ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 116

16 ເດືອນເມສາ 2021

ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ

ເມື່ອພຣະເຈົ້າປ່ຽນໃຈຕໍ່ປະຊາຊົນແຫ່ງເມືອງນີນາເວ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງເປັນລັກສະນະທີ່ຈອມປອມບໍ? ແນ່ນອນວ່າບໍ່ແມ່ນ! ແລ້ວແມ່ນຫຍັງຄືສິ່ງທີ່ຖືກສະແດງອອກຈາກການປ່ຽນແປງລະຫວ່າງສອງລັກສະນະຂອງອຸປະນິໄສຂອງພຣະເຈົ້າໃນລະຫວ່າງທີ່ພຣະເຈົ້າຈັດການກັບສະຖານະການດັ່ງກ່າວນີ້? ອຸປະນິໄສຂອງພຣະເຈົ້າແມ່ນສົມບູນທັງໝົດ, ມັນບໍ່ໄດ້ຖືກແບ່ງແຍກເລີຍ. ບໍ່ວ່າພຣະອົງຈະສະແດງຄວາມໃຈຮ້າຍຂອງພຣະອົງ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ຜູ້ຄົນ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນມີຊີວິດຊີວາ ແລະ ມີຮູບຮ່າງຢ່າງຊັດເຈນ ແລະ ພຣະອົງປ່ຽນຄວາມຄິດ ແລະ ທັດສະນະຄະຕິຂອງພຣະອົງອີງຕາມການປ່ຽນແປງຂອງສິ່ງຕ່າງໆ. ການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ຊາວນີນາເວບອກໃຫ້ມະນຸດຊາດຮູ້ວ່າ ພຣະອົງມີຄວາມຄິດ ແລະ ແນວຄິດຂອງພຣະອົງເອງ; ພຣະອົງບໍ່ແມ່ນຫຸ່ນຍົນ ຫຼື ຮູບປັ້ນດິນດາກ, ແຕ່ເປັນພຣະເຈົ້າທີ່ມີຊີວິດ. ພຣະອົງສາມາດໃຈຮ້າຍກັບປະຊາຊົນແຫ່ງເມືອງນີນາເວ, ເຊັ່ນດຽວກັບທີ່ພຣະອົງສາມາດຍົກໂທດອະດີດຂອງພວກເຂົາ ຍ້ອນທ່າທີຂອງພວກເຂົາ. ພຣະອົງສາມາດຕັດສິນໃຈທີ່ຈະນໍາຄວາມໂຊກຮ້າຍມາສູ່ຊາວນີນາເວ ແລະ ພຣະອົງຍັງສາມາດປ່ຽນການຕັດສິນໃຈຂອງພຣະອົງ ຍ້ອນການກັບໃຈຂອງພວກເຂົາ. ຜູ້ຄົນມັກນໍາໃຊ້ກົດລະບຽບຢ່າງຕາຍຕົວ ແລະ ໃຊ້ກົດລະບຽບດັ່ງກ່າວເພື່ອກຳນົດຂອບເຂດ ແລະ ຈຳກັດພຣະເຈົ້າ ເໝືອນດັ່ງທີ່ພວກເຂົາມັກໃຊ້ສູດຕໍາລາເພື່ອພະຍາຍາມເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ສະນັ້ນ ສໍາລັບຂອບເຂດຂອງຄວາມຄິດມະນຸດແລ້ວ, ພຣະເຈົ້າບໍ່ຄິດ ຫຼື ພຣະອົງບໍ່ມີແນວຄິດທີ່ເປັນຈິງ. ແຕ່ໃນຄວາມເປັນຈິງ, ຄວາມຄິດຂອງພຣະເຈົ້າແມ່ນຢູ່ໃນສະພາບທີ່ປ່ຽນແປງຕະຫຼອດເວລາອີງຕາມການປ່ຽນແປງໃນສິ່ງຕ່າງໆ ແລະ ໃນສະພາບແວດລ້ອມຕ່າງໆ. ໃນຂະນະທີ່ຄວາມຄິດເຫຼົ່ານີ້ປ່ຽນແປງ, ລັກສະນະທີ່ແຕກຕ່າງກັນຂອງທາດແທ້ຂອງພຣະເຈົ້າກໍຖືກເປີດເຜີຍ. ໃນລະຫວ່າງຂະບວນການປ່ຽນແປງນີ້ ຄືຊ່ວງເວລາທີ່ພຣະເຈົ້າໄດ້ມີການປ່ຽນໃຈ; ສິ່ງທີ່ພຣະອົງສະແດງຕໍ່ມະນຸດຊາດແມ່ນການເປັນຢູ່ທີ່ແທ້ຈິງຂອງຊີວິດຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຕັມໄປດ້ວຍຊີວິດຊີວ ແລະ ພະລັງ. ໃນເວລາດຽວກັນ, ພຣະເຈົ້າໃຊ້ການເປີດເຜີຍທີ່ແທ້ຈິງຂອງພຣະອົງເອງເພື່ອພິສູດຕໍ່ມະນຸດຊາດເຖິງຄວາມຈິງແຫ່ງການມີຢູ່ຂອງຄວາມໂກດຮ້າຍຂອງພຣະອົງ, ຄວາມກະລຸນາຂອງພຣະອົງ, ຄວາມຮັກຄວາມເມດຕາຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງ. ທາດແທ້ຂອງພຣະອົງຈະຖືກເປີດເຜີຍໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້ຕາມການປ່ຽນແປງຂອງສິ່ງຕ່າງໆ. ພຣະອົງມີຄວາມໂກດຮ້າຍຂອງສິງໂຕ ແລະ ຄວາມເມດຕາ ແລະ ຄວາມອົດທົນຂອງແມ່. ອຸປະນິໄສທີ່ຊອບທຳຂອງພຣະອົງບໍ່ຍອມໃຫ້ຄົນໃດໜຶ່ງຕັ້ງຄຳຖາມ, ລະເມີດ, ປ່ຽນແປງ ຫຼື ບິດເບືອນ. ໃນທ່າມກາງເລື່ອງທັງໝົດ ແລະ ສິ່ງທັງປວງ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ນັ້ນກໍຄື ຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະເຈົ້າ ສາມາດຖືກເປີດເຜີຍໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້. ພຣະອົງສະແດງເຖິງສໍາຄັນຕໍ່ລັກສະນະເຫຼົ່ານີ້ໃນທຸກມຸມຂອງການເນລະມິດສ້າງທັງປວງ ແລະ ພຣະອົງນໍາໃຊ້ພວກມັນຢ່າງມີຊີວິດຊີວາໃນທຸກຊ່ວງເວລາທີ່ຜ່ານໄປ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ຖືກຈຳກັດໂດຍເວລາ ຫຼື ອາກາດ; ເວົ້າອີກຢ່າງກໍຄື ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ຖືກສະແດງອອກ ຫຼື ຖືກເປີດເຜີຍຕາມຂໍ້ຈຳກັດຂອງເວລາ ຫຼື ອາກາດແບບເຄື່ອງຈັກ, ແຕ່ກົງກັນຂ້າມ ຖືກເປີດເຜີຍຢ່າງງ່າຍດາຍ ໃນທຸກເວລາ ແລະ ທຸກສະຖານທີ່. ເມື່ອເຈົ້າໄດ້ເຫັນວ່າພຣະເຈົ້າປ່ຽນໃຈ ແລະ ເຊົາສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ລະເວັ້ນຈາກການທຳລາຍເມືອງນີນາເວ, ເຈົ້າສາມາດເວົ້າໄດ້ບໍວ່າພຣະເຈົ້າພຽງແຕ່ເມດຕາ ແລະ ຮັກໄຄ່? ເຈົ້າສາມາດເວົ້າໄດ້ບໍວ່າ ຄວາມໂກດຮ້າຍຂອງພຣະເຈົ້າປະກອບດ້ວຍຖ້ອຍຄໍາທີ່ວ່າງເປົ່າ? ເມື່ອພຣະເຈົ້າໃຈຮ້າຍດ້ວຍຄວາມໂກດທີ່ຮ້າຍແຮງ ແລະ ບໍ່ມີຄວາມເມດຕາ, ເຈົ້າສາມາດເວົ້າໄດ້ບໍວ່າພຣະອົງບໍ່ມີຄວາມຮັກທີ່ແທ້ຈິງຕໍ່ມະນຸດຊາດ? ຄວາມໂກດຮ້າຍທີ່ຮ້າຍແຮງນີ້ຖືກສະແດງອອກໂດຍພຣະເຈົ້າເພື່ອຕອບໂຕ້ກັບການກະທຳທີ່ຊົ່ວຮ້າຍຂອງຜູ້ຄົນ; ຄວາມໂກດຮ້າຍຂອງພຣະອົງບໍ່ແມ່ນຂໍ້ບົກຜ່ອງ. ຫົວໃຈຂອງພຣະເຈົ້າຖືກສຳຜັດເພື່ອຕອບໂຕ້ກັບການກັບໃຈຂອງຜູ້ຄົນ ແລະ ມັນແມ່ນການກັບໃຈນີ້ທີ່ນໍາໄປສູ່ການປ່ຽນໃຈຂອງພຣະອົງ. ເມື່ອພຣະອົງຮູ້ສຶກດົນໃຈ, ເມື່ອພຣະອົງປ່ຽນໃຈ ແລະ ເມື່ອພຣະອົງສະແດງຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດ, ທຸກສິ່ງເຫຼົ່ານີ້ແມ່ນບໍ່ມີຂໍ້ບົກຜ່ອງທັງສິ້ນ; ພວກມັນສະອາດ, ບໍລິສຸດ, ບໍ່ມີມົນທິນ ແລະ ບໍ່ມີສິ່ງເຈືອປົນ. ຄວາມອົດກັ້ນຂອງພຣະເຈົ້າເປັນແບບນັ້ນແທ້ຈິງ: ຄວາມອົດກັ້ນ ແມ່ນບໍ່ຕາງຈາກຄວາມເມດຕາຂອງພຣະອົງ. ອຸປະນິໄສຂອງພຣະອົງສະແດງເຖິງຄວາມໂກດຮ້າຍ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນອີງຕາມການກັບໃຈຂອງມະນຸດ ແລະ ອີງຕາມຄວາມປ່ຽນແປງໃນຄວາມປະພຶດຂອງມະນຸດ. ບໍ່ວ່າພຣະອົງຈະເປີດເຜີຍ ແລະ ສະແດງຫຍັງກໍຕາມ, ມັນກໍລ້ວນແລ້ວແຕ່ບໍລິສຸດ ແລະ ກົງໄປກົງມາ; ທາດແທ້ຂອງມັນແມ່ນແຕກຕ່າງຈາກທາດແທ້ຂອງສິ່ງໃດໆໃນການເນລະມິດສ້າງ. ເມື່ອພຣະເຈົ້າສະແດງຫຼັກການທີ່ເປັນພື້ນຖານໃນການກະທຳຂອງພຣະອົງ, ພວກມັນ ພ້ອມທັງຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ, ທຸກການຕັດສິນໃຈ ແລະ ທຸກການກະທໍາທີ່ພຣະອົງໄດ້ເຮັດແມ່ນປາສະຈາກຂໍ້ບົກຜ່ອງ ຫຼື ມົນທິນໃດໆ. ຍ້ອນພຣະເຈົ້າໄດ້ຕັດສິນໃຈແບບນັ້ນ ແລະ ຍ້ອນພຣະອົງໄດ້ກະທຳແບບນັ້ນ, ພຣະອົງຈຶ່ງໄດ້ສຳເລັດກິດຈະການຂອງພຣະອົງ. ຜົນຮັບໃນການກະທໍາຂອງພຣະອົງແມ່ນຖືກຕ້ອງ ແລະ ບໍ່ມີຂໍ້ບົກຜ່ອງ ນັ້ນກໍຍ້ອນວ່າ ແຫຼ່ງທີ່ມາຂອງພວກເຂົາແມ່ນບໍ່ມີຂໍ້ບົກຜ່ອງ ແລະ ບໍ່ມີມົນທິນ. ຄວາມໂກດຮ້າຍຂອງພຣະເຈົ້າບໍ່ມີຂໍ້ບົກຜ່ອງ. ໃນທຳນອງດຽວກັນ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າ ເຊິ່ງບໍ່ມີໃນທ່າມກາງເນລະມິດສ້າງທັງໝົດ ກໍບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ ແລະ ສາມາດທົນຕໍ່ການຕຶກຕອງທີ່ຮອບຄອບ ແລະ ປະສົບການຕ່າງໆ.

ຜ່ານການເຂົ້າໃຈຂອງເຈົ້າກ່ຽວກັບເລື່ອງລາວຂອງເມືອງນີນາເວ, ບັດນີ້ ພວກເຈົ້າໄດ້ເຫັນອີກດ້ານໜຶ່ງຂອງທາດແທ້ຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າແລ້ວບໍ? ເຈົ້າໄດ້ເຫັນອີກດ້ານຂອງອຸປະນິໄສອັນຊອບທຳທີ່ເປັນເອກະລັກຂອງພຣະເຈົ້າແລ້ວບໍ? ມີຜູ້ໃດທ່າມກາງມະນຸດຊາດມີອຸປະນິໄສແບບນີ້ບໍ? ມີຜູ້ໃດທີ່ມີຄວາມໂກດຮ້າຍແບບນີ້ ທີ່ເປັນຄວາມໂກດຮ້າຍຂອງພຣະເຈົ້າບໍ? ມີຜູ້ໃດມີຄວາມເມດຕາ ແລະ ຄວາມອົດກັ້ນດັ່ງທີ່ພຣະເຈົ້າມີບໍ? ຜູ້ໃດທ່າມກາງການເນລະມິດສ້າງສາມາດເອີ້ນຄວາມໂກດຮ້າຍທີ່ຍິ່ງໃຫຍ່ແບບນັ້ນ ແລະ ຕັດສິນໃຈທຳລາຍ ຫຼື ນໍາໄພພິບັດມາສູ່ມະນຸດຊາດໄດ້ແດ່? ແລ້ວຜູ້ໃດມີຄຸນສົມບັດທີ່ຈະປະທານຄວາມເມດຕາໃຫ້ກັບມະນຸດ, ມີຄວາມອົດກັ້ນ ແລະ ໃຫ້ອະໄພ ແລະ ປ່ຽນການຕັດສິນໃຈກ່ອນທຳລາຍມະນຸດບໍ? ພຣະຜູ້ສ້າງສະແດງອຸປະນິໄສທີ່ຊອບທຳຂອງພຣະອົງຜ່ານວິທີການ ແລະ ຫຼັກການທີ່ເປັນເອກະລັກຂອງພຣະອົງເອງ ແລະ ພຣະອົງບໍ່ໄດ້ຂຶ້ນກັບການຄວບຄຸມ ຫຼື ຂໍ້ຈຳກັດທີ່ຜູ້ຄົນ, ເຫດການ ຫຼື ສິ່ງໃດກຳນົດຂຶ້ນມາ. ດ້ວຍອຸປະນິໄສທີ່ເປັນເອກະລັກນີ້, ບໍ່ມີຜູ້ໃດສາມາດປ່ຽນຄວາມຄິດ ແລະ ແນວຄິດຂອງພຣະອົງໄດ້ ຫຼື ບໍ່ມີຜູ້ໃດສາມາດຊັກຈູງພຣະອົງ ແລະ ປ່ຽນແປງການຕັດສິນໃຈຂອງພຣະອົງໄດ້. ພຶດຕິກຳ ແລະ ຄວາມຄິດທັງໝົດທີ່ມີຢູ່ໃນການສ້າງທັງໝົດແມ່ນຢູ່ພາຍໃຕ້ການພິພາກສາຂອງອຸປະນິໄສອັນຊອບທຳຂອງພຣະອົງ. ບໍ່ມີຜູ້ໃດສາມາດຄວບຄຸມຄວາມໂກດຮ້າຍ ຫຼື ຄວາມເມດຕາຂອງພຣະອົງໄດ້; ມີພຽງແຕ່ທາດແທ້ຂອງພຣະຜູ້ສ້າງເທົ່ານັ້ນ ຫຼື ເວົ້າອີກຢ່າງໜຶ່ງກໍຄື ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເທົ່ານັ້ນ ທີ່ສາມາດຕັດສິນໃຈກ່ຽວກັບສິ່ງນີ້ໄດ້. ສິ່ງດັ່ງກ່າວແມ່ນທຳມະຊາດທີ່ເປັນເອກະລັກແຫ່ງອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ!

ຜ່ານການວິເຄາະ ແລະ ຄວາມເຂົ້າໃຈໃນການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວ, ພວກເຈົ້າສາມາດໃຊ້ຄຳວ່າ “ເປັນເອກະລັກ” ເພື່ອບັນລະຍາຍເຖິງຄວາມເມດຕາທີ່ຄົ້ນພົບໃນອຸປະນິໄສອັນຊອບທຳຂອງພຣະອົງບໍ? ພວກເຮົາເວົ້າກ່ອນໜ້ານີ້ແລ້ວວ່າ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນດ້ານໜຶ່ງຂອງທາດແທ້ຂອງອຸປະນິໄສຊອບທຳທີ່ເປັນເອກະລັກຂອງພຣະອົງ. ບັດນີ້ ເຮົາຈະອະທິບາຍສອງລັກສະນະນີ້, ຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະເຈົ້າ ແມ່ນອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍລິສຸດ; ບໍ່ອົດທົນເມື່ອຖືກທ້າທາຍ ຫຼື ເມື່ອຖືກສອບຖາມ; ມັນແມ່ນສິ່ງທີ່ບໍ່ມີຜູ້ໃດທ່າມກາງສິ່ງຖືກສ້າງ ຫຼື ບໍ່ຖືກສ້າງຄອບຄອງໄດ້. ມັນທັງເປັນເອກະລັກ ແລະ ພິເສດຕໍ່ພຣະເຈົ້າ. ນີ້ໝາຍຄວາມວ່າ ຄວາມໂກດຮ້າຍຂອງພຣະເຈົ້າບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ໃນລັກສະນະດຽວກັນ, ອີກດ້ານໜຶ່ງຂອງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ກໍຄືຄວາມເມດຕາຂອງພຣະເຈົ້າທີ່ບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ບໍ່ມີຜູ້ໃດໃນບັນດາສິ່ງຖືກສ້າງ ຫຼື ບໍ່ຖືກສ້າງ ສາມາດແທນທີ່ ຫຼື ເປັນຕົວແທນໃຫ້ກັບພຣະເຈົ້າໃນການກະທຳຂອງພຣະອົງ ຫຼື ບໍ່ມີຜູ້ໃດສາມາດແທນທີ່ ຫຼື ເປັນຕົວແທນໃຫ້ກັບພຣະອົງໃນການທຳລາຍເມືອງໂຊໂດມ ຫຼື ການຊ່ວຍເມືອງນີນາເວໃຫ້ລອດພົ້ນ. ນີ້ແມ່ນການສະແດງອອກເຖິງອຸປະນິໄສຊອບທຳທີ່ເປັນເອກະລັກຂອງພຣະເຈົ້າຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ