​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ

ພວກເຈົ້າທຸກຄົນຍິນດີທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໃນສາຍຕາຂອງພຣະອົງ. ນີ້ຄືຄວາມປາຖະໜາຂອງທຸກຄົນຫຼັງຈາກທີ່ເຂົາເລີ່ມຕົ້ນມີຄວາມເຊື່ອໃນພຣະເຈົ້າ ນັ້ນກໍຍ້ອນວ່າມະນຸດດີ້ນຮົນກັບສິ່ງທີ່ສູງສົ່ງກວ່າດ້ວຍໝົດຫົວໃຈ ແລະ ບໍ່ມີໃຜເຕັມໃຈທີ່ຈະຢູ່ຕາມຫຼັງຄົນອື່ນ. ນີ້ຄືວິທີທາງຂອງມະນຸດ. ຍ້ອນເຫດຜົນນີ້ ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າຈຶ່ງພະຍາຍາມປະຈົບປະແຈງເພື່ອໃຫ້ພຣະເຈົ້າໃນສະຫວັນນິຍົມຊົມຊອບຕະຫຼອດເວລາ, ແຕ່ໃນຄວາມຈິງແລ້ວ ຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້ານັ້ນໜ້ອຍກວ່າຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ຕົນເອງອີກ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະເຮົາບໍ່ຮັບຮູ້ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້າເລີຍ ແລະ ຍິ່ງໄປກວ່ານັ້ນ ເຮົາປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ພວກເຈົ້ານະມັດສະການ ເຊິ່ງເປັນພຣະເຈົ້າເລື່ອນລອຍທີ່ພວກເຈົ້າສັນລະເສີນນັ້ນ ບໍ່ມີຢູ່ຈິງເລີຍ. ເຫດຜົນທີ່ເຮົາສາມາດເວົ້າສິ່ງນີ້ໄດ້ຢ່າງແນ່ນອນກໍເພາະວ່າ ພວກເຈົ້າຫ່າງໄກຈາກພຣະເຈົ້າທີ່ເປັນຈິງຫຼາຍ. ເຫດຜົນທີ່ວ່າເປັນຫຍັງພວກເຈົ້າຈຶ່ງມີຄວາມຊື່ສັດກໍຍ້ອນພວກເຈົ້າມີຮູບບູຊາຢູ່ໃນຫົວໃຈຂອງພວກເຈົ້າ ແລະ ສຳລັບເຮົາແລ້ວ ໃນສາຍຕາຂອງພວກເຈົ້າແມ່ນເປັນພຣະເຈົ້າທີ່ເບິ່ງຄືວ່າບໍ່ຍິ່ງໃຫຍ່ ຫຼື ນ້ອຍເຊິ່ງສິ່ງດຽວທີ່ພວກເຈົ້າເຮັດແມ່ນພຽງເພື່ອຮັບຮູ້ເຮົາດ້ວຍຄຳເວົ້າເທົ່ານັ້ນ. ເມື່ອເຮົາເວົ້າວ່າພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍນັ້ນ ແມ່ນເຮົາກຳລັງເວົ້າເຖິງພວກເຈົ້າໄດ້ຫ່າງໄກຈາກພຣະເຈົ້າທີ່ແທ້ຈິງຫຼາຍເກີນໄປ ໃນຂະນະທີ່ພຣະເຈົ້າທີ່ເລື່ອນລອຍເບິ່ງຄືວ່າໃກ້ໂຕພວກເຈົ້າ. ເມື່ອເຮົາເວົ້າວ່າ “ບໍ່ຍິ່ງໃຫຍ່” ແມ່ນເວົ້າເຖິງວິທີການທີ່ພຣະເຈົ້າທີ່ພວກເຈົ້າເຊື່ອໃນປັດຈຸບັນນີ້ເບິ່ງຄືວ່າເປັນພຽງແຕ່ມະນຸດທີ່ປາສະຈາກຄວາມສາມາດທີ່ຍິ່ງໃຫຍ່; ເປັນມະນຸດທີ່ບໍ່ສູ່ງສົ່ງ. ເມື່ອເຮົາເວົ້າວ່າ “ບໍ່ນ້ອຍ”, ສິ່ງນີ້ໝາຍຄວາມວ່າ ເຖິງແມ່ນວ່າມະນຸດຄົນນີ້ບໍ່ສາມາດເອີ້ນລົມ ແລະ ຄວບຄຸມຝົນ ແຕ່ພຣະອົງສາມາດເອີ້ນຫາພຣະວິນຍານຂອງພຣະເຈົ້າໃຫ້ປະຕິບັດພາລະກິດທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກໄດ້ ເຊິ່ງເຮັດໃຫ້ມະນຸດອັດສະຈັນໃຈພໍສົມຄວນ. ຢູ່ພາຍນອກ ພວກເຈົ້າທັງໝົດເບິ່ງຄືກັບວ່າ ເຊື່ອຟັງພຣະຄຣິດນີ້ຢູ່ເທິງແຜ່ນດິນໂລກຫຼາຍແທ້ໆ ແຕ່ໃນທາດແທ້ແລ້ວ ພວກເຈົ້າບໍ່ໄດ້ມີຄວາມເຊື່ອໃນພຣະອົງ ຫຼື ຮັກພຣະອົງເລີຍ. ສິ່ງທີ່ເຮົາໝາຍເຖິງກໍຄືພຣະເຈົ້າທີ່ພວກເຈົ້າມີຄວາມເຊື່ອຕໍ່ຢ່າງແທ້ຈິງນັ້ນ ແມ່ນພຣະເຈົ້າເລື່ອນລອຍທີ່ຢູ່ໃນຄວາມຮູ້ສຶກຂອງພວກເຈົ້າ ແລະ ພຣະເຈົ້າທີ່ພວກເຈົ້າຮັກຢ່າງແທ້ຈິງແມ່ນພຣະເຈົ້າທີ່ພວກເຈົ້າປາຖະໜາທັງໃນກາງຄືນ ແລະ ກາງເວັນ ແຕ່ບໍ່ເຄີຍເຫັນດ້ວຍຕົນເອງ. ສຳລັບພຣະຄຣິດນີ້ ຄວາມເຊື່ອຂອງພວກເຈົ້າເປັນພຽງແຕ່ເສດສ່ວນເຫຼືອເທົ່ານັ້ນ ແລະ ຄວາມຮັກທີ່ພວກເຈົ້າມີຕໍ່ພຣະອົງແມ່ນບໍ່ມີເລີຍ. ຄວາມເຊື່ອໝາຍເຖິງຄວາມສັດທາ ແລະ ຄວາມໄວ້ວາງໃຈ; ຄວາມຮັກໝາຍເຖິງຄວາມເຄົາລົບ ແລະ ຄວາມນັບຖືທີ່ຢູ່ໃນຫົວໃຈ ເຊິ່ງບໍ່ເຄີຍຈາງຫາຍ. ແຕ່ຄວາມເຊື່ອ ແລະ ຄວາມຮັກທີ່ພວກເຈົ້າມີຕໍ່ພຣະຄຣິດໃນປັດຈຸບັນແມ່ນບໍ່ເປັນໄປຕາມທີ່ຄາດຫວັງໄວ້ຫຼາຍ. ເມື່ອເວົ້າເຖິງຄວາມເຊື່ອ ພວກເຈົ້າແມ່ນມີຄວາມເຊື່ອໃນພຣະອົງແນວໃດ? ເມື່ອເວົ້າເຖິງຄວາມຮັກ ພວກເຈົ້າຮັກພຣະເຈົ້າດ້ວຍວິທີໃດ? ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າເລີຍ, ຍິ່ງໄປກວ່ານັ້ນ ພວກເຈົ້າຍິ່ງບໍ່ຮູ້ຈັກທາດແທ້ຂອງພຣະອົງເລີຍ ແລ້ວພວກເຈົ້າຈະມີຄວາມເຊື່ອໃນພຣະອົງໄດ້ແນວໃດ? ຢູ່ໃສຄືຄວາມເປັນຈິງແຫ່ງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ? ພວກເຈົ້າຮັກພຣະອົງແນວໃດ? ຢູ່ໃສຄືຄວາມເປັນຈິງແຫ່ງຄວາມຮັກທີ່ພວກເຈົ້າມີຕໍ່ພຣະອົງ?

ຫຼາຍຄົນໄດ້ຕິດຕາມເຮົາໂດຍບໍ່ມີຄວາມລັງເລໃຈຈົນຮອດປັດຈຸບັນ ແລະ ໃນຊ່ວງເວລາສອງສາມປີທີ່ຜ່ານມາ ພວກເຈົ້າໄດ້ທົນທຸກຕໍ່ຄວາມອ່ອນເພຍຢ່າງຫຼວງຫຼາຍ. ເຮົາໄດ້ເຂົ້າໃຈຮູບລັກສະນະທີ່ມີມາຕັ້ງແຕ່ເກີດ ແລະ ນິໄສຂອງພວກເຈົ້າແຕ່ລະຄົນຢ່າງລະອຽດ ແລະ ມັນເປັນເລື່ອງທີ່ຍາກລຳບາກຫຼາຍໃນການປະຕິບັດຕໍ່ພວກເຈົ້າ. ເລື່ອງທີ່ເປັນຕາເສຍດາຍກໍຄື ເຖິງແມ່ນວ່າເຮົາໄດ້ຮັບຂໍ້ມູນຫຼາຍຢ່າງກ່ຽວກັບພວກເຈົ້າ, ພວກເຈົ້າກໍບໍ່ມີຄວາມເຂົ້າໃຈກ່ຽວກັບເຮົາແມ່ນແຕ່ໜ້ອຍດຽວ. ບໍ່ແປກໃຈເລີຍທີ່ຜູ້ຄົນເວົ້າວ່າ ພວກເຈົ້າຖືກຄົນຫຼອກຕົ້ມໃນຊ່ວງເວລາແຫ່ງຄວາມສັບສົນ. ແນ່ນອນ ພວກເຈົ້າບໍ່ເຂົ້າໃຈຫຍັງກ່ຽວກັບອຸປະນິໄສຂອງເຮົາ ແລະ ຢ່າວ່າແຕ່ພວກເຈົ້າຈະສາມາດຢັ່ງເຖິງສິ່ງທີ່ຢູ່ໃນຈິດໃຈຂອງເຮົາເລີຍ. ບັດນີ້ ຄວາມເຂົ້າໃຈຜິດທີ່ພວກເຈົ້າມີຕໍ່ເຮົາຄືການເພີ່ມຄວາມເຈັບປວດໃສ່ບາດແຜ ແລະ ຄວາມເຊື່ອທີ່ພວກເຈົ້າມີຕໍ່ເຮົາກໍຍັງຄົງເປັນຄວາມເຊື່ອທີ່ສັບສົນ. ການເວົ້າວ່າ ພວກເຈົ້າທຸກຄົນກຳລັງພະຍາຍາມປະຈົບປະແຈງເຮົາ ແລະ ລູບແຂ່ງເລຍຂາເຮົານັ້ນ ຍັງດີກວ່າພວກເຈົ້າເວົ້າວ່າ ມີຄວາມເຊື່ອຕໍ່ເຮົາ. ເຈດຕະນາຂອງພວກເຈົ້າແມ່ນງ່າຍຫຼາຍ ໃນທໍານອງທີ່ວ່າ ຂ້ານ້ອຍຈະຕິດຕາມໃຜກໍຕາມທີ່ສາມາດໃຫ້ລາງວັນຂ້ານອຍໄດ້ ແລະ ຂ້ານ້ອຍຈະເຊື່ອໃນໃຜກໍຕາມທີ່ສາມາດເຮັດໃຫ້ຂ້ານ້ອຍຫຼົບຫຼີກຄວາມພິນາດທີ່ຍິ່ງໃຫຍ່ໄດ້ ບໍ່ວ່າຜູ້ນັ້ນຈະເປັນພຣະເຈົ້າ ຫຼື ພຣະເຈົ້າອົງໃດກໍຕາມ. ຂ້ານ້ອຍບໍ່ສົນໃນສິ່ງນີ້ເລີຍ. ມີຫຼາຍຄົນທ່າມກາງພວກເຈົ້າມີເຈດຕະນາແບບນີ້ ແລະ ສະພາບການແບບນີ້ແມ່ນຮ້າຍແຮງຫຼາຍ. ຖ້າມື້ໜຶ່ງ ມີການທົດລອງຂຶ້ນເພື່ອເບິ່ງວ່າ ຈະມີພວກເຈົ້າເທົ່າໃດຄົນທີ່ມີຄວາມເຊື່ອໃນພຣະຄຣິດຍ້ອນພວກເຈົ້າມີແນວຄິດກ່ຽວກັບທາດແທ້ຂອງພຣະອົງ ແລ້ວເຮົາຢ້ານວ່າ ບໍ່ມີພວກເຈົ້າຈັກຄົນເລີຍທີ່ສາມາດເຮັດຕາມທີ່ເຮົາປາຖະໜາໄດ້. ສະນັ້ນ ມັນກໍຄົງບໍ່ເສຍຫາຍຫຍັງທີ່ພວກເຈົ້າທຸກຄົນຈະພິຈາລະນາຄຳຖາມນີ້: ພຣະເຈົ້າທີ່ພວກເຈົ້າມີຄວາມເຊື່ອນີ້ແມ່ນແຕກຕ່າງຈາກເຮົາຢ່າງໃຫຍ່ຫຼວງ ແລະ ເມື່ອເປັນແບບນີ້ແລ້ວ ແມ່ນຫຍັງຄືແກ່ນແທ້ຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ? ຍິ່ງພວກເຈົ້າເຊື່ອໃນສິ່ງທີ່ເອີ້ນວ່າເປັນພຣະເຈົ້າຂອງພວກເຈົ້າຫຼາຍສໍ່າໃດ ພວກເຈົ້າຍິ່ງຫ່າງເຫີນອອກຈາກເຮົາໄປໄກຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືແກ່ນແທ້ຂອງບັນຫານີ້? ເຮົາໝັ້ນໃຈວ່າ ບໍ່ມີຄົນໃດທີ່ເຄີຍຄິດໃສ່ບັນຫານີ້ ຫຼື ຄິດວ່າບັນຫາຮ້າຍແຮງນີ້ຈະເກີດຂຶ້ນກັບພວກເຈົ້າໄດ້ບໍ່? ພວກເຈົ້າເຄີຍຄິດກ່ຽວກັບຜົນຂອງການເຊື່ອໃນຮູບແບບນີ້ບໍ?

ບັດນີ້ ບັນຫາທີ່ວາງຢູ່ຕໍ່ໜ້າພວກເຈົ້າແມ່ນມີຫຼາຍ ແລະ ບໍ່ມີຄົນໃດທີ່ຊຳນານໃນການແກ້ບັນຫາເຫຼົ່ານີ້. ຖ້າສືບຕໍ່ເປັນແບບນີ້ ຄົນທີ່ຈະສູນເສຍກໍຈະມີແຕ່ພວກເຈົ້າເທົ່ານັ້ນ. ເຮົາສາມາດຊ່ວຍໃຫ້ພວກເຈົ້າຮັບຮູ້ເຖິງບັນຫາໄດ້ ແຕ່ມັນກໍຂຶ້ນຢູ່ກັບພວກເຈົ້າວ່າຈະແກ້ບັນຫາດ້ວຍວິທີໃດ.

ເຮົາຍົກຍ້ອງຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນເປັນຢ່າງຍິ່ງ ແລະ ເຮົາກໍມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈເປັນຢ່າງຍິ່ງ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນພວກເຂົາເປັນມະນຸດທີ່ຊື່ສັດໃນສາຍຕາຂອງເຮົາ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ຄວາມຄິດກໍຈະມີແຕ່ຄວາມສົງໄສກັບທຸກບັນຫາ ແລະ ກັບມະນຸດທຸກຄົນ. ຍ້ອນເຫດຜົນນີ້ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ຄວາມເຊື່ອປະເພດນີ້ແມ່ນຄວາມເຊື່ອທີ່ເຮົາຈະບໍ່ຮັບຮູ້. ເມື່ອຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງຫ່າງເຫີນຈາກຄວາມຮັກທີ່ແທ້ຈິງ. ຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ການທີ່ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ມັກຈະເປັນຄົນໂຫດຮ້າຍ, ບໍ່ຊື່ສັດ ແລະ ມີເລ່ຫຼ່ຽມ ພ້ອມທັງເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ, ຕົກຢູ່ໃນຄວາມມືດ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວ ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ຍິ່ງໄປກວ່ານັ້ນ ມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈບໍ່ມີໃຜນອກຈາກຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາ ແລະ ຄົນທີ່ບໍ່ມີທັກສະເຫຼົ່ານີ້ກໍຈະບໍ່ຖືກຕ້ອນຮັບ ແລະ ຈະສູນເສຍຕໍາແໜ່ງໃນຄົວເຮືອນຂອງພຣະເຈົ້າ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບໃນຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ. ຕະຫຼອດເວລາຫຼາຍປີຂອງການປະຕິບັດພາລະກິດ ພວກເຈົ້າໄດ້ເຫັນຄວາມຈິງຫຼາຍຢ່າງ ແຕ່ພວກເຈົ້າຮູ້ບໍວ່າ ຫູຂອງເຮົາໄດ້ຍິນຫຍັງແດ່? ມີພວກເຈົ້າຈັກຄົນທີ່ເຕັມໃຈຍອມຮັບເອົາຄວາມຈິງ? ພວກເຈົ້າທຸກຄົນເຊື່ອວ່າ ພວກເຈົ້າເຕັມໃຈທີ່ຈະຮັບກໍາເພື່ອຄວາມຈິງ ແຕ່ມີຈັກຄົນທີ່ໄດ້ທົນທຸກເພື່ອຄວາມຈິງແທ້ໆ? ທຸກສິ່ງທີ່ຢູ່ໃນຫົວໃຈຂອງພວກເຈົ້າເປັນພຽງຄວາມຊົ່ວຮ້າຍ ແລະ ດ້ວຍເຫດນີ້ ພວກເຈົ້າຈຶ່ງເຊື່ອວ່າ ໃຜກໍຕາມແມ່ນຄົນຫຼອກລວງ ແລະ ບໍ່ສັດຊື່ ບໍ່ວ່າເຂົາຈະແມ່ນໃຜກໍຕາມ. ພວກເຈົ້າຍິ່ງເຊື່ອວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຈະປາສະຈາກຫົວໃຈເມດຕາ ຫຼື ຄວາມຮັກກະລຸນາຄືກັບມະນຸດປົກກະຕິ. ຍິ່ງໄປກວ່ານັ້ນ ພວກເຈົ້າເຊື່ອວ່າ ລັກສະນະທີ່ສູງສົ່ງ ແລະ ທຳມະຊາດທີ່ເມດຕາ ແລະ ກະລຸນາມີຢູ່ພຽງແຕ່ພາຍໃນພຣະເຈົ້າທີ່ຢູ່ໃນສະຫວັນເທົ່ານັ້ນ. ພວກເຈົ້າເຊື່ອວ່າ ນັກບຸນດັ່ງກ່າວບໍ່ມີຢູ່ຈິງ ແລະ ມີພຽງແຕ່ຄວາມມືດ ແລະ ສິ່ງຊົ່ວຮ້າຍທີ່ປົກຄອງຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າແມ່ນບາງສິ່ງທີ່ມະນຸດຄິດວ່າເປັນສິ່ງທີ່ດີ ແລະ ສວຍງາມ ເຊິ່ງເປັນສິ່ງທີ່ມີຊື່ລືຊາທີ່ປະດິດຂຶ້ນມາໂດຍມະນຸດ. ໃນຈິດໃຈຂອງພວກເຈົ້າ ພຣະເຈົ້າທີ່ຢູ່ໃນສະຫວັນແມ່ນຊື່ສັດ, ຊອບທຳ ແລະ ຍິ່ງໃຫຍ່ຫຼາຍ ເຊິ່ງສົມຄວນແກ່ການນະມັດສະການ ແລະ ການເຄົາລົບບູຊາ ແຕ່ພຣະເຈົ້ານີ້ທີ່ຢູ່ເທິງແຜ່ນດິນໂລກເປັນພຽງຕົວແທນ ແລະ ເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ສາມາດທຽບເທົ່າກັບພຣະເຈົ້າທີ່ຢູ່ໃນສະຫວັນ ຢ່າວ່າແຕ່ຖືກກ່າວເຖິງໃນຮູບແບບລົມຫາຍໃຈດຽວກັນກັບພຣະອົງເລີຍ. ເມື່ອເວົ້າເຖິງຄວາມຍິ່ງໃຫຍ່ ແລະ ກຽດສັກສີຂອງພຣະເຈົ້າ, ສິ່ງເຫຼົ່ານີ້ເປັນລັດສະໝີຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ເມື່ອເວົ້າເຖິງທຳມະຊາດ ແລະ ຄວາມເສື່ອມຊາມຂອງມະນຸດ ສິ່ງເຫຼົ່ານີ້ແມ່ນຄຸນສົມບັດເຊິ່ງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີສ່ວນຮ່ວມ. ພຣະເຈົ້າທີ່ຢູ່ໃນສະຫວັນເປັນຕານັບຖືຕະຫຼອດໄປ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກບໍ່ສຳຄັນ, ອ່ອນແອ ແລະ ບໍ່ມີຄວາມສາມາດຕະຫຼອດໄປ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຮູ້ສຶກນຶກຄິດຢ່າງອື່ນ ມີແຕ່ຄວາມຊອບທຳເທົ່ານັ້ນ ໃນຂະນະທີ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີຄວາມຄິດເຫັນແກ່ຕົວ ແລະ ປາສະຈາກຄວາມຍຸຕິທຳ ຫຼື ເຫດຜົນ. ພຣະເຈົ້າທີ່ຢູ່ໃນສະຫວັນມີຄວາມບໍລິສຸດ ແລະ ຊື່ສັດຕະຫຼອດໄປ ໃນຂະນະທີ່ພຣະເຈົ້າຢູ່ເທິງແຜ່ນດິນໂລກມີແນວຄິດທີ່ບໍ່ຊື່ສັດສະເໝີໄປ. ພຣະເຈົ້າທີ່ຢູ່ໃນສະຫວັນຮັກມະນຸດທີ່ສຸດ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກສະແດງຄວາມຫ່ວງໃຍຕໍ່ມະນຸດພຽງເລັກນ້ອຍ ແລະ ຍິ່ງໄປກວ່ານັ້ນບໍ່ຮັກມະນຸດຢ່າງສິ້ນເຊີງ. ຄວາມເຂົ້າໃຈທີ່ຜິດນີ້ຖືກເກັບຮັກສາໄວ້ພາຍໃນຫົວໃຈຂອງພວກເຈົ້າເປັນເວລາດົນນານມາແລ້ວ ແລະ ອາດຝັງຢູ່ໃນຫົວໃຈພວກເຈົ້າຕະຫຼອດໄປ. ພວກເຈົ້າເຫັນວ່າທຸກການກະທຳຂອງພຣະຄຣິດແມ່ນມາຈາກຈຸດຢືນຂອງຄົນທີ່ບໍ່ຊອບທຳ ແລະ ປະເມີນພາລະກິດທັງໝົດຂອງພຣະອົງ ພ້ອມທັງຕົວຕົນ ແລະ ທາດແທ້ຂອງພຣະອົງຈາກທັດສະນະຂອງຄົນທີ່ຊົ່ວຮ້າຍ. ພວກເຈົ້າໄດ້ສ້າງຄວາມຜິດພາດຢ່າງຮ້າຍແຮງ ແລະ ເຮັດໃນສິ່ງທີ່ບໍ່ມີຄົນໃດທີ່ມາກ່ອນໜ້າພວກເຈົ້ານັ້ນເຄີຍເຮັດມາກ່ອນເລີຍ. ນັ້ນກໍຄື ພວກເຈົ້າພຽງແຕ່ຮັບໃຊ້ພຣະເຈົ້າທີ່ເປັນຕານັບຖືໃນສະຫວັນທີ່ມີມົງກຸດປະທັບຢູ່ເທິງຫົວຂອງພຣະອົງ ແລະ ບໍ່ສົນໃຈກັບພຣະເຈົ້າໃນແຜ່ນດິນໂລກທີ່ພວກເຈົ້າເຫັນວ່າບໍ່ສຳຄັນ ຄືກັບວ່າພຣະອົງບໍ່ມີຕົວຕົນຕໍ່ພວກເຈົ້າເລີຍ. ນີ້ບໍ່ແມ່ນຄວາມບາບຂອງພວກເຈົ້າບໍ? ນີ້ບໍ່ແມ່ນຕົວຢ່າງເດັ່ນໃນການເຮັດຜິດຂອງພວກເຈົ້າຕໍ່ຈິດໃຈຂອງພຣະເຈົ້າບໍ? ພວກເຈົ້ານະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຄົາລົບຮູບພາບທີ່ເປັນຕານັບຖື ແລະ ນັບຖືຄົນທີ່ມີຊື່ສຽງຍ້ອນຄຳເວົ້າທີ່ຈັບໃຈຂອງພວກເຂົາ. ເຈົ້າຍິນດີຖືກບັນຊາໂດຍພຣະເຈົ້າທີ່ເຮັດໃຫ້ເຈົ້າລໍ້າລວຍ ແລະ ປາຖະໜາຫາພຣະເຈົ້າທີ່ສາມາດສະໜອງຄວາມຕ້ອງການຂອງເຈົ້າທຸກຢ່າງ. ພຣະເຈົ້າອົງດຽວທີ່ເຈົ້າບໍ່ນະມັດສະການກໍຄືພຣະເຈົ້າອົງນີ້ທີ່ບໍ່ເປັນຕານັບຖື; ສິ່ງດຽວທີ່ເຈົ້າກຽດຊັງກໍຄືການກ່ຽວພັນກັບພຣະເຈົ້າອົງນີ້ ຜູ້ເຊິ່ງບໍ່ມີມະນຸດຄົນໃດເຫັນວ່າສູງສົ່ງ. ສິ່ງດຽວທີ່ເຈົ້າບໍ່ເຕັມໃຈກໍຄືຮັບໃຊ້ພຣະເຈົ້າທີ່ບໍ່ເຄີຍມອບເງິນແມ່ນແຕ່ກີບດຽວໃຫ້ເຈົ້າ ແລະ ພຣະເຈົ້າອົງດຽວທີ່ບໍ່ສາມາດເຮັດໃຫ້ເຈົ້າປາຖະໜາຫາພຣະອົງ ກໍຄືພຣະເຈົ້າທີ່ບໍ່ເປັນຕາຮັກອົງນີ້. ພຣະເຈົ້າແບບນີ້ບໍ່ສາມາດເຮັດໃຫ້ເຈົ້າເປີດມຸມມອງຂອງເຈົ້າອອກຢ່າງກວ້າງຂວາງໄດ້, ບໍ່ສາມາດເຮັດໃຫ້ເຈົ້າຮູ້ສຶກວ່າ ເຈົ້າໄດ້ພົບຊັບສົມບັດ ຢ່າວ່າແຕ່ສະໜອງສິ່ງທີ່ເຈົ້າປາຖະໜາເລີຍ. ແລ້ວເປັນຫຍັງເຈົ້າຈຶ່ງຕິດຕາມພຣະອົງ? ເຈົ້າເຄີຍຄິດໃນຄຳຖາມແບບນີ້ບໍ? ສິ່ງທີ່ເຈົ້າເຮັດບໍ່ພຽງແຕ່ເຮັດຜິດຕໍ່ພຣະຄຣິດອົງນີ້ເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນ ຍັງເຮັດຜິດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນອີກ. ເຮົາຄິດວ່າ ນີ້ບໍ່ແມ່ນຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ!

ພວກເຈົ້າປາຖະໜາຢ່າງຍິ່ງທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນນີ້? ພວກເຈົ້າຍອມຮັບພຽງແຕ່ພຣະທຳຂອງພຣະອົງ ແຕ່ບໍ່ຮັບການຈັດການຂອງພຣະອົງ ຫຼື ການລິຮານຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຈົ້າຍັງບໍ່ສາມາດຍອມຮັບເອົາການຈັດແຈງຂອງພຣະເຈົ້າທຸກຢ່າງເພື່ອເຊື່ອໃນພຣະອົງຢ່າງສົມບູນ. ແລ້ວແມ່ນຫຍັງຄືບັນຫາໃນນີ້? ສະຫຼຸບກໍຄື ຄວາມເຊື່ອຂອງພຣະເຈົ້າແມ່ນເປັນພຽງເປືອກໄຂ່ທີ່ຫວ່າງເປົ່າທີ່ບໍ່ສາມາດໃຫ້ກຳເນີດລູກໄກ່ໄດ້. ຍ້ອນຄວາມເຊື່ອຂອງພວກເຈົ້າຍັງບໍ່ໄດ້ນໍາເອົາຄວາມຈິງມາສູ່ພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຮັບຊີວິດ ແຕ່ກົງກັນຂ້າມ ຄວາມເຊື່ອນັ້ນໄດ້ນໍາຄວາມຄິດກ່ຽວກັບການສະໜອງ ແລະ ຄວາມຫວັງທີ່ລວງຕາມາສູ່ຊີວິດຂອງພວກເຈົ້າ. ຈຸດປະສົງຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າແມ່ນເພື່ອເຫັນແກ່ຄວາມຫວັງນີ້ ແລະ ຄວາມຄິດກ່ຽວກັບການສະໜອງຫຼາຍກວ່າຄວາມຈິງ ແລະ ຊີວິດ. ສະນັ້ນ ເຮົາຈຶ່ງເວົ້າວ່າ ແນວທາງປະຕິບັດໃນຄວາມເຊື່ອຂອງພວກເຈົ້າຕໍ່ພຣະເຈົ້ານັ້ນເປັນພຽງການພະຍາຍາມປະຈົບປະແຈງພຣະເຈົ້າຜ່ານການຍອມຮັບໃຊ້ ແລະ ຄວາມບໍ່ຮູ້ອັບອາຍ ແລະ ບໍ່ສາມາດຖືວ່າເປັນຄວາມເຊື່ອທີ່ແທ້ຈິງໄດ້ ບໍ່ວ່າໃນວິທີທາງໃດກໍຕາມ. ລູກໄກ່ຈະສາມາດປາກົດອອກຈາກຄວາມເຊື່ອແບບນີ້ໄດ້ແນວໃດ? ເວົ້າອີກແບບໜຶ່ງກໍຄື ຄວາມເຊື່ອປະເພດນີ້ຈະສາມາດເກີດໝາກຜົນຫຍັງໄດ້? ຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນເພື່ອສະໜອງຄວາມຕ້ອງການຂອງພວກເຈົ້າ. ແລ້ວນີ້ບໍ່ແມ່ນຄວາມຈິງທີ່ພວກເຈົ້າເຮັດຜິດຕໍ່ຈິດໃຈຂອງພຣະເຈົ້າບໍ? ພວກເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ເຮົາບໍ່ເຫັນດ້ວຍກັບມຸມມອງຂອງພວກເຈົ້າ. ເຮົາຍົກຍ້ອງພຽງແຕ່ມະນຸດທີ່ຕິດດິນ ແລະ ຮັບໃຊ້ພຣະເຈົ້າເທິງແຜ່ນດິນໂລກ, ບໍ່ແມ່ນຄົນທີ່ບໍ່ເຄີຍຮັບຮູ້ພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກ. ບໍ່ວ່າມະນຸດປະເພດດັ່ງກ່າວຈະຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນແນວໃດກໍຕາມ, ສຸດທ້າຍແລ້ວ ພວກເຂົາຈະບໍ່ພົ້ນຈາກມືຂອງເຮົາທີ່ຈະລົງໂທດຄົນຊົ່ວຮ້າຍເຫຼົ່ານີ້. ມະນຸດເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ; ພວກເຂົາເປັນຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຄີຍເຊື່ອຟັງພຣະຄຣິດດ້ວຍຄວາມຍິນດີ. ພວກເຂົາບໍ່ຮູ້ຈັກ ແລະ ຍິ່ງໄປກວ່ານັ້ນກໍຄື ບໍ່ຮັບຮູ້ພຣະຄຣິດ. ເຈົ້າເຊື່ອວ່າ ເຈົ້າສາມາດປະຕິບັດຕໍ່ພຣະຄຣິຕາມທີ່ເຈົ້າພໍໃຈ ຕາບໃດທີ່ເຈົ້າຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນ? ຜິດແລ້ວ! ຄວາມບໍ່ຮູ້ພຣະຄຣິດຂອງເຈົ້າແມ່ນຄວາມບໍ່ຮູ້ພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ວ່າເຈົ້າຈະສັດຊື່ກັບພຣະເຈົ້າທີ່ຢູ່ໃນສະຫວັນແນວໃດກໍຕາມ ມັນກໍເປັນພຽງການເວົ້າ ແລະ ການກະທໍາທີ່ຫວ່າງເປົ່າ ຍ້ອນວ່າພຣະເຈົ້າເທິງແຜ່ນດິນໂລກບໍ່ໄດ້ເປັນພຽງແຕ່ເຄື່ອງມືທີ່ເຮັດໃຫ້ມະນຸດຮັບເອົາຄວາມຈິງ ແລະ ຄວາມຮູ້ທີ່ເລິກເຊິ່ງເທົ່ານັ້ນ ແຕ່ຍັງເປັນເຄື່ອງມືໃນການກ່າວໂທດມະນຸດ ແລະ ນອກນັ້ນ ຍັງມີຄວາມຈິງເພື່ອລົງໂທດຄົນຊົ່ວຮ້າຍ. ເຈົ້າເຄີຍເຂົ້າໃຈຜົນຮັບທີ່ເປັນປະໂຫຍດ ແລະ ເປັນໄພໃນທີ່ນີ້ບໍ? ເຈົ້າເຄີຍມີປະສົບການກັບພວກມັນບໍ? ເຮົາປາຖະໜາວ່າ ມື້ໃດມື້ໜຶ່ງໃນໄວໆນີ້ ພວກເຈົ້າຈະເຂົ້າໃຈຄວາມຈິງນີ້ ນັ້ນກໍຄື ເພື່ອທີ່ຈະຮູ້ຈັກພຣະເຈົ້າ ແລະ ເຈົ້າບໍ່ຕ້ອງພຽງແຕ່ຮູ້ຈັກພຣະເຈົ້າໃນສະຫວັນ ແຕ່ສຳຄັນໄປກວ່ານັ້ນ ແມ່ນຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ຢ່າສັບສົນກັບບູລິມະສິດຂອງເຈົ້າ ຫຼື ປ່ອຍໃຫ້ສິ່ງສໍາຮອງມາຢູ່ເໜຶອສິ່ງທີ່ເປັນຫຼັກ. ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສ້າງຄວາມສຳພັນກັບພຣະເຈົ້າຢ່າງແທ້ຈິງ, ໃກ້ຊິດກັບພຣະເຈົ້າ ແລະ ນໍາຫົວໃຈຂອງເຈົ້າເຂົ້າໃກ້ພຣະອົງຫຼາຍຂຶ້ນ. ຖ້າເຈົ້າມີຄວາມເຊື່ອເປັນເວລາຫຼາຍປີ ແລະ ໄດ້ພົວພັນກັບເຮົາເປັນເວລາດົນນານມາແລ້ວ ແຕ່ຍັງຄົງຫ່າງເຫີນຈາກເຮົາ ຖ້າເປັນດັ່ງນັ້ນ ເຮົາຂໍເວົ້າວ່າ ເຈົ້າໄດ້ເຮັດຜິດຕໍ່ຈິດໃຈຂອງພຣະເຈົ້າມາຕະຫຼອດ ແລະ ຈຸດຈົບຂອງເຈົ້າກໍຈະເປັນສິ່ງທີ່ຍາກຈະຄາດຄະເນໄດ້. ຖ້າການພົວພັນກັບເຮົາເປັນເວລາຫຼາຍປີບໍ່ພຽງແຕ່ບໍ່ສາມາດປ່ຽນແປງໃຫ້ເຈົ້າກາຍເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຈິງໄດ້ ແຕ່ກົງກັນຂ້າມ ມັນເຮັດໃຫ້ເຈົ້າຝັງແໜ້ນໃນການກະທໍາຄວາມຊົ່ວ; ແລະ ເຈົ້າບໍ່ພຽງແຕ່ຍອມຮັບເອົາສິ່ງລວງຕາຢ່າງສະຫງ່າງາມຫຼາຍກວ່າເກົ່າສອງເທົ່າ ແຕ່ຍັງເຂົ້າໃຈຜິດກ່ຽວກັບເຮົາຍິ່ງຂຶ້ນ ຈົນເຖິງຂັ້ນທີ່ວ່າ ເຈົ້າເຫັນເຮົາເປັນພຽງລູກນ້ອງຊັ້ນຕໍ່າຂອງເຈົ້າ ຖ້າເປັນເຊັ່ນນັ້ນ ເຮົາຂໍເວົ້າວ່າ ຄວາມເຈັບປວດທີ່ເຈົ້າຈະໄດ້ຮັບນັ້ນ ບໍ່ແມ່ນເລິກພຽງແຕ່ຢູ່ຜິວໜັງອີກຕໍ່ໄປ ແຕ່ມັນຈະຊຶມເຂົ້າໄປໃນກະດູກຂອງເຈົ້າ. ສິ່ງດຽວທີ່ຍັງເຫຼຸືອຢູ່ສໍາລັບເຈົ້າກໍຄືການລໍຖ້າຈັດງານສົບຂອງເຈົ້າ. ແລ້ວເມື່ອເວລານັ້ນມາເຖິງ ເຈົ້າບໍ່ຕ້ອງອ້ອນວອນຂໍໃຫ້ເຮົາເປັນພຣະເຈົ້າຂອງເຈົ້າ ຍ້ອນເຈົ້າໄດ້ເຮັດບາບທີ່ສົມຄວນຕາຍ ເຊິ່ງເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້.​ ເຖິງແມ່ນວ່າ ເຮົາມີຄວາມເມດຕາຕໍ່ເຈົ້າ, ພຣະເຈົ້າທີ່ຢູ່ໃນສະຫວັນກໍຈະປະສົງເອົາຊີວິດຂອງເຈົ້າ ຍ້ອນສິ່ງທີ່ເຈົ້າເຮັດຜິດຕໍ່ຈິດໃຈຂອງພຣະເຈົ້ານັ້ນ ບໍ່ແມ່ນບັນຫາທຳມະດາ ແຕ່ເປັນບັນຫາທີ່ຮ້າຍແຮງໂດຍທໍາມະຊາດ. ເມື່ອເຖິງເວລານັ້ນ ກໍຢ່າໂທດວ່າເຮົາບໍ່ໄດ້ແຈ້ງໃຫ້ເຈົ້າຮູ້ລ່ວງໜ້າ. ທຸກສິ່ງແມ່ນຈະລົງເອີຍດ້ວຍວິທີນີ້ ນັ້ນກໍຄື ເມື່ອເຈົ້າກ່ຽວພັນກັບພຣະຄຣິດຜູ້ເປັນພຣະເຈົ້າເທິງແຜ່ນດິນໂລກ ທີ່ເປັນມະນຸດທຳມະດາ ແລະ ເມື່ອເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ໄດ້ເປັນຫຍັງເລີຍນອກຈາກມະນຸດ ແລ້ວເຈົ້າກໍຈະພົບກັບຄວາມຈິບຫາຍ. ນີ້ເປັນພຽງການຕັກເຕືອນຂອງເຮົາຕໍ່ພວກເຈົ້າທຸກຄົນເທົ່ານັ້ນ.

​ກ່ອນ​ນີ້ :ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

ຕໍ່​ໄປ:ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ເນື່ອຫາທີ່ກ່ຽວຂ້ອງ