ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 306
18 ເດືອນທັນວາ 2025
ເຮົາໄດ້ກ່າວພຣະທຳຫຼາຍຂໍ້ ແລະ ຍັງໄດ້ສະແດງເຈດຕະນາ ແລະ ອຸປະນິໄສຂອງເຮົາ, ແຕ່ເຖິງຢ່າງນັ້ນ ຄົນກໍຍັງບໍ່ສາມາດຮູ້ຈັກເຮົາ ແລະ ອ່ອນນ້ອມຕໍ່ເຮົາ ຫຼື ມັນສາມາດເວົ້າໄດ້ວ່າ ພວກເຂົາຍັງບໍ່ສາມາດເຊື່ອຟັງເຮົາໄດ້. ຄົນທີ່ອາໄສໃນພຣະຄຳພີ, ຄົນທີ່ອາໄສພາຍໃນພຣະບັນຍັດ, ຄົນທີ່ອາໄສຢູ່ເທິງໄມ້ກາງແຂນ, ຄົນທີ່ອາໄສຕາມຫຼັກຄຳສອນ, ຄົນທີ່ອາໄສທ່າມກາງພາລະກິດທີ່ເຮົາປະຕິບັດໃນປັດຈຸບັນ ນັ້ນກໍ່ຄື ຜູ້ໃດໃນບັນດາພວກເຂົາເຫຼົ່ານັ້ນທີ່ສາມາດເຂົ້າກັບເຮົາໄດ້? ພວກເຈົ້າພຽງແຕ່ຄິດເຖິງການຮັບພອນ ແລະ ລາງວັນ, ແຕ່ບໍ່ເຄີຍຄິດຫາວິທີທີ່ຈະສາມາດເຂົ້າກັບເຮົາໄດ້ແທ້ໆ ຫຼື ວິທີທີ່ປ້ອງກັນຕົນເອງບໍ່ໃຫ້ຕໍ່ຕ້ານເຮົາ. ເຮົາຜິດຫວັງຫຼາຍໃນຕົວພວກເຈົ້າ ຍ້ອນເຮົາໄດ້ມອບຫຼາຍສິ່ງຫຼາຍຢ່າງໃຫ້ກັບພວກເຈົ້າ ແຕ່ເຮົາໄດ້ຮັບໜ້ອຍດຽວຈາກພວກເຈົ້າ. ການຫຼອກລວງຂອງພວກເຈົ້າ, ຄວາມອວດດີຂອງພວກເຈົ້າ, ຄວາມເຫັນແກ່ໄດ້ຂອງພວກເຈົ້າ, ຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຈົ້າ, ການທໍລະຍົດຂອງພວກເຈົ້າ, ຄວາມບໍ່ເຊື່ອຟັງຂອງພວກເຈົ້າ, ສິ່ງໃດໃນບັນດາສິ່ງເຫຼົ່ານີ້ທີ່ສາມາດຫຼົບໜີຈາກສາຍຕາຂອງເຮົາໄດ້? ພວກເຈົ້າເຮັດເປັນພໍພິທີກັບເຮົາ, ພວກເຈົ້າຫຼອກລວງເຮົາ, ພວກເຈົ້າດູຖູກເຮົາ, ພວກເຈົ້າໂນ້ມນ້າວເຮົາ, ພວກເຈົ້າບີບບັງຄັບເຮົາ ແລະ ຂູ່ເຂັນເຮົາໃຫ້ເສຍສະຫຼະ, ຄວາມຊົ່ວຮ້າຍດັ່ງກ່າວຈະສາມາດໜີພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ການກະທຳຢ່າງຊົ່ວຮ້າຍຂອງພວກເຈົ້າເປັນຫຼັກຖານພິສູດວ່າພວກເຈົ້າຕໍ່ຕ້ານເຮົາ ແລະ ເປັນຫຼັກຖານພິສູດວ່າພວກເຈົ້າບໍ່ສາມາດເຂົ້າກັບເຮົາໄດ້. ພວກເຈົ້າແຕ່ລະຄົນເຊື່ອວ່າຕົນເອງສາມາດເຂົ້າກັບເຮົາໄດ້, ຖ້າເປັນແບບນັ້ນ ແລ້ວຫຼັກຖານທີ່ບໍ່ສາມາດປະຕິເສດໄດ້ນີ້ໝາຍເຖິງໃຜ? ພວກເຈົ້າເຊື່ອວ່າຕົນເອງມີຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຕໍ່ເຮົາຫຼາຍທີ່ສຸດ. ພວກເຈົ້າຄິດວ່າ ພວກເຈົ້າໃຈດີຫຼາຍ, ມີຄວາມເຫັນອົກເຫັນໃຈຫຼາຍ ແລະ ໄດ້ອຸທິດຫຼາຍສິ່ງຫຼາຍຢ່າງໃຫ້ກັບເຮົາ. ພວກເຈົ້າຄິດວ່າພວກເຈົ້າໄດ້ເຮັດຫຼາຍກວ່າທີ່ຈຳເປັນສຳລັບເຮົາ. ແຕ່ພວກເຈົ້າເຄີຍປຽບທຽບສິ່ງນີ້ກັບການປະພຶດຂອງພວກເຈົ້າເອງບໍ? ເຮົາຂໍບອກວ່າພວກເຈົ້າເປັນຄົນທີ່ອວດດີຫຼາຍ, ເຫັນແກ່ໄດ້ຫຼາຍ ແລະ ເຮັດພໍເປັນພິທີຫຼາຍ; ກົນອຸບາຍທີ່ພວກເຈົ້າໃຊ້ເພື່ອຫຼອກລວງເຮົາແມ່ນສະຫຼາດຫຼາຍ ແລະ ພວກເຈົ້າມີເຈດຕະນາທີ່ຕໍ່າຊ້າ ແລະ ວິທີການທີ່ເປັນຕາດູຖູກຫຼາຍ. ຄວາມຈົງຮັກພັກດີຂອງພວກເຈົ້າກໍ່ມີໜ້ອຍ, ຄວາມຈິງຈັງຂອງພວກເຈົ້າກໍ່ມີເລັກໆນ້ອຍໆ ແລະ ຈິດສຳນຶກຂອງພວກເຈົ້າກໍ່ຍິ່ງຂາດເຂີນ. ໃນຫົວໃຈຂອງພວກເຈົ້າແມ່ນມີແຕ່ຄວາມຄິດຊົ່ວ ແລະ ບໍ່ມີໃຜທີ່ຈະໄດ້ຮັບການລະເວັ້ນຈາກຄວາມຊົ່ວຂອງເຈົ້າ, ແມ່ນແຕ່ເຮົາກໍ່ບໍ່ລະເວັ້ນ. ພວກເຈົ້າຕັດເຮົາອອກຍ້ອນເຫັນແກ່ລູກຂອງພວກເຈົ້າ ຫຼື ສາມີຂອງພວກເຈົ້າ ຫຼື ການຮັກສາຕົວພວກເຈົ້າເອງ. ແທນທີ່ຈະສົນໃຈກ່ຽວກັບເຮົາ, ພວກເຈົ້າສົນໃຈຄອບຄົວຂອງພວກເຈົ້າ, ລູກຂອງພວກເຈົ້າ, ສະຖານະຂອງພວກເຈົ້າ, ອະນາຄົດຂອງພວກເຈົ້າ ແລະ ຄວາມພໍໃຈໃນຕົວພວກເຈົ້າເອງ. ມີຕອນໃດແດ່ທີ່ພວກເຈົ້າເຄີຍຄິດເຖິງເຮົາເມື່ອພວກເຈົ້າກ່າວ ຫຼື ກະທຳ? ໃນມື້ທີ່ອາກາດເຢັນ, ພວກເຈົ້າກໍ່ຄິດຫາລູກຂອງພວກເຈົ້າ, ສາມີຂອງພວກເຈົ້າ, ພັນລະຍາຂອງພວກເຈົ້າ ຫຼື ພໍ່ແມ່ຂອງພວກເຈົ້າ. ໃນມື້ທີ່ອາກາດຮ້ອນ, ເຮົາບໍ່ມີພື້ນທີ່ຢູ່ໃນຄວາມຄິດຂອງພວກເຈົ້າເລີຍ. ເມື່ອພວກເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພວກເຈົ້າກໍ່ຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງ, ເຖິງຄວາມປອດໄພຂອງຕົນເອງ, ຄິດເຖິງສະມາຊິກໃນຄອບຄົວຂອງເຈົ້າເອງ. ເຈົ້າເຄີຍເຮັດຫຍັງແດ່ເພື່ອເຮົາ? ເຈົ້າຄິດຫາເຮົາໃນເມື່ອໃດແດ່? ມີຕອນໃດແດ່ທີ່ເຈົ້າອຸທິດທຸກຢ່າງຂອງຕົນເອງໃຫ້ກັບເຮົາ ແລະ ໃຫ້ກັບພາລະກິດຂອງເຮົາ? ຫຼັກຖານທີ່ພວກເຈົ້າວ່າສາມາດເຂົ້າກັບເຮົາໄດ້ນັ້ນຢູ່ໃສ? ຄວາມເປັນຈິງຂອງຄວາມຈົງຮັກພັກດີທີ່ເຈົ້າມີຕໍ່ເຮົາຢູ່ໃສ? ຄວາມເປັນຈິງໃນຄວາມອ່ອນນ້ອມທີ່ເຈົ້າມີຕໍ່ເຮົາແມ່ນຢູ່ໃສ? ມີເມື່ອໃດແດ່ທີ່ເຈດຕະນາຂອງເຈົ້າບໍ່ຫວັງທີ່ຈະໄດ້ຮັບພອນຈາກເຮົາ? ພວກເຈົ້າຫຼອກລວງ ແລະ ຕົວະເຮົາ, ພວກເຈົ້າຫຼິ້ນກັບຄວາມຈິງ, ພວກເຈົ້າປິດບັງການເປັນຢູ່ຂອງຄວາມຈິງ ແລະ ທໍລະຍົດແກ່ນແທ້ຂອງຄວາມຈິງ. ແມ່ນຫຍັງຈະລໍຖ້າພວກເຈົ້າໃນອະນາຄົດໂດຍການຕໍ່ຕ້ານເຮົາໃນລັກສະນະນີ້? ພວກເຈົ້າພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະເຈົ້າທີ່ເລື່ອນລອຍ ແລະ ພຽງແຕ່ສະແຫວງຫາຄວາມເຊື່ອທີ່ເລື່ອນລອຍ ແຕ່ພວກເຈົ້າກໍ່ບໍ່ສະແຫວງຫາເພື່ອເຂົ້າກັບພຣະຄຣິດເລີຍ. ຄວາມຊົ່ວຮ້າຍຂອງພວກເຈົ້າຈະບໍ່ໄດ້ຮັບຜົນກໍາແບບດຽວກັນກັບຜູ້ຄົນທີ່ຊົ່ວຊ້າສົມຄວນໄດ້ຮັບບໍ? ໃນເວລານັ້ນ, ພວກເຈົ້າຈະສຳນຶກໄດ້ວ່າ ບໍ່ມີໃຜທີ່ບໍ່ເຂົ້າກັບພຣະຄຣິດຈະສາມາດຫຼົບໜີມື້ແຫ່ງຄວາມໂກດຮ້າຍໄດ້ ແລະ ພວກເຈົ້າຈະຄົ້ນພົບວ່າຜົນກໍາແບບໃດທີ່ຈະຖືກນໍາມາສູ່ຄົນທີ່ຕໍ່ຕ້ານພຣະຄຣິດ. ເມື່ອມື້ນັ້ນມາເຖິງ, ຄວາມຝັນຂອງພວກເຈົ້າທີ່ຈະໄດ້ຮັບພອນສຳລັບຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ຈະໄດ້ຮັບສິດເຂົ້າສູ່ສະຫວັນນັ້ນຈະຖືກພັງທະລາຍລົງທັງໝົດ. ເຖິງຢ່າງໃດກໍ່ຕາມ ສໍາລັບຄົນທີ່ສາມາດເຂົາກັບພຣະຄຣິດໄດ້, ມັນ(ກໍ)ຈະບໍ່ແມ່ນແບບນັ້ນ, ເຖິງແມ່ນວ່າພວກເຂົາສູນເສຍຫຼາຍສິ່ງຫຼາຍຢ່າງ, ເຖິງແມ່ນວ່າພວກເຂົາທົນທຸກກັບຄວາມຍາກລຳບາກຫຼາຍຢ່າງ, ພວກເຂົາຈະໄດ້ຮັບມໍລະດົກທັງໝົດທີ່ເຮົາມອບໃຫ້ກັບມະນຸດຊາດ. ໃນທີ່ສຸດ, ພວກເຈົ້າຈະເຂົ້າໃຈວ່າ ມີພຽງເຮົາທີ່ເປັນພຣະເຈົ້າທີ່ຊອບທຳ ແລະ ມີພຽງເຮົາທີ່ສາມາດນໍາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມຂອງເຂົາໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ