ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ການສົນທະນາສອງສາມຄັ້ງທີ່ຜ່ານມາຂອງພວກເຮົາແມ່ນໄດ້ມີຜົນກະທົບອັນໃຫຍ່ຫຼວງຕໍ່ພວກເຈົ້າທຸກຄົນ. ໃນປັດຈຸບັນ, ໃນທີ່ສຸດ ຜູ້ຄົນກໍສາມາດຮູ້ສຶກເຖິງການເປັນຢູ່ທີ່ແທ້ຈິງຂອງພຣະເຈົ້າ ແລະ ຮູ້ສຶກວ່າ ຄວາມຈິງແລ້ວ ພຣະເຈົ້າໃກ້ຊິດກັບມະນຸດຫຼາຍ.. ເຖິງແມ່ນຜູ້ຄົນອາດໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ ພວກເຂົາກໍບໍ່ເຄີຍເຂົ້າໃຈຄວາມຄິດ ແລະ ແນວຄິດຂອງພຣະອົງຢ່າງແທ້ຈິງ ດັ່ງທີ່ພວກເຂົາຮູ້ໃນຕອນນີ້ ຫຼື ພວກເຂົາບໍ່ເຄີຍໄດ້ຜະເຊີນກັບການກະທຳຕົວຈິງຂອງພຣະອົງຢ່າງແທ້ຈິງ ດັ່ງທີ່ພວກເຂົາໄດ້ຜະເຊີນໃນຕອນນີ້. ບໍ່ວ່າມັນຈະເປັນຄວາມຮູ້ ຫຼື ການປະຕິບັດຕົວຈິງ, ຜູ້ຄົນສ່ວນໃຫຍ່ແມ່ນໄດ້ຮຽນຮູ້ບາງສິ່ງທີ່ໃໝ່ ແລະ ບັນລຸຄວາມເຂົ້າໃຈຫຼາຍຍິ່ງຂຶ້ນ ແລະ ພວກເຂົາໄດ້ເຂົ້າໃຈເຖິງຂໍ້ຜິດພາດທີ່ຢູ່ໃນການສະແຫວງຫາທີ່ຜ່ານມາຂອງພວກເຂົາເອງ, ເຂົ້າໃຈເຖິງປະສົບການທີ່ຜິວເຜີນຂອງພວກເຂົາ ແລະ ເຂົ້າໃຈວ່າປະສົບການຫຼາຍຢ່າງຂອງພວກເຂົາແມ່ນບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ເຂົ້າໃຈວ່າສິ່ງທີ່ມະນຸດຂາດຫຼາຍທີ່ສຸດກໍຄືຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ. ຄວາມຮູ້ນີ້ໃນສ່ວນຂອງມະນຸດເປັນພຽງປະເພດຂອງຄວາມຮູ້ທີ່ອີງຕາມການເຂົ້າໃຈເທົ່ານັ້ນ; ການເພີ່ມຂຶ້ນສູ່ລະດັບຄວາມຮູ້ແບບມີເຫດຜົນແມ່ນຈຳເປັນຕ້ອງມີການລົງເລິກ ແລະ ການພັດທະນາເທື່ອລະໜ້ອຍຜ່ານທາງປະສົບການຂອງຄົນໆໜຶ່ງ. ກ່ອນທີ່ມະນຸດຈະເຂົ້າໃຈພຣະເຈົ້າຢ່າງແທ້ຈິງ, ໂດຍສ່ວນຕົວແລ້ວ ມັນສາມາດເວົ້າໄດ້ວ່າ ພວກເຂົາເຊື່ອໃນການເປັນຢູ່ຂອງພຣະເຈົ້າໃນຫົວໃຈຂອງພວກເຂົາ, ແຕ່ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄຳຖາມທີ່ສະເພາະເຈາະຈົງ ເຊັ່ນ: ພຣະອົງເປັນພຣະເຈົ້າແບບໃດກັນແທ້, ແມ່ນຫຍັງຄືຄວາມປະສົງຂອງພຣະອົງ, ແມ່ນຫຍັງຄືອຸປະນິໄສຂອງພຣະອົງ ແລະ ແມ່ນຫຍັງຄືທັດສະນະຄະຕິແທ້ຈິງຂອງພຣະອົງຕໍ່ມະນຸດຊາດ. ສິ່ງນີ້ເປັນອັນຕະລາຍຕໍ່ຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າຢ່າງໃຫຍ່ຫຼວງ, ມັນ ຂັດຂວາງບໍ່ໃຫ້ຄວາມເຊື່ອຂອງພວກເຂົາບັນລຸຄວາມບໍລິສຸດ ຫຼື ຄວາມສົມບູນຈັກເທື່ອ. ເຖິງແມ່ນເຈົ້າຢູ່ເຊິ່ງໜ້າພຣະທຳຂອງພຣະເຈົ້າ ຫຼື ຮູ້ສຶກວ່າ ເຈົ້າໄດ້ຜະເຊີນກັບພຣະເຈົ້າຜ່ານທາງປະສົບການຂອງເຈົ້າ, ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະອົງຢ່າງສົມບູນ. ຍ້ອນເຈົ້າບໍ່ຮູ້ຈັກຄວາມຄິດຂອງພຣະເຈົ້າ ຫຼື ສິ່ງທີ່ພຣະອົງຮັກ ແລະ ສິ່ງທີ່ພຣະອົງກຽດຊັງ, ສິ່ງທີ່ເຮັດໃຫ້ພຣະອົງໃຈຮ້າຍ ແລະ ສິ່ງທີ່ນໍາຄວາມປິຕິຍິນດີມາສູ່ພຣະອົງ, ສະນັ້ນ ເຈົ້າກໍບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະອົງ. ຄວາມເຊື່ອຂອງເຈົ້າແມ່ນຖືກສ້າງຂຶ້ນບົນພື້ນຖານຂອງຄວາມເລື່ອນລອຍ ແລະ ຈິນຕະນາການ, ອີງຕາມຄວາມປາຖະໜາສ່ວນຕົວຂອງເຈົ້າ. ມັນຍັງຢູ່ໄກຈາກຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າກໍຍັງຢູ່ໄກຈາກການເປັນຜູ້ຕິດຕາມທີ່ແທ້ຈິງ. ການອະທິບາຍເຖິງຕົວຢ່າງຈາກເລື່ອງລາວໃນພຣະຄຳພີເຫຼົ່ານີ້ເຮັດໃຫ້ມະນຸດໄດ້ຮູ້ຈັກຫົວໃຈຂອງພຣະເຈົ້າ, ສິ່ງທີ່ພຣະອົງຄິດໃນທຸກບາດກ້າວໃນພາລະກິດຂອງພຣະອົງ ແລະ ເປັນຫຍັງພຣະອົງຈຶ່ງປະຕິບັດພາລະກິດນີ້, ແມ່ນຫຍັງຄືເຈດຕະນາເດີມຂອງພຣະອົງ ແລະ ແຜນການຂອງພຣະອົງເມື່ອພຣະອົງປະຕິບັດພາລະກິດນັ້ນ, ພຣະອົງບັນລຸແນວຄິດຂອງພຣະອົງໄດ້ແນວໃດ ແລະ ພຣະອົງຕຽມການ ແລະ ພັດທະນາແຜນການຂອງພຣະອົງແນວໃດ. ຜ່ານເລື່ອງລາວເຫຼົ່ານີ້, ພວກເຮົາສາມາດໄດ້ຮັບຄວາມເຂົ້າໃຈຢ່າງລະອຽດ ແລະ ເຈດຕະນາໂດຍສະເພາະ ແລະ ທຸກຄວາມຄິດທີ່ເປັນຈິງຂອງພຣະເຈົ້າໃນລະຫວ່າງຫົກພັນປີແຫ່ງພາລະກິດການຄຸ້ມຄອງຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດໃນເວລາທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ. ຖ້າຜູ້ຄົນສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກຳລັງຄິດ, ສິ່ງທີ່ເປັນທ່າທີຂອງພຣະອົງ ແລະ ອຸປະນິໄສທີ່ພຣະອົງເປີດເຜີຍໃນຂະນະທີ່ພຣະອົງຜະເຊີນກັບທຸກສະຖານະການ, ສິ່ງນີ້ກໍສາມາດຊ່ວຍໃຫ້ທຸກຄົນເຂົ້າໃຈເຖິງການເປັນຢູ່ທີ່ແທ້ຈິງຂອງພຣະເຈົ້າໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ຮູ້ສຶກເຖິງຄວາມເປັນຈິງ ແລະ ຄວາມແທ້ຈິງຂອງພຣະອົງຢ່າງເລິກເຊິ່ງຍິ່ງຂຶ້ນ. ເປົ້າໝາຍຂອງເຮົາໃນການເລົ່າເລື່ອງລາວເຫຼົ່ານີ້ບໍ່ແມ່ນເພື່ອໃຫ້ຜູ້ຄົນໄດ້ເຂົ້າໃຈປະຫວັດສາດໃນພຣະຄຳພີ ຫຼື ມັນບໍ່ແມ່ນເພື່ອຊ່ວຍໃຫ້ພວກເຂົາຄຸ້ນເຄີຍກັບຂໍ້ຕ່າງໆທີ່ຢູ່ໃນພຣະຄຳພີ ຫຼື ຜູ້ຄົນທີ່ຢູ່ໃນພຣະຄຳພີ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈເບື້ອງຫຼັງຂອງສິ່ງທີ່ພຣະເຈົ້າໄດ້ເຮັດໃນລະຫວ່າງຍຸກແຫ່ງພຣະບັນຍັດ. ກົງກັນຂ້າມ ມັນແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ທຸກພາກສ່ວນຂອງພຣະອົງ ແລະ ຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຖືກຕ້ອງຫຼາຍຍິ່ງຂຶ້ນກ່ຽວກັບພຣະເຈົ້າ. ໃນລັກສະນະນີ້ ຫົວໃຈຂອງຜູ້ຄົນຈຶ່ງສາມາດເປີດຮັບເອົາພຣະເຈົ້າ, ໃກ້ຊິດກັບພຣະເຈົ້າເທື່ອລະເລັກເທື່ອລະໜ້ອຍ ແລະ ພວກເຂົາຈະສາມາດເຂົ້າໃຈພຣະອົງ, ອຸປະນິໄສຂອງພຣະອົງ, ແກ່ນແທ້ຂອງພຣະອົງໄດ້ດີຍິ່ງຂຶ້ນ ແລະ ຮູ້ຈັກພຣະເຈົ້າທີ່ແທ້ຈິງໄດ້ຫຼາຍຍິ່ງຂຶ້ນ.

ຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນສາມາດມີຜົນກະທົບທາງບວກຕໍ່ຜູ້ຄົນໄດ້. ມັນສາມາດຊ່ວຍໃຫ້ພວກເຂົາມີຄວາມເຊື່ອໝັ້ນໃນພຣະເຈົ້າຫຼາຍຂຶ້ນ ແລະ ຊ່ວຍໃຫ້ພວກເຂົາບັນລຸຄວາມເຊື່ອຟັງ ແລະ ຄວາມຢຳເກງທີ່ແທ້ຈິງສຳລັບພຣະເຈົ້າ. ແລ້ວພວກເຂົາຈະບໍ່ຕິດຕາມ ຫຼື ນະມັດສະການພຣະອົງຢ່າງຫຼັບຫູຫຼັບຕາອີກຕໍ່ໄປ. ພຣະເຈົ້າບໍ່ຕ້ອງການຄົນໂງ່ ຫຼື ຄົນທີ່ຕິດຕາມຝູງຊົນຢ່າງຫຼັບຫູຫຼັບຕາ, ແຕ່ກົງກັນຂ້າມ ພຣະອົງຕ້ອງການກຸ່ມຄົນທີ່ມີຄວາມເຂົ້າໃຈ ແລະ ຄວາມຮູ້ຢ່າງຊັດເຈນກ່ຽວກັບອຸປະນິໄສຂອງພຣະອົງໃນຫົວໃຈຂອງພວກເຂົາ ແລະ ສາມາດເຮັດໜ້າທີ່ເປັນພະຍານໃຫ້ກັບພຣະເຈົ້າ, ຜູ້ຄົນທີ່ຈະບໍ່ປະຖິ້ມພຣະເຈົ້າ ຍ້ອນຄວາມເປັນຕາຮັກຂອງພຣະອົງ, ຍ້ອນສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຍ້ອນອຸປະນິໄສອັນຊອບທຳຂອງພຣະອົງ. ໃນຖານະຜູ້ຕິດຕາມຂອງພຣະເຈົ້າ, ຖ້າຍັງຂາດຄວາມຊັດເຈນໃນຫົວໃຈຂອງເຈົ້າ ຫຼື ມີຄວາມຄຸມເຄືອ ຫຼື ຄວາມສັບສົນກ່ຽວກັບການເປັນຢູ່ທີ່ແທ້ຈິງຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ແຜນການຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ແລ້ວຄວາມເຊື່ອຂອງເຈົ້າກໍບໍ່ສາມາດຮັບເອົາຄຳຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ຕ້ອງການໃຫ້ຄົນປະເພດນີ້ຕິດຕາມພຣະອົງ ແລະ ພຣະອົງບໍ່ມັກໃຫ້ຄົນປະເພດນີ້ມາຢູ່ຕໍ່ໜ້າພຣະອົງ. ຍ້ອນຄົນປະເພດນີ້ບໍ່ເຂົ້າໃຈພຣະເຈົ້າ, ພວກເຂົາຈຶ່ງບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າ, ຫົວໃຈຂອງພວກເຂົາແມ່ນໄດ້ປິດຕໍ່ພຣະອົງ, ສະນັ້ນ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຈຶ່ງເຕັມໄປດ້ວຍຄວາມບໍ່ບໍລິສຸດໃຈ. ການຕິດຕາມພຣະເຈົ້າຂອງພວກເຂົາກໍພຽງແຕ່ສາມາດຖືກເອີ້ນວ່າເປັນການຫຼັບຫູຫຼັບຕາເທົ່ານັ້ນ. ຜູ້ຄົນພຽງແຕ່ສາມາດຮັບເອົາຄວາມເຊື່ອທີ່ແທ້ຈິງ ແລະ ເປັນຜູ້ຕິດຕາມທີ່ແທ້ຈິງໄດ້ ຖ້າພວກເຂົາມີຄວາມເຂົ້າໃຈ ແລະ ຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າ ເຊິ່ງກໍ່ໃຫ້ເກີດຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າຢ່າງແທ້ຈິງພາຍໃນພວກເຂົາ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າ ແລະ ເປີດມັນອອກໃຫ້ແກ່ພຣະອົງ. ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການ, ເພາະທຸກສິ່ງທີ່ພວກເຂົາເຮັດ ແລະ ຄິດສາມາດທົນຕໍ່ການທົດສອບຂອງພຣະເຈົ້າໄດ້ ແລະ ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້. ໃນທຸກສິ່ງທີ່ເຮົາສື່ສານຕໍ່ພວກເຈົ້າ ບໍ່ວ່າຈະກ່ຽວກັບອຸປະນິໄສຂອງພຣະເຈົ້າ ຫຼື ສິ່ງທີ່ພຣະອົງມີ ແລະ ເປັນ ຫຼື ຄວາມປະສົງຂອງພຣະອົງ ແລະ ຄວາມຄິດຂອງພຣະອົງໃນທຸກສິ່ງທີ່ພຣະອົງເຮັດ ແລະ ບໍ່ວ່າຈາກທັດສະນະໃດກໍຕາມ ຫູື ຈາກມຸມມອງໃດກໍຕາມທີ່ເຮົາເວົ້າກ່ຽວກັບສິ່ງເຫຼົ່ານີ້ກໍຕາມ, ມັນກໍລ້ວນແລ້ວແຕ່ເພື່ອຊ່ວຍໃຫ້ເຈົ້າໝັ້ນໃຈໃນການເປັນຢູ່ທີ່ແທ້ຈິງຂອງພຣະເຈົ້າຫຼາຍຍິ່ງຂຶ້ນ, ເຂົ້າໃຈ ແລະ ເຫັນຄຸນຄ່າແທ້ຈິງເຖິງຄວາມຮັກຂອງພຣະອົງສຳລັບມະນຸດຊາດຍິ່ງຂຶ້ນ ແລະ ເຂົ້າໃຈ ແລະ ເຫັນຄຸນຄ່າແທ້ຈິງເຖິງຄວາມກັງວົນໃຈຂອງພຣະເຈົ້າສຳລັບຜູ້ຄົນ ແລະ ຄວາມປາຖະໜາອັນຈິງໃຈຂອງພຣະອົງໃນການຄຸ້ມຄອງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ.

ມື້ນີ້ ພວກເຮົາຈະສະຫຼຸບຄວາມຄິດ, ແນວຄິດຂອງພຣະເຈົ້າ ແລະ ທຸກການເຄື່ອນໄຫວນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງມະນຸດຊາດ. ພວກເຮົາຈະເບິ່ງວ່າແມ່ນຫຍັງຄືພາລະກິດທີ່ພຣະອົງປະຕິບັດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງການເລີ່ມຕົ້ນຍຸກແຫ່ງພຣະຄຸນຢ່າງເປັນທາງການ. ແລ້ວພວກເຮົາກໍຈະສາມາດຄົ້ນພົບວ່າ ຄວາມຄິດ ແລະ ແນວຄິດອັນໃດຂອງພຣະເຈົ້າທີ່ມະນຸດບໍ່ຮູ້ຈັກ ແລະ ຈາກນັ້ນ ພວກເຮົາກໍຈະສາມາດເຫັນແຈ້ງເຖິງຄຳສັ່ງແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເຂົ້າໃຈເຖິງບໍລິບົດທີ່ພຣະເຈົ້າສ້າງພາລະກິດການຄຸ້ມຄອງຂອງພຣະອົງ, ແຫຼ່ງກຳເນີດ ແລະ ຂະບວນການພັດທະນາຂອງພາລະກິດນັ້ນຢ່າງທົ່ວເຖິງ ແລະ ຍັງຈະເຂົ້າໃຈຢ່າງທົ່ວເຖິງວ່າພຣະອົງຕ້ອງການຜົນຫຍັງຈາກພາລະກິດການຄຸ້ມຄອງຂອງພຣະອົງ ນັ້ນກໍຄື ແກ່ນຫຼັກ ແລະ ເປົ້າໝາຍຂອງພາລະກິດການຄຸ້ມຄອງຂອງພຣະອົງ. ເພື່ອເຂົ້າໃຈສິ່ງຕ່າງໆເຫຼົ່ານີ້ ພວກເຮົາຈຳເປັນຕ້ອງກັບໄປຍັງເວລາທີ່ຫ່າງໄກ, ສະຫງົບ ແລະ ມິດງຽບ ຕອນທີ່ຍັງບໍ່ທັນມີມະນຸດເທື່ອ...

ເມື່ອພຣະເຈົ້າລຸກຂຶ້ນຈາກຕຽງນອນຂອງພຣະອົງ, ຄວາມຄິດທຳອິດທີ່ພຣະອົງມີກໍຄືສິ່ງນີ້: ການສ້າງຄົນທີ່ມີຊີວິດ, ມະນຸດທີ່ເປັນຈິງ ແລະ ມີຊີວິດ, ຜູ້ທີ່ຈະດຳລົງຊີວິດຢູ່ກັບພຣະອົງ ແລະ ເປັນເພື່ອນທີ່ຊື່ສັດຂອງພຣະອົງ; ບຸກຄົນນີ້ຈະສາມາດຟັງພຣະອົງ ແລະ ພຣະອົງກໍສາມາດໄວ້ວາງໃຈ ແລະ ລົມກັບເຂົາໄດ້. ແລ້ວເປັນຄັ້ງທໍາອິດທີ່ພຣະເຈົ້າໄດ້ຕັກເອົາຂີ້ດິນກຳໜຶ່ງ ແລະ ໃຊ້ມັນເພື່ອເນລະມິດສ້າງຄົນທີ່ມີຊີວິດຄົນທຳອິດ ຕາມລັກສະນະທີ່ພຣະອົງໄດ້ຈິນຕະນາການໃນຄວາມຄິດຂອງພຣະອົງ ແລະ ຫຼັງຈາກນັ້ນ ພຣະອົງກໍໃຫ້ຊື່ແກ່ສິ່ງທີ່ມີຊິວິດນີ້ວ່າ ອາດາມ. ຫຼັງຈາກທີ່ພຣະເຈົ້າມີຄົນທີ່ມີຊີວິດ ແລະ ມີລົມຫາຍໃຈນີ້ແລ້ວ, ພຣະອົງຮູ້ສຶກແນວໃດ? ເປັນຄັ້ງທຳອິດທີ່ພຣະອົງຮູ້ສຶກເຖິງຄວາມປິຕິຍິນດີທີ່ມີຄົນອັນເປັນທີ່ຮັກ ແລະ ເປັນເພື່ອນ. ພຣະອົງຍັງຮູ້ສຶກເຖິງຄວາມຮັບຜິດຊອບໃນການເປັນບິດາຄັ້ງທຳອິດ ແລະ ຄວາມກັງວົນໃຈທີ່ມາພ້ອມກັບຄວາມຮັບຜິດຊອບນັ້ນ. ຄົນທີ່ມີຊີວິດ ແລະ ມີລົມຫາຍໃຈນີ້ໄດ້ນໍາຄວາມສຸກ ແລະ ຄວາມປິຕິຍິນດີມາສູ່ພຣະເຈົ້າ; ພຣະອົງຮູ້ສຶກສະບາຍໃຈເປັນຄັ້ງທຳອິດ. ນີ້ແມ່ນສິ່ງທຳອິດທີ່ພຣະເຈົ້າໄດ້ເຮັດທີ່ບໍ່ໄດ້ຖືກເຮັດໃຫ້ສຳເລັດດ້ວຍຄວາມຄິດ ຫຼື ແມ່ນແຕ່ພຣະທຳຂອງພຣະອົງ, ແຕ່ຖືກເຮັດໃຫ້ສຳເລັດດ້ວຍມືຂອງພຣະອົງເອງ. ເມື່ອສິ່ງມີຊີວິດປະເພດນີ້ ນັ້ນກໍຄື ຄົນທີ່ມີຊີວິດ ແລະ ມີລົມຫາຍໃຈໄດ້ຢືນຢູ່ຕໍ່ໜ້າພຣະເຈົ້າ, ຖືກສ້າງຈາກເນື້ອໜັງ ແລະ ເລືອດ, ມີຮ່າງກາຍ ແລະ ຮູບຮ່າງ ແລະ ສາມາດເວົ້າກັບພຣະເຈົ້າໄດ້, ພຣະອົງກໍມີຄວາມປິຕິຍິນດີທີ່ພຣະອົງບໍ່ເຄີຍຮູ້ສຶກມາກ່ອນ. ພຣະເຈົ້າຮູ້ສຶກເຖິງຄວາມຮັບຜິດຊອບຂອງພຣະອົງຢ່າງແທ້ຈິງ ແລະ ສິ່ງມີຊີວິດນີ້ບໍ່ພຽງແຕ່ດຶງດູດຫົວໃຈຂອງພຣະອົງ ແຕ່ຍັງເຮັດໃຫ້ອົບອຸ່ນ ແລະ ດົນບັນດານຫົວໃຈຂອງພຣະອົງດ້ວຍທຸກການເຄື່ອນໄຫວເລັກນ້ອຍທີ່ເຂົາເຮັດ. ເມື່ອສິ່ງມີຊີວິດນີ້ຢືນຢູ່ຕໍ່ໜ້າພຣະເຈົ້າ, ມັນກໍເປັນຄັ້ງທຳອິດທີ່ພຣະອົງມີຄວາມຄິດຈະຮັບເອົາຜູ້ຄົນແບບນີ້ເພີ່ມຂຶ້ນອີກ. ນີ້ແມ່ນເຫດການຕາມລຳດັບທີ່ເລີ່ມຕົ້ນດ້ວຍຄວາມຄິດທຳອິດຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ ທຸກເຫດການເຫຼົ່ານີ້ແມ່ນເກີດຂຶ້ນເປັນຄັ້ງທຳອິດ, ແຕ່ໃນເຫດການຄັ້ງທຳອິດເຫຼົ່ານີ້, ບໍ່ວ່າພຣະອົງຈະຮູ້ສຶກຫຍັງກໍຕາມໃນເວລານັ້ນ ເຊັ່ນ: ຄວາມປິຕິຍິນດີ, ຄວາມຮັບຜິດຊອບ ແລະ ຄວາມກັງວົນໃຈ, ບໍ່ມີຜູ້ໃດໃຫ້ພຣະອົງແບ່ງປັນຄວາມຮູ້ສຶກເຫຼົ່ານີ້ນໍາ. ນັບຕັ້ງແຕ່ຈາກຊ່ວງເວລານັ້ນເປັນຕົ້ນມາ, ພຣະເຈົ້າກໍຮູ້ສຶກເຖິງຄວາມໂດດດ່ຽວ ແລະ ຄວາມໂສກເສົ້າທີ່ພຣະອົງບໍ່ເຄີຍຜະເຊີນມາກ່ອນ. ພຣະອົງຮູ້ສຶກວ່າ ມະນຸດບໍ່ສາມາດຮັບເອົາ ຫຼື ຢັ່ງເຖິງຄວາມຮັກ ແລະ ຄວາມກັງວົນໃຈ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດ, ສະນັ້ນ ພຣະອົງຈຶ່ງຍັງຮູ້ສຶກໂສກເສົ້າ ແລະ ເຈັບປວດໃນຫົວໃຈຂອງພຣະອົງ. ເຖິງແມ່ນພຣະອົງໄດ້ເຮັດສິ່ງເຫຼົ່ານີ້ເພື່ອມະນຸດ, ມະນຸດກໍບໍ່ໄດ້ຮູ້ຈັກ ແລະ ບໍ່ເຂົ້າໃຈສິ່ງນັ້ນເລີຍ. ນອກຈາກຄວາມສຸກ, ຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທີ່ມະນຸດນໍາມາໃຫ້ກັບພຣະອົງແລ້ວ ເຂົາຍັງໄດ້ນໍາເອົາຄວາມໂສກເສົ້າ ແລະ ຄວາມໂດດດ່ຽວມາສູ່ພຣະອົງເປັນຄັ້ງທຳອິດຢ່າງໄວວາອີກດ້ວຍ. ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ຄວາມຮູ້ສຶກຂອງພຣະເຈົ້າໃນເວລານັ້ນ. ໃນຂະນະທີ່ພຣະເຈົ້າກຳລັງເຮັດທຸກສິ່ງເຫຼົ່ານີ້, ໃນຫົວໃຈຂອງພຣະອົງກໍປ່ຽນຈາກຄວາມປິຕິຍິນດີກາຍເປັນຄວາມໂສກເສົ້າ ແລະ ຈາກຄວາມໂສກເສົ້າກາຍເປັນຄວາມເຈັບປວດ ແລະ ຄວາມຮູ້ສຶກເຫຼົ່ານີ້ກໍປະກອບໄປດ້ວຍຄວາມກະວົນກະວາຍໃຈ. ສິ່ງທີ່ພຣະອົງຕ້ອງການເຮັດແມ່ນເພື່ອເຮັດໃຫ້ບຸກຄົນນີ້, ມະນຸດຊາດຄົນນີ້ຮູ້ຈັກເຖິງສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະອົງໂດຍໄວເທົ່ານັ້ນ. ເພື່ອວ່າພວກເຂົາຈະສາມາດກາຍມາເປັນຜູ້ຕິດຕາມພຣະອົງ ແລະ ແບ່ງປັນຄວາມຄິດຂອງພຣະອົງ ແລະ ເຫັນພ້ອມກັບຄວາມປະສົງຂອງພຣະອົງ. ພວກເຂົາຈະບໍ່ພຽງແຕ່ຟັງພຣະເຈົ້າກ່າວ ແລະ ນິ້ງເສີຍອີກຕໍ່ໄປ; ພວກເຂົາຈະໄດ້ຮູ້ຈັກເຖິງວິທີການເຂົ້າຮ່ວມກັບພຣະເຈົ້າໃນພາລະກິດຂອງພຣະອົງ; ເໜືອສິ່ງອື່ນໃດ, ພວກເຂົາຈະບໍ່ເປັນຜູ້ຄົນທີ່ເມີນເສີຍຕໍ່ການຮຽກຮ້ອງຂອງພຣະເຈົ້າອີກຕໍ່ໄປ. ສິ່ງທຳອິດເຫຼົ່ານີ້ທີ່ພຣະເຈົ້າເຮັດແມ່ນມີຄວາມໝາຍຫຼາຍ ແລະ ມີຄຸນຄ່າຢ່າງໃຫຍ່ຫຼວງສຳລັບແຜນການຄຸ້ມຄອງຂອງພຣະອົງ ແລະ ສຳລັບມະນຸດໃນປັດຈຸບັນ.

ຫຼັງຈາກການເນລະມິດສ້າງສັບພະທຸກສິ່ງ ແລະ ມະນຸດຊາດ, ພຣະເຈົ້າກໍບໍ່ໄດ້ພັກຜ່ອນ. ພຣະອົງກະວົນກະວາຍໃຈ ແລະ ຮ້ອນຮົນທີ່ຈະປະຕິບັດການຄຸ້ມຄອງຂອງພຣະອົງ ແລະ ຮັບເອົາຜູ້ຄົນທີ່ພຣະອົງຮັກຫຼາຍໃນທ່າມກາງມະນຸດຊາດ.

ຕໍ່ມາ, ບໍ່ດົນຫຼັງຈາກທີ່ພຣະເຈົ້າໄດ້ເນລະມິດສ້າງມະນຸດ, ພວກເຮົາກໍໄດ້ເຫັນຈາກພຣະຄຳພີວ່າມີນໍ້າຖ້ວມຄັ້ງໃຫຍ່ທົ່ວໂລກ. ໂນອາແມ່ນຖືກກ່າວເຖິງໃນການບັນທຶກເລື່ອງນໍ້າຖ້ວມ ແລະ ມັນສາມາດເວົ້າໄດ້ວ່າ ໂນອາເປັນຄົນທຳອິດທີ່ໄດ້ຮັບເອົາການເອີ້ນຈາກພຣະເຈົ້າໃຫ້ປະຕິບັດພາລະກິດກັບພຣະອົງເພື່ອສຳເລັດໜ້າທີ່ຂອງພຣະເຈົ້າ. ແນ່ນອນ, ນີ້ຍັງເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ຮຽກເອີ້ນຄົນໃດໜຶ່ງເທິງແຜ່ນດິນໂລກເພື່ອເຮັດບາງສິ່ງຕາມຄຳສັ່ງຂອງພຣະອົງ. ຫຼັງຈາກທີ່ໂນອາໄດ້ສຳເລັດການສ້າງເຮືອແລ້ວ, ພຣະເຈົ້າກໍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກເປັນຄັ້ງທຳອິດ. ເມື່ອພຣະເຈົ້າທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມ, ມັນກໍເປັນຄັ້ງທຳອິດນັບຕັ້ງແຕ່ການເນລະມິດສ້າງມະນຸດທີ່ພຣະອົງຮູ້ສຶກເຕັມລົ້ນໄປດ້ວຍຄວາມລັງກຽດຕໍ່ພວກເຂົາ; ນີ້ຄືສິ່ງທີ່ບັງຄັບໃຫ້ພຣະເຈົ້າຕັດສິນໃຈຢ່າງເຈັບປວດເພື່ອທຳລາຍມະນຸດຊາດນີ້ຜ່ານທາງນໍ້າຖ້ວມ. ຫຼັງຈາກທີ່ນໍ້າຖ້ວມໄດ້ທຳລາຍແຜ່ນດິນໂລກ, ພຣະເຈົ້າກໍເຮັດພັນທະສັນຍາທຳອິດຂອງພຣະອົງກັບມະນຸດ, ພັນທະສັນຍາເພື່ອສະແດງວ່າ ພຣະອົງຈະບໍ່ທຳລາຍໂລກດ້ວຍນໍ້າຖ້ວມອີກຈັກເທື່ອ. ສັນຍາລັກຂອງພັນທະສັນຍານີ້ກໍຄືຮຸ້ງກິນນໍ້າ. ນີ້ແມ່ນພັນທະສັນຍາທຳອິດຂອງພຣະເຈົ້າກັບມະນຸດຊາດ, ສະນັ້ນຮຸ້ງກິນນໍ້າຈຶ່ງເປັນສັນຍາລັກທຳອິດແຫ່ງພັນທະສັນຍາທີ່ພຣະເຈົ້າໄດ້ມອບໃຫ້; ຮຸ້ງກິນນໍ້າແມ່ນສິ່ງທີ່ມີຢູ່ຈິງ ມັນຍ້ອນການມີຢູ່ຂອງຮຸ້ງກິນນໍ້າ ທີ່ເຮັດໃຫ້ພຣະເຈົ້າຮູ້ສຶກໂສກເສົ້າຢູ່ເລື້ອຍໆສຳລັບມະນຸດຊາດໃນອະດີດທີ່ພຣະອົງໄດ້ສູນເສຍ ແລະ ມັນເປັນເຄື່ອງເຕືອນໃຈໃຫ້ກັບພຣະອົງຕະຫຼອດເວລາກ່ຽວກັບສິ່ງທີ່ເກີດຂຶ້ນກັບພວກເຂົາ... ພຣະເຈົ້າຈະບໍ່ເຮັດໃຫ້ບາດກ້າວຂອງພຣະອົງຊ້າລົງ, ພຣະອົງກະວົນກະວາຍໃຈ ແລະ ຮ້ອນຮົນທີ່ຈະເຮັດບາດກ້າວຕໍ່ໄປໃນການຄຸ້ມຄອງຂອງພຣະອົງ. ຕໍ່ມາ,​ ພຣະເຈົ້າກໍໄດ້ເລືອກອັບຣາຮາມໃຫ້ເປັນທາງເລືອກທຳອິດຂອງພຣະອົງສຳລັບພາລະກິດຂອງພຣະອົງທົ່ວອິດສະຣາເອນ. ນີ້ຍັງແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ຄັດເລືອກເອົາຜູ້ສະໝັກແບບນີ້. ພຣະເຈົ້າຕັ້ງໃຈທີ່ຈະເລີ່ມປະຕິບັດພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະອົງຜ່ານທາງບຸກຄົນນີ້ ແລະ ສືບຕໍ່ພາລະກິດຂອງພຣະອົງທ່າມກາງເຊື້ອສາຍຂອງບຸກຄົນນີ້. ພວກເຮົາສາມາດເຫັນໄດ້ໃນພຣະຄຳພີວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ເຮັດກັບອັບຣາຮາມ. ແລ້ວພຣະເຈົ້າກໍໄດ້ເຮັດໃຫ້ອິດສະຣາເອນກາຍເປັນດິນແດນທຳອິດທີ່ຖືກເລືອກ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດຜ່ານຜູ້ຄົນທີ່ຖືກເລືອກຂອງພຣະອົງ ນັ້ນກໍຄື ຊາວອິດສະຣາເອນ. ອີກຄັ້ງ ມັນເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ອອກກົດລະບຽບ ແລະ ພຣະບັນຍັດຢ່າງຈະແຈ້ງໃຫ້ແກ່ຊາວອິດສະຣາເອນ ເຊິ່ງເປັນສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ພຣະອົງກໍອະທິບາຍສິ່ງເຫຼົ່ານັ້ນຢ່າງລະອຽດ. ນີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ວາງກົດລະບຽບໂດຍສະເພາະ ແລະ ມີມາດຕະຖານດັ່ງກ່າວໃຫ້ແກ່ມະນຸດ ກ່ຽວກັບວິທີທີ່ພວກເຂົາຄວນຖວາຍເຄື່ອງບູຊາ, ວິທີທີ່ພວກເຂົາຄວນດຳລົງຊີວິດ, ສິ່ງທີ່ພວກເຂົາຄວນເຮັດ ແລະ ບໍ່ຄວນເຮັດ, ບຸນສະຫຼອງ ແລະ ວັນໃດທີ່ພວກເຂົາຄວນຮັກສາ ແລະ ຫຼັກການໃຫ້ປະຕິບັດຕາມໃນທຸກສິ່ງທີ່ພວກເຂົາເຮັດ. ນີ້ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ວາງກົດລະບຽບ ແລະ ຫຼັກການຢ່າງລະອຽດ ແລະ ມີມາດຕະຖານໃຫ້ແກ່ມະນຸດຊາດ ກ່ຽວກັບວິທີການດຳລົງຊີວິດຂອງພວກເຂົາ.

ໃນແຕ່ລະຄັ້ງທີ່ເຮົາເວົ້າວ່າ: “ຄັ້ງທຳອິດ”, ມັນໝາຍເຖິງປະເພດຂອງພາລະກິດທີ່ພຣະເຈົ້າບໍ່ເຄີຍເຮັດມາກ່ອນ. ມັນໝາຍເຖິງພາລະກິດທີ່ບໍ່ເຄີຍມີມາກ່ອນ ແລະ ເຖິງແມ່ນພຣະເຈົ້າໄດ້ເນລະມິດສ້າງມະນຸດຊາດ ແລະ ສັດ ແລະ ສິ່ງມີຊິວິດທຸກຮູບແບບ, ນີ້ກໍເປັນພາລະກິດປະເພດທີ່ພຣະອົງບໍ່ເຄີຍເຮັດມາກ່ອນ. ທຸກພາລະກິດນີ້ແມ່ນພົວພັນເຖິງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ; ມັນລ້ວນແລ້ວແຕ່ກ່ຽວຂ້ອງກັບຜູ້ຄົນ ແລະ ຄວາມລອດພົ້ນ ແລະ ການຄຸ້ມຄອງພວກເຂົາຂອງພຣະອົງ. ຫຼັງຈາກອັບຣາຮາມ, ພຣະເຈົ້າກໍເຮັດສິ່ງທຳອິດອີກຄັ້ງ, ພຣະອົງເລືອກໂຢບໃຫ້ເປັນຄົນທຳອິດທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດ ແລະ ເປັນຄົນທີ່ສາມາດທົນຕໍ່ການລໍ້ລວງຂອງຊາຕານ ໃນຂະນະທີ່ສືບຕໍ່ຢຳເກງພຣະເຈົ້າ, ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ຍັງເປັນຄັ້ງທຳອິດທີ່ພຣະເຈົ້າຍອມໃຫ້ຊາຕານລໍ້ລວງບຸກຄົນໃດໜຶ່ງ ແລະ ເປັນຄັ້ງທຳອິດທີ່ພຣະອົງເດີມພັນກັບຊາຕານ. ໃນທີ່ສຸດກໍເປັນຄັ້ງທຳອິດທີ່ພຣະອົງໄດ້ຮັບເອົາຜູ້ໃດຜູ້ໜຶ່ງທີ່ສາມາດຢືນເປັນພະຍານໃຫ້ແກ່ພຣະອົງ ໃນຂະນະທີ່ຜະເຊີນໜ້າກັບຊາຕານ ແລະ ຜູ້ໃດຜູ້ໜຶ່ງທີ່ສາມາດເຮັດໃຫ້ຊາຕານອັບອາຍຢ່າງສິ້ນເຊີງ. ນັບຕັ້ງແຕ່ພຣະເຈົ້າເນລະມິດສ້າງມະນຸດຊາດ, ນີ້ແມ່ນບຸກຄົນທຳອິດທີ່ພຣະອົງໄດ້ຮັບເອົາ ຜູ້ທີ່ສາມາດເປັນພະຍານໃຫ້ແກ່ພຣະອົງໄດ້. ຫຼັງຈາກທີ່ພຣະອົງໄດ້ຮັບເອົາມະນຸດຄົນນີ້, ພຣະເຈົ້າກໍຍິ່ງຮ້ອນຮົນຫຼາຍຂຶ້ນທີ່ຈະສືບຕໍ່ການຄຸ້ມຄອງຂອງພຣະອົງ ແລະ ປະຕິບັດຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງ, ຈັດກຽມສະຖານທີ່ ແລະ ຜູ້ຄົນທີ່ພຣະອົງຈະເລືອກສຳລັບບາດກ້າວຕໍ່ໄປໃນພາລະກິດຂອງພຣະອົງ.

ຫຼັງຈາກທີ່ໄດ້ສົນທະນາກ່ຽວກັບທຸກສິ່ງນີ້ແລ້ວ, ພວກເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມປະສົງຂອງພຣະເຈົ້າບໍ່? ພຣະເຈົ້າພິຈາລະນາກໍລະນີນີ້ໃນການຄຸ້ມຄອງມະນຸດຊາດຂອງພຣະອົງ ແລະ ໃນຄວາມລອດພົ້ນຂອງມະນຸດຊາດຂອງພຣະອົງ ເປັນສິ່ງທີ່ສຳຄັນເໜືອກວ່າສິ່ງອື່ນໃດ. ພຣະອົງເຮັດສິ່ງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ດ້ວຍຄວາມຄິດຂອງພຣະອົງ, ບໍ່ພຽງແຕ່ດ້ວຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນດ້ວຍລັກສະນະທີ່ບັງເອີນຢ່າງແນ່ນອນ, ພຣະອົງເຮັດທຸກສິ່ງເຫຼົ່ານີ້ດ້ວຍແຜນການ, ດ້ວຍເປົ້າໝາຍ, ດ້ວຍມາດຕະຖານ ແລະ ດ້ວຍຄວາມປະສົງຂອງພຣະອົງ. ມັນຊັດເຈນແລ້ວວ່າ ພາລະກິດນີ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບທັງພຣະເຈົ້າ ແລະ ມະນຸດ. ບໍ່ວ່າພາລະກິດຈະຍາກສໍ່າໃດກໍຕາມ, ບໍ່ວ່າອຸປະສັກຈະໃຫຍ່ສໍ່າໃດກໍຕາມ, ບໍ່ວ່າມະນຸດຈະອ່ອນແອສໍ່າໃດກໍຕາມ ຫຼື ຄວາມກະບົດຂອງມະນຸດຊາດຈະຮ້າຍແຮງສໍ່າໃດກໍຕາມ, ບໍ່ມີຫຍັງໃນສິ່ງນີ້ທີ່ຍາກສຳລັບພຣະເຈົ້າ. ພຣະເຈົ້າເຮັດໃຫ້ຕົນເອງບໍ່ຫວ່າງ, ເສຍສະຫຼະຄວາມພະຍາຍາມອັນເຈັບປວດຂອງພຣະອົງ ແລະ ຄຸ້ມຄອງພາລະກິດທີ່ພຣະອົງເອງຕ້ອງການປະຕິບັດສະເໝີ. ພຣະອົງຍັງຈັດກຽມທຸກສິ່ງ ແລະ ໃຊ້ອຳນາດອະທິປະໄຕຂອງພຣະອົງເໜືອທຸກຄົນທີ່ພຣະອົງຈະປະຕິບັດພາລະກິດນໍາ ແລະ ທຸກພາລະກິດທີ່ພຣະອົງຕ້ອງການເຮັດໃຫ້ສຳເລັດ, ບໍ່ມີຫຍັງໃນສິ່ງນີ້ທີ່ເຄີຍຖືກເຮັດມາກ່ອນ. ນີ້ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ວິທີການເຫຼົ່ານີ້ ແລະ ຈ່າຍລາຄາອັນຍິ່ງໃຫຍ່ແບບນີ້ ສຳລັບໂຄງການອັນໃຫຍ່ຫຼວງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນນີ້. ໃນຂະນະທີ່ພຣະເຈົ້າກຳລັງປະຕິບັດພາລະກິດນີ້, ພຣະອົງສຳແດງ ແລະ ເປີດເຜີຍຄວາມພະຍາຍາມອັນເຈັບປວດຂອງພຣະອົງ ສິ່ງທີ່ພຣະອົງມີ ແລະ ເປັນ, ສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ ແລະ ທຸກດ້ານໃນອຸປະນິໄສຂອງພຣະອົງ ໃຫ້ແກ່ມະນຸດຊາດເທື່ອລະໜ້ອຍໂດຍບໍ່ມີການສະຫງວນໃດໆ. ພຣະອົງເປີດເຜີຍ ແລະ ສະແດງສິ່ງເຫຼົ່ານີ້ດັ່ງທີ່ພຣະອົງບໍ່ເຄີຍເຮັດມາກ່ອນ. ສະນັ້ນ ໃນຈັກກະວານທັງປວງ ນອກຈາກຜູ້ຄົນທີ່ພຣະເຈົ້າຕັ້ງໃຈຈະຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນແລ້ວ ກໍບໍ່ມີສິ່ງມີຊີວິດໃດທີ່ໄດ້ໃກ້ຊິດກັບພຣະເຈົ້າແບບນີ້, ທີ່ມີຄວາມສຳພັນຢ່າງສະໜິດສະໜົມກັບພຣະອົງແບບນີ້. ໃນຫົວໃຈຂອງພຣະອົງ, ມະນຸດຊາດທີ່ພຣະອົງຕ້ອງການຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນ ແມ່ນສຳຄັນທີ່ສຸດ; ພຣະອົງເຊີດຊູມະນຸດຊາດນີ້ເໜືອສິ່ງອື່ນໃດ; ເຖິງແມ່ນພຣະອົງໄດ້ຈ່າຍລາຄາອັນຍິ່ງໃຫຍ່ສຳລັບພວກເຂົາ ແລະ ເຖິງແມ່ນພຣະອົງຖືກພວກເຂົາທຳຮ້າຍ ແລະ ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ, ພຣະອົງກໍບໍ່ເຄີຍປະຖິ້ມພວກເຂົາ ແລະ ສືບຕໍ່ພາລະກິດຂອງພຣະອົງຢ່າງບໍ່ອິດເມື່ອຍ, ໂດຍບໍ່ມີຄຳຕໍ່ວ່າ ຫຼື ຄວາມເສຍໃຈ. ນີ້ກໍຍ້ອນພຣະອົງຮູ້ວ່າ ໃນອີກບໍ່ດົນ ຜູ້ຄົນກໍຈະຕື່ນຕົວຕໍ່ການຮຽກເອີ້ນຂອງພຣະອົງ ແລະ ຖືກດົນບັນດານດ້ວຍພຣະທຳຂອງພຣະອົງ, ຮັບຮູ້ວ່າພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ກັບຄືນສູ່ຂ້າງຂອງພຣະອົງ...

ຫຼັງຈາກທີ່ໄດ້ຍິນທຸກສິ່ງນີ້ໃນມື້ນີ້, ພວກເຈົ້າອາດຮູ້ສຶກວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນທຳມະດາຫຼາຍ. ມັນເບິ່ງຄືກັບວ່າ ມະນຸດໄດ້ຮູ້ສຶກເຖິງເຈດຕະນາບາງຢ່າງຂອງພຣະເຈົ້າສຳລັບພວກເຂົາຈາກພຣະທຳຂອງພຣະອົງ ແລະ ຈາກພາລະກິດຂອງພຣະອົງຢູ່ສະເໝີ, ແຕ່ມີໄລຍະຫ່າງໃດໜຶ່ງລະຫວ່າງຄວາມຮູ້ສຶກຂອງພວກເຂົາ ຫຼື ຄວາມຮູ້ຂອງພວກເຂົາ ແລະ ສິ່ງທີ່ພຣະເຈົ້າກຳລັງຄິດ. ນັ້ນຄືເຫດຜົນທີ່ເຮົາຄິດວ່າ ມັນຈຳເປັນທີ່ຈະສື່ສານກັບທຸກຄົນກ່ຽວກັບສາສາເຫດທີ່ພຣະເຈົ້າເນລະມິດສ້າງມະນຸດຊາດ ແລະ ເບື້ອງຫຼັງຄວາມປາຖະໜາຂອງພຣະອົງທີ່ຈະຮັບເອົາມະນຸດຊາດທີ່ພຣະອົງຄາດຫວັງໄວ້. ມັນສຳຄັນທີ່ຈະແບ່ງປັນສິ່ງນີ້ກັບທຸກຄົນ ເພື່ອວ່າທຸກຄົນຈະຊັດເຈນໃນຫົວໃຈຂອງພວກເຂົາ. ຍ້ອນທຸກຄວາມຄິດ ແລະ ທຸກແນວຄິດຂອງພຣະເຈົ້າ ແລະ ທຸກໄລຍະ ແລະ ທຸກຊ່ວງເວລາໃນພາລະກິດຂອງພຣະອົງໄດ້ຜູກພັນ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບພາລະກິດການຄຸ້ມຄອງທັງໝົດຂອງພຣະອົງ, ສະນັ້ນ ເມື່ອເຈົ້າເຂົ້າໃຈຄວາມຄິດ, ແນວຄິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງໃນທຸກບາດກ້າວຂອງພາລະກິດຂອງພຣະອົງ, ມັນກໍສໍ່າກັບວ່າເຈົ້າໄດ້ເຂົ້າໃຈຄວາມເປັນມາຂອງພາລະກິດແຫ່ງແຜນການຄຸ້ມຄອງຂອງພຣະອົງ. ບົນພື້ນຖານນີ້ ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າກໍຈະເລິກເຊິ່ງຍິ່ງຂຶ້ນ. ເຖິງແມ່ນສຳລັບຕອນນີ້ ທຸກສິ່ງທີ່ພຣະເຈົ້າເຮັດເມື່ອພຣະອົງເນລະມິດສ້າງໂລກເປັນຄັ້ງທຳອິດ ທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ ເບິ່ງຄືກັບເປັນພຽງ “ຂໍ້ມູນ”, ບໍ່ກ່ຽວຂ້ອງກັບການສະແຫວງຫາຄວາມຈິງ, ເຖິງຢ່າງໃດກໍຕາມ ໃນຊ່ວງເວລາແຫ່ງປະສົບການຂອງເຈົ້າ ມັນຈະມີມື້ໜຶ່ງທີ່ເຈົ້າບໍ່ຄິດວ່ານີ້ແມ່ນສິ່ງທີ່ທຳມະດາຄືກັບຂໍ້ມູນບາງຢ່າງ ຫຼື ມັນບໍ່ແມ່ນຄວາມລຶກລັບບາງຢ່າງເທົ່ານັ້ນ. ເມື່ອຊີວິດຂອງເຈົ້າພັດທະນາຂຶ້ນ, ເມື່ອພຣະເຈົ້າມີບ່ອນຢູ່ໃນຫົວໃຈຂອງເຈົ້າ ຫຼື ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງຢ່າງທົ່ວເຖິງ ແລະ ຢ່າງເລິກເຊິ່ງຫຼາຍຂຶ້ນ, ແລ້ວເຈົ້າກໍຈະເຂົ້າໃຈຄວາມສຳຄັນ ແລະ ຄວາມຈຳເປັນຂອງສິ່ງທີ່ເຮົາກຳລັງເວົ້າເຖິງໃນມື້ນີ້ຢ່າງແທ້ຈິງ. ໃນຕອນນີ້ ບໍ່ວ່າພວກເຈົ້າຈະຍອມຮັບສິ່ງນີ້ໃນລະດັບໃດກໍຕາມ, ມັນກໍຍັງຈຳເປັນທີ່ພວກເຈົ້າຈະຕ້ອງເຂົ້າໃຈ ແລະ ຮູ້ຈັກສິ່ງເຫຼົ່ານີ້. ເມື່ອພຣະເຈົ້າເຮັດບາງສິ່ງບາງຢ່າງ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ, ບໍ່ວ່າດ້ວຍແນວຄິດຂອງພຣະອົງ ຫຼື ດ້ວຍມືຂອງພຣະອົງເອງ, ບໍ່ວ່າມັນເປັນຄັ້ງທຳອິດທີ່ພຣະອົງເຮັດ ຫຼື ຄັ້ງສຸດທ້າຍ, ໃນທີ່ສຸດແລ້ວ ພຣະເຈົ້າກໍມີແຜນການ ແລະ ມີເປົ້າໝາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງແມ່ນຢູ່ໃນທຸກສິ່ງທີ່ພຣະອົງເຮັດ. ເປົ້າໝາຍ ແລະ ຄວາມຄິດເຫຼົ່ານີ້ເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະເຈົ້າ ແລະ ມັນສະແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນ. ສອງສິ່ງເຫຼົ່ານີ້ ນັ້ນກໍຄື ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຕ້ອງຖືກເຂົ້າໃຈໂດຍທຸກຄົນ. ຫຼັງຈາກທີ່ບຸກຄົນໃດໜຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກເຂົາກໍຈະສາມາດເຂົ້າໃຈເທື່ອລະໜ້ອຍວ່າ ເປັນຫຍັງພຣະເຈົ້າຈຶ່ງເຮັດໃນສິ່ງທີ່ພຣະອົງເຮັດ ແລະ ເປັນຫຍັງພຣະອົງຈຶ່ງກ່າວໃນສິ່ງທີ່ພຣະອົງກ່າວ. ແລ້ວຈາກສິ່ງນັ້ນ, ພວກເຂົາກໍຍິ່ງຈະມີຄວາມເຊື່ອທີ່ຈະຕິດຕາມພຣະເຈົ້າຫຼາຍຍິ່ງຂຶ້ນ, ສະແຫວງຫາຄວາມຈິງ ແລະ ປ່ຽນແປງໃນອຸປະນິໄສຂອງພວກເຂົາ. ນັ້ນໝາຍຄວາມວ່າ ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າແມ່ນບໍ່ສາມາດຕັດຂາດຈາກກັນໄດ້.

ຖ້າສິ່ງທີ່ຜູ້ຄົນໄດ້ຮັບຄວາມຮູ້ ຫຼື ໄດ້ຮັບຄວາມເຂົ້າໃຈແມ່ນອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ແລ້ວສິ່ງທີ່ພວກເຂົາໄດ້ຮັບກໍຈະເປັນຊີວິດທີ່ມາຈາກພຣະເຈົ້າ. ຫຼັງຈາກທີ່ຊີວິດນີ້ໄດ້ເກີດຂຶ້ນພາຍໃນຕົວເຈົ້າ, ຄວາມຢຳເກງພຣະເຈົ້າຂອງເຈົ້າກໍຈະຍິ່ງໃຫຍ່ຂຶ້ນເລື້ອຍໆ. ນີ້ຄືຜົນປະໂຫຍດທີ່ໄດ້ມາໂດຍທຳມະຊາດ. ຖ້າເຈົ້າບໍ່ຕ້ອງການເຂົ້າໃຈ ຫຼື ຮູ້ຈັກກ່ຽວກັບອຸປະນິໄສຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ຖ້າເຈົ້າບໍ່ຕ້ອງການແມ່ນແຕ່ຈະໄຕ່ຕອງ ຫຼື ເອົາໃຈໃສ່ໃນສິ່ງເຫຼົ່ານີ້, ເຮົາກໍສາມາດບອກເຈົ້າຢ່າງໝັ້ນໃຈວ່າ ວິທີທີ່ເຈົ້າກຳລັງສະແຫວງຫາຄວາມເຊື່ອໃນພຣະເຈົ້າໃນປັດຈຸບັນແມ່ນບໍ່ສາມາດເຮັດໃຫ້ເຈົ້າໄດ້ບັນລຸຄວາມປະສົງຂອງພຣະອົງ ຫຼື ຮັບເອົາຄຳຍົກຍ້ອງຈາກພຣະອົງໄດ້. ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດບັນລຸຄວາມລອດພົ້ນໄດ້ຢ່າງແທ້ຈິງ, ສິ່ງເຫຼົ່ານີ້ຄືຜົນໄດ້ຮັບສຸດທ້າຍ. ເມື່ອຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ ແລະ ບໍ່ຮູ້ຈັກອຸປະນິໄສຂອງພຣະອົງ, ຫົວໃຈຂອງພວກເຂົາກໍບໍ່ສາມາດເປີດຮັບເອົາພຣະອົງໄດ້ຢ່າງແທ້ຈິງ. ຫຼັງຈາກທີ່ພວກເຂົາໄດ້ເຂົ້າໃຈພຣະເຈົ້າ, ພວກເຂົາກໍຈະເລີ່ມເຫັນຄຸນຄ່າ ແລະ ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງດ້ວຍຄວາມສົນໃຈ ແລະ ຄວາມເຊື່ອ. ເມື່ອເຈົ້າເຫັນຄຸນຄ່າ ແລະ ໄດ້ຊີ່ມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຈະເປີດເຮັບເອົາພຣະອົງເທື່ອລະເລັກເທື່ອລະໜ້ອຍ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ, ເຈົ້າກໍຈະຮູ້ສຶກວ່າ ການສົນທະນາຂອງເຈົ້າກັບພຣະເຈົ້າ, ສິ່ງທີ່ເຈົ້າຮຽກຮ້ອງຈາກພຣະເຈົ້າ ແລະ ຄວາມປາຖະໜາອັນເກີນຂອບເຂດຂອງເຈົ້ານັ້ນເປັນຕາອັບອາຍ ແລະ ເປັນຕາດູຖູກສໍ່າໃດ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະເຫັນວ່າ ຫົວໃຈຂອງພຣະອົງຄືໂລກທີ່ບໍ່ສິ້ນສຸດ ແລະ ເຈົ້າຈະເຂົ້າສູ່ອານາຈັກທີ່ເຈົ້າບໍ່ເຄີຍໄດ້ຜະເຊີນມາກ່ອນ. ໃນອານາຈັກນີ້ແມ່ນບໍ່ມີການສໍ້ໂກງ, ບໍ່ມີການລໍ້ລວງ, ບໍ່ມີຄວາມມືດມົວ ແລະ ບໍ່ມີສິ່ງຊົ່ວຮ້າຍ. ມີພຽງຄວາມຈິງໃຈ ແລະ ຄວາມຊື່ສັດ; ມີພຽງແສງສະຫວ່າງ ແລະ ຄວາມຍຸຕິທຳ; ມີພຽງຄວາມຊອບທຳ ແລະ ຄວາມເມດຕາ. ມັນເຕັມໄປດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ, ເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມອົດກັ້ນ ແລະ ໂດຍສິ່ງນັ້ນ ເຈົ້າຈະຮູ້ສຶກເຖິງຄວາມສຸກ ແລະ ຄວາມປິຕິຍິນດີທີ່ໄດ້ມີຊີວິດຢູ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເປີດເຜີຍໃຫ້ແກ່ເຈົ້າ ເມື່ອເຈົ້າເປີດຫົວໃຈຂອງເຈົ້າອອກໃຫ້ກັບພຣະອົງ. ໂລກທີ່ບໍ່ສິ້ນສຸດນີ້ແມ່ນເຕັມໄປດ້ວຍສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ; ມັນຍັງເຕັມໄປດ້ວຍຄວາມຮັກຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ໃນນີ້ ເຈົ້າສາມາດເຫັນໄດ້ເຖິງທຸກດ້ານໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ, ສິ່ງທີ່ນໍາຄວາມປິຕິຍິນດີມາສູ່ພຣະອົງ, ເປັນຫຍັງພຣະອົງຈຶ່ງກັງວົນໃຈ ແລະ ເປັນຫຍັງພຣະອົງຈຶ່ງໂສກເສົ້າ, ເປັນຫຍັງພຣະອົງຈຶ່ງໃຈຮ້າຍ... ນີ້ຄືສິ່ງທີ່ແຕ່ລະຄົນສາມາດເຫັນໄດ້ວ່າ ຜູ້ໃດເປີດຫົວໃຈຂອງພວກເຂົາ ແລະ ຍອມໃຫ້ພຣະເຈົ້າເຂົ້າມາຢູ່ຂ້າງໃນ. ພຣະເຈົ້າພຽງແຕ່ສາມາດເຂົ້າມາຢູ່ໃນຫົວໃຈຂອງເຈົ້າໄດ້ ຖ້າເຈົ້າເປີດຮັບເອົາພຣະອົງ. ເຈົ້າສາມາດເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ເຈົ້າສາມາດເຫັນເຈດຕະນາຂອງພຣະອົງ ກໍເມື່ອ ຖ້າພຣະອົງໄດ້ເຂົ້າມາຢູ່ໃນຫົວໃຈຂອງເຈົ້າເທົ່ານັ້ນ. ໃນເວລານັ້ນ, ເຈົ້າຈະຄົ້ນພົບວ່າ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນລໍ້າຄ່າຫຼາຍ, ສິ່ງທີ່ພຣະອົງມີ ແລະ ເປັນແມ່ນສົມຄວນແກ່ການເຊີດຊູ. ເມື່ອປຽບທຽບກັບສິ່ງນັ້ນ, ຜູ້ຄົນທີ່ຢູ່ອ້ອມຂ້າງເຈົ້າ, ເປົ້າໝາຍ ແລະ ເຫດການໃນຊີວິດຂອງເຈົ້າ ແລະ ແມ່ນແຕ່ຄົນຮັກຂອງເຈົ້າ, ຄູ່ຄອງຂອງເຈົ້າ ແລະ ສິ່ງທີ່ເຈົ້າຮັກ ແມ່ນບໍ່ມີຄຸນຄ່າຫຍັງເລີຍ. ພວກເຂົາເປັນພຽງສິ່ງເລັກນ້ອຍ ແລະ ຕໍ່າຕ້ອຍຫຼາຍ; ເຈົ້າຈະຮູ້ສຶກວ່າ ບໍ່ມີວັດຖຸສິ່ງໃດຈະສາມາດດຶງດູດເຈົ້າໄດ້ອີກ ຫຼື ມີວັດຖຸສິ່ງໃດ ຈະສາມາດລໍ້ໃຈເຈົ້າໃຫ້ຈ່າຍລາຄາໃດໜຶ່ງສຳລັບພວກມັນໄດ້ອີກຈັກເທື່ອ. ໃນຄວາມຖ່ອມຕົນຂອງພຣະເຈົ້າ, ເຈົ້າຈະເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ອໍານາດສູງສຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າຈະເຫັນເຖິງສະຕິປັນຍາທີ່ບໍ່ສິ້ນສຸດ ແລະ ຄວາມອົດກັ້ນຂອງພຣະເຈົ້າໃນການກະທຳບາງຢ່າງຂອງພຣະເຈົ້າທີ່ເຈົ້າເຊື່ອກ່ອນໜ້ານີ້ວ່າຂ້ອນຂ້າງນ້ອຍ ແລະ ເຈົ້າຈະເຫັນເຖິງຄວາມອົດທົນຂອງພຣະອົງ, ຄວາມອົດກັ້ນຂອງພຣະອົງ ແລະ ການທີ່ພຣະອົງເຂົ້າໃຈເຈົ້າ. ສິ່ງນີ້ຈະກໍ່ໃຫ້ເກີດການເຄົາລົບບູຊາພຣະອົງໃນຕົວເຈົ້າ. ໃນມື້ນັ້ນ, ເຈົ້າຈະຮູ້ສຶກວ່າ ມະນຸດຊາດກຳລັງດຳລົງຊີວິດຢູ່ໃນໂລກດັ່ງກ່າວທີ່ສົກກະປົກ, ຜູ້ຄົນທີ່ຢູ່ຂ້າງເຈົ້າ ແລະ ສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດຂອງເຈົ້າ ແລະ ແມ່ນແຕ່ຄົນເຫຼົ່ານັ້ນທີ່ເຈົ້າຮັກ, ຄວາມຮັກຂອງພວກເຂົາສຳລັບເຈົ້າ ແລະ ສິ່ງທີ່ເອີ້ນວ່າການປົກປ້ອງຂອງພວກເຂົາ ຫຼື ຄວາມຫ່ວງໃຍຂອງພວກເຂົາສຳລັບເຈົ້າແມ່ນບໍ່ສົມຄວນແກ່ການກ່າວເຖິງເລີຍ, ມີພຽງແຕ່ພຣະເຈົ້າທີ່ເປັນທີ່ຮັກຂອງເຈົ້າ ແລະ ມີພຽງແຕ່ພຣະເຈົ້າທີ່ເຈົ້າເຊີດຊູທີ່ສຸດ. ເມື່ອມື້ນັ້ນມາເຖິງ, ເຮົາກໍເຊື່ອວ່າຈະມີບາງຄົນທີ່ເວົ້າວ່າ: ຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ແກ່ນແທ້ຂອງພຣະອົງບໍລິສຸດຫຼາຍ, ໃນພຣະເຈົ້າແມ່ນບໍ່ມີຄວາມຫຼອກລວງເລີຍ, ບໍ່ມີສິ່ງຊົ່ວຮ້າຍ, ບໍ່ມີຄວາມອິດສາ ແລະ ບໍ່ມີການຜິດຖຽງກັນ, ແຕ່ມີພຽງຄວາມຊອບທຳ ແລະ ຄວາມແທ້ຈິງ; ແລະ ມະນຸດຄວນປາຖະໜາຫາທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ມະນຸດຄວນພະຍາຍາມຫາ ແລະ ປາຖະໜາຫາສິ່ງນັ້ນ. ຄວາມສາມາດຂອງມະນຸດຊາດເພື່ອບັນລຸສິ່ງນີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຫຍັງ? ມັນຖືກສ້າງຂຶ້ນບົນພື້ນຖານຂອງການທີ່ພວກເຂົາເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ແລະ ການທີ່ພວກເຂົາເຂົ້າໃຈເຖິງແກ່ນແທ້ຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຈຶ່ງເປັນບົດຮຽນຕະຫຼອດຊີວິດສຳລັບທຸກຄົນ; ນີ້ແມ່ນເປົ້າໝາຍຕະຫຼອດຊີວິດທີ່ສະແຫວງຫາໂດຍທຸກຄົນ ຜູ້ທີ່ພະຍາຍາມປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ພະຍາຍາມຮູ້ຈັກພຣະເຈົ້າ.

ພວກເຮົາຫາກໍລົມກັນກ່ຽວກັບພາລະກິດທຸກຢ່າງທີ່ພຣະເຈົ້າປະຕິບັດ ແລະ ລຳດັບພາລະກິດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ພຣະເຈົ້າໄດ້ປະຕິບັດ. ທຸກສິ່ງເຫຼົ່ານີ້ແມ່ນກ່ຽວຂ້ອງກັບແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ. ພວກມັນຍັງກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າເອງ ແລະ ແກ່ນແທ້ຂອງພຣະອົງ. ຖ້າພວກເຮົາຕ້ອງການເຂົ້າໃຈຫຼາຍຂຶ້ນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພວກເຮົາບໍ່ສາມາດຢຸດທີ່ພຣະສັນຍາເດີມ ຫຼື ທີ່ຍຸກແຫ່ງພຣະບັນຍັດ, ພວກເຮົາຈຳເປັນຕ້ອງສືບຕໍ່ໄປຂ້າງໜ້າ ຕາມບາດກ້າວທີ່ພຣະເຈົ້າໄດ້ຍ່າງໃນພາລະກິດຂອງພຣະອົງ. ສະນັ້ນ ໃນຂະນະທີ່ພຣະເຈົ້າສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ໄດ້ເຮັດໃຫ້ບາດກ້າວຂອງພວກເຮົາເອງຕິດຕາມເຂົ້າສູ່ຍຸກແຫ່ງພຣະຄຸນ, ຍຸກທີ່ເຕັມໄປດ້ວຍຄວາມກະລຸນາ ແລະ ການໄຖ່ບາບ. ໃນຍຸກນີ້, ພຣະເຈົ້າໄດ້ເຮັດບາງສິ່ງທີ່ສຳຄັນຫຼາຍອີກຄັ້ງ ເຊິ່ງບໍ່ເຄີຍຖືກເຮັດມາກ່ອນ. ສຳລັບທັງພຣະເຈົ້າ ແລະ ມະນຸດຊາດ, ພາລະກິດໃນຍຸກໃໝ່ນີ້ແມ່ນຈຸດເລີ່ມຕົ້ນໃໝ່, ຈຸດເລີ່ມຕົ້ນທີ່ປະກອບມີອີກພາລະກິດໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ເຊິ່ງບໍ່ເຄີຍຖືກເຮັດມາກ່ອນ. ພາລະກິດໃໝ່ນີ້ແມ່ນບໍ່ເຄີຍເກີດຂຶ້ນມາກ່ອນ, ເປັນສິ່ງທີ່ຢູ່ເໜືອອຳນາດການຈິນຕະນາການຂອງມະນຸດ ແລະ ສັບພະສິ່ງທັງປວງ. ມັນແມ່ນສິ່ງທີ່ເປັນທີ່ຮູ້ຈັກດີຕໍ່ທຸກຄົນໃນຕອນນີ້, ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ກາຍມາເປັນມະນຸດ ແລະ ເປັນຄັ້ງທຳອິດທີ່ພຣະອົງເລີ່ມຕົ້ນພາລະກິດໃໝ່ໃນຮູບຮ່າງຂອງມະນຸດ, ດ້ວຍຕົວຕົນຂອງມະນຸດ. ພາລະກິດໃໝ່ນີ້ບົ່ງຊີ້ວ່າ ພຣະເຈົ້າໄດ້ສຳເລັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ ແລະ ພຣະອົງຈະບໍ່ເຮັດ ຫຼື ກ່າວສິ່ງໃດສິ່ງໜຶ່ງພາຍໃຕ້ພຣະບັນຍັດອີກຕໍ່ໄປ. ພຣະອົງຈະບໍ່ກ່າວ ຫຼື ເຮັດສິ່ງໃດສິ່ງໜຶ່ງໃນລັກສະນະຂອງພຣະບັນຍັດ ຫຼື ຕາມຫຼັກການ ຫຼື ກົດລະບຽບຂອງບັນຍັດ. ນັ້ນກໍຄື ພາລະກິດທັງໝົດຂອງພຣະອົງທີ່ອີງຕາມພຣະບັນຍັດແມ່ນຖືກຢຸດດໍາເນີນການຕະຫຼອດໄປ ແລະ ຈະບໍ່ໄດ້ສືບຕໍ່ອີກ, ເພາະພຣະເຈົ້າຕ້ອງການເລີ່ມຕົ້ນພາລະກິດໃໝ່ ແລະ ເຮັດສິ່ງໃໝ່. ແຜນການຂອງພຣະອົງມີຈຸດເລີ່ມຕົ້ນໃໝ່ອີກຄັ້ງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຕ້ອງນໍາພາມະນຸດຊາດເຂົ້າສູ່ຍຸກຕໍ່ໄປ.

ບໍ່ວ່າສິ່ງນີ້ຈະເປັນຂ່າວປະເສີດ ຫຼື ເປັນລາງຮ້າຍຕໍ່ມະນຸດ ແມ່ນຂຶ້ນກັບແກ່ນແທ້ຂອງແຕ່ລະບຸກຄົນ. ມັນສາມາດເວົ້າໄດ້ວ່າ ສຳລັບບາງຄົນແລ້ວ ນີ້ບໍ່ແມ່ນຂ່າວທີ່ໜ້າຍິນດີ ແຕ່ເປັນຂ່າວຮ້າຍ ເພາະວ່າ ເມື່ອພຣະເຈົ້າເລີ່ມຕົ້ນພາລະກິດໃໝ່ຂອງພຣະອົງ, ຄົນເຫຼົ່ານັ້ນທີ່ພຽງແຕ່ຕິດຕາມພຣະບັນຍັດ ແລະ ກົດລະບຽບ, ທີ່ພຽງແຕ່ປະຕິບັດຕາມຄຳສັ່ງສອນ ແຕ່ບໍ່ໄດ້ຢຳເກງພຣະເຈົ້າ ແມ່ນມັກຈະໃຊ້ພາລະກິດເດີມຂອງພຣະເຈົ້າເພື່ອປະນາມພາລະກິດໃໝ່ຂອງພຣະອົງ. ສຳລັບຜູ້ຄົນເຫຼົ່ານີ້, ນີ້ແມ່ນຂ່າວຮ້າຍ; ແຕ່ສຳລັບຄົນທີ່ໄຮ້ດຽງສາ ແລະ ເປີດເຜີຍ, ຜູ້ທີ່ມີຄວາມຈິງໃຈຕໍ່ພຣະເຈົ້າ ແລະ ເຕັມໃຈຮັບການໄຖ່ບາບຂອງພຣະອົງ, ການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າແມ່ນຂ່າວປະເສີດຫຼາຍ. ຍ້ອນນັບຕັ້ງແຕ່ມະນຸດຖືກເຮັດໃຫ້ມີຊີວິດຄັ້ງທຳອິດ, ນີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າປາກົດຂຶ້ນ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດໃນຮູບຮ່າງທີ່ບໍ່ແມ່ນພຣະວິນຍານ; ຄັ້ງນີ້, ພຣະອົງໄດ້ເກີດຈາກມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງຜູ້ຄົນດັ່ງບຸດມະນຸດ ແລະ ປະຕິບັດພາລະກິດທ່າມກາງພວກເຂົາ. “ຄັ້ງທຳອິດ” ນີ້ໄດ້ທຳລາຍແນວຄິດຂອງຜູ້ຄົນ; ມັນຢູ່ເໜືອຈິນຕະນາການທັງໝົດ. ຍິ່ງໄປກວ່ານັ້ນ, ຜູ້ຕິດຕາມທັງໝົດຂອງພຣະເຈົ້າແມ່ນໄດ້ຮັບຜົນປະໂຫຍດທີ່ເປັນຮູບປະທໍາ. ພຣະເຈົ້າບໍ່ພຽງແຕ່ສິ້ນສຸດຍຸກເກົ່າ, ແຕ່ພຣະອົງຍັງສິ້ນສຸດວິທີການປະຕິບັດພາລະກິດ ແລະ ລັກສະນະການປະຕິບັດພາລະກິດແບບເກົ່າຂອງພຣະອົງອີກດ້ວຍ. ພຣະອົງບໍ່ຂໍໃຫ້ຜູ້ສົ່ງຂ່າວຂອງພຣະອົງຖ່າຍທອດຄວາມປະສົງຂອງພຣະອົງອີກຕໍ່ໄປ, ພຣະອົງບໍ່ລີ້ລັບໃນກ້ອນເມກອີກຕໍ່ໄປ ແລະ ບໍ່ປາກົດຕົວ ຫຼື ກ່າວຕໍ່ມະນຸດຢ່າງມີອຳນາດຜ່ານສຽງຟ້າຮ້ອງອີກຕໍ່ໄປ. ບໍ່ຄືສິ່ງໃດມາກ່ອນ, ຜ່ານທາງວິທີການທີ່ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ຍາກທີ່ພວກເຂົາຈະເຂົ້າໃຈ ຫຼື ຍອມຮັບໄດ້, ນັ້ນກໍຄື ການກາຍມາເປັນເນື້ອໜັງ, ພຣະອົງໄດ້ກາຍມາເປັນບຸດມະນຸດເພື່ອເລີ່ມຕົ້ນພາລະກິດໃນຍຸກນັ້ນ. ການກະທຳນີ້ຂອງພຣະເຈົ້າເກີດຂຶ້ນກັບມະນຸດຊາດໂດຍທີ່ພວກເຂົາບໍ່ໄດ້ຕັ້ງໂຕ; ມັນເຮັດໃຫ້ພວກເຂົາອັບອາຍ, ເພາະວ່າ ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດໃໝ່ອີກຄັ້ງທີ່ພຣະອົງບໍ່ເຄີຍປະຕິບັດມາກ່ອນ. ມື້ນີ້, ພວກເຮົາຈະເບິ່ງພາລະກິດໃໝ່ທີ່ພຣະເຈົ້າໄດ້ສຳເລັດໃນຍຸກໃໝ່ ແລະ ພວກເຮົາຈະພິຈາລະນາສິ່ງທີ່ມີໃຫ້ພວກເຮົາໄດ້ຮຽນຮູ້ຈາກພາລະກິດໃໝ່ນີ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ.

ຕໍ່ໄປນີ້ແມ່ນພຣະທຳທີ່ຖືກບັນທຶກໄວ້ໃນພຣະສັນຍາໃໝ່ຂອງພຣະຄຳພີ:

1. ມັດທາຍ 12:1 ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງໝາກສາລີໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມຫຼົກຮວງໝາກສາລີກິນ.

2. ມັດທາຍ 12:6–8 ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ.

ກ່ອນອື່ນໃຫ້ພວກເຮົາມາເບິ່ງທີ່ຂໍ້ຄວາມນີ້: “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງໝາກສາລີໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມຫຼົກຮວງໝາກສາລີກິນ”.

ເປັນຫຍັງເຮົາຈຶ່ງຄັດເລືອກເອົາຂໍ້ຄວາມນີ້? ມັນກ່ຽວຂ້ອງຫຍັງກັບອຸປະນິໄສຂອງພຣະເຈົ້າ? ໃນຂໍ້ຄວາມນີ້, ສິ່ງທຳອິດທີ່ພວກເຮົາຮູ້ກໍຄື ມັນແມ່ນວັນຊະບາໂຕ, ແຕ່ພຣະເຢຊູເຈົ້າອອກໄປນອກ ແລະ ນໍາພາສາວົກຂອງພຣະອົງຜ່ານທົ່ງໝາກສາລີ. ສິ່ງທີ່ “ບໍ່ຊື່ສັດ” ຍິ່ງກວ່ານັ້ນກໍຄື ພວກເຂົາເຖິງກັບ “ເລີ່ມຫຼົກຮວງໝາກສາລີກິນ”. ໃນຍຸກແຫ່ງພຣະບັນຍັດ, ພຣະບັນຍັດຂອງພຣະເຈົ້າເຢໂຮວາໄດ້ກຳນົດໄວ້ວ່າ: ຜູ້ຄົນບໍ່ສາມາດອອກໄປນອກຕາມອຳເພີໃຈ ຫຼື ມີສ່ວນຮ່ວມໃນກິດຈະກຳຕ່າງໆໃນວັນຊະບາໂຕ, ມີຫຼາຍສິ່ງທີ່ບໍ່ສາມາດເຮັດໄດ້ໃນວັນຊະບາໂຕ. ການກະທຳນີ້ໃນສ່ວນຂອງພຣະເຢຊູເຈົ້າແມ່ນເຂົ້າໃຈຍາກສຳລັບຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດເປັນເວລາດົນນານ ແລະ ມັນເຖິງກັບກໍ່ໃຫ້ເກີດການວິພາກວິຈານ. ແຕ່ສຳລັບຄວາມສັບສົນຂອງພວກເຂົາ ແລະ ວິທີທີ່ພວກເຂົາລົມກັນກ່ຽວກັບການກະທໍາຂອງພຣະເຢຊູ, ພວກເຮົາຈະປະສິ່ງນັ້ນໄວ້ທາງຂ້າງກ່ອນໃນຕອນນີ້ ແລະ ມາສົນທະນາກັນວ່າ ເປັນຫຍັງພຣະເຢຊູເຈົ້າຈຶ່ງເລືອກເຮັດສິ່ງນີ້ໃນວັນຊະບາໂຕຈາກບັນດາມື້ທັງໝົດ ແລະ ພຣະອົງຕ້ອງການສື່ສານຫຍັງໃຫ້ແກ່ຜູ້ຄົນທີ່ດຳລົງຊີວີດຢູ່ພາຍໃຕ້ພຣະບັນຍັດຜ່ານການກະທຳນີ້. ນີ້ຄືຄວາມກ່ຽວພັນລະຫວ່າງຂໍ້ຄວາມນີ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ເຮົາຕ້ອງການສົນທະນາ.

ເມື່ອພຣະເຢຊູເຈົ້າມາ, ພຣະອົງໃຊ້ການກະທຳຕົວຈິງຂອງພຣະອົງເພື່ອບອກແກ່ຜູ້ຄົນວ່າ ພຣະເຈົ້າໄດ້ອອກຈາກຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນພາລະກິດໃໝ່ແລ້ວ ແລະ ພາລະກິດໃໝ່ນີ້ບໍ່ຈຳເປັນຕ້ອງມີການຮັກສາວັນຊະບາໂຕ. ການທີ່ພຣະເຈົ້າອອກຈາກຂອບເຂດຂອງວັນຊະບາໂຕນັ້ນແມ່ນເປັນພຽງສັນຍານໃຫ້ຮູ້ລ່ວງໜ້າເຖິງ ພາລະກິດໃໝ່ຂອງພຣະອົງ; ພາລະກິດທີ່ເປັນຈິງ ແລະ ຍິ່ງໃຫຍ່ແມ່ນກຳລັງຈະມາ. ເມື່ອພຣະເຢຊູເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ, ພຣະອົງກໍໄດ້ປະ “ໂສ້” ຂອງຍຸກແຫ່ງພຣະບັນຍັດໄວ້ຂ້າງຫຼັງແລ້ວ ແລະ ໄດ້ທຳລາຍກົດລະບຽບ ແລະ ຫຼັກການຂອງຍຸກນັ້ນໄປແລ້ວ. ໃນພຣະອົງ, ບໍ່ມີຮ່ອງຮອຍຂອງສິ່ງໃດເລີຍທີ່ກ່ຽວຂ້ອງກັບພຣະບັນຍັດ; ພຣະອົງໄດ້ໂຍນມັນຖິ້ມທັງໝົດ ແລະ ບໍ່ຮັກສາມັນອີກຕໍ່ໄປ ແລະ ພຣະອົງບໍ່ຮຽກຮ້ອງໃຫ້ມະນຸດຊາດຮັກສາມັນອີກຕໍ່ໄປ. ສະນັ້ນ ໃນນີ້ ເຈົ້າໄດ້ເຫັນພຣະເຢຊູເຈົ້າຜ່ານທົ່ງໝາກສາລີໃນວັນຊະບາໂຕ ແລະ ພຣະຜູ້ເປັນເຈົ້າບໍ່ໄດ້ພັກຜ່ອນ; ພຣະອົງຢູ່ຂ້າງນອກເພື່ອປະຕິບັດພາລະກິດ ແລະ ບໍ່ໄດ້ພັກຜ່ອນ. ການກະທຳນີ້ຂອງພຣະອົງເປັນສິ່ງທີ່ໜ້າຕົກໃຈແກ່ແນວຄິດຂອງຜູ້ຄົນ ແລະ ມັນສື່ສານແກ່ພວກເຂົາວ່າພຣະອົງບໍ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດອີກຕໍ່ໄປ ແລະ ພຣະອົງໄດ້ອອກຈາກຂອບເຂດຂອງວັນຊະບາໂຕ ແລະ ປາກົດຕົວຕໍ່ໜ້າມະນຸດຊາດ ແລະ ທ່າມກາງພວກເຂົາໃນລັກສະນະໃໝ່ ດ້ວຍວິທີການປະຕິບັດພາລະກິດແບບໃໝ່. ການກະທຳນີ້ຂອງພຣະອົງໄດ້ບອກໃຫ້ຜູ້ຄົນຮູ້ວ່າພຣະອົງໄດ້ນໍາພາລະກິດໃໝ່ມາກັບພຣະອົງ, ພາລະກິດທີ່ເລີ່ມຕົ້ນດ້ວຍການອອກຈາກພາຍໃຕ້ພຣະບັນຍັດ ແລະ ອອກຈາກວັນຊະບາໂຕ. ເມື່ອພຣະເຈົ້າປະຕິບັດພາລະກິດໃໝ່ຂອງພຣະອົງ, ພຣະອົງບໍ່ຍຶດຕິດກັບອະດີດອີກຕໍ່ໄປ ແລະ ພຣະອົງບໍ່ກັງວົນກ່ຽວກັບກົດລະບຽບຕ່າງໆຂອງຍຸກແຫ່ງພຣະບັນຍັດອີກຕໍ່ໄປ. ພຣະອົງບໍ່ໄດ້ຖືກກະທົບໂດຍພາລະກິດຂອງພຣະອົງໃນຍຸກຜ່ານມາ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດໃນວັນຊະບາໂຕດັ່ງທີ່ພຣະອົງປະຕິບັດໃນມື້ອື່ນໆ ແລະ ເມື່ອສາວົກຂອງພຣະອົງຫິວໃນວັນຊະບາໂຕ, ພວກເຂົາກໍສາມາດຫຼົກຮວງໝາກສາລີກິນ. ນີ້ເປັນເລື່ອງປົກກະຕິຫຼາຍໃນສາຍຕາຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ, ມັນເປັນສິ່ງທີ່ສາມາດອະນຸຍາດໄດ້ໃນການເລີ່ມຕົ້ນພາລະກິດໃໝ່ທີ່ພຣະອົງຕ້ອງການເຮັດ ແລະ ພຣະທຳໃໝ່ທີ່ພຣະອົງຕ້ອງການກ່າວ. ເມື່ອພຣະເຈົ້າເລີ່ມຕົ້ນບາງສິ່ງທີ່ໃໝ່, ພຣະອົງບໍ່ກ່າວເຖິງພາລະກິດຜ່ານມາຂອງພຣະອົງ ຫຼື ສືບຕໍ່ປະຕິບັດພາລະກິດນັ້ນ. ຍ້ອນພຣະເຈົ້າມີຫຼັກການຂອງພຣະອົງໃນພາລະກິດຂອງພຣະອົງເມື່ອພຣະອົງຕ້ອງການເລີ່ມຕົ້ນພາລະກິດໃໝ່, ເມື່ອພຣະອົງຕ້ອງການນໍາມະນຸດຊາດໄປສູ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງຈະເຂົ້າສູ່ໄລຍະສູງຂຶ້ນ. ຖ້າຜູ້ຄົນສືບຕໍ່ປະຕິບັດຕາມຄຳເວົ້າ ຫຼື ກົດລະບຽບເດີມ ຫຼື ສືບຕໍ່ຍຶດໝັ້ນກັບສິ່ງເຫຼົ່ານັ້ນ, ພຣະອົງຈະບໍ່ຈື່ ຫຼື ເຫັນດີເຫັນພ້ອມກັບສິ່ງນັ້ນ. ນີ້ກໍຍ້ອນພຣະອົງໄດ້ນໍາເອົາພາລະກິດໃໝ່ມາແລ້ວ ແລະ ໄດ້ເຂົ້າສູ່ໄລຍະໃໝ່ໃນພາລະກິດຂອງພຣະອົງ. ເມື່ອພຣະອົງເລີ່ມຕົ້ນພາລະກິດໃໝ່, ພຣະອົງກໍປາກົດຕໍ່ມະນຸດຊາດດ້ວຍລັກສະນະໃໝ່ທັງສິ້ນ, ຈາກມຸມໃໝ່ທັງສິ້ນ ແລະ ດ້ວຍວິທີໃໝ່ທັງສິ້ນ ເພື່ອວ່າຜູ້ຄົນຈະສາມາດເຫັນລັກສະນະທີ່ແຕກຕ່າງກັນຂອງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ນີ້ແມ່ນໜຶ່ງໃນເປົ້າໝາຍຂອງພຣະອົງທີ່ຢູ່ໃນພາລະກິດໃໝ່ຂອງພຣະອົງ. ພຣະເຈົ້າບໍ່ໄດ້ຍຶດຕິດກັບສິ່ງເດີມໆ ຫຼື ຍ່າງໃນເສັ້ນທາງທີ່ຖືກຢຽບມາແລ້ວ; ເມື່ອພຣະອົງປະຕິບັດພາລະກິດ ແລະ ກ່າວ, ພຣະອົງບໍ່ໄດ້ມີຂໍ້ຫ້າມດັ່ງທີ່ຜູ້ຄົນຈິນຕະນາການ. ໃນພຣະເຈົ້າ, ທຸກສິ່ງແມ່ນເສລີ ແລະ ເປັນອິດສະຫຼະ ແລະ ບໍ່ມີການເກືອດຫ້າມ, ບໍ່ມີຂໍ້ຈຳກັດ, ສິ່ງທີ່ພຣະອົງນໍາມາສູ່ມະນຸດຊາດກໍຄືອິດສະຫຼະພາບ ແລະ ການປົດປ່ອຍ. ພຣະອົງເປັນພຣະເຈົ້າທີ່ມີຊີວິດ, ພຣະເຈົ້າທີ່ມີຢູ່ຢ່າງແທ້ຈິງ ແລະ ເປັນຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ຫຸ່ນດິນປັ້ນ ແລະ ພຣະອົງແຕກຕ່າງຈາກພະທຽມທີ່ຜູ້ຄົນບູຊາ ແລະ ນະມັດສະການຢ່າງສິ້ນເຊີງ. ພຣະອົງມີຊີວິດ ແລະ ຊີວາ. ສິ່ງທີ່ພຣະທຳ ແລະ ພາລະກິດຂອງພຣະອົງນໍາມາສູ່ມະນຸດຊາດກໍລ້ວນແລ້ວແຕ່ມີຊີວິດ ແລະ ແສງສະຫວ່າງ, ລ້ວນແລ້ວແຕ່ເປັນອິດສະຫຼະພາບ ແລະ ການປົດປ່ອຍ, ຍ້ອນພຣະອົງມີຄວາມຈິງ, ຊີວິດ ແລະ ຫົນທາງ, ພຣະອົງບໍ່ໄດ້ຖືກຈຳກັດໂດຍສິ່ງໃດສິ່ງໜຶ່ງໃນພາລະກິດໃດໜຶ່ງຂອງພຣະອົງ. ບໍ່ວ່າຜູ້ຄົນຈະເວົ້າຫຍັງກໍຕາມ ແລະ ບໍ່ວ່າພວກເຂົາຈະເຫັນ ຫຼື ປະເມີນພາລະກິດໃໝ່ຂອງພຣະອົງແນວໃດກໍຕາມ, ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ ໂດຍປາສະຈາກຄວາມກັງວົນໃຈ. ພຣະອົງຈະບໍ່ກັງວົນກ່ຽວກັບແນວຄິດ ຫຼື ການຊີ້ມືຂອງຜູ້ໃດຜູ້ໜຶ່ງທີ່ກ່ຽວຂ້ອງກັບພາລະກິດ ແລະ ພຣະທຳຂອງພຣະອົງ ຫຼື ແມ່ນແຕ່ການຄັດຄ້ານ ແລະ ການຕໍ່ຕ້ານອັນແຮງກ້າຂອງພວກເຂົາຕໍ່ພາລະກິດໃໝ່ຂອງພຣະອົງ. ບໍ່ມີຜູ້ໃດໃນບັນດາສັບພະສິ່ງຖືກສ້າງທັງປວງສາມາດໃຊ້ເຫດຜົນຂອງມະນຸດ ຫຼື ຈິນຕະນາການ, ຄວາມຮູ້ ຫຼື ສິນທຳຂອງມະນຸດເພື່ອວັດແທກ ຫຼື ກຳນົດສິ່ງທີ່ພຣະເຈົ້າເຮັດ ເພື່ອເຮັດໃຫ້ເສື່ອມເສຍ, ຂັດຂວາງ ຫຼື ທຳລາຍພາລະກິດຂອງພຣະອົງ. ບໍ່ມີການເກືອດຫ້າມໃນພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງເຮັດ; ມັນຈະບໍ່ຖືກຈຳກັດໂດຍມະນຸດຜູ້ໃດຜູ້ໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ, ມັນຈະບໍ່ຖືກຂັດຂວາງໂດຍກອງກຳລັງໃດໜຶ່ງທີ່ເປັນປໍລະປັກ. ສໍາລັບພາລະກິດໃໝ່ຂອງພຣະອົງແລ້ວ, ພຣະອົງຄືກະສັດທີ່ມີໄຊຊະນະຢູ່ສະເໝີ ແລະ ກອງກຳລັງໃດທີ່ເປັນປໍລະປັກ, ມີຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດຊາດແມ່ນຖືກຢຽບຢໍ່າພາຍໃຕ້ຕັ່ງຮອງຕີນຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດຂັ້ນຕອນໃໝ່ອັນໃດໃນພາລະກິດຂອງພຣະອົງ, ມັນກໍຈະຖືກພັດທະນາຢ່າງແນ່ນອນ ແລະ ຂະຫຍາຍໄປໃນທ່າມກາງມະນຸດຊາດ ແລະ ມັນຈະຖືກປະຕິບັດຢ່າງແນ່ນອນໂດຍບໍ່ຖືກຂັດຂວາງທົ່ວຈັກກະວານທັງປວງຈົນພາລະກິດອັນຍິ່ງໃຫຍ່ຂອງພຣະອົງສຳເລັດ. ນີ້ແມ່ນລິດທານຸພາບສູງສຸດ, ສະຕິປັນຍາ, ສິດອຳນາດ ແລະ ລິດອຳນາດຂອງພຣະອົງ. ສະນັ້ນ ພຣະເຢຊູເຈົ້າຈຶ່ງສາມາດອອກໄປນອກຢ່າງເປີດເຜີຍ ແລະ ປະຕິບັດພາລະກິດໃນວັນຊະບາໂຕ ເພາະໃນຫົວໃຈຂອງພຣະອົງແມ່ນບໍ່ມີກົດລະບຽບ, ບໍ່ມີຄວາມຮູ້ ຫຼື ຄຳສັ່ງສອນທີ່ເກີດມາຈາກມະນຸດຊາດ. ສິ່ງທີ່ພຣະອົງມີແມ່ນພາລະກິດໃໝ່ຂອງພຣະເຈົ້າ ແລະ ຫົນທາງຂອງພຣະເຈົ້າ. ພາລະກິດຂອງພຣະອົງແມ່ນຫົນທາງເພື່ອເຮັດໃຫ້ມະນຸດຊາດເປັນອິດສະຫຼະ, ເພື່ອປົດປ່ອຍຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາມີຢູ່ໃນແສງສະຫວ່າງ ແລະ ດຳລົງຊີວິດຢູ່. ໃນຂະນະດຽວກັນ, ຄົນທີ່ນະມັດສະການພະທຽມ ຫຼື ພຣະເຈົ້າປອມແມ່ນດຳລົງຊີວິດໃນແຕ່ລະມື້ໂດຍຖືກຊາຕານຜູກມັດໄວ້, ຖືກຈຳກັດດ້ວຍກົດລະບຽບ ແລະ ສິ່ງຕ້ອງຫ້າມທຸກປະເພດ; ມື້ນີ້ເກືອດຫ້າມສິ່ງໜຶ່ງ, ມື້ອື່ນກໍເກືອຫ້າມອີກສິ່ງໜຶ່ງ, ບໍ່ມີອິດສະຫຼະພາບໃນຊີວິດຂອງພວກເຂົາເລີຍ. ພວກເຂົາເປັນຄືກັບນັກໂທດທີ່ຖືກລ່າມໂສ້, ດຳລົງຊີວິດໂດຍບໍ່ມີຄວາມສຸກໃຫ້ກ່າວເຖິງເລີຍ. “ການເກືອດຫ້າມ” ເປັນຕົວແທນຫຍັງ? ມັນເປັນຕົວແທນຂໍ້ຈຳກັດ, ຂໍ້ຜູກມັດ ແລະ ສິ່ງຊົ່ວຮ້າຍ. ເມື່ອບຸກຄົນໃດໜຶ່ງນະມັດສະການພະທຽມ, ພວກເຂົາກໍນະມັດສະການພຣະເຈົ້າປອມ ແລະ ວິນຍານທີ່ຊົ່ວຮ້າຍ. ການເກືອດຫ້າມແມ່ນມາພ້ອມກັບການພົວພັນກັບກິດຈະກຳດັ່ງກ່າວ. ເຈົ້າບໍ່ສາມາດກິນສິ່ງນີ້ ຫຼື ສິ່ງນັ້ນໄດ້, ມື້ນີ້ ເຈົ້າບໍ່ສາມາດອອກໄປນອກໄດ້, ມື້ອື່ນ ເຈົ້າບໍ່ສາມາດແຕ່ງກິນໄດ້, ມື້ຕໍ່ໄປ ເຈົ້າບໍ່ສາມາດຍ້າຍເຮືອນໃໝ່ໄດ້, ຕ້ອງມີມື້ສະເພາະທີ່ຖືກເລືອກສຳລັບງານດອງ ແລະ ງານສົບ ແລະ ແມ່ນແຕ່ສຳລັບການເກີດລູກ. ສິ່ງນີ້ແມ່ນເອີ້ນວ່າຫຍັງ? ນີ້ແມ່ນເອີ້ນວ່າ ການເກືອດຫ້າມ; ມັນຄືພັນທະນາການຂອງມະນຸດຊາດ ແລະ ມັນຄືໂສ້ຂອງຊາຕານ ແລະ ການທີ່ວິນຍານຊົ່ວຮ້າຍຄວບຄຸມຜູ້ຄົນ ແລະ ຈຳກັດຫົວໃຈ ແລະ ຮ່າງກາຍຂອງພວກເຂົາ. ການເກືອດຫ້າມເຫຼົ່ານີ້ມີຢູ່ກັບພຣະເຈົ້າບໍ? ເມື່ອເວົ້າເຖິງຄວາມບໍລິສຸດຂອງພຣະເຈົ້າ, ເຈົ້າກໍຄວນຄິດເຖິງສິ່ງນີ້ກ່ອນ: ເມື່ອມີພຣະເຈົ້າກໍບໍ່ມີການເກືອດຫ້າມ. ພຣະເຈົ້າມີຫຼັກການໃນພຣະທຳ ແລະ ພາລະກິດຂອງພຣະອົງ, ແຕ່ບໍ່ມີການເກືອດຫ້າມ, ຍ້ອນພຣະເຈົ້າເອງແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ.

ບັດນີ້ ໃຫ້ພວກເຮົາມາເບິ່ງທີ່ຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ: “ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6–8). ຄຳວ່າ “ພຣະວິຫານ” ໝາຍເຖິງຫຍັງໃນນີ້? ເວົ້າງ່າຍໆກໍຄື ມັນໝາຍເຖິງອາຄານທີ່ສູງ ແລະ ສະຫງ່າງາມ ແລະ ໃນຍຸກແຫ່ງພຣະບັນຍັດ, ພຣະວິຫານແມ່ນສະຖານທີ່ໆປະໂລຫິດນະມັດສະການພຣະເຈົ້າ. ເມື່ອພຣະເຢຊູເຈົ້າກ່າວວ່າ: “ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ”, “ຄົນ” ໝາຍເຖິງຜູ້ໃດ? ຊັດເຈນ “ຄົນ” ກໍຄືພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງ, ຍ້ອນມີພຽງພຣະອົງທີ່ຍິ່ງໃຫຍ່ກວ່າພຣະວິຫານ. ພຣະທຳເຫຼົ່ານີ້ບອກຫຍັງແດ່ແກ່ຜູ້ຄົນ? ພຣະທຳເຫຼົ່ານີ້ບອກຜູ້ຄົນໃຫ້ອອກມາຈາກພຣະວິຫານ, ພຣະເຈົ້າໄດ້ອອກຈາກພຣະວິຫານແລ້ວ ແລະ ບໍ່ໄດ້ປະຕິບັດພາລະກິດໃນນັ້ນອີກຕໍ່ໄປ, ສະນັ້ນຜູ້ຄົນກໍຄວນສະແຫວງຫາບາດກ້າວຂອງພຣະເຈົ້າ ເຊິ່ງຢູ່ນອກພຣະວິຫານ ແລະ ຕິດຕາມບາດກ້າວຂອງພຣະອົງໃນພາລະກິດໃໝ່ຂອງພຣະອົງ. ເມື່ອພຣະເຢຊູເຈົ້າກ່າວເຊັ່ນນີ້, ມັນກໍມີຫຼັກຖານຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ເຊິ່ງນັ້ນກໍຄື ພາຍໃຕ້ພຣະບັນຍັດ, ຜູ້ຄົນໄດ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າພຣະເຈົ້າເອງ. ນັ້ນກໍຄື ຜູ້ຄົນນະມັດສະການພຣະວິຫານແທນທີ່ຈະນະມັດສະການພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງເຕືອນພວກເຂົາບໍ່ໃຫ້ນະມັດສະການພະທຽມ, ແຕ່ກົງກັນຂ້າມໃຫ້ນະມັດສະການພຣະເຈົ້າ ເພາະວ່າພຣະອົງຍິ່ງໃຫຍ່ທີ່ສຸດ. ດັ່ງນັ້ນ ພຣະອົງຈຶ່ງກ່າວວ່າ: “ເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ”. ມັນຊັດເຈນແລ້ວວ່າ ໃນສາຍຕາຂອງພຣະເຢຊູເຈົ້າ ຜູ້ຄົນສ່ວນໃຫຍ່ທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດແມ່ນບໍ່ໄດ້ນະມັດສະການພຣະເຢໂຮວາອີກຕໍ່ໄປ, ພຽງແຕ່ທຳທ່າຖວາຍບູຊາ ແລະ ພຣະເຢຊູເຈົ້າກໍເຫັນວ່າ ສິ່ງນີ້ຄືການນະມັດສະການພະທຽມ. ຜູ້ທີ່ນະມັດສະການພະທຽມເຫຼົ່ານີ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າ ແລະ ສູງສົ່ງກວ່າພຣະເຈົ້າ. ໃນຫົວໃຈຂອງພວກເຂົາແມ່ນມີພຽງແຕ່ພຣະວິຫານ, ບໍ່ແມ່ນພຣະເຈົ້າ ແລະ ຖ້າພວກເຂົາຕ້ອງສູນເສຍພຣະວິຫານ, ແລ້ວພວກເຂົາກໍຈະສູນເສຍສະຖານທີ່ອາໄສຂອງພວກເຂົາ. ຫາກປາສະຈາກພຣະວິຫານ ພວກເຂົາກໍບໍ່ມີບ່ອນໃດໃຫ້ນະມັດສະການ ແລະ ບໍ່ສາມາດປະຕິບັດການຖວາຍບູຊາຂອງພວກເຂົາໄດ້. ສິ່ງທີ່ເອີ້ນວ່າ “ສະຖານທີ່ອາໄສ” ຂອງພວກເຂົາແມ່ນບ່ອນທີ່ພວກເຂົາທຳທ່ານະມັດສະການພຣະເຈົ້າເຢໂຮວາເພື່ອຈະໄດ້ຢູ່ໃນພຣະວິຫານ ແລະ ປະຕິບັດວຽກງານຂອງພວກເຂົາເອງ. ສິ່ງທີ່ເອີ້ນວ່າ “ການຖວາຍບູຊາ” ຂອງພວກເຂົາເປັນພຽງການດຳເນີນກິດຈະກໍາສ່ວນຕົວທີ່ເປັນຕາອັບອາຍຂອງພວກເຂົາເອງ ພາຍໃຕ້ການທໍາທ່າຮັບໃຊ້ຂອງພວກເຂົາໃນພຣະວິຫານ. ນີ້ແມ່ນເຫດຜົນທີ່ຜູ້ຄົນໃນເວລານັ້ນເຫັນວ່າພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ. ພຣະເຢຊູເຈົ້າກ່າວພຣະທຳເຫຼົ່ານີ້ເປັນຄຳເຕືອນຕໍ່ຜູ້ຄົນ, ຍ້ອນພວກເຂົາກຳລັງໃຊ້ພຣະວິຫານເພື່ອບັງໜ້າ ແລະ ການຖວາຍບູຊາເພື່ອຫຼອກລວງຜູ້ຄົນ ແລະ ຫຼອກລວງພຣະເຈົ້າ. ຖ້າເຈົ້ານໍາພຣະທຳເຫຼົ່ານີ້ມາໃຊ້ໃນປັດຈຸບັນ, ພຣະທຳເຫຼົ່ານີ້ກໍຍັງໃຊ້ໄດ້ຢູ່ ແລະ ກົງປະເດັນທີ່ສຸດ. ເຖິງແມ່ນຜູ້ຄົນໃນປັດຈຸບັນໄດ້ຜະເຊີນກັບພາລະກິດທີ່ແຕກຕ່າງຂອງພຣະເຈົ້າຫຼາຍກວ່າທີ່ຜູ້ຄົນໃນຍຸກແຫ່ງພຣະບັນຍັດໄດ້ຜະເຊີນ, ແກ່ນແທ້ຂອງທຳມະຊາດຂອງພວກເຂົາກໍຄືກັນ. ໃນບໍລິບົດຂອງພາລະກິດປັດຈຸບັນ, ຜູ້ຄົນຍັງຈະເຮັດສິ່ງແບບດຽວກັນ ດັ່ງທີ່ໄດ້ນໍາສະເໜີໃນພຣະທຳທີ່ວ່າ: “ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ”. ຕົວຢ່າງເຊັ່ນ: ຜູ້ຄົນເຫັນວ່າ ການປະຕິບັດໜ້າທີ່ຂອງພວກເຂົາຄືອາຊີບຂອງພວກເຂົາ; ພວກເຂົາເຫັນວ່າ ການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການສູ້ຮົບກັບມັງກອນແດງໃຫຍ່ຄືການເຄື່ອນໄຫວທາງການເມືອງເພື່ອປົກປ້ອງສິດທິມະນຸດ, ເພື່ອປະຊາທິປະໄຕ ແລະ ອິດສະຫຼະພາບ; ພວກເຂົາຫັນປ່ຽນໜ້າທີ່ຂອງພວກເຂົາເປັນທັກສະເພື່ອໃຊ້ເຂົ້າໃນອາຊີບຂອງພວກເຂົາ, ແຕ່ພວກເຂົາປະຕິບັດຕໍ່ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍເປັນພຽງທິດສະດີທາງສາສະໜາຢ່າງໜຶ່ງທີ່ຕ້ອງຮັກສາເທົ່ານັ້ນ; ແລະ ອື່ນໆອີກ. ພຶດຕິກຳເຫຼົ່ານີ້ບໍ່ຄືກັບຂໍ້ຄວາມທີ່ວ່າ: “ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ” ບໍ? ຄວາມແຕກຕ່າງກໍຄື ສອງພັນປີທີ່ຜ່ານມາ ຜູ້ຄົນດຳເນີນທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ຈັບຕ້ອງໄດ້,​ ແຕ່ໃນປັດຈຸບັນ ຜູ້ຄົນປະຕິບັດທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ບໍ່ສາມາດຈັບຕ້ອງໄດ້. ຄົນທີ່ເຊີດຊູກົດລະບຽບຈະເຫັນວ່າກົດລະບຽບຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກສະຖານະກໍຈະເຫັນວ່າສະຖານະຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກອາຊີບຂອງພວກເຂົາກໍຈະເຫັນວ່າອາຊີບຍິ່ງໃຫຍ່ກວ່າພຣະເຈົ້າ ແລະ ອື່ນໆອີກ, ທຸກການສະແດງອອກຂອງພວກເຂົາພາໃຫ້ເຮົາກ່າວວ່າ: “ຜູ້ຄົນສັນລະເສີນພຣະເຈົ້າວ່າຍິ່ງໃຫຍ່ທີ່ສຸດພຽງຜ່ານຄຳເວົ້າຂອງພວກເຂົາ, ແຕ່ໃນສາຍຕາຂອງພວກເຂົາ ທຸກສິ່ງແມ່ນຍິ່ງໃຫຍ່ກວ່າພຣະເຈົ້າ”. ນີ້ກໍຍ້ອນວ່າ ທັນທີທີ່ຜູ້ຄົນຄົ້ນພົບໂອກາດຕາມເສັ້ນທາງໃນການຕິດຕາມພຣະເຈົ້າຂອງພວກເຂົາເພື່ອສະແດງພອນສະຫວັນຂອງພວກເຂົາເອງອອກມາ ຫຼື ດຳເນີນທຸລະກິດ ຫຼື ອາຊີບຂອງພວກເຂົາເອງ, ພວກເຂົາກໍຈະຫ່າງອອກຈາກພຣະເຈົ້າ ແລະ ຍຶດຕິດກັບອາຊີບອັນເປັນທີ່ຮັກຂອງພວກເຂົາ. ແຕ່ສຳລັບສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ແກ່ພວກເຂົາ ແລະ ຄວາມປະສົງຂອງພຣະອົງ, ສິ່ງເຫຼົ່ານີ້ໄດ້ຖືກປະຖິ້ມຕັ້ງແຕ່ດົນນານມາແລ້ວ. ແມ່ນຫຍັງຄືຄວາມແຕກຕ່າງກັນລະຫວ່າງສະພາວະຂອງຜູ້ຄົນເຫຼົ່ານີ້ ແລະ ຄົນທີ່ດຳເນີນທຸລະກິດຂອງພວກເຂົາເອງໃນພຣະວິຫານສອງພັນປີກ່ອນ?

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ”. ມີການປະຕິບັດຕົວຈິງໃນປະໂຫຍກນີ້ບໍ? ພວກເຈົ້າສາມາດເຫັນການປະຕິບັດຕົວຈິງບໍ? ທຸກສິ່ງທີ່ພຣະເຈົ້າເວົ້າແມ່ນມາຈາກຫົວໃຈຂອງພຣະອົງ, ແລ້ວເປັນຫຍັງພຣະອົງຈຶ່ງເວົ້າເຊັ່ນນີ້? ພວກເຈົ້າເຂົ້າໃຈແນວໃດກ່ຽວກັບມັນ? ພວກເຈົ້າອາດເຂົ້າໃຈຄວາມໝາຍຂອງປະໂຫຍກນີ້ໃນຕອນນີ້, ແຕ່ໃນເວລານັ້ນ ເມື່ອມັນຖືກກ່າວອອກມາ ຄົນສ່ວນໃຫຍ່ແມ່ນບໍ່ເຂົ້າໃຈ ຍ້ອນມະນຸດຊາດຫາກໍອອກມາຈາກຍຸກແຫ່ງພຣະບັນຍັດ. ສຳລັບພວກເຂົາແລ້ວ, ການອອກຈາກວັນຊະບາໂຕແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ຈະເຮັດ, ແຮງໄກທີ່ພວກເຂົາຈະເຂົ້າໃຈວ່າ ວັນຊະບາໂຕທີ່ແທ້ຈິງແມ່ນຫຍັງ.

ປະໂຫຍກທີ່ວ່າ: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ບົ່ງບອກແກ່ຜູ້ຄົນວ່າ ທຸກສິ່ງທີ່ກ່ຽວກັບພຣະເຈົ້າບໍ່ແມ່ນມາຈາກທຳມະຊາດທີ່ເປັນວັດຖຸ ແລະ ເຖິງແມ່ນພຣະເຈົ້າສາມາດສະໜອງແກ່ທຸກຄວາມຕ້ອງການດ້ານວັດຖຸຂອງເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ບັນລຸທຸກຄວາມຕ້ອງການດ້ານວັດຖຸນີ້ແລ້ວ, ຄວາມພໍໃຈຈາກສິ່ງເຫຼົ່ານີ້ຈະສາມາດແທນທີ່ການສະແຫວງຫາຄວາມຈິງຂອງເຈົ້າໄດ້ບໍ? ສິ່ງນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ! ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ ທີ່ພວກເຮົາໄດ້ສົນທະນາກັນ ລ້ວນແລ້ວແຕ່ແມ່ນຄວາມຈິງທັງນັ້ນ. ຄຸນຄ່າຂອງມັນບໍ່ສາມາດວັດແທກໄດ້ໂດຍວັດຖຸສິ່ງຂອງໃດໜຶ່ງ, ບໍ່ວ່າມັນຈະມີຄຸນຄ່າສໍ່າໃດ ຫຼື ຄຸນຄ່າຂອງມັນບໍ່ສາມາດສະແດງປະລິມານເປັນເງິນໄດ້, ຍ້ອນມັນບໍ່ແມ່ນວັດຖຸສິ່ງຂອງ ແລະ ມັນສະໜອງໃຫ້ແກ່ຄວາມຕ້ອງການຂອງຫົວໃຈຂອງແຕ່ລະຄົນ. ສຳລັບແຕ່ລະຄົນແລ້ວ, ຄຸນຄ່າຂອງຄວາມຈິງທີ່ບໍ່ສາມາດຈັບຕ້ອງໄດ້ເຫຼົ່ານີ້ຄວນຍິ່ງໃຫຍ່ກວ່າຄຸນຄ່າຂອງວັດຖຸສິ່ງຂອງໃດໆທີ່ເຈົ້າອາດເຊີດຊູ, ບໍ່ແມ່ນບໍ? ຄຳຢືນຢັນນີ້ແມ່ນສິ່ງທີ່ພວກເຈົ້າຈໍາເປັນຕ້ອງຮໍ່າໄຮ. ປະເດັນຫຼັກຂອງສິ່ງທີ່ເຮົາເວົ້າກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນສິ່ງສຳຄັນທີ່ສຸດສຳລັບແຕ່ລະຄົນ ແລະ ບໍ່ສາມາດແທນທີ່ໄດ້ໂດຍວັດຖຸສິ່ງຂອງໃດໆ. ເຮົາຈະຍົກຕົວຢ່າງໃຫ້ແກ່ເຈົ້າ: ເມື່ອເຈົ້າຫິວເຂົ້າ, ເຈົ້າຕ້ອງການອາຫານ. ອາຫານນີ້ອາດເປັນອາຫານທີ່ດີ ຫຼື ບໍ່ດີ ຫຼື ເປັນທີ່ພໍໃຈ ຫຼື ບໍ່ພໍໃຈ, ແຕ່ຕາບໃດທີ່ເຈົ້າກິນອີ່ມ, ເຈົ້າກໍຈະບໍ່ມີຄວາມຮູ້ສຶກຫິວອີກຕໍ່ໄປ, ຄວາມຫິວກໍຈະຫາຍໄປທັນທີ. ເຈົ້າສາມາດນັ່ງຢ່າງງຽບສະຫງົບ ແລະ ຮ່າງກາຍຂອງເຈົ້າກໍຈະສະຫງົບສຸກ. ຄວາມຫິວໂຫຍຂອງຜູ້ຄົນສາມາດແກ້ໄຂໄດ້ດ້ວຍອາຫານ, ແຕ່ເມື່ອເຈົ້າກຳລັງຕິດຕາມພຣະເຈົ້າ ແລະ ຮູ້ສຶກວ່າເຈົ້າບໍ່ເຂົ້າໃຈພຣະອົງ, ເຈົ້າຈະແກ້ໄຂຄວາມວ່າງເປົ່າທີ່ຢູ່ໃນຫົວໃຈຂອງເຈົ້າໄດ້ແນວໃດ? ມັນສາມາດແກ້ໄຂດ້ວຍອາຫານໄດ້ບໍ? ຫຼື ເມື່ອເຈົ້າກຳລັງຕິດຕາມພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ເຈົ້າສາມາດໃຊ້ຫຍັງເພື່ອທົດແທນຄວາມຫິວໂຫຍທີ່ຢູ່ໃນຫົວໃຈຂອງເຈົ້າໄດ້? ໃນລະຫວ່າງທີ່ເຈົ້າຜະເຊີນກັບຄວາມລອດພົ້ນຜ່ານທາງພຣະເຈົ້າ, ໃນຂະນະທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ບໍ່ຮູ້ຈັກວ່າຄວາມຈິງແມ່ນຫຍັງ, ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າຈະບໍ່ຮູ້ສຶກອຶດອັດໃຈຫຼາຍບໍ? ເຈົ້າຈະບໍ່ຮູ້ສຶກເຖິງຄວາມຫິວໂຫຍ ແລະ ຄວາມກະຫາຍອັນແຮງກ້າໃນຫົວໃຈຂອງເຈົ້າບໍ? ຄວາມຮູ້ສຶກເຫຼົ່ານີ້ຈະບໍ່ຫ້າມເຈົ້າບໍ່ໃຫ້ມີຄວາມສະຫງົບໃນຫົວໃຈຂອງເຈົ້າບໍ? ແລ້ວເຈົ້າຈະສາມາດທົດແທນຄວາມຫິວໂຫຍໃນຫົວໃຈຂອງເຈົ້າໄດ້ແນວໃດ, ມີວິທີທີ່ຈະແກ້ໄຂມັນບໍ? ບາງຄົນໄປເລາະຊື້ເຄື່ອງ, ບາງຄົນຊອກຫາໝູ່ຂອງພວກເຂົາເພື່ອຈົ່ມທຸກນໍາ, ບາງຄົນມົກໝຸ້ນຢູ່ກັບການນອນ, ບາງຄົນອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ຫຼື ພວກເຂົາເຮັດວຽກໜັກຂຶ້ນ ແລະ ເສຍສະຫຼະຄວາມພະຍາຍາມຫຼາຍຂຶ້ນເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ສິ່ງຕ່າງໆເຫຼົ່ານີ້ສາມາດແກ້ໄຂຄວາມຫຍຸ້ງຍາກແທ້ຈິງຂອງເຈົ້າໄດ້ບໍ? ພວກເຈົ້າທຸກຄົນເຂົ້າໃຈການປະຕິບັດປະເພດເຫຼົ່ານີ້ຢ່າງສົມບູນ. ເມື່ອເຈົ້າຮູ້ສຶກບໍ່ມີພະລັງ, ເມື່ອເຈົ້າຮູ້ສຶກເຖິງຄວາມປາຖະໜາອັນແຮງກ້າທີ່ຈະຮັບເອົາແສງສະຫວ່າງຈາກພຣະເຈົ້າເພື່ອເຮັດໃຫ້ເຈົ້າໄດ້ຮູ້ຈັກເຖິງຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມປະສົງຂອງພຣະອົງ, ເຈົ້າຕ້ອງການຫຍັງຫຼາຍທີ່ສຸດ? ສິ່ງທີ່ເຈົ້າຕ້ອງການບໍ່ແມ່ນອາຫານຄົບຊຸດ ແລະ ມັນບໍ່ແມ່ນຄຳເວົ້າທີ່ດີສອງສາມຄຳ, ແຮງໄກທີ່ຈະເປັນຄວາມສະບາຍ ແລະ ຄວາມພໍໃຈຊົ່ວຄາວຂອງເນື້ອໜັງ, ສິ່ງທີ່ເຈົ້າຕ້ອງການແມ່ນໃຫ້ພຣະເຈົ້າບອກເຈົ້າໂດຍກົງ ແລະ ຢ່າງຊັດເຈນເຖິງສິ່ງທີ່ເຈົ້າຄວນເຮັດ ແລະ ວິທີທີ່ເຈົ້າຄວນເຮັດສິ່ງນັ້ນ, ບອກເຈົ້າຢ່າງຊັດເຈນວ່າແມ່ນຫຍັງຄືຄວາມຈິງ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈສິ່ງນີ້ແລ້ວ, ເຖິງແມ່ນເຈົ້າໄດ້ຮັບພຽງສ່ວນເລັກນ້ອຍຂອງຄວາມເຂົ້າໃຈ, ເຈົ້າຈະບໍ່ຮູ້ສຶກພໍໃຈໃນຫົວໃຈຂອງເຈົ້າຫຼາຍກວ່າອາຫານແຊບໆທີ່ເຈົ້າໄດ້ກິນບໍ? ເມື່ອຫົວໃຈຂອງເຈົ້າພໍໃຈ, ຫົວໃຈຂອງເຈົ້າ ແລະ ການເປັນຢູ່ທັງໝົດຂອງເຈົ້າຈະບໍ່ມີຄວາມສະຫງົບຢ່າງແທ້ຈິງບໍ? ຜ່ານການປຽບທຽບ ແລະ ການວິເຄາະນີ້, ພວກເຈົ້າເຂົ້າໃຈແລ້ວບໍໃນຕອນນີ້ວ່າ ເປັນຫຍັງເຮົາຈຶ່ງຕ້ອງການທີ່ຈະແບ່ງປັນປະໂຫຍກນີ້: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ກັບພວກເຈົ້າ? ຄວາມໝາຍຂອງມັນກໍຄື ສິ່ງທີ່ມາຈາກພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະອົງ ແມ່ນຍິ່ງໃຫຍ່ກວ່າສິ່ງອື່ນໃດ ລວມເຖິງສິ່ງຂອງ ຫຼື ບຸກຄົນທີ່ເຈົ້າເຄີຍເຊື່ອວ່າເຈົ້າເຊີດຊູທີ່ສຸດ. ນັ້ນໝາຍຄວາມວ່າ ຖ້າບຸກຄົນໃດໜຶ່ງບໍ່ສາມາດຮັບເອົາພຣະທຳຈາກປາກຂອງພຣະເຈົ້າ ຫຼື ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ພວກເຂົາກໍບໍ່ສາມາດຮັບເອົາຄວາມສະຫງົບໄດ້. ໃນປະສົບການອະນາຄົດຂອງພວກເຈົ້າ, ພວກເຈົ້າຈະເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງຕ້ອງການໃຫ້ພວກເຈົ້າເຫັນຂໍ້ຄວາມນີ້ໃນມື້ນີ້, ສິ່ງນີ້ສຳຄັນຫຼາຍ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ ແລະ ຊີວິດ. ຄວາມຈິງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດປາສະຈາກໄດ້ໃນຊີວິດຂອງພວກເຂົາ ແລະ ມັນແມ່ນສິ່ງທີ່ພວກເຂົາບໍ່ສາມາດເຮັດຫຍັງໄດ້ຫາກປາສະຈາກມັນ; ເຈົ້າຍັງສາມາດເວົ້າວ່າ ມັນແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນເຈົ້າບໍ່ສາມາດຫຼຽວເບິ່ງມັນ ຫຼື ສຳຜັດມັນໄດ້, ຄວາມສຳຄັນຂອງມັນຕໍ່ເຈົ້າກໍບໍ່ສາມາດຖືກເມີນເສີຍ; ມັນແມ່ນສິ່ງດຽວທີ່ສາມາດນໍາຄວາມສະຫງົບມາສູ່ຫົວໃຈຂອງເຈົ້າ.

ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງແມ່ນກ່ຽວຂ້ອງກັບສະພາວະຂອງພວກເຈົ້າເອງບໍ? ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຄິດກ່ອນວ່າ ຄວາມຈິງອັນໃດກ່ຽວພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ; ທ່າມກາງຄວາມຈິງເຫຼົ່ານີ້ ເຈົ້າຈະຄົ້ນພົບຄວາມປະສົງຂອງພຣະເຈົ້າ ແລະ ເຊື່ອມໂຍງສິ່ງທີ່ເຈົ້າໄດ້ຜະເຊີນກັບຄວາມປະສົງຂອງພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ດ້ານໃດຂອງຄວາມຈິງທີ່ກ່ຽວພັນກັບສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ ແຕ່ກົງກັນຂ້າມ ເຈົ້າໄປສະແຫວງຫາຄວາມປະສົງຂອງພຣະເຈົ້າໂດຍກົງ, ນີ້ຄືວິທີສະແຫວງແບບຫຼັບຫູຫຼັບຕາ ທີ່ບໍ່ສາມາດບັນລຸຜົນໄດ້. ຖ້າເຈົ້າຕ້ອງການສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຈຳເປັນຕ້ອງເບິ່ງວ່າສິ່ງໃດເກີດຂຶ້ນກັບເຈົ້າ, ເບິ່ງດ້ານຄວາມຈິງທີ່ກ່ຽວຂ້ອງ ແລະ ຊອກຫາຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າໄດ້ຜະເຊີນ. ແລ້ວເຈົ້າກໍຈະຄົ້ນພົບເສັ້ນທາງແຫ່ງການປະຕິບັດທີ່ເໝາະສົມສຳລັບເຈົ້າໃນຄວາມຈິງນັ້ນ; ໃນລັກສະນະນີ້ ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈທາງອ້ອມກ່ຽວກັບຄວາມປະສົງຂອງພຣະເຈົ້າ. ການຄົ້ນຫາ ແລະ ການປະຕິບັດຄວາມຈິງບໍ່ແມ່ນການນໍາໃຊ້ທິດສະດີຄືກັບເຄື່ອງຈັກ ຫຼື ການປະຕິບັດຕາມສູດຕໍາລາ. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ນອກຈາກການຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ການເຂົ້າໃຈອຸປະນິໄສຂອງພຣະອົງຈາກພຣະທຳຂອງພຣະອົງ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຕ້ອງການເພື່ອບັນລຸຄວາມເຂົ້າໃຈນີ້ຜ່ານທາງປະສົບການຕົວຈິງ. ຖ້າບຸກຄົນໃດໜຶ່ງເອົາຕົນເອງອອກຈາກຊີວິດທີ່ເປັນຈິງເພື່ອຮູ້ຈັກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າມີຜູ້ຄົນທີ່ສາມາດຮັບເອົາຄວາມເຂົ້າໃຈບາງຢ່າງຈາກພຣະທຳຂອງພຣະເຈົ້າໄດ້, ຄວາມເຂົ້າໃຈຂອງພວກເຂົາກໍຖືກຈຳກັດໃນທິດສະດີ ແລະ ຄຳເວົ້າ ແລະ ເກີດມີຄວາມບໍ່ສອດຄ່ອງກັນຢ່າງໃຫຍ່ຫຼວງກັບສິ່ງທີ່ພຣະເຈົ້າເປັນ.

ສິ່ງທີ່ພວກເຮົາກຳລັງສົນທະນາກັນໃນຕອນນີ້ກໍລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງເລື່ອງລາວທີ່ຖືກບັນທຶກໄວ້ໃນພຣະຄຳພີ. ຜ່ານທາງເລື່ອງລາວເຫຼົ່ານີ້ ແລະ ຜ່ານທາງການວິເຄາະສິ່ງເຫຼົ່ານີ້ທີ່ເກີດຂຶ້ນ, ຜູ້ຄົນສາມາດເຂົ້າໃຈອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ທີ່ພຣະອົງໄດ້ສະແດງອອກ, ເຮັດໃຫ້ພວກເຂົາຮູ້ຈັກທຸກດ້ານຂອງພຣະເຈົ້າໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ, ເລິກເຊິ່ງຍິ່ງຂຶ້ນ, ລະອຽດຍິ່ງຂຶ້ນ ແລະ ທົ່ວເຖິງຍິ່ງຂຶ້ນ. ສະນັ້ນ ວິທີດຽວທີ່ຈະຮູ້ຈັກທຸກດ້ານຂອງພຣະເຈົ້າແມ່ນຜ່ານເລື່ອງລາວເຫຼົ່ານີ້ບໍ? ບໍ່, ມັນບໍ່ແມ່ນພຽງວິທີດຽວເທົ່ານັ້ນ! ຍ້ອນສິ່ງທີ່ພຣະເຈົ້າກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດໃນຍຸກແຫ່ງອານາຈັກສາມາດຊ່ວຍໃຫ້ຜູ້ຄົນຮູ້ຈັກອຸປະນິໄສຂອງພຣະອົງໄດ້ດີຍິ່ງຂຶ້ນ ແລະ ຮູ້ຈັກມັນໄດ້ຢ່າງສົມບູນຍິ່ງຂຶ້ນ. ເຖິງຢ່າງໃດກໍຕາມ, ເຮົາຄິດວ່າມັນງ່າຍກວ່າທີ່ຈະຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ເຂົ້າໃຈສິ່ງທີ່ພຣະອົງມີ ແລະ ເປັນຜ່ານຕົວຢ່າງ ຫຼື ເລື່ອງລາວບາງຢ່າງທີ່ຖືກບັນທຶກໄວ້ໃນພຣະຄຳພີທີ່ຜູ້ຄົນຄຸ້ນເຄີຍ. ຖ້າເຮົາເອົາພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກໃນປັດຈຸບັນມາເທື່ອລະຂໍ້ເພື່ອເຮັດໃຫ້ເຈົ້າສາມາດຮູ້ຈັກພຣະອົງດ້ວຍວິທີນີ້, ເຈົ້າກໍຈະຮູ້ສຶກວ່າມັນເປັນຕາເບື່ອເກີນໄປ ແລະ ເປັນຕາໜ່າຍເກີນໄປ ແລະ ບາງຄົນຈະຍິ່ງຮູ້ສຶກວ່າພຣະທຳຂອງພຣະເຈົ້າເບິ່ງຄືເປັນສູດຕໍາລາ. ແຕ່ຖ້າເຮົາເອົາເລື່ອງລາວໃນພຣະຄຳພີເຫຼົ່ານີ້ເປັນຕົວຢ່າງເພື່ອຊ່ວຍໃຫ້ຜູ້ຄົນຮູ້ຈັກອຸປະນິໄສຂອງພຣະເຈົ້າ, ພວກເຂົາກໍຈະບໍ່ພົບວ່າມັນເປັນຕາເບື່ອ. ເຈົ້າສາມາດເວົ້າວ່າ ໃນເວລາອະທິບາຍຕົວຢ່າງເຫຼົ່ານີ້, ລາຍລະອຽດຂອງສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າໃນເວລານັ້ນ, ອາລົມ ຫຼື ຄວາມຮູ້ສຶກຂອງພຣະອົງ ຫຼື ຄວາມຄິດ ແລະ ແນວຄິດຂອງພຣະອົງ ແມ່ນຖືກເປີດເຜີຍໃຫ້ແກ່ຜູ້ຄົນດ້ວຍພາສາມະນຸດ ແລະ ເປົ້າໝາຍຂອງທຸກສິ່ງນີ້ກໍແມ່ນເພື່ອເຮັດໃຫ້ພວກເຂົາໄດ້ເຂົ້າໃຈ, ໄດ້ຮູ້ສຶກວ່າສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ່ແມ່ນສູດຕໍາລາ. ມັນບໍ່ແມ່ນເລື່ອງເລົ່າລື ຫຼື ບາງສິ່ງທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດໄດ້. ມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ, ທີ່ຜູ້ຄົນສາມາດຮູ້ສຶກ ແລະ ເຂົ້າໃຈໄດ້. ນີ້ແມ່ນເປົ້າໝາຍສູງສຸດ. ເຈົ້າສາມາດເວົ້າໄດ້ວ່າ ຜູ້ຄົນທີ່ດຳລົງຊີວິດຢູ່ໃນຍຸກນີ້ແມ່ນໄດ້ຮັບພອນຫຼາຍ. ພວກເຂົາສາມາດຖອດຖອນຈາກເລື່ອງລາວໃນພຣະຄຳພີເພື່ອຮັບເອົາຄວາມເຂົ້າໃຈຢ່າງກວ້າງຂວາງຂຶ້ນກ່ຽວກັບພາລະກິດຜ່ານມາຂອງພຣະເຈົ້າ; ພວກເຂົາສາມາດເຫັນເຖິງອຸປະນິໄສຂອງພຣະອົງຜ່ານພາລະກິດທີ່ພຣະອົງໄດ້ປະຕິບັດ; ພວກເຂົາສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ນຸດຊາດຜ່ານອຸປະນິໄສເຫຼົ່ານີ້ທີ່ພຣະອົງໄດ້ສະແດງອອກ ແລະ ເຂົ້າໃຈເຖິງການສະແດງອອກທີ່ເປັນຮູບປະທຳຂອງຄວາມບໍລິສຸດຂອງພຣະອົງ ແລະ ຄວາມຫ່ວງໃຍຂອງພຣະອົງທີ່ມີຕໍ່ມະນຸດ ແລະ ດ້ວຍວິທີນີ້ ພວກເຂົາກໍຈະສາມາດບັນລຸຄວາມຮູ້ຢ່າງລະອຽດຍິ່ງຂຶ້ນ ແລະ ເລິກເຊິ່ງຍິ່ງຂຶ້ນກ່ຽວກັບອຸປະນິໄສຂອງພຣະເຈົ້າ. ເຮົາເຊື່ອວ່າ ບັດນີ້ ພວກເຈົ້າທຸກຄົນສາມາດຮູ້ສຶກເຖິງສິ່ງນີ້ໄດ້!

ພາຍໃນຂອບເຂດຂອງພາລະກິດທີ່ພຣະເຢຊູເຈົ້າໄດ້ສຳເລັດໃນຍຸກແຫ່ງພຣະຄຸນ, ເຈົ້າສາມາດເຫັນອີກດ້ານທີ່ພຣະເຈົ້າມີ ແລະ ເປັນ. ດ້ານນີ້ແມ່ນຖືກສະແດງອອກຜ່ານທາງເນື້ອໜັງຂອງພຣະອົງ ແລະ ຜູ້ຄົນສາມາດເຫັນ ແລະ ເຂົ້າໃຈມັນໄດ້ ຍ້ອນຄວາມເປັນມະນຸດຂອງພຣະອົງ. ໃນບຸດມະນຸດ, ຜູ້ຄົນໄດ້ເຫັນເຖິງວິທີທີ່ພຣະເຈົ້າທີ່ຢູ່ໃນເນື້ອໜັງດຳລົງຊີວິດຕາມຄວາມເປັນມະນຸດຂອງພຣະອົງ ແລະ ພວກເຂົາໄດ້ເຫັນເຖິງຄວາມເປັນພຣະເຈົ້າທີ່ຖືກສະແດງອອກຜ່ານທາງເນື້ອໜັງ. ການສະແດງອອກສອງປະເພດນີ້ເຮັດໃຫ້ຜູ້ຄົນໄດ້ເຫັນເຖິງພຣະເຈົ້າທີ່ເປັນຈິງຫຼາຍ ແລະ ມັນເຮັດໃຫ້ຜູ້ຄົນມີແນວຄິດທີ່ແຕກຕ່າງກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງການເນລະມິດສ້າງແຜ່ນດິນໂລກ ແລະ ການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ, ນັ້ນກໍຄື ກ່ອນຍຸກແຫ່ງພຣະຄຸນ, ລັກສະນະດຽວຂອງພຣະເຈົ້າທີ່ຜູ້ຄົນສາມາດເຫັນ, ສາມາດໄດ້ຍິນ ແລະ ຜະເຊີນກໍຄືຄວາມເປັນພຣະເຈົ້າຂອງພຣະເຈົ້າ, ສິ່ງຕ່າງໆທີ່ພຣະເຈົ້າເຮັດ ແລະ ກ່າວໃນຂອບເຂດທີ່ຈັບຕ້ອງບໍ່ໄດ້ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ສະແດງອອກຈາກຕົວຕົນທີ່ແທ້ຈິງຂອງພຣະອົງ ເຊິ່ງບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າສູງສົ່ງຫຼາຍໃນຄວາມຍິ່ງໃຫຍ່ຂອງພຣະອົງ ຈົນພວກເຂົາບໍ່ສາມາດຍັບເຂົ້າໃກ້ພຣະອົງໄດ້. ຄວາມຮູ້ສຶກທີ່ພຣະເຈົ້າມັກມອບໃຫ້ແກ່ຜູ້ຄົນກໍຄືພຣະອົງລິບເຂົ້າ ແລະ ລິບອອກຈາກຄວາມສາມາດຂອງພວກເຂົາທີ່ຈະຮັບຮູ້ພຣະອົງ ແລະ ຜູ້ຄົນເຖິງກັບຮູ້ສຶກວ່າແຕ່ລະຄວາມຄິດ ແລະ ແນວຄິດຂອງພຣະອົງແມ່ນລຶກລັບ ແລະ ລີ້ລັບຫຼາຍຈົນບໍ່ມີທາງທີ່ຈະໄປເຖິງສິ່ງເຫຼົ່ານັ້ນໄດ້, ແຮງໄກທີ່ຈະແມ່ນແຕ່ພະຍາຍາມເຂົ້າໃຈ ແລະ ເຫັນຄຸນຄ່າສິ່ງເຫຼົ່ານັ້ນ. ສຳລັບຜູ້ຄົນແລ້ວ, ທຸກສິ່ງກ່ຽວກັບພຣະເຈົ້າແມ່ນຫ່າງໄກຫຼາຍ, ຫ່າງໄກຫຼາຍຈົນຜູ້ຄົນບໍ່ສາມາດເຫັນສິ່ງນັ້ນໄດ້, ບໍ່ສາມາດສຳຜັດໄດ້. ພຣະອົງເບິ່ງຄືຢູ່ສູງໃນທ້ອງຟ້າ ແລະ ເບິ່ງຄືບໍ່ມີຢູ່ເລີຍ. ສະນັ້ນສຳລັບຜູ້ຄົນແລ້ວ, ການເຂົ້າໃຈເຖິງຫົວໃຈ ແລະ ຄວາມຄິດຂອງພຣະເຈົ້າ ຫຼື ແນວຄິດໃດກໍຕາມຂອງພຣະອົງແມ່ນບໍ່ສາມາດບັນລຸໄດ້ ແລະ ເຖິງກັບຢູ່ເໜືອເອື້ອມມືຂອງພວກເຂົາ. ເຖິງແມ່ນພຣະເຈົ້າປະຕິບັດພາລະກິດບາງຢ່າງທີ່ເປັນຮູບປະທຳໃນຍຸກແຫ່ງພຣະບັນຍັດ ແລະ ພຣະອົງຍັງກ່າວພຣະທຳບາງຂໍ້ທີ່ສະເພາະເຈາະຈົງ ແລະ ສະແດງອຸປະນິໄສບາງຢ່າງໂດຍສະເພາະເພື່ອເຮັດໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ຮັບຄວາມຮູ້ທີ່ແທ້ຈິງບາງຢ່າງກ່ຽວກັບພຣະອົງ, ແຕ່ໃນທີ່ສຸດແລ້ວ ການສະແດງອອກເຫຼົ່ານີ້ທີ່ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ ແມ່ນມາຈາກໂລກທີ່ຈັບຕ້ອງບໍ່ໄດ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈ, ສິ່ງທີ່ພວກເຂົາຮູ້ກໍຍັງກ່ຽວກັບດ້ານຄວາມເປັນພຣະເຈົ້າໃນສິ່ງທີ່ພຣະອົງມີ ແລະ ເປັນ. ມະນຸດບໍ່ສາມາດຮັບເອົາແນວຄິດທີ່ເປັນຮູບປະທຳຈາກການສະແດງອອກກ່ຽວກັບສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງຄ້າງຄາຢູ່ພາຍໃນຂອບເຂດຂອງ “ຮ່າງກາຍຝ່າຍວິນຍານທີ່ເຂົ້າໃກ້ໄດ້ຍາກ, ທີ່ເລື່ອນລອຍຢູ່ໃນແນວຄວາມຄິດ”. ຍ້ອນພຣະເຈົ້າບໍ່ໄດ້ໃຊ້ວັດຖຸສິ່ງຂອງສະເພາະໃດໜຶ່ງ ຫຼື ພາບລັກສະນະໃດໜຶ່ງທີ່ເປັນຂອງໂລກທີ່ຈັບຕ້ອງໄດ້ເພື່ອປາກົດຕໍ່ໜ້າຜູ້ຄົນ, ພວກເຂົາຈຶ່ງຍັງບໍ່ສາມາດນິຍາມພຣະອົງໂດຍໃຊ້ພາສາມະນຸດ. ໃນຫົວໃຈ ແລະ ຄວາມຄິດຂອງຜູ້ຄົນ, ພວກເຂົາຕ້ອງການໃຊ້ພາສາຂອງພວກເຂົາເອງເພື່ອສ້າງມາດຕະຖານສຳລັບພຣະເຈົ້າຢູ່ສະເໝີ, ເພື່ອເຮັດໃຫ້ພຣະອົງສາມາດຈັບຕ້ອງໄດ້ ແລະ ເພື່ອເຮັດໃຫ້ພຣະອົງເປັນມະນຸດ ເຊັ່ນ: ພຣະອົງສູງສໍ່າໃດ, ພຣະອົງໃຫຍ່ສໍ່າໃດ, ພຣະອົງມີລັກສະນະແນວໃດ, ພຣະອົງມັກຫຍັງກັນແທ້ ແລະ ບຸກຄະລິກຂອງພຣະອົງເປັນແນວໃດ. ຕາມຄວາມຈິງແລ້ວ, ໃນຫົວໃຈຂອງພຣະອົງ ພຣະເຈົ້າຮູ້ວ່າຜູ້ຄົນກຳລັງຄິດເຊັ່ນນີ້. ພຣະອົງຊັດເຈນຫຼາຍໃນຄວາມຕ້ອງການຂອງຜູ້ຄົນ ແລະ ແນ່ນອນ ພຣະອົງຍັງຮູ້ວ່າພຣະອົງຄວນເຮັດຫຍັງ, ສະນັ້ນ ພຣະອົງຈຶ່ງປະຕິບັດພາລະກິດຂອງພຣະອົງໃນວິທີທີ່ແຕກຕ່າງໃນຍຸກແຫ່ງພຣະຄຸນ. ວິທີໃໝ່ນີ້ມີທັງຄວາມເປັນພຣະເຈົ້າ ແລະ ຄວາມເປັນມະນຸດ. ໃນຊ່ວງເວລາທີ່ພຣະເຢຊູເຈົ້າປະຕິບັດພາລະກິດ, ຜູ້ຄົນສາມາດເຫັນວ່າພຣະເຈົ້າມີການສະແດງອອກແບບມະນຸດຫຼາຍຢ່າງ. ຕົວຢ່າງເຊັ່ນ: ພຣະອົງສາມາດເຕັ້ນລໍາ, ພຣະອົງສາມາດເຂົ້າຮ່ວມງານດອງ, ພຣະອົງສາມາດລົມກັບຜູ້ຄົນ, ເວົ້າກັບພວກເຂົາ ແລະ ສົນທະນາກ່ຽວກັບສິ່ງຕ່າງໆກັບພວກເຂົາ. ນອກຈາກນັ້ນ, ພຣະເຢຊູເຈົ້າຍັງສຳເລັດພາລະກິດຫຼາຍຢ່າງທີ່ເປັນຕົວແທນໃຫ້ແກ່ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ແນ່ນອນ ພາລະກິດທັງໝົດນີ້ແມ່ນການສະແດງອອກ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະເຈົ້າ. ໃນໄລຍະນີ້, ເມື່ອຄວາມເປັນພຣະເຈົ້າຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງທຳມະດາທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້, ພວກເຂົາຈຶ່ງບໍ່ຮູ້ສຶກວ່າ ພຣະອົງເລື່ອນລອຍຢູ່ໃນຄວາມຄິດອີກຕໍ່ໄປ ແລະ ບໍ່ຮູ້ສຶກວ່າພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງ. ໃນທາງກົງກັນຂ້າມ ພວກເຂົາສາມາດທີ່ຈະພະຍາຍາມເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງຄວາມເປັນພຣະເຈົ້າຂອງພຣະອົງຜ່ານທຸກການເຄື່ອນໄຫວ, ຜ່ານທາງພຣະທຳ ແລະ ຜ່ານທາງພາລະກິດຂອງບຸດມະນຸດ. ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.

ຕໍ່ໄປ, ພວກເຮົາຈະເບິ່ງຄຳອຸປະມາທີ່ພຣະເຢຊູເຈົ້າໄດ້ກ່າວໃນຍຸກແຫ່ງພຣະຄຸນ.

3. ຄຳອຸປະມາຂອງແກະທີ່ເສຍ

ມັດທາຍ 18:12–14 ເຈົ້າຄິດແນວໃດ? ຖ້າຊາຍຄົນໜຶ່ງມີແກະໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫຼົງຫາຍໄປ ລາວຈະປະແກະເກົ້າສິບເກົ້າໂຕ ແລະ ຂຶ້ນໄປເທິງພູເຂົາ ເພື່ອຊອກຫາແກະໂຕທີ່ຫຼົງຫາຍໄປນັ້ນ ບໍ່ແມ່ນບໍ? ແລະ ຖ້າລາວຄົ້ນພົບແກະໂຕນັ້ນ ເຮົາເວົ້າກັບເຈົ້າຢ່າງແທ້ຈິງວ່າ ລາວຈະຊື່ນຊົມຍິນດີຫຼາຍກວ່າມີແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫຼົງຫາຍນັ້ນອີກ. ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ.

ຂໍ້ຄວາມນີ້ຄືຄຳອຸປະມາ, ມັນໃຫ້ຄວາມຮູ້ສຶກຫຍັງແກ່ຜູ້ຄົນ? ວິທີການສະແດງອອກ ນັ້ນກໍຄື ຄຳອຸປະມາ ທີ່ໃຊ້ໃນນີ້ແມ່ນການໃຊ້ສຳນວນໃນພາສາມະນຸດ ແລະ ເມື່ອເປັນດັ່ງນັ້ນ ມັນກໍຢູ່ພາຍໃນຂອບເຂດຄວາມຮູ້ຂອງມະນຸດ. ຖ້າພຣະເຈົ້າໄດ້ເວົ້າບາງສິ່ງທີ່ຄ້າຍຄືກັນໃນຍຸກແຫ່ງພຣະບັນຍັດ, ຜູ້ຄົນກໍຈະຮູ້ສຶກວ່າ ພຣະທຳດັ່ງກ່າວບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າເປັນຢ່າງແທ້ຈິງ, ແຕ່ເມື່ອບຸດມະນຸດກ່າວພຣະທຳເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ, ມັນຮູ້ສຶກວ່າປອບໃຈ, ອົບອຸ່ນ ແລະ ໃກ້ຊິດກັບຜູ້ຄົນ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ເມື່ອພຣະອົງປາກົດໃນຮູບຮ່າງຂອງມະນຸດ, ພຣະອົງໃຊ້ຄຳອຸປະມາທີ່ເໝາະສົມຫຼາຍ ເຊິ່ງມາຈາກຄວາມເປັນມະນຸດຂອງພຣະອົງ ເພື່ອກ່າວສຽງຫົວໃຈຂອງພຣະອົງ. ສຽງນີ້ເປັນຕົວແທນໃຫ້ແກ່ສຽງຂອງພຣະເຈົ້າເອງ ແລະ ພາລະກິດທີ່ພຣະອົງຕ້ອງການປະຕິບັດໃນຍຸກນັ້ນ. ມັນຍັງເປັນຕົວແທນໃຫ້ແກ່ທັດສະນະຄະຕິທີ່ພຣະເຈົ້າມີຕໍ່ຜູ້ຄົນໃນຍຸກແຫ່ງພຣະຄຸນ. ເມື່ອເບິ່ງຈາກທັດສະນະທ່າທີຂອງພຣະເຈົ້າຕໍ່ຜູ້ຄົນ, ພຣະອົງປຽບທຽບແຕ່ລະຄົນກັບແກະ. ຖ້າແກະເສຍ, ພຣະອົງຈະເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊອກຫາມັນ. ສິ່ງນີ້ເປັນຕົວແທນໃຫ້ແກ່ຫຼັກການແຫ່ງພາລະກິດຂອງພຣະເຈົ້າໃນເວລານັ້ນທີ່ຢູ່ທ່າມກາງມະນຸດຊາດ ເມື່ອພຣະອົງຢູ່ໃນເນື້ອໜັງ. ພຣະເຈົ້າໃຊ້ຄຳອຸປະມານີ້ເພື່ອອະທິບາຍເຖິງຄວາມຕັ້ງໃຈ ແລະ ທ່າທີຂອງພຣະອົງໃນພາລະກິດນັ້ນ. ນີ້ແມ່ນປະໂຫຍດຂອງການທີ່ພຣະເຈົ້າກາຍມາເປັນເນື້ອໜັງ: ພຣະອົງສາມາດໃຊ້ປະໂຫຍດຈາກຄວາມຮູ້ຂອງມະນຸດຊາດ ແລະ ໃຊ້ພາສາມະນຸດເພື່ອກ່າວຕໍ່ຜູ້ຄົນ ແລະ ສະແດງຄວາມປະສົງຂອງພຣະອົງ. ພຣະອົງອະທິບາຍ ຫຼື “ແປ” ພາສາທີ່ເລິກເຊິ່ງ ແລະ ສັກສິດຂອງພຣະອົງທີ່ຜູ້ຄົນພະຍາຍາມເຂົ້າໃຈໃຫ້ແກ່ມະນຸດໃນພາສາມະນຸດ, ໃນວິທີຂອງມະນຸດ. ສິ່ງນີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ຮູ້ຈັກສິ່ງທີ່ພຣະອົງຕ້ອງການເຮັດ. ພຣະອົງຍັງມີບົດສົນທະນາກັບຜູ້ຄົນຈາກທັດສະນະຂອງມະນຸດ, ໃຊ້ພາສາມະນຸດ ແລະ ສື່ສານກັບຜູ້ຄົນດ້ວຍວິທີທີ່ພວກເຂົາເຂົ້າໃຈ. ພຣະອົງເຖິງກັບສາມາດກ່າວ ແລະ ປະຕິບັດພາລະກິດໂດຍໃຊ້ພາສາ ແລະ ຄວາມຮູ້ຂອງມະນຸດ ເພື່ອວ່າຜູ້ຄົນຈະສາມາດຮູ້ສຶກເຖິງຄວາມເມດຕາ ແລະ ຄວາມໃກ້ຊິດຂອງພຣະເຈົ້າ, ເພື່ອວ່າພວກເຂົາຈະສາມາດເຫັນຫົວໃຈຂອງພຣະອົງ. ພວກເຈົ້າເຫັນຫຍັງໃນສິ່ງນີ້ບໍ່? ມີການເກືອດຫ້າມໃດໃນພຣະທຳ ແລະ ການກະທຳຂອງພຣະເຈົ້າບໍ? ຕາມທີ່ຜູ້ຄົນເຂົ້າໃຈ, ບໍ່ມີທາງທີ່ພຣະເຈົ້າຈະສາມາດໃຊ້ຄວາມຮູ້, ພາສາ ຫຼື ວິທີການເວົ້າຂອງມະນຸດເພື່ອເວົ້າກ່ຽວກັບສິ່ງທີ່ພຣະເຈົ້າເອງຕ້ອງການເວົ້າ, ພາລະກິດທີ່ພຣະອົງຕ້ອງການປະຕິບັດ ຫຼື ເພື່ອສະແດງອອກເຖິງຄວາມປະສົງຂອງພຣະອົງເອງ. ແຕ່ນີ້ແມ່ນຄວາມຄິດທີ່ຜິດ. ພຣະເຈົ້າໃຊ້ຄຳອຸປະມາປະເພດນີ້ ເພື່ອວ່າຜູ້ຄົນຈະສາມາດຮູ້ສຶກເຖິງຄວາມເປັນຈິງ ແລະ ຄວາມຈິງໃຈຂອງພຣະເຈົ້າ ແລະ ເຫັນເຖິງທ່າທີຂອງພຣະອົງທີ່ມີຕໍ່ຜູ້ຄົນໃນເວລານັ້ນ. ຄຳອຸປະມານີ້ປຸກຜູ້ຄົນທີ່ກຳລັງດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດເປັນເວລາດົນນານໃຫ້ຕື່ນຈາກຄວາມຝັນ ແລະ ມັນຍັງfດົນບັນດານໃຈຜູ້ຄົນທີ່ດຳລົງຊີວິດຢູ່ໃນຍຸກແຫ່ງພຣະຄຸນຈາກຮຸ່ນສູ່ຮຸ່ນ. ການອ່ານຂໍ້ຄວາມຂອງຄຳອຸປະມານີ້, ຜູ້ຄົນຮູ້ເຖິງຄວາມຈິງໃຈຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເຂົ້າໃຈເຖິງນໍ້າໜັກ ແລະ ຄວາມສຳຄັນຂອງມະນຸດຊາດໃນຫົວໃຈຂອງພຣະເຈົ້າ.

ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ”. ນີ້ແມ່ນພຣະທຳຂອງພຣະເຢຊູເຈົ້າເອງບໍ ຫຼື ພຣະທຳຂອງພຣະບິດາທີ່ຢູ່ໃນສະຫວັນ? ໃນທາງຜິວເຜີນແລ້ວ, ມັນຄືກັບວ່າ ນີ້ແມ່ນພຣະເຢຊູເຈົ້າທີ່ກຳລັງກ່າວ, ແຕ່ຄວາມປະສົງຂອງພຣະອົງເປັນຕົວແທນໃຫ້ກັບຄວາມປະສົງຂອງພຣະເຈົ້າເອງ ເຊິ່ງນັ້ນຄືສາເຫດທີ່ພຣະອົງເວົ້າວ່າ: “ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ”. ຜູ້ຄົນໃນເວລານັ້ນພຽງແຕ່ຮັບຮູ້ພຣະບິດາທີ່ຢູ່ໃນສະຫວັນວ່າເປັນພຣະເຈົ້າ ແລະ ເຊື່ອວ່າບຸກຄົນນີ້ທີ່ພວກເຂົາເຫັນຕໍ່ໜ້າຕໍ່ຕາພວກເຂົາພຽງແຕ່ຖືກສົ່ງມາໂດຍພຣະອົງ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ພຣະບິດາທີ່ຢູ່ໃນສະຫວັນໄດ້. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພຣະເຢຊູເຈົ້າຈຶ່ງຕ້ອງເພີ່ມປະໂຫຍກນີ້ໃນຕອນສຸດທ້າຍຂອງຄຳອຸປະມານີ້ ເພື່ອວ່າຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະສົງຂອງພຣະເຈົ້າສຳລັບມະນຸດຊາດຢ່າງແທ້ຈິງ ແລະ ຮູ້ສຶກເຖິງຄວາມແທ້ຈິງ ແລະ ຄວາມຖືກຕ້ອງໃນສິ່ງທີ່ພຣະອົງກ່າວ. ເຖິງແມ່ນວ່າ ປະໂຫຍກນີ້ເປັນຄໍາເວົ້າທຳມະດາ, ແຕ່ມັນເປັນຄໍາເວົ້າທີ່ເຕັມໄປດ້ວຍຄວາມຫ່ວງໃຍ ແລະ ຄວາມຮັກ ແລະ ມັນເປີດເຜີຍເຖິງຄວາມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຢຊູເຈົ້າ. ບໍ່ວ່າພຣະເຈົ້າຈະກາຍມາເປັນເນື້ອໜັງ ຫຼື ບໍ່ ຫຼື ບໍ່ວ່າພຣະອົງໄດ້ປະຕິບັດພາລະກິດໃນໂລກແຫ່ງວິນຍານ ຫຼື ບໍ່, ພຣະອົງກໍຮູ້ຈັກຫົວໃຈຂອງມະນຸດໄດ້ດີທີ່ສຸດ ແລະ ເຂົ້າໃຈສິ່ງທີ່ຜູ້ຄົນຕ້ອງການໄດ້ດີທີ່ສຸດ, ຮູ້ຈັກສິ່ງທີ່ຜູ້ຄົນກັງວົນ ແລະ ສິ່ງທີ່ເຮັດໃຫ້ພວກເຂົາສັບສົນ ແລະ ນັ້ນຄືເຫດຜົນທີ່ພຣະອົງກ່າວປະໂຫຍກນີ້ເພີ່ມ. ປະໂຫຍກນີ້ໄດ້ຊີ້ໃຫ້ເຫັນບັນຫາທີ່ລີ້ລັບໃນມະນຸດຊາດ: ຜູ້ຄົນສົງໄສໃນສິ່ງທີ່ບຸດມະນຸດກ່າວ ເຊິ່ງໝາຍຄວາມວ່າ ເມື່ອພຣະເຢຊູເຈົ້າກ່າວ ພຣະອົງຕ້ອງກ່າວເພີ່ມວ່າ: “ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ” ແລະ ມີພຽງຫຼັກຖານນີ້ເທົ່ານັ້ນ ພຣະທຳຂອງພຣະອົງຈຶ່ງເກີດໝາກພົ້ນໄດ້, ເພື່ອເຮັດໃຫ້ຜູ້ຄົນເຊື່ອໃນຄວາມຖືກຕ້ອງຂອງພຣະທຳເຫຼົ່ານັ້ນ ແລະ ປັບປຸງຄວາມເຊື່ອຖືໄດ້ຂອງພຣະທຳ. ສິ່ງນີ້ສະແດງວ່າ ເມື່ອພຣະເຈົ້າກາຍມາເປັນບຸດມະນຸດທຳມະດາ, ພຣະເຈົ້າ ແລະ ມະນຸດຊາດກໍມີຄວາມສຳພັນທີ່ອຶດອັດຫຼາຍ ແລະ ສະຖານະການຂອງບຸດມະນຸດກໍເປັນຕາອັບອາຍຫຼາຍ. ມັນຍັງສະແດງວ່າ ສະຖານະຂອງພຣະເຢຊູເຈົ້າທີ່ຢູ່ທ່າມກາງມະນຸດໃນເວລານັ້ນເລັກນ້ອຍສໍ່າໃດ. ເມື່ອພຣະອົງກ່າວສິ່ງນີ້, ໂດຍຄວາມຈິງແລ້ວ ມັນແມ່ນເພື່ອບອກຜູ້ຄົນວ່າ: ພວກເຈົ້າສາມາດໝັ້ນໃຈໄດ້, ພຣະທຳເຫຼົ່ານີ້ບໍ່ໄດ້ເປັນຕົວແທນໃຫ້ກັບສິ່ງທີ່ຢູ່ໃນຫົວໃຈຂອງເຮົາເອງ, ແຕ່ພວກມັນຄືຄວາມປະສົງຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຈົ້າ. ສຳລັບມະນຸດຊາດແລ້ວ, ນີ້ບໍ່ແມ່ນສິ່ງທີ່ເຍາະເຍີ້ຍບໍ? ເຖິງແມ່ນພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງມີຂໍ້ໄດ້ປຽບຫຼາຍຢ່າງທີ່ພຣະອົງບໍ່ມີໃນຕົວຕົນຂອງພຣະອົງ, ພຣະອົງກໍຕ້ອງທົນຕໍ່ຂໍ້ສົງໄສ ແລະ ການປະຕິເສດຂອງພວກເຂົາ ພ້ອມທັງຄວາມດ້ານຊາ ແລະ ຄວາມເປັນຕາເບື່ອໜ່າຍຂອງພວກເຂົາ. ມັນສາມາດເວົ້າໄດ້ວ່າ ຂະບວນການພາລະກິດຂອງບຸດມະນຸດແມ່ນຂະບວນການທີ່ຜະເຊີນກັບການປະຕິເສດຂອງມະນຸດຊາດ ແລະ ຜະເຊີນກັບການຕໍ່ສູ້ຂອງພວກເຂົາກັບພຣະອົງ. ຍິ່ງໄປກວ່ານັ້ນ, ມັນເປັນຂະບວນການປະຕິບັດພາລະກິດຢ່າງຕໍ່ເນື່ອງເພື່ອເອົາຊະນະຄວາມໄວ້ວາງໃຈຂອງມະນຸດຊາດ ແລະ ເພື່ອເອົາຊະນະມະນຸດຊາດຜ່ານທາງສິ່ງທີ່ພຣະອົງມີ ແລະ ເປັນ, ນັ້ນກໍຄື ຜ່ານແກ່ນແທ້ຂອງພຣະອົງເອງ. ມັນບໍ່ໄດ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດກຳລັງເຮັດສົງຄາມບົກກັບຊາຕານ; ມັນກ່ຽວກັບ ພຣະເຈົ້າກາຍມາເປັນມະນຸດທຳມະດາ ແລະ ເລີ່ມຕົ້ນດີ້ນຮົນຕໍ່ສູ້ກັບຄົນທີ່ຕິດຕາມພຣະອົງ ແລະ ໃນການດີ້ນຮົນນີ້ ບຸດມະນຸດໄດ້ສຳເລັດພາລະກິດຂອງພຣະອົງດ້ວຍຄວາມຖ່ອມຕົນ, ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ ແລະ ດ້ວຍຄວາມຮັກ ແລະ ສະຕິປັນຍາຂອງພຣະອົງ. ພຣະອົງໄດ້ຮັບເອົາຜູ້ຄົນທີ່ພຣະອົງຕ້ອງການ, ໄດ້ຮັບຕົວຕົນ ແລະ ສະຖານະທີ່ພຣະອົງສົມຄວນໄດ້ ແລະ “ກັບຄືນ” ສູ່ບັນລັງຂອງພຣະອົງ.

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງສອງຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ.

4. ໃຫ້ອະໄພເຈັດສິບຄູນເຈັດຄັ້ງ

ມັດທາຍ 18:21–22 ແລ້ວເປໂຕກໍມາຫາພຣະອົງ ແລະ ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ? ພຣະເຢຊູເວົ້າກັບລາວວ່າ ເຮົາບໍ່ໄດ້ເວົ້າກັບເຈົ້າວ່າ ຈົນຮອດເຈັດຄັ້ງ, ແຕ່ຈົນຮອດເຈັດສິບຄູນເຈັດຄັ້ງ.

5. ຄວາມຮັກຂອງພຣະຜູ້ເປັນເຈົ້າ

ມັດທາຍ 22:37–39 ພຣະເຢຊູກ່າວກັບລາວວ່າ ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ.

ໃນບັນດາສອງຂໍ້ຄວາມເຫຼົ່ານີ້, ຂໍ້ໜຶ່ງເວົ້າເຖິງການໃຫ້ອະໄພ ແລະ ອີກຂໍ້ເວົ້າເຖິງຄວາມຮັກ. ສອງຫົວຂໍ້ເຫຼົ່ານີ້ເນັ້ນເຖິງຈຸດເດັ່ນຂອງພາລະກິດທີ່ພຣະເຢຊູເຈົ້າຕ້ອງການປະຕິບັດໃນຍຸກແຫ່ງພຣະຄຸນຢ່າງແທ້ຈິງ.

ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໄດ້ນໍາຂັ້ນຕອນໃນພາລະກິດຂອງພຣະອົງມາພ້ອມກັບພຣະອົງ ເຊິ່ງເປັນໜ້າທີ່ຂອງພາລະກິດໂດຍສະເພາະ ແລະ ອຸປະນິໄສທີ່ພຣະອົງຕ້ອງການສະແດງອອກໃນຍຸກນີ້. ໃນຊ່ວງເວລານັ້ນ, ທຸກສິ່ງທີ່ບຸດມະນຸດໄດ້ເຮັດແມ່ນກ່ຽວພັນກັບພາລະກິດທີ່ພຣະເຈົ້າຕ້ອງການປະຕິບັດໃນຍຸກນີ້. ພຣະອົງຈະບໍ່ເຮັດເກີນ ແລະ ເຮັດໜ້ອຍກວ່າ. ທຸກສິ່ງທີ່ພຣະອົງກ່າວ ແລະ ທຸກປະເພດຂອງພາລະກິດທີ່ພຣະອົງປະຕິບັດແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບຍຸກນີ້. ບໍ່ວ່າພຣະອົງຈະສະແດງມັນອອກໃນທາງຂອງມະນຸດ ດ້ວຍພາສາມະນຸດ ຫຼື ຜ່ານພາສາອັນສັກສິດ ແລະ ບໍ່ວ່າພຣະອົງໄດ້ເຮັດໃນວິທີໃດ ຫຼື ຈາກທັດສະນະໃດກໍຕາມ, ເປົ້າໝາຍຂອງພຣະອົງແມ່ນເພື່ອຊ່ວຍຜູ້ຄົນໃຫ້ເຂົ້າໃຈສິ່ງທີ່ພຣະອົງຕ້ອງການເຮັດ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນ. ພຣະອົງອາດໃຊ້ຫຼາກຫຼາຍວິທີ ແລະ ທັດສະນະທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ຮູ້ຈັກຄວາມປະສົງຂອງພຣະອົງ ແລະ ເຂົ້າໃຈພາລະກິດຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພວກເຮົາໄດ້ເຫັນວ່າ ພຣະເຢຊູເຈົ້າໄດ້ໃຊ້ພາສາມະນຸດເປັນເວລາສ່ວນໃຫຍ່ ເພື່ອກ່າວສິ່ງທີ່ພຣະອົງຕ້ອງການສື່ສານກັບມະນຸດຊາດ. ຍິ່ງໄປກວ່ານັ້ນ, ພວກເຮົາໄດ້ເຫັນພຣະອົງຈາກທັດສະນະຂອງຜູ້ຊີ້ນໍາທຳມະດາທີ່ເວົ້າກັບຜູ້ຄົນ, ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຂົາ ແລະ ຊ່ວຍເຫຼືອພວກເຂົາດ້ວຍສິ່ງທີ່ພວກເຂົາຮຽກຮ້ອງ. ວິທີການປະຕິບັດພາລະກິດແບບນີ້ແມ່ນບໍ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ ທີ່ມາກ່ອນຍຸກແຫ່ງພຣະຄຸນ. ພຣະອົງຍິ່ງສະໜິດສະໜົມ ແລະ ເຫັນອົກເຫັນໃຈມະນຸດຊາດຫຼາຍຂຶ້ນ ພ້ອມທັງສາມາດບັນລຸຜົນຕົວຈິງຫຼາຍຂຶ້ນ ທັງໃນຮູບຮ່າງ ແລະ ລັກສະນະ. ການປຽບທຽບກ່ຽວກັບການໃຫ້ອະໄພຜູ້ຄົນເຈັດສິບຄູນເຈັດຄັ້ງໄດ້ຊີ້ແຈງຂໍ້ນີ້ຢ່າງແທ້ຈິງ. ເປົ້າໝາຍຂອງການປຽບທຽບນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຢຊຸເຈົ້າໃນເວລານັ້ນ, ສະນັ້ນ ພຣະອົງຈຶ່ງເວົ້າເຊັ່ນນີ້. ເຈດຕະນາຂອງພຣະອົງກໍຄືຜູ້ຄົນຄວນໃຫ້ອະໄພຄົນອື່ນ, ບໍ່ແມ່ນຄັ້ງດຽວ ຫຼື ສອງຄັ້ງ ແລະ ບໍ່ແມ່ນແຕ່ເຈັດສິບຄັ້ງ ແຕ່ເປັນເຈັດສິບຄູນເຈັດຄັ້ງ. ແມ່ນຫຍັງຄືແນວຄິດພາຍໃນຄວາມຄິດທີ່ວ່າ: “ເຈັດສິບຄູນເຈັດຄັ້ງ”? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນໃຫ້ອະໄພຕໍ່ຄວາມຮັບຜິດຊອບຂອງພວກເຂົາເອງ, ເປັນສິ່ງທີ່ພວກເຂົາຕ້ອງຮຽນຮູ້ ແລະ “ວິທີ” ທີ່ພວກເຂົາຕ້ອງປະຕິບັດຕາມ. ເຖິງແມ່ນນີ້ເປັນພຽງການປຽບທຽບ, ແຕ່ ມັນກໍໄດ້ເນັ້ນໃຫ້ເຫັນເຖິງຈຸດສຳຄັນ. ມັນຊ່ວຍໃຫ້ຜູ້ຄົນເຂົ້າໃຈສິ່ງທີ່ພຣະອົງໝາຍເຖິງຢ່າງເລິກເຊິ່ງ ແລະ ຄົ້ນພົບວິທີການທີ່ເໝາະສົມໃນການປະຕິບັດ ແລະ ຫຼັກການ ແລະ ມາດຕະຖານຂອງການປະຕິບັດ. ການປຽບທຽບນີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຢ່າງຊັດເຈນ ແລະ ມອບແນວຄິດທີ່ຖືກຕ້ອງໃຫ້ແກ່ພວກເຂົາ, ພວກເຂົາຄວນຮຽນຮູ້ການໃຫ້ອະໄພ ແລະ ໃຫ້ອະໄພເປັນຈຳນວນເທົ່າໃດກໍໄດ້ໂດຍບໍ່ມີເງື່ອນໄຂ ແຕ່ຕ້ອງມີທັດສະນະທີ່ອົດກັ້ນ ແລະ ເຂົ້າໃຈຄົນອື່ນ. ເມື່ອພຣະເຢຊູເຈົ້າເວົ້າສິ່ງນີ້, ແມ່ນຫຍັງຄືສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ? ພຣະອົງຄິດເຖິງຈຳນວນ “ເຈັດສິບຄູນເຈັດຄັ້ງ” ແທ້ບໍ? ບໍ່, ພຣະອົງບໍ່ໄດ້ຄິດ. ແລ້ວມີຈຳນວນຈັກຄັ້ງທີ່ພຣະເຈົ້າຈະໃຫ້ອະໄພມະນຸດ? ມີຫຼາຍຄົນທີ່ສົນໃຈຫຼາຍໃນ “ຈຳນວນຈັກຄັ້ງ” ທີ່ໄດ້ກ່າວເຖິງໃນທີ່ນີ້, ຜູ້ທີ່ຕ້ອງການເຂົ້າໃຈຈຸດກຳເນີດ ແລະ ຄວາມໝາຍຂອງຈຳນວນນີ້ຢ່າງແທ້ຈິງ. ພວກເຂົາຕ້ອງການເຂົ້າໃຈວ່າເປັນຫຍັງຕົວເລກນີ້ຈຶ່ງມາຈາກປາກຂອງພຣະເຢຊູເຈົ້າ; ພວກເຂົາເຊື່ອວ່າ ມີຄວາມໝາຍແອບແຝງທີ່ເລິກເຊິ່ງກວ່າສຳລັບຕົວເລກນີ້. ແຕ່ໃນຄວາມເປັນຈິງແລ້ວ, ນີ້ເປັນພຽງສຳນວນຄຳເວົ້າຂອງມະນຸດທີ່ພຣະເຈົ້າໃຊ້. ຄວາມໃນ ຫຼື ຄວາມໝາຍໃດກໍຕາມແມ່ນຕ້ອງປະກອບດ້ວຍເງື່ອນໄຂທີ່ພຣະເຢຊູເຈົ້າຈັດວາງສຳລັບມະນຸດຊາດ. ເມື່ອພຣະເຈົ້າຍັງບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ຄົນບໍ່ເຂົ້າໃຈຫຼາຍສິ່ງທີ່ພຣະເຈົ້າເວົ້າ, ເພາະພຣະທຳຂອງພຣະອົງແມ່ນອອກຈາກຄວາມເປັນພຣະເຈົ້າທັງໝົດ. ທັດສະນະ ແລະ ບໍລິບົດຂອງສິ່ງທີ່ພຣະອົງກ່າວແມ່ນມະນຸດຊາດບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້; ມັນຖືກກ່າວອອກຈາກໂລກແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດເຫັນ. ສຳລັບຜູ້ຄົນທີ່ດຳລົງຊີວິດໃນເນື້ອໜັງ, ພວກເຂົາບໍ່ສາມາດຜ່ານໂລກແຫ່ງວິນຍານໄປໄດ້. ແຕ່ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງກໍກ່າວຕໍ່ມະນຸດຊາດຈາກທັດສະນະຂອງຄວາມເປັນມະນຸດ ແລະ ພຣະອົງໄດ້ອອກມາຈາກ ແລະ ຢູ່ເໜືອຂອບເຂດຂອງໂລກແຫ່ງວິນຍານ. ພຣະອົງສາມາດສະແດງອຸປະນິໄສ, ຄວາມປະສົງ ແລະ ທ່າທີຄວາມເປັນພຣະເຈົ້າຂອງພຣະອົງຜ່ານສິ່ງຕ່າງໆທີ່ມະນຸດສາມາດຈິນຕະນາການໄດ້, ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ພົບພໍ້ໃນຊີວິດຂອງພວກເຂົາ ແລະ ໃຊ້ວິທີການທີ່ມະນຸດສາມາດຍອມຮັບໄດ້, ໃນພາສາທີ່ພວກເຂົາສາມາດເຂົ້າໃຈ ແລະ ດ້ວຍຄວາມຮູ້ທີ່ພວກເຂົາສາມາດຢັ່ງເຖິງ, ເພື່ອເຮັດໃຫ້ມະນຸດຊາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ, ເພື່ອຢັ່ງເຖິງເຈດຕະນາຂອງພຣະອົງ ແລະ ມາດຕະຖານທີ່ຕ້ອງການຂອງພຣະອົງ ເຊິ່ງຢູ່ພາຍໃນຂອບເຂດຄວາມສາມາດຂອງພວກເຂົາ ແລະ ໃນລະດັບທີ່ພວກເຂົາສາມາດຢັ່ງເຖິງໄດ້. ນີ້ແມ່ນວິທີການ ແລະ ຫຼັກການແຫ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນຄວາມເປັນມະນຸດ. ເຖິງແມ່ນວິທີຂອງພຣະເຈົ້າ ແລະ ຫຼັກການແຫ່ງການປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງສ່ວນໃຫຍ່ແມ່ນຖືກບັນລຸໂດຍວິທີການຂອງຄວາມເປັນມະນຸດ ຫຼື ຜ່ານທາງຄວາມເປັນມະນຸດ, ມັນກໍໄດ້ບັນລຸຜົນຢ່າງແທ້ຈິງ ເຊິ່ງບໍ່ສາມາດບັນລຸໄດ້ໂດຍການປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໂດຍກົງ. ພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດແມ່ນຍິ່ງເປັນຮູບປະທຳ, ແທ້ຈິງ ແລະ ມີເປົ້າໝາຍຫຼາຍຂຶ້ນ, ວິທີການແມ່ນສາມາດປັບປ່ຽນໄດ້ດີກວ່າ ແລະ ໃນຮູບຮ່າງທີ່ຢູ່ເໜືອພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ.

ຕໍ່ໄປ, ໃຫ້ພວກເຮົາລົມກັນກ່ຽວກັບການຮັກພຣະຜູ້ເປັນເຈົ້າ ແລະ ການຮັກເພື່ອນບ້ານຂອງເຈົ້າຄືກັບຮັກຕົນເອງ. ນີ້ແມ່ນສິ່ງທີ່ຖືກສະແດງອອກໃນຄວາມເປັນພຣະເຈົ້າໂດຍກົງບໍ? ບໍ່, ບໍ່ແມ່ນຢ່າງຊັດເຈນ! ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ບຸດມະນຸດກ່າວອອກໃນຄວາມເປັນມະນຸດ; ມີພຽງມະນຸດທີ່ຈະເວົ້າໃນສິ່ງ ເຊັ່ນ: “ຮັກເພື່ອນບ້ານຄືກັບຮັກຕົວເຈົ້າເອງ. ຮັກຄົນອື່ນຄືກັບເຈົ້າຮັກຊີວິດຂອງເຈົ້າເອງ”. ວິທີການເວົ້າແບບນີ້ແມ່ນມາຈາກມະນຸດໂດຍສະເພາະ. ພຣະເຈົ້າບໍ່ເຄີຍເວົ້າໃນລັກສະນະນີ້ຈັກເທື່ອ. ຢ່າງໜ້ອຍທີ່ສຸດ, ພຣະເຈົ້າບໍ່ມີພາສາປະເພດນີ້ໃນຄວາມເປັນພຣະເຈົ້າຂອງພຣະອົງ ຍ້ອນພຣະອົງບໍ່ຕ້ອງການຫຼັກການປະເພດນີ້ “ຮັກເພື່ອນບ້ານຄືກັບຮັກຕົວເຈົ້າເອງ” ເພື່ອຄວບຄຸມຄວາມຮັກຂອງພຣະອົງສຳລັບມະນຸດຊາດ, ຍ້ອນຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດຄືການເປີດເຜີຍຢ່າງທຳມະຊາດຂອງສິ່ງທີ່ພຣະອົງມີ ແລະ ເປັນ. ມີເມື່ອໃດແດ່ທີ່ພວກເຈົ້າເຄີຍໄດ້ຍິນພຣະເຈົ້າເວົ້າສິ່ງໃດໜຶ່ງ ເຊັ່ນ: “ເຮົາຮັກມະນຸດຊາດສໍ່າທີ່ເຮົາຮັກຕົນເອງ”? ພວກເຈົ້າບໍ່ເຄີຍ ຍ້ອນຄວາມຮັກແມ່ນຢູ່ໃນແກ່ນແທ້ຂອງພຣະເຈົ້າ ແລະ ໃນສິ່ງທີ່ພຣະອົງມີ ແລະ ເປັນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດ ແລະ ທ່າທີຂອງພຣະອົງ ແລະ ວິທີການທີ່ພຣະອົງປະຕິບັດຕໍ່ຜູ້ຄົນແມ່ນການສະແດງອອກ ແລະ ການເປີດເຜີຍຢ່າງທຳມະຊາດຂອງອຸປະນິໄສຂອງພຣະອົງ. ພຣະອົງບໍ່ຈຳເປັນຕ້ອງຕັ້ງໃຈເຮັດສິ່ງນີ້ໃນລັກສະນະໃດໜຶ່ງ ຫຼື ຕັ້ງໃຈປະຕິບັດຕາມວິທີການໃດໜຶ່ງ ຫຼື ຕາມຫຼັກສິນທຳເພື່ອບັນລຸການຮັກເພື່ອນບ້ານຂອງພຣະອົງຄືກັບຮັກພຣະອົງເອງ, ພຣະອົງມີແກ່ນແທ້ປະເພດນີ້ແລ້ວ. ເຈົ້າເຫັນຫຍັງໃນສິ່ງນີ້ບໍ່? ເມື່ອພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ, ວິທີການຫຼາຍຢ່າງຂອງພຣະອົງ, ພຣະທຳ ແລະ ຄວາມຈິງແມ່ນຖືກສະແດງອອກດ້ວຍວິທີຂອງມະນຸດ. ແຕ່ໃນເວລາດຽວກັນ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຄວາມປະສົງຂອງພຣະອົງແມ່ນຖືກສະແດງອອກໃຫ້ຜູ້ຄົນໄດ້ຮູ້ຈັກ ແລະ ເຂົ້າໃຈ. ສິ່ງທີ່ພວກເຂົາມາຮູ້ຈັກ ແລະ ເຂົ້າໃຈຄືແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຢ່າງແທ້ຈິງ ເຊິ່ງເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະໂດຍທຳມະຊາດຂອງພຣະເຈົ້າເອງ. ນັ້ນໝາຍຄວາມວ່າ ບຸດມະນຸດທີ່ຢູ່ໃນເນື້ອໜັງໄດ້ສະແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າເອງ ຈົນເຖິງລະດັບທີ່ສູງທີ່ສຸດເທົ່າທີ່ເປັນໄປໄດ້ ແລະ ຢ່າງຖືກຕ້ອງເທົ່າທີ່ເປັນໄປໄດ້. ບໍ່ພຽງແຕ່ວ່າຄວາມເປັນມະນຸດຂອງບຸດມະນຸດບໍ່ໄດ້ເປັນສິ່ງຂັດຂວາງ ຫຼື ອຸປະສັກຕໍ່ການສື່ສານ ແລະ ການຕິດຕໍ່ພົວພັນຂອງມະນຸດກັບພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ໂດຍຄວາມຈິງແລ້ວ ມັນເປັນຊ່ອງທາງດຽວ ແລະ ເປັນຂົວອັນດຽວເພື່ອໃຫ້ມະນຸດຊາດໄດ້ເຊື່ອມຕໍ່ກັບພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ. ບັດນີ້ ໃນຕອນນີ້ ພວກເຈົ້າບໍ່ຮູ້ສຶກວ່າມີຄວາມຄ້າຍຄືກັນຫຼາຍຢ່າງລະຫວ່າງທຳມະຊາດ ແລະ ວິທີການແຫ່ງພາລະກິດທີ່ພຣະເຢຊູເຈົ້າປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຂັ້ນຕອນໃນປັດຈຸບັນຂອງພາລະກິດບໍ? ຂັ້ນຕອນປັດຈຸບັນຂອງພາລະກິດນີ້ຍັງໄດ້ໃຊ້ພາສາມະນຸດຫຼາຍຢ່າງເພື່ອກ່າວເຖິງອຸປະນິໄສຂອງພຣະເຈົ້າ ແລະ ພາສາ ແລະ ວິທີການຫຼາຍຢ່າງຈາກຊີວິດປະຈຳວັນຂອງມະນຸດຊາດ ແລະ ຄວາມຮູ້ຂອງມະນຸດເພື່ອກ່າວເຖິງຄວາມປະສົງຂອງພຣະເຈົ້າເອງ. ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ບໍ່ວ່າພຣະອົງຈະກ່າວຈາກທັດສະນະຂອງມະນຸດ ຫຼື ທັດສະນະຂອງພຣະເຈົ້າ, ພາສາ ແລະ ວິທີການກ່າວຫຼາຍຢ່າງຂອງພຣະອົງແມ່ນເກີດຂຶ້ນຜ່ານທາງພາສາ ແລະ ວິທີການຂອງມະນຸດ. ນັ້ນກໍຄື ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ນີ້ແມ່ນໂອກາດດີທີ່ສຸດທີ່ເຈົ້າຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຈະຮູ້ຈັກທຸກດ້ານຂອງພຣະເຈົ້າ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ໃນຂະນະທີ່ພຣະອົງເຕີບໃຫຍ່, ພຣະອົງໄດ້ເຂົ້າໃຈ, ຮຽນຮູ້ ແລະ ຢັ່ງເຖິງຄວາມຮູ້, ສາມັນສຳນຶກ, ພາສາ ແລະ ວິທີການກ່າວບາງຢ່າງຂອງມະນຸດຊາດຜ່ານຄວາມເປັນມະນຸດຂອງພຣະອົງ. ພຣະເຈົ້າທີ່ບັງເກີດເປັນມະນຸດມີສິ່ງເຫຼົ່ານີ້ ເຊິ່ງມາຈາກມະນຸດທີ່ພຣະອົງໄດ້ເນລະມິດສ້າງ. ພວກມັນກາຍມາເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ແລະ ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ອະນຸຍາດໃຫ້ພຣະອົງເຮັດໃຫ້ພາລະກິດຂອງພຣະອົງກ່ຽວພັນກັນຫຼາຍຂຶ້ນ, ເປັນຈິງຫຼາຍຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນໃນເວລາທີ່ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດ, ຈາກທັດສະນະຂອງມະນຸດ ແລະ ໃຊ້ພາສາຂອງມະນຸດ. ສິ່ງນີ້ເຮັດໃຫ້ພາລະກິດຂອງພຣະອົງເຂົ້າເຖິງໄດ້ຍິ່ງຂຶ້ນ ແລະ ເຂົ້າໃຈງ່າຍຂຶ້ນສຳລັບຜູ້ຄົນເພື່ອບັນລຸຜົນທີ່ພຣະເຈົ້າຕ້ອງການ. ມັນຍິ່ງຈະບໍ່ມີເຫດຜົນລັບພຣະເຈົ້າບໍ ທີ່ຈະປະຕິບັດພາລະກິດໃນເນື້ອໜັງໃນລັກສະນະນີ້? ນີ້ບໍ່ແມ່ນສະຕິປັນຍາຂອງພຣະເຈົ້າບໍ? ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ເມື່ອເນື້ອໜັງຂອງພຣະເຈົ້າສາມາດປະຕິບັດພາລະກິດທີ່ພຣະອົງຕ້ອງການປະຕິບັດ, ນັ້ນກໍຄືເວລາທີ່ພຣະອົງຈະສະແດງອຸປະນິໄສຂອງພຣະອົງ ແລະ ພາລະກິດຂອງພຣະອົງຢ່າງແທ້ຈິງ ແລະ ນັ້ນຍັງເປັນເວລາທີ່ພຣະອົງສາມາດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງເປັນທາງການໃນຖານະບຸດມະນຸດ. ນີ້ໝາຍຄວາມວ່າ ບໍ່ມີ “ໄລຍະຫ່າງແຫ່ງຍຸກສະໄໝ” ລະຫວ່າງພຣະເຈົ້າ ແລະ ມະນຸດອີກຕໍ່ໄປ, ອີກບໍ່ດົນ ພຣະເຈົ້າກໍຈະເຊົາພາລະກິດຂອງພຣະອົງໃນການສື່ສານຜ່ານຜູ້ສົ່ງຂ່າວ ແລະ ພຣະເຈົ້າເອງກໍຈະສະແດງພຣະທຳ ແລະ ພາລະກິດທັງໝົດທີ່ຢູ່ໃນເນື້ອໜັງ ທີ່ພຣະອົງຕ້ອງການເຮັດນັ້ນດ້ວຍພຣະອົງເອງ. ມັນຍັງໝາຍຄວາມວ່າ ຜູ້ຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນແມ່ນໃກ້ຊິດກັບພຣະອົງຫຼາຍຂຶ້ນ, ພາລະກິດການຄຸ້ມຄອງຂອງພຣະອົງແມ່ນໄດ້ເຂົ້າສູ່ອານາເຂດໃໝ່ ແລະ ມະນຸດຊາດທັງປວງກຳລັງຈະໄດ້ພົບພໍ້ກັບຍຸກໃໝ່.

ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຈະຮູ້ວ່າມີ ຫຼາຍເຫດການທີ່ເກີດຂຶ້ນໃນເວລາທີ່ພຣະເຢຊູເຈົ້າກຳເນີດ. ເຫດການທີ່ຍິ່ງໃຫຍ່ທີ່ສຸດກໍຄືພຣະອົງຖືກຕາມລ່າໂດຍກະສັດຂອງພວກມານຮ້າຍ ເຊິ່ງເປັນເຫດການທີ່ຮຸນແຮງຫຼາຍ ຈົນເດັກນ້ອຍທຸກຄົນໃນເມືອງທີ່ມີອາຍຸສອງປີ ແລະ ອ່ອນກວ່ານັ້ນຖືກຂ້າຖິ້ມໝົດ. ມັນຊັດເຈນແລ້ວວ່າ ພຣະເຈົ້າໄດ້ຮັບຄວາມສ່ຽງຢ່າງໃຫຍ່ຫຼວງໂດຍການມາເປັນເນື້ອໜັງທ່າມກາງມະນຸດ; ລາຄາອັນຍິ່ງໃຫຍ່ທີ່ພຣະອົງຈ່າຍເພື່ອສຳເລັດການຄຸ້ມຄອງຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນກໍຊັດເຈນເຊັ່ນກັນ. ຄວາມຫວັງອັນຍິ່ງໃຫຍ່ທີ່ພຣະເຈົ້າມີສຳລັບພາລະກິດຂອງພຣະອົງທ່າມກາງມະນຸດຊາດໃນເນື້ອໜັງກໍຊັດເຈນເຊັ່ນກັນ. ເມື່ອເນື້ອໜັງຂອງພຣະເຈົ້າສາມາດປະຕິບັດພາລະກິດທ່າມກາງມະນຸດຊາດ, ພຣະອົງໄດ້ຮູ້ສຶກແນວໃດ? ຜູ້ຄົນຄວນສາມາດເຂົ້າໃຈສິ່ງນັ້ນໃນລະດັບໃດໜຶ່ງ, ບໍ່ແມ່ນບໍ? ຢ່າງໜ້ອຍທີ່ສຸດ, ພຣະເຈົ້າມີຄວາມສຸກ ຍ້ອນພຣະອົງສາມາດເລີ່ມຕົ້ນປະຕິບັດພາລະກິດໃໝ່ຂອງພຣະອົງທ່າມກາງມະນຸດຊາດ. ເມື່ອພຣະເຢຊູເຈົ້າໄດ້ຮັບບັບຕິດສະມາ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການເພື່ອປະຕິບັດພັນທະກິດຂອງພຣະອົງ, ຫົວໃຈຂອງພຣະເຈົ້າກໍເຕັມໄປດ້ວຍຄວາມປິຕິຍິນດິ ຍ້ອນເປັນເວລາຫຼາຍປີແຫ່ງການລໍຖ້າ ແລະ ການກະກຽມ, ໃນທີ່ສຸດ ພຣະອົງກໍສາມາດສວມໃສ່ເນື້ອໜັງຂອງມະນຸດທີ່ທຳມະດາ ແລະ ເລີ່ມຕົ້ນພາລະກິດໃໝ່ຂອງພຣະອົງໃນຮູບຮ່າງຂອງມະນຸດທີ່ມີເນື້ອໜັງ ແລະ ເລືອດ ຜູ້ທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້. ໃນທີ່ສຸດ ພຣະອົງກໍສາມາດກ່າວເຊິ່ງໜ້າ ແລະ ຢ່າງຈິງໃຈກັບຜູ້ຄົນຜ່ານຕົວຕົນຂອງມະນຸດ. ໃນທີ່ສຸດ ພຣະເຈົ້າກໍສາມາດມາຢູ່ເຊິ່ງໜ້າມະນຸດຊາດຜ່ານວິທີທາງຂອງມະນຸດ ແລະ ພາສາຂອງມະນຸດ; ພຣະອົງສາມາດສະໜອງໃຫ້ແກ່ມະນຸດຊາດ, ສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ ແລະ ຊ່ວຍພວກເຂົາໂດຍໃຊ້ພາສາມະນຸດ; ພຣະອົງສາມາດກິນຢູ່ໂຕະດຽວກັນ ແລະ ດຳລົງຊີວິດຢູ່ໃນພື້ນທີ່ດຽວກັນກັບພວກເຂົາ. ພຣະອົງຍັງສາມາດເຫັນມະນຸດ, ເຫັນສິ່ງຕ່າງໆ ແລະ ເຫັນທຸກສິ່ງດ້ວຍວິທີດຽວກັນທີ່ມະນຸດເຫັນ ແລະ ແມ່ນແຕ່ເຫັນຜ່ານສາຍຕາຂອງພວກເຂົາ. ສຳລັບພຣະເຈົ້າແລ້ວ, ສິ່ງນີ້ຄືການໄດ້ຮັບໄຊຊະນະຄັ້ງທຳອິດຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງຜ່ານເນື້ອໜັງແລ້ວ. ມັນຍັງສາມາດເວົ້າໄດ້ວ່າ ນີ້ຄືຄວາມສຳເລັດຂອງພາລະກິດອັນຍິ່ງໃຫຍ່, ແລ້ວແນ່ນອນ ນີ້ຄືສິ່ງທີ່ພຣະເຈົ້າມີຄວາມສຸກທີ່ສຸດ. ນັບຕັ້ງແຕ່ນັ້ນມາ, ເປັນຄັ້ງທໍາອິດທີ່ພຣະເຈົ້າໄດ້ຮູ້ສຶກສະບາຍໃຈໃນການປະຕິບັດພາລະກິດຂອງພຣະອົງໃນທ່າມກາງມະນຸດຊາດ. ເຫດການທັງໝົດທີ່ເກີດຂຶ້ນຜ່ານມາແມ່ນເປັນຈິງ ແລະ ເປັນທຳມະຊາດຫຼາຍ ແລະ ຄວາມສະບາຍໃຈທີ່ພຣະເຈົ້າຮູ້ສຶກກໍເປັນຈິງເຊັ່ນກັນ. ສຳລັບມະນຸດຊາດແລ້ວ, ແຕ່ລະຄັ້ງທີ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະເຈົ້າໄດ້ສຳເລັດ ແລະ ແຕ່ລະຄັ້ງທີ່ພຣະເຈົ້າຮູ້ສຶກພໍໃຈ, ນັ້ນກໍຄືເມື່ອມະນຸດຊາດສາມາດຍັບເຂົ້າໃກ້ພຣະເຈົ້າ ແລະ ຄວາມລອດພົ້ນຫຼາຍຂຶ້ນ. ສຳລັບພຣະເຈົ້າແລ້ວ, ນີ້ຍັງເປັນການເລີ່ມຕົ້ນຂອງພາລະກິດໃໝ່ຂອງພຣະອົງ, ເປັນການ ກ້າວໄປຂ້າງໜ້າຢ່າງໝັ້ນຄົງໃນແຜນການຄຸ້ມຄອງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ນີ້ແມ່ນເວລາທີ່ເຈດຕະນາຂອງພຣະອົງຍັບເຂົ້າໃກ້ຄວາມສຳເລັດຢ່າງສົມບູນ. ສຳລັບມະນຸດຊາດແລ້ວ, ການມາເຖິງຂອງໂອກາດດັ່ງກ່າວແມ່ນໂຊກດີ ແລະ ດີຫຼາຍ; ສຳລັບທຸກຄົນທີ່ລໍຖ້າຄວາມລອດພົ້ນຂອງພຣະເຈົ້າ, ມັນຄືຂ່າວປະເສີດ ແລະ ໜ້າປິຕິຍິນດີຫຼາຍ. ເມື່ອພຣະເຈົ້າປະຕິບັດຂັ້ນຕອນໃໝ່ຂອງພາລະກິດ, ພຣະອົງກໍມີການເລີ່ມຕົ້ນໃໝ່ ແລະ ເມື່ອພາລະກິດໃໝ່ ແລະ ການເລີ່ມຕົ້ນໃໝ່ນີ້ໄດ້ລິເລີ່ມຂຶ້ນ ແລະ ຖືກແນະນໍາໃນທ່າມກາງມະນຸດຊາດ, ມັນກໍເປັນເວລາທີ່ຜົນຮັບຂອງຂັ້ນຕອນພາລະກິດດັ່ງກ່າວໄດ້ຖືກກຳນົດ ແລະ ສຳເລັດແລ້ວ ແລະ ພຣະເຈົ້າກໍໄດ້ເຫັນໝາກຜົນສຸດທ້າຍແລ້ວ. ນີ້ຍັງເປັນເວລາທີ່ຜົນເຫຼົ່ານີ້ເຮັດໃຫ້ພຣະເຈົ້າຮູ້ສຶກພໍໃຈ ແລະ ແນ່ນອນວ່າ ນີ້ແມ່ນເວລາທີ່ຫົວໃຈຂອງພຣະອົງມີຄວາມສຸກທີ່ສຸດ. ພຣະເຈົ້າຮູ້ສຶກໝັ້ນໃຈອີກຄັ້ງ ເພາະໃນສາຍຕາຂອງພຣະອົງ ພຣະອົງໄດ້ເຫັນ ແລະ ກຳນົດຜູ້ຄົນທີ່ພຣະອົງຊອກຫາແລ້ວ ແລະ ໄດ້ຮັບເອົາຄົນກຸ່ມນີ້ແລ້ວ ເຊິ່ງເປັນກຸ່ມທີ່ສາມາດເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ນໍາຄວາມພໍໃຈມາໃຫ້ພຣະອົງ. ສະນັ້ນ ພຣະອົງຈຶ່ງປະວາງຄວາມກັງວົນຂອງພຣະອົງ ແລະ ພຣະອົງຮູ້ສຶກມີຄວາມສຸກ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອເນື້ອໜັງຂອງພຣະເຈົ້າສາມາດເລີ່ມຕົ້ນພາລະກິດໃໝ່ທ່າມກາງມະນຸດ ແລະ ພຣະອົງໄດ້ເລີ່ມຕົ້ນປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ໂດຍບໍ່ມີການຂັດຂວາງ ແລະ ເມື່ອພຣະອົງຮູ້ສຶກວ່າ ທຸກສິ່ງແມ່ນຖືກສຳເລັດ, ແລ້ວສຳລັບພຣະອົງ ຈຸດຈົບແມ່ນໃກ້ຈະມາຮອດແລ້ວ. ຍ້ອນສິ່ງນີ້ ພຣະອົງຈຶ່ງພໍໃຈ ແລະ ຫົວໃຈຂອງພຣະອົງກໍມີຄວາມສຸກ. ຄວາມສຸກຂອງພຣະອົງຖືກສະແດງອອກແນວໃດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າຄຳຕອບແມ່ນຫຍັງ? ພຣະເຈົ້າອາດຮ້ອງໄຫ້ບໍ? ພຣະເຈົ້າສາມາດຮ້ອງໄຫ້ໄດ້ບໍ? ພຣະເຈົ້າສາມາດຕົບມືຂອງພຣະອົງໄດ້ບໍ? ພຣະເຈົ້າເຕັ້ນລຳໄດ້ບໍ? ພຣະເຈົ້າຮ້ອງເພງໄດ້ບໍ? ຖ້າໄດ້, ພຣະອົງຈະຮ້ອງເພງຫຍັງ? ແນ່ນອນ ພຣະເຈົ້າສາມາດຮ້ອງເພງທີ່ສວຍງາມ ແລະ ຊາບຊຶ້ງ, ເພງທີ່ສາມາດສະແດງເຖິງຄວາມປິຕິຍິນດີ ແລະ ຄວາມສຸກທີ່ຢູ່ໃນຫົວໃຈຂອງພຣະອົງ. ພຣະອົງສາມາດຮ້ອງເພງເພື່ອມະນຸດຊາດ, ເພື່ອພຣະອົງເອງ ແລະ ເພື່ອສິ່ງທັງປວງ. ຄວາມສຸກຂອງພຣະເຈົ້າສາມາດສະແດງອອກໄດ້ໃນທຸກວິທີທາງ, ທຸກສິ່ງນີ້ແມ່ນເລື່ອງປົກກະຕິ ເພາະພຣະເຈົ້າມີຄວາມຍິນດີ ແລະ ຄວາມໂສກເສົ້າ ແລະ ຫຼາກຫຼາຍຄວາມຮູ້ສຶກຂອງພຣະອົງແມ່ນສາມາດສະແດງອອກໄດ້ໃນຫຼາກຫຼາຍວິທີທາງ. ນີ້ຄືສິດທິຂອງພຣະອົງ ແລະ ບໍ່ມີສິ່ງໃດທີ່ສາມາດເປັນທຳມະດາ ແລະ ເໝາະສົມໄປຫຼາຍກວ່ານີ້ອີກ. ຜູ້ຄົນບໍ່ຄວນຄິດແນວອື່ນກ່ຽວກັບສິ່ງນີ້. ພວກເຈົ້າບໍ່ຄວນພະຍາຍາມໃຊ້ “ຄາຖາຫັດຫົວ”[ກ] ໃສ່ພຣະເຈົ້າ ໂດຍບອກພຣະອົງວ່າ ພຣະອົງບໍ່ຄວນເຮັດສິ່ງນີ້ ຫຼື ສິ່ງນັ້ນ, ພຣະອົງບໍ່ຄວນປະພຶດແບບນີ້ ຫຼື ແບບນັ້ນ ເພາະວ່າ ດ້ວຍວິທີນີ້ ມັນໄດ້ຈຳກັດຄວາມສຸກຂອງພຣະອົງ ຫຼື ຄວາມຮູ້ສຶກຕ່າງໆທີ່ພຣະອົງອາດມີ. ໃນຫົວໃຈຂອງຜູ້ຄົນ, ພຣະເຈົ້າບໍ່ສາມາດມີຄວາມສຸກໄດ້, ບໍ່ສາມາດຫຼັ່ງນໍ້າຕາໄດ້, ບໍ່ສາມາດຮ້ອງໄຫ້ໄດ້, ພຣະອົງບໍ່ສາມາດສະແດງຄວາມຮູ້ສຶກໃດໆໄດ້. ຜ່ານສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນລະຫວ່າງການສົນທະນາສອງຄັ້ງນີ້, ເຮົາເຊື່ອວ່າພວກເຈົ້າຈະບໍ່ເຫັນພຣະເຈົ້າໃນລັກສະນະນີ້ອີກຕໍ່ໄປ, ແຕ່ຈະຍອມໃຫ້ພຣະເຈົ້າມີອິດສະຫຼະ ແລະ ເສລີພາບ. ນີ້ແມ່ນສິ່ງທີ່ດີຫຼາຍ. ໃນອະນາຄົດ ຖ້າພວກເຈົ້າສາມາດຮູ້ສຶກເຖິງຄວາມໂສກເສົ້າຂອງພຣະເຈົ້າຢ່າງແທ້ຈິງ ເມື່ອພວກເຈົ້າໄດ້ຍິນວ່າພຣະອົງໂສກເສົ້າ ແລະ ພວກເຈົ້າສາມາດຮູ້ສຶກເຖິງຄວາມສຸກຂອງພຣະອົງຢ່າງແທ້ຈິງ ເມື່ອພວກເຈົ້າໄດ້ຍິນວ່າພຣະອົງມີຄວາມສຸກ, ແລ້ວຢ່າງໜ້ອຍທີ່ສຸດ ພວກເຈົ້າຈະສາມາດຮູ້ຈັກ ແລະ ເຂົ້າໃຈຢ່າງຊັດເຈນເຖິງສິ່ງທີ່ເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ສິ່ງທີ່ເຮັດໃຫ້ພຣະອົງໂສກເສົ້າ. ເມື່ອເຈົ້າສາມາດຮູ້ສຶກໂສກເສົ້າ ເພາະພຣະເຈົ້າໂສກເສົ້າ ແລະ ຮູ້ສຶກມີຄວາມສຸກ ເພາະພຣະເຈົ້າມີຄວາມສຸກ, ພຣະອົງກໍຈະໄດ້ຮັບເອົາຫົວໃຈຂອງເຈົ້າຢ່າງສົມບູນ ແລະ ຈະບໍ່ມີສິ່ງກີດຂວາງລະຫວ່າງເຈົ້າເອງ ແລະ ພຣະອົງອີກຕໍ່ໄປ. ເຈົ້າຈະບໍ່ພະຍາຍາມຈຳກັດພຣະເຈົ້າດ້ວຍຈິນຕະນາການ, ແນວຄິດ ແລະ ຄວາມຮູ້ຂອງມະນຸດອີກຕໍ່ໄປ. ໃນເວລານັ້ນ, ພຣະເຈົ້າຈະມີຊີວິດ ແລະ ມີຊີວາໃນຫົວໃຈຂອງເຈົ້າ. ພຣະອົງຈະເປັນພຣະເຈົ້າໃນຊີວິດຂອງເຈົ້າ ແລະ ເປັນເຈົ້ານາຍຂອງທຸກສິ່ງທີ່ກ່ຽວກັບເຈົ້າ. ພວກເຈົ້າມີຄວາມປາຖະໜາແບບນີ້ບໍ? ພວກເຈົ້າໝັ້ນໃຈບໍ່ວ່າພວກເຈົ້າຈະສາມາດບັນລຸສິ່ງນີ້ໄດ້?

ຕໍ່ໄປ, ໃຫ້ພວກເຮົາອ່ານຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ:

6. ບົດເທດສະນາເທິງພູເຂົາ

ຄວາມສຸກອັນແທ້ຈິງ (ມັດທາຍ 5:3–12)

ເກືອ ແລະ ແສງສະຫວ່າງ (ມັດທາຍ 5:13–16)

ກົດບັນຍັດ (ມັດທາຍ 5:17–20)

ຄວາມໃຈຮ້າຍ (ມັດທາຍ 5:21–26)

ການຫຼິ້ນຊູ້ (ມັດທາຍ 5:27–30)

ການຢ່າຮ້າງ (ມັດທາຍ 5:31–32)

ຄຳສາບານ (ມັດທາຍ 5:33–37)

ການແກ້ແຄ້ນ (ມັດທາຍ 5:38–42)

ຮັກສັດຕູຂອງເຈົ້າ (ມັດທາຍ 5:43–48)

ຄຳສັ່ງສອນເລື່ອງການໃຫ້ທານ (ມັດທາຍ 6:1–4)

ການພາວັນນາອະທິຖານ (ມັດທາຍ 6:5–8)

7. ຄຳອຸປະມາຂອງພຣະເຢຊູເຈົ້າ

ຄຳອຸປະມາເລື່ອງຜູ້ຫວ່ານ (ມັດທາຍ 13:1–9)

ຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:24–30)

ຄຳອຸປະມາເລື່ອງເມັດຜັກກາດ (ມັດທາຍ 13:31–32)

ຄຳອຸປະມາເລື່ອງເຊື້ອແປ້ງ (ມັດທາຍ 13:33)

ການອະທິບາຍຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:36–43)

ຄຳອຸປະມາເລື່ອງຊັບສົມບັດ (ມັດທາຍ 13:44)

ຄຳອຸປະມາເລື່ອງໄຂ່ມຸກ (ມັດທາຍ 13:45–46)

ຄຳອຸປະມາເລື່ອງມອງ (ມັດທາຍ 13:47–50)

8. ພຣະບັນຍັດ

ມັດທາຍ 22:37–39 ພຣະເຢຊູກ່າວກັບລາວວ່າ ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ.

ກ່ອນອື່ນ ໃຫ້ພວກເຮົາມາເບິ່ງແຕ່ລະພາກສ່ວນທີ່ແຕກຕ່າງກັນຂອງ “ບົດເທດສະໜາເທິງພູເຂົາ”. ພາກສ່ວນຕ່າງໆເຫຼົ່ານີ້ໄດ້ກ່າວເຖິງຫຍັງ? ມັນສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເນື້ອຫາຂອງພາກສ່ວນຕ່າງໆເຫຼົ່ານີ້ແມ່ນຖືກຍົກສູງຍິ່ງຂຶ້ນ, ເປັນຮູບປະທຳຫຼາຍຂຶ້ນ ແລະ ໃກ້ຊິດກັບຊີວິດຂອງຜູ້ຄົນຫຼາຍກວ່າກົດລະບຽບໃນຍຸກແຫ່ງພຣະບັນຍັດ. ເວົ້າໃນຄຳສັບໃນປັດຈຸບັນກໍຄື ສິ່ງເຫຼົ່ານີ້ກ່ຽວຂ້ອງກັບການປະຕິບັດຕົວຈິງຂອງຜູ້ຄົນຫຼາຍຂຶ້ນ.

ໃຫ້ພວກເຮົາອ່ານກ່ຽວກັບເນື້ອຫາໂດຍສະເພາະດັ່ງຕໍ່ໄປນີ້: ເຈົ້າຄວນເຂົ້າໃຈແນວໃດກ່ຽວກັບຄວາມສຸກອັນແທ້ຈິງ? ເຈົ້າຄວນເຂົ້າໃຈຫຍັງກ່ຽວກັບກົດບັນຍັດ? ຄວາມໃຈຮ້າຍຄວນນິຍາມວ່າແນວໃດ? ຜູ້ຫຼິ້ນຊູ້ຄວນຖືກຈັດການແນວໃດ? ຈະກ່າວເຖິງການຢ່າຮ້າງແນວໃດ ແລະ ມີກົດລະບຽບແບບໃດກ່ຽວກັບສິ່ງນັ້ນ? ຜູ້ໃດສາມາດຢ່າຮ້າງໄດ້ ແລະ ຜູ້ໃດບໍ່ສາມາດຢ່າຮ້າງໄດ້? ກ່ຽວກັບຄຳສາບານ, ການແກ້ແຄ້ນ, ການຮັກສັດຕູຂອງເຈົ້າ ແລະ ການກຸສົນເດ? ແລະ ອື່ນໆອີກ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບທຸກດ້ານຂອງການປະຕິບັດຕໍ່ຄວາມເຊື່ອຂອງມະນຸດໃນພຣະເຈົ້າ ແລະ ການທີ່ພວກເຂົາຕິດຕາມພຣະເຈົ້າ. ການປະຕິບັດບາງຢ່າງກໍຍັງໃຊ້ໄດ້ໃນປັດຈຸບັນ, ເຖິງແມ່ນພວກມັນຕື້ນກວ່າສິ່ງທີ່ຮຽກຮ້ອງຈາກຜູ້ຄົນໃນປັດຈຸບັນ ນັ້ນກໍຄື ຂ້ອນຂ້າງເປັນພື້ນຖານຄວາມຈິງທີ່ຜູ້ຄົນໄດ້ຜະເຊີນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ນັບຕັ້ງແຕ່ເວລາທີ່ພຣະເຢຊູເຈົ້າໄດ້ເລີ່ມຕົ້ນປະຕິບັດພາລະກິດ, ພຣະອົງກໍເລີ່ມປະຕິບັດພາລະກິດໃນຊີວິດ–ອຸປະນິໄສຂອງມະນຸດແລ້ວ, ແຕ່ລັກສະນະເຫຼົ່ານີ້ຂອງພາລະກິດຂອງພຣະອົງແມ່ນອີງບົນພື້ນຖານຂອງກົດບັນຍັດ. ກົດລະບຽບ ແລະ ວິທີການເວົ້າກ່ຽວກັບຫົວຂໍ້ເຫຼົ່ານີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? ແນ່ນອນ ພວກມັນມີແນວກ່ຽວຂ້ອງ! ທຸກກົດລະບຽບ ແລະ ຫຼັກການທີ່ຜ່ານມາ ພ້ອມທັງບົດເທດສະໜາເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ ແມ່ນກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ແນ່ນອນວ່າ ມັນກ່ຽວຂ້ອງກັບຄວາມຈິງ. ບໍ່ວ່າພຣະເຈົ້າຈະສະແດງຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ລັກສະນະຫຍັງເພື່ອສະແດງອອກ ຫຼື ພາສາຫຍັງກໍຕາມ, ສິ່ງຕ່າງໆທີ່ພຣະອົງສະແດງອອກລ້ວນແລ້ວແຕ່ມີພື້ນຖານ, ແຫຼ່ງທີ່ມາ ແລະ ຈຸດເລີ່ມຕົ້ນຂອງພວກມັນໃນຫຼັກການແຫ່ງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ສິ່ງນີ້ເປັນຈິງແທ້. ສະນັ້ນ ເຖິງແມ່ນສິ່ງເຫຼົ່ານີ້ທີ່ພຣະອົງກ່າວ ເບິ່ງຄືຕື້ນໜ້ອຍໜຶ່ງໃນຕອນນີ້, ເຈົ້າກໍຍັງບໍ່ສາມາດເວົ້າໄດ້ວ່າ ສິ່ງນັ້ນບໍ່ແມ່ນຄວາມຈິງ, ເພາະພວກມັນແມ່ນສິ່ງທີ່ຈຳເປັນຫຼາຍສຳລັບຜູ້ຄົນໃນຍຸກແຫ່ງພຣະຄຸນ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ບັນລຸການປ່ຽນແປງໃນຊີວິດ ແລະ ອຸປະນິໄສຂອງພວກເຂົາ. ເຈົ້າສາມາດເວົ້າໄດ້ບໍວ່າ ມີສິ່ງໃດໃນບັນດາຄຳເທດສະໜາເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຄວາມຈິງ? ບໍ່, ເຈົ້າບໍ່ສາມາດເວົ້າໄດ້! ທຸກຄຳເທດສະໜາແມ່ນຄວາມຈິງ ຍ້ອນພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ພຣະເຈົ້າຮຽກຮ້ອງສຳລັບມະນຸດຊາດ; ພວກມັນລ້ວນແລ້ວແຕ່ເປັນຫຼັກການ ແລະ ຂອບເຂດທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ, ມັນສະແດງເຖິງວິທີທີ່ຄົນໆໜຶ່ງຄວນປະພຶດຕົນ ແລະ ມັນເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ອີງຕາມລະດັບການເຕີບໃຫຍ່ໃນຊີວິດຂອງພວກເຂົາໃນເວລານັ້ນ, ສິ່ງເຫຼົ່ານີ້ແມ່ນສິ່ງດຽວທີ່ພວກເຂົາສາມາດຍອມຮັບ ແລະ ເຂົ້າໃຈໄດ້. ຍ້ອນຄວາມຜິດບາບຂອງມະນຸດຊາດຍັງບໍ່ທັນຖືກແກ້ໄຂ, ສິ່ງເຫຼົ່ານີ້ຈຶ່ງເປັນພຽງພຣະທຳທີ່ພຣະເຢຊູເຈົ້າສາມາດກ່າວ ແລະ ພຣະອົງພຽງແຕ່ສາມາດໃຊ້ຄຳສັ່ງສອນທໍາມະດາພາຍໃນຂອບເຂດນີ້ເທົ່ານັ້ນເພື່ອບອກແກ່ຜູ້ຄົນວ່າ ພວກເຂົາຄວນປະພຶດແນວໃດໃນເວລານັ້ນ, ພວກເຂົາຄວນເຮັດແນວໃດ, ພວກເຂົາຄວນເຮັດສິ່ງຕ່າງໆພາຍໃນຫຼັກການ ແລະ ຂອບເຂດຫຍັງ ແລະ ພວກເຂົາຄວນເຊື່ອໃນພຣະເຈົ້າ ແລະ ບັນລຸເງື່ອນໄຂຂອງພຣະອົງແນວໃດ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມວຸດທິພາວະຂອງມະນຸດຊາດໃນເວລານັ້ນ. ມັນບໍ່ໄດ້ງ່າຍສຳລັບຜູ້ຄົນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ກົດບັນຍັດທີ່ຈະຍອມຮັບເອົາຄຳສັ່ງສອນເຫຼົ່ານີ້, ສະນັ້ນ ສິ່ງທີ່ພຣະເຢຊູເຈົ້າສັ່ງສອນຈຶ່ງຕ້ອງຢູ່ພາຍໃນຂອບເຂດນີ້.

ຕໍ່ໄປ, ໃຫ້ພວກເຮົາເບິ່ງເນື້ອຫາຕ່າງໆຂອງ “ຄຳອຸປະມາຂອງພຣະເຢຊູເຈົ້າ”.

ຢ່າງທຳອິດແມ່ນຄຳອຸປະມາເລື່ອງຜູ້ຫວ່ານ. ນີ້ຄືຄຳອຸປະມາທີ່ໜ້າສົນໃຈຫຼາຍ; ການຫວ່ານເມັດພືດເປັນເຫດການທີ່ປົກກະຕິໃນຊີວິດຂອງຜູ້ຄົນ. ຢ່າງທີສອງແມ່ນຄຳອຸປະມາເລື່ອງເຂົ້ານົກ. ຜູ້ໃດກໍຕາມທີ່ປູກເຂົ້າ ແລະ ແນ່ນອນຜູ້ໃຫຍ່ທຸກຄົນ ກໍຈະຮູ້ຈັກວ່າ “ເຂົ້ານົກ” ແມ່ນຫຍັງ. ຢ່າງທີສາມແມ່ນຄຳອຸປະມາເລື່ອງເມັດຜັກກາດ. ພວກເຈົ້າທຸກຄົນຮູ້ຈັກວ່າ ເມັດຜັກກາດແມ່ນຫຍັງ, ແມ່ນບໍ? ຖ້າເຈົ້າບໍ່ຮູ້, ເຈົ້າສາມາດເບິ່ງໃນພຣະຄຳພີໄດ້. ຢ່າງທີສີ່ແມ່ນຄຳອຸປະມາເລື່ອງເຊື້ອແປ້ງ. ບັດນີ້, ຄົນສ່ວນໃຫຍ່ຮູ້ຈັກວ່າ ເຊື້ອແປ້ງແມ່ນຖືກໃຊ້ສຳລັບການໝັກແປ້ງ ແລະ ມັນແມ່ນສິ່ງທີ່ຜູ້ຄົນໃຊ້ໃນຊີວິດປະຈຳວັນຂອງພວກເຂົາ. ຄຳອຸປະມາເພີ່ມເຕີມ ລວມເຖິງຢ່າງທີຫົກ, ຄຳອຸປະມາເລື່ອງຊັບສົມບັດ; ຢ່າງທີເຈັດ, ຄຳອຸປະມາເລື່ອງໄຂ່ມຸກ; ແລະ ຢ່າງທີແປດ, ຄຳອຸປະມາເລື່ອງມອງ ແມ່ນລ້ວນແລ້ວແຕ່ຖືກຖອດຖອນ ແລະ ອີງຕາມຊີວິດທີ່ເປັນຈິງຂອງຜູ້ຄົນ. ຄຳອຸປະມາເຫຼົ່ານີ້ບັນຍາຍເຖິງຮູບພາບແບບໃດ? ມັນບັນຍາຍເຖິງຮູບພາບຂອງການເປັນບຸກຄົນທຳມະດາຂອງພຣະເຈົ້າ ແລະ ເຖິງການດຳລົງຊີວິດຢູ່ຄຽງຂ້າງມະນຸດຊາດ, ພຣະອົງໃຊ້ພາສາຊີວິດ, ພາສາມະນຸດ, ສື່ສານກັບມະນຸດ ແລະ ສະໜອງໃຫ້ແກ່ພວກເຂົາດ້ວຍສິ່ງທີ່ພວກເຂົາຕ້ອງການ. ເມື່ອພຣະເຈົ້າກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດເປັນເວລາດົນນານ, ຫຼັງຈາກທີ່ພຣະອົງໄດ້ຜະເຊີນ ແລະ ເປັນພະຍານເຖິງວິຖີຊີວິດອັນຫຼາກຫຼາຍຂອງຜູ້ຄົນ, ປະສົບການເຫຼົ່ານີ້ໄດ້ກາຍມາເປັນເຄື່ອງມືໃນການສັ່ງສອນຂອງພຣະອົງ ເຊິ່ງໂດຍສິ່ງນີ້ ພຣະອົງໄດ້ປ່ຽນແປງພາສາອັນສັກສິດຂອງພຣະອົງໃຫ້ກາຍເປັນພາສາມະນຸດ. ແນ່ນອນ ສິ່ງເຫຼົ່ານີ້ທີ່ພຣະອົງເຫັນ ແລະ ໄດ້ຍິນໃນຊີວິດຍັງເພີ່ມພູນປະສົບການມະນຸດໃຫ້ແກ່ບຸດມະນຸດ. ເມື່ອພຣະອົງຕ້ອງການໃຫ້ຜູ້ຄົນເຂົ້າໃຈຄວາມຈິງບາງຢ່າງ, ເຂົ້າໃຈຄວາມປະສົງບາງຢ່າງຂອງພຣະເຈົ້າ, ແລ້ວພຣະອົງກໍໃຊ້ຄຳອຸປະມາທີ່ຄ້າຍຄືກັບຢູ່ຂ້າງເທິງເພື່ອບອກແກ່ຜູ້ຄົນກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ. ຄຳອຸປະມາເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວພັນກັບຊີວິດຂອງຜູ້ຄົນ; ບໍ່ມີຄຳອຸປະມາໃດແມ່ນແຕ່ຄໍາດຽວທີ່ບໍ່ກ່ຽວຂ້ອງຫຍັງກັບຊີວິດຂອງມະນຸດເລີຍ. ເມື່ອພຣະເຢຊູເຈົ້າດຳລົງຊີວິດກັບມະນຸດຊາດ, ພຣະອົງກໍເຫັນຊາວນາກຳລັງດູແລໄຮ່ນາຂອງພວກເຂົາ ແລະ ພຣະອົງກໍຮູ້ວ່າ ເຂົ້ານົກແມ່ນຫຍັງ ແລະ ເຊື້ອແປ້ງແມ່ນຫຍັງ; ພຣະອົງເຂົ້າໃຈວ່າ ມະນຸດຮັກຊັບສົມບັດ, ສະນັ້ນ ພຣະອົງຈຶ່ງໃຊ້ການປຽບທຽບທັງຊັບສົມບັດ ແລະ ໄຂ່ມຸກ. ໃນຊີວິດ, ພຣະອົງເຫັນຊາວປະມົງຫວ່ານມອງຂອງພວກເຂົາຢູ່ເລື້ອຍໆ; ພຣະເຢຊູເຈົ້າເຫັນສິ່ງນີ້ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບຊີວິດມະນຸດ ແລະ ພຣະອົງຍັງໄດ້ຜະເຊີນກັບຊີວິດແບບນັ້ນ. ເຊັ່ນດຽວກັນກັບມະນຸດປົກກະຕິຄົນອື່ນໆ, ພຣະອົງໄດ້ຜະເຊີນກັບກິດຈະກໍາປະຈຳວັນຂອງມະນຸດ ແລະ ການທີ່ພວກເຂົາກິນເຂົ້າສາມຄາບຕໍ່ມື້. ພຣະອົງໄດ້ຜະເຊີນກັບຊີວິດຂອງຄົນທຳມະດາເປັນການສ່ວນຕົວ ແລະ ໄດ້ສັງເກດຊີວິດຂອງຄົນອື່ນໆ. ເມື່ອພຣະອົງສັງເກດ ແລະ ພົບພໍ້ທຸກສິ່ງນີ້ເປັນການສ່ວນຕົວ, ສິ່ງທີ່ພຣະອົງຄິດບໍ່ແມ່ນວິທີທີ່ຈະມີຊີວິດທີ່ດີ ຫຼື ວິທີທີ່ພຣະອົງຈະສາມາດດຳລົງຊີວິດໄດ້ຢ່າງເປັນອິດສະຫຼະ ແລະ ສະດວກສະບາຍ. ກົງກັນຂ້າມ, ຈາກປະສົບການຂອງພຣະອົງກັບຊີວິດມະນຸດທີ່ແທ້ຈິງ, ພຣະເຢຊູເຈົ້າໄດ້ເຫັນເຖິງຄວາມລໍາບາກທີ່ຢູ່ໃນຊີວິດຂອງຜູ້ຄົນ. ພຣະອົງໄດ້ເຫັນຄວາມລໍາບາກ, ຄວາມເຄາະຮ້າຍ ແລະ ຄວາມໂສກເສົ້າຂອງຜູ້ຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ດຳລົງຊີວິດແຫ່ງຄວາມຜິດບາບພາຍໃຕ້ຄວາມເສື່ອມຊາມຂອງຊາຕານ. ໃນຂະນະທີ່ພຣະອົງກຳລັງຜະເຊີນກັບຊີວິດມະນຸດເປັນການສ່ວນຕົວນັ້ນ, ພຣະອົງຍັງໄດ້ພົບວ່າ ຜູ້ຄົນທີ່ດຳລົງຊີວິດຢູ່ທ່າມກາງຄວາມເສື່ອມຊາມນັ້ນສິ້ນຫວັງສໍ່າໃດ ແລະ ພຣະອົງໄດ້ເຫັນ ແລະ ໄດ້ພົບພໍ້ກັບສະພາບການທີ່ລຳເຄັນຂອງມະນຸດທີ່ດຳລົງຊີວິດໃນຄວາມຜິດບາບ ຜູ້ທີ່ໄດ້ສູນເສຍທິດທາງທັງໝົດທ່າມກາງຄວາມທໍລະມານຈາກຊາຕານ ແລະ ໂດຍສິ່ງຊົ່ວຮ້າຍ. ເມື່ອພຣະເຢຊູເຈົ້າໄດ້ເຫັນສິ່ງເຫຼົ່ານີ້, ພຣະອົງເຫັນພວກມັນດ້ວຍຄວາມເປັນພຣະເຈົ້າຂອງພຣະອົງ ຫຼື ຄວາມເປັນມະນຸດຂອງພຣະອົງ? ຄວາມເປັນມະນຸດຂອງພຣະອົງມີຢູ່ຈິງ ແລະ ມີຊີວິດຊີວາຫຼາຍ; ພຣະອົງສາມາດຜະເຊີນ ແລະ ເຫັນທຸກສິ່ງນີ້. ແຕ່ແນ່ນອນ ພຣະອົງຍັງໄດ້ເຫັນສິ່ງເຫຼົ່ານີ້ໃນແກ່ນແທ້ຂອງພຣະອົງ ເຊິ່ງຄວາມເປັນພຣະເຈົ້າຂອງພຣະອົງ. ນັ້ນກໍຄື ພຣະຄຣິດເອງ, ພຣະເຢຊູເຈົ້າຜູ້ທີ່ເປັນມະນຸດ ໄດ້ເຫັນສິ່ງນີ້ ແລະ ທຸກສິ່ງທີ່ພຣະອົງເຫັນ ເຮັດໃຫ້ພຣະອົງຮູ້ສຶກເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງພາລະກິດທີ່ພຣະອົງໄດ້ປະຕິບັດໃນລະຫວ່າງເວລານີ້ ທີ່ພຣະອົງດຳລົງຊີວິດໃນເນື້ອໜັງ. ເຖິງແມ່ນພຣະອົງເອງຮູ້ວ່າ ຄວາມຮັບຜິດຊອບທີ່ພຣະອົງຈຳເປັນຕ້ອງຮັບເອົາໃນເນື້ອໜັງນັ້ນໃຫຍ່ຫຼວງຫຼາຍ ແລະ ພຣະອົງຮູ້ວ່າຄວາມເຈັບປວດທີ່ພຣະອົງຈະພົບພໍ້ນັ້ນຮຸນແຮງສໍ່າໃດ, ເມື່ອພຣະອົງເຫັນມະນຸດຊາດຢູ່ໃນຄວາມຜິດບາບຢ່າງສິ້ນຫວັງ, ເມື່ອພຣະອົງເຫັນຄວາມເຄາະຮ້າຍຂອງຊີວິດຂອງພວກເຂົາ ແລະ ຄວາມດີ້ນຮົນຢ່າງອ່ອນແຮງຂອງພວກເຂົາພາຍໃຕ້ກົດບັນຍັດ, ພຣະອົງກໍຍິ່ງຮູ້ສຶກເສຍໃຈຫຼາຍຍິ່ງຂຶ້ນເລື້ອຍໆ ແລະ ຍິ່ງກະວົນກະວາຍໃຈຫຼາຍຂຶ້ນເລື້ອຍໆທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ. ບໍ່ວ່າພຣະອົງຈະຜະເຊີນກັບຄວາມຫຍຸ້ງຍາກຢ່າງໃດກໍຕາມ ຫຼື ພຣະອົງຈະທົນທຸກກັບຄວາມເຈັບປວດຢ່າງໃດກໍຕາມ, ພຣະອົງຍິ່ງຕັ້ງໃຈໄຖ່ມະນຸດຊາດ ຜູ້ທີ່ດຳລົງຊີວິດໃນຄວາມຜິດບາບຫຼາຍຂຶ້ນເລື້ອຍໆ. ໃນລະຫວ່າງການກະທໍານີ້, ເຈົ້າສາມາດເວົ້າໄດ້ວ່າ ພຣະເຢຊູເຈົ້າເລີ່ມເຂົ້າໃຈຢ່າງຊັດເຈນຫຼາຍຂຶ້ນກ່ຽວກັບພາລະກິດທີ່ພຣະອົງຕ້ອງການປະຕິບັດ ແລະ ສິ່ງທີ່ພຣະອົງໄດ້ຖືກຝາກຝັງໄວ້. ພຣະອົງຍິ່ງຮ້ອນຮົນຫຼາຍຂຶ້ນທີ່ຈະສຳເລັດພາລະກິດທີ່ພຣະອົງຕ້ອງປະຕິບັດ, ຮັບເອົາຄວາມຜິດບາບທັງໝົດຂອງມະນຸດຊາດ, ໄຖ່ບາບສຳລັບມະນຸດຊາດ ເພື່ອວ່າພວກເຂົາຈະບໍ່ດຳລົງຊີວິດຢູ່ໃນຄວາມຜິດບາບອີກຕໍ່ໄປ ແລະ ໃນເວລາດຽວກັນ ພຣະເຈົ້າຈະບໍ່ສາມາດອະໄພຄວາມຜິດບາບຂອງມະນຸດ ຍ້ອນການຖວາຍບູຊາແທນຄວາມຜິດບາບ, ປ່ອຍໃຫ້ພຣະອົງສືບຕໍ່ສົ່ງເສີມພາລະກິດຂອງພຣະອົງໃນການຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ມັນສາມາດເວົ້າໄດ້ວ່າ ໃນຫົວໃຈຂອງພຣະເຢຊູເຈົ້າ, ພຣະອົງເຕັມໃຈທີ່ຈະຖວາຍພຣະອົງເອງໃຫ້ແກ່ມະນຸດຊາດ, ທີ່ຈະເສຍສະຫຼະພຣະອົງເອງ. ພຣະອົງຍັງເຕັມໃຈທີ່ຈະເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ, ຖືກຄຶງໃສ່ໄມ້ກາງແຂນ ແລະ ແນ່ນອນ ພຣະອົງຍັງຮ້ອນຮົນທີ່ຈະສຳເລັດພາລະກິດນີ້. ເມື່ອພຣະອົງເຫັນສະພາບການທີ່ລຳບາກຂອງຊີວິດມະນຸດ, ພຣະອົງຍິ່ງຕ້ອງການບັນລຸພາລະກິດຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້ ໂດຍບໍ່ມີການຊັກຊ້າແມ່ນແຕ່ນາທີດຽວ ຫຼື ແມ່ນແຕ່ວິນາທີດຽວ. ເມື່ອຮູ້ສຶກເຖິງຄວາມຮີບດ່ວນດັ່ງກ່າວ, ພຣະອົງກໍບໍ່ໄດ້ຄໍານຶງເຖິງວ່າ ຄວາມເຈັບປວດຂອງພຣະອົງເອງຈະຍິ່ງໃຫຍ່ສໍ່າໃດ ຫຼື ພຣະອົງບໍ່ໄດ້ມີຄວາມຫວາດຫວັ່ນເລີຍວ່າ ພຣະອົງຈະຕ້ອງອົດທົນກັບຄວາມອັບອາຍຫຼາຍສໍ່າໃດ. ພຣະອົງມີພຽງຄວາມເຊື່ອໝັ້ນດຽວໃນຫົວໃຈຂອງພຣະອົງ: ຕາບໃດທີ່ພຣະອົງຖວາຍຕົນເອງ, ຕາບໃດທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ, ແລ້ວຄວາມປະສົງຂອງພຣະເຈົ້າກໍຈະຖືກປະຕິບັດ ແລະ ພຣະເຈົ້າກໍຈະສາມາດເລີ່ມຕົ້ນພາລະກິດໃໝ່ໄດ້. ຊີວິດຂອງມະນຸດຊາດ ແລະ ສະພາວະການເປັນຢູ່ຂອງພວກເຂົາໃນຄວາມຜິດບາບນັ້ນຈະຖືກປ່ຽນແປງໂດຍສິ້ນເຊີງ. ຄວາມເຊື່ອໝັ້ນຂອງພຣະອົງ ແລະ ສິ່ງທີ່ພຣະອົງຕັ້ງໃຈຈະເຮັດແມ່ນກ່ຽວຂ້ອງກັບການຊ່ວຍມະນຸດໃຫ້ລອດພົ້ນ ແລະ ພຣະອົງມີພຽງຈຸດປະສົງດຽວ ນັ້ນກໍຄື ການປະຕິບັດຄວາມປະສົງຂອງພຣະເຈົ້າ ເພື່ອວ່າພຣະເຈົ້າຈະສາມາດເລີ່ມຕົ້ນຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງໄດ້ຢ່າງສຳເລັດ. ນີ້ແມ່ນສິ່ງທີ່ຢູ່ໃນຄວາມຄິດຂອງພຣະເຢຊູເຈົ້າໃນເວລານັ້ນ.

ເມື່ອດຳລົງຊີວິດໃນເນື້ອໜັງ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍມີຄວາມເປັນມະນຸດປົກກະຕິ; ພຣະອົງມີຄວາມຮູ້ສຶກ ແລະ ເຫດຜົນຂອງບຸກຄົນປົກກະຕິ. ພຣະອົງຮູ້ວ່າຄວາມສຸກແມ່ນຫຍັງ, ຄວາມເຈັບປວດແມ່ນຫຍັງ ແລະ ເມື່ອພຣະອົງເຫັນມະນຸດຊາດດຳລົງຊີວິດແບບນີ້, ພຣະອົງກໍຮູ້ສຶກຢ່າງເລິກເຊິ່ງວ່າ ພຽງແຕ່ການມອບຄຳສັ່ງສອນບາງຢ່າງໃຫ້ຜູ້ຄົນ, ການສະໜອງພວກເຂົາດ້ວຍບາງສິ່ງ ຫຼື ການສັ່ງສອນພວກເຂົາກ່ຽວກັບບາງສິ່ງ ແມ່ນບໍ່ພຽງພໍທີ່ຈະນໍາພາພວກເຂົາອອກຈາກຄວາມຜິດບາບໄດ້. ການເຮັດໃຫ້ພວກເຂົາເຊື່ອຟັງພຣະບັນຍັດກໍບໍ່ສາມາດໄຖ່ພວກເຂົາຈາກຄວາມຜິດບາບເຊັ່ນກັນ, ມີພຽງແຕ່ເມື່ອພຣະອົງຮັບເອົາຄວາມຜິດບາບຂອງມະນຸດຊາດ ແລະ ມີລັກສະນະຂອງເນື້ອໜັງທີ່ຜິດບາບ ພຣະອົງຈຶ່ງສາມາດໄດ້ຮັບອິດສະຫຼະຂອງມະນຸດຊາດ ແລະ ການອະໄພຂອງພຣະເຈົ້າສຳລັບມະນຸດຊາດເປັນການແລກປ່ຽນ. ສະນັ້ນ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຜະເຊີນ ແລະ ເປັນພະຍານເຖິງຊີວິດຂອງຜູ້ຄົນທີ່ຢູ່ໃນຄວາມຜິດບາບ, ຄວາມປາຖະນາອັນແຮງກ້າກໍຖືກສະແດງອອກໃນຫົວໃຈຂອງພຣະອົງ ນັ້ນກໍຄື ການເຮັດໃຫ້ມະນຸດໄດ້ປົດປ່ອຍຕົນເອງຈາກຊີວິດທີ່ດີ້ນຮົນຢູ່ໃນຄວາມຜິດບາບຂອງພວກເຂົາ. ຄວາມປາຖະໜານີ້ເຮັດໃຫ້ພຣະອົງຍິ່ງຮູ້ສຶກວ່າ ພຣະອົງຕ້ອງໄປທີ່ໄມ້ກາງແຂນ ແລະ ຮັບເອົາຄວາມຜິດບາບຂອງມະນຸດຊາດທັນທີ ແລະ ໃຫ້ໄວເທົ່າທີ່ເປັນໄປໄດ້. ສິ່ງເຫຼົ່ານີ້ແມ່ນຄວາມຄິດຂອງພຣະເຢຊູເຈົ້າໃນເວລານັ້ນ, ຫຼັງຈາກທີ່ພຣະອົງໄດ້ດຳລົງຊີວິດກັບຜູ້ຄົນ ແລະ ໄດ້ເຫັນ, ໄດ້ຍິນ ແລະ ໄດ້ຮູ້ສຶກເຖິງຄວາມລຳເຄັນຂອງຊີວິດຂອງພວກເຂົາທີ່ຢູ່ໃນຄວາມຜິດບາບ. ການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດມີຄວາມປະສົງແບບນີ້ສຳລັບມະນຸດຊາດ, ການທີ່ພຣະອົງສາມາດສະແດງອອກ ແລະ ເປີດເຜີຍອຸປະນິໄສແບບນີ້, ນີ້ແມ່ນສິ່ງທີ່ຄົນທຳມະດາສາມາດເຮັດໄດ້ບໍ? ຄົນທຳມະດາຈະເຫັນຫຍັງ ໂດຍການດຳລົງຊີວິດຢູ່ໃນສະພາບແວດລ້ອມແບບນີ້? ພວກເຂົາຈະຄິດແນວໃດ? ຖ້າຄົນທຳມະດາພົບພໍ້ກັບທຸກສິ່ງນີ້, ພວກເຂົາຈະເບິ່ງບັນຫາຈາກທັດສະນະທີ່ສູງສົ່ງບໍ? ບໍ່ແມ່ນຢ່າງແນ່ນອນ! ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ. ພວກເຈົ້າເຫັນການສະແດງອອກ ແລະ ການເປີດເຜີຍຂອງພຣະເຈົ້າທີ່ຢູ່ໃນພຣະເຢຊູເຈົ້າບໍ? ເຈົ້າສາມາດເວົ້າໄດ້ວ່າ ສິ່ງທີ່ພຣະເຢຊູເຈົ້າເຮັດ ແລະ ກ່າວແມ່ນກ່ຽວຂ້ອງກັບພັນທະກິດຂອງພຣະອົງ ແລະ ພາລະກິດການຄຸ້ມຄອງຂອງພຣະເຈົ້າເອງ, ມັນລ້ວນແລ້ວແຕ່ເປັນການສະແດງອອກ ແລະ ການເປີດເຜີຍເຖິງແກ່ນແທ້ຂອງພຣະເຈົ້າ. ເຖິງແມ່ນພຣະອົງມີການສະແດງອອກຂອງມະນຸດ, ແກ່ນແທ້ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ການເປີດເຜີຍຂອງຄວາມເປັນພຣະເຈົ້າຂອງພຣະອົງແມ່ນບໍ່ສາມາດຖືກປະຕິເສດໄດ້. ການສະແດງອອກແບບມະນຸດນີ້ແມ່ນການສະແດງອອກຂອງຄວາມເປັນມະນຸດແທ້ໆບໍ? ດ້ວຍແກ່ນແທ້ຂອງມັນ ການສະແດງອອກແບບມະນຸດຂອງພຣະອົງແມ່ນແຕກຕ່າງຈາກການສະແດງອອກແບບມະນຸດຂອງຜູ້ຄົນທີ່ເສື່ອມຊາມຢ່າງສິ້ນເຊີງ. ພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ຖ້າພຣະອົງເປັນໜຶ່ງໃນຜູ້ຄົນທຳມະດາ ແລະ ເສື່ອມຊາມແທ້ໆ, ພຣະອົງຈະສາມາດໄດ້ເຫັນຊີວິດຂອງມະນຸດຊາດໃນຄວາມຜິດບາບຈາກທັດສະນະຄວາມເປັນພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ! ນີ້ແມ່ນຄວາມແຕກຕ່າງລະຫວ່າງບຸດມະນຸດ ແລະ ຄົນທຳມະດາ. ຜູ້ຄົນທີ່ເສື່ອມຊາມລ້ວນແລ້ວແຕ່ດຳລົງຊີວິດໃນຄວາມຜິດບາບ ແລະ ເມື່ອຄົນໃດໜຶ່ງເບິ່ງຄວາມຜິດບາບ, ພວກເຂົາບໍ່ມີຄວາມຮູ້ສຶກໃດໜຶ່ງກ່ຽວກັບສິ່ງນັ້ນ; ພວກເຂົາເປັນຄືກັນໝົດ, ຄືກັບໝູທີ່ຢູ່ໃນຂີ້ຕົມ ໂດຍບໍ່ຮູ້ສຶກອຶດອັດ ຫຼື ຮູ້ສຶກເຖິງຄວາມສົກກະປົກເລີຍ, ໃນທາງກົງກັນຂ້າມ ມັນກິນດີ ແລະ ນອນຫຼັບສະນິດ. ຖ້າຜູ້ໃດຜູ້ໜຶ່ງອະນາໄມຄອກໝູ, ໝູກໍຈະຮູ້ສຶກປ່ວຍທັນທີ ແລະ ມັນຈະບໍ່ຢູ່ແບບສະອາດ. ອີກບໍ່ດົນ, ມັນກໍຈະເກືອກຂີ້ຕົມອີກຢ່າງສະບາຍແທ້ໆ, ຍ້ອນມັນເປັນສັດທີ່ສົກກະປົກ. ມະນຸດເຫັນວ່າໝູສົກກະປົກ, ແຕ່ຖ້າເຈົ້າອະນາໄມຄອກຂອງໝູ, ມັນກໍຈະບໍ່ຮູ້ສຶກດີຂຶ້ນເລີຍ, ນີ້ຄືເຫດຜົນທີ່ບໍ່ມີຜູ້ໃດເກັບໝູໄວ້ໃນເຮືອນຂອງພວກເຂົາ. ວິທີທີ່ມະນຸດເຫັນໝູຈະແຕກຕ່າງຈາກວິທີທີ່ໝູຮູ້ສຶກກ່ຽວກັບຕົນເອງ, ຍ້ອນມະນຸດ ແລະ ໝູບໍ່ແມ່ນປະເພດດຽວກັນ. ແລ້ວຍ້ອນບຸດມະນຸດທີ່ບັງເກີດເປັນມະນຸດບໍ່ແມ່ນປະເພດດຽວກັບມະນຸດທີ່ເສື່ອມຊາມ, ມີພຽງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຢືນໃນທັດສະນະຄວາມເປັນພຣະເຈົ້າໄດ້, ສາມາດຢືນຢູ່ໃນລະດັບຂອງພຣະເຈົ້າ, ຈາກບ່ອນທີ່ພຣະອົງເຫັນມະນຸດຊາດ ແລະ ທຸກສິ່ງ.

ແມ່ນຫຍັງຄືການທົນທຸກທີ່ພຣະເຈົ້າໄດ້ຜະເຊີນເມື່ອພຣະອົງກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດ? ແມ່ນຫຍັງຄືການທົນທຸກນີ້? ມີຜູ້ໃດເຂົ້າໃຈຢ່າງແທ້ຈິງບໍ? ບາງຄົນເວົ້າວ່າ ພຣະເຈົ້າທົນທຸກຢ່າງໃຫຍ່ຫຼວງ, ເຖິງແມ່ນພຣະອົງເປັນພຣະເຈົ້າເອງ, ຜູ້ຄົນກໍບໍ່ເຂົ້າໃຈເຖິງແກ່ນແທ້ຂອງພຣະອົງ, ແຕ່ມັກຈະປະຕິບັດຕໍ່ພຣະອົງຄືກັບບຸກຄົນໃດໜຶ່ງ, ເຮັດໃຫ້ພຣະອົງຮູ້ສຶກເສົ້າເສຍໃຈ ແລະ ຜິດ, ພວກເຂົາເວົ້າວ່າວ່າ ຍ້ອນເຫດຜົນເຫຼົ່ານີ້ ການທົນທຸກຂອງພຣະເຈົ້າຈຶ່ງຍິ່ງໃຫຍ່ຢ່າງແທ້ຈິງ. ບາງຄົນເວົ້າວ່າ ພຣະເຈົ້າໄຮ້ດຽງສາ ແລະ ປາສະຈາກຄວາມຜິດບາບ, ແຕ່ວ່າພຣະອົງໄດ້ທົນທຸກໃນທາງດຽວກັນກັບມະນຸດຊາດ, ພຣະອົງທົນທຸກກັບການຂົ່ມເຫັງ, ການໃສ່ຮ້າຍປ້າຍສີ ແລະ ຄວາມອັບອາຍຄຽງຂ້າງມະນຸດຊາດ; ພວກເຂົາເວົ້າວ່າ ພຣະອົງຍັງອົດກັ້ນຕໍ່ການເຂົ້າໃຈຜິດ ແລະ ການບໍ່ເຊື່ອຟັງຂອງຜູ້ຕິດຕາມຂອງພຣະອົງອີກ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າ ການທົນທຸກຂອງພຣະອົງແມ່ນບໍ່ສາມາດວັດແທກໄດ້ແທ້ໆ. ມັນເບິ່ງຄືກັບວ່າພວກເຈົ້າບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງເລີຍ. ໃນຄວາມເປັນຈິງແລ້ວ, ການທົນທຸກນີ້ທີ່ພວກເຈົ້າເວົ້າເຖິງບໍ່ນັບວ່າເປັນການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າ, ຍ້ອນມີການທົນທຸກທີ່ຍິ່ງໃຫຍ່ກວ່ານີ້. ແລ້ວແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າເອງ? ແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ມະນຸດຊາດທີ່ບໍ່ເຂົ້າໃຈພຣະອົງແມ່ນບໍ່ນັບວ່າເປັນການທົນທຸກ ແລະ ຜູ້ຄົນທີ່ມີຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ບໍ່ເຫັນວ່າພຣະອົງເປັນພຣະເຈົ້າກໍບໍ່ຖືວ່າເປັນການທົນທຸກ. ເຖິງຢ່າງໃດກໍຕາມ, ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າຕ້ອງທົນທຸກກັບຄວາມບໍ່ຍຸຕິທຳຢ່າງໃຫຍ່ຫຼວງ, ໃນລະຫວ່າງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ພຣະອົງບໍ່ສາມາດສະແດງຕົວຕົນຂອງພຣະອົງໃຫ້ແກ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພຣະເຈົ້າລີ້ຢູ່ຢ່າງຖ່ອມຕົນໃນເນື້ອໜັງທີ່ເລັກນ້ອຍ, ສິ່ງນີ້ຕ້ອງເປັນການທໍລະມານຢ່າງໃຫຍ່ຫຼວງສຳລັບພຣະອົງ. ຜູ້ຄົນເອົາໃຈໃສ່ໃນສິ່ງທີ່ພວກເຂົາສາມາດເຂົ້າໃຈ ແລະ ສິ່ງທີ່ພວກເຂົາສາມາດເຫັນຈາກການທົນທຸກຂອງພຣະເຈົ້າ ແລະ ຖ່າຍທອດຄວາມເຫັນອົກເຫັນໃຈທຸກປະເພດຕໍ່ພຣະເຈົ້າ ແລະ ເຖິງກັບໃຫ້ຄຳຍົກຍ້ອງເລັກໆນ້ອຍໆສຳລັບການທົນທຸກຂອງພຣະອົງຢູ່ເລື້ອຍໆ. ໃນຄວາມເປັນຈິງແລ້ວ ມັນມີຄວາມແຕກຕ່າງກັນ; ມີຊ່ອງວ່າງລະຫວ່າງສິ່ງທີ່ຜູ້ຄົນເຂົ້າໃຈກ່ຽວກັບການທົນທຸກຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮູ້ສຶກຢ່າງແທ້ຈິງ. ເຮົາກຳລັງບອກພວກເຈົ້າຄວາມຈິງ, ຍ້ອນສຳລັບພຣະເຈົ້າແລ້ວ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ການທົນທຸກທີ່ໄດ້ບັນຍາຍຢູ່ຂ້າງເທິງບໍ່ແມ່ນການທົນທຸກທີ່ແທ້ຈິງ. ແລ້ວແມ່ນຫຍັງຄືສິ່ງທີ່ພຣະເຈົ້າທົນທຸກຢ່າງແທ້ຈິງ? ໃຫ້ພວກເຮົາເວົ້າກ່ຽວກັບການທົນທຸກຂອງພຣະເຈົ້າ ຈາກທັດສະນະຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ.

ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ກາຍມາເປັນຄົນທຳມະດາ ແລະ ດຳລົງຊີວິດຢູ່ຄຽງຂ້າງຜູ້ຄົນໃນທ່າມກາງມະນຸດຊາດ, ພຣະອົງບໍ່ສາມາດເຫັນ ແລະ ຮູ້ສຶກເຖິງວິທີການ, ກົດເກນ ແລະ ປັດສະຢາສຳລັບການດຳລົງຊີວິດຂອງຜູ້ຄົນບໍ? ວິທີການ ແລະ ກົດເກນເຫຼົ່ານີ້ສຳລັບການດຳລົງຊີວິດເຮັດໃຫ້ພຣະອົງຮູ້ສຶກແນວໃດ? ພຣະອົງຮູ້ສຶກເຖິງຄວາມກຽດຊັງໃນຫົວໃຈຂອງພຣະອົງບໍ? ເປັນຫຍັງພຣະອົງຈຶ່ງຮູ້ສຶກເຖິງຄວາມກຽດຊັງ? ແມ່ນຫຍັງຄືວິທີການ ແລະ ກົດເກນສຳລັບການດຳລົງຊີວິດຂອງມະນຸດຊາດ? ແມ່ນຫຍັງຄືຫຼັກການທີ່ພວກເຂົາຍຶດຖື? ພວກເຂົາອີງໃສ່ບົນພື້ນຖານຫຍັງ? ວິທີການ, ກົດເກນຂອງມະນຸດ ແລະ ອື່ນໆອີກ ທີ່ກ່ຽວຂ້ອງກັບວິທີການດຳລົງຊີວິດ, ທຸກສິ່ງເຫຼົ່ານີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຂອງເຫດຜົນ, ຄວາມຮູ້ ແລະ ປັດຊະຢາຂອງຊາຕານ. ມະນຸດທີ່ດຳລົງຊີວິດພາຍໃຕ້ກົດເກນປະເພດເຫຼົ່ານີ້ບໍ່ມີຄວາມເປັນມະນຸດ, ບໍ່ມີຄວາມຈິງ, ພວກເຂົາລ້ວນແລ້ວແຕ່ຝ່າຝືນຄວາມຈິງ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ຖ້າພວກເຮົາເບິ່ງແກ່ນແທ້ຂອງພຣະເຈົ້າ, ພວກເຮົາກໍຈະເຫັນໄດ້ວ່າ ແກ່ນແທ້ຂອງພຣະອົງແມ່ນກົງກັນຂ້າມກັບເຫດຜົນ, ຄວາມຮູ້ ແລະ ປັດຊະຢາຂອງຊາຕານທັງໝົດ. ແກ່ນແທ້ຂອງພຣະອົງແມ່ນເຕັມໄປດ້ວຍຄວາມຊອບທຳ, ຄວາມຈິງ ແລະ ຄວາມບໍລິສຸດ ແລະ ຄວາມເປັນຈິງອື່ນໆທີ່ກ່ຽວຂ້ອງກັບທຸກສິ່ງທີ່ເປັນບວກ. ພຣະເຈົ້າຜູ້ທີ່ມີແກ່ນແທ້ນີ້ ແລະ ດຳລົງຊີວິດທ່າມກາງມະນຸດຊາດດັ່ງກ່າວ ຮູ້ສຶກແນວໃດ? ພຣະອົງຮູ້ສຶກແນວໃດໃນຫົວໃຈຂອງພຣະອົງ? ພຣະອົງບໍ່ໄດ້ເຕັມໄປດ້ວຍຄວາມເຈັບປວດບໍ? ຫົວໃຈຂອງພຣະອົງເຈັບປວດ, ເປັນຄວາມເຈັບປວດທີ່ບໍ່ມີຜູ້ໃດສາມາດເຂົ້າໃຈ ຫຼື ເຄີຍພົບພໍ້. ນີ້ກໍຍ້ອນທຸກສິ່ງທີ່ພຣະອົງໄດ້ພົບ, ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບລ້ວນແລ້ວແຕ່ເປັນຄວາມເສື່ອມຊາມ, ຄວາມຊົ່ວຮ້າຍຂອງມະນຸດຊາດ ແລະ ຄວາມກະບົດຂອງພວກເຂົາ ແລະ ການຕໍ່ຕ້ານຄວາມຈິງ. ທຸກສິ່ງທີ່ມາຈາກມະນຸດແມ່ນແຫຼ່ງກຳເນີດຂອງການທົນທຸກຂອງພຣະອົງ. ນັ້ນໝາຍຄວາມວ່າ ຍ້ອນແກ່ນແທ້ຂອງພຣະອົງບໍ່ຄືກັບມະນຸດທີ່ເສື່ອມຊາມ, ຄວາມເສື່ອມຊາມຂອງມະນຸດຈຶ່ງກາຍມາເປັນແຫຼ່ງກຳເນີດຂອງການທົນທຸກຢ່າງໃຫຍ່ຫຼວງທີ່ສຸດຂອງພຣະອົງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງສາມາດຄົ້ນພົບຜູ້ຄົນທີ່ເວົ້າພາສາດຽວກັນກັບພຣະອົງບໍ? ພຣະອົງບໍ່ສາມາດຄົ້ນພົບຜູ້ຄົນດັ່ງກ່າວໃນທ່າມກາງມະນຸດຊາດ. ບໍ່ສາມາດຄົ້ນພົບຜູ້ໃດທີ່ສາມາດສື່ສານ ຫຼື ສາມາດສົນທະນາແບບນີ້ກັບພຣະເຈົ້າໄດ້ເລີຍ, ເຈົ້າວ່າພຣະເຈົ້າຈະມີຄວາມຮູ້ສຶກແບບໃດກ່ຽວກັບສິ່ງນີ້? ສິ່ງຕ່າງໆທີ່ຜູ້ຄົນສົນທະນາ, ຮັກ, ສະແຫວງຫາ ແລະ ປາຖະໜາລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຜິດບາບ ແລະ ແນວໂນ້ມທີ່ຊົ່ວຮ້າຍ. ເມື່ອພຣະເຈົ້າຜະເຊີນກັບທຸກສິ່ງນີ້, ມັນບໍ່ເປັນຄືກັບມີດທີ່ແທງຫົວໃຈຂອງພຣະອົງບໍ? ເມື່ອຜະເຊີນກັບສິ່ງຕ່າງໆເຫຼົ່ານີ້, ພຣະອົງຈະສາມາດມີຄວາມປິຕິຍິນດີໃນຫົວໃຈຂອງພຣະອົງໄດ້ບໍ? ພຣະອົງຈະສາມາດພົບການປອບໃຈໄດ້ບໍ? ຄົນທີ່ດຳລົງຊີວິດກັບພຣະອົງແມ່ນມະນຸດທີ່ເຕັມໄປດ້ວຍຄວາມກະບົດ ແລະ ຄວາມຊົ່ວຮ້າຍ, ຫົວໃຈຂອງພຣະອົງຈະບໍ່ທົນທຸກໄດ້ແນວໃດ? ການທົນທຸກນີ້ຍິ່ງໃຫຍ່ສໍ່າໃດກັນແທ້ ແລະ ຜູ້ໃດຈະສົນໃຈມັນ? ຜູ້ໃດຈະເອົາໃຈໃສ່? ແລ້ວຜູ້ໃດສາມາດເຫັນຄຸນຄ່າມັນໄດ້? ຜູ້ຄົນບໍ່ມີທາງເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້. ການທົນທຸກຂອງພຣະອົງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດເຫັນຄຸນຄ່າໂດຍສະເພາະ ແລະ ຄວາມເຢັນຊາ, ຄວາມດ້ານຊາຂອງມະນຸດຊາດເຮັດໃຫ້ການທົນທຸກຂອງພຣະເຈົ້າໜັກຍິ່ງຂຶ້ນ.

ມີບາງຄົນທີ່ມັກເຫັນອົກເຫັນໃຈສະພາບອັນລຳບາກຂອງພຣະຄຣິດຍ້ອນມີຂໍ້ໜຶ່ງໃນພຣະຄຳພີທີ່ກ່າວວ່າ: “ໝາຈອກກໍມີຮູ ແລະ ນົກກໍມີຮັງ; ແຕ່ບຸດມະນຸດບໍ່ມີບ່ອນວາງຫົວຂອງພຣະອົງເລີຍ”. ເມື່ອຜູ້ຄົນໄດ້ຍິນສິ່ງນີ້, ພວກເຂົາກໍເກັບມັນໃສ່ໃຈ ແລະ ເຊື່ອວ່ານີ້ຄືການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ອົດກັ້ນ ແລະ ການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະຄຣິດໄດ້ອົດກັ້ນ. ບັດນີ້ ມາເບິ່ງສິ່ງນີ້ຈາກທັດສະນະຂອງຂໍ້ແທ້ຈິງ, ສິ່ງນັ້ນເປັນຄວາມຈິງບໍ? ບໍ່; ພຣະເຈົ້າບໍ່ເຊື່ອວ່າຄວາມຫຍຸ້ງຍາກເຫຼົ່ານີ້ເປັນການທົນທຸກ. ພຣະອົງບໍ່ເຄີຍຮ້ອງໄຫ້ອອກມາຕໍ່ຄວາມບໍ່ຍຸຕິທຳ ຍ້ອນຄວາມຫຍຸ້ງຍາກຂອງເນື້ອໜັງຂອງພຣະອົງ ແລະ ພຣະອົງບໍ່ເຄີຍເຮັດໃຫ້ມະນຸດຕອບແທນ ຫຼື ໃຫ້ລາງວັນພຣະອົງດ້ວຍສິ່ງໃດສິ່ງໜຶ່ງ. ເຖິງຢ່າງໃດກໍຕາມ ເມື່ອພຣະອົງໄດ້ເຫັນທຸກສິ່ງກ່ຽວກັບມະນຸດຊາດ ແລະ ຊີວິດທີ່ເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດທີ່ເສື່ອມຊາມ, ເມື່ອພຣະອົງໄດ້ເຫັນວ່າ ມະນຸດຊາດຢູ່ໃນກຳມືຂອງຊາຕານ ແລະ ຖືກຈັບກຸມໂດຍຊາຕານ ແລະ ບໍ່ສາມາດຫຼົບໜີໄດ້, ຜູ້ຄົນທີ່ດຳລົງຊີວິດຢູ່ໃນຄວາມຜິດບາບບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ພຣະອົງກໍບໍ່ສາມາດທົນຕໍ່ຄວາມຜິດບາບທັງໝົດເຫຼົ່ານີ້ໄດ້. ຄວາມກຽດຊັງມະນຸດຂອງພຣະອົງເພີ່ມຂຶ້ນທຸກມື້, ແຕ່ພຣະອົງກໍຕ້ອງອົດກັ້ນຕໍ່ທຸກສິ່ງນີ້. ນີ້ແມ່ນການທົນທຸກອັນຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຈົ້າບໍ່ສາມາດສະແດງແມ່ນແຕ່ສຽງຫົວໃຈຂອງພຣະອົງ ຫຼື ຄວາມຮູ້ສຶກຂອງພຣະອົງອອກທ່າມກາງຜູ້ຕິດຕາມຂອງພຣະອົງໄດ້ຢ່າງຄົບຖ້ວນ ແລະ ບໍ່ມີຜູ້ໃດທ່າມກາງຜູ້ຕິດຕາມຂອງພຣະອົງສາມາດເຂົ້າໃຈການທົນທຸກຂອງພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີຜູ້ໃດແມ່ນແຕ່ພະຍາຍາມ ຫຼື ປອບໃຈພຣະອົງ ເຊິ່ງໄດ້ອົດກັ້ນຕໍ່ການທົນທຸກມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ ແລະ ຄັ້ງແລ້ວຄັ້ງເລົ່າ. ພວກເຈົ້າໄດ້ເຫັນຫຍັງໃນສິ່ງນີ້? ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກມະນຸດເພື່ອຕອບແທນສິ່ງທີ່ພຣະອົງໄດ້ມອບໃຫ້, ແຕ່ຍ້ອນແກ່ນແທ້ຂອງພຣະເຈົ້າ, ພຣະອົງບໍ່ສາມາດອົດທົນຕໍ່ຄວາມຊົ່ວຮ້າຍ, ຄວາມເສື່ອມຊາມ ແລະ ຄວາມຜິດບາບຂອງມະນຸດຊາດແທ້ໆ ແລະ ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດ ແລະ ກຽດຊັງທີ່ສຸດ ເຊິ່ງພາໃຫ້ຫົວໃຈຂອງພຣະເຈົ້າ ແລະ ເນື້ອໜັງຂອງພຣະອົງໄດ້ອົດກັ້ນກັບການທົນທຸກຢ່າງບໍ່ສຸດສິ້ນ. ພວກເຈົ້າໄດ້ເຫັນສິ່ງນີ້ບໍ? ສ່ວນໃຫຍ່ ບໍ່ມີຜູ້ໃດສາມາດເຫັນສິ່ງນີ້ໄດ້, ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດເຂົ້າໃຈພຣະເຈົ້າຢ່າງແທ້ຈິງ. ດົນໄປ ເຈົ້າຈະຜະເຊີນມັນດ້ວຍຕົວເຈົ້າເອງເທື່ອລະໜ້ອຍ.

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ:

9. ພຣະເຢຊູສະແດງສິ່ງອັດສະຈັນ

1) ພຣະເຢຊູລ້ຽງຫ້າພັນຄົນ

ໂຢຮັນ 6:8–13 ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້ ເຊິ່ງມີກ້ອນເຂົ້າຈີ່ບາເລ່ຢູ່ຫ້າກ້ອນ ແລະ ປານ້ອຍສອງໂຕ, ແຕ່ພວກມັນຈະມີປະໂຫຍດຫຍັງທ່າມກາງຄົນຈຳນວນຫຼວງຫຼາຍ? ແລະ ພຣະເຢຊູກໍເວົ້າວ່າ ຈົ່ງບອກໃຫ້ຜູ້ຄົນນັ່ງລົງ. ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ. ພຣະເຢຊູກໍນໍາເອົາກ້ອນເຂົ້າຈີ່ ແລະ ເມື່ອພຣະອົງໄດ້ອະທິຖານ ພຣະອົງກໍແຈກຢາຍໃຫ້ກັບສາວົກຂອງພຣະອົງ ແລະ ສາວົກຂອງພຣະອົງກໍແຈກຢາຍໃຫ້ກັບຄົນທີ່ນັ່ງຢູ່ນັ້ນ; ແລະ ໃນທຳນອງດຽວກັນ ພວກເຂົາກໍແຈກຢາຍປາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ.

2) ການຟື້ນຄືນຊີບຂອງລາຊະໂລເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ

ໂຢຮັນ 11:43–44 ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊາໂລຈົ່ງອອກມາ. ລາຊາໂລທີ່ເປັນຄົນຕາຍແລ້ວກໍອອກມາ ເຊິ່ງຖືກມັດມື ແລະ ຕີນດ້ວຍຜ້າໃນຂຸມຝັງສົບ ແລະ ໜ້າຂອງລາວກໍຖືກປົກດ້ວຍຜ້າ. ພຣະເຢຊູເວົ້າກັບພວກເຂົາວ່າ ຈົ່ງແກ້ໃຫ້ລາວ ແລະ ປ່ອຍລາວໄປ.

ໃນບັນດາສິ່ງອັດສະຈັນທີ່ພຣະເຢຊູເຈົ້າໄດ້ປະຕິບັດ, ພວກເຮົາໄດ້ຄັດເລືອກເອົາພຽງສອງຂໍ້ນີ້ ຍ້ອນພວກມັນພຽງພໍທີ່ຈະສະແດງເຖິງສິ່ງທີ່ເຮົາຕ້ອງການກ່າວເຖິງໃນນີ້. ສິ່ງອັດສະຈັນສອງຢ່າງນີ້ແມ່ນເປັນຕາງຶດງໍ້ຫຼາຍ ແລະ ເປັນຕົວແທນຢ່າງສູງໃຫ້ແກ່ສິ່ງອັດສະຈັນທີ່ພຣະເຢຊູເຈົ້າປະຕິບັດຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນ.

ກ່ອນອື່ນ, ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: ພຣະເຢຊູລ້ຽງຫ້າພັນຄົນ.

ແມ່ນຫຍັງຄືແນວຄິດຂອງ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ?” ໂດຍປົກກະຕິແລ້ວ, ມີຄົນຫຼາຍສໍ່າໃດທີ່ຈະອີ່ມດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ຖ້າເຈົ້າອີງຕາມການວັດແທກຂອງເຈົ້າໃສ່ຄວາມຫິວຂອງຄົນທຳມະດາ, ສິ່ງນີ້ກໍຈະພຽງພໍສຳລັບສອງຄົນເທົ່ານັ້ນ. ນີ້ແມ່ນແນວຄິດທີ່ພື້ນຖານທີ່ສຸດຂອງ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”. ເຖິງຢ່າງໃດກໍຕາມ ໃນຂໍ້ຄວາມນີ້ ມີເທົ່າໃດຄົນທີ່ຖືກລ້ຽງດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ສິ່ງຕໍ່ໄປນີ້ແມ່ນສິ່ງທີ່ຖືກບັນທຶກໃນຂໍ້ພຣະຄຳພີ: “ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ”. ເມື່ອທຽບໃສ່ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ, ຫ້າພັນຄົນແມ່ນຕົວເລກທີ່ຫຼາຍບໍ? ແມ່ນຫຍັງທີ່ສະແດງເຖິງຕົວເລກທີ່ຫຼາຍນີ້? ຈາກທັດສະນະຂອງມະນຸດ, ການແບ່ງຫານເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕລະຫວ່າງຫ້າພັນຄົນຈະເປັນໄປບໍ່ໄດ້, ຍ້ອນຄວາມແຕກຕ່າງລະຫວ່າງຜູ້ຄົນ ແລະ ອາຫານແມ່ນຫຼາຍເກີນໄປ. ເຖິງແມ່ນທຸກຄົນກັດພຽງແຕ່ຄຳນ້ອຍໆຄຳດຽວ, ມັນກໍຍັງຈະບໍ່ພຽງພໍສຳລັບຫ້າພັນຄົນ. ແຕ່ໃນນີ້, ພຣະເຢຊູເຈົ້າໄດ້ສະແດງສິ່ງອັດສະຈັນ, ພຣະອົງບໍ່ພຽງແຕ່ຮັບປະກັນວ່າ ຫ້າພັນຄົນຈະກິນຈົນອີ່ມ, ແຕ່ເຖິງກັບມີອາຫານເຫຼືອ. ຂໍ້ພຣະຄຳພີໄດ້ກ່າວໄວ້ວ່າ: “ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ”. ສິ່ງອັດສະຈັນນີ້ເຮັດໃຫ້ຜູ້ຄົນເຫັນເຖິງຕົວຕົນ ແລະ ສະຖານະຂອງພຣະເຢຊູເຈົ້າ ແລະ ເຫັນວ່າບໍ່ມີຫຍັງທີ່ເປັນໄປບໍ່ໄດ້ສຳລັບພຣະເຈົ້າ, ໃນວິທີນີ້ ພວກເຂົາເຫັນເຖິງຄວາມຈິງແຫ່ງອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕແມ່ນພຽງພໍທີ່ຈະລ້ຽງຫ້າພັນຄົນ, ແຕ່ຖ້າບໍ່ມີອາຫານເລີຍ ພຣະເຈົ້າຈະສາມາດລ້ຽງຫ້າພັນຄົນໄດ້ບໍ? ແນ່ນອນ ພຣະອົງຈະສາມາດລ້ຽງໄດ້! ນີ້ຄືສິ່ງອັດສະຈັນ, ສະນັ້ນ ຜູ້ຄົນຈຶ່ງຮູ້ສຶກວ່າມັນຍາກທີ່ຈະເຂົ້າໃຈ, ໜ້າເຫຼືອເຊື່ອ ແລະ ລຶກລັບຫຼາຍ, ແຕ່ສຳລັບພຣະເຈົ້າແລ້ວ ການເຮັດສິ່ງດັ່ງກ່າວແມ່ນເປັນເລື່ອງງ່າຍໆ. ໃນເມື່ອນີ້ແມ່ນສິ່ງທີ່ທຳມະດາສຳລັບພຣະເຈົ້າ, ແລ້ວເປັນຫຍັງມັນຈຶ່ງຖືກຄັດເລືອກເອົາມາຕີຄວາມໝາຍໃນຕອນນີ້? ເພາະສິ່ງທີ່ນອນຢູ່ເບື້ອງຫຼັງສິ່ງອັດສະຈັນນີ້ຄືຄວາມປະສົງຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ມະນຸດຊາດບໍ່ເຄີຍຮັບຮູ້ມາກ່ອນ.

ກ່ອນອື່ນ ໃຫ້ພວກເຮົາພະຍາຍາມເຂົ້າໃຈວ່າ ຫ້າພັນຄົນເຫຼົ່ານີ້ເປັນຄົນແບບໃດ. ພວກເຂົາເປັນຜູ້ຕິດຕາມພຣະເຢຊູເຈົ້າບໍ? ຈາກຂໍ້ພຣະຄຳພີ, ພວກເຮົາໄດ້ຮູ້ວ່າ ພວກເຂົາບໍ່ແມ່ນຜູ້ຕິດຕາມຂອງພຣະອົງ. ພວກເຂົາຮູ້ບໍ່ວ່າຜູ້ໃດແມ່ນພຣະເຢຊູເຈົ້າ? ບໍ່ຮູ້ຢ່າງແນ່ນອນ! ຢ່າງໜ້ອຍທີ່ສຸດ, ພວກເຂົາກໍບໍ່ຮູ້ວ່າບຸກຄົນທີ່ກຳລັງຢືນຢູ່ຕໍ່ໜ້າພວກເຂົາແມ່ນພຣະຄຣິດ ຫຼື ບາງເທື່ອ ບາງຄົນກໍພຽງແຕ່ຮູ້ຈັກຊື່ຂອງພຣະອົງ ແລະ ຮູ້ຈັກ ຫຼື ໄດ້ຍິນບາງສິ່ງກ່ຽວກັບສິ່ງທີ່ພຣະອົງໄດ້ເຮັດ. ຄວາມຢາກຮູ້ຢາກເຫັນຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າພຽງແຕ່ຖືກດົນໃຈ ເມື່ອພວກເຂົາໄດ້ຍິນເລື່ອງລາວກ່ຽວກັບພຣະອົງ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ຢ່າງແນ່ນອນວ່າພວກເຂົາຕິດຕາມພຣະອົງ, ແຮງໄກທີ່ພວກເຂົາຈະເຂົ້າໃຈພຣະອົງ. ເມື່ອພຣະເຢຊູເຈົ້າເຫັນຫ້າພັນຄົນເຫຼົ່ານີ້, ພວກເຂົາກໍຫິວ ແລະ ພຽງແຕ່ຄິດເຖິງການອີ່ມທ້ອງຂອງພວກເຂົາເທົ່ານັ້ນ, ສະນັ້ນ ໃນບໍລິບົດນີ້ ພຣະເຢຊູເຈົ້າຈຶ່ງເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາ. ເມື່ອພຣະອົງເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາ, ແມ່ນຫຍັງຢູ່ໃນຫົວໃຈຂອງພຣະອົງ? ແມ່ນຫຍັງຄືທ່າທີຂອງພຣະອົງຕໍ່ຜູ້ຄົນເຫຼົ່ານີ້ທີ່ພຽງແຕ່ຕ້ອງການກິນໃຫ້ອີ່ມທ້ອງ? ໃນເວລານີ້, ຄວາມຄິດຂອງພຣະເຢຊູເຈົ້າ ແລະ ທ່າທີຂອງພຣະອົງແມ່ນກ່ຽວພັນກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ເມື່ອຜະເຊີນກັບຫ້າພັນຄົນເຫຼົ່ານີ້ທີ່ບໍ່ໄດ້ກິນຫຍັງ ຜູ້ທີ່ພຽງແຕ່ຕ້ອງການຢາກກິນອາຫານຢ່າງເຕັມອີ່ມ, ເມື່ອຜະເຊີນກັບຜູ້ຄົນເຫຼົ່ານີ້ທີ່ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມຫວັງສຳລັບພຣະອົງ, ພຣະເຢຊູເຈົ້າກໍພຽງແຕ່ຄິດທີ່ຈະໃຊ້ປະໂຫຍດຈາກສິ່ງອັດສະຈັນນີ້ເພື່ອປະທານຄວາມກະລຸນາໃຫ້ແກ່ພວກເຂົາ. ເຖິງຢ່າງໃດກໍຕາມ, ພຣະອົງບໍ່ໄດ້ເພີ່ມຄວາມຫວັງຂອງພຣະອົງວ່າພວກເຂົາຈະກາຍມາເປັນຜູ້ຕິດຕາມຂອງພຣະອົງ, ຍ້ອນພຣະອົງຮູ້ວ່າ ພວກເຂົາພຽງແຕ່ຕ້ອງການມີຄວາມສຸກ ແລະ ກິນອີ່ມທ້ອງ, ສະນັ້ນ ພຣະອົງຈຶ່ງແກ້ໄຂສະຖານະການອີງຕາມສະພາບນັ້ນໃຫ້ດີທີ່ສຸດ ແລະ ໃຊ້ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕເພື່ອລ້ຽງຫ້າພັນຄົນ. ພຣະອົງເປີດຕາຂອງຜູ້ຄົນເຫຼົ່ານີ້ ຜູ້ທີ່ເພີດເພີນກັບການເຫັນສິ່ງທີ່ໜ້າຕື່ນເຕັ້ນ, ຜູ້ທີ່ຕ້ອງການເຫັນສິ່ງອັດສະຈັນ ແລະ ພວກເຂົາກໍເຫັນສິ່ງຕ່າງໆທີ່ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເຮັດສຳເລັດດ້ວຍຕາຂອງພວກເຂົາເອງ. ເຖິງແມ່ນພຣະເຢຊູເຈົ້າໃຊ້ບາງສິ່ງທີ່ຈັບຕ້ອງໄດ້ເພື່ອເຮັດໃຫ້ພໍໃຈຕາມຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ພຣະອົງຮູ້ຢູ່ໃນໃຈຂອງພຣະອົງແລ້ວວ່າ ຫ້າພັນຄົນເຫຼົ່ານີ້ພຽງແຕ່ຕ້ອງການໄດ້ກິນອາຫານດີໆເທົ່ານັ້ນ, ສະນັ້ນ ພຣະອົງຈຶ່ງບໍ່ໄດ້ເທດສະໜາແກ່ພວກເຂົາ ຫຼື ເວົ້າຫຍັງເລີຍ, ພຣະອົງພຽງແຕ່ປ່ອຍໃຫ້ພວກເຂົາເຫັນສິ່ງອັດສະຈັນນີ້ໃນຂະນະທີ່ມັນເກີດຂຶ້ນ. ພຣະອົງບໍ່ສາມາດປະຕິບັດຕໍ່ຜູ້ຄົນເຫຼົ່ານີ້ໃນລັກສະນະດຽວກັນກັບທີ່ພຣະອົງປະຕິບັດຕໍ່ສາວົກຂອງພຣະອົງຢ່າງແນ່ນອນ ຜູ້ທີ່ຕິດຕາມພຣະອົງຢ່າງແທ້ຈິງ, ແຕ່ໃນຫົວໃຈຂອງພຣະເຈົ້າ, ທຸກສິ່ງທີ່ຖືກສ້າງຂຶ້ນແມ່ນຢູ່ພາຍໃຕ້ກົດເກນຂອງພຣະອົງ ແລະ ພຣະອົງຈະປ່ອຍໃຫ້ທຸກສິ່ງທີ່ຖືກສ້າງໃນສາຍຕາຂອງພຣະອົງໄດ້ຮັບຄວາມກະລຸນາຂອງພຣະເຈົ້າ ເມື່ອມັນຈຳເປັນ. ເຖິງແມ່ນຜູ້ຄົນເຫຼົ່ານີ້ບໍ່ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ບໍ່ເຂົ້າໃຈພຣະອົງ ຫຼື ມີຄວາມປະທັບໃຈໂດຍສະເພາະກ່ຽວກັບພຣະອົງ ຫຼື ມີຄວາມຍິນດີຕໍ່ພຣະອົງ ແມ່ນແຕ່ຫຼັງຈາກທີ່ພວກເຂົາໄດ້ກິນເຂົ້າຈີ່ ແລະ ປາແລ້ວ, ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຖືວ່າເປັນບັນຫາ, ພຣະອົງມອບໂອກາດພິເສດໃຫ້ຜູ້ຄົນເຫຼົ່ານີ້ໄດ້ຮັບເອົາຄວາມກະລຸນາຂອງພຣະເຈົ້າ. ບາງຄົນເວົ້າວ່າ ພຣະເຈົ້າມີຫຼັກການໃນສິ່ງທີ່ພຣະອົງເຮັດ, ພຣະອົງບໍ່ເຝົ້າເບິ່ງ ຫຼື ປົກປ້ອງຜູ້ທີ່ບໍ່ເຊື່ອ ແລະ ໂດຍສະເພາະແລ້ວ ພຣະອົງບໍ່ປ່ອຍໃຫ້ພວກເຂົາໄດ້ຮັບຄວາມກະລຸນາຂອງພຣະອົງ. ນັ້ນເປັນຈິງແທ້ບໍ? ໃນສາຍຕາຂອງພຣະເຈົ້າ, ຕາບໃດທີ່ພວກເຂົາເປັນສິ່ງທີ່ມີຊີວິດທີ່ພຣະເຈົ້າໄດ້ເນລະມິດສ້າງເອງ, ພຣະເຈົ້າຈະຄຸ້ມຄອງ ແລະ ເບິ່ງແຍງພວກເຂົາ ແລະ ໃນຫຼາຍວິທີ ພຣະເຈົ້າຈະປະຕິບັດຕໍ່ພວກເຂົາ, ວາງແຜນສຳລັບພວກເຂົາ ແລະ ປົກຄອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ສິ່ງທັງປວງ.

ເຖິງແມ່ນຫ້າພັນຄົນທີ່ໄດ້ກິນເຂົ້າຈີ່ ແລະ ປານັ້ນບໍ່ໄດ້ວາງແຜນທີ່ຈະຕິດຕາມພຣະເຢຊູເຈົ້າ, ພຣະອົງກໍບໍ່ໄດ້ບັງຄັບພວກເຂົາ; ຫຼັງຈາກທີ່ພວກເຂົາໄດ້ກິນຈົນອີ່ມທ້ອງ, ພວກເຈົ້າຮູ້ບໍວ່າພຣະເຢຊູເຈົ້າເຮັດຫຍັງ? ພຣະອົງໄດ້ເທດສະໜາແກ່ພວກເຂົາຢູ່ບໍ? ພຣະອົງໄປໃສຫຼັງຈາກທີ່ເຮັດສິ່ງນີ້ແລ້ວ? ຂໍ້ພຣະຄຳພີບໍ່ໄດ້ບັນທຶກວ່າພຣະເຢຊູເຈົ້າເວົ້າຫຍັງຕໍ່ພວກເຂົາ, ພຽງແຕ່ວ່າ ພຣະອົງຈາກໄປຢ່າງງຽບໆ ເມື່ອພຣະອົງໄດ້ປະຕິບັດສິ່ງອັດສະຈັນຂອງພຣະອົງ. ແລ້ວພຣະອົງມີການຮຽກຮ້ອງຫຍັງຈາກຜູ້ຄົນເຫຼົ່ານີ້ບໍ? ມີຄວາມກຽດຊັງບໍ? ບໍ່, ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້. ພຣະອົງພຽງແຕ່ບໍ່ຕ້ອງການໃສ່ໃຈຜູ້ຄົນເຫຼົ່ານີ້ອີກຕໍ່ໄປ ຜູ້ເຊິ່ງບໍ່ສາມາດຕິດຕາມພຣະອົງ ແລະ ໃນເວລານີ້ ຫົວໃຈຂອງພຣະອົງກໍເຈັບປວດ. ຍ້ອນພຣະອົງໄດ້ເຫັນເຖິງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ພຣະອົງກໍຮູ້ສຶກເຖິງການທີ່ມະນຸດຊາດປະຕິເສດພຣະອົງ, ເມື່ອພຣະອົງໄດ້ເຫັນຜູ້ຄົນເຫຼົ່ານີ້ ແລະ ພຣະອົງຢູ່ກັບພວກເຂົາ, ພຣະອົງກໍໂສກເສົ້າຍ້ອນຄວາມໂງ່ຈ້າ ແລະ ຄວາມເມີນເສີຍຂອງມະນຸດ ແລະ ຫົວໃຈຂອງພຣະອົງກໍເຈັບປວດ, ສິ່ງທີ່ພຣະອົງຕ້ອງການກໍຄືໜີຈາກຜູ້ຄົນເຫຼົ່ານີ້ໄປໃຫ້ໄວເທົ່າທີ່ຈະເປັນໄປໄດ້. ໃນຫົວໃຈຂອງພຣະອົງ ພຣະຜູ້ເປັນເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກພວກເຂົາ, ພຣະອົງບໍ່ຕ້ອງການໃສ່ໃຈກັບພວກເຂົາເລີຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ຕ້ອງການເສຍກຳລັງຂອງພຣະອົງກັບພວກເຂົາ. ພຣະອົງຮູ້ວ່າ ພວກເຂົາບໍ່ສາມາດຕິດຕາມພຣະອົງໄດ້, ແຕ່ເຖິງຢ່າງນັ້ນກໍຕາມ, ທ່າທີຂອງພຣະອົງຕໍ່ພວກເຂົາກໍຍັງຊັດເຈນຫຼາຍ. ພຣະອົງພຽງຕ້ອງການປະຕິບັດຕໍ່ພວກເຂົາຢ່າງມີເມດຕາ, ປະທານຄວາມກະລຸນາໃຫ້ແກ່ພວກເຂົາ ແລະ ແນ່ນອນ ນີ້ຄືທ່າທີຂອງພຣະເຈົ້າຕໍ່ທຸກສິ່ງທີ່ຖືກສ້າງພາຍໃຕ້ການປົກຄອງຂອງພຣະອົງ ນັ້ນກໍຄື ເພື່ອປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງຢ່າງມີເມດຕາ, ເພື່ອສະໜອງໃຫ້ແກ່ພວກເຂົາ ແລະ ບໍາລຸງລ້ຽງພວກເຂົາ. ຍ້ອນເຫດຜົນທີ່ພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈຶ່ງເປີດເຜີຍແກ່ນແທ້ຂອງພຣະເຈົ້າເອງຢ່າງເປັນທຳມະຊາດຫຼາຍ ແລະ ປະຕິບັດຕໍ່ຜູ້ຄົນເຫຼົ່ານີ້ຢ່າງມີເມດຕາ. ພຣະອົງປະຕິບັດຕໍ່ພວກເຂົາດ້ວຍຫົວໃຈແຫ່ງຄວາມເມດຕາກະລຸນາ ແລະ ຄວາມອົດທົນ ແລະ ດ້ວຍຫົວໃຈດັ່ງກ່າວ ພຣະອົງຈຶ່ງສະແດງຄວາມເມດຕາໃຫ້ແກ່ພວກເຂົາ. ບໍ່ວ່າຜູ້ຄົນເຫຼົ່ານີ້ໄດ້ເບິ່ງພຣະເຢຊູເຈົ້າໃນຮູບແບບໃດກໍຕາມ ແລະ ບໍ່ວ່າຈະມີຜົນຕາມມາແບບໃດກໍຕາມ, ພຣະອົງກໍປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງໂດຍອີງຕາມຕໍາແໜ່ງຂອງພຣະອົງດັ່ງພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ທຸກສິ່ງທີ່ພຣະອົງເປີດເຜີຍຄືອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ໂດຍບໍ່ມີຂໍ້ຍົກເວັ້ນ. ພຣະຜູ້ເປັນເຈົ້າເຮັດສິ່ງນີ້ຢ່າງງຽບໆ ແລະ ຫຼັງຈາກນັ້ນກໍຈາກໄປຢ່າງງຽບໆ, ນີ້ແມ່ນອຸປະນິໄສດ້ານໃດຂອງພຣະເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າ ນີ້ແມ່ນຄວາມຮັກຄວາມເມດຕາຂອງພຣະເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າ ນີ້ແມ່ນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ? ນີ້ແມ່ນສິ່ງທີ່ຄົນປົກກະຕິສາມາດເຮັດໄດ້ບໍ? ບໍ່ແມ່ນຢ່າງແນ່ນອນ! ໃນທາດແທ້ແລ້ວ ແມ່ນໃຜຄືຫ້າພັນຄົນນີ້ທີ່ພຣະເຢຊູເຈົ້າໄດ້ລ້ຽງດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ເຈົ້າສາມາດເວົ້າໄດ້ບໍວ່າພວກເຂົາແມ່ນຄົນທີ່ເຂົ້າກັບພຣະອົງໄດ້? ເຈົ້າສາມາດເວົ້າໄດ້ບໍວ່າ ພວກເຂົາລ້ວນແລ້ວແຕ່ເປັນປໍລະປັກຕໍ່ພຣະເຈົ້າ? ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ພວກເຂົາບໍ່ສາມາດເຂົ້າກັບພຣະຜູ້ເປັນເຈົ້າໄດ້ແທ້ໆ ແລະ ແກ່ນແທ້ຂອງພວກເຂົາແມ່ນເປັນປໍລະປັກຕໍ່ພຣະເຈົ້າແທ້ໆ. ແຕ່ພຣະເຈົ້າປະຕິບັດແນວໃດຕໍ່ພວກເຂົາ? ພຣະອົງໃຊ້ວິທີການເພື່ອຫຼຸດຜ່ອນຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ, ວິທີການນີ້ແມ່ນຖືກເອີ້ນວ່າ “ຄວາມກະລຸນາ”. ນັ້ນກໍຄື ເຖິງແມ່ນພຣະເຢຊູເຈົ້າໄດ້ເຫັນຜູ້ຄົນເຫຼົ່ານີ້ວ່າເປັນຄົນບາບ, ເຖິງຢ່າງໃດກໍຕາມ ໃນສາຍຕາຂອງພຣະເຈົ້າແລ້ວ ພວກເຂົາກໍເປັນສິ່ງຖືກສ້າງຂອງພຣະອົງ, ສະນັ້ນ ພຣະອົງຈຶ່ງຍັງປະຕິບັດຕໍ່ຄົນບາບເຫຼົ່ານີ້ຢ່າງມີເມດຕາ. ນີ້ຄືຄວາມອົດທົນຂອງພຣະເຈົ້າ ແລະ ຄວາມອົດທົນນີ້ແມ່ນຖືກກຳນົດໂດຍຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າເອງ. ສະນັ້ນ ນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດທີ່ຖືກສ້າງໂດຍພຣະເຈົ້າສາມາດເຮັດໄດ້, ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້.

ເມື່ອເຈົ້າສາມາດເຂົ້າໃຈຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ມະນຸດຊາດຢ່າງແທ້ຈິງ, ເມື່ອເຈົ້າສາມາດເຂົ້າໃຈຄວາມຮູ້ສຶກ ແລະ ຄວາມກັງວົນຂອງພຣະເຈົ້າສຳລັບສິ່ງຖືກສ້າງແຕ່ລະຢ່າງ, ເຈົ້າກໍຈະສາມາດເຂົ້າໃຈເຖິງຄວາມອຸທິດ ແລະ ຄວາມຮັກທີ່ມີຕໍ່ທຸກຄົນທີ່ຖືກສ້າງຂຶ້ນໂດຍພຣະຜູ້ສ້າງ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າກໍຈະໃຊ້ສອງຄຳເວົ້າເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ແມ່ນຫຍັງຄືສອງຄຳເວົ້າເຫຼົ່ານັ້ນ? ບາງຄົນເວົ້າວ່າ “ບໍ່ເຫັນແກ່ຕົວ” ແລະ ບາງຄົນເວົ້າວ່າ “ໃຈບຸນ”. ໃນສອງຄຳເວົ້າເຫຼົ່ານີ້, “ໃຈບຸນ” ແມ່ນຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ໜ້ອຍທີ່ສຸດ. ນີ້ແມ່ນຄຳເວົ້າທີ່ຜູ້ຄົນໃຊ້ເພື່ອບັນຍາຍເຖິງຜູ້ໃດຜູ້ໜຶ່ງທີ່ເອື້ອເຟື້ອເພື່ອແຜ່ ຫຼື ໃຈກວ້າງ. ເຮົາກຽດຊັງຄຳເວົ້ານີ້, ຍ້ອນມັນໝາຍເຖິງການດຳເນີນການກຸສົນໂດຍບໍ່ມີເປົ້າໝາຍ, ໂດຍບໍ່ເລືອກໜ້າ, ໂດຍບໍ່ຄຳນຶງເຖິງຫຼັກການ. ມັນຄືນິໄສໃຈຄໍທີ່ອ່ອນໄຫວໄດ້ງ່າຍເກີນໄປ ເຊິ່ງເປັນສິ່ງປົກກະຕິສຳລັບຄົນທີ່ໂງ່ຈ້າ ແລະ ສັບສົນ. ເມື່ອຄຳເວົ້ານີ້ຖືກໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ມັນ ມີຄວາມໝາຍໃນທາງໝິ່ນປະໝາດ ຢ່າງຫຼີກຫຼ່ຽງບໍ່ໄດ້. ໃນນີ້ ເຮົາມີສອງຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ຢ່າງເໝາະສົມຍິ່ງກວ່າ. ພວກມັນແມ່ນຫຍັງ? ຄຳທຳອິດແມ່ນ “ມະຫາສານ”. ຄຳເວົ້ານີ້ບໍ່ເຮັດໃຫ້ຈົດຈໍາໄດ້ບໍ? ຄຳທີສອງແມ່ນ “ກວ້າງໃຫຍ່”. ມັນມີຄວາມໝາຍແທ້ຈິງຢູ່ເບື້ອງຫຼັງຄຳເວົ້າເຫຼົ່ານີ້ທີ່ເຮົາໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ເມື່ອເວົ້າຕາມຕົວອັກສອນ, “ມະຫາສານ” ບັນຍາຍເຖິງປະລິມານ ຫຼື ສະມັດຖະພາບຂອງສິ່ງໃດໜຶ່ງ, ແຕ່ໂດຍບໍ່ຄຳນຶງວ່າສິ່ງນັ້ນຈະໃຫຍ່ສໍ່າໃດ, ມັນແມ່ນສິ່ງທີ່ຜູ້ຄົນສາມາດສຳຜັດ ແລະ ເຫັນໄດ້. ນີ້ກໍຍ້ອນມັນມີຢູ່, ມັນບໍ່ແມ່ນສິ່ງທີ່ບໍ່ມີຕົວຕົນ, ແຕ່ເປັນສິ່ງທີ່ສາມາດມອບແນວຄິດໃນວິທີທີ່ຂ້ອນຂ້າງຖືກຕ້ອງ ແລະ ເປັນຈິງໃຫ້ແກ່ຜູ້ຄົນ. ບໍ່ວ່າເຈົ້າຈະເບິ່ງມັນຈາກທັດສະນະສອງ ຫຼື ສາມມິຕິ, ເຈົ້າກໍບໍ່ຈຳເປັນຕ້ອງຈິນຕະນາການເຖິງການເປັນຢູ່ຂອງມັນ, ຍ້ອນມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ ໃນລັກສະນະທີ່ເປັນຈິງ. ເຖິງແມ່ນການໃຊ້ຄຳວ່າ “ມະຫາສານ” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າສາມາດຮູ້ສຶກຄືກັບພະຍາຍາມບອກປະລິມານຄວາມຮັກຂອງພຣະອົງ, ມັນຍັງໃຫ້ຄວາມຮູ້ສຶກວ່າຄວາມຮັກຂອງພຣະອົງແມ່ນບໍ່ສາມາດບອກປະລິມານໄດ້. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າສາມາດບອກປະລິມານໄດ້ ຍ້ອນຄວາມຮັກຂອງພຣະອົງບໍ່ໄດ້ວ່າງເປົ່າ ແລະ ມັນບໍ່ແມ່ນສິ່ງທີ່ເປັນເລື່ອງເລົ່າລື. ກົງກັນຂ້າມ, ມັນແມ່ນສິ່ງທີ່ທຸກສິ່ງພາຍໃຕ້ການປົກຄອງຂອງພຣະເຈົ້າມີຮ່ວມກັນ, ເປັນສິ່ງທີ່ສິ່ງມີຊີວິດທັງປວງໄດ້ຮັບໃນລະດັບໃດໜຶ່ງ ແລະ ຈາກທັດສະນະທີ່ແຕກຕ່າງກັນ. ເຖິງແມ່ນຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດມັນໄດ້, ຄວາມຮັກນີ້ກໍນໍາການບໍາລຸງລ້ຽງ ແລະ ຊີວິດມາສູ່ທຸກສິ່ງເມື່ອມັນຖືກເປີດເຜີຍໃນຊີວິດຂອງພວກເຂົາເທື່ອລະໜ້ອຍ ແລະ ພວກເຂົານັບ ແລະ ເປັນພະຍານໃຫ້ແກ່ຄວາມຮັກຂອງພຣະເຈົ້າທີ່ພວກເຂົາໄດ້ຮັບໃນທຸກນາທີທີ່ຜ່ານໄປ. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າບໍ່ສາມາດບອກປະລິມານໄດ້ ຍ້ອນຄວາມລຶກລັບທີ່ພຣະເຈົ້າສະໜອງ ແລະ ບໍາລຸງລ້ຽງທຸກຢ່າງແມ່ນສິ່ງທີ່ຍາກສຳລັບມະນຸດຈະຢັ່ງເຖິງໄດ້ ເຊັ່ນດຽວກັບຄວາມຄິດຂອງພຣະເຈົ້າສຳລັບສິ່ງທັງປວງ ແລະ ໂດຍສະເພາະແມ່ນສິ່ງເຫຼົ່ານັ້ນສຳລັບມະນຸດຊາດ. ນັ້ນໝາຍຄວາມວ່າ ບໍ່ມີຜູ້ໃດຮູ້ຈັກເລືອດ ແລະ ນໍ້າຕາທີ່ພຣະຜູ້ສ້າງໄດ້ຖອກເທສຳລັບມະນຸດຊາດ. ບໍ່ມີຜູ້ໃດສາມາດຢັ່ງເຖິງ, ບໍ່ມີຜູ້ໃດສາມາດເຂົ້າໃຈຄວາມເລິກ ຫຼື ນໍ້າໜັກຂອງຄວາມຮັກທີ່ພຣະຜູ້ສ້າງມີສຳລັບມະນຸດຊາດ ຜູ້ທີ່ພຣະອົງໄດ້ສ້າງດ້ວຍມືຂອງພຣະອົງເອງ. ການບັນຍາຍວ່າຄວາມຮັກຂອງພຣະເຈົ້າມະຫາສານແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ເຂົ້າໃຈຄວາມກວ້າງຂອງມັນ ແລະ ຄວາມຈິງຂອງການເປັນຢູ່ຂອງມັນ. ມັນຍັງແມ່ນເພື່ອຜູ້ຄົນຈະສາມາດຢັ່ງເຖິງຄວາມໝາຍຕົວຈິງຂອງຄຳວ່າ “ພຣະຜູ້ສ້າງ” ໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອວ່າຜູ້ຄົນຈະສາມາດຮັບເອົາຄວາມເຂົ້າໃຈອັນເລິກເຊິ່ງຂຶ້ນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄໍາວ່າ: “ການເນລະມິດສ້າງ”. ໂດຍປົກກະຕິແລ້ວ ຄຳວ່າ “ກວ້າງໃຫຍ່” ບັນຍາຍເຖິງຫຍັງ? ໂດຍທົ່ວໄປ ມັນແມ່ນຖືກໃຊ້ເພື່ອບັນຍາຍເຖິງມະຫາສະໝຸດ ຫຼື ຈັກກະວານ, ຕົວຢ່າງເຊັ່ນ: “ຈັກກະວານທີ່ກວ້າງໃຫຍ່” ຫຼື “ມະຫາສະໝຸດທີ່ກວ້າງໃຫຍ່”. ຄວາມກວ້າງຂວາງ ແລະ ຄວາມເລິກທີ່ງຽບຂອງຈັກກະວານແມ່ນຢູ່ເໜືອຄວາມເຂົ້າໃຈຂອງມະນຸດ; ມັນແມ່ນສິ່ງທີ່ຈັບເອົາຈິນຕະນາການຂອງມະນຸດ, ບາງສິ່ງທີ່ພວກເຂົາຮູ້ສຶກເຖິງການຍົກຍ້ອງອັນຍິ່ງໃຫຍ່. ຄວາມລຶກລັບ ແລະ ຄວາມເລິກເຊິ່ງຂອງມັນແມ່ນເບິ່ງເຫັນໄດ້, ແຕ່ຢູ່ເໜືອການເອື້ອມເຖິງ. ເມື່ອເຈົ້າຄິດເຖິງມະຫາສະໝຸດ, ເຈົ້າກໍຄິດເຖິງຄວາມກວ້າງຂອງມັນ, ມັນເບິ່ງຄືກັບວ່າໄຮ້ຂອບເຂດ ແລະ ເຈົ້າກໍສາມາດຮູ້ສຶກເຖິງຄວາມລຶກລັບຂອງມັນ ແລະ ຄວາມສາມາດອັນຍິ່ງໃຫຍ່ຂອງມັນທີ່ຈະບັນຈຸສິ່ງຕ່າງໆ. ນີ້ຄືເຫດຜົນທີ່ເຮົາໃຊ້ຄຳວ່າ “ກວ້າງໃຫຍ່” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກວ່າ ມັນລໍ້າຄ່າສໍ່າໃດ, ເພື່ອຮູ້ສຶກເຖິງຄວາມສວຍງາມທີ່ເລິກເຊິ່ງຂອງຄວາມຮັກຂອງພຣະອົງ ແລະ ລິດອຳນາດແຫ່ງຄວາມຮັກຂອງພຣະເຈົ້າແມ່ນບໍ່ສິ້ນສຸດ ແລະ ປົກຄຸມຢ່າງກວ້າງຂວາງ. ເຮົາໃຊ້ຄຳນີ້ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງຄວາມບໍລິສຸດຂອງຄວາມຮັກຂອງພຣະອົງ ແລະ ກຽດສັກສີ ແລະ ຄວາມບໍ່ສາມາດທ້າທາຍໄດ້ຂອງພຣະເຈົ້າ ເຊິ່ງຖືກເປີດເຜີຍອອກຜ່ານຄວາມຮັກຂອງພຣະອົງ. ບັດນີ້ ພວກເຈົ້າຄິດວ່າ “ກວ້າງໃຫຍ່” ເປັນຄຳເວົ້າທີ່ເໝາະສົມສຳລັບການບັນຍາຍເຖິງຄວາມຮັກຂອງພຣະເຈົ້າບໍ? ຄວາມຮັກຂອງພຣະເຈົ້າສາມາດວັດແທກໄດ້ດ້ວຍສອງຄຳນີ້ບໍ, “ມະຫາສານ” ແລະ “ກວ້າງໃຫຍ່”? ແນ່ນອນ! ໃນພາສາມະນຸດ, ມີພຽງສອງຄຳເຫຼົ່ານີ້ເທົ່ານັ້ນທີ່ເໝາະສົມ ແລະ ຂ້ອນຂ້າງໃກ້ຄຽງໃນການບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ພວກເຈົ້າບໍ່ຄິດຄືກັນບໍ? ຖ້າເຮົາໃຫ້ພວກເຈົ້າບັນຍາຍຄວາມຮັກຂອງພຣະເຈົ້າ, ພວກເຈົ້າຈະໃຊ້ສອງຄຳນີ້ບໍ? ສ່ວນໃຫຍ່ພວກເຈົ້າຈະບໍ່ໃຊ້, ຍ້ອນຄວາມເຂົ້າໃຈຂອງພວກເຈົ້າ ແລະ ການເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າແມ່ນຈຳກັດຢູ່ແຕ່ຂອບເຂດທັດສະນະສອງມິຕິ ແລະ ບໍ່ໄດ້ຂຶ້ນສູ່ລະດັບສາມມິຕິເລີຍ. ສະນັ້ນ ຖ້າເຮົາໃຫ້ພວກເຈົ້າບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ພວກເຈົ້າກໍຈະຮູ້ສຶກວ່າ ພວກເຈົ້າປາສະຈາກຄຳເວົ້າ ຫຼື ບາງເທື່ອ ພວກເຈົ້າຈະເຖິງກັບສະແດງອາການທີ່ເວົ້າບໍ່ອອກ. ຄຳເວົ້າສອງຄຳທີ່ເຮົາໄດ້ເວົ້າເຖິງໃນມື້ນີ້ແມ່ນຍາກທີ່ພວກເຈົ້າຈະເຂົ້າໃຈ ຫຼື ບາງເທື່ອ ພວກເຈົ້າກໍຈະບໍ່ເຫັນດ້ວຍເລີຍ. ສິ່ງນີ້ສະແດງໃຫ້ເຫັນວ່າການເຫັນຄຸນຄ່າ ແລະ ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຮັກຂອງພຣະເຈົ້າແມ່ນຜິວເຜີນ ແລະ ຈຳກັດໃນຂອບເຂດທີ່ແຄບໆ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ພຣະເຈົ້າບໍ່ເຫັນແກ່ຕົວ; ພວກເຈົ້າຈື່ຄຳເວົ້ານີ້ໄວ້ “ບໍ່ເຫັນແກ່ຕົວ”. ເປັນໄປໄດ້ບໍວ່າຄວາມຮັກຂອງພຣະເຈົ້າພຽງແຕ່ສາມາດຖືກບັນຍາຍວ່າ ບໍ່ເຫັນແກ່ຕົວ? ນີ້ບໍ່ແມ່ນຂອບເຂດທີ່ແຄບເກີນໄປບໍ? ພວກເຈົ້າຄວນໄຕ່ຕອງບັນຫານີ້ໃຫ້ຫຼາຍຂຶ້ນ ເພື່ອວ່າພວກເຈົ້າອາດໄດ້ຮັບບາງສິ່ງຈາກມັນ.

ສິ່ງຂ້າງເທິງແມ່ນສິ່ງທີ່ພວກເຮົາເຫັນກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງຈາກສິ່ງອັດສະຈັນຢ່າງທຳອິດ. ເຖິງແມ່ນວ່າ ນີ້ຄືເລື່ອງລາວທີ່ຜູ້ຄົນໄດ້ອ່ານເປັນເວລາສອງສາມພັນປີມາແລ້ວ, ມັນມີເນື້ອເລື່ອງທີ່ທຳມະດາ ແລະ ເຮັດໃຫ້ຜູ້ຄົນໄດ້ເຫັນປາກົດການທີ່ທຳມະດາ, ແຕ່ໃນເນື້ອເລື່ອງທີ່ທຳມະດານີ້ ພວກເຮົາສາມາດເຫັນບາງສິ່ງທີ່ມີຄ່າຫຼາຍ ເຊິ່ງນັ້ນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ສິ່ງເຫຼົ່ານີ້ທີ່ພຣະອົງມີ ແລະ ເປັນແມ່ນເປັນຕົວແທນໃຫ້ແກ່ພຣະເຈົ້າເອງ ແລະ ເປັນການສະແດງອອກເຖິງຄວາມຄິດຂອງພຣະເຈົ້າເອງ. ເມື່ອພຣະເຈົ້າສະແດງຄວາມຄິດຂອງພຣະອົງ, ມັນເປັນການສະແດງເຖິງສຽງຫົວໃຈຂອງພຣະອົງ. ພຣະອົງຫວັງວ່າຈະມີຄົນທີ່ສາມາດເຂົ້າໃຈພຣະອົງ, ຮູ້ຈັກພຣະອົງ ແລະ ຢັ່ງເຖິງຄວາມປະສົງຂອງພຣະອົງ ແລະ ຜູ້ຄົນສາມາດໄດ້ຍິນສຽງຫົວໃຈຂອງພຣະອົງ ແລະ ຈະສາມາດຮ່ວມມືຢ່າງຫ້າວຫັນເພື່ອບັນລຸຄວາມປະສົງຂອງພຣະອົງ. ສິ່ງເຫຼົ່ານີ້ທີ່ພຣະເຢຊູເຈົ້າເຮັດຄືການສະແດງເຖິງຄວາມໄຮ້ສຽງຂອງພຣະເຈົ້າ.

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້: ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ.

ພວກເຈົ້າມີຄວາມຮູ້ສຶກຫຍັງຫຼັງຈາກທີ່ໄດ້ອ່ານຂໍ້ຄວາມນີ້? ຄວາມໝາຍຂອງສິ່ງອັດສະຈັນນີ້ທີ່ພຣະເຢຊູໄດ້ປະຕິບັດແມ່ນຍິ່ງໃຫຍ່ຫຼາຍກວ່າທີ່ຜ່ານມາ, ຍ້ອນບໍ່ມີສິ່ງອັດສະຈັນໃດຈະໜ້າປະຫຼາດໃຈຫຼາຍກວ່າການນໍາຄົນທີ່ຕາຍກັບຄືນມາຈາກຂຸມຝັງສົບ. ໃນຍຸກນັ້ນ, ມັນມີຄວາມໝາຍຫຼາຍທີ່ສຸດທີ່ພຣະເຢຊູເຈົ້າເຮັດສິ່ງແບບນີ້. ຍ້ອນພຣະເຈົ້າກາຍມາເປັນເນື້ອໜັງ, ຜູ້ຄົນຈຶ່ງສາມາດເຫັນການປາກົດທາງຮ່າງກາຍຂອງພຣະອົງ, ການປະຕິບັດຕົວຈິງຂອງພຣະອົງ ແລະ ລັກສະນະທໍາມະດາຂອງພຣະອົງ. ເຖິງແມ່ນບາງຄົນໄດ້ເຫັນ ແລະ ເຂົ້າໃຈບາງສິ່ງກ່ຽວກັບລັກສະນະຂອງພຣະອົງ ຫຼື ຄວາມສາມາດທີ່ພິເສດບາງຢ່າງທີ່ພຣະອົງມີ, ບໍ່ມີຜູ້ໃດຮູ້ໄດ້ວ່າພຣະເຢຊູເຈົ້າມາແຕ່ໃສ, ພຣະອົງເປັນຜູ້ໃດແທ້ໃນແກ່ນແທ້ຂອງພຣະອົງ ແລະ ມີສິ່ງໃດອີກທີ່ພຣະອົງສາມາດເຮັດໄດ້ຢ່າງແທ້ຈິງ. ທຸກສິ່ງນີ້ແມ່ນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດຊາດ. ສະນັ້ນ ຫຼາຍຄົນຕ້ອງການຄົ້ນຫາສິ່ງພິສູດເພື່ອຕອບຄຳຖາມເຫຼົ່ານີ້ກ່ຽວກັບພຣະເຢຊູເຈົ້າ ແລະ ເພື່ອຮູ້ຈັກຄວາມຈິງ. ພຣະເຈົ້າສາມາດເຮັດບາງສິ່ງເພື່ອພິສູດຕົວຕົນຂອງພຣະອົງເອງໄດ້ບໍ? ສຳລັບພຣະເຈົ້າແລ້ວ ສິ່ງນີ້ແມ່ນເລື່ອງງ່າຍ, ມັນງ່າຍຄືກັບປອກກ້ວຍ. ພຣະອົງສາມາດເຮັດບາງສິ່ງໃນບ່ອນໃດກໍໄດ້, ໃນເວລາໃດກໍໄດ້ ເພື່ອພິສູດຕົວຕົນ ແລະ ແກ່ນແທ້ຂອງພຣະອົງ, ແຕ່ພຣະເຈົ້າມີວິທີເຮັດສິ່ງຕ່າງໆຂອງພຣະອົງ, ໂດຍມີແຜນການ ແລະ ເປັນບາດກ້າວ. ພຣະອົງບໍ່ເຮັດສິ່ງຕ່າງໆໂດຍບໍ່ເລືອກ, ແຕ່ກົງກັນຂ້າມພຣະອົງລໍຖ້າເວລາທີ່ເໝາະສົມ ແລະ ໂອກາດທີ່ເໝາະສົມເພື່ອເຮັດບາງສິ່ງທີ່ພຣະອົງຈະໃຫ້ມະນຸດເຫັນ, ບາງສິ່ງທີ່ເຕັມໄປດ້ວຍຄວາມໝາຍຢ່າງແທ້ຈິງ. ໃນລັກສະນະນີ້, ພຣະອົງພິສູດເຖິງສິດອຳນາດ ແລະ ຕົວຕົນຂອງພຣະອົງ. ແລ້ວ ການຟື້ນຄືນຊີບຂອງລາຊະໂຣສາມາດພິສູດຕົວຕົນຂອງພຣະເຢຊູເຈົ້າໄດ້ບໍ? ໃຫ້ພວກເຮົາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ....” ເມື່ອພຣະເຢຊູເຈົ້າເຮັດສິ່ງນັ້ນ, ພຣະອົງພຽງແຕ່ເວົ້າປະໂຫຍກດຽວຄື: “ລາຊະໂຣ ຈົ່ງອອກມາ”. ແລ້ວລາຊະໂຣກໍອອກມາຈາກຂຸມຝັງສົບຂອງລາວ, ສິ່ງນີ້ຖືກເຮັດໃຫ້ສຳເລັດ ຍ້ອນຄຳເວົ້າສອງສາມຄຳທີ່ພຣະຜູ້ເປັນເຈົ້າໄດ້ກ່າວອອກມາເທົ່ານັ້ນ. ໃນລະຫວ່າງເວລານີ້, ພຣະເຢຊູເຈົ້າບໍ່ໄດ້ຕັ້ງແທ່ນບູຊາ ແລະ ພຣະອົງບໍ່ໄດ້ປະຕິບັດການກະທຳອື່ນ. ພຣະອົງພຽງແຕ່ເວົ້າສິ່ງດຽວນີ້. ສິ່ງນີ້ຄວນຖືກເອີ້ນວ່າ ສິ່ງອັດສະຈັນ ຫຼື ຄຳສັ່ງບໍ? ຫຼື ມັນແມ່ນເວດມົນຄາຖາບາງຢ່າງບໍ? ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າສາມາດເອີ້ນໄດ້ວ່າ ສິ່ງອັດສະຈັນ ແລະ ຖ້າເຈົ້າເບິ່ງມັນຈາກທັດສະນະທີ່ທັນສະໄໝ, ແນ່ນອນ ເຈົ້າຍັງຈະສາມາດເອີ້ນມັນໄດ້ວ່າ ສິ່ງອັດສະຈັນ. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນເວດມົນສະນິດໜຶ່ງແນ່ນອນທີ່ຈະສາມາດເອີ້ນວິນຍານຈາກຄວາມຕາຍໄດ້, ມັນບໍ່ແມ່ນເວດມົນຄາຖາຢ່າງແນ່ນອນ. ມັນຖືກຕ້ອງທີ່ຈະເວົ້າວ່າ ສິ່ງອັດສະຈັນນີ້ເປັນສິ່ງທຳມະດາທີ່ສຸດ, ເປັນການສະແດງເລັກໆນ້ອຍໆເຖິງສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພຣະເຈົ້າມີສິດອຳນາດທີ່ຈະໃຫ້ຄົນໃດໜຶ່ງຕາຍ, ເຮັດໃຫ້ວິນຍານຂອງເຂົາອອກຈາກຮ່າງກາຍຂອງເຂົາ ແລະ ກັບຄືນສູ່ດິນແດນມໍລະນາ ຫຼື ໄປໃສກໍໄດ້ທີ່ມັນຄວນໄປ. ເວລາຕາຍຂອງບຸກຄົນໃດໜຶ່ງ ແລະ ສະຖານທີ່ໆພວກເຂົາຈະໄປຫຼັງຈາກຕາຍ, ສິ່ງເຫຼົ່ານີ້ແມ່ນຖືກກຳນົດໂດຍພຣະເຈົ້າ. ພຣະອົງສາມາດຕັດສິນໃຈໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້ ໂດຍບໍ່ຖືກຈຳກັດຈາກມະນຸດ, ເຫດການ, ສິ່ງຂອງ, ອາວະກາດ ຫຼື ພູມສາດໃດໆ. ຖ້າພຣະອົງຕ້ອງການເຮັດມັນ, ພຣະອົງກໍສາມາດເຮັດມັນໄດ້ ຍ້ອນທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆແມ່ນຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ທຸກສິ່ງມີຊີວິດ ແລະ ຕາຍໂດຍພຣະທຳຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ພຣະອົງສາມາດຟື້ນຄືນຊີວິດຄົນທີ່ຕາຍແລ້ວ ແລະ ພຣະອົງກໍສາມາດເຮັດສິ່ງນີ້ໃນເວລາໃດກໍໄດ້, ຢູ່ບ່ອນໃດກໍໄດ້. ນີ້ແມ່ນສິດອຳນາດທີ່ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ມີ.

ເມື່ອພຣະເຢຊູເຈົ້າເຮັດສິ່ງຕ່າງໆ ເຊັ່ນ: ນໍາລາຊະໂຣຄືນມາຈາກຄວາມຕາຍ, ເປົ້າໝາຍຂອງພຣະອົງແມ່ນເພື່ອພິສູດໃຫ້ມະນຸດ ແລະ ຊາຕານໄດ້ເຫັນ ແລະ ເພື່ອເຮັດໃຫ້ມະນຸດ ແລະ ຊາຕານຮູ້ວ່າ ທຸກສິ່ງທີ່ກ່ຽວກັບມະນຸດຊາດ, ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ເຖິງແມ່ນພຣະອົງໄດ້ກາຍມາເປັນເນື້ອໜັງ, ພຣະອົງກໍຍັງບັນຊາໂລກຝ່າຍຮ່າງກາຍທີ່ສາມາດເຫັນໄດ້ ພ້ອມທັງໂລກຝ່າຍວິນຍານທີ່ມະນຸດບໍ່ສາມາດເຫັນໄດ້. ສິ່ງນີ້ແມ່ນເພື່ອໃຫ້ມະນຸດຊາດ ແລະ ຊາຕານຮູ້ວ່າ ທຸກສິ່ງກ່ຽວກັບມະນຸດຊາດບໍ່ໄດ້ຢູ່ພາຍໃຕ້ຄຳສັ່ງຂອງຊາຕານ. ສິ່ງນີ້ແມ່ນການເປີດເຜີຍ ແລະ ການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ມັນຍັງເປັນວິທີທີ່ພຣະເຈົ້າບອກສິ່ງທັງປວງວ່າ ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຢູ່ໃນກໍາມືຂອງພຣະເຈົ້າ. ການທີ່ພຣະເຢຊູເຈົ້າຟື້ນຄືນຊີບຂອງລາຊະໂຣແມ່ນໜຶ່ງໃນວິທີທີ່ພຣະຜູ້ສ້າງສັ່ງສອນ ແລະ ແນະນໍາແກ່ມະນຸດຊາດ. ມັນຄືການກະທຳທີ່ເປັນຮູບປະທຳ ເຊິ່ງພຣະເຈົ້າໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງໃນການແນະນໍາ ແລະ ສະໜອງໃຫ້ແກ່ມະນຸດຊາດ. ມັນແມ່ນວິທີທີ່ພຣະຜູ້ສ້າງຍອມໃຫ້ມະນຸດຊາດໄດ້ເຫັນເຖິງຄວາມຈິງວ່າພຣະອົງບັນຊາສິ່ງທັງປວງ ໂດຍທີ່ບໍ່ໄດ້ໃຊ້ຄຳເວົ້າເລີຍ. ມັນແມ່ນວິທີທີ່ພຣະອົງບອກແກ່ມະນຸດຊາດຜ່ານທາງການກະທຳຕົວຈິງວ່າ ບໍ່ມີຄວາມລອດພົ້ນອື່ນໃດ ນອກຈາກຜ່ານທາງພຣະອົງ. ວິທີການງຽບໆນີ້ທີ່ພຣະອົງໃຊ້ເພື່ອສັ່ງສອນມະນຸດຊາດແມ່ນນິດນິລັນ, ຖາວອນ, ນໍາເອົາຄວາມຕື່ນຕົກໃຈ ແລະ ແສງສະຫວ່າງທີ່ບໍ່ສາມາດມືດມົນຈັກເທື່ອ ມາສູ່ຫົວໃຈຂອງມະນຸດ. ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ, ສິ່ງນີ້ແມ່ນມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຕິດຕາມແຕ່ລະຄົນຂອງພຣະເຈົ້າ. ມັນຝັງແໜ້ນໃນຄວາມເຂົ້າໃຈຂອງທຸກຄົນທີ່ເຂົ້າໃຈເຫດການ ແລະ ນິມິດຢ່າງເລິກເຊິ່ງທີ່ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສັ່ງຊີວິດ ແລະ ຄວາມຕາຍໄດ້. ເຖິງແມ່ນພຣະເຈົ້າມີສິດອຳນາດແບບນີ້ ແລະ ເຖິງແມ່ນພຣະອົງໄດ້ສະແດງອອກກ່ຽວກັບອຳນາດອະທິປະໄຕຂອງພຣະອົງເໜືອຊີວິດ ແລະ ຄວາມຕາຍຂອງມະນຸດຊາດຜ່ານການຟື້ນຄືນຊີບຂອງລາຊະໂຣ, ສິ່ງນີ້ກໍບໍ່ແມ່ນພາລະກິດຫຼັກຂອງພຣະອົງ. ພຣະເຈົ້າບໍ່ເຮັດບາງສິ່ງທີ່ບໍ່ມີຄວາມໝາຍຈັກເທື່ອ. ທຸກສິ່ງທີ່ພຣະອົງເຮັດແມ່ນມີຄຸນຄ່າທີ່ຍິ່ງໃຫຍ່ ແລະ ເປັນອັນຍະມະນີເໜືອສິ່ງໃດໃນສາງຊັບສົມບັດ. ພຣະອົງຈະບໍ່ “ເຮັດໃຫ້ບຸກຄົນໃດໜຶ່ງອອກມາຈາກຂຸມຝັງສົບຂອງພວກເຂົາ” ເປັນເປົ້າໝາຍຫຼັກ ຫຼື ລາຍການອັນດຽວໃນພາລະກິດຂອງພຣະອົງ. ພຣະເຈົ້າບໍ່ເຮັດຫຍັງທີ່ບໍ່ໄຮ້ຄວາມໝາຍ. ການຟື້ນຄືນຊີບຂອງລາຊະໂຣເປັນເຫດການດຽວທີ່ພຽງພໍເພື່ອສະແດງເຖິງສິດອຳນາດຂອງພຣະເຈົ້າ ແລະ ເພື່ອພິສູດຕົວຕົນຂອງພຣະເຢຊູເຈົ້າ. ນີ້ຄືເຫດຜົນທີ່ພຣະເຢຊູເຈົ້າບໍ່ໄດ້ເຮັດສິ່ງອັດສະຈັນປະເພດນີ້ຊໍ້າອີກ. ພຣະເຈົ້າເຮັດສິ່ງຕ່າງໆຕາມຫຼັກການຂອງພຣະອົງເອງ. ໃນພາສາມະນຸດ, ມັນສາມາດເວົ້າໄດ້ວ່າ ພຣະເຈົ້າໃສ່ໃຈກັບເລື່ອງຈິງຈັງເທົ່ານັ້ນ. ນັ້ນກໍຄື ເມື່ອພຣະເຈົ້າເຮັດສິ່ງຕ່າງໆ ພຣະອົງບໍ່ໄດ້ຫັນເຫໄປຈາກເປົ້າໝາຍໃນພາລະກິດຂອງພຣະອົງ. ພຣະອົງຮູ້ວ່າພຣະອົງຕ້ອງການປະຕິບັດພາລະກິດຫຍັງໃນຂັ້ນຕອນນີ້, ພຣະອົງຕ້ອງການສຳເລັດຫຍັງ ແລະ ພຣະອົງຈະປະຕິບັດພາລະກິດຕາມແຜນການຂອງພຣະອົງຢ່າງເຂັ້ມງວດ. ຖ້າຄົນເສື່ອມຊາມມີຄວາມສາມາດແບບນັ້ນ, ເຂົາກໍພຽງແຕ່ຈະຄິດຫາວິທີຕ່າງໆເພື່ອເປີດເຜີຍຄວາມສາມາດຂອງເຂົາ ເພື່ອວ່າຄົນອື່ນຈະຮູ້ຈັກວ່າເຂົາເປັນຕາຢ້ານສໍ່າໃດ, ເພື່ອພວກເຂົາຈະກົ້ມລົງຂາບເຂົາ, ເພື່ອເຂົາຈະຄວບຄຸມພວກເຂົາ ແລະ ກືນກິນພວກເຂົາ. ນີ້ແມ່ນສິ່ງຊົ່ວຮ້າຍທີ່ມາຈາກຊາຕານ, ນີ້ແມ່ນເອີ້ນວ່າ ຄວາມເສື່ອມຊາມ. ພຣະເຈົ້າບໍ່ໄດ້ມີອຸປະນິໄສແບບນັ້ນ ແລະ ພຣະອົງບໍ່ມີແກ່ນແທ້ແບບນັ້ນ. ເປົ້າໝາຍຂອງພຣະອົງໃນການເຮັດສິ່ງຕ່າງໆບໍ່ແມ່ນເພື່ອອວດໂອພຣະອົງເອງ, ແຕ່ເພື່ອໃຫ້ການເປີດເຜີຍ ແລະ ການນໍາພາມະນຸດຊາດຫຼາຍຍິ່ງຂຶ້ນ ແລະ ນີ້ຄືເຫດຜົນທີ່ຜູ້ຄົນເຫັນຕົວຢ່າງພຽງໜ້ອຍດຽວໃນພຣະຄຳພີທີ່ກ່ຽວກັບເຫດການນີ້. ນີ້ບໍ່ໄດ້ໝາຍຄວາມວ່າ ລິດອຳນາດຂອງພຣະເຢຊູເຈົ້າມີຈຳກັດ ຫຼື ພຣະອົງບໍ່ສາມາດເຮັດສິ່ງດັ່ງກ່າວ. ມັນພຽງແຕ່ວ່າ ພຣະເຈົ້າບໍ່ຕ້ອງການເຮັດມັນ ຍ້ອນວ່າ ການທີ່ພຣະເຢຊູເຈົ້າເຮັດໃຫ້ລາຊະໂຣຟື້ນຄືນຊີບແມ່ນມີຄວາມສໍາຄັນຕົວຈິງຫຼ່າຍ ແລະ ຍ້ອນວ່າ ພາລະກິດຫຼັກຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງບໍ່ແມ່ນເພື່ອປະຕິບັດສິ່ງອັດສະຈັນ, ບໍ່ແມ່ນເພື່ອນໍາຜູ້ຄົນຄືນມາຈາກຄວາມຕາຍ, ແຕ່ແມ່ນພາລະກິດແຫ່ງການໄຖ່ບາບສຳລັບມະນຸດຊາດ. ສະນັ້ນ ພາລະກິດຫຼາຍຢ່າງທີ່ພຣະເຢຊູເຈົ້າໄດ້ສຳເລັດຄືການສັ່ງສອນຜູ້ຄົນ, ການສະໜອງໃຫ້ແກ່ພວກເຂົາ ແລະ ການຊ່ວຍເຫຼືອພວກເຂົາ ແລະ ເຫດການຕ່າງໆ ເຊັ່ນ: ການເຮັດໃຫ້ລາຊະໂຣຟື້ນຄືນຊີບ ຈຶ່ງເປັນພຽງສ່ວນນ້ອຍຂອງພັນທະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດ. ຍິ່ງໄປກວ່ານັ້ນ ເຈົ້າສາມາດເວົ້າໄດ້ວ່າ “ການອວດໂອ້” ບໍ່ແມ່ນສ່ວນໜຶ່ງຂອງແກ່ນແທ້ຂອງພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ຕັ້ງໃຈຫັກຫ້າມຕົນເອງບໍ່ໃຫ້ສະແດງສິ່ງອັດສະຈັນ ຫຼື ນີ້ບໍ່ແມ່ນຍ້ອນມີຂໍ້ຈຳກັດດ້ານສະພາບແວດລ້ອມ ແລະ ມັນບໍ່ແມ່ນເນື່ອງຈາກການຂາດລິດອຳນາດຢ່າງແນ່ນອນ.

ເມື່ອພຣະເຢຊູເຈົ້ານໍາລາຊະໂຣຄືນມາຈາກຄວາມຕາຍ, ພຣະອົງໃຊ້ພຽງແຕ່ພຣະທຳສອງສາມຂໍ້ເຫຼົ່ານີ້: “ລາຊະໂຣ ຈົ່ງອອກມາ”. ພຣະອົງບໍ່ໄດ້ເວົ້າຫຍັງ ນອກຈາກນີ້. ແລ້ວພຣະທຳເຫຼົ່ານີ້ສະແດງເຖິງຫຍັງ? ພວກມັນສະແດງວ່າ ພຣະເຈົ້າສາມາດເຮັດໃຫ້ຫຍັງກໍໄດ້ສຳເລັດໂດຍການກ່າວ ລວມເຖິງການເຮັດໃຫ້ຄົນທີ່ຕາຍແລ້ວຟື້ນຄືນຊີບໄດ້. ເມື່ອພຣະເຈົ້າເນລະມິດສ້າງສິ່ງທັງປວງ, ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍເຮັດດ້ວຍພຣະທຳ ນັ້ນກໍຄື ຄຳສັ່ງ, ພຣະທຳທີ່ມີສິດອຳນາດ ແລະ ດ້ວຍວິທີນີ້ ສິ່ງທັງປວງຈຶ່ງຖືກເນລະມິດສ້າງຂຶ້ນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເຮັດໃຫ້ສຳເລັດ. ພຣະທຳສອງສາມຂໍ້ນີ້ທີ່ພຣະເຢຊູເຈົ້າໄດ້ກ່າວແມ່ນຄືກັນກັບພຣະທຳທີ່ພຣະເຈົ້າໄດ້ກ່າວໃນເວລາພຣະອົງເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ; ໃນລັກສະນະດຽວກັນ, ພຣະທໍາເຫຼົ່ານັ້ນກໍມີສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະຜູ້ສ້າງ. ສິ່ງທັງປວງແມ່ນຖືກສ້າງຂຶ້ນ ແລະ ຍຶດໝັ້ນ ຍ້ອນພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ໃນລັກສະນະດຽວກັນ ລາຊະໂຣກໍຍ່າງອອກຈາກຂຸມຝັງສົບຂອງລາວ ຍ້ອນພຣະທຳຈາກປາກຂອງພຣະເຢຊູເຈົ້າ. ນີ້ແມ່ນສິດອຳນາດຂອງພຣະເຈົ້າ ເຊິ່ງຖືກສະແດງອອກ ແລະ ຖືກເຮັດໃຫ້ເປັນຈິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງເອງ. ສິດອຳນາດ ແລະ ຄວາມສາມາດປະເພດນີ້ແມ່ນເປັນຂອງພຣະຜູ້ສ້າງ ແລະ ເປັນຂອງບຸດມະນຸດ ຜູ້ເຊິ່ງພຣະຜູ້ສ້າງໄດ້ກາຍເປັນຈິງ. ນີ້ແມ່ນຄວາມເຂົ້າໃຈທີ່ພຣະເຈົ້າໄດ້ສັ່ງສອນໃຫ້ແກ່ມະນຸດຊາດໂດຍການນໍາລາຊະໂຣກັບຄືນມາຈາກຄວາມຕາຍ. ບັດນີ້ ພວກເຮົາຈະສິ້ນສຸດການສົນທະນາຂອງພວກເຮົາກ່ຽວກັບຫົວຂໍ້ນີ້ໃນທີ່ນີ້. ຕໍ່ໄປ ໃຫ້ພວກເຮົາອ່ານເພີ່ມເຕີມຈາກຂໍ້ພຣະຄຳພີ.

10. ພວກຟາຣີຊາຍຕັດສິນພຣະເຢຊູ

ມາລະໂກ 3:21–22 ແລະ ເມື່ອເພື່ອນຂອງພຣະອົງໄດ້ຍິນກ່ຽວກັບເລື່ອງນີ້ ພວກເຂົາກໍອອກໄປຈັບກຸມພຣະອົງ ຍ້ອນພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ. ແລະ ພວກທຳມະຈານ ເຊິ່ງມາຈາກເມືອງເຢລູຊາເລັມກໍເວົ້າວ່າ ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ.

11. ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ

ມັດທາຍ 12:31–32 ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດນັ້ນ ມະນຸດຈະໄດ້ຮັບການອະໄພ ແຕ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດນັ້ນ ມະນຸດຈະບໍ່ໄດ້ຮັບການອະໄພ. ແລະ ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ ເຂົາກໍຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ.

ມັດທາຍ 23:13–15 ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກທຳມະຈານ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກທຳມະຈານ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າກືນກິນບ້ານຂອງຍິງໝ້າຍ ແລະ ແກ້ງອະທິຖານຍືດຍາວ, ດ້ວຍເຫດນັ້ນ ເຈົ້າຈະໄດ້ຮັບຄຳສາບແຊ່ງທີ່ຍິ່ງໃຫຍ່. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກທຳມະຈານ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະລົກຫຼາຍກວ່າເຈົ້າຕັ້ງສອງເທົ່າ.

ເນື້ອຫາຂອງຂໍ້ຄວາມສອງຂໍ້ຄວາມຂ້າງເທິງແມ່ນແຕກຕ່າງກັນ. ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດກ່ອນ: ພວກຟາຣີຊາຍຕັດສິນພຣະເຢຊູ.

ໃນພຣະຄຳພີ, ການທີ່ພວກຟາຣີຊາຍປະເມີນພຣະເຢຊູເອງ ແລະ ສິ່ງຕ່າງໆທີ່ພຣະອົງເຮັດແມ່ນ: “ພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ... ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21–22). ການທີ່ພວກທຳມະຈານ ແລະ ພວກຟາຣີຊາຍຕັດສິນພຣະເຢຊູເຈົ້າບໍ່ແມ່ນວ່າພວກເຂົາພຽງແຕ່ລອກແບບຄຳເວົ້າຂອງຄົນອື່ນເທົ່ານັ້ນ ແລະ ມັນບໍ່ແມ່ນການຄາດເດົາທີ່ໄຮ້ມູນຄວາມຈິງ, ມັນຄືຂໍ້ສະຫຼຸບທີ່ພວກເຂົາຖອດຖອນກ່ຽວກັບພຣະເຢຊູເຈົ້າຈາກສິ່ງທີ່ພວກເຂົາເຫັນ ແລະ ໄດ້ຍິນກ່ຽວກັບການກະທຳຂອງພຣະອົງ. ເຖິງແມ່ນຂໍ້ສະຫຼຸບຂອງພວກເຂົາຖືກສ້າງຂຶ້ນໃນນາມຂອງຄວາມຍຸຕິທຳຢ່າງເຫັນໄດ້ຊັດເຈນ ແລະ ປາກົດຕໍ່ຜູ້ຄົນຄືກັບວ່າສົມເຫດສົມຜົນ, ຄວາມອວດດີທີ່ພວກເຂົາຕັດສິນພຣະເຢຊູເຈົ້າກໍຍາກທີ່ແມ່ນແຕ່ພວກເຂົາເອງຈະຢັບຢັ້ງໄດ້. ພະລັງອັນບ້າປ່ວງແຫ່ງຄວາມກຽດຊັງຂອງພວກເຂົາສຳລັບພຣະເຢຊູເຈົ້າໄດ້ເປີດໂປງຄວາມທະເຍີທະຍານຂອງພວກເຂົາເອງ ແລະ ໃບໜ້າແບບຊາຕານທີ່ຊົ່ວຮ້າຍຂອງພວກເຂົາ ພ້ອມທັງທຳມະຊາດທີ່ເປັນອັນຕະລາຍຂອງພວກເຂົາ ທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ສິ່ງເຫຼົ່ານີ້ທີ່ພວກເຂົາກ່າວໃນການທີ່ພວກເຂົາຕັດສິນພຣະເຢຊູເຈົ້າແມ່ນຖືກຂັບເຄື່ອນໂດຍຄວາມທະເຍີທະຍານອັນປ່າເຖື່ອນຂອງພວກເຂົາ, ຄວາມອິດສາ ແລະ ທຳມະຊາດທີ່ຂີ້ຮ້າຍ ແລະ ເປັນອັນຕະລາຍຂອງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ. ພວກເຂົາບໍ່ໄດ້ສືບສວນແຫຼ່ງທີ່ມາຂອງການກະທຳຂອງພຣະເຢຊູເຈົ້າ ຫຼື ພວກເຂົາບໍ່ສືບສວນແກ່ນແທ້ຂອງສິ່ງທີ່ພຣະອົງກ່າວ ຫຼື ເຮັດ. ກົງກັນຂ້າມ ພວກເຂົາໂຈມຕີ ແລະ ຫຼຸດຄວາມໜ້າເຊື່ອຖືຂອງສິ່ງທີ່ພຣະອົງໄດ້ເຮັດ ຢ່າງຫຼັບຫູຫຼັບຕາ, ໃນສະພາວະທີ່ປັ່ນປ່ວນຢ່າງບ້າບໍ ແລະ ດ້ວຍເຈດຕະນາຫວັງທໍາຮ້າຍ. ພວກເຂົາເຖິງກັບຕັ້ງໃຈຫຼຸດຄວາມໜ້າເຊື່ອຖືຂອງພຣະວິນຍານຂອງພຣະອົງ ນັ້ນກໍຄື ພຣະວິນຍານບໍລິສຸດທີ່ເປັນພຣະວິນຍານຂອງພຣະເຈົ້າ. ນີ້ຄືສິ່ງທີ່ພວກເຂົາໝາຍເຖິງເມື່ອພວກເຂົາເວົ້າວ່າ: “ພຣະອົງເປັນບ້າໄປແລ້ວ”, “ມານຮ້າຍເບເອນເຊບຸບ” ແລະ “ເຈົ້າຊາຍຂອງມານຮ້າຍ”. ນັ້ນໝາຍຄວາມວ່າ ພວກເຂົາເວົ້າວ່າພຣະວິນຍານຂອງພຣະເຈົ້າແມ່ນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ. ພວກເຂົາບອກລັກສະນະພາລະກິດຂອງພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໄດ້ປົກຄຸມພຣະອົງເອງໃນເນື້ອໜັງ ວ່າເປັນຄວາມບ້າບໍ. ພວກເຂົາບໍ່ພຽງແຕ່ໝິ່ນປະໝາດພຣະວິນຍານຂອງພຣະເຈົ້າວ່າເປັນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ, ແຕ່ຍັງກ່າວໂທດພາລະກິດຂອງພຣະເຈົ້າ ແລະ ກ່າວໂທດ ແລະ ໝິ່ນປະໝາດພຣະເຢຊູຄຣິດເຈົ້າ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາ ແລະ ການໝິ່ນປະໝາດພຣະເຈົ້າແມ່ນເປັນແກ່ນແທ້ດຽວກັນກັບການຕໍ່ຕ້ານ ແລະ ການໝິ່ນປະໝາດພຣະເຈົ້າທີ່ຊາຕານ ແລະ ຜີຮ້າຍສະແດງອອກທັງສິ້ນ. ພວກເຂົາບໍ່ພຽງແຕ່ເປັນຕົວແທນຂອງມະນຸດທີ່ເສື່ອມຊາມເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກເຂົາເປັນຕົວຕົນຂອງຊາຕານ. ພວກເຂົາເປັນຊ່ອງທາງສຳລັບຊາຕານທີ່ຢູ່ທ່າມກາງມະນຸດຊາດ ແລະ ພວກເຂົາເປັນຜູ້ສົມຮູ້ຮ່ວມຄິດ ແລະ ຂີ້ຂ້າຂອງຊາຕານ. ແກ່ນແທ້ຂອງການໝິ່ນປະໝາດຂອງພວກເຂົາ ແລະ ການທີ່ພວກເຂົາໃສ່ຮ້າຍປ້າຍສີພຣະເຢຊູຄຣິດເຈົ້າແມ່ນການຕໍ່ສູ້ຂອງພວກເຂົາກັບພຣະເຈົ້າເພື່ອສະຖານະ, ການຕໍ່ຕ້ານຂອງພວກເຂົາກັບພຣະເຈົ້າ ແລະ ການທີ່ພວກເຂົາທົດສອບພຣະເຈົ້າຢ່າງບໍ່ສິ້ນສຸດ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາຕໍ່ພຣະເຈົ້າ ແລະ ທ່າທີແຫ່ງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະອົງ ພ້ອມທັງຄຳເວົ້າຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາ ໄດ້ໝິ່ນປະໝາດ ແລະ ເຮັດໃຫ້ພຣະວິນຍານຂອງພຣະເຈົ້າໃຈຮ້າຍໂດຍກົງ. ສະນັ້ນ ພຣະເຈົ້າຈຶ່ງກຳນົດການພິພາກສາທີ່ສົມເຫດສົມຜົນ ໂດຍອີງຕາມສິ່ງທີ່ພວກເຂົາກ່າວ ແລະ ເຮັດ ແລະ ພຣະເຈົ້າຕັດສິນການກະທຳຂອງພວກເຂົາວ່າເປັນຄວາມຜິດບາບທີ່ໝິ່ນປະໝາດພຣະວິນຍານບໍລິສຸດ. ຄວາມຜິດບາບນີ້ແມ່ນບໍ່ສາມາດໃຫ້ອະໄພໄດ້ທັງໃນໂລກນີ້ ແລະ ໂລກທີ່ກຳລັງຈະມາເຖິງ ເຊິ່ງເກີດອອກຈາກຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດນັ້ນ ມະນຸດຈະບໍ່ໄດ້ຮັບການອະໄພ” ແລະ “ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ ເຂົາກໍຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ມື້ນີ້ ໃຫ້ພວກເຮົາມາລົມກັນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ນັ້ນກໍຄື ໃຫ້ພວກເຮົາມາເຮັດໃຫ້ວິທີທີ່ພຣະເຈົ້າບັນລຸພຣະທຳເຫຼົ່ານີ້ກະຈ່າງແຈ້ງ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”.

ທຸກສິ່ງທີ່ພວກເຮົາເວົ້າແມ່ນກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ທ່າທີຂອງພຣະອົງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ໂດຍທຳມະຊາດແລ້ວ ຂໍ້ຄວາມສອງຂໍ້ຂ້າງເທິງແມ່ນບໍ່ໄດ້ຖືກຍົກເວັ້ນ. ພວກເຈົ້າໄດ້ສັງເກດຫຍັງບໍໃນຂໍ້ພຣະຄຳພີສອງຂໍ້ນີ້? ບາງຄົນເວົ້າວ່າ ພວກເຂົາເຫັນຄວາມໃຈຮ້າຍຂອງພຣະເຈົ້າໃນຂໍ້ພຣະຄຳເຫຼົ່ານີ້. ບາງຄົນເວົ້າວ່າ ພວກເຂົາໄດ້ເຫັນອີກດ້ານຂອງອຸປະນິໄສຂອງພຣະເຈົ້າທີ່ບໍ່ທົນຕໍ່ການທ້າທາຍຂອງມະນຸດຊາດ ແລະ ຖ້າຜູ້ຄົນເຮັດບາງສິ່ງທີ່ໝິ່ນປະໝາດຕໍ່ພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບການອະໄພຂອງພຣະອົງ. ເຖິງແມ່ນຜູ້ຄົນຈະເຫັນ ແລະ ຮັບຮູ້ເຖິງຄວາມໃຈຮ້າຍຂອງພຣະເຈົ້າ ແລະ ຄວາມບໍ່ທົນຕໍ່ການທ້າທາຍຂອງມະນຸດຊາດໃນສອງຂໍ້ຄວາມນີ້, ພວກເຂົາກໍຍັງບໍ່ເຂົ້າໃຈທ່າທີຂອງພຣະອົງຢ່າງແທ້ຈິງ. ແຝງຢູ່ໃນຂໍ້ຄວາມສອງຂໍ້ນີ້ແມ່ນການອ້າງອີງຢ່າງລີ້ລັບເຖິງທັດສະນະຄະຕິທີ່ແທ້ຈິງຂອງພຣະເຈົ້າ ແລະ ວິທີການຂອງພຣະອົງຕໍ່ຄົນທີ່ໝິ່ນປະໝາດ ແລະ ເຮັດໃຫ້ພຣະອົງໃຈຮ້າຍ. ທັດສະນະຄະຕິ ແລະ ວິທີການຂອງພຣະອົງສະແດງເຖິງຄວາມໝາຍທີ່ແທ້ຈິງໃນຂໍ້ຄວາມດັ່ງຕໍ່ໄປນີ້: “ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ ເຂົາກໍຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ເມື່ອຜູ້ຄົນໝິ່ນປະໝາດພຣະເຈົ້າ ແລະ ເມື່ອພວກເຂົາເຮັດໃຫ້ພຣະອົງໃຈຮ້າຍ, ພຣະອົງກໍກຳນົດຄຳຕັດສິນ ແລະ ຄຳຕັດສິນນີ້ແມ່ນຜົນຮັບທີ່ພຣະອົງໄດ້ກຳນົດ. ມັນຖືກບັນຍາຍໄວ້ໃນພຣະຄຳພີດັ່ງນີ້: “ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດນັ້ນ ມະນຸດຈະໄດ້ຮັບການອະໄພ ແຕ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດນັ້ນ ມະນຸດຈະບໍ່ໄດ້ຮັບການອະໄພ” (ມັດທາຍ 12:31) ແລະ “ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກທຳມະຈານ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ!” (ມັດທາຍ 23:13). ເຖິງຢ່າງໃດກໍຕາມ ມັນຖືກບັນທຶກໄວ້ໃນພຣະຄຳພີບໍວ່າ ແມ່ນຫຍັງຄືຜົນຕາມມາສຳລັບພວກທຳມະຈານ ແລະ ພວກຟາຣີຊາຍ ພ້ອມທັງຜົນຮັບສຳລັບຄົນທີ່ເວົ້າວ່າ ພຣະເຢຊູເຈົ້າເປັນບ້າ ຫຼັງຈາກທີ່ພຣະອົງໄດ້ກ່າວສິ່ງເຫຼົ່ານີ້? ມັນຖືກບັນທຶກໄວ້ບໍວ່າ ພວກເຂົາໄດ້ທົນທຸກກັບການລົງໂທດໃດໜຶ່ງ? ບໍ່, ສິ່ງນີ້ແມ່ນສາມາດເວົ້າໄດ້ຢ່າງແນ່ນອນ. ການເວົ້າວ່າ: “ບໍ່” ໃນນີ້ບໍ່ແມ່ນເພື່ອເວົ້າວ່າ ບໍ່ມີການບັນທຶກດັ່ງກ່າວ, ແຕ່ໃນຄວາມເປັນຈິງ ມີພຽງແຕ່ວ່າ ບໍ່ມີຜົນຕາມມາທີ່ສາມາດເຫັນໄດ້ດ້ວຍຕາມະນຸດ. ການເວົ້າວ່າ: “ມັນບໍ່ໄດ້ຖືກບັນທຶກ” ອະທິບາຍເລື່ອງທັດສະນະຄະຕິ ແລະ ຫຼັກການຂອງພຣະເຈົ້າສຳລັບການຈັດການສິ່ງໃດໜຶ່ງ. ພຣະເຈົ້າບໍ່ເຮັດຕາບອດ ຫຼື ຫູໜວກໃສ່ຜູ້ຄົນທີ່ໝິ່ນປະໝາດ ຫຼື ຕໍ່ຕ້ານພຣະອົງ ຫຼື ແມ່ນແຕ່ຄົນທີ່ກ່າວຮ້າຍພຣະອົງ, ຜູ້ຄົນທີ່ເຈດຕະນາໂຈມຕີ, ກ່າວຮ້າຍ ແລະ ສາບແຊ່ງພຣະອົງ, ແຕ່ກົງກັນຂ້າມ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ພວກເຂົາ. ພຣະອົງກຽດຊັງຄົນເຫຼົ່ານີ້ ແລະ ພຣະອົງກ່າວໂທດພວກເຂົາໃນຫົວໃຈຂອງພຣະອົງ. ພຣະອົງເຖິງກັບປະກາດຢ່າງເປີດເຜີຍວ່າ ຜົນຕາມມາຂອງພວກເຂົາຈະແມ່ນຫຍັງ, ເພື່ອຜູ້ຄົນຈະຮູ້ວ່າ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ຄົນທີ່ໝິ່ນປະໝາດພຣະອົງ ແລະ ເພື່ອວ່າພວກເຂົາຈະຮູ້ວ່າ ພຣະອົງຈະກຳນົດຜົນຕາມມາຂອງພວກເຂົາໄດ້ແນວໃດ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພຣະເຈົ້າໄດ້ກ່າວສິ່ງເຫຼົ່ານີ້, ຜູ້ຄົນແມ່ນຍາກທີ່ຈະສາມາດເຫັນຄວາມຈິງໃນວິທີທີ່ພຣະເຈົ້າຈັດການກັບຜູ້ຄົນເຫຼົ່ານີ້ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫຼັກການທີ່ຢູ່ເບື້ອງຫຼັງຜົນຕາມມາ ແລະ ຄຳຕັດສິນທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນບໍ່ສາມາດເຫັນວິທີການ ແລະ ແບບແຜນສະເພາະທີ່ພຣະເຈົ້າມີສຳລັບການຈັດການພວກເຂົາ. ສິ່ງນີ້ແມ່ນກ່ຽວຂ້ອງກັບຫຼັກການຂອງພຣະເຈົ້າໃນການເຮັດສິ່ງຕ່າງໆ. ພຣະເຈົ້າໃຊ້ເຫດການເກີດຂຶ້ນຈິງເພື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ. ນັ້ນກໍຄື ພຣະອົງບໍ່ໄດ້ປະກາດຄວາມຜິດບາບຂອງພວກເຂົາ ແລະ ບໍ່ໄດ້ຕັດສິນຜົນຕາມມາຂອງພວກເຂົາ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຫດການເກີດຂຶ້ນແທ້ຈິງເພື່ອກໍານົດການລົງໂທດພວກເຂົາ ແລະ ຮັບຜົນກຳສະໜອງຢ່າງຍຸຕິທຳ. ເມື່ອຄວາມຈິງເຫຼົ່ານີ້ເກີດຂຶ້ນ, ມັນແມ່ນເນື້ອໜັງຂອງຜູ້ຄົນທີ່ທົນທຸກກັບການລົງໂທດ ໝາຍຄວາມວ່າ ການລົງໂທດແມ່ນສິ່ງທີ່ສາມາດເຫັນໄດ້ດ້ວຍສາຍຕາມະນຸດ. ເມື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ, ພຣະເຈົ້າພຽງແຕ່ສາບແຊ່ງພວກເຂົາດ້ວຍພຣະທຳ ແລະ ດ້ວຍຄວາມໂກດຮ້າຍຂອງພຣະອົງ, ແຕ່ການລົງໂທດທີ່ພວກເຂົາໄດ້ຮັບອາດເປັນສິ່ງທີ່ຜູ້ຄົນບໍ່ສາມາດເຫັນໄດ້. ເຖິງຢ່າງໃດກໍຕາມ ຜົນຕາມມາປະເພດນີ້ອາດຍິ່ງຮ້າຍແຮງຫຼາຍກວ່າຜົນຕາມມາທີ່ຜູ້ຄົນສາມາດເຫັນ ເຊັ່ນ: ການຖືກລົງໂທດ ຫຼື ຖືກຂ້າຕາຍ. ນີ້ກໍຍ້ອນພາຍໃຕ້ສະຖານະການດັ່ງກ່າວ ພຣະເຈົ້າໄດ້ຕັດສິນໃຈບໍ່ຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ, ພຣະອົງບໍ່ມີຄວາມເມດຕາ ຫຼື ມີຄວາມອົດທົນສຳລັບພວກເຂົາອີກຕໍ່ໄປ ແລະ ຈະບໍ່ສະໜອງໂອກາດໃຫ້ພວກເຂົາອີກ, ແລ້ວທັດສະນະຄະຕິທີ່ພຣະອົງມີຕໍ່ພວກເຂົາກໍເປັນທັດສະນະຄະຕິແບບປະຖິ້ມສິ່ງເຫຼົ່ານັ້ນ. ແມ່ນຫຍັງຄືຄວາມໝາຍຂອງ “ການປະຖິ້ມ” ໃນນີ້? ຄວາມໝາຍພື້ນຖານຂອງຄຳສັບນີ້ກໍຄື “ການປະວາງບາງສິ່ງໄວ້ຕ່າງຫາກ ແລະ ບໍ່ສົນໃຈກັບມັນອີກຕໍ່ໄປ”. ແຕ່ໃນນີ້, ເມື່ອພຣະເຈົ້າ “ປະຖິ້ມຜູ້ໃດຜູ້ໜຶ່ງ”, ມັນມີຄວາມໝາຍສອງຢ່າງຄື: ຄວາມໝາຍທຳອິດ ພຣະອົງໄດ້ມອບຊີວິດຂອງຄົນນັ້ນ ແລະ ທຸກສິ່ງກ່ຽວກັບບຸກຄົນນັ້ນໃຫ້ຊາຕານຈັດການ ແລະ ພຣະເຈົ້າຈະບໍ່ຮັບຜິດຊອບ ແລະ ຈະບໍ່ຄຸ້ມຄອງບຸກຄົນນັ້ນອີກຕໍ່ໄປ. ບໍ່ວ່າບຸກຄົນນັ້ນຈະເປັນບ້າ ຫຼື ໂງ່ຈ້າ ຫຼື ບໍ່ວ່າພວກເຂົາຈະຕາຍ ຫຼື ມີຊີວິດ ຫຼື ພວກເຂົາຖືກໂຍນລົງສູ່ໝໍ້ນະຮົກສໍາລັບການລົງໂທດຂອງພວກເຂົາ, ທຸກສິ່ງເຫຼົ່ານີ້ຈະບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ. ນັ້ນໝາຍຄວາມວ່າ ສິ່ງຖືກສ້າງດັ່ງກ່າວຈະບໍ່ກ່ຽວຂ້ອງກັບພຣະຜູ້ສ້າງ. ຄວາມໝາຍທີສອງກໍຄື ພຣະເຈົ້າໄດ້ກຳນົດວ່າ ພຣະອົງເອງຕ້ອງການເຮັດບາງສິ່ງກັບບຸກຄົນນີ້, ດ້ວຍມືຂອງພຣະອົງເອງ. ມັນເປັນໄປໄດ້ທີ່ພຣະອົງຈະໃຊ້ປະໂຫຍດຈາກການບໍລິການຂອງບຸກຄົນນີ້ ຫຼື ພຣະອົງຈະໃຊ້ພວກເຂົາໃຫ້ເປັນເຄື່ອງມືຮັບໃຊ້. ມັນເປັນໄປໄດ້ທີ່ພຣະອົງຈະມີວິທີການພິເສດເພື່ອຈັດການກັບຄົນປະເພດນີ້, ວິທີການພິເສດເພື່ອປະຕິບັດຕໍ່ພວກເຂົາດັ່ງທີ່ພຣະອົງໄດ້ປະຕິບັດກັບໂປໂລ. ນີ້ແມ່ນຫຼັກການ ແລະ ທ່າທີໃນຫົວໃຈຂອງພຣະເຈົ້າ ທີ່ພຣະອົງໄດ້ຕັດສິນໃຈທີ່ຈະຈັດການກັບຄົນປະເພດນີ້. ສະນັ້ນ ເມື່ອຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ກ່າວຮ້າຍ ແລະ ໝິ່ນປະໝາດພຣະອົງ, ຖ້າພວກເຂົາທ້າທາຍອຸປະນິໄສຂອງພຣະອົງ ຫຼື ຖ້າພວກເຂົາບັງຄັບພຣະເຈົ້າເກີນຂອບເຂດຄວາມອົດທົນຂອງພຣະອົງ, ແລ້ວຜົນຕາມມາກໍບໍ່ຕ້ອງຄິດເຖິງເລີຍ. ຜົນຕາມມາທີ່ຮຸນແຮງທີ່ສຸດກໍຄືພຣະເຈົ້າຈະມອບຊີວິດຂອງພວກເຂົາ ແລະ ທຸກສິ່ງກ່ຽວກັບພວກເຂົາໃຫ້ແກ່ຊາຕານເປັນຄັ້ງສຸດທ້າຍ. ພວກເຂົາຈະບໍ່ໄດ້ຮັບການອະໄພຊົ່ວນິດນິລັນ. ນີ້ໝາຍຄວາມວ່າ ບຸກຄົນນີ້ໄດ້ກາຍເປັນອາຫານໃນປາກຂອງຊາຕານ, ເປັນເຄື່ອງຫຼິ້ນໃນມືຂອງມັນ ແລະ ຈາກນັ້ນເປັນຕົ້ນໄປ ພຣະເຈົ້າກໍຈະບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາອີກ. ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ມັນທຸກທໍລະມານສໍ່າໃດເມື່ອຊາຕານລໍ້ລວງໂຢບ? ແມ່ນແຕ່ພາຍໃຕ້ສະພາບການທີ່ຊາຕານບໍ່ໄດ້ຮັບອະນຸຍາດໃຫ້ທຳຮ້າຍຊີວິດຂອງໂຢບ, ໂຢບກໍຍັງທົນທຸກຢ່າງໃຫຍ່ຫຼວງ. ແລ້ວລອງວາດພາບເບິ່ງວ່າມັນຈະໂຫດຮ້າຍສໍ່າໃດ ຖ້າບຸກຄົນໃດໜຶ່ງຖືກມອບໃຫ້ແກ່ຊາຕານຢ່າງສົມບູນ ຫຼື ຢູ່ພາຍໃນກຳມືຂອງຊາຕານຢ່າງສົມບູນ, ຜູ້ທີ່ໄດ້ສູນເສຍຄວາມຫ່ວງໃຍ ແລະ ຄວາມເມດຕາຂອງພຣະເຈົ້າຢ່າງສົມບູນ, ຜູ້ທີ່ບໍ່ໄດ້ຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງອີກຕໍ່ໄປ, ຜູ້ທີ່ຖືກຖອນສິດທິໃນການນະມັດສະການພຣະອົງ ແລະ ສິດທິໃນການເປັນສິ່ງຖືກສ້າງພາຍໃຕ້ການປົກຄອງຂອງພຣະເຈົ້າ ແລະ ຜູ້ທີ່ມີຄວາມສຳພັນຕັດຂາດຈາກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງຢ່າງສົມບູນ? ການທີ່ຊາຕານຂົ່ມເຫັງໂຢບແມ່ນສິ່ງທີ່ສາມາດເຫັນດ້ວຍຕາມະນຸດ, ແຕ່ຖ້າພຣະເຈົ້າມອບຊີວິດຂອງບຸກຄົນໃດໜຶ່ງໃຫ້ແກ່ຊາຕານ, ຜົນຕາມມາແມ່ນເໜືອຈິນຕະນາການຂອງມະນຸດ. ຕົວຢ່າງເຊັ່ນ: ບາງຄົນອາດເກີດມາໃໝ່ເປັນງົວ ຫຼື ລາ, ບາງຄົນອາດຖືກຄວບຄຸມ ແລະ ຄອບງໍາໂດຍວິນຍານທີ່ສົກກະປົກ ແລະ ຊົ່ວຮ້າຍ ແລະ ອື່ນໆອີກ. ສິ່ງດັ່ງກ່າວແມ່ນຜົນຕາມມາຂອງບາງຄົນທີ່ຖືກພຣະເຈົ້າມອບໃຫ້ແກ່ຊາຕານ. ຈາກພາຍນອກ, ເບິ່ງຄືກັບວ່າ ຜູ້ຄົນເຫຼົ່ານັ້ນທີ່ເຍາະເຍີ້ຍ, ກ່າວຮ້າຍ, ປະນາມ ແລະ ໝິ່ນປະໝາດພຣະເຢຊູເຈົ້າບໍ່ໄດ້ທົນທຸກກັບຜົນຕາມມາໃດໆເລີຍ. ເຖິງຢ່າງໃດກໍຕາມ, ຄວາມຈິງກໍຄືພຣະເຈົ້າມີວິທີການເພື່ອຈັດການກັບທຸກສິ່ງ. ພຣະອົງອາດບໍ່ໃຊ້ພາສາທີ່ຊັດເຈນເພື່ອບອກແກ່ຜູ້ຄົນເຖິງຜົນຕາມມາຂອງວິທີທີ່ພຣະອົງຈັດການກັບຄົນທຸກປະເພດ. ບາງຄັ້ງ ພຣະອົງບໍ່ໄດ້ກ່າວໂດຍກົງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດໂດຍກົງ. ການທີ່ພຣະອົງບໍ່ໄດ້ກ່າວເຖິງສິ່ງນັ້ນບໍ່ໄດ້ໝາຍຄວາມວ່າບໍ່ມີຜົນຕາມມາ, ໃນຄວາມເປັນຈິງແລ້ວ ໃນກໍລະນີດັ່ງກ່າວ ມັນເປັນໄປໄດ້ທີ່ຜົນຕາມມາຈະຍິ່ງຮ້າຍແຮງຫຼາຍຂຶ້ນ. ຈາກພາຍນອກແລ້ວ, ມັນອາດເບິ່ງຄືວ່າມີບາງຄົນທີ່ພຣະເຈົ້າບໍ່ໄດ້ເວົ້ານໍາຢ່າງແຈ່ມແຈ້ງກ່ຽວກັບທ່າທີຂອງພຣະອົງ, ແຕ່ໃນຄວາມເປັນຈິງ ພຣະເຈົ້າບໍ່ຕ້ອງການທີ່ຈະໃສ່ໃຈຫຍັງກັບພວກເຂົາຕັ້ງແຕ່ດົນແລ້ວ. ພຣະອົງບໍ່ຕ້ອງການເຫັນພວກເຂົາອີກຕໍ່ໄປ. ຍ້ອນສິ່ງຕ່າງໆທີ່ພວກເຂົາໄດ້ເຮັດ ແລະ ພຶດຕິກຳຂອງພວກເຂົາ, ຍ້ອນທຳມະຊາດຂອງພວກເຂົາ ແລະ ແກ່ນແທ້ຂອງພວກເຂົາ,​ ພຣະເຈົ້າພຽງແຕ່ຕ້ອງການໃຫ້ພວກເຂົາຫາຍໄປຈາກສາຍຕາຂອງພຣະອົງ, ຕ້ອງການທີ່ຈະມອບພວກເຂົາໃຫ້ແກ່ຊາຕານໂດຍກົງ, ມອບຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາໃຫ້ແກ່ຊາຕານ ແລະ ປ່ອຍໃຫ້ຊາຕານເຮັດຫຍັງກໍຕາມທີ່ມັນຕ້ອງການເຮັດກັບພວກເຂົາ. ມັນຊັດເຈນແລ້ວວ່າ ພຣະເຈົ້າກຽດຊັງພວກເຂົາໃນລະດັບໃດ, ພຣະອົງເບື່ອໜ່າຍພວກເຂົາໃນລະດັບໃດ. ຖ້າບຸກຄົນໃດໜຶ່ງເຮັດໃຫ້ພຣະເຈົ້າໃຈຮ້າຍຈົນຮອດຈຸດທີ່ພຣະເຈົ້າບໍ່ຕ້ອງການແມ່ນແຕ່ຈະເຫັນພວກເຂົາອີກ ແລະ ກຽມຍອມສະຫຼະພວກເຂົາຢ່າງສິ້ນເຊີງ, ຈົນເຖິງຈຸດທີ່ພຣະອົງບໍ່ຕ້ອງການແມ່ນແຕ່ທີ່ຈະຈັດການກັບພວກເຂົາດ້ວຍຕົວພຣະອົງເອງ, ຖ້າມັນໄປເຖິງຈຸດທີ່ພຣະອົງຈະມອບພວກເຂົາໃຫ້ແກ່ຊາຕານເພື່ອໃຫ້ມັນເຮັດຕາມໃຈມັກ, ເພື່ອປ່ອຍໃຫ້ຊາຕານຄວບຄຸມ, ທຳລາຍ ແລະ ປະຕິບັດຕໍ່ພວກເຂົາໃນວິທີໃດກໍຕາມທີ່ມັນພໍໃຈ, ແລ້ວບຸກຄົນນັ້ນກໍຈະຈົບສິ້ນແທ້ໆ. ສິດທິທີ່ຈະເປັນມະນຸດຂອງພວກເຂົາໄດ້ຖືກຖອນຄືນຢ່າງຖາວອນ ແລະ ສິດທິຂອງພວກເຂົາທີ່ຈະເປັນສິ່ງຖືກສ້າງໃນການເນລະມິດສ້າງຂອງພຣະເຈົ້າກໍໄດ້ມາເຖິງຈຸດຈົບແລ້ວ. ນີ້ບໍ່ແມ່ນການລົງໂທດປະເພດທີ່ຮຸນແຮງທີ່ສຸດບໍ?

ທຸກສິ່ງທີ່ກ່າວມາຂ້າງເທິງຄືການອະທິບາຍທັງໝົດກ່ຽວກັບພຣະທຳທີ່ວ່າ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ” ແລະ ມັນຍັງເປັນຄຳບັນຍາຍທີ່ທຳມະດາສຳລັບຂໍ້ຄວາມພຣະຄໍາພີເຫຼົ່ານີ້. ເຮົາເຊື່ອວ່າພວກເຈົ້າທຸກຄົນມີຄວາມເຂົ້າໃຈກ່ຽວກັບມັນໃນຕອນນີ້.

ບັດນີ້ ໃຫ້ພວກເຮົາອ່ານຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ.

12. ພຣະທຳຂອງພຣະເຢຊູຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ

ໂຢຮັນ 20:26–29 ແລະ ຫຼັງຈາກມື້ທີແປດ ສາວົກຂອງພຣະອົງກໍມາຢູ່ຮ່ວມກັນອີກຄັ້ງ ແລະ ໂທມາກໍຢູ່ກັບພວກເຂົາ ແລ້ວພຣະເຢຊູກໍມາ ໃນຂະນະທີ່ປະຕູກໍອັດຢູ່, ພຣະອົງຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແລ້ວພຣະອົງກໍກ່າວກັບໂທມາວ່າ ຈົ່ງເດນິ້ວມືຂອງເຈົ້າອອກມາແລ້ວຄໍາເບິ່ງມືຂອງເຮົາ ແລະ ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ. ແລ້ວໂທມາກໍຕອບ ແລະ ເວົ້າກັບພຣະອົງວ່າ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະ ພຣະເຈົ້າຂ້ອງຂ້ານ້ອຍ. ພຣະເຢຊູກ່າວກັບລາວວ່າ ໂທມາເອີຍ ຍ້ອນເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອ: ສັນຕິສຸກຈົ່ງມີແກ່ພວກເຂົາທີ່ບໍ່ໄດ້ເຫັນ ແຕ່ໄດ້ເຊື່ອ.

ໂຢຮັນ 21:16–17 ພຣະອົງເວົ້າກັບລາວເປັນຄັ້ງທີສອງ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ລາວກໍເວົ້າກັບພຣະອົງວ່າ ແມ່ນແລ້ວ ພຣະຜູ້ເປັນເຈົ້າ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະອົງກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ. ພຣະອົງກ່າວກັບລາວເປັນຄັ້ງທີສາມ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ເປໂຕໂສກເສົ້າເສຍໃຈ ຍ້ອນພຣະອົງກ່າວກັບລາວເປັນຄັ້ງທີສາມ ເຈົ້າຮັກເຮົາບໍ? ແລະ ລາວກໍຕອບພຣະອົງວ່າ ພຣະຜູ້ເປັນເຈົ້າ ພຣະອົງຮູ້ແຈ້ງທຸກສິ່ງຢ່າງ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະເຢຊູກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ.

ສິ່ງທີ່ຂໍ້ຄວາມເຫຼົ່ານີ້ກ່າວເຖິງຄືສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດ ແລະ ກ່າວຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ກ່ອນອື່ນ ໃຫ້ພວກເຮົາມາເບິ່ງຄວາມແຕກຕ່າງທີ່ອາດມີຢູ່ໃນພຣະເຢຊູເຈົ້າ ກ່ອນ ແລະ ຫຼັງຈາກການຟື້ນຄືນຊີບ. ພຣະອົງຍັງເປັນພຣະເຢຊູເຈົ້າຄືກັບທີ່ຜ່ານມາບໍ? ພຣະຄຳພີໄດ້ລະບຸຂໍ້ຄວາມດັ່ງຕໍ່ໄປນີ້ ເຊິ່ງບັນຍາຍເຖິງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບ: “ແລ້ວພຣະເຢຊູກໍມາ ໃນຂະນະທີ່ປະຕູກໍອັດຢູ່, ພຣະອົງຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ”. ມັນຊັດເຈນຫຼາຍ ໃນເວລານັ້ນພຣະເຢຊູເຈົ້າບໍ່ໄດ້ອາໄສຢູ່ໃນຮ່າງກາຍທີ່ເປັນເນື້ອໜັງອີກຕໍ່ໄປ, ແຕ່ຕອນນີ້ ພຣະອົງຢູ່ໃນຮ່າງກາຍທີ່ເປັນວິນຍານ. ນີ້ແມ່ນຍ້ອນພຣະອົງໄດ້ຢູ່ເໜືອຂໍ້ຈຳກັດຂອງເນື້ອໜັງແລ້ວ; ເຖິງແມ່ນປະຕູອັດຢູ່, ພຣະອົງກໍຍັງມາຢູ່ທ່າມກາງຜູ້ຄົນ ແລະ ປ່ອຍໃຫ້ພວກເຂົາເຫັນພຣະອົງໄດ້. ນີ້ຄືຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບ ແລະ ພຣະເຢຊູເຈົ້າທີ່ດຳລົງຊີວິດໃນເນື້ອໜັງກ່ອນການຟື້ນຄືນຊີບ. ເຖິງແມ່ນບໍ່ມີຄວາມແຕກຕ່າງກັນລະຫວ່າງການປາກົດຕົວຂອງຮ່າງກາຍທີ່ເປັນວິນຍານໃນຊ່ວງເວລານັ້ນ ແລະ ການປາກົດຕົວຂອງພຣະເຢຊູເຈົ້າກ່ອນໜ້ານັ້ນ,​ ພຣະເຢຊູເຈົ້າໃນຊ່ວງເວລານັ້ນຮູ້ສຶກວ່າໄດ້ກາຍມາເປັນຄົນແປກໜ້າສຳລັບຜູ້ຄົນ, ຍ້ອນພຣະອົງໄດ້ກາຍມາເປັນຮ່າງກາຍທີ່ເປັນວິນຍານຫຼັງຈາກທີ່ໄດ້ຟື້ນຄືນມາຈາກຄວາມຕາຍ ແລະ ເມື່ອປຽບທຽບກັບເນື້ອໜັງກ່ອນໜ້ານັ້ນຂອງພຣະອົງ, ຮ່າງກາຍທີ່ເປັນວິນຍານນີ້ແມ່ນຍິ່ງເຂົ້າໃຈຍາກ ແລະ ສັບສົນຕໍ່ຜູ້ຄົນຫຼາຍຂຶ້ນ. ມັນຍັງສ້າງໄລຍະຫ່າງຫຼາຍຂຶ້ນລະຫວ່າງພຣະເຢຊູເຈົ້າ ແລະ ຜູ້ຄົນ ແລະ ຜູ້ຄົນຮູ້ສຶກໃນຫົວໃຈຂອງພວກເຂົາວ່າ ພຣະເຢຊູເຈົ້າໃນຊ່ວງເວລານັ້ນໄດ້ກາຍມາເປັນສິ່ງທີ່ລຶກລັບຫຼາຍຂຶ້ນ. ການຮັບຮູ້ ແລະ ຄວາມຮູ້ສຶກເຫຼົ່ານີ້ໃນສ່ວນຂອງຜູ້ຄົນ ທັນທີໃດ ໄດ້ນໍາພວກເຂົາກັບຄືນສູ່ຍຸກແຫ່ງການເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສະນັ້ນ ສິ່ງທຳອິດທີ່ພຣະເຢຊູເຈົ້າເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງກໍຄືເຮັດໃຫ້ທຸກຄົນໄດ້ເຫັນພຣະອົງ, ຢືນຢັນວ່າພຣະອົງມີຢູ່ຈິງ ແລະ ຢືນຢັນເຖິງຂໍ້ແທ້ຈິງໃນການຟື້ນຄືນຊີບຂອງພຣະອົງ. ນອກຈາກນັ້ນ ການກະທຳນີ້ໄດ້ຟື້ນຟູຄວາມສຳພັນຂອງພຣະອົງກັບຜູ້ຄົນຄືນສູ່ສະພາບທີ່ເຄີຍເປັນໃນຕອນທີ່ພຣະອົງປະຕິບັດພາລະກິດໃນເນື້ອໜັງ ນັ້ນກໍຄື ໃນຕອນທີ່ພຣະອົງເປັນພຣະຄຣິດຜູ້ທີ່ພວກເຂົາສາມາດເຫັນ ແລະ ສຳຜັດໄດ້. ຜົນຕາມມາໜຶ່ງຢ່າງຂອງສິ່ງນີ້ກໍຄື ຜູ້ຄົນບໍ່ສົງໄສວ່າພຣະເຢຊູເຈົ້າໄດ້ຟື້ນຄືນຈາກຄວາມຕາຍ ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ ຫຼື ບໍ່ ແລະ ພວກເຂົາຍັງບໍ່ສົງໄສໃນພາລະກິດຂອງພຣະເຢຊູເຈົ້າທີ່ຈະໄຖ່ບາບມະນຸດຊາດ. ຜົນຕາມມາອີກຢ່າງໜຶ່ງກໍຄືຂໍ້ແທ້ຈິງຂອງການປາກົດຕໍ່ຜູ້ຄົນຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນໄດ້ເຫັນ ແລະ ສຳຜັດພຣະອົງ ແມ່ນໄດ້ຮັກສາມະນຸດຊາດໃນຍຸກແຫ່ງພຣະຄຸນໄວ້ຢ່າງໝັ້ນຄົງ, ຮັບປະກັນວ່ານັບຕັ້ງແຕ່ເວລານີ້ເປັນຕົ້ນໄປ ຜູ້ຄົນຈະບໍ່ກັບຄືນສູ່ຍຸກແຫ່ງພຣະບັນຍັດໃນອະດີດອີກ ບົນພື້ນຖານທີ່ວ່າ ພຣະເຢຊູເຈົ້າໄດ້ “ຫາຍໄປ” ຫຼື ພຣະອົງໄດ້ “ຈາກໄປໂດຍບໍ່ເວົ້າຫຍັງ”. ສະນັ້ນ ພຣະອົງຈຶ່ງຮັບປະກັນວ່າ ພວກເຂົາຈະສືບຕໍ່ກ້າວໄປຂ້າງໜ້າ, ປະຕິບັດຕາມຄຳສັ່ງສອນຂອງພຣະເຢຊູເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດ. ດ້ວເຫດນັ້ນ ໄລຍະໃໝ່ແຫ່ງພາລະກິດໃນຍຸກແຫ່ງພຣະຄຸນຈຶ່ງຖືກເປີດອອກຢ່າງເປັນທາງການ ແລະ ນັບຕັ້ງແຕ່ຊ່ວງເວລານັ້ນເປັນຕົ້ນມາ ຜູ້ຄົນທີ່ໄດ້ດຳລົງຊີວິດຢູ່ພາຍໃຕ້ກົດບັດຍັດກໍປາກົດອອກຈາກພຣະບັນຍັດຢ່າງເປັນທາງການ ແລະ ເຂົ້າສູ່ຍຸກໃໝ່, ການເລີ່ມຕົ້ນໃໝ່. ສິ່ງເຫຼົ່ານີ້ມີຄວາມໝາຍຫຼາຍດ້ານກ່ຽວກັບການປາກົດຕົວຂອງພຣະເຢຊູເຈົ້າຕໍ່ມະນຸດຊາດຫຼັງຈາກການຟື້ນຄືນຊີບຂອງພຣະອົງ.

ໃນເມື່ອຕອນນີ້ ພຣະເຢຊູເຈົ້າໄດ້ອາໄສຢູ່ໃນຮ່າງກາຍທີ່ເປັນວິນຍານ, ຜູ້ຄົນຈະສາມາດສຳຜັດພຣະອົງ ແລະ ເຫັນພຣະອົງໄດ້ແນວໃດ? ຄຳຖາມນີ້ບົ່ງຊື້ເຖິງຄວາມໝາຍຂອງການປາກົດຕົວຂອງພຣະເຢຊູເຈົ້າຕໍ່ໜ້າມະນຸດຊາດ. ພວກເຈົ້າສັງເກດເຫັນຫຍັງໃນຂໍ້ພຣະຄຳພີທີ່ພວກເຮົາຫາກໍອ່ານບໍ? ໂດຍທົ່ວໄປແລ້ວ, ຮ່າງກາຍທີ່ເປັນວິນຍານແມ່ນບໍ່ສາມາດເຫັນໄດ້ ຫຼື ສຳຜັດໄດ້ ແລະ ຫຼັງຈາກການຟື້ນຄືນຊີບ ພາລະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດແມ່ນສຳເລັດລົງແລ້ວ. ສະນັ້ນໃນທາງທິດສະດີແລ້ວ, ພຣະອົງບໍ່ຈຳເປັນຕ້ອງກັບຄືນມາຢູ່ທ່າມກາງຜູ້ຄົນໃນລັກສະນະເດີມຂອງພຣະອົງເພື່ອພົບປະກັບພວກເຂົາອີກ, ແຕ່ການປາກົດຕົວຂອງຮ່າງກາຍທີ່ເປັນວິນຍານຂອງພຣະເຢຊູເຈົ້າຕໍ່ຄົນຄືໂທມາ ແມ່ນໄດ້ເຮັດໃຫ້ຄວາມໝາຍການປາກົດຕົວຂອງພຣະອົງເປັນຮູບປະທຳຍິ່ງຂຶ້ນ, ເພື່ອວ່າມັນຈະແຊກຊຶມເຂົ້າສູ່ຫົວໃຈຂອງຜູ້ຄົນໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ເມື່ອພຣະອົງມາຫາໂທມາ, ພຣະອົງກໍອະນຸຍາດໃຫ້ໂທມາທີ່ເປັນຄົນຂີ້ສົງໄສນັ້ນສຳຜັດມືຂອງພຣະອົງ ແລະ ບອກລາວວ່າ: “ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”. ພຣະທຳ ແລະ ການກະທຳເຫຼົ່ານີ້ບໍ່ແມ່ນສິ່ງທີ່ພຣະເຢຊູເຈົ້າຕ້ອງການເວົ້າ ແລະ ເຮັດ ຫຼັງຈາກທີ່ພຣະອົງຫາກໍຟື້ນຄືນຊີບ; ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ພຣະອົງຕ້ອງການເຮັດກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ. ມັນຊັດເຈນແລ້ວວ່າ ກ່ອນທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະເຢຊູເຈົ້າໄດ້ມີຄວາມເຂົ້າໃຈກ່ຽວກັບຜູ້ຄົນແບບໂທມາແລ້ວ. ແລ້ວພວກເຮົາສາມາດເຫັນຫຍັງຈາກສິ່ງນີ້? ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະອົງກໍຍັງເປັນພຣະເຢຊູເຈົ້າອົງເດີມ. ແກ່ນແທ້ຂອງພຣະອົງບໍ່ໄດ້ປ່ຽນແປງ. ຄວາມສົງໄສຂອງໂທມາບໍ່ໄດ້ເລີ່ມຕົ້ນແຕ່ຕອນນັ້ນ ແຕ່ມັນຝັງຢູ່ກັບລາວຕະຫຼອດເວລາທີ່ລາວຕິດຕາມພຣະເຢຊູເຈົ້າ. ເຖິງຢ່າງໃດກໍຕາມ, ໃນນີ້ ພຣະເຢຊູເຈົ້າ ຜູ້ທີ່ໄດ້ຟື້ນຄືນຈາກຄວາມຕາຍ ແລະ ກັບຄືນຈາກໂລກວິນຍານດ້ວຍລັກສະນະເດີມຂອງພຣະອົງ, ດ້ວຍອຸປະນິໄສເດີມຂອງພຣະອົງ ແລະ ດ້ວຍຄວາມເຂົ້າໃຈກ່ຽວກັບມະນຸດຊາດນັບຕັ້ງແຕ່ເວລາທີ່ພຣະອົງຢູ່ໃນເນື້ອໜັງ, ສະນັ້ນ ພຣະອົງຈຶ່ງໄປຫາໂທມາກ່ອນ ແລະ ອະນຸຍາດໃຫ້ໂທມາສຳຜັດກະດູກຂ້າງຂອງພຣະອົງ, ບໍ່ພຽງແຕ່ອະນຸຍາດໃຫ້ໂທມາເຫັນຮ່າງກາຍທີ່ເປັນວິນຍານຂອງພຣະອົງຫຼັງຈາກການຟື້ນຄືນຊີບເທົ່ານັ້ນ, ແຕ່ອະນຸຍາດໃຫ້ໂທມາໄດ້ສຳຜັດ ແລະ ຮູ້ສຶກເຖິງການມີຕົວຕົນຂອງຮ່າງກາຍທີ່ເປັນວິນຍານຂອງພຣະອົງ ແລະ ລົບລ້າງຂໍ້ສົງໄສຂອງລາວທັງສິ້ນ. ກ່ອນທີ່ພຣະເຢຊູເຈົ້າຖືກຄຶງໃສ່ໄມ້ກາງແຂນ, ໂທມາສົງໄສຢູ່ສະເໝີວ່າ ພຣະອົງເປັນພຣະຄຣິດ ແລະ ບໍ່ສາມາດເຊື່ອໄດ້. ຄວາມເຊື່ອຂອງລາວໃນພຣະເຈົ້າແມ່ນຖືກສ້າງຂຶ້ນບົນພື້ນຖານຂອງສິ່ງທີ່ລາວສາມາດເຫັນດ້ວຍຕາຂອງລາວເອງ, ສິ່ງທີ່ລາວສາມາດສຳຜັດດ້ວຍມືຂອງລາວເອງເທົ່ານັ້ນ. ພຣະເຢຊູເຈົ້າມີຄວາມເຂົ້າໃຈດີກ່ຽວກັບຄວາມເຊື່ອຂອງຄົນປະເພດນີ້. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ບໍ່ເຊື່ອໃນຜູ້ທີ່ພຣະເຈົ້າໄດ້ສົ່ງມາເລີຍ ຫຼື ໃນພຣະຄຣິດທີ່ຢູ່ໃນເນື້ອໜັງ ແລະ ພວກເຂົາຈະບໍ່ຍອມຮັບພຣະອົງ. ເພື່ອເຮັດໃຫ້ໂທມາຮັບຮູ້ ແລະ ເຊື່ອໃນການເປັນຢູ່ຂອງພຣະເຢຊູເຈົ້າ ແລະ ເຊື່ອວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ, ພຣະອົງອະນຸຍາດໃຫ້ໂທມາເດ່ມືຂອງລາວອອກ ແລະ ສຳຜັດກະດູກຂ້າງຂອງພຣະອົງ. ຄວາມສົງໄສຂອງໂທມາກ່ອນໜ້າ ແລະ ຫຼັງຈາກການຟື້ນຄືນຊີບຂອງພຣະເຢຊູເຈົ້າແຕກຕ່າງກັນບໍ? ລາວສົງໄສຢູ່ສະເໝີ ແລະ ນອກຈາກວ່າ ຮ່າງກາຍທີ່ເປັນວິນຍານຂອງພຣະເຢຊູເຈົ້າຈະປາກົດຕໍ່ລາວເປັນການສ່ວນຕົວ ແລະ ໃຫ້ລາວໄດ້ສຳຜັດຮອຍຕະປູທີ່ຢູ່ໃນຮ່າງກາຍຂອງພຣະອົງ, ບໍ່ມີທາງທີ່ຜູ້ຄົນຈະສາມາດປ່ຽນແປງຄວາມສົງໄສຂອງລາວໄດ້ ແລະ ເຮັດໃຫ້ລາວປະຖິ້ມຄວາມສົງໄສນັ້ນ. ສະນັ້ນ ນັບຕັ້ງແຕ່ເວລາທີ່ພຣະເຢຊູເຈົ້າອະນຸຍາດໃຫ້ໂທມາໄດ້ສຳຜັດກະດູກຂ້າງຂອງພຣະອົງ ແລະ ໃຫ້ລາວໄດ້ຮູ້ສຶກເຖິງຮອຍຕະປູໃນຮ່າງກາຍຂອງພຣະອົງຢ່າງແທ້ຈິງ, ຄວາມສົງໄສຂອງໂທມາກໍຫາຍໄປ ແລະ ລາວກໍຮູ້ຢ່າງແທ້ຈິງວ່າ ພຣະເຢຊູເຈົ້າໄດ້ຟື້ນຄືນຊີບແລ້ວ ແລະ ລາວກໍຮັບຮູ້ ແລະ ເຊື່ອວ່າພຣະເຢຊູເຈົ້າເປັນພຣະຄຣິດທີ່ແທ້ຈິງ ແລະ ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ເຖິງແມ່ນໃນເວລານີ້ ໂທມາບໍ່ສົງໄສອີກຕໍ່ໄປ, ແຕ່ລາວກໍສູນເສຍໂອກາດທີ່ຈະໄດ້ພົບກັບພຣະຄຣິດຕະຫຼອດໄປ. ລາວໄດ້ສູນເສຍໂອກາດທີ່ຈະຢູ່ຮ່ວມກັບພຣະອົງ, ຕິດຕາມພຣະອົງ, ຮູ້ຈັກພຣະອົງຕະຫຼອດໄປ. ລາວສູນເສຍໂອກາດທີ່ພຣະຄຣິດຈະເຮັດໃຫ້ລາວສົມບູນ. ການປາກົດຕົວຂອງພຣະເຢຊູເຈົ້າ ແລະ ພຣະທຳຂອງພຣະອົງໄດ້ໃຫ້ຂໍ້ສະຫຼຸບ ແລະ ຄຳຕັດສິນແກ່ຄວາມເຊື່ອຂອງຄົນທີ່ເຕັມໄປດ້ວຍຄວາມສົງໄສ. ພຣະອົງໃຊ້ພຣະທຳ ແລະ ການກະທຳຕົວຈິງຂອງພຣະອົງເພື່ອບອກຜູ້ທີ່ສົງໄສ, ເພື່ອບອກຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ບໍ່ເຊື່ອໃນພຣະຄຣິດວ່າ: ພຣະເຈົ້າບໍ່ຍົກຍ້ອງຄວາມເຊື່ອຂອງພວກເຂົາ ຫຼື ພຣະອົງບໍ່ຍົກຍ້ອງພວກເຂົາທີ່ຕິດຕາມພຣະອົງ ໃນຂະນະທີ່ສົງໄສພຣະອົງ. ມື້ທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ພຣະຄຣິດຢ່າງສົມບູນສາມາດເປັນມື້ທີ່ພຣະເຈົ້າໄດ້ສຳເລັດພາລະກິດອັນຍິ່ງໃຫຍ່ຂອງພຣະອົງເທົ່ານັ້ນ. ແນ່ນອນ ມື້ນັ້ນຍັງເປັນມື້ແຫ່ງການຕັດສິນຄວາມສົງໄສຂອງພວກເຂົາອີກດ້ວຍ. ທ່າທີຂອງພວກເຂົາຕໍ່ພຣະຄຣິດໄດ້ກຳນົດໂຊກຊະຕາຂອງພວກເຂົາ ແລະ ຄວາມສົງໄສແບບດື້ດ້ານຂອງພວກເຂົາກໍໝາຍຄວາມວ່າ ຄວາມເຊື່ອຂອງພວກເຂົາບໍ່ໄດ້ອອກໝາກຫຍັງ ແລະ ຄວາມລໍາບາກຂອງພວກເຂົາກໍໝາຍຄວາມວ່າ ຄວາມຫວັງຂອງພວກເຂົາສູນເປົ່າ. ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າທີ່ຢູ່ໃນສະຫວັນແມ່ນໄດ້ຮັບມາຈາກພາບລວງຕາ ແລະ ຄວາມສົງໄສຂອງພວກເຂົາຕໍ່ພຣະຄຣິດກໍເປັນທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ເຖິງແມ່ນພວກເຂົາໄດ້ສຳຜັດຮອຍຕະປູໃນຮ່າງກາຍຂອງພຣະເຢຊູເຈົ້າ, ຄວາມເຊື່ອຂອງພວກເຂົາກໍຍັງໄຮ້ປະໂຫຍດ ແລະ ຜົນຕາມມາຂອງພວກເຂົາສາມາດອະທິບາຍໄດ້ວ່າເປັນການຕັກນໍ້າດ້ວຍກະຕ່າໄມ້ໄຜ່ ນັ້ນກໍຄື ທຸກສິ່ງສູນເປົ່າ. ສິ່ງທີ່ພຣະເຢຊູເຈົ້າກ່າວຕໍ່ໂທມາກໍຄືວິທີທີ່ພຣະອົງບອກທຸກຄົນຢ່າງຊັດເຈນວ່າ: ພຣະເຢຊູເຈົ້າທີ່ຟື້ນຄືນຊີບແມ່ນພຣະເຢຊູເຈົ້າ ຜູ້ທີ່ໄດ້ໃຊ້ເວລາສາມສິບສາມປີເຄິ່ງເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດ. ເຖິງແມ່ນພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ຜະເຊີນກັບຮ່ອມພູຂອງເງົາແຫ່ງຄວາມຕາຍ ແລະ ເຖິງແມ່ນພຣະອົງໄດ້ຜະເຊີນກັບການຟື້ນຄືນຊີບ, ພຣະອົງບໍ່ໄດ້ຜ່ານການປ່ຽນແປງໃນດ້ານໃດເລີຍ. ເຖິງແມ່ນໃນຕອນນີ້ ພຣະອົງມີຮອຍຕະປູຢູ່ໃນຮ່າງກາຍຂອງພຣະອົງ ແລະ ເຖິງແມ່ນພຣະອົງໄດ້ຟື້ນຄືນຊີບ ແລະ ຍ່າງອອກຈາກຂຸມຝັງສົບ, ອຸປະນິໄສຂອງພຣະອົງ, ຄວາມເຂົ້າໃຈກ່ຽວກັບມະນຸດຊາດຂອງພຣະອົງ ແລະ ເຈດຕະນາຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ອີກຢ່າງ ພຣະອົງກໍາລັງບອກຜູ້ຄົນວ່າ ພຣະອົງໄດ້ລົງມາຈາກໄມ້ກາງແຂນ, ໄດ້ຮັບໄຊຊະນະເໜືອຄວາມຜິດບາບ, ເອົາຊະນະຄວາມລໍາບາກ ແລະ ເອົາຊະນະເໜືອຄວາມຕາຍ. ຮອຍຕະປູເປັນພຽງຫຼັກຖານເຖິງໄຊຊະນະຂອງພຣະອົງເໜືອຊາຕານ, ຫຼັກຖານຂອງການເປັນເຄື່ອງຖວາຍບູຊາແທນຄວາມຜິດບາບເພື່ອໄຖ່ມະນຸດຊາດທັງປວງຢ່າງສຳເລັດ. ພຣະອົງກຳລັງບອກຜູ້ຄົນວ່າ ພຣະອົງໄດ້ຮັບເອົາຄວາມຜິດບາບຂອງມະນຸດຊາດແລ້ວ ແລະ ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງແລ້ວ. ເມື່ອພຣະອົງກັບມາເພື່ອເບິ່ງສາວົກຂອງພຣະອົງ, ພຣະອົງກໍບອກຂໍ້ຄວາມນີ້ແກ່ພວກເຂົາ ດ້ວຍວິທີການປາກົດຕົວຂອງພຣະອົງ: “ເຮົາຍັງມີຊີວິດ,​ ເຮົາຍັງເປັນຢູ່; ມື້ນີ້ ເຮົາກຳລັງຢືນຢູ່ຕໍ່ໜ້າພວກເຈົ້າຢ່າງແທ້ຈິງ ເພື່ອວ່າພວກເຈົ້າຈະສາມາດເຫັນ ແລະ ສຳຜັດເຮົາໄດ້. ເຮົາຈະຢູ່ກັບພວກເຈົ້າຢູ່ສະເໝີ”. ພຣະເຢຊູເຈົ້າຍັງຕ້ອງການໃຊ້ກໍລະນີຂອງໂທມາເປັນສິ່ງເຕືອນສຳລັບຜູ້ຄົນໃນອະນາຄົດ: ເຖິງແມ່ນເຈົ້າບໍ່ສາມາດເຫັນ ຫຼື ສຳຜັດພຣະເຢຊູເຈົ້າໃນຄວາມເຊື່ອຂອງເຈົ້າທີ່ຢູ່ໃນພຣະອົງ, ເຈົ້າກໍໄດ້ຮັບພອນ ຍ້ອນຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ເຈົ້າສາມາດເຫັນພຣະເຢຊູເຈົ້າເພາະຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ບຸກຄົນປະເພດນີ້ແມ່ນໄດ້ຮັບພອນ.

ພຣະທຳເຫຼົ່ານີ້ທີ່ຖືກບັນທຶກໄວ້ໃນພຣະຄຳພີທີ່ພຣະເຢຊູເຈົ້າໄດ້ກ່າວເມື່ອພຣະອົງປາກົດຕໍ່ໂທມາ ແມ່ນຊ່ວຍທຸກຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນໄດ້ຫຼາຍ. ການປາກົດຕົວຂອງພຣະອົງຕໍ່ໂທມາ ແລະ ພຣະທຳທີ່ພຣະອົງກ່າວຕໍ່ລາວກໍມີຜົນກະທົບຢ່າງເລິກເຊິ່ງຕໍ່ຮຸ່ນຄົນທີ່ຕາມມາ; ພວກມັນມີຄວາມສຳຄັນຊົ່ວນິດນິລັນ. ໂທມາເປັນຕົວແທນໃຫ້ແກ່ຄົນປະເພດທີ່ເຊື່ອໃນພຣະເຈົ້າ ແຕ່ສົງໄສໃນພຣະເຈົ້າ. ພວກເຂົາມີທຳມະຊາດຂີ້ສົງໄສ, ມີຫົວໃຈທີ່ຫວັງຮ້າຍ, ທໍລະຍົດ ແລະ ບໍ່ເຊື່ອໃນສິ່ງທີ່ພຣະເຈົ້າສາມາດເຮັດສຳເລັດໄດ້. ພວກເຂົາບໍ່ເຊື່ອໃນອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງ ແລະ ພວກເຂົາບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ. ເຖິງຢ່າງໃດກໍຕາມ ການຟື້ນຄືນຊີບຂອງພຣະເຢຊູເຈົ້າຂັດກັບບຸກຄະລິກເຫຼົ່ານີ້ທີ່ພວກເຂົາມີຢ່າງສິ້ນເຊີງ ແລະ ມັນຍັງໃຫ້ໂອກາດແກ່ພວກເຂົາໄດ້ຄົ້ນພົບຄວາມສົງໄສຂອງພວກເຂົາເອງ, ເຂົ້າໃຈຄວາມສົງໄສຂອງພວກເຂົາເອງ ແລະ ຮັບຮູ້ຄວາມທໍລະຍົດຂອງພວກເຂົາເອງ, ເພື່ອມາເຊື່ອໃນການເປັນຢູ່ ແລະ ການຟື້ນຄືນຊີບຂອງພຣະເຢຊູເຈົ້າຢ່າງແທ້ຈິງ. ສິ່ງທີ່ເກີດຂຶ້ນກັບໂທມາແມ່ນຄຳເຕືອນ ແລະ ຂໍ້ຫ້າມສຳລັບຮຸ່ນຕໍ່ມາ ເພື່ອວ່າຈະມີອີກຫຼາຍຄົນທີ່ສາມາດເຕືອນພວກເຂົາເອງບໍ່ໃຫ້ເປັນຄົນສົງໄສຄືກັບໂທມາ ແລະ ຖ້າພວກເຂົາເຮັດໃຫ້ຕົນເອງເຕັມໄປດ້ວຍຄວາມສົງໄສ, ແລ້ວພວກເຂົາກໍຈະຈົມລົງສູ່ຄວາມມືດມົວ. ຖ້າເຈົ້າຕິດຕາມພຣະເຈົ້າ, ແຕ່ເປັນຄືກັບໂທມາ, ຕ້ອງການທີ່ຈະສຳຜັດກະດູກຂ້າງຂອງພຣະຜູ້ເປັນເຈົ້າຢູ່ສະເໝີ ແລະ ຮູ້ສຶກເຖິງຮອຍຕະປູເພື່ອຢືນຢັນ, ເພື່ອຢັ້ງຢືນ, ເພື່ອພິຈາລະນາວ່າພຣະເຈົ້າມີຢູ່ ຫຼື ບໍ່, ແລ້ວພຣະເຈົ້າກໍຈະປະຖິ້ມເຈົ້າ. ສະນັ້ນ ພຣະເຢຊູເຈົ້າຈຶ່ງຮຽກຮ້ອງໃຫ້ຜູ້ຄົນບໍ່ເປັນຄືໂທມາ, ພຽງແຕ່ເຊື່ອສິ່ງທີ່ພວກເຂົາສາມາດເຫັນດ້ວຍຕາຂອງພວກເຂົາເອງ, ແຕ່ໃຫ້ເປັນຜູ້ຄົນທີ່ບໍລິສຸດ, ຊື່ສັດ, ບໍ່ມີຄວາມສົງໄສຕໍ່ພຣະເຈົ້າ, ພຽງແຕ່ເຊື່ອ ແລະ ຕິດຕາມພຣະອົງເທົ່ານັ້ນ. ຜູ້ຄົນແບບນີ້ແມ່ນໄດ້ຮັບພອນ. ນີ້ແມ່ນເງື່ອນໄຂເລັກນ້ອຍຫຼາຍທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ມັນເປັນຄຳເຕືອນສຳລັບຜູ້ຕິດຕາມຂອງພຣະອົງ.

ຂ້າງເທິງແມ່ນທ່າທີຂອງພຣະເຢຊູເຈົ້າຕໍ່ຜູ້ທີ່ເຕັມໄປດ້ວຍຄວາມສົງໄສ. ແລ້ວພຣະເຢຊູເຈົ້າເວົ້າຫຍັງ ແລະ ເຮັດຫຍັງສຳລັບຄົນທີ່ສາມາດເຊື່ອ ແລະ ຕິດຕາມພຣະອົງຢ່າງຊື່ສັດ? ນີ້ແມ່ນສິ່ງທີ່ພວກເຮົາຈະເບິ່ງຕໍ່ໄປ ໂດຍ ຜ່ານທາງການສົນທະນາລະຫວ່າງພຣະເຢຊູເຈົ້າ ແລະ ເປໂຕ.

ໃນບົດສົນທະນານີ້, ພຣະເຢຊູເຈົ້າຖາມເປໂຕສິ່ງໜຶ່ງຊໍ້າແລ້ວຊໍ້າອີກວ່າ: “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ?” ນີ້ແມ່ນມາດຕະຖານສູງຂຶ້ນທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນແບບເປໂຕ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຜູ້ຄົນທີ່ເຊື່ອໃນພຣະຄຣິດຢ່າງແທ້ຈິງ ແລະ ພະຍາຍາມຮັກພຣະຜູ້ເປັນເຈົ້າ. ຄຳຖາມນີ້ຂ້ອນຂ້າງເປັນການສືບສວນ ແລະ ການສອບຖາມ, ແຕ່ຍິ່ງໄປກວ່ານັ້ນ ມັນເປັນການຮຽກຮ້ອງ ແລະ ການຄາດຫວັງຈາກຄົນແບບເປໂຕ. ພຣະເຢຊູເຈົ້າໃຊ້ການຖາມແບບນີ້ ເພື່ອວ່າຜູ້ຄົນຈະໄຕ່ຕອງຕົນເອງ ແລະ ຫຼຽວເບິ່ງຕົນເອງ ແລະ ຖາມວ່າ: ແມ່ນຫຍັງຄືສິ່ງທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນ? ຂ້ານ້ອຍຮັກພຣະຜູ້ເປັນເຈົ້າບໍ? ຂ້ານ້ອຍເປັນຄົນທີ່ຮັກພຣະເຈົ້າບໍ? ຂ້ານ້ອຍຄວນຮັກພຣະເຈົ້າແນວໃດ? ເຖິງແມ່ນພຣະຜູ້ເປັນເຈົ້າພຽງແຕ່ຖາມຄຳຖາມນີ້ກັບເປໂຕ, ຄວາມຈິງແລ້ວ ໃນຫົວໃຈຂອງພຣະອົງ ການຖາມຄຳຖາມເຫຼົ່ານີ້ກັບເປໂຕ ພຣະອົງແມ່ນຕ້ອງການໃຊ້ໂອກາດນີ້ເພື່ອຖາມຄຳຖາມປະເພດດຽວກັນນີ້ກັບຫຼາຍຄົນ ຜູ້ທີ່ສະແຫວງຫາເພື່ອຮັກພຣະເຈົ້າ. ມັນພຽງແຕ່ຍ້ອນເປໂຕໄດ້ຮັບພອນເພື່ອເຮັດໜ້າທີ່ເປັນຕົວແທນຂອງຄົນປະເພດນີ້, ເປໂຕຈຶ່ງເປັນຜູ້ ຮັບເອົາຄຳຖາມນີ້ຈາກປາກຂອງພຣະເຢຊູເຈົ້າເອງ.

ປຽບທຽບກັບພຣະທຳດັ່ງຕໍ່ໄປນີ້ ເຊິ່ງພຣະເຢຊູເຈົ້າໄດ້ກ່າວຕໍ່ໂທມາຫຼັງຈາກການຟື້ນຄືນຊີບຂອງພຣະອົງ: “ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”, ການຖາມເປໂຕຊໍ້າແລ້ວຊໍ້າອີກສາມຄັ້ງຂອງພຣະອົງ ທີ່ວ່າ: “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ?” ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມເຂັ້ມງວດໃນທ່າທີຂອງພຣະເຢຊູເຈົ້າ ແລະ ຄວາມຮີບດ່ວນທີ່ພຣະອົງຮູ້ສຶກໃນລະຫວ່າງການຖາມຂອງພຣະອົງ. ແຕ່ສຳລັບໂທມາຜູ້ຂີ້ສົງໄສ, ດ້ວຍທຳມະຊາດທີ່ຫຼອກລວງຂອງລາວ, ພຣະເຢຊູເຈົ້າຍອມໃຫ້ລາວເດ່ມືຂອງລາວອອກ ແລະ ສຳຜັດຮອຍຕະປູທີ່ຢູ່ໃນຮ່າງກາຍຂອງພຣະອົງ ເຊິ່ງພາໃຫ້ລາວເຊື່ອວ່າ ພຣະເຢຊູເຈົ້າເປັນບຸດມະນຸດທີ່ຟື້ນຄືນຊີບ ແລະ ຮັບຮູ້ຕົວຕົນຂອງພຣະເຢຊູເຈົ້າວ່າເປັນພຣະຄຣິດ. ເຖິງແມ່ນພຣະເຢຊູເຈົ້າບໍ່ໄດ້ປະນາມໂທມາຢ່າງຮ້າຍແຮງ ແລະ ພຣະອົງບໍ່ໄດ້ກ່າວເຖິງການພິພາກສາໃດໆຢ່າງຊັດເຈນຕໍ່ລາວ, ເຖິງຢ່າງໃດກໍຕາມ ພຣະອົງໄດ້ໃຊ້ການກະທຳຕົວຈິງເພື່ອເຮັດໃຫ້ໂທມາຮູ້ວ່າ ພຣະອົງເຂົ້າໃຈລາວ, ພ້ອມນັ້ນກໍຍັງສະແດງທ່າທີ ແລະ ຄວາມຕັ້ງໃຈຂອງພຣະອົງຕໍ່ບຸກຄົນປະເພດນີ້. ການຮຽກຮ້ອງ ແລະ ຄວາມຄາດຫວັງຂອງພຣະເຢຊູເຈົ້າຈາກບຸກຄົນປະເພດນີ້ແມ່ນບໍ່ສາມາດເຫັນໄດ້ຈາກສິ່ງທີ່ພຣະອົງກ່າວ, ຍ້ອນຜູ້ຄົນແບບໂທມາບໍ່ມີຄວາມເຊື່ອທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ. ສິ່ງທີ່ພຣະເຢຊູເຈົ້າຮຽກຮ້ອງຈາກພວກເຂົາແມ່ນມີຈຳກັດ, ແຕ່ທັດສະນະຄະຕິທີ່ພຣະອົງເປີດເຜີຍຕໍ່ຜູ້ຄົນແບບເປໂຕແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ເປໂຕເດ່ມືຂອງລາວອອກ ແລະ ສຳຜັດຮອຍຕະປູຂອງພຣະອົງ ຫຼື ພຣະອົງບໍ່ໄດ້ເວົ້າກັບເປໂຕວ່າ: “ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”. ກົງກັນຂ້າມ ພຣະອົງຖາມເປໂຕດ້ວຍຄຳຖາມເກົ່າຊໍ້າແລ້ວຊໍ້າອີກ. ຄຳຖາມທີ່ເຮັດໃຫ້ຄິດ ແລະ ມີຄວາມໝາຍ, ເປັນຄຳຖາມທີ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກເຮັດໃຫ້ຜູ້ຕິດຕາມທຸກຄົນຂອງພຣະຄຣິດຮູ້ສຶກເຖິງຄວາມເສຍໃຈ ແລະ ຄວາມຢຳເກງ, ພ້ອມນັ້ນກໍຍັງຮູ້ສຶກເຖິງຄວາມກັງວົນໃຈ ແລະ ຄວາມໂສກເສົ້າຂອງພຣະເຢຊູເຈົ້າອີກດ້ວຍ. ເມື່ອພວກເຂົາເຈັບປວດ ແລະ ທົນທຸກຢ່າງຮຸນແຮງ, ພວກເຂົາກໍຍິ່ງສາມາດເຂົ້າໃຈຄວາມກັງວົນໃຈຂອງພຣະເຢຊູຄຣິດເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງ; ພວກເຂົາຮັບຮູຄຳສັ່ງສອນທີ່ຈິງຈັງຂອງພຣະອົງ ແລະ ເງື່ອນໄຂທີ່ເຄັ່ງຄັດສຳລັບຜູ້ຄົນທີ່ບໍລິສຸດ ແລະ ຊື່ສັດ. ຄຳຖາມຂອງພຣະເຢຊູເຈົ້າເຮັດໃຫ້ຜູ້ຄົນຮູ້ສຶກວ່າ ຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າສຳລັບຜູ້ຄົນທີ່ຖືກເປີດເຜີຍໃນພຣະທຳທີ່ທຳມະດາເຫຼົ່ານີ້ບໍ່ພຽງແຕ່ເປັນການເຊື່ອ ແລະ ຕິດຕາມພຣະອົງເທົ່ານັ້ນ, ແຕ່ເປັນການບັນລຸຄວາມຮັກ, ຮັກພຣະຜູ້ເປັນເຈົ້າຂອງເຈົ້າ ແລະ ຮັກພຣະເຈົ້າຂອງເຈົ້າ. ຄວາມຮັກແບບນີ້ຄືຄວາມຫ່ວງໃຍ ແລະ ການເຊື່ອຟັງ. ມັນຄືມະນຸດທີ່ດຳລົງຊີວິດເພື່ອພຣະເຈົ້າ, ຕາຍເພື່ອພຣະເຈົ້າ, ອຸທິດທຸກສິ່ງໃຫ້ແກ່ພຣະເຈົ້າ ແລະ ເສຍສະຫຼະ ແລະ ມອບທຸກສິ່ງສຳລັບພຣະເຈົ້າ. ຄວາມຮັກປະເພດນີ້ຍັງມອບຄວາມສະບາຍໃຈໃຫ້ແກ່ພຣະເຈົ້າ, ເຮັດໃຫ້ພຣະອົງໄດ້ຮັບຄຳພະຍານ ແລະ ໄດ້ພັກຜ່ອນ. ມັນຄືການຕອບແທນຂອງມະນຸດຊາດຕໍ່ພຣະເຈົ້າ, ຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງມະນຸດ ແລະ ມັນຄຶວິທີທີ່ຜູ້ຄົນຕ້ອງປະຕິບັດຕະຫຼອດຊີວິດຂອງພວກເຂົາ. ຄຳຖາມເຫຼົ່ານີ້ເປັນເງື່ອນໄຂ ແລະ ການຕັກເຕື່ອນທີ່ພຣະເຢຊູເຈົ້າໄດ້ຮຽກຮ້ອງຈາກເປໂຕ ແລະ ທຸກຄົນທີ່ຈະຖືກເຮັດໃຫ້ສົມບູນ. ມັນແມ່ນຄຳຖາມສາມຂໍ້ນີ້ທີ່ນໍາພາ ແລະ ດົນບັນດານໃຫ້ເປໂຕຕິດຕາມເສັ້ນທາງຂອງລາວໃນຊີວິດຈົນເຖິງທີ່ສຸດ ແລະ ມັນແມ່ນຄຳຖາມສາມຂໍ້ນີ້ໃນການຈາກລາຂອງພຣະເຢຊູເຈົ້າທີ່ພາໃຫ້ເປໂຕເລີ່ມເສັ້ນທາງຂອງລາວສູ່ການຖືກເຮັດໃຫ້ສົມບູນ, ຍ້ອນຄວາມຮັກຂອງລາວສຳລັບພຣະຜູ້ເປັນເຈົ້າ, ມັນໄດ້ພາໃຫ້ລາວດູແລຫົວໃຈຂອງພຣະຜູ້ເປັນເຈົ້າ, ເຊື່ອຟັງພຣະຜູ້ເປັນເຈົ້າ, ມອບຄວາມສະບາຍໃຈໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ຖວາຍຊີວິດທັງໝົດຂອງລາວ ແລະ ການເປັນຢູ່ທັງໝົດຂອງລາວຍ້ອນຄວາມຮັກນີ້.

ໃນລະຫວ່າງຍຸກແຫ່ງພຣະຄຸນ, ພາລະກິດຂອງພຣະເຈົ້າແມ່ນສຳລັບຄົນສອງປະເພດເປັນຫຼັກ. ປະເພດທຳອິດຄືຄົນປະເພດທີ່ເຊື່ອ ແລະ ຕິດຕາມພຣະອົງ ຜູ້ທີ່ສາມາດຮັກສາພຣະບັນຍັດຂອງພຣະອົງ, ຜູ້ທີ່ສາມາດແບກໄມ້ກາງແຂນ ແລະ ຍຶດຖືຫົນທາງໃນຍຸກແຫ່ງພຣະຄຸນ. ຄົນປະເພດນີ້ຈະໄດ້ຮັບພອນຈາກພຣະເຈົ້າ ແລະ ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ. ຄົນປະເພດທີສອງແມ່ນຄືກັບເປໂຕ, ເປັນຄົນທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຟື້ນຄືນຊີບ, ພຣະອົງຈຶ່ງໄດ້ເຮັດສອງສິ່ງທີ່ມີຄວາມໝາຍທີ່ສຸດເຫຼົ່ານີ້. ສິ່ງທີ່ໜຶ່ງແມ່ນເຮັດກັບໂທມາ, ອີກສິ່ງແມ່ນກັບເປໂຕ. ສອງສິ່ງນີ້ເປັນຕົວແທນໃຫ້ແກ່ຫຍັງ? ພວກມັນເປັນຕົວແທນໃຫ້ແກ່ເຈດຕະນາເດີມຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນບໍ? ພວກມັນເປັນຕົວແທນໃຫ້ແກ່ຄວາມຈິງໃຈຂອງພຣະເຈົ້າຕໍ່ມະນຸດຊາດບໍ? ພາລະກິດທີ່ພຣະອົງໄດ້ເຮັດກັບໂທມາແມ່ນເພື່ອເຕືອນຜູ້ຄົນບໍ່ໃຫ້ເປັນຄົນຂີ້ສົງໄສ, ແຕ່ໃຫ້ເຊື່ອເທົ່ານັ້ນ. ພາລະກິດທີ່ພຣະອົງປະຕິບັດກັບເປໂຕແມ່ນເພື່ອເສີມສ້າງຄວາມເຊື່ອຂອງຜູ້ຄົນແບບເປໂຕ ແລະ ເພື່ອເຮັດໃຫ້ສິ່ງທີ່ພຣະອົງຮຽກຮ້ອງຊັດເຈນຂຶ້ນສໍາລັບຄົນປະເພດນີ້, ເພື່ອສະແດງເຖິງເປົ້າໝາຍທີ່ພວກເຂົາຄວນສະແຫວງຫາ.

ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຟື້ນຄືນຊີບ, ພຣະອົງກໍປາກົດຕໍ່ຜູ້ຄົນທີ່ພຣະອົງຄິດວ່າຈຳເປັນ, ເວົ້າກັບພວກເຂົາ ແລະ ຮຽກຮ້ອງຈາກພວກເຂົາ, ປະເຈດຕະນາຂອງພຣະອົງ ແລະ ຄວາມຄາດຫວັງຈາກຜູ້ຄົນໄວ້ເບື້ອງຫຼັງ. ນັ້ນໝາຍຄວາມວ່າ ໃນຖານະພຣະເຈົ້າທີ່ບັງເກີດເປັນມະນຸດ, ຄວາມກັງວົນຂອງພຣະອົງສຳລັບມະນຸດຊາດ ແລະ ເງື່ອນໄຂສຳລັບຜູ້ຄົນແມ່ນບໍ່ເຄີຍປ່ຽນແປງ; ສິ່ງເຫຼົ່ານີ້ຍັງເປັນຄືເກົ່າເມື່ອພຣະອົງຢູ່ໃນເນື້ອໜັງ ແລະ ເມື່ອພຣະອົງຢູ່ໃນຮ່າງກາຍຝ່າຍວິນຍານຂອງພຣະອົງ ຫຼັງຈາກທີ່ຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນຊີບ. ພຣະອົງກັງວົນກ່ຽວກັບສາວົກເຫຼົ່ານີ້ກ່ອນທີ່ພຣະອົງຈະຖືກຄືງຢູ່ເທິງໄມ້ກາງແຂນ ແລະ ໃນຫົວໃຈຂອງພຣະອົງ, ພຣະອົງກໍເຫັນແຈ້ງກ່ຽວກັບສະພາວະຂອງທຸກຄົນ ແລະ ພຣະອົງເຂົ້າໃຈຂໍ້ບົກຜ່ອງຂອງທຸກຄົນ ແລະ ແນ່ນອນ ຄວາມເຂົ້າໃຈຂອງພຣະອົງກ່ຽວກັບທຸກຄົນຫຼັງຈາກທີ່ພຣະອົງໄດ້ສິ້ນພະຊົນ, ຟື້ນຄືນຊີບ ແລະ ກາຍມາເປັນຮ່າງກາຍແຫ່ງວິນຍານກໍຍັງຄືເກົ່າ ດັ່ງທີ່ເຄີຍເປັນເມື່ອພຣະອົງຢູ່ໃນເນື້ອໜັງ. ພຣະອົງຮູ້ວ່າຜູ້ຄົນບໍ່ໝັ້ນໃຈໃນຕົວຕົນຂອງພຣະອົງວ່າເປັນພຣະຄຣິດແທ້, ແຕ່ໃນລະຫວ່າງທີ່ພຣະອົງຢູ່ໃນເນື້ອໜັງ ພຣະອົງບໍ່ໄດ້ຮຽກຮ້ອງຈາກຜູ້ຄົນຢ່າງເຄັ່ງຄັດ. ເຖິງຢ່າງໃດກໍຕາມ ຫຼັງຈາກທີພຣະອົງໄດ້ຟື້ນຄືນຊີບ, ພຣະອົງກໍປາກົດຕໍ່ພວກເຂົາ ແລະ ພຣະອົງໄດ້ເຮັດໃຫ້ພວກເຂົາໝັ້ນໃຈວ່າ ພຣະເຢຊູເຈົ້າໄດ້ມາຈາກພຣະເຈົ້າ ແລະ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະອົງໃຊ້ຂໍ້ແທ້ຈິງຂອງການປາກົດຕົວຂອງພຣະອົງ ແລະ ການຟື້ນຄືນຊີບຂອງພຣະອົງໃຫ້ເປັນນິມິດ ແລະ ແຮງບັນດານໃຈອັນຍິ່ງໃຫຍ່ທີ່ສຸດສຳລັບການສະແຫວງຫາຕະຫຼອດຊີວິດຂອງມະນຸດຊາດ. ການຟື້ນຄືນຊີບຂອງພຣະອົງຈາກຄວາມຕາຍບໍ່ພຽງແຕ່ເສີມສ້າງທຸກຄົນທີ່ຕິດຕາມພຣະອົງ, ແຕ່ມັນຍັງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດຢ່າງທົ່ວເຖິງໃນຍຸກແຫ່ງພຣະຄຸນ ແລະ ສະນັ້ນ ຂ່າວປະເສີດແຫ່ງຄວາມລອດພົ້ນຂອງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນຈຶ່ງໄດ້ຂະຫຍາຍໄປທົ່ວທຸກມຸມໂລກຂອງມະນຸດເທື່ອລະໜ້ອຍ. ເຈົ້າຈະເວົ້າໄດ້ບໍວ່າການປາກົດຕົວຂອງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບຂອງພຣະອົງນັ້ນມີຄວາມໝາຍ? ຖ້າເຈົ້າເປັນໂທມາ ຫຼື ເປໂຕໃນເວລານັ້ນ ແລະ ເຈົ້າຜະເຊີນກັບສິ່ງໃດໜຶ່ງໃນຊີວິດຂອງເຈົ້າທີ່ມີຄວາມໝາຍຫຼາຍ, ມັນຈະມີຜົນກະທົບແບບໃດຕໍ່ເຈົ້າ? ເຈົ້າຈະເຫັນວ່າສິ່ງນີ້ເປັນນິມິດທີ່ດີທີ່ສຸດ ແລະ ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າທີ່ເຊື່ອໃນພຣະເຈົ້າບໍ? ເຈົ້າຈະເຫັນວ່າສິ່ງນີ້ເປັນພະລັງທີ່ຂັບເຄື່ອນເຈົ້າ ໃນຂະນະທີ່ເຈົ້າຕິດຕາມພຣະເຈົ້າ, ພະຍາຍາມເຮັດໃຫ້ພຣະອົງພໍໃຈ ແລະ ສະແຫວງຫາເພື່ອຮັກພຣະເຈົ້າຊົ່ວຊີວິດຂອງເຈົ້າບໍ? ເຈົ້າຈະເສຍສະຫຼະຄວາມພະຍາຍາມຕະຫຼອດຊີວິດເພື່ອຂະຫຍາຍນິມິດທີ່ຍິ່ງໃຫຍ່ທີ່ສຸດນີ້ບໍ? ເຈົ້າຈະຍອມຮັບການແຜ່ຂະຫຍາຍຂອງຄວາມລອດພົ້ນຂອງພຣະເຈົ້າວ່າເປັນການມອບໝາຍຈາກພຣະເຈົ້າບໍ? ເຖິງແມ່ນພວກເຈົ້າບໍ່ໄດ້ຜະເຊີນສິ່ງນີ້, ສອງຕົວຢ່າງຂອງໂທມາ ແລະ ເປໂຕກໍພຽງພໍແລ້ວສຳລັບຄົນສະໄໝໃໝ່ທີ່ຈະຮັບເອົາຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງ. ມັນສາມາດເວົ້າໄດ້ວ່າ ຫຼັງຈາກທີ່ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ, ຫຼັງຈາກທີ່ພຣະອົງໄດ້ຜະເຊີນກັບຊີວິດທ່າມກາງມະນຸດຊາດ ແລະ ຜະເຊີນກັບຊີວິດມະນຸດຢ່າງເປັນການສ່ວນຕົວ ແລະ ຫຼັງຈາກທີ່ພຣະອົງໄດ້ເຫັນເຖິງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ສະຖານະການຂອງຊີວິດມະນຸດໃນເວລານັ້ນ, ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຍິ່ງຮູ້ສຶກຢ່າງເລິກເຊິ່ງຂຶ້ນວ່າ ມະນຸດຊາດໄຮ້ຄວາມຫວັງ, ໜ້າເສົ້າໃຈ ແລະ ເປັນຕາເວດທະນາສໍ່າໃດ. ພຣະເຈົ້າມີຄວາມເມດຕາຫຼາຍຂຶ້ນສຳລັບສະພາວະຂອງມະນຸດ ຍ້ອນຄວາມເປັນມະນຸດຂອງພຣະອົງທີ່ພຣະອົງມີ ໃນຂະນະທີ່ດຳລົງຊີວິດໃນເນື້ອໜັງ, ຍ້ອນສັນຊາດຕະຍານທີ່ເປັນເນື້ອໜັງຂອງພຣະອົງ. ສິ່ງນີ້ພາໃຫ້ພຣະອົງຮູ້ສຶກເຖິງຄວາມກັງວົນໃຈຕໍ່ຜູ້ຕິດຕາມຂອງພຣະອົງຫຼາຍຍິ່ງຂຶ້ນ. ສິ່ງເຫຼົ່ານີ້ອາດຈະເປັນສິ່ງທີ່ພວກເຈົ້າບໍ່ສາມາດເຂົ້າໃຈໄດ້, ແຕ່ເຮົາສາມາດບັນຍາຍຄວາມກັງວົນໃຈ ແລະ ຄວາມຫ່ວງໃຍໃນນີ້ທີ່ພຣະເຈົ້າໃນເນື້ອໜັງຮູ້ສຶກຕໍ່ຜູ້ຕິດຕາມທຸກຄົນຂອງພຣະອົງ ໂດຍໃຊ້ພຽງສາມຄຳ: “ຄວາມກັງວົນອັນແຮງກ້າ”. ເຖິງແມ່ນຄຳສັບນີ້ມາຈາກພາສາມະນຸດ ແລະ ເຖິງແມ່ນມັນເປັນພາສາມະນຸດແທ້ໆ, ແຕ່ມັນກໍສະແດງ ແລະ ບັນຍາຍເຖິງຄວາມຮູ້ສຶກຂອງພຣະເຈົ້າທີ່ມີຕໍ່ຜູ້ຕິດຕາມຂອງພຣະອົງໄດ້ຢ່າງແທ້ຈິງ. ແຕ່ສຳລັບຄວາມກັງວົນອັນແຮງກ້າຂອງພຣະອົງສຳລັບມະນຸດ, ຕະຫຼອດຊ່ວງເວລາແຫ່ງປະສົບການຂອງພວກເຈົ້າ, ພວກເຈົ້າຈະຮູ້ສຶກເຖິງສິ່ງນີ້ ແລະ ໄດ້ຊີ່ມລົດຊາດມັນເທື່ອລະໜ້ອຍ. ເຖິງຢ່າງໃດກໍຕາມ, ສິ່ງນີ້ພຽງສາມາດບັນລຸໄດ້ໂດຍການເຂົ້າໃຈອຸປະນິໄສຂອງພຣະເຈົ້າເທື່ອລະໜ້ອຍ ບົນພື້ນຖານຂອງການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຈົ້າເອງເທົ່ານັ້ນ. ເມື່ອພຣະເຢຊູເຈົ້າປາກົດຕົວເທື່ອນີ້, ມັນເຮັດໃຫ້ຄວາມກັງວົນອັນແຮງກ້າຂອງພຣະອົງຕໍ່ຜູ້ຕິດຕາມຂອງພຣະອົງທີ່ຢູ່ໃນຄວາມເປັນມະນຸດ ກາຍເປັນຈິງ ແລະ ຖືກສືບທອດເຂົ້າສູ່ຮ່າງກາຍແຫ່ງວິນຍານຂອງພຣະອົງ ຫຼື ເຈົ້າສາມາດເວົ້າໄດ້ວ່າ ສືບທອດເຂົ້າສູ່ຄວາມເປັນພຣະເຈົ້າຂອງພຣະອົງ. ການປາກົດຕົວຂອງພຣະອົງເຮັດໃຫ້ຜູ້ຄົນໄດ້ຜະເຊີນ ແລະ ຮູ້ສຶກເຖິງຄວາມກັງວົນ ແລະ ຄວາມຫ່ວງໃຍຂອງພຣະເຈົ້າອີກເທື່ອໜຶ່ງ ພ້ອມນັ້ນກໍຍັງໄດ້ພິສູດຢ່າງລິດທານຸພາບວ່າ ພຣະເຈົ້າເປັນຜູ້ທີ່ເລີ່ມຕົ້ນຍຸກ, ຜູ້ທີ່ຂະຫຍາຍຍຸກ ແລະ ຜູ້ທີ່ສິ້ນສຸດຍຸກອີກດ້ວຍ. ຜ່ານການປາກົດຕົວຂອງພຣະອົງ, ພຣະອົງເສີມສ້າງຄວາມເຊື່ອຂອງທຸກຄົນ ແລະ ພິສູດຕໍ່ໂລກເຖິງຂໍ້ແທ້ຈິງທີ່ວ່າ ພຣະອົງເປັນພຣະເຈົ້າເອງ. ສິ່ງນີ້ໄດ້ມອບການຢືນຢັນຕະຫຼອດໄປໃຫ້ແກ່ຜູ້ຕິດຕາມຂອງພຣະອົງ ແລະ ຜ່ານການປາກົດຕົວຂອງພຣະອົງ, ພຣະອົງຍັງໄດ້ເລີ່ມຕົ້ນຂັ້ນຕອນພາລະກິດຂອງພຣະອົງໃນຍຸກໃໝ່.

13. ພຣະເຢຊູກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ

ລູກາ 24:30–32 ແລະ ມີຄັ້ງໜຶ່ງ ໃນຂະນະທີ່ພຣະອົງກໍາລັງກິນອາຫານກັບພວກເຂົາ, ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ. ຕາຂອງພວກເຂົາກໍເປີດອອກ ແລະ ພວກເຂົາຮູ້ຈັກພຣະອົງ ແລະ ພຣະອົງກໍຫາຍໄປຈາກສາຍຕາຂອງພວກເຂົາ. ພວກເຂົາກໍເວົ້າຕໍ່ກັນວ່າ ຫົວໃຈຂອງພວກເຮົາບໍ່ໄດ້ລຸກໄໝ້ຢູ່ຂ້າງໃນບໍ ໃນຂະນະທີ່ພຣະອົງລົມກັບພວກເຮົາຕະຫຼອດໄລຍະທາງ ແລະ ໃນຂະນະທີ່ພຣະອົງໄຂຂໍ້ພຣະຄຳພີໃຫ້ກັບພວກເຮົາ?

14. ສາວົກມອບປີ້ງປາໃຫ້ພຣະເຢຊູກິນ

ລູກາ 24:36–43 ແລະ ໃນຂະນະທີ່ພວກເຂົາເວົ້າແບບນັ້ນ ພຣະເຢຊູກໍຢືນຢູ່ທ່າມກາງພວກເຂົາ ແລະ ກ່າວກັບພວກເຂົາວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແຕ່ພວກເຂົາຢ້ານຫຼາຍ ແລະ ຕົກໃຈ ແລະ ຄິດວ່າພວກເຂົາໄດ້ເຫັນຜີ. ພຣະອົງກໍກ່າວກັບພວກເຂົາວ່າ ເປັນຫຍັງພວກເຈົ້າຈຶ່ງທຸກໃຈ? ແລະ ເປັນຫຍັງຈຶ່ງເກີດມີຄວາມຄິດໃນຫົວໃຈຂອງພວກເຈົ້າ? ເບິ່ງແມ ມືຂອງເຮົາ ແລະ ຕີນຂອງເຮົາ ນີ້ແມ່ນເຮົາເອງ, ຈົ່ງຈັບເຮົາ ແລະ ເບິ່ງແມ; ຍ້ອນວ່າ ຜີຈະບໍ່ມີເນື້ອໜັງ ແລະ ກະດູກ ຄືກັບເຮົາມີ. ເມື່ອພຣະອົງໄດ້ກ່າວແບບນັ້ນ ພຣະອົງກໍສະແດງມືຂອງພຣະອົງ ແລະ ຕີນຂອງພຣະອົງ. ແລະ ໃນຂະນະທີ່ພວກເຂົາຍັງບໍ່ທັນເຊື່ອຢ່າງເຕັມທີ່ ແລະ ຍັງສົງໄສຢູ່ນັ້ນ ພຣະອົງກໍກ່າວກັບພວກເຂົາວ່າ ເຈົ້າມີຊີ້ນໃນທີ່ນີ້ບໍ? ແລະ ພວກເຂົາກໍເອົາສ່ວນຂອງປາປີ້ງ ແລະ ຮັງເຜິ້ງໃຫ້ກັບພຣະອົງ. ແລ້ວພຣະອົງກໍເອົາມັນມາກິນຕໍ່ໜ້າພວກເຂົາ.

ຕໍ່ໄປ ພວກເຮົາຈະມາເບິ່ງຂໍ້ຄວາມຈາກຂໍ້ພຣະຄຳພີຂ້າງເທິງ. ຂໍ້ຄວາມທຳອິດແມ່ນການເລົ່າເຖິງພຣະເຢຊູເຈົ້າກຳລັງກິນເຂົ້າຈີ່ ແລະ ອະທິບາຍເຖິງຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ຂໍ້ຄວາມທີສອງແມ່ນການເລົ່າເຖິງພຣະເຢຊູເຈົ້າກຳລັງກິນປີ້ງປາ. ຂໍ້ຄວາມສອງຂໍ້ນີ້ຈະຊ່ວຍໃຫ້ເຈົ້າຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ແນວໃດ? ພວກເຈົ້າສາມາດຈິນຕະນາການເຖິງພາບທີ່ພວກເຈົ້າເຫັນຈາກການບັນຍາຍເຫຼົ່ານີ້ທີ່ກ່ຽວກັບພຣະເຢຊູເຈົ້າກຳລັງກິນເຂົ້າຈີ່ ແລະ ຫຼັງຈາກນັ້ນກໍກິນປີ້ງປາບໍ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ຖ້າພຣະເຢຊູເຈົ້າຢືນກິນເຂົ້າຈີ່ຢູ່ຕໍ່ໜ້າພວກເຈົ້າ, ພວກເຈົ້າຈະຮູ້ສຶກແນວໃດ? ຫຼື ຖ້າພຣະອົງນັ່ງກິນຢູ່ໂຕະດຽວກັນກັບພວກເຈົ້າ, ນັ່ງກິນປາ ແລະ ເຂົ້າຈີ່ກັບຜູ້ຄົນ, ພວກເຈົ້າຈະມີຄວາມຮູ້ສຶກແນວໃດໃນເວລານັ້ນ? ຖ້າເຈົ້າຮູ້ສຶກໃກ້ຊິດກັບພຣະຜູ້ເປັນເຈົ້າຫຼາຍ ແລະ ພຣະອົງກໍສະໜິດສະໜົມກັບເຈົ້າຫຼາຍ, ຄວາມຮູ້ສຶກນີ້ແມ່ນຖືກຕ້ອງ. ນີ້ແມ່ນຜົນທີ່ພຣະເຢຊູເຈົ້າຕ້ອງການໃຫ້ເກີດ ໂດຍການກິນເຂົ້າຈີ່ ແລະ ປາຢູ່ຕໍ່ໜ້າກຸ່ມຄົນ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ຖ້າພຣະເຢຊູເຈົ້າພຽງແຕ່ເວົ້າກັບຜູ້ຄົນຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງເນື້ອໜັງ ແລະ ກະດູກຂອງພຣະອົງ, ແຕ່ກົງກັນຂ້າມ ພວກເຂົາຮູ້ສຶກວ່າພຣະອົງເປັນພຣະວິນຍານທີ່ບໍ່ສາມາດຈັບຕ້ອງໄດ້, ພວກເຂົາຈະຮູ້ສຶກແນວໃດ? ພວກເຂົາຈະບໍ່ຜິດຫວັງບໍ? ເມື່ອຮູ້ສຶກຜິດຫວັງ, ຜູ້ຄົນຈະບໍ່ຮູ້ສຶກວ່າຖືກປະຖິ້ມບໍ? ພວກເຂົາຈະບໍ່ຮູ້ສຶກເຖິງໄລຍະຫ່າງລະຫວ່າງພວກເຂົາເອງ ແລະ ພຣະເຢຊູຄຣິດເຈົ້າບໍ? ໄລຍະຫ່າງນີ້ຈະມີຜົນກະທົບທາງລົບຕໍ່ຄວາມສຳພັນລະຫວ່າງຜູ້ຄົນກັບພຣະເຈົ້າແນວໃດ? ຜູ້ຄົນຈະຮູ້ສຶກຢ້ານຢ່າງແນ່ນອນ, ພວກເຂົາບໍ່ກ້າເຂົ້າໃກ້ພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະມີທ່າທີເຄົາລົບພຣະອົງຢູ່ໄກໆ. ນັບຕັ້ງແຕ່ນັ້ນເປັນຕົ້ນໄປ, ພວກເຂົາກໍຈະໄດ້ທຳລາຍຄວາມສຳພັນອັນໃກ້ຊິດກັບພຣະເຢຊູຄຣິດເຈົ້າ ແລະ ກັບຄືນສູ່ຄວາມສຳພັນລະຫວ່າງມະນຸດຊາດ ແລະ ພຣະເຈົ້າໃນສະຫວັນ ດັ່ງທີ່ເຄີຍເປັນກ່ອນຍຸກແຫ່ງພຣະຄຸນ. ຮ່າງກາຍແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດສຳຜັດ ຫຼື ຮູ້ສຶກໄດ້ຈະທຳລາຍຄວາມໃກ້ຊິດຂອງພວກເຂົາກັບພຣະເຈົ້າ ແລະ ມັນຍັງຈະເຮັດໃຫ້ຄວາມສຳພັນທີ່ສະໜິດສະໜົມ ເຊິ່ງຖືກສ້າງຂຶ້ນລະຫວ່າງເວລາທີ່ພຣະເຢຊູຄຣິດເຈົ້າຢູ່ໃນເນື້ອໜັງ; ຄວາມໃກ້ຊິດລະຫວ່າງພຣະອົງ ແລະ ມະນຸດນັ້ນຂາດຫາຍໄປ. ສິ່ງດຽວທີ່ຖືກດົນໃຈໃນຜູ້ຄົນໂດຍຮ່າງກາຍແຫ່ງວິນຍານຄືຄວາມຮູ້ສຶກຢ້ານ, ຄວາມຫຼີກເວັ້ນ ແລະ ການຈ້ອງເບິ່ງຢ່າງເວົ້າບໍ່ອອກ. ພວກເຂົາຈະບໍ່ກ້າເຂົ້າໃກ້ ຫຼື ເຂົ້າຮ່ວມສົນທະນາກັບພຣະອົງ, ແຮງໄກທີ່ຈະຕິດຕາມ, ໄວ້ວາງໃຈ ຫຼື ເງີຍໜ້າເບິ່ງພຣະອົງ. ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນຄວາມຮູ້ສຶກແບບນີ້ທີ່ມະນຸດມີສຳລັບພຣະອົງ. ພຣະອົງບໍ່ຕ້ອງການເຫັນຜູ້ຄົນຫຼີກເວັ້ນພຣະອົງ ຫຼື ເອົາຕົນເອງອອກຈາກພຣະອົງ; ພຣະອົງພຽງແຕ່ຕ້ອງການໃຫ້ຜູ້ຄົນເຂົ້າໃຈພຣະອົງ, ເຂົ້າໃກ້ພຣະອົງ ແລະ ເປັນຄອບຄົວຂອງພຣະອົງ. ຖ້າຄອບຄົວຂອງເຈົ້າເອງ, ລູກຫຼານຂອງເຈົ້າ, ເຫັນເຈົ້າ ແຕ່ບໍ່ຈື່ເຈົ້າ ແລະ ບໍ່ກ້າເຂົ້າໃກ້ເຈົ້າ ແຕ່ຫຼີກເວັ້ນເຈົ້າຢູ່ຕະຫຼອດເວລາ, ຖ້າເຈົ້າບໍ່ສາມາດເຂົ້າໃຈພວກເຂົາສຳລັບທຸກສິ່ງທີ່ເຈົ້າໄດ້ເຮັດເພື່ອພວກເຂົາ, ນັ້ນຈະເຮັດໃຫ້ເຈົ້າຮູ້ສຶກແນວໃດ? ມັນຈະບໍ່ເຈັບປວດບໍ? ເຈົ້າຈະບໍ່ເສຍໃຈບໍ? ນັ້ນຄືສິ່ງທີ່ພຣະເຈົ້າຮູ້ສຶກເມື່ອຜູ້ຄົນຫຼີກເວັ້ນພຣະອົງ. ສະນັ້ນ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະເຢຊູເຈົ້າຍັງປາກົດຕໍ່ຜູ້ຄົນໃນຮູບຮ່າງເນື້ອໜັງ ແລະ ເລືອດຂອງພຣະອົງ ແລະ ຍັງກິນ ແລະ ດື່ມກັບພວກເຂົາ. ພຣະເຈົ້າເຫັນຜູ້ຄົນເປັນຄອບຄົວ ແລະ ພຣະເຈົ້າຍັງຕ້ອງການໃຫ້ມະນຸດຊາດເຫັນພຣະອົງດັ່ງຜູ້ເປັນທີ່ຮັກທີ່ສຸດສຳລັບພວກເຂົາ; ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດຮັບເອົາຜູ້ຄົນຢ່າງແທ້ຈິງ ແລະ ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງ. ບັດນີ້ ພວກເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງເຮົາໃນການຖອດຖອນສອງຂໍ້ພຣະຄໍາພີນີ້ທີ່ກ່ຽວກັບພຣະເຢຊູເຈົ້າກິນ ແລະ ການຟື້ນຄືນຊີບຂອງພຣະອົງ ແລະ ການທີ່ສາວົກໄດ້ມອບປີ້ງປາໃຫ້ພຣະອົງກິນບໍ?

ມັນສາມາດເວົ້າໄດ້ວ່າ ຄວາມຄິດທີ່ຈິງຈັງໄດ້ສະແດງອອກເຖິງສິ່ງທີ່ພຣະເຢຊູເຈົ້າເວົ້າ ແລະ ເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນເຕັມໄປດ້ວຍຄວາມກະລຸນາ ແລະ ຄວາມຮັກໄຄ່ທີ່ພຣະເຈົ້າມີຕໍ່ມະນຸດຊາດ ແລະ ຍັງເຕັມໄປດ້ວຍຄວາມຖະໜອມ ແລະ ຄວາມຫ່ວງໃຍທີ່ພຣະອົງມີສຳລັບຄວາມສຳພັນອັນໃກ້ຊິດທີ່ພຣະອົງໄດ້ສ້າງຂຶ້ນກັບມະນຸດຊາດໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ. ຍິ່ງໄປກວ່ານັ້ນ ມັນເຕັມໄປດ້ວຍຄວາມອາໄລອາວອນ ແລະ ຄວາມປາຖະໜາທີ່ພຣະອົງຮູ້ສຶກເຖິງຊີວິດຂອງພຣະອົງທີ່ກິນ ແລະ ໃຊ້ຊີວິດຢູ່ຮ່ວມກັນກັບຜູ້ຕິດຕາມຂອງພຣະອົງໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ. ສະນັ້ນ ພຣະເຈົ້າຈຶ່ງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກວ່າມີຄວາມຫ່າງເຫີນລະຫວ່າງພຣະເຈົ້າ ແລະ ມະນຸດ ແລະ ພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຫ່າງເຫີນຈາກພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຮູ້ສຶກວ່າ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ ພຣະເຢຊູເຈົ້າບໍ່ແມ່ນພຣະຜູ້ເປັນເຈົ້າທີ່ສະໜິດສະໜົມກັບຜູ້ຄົນອີກຕໍ່ໄປ, ພຣະອົງບໍ່ຢູ່ຮ່ວມກັບມະນຸດຊາດອີກຕໍ່ໄປ ຍ້ອນພຣະອົງໄດ້ກັບຄືນສູ່ໂລກວິນຍານ, ກັບຄືນສູ່ພຣະບິດາທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສໍາຜັດໄດ້. ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກເຖິງຄວາມແຕກຕ່າງໃນສະຖານະທີ່ເກີດຂຶ້ນລະຫວ່າງພຣະອົງ ແລະ ມະນຸດຊາດ. ເມື່ອພຣະເຈົ້າເຫັນຜູ້ຄົນທີ່ຕ້ອງການຕິດຕາມພຣະອົງ ແຕ່ເຄົາລົບພຣະອົງຢູ່ຫ່າງໆ, ຫົວໃຈຂອງພຣະອົງກໍເຈັບປວດ ຍ້ອນນັ້ນໝາຍຄວາມວ່າ ຫົວໃຈຂອງພວກເຂົາຫ່າງໄກຈາກພຣະອົງຫຼາຍ ແລະ ມັນຈະຫຍຸ້ງຍາກຫຼາຍສໍາລັບພຣະອົງທີ່ຈະຮັບເອົາຫົວໃຈຂອງພວກເຂົາ. ສະນັ້ນ ຖ້າພຣະອົງປາກົດຕໍ່ຜູ້ຄົນໃນຮ່າງກາຍແຫ່ງວິນຍານທີ່ພວກເຂົາບໍ່ສາມາດເຫັນ ແລະ ສຳຜັດໄດ້, ນີ້ກໍຈະເຮັດໃຫ້ມະນຸດຫ່າງໄກຈາກພຣະເຈົ້າອີກ ແລະ ມັນຈະພາໃຫ້ມະນຸດຊາດເຫັນຢ່າງຜິດໆວ່າພຣະຄຣິດສູງສົ່ງຫຼັງຈາກທີ່ຟື້ນຄືນຊີບ ແລະ ເປັນຜູ້ທີ່ບໍ່ສາມາດນັ່ງຮ່ວມໂຕະ ແລະ ກິນອາຫານກັບມະນຸດອີກຕໍ່ໄປ ຍ້ອນມະນຸດມີບາບ, ສົກກະປົກ ແລະ ບໍ່ສາມາດເຂົ້າໃກ້ພຣະເຈົ້າໄດ້. ເພື່ອກຳຈັດຄວາມເຂົ້າໃຈຜິດໆເຫຼົ່ານີ້ຂອງມະນຸດຊາດ, ພຣະເຢຊູເຈົ້າໄດ້ເຮັດຫຼາຍສິ່ງທີ່ພຣະອົງເຄີຍເຮັດໃນເນື້ອໜັງ ດັ່ງທີ່ຖືກບັນທຶກໄວ້ໃນພຣະຄຳພີວ່າ: “ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ”. ພຣະອົງຍັງອະທິບາຍຂໍ້ພຣະຄຳພີແກ່ພວກເຂົາ ດັ່ງທີ່ພຣະອົງເຄີຍເຮັດໃນອະດີດ. ທຸກສິ່ງເຫຼົ່ານີ້ທີ່ພຣະເຢຊູເຈົ້າເຮັດແມ່ນໄດ້ເຮັດໃຫ້ທຸກຄົນທີ່ເຫັນພຣະອົງ ຮູ້ສຶກວ່າພຣະຜູ້ເປັນເຈົ້າບໍ່ໄດ້ປ່ຽນໄປ, ພຣະອົງຍັງເປັນພຣະເຢຊູເຈົ້າອົງເດີມ. ເຖິງແມ່ນພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ຜະເຊີນກັບຄວາມຕາຍ, ພຣະອົງກໍໄດ້ຟື້ນຄືນຊີບ ແລະ ບໍ່ໄດ້ປະຖິ້ມມະນຸດຊາດ. ພຣະອົງໄດ້ກັບຄືນມາຢູ່ທ່າມກາງມະນຸດ ແລະ ບໍ່ມີສິ່ງໃດທີ່ກ່ຽວກັບພຣະອົງຖືກປ່ຽນແປງ. ບຸດມະນຸດທີ່ຢືນຢູ່ຕໍ່ໜ້າຜູ້ຄົນຍັງເປັນພຣະເຢຊູເຈົ້າອົງເດີມ. ພຶດຕິກຳຂອງພຣະອົງ ແລະ ວິທີການສົນທະນາຂອງພຣະອົງກັບຜູ້ຄົນກໍຮູ້ສຶກຄຸ້ນເຄີຍຄືເກົ່າ. ພຣະອົງຍັງເຕັມໄປດ້ວຍຄວາມຮັກຄວາມເມດຕາ, ຄວາມກະລຸນາ ແລະ ຄວາມອົດທົນ, ພຣະອົງຍັງເປັນພຣະເຢຊູເຈົ້າອົງເດີມ ຜູ້ທີ່ຮັກຄົນອື່ນດັ່ງທີ່ພຣະອົງຮັກຕົນເອງ, ຜູ້ທີ່ສາມາດໃຫ້ອະໄພມະນຸດຊາດເຈັດສິບຄູນເຈັດຄັ້ງ. ດັ່ງທີ່ພຣະອົງເຄີຍເຮັດຜ່ານມາ, ພຣະອົງກິນກັບຜູ້ຄົນ, ສົນທະນາຂໍ້ພຣະຄຳພີກັບພວກເຂົາ ແລະ ສຳຄັນໄປກວ່ານັ້ນ ດັ່ງທີ່ຜ່ານມາ ພຣະອົງມີເນື້ອໜັງ ແລະ ເລືອດ ແລະ ສາມາດສຳຜັດ ແລະ ເຫັນໄດ້. ພຣະອົງເປັນບຸດມະນຸດທີ່ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມສະໜິດສະໜົມ, ຮູ້ສຶກເຖິງຄວາມສະບາຍໃຈ ແລະ ຮູ້ສຶກເຖິງຄວາມຍິນດີທີ່ໄດ້ຮັບບາງສິ່ງທີ່ສູນເສຍຄືນ. ດ້ວຍຄວາມສະບາຍໃຈຫຼາຍ, ພວກເຂົາເລີ່ມຕົ້ນເພິ່ງພາ ແລະ ເງີຍໜ້າເບິ່ງບຸດມະນຸດອົງນີ້ຢ່າງກ້າຫານ ແລະ ຢ່າງໝັ້ນໃຈ ຜູ້ທີ່ສາມາດອະໄພຄວາມຜິດບາບຂອງພວກເຂົາໄດ້. ພວກເຂົາຍັງເລີ່ມຕົ້ນອະທິຖານໃນນາມຂອງພຣະເຢຊູເຈົ້າຢ່າງບໍ່ລັງເລໃຈ, ອະທິຖານເພື່ອຮັບເອົາຄວາມກະລຸນາຂອງພຣະອົງ, ຮັບເອົາພອນຂອງພຣະອົງ ແລະ ເພື່ອຮັບເອົາຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີຈາກພຣະອົງ, ເພື່ອຮັບເອົາຄວາມຫ່ວງໃຍ ແລະ ການປົກປ້ອງຈາກພຣະອົງ ແລະ ພວກເຂົາຍັງໄດ້ເລີ່ມຕົ້ນຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີຮ້າຍໃນນາມຂອງພຣະເຢຊູເຈົ້າອີກດ້ວຍ.

ໃນລະຫວ່າງທີ່ພຣະເຢຊູເຈົ້າປະຕິບັດພາລະກິດໃນເນື້ອໜັງນັ້ນ, ຜູ້ຕິດຕາມສ່ວນໃຫຍ່ຂອງພຣະອົງບໍ່ສາມາດຢືນຢັນຕົວຕົນຂອງພຣະອົງ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ກ່າວຢ່າງແທ້ຈິງ. ເມື່ອພຣະອົງເດີນເຂົ້າໃກ້ໄມ້ກາງແຂນ, ທ່າທີຂອງຜູ້ຕິດຕາມຂອງພຣະອົງຄືທ່າທີຂອງຜູ້ສັງເກດການ. ຫຼັງຈາກນັ້ນ ນັບຕັ້ງແຕ່ເວລາທີ່ພຣະອົງຖືກຄຶງໃສ່ກາງແຂນຈົນເຖິງຕອນທີ່ພຣະອົງຖືກວາງໄວ້ໃນຂຸມຝັງສົບ, ທ່າທີຂອງຜູ້ຄົນທີ່ມີຕໍ່ພຣະອົງຄືຄວາມຜິດຫວັງ. ໃນຊ່ວງເວລານີ້, ຜູ້ຄົນໄດ້ເລີ່ມມີການປ່ຽນແປງໃນຫົວໃຈຂອງພວກເຂົາ ຈາກການສົງໄສສິ່ງຕ່າງໆທີ່ພຣະເຢຊູເຈົ້າໄດ້ກ່າວໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ ກາຍມາເປັນການປະຕິເສດສິ່ງທັງໝົດ. ຫຼັງຈາກນັ້ນ ເມື່ອພຣະອົງຍ່າງອອກຈາກຂຸມຝັງສົບ ແລະ ປາກົດຕົວຕໍ່ຜູ້ຄົນເທື່ອລະຄົນ, ຜູ້ຄົນສ່ວນໃຫຍ່ທີ່ເຫັນພຣະອົງດ້ວຍຕາຂອງພວກເຂົາເອງ ຫຼື ໄດ້ຍິນຂ່າວການຟື້ນຄືນຊີບຂອງພຣະອົງກໍປ່ຽນທ່າທີຂອງພວກເຂົາຈາກການປະຕິເສດກາຍມາເປັນການສົງໄສເທື່ອລະໜ້ອຍ. ມີພຽງຫຼັງຈາກພຣະເຢຊູເຈົ້າໄດ້ໃຫ້ໂທມາເອົາມືຂອງລາວໃສ່ຂ້າງຂອງພຣະອົງ ແລະ ເມື່ອພຣະອົງຫັກເຂົ້າຈີ່ ແລະ ກິນຕໍ່ໜ້າຝູງຊົງ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ສືບຕໍ່ກິນປີ້ງປາຕໍ່ໜ້າພວກເຂົາ, ພວກເຂົາຈຶ່ງຍອມຮັບຄວາມຈິງວ່າພຣະເຢຊູເຈົ້າເປັນພຣະຄຣິດໃນເນື້ອໜັງຢ່າງແທ້ຈິງ. ເຈົ້າສາມາດເວົ້າໄດ້ວ່າ ມັນຄືກັບວ່າຮ່າງກາຍວິຍານທີ່ເປັນເນື້ອໜັງ ແລະ ເລືອດທີ່ກຳລັງຢືນຢູ່ຕໍ່ໜ້າຜູ້ຄົນເຫຼົ່ານີ້ ໄດ້ປຸກພວກເຂົາແຕ່ລະຄົນຕື່ນຈາກຄວາມຝັນ: ບຸດມະນຸດຢືນຢູ່ຕໍ່ໜ້າພວກເຂົາແມ່ນຜູ້ທີ່ເປັນຢູ່ນັບຕັ້ງແຕ່ດຶກດໍາບັນ. ພຣະອົງມີຮູບຮ່າງ ແລະ ເນື້ອໜັງ ແລະ ກະດູກ ແລະ ພຣະອົງໄດ້ດຳລົງຊີວິດ ແລະ ກິນຄຽງຂ້າງມະນຸດຊາດເປັນເວລາດົນນານແລ້ວ... ໃນເວລານີ້, ຜູ້ຄົນຮູ້ສຶກວ່າ ການເປັນຢູ່ຂອງພຣະອົງເປັນຈິງຫຼາຍ ແລະ ອັດສະຈັນຫຼາຍ. ໃນເວລາດຽວກັນ, ພວກເຂົາກໍຍັງປິຕິຍິນດີ ແລະ ມີຄວາມສຸກ ແລະ ເຕັມໄປດ້ວຍຄວາມຮູ້ສຶກຕື່ນເຕັ້ນຕັນໃຈ. ການປາກົດຕົວອີກຄັ້ງຂອງພຣະອົງເຮັດໃຫ້ຜູ້ຄົນໄດ້ເຫັນເຖິງຄວາມຖ່ອມຕົນຂອງພຣະອົງຢ່າງແທ້ຈິງ, ຮູ້ສຶກເຖິງຄວາມໃກ້ຊິດ ແລະ ຄວາມຜູກພັນຂອງພຣະອົງກັບມະນຸດຊາດ ແລະ ຮູ້ສຶກວ່າພຣະອົງຄິດເຖິງພວກເຂົາຫຼາຍສໍ່າໃດ. ການກັບມາພົບປະກັນຊົ່ວຄາວນີ້ເຮັດໃຫ້ຜູ້ຄົນທີ່ເຫັນພຣະເຢຊູເຈົ້າຮູ້ສຶກຄືກັບວ່າຊົ່ວຊີວິດໄດ້ຜ່ານໄປ. ຫົວໃຈທີ່ມຶດມົວ, ສັບສົນ, ຢ້ານກົວ, ກະວົນກະວາຍ, ປາຖະໜາ ແລະ ດ້ານຊາຂອງພວກເຂົາໄດ້ພົບກັບຄວາມສະບາຍໃຈ. ພວກເຂົາບໍ່ສົງໄສ ຫຼື ຜິດຫວັງອີກຕໍ່ໄປ, ຍ້ອນພວກເຂົາຮູ້ສຶກວ່າ ຕອນນີ້ພວກເຂົາໄດ້ມີຄວາມຫວັງ ແລະ ມີສິ່ງໃຫ້ເພິ່ງພາແລ້ວ. ບຸດມະນຸດທີ່ຢືນຢູ່ຕໍ່ໜ້າພວກເຂົາຈະເປັນຄົນໜຸນຫຼັງພວກເຂົາຕະຫຼອດເວລາ; ພຣະອົງຈະເປັນຫໍຄອຍທີ່ເຂັ້ມແຂງຂອງພວກເຂົາ, ບ່ອນຫຼົບໄພຂອງພວກເຂົາຕະຫຼອດໄປເປັນນິດ.

ເຖິງແມ່ນພຣະເຢຊູເຈົ້າໄດ້ຟື້ນຄືນມາ, ຫົວໃຈຂອງພຣະອົງ ແລະ ພາລະກິດຂອງພຣະອົງບໍ່ໄດ້ຈາກມະນຸດຊາດໄປໃສ. ການປາກົດຕໍ່ຜູ້ຄົນ, ພຣະອົງໄດ້ບອກພວກເຂົາວ່າ ບໍ່ວ່າພຣະອົງຈະຢູ່ໃນຮູບຮ່າງໃດກໍຕາມ, ພຣະອົງຈະຕິດຕາມຜູ້ຄົນ, ຍ່າງກັບພວກເຂົາ ແລະ ຢູ່ກັບພວກເຂົາຕະຫຼອດເວລາ ແລະ ທຸກຫົນແຫ່ງ. ພຣະອົງບອກພວກເຂົາວ່າ ພຣະອົງຈະສະໜອງໃຫ້ແກ່ມະນຸດຊາດ ແລະ ລ້ຽງດູພວກເຂົາຕະຫຼອດເວລາ ແລະ ທຸກຫົນແຫ່ງ, ເຮັດໃຫ້ພວກເຂົາໄດ້ເຫັນ ແລະ ສຳຜັດພຣະອົງ ແລະ ຮັບປະກັນບໍ່ໃຫ້ພວກເຂົາຮູ້ສຶກສິ້ນຫວັງອີກຕໍ່ໄປ. ພຣະເຢຊູເຈົ້າຍັງຕ້ອງການໃຫ້ຜູ້ຄົນຮູ້ຈັກວ່າພວກເຂົາບໍ່ໄດ້ດຳລົງຊີວິດຄົນດຽວຢູ່ໃນໂລກນີ້. ມະນຸດຊາດມີຄວາມຫ່ວງໃຍຂອງພຣະເຈົ້າ; ພຣະເຈົ້າຢູ່ກັບພວກເຂົາ. ພວກເຂົາສາມາດເພິ່ງພາພຣະເຈົ້າສະເໝີ ແລະ ພຣະອົງເປັນຄອບຄົວຂອງຜູ້ຕິດຕາມທຸກຄົນຂອງພຣະອົງ. ເມື່ອມີພຣະເຈົ້າໃຫ້ເພິ່ງພາ, ມະນຸດຊາດກໍຈະບໍ່ຕ້ອງໂດດດ່ຽວ ຫຼື ສິ້ນຫວັງອີກຕໍ່ໄປ ແລະ ຄົນທີ່ຍອມຮັບພຣະອົງໃຫ້ເປັນເຄື່ອງບູຊາແທນຄວາມຜິດບາບຂອງພວກເຂົາກໍຈະບໍ່ຖືກຜູກມັດໃນຄວາມຜິດບາບອີກຕໍ່ໄປ. ໃນສາຍຕາຂອງມະນຸດ, ພາລະກິດສ່ວນນີ້ຂອງພຣະອົງທີ່ພຣະເຢຊູເຈົ້າໄດ້ປະຕິບັດຫຼັງຈາກການຟື້ນຄືນຊີບຂອງພຣະອົງແມ່ນເປັນສິ່ງເລັກນ້ອຍຫຼາຍ, ແຕ່ຕາມທີ່ເຮົາເຫັນ, ທຸກສິ່ງທີ່ພຣະອົງເຮັດແມ່ນມີຄວາມໝາຍຫຼາຍ, ມີຄຸນຄ່າຫຼາຍ, ສຳຄັນຫຼາຍ ແລະ ເຕັມໄປດ້ວຍຄວາມໝາຍຢ່າງໃຫຍ່ຫຼວງ.

ເຖິງແມ່ນເວລາການປະຕິບັດພາລະກິດຂອງພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງແມ່ນເຕັມໄປດ້ວຍຄວາມລໍາບາກ ແລະ ການທົນທຸກກໍຕາມ, ໃນເວລານັ້ນພຣະອົງສາມາດສຳເລັດພາລະກິດຂອງພຣະອົງໃນເນື້ອໜັງຢ່າງຄົບຖ້ວນ ແລະ ສົມບູນເພື່ອໄຖ່ບາບມະນຸດຊາດຜ່ານການປາກົດຕົວຂອງພຣະອົງໃນຮ່າງກາຍເນື້ອໜັງ ແລະ ເລືອດທີ່ເປັນວິນຍານຂອງພຣະອົງ. ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງໂດຍກາຍມາເປັນເນື້ອໜັງ ແລະ ພຣະອົງສຳເລັດພັນທະກິດຂອງພຣະອົງໂດຍປາກົດຕໍ່ມະນຸດຊາດໃນຮູບຮ່າງທີ່ເປັນເນື້ອໜັງຂອງພຣະອົງ. ພຣະອົງປະກາດຍຸກແຫ່ງພຣະຄຸນ, ເລີ່ມຕົ້ນຍຸກໃໝ່ຜ່ານທາງຕົວຕົນຂອງພຣະອົງດັ່ງພຣະຄຣິດ. ຜ່ານທາງຕົວຕົນຂອງພຣະຄຣິດ, ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເສີມສ້າງ ແລະ ນໍາພາຜູ້ຕິດຕາມທຸກຄົນຂອງພຣະອົງໃນຍຸກແຫ່ງພຣະຄຸນ. ມັນສາມາດເວົ້າໄດ້ວ່າ ກ່ຽວກັບພາລະກິດຂອງພຣະເຈົ້າ, ພຣະອົງໄດ້ສຳເລັດສິ່ງທີ່ພຣະອົງໄດ້ເລີ່ມຕົ້ນຢ່າງແທ້ຈິງ. ບາດກ້າວຕ່າງໆ, ແຜນການ ແລະ ພາລະກິດແມ່ນເຕັມໄປດ້ວຍສະຕິປັນຍາ, ອຳນາດທີ່ຍິ່ງໃຫຍ່, ການກະທຳທີ່ມະຫັດສະຈັນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະອົງ. ແນ່ນອນ ເສັ້ນດ້າຍຫຼັກທີ່ແລ່ນຜ່ານພາລະກິດທັງໝົດຂອງພຣະເຈົ້າຄືຄວາມຫ່ວງໃຍຂອງພຣະອົງສຳລັບມະນຸດຊາດ; ມັນຊຶມໄປດ້ວຍຄວາມຮູ້ສຶກກົງວົນໃຈຂອງພຣະອົງທີ່ພຣະອົງບໍ່ສາມາດປ່ອຍວາງໄດ້ຈັກເທື່ອ. ໃນຂໍ້ພຣະຄຳພີເຫຼົ່ານີ້, ໃນທຸກສິ່ງທີ່ພຣະເຢຊູເຈົ້າເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຄວາມຫວັງ ແລະ ຄວາມກັງວົນທີ່ບໍ່ປ່ຽນແປງຂອງພຣະເຈົ້າສຳລັບມະນຸດຊາດ ພ້ອມດ້ວຍຄວາມຫ່ວງໃຍຢ່າງພາກພຽນຂອງພຣະອົງ ແລະ ການຖະໜອມມະນຸດຊາດແມ່ນຖືກເປີດເຜີຍ. ບໍ່ມີຫຍັງໃນສິ່ງນີ້ເຄີຍປ່ຽນແປງ ຈົນເຖິງປັດຈຸບັນ, ພວກເຈົ້າສາມາດເຫັນມັນບໍ? ເມື່ອພວກເຈົ້າໄດ້ເຫັນສິ່ງນີ້, ຫົວໃຈຂອງພວກເຈົ້າບໍ່ໄດ້ຍັບເຂົ້າໃກ້ພຣະເຈົ້າໂດຍບໍ່ຮູ້ຕົວບໍ? ຖ້າພວກເຈົ້າດຳລົງຊີວິດຢູ່ໃນຍຸກນັ້ນ ແລະ ພຣະເຢຊູເຈົ້າປາກົດຕໍ່ພວກເຈົ້າຫຼັງຈາກການຟື້ນຄືນຊີບຂອງພຣະອົງໃນຮູບຮ່າງທີ່ຈັບຕ້ອງໄດ້ເພື່ອໃຫ້ພວກເຈົ້າໄດ້ເຫັນ ແລະ ຖ້າພຣະອົງນັ່ງຕໍ່ໜ້າພວກເຈົ້າ, ກິນເຂົ້າຈີ່ ແລະ ປາ ແລະ ອະທິບາຍຂໍ້ພຣະຄຳພີແກ່ພວກເຈົ້າ ແລະ ເວົ້າກັບພວກເຈົ້າ, ແລ້ວພວກເຈົ້າຈະຮູ້ສຶກແນວໃດ? ພວກເຈົ້າຈະຮູ້ສຶກມີຄວາມສຸກບໍ? ຫຼື ພວກເຈົ້າຈະຮູ້ສຶກຜິດບໍ? ຄວາມເຂົ້າໃຈຜິດ ແລະ ການຫຼີກເວັ້ນພຣະເຈົ້າກ່ອນໜ້ານີ້, ການຕໍ່ຕ້ານ ແລະ ການສົງໄສກ່ຽວກັບພຣະເຈົ້າ, ສິ່ງເຫຼົ່ານີ້ຈະບໍ່ຫາຍໄປທັງໝົດບໍ? ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດຈະບໍ່ຍິ່ງທຳມະດາ ແລະ ຖືກຕ້ອງຂຶ້ນກວ່າເກົ່າບໍ?

ການຕີຄວາມໝາຍໃນບົດພຣະຄຳພີທີ່ຈຳກັດເຫຼົ່ານີ້, ພວກເຈົ້າຄົ້ນພົບຂໍ້ບົກຜ່ອງຫຍັງໃນອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າຄົ້ນພົບການເຈືອປົນໃດໆໃນຄວາມຮັກຂອງພຣະເຈົ້າບໍ? ພວກເຈົ້າເຫັນການລໍ້ລວງ ຫຼື ສິ່ງຊົ່ວຮ້າຍໃດໆໃນອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະເຈົ້າບໍ? ບໍ່ມີຢ່າງແນ່ນອນ! ບັດນີ້ ພວກເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າພຣະເຈົ້າບໍລິສຸດ? ພວກເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າ ທຸກຄວາມຮູ້ສຶກຂອງພຣະເຈົ້າຄືການເປີດເຜີຍເຖິງແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ? ເຮົາຫວັງວ່າ ຫຼັງຈາກທີ່ພວກເຈົ້າໄດ້ອ່ານພຣະທຳເຫຼົ່ານີ້, ຄວາມເຂົ້າໃຈທີ່ພວກເຈົ້າໄດ້ຮັບຈາກສິ່ງເຫຼົ່ານີ້ຈະຊ່ວຍພວກເຈົ້າ ແລະ ນໍາປະໂຫຍດມາສູ່ພວກເຈົ້າໃນການສະແຫວງຫາການປ່ຽນແປງອຸປະນິໄສ ແລະ ຄວາມຢຳເກງພຣະເຈົ້າ ແລະ ມັນຈະເກີດໝາກຜົນໃນພວກເຈົ້າ, ເປັນໝາກຜົນທີ່ເຕີບໃຫຍ່ໃນແຕ່ລະມື້ ເພື່ອວ່າໃນລະຫວ່າງການສະແຫວງຫາສິ່ງເຫຼົ່ານີ້ ພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະເຈົ້າຫຼາຍຂຶ້ນ ແລະ ໃກ້ຊິດມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ພວກເຈົ້າຈະບໍ່ເບື່ອໜ່າຍການສະແຫວງຫາຄວາມຈິງ ແລະ ຈະບໍ່ຮູ້ສຶກວ່າ ການສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສເປັນສິ່ງທີ່ຫຍຸ້ງຍາກ ຫຼື ບໍ່ຈຳເປັນ. ກົງກັນຂ້າມ ເມື່ອຖືກຈູງໃຈໂດຍການສະແດງອອກຂອງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ ແລະ ແກ່ນແທ້ອັນບໍລິສຸດຂອງພຣະເຈົ້າ, ພວກເຈົ້າຈະປາຖະໜາຫາແສງສະຫວ່າງ, ປາຖະໜາຫາຄວາມຍຸຕິທຳ, ຕ້ອງການສະແຫວງຫາຄວາມຈິງ, ສະແຫວງຫາເພື່ອບັນລຸຄວາມປະສົງຂອງພຣະເຈົ້າ ແລະ ພວກເຈົ້າຈະກາຍເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍເປັນບຸກຄົນທີ່ແທ້ຈິງ.

ມື້ນີ້ ພວກເຮົາໄດ້ລົມກ່ຽວກັບສິ່ງໃດໜຶ່ງທີ່ພຣະເຈົ້າໄດ້ເຮັດໃນຍຸກແຫ່ງພຣະຄຸນ ເມື່ອພຣະອົງໄດ້ບັງເກີດເປັນມະນຸດເປັນຄັ້ງທຳອິດ. ຈາກສິ່ງຕ່າງໆເຫຼົ່ານີ້, ພວກເຮົາໄດ້ເຫັນເຖິງອຸປະນິໄສທີ່ພຣະອົງສະແດງອອກ ແລະ ເປີດເຜີຍໃນເນື້ອໜັງ ພ້ອມທັງທຸກດ້ານຂອງສິ່ງທີ່ພຣະອົງມີ ແລະ ເປັນ. ທຸກດ້ານທີ່ພຣະອົງມີ ແລະ ເປັນນີ້ເບິ່ງຄືກັບວ່າມີຄວາມເປັນມະນຸດຫຼາຍ, ແຕ່ຄວາມເປັນຈິງກໍຄື ແກ່ນແທ້ຂອງທຸກສິ່ງທີ່ພຣະອົງໄດ້ເປີດເຜີຍ ແລະ ສະແດງອອກແມ່ນບໍ່ສາມາດຕັດຂາດຈາກອຸປະນິໄສຂອງພຣະອົງເອງ. ທຸກວິທີການ ແລະ ທຸກດ້ານຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ສະແດງອຸປະນິໄສຂອງພຣະອົງໃນຄວາມເປັນມະນຸດແມ່ນເຊື່ອມໂຍງກັບແກ່ນແທ້ຂອງພຣະອົງເອງຢ່າງບໍ່ສາມາຕັດຂາດຈາກກັນໄດ້. ສະນັ້ນ ມັນສຳຄັນຫຼາຍທີ່ພຣະເຈົ້າມາເປັນມະນຸດຊາດໂດຍໃຊ້ວິທີການບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງກໍສຳຄັນເຊັ່ນກັນ, ແຕ່ສິ່ງທີ່ຍິ່ງສຳຄັນສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ ແລະ ສຳລັບທຸກຄົນທີ່ດຳລົງຊີວິດໃນຄວາມເສື່ອມຊາມ ກໍຄືອຸປະນິໄສທີ່ພຣະອົງເປີດເຜີຍ ແລະ ຄວາມປະສົງທີ່ພຣະອົງສະແດງອອກ. ນີ້ແມ່ນສິ່ງທີ່ພວກເຈົ້າສາມາດເຂົ້າໃຈບໍ? ຫຼັງຈາກທີ່ໄດ້ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກເຈົ້າໄດ້ຂໍ້ສະຫຼຸບກ່ຽວກັບວິທີທີ່ພວກເຈົ້າຄວນປະຕິບັດຕໍ່ພຣະເຈົ້າບໍ? ສຸດທ້າຍ, ເພື່ອຕອບຄຳຖາມນີ້, ເຮົາຕ້ອງການໃຫ້ຄຳແນະນຳສາມປະການແກ່ພວກເຈົ້າ: ປະການທີ່ໜຶ່ງ ຢ່າທົດສອບພຣະເຈົ້າ. ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກ່ຽວກັບພຣະເຈົ້າ, ບໍ່ວ່າເຈົ້າຮູ້ຈັກກ່ຽວກັບອຸປະນິໄສຂອງພຣະອົງຫຼາຍສໍ່າໃດກໍຕາມ, ຢ່າທົດສອບພຣະອົງແທ້ໆ. ປະການສອງ ຢ່າຕໍ່ສູ້ເພື່ອສະຖານະກັບພຣະເຈົ້າ. ບໍ່ວ່າພຣະເຈົ້າຈະມອບສະຖານະປະເພດໃດໃຫ້ແກ່ເຈົ້າ ຫຼື ພຣະອົງຈະຝາກຝັງພາລະກິດປະເພດໃດໃຫ້ແກ່ເຈົ້າ, ບໍ່ວ່າພຣະອົງຈະຍົກເຈົ້າໃຫ້ປະຕິບັດໜ້າທີ່ແບບໃດ ແລະ ບໍ່ວ່າເຈົ້າໄດ້ເສຍສະຫຼະຕົນເອງ ແລະ ສະຫຼະໃຫ້ແກ່ພຣະເຈົ້າຫຼາຍສໍ່າໃດ, ຢ່າແຂ່ງຂັນເພື່ອສະຖານະກັບພຣະອົງ. ປະການສາມ ຢ່າຕໍ່ຕ້ານພຣະເຈົ້າ. ບໍ່ວ່າເຈົ້າເຂົ້າໃຈ ຫຼື ບໍ່ ຫຼື ເຈົ້າສາມາດຍອມຕໍ່ສິ່ງທີ່ພຣະອົງເຮັດກັບເຈົ້າ ຫຼື ບໍ່, ສິ່ງທີ່ພຣະອົງຈັດແຈງໃຫ້ແກ່ເຈົ້າ ແລະ ສິ່ງຕ່າງໆທີ່ພຣະອົງນໍາມາໃຫ້ແກ່ເຈົ້າ, ຢ່າຂັດຂືນພຣະເຈົ້າແທ້ໆ. ຖ້າເຈົ້າສາມາດປະຕິບັດຕາມຄຳແນະນໍາສາມປະການນີ້, ແລ້ວເຈົ້າກໍຈະຂ້ອນຂ້າງປອດໄພ ແລະ ເຈົ້າຈະບໍ່ມັກເຮັດໃຫ້ພຣະເຈົ້າໃຈຮ້າຍ. ສໍາລັບມື້ນີ້ພວກເຮົາຈະສິ້ນສຸດການສົນທະນາກັນພຽງເທົ່ານີ້.

ວັນທີ 23 ພະຈິກ 2013

ໝາຍເຫດ:

ກ. “ບ້ວງຄາຖາເຫຼັກ” ແມ່ນຄາຖາໃຊ້ໂດຍພະສົງຊື່ວ່າ ຕັງຊານຊາງ ໃນນະວະນິຍາຍຈີນ “ການເດີນທາງສູ່ທິດຕາເວັນຕົກ”. ເພິ່ນໃຊ້ຄາຖາເພື່ອຄວບຄຸມຊຸນວູຄົງ ໂດຍຮັດບ້ວງເຫຼັກໃສ່ຫົວຂອງລາວ, ເຮັດໃຫ້ລາວເຈັບຫົວຢ່າງຮຸນແຮງ ແລະ ເຮັດໃຫ້ລາວຍອມຢູ່ພາຍໃຕ້ການຄວບຄຸມ. ມັນໄດ້ກາຍມາເປັນຄໍາອຸປະມາເພື່ອບັນຍາຍເຖິງສິ່ງທີ່ຜູກມັດຜູ້ຄົນ.

ກ່ອນນີ້: ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ຕໍ່ໄປ: ພຣະເຈົ້າເອງ, ຜູ້ເປັນໜຶ່ງດຽວ I

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ

ເຈົ້າຄວນຮູ້ແມ່ນຫຍັງແດ່ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳທີ່ປະກອບສ່ວນຂອງພຣະເຈົ້າຕາມຄວາມເປັນຈິງ ແລະ...

ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?

ຄົນທີ່ຖືກເອົາຊະນະແມ່ນຕົວປະກອບ ແລະ ພຽງແຕ່ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຜູ້ຄົນຈຶ່ງໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດແຫ່ງຍຸກສຸດທ້າຍ....

ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້