ບົດທີ 10

ໃນໄລຍະຂອງການສ້າງຄຣິສຕະຈັກ, ພຣະເຈົ້າເກືອບບໍ່ໄດ້ກ່າວເຖິງການສ້າງອານາຈັກເລີຍ. ແມ່ນແຕ່ໃນເວລາທີ່ພຣະອົງກ່າວເຖິງມັນ, ພຣະອົງກໍກ່າວເປັນພາສາຂອງສະໄໝນັ້ນ. ເມື່ອຍຸກແຫ່ງອານາຈັກມາຮອດ, ພຣະເຈົ້າກໍຂີດລຶບບາງວິທີການ ແລະ ຄວາມກັງວົນຂອງຊ່ວງເວລາສ້າງຄຣິສຕະຈັກນັ້ນອອກດ້ວຍການຂີດບາດດຽວ ແລະ ບໍ່ເຄີຍກ່າວເຖິງສິ່ງເຫຼົ່ານັ້ນແມ່ນແຕ່ໜຶ່ງຄໍາອີກເລີຍ. ນີ້ແມ່ນຄວາມໝາຍພື້ນຖານອັນແນ່ນອນຂອງຄໍາວ່າ “ພຣະເຈົ້າເອງ” ຜູ້ທີ່ໃໝ່ຕະຫຼອດ ແລະ ບໍ່ເຄີຍເກົ່າ. ແທ້ຈິງແລ້ວ ສິ່ງຕ່າງໆທີ່ອາດຖືກເຮັດໃນອະອີດ ພວກມັນຄືສ່ວນໜຶ່ງຂອງຍຸກທີ່ຜ່ານໄປ, ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຈັດປະເພດຂອງເຫດການໃນອະດີດດັ່ງກ່າວວ່າ ເປັນເຫດການທີ່ໄດ້ເກີດຂຶ້ນໃນຊ່ວງເວລາກ່ອນພຣະຄຣິດ ໃນຂະນະທີ່ຍຸກປັດຈຸບັນແມ່ນຮູ້ຈັກກັນວ່າ ເປັນຊ່ວງເວລາຫຼັງພຣະຄຣິດ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ການສ້າງຄຣິສຕະຈັກແມ່ນສິ່ງທີ່ຈໍາເປັນສໍາລັບການສ້າງອານາຈັກ; ມັນວາງພື້ນຖານເພື່ອໃຫ້ພຣະເຈົ້າຖືອໍານາດສູງສຸດຂອງພຣະອົງໃນອານາຈັກ. ການສ້າງຄຣິສຕະຈັກແມ່ນຮູບແບບຂອງປັດຈຸບັນ; ພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກສ່ວນໃຫຍ່ແລ້ວແມ່ນສຸມໃສ່ພາກສ່ວນນີ້ ນັ້ນກໍຄືການສ້າງອານາຈັກ. ກ່ອນພຣະອົງໄດ້ສ້າງຄຣິສຕະຈັກສໍາເລັດ, ພຣະອົງໄດ້ດໍາເນີນການກະກຽມ ສໍາລັບພາລະກິດທັງໝົດທີ່ຈະຕ້ອງເຮັດໝົດແລ້ວ ແລະ ເມື່ອເວລາເໝະສົມ ພຣະອົງກໍໄດ້ເລີ່ມພາລະກິດຂອງພຣະອົງຢ່າງເປັນທາງການ. ນີ້ຄືເຫດຜົນທີ່ພຣະເຈົ້າເວົ້າວ່າ: “ໂດຍພື້ນຖານແລ້ວ, ຍຸກແຫ່ງອານາຈັກແມ່ນແຕກຕ່າງຈາກເວລາທີ່ຜ່ານມາ. ມັນບໍ່ກ່ຽວກັບການກະທໍາຂອງມະນຸດ; ກົງກັນຂ້າມ, ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ ເຊິ່ງແມ່ນບາງສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸໄດ້”. ແນ່ນອນ ພຣະເຈົ້າຕ້ອງປະຕິບັດພາລະກິດນີ້ດ້ວຍຕົວເອງ. ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວນີ້ໄດ້; ພວກເຂົາບໍ່ສາມາດເຮັດມັນໄດ້. ນອກຈາກພຣະເຈົ້າແລ້ວ ມີຜູ້ໃດ ທີ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໃນທ່າມກາງມະນຸດບໍ່? ມີຜູ້ໃດທີ່ສາມາດ “ທໍລະມານ” ມະນຸດຊາດທັງໝົດຈົນຕາຍໄປເຄິ່ງໜຶ່ງບໍ່? ມະນຸດສາມາດຈັດຕຽມພາລະກິດດັ່ງກ່າວນັ້ນໄດ້ບໍ? ເປັນຫຍັງພຣະອົງຈຶ່ງເວົ້າວ່າ: “ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ”? ພຣະວິນຍານຂອງພຣະເຈົ້າໄດ້ຫາຍໄປຈາກທຸກພື້ນທີ່ແທ້ບໍ? ປະໂຫຍກທີ່ວ່າ: “ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ” ແມ່ນໝາຍເຖິງຄວາມຈິງທີ່ວ່າ ພຣະວິນຍານຂອງພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ ເພື່ອເຮັດພາລະກິດ ແລະ ຄວາມຈິງທີ່ວ່າ ພຣະວິນຍານຂອງພຣະເຈົ້າກໍາລັງປະຕິບັດພາລະກິດຢ່າງຊັດເຈນຜ່ານມະນຸດ. ໃນການດໍາເນີນພາລະກິດຂອງພຣະອົງດ້ວຍຕົວເອງ, ພຣະອົງໄດ້ອະນຸຍາດໃຫ້ຫຼາຍຄົນເຫັນພຣະອົງດ້ວຍຕາເປົ່າຂອງພວກເຂົາ; ມັນບໍ່ຈໍາເປັນສໍາລັບພວກເຂົາ ທີ່ຈະຊອກຫາພຣະອົງຢ່າງລະອຽດໃນຈິດໃຈຂອງພວກເຂົາອີກ. ນອກຈາກນັ້ນ, ພຣະອົງຍັງໄດ້ອະນຸຍາດໃຫ້ມະນຸດທຸກຄົນເຫັນການກະທໍາພາລະກິດຂອງພຣະວິນຍານດ້ວຍຕາຂອງພວກເຂົາເອງ ໂດຍສະແດງໃຫ້ພວກເຂົາເຫັນວ່າ ມີຄວາມແຕກຕ່າງທີ່ແທ້ຈິງລະຫວ່າງເນື້ອໜັງຂອງມະນຸດ ແລະ ພຣະເຈົ້າ. ໃນເວລາດຽວກັນ, ທົ່ວພື້ນທີ່ທັງໝົດ ແລະ ໂລກຈັກກະວານ, ພຣະວິນຍານຂອງພຣະເຈົ້າແມ່ນກໍາລັງປະຕິບັດພາລະກິດ. ປະຊາຊົນທັງໝົດຂອງພຣະເຈົ້າ ທີ່ໄດ້ຮັບແສງສະຫວ່າງ ແມ່ນໄດ້ຍອມຮັບນາມຂອງພຣະເຈົ້າ, ໄດ້ເຫັນວິທີກະທໍາພາລະກິດຂອງພຣະວິນຍານຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງໄດ້ຄຸ້ນເຄີຍກັບພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຂຶ້ນ. ສະນັ້ນ, ມີພຽງຄວາມເປັນພຣະເຈົ້າຂອງພຣະເຈົ້າປະຕິບັດພາລະກິດໂດຍກົງເທົ່ານັ້ນ, ນັ້ນກໍຄື ມີພຽງພຣະວິນຍານຂອງພຣະເຈົ້າສາມາດເຮັດພາລະກິດໂດຍບໍ່ມີການລົບກວນແມ່ນແຕ່ໜ້ອຍດຽວ ມະນຸດຊາດຈຶ່ງຈະສາມາດຄຸ້ນເຄີຍກັບພຣະເຈົ້າທີ່ແທ້ຈິງໄດ້. ນີ້ແມ່ນທາດແທ້ຂອງການສ້າງອານາຈັກ.

ຈັກເທື່ອແລ້ວທີ່ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ? ສອງສາມເທື່ອໄດ້ບໍ? ເປັນຫຍັງພຣະເຈົ້າຈຶ່ງກ່າວຫຼາຍເທື່ອວ່າ: “ຄັ້ງໜຶ່ງເຮົາເຄີຍລົງມາສູ່ໂລກມະນຸດ ແລະ ໄດ້ມີປະສົບການ ແລະ ໄດ້ສັງເກດເບິ່ງການທົນທຸກຂອງພວກເຂົາ ແຕ່ເຮົາເຮັດເຊັ່ນນັ້ນໂດຍທີ່ບໍ່ໄດ້ເຮັດໃຫ້ຈຸດປະສົງຂອງການບັງເກີດເປັນມະນຸດຂອງເຮົາສໍາເລັດ”? ເປັນໄປໄດ້ບໍ ທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດຫຼາຍຄັ້ງ ແຕ່ມະນຸດບໍ່ເຄີຍຮູ້ຈັກແມ່ນແຕ່ຄັ້ງດຽວ? ນັ້ນບໍ່ແມ່ນຄວາມໝາຍຂອງຖ້ອຍຄໍານີ້. ຄັ້ງທໍາອິດທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດ, ທີ່ຈິງແລ້ວ ເປົ້າໝາຍຂອງພຣະອົງບໍ່ແມ່ນເພື່ອໃຫ້ມະນຸດຮູ້ຈັກພຣະອົງ; ກົງກັນຂ້າມ, ພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ຫຼັງຈາກນັ້ນກໍຫາຍໄປໂດຍທີ່ບໍ່ມີໃຜສັງເກດເຫັນ ຫຼື ແມ່ນແຕ່ຈະມີໂອກາດຮູ້ຈັກພຣະອົງເລີຍ. ພຣະອົງບໍ່ໄດ້ອະນຸຍາດໃຫ້ຜູ້ຄົນຮູ້ຈັກພຣະອົງຢ່າງສົມບູນ ແລະ ພຣະອົງບໍ່ໄດ້ມີຄວາມສໍາຄັນຕໍ່ການບັງເກີດເປັນມະນຸດຢ່າງສິ້ນເຊີງ; ສະນັ້ນ, ຈຶ່ງບໍ່ສາມາດເວົ້າໄດ້ວ່າ ພຣະອົງໄດ້ບັງເກີດເປັນມະນຸດຢ່າງສົມບູນ. ໃນການບັງເກີດເປັນມະນຸດຄັ້ງທໍາອິດ, ພຣະອົງພຽງແຕ່ໃຊ້ຮ່າງກາຍທີ່ເປັນຮູບປະທໍາ ທີ່ປາສະຈາກທໍາມະຊາດຂອງຄວາມຜິດບາບ ເພື່ອປະຕິບັດພາລະກິດ; ຫຼັງຈາກພາລະກິດສໍາເລັດ ກໍບໍ່ມີຄວາມຈໍາເປັນທີ່ຈະຕ້ອງກ່າວເຖິງອີກ. ສ່ວນມະນຸດເຫຼົ່ານັ້ນ ທີ່ເຄີຍຖືກພຣະເຈົ້າໃຊ້ຕະຫຼອດຍຸກຕ່າງໆ, ໃນກໍລະນີດັ່ງກ່າວຍິ່ງມີຄຸນຄ່າໜ້ອຍທີ່ຈະເອີ້ນວ່າ “ການບັງເກີດເປັນມະນຸດ”. ມີແຕ່ພຣະເຈົ້າທີ່ແທ້ຈິງໃນປັດຈຸບັນເທົ່ານັ້ນ ຜູ້ທີ່ຢູ່ພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທໍາມະດາ ແລະ ຜູ້ທີ່ມີຄວາມເປັນພຣະເຈົ້າຢູ່ພາຍໃນ ແລະ ສົມບູນ ແລະ ຜູ້ທີ່ມີເປົ້າໝາຍໃນການອະນຸຍາດໃຫ້ມະນຸດຊາດຮູ້ຈັກພຣະອົງ ທີ່ສາມາດເອີ້ນຢ່າງສົມບູນວ່າ “ການບັງເກີດເປັນມະນຸດ”. ຄວາມໝາຍຂອງການລົງມາສູ່ໂລກນີ້ເປັນຄັ້ງທໍາອິດຂອງພຣະເຈົ້າ ຄືພາກສ່ວນໜຶ່ງຂອງຄວາມໝາຍຂອງສິ່ງທີ່ຖືກເອີ້ນວ່າ ການບັງເກີດເປັນມະນຸດໃນປັດຈຸບັນ ແຕ່ການມາໃນຄັ້ງນີ້ບໍ່ໄດ້ມີຄວາມໝາຍຢ່າງຄົບຖ້ວນໃນສິ່ງທີ່ເອີ້ນວ່າ ການບັງເກີດເປັນມະນຸດ ໃນປັດຈຸບັນ. ນີ້ແມ່ນເຫດຜົນທີ່ພຣະເຈົ້າເວົ້າວ່າ: “ບໍ່ໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດຂອງເຮົາສຳເລັດ”. ພຣະທໍາທີ່ວ່າ: “ໄດ້ການມີປະສົບກັບ ແລະ ການສັງເກດເບິ່ງການທົນທຸກຂອງມະນຸດ” ແມ່ນໝາຍເຖິງພຣະວິນຍານຂອງພຣະເຈົ້າ ແລະ ການບັງເກີດເປັນມະນຸດທັງສອງຄັ້ງ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງເວົ້າວ່າ: “ເມື່ອການສ້າງອານາຈັກໄດ້ເລີ່ມດໍາເນີນການ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາກໍໄດ້ເລີ່ມປະຕິບັດພັນທະກິດຂອງເຮົາຢ່າງເປັນທາງການ; ນັ້ນກໍຄື ກະສັດຂອງອານາຈັກໄດ້ຖືເອົາອໍານາດສູງສຸດຂອງພຣະອົງຢ່າງເປັນທາງການ”. ເຖິງວ່າ ການສ້າງຄຣິສຕະຈັກແມ່ນການເປັນພະຍານໃຫ້ແກ່ນາມຂອງພຣະເຈົ້າ ແຕ່ພາລະກິດຍັງບໍ່ໄດ້ເລີ່ມຢ່າງເປັນທາງການ; ມີແຕ່ໃນປັດຈຸບັນເທົ່ານັ້ນ ຈຶ່ງຈະສາມາດເວົ້າໄດ້ວ່າ ເປັນການສ້າງອານາຈັກ. ສິ່ງດຽວທີ່ຖືກເຮັດກ່ອນໜ້ານັ້ນແມ່ນເປັນພຽງການຊີມລົດຊາດກ່ອນ; ມັນບໍ່ແມ່ນຂອງແທ້. ເຖິງຈະມີການເວົ້າວ່າ ອານາຈັກໄດ້ເລີ່ມຂຶ້ນແລ້ວ ແຕ່ກໍຍັງບໍ່ມີການເຮັດພາລະກິດພາຍໃນມັນເທື່ອ. ມີແຕ່ໃນປັດຈຸບັນເທົ່ານັ້ນ ເມື່ອໄດ້ມີການເຮັດພາລະກິດພາຍໃນຄວາມເປັນພຣະເຈົ້າຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ເລີ່ມພາລະກິດຂອງພຣະອົງຢ່າງເປັນທາງການ, ໃນທີ່ສຸດ ມະນຸດກໍຈຶ່ງໄດ້ເຂົ້າໄປໃນອານາຈັກ. ສະນັ້ນ: “ການລົງມາຂອງອານາຈັກສູ່ໂລກມະນຸດ ເຊິ່ງບໍ່ແມ່ນແຕ່ເປັນພຽງການສະແດງອອກຕາມຕົວໜັງສືແຕ່ມັນຄືໜຶ່ງໃນບັນດາຄວາມເປັນຈິງທີ່ແທ້ຈິງ; ນີ້ແມ່ນສ່ວນໜຶ່ງຂອງຄວາມໝາຍຂອງ ‘ຄວາມເປັນຈິງຂອງການປະຕິບັດ’”. ຂໍ້ຄວາມທີ່ຄັດຕອນມານີ້ແມ່ນການສະຫຼຸບໂດຍຫຍໍ້ທີ່ເໝາະສົມກ່ຽວກັບການອະທິບາຍມາຂ້າງເທິງ. ເມື່ອໄດ້ໃຫ້ຄໍາອະທິບາຍນີ້ແລ້ວ, ພຣະເຈົ້າກໍໄດ້ສືບຕໍ່ອະທິບາຍສະພາບທົ່ວໄປຂອງມະນຸດ ເຊິ່ງເຮັດໃຫ້ຜູ້ຄົນຢູ່ໃນສະພາບຫຍຸ້ງໆຢູ່ຕະຫຼອດເວລາ. “ທົ່ວໂລກ ທຸກຄົນແມ່ນມີຊີວິດຢູ່ພາຍໃນຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາ ແຕ່ມະນຸດທຸກຄົນກໍຢູ່ພາຍໃຕ້ການພິພາກສາຂອງເຮົາເຊັ່ນກັນ ແລະ ໃນທໍານອງດຽວກັນນັ້ນກໍຢູ່ພາຍໃຕ້ການທົດລອງຂອງເຮົາ”. ຊີວິດມະນຸດແມ່ນຖືກຄຸ້ມຄອງຕາມຫຼັກການ ແລະ ກົດລະບຽບໃດໜຶ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ ແລະ ສິ່ງເຫຼົ່ານັ້ນແມ່ນມີດັ່ງນີ້: ຈະມີເວລາແຫ່ງຄວາມສຸກ, ຊ່ວງເວລາແຫ່ງຄວາມຜິດຫວັງ ແລະ ຍິ່ງໄປກວ່ານັ້ນ ແມ່ນເວລາຂອງການຖືກເຮັດໃຫ້ບໍລິສຸດດ້ວຍຄວາມລໍາບາກທີ່ຕ້ອງໄດ້ມີການອົດທົນ. ສະນັ້ນ, ບໍ່ມີຜູ້ໃດຈະດໍາລົງຊີວິດແຫ່ງຄວາມສຸກທີ່ບໍລິສຸດ ຫຼື ການທົນທຸກທີ່ບໍລິສຸດ; ທຸກຊີວິດຈະມີການຂຶ້ນ ແລະ ລົງຂອງມັນ. ທົ່ວມະນຸດຊາດທັງໝົດ, ຄວາມເມດຕາ ແລະ ຄວາມກະລຸນາຂອງພຣະເຈົ້າບໍ່ພຽງແຕ່ຊັດເຈນເທົ່ານັ້ນ ແຕ່ການພິພາກສາຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງກໍເຊັ່ນກັນ. ສາມາດເວົ້າໄດ້ວ່າ ມະນຸດທຸກຄົນມີຊີວິດໃນທ່າມກາງການທົດລອງຂອງພຣະເຈົ້າ, ແມ່ນບໍ? ທົ່ວໂລກທີ່ກວ້າງໃຫຍ່ໄພສານນີ້, ມະນຸດທຸກຄົນແມ່ນຫຍຸ້ງຢູ່ກັບການຊອກຫາທາງອອກສໍາລັບຕົວເອງ. ພວກເຂົາບໍ່ແນ່ໃຈວ່າ ພວກເຂົາຈະຫຼິ້ນບົດບາດໃດ ແລະ ບາງຄົນເຖິງກັບທໍາລາຍ ຫຼື ຍອມເສຍຊີວິດຂອງພວກເຂົາເພື່ອຊາຕາກໍາ. ແມ່ນແຕ່ໂຢບກໍບໍ່ໄດ້ຖືກຍົກເວັ້ນຈາກກົດເກນນີ້: ເຖິງແມ່ນວ່າ ເພິ່ນໄດ້ອົດທົນຕໍ່ການທົດລອງຂອງພຣະເຈົ້າເຊັ່ນກັນ ແຕ່ເຖິງຢ່າງນັ້ນກໍຕາມ ເພິ່ນກໍຍັງຊອກຫາທາງອອກສໍາລັບຕົວເອງ. ບໍ່ມີຜູ້ໃດສາມາດຕັ້ງໝັ້ນຜ່ານການທົດລອງຂອງພຣະເຈົ້າໄດ້. ເນື່ອງຈາກຄວາມໂລບ ແລະ ທໍາມະຊາດຂອງມະນຸດ, ບໍ່ມີຜູ້ໃດມີຄວາມພໍໃຈຢ່າງເຕັມປ່ຽມກັບສະພາບປັດຈຸບັນຂອງພວກເຂົາ ແລະ ບໍ່ມີຜູ້ໃດຕັ້ງໝັ້ນຕໍ່ການທົດລອງ; ທຸກຄົນຕົກຢູ່ພາຍໃຕ້ການພິພາກສາຂອງພຣະເຈົ້າ. ຖ້າພຣະເຈົ້າໄດ້ເອົາຈິງເອົາຈັງກັບມະນຸດ ແລະ ຖ້າພຣະອົງຍັງມີຄວາມຮຽກຮ້ອງດັ່ງກ່າວຢ່າງເຂັ້ມງວດຈາກຜູ້ຄົນ ແລ້ວມັນກໍຈະເປັນຄືດັ່ງທີ່ພຣະອົງໄດ້ກ່າວໄວ້ວ່າ: “ເຜົ່າພັນມະນຸດທັງໝົດກໍຈະຕົກຢູ່ພາຍໃຕ້ການຈ້ອງເບິ່ງຢ່າງເຜົາໄໝ້ຂອງເຮົາ”.

ເຖິງແມ່ນວ່າໃນຄວາມເປັນຈິງແລ້ວ ການສ້າງອານາຈັກໄດ້ເລີ່ມຂຶ້ນຢ່າງເປັນທາງການ ແຕ່ສຽງຄໍານັບອານາຈັກຍັງບໍ່ໄດ້ດັງຂຶ້ນຢ່າງເປັນທາງການ; ຕອນນີ້ມັນແມ່ນການທໍານາຍສິ່ງທີ່ຈະມາເຖິງ. ເມື່ອທຸກຄົນຖືກເຮັດໃຫ້ສົມບູນ ແລະ ທຸກປະເທດໃນແຜ່ນດິນໂລກໄດ້ກາຍເປັນອານາຈັກຂອງພຣະຄຣິດ, ມັນກໍຈະເປັນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ. ຍຸກປັດຈຸບັນກໍາລັງກ້າວໄປສູ່ຂັ້ນຕອນນັ້ນ; ການບຸກໂຈມຕີຖືກບຸກໄປສູ່ຍຸກນັ້ນແລ້ວ. ນີ້ແມ່ນແຜນການຂອງພຣະເຈົ້າ ແລະ ໃນອະນາຄົດອັນໃກ້ນີ້ ມັນກໍຈະບັນລຸຜົນ. ຢ່າງໃດກໍຕາມ, ພຣະເຈົ້າແມ່ນໄດ້ເຮັດທຸກຢ່າງທີ່ພຣະອົງໄດ້ກ່າວສໍາເລັດໝົດແລ້ວ. ສະນັ້ນ, ມັນຈຶ່ງຊັດເຈນວ່າ ບັນດາປະເທດຕ່າງໆໃນແຜ່ນດິນໂລກແມ່ນຜາສາດໃນດິນຊາຍ ສັ່ນສະເທືອນເມື່ອນໍ້ານອງໄຫຼເຂົ້າມາໃກ້: ຍຸກສຸດທ້າຍແມ່ນໃກ້ທີ່ຈະມາເຖິງ ແລະ ມັງກອນແດງທີ່ຍິ່ງໃຫຍ່ຈະລົ້ມລົງຢູ່ພາຍໃຕ້ພຣະທໍາຂອງພຣະເຈົ້າ. ເພື່ອຮັບປະກັນວ່າ ແຜນການຂອງພຣະອົງຖືກປະຕິບັດໃຫ້ສໍາເລັດ, ທູດສະຫວັນແມ່ນໄດ້ລົງມາສູ່ແຜ່ນດິນໂລກ ໂດຍເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກສົ່ງໄປຍັງສະໜາມຮົບ ເພື່ອຕໍ່ສູ້ກັບສັດຕູ. ຢູ່ບ່ອນໃດກໍຕາມທີ່ການບັງເກີດເປັນມະນຸດໄດ້ປາກົດຂຶ້ນ ແມ່ນບ່ອນທີ່ສັດຕູຈະຖືກກໍາຈັດ. ປະເທດຈີນຈະເປັນປະເທດທໍາອິດທີ່ຖືກທໍາລາຍລ້າງ; ມັນຈະຖືກທໍາລາຍດ້ວຍມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ໄວ້ຊີວິດທີ່ຢູ່ບ່ອນນັ້ນຢ່າງເດັດຂາດ. ຫຼັກຖານຂອງການພັງທະລາຍເທື່ອລະເລັກເທື່ອລະໜ້ອຍຂອງມັງກອນແດງທີ່ຍິ່ງໃຫຍ່ ສາມາດເຫັນໄດ້ໃນການເຕີບໃຫຍ່ຢ່າງຕໍ່ເນື່ອງຂອງຜູ້ຄົນ; ນີ້ແມ່ນສິ່ງທີ່ແນ່ນອນ ແລະ ໃຜກໍເຫັນໄດ້. ການເຕີບໃຫຍ່ຂອງຜູ້ຄົນແມ່ນສັນຍານຂອງການຕາຍຂອງສັດຕູ. ນີ້ແມ່ນການອະທິບາຍເລັກນ້ອຍ ກ່ຽວກັບຄວາມໝາຍທີ່ວ່າ “ຕໍ່ສູ້”. ສະນັ້ນ, ພຣະເຈົ້າໄດ້ເຕືອນຜູ້ຄົນຫຼາຍຄັ້ງ ເພື່ອເປັນພະຍານຢ່າງງົດງາມແກ່ພຣະອົງ ແລະ ເພື່ອປ່ຽນແປງສະຖານະທີ່ຍຶດຖືດ້ວຍຄວາມຄິດ; ເຊິ່ງເປັນຄວາມຂີ້ຮ້າຍຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ຢູ່ໃນໃຈຂອງມະນຸດ. ພຣະເຈົ້າໃຊ້ຄໍາເຕືອນດັ່ງກ່າວ ເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນມີຊີວິດຊີວາຂຶ້ນ ແລະ ການເຮັດເຊັ່ນນັ້ນ ກໍເປັນການບັນລຸຜົນສໍາເລັດໃນພາລະກິດຂອງພຣະອົງ. ນີ້ກໍຍ້ອນພຣະເຈົ້າໄດ້ກ່າວໄວ້ວ່າ: “ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ?” ມະນຸດທຸກຄົນແມ່ນເປັນແບບນີ້; ພວກເຂົາບໍ່ພຽງແຕ່ບໍ່ມີຄວາມສາມາດເທົ່ານັ້ນ ແຕ່ພວກເຂົາຍັງໝົດກໍາລັງໃຈ ແລະ ຜິດຫວັງໄດ້ງ່າຍ. ຍ້ອນເຫດຜົນນີ້ ພວກເຂົາຈຶ່ງບໍ່ສາມາດຮູ້ຈັກພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ຟື້ນຟູຄວາມເຊື່ອຂອງມະນຸດ; ພຣະອົງຍັງເຮັດໃຫ້ຜູ້ຄົນເຕັມໄປດ້ວຍກໍາລັງຢ່າງລັບໆ ແລະ ຢ່າງສະໝໍ່າສະເໝີ.

ຕໍ່ໄປ ພຣະເຈົ້າໄດ້ເລີ່ມເວົ້າກັບຈັກກະວານທັງໝົດ. ພຣະເຈົ້າບໍ່ພຽງແຕ່ເລີ່ມພາລະກິດໃໝ່ຂອງພຣະອົງໃນປະເທດຈີນເທົ່ານັ້ນ ແຕ່ພຣະອົງຍັງໄດ້ເລີ່ມເຮັດພາລະກິດໃໝ່ຂອງປັດຈຸບັນທົ່ວຈັກກະວານອີກດ້ວຍ. ໃນຂັ້ນຕອນນີ້ຂອງພາລະກິດ, ຍ້ອນພຣະເຈົ້າປາດຖະໜາທີ່ຈະເປີດເຜີຍການກະທໍາທັງໝົດຂອງພຣະອົງທົ່ວໂລກ ເພື່ອວ່າ ມະນຸດທຸກຄົນທີ່ໄດ້ທໍລະຍົດຕໍ່ພຣະອົງຈະກັບມາອີກຄັ້ງ ເພື່ອອ່ອນນ້ອມຢູ່ຕໍ່ໜ້າບັນລັງຂອງພຣະອົງ, ການພິພາກສາຂອງພຣະອົງຈຶ່ງຈະຍັງມີຄວາມເມດຕາ ແລະ ຄວາມກະລຸນາຂອງພຣະອົງ. ພຣະເຈົ້າໃຊ້ເຫດການໃນປັດຈຸບັນທົ່ວໂລກເປັນໂອກາດ ເພື່ອເຮັດໃຫ້ມະນຸດຮູ້ສຶກຕື່ນຕົກໃຈ ແລະ ດົນບັນດານໃຫ້ພວກເຂົາສະແຫວງຫາພຣະເຈົ້າ ເພື່ອວ່າ ພວກເຂົາອາດຫຼັ່ງໄຫຼກັບຄືນມາຢູ່ຕໍ່ໜ້າພຣະອົງ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ: “ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ”. ໃນນີ້ ພຣະເຈົ້າໄດ້ເປີດເຜີຍທໍາມະຊາດທີ່ແທ້ຈິງຂອງມະນຸດ ດ້ວຍຄວາມຖືກຕ້ອງ ທີ່ແຊກຊຶມເຂົ້າໄປ, ບໍ່ມີສິ່ງເທົ່າທຽມ ແລະ ໂດຍທີ່ບໍ່ຕ້ອງໃຊ້ຄວາມພະຍາຍາມ. ສິ່ງນີ້ເຮັດໃຫ້ຜູ້ຄົນເຊື່ອງໃບໜ້າຂອງພວກເຂົາດ້ວຍຄວາມອັບອາຍ ແລະ ຖືກເຮັດໃຫ້ອັບອາຍຢ່າງທີ່ສຸດ. ທຸກຄັ້ງທີ່ພຣະເຈົ້າເວົ້າ, ບໍ່ວ່າດ້ວຍວິທີໃດ ພຣະອົງສາມາດຊີ້ໃຫ້ເຫັນຕະຫຼອດເຖິງບາງພາກສ່ວນຂອງການປະຕິບັດທີ່ເປັນຕາອັບອາຍຂອງມະນຸດ ເພື່ອວ່າ ໃນຂະນະທີ່ຢູ່ຢ່າງສະບາຍ ຜູ້ຄົນຈະບໍ່ລືມທີ່ຈະຮູ້ຈັກຕົວເອງ ແລະ ບໍ່ຄິດກ່ຽວກັບການຮູ້ຈັກຕົວເອງວ່າ ເປັນວຽກງານເກົ່າ. ຕາມທໍາມະຊາດຂອງມະນຸດແລ້ວ, ຖ້າພຣະເຈົ້າຢຸດທີ່ຈະຊີ້ໃຫ້ເຫັນເຖິງຂໍ້ບົກຜ່ອງຂອງພວກເຂົາແມ່ນແຕ່ຊົ່ວໄລຍະໜຶ່ງ ພວກເຂົາກໍຈະກາຍເປັນຄົນໄຮ້ສິນທໍາ ແລະ ອວດດີ. ນີ້ແມ່ນເຫດຜົນທີ່ພຣະເຈົ້າເວົ້າໃນປັດຈຸບັນອີກຄັ້ງວ່າ: “ມະນຸດບໍ່ຮູ້ຄຸນຄ່າຕໍາແໜ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ, ສະນັ້ນ ຫຼາຍຄົນໃນຕໍາແໜ່ງ ‘ຜູ້ເຮັດການບໍລິການ’ ຈຶ່ງມີຄວາມບໍ່ພໍໃຈໃນໃຈຂອງພວກເຂົາ ແລະ ຫຼາຍຄົນໃນຕໍາແໜ່ງ ‘ປະຊາຊົນຂອງເຮົາ’ ຈຶ່ງມີຄວາມຮັກຕໍ່ເຮົາໃນໃຈຂອງພວກເຂົາ. ບໍ່ມີຜູ້ໃດຄວນພະຍາຍາມຫຼອກລວງເຮົາ; ຕາຂອງເຮົາແມ່ນເຫັນທຸກຢ່າງ!” ທັນໃດທີ່ມະນຸດໄດ້ອ່ານຖ້ອຍຄໍານີ້, ພວກເຂົາກໍຮູ້ສຶກອຶດອັດໃຈທັນທີ. ພວກເຂົາຮູ້ສຶກວ່າ ການກະທໍາໃນອະດີດຂອງພວກເຂົາແມ່ນຄືເດັກນ້ອຍຫຼາຍ. ມັນເປັນພຽງການກະທໍາສົກກະປົກທີ່ລ່ວງເກີນພຣະເຈົ້າ. ບໍ່ດົນມານີ້ ພວກເຂົາຕ້ອງການເຮັດໃຫ້ພຣະເຈົ້າພໍໃຈ ແຕ່ໃນຂະນະທີ່ພວກເຂົາເຕັມໃຈເຮັດ ພວກເຂົາກໍຂາດພະລັງທີ່ຈະເຮັດເຊັ່ນນັ້ນ ແລະ ບໍ່ຮູ້ຈັກສິ່ງທີ່ພວກເຂົາຄວນເຮັດ. ພວກເຂົາແມ່ນເຕັມໄປດ້ວຍຄວາມຕັ້ງໃຈໃໝ່ໂດຍບໍ່ຮູ້ຕົວ. ນີ້ແມ່ນຜົນຈາກການອ່ານພຣະທໍາເຫຼົ່ານີ້ຫຼັງຈາກທີ່ມີຄວາມສະຫງົບໃຈ.

ໃນດ້ານໜຶ່ງ, ພຣະເຈົ້າເວົ້າວ່າ ຊາຕານແມ່ນເປັນບ້າຫຼາຍ ໃນຂະນະອີກດ້ານ ພຣະອົງໄດ້ຊີ້ໃຫ້ເຫັນວ່າ ທໍາມະຊາດເດີມໆທີ່ມະນຸດສ່ວນໃຫຍ່ມີ ແມ່ນບໍ່ໄດ້ຖືກປ່ຽນແປງເລີຍ. ຈາກສິ່ງນີ້, ມັນຈຶ່ງຊັດເຈນວ່າ ການກະທໍາຂອງຊາຕານແມ່ນສະແດງອອກຜ່ານຄວາມເປັນມະນຸດ. ດັ່ງນັ້ນ, ພຣະເຈົ້າຈຶ່ງເຕືອນມະນຸດເປັນປະຈໍາວ່າ ບໍ່ໃຫ້ເສເພ ຍ້ອນຢ້ານພວກເຂົາຖືກຊາຕານກືນກິນ. ນີ້ບໍ່ແມ່ນພຽງການທໍານາຍເທົ່ານັ້ນວ່າ ມະນຸດບາງຄົນຈະກະບົດ; ຍິ່ງໄປກວ່ານັ້ນ, ມັນຍັງແມ່ນສຽງກະດິງສັນຍານ ທີ່ສົ່ງສຽງເຕືອນໃຫ້ທຸກຄົນປະຖິ້ມອະດີດຢ່າງຮີບດ່ວນ ແລະ ສະແຫວງຫາຍຸກປັດຈຸປັນ. ບໍ່ມີຜູ້ໃດປາດຖະໜາທີ່ຈະຖືກພວກຜີສາດຄອບງຳ ຫຼື ຖືກວິນຍານຊົ່ວຮ້າຍເອົາຊະນະ, ສະນັ້ນ ພຣະທໍາຂອງພຣະເຈົ້າຍິ່ງແມ່ນຄໍາເຕືອນ ແລະ ການຕັກເຕືອນພວກເຂົາ. ຢ່າງໃດກໍຕາມ, ເມື່ອຄົນສ່ວນໃຫຍ່ຍ້າຍໄປຢູ່ທາງກົງກັນຂ້າມຫຼາຍ, ໂດຍເອົາຄວາມສໍາຄັນຫຼາຍຢ່າງມາຕິດພັນກັບພຣະທໍາທຸກຂໍ້ຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ເວົ້າຕາມລໍາດັບວ່າ: “ຄົນສ່ວນໃຫຍ່ແມ່ນລໍຖ້າໃຫ້ເຮົາເປີດເຜີຍຄວາມລຶກລັບຍິ່ງຂຶ້ນ ເພື່ອພວກເຂົາຈະໄດ້ລ້ຽງສາຍຕາຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງວ່າ ເຈົ້າຈະເຂົ້າໃຈຄວາມລຶກລັບທັງໝົດຂອງສະຫວັນ ແຕ່ເຈົ້າຈະສາມາດເຮັດຫຍັງໄດ້ດ້ວຍຄວາມຮູ້ນັ້ນ? ມັນຈະເພີ່ມຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ມັນຈະປຸກຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ?” ຈາກສິ່ງນີ້ ມັນກໍຊັດເຈນແລ້ວວ່າ ມະນຸດບໍ່ໄດ້ໃຊ້ພຣະທໍາຂອງພຣະເຈົ້າ ເພື່ອຮູ້ຈັກພຣະເຈົ້າ ແລະ ຮັກພຣະເຈົ້າ ແຕ່ກົງກັນຂ້າມ ແມ່ນເພື່ອເພີ່ມຮ້ານຄ້າຂອງ “ສາງນ້ອຍໆ” ຂອງພວກເຂົາ. ສະນັ້ນ, ພຣະເຈົ້າຈຶ່ງໃຊ້ວະລີທີ່ວ່າ: “ລ້ຽງສາຍຕາຂອງພວກເຂົາ” ເພື່ອອະທິບາຍເຖິງຄວາມຮຸນແຮງຂອງມະນຸດ ເຊິ່ງສະທ້ອນໃຫ້ເຫັນວ່າ ຄວາມຮັກຂອງມະນຸດທີ່ມີຕໍ່ພຣະເຈົ້າຍັງບໍ່ບໍລິສຸດເທື່ອ. ຖ້າພຣະເຈົ້າບໍ່ເປີດເຜີຍຄວາມລຶກລັບ, ມະນຸດຈະບໍ່ໃຫ້ຄວາມສໍາຄັນຫຼາຍປານໃດກັບພຣະທໍາຂອງພຣະອົງ ແຕ່ຈະເສືອດຕາເບິ່ງພວກມັນແບບເຜີນໆ ໂດຍເບິ່ງໜ້ອຍໜຶ່ງ ຄືກັບວ່າ ກໍາລັງຊື່ນຊົມດອກໄມ້ໃນຂະນະທີ່ຂີ່ມ້າຜ່ານໄປ. ພວກເຂົາຈະບໍ່ໃຊ້ເວລາເພື່ອສະທ້ອນເບິ່ງ ຫຼື ພິຈາລະນາພຣະວັດຈະນະຂອງພຣະເຈົ້າຢ່າງແທ້ຈິງ. ຄົນສ່ວນໃຫຍ່ບໍ່ຖະໜອມພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ພວກເຂົາບໍ່ພະຍາຍາມຫຼາຍໃນການກິນ ແລະ ດື່ມພຣະທໍາຂອງພຣະອົງ; ກົງກັນຂ້າມ, ພວກເຂົາພຽງແຕ່ອ່ານພຣະທໍາເຫຼົ່ານັ້ນແບບພໍເປັນພິທີ. ເປັນຫຍັງຕອນນີ້ພຣະເຈົ້າຈຶ່ງເວົ້າຕ່າງຈາກອະດີດ? ເປັນຫຍັງພຣະທໍາທັງໝົດຂອງພຣະອົງຈຶ່ງບໍ່ສາມາດຢັ່ງເຖິງໄດ້? ບາງຕົວຢ່າງຂອງພຣະທໍາ ເຊັ່ນວ່າ: “ສວມ” ໃນປະໂຫຍກ: “ເຮົາກໍຈະບໍ່ມີວັນສວມເຄື່ອງໝາຍດັ່ງກ່າວໃຫ້ພວກເຂົາຢ່າງງ່າຍດາຍ”, “ກ້ອນຄໍາທີ່ບໍລິສຸດທີ່ສຸດ” ໃນປະໂຫຍກ: “ມີຜູ້ໃດ ທີ່ສາມາດຮັບກ້ອນຄໍາທີ່ບໍລິສຸດທີ່ສຸດ ທີ່ສ້າງພຣະທໍາຂອງເຮົາບໍ່”, ການທີ່ພຣະອົງໄດ້ກ່າວກ່ອນໜ້ານັ້ນວ່າ: “ການດໍາເນີນການ” ໃນປະໂຫຍກ: “ໂດຍບໍ່ໄດ້ຜ່ານການດໍາເນີນການໃດໆໂດຍຊາຕານ” ແລະ ວະລີອື່ນໆ. ມະນຸດບໍ່ເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນີ້; ພວກເຂົາບໍ່ສາມາດເຂົ້າໃຈວ່າ ເປັນຫຍັງພຣະອົງຈຶ່ງເວົ້າແບບຊວນຫົວ, ຕະຫຼົກ ແລະ ຢົ້ວຢວນ. ມັນແມ່ນສິ່ງເຫຼົ່ານີ້ ທີ່ສະແດງເຖິງຈຸດປະສົງຂອງຖ້ອຍຄໍາຂອງພຣະເຈົ້າ. ນັບແຕ່ຕອນເລີ່ມຕົ້ນ, ມະນຸດບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າມາຕະຫຼອດ ແລະ ເບິ່ງຄືວ່າ ພຣະວັດຈະນະຂອງພຣະອົງຂ້ອນຂ້າງຈະເຄັ່ງຂຶມ ແລະ ເຄັ່ງຄັດ. ໃນການເພີ່ມສໍານວນຕະຫຼົກໜ້ອຍໜຶ່ງ ກໍຄືການເພີ່ມຄໍາເວົ້າຕະຫຼົກໜ້ອຍໜຶ່ງຢູ່ບ່ອນນີ້ ແລະ ບ່ອນນັ້ນ, ພຣະອົງກໍສາມາດເຮັດໃຫ້ອາລົມຜ່ອນຄາຍລົງດ້ວຍພຣະທໍາຂອງພຣະອົງ ແລະ ອະນຸຍາດໃຫ້ມະນຸດພັກຜ່ອນກ້າມຊີ້ນຂອງພວກເຂົາໜ້ອຍໜຶ່ງ. ໃນການເຮັດເຊັ່ນນັ້ນ, ພຣະອົງສາມາດບັນລຸຜົນຍິ່ງຂຶ້ນ ໂດຍບັງຄັບໃຫ້ມະນຸດທຸກຄົນຄໍານຶງເຖິງພຣະທໍາຂອງພຣະເຈົ້າ.

ກ່ອນນີ້: ບົດເສີມທີ: ບົດທີ 1

ຕໍ່ໄປ: ບົດທີ 11

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້