ເພງຄຣິດສະຕຽນ “ເພງແຫ່ງຄວາມຮັກທີ່ຫວານຊື່ນ”

19 ເດືອນກັນຍາ 2019

ຄວາມຮັກຂອງພຣະອົງລີ້ລັບໃນຫົວໃຈຂອງຂ້ານ້ອຍ.

ຄວາມຮັກນັ້ນນໍາພາໃຫ້ຂ້ານ້ອຍຍັບເຂົ້າໃກ້ພຣະອົງຫຼາຍຍິ່ງຂຶ້ນ

ໃນແບບທີ່ຫວານຊື່ນທີ່ສຸດ.

ການຄຳນຶງເຖິງຫົວໃຈແລະຄວາມປະສົງຂອງພຣະອົງ

ເຮັດໃຫ້ຫົວໃຈຂອງຂ້ານ້ອຍຫວານຊື່ນຍິ່ງຂຶ້ນ.

ຂ້ານ້ອຍຮັບໃຊ້ພຣະອົງດ້ວຍຈິດໃຈ

ຂ້ານ້ອຍບໍ່ຕ້ອງການສິ່ງໃດອີກເລີຍ.

ພຣະທຳຂອງພຣະອົງຊີ້ນໍາຫົວໃຈຂອງຂ້ານ້ອຍ

ແລະຂ້ານ້ອຍຈະຕິດຕາມບາດກ້າວຂອງພຣະອົງ.

ຂ້ານ້ອຍຈະນໍາຄວາມປະສົງຂອງພຣະອົງເຂົ້າສູ່ຊີວິດ

ເຮັດໃຫ້ພຣະອົງພໍໃຈຄືຄວາມຮູ້ສຶກທີ່ດີທີ່ສຸດ.

ພຣະອົງໄດ້ນໍາຂ້ານ້ອຍໄປບ່ອນທີ່ດີກວ່າ

ອານາຈັກທີ່ມີພຽງພຣະອົງແລະຂ້ານ້ອຍ.

ບໍ່ມີຄວາມກັງວົນໃດໆ.

ພຣະທຳຂອງພຣະອົງຊໍາລະລ້າງຄວາມເສື່ອມຊາມຂອງຂ້ານ້ອຍ

ພຣະທຳເຫຼົ່ານັ້ນໄດ້ຕື່ມເຕັມຫົວໃຈຂອງຂ້ານ້ອຍ.

ຂ້ານ້ອຍຮັກພຣະອົງໂອຂ້ານ້ອຍຮັກພຣະອົງ

ພຣະທຳຂອງພຣະອົງເປັນສ່ວນສໍາຄັນທີ່ສຸດໃນຊີວິດຂອງຂ້ານ້ອຍ.

ຊ່າງໂຊກດີທີ່ຖືກພຣະອົງຊ່ວຍໃຫ້ລອດພົ້ນ.

ຂ້ານ້ອຍຈະຮັກພຣະອົງແລະສັນລະເສີນພຣະອົງຕະຫຼອດໄປ.

ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ!

ຮາເລລູຢາ-ຮາເລລູຢາ! ສັນລະເສີນຈົ່ງມີແກ່ພຣະເຈົ້າ.

ຄວາມຮັກຂອງພວກຂ້ານ້ອຍເຮັດໃຫ້ພວກຂ້ານ້ອຍຢູ່ຮ່ວມກັນ

ຢ່າງໃກ້ຊິດແລະມີຄວາມສຸກ.

ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ

ແລະເຊື່ອຟັງຄວາມປະສົງນັ້ນຢ່າງແນ່ນອນ.

ຂ້ານ້ອຍຈະບໍ່ຕໍ່ຕ້ານຫຼືແຍກອອກຈາກພຣະອົງຈັກເທື່ອ

ຂ້ານ້ອຍຈະດຳລົງຊີວິດຢູ່ຕໍ່ໜ້າພຣະອົງຫຼາຍຂຶ້ນ.

ຂ້ານ້ອຍຕຶກຕອງໃນພຣະທຳຂອງພຣະອົງ

ຂ້ານ້ອຍເຊີດຊູໃນສິ່ງທີ່ພຣະອົງເປັນ, ພຣະເຈົ້າຜູ້ເປັນທີ່ຮັກ.

ພຣະທຳຂອງພຣະອົງຊໍາລະລ້າງຄວາມເສື່ອມຊາມຂອງຂ້ານ້ອຍ

ພຣະທຳເຫຼົ່ານັ້ນໄດ້ຕື່ມເຕັມຫົວໃຈຂອງຂ້ານ້ອຍ.

ຂ້ານ້ອຍຮັກພຣະອົງໂອຂ້ານ້ອຍຮັກພຣະອົງ

ພຣະທຳຂອງພຣະອົງເປັນສ່ວນສໍາຄັນທີ່ສຸດໃນຊີວິດຂອງຂ້ານ້ອຍ.

ຊ່າງໂຊກດີທີ່ຖືກພຣະອົງຊ່ວຍໃຫ້ລອດພົ້ນ.

ຂ້ານ້ອຍຈະຮັກພຣະອົງແລະສັນລະເສີນພຣະອົງຕະຫຼອດໄປ.

ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ!

ຮາເລລູຢາ-ຮາເລລູຢາ! ສັນລະເສີນຈົ່ງມີແກ່ພຣະເຈົ້າ.

ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ!

ຮາເລລູຢາ-ຮາເລລູຢາ! ສັນລະເສີນຈົ່ງມີແກ່ພຣະເຈົ້າ.

ຈາກເພງ ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ