ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13) ສ່ວນທີ ສາມ

III. ການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ

ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບຂໍ້ທີສາມ: ການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ. ບັນຫາເຫຼົ່ານີ້ມີຢູ່ໃນຂໍ້ທີສາມທີ່ພວກເຮົາຈະໂອ້ລົມກັນ ເຊິ່ງເຫັນໄດ້ຊັດເຈນວ່າບໍ່ຄວນເກີດຂຶ້ນໃນຊີວິດຄຣິສຕະຈັກ. ເມື່ອດຳລົງຊີວິດຄຣິສຕະຈັກ, ຜູ້ຄົນມາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ແບ່ງປັນພຣະທຳຂອງພຣະເຈົ້າ, ໂອ້ລົມຄວາມຈິງ ແລະ ໂອ້ລົມຄຳພະຍານຈາກປະສົບການສ່ວນຕົວຂອງພວກເຂົາ ໃນຂະນະທີ່ຍັງສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ສະແຫວງຫາຄວາມເຂົ້າໃຈຄວາມຈິງ. ສະນັ້ນ, ບັນຫາຕ່າງໆ ເຊັ່ນ: ການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວໃນຊີວິດຄຣິສຕະຈັກ ຄວນຖືກຢຸດຢັ້ງ ແລະ ຈຳກັດບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ: “ທັກທາຍກັນກໍບໍ່ໄດ້ບໍ? ຖ້າຄົນສອງຄົນຂ້ອນຂ້າງສະໜິດກັນ ແລະ ຮູ້ຈັກກັນຢູ່ແລ້ວ ແລະ ພວກເຂົາພົບກັນໃນລະຫວ່າງຊີວິດຄຣິສຕະຈັກ ແລະ ລົມກັນຈັກໜ້ອຍ, ນັ້ນແມ່ນການລົມເລື່ອງຄອບຄົວບໍ? ສິ່ງນີ້ຄວນຖືກຈຳກັດຄືກັນບໍ?”. ຂໍ້ທີສາມໝາຍເຖິງບັນຫາປະເພດນີ້ບໍ? (ບໍ່ແມ່ນ). ເຫັນໄດ້ຊັດວ່າ ບໍ່ແມ່ນ. ຖ້າແມ່ນແຕ່ການທັກທາຍຕາມມາລະຍາດແບບງ່າຍໆ ຍັງຕ້ອງຖືກຈຳກັດ, ແລ້ວຄົນກໍຈະຢ້ານທີ່ຈະເວົ້າ ເມື່ອພວກເຂົາພົບກັນໃນອະນາຄົດ. ຂໍ້ທີສາມ ຄື: ການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ, ເຖິງແມ່ນວ່າຈະມີພຽງແຕ່ສາມປະໂຫຍກກໍຕາມ, ແຕ່ບັນຫາທີ່ສາມປະໂຫຍກນີ້ກ່າວເຖິງນັ້ນ ບໍ່ແມ່ນການທັກທາຍ ຫຼື ການເວົ້າລົມຕາມມາລະຍາດແບບທຳມະດາ. ພວກມັນແມ່ນການກະທຳອັນຊົ່ວຮ້າຍທີ່ສາມາດຂັດຂວາງ, ລົບກວນ ແລະ ເຮັດໃຫ້ຊີວິດຄຣິສຕະຈັກເສຍຫາຍໄດ້. ເນື່ອງຈາກສິ່ງເຫຼົ່ານີ້ປະກອບເປັນການຂັດຂວາງ ແລະ ການລົບກວນແລ້ວ, ມັນຄຸ້ມຄ່າທີ່ຈະໂອ້ລົມກັນ. ຄວນໂອ້ລົມກັນກ່ຽວກັບຫຍັງ? ຄວນໂອ້ລົມກັນວ່າ: ບັນຫາ, ຄຳເວົ້າ, ການກະທຳ, ຄຳປາໄສ, ພຶດຕິກຳ ແລະ ການວາງຕົວແບບໃດແດ່ຂອງຜູ້ຄົນ ທີ່ສາມາດໄປເຖິງຂັ້ນຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້. ໃຫ້ພວກເຮົາຍົກຕົວຢ່າງທີ່ສະເພາະເຈາະຈົງມາເບິ່ງ ເພື່ອຈະໄດ້ຮູ້ວ່າບັນຫາເຫຼົ່ານີ້ຮ້າຍແຮງ ຫຼື ບໍ່, ພວກມັນປະກອບເປັນການຂັດຂວາງ ແລະ ການລົບກວນ ຫຼື ບໍ່ ແລະ ມັນຄວນຖືກຢຸດຢັ້ງ ແລະ ຈຳກັດ ຫຼື ບໍ່.

ໃນຊີວິດຄຣິສຕະຈັກ, ບາງຄົນມັກຈະເວົ້າກ່ຽວກັບເລື່ອງເລັກໆນ້ອຍໆໃນຄອບຄົວ ແລະ ແນວຄິດ ແລະ ຄວາມຄິດຂອງຕົນເອງ ຄືກັບວ່າມັນເປັນຫົວຂໍ້ຫຼັກໃນການສົນທະນາ. ນາງເວົ້າວ່າ: “ຕອນນີ້ສັງຄົມມືດມົນຫຼາຍ; ມັນເມື່ອຍຫຼາຍທີ່ຕ້ອງພົວພັນ ແລະ ອາໄສຢູ່ທ່າມກາງພວກຜູ້ບໍ່ມີຄວາມເຊື່ອ. ພວກຜູ້ບໍ່ມີຄວາມເຊື່ອສາມາດເຮັດໄດ້ທຸກຢ່າງ; ມັນເກີນຈະທົນໄດ້ແທ້ໆ!”. ແລ້ວອ້າຍເອື້ອຍນ້ອງບາງຄົນກໍເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າ; ບໍ່ວ່າພວກເຮົາຈະພົບພໍ້ກັບສະຖານະການໃດກໍຕາມ, ພວກເຮົາຕ້ອງສາມາດແຍກແຍະ ແລະ ສະແຫວງຫາຄວາມຈິງ ແລະ ແນວທາງແຫ່ງການປະຕິບັດ. ຖ້າເຈົ້າດຳລົງຊີວິດແບບນີ້, ເຈົ້າກໍຈະບໍ່ຮູ້ສຶກອິດເມື່ອຍ”. ແຕ່ນາງກໍເວົ້າວ່າ: “ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແຕ່ມັນບໍ່ແມ່ນສິ່ງທີ່ແກ້ໄຂໄດ້ທຸກບັນຫາ. ຂ້ອຍກັງວົນວ່າສາມີຂອງຂ້ອຍກຳລັງມີຊູ້ ແລະ ມັນກໍກາຍເປັນເລື່ອງຈິງ, ລາວໄປພົບຄົນທີ່ໜຸ່ມກວ່າ ແລະ ງາມກວ່າຂ້ອຍ. ແລ້ວຂ້ອຍຈະໃຊ້ຊີວິດຕໍ່ໄປແນວໃດ?”. ເມື່ອເວົ້າຈາແບບນີ້ໄປເລື້ອຍໆ, ນາງກໍເລີ່ມຮ້ອງໄຫ້ຢ່າງໂສກເສົ້າ. ການເວົ້າແບບນີ້ຂອງນາງໄດ້ປຸກຄວາມໂສກເສົ້າຂອງຄົນອື່ນໆບາງຄົນ. ບາງຄົນທີ່ປະສົບບັນຫາຄ້າຍຄືກັນກໍຮູ້ສຶກເຫັນໃຈນາງ, ຈຶ່ງເວົ້າຖືກຄໍກັນທັນທີ ແລະ ເລີ່ມລົມກັນຢູ່ບ່ອນນັ້ນ. ໃນລະຫວ່າງການເຕົ້າໂຮມສອງຊົ່ວໂມງ, ນາງໄດ້ໂອ້ລົມຢ່າງລະອຽດວ່າ ນາງກັບສາມີຜິດຖຽງກັນແນວໃດຫຼັງຈາກທີ່ລາວມີຊູ້, ນາງພະຍາຍາມຄິດຫາວິທີໂອນຍ້າຍຊັບສິນຮ່ວມກັນຂອງພວກເຂົາແນວໃດ, ນາງໄດ້ປຶກສາທະນາຍຄວາມແນວໃດ ເພື່ອຫຼີກລ່ຽງການສູນເສຍຫຼັງຈາກການຢ່າຮ້າງ ແລະ ເລື່ອງອື່ນໆອີກຫຼາຍຢ່າງ. ນີ້ແມ່ນ ປະເພດຫົວຂໍ້ທີ່ຄວນນຳມາໂອ້ລົມກັນໃນຊີວິດຄຣິສຕະຈັກບໍ? (ບໍ່ແມ່ນ). ຖ້າເລື່ອງຄອບຄົວຂອງເຈົ້າຍັງບໍ່ໄດ້ຮັບການແກ້ໄຂໃນຕອນນີ້ ແລະ ເຈົ້າບໍ່ມີສະມາທິໃນການເຂົ້າຮ່ວມການເຕົ້າໂຮມ, ທາງທີ່ດີກໍບໍ່ຄວນມາ. ສະຖານທີ່ເຕົ້າໂຮມຂອງຄຣິສຕະຈັກບໍ່ແມ່ນບ່ອນສຳລັບໃຫ້ເຈົ້າລະບາຍຄວາມຄຽດແຄ້ນສ່ວນຕົວ, ທັງບໍ່ແມ່ນບ່ອນສຳລັບລົມເລື່ອງຄອບຄົວ. ຖ້າເຈົ້າກຳລັງປະເຊີນກັບຄວາມຫຍຸ້ງຍາກຢູ່ເຮືອນ ແລະ ເຈົ້າບໍ່ຢາກຖືກຜູກມັດ, ຖືກລະງັບ ຫຼື ຖືກຈຳກັດໂດຍບັນຫາເຫຼົ່ານີ້ ແລະ ເຈົ້າຢາກສະແຫວງຫາຄວາມຈິງເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຢາກປ່ອຍວາງສິ່ງທັງໝົດນີ້, ແລ້ວເຈົ້າກໍສາມາດໂອ້ລົມກ່ຽວກັບບັນຫາຂອງພວກເຈົ້າໂດຍຫຍໍ້ໃນລະຫວ່າງການເຕົ້າໂຮມ ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດໂອ້ລົມຄວາມຈິງເພື່ອຊ່ວຍເຈົ້າ. ສິ່ງນີ້ສາມາດຊ່ວຍໃຫ້ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ກາຍເປັນຄົນເຂັ້ມແຂງ, ບໍ່ຖືກຈຳກັດໂດຍບັນຫາເຫຼົ່ານີ້, ກ້າວອອກຈາກຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ເລືອກເສັ້ນທາງທີ່ຖືກຕ້ອງ ແລະ ເໝາະສົມທີ່ສຸດສຳລັບເຈົ້າ. ເລື່ອງນີ້ຕ່າງຫາກທີ່ເຈົ້າຄວນໂອ້ລົມກັນ. ແນວໃດກໍຕາມ, ຖ້າເຈົ້ານຳເອົາເລື່ອງເລັກໆນ້ອຍໆທີ່ໜ້າເບື່ອເຫຼົ່ານີ້ຈາກບ້ານຂອງເຈົ້າເຂົ້າມາໃນຊີວິດຄຣິສຕະຈັກເພື່ອລະບາຍອອກມາ ແລະ ປ່າວປະກາດ ແລະ ຍ້ອນຄວາມເກງໃຈ, ຄົນສ່ວນໃຫຍ່ບໍ່ໄດ້ຢຸດຢັ້ງ ຫຼື ຂັດຈັງຫວະເຈົ້າ, ແຕ່ພຽງແຕ່ຕ້ອງທົນຟັງ ແລະ ບັງຄັບຕົນເອງໃຫ້ຟັງເຈົ້າເວົ້າເລື່ອງເລັກໆນ້ອຍໆທີ່ໜ້າເບື່ອເຫຼົ່ານີ້, ສິ່ງນີ້ເໝາະສົມບໍ? ນີ້ແມ່ນການສະແດງຄວາມຮັກບໍ? ນີ້ແມ່ນການອົດທົນ ແລະ ໃຈເຢັນບໍ? ພຶດຕິກຳແບບນີ້ຂອງເຈົ້າໄດ້ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກແລ້ວ. ໃຜທີ່ທົນທຸກຈາກເລື່ອງນີ້? ແມ່ນຜູ້ທີ່ພຣະເຈົ້າເລືອກນັ້ນເອງ. ໂດຍສະເພາະໃນສະພາບແວດລ້ອມຂອງຈີນແຜ່ນດິນໃຫຍ່ບ່ອນທີ່ການເຕົ້າໂຮມບໍ່ແມ່ນເລື່ອງງ່າຍ ແລະ ຜູ້ທີ່ເຊື່ອຕ້ອງໄດ້ຫຼົບຊ່ອນຢູ່ທົ່ວທຸກແຫ່ງ, ເຖິງກັບຕ້ອງໄດ້ນັດໝາຍກັນລ່ວງໜ້າ, ຖ້າຫາກມີຄົນມາລະບາຍເລື່ອງເລັກໆນ້ອຍໆທີ່ໜ້າເບື່ອໃນຄອບຄົວທັງໝົດເຫຼົ່ານີ້ຢູ່ສະຖານທີ່ເຕົ້າໂຮມເພື່ອໃຫ້ທຸກຄົນໄດ້ຍິນ ແລະ ມີຄຳເຫັນ, ສິ່ງນີ້ເໝາະສົມບໍ? ຄົນສ່ວນໃຫຍ່ມາເຕົ້າໂຮມກັນເພື່ອເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ, ບໍ່ແມ່ນເພື່ອມາຟັງເລື່ອງເລັກໆນ້ອຍໆທີ່ໜ້າເບື່ອເຫຼົ່ານີ້, ບໍ່ແມ່ນເພື່ອມາຟັງເຈົ້າລົມເລື່ອງຄອບຄົວ. ບາງຄົນເວົ້າວ່າ: “ຂ້ອຍບໍ່ມີຄົນອື່ນທີ່ສະໜິດສະໜົມນຳ, ແລ້ວມັນຜິດບ່ອນໃດທີ່ຈະເວົ້າກັບອ້າຍເອື້ອຍນ້ອງກ່ຽວກັບເລື່ອງເຫຼົ່ານັ້ນ?” ເຈົ້າອາດຈະເວົ້າເຖິງພວກມັນໄດ້, ແຕ່ຕ້ອງເບິ່ງກາລະເທສະ. ນອກເວລາເຕົ້າໂຮມ, ຕາບໃດທີ່ອີກຝ່າຍເຕັມໃຈທີ່ຈະຮັບຟັງ, ເຈົ້າກໍສາມາດເວົ້າກ່ຽວກັບເລື່ອງເຫຼົ່ານັ້ນໄດ້; ນັ້ນແມ່ນອິດສະລະຂອງເຈົ້າ ແລະ ເຮືອນຂອງພຣະເຈົ້າຈະບໍ່ຈຳກັດເຈົ້າ. ແນວໃດກໍຕາມ, ການທີ່ເຈົ້າເລືອກເວົ້າເລື່ອງດັ່ງກ່າວໃນຕອນນີ້ແມ່ນບໍ່ຖືກທີ່ຖືກເວລາ. ນີ້ແມ່ນໃນຊີວິດຄຣິສຕະຈັກ, ໃນລະຫວ່າງເວລາເຕົ້າໂຮມ ແລະ ການເວົ້າຈາບໍ່ຢຸດຂອງເຈົ້າກ່ຽວກັບເລື່ອງຄອບຄົວໄດ້ລົບກວນອ້າຍເອື້ອຍນ້ອງຢູ່ຕະຫຼອດ ແລະ ຄວນຖືກຈຳກັດ. ນີ້ບໍ່ແມ່ນກົດລະບຽບບໍ? ນີ້ແມ່ນກົດລະບຽບແທ້ໆ. ການບໍ່ເຂົ້າໃຈກົດລະບຽບແມ່ນຍອມຮັບບໍ່ໄດ້ແທ້ໆ, ເພາະມັນສາມາດນຳໄປສູ່ການກະທຳສິ່ງທີ່ບໍ່ມີເຫດຜົນ ແລະ ກໍ່ໃຫ້ເກີດການລົບກວນຄົນອື່ນໄດ້. ພຶດຕິກຳ, ຄຳເວົ້າ ແລະ ການວາງຕົວທີ່ກໍ່ໃຫ້ເກີດການລົບກວນຄວນຖືກຈຳກັດ; ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງເປັນຄວາມຮັບຜິດຊອບຂອງອ້າຍເອື້ອຍນ້ອງທຸກຄົນ. ບາງຄົນປົກກະຕິແລ້ວບໍ່ຄ່ອຍມີຫຍັງຈະໂອ້ລົມໃນການເຕົ້າໂຮມ, ແຕ່ເມື່ອໃດກໍຕາມທີ່ມີບັນຫາເກີດຂຶ້ນໃນຊີວິດຄອບຄົວຂອງພວກເຂົາ, ພວກເຂົາກໍຈະລະບາຍເລື່ອງເລັກໆນ້ອຍໆທີ່ໜ້າເບື່ອເຫຼົ່ານີ້ໃຫ້ຄົນອື່ນຟັງ. ຄົນອື່ນມີພັນທະທີ່ຈະຕ້ອງຟັງບໍ? ພວກເຂົາມີພັນທະທີ່ຈະຕ້ອງຕັດສິນຄວາມຖືກຜິດໃຫ້ເຈົ້າບໍ? ພວກເຂົາບໍ່ມີພັນທະເຊັ່ນນັ້ນ. ເລື່ອງເຫຼົ່ານັ້ນແມ່ນເລື່ອງສ່ວນຕົວຂອງເຈົ້າ ແລະ ເຈົ້າຄວນຈັດການມັນດ້ວຍຕົນເອງ; ເຈົ້າບໍ່ຄວນນຳເອົາເລື່ອງສ່ວນຕົວຂອງເຈົ້າມາເວົ້າໃນລະຫວ່າງເວລາເຕົ້າໂຮມ. ສິ່ງນີ້ຂັດກັບກົດລະບຽບ ແລະ ບໍ່ມີເຫດຜົນ ແລະ ພຶດຕິກຳດັ່ງກ່າວຄວນຖືກຈຳກັດ.

ລູກຂອງບາງຄົນເຂົ້າຮຽນມະຫາວິທະຍາໄລ ແລະ ພວກເຂົາກໍເລີ່ມກັງວົນກ່ຽວກັບອະນາຄົດຂອງລູກ, ຊອກຫາເສັ້ນສາຍໃຫ້ພວກເຂົາ, ຄຸ້ນຄິດຢູ່ຕະຫຼອດວ່າ: “ຄອບຄົວຂອງພວກເຮົາບໍ່ມີໃຜເປັນເຈົ້າໜ້າທີ່ລັດຖະບານ; ລູກຊາຍຂອງຂ້ອຍຈະຊອກວຽກປະເພດໃດໄດ້ຫຼັງຈາກຮຽນຈົບມະຫາວິທະຍາໄລ? ແລ້ວອະນາຄົດຂອງລາວເດ? ລາວຈະສາມາດລ້ຽງດູຂ້ອຍໃນຍາມເຖົ້າແກ່ໄດ້ບໍ? ຂ້ອຍຕ້ອງຫາທາງເພື່ອຮັບປະກັນວ່າລາວຈະມີວຽກດີໆເຮັດຫຼັງຈາກຮຽນຈົບ”. ເມື່ອເຂົ້າຮ່ວມການເຕົ້າໂຮມ, ພວກເຂົາກໍເວົ້າວ່າ: “ລູກຊາຍຂອງຂ້ອຍເຊື່ອຟັງຫຼາຍ. ລາວບໍ່ພຽງແຕ່ສະໜັບສະໜູນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ, ແຕ່ລາວຍັງຢາກເຊື່ອຫຼັງຈາກຮຽນຈົບມະຫາວິທະຍາໄລ. ແນວໃດກໍຕາມ, ມີເລື່ອງໜຶ່ງຄື ເຖິງແມ່ນວ່າພວກເຮົາຈະເຊື່ອໃນພຣະເຈົ້າ, ພວກເຮົາກໍຍັງຕ້ອງຫາລ້ຽງຊີບແມ່ນບໍ່? ຂ້ອຍບໍ່ຮູ້ວ່າລາວຈະສາມາດຊອກວຽກປະເພດໃດໄດ້ຫຼັງຈາກຮຽນຈົບ. ຕອນນີ້ວຽກຫຍັງແດ່ທີ່ໄດ້ເງິນດີ? ເອື້ອຍນ້ອງ...ເອີຍ, ຂ້ອຍໄດ້ຍິນວ່າສາມີຂອງເຈົ້າເປັນຜູ້ຈັດການ. ລາວມີຊ່ອງທາງຊ່ວຍເຫຼືອໄດ້ບໍ່? ລູກຊາຍຂອງຂ້ອຍມີການສຶກສາ, ລາວໄດ້ເຫັນໂລກກວ້າງ, ລາວມີຄວາມສາມາດດີກວ່າຂ້ອຍ ແລະ ລາວກໍເກັ່ງຄອມພິວເຕີ; ລາວສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້ໃນອະນາຄົດ. ແຕ່ຕອນນີ້, ເລື່ອງການຊອກວຽກຕ້ອງໄດ້ຮັບການແກ້ໄຂກ່ອນ; ມັນຄົງຈະລຳບາກສຳລັບລາວ ຖ້າລາວບໍ່ສາມາດຊອກວຽກໄດ້”. ທຸກຄັ້ງທີ່ພວກເຂົາມາເຕົ້າໂຮມ, ພວກເຂົາກໍຈະຍົກເລື່ອງເຫຼົ່ານີ້ຂຶ້ນມາເວົ້າ ແລະ ການເວົ້າລົມກໍດຳເນີນໄປຢ່າງບໍ່ມີທີ່ສິ້ນສຸດ. ພວກເຂົາເບິ່ງວ່າໃຜອາດຈະເຫັນໃຈພວກເຂົາ ແລ້ວກໍເລີ່ມສ້າງສາຍສຳພັນກັບຄົນເຫຼົ່ານັ້ນ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາພະຍາຍາມເຂົ້າໃກ້ຄົນພວກຄົນເຫຼົ່ານັ້ນ, ເຮັດໃນສິ່ງທີ່ພວກເຂົາມັກ ແລະ ເຖິງກັບໃຫ້ຂອງຂວັນ, ບາງຄັ້ງກໍເອົາອາຫານແຊບໆມາໃຫ້ ຫຼື ຊື້ຂອງເລັກໆນ້ອຍໆໃຫ້ພວກເຂົາ. ນີ້ບໍ່ແມ່ນການສ້າງສາຍສຳພັນສ່ວນຕົວ ແລະ ການປູທາງບໍ? ຈຸດປະສົງຂອງການປູທາງແມ່ນຫຍັງ? ກໍຄືການໃຊ້ຄົນອື່ນຈັດການເລື່ອງສ່ວນຕົວຂອງພວກເຂົາ ເພື່ອບັນລຸເປົ້າໝາຍຂອງຕົນເອງ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາບໍ່ເຕັມໃຈທີ່ຈະຟັງອ້າຍເອື້ອຍນ້ອງແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາ, ພວກເຂົາບໍ່ສົນໃຈວຽກງານໃດໆທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ພວກເຂົາ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະຟັງອ້າຍເອື້ອຍນ້ອງທີ່ພະຍາຍາມຊ່ວຍເຫຼືອ ແລະ ແນະນຳພວກເຂົາກ່ຽວກັບສະພາວະຂອງພວກເຂົາ. ພວກເຂົາມີຄວາມກະຕືລືລົ້ນເປັນພິເສດພຽງແຕ່ເລື່ອງການຊອກວຽກໃຫ້ລູກຊາຍ, ເວົ້າກ່ຽວກັບມັນຢ່າງບໍ່ມີທີ່ສິ້ນສຸດ. ພວກເຂົາບໍ່ພຽງແຕ່ເວົ້າກັບໃຜກໍຕາມທີ່ພວກເຂົາເຫັນ ແຕ່ຍັງເວົ້າໃນລະຫວ່າງການເຕົ້າໂຮມອີກດ້ວຍ. ສະຫຼຸບກໍຄື, ພວກເຂົາເອົາໃຈໃສ່ເປັນພິເສດຕໍ່ເລື່ອງນີ້ ແລະ ໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼາຍ. ໃນທຸກໆການເຕົ້າໂຮມ, ພວກເຂົາຕ້ອງໃຊ້ເວລາສ່ວນໜຶ່ງຂອງອ້າຍເອື້ອຍນ້ອງເພື່ອເວົ້າກ່ຽວກັບເລື່ອງນີ້. ແມ່ນແຕ່ໃນເວລາທີ່ໂອ້ລົມກ່ຽວກັບປະສົບການຂອງຕົນເອງ, ພວກເຂົາກໍບໍ່ລືມທີ່ຈະກ່າວເຖິງມັນ, ເວົ້າຈົນທຸກຄົນໝົດຄວາມອົດທົນ ແລະ ເບື່ອໜ່າຍ, ໂດຍທີ່ຄົນສ່ວນໃຫຍ່ຮູ້ສຶກເກງໃຈເກີນກວ່າທີ່ຈະຢຸດຢັ້ງພວກເຂົາ. ໃນຈຸດນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ ແລະ ຈຳກັດພວກເຂົາ ໂດຍກ່າວວ່າ: “ທຸກຄົນຮັບຮູ້ສະຖານະການຂອງເຈົ້າແລ້ວ. ຖ້າອ້າຍເອື້ອຍນ້ອງຄົນໃດເຕັມໃຈທີ່ຈະຊ່ວຍ, ນັ້ນກໍເປັນເລື່ອງສ່ວນຕົວລະຫວ່າງພວກເຈົ້າ. ຖ້າຄົນອື່ນບໍ່ເຕັມໃຈທີ່ຈະຊ່ວຍ, ເຈົ້າກໍບໍ່ຄວນບັງຄັບພວກເຂົາ. ການຊ່ວຍລູກຊາຍຂອງເຈົ້າຊອກວຽກບໍ່ແມ່ນພັນທະ ຫຼື ຄວາມຮັບຜິດຊອບຂອງອ້າຍເອື້ອຍນ້ອງ; ມັນເປັນເລື່ອງສ່ວນຕົວຂອງເຈົ້າ ແລະ ບໍ່ຄວນໃຊ້ເວລາອັນມີຄ່າຂອງອ້າຍເອື້ອຍນ້ອງໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງ. ຢ່າແຊກແຊງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງຄົນອື່ນ ໂດຍການໂອ້ລົມກ່ຽວກັບເລື່ອງສ່ວນຕົວຂອງເຈົ້າເອງ. ຫຼັງຈາກການເຕົ້າໂຮມ, ເຈົ້າສາມາດລົມກັບໃຜກໍໄດ້ທີ່ເຈົ້າຕ້ອງການ, ສະແຫວງຫາຄວາມຊ່ວຍເຫຼືອຈາກໃຜກໍໄດ້ທີ່ເຈົ້າຕ້ອງການ, ແຕ່ຢ່ານຳໃຊ້ເວລາເຕົ້າໂຮມເພື່ອເວົ້າກ່ຽວກັບມັນ. ການນຳໃຊ້ເວລາເຕົ້າໂຮມເພື່ອຈັດການເລື່ອງສ່ວນຕົວເປັນສິ່ງທີ່ຂາດເຫດຜົນ ແລະ ໜ້າອັບອາຍ; ມັນເປັນການສະແດງອອກເຖິງການລົບກວນຊີວິດຄຣິສຕະຈັກ. ເລື່ອງນີ້ຄວນຢຸດພຽງເທົ່ານີ້”. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ.

ໃນລະຫວ່າງການເຕົ້າໂຮມ, ແມ່ເຖົ້າບາງຄົນເຫັນວ່າເອື້ອຍນ້ອງສາວໃນຄອບຄົວເຈົ້າພາບນັ້ນໜ້າຕາດີ, ຊື່ສັດ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ສະແຫວງຫາຄວາມຈິງ, ພວກເຂົາຈຶ່ງມັກເອື້ອຍນ້ອງສາວເຫຼົ່ານັ້ນ ແລະ ຢາກໃຫ້ພວກເຂົາມາເປັນລູກໄພ້ຂອງຕົນ. ພວກເຂົາບໍ່ພຽງແຕ່ຍົກເລື່ອງນີ້ຂຶ້ນມາເວົ້າຕະຫຼອດໃນລະຫວ່າງການເຕົ້າໂຮມ, ແຕ່ຍັງໃຫ້ຄວາມກະລຸນາເລັກໆນ້ອຍໆ ແລະ ເບິ່ງແຍງເອົາໃຈໃສ່ເອື້ອຍນ້ອງສາວເປັນພິເສດທຸກຄັ້ງທີ່ພວກເຂົາມາທີ່ການເຕົ້າໂຮມ. ແມ່ນແຕ່ເມື່ອເອື້ອຍນ້ອງສາວບໍ່ເຫັນດີ, ພວກເຂົາກໍຍັງຕາມຕື໊ຢູ່ບໍ່ເຊົາ. ຄົນແບບນີ້ແມ່ນຄົນປະເພດໃດ? ພວກເຂົາບໍ່ແມ່ນຄົນທີ່ມີລັກສະນະຕ່ຳຕ້ອຍບໍ? ເນື່ອງຈາກພວກເຂົາລ້ວນແຕ່ເປັນເອື້ອຍນ້ອງກັນໃນຄວາມເຊື່ອ, ຄົນສ່ວນໃຫຍ່ຈຶ່ງສາມາດເຮັດໄດ້ພຽງແຕ່ໂອ້ລົມເຈດຕະນາຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງເພື່ອແກ້ໄຂບັນຫາເຫຼົ່ານີ້ເທົ່ານັ້ນ. ແນວໃດກໍຕາມ, ບາງຄົນຂາດຄວາມສຳນຶກ, ເຫດຜົນ ແລະ ການຮັບຮູ້ຕົວເອງ, ມີຄວາມປາຖະໜາສ່ວນຕົວຢ່າງມະຫາສານ ແລະ ຢາກເຮັດໃຫ້ຄວາມປາຖະໜາທີ່ເຫັນແກ່ຕົວຂອງຕົນເປັນຈິງໂດຍບໍ່ມີຄວາມລະອາຍໃຈ. ດັ່ງນັ້ນ, ບາງຄົນຈຶ່ງກາຍເປັນຜູ້ເຄາະຮ້າຍ ແລະ ຮູ້ສຶກບໍ່ສະບາຍໃຈໃນລະຫວ່າງການເຕົ້າໂຮມ. ນີ້ບໍ່ແມ່ນການກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນບໍ? ຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ຜູ້ນໍາຄຣິສຕະຈັກຕ້ອງກ້າວອອກມາຈຳກັດ ແລະ ກຳຈັດເລື່ອງປະເພດນີ້ອອກຈາກຊີວິດຄຣິສຕະຈັກ ແລະ ທ່າມກາງອ້າຍເອື້ອຍນ້ອງບໍ່ໃຫ້ເກີດຂຶ້ນອີກ. ນອກຈາກນີ້, ບາງຄົນກໍນຳເອົາອາລົມທຸກປະເພດມາສູ່ການເຕົ້າໂຮມ ເຊັ່ນ: ລູກຊາຍຂອງພວກເຂົາບໍ່ກະຕັນຍູ, ລູກໄພ້ຂອງພວກເຂົາມັກເອົາຂອງໄປໃຫ້ເຮືອນພໍ່ແມ່ຂອງຕົນ, ຄວາມຂັດແຍ່ງລະຫວ່າງແມ່ຍ່າກັບລູກໄພ້... ພວກເຂົາເວົ້າເລື່ອງເລັກໆນ້ອຍໆທີ່ໜ້າເບື່ອເຫຼົ່ານີ້ໃນທຸກໆການເຕົ້າໂຮມ, ໂດຍເລີ່ມຕົ້ນການຈົ່ມວ່າຂອງພວກເຂົາດ້ວຍຄຳວ່າ: “ທຸກສິ່ງທີ່ພຣະເຈົ້າກ່າວແມ່ນຄວາມຈິງ; ມະນຸດຊາດຊ່າງເສື່ອມຊາມແທ້ໆໃນຕອນນີ້! ລອງເບິ່ງລູກຊາຍ ແລະ ລູກໄພ້ຂອງຂ້ອຍແມ, ຂາດຄວາມສຳນຶກ, ຂາດເຫດຜົນ, ນີ້ຄືການຂາດຄວາມເປັນມະນຸດທີ່ພຣະເຈົ້າກ່າວເຖິງ, ພວກເຂົາຮ້າຍແຮງກວ່າສັດຊໍ້າອີກ. ແມ່ນແຕ່ລູກແກະກໍຍັງຮູ້ຈັກຄຸເຂົ່າລົງເມື່ອກິນນົມ, ແຕ່ລູກຊາຍຂອງຂ້ອຍພັດລືມແມ່ຂອງຕົນເມື່ອມີເມຍ!”. ທຸກຄັ້ງທີ່ພວກເຂົາເຂົ້າຮ່ວມການເຕົ້າໂຮມ, ພວກເຂົາກໍຈະສະແດງຄວາມຈົ່ມວ່າເຫຼົ່ານີ້ອອກມາ. ຍັງມີຄົນທີ່ເມື່ອເຂົ້າຮ່ວມການເຕົ້າໂຮມກໍຈະເວົ້າກ່ຽວກັບເລື່ອງໃນບໍລິສັດຂອງພວກເຂົາ ເຊັ່ນ: ໃຜມີຜົນງານດີໃນການເຮັດວຽກ ແລະ ໄດ້ຮັບເງິນໂບນັດຫຼາຍກວ່າ; ໃຜຈະໄດ້ຮັບການເລື່ອນຕຳແໜ່ງໃນເດືອນໜ້າ, ໃນຂະນະທີ່ພວກເຂົາບໍ່ມີຄວາມຫວັງ; ໃຜແຕ່ງຕົວເກັ່ງທີ່ສຸດ ແລະ ຊື້ສິນຄ້າຍີ່ຫໍ້ດັງຫຼາຍທີ່ສຸດ; ໃຜໄດ້ແຕ່ງງານກັບສາມີທີ່ຮັ່ງມີ... ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າມາເປັນເວລາດົນ ແລະ ມີພື້ນຖານແດ່ແລ້ວ, ພວກເຂົາບໍ່ຢາກໄດ້ຍິນຄຳເວົ້າເຊັ່ນນັ້ນ ແລະ ຮູ້ສຶກລັງກຽດມັນ. ແນວໃດກໍຕາມ, ຜູ້ທີ່ເຊື່ອໃໝ່ບາງຄົນທີ່ຍັງບໍ່ທັນໄດ້ສ້າງພື້ນຖານ ຫຼື ພັດທະນາຄວາມສົນໃຈໃນພຣະທຳຂອງພຣະເຈົ້າພັດເຫັນວ່າຫົວຂໍ້ດັ່ງກ່າວເຮັດໃຫ້ພວກເຂົາຄຶກຄື້ນຂຶ້ນມາ ໂດຍເຊື່ອວ່າພວກເຂົາໄດ້ພົບສະຖານທີ່ສຳລັບການລົມກັນ ແລະ ສ້າງສາຍສຳພັນສ່ວນຕົວ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາກໍເວົ້າກັນໄປມາ ແລະ, ຄົນທັງສອງກໍເຫັນວ່າຖືກຄໍກັນ ແລະ ຄ່ອຍໆສ້າງສາຍສຳພັນຂຶ້ນ, ດັ່ງນັ້ນຈຶ່ງພັດທະນາເປັນຄວາມສຳພັນສ່ວນຕົວ. ສະຖານທີ່ເຕົ້າໂຮມໄດ້ກາຍເປັນສະຖານທີ່ສຳລັບການຊື້ຂາຍ, ເປັນສະຖານທີ່ສຳລັບຜູ້ຄົນໃນການເວົ້າຈາໄຮ້ສາລະ, ສ້າງສາຍສຳພັນສ່ວນຕົວ, ດຳເນີນທຸລະກິດ ແລະ ດຳເນີນການຄ້າ. ບັນຫາເຫຼົ່ານີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນກວດພົບ ແລະ ຢຸດຢັ້ງໂດຍທັນທີ.

ບາງຄົນເຂົ້າຮ່ວມການເຕົ້າໂຮມດ້ວຍຈຸດປະສົງເພື່ອຊອກວຽກດີໆໃຫ້ຕົນເອງ, ບາງຄົນເພື່ອຊ່ວຍສາມີຂອງຕົນໃຫ້ໄດ້ຮັບການເລື່ອນຕຳແໜ່ງ, ບາງຄົນເພື່ອຊອກວຽກດີໆໃຫ້ລູກຂອງຕົນ ແລະ ບາງຄົນກໍເພື່ອຊື້ສິນຄ້າຫຼຸດລາຄາ. ຄົນອື່ນໆກໍມາເພື່ອຊອກຫາແພດຊ່ຽວຊານທີ່ເກັ່ງໃຫ້ຄົນເຈັບໃນຄອບຄົວ ໂດຍບໍ່ຕ້ອງໃຫ້ຂອງຂວັນຫຼາຍຢ່າງ. ສະຫຼຸບກໍຄື, ຜູ້ບໍ່ເຊື່ອເຫຼົ່ານີ້ທີ່ບໍ່ສະແຫວງຫາຄວາມຈິງ ແລະ ມີເຈດຕະນາແອບແຝງ ເຫັນວ່າເວລາຂອງການເຕົ້າໂຮມໃນຄຣິດຕະຈັກເປັນເວລາທີ່ດີທີ່ສຸດໃນການສ້າງສາຍສຳພັນສ່ວນຕົວ ແລະ ຈັດການເລື່ອງສ່ວນຕົວ. ພາຍໃຕ້ໜ້າກາກຂອງການໂອ້ລົມພຣະທຳຂອງພຣະເຈົ້າ ຫຼື ການຮູ້ຈັກໂລກທີ່ຊົ່ວຮ້າຍນີ້ ແລະ ແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມນີ້, ພວກເຂົາມັກຈະນຳເອົາຄວາມຫຍຸ້ງຍາກຂອງຕົນເອງ ແລະ ເລື່ອງຕ່າງໆທີ່ພວກເຂົາປາຖະໜາຂຶ້ນມາສົນທະນາ ຈົນໃນທີ່ສຸດເຈດຕະນາທີ່ເຫັນແກ່ຕົວທີ່ເຊື່ອງຊ້ອນໄວ້ຂອງພວກເຂົາ ແລະ ເລື່ອງສ່ວນຕົວທີ່ພວກເຂົາຕັ້ງເປົ້າເຮັດໃຫ້ສຳເລັດກໍຖືກເປີດໂປງອອກມາເທື່ອລະໜ້ອຍ. ພວກເຂົາເປີດເຜີຍເຈດຕະນາຂອງຕົນ ແລະ ເຮັດໃຫ້ຄົນອື່ນເຊື່ອຢ່າງຜິດໆວ່າພວກເຂົາກຳລັງຜະເຊີນກັບຄວາມຫຍຸ້ງຍາກ ໂດຍແນະນຳໃຫ້ທຸກຄົນສະແດງຄວາມຮັກ ແລະ ຊ່ວຍເຫຼືອພວກເຂົາແບບບໍ່ມີເງື່ອນໄຂ ແລະ ໂດຍບໍ່ຫວັງໄດ້ຮັບສິ່ງຕອບແທນ. ພວກເຂົາມັກຈະໃຊ້ການເຊື່ອໃນພຣະເຈົ້າເປັນຂໍ້ອ້າງເພື່ອສວຍໃຊ້ຊ່ອງຫວ່າງຕ່າງໆ, ຊອກຫາໝູ່ເພື່ອນທີ່ພວກເຂົາຢາກຄົບຫາ ແລະ ຜູ້ທີ່ສາມາດເຮັດວຽກໃຫ້ພວກເຂົາໄດ້ໃນສະຖານທີ່ເຕົ້າໂຮມ. ບາງຄົນທີ່ຢາກຊື້ລົດໃນລາຄາພິເສດກໍຈະສຳຫຼວດເບິ່ງໃນທ່າມກາງອ້າຍເອື້ອຍນ້ອງວ່າ ມີໃຜເຮັດວຽກໃນຮ້ານຂາຍລົດ ຫຼື ມີເສັ້ນສາຍກັບເຈົ້າຂອງຮ້ານຂາຍລົດ. ເມື່ອພວກເຂົາກຳນົດເປົ້າໝາຍໄດ້ແລ້ວ, ພວກເຂົາກໍຈະລົງມື, ເຂົ້າໄປຕີສະໜິດ ແລະ ສ້າງສາຍສຳພັນ. ຖ້າບຸກຄົນນັ້ນມັກອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະໄປຢ້ຽມຢາມເຮືອນຂອງຄົນນັ້ນເລື້ອຍໆເພື່ອອ່ານພຣະທຳຂອງພຣະເຈົ້າຮ່ວມກັນ ແລະ ໃນການເຕົ້າໂຮມ ພວກເຂົາກໍຈະນັ່ງຂ້າງກັນ ແລະ ແລກປ່ຽນຂໍ້ມູນຕິດຕໍ່. ຈາກນັ້ນ ພວກເຂົາກໍຈະເລີ່ມລົງມືປະຕິບັດການ, ຕັ້ງໃຈວ່າຈະບໍ່ຍອມແພ້ຈົນກວ່າຈະບັນລຸເປົ້າໝາຍ. ທັງໝົດນີ້ແມ່ນບັນຫາທີ່ເກີດຂຶ້ນເລື້ອຍໆພາຍໃນຄຣິດຕະຈັກ ແລະ ທ່າມກາງຜູ້ຄົນ. ຖ້າບັນຫາເຫຼົ່ານີ້ເກີດຂຶ້ນໃນສະຖານທີ່ເຕົ້າໂຮມ ແລະ ໃນລະຫວ່າງເວລາເຕົ້າໂຮມ, ມັນກໍຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິດຕະຈັກຢ່າງແນ່ນອນ ເຊິ່ງສົ່ງຜົນກະທົບຕໍ່ຊີວິດຄຣິດຕະຈັກ. ຖ້າຄຣິດຕະຈັກໃດໜຶ່ງບໍ່ມີຊີວິດຄຣິດຕະຈັກເປັນເວລາດົນ, ຄຣິດຕະຈັກນັ້ນກໍຈະກາຍເປັນກຸ່ມສັງຄົມ, ເປັນສະຖານທີ່ສຳລັບການດຳເນີນທຸລະກຳ, ເປັນສະຖານທີ່ສຳລັບການສ້າງສາຍສຳພັນສ່ວນຕົວ, ເປັນການສະແຫວງຫາຜົນປະໂຫຍດຜ່ານທາງລັບ ແລະ ການຈັດການເລື່ອງສ່ວນຕົວ. ລັກສະນະຂອງສະຖານທີ່ນີ້ກໍປ່ຽນໄປ ແລະ ຜົນທີ່ຕາມມາແມ່ນຫຍັງ? ຢ່າງໜ້ອຍທີ່ສຸດ, ມັນກໍນຳໄປສູ່ການສູນເສຍຊີວິດຄຣິດຕະຈັກ ຊຶ່ງໝາຍເຖິງການສູນເສຍເວລາອັນມີຄ່າທີ່ໃຊ້ໃນການອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າຮ່ວມກັບອ້າຍເອື້ອຍນ້ອງ ແລະ ການເຂົ້າໃຈຄວາມຈິງ. ຍິ່ງໄປກວ່ານັ້ນ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄື ມັນນຳໄປສູ່ການສູນເສຍໂອກາດອັນມີຄ່າທີ່ພຣະວິນຍານບໍລິສຸດຈະປະຕິບັດພາລະກິດ ເພື່ອໃຫ້ຄວາມສະຫວ່າງແກ່ຜູ້ຄົນໃຫ້ເຂົ້າໃຈຄວາມຈິງ. ທັງໝົດນີ້ລ້ວນສ້າງຄວາມເສຍຫາຍຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນ. ສະນັ້ນ, ເພື່ອຜົນປະໂຫຍດ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເພື່ອຮັບຜິດຊອບຕໍ່ຊີວິດຂອງທຸກຄົນ, ມັນຈຳເປັນຕ້ອງຢຸດຢັ້ງ ແລະ ຈຳກັດບຸກຄົນດັ່ງກ່າວ; ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ແນ່ນອນ, ຖ້າອ້າຍເອື້ອຍນ້ອງທຳມະດາສາມາດເບິ່ງທະລຸຄົນເຫຼົ່ານີ້ ແລະ ການກະທຳຂອງພວກເຂົາ, ພວກເຂົາກໍຄວນຢືນຂຶ້ນປະຕິເສດ ແລະ ເວົ້າ “ບໍ່” ກັບຄົນເຫຼົ່ານັ້ນ. ໂດຍສະເພາະໃນຂະນະທີ່ດຳລົງຊີວິດຄຣິດຕະຈັກ ເຊິ່ງເປັນເວລາທີ່ສຳຄັນທີ່ສຸດສຳລັບຜູ້ຄົນ, ຖ້າຫາກມີຄົນໃຊ້ເວລາຂອງການເຕົ້າໂຮມເພື່ອເວົ້າ ແລະ ຈັດການເລື່ອງເຫຼົ່ານີ້, ອ້າຍເອື້ອຍນ້ອງກໍມີສິດທີ່ຈະບໍ່ສົນໃຈພວກເຂົາ ແລະ ຍິ່ງໄປກວ່ານັ້ນຄືມີສິດທີ່ຈະຢຸດຢັ້ງ ແລະ ປະຕິເສດສິ່ງດັ່ງກ່າວ. ການເຮັດແບບນີ້ຖືກຕ້ອງບໍ? (ຖືກຕ້ອງ). ບາງຄົນຄິດວ່າການທີ່ເຮືອນຂອງພຣະເຈົ້າເຮັດແບບນີ້ສະແດງເຖິງການຂາດຄວາມຮູ້ສຶກຂອງມະນຸດ. ຄວາມຮູ້ສຶກຂອງມະນຸດແມ່ນຄວາມເປັນມະນຸດທີ່ປົກກະຕິບໍ? ຄວາມຮູ້ສຶກຂອງມະນຸດສອດຄ່ອງກັບຄວາມຈິງບໍ? ຖ້າເຈົ້າມີຄວາມຮູ້ສຶກຂອງມະນຸດ ແລະ ໃຊ້ເວລາເຕົ້າໂຮມເພື່ອເລື່ອງສ່ວນຕົວຂອງເຈົ້າ, ເຖິງກັບເຮັດໃຫ້ຄົນສ່ວນໃຫຍ່ຕ້ອງຢູ່ເປັນເພື່ອນ ແລະ ສະໜັບສະໜູນເຈົ້າ, ຈົນບັນລຸຈຸດປະສົງໃນການຈັດການເລື່ອງສ່ວນຕົວຂອງເຈົ້າ ແລະ ລົບກວນຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຜູ້ຄົນທີ່ພຣະເຈົ້າເລືອກໃນການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງ ແລະ ເຮັດໃຫ້ພວກເຂົາສູນເສຍເວລາອັນມີຄ່ານີ້, ສິ່ງນີ້ຍຸຕິທຳຕໍ່ພວກເຂົາບໍ? ສິ່ງນີ້ສອດຄ່ອງກັບການມີຄວາມຮູ້ສຶກຂອງມະນຸດບໍ? ນີ້ເປັນວິທີການທີ່ໄຮ້ຄວາມເປັນມະນຸດ ແລະ ໄຮ້ສິນທຳທີ່ສຸດ ແລະ ຜູ້ຄົນຄວນຢືນຂຶ້ນ ແລະ ປະນາມມັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເປັນຄົນທີ່ໄຮ້ຄວາມສາມາດ, ໄຮ້ຄ່າ ແລະ ບໍ່ສາມາດຢຸດຢັ້ງ ແລະ ຈຳກັດພຶດຕິກຳດັ່ງກ່າວໄດ້ໂດຍທັນທີ, ບໍ່ໄດ້ເຮັດວຽກງານຕົວຈິງ, ແລ້ວອ້າຍເອື້ອຍນ້ອງທີ່ມີຄວາມຮູ້ສຶກຍຸຕິທຳກໍຄວນຮ່ວມມືກັນເພື່ອປ້ອງກັນບໍ່ໃຫ້ພຶດຕິກຳດັ່ງກ່າວ ແລະ ບັນຍາກາດແບບນີ້ແຜ່ລາມໃນຄຣິດຕະຈັກ. ຖ້າເຈົ້າບໍ່ຢາກສູນເສຍເວລາອັນມີຄ່າສຳລັບການອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງ, ບໍ່ຢາກໃຫ້ທາງເຂົ້າຂອງຊີວິດຂອງເຈົ້າຖືກລົບກວນ ແລະ ໄດ້ຮັບຄວາມເສຍຫາຍ, ທຳລາຍໂອກາດແຫ່ງຄວາມລອດພົ້ນຂອງເຈົ້າ, ແລ້ວເຈົ້າກໍຄວນຢືນຂຶ້ນປະຕິເສດ, ຢຸດຢັ້ງ ແລະ ຈຳກັດການເກີດຂຶ້ນຂອງເຫດການເຫຼົ່ານີ້. ການເຮັດເຊັ່ນນັ້ນແມ່ນເໝາະສົມ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ບາງຄົນໃນພວກເຈົ້າອາດຈະຮູ້ສຶກອາຍທີ່ຈະເຮັດແບບນັ້ນ; ພວກເຈົ້າອາດຈະຮູ້ສຶກອາຍ, ແຕ່ຄົນຊົ່ວຊ້າບໍ່ໄດ້ຮູ້ສຶກອາຍ. ພວກເຂົາໜ້າດ້ານພໍທີ່ຈະໃຊ້ເວລາເຕົ້າໂຮມອັນມີຄ່າຂອງພວກເຈົ້າ ເຊິ່ງເປັນເວລາທີ່ພຣະວິນຍານບໍລິສຸດຈະເຮັດວຽກ ແລະ ເປັນເວລາທີ່ພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າ. ຖ້າພວກເຈົ້າຮູ້ສຶກອາຍທີ່ຈະປະຕິເສດພວກເຂົາ, ແລ້ວການທີ່ຊີວິດຂອງເຈົ້າໄດ້ຮັບຄວາມເສຍຫາຍກໍສົມນໍ້າໜ້າແລ້ວ! ຖ້າເຈົ້າເຕັມໃຈທີ່ຈະສະແດງຄວາມຮັກຕໍ່ຊາຕານ, ມານຮ້າຍ ແລະ ຜູ້ບໍ່ເຊື່ອ ໂດຍການໃຫ້ຄວາມຊ່ວຍເຫຼືອພວກເຂົາ, ເສຍສະລະຕົນເອງເພື່ອຄົນອື່ນ ແລະ ບໍ່ສົນໃຈຫຼັກການ, ແລ້ວເຈົ້າຈະໂທດໃຜໄດ້ສຳລັບຄວາມເສຍຫາຍຕໍ່ຊີວິດຂອງພວກເຈົ້າ? ສະນັ້ນ, ທຸກກໍລະນີຂອງການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວຕ້ອງຖືກກຳຈັດອອກໃຫ້ໝົດສິ້ນຈາກຊີວິດຄຣິດຕະຈັກ. ຖ້າຄົນໃດໜຶ່ງຍັງດື້ດ້ານຕໍ່ໄປ ແລະ ຍັງຄົງລົມເລື່ອງຄອບຄົວ, ເວົ້າຈາໄຮ້ສາລະ, ຈັດການເລື່ອງສ່ວນຕົວ ຫຼື ຊອກວຽກ ແລະ ຊອກຄູ່ຄອງໃຫ້ຄົນອື່ນໃນລະຫວ່າງເວລາເຕົ້າໂຮມ, ໂດຍການຫາຂໍ້ອ້າງຕ່າງໆເພື່ອຜ່ານຊ່ວງເວລານີ້ໄປ, ຄວນຈັດການກັບຄົນເຊັ່ນນີ້ແນວໃດ? ກ່ອນອື່ນ, ພວກເຂົາຄວນຖືກຢຸດຢັ້ງ; ຖ້າພວກເຂົາຍັງບໍ່ຟັງ, ກໍຄວນປະຕິບັດການແຍກດ່ຽວ ແລະ ການຈຳກັດ. ຖ້າພວກເຂົາຍັງສືບຕໍ່ກໍ່ກວນຢູ່ເບື້ອງຫຼັງ, ທຽວເວົ້າຈາເອົາໃຈຄົນໄປທົ່ວ ແລະ ກໍ່ກວນຊີວິດທີ່ເປັນປົກກະຕິຂອງອ້າຍເອື້ອຍນ້ອງຢູ່ທົ່ວທຸກແຫ່ງ, ແລ້ວພວກເຂົາກໍຄວນຖືກກຳຈັດອອກ ແລະ ບໍ່ຖືວ່າເປັນອ້າຍເອື້ອຍນ້ອງ. ພວກເຂົາບໍ່ມີຄຸນສົມບັດທີ່ຈະດຳລົງຊີວິດຄຣິດຕະຈັກ ແລະ ບໍ່ສົມຄວນທີ່ຈະເຂົ້າຮ່ວມການເຕົ້າໂຮມ. ຄົນປະເພດນີ້ຄວນຖືກຈຳກັດ ແລະ ຖືກປະຕິເສດ. ແນ່ນອນ, ວຽກງານນີ້ກໍເປັນໜ້າທີ່ສຳຄັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບຄວນເຮັດ. ເມື່ອມີເລື່ອງ ແລະ ສະຖານະການດັ່ງກ່າວເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເປັນຄົນທຳອິດທີ່ຢືນຂຶ້ນ ແລະ ຢຸດຢັ້ງພວກເຂົາ. ເຈົ້າຄວນຢຸດຢັ້ງພວກເຂົາແນວໃດ? ເຈົ້າຄວນເວົ້າກັບພວກເຂົາວ່າ: “ເຈົ້າຮູ້ບໍວ່າພຶດຕິກຳແບບນີ້ຂອງເຈົ້າໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິດຕະຈັກແລ້ວ? ນີ້ເປັນສິ່ງທີ່ອ້າຍເອື້ອຍນ້ອງທຸກຄົນລັງກຽດ ແລະ ກຽດຊັງ ແລະ ຍັງຖືກພຣະເຈົ້າປະນາມອີກດ້ວຍ. ເຈົ້າຄວນຢຸດພຶດຕິກຳນີ້. ຖ້າເຈົ້າບໍ່ຟັງຄຳແນະນຳ ແລະ ຍັງດື້ດ້ານຕໍ່ໄປ, ແລ້ວຊີວິດຄຣິດຕະຈັກຂອງເຈົ້າກໍຈະຖືກຢຸດຢັ້ງ, ໜັງສືພຣະທຳຂອງພຣະເຈົ້າຂອງເຈົ້າກໍຈະຖືກຍຶດຄືນ ແລະ ຄຣິດຕະຈັກກໍຈະບໍ່ຖືວ່າເຈົ້າເປັນຄົນຂອງຄຣິດຕະຈັກອີກຕໍ່ໄປ!”. ແນ່ນອນ, ຍ້ອນຄວາມເຕີບໂຕຍັງນ້ອຍ ແລະ ຂາດຄວາມເຂົ້າໃຈຄວາມຈິງ, ມີບາງຄົນທີ່ອາດຈະລົມເລື່ອງຄອບຄົວເປັນບາງຄັ້ງຄາວ, ສ້າງສາຍສຳພັນກັບໃຜຜູ້ໜຶ່ງ ຫຼື ຈັດການເລື່ອງເລັກນ້ອຍບາງຢ່າງ ແລະ ສະຖານະການກໍບໍ່ຮ້າຍແຮງເກີນໄປ. ແບບນີ້ໄດ້ບໍ? (ໄດ້). ພາຍໃຕ້ສະຖານະການທີ່ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃດໆຕໍ່ທຸກຄົນ, ມັນເປັນທີ່ຍອມຮັບໄດ້ທີ່ອ້າຍເອື້ອຍນ້ອງຈະຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ສະແດງຄວາມຮັກເລັກນ້ອຍຕໍ່ກັນ. ແຕ່ສິ່ງທີ່ພວກເຮົາກຳລັງໂອ້ລົມກັນຢູ່ແມ່ນຫຍັງ? ກໍຄືເມື່ອພຶດຕິກຳ ແລະ ການກະທຳດັ່ງກ່າວໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິດຕະຈັກທີ່ເປັນປົກກະຕິແລ້ວ; ໃນກໍລະນີເຊັ່ນນັ້ນ, ຜູ້ທີ່ກ່ຽວຂ້ອງຄວນຖືກຢຸດຢັ້ງ ແລະ ຈຳກັດ. ພວກເຮົາບໍ່ຄວນອະນຸຍາດໃຫ້ພວກເຂົາສືບຕໍ່ຂັດຂວາງ ແລະ ລົບກວນຊີວິດຄຣິດຕະຈັກ. ການດຳເນີນການເຫຼົ່ານີ້ເປັນປະໂຫຍດຕໍ່ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງ. ບາງຄົນກໍສະແດງພຶດຕິກຳທີ່ຄ້າຍຄືກັນ, ແຕ່ສະຖານະການບໍ່ຮ້າຍແຮງ ແລະ ບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ; ມັນເປັນພຽງການພົວພັນທີ່ເປັນປົກກະຕິລະຫວ່າງອ້າຍເອື້ອຍນ້ອງ, ການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ການປຶກສາຫາລືຂໍ້ມູນຕາມປົກກະຕິ ຫຼື ການສອບຖາມກ່ຽວກັບຄວາມຮູ້ທົ່ວໄປທີ່ຄົນເຮົາບໍ່ເຂົ້າໃຈ. ຕາບໃດທີ່ມັນບໍ່ໄດ້ໃຊ້ເວລາຂອງການເຕົ້າໂຮມ ແລະ ຕາບໃດທີ່ທັງສອງຝ່າຍເຫັນດີ ແລະ ເຕັມໃຈໂດຍບໍ່ມີການບັງຄັບເຊິ່ງກັນ ແລະ ກັນ ແລະ ມັນເປັນການພົວພັນທີ່ຢູ່ໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ, ສິ່ງນັ້ນກໍເປັນທີ່ອະນຸຍາດ ແລະ ຄຣິດຕະຈັກຈະບໍ່ຈຳກັດມັນ. ແນວໃດກໍຕາມ, ມີພຽງແຕ່ສິ່ງດຽວເທົ່ານັ້ນຄື: ຖ້າການເວົ້າຈາ ແລະ ການກະທຳທີ່ບໍ່ລະມັດລະວັງຂອງຄົນໃດໜຶ່ງໃນຊີວິດຄຣິດຕະຈັກກໍ່ໃຫ້ເກີດການກໍ່ກວນ ຫຼື ການລົບກວນຕໍ່ອ້າຍເອື້ອຍນ້ອງ ແລະ ບາງຄົນໄດ້ຮູ້ສຶກລັງກຽດຕໍ່ສິ່ງນີ້ ແລະ ໄດ້ສະແດງການຄັດຄ້ານອອກມາ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນກ້າວອອກມາແກ້ໄຂບັນຫານີ້. ຫຼື ຖ້າຫາກມີຄົນອື່ນໄດ້ລາຍງານໃຜຜູ້ໜຶ່ງແລ້ວ, ໂດຍລະບຸວ່າຄົນຜູ້ນີ້ບໍ່ໄດ້ໂອ້ລົມພຣະທຳຂອງພຣະເຈົ້າໃນລະຫວ່າງເວລາເຕົ້າໂຮມ ແຕ່ພັດລົມເລື່ອງຄອບຄົວ ແລະ ສ້າງສາຍສຳພັນສ່ວນຕົວ, ປະຕິບັດຕໍ່ສະຖານທີ່ເຕົ້າໂຮມຄືກັບສະຖານທີ່ສຳລັບການສ້າງສາຍສຳພັນສ່ວນຕົວ ແລະ ຈັດການເລື່ອງສ່ວນຕົວ, ຂໍຄວາມກາລຸນາຈາກຄົນອື່ນ ແລະ ສວຍໃຊ້ໃຜກໍຕາມທີ່ພວກເຂົາສາມາດໃຊ້ໄດ້ ແລະ ລະບຸວ່າຄົນຜູ້ນີ້ມີລັກສະນະຕໍ່າຊ້າ, ເຫັນແກ່ຕົວ, ໜ້າລັງກຽດ, ຕໍ່າຊາມ ແລະ ບໍ່ໄດ້ສະແຫວງຫາຄວາມຈິງ ແຕ່ພັດຊອກຫາຜົນປະໂຫຍດຢູ່ທຸກບ່ອນ, ຊອກຫາໂອກາດຕ່າງໆເພື່ອຜົນປະໂຫຍດຂອງຕົນເອງ, ແລ້ວຄົນປະເພດນີ້ກໍຄວນຖືກແຍກດ່ຽວ.

ບາງຄົນສວຍໃຊ້ອ້າຍເອື້ອຍນ້ອງບາງຄົນທີ່ຮັ່ງມີ ແລະ ມີອິດທິພົນເພື່ອໃຫ້ພວກເຂົາເຮັດວຽກໃຫ້ຕົນ ແລະ ຖ້າຄຳຂໍຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ພວກເຂົາກໍມັກຈະພິພາກສາຄົນເຫຼົ່ານັ້ນລັບຫຼັງ ໂດຍອ້າງວ່າຄົນເຫຼົ່ານີ້ຂາດຄວາມຮັກ ແລະ ບໍ່ແມ່ນຜູ້ທີ່ເຊື່ອທີ່ແທ້ຈິງ ແລະ ເຖິງກັບຢາກຈະລາຍງານພວກເຂົາ. ພວກເຈົ້າເຄີຍພົບພໍ້ກັບບຸກຄົນເຊັ່ນນີ້ບໍ? ຄົນປະເພດນີ້ບໍ່ຄວນຖືກຈັດການບໍ? ຄວນເຮັດແນວໃດເມື່ອປະເຊີນກັບສະຖານະການເຊັ່ນນີ້? ຜູ້ນໍາ ແລະ ຜູ້ເຮັດວຽກຄວນກ້າວອອກມາແກ້ໄຂບັນຫາ ໂດຍປະຕິບັດຕາມຫຼັກການ ເພື່ອຮັບປະກັນວ່າອ້າຍເອື້ອຍນ້ອງຈະບໍ່ຖືກລົບກວນ. ການທີ່ຄົນໃດໜຶ່ງປະຕິເສດທີ່ຈະເຮັດບາງສິ່ງໃຫ້ພວກເຂົາເປັນສິ່ງທີ່ຜິດບໍ? ການປະຕິເສດທີ່ຈະຊ່ວຍເຫຼືອພວກເຂົາເທົ່າກັບວ່າບໍ່ໄດ້ປະຕິບັດຄວາມຈິງ ຫຼື ບໍ່ມີຄວາມຮັກຕໍ່ພຣະເຈົ້າບໍ? (ບໍ່ແມ່ນ). ການທີ່ຈະຊ່ວຍເຫຼືອໃຜຜູ້ໜຶ່ງແມ່ນອິດສະຫຼະຂອງພວກເຂົາເອງ; ພວກເຂົາມີສິດທິໃນການເລືອກ. ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດວ່າອ້າຍເອື້ອຍນ້ອງຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນໃນການແກ້ໄຂຄວາມຫຍຸ້ງຍາກໃນຄອບຄົວພາຍໃນຊີວິດຄຣິດຕະຈັກ. ຊີວິດຄຣິດຕະຈັກບໍ່ແມ່ນສະຖານທີ່ສຳລັບການແກ້ໄຂບັນຫາຄອບຄົວ, ແຕ່ເປັນສະຖານທີ່ເຕົ້າໂຮມເພື່ອການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການເຕີບໂຕໃນຊີວິດ. ບາງຄົນນຳໃຊ້ຊີວິດຄຣິດຕະຈັກເພື່ອແກ້ໄຂບັນຫາຂອງຕົນເອງ, ສິ່ງນີ້ສາມາດນຳມາເຊິ່ງຜົນສະທ້ອນຫຍັງແດ່? ມັນບໍ່ໄດ້ສົ່ງຜົນກະທົບຕໍ່ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການປະກອບຕົນເອງດ້ວຍຄວາມຈິງຂອງຜູ້ຄົນທີ່ພຣະເຈົ້າເລືອກບໍ? ບັນຫາຊີວິດສ່ວນຕົວຂອງຄົນເຮົາສາມາດແກ້ໄຂເປັນການສ່ວນຕົວກັບອ້າຍເອື້ອຍນ້ອງໄດ້; ບໍ່ຈຳເປັນຕ້ອງນຳເຂົ້າມາໃນຊີວິດຄຣິດຕະຈັກເພື່ອແກ້ໄຂ. ທຸກຄົນຄວນຮູ້ວ່າຈະເກີດຜົນສະທ້ອນຫຍັງຂຶ້ນ ເມື່ອການຈັດການເລື່ອງສ່ວນຕົວມາແຊກແຊງການດຳລົງຊີວິດຄຣິດຕະຈັກຂອງຜູ້ຄົນທີ່ພຣະເຈົ້າເລືອກ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກວດພົບເລື່ອງດັ່ງກ່າວ, ພວກເຂົາກໍຄວນກ້າວອອກມາແກ້ໄຂພວກມັນ. ພວກເຂົາຄວນປົກປ້ອງຜູ້ທີ່ຢູ່ໃນຄຣິດຕະຈັກທີ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ, ປົກປ້ອງຜູ້ທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງ, ຈຳກັດຄົນຊົ່ວຊ້າ ແລະ ກີດກັນບໍ່ໃຫ້ພວກເຂົາບັນລຸເປົ້າໝາຍຂອງຕົນ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຮົາຄວນຈຳແນກໃຫ້ຊັດເຈນວ່າ: ກໍລະນີປົກກະຕິຂອງບັນຫາໃນຂໍ້ທີສາມນັ້ນຄວນປະຕິບັດຕໍ່ແນວໃດ, ການສະແດງອອກໃດແດ່ທີ່ມີລັກສະນະ ແລະ ສະຖານະການທີ່ຮ້າຍແຮງ ແລະ ປະເພດ ແລະ ການສະແດງອອກໃດແດ່ທີ່ຖືວ່າເປັນການຂັດຂວາງ ແລະ ການລົບກວນ. ເມື່ອຈຳແນກຄວາມຮ້າຍແຮງຂອງສະຖານະການໄດ້ຢ່າງຊັດເຈນແລ້ວ, ກໍຄວນຈັດການຕາມລັກສະນະຂອງມັນ. ນີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງເຂົ້າໃຈ ແລະ ຍັງເປັນສິ່ງທີ່ທຸກຄົນຄວນກຳແໜ້ນໃຫ້ໄດ້ອີກດ້ວຍ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?