ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະເຈົ້າເອງ, ຜູ້ເປັນໜຶ່ງດຽວ I

ສິດອຳນາດຂອງພຣະເຈົ້າ (I)

ການສົນທະນາຫຼາຍຄັ້ງທີ່ຜ່ານມາຂອງເຮົາແມ່ນກ່ຽວກັບພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ. ຫຼັງຈາກທີ່ໄດ້ຍິນການສົນທະນາເຫຼົ່ານີ້ແລ້ວ, ພວກເຈົ້າຮູ້ສຶກບໍວ່າ ພວກເຈົ້າໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ? ພວກເຈົ້າໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ໃນລະດັບໃດ? ພວກເຈົ້າສາມາດລະບຸເປັນຈຳນວນໄດ້ບໍ? ການສົນທະນາເຫຼົ່ານັ້ນໄດ້ເຮັດໃຫ້ເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງຂຶ້ນກ່ຽວກັບພຣະເຈົ້າຢູ່ບໍ? ສາມາດເວົ້າໄດ້ບໍວ່າ ຄວາມເຂົ້າໃຈນີ້ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ? ສາມາດເວົ້າໄດ້ບໍວ່າ ຄວາມຮູ້ ແລະ ຄວາມເຂົ້າໃຈນີ້ທີ່ກ່ຽວກັບພຣະເຈົ້າແມ່ນຄວາມຮູ້ກ່ຽວກັບທາດແທ້ທັງໝົດຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງມີ ແລະ ເປັນ? ບໍ່ໄດ້, ບໍ່ໄດ້ຢ່າງແນ່ນອນ! ນັ້ນກໍເພາະວ່າ ການສົນທະນາເຫຼົ່ານີ້ພຽງແຕ່ໃຫ້ຄວາມເຂົ້າໃຈກ່ຽວກັບສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ບໍ່ແມ່ນທັງໝົດ. ການສົນທະນາເຫຼົ່ານີ້ເຮັດໃຫ້ພວກເຈົ້າສາມາດເຂົ້າໃຈສ່ວນໜຶ່ງຂອງພາລະກິດຫຼັງຈາກທີ່ພຣະເຈົ້າເຮັດສຳເລັດໃນອະດີດ, ເຊິ່ງຜ່ານການສົນທະນາເຫຼົ່ານີ້ ພວກເຈົ້າໄດ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ລວມເຖິງວິທີການ ແລະ ຄວາມຄິດທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພຣະອົງໄດ້ກະທຳ. ແຕ່ນີ້ເປັນພຽງຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ຕາມຕົວອັກສອນ ແລະ ຜ່ານການເວົ້າອອກມາ ແລະ ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຍັງຄົງບໍ່ໝັ້ນໃຈວ່າ ມີຫຼາຍສໍ່າໃດທີ່ເປັນຄວາມຈິງ. ແມ່ນຫຍັງຄືເຫດຜົນຫຼັກທີ່ກຳນົດຄວາມເຂົ້າໃຈຂອງຜູ້ຄົນຕໍ່ສິ່ງດັ່ງກ່າວວ່າເປັນຄວາມຈິງ ຫຼື ບໍ່? ມັນຖືກກຳນົດອີງຕາມ ພວກເຂົາໄດ້ຜະເຊີນກັບພຣະທຳ ແລະ ອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດໃນລະຫວ່າງປະສົບການຕົວຈິງຂອງພວກເຂົາ. ມີຜູ້ໃດເຄີຍເວົ້າແບບນີ້ບໍ: “ການສົນທະນາຫຼາຍຄັ້ງທີ່ຜ່ານມາເຮັດໃຫ້ພວກເຮົາເຂົ້າໃຈສິ່ງຕ່າງໆທີ່ພຣະເຈົ້າໄດ້ກະທຳ, ຄວາມຄິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄື ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ແລະ ພື້ນຖານຂອງການກະທຳຂອງພຣະອົງ ພ້ອມທັງຫຼັກການຂອງການກະທຳຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຮົາໄດ້ເລີ່ມເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ໄດ້ຮູ້ຈັກເຖິງຄວາມບໍລິບູນຂອງພຣະເຈົ້າ”? ມັນຖືກຕ້ອງບໍທີ່ຈະເວົ້າສິ່ງນີ້? ຊັດເຈນ ມັນບໍ່ຖືກຕ້ອງ. ເປັນຫຍັງເຮົາຈຶ່ງເວົ້າວ່າ ມັນບໍ່ຖືກຕ້ອງທີ່ຈະເວົ້າແບບນີ້? ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ຖືກສະແດງອອກໃນສິ່ງຕ່າງໆທີ່ພຣະອົງໄດ້ກະທຳ ແລະ ພຣະທຳທີ່ພຣະອົງໄດ້ກ່າວ. ຜ່ານທາງພາລະກິດທີ່ພຣະເຈົ້າໄດ້ກະທຳ ແລະ ພຣະທຳທີ່ພຣະອົງໄດ້ກ່າວ, ມະນຸດຈຶ່ງສາມາດເບິ່ງເຫັັນສິ່ງທີ່ພຣະເຈົ້າມີ ແລະ ເປັນ, ແຕ່ນີ້ກໍພຽງແຕ່ໝາຍຄວາມວ່າ ພາລະກິດ ແລະ ພຣະທຳເຮັດໃຫ້ມະນຸດເຂົ້າໃຈພຽງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງສິ່ງທີ່ພຣະອົງມີ ແລະ ເປັນ. ຖ້າມະນຸດປາຖະໜາທີ່ຈະໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນ ແລະ ເລິກເຊິ່ງຂຶ້ນກ່ຽວກັບພຣະເຈົ້າ, ແລ້ວມະນຸດຕ້ອງຜະເຊີນກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າ ມະນຸດພຽງແຕ່ຮັບເອົາຄວາມເຂົ້າໃຈບາງສ່ວນກ່ຽວກັບພຣະເຈົ້າ ໃນເວລາທີ່ກຳລັງຜະເຊີນກັບພຣະທຳ ຫຼື ພາລະກິດສ່ວນໜຶ່ງຂອງພຣະເຈົ້າ, ຄວາມເຂົ້າໃຈບາງສ່ວນນີ້ສາມາດສະແດງເຖິງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າບໍ? ມັນສະແດງເຖິງທາດແທ້ຂອງພຣະເຈົ້າບໍ? ແນ່ນອນ, ມັນສະແດງເຖິງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າ, ສິ່ງນີ້ແມ່ນບໍ່ຕ້ອງມີຂໍ້ສົງໄສເລີຍ. ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ ຫຼື ພຣະເຈົ້າປະຕິບັດພາລະກິດຂອງພຣະເຈົ້າໃນລັກສະນະໃດ ຫຼື ພຣະອົງປາກົດຕໍ່ມະນຸດໃນຮູບຮ່າງໃດ ຫຼື ພຣະອົງສະແດງຄວາມປະສົງຂອງພຣະອົງໃນວິທີໃດກໍຕາມ, ທຸກສິ່ງທີ່ພຣະອົງເປີດເຜີຍ ແລະ ສະແດງອອກແມ່ນສະແດງເຖິງພຣະເຈົ້າເອງ, ທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ ແລະ ດ້ວຍຕົວຕົນທີ່ແທ້ຈິງຂອງພຣະອົງ; ສິ່ງນີ້ແມ່ນຖືກຕ້ອງທີ່ສຸດ. ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຜູ້ຄົນພຽງແຕ່ມີຄວາມເຂົ້າໃຈບາງສ່ວນກ່ຽບກັບພຣະເຈົ້າຜ່ານພຣະທຳຂອງພຣະອົງ ແລະ ຜ່ານສິ່ງທີ່ພວກເຂົາໄດ້ຍິນ ໃນເວລາທີ່ພວກເຂົາຟັງຄຳເທດສະໜາ ແລະ ດ້ວຍເຫດນັ້ນ ໃນບາງຈຸດ ພຽງແຕ່ສາມາດເວົ້າໄດ້ວ່າ ຄວາມເຂົ້າໃຈບາງສ່ວນກ່ຽວກັບພຣະເຈົ້ານັ້ນເປັນຄວາມຮູ້ທາງທິດສະດີເທົ່ານັ້ນ. ໃນມຸມມອງຈາກສະພາວະຕົວຈິງຂອງເຈົ້າ, ເຈົ້າສາມາດພິສູດຄວາມເຂົ້າໃຈ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າທີ່ເຈົ້າໄດ້ຍິນ, ໄດ້ເຫັນ ຫຼື ໄດ້ຮູ້ ແລະ ເຂົ້າໃຈໃນຫົວໃຈຂອງເຈົ້າໃນປັດຈຸບັນ ພຽງແຕ່ຖ້າເຈົ້າແຕ່ລະຄົນໄດ້ຜ່ານສິ່ງນີ້ໃນປະສົບການຕົວຈິງຂອງເຈົ້າ ແລະ ເລີ່ມຮູ້ຈັກສິ່ງນັ້ນເທື່ອລະໜ້ອຍ. ຖ້າເຮົາບໍ່ໄດ້ສົນທະນາພຣະທຳເຫຼົ່ານີ້ກັບພວກເຈົ້າ, ພວກເຈົ້າຈະສາມາດບັນລຸຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າພຽງຜ່ານປະສົບການຂອງພວກເຈົ້າໄດ້ບໍ? ຖ້າເປັນແບບນັ້ນ, ເຮົາຢ້ານວ່າ ມັນຈະຫຍຸ້ງຍາກຫຼາຍ. ນັ້ນກໍເພາະວ່າ ກ່ອນອື່ນ ຜູ້ຄົນຕ້ອງມີພຣະທຳຂອງພຣະເຈົ້າເພື່ອທີ່ຈະຮູ້ຈັກວິທີໃນການມີປະສົບການ. ບໍ່ວ່າຜູ້ຄົນຈະກິນພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ນີ້ແມ່ນຕົວເລກດຽວກັນທີ່ພວກເຂົາສາມາດປະສົບເທົ່ານັ້ນ. ພຣະທຳຂອງພຣະເຈົ້ານໍາທາງໄປຂ້າງໜ້າ ແລະ ນໍາພາມະນຸດໃນປະສົບການຂອງເຂົາ. ສະຫຼຸບກໍຄື ສຳລັບຄົນທີ່ມີປະສົບການຕົວຈິງບາງຢ່າງ, ການສົນທະນາຫຼາຍຄັ້ງທີ່ຜ່ານມາຈະຊ່ວຍໃຫ້ພວກເຂົ້າບັນລຸຄວາມເຂົ້າໃຈຢ່າງເລິກເຊິ່ງຫຼາຍຂຶ້ນກ່ຽວກັບຄວາມຈິງ ແລະ ຄວາມຮູ້ທີ່ເປັນຈິງກ່ຽວກັບພຣະເຈົ້າຫຼາຍຂຶ້ນ. ແຕ່ສຳລັບຄົນທີ່ບໍ່ມີປະສົບການທີ່ແທ້ຈິງຫຍັງເລີຍ ຫຼື ຄົນທີ່ຫາກໍເລີ່ມຕົ້ນມີປະສົບການ ຫຼື ຫາກໍເລີ່ມສຳຜັດຄວາມຈິງ, ສິ່ງນີ້ກໍເປັນບົດທົດສອບທີ່ຍິ່ງໃຫຍ່ສໍາລັບພວກເຂົາ.

ເນື້ອຫາຫຼັກຂອງການສົນທະນາຫຼາຍຄັ້ງທີ່ຜ່ານມາແມ່ນກ່ຽວຂ້ອງກັບ “ອຸປະນິໄສຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ພຣະເຈົ້າເອງ”. ພວກເຈົ້າເຫັນຫຍັງແດ່ໃນພາກສ່ວນທີ່ສຳຄັນ ແລະ ເປັນໃຈກາງຂອງສິ່ງຕ່າງໆທີ່ເຮົາໄດ້ກ່າວເຖິງ? ຜ່ານການສົນທະນາເຫຼົ່ານີ້, ພວກເຈົ້າສາມາດຮັບຮູ້ໄດ້ບໍ່ວ່າ ພຣະອົງຜູ້ເຊິ່ງປະຕິບັດພາລະກິດ, ພຣະອົງຜູ້ທີ່ເປີດເຜີຍອຸປະນິໄສເຫຼົ່ານີ້ ແມ່ນພຣະເຈົ້າໜຶ່ງດຽວ ຜູ້ເຊິ່ງປົກຄອງເໜືອສິ່ງທັງປວງ? ຖ້າຄຳຕອບຂອງພວກເຈົ້າຄື ແມ່ນແລ້ວ, ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າມີຂໍ້ສະຫຼຸບດັ່ງກ່າວ? ໃນການໄປເຖິງຂໍ້ສະຫຼບນີ້ ພວກເຈົ້າໄດ້ພິຈາລະນາຈັກລັກສະນະ? ແມ່ນໃຜກໍໄດ້ ບອກເຮົາໄດ້ບໍ? ເຮົາຮູ້ວ່າ ການສົນທະນາສອງສາມຄັ້ງທີ່ຜ່ານມາມີຜົນຕໍ່ພວກເຈົ້າຢ່າງຫຼວງຫຼາຍ ແລະ ໄດ້ມອບການເລີ່ມຕົ້ນໃໝ່ໃນຫົວໃຈຂອງພວກເຈົ້າສໍາລັບຄວາມຮູ້ກ່ຽວກັບພຣະເຈົ້າ ເຊິ່ງເປັນສິ່ງທີ່ຍອດຢ້ຽມ. ແຕ່ເຖິງແມ່ນວ່າ ເມື່ອປຽບທຽບກັບແຕ່ກ່ອນ ພວກເຈົ້າໄດ້ກ້າວກະໂດດຢ່າງພົ້ນເດັ່ນໃນຄວາມເຂົ້າໃຈພຣະເຈົ້າຂອງພວກເຈົ້າ ແຕ່ການນິຍາມຂອງພວກເຈົ້າກ່ຽວກັບຕົວຕົນຂອງພຣະເຈົ້າກໍຍັງບໍ່ມີການພັດທະນາໄປກວ່າຊື່ຂອງພຣະເຢໂຮວາແຫ່ງຍຸກພຣະບັນຍັດ, ພຣະເຢຊູເຈົ້າແຫ່ງຍຸກພຣະຄຸນ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກອານາຈັກ. ນີ້ໝາຍຄວາມວ່າ ເຖິງແມ່ນວ່າການສົນທະນາຕ່າງໆເຫຼົ່ານີ້ທີ່ກ່ຽວກັບ “ອຸປະນິໄສຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ພຣະເຈົ້າເອງ” ໄດ້ເຮັດໃຫ້ພວກເຈົ້າເຂົ້າໃຈບາງຢ່າງກ່ຽວກັບພຣະທຳທີ່ພຣະເຈົ້າໄດ້ກ່າວ, ພາລະກິດທີ່ພຣະເຈົ້າໄດ້ປະຕິບັດ, ການເປັນຢູ່ ແລະ ມີທີ່ພຣະເຈົ້າໄດ້ເປີດເຜີຍ, ແຕ່ພວກເຈົ້າກໍບໍ່ສາມາດໃຫ້ນິຍາມທີ່ແທ້ຈິງ ແລະ ກໍານົດຕໍາແໜ່ງຂອງຄຳວ່າ “ພຣະເຈົ້າ” ໃຫ້ຖືກຕ້ອງ. ພວກເຈົ້າບໍ່ມີການກໍານົດຕໍາແໜ່ງ ແລະ ຄວາມຮູ້ທີ່ແທ້ຈິງ ແລະ ຖືກຕ້ອງກ່ຽວກັບສະຖານະ ແລະ ຕົວຕົນຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ສະຖານະຂອງພຣະເຈົ້າທ່າມກາງສິ່ງທັງປວງ ແລະ ທົ່ວທັງຈັກກະວານທັງປວງ. ນັ້ນກໍເພາະວ່າ ໃນການສົນທະນາທີ່ຜ່ານມາແມ່ນກ່ຽວກັບພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງເອງ, ເນື້ອຫາທັງໝົດແມ່ນອີງຕາມການສະແດງອອກ ແລະ ການເປີດເຜີຍດັ່ງທີ່ໄດ້ບັນທຶກໄວ້ໃນພຣະຄຳພີ. ຢ່າງໃດກໍຕາມ ມັນກໍຍາກທີ່ມະນຸດຈະຄົ້ນພົບການເປັນຢູ່ ແລະ ມີທີ່ໄດ້ເປີດເຜີຍ ແລະ ສະແດງອອກໂດຍພຣະເຈົ້າຢູ່ໃນລະຫວ່າງ ຫຼື ນອກການຄຸ້ມຄອງຂອງພຣະອົງ ແລະ ຄວາມລອດພົ້ນຂອງມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າພວກເຈົ້າເຂົ້າໃຈກ່ຽວກັບການເປັນຢູ່ ແລະ ມີຂອງພຣະເຈົ້າທີ່ໄດ້ເປີດເຜີຍໃນພາລະກິດທີ່ພຣະອົງໄດ້ປະຕິບັດໃນອະດີດ, ນິຍາມຂອງພວກເຈົ້າກ່ຽວກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າກໍຍັງໄກຈາກ “ພຣະເຈົ້າໜຶ່ງດຽວ ຜູ້ເຊິ່ງປົກຄອງເໜືອສິ່ງທັງປວງ” ແລະ ມັນແຕກຕ່າງຈາກນິຍາມຂອງ “ພຣະຜູ້ສ້າງ”. ການສົນທະນາຫຼາຍຄັ້ງທີ່ຜ່ານມາເຮັດໃຫ້ທຸກຄົນຮູ້ສຶກໃນທຳນອງດຽວກັນ ນັ້ນກໍຄື ມະນຸດຈະສາມາດຮູ້ເຖິງຄວາມຄິດຂອງພຣະເຈົ້າໄດ້ແນວໃດ? ຖ້າຕ້ອງມີບາງຄົນທີ່ຮູ້ແທ້, ແລ້ວຄົນນັ້ນກໍຕ້ອງເປັນພຣະເຈົ້າຢ່າງແນ່ນອນ ຍ້ອນມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຄວາມຄິດຂອງພຣະອົງເອງ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກພື້ນຖານ ແລະ ວິທີການທີ່ຕິດພັນກັບທຸກສິ່ງທີ່ພຣະອົງກະທຳ. ມັນເບິ່ງຄືສົມເຫດ ແລະ ສົມຜົນສຳລັບພວກເຈົ້າທີ່ຈະຮັບຮູ້ຕົວຕົນຂອງພຣະເຈົ້າໃນແບບດັ່ງກ່າວ, ແຕ່ແມ່ນໃຜສາມາດບອກໄດ້ຈາກອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າວ່າ ນີ້ແມ່ນພາລະກິດຂອງພຣະເຈົ້າເອງແທ້ຈິງ ແລະ ບໍ່ແມ່ນພາລະກິດຂອງມະນຸດ ເຊິ່ງເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດແທນພຣະເຈົ້າໄດ້? ໃຜສາມາດເຫັນວ່າ ພາລະກິດນີ້ຕົກຢູ່ພາຍໃຕ້ການປົກຄອງຂອງຜູ້ທີ່ມີທາດແທ້ ແລະ ລິດອຳນາດຂອງພຣະເຈົ້າ? ນີ້ໝາຍຄວາມວ່າ ດ້ວຍລັກສະນະ ຫຼື ທາດແທ້ໃດທີ່ເຮັດໃຫ້ພວກເຈົ້າຮູ້ວ່າ ພຣະອົງເປັນພຣະເຈົ້າເອງ, ຜູ້ເຊິ່ງມີຕົວຕົນຂອງພຣະເຈົ້າ ແລະ ຜູ້ທີ່ປົກຄອງເໜືອສິ່ງທັງປວງ? ພວກເຈົ້າເຄີຍຄິດກ່ຽວກັບສິ່ງນັ້ນບໍ? ຖ້າພວກເຈົ້າບໍ່ໄດ້ຄິດ, ແລ້ວນີ້ກໍພິສູດໃຫ້ເຫັນສິ່ງດຽວ ນັ້ນກໍຄື ການສົນທະນາຫຼາຍຄັ້ງທີ່ຜ່ານມາພຽງແຕ່ມອບຄວາມເຂົ້າໃຈບາງຢ່າງກ່ຽວກັບຊິ້ນສ່ວນທາງປະຫວັດສາດໃນການທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ແລະ ກ່ຽວກັບວິທີການ, ການສຳແດງອອກ ແລະ ການເປີດເຜີຍຂອງພຣະເຈົ້າໃນລະຫວ່າງພາລະກິດນັ້ນ ໃຫ້ກັບພວກເຈົ້າ. ເຖິງແມ່ນວ່າ ຄວາມເຂົ້າໃຈດັ່ງກ່າວເຮັດໃຫ້ພວກເຈົ້າແຕ່ລະຄົນຮັບຮູ້ໂດຍບໍ່ຕ້ອງສົງໄສວ່າ ຜູ້ທີ່ປະຕິບັດພາລະກິດສອງຂັ້ນຕອນນີ້ແມ່ນພຣະເຈົ້າເອງ ຜູ້ທີ່ພວກເຈົ້າເຊື່ອ ແລະ ຕິດຕາມ ແລະ ຜູ້ທີ່ພວກເຈົ້າຕ້ອງຕິດຕາມຢູ່ສະເໝີ, ພວກເຈົ້າກໍຍັງບໍ່ສາມາດຮັບຮູ້ວ່າ ພຣະອົງເປັນພຣະເຈົ້າ ຜູ້ທີ່ເປັນຢູ່ຕັ້ງແຕ່ການສ້າງແຜ່ນດິນໂລກ ແລະ ຜູ້ທີ່ຈະເປັນຢູ່ຕະລອດໄປເປັນນິດ ຫຼື ພວກເຈົ້າບໍ່ສາມາດຮັບຮູ້ໄດ້ວ່າ ພຣະອົງເປັນຜູ້ທີ່ນໍາພາ ແລະ ປົກຄອງເໜືອມະນຸດຊາດທັງປວງ. ພວກເຈົ້າບໍ່ເຄີຍຄິດກ່ຽວກັບບັນຫານີ້ຢ່າງແນ່ນອນ. ບໍ່ວ່າຈະເປັນພຣະເຢໂຮວາ ຫຼື ພຣະເຢຊູເຈົ້າ, ດ້ວຍລັກສະນະໃດຂອງທາດແທ້ ແລະ ການເປີດເຜີຍທີ່ເຮັດໃຫ້ພວກເຈົ້າສາມາດຮັບຮູ້ວ່າ ພຣະອົງບໍ່ໄດ້ເປັນພຽງແຕ່ພຣະເຈົ້າທີ່ພວກເຈົ້າຕ້ອງຕິດຕາມ ແຕ່ຍັງເປັນຜູ້ທີ່ບັນຊາການມະນຸດຊາດ ແລະ ປົກຄອງເໜືອຊະຕາກໍາຂອງມະນຸດຊາດ, ຍິ່ງໄປກວ່ານັ້ນກໍຍັງເປັນພຣະເຈົ້າໜຶ່ງດຽວທີ່ປົກຄອງຢູ່ເໜືອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ? ຜ່ານທາງຊ່ອງທາງໃດທີ່ພວກເຈົ້າຮັບຮູ້ວ່າ ຜູ້ທີ່ພວກເຈົ້າເຊື່ອ ແລະ ຕິດຕາມແມ່ນພຣະເຈົ້າເອງ ຜູ້ທີ່ປົກຄອງເໜືອສິ່ງທັງປວງ? ຜ່ານຊ່ອງທາງໃດທີ່ພວກເຈົ້າເຊື່ອມໂຍງພຣະເຈົ້າທີ່ພວກເຈົ້າເຊື່ອກັບພຣະເຈົ້າທີ່ປົກຄອງເໜືອໂຊກຊະຕາຂອງມະນຸດຊາດ? ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຮັບຮູ້ວ່າ ພຣະເຈົ້າທີ່ພວກເຈົ້າເຊື່ອ ແມ່ນພຣະເຈົ້າໜຶ່ງດຽວ ຜູ້ເຊິ່ງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ ແລະ ທ່າມກາງສິ່ງທັງປວງ? ນີ້ແມ່ນບັນຫາທີ່ເຮົາຈະແກ້ໄຂໃນບົດຕໍ່ໄປ.

ບັນຫາທີ່ພວກເຈົ້າບໍ່ເຄີຍຄາດຄິດ ຫຼື ບໍ່ສາມາດຄຳນຶງເຖິງ ສາມາດເປັນບັນຫາທີ່ສຳຄັນທີ່ສຸດໃນການຮູ້ຈັກພຣະເຈົ້າ ແລະ ທີ່ອາດສະແຫວງຫາຄວາມຈິງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ເມື່ອບັນຫາເຫຼົ່ານີ້ມາເຖິງພວກເຈົ້າ ຈົນພວກເຈົ້າຈຳເປັນຕ້ອງຜະເຊີນກັບພວກມັນ ແລະ ຕັດສິນໃຈ, ຖ້າພວກເຈົ້າບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ທັງໝົດ ຍ້ອນຄວາມໂງ່ ແລະ ຄວາມບໍ່ຮູ້ຂອງພວກເຈົ້າ ຫຼື ຍ້ອນປະສົບການຂອງພວກເຈົ້າມີໜ້ອຍເກີນໄປ ແລະ ພວກເຈົ້າຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ແລ້ວບັນຫາເຫຼົ່ານັ້ນກໍຈະກາຍມາເປັນອຸປະສັກຢ່າງໃຫຍ່ຫຼວງ ແລະ ເປັນສິ່ງກີດຂວາງຢ່າງໃຫຍ່ໃນເສັ້ນທາງແຫ່ງຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ດ້ວຍເຫດນັ້ນ ເຮົາຮູ້ສຶກວ່າ ມັນເປັນສິ່ງທີ່ຈຳເປັນຢ່າງສູງທີ່ຈະສົນທະນາກັບພວກເຈົ້າກ່ຽວກັບເລື່ອງນີ້. ພວກເຈົ້າຮູ້ບໍວ່າ ບັນຫາຂອງພວກເຈົ້າແມ່ນຫຍັງໃນຕອນນີ້? ພວກເຈົ້າຊັດເຈນກ່ຽວກັບບັນຫາທີ່ເຮົາກ່າວເຖິງບໍ? ສິ່ງເຫຼົ່ານີ້ແມ່ນບັນຫາທີ່ພວກເຈົ້າຈະຜະເຊີນບໍ? ສິ່ງເຫຼົ່ານັ້ນແມ່ນບັນຫາທີ່ພວກເຈົ້າບໍ່ເຂົ້າໃຈບໍ? ສິ່ງເຫຼົ່ານັ້ນແມ່ນບັນຫາທີ່ບໍ່ເຄີຍເກີດຂຶ້ນກັບພວກເຈົ້າບໍ? ບັນຫາເຫຼົ່ານີ້ເປັນສິ່ງທີ່ສຳຄັນຕໍ່ພວກເຈົ້າບໍ? ພວກມັນເປັນບັນຫາແທ້ບໍ? ເລື່ອງນີ້ເປັນແຫຼ່ງທີ່ມາຂອງຄວາມສັບສົນຢ່າງໃຫຍ່ຕໍ່ພວກເຈົ້າ ເຊິ່ງສະແດງວ່າ ພວກເຈົ້າບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າທີ່ພວກເຈົ້າເຊື່ອ ແລະ ພວກເຈົ້າບໍ່ຈິງຈັງກັບພຣະອົງ. ບາງຄົນເວົ້າວ່າ “ຂ້ານ້ອຍຮູ້ຈັກວ່າ ພຣະອົງເປັນພຣະເຈົ້າ ແລະ ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງຕິດຕາມພຣະອົງ ເພາະພຣະທຳຂອງພຣະອົງແມ່ນຖ້ອຍຄຳຂອງພຣະເຈົ້າ. ນັ້ນກໍພຽງພໍແລ້ວ. ຈຳເປັນຕ້ອງມີເຄື່ອງພິສູດຫຍັງອີກ? ແນ່ນອນ ພວກຂ້ານ້ອຍບໍ່ຕ້ອງຕັ້ງຂໍ້ສົງໄສກ່ຽວກັບພຣະເຈົ້າແມ່ນບໍ? ແນ່ນອນ ພວກຂ້ານ້ອຍບໍ່ຄວນທົດສອບພຣະເຈົ້າແມ່ນບໍ? ແນ່ນອນ ພວກຂ້ານ້ອຍບໍ່ຕ້ອງຕັ້ງຄຳຖາມກ່ຽວກັບທາດແທ້ ແລະ ຕົວຕົນຂອງພຣະເຈົ້າເອງແມ່ນບໍ?” ບໍ່ວ່າພວກເຈົ້າຈະຄິດແບບນີ້ ຫຼື ບໍ່, ເຮົາບໍ່ເຄີຍໄດ້ນໍາສະເໜີຄຳຖາມດັ່ງກ່າວເພື່ອເຮັດໃຫ້ພວກເຈົ້າສັບສົນກ່ຽວກັບພຣະເຈົ້າ ຫຼື ເຮັດໃຫ້ພວກເຈົ້າທົດສອບພຣະອົງ, ແລ້ວແຮງໄກທີ່ຈະໃຫ້ພວກເຈົ້າສົງໄສກ່ຽວກັບຕົວຕົນ ແລະ ທາດແທ້ຂອງພຣະເຈົ້າ. ກົງກັນຂ້າມ, ເຮົາເຮັດແບບນີ້ກໍເພື່ອສົ່ງເສີມໃຫ້ພວກເຈົ້າເຂົ້າໃຈກ່ຽວກັບທາດແທ້ຂອງພຣະເຈົ້າຫຼາຍຂຶ້ນ ແລະ ຄວາມໝັ້ນໃຈ ແລະ ມີຄວາມເຊື່ອຫຼາຍຂຶ້ນກ່ຽວກັບສະຖານະຂອງພຣະເຈົ້າ ເພື່ອວ່າພຣະເຈົ້າອາດກາຍມາເປັນຜູ້ໜຶ່ງດຽວໃນຫົວໃຈຂອງທຸກຄົນທີ່ຕິດຕາມພຣະເຈົ້າ ແລະ ເພື່ອວ່າສະຖານະເດີມຂອງພຣະເຈົ້າ ນັ້ນກໍຄືໃນຖານະທີ່ເປັນພຣະຜູ້ສ້າງ, ພຣະຜູ້ປົກຄອງສິ່ງທັງປວງ, ພຣະເຈົ້າໜຶ່ງດຽວ ອາດຖືກເຮັດໃຫ້ກັບຄືນສູ່ສະພາບເດີມໃນຫົວໃຈຂອງສິ່ງມີຊີວິດທັງປວງ. ນີ້ຄືຫົວຂໍ້ກ່ຽວກັບສິ່ງທີ່ເຮົາກຳລັງຈະໄດ້ສົນທະນາເພິ່ມເຕີມ.

ບັດນີ້ ໃຫ້ພວກເຮົາເລີ່ມອ່ານຂໍ້ພຣະທໍາດັ່ງຕໍ່ໄປນີ້ຈາກພຣະຄຳພີ.

1. ພຣະເຈົ້າໃຊ້ພຣະທຳເພື່ອສ້າງສິ່ງທັງປວງ

ປະຖົມມະການ 1:3-5 ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ. ພຣະອົງເຫັນແສງສະຫວ່າງ ແລະ ເຫັນວ່າມັນເປັນສິ່ງທີ່ດີ, ແລ້ວພຣະເຈົ້າໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ພຣະເຈົ້າເອີ້ນແສງສະຫວ່າງວ່າ ກາງເວັນ ແລະ ພຣະອົງເອີ້ນຄວາມມືດວ່າ ກາງຄືນ. ຕອນແລງກໍຜ່ານໄປ ແລະ ຕອນເຊົ້າກໍມາເຖິງ ນັ້ນຄືມື້ທຳອິດ.

ປະຖົມມະການ 1:6-7 ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ. ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ ແລ້ວມັນກໍເປັນດັ່ງນັ້ນ.

ປະຖົມມະການ 1:9-11 ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ ແລ້ວມັນກໍເປັນດັ່ງນັ້ນ. ພຣະເຈົ້າເອີ້ນແຜ່ນດິນນັ້ນວ່າ ແຜ່ນດິນໂລກ ແລະ ພຣະອົງເອີ້ນການໂຮມຕົວຂອງນໍ້າວ່າ ທະເລ ແລະ ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ. ພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດຫຍ້າ, ພືດຜັກທີ່ມີເມັດ ແລະ ຕົ້ນໄມ້ທີ່ເກີດໝາກ ແລະ ມີເມັດຕາມປະເພດຂອງມັນຢູ່ເທິງແຜ່ນດິນໂລກ ແລ້ວມັນກໍເປັນດັ່ງນັ້ນ.

ປະຖົມມະການ 1:14-15 ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ມີແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ສິ່ງເຫຼົ່ານັ້ນເປັນສັນຍາລັກ ແລະ ເປັນລະດູການຕ່າງໆ ແລະ ສຳລັບມື້ ແລະ ປີ, ແລ້ວໃຫ້ມັນເປັນແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອມອບແສງສະຫວ່າງໃຫ້ກັບແຜ່ນດິນໂລກ ແລ້ວມັນກໍເປັນດັ່ງນັ້ນ.

ປະຖົມມະການ 1:20-21 ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າເກີດສິ່ງມີຊີວິດທີ່ເໜັງຕີງ ແລະ ມີຊີວິດຢ່າງອຸດົມສົມບູນ ແລະ ສັດມີປີກທີ່ສາມາດບິນຢູ່ເທິງແຜ່ນດິນໂລກໃນທ້ອງຟ້າແຫ່ງສະຫວັນທີ່ໂລ່ງ. ພຣະເຈົ້າໄດ້ສ້າງປາວານໃຫຍ່ ແລະ ທຸກສິ່ງທີ່ມີຊີວິດທີ່ເໜັງຕີງຢູ່ໃນນໍ້າຢ່າງອຸດົມສົມບູນຕາມແບບຂອງພວກມັນ ແລະ ສັດມີປີກທຸກໂຕຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ.

ປະຖົມມະການ 1:24-25 ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດສິ່ງທີ່ມີຊີວິດຕາມແບບຂອງມັນ, ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວມັນກໍເປັນດັ່ງນັ້ນ. ພຣະເຈົ້າໄດ້ສ້າງສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລະ ງົວຄວາຍຕາມແບບຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ

ໃນມື້ທຳອິດ, ກາງເວັນ ແລະ ກາງຄືນຂອງມະນຸດຊາດໄດ້ເກີດຂຶ້ນ ແລະ ໝັ້ນຄົງເນື່ອງຈາກສິດອຳນາດຂອງພຣະເຈົ້າ

ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ. ພຣະອົງເຫັນແສງສະຫວ່າງ ແລະ ເຫັນວ່າມັນເປັນສິ່ງທີ່ດີ, ແລ້ວພຣະເຈົ້າໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ພຣະເຈົ້າເອີ້ນແສງສະຫວ່າງວ່າ ກາງເວັນ ແລະ ພຣະອົງເອີ້ນຄວາມມືດວ່າ ກາງຄືນ. ຕອນແລງກໍຜ່ານໄປ ແລະ ຕອນເຊົ້າກໍມາເຖິງ ນັ້ນຄືມື້ທຳອິດ” (ປະຖົມມະການ 1:3-5). ຂໍ້ຄວາມນີ້ອະທິບາຍເຖິງການກະທຳຢ່າງທຳອິດຂອງພຣະເຈົ້າໃນເບື້ອງຕົ້ນຂອງການສ້າງ ແລະ ມື້ທຳອິດທີ່ພຣະເຈົ້າເຮັດໃຫ້ເກີດມີກໍຄືຕອນແລງ ແລະ ຕອນເຊົ້າ. ແຕ່ມັນເປັນມື້ພິເສດ: ພຣະເຈົ້າເລີ່ມຈັດແຈງແສງສະຫວ່າງສຳລັບທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ຍັງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ. ໃນມື້ນີ້ ພຣະເຈົ້າເລີ່ມກ່າວ ແລະ ພຣະທຳ ແລະ ສິດອຳນາດຂອງພຣະອົງກໍເປັນຢູ່ຄຽງຂ້າງກັນ. ສິດອຳນາດຂອງພຣະອົງເລີ່ມຕົ້ນສະແດງອອກທ່າມກາງສິ່ງທັງປວງ ແລະ ລິດອຳນາດຂອງພຣະອົງແຜ່ຂະຫຍາຍທ່າມກາງສິ່ງທັງປວງ ເຊິ່ງເປັນຜົນມາຈາກພຣະທຳຂອງພຣະອົງ. ຈາກມື້ນີ້ເປັນຕົ້ນໄປ, ທຸກສິ່ງກໍຖືກເຮັດໃຫ້ເປັນຮູບຮ່າງຂຶ້ນ ແລະ ໝັ້ນຄົງ ຍ້ອນພຣະທຳຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະເຈົ້າ ແລະ ພວກມັນກໍເລີ່ມເຮັດໜ້າທີ່ເນື່ອງຈາກພຣະທຳຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະເຈົ້າ. ເມື່ອພຣະເຈົ້າກ່າວຄຳວ່າ: “ຈົ່ງມີແສງສະຫວ່າງ” ແລ້ວກໍມີແສງສະຫວ່າງ. ພຣະເຈົ້າບໍ່ໄດ້ເລີ່ມຕົ້ນໂຄງການຂອງພາລະກິດໃດເລີຍ; ແສງສະຫວ່າງປາກົດຂຶ້ນແມ່ນເປັນຜົນມາຈາກພຣະທຳຂອງພຣະອົງ. ນີ້ແມ່ນແສງສະຫວ່າງທີ່ພຣະເຈົ້າເອີ້ນວ່າ ກາງເວັນ ແລະ ມະນຸດຍັງເພິ່ງພາແສງສະຫວ່າງນີ້ສຳລັບການເປັນຢູ່ໃນປັດຈຸບັນ. ຍ້ອນຄໍາສັ່ງຂອງພຣະເຈົ້າ, ທາດແທ້ ແລະ ຄຸນຄ່າຂອງມັນແມ່ນບໍ່ເຄີຍປ່ຽນແປງຈັກເທື່ອ ແລະ ມັນບໍ່ເຄີຍຫາຍໄປຈັກເທື່ອ. ການເປັນຢູ່ຂອງມັນສະແດງອອກເຖິງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ ແລະ ປະກາດເຖິງການມີຢູ່ຂອງພຣະຜູ້ສ້າງ. ມັນຢືນຢັນຊໍ້າແລ້ວຊໍ້າອີກກ່ຽວກັບຕົວຕົນ ແລະ ສະຖານະຂອງພຣະຜູ້ສ້າງ. ມັນບໍ່ແມ່ນສິ່ງທີ່ສຳຜັດບໍ່ໄດ້ ຫຼື ເປັນພາບລວງຕາ, ແຕ່ເປັນແສງສະຫວ່າງແທ້ຈິງທີ່ມະນຸດສາມາດເຫັນໄດ້. ຕັ້ງແຕ່ເວລານັ້ນເປັນຕົ້ນມາ, ໃນໂລກທີ່ວ່າງເປົ່ານີ້ ເຊິ່ງເປັນ “ແຜ່ນດິນໂລກປາສະຈາກຮູບຮ່າງ ແລະ ເປົ່າວ່າງ; ແລະ ຄວາມມືດກໍຢູເທິງໜ້າທະເລເລິກ” ກໍເກີດມີສິ່ງທີ່ເປັນວັດຖຸຢ່າງທຳອິດ. ສິ່ງນີ້ແມ່ນພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ປາກົດຂຶ້ນໃນການກະທຳເບື້ອງຕົ້ນຂອງການສ້າງສິ່ງທັງປວງຍ້ອນສິດອຳນາດ ແລະ ພຣະຄຳຂອງພຣະເຈົ້າ. ຫຼັງຈາກນັ້ນຕໍ່ມາພຣະເຈົ້າກໍສັ່ງໃຫ້ແສງສະຫວ່າງ ແລະ ຄວາມມືດແຍກອອກຈາກກັນ... ທຸກສິ່ງປ່ຽນໄປ ແລະ ຖືກເຮັດໃຫ້ສຳເລັດຍ້ອນພຣະທຳຂອງພຣະເຈົ້າ... ພຣະເຈົ້າເອີ້ນແສງສະຫວ່າງນີ້ວ່າ “ກາງເວັນ” ແລະ ພຣະອົງເອີ້ນຄວາມມືດວ່າ “ກາງຄືນ”. ໃນເວລານັ້ນ, ຕອນແລງຄັ້ງທຳອິດ ແລະ ຕອນເຊົ້າຄັ້ງທຳອິດໄດ້ເກີດຂຶ້ນເທິງແຜ່ນດິນໂລກທີ່ພຣະເຈົ້າເຈດຕະນາທີ່ຈະສ້າງ ແລະ ພຣະເຈົ້າກ່າວວ່າ ນີ້ແມ່ນມື້ທຳອິດ. ມື້ນີ້ແມ່ນມື້ທຳອິດທີ່ພຣະຜູ້ສ້າງໄດ້ສ້າງສິ່ງທັງປວງ ແລະ ເປັນການເລີ່ມຕົ້ນຂອງການສ້າງສິ່ງທັງປວງ ແລະ ເປັນຄັ້ງທຳອິດທີ່ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກໃນໂລກນີ້ທີ່ພຣະອົງໄດ້ສ້າງຂຶ້ນ.

ຜ່ານທາງພຣະທຳເຫຼົ່ານີ້, ມະນຸດສາມາດເຫັນເຖິງສິດອຳນາດຂອງພຣະເຈົ້າ ແລະ ສິດອໍານາດແຫ່ງພຣະທໍາຂອງພຣະເຈົ້າ ພ້ອມທັງລິດອຳນາດຂອງພຣະເຈົ້າ. ເພາະມີພຽງພຣະເຈົ້າເທົ່ານັ້ນທີ່ມີລິດອຳນາດດັ່ງກ່າວ, ດ້ວຍເຫດນັ້ນ ຈຶ່ງມີພຽງພຣະເຈົ້າເທົ່ານັ້ນທີ່ມີສິດອຳນາດດັ່ງກ່າວ; ຍ້ອນພຣະເຈົ້າມີສິດອຳນາດດັ່ງກ່າວ, ດ້ວຍເຫດນັ້ນ ຈຶ່ງມີພຽງພຣະເຈົ້າເທົ່ານັ້ນທີ່ມີລິດອຳນາດ. ມະນຸດ ຫຼື ສິ່ງໃດກໍຕາມສາມາດມີສິດອຳນາດ ແລະ ລິດອຳນາດແບບນີ້ໄດ້ບໍ? ມີຄຳຕອບໃນຫົວໃຈຂອງພວກເຈົ້າບໍ? ນອກຈາກພຣະເຈົ້າແລ້ວ, ສິ່ງທີ່ຖືກສ້າງ ຫຼື ສິ່ງທີ່ບໍ່ໄດ້ຖືກສ້າງມີສິດອຳນາດດັ່ງກ່າວບໍ? ພວກເຈົ້າເຄີຍໄດ້ເຫັນຕົວຢ່າງຂອງສິ່ງດັ່ງກ່າວໃນໜັງສື ຫຼື ສິ່ງຈັດພິມໃດໆບໍ? ມີການບັນທຶກໃດໆທີ່ລະບຸວ່າມີຄົນສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງບໍ? ມັນບໍ່ປາກົດໃນໜັງສື ຫຼື ການບັນທຶກອື່ນໃດເລີຍ; ແນ່ນອນ, ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ມີສິດອຳນາດ ແລະ ລິດອຳນາດກ່ຽວກັບການສ້າງແຜ່ນດິນໂລກຢ່າງສະຫງ່າງາມຂອງພຣະເຈົ້າເທົ່ານັ້ນ ເຊິ່ງຖືກບັນທຶກໄວ້ໃນພຣະຄຳພີ; ພຣະທຳເຫຼົ່ານີ້ກ່າວແທນສິດອຳນາດ ແລະ ຕົວຕົນໜຶ່ງດຽວຂອງພຣະເຈົ້າ. ສາມາດເວົ້າໄດ້ບໍວ່າ ສິດອຳນາດ ແລະ ລິດອຳນາດດັ່ງກ່າວເປັນສັນຍາລັກໃຫ້ກັບຕົວຕົນໜຶ່ງດຽວຂອງພຣະເຈົ້າ? ສາມາດເວົ້າໄດ້ບໍວ່າ ພຣະເຈົ້າມີສິ່ງເຫຼົ່ານັ້ນ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີ? ໂດຍບໍ່ຕ້ອງສົງໄສເລີຍ ມີພຽງແຕ່ພຣະເຈົ້າເອງທີ່ມີສິດອຳນາດ ແລະ ລິດອຳນາດດັ່ງກ່າວ! ສິ່ງທີ່ຖືກສ້າງ ຫຼື ສິ່ງທີ່ບໍ່ຖືກສ້າງໃດກໍຕາມ ແມ່ນບໍ່ສາມາດມີ ຫຼື ແທນທີ່ສິດອຳນາດ ແລະ ລິດອຳນາດນີ້ໄດ້! ນີ້ແມ່ນໜຶ່ງໃນລັກສະນະຂອງພຣະເຈົ້າໜຶ່ງດຽວບໍ? ພວກເຈົ້າໄດ້ເປັນພະຍານເຖິງສິ່ງນັ້ນບໍ? ພຣະທຳເຫຼົ່ານີ້ເຮັດໃຫ້ຜູ້ຄົນເຂົ້າໃຈຢ່າງໄວວາ ແລະ ຊັດເຈນເຖິງຄວາມຈິງທີ່ວ່າ ພຣະເຈົ້າມີສິດອຳນາດໜຶ່ງດຽວ ແລະ ລິດອຳນາດໜຶ່ງດຽວ ແລະ ພຣະອົງມີຕົວຕົນ ແລະ ສະຖານະສູງສຸດ. ຈາກການສົນທະນາຂ້າງເທິງ, ພວກເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຈົ້າທີ່ພວກເຈົ້າເຊື່ອແມ່ນພຣະເຈົ້າໜຶ່ງດຽວ?

ໃນມື້ທີສອງ, ສິດອຳນາດຂອງພຣະເຈົ້າໄດ້ຈັດແຈງນໍ້າ ແລະ ສ້າງທ້ອງຟ້າ ແລະ ພື້ນທີ່ສຳລັບການຢູ່ລອດຂັ້ນພື້ນຖານສຸດຂອງມະນຸດກໍປະກົດຂຶ້ນ

ໃຫ້ພວກເຮົາອ່ານຂໍ້ຄວາມທີສອງຂອງພຣະຄຳພີ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ. ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ຢູ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ ແລ້ວມັນກໍເປັນດັ່ງນັ້ນ” (ປະຖົມມະການ 1:6-7). ແມ່ນຫຍັງຄືການປ່ຽນແປງທີ່ເກີດຂຶ້ນຫຼັງຈາກທີ່ພຣະເຈົ້າກ່າວວ່າ: “ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ”? ໃນຂໍ້ພຣະຄຳໄດ້ກ່າວວ່າ: “ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ຢູ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ”. ແມ່ນຫຍັງຄືຜົນຕາມມາຫຼັງຈາກທີ່ພຣະເຈົ້າໄດ້ກ່າວ ແລະ ເຮັດສິ່ງນີ້? ຄຳຕອບແມ່ນນອນຢູ່ໃນຂໍ້ຄວາມສຸດທ້າຍທີ່ວ່າ: “ແລ້ວມັນກໍເປັນດັ່ງນັ້ນ.

ປະໂຫຍກສັ້ນໆສອງປະໂຫຍກນີ້ບັນທຶກເຫດການທີ່ດີເລີດ ແລະ ບັນລະຍາຍເຖິງສາກພາບທີ່ມະຫັດສະຈັນ ນັ້ນກໍຄື ພາລະໜ້າທີ່ອັນໃຫຍ່ຫຼວງທີ່ພຣະເຈົ້າປົກຄອງນໍ້າ ແລະ ສ້າງພື້ນທີ່ໆມະນຸດສາມາດດຳລົງຊີວິດຢູ່…

ໃນພາບນີ້, ນໍ້າ ແລະ ທ້ອງຟ້າປາກົດຕໍ່ຕາພຣະເຈົ້າທັນທີ ແລະ ພວກມັນຖືກແບ່ງອອກໂດຍສິດອຳນາດແຫ່ງພຣະທຳຂອງພຣະເຈົ້າ ແລະ ແຍກໃຫ້ຢູ່ “ເທິງ” ແລະ ຢູ່ “ລຸ່ມ” ຕາມລັກສະນະທີ່ພຣະເຈົ້າໄດ້ກຳນົດໃຫ້. ນີ້ໝາຍຄວາມວ່າ ທ້ອງຟ້າທີ່ພຣະເຈົ້າສ້າງບໍ່ພຽງແຕ່ປົກຄຸມນໍ້າທີ່ຢູ່ລຸ່ມ ແຕ່ຄໍ້າຊູນໍ້າທີ່ຢູ່ຂ້າງເທິງ… ໃນນີ້, ມະນຸດບໍ່ສາມາດເຮັດຫຍັງໄດ້ ນອກຈາກຈ້ອງຕາເບິ່ງ, ຕົກສະເງີ້ ແລະ ອ້າປາກຊົມເຊີຍໃນຄວາມຍິ່ງໃຫຍ່ຂອງສິດອໍານາດຂອງພຣະອົງ ແລະ ໃນຄວາມງົດງາມຂອງພາບທີ່ພຣະຜູ້ສ້າງເຄື່ອນຍ້າຍນໍ້າ, ບັນຊານໍ້າ ແລະ ສ້າງທ້ອງຟ້າ. ຜ່ານພຣະທຳຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ ແລະ ສິດອຳນາດຂອງພຣະເຈົ້າ, ພຣະເຈົ້າໄດ້ບັນລຸຄວາມສຳເລັດທີ່ໃຫຍ່ຍິ່ງອີກຄັ້ງ. ນີ້ບໍ່ແມ່ນຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ? ໃຫ້ພວກເຮົາໃຊ້ຂໍ້ພຣະຄຳພີເພື່ອອະທິບາຍເຖິງການກະທຳຂອງພຣະເຈົ້າ ນັ້ນກໍຄື: ພຣະເຈົ້າກ່າວພຣະທຳຂອງພຣະອົງ ແລະ ຍ້ອນພຣະທຳເຫຼົ່ານີ້ຂອງພຣະອົງຈຶ່ງມີທ້ອງຟ້າໃນທ່າມກາງນໍ້າ. ໃນເວລາດຽວກັນ, ການປ່ຽນແປງຢ່າງໃຫຍ່ຫຼວງເກີດຂຶ້ນໃນພື້ນທີ່ນີ້ຍ້ອນພຣະທຳຂອງພຣະເຈົ້າ ແລະ ມັນບໍ່ແມ່ນການປ່ຽນແປງໃນລັກສະນະທຳມະດາ, ແຕ່ເປັນຮູບແບບການປ່ຽນແປງທີ່ມີບາງສິ່ງເກີດຈາກສິ່ງວ່າງເປົ່າ. ມັນເກີດຈາກຄວາມຄິດຂອງພຣະຜູ້ສ້າງ ແລະ ກາຍເປັນບາງສິ່ງທີ່ເກີດຈາກສິ່ງວ່າງເປົ່າຍ້ອນພຣະທຳທີ່ພຣະຜູ້ສ້າງກ່າວ ແລະ ຍິ່ງໄປກວ່ານັ້ນ ຈາກຈຸດນີ້ເປັນຕົ້ນໄປ ມັນຈະເປັນຢູ່ ແລະ ໝັ້ນຄົງເພື່ອເຫັນແກ່ພຣະຜູ້ສ້າງ ແລະ ມັນຈະປ່ຽນ, ປ່ຽນແປງ ແລະ ເລີ່ມໃໝ່ຕາມຄວາມຄິດຂອງພຣະຜູ້ສ້າງ. ຂໍ້ຄວາມນີ້ບັນລະຍາຍເຖິງການກະທຳຄັ້ງທີສອງຂອງພຣະຜູ້ສ້າງໃນການທີ່ພຣະອົງສ້າງແຜ່ນດິນໂລກທັງໝົດ. ມັນເປັນການສະແດງອອກເຖິງສິດອຳນາດ ແລະ ລິດອຳນາດອີກຢ່າງໜຶ່ງຂອງພຣະຜູ້ສ້າງ ແລະ ເປັນກິດຈະການໃໝ່ອີກຢ່າງໜຶ່ງຂອງພຣະຜູ້ສ້າງ. ມື້ນີ້ແມ່ນມື້ທີສອງທີ່ພຣະຜູ້ສ້າງໄດ້ຜ່ານພົ້ນໄປຕັ້ງແຕ່ການກໍ່ສ້າງແຜ່ນດິນໂລກ ແລະ ມັນເປັນມື້ທີ່ມະຫັດສະຈັນອີກມື້ໜຶ່ງສຳລັບພຣະອົງ, ພຣະອົງຍ່າງທ່າມກາງແສງສະຫວ່າງ, ພຣະອົງເຮັດໃຫ້ເກີດທ້ອງຟ້າ, ພຣະອົງຈັດແຈງ ແລະ ປົກຄອງນໍ້າ ແລະ ການກະທຳຂອງພຣະອົງ, ສິດອຳນາດຂອງພຣະອົງ ແລະ ລິດອຳນາດຂອງພຣະອົງຖືກນໍາເຂົ້າສູ່ການເຮັດວຽກໃນມື້ໃໝ່…

ມີທ້ອງຟ້າໃນທ່າມກາງນໍ້າກ່ອນທີ່ພຣະເຈົ້າກ່າວພຣະທຳຂອງພຣະອົງບໍ? ແນ່ນອນວ່າ ບໍ່ມີ! ແລ້ວຫຼັງຈາກທີ່ພຣະເຈົ້າເວົ້າວ່າ: “ຈົ່ງມີທ້ອງຟ້າຢູ່ທ່າມກາງຂອງນໍ້າ” ເດ? ສິ່ງທີ່ພຣະເຈົ້າເຈດຕະນາໄວ້ກໍປາກົດຂຶ້ນ; ມີທ້ອງຟ້າຢູ່ທ່າມກາງນໍ້າ ແລະ ນໍ້າໄດ້ຖືກແຍກອອກຈາກກັນ ຍ້ອນພຣະເຈົ້າເວົ້າວ່າ: “ໃຫ້ມັນແຍກນໍ້າອອກຈາກກັນ”. ໃນວິທີນີ້, ຫຼັງຈາກພຣະທຳຂອງພຮະເຈົ້າ, ສອງສິ່ງໃໝ່ ເຊິ່ງເປັນສອງສິ່ງທີ່ຫາກໍເກີດຂຶ້ນໃໝ່ ໄດ້ປາກົດຂຶ້ນທ່າມກາງສິ່ງທັງປວງ ເຊິ່ງເປັນຜົນຕາມມາຈາກສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພວກເຈົ້າຮູ້ສຶກແນວໃດກ່ຽວກັບການປາກົດຂຶ້ນຂອງສອງສິ່ງໃໝ່ເຫຼົ່ານີ້? ພວກເຈົ້າຮູ້ສຶກເຖິງຄວາມຍິ່ງໃຫຍ່ແຫ່ງລິດອຳນາດຂອງພຣະຜູ້ສ້າງບໍ? ພວກເຈົ້າຮູ້ສຶກເຖິງອຳນາດໜຶ່ງດຽວ ແລະ ພິເສດຂອງພຣະຜູ້ສ້າງບໍ? ຄວາມຍິ່ງໃຫຍ່ແຫ່ງອຳນາດ ແລະ ລິດອຳນາດດັ່ງກ່າວແມ່ນເປັນຍ້ອນສິດອຳນາດຂອງພຣະເຈົ້າ ແລະ ສິດອຳນາດນີ້ກໍເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ລັກສະນະໜຶ່ງດຽວຂອງພຣະອົງເອງ.

ຂໍ້ຄວາມນີ້ໄດ້ມອບຄວາມຮູ້ສຶກຢ່າງເລິກເຊິ່ງກ່ຽວກັບຄວາມເປັນໜຶ່ງດຽວຂອງພຣະເຈົ້າໃຫ້ກັບພວກເຈົ້າອີກບໍ? ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຍັງບໍ່ພໍ; ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງສາມາດຂະຫຍາຍໄປໄກກວ່ານີ້. ຄວາມເປັນໜຶ່ງດຽວຂອງພຣະອົງບໍ່ພຽງແຕ່ເປັນຍ້ອນວ່າ ພຣະອົງມີທາດແທ້ທີ່ບໍ່ຄືກັບສິ່ງຖືກສ້າງໃດໆ, ແຕ່ຍັງເປັນຍ້ອນສິດອຳນາດ ແລະ ລິດອຳນາດຂອງພຣະອົງພິເສດ, ບໍ່ມີຂີດຈຳກັດ, ປະເສີດເໜືອທຸກສິ່ງ ແລະ ຢືນຢູ່ເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ກໍເປັນຍ້ອນສິດອຳນາດຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນທີ່ສາມາດສ້າງຊີວິດ ແລະ ກໍ່ໃຫ້ເກີດສິ່ງອັດສະຈັນ ແລະ ສ້າງແຕ່ລະນາທີ ແລະ ວິນາທີໃຫ້ເປັນທີ່ປະທັບໃຈ ແລະ ພິເສດ. ໃນເວລາດຽວກັນ, ພຣະອົງກໍສາມາດປົກຄອງຊີວິດທີ່ພຣະອົງສ້າງຂຶ້ນ ແລະ ປົກຄອງເໜືອສິ່ງອັດສະຈັນຕ່າງໆ ແລະ ທຸກນາທີ ແລະ ວິນາທີທີ່ພຣະອົງໄດ້ສ້າງຂຶ້ນ.

ໃນມື້ທີສາມ, ພຣະທຳຂອງພຣະເຈົ້າໃຫ້ກຳເນີດແຜ່ນດິນໂລກ ແລະ ທະເລ ແລະ ສິດອຳນາດຂອງພຣະເຈົ້າເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຊີວິດ

ຕໍ່ໄປ ໃຫ້ພວກເຮົາອ່ານປະໂຫຍກທຳອິດຂອງ ປະຖົມມະການ 1:9-11 “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ”. ແມ່ນຫຍັງຄືການປ່ຽນແປງທີ່ເກີດຂຶ້ນຫຼັງຈາກທີ່ພຣະເຈົ້າພຽງແຕ່ກ່າວວ່າ: “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ?“ ແລ້ວແມ່ນຫຍັງຄືສິ່ງທີ່ຢູ່ໃນພື້ນທີ່ນີ້ ນອກຈາກແສງສະຫວ່າງ ແລະ ທ້ອງຟ້າ? ໃນຂໍ້ພຣະຄໍາພີໄດ້ຂຽນໄວ້ວ່າ: “ແລ້ວພຣະເຈົ້າເອີ້ນແຜ່ນດິນແຫ່ງນັ້ນວ່າ ແຜ່ນດິນໂລກ; ແລະ ພຣະອົງເອີ້ນການໂຮມຕົວຂອງນໍ້າວ່າ ທະເລ ແລະ ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ”. ນີ້ໝາຍຄວາມວ່າ ບັດນີ້ໄດ້ມີແຜ່ນດິນ ແລະ ທະເລໃນພື້ນທີ່ນີ້ ແລະ ແຜ່ນດິນ ແລະ ທະເລກໍຖືກແຍກອອກຈາກກັນ. ການປາກົດຕົວຂອງສອງສິ່ງໃໝ່ເຫຼົ່ານີ້ແມ່ນເປັນໄປຕາມຄໍາບັນຊາທີ່ອອກຈາກປາກຂອງພຣະເຈົ້າ: “ແລ້ວມັນກໍເປັນດັ່ງນັ້ນ”. ຂໍ້ພຣະຄຳພີນີ້ໄດ້ບັນລະຍາຍເຖິງຄວາມຟ້າວຟັ່ງຂອງພຣະເຈົ້າໃນຂະນະທີ່ພຣະອົງກຳລັງເຮັດສິ່ງນີ້ບໍ? ມັນໄດ້ບັນລະຍາຍເຖິງການທີ່ພຣະອົງໃຊ້ແຮງງານທາງຮ່າງກາຍບໍ? ແລ້ວພຣະເຈົ້າເຮັດສິ່ງນີ້ແນວໃດ? ພຣະເຈົ້າເຮັດໃຫ້ສອງສິ່ງໃໝ່ເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ເຫັນໄດ້ຢ່າງຊັດເຈນໃນຕົວມັນເອງແລ້ວວ່າ ພຣະເຈົ້າໃຊ້ພຣະທຳເພື່ອບັນລຸທຸກສິ່ງເຫຼົ່ານີ້, ເພື່ອສ້າງສິ່ງນີ້ທັງໝົດ.

ໃນຂໍ້ຄວາມສາມຂໍ້ຂ້າງເທິງ, ພວກເຮົາໄດ້ຮຽນຮູ້ເຖິງການເກີດຂຶ້ນຂອງສາມເຫດການທີ່ຍິ່ງໃຫຍ່. ສາມເຫດການຍິ່ງໃຫຍ່ນີ້ເກີດຂຶ້ນ ແລະ ຖືກເຮັດໃຫ້ເກີດຂຶ້ນຜ່ານທາງພຣະທຳຂອງພຣະເຈົ້າ ແລະ ມັນເປັນຍ້ອນພຣະທຳຂອງພຣະອົງທີ່ເຮັດໃຫ້ເຫດການເຫຼົ່ານີ້ປາກົດຂຶ້ນຕໍ່ໜ້າຕໍ່ຕາພຣະເຈົ້າຕາມລໍາດັບ. ສະນັັ້ນ ສາມາດເຫັນໄດ້ຈາກຄຳເວົ້າທີ່ວ່າ: “ພຣະເຈົ້າກ່າວ ແລະ ມັນຈະຖືກເຮັດໃຫ້ສຳເລັດ; ພຣະອົງສັ່ງ ແລະ ມັນກໍຈະເກີດຂຶ້ນ”, ນີ້ບໍ່ແມ່ນຄຳເວົ້າທີ່ບໍ່ມີຄວາມໝາຍ. ທາດແທ້ແບບນີ້ຂອງພຣະເຈົ້າໄດ້ຢືນຢັນວ່າ ທັນທີທີ່ພຣະອົງເກີດມີຄວາມຄິດ ແລະ ເມື່ອພຣະເຈົ້າເປີດປາກຂອງພຣະອົງເພື່ອກ່າວ, ທາດແທ້ຂອງພຣະອົງກໍຈະຖືກສະທ້ອນຢ່າງສົມບູນ.

ໃຫ້ພວກເຮົາສືບຕໍ່ອ່ານຈົນເຖິງປະໂຫຍກສຸດທ້າຍຂອງຂໍ້ຄວາມນີ້: “ແລ້ວພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດຫຍ້າ, ພືດຜັກທີ່ມີເມັດ ແລະ ຕົ້ນໄມ້ທີ່ເກີດໝາກ ແລະ ມີເມັດຕາມປະເພດຂອງມັນຢູ່ເທິງແຜ່ນດິນໂລກ ແລ້ວມັນກໍເປັນດັ່ງນັ້ນ”. ໃນຂະນະທີ່ພຣະເຈົ້າກຳລັງກ່າວ, ທຸກສິ່ງເຫຼົ່ານີ້ກໍເກີດຂຶ້ນຕາມຄວາມຄິດຂອງພຣະເຈົ້າ ແລະ ໃນທັນໃດນັ້ນ ຮູບຮ່າງເລັກນ້ອຍຂອງຊີວິດທີ່ສັບຊ້ອນໄດ້ແຍ່ຫົວຂອງພວກມັນອອກຈາກດິນຢ່າງສັ່ນເຊັນ ແລະ ກ່ອນທີ່ພວກມັນຈະສັ່ນໃຫ້ດິນເລັກນ້ອຍອອກຈາກຮ່າງກາຍຂອງພວກມັນ, ພວກມັນກໍໂບກມືໃສ່ກັນເພື່ອທັກທາຍຢ່າງຕື່ນເຕັ້ນ, ງຶກຫົວ ແລະ ຍິ້ມໃຫ້ກັບໂລກ. ພວກມັນຂອບໃຈພຣະຜູ້ສ້າງສຳລັບຊີວິດທີ່ພຣະອົງໄດ້ປະທານໃຫ້ກັບພວກມັນ ແລະ ປະກາດກັບໂລກວ່າ ພວກມັນເປັນສ່ວນໜຶ່ງຂອງສິ່ງທັງປວງ ແລະ ພວກມັນແຕ່ລະຢ່າງຈະອຸທິດຊີວິດຂອງພວກມັນເພື່ອສະແດງເຖິງສິດອຳນາດຂອງພຣະຜູ້ສ້າງ. ເມື່ອພຣະທຳຂອງພຣະເຈົ້າຖືກກ່າວອອກ, ແຜ່ນດິນກໍປົກຄຸມໄປດ້ວຍພືດພັນ ແລະ ກາຍເປັນສີຂຽວ, ພືດພັນທຸກຊະນິດທີ່ມະນຸດສາມາດກິນໄດ້ກໍງອກຂຶ້ນ ແລະ ແຕກອອກຈາກດິນ ແລະ ພູເຂົາ ແລະ ທົ່ງພຽງກໍຖືກປົກຄຸມໄປດ້ວຍຕົ້ນໄມ້ ແລະ ປ່າໄມ້ຢ່າງໜາແໜ້ນ... ໂລກທີ່ແຫ້ງແລ້ງນີ້ ເຊິ່ງຍັງບໍ່ມີຮ່ອງຮອຍຂອງຊີວິດເລີຍ ໄດ້ຖືກປົກຄຸມໂດຍຄວາມອຸດົມສົມບູນຂອງຫຍ້າ, ພືດພັນ ແລະ ຕົ້ນໄມ້ຢ່າງໄວວາ ແລະ ເຕັມລົ້ນໄປດ້ວຍຄວາມຂຽວງາມ... ກິ່ນຫອມຂອງຫຍ້າ ແລະ ກິ່ນຫອມຫວນຂອງດິນແຜ່ທົ່ວອາກາດ ແລະ ພືດຈຳນວນຫຼວງຫຼາຍກໍເລີ່ມຫາຍໃຈຕາມລໍາດັບດ້ວຍການໝູນວຽນຂອງອາກາດ ແລະ ເລີ່ມຂະບວນການຂອງການເຕີບໂຕ. ໃນເວລາດຽວກັນ, ເນື່ອງຈາກພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກຄວາມຄິດຂອງພຣະເຈົ້າ, ພືດທຸກຊະນິດກໍເລີ່ມວົງຈອນຊີວິດຕະຫຼອດການໂດຍການເຕີບໂຕ, ອອກດອກ, ອອກໝາກ ແລະ ເພີ່ມທະວີຄູນ. ພວກມັນເລີ່ມຍຶດຖືວິທີທາງຊີວິດຂອງໃຜມັນຢ່າງເຄັ່ງຄັດ ແລະ ເລີ່ມປະຕິບັດບົດບາດໃຜມັນທ່າມກາງສິ່ງທັງປວງ… ພວກມັນລ້ວນແລ້ວແຕ່ເກີດ ແລະ ມີຊີວິດ ຍ້ອນພຣະທຳຂອງພຣະຜູ້ສ້າງ. ພວກມັນໄດ້ຮັບອາຫານ ແລະ ການບໍາລຸງລ້ຽງຢ່າງບໍ່ຢຸດຢັ້ງຈາກພຣະຜູ້ສ້າງ ແລະ ຈະເອົາຕົວລອດຢ່າງດີ້ນຮົນໃນທຸກມຸມຂອງແຜ່ນດິນເພື່ອສະແດງເຖິງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງຕະຫຼອດໄປ ແລະ ພວກມັນຈະສະແດງເຖິງພະລັງຊີວິດທີ່ພຣະຜູ້ສ້າງປະທານໃຫ້ຕະຫຼອດໄປ…

ຊີວິດຂອງພຣະຜູ້ສ້າງພິເສດ, ຄວາມຄິດຂອງພຣະອົງກໍພິເສດ ແລະ ສິດອຳນາດຂອງພຣະອົງພິເສດ ແລະ ດ້ວຍເຫດນັ້ນ ເມື່ອພຣະທຳຂອງພຣະອົງຖືກກ່າວອອກ, ຜົນສຸດທ້າຍກໍຄື: “ແລ້ວມັນກໍເປັນດັ່ງນັ້ນ”. ຊັດເຈນແລ້ວວ່າ ພຣະເຈົ້າບໍ່ຈຳເປັນຕ້ອງປະຕິບັດພາລະກິດຂອງພຣະອົງດ້ວຍມືຂອງພຣະອົງ, ເມື່ອພຣະອົງກະທຳ ພຣະອົງພຽງແຕ່ໃຊ້ຄວາມຄິດຂອງພຣະອົງເພື່ອບັນຊາການ ແລະ ພຣະທຳຂອງພຣະອົງເພື່ອສັ່ງ ແລະ ດ້ວຍວິທີນີ້ ສິ່ງຕ່າງໆກໍຖືກເຮັດໃຫ້ສໍາເລັດ. ໃນມື້ນີ້, ພຣະເຈົ້າໂຮບໂຮມນໍ້າໄວ້ຮ່ວມກັນໃນແຫ່ງດຽວ ແລະ ເຮັດໃຫ້ແຜ່ນດິນແຫ້ງປາກົດຂຶ້ນ, ຫຼັງຈາກນັ້ນ ພຣະເຈົ້າກໍເຮັດໃຫ້ຫຍ້າແຕກໜໍ່ຈາກດິນ ແລະ ເກີດມີພືດພັນທີ່ມີເມັດ ແລະ ຕົ້ນໄມ້ທີ່ເກີດໝາກ ແລະ ພຣະເຈົ້າໄດ້ຈັດແບ່ງພວກມັນແຕ່ລະຢ່າງຕາມປະເພດຂອງພວກມັນ ແລະ ເຮັດໃຫ້ແຕ່ລະຢ່າງມີເມັດຂອງມັນເອງ. ທຸກສິ່ງເຫຼົ່ານີ້ຖືກເຮັດໃຫ້ເກີດເປັນຈິງຕາມຄວາມຄິດຂອງພຣະເຈົ້າ ແລະ ຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ແຕ່ລະຢ່າງກໍປາກົດຂຶ້ນຕາມໆກັນມາໃນໂລກໃໝ່ແຫ່ງນີ້.

ໃນຕອນທີ່ພຣະອົງຍັງບໍ່ໄດ້ເລີ່ມພາລະກິດຂອງພຣະອົງ, ພຣະເຈົ້າໄດ້ວາດພາບກ່ຽວກັບສິ່ງທີ່ພຣະອົງເຈດຕະນາຈະບັນລຸໄວ້ໃນຄວາມຄິດຂອງພຣະອົງແລ້ວ ແລະ ເມື່ອພຣະອົງເລີ່ມຕົ້ນບັນລຸສິ່ງເຫຼົ່ານີ້ ເຊິ່ງກໍເປັນຕອນທີ່ພຣະອົງເປີດປາກຂອງພຣະອົງເພື່ອກ່າວເນື້ອຫາຈາກພາບທີ່ພຣະອົງໄດ້ວາດໄວ້, ການປ່ຽນແປງໃນທຸກສິ່ງກໍເລີ່ມເກີດຂຶ້ນຍ້ອນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະເຮັດມັນແນວໃດກໍຕາມ ຫຼື ພຣະອົງຈະໃຊ້ສິດອຳນາດຂອງພຣະອົງດ້ວຍວິທີໃດກໍຕາມ, ທຸກສິ່ງຖືກບັນລຸເທື່ອລະບາດກ້າວຕາມແຜນການຂອງພຣະເຈົ້າ ແລະ ຍ້ອນພຣະທຳ ແລະ ສິດອໍານາດຂອງພຣະເຈົ້າ ການປ່ຽນແປງແຕ່ລະບາດກ້າວກໍເກີດຂຶ້ນລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ທຸກການປ່ຽນແປງ ແລະ ເຫດການທີ່ເກີດຂຶ້ນແມ່ນສະແດງເຖິງສິດອຳນາດ, ຄວາມພິເສດ ແລະ ຄວາມຍິ່ງໃຫຍ່ແຫ່ງອຳນາດແຫ່ງຊີວິດຂອງພຣະຜູ້ສ້າງ. ຄວາມຄິດຂອງພຣະອົງບໍ່ແມ່ນແນວຄິດທີ່ທຳມະດາ ຫຼື ພາບວ່າງເປົ່າ, ແຕ່ເປັນສິດອຳນາດທີ່ມີຊີວິດຊີວາ ແລະ ພະລັງທີ່ພິເສດ ແລະ ພວກມັນແມ່ນລິດອຳນາດທີ່ຈະເຮັດໃຫ້ທຸກສິ່ງປ່ຽນແປງ, ຟື້ນຄືນ, ເລີ່ມໃໝ່ ແລະ ດັບສະຫຼາຍໄປ. ຍ້ອນສິ່ງນີ້, ທຸກສິ່ງຈຶ່ງເຮັດໜ້າທີ່ຍ້ອນຄວາມຄິດຂອງພຣະອົງ ແລະ ໃນເວລາດຽວກັນ ກໍຖືກບັນລຸຍ້ອນພຣະທຳຈາກປາກຂອງພຣະອົງ…

ກ່ອນທຸກສິ່ງຈະປາກົດຂຶ້ນ, ພຣະເຈົ້າໄດ້ມີແຜນການຢ່າງສົມບູນໃນຄວາມຄິດຂອງພຣະອົງແຕ່ດົນແລ້ວ ແລະ ໂລກໃໝ່ກໍໄດ້ຖືກເຮັດໃຫ້ສຳເລັດໃນຄວາມຄິດຂອງພຣະອົງແຕ່ດົນແລ້ວ. ເຖິງແມ່ນວ່າໃນມື້ທີສາມ ຈະມີພືດຫຼາຍຊະນິດປາກົດຂຶ້ນໃນແຜ່ນດິນ, ພຣະເຈົ້າກໍບໍ່ມີເຫດຜົນທີ່ຈະຢຸດບາດກ້າວໃນການສ້າງແຜ່ນດິນໂລກນີ້ຂອງພຣະອົງ; ພຣະອົງເຈດຕະນາທີ່ຈະສືບຕໍ່ກ່າວພຣະທຳຂອງພຣະອົງ, ສືບຕໍ່ທີ່ຈະບັນລຸການສ້າງສິ່ງໃໝ່ໆທຸກຢ່າງ. ພຣະອົງຈະກ່າວ, ຈະອອກຄຳສັ່ງຂອງພຣະອົງ ແລະ ຈະໃຊ້ສິດອຳນາດຂອງພຣະອົງ ແລະ ສະແດງອອກເຖິງລິດອຳນາດຂອງພຣະອົງ ແລະ ພຣະອົງຈັດຕຽມທຸກສິ່ງທີ່ພຣະອົງໄດ້ວາງແຜນໄວ້ເພື່ອຈັດແຈງກັບທຸກໆສິ່ງ ພ້ອມທັງມະນຸດຊາດທີ່ພຣະອົງເຈດຕະນາຈະສ້າງ…

ໃນມື້ທີສີ່, ລະດູການ, ມື້ ແລະ ປີຂອງມະນຸດຊາດໄດ້ກຳເນີດຂຶ້ນເມື່ອພຣະເຈົ້າໃຊ້ສິດອຳນາດຂອງພຣະອົງອີກຄັ້ງ

ພຣະຜູ້ສ້າງໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ແຜນການຂອງພຣະອົງສຳເລັດ ແລະ ໃນວິທີນີ້ ພຣະອົງໄດ້ຜ່ານພົ້ນແຜນການສາມມື້ທຳອິດຂອງພຣະອົງ. ໃນລະຫວ່າງສາມມື້ເຫຼົ່ານີ້, ພຣະເຈົ້າບໍ່ໄດ້ເຫັນວ່າຈະຫຍຸ້ງ ຫຼື ເມື່ອຍຕົນເອງ; ໃນທາງກົງກັນຂ້າມ, ພຣະອົງສໍາເລັດແຜນການສາມມື້ທຳອິດຂອງພຣະອົງຢ່າງມະຫັດສະຈັນ ແລະ ບັນລຸກິດຈະການທີ່ຍິ່ງໃຫຍ່ແຫ່ງການປ່ຽນແປງພື້ນຖານຂອງໂລກ. ໂລກໃໝ່ປາກົດຂຶ້ນຕໍ່ໜ້າຕໍ່ຕາພຣະອົງ ແລະ ໃນທີ່ສຸດ ພາບສວຍງາມທີ່ຖືກຕີຕາໄວ້ໃນຄວາມຄິດຂອງພຣະອົງກໍຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າເທື່ອລະຊິ້ນສ່ວນ. ການປາກົດຂອງສິ່ງໃໝ່ໆແຕ່ລະຢ່າງແມ່ນຄືກັບເດັກນ້ອຍເກີດໃໝ່ ແລະ ພຣະຜູ້ສ້າງກໍມີຄວາມສຸກກັບພາບທີ່ເຄີຍຢູ່ໃນຄວາມຄິດຂອງພຣະອົງ, ແຕ່ບັດນີ້ໄດ້ເປັນສິ່ງທີ່ຖືກເຮັດໃຫ້ມີຊີວິດແລ້ວ. ໃນເວລານີ້, ຫົວໃຈຂອງພຣະອົງໄດ້ຮັບຄວາມພໍໃຈຢ່າງຍິ່ງ ແຕ່ແຜນການຂອງພຣະອົງພຽງແຕ່ຫາກໍເລີ່ມຕົ້ນ. ພາຍໃນພິບຕາດຽວ, ມື້ໃໝ່ກໍມາເຖິງ ແລະ ແມ່ນຫຍັງຄືໜ້າຕໍ່ໄປໃນແຜນການຂອງພຣະຜູ້ສ້າງ? ພຣະອົງເວົ້າຫຍັງ? ພຣະອົງໃຊ້ສິດອຳນາດຂອງພຣະອົງແນວໃດ? ໃນຂະນະດຽວກັນ ແມ່ນຫຍັງຄືສິ່ງໃໝ່ໆທີ່ເຂົ້າມາໃນໂລກໃໝ່ແຫ່ງນີ້? ຫຼັງຈາກການນໍາພາຂອງພຣະຜູ້ສ້າງ, ສາຍຕາຂອງພວກເຮົາກໍຈ້ອງເບິ່ງມື້ທີສີ່ຂອງການສ້າງສິ່ງທັງປວງ, ເປັນມື້ທີ່ຍັງເປັນການເລີ່ມຕົ້ນໃໝ່ອີກຄັ້ງ. ແນ່ນອນ ສຳລັບພຣະຜູ້ສ້າງ, ມັນເປັນມື້ມະຫັດສະຈັນອີກມື້ຢ່າງບໍ່ຕ້ອງສົງໄສ ແລະ ມັນແມ່ນອີກມື້ທີ່ມີຄວາມສຳຄັນຢ່າງຍິ່ງສຳລັບມະນຸດຊາດໃນປັດຈຸບັນ. ແນ່ນອນ ມັນເປັນມື້ທີ່ມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້. ມັນມະຫັດສະຈັນແນວໃດ, ມັນສຳຄັນຫຼາຍແນວໃດ ແລະ ມັນມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້ແນວໃດ? ກ່ອນອື່ນ ໃຫ້ພວກເຮົາມາຟັງພຣະທຳທີ່ພຣະຜູ້ສ້າງກ່າວ…

“ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ມີແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ສິ່ງເຫຼົ່ານັ້ນເປັນສັນຍາລັກ ແລະ ເປັນລະດູການຕ່າງໆ ແລະ ສຳລັບມື້ ແລະ ປີ, ແລ້ວໃຫ້ມັນເປັນແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອມອບແສງສະຫວ່າງໃຫ້ກັບແຜ່ນດິນໂລກ ແລ້ວມັນກໍເປັນດັ່ງນັ້ນ” (ປະຖົມມະການ 1:14-15). ນີ້ແມ່ນໜຶ່ງໃນການໃຊ້ສິດອຳນາດຂອງພຣະເຈົ້າທີ່ຖືກສະແດງໂດຍສິ່ງຖືກສ້າງ ຫຼັງຈາກທີ່ພຣະອົງສ້າງແຜ່ນດິນ ແລະ ພືດທີ່ຢູ່ໃນແຜ່ນດິນນັ້ນ. ສຳລັບພຣະເຈົ້າແລ້ວ, ການກະທຳດັ່ງກ່າວແມ່ນງ່າຍຄືກັບສິ່ງທີ່ພຣະອົງໄດ້ເຮັດມາແລ້ວ, ເພາະວ່າ ພຣະເຈົ້າມີລິດອຳນາດ; ພຣະເຈົ້າຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ. ພຣະເຈົ້າສັ່ງໃຫ້ແສງສະຫວ່າງປາກົດໃນສະຫວັນ ແລະ ແສງສະຫວ່າງເຫຼົ່ານີ້ບໍ່ພຽງແຕ່ສ່ອງແສງໃນທ້ອງຟ້າ ແລະ ສູ່ແຜ່ນດິນໂລກ, ແຕ່ຍັງຮັບໜ້າທີ່ເປັນສັນຍາລັກສໍາລັບກາງເວັນ ແລະ ກາງຄືນ, ສຳລັບລະດູການ, ມື້ ແລະ ປີ. ດ້ວຍວິທີນີ້, ເມື່ອພຣະເຈົ້າກ່າວພຣະທຳຂອງພຣະອົງ, ການກະທຳທຸກຢ່າງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸແມ່ນຖືກເຮັດໃຫ້ສຳເລັດຕາມຄວາມໝາຍຂອງພຣະເຈົ້າ ແລະ ໃນລັກສະນະທີ່ພຣະເຈົ້າກຳນົດ.

ແສງສະຫວ່າງໃນສະຫວັນແມ່ນແສງໃນທ້ອງຟ້າທີ່ສາມາດສ່ອງແສງສະຫວ່າງ; ມັນສາມາດສ່ອງແສງໃຫ້ກັບທ້ອງຟ້າ, ແຜ່ນດິນ ແລະ ທະເລ. ມັນໝູນຮອບຕາມຈັງຫວະ ແລະ ຄວາມຖີ່ທີ່ພຣະເຈົ້າສັ່ງໄວ້ ແລະ ສ່ອງແສງໃນຊ່ວງເວລາທີ່ແຕກຕ່າງກັນເທິງແຜ່ນດິນໂລກ ແລະ ໃນລັກນະນະນີ້ ວົງຈອນການໝູນວຽນຂອງແສງສະຫວ່າງເຮັດໃຫ້ເກີດກາງເວັນ ແລະ ກາງຄືນຂຶ້ນໃນພາກຕະເວັນອອກ ແລະ ຕະເວັນຕົກຂອງແຜ່ນດິນ ແລະ ພວກມັນບໍ່ແມ່ນພຽງແຕ່ເປັນສັນຍາລັກສຳລັບກາງຄືນ ແລະ ກາງເວັນເທົ່ານັ້ນ, ແຕ່ຜ່ານວົງຈອນທີ່ແຕກຕ່າງກັນເຫຼົ່ານີ້ ພວກມັນຍັງບົ່ງບອກເຖິງງານບຸນສະຫຼອງ ແລະ ມື້ພິເສດຫຼາກຫຼາຍມື້ຂອງມະນຸດຊາດ. ພວກມັນແມ່ນເຄື່ອງປະກອບທີ່ສົມບູນ ແລະ ສິ່ງປະກອບໃຫ້ກັບລະດູການທັງສີ່ ນັ້ນກໍຄື ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວ ເຊິ່ງຖືກບັນຍັດໂດຍພຣະເຈົ້າ ພ້ອມກັນນັ້ນແສງສະຫວ່າງກໍເຮັດໜ້າທີ່ຢ່າງສອດຄ່ອງ ເປັນເຄື່ອງໝາຍປະຈຳ ແລະ ຖືກຕ້ອງສຳລັບໄລຍະເວລາຂອງເດືອນ, ມື້ ແລະ ປີຂອງມະນຸດຊາດ. ເຖິງແມ່ນວ່າ ມັນເປັນພຽງແຕ່ຫຼັງຈາກການມາເຖິງຂອງການເຮັດນາເທົ່ານັ້ນ ມະນຸດຊາດຈຶ່ງເລີ່ມເຂົ້າໃຈ ແລະ ພົບພໍ້ກັບການແບ່ງແຍກໄລຍະເວລາຂອງເດືອນ, ມື້ ແລະ ປີ ທີ່ເກີດຈາກແສງສະຫວ່າງທີ່ພຣະເຈົ້າສ້າງຂຶ້ນ, ຕາມຄວາມຈິງແລ້ວ ໄລຍະເວລາຂອງເດືອນ, ມື້ ແລະ ປີທີ່ມະນຸດເຂົ້າໃຈໃນປັດຈຸບັນແມ່ນເລີ່ມເກີດຂຶ້ນເປັນເວລາດົນນານມາແລ້ວ ໃນມື້ທີສີ່ຂອງການສ້າງສິ່ງທັງປວງຂອງພຣະເຈົ້າ ແລະ ວົງຈອນການສັບປ່ຽນຂອງລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວທີ່ມະນຸດຜະເຊີນແມ່ນໄດ້ມີໃນມື້ທີສີ່ຂອງການສ້າງສິ່ງທັງປວງຂອງພຣະເຈົ້າເຊັ່ນກັນ. ແສງສະຫວ່າງທີ່ພຣະເຈົ້າສ້າງເຮັດໃຫ້ມະນຸດແຍກແຍະລະຫວ່າງກາງຄືນ ແລະ ກາງເວັນໄດ້ຢ່າງເປັນປະຈໍາ, ຢ່າງແນ່ນອນ ແລະ ຊັດເຈນ, ສາມາດນັບມື້ ແລະ ຕິດຕາມໄລຍະເວລາຂອງເດືອນ ແລະ ປີຢ່າງຊັດເຈນ. (ມື້ເດືອນເພັງແມ່ນການຄົບຮອບຂອງເດືອນໜຶ່ງ ແລະ ຈາກນີ້ ມະນຸດຮູ້ຈັກວ່າ ການສ່ອງແສງສະຫວ່າງຈະເລີ່ມຕົ້ນວົງຈອນໃໝ່; ມື້ຂອງເດືອນເຄິ່ງດວງແມ່ນການຄົບຖ້ວນຂອງເຄິ່ງເດືອນ ເຊິ່ງບອກກັບມະນຸດວ່າ ໄລຍະເວລາຂອງເດືອນໄດ້ເລີ່ມຕົ້ນຂຶ້ນ, ເຊິ່ງເປັນສິ່ງທີ່ສະຫຼູບໄດ້ວ່າ ມີກາງເວັນ ແລະ ກາງຄືນເທົ່າໃດມື້ໃນເດືອນໜຶ່ງ, ມີຈັກເດືອນໃນລະດູການໜຶ່ງ ແລະ ມີຈັກລະດູການໃນປີໜຶ່ງ ແລະ ທຸກສິ່ງນີ້ກໍຖືກເປີດເຜີຍອອກຢ່າງປົກກະຕິ). ດ້ວຍເຫດນັ້ນ ມະນຸດຈຶ່ງສາມາດຕິດຕາມໄລຍະເວລາຂອງເດືອນ, ມື້ ແລະ ປີທີ່ຖືກໝາຍໂດຍການໝຸນວຽນຂອງແສງສະຫວ່າງຢ່າງງ່າຍດາຍ. ຈາກຈຸດນີ້ເປັນຕົ້ນມາ, ມະນຸດຊາດ ແລະ ສິ່ງທັງປວງດຳລົງຊີວິດຢ່າງບໍ່ຮູ້ຕົວທ່າມກາງການສັບປ່ຽນທີ່ເປັນລະບົບຂອງກາງຄືນ ແລະ ກາງເວັນ ແລະ ການປ່ຽນແປງຂອງລະດູການທີ່ເກີດຂຶ້ນໂດຍການໝຸນວຽນຂອງແສງສະຫວ່າງ. ນີ້ແມ່ນຄວາມສຳຄັນໃນການທີ່ພຣະເຈົ້າສ້າງແສງສະຫວ່າງໃນມື້ທີສີ່. ໃນທຳນອງດຽວກັນ, ເປົ້າໝາຍ ແລະ ຄວາມສຳຄັນຂອງການກະທຳແບບນີ້ຂອງພຣະຜູ້ສ້າງຍັງບໍ່ສາມາດແຍກອອກຈາກສິດອຳນາດ ແລະ ລິດອຳນາດຂອງພຣະອົງໄດ້. ດ້ວຍເຫດນັ້ນ ແສງສະຫວ່າງທີ່ພຣະເຈົ້າສ້າງຂຶ້ນ ແລະ ຄຸນຄ່າທີ່ມັນຈະນໍາມາສູ່ມະນຸດໃນອີກບໍ່ດົນກໍເປັນໜຶ່ງໃນການກະທຳທີ່ຊຳນານຂອງການໃຊ້ສິດອຳນາດຂອງພຣະຜູ້ສ້າງ.

ໃນໂລກໃບໃໝ່ນີ້ ເຊິ່ງມະນຸດຍັງບໍ່ໄດ້ປາກົດຂຶ້ນເທື່ອ, ພຣະຜູ້ສ້າງໄດ້ຈັດຕຽມຕອນແລງ ແລະ ຕອນເຊົ້າ, ທ້ອງຟ້າ, ດິນແດນ ແລະ ທະເລ, ຫຍ້າ, ພືດພັນ ແລະ ຕົ້ນໄມ້ຫຼາກຫຼາຍປະເພດ ແລະ ແສງສະຫວ່າງ, ລະດູການ, ມື້ ແລະ ປີສຳລັບຊີວິດໃໝ່ທີ່ພຣະເຈົ້າຈະສ້າງໃນໄວໆນີ້. ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກໃນສິ່ງໃໝ່ແຕ່ລະຢ່າງທີ່ພຣະອົງສ້າງ ແລະ ພຣະທຳ ແລະ ຄວາມສຳເລັດຂອງພຣະອົງເກີດຂຶ້ນພ້ອມໆກັນ ໂດຍບໍ່ມີຄວາມຜິດປົກກະຕິແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຊ່ວງເວລາພັກແມ່ນແຕ່ໜ້ອຍດຽວ. ການປາກົດຂຶ້ນ ແລະ ການເກີດຂຶ້ນຂອງສິ່ງໃໝ່ທຸກສິ່ງເປັນເຄື່ອງພິສູດເຖິງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງ ນັ້ນກໍຄື ພຣະອົງຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ພຣະອົງເຮັດໃຫ້ສຳເລັດຈະຄົງຢູ່ຕະລອດໄປ. ຄວາມຈິງນີ້ບໍ່ເຄີຍປ່ຽນແປງຈັກເທື່ອ, ມັນເປັນເຊັ່ນນັ້ນໃນອະດີດ, ມັນເປັນເຊັ່ນນັ້ນໃນປັດຈຸບັນ ແລະ ມັນກໍຈະເປັນເຊັ່ນນັ້ນຕະຫຼອດໄປເປັນນິດ. ເມື່ອພວກເຈົ້າເບິ່ງພຣະທຳຈາກຂໍ້ພຣະຄຳພີເຫຼົ່ານີ້ອີກຄັ້ງ, ພຣະທຳເຫຼົ່ານັ້ນຮູ້ສຶກວ່າສົດໃສສຳລັບພວກເຈົ້າບໍ? ພວກເຈົ້າໄດ້ເຫັນເນື້ອຫາໃໝ່ ແລະ ໄດ້ຄົ້ນພົບສິ່ງໃໝ່ແລ້ວບໍ? ນັ້ນກໍຍ້ອນວ່າ ການກະທຳຂອງພຣະຜູ້ສ້າງໄດ້ປຸກໃຈຂອງພວກເຈົ້າ ແລະ ຊີ້ນໍາທິດທາງຂອງຄວາມຮູ້ຂອງພວກເຈົ້າກ່ຽວກັບສິດອຳນາດ ແລະ ລິດອຳນາດຂອງພຣະອົງ ແລະ ເປີດປະຕູໃຫ້ກັບຄວາມເຂົ້າໃຈທີ່ພວກເຈົ້າມີກ່ຽວກັບພຣະຜູ້ສ້າງ ແລະ ການກະທຳ ແລະ ສິດອຳນາດຂອງພຣະອົງທີ່ໄດ້ປະທານຊີວິດໂດຍພຣະທຳເຫຼົ່ານີ້. ດ້ວຍເຫດນັ້ນ ໃນພຣະທຳເຫຼົ່ານີ້ ມະນຸດໄດ້ເຫັນເຖິງການສະແດງອອກທີ່ເປັນຈິງ ແລະ ມີຊີວິດຊີວາແຫ່ງສິດອຳນາດຂອງພຣະຜູ້ສ້າງ ແລະ ໄດ້ເປັນພະຍານເຖິງຄວາມລໍ້າເລີດຂອງພຣະຜູ້ສ້າງຢ່າງແທ້ຈິງ ແລະ ເຫັນເຖິງຄວາມພິເສດແຫ່ງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງ.

ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງກໍ່ໃຫ້ເກີດສິ່ງອັດສະຈັນຊໍ້າແລ້ວຊໍ້າອີກ; ພຣະອົງດຶງດູດຄວາມສົນໃຈຂອງມະນຸດ ແລະ ມະນຸດບໍ່ສາມາດເຮັດຫຍັງໄດ້ເລີຍ ນອກຈາກຈ້ອງເບິ່ງການກະທໍາຢ່າງຕົກຕະລຶງທີ່ເກີດຈາກການໃຊ້ສິດອຳນາດຂອງພຣະອົງ. ລິດອຳນາດທີ່ເປັນຕາອັດສະຈັນຂອງພຣະອົງເຮັດໃຫ້ເກີດຄວາມຍິນດີຊໍ້າແລ້ວຊໍ້າອີກ. ມະນຸດກໍເຫຼື້ອມໃສ ແລະ ດີໃຈຫຼາຍ, ພາກັນອ້າປາກຊົມເຊີຍ, ຕົກສະເງີ້ ແລະ ຮ້ອງໂຮດີໃຈ; ນອກຈາກນັ້ນແລ້ວ ມະນຸດກໍຖືກດົນໃຈຢ່າງເຫັນໄດ້ຊັດເຈນ ແລະ ເກີດມີຄວາມເຄົາລົບ, ຄວາມຢຳເກງ ແລະ ຄວາມຕິດພັນໃນຕົວເຂົາ. ສິດອຳນາດ ແລະ ການກະທຳຂອງພຣະຜູ້ສ້າງມີຜົນກະທົບ ແລະ ການຊໍາລະລ້າງທີ່ຍິ່ງໃຫຍ່ກັບວິນຍານຂອງມະນຸດ. ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ວິນຍານຂອງມະນຸດພໍໃຈຢ່າງເຕັມທີ່. ຄວາມຄິດທຸກຢ່າງຂອງພຣະອົງ, ຖ້ອຍຄຳທຸກຄໍາຂອງພຣະອົງ ແລະ ການເປີດເຜີຍເຖິງສິດອຳນາດທຸກຢ່າງຂອງພຣະອົງ ແມ່ນຜົນງານສຸດຍອດທ່າມກາງສິ່ງທັງປວງ ແລະ ເປັນກິດຈະການອັນຍິ່ງໃຫຍ່ທີ່ສົມຄວນທີ່ສຸດແກ່ຄວາມເຂົ້າໃຈ ແລະ ຄວາມຮູ້ຢ່າງເລິກເຊິ່ງຂອງມະນຸດຊາດທີ່ຖືກສ້າງ. ເມື່ອພວກເຮົານັບສິ່ງມີຊີວິດທຸກສິ່ງທີ່ເກີດຈາກພຣະທຳຂອງພຣະຜູ້ສ້າງ, ວິນຍານຂອງພວກເຮົາກໍຖືກດຶງດູດສູ່ຄວາມມະຫັດສະຈັນແຫ່ງລິດອຳນາດຂອງພຣະເຈົ້າ ແລະ ພວກເຮົາກໍຄົ້ນພົບວ່າຕົນເອງຕິດຕາມຮອຍພຣະບາດຂອງພຣະຜູ້ສ້າງຈົນໄປເຖິງມື້ຕໍ່ໄປ ນັ້ນກໍຄື ມື້ທີຫ້າແຫ່ງການສ້າງສິ່ງທັງປວງຂອງພຣະເຈົ້າ.

ໃຫ້ພວກເຮົາສືບຕໍ່ອ່ານຂໍ້ພຣະຄຳພີທຸກຂໍ້ ໃນຂະນະທີ່ພວກເຮົາເບິ່ງການກະທຳຂອງພຣະຜູ້ສ້າງເພີ່ມເຕີມ.

ໃນມື້ທີຫ້າ, ຊີວິດທີ່ມີຮູບຮ່າງຫຼາກຫຼາຍ ແລະ ແຕກຕ່າງ ສະແດງເຖິງສິດອຳນາດຂອງພຣະຜູ້ສ້າງໃນລັກສະນະທີ່ແຕກຕ່າງກັນ

ພຣະຄຳພີກ່າວວ່າ: “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າເກີດສິ່ງມີຊີວິດທີ່ເໜັງຕີງ ແລະ ມີຊີວິດຢ່າງອຸດົມສົມບູນ ແລະ ສັດມີປີກທີ່ສາມາດບິນຢູ່ເທິງແຜ່ນດິນໂລກໃນທ້ອງຟ້າແຫ່ງສະຫວັນທີ່ໂລ່ງ. ພຣະເຈົ້າໄດ້ສ້າງປາວານໃຫຍ່ ແລະ ທຸກສິ່ງທີ່ມີຊີວິດທີ່ເໜັງຕີງຢູ່ໃນນໍ້າຢ່າງອຸດົມສົມບູນຕາມແບບຂອງພວກມັນ ແລະ ສັດມີປີກທຸກໂຕຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” (ປະຖົມມະການ 1:20-21). ພຣະຄຳພີບອກພວກເຮົາຢ່າງຊັດເຈນວ່າ ໃນມື້ນີ້ ພຣະເຈົ້າໄດ້ສ້າງສັດມີຊີວິດຢູ່ໃນນໍ້າ ແລະ ນົກຢູ່ເທິງອາກາດ ເຊິ່ງໝາຍຄວາມວ່າ ພຣະອົງສ້າງປາ ແລະ ນົກຫຼາກຫຼາຍຊະນິດ ແລະ ຈັດປະເພດໃຫ້ພວກມັນໂດຍອີງຕາມແບບຂອງພວກມັນ. ໃນວິທີນີ້, ແຜ່ນດິນໂລກ, ທ້ອງຟ້າ ແລະ ນໍ້າຖືກເຮັດໃຫ້ອຸດົມສົມບູນຈາກການສ້າງຂອງພຣະເຈົ້າ…

ເມື່ອພຣະທຳຂອງພຣະເຈົ້າໄດ້ຖືກກ່າວ, ຊີວິດໃໝ່ແຕ່ລະຢ່າງພ້ອມດ້ວຍຮູບຮ່າງທີ່ແຕກຕ່າງກັນໄດ້ມີຊີວິດຂຶ້ນໃນທັນທີທ່າມກາງພຣະທຳຂອງພຣະຜູ້ສ້າງ. ພວກມັນໄດ້ເຂົ້າມາໃນໂລກ ໂດຍຍາດກັນເອົາພື້ນທີ່, ໂດດເຕັ້ນ, ຫຼິ້ນສະໜຸກສະໜານຢ່າງປິຕິຍິນດີ… ປາທຸກຊະນິດ ແລະ ທຸກຂະໜາດພາກັນລອຍຢູ່ໃນນໍ້າ; ສັດມີກາບທຸກຊະນິດໄດ້ເຕີບໃຫຍ່ຂື້ນຈາກດິນຊາຍ; ສິ່ງມີຊີວິດທີ່ມີເກັດ, ມີເປືອກ ແລະ ບໍ່ມີກະດູກສັນຫຼັງກໍພາກັນຮີບເຕີບໂຕໃນຮູບຮ່າງທີ່ແຕກຕ່າງກັນ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ຍາວ ຫຼື ສັ້ນ. ເຊັ່ນກັນ ເທົາຫຼາກຫຼາຍປະເພດກໍເລີ່ມເຕີບໂຕຢ່າງໄວວາ, ແກວ່ງໄປມາຕາມການເຄື່ອນໄຫວຂອງສັດນໍ້າຫຼາກຫຼາຍຊະນິດ, ຂຶ້ນໆລົງໆ, ຕົບຕີນໍ້າທີ່ບໍ່ເໜັງຕີງ ຄືກັບເວົ້າກັບພວກມັນວ່າ: “ດີ້ນແມະ! ນໍາໝູ່ຂອງເຈົ້າມາ! ຍ້ອນເຈົ້າຈະບໍ່ຢູ່ຄົນດຽວອີກຕໍ່ໄປ!” ຈາກຊ່ວງເວລາທີ່ສິ່ງມີຊີວິດຕ່າງໆທີ່ພຣະເຈົ້າສ້າງຂື້ນໄດ້ປາກົດຕົວໃນນໍ້າ, ຊີວິດທີ່ເກີດໃໝ່ແຕ່ລະຢ່າງກໍນຳເອົາຊີວິດຊີວາມາສູ່ນໍ້າທີ່ງຽບສະຫງົບເປັນເວລາດົນນານ ແລະ ນໍາພາໄປສູ່ຍຸກໃໝ່… ຈາກຈຸດນັ້ນເປັນຕົ້ນໄປ, ພວກມັນຢູ່ໃກ້ກັນ ແລະ ຢູ່ນໍາກັນເປັນຝູງ ແລະ ບໍ່ມີຄວາມຫ່າງລະຫວ່າງພວກເຂົາ. ນໍ້າມີຢູ່ສຳລັບສິ່ງມີຊີວິດທີ່ຢູ່ພາຍໃນນໍ້າ, ບຳລຸງລ້ຽງແຕ່ລະຊີວິດທີ່ອາໄສຢູ່ພາຍໃນຂອບເຂດຂອງນໍ້າ ແລະ ທຸກຊີວິດທີ່ມີຢູ່ແມ່ນເພື່ອນໍ້າ ນັ້ນກໍຍ້ອນການບຳລຸງລ້ຽງຂອງນໍ້າ. ແຕ່ລະຢ່າງມອບຊີວິດໃຫ້ກັນ ແລະ ກັນ ແລະ ໃນເວລາດຽວກັນນັ້ນ, ແຕ່ລະຢ່າງກໍເປັນພະຍານເຖິງຄວາມອັດສະຈັນ ແລະ ຄວາມຍິ່ງໃຫຍ່ແຫ່ງການສ້າງຂອງພຣະຜູ້ສ້າງໃນລັກສະນະດຽວກັນ ແລະ ເຖິງລິດອຳນາດທີ່ບໍ່ມີສິ່ງໃດເທົ່າທຽມໄດ້ແຫ່ງສິດອຳນາດຂອງພຣະຜູ້ສ້າງ…

ເມື່ອທະເລບໍ່ໄດ້ມິດງຽບອີກຕໍ່ໄປ, ຊີວິດກໍເລີ່ມເຕັມທ້ອງຟ້າເຊັ່ນກັນ. ນົກທັງໃຫຍ່ ແລະ ນ້ອຍໄດ້ບິນຈາກພື້ນດິນຂຶ້ນສູ່ທ້ອງຟ້າເທື່ອລະໂຕ. ຕ່າງຈາກສິ່ງມີຊີວິດໃນທະເລ, ພວກມັນມີປີກ ແລະ ຂົນທີ່ປົກຫຸ້ມຮ່າງກາຍທີ່ຈ່ອຍບາງ ແລະ ຮູບຮ່າງງາມຂອງພວກມັນ. ພວກມັນໄດ້ຕົບປີກຂອງພວກມັນ, ສະແດງໃຫ້ເຫັນຂົນປົກຄຸມທີ່ງົດງາມຂອງພວກມັນຢ່າງພາກພູມໃຈ ແລະ ຢ່າງຖືຕົວ ແລະ ໃຫ້ເຫັນເຖິງໜ້າທີ່ພິເສດ ແລະ ທັກສະຂອງພວກມັນທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ. ພວກມັນບິນຂຶ້ນຢ່າງມີອິດສະຫຼະ ແລະ ຂຶ້ນລົງລະຫວ່າງສະຫວັນ ແລະ ແຜ່ນດິນໂລກຢ່າງຊໍານານ, ບິນໄປທົ່ວທົ່ງຫຍ້າ ແລະ ປ່າໄມ້… ພວກມັນເປັນທີ່ຮັກຂອງອາກາດ, ພວກມັນເປັນທີ່ຮັກຂອງທຸກສິ່ງ. ອີກບໍ່ດົນ ພວກມັນກໍຈະກາຍເປັນຜູ້ສົ່ງຂ່າວລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ແລະ ຈະສົ່ງຂໍ້ຄວາມໄປເຖິງທຸກໆສິ່ງ…. ພວກມັນຮ້ອງ, ພວກມັນບິນຂຶ້ນລົງຢ່າງມ່ວນຊື່ນ, ພວກມັນນຳສຽງຮ້ອງໂຫ່, ສຽງຫົວ ແລະ ຄວາມມີຊິວິດຊີວາມາສູ່ໂລກແຫ່ງນີ້ທີ່ເຄີຍວ່າງເປົ່າ… ພວກມັນໃຊ້ສຽງຮ້ອງທີ່ສົດໃສ ແລະ ມ່ວນຊື່ນຂອງພວກມັນ, ໃຊ້ຄໍາເວົ້າທີ່ຢູ່ໃນຫົວໃຈຂອງພວກມັນເພື່ອສັນລະເສີນພຣະຜູ້ສ້າງສຳລັບຊີວິດທີ່ໄດ້ປະທານໃຫ້ກັບພວກມັນ. ພວກມັນເຕັ້ນໄປມາຢ່າງເບີກບານມ່ວນຊື່ນເພື່ອສະແດງເຖິງຄວາມສົມບູນແບບ ແລະ ຄວາມອັດສະຈັນແຫ່ງການສ້າງຂອງພຣະຜູ້ສ້າງ ແລະ ຈະອຸທິດຊີວິດທັງໝົດຂອງພວກມັນເພື່ອເປັນພະຍານເຖິງສິດອຳນາດຂອງພຣະຜູ້ສ້າງຜ່ານຊີວິດອັນພິເສດທີ່ພຣະອົງໄດ້ປະທານໃຫ້ແກ່ພວກມັນ…

ບໍ່ວ່າພວກມັນຈະຢູ່ໃນນໍ້າ ຫຼື ຢູ່ໃນທ້ອງຟ້າ, ດ້ວຍຄໍາສັ່ງຂອງພຣະຜູ້ສ້າງ ສິ່ງມີຊີວິດທີ່ອຸດົມສົມບູນນີ້ດໍາລົງຢູ່ໃນໂຄງຮ່າງຊີວິດທີ່ແຕກຕ່າງກັນ, ດ້ວຍຄຳສັ່ງຂອງພຣະຜູ້ສ້າງ, ພວກມັນໂຮມກັນຕາມສາຍພັນຂອງໃຜມັນ; ກົດເກນນີ້ ແລະ ກົດລະບຽບນີ້ແມ່ນບໍ່ສາມາດຖືກປ່ຽນແປງໄດ້ໂດຍສິ່ງມີຊີວິດໃດກໍຕາມ. ພວກມັນບໍ່ກ້າທີ່ຈະອອກນອກຂອບເຂດທີ່ພຣະຜູ້ສ້າງກຳນົດໄວ້ ຫຼື ພວກມັນບໍ່ສາມາດເຮັດໄດ້. ພວກມັນດຳລົງຊີວິດ ແລະ ເພີ່ມທະວີຄູນຕາມທີ່ພຣະຜູ້ສ້າງໄດ້ກຳນົດໄວ້ ແລະ ຍຶດໝັ້ນກັບວິທີທາງຂອງຊີວິດ ແລະ ກົດເກນທີ່ພຣະຜູ້ສ້າງກຳນົດຂຶ້ນຢ່າງເຄັ່ງຄັດ ແລະ ປະຕິບັດຕາມຄຳສັ່ງລຶກລັບຂອງພຣະອົງ ແລະ ຄຳສັ່ງແຫ່ງສະຫວັນ ແລະ ຄຳສັ່ງສອນທີ່ພຣະອົງມອບໃຫ້ກັບພວກມັນຢ່າງມີສະຕິຕະລອດຈົນເຖິງປັດຈຸບັນ. ພວກມັນສົນທະນາກັບພຣະຜູ້ສ້າງໃນວິທີທີ່ພິເສດຂອງພວກມັນເອງ ແລະ ມາຮູ້ຈັກຄຸນຄ່າຄວາມໝາຍຂອງພຣະຜູ້ສ້າງ ແລະ ເຊື່ອຟັງຄຳສັ່ງຂອງພຣະອົງ. ບໍ່ມີສິ່ງໃດເຄີຍຝ່າຝືນສິດອຳນາດຂອງພຣະຜູ້ສ້າງ. ພຣະອົງໃຊ້ການປົກຄອງ ແລະ ຄຳສັ່ງພາຍໃນຄວາມຄິດຂອງພຣະອົງເພື່ອປົກຄອງພວກມັນ; ບໍ່ມີພຣະທຳຂໍ້ໃດໄດ້ກ່າວອອກ, ແຕ່ສິດອຳນາດໜຶ່ງດຽວຂອງພຣະເຈົ້າໄດ້ຄວບຄຸມທຸກສິ່ງຢ່າງງຽບໆໂດຍບໍ່ມີການໃຊ້ພາສາ ເຊິ່ງແຕກຕ່າງຈາກມະນຸດຊາດ. ການໃຊ້ສິດອຳນາດຂອງພຣະອົງໃນລັກສະນະທີ່ພິເສດນີ້ ບັງຄັບໃຫ້ມະນຸດຮັບເອົາຄວາມຮູ້ໃໝ່ ແລະ ຕີຄວາມໝາຍໃໝ່ກ່ຽວກັບສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນນີ້, ເຮົາຕ້ອງບອກພວກເຈົ້າວ່າ ໃນມື້ນີ້ ການໃຊ້ສິດອຳນາດຂອງພຣະຜູ້ສ້າງໄດ້ສະແດງເຖິງຄວາມເປັນໜຶ່ງດຽວຂອງພຣະຜູ້ສ້າງອີກຄັ້ງ.

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍຂອງຂໍ້ຄວາມໃນພຣະຄຳພີນີ້: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ພວກເຈົ້າຄິດວ່າສິ່ງນີ້ໝາຍເຖິງຫຍັງ? ຄວາມຮູ້ສຶກຂອງພຣະເຈົ້າແມ່ນລວມຢູ່ໃນພຣະທຳເຫຼົ່ານີ້. ພຣະເຈົ້າເບິ່ງທຸກສິ່ງທີ່ພຣະອົງສ້າງຂຶ້ນ ແລະ ຍຶດໝັ້ນຍ້ອນພຣະທຳຂອງພຣະອົງ ແລະ ເລີ່ມປ່ຽນແປງເທື່ອລະໜ້ອຍ. ໃນເວລານີ້ ພຣະເຈົ້າພໍໃຈກັບສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນດ້ວຍພຣະທຳຂອງພຣະອົງ ແລະ ການກະທຳຕ່າງໆທີ່ພຣະອົງໄດ້ບັນລຸບໍ? ຄຳຕອບກໍຄື: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ພວກເຈົ້າເຫັນຫຍັງໃນນີ້? ປະໂຫຍກທີ່ວ່າ “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ສື່ເຖິງຫຍັງ? ມັນເປັນສັນຍາລັກໃຫ້ກັບຫຍັງ? ມັນໝາຍຄວາມວ່າພຣະເຈົ້າມີລິດອຳນາດ ແລະ ສະຕິປັນຍາທີ່ຈະສຳເລັດສິ່ງທີ່ພຣະອົງວາງແຜນ ແລະ ກໍານົດໄວ້ ເພື່ອບັນລຸເປົ້າໝາຍທີ່ພຣະອົງຕັ້ງໄວ້. ເມື່ອພຣະເຈົ້າໄດ້ເຮັດໃຫ້ໜ້າທີ່ແຕ່ລະຢ່າງສຳເລັດລົງ, ພຣະອົງຮູ້ສຶກເສຍໃຈບໍ? ຄຳຕອບກໍຍັງເປັນ: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ເວົ້າອີກຢ່າງກໍຄື ພຣະອົງບໍ່ພຽງແຕ່ບໍ່ໄດ້ຮູ້ສຶກເສຍໃຈ ແຕ່ກົງກັນຂ້າມ ພຣະອົງແມ່ນພໍໃຈ. ການທີ່ພຣະອົງບໍ່ໄດ້ຮູ້ສຶກເສຍໃຈໝາຍເຖິງຫຍັງ? ມັນໝາຍຄວາມວ່າ ແຜນການຂອງພຣະເຈົ້າສົມບູນແບບ, ລິດອຳນາດ ແລະ ສະຕິປັນຍາຂອງພຣະອົງສົມບູນແບບ ແລະ ໂດຍສິດອຳນາດຂອງພຣະອົງເທົ່ານັ້ນ ຄວາມສົມບູນແບບດັ່ງກ່າວຈຶ່ງສາມາດເຮັດໃຫ້ສຳເລັດໄດ້. ເມື່ອມະນຸດປະຕິບັດໜ້າທີ່, ເຂົາສາມາດເຫັນວ່າ ມັນເປັນສິ່ງທີ່ດີ ຄືກັບພຣະເຈົ້າໄດ້ເຫັນບໍ? ທຸກສິ່ງທີ່ມະນຸດເຮັດສາມາດສຳເລັດຢ່າງສົມບູນແບບໄດ້ບໍ? ມະນຸດສາມາດເຮັດຫຍັງໃຫ້ສຳເລັດຄັ້ງດຽວ ແລະ ຕະຫຼອດໄປບໍ? ຄືດັ່ງມະນຸດເວົ້າວ່າ: “ບໍ່ມີຫຍັງສົມບູນແບບ ມີແຕ່ດີຂຶ້ນ” ບໍ່ມີສິ່ງໃດທີ່ມະນຸດເຮັດສາມາດບັນລຸໄດ້ຢ່າງສົມບູນແບບໄດ້. ເມື່ອພຣະເຈົ້າເຫັນວ່າ ທຸກສິ່ງທີ່ພຣະອົງເຮັດ ແລະ ບັນລຸເປັນສິ່ງທີ່ດີ, ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນກໍຖືກກຳນົດໂດຍພຣະທຳຂອງພຣະອົງ ເຊິ່ງໝາຍຄວາມວ່າເມື່ອ “ພຣະເຈົ້າເຫັນວ່າ ມັນເປັນສິ່ງທີ່ດີ” ທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນກໍເລີ່ມເປັນຮູບປະທໍາຢ່າງຖາວອນ, ຖືກຈັດແບ່ງຕາມປະເພດຂອງພວກມັນ ແລະ ຖືກມອບຕໍາແໜ່ງ, ຈຸດປະສົງ ແລະ ໜ້າທີ່ຢ່າງໝັ້ນຄົງ ຄັ້ງດຽວ ແລະ ຕະລອດໄປ. ຍິ່ງໄປກວ່ານັ້ນ, ບົດບາດຂອງພວກມັນທ່າມກາງສິ່ງທັງປວງ ແລະ ການເດີນທາງທີ່ພວກມັນຕ້ອງເດີນໃນລະຫວ່າງການຄຸ້ມຄອງສິ່ງທັງປວງຂອງພຣະເຈົ້າໄດ້ຖືກກຳນົດໂດຍພຣະເຈົ້າແລ້ວ ແລະ ບໍ່ສາມາດປ່ຽນແປງໄດ້. ນີ້ແມ່ນກົດເກນແຫ່ງສະຫວັນທີ່ພຣະຜູ້ສ້າງມອບໃຫ້ກັບທຸກສິ່ງ.

“ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ຄຳເວົ້າທີ່ທຳມະດາ ແລະ ບໍ່ໃຫ້ຄຸນຄ່າຢ່າງພໍຄວນ ເຊິ່ງມັກຖືກເມີນເສີຍ ແມ່ນພຣະທຳແຫ່ງກົດເກນສະຫວັນ ແລະ ຄຳສັ່ງແຫ່ງສະຫວັນທີ່ພຣະເຈົ້າມອບໃຫ້ກັບສິ່ງມີຊີວິດທັງປວງ. ພວກມັນແມ່ນອີກໜຶ່ງຕົວຢ່າງແຫ່ງສິດອຳນາດຂອງພຣະຜູ້ສ້າງທີ່ເປັນຈິງ ແລະ ເລິກເຊິ່ງຍິ່ງຂຶ້ນ. ຜ່ານທາງພຣະທຳຂອງພຣະອົງ, ພຣະຜູ້ສ້າງບໍ່ພຽງແຕ່ສາມາດໄດ້ຮັບສິ່ງທີ່ພຣະອົງຕັ້ງໃຈທີ່ຈະຮັບເອົາ ແລະ ບັນລຸທຸກສິ່ງທີ່ພຣະເຈົ້າຕັ້ງໃຈທີ່ຈະບັນລຸ, ແຕ່ຍັງສາມາດຄວບຄຸມທຸກສິ່ງທີ່ພຣະອົງສ້າງຂຶ້ນໄວ້ໃນກໍາມືຂອງພຣະອົງ ແລະ ປົກຄອງສິ່ງທັງປວງໃຫ້ຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ທຸກສິ່ງແມ່ນເປັນລະບົບລະບຽບ ແລະ ປົກກະຕິ. ທຸກສິ່ງຍັງທະວີຄູນ, ດຳລົງຢູ່ ແລະ ຕາຍໂດຍພຣະທຳຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ໂດຍສິດອຳນາດຂອງພຣະອົງແລ້ວ ພວກມັນມີຢູ່ທ່າມກາງກົດເກນທີ່ພຣະອົງໄດ້ກຳນົດຂຶ້ນ ແລະ ບໍ່ມີສິ່ງໃດທີ່ຖືກຍົກເວັ້ນ! ກົດເກນນີ້ເລີ່ມຕົ້ນຂຶ້ນທັນທີໃດທີ່ “ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ແລະ ມັນຈະເປັນຢູ່, ​ສືບຕໍ່ ແລະ ເຮັດໜ້າທີ່ເພື່ອແຜນການຄຸ້ມຄອງຂອງພຣະເຈົ້າມາຈົນເຖິງມື້ທີ່ພຣະຜູ້ສ້າງລົບລ້າງມັນ! ສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງຖືກສຳແດງອອກບໍ່ພຽງແຕ່ໃນຄວາມສາມາດຂອງພຣະອົງໃນການສ້າງສິ່ງທັງປວງ ແລະ ບັນຊາທຸກສິ່ງໃຫ້ເກີດຂຶ້ນ, ແຕ່ໃນຄວາມສາມາດຂອງພຣະອົງໃນການປົກຄອງ ແລະ ຖືອຳນາດສູງສຸດໃນການປົກຄອງເໜືອສິ່ງທັງປວງ ແລະ ປະທານຊີວິດ ແລະ ຄວາມມີຊີວິດຊີວາໃຫ້ກັບສິ່ງຕ່າງໆອີກດ້ວຍ ແລະ ຍິ່ງໄປກວ່ານັ້ນໃນຄວາມສາມາດຂອງພຣະອົງໃນການເຮັດໃຫ້ທຸກສິ່ງທີ່ພຣະອົງສ້າງໃນແຜນການຂອງພຣະອົງປາກົດຂຶ້ນ ແລະ ເປັນຢູ່ໃນແຜ່ນດິນໂລກທີ່ພຣະອົງສ້າງຄັ້ງດຽວ ແລະ ຕະຫຼອດໄປ ໃນຮູບຮ່າງທີ່ສົມບູນແບບ ແລະ ໂຄງສ້າງຊີວິດທີ່ສົມບູນແບບ ແລະ ບົດບາດທີ່ສົມບູນແບບ. ພ້ອມນັ້ນມັນຍັງຖືກສະແດງອອກໃນລັກສະນະທີ່ວ່າ ຄວາມຄິດຂອງພຣະຜູ້ສ້າງບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໆອີກດ້ວຍ, ບໍ່ຖືກຈຳກັດໂດຍເວລາ, ອາວະກາດ ຫຼື ພູມສາດ. ຄືກັບສິດອຳນາດຂອງພຣະອົງ, ຕົວຕົນໜຶ່ງດຽວຂອງພຣະຜູ້ສ້າງຈະຄົງຢູ່ບໍ່ປ່ຽນແປງຊົ່ວນິດນິລັນ. ສິດອຳນາດຂອງພຣະອົງຈະເປັນຕົວແທນ ແລະ ເປັນສັນຍາລັກໃຫ້ກັບຕົວຕົນໜຶ່ງດຽວຂອງພຣະອົງຢູ່ສະເໝີ ແລະ ສິດອຳນາດຂອງພຣະອົງຈະເປັນຢູ່ຕະລອດໄປຄຽງຂ້າງກັບຕົວຕົນຂອງພຣະອົງ!

ໃນມື້ທີຫົກ, ພຣະຜູ້ສ້າງກ່າວ ແລະ ສິ່ງທີ່ມີຊີວິດແຕ່ລະຊະນິດທີ່ຢູ່ໃນຄວາມຄິດຂອງພຣະອົງກໍປາກົດຂຶ້ນຕາມໆກັນ

ເທື່ອລະເລັກເທື່ອລະໜ້ອຍ, ພາລະກິດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງໄດ້ສືບຕໍ່ເປັນເວລາຫ້າມື້, ທັນທີຫຼັງຈາກທີ່ ພຣະຜູ້ສ້າງໄດ້ຕ້ອນຮັບມື້ທີຫົກຂອງການທີ່ພຣະອົງສ້າງສິ່ງທັງປວງ. ມື້ນີ້ແມ່ນການເລີ່ມຕົ້ນໃໝ່ອີກມື້ ແລະ ເປັນມື້ທີ່ພິເສດອີກມື້. ແລ້ວແມ່ນຫຍັງຄືແຜນການຂອງພຣະຜູ້ສ້າງກ່ອນມື້ໃໝ່ນີ້? ແມ່ນຫຍັງຄືສິ່ງໃໝ່ທີ່ພຣະອົງຈະກໍ່ໃຫ້ເກີດ, ທີ່ພຣະອົງຈະສ້າງຂຶ້ນ? ຈົ່ງຟັງ ນີ້ແມ່ນສຽງຂອງພຣະຜູ້ສ້າງ…

“ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດສິ່ງທີ່ມີຊີວິດຕາມແບບຂອງມັນ, ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວມັນກໍເປັນດັ່ງນັ້ນ. ພຣະເຈົ້າໄດ້ສ້າງສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລະ ງົວຄວາຍຕາມແບບຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” (ປະຖົມມະການ 1:24-25). ແມ່ນຫຍັງຄືສິ່ງມີຊີວິດທີ່ຖືກລະບຸໄວ້ໃນພຣະທຳຂໍ້ນີ້? ຂໍ້ພຣະຄຳກ່າວວ່າ ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ. ໝາຍຄວາມວ່າ ໃນມື້ນີ້ ບໍ່ມີພຽງແຕ່ສິ່ງມີຊີວິດທຸກຊະນິດເທິງແຜ່ນດິນໂລກເທົ່ານັ້ນ, ແຕ່ພວກມັນລ້ວນແລ້ວແຕ່ຖືກຈັດອອກຕາມປະເພດ ແລະ ເຊັ່ນດຽວກັນ “ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ.”

ຄືກັບຫ້າມື້ທີ່ຜ່ານມາ ພຣະຜູ້ສ້າງກ່າວດ້ວຍນໍ້າສຽງແບບດຽວກັນ ແລະ ສັ່ງໃຫ້ເກີດມີສິ່ງມີຊີວິດທີ່ພຣະອົງປາຖະໜາ ແລະ ພວກມັນກໍປາກົດຂຶ້ນເທິງແຜ່ນດິນໂລກຕາມປະເພດຂອງພວກມັນ. ເມື່ອພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງ, ບໍ່ມີພຣະທຳຂໍ້ໃດເລີຍທີ່ຖືກກ່າວຢ່າງສູນເປົ່າ ແລະ ດ້ວຍເຫດນັ້ນ ໃນມື້ທີຫົກ ສິ່ງມີຊີວິດແຕ່ລະຢ່າງທີ່ພຣະອົງເຈດຕະນາທີ່ຈະສ້າງກໍໄດ້ປາກົດຂຶ້ນຕາມເວລາທີ່ກຳນົດໄວ້. ເມື່ອພຣະຜູ້ສ້າງກ່າວວ່າ: “ໃຫ້ແຜ່ນດິນໂລກເກີດສິ່ງທີ່ມີຊິວິດຕາມແບບຂອງມັນ”, ແຜ່ນດິນໂລກກໍເຕັມໄປດ້ວຍຊີວິດອີກຄັ້ງ ແລະ ທັນທີທັນໃດ ເທິງແຜ່ນດິນກໍເກີດມີລົມຫາຍໃຈຂອງສິ່ງມີຊີວິດທຸກຊະນິດ… ໃນຖິ່ນແຫ້ງແລ້ງທີ່ມີຫຍ້າສີຂຽວ, ງົວທີ່ອ້ວນພີຟາດຫາງຂອງພວກມັນໄປມາ, ປາກົດຂຶ້ນເທື່ອລະໂຕ,​ ແກະທີ່ກຳລັງຮ້ອງກໍໂຮມກັນເປັນຝູງ ແລະ ມ້າທີ່ກຳລັງຮ້ອງກໍເລີ່ມແລ່ນໄປມາ… ທັນທີໃດ ທົ່ງຫຍ້າອັນກວ້ງໃຫຍ່ໄພສານທີ່ມິດງຽບກໍເຕັມໄປດ້ວຍຊີວິດ… ການປາກົດຂຶ້ນຂອງສັດທີ່ຫຼາກຫຼາຍເຫຼົ່ານີ້ເປັນພາບສວຍງາມເທິງທົ່ງຫຍ້າທີ່ງຽບສະຫງົບ ແລະ ເກີດມີຊີວິດຊີວາຢ່າງຫຼວງຫຼາຍ… ພວກມັນຈະເປັນເພື່ອນຂອງທົ່ງຫຍ້າ ແລະ ເຈົ້ານາຍຂອງທົ່ງຫຍ້າ, ແຕ່ລະໂຕຈະເພິ່ງພາກັນ ແລະ ກັນ; ສະນັ້ນ ພວກມັນກໍຈະກາຍເປັນຜູ້ປົກປັກ ແລະ ຜູ້ຮັກສາແຜ່ນດິນເຫຼົ່ານີ້ ເຊິ່ງຈະກາຍເປັນພູມລຳເນົາອັນຖາວອນຂອງພວກມັນ ແລະ ຈະສະໜອງທຸກສິ່ງທີ່ພວກມັນຕ້ອງການ, ເປັນແຫຼ່ງກຳເນີດຂອງການບໍາລຸງລ້ຽງຊົ່ວນິດນິລັນໃຫ້ກັບການເປັນຢູ່ຂອງພວກມັນ…

ໃນມື້ດຽວກັນກັບສັດຫຼາກຫຼາຍຊະນິດເຫຼົ່ານີ້ເກີດຂຶ້ນ, ໂດຍພຣະທຳຂອງພຣະຜູ້ສ້າງ, ແມງໄມ້ຈຳນວນຫຼວງຫຼາຍກໍປາກົດຂຶ້ນຕາມໆກັນມາ. ເຖິງແມ່ນວ່າ ພວກມັນເປັນສິ່ງມີຊີວິດເລັກນ້ອຍທີ່ສຸດທ່າມກາງສິ່ງມີຊີວິດທັງປວງ, ພະລັງຊີວິດຂອງພວກມັນກໍຍັງເປັນການສ້າງທີ່ອັດສະຈັນຂອງພຣະຜູ້ສ້າງ ແລະ ພວກມັນບໍ່ໄດ້ມາຊ້າເກີນໄປ… ແມງໄມ້ບາງໂຕຕີປີກນ້ອຍໆຂອງມັນ ໃນຂະນະທີ່ໂຕອື່ນຄານຢ່າງຊ້າໆ; ບາງໂຕກໍໂດດ ແລະ ເຕັ້ນ, ບາງໂຕກໍຍ່າງໂຊເຊ; ບາງໂຕໂດດແລ່ນຢ່າງໄວໄປຂ້າງໜ້າ, ໃນຂະນະທີ່ໂຕອື່ນຖອຍຫຼັງຢ່າງຊ້າໆ; ບາງໂຕໄຕ່ໄປທາງຂ້າງ, ບາງໂຕກະໂດດຂຶ້ນລົງ… ທຸກໂຕຫຍຸ້ງກັບການຄົ້ນຫາເຮືອນຮັງສຳລັບພວກມັນເອງ: ບາງໂຕຊອກຫາໃນຫຍ້າ, ບາງໂຕຄວັດຮູໃນດິນ, ບາງໂຕບິນຂຶ້ນເທິງຕົ້ນໄມ້, ລີ້ຢູ່ໃນປ່າໄມ້… ເຖິງແມ່ນຈະເປັນໂຕນ້ອຍໆ, ພວກມັນກໍບໍ່ພໍໃຈທີ່ຈະອົດທົນຕໍ່ຄວາມທໍລະມານຈາກການບໍ່ມີຫຍັງຕົກທ້ອງ ແລະ ຫຼັງຈາກທີ່ພົບຮັງຂອງພວກມັນເອງແລ້ວ, ພວກເຮົາກໍຟ້າວຊອກຫາອາຫານເພື່ອລ້ຽງຕົວພວກມັນເອງ. ບາງໂຕປີນຂຶ້ນຕົ້ນຫຍ້າເພື່ອກິນໃບຫຍ້າອ່ອນ, ບາງໂຕຄວ້າຂີ້ຕົມໄດ້ເຕັມປາກ ແລະ ກືນລົງທ້ອງຂອງພວກມັນ, ກິນດ້ວຍຄວາມມ່ວນຊື່ນຢ່າງສົມໃຈ ແລະ ດ້ວຍຄວາມເບີກບານໃຈ (ສຳລັບພວກມັນແລ້ວ, ແມ່ນແຕ່ຂີ້ຕົມກໍເປັນອາຫານທີ່ແຊບ); ບາງໂຕລີ້ຢູ່ໃນປ່າໄມ້, ແຕ່ພວກມັນບໍ່ໄດ້ຢຸດພັກຜ່ອນ ຍ້ອນຢາງໄມ້ພາຍໃນໃບໄມ້ສີຂຽວໄດ້ໃຫ້ອາຫານທີ່ຫວານນົວຫຼາຍ… ຫຼັງຈາກທີ່ພວກມັນກິນຈົນອີ່ມ, ແມງໄມ້ກໍບໍ່ໄດ້ຢຸດກິດຈະກຳຂອງພວກມັນ; ເຖິງແມ່ນຈະມີຮູບຮ່າງນ້ອຍ, ພວກມັນກໍມີພະລັງຢ່າງຫຼວງຫຼາຍ ແລະ ຄວາມອຸດົມສົມບູນຢ່າງບໍ່ມີຈຳກັດ ແລະ ດ້ວຍເຫດນັ້ນ ຈາກສິ່ງມີຊີວິດທັງໝົດ, ພວກມັນກະຕືລືລົ້ນທີ່ສຸດ ແລະ ດຸໝັ່ນທີ່ສຸດ. ພວກມັນບໍ່ເຄີຍຂີ້ຄ້ານຈັກເທື່ອ ແລະ ບໍ່ເຄີຍພັກຜ່ອນ. ເມື່ອອີ່ມທ້ອງຂອງພວກມັນແລ້ວ, ພວກມັນກໍຍັງເຮັດວຽກໜັກເພື່ອເຫັນແກ່ອະນາຄົດຂອງພວກມັນ, ຫຍຸ້ງກັບຕົວພວກມັນເອງ ແລະ ຟ້າວເຮັດຫຼາຍສິ່ງເພື່ອມື້ຕໍ່ໄປຂອງພວກມັນ, ເພື່ອການເອົາຕົວລອດຂອງພວກມັນ… ພວກມັນຮ້ອງເປັນສຽງຫຼາກຫຼາຍທຳນອງ ແລະ ຫຼາຍຈັງຫວະເປັນສຽງວື່ໆເພື່ອໃຫ້ກຳລັງໃຈ ແລະ ສົ່ງເສີມໃຫ້ພວກມັນຢູ່ຕໍ່. ພວກມັນຍັງເພີ່ມຄວາມເບີກບານໃຫ້ກັບຫຍ້າ, ຕົ້ນໄມ້ ແລະ ດິນທຸກນິ້ວ, ເຮັດໃຫ້ແຕ່ລະມື້ ແລະ ແຕ່ລະປີມີເອກະລັກ… ດ້ວຍພາສາຂອງພວກມັນເອງ ແລະ ວິທີທາງຂອງພວກມັນເອງ, ພວກມັນສົ່ງຕໍ່ຂໍ້ມູນໃຫ້ກັບສິ່ງມີຊິວິດຕ່າງໆເທິງແຜ່ນດິນໂລກ. ໂດຍໃຊ້ວິທີທາງຊີວິດທີ່ພິເສດຂອງພວກມັນເອງ, ພວກມັນໝາຍທຸກສິ່ງທີ່ພວກມັນປະຖິ້ມຮອຍຮ່ອງໄວ້… ພວກມັນມີຄວາມສຳພັນທີ່ໃກ້ຊິດກັບດິນ, ຫຍ້າ ແລະ ປ່າໄມ້ ແລະ ພວກມັນນໍາຄວາມສົມບູນ ແລະ ຄວາມມີຊີວິດຊີວາມາສູ່ດິນ, ຫຍ້າ ແລະ ປ່າໄມ້. ພວກມັນນໍາຄຳຕັກເຕືອນ ແລະ ຄຳທັກທາຍຂອງພຣະຜູ້ສ້າງມາສູ່ສິ່ງມີຊີວິດທຸກຊະນິດ…

ພຣະຜູ້ສ້າງໄດ້ກວາດສາຍຕາເບິ່ງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ ແລະ ໃນຊ່ວງເວລານີ້ ສາຍຕາຂອງພຣະອົງກໍໄດ້ຢຸດທີ່ປ່າໄມ້ ແລະ ພູເຂົາດ້ວຍຄວາມຄິດຂອງພຣະອົງແປຜັນ. ເມື່ອພຣະທຳຂອງພຣະອົງຖືກກ່າວອອກມາ, ໃນປ່າໄມ້ທີ່ໜາແໜ້ນ ແລະ ເທີງພູເຂົາກໍເກີດມີສິ່ງມີຊີວິດຊະນິດໜຶ່ງທີ່ບໍ່ຄືກັບສິ່ງມີຊີວິດໃດໆທີ່ເກີດຂຶ້ນກ່ອນໜ້ານີ້, ພວກມັນເປັນສັດປ່າທີ່ກ່າວຂຶ້ນໂດຍປາກຂອງພຣະເຈົ້າ. ລໍຖ້າມາເປັນເວລາດົນນານ, ພວກມັນແກວ່ງຫົວຂອງພວກມັນ ແລະ ຟາດຫາງຂອງພວກມັນ, ແຕ່ລະໂຕກໍມີໃບໜ້າທີ່ເປັນເອກະລັກຂອງພວກມັນເອງ. ບາງໂຕມີເນື້ອໜັງທີ່ມີຂົນ, ບາງໂຕມີອອງ, ບາງໂຕມີແຂ້ວຈົກ, ບາງໂຕປາກກວ້າງ, ບາງໂຕຄໍຍາວ, ບາງໂຕຫາງສັ້ນ, ບາງໂຕຕາໃຫຍ່, ບາງໂຕມີສາຍຕາເປັນຕາຢ້ານ, ບາງໂຕກົ່ງໂຕເພື່ອກິນຫຍ້າ, ບາງໂຕມີເລືອດໃນບໍລິເວນປາກຂອງມັນ, ບາງໂຕໂດດເຕັ້ນດ້ວຍສອງຂາ, ບາງໂຕຢ່ອງໄປມາດ້ວຍກີບຕີນສີ່ຕີນ, ບາງໂຕຈ້ອງເບິ່ງຢູ່ເທິງຍອດຕົ້ນໄມ້, ບາງໂຕນອນລໍຖ້າຢູ່ໃນປ່າໄມ້, ບາງໂຕຊອກຫາຖໍ້າເພື່ອພັກຜ່ອນ, ບາງໂຕແລ່ນໄປມາຫຼິ້ນສະໜຸກສະໜານເທິງທົ່ງພຽງ, ບາງໂຕອອກຫາເຫຍື່ອໃນປ່າໄມ້… ບາງໂຕແຜດສຽງ, ບາງໂຕຫອນ, ບາງໂຕເຫົ່າ…; ບາງໂຕມີສຽງສູງ, ບາງໂຕມີສຽງທຸ້ມ, ບາງໂຕມີສຽງເຕັມຮູຄໍ, ບາງໂຕມີສຽງແຈ່ມແຈ້ງ ແລະ ເປັນຕາຟັງ…; ບາງໂຕເປັນຕາຢ້ານ, ບາງໂຕເປັນຕາຮັກ, ບາງໂຕເປັນຕາຂີ້ດຽດ, ບາງໂຕເປັນຕາຮັກຫຼາຍ, ບາງໂຕເປັນຕາຢ້ານຫຼາຍ, ບາງໂຕໄຮ້ດຽງສາຢ່າງມີສະເໜ່… ພວກມັນທຸກໂຕເກີດມາເທື່ອລະໂຕ. ສັງເກດເບິ່ງພວກມັນສູງ ແລະ ໃຫຍ່ສໍ່າໃດ, ມີວິນຍານທີ່ເປັນອິດສະຫຼະ, ຢູ່ຊື່ໆບໍ່ສົນໃຈກັນ, ບໍ່ສົນໃຈທີ່ຈະເສຍເວລາຫຼຽວເບິ່ງກັນ… ແຕ່ລະໂຕມີຊີວິດພິເສດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ແລະ ມີຄວາມດຸຮ້າຍ ແລະ ຄວາມປ່າເຖື່ອນ, ພວກມັນປາກົດໃນປ່າໄມ້ ແລະ ເທິງພູເຂົາ. ໂອ້ອວດທີ່ສຸດ, ຖະນົງຕົວທີ່ສຸດ ແລ້ວແມ່ນໃຜທີ່ສ້າງພວກມັນໃຫ້ເປັນເຈົ້ານາຍທີ່ແທ້ຈິງຂອງພູເຂົາ ແລະ ປ່າໄມ້? ຕັ້ງແຕ່ຊ່ວງເວລາທີ່ການປາກົດຕົວຂອງພວກມັນຖືກກຳນົດໂດຍພຣະຜູ້ສ້າງ, ພວກມັນ “ອ້າງສິດ” ໃນປ່າໄມ້ ແລະ ໃນພູເຂົາ, ຍ້ອນພຣະຜູ້ສ້າງໄດ້ກຳນົດເຂດແດນຂອງພວກມັນ ແລະ ກຳນົດຂອບເຂດຂອງການເປັນຢູ່ຂອງພວກມັນ. ມີພຽງແຕ່ພວກມັນເທົ່ານັ້ນທີ່ເປັນເຈົ້າຖິ່ນທີ່ແທ້ຈິງຂອງພູເຂົາ ແລະ ປ່າໄມ້ ແລະ ນັ້ນຈຶ່ງເປັນເຫດຜົນທີ່ວ່າ ເປັນຫຍັງພວກມັນຈຶ່ງດຸຮ້າຍ ແລະ ສະແດງຄວາມໂອ້ອວດຢ່າງຍິ່ງ. ພວກມັນຖືກເອີ້ນວ່າ “ສັດປ່າ” ກໍຍ້ອນວ່າ ຈາກສິ່ງມີຊີວິດທັງໝົດ, ພວກມັນເປັນສັດທີ່ດຸຮ້າຍ, ປ່າເຖື່ອນ ແລະ ຄວບຄຸມບໍ່ໄດ້. ພວກມັນບໍ່ສາມາດຖືກຄວບຄຸມ, ສະນັ້ນ ພວກມັນບໍ່ສາມາດຖືກລ້ຽງ ແລະ ບໍ່ສາມາດດຳລົງຊີວິດຢູ່ຮ່ວມກັບມະນຸດຊາດ ຫຼື ເຮັດວຽກແທນມະນຸດຊາດໄດ້. ຍ້ອນວ່າ ພວກມັນບໍ່ສາມາດຖືກລ້ຽງ, ບໍ່ສາມາດເຮັດວຽກໃຫ້ກັບມະນຸດຊາດ, ພວກມັນຈຶ່ງອາໄສຢູ່ຫ່າງຈາກມະນຸດຊາດ ແລະ ມະນຸດກໍບໍ່ສາມາດເຂົ້າຫາພວກມັນໄດ້. ໃນທາງກັບກັນ ຍ້ອນພວກມັນອາໄສຢູ່ຫ່າງໄກຈາກມະນຸດຊາດ ແລະ ມະນຸດບໍ່ສາມາດເຂົ້າຫາພວກມັນໄດ້, ພວກມັນຈຶ່ງສາມາດປະຕິບັດຄວາມຮັບຜິດຊອບທີ່ພຣະຜູ້ສ້າງມອບໝາຍໃຫ້ກັບພວກມັນ ນັ້ນກໍຄື ເຝົ້າຮັກສາພູເຂົາ ແລະ ປ່າໄມ້. ຄວາມດຸຮ້າຍຂອງພວກມັນປົກປ້ອງພູເຂົາ ແລະ ເຝົ້າຮັກສາປ່າໄມ້ ແລະ ເປັນການປົກປ້ອງ ແລະ ການຮັບປະກັນທີ່ດີສຸດຂອງການເປັນຢູ່ ແລະ ການແຜ່ພັນຂອງພວກມັນ. ໃນເວລາດຽວກັນ, ຄວາມດຸຮ້າຍຂອງພວກມັນຮັກສາ ແລະ ຮັບປະກັນຄວາມສົມດຸນທ່າມກາງສິ່ງທັງປວງ. ການມາເຖິງຂອງພວກມັນໄດ້ນໍາການລ້ຽງດູ ແລະ ການຄໍ້າຈຸນໃຫ້ກັບພູເຂົາ ແລະ ປ່າໄມ້; ການມາເຖິງຂອງພວກມັນໄດ້ຕື່ມຄວາມອຸດົມສົມບູນຢ່າງມະຫາສານ ແລະ ຄວາມມີຊີວິດຊີວາໃຫ້ກັບພູເຂົາ ແລະ ປ່າໄມ້ທີ່ສະຫງົບ ແລະ ວ່າງເປົ່າ. ຈາກຈຸດນີ້ເປັນຕົ້ນໄປ, ພູເຂົາ ແລະ ປ່າໄມ້ກາຍມາເປັນພູມລຳເນົາຖາວອນຂອງພວກມັນ ແລະ ພວກມັນຈະບໍ່ສູນເສຍບ່ອນຢູ່ອາໄສຂອງພວກມັນຈັກເທື່ອ, ຍ້ອນພວກເຂົາທີ່ພູເຂົາ ແລະ ປ່າໄມ່ຈຶ່ງປາກົດຂຶ້ນ ແລະ ມີຢູ່; ສັດປ່າຈະປະຕິບັດໜ້າທີ່ຂອງພວກມັນ ແລະ ເຮັດທຸກສິ່ງທີ່ພວກມັນສາມາດເຮັດໄດ້ເພື່ອເຝົ້າປົກປັກຮັກສາພູເຂົາ ແລະ ປ່າໄມ້. ສະນັ້ນ ສັດປ່າຈະປະຕິບັດຕາມການຕັກເຕືອນຂອງພຣະຜູ້ສ້າງຢ່າງເຄັ່ງຄັດເພື່ອຮັກສາອານາເຂດຂອງພວກມັນ ແລະ ສືບຕໍ່ໃຊ້ທຳມະຊາດສັດຮ້າຍຂອງພວກມັນເພື່ອຮັກສາຄວາມສົມດຸນຂອງສິ່ງຕ່າງໆທີ່ພຣະຜູ້ສ້າງກຳນົດຂຶ້ນ ແລະ ສະແດງເຖິງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງ!

ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ

ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ ລວມເຖິງງົວຄວາຍ, ແມງໄມ້ ແລະ ສັດປ່າທີ່ຖືກສ້າງໃນມື້ທີຫົກ, ໃນສາຍຕາຂອງພຣະເຈົ້າ ທຸກສິ່ງເປັນທີ່ພໍໃຈພຣະອົງ ແລະ ຍິ່ງໄປກວ່ານັ້ນ ໃນສາຍຕາຂອງພຣະເຈົ້າ, ອີງຕາມແຜນການຂອງພຣະອົງແລ້ວ ສິ່ງເຫຼົ່ານີ້ໄດ້ບັນລຸຈຸດສຸດຍອດຂອງຄວາມສົມບູນທັງໝົດ ແລະ ໄດ້ໄປເຖິງມາດຕະຖານທີ່ພຣະເຈົ້າປາຖະໜາທີ່ຈະບັນລຸ. ພຣະຜູ້ສ້າງປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດຕາມແຜນການຂອງພຣະອົງເທື່ອລະບາດກ້າວ. ສິ່ງຕ່າງໆທີ່ພຣະອົງເຈດຕະນາຈະສ້າງກໍປາກົດຂຶ້ນຕາມໆກັນມາ ແລະ ການປາກົດຂອງແຕ່ລະຢ່າງແມ່ນສະທ້ອນເຖິງສິດອຳນາດຂອງພຣະຜູ້ສ້າງ ແລະ ເປັນແກ້ວຜະລຶກແຫ່ງສິດອຳນາດຂອງພຣະອົງ ແລະ ຍ້ອນແກ້ວຜະລຶກເຫຼົ່ານີ້, ສິ່ງມີຊີວິດທັງປວງຈຶ່ງບໍ່ສາມາດເຮັດຫຍັງ ນອກຈາກຂອບໃຈຄວາມເມດຕາຂອງພຣະຜູ້ສ້າງ ແລະ ການຈັດຕຽມຂອງພຣະຜູ້ສ້າງ. ດັ່ງທີ່ການກະທຳຢ່າງອັດສະຈັນຂອງພຣະເຈົ້າໄດ້ສະແດງຕົວພວກມັນເອງ, ໂລກໃບນີ້ກໍເຕັມໄປດ້ວຍທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເທື່ອລະຢ່າງ ແລະ ມັນໄດ້ປ່ຽນແປງຈາກຄວາມວຸ້ນວາຍ ແລະ ຄວາມມືດໃຫ້ກາຍເປັນຄວາມຊັດເຈນ ແລະ ຄວາມສະຫວ່າງ, ຈາກຄວາມມິດງຽບແຫ່ງຄວາມຕາຍກໍກາຍເປັນຄວາມມີຊີວິດຊີວາ ແລະ ພະລັງທີ່ບໍ່ມີຂອບເຂດ. ທ່າມກາງທຸກສິ່ງໃນການສ້າງ, ຕັ້ງແຕ່ສິ່ງທີ່ໃຫຍ່ຈົນເຖິງສິ່ງເລັກນ້ອຍ, ຈາກສິ່ງເລັກນ້ອຍຈົນເຖິງສິ່ງເລັກນ້ອຍທີ່ສຸດ, ບໍ່ມີຫຍັງທີ່ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ສ້າງຂຶ້ນ ແລະ ພວກມັນມີຄວາມຈຳເປັນ ແລະ ຄຸນຄ່າໜຶ່ງດຽວ ແລະ ຕາມທຳມະຊາດຕໍ່ການເປັນຢູ່ຂອງສິ່ງມີຊີວິດແຕ່ລະຢ່າງ.​ ບໍ່ວ່າຈະເປັນຄວາມແຕກຕ່າງໃນຮູບຮ່າງ ແລະ ໂຄງສ້າງຂອງພວກມັນ, ພວກມັນຕ້ອງຖືກສ້າງໂດຍພຣະຜູ້ສ້າງເພື່ອໃຫ້ຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ບາງເທື່ອ ຜູ້ຄົນເຫັນແມງໄມ້ທີ່ຂີ້ຮ້າຍຫຼາຍ ແລະ ພວກເຂົາຈະເວົ້າວ່າ “ແມງໄມ້ນັ້ນເປັນຕາຢ້ານຫຼາຍ, ບໍ່ມີທາງທີ່ສິ່ງຂີ້ຮ້າຍແບບນັ້ນຈະຖືກສ້າງໂດຍພຣະເຈົ້າ, ບໍ່ມີທາງທີ່ພຣະອົງຈະສ້າງບາງສິ່ງທີ່ຂີ້ຮ້າຍແບບນັ້ນ”. ຊ່າງເປັນມຸມມອງທີ່ໂງ່ຈ້າຫຼາຍ! ສິ່ງທີ່ພວກເຂົາຄວນເວົ້າກໍຄື “ເຖິງແມ່ນວ່າແມງໄມ້ຂີ້ຮ້າຍຫຼາຍ, ມັນກໍຖືກສ້າງໂດຍພຣະເຈົ້າ ແລະ ດ້ວຍເຫດນັ້ນ ມັນຕ້ອງມີຈຸດປະສົງທີ່ເປັນເອກະລັກຂອງມັນເອງ”. ໃນຄວາມຄິດຂອງພຣະເຈົ້າ, ພຣະອົງເຈດຕະນາທີ່ຈະມອບລັກສະນະທຸກຮູບແບບ ແລະ ໜ້າທີ່ ແລະ ການນໍາໃຊ້ທຸກຢ່າງໃຫ້ກັບສິ່ງມີຊີວິດຫຼາກຫຼາຍຊະນິດທີ່ພຣະອົງສ້າງຂຶ້ນ ແລະ ສະນັ້ນ ບໍ່ມີສິ່ງໃດທີ່ພຣະເຈົ້າສ້າງຂຶ້ນຖືກຕັດມາຈາກຜ້າຜືນດຽວກັນ. ຈາກສ່ວນປະກອບພາຍນອກຂອງພວກມັນຈົນເຖິງສ່ວນປະກອບພາຍໃນ, ຈາກພູມລຳເນົາຂອງພວກມັນຈົນເຖິງສະຖານທີ່ໆພວກມັນຢູ່ອາໄສ, ແຕ່ລະຢ່າງແມ່ນແຕກຕ່າງກັນ. ງົວມີລັກສະນະຂອງງົວ, ລາມີລັກສະນະຂອງລາ, ກວາງມີລັກສະນະຂອງກວາງ ແລະ ຊ້າງກໍມີລັກສະນະຂອງຊ້າງ. ເຈົ້າສາມາດເວົ້າໄດ້ບໍ່ວ່າ ລັກສະນະໃດງາມທີ່ສຸດ ແລະ ລັກສະນະໃດຂີ້ຮ້າຍທີ່ສຸດ? ເຈົ້າສາມາດເວົ້າໄດ້ບໍ່ວ່າ ລັກສະນະໃດມີປະໂຫຍດທີ່ສຸດ ແລະ ການມີຢູ່ຂອງລັກສະນະໃດທີ່ບໍ່ຈຳເປັນທີ່ສຸດ? ບາງຄົນມັກລັກສະນະຂອງຊ້າງ, ແຕ່ບໍ່ມີໃຜໃຊ້ຊ້າງເພື່ອປູກພືດໃນທົ່ງນາ; ບາງຄົນມັກລັກສະນະຂອງສິງໂຕ ແລະ ເສືອ ຍ້ອນວ່າ ລັກສະນະຂອງພວກມັນເປັນລັກສະນະທີ່ເປັນຕາປະທັບໃຈທີ່ສຸດທ່າມກາງສິ່ງທັງປວງ, ແຕ່ເຈົ້າສາມາດຮັກສາພວກມັນໃຫ້ເປັນສັດລ້ຽງໄດ້ບໍ? ສະຫຼຸບກໍຄື ເມື່ອເວົ້າເຖິງຫຼາຍໆສິ່ງຂອງການສ້າງ, ມະນຸດຄວນເຄົາລົບສິດອຳນາດຂອງພຣະຜູ້ສ້າງ ເຊິ່ງໝາຍຄວາມວ່າ ເຄົາລົບຕໍ່ລະບຽບທີ່ພຣະຜູ້ສ້າງໄດ້ກຳນົດຂຶ້ນໃຫ້ກັບທຸກສິ່ງ; ນີ້ແມ່ນທ່າທີທີ່ມີສະຕິປັນຍາທີ່ສຸດ. ມີພຽງແຕ່ທ່າທີໃນການສະແຫວງຫາ ແລະ ການເຊື່ອຟັງເຈດຕະນາເດີມຂອງພຣະຜູ້ສ້າງເທົ່ານັ້ນຈຶ່ງເປັນການຍອມຮັບ ແລະ ຄວາມແນ່ໃຈທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ. ມັນເປັນສິ່ງດີໃນສາຍຕາຂອງພຣະເຈົ້າ ແລ້ວແມ່ນຫຍັງຄືເຫດຜົນທີ່ມະນຸດຕ້ອງເຫັນວ່າຜິດ?

ສະນັ້ນ, ທຸກສິ່ງທີ່ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງແມ່ນເພື່ອຫຼິ້ນເພງປະສານສຽງໃໝ່ໃຫ້ກັບການປົກຄອງຂອງພຣະຜູ້ສ້າງ, ເພື່ອຈັດຕຽມການເລີ່ມຕົ້ນພາລະກິດແຫ່ງມື້ໃໝ່ຢ່າງສະຫຼາດຫຼັກແຫຼມ ແລະ ໃນຊ່ວງເວລານີ້ ພຣະຜູ້ສ້າງຈະຍັງເປີດໜ້າໃໝ່ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງອີກດ້ວຍ! ອີງຕາມກົດເກນທີ່ສ້າງຂຶ້ນໂດຍພຣະຜູ້ສ້າງໃນການແຕກໜໍ່ຂອງລະດູໃບໄມ້ປົ່ງ, ຄວາມເຕີບໃຫຍ່ໃນລະດູຮ້ອນ, ການເກັບກ່ຽວໃນລະດູໃບໄມ້ລົ່ນ ແລະ ການເກັບຮັກສາໄວ້ໃນລະດູໜາວ, ທຸກສິ່ງຈະສະທ້ອນເຖິງແຜນການຄຸ້ມຄອງຂອງພຣະຜູ້ສ້າງ ແລະ ພວກມັນຈະຕ້ອນຮັບມື້ໃໝ່, ການເລີ່ມຕົ້ນໃໝ່ ແລະ ວິທີທາງໃນຊີວິດໃໝ່ຂອງພວກມັນເອງ. ພວກມັນຈະດໍາລົງຢູ່ຕໍ່ໄປ ແລະ ແຜ່ພັນຕໍ່ເນື່ອງໂດຍບໍ່ສິ້ນສຸດເພື່ອຕ້ອນຮັບແຕ່ລະມື້ທີ່ຢູ່ພາຍໃຕ້ການປົກຄອງແຫ່ງສິດອຳນາດຂອງພຣະຜູ້ສ້າງ…

ບໍ່ມີສິ່ງຖືກສ້າງ ແລະ ບໍ່ຖືກສ້າງໃດສາມາດແທນຕົວຕົນຂອງພຣະຜູ້ສ້າງໄດ້

ຈາກເວລາທີ່ພຣະອົງເລີ່ມສ້າງສິ່ງທັງປວງ, ລິດອຳນາດຂອງພຣະເຈົ້າກໍເລີ່ມສະແດງອອກ ແລະ ເລີ່ມເປີດເຜີຍອອກ ຍ້ອນພຣະເຈົ້າໃຊ້ພຣະທຳເພື່ອສ້າງທຸກສິ່ງ. ບໍ່ວ່າພຣະອົງໄດ້ສ້າງພວກມັນໃນລັກສະນະໃດກໍຕາມ, ບໍ່ວ່າເປັນຫຍັງພຣະອົງຈຶ່ງສ້າງພວກມັນ, ທຸກສິ່ງກໍມີຊີວິດ ແລະ ຍຶດໝັ້ນ ແລະ ເປັນຢູ່ຍ້ອນພຣະທຳຂອງພຣະເຈົ້າ; ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນເວລາກ່ອນມະນຸດຊາດປາກົດເທິງແຜ່ນດິນໂລກ, ພຣະຜູ້ສ້າງໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງເພື່ອສ້າງທຸກສິ່ງໃຫ້ກັບມະນຸດຊາດ ແລະ ໃຊ້ວິທີການໜຶ່ງດຽວຂອງພຣະອົງເພື່ອຈັດແຈງສະພາບແວດລ້ອມແຫ່ງຊີວິດທີ່ເໝາະສົມສໍາລັບມະນຸດຊາດ. ທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອຈັດແຈງສຳລັບມະນຸດຊາດ ຜູ້ເຊິ່ງຈະຮັບເອົາລົມຫາຍໃຈຂອງພຣະອົງໃນອີກບໍ່ດົນ. ນີ້ໝາຍຄວາມວ່າ ໃນເວລາກ່ອນມະນຸດຊາດຈະຖືກສ້າງ, ສິດອຳນາດຂອງພຣະເຈົ້າຖືກສະແດງອອກໃນສິ່ງຖືກສ້າງທັງໝົດທີ່ແຕກຕ່າງຈາກມະນຸດຊາດ, ໃນສິ່ງທີ່ຍິ່ງໃຫຍ່ສໍ່າກັບສະຫວັນ, ແສງສະຫວ່າງ, ທະເລ, ແຜ່ນດິນ ແລະ ໃນສິ່ງທີ່ເລັກນ້ອຍສໍ່າກັບສັດ ແລະ ນົກ ພ້ອມທັງໃນແມງໄມ້ ແລະ ເຊື້ອຈຸລິນຊີທຸກຊະນິດ ລວມເຖິງເຊື້ອແບັກເທເຣຍຫຼາກຫຼາຍຊະນິດທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ແຕ່ລະຢ່າງຖືກມອບຊີວິດໂດຍພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງເພີ່ມທະວີຍ້ອນພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງດຳລົງຊີວິດຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ຍ້ອນພຣະທຳຂອງພຣະອົງ. ເຖິງແມ່ນວ່າ ພວກມັນບໍ່ໄດ້ຮັບລົມຫາຍໃຈຂອງພຣະຜູ້ສ້າງ, ພວກມັນກໍຍັງສະແດງອອກເຖິງຄວາມມີພະລັງແຫ່ງຊີວິດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ຜ່ານທາງຮູບຮ່າງ ແລະ ໂຄງສ້າງທີ່ແຕກຕ່າງກັນຂອງພວກມັນ; ເຖິງແມ່ນວ່າພວກມັນບໍ່ໄດ້ຮັບຄວາມສາມາດໃນການເວົ້າດັ່ງທີ່ພຣະຜູ້ສ້າງມອບໃຫ້ກັບມະນຸດຊາດ, ພວກມັນແຕ່ລະຢ່າງກໍໄດ້ຮັບວິທີແຫ່ງການສຳແດງຊີວິດຂອງພວກມັນ ທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ ແລະ ທີ່ແຕກຕ່າງຈາກພາສາຂອງມະນຸດ. ສິດອຳນາດຂອງພຣະຜູ້ສ້າງບໍ່ພຽງແຕ່ມອບພະລັງຊີວິດໃຫ້ກັບວັດຖຸທີ່ເບິ່ງຄືກັບວ່າບໍ່ເໜັງຕີງ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ, ແຕ່ພຣະອົງຍັງໄດ້ມອບສັນຊາດຕະຍານໃນການອອກລູກ ແລະ ການທະວີຄູນໃຫ້ກັບທຸກສິ່ງທີ່ມີຊີວິດ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ ແລະ ເພື່ອພວກມັນຈະສືບທອດກົດເກນ ແລະ ຫຼັກການແຫ່ງການເອົາຕົວລອດທີ່ພຣະຜູ້ສ້າງມອບໃຫ້ກັບພວກມັນຈາກຮຸ່ນສູ່ຮຸ່ນ. ລັກສະນະທີ່ພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງບໍ່ໄດ້ຍຶດຕິດຢູ່ກັບມຸມມອງມະຫາພາກ ຫຼື ຈຸລະພາກຢ່າງໜຽວແໜ້ນ ແລະ ບໍ່ໄດ້ຈຳກັດກັບຮູບຮ່າງໃດໜຶ່ງ; ພຣະອົງສາມາດບັນຊາການກິດຈະການຂອງຈັກກະວານ ແລະ ປົກຄອງເໜືອຊີວິດ ແລະ ຄວາມຕາຍຂອງທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກຳນົດທິດທາງໃຫ້ກັບທຸກສິ່ງເພື່ອພວກມັນຈະຮັບໃຊ້ພຣະອົງ; ພຣະອົງສາມາດຄຸ້ມຄອງທຸກການເຮັດວຽກຂອງພູເຂົາ, ແມ່ນໍ້າ ແລະ ທະເລສາບ ແລະ ປົກຄອງທຸກສິ່ງທີ່ຢູ່ພາຍໃນສິ່ງເຫຼົ່ານັ້ນ ແລະ ນອກເໜືອໄປກວ່ານັ້ນ ພຣະອົງສາມາດສະໜອງສິ່ງທີ່ຈຳເປັນຕໍ່ສິ່ງທັງປວງ. ນີ້ແມ່ນການສະແດງອອກຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງທ່າມກາງສິ່ງທັງປວງນອກຈາກມະນຸດຊາດ. ການສະແດງອອກດັ່ງກ່າວບໍ່ແມ່ນພຽງສຳລັບຊ່ວງເວລາຊີວິດໃດໜຶ່ງເທົ່ານັ້ນ; ມັນຈະບໍ່ເຊົາຈັກເທື່ອ ຫຼື ພັກ ແລະ ມັນບໍ່ສາມາດຖືກປ່ຽນແປງ ຫຼື ຖືກທຳລາຍໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ ຫຼື ມັນບໍ່ສາມາດຖືກເພີ່ມເຕີ່ມ ຫຼື ລົດລົງໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ, ຍ້ອນບໍ່ມີໃຜສາມາດແທນຕົວຕົນຂອງພຣະຜູ້ສ້າງ ແລະ ສະນັ້ນ ສິດອຳນາດຂອງພຣະຜູ້ສ້າງຈຶ່ງບໍ່ສາມາດຖືກແທນທີ່ໂດຍສິ່ງຖືກສ້າງໃດໆ; ມັນບໍ່ສາມາດບັນລຸໂດຍສິ່ງທີ່ບໍ່ຖືກສ້າງໃດໆ. ລອງເອົາຜູ້ສົ່ງຂ່າວ ແລະ ທູດສະຫວັນຂອງພຣະເຈົ້າເປັນຕົວຢ່າງ. ພວກມັນບໍ່ມີລິດອຳນາດຂອງພຣະເຈົ້າ ແຮງແລ້ວເລີຍທີ່ຈະມີສິດອຳນາດຂອງພຣະຜູ້ສ້າງ ແລະ ເຫດຜົນທີ່ວ່າ ເປັນຫຍັງພວກມັນບໍ່ມີລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້ານັ້ນ ກໍຍ້ອນພວກມັນບໍ່ມີທາດແທ້ຂອງພຣະຜູ້ສ້າງ. ສິ່ງທີ່ບໍ່ຖືກສ້າງ ເຊັ່ນຜູ້ສົ່ງຂ່າວ ແລະ ທຸດສະຫວັນຂອງພຣະເຈົ້າ ເຖິງແມ່ນວ່າພວກມັນສາມາດເຮັດບາງສິ່ງແທນພຣະເຈົ້າໄດ້, ພວກມັນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ເຖິງແມ່ນວ່າພວກມັນມີລິດອຳນາດບາງຢ່າງທີ່ມະນຸດບໍ່ມີ, ພວກມັນກໍບໍ່ມີສິດອຳນາດຂອງພຣະເຈົ້າເພື່ອສ້າງສິ່ງທັງປວງ, ເພື່ອບັນຊາການສິ່ງທັງປວງ ແລະ ເພື່ອປົກຄອງເໜືອສິ່ງທັງປວງ. ສະນັ້ນ ວາມເປັນໜຶ່ງດຽວຂອງພຣະເຈົ້າຈຶ່ງບໍ່ສາມາດຖືກແທນໂດຍສິ່ງທີ່ບໍ່ຖືກສ້າງໃດໜຶ່ງ ແລະ ໃນທຳນອງດຽວກັນ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າກໍບໍ່ສາມາດຖືກແທນທີ່ໂດຍສິ່ງທີ່ບໍ່ຖືກສ້າງໃດໜຶ່ງ. ໃນພຣະຄຳພີ, ເຈົ້າໄດ້ອ່ານກ່ຽວກັບຜູ້ສົ່ງຂ່າວຂອງພຣະເຈົ້າທີ່ສ້າງສິ່ງທັງປວງບໍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ສົ່ງຜູ້ສົ່ງຂ່າວ ຫຼື ທູດສະຫວັນຕົນໃດຕົນໜຶ່ງຂອງພຣະອົງໄປປະຕິບັດໜ້າທີ່ໃນການສ້າງສິ່ງທັງປວງ? ມັນເປັນເພາະວ່າ ພວກມັນບໍ່ມີສິດອຳນາດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກມັນຈຶ່ງບໍ່ມີຄວາມສາມາດທີ່ຈະໃຊ້ສິດອຳນາດຂອງພຣະເຈົ້າໄດ້. ຄືກັບສິ່ງຖືກສ້າງທັງໝົດ, ພວກມັນລ້ວນແລ້ວແຕ່ຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ແລະ ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ ແລະ ດ້ວຍເຫດນັ້ນ ໃນລັກສະນະດຽວກັນ ພຣະຜູ້ສ້າງກໍເປັນພຣະເຈົ້າຂອງພວກມັນ ແລະ ຍັງເປັນຜູ້ປົກຄອງຂອງພວກມັນ. ທ່າມກາງພວກມັນແຕ່ລະຢ່າງ ບໍ່ວ່າພວກມັນຈະສູງສົ່ງ ຫຼື ຕໍ່າຕ້ອຍ, ມີລິດອຳນາດຫຼາຍ ຫຼື ໜ້ອຍ, ກໍບໍ່ມີສິ່ງໃດທີ່ສາມາດລື່ນສິດອຳນາດຂອງພຣະຜູ້ສ້າງໄດ້ ແລະ ດ້ວຍເຫດນັ້ນ ທ່າມກາງພວກມັນແລ້ວ ບໍ່ມີສິ່ງໃດທີ່ສາມາດແທນທີ່ຕົວຕົນຂອງພຣະຜູ້ສ້າງໄດ້. ພວກມັນຈະບໍ່ຖືກເອີ້ນວ່າພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດກາຍເປັນພຣະຜູ້ສ້າງໄດ້. ສິ່ງເຫຼົ່ານີ້ແມ່ນຄວາມຈິງ ແລະ ຂໍ້ແທ້ຈິງທີ່ບໍ່ສາມາດປ່ຽນແປງໄດ້!

ຜ່ານການສົນທະນາຂ້າງເທິງ, ພວກເຮົາສາມາດຢືນຢັນສິ່ງຕໍ່ໄປນີ້ໄດ້ບໍ່: ມີພຽງແຕ່ພຣະຜູ້ສ້າງ ແລະ ພຣະຜູ້ປົກຄອງຂອງສິ່ງທັງປວງ ຜູ້ເຊິ່ງມີສິດອຳນາດໜຶ່ງດຽວ ແລະ ລິດອຳນາດໜຶ່ງດຽວ ທີ່ສາມາດເອີ້ນວ່າ ພຣະເຈົ້າໜຶ່ງດຽວໄດ້? ໃນຈຸດນີ້, ພວກເຈົ້າອາດຮູ້ສຶກວ່າ ຄຳຖາມດັ່ງກ່າວເລິກເຊິ່ງຫຼາຍເກີນໄປ. ພວກເຈົ້າບໍ່ສາມາດເຂົ້າໃຈມັນໄດ້ໃນຕອນນີ້ ແລະ ບໍ່ສາມາດຮັບຮູ້ເຖິງແກ່ນແທ້ທີ່ຢູ່ພາຍໃນ ແລະ ສະນັ້ນ ໃນຕອນນີ້ ພວກເຈົ້າຮູ້ສຶກວ່າ ມັນຍາກທີ່ຈະຕອບຄຳຖາມໄດ້. ໃນກໍລະນີນັ້ນ, ເຮົາຈະສືບຕໍ່ການສົນທະນາຂອງເຮົາ. ຕໍ່ໄປ, ເຮົາຈະອະນຸຍາດໃຫ້ພວກເຈົ້າເຫັນເຖິງການກະທຳຕົວຈິງຈາກຫຼາຍດ້ານຂອງສິດອຳນາດ ແລະ ລິດອຳນາດທີ່ພຣະເຈົ້າເທົ່ານັ້ນມີ ແລະ ສະນັ້ນ ເຮົາຈະອະນຸຍາດໃຫ້ພວກເຈົ້າເຂົ້າໃຈ, ຮູ້ເຖິງຄຸນຄ່າ ແລະ ຮູ້ຈັກຄວາມເປັນໜຶ່ງດຽວຂອງພຣະເຈົ້າ ແລະ ຄວາມໝາຍຂອງສິດອຳນາດໜຶ່ງດຽວຂອງພຣະເຈົ້າ.

2. ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ

ປະຖົມມະການ 9:11-13 ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ.

ຫຼັງຈາກທີ່ພຣະອົງສ້າງທຸກສິ່ງ, ສິດອຳນາດຂອງພຣະຜູ້ສ້າງແມ່ນຖືກຢືນຢັນ ແລະ ສະແດງອອກອີກຄັ້ງໃນພັນທະສັນຍາສາຍຮຸ້ງ

ສິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກຕະຫຼອດໄປ ແລະ ຖືກໃຊ້ທ່າມກາງສິ່ງຖືກສ້າງທັງປວງ ແລະ ພຣະອົງບໍ່ພຽງແຕ່ປົກຄອງໂຊກຊະຕາຂອງທຸກສິ່ງ, ແຕ່ພຣະອົງຍັງປົກຄອງມະນຸດຊາດອີກດ້ວຍ, ເຊິ່ງເປັນສິ່ງຖືກສ້າງພິເສດທີ່ພຣະອົງສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ເປັນສິ່ງທີ່ມີໂຄງສ້າງຊີວິດທີ່ແຕກຕ່າງ ແລະ ເປັນຢູ່ໃນຮູບຮ່າງຊີວິດທີ່ແຕກຕ່າງ. ຫຼັງຈາກສ້າງສິ່ງເຫຼົ່ານີ້ຂຶ້ນ, ພຣະຜູ້ສ້າງກໍບໍ່ໄດ້ເຊົາສະແດງສິດອຳນາດ ແລະ ລິດອຳນາດຂອງພຣະອົງ; ສຳລັບພຣະອົງແລ້ວ, ສິດອຳນາດທີ່ພຣະອົງປົກຄອງເໜືອສິ່ງຕ່າງໆ ແລະ ໂຊກຊະຕາຂອງມະນຸດຊາດທັງປວງເລີ່ມຕົ້ນຂຶ້ນຢ່າງເປັນທາງການຫຼັງຈາກທີ່ມະນຸດຊາດເກີດຈາກມືຂອງພຣະອົງແທ້ໆ. ພຣະອົງເຈດຕະນາທີ່ຈະຄຸ້ມຄອງມະນຸດຊາດ ແລະ ປົກຄອງມະນຸດຊາດ; ພຣະອົງເຈດຕະນາທີ່ຈະຊ່ວຍມະນຸດຊາດໃຫ້ພົ້ນ ແລະ ຮັບເອົາມະນຸດຊາດຢ່າງແທ້ຈິງ, ເພື່ອຮັບເອົາມະນຸດຊາດທີ່ສາມາດປົກຄອງທຸກສິ່ງໄດ້; ພຣະອົງເຈດຕະນາທີ່ຈະເຮັດໃຫ້ມະນຸດຊາດດັ່ງກ່າວດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຮູ້ຈັກ ແລະ ເຊື່ອຟັງສິດອຳນາດຂອງພຣະອົງ. ສະນັ້ນ ພຣະເຈົ້າຈຶ່ງເລີ່ມຕົ້ນສະແດງສິດອຳນາດຂອງພຣະອົງຢ່າງເປັນທາງການທ່າມກາງມະນຸດໂດຍໃຊ້ພຣະທຳຂອງພຣະອົງ. ແນ່ນອນ ສິດອຳນາດຂອງພຣະເຈົ້າຖືກສະແດງອອກຢູ່ທຸກແຫ່ງໃນລະຫວ່າງຂະບວນການນີ້; ເຮົາພຽງເລືອກເອົາຕົວຢ່າງບາງສ່ວນທີ່ຮູ້ຈັກກັນດີເທົ່ານັ້ນ ເພື່ອວ່າເຈົ້າອາດຈະເຂົ້າໃຈ ແລະ ຮູ້ຈັກເຖິງຄວາມເປັນໜຶ່ງດຽວຂອງພຣະເຈົ້າ ແລະ ສິດອຳນາດໜຶ່ງດຽວຂອງພຣະອົງ.

ມີຄວາມຄ້າຍຄືກັນລະຫວ່າງຂໍ້ຄວາມໃນປະຖົມມະການ 9:11-13 ແລະ ຂໍ້ຄວາມຂ້າງເທິງ ທີ່ກ່ຽວກັບການບັນທຶກຂອງການສ້າງແຜ່ນດິນໂລກຂອງພຣະເຈົ້າ, ແຕ່ກໍຍັງມີຄວາມແຕກຕ່າງເຊັ່ນກັນ. ແມ່ນຫຍັງຄືຄວາມຄ້າຍຄືກັນ? ຄວາມຄ້າຍຄືກັນນອນຢູ່ໃນການທີ່ພຣະເຈົ້າໃຊ້ພຣະທຳເພື່ອເຮັດສິ່ງທີ່ພຣະອົງເຈດຕະນາຈະເຮັດ ແລະ ຄວາມແຕກຕ່າງແມ່ນຂໍ້ຄວາມທີ່ຍົກຂຶ້ນມາເວົ້າໃນນີ້ແມ່ນສະແດງເຖິງການສົນທະນາຂອງພຣະເຈົ້າກັບມະນຸດ ເຊິ່ງພຣະອົງສ້າງພັນທະສັນຍາຂຶ້ນກັບມະນຸດ ແລະ ບອກມະນຸດກ່ຽວກັບສິ່ງທີ່ຖືກບັນຍັດໄວ້ໃນພັນທະສັນຍາ. ການໃຊ້ສິດອຳນາດຂອງພຣະເຈົ້າແບບນີ້ແມ່ນຖືກບັນລຸຜ່ານບົດສົນທະນາຂອງພຣະອົງກັບມະນຸດ ເຊິ່ງໝາຍຄວາມວ່າ ກ່ອນການສ້າງມະນຸດຊາດ ພຣະທຳຂອງພຣະເຈົ້າເປັນຄຳສອນ ແລະ ຄຳສັ່ງເຊິ່ງຖືກບັນຍັດໃຫ້ກັບສິ່ງຖືກສ້າງທີ່ພຣະອົງເຈດຕະນາຈະສ້າງ. ແຕ່ເທື່ອນີ້ ຜູ້ຄົນສາມາດໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະທຳຂອງພຣະອົງຈຶ່ງເປັນທັງບົດສົນທະນາກັບມະນຸດ ແລະ ຍັງເປັນການແນະນຳ ແລະ ການຕັກເຕືອນຕໍ່ມະນຸດ. ຍິ່ງໄປກວ່ານັ້ນ ພຣະທໍາຂອງພຣະເຈົ້າແມ່ນພຣະບັນຍັດທີ່ປະກອບດ້ວຍສິດອໍານາດຂອງພຣະອົງ ແລະ ຖືກມອບໃຫ້ກັບທຸກສິ່ງ.

ການກະທຳໃດຂອງພຣະເຈົ້າທີ່ຖືກບັນທຶກໃນຂໍ້ຄວາມນີ້? ຂໍ້ຄວາມນີ້ບັນທຶກພັນທະສັນຍາທີ່ພຣະເຈົ້າສ້າງຕັ້ງໄວ້ກັບມະນຸດ ຫຼັງຈາກທີ່ພຣະອົງທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມ; ນັ້ນບອກມະນຸດວ່າ ພຣະເຈົ້າຈະບໍ່ກໍ່ໃຫ້ເກີດຄວາມພິນາດດັ່ງກ່າວເທິງແຜ່ນດິນໂລກອີກ ແລະ ເພື່ອບັນລຸຄວາມຕັ້ງໃຈນີ້ ພຣະເຈົ້າໄດ້ສ້າງສັນຍາລັກ. ສັນຍາລັກນີ້ແມ່ນຫຍັງ? ໃນພຣະຄຳພີໄດ້ກ່າວໄວ້ວ່າ: “ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ”. ນີ້ແມ່ນພຣະທຳດັ່ງເດີມທີ່ພຣະຜູ້ສ້າງກ່າວຕໍ່ມະນຸດຊາດ. ໃນຂະນະທີ່ພຣະອົງກ່າວພຣະທຳເຫຼົ່ານີ້, ສາຍຮຸ້ງກໍປາກົດຂຶ້ນຕໍ່ຕາມະນຸດ ແລະ ມັນກໍຍັງຄົງຢູ່ຈົນເຖິງປັດຈຸບັນ. ທຸກຄົນໄດ້ເຫັນສາຍຮຸ້ງ ແລະ ເມື່ອເຈົ້າເຫັນມັນ, ເຈົ້າຮູ້ຈັກບໍວ່າມັນປາກົດໄດ້ແນວໃດ? ວິທະຍາສາດກໍບໍ່ສາມາດພິສູດມັນໄດ້ ຫຼື ລະບຸບ່ອນທີ່ມັນເກີດຂຶ້ນໄດ້ ຫຼື ບົ່ງບອກທີ່ຢູ່ຂອງມັນໄດ້. ນັ້ນກໍເພາະສາຍຮຸ້ງເປັນສັນຍາລັກຂອງພັນທະສັນຍາທີ່ສ້າງຂຶ້ນລະຫວ່າງພຣະຜູ້ສ້າງ ແລະ ມະນຸດ; ມັນບໍ່ຈຳເປັນຕ້ອງມີຫຼັກເກນທາງວິທະຍາສາດ, ມັນບໍ່ໄດ້ຖືກສ້າງໂດຍມະນຸດ ຫຼື ມະນຸດກໍບໍ່ສາມາດປ່ຽນແປງມັນໄດ້. ມັນເປັນຄວາມຕໍ່ເນື່ອງຂອງສິດອຳນາດຂອງພຣະຜູ້ສ້າງຫຼັງຈາກທີ່ພຣະອົງໄດ້ກ່າວພຣະທຳຂອງພຣະອົງ. ພຣະຜູ້ສ້າງໃຊ້ວິທີການພິເສດຂອງພຣະອົງເອງເພື່ອປະຕິບັດຕາມພັນທະສັນຍາຂອງພຣະອົງກັບມະນຸດ ແລະ ຄຳສັນຍາຂອງພຣະອົງ ແລະ ດ້ວຍເຫດນັ້ນ ການທີ່ພຣະອົງໃຊ້ສາຍຮຸ້ງເພື່ອເປັນສັນຍາລັກຂອງພັນທະສັນຍາທີ່ພຣະອົງໄດ້ສ້າງຂຶ້ນ ແມ່ນເປັນຄຳສັ່ງແຫ່ງສະຫວັນ ແລະ ກົດເກນທີ່ຕ້ອງຄົງຢູ່ຕະລອດໄປ ແລະ ບໍ່ປ່ຽນແປງ, ບໍ່ວ່າຈະກ່ຽວກັບພຣະຜູ້ສ້າງ ຫຼື ມະນຸດຊາດທີ່ຖືກສ້າງ. ນີ້ເວົ້າໄດ້ວ່າ ກົດເກນທີ່ບໍ່ສາມາດປ່ຽນແປງໄດ້ນີ້ ແມ່ນການສະແດງອອກທີ່ແທ້ຈິງອີກຢ່າງເຖິງສິດອຳນາດຂອງພຣະຜູ້ສ້າງ ຫຼັງຈາກການສ້າງທຸກສິ່ງ ແລະ ເວົ້າໄດ້ວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງບໍ່ມີຂໍ້ຈຳກັດ; ການທີ່ພຣະອົງໃຊ້ສາຍຮຸ້ງເພື່ອເປັນສັນຍາລັກແມ່ນຄວາມຕໍ່ເນື່ອງ ແລະ ການຂະຫຍາຍສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນການກະທຳອີກຢ່າງທີ່ພຣະເຈົ້າປະຕິບັດໂດຍໃຊ້ພຣະທຳຂອງພຣະອົງ ແລະ ເປັນສັນຍາລັກແຫ່ງພັນທະສັນຍາທີ່ພຣະເຈົ້າໄດ້ສ້າງຂຶ້ນກັບມະນຸດໂດຍໃຊ້ພຣະທຳ. ພຣະອົງບອກກັບມະນຸດເຖິງສິ່ງທີ່ພຣະອົງຕັ້ງໃຈທີ່ຈະເຮັດໃຫ້ເກີດຂຶ້ນ ແລະ ລັກສະນະທີ່ມັນຈະຖືກເຮັດໃຫ້ສຳເລັດ ແລະ ບັນລຸຜົນ. ດ້ວຍວິທີນີ້ ເລື່ອງດັ່ງກ່າວກໍຖືກເຮັດໃຫ້ສຳເລັດຕາມພຣະທຳທີ່ອອກຈາກປາກຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີລິດອຳນາດດັ່ງກ່າວ ແລະ ໃນປັດຈຸບັນ ຫຼາຍພັນປີຫຼັງຈາກທີ່ພຣະອົງກ່າວພຣະທຳເຫຼົ່ານີ້ ມະນຸດກໍຍັງສາມາດເບິ່ງສາຍຮຸ້ງທີ່ກ່າວອອກຈາກປາກຂອງພຣະເຈົ້າ. ເພາະພຣະທຳເຫຼົ່ານີ້ຖືກກ່າວໂດຍພຣະເຈົ້າ, ສິ່ງນີ້ກໍຍັງຄົງບໍ່ປ່ຽນແປງ ຫຼື ປ່ຽນໄປຈົນເຖິງປັດຈຸບັນ. ບໍ່ມີໃຜສາມາດລົບສາຍຮຸ້ງນີ້ອອກໄດ້, ບໍ່ມີໃຜສາມາດປ່ຽນແປງກົດເກນນີ້ໄດ້ ແລະ ມັນມີຢູ່ຍ້ອນພຣະທຳຂອງພຣະເຈົ້າເທົ່ານັ້ນ. ນີ້ແມ່ນສິດອຳນາດຂອງພຣະເຈົ້າຢ່າງແນ່ນອນ. “ພຣະເຈົ້າຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ຖືກເຮັດໃຫ້ສຳເລັດກໍຈະຄົງຢູ່ຕະຫຼອດໄປ”. ພຣະທຳດັ່ງກ່າວຖືກສະແດງອອກຢ່າງຊັດເຈນໃນນີ້ ແລະ ມັນເປັນສັນຍາລັກ ແລະ ລັກສະນະທີ່ຊັດເຈນຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ສັນຍາລັກ ຫຼື ລັກສະນະດັ່ງກ່າວບໍ່ໄດ້ຖືກຄອບຄອງໂດຍ ຫຼື ເຫັນໃນສິ່ງຖືກສ້າງໃດໆ ຫຼື ມັນບໍ່ສາມາດເຫັນໄດ້ໃນສິ່ງທີ່ບໍ່ຖືກສ້າງ. ມັນເປັນຂອງພຣະເຈົ້າໜຶ່ງດຽວເທົ່ານັ້ນ ແລະ ແຍກແຍະຕົວຕົນ ແລະ ທາດແທ້ທີ່ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນມີ ຈາກສິ່ງຖືກສ້າງອື່ນໆ. ໃນເວລາດຽວກັນ, ມັນເປັນສັນຍາລັກ ແລະ ລັກສະນະທີ່ນອກຈາກພຣະເຈົ້າແລ້ວ ບໍ່ມີສິ່ງຖືກສ້າງ ຫຼື ບໍ່ຖືຶກສ້າງໃດສາມາດລື່ນໄດ້.

ການທີ່ພຣະເຈົ້າສ້າງພັນທະສັນຍາຂອງພຣະອົງຂຶ້ນກັບມະນຸດແມ່ນການກະທຳທີ່ມີຄວາມສຳຄັນຫຼາຍ, ເປັນການກະທຳທີ່ພຣະອົງເຈດຕະນານໍາໃຊ້ເພື່ອສື່ສານຄວາມຈິງໃຫ້ກັບມະນຸດ ແລະ ເພື່ອບອກໃຫ້ມະນຸດຮູ້ເຖິງຄວາມປະສົງຂອງພຣະອົງ. ເພື່ອບັນລຸຄວາມຕັ້ງໃຈນີ້ ພຣະອົງໄດ້ໃຊ້ວິທີການທີ່ພິເສດ ໂດຍໃຊ້ສັນຍາລັກເພື່ອສ້າງພັນທະສັນຍາຂຶ້ນກັບມະນຸດ, ສັນຍາລັກທີ່ເປັນຄຳສັນຍາຂອງພັນທະສັນຍາທີ່ພຣະອົງໄດ້ສ້າງຂຶ້ນກັບມະນຸດ. ສະນັ້ນ ການສ້າງພັນທະສັນຍານີ້ຂຶ້ນເປັນເຫດການທີ່ຍິ່ງໃຫຍ່ບໍ? ມັນຍິ່ງໃຫຍ່ສໍ່າໃດ? ສິ່ງນີ້ແມ່ນສິ່ງພິເສດແທ້ຈິງກ່ຽວກັບພັນທະສັນຍາ ນັ້ນກໍຄື ມັນບໍ່ແມ່ນພັນທະສັນຍາທີ່ສ້າງຂຶ້ນລະຫວ່າງມະນຸດຄົນໜຶ່ງ ແລະ ອີກຄົນໜຶ່ງ ຫຼື ລະຫວ່າງກຸ່ມໜຶ່ງ ແລະ ກຸ່ມອື່ນ ຫຼື ລະຫວ່າງປະເທດໜຶ່ງ ແລະ ປະເທດອື່ນ, ແຕ່ເປັນພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດທັງໝົດ ແລະ ມັນຍັງຄົງມີຜົນຈົນເຖິງມື້ທີ່ພຣະຜູ້ສ້າງລົບລ້າງທຸກສິ່ງ. ຜູ້ປະຕິບັດພັນທະສັນຍານີ້ແມ່ນພຣະຜູ້ສ້າງ ແລະ ຜູ້ຮັກສາພັນທະສັນຍານີ້ກໍຍັງເປັນພຣະຜູ້ສ້າງ. ສະຫຼຸບກໍຄື ຄວາມບໍລິບູນຂອງພັນທະສັນຍາສາຍຮຸ້ງທີ່ຖືກສ້າງຂຶ້ນກັບມະນຸດຊາດ ແມ່ນຖືກເຮັດໃຫ້ສຳເລັດ ແລະ ບັນລຸຕາມການສົນທະນາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ ແລະ ຄົງຢູ່ມາຈົນເຖິງປັດຈຸບັນ. ສິ່ງຖືກສ້າງຕ່າງໆສາມາດເຮັດຫຍັງໄດ້ແດ່ນອກຈາກຍອມຢູ່ພາຍໃຕ້, ເຊື່ອຟັງ, ເຊື່ອ, ຮູ້ຄຸນຄ່າ, ເປັນພະຍານ ແລະ ສັນລະເສີນສິດອຳນາດຂອງພຣະຜູ້ສ້າງ? ຍ້ອນບໍ່ມີໃຜນອກຈາກພຣະຜູ້ສ້າງໜຶ່ງດຽວທີ່ມີລິດອຳນາດໃນການສ້າງພັນທະສັນຍາດັ່ງກ່າວຂຶ້ນ. ການປາກົດຂອງສາຍຮຸ້ງຄັ້ງແລ້ວຄັ້ງເລົ່າ ເປັນການປະກາດກັບມະນຸດຊາດ ແລະ ເອີ້ນໃຫ້ມະນຸດໃສ່ໃຈພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ. ໃນການປາກົດຢ່າງຕໍ່ເນື່ອງຂອງພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ, ສິ່ງທີ່ຖືກສະແດງອອກໃຫ້ກັບມະນຸດຊາດບໍ່ແມ່ນສາຍຮຸ້ງ ຫຼື ພັນທະສັນຍາ, ແຕ່ເປັນສິດອຳນາດທີ່ບໍ່ສາມາດປ່ຽນແປງໄດ້ຂອງພຣະຜູ້ສ້າງ. ການປະກົດຂອງສາຍຮຸ້ງຄັ້ງແລ້ວຄັ້ງເລົ່າ ສະແດງໃຫ້ເຫັນເຖິງການກະທຳທີ່ຍິ່ງໃຫຍ່ ແລະ ອັດສະຈັນຂອງພຣະຜູ້ສ້າງໃນບ່ອນລີ້ລັບ ແລະ ໃນຂະນະດຽວກັນກໍເປັນການສະແດງຢ່າງສໍາຄັນເຖິງສິດອຳນາດຂອງພຣະຜູ້ສ້າງ ເຊິ່ງຈະບໍ່ຫາຍໄປຈັກເທື່ອ ແລະ ບໍ່ປ່ຽນແປງຈັກເທື່ອ. ນີ້ບໍ່ແມ່ນການສະແດງເຖິງອີກດ້ານຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງບໍ?

3. ການອວຍພອນຂອງພຣະເຈົ້າ

ປະຖົມມະການ 17:4-6 ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ; ຍ້ອນເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງບັນດາປະຊາຊາດ. ເຮົາຈະເຮັດໃຫ້ເຈົ້າມີລູກຫຼານຫຼາຍຄົນ ແລະ ເຮົາຈະສ້າງປະຊາຊາດທີ່ອອກຈາກເຊື້ອສາຍຂອງເຈົ້າ ແລະ ຈະມີກະສັດອອກມາຈາກເຊື້ອສາຍຂອງເຈົ້າ.

ປະຖົມມະການ 18:18-19 ເຊື້ອສາຍຂອງອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ. ຍ້ອນເຮົາຮູ້ຈັກລາວ, ລາວຈະສັ່ງລູກໆຂອງລາວ ແລະ ຄົວເຮືອນຂອງລາວຕາມແບບລາວ ແລະ ພວກເຂົາຈະຮັກສາວິທີທາງແຫ່ງພຣະເຢໂຮວາ, ເພື່ອເຮັດສິ່ງທີ່ຍຸຕິທຳ ແລະ ການພິພາກສາ; ເພື່ອພຣະເຢໂຮວາຈະນໍາສິ່ງທີ່ພຣະອົງໄດ້ກ່າວໄວ້ກັບອັບຣາຮາມນັ້ນມາໃຫ້ລາວ.

ປະຖົມມະການ 22:16-18 ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ: ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ, ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງສຽງເຮົາ.

ໂຢບ 42:12 ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ.

ວິທີການ ແລະ ລັກສະນະທີ່ເປັນເອກະລັກຂອງພຣະຄຳຂອງພຣະຜູ້ສ້າງເປັນສັນຍາລັກໃຫ້ກັບຕົວຕົນ ແລະ ສິດອຳນາດຂອງພຣະຜູ້ສ້າງ

ຫຼາຍຄົນປາຖະໜາທີ່ຈະສະແຫວງຫາ ແລະ ຮັບເອົາການອວຍພອນຂອງພຣະເຈົ້າ, ແຕ່ບໍ່ແມ່ນໝົດທຸກຄົນສາມາດຮັບເອົາການອວຍພອນເຫຼົ່ານີ້ໄດ້ ຍ້ອນພຣະເຈົ້າມີຫຼັກການຂອງພຣະອົງເອງ ແລະ ອວຍພອນມະນຸດດ້ວຍວິທີຂອງພຣະອົງເອງ. ຄຳສັນຍາທີ່ພຣະເຈົ້າເຮັດໄວ້ໃຫ້ມະນຸດ ແລະ ປະລິມານຂອງຄວາມເມດຕາທີ່ພຣະອົງປະທານໃຫ້ກັບມະນຸດ ແມ່ນຖືກຈັດສັນໂດຍອີງຕາມຄວາມຄິດ ແລະ ການກະທຳຂອງມະນຸດ. ແລ້ວການອວຍພອນຂອງພຣະເຈົ້າຖືກສະແດງອອກແນວໃດ? ຜູ້ຄົນສາມາດເຫັນຫຍັງພາຍໃນພວກມັນ? ໃນຕອນນີ້, ໃຫ້ເຮົາປະວາງການສົນທະນາກ່ຽວກັບປະເພດຂອງຜູ້ຄົນທີ່ພຣະເຈົ້າອວຍພອນ ແລະ ຫຼັກການຂອງການອວຍພອນມະນຸດຂອງພຣະເຈົ້າໄວ້ກ່ອນ. ກົງກັນຂ້າມ, ໃຫ້ພວກເຮົາເມາບິ່ງການອວຍພອນມະນຸດຂອງພຣະເຈົ້າດ້ວຍຈຸດປະສົງໃນການຮູ້ຈັກເຖິງສິດອຳນາດຂອງພຣະເຈົ້າ ແລະ ດ້ວຍທັດສະນະຂອງການຮູ້ຈັກສິດອຳນາດຂອງພຣະເຈົ້າ.

ຂໍ້ພຣະຄຳພີສີ່ຂໍ້ຂ້າງເທິງລ້ວນແລ້ວແຕ່ແມ່ນການບັນທຶກກ່ຽວກັບການທີ່ພຣະເຈົ້າອວຍພອນມະນຸດ. ຂໍ້ພຣະຄຳພີເຫຼົ່ານັ້ນໃຫ້ຄຳອະບາຍຢ່າງລະອຽດກ່ຽວກັບຜູ້ຮັບການອວຍພອນຂອງພຣະເຈົ້າ ເຊັ່ນອັບຣາຮາມ ແລະ ໂຢບ ພ້ອມທັງເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງປະທານພອນຂອງພຣະອົງ ແລະ ແມ່ນຫຍັງທີ່ລວມຢູ່ໃນພອນເຫຼົ່ານີ້. ນໍ້າສຽງ ແລະ ລັກສະນະຂອງພຣະຄໍາຂອງພຣະເຈົ້າ ແລະ ທັດສະນະ ແລະ ລັກສະນະທີ່ພຣະອົງກ່າວ ເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ຜູ້ປະທານພອນ ແລະ ຜູ້ຮັບພອນດັ່ງກ່າວແມ່ນມີຕົວຕົນ, ສະຖານະ ແລະ ທາດແທ້ທີ່ແຕກຕ່າງກັນຢ່າງຊັດເຈນ. ນໍ້າສຽງ ແລະ ລັກສະນະຂອງພຣະຄຳເຫຼົ່ານີ້ ແລະ ລັກສະນະໃນການກ່າວພຣະຄຳເຫຼົ່ານີ້ ແມ່ນເປັນເອກະລັກຕໍ່ພຣະເຈົ້າ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ. ພຣະອົງມີສິດອຳນາດ ແລະ ຄວາມຍິ່ງໃຫຍ່ ພ້ອມທັງກຽດຕິຍົດຂອງພຣະຜູ້ສ້າງ ແລະ ຄວາມສະຫງ່າງາມທີ່ບໍ່ຍອມໃຫ້ມະນຸດຄົນໃດສົງໄສໄດ້.

ກ່ອນອື່ນ ໃຫ້ພວກເຮົາມາເບິ່ງປະຖົມມະການ 17:4-6: “ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນ ອັບຣາມ ອີກຕໍ່ໄປ ແຕ່ຊື່ຂອງເຈົ້າຈະເປັນ ອັບຣາຮາມ; ຍ້ອນເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງບັນດາປະຊາຊາດ. ເຮົາຈະເຮັດໃຫ້ເຈົ້າມີລູກຫຼານຫຼາຍຄົນ ແລະ ເຮົາຈະສ້າງປະຊາຊາດທີ່ອອກຈາກເຊື້ອສາຍຂອງເຈົ້າ ແລະ ຈະມີກະສັດອອກມາຈາກເຊື້ອສາຍຂອງເຈົ້າ”. ພຣະທຳເຫຼົ່ານີ້ແມ່ນພັນທະສັນຍາທີ່ພຣະເຈົ້າສ້າງໄວ້ກັບອັບຣາຮາມ ພ້ອມທັງການທີ່ພຣະເຈົ້າອວຍພອນອັບຣາຮາມ ນັ້ນກໍຄື ພຣະເຈົ້າຈະເຮັດໃຫ້ອັບຣາຮາມເປັນບິດາຂອງບັນດາປະຊາຊາດ, ຈະເຮັດໃຫ້ລາວມີລູກຫຼານຫຼາຍເປັນຢ່າງຍິ່ງ ແລະ ຈະສ້າງປະຊາຊາດຈາກລາວ ແລະ ສ້າງກະສັດຈາກລາວ. ເຈົ້າເຫັນເຖິງສິດອຳນາດຂອງພຣະເຈົ້າໃນພຣະທຳເຫຼົ່ານີ້ບໍ? ແລ້ວເຈົ້າເຫັນສິດອຳນາດດັ່ງກ່າວແນວໃດ? ເຈົ້າເຫັນລັກສະນະໃດຂອງສິດອຳນາດຂອງພຣະເຈົ້າ? ຈາກການອ່ານພຣະທຳເຫຼົ່ານີ້ຢ່າງໃກ້ຊິດ, ມັນບໍ່ຍາກທີ່ຈະຄົ້ນພົບວ່າ ສິດອຳນາດ ແລະ ຕົວຕົນຂອງພຣະເຈົ້າຖືກເປີດເຜີຍໃນການຈັດລຽງພຣະຄຳຂອງພຣະເຈົ້າຢ່າງຊັດເຈນ. ຕົວຢ່າງເຊັ່ນ ເມື່ອພຣະເຈົ້າກ່າວວ່າ: “ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະ… ເຮົາໄດ້ເຮັດໃຫ້ເຈົ້າ… ເຮົາຈະເຮັດໃຫ້ເຈົ້າ…”, ວະລີເຊັ່ນ: “ເຈົ້າຈະ” ແລະ “ເຮົາຈະ” ເຊິ່ງມີການຈັດລຽງຖ້ອຍຄຳທີ່ເປັນການຢືນຢັນຕົວຕົນ ແລະ ສິດອຳນາດຂອງພຣະເຈົ້າ, ໃນດ້ານໜຶ່ງ ແມ່ນການບົ່ງບອກເຖິງຄວາມຊື່ສັດຂອງພຣະຜູ້ສ້າງ; ໃນອີກດ້ານ, ສິ່ງເຫຼົ່ານັ້ນກໍເປັນພຣະທຳພິເສດທີ່ຖືກໃຊ້ໂດຍພຣະເຈົ້າ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ພ້ອມທັງເປັນສ່ວນໜຶ່ງໃນຄຳສັບຕາມສະໄໝນິຍົມ. ຖ້າບາງຄົນເວົ້າວ່າ ພວກເຂົາຫວັງໃຫ້ຄົນອື່ນມີລູກຫຼານຫຼາຍເປັນຢ່າງຍິ່ງ, ໃຫ້ບັນດາປະຊາຊາດອອກມາຈາກພວກເຂົາ ແລະ ໃຫ້ກະສັດອອກມາຈາກພວກເຂົາ, ແລ້ວນັ້ນກໍເປັນຄວາມປາຖະໜາຊະນິດໜຶ່ງໂດຍບໍ່ຕ້ອງສົງໄສ ແລະ ບໍ່ແມ່ນຄຳສັນຍາ ຫຼື ການອວຍພອນ. ດ້ວຍເຫດນັ້ນ ຜູ້ຄົນບໍ່ກ້າເວົ້າວ່າ “ເຮົາຈະເຮັດໃຫ້ເຈົ້າເປັນແບບນັ້ນ ແລະ ແບບນີ້, ເຈົ້າຈະເປັນແບບນັ້ນ ແລະ ແບບນີ້…” ຍ້ອນພວກເຂົາຮູ້ວ່າ ພວກເຂົາບໍ່ມີລິດອຳນາດດັ່ງກ່າວ; ມັນບໍ່ໄດ້ຂຶ້ນກັບພວກເຂົາ ແລະ ເຖິງແມ່ນພວກເຂົາເວົ້າສິ່ງດັ່ງກ່າວ, ຄຳເວົ້າຂອງພວກເຂົາກໍວ່າງເປົ່າ ແລະ ໄຮ້ສາລະ ເຊິ່ງເກີດຈາກຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ. ມີໃຜແດ່ທີ່ກ້າເວົ້າໃນນໍ້າສຽງທີ່ຍິ່ງໃຫຍ່ແບບນັ້ນ ຖ້າພວກເຂົາຮູ້ສຶກວ່າ ພວກເຂົາບໍ່ສາມາດເຮັດຄວາມປະສົງຂອງພວກເຂົາໃຫ້ສຳເລັດໄດ້? ທຸກຄົນປາຖະໜາດີກັບເຊື້ອສາຍຂອງພວກເຂົາ ແລະ ຫວັງວ່າ ພວກເຂົາຈະເກັ່ງ ແລະ ມີຄວາມສຸກກັບຄວາມສຳເລັດ. “ມັນຈະເປັນຄວາມໂຊກດີຢ່າງໃຫຍ່ຫຼວງຂະໜາດໃດ ຖ້າມີຄົນໜຶ່ງໃນພວກເຂົາກາຍມາເປັນຈັກກະພັດ! ຖ້າຄົນໜຶ່ງໄດ້ເປັນເຈົ້າແຂວງ ມັນກໍຈະເປັນສິ່ງທີ່ດີເຊັ່ນກັນ, ພຽງແຕ່ຂໍໃຫ້ພວກເຂົາເປັນຄົນທີ່ມີຄວາມສຳຄັນ!” ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມປາຖະໜາຂອງຜູ້ຄົນ, ແຕ່ຜູ້ຄົນພຽງແຕ່ສາມາດປາຖະໜາໃຫ້ພອນແກ່ເຊື້ອສາຍຂອງພວກເຂົາ ແລະ ບໍ່ສາມາດເຮັດໃຫ້ສຳເລັດໄດ້ ຫຼື ເຮັດໃຫ້ຄຳສັນຍາຂອງພວກເຂົາກາຍເປັນຈິງໄດ້. ໃນຫົວໃຈຂອງພວກເຂົາ, ທຸກຄົນຮູ້ຢ່າງຊັດເຈນວ່າ ພວກເຂົາບໍ່ມີລິດອຳນາດທີ່ຈະບັນລຸສິ່ງດັ່ງກ່າວ ຍ້ອນທຸກສິ່ງທີ່ກ່ຽວກັບພວກເຂົາແມ່ນຢູ່ນອກເໜືອການຄວບຄຸມຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈະມີອຳນາດເໜືອໂຊກຊະຕາຂອງຄົນອື່ນໄດ້ແນວໃດ? ເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເວົ້າພຣະທຳເຫຼົ່ານີ້ກໍຍ້ອນວ່າພຣະເຈົ້າມີສິດອຳນາດດັ່ງກ່າວ ແລະ ສາມາດເຮັດໃຫ້ສຳເລັດ ແລະ ຮັບຮູ້ຄຳສັນຍາທັງໝົດທີ່ພຣະອົງສັນຍາຕໍ່ມະນຸດ ແລະ ສາມາດເຮັດພອນທີ່ພຣະອົງປະທານໃຫ້ກັບມະນຸດນັ້ນກາຍເປັນຈິງໄດ້. ມະນຸດຖືກພຣະເຈົ້າສ້າງ ແລະ ການທີ່ພຣະເຈົ້າຈະເຮັດໃຫ້ບາງຄົນມີລູກຫຼານຫຼາຍຄົນ ກໍເປັນເລື່ອງທີ່ງ່າຍຫຼາຍ; ການທີ່ເຮັດໃຫ້ເຊື້ອສາຍຂອງບາງຄົນຈະເລີນຮຸ່ງເຮືອງກໍບໍ່ຈຳເປັນຕ້ອງມີຫຍັງຫຼາຍນອກຈາກພຣະທຳໜຶ່ງຂໍ້ຂອງພຣະອົງ. ພຣະອົງບໍ່ຈໍາເປັນຕ້ອງປະຕິບັດພາລະກິດດ້ວຍຕົວພຣະອົງເອງຈົນເຫື່ອໄຫຼໄຄຍ້ອຍເພື່ອໃຫ້ເກີດສິ່ງດັ່ງກ່າວ ຫຼື ຄິດຢ່າງໜັກ ຫຼື ຫຍຸ້ງຍາກພຣະອົງເອງກ່ຽວກັບເລື່ອງນັ້ນ; ນີ້ແມ່ນລິດອຳນາດ ແລະ ສິດອຳນາດແທ້ຈິງຂອງພຣະເຈົ້າ.

ຫຼັງຈາກທີ່ໄດ້ອ່ານ “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ” ໃນປະຖົມມະການ 18:18, ພວກເຈົ້າຮູ້ສຶກເຖິງສິດອຳນາດຂອງພຣະເຈົ້າບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມພິເສດຂອງພຣະຜູ້ສ້າງບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພຣະຜູ້ສ້າງບໍ? ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ແນ່ນອນ. ພຣະເຈົ້າບໍ່ໄດ້ກ່າວພຣະທຳດັ່າງກ່າວ ຍ້ອນ ຫຼື ເພື່ອເປັນຕົວແທນໃຫ້ກັບຄວາມໝັ້ນໃຈຂອງພຣະອົງໃນຄວາມສຳເລັດ; ກົງກັນຂ້າມ, ພຣະທຳດັ່ງກ່າວເປັນເຄື່ອງພິສູດເຖິງສິດອຳນາດແຫ່ງພຣະຄຳຂອງພຣະເຈົ້າ ແລະ ເປັນພຣະບັນຍັດທີ່ເຮັດໃຫ້ພຣະທຳຂອງພຣະເຈົ້າສຳເລັດ. ມີສອງຂໍ້ທີ່ພວກເຈົ້າຄວນໃສ່ໃຈໃນນີ້. ເມື່ອພຣະເຈົ້າກ່າວວ່າ: “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ”, ມີອົງປະກອບຂອງຄວາມບໍ່ແຈ່ມແຈ້ງໃນພຣະທຳເຫຼົ່ານີ້ບໍ? ມີອົງປະກອບຂອງຄວາມກັງວົນໃຈບໍ? ມີອົງປະກອບຂອງຄວາມຢ້ານກົວບໍ? ຍ້ອນຄຳວ່າ “ຈະແນ່ນອນ” ແລະ “ຈະກາຍເປັນ” ໃນຖ້ອຍຄຳຂອງພຣະເຈົ້າ, ອົງປະກອບເຫຼົ່ານີ້ ເຊິ່ງພິເສດສຳລັບມະນຸດ ແລະ ມັກສະແດງອອກໃຫ້ເຫັນໃນເຂົາ ແມ່ນບໍ່ເຄີຍກ່ຽວຂ້ອງກັບພຣະຜູ້ສ້າງຈັກເທື່ອ. ບໍ່ມີໃຜກ້າໃຊ້ຄຳເວົ້າດັ່ງກ່າວ ເມື່ອອວຍພອນໃຫ້ກັບຄົນອື່ນ, ບໍ່ມີໃຜກ້າອວຍພອນຄົນອື່ນຢ່າງໝັ້ນໃຈໃຫ້ມີຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງ ຫຼື ຄຳສັນຍາທີ່ວ່າ ບັນດາປະຊາຊາດໃນແຜ່ນດິນໂລກຈາກໄດ້ຮັບການອວຍພອນຜ່ານລາວ. ຍິ່ງພຣະທຳຂອງພຣະເຈົ້າແນ່ນອນຫຼາຍສໍ່າໃດ, ພຣະທຳເຫຼົ່ານັ້ນຍິ່ງພິສູດບາງສິ່ງຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືບາງສິ່ງນັ້ນ? ພຣະທຳເຫຼົ່ານີ້ພິສູດວ່າ ພຣະເຈົ້າມີສິດອຳນາດດັ່ງກ່າວ, ວ່າສິດອຳນາດຂອງພຣະອົງສາມາດເຮັດສຳເລັດສິ່ງເຫຼົ່ານີ້ໄດ້ ແລະ ຄວາມສຳເລັດຂອງພຣະທຳເຫຼົ່ານີ້ແມ່ນຫຼີກເວັ້ນບໍ່ໄດ້. ພຣະເຈົ້າແນ່ນອນໃນຫົວໃຈຂອງພຣະອົງ ໂດຍບໍ່ລັ່ງເລແມ່ນແຕ່ໜ້ອຍດຽວ ກ່ຽວກັບທຸກສິ່ງທີ່ພຣະອົງອວຍພອນໃຫ້ກັບອັບຣາຮາມ. ຍິ່ງໄປກວ່ານັ້ນ, ຄວາມສົມບູນຂອງສິ່ງນີ້ຈະຖືກເຮັດໃຫ້ສຳເລັດຕາມພຣະທຳຂອງພຣະອົງ ແລະ ບໍ່ມີອຳນາດໃດທີ່ສາມາດປ່ຽນແປງ, ຂັດຂວາງ, ທຳລາຍ ຫຼື ລົບກວນການປະຕິບັດໃຫ້ສຳເລັດດັ່ງກ່າວ. ບໍ່ວ່າແມ່ນຫຍັງເກີດຂຶ້ນກໍຕາມ, ບໍ່ມີຫຍັງທີ່ສາມາດລົບລ້າງ ຫຼື ມີອິດທິພົນຕໍ່ການປະຕິບັດໃຫ້ສຳເລັດ ແລະ ຄວາມສຳເລັດຂອງພຣະທຳຂອງພຣະເຈົ້າ. ນີ້ແມ່ນຄວາມຍິ່ງໃຫຍ່ທີ່ສຸດຂອງພຣະທຳທີ່ກ່າວອອກມາຈາກປາກຂອງພຣະຜູ້ສ້າງ ແລະ ສິດອຳນາດຂອງພຣະຜູ້ສ້າງທີ່ຍອມອົດກັ້ນຕໍ່ການປະຕິເສດຂອງມະນຸດ! ເມື່ອໄດ້ອ່ານພຣະທຳເຫຼົ່ານີ້, ເຈົ້າຍັງສົງໄສຢູ່ບໍ? ພຣະທຳເຫຼົ່ານີ້ຖືກກ່າວອອກຈາກປາກຂອງພຣະເຈົ້າ ແລະ ມີລິດອຳນາດ, ຄວາມຫງ່າງາມ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າ. ຄວາມຍິ່ງໃຫຍ່ ແລະ ສິດອຳນາດດັ່ງກ່າວ ແລະ ຄວາມສຳເລັດຂອງຄວາມຈິງທີ່ແນ່ນອນ ແມ່ນບໍ່ສາມາດບັນລຸໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດໆ ແລະ ບໍ່ມີສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດກໍຕາມ ສາມາດລື່ນສິ່ງເຫຼົ່ານັ້ນໄດ້. ມີແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສົນທະນາກັບມະນຸດຊາດດ້ວຍນໍ້າສຽງ ແລະ ສຳນຽງດັ່ງກ່າວ; ຄວາມຈິງໄດ້ພິສູດວ່າ ຄຳສັນຍາຂອງພຣະອົງບໍ່ແມ່ນພຣະທຳທີ່ວ່າງເປົ່າ ຫຼື ການເວົ້າໃຫຍ່ລ້າໆ, ແຕ່ເປັນພຣະຄຳແຫ່ງສິດອຳນາດໜຶ່ງດຽວທີ່ບໍ່ມີບຸກຄົນ, ເຫດການ ຫຼື ວັດຖຸໃດສາມາດຢູ່ເໜືອພຣະຄໍານັ້ນໄດ້.

ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພຣະທຳທີ່ພຣະເຈົ້າກ່າວ ແລະ ຄຳເວົ້າທີ່ມະນຸດກ່າວ? ເມື່ອເຈົ້າໄດ້ອ່ານພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ, ເຈົ້າຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພຣະທຳຂອງພຣະເຈົ້າ ແລະ ສິດອຳນາດຂອງພຣະເຈົ້າ. ເຈົ້າຮູ້ສຶກແນວໃດ ເມື່ອເຈົ້າໄດ້ຍິນຜູ້ຄົນກ່າວຄຳເວົ້າເຫຼົ່ານີ້? ເຈົ້າຄິດວ່າພວກເຂົາອວດດີ ແລະ ໂອ້ອວດຫຼາຍ ແລະ ເປັນຄົນທີ່ກຳລັງອວດກ່ຽວກັບຕົວພວກເຂົາເອງແມ່ນບໍ? ຍ້ອນພວກເຂົາບໍ່ມີລິດອຳນາດນີ້, ພວກເຂົາບໍ່ມີສິດອຳນາດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດບັນລຸສິ່ງດັ່ງກ່າວໄດ້ຢ່າງຄົບຖ້ວນ. ການທີ່ພວກເຂົາໝັ້ນໃຈຫຼາຍກ່ຽວກັບຄຳສັນຍາຂອງພວກເຂົາກໍພຽງແຕ່ອວດເຖິງຄວາມປະໝາດໃນຄຳເວົ້າຂອງພວກເຂົາເທົ່ານັ້ນ. ຖ້າບາງຄົນກ່າວຄຳເວົ້າດັ່ງກ່າວ, ແລ້ວພວກເຂົາກໍອວດດີໂດຍບໍ່ຕ້ອງສົງໄສ ແລະ ໝັ້ນໃຈຫຼາຍເກີນໄປ ແລະ ພວກເຂົາກໍຈະເປີດເຜີຍຕົນເອງບໍ່ຕ່າງຫຍັງກັບອຸປະນິໄສຂອງອັກຄະເທວະດາ. ພຣະທຳເຫຼົ່ານີ້ມາຈາກປາກຂອງພຣະເຈົ້າ; ເຈົ້າຮູ້ສຶກເຖິງອົງປະກອບຂອງຄວາມອວດດີໃນນີ້ບໍ? ເຈົ້າຮູ້ສຶກວ່າ ພຣະທຳຂອງພຣະເຈົ້າເປັນພຽງເລື່ອງຕະຫຼົກບໍ? ພຣະທຳຂອງພຣະເຈົ້າແມ່ນສິດອຳນາດ, ພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ກ່ອນທີ່ພຣະທຳເຫຼົ່ານັ້ນຈະຖືກກ່າວອອກຈາກປາກຂອງພຣະອົງ ເຊິ່ງໝາຍຄວາມວ່າ ໃນຂະນະທີ່ພຣະອົງກໍາລັງຕັດສິນໃຈທີ່ຈະເຮັດບາງສິ່ງ, ແລ້ວສິ່ງນັ້ນກໍໄດ້ຖືກເຮັດໃຫ້ສຳເລັດແລ້ວ. ສາມາດເວົ້າໄດ້ວ່າ ທຸກສິ່ງທີ່ພຣະເຈົ້າກ່າວກັບອັບຣາຮາມເປັນພັນທະສັນຍາທີ່ພຣະເຈົ້າສ້າງໄວ້ກັບອັບຣາຮາມ ແລະ ເປັນຄຳສັນຍາທີ່ພຣະເຈົ້າມອບໃຫ້ກັບອັບຣາຮາມ. ຄຳສັນຍານີ້ເປັນຄວາມຈິງທີ່ຖືກເຮັດໃຫ້ສຳເລັດແລ້ວໃນຄວາມຄິດຂອງພຣະເຈົ້າອີງຕາມແຜນການຂອງພຣະເຈົ້າ. ດ້ວຍເຫດນັ້ນ ການທີ່ພຣະເຈົ້າກ່າວພຣະທຳດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ພຣະອົງມີອຸປະນິໄສທີ່ອວດດີ, ຍ້ອນພຣະເຈົ້າສາມາດບັນລຸສິ່ງດັ່ງກ່າວໄດ້. ພຣະອົງມີລິດອຳນາດນີ້ ແລະ ສິດອຳນາດນີ້ ແລະ ສາມາດບັນລຸການກະທຳເຫຼົ່ານີ້ໄດ້ແທ້ຈິງ ແລະ ຄວາມສຳເລັດຂອງການກະທຳເຫຼົ່ານີ້ກໍຢູ່ພາຍໃນຂອບເຂດຂອງຄວາມສາມາດຂອງພຣະອົງທັງໝົດ. ເມື່ອພຣະທຳແບບນີ້ຖືກກ່າວອອກຈາກປາກຂອງພຣະເຈົ້າ, ພຣະທຳເຫຼົ່ານັ້ນກໍເປັນການເປີດເຜີຍ ແລະ ການສະແດງອອກເຖິງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ການເປີດເຜີຍ ແລະ ການສະແດງອອກທີ່ສົມບູນແບບກ່ຽວກັບທາດແທ້ ແລະ ສິດອຳນາດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ເໝາະສົມ ແລະ ສົມຄວນກວ່ານີ້ທີ່ຈະເປັນເຄື່ອງພິສູດກ່ຽວກັບຕົວຕົນຂອງພຣະຜູ້ສ້າງ. ວິທີການ, ນໍ້າສຽງ ແລະ ການຈັດລຽງຖ້ອຍຄຳດັ່ງກ່າວເປັນສັນຍາລັກຂອງຕົວຕົນຂອງພຣະຜູ້ສ້າງແທ້ຈິງ ແລະ ສອດຄ່ອງຢ່າງສົມບູນແບບກັບການສະແດງອອກຂອງຕົວຕົນຂອງພຣະເຈົ້າເອງ ແລະ ໃນສິ່ງເຫຼົ່ານັ້ນກໍບໍ່ມີການທໍາທ່າ ຫຼື ຄວາມບໍ່ບໍລິສຸດ; ສິ່ງເຫຼົ່ານັ້ນແມ່ນການສະແດງອອກທີ່ສົມບູນແບບເຖິງທາດແທ້ ແລະ ສິດອຳນາດຂອງພຣະຜູ້ສ້າງຢ່າງຄົບຖ້ວນ ແລະ ຢ່າງທີ່ສຸດ. ແຕ່ສຳລັບສິ່ງຖືກສ້າງນັ້ນ, ພວກມັນບໍ່ມີສິດອຳນາດນີ້ ຫຼື ທາດແທ້ນີ້, ແຮງແລ້ວເລີຍທີ່ພວກມັນຈະມີລິດອຳນາດທີ່ພຣະເຈົ້າມອບໃຫ້. ຖ້າມະນຸດຫັກຫຼັງການປະພຶດດັ່ງກ່າວ, ແລ້ວມັນກໍຈະເປັນການສະແດງອອກຢ່າງຮຸນແຮງເຖິງອຸປະນິໄສທີ່ເສື່ອມຊາມຂອງເຂົາຢ່າງແນ່ນອນທີ່ສຸດ ແລະ ໃນຕົ້ນຕໍຂອງເລື່ອງນີ້ ມັນກໍຈະກາຍເປັນຜົນແຊກແຊງຕໍ່ຄວາມອວດດີ ແລະ ຄວາມທະເຍີທະຍານທີ່ບ້າປ່ວງຂອງມະນຸດ ແລະ ເປັນການເປີດໂປ່ງເຈດຕະນາຮ້າຍຂອງຜີຮ້າຍ ແລະ ຊາຕານ ຜູ້ເຊິ່ງປາຖະໜາທີ່ຈະຫຼອກລວງ ແລະ ລໍ້ລວງໃຫ້ພວກເຂົາທໍລະຍົດພຣະເຈົ້າ. ພຣະເຈົ້າຈະເບິ່ງສິ່ງທີ່ຖືກເປີດເຜີຍໂດຍພາສາດັ່ງກ່າວແນວໃດ? ພຣະເຈົ້າຈະເວົ້າວ່າ ເຈົ້າປາຖະໜາທີ່ຈະຍຶດເອົາບ່ອນຂອງພຣະອົງ ແລະ ເຈົ້າປາຖະໜາທີ່ຈະປອມຕົວ ແລະ ແທນທີ່ພຣະອົງ. ເມື່ອເຈົ້າລອກແບບນໍ້າສຽງຂອງພຣະຄຳຂອງພຣະເຈົ້າ, ເຈດຕະນາຂອງເຈົ້າກໍຄືຫວັງເປັນຕົວແທນພຣະເຈົ້າໃນຫົວໃຈຂອງຜູ້ຄົນ, ເພື່ອລັກເອົາມະນຸດຊາດທີ່ເປັນຂອງພຣະເຈົ້າຢ່າງຖືກຕ້ອງ. ນີ້ແມ່ນຊາຕານແທ້ຈິງ; ສິ່ງເຫຼົ່ານີ້ແມ່ນການກະທຳຂອງເຊື້ອສາຍຂອງອັກຄະເທວະດາ ຜູ້ເຊິ່ງເຫຼືອທົນຕໍ່ສະຫວັນ! ໃນທ່າມກາງພວກເຈົ້າ, ມີຄົນທີ່ເຄີຍລອກແບບພຣະເຈົ້າ ດ້ວຍວິທີໃດໜຶ່ງໂດຍກ່າວຄຳເວົ້າສອງສາມຄຳເພື່ອເຈດຕະນາທີ່ຈະນໍາພາ ແລະ ຫຼອກລວງຜູ້ຄົນໃນທາງທີ່ຜິດ ແລະ ເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າ ພຣະທຳ ແລະ ການກະທຳຂອງບຸກຄົນນີ້ມີສິດອຳນາດ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ຄືກັບວ່າທາດແທ້ ແລະ ຕົວຕົນຂອງບຸກຄົນນີ້ເປັນເອກະລັກ ແລະ ເຖິງຂັ້ນຄືກັບວ່ານໍ້າສຽງຂອງຄຳເວົ້າຂອງບຸກຄົນນີ້ຄ້າຍຄືກັບພຣະເຈົ້າ? ພວກເຈົ້າເຄີຍເຮັດບາງສິ່ງແບບນີ້ບໍ? ພວກເຈົ້າເຄີຍລອກແບບນໍ້າສຽງຂອງພຣະເຈົ້າໃນການເວົ້າຂອງເຈົ້າບໍ ໂດຍສະແດງທ່າທາງທີ່ສື່ເຖິງອຸປະນິໄສຂອງພຣະເຈົ້າຢ່າງຕັ້ງໃຈ ພ້ອມກັບສິ່ງທີ່ຄິດວ່າຈະຍິ່ງໃຫຍ່ ແລະ ມີສິດອຳນາດ? ພວກເຈົ້າສ່ວນໃຫຍ່ມັກກະທຳ ຫຼື ວາງແຜນທີ່ຈະກະທຳແບບນັ້ນບໍ? ບັດນີ້, ເມື່ອເຈົ້າເຫັນ, ຮັບຮູ້ ແລະ ຮູ້ຈັກຢ່າງຊັດເຈນກ່ຽວກັບສິດອຳນາດຂອງພຣະຜູ້ສ້າງ ແລະ ຫຼຽວເບິ່ງຄືນໃນສິ່ງທີ່ພວກເຈົ້າເຄີຍເຮັດ ແລະ ສິ່ງທີ່ພວກເຈົ້າເຄີຍເປີດເຜີຍຕົນເອງ, ພວກເຈົ້າຮູ້ສຶກເບື່ອໜ່າຍບໍ? ພວກເຈົ້າຮູ້ຈັກຄວາມຕໍ່າຊ້າ ແລະ ຄວາມບໍ່ມີຢາງອາຍຂອງພວກເຈົ້າບໍ? ເມື່ອໄດ້ວິເຄາະຢ່າງລະອຽດເຖິງອຸປະນິໄສ ແລະ ທາດແທ້ຂອງຄົນປະເພດດັ່ງກ່າວ, ສາມາດເວົ້າໄດ້ບໍວ່າ ພວກເຂົາເປັນລູກຫຼານອັບປີແຫ່ງນະຮົກ? ສາມາດເວົ້າໄດ້ບໍ່ວ່າ ທຸກຄົນທີ່ເຮັດແບບນັ້ນກຳລັງນໍາຄວາມອັບອາຍມາສູ່ພວກເຂົາເອງ? ພວກເຈົ້າຮູ້ຈັກຄວາມຮ້າຍແຮງຂອງທຳມະຊາດນີ້ບໍ? ມັນຮ້າຍແຮງສໍ່າໃດ? ເຈດຕະນາຂອງຜູ້ຄົນທີ່ກະທຳແບບນີ້ກໍເພື່ອລອກແບບພຣະເຈົ້າ. ພວກເຂົາຕ້ອງການເປັນພຣະເຈົ້າ ເພື່ອເຮັດໃຫ້ຜູ້ຄົນນະມັດສະການພວກເຂົາດັ່ງພຣະເຈົ້າ. ພວກເຂົາຕ້ອງການລົບລ້າງບ່ອນຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ກໍາຈັດພຣະເຈົ້າທີ່ປະຕິບັດພາລະກິດທ່າມກາງມະນຸດ ແລະ ພວກເຂົາເຮັດສິ່ງນີ້ກໍເພື່ອບັນລຸເປົ້າໝາຍໃນການຄວບຄຸມຜູ້ຄົນ, ກືນກິນຜູ້ຄົນ ແລະ ຄອບຄອງພວກເຂົາ. ທຸກຄົນມີຄວາມປາຖະໜາ ແລະ ຄວາມທະເຍີທະຍານໃຕ້ສຳນຶກດັ່ງກ່າວ ແລະ ທຸກຄົນດຳລົງຊີວິດໃນທາດແທ້ທີ່ຊົ່ວຮ້າຍເສື່ອມຊາມແບບນີ້ ແລະ ໃນທຳມະຊາດທີ່ຊົ່ວຮ້າຍ ທີ່ພວກເຂົາເປັນສັດຕູກັບພຣະເຈົ້າ, ຫັກຫຼັງພຣະເຈົ້າ ແລະ ປາຖະໜາທີ່ຈະກາຍມາເປັນພຣະເຈົ້າ. ຫຼັງຈາກການສົນທະນາຂອງເຮົາກ່ຽວກັບຫົວຂໍ້ສິດອຳນາດຂອງພຣະເຈົ້າ, ພວກເຈົ້າຍັງປາຖະໜາ ຫຼື ຢາກປອມຕົວເປັນພຣະເຈົ້າ ຫຼື ລອກແບບພຣະເຈົ້າອີກບໍ? ພວກເຈົ້າຍັງປາຖະໜາທີ່ຈະເປັນພຣະເຈົ້າອີກບໍ? ພວກເຈົ້າຍັງປະສົງທີ່ຈະກາຍເປັນພຣະເຈົ້າອີກບໍ? ສິດອຳນາດຂອງພຣະເຈົ້າບໍ່ສາມາດຖືກລອກແບບໂດຍມະນຸດໄດ້ ແລະ ຕົວຕົນ ແລະ ສະຖານະຂອງພຣະເຈົ້າກໍບໍ່ສາມາດຖືກມະນຸດປອມຕົວເປັນ. ເຖິງວ່າເຈົ້າສາມາດລອກແບບນໍ້າສຽງທີ່ພຣະເຈົ້າກ່າວ, ເຈົ້າກໍບໍ່ສາມາດລອກແບບທາດແທ້ຂອງພຣະເຈົ້າ. ເຖິງວ່າເຈົ້າສາມາດຢືນຢູ່ໃນບ່ອນຂອງພຣະເຈົ້າ ແລະ ປອມຕົວເປັນພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດໃນສິ່ງທີ່ພຣະເຈົ້າເຈດຕະນາທີ່ຈະເຮັດໄດ້ຈັກເທື່ອ ແລະ ຈະບໍ່ສາມາດປົກຄອງ ແລະ ມີອຳນາດເໜືອທຸກສິ່ງໄດ້ຈັກເທື່ອ. ໃນສາຍຕາຂອງພຣະເຈົ້າ, ເຈົ້າກໍຈະເປັນພຽງສິ່ງຖືກສ້າງທີ່ເລັກນ້ອຍຢູ່ຕະລອດໄປ ແລະ ບໍ່ວ່າທັກສະ ແລະ ຄວາມສາມາດຂອງເຈົ້າຈະມີຫຼາຍສໍ່າໃດກໍຕາມ, ບໍ່ວ່າເຈົ້າມີພອນສະຫວັນຫຼາຍສໍ່າໃດກໍຕາມ, ເຈົ້າກໍຄື ໃນຄວາມເປັນຕົວຕົນຂອງເຈົ້າທັງໝົດແມ່ນຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ. ເຖິງເຈົ້າສາມາດກ່າວຄຳເວົ້າອວດເກັ່ງບາງຄຳ, ນີ້ກໍບໍ່ສາມາດສະແດງໄດ້ວ່າ ເຈົ້າມີທາດແທ້ຂອງພຣະຜູ້ສ້າງ ຫຼື ບໍ່ສາມາດສື່ໃຫ້ເຫັນວ່າ ເຈົ້າມີສິດອຳນາດຂອງພຣະຜູ້ສ້າງ. ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນທາດແທ້ຂອງພຣະເຈົ້າເອງ. ສິ່ງເຫຼົ່ານັ້ນບໍ່ແມ່ນໄດ້ມາຈາກການຮຽນຮູ້ ຫຼື ເພີ່ມພູນຈາກພາຍນອກ, ແຕ່ເປັນທາດແທ້ໂດຍທຳມະຊາດຂອງພຣະເຈົ້າເອງ. ແລ້ວສະນັ້ນ ຄວາມສຳພັນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຈຶ່ງບໍ່ສາມາດປ່ຽນແປງໄດ້. ໃນຖານະທີ່ເປັນໜຶ່ງໃນສິ່ງຖືກສ້າງ, ມະນຸດຕ້ອງຮັກສາຕໍາແໜ່ງຂອງເຂົາເອງ ແລະ ປະພຶດຢ່າງຕັ້ງໃຈ. ເຝົ້າຮັກສາສິ່ງທີ່ພຣະຜູ້ສ້າງມອບໝາຍໃຫ້ກັບເຈົ້າຢ່າງເຊື່ອຟັງ. ບໍ່ປະຕິບັດນອກເສັ້ນ ຫຼື ເຮັດສິ່ງຕ່າງໆທີ່ຢູ່ນອກເໜືອຂອບເຂດຄວາມສາມາດຂອງເຈົ້າ ຫຼື ເຮັດສິ່ງຕ່າງໆທີ່ເປັນຕາລັງກຽດຕໍ່ພຣະເຈົ້າ. ຢ່າພະຍາຍາມເປັນຄົນຍິ່ງໃຫຍ່ ຫຼື ກາຍເປັນຍອດມະນຸດ ຫຼື ຢູ່ເໜືອຄົນອື່ນ ຫຼື ສະແຫວງຫາທີ່ຈະກາຍເປັນພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນບໍ່ຄວນປາຖະໜາທີ່ຈະເປັນ. ການສະແຫວງຫາເພື່ອຄວາມຍິ່ງໃຫຍ່ ແລະ ເປັນຍອດມະນຸດແມ່ນສິ່ງທີ່ໂງ່ຈ້າ. ການສະແຫວງຫາເພື່ອກາຍເປັນພຣະເຈົ້າຍິ່ງເປັນສິ່ງທີ່ອັບອາຍທີ່ສຸດ; ມັນເປັນສິ່ງທີ່ເປັນຕາໜ່າຍ ແລະ ເປັນຕາລັງກຽດທີ່ສຸດ. ສິ່ງທີ່ເປັນຕາຍົກຍ້ອງ ແລະ ສິ່ງທີ່ສິ່ງຖືກສ້າງຄວນຍຶດຖືເໜືອສິ່ງໃດກໍຄື ການເປັນສິ່ງຖືກສ້າງທີ່ແທ້ຈິງ; ນີ້ແມ່ນເປົ້າໝາຍດຽວທີ່ທຸກຄົນຄວນສະແຫວງຫາ.

ສິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ຖືກຈຳກັດໂດຍເວລາ, ອາວະກາດ ຫຼື ພູມສາດ ແລະ ສິດອຳນາດຂອງພຣະຜູ້ສ້າງແມ່ນເໜືອການຄໍານວນ

ໃຫ້ພວກເຮົາມາເບິ່ງປະຖົມມະການ 22:17-18. ນີ້ແມ່ນອີກຂໍ້ຄວາມໜຶ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ເຊິ່ງພຣະອົງກ່າວກັບອັບຣາຮາມວ່າ: “ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງສຽງເຮົາ”. ພຣະຜູ້ເປັນເຈົ້າໄດ້ອວຍພອນອັບຣາຮາມຫຼາຍຄັ້ງວ່າ ເຊື້ອສາຍຂອງລາວຈະເພີ່ມທະວີ, ແຕ່ພວກເຂົາຈະເພີ່ມທະວີຮອດຈຸດໃດ? ຮອດຈຸດທີ່ກ່າວໄວ້ໃນຂໍ້ພຣະຄຳພີວ່າ: “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ”. ນີ້ເວົ້າໄດ້ວ່າ ພຣະເຈົ້າປາຖະໜາທີ່ຈະປະທານລູກຫຼານໃຫ້ກັບອັບຣາຮາມເຊິ່ງມີຫຼາຍສໍ່າດວງດາວທີ່ຢູ່ທ້ອງຟ້າ ແລະ ຫຼາຍສໍ່າເມັດຊາຍທີ່ຢູ່ແຄມທະເລ. ພຣະເຈົ້າກ່າວໂດຍໃຊ້ຄຳບັນຍາຍທີ່ເປັນພາບ ແລະ ຈາກຄຳບັນຍາຍທີ່ເປັນພາບນີ້ ມັນກໍບໍ່ແມ່ນເລື່ອງຍາກທີ່ຈະເຫັນວ່າ ພຣະເຈົ້າຈະບໍ່ພຽງແຕ່ປະທານເຊື້ອສາຍໜຶ່ງຄົນ, ສອງຄົນ ຫຼື ແມ່ນແຕ່ພັນໆຄົນໃຫ້ກັບອັບຣາຮາມ, ແຕ່ໃນຈຳນວນທີ່ບໍ່ສາມາດນັບໄດ້, ພຽງພໍຈົນພວກເຂົາຈະກາຍມາເປັນຝູງຊົນຂອງຊົນຊາດຕ່າງ ຍ້ອນພຣະເຈົ້າສັນຍາກັບອັບຣາຮາມວ່າ ລາວຈະເປັນພໍ່ຂອງຫຼາຍຊົນຊາດ. ບັດນີ້ ຈຳນວນນັ້ນແມ່ນຖືກຕັດສິນໂດຍມະນຸດ ຫຼື ມັນຖືກຕັດສິນໂດຍພຣະເຈົ້າບໍ? ມະນຸດສາມາດຄວບຄຸມຈຳນວນຂອງເຊື້ອສາຍທີ່ເຂົາມີບໍ? ມັນຂຶ້ນກັບເຂົາບໍ? ມັນບໍ່ໄດ້ຂຶ້ນກັບມະນຸດເລີຍວ່າ ເຂົາຈະມີຫຼາຍ ຫຼື ບໍ່, ແຮງໄກທີ່ຈະມີຫຼາຍສໍ່າກັບ “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ”. ໃຜທີ່ບໍ່ປາຖະໜາຢາກໃຫ້ເຊື້ອສາຍຂອງພວກເຂົາມີຫຼາຍສໍ່າກັບດວງດາວ? ໂຊກບໍ່ດີ, ສິ່ງຕ່າງໆບໍ່ໄດ້ເປັນໄປຕາມທີ່ເຈົ້າຕ້ອງການສະເໝີ. ບໍ່ວ່າມະນຸດຈະມີທັກສະ ຫຼື ມີຄວາມສາມາດຫຼາຍສໍ່າໃດກໍຕາມ, ມັນກໍບໍ່ໄດ້ຂຶ້ນກັບເຂົາ; ບໍ່ມີໃຜທີ່ສາມາດຢືນຢູ່ນອກສິ່ງທີ່ພຣະເຈົ້າກໍານົດໄວ້. ບໍ່ວ່າພຣະອົງຈະຍອມໃຫ້ເຈົ້າມີຫຼາຍສໍ່າໃດກໍຕາມ ນັ້ນກໍຄື ເຈົ້າຈະມີຫຼາຍສໍ່າໃດກໍຕາມ, ຖ້າພຣະເຈົ້າມອບຈຳນວນເລັກໜ້ອຍໃຫ້ກັບເຈົ້າ, ແລ້ວເຈົ້າກໍຈະບໍ່ມີຫຼາຍ ແລະ ຖ້າພຣະເຈົ້າມອບໃຫ້ກັບເຈົ້າຫຼາຍ, ມັນກໍຈະບໍ່ມີຜົນຫຍັງທີ່ຈະຕໍ່ຕ້ານໃນຈຳນວນທີ່ເຈົ້າມີ. ມັນບໍ່ໄດ້ເປັນແບບນີ້ບໍ? ທຸກສິ່ງເຫຼົ່ານີ້ແມ່ນຂຶ້ນກັບພຣະເຈົ້າ, ບໍ່ແມ່ນມະນຸດ! ມະນຸດຖືກປົກຄອງໂດຍພຣະເຈົ້າ ແລະ ບໍ່ມີໃຜທີ່ຖືກຍົກເວັ້ນ!

ເມື່ອພຣະເຈົ້າເວົ້າວ່າ: “ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າ” ນີ້ແມ່ນພັນທະສັນຍາທີ່ພຣະເຈົ້າສ້າງຕັ້ງຂຶ້ນກັບອັບຣາຮາມ ແລະ ເໝືອນກັບພັນທະສັນຍາຂອງສາຍຮຸ້ງ ມັນຈະສຳເລັດຕະຫຼອດນິລັນ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າເຮັດໄວ້ໃຫ້ກັບອັບຣາຮາມ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ສາມາດເຮັດໃຫ້ຄຳສັນຍານີ້ກາຍເປັນຈິງ. ບໍ່ວ່າມະນຸດຈະເຊື່ອມັນ ຫຼື ບໍ່ກໍຕາມ, ບໍ່ວ່າມະນຸດຈະຍອມຮັບມັນ ຫຼື ບໍ່ກໍຕາມ ແລະ ບໍ່ວ່າມະນຸດຈະພິຈາລະນາແນວໃດກໍຕາມ ແລະ ເບິ່ງມັນແນວໃດກໍຕາມ, ທຸກສິ່ງເຫຼົ່ານີ້ແມ່ນຈະສຳເລັດລົງຕາມຕົວອັກສອນ, ຕາມພຣະທຳທີ່ພຣະເຈົ້າກ່າວໄວ້. ພຣະທຳຂອງພຣະເຈົ້າຈະບໍ່ປ່ຽນແປງ ຍ້ອນການປ່ຽນແປງໃນຄວາມປະສົງ ຫຼື ແນວຄວາມຄິດຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງຍ້ອນການປ່ຽນແປງໃນບຸກຄົນ, ເຫດການ ຫຼື ສິ່ງໃດໜຶ່ງ. ທຸກໆສິ່ງອາດຫາຍໄປ, ແຕ່ພຣະທຳຂອງພຣະເຈົ້າຈະຄົງຢູ່ຕະຫຼອດໄປ. ໃນຄວາມຈິງແລ້ວ, ມື້ທີ່ທຸກສິ່ງຫາຍໄປກໍເປັນມື້ທີ່ພຣະທຳຂອງພຣະເຈົ້າຖືກເຮັດໃຫ້ສຳເລັດລົງຢ່າງຄົບຖ້ວນ, ຍ້ອນພຣະອົງເປັນພຣະຜູ້ສ້າງ, ພຣະອົງມີສິດອຳນາດຂອງພຣະຜູ້ສ້າງ, ມີລິດອຳນາດຂອງພຣະຜູ້ສ້າງ ແລະ ພຣະອົງຄວບຄຸມທຸກໆສິ່ງ ແລະ ທຸກແຮງພັກດັນໃນຊີວິດ; ພຣະອົງສາມາດເຮັດໃຫ້ບາງສິ່ງເກີດຂຶ້ນຈາກສິ່ງວ່າງເປົ່າ ຫຼື ເຮັດໃຫ້ບາງສິ່ງກາຍເປັນສິ່ງວ່າງເປົ່າ ແລະ ພຣະອົງຄວບຄຸມການປ່ຽນແປງຂອງທຸກສິ່ງຈາກສິ່ງທີ່ມີຊີວິດຈົນເຖິງສິ່ງທີ່ຕາຍແລ້ວ; ຍ້ອນພຣະເຈົ້າ, ບໍ່ມີຫຍັງທີ່ງ່າຍດາຍກວ່າການເພີ່ມທະວີເຊື້ອສາຍຂອງຄົນບາງຄົນ. ນີ້ຟັງຄືກັບເປັນເລື່ອງເພີ້ຝັນຕໍ່ມະນຸດ ເໝືອນເທບນິຍາຍ, ແຕ່ສຳລັບພຣະເຈົ້າ ສິ່ງທີ່ພຣະອົງຕັດສິນໃຈ ແລະ ສັນຍາທີ່ຈະເຮັດ ບໍ່ແມ່ນເລື່ອງເພີ້ຝັນ ຫຼື ມັນເປັນເທບນິຍາຍ. ກົງກັນຂ້າມ ມັນແມ່ນຄວາມຈິງທີ່ພຣະເຈົ້າໄດ້ເຫັນແລ້ວ ແລະ ຈະຖືກເຮັດໃຫ້ສຳເລັດຢ່າງແນ່ນອນ. ພວກເຈົ້າບໍ່ເຫັນຄຸນຄ່າໃນສິ່ງນີ້ບໍ? ຄວາມຈິງດັ່ງກ່າວບໍ່ໄດ້ພິສູດວ່າເຊື້ອສາຍຂອງອັບຣາຮາມມີຈຳນວນຢ່າງຫຼວງຫຼາຍບໍ? ຫຼາຍສໍ່າໃດ? ຫຼາຍສໍ່າກັບ “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ” ຕາມທີ່ພຣະເຈົ້າກ່າວໄວ້ບໍ? ພວກເຂົາແຜ່ຂະຫຍາຍທົ່ວທຸກຊົນຊາດ ແລະ ທຸກບ່ອນ, ໄປທຸກສະຖານທີ່ໃນແຜ່ນດິນໂລກບໍ? ແມ່ນຫຍັງທີ່ເຮັດໃຫ້ຄວາມຈິງນີ້ສຳເລັດ? ມັນສຳເລັດລົງຍ້ອນສິດອຳນາດແຫ່ງພຣະທຳຂອງພຣະເຈົ້າບໍ? ເປັນເວລາສອງສາມຮ້ອຍ ຫຼື ຫຼາຍພັນປີຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວໄວ້, ພຣະທຳຂອງພຣະເຈົ້າກໍສືບຕໍ່ຖືກເຮັດໃຫ້ສຳເລັດ ແລະ ກາຍມາເປັນຄວາມຈິງຢ່າງຕໍ່ເນື່ອງ; ນີ້ແມ່ນຄວາມຍິ່ງໃຫຍ່ແຫ່ງພຣະທຳຂອງພຣະເຈົ້າ ແລະ ເປັນເຄື່ອງພິສູດແຫ່ງສິດອຳນາດຂອງພຣະເຈົ້າ. ເມື່ອພຣະເຈົ້າສ້າງທຸກສິ່ງໃນຕອນເລີ່ມຕົ້ນ, ພຣະເຈົ້າກ່າວວ່າ: “ໃຫ້ມີແສງສະຫວ່າງ” ແລ້ວກໍມີແສງສະຫວ່າງ. ສິ່ງນີ້ເກີດຂຶ້ນຢ່າງໄວວາຫຼາຍ, ຖືກເຮັດໃຫ້ສຳເລັດໃນເວລາສັ້ນໆ ແລະ ບໍ່ມີການຊັກຊ້າ. ໃນການສຳເລັດ ແລະ ການບັນລຸຂອງມັນ; ຜົນຂອງພຣະທຳຂອງພຣະເຈົ້າແມ່ນທັນທີເລີຍ. ທັງສອງຢ່າງສະແດງໃຫ້ເຫັນເຖິງສິດອຳນາດຂອງພຣະເຈົ້າ, ແຕ່ເມື່ອພຣະເຈົ້າອວຍພອນອັບຣາຮາມ, ພຣະອົງເຮັດໃຫ້ມະນຸດເຫັນອີກດ້ານຂອງທາດແທ້ຂອງສິດອຳນາດຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະຜູ້ສ້າງເໜືອການຄໍານວນ ແລະ ຍິ່ງໄປກວ່ານັ້ນກໍຄື ພຣະອົງຍອມໃຫ້ມະນຸດເຫັນດ້ານທີ່ເປັນຈິງຫຼາຍຍິ່ງຂຶ້ນ ແລະ ພິເສດຫຼາຍຂຶ້ນຂອງສິດອຳນາດຂອງພຣະຜູ້ສ້າງ.

ຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວອອກ, ສິດອຳນາດຂອງພຣະເຈົ້າກໍຄວບຄຸມພາລະກິດນີ້ ແລະ ຄວາມຈິງທີ່ຖືກສັນຍາຈາກປາກຂອງພຣະເຈົ້າກໍເລີ່ມກາຍເປັນຄວາມຈິງເທື່ອລະໜ້ອຍ. ດ້ວຍເຫດນັ້ນ ການປ່ຽນແປງກໍເລີ່ມປາກົດຂຶ້ນທ່າມກາງທຸກສິ່ງ ຄືກັນກັບວ່າ ການມາເຖິງຂອງລະດູໃບໄມ້ປົ່ງ, ຫຍ້າຈະກາຍເປັນສີຂຽວແນວໃດ, ດອກໄມ້ຈະອອກດອກແນວໃດ, ຕາຈະແຕກໜໍ່ອອກຈາກຕົນໄມ້ແນວໃດ, ນົກຈະເລີ່ມຮ້ອງແນວໃດ, ຫ່ານຈະກັບຄືນຖິ່ນແນວໃດ ແລະ ທົ່ງຫຍ້າຈະເຕັມໄປດ້ວຍຜູ້ຄົນແນວໃດ… ດ້ວຍການມາເຖິງຂອງລະດູໃບໄມ້ປົ່ງ, ທຸກສິ່ງຖືກເຮັດໃຫ້ຟື້ນຄືນ ແລະ ສິ່ງນີ້ກໍເປັນການກະທຳທີ່ອັດສະຈັນຂອງພຣະຜູ້ສ້າງ. ເມື່ອພຣະເຈົ້າເຮັດໃຫ້ຄຳສັນຍາຂອງພຣະອົງສຳເລັດ, ທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກກໍເລີ່ມຕົ້ນໃໝ່ ແລະ ປ່ຽນແປງຕາມຄວາມຄິດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ຖືກຍົກເວັ້ນເລີຍ. ເມື່ອຄຳໝັ້ນສັນຍາ ຫຼື ຄຳສັນຍາຖືກກ່າວອອກຈາກປາກຂອງພຣະເຈົ້າ, ທຸກສິ່ງກໍຖືກເຮັດໃຫ້ສໍາເລັດ ແລະ ຖືກກຳນົດທິດທາງເພື່ອຄວາມສຳເລັດຂອງມັນ; ສິ່ງຖືກສ້າງທຸກຢ່າງກໍຖືກປັ້ນແຕ່ງ ແລະ ຈັດແຈງຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ, ເຮັດຕາມບົດບາດໃຜມັນ ແລະ ຮັບໃຊ້ໜ້າທີ່ຂອງໃຜມັນ. ນີ້ແມ່ນການສະແດງອອກຂອງສິດອຳນາດຂອງພຣະຜູ້ສ້າງ. ເຈົ້າເຫັນຫຍັງໃນສິ່ງນີ້ບໍ? ເຈົ້າຮູ້ຈັກສິດອຳນາດຂອງພຣະເຈົ້າແນວໃດ? ມີຂອບເຂດໃນສິດອຳນາດຂອງພຣະເຈົ້າບໍ? ມີເວລາຈຳກັດບໍ? ສາມາດເວົ້າໄດ້ບໍວ່າ ມັນມີຄວາມສູງສະເພາະ ຫຼື ຄວາມຍາວສະເພາະ? ສາມາດເວົ້າໄດ້ບໍວ່າ ມັນມີຂະໜາດ ຫຼື ກຳລັງສຳເພາະ? ສາມາດວັດແທກມັນດ້ວຍຂະໜາດຂອງມະນຸດບໍ? ສິດອຳນາດຂອງພຣະເຈົ້າບໍ່ເປີດ ແລະ ປິດ, ບໍ່ໄດ້ມາ ແລະ ໄປ ແລະ ບໍ່ມີໃຜທີ່ສາມາດວັດແທກໄດ້ວ່າ ສິດອຳນາດຂອງພຣະອົງຍິ່ງໃຫຍ່ສໍ່າໃດ. ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດກໍຕາມ, ເມື່ອພຣະເຈົ້າອວຍພອນຄົນໆໜຶ່ງ, ການອວຍພອນນີ້ຈະສືບຕໍ່ໄປເລື້ອຍໆ ແລະ ການຕໍ່ເນື່ອງຂອງການອວຍພອນຈະເປັນຄຳພະຍານໃຫ້ກັບສິດອຳນາດທີ່ບໍ່ສາມາປະເມີນຄ່າໄດ້ຂອງພຣະເຈົ້າ ແລະ ຈະຍອມໃຫ້ມະນຸດຊາດເຫັນແລ້ວເຫັນອີກເຖິງການປາກົດອີກຄັ້ງຂອງພະລັງຊີວິດທີ່ບໍ່ສາມາດດັບມອດໄດ້ຂອງພຣະຜູ້ສ້າງ. ການສະແດງອອກແຕ່ລະຢ່າງຂອງສິດອຳນາດຂອງພຣະອົງແມ່ນການສະແດງຢ່າງສົມບູນເຖິງພຣະທຳທີ່ມາຈາກປາກຂອງພຣະອົງ ເຊິ່ງຖືກສະແດງໃຫ້ກັບທຸກສິ່ງ ແລະ ໃຫ້ກັບມະນຸດຊາດທັງປວງ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ສິດອຳນາດຂອງພຣະອົງເຮັດໃຫ້ສຳເລັດກໍພິເສດເໜືອການປຽບທຽບ ແລະ ບໍ່ມີຂໍ້ບົກຜ່ອງໃດເລີຍ.​ ສາມາດເວົ້າໄດ້ວ່າ ຄວາມຄິດຂອງພຣະອົງ, ພຣະທຳຂອງພຣະອົງ, ສິດອຳນາດຂອງພຣະອົງ ແລະ ພາລະກິດທຸກຢ່າງທີ່ພຣະອົງເຮັດໃຫ້ສຳເລັດລ້ວນແລ້ວແຕ່ເປັນພາບສວຍງາມທີ່ບໍ່ສາມາດທຽບໄດ້ ແລະ ສຳລັບສິ່ງຖືກສ້າງແລ້ວ, ພາສາຂອງມະນຸດຊາດບໍ່ສາມາດກ່າວເຖິງຄວາມສຳຄັນ ແລະ ຄຸນຄ່າຂອງມັນໄດ້. ເມື່ອພຣະເຈົ້າເຮັດສັນຍາກັບບຸກຄົນໃດໜຶ່ງ, ທຸກສິ່ງທີ່ກ່ຽວກັບພວກເຂົາພຣະເຈົ້າແມ່ນຮູ້ຈັກດີຄືກັບຫຼັງມືຂອງພຣະອົງເອງ ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃສ ຫຼື ພວກເຂົາຈະເຮັດຫຍັງ, ເບື້ອງຫຼັງຂອງພວກເຂົາກ່ອນ ຫຼື ຫຼັງຈາກທີ່ພວກເຂົາຮັບຄຳສັນຍາເປັນແນວໃດ ຫຼື ຄວາມວຸ້ນວາຍໃນສະພາບແວດລ້ອມແຫ່ງການດຳລົງຊີວິດຂອງພວກເຂົາຈະຮ້າຍແຮງຫຼາຍສໍ່າໃດ.. ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວອອກ, ສຳລັບພຣະອົງແລ້ວ ມັນກໍຄືກັບວ່າພຣະທຳເຫຼົ່ານັ້ນຫາກໍຖືກກ່າວອອກໄປ. ນີ້ໝາຍຄວາມວ່າ ພຣະເຈົ້າມີລິດອຳນາດ ແລະ ມີສິດອຳນາດດັ່ງກ່າວທີ່ພຣະອົງສາມາດຕິດຕາມ, ຄວບຄຸມ ແລະ ສໍາເລັດຄຳສັນຍາທຸກຢ່າງທີ່ພຣະອົງສ້າງໄວ້ກັບມະນຸດຊາດ ແລະ ບໍ່ວ່າຄຳສັນຍາຈະເປັນຫຍັງກໍຕາມ, ບໍ່ວ່າມັນຈະດົນສໍ່າໃດທີ່ຈະເຮັດໃຫ້ຄຳສັນຍານັ້ນສຳເລັດຢ່າງຄົບຖ້ວນ ແລະ ຍິ່ງໄປກວ່ານັ້ນກໍຄື ບໍ່ວ່າຂອບເຂດຂອງຄວາມສຳເລັດຂອງຄຳສັນຍານັ້ນກວ້າງຂວາງຫຼາຍສໍ່າໃດ ຕົວຢ່າງເຊັ່ນ: ເວລາ, ພູມສາດ, ຊົນເຜົ່າ ແລະ ອື່ນໆ, ຄຳສັນຍານີ້ກໍຈະຖືກເຮັດໃຫ້ສຳເລັດ, ເກີດເປັນຈິງ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມສຳເລັດ ແລະ ການເຮັດໃຫ້ເປັນຈິງຂອງມັນຈະບໍ່ຮຽກຮ້ອງຄວາມພະຍາຍາມແມ່ນແຕ່ໜ້ອຍດຽວຈາກພຣະອົງ. ແລ້ວສິ່ງນີ້ພິສູດຫຍັງ? ມັນພິສູດວ່າຂອບເຂດຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນພຽງພໍທີ່ຈະຄວບຄຸມຈັກກະວານທັງປວງ ແລະ ມະນຸດຊາດທັງໝົດ. ພຣະເຈົ້າສ້າງແສງສະຫວ່າງ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າພຽງແຕ່ຄຸ້ມຄອງແສງສະຫວ່າງ ຫຼື ພຣະອົງພຽງແຕ່ຄຸ້ມຄອງນໍ້າ ເພາະພຣະອົງສ້າງນໍ້າ ແລະ ສິ່ງອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ນີ້ຈະບໍ່ແມ່ນເປັນການເຂົ້າໃຈຜິດບໍ? ເຖິງແມ່ນການທີ່ພຣະເຈົ້າອວຍພອນອັບຣາຮາມໄດ້ຫາຍຈາກຄວາມຊົງຈຳຂອງມະນຸດເທື່ອລະໜ້ອຍຫຼັງຈາກເວລາຫຼາຍຮ້ອຍປີ, ສຳລັບພຣະເຈົ້າແລ້ວ ຄຳສັນຍານີ້ຍັງຄົງຢູ່ຄືເກົ່າ. ມັນຍັງຢູ່ໃນຂະບວນການເຮັດໃຫ້ສຳເລັດ ແລະ ບໍ່ເຄີຍຢຸດຈັກເທື່ອ. ມະນຸດບໍ່ເຄີຍຮູ້ ຫຼື ໄດ້ຍິນເຖິງວິທີທີ່ພຣະເຈົ້າໃຊ້ສິດອຳນາດຂອງພຣະອົງຈັກເທື່ອ, ວິທີທີ່ທຸກສິ່ງຖືກປັ້ນແຕ່ງ ແລະ ຈັດແຈງ ແລະ ເລື່ອງລາວຫຼາຍຢ່າງທີ່ເກີດຂຶ້ນທ່າມກາງທຸກສິ່ງໃນການສ້າງຂອງພຣະເຈົ້າໃນລະຫວ່າງເວລານີ້, ​ແຕ່ທຸກຊິ້ນສ່ວນຢ່າງມະຫັດສະຈັນຂອງການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ການເປີດເຜີຍເຖິງການກະທຳຂອງພຣະອົງແມ່ນຖືກບອກຕໍ່ ແລະ ຍົກຍ້ອງທ່າມກາງທຸກສິ່ງ, ທຸກສິ່ງໄດ້ສະແດງອອກ ແລະ ກ່າວເຖິງການກະທຳທີ່ອັດສະຈັນຂອງພຣະຜູ້ສ້າງ ແລະ ທຸກເລື່ອງລາວທີ່ຖືກເລົ່າເຖິງໃນການປົກຄອງຂອງພຣະເຈົ້າເໜືອທຸກສິ່ງ ແມ່ນຈະຖືກປະກາດໂດຍທຸກສິ່ງສືບໄປຕະຫຼອດ. ສິດອຳນາດທີ່ພຣະເຈົ້າປົກຄອງທຸກສິ່ງ ແລະ ລິດອຳນາດຂອງພຣະເຈົ້າສະແດງກັບທຸກສິ່ງວ່າ ພຣະເຈົ້າສະຖິດຢູ່ທຸກແຫ່ງ ແລະ ທຸກເວລາ. ເມື່ອເຈົ້າໄດ້ເຫັນເຖິງການຢູ່ທົ່ວທຸກຫົນທຸກແຫ່ງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ, ເຈົ້າຈະເຫັນວ່າ ພຣະເຈົ້າສະຖິດຢູ່ທຸກແຫ່ງ ແລະ ທຸກເວລາ. ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ່ໄດ້ຖືກຈຳກັດດ້ວຍເວລາ, ພູມສາດ, ອາວະກາດ ຫຼື ບຸກຄົນໃດໜຶ່ງ, ເຫດການ ຫຼື ສິ່ງຂອງ. ຂອບເຂດແຫ່ງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າເໜືອຈິນຕະນາການຂອງມະນຸດ; ມະນຸດບໍ່ສາມາດຢັ່ງເຖິງມັນໄດ້, ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດຈະບໍ່ສາມາດຮູ້ຢ່າງຄົບຖ້ວນໄດ້ຈັກເທື່ອ.

ບາງຄົນມັກຄາດຄະເນ ແລະ ຈິນຕະນາການ, ແຕ່ການຈິນຕະນາການຂອງມະນຸດສາມາດໄປໄກສໍ່າໃດ? ມັນສາມາດໄປກາຍແຜ່ນດິນໂລກນີ້ບໍ? ມະນຸດສາມາດຄາດຄະເນ ແລະ ຈິນຕະນາການເຖິງຄວາມແທ້ຈິງ ແລະ ຄວາມຖືກຕ້ອງແຫ່ງສິດອຳນາດຂອງພຣະເຈົ້າໄດ້ບໍ? ການຄາດຄະເນ ແລະ ການຈິນຕະນາການຂອງມະນຸດສາມາດເຮັດໃຫ້ເຂົາບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າໄດ້ບໍ? ພວກມັນສາມາດເຮັດໃຫ້ມະນຸດເຂົ້າໃຈ ແລະ ຍອມຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າຢ່າງແທ້ຈິງໄດ້ບໍ? ຄວາມຈິງພິສູດວ່າ ການຄາດຄະເນ ແລະ ການຈິນຕະນາການຂອງມະນຸດເປັນພຽງແຕ່ຜົນຜະລິດຂອງສະຕິປັນຍາຂອງມະນຸດ ແລະ ບໍ່ໄດ້ໃຫ້ການຊ່ວຍເຫຼືອ ຫຼື ຜົນປະໂຫຍດແມ່ນແຕ່ໜ້ອຍດຽວສໍາລັບຄວາມຮູ້ຂອງມະນຸດກ່ຽວກັບສິດອຳນາດຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ອ່ານນິຍາຍວິທະຍາສາດ, ບາງຄົນສາມາດຈິນຕະນາການເຖິງດວງເດືອນ ແລະ ດວງດາວເປັນແນວໃດ. ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບສິດອຳນາດຂອງພຣະເຈົ້າ. ການຈິນຕະນາການຂອງມະນຸດກໍເປັນພຽງແຕ່ການຈິນຕະນາການເທົ່ານັ້ນ. ຈາກຄວາມຈິງກ່ຽວກັບສິ່ງເຫຼົ່ານີ້ ເຊິ່ງໝາຍຄວາມວ່າ ຈາກຄວາມກ່ຽວຂ້ອງຂອງພວກເຂົາກັບສິດອຳນາດຂອງພຣະເຈົ້າ, ພວກເຂົາບໍ່ມີຄວາມເຂົ້າໃຈຫຍັງເລີຍ. ມັນຈະມີປະໂຫຍດຫຍັງເຖິງວ່າເຈົ້າໄດ້ໄປດວງເດືອນ? ມັນສະແດງວ່າເຈົ້າມີຄວາມເຂົ້າໃຈໃນຫຼາຍມິຕິກ່ຽວກັບສິດອຳນາດຂອງພຣະເຈົ້າບໍ? ມັນສະແດງວ່າເຈົ້າສາມາດຈິນຕະນາການເຖິງຂອບເຂດແຫ່ງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ? ຍ້ອນການຄາດຄະເນ ແລະ ການຈິນຕະນາການຂອງມະນຸດບໍ່ສາມາດເຮັດໃຫ້ມະນຸດຮູ້ຈັກສິດອຳນາດຂອງພຣະເຈົ້າໄດ້, ມະນຸດຄວນເຮັດຫຍັງ? ທາງເລືອກທີ່ສະຫຼາດສຸດກໍຄືບໍ່ຄາດຄະເນ ຫຼື ຈິນຕະນາການ ເຊິ່ງໝາຍຄວາມວ່າ ມະນຸດຕ້ອງບໍ່ເພິ່ງພາຈິນຕະນາການ ແລະ ເຊື່ອຖືການຄາດຄະເນ ເມື່ອເວົ້າເຖິງການຮູ້ຈັກສິດອຳນາດຂອງພຣະເຈົ້າ. ສິ່ງທີ່ເຮົາປາຖະໜາທີ່ຈະເວົ້າກັບພວກເຈົ້າໃນນີ້ແມ່ນຫຍັງ? ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ທາດແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທ່ືອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ບາງຄົນເວົ້າວ່າ ພວກເຂົາປາຖະໜາທີ່ຈະຄົ້ນຫາວິທີງ່າຍໆໃນການບັນລຸຄວາມຕັ້ງໃຈນີ້,​ແຕ່ພວກເຈົ້າສາມາດຄິດເຖິງວິທີດັ່ງກ່າວໄດ້ບໍ? ເຮົາຈະບອກກັບເຈົ້າ ບໍ່ຈຳເປັນຕ້ອງຄິດ ເພາະບໍ່ມີວິທີອື່ນໆອີກແລ້ວ! ວິທີດຽວກໍຄືຮູ້ຈັກ ແລະ ພິສູດສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງຕັ້ງໃຈ ແລະ ຢ່າງແນວແນ່ ຜ່ານພຣະທຳທຸກຂໍ້ທີ່ພຣະອົງກ່າວອອກ ແລະ ທຸກສິ່ງທີ່ພຣະອົງເຮັດ. ນີ້ແມ່ນວິທີດຽວທີ່ຈະຮູ້ຈັກພຣະເຈົ້າ. ຍ້ອນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍ ແລະ ວ່າງເປົ່າ, ແຕ່ເປັນຄວາມຈິງ.

ຄວາມຈິງແຫ່ງການຄວບຄຸມ ແລະ ອິດທິພົນຂອງພຣະຜູ້ສ້າງເໜືອສິ່ງທັງປວງ ແລະ ທຸກສິ່ງທີ່ມີຊີວິດບົ່ງບອກເຖິງການມີຢູ່ທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ

ໃນທຳນອງດຽວກັນ, ການອວຍພອນຂອງພຣະເຢໂຮວາໃຫ້ກັບໂຢບແມ່ນຖືກບັນທຶກໃນໜັງສືໂຢບ. ພຣະເຈົ້າປະທານຫຍັງໃຫ້ກັບໂຢບ? “ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ” (ໂຢບ 42:12). ຈາກທັດສະນະຂອງມະນຸດ, ແມ່ນຫຍັງຄືສິ່ງເຫຼົ່ານີ້ທີ່ຖືກມອບໃຫ້ກັບໂຢບ? ສິ່ງເຫຼົ່ານັ້ນແມ່ນຊັບສິນຂອງມະນຸດຊາດບໍ? ດ້ວຍຊັບສິນເຫຼົ່ານີ້, ໂຢບຈະບໍ່ໄດ້ເປັນຄົນຮັ່ງມີຫຼາຍໃນລະຫວ່າງຍຸກນັ້ນບໍ? ແລ້ວລາວໄດ້ຮັບຊັບສິນເຫຼົ່ານີ້ແນວໃດ? ແມ່ນຫຍັງກໍ່ໃຫ້ເກີດຄວາມຮັ່ງມີຂອງລາວ? ມັນຊັດເຈນໂດຍບໍ່ຕ້ອງອະທິບາຍຢູ່ແລ້ວວ່າ ມັນແມ່ນຍ້ອນການອວຍພອນຂອງພຣະເຈົ້າທີ່ເຮັດໃຫ້ໂຢບຄອບຄອງສິ່ງເຫຼົ່ານີ້. ໂຢບພິຈາລະນາເບິ່ງຊັບສິນເຫຼົ່ານີ້ແນວໃດ ແລະ ລາວເບິ່ງແນວໃດກ່ຽວກັບການອວຍພອນຂອງພຣະເຈົ້າ, ນັ້ນບໍ່ແມ່ນສິ່ງທີ່ພວກເຮົາຈະສົນທະນາໃນທີ່ນີ້. ເມື່ອເວົ້າເຖິງການອວຍພອນຂອງພຣະເຈົ້າ, ທຸກຄົນປາຖະໜາຫາ ກາງເວັນ ແລະ ກາງຄືນ ເພື່ອທີ່ຈະຖືກພຣະເຈົ້າອວຍພອນ, ແຕ່ມະນຸດບໍ່ສາມາດຄວບຄຸມໄດ້ວ່າ ເຂົາສາມາດຮັບເອົາຊັບສິນຫຼາຍສໍ່າໃດໃນລະຫວ່າງຊີວິດຂອງເຂົາ ຫຼື ວ່າເຂົາຈະສາມາດໄດ້ຮັບການອວຍພອນຈາກພຣະເຈົ້າ ຫຼື ບໍ່ນັ້ນ, ນີ້ແມ່ນຄວາມຈິງທີ່ບໍ່ຕ້ອງສົງໄສ! ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດທີ່ຈະປະທານຊັບສິນໃດກໍຕາມໃຫ້ກັບມະນຸດ, ຍອມໃຫ້ມະນຸດຮັບເອົາພອນໃດກໍຕາມ,​ ແຕ່ກໍມີຫຼັກການໃນການອວຍພອນຂອງພຣະເຈົ້າ. ພຣະເຈົ້າອວຍພອນຄົນປະເພດໃດ? ແນ່ນອນ ພຣະອົງປະທານພອນໃຫ້ຄົນທີ່ພຣະອົງມັກ! ອັບຣາຮາມ ແລະ ໂຢບຖືກພຣະເຈົ້າອວຍພອນທັງສອງ, ແຕ່ການອວຍພອນທີ່ພວກເຂົາໄດ້ຮັບແມ່ນບໍ່ຄືກັນ. ພຣະເຈົ້າອວຍພອນອັບຣາຮາມດ້ວຍເຊື້ອສາຍທີ່ມີຫຼາຍເທົ່າກັບເມັດຊາຍ ແລະ ດວງດາວ. ເມື່ອພຣະເຈົ້າອວຍພອນອັບຣາຮາມ, ພຣະອົງເຮັດໃຫ້ເຊື້ອສາຍຂອງຄົນໜຶ່ງ ແລະ ຊົນຊາດໜຶ່ງກາຍມາເປັນຊົນຊາດມະຫາອຳນາດ ແລະ ຈະເລີນຮຸ່ງເຮືອງ. ໃນນີ້, ສິດອຳນາດຂອງພຣະເຈົ້າປົກຄອງເໜືອມະນຸດຊາດ ຜູ້ເຊິ່ງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າທ່າມກາງສິ່ງທັງປວງ ແລະ ສິ່ງທີ່ມີຊີວິດ. ພາຍໃຕ້ການປົກຄອງແຫ່ງສິດອຳນາດຂອງພຣະເຈົ້າ, ມະນຸດຊາດນີ້ເພີ່ມທະວີ ແລະ ເປັນຢູ່ຢ່າງໄວໂດຍການຕັດສິນຂອງພຣະເຈົ້າ ແລະ ພາຍໃນຂອບເຂດທີ່ພຣະເຈົ້າກຳນົດໄວ້. ໂດຍສະເພາະແລ້ວ, ການຢູ່ລອດຂອງຊົນຊາດນີ້, ອັດຕາການຂະຫຍາຍຕົວ ແລະ ກໍານົນອາຍຸຍືນລ້ວນແລ້ວແຕ່ເປັນສ່ວນຂອງການຈັດແຈງຂອງພຣະເຈົ້າ ແລະ ຫຼັກການຂອງທຸກສິ່ງເຫຼົ່ານີ້ແມ່ນອີງຕາມຄຳສັນຍາທີ່ພຣະເຈົ້າໄດ້ສ້າງໄວ້ໃຫ້ອັບຣາຮາມທັງໝົດ. ນີ້ໝາຍຄວາມວ່າ ບໍ່ວ່າຈະເປັນສະຖານະການໃດກໍຕາມ, ຄຳສັນຍາຂອງພຣະເຈົ້າຈະດຳເນີນການຕໍ່ໄປໂດຍບໍ່ມີອຸປະສັກ ແລະ ຖືກເຮັດໃຫ້ເກີດເປັນຈິງພາຍໃຕ້ການຄຸ້ມຄອງແຫ່ງສິດອຳນາດຂອງພຣະເຈົ້າ. ໃນຄຳສັນຍາທີ່ພຣະເຈົ້າໄດ້ສ້າງໄວ້ໃຫ້ກັບອັບຣາຮາມນັ້ນ ບໍ່ວ່າຈະມີກາລີຍຸກເທິງແຜ່ນດິນໂລກ, ບໍ່ວ່າຈະໃນຍຸກໃດ, ບໍ່ວ່າຈະມີໄພພິບັດທີ່ມະນຸດຊາດຕ້ອງອົດກັ້ນ, ເຊື້ອສາຍຂອງອັບຣາຮາມຈະບໍ່ປະສົບກັບຄວາມສ່ຽງໃນການຖືກທຳລາຍລ້າງ ແລະ ຊົນຊາດຂອງພວກເຂົາກໍຈະບໍ່ຫາຍສາບສູນໄປ. ເຖິງຢ່າງໃດກໍຕາມ ການທີ່ພຣະເຈົ້າອວຍພອນໂຢບເຮັດໃຫ້ລາວຮັ່ງມີຢ່າງມະຫາສານ. ສິ່ງທີ່ພຣະເຈົ້າມອບໃຫ້ກັບລາວກໍຄືສິ່ງທີ່ມີຊິວິດ ແລະ ມີລົມຫາຍໃຈຈຳນວນຫຼວງຫຼາຍ ເຊິ່ງມີລັກສະນະເຈາະຈົງ ລວມເຖິງຈຳນວນຂອງພວກມັນ, ອັດຕາຄວາມໄວໃນການແຜ່ພັນຂອງພວກມັນ, ອັດຕາການຢູ່ລອດ, ຈຳນວນໄຂມັນທີ່ຢູ່ໃນຮ່າງກາຍຂອງພວກມັນ ແລະ ອື່ນໆອີກ ແມ່ນຖືກຄວບຄຸມໂດຍພຣະເຈົ້າ. ເຖິງແມ່ນວ່າ ສິ່ງທີ່ມີຊີວິດເຫຼົ່ານີ້ບໍ່ມີຄວາມສາມາດໃນການເວົ້າ, ພວກເຂົາກໍຍັງເປັນສ່ວນໜຶ່ງໃນການປັ້ນແຕ່ງຂອງພຣະຜູ້ສ້າງເຊັ່ນດຽວກັນ ແລະ ຫຼັກການແຫ່ງການປັ້ນແຕ່ງຂອງພຣະເຈົ້າສໍາລັບພວກມັນກໍເປັນໄປຕາມພື້ນຖານຂອງການອວຍພອນທີ່ພຣະເຈົ້າສັນຍາໄວ້ກັບໂຢບ. ໃນການອວຍພອນທີ່ພຣະເຈົ້າມອບໃຫ້ກັບອັບຣາຮາມ ແລະ ໂຢບ, ເຖິງແມ່ນວ່າ ສິ່ງທີ່ສັນຍານັ້ນແຕກຕ່າງກັນ, ສິດອຳນາດທີ່ພຣະເຈົ້າໃຊ້ປົກຄອງສິ່ງທັງປວງ ແລະ ສິ່ງທີ່ມີຊິວິດຕ່າງໆກໍເປັນອັນດຽວກັນ. ທຸກລາຍລະອຽດຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນຖືກສະແດງອອກໃນຄຳສັນຍາທີ່ແຕກຕ່າງກັນຂອງພຣະອົງ ແລະ ການອວຍພອນທີ່ໃຫ້ກັບອັບຣາຮາມ ແລະ ໂຢບ ໄດ້ສະແດງໃຫ້ມະນຸດຊາດເຫັນອີກຄັ້ງວ່າ ສິດອຳນາດຂອງພຣະເຈົ້າຢູ່ນອກເໜືອຈິນຕະນາການຂອງມະນຸດຫຼາຍ. ລາຍລະອຽດເຫຼົ່ານີ້ບອກມະນຸດຊາດອີກຄັ້ງວ່າ ຖ້າເຂົາປາຖະໜາທີ່ຈະຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວມັນກໍພຽງແຕ່ສາມາດບັນລຸຜ່ານພຣະທຳຂອງພຣະເຈົ້າ ແລະ ຜ່ານທາງການຜະເຊີນກັບພາລະກິດຂອງພຣະເຈົ້າເທົ່ານັ້ນ.

ສິດອຳນາດແຫ່ງການປົກຄອງຂອງພຣະເຈົ້າເໜືອສິ່ງທັງປວງຍອມໃຫ້ມະນຸດເຫັນຄວາມຈິງຢ່າງໜຶ່ງ ນັ້ນກໍຄື ສິດອຳນາດຂອງພຣະເຈົ້າບໍ່ພຽງແຕ່ສະແດງອອກໃນພຣະທຳທີ່ວ່າ “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ, ຈົ່ງມີທ້ອງຟ້າ ແລ້ວກໍມີທ້ອງຟ້າ ແລະ ຈົ່ງມີແຜ່ນດິນ ແລ້ວກໍມີແຜ່ນດິນ”, ແຕ່ຍິ່ງໄປກວ່ານັ້ນກໍຄື ສິດອໍານາດຂອງພຣະອົງຍັງສະແດງອອກຢູ່ໃນວິທີທີ່ພຣະອົງເຮັດໃຫ້ແສງສະຫວ່າງສືບຕໍ່, ຮັກສາທ້ອງຟ້າບໍ່ໃຫ້ຫາຍໄປ ແລະ ເຮັດໃຫ້ແຜ່ນດິນແຍກອອກຈາກນໍ້າຕະຫຼອດໄປ ພ້ອມທັງຢູ່ໃນລາຍລະອຽດຂອງວິທີທີ່ພຣະອົງປົກຄອງ ແລະ ຄຸ້ມຄອງສິ່ງທີ່ພຣະອົງສ້າງຂຶ້ນ ນັ້ນກໍຄື ແສງສະຫວ່າງ, ທ້ອງຟ້າ ແລະ ແຜ່ນດິນ. ພວກເຈົ້າເຫັນຫຍັງອີກແດ່ໃນການທີ່ພຣະເຈົ້າອວຍພອນມະນຸດຊາດ? ເຫັນໄດ້ຢ່າງຊັດເຈນກໍຄື ຫຼັງຈາກທີ່ພຣະເຈົ້າໄດ້ອວຍພອນອັບຣາຮາມ ແລະ ໂຢບ, ບາດກ້າວຂອງພຣະເຈົ້າກໍບໍ່ໄດ້ຢຸດ ຍ້ອນພຣະອົງຫາກໍເລີ່ມຕົ້ນໃຊ້ສິດອຳນາດຂອງພຣະອົງ ແລະ ພຣະອົງເຈດຕະນາທີ່ຈະເຮັດໃຫ້ພຣະທຳທຸກຂໍ້ຂອງພຣະອົງເປັນຄວາມຈິງ ແລະ ເຮັດໃຫ້ລາຍລະອຽດທຸກປະການທີ່ພຣະອົງໄດ້ກ່າວໄວ້ເກີດຂຶ້ນຈິງ ແລະ ສະນັ້ນ ໃນຫຼາຍປີທີ່ຈະມາເຖິງນີ້ ພຣະອົງສືບຕໍ່ເຮັດທຸກສິ່ງທີ່ພຣະອົງເຈດຕະນາໄວ້. ເພາະພຣະເຈົ້າມີສິດອຳນາດ, ບາງເທື່ອ ສຳລັບມະນຸດແລ້ວ ມັນເບິ່ງຄືກັບວ່າ ພຣະເຈົ້າຕ້ອງການພຽງແຕ່ກ່າວ ແລະ ບໍ່ຈຳເປັນຕ້ອງຍົກນິ້ວມືຂຶ້ນເພື່ອໃຫ້ທຸກບັນຫາ ແລະ ທຸກສິ່ງສຳເລັດລົງ. ການຈິນຕະນາການດັ່ງກ່າວແມ່ນຂ້ອນຂ້າງເປັນຕາຫົວຂວັນ! ຖ້າເຈົ້າພຽງແຕ່ມີມຸມມອງດ້ານດຽວກ່ຽວກັບການທີ່ພຣະເຈົ້າຈັດຕັ້ງພັນທະສັນຍາກັບມະນຸດໂດຍໃຊ້ພຣະທຳ ແລະ ກ່ຽວກັບພຣະເຈົ້າສຳເລັດທຸກສິ່ງໂດຍໃຊ້ພຣະທຳ ແລະ ເຈົ້າບໍ່ສາມາດເຫັນເຖິງຫຼາກຫຼາຍໝາຍສຳຄັນ ແລະ ຄວາມຈິງທີ່ສິດອຳນາດຂອງພຣະເຈົ້າມີອິດທິພົນຢູ່ເໜືອການເປັນຢູ່ຂອງສິ່ງທັງປວງ, ແລ້ວຄວາມເຂົ້າໃຈຂອງເຈົ້າກ່ຽວກັບສິດອຳນາດກໍບໍ່ມີຄວາມໝາຍ ແລະ ເປັນຕາຢາກຫົວຫຼາຍ! ຖ້າມະນຸດຈິນຕະນາການໃຫ້ພຣະເຈົ້າເປັນແບບນັ້ນ, ຕ້ອງເວົ້າໄດ້ວ່າ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າໄດ້ຖືກຂັບໄລ່ຈົນເຖິງດ່ານສຸດທ້າຍ ແລະ ໄດ້ເຖິງທາງຕັນແລ້ວ ຍ້ອນພຣະເຈົ້າທີ່ມະນຸດຈິນຕະນາການແມ່ນເປັນພຽງແຕ່ເຄື່ອງຈັກທີ່ບັນຊາຄຳສັ່ງ ແລະ ບໍ່ແມ່ນພຣະເຈົ້າຜູ້ເຊິ່ງມີສິດອຳນາດ. ເຈົ້າໄດ້ເຫັນຫຍັງແດ່ຜ່ານຕົວຢ່າງຂອງອັບຣາຮາມ ແລະ ໂຢບ? ເຈົ້າໄດ້ເຫັນເຖິງດ້ານທີ່ເປັນຈິງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ? ຫຼັງຈາກທີ່ພຣະເຈົ້າອວຍພອນອັບຣາຮາມ ແລະ ໂຢບ, ພຣະເຈົ້າໄດ້ຢຸດຢູ່ບ່ອນນັ້ນ ຫຼື ພຣະອົງສົ່ງຜູ້ສົ່ງຂ່າວຂອງພຣະອົງໃຫ້ປະຕິບັດພາລະກິດ ໃນຂະນະທີ່ລໍຖ້າເພື່ອເຫັນສິ່ງທີ່ຈະເປັນຜົນຕາມມາ. ໃນທາງກົງກັນຂ້າມ, ທັນທີທີ່ພຣະເຈົ້າກ່າວພຣະທຳຂອງພຣະອົງ, ພາຍໃຕ້ການນໍາພາຂອງສິດອຳນາດຂອງພຣະເຈົ້າ, ທຸກສິ່ງເລີ່ມເຮັດຕາມພາລະກິດທີ່ພຣະເຈົ້າເຈດຕະນາທີ່ຈະປະຕິບັດ ແລະ ມີການຈັດແຈງຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າຕ້ອງການ. ນີ້ໝາຍຄວາມວ່າ ທັນທີທີ່ພຣະທຳຖືກກ່າວອອກຈາກປາກຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າເລີ່ມຖືກໃຊ້ທົ່ວແຜ່ນດິນທັງໝົດ ແລະ ພຣະອົງກຳນົດວິທີທາງເພື່ອເຮັດສຳລັບ ແລະ ປະຕິບັດຕາມຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ໃຫ້ອັບຣາຮາມ ແລະ ໂຢບ, ໃນຂະນະທີ່ກຳລັງວາງແຜນ ແລະ ຈັດຕຽມໃຫ້ເໝາະສົມທຸກຢ່າງສຳລັບທຸກສິ່ງທີ່ຈຳເປັນໃນແຕ່ລະບາດກ້າວ ແລະ ແຕ່ລະຂັ້ນຕອນສຳຄັນທີ່ພຣະອົງວາງແຜນຈະປະຕິບັດ. ໃນລະຫວ່າງເວລານີ້, ພຣະເຈົ້າບໍ່ພຽງແຕ່ກຳນົດທິດທາງຂອງຜູ້ສົ່ງຂ່າວຂອງພຣະອົງ, ແຕ່ຍັງກຳນົດທິດທາງຂອງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ. ນີ້ໝາຍຄວາມວ່າ ຂອບເຂດທີ່ສິດອຳນາດຂອງພຣະເຈົ້າຖືກໃຊ້ບໍ່ພຽງແຕ່ລວມເຖິງຜູ້ສົ່ງຂ່າວ ແຕ່ລວມເຖິງທຸກສິ່ງໃນການສ້າງທີ່ຖືກກຳນົດທິດທາງເພື່ອໃຫ້ສອດຄ່ອງກັບພາລະກິດທີ່ພຣະອົງເຈດຕະນາທີ່ຈະເຮັດໃຫ້ສຳເລັດ; ສິ່ງເຫຼົ່ານີ້ແມ່ນລັກສະນະສະເພາະໃນການໃຊ້ສິດອຳນາດຂອງພຣະເຈົ້າ. ໃນຈິນຕະນາການຂອງພວກເຈົ້າ, ບາງຄົນອາດມີຄວາມເຂົ້າໃຈດັ່ງຕໍ່ໄປນີ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ນັ້ນກໍຄື ພຣະເຈົ້າມີສິດອຳນາດ ແລະ ພຣະເຈົ້າມີລິດອຳນາດ ແລະ ດ້ວຍເຫດນັ້ນ ພຣະເຈົ້າພຽງແຕ່ຢູ່ໃນສະຫວັນຊັ້ນສາມ ຫຼື ຢູ່ໃນບ່ອນຄົງທີ່ ແລະ ບໍ່ຈຳເປັນຕ້ອງປະຕິບັດພາລະກິດສະເພາະໃດເລີຍ ແລະ ພາລະກິດທັງໝົດຂອງພຣະອົງແມ່ນຖືກເຮັດໃຫ້ສົມບູນພາຍໃນຄວາມຄິດຂອງພຣະອົງ. ບາງຄົນອາດຍັງເຊື່ອວ່າ ເຖິງແມ່ນພຣະເຈົ້າອວຍພອນອັບຣາຮາມ, ພຣະເຈົ້າກໍບໍ່ຈຳເປັນຕ້ອງເຮັດຫຍັງເລີຍ ແລະ ພຣະອົງພຽງຕ້ອງການກ່າວພຣະທຳຂອງພຣະອົງເທົ່ານັ້ນ. ນີ້ແມ່ນສິ່ງທີ່ເກີດຂຶ້ນແທ້ບໍ? ເຫັນໄດ້ຊັດເຈນເລີຍວ່າ ບໍ່ແມ່ນ! ເຖິງແມ່ນພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ, ສິດອຳນາດຂອງພຣະອົງເປັນຈິງ ແລະ ແທ້ຈິງ, ບໍ່ໄດ້ວ່າງເປົ່າ. ຄວາມແທ້ຈິງ ແລະ ຄວາມເປັນຈິງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າໄດ້ຖືກເປີດເຜີຍ ແລະ ສະແດງອອກເທື່ອລະໜ້ອຍໃນການທີ່ພຣະອົງສ້າງທຸກສິ່ງ ແລະ ຄວບຄຸມຢູ່ເໜືອສິ່ງຕ່າງໆ ແລະ ໃນຂະບວນການທີ່ພຣະອົງນໍາພາ ແລະ ຄຸ້ມຄອງມະນຸດຊາດ. ທຸກວິທີການ, ທຸກທັດສະນະ ແລະ ທຸກລາຍລະອຽດຂອງການປົກຄອງຂອງພຣະເຈົ້າເໜືອມະນຸດຊາດ ແລະ ສິ່ງທັງປວງ ແລະ ທຸກພາລະກິດທີ່ພຣະອົງໄດ້ເຮັດໃຫ້ສຳເລັດ ພ້ອມທັງຄວາມເຂົ້າໃຈຂອງພຣະອົງກ່ຽວກັບທຸກສິ່ງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ພິສູດແທ້ຈິງວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ່ແມ່ນພຣະທຳທີ່ວ່າງເປົ່າ. ສິດອຳນາດ ແລະ ລິດອຳນາດຂອງພຣະອົງຖືກສະແດງອອກ ແລະ ເປີດເຜີຍຢ່າງຕໍ່ເນື່ອງ ແລະ ໃນທຸກໆສິ່ງ. ການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ບົ່ງບອກເຖິງການມີຢູ່ທີ່ເປັນຈິງແຫ່ງສິດອຳນາດຂອງພຣະເຈົ້າ ຍ້ອນພຣະອົງໃຊ້ສິດອຳນາດ ແລະ ລິດອຳນາດຂອງພຣະອົງເພື່ອສືບຕໍ່ພາລະກິດຂອງພຣະອົງ ແລະ ເພື່ອບັນຊາການທຸກໆສິ່ງ ແລະ ເພື່ອປົກຄອງທຸກໆສິ່ງໃນທຸກຊ່ວງເວລາ; ທູດສະຫວັນ ແລະ ຜູ້ສົ່ງຂ່າວຂອງພຣະເຈົ້າກໍບໍ່ສາມາດແທນລິດອຳນາດ ແລະ ສິດອຳນາດຂອງພຣະອົງໄດ້. ພຣະເຈົ້າຕັດສິນໃຈວ່າ ພຣະອົງຈະປະທານການອວຍພອນໃດໃຫ້ກັບອັບຣາຮາມ ແລະ ໂຢບ, ແລ້ວມັນກໍຂຶ້ນກັບການຕັດສິນໃຈຂອງພຣະເຈົ້າ. ເຖິງແມ່ນຜູ້ສົ່ງຂ່າວຂອງພຣະເຈົ້າມາຫາອັບຣາຮາມ ແລະ ໂຢບເປັນການສ່ວນຕົວ, ການກະທຳຂອງພວກເຂົາກໍເປັນໄປຕາມພຣະບັນຍັດຂອງພຣະເຈົ້າ ແລະ ການກະທໍາຂອງພວກເຂົາແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ເຊັ່ນດຽວກັນ ຜູ້ສົ່ງຂ່າວກໍຍັງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າອີກດ້ວຍ. ເຖິງແມ່ນມະນຸດເຫັນຜູ້ສົ່ງຂ່າວຂອງພຣະເຈົ້າມາຫາອັບຣາຮາມ ແລະ ບໍ່ໄດ້ເຫັນພຣະເຈົ້າເຢໂຮວາເຮັດຫຍັງດ້ວຍຕົວພຣະອົງເອງທີ່ບັນທຶກໄວ້ໃນພຣະຄຳພີ, ຕາມຄວາມຈິງແລ້ວ ຜູ້ດຽວທີ່ໃຊ້ລິດອຳນາດ ແລະ ສິດອຳນາດແທ້ຈິງກໍແມ່ນພຣະເຈົ້າເອງ ແລະ ສິ່ງນີ້ຈະບໍ່ທົນຕໍ່ຂໍ້ສົງໄສຈາກມະນຸດຄົນໃດ! ເຖິງແມ່ນເຈົ້າໄດ້ເຫັນທູດສະຫວັນ ແລະ ຜູ້ສົ່ງຂ່າວມີລິດອຳນາດທີ່ຍິ່ງໃຫຍ່ ແລະ ປະຕິບັດສິ່ງອັດສະຈັນຕ່າງໆ ຫຼື ພວກເຂົາໄດ້ເຮັດບາງສິ່ງທີ່ພຣະເຈົ້າມອບໝາຍໃຫ້, ການກະທຳຂອງພວກເຂົາກໍພຽງແຕ່ເພື່ອເຮັດສຳເລັດການມອບໝາຍຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ໄດ້ສະແດງເຖິງສິດອຳນາດຂອງພຣະເຈົ້າດ້ວຍວິທີໃດເລີຍ, ຍ້ອນບໍ່ມີມະນຸດ ຫຼື ສິ່ງໃດທີ່ມີ ຫຼື ຄອບຄອງສິດອຳນາດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງ ແລະ ປົກຄອງທຸກສິ່ງ. ດ້ວຍເຫດນັ້ນຈຶ່ງບໍ່ມີມະນຸດ ຫຼື ສິ່ງໃດທີ່ສາມາດໃຊ້ ຫຼື ສະແດງສິດອຳນາດຂອງພຣະຜູ້ສ້າງໄດ້.

ສິດອຳນາດຂອງພຣະຜູ້ສ້າງບໍ່ສາມາດປ່ຽນແປງໄດ້ ແລະ ບໍ່ສາມາດລ່ວງເກີນໄດ້

ພວກເຈົ້າໄດ້ເຫັນຫຍັງໃນສາມພາກສ່ວນຂອງຂໍ້ພຣະຄຳເຫຼົ່ານີ້? ພວກເຈົ້າໄດ້ເຫັນບໍ່ວ່າມີຫຼັກການທີ່ພຣະເຈົ້າໃຊ້ສິດອຳນາດຂອງພຣະອົງ? ຕົວຢ່າງເຊັ່ນ: ພຣະເຈົ້າໃຊ້ສາຍຮຸ້ງເພື່ອສ້າງພັນທະສັນຍາກັບມະນຸດ ເຊິ່ງພຣະອົງວາງສາຍຮຸ້ງໃນກ້ອນເມກເພື່ອບອກກັບມະນຸດວ່າ ພຣະອົງຈະບໍ່ໃຊ້ນໍ້າຖ້ວມເພື່ອທຳລາຍແຜ່ນດິນໂລກອີກຕໍ່ໄປ. ສາຍຮຸ້ງທີ່ຜູ້ຄົນເຫັນໃນປັດຈຸບັນຍັງເປັນສາຍຮຸ້ງດຽວທີ່ກ່າວອອກຈາກປາກຂອງພຣະເຈົ້າບໍ? ທຳມະຊາດ ແລະ ຄວາມໝາຍຂອງມັນໄດ້ປ່ຽນແປງແລ້ວບໍ? ແນ່ນອນ ມັນບໍ່ໄດ້ປ່ຽນແປງ. ພຣະເຈົ້າໃຊ້ສິດອຳນາດຂອງພຣະອົງເພື່ອດໍາເນີນການນີ້ ແລະ ພັນທະສັນຍາທີ່ພຣະອົງສ້າງກັບມະນຸດກໍສືບຕໍ່ຈົນເຖິງປັດຈຸບັນ ແລະ ແນ່ນອນ ເວລາທີ່ພັນທະສັນຍານີ້ຈະປ່ຽນແປງແມ່ນຂຶ້ນຢູ່ກັບການຕັດສິນໃຈຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າກ່າວວ່າ: “ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ” ພຣະເຈົ້າກໍປະຕິບັດຕາມພັນທະສັນຍານີ້ຢູ່ສະເໝີ ມາຈົນເຖິງປັດຈຸບັນ. ເຈົ້າເຫັນຫຍັງແດ່ໃນສິ່ງນີ້? ເຖິງແມ່ນວ່າ ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ, ພຣະອົງກໍເຂັ້ມງວດ ແລະ ມີຫຼັກການໃນການກະທຳຂອງພຣະອົງ ແລະ ຄົງຮັກສາຄວາມເປັນຈິງໃນພຣະທຳຂອງພຣະອົງ. ຄວາມເຂັ້ມງວດຂອງພຣະອົງ ແລະ ຫຼັກການໃນການປະຕິບັດຂອງພຣະອົງ ສະແດງເຖິງຄວາມບໍ່ສາມາດລ່ວງເກີນໄດ້ຂອງພຣະຜູ້ສ້າງ ແລະ ຄວາມບໍ່ສາມາດຢູ່ເໜືອສິດອຳນາດຂອງພຣະຜູ້ສ້າງໄດ້. ເຖິງວ່າພຣະອົງມີສິດອຳນາດສູງສຸດ ແລະ ທຸກໆສິ່ງກໍຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງມີລິດອຳນາດປົກຄອງທຸກສິ່ງ, ພຣະເຈົ້າກໍບໍ່ເຄີຍທຳລາຍ ຫຼື ລົບກວນແຜນການຂອງພຣະອົງເອງ ແລະ ໃນແຕ່ລະຄັ້ງທີ່ພຣະອົງໃຊ້ສິດອຳນາດ, ມັນກໍສອດຄ່ອງກັບຫຼັກການຂອງພຣະອົງເອງຢ່າງເຄັ່ງຄັດ ແລະ ປະຕິບັດຕາມສິ່ງທີ່ຖືກກ່າວອອກຈາກປາກຂອງພຣະອົງຢ່າງແນ່ນອນ ແລະ ປະຕິບັດຕາມບາດກ້າວ ແລະ ຈຸດປະສົງຂອງແຜນການຂອງພຣະອົງ. ແນ່ນອນ ທຸກສິ່ງທີ່ພຣະເຈົ້າປົກຄອງຍັງເຊື່ອຟັງຫຼັກການໃນການໃຊ້ສິດອຳນາດຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດທີ່ຖືກຍົກເວັ້ນຈາກການຈັດແຈງຂອງສິດອຳນາດຂອງພຣະອົງ ຫຼື ພວກເຂົາບໍ່ສາມາດປ່ຽນແປງຫຼັກການທີ່ສິດອຳນາດຂອງພຣະອົງນໍາໃຊ້. ໃນສາຍຕາຂອງພຣະເຈົ້າ, ຄົນທີ່ໄດ້ຮັບການອວຍພອນກໍໄດ້ຮັບຊັບສິນທີ່ສົມບູນ ເຊິ່ງເກີດຈາກສິດອຳນາດຂອງພຣະອົງ ແລະ ຄົນທີ່ຖືກສາບແຊ່ງກໍໄດ້ຮັບການລົງໂທດຂອງພວກເຂົາ ຍ້ອນສິດອຳນາດຂອງພຣະເຈົ້າ. ພາຍໃຕ້ການປົກຄອງຈາກສິດອຳນາດຂອງພຣະເຈົ້າ, ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດໄດ້ຮັບການຍົກເວັ້ນຈາກການໃຊ້ສິດອຳນາດຂອງພຣະອົງ ຫຼື ພວກເຂົາບໍ່ສາມາດປ່ຽນແປງຫຼັກການໃນການໃຊ້ສິດອຳນາດຂອງພຣະອົງ. ສິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ຖືກດັດປ່ຽນໂດຍການປ່ຽນແປງໃນປັດໄຈໃດກໍຕາມ ແລະ ໃນທຳນາອງດຽວກັນ ຫຼັກການໃນການໃຊ້ສິດອຳນາດຂອງພຣະອົງກໍບໍ່ປ່ຽນແປງຍ້ອນເຫດຜົນໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດປະສົບກັບກາລີຍຸກທີ່ຍິ່ງໃຫຍ່, ແຕ່ສິດອຳນາດຂອງພຣະຜູ້ສ້າງຈະບໍ່ປ່ຽນແປງ; ທຸກໆສິ່ງອາດຫາຍໄປ, ແຕ່ສິດອຳນາດຂອງພຣະຜູ້ສ້າງຈະບໍ່ຫາຍໄປຈັກເທື່ອ. ນີ້ແມ່ນທາດແທ້ຂອງສິດອຳນາດທີ່ບໍ່ສາມາດປ່ຽນແປງ ແລະ ບໍ່ສາມາດລ່ວງເກີນໄດ້ຂອງພຣະຜູ້ສ້າງ ແລະ ນີ້ແມ່ນຄວາມເປັນໜຶ່ງດຽວທີ່ສຸດຂອງພຣະຜູ້ສ້າງ!

ພຣະທຳຂ້າງລຸ່ມແມ່ນຈຳເປັນຫຼາຍແທ້ໆໃນການຮູ້ຈັກສິດອຳນາດຂອງພຣະເຈົ້າ ແລະ ຄວາມໝາຍຂອງພຣະທຳເຫຼົ່ານີ້ກໍມີຢູ່ໃນການສົນທະນາຂ້າງລຸ່ມ. ໃຫ້ພວກເຮົາສືບຕໍ່ອ່ານຂໍ້ພຣະຄຳພີ.

4. ຄຳສັ່ງຂອງພຣະເຈົ້າຕໍ່ຊາຕານ

ໂຢບ 2:6 ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ.

ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ ແລະ ຍ້ອນສິ່ງນີ້, ທຸກສິ່ງຈຶ່ງດຳລົງຊີວິດໃນຄວາມເປັນລະບຽບ

ນີ້ແມ່ນບົດຄັດຕອນຈາກໜັງສືແຫ່ງພຣະທໍາໂຢບ ແລະ ຄຳວ່າ “ລາວ” ໃນພຣະທຳເຫຼົ່ານີ້ໝາຍເຖິງໂຢບ. ເຖິງວ່າຈະສັ້ນ, ປະໂຫຍກນີ້ກໍຊີ້ແຈງຫຼາຍບັນຫາ. ມັນອະທິບາຍເຖິງບົດສົນທະນາໂດຍສະເພາະລະຫວ່າງພຣະເຈົ້າ ແລະ ຊາຕານໃນໂລກແຫ່ງວິນຍານ ແລະ ບອກພວກເຮົາວ່າ ເປົ້າໝາຍຂອງພຣະທຳຂອງພຣະເຈົ້າແມ່ນຊາຕານ. ມັນຍັງບັນທຶກສິ່ງທີ່ພຣະເຈົ້າກ່າວໂດຍສະເພາະ. ພຣະທຳຂອງພຣະເຈົ້າເປັນຄຳສັ່ງ ແລະ ຄຳບັນຊາໃຫ້ກັບຊາຕານ. ລາຍລະອຽດໂດຍສະເພາະຂອງຄຳສັ່ງນີ້ແມ່ນກ່ຽວຂ້ອງກັບການໄວ້ຊີວິດຂອງໂຢບ ແລະ ຂອບເຂດທີ່ພຣະເຈົ້າກຳນົດໃຫ້ຊາຕານປະຕິບັດຕໍ່ໂຢບ ນັ້ນກໍຄື ຊາຕານຕ້ອງໄວ້ຊີວິດຂອງໂຢບ. ສິ່ງທຳອິດທີ່ພວກເຮົາຮຽນຮູ້ຈາກປະໂຫຍກນີ້ກໍຄື ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ພຣະເຈົ້າກ່າວກັບຊາຕານ. ອີງຕາມຂໍ້ຄວາມຕົ້ນສະບັບໃນໜັງສືແຫ່ງພຣະທຳໂຢບ, ມັນໄດ້ບອກພວກເຮົາກ່ຽວກັບເບື້ອງຫຼັງຂອງພຣະທໍາດັ່ງນີ້: ຊາຕານປາຖະໜາທີ່ຈະກ່າວຫາໂຢບ ແລະ ດ້ວຍເຫດນັ້ນ ມັນຈຶ່ງຕ້ອງໄດ້ຮັບການເຫັນດີຈາກພຣະເຈົ້າກ່ອນທີ່ມັນຈະສາມາດລໍ້ລວງລາວ, ເມື່ອເຫັນດີຕໍ່ການຮຽກຮ້ອງຂອງຊາຕານໃນການລໍ້ລວງໂຢບ, ພຣະເຈົ້າໄດ້ກຳນົດເງື່ອນໄຂດັ່ງຕໍ່ໄປນີ້ໃຫ້ກັບຊາຕານ: “ໂຢບຢູ່ໃນມືຂອງເຈົ້າແລ້ວ; ແຕ່ໃຫ້ໄວ້ຊີວິດຂອງລາວ”. ແມ່ນຫຍັງຄືແກ່ນແທ້ຂອງພຣະທຳເຫຼົ່ານີ້? ພວກມັນເປັນຄຳສັ່ງຢ່າງຊັດເຈນ, ເປັນຄຳບັນຊາ. ເມື່ອເຂົ້າໃຈເຖິງແກ່ນແທ້ຂອງພຣະທຳເຫຼົ່ານີ້, ແນ່ນອນ ເຈົ້າຄວນເຂົ້າໃຈເຊັ່ນກັນວ່າ ຜູ້ທີ່ອອກຄຳສັ່ງນີ້ແມ່ນພຣະເຈົ້າ ແລະ ຜູ້ທີ່ຮັບຄຳສັ່ງນີ້ ແລະ ເຊື່ອຟັງແມ່ນຊາຕານ. ແນ່ນອນຢູ່ແລ້ວ ໃນຄຳສັ່ງນີ້ ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຊາຕານແມ່ນປາຈັກຕໍ່ຜູ້ທີ່ໄດ້ອ່ານພຣະທຳເຫຼົ່ານີ້. ແນ່ນອນ, ນີ້ຍັງເປັນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຊາຕານໃນໂລກຝ່າຍວິນຍານ ແລະ ຄວາມແຕກຕ່າງລະຫວ່າງຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ຊາຕານ ເຊິ່ງລະບຸໄວ້ໃນບົດບັນທຶກຂອງການສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານໃນຂໍ້ພຣະຄຳພີ ແລະ ມັນຄືຄວາມແຕກຕ່າງທີ່ຊັດເຈນລະຫວ່າງຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ຊາຕານທີ່ທຸກມື້ນີ້ມະນຸດຍັງສາມາດຮຽນຮູ້ໃນຕົວຢ່າງສະເພາະ ແລະ ການບັນທຶກໃນຕົ້ນສະບັບນີ້. ໃນຈຸດນີ້, ເຮົາຕ້ອງເວົ້າວ່າ ການບັນທຶກພຣະທຳເຫຼົ່ານີ້ເປັນເອກະສານທີ່ສຳຄັນໃນຄວາມຮູ້ຂອງມະນຸດກ່ຽວກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ມັນຍັງສະໜອງຂໍ້ມູນທີ່ສຳຄັນໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ. ຜ່ານບົດສົນທະນານີ້ລະຫວ່າງພຣະຜູ້ສ້າງ ແລະ ຊາຕານໃນໂລກຝ່າຍວິນຍານ, ມະນຸດສາມາດເຂົ້າໃຈລັກສະນະສະເພາະອີກຢ່າງໜຶ່ງໃນສິດອຳນາດຂອງພຣະຜູ້ສ້າງ. ພຣະທຳເຫຼົ່ານີ້ເປັນຄຳພະຍານອີກຢ່າງໜຶ່ງຕໍ່ສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ.

ດ້ານພາຍນອກແລ້ວ ພຣະເຈົ້າເຢໂຮວາກໍາລັງສົນທະນາກັບຊາຕານ. ໃນດ້ານທາດແທ້ແລ້ວ, ທ່າທີທີ່ພຣະເຈົ້າເຢໂຮວາກ່າວ ແລະ ຕໍາແໜ່ງທີ່ພຣະອົງຢືນ ແມ່ນສູງສົ່ງກວ່າຊາຕານ. ນີ້ໝາຍຄວາມວ່າ ພຣະເຈົ້າເຢໂຮວາກຳລັງສັ່ງຊາຕານດ້ວຍນໍາສຽງຂອງຄຳສັ່ງ ແລະ ກຳລັງບອກຊາຕານເຖິງສິ່ງທີ່ມັນຄວນ ແລະ ບໍ່ຄວນເຮັດ, ໂຢບຢູ່ໃນມືຂອງມັນແລ້ວ ແລະ ມັນມີອິດທີ່ຈະປະຕິບັດຕໍ່ໂຢບຢ່າງໃດກໍຕາມທີ່ມັນປາຖະໜາ, ແຕ່ມັນຈະບໍ່ເອົາຊີວິດຂອງໂຢບ. ໃຈຄວາມທີ່ເຊື່ອງຊ້ອນກໍຄື ເຖິງແມ່ນວ່າໂຢບຖືກມອບໄວ້ຢູ່ໃນມືຂອງຊາຕານ, ຊີວິດຂອງລາວບໍ່ໄດ້ຖືກມອບໃຫ້ກັບຊາຕານ; ບໍ່ມີໃຜສາມາດເອົາຊີວິດຂອງໂຢບໄປຈາກມືຂອງພຣະເຈົ້າໄດ້ ນອກຈາກພຣະເຈົ້າຈະອະນຸຍາດ. ທ່າທີຂອງພຣະເຈົ້າແມ່ນຖືກສະແດງອອກຢ່າງຊັດເຈນໃນຄຳສັ່ງນີ້ທີ່ມີຕໍ່ຊາຕານ ແລະ ຄຳສັ່ງນີ້ຍັງສະແດງ ແລະ ເປີດເຜີຍເຖິງຕໍາແໜ່ງທີ່ພຣະເຈົ້າເຢໂຮວາສົນທະນາກັບຊາຕານ. ໃນນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ຖືສະຖານະຂອງພຣະເຈົ້າ ຜູ້ທີ່ສ້າງແສງສະຫວ່າງ,​ ອາກາດ, ທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆ, ເປັນພຣະເຈົ້າຜູ້ປົກຄອງຢູ່ເໜືອທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງ, ແຕ່ຍັງເປັນພຣະເຈົ້າຜູ້ທີ່ບັນຊາການມະນຸດຊາດ ແລະ ບັນຊາການແດນມໍລະນາ, ພຣະເຈົ້າຜູ້ທີ່ຄວບຄຸມຊີວິດ ແລະ ຄວາມຕາຍຂອງທຸກສິ່ງທີ່ມີຊີວິດ. ໃນໂລກຝ່າຍວິນຍານ, ແມ່ນໃຜນອກຈາກພຣະເຈົ້າທີ່ກ້າຈະອອກຄຳສັ່ງດັ່ງກ່າວໃຫ້ກັບຊາຕານ? ແລ້ວເປັນຫຍັງພຣະເຈົ້າຈຶ່ງອອກຄຳສັ່ງຂອງພຣະອົງໃຫ້ກັບຊາຕານດ້ວຍຕົວພຣະອົງເອງ? ຍ້ອນຊີວິດຂອງມະນຸດ ລວມເຖິງຊີວິດຂອງໂຢບ ຖືກຄວບຄຸມໂດຍພຣະເຈົ້າ. ພຣະເຈົ້າບໍ່ອະນຸຍາດໃຫ້ຊາຕານທຳຮ້າຍ ຫຼື ເອົາຊີວິດຂອງໂຢບ ແລະ ແມ່ນແຕ່ເມື່ອພຣະເຈົ້າອະນຸຍາດໃຫ້ຊາຕານລໍ້ລວງໂຢບ, ພຣະເຈົ້າກໍຍັງຈື່ທີ່ຈະອອກຄຳສັ່ງດັ່ງກ່າວໂດຍສະເພາະ ແລະ ອີກຄັ້ງໄດ້ສັ່ງໃຫ້ຊາຕານບໍ່ເອົາຊີວິດຂອງໂຢບ. ຊາຕານບໍ່ເຄີຍກ້າທີ່ຈະຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ກໍຟັງຢ່າງລະມັດລະວັງ ແລະ ເຊື່ອຟັງຄຳສັ່ງ ແລະ ຄຳບັນຊາສະເພາະຂອງພຣະເຈົ້າ, ບໍ່ກ້າທີ່ຈະຂັດຂືນສິ່ງເຫຼົ່ານັ້ນຈັກເທື່ອ ແລະ ແນ່ນອນ ບໍ່ກ້າທີ່ຈະປ່ຽນແປງຄຳສັ່ງໃດໆຂອງພຣະເຈົ້າຢ່າງອິດສະຫຼະ. ສິ່ງດັ່ງກ່າວແມ່ນຂອບເຂດທີ່ພຣະເຈົ້າກຳນົດໄວ້ໃຫ້ກັບຊາຕານ ແລະ ດ້ວຍເຫດນັ້ນ ຊາຕານຈຶ່ງບໍ່ກ້າທີ່ຈະຂ້າມຂອບເຂດເຫຼົ່ານີ້. ນີ້ບໍ່ແມ່ນຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຄຳພະຍານຕໍ່ສິດອຳນາດຂອງພຣະເຈົ້າບໍ? ຊາຕານມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກວ່າມະນຸດຊາດກ່ຽວກັບວິທີການປະພຶດຕໍ່ພຣະເຈົ້າ ແລະ ວິທີການເບິ່ງພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນໂລກຝ່າຍວິນຍານ ຊາຕານຈຶ່ງເຫັນສະຖານະ ແລະ ສິດອຳນາດຂອງພຣະເຈົ້າຢ່າງຊັດເຈນຫຼາຍ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າ ແລະ ຫຼັກການທີ່ຢູ່ເບື້ອງຫຼັງການໃຊ້ສິດອຳນາດຂອງພຣະອົງ. ມັນບໍ່ກ້າທີ່ຈະເບິ່ງຂ້າມສິ່ງເຫຼົ່ານັ້ນເລີຍ ຫຼື ມັນບໍ່ກ້າທີ່ຈະລະເມີດສິ່ງເຫຼົ່ານີ້ໃນລັກສະນະໃດກໍຕາມ ຫຼື ເຮັດຫຍັງທີ່ຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ມັນບໍ່ກ້າທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າໃນລັກສະນະໃດກໍຕາມ. ເຖິງແມ່ນວ່າ ມັນຊົ່ວຮ້າຍ ແລະ ອວດດີໂດຍທຳມະຊາດ, ຊາຕານບໍ່ເຄີຍຂ້າມຂອບເຂດ ແລະ ເຂດຈຳກັດທີ່ພຣະເຈົ້າກຳນົດໃຫ້ມັນຈັກເທື່ອ. ເປັນເວລາຫຼາຍລ້ານປີ, ມັນປະຕິບັດຕາມຂອບເຂດເຫຼົ່ານີ້ຢ່າງເຂັ້ມງວດ, ປະຕິບັດຕາມຄຳບັນຊາ ແລະ ຄຳສັ່ງທຸກຂໍ້ທີ່ພຣະເຈົ້າມອບໃຫ້ກັບມັນ ແລະ ບໍ່ເຄີຍກ້າທີ່ຈະລະເມີດຄໍາສັ່ງເຫຼົ່ານັ້ນ. ເຖິງມັນປະສົງຮ້າຍ, ຊາຕານກໍມີສະຕິປັນຍາຫຼາຍກວ່າມະນຸດຊາດທີ່ເສື່ອມຊາມ; ມັນຮູ້ຈັກຕົວຕົນຂອງພຣະຜູ້ສ້າງ ແລະ ຮູ້ຈັກຂອບເຂດຂອງມັນເອງ. ຈາກການກະທຳທີ່ “ຍອມອ່ອນນ້ອມ” ຂອງຊາຕານ, ສາມາດເຫັນໄດ້ວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນຄຳສັ່ງແຫ່ງສະຫວັນ ເຊິ່ງຊາຕານບໍ່ສາມາດຝ່າຝືນໄດ້ ແລະ ມັນເປັນຍ້ອນຄວາມເປັນໜຶ່ງດຽວ ແລະ ສິດອຳນາດຂອງພຣະເຈົ້າທີ່ທຸກສິ່ງປ່ຽນແປງ ແລະ ແຜ່ຂະຫຍາຍໄປໃນລັກສະນະທີ່ເປັນລະບົບລະບຽບ, ທີ່ມະນຸດຊາດສາມາດດຳລົງຊີວິດ ແລະ ເພີ່ມທະວີພາຍໃນວິທີທາງທີ່ພຣະເຈົ້າຈັດຕັ້ງຂຶ້ນ ໂດຍບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດລົບກວນຄວາມເປັນລະບຽບນີ້ ແລະ ບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດປ່ຽນແປງກົດເກນນີ້, ຍ້ອນພວກມັນທັງໝົດມາຈາກມືຂອງພຣະຜູ້ສ້າງ ແລະ ຈາກຄຳສັ່ງ ແລະ ສິດອຳນາດຂອງພຣະຜູ້ສ້າງ.

ມີພຽງແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ຈຶ່ງມີສິດອຳນາດໜຶ່ງດຽວ

ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ ຊາຕານກໍມີສິດອຳນາດຄືກັນກັບພຣະເຈົ້າ, ຍ້ອນວ່າຊາຕານສາມາດສະແດງສິ່ງອັດສະຈັນ ແລະ ສາມາດເຮັດສິ່ງຕ່າງໆທີ່ມະນຸດຊາດບໍ່ສາມາດເຮັດໄດ້. ດ້ວຍເຫດນັ້ນ ນອກຈາກການນະມັດສະການພຣະເຈົ້າແລ້ວ, ມະນຸດຊາດກໍຍັງສະຫງວນພື້ນທີ່ໃນຫົວໃຈຂອງພວກເຂົາໄວ້ໃຫ້ກັບຊາຕານ ແລະ ເຖິງກັບນະມັດສະການຊາຕານດັ່ງພຣະເຈົ້າ. ຄົນເຫຼົ່ານີ້ທັງເປັນຕາສົມເພດ ແລະ ເປັນຕາລັງກຽດ. ພວກເຂົາເປັນຕາສົມເພດ ເພາະຄວາມບໍ່ຮູ້ຂອງພວກເຂົາ ແລະ ເປັນຕາລັງກຽດ ເພາະຄວາມນອກຮີດ ແລະ ທາດແທ້ທີ່ຊົ່ວຮ້າຍໂດຍທຳມະຊາດຂອງພວກເຂົາ. ໃນເວລານີ້, ເຮົາຮູ້ສຶກວ່າ ມັນເປັນສິ່ງຈຳເປັນທີ່ຈະບອກໃຫ້ພວກເຈົ້າຮູ້ວ່າ ສິດອຳນາດແມ່ນຫຍັງ, ມັນສັນຍາລັກເຖິງຫຍັງ ແລະ ມັນເປັນຕົວແທນໃຫ້ກັບຫຍັງ. ເວົ້າລວມແລ້ວກໍຄື ພຣະເຈົ້າເອງແມ່ນສິດອຳນາດ, ສິດອຳນາດຂອງພຣະອົງແມ່ນສັນຍາລັກແຫ່ງອຳນາດສູງສຸດ ແລະ ມັນຄືທາດແທ້ຂອງພຣະເຈົ້າ ພ້ອມນັ້ນ ສິດອຳນາດຂອງພຣະເຈົ້າກໍຍັງເປັນຕົວແທນໃຫ້ກັບສະຖານະ ແລະ ຕົວຕົນຂອງພຣະເຈົ້າເອງ. ມີກໍລະນີໃດແດ່ທີ່ຊາຕານກ້າເວົ້າວ່າ ມັນເອງເປັນພຣະເຈົ້າ? ຊາຕານກ້າເວົ້າບໍວ່າ ມັນສ້າງສິ່ງທັງປວງ ແລະ ປົກຄອງຢູ່ເໜືອສິ່ງທັງປວງ? ແນ່ນອນ ມັນບໍ່ກ້າ! ຍ້ອນມັນບໍ່ສາມາດສ້າງສິ່ງທັງປວງ; ຈົນເຖິງປັດຈຸບັນນີ້, ມັນບໍ່ເຄີຍສ້າງຫຍັງທີ່ພຣະເຈົ້າໄດ້ສ້າງຈັກເທື່ອ ແລະ ບໍ່ເຄີຍສ້າງຫຍັງທີ່ມີຊີວິດຈັກເທື່ອ. ເພາະວ່າມັນບໍ່ມີສິດອຳນາດຂອງພຣະເຈົ້າ, ມັນຈະບໍ່ສາມາດມີສະຖານະ ແລະ ຕົວຕົນຂອງພຣະເຈົ້າໄດ້ຈັກເທື່ອ ແລະ ສິ່ງນີ້ແມ່ນຖືກກຳນົດໂດຍທາດແທ້ຂອງມັນ. ມັນມີລິດອຳນາດຄືກັບພຣະເຈົ້າບໍ? ແນ່ນອນ, ມັນບໍ່ມີ! ແລ້ວຈະໃຫ້ພວກເຮົາເອີ້ນການກະທຳຂອງຊາຕານ ແລະ ສິ່ງອັດສະຈັນທີ່ຊາຕານສະແດງອອກນັ້ນວ່າແມ່ນຫຍັງ? ມັນແມ່ນລິດອຳນາດບໍ? ມັນສາມາດຖືກເອີ້ນວ່າ ສິດອຳນາດບໍ? ແນ່ນອນ ບໍ່ແມ່ນ! ຊາຕານນໍາພາຫົນທາງແຫ່ງຄວາມຊົ່ວຮ້າຍ ແລະ ຄວາມເສົ້າເສຍໃຈ, ທຳລາຍ ແລະ ຂັດຂວາງພາລະກິດຂອງພຣະເຈົ້າທຸກດ້ານ. ໃນໄລຍະສອງສາມພັນປີຜ່ານມາ, ນອກຈາກເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ຖືກຂົ່ມເຫັງແລ້ວ, ຍັງລໍ້ລວງ ແລະ ຫຼອກລວງມະນຸດໄປສູ່ຄວາມຊົ່ວຊ້າ ແລະ ການປະຕິເສດພຣະເຈົ້າ ພາໃຫ້ມະນຸດຍ່າງໄປສູ່ຮ່ອມພູແຫ່ງເງົາຂອງຄວາມຕາຍ, ຊາຕານເຄີຍເຮັດຫຍັງແດ່ທີ່ສົມຄວນໄດ້ຮັບການລະລຶກເຖິງ, ການຍົກຍ້ອງ ຫຼື ການຖະນຸຖະໜອມຈາກມະນຸດແມ່ນແຕ່ໜ້ອຍດຽວ? ຖ້າຊາຕານມີສິດອຳນາດ ແລະ ລິດອຳນາດ, ມະນຸດຊາດຈະຖືກມັນເຮັດໃຫ້ເສື່ອມຊາມບໍ? ຖ້າຊາຕານມີສິດອຳນາດ ແລະ ລິດອຳນາດ, ມະນຸດຊາດຈະຖືກມັນທຳລາຍບໍ? ຖ້າຊາຕານມີລິດອຳນາດ ແລະ ສິດອຳນາດ, ມະນຸດຊາດຈະປະຖິ້ມພຣະເຈົ້າ ແລະ ຫັນໄປສູ່ຄວາມຕາຍບໍ? ໃນເມື່ອຊາຕານບໍ່ມີສິດອຳນາດ ຫຼື ລິດອຳນາດ, ພວກເຮົາຄວນສະຫຼຸບກ່ຽວກັບທາດແທ້ຂອງທຸກສິ່ງທີ່ມັນເຮັດນັ້ນວ່າແມ່ນຫຍັງ? ມີຄົນທີ່ໃຫ້ນິຍາມກັບທຸກສິ່ງທີ່ຊາຕານເຮັດນັ້ນວ່າ ເປັນກົນອຸບາຍເທົ່ານັ້ນ, ແຕ່ເຮົາເຊື່ອວ່ານິຍາມດັ່ງກ່າວບໍ່ເໝາະສົມປານໃດ. ການກະທຳຊົ່ວຮ້າຍທີ່ມັນເຮັດໃຫ້ມະນຸດຊາດເສື່ອມຊາມນັ້ນເປັນພຽງກົນອຸບາຍເທົ່ານັ້ນບໍ? ອຳນາດຊົ່ວຮ້າຍທີ່ຊາຕານໃຊ້ຂົ່ມເຫັງໂຢບ ແລະ ຄວາມປາຖະໜາຢ່າງແຮງຂອງມັນໃນການຂົ່ມເຫັງ ແລະ ກືນກິນໂຢບ ບໍ່ສາມາດເປັນໄປໄດ້ທີ່ຈະບັນລຸໂດຍກົນອຸບາຍເທົ່ານັ້ນ. ຈົ່ງທົບທວນເບິ່ງວ່າ ຝູງແກະ ແລະ ຝູງສັດຂອງໂຢບ ທີ່ກະຈັດກະຈາຍກັນທົ່ວເນີນພູ ແລະ ພູເຂົາທີ່ຫາຍໄປໃນທັນທີທັນໃດ; ຊັບສິນຢ່າງຫຼວງຫຼາຍຂອງໂຢບທີ່ຫາຍໄປໃນທັນທີນັ້ນແມ່ນບັນລຸໂດຍກົນອຸບາຍເທົ່ານັ້ນບໍ? ທຳມະຊາດຂອງທຸກສິ່ງທີ່ຊາຕານເຮັດແມ່ນສອດຄ່ອງ ແລະ ເໝາະສົມກັບຄຳເວົ້າທາງລົບ ເຊັ່ນ: ການເຮັດໃຫ້ອ່ອນແອ, ການຂັດຂວາງ, ການທຳລາຍ, ຄວາມອັນຕະລາຍ, ຄວາມຊົ່ວຮ້າຍ, ການປະສົງຮ້າຍ ແລະ ຄວາມມືດ, ສະນັ້ນ ການເກີດຂຶ້ນຂອງທຸກສິ່ງທີ່ບໍ່ຊອບທຳ ແລະ ທຸກສິ່ງທີ່ຊົ່ວຮ້າຍແມ່ນເຊື່ອມໂຍງກັບການກະທຳຂອງຊາຕານຢ່າງແໜ້ນແຟ້ນ ແລະ ບໍ່ສາມາດແຍກອອກຈາກທາດແທ້ທີ່ຊົ່ວຮ້າຍຂອງຊາຕານໄດ້. ບໍ່ວ່າຊາຕານຈະມີ “ລິດອຳນາດ” ຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະເກັ່ງກາດ ແລະ ມັກໃຫຍ່ໃຝ່ສູງສໍ່າໃດກໍຕາມ, ບໍ່ວ່າມັນຈະສາມາດສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງສໍ່າໃດກໍຕາມ, ບໍ່ວ່າເຕັກນິກທີ່ມັນເສື່ອມຊາມ ແລະ ລໍ້ລວງມະນຸດມີຫຼາກຫຼາຍສໍ່າໃດກໍຕາມ, ບໍ່ວ່າອຸບາຍ ແລະ ແຜນການທີ່ມັນຂົ່ມຂູ່ມະນຸດຈະສະຫຼາດຫຼາຍສໍ່າໃດກໍຕາມ, ບໍ່ວ່າຮູບຮ່າງທີ່ມັນມີຢູ່ຈະສາມາດປ່ຽນແປງໄດ້ຫຼາຍສໍ່າໃດກໍຕາມ, ມັນບໍ່ເຄີຍສາມາດສ້າງສິ່ງທີ່ມີຊີວິດແມ່ນແຕ່ສິ່ງດຽວຈັກເທື່ອ, ບໍ່ເຄີຍສາມາດກຳນົດກົດໝາຍ ຫຼື ກົດລະບຽບສຳລັບການເປັນຢູ່ຂອງທຸກສິ່ງໄດ້ຈັກເທື່ອ ແລະ ບໍ່ເຄີຍສາມາດປົກຄອງ ແລະ ຄວບຄຸມສິ່ງໃດ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດກໍຕາມ. ທົ່ວຈັກກະວານທີ່ກວ້າງໃຫຍ່ໄພສານ, ບໍ່ມີແມ່ນແຕ່ຄົນດຽວ ຫຼື ສິ່ງດຽວທີ່ເກີດຈາກມັນ ຫຼື ດໍາລົງຢູ່ຍ້ອນມັນ; ບໍ່ມີແມ່ນແຕ່ຄົນດຽວ ຫຼື ສິ່ງດຽວທີ່ຖືກມັນປົກຄອງ ຫຼື ຖືກມັນຄວບຄຸມ. ໃນທາງກົງກັນຂ້າມ, ມັນບໍ່ພຽງແຕ່ຕ້ອງອາໄສຢູ່ພາຍໃຕ້ອິດທິພົນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ມັນຕ້ອງເຊື່ອຟັງຄໍາສັ່ງ ແລະ ການບັງຄັບບັນຊາທຸກຢ່າງຈາກພຣະເຈົ້າ. ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ມັນກໍຍາກສຳລັບຊາຕານທີ່ຈະສຳຜັດແມ່ນແຕ່ຢົດນໍ້າ ຫຼື ເມັດດິນຊາຍທີ່ຢູ່ເທິງແຜ່ນດິນ; ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ຊາຕານຍິ່ງບໍ່ມີອິດສະຫຼະທີ່ຈະຍ້າຍມົດໄປມາເທິງແຜ່ນດິນໂລກ ຢ່າວ່າແຕ່ມະນຸດຊາດທີ່ຖືກພຣະເຈົ້າສ້າງຂຶ້ນເລີຍ. ໃນສາຍຕາຂອງພຣະເຈົ້າ, ຊາຕານຕໍ່າກວ່າດອກໄມ້ລິລີ່ຢູ່ເທິງພູເຂົາ, ຕໍ່າກວ່ານົກທີ່ບິນຢູ່ເທິງອາກາດ, ຕໍ່າກວ່າປາທີ່ຢູ່ໃນທະເລ ແລະ ຕໍ່າກວ່າໜອນທີ່ຢູ່ເທິງແຜ່ນດິນໂລກ. ບົດບາດຂອງມັນໃນທ່າມກາງທຸກສິ່ງແມ່ນເພື່ອຮັບໃຊ້ທຸກສິ່ງທັງປວງ ແລະ ເຮັດວຽກໃຫ້ກັບມະນຸດຊາດ ແລະ ຮັບໃຊ້ພາລະກິດຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະອົງ. ບໍ່ວ່າທຳມະຊາດຂອງມັນຈະມີຈຸດປະສົງຮ້າຍສໍ່າໃດ ແລະ ທາດແທ້ຂອງມັນຈະຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ສິ່ງດຽວທີ່ມັນສາມາດເຮັດໄດ້ກໍຄືປະຕິບັດຕາມໜ້າທີ່ຂອງມັນຢ່າງເຊື່ອຟັງ ນັ້ນກໍຄື ການຮັບໃຊ້ພຣະເຈົ້າ ແລະ ການໃຫ້ຄວາມແຕກຕ່າງຕໍ່ກັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນທາດແທ້ ແລະ ຕໍາແໜ່ງຂອງຊາຕານ. ທາດແທ້ຂອງມັນບໍ່ໄດ້ກ່ຽວຂ້ອງກັບຊີວິດ, ບໍ່ໄດ້ກ່ຽວຂ້ອງກັບລິດອຳນາດ, ບໍ່ໄດ້ກ່ຽວຂ້ອງກັບສິດອຳນາດ; ມັນພຽງແຕ່ເປັນເຄື່ອງຫຼິ້ນໃນມືຂອງພຣະເຈົ້າ, ເປັນພຽງເຄື່ອງຈັກເພື່ອຮັບໃຊ້ພຣະເຈົ້າ!

ເມື່ອໄດ້ເຂົ້າໃຈໂສມໜ້າທີ່ແທ້ຈິງຂອງຊາຕານ, ຫຼາຍຄົນຍັງບໍ່ເຂົ້າໃຈວ່າ ສິດອຳນາດແມ່ນຫຍັງ, ສະນັ້ນ ເຮົາຈະບອກເຈົ້າ! ສິດອຳນາດສາມາດອະທິບາຍວ່າເປັນລິດອຳນາດຂອງພຣະເຈົ້າ. ກ່ອນອື່ນ, ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ທັງສິດອຳນາດ ແລະ ລິດອຳນາດແມ່ນດ້ານບວກ. ພວກມັນບໍ່ມີການພົວພັນກັບສິ່ງທີ່ເປັນດ້ານລົບ ແລະ ບໍ່ກ່ຽວຂ້ອງກັບສິ່ງທີ່ຖືກສ້າງ ຫຼື ສິ່ງທີ່ບໍ່ໄດ້ຖືກສ້າງໃດເລີຍ. ລິດອຳນາດຂອງພຣະເຈົ້າສາມາດສ້າງສິ່ງຕ່າງໆໃນຮູບຮ່າງໃດກໍຕາມທີ່ມິຊີວິດ ແລະ ພະລັງ ແລະ ສິ່ງນີ້ແມ່ນຖືກກຳນົດໂດຍຊີວິດຂອງພຣະເຈົ້າ. ພຣະເຈົ້າເປັນຊີວິດ, ສະນັ້ນ ພຣະອົງຈຶ່ງເປັນແຫຼ່ງກໍາເນີດຂອງທຸກສິ່ງທີ່ມີຊີວິດ. ຍິ່ງໄປກວ່ານັ້ນ, ສິດອຳນາດຂອງພຣະເຈົ້າສາມາດເຮັດໃຫ້ທຸກສິ່ງທີ່ມີຊີວິດເຊື່ອຟັງພຣະທຳທຸກຂໍ້ຂອງພຣະເຈົ້າໄດ້ ນັ້ນກໍຄື ເຮັດໃຫ້ເປັນໄປຕາມພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ມີຊີວິດ ແລະ ຈະເລີນພັນຕາມຄຳສັ່ງຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ພຣະເຈົ້າປົກຄອງ ແລະ ບັງຄັບບັນຊາທຸກສິ່ງທີ່ມີຊິວິດ ແລະ ຈະບໍ່ມີການອອກນອກເສັ້ນທາງຈັກເທື່ອ ຕັ້ງແຕ່ນີ້ ແລະ ຕະຫຼອດໄປເປັນນິດ. ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ມີສິ່ງເຫຼົ່ານີ້; ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ຄອບຄອງ ແລະ ມີລິດອຳນາດດັ່ງກ່າວ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເອີ້ນວ່າ ສິດອຳນາດ. ນີ້ແມ່ນຄວາມເປັນໜຶ່ງດຽວຂອງພຣະຜູ້ສ້າງ. ເມື່ອເປັນດັ່ງນັ້ນ, ບໍ່ວ່າມັນຈະເປັນຄຳວ່າ “ສິດອຳນາດ” ຫຼື ທາດແທ້ຂອງສິດອຳນາດ, ທຸກສິ່ງແມ່ນກ່ຽວຂ້ອງກັບພຣະຜູ້ສ້າງທັງນັ້ນ, ເພາະມັນເປັນສັນຍາລັກຂອງຕົວຕົນ ແລະ ທາດແທ້ໜຶ່ງດຽວຂອງພຣະຜູ້ສ້າງ ແລະ ມັນເປັນຕົວແທນໃຫ້ກັບຕົວຕົນ ແລະ ສະຖານະຂອງພຣະຜູ້ສ້າງ; ນອກຈາກພຣະຜູ້ສ້າງແລ້ວ, ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ສາມາດກ່ຽວຂ້ອງກັບຄຳວ່າ “ສິດອຳນາດ” ໄດ້. ນີ້ແມ່ນການຕີຄວາມໝາຍຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ.

ເຖິງແມ່ນຊາຕານເບິ່ງໂຢບດ້ວຍສາຍຕາຂຽວ, ຫາກປາສະຈາກການອະນຸຍາດຂອງພຣະເຈົ້າ ມັນກໍບໍ່ກ້າທີ່ຈະແຕະຕ້ອງແມ່ນແຕ່ຜົມເສັ້ນດຽວເທິງຫົວຂອງໂຢບ. ເຖິງແມ່ນວ່າ ມັນຊົ່ວຮ້າຍ ແລະ ໂຫດຮ້າຍໂດຍທຳມະຊາດ, ຫຼັງຈາກທີ່ພຣະເຈົ້າໃຊ້ຄຳສັ່ງຂອງພຣະອົງກັບມັນ ຊາຕານກໍບໍ່ມີທາງເລືອກ ນອກຈາກປະຕິບັດຕາມຄຳສັ່ງຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຖິງແມ່ນ ຊາຕານໂວຍວາຍເໝືອນກັບໝາປ່າທ່າມກາງຝູງແກະໃນເວລາທີ່ມັນມາຫາໂຢບ, ມັນກໍບໍ່ກ້າທີ່ຈະລືມຂອບເຂດທີ່ພຣະເຈົ້າກຳນົດໃຫ້ກັບມັນ, ບໍ່ກ້າທີ່ຈະລະເມີດຄຳສັ່ງຂອງພຣະເຈົ້າ ແລະ ໃນທຸກສິ່ງທີ່ມັນໄດ້ເຮັດ ຊາຕານກໍບໍ່ກ້າທີ່ຈະອອກຈາກຫຼັກການ ແລະ ຂອບເຂດແຫ່ງພຣະທຳຂອງພຣະເຈົ້າ, ນີ້ບໍ່ແມ່ນຄວາມຈິງບໍ? ຈາກສິ່ງນີ້ ສາມາດເຫັນໄດ້ວ່າ ຊາຕານບໍ່ກ້າທີ່ຈະຝ່າຝືນພຣະທຳຂໍ້ໃດຂອງພຣະເຈົ້າເຢໂຮວາເລີຍ. ສຳລັບຊາຕານແລ້ວ, ພຣະທຳທຸກຂໍ້ຈາກປາກຂອງພຣະເຈົ້າແມ່ນຄຳສັ່ງ ແລະ ກົດບັນຍັດແຫ່ງສະຫວັນ ແລະ ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເບື້ອງຫຼັງພຣະທຳທຸກຂໍ້ຂອງພຣະເຈົ້າແມ່ນໝາຍເຖິງການລົງໂທດຂອງພຣະເຈົ້າສຳລັບຄົນທີ່ລະເມີດຄຳສັ່ງຂອງພຣະອົງ ແລະ ຄົນທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານກົດບັນຍັດແຫ່ງສະຫວັນ. ຊາຕານຮູ້ຢ່າງຊັດເຈນແລ້ວວ່າ ຖ້າມັນລະເມີດຄຳສັ່ງຂອງພຣະເຈົ້າ, ມັນຕ້ອງໄດ້ຮັບຜົນຕາມມາທີ່ມັນຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ຕໍ່ຕ້ານກົດບັນຍັດແຫ່ງສະຫວັນ. ແລ້ວແມ່ນຫຍັງຄືຜົນຕາມມາເຫຼົ່ານີ້? ບໍ່ຈຳເປັນຕ້ອງເວົ້າເຖິງເລີຍ ແນ່ນອນ ຜົນຕາມມາກໍຄືການລົງໂທດຂອງພຣະເຈົ້າ. ການກະທຳຂອງຊາຕານຕໍ່ໂຢບເປັນພຽງພາບຫຍໍ້ທີ່ມັນເຮັດໃຫ້ມະນຸດເສື່ອມຊາມ ແລະ ເມື່ອຊາຕານດໍາເນີນການກະທຳເຫຼົ່ານີ້, ຂອບເຂດທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ຄຳສັ່ງທີ່ພຣະອົງໄດ້ວາງໄວ້ໃຫ້ກັບຊາຕານເປັນພຽງພາບຫຍໍ້ຂອງຫຼັກການທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ມັນເຮັດ. ນອກຈາກນັ້ນ ບົດບາດ ແລະ ຕໍາແໜ່ງຂອງຊາຕານໃນເລື່ອງນີ້ກໍເປັນພຽງພາບຫຍໍ້ຂອງບົດບາດ ແລະ ຕໍາແໜ່ງຂອງມັນໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ການເຊື່ອຟັງທັງໝົດຂອງຊາຕານຕໍ່ພຣະເຈົ້າໃນການລໍ້ລວງໂຢບກໍເປັນພຽງພາບຫຍໍ້ຂອງວິທີທີ່ຊາຕານບໍ່ກ້າຕໍ່ຕ້ານພຣະເຈົ້າໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງທີ່ພາກສ່ວນເລັກນ້ອຍເຫຼົ່ານີ້ໄດ້ເຕືອນພວກເຈົ້າ? ທ່າມກາງສິ່ງຕ່າງໆ ລວມເຖິງຊາຕານ ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ສາມາດຝ່າຝືນກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງທີ່ພຣະຜູ້ສ້າງວາງອອກ ແລະ ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ກ້າລະເມີດກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງເຫຼົ່ານີ້, ຍ້ອນບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດປ່ຽນແປງ ຫຼື ຫຼົບໜີຈາກການລົງໂທດຂອງພຣະຜູ້ສ້າງຕໍ່ຜູ້ຄົນທີ່ບໍ່ເຊື່ອຟັງໃນສິ່ງເຫຼົ່ານີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສ້າງຕັ້ງກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງ, ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີລິດອຳນາດໃນການເຮັດໃຫ້ສິ່ງເຫຼົ່ານີ້ເກີດຜົນ ແລະ ມີພຽງແຕ່ລິດອຳນາດຂອງພຣະຜູ້ສ້າງເທົ່ານັ້ນທີ່ບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດຝ່າຝືນໄດ້. ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ, ສິດອຳນາດນີ້ເປັນສິ່ງສູງສຸດທ່າມກາງສິ່ງທັງປວງ ແລະ ດ້ວຍເຫດນີ້ ມັນເປັນໄປບໍ່ໄດ້ທີ່ຈະເວົ້າວ່າ “ພຣະເຈົ້າຍິ່ງໃຫຍ່ທີ່ສຸດ ແລະ ຊາຕານເປັນຜູ້ທີ່ສອງ”. ເພາະວ່າ ນອກຈາກພຣະຜູ້ສ້າງທີ່ມີສິດອຳນາດໜຶ່ງດຽວແລ້ວ ຈະບໍ່ມີພຣະເຈົ້າອື່ນໃດອີກ!

ບັດນີ້ ພວກເຈົ້າມີຄວາມຮູ້ໃໝ່ກ່ຽວກັບສິດອຳນາດຂອງພຣະເຈົ້າແລ້ວບໍ? ກ່ອນອື່ນໝົດ, ໄດ້ມີຄວາມແຕກຕ່າງລະຫວ່າງສິດອຳນາດຂອງພຣະເຈົ້າທີ່ເຮົາກ່າວເຖິງ ແລະ ອຳນາດຂອງມະນຸດຫຼືບໍ? ແລ້ວແມ່ນຫຍັງຄືຄວາມແຕກຕ່າງ? ບາງຄົນເວົ້າວ່າ ສອງຢ່າງນັ້ນແມ່ນປຽບທຽບກັນບໍ່ໄດ້. ຖືກຕ້ອງແລ້ວ! ເຖິງແມ່ນວ່າ ຜູ້ຄົນເວົ້າວ່າສອງຢ່າງນັ້ນແມ່ນປຽບທຽບກັນບໍ່ໄດ້, ໃນຄວາມຄິດ ແລະ ແນວຄິດຂອງມະນຸດມັກຈະສັບສົນລະຫວ່າງອຳນາດຂອງມະນຸດກັບສິດອຳນາດ ໂດຍນໍາເອົາທັງສອງຢ່າງມາປຽບທຽບຄຽງຂ້າງກັນຕະຫຼອດ. ແມ່ນຫຍັງທີ່ກຳລັງເກີດຂຶ້ນໃນນີ້? ຜູ້ຄົນບໍ່ໄດ້ເຮັດຜິດບໍ ທີ່ນໍາເອົາສິ່ງໜຶ່ງມາແທນສິ່ງໜຶ່ງຢ່າງບໍ່ໄດ້ຕັ້ງໃຈ? ທັງສອງຢ່າງບໍ່ກ່ຽວຂ້ອງກັນ ແລະ ທັງສອງຢ່າງກໍປຽບທຽບກັນບໍ່ໄດ້, ແຕ່ຜູ້ຄົນກໍຍັງບໍ່ສາມາດຫ້າມຕົນເອງຈາກການປຽບທຽບ. ສິ່ງນີ້ຄວນໄດ້ຮັບການແກ້ໄຂແນວໃດ? ຖ້າເຈົ້າປາຖະໜາທີ່ຈະຄົ້ນຫາວິທີແກ້ໄຂຢ່າງແທ້ຈິງ, ຫົນທາງດຽວກໍຄື ຕ້ອງເຂົ້າໃຈ ແລະ ຮູ້ຈັກສິດອຳນາດໜຶ່ງດຽວຂອງພຣະເຈົ້າ. ຫຼັງຈາກທີ່ເຂົ້າໃຈ ແລະ ຮູ້ຈັກສິດອຳນາດຂອງພຣະຜູ້ສ້າງ, ເຈົ້າຈະບໍ່ເວົ້າເຖິງອຳນາດຂອງມະນຸດ ແລະ ສິດອຳນາດຂອງພຣະເຈົ້າໃນປະເດັນດຽວກັນອີກ.

ອຳນາດຂອງມະນຸດໝາຍເຖິງຫຍັງ? ເວົ້າງ່າຍໆກໍຄື ມັນແມ່ນຄວາມສາມາດ ຫຼື ທັກສະທີ່ເຮັດໃຫ້ອຸປະນິໄສ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ເສື່ອມຊາມຂອງມະນຸດສາມາດຂະຫຍາຍ ຫຼື ເຮັດໃຫ້ສຳເລັດຈົນເຖິງຂອບເຂດສູງສຸດ. ສິ່ງນີ້ຖືວ່າເປັນສິດອຳນາດບໍ? ບໍວ່າຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງມະນຸດຈະໂອຫັງ ຫຼື ມີຜົນປະໂຫຍດຫຼາຍສໍ່າໃດກໍຕາມ, ບໍ່ສາມາດເວົ້າໄດ້ວ່າ ບຸກຄົນນັ້ນມີສິດອຳນາດ; ຢ່າງຫຼາຍທີ່ສຸດ, ຄວາມໂອຫັງ ແລະ ຄວາມສຳເລັດນີ້ກໍເປັນພຽງການສະແດງອອກເຖິງການຫຼິ້ນຕະຫຼົກຂອງຊາຕານທ່າມກາງມະນຸດ, ຢ່າງຫຼາຍທີ່ສຸດ ມັນກໍເປັນລະຄອນຕະຫຼົກທີ່ຊາຕານສະແດງເປັນບັນພະບຸລຸດຂອງມັນເອງເພື່ອສຳເລັດຄວາມທະເຍີທະຍານຂອງມັນໃນການເປັນພຣະເຈົ້າ.

ບັດນີ້ ເຈົ້າເບິ່ງສິດອຳນາດຂອງພຣະເຈົ້າແນວໃດແທ້? ໃນຕອນນີ້ເມື່ອພຣະທຳເຫຼົ່ານີ້ໄດ້ຖືກເຜີຍແຜ່,​ ເຈົ້າຄວນມີຄວາມຮູ້ໃໝ່ກ່ຽວກັບສິດອຳນາດຂອງພຣະເຈົ້າ. ສະນັ້ນ ເຮົາຈຶ່ງຖາມພວກເຈົ້າວ່າ ສິດອຳນາດຂອງພຣະເຈົ້າເປັນສັນຍາລັກໃຫ້ກັບຫຍັງ? ມັນເປັນສັນຍາລັກໃຫ້ກັບຕົວຕົນຂອງພຣະເຈົ້າເອງບໍ? ມັນເປັນສັນຍາລັກໃຫ້ກັບລິດອຳນາດຂອງພຣະເຈົ້າເອງບໍ? ມັນເປັນສັນຍາລັກໃຫ້ກັບສະຖານະໜຶ່ງດຽວຂອງພຣະເຈົ້າເອງບໍ? ໃນທ່າມກາງສິ່ງທັງປວງ, ເຈົ້າເຫັນສິດອຳນາດຂອງພຣະເຈົ້າໃນສິ່ງໃດແດ່? ເຈົ້າເຫັນມັນໄດ້ແນວໃດ? ເມື່ອເວົ້າເຖິງສີ່ລະດູທີ່ມະນຸດປະສົບ, ມີໃຜທີ່ສາມາດປ່ຽນແປງກົດເກນຂອງການຜັນປ່ຽນຂອງລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວບໍ? ໃນລະດູໃບໄມ້ປົ່ງ, ຕົ້ນໄມ້ແຕກໜໍ່ ແລະ ອອກດອກ; ໃນລະດູຮ້ອນ ພວກມັນຖືກປົກຄຸມດ້ວຍໃບໄມ້; ໃນລະດູໃບໄມ້ລົ່ນ ພວກມັນອອກໝາກ ແລະ ໃນລະດູໜາວ ໃບໄມ້ລົ່ນ. ມີໃຜບໍທີ່ສາມາດປ່ຽນແປງກົດເກນນີ້ໄດ້? ສິ່ງນີ້ສະທ້ອນເຖິງດ້ານໃດໜຶ່ງຂອງສິດອຳນາດຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກ່າວວ່າ “ຈົ່ງມີແສງສະຫວ່າງ” ແລ້ວກໍມີແສງສະຫວ່າງ. ແສງສະຫວ່າງນີ້ຍັງຢູ່ບໍ? ເປັນຫຍັງມັນຈຶ່ງຍັງມີຢູ່? ແນ່ນອນ ມັນມີຢູ່ກໍເພາະພຣະທຳຂອງພຣະເຈົ້າ ແລະ ຍ້ອນສິດອຳນາດຂອງພຣະເຈົ້າ. ອາກາດທີ່ພຣະເຈົ້າສ້າງຂຶ້ນຍັງມີຢູ່ບໍ? ອາກາດທີ່ມະນຸດຫາຍໃຈແມ່ນມາຈາກພຣະເຈົ້າບໍ? ມີໃຜບໍທີ່ສາມາດນໍາເອົາສິ່ງທີ່ມາຈາກພຣະເຈົ້າອອກໄປໄດ້? ມີໃຜບໍທີ່ສາມາດປ່ຽນແປງທາດແທ້ ແລະ ໜ້າທີ່ຂອງສິ່ງເຫຼົ່ານັ້ນໄດ້? ມີໃຜບໍທີ່ສາມາດລົບກວນກາງຄືນ ແລະ ກາງເວັນທີ່ພຣະເຈົ້າຈັດສັນໄວ້ ແລະ ກົດເກນແຫ່ງກາງຄືນ ແລະ ກາງເວັນທີ່ພຣະເຈົ້າບັນຊາ? ຊາຕານສາມາດເຮັດສິ່ງດັ່ງກ່າວໄດ້ບໍ? ເຖິງແມ່ນເຈົ້າຈະບໍ່ນອນໃນຕອນກາງຄືນ ແລະ ຖືເອົາກາງຄືນເປັນກາງເວັນ, ແຕ່ມັນກໍຍັງຄົງເປັນກາງຄືນຄືເກົ່າ; ເຈົ້າອາດປ່ຽນແປງວຽກປະຈຳວັນຂອງເຈົ້າ, ແຕ່ເຈົ້າບໍ່ສາມາດປ່ຽນແປງກົດເກນຂອງການຜັນປ່ຽນລະຫວ່າງການຄືນ ແລະ ກາງເວັນ ແລະ ຄວາມຈິງນີ້ກໍບໍ່ມີບຸກຄົນໃດສາມາດປ່ຽນແປງໄດ້, ບໍ່ແມ່ນບໍ? ມີໃຜບໍທີ່ສາມາດເຮັດໃຫ້ສິງໂຕໄຖດິນຄືກັບງົວໄດ້? ມີໃຜບໍທີ່ສາມາດປ່ຽນຊ້າງໃຫ້ກາຍເປັນລາໄດ້? ມີໃຜບໍທີ່ສາມາດເຮັດໃຫ້ໄກ່ບິນຂຶ້ນໃນອາກາດຄືກັບນົກອິນຊີໄດ້? ມີໃຜບໍທີ່ສາມາດເຮັດໃຫ້ໝາປ່າກິນຫຍ້າຄືກັບແກະ? (ບໍ່ມີ) ມີໃຜບໍທີ່ສາມາດເຮັດໃຫ້ປາໃນນໍ້າອາໄສຢູ່ເທິງບົກ? ມະນຸດບໍ່ສາມາດເຮັດສິ່ງນັ້ນໄດ້. ແລ້ວເປັນຫຍັງຈຶ່ງບໍ່ໄດ້? ເພາະວ່າ ພຣະເຈົ້າສັ່ງໃຫ້ປາອາໄສໃນນໍ້າ ດ້ວຍເຫດນັ້ນ ພວກມັນຈຶ່ງອາໄສໃນນໍ້າ. ເທິງບົກ ພວກມັນຈະບໍ່ສາມາດຢູ່ລອດໄດ້ ແລະ ຈະຕາຍ; ພວກມັນບໍ່ສາມາດຝ່າຝືນຂອບເຂດແຫ່ງຄຳສັ່ງຂອງພຣະເຈົ້າໄດ້. ທຸກສິ່ງມີກົດເກນ ແລະ ຂອບເຂດໃນການເປັນຢູ່ຂອງພວກມັນ ແລະ ພວກມັນແຕ່ລະຢ່າງກໍມີສັນຊາດຕະຍາດຂອງພວກມັນເອງ. ສິ່ງເຫຼົ່ານີ້ແມ່ນຖືກປັ້ນແຕ່ງໂດຍພຣະຜູ້ສ້າງ ແລະ ບໍ່ມີມະນຸດຄົນໃດສາມາດປ່ຽນແປງ ແລະ ເຮັດເກີນສິ່ງເຫຼົ່ານີ້ໄດ້. ຕົວຢ່າງເຊັນ ສິງໂຕຈະອາໄສຢູ່ໃນປ່າສະເໝີ, ຢູ່ຫາງໄກຈາກຊຸມຊົນມະນຸດ ແລະ ບໍ່ສາມາດຟັງຄວາມ ແລະ ຊື່ສັດຄືກັບງົວທີ່ອາໄສຢູ່ຮ່ວມ ແລະ ເຮັດວຽກເພື່ອມະນຸດໄດ້ຈັກເທື່ອ. ເຖິງແມ່ນວ່າຊ້າງ ແລະ ລາເປັນສັດຄືກັນ ແລະ ທັງສອງມີສີ່ຂາ ແລະ ເປັນສິ່ງມີຊີວິດທີ່ຫາຍໃຈດ້ວຍອາກາດ, ພວກມັນກໍເປັນສາຍພັນທີ່ແຕກຕ່າງກັນ ຍ້ອນພວກມັນຖືກຈັດແບ່ງອອກເປັນປະເພດທີ່ແຕກຕ່າງກັນໂດຍພຣະເຈົ້າ, ພວກມັນແຕ່ລະຊະນິດມີສັນຊາດຕະຍານຂອງພວກມັນເອງ ແລະ ດ້ວຍເຫດນັ້ນ ພວກມັນກໍບໍ່ສາມາດສັບປ່ຽນກັນໄດ້ຈັກເທື່ອ. ເຖິງແມ່ນວ່າໄກ່ມີສອງຂາ ແລະ ມີປີກຄືກັບນົກອີນຊີ, ມັນຈະບໍ່ສາມາດບິນໃນອາກາດໄດ້ຈັກເທື່ອ; ຢ່າງຫຼາຍທີ່ສຸດ ມັນກໍພຽງແຕ່ສາມາດບິນຂຶ້ນຕົ້ນໄມ້ ແລະ ສິ່ງນີ້ກໍຖືກກຳນົດໂດຍສັນຊາດຕະຍານຂອງມັນ. ແນ່ນອນຢູ່ແລ້ວ ເປັນແບບນີ້ທັງໝົດກໍຍ້ອນຄຳສັ່ງແຫ່ງສິດອຳນາດຂອງພຣະເຈົ້າ.

ໃນການພັດທະນາຂອງມະນຸດຊາດໃນປັດຈຸບັນ, ສາມາດເວົ້າໄດ້ວ່າ ວິທະຍາສາດຂອງມະນຸດຊາດກຳລັງຈະເລີນຮຸ່ງເຮືອງ ແລະ ສາມາດອະທິບາຍໄດ້ວ່າ ຄວາມສຳເລັດໃນການຄົ້ນຄວ້າທາງວິທະຍາສາດຂອງມະນຸດເປັນສິ່ງທີ່ປະທັບໃຈ. ເວົ້າໄດ້ວ່າ ຄວາມສາມາດຂອງມະນຸດກຳລັງເຕີບໃຫຍ່ຂຶ້ນເລື້ອຍໆ, ແຕ່ມີການຄົ້ນພົບທາງວິທະຍາສາດຢ່າງໜຶ່ງທີ່ມະນຸດຊາດບໍ່ສາມາດຄົ້ນພົບໄດ້ ນັ້ນກໍຄືເຖິງແມ່ນວ່າ ມະນຸດຊາດສາມາດສ້າງເຮືອບິນ, ເຮືອບັນທຸກຍົນ ແລະ ລະເບີດປະລະມານູ, ມະນຸດຊາດໄດ້ໄປເທິງອາວາກາດ, ຍ່າງເທິງດວງເດືອນ, ສ້າງອິນເຕີເນັດ ແລະ ດຳລົງຊີວິດດ້ວຍເຕັກໂນໂລຊີທີ່ທັນສະໄໝ,​ ແຕ່ມະນຸດກໍບໍ່ສາມາດສ້າງສິ່ງທີ່ມີຊີວິດ ແລະ ຫາຍໃຈໄດ້. ສັນຊາດຕະຍານຂອງທຸກສິ່ງທີ່ມີຊີວິດ ແລະ ກົດເກນທີ່ພວກມັນດຳລົງຊີວິດຢູ່ ແລະ ວົງຈອນຂອງຊີວິດ ແລະ ຄວາມຕາຍຂອງສິ່ງທີ່ມີຊີວິດທຸກຊະນິດ, ທຸກສິ່ງເຫຼົ່ານີ້ແມ່ນເປັນໄປບໍ່ໄດ້ ແລະ ບໍ່ສາມາດຄວບຄຸມໂດຍວິທະຍາສາດຂອງມະນຸດ. ໃນຈຸດນີ້, ເວົ້າໄດ້ວ່າ ບໍ່ວ່າວິທະຍາສາດຂອງມະນຸດຈະບັນລຸຜົນສູງຫຼາຍສໍ່າໃດກໍຕາມ, ມັນກໍບໍ່ສາມາດປຽບທຽບໄດ້ກັບຄວາມຄິດຂອງພຣະຜູ້ສ້າງໄດ້ ແລະ ບໍ່ສາມາດເຂົ້າໃຈເຖິງຄວາມມະຫັດສະຈັນຂອງການສ້າງຂອງພຣະຜູ້ສ້າງ ແລະ ຄວາມຍິ່ງໃຫຍ່ຂອງສິດອຳນາດຂອງພຣະອົງໄດ້. ມີມະຫາສະໝຸດຫຼາຍແຫ່ງເທິງແຜ່ນດິນໂລກ, ແຕ່ພວກມັນກໍບໍ່ເຄີຍລະເມີດຂອບເຂດຂອງພວກມັນ ແລະ ຫຼັ່ງໄຫຼຖ້ວມແຜ່ນດິນຕາມໃຈມັກຈັກເທື່ອ ແລະ ນັ້ນກໍເພາະວ່າ ພຣະເຈົ້າກຳນົດຂອບເຂດສຳລັບພວກມັນ; ພວກມັນຢູ່ໃນບ່ອນທີ່ພຣະອົງສັ່ງພວກມັນ ແລະ ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ ພວກມັນກໍບໍ່ສາມາດເຄື່ອນຍ້າຍໄດ້ຢ່າງອິດສະຫຼະ. ຫາກປາສະຈາກການອະນຸຍາດຂອງພຣະເຈົ້າ, ພວກມັນບໍ່ອາດລ່ວງລໍ້າກັນ ແລະ ກັນ ແລະ ພຽງແຕ່ສາມາດເຄື່ອນຍ້າຍໄດ້ເມື່ອພຣະເຈົ້າສັ່ງ ແລະ ບ່ອນທີ່ພວກມັນໄປ ແລະ ຢູ່ກໍຖືກກຳນົດໂດຍສິດອຳນາດຂອງພຣະເຈົ້າ.

ເວົ້າໃຫ້ຊັດເຈນກໍຄື “ສິດອຳນາດຂອງພຣະເຈົ້າ” ໝາຍຄວາມວ່າ ມັນຂຶ້ນກັບພຣະເຈົ້າ. ພຣະເຈົ້າມີສິດທີ່ຈະຕັດສິນໃຈໃນການກະທໍາບາງສິ່ງ ແລະ ທຸກສິ່ງກໍດຳເນີນໄປຕາມວິທີທາງທີ່ພຣະອົງປາຖະໜາ. ກົດເກນຂອງທຸກສິ່ງແມ່ນຂຶ້ນກັບພຣະເຈົ້າ ແລະ ບໍ່ໄດ້ຂຶ້ນກັບມະນຸດ; ມະນຸດບໍ່ສາມາດປ່ຽນແປງມັນໄດ້. ຄວາມປະສົງຂອງມະນຸດບໍ່ສາມາດເຄື່ອນຍ້າຍມັນໄດ້, ແຕ່ກົງກັນຂ້າມ ຄວາມຄິດຂອງພຣະເຈົ້າ, ສະຕິປັນຍາຂອງພຣະເຈົ້າ ແລະ ຄຳສັ່ງຂອງພຣະເຈົ້າສາມາດປ່ຽນແປງມັນໄດ້ ແລະ ນີ້ແມ່ນຄວາມຈິງທີ່ມະນຸດຄົນໃດກໍບໍ່ສາມາດປະຕິເສດໄດ້. ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງຢ່າງ, ຈັກກະວານ, ທ້ອງຟ້າທີ່ເຕັມໄປດ້ວຍດວງດາວ, ລະດູການທັງສີ່ຂອງປີ ເຊິ່ງມະນຸດສາມາດເຫັນ ແລະ ບໍ່ສາມາດເຫັນ, ທຸກສິ່ງເຫຼົ່ານີ້ແມ່ນມີຢູ່, ເຮັດໜ້າທີ່ ແລະ ປ່ຽນແປງພາຍໃຕ້ສິດອຳນາດຂອງພຣະເຈົ້າ ໂດຍບໍ່ມີຄວາມຜິດພາດແມ່ນແຕ່ໜ້ອຍດຽວ, ອີງຕາມຄຳສັ່ງຂອງພຣະເຈົ້າ, ອີງຕາມພຣະບັນຍັດຂອງພຣະເຈົ້າ ແລະ ອີງຕາມກົດເກນແຫ່ງການເລີ່ມຕົ້ນຂອງການຊົງສ້າງ. ບໍ່ມີບຸກຄົນໃດ ຫຼື ສິ່ງໃດກໍຕາມທີ່ສາມາດປ່ຽນແປງກົດເກນຂອງພວກມັນໄດ້ ຫຼື ປ່ຽນແປງໜ້າທີ່ທາງທຳມະຊາດຂອງພວກມັນໄດ້; ພວກມັນເກີດຂຶ້ນກໍເພາະສິດອຳນາດຂອງພຣະເຈົ້າ ແລະ ສູນສິ້ນໄປກໍເພາະສິດອຳນາດຂອງພຣະເຈົ້າ. ນີ້ແມ່ນສິດອຳນາດແທ້ຈິງຂອງພຣະເຈົ້າ. ບັດນີ້ ຫຼາຍຢ່າງກໍໄດ້ເວົ້າໄປແລ້ວ, ເຈົ້າສາມາດຮູ້ສຶກໄດ້ບໍວ່າ ສິດອຳນາດຂອງພຣະເຈົ້າເປັນສັນຍາລັກໃຫ້ກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ? ສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງກໍຕາມສາມາດມີສິດອຳນາດຂອງພຣະເຈົ້າໄດ້ບໍ? ບຸກຄົນໃດໜຶ່ງ, ສິ່ງໃດໜຶ່ງ ຫຼື ວັດຖຸໃດໜຶ່ງສາມາດລອກແບບ, ປອມແປງ ຫຼື ແທນສິດອຳນາດນັ້ນໄດ້ບໍ?

ຕົວຕົນຂອງພຣະຜູ້ສ້າງແມ່ນໜຶ່ງດຽວ ແລະ ເຈົ້າບໍ່ຄວນປະຕິບັດຕາມແນວຄວາມຄິດແຫ່ງລັດທິພະຫຸເທວະນິຍົມ

ເຖິງແມ່ນວ່າ ທັກສະ ແລະ ຄວາມສາມາດຂອງຊາຕານຈະຍິ່ງໃຫຍ່ຫຼາຍກວ່າມະນຸດ, ເຖິງແມ່ນວ່າ ມັນສາມາດເຮັດສິ່ງຕ່າງໆທີ່ມະນຸດບໍ່ສາມາດເຮັດໄດ້, ບໍ່ວ່າເຈົ້າຈະອິດສາ ຫຼື ຕ້ອງການສິ່ງທີ່ຊາຕານເຮັດ ຫຼື ບໍ່, ບໍ່ວ່າເຈົ້າຈະຊັງ ຫຼື ລັງກຽດສິ່ງນັ້ນ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເຫັນສິ່ງນ້ັນ ຫຼື ບໍ່ ແລະ ບໍ່ວ່າຊາຕານຈະບັນລຸຜົນຫຼາຍສໍ່າໃດກໍຕາມ ຫຼື ບໍ່ວ່າມັນຈະສາມາດຫຼອກລວງຄົນໃຫ້ນະມັດສະການ ແລະ ບູຊາມັນຫຼາຍສໍ່າໃດ ແລະ ບໍ່ວ່າເຈົ້າຈະໃຫ້ນິຍາມມັນວ່າແນວໃດກໍຕາມ, ເຈົ້າບໍ່ສາມາດເວົ້າໄດ້ວ່າ ມັນມີສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າພຣະເຈົ້າເປັນພຣະເຈົ້າ, ມີພຣະເຈົ້າແຕ່ອົງດຽວເທົ່ານັ້ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກວ່າ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີສິດອຳນາດ ແລະ ມີລິດອຳນາດຄວບຄຸມ ແລະ ປົກຄອງສັບພະສິ່ງທັງປວງ. ຍ້ອນພຽງຊາຕານມີຄວາມສາມາດໃນການຫຼອກລວງຜູ້ຄົນ ແລະ ສາມາດປອມຕົວເປັນພຣະເຈົ້າ, ສາມາດລອກແບບສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນທີ່ພຣະເຈົ້າສ້າງຂຶ້ນ ແລະ ມີສິ່ງຕ່າງໆທີ່ຄ້າຍຄືກັບພຣະເຈົ້າ, ເຈົ້າກໍເຂົ້າໃຈຜິດວ່າ ພຣະເຈົ້າບໍ່ແມ່ໜຶ່ງດຽວ, ແລ້ວເຊື່ອວ່າ ມີພຣະເຈົ້າຫຼາຍອົງ ເຊິ່ງພຣະເຈົ້າເຫຼົ່ານັ້ນພຽງແຕ່ມີທັກສະຫຼາຍກວ່າ ຫຼື ໜ້ອຍກວ່າ ແລະ ມີຄວາມແຕກຕ່າງລະຫວ່າງລິດອຳນາດຂອງແຕ່ລະອົງ. ເຈົ້າຈັດຕໍາແໜ່ງຄວາມຍິ່ງໃຫຍ່ຂອງພຣະເຈົ້າເຫຼົ່ານັ້ນອີງຕາມລຳດັບຂອງການມາເຖິງຂອງພຣະອົງ ແລະ ອີງຕາມອາຍຸຂອງພຣະອົງ ແລະ ເຈົ້າເຊື່ອແບບຜິດໆວ່າ ມີເທບພຣະເຈົ້າອົງອື່ນໆນອກຈາກພຣະເຈົ້າ ແລະ ຄິດວ່າ ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າບໍ່ແມ່ນໜຶ່ງດຽວ. ຖ້າເຈົ້າມີແນວຄິດດັ່ງກ່າວ, ຖ້າເຈົ້າບໍ່ຮັບຮູ້ເຖິງຄວາມເປັນໜຶ່ງດຽວຂອງພຣະເຈົ້າ, ບໍ່ເຊື່ອວ່າພຣະເຈົ້າເທົ່ານັ້ນທີ່ມີສິດອຳນາດ ແລະ ຖ້າເຈົ້າພຽງແຕ່ປະຕິບັດຕາມລັດທິພະຫຸເທວະນິຍົມ, ເຮົາຂໍບອກເລີຍວ່າ ເຈົ້າເປັນພຽງເສດຂີ້ເຫຍື້ອຂອງສິ່ງທີ່ຖືກສ້າງທັງປວງ, ເຈົ້າເປັນຕົວຕົນທີ່ແທ້ຈິງຂອງຊາຕານ ແລະ ເຈົ້າເປັນບຸກຄົນຊົ່ວຊ້າທີ່ສຸດ! ພວກເຈົ້າເຂົ້າໃຈສິ່ງທີ່ເຮົາກຳລັງພະຍາຍາມສອນພວກເຈົ້າຜ່ານທາງການກ່າວພຣະທຳເຫຼົ່ານີ້ບໍ? ບໍ່ວ່າຈະເປັນເວລາໃດກໍຕາມ, ບ່ອນໃດກໍຕາມ ຫຼື ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຕ້ອງບໍ່ສັບສົນພຣະເຈົ້າກັບບຸກຄົນ, ສິ່ງຂອງ ຫຼື ວັດຖຸອື່ນໆ. ບໍ່ວ່າເຈົ້າຈະຮູ້ສຶກວ່າ ສິດອຳນາດຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າເອງແມ່ນບໍ່ສາມາດຮັບຮູ້ໄດ້ ຫຼື ບໍ່ສາມາດເຂົ້າເຖິງຫຼາຍສໍ່າໃດກໍຕາມ, ບໍ່ວ່າການກະທຳ ແລະ ຄຳເວົ້າຂອງຊາຕານຈະເຂົ້າກັນກັບແນວຄວາມຄິດ ແລະ ຈິນຕະນາການຂອງເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງເຫຼົ່ານັ້ນຈະເຮັດໃຫ້ເຈົ້າພໍໃຈຫຼາຍສໍ່າໃດກໍຕາມ, ຢ່າໂງ່ເລີຍ, ຢ່າສັບສົນກັບແນວຄິດເຫຼົ່ານີ້, ຢ່າປະຕິເສດການມີຢູ່ຂອງພຣະເຈົ້າ, ຢ່າປະຕິເສດຕົວຕົນ ແລະ ສະຖານະຂອງພຣະເຈົ້າ, ຢ່າຍູ້ພຣະເຈົ້າອອກນອກປະຕູ ແລະ ນໍາເອົາຊາຕານເຂົ້າມາແທນພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເປັນພຣະເຈົ້າຂອງເຈົ້າ. ເຮົາໝັ້ນໃຈວ່າ ພວກເຈົ້າຈະສາມາດຈິນຕະນາການເຖິງຜົນຕາມມາຂອງການເຮັດແບບນັ້ນ!

ເຖິງມະນຸດຊາດໄດ້ຖືກເຮັດໃຫ້ເສື່ອມຊາມ, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ການປົກຄອງແຫ່ງອຳນາດຂອງພຣະຜູ້ສ້າງ

ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ ໄດ້ເຮັດຜິດຢ່າງຊົ່ວຮ້າຍໃນແຜ່ນດິນໂລກ. ມັນຂົ່ມເຫັງມະນຸດ, ຫຼອກລວງມະນຸດ, ລໍ້ລວງໃຫ້ມະນຸດຕໍ່ຕ້ານພຣະເຈົ້າ ແລະ ໄດ້ເຮັດການກະທຳຊົ່ວຮ້າຍຕ່າງໆທີ່ໄດ້ສັບສົນ ແລະ ທຳລາຍແຜນການຄຸ້ມຄອງຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ເຖິງຢ່າງໃດກໍຕາມ ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກສິ່ງ ແລະ ສັດມີຊີວິດທີ່ມີຊີວິດທັງປວງກໍຍັງສືບຕໍ່ປະຕິບັດຕາມກົດລະບຽບ ແລະ ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ເມື່ອປຽບທຽບກັບສິດອຳນາດຂອງພຣະເຈົ້າແລ້ວ, ທຳມະຊາດທີ່ຊົ່ວຮ້າຍ ແລະ ຄວາມປ່າເຖື່ອນຂອງຊາຕານເປັນສິ່ງທີ່ໜ້າລັງກຽດ, ກຽດຊັງ, ຕໍ່າຊາມ, ເລັກນ້ອຍ ແລະ ອ່ອນແອຫຼາຍ. ເຖິງແມ່ນວ່າຊາຕານຍ່າງທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ, ມັນກໍບໍ່ສາມາດເຮັດໃຫ້ເກີດການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າບັນຊາການ. ຫຼາຍພັນປີໄດ້ຜ່ານໄປ ແລະ ມະນຸດຊາດກໍຍັງໄດ້ຮັບແສງສະຫວ່າງ ແລະ ອາກາດທີ່ພຣະເຈົ້າປະທານໃຫ້, ຍັງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າ, ຍັງຊື່ນຊົມກັບດອກໄມ້, ນົກ, ປາ ແລະ ແມງໄມ້ທີ່ພຣະເຈົ້າສ້າງຂຶ້ນ ແລະ ມີຄວາມສຸກກັບສິ່ງຕ່າງໆທີ່ພຣະເຈົ້າປະທານໃຫ້; ກາງເວັນ ແລະ ກາງຄືນຍັງຄົງຜັນປ່ຽນໄປມາຢ່າງຕໍ່ເນື່ອງ; ສີ່ລະດູການກໍຜັນປ່ຽນໄປມາຕາມປົກກະຕິ; ຫ່ານກໍບິນຢູ່ເທິງທ້ອງຟ້າໂຍກຍ້າຍຖິ່ນໃນລະດູໜາວນີ້ ແລະ ບິນກັບຄືນໃນລະດູໃບໄມ້ລົ່ນທີ່ຈະມາເຖິງ; ປາໃນນໍ້າບໍ່ເຄີຍອອກຈາກແມ້ນໍ້າ ແລະ ທະເລສາບ ເຊິ່ງເປັນບ່ອນອາໄສຂອງພວກເຂົາ; ຈັກກະຈັນເທິງແຜ່ນດິນໂລກຮ້ອງສຸດຫົວໃຈຂອງພວກມັນໃນຍາມລະດູຮ້ອນ; ຈິນາຍໃນກໍຫຍ້າຮ້ອງສຽງຄ່ອຍໆກັບສາຍລົມໃນລະດູໃບໄມ້ລົ່ນ; ຫ່ານເຕົ້າໂຮມກັບເປັນຝູງ ໃນຂະນະທີ່ນົກອິນຊີຍັງຄົງຢູ່ຢ່າງໂດດດ່ຽວ; ຝູງສິງໂຕລ້ຽງດູພວກມັນເອງໂດຍການອອກລ່າ; ກວາງໃຫຍ່ບໍ່ອອກຫ່າງຈາກຫຍ້າ ແລະ ດອກໄມ້… ສິ່ງມີຊີວິດທຸກຊະນິດທ່າມກາງສິ່ງທັງປວງຈາກໄປ ແລະ ກັບຄືນ ແລະ ກໍຈາກໄປອີກ, ການປ່ຽນແປງຫຼາຍລ້ານຄັ້ງໄດ້ເກີດຂຶ້ນໃນພິບຕາດຽວ, ແຕ່ສິ່ງທີ່ບໍ່ປ່ຽນແປງກໍຄືສັນຊາດຕະຍານ ແລະ ກົດເກນຂອງການເອົາຕົວລອດ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງສັນຊາດຕະຍານຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດທຳລາຍກົດເກນແຫ່ງການເອົາຕົວລອດຂອງພວກເຂົາໄດ້. ເຖິງແມ່ນ ມະນຸດຊາດ ຜູ້ທີ່ດຳລົງຊີວິດທ່າມກາງສິ່ງທັງປວງ ໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຫຼອກລວງໂດຍຊາຕານ, ມະນຸດກໍຍັງບໍ່ສາມາດປະຖິ້ມນໍ້າທີ່ພຣະເຈົ້າສ້າງຂຶ້ນ ແລະ ອາກາດທີ່ພຣະເຈົ້າສ້າງຂຶ້ນ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ ແລະ ມະນຸດຍັງດຳລົງຊີວິດ ແລະ ແຜ່ຂະຫຍາຍໃນພື້ນທີ່ນີ້ທີ່ພຣະເຈົ້າສ້າງຂຶ້ນ. ສັນຊາດຕະຍານຂອງມະນຸດຊາດບໍ່ໄດ້ປ່ຽນໄປ. ມະນຸດຍັງອາໄສດວງຕາຂອງພວກເຂົາເພື່ອທີ່ຈະເຫັນ, ຫູຂອງພວກເຂົາເພື່ອໄດ້ຍິນ, ສະໝອງຂອງພວກເຂົາເພື່ອຄິດ, ຫົວໃຈຂອງພວກເຂົາເພື່ອເຂົ້າໃຈ, ແຄ່ງຂາ ແລະ ຕີນຂອງພວກເຂົາເພື່ອຍ່າງ, ມືຂອງພວກເຂົາເພື່ອໃຊ້ເຮັດວຽກ ແລະ ອື່ນໆ; ສັນຊາດຕະຍານທັງໝົດນີ້ທີ່ພຣະເຈົ້າປະທານໃຫ້ກັບມະນຸດເພື່ອວ່າພວກເຂົາຈະຍອມຮັບເອົາການຈັດກຽມຂອງພຣະເຈົ້າ ກໍຍັງຄົງບໍ່ປ່ຽນແປງ, ຄວາມສາມາດທີ່ມະນຸດຮ່ວມມືກັບພຣະເຈົ້າ ກໍບໍ່ໄດ້ປ່ຽນແປງ, ຄວາມສາມາດຂອງມະນຸດຊາດໃນການປະຕິບັດໜ້າທີ່ຂອງສິ່ງຖືກສ້າງກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຝ່າຍວິນຍານຂອງມະນຸດຊາດກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຂອງມະນຸດຊາດທີ່ຈະຄົ້ນຫາແຫຼ່ງກຳເນີດຂອງພວກເຂົາກໍບໍ່ໄດ້ປ່ຽນແປງ, ຄວາມປາຖະໜາຂອງມະນຸດຊາດທີ່ຈະຖືກພຣະຜູ້ສ້າງຊ່ວຍໃຫ້ພົ້ນກໍບໍ່ໄດ້ປ່ຽນແປງ. ສິ່ງດັ່ງກ່າວແມ່ນສະພາບການຂອງມະນຸດຊາດໃນປັດຈຸບັນ ຜູ້ທີ່ດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ຜູ້ທີ່ໄດ້ອົດທົນກັບຄວາມພິນາດຢ່າງໂຫດຮ້າຍຂອງຊາຕານ. ເຖິງແມ່ນມະນຸດຊາດຕົກຢູ່ໃນການຂົ່ມເຫັງຂອງຊາຕານ ແລະ ບໍ່ໄດ້ເປັນອາດາມ ແລະ ເອວາຕັ້ງແຕ່ການເລີ່ມຕົ້ນສ້າງອີກຕໍ່ໄປ, ກົງກັນຂ້າມ ເປັນມະນຸດທີ່ເຕັມໄປດ້ວຍສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ເຊັ່ນ: ຄວາມຮູ້, ການຈິນຕະນາການ, ແນວຄວາມຄິດ ແລະ ອື່ນໆ ແລະ ເຕັມໄປດ້ວຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມ, ແຕ່ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດກໍຍັງເປັນມະນຸດຊາດທີ່ພຣະອົງສ້າງຂຶ້ນ. ມະນຸດຊາດຍັງຄົງຖືກປົກຄອງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ຍັງດຳລົງຊີວິດຢູ່ພາຍໃນທິດທາງທີ່ພຣະເຈົ້າກຳນົດ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແມ່ນພຽງແຕ່ຖືກປົກຄຸມດ້ວຍສິ່ງເປິເປື້ອນ, ດ້ວຍຄວາມຫີວກະຫາຍ, ດ້ວຍປະຕິກິລິຍາທີ່ຊ້າໄປໜ້ອຍໜຶ່ງ, ຄວາມຊົງຈຳທີ່ບໍ່ດີຄືແຕ່ກ່ອນ ແລະ ອາຍຸກໍເຖົ້າຂຶ້ນເລັກນ້ອຍ, ແຕ່ໜ້າທີ່ ແລະ ສັນຊາດຕະຍານທັງໝົດຂອງມະນຸດຍັງບໍ່ໄດ້ຖືກທຳລາຍ. ນີ້ແມ່ນມະນຸດຊາດທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍໃຫ້ພົ້ນ. ມະນຸດຊາດນີ້ຕ້ອງໄດ້ຍິນການຮຽກເອີ້ນຂອງພຣະຜູ້ສ້າງເທົ່ານັ້ນ ແລະ ໄດ້ຍິນສຽງຂອງພຣະຜູ້ສ້າງ ແລະ ພວກເຂົາຕ້ອງລຸກຂຶ້ນ ແລະ ຟ້າວໄປຫາແຫຼ່ງກໍາເນີດຂອງສຽງນີ້. ມະນຸດຊາດດັ່ງກ່າວນີ້ຕ້ອງເຫັນແຕ່ຮູບລັກສະນະຂອງພຣະຜູ້ສ້າງເທົ່ານັ້ນ ແລະ ພວກເຂົາຈະເປັນຄົນທີ່ບໍ່ສົນໃຈກັບສິ່ງອື່ນໆ ແລະ ປະຖິ້ມທຸກສິ່ງເພື່ອອຸທິດຕົນເອງໃຫ້ກັບພຣະເຈົ້າ ແລະ ເຖິງກັບຈະຍອມສະຫຼະຊີວິດຂອງພວກເຂົາເພື່ອພຣະອົງ. ເມື່ອຫົວໃຈຂອງມະນຸດຊາດເຂົ້າໃຈພຣະທຳທີ່ຈິງໃຈຂອງພຣະຜູ້ສ້າງ, ມະນຸດຊາດຈະປະຕິເສດຊາຕານ ແລະ ມາຢູ່ຄຽງຂ້າງພຣະຜູ້ສ້າງ; ເມື່ອມະນຸດຊາດໄດ້ລ້າງຄວາມສົກກະປົກອອກຈາກຮ່າງກາຍຂອງພວກເຂົາ ແລະ ໄດ້ຮັບເອົາການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະຜູ້ສ້າງອີກຄັ້ງ, ຄວາມຊົງຈຳຂອງມະນຸດຊາດຈະຖືກຮື້ຟື້ນ ແລະ ໃນເວລານັ້ນ ມະນຸດຊາດຈະໄດ້ກັບຄືນສູ່ການປົກຄອງຂອງພຣະຜູ້ສ້າງຢ່າງແທ້ຈິງ.

14 ທັນວາ 2013

​ກ່ອນ​ນີ້ :ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ຕໍ່​ໄປ:ພຣະເຈົ້າເອງ, ທີ່ເປັນເອກະລັກ II

ເນື່ອຫາທີ່ກ່ຽວຂ້ອງ