ບົດເສີມທີ: ບົດທີ 1

ສິ່ງທີ່ເຮົາຂໍໃຫ້ພວກເຈົ້າເຮັດແມ່ນບໍ່ແມ່ນທິດສະດີທີ່ເລື່ອນລອຍ ແລະ ເປົ່າວ່າງທີ່ເຮົາກ່າວເຖິງ ແລະ ມັນບໍ່ແມ່ນສິ່ງທີ່ສະໝອງຂອງມະນຸດຄິດບໍ່ເຖິງ ຫຼື ບໍ່ແມ່ນສິ່ງທີ່ເນື້ອໜັງຂອງມະນຸດບັນລຸບໍ່ໄດ້. ແມ່ນໃຜສາມາດຈົງຮັກພັກດີພາຍໃນເຮືອນຂອງເຮົາຢ່າງສົມບູນ? ແມ່ນໃຜສາມາດຖວາຍທຸກສິ່ງຂອງພວກເຂົາພາຍໃນອານາຈັກຂອງເຮົາ? ຖ້າບໍ່ແມ່ນຍ້ອນການເປີດເຜີຍຄວາມປະສົງຂອງເຮົາ ເຈົ້າຈະຮຽກຮ້ອງຕົວເອງໃຫ້ປະຕະບັດຕາມໃຈຂອງເຮົາຢ່າງແທ້ຈິງບໍ? ບໍ່ມີໃຜເຄີຍເຂົ້າໃຈໃຈຂອງເຮົາ ແລະ ບໍ່ມີໃຜເຄີຍເຫັນຄວາມປະສົງຂອງເຮົາ. ແມ່ນໃຜເຄີຍເຫັນໃບໜ້າ ຫຼື ໄດ້ຍິນສຽງຂອງເຮົາແນ່? ເປໂຕບໍ? ຫຼື ໂປໂລບໍ? ຫຼື ໂຢຮັນບໍ? ຫຼື ເຈມບໍ? ແມ່ນໃຜເຄີຍຖືກເຮົາຫໍ່ຫຸ້ມ ຫຼື ຖືກເຮົາຄອບຄອງ ຫຼື ຖືກເຮົາໃຊ້ແນ່? ເຖິງວ່າ ຄັ້ງທໍາອິດທີ່ເຮົາໄດ້ກາຍເປັນເນື້ອໜັງແມ່ນຢູ່ໃນຄວາມສັກສິດ ແຕ່ເນື້ອໜັງທີ່ເຮົາເອົາຫໍ່ຫຸ້ມຕົວເອງແມ່ນບໍ່ຮູ້ເຖິງຄວາມທົນທຸກຂອງມະນຸດ ຍ້ອນເຮົາບໍ່ໄດ້ບັງເກີດຢູ່ໃນຮູບຮ່າງໃດໜຶ່ງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດເວົ້າໄດ້ວ່າ ເນື້ອໜັງເຮັດຄວາມປະສົງຂອງເຮົາຢ່າງສົມບູນ. ເມື່ອຄວາມສັກສິດຂອງເຮົາສາມາດເຮັດດັ່ງທີ່ເຮົາຈະເຮັດ ແລະ ເວົ້າດັ່ງທີ່ເຮົາຈະເວົ້າໃນບຸກຄົນທີ່ມີຄວາມເປັນມະນຸດປົກກະຕິເທົ່ານັ້ນ, ໂດຍທີ່ບໍ່ມີອຸປະສັກ ຫຼື ສິ່ງກີດຂວາງ ຈຶ່ງຈະສາມາດເວົ້າໄດ້ວ່າ ຄວາມປະສົງຂອງເຮົາຖືກເຮັດໃນເນື້ອໜັງ. ຍ້ອນຄວາມເປັນມະນຸດທໍາມະດາສາມາດປ້ອງກັນຄວາມສັກສິດ, ດ້ວຍເຫດນັ້ນ ເປົ້າໝາຍຂອງເຮົາໃນການອ່ອນນ້ອມ ແລະ ລີ້ລັບຈຶ່ງໄດ້ບັນລຸ. ໃນຊ່ວງຂັ້ນຕອນຂອງພາລະກິດໃນເນື້ອໜັງ, ເຖິງວ່າ ຄວາມສັກສິດຈະກະທໍາໂດຍກົງ ແຕ່ການກະທໍາດັ່ງກ່າວກໍບໍ່ງ່າຍທີ່ຜູ້ຄົນຈະແນມເຫັນ ເຊິ່ງເປັນພຽງຍ້ອນຊີວິດ ແລະ ການກະທໍາຂອງຄວາມເປັນມະນຸດທໍາມະດາ. ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ບໍ່ສາມາດອົດອາຫານເປັນເວລາ 40 ມື້ ຄືກັບພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທໍາອິດ ແຕ່ພຣະອົງເຮັດພາລະກິດ ແລະ ເວົ້າແບບທໍາມະດາ ແລະ ເຖິງວ່າ ພຣະອົງຈະເປີດເຜີຍສິ່ງລຶກລັບ ແຕ່ພຣະອົງກໍທໍາມະດາຫຼາຍ; ມັນບໍ່ໄດ້ເປັນດັ່ງທີ່ຜູ້ຄົນຈິນຕະນາການ, ສຽງຂອງພຣະອົງບໍ່ໄດ້ຄ້າຍຄືກັບສຽງຟ້າຮ້ອງ, ໃບໜ້າຂອງພຣະອົງບໍ່ໄດ້ເຫຼື້ອມຍິບໆດ້ວຍແສງ ແລະ ສະຫວັນບໍ່ໄດ້ສັ່ນສະເທືອນເມື່ອພຣະອົງຍ່າງ. ຖ້າເປັນເຊັ່ນນັ້ນ ແລ້ວໃນສິ່ງນີ້ກໍຈະບໍ່ມີສິ່ງໃດທີ່ມາຈາກສະຕິປັນຍາຂອງເຮົາ ແລະ ມັນກໍຈະບໍ່ສາມາດເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະມັນໄດ້.

ເມື່ອເຮົາສະແດງຄວາມສັກສິດຂອງເຮົາຢູ່ທາງກ້ອງສິ່ງປ້ອງກັນຄວາມເປັນມະນຸດທໍາມະດາ ເຮົາແມ່ນໄດ້ຮັບການສັນລະເສີນຢ່າງສູງສຸດ, ພາລະກິດທີ່ຍິ່ງໃຫຍ່ຂອງເຮົາໄດ້ສໍາເລັດ ແລະ ບໍ່ມີສິ່ງໃດທີ່ມີຄວາມຫຍຸ້ງຍາກ. ນີ້ກໍຍ້ອນວ່າ ເປົ້າໝາຍຂອງການບັງເກີດເປັນມະນຸດຂອງເຮົາໂດຍສ່ວນໃຫຍ່ແລ້ວ ແມ່ນເພື່ອຍອມໃຫ້ທຸກຄົນທີ່ເຊື່ອໃນຕົວເຮົາເຫັນການກະທໍາຂອງຄວາມສັກສິດຂອງເຮົາທີ່ຢູ່ໃນເນື້ອໜັງ ແລະ ເພື່ອເຫັນພຣະເຈົ້າທີ່ແທ້ຈິງ ເຊິ່ງດ້ວຍເຫດນັ້ນ ກໍເປັນການກໍາຈັດບ່ອນຂອງພຣະເຈົ້າທີ່ແນມບໍ່ເຫັນ ແລະ ສໍາພັດບໍ່ໄດ້ໃຫ້ອອກໄປຈາກໃຈຂອງຜູ້ຄົນ. ຍ້ອນເຮົາກິນ, ນຸ່ງຮົ່ມໃຫ້ຕົວເອງ, ນອນ, ຄິດ ແລະ ກະທໍາຄືກັບຄົນທໍາມະດາ, ຍ້ອນເຮົາເວົ້າ ແລະ ຫົວຄືກັບຄົນທໍາມະດາ ແລະ ມີຄວາມຈໍາເປັນຄືກັບຄົນທໍາມະດາ ແລະ ຍັງມີແກ່ນແທ້ຂອງຄວາມສັກສິດທີ່ສົມບູນ ເຮົາຈຶ່ງຖືກເອີ້ນວ່າ “ພຣະເຈົ້າທີ່ແທ້ຈິງ”. ນີ້ບໍ່ແມ່ນທິດສະດີ ແລະ ສິ່ງດັ່ງກ່າວນີ້ກໍເຂົ້າໃຈງ່າຍ; ໃນສິ່ງນີ້ແມ່ນສາມາດເຫັນສ່ວນທີ່ມີໃຈກາງຂອງພາລະກິດຂອງເຮົາ ແລະ ໄລຍະຂອງພາລະກິດທີ່ມີການເອົາໃຈໃສ່ຂອງເຮົາ. ການເປີດເຜີຍຄວາມສັກສິດຂອງເຮົາຜ່ານຄວາມເປັນມະນຸດທໍາມະດາ ແມ່ນເປົ້າໝາຍຫຼັກຂອງການບັງເກີດເປັນມະນຸດຂອງເຮົາ. ມັນບໍ່ຍາກທີ່ຈະເຫັນວ່າ ໃຈກາງຂອງພາລະກິດຂອງເຮົາແມ່ນຢູ່ໃນສ່ວນທີສອງຂອງຍຸກແຫ່ງການພິພາກສາ.

ໃນຕົວເຮົາແມ່ນບໍ່ເຄີຍມີຊີວິດມະນຸດ ຫຼື ຮ່ອງຮອຍຂອງມະນຸດ. ຊິວິດມະນຸດແມ່ນບໍ່ເຄີຍມີບ່ອນໃນຕົວເຮົາ ແລະ ບໍ່ເຄີຍຍັບຍັ້ງການເປີດເຜີຍຂອງຄວາມສັກສິດຂອງເຮົາ. ສະນັ້ນ, ຍິ່ງເຮົາສະແດງສຽງຂອງເຮົາອອກໄປໃນສະຫວັນ ແລະ ຄວາມປະສົງຂອງພຣະວິນຍານຂອງເຮົາ ພຣະອົງຍິ່ງສາມາດເຮັດໃຫ້ຊາຕານອັບອາຍ ແລະ ດ້ວຍເຫດນັ້ນ ມັນຈຶ່ງງ່າຍຂຶ້ນທີ່ຈະເຮັດຄວາມປະສົງຂອງເຮົາໃນຄວາມເປັນມະນຸດທໍາມະດາ. ສິ່ງນີ້ເທົ່ານັ້ນທີ່ໄດ້ເອົາຊະນະຊາຕານ ແລະ ຊາຕານໄດ້ຮັບຄວາມອັບອາຍທີ່ສຸດແລ້ວ. ເຖິງວ່າ ເຮົາຈະລີ້ລັບ ແຕ່ສິ່ງນີ້ບໍ່ໄດ້ຂັດຂວາງພຣະວັດຈະນະ ແລະ ການກະທໍາຂອງຄວາມສັກສິດຂອງເຮົາ ເຊິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ເຮົາໄດ້ຮັບໄຊຊະນະ ແລະ ຖືກສັນລະເສີນຢ່າງສົມບູນ. ຍ້ອນພາລະກິດຂອງເຮົາໃນເນື້ອໜັງແມ່ນບໍ່ມີອຸປະສັກ ແລະ ຍ້ອນວ່າ ພຣະເຈົ້າທີ່ແທ້ຈິງໃນຕອນນີ້ມີບ່ອນໃນໃຈຂອງຜູ້ຄົນ ແລະ ໄດ້ວາງຮາກຖານໃນໃຈຂອງພວກເຂົາ ມັນຈຶ່ງພິສູດຢ່າງຄົບຖ້ວນວ່າ ເຮົາໄດ້ເອົາຊະນະຊາຕານ. ຍ້ອນຊາຕານບໍ່ສາມາດເຮັດຫຍັງອີກທ່າມກາງມະນຸດ ແລະ ມັນຍາກທີ່ຈະປູກຝັງຄຸນລັກສະນະຂອງຊາຕານໃນເນື້ອໜັງຂອງມະນຸດ, ຄວາມປະສົງຂອງເຮົາຈຶ່ງດໍາເນີນໂດຍບໍ່ມີອຸປະສັກ. ເນື້ອຫາຂອງພາລະກິດຂອງເຮົາໂດຍສ່ວນໃຫຍ່ແລ້ວ ແມ່ນເພື່ອເຮັດໃຫ້ທຸກຄົນເຫັນການກະທໍາທີ່ມະຫັດສະຈັນຂອງເຮົາ ແລະ ເຫັນໃບໜ້າທີ່ແທ້ຈິງຂອງເຮົາ: ບໍ່ແມ່ນວ່າຈະເອື້ອມບໍ່ເຖິງເຮົາ, ເຮົາບໍ່ໄດ້ສູງເທົ່າຟ້າ, ບໍ່ແມ່ນວ່າເຮົາຊິບໍ່ມີຮູບແບບ ແລະ ຮູບຮ່າງທີ່ແນ່ນອນ. ເຮົາບໍ່ໄດ້ວ່າຊິບໍ່ມີຕົວຕົນຄືອາກາດ ແລະ ເຮົາບໍ່ຄືກັບເມກທີ່ລອຍໄປມາ ທີ່ຈະຖືກພັດໄປຢ່າງງ່າຍດາຍ; ໃນທາງກົງກັນຂ້າມ ເຖິງວ່າ ເຮົາຈະອາໄສຢູ່ທ່າມກາງ ແລະ ປະສົບກັບຄວາມຫວານ, ຄວາມສົ້ມ, ຄວາມຂົມ ແລະ ຄວາມເຜັດຮ້ອນໃນທ່າມກາງມະນຸດ ແຕ່ເນື້ອໜັງຂອງເຮົາໂດຍພື້ນຖານແລ້ວ ແມ່ນແຕກຕ່າງຈາກຂອງມະນຸດ. ຄົນສ່ວນໃຫຍ່ມີຄວາມລໍາບາກໃນການພົວພັນກັບເຮົາ ແຕ່ຄົນສ່ວນໃຫຍ່ກໍຍັງສະແຫວງຫາທີ່ຈະພົວພັນກັບເຮົາ. ມັນຄືກັບວ່າ ມີຄວາມລຶກລັບທີ່ໃຫຍ່ຫຼວງ ແລະ ບໍ່ສາມາດຍັ່ງເຖິງໃນພຣະເຈົ້າທີ່ບັງເກີດເປັນມະນຸດ. ຍ້ອນການເປີດເຜີຍຄວາມສັກສິດໂດຍກົງ ແລະ ຍ້ອນສິ່ງປ້ອງກັນຂອງຮູບຮ່າງຂອງມະນຸດ ຜູ້ຄົນຈຶ່ງຢູ່ຫ່າງຈາກເຮົາດ້ວຍຄວາມຍໍາເກງ ໂດຍເຊື່ອວ່າ ເຮົາເປັນພຣະເຈົ້າທີ່ມີຄວາມເມດຕາ ແລະ ເປັນທີ່ຮັກ ແຕ່ກໍຍັງຢ້ານລິດທານຸພາບ ແລະ ຄວາມໂມໂຫຂອງເຮົາ. ສະນັ້ນ, ໃນໃຈຂອງພວກເຂົາ, ພວກເຂົາແມ່ນປາດຖະໜາທີ່ຈະເວົ້າກັບເຮົາຢ່າງຈິງຈັງ ແຕ່ພວກເຂົາກໍບໍ່ສາມາດເຮັດຕາມທີ່ພວກເຂົາປາດຖະໜາໄດ້. ສິ່ງທີ່ໃຈຂອງພວກເຂົາຕ້ອງການ ແຕ່ພາລະກໍາລັງຂອງພວກເຂົາພັດຂາດຫາຍ. ນີ້ແມ່ນສະພາບຂອງທຸກຄົນໃນສະຖານະການດັ່ງກ່າວນີ້ ແລະ ຍິ່ງຜູ້ຄົນເປັນແບບນີ້ ຂໍ້ພິສູດແຫ່ງການເປີດເຜີຍແງ່ມຸມທີ່ຫຼາກຫຼາຍຂອງອຸປະນິໄສຂອງເຮົາແຮ່ງຍິ່ງໃຫຍ່ ເຊິ່ງດ້ວຍເຫດນັ້ນ ຈຶ່ງເປັນການບັນລຸເປົ້າໝາຍຂອງຜູ້ຄົນໃນການຮູ້ຈັກພຣະເຈົ້າ. ແຕ່ສິ່ງນີ້ເປັນສິ່ງສໍາຮອງ; ສິ່ງທີ່ສໍາຄັນແມ່ນການເຮັດໃຫ້ຜູ້ຄົນຮູ້ຈັກການກະທໍາທີ່ມະຫັດສະຈັນຂອງເຮົາຈາກການກະທໍາຂອງເນື້ອໜັງຂອງເຮົາ ເຊິ່ງເຮັດໃຫ້ພວກເຂົາຮູ້ຈັກແກ່ນແທ້ຂອງພຣະເຈົ້າ. ເຮົາບໍ່ຜິດປົກກະຕິ ແລະ ເໜືອທໍາມະຊາດຕາມທີ່ຜູ້ຄົນຈິນຕະນາການກັນ; ກົງກັນຂ້າມ ເຮົາແມ່ນພຣະເຈົ້າທີ່ແທ້ຈິງ ທີ່ທໍາມະດາໃນທຸກສິ່ງ. ບ່ອນຂອງ “ເຮົາ” ໃນແນວຄວາມຄິດຂອງຜູ້ຄົນແມ່ນຖືກກໍາຈັດ ແລະ ພວກເຂົາຮູ້ຈັກເຮົາໃນຄວາມເປັນຈິງ. ຫຼັງຈາກນັ້ນເທົ່ານັ້ນ ເຮົາຈຶ່ງຮັບເອົາບ່ອນທີ່ແທ້ຈິງໃນຈິດໃຈຂອງຜູ້ຄົນ.

ຕໍ່ໜ້າທຸກຄົນ ເຮົາບໍ່ພຽງແຕ່ບໍ່ເຄີຍເຮັດສິ່ງໃດທີ່ເໜືອທໍາມະຊາດທີ່ຜູ້ຄົນຖະໜອມ ແຕ່ເຮົາກໍຍັງປົກກະຕິ ແລະ ທໍາມະດາທີ່ສຸດ; ເຮົາຈົງໃຈບໍ່ຍອມໃຫ້ຜູ້ຄົນເຫັນສິ່ງໃດ ທີ່ແຍ້ມໃຫ້ເຫັນເຖິງການເປັນພຣະເຈົ້າໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ. ແຕ່ຍ້ອນພຣະທໍາຂອງເຮົາ ຜູ້ຄົນຈຶ່ງຖືກເອົາຊະນະຢ່າງສິ້ນເຊີງ ແລະ ອ່ອນນ້ອມຕໍ່ຄໍາພະຍານຂອງເຮົາ. ດ້ວຍເຫດນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຮູ້ຈັກເຮົາໃນເນື້ອໜັງໂດຍບໍ່ມີຄວາມສົງໄສ ບົນພື້ນຖານຂອງການເຊື່ອຢ່າງສົມບູນວ່າ ພຣະເຈົ້າມີຢູ່ຢ່າງແທ້ຈິງ. ໃນວິທີນີ້ ຄວາມຮູ້ຂອງຜູ້ຄົນກ່ຽວກັບເຮົາແມ່ນໄດ້ເປັນຈິງຫຼາຍຂຶ້ນ, ຊັດເຈນຂຶ້ນ ແລະ ຢ່າງໜ້ອຍສຸດແມ່ນບໍ່ໄດ້ມີຮອຍດ່າງຈາກການປະພຶດທີ່ດີຂອງພວກເຂົາ; ທຸກຢ່າງແມ່ນຜົນຈາກຄວາມສັກສິດຂອງເຮົາທີ່ກະທໍາການໂດຍກົງ ໂດຍມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມສັກສິດຂອງເຮົາໃຫ້ແກ່ຜູ້ຄົນ ເນື່ອງຈາກວ່າ ຄວາມສັກສິດເທົ່ານັ້ນ ທີ່ແມ່ນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ແມ່ນຄຸນສົມບັດຂອງພຣະເຈົ້າທີ່ມີຢູ່ໃນຕົວ ເຊິ່ງຜູ້ຄົນຄວນເຫັນສິ່ງນີ້. ສິ່ງທີ່ເຮົາຕ້ອງການແມ່ນພຣະທໍາ, ການກະທໍາ ແລະ ການປະຕິບັດທີ່ຢູ່ໃນຄວາມສັກສິດ. ເຮົາບໍ່ສົນໃຈຄໍາເວົ້າ ແລະ ການກະທໍາໃນຄວາມເປັນມະນຸດ. ເປົ້າໝາຍຂອງເຮົາແມ່ນເພື່ອອາໄສຢູ່ ແລະ ປະຕິບັດໃນຄວາມສັກສິດ. ເຮົາບໍ່ປາດຖະໜາທີ່ຈະປັກລັກ ແລະ ແຕກໜໍ່ໃນມະນຸດຊາດ, ເຮົາບໍ່ປາດຖະໜາທີ່ຈະອາໄສຢູ່ໃນຄວາມເປັນມະນຸດ. ພວກເຈົ້າເຂົ້າໃຈສິ່ງທີ່ເຮົາກໍາລັງເວົ້າບໍ? ເຖິງແມ່ນວ່າ ເຮົາຈະແມ່ນແຂກໃນມະນຸດຊາດ ແຕ່ເຮົາກໍບໍ່ໄດ້ຕ້ອງການສິ່ງນີ້; ເຮົາປະຕິບັດໃນຄວາມສັກສິດທີ່ສົມບູນ ແລະ ໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈໃບໜ້າທີ່ແທ້ຈິງຂອງເຮົາດີຂຶ້ນ.

ກ່ອນນີ້: ບົດທີ 9

ຕໍ່ໄປ: ບົດທີ 10

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພາລະກິດ ແລະ ທາງເຂົ້າ (2)

ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ...

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ,...

ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ພາລະກິດທັງໝົດທີ່ດໍາເນີນມາຫຼາຍກ່ວາຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້