ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?
ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ. ມະນຸດເຂົ້າໃຈໜ້ອຍເກີນໄປ ແລະ ມະນຸດເອງແມ່ນຂາດແຄນເກີນໄປ; ຄວາມສັດທາຂອງເຂົາຕໍ່ກັບເຮົາ ແມ່ນບໍ່ມີສະຕິ ແລະ ບໍ່ສົນໃຈ. ເຖິງແມ່ນວ່າເຂົາບໍ່ຮູ້ວ່າສັດທາແມ່ນຫຍັງ ຫຼື ຍ້ອນຫຍັງເຂົາຈຶ່ງມີຄວາມສັດທາໃນເຮົາ, ເຂົາຍັງສືບຕໍ່ເຊື່ອໃນເຮົາຢ່າງຫຼົງໄຫຼ. ສິ່ງທີ່ເຮົາຮຽກຮ້ອງກັບມະນຸດບໍ່ແມ່ນພຽງແຕ່ໃຫ້ເຂົາຮ້ອງຫາເຮົາຢ່າງຫຼົງໄຫຼແບບວິທີນີ້ ຫຼື ເຊື່ອໃນເຮົາແບບພໍເປັນພິທີ, ຍ້ອນວ່າພາລະກິດທີ່ເຮົາເຮັດແມ່ນເພື່ອວ່າ ມະນຸດອາດໄດ້ເຫັນເຮົາ ແລະ ຮູ້ຈັກເຮົາ, ບໍ່ແມ່ນເພື່ອໃຫ້ມະນຸດໄດ້ປະທັບໃຈ ແລະ ເບິ່ງເຮົາໃນແສງສະຫວ່າງໃໝ່. ຄັ້ງໜຶ່ງ ເຮົາເຄີຍສຳແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຫຼາຍຢ່າງ ແລະ ສະແດງຫຼາຍສິ່ງທີ່ອັດສະຈັນ ແລະ ບັນດາຊາວອິດສະຣາເອນໃນເວລານັ້ນໄດ້ສະແດງຄວາມເຄົາລົບຕໍ່ເຮົາຢ່າງໃຫຍ່ຫຼວງ ແລະ ເຊີດຊູຕໍ່ຄວາມສາມາດພິເສດຂອງເຮົາຢ່າງສູງ ໃນການຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີສາດຮ້າຍ. ໃນເວລານັ້ນ, ຊາວຢິວຄິດວ່າພະລັງອຳນາດໃນການປິ່ນປົວຂອງເຮົາແມ່ນມີຄວາມຊໍານານ, ພິເສດທີ່ສຸດ ແລະ ຍ້ອນການກະທຳຫຼາຍຢ່າງຂອງເຮົາ, ພວກເຂົາທຸກຄົນຈຶ່ງເຄົາລົບບູຊາເຮົາ ແລະ ຮູ້ສຶກເຄົາລົບເຮົາຢ່າງສູງຕໍ່ອໍານາດທັງໝົດຂອງເຮົາ. ດັ່ງນັ້ນ, ຜູ້ຄົນທັງໝົດທີ່ໄດ້ເຫັນເຮົາສະແດງສິ່ງມະຫັດສະຈັນ ໄດ້ຕິດຕາມເຮົາຢ່າງໃກ້ສິດ, ເຊັ່ນວ່າບັນດາຫຼາຍພັນຄົນທີ່ໄດ້ຢູ່ອ້ອມຂ້າງເຮົາ ເພື່ອເບິ່ງເຮົາຮັກສາຄົນເຈັບປ່ວຍ. ເຮົາໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຢ່າງຫຼວງຫຼາຍ, ແຕ່ວ່າ ຜູ້ຄົນພຽງແຕ່ເບິ່ງເຮົາເປັນຜູ້ຊ່ຽວຊານທາງການແພດ; ເຊັ່ນດຽວກັນ, ເຮົາໄດ້ເວົ້າພຣະທໍາຢ່າງຫຼວງຫຼາຍເພື່ອສອນຜູ້ຄົນໃນເວລານັ້ນ, ແຕ່ວ່າພວກເຂົາພຽງແຕ່ເຫັນເຮົາເປັນຄູສອນທີ່ມີຄວາມສາມາດເໜືອກວ່າອັກຄະສາວົກຂອງເຂົາເທົ່ານັ້ນ. ແມ່ນແຕ່ທຸກວັນນີ້, ຫຼັງຈາກທີ່ມະນຸດໄດ້ພົບເຫັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງເຮົາ, ການແປຄວາມໝາຍຂອງພວກເຂົາຍັງສືບຕໍ່ເນື່ອງວ່າເຮົາແມ່ນແພດຜູ້ຍິ່ງໃຫຍ່ ຜູ້ທີ່ຮັກສາຄົນເຈັບປ່ວຍ ແລະ ຄູສອນຕໍ່ຜູ້ທີ່ບໍ່ມີຄວາມຮູ້ ແລະ ພວກເຂົາໄດ້ໃຫ້ນິຍາມເຮົາຄືກັບພຣະເຢຊູຄຣິດເຈົ້າ ຜູ້ທີ່ມີຄວາມເມດຕາ. ຜູ້ຄົນເຫຼົ່ານັ້ນທີ່ແປພຣະຄຳພີ ອາດມີຄວາມເໜືອກວ່າທັກສະຂອງເຮົາໃນການປິ່ນປົວ ຫຼື ອາດແມ່ນແຕ່ເປັນອັກຄະສາວົກຜູ້ທີ່ມີຄວາມເໜືອກວ່າອາຈານຂອງພວກເຂົາ, ແຕ່ມະນຸດເຫຼົ່ານັ້ນ ຜູ້ທີ່ມີຊື່ສຽງໂດ່ງດັງ, ຜູ້ທີ່ມີຊື່ເປັນທີ່ຮູ້ຈັກກັນທົ່ວໂລກ ຖືວ່າເຮົານັ້ນຕ່ຳຕ້ອຍຫຼາຍໂດຍເປັນພຽງແຕ່ແພດໝໍເທົ່ານັ້ນ. ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ. ຫຼາຍຄົນເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ. ຫຼາຍຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ. ຫຼາຍຄົນເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ. ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຈັບກຸມເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ. ຊາວຢິວເຊື່ອໃນເຮົາ ເນື່ອງຈາກຄວາມກະລຸນາຂອງເຮົາ ແລະ ຕິດຕາມເຮົາທຸກບ່ອນທີ່ເຮົາໄປ. ບັນດາມະນຸດທີ່ໂງ່ຈ້າເຫຼົ່ານີ້ທີ່ມີຄວາມຮູ້ ແລະ ປະສົບການທີ່ຈຳກັດໄດ້ສະແຫວງຫາພຽງແຕ່ເພື່ອໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນທີ່ເຮົາສະແດງອອກມາ. ພວກເຂົາຖືວ່າເຮົາເປັນຫົວໜ້າຄົວເຮືອນຂອງຊາວຢິວ ເຊິ່ງເປັນຜູ້ທີ່ສາມາດສະແດງສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດ. ສະນັ້ນເມື່ອເຮົາໄດ້ຂັບໄລ່ຜີສາດຮ້າຍຈາກມະນຸດ, ມັນກໍເຮັດໃຫ້ເກີດມີການສົນທະນາຫຼາຍຢ່າງໃນບັນດາພວກເຂົາ: ພວກເຂົາເວົ້າວ່າເຮົາແມ່ນເອລີຢາ, ວ່າເຮົາແມ່ນໂມເຊ, ວ່າເຮົາແມ່ນຜູ້ທີ່ເກົ່າແກ່ທີ່ສຸດຈາກຜູ້ທໍານາຍທັງໝົດ, ວ່າເຮົາມີຄວາມຍິ່ງໃຫຍ່ທີ່ສຸດໃນບັນດາແພດທັງໝົດ. ນອກຈາກຕົວເຮົາເອງແລ້ວທີ່ເວົ້າວ່າເຮົາແມ່ນຊີວິດ, ວິທີທາງ ແລະ ຄວາມຈິງ, ບໍ່ມີໃຜສາມາດຮູ້ການດຳລົງຢູ່ຂອງເຮົາ ຫຼື ຕົວຕົນຂອງເຮົາ. ນອກຈາກຕົວເຮົາເອງແລ້ວທີ່ກ່າວວ່າ ສະຫວັນເປັນສະຖານທີ່ທີ່ພຣະບິດາຂອງເຮົາອາໄສຢູ່, ບໍ່ມີໃຜຮູ້ວ່າເຮົາແມ່ນພຣະບຸດຂອງພຣະເຈົ້າ ແລະ ພ້ອມນັ້ນກໍຍັງເປັນພຣະເຈົ້າອີກດ້ວຍ. ນອກຈາກຕົວເຮົາເອງແລ້ວທີ່ກ່າວວ່າ ເຮົາຈະນຳການໄຖ່ບາບມາສູ່ມະນຸດໂລກທັງໝົດ ແລະ ໄຖ່ບາບມະນຸດໂລກ, ບໍ່ມີໃຜຮູ້ວ່າເຮົາເປັນຜູ້ໄຖ່ບາບຂອງມະນຸດໂລກ ແລະ ມະນຸດພຽງແຕ່ຮູ້ຈັກເຮົາໃນນາມມະນຸດຜູ້ມີນ້ຳໃຈ ແລະ ມີຄວາມເມດຕາກະລຸນາ. ນອກຈາກຕົວເຮົາເອງທີ່ສາມາດອະທິບາຍໄດ້ທັງໝົດກ່ຽວກັບການເປັນຢູ່ຂອງເຮົາ, ບໍ່ມີໃຜຮູ້ຈັກເຮົາ ແລະ ບໍ່ມີໃຜເຊື່ອວ່າເຮົາແມ່ນພຣະບຸດຂອງພຣະເຈົ້າຜູ້ຊົງດໍາລົງຢູ່. ນັ້ນແມ່ນສັດທາຂອງຜູ້ຄົນທີ່ມີຕໍ່ຕົວເຮົາ ແລະ ວິທີທີ່ພວກເຂົາພະຍາຍາມຫຼອກລວງເຮົາ. ພວກເຂົາຈະສາມາດເປັນພະຍານໃຫ້ກັບເຮົາໄດ້ແນວໃດ ໃນເມື່ອພວກເຂົາມີທັດສະນະດັ່ງກ່າວກ່ຽວກັບເຮົາ?
ຜູ້ຄົນເຊື່ອໃນເຮົາ, ແຕ່ພວກເຂົາບໍ່ມີຄວາມສາມາດໃນການເປັນປະຈັກພະຍານຕໍ່ເຮົາ ຫຼື ພວກເຂົາບໍ່ສາມາດສະແດງຕົນເປັນພະຍານໃຫ້ເຮົາ ກ່ອນທີ່ເຮົາຈະເຜີຍຕົວເຮົາເອງໃຫ້ເປັນທີ່ຮູ້ຈັກ. ຜູ້ຄົນເຫັນເຮົາ ພຽງແຕ່ວ່າເຮົາມີຄວາມເໜືອກວ່າສິ່ງມີຊີວິດທັງຫຼາຍ ແລະ ມະນຸດຜູ້ທີ່ມີຄວາມບໍລິສຸດທັງໝົດ ແລະ ເຫັນວ່າພາລະກິດທີ່ເຮົາກະທໍາບໍ່ສາມາດເຮັດໄດ້ໂດຍມະນຸດ. ດັ່ງນັ້ນ, ຈາກຊາວຢີວມາຮອດຜູ້ຄົນໃນຍຸກປັດຈຸບັນ ເຊິ່ງທັງໝົດໄດ້ເຫັນການກະທຳອັນຮຸ່ງເຮືອງຂອງເຮົາທີ່ບໍ່ໄດ້ຮັບການເຕີມເຕັມຫຍັງເລີຍນອກຈາກຄວາມຢາກຮູ້ຢາກເຫັນເຮົາເທົ່ານັ້ນ ແລະ ບໍ່ມີຄຳເວົ້າຈາກປາກສິ່ງທີ່ມີຊີວິດແມ່ນແຕ່ຜູ້ດຽວທີ່ສາມາດເປັນພະຍານໃຫ້ເຮົາ. ມີພຽງພຣະບິດາຂອງເຮົາເທົ່ານັ້ນ ທີ່ຮັບເປັນພະຍານໃຫ້ກັບເຮົາ ແລະ ສ້າງເສັ້ນທາງໃຫ້ເຮົາໃນບັນດາສິ່ງມີຊີວິດທັງຫຼາຍ; ຖ້າຫາກພຣະອົງບໍ່ໄດ້ກະທໍາສິ່ງນັ້ນ, ບໍ່ວ່າເຮົາຈະເຮັດແນວໃດ, ມະນຸດກໍຈະບໍ່ມີມື້ຮູ້ໄດ້ວ່າເຮົາເປັນພຣະເຈົ້າແຫ່ງການຊົງສ້າງ, ສໍາລັບມະນຸດແມ່ນຮູ້ພຽງແຕ່ເອົາຈາກເຮົາ ແລະ ບໍ່ມີຄວາມສັດທາໃນເຮົາຈາກຜົນຂອງພາລະກິດຂອງເຮົາ. ມະນຸດຮູ້ເຮົາພຽງແຕ່ຍ້ອນວ່າ ເຮົານັ້ນມີຄວາມບໍລິສຸດໃຈ ແລະ ບໍ່ມີສ່ວນໃດທີ່ເປັນບາບ, ຍ້ອນເຮົາສາມາດອະທິບາຍຄວາມເລິກລັບໄດ້ຈຳນວນຫຼາຍ, ຍ້ອນເຮົາຢູ່ເໜືອຝູງຊົນ ຫຼື ຍ້ອນມະນຸດໄດ້ຮັບຜົນປະໂຫຍດຫຼາຍຈາກເຮົາ, ແຕ່ວ່າມີພຽງໜ້ອຍຄົນທີ່ເຊື່ອວ່າເຮົາຄືພຣະເຈົ້າແຫ່ງການຊົງສ້າງ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງສັດທາໃນຕົວເຮົາ; ເຂົາບໍ່ຮູ້ຈຸດປະສົງ ຫຼື ຄວາມໝາຍຂອງການມີສັດທາໃນເຮົາ. ມະນຸດຂາດຄວາມເປັນຈິງ, ດ້ວຍເຫດນັ້ນ ເຂົາຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານແກ່ເຮົາ. ພວກເຈົ້າມີຄວາມສັດທາທີ່ແທ້ຈິງໜ້ອຍເກີນໄປ ແລະ ໄດ້ຮັບໜ້ອຍເກີນໄປ, ດ້ວຍເຫດນັ້ນ, ພວກເຈົ້າຈຶ່ງມີຄວາມເປັນປະຈັກພະຍານໜ້ອຍເກີນໄປ. ຍິ່ງໄປກວ່ານັ້ນ, ພວກເຈົ້າມີຄວາມເຂົ້າໃຈໜ້ອຍເກີນໄປ ແລະ ຂາດແຄນຫຼາຍເກີນໄປ, ດ້ວຍເຫດນັ້ນ ພວກເຈົ້າຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານຕໍ່ກັບການກະທຳຂອງເຮົາ. ຄວາມຕັ້ງໃຈຂອງພວກເຈົ້າ ນັ້ນຖືວ່າສຳຄັນຫຼາຍ, ແຕ່ພວກເຈົ້າແນ່ໃຈບໍ່ວ່າ ພວກເຈົ້າຈະສາມາດເປັນພະຍານເຖິງແກ່ນແທ້ຂອງພຣະເຈົ້າໄດ້? ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນແມ່ນເໜືອກວ່າຂອງໄພ່ພົນ ແລະ ຜູ້ທໍານາຍຈາກທຸກຍຸກທຸກສະໄໝ, ແຕ່ວ່າພວກເຈົ້າສາມາດໃຫ້ຄໍາປະຈັກພະຍານທີ່ຍິ່ງໃຫຍ່ກວ່າຄຳເວົ້າຂອງບັນດາໄພ່ພົນ ແລະ ຜູ້ທໍານາຍເຫຼົ່ານີ້ຈາກສະໄໝກ່ອນໄດ້ບໍ? ບັດນີ້ ສິ່ງທີ່ເຮົາປະທານໃຫ້ພວກເຈົ້າ ແມ່ນເໜືອກວ່າໂມເຊ ແລະ ເໜືອກວ່າເດວິດ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍການເປັນປະຈັກພະຍານຂອງພວກເຈົ້າເໜືອກວ່າໂມເຊ ແລະ ຄຳເວົ້າຂອງພວກເຈົ້າຍິ່ງໃຫຍ່ກວ່າເດວິດ. ເຮົາໃຫ້ພວກເຈົ້າເປັນຮ້ອຍເທົ່າ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍໃຫ້ພວກເຈົ້າຕອບແທນເຮົາດັ່ງທີ່ເຮົາໄດ້ກະທຳຕໍ່ພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າເຮົາແມ່ນໜຶ່ງດຽວທີ່ປະທານຊີວິດໃຫ້ແກ່ມະນຸດຊາດ ແລະ ມັນແມ່ນພວກເຈົ້າທີ່ເປັນຜູ້ໄດ້ຮັບຊີວິດຈາກເຮົາ ແລະ ຕ້ອງເປັນພະຍານໃຫ້ກັບເຮົາ. ນີ້ແມ່ນໜ້າທີ່ຂອງພວກເຈົ້າທີ່ເຮົາສົ່ງລົງມາໃຫ້ແກ່ພວກເຈົ້າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດເພື່ອເຮົາ. ເຮົາໄດ້ປະທານສະຫງ່າລາສີຂອງເຮົາທັງໝົດໃຫ້ແກ່ພວກເຈົ້າ, ເຮົາໄດ້ປະທານຊີວິດໃຫ້ແກ່ພວກເຈົ້າ ເຊິ່ງເປັນຊີວິດທີ່ຄົນຖືກເລືອກ ແລະ ຊາວອິດສະຣາເອນບໍ່ເຄີຍໄດ້ຮັບ. ໂດຍຄວາມຖືກຕ້ອງແລ້ວ, ພວກເຈົ້າຄວນຈະເປັນພະຍານຕໍ່ເຮົາ ແລະ ອຸທິດຄວາມໜຸ່ມຕໍ່ເຮົາ ແລະ ປ່ອຍວາງຊີວິດຂອງພວກເຈົ້າ. ຜູ້ໃດກໍຕາມທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ຄວນເປັນພະຍານໃຫ້ເຮົາ ແລະ ມອບຊີວິດຂອງພວກເຂົາໃຫ້ກັບເຮົາ. ເຮົາໄດ້ກຳນົດສິ່ງນີ້ໄວ້ລ່ວງໜ້າເປັນເວລາດົນນານແລ້ວ. ມັນເປັນໂຊກຊະຕາທີ່ດີຂອງພວກເຈົ້າທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ກັບພວກເຈົ້າ ແລະ ໜ້າທີ່ຂອງພວກເຈົ້າກໍຄືການເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງເຮົາ. ຖ້າຫາກພວກເຈົ້າພຽງແຕ່ເຊື່ອໃນເຮົາເພື່ອການຮັບພອນ, ແລ້ວພາລະກິດຂອງເຮົາກໍຈະມີຄວາມສຳຄັນໜ້ອຍທີ່ສຸດ ແລະ ພວກເຈົ້າເອງກໍຈະບໍ່ໄດ້ບັນລຸໜ້າທີ່ຂອງພວກເຈົ້າ. ຊາວອິດສະຣາເອນເຫັນພຽງແຕ່ຄວາມເມດຕາ, ຄວາມຮັກ ແລະ ຄວາມຍິ່ງໃຫຍ່ຂອງເຮົາ ແລະ ຊາວຢິວໄດ້ປະຈັກພະຍານພຽງແຕ່ຄວາມອົດທົນ ແລະ ການໄຖ່ບາບຂອງເຮົາ. ພວກເຂົາເຫັນພາລະກິດຂອງພຣະວິນຍານຂອງເຮົາໜ້ອຍຫຼາຍ, ຈົນເຖິງຈຸດທີ່ພວກເຂົາເຂົ້າໃຈພຽງແຕ່ໜຶ່ງໃນສ່ວນສິບພັນຈາກສິ່ງທີ່ພວກເຈົ້າໄດ້ຍິນ ແລະ ເຫັນ. ສິ່ງທີ່ພວກເຈົ້າໄດ້ເຫັນແມ່ນເກີນກວ່າປະໂລຫິດໃຫຍ່ຂອງພວກເຂົາ. ຄວາມຈິງທີ່ພວກເຈົ້າເຂົ້າໃຈໃນປັດຈຸບັນນີ້ແມ່ນເໜືອກວ່າພວກເຂົາ; ສິ່ງທີ່ພວກເຈົ້າໄດ້ເຫັນໃນປັດຈຸບັນນີ້ແມ່ນເກີນກວ່າສິ່ງທີ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ, ພ້ອມດ້ວຍໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບແມ່ນເໜືອກວ່າໂມເຊ ແລະ ເອລີຢາ. ເພາະສິ່ງທີ່ຊາວອິດສະຣາເອນເຂົ້າໃຈແມ່ນ ພຽງແຕ່ພຣະບັນຍັດຂອງພຣະເຢໂຮວາ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງພາບທາງຫຼັງຂອງພຣະເຢໂຮວາ; ສິ່ງທີ່ຊາວຢິວເຂົ້າໃຈແມ່ນພຽງແຕ່ການໄຖ່ບາບຂອງພຣະເຢຊູ, ສິ່ງທີ່ພວກເຂົາໄດ້ຮັບແມ່ນພຽງແຕ່ພຣະຄຸນທີ່ໄດ້ປະທານໃຫ້ໂດຍພຣະເຢຊູ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງແຕ່ຮູບພາບຂອງພຣະເຢຊູພາຍໃນເຮືອນຂອງຊາວຢິວເທົ່ານັ້ນ. ສິ່ງທີ່ພວກເຈົ້າເຫັນໃນມື້ນີ້ແມ່ນສະຫງ່າລາສີຂອງພຣະເຢໂຮວາ, ການໄຖ່ບາບຂອງພຣະເຢຊູ ແລະ ການກະທຳທັງໝົດຂອງເຮົາໃນປັດຈຸບັນ. ແລ້ວເຊັ່ນດຽວກັນ, ເຈົ້າກໍໄດ້ຍິນພຣະທໍາຂອງພຣະວິນຍານຂອງເຮົາ, ຮູ້ຈັກຄຸນຄ່າໃນສະຕິປັນຍາຂອງເຮົາ, ຮູ້ຈັກຄວາມມະຫັດສະຈັນຂອງເຮົາ ແລະ ໄດ້ຮຽນຮູ້ເຖິງອຸປະນິໄສຂອງເຮົາ. ເຮົາຍັງໄດ້ບອກພວກເຈົ້າທັງໝົດກ່ຽວກັບແຜນການຄຸ້ມຄອງຂອງເຮົາ. ສິ່ງທີ່ພວກເຈົ້າໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະເຈົ້າທີ່ມີຄວາມສະຫງ່າງາມ ແລະ ມີຄວາມເມດຕາ, ແຕ່ເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຊອບທຳ. ເຈົ້າໄດ້ເຫັນພາລະກິດທີ່ໜ້າອັດສະຈັນໃຈຂອງເຈົ້າ ແລະ ຮູ້ວ່າເຮົາເຕັມໄປດ້ວຍຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍ. ຍິ່ງໄປກວ່ານັ້ນ, ເຈົ້າຮູ້ວ່າ ໃນຄັ້ງໜຶ່ງເຮົາໄດ້ນໍາເອົາຄວາມໂກດຮ້າຍຂອງເຮົາລົງໃສ່ເຮືອນຂອງອິດສະຣາເອນ ແລະ ໃນມື້ນີ້ ມັນໄດ້ເກີດຂຶ້ນກັບພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈຄວາມເລິກລັບຂອງເຮົາໃນສະຫວັນຫລາຍກວ່າເອຊາຢາ ແລະ ໂຢຮັນ; ພວກເຈົ້າຮູ້ຈັກຄວາມສະຫງ່າງາມຂອງເຮົາ ແລະ ໃຫ້ຄວາມເຄົາລົບບູຊາຫຼາຍກວ່າໄພ່ພົນທຸກຄົນໃນຍຸກສະໄໝກ່ອນ. ສິ່ງທີ່ພວກເຈົ້າໄດ້ຮັບບໍ່ແມ່ນພຽງແຕ່ຄວາມຈິງຂອງເຮົາ, ວິທີທາງຂອງເຮົາ ແລະ ຊີວິດຂອງເຮົາເທົ່ານັ້ນ, ແຕ່ແມ່ນນິມິດ ແລະ ການເປີດເຜີຍທີ່ຍິ່ງໃຫຍ່ກວ່າໂຢຮັນ. ພວກເຈົ້າເຂົ້າໃຈຄວາມເລິກລັບອີກຫຼາຍຢ່າງ ແລະ ຍັງໄດ້ເບິ່ງໃບໜ້າທີ່ແທ້ຈິງຂອງເຮົາ; ພວກເຈົ້າຍອມຮັບເອົາການພິພາກສາຂອງເຮົາຫຼາຍຂຶ້ນ ແລະ ຮູ້ຈັກອຸປະນິໄສອັນຊອບທຳຂອງເຮົາຫຼາຍຂຶ້ນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຈົ້າເກີດໃນຍຸກສຸດທ້າຍ, ຄວາມເຂົ້າໃຈຂອງພວກເຈົ້າແມ່ນເປັນແບບດັ່ງເດີມ ແລະ ແບບໃນອະດີດ ແລະ ພວກເຈົ້າຍັງໄດ້ປະສົບກັບສິ່ງຕ່າງໆໃນປັດຈຸບັນນີ້ ແລະ ສິ່ງທັງໝົດນີ້ແມ່ນກະທໍາດ້ວຍຕົວເຮົາເອງ. ສິ່ງທີ່ເຮົາຂໍຈາກພວກເຈົ້າແມ່ນບໍ່ໄດ້ຫຼາຍເກີນຂອບເຂດ, ເພາະວ່າເຮົາໄດ້ໃຫ້ພວກເຈົ້າຫຼາຍກວ່ານັ້ນ ແລະ ພວກເຈົ້າໄດ້ເຫັນຫຼາຍສິ່ງຫຼາຍຢ່າງໃນຕົວເຮົາ. ສະນັ້ນ, ເຮົາຂໍໃຫ້ພວກເຈົ້າຈົ່ງເປັນພະຍານຕໍ່ເຮົາ, ຕໍ່ໄພ່ພົນໃນສະໄໝກ່ອນ ແລະ ນີ້ຄືຫົວໃຈຂອງເຮົາພຽງປາດຖະໜາເທົ່ານັ້ນ.
ພຣະບິດາຂອງເຮົາ ແມ່ນຜູ້ທຳອິດທີ່ເປັນພະຍານໃຫ້ເຮົາ, ແຕ່ວ່າເຮົາປາດຖະໜາທີ່ຈະຮັບຄວາມສະຫງ່າລາສີທີ່ຍິ່ງໃຫຍ່ກວ່າ ແລະ ສໍາລັບພຣະທໍາຂອງການເປັນພະຍານທີ່ອອກມາຈາກປາກຂອງບຸກຄົນທີ່ຖືກສ້າງ, ດ້ວຍເຫດນັ້ນ ເຮົາໄດ້ໃຫ້ທັງໝົດທີ່ເຮົາມີແກ່ພວກເຈົ້າ ເພື່ອພວກເຈົ້າອາດສາມາດສຳເລັດໜ້າທີ່ຂອງພວກເຈົ້າ ແລະ ນຳພາລະກິດຂອງເຮົາໄປສູ່ທ່າມກາງມະນຸດຈົນເຖິງຂັ້ນສຸດທ້າຍ. ພວກເຈົ້າຄວນເຂົ້າໃຈເປັນຫຍັງ ພວກເຈົ້າຈຶ່ງເຊື່ອໃນຕົວເຮົາ; ຖ້າພວກເຈົ້າພຽງຕ້ອງການທີ່ຈະເປັນລູກສິດ ຫຼື ຄົນເຈັບຂອງເຮົາ ຫຼື ກາຍເປັນໜຶ່ງ ໃນໄພ່ພົນຂອງເຮົາໃນສະຫວັນ, ຖ້າເປັນດັ່ງນັ້ນ ການຕິດຕາມຂອງພວກເຈົ້າຕໍ່ກັບເຮົາຈະບໍ່ມີຄວາມໝາຍຫຍັງ. ການຕິດຕາມເຮົາແບບນີ້ ແມ່ນເປັນການສູນເສຍເຫື່ອແຮງ; ການມີສັດທາກັບເຮົາແບບນີ້ຈະພຽງແຕ່ເຮັດໃຫ້ວັນເວລາຂອງເຈົ້າໝົດໄປ, ເຮັດໃຫ້ເວລາໄວໜູ່ມຂອງເຈົ້າເສຍຖິ້ມໄປລ້າໆ. ໃນທີ່ສຸດ, ພວກເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ນັ້ນບໍ່ແມ່ນການກະທໍາທີ່ບໍ່ມີປະໂຫຍດຫຍັງບໍ? ເຮົາໄດ້ຈາກຊາວຢິວມາເປັນເວລາດົນນານແລ້ວ ແລະ ເຮົາບໍ່ແມ່ນແພດຂອງມະນຸດ ແລະ ຢາສຳລັບມະນຸດອີກຕໍ່ໄປ. ເຮົາບໍ່ແມ່ນສັດເດຍລະສານທີ່ເປັນພາລະສໍາລັບມະນຸດຂັບໄລ່ ຫຼື ເຂັ່ນຂ້າຢ່າງຕາມໃຈອີກຕໍ່ໄປ; ໃນທາງກົງກັນຂ້າມ, ເຮົາໄດ້ປາກົດໃນບັນດາມະນຸດເພື່ອຕັດສິນ ແລະ ຂ້ຽນຕີມະນຸດ ເພື່ອມະນຸດອາດຈະໄດ້ຮູ້ຈັກເຮົາ. ພວກເຈົ້າຄວນຮູ້ວ່າເຮົາເຄີຍປະຕິບັດພາລະກິດໃນການໄຖ່ບາບ; ເຮົາເຄີຍເປັນພຣະເຢຊູ ແຕ່ເຮົາບໍ່ສາມາດເປັນພຣະເຢຊູຕະຫຼອດໄປ, ເໝືອນດັ່ງຄັ້ງໜຶ່ງເຮົາເຄີຍເປັນ ພຣະເຢໂຮວາ ແຕ່ຕໍ່ມາກາຍເປັນພຣະເຢຊູ. ເຮົາແມ່ນພຣະເຈົ້າຂອງມະນຸດໂລກ, ພຣະເຈົ້າຂອງການສ້າງ, ແຕ່ວ່າເຮົາບໍ່ສາມາດຢູ່ເປັນພຣະເຢຊູ ຫຼຶ ພຣະເຢໂຮວາຕະຫຼອດໄປ. ເຮົາເຄີຍຖືກຖືວ່າເປັນແພດໝໍໂດຍມະນຸດ, ແຕ່ບໍ່ສາມາດເວົ້າໄດ້ວ່າ ພຣະເຈົ້າເປັນພຽງແພດສຳລັບມະນຸດຊາດ. ດ້ວຍເຫດນັ້ນ, ຖ້າພວກເຈົ້າມີທັດສະນະໃນການສັດທາແບບເກົ່າຕໍ່ເຮົາ, ພວກເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ບໍ່ວ່າພວກເຈົ້າຈະສັນລະເສີນເຮົາແນວໃດກໍ່ຕາມໃນມື້ນີ້: “ພຣະເຈົ້າຮັກມະນຸດຫຼາຍສ່ຳໃດ; ພຣະອົງຮັກສາຂ້ານ້ອຍ ແລະ ໃຫ້ພອນ, ຄວາມສັນຕິສຸກ ແລະ ຄວາມສຸກແກ່ຂ້ານ້ອຍ. ພຣະເຈົ້າດີຕໍ່ກັບມະນຸດສ່ຳໃດ; ຖ້າຫາກພວກເຮົາສັດທາໃນພຣະອົງ, ພວກເຮົາກໍບໍ່ຈໍາເປັນຕ້ອງມີຄວາມກັງວົນກ່ຽວກັບເງິນ ແລະ ຄວາມຮັ່ງມີ...” ເຮົາຍັງຄົງບໍ່ສາມາດປ່ຽນແປງພາລະກິດດັ່ງເດີມຂອງເຮົາ. ຖ້າຫາກເຈົ້າເຊື່ອໃນເຮົາໃນມື້ນີ້, ເຈົ້າຈະໄດ້ຮັບພຽງແຕ່ຄວາມສະຫງ່າລາສີຂອງເຮົາ ແລະ ມີຄຸນຄ່າທີ່ຈະເປັນພະຍານໃຫ້ເຮົາ ແລະ ສິ່ງອຶ່ນໆ ແມ່ນຈະເປັນອັນດັບສອງຮອງລົງມາ. ສິ່ງນີ້ ເຈົ້າຕ້ອງຮູ້ຢ່າງຈະແຈ້ງ.
ບັດນີ້ ເຈົ້າຮູ້ສາຍເຫດທີ່ແທ້ຈິງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາບໍ່? ເຈົ້າຮູ້ໜ້າທີ່ທີ່ແທ້ຈິງຂອງເຈົ້າແລ້ວບໍ່? ເຈົ້າຮູ້ການເປັນປະຈັກພະຍານຂອງເຮົາຢ່າງແທ້ຈິງບໍ່? ຖ້າຫາກເຈົ້າພຽງແຕ່ເຊື່ອໃນເຮົາ, ແຕ່ຍັງບໍ່ມີວີ່ແວວຄວາມສະຫງ່າລາສີ ຫຼື ປະຈັກພະຍານຂອງເຮົາໃນຕົວເຈົ້າ, ແລ້ວເຮົາກໍໄດ້ກຳຈັດພວກເຈົ້າໄປດົນນານແລ້ວ. ສຳລັບຜູ້ທີ່ຮູ້ຈັກທຸກຢ່າງ, ພວກເຂົາຍິ່ງເປັນສ້ຽນໝາມໃນຕາຂອງເຮົາ ແລະ ໃນເຮືອນຂອງເຮົາ, ພວກເຂົາບໍ່ແມ່ນຫຍັງນອກຈາກເປັນອຸປະສັກທີ່ຂວາງທາງຂອງເຮົາ, ພວກເຂົາເປັນເຂົ້ານົກທີ່ຕ້ອງຖືກຝັດຖິ້ມໃຫ້ໝົດໃນພາລະກິດຂອງເຮົາ, ພວກເຂົາໃຊ້ການບໍ່ໄດ້, ພວກເຂົາບໍ່ມີຄຸນຄ່າຫຍັງເລີຍ ແລະ ເຮົາໄດ້ລັງກຽດພວກເຂົາມາເປັນເວລາດົນແລ້ວ. ຄວາມໂກດຮ້າຍຂອງເຮົາຈະໂຍນລົງໃສ່ກັບທຸກຄົນທີ່ບໍ່ເປັນປະຈັກພະຍານ ແລະ ໄມ້ຄ້ອນເທົ້າຂອງເຮົາຈະບໍ່ເຄີຍຫ່າງຈາກພວກເຂົາ. ເຮົາໄດ້ມອບພວກເຂົາໄວ້ໃນກໍາມືຂອງມານຮ້າຍມາດົນນານແລ້ວ; ພວກເຂົາບໍ່ໄດ້ຮັບພອນຂອງເຮົາ. ເມື່ອມື້ນັ້ນມາເຖິງ, ການຂ້ຽນຕີຂອງພວກເຂົາຈະໂສກເສົ້າຫຼາຍກວ່າຜູ້ຍິງໂງ່. ມື້ນີ້, ເຮົາພຽງແຕ່ປະຕິບັດພາລະກິດຕາມໜ້າທີ່ຂອງເຮົາ; ເຮົາຈະມັດກົກເຂົ້າສາລີທັງໝົດ ພ້ອມກັບເຂົ້ານົກເຫຼົ່ານັ້ນເຂົ້າກັນ. ນີ້ແມ່ນພາລະກິດຂອງເຮົາໃນມື້ນີ້. ເຂົ້ານົກທັງໝົດຈະຖືກຝັດຖິ້ມໃນເວລາຂອງການຝັດເຂົ້າຂອງເຮົາ, ຫຼັງຈາກນັ້ນ ເມັດເຂົ້າສາລີຈະຖືກເກັບຮັກສາໄວ້ໃນສາງ ແລະ ເຂົ້ານົກເຫຼົ່ານັ້ນທີ່ຖືກຝັດອອກຈະຖືກນຳໄປຈູດເຜົາໃນໄຟໃຫ້ໄໝ້ກາຍເປັນຂີ້ຝຸ່ນ. ພາລະກິດຂອງເຮົາໃນຕອນນີ້ແມ່ນພຽງແຕ່ມັດມະນຸດທຸກຄົນເຂົ້າກັນນັ້ນກໍຄືເພື່ອເອົາຊະນະພວກເຂົາຢ່າງສິ້ນເຊີງ. ຫຼັງຈາກນັ້ນ ເຮົາຈະເລີ່ມຝັດເພື່ອເປີດເຜີຍຈຸດຈົບຂອງມະນຸດທັງໝົດ. ບັດນີ້ ເຈົ້າຄວນຈະຮູ້ວ່າເຈົ້າຄວນຈະເຮັດໃຫ້ເຮົາພໍໃຈແນວໃດ ແລະ ເຈົ້າຄວນຈະກຳນົດເສັ້ນທາງທີ່ຖືກຕ້ອງແນວໃດໃນຄວາມສັດທາຂອງເຈົ້າໃນເຮົາ. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອເຊື່ອຟັງຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກີດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າ ເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະຫຼະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.