ເພງຄຣິດສະຕຽນ “ພຣະເຈົ້າຈະຊົງຟື້ນຟູຄວາມໝາຍຂອງການສ້າງມະນຸດຂອງພຣະອົງ”

24 ເດືອນທັນວາ 2021

ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົາໄວ້ເທິງແຜ່ນດິນໂລກ

ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ.

ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ

ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ.

ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ,

ຊ່ວຍມະນຸດໃຫ້ລອດທັງໝົດ ແລະ

ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ.

ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ

ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ

ແລະ ລັກສະນະດັ່ງເດີມຂອງພວກເຂົາ.

ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ

ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ

ຟື້ນຟູລັກສະນະດັ່ງເດີມຂອງມະນຸດ

ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດ

ຂອງພຣະອົງຢູ່ເທິງແຜ່ນດິນໂລກ

ແລະ ທ່າມກາງການສ້າງທັງປວງ.

ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ,

ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ

ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ,

ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ.

ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ

ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ;

ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດ

ໃນທ່າມກາງສິ່ງມີຊີວິດຂອງພຣະອົງ

ແລະ ຍິ່ງບໍ່ສາມາດເອົາຊະນະ

ຄວາມເຄົາລົບຢໍາເກງຂອງພວກເຂົາໄດ້.

ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ

ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ

ແລະ ບູຊາຊາຕານແທນ.

ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ.

ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງ

ຂອງພຣະອົງໃນຫົວໃຈຂອງມະນຸດ

ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງ

ໃນການສ້າງມະນຸດຊາດຂອງພຣະອົງ.

ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງ

ໃນການສ້າງມະນຸດຊາດຂອງພຣະອົງ,

ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ

ແລະ ກໍາຈັດມະນຸດຊາດອອກຈາກ

ອຸປະນິໄສອັນເສື່ອມຊາມຂອງພວກເຂົາ.

ເພື່ອເອົາມະນຸດຄືນມາຈາກຊາຕານ,

ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ.

ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ

ແລະ ໜ້າທີ່ດັ່ງເດີມຂອງມະນຸດ

ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ.

ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍ

ກໍຍັງຈະຖືກດໍາເນີນ

ຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ

ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ.

ອານາຈັກທີ່ພຣະອົງປາດຖະໜາ

ທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ.

ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້

ທີ່ຈະນະມັດສະການພຣະອົງ,

ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ

ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ,

ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ