ເພງຄຣິດສະຕຽນ “ການສະແດງອອກເຖິງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າແມ່ນຢູ່ໃສ?”

26 ເດືອນມີນາ 2023

ພວກເຈົ້າໄດ້ຕິດຕາມພຣະເຈົ້າມາເປັນເວລາຫຼາຍປີ

ແຕ່ບໍ່ເຄີຍໄດ້ມອບຄວາມຈົງຮັກພັກດີໃຫ້ແກ່ ພຣະອົງແມ່ນແຕ່ພຽງເລັກນ້ອຍ.

ໃນທາງກົງກັນຂ້າມ ພວກເຈົ້າແມ່ນ ຕິດພັນອ້ອມຂ້າງຄົນທີ່ພວກເຈົ້າຮັກ

ແລະ ສິ່ງຕ່າງໆທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ,

ຫຼາຍຈົນເກືອບທຸກເວລາ ແລະ ບໍ່ວ່າຈະຢູ່ໃສກໍຕາມທີ່ເຈົ້າໄປ, ເຈົ້າກໍຮັກສາພວກເຂົາໄວ້ໃກ້ຫົວໃຈຂອງພວກເຈົ້າ

ແລະ ບໍ່ເຄີຍປະຖິ້ມພວກເຂົາ.

ໃນເວລາໃດກໍຕາມທີ່ພວກເຈົ້າມີຄວາມກະຕືລືລົ້ນ

ຫຼື ຫຼົງໄຫຼກັບສິ່ງໃດສິ່ງໜຶ່ງທີ່ພວກເຈົ້າຮັກ,

ມັນກໍເກີດຂຶ້ນໃນຂະນະ ທີ່ພວກເຈົ້າກຳລັງຕິດຕາມພຣະເຈົ້າ

ຫຼື ແມ່ນແຕ່ໃນຂະນະທີ່ພວກເຈົ້າຟັງພຣະທໍາຂອງພຣະອົງ.

ສະນັ້ນ ພຣະເຈົ້າຈຶ່ງເວົ້າໄດ້ວ່າ ພວກເຈົ້າກຳລັງ ໃຊ້ຄວາມຈົງຮັກພັກດີ ທີ່ພຣະອົງຮຽກຮ້ອງຈາກພວກເຈົ້າ

ເພື່ອຈົງຮັກພັກດີ ແລະ ຖະໜອມ ໃນ “ສັດລ້ຽງ” ຂອງພວກເຈົ້າແທນ.

ເຖິງແມ່ນວ່າພວກເຈົ້າອາດຈະເສຍສະຫຼະສິ່ງໜຶ່ງ ຫຼື ສອງສິ່ງໃຫ້ແກ່ພຣະເຈົ້າ,

ມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ພວກເຈົ້າທຸກຄົນ

ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າພຣະອົງຄືຜູ້ ທີ່ພວກເຈົ້າມີຄວາມຈົງຮັກພັກດີຕໍ່ຢ່າງແທ້ຈິງ.

ພຣະເຈົ້າ ແລະ ພຣະທໍາຂອງພຣະອົງຖືກດັນ ໃຫ້ຢູ່ເບື້ອງຫຼັງສິ່ງຕ່າງໆທີ່ພວກເຈົ້າຫຼົງໄຫຼ.

ແລ້ວພວກເຈົ້າບໍ່ມີທາງເລືອກ ນອກຈາກຈະຈັດລຳ ດັບພຣະເຈົ້າ ແລະ ພຣະທຳໃຫ້ເປັນສິ່ງສຸດທ້າຍ.

ເຖິງກັບມີຄົນທີ່ປ່ອຍຕໍາແໜ່ງສຸດທ້າຍ ນີ້ໄວ້ສຳລັບສິ່ງຕ່າງໆທີ່ພວກເຂົາຈົງຮັກພັກດີ

ເຊິ່ງພວກເຂົາບໍ່ທັນໄດ້ຄົ້ນພົບເທື່ອ.

ບໍ່ເຄີຍມີຮ່ອງຮອຍຂອງພຣະເຈົ້າ ແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ.

ພວກເຈົ້າເຮັດໃຫ້ຕົນເອງຕິດພັນ ກັບພາລະໜ້າທີ່ທີ່ພວກເຈົ້າຫຼົງໄຫຼ:

ບາງຄົນຈົງຮັກພັກດີຕໍ່ລູກຊາຍ ແລະ ລູກສາວ,

ຄົນອື່ນກໍຈົງຮັກພັກດີຕໍ່ຜົວ, ເມຍ, ຄວາມຮັ່ງມີ, ວຽກງານ,

ຫົວໜ້າ, ສະຖານະ ຫຼື ແມ່ຍິງ.

ພວກເຈົ້າບໍ່ເຄີຍຮູ້ສຶກເມື່ອຍ

ຫຼື ເບື່ອຕໍ່ສິ່ງຕ່າງໆທີ່ເຈົ້າຈົງຮັກພັກດີ;

ແຕ່ໃນທາງກົງກັນຂ້າມ ພວກເຈົ້າຍິ່ງມີ ຄວາມຕ້ອງການຫຼາຍຂຶ້ນທີ່ຈະມີສິ່ງເຫຼົ່ານີ້ ໃນປະລິມານຫຼາຍຂຶ້ນ ຫຼື ຄຸນນະພາບສູງຂຶ້ນ

ແລະ ເຈົ້າກໍບໍ່ເຄີຍຍອມແພ້.

ສະນັ້ນ ພຣະເຈົ້າຈຶ່ງເວົ້າໄດ້ວ່າ ພວກເຈົ້າກຳລັງ ໃຊ້ຄວາມຈົງຮັກພັກດີ ທີ່ພຣະອົງຮຽກຮ້ອງຈາກພວກເຈົ້າ

ເພື່ອຈົງຮັກພັກດີ ແລະ ຖະໜອມ ໃນ “ສັດລ້ຽງ” ຂອງພວກເຈົ້າແທນ.

ເຖິງແມ່ນວ່າພວກເຈົ້າອາດຈະເສຍສະຫຼະສິ່ງໜຶ່ງ ຫຼື ສອງສິ່ງໃຫ້ແກ່ພຣະເຈົ້າ,

ມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ພວກເຈົ້າທຸກຄົນ

ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າພຣະອົງຄືຜູ້ ທີ່ພວກເຈົ້າມີຄວາມຈົງຮັກພັກດີຕໍ່ຢ່າງແທ້ຈິງ.

ພຣະເຈົ້າ ແລະ ພຣະທໍາຂອງພຣະອົງຖືກດັນ ໃຫ້ຢູ່ເບື້ອງຫຼັງສິ່ງຕ່າງໆທີ່ພວກເຈົ້າຫຼົງໄຫຼ.

ແລ້ວພວກເຈົ້າບໍ່ມີທາງເລືອກ ນອກຈາກຈະຈັດລຳ ດັບພຣະເຈົ້າ ແລະ ພຣະທຳໃຫ້ເປັນສິ່ງສຸດທ້າຍ.

ເຖິງກັບມີຄົນທີ່ປ່ອຍຕໍາແໜ່ງສຸດທ້າຍ ນີ້ໄວ້ສຳລັບສິ່ງຕ່າງໆທີ່ພວກເຂົາຈົງຮັກພັກດີ

ເຊິ່ງພວກເຂົາບໍ່ທັນໄດ້ຄົ້ນພົບເທື່ອ.

ບໍ່ເຄີຍມີຮ່ອງຮອຍຂອງພຣະເຈົ້າ ແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ