້ນຄົງ ແລະ ແລ່ນໄດ້ແລ້ວ ກໍບໍ່ຈຳເປັນຕ້ອງມີຄົນມາພະຍຸງພວກເຂົາອີກ. ສະນັ້ນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ແມ່ນສິ່ງທີ່ຈຳເປັນຢ່າງເດັດຂາດ ແລະ ທັງບໍ່ແມ່ນສິ່ງສຳຄັນທີ່ຂາດບໍ່ໄດ້. ເມື່ອຜູ້ຄົນຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ, ມັນໝາຍຄວາມວ່າພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ຮູ້ວ່າພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ ແລະ ຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນແມ່ນຫຍັງ ແລະ ພວກເຂົາສາມາດເຂົ້າໃຈ ແລະ ນຳໃຊ້ຫຼັກການ ແລະ ມາດຕະຖານເຫຼົ່ານີ້ໄດ້. ນີ້ຄືຄວາມໝາຍຂອງການທີ່ຫົວໃຈຂອງຜູ້ຄົນຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ພຣະເຈົ້າໄດ້ກ່າວກ່ຽວກັບສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງ ແລະ ຊັດເຈນພຽງພໍແລ້ວ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງກ່າວເຖິງພາລະກິດຂອງພຣະວິນຍານບໍລິສຸດຢູ່ບ່ອນນີ້. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ສະແດງອອກເຖິງຄວາມຈິງຫຼາຍຢ່າງ, ເຮັດໃຫ້ຄວາມຈິງແຕ່ລະຢ່າງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍສຳລັບຜູ້ຄົນ. ສະນັ້ນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ສຳຄັນປານນັ້ນ ແລະ ເປັນພຽງວຽກງານຊ່ວຍ. ມີພຽງແຕ່ຕອນທີ່ຜູ້ຄົນບໍ່ເຂົ້າໃຈຄວາມຈິງ ຫຼື ຕອນທີ່ພຣະເຈົ້າຍັງບໍ່ໄດ້ກ່າວພຣະທຳຫຼາຍຢ່າງດ້ວຍຄວາມລະອຽດ ແລະ ຄວາມຊັດເຈນເທົ່ານັ້ນ ທີ່ພຣະວິນຍານບໍລິສຸດຈະເຮັດພາລະກິດເສີມບາງຢ່າງທີ່ມີລັກສະນະກະຕຸ້ນເຕືອນ ເຊິ່ງໃຫ້ຄວາມສະຫວ່າງແບບງ່າຍໆແກ່ຜູ້ຄົນ ແລະ ເຮັດໜ້າທີ່ຊຸກຍູ້ພວກເຂົາໜ້ອຍໜຶ່ງ, ຊ່ວຍໃຫ້ພວກເຂົາເລືອກສິ່ງທີ່ຖືກຕ້ອງ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ສະພາບແວດລ້ອມຕ່າງໆຂອງພວກເຂົາ. ຕອນນີ້ແມ່ນຍຸກສະໄໝແຫ່ງພຣະທຳຂອງພຣະເຈົ້າ, ບ່ອນທີ່ພຣະເຈົ້າກ່າວດ້ວຍພຣະອົງເອງ ເພື່ອນຳພາມວນມະນຸດ ແລະ ພຣະທຳຂອງພຣະເຈົ້າກໍຄອບຄອງທຸກສິ່ງ. ພາລະກິດຂອງພຣະວິນຍານບໍລິສຸດເປັນພຽງວຽກງານຊ່ວຍ. ເມື່ອຜູ້ຄົນເຂົ້າໃຈຄວາມຈິງ, ສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ກໍຈະມີການຕອບສະໜອງຕໍ່ຄວາມປະສົງຂອງພຣະເຈົ້າ.

ໃຫ້ເບິ່ງວະລີທຳອິດໃນຄຳນິຍາມພື້ນຖານຂອງຄຣິສຕະຈັກ: “ຕິດຕາມພຣະເຈົ້າຢ່າງຈິງໃຈ”. ຄຳວ່າ “ຈິງໃຈ” ນີ້ມີຄວາມໝາຍສະເພາະ. ມັນບໍ່ໄດ້ໝາຍເຖິງຜູ້ທີ່ພຽງແຕ່ໃຊ້ເວລາໄປແຕ່ລະມື້, ຜູ້ທີ່ເປັນພຽງຜູ້ຄົນທີ່ມາໃຫ້ຄົບຈຳນວນໃນນາມເທົ່ານັ້ນ, ຜູ້ທີ່ຊອກກິນຈົນອີ່ມ, ຜູ້ທີ່ເພິ່ງພາພຣະຄຸນເພື່ອຄວາມລອດພົ້ນ ຫຼື ຜູ້ທີ່ມີແຮງຈູງໃຈ ແລະ ເປົ້າໝາຍອື່ນທີ່ເຊື່ອງໄວ້. ສະນັ້ນ, “ຈິງໃຈ” ໝາຍຄວາມວ່າແນວໃດ? ຄຳອະທິບາຍທີ່ເປັນພື້ນຖານ ແລະ ລຽບງ່າຍທີ່ສຸດນີ້ແມ່ນ: ຕາບໃດທີ່ຄົນໃດໜຶ່ງໄດ້ຍິນກ່ຽວກັບພຣະເຈົ້າ, ຄວາມຈິງ ຫຼື ພຣະຜູ້ສ້າງ, ພວກເຂົາກໍຮູ້ສຶກມີຄວາມປາຖະໜາຢ່າງແຮງກ້າໃນໃຈ, ຍອມເສຍສະຫຼະດ້ວຍຄວາມເຕັມໃຈ, ອຸທິດຕົນດ້ວຍຄວາມເຕັມໃຈ, ທົນທຸກດ້ວຍຄວາມເຕັມໃຈ ແລະ ເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກຂອງພຣະເຈົ້າ ແລະ ປະຖິ້ມທຸກສິ່ງເພື່ອຕິດຕາມພຣະເຈົ້າ. ຕາບໃດທີ່ພວກເຂົາມີໃຈທີ່ຈິງໃຈ, ນັ້ນກໍພຽງພໍແລ້ວ. ບາງຄົນເວົ້າວ່າ: “ເປັນຫຍັງເຈົ້າບໍ່ເວົ້າວ່າມັນເປັນກຸ່ມຄົນທີ່ເຕັມໄປດ້ວຍຄວາມເຊື່ອທີ່ຕິດຕາມພຣະເຈົ້າ?” ຜູ້ຄົນບໍ່ສາມາດບັນລຸລະດັບນັ້ນໄດ້. ໃນບັນດາຜູ້ທີ່ກຳລັງເຮັດໜ້າທີ່ຕອນນີ້, ບາງຄົນເຊື່ອມາໄດ້ປະມານສິບປີ ແລະ ບາງຄົນກໍເຊື່ອມາໄດ້ຊາວ ຫຼື ສາມສິບປີ; ການມີຄວາມຈິງໃຈນີ້ໂດຍພື້ນຖານແລ້ວແມ່ນພຽງພໍແລ້ວ. ການນິຍາມວ່າມີຄວາມເຊື່ອເຕັມປ່ຽມນັ້ນບໍ່ຖືກຕ້ອງ. ຄຳນິຍາມຂອງພວກເຮົາກ່ຽວກັບຄຣິສຕະຈັກແມ່ນອີງໃສ່ສະຖານະການພື້ນຖານ ແລະ ສະເພາະເຈາະຈົງ, ບໍ່ໄດ້ຈູ້ຈີ້ເລື່ອງຄຳສັບ ຫຼື ຕັ້ງຄຳນິຍາມ ແລະ ມາດຕະຖານໄວ້ສູງເກີນໄປ ເພາະນັ້ນຈະບໍ່ສາມາດປະຕິບັດໄດ້ຈິງ. ບາງຄົນເວົ້າວ່າ, “ການເວົ້າວ່າ ‘ຈິງໃຈ’ ແລະ ‘ເຕັມໄປດ້ວຍຄວາມເຊື່ອ’ ນັ້ນບໍ່ພຽງພໍ. ມັນຄວນຖືກເອີ້ນວ່າເປັນກຸ່ມຄົນທີ່ຊອບທຳທີ່ຢຳເກງພຣະເຈົ້າ ແລະ ຫຼີກໜີຈາກຄວາມຊົ່ວ, ນັ້ນຄົງຈະດີຫຼາຍ!” ຖ້າພວກເຮົາຕັ້ງມາດຕະຖານໄວ້ສູງຂະໜາດນີ້, ແລ້ວວະລີຕໍ່ໆມາຄື “ສະແຫວງຫາຄວາມຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ” ກໍຈະບໍ່ຈຳເປັນເລີຍ. ຈຸດສຳຄັນແມ່ນສະມາຊິກທຸກຄົນຂອງຄຣິສຕະຈັກແມ່ນຜູ້ທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນ. ກຸ່ມຄົນນີ້ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ. ຖ້າເວົ້າຕາມຄວາມເປັນຈິງແລ້ວ, ພວກເຂົາແມ່ນເຕັມໄປດ້ວຍການກະບົດ, ຂາດການອ່ອນນ້ອມ, ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າເລີຍ. ນີ້ຄືສະຖານະການທີ່ເປັນຈິງທີ່ສຸດ. ສະນັ້ນ, ໃນສາຍຕາຂອງພຣະເຈົ້າ, ສະມາຊິກຄຣິສຕະຈັກກໍຢູ່ໃນສະຖານະການທີ່ແທ້ຈິງ ແລະ ສະຖານະພາບຕົວຈິງເຊັ່ນນັ້ນ. ການຄັດເລືອກຄົນຂອງພຣະເຈົ້າແມ່ນອີງໃສ່ເງື່ອນໄຂພື້ນຖານນີ້: ບໍ່ວ່າພວກເຂົາຈະສາມາດຕິດຕາມພຣະເຈົ້າຢ່າງຈິງໃຈ ແລະ ເສຍສະຫຼະຕົນເອງ ແລະ ປະຖິ້ມຢ່າງແທ້ຈິງໄດ້ ຫຼື ບໍ່. ບາງຄົນເວົ້າວ່າ, “ຖ້າພວກເຂົາຈິງໃຈ, ແລ້ວເປັນຫຍັງພວກເຂົາຍັງມີຄວາມປາຖະໜາອັນເກີນຄວນຢູ່? ຖ້າພວກເຂົາຈິງໃຈ, ເປັນຫຍັງພວກເຂົາຍັງຕ້ອງການໄດ້ຮັບພອນຢູ່?” ສິ່ງເຫຼົ່ານີ້ຈະຄ່ອຍໆປ່ຽນແປງໄປເມື່ອຜູ້ຄົນມີປະສົບການກັບພາລະກິດຂອງພຣະເຈົ້າ. ຕອນນີ້, ພວກເຮົາກຳລັງນິຍາມແນວຄິດພື້ນຖານຂອງຄຣິສຕະຈັກ. ແນວຄິດພື້ນຖານນີ້ແມ່ນຂໍ້ກຳນົດຂັ້ນຕໍ່າສຸດ ແລະ ມາດຕະຖານທີ່ຕໍ່າທີ່ສຸດສຳລັບການຄັດເລືອກຄົນຂອງພຣະເຈົ້າ. ມາດຕະຖານເຫຼົ່ານີ້ບໍ່ໄດ້ວ່າງເປົ່າ ຫຼື ເກີນຈິງເລີຍ; ພວກມັນສອດຄ່ອງກັບສະຖານະການຕົວຈິງຂອງພວກເຈົ້າເປັນພິເສດ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອພຣະເຈົ້າເລືອກພວກເຈົ້າ ແລະ ຕັດສິນໃຈທີ່ຈະຊ່ວຍຄົນໃດຄົນໜຶ່ງໃນພວກເຈົ້າໃຫ້ລອດພົ້ນ, ສິ່ງເຫຼົ່ານີ້ຄືເກນທີ່ພຣະເຈົ້າເບິ່ງ. ຖ້າເຈົ້າບັນລຸຂໍ້ກຳນົດເຫຼົ່ານີ້, ເຈົ້າກໍຈະຖືກນຳເຂົ້າມາໃນເຮືອນຂອງພຣະເຈົ້າໂດຍພຣະເຈົ້າ ແລະ ກາຍເປັນສະມາຊິກຂອງຄຣິສຕະຈັກ. ນີ້ຄືສະຖານະການຕົວຈິງ. ສະນັ້ນ, ວະລີທຳອິດໃນຄຳນິຍາມຂອງຄຣິສຕະຈັກແມ່ນ “ຕິດຕາມພຣະເຈົ້າຢ່າງຈິງໃຈ”; ນີ້ແມ່ນຂ້ອນຂ້າງຖືກຕ້ອງ. ກຸ່ມຄົນນີ້ຍັງບໍ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກໜີຈາກຄວາມຊົ່ວໄດ້, ພວກເຂົາຍັງບໍ່ສາມາດແຍກຕົວອອກຈາກອິດທິພົນແຫ່ງຄວາມມືດໄດ້ ແລະ ພວກເຂົາຍັງບໍ່ສາມາດກະບົດຕໍ່ໂລກ ແລະ ມັງກອນແດງທີ່ຍິ່ງໃຫຍ່ໄດ້ຢ່າງສົມບູນ. ພວກເຂົາຍັງຂາດສິ່ງທັງໝົດເຫຼົ່ານີ້. ເປັນຫຍັງ? ຍ້ອນວ່າຄຳນິຍາມນັ້ນຍັງໄດ້ກ່າວເຖິງ ການສາມາດສະແຫວງຫາທີ່ຈະນໍາພຣະທຳຂອງພຣະເຈົ້າໄປປະຕິບັດ. ໃນຂະບວນການສະແຫວງຫາ, ເພາະວ່າຜູ້ຄົນມີໃຈທີ່ຮັກຄວາມຈິງ ແລະ ປາຖະໜາຄວາມຈິງຢ່າງແຮງກ້າ, ພວກເຂົາຈຶ່ງສາມາດມີປະສົບການ ແລະ ປະຕິບັດພຣະທຳຂອງພຣະເຈົ້າໄດ້ ແລະ ໃນທີ່ສຸດ, ພວກເຂົາກໍສາມາດນະມັດສະການພຣະເຈົ້າໄດ້. ການນະມັດສະການພຣະເຈົ້າລວມເຖິງການອ່ອນນ້ອມຕໍ່ພຣະເຈົ້າ, ການຟັງພຣະທຳຂອງພຣະເຈົ້າ, ການຍອມຮັບການປັ້ນແຕ່ງຂອງພຣະເຈົ້າ ແລະ ການຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ໃນທີ່ສຸດ, ກຸ່ມຄົນນີ້ກໍສາມາດຮັບຄວາມລອດພົ້ນໄດ້. ນີ້ຄືສະຖານະພາບຕົວຈິງຂອງສະມາຊິກຄຣິສຕະຈັກໃນສາຍຕາຂອງພຣະເຈົ້າ. ນີ້ບໍ່ແມ່ນເງື່ອນໄຂທີ່ເປັນພື້ນຖານທີ່ສຸດບໍ? (ແມ່ນແລ້ວ.) ບາງຄົນເວົ້າວ່າ “ເຈົ້າບໍ່ໄດ້ກ່າວເຖິງການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ການບັນລຸການຊຳລະໃຫ້ບໍລິສຸດ. ຄຳນິຍາມຂອງຄຣິສຕະຈັກນີ້ບໍ່ໄດ້ລວມເອົາສິ່ງເຫຼົ່ານີ້”. ສິ່ງເຫຼົ່ານີ້ຖືກລວມຢູ່ໃນຄຳນິຍາມນີ້ບໍ? (ແມ່ນແລ້ວ.) ສ່ວນໃດທີ່ລວມເອົາສິ່ງເຫຼົ່ານີ້? ການສະແຫວງຫາທີ່ຈະນໍາພຣະທຳຂອງພຣະເຈົ້າໄປປະຕິບັດ. ຖ້າເຈົ້າສາມາດສະແຫວງຫາທີ່ຈະນໍາພຣະທຳຂອງພຣະເຈົ້າໄປປະຕິບັດ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ຖືກແກ້ໄຂເທື່ອລະໜ້ອຍບໍ? ເຈົ້າຈະບໍ່ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບັນລຸການປ່ຽນແປງອຸປະນິໄສໄດ້ບໍ? (ແມ່ນແລ້ວ.) ໃນຊ່ວງໄລຍະເວລາຂອງການບັນລຸການປ່ຽນແປງອຸປະນິໄສ, ເຈົ້າຈະຄ່ອຍໆເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນເອງ. ເມື່ອເຈົ້າແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ບາງສ່ວນ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າຈະເພີ່ມຂຶ້ນບໍ? ສິ່ງເຫຼົ່ານີ້ມີຄວາມກ່ຽວຂ້ອງກັນບໍ? (ມີ.) ຍິ່ງເຈົ້ານະມັດສະການພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງມີການອ່ອນນ້ອມຕໍ່ພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອການອ່ອນນ້ອມຕໍ່ພຣະເຈົ້າຂອງເຈົ້າເພີ່ມຂຶ້ນ, ເຈົ້າກໍຈະບໍ່ເຂົ້າໃກ້ການໄດ້ຮັບຄວາມລອດພົ້ນຫຼາຍຂຶ້ນບໍ? (ແມ່ນແລ້ວ.) ສະນັ້ນ, ກຸ່ມຄົນນີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຜູ້ທີ່ສາມາດຮັບຄວາມລອດພົ້ນໄດ້. ນີ້ຄືສະຖານະການຕົວຈິງຂອງສະມາຊິກຄຣິສຕະຈັກ. ບາງຄົນເວົ້າວ່າ “ຄຳນິຍາມຂອງຄຣິສຕະຈັກນີ້ບໍ່ໄດ້ກ່າວເຖິງວຽກງານທີ່ຄຣິສຕະຈັກເຮັດ”. ມີສ່ວນໃດໃນນີ້ທີ່ກ່ຽວຂ້ອງກັບວຽກງານທີ່ເປັນແກນຫຼັກທີ່ຄຣິສຕະຈັກເຮັດບໍ? (ການສະແຫວງຫາເພື່ອໃຫ້ໄດ້ຮັບຄວາມລອດພົ້ນ.) ສ່ວນນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊິດ. ວຽກງານທີ່ຄຣິສຕະຈັກເຮັດ, ບໍ່ວ່າຈະເປັນການເຜີຍແຜ່ພຣະທຳຂອງພຣະເຈົ້າ ຫຼື ການນຳພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຊ່ວຍເຫຼືອຜູ້ຄົນໃຫ້ຮູ້ຈັກຕົນເອງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ໃນທີ່ສຸດກໍມີຈຸດປະສົງເພື່ອຊ່ວຍໃຫ້ຜູ້ຄົນຮັບຄວາມລອດພົ້ນ. ສະນັ້ນ, ຕອນນີ້ພວກເຈົ້າສາມາດຍອມຮັບແນວຄິດພື້ນຖານ ແລະ ລຽບງ່າຍທີ່ສຸດຂອງຄຣິສຕະຈັກນີ້ໄດ້ແລ້ວບໍ? (ໄດ້.) ຄຳນິຍາມນີ້ບໍ່ໄດ້ເກີນຈິງ ຫຼື ວ່າງເປົ່າ ແລະ ມັນບໍ່ໄດ້ໃຊ້ຄຳສັບ ແລະ ວະລີທີ່ຟັງແລ້ວໃຫຍ່ໂຕ ແຕ່ມັນລວມເອົາສິ່ງທີ່ຈຳເປັນພື້ນຖານທີ່ສຸດສຳລັບການກຳເນີດ ຫຼື ຄຳນິຍາມຂອງຄຣິສຕະຈັກ.

ຕອນນີ້ເມື່ອເຮົາໄດ້ອະທິບາຍໃຫ້ພວກເຈົ້າຟັງແລ້ວ, ພວກເຈົ້າເຂົ້າໃຈເຖິງທີ່ມາຂອງຄຳນິຍາມແນວຄິດກ່ຽວກັບຄຣິສຕະຈັກແລ້ວບໍ? (ເຂົ້າໃຈແລ້ວ.) ຖ້າເຮົາບໍ່ໄດ້ອະທິບາຍແບບນີ້, ພວກເຈົ້າຄົງຈະຄິດວ່າວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ ແລະ ຄຳນິຍາມຂອງຄຣິສຕະຈັກນັ້ນເລິກເຊິ່ງຫຼາຍ. ຕອນນີ້ໃນເມື່ອພວກເຈົ້າໄດ້ເຂົ້າໃຈຄຳນິຍາມຂອງຄຣິສຕະຈັກແລ້ວ, ພວກເຈົ້າກໍຮູ້ສຶກວ່າຄວາມເຂົ້າໃຈຂອງຕົນເອງກ່ຽວກັບຄຣິສຕະຈັກນັ້ນຊ່າງຜິວເຜີນແທ້. ຄຳນິຍາມຂອງຄຣິສຕະຈັກໄດ້ຖືກເຮັດໃຫ້ແຈ່ມແຈ້ງແລ້ວ. ມັນກໍເປັນຈິງພຽງເທົ່ານັ້ນ. ຍິ່ງສິ່ງຕ່າງໆເປັນຈິງຫຼາຍເທົ່າໃດ, ຜູ້ຄົນກໍມັກຈະຮູ້ສຶກວ່າມັນຜິວເຜີນຫຼາຍຂຶ້ນເທົ່ານັ້ນ. ຕາມຈິງແລ້ວ, ຖ້າເຈົ້າສັງເກດເບິ່ງຢ່າງໃກ້ຊິດ, ທຸກຄຳໃນຄຳນິຍາມນີ້ລ້ວນແຕ່ເຊື່ອມໂຍງ ແລະ ກ່ຽວຂ້ອງຢ່າງໃກ້ຊິດກັບສະຖານະການທີ່ເປັນຈິງ ແລະ ສະເພາະເຈາະຈົງ ແລະ ບໍ່ໄດ້ຜິວເຜີນເລີຍ. ວະລີທຳອິດໃນຄຳນິຍາມຂອງຄຣິສຕະຈັກແມ່ນ “ຕິດຕາມພຣະເຈົ້າຢ່າງຈິງໃຈ”. ຄວາມ “ຈິງໃຈ” ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ມີຈັກຄົນທີ່ມີຄວາມຈິງໃຈເຊັ່ນນັ້ນ? ມັນງ່າຍບໍທີ່ຜູ້ຄົນຈະມີຄວາມຈິງໃຈນີ້? ມັນບໍ່ແມ່ນເລື່ອງງ່າຍ. ສ່ວນຄຳວ່າ “ຖືກປົກຄອງໂດຍພຣະທຳຂອງພຣະອົງ”, ເຈົ້າບັນລຸສິ່ງນັ້ນແລ້ວບໍ? ເຈົ້າຄິດວ່າວະລີນີ້ຜິວເຜີນ ແລະ ບັນລຸໄດ້ງ່າຍ. ຖ້າພຣະເຈົ້າກ່າວວ່າ “ຈົ່ງລຸກຂຶ້ນ, ຕິດຕາມເຮົາມາ ແລະ ເຮັດໜ້າທີ່ຂອງເຈົ້າ” ແລະ ຜູ້ຄົນກໍເຊື່ອຟັງ, ນີ້ໝາຍຄວາມວ່າພວກເຂົາຖືກປົກຄອງໂດຍພຣະທຳຂອງພຣະເຈົ້າແລ້ວບໍ? ນີ້ພຽງແຕ່ໝາຍຄວາມວ່າຜູ້ຄົນເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແຕ່ພວກເຂົາຍັງບໍ່ທັນບັນລຸເຖິງຈຸດທີ່ພວກເຂົາຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ພວກເຂົາຍັງຢູ່ຫ່າງໄກຈາກຈຸດນັ້ນຫຼາຍ! ເຈົ້າຕ້ອງມີສິ່ງໃດເພື່ອທີ່ຈະຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ? ຂໍ້ກຳນົດຂັ້ນຕໍ່າສຸດແມ່ນເຈົ້າຕ້ອງເຂົ້າໃຈພຣະທຳຂອງພຣະເຈົ້າ; ເຈົ້າຕ້ອງຮູ້ວ່າຂໍ້ກຳນົດໃນພຣະທຳຂອງພຣະເຈົ້າໝາຍເຖິງຫຍັງ, ຫຼັກການໃດທີ່ພຣະທຳຂອງພຣະເຈົ້າຮຽກຮ້ອງ ແລະ ເມື່ອປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ຈະນຳໃຊ້ພຣະທຳຂອງພຣະເຈົ້າແນວໃດ ແລະ ຈະປ່ຽນພຣະທຳຂອງພຣະເຈົ້າໃຫ້ກາຍເປັນການປະຕິບັດຂອງເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ. ນີ້ບໍ່ແມ່ນເລື່ອງງ່າຍ. ມັນຕ້ອງໃຊ້ໄລຍະເວລາດົນໃນການກິນ ແລະ ດື່ມ, ອ່ານພ້ອມອະທິຖານ, ມີປະສົບການ ແລະ ຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຄວາມເຂົ້າໃຈໃນເຈດຕະນາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ເພື່ອທີ່ຈະຄ່ອຍໆຖືກປົກຄອງໂດຍພຣະທຳຂອງພຣະເຈົ້າໃນລະດັບໃດໜຶ່ງ. ສະນັ້ນ, ວະລີທີ່ວ່າ “ຖືກປົກຄອງໂດຍພຣະທຳຂອງພຣະອົງ” ເບິ່ງຄືວ່າງ່າຍດາຍຢູ່ຜິວເຜີນ ຄືກັບວ່າຄົນສ່ວນຫຼາຍຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ ແຕ່ຄວາມຈິງແລ້ວບໍ່ແມ່ນແບບນັ້ນ. ໂດຍຕັດສິນຈາກສະຖານະການຕົວຈິງຂອງຜູ້ຄົນ, ເຫັນໄດ້ຊັດເຈນວ່າວະລີນີ້ເປັນພຽງຂໍ້ກຳນົດຂອງພຣະເຈົ້າຕໍ່ຜູ້ຄົນ ເຊິ່ງພວກເຂົາຍັງບໍ່ທັນບັນລຸໄດ້ເລີຍ. ວະລີຕໍ່ມາທີ່ວ່າ “ສະແຫວງຫາທີ່ຈະນໍາພຣະທຳຂອງພຣະອົງໄປປະຕິບັດ” ກໍເປັນຂໍ້ກໍານົດຂອງພຣະເຈົ້າສຳລັບຜູ້ຄົນ. ເຈົ້າຍັງບໍ່ທັນບັນລຸການປະຕິບັດພຣະທຳຂອງພຣະເຈົ້າເທື່ອ; ເຈົ້າພຽງແຕ່ສະແຫວງຫາທີ່ຈະນຳພຣະທຳຂອງພຣະເຈົ້າໄປປະຕິບັດ. ເຈົ້າຄວນຈະສະແຫວງຫາສິ່ງນີ້ແນວໃດ? ເມື່ອເຈົ້າພົບພໍ້ກັບສະຖານະການ, ຈົ່ງປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ. ຢ່າຕົວະ; ຈົ່ງເປັນຄົນຊື່ສັດ. ເຈົ້າເຮັດໄດ້ບໍ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຮັດ. ເມື່ອເຈົ້າຖືກລິຮານ, ເຈົ້າຄວນຈະສາມາດອ່ອນນ້ອມ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ປະຕິບັດຕາມຄວາມຈິງ. ເຈົ້າສາມາດບັນລຸສິ່ງນີ້ໄດ້ບໍ? ຖ້າມັນຮູ້ສຶກລຳບາກ ຫຼື ຖ້າເຈດຈຳນົງຂອງເຈົ້າເອງນັ້ນໃຫຍ່ເກີນໄປ ແລະ ເຈົ້າມັກຈະຢາກລະເບີດຄວາມຫົວຮ້ອນອອກມາສະເໝີ, ເຈົ້າກໍຕ້ອງສະແຫວງຫາທີ່ຈະຈັດການເລື່ອງຕ່າງໆຕາມຫຼັກການ ແລະ ບໍ່ສະແດງຄວາມຫົວຮ້ອນ ຫຼື ເຮັດແບບດື້ຮັ້ນ ແລະ ຕາມອຳເພີໃຈ; ເຈົ້າຕ້ອງເຮັດຕາມທີ່ພຣະທຳຂອງພຣະເຈົ້າກ່າວໄວ້, ຍອມຮັບການລິຮານ, ຮັບຮູ້ການລ່ວງລະເມີດຂອງເຈົ້າ ແລະ ເຂົ້າໃຈວ່າເຈົ້າຜິດພາດບ່ອນໃດ. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ. ການເລີ່ມຕົ້ນປະຕິບັດພຣະທຳຂອງພຣະເຈົ້າໝາຍຄວາມວ່າຄົນຜູ້ນັ້ນໄດ້ປ່ຽນແປງແລ້ວບໍ? ມັນບໍ່ໄດ້ລຽບງ່າຍຂະໜາດນັ້ນ. ຖ້າເຈົ້າຖືກເລືອກໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ເຈົ້າສາມາດລະເວັ້ນຈາກການເຮັດຕາມເຈດຕະນາ ຫຼື ຕາມອຳເພີໃຈໄດ້ບໍ? ມັນບໍ່ແມ່ນເລື່ອງງ່າຍ; ມັນຮຽກຮ້ອງໃຫ້ເຈົ້າເຂົ້າໃຈຄວາມຈິງ, ສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ມີປະສົບການເປັນໄລຍະເວລາໜຶ່ງ; ຫຼັງຈາກນັ້ນເຈົ້າຈຶ່ງຈະສາມາດບັນລຸສິ່ງນີ້ໄດ້. ຖ້າເຈົ້າເວົ້າວ່າເຈົ້າຢາກປະຕິບັດພຣະທຳຂອງພຣະເຈົ້າ ແຕ່ດີແຕ່ປາກ ແລະ ບໍ່ມີແຮງຈູງໃຈໃນໃຈ, ນັ້ນກໍຈະບໍ່ໄດ້ຜົນ. ເມື່ອໃຈຂອງເຈົ້າເຕັມໃຈ ແລະ ເຈົ້າຕ້ອງການປະຕິບັດຄວາມຈິງຢ່າງແທ້ຈິງ, ເຈົ້າກໍສາມາດນຳເອົາຄວາມຈິງມາປະຕິບັດໄດ້. ເມື່ອເຈົ້າບໍ່ເຕັມໃຈທີ່ຈະປະຕິບັດຄວາມຈິງໃນໃຈຂອງເຈົ້າ, ເຖິງແມ່ນວ່າເຈົ້າຈະສາບານຕົນ ຫຼື ຄົນອື່ນຈະສະໜັບສະໜູນເຈົ້າ, ມັນກໍຈະບໍ່ມີປະໂຫຍດ. ເຈົ້າຕ້ອງມີຄວາມຕັ້ງໃຈ ເຊິ່ງນັ້ນກໍຄື ເຈົ້າຕ້ອງມີໃຈທີ່ປາຖະໜາພຣະເຈົ້າຢ່າງແຮງກ້າ. ເຈົ້າຕ້ອງຮູ້ວ່າພຣະເຈົ້າໃຫ້ນິຍາມເລື່ອງໃດໜຶ່ງແນວໃດ ແລະ ພຣະອົງຮຽກຮ້ອງຫຍັງກ່ຽວກັບເລື່ອງນັ້ນ, ຈົ່ງຊອກຫາ ແລະ ລວບລວມພຣະທຳທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບດ້ານນີ້ ແລ້ວກໍອ່ານພ້ອມອະທິຖານ ແລະ ເຂົ້າໃຈພຣະທຳເຫຼົ່ານັ້ນ. ຈົ່ງຂຽນມັນໄວ້ໃນປຶ້ມບັນທຶກ ຫຼື ວາງໄວ້ບ່ອນທີ່ເຈົ້າສາມາດເຫັນໄດ້ງ່າຍ. ໃນຊ່ວງເວລາພັກວຽກ, ຈົ່ງເບິ່ງ ແລະ ອ່ານມັນ ແລະ ເມື່ອເວລາຜ່ານໄປ, ເຈົ້າກໍຈະຈື່ຈຳພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ ແລະ ເກັບມັນໄວ້ໃນໃຈຂອງເຈົ້າ. ທຸກໆມື້, ຈົ່ງໄຕ່ຕອງຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະເຈົ້າ ແລະ ພິຈາລະນາວ່າການເວົ້າ ແລະ ການກະທຳແບບໃດທີ່ຖືວ່າເປັນການປະຕິບັດພຣະທຳຂອງພຣະເຈົ້າ. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ. ມັນບັນລຸໄດ້ງ່າຍບໍ? ມັນບໍ່ແມ່ນເລື່ອງງ່າຍ; ມັນບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຄືນດຽວ ຫຼື ດ້ວຍການໃຊ້ຄວາມພະຍາຍາມພຽງຊົ່ວຄາວ. ບາງຄົນເວົ້າວ່າ “ຂ້ອຍຂໍສາບານດ້ວຍເລືອດ” ແຕ່ມັນກໍບໍ່ມີປະໂຫຍດ. ເຈົ້າເວົ້າວ່າ “ຂ້ອຍຈະຖືສິນອົດອາຫານ ແລະ ອະທິຖານໂດຍບໍ່ກິນບໍ່ດື່ມ” ແຕ່ມັນກໍບໍ່ມີປະໂຫຍດ. ເຈົ້າເວົ້າວ່າ “ຂ້ອຍຈະບໍ່ນອນທັງຄືນ ແລະ ທົນທຸກ” ແຕ່ມັນກໍບໍ່ມີປະໂຫຍດເຊັ່ນກັນ. ເຈົ້າຕ້ອງສະແຫວງຫາຄວາມຈິງ; ເຈົ້າຕ້ອງມີການສະແດງອອກຂອງການສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງມີເສັ້ນທາງສຳລັບການສະແຫວງຫາຄວາມຈິງ; ເຈົ້າຕ້ອງມີວິທີການ ແລະ ແນວທາງທີ່ຖືກຕ້ອງ. ບໍ່ວ່າເຈົ້າຈະມີວິທີການ ຫຼື ແນວທາງປະເພດໃດກໍຕາມ, ເຈົ້າບໍ່ສາມາດອອກຫ່າງຈາກພຣະທຳຂອງພຣະເຈົ້າໄດ້; ເຈົ້າຕ້ອງໃສ່ຄວາມພະຍາຍາມໃນພຣະທຳຂອງພຣະເຈົ້າ, ປຽບທຽບທຸກສິ່ງກັບພຣະທຳຂອງພຣະເຈົ້າ, ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາໃນທຸກສະຖານະການ ແລະ ຖືວ່າພຣະທຳຂອງພຣະເຈົ້າສຳຄັນເໜືອສິ່ງອື່ນໃດ. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາຄວາມຈິງ. ຕົວຢ່າງ: ໃນດ້ານການພົວພັນກັບຄົນອື່ນ, ເຈົ້າຕ້ອງເບິ່ງວ່າພຣະທຳຂອງພຣະເຈົ້າກ່າວເຖິງເລື່ອງນີ້ແນວໃດ ແລະ ຊອກຫາພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບການພົວພັນກັບຄົນອື່ນ. ສຳລັບການຮ່ວມມືຢ່າງກົມກຽວ ແມ່ນໃຫ້ຊອກຫາພຣະທຳຂອງພຣະເຈົ້າກ່ຽວກັບດ້ານນີ້ເຊັ່ນກັນ. ກ່ຽວກັບການເຮັດໜ້າທີ່ຢ່າງຈົງຮັກພັກດີ, ຈົ່ງຊອກຫາພຣະທຳຂອງພຣະເຈົ້າກ່ຽວກັບວິທີການເຮັດໜ້າທີ່ໃຫ້ໄດ້ມາດຕະຖານ ແລະ ຈື່ຈຳພຣະທຳທີ່ສຳຄັນຂອງພຣະເຈົ້າ ໂດຍເກັບມັນໄວ້ໃນໃຈຂອງເຈົ້າ. ສ່ວນເລື່ອງທີ່ວ່າຜູ້ນຳປອມແມ່ນຫຍັງ, ຜູ້ນຳປອມມີການສະແດງອອກຫຍັງແດ່, ພວກເຂົາມີຄວາມສຳນຶກ ແລະ ເຫດຜົນ ຫຼື ບໍ່ ແລະ ພຣະເຈົ້າກຳນົດລັກສະນະຂອງຜູ້ນຳປອມແນວໃດ, ຈົ່ງຊອກຫາພຣະທຳທີ່ສຳຄັນເຫຼົ່ານີ້ຂອງພຣະເຈົ້າ ແລະ ຂຽນມັນໄວ້ໃນປຶ້ມບັນທຶກ, ວາງໄວ້ບ່ອນທີ່ເຈົ້າສາມາດເຫັນໄດ້ງ່າຍ ແລະ ອ່ານພ້ອມອະທິຖານມັນທຸກຄັ້ງທີ່ເຈົ້າມີເວລາ. ສຳລັບທຸກເລື່ອງທີ່ກ່ຽວຂ້ອງກັບທາງເຂົ້າຊີວິດ ແລະ ການປ່ຽນແປງອຸປະນິໄສຂອງເຈົ້າ, ຈົ່ງປະຕິບັດ ແລະ ໃສ່ຄວາມພະຍາຍາມດ້ວຍວິທີນີ້. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາຄວາມຈິງ. ຖ້າຄວາມພະຍາຍາມຂອງເຈົ້າບໍ່ບັນລຸເຖິງລະດັບນີ້, ມັນກໍບໍ່ໄດ້ຖືກເອີ້ນວ່າການສະແຫວງຫາຄວາມຈິງ; ມັນຖືກເອີ້ນວ່າການເຮັດພໍເປັນພິທີ, ການເບິ່ງແບບຜິວເຜີນ ແລະ ການໃຊ້ຊີວິດໄປໃນແຕ່ລະມື້ຢ່າງບໍ່ມີຈຸດໝາຍ.

ໃຫ້ມາເບິ່ງຄຳວ່າ “ນະມັດສະການພຣະເຈົ້າ”. ການນະມັດສະການພຣະເຈົ້າລວມເຖິງຄວາມຫວັ່ນເກງ, ຄວາມຢຳເກງ, ຄວາມເຄົາລົບ ແລະ ຄວາມຈິງໃຈຢ່າງແທ້ຈິງ ພ້ອມທັງການປະຕິບັດຕໍ່ພຣະເຈົ້າໃນຖານະທີ່ເປັນພຣະເຈົ້າ, ການມີບ່ອນໃຫ້ພຣະເຈົ້າຢູ່ໃນໃຈ, ການຈັດການຢ່າງມີເຫດຜົນກັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຂຶ້ນ ແລະ ພັນທະກິດທີ່ພຣະເຈົ້າໄດ້ມອບໝາຍໃຫ້ ແລະ ການປະຕິບັດຕໍ່ທຸກພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ຢ່າງຈິງຈັງ ແລະ ດ້ວຍຄວາມຮັບຜິດຊອບ ແລະ ອື່ນໆ. ການສະແດງອອກທັງໝົດເຫຼົ່ານີ້ແມ່ນເອີ້ນວ່າການນະມັດສະການ. ບໍ່ວ່າຈະເປັນພຣະທຳທີ່ພຣະເຈົ້າກ່າວກັບເຈົ້າຕໍ່ໜ້າ ຫຼື ພຣະທຳທັງໝົດທີ່ພຣະອົງເຄີຍສະແດງອອກກໍຕາມ, ຕາບໃດທີ່ເຈົ້າຮູ້ ແລະ ຈື່ຈຳມັນ ແລະ ຕາບໃດທີ່ເຈົ້າເຂົ້າໃຈ ແລະ ຢືນຢັນມັນໃນໃຈຂອງເຈົ້າ, ເຈົ້າກໍຄວນປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນເກນສຳລັບການປະພຶດຕົນ, ການດຳລົງຊີວິດ ແລະ ອື່ນໆຂອງເຈົ້າ, ນີ້ຄືການສະແດງອອກຂອງການນະມັດສະການພຣະເຈົ້າ. ເມື່ອປະເຊີນໜ້າກັບເລື່ອງຕ່າງໆ, ບໍ່ວ່າພວກມັນຈະສອດຄ່ອງກັບຄວາມມັກ, ຄວາມປາຖະໜາ ຫຼື ແນວຄິດຂອງເຈົ້າເອງ ຫຼື ບໍ່, ເຈົ້າຄວນຈະສາມາດເຮັດໃຈໃຫ້ສະຫງົບ ແລະ ພິຈາລະນາວ່າ “ສິ່ງນີ້ພຣະເຈົ້າໄດ້ກະທຳບໍ? ມັນມາຈາກພຣະເຈົ້າບໍ? ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນີ້? ພຣະເຈົ້າຕ້ອງການຊຳລະລ້າງສິ່ງໃດໃນຕົວຂ້ານ້ອຍ, ພຣະອົງຕ້ອງການປ່ຽນແປງສິ່ງໃດໃນຕົວຂ້ານ້ອຍ? ເຈດຕະນາຂອງພຣະເຈົ້າແມ່ນຫຍັງກັນແທ້? ຂ້ານ້ອຍຄວນອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າແນວໃດ? ຂ້ານ້ອຍຄວນຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ແນວໃດ? ຂ້ານ້ອຍຄວນເຮັດຄວາມຮັບຜິດຊອບຂອງຂ້ານ້ອຍໃນຖານະມະນຸດຄົນໜຶ່ງໃຫ້ສໍາເລັດໄດ້ແນວໃດ?” ນອກເໜືອໄປຈາກການສະແດງອອກອື່ນໆ, ການສະແດງອອກທັງໝົດເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກຂອງການນະມັດສະການພຣະເຈົ້າ. ເຖິງແມ່ນວ່າເຈົ້າຈະບໍ່ເຂົ້າໃຈຄວາມຈິງຫຼາຍກວ່ານີ້, ໃນຖານະຄົນປົກກະຕິ, ໃນຖານະຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ໃນຖານະຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ, ນີ້ຄືທັດສະນະຄະຕິທີ່ຢ່າງໜ້ອຍທີ່ສຸດເຈົ້າຄວນມີຕໍ່ພຣະເຈົ້າ. ທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າ, ທຸກສິ່ງທີ່ກ່ຽວກັບພຣະທຳຂອງພຣະເຈົ້າ, ທຸກສິ່ງກ່ຽວກັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ເຈົ້າ, ໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ, ເຈົ້າຄວນປະຕິບັດຕໍ່ສິ່ງທັງໝົດເຫຼົ່ານີ້ດ້ວຍຄວາມເອົາໃຈໃສ່ ແລະ ລະມັດລະວັງ, ບໍ່ແມ່ນຢ່າງບໍ່ໃສ່ໃຈ, ບໍ່ແມ່ນຢ່າງລະເລີຍ, ບໍ່ແມ່ນຢ່າງດູຖູກ. ສິ່ງນີ້ແມ່ນເອີ້ນວ່າການນະມັດສະການພຣະເຈົ້າ. ການຈັດການກັບທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າດ້ວຍໃຈທີ່ລະມັດລະວັງ, ຮອບຄອບ, ຢຳເກງພຣະເຈົ້າ, ຫວັ່ນເກງພຣະເຈົ້າ, ສິ່ງນີ້ແມ່ນເອີ້ນວ່າການນະມັດສະການພຣະເຈົ້າ. ສິ່ງນີ້ບັນລຸໄດ້ງ່າຍບໍ? ມັນບໍ່ແມ່ນເລື່ອງງ່າຍ. ຖ້າບໍ່ມີປະສົບການຕົວຈິງ, ແມ່ນແຕ່ການເຂົ້າໃຈຄຳສອງຄຳທີ່ວ່າ “ນະມັດສະການພຣະເຈົ້າ” ກໍເປັນເລື່ອງຍາກແລ້ວ, ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການປະຕິບັດການນະມັດສະການພຣະເຈົ້າຢ່າງແທ້ຈິງເລີຍ. ວະລີສຸດທ້າຍຂອງຄຳນິຍາມຂອງຄຣິສຕະຈັກແມ່ນ “ບັນລຸຄວາມລອດພົ້ນຂອງພຣະອົງ”. ຄວນທຳຄວາມເຂົ້າໃຈເລື່ອງນີ້ແນວໃດ? ເສັ້ນທາງສູ່ການຮັບຄວາມລອດພົ້ນນັ້ນຍາວໄກ ແລະ ຍັງມີສິ່ງທີ່ຕ້ອງການຫຼາຍກວ່ານີ້ອີກ. ກ່ອນອື່ນ, ເສັ້ນທາງທີ່ເຈົ້າຍ່າງນັ້ນຕ້ອງຖືກຕ້ອງ; ເຈົ້າຕ້ອງສາມາດຍອມຮັບຄວາມຈິງທັງໝົດໃນພຣະທຳຂອງພຣະເຈົ້າ, ແລະ ເປັນຜູ້ທີ່ສະແຫວງຫາທີ່ຈະນໍາພຣະທຳຂອງພຣະເຈົ້າໄປປະຕິບັດ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ຊີວິດຂອງເຈົ້າຕ້ອງຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ເຈົ້າບໍ່ພຽງແຕ່ຕ້ອງຮັບຮູ້ການມີຢູ່ຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງຕ້ອງຮັກຄວາມຈິງ ແລະ ປະຕິບັດຕາມຄວາມຈິງ; ເຈົ້າຕ້ອງມີຄວາມຢຳເກງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ອະທິຖານຕໍ່ພຣະເຈົ້າໃນໃຈຂອງເຈົ້າເລື້ອຍໆ ແລະ ຄ່ອຍໆປ່ຽນໄປສູ່ການນະມັດສະການພຣະເຈົ້າ. ແລ້ວເຈົ້າກໍຈະເປັນຄົນທີ່ຮັກຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ; ເຈົ້າຄືຄົນປະເພດທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈຕ້ອງເປັນຄົນທີ່ຖືກຕ້ອງ. ການເປັນຄົນທີ່ຖືກຕ້ອງມີປະໂຫຍດຫຍັງແດ່? ປະໂຫຍດກໍຄືການຮັບຄວາມລອດພົ້ນຈະບໍ່ຍາກເກີນໄປສຳລັບເຈົ້າ; ເຈົ້າຈະມີຄວາມຫວັງໃນການຮັບມັນ. ນີ້ຄືທັງໝົດຂອງການໂອ້ລົມທີ່ພວກເຮົາໄດ້ດຳເນີນໄປກ່ຽວກັບລາຍລະອຽດສະເພາະຂອງຄຳນິຍາມຂອງຄຣິສຕະຈັກ.

IV. ແນວຄິດ ແລະ ທັດສະນະຂອງຜູ້ຄົນຕໍ່ຄຣິສຕະຈັກ

ເມື່ອກີ້ນີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບວ່າຄຣິສຕະຈັກແມ່ນຫຍັງ, ວຽກງານທີ່ເປັນແກນຫຼັກທີ່ຄຣິສຕະຈັກເຮັດ ແລະ ສິ່ງທີ່ຜູ້ຄົນຈິນຕະນາການ ແລະ ຮຽກຮ້ອງຈາກຄຣິສຕະຈັກພາຍໃນແນວຄິດຂອງພວກເຂົາ. ໃນທີ່ສຸດ, ພວກເຮົາກໍໄດ້ໃຫ້ຄຳນິຍາມສຳລັບແນວຄວາມຄິດຂອງຄຣິສຕະຈັກ. ຕອນນີ້ເມື່ອມັນໄດ້ຖືກນິຍາມແລ້ວ, ພວກເຈົ້າກໍຄວນຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄຳວ່າ “ຄຣິສຕະຈັກ”; ພວກເຈົ້າຄວນມີຄວາມເຂົ້າໃຈພື້ນຖານກ່ຽວກັບວຽກງານທີ່ຄຣິສຕະຈັກຄວນເຮັດ, ບົດບາດທີ່ຄຣິສຕະຈັກມີໃນການຊ່ວຍເຫຼືອຜູ້ຄົນໃຫ້ໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ຄວາມສຳຄັນຂອງຄຣິສຕະຈັກສຳລັບທຸກຄົນທີ່ຕິດຕາມພຣະເຈົ້າ. ພວກເຮົາຍັງໄດ້ຍົກບາງຕົວຢ່າງມາໄຈ້ແຍກ ແລະ ເປີດໂປງໂດຍຫຍໍ້ ກ່ຽວກັບສິ່ງທີ່ຜູ້ຄົນເຊື່ອວ່າເປັນຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ແລະ ວຽກງານທີ່ຄຣິສຕະຈັກຄວນເຮັດໃນແນວຄິດຂອງພວກເຂົາ. ມີສິ່ງໃດທີ່ພວກເຈົ້າຍັງເບິ່ງບໍ່ທະລຸ ຫຼື ຍັງບໍ່ເຂົ້າໃຈແຈ້ງຕື່ມບໍ ກ່ຽວກັບຄວາມເຂົ້າໃຈ ແລະ ການຕີຄວາມໝາຍທີ່ຜູ້ຄົນມີກ່ຽວກັບຄຣິສຕະຈັກໃນແນວຄິດຂອງພວກເຂົາ? ບາງຄົນຄິດວ່າຄຣິສຕະຈັກຄວນມີສ່ວນຮ່ວມໃນວຽກງານບາງປະເພດໃນສັງຄົມ ຫຼື ມີບົດບາດບາງຢ່າງໃນສັງຄົມ, ເຊັ່ນ: ການຢຶດໝັ້ນຄວາມຍຸຕິທຳ. ໃນແນວຄິດຂອງຜູ້ຄົນ, ຄຣິສຕະຈັກເປັນຕົວແທນຂອງພາບພົດທີ່ດີ, ສະນັ້ນ ເປັນຫຍັງມັນຈຶ່ງບໍ່ສາມາດຢຶດໝັ້ນຄວາມຍຸຕິທຳໄດ້? ການຢຶດໝັ້ນຄວາມຍຸຕິທຳກ່ຽວຂ້ອງຫຍັງກັບວຽກງານຂອງຄຣິສຕະຈັກ ຫຼື ຂໍ້ກຳນົດຂອງພຣະເຈົ້າບໍ? (ບໍ່ກ່ຽວຂ້ອງ.) “ການຢຶດໝັ້ນຄວາມຍຸຕິທຳ” ທີ່ຜູ້ຄົນເວົ້າເຖິງນີ້ໝາຍເຖິງຫຍັງ? (ສິ່ງທີ່ຜູ້ຄົນເອີ້ນວ່າການຢຶດໝັ້ນຄວາມຍຸຕິທຳບໍ່ແມ່ນຄວາມຍຸຕິທຳທີ່ແທ້ຈິງ. ມັນເປັນພຽງການປົກປ້ອງຜົນປະໂຫຍດຂອງເນື້ອໜັງ ແລະ ມັນບໍ່ສອດຄ່ອງກັບຄວາມຈິງ.) ຄວາມຍຸຕິທຳນີ້ກ່ຽວຂ້ອງຫຍັງກັບຄວາມຈິງບໍ? (ບໍ່ກ່ຽວຂ້ອງກັນ.) ນີ້ຄືສິ່ງທີ່ມະນຸດຊາດເອີ້ນວ່າຄວາມຍຸຕິທຳ. ຕົວຢ່າງ: ການປາບປາມອຳນາດທີ່ຊົ່ວຮ້າຍຈໍານວນໜຶ່ງ, ການແກ້ໄຂຄວາມບໍ່ຍຸຕິທຳຈໍານວນໜຶ່ງ ແລະ ກໍລະນີທີ່ຜູ້ຄົນຖືກລ່ວງລະເມີດ ແລະ ຖືກເຮັດໃຫ້ອັບອາຍ ຫຼື ການລົງໂທດທີ່ສົມຄວນແກ່ຄົນຊົ່ວຊ້າ ແລະ ການຟື້ນຟູ ແລະ ການປົກປ້ອງຜົນປະໂຫຍດຂອງກຸ່ມຜູ້ທີ່ບອບບາງ ແລະ ອື່ນໆ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນເອີ້ນວ່າການຢຶດໝັ້ນຄວາມຍຸຕິທຳ. ຈຸດປະສົງຫຼັກຂອງການຢຶດໝັ້ນຄວາມຍຸຕິທຳນີ້ແມ່ນຫຍັງ? ມັນກ່ຽວຂ້ອງຫຍັງກັບການທີ່ຜູ້ຄົນສະແຫວງຫາຄວາມຈິງບໍ? ມັນກ່ຽວຂ້ອງຫຍັງກັບການທີ່ຜູ້ຄົນໄດ້ຮັບຄວາມລອດພົ້ນບໍ? (ບໍ່ກ່ຽວຂ້ອງ.) ນີ້ເປັນພຽງຄຳເວົ້າທີ່ເກີດຂຶ້ນບົນພື້ນຖານຂອງຄວາມຍຸຕິທຳທາງສິນທຳ ແລະ ຈັນຍາທຳ; ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ. ພວກເຮົາສາມາດເວົ້າໄດ້ບໍວ່າມັນບໍ່ໄດ້ຂຶ້ນໄປຢູ່ໃນລະດັບຂອງຄວາມຈິງ? (ໄດ້.) ພວກເຮົາເວົ້າໄດ້ບໍ? (ບໍ່ໄດ້; ທັງສອງບໍ່ກ່ຽວຂ້ອງກັນ.) ຖືກຕ້ອງ, ພວກມັນບໍ່ກ່ຽວຂ້ອງກັນເລີຍ; ພວກມັນເປັນສອງເລື່ອງທີ່ແຕກຕ່າງກັນ. ມະນຸດຊາດຢຶດໝັ້ນຄວາມຍຸຕິທຳປະເພດໃດ? ມັນເປັນປະເພດທີ່ວ່າ ຫຼັງຈາກຄົນທຳມະດາທີ່ມີສະຖານະພາບທາງສັງຄົມຕໍ່າກວ່າໜ້ອຍໜຶ່ງຖືກກົດຂີ່ຂົ່ມເຫັງ ຫຼື ຖືກຕັດສິດ ຫຼື ຜົນປະໂຫຍດໃດໆໂດຍຄົນຊົ່ວຊ້າ, ຄົນຊົ່ວຊ້າກໍຈະຖືກລົງໂທດຕາມສົມຄວນ ແລະ ຄົນທຳມະດາສາມັນກໍຈະບໍ່ຖືກກົດຂີ່ຂົ່ມເຫັງອີກຕໍ່ໄປ. ມັນກ່ຽວກັບການຟື້ນຟູ ແລະ ການຮັບປະກັນຜົນປະໂຫຍດທາງເນື້ອໜັງຂອງຜູ້ຄົນ, ການບັນລຸຄວາມສະເໝີພາບທີ່ທຽບເທົ່າກັນລະຫວ່າງຜູ້ຄົນ, ການກຳຈັດຊ່ອງຫວ່າງລະຫວ່າງຊົນຊັ້ນທາງສັງຄົມ ແລະ ການຮັບປະກັນວ່າຄົນຊົ່ວຊ້າຈະບໍ່ປະສົບຜົນສຳເລັດໃນການກະທຳທີ່ຊົ່ວຊ້າຂອງພວກເຂົາ ແລະ ຄວາມທຸກຂອງຜູ້ທີ່ຖືກກະທຳຢ່າງບໍ່ເປັນທຳໄດ້ຮັບການແກ້ໄຂ. ນີ້ຄືສິ່ງທີ່ມະນຸດຊາດເອີ້ນວ່າການຢຶດໝັ້ນຄວາມຍຸຕິທຳ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ. ພວກເຈົ້າຍັງສາມາດເວົ້າໄດ້ແນວໃດວ່າມັນຂຶ້ນໄປຢູ່ໃນລະດັບຂອງຄວາມຈິງບໍ່ໄດ້? ມັນກ່ຽວຂ້ອງກັບຄວາມຈິງບໍ? ບໍ່, ມັນບໍ່ກ່ຽວຂ້ອງ. ບອກເຮົາມາເບິ່ງ, ຄົນທຳມະດາສາມັນເຫຼົ່ານັ້ນທີ່ໄດ້ຮັບຄວາມທຸກຈຳເປັນຕ້ອງເປັນຄົນດີບໍ? (ບໍ່ຈຳເປັນ.) ການຢຸດຢັ້ງບໍ່ໃຫ້ພວກເຂົາໄດ້ຮັບຄວາມທຸກ, ນັ້ນແມ່ນຄວາມຍຸຕິທຳບໍ? ສິ່ງນັ້ນສອດຄ່ອງກັບຄວາມຈິງບໍ? ແລ້ວຄົນເຫຼົ່ານັ້ນຈະສາມາດໄດ້ຮັບຄວາມລອດພົ້ນບໍ? ສິ່ງເຫຼົ່ານີ້ເຫັນໄດ້ຊັດເຈນວ່າເປັນສອງເລື່ອງທີ່ແຕກຕ່າງກັນ. ຈະເອົາມາປົນເປກັນໄດ້ແນວໃດ? ມັນບໍ່ມີຄຳຖາມເລີຍກ່ຽວກັບການຂຶ້ນໄປຢູ່ໃນລະດັບຂອງຄວາມຈິງ; ມັນພຽງແຕ່ບໍ່ແມ່ນສິ່ງດຽວກັນກັບຄວາມຈິງ. ຖ້າພວກເຈົ້າມີຂໍ້ໂຕ້ແຍ້ງບາງຢ່າງກ່ຽວກັບບັນຫານີ້, ແລ້ວບາງເທື່ອຄົນສ່ວນໃຫຍ່ໃນພວກເຈົ້າອາດຈະບໍ່ເຂົ້າໃຈເລື່ອງການຢຶດໝັ້ນຄວາມຍຸຕິທຳຢ່າງແຈ່ມແຈ້ງ ແລະ ຍັງຄົງຢຶດຕິດຢູ່ກັບມັນຢູ່ ໂດຍຄິດວ່າ “ສິ່ງນີ້ຈະຜິດໄດ້ແນວໃດ? ສິ່ງນີ້ຈະບໍ່ແມ່ນວຽກງານທີ່ຄຣິສຕະຈັກຄວນເຮັດໄດ້ແນວໃດ?” ຕາມຈິງແລ້ວ, ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ. ຍັງມີບາງຄົນທີ່ຄິດວ່າຄຣິສຕະຈັກຄວນເປັນສະຖານທີ່ທີ່ຄວາມຊົ່ວຖືກລົງໂທດ ແລະ ຄວາມດີຖືກສົ່ງເສີມ, ວ່າມັນຄວນຮັບໃຊ້ໜ້າທີ່ນີ້, ລົງໂທດການກະທຳທີ່ຊົ່ວຊ້າ ແລະ ອຳນາດທີ່ຊົ່ວຊ້າ, ມືດມົນ, ໃນຂະນະທີ່ສົ່ງເສີມສິ່ງທີ່ດີ ແລະ ມີຄຸນນະທຳ. ມັນເປັນເຊັ່ນນັ້ນບໍ? ການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີສາມາດຂຶ້ນໄປຢູ່ໃນລະດັບຂອງຄວາມຈິງໄດ້ບໍ? ເມື່ອເວົ້າເຖິງສິ່ງທີ່ຊົ່ວ ແລະ ສິ່ງທີ່ດີ, ຜູ້ຄົນບໍ່ສາມາດແຍກແຍະລະຫວ່າງສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ຜູ້ຄົນໝາຍຄວາມວ່າແນວໃດໂດຍການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີ? ມັນກ່ຽວຂ້ອງກັບການລົງໂທດຄວາມຊົ່ວ, ການໃຫ້ລາງວັນຄວາມດີ ແລະ ການຈັດທຸກສິ່ງຕາມປະເພດຂອງມັນ ທີ່ພຣະເຈົ້າກ່າວເຖິງບໍ? (ບໍ່.) ມັນບໍ່ກ່ຽວຂ້ອງກັນ. ມາດຕະຖານຂອງມະນຸດຊາດໃນການນິຍາມຄວາມຊົ່ວ ແລະ ຄວາມດີແມ່ນຫຍັງ? ຕາມຄຳນິຍາມຂອງຄົນຈີນ, ອັນໃດຄືຄວາມຊົ່ວ ແລະ ອັນໃດຄືຄວາມດີ? ພື້ນຖານສຳລັບຄຳນິຍາມຄວາມຊົ່ວ ແລະ ຄວາມດີຂອງພວກເຂົາແມ່ນຫຍັງ? ມັນຄືວັດທະນະທຳທາງພຸດທະສາສະໜາ. ພຸດທະສາສະໜາເວົ້າເຖິງແນວຄວາມຄິດຕ່າງໆ ເຊັ່ນ: ການຊ່ວຍເຫຼືອໂລກ ແລະ ການຊ່ວຍເຫຼືອຜູ້ຄົນ, ການລະເວັ້ນຈາກການຂ້າ ແລະ ອື່ນໆ, ສິ່ງເຫຼົ່ານີ້ແມ່ນຖືວ່າເປັນຄວາມດີ, ໃນຂະນະທີ່ການກິນໄກ່, ປາ, ຊີ້ນງົວ ຫຼື ຊີ້ນແກະ ແມ່ນຖືວ່າເປັນຄວາມຊົ່ວ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຄວນຖືກລົງໂທດ. ບໍ່ຄວນກິນຊີ້ນໃດໆ ແລະ ບໍ່ຄວນຂ້າສິ່ງມີຊີວິດໃດໆ. ການຂ້າແມ່ນຖືວ່າເປັນຄວາມຊົ່ວ ແລະ ຜູ້ທີ່ຂ້າຄວນສາລະພາບບາບ ແລະ ອ້ອນວອນຂໍການໃຫ້ອະໄພຕໍ່ໜ້າພຣະພຸດທະເຈົ້າ. ນີ້ຄືຄຳນິຍາມຂອງຄວາມຊົ່ວໃນພຸດທະສາສະໜາ; ມັນຄືກັນກັບຄວາມຊົ່ວທີ່ພຣະເຈົ້າກ່າວເຖິງບໍ? (ບໍ່.) ພວກມັນເປັນສອງເລື່ອງທີ່ແຕກຕ່າງກັນ, ສະນັ້ນ ຄຳນິຍາມຂອງຄວາມຊົ່ວບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ ແລະ ແນ່ນອນວ່າບໍ່ສາມາດຂຶ້ນໄປຢູ່ໃນລະດັບຂອງຄວາມຈິງໄດ້. ແລ້ວພຸດທະສາສະໜາໝາຍເຖິງຫຍັງໂດຍຄວາມດີ? ມັນຍິ່ງໄຮ້ສາລະ, ຜິວເຜີນ ແລະ ໜ້າຊື່ໃຈຄົດຍິ່ງກວ່ານັ້ນອີກ. ຊາວພຸດເຊື່ອວ່າການບໍ່ຂ້າສິ່ງມີຊີວິດໃດໆເປັນຄວາມດີ ແລະ ການປ່ອຍສັດທີ່ຖືກຈັບເປັນຄວາມດີ. ບໍ່ວ່າຄົນຊົ່ວຊ້າຈະຂ້າຄົນໄປຈັກຄົນ ຫຼື ກະທຳບາບໄປຈັກຢ່າງ, ຖ້າພວກເຂົາວາງມີດຂ້າສັດລົງ, ພວກເຂົາກໍສາມາດກາຍເປັນພຣະພຸດທະເຈົ້າໄດ້ທັນທີ. ສິ່ງນີ້ແມ່ນຖືວ່າເປັນຄວາມດີ. ຍັງມີຄຳກ່າວທີ່ວ່າ “ການຊ່ວຍໜຶ່ງຊີວິດດີກວ່າການສ້າງເຈດີເຈັດຊັ້ນ” ເຊິ່ງໝາຍຄວາມວ່າການຊ່ວຍເຫຼືອຜູ້ຄົນຢ່າງຫຼັບຫູຫຼັບຕາໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຫຼັກການ. ແມ່ນແຕ່ການຊ່ວຍເຫຼືອມານຮ້າຍ, ຄົນຊົ່ວຊ້າ, ອັນທະພານ, ນັກເລງ ແລະ ໃຜກໍຕາມ ກໍຖືວ່າເປັນຄວາມດີ. ນີ້ແມ່ນຄວາມດີປະເພດໃດ? ຄົນດັ່ງກ່າວເປັນຄົນໂງ່ຈ້າ, ບໍ່ມີການແຍກແຍະ, ບໍ່ມີຈຸດຢືນ ຫຼື ຫຼັກການໃດໆ. ການຊ່ວຍເຫຼືອໃຜກໍໄດ້ ແລະ ການໃຫ້ອະໄພໃຜກໍໄດ້, ສິ່ງນັ້ນສາມາດຖືວ່າເປັນຄວາມດີໄດ້ບໍ? ມັນບໍ່ສົມຄວນກັບຄຳເວົ້ານັ້ນດ້ວຍຊໍ້າ; ນີ້ຄືການທໍາທ່າຂອງຊາຕານ ແລະ ມານຮ້າຍ. ພວກເຂົາບໍ່ຂ້າສັດ ແຕ່ໄດ້ກືນກິນວິນຍານນັບບໍ່ຖ້ວນ. ນີ້ຄືສິ່ງທີ່ພວກເຂົາເອີ້ນວ່າຄວາມດີ ເຊິ່ງຕາມຈິງແລ້ວເປັນພຽງການທໍາທ່າ. ສະນັ້ນ, ແນວຄິດຂອງມະນຸດທີ່ວ່າຄຣິສຕະຈັກຄວນມີບົດບາດໃນການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີນັ້ນແມ່ນສາມາດຍຶດຖືໄດ້ບໍ? (ບໍ່.) ບໍ່ວ່າຈະເປັນພື້ນຖານທາງວັດທະນະທຳຂອງເຊື້ອຊາດ ຫຼື ສາສະໜາໃດກໍຕາມ, ການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີບໍ່ມີຫຍັງກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ປະຈັກພະຍານຂອງຄຣິສຕະຈັກ. ຢ່າຄິດວ່າເພາະຄຳສັບເຫຼົ່ານີ້ເບິ່ງຄືວ່າຍຸຕິທຳ ແລະ ເປັນຄຳຍ້ອງຍໍ, ພວກມັນຄວນຈະກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ວ່ານີ້ຄືບົດບາດທີ່ຄຣິສຕະຈັກຄວນມີໃນສັງຄົມ. ນີ້ຄືແນວຄິດ ແລະ ຈິນຕະນາການຂອງມະນຸດ. ນອກຈາກ “ການຢຶດໝັ້ນຄວາມຍຸຕິທຳ” ແລະ “ການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີ” ແລ້ວ, ຄຳສັບທີ່ດີອື່ນໆຕາມແນວຄິດຂອງມະນຸດ ເຊັ່ນ: “ການຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງປະຊາຊົນ” ແລະ “ການບັນເທົາຄວາມກັງວົນ ແລະ ການແກ້ໄຂຄວາມຫຍຸ້ງຍາກ” ກໍບໍ່ມີຄວາມກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ປະຈັກພະຍານຂອງຄຣິສຕະຈັກເຊັ່ນກັນ. ພວກເຈົ້າທຸກຄົນຄວນຈະເຂົ້າໃຈເລື່ອງນີ້ໄດ້. ຄຳນິຍາມຂອງຄຣິສຕະຈັກ, ວຽກງານທີ່ຄຣິສຕະຈັກຄວນເຮັດ ແລະ ຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກກໍໄດ້ໂອ້ລົມກັນຢ່າງຊັດເຈນພໍສົມຄວນແລ້ວ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?