ເພງຄຣິດສະຕຽນ “ພາລະກິດສາມຂັ້ນຕອນບອກທຸກຢ່າງກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຕໍ່ມະນຸດ”

23 ເດືອນມີນາ 2023

ພາລະກິດການຄຸ້ມຄອງມະນຸດຊາດ ແມ່ນຖືກຈັດແບ່ງອອກເປັນສາມຂັ້ນ ຕອນເຊິ່ງກໍໝາຍຄວາມວ່າ

ພາລະກິດແຫ່ງການໄຖ່ມະນຸດຊາດ ຖືກແບ່ງອອກເປັນສາມຂັ້ນຕອນ.

ສາມຂັ້ນຕອນນີ້ບໍ່ລວມເຖິງ ພາລະກິດແຫ່ງການສ້າງໂລກ

ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນ ຕອນຂອງຍຸກແຫ່ງພຣະບັນຍັດ,

ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ.

ພາລະກິດສາມຂັ້ນຕອນແມ່ນເບື້ອງ ໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ,

ການກໍາເນີດພຣະກິດຕິຄຸນທົ່ວໂລກທັງປວງ,

ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ

ແລະ ພວກມັນຍັງເປັນພື້ນຖານ ຂອງການເຜີຍແຜ່ຂ່າວປະເສີດ.

ພາລະກິດແຫ່ງການສ້າງໂລກແມ່ນ ພາລະກິດແຫ່ງການ ກໍ່ໃຫ້ເກີດບັນດາມວນມະນຸດຊາດ.

ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບ ພາລະກິດແຫ່ງການໄຖ່ມະນຸດຊາດ

ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ

ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ

ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດ ພາລະກິດແຫ່ງການໄຖ່ມະນຸດຊາດ.

ພາລະກິດສາມຂັ້ນຕອນແມ່ນເບື້ອງ ໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ,

ການກໍາເນີດພຣະກິດຕິຄຸນທົ່ວໂລກທັງປວງ,

ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ

ແລະ ພວກມັນຍັງເປັນພື້ນຖານ ຂອງການເຜີຍແຜ່ຂ່າວປະເສີດ.

ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນ ຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ

ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ.

ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບ ອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ

ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ.

ພາລະກິດສາມຂັ້ນຕອນແມ່ນເບື້ອງ ໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ,

ການກໍາເນີດພຣະກິດຕິຄຸນທົ່ວໂລກທັງປວງ,

ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ

ແລະ ພວກມັນຍັງເປັນພື້ນຖານ ຂອງການເຜີຍແຜ່ຂ່າວປະເສີດ.

ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການ ຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ.

ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດ ຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ.

ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ,

ພາລະກິດແຫ່ງການຄຸ້ມຄອງມະນຸດ ກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ.

ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງ ໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດ ຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ.

ໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ, ພວກເຈົ້າຄວນຮັບຮູ້ວ່າ ມະນຸດຖືກສ້າງໂດຍພຣະເຈົ້າ

ແລະ ພວກເຈົ້າຄວນຮັບຮູ້ເຖິງແຫຼ່ງກຳເນີດ ຂອງຄວາມເສື່ອມຊາມຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ຂະບວນການແຫ່ງຄວາມລອດພົ້ນຂອງມະນຸດ.

ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມເຂົ້າໃຈ ຄວາມຈິງເລັກນ້ອຍທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າ

ແລະ ບໍ່ຮູ້ກ່ຽວກັບສິ່ງນີ້, ບັນດາຄວາມລຶກລັບ ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ

ແລ້ວຊີວິດຂອງເຈົ້າຈະບໍ່ຄື ກັບຜົນຜະລິດທີ່ບໍ່ສົມບູນບໍ ເຊິ່ງບໍ່ມີຫຍັງດີເລີຍ ນອກຈາກໄດ້ແຕ່ເບິ່ງ?

ພາລະກິດສາມຂັ້ນຕອນແມ່ນເບື້ອງ ໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ,

ການກໍາເນີດພຣະກິດຕິຄຸນທົ່ວໂລກທັງປວງ,

ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ

ແລະ ພວກມັນຍັງເປັນພື້ນຖານ ຂອງການເຜີຍແຜ່ຂ່າວປະເສີດ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ