ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 331
22 ເດືອນທັນວາ 2025
ສ່ວນການສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າຊໍ້າແລ້ວຊໍ້າອີກ, ພວກເຈົ້າໄດ້ເຄື່ອນຍ້າຍສິ່ງເຫຼົ່ານັ້ນໄປໄວ້ຢູ່ດ້ານຫຼັງຂອງແນວຄິດຂອງພວກເຈົ້າແຕ່ດົນນານແລ້ວ ຈົນເຖິງກັບຂັ້ນປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນຂອງຫຼິ້ນເພື່ອຂ້າເວລາວ່າງຂອງພວກເຈົ້າ. ພວກເຈົ້າຖືສິ່ງເຫຼົ່ານີ້ທັງໝົດເປັນ “ເຄື່ອງຄໍ້າເຄື່ອງຄູນ” ສ່ວນຕົວຂອງພວກເຈົ້າເອງຕະຫຼອດ. ເມື່ອຖືກຊາຕານກ່າວຫາ, ເຈົ້າກໍອະທິຖານ; ເມື່ອຢູ່ໃນສະພາວະເປັນລົບ, ເຈົ້າກໍນອນຫຼັບສະນິດ; ເມື່ອດີໃຈ, ເຈົ້າກໍແລ່ນໄປມາຢ່າງເບີກບານ; ເມື່ອເຮົາຕໍານິຕິຕຽນເຈົ້າ, ເຈົ້າກໍປະຈົບ ປະແຈງ; ແລ້ວຫຼັງຈາກນັ້ນ ທັນທີທີ່ເຈົ້າອອກໄປຈາກການສະຖິດຢູ່ຂອງເຮົາ, ເຈົ້າກໍຫົວຂວັນດ້ວຍຄວາມດີໃຈຢ່າງຊົ່ວຮ້າຍ. ເຈົ້າຮູ້ສຶກວ່າ ຕົວເອງຢູ່ເໜືອທຸກຄົນ ແຕ່ເຈົ້າບໍ່ເຄີຍເຫັນຕົວເອງເປັນຄົນໂອ້ອວດທີ່ສຸດ ແລະ ເປັນຄົນສູງສົ່ງ, ພໍໃຈໃນຕົວເອງ ແລະ ຈອງຫອງເກີນທີ່ຈະບັນຍາຍ. “ສຸພາບບຸລຸດໜຸ່ມ” ແລະ “ສະຕີໜຸ່ມ”, “ຊາຍສູງສັກ” ແລະ “ຍິງສູງສັກ” ທີ່ບໍ່ຮຽນຮູ້ ແລະ ຍັງໂງ່ຈ້າ ຈະສາມາດຖືເອົາພຣະທໍາຂອງເຮົາເປັນຊັບສົມບັດທີ່ມີຄ່າໄດ້ແນວໃດ? ເຮົາຂໍຖາມເຈົ້າອີກຄັ້ງ: ເຈົ້າໄດ້ຮຽນຮູ້ຫຍັງກັນແທ້ຈາກພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາໃນຊ່ວງເວລາອັນດົນນານນີ້? ເຈົ້າໄດ້ຮັບທັກສະທີ່ຫຼວງຫຼາຍໃນການຫຼອກລວງຂອງເຈົ້າບໍ? ຫຼື ເຈົ້າໄດ້ມີຄວາມຊໍານານຢ່າງຫຼວງຫຼາຍໃນເນື້ອໜັງຂອງເຈົ້າບໍ? ຫຼື ມີຄວາມບໍ່ເຄົາລົບຢ່າງຫຼວງຫຼາຍໃນທັດສະນະຂອງເຈົ້າທີ່ມີຕໍ່ເຮົາ? ເຮົາຂໍບອກເຈົ້າຕາມກົງວ່າ: ມັນແມ່ນພາລະກິດທັງໝົດທີ່ເຮົາໄດ້ປະຕິບັດ ທີ່ໄດ້ເຮັດໃຫ້ເຈົ້າ ເຊິ່ງເປັນຜູ້ທີ່ເຄີຍມີຄວາມກ້າສໍ່າກັບໂຕໜູ ໃຫ້ໄດ້ມີຄວາມກ້າຫານຂຶ້ນ. ຄວາມຢໍາເກງທີ່ເຈົ້າຮູ້ສຶກຕໍ່ເຮົາແມ່ນມີໜ້ອຍລົງໃນແຕ່ລະມື້ທີ່ຜ່ານໄປ ເພາະວ່າ ເຮົາມີຄວາມເມດຕາຫຼາຍ ແລະ ບໍ່ເຄີຍລົງໂທດເນື້ອໜັງຂອງເຈົ້າດ້ວຍວິທີການທີ່ຮຸນແຮງ. ຕາມທີ່ເຈົ້າເຫັນ, ບາງເທື່ອເຮົາພຽງແຕ່ກ່າວພຣະທໍາທີ່ໂຫດຮ້າຍ ແຕ່ໂດຍສ່ວນໃຫຍ່ແລ້ວ ເຮົາສະແດງໃຫ້ເຈົ້າເຫັນໃບໜ້າທີ່ຍິ້ມແຍ້ມ ແລະ ເຮົາເກືອບຈະບໍ່ເຄີຍຕິຕຽນເຈົ້າຕໍ່ໜ້າເຈົ້າເລີຍ. ຍິ່ງໄປກວ່ານັ້ນ, ເຮົາໃຫ້ອະໄພຕໍ່ຄວາມອ່ອນແອຂອງເຈົ້າຕະຫຼອດ ແລະ ຍ້ອນສິ່ງນີ້ທັງໝົດ ເຈົ້າຈຶ່ງໄດ້ປະຕິບັດຕໍ່ເຮົາຄືກັນກັບທີ່ໂຕງູໄດ້ປະຕິບັດຕໍ່ຊາວນາຜູ້ໃຈດີ. ເຮົາຈັ່ງແມ່ນເຫຼື້ອມໃສລະດັບທັກສະ ແລະ ຄວາມສະຫຼາດຢ່າງສູງໃນອໍານາດແຫ່ງການສັງເກດການຂອງເຜົ່າພັນມະນຸດ! ເຮົາຂໍບອກເຈົ້າກ່ຽວກັບຄວາມຈິງໜຶ່ງປະການ: ປັດຈຸບັນນີ້ ບໍ່ວ່າເຈົ້າຈະມີຫົວໃຈໃນການຢໍາເກງ ຫຼື ບໍ່ ແມ່ນມີຄວາມສໍາຄັນໜ້ອຍຫຼາຍ; ເຮົາບໍ່ກັງວົນ ແລະ ບໍ່ເປັນຫ່ວງສິ່ງນັ້ນເລີຍ. ແຕ່ເຮົາຍັງຕ້ອງບອກເຈົ້າສິ່ງນີ້: ໃນທີ່ສຸດແລ້ວ ເຈົ້າ ເຊິ່ງກໍຄື “ບຸກຄົນທີ່ມີພອນສະຫວັນ” ທີ່ບໍ່ໄດ້ຮຽນຮູ້ ແລະ ຍັງຄົງໂງ່ຈ້າ ຈະຖືກດຶງລົງດ້ວຍຄວາມເຫຼື້ອມໃສໃນຕົວເອງ ແລະ ຄວາມສະຫຼາດເລັກໆນ້ອຍໆ. ເຈົ້າຈະເປັນຜູ້ທີ່ທົນທຸກ ແລະ ຖືກຂ້ຽນຕີ. ເຮົາຈະບໍ່ໂງ່ປານນັ້ນທີ່ຈະຕິດຕາມເຈົ້າ ໃນຂະນະທີ່ເຈົ້າສືບຕໍ່ທົນທຸກໃນນະຮົກ ເພາະວ່າ ເຮົາບໍ່ແມ່ນປະເພດດຽວກັນກັບເຈົ້າ. ຈົ່ງຢ່າລືມວ່າ ເຈົ້າເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຖືກເຮົາສາບແຊ່ງ ແຕ່ຍັງຖືກເຮົາສັ່ງສອນ ແລະ ຊ່ວຍໃຫ້ລອດພົ້ນ ແລະ ບໍ່ມີສິ່ງໃດໃນຕົວເຈົ້າ ທີ່ເຮົາຈະມີຄວາມລັງເລໃນການຈາກໄປ. ໃນເວລາໃດກໍຕາມທີ່ມີການປະຕິບັດພາລະກິດຂອງເຮົາ, ເຮົາບໍ່ເຄີຍຖືກຈໍາກັດໂດຍບຸກຄົນ, ເຫດການ ຫຼື ວັດຖຸໃດ. ທັດສະນະຂອງເຮົາ ແລະ ມູມມອງຂອງເຮົາກ່ຽວກັບມະນຸດຊາດແມ່ນຍັງຄືເກົ່າສະເໝີ. ໂດຍສະເພາະແລ້ວ ເຮົາບໍ່ໄດ້ມີຄວາມຮູ້ສຶກດີຕໍ່ເຈົ້າ ຍ້ອນວ່າ ເຈົ້າແມ່ນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແລະ ບໍ່ໄດ້ມີຄວາມພິເສດຫຼາຍໄປກວ່າສິ່ງມີຊີວິດອື່ນໆ. ນີ້ແມ່ນຄໍາແນະນໍາຂອງເຮົາທີ່ມີໃຫ້ເຈົ້າ: ເຈົ້າຕ້ອງຈື່ຕະຫຼອດເວລາວ່າ ເຈົ້າບໍ່ແມ່ນຫຍັງນອກຈາກສິ່ງຊົງສ້າງຂອງພຣະເຈົ້າ! ເຖິງວ່າ ເຈົ້າອາດຈະແບ່ງປັນການມີຢູ່ຂອງເຈົ້າກັບເຮົາ ແຕ່ເຈົ້າຄວນຮູ້ຈັກຕົວຕົນຂອງເຈົ້າເອງ; ຈົ່ງຢ່າຄິດວ່າ ຕົວເອງສູງສົ່ງທີ່ສຸດ. ເຖິງວ່າ ເຮົາບໍ່ໄດ້ຕໍານິຕິຕຽນເຈົ້າ ຫຼື ລິຮານເຈົ້າ ແຕ່ກົງກັນຂ້າມທັກທາຍເຈົ້າດ້ວຍໃບໜ້າທີ່ຍິ້ມແຍ້ມ ແຕ່ນີ້ບໍ່ພຽງພໍທີ່ຈະພິສູດວ່າ ເຈົ້າແມ່ນປະເພດດຽວກັນກັບເຮົາ. ຕົວເຈົ້າເອງ, ເຈົ້າຄວນຮູ້ຈັກຕົວເຈົ້າເອງ ເພື່ອເປັນຜູ້ທີ່ສະແຫວງຫາຄວາມຈິງ, ບໍ່ແມ່ນເປັນຄວາມຈິງເອງ! ເຈົ້າຕ້ອງມີຄວາມພ້ອມຕະຫຼອດເວລາ ເພື່ອປ່ຽນແປງຕາມພຣະທໍາຂອງເຮົາ. ເຈົ້າບໍ່ສາມາດໜີພົ້ນຈາກສິ່ງນີ້ໄດ້. ໃນເວລາທີ່ມີຄ່ານີ້, ເຮົາຂໍແນະນໍາເຈົ້າ ໃຫ້ເຈົ້າຖືເອົາໂອກາດທີ່ຫາຍາກນີ້ພະຍາຍາມ ແລະ ຮຽນຮູ້ບາງສິ່ງ. ຢ່າຫຼອກລວງເຮົາ; ເຮົາບໍ່ຕ້ອງການໃຫ້ເຈົ້າໃຊ້ການປະຈົບປະແຈງ ເພື່ອພະຍາຍາມ ແລະ ຫຼອກລວງເຮົາ. ເມື່ອເຈົ້າສະແຫວງຫາເຮົາ, ມັນກໍບໍ່ແມ່ນເພື່ອເຮົາທັງໝົດ ແຕ່ກົງກັນຂ້າມ ມັນແມ່ນເພື່ອເຈົ້າເອງ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ