ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້

ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະຫຼະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ. ພຣະອົງເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດລອດຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດລອດຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ຜູ້ຄົນເກີດໃໝ່ ແລະ ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໃນບົດບາດສ່ວນຕົວຂອງພວກເຂົາເອງຢ່າງໜຽວແໜ້ນ. ການອີງອາໄສອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ໃນຂະນະທີ່ພະລັງແຫ່ງຊີວິດຂອງພຣະເຈົ້າໄດ້ໃຫ້ການຄໍ້າຊູໃນທ່າມກາງມະນຸດຢ່າງສະໝໍ່າສະເໝີ ແລະ ພຣະເຈົ້າໄດ້ເສຍສະຫຼະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ຫຼາຍໄປກວ່ານັ້ນ ມັນຍັງເໜືອກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງດ້ວຍລັດສະໝີທີ່ເປັ່ງປະກາຍ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດມີການປ່ຽນແປງຢ່າງຫຼວງຫຼາຍ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງທຸກຢ່າງອາດດັບສູນໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງມີຢູ່. ນີ້ກໍຍ້ອນວ່າພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດລອດຂອງທຸກສິ່ງທຸກຢ່າງ ແລະ ຮາກຖານທີ່ທຸກສິ່ງທຸກຢ່າງອາໄສເພື່ອມີຊີວິດລອດ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ສະຫວັນມີຢູ່ກໍຍ້ອນພຣະເຈົ້າ ແລະ ການຢູ່ລອດຂອງແຜ່ນດິນໂລກກໍຍັງເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າອີກດ້ວຍ. ບໍ່ມີສິ່ງທີ່ມີຊີວິດໃດທີ່ສາມາດຢູ່ເໜືອອຳນາດສູງສຸດຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ມີຊີວິດຊີວາສາມາດຫຼີກໜີໄປຈາກສິດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ, ຄົນທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ຄົນທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດທີ່ຈະສາມາດຫຼີກໜີໄປຈາກມືຂອງພຣະອົງໄດ້.

ບາງເທື່ອ ສິ່ງທີ່ເຈົ້າຕ້ອງການໃນປັດຈຸບັນແມ່ນການຮັບຊີວິດ ຫຼື ບາງເທື່ອ ເຈົ້າກໍຕ້ອງການຮັບຄວາມຈິງ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ເຈົ້າຕ້ອງການຊອກຫາພຣະເຈົ້າ, ຊອກຫາພຣະເຈົ້າທີ່ເຈົ້າສາມາດເພິ່ງພາໄດ້ ແລະ ຜູ້ທີ່ສາມາດມອບຊີວິດຊົ່ວນິດນິລັນໃຫ້ກັບເຈົ້າ. ຖ້າເຈົ້າຕ້ອງການຮັບຊີວິດຊົ່ວນິດນິລັນ, ເຈົ້າຕ້ອງເຂົ້າໃຈບໍ່ເກີດແຫ່ງຊີວິດຊົ່ວນິດນິລັນກ່ອນ ແລະ ຕ້ອງຮູ້ຈັກວ່າ ພຣະເຈົ້າຢູ່ໃສກ່ອນ. ເຮົາໄດ້ເວົ້າແລ້ວວ່າ ມີພຽງພຣະເຈົ້າທີ່ເປັນຊີວິດທີ່ບໍ່ສາມາດປ່ຽນແປງໄດ້ ແລະ ມີພຽງພຣະເຈົ້າທີ່ສາມາດມີຫົນທາງແຫ່ງຊີວິດໄດ້. ເມື່ອພຣະອົງບໍ່ສາມາດປ່ຽນແປງໄດ້, ສະນັ້ນ ພຣະອົງຈຶ່ງເປັນຊີວິດນິດນິລັນ; ຍ້ອນມີພຽງພຣະເຈົ້າທີ່ເປັນຫົນທາງແຫ່ງຊີວິດ, ສະນັ້ນ ພຣະເຈົ້າເອງຄືຫົນທາງແຫ່ງຊີວິດ. ເມື່ອເປັນດັ່ງນັ້ນ, ເຈົ້າຄວນເຂົ້າໃຈກ່ອນວ່າ ພຣະເຈົ້າຢູ່ໃສ ແລະ ຈະຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນນີ້ໄດ້ແນວໃດ. ໃຫ້ພວກເຮົາມາສົນທະນາກ່ຽວກັບບັນຫາສອງຢ່າງນີ້ໂດຍແຍກກັນ.

ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ “ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ອາໄສຢູ່ໃນເຮືອນຂອງເຈົ້າ, ແມ່ນບໍ?” ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ມີຄວາມເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະໂຍນອອກ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ, ຜູ້ຄົນທີ່ພຣະເຈົ້າບໍ່ເຫັນດີ, ຜູ້ຄົນທີ່ຖືກພຣະເຈົ້າກຽດຊັງ, ຜູ້ຄົນທີ່ຖືກພຣະເຈົ້າໂຍນອອກ, ພວກເຂົາຈະຖືກພຣະເຈົ້າປະຕິເສດ, ຖືກເຮັດໃຫ້ມີຊີວິດຢູ່ໂດຍປາສະຈາກຫົນທາງແຫ່ງຊີວິດ ແລະ ຖືກເຮັດໃຫ້ເປັນຄົນບໍ່ຮູ້ວ່າ ພຣະເຈົ້າຢູ່ໃສ. ໃນທາງກົງກັນຂ້າມ ຜູ້ຄົນທີ່ມີພຣະເຈົ້າອາໄສຢູ່ໃນຫົວໃຈຂອງພວກເຂົາຮູ້ວ່າ ພຣະອົງຢູ່ໃສ. ພວກເຂົາແມ່ນຄົນທີ່ພຣະເຈົ້າປະທານຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ ແລະ ພວກເຂົາເປັນຄົນທີ່ຕິດຕາມພຣະເຈົ້າ. ໃນປັດຈຸບັນນີ້ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າຢູ່ໃສ? ພຣະເຈົ້າທັງຢູ່ໃນຫົວໃຈຂອງມະນຸດ ແລະ ຢູ່ຄຽງຂ້າງມະນຸດ. ພຣະອົງບໍ່ພຽງແຕ່ຢູ່ໃນໂລກຝ່າຍວິນຍານ ແລະ ຢູ່ເໜືອສິ່ງທັງໝົດ ແຕ່ຢູ່ເທິງແຜ່ນດິນໂລກຫຼາຍກວ່າ ເຊິ່ງເປັນບ່ອນທີ່ມະນຸດອາໄສຢູ່. ດ້ວຍເຫດນັ້ນ ການມາເຖິງຂອງຍຸກສຸດທ້າຍແມ່ນໄດ້ຮັບເອົາບາດກ້າວຂອງພາລະກິດຂອງພຣະເຈົ້າເຂົ້າສູ່ດິນແດນໃໝ່. ພຣະເຈົ້າມີອຳນາດປົກຄອງເໜືອທຸກສິ່ງ ແລະ ພຣະອົງເປັນເສົາຫຼັກຂອງມະນຸດທີ່ຢູ່ໃນຫົວໃຈຂອງເຂົາ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຊີວິດຢູ່ທ່າມກາງມະນຸດ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດນໍາຫົນທາງແຫ່ງຊີວິດມາສູ່ມະນຸດຊາດ ແລະ ນໍາມະນຸດເຂົ້າສູ່ຫົນທາງແຫ່ງຊີວິດ. ພຣະອົງໄດ້ລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ເພື່ອມະນຸດຈະໄດ້ຮັບຫົນທາງແຫ່ງຊີວິດ ແລະ ເພື່ອມະນຸດຈະມີຊີວິດຢູ່. ໃນເວລາດຽວກັນ ພຣະເຈົ້າຍັງສັ່ງທຸກສິ່ງໃນທັງໝົດທັງມວນເພື່ອອໍານວຍການຮ່ວມມືກັບການຄຸ້ມຄອງທີ່ພຣະອົງປະຕິບັດທ່າມກາງມະນຸດ. ດ້ວຍເຫດນັ້ນ, ຖ້າເຈົ້າພຽງຮັບຮູ້ທິດສະດີທີ່ວ່າ ພຣະເຈົ້າຢູ່ໃນແຜ່ນດິນສະຫວັນ ແລະ ໃນຫົວໃຈຂອງມະນຸດ ແຕ່ບໍ່ໄດ້ຮັບຮູ້ຄວາມຈິງແຫ່ງການມີຢູ່ຂອງພຣະເຈົ້າທ່າມກາງມະນຸດ ແລ້ວເຈົ້າຈະບໍ່ໄດ້ຮັບຊີວິດຈັກເທື່ອ ແລະ ຈະບໍ່ໄດ້ຮັບຫົນທາງແຫ່ງຄວາມຈິງຈັກເທື່ອ.

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ, ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ເໜືອສິ່ງອື່ນໃດກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫຼ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິນຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລີຍ ນອກຈາກເນື້ອໜັງຂອງເຈົ້າ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດນໍາມານະມັດສະການວ່າເປັນຄວາມຈິງ ແລະ ລະບຽບການຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນຂອງພຣະອົງ. ຖ້າເຈົ້ານໍາການບັນທຶກຂອງພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ໃນຊ່ວງຍຸກອະດີດຈົນຮອດປັດຈຸບັນໄປໃຊ້, ນັ້ນກໍເຮັດໃຫ້ເຈົ້າເປັນນັກບູຮານຄະດີ ແລະ ທາງດຽວທີ່ຈະໃຫ້ອະທິບາຍກ່ຽວກັບເຈົ້າກໍຄື ເຈົ້າບໍ່ແຕກຕ່າງຫຍັງກັບພວກຊ່ຽວຊານກ່ຽວກັບມໍລະດົກທາງປະຫວັດສາດ. ນັ້ນກໍຍ້ອນວ່າ ເຈົ້າເຊື່ອສະເໝີໃນຮ່ອງຮອຍຂອງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນອະດີດທີ່ຜ່ານມາ, ພຽງແຕ່ເຊື່ອໃນເງົາຂອງພຣະເຈົ້າທີ່ພຣະອົງໄດ້ປະໄວ້ໃຫ້ກັບຜູ້ຕິດຕາມພຣະອົງ ໃນເວລາທີ່ພຣະອົງໄດ້ປະຕິບັດພາລະກິດທ່າມກາງມະນຸດ. ເຈົ້າບໍ່ເຊື່ອໃນທິດທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ, ບໍ່ເຊື່ອໃນຮູບລັກສະນະອັນສະຫງ່າລາສີຂອງພຣະເຈົ້າໃນປັດຈຸບັນ ແລະ ບໍ່ເຊື່ອໃນຫົນທາງແຫ່ງຄວາມຈິງທີ່ພຣະເຈົ້າສຳແດງໃນປັດຈຸບັນ. ດ້ວຍເຫດນັ້ນ ເຈົ້າກໍເປັນຄົນທີ່ຝັນກາງເວັນໂດຍບໍ່ສາມາດປະຕິເສດໄດ້ ເຊິ່ງເປັນຄົນທີ່ບໍ່ໄດ້ຢູ່ໃນຄວາມເປັນຈິງເລີຍ. ຖ້າໃນປັດຈຸບັນ ເຈົ້າຍັງຍຶດຕິດກັບຄຳເວົ້າທີ່ບໍ່ສາມາດນໍາຊີວິດມາໃຫ້ກັບມະນຸດໄດ້, ເຈົ້າກໍເປັນທ່ອນໄມ້ຕາຍທີ່ໝົດຫວັງທ່ອນໜຶ່ງ[ກ], ຍ້ອນວ່າເຈົ້າຫົວບູຮານເກີນໄປ, ຫົວແຂງເກີນໄປ, ບໍ່ຍອມຮັບເຫດຜົນຫຍັງເລີຍ!

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິສ ແລະ ດ້ວຍເຫດນັ້ນ ການເອີ້ນພຣະຄຣິສທີ່ສາມາດປະທານຄວາມຈິງໃຫ້ກັບຜູ້ຄົນວ່າພຣະເຈົ້າຈິ່ງບໍ່ແມ່ນສິ່ງທີ່ຫຼາຍເກີນໄປເລີຍ. ນີ້ກໍຍ້ອນວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງມີອຸປະນິໄສຂອງພຣະເຈົ້າ ແລະ ສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດບັນລຸໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິສ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິສບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ຍັງແມ່ນເນື້ອໜັງພິເສດທີ່ພຣະເຈົ້າຊົງຮັບເອົາໄວ້ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຮັບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງພຽງພໍ, ທີ່ສາມາດສະແດງອຸປະນິໄສຂອງພຣະເຈົ້າ, ທີ່ສາມາດເປັນຕົວແທນຂອງພຣະເຈົ້າໄດ້ຢ່າງພຽງພໍ ແລະ ທີ່ສາມາດສະໜອງຊີວິດໃຫ້ກັບມະນຸດໄດ້. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິສເຫຼົ່ານັ້ນຈະຫຼົ້ມຈົມໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິສ ພວກເຂົາກໍບໍ່ມີແກ່ນແທ້ຂອງພຣະຄຣິສເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດຕັດສິນຄວາມແທ້ຈິງຂອງພຣະຄຣິສໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບ ແລະ ຕັດສິນໃຈໄດ້. ດ້ວຍເຫດນີ້ ຖ້າເຈົ້າຕ້ອງການສະແຫວງຫາຫົນທາງແຫ່ງຊີວິດຢ່າງແທ້ຈິງ, ກ່ອນອື່ນເຈົ້າຕ້ອງຮັບຮູ້ມັນໂດຍການເຂົ້າມາຢູ່ທ່າມກາງມະນຸດທີ່ພຣະເຈົ້າປະຕິບັດພາລະກິດໃນການປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ ແລະ ເຈົ້າຕ້ອງຮັບຮູ້ມັນວ່າ ແມ່ນລະຫວ່າງຍຸກສຸດທ້າຍທີ່ພຣະອົງມາທ່າມກາງມະນຸດເພື່ອປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດບໍ່ແມ່ນໃນອະດີດ; ແຕ່ແມ່ນໃນປັດຈຸບັນ.

ພຣະຄຣິສແຫ່ງຍຸກສຸດທ້າຍນໍາມາເຊິ່ງຊີວິດ ແລະ ນໍາມາເຊິ່ງເສັ້ນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ຖືກຮັບຮອງເອົາໂດຍພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາເສັ້ນທາງແຫ່ງຊີວິດທີ່ພຣະຄຣິສແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການຮັບຮອງຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍລະບຽບ, ໂດຍຄໍາສັບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບເສັ້ນທາງທີ່ຕໍ່ເນື່ອງແຫ່ງຊີວິດ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຍຶດຖືມາເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັ່ງໄຫຼມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການສະໜອງນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ເຈົ້າພຽງແຕ່ສະແຫວງຫາທີ່ຈະຍຶດຕິດກັບອະດີດ, ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ສະແຫວງຫາທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ເຈົ້າຈຶ່ງຈະບໍ່ເປັນສັດຕູຕໍ່ພຣະເຈົ້າຢູ່ຕະຫຼອດເວລາບໍ? ບາດກ້າວໃນພາລະກິດຂອງພຣະເຈົ້າມີອໍານາດຫຼາຍ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນກັບສິ່ງທີ່ເກົ່າ ແລະ ລໍຖ້າໃຫ້ສິ່ງຕ່າງໆຕົກມາທີ່ຕັກຂອງເຈົ້າ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍໄດ້ແນວໃດ? ສິ່ງນີ້ຈະສາມາດສະແດງໃຫ້ເຫັນວ່າພຣະເຈົ້າທີ່ເຈົ້າຍຶດໝັ້ນແມ່ນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍ? ພຣະທຳຂອງປຶ້ມທີ່ເກົ່າເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາບາດກ້າວໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນພຽງຄໍາເວົ້າທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດແກ່ເຈົ້າໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນຄໍາເວົ້າຂອງເຈົ້າ; ພວກມັນບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ, ແລ້ວແຮງໄກທີ່ພວກມັນຈະແມ່ນເສັ້ນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ມອບຄວາມຮູ້ເຊີງເລິກແກ່ເຈົ້າກ່ຽວກັບຄວາມລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ຖ້າປາສະຈາກການມາຂອງພຣະເຈົ້າ, ເຈົ້າຈະສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກໃນຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາຂໍຕັກເຕືອນເຈົ້າໃຫ້ຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍໃຫ້ລອດພົ້ນ. ຖ້າເຈົ້າບໍ່ເຮັດເຊັ່ນນັ້ນ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິສກ່າວໄວ້ ແມ່ນຄົນທີ່ເປັນຕາຫົວຂວັນທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິສນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິສໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິສເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິສ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງ. ຢ່າຄິດເຖິງພຽງແຕ່ການໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດຍອມຮັບຄວາມຈິງ ແລະ ການສະໜອງຊີວິດ. ພຣະຄຣິສມາໃນຍຸກສຸດທ້າຍ ເພື່ອວ່າພຣະອົງຈະສາມາດສະໜອງຊີວິດໃຫ້ທຸກຄົນທີ່ເຊື່ອໃນພຣະອົງຢ່າງຈິງໃຈ. ພາລະກິດນີ້ແມ່ນເພື່ອສິ້ນສຸດຍຸກເກົ່າ ແລະ ເຂົ້າສູ່ຍຸກໃໝ່ ແລະ ພາລະກິດນີ້ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ຮັບຮູ້ພຣະຄຣິສ ແລະ ຍິ່ງໄປກວ່ານັ້ນແມ່ນກ່າວໂທດ, ໝິ່ນປະໝາດ ຫຼື ຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ໄປຊົ່ວນິດນິລັນຢ່າງແນ່ນອນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ນີ້ກໍຍ້ອນວ່າພຣະຄຣິສອົງນີ້ເອງເປັນການສະແດງອອກຂອງພຣະວິນຍານບໍລິສຸດ, ການສະແດງອອກຂອງພຣະເຈົ້າ, ເຊິ່ງແມ່ນຜູ້ທີ່ພຣະເຈົ້າໄດ້ມອບໝາຍໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິສແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ດູໝິ່ນພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າສິ່ງນີ້: ຖ້າເຈົ້າຕໍ່ຕ້ານພຣະຄຣິສແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິສແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາສໍາລັບສິ່ງນີ້ແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ຈຸດນັ້ນເປັນຕົ້ນໄປ ເຈົ້າຈະບໍ່ມີວັນມີໂອກາດທີ່ຈະໄດ້ຮັບການຮັບຮອງຈາກພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຢາກຈະໄຖ່ຕົນເອງ, ເຈົ້າກໍຈະບໍ່ສາມາດເຫັນໃບໜ້າຂອງພຣະເຈົ້າອີກ. ນີ້ກໍຍ້ອນວ່າ ຜູ້ທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ຜູ້ທີ່ເຈົ້າປະຕິເສດບໍ່ແມ່ນບຸກຄົນທີ່ບໍ່ສໍາຄັນ ແຕ່ເປັນພຣະຄຣິສ. ເຈົ້າຮູ້ບໍວ່າຜົນຕາມມາແມ່ນຫຍັງ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການເຮັດບາບທີ່ໜັກໜາສາຫັດ. ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳໃຫ້ທຸກຄົນຢ່າສະແດງທ່າທາງຂົ່ມຂູ່ ຫຼື ມີຄຳເຫັນຕາມອໍາເພີໃຈຕໍ່ຄວາມຈິງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ກ່ອນນີ້: ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຕໍ່ໄປ: ກະກຽມການກະທໍາທີ່ດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້