ພາລະກິດ ແລະ ທາງເຂົ້າ (6)
ພາລະກິດ ແລະ ທາງເຂົ້າແມ່ນສິ່ງທີ່ເປັນຈິງໂດຍທຳມະຊາດ; ພວກມັນໝາຍເຖິງພາລະກິດຂອງພຣະເຈົ້າ ແລະ ທາງເຂົ້າຂອງມະນຸດ. ຄວາມບໍ່ສາມາດຢ່າງສິ້ນເຊີງຂອງມະນຸດໃນການເບິ່ງອອກເຊິ່ງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້ນໍາຄວາມຫຍຸ້ງຍາກທີ່ສຸດມາສູ່ທາງເຂົ້າຂອງເຂົາ. ຈົນເຖິງປັດຈຸບັນ, ຫຼາຍຄົນຍັງບໍ່ຮູ້ຈັກພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ຫຼື ເປັນຫຍັງພຣະເຈົ້າຈຶ່ງທົນຕໍ່ຄວາມອັບອາຍທີ່ສຸດເພື່ອມາຢູ່ໃນເນື້ອໜັງ ເພື່ອຢືນຍັດຢູ່ກັບມະນຸດທັງໃນຍາມສຸກ ແລະ ຍາມທຸກ. ມະນຸດບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້ນັບແຕ່ເປົ້າໝາຍໃນພາລະກິດຂອງພຣະເຈົ້າຈົນຮອດຈຸດປະສົງໃນແຜນການຂອງພຣະເຈົ້າສຳລັບຍຸກສຸດທ້າຍ. ດ້ວຍຫຼາກຫຼາຍເຫດຜົນ, ຜູ້ຄົນບໍ່ກະຕືລືລົ້ນ ແລະ ຄຸມເຄືອ[1] ຢູ່ສະເໝີຕໍ່ທາງເຂົ້າທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາ ເຊິ່ງໄດ້ນໍາຄວາມຫຍຸ້ງຍາກຢ່າງໃຫຍ່ຫຼວງມາສູ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ເບິ່ງຄືວ່າຜູ້ຄົນໄດ້ກາຍເປັນອຸປະສັກທັງໝົດ ແລະ ຈົນເຖິງປັດຈຸບັນ ພວກເຂົາຍັງບໍ່ມີຄວາມເຂົ້າໃຈຢ່າງຊັດເຈນ. ດ້ວຍເຫດນັ້ນ ເຮົາຈຶ່ງຄິດວ່າພວກເຮົາຄວນເວົ້າກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ ແລະ ເຈດຕະນາອັນຮີບດ່ວນຂອງພຣະເຈົ້າ ເພື່ອເຮັດໃຫ້ພວກເຈົ້າທຸກຄົນກາຍມາເປັນຄົນຮັບໃຊ້ທີ່ຊື່ສັດຂອງພຣະເຈົ້າ ຜູ້ທີ່ຈະຍອມຕາຍແທນທີ່ຈະປະຕິເສດພຣະເຈົ້າ ແລະ ຍອມທົນຄວາມອັບອາຍທຸກຢ່າງຄືກັບໂຢບ; ແລະ ຜູ້ທີ່ຈະມອບຊີວິດທັງໝົດຂອງພວກເຈົ້າໃຫ້ກັບພຣະເຈົ້າ ແລະ ກາຍມາເປັນມິດສະຫາຍທີ່ພຣະເຈົ້າຮັບເອົາໃນຍຸກສຸດທ້າຍຄືກັບເປໂຕ. ຂໍໃຫ້ອ້າຍເອື້ອຍນ້ອງທຸກຄົນສາມາດເຮັດທຸກສິ່ງສຸດກໍາລັງຂອງພວກເຂົາ ເພື່ອມອບຊີວິດທັງໝົດຂອງພວກເຂົາໃຫ້ແກ່ຄວາມປະສົງໃນສະຫວັນຂອງພຣະເຈົ້າ, ກາຍມາເປັນຄົນຮັບໃຊ້ທີ່ບໍລິສຸດໃນເຮືອນຂອງພຣະເຈົ້າ ແລະ ໄດ້ຮັບສັນຍາຢ່າງຫຼວງຫຼາຍທີ່ພຣະເຈົ້າປະທານໃຫ້ ເພື່ອວ່າຫົວໃຈຂອງພຣະເຈົ້າພຣະບິດາຈະສາມາດມີການພັກຜ່ອນທີ່ສະຫງົບສຸກໃນອີກບໍ່ດົນ. “ການເຮັດໃຫ້ຄວາມປະສົງຂອງພຣະເຈົ້າພຣະບິດາສຳເລັດລົງ” ຄວນເປັນຄຳຂວັນຂອງທຸກຄົນທີ່ຮັກພຣະເຈົ້າ. ຄຳເວົ້າເຫຼົ່ານີ້ຄວນເຮັດໜ້າທີ່ເປັນຄຳຊີ້ນໍາສຳລັບທາງເຂົ້າຂອງມະນຸດ ແລະ ເຂັມທິດທີ່ຊີ້ນຳການກະທຳຂອງເຂົາ. ນີ້ແມ່ນການຕັດສິນໃຈທີ່ມະນຸດຄວນມີ. ການເຮັດໃຫ້ພາລະກິດຂອງພຣະເຈົ້າສຳເລັດຢ່າງສົມບູນເທິງແຜ່ນດິນໂລກ ແລະ ການຮ່ວມມືກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ນີ້ແມ່ນໜ້າທີ່ຂອງມະນຸດ ຈົນເຖິງມື້ໜຶ່ງເມື່ອພາລະກິດຂອງພຣະເຈົ້າສຳເລັດແລ້ວ ມະນຸດກໍຈະສັ່ງລາພຣະອົງຢ່າງມີຄວາມສຸກເມື່ອພຣະອົງກັບຄືນຫາພຣະບິດາທີ່ຢູ່ໃນສະຫວັນໃນເວລາທີ່ໄວກ່ອນຄວນ. ນີ້ບໍ່ແມ່ນຄວາມຮັບຜິດຊອບທີ່ມະນຸດຄວນປະຕິບັດໃຫ້ສໍາເລັດບໍ?
ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າໄດ້ກັບຄືນສູ່ສະຫວັນຊັ້ນສາມ ແລະ ພາລະກິດຂອງພຣະເຈົ້າໃນການກູ້ໄຖ່ມະນຸດຊາດທັງປວງກໍໄດ້ກ້າວໄປສູ່ພາກສ່ວນສຸດທ້າຍຂອງມັນແທ້ໆແລ້ວ. ສິ່ງທີ່ຍັງຄົງຢູ່ເທິງແຜ່ນດິນໂລກແມ່ນໄມ້ກາງແຂນທີ່ພຣະເຢຊູແບກຢູ່ຫຼັງຂອງພຣະອົງ, ຜ້າຝ້າຍລິນິນສວຍງາມທີ່ພຣະເຢຊູຖືກປົກຄຸມໄວ້ ແລະ ມົງກຸດໜາມ ແລະ ຜ້າຄຸມສີມ່ວງອ່ອນທີ່ພຣະເຢຊູສວມໃສ່ (ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຊາວຢິວໃຊ້ເພື່ອເຍາະເຍີ້ຍພຣະອົງ). ນັ້ນກໍຄື ຫຼັງຈາກທີ່ພາລະກິດໃນການຄຶງພຣະເຢຊູເທິງໄມ້ກາງແຂນໄດ້ກໍ່ໃຫ້ເກີດມີຄວາມຮູ້ສຶກຫຼາຍ, ສິ່ງຕ່າງໆກໍໄດ້ສະຫງົບລົງ. ຈາກນັ້ນເປັນຕົ້ນມາ, ສາວົກຂອງພຣະເຢຊູກໍເລີ່ມປະຕິບັດພາລະກິດຂອງພຣະອົງຕໍ່ໄປ ໂດຍນໍາພາ ແລະ ຫົດນໍ້າໃນຄຣິສຕະຈັກທຸກຫົນທຸກແຫ່ງ. ເນື້ອຫາຂອງພາລະກິດຂອງພວກເຂົາເປັນແບບນີ້: ພວກເຂົາຂໍໃຫ້ທຸກຄົນກັບໃຈ, ສາລະພາບບາບຂອງພວກເຂົາ ແລະ ຮັບບັບຕິດສະມາ; ແລະ ສາວົກທຸກຄົນເດີນໜ້າເຜີຍແຜ່ເລື່ອງລາວພາຍໃນ ເຊິ່ງເປັນເລື່ອງທີ່ບໍ່ໄດ້ແຕ່ງຂຶ້ນ ກ່ຽວກັບການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ ແລະ ດ້ວຍເຫດນັ້ນ ທຸກຄົນກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກລົ້ມໝອບລົງຕໍ່ໜ້າພຣະເຢຊູເພື່ອສາລະພາບບາບຂອງພວກເຂົາ; ແລະ ຍິ່ງໄປກວ່ານັ້ນ ພວກສາວົກກໍໄປທຸກບ່ອນເພື່ອເຜີຍແຜ່ພຣະທຳທີ່ພຣະເຢຊູໄດ້ກ່າວ. ຕັ້ງແຕ່ເວລານັ້ນກໍເລີ່ມການສ້າງຄຣິສຕະຈັກໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພຣະເຢຊູເຮັດໃນລະຫວ່າງຍຸກນັ້ນຍັງແມ່ນການເວົ້າກ່ຽວກັບຊີວິດຂອງມະນຸດ ແລະ ຄວາມປະສົງຂອງພຣະບິດາຜູ້ສະຖິດຢູ່ສະຫວັນ ຍ້ອນມັນເປັນພຽງຍຸກທີ່ແຕກຕ່າງກັນ ເຊິ່ງມີຄຳເວົ້າ ແລະ ການປະຕິບັດຫຼາຍຢ່າງທີ່ແຕກຕ່າງກັນຫຼາຍຈາກປັດຈຸບັນ. ຢ່າງໃດກໍຕາມ, ໃນດ້ານແກ່ນແທ້ແມ່ນຄືກັນ: ທັງສອງແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນເນື້ອໜັງຢ່າງແນ່ນອນ ແລະ ຢ່າງຖືກຕ້ອງ. ພາລະກິດປະເພດນີ້ ແລະ ພຣະຄຳໄດ້ສືບຕໍ່ຈົນເຖິງປັດຈຸບັນ ແລະ ດ້ວຍເຫດນັ້ນ ນີ້ຈຶ່ງແມ່ນປະເພດຂອງສິ່ງທີ່ຍັງຖືກແບ່ງປັນໃນສະຖາບັນທາງສາສະໜາໃນປັດຈຸບັນ ແລະ ມັນບໍ່ໄດ້ປ່ຽນແປງເລີຍ. ເມື່ອພາລະກິດຂອງພຣະເຢຊູສຳເລັດລົງ ແລະ ຄຣິສຕະຈັກໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງພຣະເຢຊູຄຣິດແລ້ວ, ຢ່າງໃດກໍ່ຕາມ ພຣະເຈົ້າໄດ້ເລີ່ມແຜນການຂອງພຣະອົງສຳລັບຂັ້ນຕອນອື່ນໃນພາລະກິດຂອງພຣະອົງ ເຊິ່ງເປັນເລື່ອງການບັງເກີດເປັນມະນຸດໃນຍຸກສຸດທ້າຍຂອງພຣະອົງ. ຕາມທີ່ມະນຸດເຫັນ, ການຖືກຄຶງເທິງໄມ້ກາງແຂນຂອງພຣະເຈົ້າໄດ້ເຮັດສຳເລັດພາລະກິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າແລ້ວ, ໄດ້ໄຖ່ບາບມະນຸດຊາດທັງປວງ ແລະ ເຮັດໃຫ້ພຣະອົງຍຶດກະແຈສູ່ດິນແດນມໍລະນາ. ທຸກຄົນຄິດວ່າພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ. ໃນຄວາມຈິງ, ຈາກມຸມມອງຂອງພຣະເຈົ້າແມ່ນມີພຽງແຕ່ສ່ວນເລັກນ້ອຍຂອງພາລະກິດຂອງພຣະອົງທີ່ຖືກເຮັດໃຫ້ສຳເລັດ. ສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ໄຖ່ບາບມະນຸດຊາດ; ພຣະອົງບໍ່ໄດ້ເອົາຊະນະມະນຸດຊາດ ແລ້ວນັບພາສາຫຍັງກັບການປ່ຽນແປງໃບໜ້າແບບຊາຕານຂອງມະນຸດ. ນັ້ນຄືເຫດຜົນທີ່ພຣະເຈົ້າກ່າວວ່າ “ເຖິງແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາໄດ້ຜ່ານຄວາມເຈັບປວດແຫ່ງຄວາມຕາຍ, ນັ້ນກໍບໍ່ແມ່ນເປົ້າໝາຍທັງໝົດຂອງການບັງເກີດເປັນມະນຸດຂອງເຮົາ. ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງເຮົາ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອເຮົາ ແຕ່ພຣະອົງບໍ່ໄດ້ສຳເລັດພາລະກິດຂອງເຮົາລົງຢ່າງສົມບູນ. ພຣະອົງພຽງແຕ່ປະຕິບັດສ່ວນໜຶ່ງຂອງພາລະກິດນັ້ນ”. ສະນັ້ນ ພຣະເຈົ້າຈຶ່ງເລີ່ມແຜນການຮອບທີສອງເພື່ອສືບຕໍ່ພາລະກິດຂອງການບັງເກີດເປັນມະນຸດ. ເຈດຕະນາສຸດທ້າຍຂອງພຣະເຈົ້າກໍຄືການເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອຮັບເອົາທຸກຄົນທີ່ຖືກຊ່ວຍຈາກມືຂອງຊາຕານ ເຊິ່ງນັ້ນກໍຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽມການທີ່ຈະສ່ຽງອັນຕະລາຍມາຢູ່ໃນເນື້ອໜັງອີກຄັ້ງ. ຄວາມໝາຍຂອງ “ການບັງເກີດເປັນມະນຸດ” ກໍຄືພຣະອົງທີ່ບໍ່ໄດ້ນໍາເອົາຄວາມສະຫງ່າລາສີ (ເພາະພາລະກິດຂອງພຣະເຈົ້າຍັງບໍ່ໄດ້ສຳເລັດເທື່ອ) ແຕ່ຜູ້ທີ່ປາກົດໃນຕົວຕົນຂອງພຣະບຸດອັນເປັນທີ່ຮັກ ແລະ ພຣະອົງເປັນພຣະຄຣິດ ທີ່ພຣະເຈົ້າພໍໃຈເປັນຢ່າງຍິ່ງ. ນີ້ຄືເຫດຜົນທີ່ວ່າເປັນຫຍັງສິ່ງນີ້ຈຶ່ງເວົ້າວ່າເປັນ “ການສ່ຽງອັນຕະລາຍ”. ເນື້ອໜັງທີ່ບັງເກີດເປັນມະນຸດມີອຳນາດໜ້ອຍດຽວ ແລະ ຕ້ອງນໍາໃຊ້ຢ່າງລະມັດລະວັງຫຼາຍ[2] ແລະ ອໍານາດຂອງພຣະອົງແມ່ນຫ່າງໄກຫຼາຍຈາກສິດອຳນາດຂອງພຣະບິດາທີ່ຢູ່ໃນສະຫວັນ; ພຣະອົງພຽງແຕ່ປະຕິບັດພັນທະກິດຂອງເນື້ອໜັງເທົ່ານັ້ນ, ເຮັດພາລະກິດຂອງພຣະເຈົ້າພຣະບິດາ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍຂອງພຣະອົງໃຫ້ສຳເລັດລົງໂດຍບໍ່ຫຍຸ້ງກັບພາລະກິດອື່ນໆ ແລະ ພຣະອົງພຽງແຕ່ສຳເລັດສ່ວນໜຶ່ງຂອງພາລະກິດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າ “ພຣະຄຣິດ” ເມື່ອພຣະອົງມາເທິງແຜ່ນດິນໂລກ. ນັ້ນແມ່ນຄວາມໝາຍທີ່ຝັງຢູ່ໃນຕົວຂອງຊື່. ເຫດຜົນທີ່ມີການເວົ້າວ່າ ການມາເຖິງແມ່ນມາພ້ອມກັບການລໍ້ລວງກໍເພາະມີພຽງແຕ່ພາລະກິດໜຶ່ງປະການເທົ່ານັ້ນທີ່ຖືກເຮັດໃຫ້ສຳເລັດ. ຍິ່ງໄປກວ່ານັ້ນ, ເຫດຜົນທີ່ພຣະເຈົ້າພຣະບິດາພຽງແຕ່ເອີ້ນພຣະອົງວ່າ “ພຣະຄຣິດ” ແລະ “ພຣະບຸດອັນເປັນທີ່ຮັກ” ແຕ່ບໍ່ໄດ້ມອບຄວາມສະຫງ່າລາສີທັງໝົດໃຫ້ກັບພຣະອົງ ກໍຍ້ອນເນື້ອໜັງທີ່ບັງເກີດເປັນມະນຸດໄດ້ມາເພື່ອປະຕິບັດພາລະກິດໜຶ່ງປະການ, ບໍ່ແມ່ນເພື່ອເປັນຕົວແທນໃຫ້ກັບພຣະບິດາທີ່ຢູ່ໃນສະຫວັນ ແຕ່ກົງກັນຂ້າມແມ່ນເພື່ອປະຕິບັດພັນທະກິດຂອງພຣະບຸດອັນເປັນທີ່ຮັກໃຫ້ສໍາເລັດ. ເມື່ອພຣະບຸດອັນເປັນທີ່ຮັກເຮັດໜ້າທີ່ທີ່ໄດ້ຮັບມອບໝາຍທັງໝົດສຳເລັດລົງ ເຊິ່ງພຣະອົງໄດ້ຮັບແບກໄວ້ເທິງບ່າຂອງພຣະອົງ, ພຣະບິດາກໍຈະມອບຄວາມສະຫງ່າລາສີທັງໝົດໃຫ້ກັບພຣະອົງ ພ້ອມກັບຕົວຕົນຂອງພຣະບິດາ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນ “ກົດຂອງສະຫວັນ”. ເພາະພຣະອົງຜູ້ທີ່ໄດ້ມາຢູ່ໃນເນື້ອໜັງ ແລະ ພຣະບິດາທີ່ຢູ່ໃນສະຫວັນແມ່ນຢູ່ໃນໂລກທີ່ແຕກຕ່າງກັນ, ທັງສອງພຣະອົງພຽງແຕ່ຈ້ອງເບິ່ງກັນ ແລະ ກັນໃນພຣະວິນຍານ, ພຣະບິດາຈັບຕາເບິ່ງພຣະບຸດອັນເປັນທີ່ຮັກ ແຕ່ພຣະບຸດບໍ່ສາມາດເຫັນພຣະບິດາແຕ່ໄກ. ມັນເປັນຍ້ອນໜ້າທີ່ ທີ່ເນື້ອໜັງສາມາດເຮັດໄດ້ແມ່ນນ້ອຍເກີນໄປ ແລະ ມີຄວາມເປັນໄປໄດ້ທີ່ພຣະອົງຈະຖືກຂ້າໃນທຸກເວລາ ຈົນຄົນໆໜຶ່ງສາມາດເວົ້າໄດ້ວ່າການມາເຖິງຄັ້ງນີ້ແມ່ນເຕັມໄປດ້ວຍອັນຕະລາຍຢ່າງໃຫຍ່ຫຼວງ. ສິ່ງນີ້ທຽບເທົ່າກັບການທີ່ພຣະເຈົ້າສະຫຼະພຣະບຸດອັນເປັນທີ່ຮັກຂອງພຣະອົງເຂົ້າສູ່ປາກຂອງເສືອອີກຄັ້ງ ເຊິ່ງເປັນບ່ອນທີ່ອັນຕະລາຍຕໍ່ຊີວິດຂອງພຣະອົງ ໂດຍເອົາພຣະອົງໄປຢູ່ໃນບ່ອນທີ່ຊາຕານເຈາະຈົງທີ່ສຸດ. ເຖິງແມ່ນວ່າໃນຄວາມລໍາບາກທີ່ຮ້າຍແຮງເຫຼົ່ານີ້, ພຣະເຈົ້າກໍຍັງມອບພຣະບຸດອັນເປັນທີ່ຮັກຂອງພຣະອົງໃຫ້ກັບຄົນທີ່ຢູ່ໃນບ່ອນສົກກະປົກ ແລະ ບໍ່ມີສິນທຳເພື່ອໃຫ້ພວກເຂົາ “ລ້ຽງພຣະອົງໃຫ້ເປັນຜູ້ໃຫຍ່”. ນີ້ກໍ່ຍ້ອນວ່າ ການເຮັດເຊັ່ນນັ້ນແມ່ນເປັນວິທີດຽວທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າເບິ່ງຄືວ່າເໝາະສົມ ແລະ ເປັນທໍາມະຊາດ ແລະ ມັນເປັນວິທີດຽວທີ່ຈະເຮັດໃຫ້ຄວາມປາຖະໜາທັງໝົດຂອງພຣະເຈົ້າພຣະບິດາສໍາເລັດລົງ ແລະ ເຮັດໃຫ້ສ່ວນສຸດທ້າຍຂອງພາລະກິດຂອງພຣະອົງສຳເລັດໃນທ່າມກາງມະນຸດຊາດ. ພຣະເຢຊູພຽງແຕ່ເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະເຈົ້າພຣະບິດາສຳເລັດ. ຍ້ອນສິ່ງກີດຂວາງຂອງເນື້ອໜັງທີ່ບັງເກີດເປັນມະນຸດ ແລະ ຄວາມແຕກຕ່າງໃນພາລະກິດທີ່ຕ້ອງເຮັດໃຫ້ສຳເລັດ, ພຣະເຢຊູເອງກໍບໍ່ຮູ້ຈັກວ່າ ຈະມີການກັບມາເປັນເນື້ອໜັງຄັ້ງທີສອງ. ສະນັ້ນ ບໍ່ມີຜູ້ອະທິບາຍພຣະຄໍາພີ ຫຼື ຜູ້ທໍານາຍໃດກ້າທີ່ຈະທໍານາຍຢ່າງຊັດເຈນວ່າ ພຣະເຈົ້າຈະບັງເກີດເປັນມະນຸດອີກຄັ້ງໃນຍຸກສຸດທ້າຍ ເຊິ່ງກໍຄືພຣະອົງຈະມາຢູ່ໃນເນື້ອໜັງອີກຄັ້ງເພື່ອປະຕິບັດສ່ວນທີສອງຂອງພາລະກິດຂອງພຣະອົງໃນເນື້ອໜັງ ຄືວ່າ ພຣະອົງຈະມາໃນເນື້ອໜັງອີກຄັ້ງເພື່ອປະຕິບັດພາກສ່ວນທີສອງຂອງພາລະກິດຂອງພຣະອົງໃນເນື້ອໜັງ. ສະນັ້ນ ບໍ່ມີໃຜຮູ້ວ່າ ພຣະເຈົ້າໄດ້ເຊື່ອງຕົນເອງໃນເນື້ອໜັງແຕ່ດົນມາແລ້ວ. ບໍ່ແປກເລີຍ ເພາະພຽງແຕ່ຫຼັງຈາກທີ່ພຣະເຢຊູຟື້ນຄືນຊີບ ແລະ ຖືກຍົກຂຶ້ນສູ່ສະຫວັນ, ພຣະອົງຈຶ່ງຍອມຮັບການມອບໝາຍນີ້ ເຊິ່ງດ້ວຍເຫດນັ້ນ ຈຶ່ງບໍ່ມີຄໍາທໍານາຍທີ່ຊັດເຈນກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ແລະ ບໍ່ສາມາດປະເມີນໄດ້ໃນຈິດໃຈຂອງມະນຸດ. ໃນໜັງສືແຫ່ງການທໍານາຍທັງຫຼາຍໃນພຣະຄໍາພີ ແມ່ນບໍ່ມີຄໍາເວົ້າທີ່ກ່າວເຖິງສິ່ງນີ້ຢ່າງຊັດເຈນ. ແຕ່ໃນເວລາທີ່ພຣະເຢຊູມາປະຕິບັດພາລະກິດແມ່ນໄດ້ມີການທໍານາຍທີ່ຊັດເຈນແລ້ວ ທີ່ກ່າວວ່າສາວບໍລິສຸດຈະມີລູກ ແລະ ຈະໃຫ້ກໍາເນີດບຸດຊາຍ ເຊິ່ງໝາຍຄວາມວ່າໄດ້ມີການຕັ້ງຄັນພຣະອົງຜ່ານພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ, ພຣະເຈົ້າຍັງເວົ້າວ່າ ສິ່ງນີ້ເກີດຂຶ້ນໂດຍມີຄວາມສ່ຽງຕໍ່ຄວາມຕາຍ ແລ້ວໃນປັດຈຸບັນມັນຈະສ່ຽງຫຼາຍກວ່າເທົ່າໃດ? ບໍ່ຕ້ອງສົງໄສເລີຍທີ່ພຣະເຈົ້າກ່າວວ່າ ການບັງເກີດເປັນມະນຸດຄັ້ງນີ້ສ່ຽງຕໍ່ອັນຕະລາຍກວ່າທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນຫຼາຍພັນເທົ່າ. ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ. ໃນເມື່ອມັນຢູ່ໃນພາກຕະເວັນອອກຂອງແຜ່ນດິນໂລກທີ່ຜູ້ເອົາຊະນະຖືກຮັບເອົາ, ສະນັ້ນ ບ່ອນທີ່ພຣະເຈົ້າສະເດັດມາໃນການບັງເກີດເປັນມະນຸດຄັ້ງທີສອງແມ່ນດິນແດນຊິນິມໂດຍບໍ່ຕ້ອງສົງໄສເລີຍ ເຊິ່ງເປັນບ່ອນດຽວກັນທີ່ມັງກອນແດງໃຫຍ່ນອນຂົດຢູ່. ໃນບ່ອນນັ້ນ ພຣະເຈົ້າຈະຮັບເອົາເຊື້ອສາຍຂອງມັງກອນແດງໃຫຍ່ ເພື່ອວ່າມັນຈະຖືກເອົາຊະນະ ແລະ ຖືກເຮັດໃຫ້ອັບອາຍແທ້ໆ. ພຣະເຈົ້າຕ້ອງການປຸກຄົນເຫຼົ່ານີ້ທີ່ທົນທຸກຫຼາຍ, ປຸກພວກເຂົາຈົນພວກເຂົາຕື່ນໝົດ ແລະ ເຮັດໃຫ້ພວກເຂົາຍ່າງອອກຈາກໝອກ ແລະ ປະຕິເສດມັງກອນແດງໃຫຍ່. ພວກເຂົາຈະຕື່ນຈາກຄວາມຝັນຂອງພວກເຂົາ, ຮູ້ຈັກທາດແທ້ຂອງມັງກອນແດງໃຫຍ່, ສາມາດມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ລຸກຂຶ້ນຈາກການກົດຂີ່ຂອງອິດທິພົນມືດ, ຢືນຂຶ້ນໃນພາກຕະເວັນອອກຂອງໂລກ ແລະ ກາຍເປັນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະໄດ້ຮັບຄວາມສະຫງ່າລາສີ. ຍ້ອນເຫດຜົນນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງນໍາພາລະກິດທີ່ຈົບລົງໃນອິດສະຣາເອນໄປສູ່ດິນແດນທີ່ມັງກອນແດງໃຫຍ່ນອນຂົດ ແລະ ເປັນເວລາເກືອບສອງພັນປີຫຼັງຈາກການຈາກໄປ ພຣະເຈົ້າກໍໄດ້ມາຢູ່ໃນເນື້ອໜັງອີກຄັ້ງເພື່ອສືບຕໍ່ພາລະກິດໃນຍຸກແຫ່ງພຣະຄຸນ. ໃນສາຍຕາເປົ່າຂອງມະນຸດ, ພຣະເຈົ້າກຳລັງເລີ່ມຕົ້ນພາລະກິດໃໝ່ໃນເນື້ອໜັງ. ແຕ່ໃນມຸມມອງຂອງພຣະເຈົ້າແລ້ວ, ພຣະອົງກຳລັງສືບຕໍ່ພາລະກິດໃນຍຸກແຫ່ງພຣະຄຸນ ແຕ່ຫຼັງຈາກໄລຍະເວລາທີ່ບໍ່ມີຜູ້ປົກຄອງເປັນເວລາສອງພັນປີເທົ່ານັ້ນ ແລະ ໂດຍທີ່ມີການປ່ຽນແປງສະຖານທີ່ ແລະ ໂຄງການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ເຖິງແມ່ນວ່າຮູບລັກທີ່ຮ່າງກາຍທີ່ເປັນເນື້ອໜັງໄດ້ສວມໃສ່ໃນພາລະກິດປັດຈຸບັນຈະປາກົດວ່າແຕກຕ່າງຈາກພຣະເຢຊູຢ່າງສິ້ນເຊີງ, ແຕ່ທັງສອງກໍມາຈາກແກ່ນແທ້ ແລະ ຮາກຖານອັນດຽວກັນ ແລະ ທັງສອງກໍມາຈາກບໍ່ເກີດດຽວກັນ. ບາງເທື່ອ ພຣະອົງທັງສອງມີຄວາມແຕກຕ່າງກັນຫຼາຍໃນພາຍນອກ ແຕ່ຄວາມຈິງພາຍໃນຂອງພາລະກິດຂອງພຣະອົງທັງສອງກໍຄືກັນທັງໝົດ. ບໍ່ວ່າຢ່າງໃດກໍຕາມ, ຍຸກຕ່າງໆກໍແຕກຕ່າງກັນຄືກັບກາງຄືນ ແລະ ກາງເວັນ. ແລ້ວພາລະກິດຂອງພຣະເຈົ້າຍັງຈະເປັນໄປຕາມຮູບແບບທີ່ບໍ່ປ່ຽນແປງໄດ້ແນວໃດ? ຫຼື ຂັ້ນຕອນທີ່ແຕກຕ່າງຂອງພາລະກິດຂອງພຣະອົງຈະລົບກວນກັນໄດ້ແນວໃດ?
ພຣະເຢຊູມີລັກສະນະຂອງຊາວຢິວ, ສວມໃສ່ເຄື່ອງແຕ່ງຕົວຕາມຊາວຢິວ ແລະ ເຕີບໃຫຍ່ໂດຍກິນອາຫານຂອງຊາວຢິວ. ນີ້ແມ່ນລັກສະນະທຳມະດາຂອງຄວາມເປັນມະນຸດຂອງພຣະອົງ. ແຕ່ເນື້ອໜັງທີ່ບັງເກີດເປັນມະນຸດໃນປັດຈຸບັນມີຮູບຮ່າງຂອງຄົນອາຊີ ແລະ ເຕີບໂຕໃນປະເທດຊາດຂອງມັງກອນແດງໃຫຍ່. ສິ່ງເຫຼົ່ານີ້ບໍ່ໄດ້ຂັດກັບເປົ້າໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ກົງກັນຂ້າມ, ພວກມັນເສີມສ້າງກັນ ໂດຍເຮັດໃຫ້ຄວາມໝາຍທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າສຳເລັດລົງຢ່າງສົມບູນ. ເພາະເນື້ອໜັງທີ່ບັງເກີດເປັນມະນຸດແມ່ນໝາຍເຖິງ “ພຣະບຸດຂອງມະນຸດ” ຫຼື “ພຣະຄຣິດ”, ລັກສະນະພາຍນອກຂອງພຣະຄຣິດໃນປັດຈຸບັນຈຶ່ງບໍ່ສາມາດທຽບເທົ່າໄດ້ກັບພຣະເຢຊູຄຣິດ. ຢ່າງໃດກໍຕາມ, ເນື້ອໜັງນີ້ຖືກເອີ້ນວ່າ “ພຣະບຸດຂອງມະນຸດ” ແລະ ຢູ່ໃນລັກສະນະຂອງເນື້ອໜັງ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະກອບມີຄວາມໝາຍທີ່ເລິກເຊິ່ງຫຼາຍ. ເຫດຜົນທີ່ພຣະວິນບໍລິສຸດຕັ້ງຄັນພຣະເຢຊູກໍຍ້ອນພຣະອົງຕ້ອງໄຖ່ຄົນບາບ. ພຣະອົງຕ້ອງປາສະຈາກຄວາມບາບ. ແຕ່ໃນເວລາສຸດທ້າຍເທົ່ານັ້ນ ເມື່ອພຣະອົງຖືກບັງຄັບໃຫ້ກາຍເປັນລັກສະນະຂອງເນື້ອໜັງທີ່ມີບາບ ແລະ ຮັບເອົາຄວາມບາບຂອງຄົນບາບ, ພຣະອົງຈຶ່ງຊ່ວຍຊີວິດພວກເຂົາຈາກໄມ້ກາງແຂນທີ່ຖືກສາບແຊ່ງທີ່ພຣະເຈົ້າໃຊ້ເພື່ອຂ້ຽນຕີຜູ້ຄົນ. (ໄມ້ກາງແຂນແມ່ນເຄື່ອງມືຂອງພຣະເຈົ້າສຳລັບສາບແຊ່ງ ແລະ ຂ້ຽນຕີມະນຸດ; ເມື່ອໃດກໍຕາມທີ່ມີການກ່າວເຖິງການສາບແຊ່ງ ແລະ ການຂ້ຽນຕີ, ມັນກໍໝາຍເຖິງຄົນບາບໂດຍສະເພາະ). ເປົ້າໝາຍແມ່ນເພື່ອເຮັດໃຫ້ຄົນບາບທຸກຄົນກັບໃຈ ແລະ ໃຊ້ການຖືກຄຶງເທິງໄມ້ກາງແຂນເພື່ອເຮັດໃຫ້ພວກເຂົາຍອມຮັບເອົາຄວາມບາບຂອງພວກເຂົາ. ນັ້ນກໍຄື ເພື່ອການໄຖ່ມະນຸດຊາດທັງປວງ, ພຣະເຈົ້າຈຶ່ງບັງເກີດເປັນມະນຸດໃນເນື້ອໜັງທີ່ຖືກຕັ້ງຄັນໂດຍພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມບາບຂອງມະນຸດຊາດທັງປວງດ້ວຍຕົວພຣະອົງເອງ. ເພື່ອທີ່ຈະບັນລະຍາຍເຖິງສິ່ງນີ້ຕາມພາສາທີ່ໃຊ້ກັນທຸກມື້, ພຣະອົງໄດ້ມອບຮ່າງກາຍທີ່ເປັນເນື້ອໜັງທີ່ບໍລິສຸດເພື່ອແລກປ່ຽນກັບຄົນບາບທຸກຄົນ ເຊິ່ງທຽບເທົ່າກັບການທີ່ພຣະເຢຊູເປັນ “ເຄື່ອງບູຊາໄຖ່ບາບ” ທີ່ຖືກວາງໄວ້ຢູ່ຕໍ່ໜ້າຊາຕານເພື່ອ “ອ້ອນວອນ” ຊາຕານໃຫ້ເອົາມະນຸດຊາດທັງປວງທີ່ໄຮ້ດຽງສາທີ່ມັນໄດ້ຢຽບຢ່ຳ ແລະ ມອບພວກເຂົາຄືນໃຫ້ກັບພຣະເຈົ້າ. ນີ້ຄືເຫດຜົນວ່າເປັນຫຍັງການຕັ້ງຄັນໂດຍພຣະວິນຍານບໍລິສຸດຈຶ່ງຈໍາເປັນຕໍ່ການສຳເລັດຂັ້ນຕອນນີ້ຂອງພາລະກິດແຫ່ງການໄຖ່ບາບ. ນີ້ແມ່ນເງື່ອນໄຂທີ່ຈຳເປັນ ເຊິ່ງກໍຄື “ສົນທິສັນຍາເພື່ອຄວາມສະຫງົບ” ໃນສົງຄາມລະຫວ່າງພຣະເຈົ້າພຣະບິດາ ແລະ ຊາຕານ. ນັ້ນຄືເຫດຜົນທີ່ວ່າ ຫຼັງຈາກທີ່ພຣະເຢຊູຖືກມອບໃຫ້ກັບຊາຕານ ຂັ້ນຕອນນີ້ຂອງພາລະກິດຈຶ່ງສຳເລັດລົງ. ເຖິງຢ່າງໃດກໍຕາມ, ພາລະກິດແຫ່ງການໄຖ່ຂອງພຣະເຈົ້າໃນປັດຈຸບັນໄດ້ບັນລຸຄວາມໃຫຍ່ໂຕເຊິ່ງບໍ່ເຄີຍມີມາກ່ອນ ແລະ ຊາຕານກໍບໍ່ມີເຫດຜົນທີ່ຈະຮຽກຮ້ອງ ເຊິ່ງດ້ວຍເຫດນັ້ນ ພຣະວິນຍານບໍລິສຸດຈຶ່ງບໍ່ຈໍາເປັນຕ້ອງຕັ້ງຄັນພຣະເຈົ້າເພື່ອໃຫ້ບັງເກີດເປັນມະນຸດ. ຍ້ອນພຣະເຈົ້າບໍລິສຸດ ແລະ ໄຮ້ດຽງສາໂດຍທຳມະຊາດ, ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ຈຶ່ງບໍ່ແມ່ນພຣະເຢຊູຂອງຍຸກແຫ່ງພຣະກະລຸນາອີກຕໍ່ໄປ. ແຕ່ຢ່າງໃດກໍຕາມ, ພຣະອົງຍັງບັງເກີດເປັນມະນຸດເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອເຮັດໃຫ້ຄວາມປາຖະໜາຂອງພຣະເຈົ້າພຣະບິດາສຳເລັດລົງ. ນີ້ບໍ່ແມ່ນວິທີທາງທີ່ບໍ່ສົມເຫດສົມຜົນໃນການອະທິບາຍສິ່ງຕ່າງໆຢ່າງແນ່ນອນບໍ? ການບັງເກີດເປັນມະນຸດຂອງພຣະເຈົ້າຕ້ອງປະຕິບັດຕາມຊຸດກົດລະບຽບບໍ?
ຫຼາຍຄົນຊອກເບິ່ງໃນພຣະຄຳພີເພື່ອຫາຫຼັກຖານ ໂດຍຫວັງວ່າຈະຄົ້ນພົບຄຳທຳນາຍກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ. ມະນຸດທີ່ມີຄວາມຄິດທີ່ສັບສົນ ແລະ ແຕກຫັກຈະສາມາດຮູ້ໄດ້ແນວໃດວ່າພຣະເຈົ້າໄດ້ເຊົາ “ປະຕິບັດພາລະກິດ” ໃນພຣະຄຳພີເປັນເວລາດົນແລ້ວ ແລະ ໄດ້ “ໂດດ” ອອກຈາກຂອບເຂດຂອງພຣະຄຳພີເພື່ອປະຕິບັດພາລະກິດທີ່ພຣະອົງໄດ້ວາງແຜນທີ່ຈະເຮັດມາແຕ່ດົນ ດ້ວຍຄວາມມ່ວນຊື່ນຢ່າງເຖິງໃຈ ແຕ່ພຣະອົງບໍ່ເຄີຍບອກມະນຸດຈັກເທື່ອ? ຜູ້ຄົນຂາດເຫດຜົນຫຼາຍເກີນໄປ. ຫຼັງຈາກທີ່ຊີມລົດຊາດອຸປະນິໄສຂອງພຣະເຈົ້າພຽງແຕ່ໜ້ອຍໜຶ່ງ, ພວກເຂົາກໍຂຶ້ນໄປເທິງເວທີສູງ ແລະ ນັ່ງເທິງ “ລົດລໍ້” ຊັ້ນສູງຢ່າງບໍ່ສົນໃຈຫຍັງເລີຍ ເພື່ອກວດສອບພາລະກິດຂອງພຣະເຈົ້າ ໄປໄກຈົນເຖິງກັບເລີ່ມສັ່ງສອນພຣະເຈົ້າດ້ວຍການສົນທະນາທີ່ອວດໂອ້ ແລະ ຍືດຍາວກ່ຽວກັບທຸກສິ່ງທີ່ຢູ່ກ້ອງດວງຕາເວັນ. ມີຫຼາຍຄັ້ງທີ່ “ຊາຍເຖົ້າ” ໃສ່ແວ່ນຕາສຳລັບອ່ານໜັງສື ແລະ ລູບໜວດຂອງເຂົາ ແລ້ວເປີດ “ກາລານຸກົມເກົ່າ” (ພຣະຄຳພີ) ຂອງເຂົາທີ່ມີໜ້າສີເຫຼືອງທີ່ເຂົາໄດ້ອ່ານຊົ່ວຊີວິດ. ເມື່ອຈົ່ມພຶມພໍາ ແລະ ມີສາຍຕາເບິ່ງຄືວ່າເຫຼື້ອມແວວວາວດ້ວຍຈິດວິນຍານ, ບັດນີ້ ເຂົາກໍຫັນໄປທີ່ໜັງສືພຣະນິມິດ ແລະ ບັດນີ້ກໍໄປທີ່ໜັງສືດານີເອນ ແລະ ບັດນີ້ກໍເປັນທີ່ໜັງສືເອຊາຢາ ເຊິ່ງເປັນທີ່ຮູ້ຈັກກັນທົ່ວໄປ. ເມື່ອຈ້ອງເບິ່ງແຕ່ລະໜ້າເຈ້ຍທີ່ເຕັມໄປດ້ວຍຕົວໜັງສືນ້ອຍໆ, ເຂົາກໍອ່ານຢູ່ໃນໃຈ, ຄວາມຄິດຂອງເຂົາປິ່ນໝູນໂດຍບໍ່ເຊົາຈັກເທື່ອ. ທັນໃດນັ້ນ ມືທີ່ລູບໜວດກໍຢຸດ ແລະ ເລີ່ມດຶງໜວດຂອງລາວ. ຄັ້ງແລ້ວຄັ້ງເລົ່າ ຄົນເຮົາກໍຈະໄດ້ຍິນສຽງໜວດຂາດ. ພຶດຕິກຳທີ່ແປກປະຫຼາດດັ່ງກ່າວເຮັດໃຫ້ຄົນເຮົາມຶນງົງ. “ເປັນຫຍັງຕ້ອງໃຊ້ແຮງແບບນັ້ນ? ເປັນຫຍັງລາວຈຶ່ງໃຈຮ້າຍຫຼາຍ?” ເມື່ອເບິ່ງກັບຄືນໄປທີ່ຊາຍເຖົ້າ ພວກເຮົາກໍເຫັນວ່າຕອນນີ້ຄິ້ວຂອງລາວກໍຕັ້ງຂຶ້ນ. ໃນຂະນະທີ່ຊາຍເຖົ້າສືບຕໍ່ຈ້ອງເບິ່ງໜ້າເຈ້ຍທີ່ເບິ່ງຄືກັບວ່າເກົ່າໂດຍບໍ່ເວັ້ນສາຍຕາ ຄິ້ວງອກໄດ້ຫຼົ່ນລົງຄືກັບຂົນຫ່ານທີ່ຫ່າງຈາກໜັງຕາຂອງຊາຍເຖົ້ງສອງຊັງຕີແມັດ ຄືກັບວ່າບັງເອີນ ແຕ່ກໍສົມບູນຫຼາຍ. ຫຼັງຈາກເຮັດແບບນັ້ນຊໍ້າໄປຊໍ້າມາຫຼາຍຄັ້ງ, ເຂົາກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກໂດດຂຶ້ນ ແລະ ເລີ່ມເວົ້າຂຶ້ນຄືກັບວ່າລົມກັນເລື່ອງບໍ່ສຳຄັນ[3] ກັບຄົນອື່ນ, ເຖິງແມ່ນວ່າແສງສະຫວ່າງຈາກຕາຂອງເຂົາຍັງບໍ່ໄດ້ຢຸດເບິ່ງປ່ອຍອອກຈາກກາລານຸກົມ. ທັນໃດນັ້ນ ເຂົາກໍປິດໜ້າປັດຈຸບັນ ແລະ ເປີດໄປ “ໂລກອີກໃບໜຶ່ງ”. ການເຄື່ອນໄຫວຂອງເຂົາຟ້າວຟັ່ງ[4] ແລະ ຢ້ານຫຼາຍ ຈົນເກືອບເຮັດໃຫ້ຄົນອື່ນຕົກໃຈ. ໃນເວລານີ້, ໜູທີ່ໄດ້ອອກຈາກຮູຂອງມັນ ແລະ ຫາກໍເລີ່ມຮູ້ສຶກຜ່ອນຄາຍເຊິ່ງພຽງພໍທີ່ຈະເຮັດໃຫ້ມັນເຄື່ອນໄຫວຢ່າງເປັນອິດສະຫຼະ ໃນລະຫວ່າງຄວາມງຽບຂອງເຂົາ ກໍໄດ້ຕົກໃຈຍ້ອນການເຄື່ອນໄຫວທີ່ບໍ່ປົກກະຕິຂອງເຂົາ ຈົນມັນແລ່ນກັບເຂົ້າໄປໃນຮູ ແລະ ຫາຍໄປໂດຍບໍ່ເຫຼືອຮ່ອງຮອຍ ໂດຍບໍ່ປາກົດອອກມາອີກເລີຍ. ບັດນີ້ ມືຊ້າຍທີ່ບໍ່ເຄື່ອນໜັງຂອງຊາຍເຖົ້າກໍສືບຕໍ່ລູບໜວດຂຶ້ນໆລົງໆ. ເຂົາຍັບອອກຈາກບ່ອນນັ່ງ ໂດຍປະປຶ້ມໄວ້ເທິງໂຕະ. ລົມເຂົ້າມາຜ່ານຮອຍແຕກຂອງປະຕູ ແລະ ປ່ອງຢ້ຽມທີ່ເປີດໄວ້ ໂດຍພັດປຶ້ມແຮງໆໃຫ້ປິດໄວ້ ແລ້ວກໍເປີດອີກຄັ້ງ. ມີຄວາມໂດດດ່ຽວເຫງົາຫງອຍກ່ຽວກັບສາກດັ່ງກ່າວ ແລະ ນອກຈາກສຽງໜ້າເຈ້ຍຂອງປຶ້ມທີ່ພັດໄປມາໂດຍສາຍລົມ, ທຸກສິ່ງເບິ່ງຄືກັບວ່າງຽບລົງ. ດ້ວຍມືເກາະກັນຢູ່ຫຼັງຂອງເຂົາ, ເຂົາກໍຍ່າງໄປມາໃນຫ້ອງ, ແລ້ວກໍຢຸດ, ແລ້ວກໍເລີ່ມ, ແກວ່ງຫົວຄັ້ງແລ້ວຄັ້ງເລົ່າ ແລະ ໃນປາກຂອງເຂົາກໍຄືກັບວ່າເຂົາເວົ້າຊໍ້າແລ້ວອີກວ່າ “ໂອ! ພຣະເຈົ້າເອີຍ! ພຣະອົງຈະເຮັດແບບນັ້ນແທ້ໆບໍ?” ຄັ້ງແລ້ວຄັ້ງເລົ່າ ເຂົາຍັງງຶກຫົວພ້ອມກັບເວົ້າວ່າ “ໂອ ພຣະເຈົ້າເອີຍ! ຜູ້ໃດສາມາດຢັ່ງຮູ້ພາລະກິດຂອງພຣະອົງ? ມັນບໍ່ຍາກບໍທີ່ຈະຄົ້ນຫາຮອຍພຣະບາດຂອງພຣະອົງ? ຂ້ານ້ອຍເຊື່ອວ່າພຣະອົງຈະບໍ່ເຮັດສິ່ງຕ່າງໆເພື່ອໃຫ້ມີຄວາມຫຍຸ້ງຍາກໂດຍທີ່ບໍ່ມີເຫດຜົນ”. ໃນເວລານີ້, ຊາຍເຖົ້າກໍຫຍໍ້ຄິ້ວຂອງເຂົາເຂົ້າກັນ ແລະ ລັບຕາຂອງລົງ ໂດຍສະແດງລັກສະນະທີ່ເປັນຕາອາຍ ແລະ ລັກສະນະທີ່ເຈັບປວດເປັນຢ່າງຍິ່ງ ຄືກັບວ່າເຂົາກໍາລັງຈະເຮັດການຄໍານວນຢ່າງຊ້າໆ ແລະ ໂດຍເຈດຕະນາ. ຊາຍເຖົ້າທີ່ໜ້າສົງສານເອີຍ! ຫຼັງຈາກໄດ້ດໍາລົງຊີວິດມາຕະຫຼອດຊີວິດຂອງເຂົາ ແລ້ວຫຼັງຈາກນັ້ນກໍ “ໂຊກຮ້າຍ” ມາພົບພໍ້ບັນຫານີ້ຈົນຊ້າຫຼາຍ. ສາມາດເຮັດຫຍັງໄດ້ກັບບັນຫານີ້? ເຮົາກໍເຮັດຫຍັງບໍ່ຖືກ ແລະ ບໍ່ມີອຳນາດທີ່ຈະເຮັດຫຍັງໄດ້ເຊັ່ນກັນ. ຜູ້ໃດເຮັດໃຫ້ກາລານຸກົມເກົ່າຂອງເຂົາກາຍເປັນສີເຫຼືອງ? ຜູ້ໃດເຮັດໃຫ້ໜວດ ແລະ ຄິ້ວຂອງເຂົາກາຍເປັນຄືກັບຫິມະສີຂາວທີ່ຢູ່ໃນຈຸດຕ່າງໆເທິງໃບໜ້າຂອງເຂົາຢ່າງໂຫດຮ້າຍ? ມັນເປັນຄືກັບວ່າໜວດຂອງເຂົາເປັນຕົວແທນໃຫ້ກັບຄວາມອາວຸໂສຂອງເຂົາ. ແຕ່ຜູ້ໃດຈະຮູ້ວ່າມະນຸດໂງ່ຈ້າເຖິງລະດັບທີ່ວ່າເຂົາຈະຊອກຫາການສະຖິດຂອງພຣະເຈົ້າໃນກາລານຸກົມເກົ່າໆ? ມີແຜ່ນເຈ້ຍຫຼາຍສໍ່າໃດທີ່ກາລານຸກົມເກົ່າສາມາດມີໄດ້? ມັນສາມາດບັນທຶກການກະທຳທຸກຢ່າງຂອງພຣະເຈົ້າດ້ວຍຄວາມຖືກຕ້ອງຢ່າງຄົບຖ້ວນແທ້ໆບໍ? ຜູ້ໃດກ້າຮັບປະກັນສິ່ງນັ້ນໄດ້? ທີ່ຈິງແລ້ວ ມະນຸດຄິດທີ່ຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ ແລະ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າໂດຍກະຈາຍຄຳຕາມຫຼັກໄວຍາກອນ ແລະ ແຍກຄວາມແຕກຕ່າງໃນສິ່ງເລັກນ້ອຍ[5] ໂດຍຫວັງທີ່ຈະເຂົ້າສູ່ຊີວິດ. ການພະຍາຍາມເຂົ້າສູ່ຊີວິດແບບນີ້ງ່າຍສໍ່າທີ່ເຈົ້າໄດ້ຍິນບໍ? ສິ່ງນີ້ບໍ່ແມ່ນການໃຫ້ເຫດຜົນທີ່ບໍ່ຖືກຕ້ອງບໍ ກ່ຽວກັບປະເພດທີ່ຜິດປົກກະຕິຢ່າງໄຮ້ສາລະທີ່ສຸດ? ເຈົ້າບໍ່ພົບວ່າສິ່ງນີ້ເປັນສິ່ງທີ່ເປັນຕາຫົວບໍ?
ໝາຍເຫດ:
1. “ຄຸມເຄືອ” ບົ່ງບອກວ່າຜູ້ຄົນບໍ່ມີຄວາມເຂົ້າໃຈທີ່ຊັດເຈນໃນພາລະກິດຂອງພຣະເຈົ້າ.
2. “ອຳນາດໜ້ອຍດຽວ ແລະ ຕ້ອງນໍາໃຊ້ຢ່າງລະມັດລະວັງຫຼາຍ” ບົ່ງບອກວ່າຄວາມຍາກລໍາບາກຂອງເນື້ອໜັງແມ່ນມີຫຼາຍ ແລະ ພາລະກິດທີ່ໄດ້ປະຕິບັດແມ່ນຈໍາກັດ.
3. “ລົມກັນເລື່ອງບໍ່ສຳຄັນ” ແມ່ນການອຸປະມາເຖິງໃບໜ້າທີ່ຂີ້ຮ້າຍຂອງຜູ້ຄົນ ເມື່ອພວກເຂົາຄົ້ນຄວ້າພາລະກິດຂອງພຣະເຈົ້າ.
4. “ຟ້າວຟັ່ງ” ໝາຍເຖິງການເຄື່ອນໄຫວທີ່ຮ້ອນຮົນ ແລະ ຮີບດ່ວນຂອງ “ຊາຍເຖົ້າ” ເມື່ອເຂົາເບິ່ງພຣະຄຳພີ.
5. “ກະຈາຍຄຳຕາມຫຼັກໄວຍາກອນ ແລະ ແຍກຄວາມແຕກຕ່າງໃນສິ່ງເລັກນ້ອຍ” ແມ່ນໃຊ້ເພື່ອເຍະເຍີ້ຍຜູ້ຊ່ຽວຊານໃນຄວາມເຊື່ອຜິດ ເຊິ່ງແມ່ນຜູ້ທີ່ວິເຄາະພຣະທຳ ແຕ່ບໍ່ສະແຫວງຫາຄວາມຈິງ ຫຼື ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ.