ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17) ສ່ວນທີ ສີ່
ໃນຊີວິດຄຣິສຕະຈັກ, ຍັງມີໃຜອີກແດ່ທີ່ມັກລະບາຍຄວາມເປັນລົບ? ບາງຄົນປະຕິບັດໜ້າທີ່ຂອງຕົນໂດຍບໍ່ມີຜົນໄດ້ຮັບ, ມັກເກີດຄວາມຜິດພາດຢູ່ສະເໝີ, ພວກເຂົາບໍ່ໄຕ່ຕອງຕົນເອງ ແຕ່ຮູ້ສຶກຢູ່ສະເໝີວ່າພຣະເຈົ້າບໍ່ຊອບທຳ ຫຼື ບໍ່ຍຸຕິທຳ, ວ່າພຣະເຈົ້າປະຕິບັດຕໍ່ຄົນອື່ນດ້ວຍຄວາມກະລຸນາຢູ່ສະເໝີ ແລະ ບໍ່ແມ່ນຕໍ່ພວກເຂົາ, ວ່າພຣະເຈົ້າດູຖູກພວກເຂົາ ແລະ ບໍ່ເຄີຍໃຫ້ຄວາມຮູ້ແຈ້ງແກ່ພວກເຂົາຈັກເທື່ອ ແລະ ນັ້ນຄືສາເຫດທີ່ບໍ່ເຄີຍມີຜົນໄດ້ຮັບໃດໆມາຈາກການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍສາມາດບັນລຸເປົ້າໝາຍໃນການໂດດເດັ່ນ ແລະ ໄດ້ຮັບການຍົກຍ້ອງ. ພວກເຂົາເລີ່ມເກັບຄຳຈົ່ມວ່າກ່ຽວກັບພຣະເຈົ້າໄວ້ໃນໃຈ ແລະ ເມື່ອພວກເຂົາເຮັດແບບນັ້ນ, ພວກເຂົາກໍເລີ່ມອິດສາ, ລັງກຽດ ແລະ ກຽດຊັງຜູ້ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ. ຄົນປະເພດນີ້ມີຄວາມເປັນມະນຸດແບບໃດ? ພວກເຂົາບໍ່ແມ່ນຄົນໃຈແຄບບໍ? ນອກຈາກນັ້ນ, ພວກເຂົາບໍ່ເຂົ້າໃຈວິທີໄລ່ຕາມຄວາມຈິງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າແມ່ນບໍ? ພວກເຂົາບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ ເປັນຄືກັບການສອບເສັງເຂົ້າວິທະຍາໄລໃນຖານະນັກຮຽນ, ທີ່ຈຳເປັນຕ້ອງປຽບທຽບຄະແນນ ແລະ ການຈັດອັນດັບຢູ່ສະເໝີ. ສະນັ້ນ, ພວກເຂົາຈຶ່ງໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ສິ່ງເຫຼົ່ານີ້. ນັ້ນບໍ່ແມ່ນສະພາວະຂອງພວກເຂົາບໍ? ກ່ອນອື່ນໝົດ, ຈາກມຸມມອງຂອງການຢັ່ງຮູ້ຄວາມຈິງ, ຄົນປະເພດນີ້ມີຄວາມເຂົ້າໃຈຝ່າຍວິນຍານບໍ? ພວກເຂົາບໍ່ມີ ແລະ ພວກເຂົາບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າ ແລະ ໄລ່ຕາມຄວາມຈິງແມ່ນຫຍັງ. ຢ່າງໜຶ່ງກໍຄື, ພວກເຂົາໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການຈັດອັນດັບຂອງຕົນໃນທ່າມກາງຄົນອື່ນ, ອີກຢ່າງໜຶ່ງກໍຄື, ພວກເຂົາໃຊ້ວິທີການໃຫ້ຄະແນນຢູ່ສະເໝີ ເພື່ອປະເມີນວ່າຄົນອື່ນປະຕິບັດໜ້າທີ່ຂອງຕົນໄດ້ດີສໍ່າໃດ ແລະ ພວກເຂົາເອງເຮັດໄດ້ດີສໍ່າໃດ, ຄືກັບວ່າພວກເຂົາກຳລັງປະເມີນນັກຮຽນໃນໂຮງຮຽນ ໂດຍວັດແທກຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີການນີ້. ມີຫຍັງຜິດພາດກ່ຽວກັບເລື່ອງນີ້ແມ່ນບໍ? ນອກຈາກນີ້, ວິທີການທີ່ພວກເຂົາໃຊ້ຄວາມພະຍາຍາມໃນການປະຕິບັດໜ້າທີ່ຂອງພວກເຂົານັ້ນຜິດແມ່ນບໍ? ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ດ້ວຍຄວາມພະຍາຍາມຂອງການຮຽນ ແລະ ການສອບເສັງບໍ? (ແມ່ນແລ້ວ.) ເປັນຫຍັງພວກເຮົາຈຶ່ງເວົ້າແນວນັ້ນ? ຄົນປະເພດນີ້ເຂົ້າໃຈວິທີສະແຫວງຫາຫຼັກການ ເມື່ອເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາບໍ? ພວກເຂົາສາມາດສະແຫວງຫາຫຼັກການໄດ້ບໍ? ໃນດ້ານໜຶ່ງ, ພວກເຂົາບໍ່ຮູ້ວິທີສະແຫວງຫາຫຼັກການ. ວິທີທີ່ຜູ້ຄົນຄວນອ່ານພຣະທຳຂອງພຣະເຈົ້າ, ວິທີໂອ້ລົມຄວາມຈິງ ແລະ ວິທີບັນລຸໜ້າທີ່ຂອງຕົນ, ພວກເຂົາບໍ່ເຂົ້າໃຈເລື່ອງເຫຼົ່ານີ້ ແລະ ບໍ່ສົນໃຈກ່ຽວກັບພວກມັນເລີຍ. ພວກເຂົາພຽງແຕ່ຮູ້ວ່າຕ້ອງຊອກຫາຫຼັກການ ແລະ ກະທຳຕາມຫຼັກການເຫຼົ່ານັ້ນ, ແຕ່ກ່ຽວກັບສິ່ງທີ່ຫຼັກການກຳນົດໄວ້, ສິ່ງທີ່ພຣະເຈົ້າຮຽກຮ້ອງ ຫຼື ວິທີທີ່ຄົນອື່ນກະທຳຕາມຫຼັກການນັ້ນ, ພວກເຂົາຂາດຄວາມເຂົ້າໃຈ. ພວກເຂົາຂາດຄວາມຮູ້ແຈ້ງ. ແລ້ວໃນອີກດ້ານໜຶ່ງ, ພວກເຂົາສາມາດປະເມີນການປະຕິບັດໜ້າທີ່ ໂດຍອີງໃສ່ມາດຕະຖານຂອງພຣະເຈົ້າສຳລັບການວັດແທກວ່າ ການປະຕິບັດໜ້າທີ່ຂອງຜູ້ຄົນໄດ້ມາດຕະຖານ ຫຼື ບໍ່ ແລະ ຫຼັກການທີ່ພຣະອົງຮຽກຮ້ອງຈາກຜູ້ຄົນໃນການປະຕິບັດໜ້າທີ່ຂອງພວກເຂົາໄດ້ ຫຼື ບໍ່? ພວກເຂົາສາມາດເຂົ້າໃຈເລື່ອງເຫຼົ່ານີ້ຈາກພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຂອງອ້າຍເອື້ອຍນ້ອງທັງຫຼາຍໄດ້ບໍ? ກ່ອນອື່ນໝົດ, ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ເຂົ້າໃຈເລື່ອງຂອງການປະຕິບັດໜ້າທີ່. ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່, ພວກເຂົາກໍໄຕ່ຕອງວ່າ: “ຕອນທີ່ຂ້ອຍຮຽນຢູ່ໂຮງຮຽນ, ຂ້ອຍໄດ້ຄົ້ນພົບກົດເກນຢ່າງໜຶ່ງຄື: ຕາບໃດທີ່ເຈົ້າຍິນດີທີ່ຈະຕັ້ງໃຈຮຽນ ແລະ ຮຽນໃຫ້ຫຼາຍຂຶ້ນ, ເຈົ້າກໍສາມາດໄດ້ຄະແນນສູງ. ສະນັ້ນ, ຂ້ອຍກໍຈະເຮັດແບບດຽວກັນໃນຄວາມເຊື່ອຂອງຂ້ອຍທີ່ມີຕໍ່ພຣະເຈົ້າ. ຂ້ອຍຈະອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ອະທິຖານໃຫ້ຫຼາຍຂຶ້ນ. ໃນຂະນະທີ່ຄົນອື່ນກຳລັງລົມກັນ ຫຼື ກິນເຂົ້າ, ຂ້ອຍຈະຮຽນເພງສັນລະເສີນ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າ. ດ້ວຍຄວາມພະຍາຍາມດັ່ງກ່າວ, ພຣະເຈົ້າຈະອວຍພອນຂ້ອຍຢ່າງແນ່ນອນ, ໂດຍເຫັນແກ່ການເຮັດວຽກໜັກ, ຄວາມດຸໝັ່ນ ແລະ ຄວາມຂະຫຍັນຂອງຂ້ອຍ ແລະ ການປະຕິບັດໜ້າທີ່ຂອງຂ້ອຍກໍຈະເກີດຜົນຢ່າງແນ່ນອນ. ຂ້ອຍໝັ້ນໃຈວ່າຈະໄດ້ຄະແນນສູງໃນທ່າມກາງຄົນອື່ນ ແລະ ຂ້ອຍຈະໄດ້ຮັບການໃຫ້ຄຸນຄ່າ ແລະ ໄດ້ຮັບການເລື່ອນຕຳແໜ່ງ”. ແຕ່ເຖິງແມ່ນວ່າຈະເຮັດແບບນັ້ນ, ພວກເຂົາກໍຍັງບໍ່ສາມາດບັນລຸຄວາມປາຖະໜາຂອງພວກເຂົາໄດ້: “ເປັນຫຍັງຂ້ອຍຈຶ່ງຍັງມີຜົນຮັບທີ່ໜ້ອຍກວ່າຄົນອື່ນໃນການປະຕິບັດໜ້າທີ່ຂອງຂ້ອຍ? ຂ້ອຍຈະໄດ້ຮັບການເລື່ອນຕຳແໜ່ງ ຫຼື ຖືກນໍາໃຊ້ສຳລັບວຽກງານທີ່ສຳຄັນໄດ້ແນວໃດ? ສິ່ງນີ້ບໍ່ໄດ້ໝາຍຄວາມວ່າບໍ່ມີຄວາມຫວັງແມ່ນບໍ? ຂ້ອຍເກີດມາເປັນຄົນມັກແຂ່ງຂັນ, ບໍ່ຍອມຮັບທີ່ຈະຫຼ້າຫຼັງຄົນອື່ນ. ນັ້ນຄືສິ່ງທີ່ຂ້ອຍເປັນຕອນຢູ່ໃນໂຮງຮຽນ ແລະ ນັ້ນຄືສິ່ງທີ່ຂ້ອຍຍັງເປັນຢູ່ໃນຕອນນີ້ໃນຄວາມເຊື່ອຂອງຂ້ອຍທີ່ມີຕໍ່ພຣະເຈົ້າ. ໃຜກໍຕາມທີ່ເກັ່ງກວ່າຂ້ອຍ, ຂ້ອຍຕັດສິນໃຈແລ້ວວ່າຈະເອົາຊະນະພວກເຂົາໃຫ້ໄດ້. ຂ້ອຍຈະບໍ່ຍອມແພ້ຈົນກວ່າຂ້ອຍຈະເຮັດໄດ້!” ພວກເຂົາເຊື່ອວ່າດ້ວຍວິທີການ ແລະ ແນວທາງທີ່ຖືກຕ້ອງ ພຽງແຕ່ທຸ່ມເທຄວາມພະຍາຍາມຂອງການຮຽນໜັກເຂົ້າໃນການອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ຮຽນຮູ້ເພງສັນລະເສີນໃຫ້ຫຼາຍຂຶ້ນ, ບໍ່ເຂົ້າຮ່ວມການລົມກັນທີ່ໄຮ້ສາລະ, ບໍ່ເນັ້ນການແຕ່ງຕົວ, ນອນໃຫ້ໜ້ອຍລົງ ແລະ ມ່ວນຊື່ນກັບຕົນເອງໃຫ້ໜ້ອຍລົງ, ເອົາຊະນະຕົນເອງ ແລະ ບໍ່ເພີດເພີນກັບຄວາມສະບາຍທາງເນື້ອໜັງ ແລ້ວພວກເຂົາກໍຈະສາມາດໄດ້ຮັບພຣະພອນຂອງພຣະເຈົ້າ ແລະ ພວກເຂົາຈະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຂອງພວກເຂົາຢ່າງແນ່ນອນ. ແຕ່ຜົນສຸດທ້າຍກໍມັກຈະແຕກຕ່າງຈາກສິ່ງທີ່ພວກເຂົາຄາດຫວັງໄວ້ຢູ່ສະເໝີ: “ເປັນຫຍັງຂ້ອຍປະຕິບັດໜ້າທີ່ແລ້ວຈຶ່ງຍັງຜິດພາດຢູ່ສະເໝີ ແລະ ເປັນຫຍັງຂ້ອຍຈຶ່ງຍັງເຮັດບໍ່ໄດ້ດີເທົ່າຄົນອື່ນ? ຄົນອື່ນເຮັດສິ່ງຕ່າງໆໄດ້ໄວ ແລະ ດີ ແລະ ຜູ້ນໍາກໍສັນລະເສີນ ແລະ ຍົກຍ້ອງພວກເຂົາຢູ່ສະເໝີ. ຂ້ອຍໄດ້ອົດທົນຕໍ່ຄວາມທຸກທໍລະມານ ແລະ ຄວາມຍາກລຳບາກມາຫຼາຍແລ້ວ. ເປັນຫຍັງຂ້ອຍຈຶ່ງຍັງບໍ່ໄດ້ຮັບຜົນຫຍັງເລີຍ?” ໃນຂະນະທີ່ພວກເຂົາໄຕ່ຕອງກ່ຽວກັບເລື່ອງນີ້, ໃນທີ່ສຸດ ພວກເຂົາກໍຄົ້ນພົບສິ່ງສຳຄັນຢ່າງໜຶ່ງ: “ປະກົດວ່າພຣະເຈົ້າບໍ່ຊອບທຳ. ຂ້ອຍເຊື່ອໃນພຣະເຈົ້າມາດົນນານແລ້ວ ແລະ ຕອນນີ້ຂ້ອຍຈຶ່ງເຫັນມັນ! ພຣະເຈົ້າມີພຣະຄຸນຕໍ່ຜູ້ໃດກໍຕາມທີ່ພຣະອົງຕ້ອງການຈະມີພຣະຄຸນນໍາ. ສະນັ້ນ, ເປັນຫຍັງພຣະອົງຈຶ່ງບໍ່ຕ້ອງການມີພຣະຄຸນຕໍ່ຂ້ອຍ? ຍ້ອນວ່າຂ້ອຍໂງ່, ຍ້ອນວ່າຂ້ອຍບໍ່ເກັ່ງໃນການປະຈົບປະແຈງ ແລະ ການເວົ້າຈາທີ່ຄ່ອງແຄ້ວ, ຍ້ອນວ່າຂ້ອຍບໍ່ສະຫຼາດຫຼັກແຫຼມບໍ? ຫຼື ຍ້ອນວ່າຂ້ອຍເບິ່ງທຳມະດາໂພດ ແລະ ຂ້ອຍບໍ່ມີການສຶກສາສູງບໍ? ນີ້ບໍ່ແມ່ນພຣະເຈົ້າກຳລັງເປີດເຜີຍຂ້ອຍບໍ? ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ ເປັນຫຍັງພຣະເຈົ້າຈຶ່ງບໍ່ມີພຣະຄຸນຕໍ່ຂ້ອຍ ແຕ່ພັດມາເປີດເຜີຍຂ້ອຍແທນ?” ໃນຂະນະທີ່ພວກເຂົາຄິດກ່ຽວກັບມັນ, ພວກເຂົາກໍກາຍເປັນຄົນຄິດລົບ: “ຂ້ອຍບໍ່ຢາກປະຕິບັດໜ້າທີ່ຂອງຂ້ອຍອີກຕໍ່ໄປ. ຂ້ອຍບໍ່ໄດ້ຮັບການອວຍພອນຈາກພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ອຍ ແລະ ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແຕ່ພຣະອົງກໍບໍ່ໄດ້ໃຫ້ຄວາມຮູ້ແຈ້ງແກ່ຂ້ອຍ. ມີກ່າວໄວ້ໃນພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າມີພຣະຄຸນຕໍ່ຜູ້ໃດກໍຕາມທີ່ພຣະອົງຕ້ອງການຈະມີພຣະຄຸນນໍາ ແລະ ສະແດງຄວາມເມດຕາຕໍ່ຜູ້ໃດກໍຕາມທີ່ພຣະອົງປະສົງ. ຂ້ອຍບໍ່ແມ່ນຄົນທີ່ພຣະເຈົ້າສະແດງຄວາມເມດຕາ ຫຼື ມີພຣະຄຸນນໍາ. ເປັນຫຍັງຂ້ອຍຈຶ່ງຕ້ອງທົນທຸກທໍລະມານແບບນີ້?” ຍິ່ງພວກເຂົາຄິດຫຼາຍເທົ່າໃດ, ພວກເຂົາກໍຍິ່ງຄິດລົບຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາຍິ່ງຮູ້ສຶກວ່າບໍ່ມີຫົນທາງທີ່ຈະກ້າວໄປຂ້າງໜ້າ. ພວກເຂົາຮູ້ສຶກອຶດອັດໃຈກັບຄວາມຂຸ່ນເຄືອງໃຈຂອງພວກເຂົາ ແລະ ພວກເຂົາບໍ່ຢາກປະຕິບັດໜ້າທີ່ອີກຕໍ່ໄປ, ເມື່ອປະຕິບັດໜ້າທີ່, ພວກເຂົາກໍພຽງແຕ່ເຮັດພໍແລ້ວມືແລ້ວຕີນ. ບໍ່ວ່າຄົນອື່ນຈະໂອ້ລົມກ່ຽວກັບຫຼັກການແນວໃດກໍຕາມ, ມັນກໍບໍ່ເຂົ້າຫົວພວກເຂົາ. ບໍ່ມີການຕອບສະໜອງໃດໆຢູ່ພາຍໃນຕົວພວກເຂົາ. ເມື່ອພວກເຂົາຢູ່ໃນສະພາວະແບບນີ້, ພວກເຂົາມີການເຂົ້າສູ່ຊີວິດໃດໆບໍ? ພວກເຂົາມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ບໍ? ບໍ່ມີອີກແລ້ວ ແລະ ຄວາມພະຍາຍາມ ແລະ ຄວາມດຸໝັ່ນພຽງເລັກນ້ອຍທີ່ພວກເຂົາເຄີຍມີກໍຫາຍໄປເຊັ່ນກັນ. ສະນັ້ນ, ມີຫຍັງເຫຼືອຢູ່ໃນໃຈຂອງພວກເຂົາ? “ຂ້ອຍຈະວາງແຜນໄປເລື້ອຍໆ ແລະ ປ່ອຍໃຫ້ເປັນໄປຕາມສະຖານະການ. ພຣະເຈົ້າອາດຈະເປີດເຜີຍ ແລະ ກຳຈັດຂ້ອຍອອກໃນມື້ໃດມື້ໜຶ່ງ, ໂດຍການປະຖິ້ມຂ້ອຍ. ເມື່ອມື້ນັ້ນມາເຖິງ ເມື່ອຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍກໍຈະບໍ່ເຮັດ. ຂ້ອຍຮູ້ວ່າຂ້ອຍບໍ່ດີພໍ. ພຣະເຈົ້າອາດຈະຍັງບໍ່ທັນກຳຈັດຂ້ອຍເທື່ອ, ແຕ່ຂ້ອຍຮູ້ວ່າພຣະອົງບໍ່ມັກຂ້ອຍ. ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນຈົນກວ່າຂ້ອຍຈະຖືກກຳຈັດ”. ຄວາມຄິດ ແລະ ມຸມມອງເຫຼົ່ານີ້ເກີດຂຶ້ນໃນໃຈຂອງພວກເຂົາ ແລະ ເມື່ອພວກເຂົາພົວພັນກັບຄົນອື່ນ, ຄຳເວົ້າດັ່ງກ່າວກໍຫຼຸດອອກມາເປັນບາງຄັ້ງຄາວ: “ພວກເຈົ້າທຸກຄົນ ຈົ່ງເຊື່ອຢ່າງຈິງໃຈຕໍ່ໄປເຖີດ. ຄວາມເຊື່ອ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າຈະໄດ້ຮັບການອວຍພອນຈາກພຣະເຈົ້າຢ່າງແນ່ນອນ. ຂ້ອຍໝົດຫວັງແລ້ວ. ຂ້ອຍມາຮອດທາງຕັນແລ້ວ. ບໍ່ວ່າຂ້ອຍຈະດຸໝັ່ນ ຫຼື ເຮັດວຽກໜັກສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ. ຖ້າພຣະເຈົ້າບໍ່ມັກໃຜຜູ້ໜຶ່ງ, ບໍ່ວ່າພວກເຂົາຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດກໍຕາມ ມັນກໍບໍ່ມີປະໂຫຍດຫຍັງ. ຂ້ອຍປະຕິບັດໜ້າທີ່ໂດຍການທຸ່ມເທຄວາມພະຍາຍາມເທົ່າທີ່ຂ້ອຍສາມາດເຮັດໄດ້, ຖ້າຄວາມພະຍາຍາມຂອງຂ້ອຍບໍ່ມີບ່ອນໄປ, ມັນກໍຊ່ວຍບໍ່ໄດ້. ພຣະເຈົ້າຈະຝືນໃຈຄົນໃຫ້ເຮັດສິ່ງທີ່ເກີນຄວາມສາມາດຂອງພວກເຂົາໄດ້ບໍ? ພຣະເຈົ້າບໍ່ສາມາດບັງຄັບໃຫ້ປາຢູ່ເທິງບົກ!” ກຳລັງເວົ້າຫຍັງຢູ່ນີ້? ຄວາມໝາຍໂດຍໄນກໍຄື: “ຂ້ອຍກໍເປັນແບບນີ້ແຫຼະ. ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ຂ້ອຍແນວໃດກໍຕາມ, ນີ້ກໍຈະເປັນທັດສະນະຄະຕິຂອງຂ້ອຍ”. ບອກເຮົາມາເບິ່ງ, ເປັນຫຍັງຄົນທີ່ມີທັດສະນະຄະຕິ ແລະ ເຈດຕະນາແບບນັ້ນຈຶ່ງຍັງຕ້ອງການໄດ້ຮັບພຣະພອນຂອງພຣະເຈົ້າ? ສະພາວະ ແລະ ທັດສະນະຄະຕິທີ່ກໍ່ຕົວຂຶ້ນໃນຕົວພວກເຂົາສາມາດສົ່ງອິດທິພົນຕໍ່ຄົນອື່ນໄດ້ບໍ? ພວກເຂົາສາມາດສົ່ງອິດທິພົນທາງລົບ ແລະ ເສຍຫາຍໄດ້ຢ່າງງ່າຍດາຍ, ເຊິ່ງນໍາພາຄົນອື່ນໄປສູ່ຄວາມເປັນລົບ ແລະ ຄວາມອ່ອນແອ. ນີ້ບໍ່ແມ່ນການເຮັດໃຫ້ຫຼົງຜິດ ແລະ ທຳຮ້າຍຄົນອື່ນບໍ? ຄົນທີ່ມີຄວາມເປັນລົບໃນລະດັບດັ່ງກ່າວແມ່ນມານຮ້າຍບໍ່ແມ່ນບໍ? ມານຮ້າຍບໍ່ເຄີຍຮັກຄວາມຈິງ.
ບາງຄົນບໍ່ໄດ້ລະບາຍຄວາມເປັນລົບຂອງຕົນດ້ວຍການຈົ່ມວ່າທີ່ຍືດຍາວ; ພວກເຂົາພຽງແຕ່ເວົ້າວະລີສັ້ນໆສອງສາມຄຳ: “ພວກເຈົ້າລ້ວນແຕ່ດີກວ່າຂ້ອຍ. ພວກເຈົ້າລ້ວນແຕ່ໄດ້ຮັບພຣະພອນຢ່າງຫຼວງຫຼາຍ. ຂ້ອຍໝົດຫວັງແລ້ວ. ບໍ່ວ່າຂ້ອຍຈະພະຍາຍາມໜັກສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ. ຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພຣະພອນຂອງພຣະເຈົ້າ”. ເຖິງແມ່ນວ່າຄຳເວົ້າຈະລຽບງ່າຍ ແລະ ເບິ່ງຄືວ່າບໍ່ມີບັນຫາ, ເຊິ່ງຟັງຄືກັບວ່າພວກເຂົາກຳລັງກວດສອບຕົນເອງ, ໄຈ້ແຍກຕົນເອງ ແລະ ຍອມຮັບຄວາມຈິງ ເຊັ່ນ: ຄວາມສາມາດຕ່ຳ ແລະ ຂໍ້ບົກຜ່ອງຂອງພວກເຂົາເອງ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງລະບາຍຄວາມເປັນລົບທີ່ເບິ່ງບໍ່ເຫັນຊະນິດໜຶ່ງ. ຄຳເວົ້າເຫຼົ່ານີ້ແຝງດ້ວຍການສຽດສີ ແລະ ການເຢາະເຍີ້ຍ, ພ້ອມທັງການຕໍ່ຕ້ານ ແລະ ແນ່ນອນວ່າ ຍິ່ງໄປກວ່ານັ້ນ ພວກມັນແຝງດ້ວຍຄວາມບໍ່ພໍໃຈຕໍ່ພຣະເຈົ້າ, ພ້ອມກັບອາລົມທີ່ເປັນລົບ ແລະ ຫົດຫູ່. ຄຳເວົ້າທີ່ເປັນລົບເຫຼົ່ານີ້ອາດຈະມີໜ້ອຍ, ແຕ່ອາລົມນີ້ ເປັນດັ່ງພະຍາດຕິດຕໍ່ ທີ່ສາມາດສົ່ງຜົນກະທົບຕໍ່ຄົນອື່ນໄດ້. ເຖິງແມ່ນວ່າພວກເຂົາບໍ່ໄດ້ເວົ້າຢ່າງຊັດເຈນວ່າ: “ຂ້ອຍບໍ່ປະສົງຈະປະຕິບັດໜ້າທີ່ຂອງຂ້ອຍອີກຕໍ່ໄປ, ຂ້ອຍບໍ່ມີຄວາມຫວັງໃນຄວາມລອດພົ້ນ ແລະ ພວກເຈົ້າທຸກຄົນກໍຕົກຢູ່ໃນອັນຕະລາຍເຊັ່ນກັນ”, ແຕ່ພວກເຂົາສົ່ງສັນຍານທີ່ເຮັດໃຫ້ຜູ້ຄົນຮູ້ສຶກວ່າ ຖ້າບຸກຄົນນີ້ບໍ່ມີຄວາມຫວັງໃນຄວາມລອດພົ້ນ ເຖິງແມ່ນວ່າຈະມີຄວາມພະຍາຍາມກໍຕາມ, ແລ້ວຜູ້ທີ່ບໍ່ພະຍາຍາມກໍຍິ່ງມີໂອກາດໜ້ອຍທີ່ຈະມີຄວາມຫວັງ. ໂດຍການສົ່ງຕໍ່ສັນຍານນີ້, ພວກເຂົາກຳລັງບອກທຸກຄົນວ່າ: “ຄວາມຫວັງແມ່ນສິ່ງສຳຄັນ. ຖ້າພຣະເຈົ້າບໍ່ໃຫ້ຄວາມຫວັງແກ່ເຈົ້າ, ຖ້າພຣະເຈົ້າບໍ່ອວຍພອນເຈົ້າ, ແລ້ວບໍ່ວ່າເຈົ້າຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດກໍຕາມ, ມັນກໍສູນເປົ່າ”. ຫຼັງຈາກທີ່ຄົນສ່ວນໃຫຍ່ຍອມຮັບສັນຍານນີ້, ຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າທີ່ຢູ່ເລິກໆທາງໃນ ກໍອົດບໍ່ໄດ້ທີ່ຈະເຊື່ອມຖອຍລົງ ແລະ ຄວາມຈົງຮັກພັກດີ ແລະ ຄວາມຈິງໃຈທີ່ພວກເຂົາຄວນສະແດງອອກເມື່ອປະຕິບັດໜ້າທີ່ຂອງຕົນກໍຈະຫຼຸດລົງຢ່າງຫຼວງຫຼາຍ. ເຖິງແມ່ນວ່າພວກເຂົາລະບາຍຄວາມເປັນລົບນີ້ ໂດຍບໍ່ມີເຈດຕະນາທີ່ຊັດເຈນທີ່ຈະເຮັດໃຫ້ຄົນອື່ນຫຼົງຜິດ ຫຼື ດຶງຄົນອື່ນມາຢູ່ຝ່າຍຂອງພວກເຂົາ, ແຕ່ອາລົມທີ່ເປັນລົບນີ້ສົ່ງຜົນກະທົບຕໍ່ຄົນອື່ນຢ່າງໄວວາ, ເຮັດໃຫ້ພວກເຂົາຮູ້ສຶກເຖິງວິກິດ, ຮູ້ສຶກວ່າຄວາມພະຍາຍາມຂອງພວກເຂົາເສຍໄປລ້າໆຢ່າງງ່າຍດາຍ; ມັນເຮັດໃຫ້ຜູ້ຄົນດຳລົງຊີວິດຢູ່ພາຍໃນຄວາມຮູ້ສຶກຂອງພວກເຂົາ, ໂດຍໃຊ້ຄວາມຮູ້ສຶກເພື່ອຄາດເດົາກ່ຽວກັບພຣະເຈົ້າ, ວິເຄາະ ແລະ ກວດສອບທັດສະນະຄະຕິ ແລະ ຄວາມຈິງໃຈຂອງພຣະເຈົ້າທີ່ມີຕໍ່ມະນຸດ ໂດຍອີງໃສ່ເຫດການພາຍນອກ. ເມື່ອອາລົມທີ່ເປັນລົບນີ້ຖືກສົ່ງຕໍ່ໄປຫາຄົນອື່ນ, ພວກເຂົາກໍອົດບໍ່ໄດ້ທີ່ຈະຕີຕົວອອກຫ່າງຈາກພຣະເຈົ້າ, ເຂົ້າໃຈຜິດ ແລະ ສົງໄສໃນສິ່ງທີ່ພຣະເຈົ້າໄດ້ກ່າວ, ໂດຍບໍ່ເຊື່ອໃນພຣະທຳຂອງພຣະອົງອີກຕໍ່ໄປ. ໃນເວລາດຽວກັນ, ພວກເຂົາບໍ່ມີຄວາມຈິງໃຈຕໍ່ໜ້າທີ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ບໍ່ເຕັມໃຈທີ່ຈະມີຄວາມຈົງຮັກພັກດີໃດໆ. ນີ້ຄືຜົນກະທົບຂອງຄຳເວົ້າທີ່ເປັນລົບເຫຼົ່ານີ້ຕໍ່ຜູ້ຄົນ. ຜົນສະທ້ອນຂອງຜົນກະທົບນີ້ແມ່ນຫຍັງ? ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ຜູ້ຄົນບໍ່ໄດ້ຮັບການເສີມສ້າງ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະບັນລຸຄວາມຮູ້ກ່ຽວກັບຕົນເອງ, ຄົ້ນພົບຂໍ້ບົກຜ່ອງຂອງພວກເຂົາ ຫຼື ສາມາດປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ, ພວກເຂົາບໍ່ໄດ້ຮັບຜົນໄດ້ຮັບທີ່ເປັນບວກເຫຼົ່ານີ້ເລີຍ. ກົງກັນຂ້າມ, ຜົນກະທົບນີ້ເຮັດໃຫ້ຜູ້ຄົນຄິດລົບຫຼາຍຂຶ້ນ, ຄິດກ່ຽວກັບການລົ້ມເລີກການໄລ່ຕາມຄວາມຈິງ ແລະ ບໍ່ມີຄວາມມຸ່ງໝັ້ນໃນໜ້າທີ່ຂອງພວກເຂົາອີກຕໍ່ໄປ. ເປັນຫຍັງພວກເຂົາຈຶ່ງສູນເສຍຄວາມເຊື່ອ? (ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ.) ຖືກແລ້ວ, ເຈົ້າຍອມຮັບຂໍ້ຄວາມນີ້ ແລະ ຮູ້ສຶກວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ສະນັ້ນ ເຈົ້າຈຶ່ງບໍ່ເຕັມໃຈທີ່ຈະທຸ່ມເທຄວາມພະຍາຍາມເພື່ອປະຕິບັດໜ້າທີ່ຂອງເຈົ້າ. ພຶດຕິກຳນີ້ສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ໄລ່ຕາມຄວາມຈິງຢ່າງຈິງໃຈ ແຕ່ຕັດສິນສະເໝີວ່າພຣະເຈົ້າພໍໃຈໃນຕົວເຈົ້າ ຫຼື ບໍ່, ວ່າເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ແລະ ວ່າພຣະເຈົ້າຮັບຮອງການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ ໂດຍອີງໃສ່ຄວາມຮູ້ສຶກ, ອາລົມ ແລະ ການຄາດເດົາ. ເມື່ອຜູ້ຄົນຕັດສິນສິ່ງເຫຼົ່ານີ້ໂດຍອີງໃສ່ການຄາດເດົາ, ພວກເຂົາກໍບໍ່ມີແຮງຈູງໃຈຫຼາຍປານໃດທີ່ຈະປະຕິບັດຄວາມຈິງ. ເປັນຫຍັງຈຶ່ງເປັນແນວນີ້? ຜູ້ຄົນສາມາດຕັດສິນພຣະເຈົ້າໄດ້ຢ່າງຖືກຕ້ອງ ເມື່ອພວກເຂົາຕັດສິນພຣະອົງໂດຍອີງໃສ່ການຄາດເດົາໄດ້ບໍ? ຜູ້ຄົນສາມາດຄາດເດົາກ່ຽວກັບທຸກຄວາມຄິດ ແລະ ແນວຄວາມຄິດທີ່ພຣະເຈົ້າມີໄດ້ຢ່າງຖືກຕ້ອງບໍ? (ບໍ່.) ຈິດໃຈຂອງຜູ້ຄົນເຕັມໄປດ້ວຍການຫຼອກລວງ, ການແລກປ່ຽນ, ປັດຊະຍາສຳລັບການກະທຳທາງໂລກ, ຕັກກະຂອງຊາຕານ ແລະ ອື່ນໆ. ຜົນສະທ້ອນຂອງການທີ່ຜູ້ຄົນຄາດເດົາກ່ຽວກັບພຣະເຈົ້າໂດຍອີງໃສ່ສິ່ງເຫຼົ່ານີ້ແມ່ນຫຍັງ? ມັນນໍາໄປສູ່ການສົງໄສໃນພຣະເຈົ້າ, ການຕີຕົວອອກຫ່າງຈາກພຣະເຈົ້າ ແລະ ແມ່ນແຕ່ການສູນເສຍຄວາມເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ. ເມື່ອຄົນຜູ້ໜຶ່ງສູນເສຍຄວາມເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ, ເຄື່ອງໝາຍຖາມຂະໜາດໃຫຍ່ກໍຈະຖືກວາງໄວ້ໃນໃຈຂອງພວກເຂົາຢ່າງຫຼີກລ່ຽງບໍ່ໄດ້ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່. ໃນເວລານັ້ນ, ຊ່ວງເວລາຂອງພວກເຂົາໃນຖານະຜູ້ເຊື່ອໃນພຣະເຈົ້າກໍຈະສິ້ນສຸດລົງ, ພວກເຂົາຖືກທຳລາຍຢ່າງສິ້ນເຊີງ. ນອກຈາກນີ້, ມັນຖືກຕ້ອງບໍທີ່ຜູ້ຄົນຈະຄາດເດົາກ່ຽວກັບພຣະເຈົ້າ? ນີ້ແມ່ນທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະຜູ້ສ້າງບໍ? ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນ. ຜູ້ຄົນບໍ່ຄວນຄາດເດົາກ່ຽວກັບພຣະເຈົ້າ ແລະ ພວກເຂົາບໍ່ຄວນຄາດເດົາກ່ຽວກັບການຄິດຂອງພຣະເຈົ້າ ຫຼື ຄວາມຄິດຂອງພຣະອົງກ່ຽວກັບມະນຸດ. ສິ່ງນີ້ແມ່ນຜິດໃນຕົວມັນເອງ; ຜູ້ຄົນຕ່າງກໍ່ມີມຸມມອງ ແລະ ຈຸດຢືນທີ່ບໍ່ຖືກຕ້ອງ.
ຜູ້ຄົນບໍ່ຄວນປະຕິບັດຕໍ່ພຣະເຈົ້າດ້ວຍການຄາດເດົາ, ການຄາດຄະເນ, ຄວາມສົງໄສ ຫຼື ຄວາມລະແວງ ທັງພວກເຂົາບໍ່ຄວນຕັດສິນພຣະອົງໂດຍອີງໃສ່ຄວາມຄິດ ແລະ ມຸມມອງຂອງມະນຸດ, ປັດຊະຍາສຳລັບການກະທຳທາງໂລກ ຫຼື ຄວາມຮູ້ທາງວິຊາການ. ສະນັ້ນ, ຜູ້ຄົນຄວນປະຕິບັດຕໍ່ພຣະເຈົ້າແນວໃດ? ກ່ອນອື່ນ, ຜູ້ຄົນຄວນເຊື່ອວ່າພຣະເຈົ້າຄືຄວາມຈິງ. ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ, ເຈດຕະນາຂອງພຣະອົງທີ່ມີຕໍ່ພວກເຂົາ, ຄວາມຮັກ ແລະ ຄວາມກຽດຊັງຂອງພຣະອົງທີ່ມີຕໍ່ຜູ້ຄົນ ແລະ ການຈັດແຈງ, ຄວາມຄິດ ແລະ ແນວຄວາມຄິດຂອງພຣະອົງສຳລັບຄົນປະເພດຕ່າງໆ ແລະ ອື່ນໆ, ບໍ່ຕ້ອງການການຄາດເດົາຂອງເຈົ້າ; ເລື່ອງເຫຼົ່ານີ້ມີຄຳອະທິບາຍທີ່ຊັດເຈນ ແລະ ຄວາມໝາຍທີ່ຊັດເຈນຢູ່ໃນພຣະທຳຂອງພຣະເຈົ້າ. ເຈົ້າພຽງແຕ່ຕ້ອງການເຊື່ອ, ສະແຫວງຫາ ແລະ ຈາກນັ້ນກໍປະຕິບັດຕາມພຣະທຳຂອງພຣະເຈົ້າ, ມັນງ່າຍດາຍສໍ່ານັ້ນ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າຕັດສິນສິ່ງທີ່ພຣະອົງຕັ້ງໃຈຈະເຮັດກັບເຈົ້າ ຫຼື ວິທີທີ່ພຣະອົງເບິ່ງເຈົ້າ ໂດຍອີງໃສ່ຄວາມຮູ້ສຶກ. ສະນັ້ນ, ເຈົ້າຈຶ່ງຄິດວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ນີ້ແມ່ນຄວາມຮູ້ສຶກ ຫຼື ຄວາມຈິງ? ພຣະທຳຂອງພຣະເຈົ້າໄດ້ກ່າວແນວນັ້ນບໍ? (ບໍ່.) ແລ້ວພຣະທຳຂອງພຣະເຈົ້າກ່າວວ່າແນວໃດ? ພຣະເຈົ້າບອກຜູ້ຄົນເຖິງວິທີສະແຫວງຫາຄວາມຈິງເພື່ອຫາທາງແກ້ໄຂ ແລະ ຊອກຫາເສັ້ນທາງໃນການປະຕິບັດຄວາມຈິງ ເມື່ອໃດກໍຕາມທີ່ພວກເຂົາປະເຊີນກັບບັນຫາໃດໜຶ່ງ ຫຼື ເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ຢັ້ງຢືນສິ່ງໜຶ່ງຄື: ມັນເປັນຄວາມຈິງທີ່ວ່າພຣະເຈົ້າຕ້ອງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ພຣະເຈົ້າບໍ່ໄດ້ກຳລັງຫຼອກລວງເຈົ້າ ແລະ ນີ້ບໍ່ແມ່ນຄຳເວົ້າທີ່ຫວ່າງເປົ່າ. ເຈົ້າຄິດວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ນັ້ນເປັນພຽງອາລົມຊົ່ວຄາວ, ເປັນຄວາມຮູ້ສຶກທີ່ເກີດຂຶ້ນພາຍໃຕ້ສະພາບແວດລ້ອມໃດໜຶ່ງ. ຄວາມຮູ້ສຶກຂອງເຈົ້າບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມປາຖະໜາ ຫຼື ເຈດຕະນາຂອງພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການເປັນຕົວແທນໃຫ້ແກ່ຄວາມຄິດຂອງພຣະອົງ ແລະ ພວກມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງເຊັ່ນກັນ. ສະນັ້ນ, ຖ້າເຈົ້າດຳລົງຊີວິດຕາມຄວາມຮູ້ສຶກນີ້, ຖ້າເຈົ້າຄາດເດົາກ່ຽວກັບພຣະເຈົ້າໂດຍອີງໃສ່ຄວາມຮູ້ສຶກນີ້ ໂດຍການໃຊ້ຄວາມຮູ້ສຶກຂອງເຈົ້າເພື່ອແທນທີ່ຄວາມປາຖະໜາຂອງພຣະເຈົ້າ, ແລ້ວເຈົ້າກໍໄດ້ເຮັດຜິດຢ່າງຮ້າຍແຮງ ແລະ ໄດ້ຕົກຢູ່ໃນກັບດັກຂອງຊາຕານ. ຄົນເຮົາຄວນເຮັດແນວໃດໃນສະຖານະການນີ້? ຢ່າອີງໃສ່ຄວາມຮູ້ສຶກ. ບາງຄົນເວົ້າວ່າ: “ຖ້າພວກເຮົາບໍ່ຄວນອີງໃສ່ຄວາມຮູ້ສຶກ, ແລ້ວພວກເຮົາຄວນອີງໃສ່ຫຍັງ?” ການອີງໃສ່ສິ່ງໃດໜຶ່ງຂອງເຈົ້າແມ່ນບໍ່ມີປະໂຫຍດ; ຄວາມຮູ້ສຶກຂອງມະນຸດບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງ. ໃຜຈະຮູ້ວ່າຄວາມຮູ້ສຶກຂອງເຈົ້າເກີດຂຶ້ນໄດ້ແນວໃດ, ມັນມາຈາກໃສແທ້, ຖ້າມັນເກີດຂຶ້ນຍ້ອນການຖືກຊາຕານເຮັດໃຫ້ຫຼົງຜິດ, ມັນກໍເປັນເລື່ອງຫຍຸ້ງຍາກ. ໃນກໍລະນີໃດກໍຕາມ, ບໍ່ວ່າຄວາມຮູ້ສຶກຈະເກີດຂຶ້ນໄດ້ແນວໃດກໍຕາມ, ມັນບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງ. ຍິ່ງຄວາມຮູ້ສຶກ ແລະ ສັນຊາດຕະຍານຂອງຄົນໃດໜຶ່ງຮຸນແຮງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຕ້ອງການສະແຫວງຫາຄວາມຈິງ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງຕົນເອງ. ຄວາມຮູ້ສຶກຂອງມະນຸດ ແລະ ຂໍ້ເທັດຈິງ ແລະ ຄວາມຈິງ ແມ່ນສອງສິ່ງທີ່ແຕກຕ່າງກັນ. ຄວາມຮູ້ສຶກສາມາດສະໜອງຄວາມຈິງໃຫ້ແກ່ເຈົ້າໄດ້ບໍ? ພວກມັນສາມາດນໍາພາເຈົ້າໄປສູ່ເສັ້ນທາງແຫ່ງການປະຕິບັດໄດ້ບໍ? ພວກມັນບໍ່ສາມາດເຮັດໄດ້. ມີພຽງແຕ່ພຣະທຳຂອງພຣະເຈົ້າ, ມີພຽງແຕ່ຄວາມຈິງເທົ່ານັ້ນ ທີ່ສາມາດນໍາພາເຈົ້າໄປສູ່ເສັ້ນທາງແຫ່ງການປະຕິບັດ, ສາມາດນໍາພາເຈົ້າໄປສູ່ຈຸດປ່ຽນ ແລະ ເປີດທາງອອກໃຫ້ເຈົ້າໄດ້. ສະນັ້ນ, ສິ່ງທີ່ເຈົ້າຄວນປະຕິບັດ ບໍ່ແມ່ນການຊອກຫາຄວາມຮູ້ສຶກຂອງຕົນເອງ, ຄວາມຮູ້ສຶກຂອງເຈົ້າບໍ່ສຳຄັນ. ສິ່ງທີ່ເຈົ້າຄວນເຮັດກໍຄື ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ, ເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າຜ່ານພຣະທຳຂອງພຣະອົງ. ຍິ່ງເຈົ້າອີງໃສ່ຄວາມຮູ້ສຶກຫຼາຍສໍ່າໃດ, ເຈົ້າກໍຍິ່ງພົບວ່າຕົນເອງບໍ່ມີຫົນທາງທີ່ຈະກ້າວໄປຂ້າງໜ້າ, ເຈົ້າຍິ່ງຕົກຢູ່ໃນຄວາມເປັນລົບເລິກລົງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງເຊື່ອວ່າພຣະເຈົ້າບໍ່ຍຸຕິທຳ, ວ່າພຣະເຈົ້າບໍ່ໄດ້ອວຍພອນເຈົ້າ. ກົງກັນຂ້າມ, ຖ້າເຈົ້າວາງຄວາມຮູ້ສຶກເຫຼົ່ານີ້ໄວ້ທາງຂ້າງ ເພື່ອສະແຫວງຫາຫຼັກການຄວາມຈິງ, ເພື່ອເບິ່ງວ່າການກະທຳໃດໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າໄດ້ລະເມີດຫຼັກການຄວາມຈິງ, ການກະທຳໃດທີ່ເຮັດຕາມໃຈຂອງເຈົ້າເອງ ແລະ ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງເລີຍ, ແລ້ວໃນຂະບວນການສະແຫວງຫາ ເຈົ້າຈະຄົ້ນພົບວ່າເຈົ້າເຮັດຕາມໃຈຕົນເອງຫຼາຍເກີນໄປ, ມີຈິນຕະນາການຫຼາຍເກີນໄປ. ພຽງແຕ່ໃຊ້ຄວາມຈິງຈັງເລັກນ້ອຍນີ້, ເຈົ້າກໍຈະຄົ້ນພົບບັນຫາຫຼາຍຢ່າງ: “ຂ້ອຍກະບົດຫຼາຍເກີນໄປ, ຫົວແຂງຫຼາຍເກີນໄປ, ອວດດີຫຼາຍເກີນໄປ! ມັນບໍ່ແມ່ນວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ; ຄວາມຮູ້ສຶກຂອງຂ້ອຍບໍ່ຖືກຕ້ອງ. ມັນແມ່ນຍ້ອນຂ້ອຍບໍ່ໄດ້ເອົາໃຈໃສ່ພຣະທຳຂອງພຣະເຈົ້າຢ່າງຈິງຈັງ ແລະ ຂ້ອຍບໍ່ໄດ້ປະຕິບັດຕາມຫຼັກການຄວາມຈິງ. ຂ້ອຍມັກຈົ່ມວ່າພຣະເຈົ້າບໍ່ອວຍພອນຂ້ອຍ, ບໍ່ນໍາພາຂ້ອຍ ແລະ ລຳອຽງ, ແຕ່ຄວາມຈິງແລ້ວ ຂ້ອຍບໍ່ຮັບຮູ້ວ່າຂ້ອຍເຮັດພໍແລ້ວມືແລ້ວຕີນ, ເອົາແຕ່ໃຈ ແລະ ເຮັດຕາມອຳເພີໃຈໃນການປະຕິບັດໜ້າທີ່ຂອງຂ້ອຍ, ນີ້ແມ່ນຄວາມຜິດຂອງຂ້ອຍ. ຕອນນີ້ຂ້ອຍຮູ້ແລ້ວ, ພຣະເຈົ້າບໍ່ສະແດງຄວາມລຳອຽງ. ເມື່ອຜູ້ຄົນບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ມາຢູ່ຕໍ່ໜ້າພຣະເຈົ້າ, ພຣະເຈົ້າກໍດີຕໍ່ພວກເຂົາແລ້ວ ໂດຍການບໍ່ເພີກຖອນຄຸນສົມບັດຂອງພວກເຂົາໃນການປະຕິບັດໜ້າທີ່; ພຣະເຈົ້າຜ່ອນຜັນຫຼາຍແລ້ວໃນເລື່ອງນີ້. ແຕ່ຂ້ອຍຍັງຮູ້ສຶກເຕັມໄປດ້ວຍຄວາມເຄືອງໃຈ, ເຖິງກັບຕໍ່ສູ້ ແລະ ໂຕ້ຖຽງກັບພຣະເຈົ້າ. ກ່ອນໜ້ານີ້, ຂ້ອຍຄິດວ່າຂ້ອຍດີພໍສົມຄວນ, ແຕ່ຕອນນີ້ຂ້ອຍເຫັນແລ້ວວ່ານັ້ນບໍ່ແມ່ນຄວາມຈິງເລີຍ. ສິ່ງໃດກໍຕາມທີ່ຂ້ອຍເຮັດແມ່ນບໍ່ໄດ້ອີງໃສ່ຫຼັກການ; ການທີ່ພຣະເຈົ້າບໍ່ໄດ້ລົງວິໄນຂ້ອຍ ກໍແມ່ນພຣະຄຸນຂອງພຣະອົງ, ພຣະອົງຮັບຮູ້ຄວາມເຕີບໂຕທີ່ຍັງນ້ອຍຂອງຂ້ອຍ!” ຜ່ານການສະແຫວງຫາແບບນັ້ນ, ເຈົ້າຈະເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດລິເລີ່ມທີ່ຈະປະຕິບັດຢ່າງຫ້າວຫັນຕາມຫຼັກການຄວາມຈິງ. ເຈົ້າຈະຮູ້ສຶກວ່າເຈົ້າມີຫຼັກການບາງຢ່າງໃນການປະພຶດຕົນ ແລະ ໃນການປະຕິບັດໜ້າທີ່ຂອງເຈົ້າຂຶ້ນເທື່ອລະເລັກເທື່ອລະນ້ອຍ. ໃນເວລານີ້, ເຈົ້າຈະບໍ່ຮູ້ສຶກສະຫງົບສຸກຫຼາຍຂຶ້ນໃນສະຕິຮູ້ສຶກຜິດຊອບຂອງເຈົ້າບໍ? “ກ່ອນໜ້ານີ້, ຂ້ອຍຮູ້ສຶກວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ຕອນນີ້ເປັນຫຍັງຄວາມຮູ້ສຶກນີ້, ການຮັບຮູ້ນີ້ຈຶ່ງຈືດຈາງລົງເລື້ອຍໆ? ສະພາວະນີ້ປ່ຽນໄປໄດ້ແນວໃດ? ກ່ອນໜ້ານີ້, ຂ້ອຍຄິດວ່າຂ້ອຍບໍ່ມີຄວາມຫວັງ; ນັ້ນບໍ່ແມ່ນພຽງແຕ່ຄວາມເປັນລົບ, ການຕໍ່ຕ້ານ ແລະ ການຕໍ່ສູ້ກັບພຣະເຈົ້າບໍ? ຂ້ອຍກະບົດຫຼາຍເກີນໄປ!” ຫຼັງຈາກທີ່ຍອມອ່ອນນ້ອມ, ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈະເລີ່ມເຂົ້າໃຈຫຼັກການບາງຢ່າງໂດຍບໍ່ຮູ້ຕົວ ແລະ ເຈົ້າກໍຈະບໍ່ປຽບທຽບຕົນເອງກັບຄົນອື່ນອີກຕໍ່ໄປ, ເຈົ້າຈະພຽງແຕ່ໃສ່ໃຈກັບວິທີຫຼີກລ່ຽງການເຮັດພໍແລ້ວມືແລ້ວຕີນ ແລະ ວິທີປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການ. ໂດຍບໍ່ຮູ້ສຶກຕົວ, ເຈົ້າຈະບໍ່ຮູ້ສຶກວ່າເຈົ້າບໍ່ສາມາດໄດ້ຮັບຄວາມລອດພົ້ນອີກຕໍ່ໄປ ແລະ ເຈົ້າຈະບໍ່ຕົກຢູ່ໃນສະພາວະທີ່ເປັນລົບນັ້ນອີກຕໍ່ໄປ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການ ແລະ ຮູ້ສຶກວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າໄດ້ກາຍເປັນປົກກະຕິ. ເມື່ອເຈົ້າມີຄວາມຮູ້ສຶກນີ້, ເຈົ້າຈະຄິດວ່າ: “ພຣະເຈົ້າບໍ່ໄດ້ປະຖິ້ມຂ້ອຍ; ຂ້ອຍສາມາດຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ ແລະ ຂ້ອຍສາມາດຮູ້ສຶກເຖິງການນໍາພາ ແລະ ພຣະພອນຂອງພຣະເຈົ້າ ເມື່ອຂ້ອຍສະແຫວງຫາພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ອຍ. ໃນທີ່ສຸດ ຂ້ອຍກໍຮູ້ສຶກວ່າ ພຣະເຈົ້າອວຍພອນຄົນອື່ນ ແລະ ອວຍພອນຂ້ອຍເຊັ່ນກັນ ແລະ ພຣະເຈົ້າບໍ່ສະແດງຄວາມລຳອຽງ, ເບິ່ງຄືວ່າຂ້ອຍຍັງມີຄວາມຫວັງໃນຄວາມລອດພົ້ນ. ປະກົດວ່າເສັ້ນທາງທີ່ຂ້ອຍຍ່າງກ່ອນໜ້ານີ້ແມ່ນຜິດ, ຂ້ອຍມັກເຮັດພໍແລ້ວມືແລ້ວຕີນ ແລະ ເຮັດຜິດຕາມໃຈມັກໃນການປະຕິບັດໜ້າທີ່ຂອງຂ້ອຍສະເໝີ ແລະ ຂ້ອຍເຖິງກັບຄິດວ່າຕົນເອງດີແລ້ວ, ໂດຍອາໄສຢູ່ໃນໂລກນ້ອຍໆຂອງຂ້ອຍເອງ ແລະ ຊົມເຊີຍຕົນເອງ. ຕອນນີ້ຂ້ອຍເຫັນແລ້ວວ່າ ການເຮັດແບບນັ້ນແມ່ນຄວາມຜິດພາດອັນໃຫຍ່ຫຼວງ! ການດຳລົງຊີວິດຢູ່ໃນສະພາວະທີ່ທ້າທາຍ ແລະ ຕໍ່ຕ້ານພຣະເຈົ້າຢ່າງສິ້ນເຊີງ, ບໍ່ໜ້າແປກໃຈເລີຍທີ່ຂ້ອຍບໍ່ໄດ້ຮັບຄວາມຮູ້ແຈ້ງຈາກພຣະເຈົ້າ. ຂ້ອຍຈະໄດ້ຮັບຄວາມຮູ້ແຈ້ງຈາກພຣະເຈົ້າໄດ້ແນວໃດ ຖ້າຂ້ອຍບໍ່ກະທຳຕາມຫຼັກການ?” ເຈົ້າເຫັນບໍ່, ສອງວິທີການປະຕິບັດທີ່ແຕກຕ່າງກັນຢ່າງສິ້ນເຊີງ, ສອງວິທີການທີ່ແຕກຕ່າງກັນຢ່າງສິ້ນເຊີງໃນການຈັດການກັບຄວາມຄິດຂອງຕົນເອງ, ໃນທີ່ສຸດກໍນໍາໄປສູ່ຜົນໄດ້ຮັບທີ່ແຕກຕ່າງກັນ.
ຜູ້ຄົນບໍ່ສາມາດດຳລົງຊີວິດຕາມຄວາມຮູ້ສຶກໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກຂອງຜູ້ຄົນເປັນພຽງອາລົມຊົ່ວຄາວ, ພວກມັນມີສ່ວນກ່ຽວຂ້ອງກັບຈຸດຈົບຂອງພວກເຂົາບໍ? ກັບຂໍ້ເທັດຈິງບໍ? (ບໍ່.) ເມື່ອຜູ້ຄົນຫຼົງທາງໄປໄກຈາກພຣະເຈົ້າ, ເມື່ອພວກເຂົາດຳລົງຊີວິດຢູ່ໃນສະພາວະຂອງຈິດໃຈທີ່ພວກເຂົາເຂົ້າໃຈຜິດກ່ຽວກັບພຣະເຈົ້າ ຫຼື ຕໍ່ຕ້ານ, ຕໍ່ສູ້ກັບ ແລະ ທ້າທາຍພຣະເຈົ້າ, ແລ້ວພວກເຂົາກໍໄດ້ຈາກການດູແລ ແລະ ການປົກປ້ອງຂອງພຣະເຈົ້າໄປຢ່າງສິ້ນເຊີງ ແລະ ບໍ່ມີບ່ອນສຳລັບພຣະເຈົ້າຢູ່ໃນໃຈຂອງພວກເຂົາອີກຕໍ່ໄປ. ເມື່ອຜູ້ຄົນດຳລົງຊີວິດຢູ່ໃນສະພາວະເຊັ່ນນີ້, ພວກເຂົາກໍອົດບໍ່ໄດ້ທີ່ຈະດຳລົງຊີວິດຕາມຄວາມຮູ້ສຶກຂອງຕົນເອງ. ຄວາມຄິດເລັກນ້ອຍບາງຢ່າງສາມາດເຮັດໃຫ້ພວກເຂົາອຸກໃຈຈົນກິນບໍ່ໄດ້ນອນບໍ່ຫຼັບ, ຄຳເວົ້າທີ່ບໍ່ລະມັດລະວັງຈາກບາງຄົນສາມາດເຮັດໃຫ້ພວກເຂົາຕົກຢູ່ໃນການຄາດເດົາ ແລະ ຄວາມສັບສົນ ແລະ ແມ່ນແຕ່ຝັນຮ້າຍຄັ້ງດຽວກໍສາມາດເຮັດໃຫ້ພວກເຂົາຄິດລົບ ແລະ ເຮັດໃຫ້ພວກເຂົາເຂົ້າໃຈພຣະເຈົ້າຜິດ. ເມື່ອວົງຈອນອຸບາດນີ້ກໍ່ຕົວຂຶ້ນ, ຜູ້ຄົນກໍຈະຕັດສິນວ່າມັນຈົບລົງແລ້ວສຳລັບພວກເຂົາ, ວ່າພວກເຂົາໄດ້ສູນເສຍຄວາມຫວັງທັງໝົດທີ່ຈະໄດ້ຮັບຄວາມລອດພົ້ນ, ວ່າພວກເຂົາໄດ້ຖືກພຣະເຈົ້າປະຖິ້ມ ແລະ ວ່າພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ຍິ່ງພວກເຂົາຄິດໃນທາງນີ້ຫຼາຍສ່ຳໃດ ແລະ ຍິ່ງພວກເຂົາມີຄວາມຮູ້ສຶກດັ່ງກ່າວຫຼາຍສ່ຳໃດ, ພວກເຂົາກໍຍິ່ງຕົກຢູ່ໃນຄວາມເປັນລົບຫຼາຍສ່ຳນັ້ນ. ເຫດຜົນທີ່ແທ້ຈິງທີ່ຜູ້ຄົນມີຄວາມຮູ້ສຶກເຫຼົ່ານີ້ ກໍຍ້ອນວ່າພວກເຂົາບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ປະຕິບັດຕາມຫຼັກການຄວາມຈິງ. ເມື່ອມີບາງຢ່າງເກີດຂຶ້ນກັບພວກເຂົາ, ຜູ້ຄົນບໍ່ສະແຫວງຫາຄວາມຈິງ, ບໍ່ປະຕິບັດຄວາມຈິງ ແລະ ມັກຈະໄປຕາມທາງຂອງຕົນເອງຢູ່ສະເໝີ, ໂດຍດຳລົງຊີວິດຢູ່ໃນການອວດອ້າງຄວາມສະຫຼາດຂອງຕົນເອງ. ພວກເຂົາໃຊ້ເວລາໃນແຕ່ລະມື້ເພື່ອປຽບທຽບຕົນເອງກັບຄົນອື່ນ ແລະ ແຂ່ງຂັນກັບພວກເຂົາ, ອິດສາ ແລະ ກຽດຊັງໃຜກໍຕາມທີ່ພວກເຂົາຄິດວ່າດີກວ່າພວກເຂົາ ແລະ ເຢາະເຍີ້ຍ ແລະ ສຽດສີໃຜກໍຕາມທີ່ພວກເຂົາຄິດວ່າດ້ອຍກວ່າພວກເຂົາ, ດຳລົງຊີວິດຢູ່ໃນອຸປະນິໄສແບບຊາຕານ, ບໍ່ເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ປະຕິເສດທີ່ຈະຍອມຮັບຄຳແນະນໍາຂອງຜູ້ໃດກໍຕາມ. ໃນທີ່ສຸດ ສິ່ງນີ້ກໍນໍາພວກເຂົາໄປສູ່ການກໍ່ໃຫ້ເກີດຄວາມຫຼົງຜິດ, ການຄາດເດົາ ແລະ ການຕັດສິນທຸກປະເພດ ແລະ ພວກເຂົາເຮັດໃຫ້ຕົນເອງກັງວົນໃຈຢູ່ຕະຫຼອດເວລາ. ແລ້ວພວກເຂົາສົມຄວນໄດ້ຮັບສິ່ງນີ້ບໍ່ແມ່ນບໍ? ໝາກຜົນທີ່ຂົມຂື່ນດັ່ງກ່າວ ສາມາດແບກຮັບໄດ້ໂດຍຕົນເອງເທົ່ານັ້ນ ແລະ ພວກເຂົາສົມຄວນໄດ້ຮັບມັນຢ່າງແທ້ຈິງ. ສິ່ງທີ່ເຮັດໃຫ້ເກີດທັງໝົດນີ້ແມ່ນຫຍັງ? ມັນເປັນຍ້ອນວ່າຜູ້ຄົນບໍ່ສະແຫວງຫາຄວາມຈິງ, ອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ພວກເຂົາມັກຈະກະທຳຕາມຄວາມຄິດຂອງຕົນເອງສະເໝີ, ພວກເຂົາມັກຈະອວດອ້າງ ແລະ ປຽບທຽບຕົນເອງກັບຄົນອື່ນສະເໝີ, ພວກເຂົາມັກຈະພະຍາຍາມເຮັດໃຫ້ຕົນເອງໂດດເດັ່ນສະເໝີ, ພວກເຂົາມັກຈະຮຽກຮ້ອງສິ່ງທີ່ບໍ່ສົມເຫດສົມຜົນຈາກພຣະເຈົ້າຢູ່ສະເໝີ ແລະ ອື່ນໆ, ສິ່ງທັງໝົດນີ້ເຮັດໃຫ້ຜູ້ຄົນຄ່ອຍໆອອກຫ່າງຈາກພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ລະເມີດຄວາມຈິງເທື່ອແລ້ວເທື່ອເລົ່າ. ໃນທີ່ສຸດ, ພວກເຂົາກໍພາຕົນເອງຕົກຢູ່ໃນຄວາມມືດ ແລະ ຄວາມເປັນລົບ. ແລ້ວໃນຊ່ວງເວລາດັ່ງກ່າວ, ຜູ້ຄົນບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງຕົນເອງ, ຍິ່ງບໍ່ຕ້ອງເວົ້າເຖິງຄວາມເປັນໄປໄດ້ທີ່ພວກເຂົາຈະເຂົ້າຫາສິ່ງເຫຼົ່ານີ້ດ້ວຍທັດສະນະຄະຕິທີ່ຖືກຕ້ອງ. ກົງກັນຂ້າມ, ພວກເຂົາຈົ່ມກ່ຽວກັບພຣະເຈົ້າ, ເຂົ້າໃຈຜິດພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງ. ເມື່ອສິ່ງນີ້ເກີດຂຶ້ນ, ໃນທີ່ສຸດ ຜູ້ຄົນກໍຮັບຮູ້ວ່າຄວາມເສື່ອມຊາມຂອງພວກເຂົາເລິກເຊິ່ງຫຼາຍ ແລະ ພວກເຂົາເປັນຕົວບັນຫາຫຼາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງຕັດສິນວ່າພວກເຂົາເປັນປະເພດທີ່ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາກໍອົດບໍ່ໄດ້ທີ່ຈະຕົກຢູ່ໃນຄວາມເປັນລົບ, ບໍ່ສາມາດດຶງຕົນເອງອອກມາໄດ້. ສິ່ງທີ່ພວກເຂົາເຊື່ອກໍຄື: “ພຣະເຈົ້າລັງກຽດ-ປະຕິເສດຂ້ອຍ, ພຣະເຈົ້າບໍ່ຕ້ອງການຂ້ອຍ. ຂ້ອຍກະບົດຫຼາຍເກີນໄປ, ຂ້ອຍສົມຄວນໄດ້ຮັບມັນ, ພຣະເຈົ້າຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນອີກຕໍ່ໄປຢ່າງແນ່ນອນ”. ພວກເຂົາເຊື່ອວ່າສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂໍ້ເທັດຈິງ. ພວກເຂົາຕັດສິນວ່າການຄາດເດົາໃນໃຈຂອງພວກເຂົາເປັນຄວາມຈິງ. ບໍ່ວ່າໃຜຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ມັນກໍບໍ່ມີປະໂຫຍດ, ພວກເຂົາບໍ່ຍອມຮັບມັນ. ພວກເຂົາຄິດວ່າ: “ພຣະເຈົ້າຈະບໍ່ອວຍພອນຂ້ອຍ, ພຣະອົງຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນ, ສະນັ້ນ ການເຊື່ອໃນພຣະເຈົ້າມີປະໂຫຍດຫຍັງ?” ເມື່ອເສັ້ນທາງແຫ່ງຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າມາຮອດຈຸດນີ້, ຜູ້ຄົນຍັງສາມາດເຊື່ອໄດ້ບໍ? ບໍ່ໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຊື່ອຕໍ່ໄປໄດ້ອີກ? ມີຂໍ້ເທັດຈິງຢູ່ນີ້. ເມື່ອຄວາມເປັນລົບຂອງຜູ້ຄົນມາເຖິງຈຸດໃດໜຶ່ງ ທີ່ໃຈຂອງພວກເຂົາເຕັມໄປດ້ວຍການຕໍ່ຕ້ານ ແລະ ຄຳຈົ່ມວ່າ ແລະ ພວກເຂົາປາຖະໜາທີ່ຈະຕັດຂາດຄວາມສຳພັນກັບພຣະເຈົ້າຢ່າງສິ້ນເຊີງ, ແລ້ວມັນກໍບໍ່ແມ່ນເລື່ອງງ່າຍດາຍອີກຕໍ່ໄປ ເຊັ່ນ: ການທີ່ພວກເຂົາບໍ່ຢໍາເກງພຣະເຈົ້າ, ບໍ່ອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ຮັກຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງ. ແລ້ວມັນແມ່ນຫຍັງ? ຢູ່ໃນໃຈຂອງພວກເຂົາ, ພວກເຂົາຕັ້ງໃຈເລືອກທີ່ຈະລົ້ມເລີກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ພວກເຂົາຄິດວ່າມັນເປັນເລື່ອງໜ້າອັບອາຍທີ່ຈະລໍຖ້າຖືກກຳຈັດອອກຊື່ໆ ແລະ ຄິດວ່າມີກຽດສັກສີຫຼາຍກວ່າທີ່ຈະເລືອກລົ້ມເລີກ, ສະນັ້ນ ພວກເຂົາຈຶ່ງເປັນຝ່າຍລິເລີ່ມທີ່ຈະສະລະໂອກາດຂອງຕົນ, ໂດຍການເຮັດໃຫ້ສິ່ງຕ່າງໆຈົບລົງດ້ວຍຕົນເອງ. ພວກເຂົາກ່າວໂທດວ່າການເຊື່ອໃນພຣະເຈົ້າເປັນສິ່ງບໍ່ດີ, ພວກເຂົາກ່າວໂທດວ່າຄວາມຈິງບໍ່ສາມາດປ່ຽນແປງຜູ້ຄົນໄດ້ ແລະ ພວກເຂົາກ່າວໂທດວ່າພຣະເຈົ້າບໍ່ຊອບທຳ, ໂດຍການຈົ່ມວ່າພຣະອົງບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ: “ຂ້ອຍດຸໝັ່ນຫຼາຍ, ຂ້ອຍທົນທຸກຕໍ່ຄວາມຍາກລຳບາກຫຼາຍກວ່າຄົນອື່ນ ແລະ ຈ່າຍລາຄາຫຼາຍກວ່າທຸກຄົນ, ຂ້ອຍປະຕິບັດໜ້າທີ່ດ້ວຍຄວາມຈິງໃຈ ແຕ່ພຣະເຈົ້າກໍຍັງບໍ່ອວຍພອນຂ້ອຍ. ຕອນນີ້ຂ້ອຍເຫັນຢ່າງຊັດເຈນແລ້ວວ່າພຣະເຈົ້າບໍ່ມັກຂ້ອຍ, ວ່າພຣະເຈົ້າປະຕິບັດຕໍ່ຜູ້ຄົນຢ່າງບໍ່ເທົ່າທຽມກັນ”. ພວກເຂົາກ້າທີ່ຈະປ່ຽນຄວາມສົງໄສຂອງຕົນທີ່ມີຕໍ່ພຣະເຈົ້າ ໃຫ້ກາຍເປັນການກ່າວໂທດພຣະເຈົ້າ ແລະ ການໝິ່ນປະໝາດພຣະອົງ. ເມື່ອຂໍ້ເທັດຈິງຂໍ້ນີ້ກໍ່ຕົວຂຶ້ນ, ພວກເຂົາຈະສາມາດສືບຕໍ່ໃນເສັ້ນທາງແຫ່ງຄວາມເຊື່ອທີ່ມີຕໍ່ພຣະເຈົ້າໄດ້ບໍ? ຍ້ອນວ່າພວກເຂົາກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ ຫຼື ໄຕ່ຕອງຕົນເອງເລີຍ, ພວກເຂົາຈຶ່ງຖືກທຳລາຍ. ມັນເປັນເລື່ອງທີ່ບໍ່ສົມເຫດສົມຜົນບໍ່ແມ່ນບໍ ສຳລັບຄົນທີ່ປະຖິ້ມພຣະເຈົ້າດ້ວຍຕົນເອງ ແລ້ວມາຈົ່ມວ່າພຣະເຈົ້າບໍ່ອວຍພອນພວກເຂົາ ຫຼື ບໍ່ສະແດງພຣະຄຸນຕໍ່ພວກເຂົາ? ທຸກຄົນເລືອກເສັ້ນທາງຂອງຕົນເອງ ແລະ ຍ່າງດ້ວຍຕົນເອງ; ບໍ່ມີໃຜສາມາດເຮັດແທນພວກເຂົາໄດ້. ແມ່ນເຈົ້າເອງທີ່ເລືອກທາງຕັນ, ແມ່ນເຈົ້າເອງທີ່ປະຖິ້ມພຣະເຈົ້າ ແລະ ປະຕິເສດພຣະອົງ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າບໍ່ເຄີຍກ່າວວ່າພຣະອົງບໍ່ຕ້ອງການເຈົ້າ ຫຼື ວ່າພຣະອົງໄດ້ປະຖິ້ມເຈົ້າ, ຫຼື ວ່າພຣະອົງປະຕິເສດທີ່ຈະຊ່ວຍເຈົ້າໃຫ້ລອດພົ້ນ; ແມ່ນເຈົ້າເອງທີ່ກໍານົດຂອບເຂດພຣະເຈົ້າໂດຍອີງໃສ່ການຄາດເດົາຂອງເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຍັງຈະເຊື່ອໃນພຣະເຈົ້າເຖິງແມ່ນວ່າພຣະອົງບໍ່ຕ້ອງການເຈົ້າ ແລະ ເຈົ້າຍັງຈະເຊື່ອໃນພຣະເຈົ້າ ແລະ ສືບຕໍ່ອ່ານພຣະທຳຂອງພຣະອົງ ແລະ ຍັງຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມປົກກະຕິ ເຖິງແມ່ນວ່າພຣະອົງລັງກຽດເຈົ້າ, ແລ້ວໃຜຈະສາມາດຈຳກັດ ຫຼື ຢຸດຢັ້ງເຈົ້າໄດ້? ທັງໝົດນີ້ບໍ່ແມ່ນກ່ຽວກັບການເລືອກ ແລະ ການໄລ່ຕາມຂອງເຈົ້າເອງບໍ? ຕົວເຈົ້າເອງຂາດຄວາມເຊື່ອ ແຕ່ພັດຫັນມາຈົ່ມໃຫ້ພຣະເຈົ້າ, ນີ້ແມ່ນການບໍ່ມີເຫດຜົນ. ເຈົ້າບໍ່ຮັກສາຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ດື້ດຶງທີ່ຈະທຳລາຍມັນ; ເມື່ອເກີດມີຮອຍແຕກແລ້ວ, ມັນຈະສາມາດຟື້ນຟູຄືນໄດ້ບໍ? ແວ່ນທີ່ແຕກແລ້ວຍາກທີ່ຈະປະກອບຄືນໃໝ່ ແລະ ເຖິງແມ່ນວ່າມັນຈະຖືກປະກອບຄືນໃໝ່, ຮອຍແຕກກໍຈະຍັງຢູ່ທີ່ນັ້ນ. ຕອນນີ້ເມື່ອຄວາມສຳພັນໄດ້ພັງທະລາຍລົງແລ້ວ, ມັນກໍບໍ່ສາມາດຟື້ນຟູຄືນສູ່ສະພາບເດີມໄດ້ອີກ. ດ້ວຍເຫດນັ້ນ, ບໍ່ວ່າພວກເຂົາຈະພົບພໍ້ກັບສະພາບແວດລ້ອມແບບໃດກໍຕາມໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ, ຜູ້ຄົນຄວນຮຽນຮູ້ທີ່ຈະອ່ອນນ້ອມ ແລະ ພວກເຂົາຄວນສະແຫວງຫາຄວາມຈິງ, ມີພຽງແຕ່ຕອນນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຢືນຢັດໄດ້. ຖ້າເຈົ້າຕ້ອງການຕິດຕາມພຣະເຈົ້າຈົນເຖິງຈຸດສຸດທ້າຍຂອງເສັ້ນທາງ, ມັນເປັນສິ່ງສຳຄັນທີ່ຈະໄລ່ຕາມຄວາມຈິງ; ບໍ່ວ່າຈະເປັນໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ການເຮັດສິ່ງອື່ນໃດກໍຕາມ, ການເຂົ້າໃຈຫຼັກການຄວາມຈິງ ແລະ ການປະຕິບັດ ແລະ ການນໍາພວກມັນໄປໃຊ້ແມ່ນຈຳເປັນ, ຍ້ອນວ່າຜ່ານຂະບວນການເຂົ້າໃຈຄວາມຈິງ ແລະ ການປະຕິບັດຕາມຫຼັກການຄວາມຈິງນັ້ນ ເຈົ້າຈຶ່ງຈະຮູ້ຈັກພຣະເຈົ້າ, ເຂົ້າໃຈພຣະເຈົ້າ, ຢັ່ງຮູ້ພຣະເຈົ້າ ແລະ ຮູ້ສຶກເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຊິ່ງເຮັດໃຫ້ເຈົ້າເຂົ້າກັບພຣະອົງໄດ້ ແລະ ໄດ້ຮັບການຢັ່ງຮູ້ ແລະ ການຍອມຮັບແກ່ນແທ້ຂອງພຣະອົງ. ຖ້າເຈົ້າບໍ່ນໍາຫຼັກການຄວາມຈິງໄປປະຕິບັດ ແລະ ພຽງແຕ່ກະທຳ ຫຼື ປະຕິບັດໜ້າທີ່ຂອງເຈົ້າຕາມໃຈຕົວເອງ, ເຈົ້າຈະບໍ່ມີທາງສຳຜັດກັບຄວາມຈິງໄດ້ເລີຍ. ການທີ່ບໍ່ມີທາງສຳຜັດກັບຄວາມຈິງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າຈະບໍ່ມີທາງຮັບຮູ້ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ທຸກສິ່ງ, ຂໍ້ກຳນົດຂອງພຣະອົງ ຫຼື ຄວາມຄິດຂອງພຣະອົງ; ແລະ ຍິ່ງເປັນໄປໄດ້ຍາກທີ່ເຈົ້າຈະສຳຜັດກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ ຕາມທີ່ຖືກເປີດເຜີຍໃນພາລະກິດຂອງພຣະອົງ. ຖ້າເຈົ້າບໍ່ສາມາດຮັບຮູ້ຂໍ້ເທັດຈິງເຫຼົ່ານີ້ແຫ່ງພາລະກິດຂອງພຣະເຈົ້າ, ການຢັ່ງຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະຖືກຈຳກັດຢູ່ພຽງແຕ່ໃນຈິນຕະນາການ ແລະ ແນວຄິດຂອງມະນຸດຕະຫຼອດໄປ. ມັນຈະຍັງຄົງຢູ່ໃນຂອບເຂດຂອງຈິນຕະນາການ ແລະ ແນວຄິດ ແລະ ຈະບໍ່ມີທາງສອດຄ່ອງກັບແກ່ນແທ້ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ. ດ້ວຍວິທີນີ້, ເຈົ້າຈະບໍ່ສາມາດບັນລຸການຢັ່ງຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າໄດ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?