ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ມາຍພາລະກິດໃຫມ່ຂອງເຮົາຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມເຈັບປວດທີ່ເຮົາໄດ້ຮັບຕ້ອງເສຍເປົ່າ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງຄວາມຫ່ວງໃຍເຫັນອົກເຫັນໃຈທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາໃຈຮ້າຍຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຮູ້ຈັກພຣະທຳເຫຼົ່ານັ້ນດ້ວຍໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ຄວາມຄາດຫວັງຂອງເຮົາສຳລັບພວກເຈົ້າລົ້ມເຫຼວໄດ້. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນໝົກມຸ້ນຢູ່ກັບຊີວິດທີ່ມຶນເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າໃຊ້ພຣະທໍາຂອງເຮົາເພື່ອເພີ່ມພູນຫົວໃຈ ແລະ ວິນຍານຂອງພວກເຈົ້າ. ຍ້ອນເຫດຜົນນີ້ ເຮົາຈຶ່ງໄດ້ມາເຖິງຂໍ້ສະຫຼຸບກ່ຽວກັບໃບໜ້າແທ້ຈິງຂອງມະນຸດຊາດວ່າ: ມະນຸດສາມາດທໍລະຍົດຕໍ່ເຮົາໄດ້ທຸກເວລາ ແລະ ບໍ່ມີຜູ້ໃດສາມາດຊື່ສັດກັບພຣະທໍາຂອງເຮົາໄດ້ຢ່າງແນ່ນອນ.
“ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍຈົນເຂົາບໍ່ມີຮູບລັກສະນະຂອງມະນຸດອີກຕໍ່ໄປ”. ບັດນີ້ ຄົນສ່ວນໃຫຍ່ຮັບຮູ້ວະລີນີ້ຈົນເຖິງລະດັບໃດໜຶ່ງ. ເຮົາເວົ້າສິ່ງນີ້ ກໍຍ້ອນວ່າ “ການຍອມຮັບ” ທີ່ເຮົາໝາຍເຖິງເປັນພຽງການຮັບຮູ້ແບບຜິວເຜີນ ເຊິ່ງຂັດກັບຄວາມຮູ້ທີ່ແທ້ຈິງ. ເນື່ອງຈາກວ່າ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າສາມາດປະເມີນຕົນເອງຢ່າງຖືກຕ້ອງ ຫຼື ວິເຄາະຕົວເອງຢ່າງທົ່ວເຖິງ, ພວກເຈົ້າຈຶ່ງຍັງບໍ່ແນ່ນອນກ່ຽວກັບພຣະທໍາຂອງເຮົາ. ແຕ່ຄັ້ງນີ້ ເຮົາກໍາລັງໃຊ້ຄວາມຈິງເພື່ອອະທິບາຍບັນຫາທີ່ຮ້າຍແຮງທີ່ສຸດທີ່ມີຢູ່ພາຍໃນພວກເຈົ້າມີ. ບັນຫານັ້ນກໍຄືການທໍລະຍົດ. ພວກເຈົ້າທຸກຄົນແມ່ນຄຸ້ນເຄີຍກັບຄໍາວ່າ “ການທໍລະຍົດ” ຍ້ອນຜູ້ຄົນສ່ວນໃຫຍ່ໄດ້ເຮັດບາງສິ່ງທີ່ທໍລະຍົດຄົນອື່ນ, ເຊັ່ນ: ຜົວທໍລະຍົດເມຍຂອງລາວ, ເມຍທໍລະຍົດຜົວຂອງນາງ, ລູກຊາຍທໍລະຍົດພໍ່ຂອງລາວ, ລູກສາວທໍລະຍົດແມ່ຂອງນາງ, ທາດທໍລະຍົດເຈົ້ານາຍຂອງເຂົາ, ໝູ່ເພື່ອທໍລະຍົດກັນເອງ, ຍາດຕິພີ່ນ້ອງທໍລະຍົດກັນເອງ, ຜູ້ຂາຍທໍລະຍົດຜູ້ຊື້ ແລະ ອື່ນໆອີກ. ຕົວຢ່າງທັງໝົດນີ້ປະກອບມີແກ່ນແທ້ຂອງການທໍລະຍົດ. ເວົ້າສັ້ນໆກໍຄື ການທໍລະຍົດແມ່ນພຶດຕິກໍາຮູບແບບໜຶ່ງທີ່ຜິດຄຳສັນຍາ, ລະເມີດຫຼັກສິນທໍາ ຫຼື ປະພຶດໂດຍຂັດກັບຈັນຍາບັນຂອງມະນຸດ ເຊິ່ງສະແດງໃຫ້ເຫັນເຖິງການສູນເສຍຂອງຄວາມເປັນມະນຸດ. ເວົ້າໂດຍລວມແລ້ວ ໃນຖານະເປັນມະນຸດ ຜູ້ທີ່ເກີດໃນໂລກນີ້, ເຈົ້າຈະໄດ້ເຮັດບາງສິ່ງທີ່ປະກອບເປັນການທໍລະຍົດຄວາມຈິງ, ບໍ່ວ່າເຈົ້າຈະຈື່ວ່າເຄີຍເຮັດບາງສິ່ງທີ່ທໍລະຍົດຄົນອື່ນ ຫຼື ບໍ່ ຫຼື ເຈົ້າໄດ້ທໍລະຍົດຄົນອື່ນຫຼາຍຄັ້ງກ່ອນໜ້ານີ້. ຍ້ອນເຈົ້າສາມາດທໍລະຍົດພໍ່ແມ່ ຫຼື ໝູ່ເພື່ອນຂອງເຈົ້າ, ແລ້ວເຈົ້າກໍສາມາດທໍລະຍົດຜູ້ອື່ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດທໍລະຍົດເຮົາ ແລະ ເຮັດສິ່ງຕ່າງໆທີ່ເຮົາກຽດຊັງ. ເວົ້າອີກແບບໜຶ່ງກໍຄື ການທໍລະຍົດບໍ່ພຽງແຕ່ເປັນພຶດຕິກຳທີ່ໄຮ້ສິນທຳແບບຜິວເຜີນ, ແຕ່ເປັນສິ່ງທີ່ຂັດແຍ້ງກັບຄວາມຈິງ. ນີ້ແມ່ນແຫຼ່ງທີ່ມາຂອງການທີ່ມະນຸດຊາດຕໍ່ຕ້ານ ແລະ ບໍ່ເຊື່ອຟັງເຮົາຢ່າງແທ້ຈິງ. ນີ້ແມ່ນເຫດຜົນທີ່ ເຮົາໄດ້ສະຫຼຸບມັນຕາມຖ້ອຍຄໍາດັ່ງຕໍ່ໄປນີ້: ການທໍລະຍົດແມ່ນທໍາມະຊາດຂອງມະນຸດ ແລະ ທໍາມະຊາດນີ້ແມ່ນສັດຕູທີ່ຍິ່ງໃຫຍ່ຂອງຄວາມສອດຄ່ອງຂອງແຕ່ລະຄົນກັບເຮົາ.
ພຶດຕິກໍາທີ່ບໍ່ສາມາດເຊື່ອຟັງເຮົາຢ່າງແທ້ຈິງແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການສໍ້ໂກງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆໃນຫົວໃຈ ໃນເວລາທີ່ຢູ່ຫ່າງໄກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດແຫ່ງພູເຂົານ້ອຍໆຂອງພວກເຂົາບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອທຳຄວາມສະອາດຫຼັງຈາກພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດບາງຄັ້ງກໍເປັນພຽງແຕ່ເຫດການຊົ່ວຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ໄດ້ເກີດປະໂຫຍດຫຍັງຈາກການສົນທະນາດ້ວຍຄວາມຮຸນແຮງດັ່ງກ່າວ, ໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ແລ້ວພວກເຈົ້າກໍຂາດຄວາມຮູ້ສຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ຍົກຕົວຢ່າງແມ່ນທຳມະຊາດແຫ່ງຄວາມທໍລະຍົດ. ຖ້າຫາກເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ: ຖ້າບຸກຄົນໃດໜຶ່ງມັກລັກຂະໂມຍເຄື່ອງຂອງຄົນອື່ນ, ແລ້ວການມັກລັກຂະໂມຍ ນີ້ກໍແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ, ເຖິງແມ່ນພວກເຂົາອາດລັກໃນບາງຄັ້ງ ແລະ ບາງຄັ້ງພວກເຂົາກໍບໍ່ລັກ. ບໍ່ວ່າພວກເຂົາຈະລັກ ຫຼື ບໍ່, ມັນບໍ່ສາມາດພິສູດວ່າ ການລັກຂະໂມຍຂອງພວກເຂົາເປັນພຽງເປັນພຶດຕິກຳປະເພດໜຶ່ງ. ກົງກັນຂ້າມ, ມັນພິສູດວ່າ ການລັກຂະໂມຍຂອງພວກເຂົາແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ ນັ້ນກໍຄື ທໍາມະຊາດຂອງພວກເຂົາ. ບາງຄົນຈະຖາມວ່າ: ຍ້ອນມັນເປັນທໍາມະຊາດຂອງພວກເຂົາ, ແລ້ວເປັນຫຍັງເມື່ອພວກເຂົາເຫັນສິ່ງທີ່ສວຍງາມ, ບາງຄັ້ງພວກເຂົາກໍບໍ່ລັກເອົາສິ່ງເຫຼົ່ານັ້ນ? ຄໍາຕອບແມ່ນງ່າຍຫຼາຍ. ມີຫຼາຍເຫດຜົນທີ່ພວກເຂົາບໍ່ລັກ. ພວກເຂົາອາດບໍ່ລັກບາງສິ່ງ ຍ້ອນມັນໃຫຍ່ເກີນໄປທີ່ຈະຍາດເອົາພາຍໃຕ້ສາຍຕາທີ່ຄອຍເຝົ້າເບິ່ງຢູ່ ຫຼື ຍ້ອນບໍ່ມີເວລາທີ່ເໝາະສົມທີ່ຈະເຮັດ ຫຼື ບາງສິ່ງມີລາຄາແພງເກີນໄປ, ມີການເຝົ້າຍາມຢ່າງເຂັ້ມງວດເກີນໄປ ຫຼື ບາງຄັ້ງ ພວກເຂົາບໍ່ມີຄວາມສົນໃຈເປັນພິເສດໃນສິ່ງນັ້ນ ຫຼື ບໍ່ສາມາດເຫັນວ່າມັນອາດມີປະໂຫຍດຫຍັງຕໍ່ພວກເຂົາ ແລະ ອື່ນໆອີກ. ເຫດຜົນທັງໝົດເຫຼົ່ານີ້ແມ່ນເປັນໄປໄດ້. ແຕ່ບໍ່ວ່າຫຍັງກໍຕາມ, ບໍ່ວ່າພວກເຂົາຈະລັກບາງສິ່ງ ຫຼື ບໍ່, ມັນກໍບໍ່ສາມາດພິສູດໄດ້ວ່າ ຄວາມຄິດນີ້ພຽງແຕ່ມີຢູ່ຊົ່ວຂະນະເທົ່ານັ້ນ ເຊິ່ງຜ່ານໄປຢ່າງໄວວາ. ໃນທາງກົງກັນຂ້າມ, ມັນແມ່ນສ່ວນໜຶ່ງຂອງທໍາມະຊາດຂອງພວກເຂົາ ເຊິ່ງຍາກທີ່ຈະປ່ຽນແປງໃຫ້ດີຂຶ້ນໄດ້. ຄົນດັ່ງກ່າວແມ່ນບໍ່ພໍໃຈກັບການລັກຂະໂມຍແຕ່ຄັ້ງດຽວ; ຄວາມຄິດດັ່ງກ່າວທີ່ຈະເອົາເຄື່ອງຂອງຄົນອື່ນມາເປັນຂອງຕົນເອງເກີດຂຶ້ນເມື່ອໃດກໍຕາມທີ່ພວກເຂົາພົບກັບບາງສິ່ງທີ່ສວຍງາມ ຫຼື ຢູ່ໃນສະຖານະການທີ່ເໝາະສົມ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ແຫຼ່ງທີ່ມາຂອງຄວາມຄິດນີ້ບໍ່ແມ່ນສິ່ງທີ່ທີ່ເກີດຂຶ້ນເປັນຄັ້ງຄາວ ແຕ່ແມ່ນຢູ່ໃນທໍາມະຊາດຂອງບຸກຄົນນີ້ເອງ.
ຜູ້ໃດກໍຕາມທີ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າແມ່ນຄົນທີ່ເວົ້າໃນລັກສະນະທີ່ຫຼອກລວງ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ລ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າແມ່ນມີຄວາມເອົາໃຈໃສ່, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍມີເຫດຜົນ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າອຶດອັດ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະເຮັດການກະທຳທີ່ຜິດປົກກະຕິ ແລະ ໄຮ້ສິນທຳ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກຊະຕາທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ແລ້ວເຈົ້າກໍເປັນຄົນທີ່ໜ້າລັງກຽດ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ ຫຼື ຄົນປະເພດໃດໜຶ່ງ. ພຽງແຕ່ຍ້ອນເຈົ້າບໍ່ໄດ້ທໍລະຍົດເຮົາໃນເລື່ອງໜຶ່ງ ບໍ່ໄດ້ພິສູດວ່າ ເຈົ້າບໍ່ສາມາດທໍລະຍົດເຮົາໃນເລື່ອງໃດໜຶ່ງ. ໃນລະຫວ່າງຄວາມຜິດພາດໃນການແຕ່ງດອງຂອງພວກເຂົາ, ບາງຄົນສູນເສຍຄວາມໝັ້ນໃຈຂອງພວກເຂົາໃນການສະແຫວງຫາຄວາມຈິງ. ບາງຄົນປະຖິ້ມພັນທະຂອງພວກເຂົາທີ່ຈະຈົງຮັກພັກດີຕໍ່ເຮົາໃນລະຫວ່າງທີ່ຄອບຄົວແຕກແຍກ. ບາງຄົນປະຖິ້ມເຮົາເພື່ອສະແຫວງຫາຊ່ວງເວລາແຫ່ງຄວາມສຸກ ແລະ ຄວາມຕື່ນເຕັ້ນ. ບາງຄົນຍອມຕົກຢູ່ໃນຮ່ອມພູທີ່ມືດແທນທີ່ຈະອາໄສຢູ່ໃນແສງສະຫວ່າງ ແລະ ຮັບຄວາມສຸກຈາກພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເມີນເສີຍຄໍາແນະນໍາຂອງໝູ່ເພື່ອນ ເພື່ອເຫັນແກ່ການຕອບສະໜອງຕັນຫາພວກເຂົາສໍາລັບຄວາມຮັ່ງມີ ແລະ ແມ່ນແຕ່ດຽວນີ້ກໍບໍ່ສາມາດຮັບຮູ້ເຖິງຄວາມຜິດພາດຂອງພວກເຂົາ ແລະ ປ່ຽງເສັ້ນທາງຂອງພວກເຂົາໄດ້. ບາງຄົນພຽງແຕ່ດໍາເນີນຊີວິດຊົ່ວຄາວພາຍໃຕ້ຊື່ຂອງເຮົາເທົ່ານັ້ນ ເພື່ອໄດ້ຮັບການປົກປ້ອງຈາກເຮົາ, ໃນຂະນະທີ່ຄົນອື່ນພຽງແຕ່ອຸທິດເລັກນ້ອຍຕໍ່ເຮົາພາຍໃຕ້ການຖືກບີບບັງຄັບ ຍ້ອນວ່າພວກເຂົາຍຶດຕິດກັບຊີວິດ ແລະ ຢ້ານກົວຄວາມຕາຍ. ການກະທໍາເຫຼົ່ານີ້ ແລະ ການກະທໍາອື່ນໆທີ່ຜິດສິນທໍາ ເຊິ່ງຍິ່ງໄປກວ່ານັ້ນແມ່ນການກະທຳທີ່ບໍ່ມີຄວາມຊື່ສັດ ບໍ່ແມ່ນພຶດຕິກໍາທີ່ຜູ້ຄົນໄດ້ທໍລະຍົດເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາແຕ່ດົນແລ້ວບໍ? ແນ່ນອນຢູ່, ເຮົາຮູ້ຈັກວ່າ ຜູ້ຄົນບໍ່ໄດ້ວາງແຜນລ່ວງໜ້າທີ່ຈະທໍລະຍົດເຮົາ; ການທໍລະຍົດຂອງພວກເຂົາແມ່ນການເປີດເຜີຍໂດຍທຳມະຊາດເຖິງທຳມະຊາດຂອງພວກເຂົາ. ບໍ່ມີໃຜຕ້ອງການຈະທໍລະຍົດຕໍ່ເຮົາ ແລະ ບໍ່ມີໃຜມີຄວາມສຸກ ຍ້ອນພວກເຂົາໄດ້ເຮັດບາງສິ່ງເພື່ອທໍລະຍົດເຮົາ. ໃນທາງກົງກັນຂ້າມ, ພວກເຂົາກໍາລັງສັ່ນເຊັນດ້ວຍຄວາມຢ້ານກົວ ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າກໍາລັງຄິດ ກ່ຽວກັບວິທີທີ່ຈະໄຖ່ການທໍລະຍົດເຫຼົ່ານີ້ ແລະ ວິທີທີ່ຈະປ່ຽນແປງສະຖານະການໃນປັດຈຸບັນບໍ?