ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ສາມ
ການໄຈ້ແຍກການສະແດງອອກຂອງຜູ້ນໍາປອມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງ
I. ຜູ້ນໍາປອມມີຄວາມສາມາດຕໍ່າ ແລະ ບໍ່ສາມາດລະບຸບັນຫາຂອງການຂັດຂວາງ ແລະ ການລົບກວນ
ສິ່ງເຫຼົ່ານີ້ແມ່ນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດຕາມທີ່ໄດ້ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງ; ຕອນນີ້ພວກເຮົາຈະບໍ່ໂອ້ລົມກ່ຽວກັບຕົວຢ່າງທີ່ສະເພາະເຈາະຈົງເພີ່ມເຕີມອີກ. ຫົວຂໍ້ຫຼັກຂອງການໂອ້ລົມໃນມື້ນີ້ແມ່ນເພື່ອເປີດໂປງການສະແດງອອກທີ່ສະເພາະເຈາະຈົງຂອງຜູ້ນໍາປອມ ໃນຂະນະທີ່ພວກເຂົາປະຕິບັດໜ້າວຽກເຫຼົ່ານີ້ ແລະ ເພື່ອລະບຸວ່າພຶດຕິກຳໃດສະທ້ອນເຖິງແກ່ນແທ້ຂອງຜູ້ນໍາປອມ ແລະ ສາມາດໃຊ້ເພື່ອກຳນົດລັກສະນະຂອງບຸກຄົນໃດໜຶ່ງວ່າເປັນຜູ້ນໍາປອມ. ນີ້ຄືຫົວຂໍ້ຫຼັກຂອງການໂອ້ລົມໃນມື້ນີ້. ກ່ອນອື່ນໝົດ, ຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກໃນວຽກງານນີ້ແມ່ນເພື່ອລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ. ການຈຳແນກໂດຍທັນທີແມ່ນມາດຕະຖານທີ່ກຳນົດໄວ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ທັນທີທີ່ມີສັນຍານພຽງໜ້ອຍໜຶ່ງທີ່ສຸດຂອງສິ່ງທີ່ຜິດປົກກະຕິ, ເຊັ່ນ: ສັນຍານຂອງຄົນຊົ່ວຮ້າຍທີ່ເລີ່ມເຄື່ອນໄຫວ ຫຼື ບາງຄົນທີ່ສະແດງອາການຂອງການກໍ່ບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮູ້ສຶກໄດ້ ແລະ ຕື່ນຕົວ. ຖ້າພວກເຂົາໄຮ້ຄວາມຮູ້ສຶກ ແລະ ສະໝອງທຶບ, ມັນກໍຈະເປັນບັນຫາ. ໂດຍສະເພາະໃນສະຖານະການທີ່ມີຄົນຊົ່ວຮ້າຍກໍ່ການລົບກວນ, ທັນທີທີ່ບັນຫານີ້ເລີ່ມປາກົດ ແລະ ມັນບໍ່ແຈ່ມແຈ້ງວ່າຄົນເຫຼົ່ານີ້ຕັ້ງໃຈຈະເຮັດຫຍັງແທ້ ຫຼື ສະຖານະການຈະພັດທະນາໄປແນວໃດ ນັ້ນກໍຄື ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຍັງບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້, ພວກເຂົາບໍ່ຄວນກະທຳຢ່າງຫຼັບຫູຫຼັບຕາ ຫຼື ເຮັດໃຫ້ຄົນເຫຼົ່ານີ້ແຕກຕື່ນກ່ອນເວລາອັນຄວນ ເພື່ອຫຼີກລ່ຽງການຕັດສິນທີ່ຜິດພາດ. ເຖິງຢ່າງໃດກໍຕາມ, ນີ້ບໍ່ໄດ້ໝາຍຄວາມວ່າບໍ່ໃຫ້ສັງເກດ ແລະ ບໍ່ຮັບຮູ້ສະຖານະການ. ແຕ່ມັນໝາຍເຖິງການລໍຖ້າ ແລະ ສັງເກດເບິ່ງ ເພື່ອເບິ່ງວ່າສິ່ງຕ່າງໆ ຈະພັດທະນາໄປແນວໃດ ແລະ ເຈດຕະນາ, ເປົ້າໝາຍ ແລະ ແຮງຈູງໃຈຂອງຄົນເຫຼົ່ານີ້ແມ່ນຫຍັງ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ເມື່ອສະຖານະການພັດທະນາໄປເຖິງລະດັບໃດໜຶ່ງ ແລະ ຄົນເຫຼົ່ານີ້ເລີ່ມລະບາຍຄວາມເປັນລົບ ແລະ ເຜີຍແຜ່ຄຳເວົ້າຜິດໆ ເຊິ່ງກໍ່ໃຫ້ເກີດການລົບກວນຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນລົງມືໂດຍທັນທີ. ພວກເຂົາຄວນຢືນຂຶ້ນໂດຍບໍ່ລັງເລ ເພື່ອເປີດໂປງ, ໄຈ້ແຍກ ແລະ ຈຳກັດການກະທຳທີ່ຊົ່ວຮ້າຍຂອງບຸກຄົນເຫຼົ່ານີ້, ຊ່ວຍໃຫ້ຄົນອື່ນຮຽນຮູ້ບົດຮຽນ ແລະ ແຍກແຍະ ແລະ ເບິ່ງທະລຸຄົນຊົ່ວຮ້າຍ. ນີ້ຄືຂະບວນການຂອງການລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍທັນທີ ແລະ ຢ່າງຖືກຕ້ອງ. ນີ້ຄືຄວາມໝາຍຂອງການທີ່ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດວຽກງານນີ້. ເປົ້າໝາຍຫຼັກຂອງວຽກງານນີ້ແມ່ນເພື່ອລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຈາກນັ້ນກໍແກ້ໄຂພວກມັນໂດຍທັນທີ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດບັນລຸໄດ້. ແລ້ວການສະແດງອອກຂອງຜູ້ນໍາປອມໃນວຽກງານນີ້ມີຫຍັງແດ່? ພວກເຮົາຈະສາມາດໄຈ້ແຍກ ແລະ ແຍກແຍະຜູ້ນໍາປອມໄດ້ແນວໃດ? ເຫັນໄດ້ຊັດເຈນວ່າ ຜູ້ນໍາປອມບໍ່ສາມາດຈໍາແນກການລົບກວນທີ່ເກີດຈາກຄົນຊົ່ວຮ້າຍຕໍ່ວຽກງານຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງໄດ້. ນີ້ຄືບັນຫາທີ່ເຫັນໄດ້ຊັດເຈນທີ່ສຸດໃນການປະຕິບັດວຽກງານຂອງຄຣິສຕະຈັກຂອງຜູ້ນໍາປອມ ນັ້ນກໍຄື ພວກເຂົາບໍ່ມີການແຍກແຍະກ່ຽວກັບການລົບກວນທີ່ເກີດຈາກຄົນຊົ່ວຮ້າຍຕໍ່ວຽກງານຂອງຄຣິສຕະຈັກ. ເປັນຫຍັງຈຶ່ງເວົ້າວ່າຜູ້ນໍາປອມບໍ່ສາມາດຈໍາແນກບັນຫາ ຫຼື ເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້? ການກະທຳຂອງບາງຄົນເປັນການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກຢ່າງຊັດເຈນ ແຕ່ຜູ້ນໍາປອມບໍ່ສາມາດແຍກແຍະ ຫຼື ຮັບຮູ້ບັນຫາໄດ້; ພວກເຂົາຕາບອດ. ບາງຄົນລະບາຍຄວາມເປັນລົບ, ນໍາພາຢ່າງຜິດໆ ແລະ ລົບກວນຄົນອື່ນໃນຄຣິສຕະຈັກ. ຄົນອື່ນກໍສ້າງພັກພວກ, ມີສ່ວນຮ່ວມໃນການກະທຳທີ່ບໍ່ໂປ່ງໃສຢ່າງລັບໆ, ມັກຈະຕັດສິນບາງຄົນຫຼັບຫຼັງພວກເຂົາ. ຍັງມີຄົນອື່ນທີ່ລໍ້ລວງ ແລະ ຈີບກັນຢ່າງບໍ່ລະວັງ. ຜູ້ນໍາປອມທຳທ່າວ່າບໍ່ເຫັນສິ່ງເຫຼົ່ານີ້; ພວກເຂົາບໍ່ຮູ້ເລີຍເຖິງຄວາມຮ້າຍແຮງຂອງບັນຫາເຫຼົ່ານີ້ ແລະ ບໍ່ຮູ້ວ່າການໄລ່ຕາມຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຜູ້ຄົນຈຳນວນເທົ່າໃດຈະໄດ້ຮັບຜົນກະທົບ ຖ້າບັນຫາເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ພ້ອມທັງຜົນສະທ້ອນທີ່ພວກມັນຈະນຳມາ, ສະນັ້ນ ພວກເຂົາຈຶ່ງບໍ່ສົນໃຈພວກມັນ. ເມື່ອບາງຄົນສັງເກດເຫັນບັນຫາ ແລະ ລາຍງານພວກມັນຕໍ່ຜູ້ນໍາປອມ, ຜູ້ນໍາປອມອາດຈະເວົ້າວ່າ “ພວກເຂົາລ້ວນແຕ່ເປັນອ້າຍເອື້ອຍນ້ອງ, ມີໃຜແດ່ທີ່ບໍ່ເປີດເຜີຍຄວາມເສື່ອມຊາມ? ມີໃຜແດ່ທີ່ບໍ່ມີອາລົມ ແລະ ຄວາມປາຖະໜາ? ຢ່າຕັດສິນ ຫຼື ກ່າວໂທດຄົນອື່ນຢ່າງງ່າຍດາຍ!” ບໍ່ວ່າສິ່ງໃດໃນຄຣິສຕະຈັກຈະໄຮ້ສາລະ, ຊົ່ວຮ້າຍ ຫຼື ຂັດກັບຄວາມຈິງສໍ່າໃດ, ຜູ້ນໍາປອມກໍພຽງແຕ່ບໍ່ເຫັນມັນ. ໃນລະຫວ່າງການເຕົ້າໂຮມ, ບາງຄົນເວົ້າໃນທາງລົບຢູ່ສະເໝີ ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ພວກເຂົາເວົ້າຢູ່ເລື້ອຍໆວ່າ ວັນຂອງພຣະເຈົ້າໃກ້ເຂົ້າມາແລ້ວ, ມັນຈະມາເຖິງເມື່ອໃດກັນແທ້?” ອ້າຍເອື້ອຍນ້ອງບາງຄົນກໍໄດ້ຮັບຜົນກະທົບຈາກສິ່ງນີ້ໂດຍບໍ່ຮູ້ຕົວ ແຕ່ການຕອບກັບຂອງຜູ້ນໍາປອມແມ່ນຫຍັງ? ພວກເຂົາຖືວ່າມັນເປັນຄວາມອ່ອນແອທີ່ປົກກະຕິ ແລະ ບໍ່ເຫັນວ່າມັນເປັນການລະບາຍຄວາມເປັນລົບ, ການນໍາພາຢ່າງຜິດໆ ແລະ ການລົບກວນຄົນອື່ນ. ອ້າຍເອື້ອຍນ້ອງບາງຄົນໄດ້ຮັບຜົນກະທົບຢ່າງຊັດເຈນໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ຢາກເທດສະໜາພຣະກິດຕິຄຸນອີກຕໍ່ໄປ ແລະ ບໍ່ເຂົ້າຮ່ວມການເຕົ້າໂຮມຢ່າງຕັ້ງໜ້າ ຫຼື ຢ່າງຫ້າວຫັນອີກຕໍ່ໄປ. ທຸກຄັ້ງທີ່ມີການເຕົ້າໂຮມ, ຕ້ອງໄດ້ມີການເອີ້ນພວກເຂົາໃຫ້ເຂົ້າຮ່ວມ. ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍບໍ່ເຫັນວ່ານີ້ເປັນບັນຫາ. ພວກເຂົາບໍ່ສັງເກດເຫັນວ່າ ມີການປ່ຽນແປງໃດແດ່ເກີດຂຶ້ນທ່າມກາງທຸກຄົນໃນຄຣິສຕະຈັກ ເມື່ອບັນຫານີ້ເກີດຂຶ້ນ. ພວກເຂົາພຽງແຕ່ຈັດການເຕົ້າໂຮມຕາມທຳນຽມຄືກັບເຄື່ອງຈັກ, ໂດຍບໍ່ຮູ້ວ່າເກີດຫຍັງຂຶ້ນຢູ່ເບື້ອງຫຼັງ, ການປ່ຽນແປງໃນສະພາວະຂອງຜູ້ຄົນ, ບັນຫາທີ່ຜູ້ຄົນມີ, ໃຜເປັນຜູ້ກໍ່ໃຫ້ເກີດ, ໃຜເປັນຜູ້ກະທຳຜິດຫຼັກ, ບັນຫາມີຕົ້ນກຳເນີດມາຈາກໃຜ ແລະ ບັນຫາໃດແດ່ທີ່ຕ້ອງໄດ້ຮັບການແກ້ໄຂ, ພວກເຂົາບໍ່ສາມາດຮັບຮູ້ສິ່ງໃດເຫຼົ່ານີ້ໄດ້ເລີຍ. ມັນເປັນຍ້ອນວ່າພວກເຂົາຂາດຄວາມສາມາດໃນການເບິ່ງເຫັນບໍ ທີ່ພວກເຂົາບໍ່ສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້? (ບໍ່.) ເນື່ອງຈາກວ່າພວກເຂົາບໍ່ໄດ້ຂາດຄວາມສາມາດໃນການເບິ່ງເຫັນ, ເປັນຫຍັງເມື່ອມີການຂັດຂວາງ, ການລົບກວນທີ່ຮ້າຍແຮງ ແລະ ຄຳເວົ້າຜິດໆ ທີ່ຊັດເຈນປາກົດຂຶ້ນໃນຄຣິສຕະຈັກ, ພວກເຂົາຈຶ່ງບໍ່ເຫັນ ຫຼື ລະບຸພວກມັນ? ເຫັນໄດ້ຊັດເຈນວ່າ ຜູ້ນໍາຄົນນີ້ຕາບອດ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານ. ບາງຄົນເວົ້າວ່າ “ເຖິງແມ່ນວ່າພວກເຂົາບໍ່ສາມາດລະບຸບັນຫາເຫຼົ່ານີ້ໄດ້, ພວກເຂົາກໍສາມາດອ່ານພຣະທຳຂອງພຣະເຈົ້າໃຫ້ຜູ້ຄົນຟັງ ໃນລະຫວ່າງການເຕົ້າໂຮມ. ໂດຍບໍ່ຄຳນຶງເຖິງຄວາມເຂົ້າໃຈຂອງຜູ້ຄົນໃນການອ່ານຂອງພວກເຂົາ ຫຼື ມັນຈະເກີດຜົນຮັບໃດໆ ຫຼື ບໍ່, ພວກເຂົາກໍຍັງອ່ານພຣະທຳຂອງພຣະເຈົ້າຢ່າງບໍ່ລົດລະ. ສຳລັບເຫດຜົນນີ້ພຽງຢ່າງດຽວ, ພວກເຂົາກໍສາມາດຖືວ່າເປັນຜູ້ນໍາທີ່ດີໄດ້”. ພວກເຂົາຈົດຈໍ່ພຽງແຕ່ການອ່ານພຣະທຳຂອງພຣະເຈົ້າ ນັ້ນກໍຄື ຖ້າສິ່ງນີ້ບໍ່ນຳໄປສູ່ຜົນຮັບໃດໆ, ນີ້ບໍ່ແມ່ນພຽງແຕ່ການເຮັດພໍແລ້ວມືແລ້ວຕີນບໍ? ຖ້າພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້, ຜູ້ຄົນຈະໄດ້ຮັບປະໂຫຍດຫຍັງຈາກການເຕົ້າໂຮມ? ແລ້ວຜູ້ນໍາຄົນນີ້ເປັນຜູ້ນໍາປອມບໍ? (ແມ່ນແລ້ວ.) ການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ ເມື່ອປະຕິບັດວຽກງານນີ້ກໍຄືຄວາມຕາບອດ. ພວກເຂົາຕາບອດ. ບໍ່ວ່າບັນຫາຈະຊັດເຈນສໍ່າໃດຢູ່ຕໍ່ໜ້າພວກເຂົາ ຫຼື ເກີດຂຶ້ນອ້ອມຂ້າງພວກເຂົາ, ພວກເຂົາກໍບໍ່ສາມາດເຫັນ ຫຼື ລະບຸມັນໄດ້. ທາງພາຍນອກ, ພວກເຂົາອາດຈະເບິ່ງຄືວ່າເຊີດຊູພຣະທຳຂອງພຣະເຈົ້າຫຼາຍກວ່າຄົນທົ່ວໄປ ແຕ່ພວກເຂົາບໍ່ເຂົ້າໃຈວ່າພຣະທຳຂອງພຣະເຈົ້າກ່ຽວກັບຫຍັງ, ພວກມັນໝາຍເຖິງໃຜ ຫຼື ສະຖານະການໃດ ນັ້ນກໍຄືພວກເຂົາບໍ່ສາມາດເຊື່ອມໂຍງພຣະທຳຂອງພຣະເຈົ້າກັບຊີວິດຈິງໄດ້. ແລ້ວຄວາມເຂົ້າໃຈທີ່ພວກເຂົາໂອ້ລົມນັ້ນແມ່ນຫຍັງ? ພວກມັນສອດຄ່ອງກັບຄວາມຈິງບໍ? ພວກເຂົາສາມາດແກ້ໄຂບັນຫາຕົວຈິງໄດ້ບໍ? (ບໍ່ໄດ້.) ເມື່ອພວກເຂົາເທດສະໜາ, ພວກເຂົາກໍເວົ້າສຳນວນທີ່ບໍ່ມີສາລະ, ຄືກັບວ່າພວກເຂົາມີຄວາມເຂົ້າໃຈຄວາມຈິງຢ່າງເລິກເຊິ່ງ ແຕ່ພວກເຂົາບໍ່ສາມາດລະບຸການລົບກວນທີ່ຊັດເຈນທີ່ເກີດຈາກຄົນຊົ່ວຮ້າຍໃນຄຣິສຕະຈັກໄດ້ ແຕ່ເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາເຂົ້າໃຈຄວາມຈິງ ແລະ ມີການແຍກແຍະບໍ? ພວກເຂົາມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າບໍ? (ບໍ່ມີ.) ຖ້າພວກເຂົາສາມາດອ່ານພຣະທຳຂອງພຣະເຈົ້າໄດ້ຢ່າງປົກກະຕິ, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດໃຊ້ພຣະທຳເພື່ອເບິ່ງ ແລະ ແກ້ໄຂບັນຫາໄດ້? ເປັນຫຍັງຈິດໃຈຂອງພວກເຂົາຈຶ່ງບໍ່ເຄີຍເປີດແຈ້ງ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງບໍ່ມີຈິດໃຈທີ່ແຫຼມຄົມເມື່ອອ່ານພຣະທຳຂອງພຣະເຈົ້າ? ຮາກເຫງົ້າຂອງບັນຫານີ້ແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງຕາບອດ? ສາເຫດຂອງຄວາມຕາບອດຂອງພວກເຂົາແມ່ນຫຍັງ? (ມັນເປັນຍ້ອນວ່າພວກເຂົາຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຄວາມສາມາດທີ່ຕໍ່າຢ່າງສຸດຂີດ.) ຖືກຕ້ອງ. ບໍ່ແມ່ນວ່າຕາຂອງພວກເຂົາບອດ ແຕ່ແມ່ນໃຈຂອງພວກເຂົາທີ່ບອດ. ການມີຫົວໃຈບອດໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີຄວາມສາມາດຕໍ່າຢ່າງສຸດຂີດ ແລະ ຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍເຂົ້າໃຈມັນພຽງແຕ່ໃນລະດັບຜິວເຜີນເທົ່ານັ້ນ. ພວກເຂົາບໍ່ສາມາດເຊື່ອມໂຍງມັນກັບຜູ້ຄົນ, ເຫດການ, ສິ່ງຕ່າງໆ ແລະ ສະຖານະການຕ່າງໆ ທີ່ປາກົດໃນຄຣິສຕະຈັກ, ທັງບໍ່ສາມາດປະຕິບັດ, ຈັດການ ແລະ ແກ້ໄຂບັນຫາຕ່າງໆຕາມຫຼັກການຄວາມຈິງໄດ້. ນີ້ຄືຮາກເຫງົ້າຂອງຄວາມຕາບອດຂອງພວກເຂົາ. ພວກເຂົາມີຄວາມສາມາດຕໍ່າ ແລະ ບໍ່ມີຄວາມສາມາດພຽງພໍສຳລັບວຽກງານນີ້. ສະນັ້ນ, ບໍ່ວ່າພວກເຂົາຈະສຶກສາຢ່າງພາກພຽນ ແລະ ຝຶກຝົນຢ່າງເຂັ້ມງວດຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະເຮັດວຽກໜັກສໍ່າໃດເພື່ອຊົດເຊີຍການຂາດຄວາມສາມາດຂອງພວກເຂົາ, ພວກເຂົາສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ຄົນເຫຼົ່ານີ້ຂ້ອນຂ້າງເປັນຕາອີຕົນ. ບໍ່ວ່າພວກເຂົາຈະປະກອບຕົນເອງດ້ວຍຄຳເວົ້າ ແລະ ຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ດຳເນີນວຽກງານນີ້ໄດ້.
ເມື່ອບໍ່ດົນມານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກໜຶ່ງຂອງຜູ້ນໍາປອມເຫຼົ່ານີ້ ນັ້ນກໍຄື ພວກເຂົາບໍ່ສາມາດເຫັນວ່າການກະທຳຂອງຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດການລົບກວນຕໍ່ຄຣິສຕະຈັກ ແລະ ພວກເຂົາກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສໄດ້. ເມື່ອພົບພໍ້ກັບເລື່ອງທີ່ຄົນຊົ່ວຮ້າຍກໍ່ການຂັດຂວາງ ແລະ ການລົບກວນ, ບາງຄັ້ງພວກເຂົາອາດຈະສັງເກດເຫັນຄຳບອກໄບ້ເລັກນ້ອຍ ຫຼື ບໍ່ວ່າຈະຜ່ານປະສົບການ, ຄວາມຮູ້ສຶກ ຫຼື ສັນຊາດຕະຍານຂອງພວກເຂົາ, ພວກເຂົາອາດຈະພຽງແຕ່ຮູ້ສຶກວ່າບາງຢ່າງບໍ່ຄ່ອຍຖືກຕ້ອງ, ສີໜ້າ, ສາຍຕາ ແລະ ຄຳເວົ້າຂອງຄົນຜູ້ນີ້ຂ້ອນຂ້າງຜິດປົກກະຕິ. ພວກເຂົາອາດຈະມີຄວາມຮູ້ສຶກເລັກນ້ອຍ, ແຕ່ພວກເຂົາເບິ່ງບໍ່ທະລຸຫຼາຍສິ່ງຫຼາຍຢ່າງ ແລະ ພວກເຂົາກໍບໍ່ສາມາດລະບຸບັນຫາສ່ວນໃຫຍ່ໄດ້. ແມ່ນຫຍັງຄືສາເຫດທີ່ພວກເຂົາເບິ່ງບໍ່ທະລຸແກ່ນແທ້ຂອງບັນຫາ? ສິ່ງນີ້ກ່ຽວຂ້ອງກັບບັນຫາອີກຢ່າງໜຶ່ງ. ພວກເຂົາດຸໝັ່ນຫຼາຍ, ພວກເຂົາຂັງໂຕເອງຢູ່ໃນຫ້ອງໝົດມື້ ເພື່ອຂຽນບົດເທດສະໜາ, ຂຽນບັນທຶກກ່ຽວກັບການເຝົ້າດ່ຽວ, ຂຽນຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ຮຽນເພງສັນລະເສີນ, ທັງຍັງຕັ້ງເປົ້າໝາຍວ່າຈະຕ້ອງອະທິຖານຈັກຄັ້ງ, ອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ແລະ ຟັງເທດສະໜາຈັກບົດໃນແຕ່ລະມື້ ແລະ ຈະໃຊ້ເວລາຫຼາຍສໍ່າໃດໃນການຂຽນບົດຄວາມຄຳພະຍານຈາກປະສົບການ, ພວກເຂົາເຮັດໜ້າວຽກທັງໝົດນີ້ສຳເລັດ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງເບິ່ງບໍ່ທະລຸສິ່ງຕ່າງໆ ເມື່ອພວກມັນເກີດຂຶ້ນ? ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ. ພວກເຂົາກ່າວໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ບາງຄົນກ່າວຄຳເວົ້າ ແລະ ຫຼັກຄຳສອນ ເພື່ອນໍາພາຄົນອື່ນຢ່າງຜິດໆ ຢູ່ສະເໝີ ແລະ ຜູ້ນໍາປອມກໍເບິ່ງບໍ່ທະລຸເລື່ອງນີ້. ເຖິງແມ່ນວ່າບາງຄັ້ງພວກເຂົາຈະຮູ້ສຶກວ່າ ມີບາງຢ່າງຜິດປົກກະຕິ, ອາດຈະມີບັນຫາ, ແຕ່ເມື່ອເຫັນວ່າຄົນເຫຼົ່ານັ້ນເບິ່ງຄືວ່າບໍ່ແມ່ນຄົນຊົ່ວຮ້າຍ, ພວກເຂົາກໍພຽງແຕ່ປ່ອຍໃຫ້ບັນຫານັ້ນຜ່ານໄປຢ່າງມຶນງົງ. ພວກເຂົາບໍ່ສາມາດສະແຫວງຫາຫຼັກການຄວາມຈິງ ເພື່ອແຍກແຍະບັນຫາດັ່ງກ່າວໄດ້ ແລະ ເຖິງແມ່ນວ່າພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າທີ່ເປີດໂປງສະພາວະ ແລະ ແກ່ນແທ້ຂອງຄົນດັ່ງກ່າວ, ພວກເຂົາກໍບໍ່ຮູ້ວ່າຈະເຊື່ອມໂຍງພຣະທຳເຂົ້າກັບສະຖານະການເຫຼົ່ານີ້ໄດ້ແນວໃດ. ຈິດໃຈຂອງພວກເຂົາແມ່ນມືດມົວ ແລະ ພວກເຂົາເບິ່ງບໍ່ທະລຸສິ່ງເຫຼົ່ານີ້. ເມື່ອພວກເຂົາຕ້ອງການສະແຫວງຫາ, ພວກເຂົາກໍບໍ່ຮູ້ວ່າຈະອະທິບາຍແນວໃດ. ພວກເຂົາເວົ້າເປັນເວລາດົນ ໂດຍບໍ່ໄດ້ອະທິບາຍແກ່ນແທ້ຂອງບັນຫາ ແລະ ບໍ່ສາມາດອະທິບາຍຢ່າງແຈ່ມແຈ້ງໄດ້ວ່າ ການສະແດງອອກໂດຍລວມຂອງຄົນປະເພດນັ້ນເປັນແນວໃດ, ຄວາມເປັນມະນຸດຂອງພວກເຂົາ, ການໄລ່ຕາມ, ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄວາມຕັ້ງໃຈທີ່ຈະເສຍສະລະຕົນເອງ ເພື່ອພຣະເຈົ້າຂອງພວກເຂົາເປັນແນວໃດ ຫຼື ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງເປັນແນວໃດ ແລະ ພວກເຂົາແມ່ນຄົນທີ່ຍອມຮັບຄວາມຈິງ ຫຼື ບໍ່. ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດເບິ່ງທະລຸ ຫຼື ອະທິບາຍເລື່ອງເຫຼົ່ານີ້ໄດ້ຢ່າງແຈ່ມແຈ້ງ. ເຖິງແມ່ນພວກເຂົາຮູ້ສຶກວ່າມີບັນຫາ, ພວກເຂົາກໍເວົ້າຈາບໍ່ເປັນເລື່ອງເປັນລາວ, ເວົ້າຫຼາຍຢ່າງ, ແຕ່ບໍ່ສາມາດອະທິບາຍປະເດັນຂອງພວກເຂົາໃຫ້ຈະແຈ້ງໄດ້. ຜູ້ຟັງຂອງພວກເຂົາຈຳເປັນຕ້ອງສາມາດແຍກແຍະ, ສະກັດເອົາຈຸດສຳຄັນ ແລະ ວິເຄາະຄຳເວົ້າຂອງພວກເຂົາ ເພື່ອທີ່ຈະຮູ້ຄຳຖາມທີ່ພວກເຂົາກຳລັງຖາມ, ສະພາວະໂດຍລວມຂອງຄົນທີ່ພວກເຂົາກຳລັງອະທິບາຍ ແລະ ໃນທີ່ສຸດກໍກຳນົດລັກສະນະແກ່ນແທ້ຂອງຄົນຜູ້ນັ້ນໄດ້, ບໍ່ວ່າພວກເຂົາຈະຊົ່ວຮ້າຍ ຫຼື ດີ, ບໍ່ວ່າພວກເຂົາຈະເປັນຄົນທີ່ໄລ່ຕາມຄວາມຈິງ ຫຼື ເປັນພຽງຜູ້ອອກເຫື່ອແຮງ. ເມື່ອເຈົ້າຂໍໃຫ້ຜູ້ນໍາປອມບັນຍາຍບັນຫາ ຫຼື ຍົກຄຳຖາມຂຶ້ນມາ, ພວກເຂົາບໍ່ເຄີຍທີ່ຈະສາມາດບັນຍາຍເຖິງຮາກເຫງົ້າ ແລະ ແກ່ນແທ້ຂອງບັນຫາ ຫຼື ຈຸດໃຈກາງຂອງມັນໄດ້ຢ່າງແຈ່ມແຈ້ງ. ສະຫຼຸບສັ້ນໆກໍຄື ຜູ້ນໍາປອມບໍ່ມີທັດສະນະຄະຕິທີ່ເຈາະຈົງໃດໆ ຕໍ່ບັນຫາທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ແລະ ສຳລັບເລື່ອງທີ່ພວກເຂົາສາມາດສັງເກດເຫັນປົມບາງຢ່າງໄດ້, ພວກເຂົາກໍຍັງເບິ່ງບໍ່ທະລຸແກ່ນແທ້ຂອງບັນຫາເຫຼົ່ານີ້. ແມ່ນແຕ່ເມື່ອບາງຄົນລະບາຍຄວາມເປັນລົບ ແລະ ເຜີຍແຜ່ແນວຄິດ ເຊິ່ງກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີຕໍ່ຊີວິດຄຣິສຕະຈັກ, ພວກເຂົາກໍບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້. ພວກເຂົາບໍ່ສາມາດເບິ່ງທະລຸ ຫຼື ກຳນົດລັກສະນະແກ່ນແທ້ຂອງບັນຫາຈາກພື້ນຜິວຂອງມັນ ຫຼື ຈາກໄລຍະເລີ່ມຕົ້ນຂອງມັນ. ແນ່ນອນວ່າ, ການເບິ່ງທະລຸແກ່ນແທ້ຂອງບັນຫາບໍ່ແມ່ນເລື່ອງງ່າຍ. ສິ່ງທີ່ສຳຄັນທີ່ສຸດໃນວຽກງານຄຣິສຕະຈັກກໍຄືການເບິ່ງທະລຸແກ່ນແທ້ຂອງຄົນປະເພດຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ຜູ້ທີ່ເຂົ້າໃຈຄວາມຈິງສາມາດບັນລຸສິ່ງນີ້ໄດ້, ແຕ່ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມບໍ່ສາມາດເຮັດໄດ້. ເມື່ອພວກເຂົາເຫັນພວກຕໍ່ຕ້ານພຣະຄຣິສລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາ ແລະ ຍັງປົກປ້ອງພວກຕໍ່ຕ້ານພຣະຄຣິສໂດຍກ່າວວ່າ “ພວກເຂົາພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ ແລະ ເປັນຄົນອວດດີ, ເອົາແຕ່ໃຈ ແລະ ເຮັດຕາມອຳເພີໃຈໜ້ອຍໜຶ່ງ. ພວກເຂົາກໍຍັງສາມາດອົດທົນຕໍ່ຄວາມຍາກລຳບາກໄດ້ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ ພວກເຮົາບໍ່ຄວນຕັດສິນ ແລະ ກ່າວໂທດພວກເຂົາ; ພວກເຮົາບໍ່ຄວນເຮັດໃຫ້ເປັນເລື່ອງໃຫຍ່”. ຄົນອື່ນຖາມວ່າ “ຖ້າພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້, ແລ້ວພວກເຂົາແມ່ນຄົນທີ່ໄລ່ຕາມຄວາມຈິງບໍ? ພວກເຂົາໄດ້ຍຸຍົງ, ນໍາພາຢ່າງຜິດໆ ຫຼື ຊັກຊວນຄົນອື່ນຢູ່ເບື້ອງຫຼັງບໍ? ພວກເຂົາໄດ້ຍົກສູງ ແລະ ເປັນພະຍານໃຫ້ຕົນເອງບໍ?” ຜູ້ນໍາປອມບໍ່ສາມາດເບິ່ງທະລຸເລື່ອງເຫຼົ່ານີ້ໄດ້. ເຖິງກັບມີບາງຄົນທີ່ອ້າງຊື່ຂອງການເປັນພະຍານໃຫ້ພຣະເຈົ້າ, ຕັ້ງໃຈໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າ ແລະ ຕັ້ງໃຈເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ໃນຂະນະທີ່ໄຈ້ແຍກ ແລະ ເວົ້າກ່ຽວກັບການຮູ້ຈັກແນວຄິດຂອງພວກເຂົາເອງກ່ຽວກັບພຣະອົງ. ຫຼັງຈາກໄດ້ຍິນພວກເຂົາເຮັດເຊັ່ນນີ້, ຜູ້ນໍາປອມອາດຈະຮູ້ສຶກວ່າ ສິ່ງທີ່ພວກເຂົາເວົ້ານັ້ນຟັງເບິ່ງບໍ່ເຂົ້າທ່າໜ້ອຍໜຶ່ງ, ແຕ່ພວກເຂົາກໍເບິ່ງບໍ່ທະລຸຄວາມຮ້າຍແຮງຂອງບັນຫາ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດເຫັນຜົນກະທົບທາງລົບ ແລະ ຜົນສະທ້ອນທີ່ຮ້າຍແຮງທີ່ມາຈາກຄຳເວົ້າເຫຼົ່ານີ້. ສະນັ້ນ, ການຂັດຂວາງ ແລະ ການລົບກວນຕ່າງໆ ທີ່ເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາຂອງຜູ້ນໍາປອມນັ້ນ ຈະບໍ່ຖືກສັງເກດເຫັນໂດຍພວກເຂົາເລີຍ ຫຼື ຖ້າພວກເຂົາສັງເກດເຫັນ, ພວກເຂົາກໍບໍ່ຮູ້ວ່າຈະກຳນົດລັກສະນະຂອງພວກມັນແນວໃດ ຫຼື ຈະເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບສະຖານະການເຫຼົ່ານີ້ໄດ້ແນວໃດ. ເລື່ອງທີ່ແຈ່ມແຈ້ງເຫຼົ່ານີ້ກາຍເປັນເລື່ອງທີ່ສັບສົນວຸ້ນວາຍສຳລັບພວກເຂົາ. ຜູ້ນໍາປອມແມ່ນຄົນເບົາປັນຍາ. ໃນຄຣິສຕະຈັກ, ພວກເຂົາບໍ່ສາມາດແຍກແຍະໄດ້ວ່າຄົນໃດກຳລັງໄລ່ຕາມຄວາມຈິງ ແລະ ຄົນໃດເປັນຜູ້ເຊື່ອທີ່ແທ້ຈິງທີ່ສາມາດຍອມຮັບຄວາມຈິງໄດ້. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າ ຄົນໃດບໍ່ໄດ້ສະແຫວງຫາຄວາມຈິງ ແຕ່ຍັງສາມາດອອກເຫື່ອແຮງໄດ້ ແລະ ສ່ວນຫຼາຍເຕັມໃຈທີ່ຈະຈ່າຍລາຄາ ແລະ ປະຕິບັດຕາມຫຼັກການ ແລະ ຂ້ອນຂ້າງເຊື່ອຟັງ ແລະ ອ່ອນນ້ອມ, ເຖິງແມ່ນວ່າບາງຄັ້ງຈະກ່າວບາງຄຳເວົ້າລົບໆ ກໍຕາມ. ພວກເຂົາຍັງບໍ່ສາມາດແຍກແຍະໄດ້ວ່າ ຄົນໃດຮັບບົດບາດລົບໆ ພຽງຢ່າງດຽວ, ລະບາຍຄວາມຄິດລົບ ແລະ ຕັດສິນຄົນອື່ນ ແລະ ມີແນວຄິດຕໍ່ການຈັດແຈງວຽກງານທັງໝົດໃນເຮືອນຂອງພຣະເຈົ້າ ແລະ ຕໍ່ກົດລະບຽບ ແລະ ຂໍ້ກຳນົດກ່ຽວກັບວຽກງານທຸກຢ່າງໃນເຮືອນຂອງພຣະເຈົ້າຢູ່ສະເໝີ, ໂດຍມີທັດສະນະຄະຕິຂອງການຕໍ່ຕ້ານແທນທີ່ຈະເປັນການຍອມຮັບ ແລະ ບໍ່ເຄົາລົບນັບຖືສິ່ງເຫຼົ່ານີ້ເປັນພິເສດ, ຈົນເຖິງຂັ້ນຕັດສິນພວກມັນ. ສະຫຼຸບສັ້ນໆກໍຄື ຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນປະເພດໃດເລີຍ. ຍິ່ງໄປກວ່ານັ້ນ, ໃນຄຣິສຕະຈັກ ມີບາງຄົນທີ່ເຜີຍແຜ່ແນວຄິດ, ລະບາຍຄວາມຄິດລົບຢູ່ເລື້ອຍໆ ແລະ ເຖິງກັບບໍ່ອ່ານພຣະທຳຂອງພຣະເຈົ້າໃນລະຫວ່າງການເຕົ້າໂຮມ. ພວກເຂົາສ້າງພັກສ້າງພວກ, ມີສ່ວນຮ່ວມໃນການອິດສາ ແລະ ການຂັດແຍ່ງກັນຢູ່ສະເໝີ. ບາງຄົນຢາກເປັນຜູ້ນໍາຢູ່ສະເໝີ, ຢາກອາໄສຄຣິສຕະຈັກລ້ຽງຊີບຢູ່ສະເໝີ ແລະ ຢາກຍຶດຊັບສິນຂອງເຮືອນຂອງພຣະເຈົ້າຢູ່ສະເໝີ. ຍັງມີບາງຄົນທີ່ເບິ່ງພາຍນອກຄືວ່າມີພຶດຕິກຳທີ່ດີບາງຢ່າງ ແຕ່ກໍບໍ່ໄດ້ມີບົດບາດທາງບວກໃດໆ ໃນໜ້າທີ່ຂອງພວກເຂົາ. ຜູ້ນໍາປອມບໍ່ສາມາດເບິ່ງທະລຸບຸກຄົນທາງລົບເຫຼົ່ານີ້ ແລະ ບໍ່ສາມາດຈັດປະເພດພວກເຂົາໄດ້. ພວກເຂົາບໍ່ສາມາດເບິ່ງທະລຸວ່າ ຄົນເຫຼົ່ານີ້ກຳລັງເດີນຕາມເສັ້ນທາງໃດ, ແກ່ນແທ້ຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາແມ່ນຄົນທີ່ຍອມຮັບຄວາມຈິງ ຫຼື ບໍ່. ນີ້ບໍ່ແມ່ນບັນຫາກ່ຽວກັບຄວາມສາມາດຂອງຜູ້ນໍາປອມບໍ? ຜູ້ນໍາປອມເຫຼົ່ານີ້ມີຄວາມສາມາດຕໍ່າທີ່ສຸດ. ວຽກງານໃດກໍຕາມທີ່ພວກເຂົາເຮັດກໍຈະສັບສົນວຸ້ນວາຍ ແລະ ວຽກງານໃດກໍຕາມທີ່ພວກເຂົາຮັບຜິດຊອບກໍຈະຈົບລົງດ້ວຍຄວາມບໍ່ເປັນລະບຽບຢ່າງສິ້ນເຊີງ.
ບາງຄົນໃຊ້ຈ່າຍເຄື່ອງຖວາຍໂດຍບໍ່ມີຫຼັກການ ເມື່ອພວກເຂົາຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ໂດຍຊື້ສິ່ງຂອງຕາມອຳເພີໃຈ ຢ່າງບໍ່ໄດ້ຮັບອະນຸຍາດ. ເມື່ອຜູ້ນໍາປອມເຫັນເຊັ່ນນີ້, ພວກເຂົາກໍຍັງເວົ້າວ່າ “ເຖິງແມ່ນວ່າພວກເຂົາຈະໃຊ້ເງິນຫຼາຍກວ່າເກົ່າໜ້ອຍໜຶ່ງ, ແຕ່ເຈດຕະນາຂອງພວກເຂົາກໍດີ. ເມື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ພວກເຮົາຄວນຊື້ຂອງທີ່ດີທີ່ສຸດ; ນີ້ບໍ່ແມ່ນການສິ້ນເປືອງເງິນ. ເຄື່ອງຖວາຍບໍ່ຄວນຖືກໃຊ້ແບບນີ້ບໍ?” ຄຳເວົ້າຂອງພວກເຂົາມີຫຼັກການບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າປະເພດໃດ? ມັນບໍ່ແມ່ນຄຳເວົ້າທີ່ໄຮ້ສາລະບໍ? ຄຳເວົ້າທີ່ບໍ່ມີຫຼັກການແມ່ນຄຳເວົ້າທີ່ໄຮ້ສາລະ ແລະ ຄຳເວົ້າທີ່ບໍ່ມີມູນຄວາມຈິງກໍແມ່ນຄຳເວົ້າທີ່ໄຮ້ສາລະເຊັ່ນກັນ. ບາງຄົນມັກກ່າວຄຳເວົ້າ ແລະ ຫຼັກຄຳສອນຢູ່ເລື້ອຍໆ ໃນລະຫວ່າງຊີວິດຄຣິສຕະຈັກ; ພວກເຂົາເວົ້າເກັ່ງເປັນພິເສດ ແລະ ເວົ້າແບບມີໂຄງສ້າງທີ່ຟັງເບິ່ງເປັນລະບຽບດີ ແລະ ພວກເຂົາມີທັກສະການເວົ້າທີ່ດີເລີດ. ຜູ້ນໍາປອມເວົ້າແນວໃດກ່ຽວກັບຄົນປະເພດນີ້? “ຊີວິດຄຣິສຕະຈັກຂອງພວກເຮົາເພິ່ງພາຄົນນັ້ນຄົນນີ້ຢ່າງສິ້ນເຊີງ. ພວກເຂົາເປັນຄົນທີ່ເວົ້າໄດ້ແຈ່ມແຈ້ງທີ່ສຸດ ແລະ ພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າຫຼາຍທີ່ສຸດ. ຖ້າບໍ່ມີພວກເຂົາ, ຊີວິດຄຣິສຕະຈັກຂອງພວກເຮົາກໍຈະແຫ້ງແລ້ງຢ່າງບໍ່ໜ້າເຊື່ອ ແລະ ບໍ່ໜ້າສົນໃຈ”. ພວກເຂົາບໍ່ຮູ້ເລີຍວ່າຄົນເຫຼົ່ານີ້ກຳລັງກ່າວພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ. ບໍ່ວ່າຄົນຜູ້ໜຶ່ງຈະຟັງພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ໄດ້ຮັບການເສີມສ້າງໃດໆ, ພວກເຂົາຈະບໍ່ເຂົ້າໃຈຄວາມຈິງ ຫຼື ບໍ່ຮູ້ວ່າຈະເຊື່ອມໂຍງຄວາມຈິງເຂົ້າກັບຕົນເອງ ເພື່ອເຂົ້າໃຈສະພາວະຂອງພວກເຂົາເອງ ແລະ ແກ້ໄຂບັນຫາຂອງພວກເຂົາໄດ້ແນວໃດ. ພາຍໃຕ້ການຍ້ອງຍໍ ແລະ ການຍຸຍົງຂອງຜູ້ນໍາປອມ, ຄົນທີ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ, ຄົນທີ່ມັກເປັນຈຸດສົນໃຈ ແລະ ແມ່ນແຕ່ຄົນທີ່ມັກເວົ້ານອກເລື່ອງໃນຄຳປາໄສຂອງພວກເຂົາ, ເວົ້າໄປທົ່ວທີບໃນການເຕົ້າໂຮມແຕ່ລະຄັ້ງ ກ່ຽວກັບຫົວຂໍ້ໃຫຍ່ໂຕທີ່ບໍ່ມີສາລະ ແລະ ແກ່ນສານ, ແມ່ນລ້ວນແຕ່ໄດ້ຮັບໂອກາດໃນການສະແດງອອກ. ຜູ້ນໍາປອມບໍ່ສາມາດແຍກແຍະພວກເຂົາໄດ້ ແລະ ຍັງຖືວ່າພວກເຂົາເປັນຄົນທີ່ມີພອນສະຫວັນ, ໂດຍຍ້ອງຍໍພວກເຂົາວ່າ “ພວກເຈົ້າເວົ້າເກັ່ງຫຼາຍ; ເປັນຫຍັງພວກເຈົ້າບໍ່ຂຽນບົດຄວາມຄຳພະຍານຈາກປະສົບການ? ໜ້າເສຍດາຍແທ້!” ໃນຄຣິສຕະຈັກ, ບັນດານັກສຶກສາມະຫາວິທະຍາໄລ, ສາດສະດາຈານ ແລະ ປັນຍາຊົນເຫຼົ່ານັ້ນແມ່ນຖືວ່າເປັນຊັບສົມບັດລໍ້າຄ່າໂດຍຜູ້ນໍາປອມ. ພວກເຂົາເວົ້າວ່າ “ປັນຍາຊົນ ແລະ ສາດສະດາຈານເຫຼົ່ານີ້ແມ່ນບຸກຄົນທີ່ມີພອນສະຫວັນ. ພວກເຂົາມີປະສົບການທີ່ກວ້າງຂວາງ ແລະ ມີຊື່ສຽງໃນສັງຄົມ. ຖ້າພວກເຂົາກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ວຽກງານກໍຈະສຳເລັດຫຼາຍຂຶ້ນ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍຈະສາມາດໄດ້ຮັບຜົນປະໂຫຍດ ແລະ ຮັບຫຼາຍຂຶ້ນ. ໃນອະນາຄົດ, ວຽກງານຂອງຄຣິສຕະຈັກຈະເພິ່ງພາພວກເຂົາໂດຍສິ້ນເຊີງ. ດ້ວຍປັນຍາຊົນເຫຼົ່ານີ້ນໍາພາພວກເຮົາ, ຄວາມເຊື່ອຂອງພວກເຮົາໃນພຣະເຈົ້າຈະນຳມາເຊິ່ງພອນຢ່າງແນ່ນອນ”. ສະນັ້ນ, ໃນຄຣິສຕະຈັກທີ່ມີຜູ້ນໍາປອມຢູ່, ຜູ້ທີ່ມີສະຖານະໃນສັງຄົມ, ຜູ້ທີ່ມີຄວາມຮູ້, ຜູ້ທີ່ເວົ້າເກັ່ງ, ຜູ້ທີ່ເວົ້າໄປໂດຍບໍ່ມີແກ່ນສານກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນ, ຜູ້ທີ່ມີຊື່ສຽງ ແລະ ອື່ນໆ, ຄົນທັງໝົດເຫຼົ່ານີ້ທີ່ບໍ່ມີຄວາມຈິງຄວາມເປັນຈິງເລີຍ ກໍຈະຄອບຄອງຕຳແໜ່ງສຳຄັນໃນຄຣິສຕະຈັກ ແລະ ຖືກຜູ້ນໍາປອມປະຕິບັດຄືກັບເປັນກຳລັງຫຼັກ ແລະ ເຖິງກັບຖືກເອີ້ນວ່າເປັນເສົາຄ້ຳຂອງຄຣິສຕະຈັກ. ເມື່ອມີຫຍັງເກີດຂຶ້ນໃນຄຣິສຕະຈັກ, ຜູ້ນໍາປອມກໍເວົ້າວ່າ “ໄປຖາມຄົນນັ້ນຄົນນີ້; ລາວເຄີຍເປັນ CEO ຂອງບໍລິສັດ” ຫຼື “ໄປຖາມຄົນນັ້ນຄົນນີ້; ລາວເຄີຍເປັນສາດສະດາຈານຢູ່ມະຫາວິທະຍາໄລນັ້ນນີ້”, ຫຼື “ໄປຖາມຄົນນັ້ນຄົນນີ້; ລາວເຄີຍເປັນທະນາຍຄວາມຊັ້ນນໍາຢູ່ບໍລິສັດກົດໝາຍ”. ຜູ້ນໍາປອມປະຕິບັດຕໍ່ຄົນເຫຼົ່ານີ້ຄືກັບເສົາຄ້ຳ ແລະ ກຳລັງຫຼັກຂອງຄຣິສຕະຈັກ. ຊີວິດຄຣິສຕະຈັກຈະດີໄດ້ບໍ ພາຍໃຕ້ສະຖານະການເຊັ່ນນີ້? (ບໍ່.) ແລ້ວຜົນທີ່ຕາມມາແມ່ນຫຍັງ? ກຳລັງຫຼັກ ແລະ ເສົາຄ້ຳທີ່ເອີ້ນກັນເຫຼົ່ານີ້ຈະຍາດຊີງສະຖານະ ແລະ ສ້າງພັກສ້າງພວກຢ່າງລັບໆ ຫຼື ແມ່ນແຕ່ຢ່າງເປີດເຜີຍ ແລະ ມັກຈະເຜີຍແຜ່ແນວຄິດ ແລະ ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງຢູ່ເລື້ອຍໆ. ອ້າຍເອື້ອຍນ້ອງໃນຄຣິສຕະຈັກທີ່ເປັນຜູ້ເຊື່ອທີ່ແທ້ຈິງ, ຮັກຄວາມຈິງ, ສາມາດຍອມຮັບຄວາມຈິງໄດ້ ແລະ ມີການຢັ່ງຮູ້ທີ່ບໍລິສຸດກ່ຽວກັບຄວາມຈິງ ກໍມັກຈະຖືກກີດກັນ ແລະ ກົດດັນໂດຍພວກເຂົາ. ບຸກຄົນທີ່ໂດດເດັ່ນໃນສັງຄົມທີ່ເອີ້ນກັນເຫຼົ່ານີ້, ບໍ່ວ່າຈະໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການຮັບຜິດຊອບວຽກງານໃດໜຶ່ງ, ກໍບໍ່ມີຄວາມຈົງຮັກພັກດີ ແລະ ບໍ່ເຄີຍປະຕິບັດຕາມຫຼັກການຄວາມຈິງເລີຍ ນັ້ນກໍຄື ພວກເຂົາເຮັດຕາມວິທີທາງຂອງສັງຄົມທີ່ບໍ່ເຊື່ອທັງໝົດໂດຍສິ້ນເຊີງ. ສະນັ້ນ, ໃນຄຣິສຕະຈັກເຊັ່ນນີ້ ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ, ຜູ້ທີ່ມີຄວາມເຂົ້າໃຈທີ່ບໍລິສຸດ ແລະ ຜູ້ທີ່ມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກຍຸຕິທຳ, ກໍຈະບໍ່ມີພື້ນທີ່ໃຫ້ເວົ້າ, ບໍ່ມີສິດທີ່ຈະເວົ້າ ແລະ ແນ່ນອນວ່າບໍ່ມີສິດທີ່ຈະຕັດສິນໃຈ. ບໍ່ວ່າຈະເກີດຫຍັງຂຶ້ນໃນຄຣິສຕະຈັກ, ຜູ້ຕັດສິນໃຈຂັ້ນສຸດທ້າຍກໍແມ່ນກຸ່ມຄົນທີ່ເອີ້ນວ່າສະມາຊິກຫຼັກກຸ່ມນີ້ສະເໝີ. ຜູ້ນໍາປອມບູຊາ ແລະ ເຊື່ອຄົນເຫຼົ່ານີ້ແບບຫຼັບຫູຫຼັບຕາ, ສະນັ້ນ ໃນທີ່ສຸດພວກເຂົາຈຶ່ງເພິ່ງພາພວກເຂົາ ເພື່ອຫາທາງອອກທຸກຄັ້ງທີ່ມີຫຍັງເກີດຂຶ້ນ. ຖ້າຄົນເຫຼົ່ານີ້ໄລ່ຕາມຄວາມຈິງ ແລະ ປະຕິບັດຕາມຫຼັກການຄວາມຈິງ, ນີ້ກໍຈະເປັນສິ່ງທີ່ດີ. ເຖິງແນວໃດກໍຕາມ, ຄົນເຫຼົ່ານີ້ສ່ວນຫຼາຍບໍ່ໄດ້ສະແຫວງຫາຄວາມຈິງ. ພວກເຂົາມີຄວາມຮູ້ ແລະ ການສຶກສາ, ມີສະຖານະທາງສັງຄົມ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງມີຄວາມເປັນມະນຸດທີ່ເລ່ຫຼ່ຽມ ແລະ ເລິກແລບ, ທັງຍັງເວົ້າຈາຄ່ອງແຄ້ວ ແລະ ຊ່ຽວຊານໃນການນໍາພາຄົນອື່ນຢ່າງຜິດໆ. ນີ້ຄືທຳມະຊາດ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ຜົນທີ່ຕາມມາຂອງການທີ່ຜູ້ນໍາປອມເພິ່ງພາຄົນເຫຼົ່ານີ້ແມ່ນຫຍັງ? ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກສັບສົນວຸ້ນວາຍຢ່າງສິ້ນເຊີງ ແລະ ພວກເຂົາທຳລາຍທາງເຂົ້າຂອງຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ, ເຮັດໃຫ້ຄຣິສຕະຈັກສູນເສຍການເປັນພະຍານຂອງຕົນຢ່າງສິ້ນເຊີງ. ຜູ້ນໍາປອມບາງຄົນຫວັງວ່າຈະມີຄົນໃຫຍ່ຄົນໂຕໃນຄຣິສຕະຈັກທີ່ເຂົ້າໃຈການເມືອງ ແລະ ເຫດການປັດຈຸບັນ, ໂດຍຄິດວ່າ “ຖ້າມີຄົນແບບນີ້ມາຂະຫຍາຍຂະໜາດຂອງຄຣິສຕະຈັກ, ເສີມສ້າງອິດທິພົນ ແລະ ຍົກສູງຊື່ສຽງຂອງຄຣິສຕະຈັກ, ວຽກງານເຜີຍແຜ່ພຣະກິດຕິຄຸນກໍຈະມີຄວາມຫວັງ. ນັ້ນຈະເປັນເລື່ອງທີ່ໜ້າສະເຫຼີມສະຫຼອງຢ່າງແທ້ຈິງ!” ໃນຄຣິສຕະຈັກທີ່ຖືກຄວບຄຸມໂດຍຜູ້ນໍາປອມ, ໃນລະຫວ່າງຊີວິດຄຣິສຕະຈັກ ບາງຄົນກໍເວົ້າຢ່າງກວ້າງຂວາງກ່ຽວກັບການເມືອງ, ເຫດການປັດຈຸບັນ, ສະຖານະການລະຫວ່າງປະເທດ ແລະ ກິດຈະການພາຍໃນປະເທດ; ພວກເຂົາສົນທະນາກ່ຽວກັບຊີວິດສ່ວນຕົວຂອງບຸກຄົນສຳຄັນທາງການເມືອງລະດັບສູງ ແລະ ເຖິງກັບວິເຄາະແຜນການລັບ ແລະ ແຜນການເປີດເຜີຍຂອງບຸກຄົນສຳຄັນທາງການເມືອງເຫຼົ່ານີ້ຢ່າງຈະແຈ້ງ ແລະ ມີເຫດຜົນ. ດ້ວຍຄວາມອິດສາເປັນຢ່າງຍິ່ງ ຜູ້ນໍາປອມເວົ້າວ່າ “ໃນທີ່ສຸດ, ຄຣິສຕະຈັກຂອງພວກເຮົາກໍມີຄົນໃຫຍ່ຄົນໂຕມາໄວ້ເປັນໜ້າເປັນຕາ! ຂ້ອຍເຄີຍຮູ້ສຶກທໍ້ຖອຍ, ຜິດຫວັງ ແລະ ຮູ້ສຶກວ່າຂ້ອຍເງີຍໜ້າຂຶ້ນບໍ່ໄດ້, ເພາະວ່າຄຣິສຕະຈັກຂອງພວກເຮົາຂາດຄົນໃຫຍ່ຄົນໂຕແບບນີ້. ແຕ່ຕອນນີ້ພວກເຮົາກໍມີຄົນແບບນີ້ໃນຄຣິສຕະຈັກຂອງພວກເຮົາແລ້ວ. ສະນັ້ນ, ພວກເຮົາຄວນປ່ອຍໃຫ້ຄົນຜູ້ນີ້ເຮັດຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ ແລະ ເວົ້າຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ ແລະ ໃຫ້ອິດສະຫຼະແກ່ພວກເຂົາ. ເຮືອນຂອງພຣະເຈົ້າບໍ່ໄດ້ປະຕິບັດເສລີພາບ ແລະ ສິດທິມະນຸດບໍ? ຍຸກແຫ່ງລາຊະອານາຈັກບໍ່ໄດ້ເນັ້ນໜັກໃສ່ສິດທິມະນຸດບໍ?” ຜູ້ນໍາປອມປະຕິບັດຕໍ່ຜູ້ທີ່ມັກເວົ້າເລື່ອງການເມືອງ ແລະ ວິຈານຄົນດັງ, ຜູ້ທີ່ມັກເວົ້າຈາໄຮ້ສາລະກ່ຽວກັບແນວຄິດທີ່ສູງສົ່ງແຕ່ບໍ່ມີເນື້ອໃນໃນທ່າມກາງຜູ້ຄົນ, ຄືກັບເປັນຊັບສົມບັດລ້ຳຄ່າທີ່ຫາຍາກ ແລະ ຕ້ອງການບົ່ມເພາະພວກເຂົາໃຫ້ກາຍເປັນເສົາຄ້ຳ ແລະ ເສົາຫຼັກຂອງຄຣິສຕະຈັກ. ດັ່ງນັ້ນ, ພວກເຂົາຈຶ່ງຊຸກຍູ້ ແລະ ຍ້ອງຍໍພວກເຂົາຢູ່ເລື້ອຍໆ, ໂດຍຢ້ານວ່າມັນຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ ຖ້າພວກເຂົາກາຍເປັນຄົນຄິດລົບ. ສະຫຼຸບສັ້ນໆກໍຄື ຜູ້ນໍາປອມເຫຼົ່ານີ້ມຶນຊາ ແລະ ຕາບອດ. ພວກເຂົາບໍ່ສາມາດລະບຸຄົນຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້ທັນທີ. ເຖິງແມ່ນວ່າພວກເຂົາໄດ້ລະບຸຄົນເຫຼົ່ານັ້ນ, ພວກເຂົາກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນຊົ່ວຮ້າຍໄດ້. ພວກເຂົາບໍ່ສາມາດເບິ່ງທະລຸແມ່ນແຕ່ຄົນຊົ່ວຮ້າຍທີ່ເຫັນໄດ້ຊັດເຈນທີ່ຢູ່ໃນໝວດໝູ່ຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ເຊັ່ນ: ຜູ້ທີ່ສ້າງພັກສ້າງພວກ ແລະ ສ້າງຕັ້ງອານາຈັກອິດສະຫຼະ. ເມື່ອພວກເຂົາເຫັນພວກຕໍ່ຕ້ານພຣະຄຣິສສ້າງພັກສ້າງພວກ, ໂອ້ອວດຄວາມສາມາດຂອງພວກເຂົາ ແລະ ເຮັດຕາມອຳເພີໃຈດ້ວຍອຳນາດອັນມະຫາສານທີ່ພວກເຂົາມີ, ຜູ້ນໍາປອມຈະປະເມີນພວກເຂົາແນວໃດ? “ຄົນຜູ້ນີ້ບໍ່ທຳມະດາ, ພວກເຂົາເປັນຕາໜ້າອັດສະຈັນແທ້ໆ! ຂ້ອຍບໍ່ເຄີຍສັງເກດເຫັນພອນສະຫວັນນີ້ມາກ່ອນ; ພວກເຂົາເກັ່ງກວ່າຂ້ອຍຫຼາຍ, ພວກເຂົາເຮັດໃຫ້ຂ້ອຍອັບອາຍແທ້ໆ. ເບິ່ງຄວາມສາມາດຂອງພວກເຂົາແມ, ພວກເຂົາມີຄວາມສາມາດໃນການຕັດສິນໃຈ ແລະ ກ້າຮັບຜິດຊອບ, ເວົ້າຈາມີລະດັບ ແລະ ຮັກສາຄຳເວົ້າຂອງພວກເຂົາ. ໃນອີກດ້ານໜຶ່ງ, ຂ້ອຍບໍ່ມີຫຍັງດີ; ຂ້ອຍເປັນຄືກັບເດັກຍິງໂຕນ້ອຍໆ ທີ່ຂີ້ອາຍ”. ພວກເຂົາຊື່ນຊົມພວກຕໍ່ຕ້ານພຣະຄຣິສຢ່າງຍິ່ງ, ກົ້ມຫົວໃຫ້ພວກເຂົາ ແລະ ເຕັມໃຈກາຍເປັນຜູ້ຕິດຕາມຂອງພວກເຂົາ. ລັກສະນະຢ່າງໜຶ່ງຂອງການສະແດງອອກນີ້ຂອງຜູ້ນໍາປອມແມ່ນຄວາມຕາບອດ ແລະ ອີກລັກສະນະໜຶ່ງແມ່ນຄວາມມຶນຊາ. ໂດຍລວມແລ້ວ, ແກ່ນແທ້ຂອງບັນຫານີ້ຂອງຜູ້ນໍາປອມກໍຄືຄວາມສາມາດຕໍ່າ.
ຄົນເຮົາມີຕາເພື່ອໃຫ້ພວກເຂົາສາມາດເຫັນສິ່ງຕ່າງໆ ໄດ້. ຫຼັງຈາກທີ່ຄົນຜູ້ໜຶ່ງເຫັນບາງຢ່າງ, ຈິດໃຈຂອງພວກເຂົາຈະມີປະຕິກິລິຍາ ແລະ ຕັດສິນ ແລະ ຫຼັງຈາກທີ່ພວກເຂົາຕັດສິນແລ້ວ, ພວກເຂົາກໍຈະພັດທະນາມຸມມອງ ແລະ ໄດ້ຮັບເສັ້ນທາງແຫ່ງການປະຕິບັດ. ສິ່ງນີ້ພິສູດວ່າພວກເຂົາບໍ່ໄດ້ຕາບອດ, ບໍ່ວ່າພວກເຂົາຈະເຫັນຫຍັງກໍຕາມ, ພວກເຂົາກໍມີປະຕິກິລິຍາທີ່ປົກກະຕິ ແລະ ຮູ້ວ່າຈະປະເຊີນໜ້າ ແລະ ຈັດການກັບມັນແນວໃດ. ນີ້ຄືຄົນທີ່ມີແນວຄິດທີ່ປົກກະຕິ. ຄົນເຮົາມີຂະບວນການສ້າງປະຕິກິລິຍາຕໍ່ສິ່ງທີ່ພວກເຂົາເຫັນ; ພວກເຂົາຈະໄຕ່ຕອງ ແລະ ຄິດກ່ຽວກັບມັນບໍ່ຫຼາຍກໍໜ້ອຍ. ເມື່ອຄວາມຄິດຂອງພວກເຂົາເປີດເຜີຍອອກ, ພາບຂອງສິ່ງນັ້ນກໍຈະຄ່ອຍໆ ສ້າງຂຶ້ນໃນຈິດໃຈຂອງພວກເຂົາ ແລະ ພວກເຂົາກໍຈະພັດທະນາມຸມມອງ, ທັດສະນະຄະຕິ ແລະ ວິທີການຂອງພວກເຂົາເອງ. ແລ້ວເງື່ອນໄຂເບື້ອງຕົ້ນສຳລັບການສ້າງສິ່ງເຫຼົ່ານີ້ແມ່ນຫຍັງ? ຕາຂອງຄົນຜູ້ໜຶ່ງຕ້ອງສາມາດເຫັນສິ່ງຕ່າງໆ ໄດ້, ຈາກນັ້ນກໍສົ່ງຂໍ້ມູນທີ່ເກັບກຳໄດ້ໄປຍັງສະໝອງ ແລະ ຈິດໃຈຂອງພວກເຂົາເພື່ອຕຶກຕອງ. ຖ້າຄົນຜູ້ໜຶ່ງສາມາດເຫັນສິ່ງຕ່າງໆ ດ້ວຍຕາຂອງພວກເຂົາ, ແລ້ວພວກເຂົາກໍບໍ່ໄດ້ຕາບອດ ແລະ ຈາກນັ້ນພວກເຂົາກໍສາມາດຄິດ ແລະ ໄຕ່ຕອງ, ມີຄວາມຮັບຮູ້, ມີທັດສະນະຄະຕິ ແລະ ມີມຸມມອງ ແລະ ໃນທີ່ສຸດກໍສະຫຼຸບໄດ້ຢ່າງຖືກຕ້ອງ. ແນ່ນອນວ່າ ການທີ່ຈະສະຫຼຸບໄດ້ເຊັ່ນນີ້ກໍຕ້ອງໃຊ້ເວລາພໍສົມຄວນ. ການມີຄວາມຮັບຮູ້, ມີມຸມມອງ ແລະ ມີທັດສະນະຄະຕິກ່ອນທີ່ຈະສະຫຼຸບໄດ້ນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຈິດໃຈຂອງຄົນຜູ້ນັ້ນຫ້າວຫັນ, ບໍ່ໄດ້ມຶນຊາ, ເຊິ່ງພິສູດໃຫ້ເຫັນວ່າ ຄົນຜູ້ນີ້ມີຊີວິດຢູ່, ບໍ່ໄດ້ຕາຍ. ຜູ້ນໍາປອມມີຄວາມສາມາດຕໍ່າ. ມັນຕໍ່າໃນດ້ານໃດແດ່? ຜູ້ນໍາປອມຂາດຄຸນສົມບັດທັງສອງຢ່າງເຫຼົ່ານີ້. ຕາຂອງພວກເຂົາເປີດຢູ່ ແຕ່ພວກເຂົາບໍ່ສາມາດເຫັນສິ່ງຕ່າງໆ ທີ່ກຳລັງເກີດຂຶ້ນ ຫຼື ກຳລັງດຳເນີນໄປ, ນັ້ນຄືຄວາມຕາບອດ. ນອກຈາກນີ້, ເມື່ອພວກເຂົາເຫັນສິ່ງຕ່າງໆ, ຈິດໃຈຂອງພວກເຂົາກໍບໍ່ມີປະຕິກິລິຍາ, ພວກເຂົາບໍ່ໄດ້ສ້າງມຸມມອງ ຫຼື ຄວາມຄິດໃດໆ ແລະ ພວກເຂົາບໍ່ມີວິທີການ ຫຼື ແນວທາງທີ່ຖືກຕ້ອງໃນການຕັດສິນ ແລະ ດັ່ງນັ້ນຈຶ່ງບໍ່ສາມາດສະຫຼຸບໄດ້. ນີ້ຄືຄວາມມຶນຊາໃນຈິດວິນຍານ. ຄົນທີ່ມຶນຊາໃນຈິດວິນຍານບໍ່ສາມາດແຍກແຍະຫຍັງໄດ້, ພວກເຂົາບໍ່ມີການປະເມີນທີ່ຖືກຕ້ອງ ຫຼື ການຕັດສິນທີ່ຖືກຕ້ອງ ແລະ ໃນທີ່ສຸດ ພວກເຂົາກໍບໍ່ສາມາດສະຫຼຸບໄດ້ຢ່າງຖືກຕ້ອງ ແລະ ບໍ່ຮູ້ວ່າຈະເຂົ້າຫາ, ຈັດການ ຫຼື ແກ້ໄຂເລື່ອງຕ່າງໆ ທີ່ຢູ່ຕໍ່ໜ້າໄດ້ແນວໃດ. ນີ້ຄືຄວາມມຶນຊາ ແລະ ສະໝອງທຶບ. ເມື່ອຄົນຜູ້ໜຶ່ງມຶນຊາ ແລະ ໂງ່ຈ້າໃນຈິດວິນຍານຂອງພວກເຂົາຈົນເຖິງຂັ້ນທີ່ພວກເຂົາບໍ່ມີປະຕິກິລິຍາໃດໆເລີຍ ເມື່ອມີຫຍັງເກີດຂຶ້ນ, ນີ້ຄືການຕາຍ ນັ້ນກໍຄື ນີ້ຄືການອະທິບາຍເລື່ອງນີ້ຢ່າງເຖິງແກ່ນ. ຕອນນີ້ໃຫ້ເຮົາປະໄວ້ກ່ອນວ່າຜູ້ນໍາປອມຕາຍແທ້ ຫຼື ບໍ່ ແລະ ພຽງແຕ່ເວົ້າວ່າພວກເຂົາມີຄວາມສາມາດທີ່ຕໍ່າ. ມັນຕໍ່າສໍ່າໃດກັນແທ້? ບໍ່ວ່າຈະເກີດເຫດການທີ່ສຳຄັນສໍ່າໃດ, ພວກເຂົາກໍບໍ່ສາມາດເຫັນມັນໄດ້ ແລະ ເຖິງແມ່ນວ່າພວກເຂົາເຫັນມັນ, ພວກເຂົາກໍບໍ່ສາມາດເບິ່ງທະລຸມັນໄດ້. ຕົວຢ່າງ: ບໍ່ວ່າຜູ້ນໍາປອມຈະເຮັດວຽກດົນສໍ່າໃດ, ພວກເຂົາກໍບໍ່ສາມາດສະຫຼຸບໄດ້ວ່າແກ່ນແທ້ຂອງເລື່ອງໃດໜຶ່ງແມ່ນຫຍັງ, ຈະຈັດປະເພດມັນແນວໃດ, ຈະກຳນົດລັກສະນະມັນແນວໃດ ຫຼື ພື້ນຖານສຳລັບການກຳນົດລັກສະນະແມ່ນຫຍັງ; ພວກເຂົາບໍ່ຮູ້ວ່າຈະປະເມີນສິ່ງເຫຼົ່ານີ້ແນວໃດ ແລະ ບໍ່ມີມາດຕະຖານ ຫຼື ຫຼັກການໃນການປະເມີນພວກມັນ. ພວກເຂົາແມ່ນຄົນເບົາປັນຍາທີ່ຂາດຄວາມເຂົ້າໃຈທາງວິນຍານ. ນີ້ຄືການສະແດງອອກຫຼັກຂອງຜູ້ນໍາປອມໃນໜ້າວຽກທຳອິດ. ພວກເຂົາຕາບອດ, ໂງ່, ໂງ່ເຂົາ ແລະ ມຶນຊາ, ແຕ່ພວກເຂົາກໍຍັງຢາກເປັນຜູ້ນໍາ. ນີ້ບໍ່ແມ່ນການເຮັດໃຫ້ວຽກງານຊັກຊ້າບໍ? ນີ້ບໍ່ແມ່ນເລື່ອງທີ່ຫຍຸ້ງຍາກຫຼາຍບໍ? ຖ້າຄົນໃດຄົນໜຶ່ງບໍ່ເຄີຍຮັບໃຊ້ເປັນຜູ້ນໍາມາກ່ອນ ແລະ ຖ້າພວກເຂົາຫາກໍພົບພໍ້ກັບບາງຢ່າງເປັນຄັ້ງທຳອິດ ແລະ ເລື່ອງນີ້ບໍ່ໄດ້ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍໄດ້ຍິນໃນທ່າມກາງຜູ້ຄົນ ນັ້ນກໍຄື ຖ້າພວກເຂົາບໍ່ມີປະສົບການ ຫຼື ຄວາມຮູ້ກ່ຽວກັບເລື່ອງນີ້, ພາຍໃຕ້ສະຖານະການເຊັ່ນນີ້ ມັນກໍຈະຕ້ອງໃຊ້ເວລາເພື່ອໃຫ້ຄົນຜູ້ນັ້ນພັດທະນາຄວາມເຂົ້າໃຈ, ທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງ. ແຕ່ເປັນຫຍັງຜູ້ນໍາປອມຈຶ່ງຖືກກ່າວວ່າເປັນຄົນທີ່ມຶນຊາ ແລະ ຕາບອດ? ມັນເປັນເພາະວ່າເຮົາໄດ້ກ່າວຄຳເວົ້າຫຼາຍຢ່າງ, ແຕ່ບໍ່ວ່າເຮົາຈະເປີດໂປງ ແລະ ໄຈ້ແຍກສິ່ງຕ່າງໆ ຫຼາຍສໍ່າໃດ ຫຼື ຍົກຕົວຢ່າງຫຼາຍສໍ່າໃດ, ຜູ້ນໍາປອມກໍພຽງແຕ່ຮູ້ກ່ຽວກັບເລື່ອງຕ່າງໆ ໄດ້ດ້ວຍຕົນເອງ ຫຼັງຈາກໄດ້ຍິນຄຳເວົ້າຂອງເຮົາ, ແຕ່ບໍ່ໄດ້ເຂົ້າໃຈຫຼັກການຄວາມຈິງຈາກຄຳເວົ້າເຫຼົ່ານັ້ນ. ນອກຈາກນີ້, ຍິ່ງເຮົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ. ພວກເຂົາເວົ້າວ່າ “ມີເລື່ອງຕັ້ງຫຼາຍຢ່າງ, ຄຳເວົ້າຕັ້ງຫຼາຍຄຳ, ເລື່ອງລາວຕັ້ງຫຼາຍຢ່າງ, ໃຜຈະໄປຈື່ໄດ້ໝົດ ແລະ ເຊື່ອມໂຍງເຂົ້າກັບຊີວິດຈິງໄດ້? ຢ່າເວົ້າຫຼາຍເກີນໄປ, ຂ້ອຍມີບັນຫາໜ້ອຍໜຶ່ງໃນການຮັບມັນທັງໝົດ ແລະ ບໍ່ຄ່ອຍເຂົ້າໃຈ. ພຽງແຕ່ບອກຂ້ອຍມາວ່າຈະຈັດການກັບຄົນຜູ້ນີ້ແນວໃດ: ຄວນໄລ່ອອກ ຫຼື ເກັບໄວ້?” ນີ້ບໍ່ແມ່ນຄວາມມຶນຊາບໍ? ມັນຄືຄວາມມຶນຊາທີ່ສຸດ! ທີ່ຈິງແລ້ວ, ການເວົ້າວ່າພວກເຂົາມຶນຊາແມ່ນການໃຫ້ທາງລົງບາງຢ່າງແກ່ພວກເຂົາ, ເພາະຄົນຜູ້ນີ້ອາດຈະຍັງໜຸ່ມ ຫຼື ບາງທີອາດຈະບໍ່ໄດ້ຮັບການສຶກສາ ຫຼື ບາງທີພວກເຂົາອາດຈະເຖົ້າຫຼາຍ ແລະ ມຶນງົງໜ້ອຍໜຶ່ງ, ການເວົ້າແບບນີ້ແມ່ນເພື່ອຮັກສາຄວາມທະນົງຕົວຂອງພວກເຂົາ. ແຕ່ທີ່ຈິງແລ້ວ, ມັນຄືຄວາມສາມາດທີ່ຕໍ່າ ແລະ ການຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ຄຳອະທິບາຍນີ້ເຮັດໃຫ້ມັນຊັດເຈນ.
ຖ້າການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງເກີດຂຶ້ນໃນຄຣິສຕະຈັກ ແລະ ຜູ້ນໍາປອມບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາເຫຼົ່ານີ້ໄດ້, ພວກເຂົາມີຄວາມສາມາດໃນວຽກງານຜູ້ນໍາບໍ? ອ້າຍເອື້ອຍນ້ອງຈະສາມາດໄດ້ຮັບການປົກປ້ອງພາຍໃຕ້ການນໍາພາຂອງພວກເຂົາບໍ? ວຽກງານຂອງຄຣິສຕະຈັກ, ສະພາບແວດລ້ອມທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງຕົນ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກຈະໄດ້ຮັບການປົກປ້ອງ ແລະ ຮັກສາໄວ້ໄດ້ບໍ? ສິ່ງເຫຼົ່ານີ້ແມ່ນສິ່ງພື້ນຖານທີ່ສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ. ຜູ້ນໍາປອມສາມາດບັນລຸສິ່ງເຫຼົ່ານີ້ໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ພວກເຂົາບໍ່ສາມາດແມ່ນແຕ່ລະບຸ ຫຼື ເບິ່ງທະລຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແລ້ວພວກເຂົາຈະດຳເນີນຂັ້ນຕອນຕໍ່ໄປຂອງວຽກງານຂອງພວກເຂົາໄດ້ແນວໃດ? ພວກເຂົາບໍ່ສາມາດແມ່ນແຕ່ແຍກແຍະສິ່ງພື້ນຖານທີ່ສຸດໄດ້, ເຊັ່ນ: ຄົນດີແມ່ນຫຍັງ, ຄົນບໍ່ດີແມ່ນຫຍັງ, ຄົນເລ່ຫຼ່ຽມແມ່ນຫຍັງ ຫຼື ຄົນໜ້າຊື່ໃຈຄົດແມ່ນຫຍັງ ນັ້ນກໍຄື ແລ້ວພວກເຂົາຈະຈັດການວຽກງານຄຣິສຕະຈັກໄດ້ແນວໃດ? ພວກເຂົາບໍ່ມີຄວາມສາມາດໃນເລື່ອງນີ້. ມັນບໍ່ແມ່ນວ່າພວກເຂົາຕັ້ງໃຈບໍ່ເຮັດວຽກຕົວຈິງ ຫຼື ພວກເຂົາຂີ້ຄ້ານ ແລະ ຈົດຈໍ່ຢູ່ກັບຜົນປະໂຫຍດຈາກສະຖານະ; ມັນເປັນພຽງແຕ່ວ່າພວກເຂົາມີຄວາມສາມາດທີ່ຕໍ່າ ແລະ ບໍ່ມີຄວາມສາມາດໃນການເຮັດວຽກຂອງພວກເຂົາ. ນີ້ຄືແກ່ນແທ້ຂອງບັນຫາ. ຄົນທີ່ມີຄວາມສາມາດທີ່ຕໍ່າຫຼາຍສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຍຶດໝັ້ນກັບລະບຽບການ; ໃນລະຫວ່າງການເຕົ້າໂຮມ, ພວກເຂົາສາມາດພຽງແຕ່ປອບໂຍນ ແລະ ຊັກຊວນຄົນອື່ນ, ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ຈົ່ງເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ! ເຈົ້າຍັງສາມາດຈົດຈໍ່ຢູ່ກັບຄວາມສະບາຍຝ່າຍເນື້ອໜັງໃນເວລາເຊັ່ນນີ້ໄດ້ແນວໃດ? ເຈົ້າຍັງຈະໂລບຢາກໄດ້ເງິນ ແລະ ສິ່ງຂອງທາງໂລກຢູ່ໄດ້ແນວໃດ? ພຣະເຈົ້າຄົງຈະໂສກເສົ້າໃຈຫຼາຍ!” ພວກເຂົາສາມາດເທດສະໜາໄດ້ພຽງແຕ່ປະເພດນີ້. ເມື່ອການກະທຳທີ່ຊົ່ວຮ້າຍຕ່າງໆ ເຊັ່ນ: ການຂັດຂວາງ, ການລົບກວນ ແລະ ການລະບາຍຄວາມເປັນລົບເກີດຂຶ້ນ, ພວກເຂົາກໍບໍ່ສາມາດເຫັນ ຫຼື ລະບຸພວກມັນໄດ້. ອ້າຍເອື້ອຍນ້ອງຢາກດຳລົງຊີວິດຄຣິສຕະຈັກທີ່ປົກກະຕິ ແຕ່ກໍບໍ່ສາມາດເຮັດໄດ້ ແລະ ພວກເຂົາຢາກມີສະພາບແວດລ້ອມທີ່ເໝາະສົມ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແຕ່ກໍບໍ່ສາມາດເຮັດໄດ້. ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້, ແລ້ວພວກເຂົາຈະມີປະໂຫຍດຫຍັງ? ອ້າຍເອື້ອຍນ້ອງຢາກດຳລົງຊີວິດຄຣິສຕະຈັກ, ເພື່ອເຂົ້າໃຈຄວາມຈິງ ແລະ ແກ້ໄຂຄວາມຫຍຸ້ງຍາກ ແລະ ສະພາວະທາງລົບຂອງພວກເຂົາ. ພວກເຂົາຫວັງຢ່າງຍິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະສາມາດໂອ້ລົມຄວາມຈິງຢ່າງແຈ່ມແຈ້ງ ແລະ ຢ່າງຖີ່ຖ້ວນ ເພື່ອແກ້ໄຂບັນຫາຕົວຈິງເຫຼົ່ານີ້. ຖ້າຄຣິສຕະຈັກໃດໜຶ່ງເປັນຄຣິສຕະຈັກທີ່ຜູ້ນໍາປອມມີອຳນາດ, ບັນຫາຕົວຈິງເຫຼົ່ານີ້ຈະສາມາດແກ້ໄຂໄດ້ບໍ? ຜູ້ນໍາປອມບໍ່ເຂົ້າໃຈຈິດໃຈຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ສາມາດເຫັນຄວາມຫຍຸ້ງຍາກຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາສືບຕໍ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ເວົ້າໄປເລື້ອຍໆ ກ່ຽວກັບແນວຄິດທີ່ສູງສົ່ງແຕ່ໄຮ້ສາລະ, ເຊິ່ງເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າຜິດຫວັງຄັ້ງໃຫຍ່. ໃຜຈະຍັງຢາກເຂົ້າຮ່ວມການເຕົ້າໂຮມເປັນປະຈຳອີກ? ຜູ້ນໍາປອມສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ກຳຈັດຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ, ຜູ້ສວຍໂອກາດ ແລະ ຄົນທີ່ມັກການຜິດປະເວນີທີ່ເປັນຄົນຊົ່ວຮ້າຍ ແລະ ມັກຮັກທາງໂລກອອກຈາກຄຣິສຕະຈັກຕາມພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າ, ປ້ອງກັນບໍ່ໃຫ້ພວກເຂົາແຊກແຊງ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດດຳລົງຊີວິດຄຣິສຕະຈັກທີ່ປົກກະຕິໄດ້ບໍ? ຜູ້ນໍາປອມສາມາດບັນລຸສິ່ງນີ້ໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ເມື່ອຄົນໃດໜຶ່ງຮ້ອງຂໍເຊັ່ນນັ້ນ, ຜູ້ນໍາປອມຈະເວົ້າແນວໃດ? “ເຈົ້າເອົາໃຈຍາກແທ້! ເຈົ້າຄິດວ່າເຈົ້າເປັນຄົນດຽວທີ່ຮັກພຣະເຈົ້າ ແລະ ຢາກຈົງຮັກພັກດີໃນການປະຕິບັດໜ້າທີ່ບໍ? ໃຜແດ່ທີ່ບໍ່ຢາກເຮັດ? ພວກເຂົາຍັງເຊື່ອໃນພຣະເຈົ້າ ແລະ ຖືກເລືອກໂດຍພຣະເຈົ້າເຊັ່ນກັນ. ເຖິງແມ່ນວ່າພວກເຂົາຈະມີບັນຫາບາງຢ່າງ, ພວກເຮົາກໍຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ. ຢ່າຊອກຫາຂໍ້ຜິດພາດຂອງຄົນອື່ນຢູ່ສະເໝີ. ຈົ່ງໃຊ້ໂອກາດນີ້ໄຕ່ຕອງ ແລະ ຮູ້ຈັກຕົນເອງໃຫ້ຫຼາຍຂຶ້ນ; ເຈົ້າຕ້ອງຮຽນຮູ້ທີ່ຈະມີໃຈກວ້າງ ແລະ ອົດທົນ”. ຜູ້ນໍາປອມມຶນງົງ ແລະ ຕາບອດ ແລະ ພວກເຂົາບໍ່ມີຫຼັກການໃນການປະຕິບັດຕໍ່ຄົນປະເພດຕ່າງໆ. ພວກເຂົາບໍ່ສາມາດເບິ່ງທະລຸຜູ້ທີ່ຄວນຖືກຈຳກັດ ຫຼື ກຳຈັດອອກໄປ, ແທນທີ່ຈະເປັນແນວນັ້ນ ພວກເຂົາກັບປ່ອຍປະລະເລີຍໃຫ້ຄົນເຫຼົ່ານີ້ເຮັດຕາມອຳເພີໃຈ ແລະ ປະພຶດຕົນຄືກັບຜູ້ກົດຂີ່ໃນຄຣິສຕະຈັກ, ໂດຍໃຫ້ພວກເຂົາມີພື້ນທີ່ຫຼາຍໃນການດຳເນີນການ, ເຊິ່ງເຮັດໃຫ້ຄຣິສຕະຈັກສັບສົນວຸ້ນວາຍ, ຈົນເຖິງຂັ້ນທີ່ລະດັບຄວາມຫຼາກຫຼາຍໃນຄຣິສຕະຈັກບາງແຫ່ງສາມາດອະທິບາຍໄດ້ດ້ວຍປະໂຫຍກດຽວຄື: ພວກມັນກາຍເປັນບ່ອນທີ່ຄົນດີຄົນຊົ່ວປະປົນກັນຢ່າງແທ້ຈິງ. ຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ, ຜູ້ທີ່ມັກການຜິດປະເວນີ, ຜູ້ກົດຂີ່ໃນທ້ອງຖິ່ນ ແລະ ແມ່ນແຕ່ບາງຄົນທີ່ຈະຫັກຫຼັງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເມື່ອພົບພໍ້ກັບອັນຕະລາຍພຽງເລັກນ້ອຍ, ກໍລ້ວນແລ້ວແຕ່ປະປົນກັນຢູ່ໃນຄຣິສຕະຈັກເຫຼົ່ານີ້. ຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນເຫຼົ່ານີ້ ແລະ ພວກເຂົາບໍ່ໄດ້ຈັດການ ຫຼື ແກ້ໄຂພວກເຂົາ. ສະນັ້ນ, ພາຍໃຕ້ການນໍາພາຂອງຜູ້ນໍາປອມທີ່ຕາບອດ ແລະ ມຶນຊາເຊັ່ນນີ້, ຜູ້ທີ່ຖືກເລືອກຂອງພຣະເຈົ້າຈຶ່ງບໍ່ສາມາດໄດ້ຮັບການປົກປ້ອງ ແລະ ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກກໍບໍ່ສາມາດຮັກສາໄວ້ໄດ້ຢ່າງແນ່ນອນ. ຜູ້ທີ່ຮັກຄວາມຈິງ ແລະ ເຕັມໃຈທີ່ຈະຍອມຮັບຄວາມຈິງຈະສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງໃນຊີວິດຄຣິສຕະຈັກທີ່ປະປົນກັນເຊັ່ນນີ້ໄດ້ແນວໃດ? ຄົນເຫຼົ່ານັ້ນຈະບໍ່ຮູ້ສຶກເຈັບປວດໃນຫົວໃຈຂອງພວກເຂົາບໍ? ຖ້າຜູ້ນໍາຄຣິສຕະຈັກບໍ່ສາມາດຮັກສາວຽກງານຂອງຄຣິສຕະຈັກ, ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ຫຼື ສະພາບແວດລ້ອມສຳລັບອ້າຍເອື້ອຍນ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ ຫຼື ຮັບປະກັນຄວາມປອດໄພຂອງສິ່ງເຫຼົ່ານີ້ໄດ້, ແລ້ວຜູ້ນໍາຜູ້ນີ້ກໍເປັນຜູ້ນໍາປອມໂດຍບໍ່ຕ້ອງສົງໄສ. ເປັນຫຍັງພວກເຂົາຈຶ່ງໄດ້ຮັບຕຳແໜ່ງເປັນຜູ້ນໍາປອມ? ມັນເປັນເພາະວ່າພວກເຂົາຕາບອດ ແລະ ມຶນຊາ, ເຊິ່ງນຳໄປສູ່ເຫດການທີ່ເກີດຂຶ້ນຊໍ້າແລ້ວຊໍ້າອີກທີ່ຄົນຊົ່ວຮ້າຍຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ; ຍິ່ງໄປກວ່ານັ້ນ, ແມ່ນແຕ່ເມື່ອສິ່ງນີ້ໄດ້ສົ່ງຜົນສະທ້ອນແລ້ວ, ພວກເຂົາກໍຍັງບໍ່ສາມາດຈັດການ ແລະ ແກ້ໄຂບັນຫາໄດ້ທັນທີ ແລະ ຢ່າງຖືກຕ້ອງ ແລະ ພວກເຂົາກໍບໍ່ສາມາດຮັກສາວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກຂອງອ້າຍເອື້ອຍນ້ອງຢ່າງຖືກຕ້ອງໄດ້. ເວົ້າແບບອ່ອນໂຍນກໍຄື ຜູ້ນໍາເຊັ່ນນີ້ບໍ່ມີຄວາມສາມາດໃນວຽກງານຂອງພວກເຂົາ; ເວົ້າໃຫ້ຖືກຕ້ອງກໍຄື ພວກເຂົາລົ້ມເຫຼວໃນຄວາມຮັບຜິດຊອບຂອງພວກເຂົາຢ່າງຮ້າຍແຮງ. ເຖິງແມ່ນວ່າພວກເຂົາຈະຮັບໃຊ້ເປັນຜູ້ນໍາ, ພວກເຂົາກໍປົກປ້ອງຜົນປະໂຫຍດຂອງຄົນຊົ່ວຮ້າຍ ແລະ ຜົນປະໂຫຍດຂອງຄົນຮັບໃຊ້ຂອງຊາຕານ, ໃນຂະນະທີ່ບໍ່ໃສ່ໃຈວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ພວກເຂົາປົກປ້ອງ ແລະ ປ່ອຍປະລະເລີຍຄົນຊົ່ວຮ້າຍເຫຼົ່ານັ້ນທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ ໂດຍແລກກັບການທຳຮ້າຍອ້າຍເອື້ອຍນ້ອງ. ເຖິງແມ່ນວ່າ, ເມື່ອຕັດສິນຈາກຄວາມສາມາດ ແລະ ການສະແດງອອກຂອງພວກເຂົາ, ພວກເຂົາພຽງແຕ່ມີຄວາມສາມາດທີ່ຕໍ່າ ແລະ ບໍ່ສາມາດເຮັດວຽກຂອງພວກເຂົາໄດ້ ແລະ ບໍ່ສາມາດຖືກກຳນົດລັກສະນະວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສໄດ້, ແຕ່ຜົນສະທ້ອນຈາກການກະທຳຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກເປັນສິ່ງທີ່ຮ້າຍແຮງ. ລັກສະນະການກະທຳຂອງພວກເຂົາກໍຄືກັນກັບຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ສ້າງຕັ້ງອານາຈັກອິດສະຫຼະ ແລະ ກົດດັນອ້າຍເອື້ອຍນ້ອງ. ທັງສອງຝ່າຍຕ່າງກໍປົກປ້ອງ ແລະ ປ່ອຍປະລະເລີຍຄົນຊົ່ວຮ້າຍ ແລະ ປ່ອຍປະລະເລີຍໃຫ້ຄົນຮັບໃຊ້ຂອງຊາຕານ ເຮັດຕາມອຳເພີໃຈໃນຄຣິສຕະຈັກ. ມັນເປັນພຽງແຕ່ວ່າຜູ້ນໍາປອມບໍ່ໄດ້ເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງເປີດເຜີຍ ແລະ ຢ່າງໜ້າດ້ານຄືກັບທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດ. ພວກເຂົາບໍ່ໄດ້ເຈດຕະນາດຶງດູດຄົນມາຫາພວກເຂົາເອງ ແລະ ເຮັດໃຫ້ຄົນເຫຼົ່ານັ້ນເຊື່ອຟັງພວກເຂົາ, ແຕ່ຜົນສຸດທ້າຍກໍຄືກັນກັບຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ສ້າງຕັ້ງອານາຈັກອິດສະຫຼະ. ທັງສອງຝ່າຍຕ່າງກໍສົ່ງຜົນໃຫ້ອ້າຍເອື້ອຍນ້ອງທີ່ຮັກຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈຖືກທຳຮ້າຍ ແລະ ທຳລາຍ ແລະ ບໍ່ມີທາງທີ່ຈະມີຊີວິດຢູ່ຕໍ່ໄປ. ໃນສະພາບແວດລ້ອມ ແລະ ຊີວິດຄຣິສຕະຈັກເຊັ່ນນີ້, ມັນເປັນການຍາກຫຼາຍສຳລັບອ້າຍເອື້ອຍນ້ອງທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ເພື່ອໃຫ້ມີຄວາມກ້າວໜ້າໃນຊີວິດ ແລະ ມັນກໍເປັນການຍາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາຢ່າງປົກກະຕິ. ແນ່ນອນວ່າ ວຽກງານເຜີຍແຜ່ພຣະກິດຕິຄຸນ ແລະ ວຽກງານຕ່າງໆ ຂອງຄຣິສຕະຈັກກໍຖືກຂັດຂວາງຫຼາຍ ແລະ ບໍ່ສາມາດພັດທະນາຢ່າງປົກກະຕິໄດ້. ນີ້ຄືການສະແດງອອກທຳອິດຂອງຜູ້ນໍາປອມທີ່ພວກເຮົາກຳລັງໄຈ້ແຍກກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງ, ນັ້ນກໍຄື ການບໍ່ສັງເກດເຫັນ ແລະ ບໍ່ສາມາດເບິ່ງທະລຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເກີດຂຶ້ນອ້ອມຕົວພວກເຂົາ. ການສະແດງອອກນີ້ພຽງພໍແລ້ວທີ່ຈະກຳນົດລັກສະນະຄົນປະເພດນີ້ວ່າເປັນຜູ້ນໍາປອມ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?