ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດ ແລະ ທາງເຂົ້າ (5)

ໃນມື້ນີ້ ພວກເຈົ້າທຸກຄົນໄດ້ຮູ້ວ່າ ພຣະເຈົ້າກຳລັງນໍາພາຜູ້ຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດ, ພຣະອົງກຳລັງນໍາພາມະນຸດເພື່ອຍ່າງໃນບາດກ້າວຕໍ່ໄປຂອງອີກຍຸກ, ພຣະອົງກຳລັງນໍາພາມະນຸດໃຫ້ຢູ່ເໜືອຍຸກເດີມທີ່ມືດມົວນີ້, ອອກຈາກເນື້ອໜັງ, ອອກຈາກການກົດຂີ່ຂົ່ມເຫັງຂອງກອງກຳລັງແຫ່ງຄວາມມືດ ແລະ ອິດທິພົນຂອງຊາຕານ ເພື່ອວ່າທຸກຄົນຈະສາມາດດຳລົງຊີວິດຢູ່ໃນໂລກແຫ່ງອິດສະຫຼະພາບ. ເພື່ອມື້ອື່ນທີ່ສວຍງາມ ແລະ ເພື່ອວ່າຜູ້ຄົນຈະກ້າຫານຫຼາຍຂຶ້ນໃນບາດກ້າວຂອງພວກເຂົາໃນມື້ອື່ນ, ພຣະວິນຍານບໍລິສຸດຈຶ່ງໄດ້ວາງແຜນທຸກຢ່າງສຳລັບມະນຸດ ແລະ ເພື່ອທີ່ມະນຸດຈະສາມາດຮັບຄວາມສຸກທີ່ຍິ່ງໃຫຍ່ຂຶ້ນ, ພຣະເຈົ້າໄດ້ອຸທິດຄວາມພະຍາຍາມທັງໝົດຂອງພຣະອົງໃນເນື້ອໜັງເພື່ອຈັດກຽມເສັ້ນທາງຢູ່ເບື້ອງໜ້າສຳລັບມະນຸດ ແລະ ຮີບເລັ່ງການມາເຖິງຂອງມື້ທີ່ມະນຸດປາຖະໜາຫາ. ພວກເຈົ້າທຸກຄົນກໍຊື່ນຊົມຊ່ວງເວລາທີ່ສວຍງາມນີ້; ມັນບໍ່ແມ່ນຄວາມສໍາເລັດທີ່ໄດ້ມາງ່າຍໆເພື່ອທີ່ຈະມາຢູ່ຮ່ວມກັບພຣະເຈົ້າ. ເຖິງວ່າພວກເຈົ້າບໍ່ເຄີຍຮູ້ຈັກພຣະອົງ, ພວກເຈົ້າກໍໄດ້ຢູ່ກັບພຣະອົງຕັ້ງແຕ່ດົນແລ້ວ. ຖ້າພຽງແຕ່ທຸກຄົນສາມາດຈື່ມື້ທີ່ສວຍງາມແຕ່ຊົ່ວຄາວເຫຼົ່ານີ້ຕະຫຼອດໄປ ແລະ ເຮັດໃຫ້ພວກມັນເປັນຊັບສິນທີ່ຖືກຖະໜອມຂອງພວກເຂົາເທິງແຜ່ນດິນໂລກ. ພາລະກິດຂອງພຣະເຈົ້າຖືກເປີດເຜີຍຕໍ່ມະນຸດຕັ້ງແຕ່ດົນແລ້ວ ແຕ່ຍ້ອນຫົວໃຈຂອງຜູ້ຄົນສັບສົນເກີນໄປ ແລະ ຍ້ອນພວກເຂົາບໍ່ສົນໃຈມັນເລີຍ, ພາລະກິດຂອງພຣະເຈົ້າຈຶ່ງຍັງຄົງຄ້າງຢູ່ໃນພື້ນຖານເດີມຂອງມັນ. ເບິ່ງງຄືວ່າ ຄວາມຄິດ, ແນວຄິດ ແລະ ທັດສະນະທາງຈິດໃຈຂອງພວກເຂົາ ຍັງຄົງຫຼ້າຫຼັງຫຼາຍ ຈົນທັດສະນະທາງຈິດໃຈຂອງພວກເຂົາຫຼາຍຄົນຄ້າຍຄືກັບຄົນສະໄໝດຶກດຳບັນໃນເວລາບູຮານ ແລະ ບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ. ຜົນຕາມມາກໍຄື ຜູ້ຄົນຍັງມຶນງົງ ແລະ ບໍ່ຊັດເຈນກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດ. ພວກເຂົາຍິ່ງບໍ່ຊັດເຈນກ່ຽວກັບສິ່ງທີ່ພວກເຂົາເຮັດ ແລະ ສິ່ງທີ່ພວກເຂົາຄວນເຂົ້າສູ່. ສິ່ງເຫຼົ່ານີ້ນໍາສະມາເຊິ່ງຄວາມຫຍຸ້ງຍາກຢ່າງຫຼວງຫຼາຍຕໍ່ພາລະກິດຂອງພຣະເຈົ້າ ແລະ ຂັດຂວາງບໍ່ໃຫ້ຊີວິດຂອງຜູ້ຄົນຂັບເຄື່ອນໄປຂ້າງໜ້າ. ຍ້ອນແກ່ນແທ້ຂອງມະນຸດ ແລະ ຄວາມສາມາດຂອງພວກເຂົາ, ໂດຍພື້ນຖານແລ້ວ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈພາລະກິດຂອງພຣະເຈົ້າ ແລະ ບໍ່ເຄີຍປະຕິບັດຕໍ່ສິ່ງເຫຼົ່ານີ້ວ່າເປັນສິ່ງສຳຄັນ. ຖ້າພວກເຈົ້າປາຖະໜາທີ່ຈະຄືບໜ້າໃນຊີວິດຂອງພວກເຈົ້າ, ພວກເຈົ້າຕ້ອງເລີ່ມຕົ້ນໃສ່ໃຈລາຍລະອຽດຂອງການເປັນຢູ່ຂອງພວກເຈົ້າ, ເຂົ້າໃຈທຸກລາຍລະອຽດເພື່ອຄວບຄຸມທາງເຂົ້າສູ່ຊີວິດຂອງພວກເຈົ້າ ໂດຍປ່ຽນແປງຫົວໃຈຂອງພວກເຈົ້າທຸກໆຄົນຢ່າງທົ່ວເຖິງ ແລະ ແກ້ໄຂບັນຫາແຫ່ງຄວາມວ່າງເປົ່າທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ ແລະ ການເປັນຢູ່ທີ່ຈືດຈາງ ແລະ ເສົ້າໝອງທີ່ເຮັດໃຫ້ພວກເຈົ້າເຈັບປວດ ເພື່ອວ່າພວກເຈົ້າແຕ່ລະຄົນຈະຖືກເຮັດໃຫ້ເລີ່ມຕົ້ນໃໝ່ຈາກພາຍໃນສູ່ພາຍນອກ ແລະ ໄດ້ຮັບຊີວິດທີ່ຍົກສູງຂຶ້ນ, ຍອດຢ້ຽມ ແລະ ເປັນອິດສະຫຼະຢ່າງແທ້ຈິງ. ເປົ້າໝາຍກໍຄື ພວກເຈົ້າແຕ່ລະຄົນຈະສາມາດມາມີຊີວິດຢູ່, ຖືກເຮັດຟື້ນຄືນໃນວິນຍານຂອງພວກເຈົ້າ ແລະ ມາຄອບຄອງລັກສະນະຂອງສິ່ງທີ່ມີຊີວິດ. ໃນບັນດາອ້າຍເອື້ອຍນ້ອງທັງໝົດທີ່ພວກເຈົ້າພົວພັນນໍາ, ຫາໄດ້ຍາກທີ່ຈະມີຜູ້ໃດຜູ້ໜຶ່ງທີ່ມີຊີວິດຊີວາ ແລະ ສົດຊື່ນ. ພວກເຂົາທຸກຄົນເປັນຄືກັບທະນີຄົນບູຮານ, ດ້ອຍປັນຍາ ແລະ ໂງ່ຈ້າ, ປາສະຈາກຄວາມຫວັງເພື່ອການພັດທະນາຢ່າງຊັດເຈນ. ທີ່ຮ້າຍແຮງກວ່ານັ້ນ, ອ້າຍເອື້ອຍນ້ອງທີ່ເຮົາພົວພັນນໍາແມ່ນຫຍາບຄາຍ ແລະ ປ່າເຖື່ອນຄືກັບຄົນປ່າໃນພູເຂົາ. ພວກເຂົາເກືອບຈະບໍ່ຮູ້ຈັກຫຍັງເລີຍກ່ຽວກັບມາລະຍາດ ແລ້ວແຮງໄກທີ່ຈະຮູ້ກ່ຽວກັບພື້ນຖານຂອງວິທີການປະພຶດຕົວ. ຫຼາຍຄົນເປັນນ້ອງສາວ ເຊິ່ງເຖິງແມ່ນວ່າພວກເຂົາຈະເບິ່ງຄືສະຫຼາດ ແລະ ເປັນຕານັບຖື ແລະ ເຕີບໃຫຍ່ງົດງາມຄືກັບດອກໄມ້ ແຕ່ພວກເຂົາກໍຍັງປະພຶດຕົນໃນລັກສະນະ “ອີກທາງໜຶ່ງ”. ຜົມຂອງເອື້ອຍນ້ອງຄົນໜຶ່ງ[ກ] ແມ່ນປິດບັງໃບໜ້າທັງໝົດຂອງນາງ ເຊິ່ງເຮັດໃຫ້ບໍ່ເຫັນຕາຂອງນາງໄດ້ເລີຍ. ເຖິງແມ່ນວ່າລັກສະນະໃບໜ້າຂອງນາງສະອາດ ແລະ ດີງາມ, ຊົງຜົມຂອງນາງກໍເປັນຕາລັງກຽດ ເຊິ່ງເຮັດໃຫ້ຄົນໜຶ່ງຮູ້ສຶກແປກປະຫຼາດ ຄືກັບວ່ານາງເປັນຜູ້ກະທຳຜິດໝາຍເລກໜຶ່ງໃນສູນກັກກັນເຍົາວະຊົນ. ຕາຂອງນາງທີ່ແຈ້ງ ແລະ ໃສຄືກັບມໍລະກົດໃນນໍ້າແມ່ນຖືກລົບລ້າງກັນໂດຍການນຸ່ງຖື ແລະ ຊົງຜົມຂອງນາງ ເຊິ່ງເຮັດໃຫ້ພວກມັນເບິ່ງຄືກັບໂຄມໄຟຄູ່ໜຶ່ງ ທີ່ພົບເຫັນຢ່າງກະທັນຫັນໃນກາງຄືນທີ່ມືດສະໜິດ ທີ່ສົ່ງແສງແມບຢ່າງເປັນໄລຍະດ້ວຍຄວາມເຫຼື້ອມທີ່ເຮັດໃຫ້ບໍ່ເຫັນຮຸ່ງ ເຊິ່ງເຮັດໃຫ້ເກີດຄວາມຢ້ານກົວໃນຫົວໃຈຂອງມະນຸດ ແລະ ເຖິງຢ່າງໃດກໍຕາມມັນຍັງປາກົດຄືກັບວ່ານາງຕັ້ງໃຈລີ້ຈາກຜູ້ໃດຜູ້ໜຶ່ງ. ເມື່ອເຮົາພົບນາງ, ນາງກໍຄິດຫາວິທີເພື່ອໜີໄປຈາກ “ສາກ” ຄືກັບຄາດຕະກອນທີ່ຫາກໍຂ້າຜູ້ໃດຜູ້ໜຶ່ງ ແລະ ຫຼົບຫຼີກຢູ່ເລື້ອຍໆ ໂດຍຢ້ານທີ່ຈະຖືກຄົ້ນພົບ; ດ້ວຍເຫດນັ້ນ ນາງຈຶ່ງເປັນຄືກັບຄົນອາຝຣິກາຜິວດຳ[1] ທີ່ເປັນຂ້າທາດຫຼາຍຮຸ່ນ ແລະ ບໍ່ສາມາດເງີຍຫົວຂອງພວກເຂົາຕໍ່ໜ້າຄົນອື່ນຈັກເທື່ອ. ຮູບແບບຂອງພຶດຕິກຳນີ້ ຈົນໄປເຖິງວິທີທີ່ຜູ້ຄົນແຕ່ງຕົວ ແລະ ຕົບແຕ່ງຕົນເອງ ແມ່ນຈະໃຊ້ເວລາສອງສາມເດືອນເພື່ອປັບປຸງ.

ເປັນເວລາຫຼາຍພັນປີ, ຄົນຈີນໄດ້ມີຊີວິດແບບຂ້າທາດ ແລະ ສິ່ງນີ້ໄດ້ຈຳກັດຄວາມຄິດ, ແນວຄິດ, ຊີວິດ, ພາສາ, ພຶດຕິກຳ ແລະ ການກະທຳຂອງພວກເຂົາຈົນພວກເຂົາບໍ່ຖືກປ່ອຍໃຫ້ມີອິດສະຫຼະພາບແມ່ນແຕ່ໜ້ອຍດຽວ. ປະຫວັດສາດສອງສາມພັນປີໄດ້ຈັບຜູ້ຄົນທີ່ສໍາຄັນທີ່ມີວິນຍານ ແລະ ກັດເຊາະພວກເຂົາໃຫ້ກາຍເປັນສິ່ງທີ່ຄ້າຍຄືກັບຊາກສົບທີ່ປາສະຈາກວິນຍານ. ມີຫຼາຍຄົນທີ່ດຳລົງຊີວິດຢູ່ພາຍໃຕ້ມີດແຫ່ງຊາຕານຂອງຄົນຂາຍຊີ້ນ, ມີຫຼາຍຄົນທີ່ດຳລົງຊີວິດຢູ່ໃນເຮືອນຄືກັບຖໍ້າສັດຮ້າຍ, ມີຫຼາຍຄົນທີ່ກິນອາຫານແບບດຽວກັນກັບງົວ ຫຼື ມ້າ ແລະ ມີຫຼາຍຄົນທີ່ເວົ້າຕົວະ, ໄຮ້ຄວາມຮູ້ສຶກ ແລະ ຢູ່ໃນຄວາມສັບສົນໃນ “ໂລກເບື້ອງລຸ່ມ”. ໃນລັກສະນະພາຍນອກ, ຜູ້ຄົນບໍ່ໄດ້ແຕກຕ່າງໄປຈາກມະນຸດດຶກດຳບັນ, ສະຖານທີ່ພັກຜ່ອນຂອງພວກເຂົາເປັນຄືກັບນະຮົກ ແລະ ສຳລັບເພື່ອນແລ້ວ ພວກເຂົາແມ່ນຖືກອ້ອມຮອບໄປດ້ວຍຜີຮ້າຍທີ່ສົກກະປົກ ແລະ ວິນຍານຊົ່ວຮ້າຍທຸກຮູບແບບ. ໃນພາຍນອກ, ມະນຸດປາກົດວ່າເປັນ “ສັດ” ທີ່ສູງສົ່ງກວ່າ; ໃນຄວາມເປັນຈິງ ພວກເຂົາດຳລົງຊີວິດ ແລະ ອາໄສຢູ່ກັບຜີຮ້າຍທີ່ສົກກະປົກ. ຜູ້ຄົນດຳລົງຊີວິດຢູ່ໃນການລັດໂຈມຕີຂອງຊາຕານ ແລະ ຖືກຈັບໃນການລາກແກ່ຂອງມັນໂດຍບໍ່ມີທາງຫຼົບໜີໄດ້ ໂດຍບໍ່ມີຜູ້ໃດເບິ່ງແຍງພວກເຂົາ. ແທນທີ່ຈະເວົ້າວ່າ ພວກເຂົາເຕົ້າໂຮມກັບຜູ້ເປັນທີ່ຮັກຂອງພວກເຂົາໃນເຮືອນທີ່ສະບາຍ, ດຳລົງຊີວິດຢ່າງມີຄວາມສຸກ ແລະ ເປັນທີ່ພໍໃຈ, ຄົນໆໜຶ່ງຄວນເວົ້າວ່າ ມະນຸດດຳລົງຊີວິດຢູ່ໃນດິນແດນມໍລະນາ, ຈັດການກັບຜີຮ້າຍ ແລະ ພົວພັນກັບຜີສາດຮ້າຍ. ໃນຄວາມເປັນຈິງແລ້ວ ຜູ້ຄົນຍັງຖືກຜູກມັດໂດຍຊາຕານ, ພວກເຂົາດຳລົງຊີວິດໃນບ່ອນທີ່ຜີຮ້າຍທີ່ສົກກະປົກເຕົ້າໂຮມກັນ ແລະ ພວກເຂົາຖືກຈັດການໂດຍຜີຮ້າຍທີ່ສົກກະປົກເຫຼົ່ານີ້ ຄືກັບວ່າຕຽງຂອງພວກເຂົາເປັນບ່ອນເພື່ອໃຫ້ຊາກສົບຂອງພວກເຂົາໄດ້ນອນຫຼັບ ຄືກັບວ່າພວກມັນເປັນຮັງທີ່ສະບາຍ. ໃນການເຂົ້າສູ່ເຮືອນຂອງພວກເຂົາ, ເດີ່ນແມ່ນເຢັນ ແລະ ໂດດດ່ຽວ, ລົມໜາວເຢັນໆໄດ້ພັດຜ່ານງ່າໄມ້ແຫ້ງ. ເມື່ອເປີດປະຕູສູ່ “ພື້ນທີ່ອາໄສ”, ຫ້ອງດັ່ງກ່າວແມ່ນມືດສະໜິດ ໂດຍທີ່ເຈົ້າສາມາດເດມືຂອງເຈົ້າອອກ ແລະ ບໍ່ເຫັນນິວມືຂອງເຈົ້າ. ແສງສະຫວ່າງເລັກນ້ອຍໄດ້ສ່ອງເຂົ້າມາຜ່ານຮອຍແຕກໃນປະຕູ ເຊິ່ງເຮັດໃຫ້ຫ້ອງດັ່ງກ່າວຮູ້ສຶກເສົ້າໝອງ ແລະ ເປັນຕາຢ້ານຍິ່ງຂຶ້ນ. ບາງຄັ້ງບາງຄາວ, ໜູໄດ້ສົ່ງສຽງຮ້ອງອີດໆທີ່ແປກປະຫຼາດ ຄືກັບວ່າກຳລັງລ່າເລີງ. ທຸກສິ່ງທີ່ຢູ່ໃນຫ້ອງນັ້ນແມ່ນເປັນຕາລັງກຽດ ແລະ ເປັນຕາຢ້ານ ຄືກັບເຮືອນທີ່ເຄີຍຖືກຢູ່ອາໄສໂດຍຜູ້ໃດຜູ້ໜຶ່ງທີ່ຫາກໍຖືກວາງໃສ່ຫີບສົບ. ຕຽງ, ຜ້ານວມປົກຕຽງ ແລະ ຕູ້ນ້ອຍໆທີ່ບໍ່ໄດ້ໂດດເດັ່ນໃນຫ້ອງແມ່ນລ້ວນແລ້ວແຕ່ຖືກປົກຄຸມດ້ວຍຂີ້ຝຸ່ນ, ເທິງພື້ນແມ່ນມີນົກຕໍ່ນ້ອຍໆສອງສາມໂຕທີ່ເຜີຍແຂ້ວຂອງພວກມັນ ແລະ ແກວ່ງເລັບຂອງພວກມັນ ແລະ ໄຍແມງມູມກໍແຂວນຢູ່ຝາ. ກະຈົກຕັ້ງຢູ່ເທິງໂຕະ, ມີຫວີໄມ້ຢູ່ຂ້າງໆມັນ. ເມື່ອກຳລັງຍ່າງໄປຫາກະຈົກ, ເຈົ້າກໍຈັບທຽນໄຂ ແລະ ໄຕ້ມັນ. ເຈົ້າກໍເຫັນວ່າກະຈົກນັ້ນຖືກປົກຄຸມດ້ວຍຂີ້ຝຸ່ນ ເຊິ່ງເຮັດໃຫ້ເກີດ “ເຄື່ອງແຕ່ງໜ້າ” ປະເພດໃດໜຶ່ງໃນພາບສະທ້ອນຂອງຜູ້ຄົນ[ຂ] ຈົນພວກເຂົາເບິ່ງຄືກັບວ່າພວກເຂົາຫາກໍອອກຈາກຂຸມຝັງສົບ. ຫວີແມ່ນເຕັມໄປດ້ວຍຜົມ. ທຸກສິ່ງເຫຼົ່ານີ້ແມ່ນເກົ່າ ແລະ ຫຍາບ ແລະ ເບິ່ງຄືກັບວ່າພວກມັນຫາກໍຖືກໃຊ້ໂດຍຜູ້ໃດຜູ້ໜຶ່ງທີ່ຫາກໍຕາຍ. ເມື່ອຫຼຽວເບິ່ງຫວີ, ຄົນໆໜຶ່ງກໍຮູ້ສຶກຄືກັບວ່າອາດມີຊາກສົບທີ່ນອນຢູ່ຂ້າງໆ. ຜົມທີ່ຢູ່ໃນຫວີມີກິ່ນຂອງຄົນຕາຍອ້ອມໆພວກມັນ ໂດຍບໍ່ມີເລືອດໄຫຼວຽນໃນພວກມັນ. ລົມເຢັນເຂົ້າຜ່ານຮອຍແຕກໃນປະຕູ ຄືກັບວ່າຜີກຳລັງບຽດເຂົ້າຜ່ານຮອຍແຕກ ເພື່ອກັບຄືນມາເພື່ອອາໄສຢູ່ໃນຫ້ອງ. ມີຄວາມໜາວເຢັນທີ່ຮ້ອນອົບເອົ້າທົ່ວຫ້ອງ ແລະ ທັນໃດນັ້ນກໍມີກິ່ນເໝັນຄືກັບຊາກສົບທີ່ກຳລັງເນົ່າເປື່ອຍ ແລະ ໃນຊ່ວງເວລານີ້ ສາມາດເຫັນໄດ້ວ່າມີເຄື່ອງຂອງຕ່າງໆປົນກັນຢ່າງບໍ່ເປັນລະບຽບທີ່ຫ້ອຍອ້ອມຝາ, ຢູ່ເທິງຕຽງແມ່ນມີເຄື່ອງນອນທີ່ຫຍັບຫຍໍ່, ສົກກະປົກ ແລະ ມີກິ່ນເໝັນ, ມີເມັດເຂົ້າຢູ່ໃນມຸມ, ຕູ້ແມ່ນຖືກປົກຄຸມດ້ວຍຂີ້ຝຸ່ນ,​ ພື້ນແມ່ນຖືກປົກຄຸມດ້ວຍກິ່ງໄມ້ນ້ອຍໆ ແລະ ດິນ ແລະ ອື່ນໆ ຄືກັບວ່າພວກມັນຫາກໍຖືກໃຊ້ໂດຍຄົນຕາຍ ທີ່ໂຊເຊໄປຂ້າງໜ້າ, ກັດແຂ້ວຂອງພວກເຂົາ ແລະ ຈັບດຶງອາກາດ. ມັນພຽງພໍທີ່ຈະເຮັດໃຫ້ເຈົ້າສັ່ນໜາວ. ບໍ່ມີຮ່ອງຮອຍຂອງຊີວິດຢູ່ບ່ອນໃດເລີຍໃນຫ້ອງ, ທຸກສິ່ງມືດ ແລະ ຊຸ່ມປຽກ,​ ຄືກັບດິນແດນມໍລະນາ ແລະ ນະຮົກທີ່ພຣະເຈົ້າໄດ້ກ່າວເຖິງ. ນີ້ເປັນຄືກັບຂຸມຝັງສົບຂອງມະນຸດແທ້ໆ ທີ່ມີຕູ້ເຊິ່ງບໍ່ໄດ້ທາສີ, ຕັ່ງວາງຂາ, ວົງກົບປ່ອງຢ້ຽມ ແລະ ປະຕູທີ່ຖືກປົກຄຸມດ້ວຍເສື້ອຜ້າໄວ້ອາໄລ ແລະ ສະແດງຄວາມເຄົາລົບນັບຖືຄົນຕາຍຢ່າງງຽບໆ. ມະນຸດໄດ້ດຳລົງຊີວິດໃນໂລກເບື້ອງລຸ່ມນີ້ເປັນເວລາຫຼາຍທົດສະວັດ ຫຼື ສອງສາມສັດຕະວັດ ຫຼື ແມ່ນແຕ່ສອງສາມພັນປີ ໂດຍທີ່ອອກໄປໄວ ແລະ ກັບຄືນຊ້າ. ພວກເຂົາປາກົດອອກຈາກ “ຂຸມຝັງສົບ” ຂອງພວກເຂົາໃນແສງສະຫວ່າງທຳອິດເມື່ອໄກ່ໂຕຜູ້ກຳລັງຂັນ ແລະ ເມື່ອຫຼຽວເບິ່ງທ້ອງຟ້າ ແລະ ເສືອດຕາເບິ່ງພື້ນດິນ, ພວກເຂົາກໍເລີ່ມກິດຈະກຳຂອງມື້ຂອງພວກເຂົາ. ເມື່ອຕາເວັນຕົກລົງຫຼັງພູເຂົາ, ພວກເຂົາກໍລາກຮ່າງກາຍທີ່ອິດເມື່ອຍຂອງພວກເຂົາກັບຄືນສູ່ “ຂຸມຝັງສົບ”; ໃນເວລາທີ່ພວກເຂົາໄດ້ກິນອີ່ມທ້ອງຂອງພວກເຂົານັ້ນ, ມັນກໍເປັນເວລາຕາເວັນຕົກແລ້ວ. ແລ້ວເມື່ອໄດ້ສຳເລັດການກະກຽມຂອງພວກເຂົາເພື່ອອອກຈາກ “ຂຸມຝັງສົບ” ອີກຄັ້ງໃນມື້ຖັດມາ, ພວກເຂົາກໍມອດແສງໄຟ ເຊິ່ງເບິ່ງຄືຈະເປັ່ງແສງໄຟເຮືອງແສງ. ໃນເວລານີ້, ສິ່ງທີ່ສາມາດເຫັນໄດ້ພາຍໃຕ້ແສງເດືອນກໍມີພຽງກອງດິນຂຸມຝັງສົບ ທີ່ແຜ່ຂະຫຍາຍຄືກັບພູນ້ອຍໄປສູ່ທຸກມຸມ. ຈາກພາຍໃນ, “ຂຸມຝັງສົບ” ໄດ້ມີສຽງໂກນດັງອອກມາບາງຄັ້ງບາງຄາວ, ຂຶ້ນໆ ແລະ ລົງໆ. ທຸກຄົນນອນຫຼັບເລິກ ແລະ ຜີຮ້າຍທີ່ສົກກະປົກ ແລະ ຜີທຸກຕົນກໍເບິ່ງຄືກັບກຳລັງພັກຜ່ອນຢ່າງສະຫງົບສຸກເຊັ່ນກັນ. ເປັນຄັ້ງບາງຄາວ, ຄົນໆໜຶ່ງຈະໄດ້ຍິນສຽງກາຮ້ອງຈາກໄກໆ, ສຽງຮ້ອງໄຫ້ທີ່ເປົ່າປ່ຽວເຫຼົ່ານີ້ເຊິ່ງຢູ່ໃນຄືນທີ່ມິດ ແລະ ງຽບເຊັ່ນນີ້ແມ່ນພຽງພໍທີ່ຈະເຮັດໃຫ້ເຈົ້າສັ່ນຢ້ານຈົນຮອດກະດູກສັນຫຼັງ ແລະ ເຮັດໃຫ້ຜົມຂອງເຈົ້າລຸກຂຶ້ນ... ຜູ້ໃດຈະຮູ້ຈັກວ່າມະນຸດໄດ້ໃຊ້ເວລາເທົ່າໃດປີໃນສະພາບແວດລ້ອມດັ່ງກ່າວ, ຕາຍ ແລະ ເກີດໃໝ່; ຜູ້ໃດຈະຮູ້ຈັກວ່າພວກເຂົາຄົງຢູ່ໃນໂລກມະນຸດດົນປານໃດ ເຊິ່ງເປັນບ່ອນທີ່ຜູ້ຄົນ ແລະ ຜີປະປົນກັນ ແລະ ຍິ່ງໄປກວ່ານັ້ນ ຜູ້ໃດຈະຮູ້ຈັກວ່າພວກເຂົາໄດ້ກ່າວລາໂລກເປັນເວລາເທົ່າໃດຄັ້ງ. ໃນນະຮົກທີ່ຢູ່ເທິງແຜ່ນດິນໂລກນີ້ ມະນຸດໄດ້ດຳລົງຊີວິດທີ່ມີຄວາມສຸກ ຄືກັບພວກເຂົາບໍ່ມີຄຳຕໍ່ວ່າແມ່ນແຕ່ໜ້ອຍດຽວ ຍ້ອນພວກເຂົາເລີ່ມລຶ້ງເຄີຍກັບຊີວິດໃນດິນແດນມໍລະນາຕັ້ງແຕ່ດົນ. ແລ້ວດ້ວຍເຫດນັ້ນ ຜູ້ຄົນກໍຫຼົງໄຫຼກັບສະຖານທີ່ນີ້ທີ່ຜີຮ້າຍສົກກະປົກອາໄສຢູ່ ຄືກັບວ່າຜີຮ້າຍສົກກະປົກແມ່ນໝູ່ ແລະ ເພື່ອນຂອງພວກເຂົາ, ຄືກັບວ່າໂລກມະນຸດເປັນກຸ່ມອັນຕະພານ[2] ຍ້ອນແກ່ນແທ້ເດີມຂອງມະນຸດໄດ້ຫາຍໄປໂດຍບໍ່ມີການສື່ມບອກ ແລະ ມັນໄດ້ຫາຍໄປໂດຍບໍ່ມີຮ່ອງຮອຍ. ການປາກົດຕົວຂອງຜູ້ຄົນມີບາງສິ່ງຂອງຜີຮ້າຍສົກກະປົກທີ່ກ່ຽວກັບການປາກົດຕົວນັ້ນ; ຍິ່ງໄປກວ່ານັ້ນ ການກະທຳຂອງພວກເຂົາແມ່ນຖືກຈັດການໂດຍຜີຮ້າຍທີ່ສົກກະປົກ. ມື້ນີ້, ພວກເຂົາບໍ່ໄດ້ເບິ່ງແຕກຕ່າງຈາກຜີຮ້າຍທີ່ສົກກະປົກ, ຄືກັບວ່າພວກເຂົາເກີດຈາກຜີຮ້າຍທີ່ສົກກະປົກ. ຍິ່ງໄປກວ່ານັ້ນ, ຜູ້ຄົນຍັງຮັກ ແລະ ສະໜັບສະໜູນບັນພະບຸລຸດຂອງພວກເຂົາຫຼາຍທີ່ສຸດ. ບໍ່ມີຜູ້ໃດຮູ້ຈັກວ່າ ມະນຸດຖືກກົດຂີ່ຂົ່ມເຫັງໂດຍຊາຕານຕັ້ງແຕ່ດົນແລ້ວ ຈົນພວກເຂົາກາຍມາເປັນລີງໂທນໃຫຍ່ໃນພູເຂົາ. ດວງຕາທີ່ມີຮອຍເລືອດຂອງພວກເຂົາແມ່ນມີລັກສະນະທີ່ອ້ອນວອນ ແລະ ໃນແສງສະຫວ່າງມືດມົວທີ່ສ່ອງແສງຈາກດວງຕາເຫຼົ່ານັ້ນແມ່ນຮ່ອງຮອຍນ້ອຍໆຂອງເຈດຕະນາອັນຮ້າຍກາດຂອງຜີຮ້າຍທີ່ສົກກະປົກ. ໃບໜ້າຂອງພວກເຂົາແມ່ນຖືກປົກຄຸມດ້ວຍຮອຍແຫ່ວ, ມີຮອຍຄືກັບເປືອກໄມ້ຂອງຕົ້ນແປກ, ປາກຂອງພວກເຂົາຍື່ນອອກມານອກ ຄືກັບວ່າຖືກອອກແບບໂດຍຊາຕານ, ຫູຂອງພວກເຂົາແມ່ນຖືກປົກຄຸມດ້ວຍຮອຍເປື້ອນຂ້າງໃນ ແລະ ນອກ, ຫຼັງຂອງພວກເຂົາກົງ, ຂາຂອງພວກເຂົາດີ້ນລົນໃນການຄໍ້າຮ່າງກາຍຂອງພວກເຂົາ ແລະ ແຂນທີ່ມີແຕ່ກະດູກຂອງພວກເຂົາແກວ່ງໄກວໄປຂ້າງຫຼັງ ແລະ ໄປຂ້າງໜ້າເປັນຈັງຫວະ. ມັນຄືກັບວ່າພວກເຂົາພຽງແຕ່ຈ່ອຍຫຼາຍເທົ່ານັ້ນ ແຕ່ຫຼັງຈາກນັ້ນອີກ ພວກເຂົາກໍຍັງຕຸ້ຍສໍ່າໝີພູເຂົາ. ພາຍໃນ ແລະ ພາຍນອກ, ພວກເຂົາຕົບແຕ່ງ ແລະ ແຕ່ງຕົວຄືກັບທະນີຈາກຍຸກບູຮານ, ມັນຄືກັບວ່າ ໃນປັດຈຸບັນ ທະນີເຫຼົ່ານີ້ຍັງບໍ່ໄດ້ວິວັດທະນາການກາຍເປັນ[3] ສິ່ງທີ່ມີຮູບຮ່າງຂອງມະນຸດໃນຍຸກສະໄໝໃໝ່ຢ່າງສົມບູນ, ພວກເຂົາຈັ່ງແມ່ນຫຼ້າຫຼັງ.

ມະນຸດດຳລົງຊີວິດຄຽງຄູ່ກັບສັດ ແລະ ພວກເຂົາເຂົ້າກັນໄດ້ເປັນຢ່າງດີ ໂດຍບໍ່ມີຂໍ້ໂຕ້ແຍ້ງ ຫຼື ການຜິດຖຽງກັນທາງວາຈາ. ມະນຸດເອົາໃຈຍາກໃນການທີ່ພວກເຂົາດູແລ ແລະ ຫ່ວງໃຍສັດ ແລະ ສັດກໍມີຢູ່ເພື່ອຄວາມຢູ່ລອດຂອງມະນຸດ, ເພື່ອຜົນປະໂຫຍດຂອງພວກເຂົາເປັນພິເສດ ໂດຍບໍ່ມີປະໂຫຍດໃຫ້ແກ່ພວກມັນເອງ ແລະ ພວກມັນເຊື່ອຟັງມະນຸດຢ່າງສົມບູນ ແລະ ທັງໝົດ. ຕໍ່ການປາກົດທັງໝົດ, ຄວາມສຳພັນລະຫວ່າງມະນຸດ ແລະ ສັດຮ້າຍແມ່ນຄວາມສຳພັນທີ່ໃກ້ຊິດ[4] ແລະ ເຂົ້າກັນໄດ້ດີ[5] ແລະ ມັນຈະເບິ່ງຄືກັບວ່າ ຜີຮ້າຍທີ່ສົກກະປົກແມ່ນການຮ່ວມກັນທີ່ສົມບູນລະຫວ່າງມະນຸດ ແລະ ສັດຮ້າຍ. ສະນັ້ນ ມະນຸດ ແລະ ຜີຮ້າຍທີ່ສົກກະປົກເທິງແຜ່ນດິນໂລກຈຶ່ງຍິ່ງໃກ້ຊິດກັນຫຼາຍຂຶ້ນ ແລະ ບໍ່ສາມາດແຍກອອກຈາກກັນໄດ້: ເຖິງແມ່ນວ່ານອກຈາກຜີຮ້າຍທີ່ສົກກະປົກແລ້ວ, ມະນຸດກໍຍັງຄົງເຊື່ອມໂຍງກັບພວກມັນ; ໃນຂະນະດຽວກັນ, ຜີຮ້າຍທີ່ສົກກະປົກບໍ່ໄດ້ຍັບຍັ້ງຫຍັງຈາກມະນຸດ ແລະ “ອຸທິດ” ທຸກສິ່ງທີ່ພວກມັນມີໃຫ້ແກ່ພວກເຂົາ. ໃນແຕ່ລະມື້, ຜູ້ຄົນກະໂດດໂລດເຕັ້ນດ້ວຍຄວາມດີໃຈໃນ “ພະລາຊະວັງຂອງກະສັດແຫ່ງນະຮົກ”, ຫຼີ້ນສະໜຸກສະໜານກັບ “ກະສັດແຫ່ງນະຮົກ” (ບັນພະບຸລຸດຂອງພວກເຂົາ) ແລະ ຖືກມັນຈັດການ ຈົນໃນປັດຈຸບັນ ຜູ້ຄົນໄດ້ຖືກໂອບດ້ວຍຮອຍເປື້ອນ ແລະ ຫຼັງຈາກທີ່ໄດ້ໃຊ້ເວລາຢ່າງຫຼວງຫຼາຍໃນດິນແດນມໍລະນະ, ພວກເຂົາກໍເຊົາປາຖະໜາທີ່ຈະກັບຄືນສູ່ “ໂລກຂອງຄົນມີຊີວິດ” ຕັ້ງແຕ່ດົນແລ້ວ. ສະນັ້ນ ທັນທີທີ່ພວກເຂົາໄດ້ເຫັນແສງສະຫວ່າງ ແລະ ຫຼຽວເຫັນການຮຽກຮ້ອງຂອງພຣະເຈົ້າ ແລະ ລັກສະນະຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ, ພວກເຂົາກໍຮູ້ສຶກກະວົນກະວາຍໃຈ ແລະ ກັງວົນໃຈ ໂດຍທີ່ຍັງປາຖະໜາທີ່ຈະກັບຄືນສູ່ໂລກເບື້ອງລຸ່ມ ແລະ ອາໄສຢູ່ກັບຜີ. ພວກເຂົາລືມພຣະເຈົ້າຕັ້ງແຕ່ດົນແລ້ວ ແລະ ດ້ວຍເຫດນັ້ນ ພວກເຂົາກໍໄດ້ພະເນຈອນຢູ່ໃນປ່າຊ້າ. ເມື່ອເຮົາພົບກັບບຸກຄົນໆໜຶ່ງ, ເຮົາພະຍາຍາມລົມກັບນາງ ແລະ ມີພຽງແຕ່ໃນເວລານີ້ທີ່ເຮົາໄດ້ຄົ້ນພົບວ່າບຸກຄົນທີ່ຢືນຢູ່ຕໍ່ໜ້າເຮົາບໍ່ແມ່ນມະນຸດເລີຍ. ຜົມຂອງນາງຫຍຸ້ງ, ໃບໜ້າຂອງນາງສົກກະປົກ ແລະ ມີບາງສິ່ງທີ່ຄືກັບໝາປ່າກ່ຽວກັບຮອຍຍິ້ມທີ່ເຫັນແຂ້ວຂອງນາງ. ສະນັ້ນ ນາງຈຶ່ງເບິ່ງຄືມີຄວາມອຶດອັດຂອງຜີທີ່ຫາກໍປາກົດຈາກຂຸມຝັງສົບ ແລະ ຫຼຽວເບິ່ງມະນຸດໃນໂລກທີ່ມີຊີວິດ. ບຸກຄົນນີ້ກຳລັງພະຍາຍາມຈັດຮີມສົບຂອງນາງໃຫ້ເປັນຮອຍຍິ້ມ; ມັນປາກົດວ່າທັງມີເລ່ຫຼ່ຽມ ແລະ ເປັນຕາຢ້ານ. ເມື່ອນາງຍິ້ມໃສ່ເຮົາ, ມັນຄືກັບວ່ານາງມີບາງສິ່ງທີ່ຈະເວົ້າ ແຕ່ເບິ່ງຄືກັບບໍ່ສາມາດຫາຄຳເວົ້າໄດ້ ແລະ ດ້ວຍເຫດນັ້ນ ສິ່ງທີ່ນາງສາມາດເຮັດໄດ້ກໍມີແຕ່ຢືນຂ້າງດຽວ ໂດຍເບິ່ງຊົງວ່າງເປົ່າ ແລະ ໂງ່ຈ້າ. ເມື່ອໄດ້ເຫັນຈາກຂ້າງຫຼັງ, ນາງກໍເບິ່ງຄືຈະສະເໜີ “ຮູບພາບອັນຍິ່ງໃຫຍ່ຂອງປະຊາຊົນຄົນຈີນທີ່ໃຊ້ແຮງງານ”; ໃນຊ່ວງເວລາເຫຼົ່ານີ້, ນາງຍິ່ງປາກົດວ່າເປັນຕາລັງກຽດຫຼາຍຂຶ້ນ, ລະລຶກເຖິງຮູບພາບຂອງເຊື້ອສາຍຂອງ ຢານ ຮວງ/ຢານ ຫວາງໃນຕຳນານຈາກອະດີດ[ຄ] ທີ່ຜູ້ຄົນກ່າວເຖິງ. ເມື່ອເຮົາຖາມນາງ, ນາງກໍກົ້ມຫົວຂອງນາງລົງຢ່າງງຽບໆ. ນາງໃຊ້ເວລາດົນເຕີບເພື່ອຕອບ ແລະ ນາງຂົ່ມໃຈຫຼາຍເມື່ອນາງຕອບ. ນາງບໍ່ສາມາດຮັກສາໃຫ້ມືຂອງນາງຢູ່ຊື່ໆ ແລະ ດູດນິ້ວມືທັງສອງຂອງນາງຄືກັບແມວ. ມີແຕ່ຕອນນີ້ເທົ່ານັ້ນທີ່ເຮົາຮູ້ວ່າມືຂອງມະນຸດເບິ່ງຄືກັບວ່າພວກມັນຫາກໍຄຸ້ຍຂີ້ເຫຍື້ອ ໂດຍທີ່ເລັບມືອັນສົກກະປົກຂອງພວກເຂົາຕົກສີຫຼາຍຈົນຄົນໆໜຶ່ງຈະບໍ່ຮູ້ໄດ້ຈັກເທື່ອວ່າເລັບມືເຫຼົ່ານັ້ນຄວນເປັນສີຂາວ, ນິ້ວມືທີ່ “ບາງນ້ອຍ” ມີຮອຍດິນຢ່າງໜາ. ຍິ່ງເປັນຕາລັງກຽດກວ່ານັ້ນແມ່ນຫຼັງມືຂອງພວກເຂົາທີ່ເບິ່ງຄືກັບຜິວໜັງຂອງໄກ່ທີ່ຫາກໍຖືກຫຼົກຂົນ. ຮອຍທີ່ຢູ່ທົ່ວມືຂອງພວກເຂົາເກືອບເຕັມໄປດ້ວຍລາຄາເລືອດ ແລະ ເຫື່ອຂອງແຮງງານມະນຸດ ເຊິ່ງຢູ່ພາຍໃນມືແຕ່ລະຂ້າງແມ່ນສິ່ງທີ່ເບິ່ງຄືກັບດິນ, ເບິ່ງຄືວ່າກະຈາຍ “ກິ່ນຫອມຂອງດິນ”, ເປັນຕົວແທນໃຫ້ກັບຄວາມລໍ້າຄ່າ ແລະ ຄວາມເປັນຕາສັນລະເສີນໄດ້ດີຂຶ້ນຂອງວິນຍານແຫ່ງການທົນທຸກຂອງມະນຸດ ເພື່ອວ່າວິນຍານແຫ່ງການທົນທຸກນີ້ຈະຖືກຝັງຕິດເລິກຢູ່ໃນແຕ່ລະຮອຍທີ່ຢູ່ມືຂອງມະນຸດ. ນັບຕັ້ງແຕ່ຫົວຮອດນິ້ວຕີນ, ບໍ່ມີເຄື່ອງນຸ່ງຫົ່ມໃດທີ່ມະນຸດສວມໃສ່ເບິ່ງຄືກັບໜັງສັດ ແຕ່ພວກເຂົາຮູ້ພຽງໜ້ອຍດຽວວ່າ ເຖິງພວກເຂົາຈະ “ເປັນຕານັບຖື” ຫຼາຍ, ຄຸນຄ່າຂອງພວກເຂົາກໍມີໜ້ອຍກວ່າຂົນຂອງໝາຈອກແທ້ໆ ແລ້ວແຮງໜ້ອຍກວ່າຂົນອັນດຽວຂອງນົກຍູງ ຍ້ອນເຄື່ອງນຸ່ງຫົ່ມຂອງພວກເຂົາໄດ້ເຮັດໃຫ້ພວກເຂົາຂີ້ຮ້າຍຫຼາຍຕັ້ງແຕ່ດົນແລ້ວ ຈົນພວກເຂົາເບິ່ງຂີ້ຮ້າຍກວ່າໝູ ແລະ ໝາ. ເສື້ອຄັບໆຂອງນາງຫ້ອຍລົງມາເຄິ່ງຫຼັງຂອງນາງ ແລະ ຂາໂສ້ງຂອງນາງ ເຊິ່ງຄືກັບໄສ້ໄກ່ ໂດຍເປີດໂປງຄວາມຂີ້ຮ້າຍຂອງນາງຢ່າງສົມບູນຕໍ່ແສງຕາເວັນທີ່ເຫຼື້ອມແຈ້ງ. ພວກມັນສັ້ນ ແລະ ຄັບ ຄືກັບວ່ານີ້ແມ່ນເພື່ອສະແດງໃຫ້ເຫັນວ່າ ຕີນຂອງນາງບໍ່ໄດ້ຖືກຜູກມັດຕັ້ງແຕ່ດົນແລ້ວ: ພວກມັນເປັນຕີນທີ່ໃຫຍ່, ບໍ່ແມ່ນ “ດອກບົວທອງສາມນິ້ມ” ຂອງສັງຄົມທີ່ເກົ່າແກ່ອີກຕໍ່ໄປ. ຊຸດນຸ່ງຂອງບຸກຄົນນີ້ອອກແນວຕາເວັນຕົກເກີນໄປ ແຕ່ຍັງແຕ່ງຕົວຖືກເກີນໄປ. ເມື່ອເຮົາພົບກັບນາງ, ນາງກໍຂີ້ອາຍຢູ່ສະເໝີ, ໃບໜ້າຂອງນາງແດງເຂັ້ມ ແລະ ນາງບໍ່ສາມາດເງີຍຫົວຂອງນາງຂຶ້ນເລີຍ ຄືກັບວ່ານາງຖືກຢຽບຍໍ່າໂດຍຜີຮ້າຍທີ່ສົກກະປົກ ແລະ ບໍ່ສາມາດນໍາຕົນເອງມາຫຼຽວເບິ່ງໜ້າຂອງຜູ້ຄົນອີກຕໍ່ໄປ. ຂີ້ຝຸ່ນປົກຄຸມໃບໜ້າຂອງມະນຸດ. ຂີ້ຝຸ່ນນີ້ ເຊິ່ງຕົກລົງມາຈາກທ້ອງຟ້າ ແມ່ນປາກົດວ່າຕົກລົງມາຢ່າງບໍ່ຍຸຕິທຳເທິງໃບໜ້າຂອງມະນຸດທັງໝົດ ໂດຍເຮັດໃຫ້ມັນເບິ່ງຄືກັບຂົນອ່ອນຂອງນົກຈອກ. ດວງຕາຂອງມະນຸດກໍຄືກັບດວງຕາຂອງນົກຈອກເຊັ່ນກັນ: ນ້ອຍ ແລະ ແຫ້ງ ໂດຍທີ່ບໍ່ມີຄວາມສົດໃສເລີຍ. ເມື່ອຜູ້ຄົນເວົ້າ, ຄຳເວົ້າຂອງພວກເຂົາແມ່ນລັງເລ ແລະ ຫຼົບຫຼີກຕາມນິໄສ, ເປັນຕາຂະແຫຍງ ແລະ ເປັນຕາລັງກຽດຕໍ່ຄົນອື່ນ. ແຕ່ຫຼາຍຄົນກໍຍົກຍ້ອງສັນລະເສີນໃຫ້ຜູ້ຄົນດັ່ງກ່າວເປັນ “ຕົວແທນຂອງຊົນຊາດ”. ນີ້ບໍ່ແມ່ນເລື່ອງຕະຫຼົກບໍ? ພຣະເຈົ້າປາຖະໜາທີ່ຈະປ່ຽນແປງຜູ້ຄົນ, ຮັກສາພວກເຂົາ, ຊ່ວຍຊີວິດພວກເຂົາຈາກຂຸມຝັງສົບແຫ່ງຄວາມຕາຍ ເພື່ອພວກເຂົາຈະໄດ້ຫຼົບໜີຈາກຊີວິດທີ່ພວກເຂົາມີໃນດິນແດນມໍລະນາ ແລະ ໃນນະຮົກ.

ໝາຍເຫດ:

1. “ຄົນອາຝຣິກາຜິວດຳ” ໝາຍເຖິງຄົນຜິວດຳທີ່ຖືກສາບແຊ່ງໂດຍພຣະເຈົ້າ ເຊິ່ງແມ່ນຜູ້ທີ່ເປັນຂ້າທາດເປັນເວລາຫຼາຍຮຸ່ນ.

2. “ກຸ່ມອັນຕະພານ” ໝາຍເຖິງຄວາມເຊື່ອມສາມຂອງມະນຸດຊາດ ແລະ ການທີ່ບໍ່ມີມະນຸດທີ່ບໍລິສຸດຢູ່ທ່າມກາງມະນຸດຊາດ.

3. “ວິວັດທະນາການກາຍເປັນ” ໝາຍເຖິງ “ການວິວັດທະນາການ” ຂອງທະນີຄົນເປັນຮູບຮ່າງຂອງຜູ້ຄົນໃນປັດຈຸບັນ. ເຈດຕະນາແມ່ນເພື່ອສຽດສີ: ໃນຄວາມເປັນຈິງແລ້ວແມ່ນບໍ່ມີທິດສະດີດັ່ງກ່າວທີ່ທະນີບູຮານປ່ຽນແປງກາຍເປັນມະນຸດທີ່ຍ່າງຫຼັງຊື່.

4. “ໃກ້ຊິດ” ແມ່ນຖືກນໍາໃຊ້ເພື່ອເຍາະເຍີ້ຍ.

5. “ເຂົ້າກັນໄດ້ດີ” ແມ່ນຖືກນໍາໃຊ້ເພື່ອເຍາະເຍີ້ຍ.

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ຂອງນາງ”.

ຂ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ໃບໜ້າຂອງຜູ້ຄົນ”.

ຄ. “ຢານ” ແລະ “ຮວງ” ແມ່ນຊື່ຂອງຈັກກະພັດສອງອົງໃນຕໍານານທີ່ຢູ່ທ່າມກາງຜູ້ໃຫ້ກຳເນີດວັດທະນະທຳກຸ່ມທຳອິດຂອງປະເທດຈີນ. “ຢານ ຫວາງ” ແມ່ນຊື່ຈີນສຳລັບ “ກະສັດແຫ່ງນະຮົກ”. “ຢານ ຮວງ” ແລະ “ຢານ ຫວາງ” ແມ່ນອອກສຽງເກືອບຄືກັນໃນພາສາຈີນກາງ.

​ກ່ອນ​ນີ້ :ພາລະກິດ ແລະ ທາງເຂົ້າ (6)

ຕໍ່​ໄປ:ພາລະກິດ ແລະ ທາງເຂົ້າ (7)

ເນື່ອຫາທີ່ກ່ຽວຂ້ອງ

  • ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

    ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດແມ່ນຖືກຊາຕານຈັດການ ແ…

  • ພາລະກິດ ແລະ ທາງເຂົ້າ (1)

    ຕັ້ງແຕ່ຜູ້ຄົນເລີ່ມເດີນຕາມເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ ໄດ້ມີຫຼາຍສິ່ງທີ່ພວກເຂົາຍັງບໍ່ຊັດເຈນ. ພວກເຂົາຍັງຢູ່ໃນການສັບສົນຢ່າງສິ້ນເຊີງກ່ຽວກັບພາລ…

  • ຄໍານໍາ

    ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈ…

  • ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

    ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ແລະ ເຮົາໄດ້ສະແດງພຣະທຳຫຼາຍຂໍ້ໃນໄລຍະເວລານີ້. ພຣະທຳເຫຼົ່ານີ້ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ ແລະ ຖືກສ…