​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ

ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກມານຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນແສງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອັດດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງແຫ່ງສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີພະລັງເພື່ອຊ່ວຍຊີວິດ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ.... ແລ້ວຈາກນາທີນັ້ນເປັນຕົ້ນມາ ເຈົ້າກໍຖືກທໍລະມານໂດຍມານຊົ່ວຮ້າຍ, ຢູ່ຮ່າງໄກຈາກພອນຂອງອົງຊົງລິດທານະພາບສູງສຸດ, ໄກຈາກການດູແລຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍບໍ່ສາມາດປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບສະບາຍໃນກໍາມືຂອງມານຊົ່ວຮ້າຍ ຜູ້ທີ່ໄດ້ຫຼອກລວງເຈົ້າເຂົ້າສູ່ອານາຈັກທີ່ໄຮ້ພົມແດນ ໂດຍຂາດທິດທາງ ຫຼື ສິ່ງໝາຍບອກທາງ. ດ້ວຍເຫດນັ້ນ ເຈົ້າຈຶ່ງສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ ມານຊົ່ວຮ້າຍນໍາພາເຈົ້າໃນທຸກເລື່ອງ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເລີ່ມເຄົາລົບມັນ, ບູຊາມັນ ແລະ ພວກເຈົ້າທັງສອງໄດ້ກາຍມາເປັນຮ່າງກາຍ ແລະ ເງົາທີ່ບໍ່ສາມາດແຍກອອກຈາກກັນໄດ້ ໂດຍຍຶດໝັ້ນຕໍ່ກັນໃນຍາມມີຊີວິດ ແລະ ຍາມຕາຍ. ເຈົ້າບໍ່ຮູ້ວ່າເຈົ້າມາຈາກໃສ, ສາເຫດໃດເຈົ້າຈຶ່ງເກີດມາ ຫຼື ເປັນຫຍັງເຈົ້າຈຶ່ງຕາຍ. ເຈົ້າເບິ່ງອົງຊົງລິດທານຸພາບສູງສຸດຄືດັ່ງຄົນແປກໜ້າ; ເຈົ້າບໍ່ຮູ້ຈັກຕົ້ນກໍາເນີດຂອງພຣະອົງ ແລ້ວແຮງໄກທີ່ຈະຮູ້ຈັກທຸກສິ່ງຢ່າງທີ່ພຣະອົງໄດ້ກະທໍາເພື່ອເຈົ້າ. ທຸກສິ່ງທີ່ມາຈາກພຣະອົງໄດ້ກາຍເປັນຄວາມກຽດຊັງສໍາລັບເຈົ້າ; ເຈົ້າບໍ່ຖະໜຸຖະໜອມມັນ ຫຼື ຮູ້ຈັກຄຸນຄ່າຂອງມັນເລີຍ. ເຈົ້າຍ່າງຄຽງຂ້າງມານຊົ່ວຮ້າຍເລີ່ມຕັ້ງແຕ່ມື້ທີ່ເຈົ້າໄດ້ຮັບການດູແລຂອງອົງຊົງລິດທານຸພາບສູງສຸດ. ເຈົ້າໄດ້ຜ່ານຜ່າຟ້າລົມ ແລະ ພະຍຸກັບມານຊົ່ວຮ້າຍມາເປັນເວລາຫຼາຍພັນປີ ແລະ ເຈົ້າຢືນຮ່ວມກັບມັນເພື່ອຕໍ່ຕ້ານພຣະເຈົ້າຜູ້ຊົງເປັນແຫຼ່ງຊີວິດຂອງເຈົ້າ. ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບການສໍານຶກຜິດ ຢ່າວ່າແຕ່ເຈົ້າໃກ້ເຖິງຂອບເຂດແຫ່ງຄວາມຕາຍເລີຍ. ເຈົ້າໄດ້ລືມໄປວ່າ ມານຊົ່ວຮ້າຍໄດ້ລໍ້ລວງ ແລະ ທໍລະມານເຈົ້າ; ເຈົ້າໄດ້ລືມຕົ້ນກໍາເນີດຂອງເຈົ້າ. ດັ່ງນັ້ນ ມານຊົ່ວຮ້າຍຈຶ່ງໄດ້ທໍລະມານເຈົ້າທຸກບາດກ້າວເດີນຈົນເຖິງປັດຈຸບັນນີ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າແມ່ນມືນຊາ ແລະ ເນົ່າເປື່ອຍ. ເຈົ້າໄດ້ເຊົາຕໍ່ວ່າກ່ຽວກັບຄວາມວຸ້ນວາຍຂອງໂລກມະນຸດ; ເຈົ້າບໍ່ເຊື່ອວ່າ ໂລກນີ້ບໍ່ຍຸຕິທໍາອີກຕໍ່ໄປ ແລ້ວແຮງໄກທີ່ເຈົ້າຈະສົນໃຈວ່າ ອົງຊົງລິດທານຸພາບສູງສຸດນັ້ນມີຢູ່ຈິງ ຫຼື ບໍ່. ນີ້ກໍຍ້ອນວ່າ ແຕ່ໃດມາ ເຈົ້າຄິດວ່າມານຊົ່ວຮ້າຍຄືບິດາແທ້ຈິງຂອງເຈົ້າ ແລະ ບໍ່ສາມາດໜີຫ່າງຈາກມັນໄດ້. ນີ້ຄືຄວາມລຶກລັບພາຍໃນຫົວໃຈເຈົ້າ.

ເມື່ອຮອດຍາມຮຸ່ງເຊົ້າ ດວງດາວຍາມຮຸ່ງເຊົ້າກໍເລີ່ມທໍແສງຈາກທິດຕາເວັນອອກ. ນີ້ແມ່ນດວງດາວທີ່ບໍ່ເຄີຍມີມາກ່ອນ, ມັນເຍືອງທ້ອງຟ້າທີ່ແວວວາວ ແລະ ງຽບສະຫງັດ ແລະ ໄຕ້ແສງໄຟທີ່ດັບມອດຢູ່ໃນຫົວໃຈຂອງມະນຸດນັ້ນໃຫ້ຮຸ່ງຄືນໃໝ່. ມະນຸດບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປກໍຍ້ອນແສງສະຫວ່າງນີ້ ເຊິ່ງສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ຄົນອື່ນ. ແຕ່ເຈົ້າກໍຍັງຫຼັບນອນຢູ່ໃນຄວາມມືດຂອງກາງຄືນ. ເຈົ້າບໍ່ໄດ້ຍິນສຽງ ແລະ ເຫັນແສງສະຫວ່າງນັ້ນເລີຍ; ເຈົ້າບໍ່ຮູ້ກ່ຽວກັບການກໍາເນີດແຫ່ງສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ການກໍາເນີດແຫ່ງຍຸກໃໝ່ ຍ້ອນວ່າ ບິດາຂອງເຈົ້າບອກເຈົ້າວ່າ “ລູກເຮົາເອີຍ, ຢ່າຕື່ນຂຶ້ນເລີຍ ມັນຍັງເຊົ້າຢູ່. ອາກາດກໍໜາວ ດັ່ງນັ້ນຢ່າໄດ້ອອກໄປຂ້າງນອກ ບໍ່ດັ່ງນັ້ນ ດວງຕາຂອງເຈົ້າຈະຖືກແທງດ້ວຍດາບ ແລະ ຫອກ”. ເຈົ້າເຊື່ອແຕ່ຄໍາໂອວາດຂອງບິດາຂອງເຈົ້າ ຍ້ອນເຈົ້າເຊື່ອວ່າ ມີພຽງບິດາຂອງເຈົ້າເທົ່ານັ້ນທີ່ຖືກຕ້ອງ ເພາະບິດາຂອງເຈົ້າເຖົ້າກວ່າເຈົ້າ ແລະ ລາວກໍຮັກເຈົ້າສຸດຫົວໃຈ. ຄໍາໂອວາດ ແລະ ຄວາມຮັກດັ່ງກ່າວເຮັດໃຫ້ເຈົ້າເຊົາເຊື່ອໃນຕໍານານທີ່ວ່າ ມີແສງສະຫວ່າໃນໂລກ; ພວກມັນເຮັດໃຫ້ເຈົ້າບໍ່ສົນໃຈວ່າຄວາມຈິງຍັງມີຢູ່ໃນໂລກນີ້. ເຈົ້າບໍ່ກ້າທີ່ຈະຄາດຫວັງໃຫ້ອົງຊົງລິດທານຸພາບສູງສຸດຊ່ວຍເຫຼືອຊີວິດອີກຕໍ່ໄປ. ເຈົ້າພໍໃຈກັບສະຖານະພາບທີ່ເປັນຢູ່, ເຈົ້າບໍ່ຄາດຫວັງໃນການມາຂອງແສງສະຫວ່າງອີກຕໍ່ໄປ, ເຈົ້າບໍ່ສະແຫວງຫາການສະເດັດມາຂອງອົງຊົງລິດທານຸພາບສູງສຸດຕາມທີ່ຖືກກ່າວໄວ້ໃນຕໍານານອີກຕໍ່ໄປ. ສໍາລັບແນວຄິດຂອງເຈົ້າແລ້ວ ທຸກສິ່ງຢ່າງທີ່ສະຫງ່າງາມແມ່ນບໍ່ສາມາດຟື້ນຟູໄດ້ ເພາະວ່າ ມັນບໍ່ສາມາດດໍາລົງຢູ່ໄດ້. ໃນສາຍຕາຂອງເຈົ້າ ມື້ອື່ນຂອງມະນຸດຊາດ ແລະ ອະນາຄົດຂອງມະນຸດຊາດຈະສາບສູນ ແລະ ຖືກທໍາລາຍ. ເຈົ້າຈ່ອງດືງເສື້ອຜາຂອງບິດາຂອງເຈົ້າໄວ້ດ້ວຍກໍາລັງທັງໝົດທີ່ເຈົ້າມີ ແລະ ພູມໃຈທີ່ຈະແບ່ງປັນຄວາມຍາກລໍາບາກ ກໍຍ້ອນວ່າ ເຈົ້າຢ້ານສູນເສຍເພື່ອນຮ່ວມເດີນທາງຂອງເຈົ້າ ແລະ ສູນເສຍທິດທາງແຫ່ງການເດີນທາງໄກຂອງເຈົ້າ. ໂລກແຫ່ງມະນຸດທີ່ກວ້າງໃຫຍ່ໄພສານ ແລະ ມືດມົວນີ້ໄດ້ສ້າງພວກເຈົ້າຫຼາຍຄົນບໍ່ໃຫ້ຢ້ານກົວ ແລະ ມີຄວາມກ້າຫານໃນການປະກອບມີບົດບາດຕ່າງໆໃນໂລກນີ້. ມັນໄດ້ສ້າງ “ນັກຮົບ” ທີ່ບໍ່ຢ້ານກົວຕໍ່ຄວາມຕາຍ. ຍິ່ງໄປກວ່ານັ້ນ ມັນໄດ້ສ້າງກຸ່ມມະນຸດທີ່ເປັນອໍາມະພາດ ແລະ ມືນຊາຫຼາຍກຸ່ມ ທີ່ບໍ່ຮູ້ຈັກຈຸດປະສົງໃນການຊົງສ້າງຂອງຕົນເອງ. ສາຍຕາຂອງອົງຊົງລິດທານຸພາບສູງສຸດສໍາຫຼວດທຸກເຜົ່າພັນຂອງມະນຸດຊາດທີ່ໄດ້ຮັບຄວາມທຸກທໍລະມານຢ່າງໜັກ. ສິ່ງທີ່ພຣະອົງໄດ້ຍິນຄືສຽງຮ້ອງໄຫ້ຂອງຜູ້ທີ່ທົນທຸກ, ສິ່ງທີ່ພຣະອົງເຫັນຄືຄວາມບໍ່ລະອາຍໃຈຂອງຜູ້ທີ່ໄດ້ຮັບຄວາມທຸກທໍລະມານ ແລະ ສິ່ງທີ່ພຣະອົງສໍາຜັດແມ່ນຄວາມສິ້ນຫວັງ ແລະ ຄວາມກັງວົນຂອງມະນຸດຊາດທີ່ໄດ້ສູນເສຍພຣະຄຸນແຫ່ງຄວາມລອດພົ້ນ. ມະນຸດຊາດປະຕິເສດການດູແລຂອງພຣະອົງ ໂດຍເລືອກເດີນຕາມທາງຂອງພວກເຂົາ ແລະ ພະຍາຍາມຫຼີກເວັ້ນການສໍາຫຼວດຈາກສາຍຕາຂອງພຣະອົງ, ເລືອກທີ່ຈະຊີມລົດຊາດຂອງຄວາມຂົມຂື່ນແຫ່ງທະເລເລິກກັບສັດຕູຈົນເຖິງຢົດສຸດທ້າຍ. ມະນຸດຈະບໍ່ໄດ້ຍິນສຽງຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດອີກຕໍ່ໄປ; ອົງຊົງລິດທານຸພາບສູງສຸດຈະບໍ່ເຕັມໃຈດູແລມະນຸດທີ່ໂສກອະນາດຕະກໍານີ້ດ້ວຍມືຂອງພຣະອົງອີກຕໍ່ໄປ. ທຸກຄັ້ງທີ່ພຣະອົງຍຶດຄືນໄດ້ ແລະ ທຸກຄັ້ງພຣະອົງກໍເສຍຄືນໄປ ແລະ ແລ້ວ ແຕ່ລະຄັ້ງ ພຣະອົງກໍຕ້ອງໄດ້ກະທໍາພາລະກິດຂອງພຣະອົງຄືນໃໝ່. ຈາກນາທີນັ້ນເປັນຕົ້ນມາ ພຣະອົງເລີ່ມອິດເມື່ອຍ ແລະ ຮູ້ສຶກເບື່ອໜ່າຍ ດັ່ງນັ້ນພຣະອົງຈຶ່ງປ່ອຍວາງພາລະກິດໃນມືຂອງພຣະອົງ ແລະ ເຊົາຍ່າງທ່າມກາງມະນຸດຊາດ.... ມະນຸດບໍ່ຮູ້ເຖິງການປ່ຽນແປງເຫຼົ່ານີ້ທັງສິ້ນ, ບໍ່ຮູ້ກ່ຽວກັບການສະເດັດມາ ແລະ ສະເດັດໄປ, ບໍ່ຮູ້ເຖິງຄວາມເສົ້າໃຈ ແລະ ຄວາມໂສກເສົ້າຂອງອົງຊົງລິດທານຸພາບສູງສຸດ.

ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ ແລະ ພາຍໃຕ້ສາຍຕາຂອງອົງລິດທານຸພາບສູງສຸດ. ຫຼາຍສິ່ງທີ່ມະນຸດຊາດບໍ່ເຄີຍໄດ້ຍິນ ທັນທີໃດ ກໍປາກົດຂຶ້ນ ແລະ ຫຼາຍສິ່ງທີ່ມະນຸດຊາດໄດ້ຄອບຄອງມາເປັນເວລາດົນນານກໍສູນຫາຍໄປໂດຍບໍ່ຮູ້ສຶກຕົວ. ບໍ່ມີໃຜສາມາດເຂົ້າໃຈຢ່າງເລິກເຊິ່ງວ່າ ອົງຊົງລິດທານຸພາບສູງສຸດຢູ່ທີ່ໃດ ແລ້ວແຮງໄກທີ່ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະເສີດ ແລະ ຄວາມຍິ່ງໃຫຍ່ແຫ່ງພະລັງຊີວິດຂອງອົງຊົງລິດທານຸພາບສູງສຸດໄດ້. ພຣະອົງເຂົ້າໃຈໃນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງເປັນຜູ້ປະເສີດແທ້ ເຖິງແມ່ນວ່າພຣະອົງຈະຖືກມະນຸດປະຖິ້ມ, ແຕ່ພຣະອົງກໍຍັງຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງຮູ້ຈັກຄວາມໝາຍຂອງຊີວິດ ແລະ ຄວາມຕາຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງຮູ້ຈັກສິ່ງໃດຄືກົດເກນທີ່ເໝາະສົມສໍາລັບການປົກຄອງຄວາມເປັນຢູ່ຂອງມະນຸດຊາດທີ່ພຣະອົງໄດ້ຊົງສ້າງ. ພຣະອົງຄືພື້ນຖານແຫ່ງການດໍາລົງຢູ່ຂອງມະນຸດຊາດ ແລະ ພຣະອົງແມ່ນພຣະຜູ້ໄຖ່ບາບທີ່ຟື້ນຟູຊີວິດມະນຸດຊາດອີກຄັ້ງ. ພຣະອົງຂົ່ມຫົວໃຈທີ່ເປັນສຸກດ້ວຍຄວາມທຸກ ແລະ ຍໍຫົວໃຈທີ່ເປັນທຸກດ້ວຍຄວາມສຸກ, ທັງໝົດນີ້ກໍເພື່ອພາລະກິດ ແລະ ແຜນການຂອງພຣະອົງ.

ມະນຸດທີ່ເຫີນຮ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸກພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາກຽມພ້ອມທີ່ຈະຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້ ໂດຍທໍາລາຍເນື້ອໜັງຢ່າງໄຮ້ຄວາມຮູ້ສຶກຕໍ່ຈິດວິນຍານຂອງຕົນເອງ. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້, ບໍ່ມີຄວາມຫວັງຄືດັ່ງຄົນອື່ນໆ ທີ່ປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ເຖິງປັດຈຸບັນນີ້ ຄວາມເຊື່ອດັ່ງກ່າວກໍຍັງບໍ່ໄດ້ຖືກບັນລຸຜົນໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຍັງສະແຫວງຫາມັນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງກໍເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ໄຮ້ຄວາມຮູ້ສຶກ ເພາະພຣະອົງຕ້ອງໄດ້ລໍຖ້າດົນເກີນໄປສໍາລັບຄໍາຕອບຈາກມະນຸດ. ພຣະອົງປາຖະໜາເພື່ອຄົ້ນຫາ ແລະ ສະແຫວງຫາຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອປຸກເຈົ້າຕື່ນ ເພື່ອວ່າເຈົ້າຈະບໍ່ໄດ້ຫີວເຂົ້າ ແລະ ຫີວນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ່າເລີ່ມຮູ້ສຶກວ່າໂລກນີ້ເຕັມໄປດ້ວຍຄວາມໂດດດ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເບິ່ງແຍງ ຈະຍິນດີອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ ແລະ ລໍຖ້າການກັບຄືນມາຂອງເຈົ້າ. ພຣະອົງລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ໃນບາງເວລາໃດໜຶ່ງ ເຈົ້າໄດ້ຫຼົງທາງເດີນ, ໃນບາງເວລາໃດໜຶ່ງ ເຈົ້າໄດ້ເສຍສະຕິເທິງເສັ້ນທາງ ແລະ ໃນບາງເວລາໃດໜຶ່ງ ແມ່ນໄດ້ຮັບເອົາ “ບິດາ” ດັ່ງກ່າວນັ້ນ; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງໄດ້ເຝົ້າເບິ່ງດ້ວຍຄວາມຫວັງຢ່າງຍິ່ງ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເບິ່ງແຍງຂອງພຣະອົງແມ່ນມີລາຄາເນື້ອກວ່າສິ່ງອື່ນໃດ ແລະ ມັນກໍເພື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດ. ບາງເທື່ອການເຝົ້າເບິ່ງແຍງນີ້ອາດບໍ່ມີກໍານົດ ແລະ ບາງເທື່ອມັນອາດຈະສິ້ນສຸດ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈະບັນ.

28 ພຶດສະພາ 2003

​ກ່ອນ​ນີ້ :ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ຕໍ່​ໄປ:ພາກພະໜວກ:ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ເນື່ອຫາທີ່ກ່ຽວຂ້ອງ