ເພງຄຣິດສະຕຽນ “ເມື່ອໃດມື້ຂອງພຣະເຈົ້າຈຶ່ງຈະມາເຖິງ”

31 ເດືອນພຶດສະພາ 2023

ຫຼາຍຄົນມີເງື່ອນໄຂສຳລັບການຮັບໃຊ້ພຣະເຈົ້າ:

ພວກເຂົາບໍ່ໄດ້ສົນໃຈວ່າ ພຣະອົງເປັນພຣະເຈົ້າ ຫຼື ມະນຸດ,

ພວກເຂົາເວົ້າເຖິງພຽງເງື່ອນໄຂຂອງຕົນເອງ

ແລະ ສະແຫວງຫາເຮັດໃຫ້ພໍໃຈຕາມ ຄວາມປາຖະໜາຂອງພວກເຂົາເອງ.

ເມື່ອພວກເຈົ້າຄົວອາຫານໃຫ້ແກ່ພຣະເຈົ້າ ພວກເຈົ້າກໍຮຽກຮ້ອງຄ່າບໍລິການ,

ເມື່ອພວກເຈົ້າແລ່ນເພື່ອພຣະອົງ ພວກເຈົ້າກໍຖາມຫາຄ່າແລ່ນ,

ເຈົ້າໄດ້ສະໜອງໃຫ້ແກ່ຄຣິສຕະຈັກ, ຈາກນັ້ນກໍຂໍການຕອບແທນ.

ຜູ້ຄົນທີ່ພຣະເຈົ້າໄດ້ຈັດການກໍຍັງ ຕ້ອງການຄ່າຊົດເຊີຍຈາກພຣະອົງ.

ນີ້ຄືຄວາມເປັນມະນຸດຂອງພວກເຈົ້າ ທີ່ທະນົງຕົວ ແລະ ຍິ່ງໃຫຍ່

ແລະ ນີ້ຄືການກະທໍາທີ່ຖືກບົງການໂດຍສາມັນສໍານຶກ ທີ່ຮ້ອນຮົນຂອງພວກເຈົ້າ.

ຄວາມຮູ້ສຶກນຶກຄິດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າຢູ່ໃສ?

ມື້ທີ່ພຣະເຈົ້າຫັນຫຼັງໃຫ້ແກ່ພວກເຈົ້າ ແມ່ນມື້ທີ່ພວກເຈົ້າເສຍຊີວິດ,

ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ວຍແສງສະຫວ່າງ.

ເມື່ອວັນຂອງພຣະເຈົ້າມາເຖິງ, ພຣະອົງ ຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງພຣະອົງ ລົງໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ທ້າທາຍ ຄວາມໂກດຮ້າຍຢ່າງແຮງຂອງພຣະອົງ.

ພຣະເຈົ້າຈະກໍານົດການລົງໂທດອັນເປັນນິດນິລັນ ຂອງພຣະອົງຕໍ່ຝູງສັດທີ່ຄັ້ງໜຶ່ງໄດ້ປະນາມພຣະອົງ ແລະ ປະຖິ້ມພຣະອົງ,

ພຣະອົງຈະເຜົາບຸດແຫ່ງຄວາມບໍ່ເຊື່ອຟັງ ທີ່ຄັ້ງໜຶ່ງເຄີຍກິນ

ແລະ ຢູ່ຮ່ວມກັບພຣະເຈົ້າແຕ່ບໍ່ໄດ້ເຊື່ອໃນພຣະອົງ,

ທັງດູຖູກ ແລະ ຫັກຫຼັງພຣະອົງ ດ້ວຍໄຟທີ່ບໍ່ມີວັນດັບ ຈາກຄວາມໂກດຮ້າຍຂອງພຣະອົງ.

ພຣະເຈົ້າຈະເຮັດໃຫ້ຜູ້ທີ່ທ້າທາຍຄວາມໂກດຮ້າຍ ຂອງພຣະອົງໄດ້ຮັບໂທດ,

ພຣະເຈົ້າຈະຖອກເທຄວາມໂກດຮ້າຍທັງໝົດ ຂອງພຣະອົງລົງສູ່ສັດຮ້າຍເຫຼົ່ານັ້ນທີ່ຄັ້ງໜຶ່ງ ເຄີຍປາຖະໜາທີ່ຈະຢືນຄຽງຂ້າງທຽບເທົ່າກັບພຣະອົງ ແຕ່ບໍ່ໄດ້ນະມັດສະການ ຫຼື ເຊື່ອຟັງພຣະອົງ,

ມື້ທີ່ພຣະເຈົ້າຫັນຫຼັງໃຫ້ແກ່ພວກເຈົ້າ ແມ່ນມື້ທີ່ພວກເຈົ້າເສຍຊີວິດ,

ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ວຍແສງສະຫວ່າງ.

ເມື່ອວັນຂອງພຣະເຈົ້າມາເຖິງ, ພຣະອົງ ຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງພຣະອົງ ລົງໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ທ້າທາຍ ຄວາມໂກດຮ້າຍຢ່າງແຮງຂອງພຣະອົງ.

ໄມ້ຄ້ອນທີ່ພຣະເຈົ້າໃຊ້ຂ້ຽນຕີມະນຸດ ຈະຕົກໃສ່ສັດເຫຼົ່ານັ້ນທີ່ຄັ້ງໜຶ່ງ

ເຄີຍມີຄວາມສຸກກັບການເບິ່ງແຍງຂອງພຣະອົງ ແລະ ຄວາມເລິກລັບທີ່ພຣະອົງໄດ້ກ່າວ

ແລະ ຜູ້ທີ່ຄັ້ງໜຶ່ງເຄີຍພະຍາຍາມ ເອົາຄວາມສຸກແຫ່ງວັດຖຸຈາກພຣະອົງ.

ພຣະເຈົ້າຈະບໍ່ໃຫ້ອະໄພໃຜ ທີ່ພະຍາຍາມມາແທນທີ່ພຣະອົງ;

ພຣະເຈົ້າຈະບໍ່ລະເວັ້ນຜູ້ທີ່ພະຍາຍາມຈະສວຍໂອກາດ ເອົາອາຫານ ແລະ ເຄື່ອງນຸ່ງຫົ່ມຈາກພຣະອົງ.

ມື້ທີ່ພຣະເຈົ້າຫັນຫຼັງໃຫ້ແກ່ພວກເຈົ້າ ແມ່ນມື້ທີ່ພວກເຈົ້າເສຍຊີວິດ,

ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ວຍແສງສະຫວ່າງ.

ເມື່ອວັນຂອງພຣະເຈົ້າມາເຖິງ, ພຣະອົງ ຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງພຣະອົງ

ລົງໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ທ້າທາຍ ຄວາມໂກດຮ້າຍຢ່າງແຮງຂອງພຣະອົງ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ